ພຣະເຈົ້າເອງ ທີ່ເປັນເອກະລັກ III

ສິດອຳນາດຂອງພຣະເຈົ້າ(II)

ມື້ນີ້ພວກເຮົາຈະສືບຕໍ່ການສົນທະນາຂອງພວກເຮົາໃນຫົວຂໍ້ “ພຣະເຈົ້າເອງ ທີ່ເປັນເອກະລັກ”. ພວກເຮົາໄດ້ສົນທະນາສອງເທື່ອແລ້ວກ່ຽວກັບເລື່ອງນີ້, ເທື່ອທຳອິດແມ່ນກ່ຽວກັບລິດອຳນາດຂອງພຣະເຈົ້າ ແລະ ເທື່ອທີສອງແມ່ນກ່ຽວກັບອຸປະນິໄສອັນຊອບທຳຂອງພຣະເຈົ້າ. ຫຼັງຈາກຟັງສອງການສົນທະນານີ້, ພວກເຈົ້າໄດ້ມີຄວາມເຂົ້າໃຈໃໝ່ກ່ຽວກັບຕົວຕົນ, ສະຖານະ ແລະ ແກ່ນສານຂອງພຣະເຈົ້າບໍ? ຄວາມເຂົ້າໃຈເຫຼົ່ານີ້ໄດ້ຊ່ວຍໃຫ້ພວກເຈົ້າບັນລຸຄວາມຮູ້ທີ່ສຳຄັນ ແລະ ຄວາມໝັ້ນໃຈກ່ຽວກັບຄວາມຈິງແຫ່ງການເປັນຢູ່ຂອງພຣະເຈົ້າບໍ? ມື້ນີ້ເຮົາວາງແຜນທີ່ຈະຂະຫຍາຍຫົວຂໍ້ກ່ຽວກັບ “ສິດອຳນາດຂອງພຣະເຈົ້າ”.

ການເຂົ້າໃຈສິດອຳນາດຂອງພຣະເຈົ້າຈາກມຸມມອງມະຫາພາກ ແລະ ມຸມມອງຈຸລະພາກ

ສິດອໍານາດຂອງພຣະເຈົ້ານັ້ນເປັນເອກະລັກ. ມັນແມ່ນລັກສະນະການສະແດງອອກ ແລະ ແກ່ນສານພິເສດແຫ່ງຕົວຕົນຂອງພຣະເຈົ້າເອງ ເຊັ່ນວ່າ ບໍ່ໄດ້ຖືກຄອບຄອງໂດຍສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ບໍ່ຖືກສ້າງຂຶ້ນ; ມີພຽງພຣະຜູ້ຊົງສ້າງເທົ່ານັ້ນທີ່ຄອບຄອງສິດອຳນາດແບບນີ້. ເຊິ່ງເວົ້າໄດ້ວ່າ ມີພຽງພຣະຜູ້ຊົງສ້າງ ນັ້ນກໍຄື ພຣະເຈົ້າເອງທີ່ເປັນເອກະລັກເທົ່ານັ້ນທີ່ສາມາດສະແດງອອກໃນທາງນີ້ ແລະ ມີແກ່ນສານແບບນີ້. ດັ່ງນັ້ນ ເປັນຫຍັງພວກເຮົາຈິ່ງຄວນສົນທະນາກ່ຽວກັບສິດອຳນາດຂອງພຣະເຈົ້າ? ສິດອຳນາດຂອງພຣະເຈົ້າແຕກຕ່າງກັບ “ສິດອຳນາດ” ທີ່ມະນຸດຄິດຢູ່ໃນໃຈເຂົາແນວໃດ? ມີຫຍັງພິເສດກ່ຽວກັບມັນບໍ? ເປັນຫຍັງມັນຈິ່ງມີຄວາມສຳຄັນພິເສດທີ່ຈະຕ້ອງເວົ້າເຖິງມັນຢູ່ໃນນີ້? ພວກເຈົ້າທຸກຄົນຕ້ອງພິຈາລະນາບັນຫານີ້ຢ່າງຮອບຄອບ. ສຳລັບຄົນສ່ວນຫຼາຍ “ສິດອຳນາດຂອງພຣະເຈົ້າ” ແມ່ນຄວາມຄິດທີ່ເລື່ອນລອນ ເຊິ່ງຕ້ອງໃຊ້ຄວາມພະຍາຍາມຢ່າງຫຼາຍເພື່ອໃຫ້ຄົນເຂົ້າໃຈ ແລະ ການສົນທະນາໃດໆກ່ຽວກັບມັນກໍຈະເປັນຄືກັບນາມມະທໍາ. ດັ່ງນັ້ນ ຈະມີຊ່ອງຫວ່າງສະເໝີລະຫວ່າງຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ ແລະ ແກ່ນແທ້ຂອງສິດອຳນາດຂອງພຣະເຈົ້າທີ່ມະນຸດສາມາດຄອບຄອງໄດ້. ເພື່ອເຊື່ອມຕໍ່ຊ່ອງຫວ່າງນີ້, ຜູ້ຄົນຕ້ອງຮູ້ຈັກສິດອຳນາດຂອງພຣະເຈົ້າຜ່ານຜູ້ຄົນ, ເຫດການ, ສິ່ງຕ່າງໆ ຫຼື ປະກົດການພາຍໃນເອື້ອມມື ແລະ ຄວາມສາມາດຂອງມະນຸດໃນຊີວິດຈິງຂອງພວກເຂົາ. ເຖິງແມ່ນວ່າປະໂຫຍກ “ສິດອຳນາດຂອງພຣະເຈົ້າ” ອາດຈະເບິ່ງຄືວ່າ ບໍ່ສາມາດເຂົ້າໃຈໄດ້, ສິດອຳນາດຂອງພຣະເຈົ້າບໍ່ແມ່ນນາມມະທຳເລີຍ. ພຣະອົງສະຖິດຢູ່ກັບມະນຸດຕະຫຼອດທຸກນາທີໃນຊີວິດຂອງມະນຸດ, ຊົງນຳພາເຂົາທຸກວັນ. ດັ່ງນັ້ນ, ໃນຊີວິດຈິງ ທຸກຄົນຈຳເປັນຈະຕ້ອງເຫັນ ແລະ ປະສົບກັບລັກສະນະທີ່ເປັນຮູບປະທໍາທີ່ສຸດກ່ຽວກັບສິດອຳນາດຂອງພຣະເຈົ້າ. ລັກສະນະຮູບປະທຳນີ້ພິສຸດວ່າ ສິດອຳນາດຂອງພຣະເຈົ້ານັັ້ນມີຢູ່ຈິງ ແລະ ມັນຊ່ວຍໃຫ້ຄົນຮັບຮູ້ ແລະ ເຂົ້າໃຈຄວາມຈິງທີ່ວ່າ ພຣະເຈົ້າຄອບຄອງສິດອຳນາດນີ້.

ພຣະເຈົ້າສ້າງທຸກສິ່ງ ແລະ ເມື່ອສ້າງມັນຂຶ້ນມາ, ພຣະອົງກໍມີອຳນາດໜືອທຸກສິ່ງ. ນອກຈາກມີອຳນາດຢູ່ເໜືອທຸກສິ່ງແລ້ວ, ພຣະອົງຍັງຄວບຄຸມທຸກສິ່ງອີກດ້ວຍ. ຄວາມຄິດທີ່ວ່າ “ພຣະເຈົ້າຄວບຄຸມທຸກສິ່ງ” ນີ້ໝາຍຄວາມວ່າແນວໃດ? ແລ້ວຈະໃຫ້ອະທິບາຍແບບໃດ? ມັນໃຊ້ເຂົ້າກັບຊີວິດຈິງໄດ້ແນວໃດ? ການເຂົ້າໃຈຄວາມຈິງທີ່ວ່າ ພຣະເຈົ້າຊົງຄວບຄຸມທຸກສິ່ງ ສາມາດນໍາມາຄວາມເຂົ້າໃຈກ່ຽວກັບສິດອໍານາດຂອງພຣະອົງໄດ້ແນວໃດ? ຈາກປະໂຫຍກ “ພຣະເຈົ້າຊົງຄວບຄຸມທຸກສິ່ງ” ນີ້, ພວກເຮົາຄວນເຫັນວ່າ ສິ່ງທີ່ພຣະເຈົ້າຄວບຄຸມນັ້ນບໍ່ແມ່ນພຽງແຕ່ສ່ວນໜຶ່ງຂອງດາວເຄາະ, ສ່ວນໜຶ່ງຂອງການຊົງສ້າງ, ທັງບໍ່ແມ່ນສ່ວນໜຶ່ງຂອງມະນຸດຊາດ ແຕ່ແມ່ນທຸກສິ່ງຢ່າງ: ຈາກຂະໜາດໃຫຍ່ເຖິງຂະໜາດນ້ອຍ, ຈາກສິ່ງທີ່ສາມາດເບິ່ງເຫັນໄດ້ເຖິງສິ່ງທີ່ບໍ່ສາມາດເບິ່ງເຫັນໄດ້, ຈາກດວງດາວຕ່າງໆຂອງຈັກກະວານເຖິງສິ່ງທີ່ມີຊີວິດເທິງແຜ່ນດິນໂລກ ລວມເຖິງຈຸລິນຊີທີ່ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າໄດ້ ແລະ ສິ່ງມີຊີວິດທີ່ຢູ່ໃນຮູບແບບອື່ນໆ. ນີ້ແມ່ນຄຳນິຍາມແທ້ຈິງຂອງຄໍາວ່າ “ທຸກສິ່ງ” ທີ່ພຣະເຈົ້າ “ຄວບຄຸມ”; ມັນແມ່ນຂອບເຂດແຫ່ງສິດອໍານາດຂອງພຣະອົງ, ຂອບເຂດອຳນາດອະທິປະໄຕ ແລະ ການປົກຄອງຂອງພຣະອົງ.

ກ່ອນມະນຸດຊາດນີ້ເກີດມີຊີວິດ, ຈັກກະວານພ້ອມທັງດາວເຄາະທຸກດວງ ແລະ ດວງດາວທຸກດວງໃນສະຫວັນໄດ້ມີຢູ່ແລ້ວ. ໃນລະດັບມະຫາພາກ, ອົງປະກອບສະຫວັນເຫຼົ່ານີ້ໄດ້ໂຄຈອນຢູ່ເປັນປະຈຳ ພາຍໃຕ້ການຄວບຄຸມຂອງພຣະເຈົ້າເພື່ອການມີຢູ່ທັງໝົດຂອງພວກມັນມາເປັນເວລາຫຼາຍປີແລ້ວ. ດາວເຄາະດວງໃດໄປໃສໃນສະເພາະເວລາໃດໜຶ່ງ; ດາວເຄາະດວງໃດເຮັັດໜ້າທີ່ອັນໃດ ແລະ ເມື່ອໃດ; ສິ່ງທີ່ດາວເຄາະໝຸນຮອບຕາມວົງໂຄຈອນ ແລະ ເມື່ອມັນຫາຍໄປ ຫຼື ຖືກແທນທີ່, ທຸກສິ່ງເຫຼົ່ານີ້ດຳເນີນການໂດຍບໍ່ມີຂໍ້ຜິດພາດແມ່ນແຕ່ນ້ອຍດຽວ. ຕຳແໜ່ງຂອງດາວເຄາະຕ່າງໆ ແລະ ໄລຍະຫ່າງລະຫວ່າງພວກມັນທຸກດວງ ແມ່ນປະຕິບັດຕາມແບບແຜນຢ່າງເຂັ້ມງວດ ເຊິ່ງທັງໝົດນີ້ສາມາດອະທິບາຍໄດ້ດ້ວຍຂໍ້ມູນທີ່ແນ່ນອນ; ເສັ້ນທາງທີ່ພວກມັນເດີນທາງ, ຄວາມໄວ ແລະ ແບບແຜນຂອງວົງໂຄຈອນຂອງພວກມັນ, ເວລາທີ່ພວກມັນຢູ່ໃນຕຳແໜ່ງຕ່າງໆທັງໝົດນີ້ສາມາດປະເມີນໄດ້ຢ່າງຖືກຕ້ອງ ແລະ ອະທິບາຍໂດຍກົດໝາຍພິເສດ. ດາວເຄາະຕ່າງໆໄດ້ປະຕິບັດຕາມກົດໝາຍເຫຼົ່ານີ້ມາເປັນເວລາດົນນານແລ້ວ ແລະ ບໍ່ເຄີຍດອອກນອກທິດທາງແມ່ນແຕ່ໜ້ອຍ. ບໍ່ມີອຳນາດໃດສາມາດປ່ຽນແປງ ຫຼື ລົບກວນວົງໂຄຈອນຂອງພວກມັນ ຫຼື ແບບແຜນທີ່ພວກມັນປະຕິບັດຕາມໄດ້. ຍ້ອນກົດໝາຍພິເສດເຫຼົ່ານີ້ທີ່ຄວບຄຸມການເຄື່ອນໄຫວຂອງພວກມັນ ແລະ ຂໍ້ມູນແນ່ນອນຂອງພວກມັນແມ່ນໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວໂດຍສິດອຳນາດຂອງພຣະຜູ້ຊົງສ້າງ, ພວກມັນປະຕິບັດຕາມກົດໝາຍເຫຼົ່ານີ້ດ້ວຍຄວາມສອດຄ່ອງຂອງພວກມັນເອງ ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະຜູ້ຊົງສ້າງ. ໃນລະດັບມະຫາພາກ, ມັນບໍ່ຍາກສຳລັບມະນຸດທີ່ຈະຄົ້ນພົບບາງແບບແຜນ, ບາງຂໍ້ມູນ ແລະ ບາງກົດໝາຍ ຫຼື ປະກົດການທີ່ແປກປະຫຼາດ ແລະ ບໍ່ສາມາດອະທິບາຍໄດ້. ເຖິງແມ່ນວ່າມະນຸດຊາດບໍ່ຍອມຮັບວ່າພຣະເຈົ້າມີຢູ່ຈິງ, ບໍ່ຍອມຮັບຄວາມຈິງທີ່ວ່າພຣະຜູ້ຊົງສ້າງໄດ້ສ້າງ ແລະ ມີອຳນາດເໜືອທຸກສິ່ງ ແລະ ຍິ່ງໄປກວ່ານັ້ນຄືບໍ່ຍອມຮັບຮູ້ການມີຢູ່ແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ, ເຖິງຢ່າງໃດກໍ່ຕາມ ນັກມະນຸດວິທະຍາ, ນັກດາລາສາດ, ນັກຟິຊິກຍັງຄົ້ນພົບເລື້ອຍໆວ່າ ການມີຢູ່ຂອງທຸກສິ່ງໃນຈັກກະວານ ພ້ອມຫຼັກການ ແລະ ແບບແຜນທີ່ກຳນົດການເຄື່ອນໄຫວຂອງພວກມັນ ລ້ວນແລ້ວແຕ່ຖືກປົກຄອງ ແລະ ຄວບຄຸມໂດຍພະລັງມືດທີ່ກວ້າງໃຫຍ່ ແລະ ເບິ່ງບໍ່ເຫັນ. ຄວາມຈິງນີ້ບີບບັງຄັບໃຫ້ມະນຸດຜະເຊີນໜ້າ ແລະ ຍອມຮັບຮູ້ວ່າມີຜູ້ຍິ່ງໃຫຍ່ຄົນໜຶ່ງທ່າມກາງແບບແຜນການເຄື່ອນໄຫວເຫຼົ່ານີ້ເປັນຜູ້ປັ້ນແຕ່ງທຸກສິ່ງຢ່າງ. ພະລັງຂອງພຣະອົງນັ້ນມະຫັດສະຈັນ ແຕ່ເຖິງຢ່າງນັ້ນກໍຕາມ ບໍ່ມີໃຜສາມາດເຫັນໜ້າອັນແທ້ຈິງຂອງພຣະອົງໄດ້, ພຣະອົງປົກຄອງ ແລະ ຄວບຄຸມທຸກສິ່ງຢ່າງຢູ່ທຸກເວລາ. ບໍ່ມີມະນຸດຄົນໃດ ຫຼື ພະລັງໃດສາມາດເຂົ້າເຖິງອຳນາດອະທິປະໄຕຂອງພຣະອົງໄດ້. ໃນການຜະເຊີນໜ້າກັບຄວາມຈິງນີ້, ມະນຸດຕ້ອງຍອມຮັບຮູ້ວ່າກົດໝາຍທີ່ປົກຄອງການດຳລົງຢູ່ຂອງທຸກສິ່ງຢ່າງບໍ່ສາມາດຄວບຄຸມໄດ້ໂດຍມະນຸດ, ບໍ່ມີໃຜສາມາດປ່ຽນແປງໄດ້; ພ້ອມກັນນັ້ນ ມະນຸດຕ້ອງຍອມຮັບວ່າມະນຸດບໍ່ສາມາດເຂົ້າໃຈກົດນີ້ໄດ້ຢ່າງເຕັມສ່ວນ ແລະ ພວກມັນບໍ່ໄດ້ເກີດຂຶ້ນດ້ວຍທຳມະຊາດ ແຕ່ຖືກກຳນົດໂດຍຜູ້ມີອໍານາດອະທິປະໄຕ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກເຖິງສິດອຳນາດຂອງພຣະເຈົ້າທີ່ມະນຸດຊາດສາມາດຮັບຮູ້ໄດ້ໃນລະດັບມະຫາພາກ.

ໃນລະດັບຈຸລະພາກ, ພູເຂົາທຸກໜ່ວຍ, ແມ່ນ້ຳ, ທະເລສາບ, ທະເລ ແລະ ດິນແດນທີ່ມະນຸດເບິ່ງເຫັນຢູ່ເທິງແຜ່ນດິນໂລກ, ທຸກລະດູການທີ່ເຂົາປະສົບ, ທຸກສິ່ງທີ່ອາໄສຢູ່ໃນແຜ່ນດິນໂລກ ລວມທັງພືດ, ສັດ, ຈຸລິນຊີ ແລະ ມະນຸດລ້ວນແລ້ວແຕ່ຢູ່ພາຍໃຕ້ອຳນາດອະທິປະໄຕຂອງພຣະເຈົ້າ, ຖືກຄວບຄຸມໂດຍພຣະເຈົ້າ. ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະເຈົ້າ ທຸກສິ່ງເກີດມີຊີວິດ ຫຼື ຫາຍໄປຕາມຄວາມຄິດຂອງພຣະອົງ, ກົດໝາຍເກີດຂຶ້ນເພື່ອປົກຄອງການເປັນຢູ່ຂອງພວກມັນ, ພວກມັນເຕີບໃຫຍ່ຂຶ້ນ ແລະ ເພີ່ມທະວີຈຳນວນຂຶ້ນເລື້ອຍໆເພື່ອຮັບຮອງພວກມັນ. ບໍ່ມີມະນຸດຄົນໃດ ຫຼື ສິ່ງໃດຢູ່ເໜືອກົດໝາຍເຫຼົ່ານີ້. ຍ້ອນຫຍັງ? ຄຳຕອບດຽວກໍ່ຄື: ຍ້ອນສິດອຳນາດຂອງພຣະເຈົ້າ. ຫຼື ເວົ້າອີກຢ່າງໜຶ່ງກໍຄື ມັນເປັນຍ້ອນຄວາມຄິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ; ຍ້ອນການກະທຳສ່ວນຕົວຂອງພຣເຈົ້າເອງ. ເຊິ່ງເວົ້າໄດ້ວ່າ ມັນແມ່ນສິດອຳນາດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າທີ່ກໍ່ໃຫ້ເກີດກົດໝາຍເຫຼົ່ານີ້ ທີ່ຖືກຜັດປ່ຽນ ຫຼື ປ່ຽນແປງຕາມຄວາມຄິດຂອງພຣະອົງ, ການຜັດປ່ຽນ ແລະ ການປ່ຽນແປງເຫຼົ່ານີ້ລ້ວນແລ້ວແຕ່ເກີດຂຶ້ນ ຫຼື ຈາງຫາຍໄປເພື່ອແຜນການຂອງພຣະອົງ. ຕົວຢ່າງ ເຊັ່ນພະຍາດລະບາດ. ມັນລະບາດໂດຍບໍ່ມີການແຈ້ງເຕືອນໃດໆ, ບໍ່ມີໃຜຮູ້ທີ່ມາຂອງມັນ ຫຼື ເຫດຜົນແທ້ຈິງວ່າເປັນຫຍັງມັນຈິ່ງເກີດຂຶ້ນ ແລະ ເມື່ອໃດພະຍາດລະບາດເກີດຂຶ້ນ ບໍ່ວ່າສະຖານທີ່ໃດກໍຕາມ, ບັນດາຜູ້ທີ່ຕິດເຊື້ອແມ່ນຈະບໍ່ສາມາດໜີພົ້ນໄພພິບັດນັ້ນໄດ້. ວິທະຍາສາດຂອງມະນຸດເຂົ້າໃຈພະຍາດລະບາດທີ່ເກີດຈາກການແຜ່ກະຈາຍຂອງແມ່ພະຍາດທີ່ໂຫດຮ້າຍ ຫຼື ເປັນອັນຕະລາຍ ແລະ ຄວາມໄວ, ຂອດເຂດ ແລະ ວິທີການສົ່ງຕໍ່ຂອງພວກມັນບໍ່ສາມາດຖືກຄາດເດົາໄດ້ ຫຼື ຄວບຄຸມໄດ້ໂດຍວິທະຍາສາດຂອງມະນຸດ. ເຖິງແມ່ນວ່າຄົນຕໍ່ຕ້ານພະຍາດລະບາດດ້ວຍທຸກວິທີທາງທີ່ເປັນໄປໄດ້ ແຕ່ພວກເຂົາບໍ່ສາມາດຄວບຄຸມໄດ້ວ່າບຸກຄົນໃດ ຫຼື ສັດໂຕໃດຈະໄດ້ຮັບຜົນກະທົບຢ່າງບໍ່ສາມາດຫຼີກເວັ້ນໄດ້ເມື່ອມີພະຍາດລະບາດເກີດຂຶ້ນ. ສິ່ງດຽວທີ່ມະນຸດສາມາດເຮັດໄດ້ກໍ່ຄືພະຍາຍາມປ້ອງກັນພວກມັນ, ຕໍ່ຕ້ານພວກມັນ ແລະ ວິໄຈພວກມັນ. ແຕ່ບໍ່ມີໃຜຮູ້ຕົ້ນປາຍສາເຫດໃນການເລີ່ມຕົ້ນ ແລະ ການສິ້ນສຸດຂອງພະຍາດລະບາດໃດໜຶ່ງໄດ້ ແລະ ກໍບໍ່ມີໃຜສາມາດຄວບຄຸມພວກມັນໄດ້. ເມື່ອຜະເຊີນກັບການເພີ່ມຂຶ້ນ ຫຼື ການແຜ່ກະຈາຍຂອງພະຍາດລະບາດ, ມາດຕະການທຳອິດທີ່ມະນຸດໃຊ້ຄືການພັດທະນາຢາວັກຊີນ, ແຕ່ຫຼາຍຄັ້ງພະຍາດລະບາດໄດ້ຕາຍໄປເອງກ່ອນທີ່ຢາວັກຊິນຈະມີໃຊ້. ເປັນຫຍັງພະຍາດລະບາດຈິ່ງຕາຍໄປ? ບາງຄົນເວົ້າວ່າ ຍ້ອນພະຍາດໄດ້ຖືກຄວບຄຸມໄວ້ ແລະ ບາງຄົນເວົ້າວ່າ ພວກມັນຕາຍຍ້ອນການປ່ຽນແປງຂອງລະດູການ... ບໍ່ວ່າການສັນນິຖານລົມໆແລ້ງໆເຫຼົ່ານີ້ຈະສາມາດຢັ້ງຢືນໄດ້ ຫຼື ບໍ່ນັ້ນ, ທາງວິທະຍາສາດແມ່ນບໍ່ສາມາດອະທິບາຍ ແລະ ສາມາດໃຫ້ຄຳຕອບໄດ້ຢ່າງແນ່ນອນ. ມະນຸດຕ້ອງບໍ່ຄິດໃສ່ພຽງແຕ່ການສັນນິຖານເຫຼົ່ານີ້ເທົ່ານັ້ນ ແຕ່ຍັງຕ້ອງຄິດໃສ່ການຂາດຄວາມເຂົ້າໃຈ ແລະ ຄວາມຢ້ານກົວພະຍາດລະບາດຂອງມະນຸດອີກດ້ວຍ. ໃນການວິເຄາະສຸດທ້າຍ ບໍ່ມີໃຜຮູ້ວ່າເປັນຫຍັງພະຍາດລະບາດຈິ່ງເລີ້ມຕົ້ນຂຶ້ນ ຫຼື ເປັນຫຍັງມັນຈິ່ງສິ້ນສຸດລົງ. ຍ້ອນວ່າມະນຸດມີຄວາມເຊື່ອພຽງໃນວິທະຍາສາດເທົ່ານັ້ນ, ເພິ່ງພາອາໄສທຸກສິ່ງຕໍ່ວິທະຍາສາດ ແລະ ບໍ່ຍອມຮັບຮູ້ສິດອຳນາດຂອງພຣະຜູ້ຊົງສ້າງ ຫຼື ຍອມຮັບອຳນາດອະທິປະໄຕຂອງພຣະອົງ, ພວກເຂົາຈຶ່ງຈະບໍ່ໄດ້ຮັບຄຳຕອບໃດໆເລີຍ.

ພາຍໃຕ້ອຳນາດອະທິປະໄຕຂອງພຣະເຈົ້າ, ທຸກສິ່ງເປັນຢູ່ ແລະ ພິນາດໄປຍ້ອນສິດອຳນາດ ແລະ ການຄຸ້ມຄອງຂອງພຣະອົງ. ບາງສິ່ງມາ ແລະ ໄປຢ່າງງຽບໆ ແລະ ມະນຸດບໍ່ສາມາດບອກໄດ້ວ່າພວກມັນມາຈາກໃສ ຫຼື ເຂົ້າໃຈແບບແຜນທີ່ພວກເຂົາປະຕິບັດ ແລ້ວແຮງໄກທີ່ຈະເຂົ້າໃຈເຫດຜົນວ່າເປັນຫຍັງພວກເຂົາຈິ່ງມາ ແລະ ໄປ. ເຖິງແມ່ນວ່າມະນຸດສາມາດເຫັນທຸກຢ່າງທີ່ເກີດຂຶ້ນໃນທຸກສິ່ງດ້ວຍຕາຂອງເຂົາເອງ ແລະ ສາມາດໄດ້ຍິນມັນດ້ວຍຫູຂອງເຂົາເອງ, ສາມາດປະສົບມັນດ້ວຍຕົວຂອງເຂົາເອງ; ເຖິງແມ່ນວ່າມັນຈະມີຜົນກະທົບຕໍ່ມະນຸດ ແລະ ເຖິງແມ່ນວ່າມະນຸດຈະເຂົ້າໃຈຄວາມຜິດປົກກະຕິ, ຄວາມສະໝ່ຳສະເໝີ ຫຼື ແມ່ນແຕ່ຄວາມແປກປະຫຼາດຂອງຫຼາກຫຼາຍເຫດການທີ່ກ່ຽວພັນກັນດ້ວຍຈິດໃຕ້ສຳນຶກກໍ່ຕາມ ແຕ່ເຂົາກໍບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານັ້ນ ເຊິ່ງມັນແມ່ນຄວາມປະສົງ ແລະ ຄວາມຄິດຂອງພຣະຜູ້ຊົງສ້າງ. ມີເລື່ອງລາວຕ່າງໆຢູ່ເບື້ອງຫຼັງປະກົດການເຫຼົ່ານີ້ ແລະ ມີຄວາມຈິງຫຼາຍປະການທີ່ປິດບັງຢູ່. ຍ້ອນວ່າມະນຸດໄດ້ຍ່າງຊັດເຊພະເນຈອນໄປໄກຈາກພຣະຜູ້ຊົງສ້າງ ແລະ ຍ້ອນເຂົາບໍ່ຍອມຮັບຄວາມຈິງທີ່ວ່າສິດອຳນາດຂອງພຣະຜູ້ຊົງສ້າງປົກຄອງທຸກສິ່ງ, ເຂົາຈະບໍ່ມີທາງຮູ້ ແລະ ເຂົ້າໃຈທຸກສິ່ງທີ່ເກີດຂຶ້ນພາຍໃຕ້ອຳນາດອະທິປະໄຕແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງໄດ້. ສ່ວນໃຫຍ່ແລ້ວ ການຄວບຄຸມ ແລະ ອຳນາດອະທິປະໄຕຂອງພຣະເຈົ້ານັ້ນເກີນຂອບເຂດທີ່ມະນຸດຈະຈິນຕະນາການໄດ້, ເກີນຄວາມຮູ້ຂອງມະນຸດ, ເກີນຄວາມເຂົ້າໃຈຂອງມະນຸດ ແລະ ເກີນສິ່ງທີ່ວິທະຍາສາດຂອງມະນຸດສາມາດບັນລຸໄດ້; ມັນເກີນຄວາມຮູ້ຂອງມະນຸດທີ່ຖືກສ້າງຂຶ້ນ. ບາງຄົນເວົ້າວ່າ “ເນື່ອງຈາກວ່າເຈົ້າບໍ່ໄດ້ເປັນພະຍານເຖິງອຳນາດອະທິປະໄຕຂອງພຣະເຈົ້າດ້ວຍຕົວເຈົ້າເອງ ແລ້ວເຈົ້າຈະເຊື່ອໄດ້ແນວໃດວ່າທຸກສິ່ງທຸກຢ່າງຂຶ້ນກັບສິດອຳນາດຂອງພຣະອົງ?” ການເບິ່ງເຫັນບໍ່ແມ່ນການເຊື່ອສະເໝີໄປ ແລະ ບໍ່ແມ່ນການຮັບຮູ້ ແລະ ຄວາມເຂົ້າໃຈສະເໝີໄປ. ແລ້ວຄວາມເຊື່ອມາຈາກໃສ? ເຮົາກ້າເວົ້າຢ່າງໝັ້ນໃຈວ່າ “ຄວາມເຊື່ອມາຈາກລະດັບ ແລະ ຄວາມເລິກເຊິ່ງດ້ານຄວາມເຂົ້າໃຈຂອງຄົນ, ປະສົບການ, ຄວາມເປັນຈິງ ແລະ ສາເຫດຕົ້ນຕໍຂອງສິ່ງຕ່າງໆ”. ຖ້າເຈົ້າເຊື່ອວ່າພຣະເຈົ້າມີຢູ່ຈິງ ແຕ່ເຈົ້າບໍ່ສາມາດຮັບຮູ້ໄດ້ ທັງບໍ່ຍອມຮັບຄວາມຈິງແຫ່ງການຄວບຄຸມ ແລະ ສິດອຳນາດຂອງພຣະເຈົ້າເໜືອທຸກສິ່, ແລ້ວໃນໃຈຂອງເຈົ້າຈະບໍ່ມີທາງຍອມຮັບວ່າພຣະເຈົ້າມີສິດອຳນາດແບບນີ້ ແລະ ຍອມຮັບວ່າສິດອຳນາດຂອງພຣະເຈົ້ານັ້ນເປັນເອກະລັກ. ເຈົ້າຈະບໍ່ມີທາງຍອມຮັບພຣະຜູ້ຊົງສ້າງໃຫ້ເປັນພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າຂອງເຈົ້າໄດ້ຢ່າງແທ້ຈິງ.

ໂຊກຊະຕາຂອງມະນຸດຊາດ ແລະ ໂຊກຊະຕາຂອງຈັກກະວານບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງໄດ້

ພວກເຈົ້າທຸກຄົນເປັນຜູ້ໃຫຍ່ແລ້ວ. ພວກເຈົ້າບາງຄົນຢູ່ໃນໄວກາງຄົນ; ບາງຄົນເຂົ້າສູ່ໄວຊະລາແລ້ວ. ພວກເຈົ້າໄດ້ປ່ຽນຈາກການບໍ່ເຊື່ອໃນພຣະເຈົ້າສູ່ການເຊື່ອໃນພຣະອົງ ແລະ ຈາກການເລີ່ມເຊື່ອໃນພຣະເຈົ້າສູ່ການຍອມຮັບພຣະອົງ ແລະ ການປະສົບກັບພາລະກິດຂອງພຣະອົງ. ພວກເຈົ້າມີຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າຫຼາຍປານໃດ? ພວກເຈົ້າມີຄວາມເຂົ້າໃຈຫຍັງແດ່ກ່ຽວກັບໂຊກຊະຕາຂອງມະນຸດ? ຄົນໜຶ່ງສາມາດບັນລຸທຸກສິ່ງທີ່ເຂົາປາດຖະໜາໃນຊີວິດໄດ້ບໍ? ມີຈັກຢ່າງໃນຊ່ວງສອງສາມທົດສະວັດແຫ່ງການເປັນຢູ່ຂອງພວກເຈົ້າທີ່ພວກເຈົ້າສາມາດປະສົບຄວາມສຳເລັດໄດ້ຕາມແບບທີ່ພວກເຈົ້າປາດຖະໜາ? ມີຈັກຢ່າງທີ່ໄດ້ເກີດຂຶ້ນໂດຍທີ່ເຈົ້າບໍ່ເຄີຍຄາດຄິດມາກ່ອນ? ມີຈັກຢ່າງທີ່ມາດ້ວຍຄວາມຕື່ນເຕັ້ນຕັນໃຈ? ມີຈັກຢ່າງທີ່ຜູ້ຄົນຍັງລໍຖ້າໂດຍຄາດຫວັງວ່າມັນຈະເກີດດອກອອກຜົນ, ລໍຖ້າໂອກາດທີ່ເໝາະສົມຢ່າງຂາດສະຕິ, ລໍຖ້າຄວາມປະສົງແຫ່ງສະຫວັນ? ມີຈັກຢ່າງທີ່ເຮັດໃຫ້ຄົນຮູ້ສຶກສິ້ນຫວັງ ແລະ ທໍ້ຖອຍ? ທຸກຄົນແມ່ນເຕັມໄປດ້ວຍຄວາມຫວັງກ່ຽວກັບໂຊກຊະຕາຂອງພວກເຂົາ, ຄາດຫວັງວ່າທຸກສິ່ງໃນຊີວິດຂອງພວກເຂົາຈະເປັນໄປດັ່ງທີ່ພວກເຂົາປາດຖະໜາ, ພວກເຂົາຈະບໍ່ຕ້ອງການອາຫານ ຫຼື ເຄື່ອງນຸ່ງ, ຄາດຫວັງວ່າພວກເຂົາຈະມີໂຊກລາບຍິ່ງຂຶ້ນຢ່າງໜ້າປະທັບໃຈ. ບໍ່ມີໃຜຕ້ອງການຊີວິດທີ່ທຸກຍາກ ແລະ ຖືກກົດຂີ່ຂົ່ມເຫັງ, ເຕັມໄປດ້ວຍຄວາມຍາກລຳບາກ ແລະ ລ້ອມຮອບດ້ວຍໄພພິບັດ. ແຕ່ຄົນບໍ່ສາມາດເບິ່ງເຫັນອະນາຄົດ ຫຼື ຄວບຄຸມສິ່ງເຫຼົ່ານີ້ໄດ້. ບາງທີສຳລັບບາງຄົນ ອະດີດອາດເປັນພຽງປະສົບການທີ່ວຸ້ນວາຍ; ພວກເຂົາບໍ່ເຄີຍຮຽນຮູ້ວ່າຄວາມປະສົງຂອງສະຫວັນແມ່ນຫຍັງ ແລະ ບໍ່ສົນໃຈວ່າມັນແມ່ນຫຍັງ. ພວກເຂົາໃຊ້ຊີວິດແຕ່ລະມື້ແບບບໍ່ຄິດຄືກັບສັດ ໂດຍບໍ່ສົນໃຈໂຊກຊະຕາຂອງມະນຸດ ຫຼື ເປັນຫຍັງມະນຸດຈິ່ງມີຊີວິດຢູ່ ຫຼື ພວກເຂົາຄວນດຳລົງຊີວິດແບບໃດ. ຄົນແບບນີ້ໃຊ້ຊີວິດຈົນເຖົ້າແກ່ໂດຍບໍ່ເຂົ້າໃຈໂຊກຊະຕາຂອງມະນຸດ ແລະ ຈົນເຖິງເວລາທີ່ພວກເຂົາຕາຍພວກເຂົາກໍ່ຍັງບໍ່ຮູ້ວ່າຊີວິດແມ່ນຫຍັງ. ຄົນໃນລັກສະນະນີ້ແມ່ນໄດ້ຕາຍໄປແລ້ວ; ພວກເຂົາຄືມະນຸດທີ່ບໍ່ມີຈິດວິນຍານ; ພວກເຂົາແມ່ນສັດຮ້າຍ. ເຖິງແມ່ນວ່າຜູ້ຄົນດໍາລົງຢູ່ໃນການຊົງສ້າງ ແລະ ໄດ້ຮັບຄວາມສຸກຈາກຫຼາຍຫົນທາງທີ່ໂລກສະໜອງໃຫ້ກັບຄວາມຕ້ອງການດ້ານວັດຖຸຂອງພວກເຂົາ ແລະ ເຖິງແມ່ນວ່າພວກເຂົາເຫັນໂລກແຫ່ງວັດຖຸກ້າວໜ້າຢ່າງຕໍ່ເນື່ອງ ແຕ່ເຖິງຢ່າງນັ້ນກໍຕາມ ປະສົບການຂອງພວກເຂົາ, ສິ່ງທີ່ຫົວໃຈ ແລະ ຈິດວິນຍານຂອງພວກເຂົາຮູ້ສຶກ ແລະ ປະສົບນັ້ນ ບໍ່ມີຫຍັງກ່ຽວຂ້ອງກັບສິ່ງຂອງທີ່ເປັນວັດຖຸ ແລະ ບໍ່ມີວັດຖຸໃດໆມາແທ່ນທີ່ປະສົບການນັ້ນໄດ້. ປະສົບການແມ່ນການຮັບຮູ້ເລິກເຊິ່ງໃນຫົວໃຈຂອງມະນຸດ, ບາງສິ່ງທີ່ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າໄດ້. ການຮັບຮູ້ນີ້ແມ່ນຢູ່ໃນຄວາມເຂົ້າໃຈຂອງມະນຸດ, ຄວາມຮັບຮູ້ຂອງມະນຸດ, ຊີວິດມະນຸດ ແລະ ໂຊກຊະຕາຂອງມະນຸດ. ແລ້ວມັນມັກຈະນຳພາມະນຸດໄປສູ່ຄວາມເຂົ້າໃຈວ່າ ມີສິ່ງທີ່ເບິ່ງບໍ່ເຫັນກຳລັງຈັດແຈງທຸກສິ່ງ, ປັ້ນແຕ່ງທຸກຢ່າງໃຫ້ກັບມະນຸດ. ໃນທ່າມກາງສິ່ງທັງໝົດນີ້ ມະນຸດບໍ່ມີທາງເລືອກ ໄດ້ແຕ່ຍອມຮັບເອົາການຈັດແຈງ ແລະ ການປັ້ນແຕ່ງແຫ່ງໂຊກສະຕາ; ມະນຸດບໍ່ມີທາງເລືອກ ໄດ້ແຕ່ຍອມຮັບເອົາເສັ້ນທາງຂ້າງໜ້າທີ່ພຣະຜູ້ຊົງສ້າງໄດ້ວາງໄວ້, ຍອມຮັບເອົາອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງທີ່ຢູ່ເໜືອໂຊກຊະຕາຂອງມະນຸດ. ນີ້ແມ່ນຄວາມຈິງທີ່ບໍ່ສາມາດໂຕ້ຖຽງໄດ້. ບໍ່ວ່າມະນຸດຈະມີຄວາມເຂົ້າໃຈເລິກເຊິ່ງ ແລະ ມີທັດສະນະຄະຕິຕໍ່ໂຊກຊະຕາຢ່າງໃດກໍ່ຕາມ, ບໍ່ມີໃຜສາມາດປ່ຽນແປງຄວາມຈິງນີ້ໄດ້.

ບ່ອນທີ່ເຈົ້າຈະໄປແຕ່ລະມື້, ສິ່ງທີ່ເຈົ້າຈະເຮັດ, ໃຜ ຫຼື ສິ່ງໃດທີ່ເຈົ້າຈະຜະເຊີນ, ສິ່ງທີ່ເຈົ້າຈະເວົ້າ, ສິ່ງທີ່ຈະເກີດຂຶ້ນກັບເຈົ້າ, ມີສິ່ງໃດທີ່ສາມາດທຳນວາຍໄວ້ລ່ວງໜ້າໄດ້ບໍ? ຄົນບໍ່ສາມາດເບິ່ງເຫັນເຫດການທີ່ເກີດຂຶ້ນທັງໝົດເຫຼົ່ານີ້ລ່ວງໜ້າໄດ້ ແຮງໄກທີ່ຈະສາມາດຄວບຄຸມວິທີທີ່ບັນຫາເຫຼົ່ານີ້ເກີດຂຶ້ນ. ໃນຊີວິດ, ເຫດການທີ່ບໍ່ສາມາດເບິ່ງເຫັນໄດ້ລ່ວງໜ້າເຫຼົ່ານີ້ເກີດຂຶ້ນຢູ່ຕະຫຼອດເວລາ; ພວກມັນແມ່ນເຫດການທີ່ເກີດຂຶ້ນທຸກວັນ. ການປ່ຽນແປງໃນຊີວິດປະຈຳວັນເຫຼົ່ານີ້ ແລະ ວິທີການທີ່ພວກມັນດໍາເນີນການ ຫຼື ແບບແຜນທີ່ພວກມັນປະຕິບັດຕາມເປັນສິ່ງເຕືອນຄະຕິມະນຸດຢ່າງຕໍ່ເນື່ອງວ່າບໍ່ມີຫຍັງເກີດຂຶ້ນໂດຍບັງເອີນ, ຂະບວນການຂອງແຕ່ລະເຫດການທີ່ເກີດຂຶ້ນ, ທຳມະຊາດຂອງແຕ່ລະເຫດການທີ່ບໍ່ອາດປະຕິເສດໄດ້ ທຸກສິ່ງເຫຼົ່ານີ້ບໍ່ສາມາດປ່ຽນແປງໄດ້ດ້ວຍຄວາມປະສົງຂອງມະນຸດ. ທຸກເຫດການທີ່ເກີດຂຶ້ນບົ່ງບອກເຖິງການຕັກເຕືອນຂອງພຣະຜູ້ຊົງສ້າງຕໍ່ມະນຸດ ແລະ ມັນຍັງຕັກເຕືອນວ່າມະນຸດບໍ່ສາມາດຄວບຄຸມໂຊກຊະຕາຂອງຕົນເອງໄດ້. ທຸກເຫດການແມ່ນການຕອບໂຕ້ຕໍ່ທຳມະຊາດຂອງມະນຸດ, ຄວາມທະເຍີທະຍານທີ່ໄຮ້ປະໂຫຍດ ແລະ ຄວາມປາດຖະໜາທີ່ຈະຄວບຄຸມໂຊກຊະຕາຂອງຕົນເອງ. ມັນຄືກັບການຕົບໜ້າມະນຸດຊາດຢ່າງແຮງຢ່າງຕໍ່ເນື່ອງ ບັງຄັບໃຫ້ມະນຸດຄິດຄືນໃໝ່ວ່າໃນທີ່ສຸດແມ່ນໃຜເປັນຜູ້ປົກຄອງ ແລະ ຄວບຄຸມໂຊກຊະຕາຂອງພວກເຂົາ. ໃນຂະນະທີ່ຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາຖືກຂັດຂວາງ ແລະ ທໍາລາຍຊ້ຳແລ້ວຊ້ຳອີກ, ໂດຍທຳມະຊາດແລ້ວ ມະນຸດຈະຍອມຮັບເອົາໂຊກຊະຕາຂອງຕົນເອງໂດຍບໍ່ຄິດ, ຍອມຮັບຄວາມເປັນຈິງ, ຄວາມປະສົງຂອງສະຫວັນ ແລະ ອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ. ຈາກການປ່ຽນແປງປະຈຳວັນເຫຼົ່ານີ້ຈົນເຖິງໂຊກຊະຕາຂອງຊີວິດມະນຸດທັງມວນ, ບໍ່ມີຫຍັງທີ່ບໍ່ເປີດເຜີຍເຖິງແຜນການຂອງພຣະຜູ້ຊົງສ້າງ ແລະ ອຳນາດອະທິປະໄຕຂອງພຣະອົງ; ບໍ່ມີຫຍັງທີ່ບໍ່ຕັກເຕືອນວ່າ “ສິດອຳນາດຂອງພຣະຜູ້ຊົງສ້າງແມ່ນບໍ່ສາມາດເລີຍເກີນໄດ້”, ບໍ່ມີຫຍັງທີ່ບໍ່ບົ່ງບອກເຖິງຄວາມຈິງຊົ່ວນິລັນດອນນີ້ວ່າ: “ສິດອຳນາດຂອງພຣະຜູ້ຊົງສ້າງນັັ້ນສູງສຸດ”.

ໂຊກຊະຕາຂອງມະນຸດຊາດ ແລະ ຂອງຈັກກະວານນັ້ນຕິດພັນກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຢ່າງໃກ້ຊິດ, ຜູກຕິດຢູ່ກັບການປັ້ນແຕ່ງຂອງພຣະຜູ້ຊົງສ້າງຢ່າງບໍ່ສາມາດແຍກອອກຈາກັນໄດ້; ທ້າຍທີ່ສຸດ ພວກມັນບໍ່ສາມາດແຍກອອກຈາກສິດອຳນາດຂອງພຣະຜູ້ຊົງສ້າງໄດ້. ໃນກົດເກນຂອງທຸກສິ່ງ, ມະນຸດໄດ້ປະສົບກັບການປັ້ນແຕ່ງຂອງພຣະຜູ້ຊົງສ້າງ ແລະ ອຳນາດອະທິປະໄຕຂອງພຣະອົງ; ໃນກົດແຫ່ງການຢູ່ລອດຂອງທຸກສິ່ງ ມະນຸດໄດ້ເຂົ້າໃຈການປົກຄອງຂອງພຣະຜູ້ສ້າງ; ໃນໂຊກຊະຕາຂອງທຸກສິ່ງ ມະນຸດໄດ້ເຂົ້າໃຈວິທີທີ່ຜຣະຜູ້ສ້າງໄດ້ໃຊ້ອຳນາດອະທິປະໄຕຂອງພຣະອົງ ແລະ ຄວບຄຸມຢູ່ເໜືອພວກເຂົາ; ແລະ ໃນວົງຈອນຊີວິດຂອງມະນຸດ ແລະ ທຸກສິ່ງ ມະນຸດໄດ້ປະສົບກັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ສ້າງໃນທຸກສິ່ງ ແລະ ສິ່ງມີຊີວິດຢ່າງແທ້ຈິງ ເພື່ອເປັນພະຍານວ່າ ການປັ້ນແຕ່ງ ແລະ ການຈັດແຈງເຫຼົ່ານັ້ນແມ່ນເໜືອກົດເກນ, ກົດລະບຽບ, ສະຖາບັນ, ເໜືອທຸກພະລັງ ແລະ ອຳນາດທາງໂລກທັງໝົດ. ດັ່ງນັ້ນ, ມະນຸດຊາດຈຶ່ງຖືກບັງຄັບໃຫ້ຍອມຮັບວ່າອຳນາດອະທິປະໄຕຂອງພຣະຜູ້ສ້າງບໍ່ສາມາດຖືກລະເມີດໄດ້ໂດຍສິ່ງທີ່ຖືກສ້າງໃດໆ, ບໍ່ມີອຳນາດໃດສາມາດຍາດຊິງ ຫຼື ປ່ຽນແປງເຫດການ ແລະ ສິ່ງຕ່າງໆທີ່ໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ສ້າງໄດ້. ພາຍໃຕ້ກົດເກນ ແລະ ກົດລະບຽບສັກສິດເຫຼົ່ານີ້ທີ່ມະນຸດ ແລະ ທຸກສິ່ງມີຊີວິດຢູ່ ແລະ ແຜ່ຂະຫຍາຍພັນ. ນີ້ບໍ່ແມ່ນຕົວຕົນແທ້ຈິງແຫ່ງສິດອຳນາດຂອງພຣະຜູ້ສ້າງບໍ? ເຖິງແມ່ນວ່າໃນຈຸດປະສົງຂອງບົດບັນຍັດ ມະນຸດເຫັນອຳນາດອະທິປະໄຕຂອງພຣະຜູ້ສ້າງ ແລະ ການແຕ່ງຕັ້ງຂອງພຣະອົງສຳລັບທຸກເຫດການ ແລະ ທຸກສິ່ງ, ມີຈັກຄົນທີ່ເຂົ້າໃຈຫຼັກການແຫ່ງອຳນາດອະທິປະໄຕຂອງພຣະຜູ້ສ້າງເໜືອໂລກຈັກກະວານນີ້ແດ່? ມີຈັກຄົນທີ່ຮູ້ຈັກ, ຮັບຮູ້, ຍອມຮັບ ແລະ ອ່ອນນ້ອມຕໍ່ອຳນາດອະທິປະໄຕຂອງພຣະເຈົ້າ ແລະ ການຈັດແຈງໂຊກຊະຕາຂອງພວກເຂົາຢ່າງແທ້ຈິງ? ມີຜູ້ໃດແດ່ທີ່ເຊື່ອອຳນາດອະທິປະໄຕຂອງພຣະຜູ້ສ້າງວ່າເໜືອທຸກສິ່ງຢ່າງແທ້ຈິງ ຈະເຊື່ອ ແລະ ຮັບຮູ້ຢ່າງແທ້ຈິງວ່າພຣະຜູ້ສ້າງຍັງໄດ້ກຳນົດຊະຕາກຳຊີວິດຂອງມະນຸດ? ມີໃຜທີ່ສາມາດເຂົ້າໃຈຢ່າງແທ້ຈິງວ່າຊະຕາກຳຂອງມະນຸດ ແທ້ຈິງແລ້ວແມ່ນຢູ່ໃນກຳມືຂອງພຣະຜູ້ສ້າງ? ມະນຸດຄວນມີທັດສະນະຄະຕິແບບໃດຕໍ່ອຳນາດອະທິປະໄຕຂອງພຣະຜູ້ສ້າງ ເມື່ອຜະເຊີນກັບຄວາມຈິງທີ່ວ່າພຣະອົງປົກຄອງ ແລະ ຄວບຄຸມໂຊກຊະຕາຂອງມະນຸດ? ນັ້ນແມ່ນສິ່ງທີ່ມະນຸດທຸກຄົນໃນຕອນນີ້ ຜູ້ທີ່ຜະເຊີນກັບຄວາມຈິງນີ້ຕ້ອງຕັດສິດໃຈດ້ວຍຕົວພວກເຂົາເອງ.

ຫົກຊ່ວງເວລາໃນຊີວິດມະນຸດ

ໃນໄລຍະໜຶ່ງຂອງຊີວິດ ທຸກຄົນແມ່ນຈະມາເຖິງຊ່ວງເວລາສຳຄັນຕ່າງໆ. ນີ້ແມ່ນບາດກ້າວທີ່ເປັນພຶ້ນຖານທີ່ສຸດ ແລະ ສຳຄັນທີ່ສຸດ ເຊິ່ງກຳນົດໂຊກຊະຕາໃນຊີວິດຂອງຄົນໃດໜຶ່ງ. ຕໍ່ໄປແມ່ນບົດຄວາມອະທິບາຍຫຍໍ້ກ່ຽວກັບເຄື່ອງໝາຍນຳທາງເຫຼົ່ານີ້ ທີ່ທຸກຄົນຕ້ອງໄດ້ຜ່ານໃນຊ່ວງເວລາແຫ່ງຊີວິດ.

ຊ່ວງເວລາທີໜຶ່ງ: ເກີດ

ບ່ອນທີ່ຄົນເກີດ, ພວກເຂົາເກີດໃນຄອບຄົວໃດ, ເພດ, ຮູບລັກສະນະ ແລະ ເວລາເກີດຕ່າງໆ. ທັງໝົດນີ້ແມ່ນລາຍລະອຽດກ່ຽວກັບຊ່ວງເວລາທຳອິດຂອງຊີວິດຄົນ.

ບໍ່ມີໃຜອາດເລືອກລາຍລະອຽດທີ່ແນ່ນອນຂອງຊ່ວງເວລານີ້ໄດ້; ທັງໝົດໄດ້ຖືກກຳນົດໄວ້ລ່ວງໜ້າມາເປັນເວລາດົນນານແລ້ວ ໂດຍພຣະຜູ້ຊົງສ້າງ. ພວກມັນບໍ່ໄດ້ຮັບອິດທິພົນຈາກສະພາບແວດລ້ອມພາຍນອກແຕ່ຢ່າງໃດເລີຍ ແລະ ບໍ່ມີປັດໃຈໃດທີ່ມະນຸດສ້າງຂຶ້ນສາມາດປ່ຽນແປງຄວາມຈິງເຫຼົ່ານີ້ໄດ້ ເຊິ່ງໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງແລ້ວ. ການທີ່ຄົນໆໜຶ່ງເກີດມາ ໝາຍຄວາມວ່າ ພຣະຜູ້ຊົງສ້າງໄດ້ສໍາເລັດບາດກ້າວທຳອິດແຫ່ງໂຊກຊະຕາທີ່ພຣະອົງໄດ້ຈັດແຈງໄວ້ສຳລັບຄົນໆນັ້ນແລ້ວ. ຍ້ອນວ່າພຣະອົງໄດ້ກຳນົດລາຍລະອຽດທັງໝົດເຫຼົ່ານີ້ໄວ້ລ່ວງໜ້າມາເປັນເວລາດົນນານແລ້ວ, ບໍ່ມີໃຜມີອຳນາດປ່ຽນແປງພວກມັນໄດ້. ບໍ່ວ່າໂຊກຊະຕາຂອງຄົນຈະເປັນແນວໃດກໍຕາມ, ເງື່ອນໄຂການເກີດຂອງຄົນແມ່ນໄດ້ຖືກກໍານົດໄວ້ລ່ວງໜ້າແລ້ວ ແລະ ຍັງຄົງເປັນແບບນັ້ນຕະຫຼອເດໄປ; ພວກມັນບໍ່ໄດ້ຮັບອິດທິພົນໃດໆຈາກໂຊກຊະຕາຂອງຄົນໃດໜຶ່ງໃນຊີວິດ ແລະ ບໍ່ມີຜົນກະທົບຫຍັງຕໍ່ອໍານາດອະທິປະໄຕຂອງພຣະຜູ້ຊົງສ້າງຕໍ່ໂຊກຊະຕາຊີວິດຂອງຄົນ.

1. ຊີວິດໃໝ່ໄດ້ເກີດຂຶ້ນຈາກແຜນການຂອງພຣະຜູ້ຊົງສ້າງ

ສະຖານທີ່ເກີດ, ຄອບຄົວ, ເພດ, ຮູບລັກສະນະ ແລະ ເວລາເກີດ, ລາຍລະອຽດອັນໃດຂອງຊ່ວງເວລາທໍາອິດທີ່ຄົນສາມາດເລືອກໄດ້ແດ່? ເຫັນໄດ້ຢ່າງຊັດເຈນວ່າ ການເກີດແມ່ນເຫດການທີ່ເລືອກບໍ່ໄດ້. ຄົນໜຶ່ງເກີດມາໂດຍບໍ່ມີທາງເລືອກວ່າຈະເກີດ ຢູ່ສະຖານທີ່ໃດໜຶ່ງ, ໃນຄອບຄົວໃດໜຶ່ງ ແລະ ໃນຮູບລັກສະນະໃດໜຶ່ງ; ຄົນໆໜຶ່ງກາຍເປັນສະມາຊິກຂອງຄົວເຮືອນໃດໜຶ່ງ ແລະ ເປັນເຊື້ອສາຍຂອງວົງຕະກຸນໃດໜຶ່ງໂດຍບໍ່ມີທາງເລືອກ. ຜູ້ຄົນບໍ່ມີທາງເລືອກໃນຊ່ວງເວລາທຳອິດນີ້, ກົງກັນຂ້າມ ພວກເຂົາໄດ້ເກີດມາໃນສະພາບແວດລ້ອມທີ່ຖືກກຳນົດໄວ້ຕາມແຜນການຂອງພຣະຜູ້ຊົງສ້າງ, ເຊິ່ງກໍານົດໃຫ້ເກີດໃນສະເພາະຄອບຄົວໃດໜຶ່ງ ພ້ອມກັບເພດ ແລະ ຮູບລັກສະນະສະເພາະໂຕ ແລະ ໃນເວລາໃດໜຶ່ງທີ່ເຊື່ອມໂຍງກັນຢ່າງໃກ້ຊິດກັບເສັ້ນທາງຊີວິດຂອງຄົນໆໜຶ່ງ. ຜູ້ຄົນສາມາເຮັດຫຍັງໄດ້ແດ່ໃນຊ່ວງເວລາທີ່ສໍາຄັນນີ້? ໂດຍລວມແລ້ວ ຜູ້ຄົນແມ່ນບໍ່ມີທາງເລືອກຕໍ່ລາຍລະອາດເຫຼົ່ານີ້ທີ່ກ່ຽວຂ້ອງກັບການເກີດຂອງຄົນ. ຖ້າບໍ່ແມ່ນຍ້ອນການກໍານົດລ່ວງໜ້າຂອງພຣະຜູ້ຊົງສ້າງ ແລະ ຍ້ອນການນຳທາງຂອງພຣະອົງ ຊີວິດເກີດໃໝ່ໃນໂລກນີ້ກໍຈະບໍ່ຮູ້ວ່າຈະໄປໃສ ຫຼື ພັກເຊົາຢູ່ໃສ, ບໍ່ມີຄອບຄົວ, ບໍ່ຜຸກພັນກັບສະຖານທີ່ໃດ ແລະ ບໍ່ມີເຮືອນເປັນຫຼັກ. ແຕ່ຍ້ອນການຈັດແຈງຢ່າງລະອຽດຂອງພຣະຜູ້ຊົງສ້າງ ຊີວິດໃໜ່ນີ້ຈິ່ງມີບ່ອນອາໄສ, ມີພໍ່ແມ່, ມີບ່ອນຜູກພັນ,ມີຍາດພີ່ນ້ອງ ແລະ ດ້ວຍເຫດນີ້ຊີວິດຈິ່ງດໍາເນີນໄປຕາມເສັ້ນທາງຂອງມັນ. ຕະຫຼອດຂະບວນການນີ້, ການສ້າງຊີວິດໃໝ່ໃຫ້ເປັນຮູບປະທໍາແມ່ນຖືກກຳນົດໂດຍແຜນການຂອງພຣະຜູ້ຊົງສ້າງ ແລະ ທຸກສິ່ງທີພວກເຂົາມີ ແມ່ນຖືກປະທານໃຫ້ໂດຍພຣະຜູ້ຊົງສ້າງ. ຈາກຮ່າງກາຍທີ່ລ່ອງລອຍບໍ່ມີຫຍັງ ຈົນກາຍເປັນຊື່, ຄ່ອຍໆກາຍເປັນເລືອດເນື້ອທີ່ສາມາດເບິ່ງເຫັນໄດ້, ກາຍເປັນມະນຸດທີ່ຈັບຕ້ອງໄດ້, ເປັນສິ່ງຊົງສ້າງປະເທດໜຶ່ງຂອງພຣະເຈົ້າ ທີ່ສາມາດຄິດ, ຫາຍໃຈ ແລະ ສາມາດສຳຜັດເຖິງຄວາມອົບອຸ່ນ ແລະ ຄວາມໜາວໄດ້; ຜູ້ທີ່ສາມາດເຂົ້າຮ່ວມໃນທຸກກິດຈະກຳປົກກະຕິຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນໃນໂລກວັດຖຸ; ແລະ ຜູ້ທີ່ຈະຜ່ານຜ່າທຸກສິ່ງທີ່ມະນຸດຕ້ອງປະສົບໃນຊີວິດ. ການກໍານົດໄວ້ລ່ວງໜ້າກ່ຽວກັບການເກີດຂອງຄົນໆໜຶ່ງໂດຍພຣະເຈົ້າໝາຍຄວາມວ່າ ພຣະອົງຈະປະທານທຸກສິ່ງທີ່ຈຳເປັນເພື່ອການເອົາຊີວິດລອດໃຫ້ກັບຄົນໆນັ້ນ; ແລະ ເຊັ່ນດຽວກັນຄວາມຈິງແລ້ວ ຄົນທີ່ເກີດມາ ໝາຍເຖິງພວກເຂົາຈະໄດ້ຮັບທຸກສິ່ງທີ່ຈຳເປັນສຳລັບການເອົາຊີວິດລອດຈາກພຣະຜູ້ຊົງສ້າງ ແລະ ນັບແຕ່ຈຸດນັ້ນໄປ ພວກເຂົາກໍຈະມີຊີວິດຢູ່ໃນອີກຮູບແບບໜຶ່ງເຊິ່ງຈັດແຈງໃຫ້ໂດຍພຣະຜູ້ຊົງສ້າງ ແລະ ຢູ່ພາຍໃຕ້ອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ.

2. ເປັນຫຍັງມະນຸດແຕ່ລະຄົນຈິ່ງເກີດໃນສະພາບທີ່ແຕກຕ່າງກັນ

ຄົນມັກຈິນຕະນາການວ່າ ຖ້າພວກເຂົາໄດ້ເກີດໃໝ່ ແມ່ນຈະໄດ້ເກີດໃນຄອບຄົວທີ່ມີຊື່ສຽງ; ຖ້າພວກເຂົາເກີດເປັນຜູ້ຍິງ ພວກເຂົາກໍ່ຈະຄືກັບນາງສະໂນໄວ້ ແລະ ເປັນທີ່ຮັກຂອງທຸກຄົນ ແລະ ຖ້າພວກເຂົາເປັນຜູ້ຊາຍ ພວກເຂົາກໍຈະເປັນເຈົ້າຊາຍຮູບງາມ ບໍ່ຕ້ອງການຫຍັງ ເພາະໂລກທັງໝົດຢູ່ໃນຄໍາສັ່ງຂອງພວກເຂົາຢູ່ແລ້ວ. ຍັງມີຜູ້ທີ່ມັກດຳລົງຊີວິດຢູ່ພາຍໃຕ້ພາບລວງຕາຕ່າງໆກ່ຽວກັບການເກີດຂອງຕົນເອງ ແລະ ບໍ່ພໍໃຈກັບມັນຢ່າງແຮງ, ກຽດຊັງຄອບຄົວ, ຊັງຮູບລັກສະນະ ແລະ ເພດຂອງຕົນເອງ ແລະ ກຽດຊັງແມ່ນແຕ່ເວລາເກີດຂອງພວກເຂົາເອງ. ແຕ່ຄົນບໍ່ເຄີຍເຂົ້າໃຈວ່າເປັນຫຍັງພວກເຂົາຈິ່ງເກີດຢູ່ໃນສະເພາະຄອບຄົວໃດໜືງ ຫຼື ເປັນຫຍັງພວກເຂົາຈິ່ງມີຮູບລັກສະນະສະເພາະໃດໜຶ່ງ. ພວກເຂົາບໍ່ຮູ້ເລີຍວ່າ ບໍ່ວ່າພວກເຂົາຈະເກີດຢູ່ໃສ ຫຼື ພວກເຂົາມີຮູບລັກສະນະແບບໃດກໍ່ຕາມ, ພວກເຂົາຕ້ອງຫຼິ້ນບົດບາດຕ່າງໆ ແລະ ປະຕິບັດພາລະກິດຫຼາຍຢ່າງໃນການຄຸ້ມຄອງຂອງພຣະຜູ້ຊົງສ້າງ ແລະ ວັດຖຸປະສົງນີ້ຈະບໍ່ມີວັນປ່ຽນແປງເລີຍ. ໃນສາຍຕາຂອງພຣະຜູ້ຊົງສ້າງ, ສະຖານທີ່ທີ່ຄົນໆໜຶ່ງເກີດ, ເພດ ແລະ ຮູບຮ່າງລັກສະນະຂອງເຂົາເປັນພຽງສິ່ງຊົ່ວຄາວທັງນັ້ນ, ພວກມັນແມ່ນເສດສ່ວນນ້ອຍໆ ແລະ ເປັນສັນຍາລັກນ້ອຍໆທີ່ຢູ່ໃນແຕ່ລະໄລຍະຂອງການຄຸ້ມຄອງຂອງພຣະອົງຕໍ່ມະນຸດຊາດທັງມວນ. ຈຸດໝາຍປາຍທາງທີ່ແທ້ຈິງ ແລະ ຜົນໄດ້ຮັບຂອງຄົນໆໜຶ່ງບໍ່ໄດ້ຖືກກຳນົດໂດຍການເກີດຂອງພວກເຂົາໃນໄລຍະເວລາໃດໜຶ່ງ ແຕ່ຖືກກຳນົດໂດຍພາລະກິດທີ່ພວກເຂົາປະຕິບັດໃນຊີວິດຂອງພວກເຂົາ ແລະ ໂດຍການພິພາກສາຂອງພຣະຜູ້ຊົງສ້າງຕໍ່ພວກເຂົາ ເມື່ອແຜນການຄຸ້ມຄອງຂອງພຣະອົງສຳເລັດລົງ.

ເວົ້າໄດ້ວ່າ ມີເສເຫດໃນທຸກຜົນກະທົບ ແລະ ບໍ່ມີຜົນກະທົບໃດທີ່ບໍ່ມີສາເຫດ. ດັ່ງນັ້ນ, ການເກີດຂອງຄົນເຮົາຈຳເປັນຕ້ອງເຊື່ອມໂຍງກັນລະຫວ່າງຊີວິດປັດຈຸບັນ ແລະ ຊີວິດທີ່ຜ່ານມາ. ຖ້າຄວາມຕາຍຂອງຄົນໆໜຶ່ງຄືຈູດຈົບຂອງຊີວິດປັດຈຸບັນ ແລ້ວການເກີດຂອງຄົນກໍຄືຈຸດເລີ້ມຕົ້ນຂອງວົງຈອນໃໝ່; ຖ້າວົງຈອນເກົ່າສະແດງເຖິງຊີວິດທີ່ຜ່ານມາຂອງຄົນໆໜຶ່ງ ວົງຈອນໃໝ່ກໍຄືຊີວິດປັດຈຸບັນຂອງພວກເຂົາຢ່າງແນ່ນອນ. ເນື່ອງຈາກວ່າການເກີດຂອງຄົນແມ່ນຕີດພັນກັບຊີວິດໃນອະດີດ ແລະ ຊີວິດໃນປັດຈຸບັນ. ເຊັ່ນດຽວກັນ ສະຖານທີ່ເກີດ, ຄອບຄົວ, ເພດ, ຮູບລັກສະນະ ແລະ ອື່ນໆທີ່ກ່ຽວພັນກັບການເກີດຂອງຄົນໆໜຶ່ງລ້ວນແລ້ວແຕ່ກ່ຽວຂ້ອງກັບຊີວິດໃນອະດີດ ແລະ ປັດຈຸບັນ. ນີ້ໝາຍຄວາມວ່າ ປັດໃຈຕ່າງໆກ່ຽວກັບການເກີດຂອງຄົນ ບໍ່ພຽງແຕ່ມີອິດທິພົນມາຈາກຊີວິດທີ່ຜ່ານມາເທົ່ານັ້ນ ແຕ່ຍັງຖືກກຳນົດໂດຍຊະຕາກຳໃນຊີວິດປັດຈຸບັນຂອງເຂົາອີກດ້ວຍ ເຊິ່ງເຮັດໃຫ້ຜູ້ຄົນເກີດໃນສະພາບທີ່ແຕກຕາງກັນ: ບາງຄົນເກີດໃນຄອບຄົວທີ່ທຸກຍາກ, ບາງຄົນເກີດໃນຄອບຄົວທີ່ຮັ່ງມີ. ບາງຄົນເປັນຄົນທໍາມະດາສາມັນ ໃນຂະນະທີ່ບາງຄົນມີເຊື້ອສາຍທີ່ມີຊື່ສຽງ. ບາງຄົນເກີດຢູ່ພາກໃຕ້ ແລະ ບາງຄົນເກີດຢູ່ພາກເໜືອ. ບາງຄົນເກີດຢູ່ທະເລຊາຍ ສ່ວນຄົນອື່ນໆເກີດຢູ່ດິນແດນທີ່ຂຽວງາມ. ບາງຄົນເກີດມາພ້ອມກັບສຽງເຊຍ, ສຽງຫົວ ແລະ ການສະເຫຼີມສະຫຼອງ ສ່ວນບາງຄົນເກີດມາພ້ອມກັບນ້ຳຕາ, ຄວາມຫາຍຍະນະ ແລະ ຄວາມຈິບຫາຍ. ບາງຄົນເກີດມາເພື່ອຖະໜຸຖະໜອມ ສ່ວນບາງຄົນເກີດມາເພື່ອຖືກປະຖິ້ມຄືກັບຕົ້ນຫຍ້າ. ບາງຄົນເກີດມາພ້ອມກັບຄຸນສົມບັດທີ່ດີ ສ່ວນບ່າງຄົນຄົດໂກງ. ບາງຄົນໜ້າຮັກເປັນຕາແຍງ ສ່ວນບາງຄົນຂີ້ເຮິ. ບາງຄົນເກີດຕອນທ່ຽງຄືນ ບາງຄົນເກີດພາຍໃຕ້ແສງຕາເວັນຍາມທ່ຽງ... ການເກີດຂອງຄົນທຸກປະເພດລ້ວນແລ້ວແຕ່ຖືກກຳນົດໂດຍໂຊກຊະຕາທີ່ພຣະຜູ້ຊົງສ້າງມີໄວ້ສໍາລັບພວກເຂົາ; ການເກີດຂອງພວກເຂົາກຳນົດໂຊກຊະຕາໃນຊີວິດປັດຈຸບັນຂອງພວກເຂົາ ພ້ອມທັງບົດບາດທີ່ພວກເຂົາຈະຫຼິ້ນ ແລະ ພາລະກິດທີ່ພວກເຂົາຈະປະຕິບັດ. ທັງໝົດນີ້ແມ່ນຢູ່ພາຍໃຕ້ອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຖືກກຳນົດໄວ້ລ່ວງໜ້າໂດຍພຣະອົງ; ບໍ່ມີໃຜສາມາດຫຼົບໜີຊະຕາກໍາຂອງຕົນເອງໄດ້, ບໍ່ມີໃຜສາມາດປ່ຽນແປງການເກີດຂອງຕົວເອງໄດ້ ແລະ ບໍ່ມີໃຜສາມາດເລືອກໂຊກຊະຕາຂອງຕົວເອງໄດ້.

ຊ່ວງເວລາທີສອງ: ການເຕີບໃຫຍ່

ຂຶ້ນຢູ່ກັບວ່າພວກເຂົາເກີດຢູ່ໃນຄອບຄົວແບບໃດ, ຄົນເຕີບໃຫຍ່ຂຶ້ນໃນເຮືອນທີ່ມີສະພາບແວດລ້ອມແຕກຕ່າງກັນ ແລະ ຮຽນຮູ້ບົດຮຽນທີ່ແຕກຕ່າງກັນຈາກພໍ່ແມ່ຂອງພວກເຂົາ. ປັດໃຈເຫຼົ່ານີ້ກຳນົດສະພາບໃນການເຕີບໃຫຍ່ຂອງຜູ້ຄົນ ແລະ ການເຕີບໃຫຍ່ຂຶ້ນຄືຕົວແທນຊ່ວງເວລາສຳຄັນທີສອງຂອງຊີວິດຄົນ. ແນ່ນອນ, ຜູ້ຄົນບໍ່ມີທາງເລືອກໃນຊ່ວງເວລານີ້ເຊັ່ນກັນ. ມັນໄດ້ຖືກກຳນົດ ແລະ ຖືກຈັດແຈງໄວ້ລ່ວງໜ້າແລ້ວເຊັ່ນກັນ.

1. ພຣະຜູ້ຊົງສ້າງໄດ້ວາງແຜນເງື່ອນໄຂຕາຍຕົວສຳລັບການເຕີບໂຕເປັນຜູ້ໃຫຍ່ຂອງແຕ່ລະຄົນ

ບຸກຄົນໃດໜຶ່ງບໍ່ສາມາດເລືອກການອົບຮົມດ້ານສິນລະທຳ ແລະ ອິດທິພົນທີ່ພວກເຂົາເຕີບໃຫຍ່ຂຶ້ນຈາກຜູ້ຄົນ ຫຼື ຈາກປັດໃຈໃດໆ. ຄົນເຮົາບໍ່ສາມາດເລືອກໄດ້ວ່າຄວາມຮູ້ໃດ ຫຼື ທັກສະໃດທີ່ຄົນເຮົາໄດ້ມາ, ນິໄສໃດທີ່ຄົນເຮົາສ້າງຂຶ້ນ. ບໍ່ມີໃຜເວົ້າວ່າໃຜເປັນພໍ່ແມ່ ແລະ ຍາດພີນ້ອງ, ໃນສະພາບແວດລ້ອມແບບໃດທີ່ຄົນເຮົາເຕີບໃຫຍ່ຂຶ້ນ; ຄວາມສຳພັນຂອງບຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຮອບໂຕຂອງແຕ່ລະຄົນ ແລະ ວິທີທີ່ພວກມັນມີອິດທິພົນຕໍ່ການພັດທະນາຂອງບຸກຄົນໃດໜຶ່ງລ້ວນແລ້ວແຕ່ຢູ່ເໜືອການຄວບຄຸມຂອງແຕ່ລະຄົນ. ແລ້ວໃຜເປັນຜູ້ຕັດສິນໃຈໃນສິ່ງຕ່າງໆເຫຼົ່ານີ້? ໃຜເປັນຜູ້ຈັດແຈງພວກມັນ? ເນື່ອງຈາກວ່າຄົນບໍ່ມີທາງເລືອກໃນເລື່ອງນີ້, ເນື່ອງຈາກວ່າພວກເຂົາບໍ່ສາມາດຕັດສິນໃຈໃນສິ່ງຕ່າງໆເຫຼົ່ານີ້ດ້ວຍຕົວພວກເຂົາເອງໄດ້ ແລະ ຍ້ອນວ່າພວກເຂົາບໍ່ໄດ້ມີຮູບຮ່າງໂດຍທຳມະຊາດ, ເຫັນໄດ້ຢ່າງຊັດເຈນແລ້ວວ່າ ການປະຕິຮູບຂອງສິ່ງເຫຼົ່ານີ້ ແລະ ເຫດການທັງໝົດແມ່ນຢູ່ໃນກໍາມືຂອງພຣະຜູ້ຊົງສ້າງ. ແນ່ນອນ, ດັ່ງທີ່ພຣະຜູ້ຊົງສ້າງຈັດແຈງສະພາບການເກີດຂອງແຕ່ລະຄົນ, ເຊັ່ນດຽວກັນ ພຣະອົງກໍຈັດແຈງສະພາບການເຕີບໃຫຍ່ຂອງແຕ່ລະຄົນ. ຖ້າການເກີດຂອງຄົນໃດໜຶ່ງນຳມາເຊິ່ງການປ່ຽນແປງຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆອ້ອມຮອບຕົວພວກເຂົາ ການເຕີບໃຫຍ່ ແລະ ການພັດທະນາຂອງບຸກຄົນນັ້ນກໍຈະສົ່ງຜົນກະທົບຕໍ່ພວກເຂົາເຊັ່ນກັນ. ຕົວຢ່າງ: ບາງຄົນເກີດມາໃນຄອບຄົວທີ່ທຸກຍາກ ແຕ່ເຕີບໃຫຍ່ຂຶ້ນອ້ອມຮອບດ້ວຍຄວາມຮັ່ງມີ; ຄົນອື່ນເກີດໃນຄອບຄົວທີ່ຮັ່ງມີ ແຕ່ເຮັດໃຫ້ຄວາມຮັ່ງມີຂອງຄອບຄົວລົດລົງ ດັ່ງນັ້ນພວກເຂົາຈິ່ງເຕີບໃຫຍ່ຂຶ້ນໃນສະພາບແວດລ້ອມທີ່ບໍ່ດີ. ບໍ່ມີການເກີດຂອງໃຜທີ່ຖືກປົກຄອງດ້ວຍກົດລະບຽບຕາຍຕົວ ແລະ ບໍ່ມີໃຜທີ່ເຕີບໃຫຍ່ຂຶ້ນພາຍໃຕ້ສະຖານະການທີ່ຕາຍຕົວ ແລະ ຫຼີກເວັ້ນບໍ່ໄດ້. ນີ້ບໍ່ແມ່ນສິ່ງທີ່ຄົນສາມາດຈິນຕະນາການ ຫຼື ຄວບຄຸມໄດ້; ພວກມັນແມ່ນຜົນຜະລິດແຫ່ງໂຊກຊະຕາຂອງຜູ້ຄົນ ແລະ ໄດ້ຖືກກຳນົດໄວ້ໂດຍໂຊກຊະຕາຂອງຜູ້ຄົນ. ແນ່ນອນວ່າ ໃນຮາກຖານຂອງພວກມັນ ສິ່ງເຫຼົ່ານີ້ໄດ້ຖືກກຳນົດດ້ວຍໂຊກຊະຕາທີ່ພຣະຜູ້ຊົງສ້າງກຳນົດໄວ້ລ່ວງໜ້າສຳລັບແຕ່ລະຄົນ; ພວກມັນໄດ້ຖືກກຳນົດໂດຍອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ທີ່ຢູ່ເໜືອໂຊກຊະຕາຂອງຄົນໆນັ້ນ ແລະ ດ້ວຍແຜນການຂອງພຣະອົງ.

2. ສະຖານະການຕ່າງໆໃນການເຕີບໃຫຍ່ຂອງຜູ້ຄົນເຮັດໃຫ້ເກີດບົດບາດທີ່ແຕກຕ່າງກັນ

ສະຖານະການຕ່າງໆແຫ່ງການເກີດຂອງຄົນໆໜຶ່ງສ້າງສະພາບແວດລ້ອມ ແລະ ສະຖານະການຕ່າງໆໃນລະດັບພື້ນຖານທີ່ພວກເຂົາເຕີບໃຫຍ່ຂຶ້ນ ແລະ ເຊັ່ນດຽວກັນ ສະຖານະການຕ່າງໆທີ່ຄົນໆໜຶ່ງເຕີບໃຫຍ່ຂຶ້ນແມ່ນຜົນຜະລິດຈາກສະຖານະການແຫ່ງການເກີດຂອງພວກເຂົາ. ໃນຊ່ວງເວລານີ້, ຄົນເລີ່ມຮຽນຮູ້ພາສາ ແລະ ຈິດໃຈຂອງເຂົາເລີ່ມຜະເຊີນ ແລະ ຊືມຊັບສິ່ງໃໝ່ໆ, ນີ້ຄືຂະບວນການໜຶ່ງໃນຊ່ວງເວລາທີ່ຜູ້ຄົນກຳລັງເຕີບໃຫຍ່ຂຶ້ນເລື້ອຍໆ. ສິ່ງຕ່າງໆທີ່ຜູ້ຄົນໄດ້ຍິນດ້ວຍຫູຂອງເຂົາ, ເຫັນດ້ວຍຕາຂອງເຂົາ ແລະ ຊືບຊັບດ້ວຍຈິດໃຈຂອງເຂົາຄ່ອຍໆຕື່ມເຕັມ ແລະ ເຮັດໃຫ້ໂລກພາຍໃນຂອງເຂົາມີຊີວິດຊີວາ. ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຄົນພົວພັນຢູ່; ສາມັນສຳນຶກ, ຄວາມຮູ້ ແລະ ທັກສະທີ່ຄົນຮຽນຮູ້ ແລະ ວິທີຄິດທີ່ມີອິດທິພົນຕໍ່ຄົນໆໜຶ່ງ ທີ່ຖືກປູກຝັງ ຫຼື ຖືກສັ່ງສອນ ທັງໝົດນັ້ນແມ່ນເປັນແນວທາງ ແລະ ມີອິດທິພົນຕໍ່ໂຊກຊະຕາຊີວິດຂອງທຸກຄົນ. ພາສາທີ່ຄົນຮຽນຮູ້ເມື່ອເຂົາເຕີບໃຫຍ່ຂຶ້ນ ແລະ ວິທີການຄິດຂອງຄົນບໍ່ສາມາດແຍກອອກໄດ້ຈາກສະພາບແວດລ້ອມທີ່ເຂົາໃຊ້ຊີວິດໄວໜຸ່ມຂອງເຂົາ ແລະ ສະພາບແວດລ້ອມນັ້ນປະກອບດ້ວຍພໍ່ແມ່ ແລະ ອ້າຍເອື້ອຍນ້ອງ ແລະ ຄົນອື່ນໆ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຮອບພວກເຂົາ. ດັ່ງນັ້ນ, ຫົນທາງໃນການພັດທະນາຂອງຄົນໃດໜຶ່ງໄດ້ຖືກກຳນົດໂດຍສະພາບແວດລ້ອມທີ່ພວກເຂົາເຕີບໃຫຍ່ຂຶ້ນ ແລະ ຍັງຂຶ້ນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ບຸກຄົນນັ້ນໄດ້ພົວພັນໃນຊ້ວງເວລານີ້ອີກດ້ວຍ. ເນື່ອງຈາກວ່າເງື່ອນໄຂທີ່ຄົນໆໜຶ່ງເຕີບໃຫຍ່ຂຶ້ນ ໄດ້ຖືກກຳນົດໄວ້ລ່ວງໜ້າເປັນເວລາດົນນານແລ້ວ, ສະພາບແວດລ້ອມທີ່ຄົນໆໜຶ່ງອາໄສຢູ່ໃນຊ່ວງຂະບວນການນີ້ກໍ່ຖືກກຳນົດໄວ້ລ່ວງໜ້າຕາມທຳມະຊາດເຊັ່ນກັນ. ມັນບໍ່ໄດ້ຖືກຕັດສິນໂດຍທາງເລືອກ ແລະ ຄວາມມັກຂອງຄົນໆໜຶ່ງ ແຕ່ຕາມແຜ່ນການຂອງພຣະຜູ້ຊົງສ້າງ, ຖືກກຳນົດໂດຍການຈັດແຈງຢ່າງຮອບຄອບຂອງພຣະຜູ້ຊົງສ້າງ ແລະ ອຳນາດອະທິປະໄຕເໜືອໂຊກຊະຕາຊີວິດຂອງຜູ້ຄົນຂອງພຣະອົງ. ດັ່ງນັ້ນ, ຜູ້ຄົນທີ່ບຸກຄົນໃດໜຶ່ງພົບປະໃນໄລຍະການເຕີບໃຫຍ່ ແລະ ສິ່ງຕ່າງໆທີ່ພວກເຂົາພົວພັນນຳ ລ້ວນແລ້ວແຕ່ກ່ຽວຂ້ອງກັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ຊົງສ້າງໂດຍທຳມະຊາດ. ຄົນບໍ່ສາມາດເບິ່ງເຫັນຄວາມສຳພັນທີ່ສັບຊ້ອນນີ້ໄດ້ລ່ວງໜ້າ ແລະ ພວກເຂົາບໍ່ສາມາດຄວບຄຸມ ຫຼື ເຂົ້າໃຈມັນໄດ້. ຫຼາຍສິ່ງຫຼາຍຢ່າງ ແລະ ທຸກຄົນມີຄວາມຮັບຜິດຊອບຕໍ່ສະພາບແວດລ້ອມທີ່ເຂົາເຕີບໃຫຍ່ຂຶ້ນ ແລະ ບໍ່ມີມະນຸດຄົນໃດທີ່ມີຄວາມສາມາດໃນການຈັດແຈງ ຫຼື ປັ້ນແຕ່ງເຄືອຂ່າຍເຊື່ອມຕໍ່ຂະໜາດໃຫຍ່ເຊັ່ນນີ້ໄດ້. ບໍ່ມີຄົນໃດ ຫຼື ສິ່ງໃດ ເວັ້ນແຕ່ພຣະຜູ້ຊົງສ້າງທີ່ສາມາດຄວບຄຸມການປາກົດຕົວຂອງທຸກຄົນ, ທຸກສິ່ງ ແລະ ທຸກເຫດການ ຫຼື ພວກເຂົາບໍ່ສາມາດຮັກສາ ຫຼື ຄວບຄຸມການສາບສູນຂອງພວກເຂົາໄດ້. ມັນແມ່ນເຄື່ອຂ່າຍແຫ່ງການເຊື່ອມຕໍ່ຂະໜາດໃຫຍ່ດັ່ງກ່າວນັ້ນທີ່ກຳນົດທຸກຮູບແບບການພັດທະນາຂອງຜູ້ຄົນ ເຊິ່ງໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວໂດຍພຣະຜູ້ຊົງສ້າງ ແລະ ສ້າງຫຼາກຫຼາຍສະພາບແວດລ້ອມໃຫ້ຄົນໄດ້ເຕີບໃຫຍ່ຂຶ້ນ. ນີ້ຄືສິ່ງທີ່ສ້າງບົດບາດຈໍາເປັນຕ່າງໆສຳລັບພາລະກິດແຫ່ງການຄຸ້ມຄອງຂອງພຣະຜູ້ຊົງສ້າງ, ມັນຄືສິ່ງທີ່ວາງຮາກຖານຢ່າງໝັ້ນຄົງ ແລະ ແຂງແກ່ນເພື່ອໃຫ້ຄົນໄດ້ປະສົບຜົນສຳເລັດໃນການປະຕິບັດພາລະກິດຂອງພວກເຂົາ.

ຊ່ວງເວລາທີສາມ: ການເປັນອິດສະຫຼະ

ຫຼັງຈາກທີ່ຜູ້ຄົນໄດ້ຂ້າມຜ່ານໄວເດັກ ແລະ ໄວໜຸ່ມ ແລະ ສຸດທ້າຍກໍກ້າວເຂົ້າສູ່ການເປັນຜູ້ໃຫຍ່ຢ່າງຫຼີກເວັ້ນບໍ່ໄດ້, ຂັ້ນຕອນຕໍ່ໄປແມ່ນສໍາລັບພວກເຂົາປະຖິ້ມໄວໜຸ່ມຂອງພວກເຂົາຢ່າງສົມບູນ, ບອກລາພໍ່ແມ່ນ ແລະ ຜະເຊີນກັບເສັ້ນທາງຂ້າງໜ້າໃນຖານະຜູ້ໃຫຍ່ທີ່ເປັນອິດສະຫຼະ. ໃນຈຸດນີ້ ພວກເຂົາຕ້ອງຜະເຊີນກັບທຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຜູ້ໃຫຍ່ຄົນໜຶ່ງຕ້ອງຜະເຊີນ, ຜະເຊີນກັບທຸກພາກສ່ວນຂອງໂຊກຊະຕາຂອງພວກເຂົາ ເຊິ່ງສິ່ງເຫຼົ່ານັ້ນຈະປະກົດຕໍ່ພວກເຂົາບໍ່ໄວກໍຊ້າ. ນີ້ແມ່ນຊ່ວງເວລາທີສາມທີ່ຜູ້ຄົນຕ້ອງໄດ້ຜ່ານ.

1. ຫຼັງຈາກໄດ້ເປັນອິດສະຫຼະ, ຄົນເລີ່ມປະສົບກັບອໍານາດອະທິປະໄຕຂອງພຣະຜູ້ຊົງສ້າງ

ຖ້າການເກີດ ແລະ ການເຕີບໃຫຍ່ຂອງຄົນໃດໜຶ່ງແມ່ນ “ໄລຍະການກະກຽມ” ສຳລັບການເດີນທາງໃນຊີວິດຂອງເຂົາ, ເພື່ອວາງເສົາຫຼັກແຫ່ງໂຊກຊະຕາຂອງຄົນໆນັ້ນ ຄວາມເປັນອິດສະຫຼະຂອງເຂົາກໍຄືການເປີດຄໍາບັນຍາຍຕໍ່ໂຊກຊະຕາຊີວິດຂອງເຂົາ. ຖ້າການເກີດ ແລະ ການເຕີບໃຫຍ່ຂອງຄົນໆໜຶ່ງຄືຄວາມຮັ່ງມີທີ່ພວກເຂົາໄດ້ສະສົມໄວ້ເພື່ອຕຽມຮັບຊະຕາກຳໃນຊີວິດ ແລ້ວຄວາມເປັນອິດສະຫຼະຂອງຄົນໆນັ້ນກໍຄືເວລາທີ່ພວກເຂົາເລີ້ມໃຊ້ຈ່າຍ ຫຼື ເພີ່ມພູນຄວາມຮັ່ງມີນັ້ນ. ເມື່ອຄົນໆໜຶ່ງໜີຈາກພໍ່ແມ່ຂອງເຂົາ ແລະ ກາຍເປັນຄົນອິດສະຫຼະ, ສະພາບທາງສັງຄົມທີ່ເຂົາຜະເຊີນ ແລະ ປະເພດວຽກງານ ແລະ ອາຊີບທີ່ເຂົາມີ, ທັງສອງຢ່າງແມ່ນຖືກກຳນົດໂດຍໂຊກຊະຕາ ແລະ ບໍ່ໄດ້ກ່ຽວຂ້ອງກັບພໍ່ແມ່ຂອງເຂົາເລີຍ. ບາງຄົນເລືອກວິຊາຮຽນທີ່ດີໃນວິທະຍາໄລ ແລະ ຫຼັງຈາກຮຽນຈົບກໍມີວຽກງານເຮັດທີ່ໜ້າພໍໃຈ, ສ້າງຄວາມສໍາເລັດອັນຍິ່ງໃຫຍ່ໃນບາດກ້າວທຳອິດຂອງການເດີນທາງແຫ່ງຊີວິດຂອງພວກເຂົາ. ບາງຄົນຮຽນ ແລະ ໄດ້ຮັບທັກສະຕ່າງໆຢ່າງຫຼວງຫຼາຍ ແຕ່ບໍ່ເຄີຍຊອກວຽກທີ່ເໝາະສົມກັບພວກເຂົາໄດ້ຈັກເທື່ອ ຫຼື ບໍ່ເຄີຍໄດ້ຮັບຕຳແໜ່ງຂອງພວກເຂົາ ແລ້ວແຮງໄກທີ່ພວກເຂົາຈະມີອາຊີບ; ໃນການເລີ່ມຕົ້ນຊີວິດການເດີນທາງຂອງພວກເຂົາ, ພວກເຂົາພົບວ່າຕົວເອງຖືກຂັດຂວາງທຸກດ້ານ, ອ້ອມລ້ອມດ້ວຍບັນຫາ, ຄວາມຄາດຫວັງຂອງພວກເຂົາມືດມົວ ແລະ ຊີວິດຂອງພວກເຂົາກໍບໍ່ແນ່ນອນ. ບາງຄົນບຸກບືນຢ່າງພາກພຽນໃສ່ການສຶກສາຂອງພວກເຂົາ ແຕ່ກໍພາດທຸກໂອກາດທີ່ຈະໄດ້ຮັບການສຶກສາສູງ; ເບິ່ງຄືກັບວ່າໂຊກຊະຕາຂອງພວກເຂົາບໍ່ເຄີຍປະສົບຜົນສຳເລັດ, ຄວາມປາດຖະໜາທໍາອິດໃນການເດີນທາງແຫ່ງຊີວິດຂອງພວກເຂົາໄດ້ຖືກທໍາລາຍໄປໃນອາກາດ. ບໍ່ຮູ້ວ່າຫົນທາງຂ້າງໜ້ານັ້ນລາບລື້ນ ຫຼື ຍາກລຳບາກ, ພວກເຂົາຮູ້ສຶກເປັນຄັ້ງທຳອິດເຖິງຊະຕາກໍາມະນຸດທີ່ເຕັມໄປດ້ວຍຫຼາກຫຼາຍອົງປະກອບພຽງໃດ ແລະ ດັງນັ້ນ ຈຶ່ງເຫັນວ່າຊີວິດເຕັມໄປດ້ວຍຄວາມຄາດຫວັງ ແລະ ຄວາມຢ້ານກົວ. ບາງຄົນ ເຖິງແມ່ນບໍ່ໄດ້ຮັບການສຶກສາສູງກໍຕາມ ແຕ່ສາມາດຂຽນປຶ້ມຕ່າງ ແລະ ມີຊື່ສຽງໂດ່ງດັງໃນລະດັບໃດໜຶ່ງໄດ້; ບາງຄົນ ເຖິງແມ່ນວ່າເກືອບບໍ່ຮູ້ໜັງສືເລີຍ ແຕ່ກໍສາມາດຫາເງິນຈາກທຸລະກິດ ແລະ ສາມາດຊ່ວຍເຫຼືອຕົວເອງໄດ້... ອາຊີບທີ່ຜູ້ຄົນເລືອກ, ວິທີການທຳມາຫາກິນ: ພວກເຂົາກໍານົດໄດ້ບໍ່ວ່າ ພວກເຂົາໄດ້ເລືອກທາງທີ່ດີ ຫຼື ເລືອກທາງທີ່ບໍ່ດີໃນສິ່ງເຫຼົ່ານີ້? ສິ່ງເຫຼົ່ານີ້ສອດຄ່ອງກັບຄວາມປາດຖະໜາ ແລະ ການຕັດສິນໃຈຂອງຜູ້ຄົນບໍ? ຄົນສ່ວນໃຫຍ່ມີຄວາມປາດຖະໜາດັ່ງຕໍ່ໄປນີ້: ເຮັດວຽກໜ້ອຍລົງ ແຕ່ມີລາຍຮັບຫຼາຍຂຶ້ນ, ບໍ່ຕ້ອງເຮັດວຽກຕາກແດດຕາກຝົນ, ນຸ່ງເຄື່ອງຈົບງາມ, ມີແສງສີ ແລະ ເປັ່ງປະກາຍຢູ່ທຸກບ່ອນ, ຢູ່ເໜືອຄົນອື່ນ ແລະ ນໍາເອົາກຽດຕິຍົດມາສູ່ບັນພະບຸລຸດຂອງພວກເຂົາ. ຜູ້ຄົນຄາດຫວັງຄວາມສົມບູນແບບ ແຕ່ເມື່ອພວກເຂົາເລີ້ມຕົ້ນບາດກ້າວທຳອິດໃນການເດີນທາງແຫ່ງຊີວິດຂອງພວກເຂົາ ພວກເຂົາຈຶ່ງໄດ້ເຂົ້າໃຈວ່າໂຊກຊະຕາທີ່ບໍ່ສົມບູນແບບຂອງມະນຸດເປັນແນວໃດ, ແລະ ເປັນຄັ້ງທຳອິດທີ່ພວກເຂົາເຂົ້າໃຈຢ່າງແທ້ຈິງວ່າ ຄວາມຈິງແລ້ວ ເຖິງແມ່ນວ່າຄົນໃດໜຶ່ງສາມາດສ້າງແຜນການຢ່າງດີສຳລັບອະນາຄົດຂອງເຂົາ ແລະ ເຖິງແມ່ນວ່າຄົນໃດໜຶ່ງອາດມີຈິນຕະນາການທີ່ງົດງາມ, ບໍ່ມີໃຜມີຄວາມສາມາດ ຫຼື ອຳນາດທີ່ຈະເຮັດໃຫ້ຝັນຂອງພວກເຂົາເປັນຈິງໄດ້ ແລະ ບໍ່ມີໃຜສາມາດຄວບຄຸມອະນາຄົດຂອງຕົນເອງໄດ້. ມັນຈະມີຄວາມແຕກຕ່າງລະຫວ່າງຄວາມຝັນຂອງພວກເຂົາ ແລະ ຄວາມຈິງທີ່ພວກເຂົາຕ້ອງຜະເຊີນຢູ່ສະເໝີ; ທຸກສິ່ງຈະບໍ່ເຄີຍເປັນດັ່ງທີ່ຜູ້ຄົນຕ້ອງການໃຫ້ມັນເປັນ ແລະ ເມື່ອຜະເຊີນກັບຄວາມຈິງດັ່ງກ່າວ, ພວກເຂົາບໍ່ເຄີຍໄດ້ຮັບຄວາມເພິ່ງພໍໃຈ ຫຼື ຄວາມພໍໃຈເລີຍ. ບາງຄົນຈະເຮັດທຸກວິທີທາງເທົ່າທີ່ຈະເຮັດໄດ້, ຈະພະຍາຍາມຢ່າງໜັກ ແລະ ເສຍສະຫຼະຢ່າງໃຫຍ່ຫຼວງເພື່ອຊີວິດການເປັນຢູ່ ແລະ ອະນາຄົດຂອງພວກເຂົາ ໂດຍພະຍາຍາມທຸກຢ່າງເພື່ອປ່ຽນແປງໂຊກຊະຕາຂອງຕົນ. ແຕ່ສຸດທ້າຍແລ້ວ, ເຖິງແມ່ນວ່າ ພວກເຂົາຈະສາມາດເຮັດໃຫ້ຄວາມຝັນ ແລະ ຄວາມປາດຖະໜາຂອງພວກເຂົາເປັນຈິງໂດຍຄວາມພະຍາມຢ່າງໜັກຂອງພວກເຂົາ ແຕ່ພວກເຂົາກໍບໍ່ສາມາດປ່ຽນແປງໂຊກຊະຕາຂອງຕົນເອງໄດ້ ແລະ ບໍ່ວ່າພວກເຂົາຈະພະຍາຍາມຢ່າງໜັກພຽງໃດ, ພວກເຂົາກໍຈະບໍ່ສາມາດເຮັດເໜືອສິ່ງທີ່ໂຊກຊະຕາໄດ້ກໍານົດໄວ້ໃຫ້ພວກເຂົາ. ເຖິງແມ່ນວ່າຈະມີຄວາມແຕກຕ່າງດ້ານຄວາມສາມາດ, ສະຕິປັນຍາ ແລະ ເຈດຈຳນົງ, ທຸກຄົນແມ່ນເທົ່າທຽມກັນຕໍ່ໜ້າໂຊກຊະຕາ ເຊິ່ງບໍ່ໄດ້ຈຳແນກລະຫວ່າງໃຫຍ່ ແລະ ນ້ອຍ, ສູງ ແລະ ຕ່ຳ, ສູງສົ່ງ ແລະ ຕ່ຳຕ້ອຍ. ອາຊີບໃດທີ່ຜູ້ຄົນສະແຫວງຫາ, ສິ່ງໃດທີ່ຜູ້ຄົນເຮັດເພື່ອລ້ຽງຊີບ ແລະ ຜູ້ຄົນມີຊັບສົມບັດຫຼາຍປານໃດໃນຊີວິດຂອງເຂົາ ບໍ່ໄດ້ຕັດສິນໂດຍພໍ່ແມ່ຂອງເຂົາ, ໂດຍພອນສະຫວັນຂອງເຂົາ, ໂດຍຄວາມພະຍາຍາມ ຫຼື ໂດຍຄວາມທະເຍີທະຍານຂອງຕົນເອງ ແຕ່ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງ.

2. ການໜີຈາກພໍ່ແມ່ຂອງຄົນໆໜຶ່ງ ແລະ ເລີ່ມຕົ້ນຢ່າງຈິງຈັງເພື່ອຫຼິ້ນບົດບາດໃນເວທີແຫ່ງຊີວິດ

ເມື່ອຄົນໆໜຶ່ງບັນລຸນິຕິພາວະ, ບຸກຄົນນັ້ນສາມາດໜີຈາກພໍ່ແມ່ຂອງຕົນ ແລະ ໃຊ້ຊີວິດດ້ວຍຕົວເອງ ແລະ ມັນແມ່ນໃນຈຸດນີ້ທີ່ເຂົາເລີ່ມຫຼິ້ນບົດບາດຂອງຕົນຢ່າງແທ້ຈິງ, ຈຸດທີ່ໝອກຮື້ອອກ ແລະ ພາລະກິດໃນຊີວິດຂອງເຂົາກໍຄ່ອຍໆຊັດເຈນຂຶ້ນ. ໂດຍທົ່ວໄປແລ້ວ ຄົນໃດໜຶ່ງຍັງຄົງຢູ່ຢ່າງໃກ້ຊິດກັບພໍ່ແມ່ຂອງຕົນ ແຕ່ຍ້ອນພາລະກິດ ແລະ ບົດບາດທີ່ເຂົາຫຼິ້ນໃນຊີວິດບໍ່ມີຫຍັງກ່ຽວຂ້ອງກັບພໍ່ແມ່ຂອງເຂົາ, ໃນຄວາມເປັນຈິງ ຄວາມສຳພັນຢ່າງໃກ້ຊິດນີ້ຈະຈາງຫາຍໄປເມື່ອເຂົາຄ່ອຍໆກາຍເປັນຄົນອິດສະຫຼະ. ຈາກທາງດ້ານຊີວະພາບ, ຜູ້ຄົນບໍ່ສາມາດຊ່ວຍໄດ້ທີ່ຍັງຂຶ້ນຢູ່ກັບພໍ່ແມ່ຂອງພວກເຂົາໃນທາງຈິດສຳນຶກ ແຕ່ເວົ້າຢ່າງແທ້ຈິງແລ້ວ ເມື່ອພວກເຂົາເຕີບໃຫຍ່ຢ່າງເຕັມທີ່ ພວກເຂົາກໍມີຊີວິດທີ່ແຍກອອກຈາກພໍ່ແມ່ຂອງພວກເຂົາຢ່າງສິ້ນເຊີງ ແລະ ປະຕິບັດພາລະບົດບາດຂອງພວກເຂົາຢ່າງເປັນອິດສະຫຼະ. ນອກຈາກການເກີດ ແລະ ການລ້ຽງລຸກ, ຄວາມຮັບຜິດຊອບຂອງພໍ່ແມ່ຕໍ່ຊີວິດລູກໆຂອງພວກເຂົາແມ່ນພຽງສະໜອງສິ່ງແວດລ້ອມທາງການໃຫ້ພວກເຂົາໄດ້ເຕີບໃຫຍ່ຂຶ້ນ ຍ້ອນວ່າ ບໍ່ມີສິ່ງໃດ ນອກຈາກການກຳນົດໄວ້ລ່ວງໜ້າຂອງພຣະຜູ້ຊົງສ້າງທີ່ມີຜົນຕໍ່ໂຊກຊະຕາຂອງຄົນ. ບໍ່ມີໃຜສາມາດຄວບຄຸມໄດ້ວ່າຄົນໃດໜຶ່ງຈະມີອະນາຄົດແບບໃດ; ມັນໄດ້ຖືກກຳນົດໄວ້ລ່ວງໜ້າເປັນເວລາດົນນານແລ້ວ ແລະ ແມ່ນແຕ່ພໍ່ແມ່ກໍບໍ່ສາມາດປ່ຽນແປງໂຊກຊະຕາຂອງພວກເຂົາໄດ້. ສໍາລັບໂຊກຊະຕາແລ້ວ ທຸກຄົນແມ່ນເປັນອິດສະຫຼະ ແລະ ທຸກຄົນມີໂຊກຊະຕາເປັນຂອງຕົນເອງ. ດັ່ງນັ້ນ, ບໍ່ມີພໍ່ແມ່ຂອງບຸກຄົນໃດທີ່ສາມາດຂັດຂວາງຊະຕາກຳຊີວິດຂອງຜູ້ຄົນ ຫຼື ແມ່ນແຕ່ມີອິດທິພົນເລັກນ້ອຍຕໍ່ບົດບາດໃນຊີວິດທີ່ພວກເຂົາຫຼິ້ນ. ສາມາດເວົ້າໄດ້ວ່າ ໃນຄອບຄົວທີ່ຄົນໃດໜຶ່ງຖືກກຳນົດໃຫ້ເກີດມາ ແລະ ສະພາບແວດລ້ອມທີ່ພວກເຂົາເຕີບໃຫຍ່ຂຶ້ນ ແມ່ນບໍ່ມີຫຍັງນອກຈາກການກຳນົດໄວ້ລ່ວງໜ້າເພື່ອປະຕິບັດພາລະກິດໃນຊີວິດຂອງພວກເຂົາ. ພວກມັນບໍ່ໄດ້ກຳນົດຊະຕາຊີວິດຂອງຄົນໃດໜຶ່ງ ຫຼື ປະເພດຂອງໂຊກຊະຕາທີ່ບຸກຄົນໃດໜຶ່ງປະຕິບັດພາລະກິດຂອງເຂົາ. ດັ່ງນັ້ນ, ບໍ່ມີພໍ່ແມ່ຂອງໃຜທີ່ສາມາດຊ່ວຍເຂົາໃນການປະຕິບັດພາລະກິດໃນຊີວິດຂອງເຂົາໄດ້, ເຊັ່ນດຽວກັນ ບໍ່ມີຍາດຕິພີ່ນ້ອງຄົນໃດສາມາດຊ່ວຍເຂົາຮັບພາລະບົດບາດໃນຊີວິດຂອງເຂົາໄດ້. ວິທີການຂອງຄົນໃດໜຶ່ງປະຕິບັດພາລະກິດຂອງເຂົາ ແລະ ໃນສະພາບແວດລ້ອມຂອງການດໍາລົງງຊີວິດປະເພດໃດທີ່ເຂົາດໍາລົງຢູ່ ແມ່ນລ້ວນແລ້ວແຕ່ຖືກກຳນົດໄວ້ໂດຍຊະຕາຊີວິດຂອງເຂົາ. ເວົ້າອີກຢ່າໜຶ່ງຄື ບໍ່ມີເງື່ອນໄຂໃດໆທັງສິ້ນທີ່ມີອິດທິພົນຕໍ່ພາລະກິດຂອງພວກເຂົາ ເຊິ່ງທຸກສິ່ງໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງ. ທຸກຄົນກາຍເປັນຜູ້ໃຫຍ່ຢູ່ໃນສະພາບແວດລ້ອມທີ່ພວກເຂົາເຕີບໃຫຍ່ຂຶ້ນໂດຍສະເພາະ; ຈາກນັ້ນ ພວກເຂົາຈຶ່ງຄ່ອຍໆອອກເດີນທາງໄປຕາມເສັ້ນທາງຊີວິດຂອງຕົນເອງເທື່ອລະກ້າວ ແລະ ປະຕິບັດຕາມໂຊກຊະຕາທີ່ໄດ້ຖືກວາງໄວ້ສຳລັບພວກເຂົາໂດຍພຣະຜູ້ຊົງສ້າງ. ໂດຍທຳມະຊາດແລ້ວ, ພວກເຂົາແມ່ນເຂົ້າສູ່ທະເລອັນກວ້າງໃຫຍ່ແຫ່ງມະນຸດຊາດ ແລະ ຮັບຕຳແໜ່ງໃນຊີວິດຂອງພວກເຂົາ ບ່ອນທີ່ພວກເຂົາເລີ່ມປະຕິບັດຄວາມຮັບຜິດຊອບຂອງຕົນໃນຖານະທີ່ເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນຢ່າງບໍ່ມີທາງເລືອກ, ທັງໝົດນີ້ແມ່ນເພື່ອເຫັນແກ່ການກຳນົດໄວ້ລ່ວງໜ້າຂອງພຣະຜູ້ຊົງສ້າງ ແລະ ເພື່ອເຫັນແກ່ອຳນາດອະທິປະໄຕຂອງພຣະອົງ.

ຊ່ວງເວລາທີສີ່: ການແຕ່ງດອງ

ເມື່ອຄົນໜຶ່ງເຕີບໃຫຍ່ຂຶ້ນ ແລະ ເປັນຜູ້ໃຫຍ່, ເຂົາກໍຈະຍິ່ງຫ່າງອອກຈາກພໍ່ແມ່ຂອງເຂົາ ແລະ ຫ່າງຈາກສະພາບແວດລ້ອມທີ່ເຂົາເກີດມາ ແລະ ເຕີບໃຫຍ່ຂຶ້ນ ແລະ ເລີ່ມສະແຫວງຫາທິດທາງໃນຊີວິດ ແລະ ຕາມຫາເປົ້າໝາຍຊີວິດຂອງຕົນເອງໃນຮູບແບບທີ່ແຕກຕ່າງຈາກພໍ່ແມ່ຂອງຕົນ. ໃນຊ່ວງເວລານີ້, ຜູ້ຄົນຈະບໍ່ຕ້ອງການພໍ່ແມ່ຂອງພວກເຂົາອີກຕໍ່ໄປ, ແຕ່ກົງກັນຂ້າມ ພວກເຂົາຕ້ອງການຄູ່ຊີວິດຜູ້ທີ່ພວກເຂົາສາມາດໃຊ້ຊີວິດຂອງພວກເຂົາຮ່ວມກັນ ນັ້ນກໍຄື ຄູສົມລົດ ເຊິ່ງເປັນຄົນທີ່ຜູກມັດດ້ວຍໂຊກຊະຕາຂອງພວກເຂົາຢ່າງໃກ້ຊິດ. ດັ່ງນັ້ນ, ເຫດການສຳຄັນທຳອິດໃນຊີວິດຫຼັງຈາກຄວາມເປັນອິດສະຫຼະກໍຄືການແຕ່ງດອງ ເຊິ່ງເປັນຊ່ວງເວລາທີສີ່ທີ່ຜູ້ຄົນຕ້ອງຜ່ານ.

1. ຜູ້ຄົນບໍ່ມີທາງເລືອກກ່ຽວກັບການແຕ່ງດອງ

ການແຕ່ງດອງແມ່ນເຫດການສໍາຄັນໃນຊີວິດຂອງຜູ້ຄົນ; ມັນແມ່ນເວລາເມື່ອຄົນເລີ່ມແບກຮັບຄວາມຮັບຜິດຊອບຫຼາກຫຼາຍຮູບແບບຢ່າງແທ້ຈິງ ແລະ ຄ່ອຍໆເຮັດສຳເລັດພາລະກິດຫຼາກຫຼາຍປະເພດ. ຜູ້ຄົນມີພາບລວງຕາກ່ຽວກັບການແຕ່ງດອງກ່ອນທີ່ພວກເຂົາຈະປະສົບກັບມັນດ້ວຍຕົວພວກເຂົາເອງ ແລະ ພາບລວງຕາທັງໝົດນີ້ ກໍຂ້ອນຂ້າງງົດງາມ. ຜູ້ຍິງຈິນຕະນາການວ່າຄູ່ຮັກຂອງພວກເຂົາຈະເປັນເຈົ້າຊາຍຮູບງາມ ແລະ ຜູ້ຊາຍຈິນຕະນາການວ່າພວກເຂົາຈະໄດ້ແຕ່ງດອງກັບນາງສາວສະໂນໄວ້. ຈິນຕະນາການເຫຼົ່ານີ້ສະແດງໃຫ້ເຫັນວ່າ ທຸກຄົນມີເງື່ອນໄຂທີ່ແນ່ນອນສຳລັບການແຕ່ງດອງ, ນັ້ນຄືຄວາມຕ້ອງການ ແລະ ມາດຕະຖານຂອງພວກເຂົາ. ເຖິງແມ່ນວ່າໃນຍຸກແຫ່ງຊົ່ວຮ້າຍນີ້ ມະນຸດຖືກຖະລົ່ມຢ່າງຕໍ່ເນື່ອງດ້ວຍຂໍ້ຄວາມທີ່ບິດເບືອນກ່ຽວກັບການແຕ່ງດອງ ເຊິ່ງຍິ່ງສ້າງເງື່ອນໄຂເພີ່ມຫຼາຍຂຶ້ນ ແລະ ເຮັດໃຫ້ຜູ້ຄົນຕິດພັນຢູ່ກັບຄວາມຄິດຕ່າງນາໆ ແລະ ມີທັດສະນະຄະຕິທີ່ແປກປະຫຼາດ, ຄົນໃດກໍ່ຕາມທີ່ເຄີຍປະສົບກັບການແຕ່ງດອງຈະຮູ້ວ່າ ບໍ່ວ່າຜູ້ຄົນຈະເຂົ້າໃຈມັນແບບໃດກໍຕາມ, ບໍ່ວ່າຜູ້ຄົນຈະມີທັດສະນະຄະຕິກັບມັນແບບໃດກໍຕາມ, ການແຕ່ງດອງບໍ່ແມ່ນທາງເລືອກຂອງສ່ວນບຸກຄົນ.

ຄົນໜຶ່ງຈະຜະເຊີນກັບຜູ້ຄົນຢ່າງມາກມາຍໃນຊີວິດຂອງເຂົາ ແຕ່ບໍ່ມີໃຜຮູ້ໄດ້ວ່າໃຜຈະກາຍມາເປັນຄູ່ຊີວິດຂອງຕົນ. ເຖິງແມ່ນວ່າແຕ່ລະຄົນມີຄວາມຄິດເປັນຂອງຕົນເອງ ແລະ ຈຸດຢືນສ່ວນຕົວໃນເລື່ອງຂອງການແຕ່ງດອງ, ບໍ່ມີໃຜສາມາດເຫັນລ່ວງໜ້າໄດ້ຢ່າງແທ້ຈິງ ແລະ ທ້າຍທີ່ສຸດແລ້ວ ວ່າແມ່ນໃຜຈະກາຍເປັນຄູ່ຊີວິດຂອງພວກເຂົາ ແລະ ຄວາມຄິດຂອງພວກເຂົາກ່ຽວກັບເລື່ອງດັ່ງກ່າວມີຜົນສະທ້ອນພຽງເລັກນ້ອຍ. ຫຼັງຈາກພົບພໍ້ບາງຄົນທີ່ເຈົ້າມັກ, ເຈົ້າສາມາດຕາມຫາຄົນໆນັ້ນໄດ້; ແຕ່ວ່າເຂົາຈະສົນໃຈໃນຕົວເຈົ້າ ຫຼື ບໍ່ນັ້ນ, ເຂົາຈະສາມາດກາຍເປັນຄູ່ຊີວິດຂອງເຈົ້າ ຫຼື ບໍ່ນັ້ນ, ບໍ່ແມ່ນເຈົ້າເປັນຜູ້ຕັດສິນໃຈ. ຈຸດປະສົງແຫ່ງຄວາມຮັກຂອງເຈົ້າ ບໍ່ຈຳເປັນຕ້ອງແມ່ນຄົນທີ່ືເຈົ້າສາມາດໃຊ້ຊີວິດຮ່ວມກັບເຂົາ ແລະ ໃນຂະນະດຽວກັນ ບາງຄົນທີ່ເຈົ້າບໍ່ເຄີຍຄາດຫວັງ ອາດຈະເຂົ້າມາໃນຊີວິດຂອງເຈົ້າຢ່າງງຽບໆ ແລະ ກາຍເປັນຄູ່ຊີວິດຂອງເຈົ້າກໍ່ເປັນໄດ້, ກາຍເປັນອົງປະກອບທີ່ສຳຄັນທີ່ສຸດໃນໂຊກຊະຕາຂອງເຈົ້າ, ເປັນຄູ່ຊີວິດຂອງເຈົ້າ, ເປັນຜູ້ທີ່ໂຊກຊະຕາຂອງເຈົ້າຜູກມັດໄວ້ຢ່າງບໍ່ສາມາດແຍກອອກຈາກກັນໄດ້. ດັ່ງນັ້ນ, ເຖິງແມ່ນວ່າມີການແຕ່ງດອງກັນຫຼາຍລ້ານຄົນຢູ່ໃນໂລກ, ແຕ່ລະຄົນແມ່ນມີຄວາມແຕກຕ່າງກັນ: ມີການແຕ່ງດອງຢ່າງຫຼວງຫຼາຍທີ່ບໍ່ພໍໃຈ, ມີຫຼາຍຄູ່ທີ່ມີຄວາມສຸກ; ມີຫຼາຍຄູ່ທັງພາກຕາເວັນອອກ ແລະ ຕາເວັນຕົກ, ມີທັງພາກເໜືອ ແລະ ພາກໃຕ້; ຫຼາຍຄູ່ສົມກັນຢ່າງສົມບູນແບບ, ຫຼາຍຄູ່ມີຖານະທາງສັງຄົມເທົ່າທຽມກັນ; ຫຼາຍຄູ່ມີຄວາມສຸກ ແລະ ເຂົ້າກັນໄດ້ດີ, ຫຼາຍຄູ່ເຈັບປວດ ແລະ ໂສກເສົ້າ, ຫຼາຍຄູ່ສ້າງຄວາມອິດສາໃຫ້ກັບຄົນອື່ນ, ຫຼາຍຄູ່ເຂົ້າໃຈຜິດ ແລະ ເຮັດໜ້າຫຍຸ້ງບໍ່ເຕັມໃຈ, ຫຼາຍຄູ່ເຕັມໄປດ້ວຍຄວາມສຸກ, ຫຼາຍຄູ່ເຮັດໃຫ້ມີນ້ຳຕາ ແລະ ເຮັດໃຫ້ໝົດຫວັງ... ໃນການແຕ່ງດອງປະເພດຕ່າງໆເຫຼົ່ານີ້, ມະນຸດເປີດເຜີຍຄວາມຊື່ສັດ ແລະ ຂໍ້ຜູກມັດຕະຫຼອດຊີວິດກັບການແຕ່ງດອງ; ພວກເຂົາເປີດເຜີຍຄວາມຮັກ, ຄວາມຜູກພັນ, ຄວາມໝັ້ນຄົງ ຫຼື ຄວາມທໍ້ຖອຍ ແລະ ຄວາມບໍ່ເຂົ້າໃຈກັນ. ບາງຄົນທໍລະຍົດຕໍ່ການແຕ່ງດອງຂອງຕົນ ຫຼື ຮູ້ສຶກກຽດຊັງມັນ. ບໍ່ວ່າການແຕ່ງດອງເອງຈະນຳມາເຊິ່ງຄວາມສຸກ ຫຼື ຄວາມເຈັບປວດ, ພາລະກິດໃນການແຕ່ງດອງຂອງແຕ່ລະຄົນ ໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງ ແລະ ຈະບໍ່ມີວັນປ່ຽນແປງ; ພາລະກິດນີ້ແມ່ນສິ່ງທີ່ທຸກຄົນຕ້ອງເຮັດໃຫ້ສຳເລັດ. ໂຊກຊະຕາຂອງແຕ່ລະຄົນທີ່ຢູ່ເບື່ອງຫຼັງຂອງການແຕ່ງດອງບໍ່ປ່ຽນແປງ ແລະ ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງແຕ່ດົນນານມາແລ້ວ.

2. ການແຕ່ງດອງເກີດຈາກໂຊກຊະຕາຂອງຄູ່ຊີວິດທັງສອງ

ການແຕ່ງດອງແມ່ນຊ່ວງເວລາທີ່ສຳຄັນໃນຊີວິດຂອງຜູ້ຄົນ. ມັນແມ່ນຜົນຜະລິດແຫ່ງໂຊກຊະຕາຂອງຜູ້ຄົນ ແລະ ການເຊື່ອມໂຍງທີ່ສຳຄັນໃນໂຊກຊະຕາຂອງພວກເຂົາ; ມັນບໍ່ໄດ້ຖືກສ້າງຂຶ້ນຈາກຄວາມຕັ້ງໃຈ ຫຼື ຄວາມມັກຂອງບຸກຄົນໃດຄົນໜຶ່ງ ແລະ ບໍ່ໄດ້ຮັບອິດທິພົນຈາກປັດໃຈພາຍນອກໃດໆ ແຕ່ຖືກກຳນົດໂດຍໂຊກຊະຕາຂອງສອງຝ່າຍຢ່າງສົມບູນ ເຊິ່ງຈັດແຈງໂດຍພຣະຜູ້ຊົງສ້າງ ແລະ ຖືກກຳນົດໄວ້ລ່ວງໜ້າເພື່ອໂຊກຊະຕາຂອງຄູ່ຊີວິດທັງສອງ. ໃນດ້ານຜິວເຜີນແລ້ວ ວັດຖຸປະສົງຂອງການແຕ່ງດອງແມ່ນເພື່ອສືບຕໍ່ເຊື້ອຊາດມະນຸດ, ແຕ່ໃນຄວາມເປັນຈິງແລ້ວ ການແຕ່ງດອງບໍ່ແມ່ນເລື່ອງອື່ນໃດ ນອກຈາກພິທີການທີ່ຜູ້ຄົນຕ້ອງຜ່ານໃນການເຮັດສຳເລັດພາລະກິດຂອງຕົນ. ໃນການແຕ່ງດອງ, ຄົນບໍ່ພຽງແຕ່ມີບົດບາດໃນການລ້ຽງດູຄົນຮຸ່ນຫຼັງ; ພວກເຂົາຍັງຮັບເອົາບົດບາດຕ່າງໆທີ່ກ່ຽວຂ້ອງກັບຊີວິດການແຕ່ງດອງ ແລະ ພາລະກິດເຊິ່ງບົດບາດເຫຼົ່ານັ້ນຮຽກຮ້ອງໃຫ້ຄົນເຮັດໃຫ້ສຳເລັດ. ເນື່ອງຈາກວ່າການເກີດຂອງຜູ້ຄົນມີອິດທິພົນຕໍ່ການປ່ຽນແປງຜ່ານຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງ, ການແຕ່ງດອງຂອງຜູ້ຄົນກໍຈະສົ່ງຜົນກະທົບຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆເຫຼົ່ານີ້ຢ່າງບໍ່ສາມາດຫຼີກເວັ້ນໄດ້ເຊັ່ນກັນ ແລະ ຍິ່ງໄປກວ່ານັ້ນ ກໍຈະປ່ຽນແປງພວກມັນທັງໝົດດ້ວຍວິທີການຕ່າງໆ.

ເມື່ອຄົນໃດໜຶ່ງເປັນອິດສະຫຼະ, ຄົນນັ້ນກໍຈະເລີ່ມຕົ້ນການເດີນທາງໃນຊີວິດຂອງຕົນເອງ ເຊິ່ງນຳພາພວກເຂົາເທື່ອລະກ້າວໄປສູ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໄປສູ່ການແຕ່ງດອງຂອງພວກເຂົາ. ໃນຂະນະດຽວກັນ, ອີກຄົນທີ່ຈະຢູ່ໃນການແຕ່ງດອງນັ້ນ ກໍເດີນທາງມາເທື່ອລະກ້າວ ມາຫາຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆດັ່ງກ່າວ ພາຍໃຕ້ອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ສອງຄົນທີ່ບໍ່ກ່ຽວຂ້ອງກັນ ແຕ່ມີໂຊກຊະຕາທີ່ກ່ຽວຂ້ອງກັນກໍຄ່ອຍໆເຂົ້າມາສູ່ການແຕ່ງດອງອັນດຽວກັນ ແລະ ກາຍເປັນຄອບຄົວຢ່າງໜ້າອັດສະຈັນ: ເປັນ “ຕັກກະແຕນສອງໂຕຈັບຢູ່ເຊືອກດຽວກັນ”. ດັ່ງນັ້ນ, ເມື່ອຄົນໃດໜຶ່ງເຂົ້າສູ່ການແຕ່ງດອງ, ການເດີນທາງໃນຊີວິດຂອງຄົນນັ້ນຈະມີອິດທິພົນ ແລະ ສຳຜັດກັບຄູ່ຊີວິດຂອງຕົນ ແລະ ເຊັ່ນດຽວກັນ ການເດີນທາງໃນຊີວິດຂອງຄູ່ຊີວິດຂອງຜູ້ກ່ຽວກໍຈະມີອິດທິພົນ ແລະ ສຳຜັດກັບໂຊກຊະຕາຊີວິດຂອງຜູ້ກ່ຽວ. ເວົ້າອີກຢ່າງໜຶ່ງກໍຄື, ໂຊກຊະຕາມະນຸດນັ້ນເຊື່ອມໂຍງກັນແລະກັນ ແລະ ບໍ່ມີໃຜສາມາດເຮັດສຳເລັດພາລະກິດໃນຊີວິດຂອງຕົນ ຫຼື ເຮັດບົດບາດຂອງຕົນຢ່າງສົມບູນຢ່າງເປັນອິດສະຫຼະຈາກຄົນອື່ນ. ການເກີດຂອງບຸກຄົນໃດໜຶ່ງມີຜົນສະທ້ອນຕໍ່ໂສ້ສຳພັນອັນໃຫຍ່ຫຼວງ; ການເຕີບໃຫຍ່ກໍຍັງກ່ຽວຂ້ອງກັບໂສ້ສຳພັນອັນສັບຊ້ອນນີ້ເຊັ່ນດຽວກັນ; ແລະ ໃນທຳນອງດຽວກັນ ການແຕ່ງດອງກໍເກີດຂຶ້ນຢ່າງຫຼີກເວັ້ນບໍ່ໄດ້ ແລະ ຖືກຮັກສາໄວ້ພາຍໃນເຄືອຂ່າຍອັນກວ້າງໃຫຍ່ ແລະ ສັບຊ້ອນແຫ່ງການເຊື່ອມໂຍງຂອງມະນຸດ ເຊິ່ງກ່ຽວຂ້ອງກັບທຸກສະມາຊິກຂອງເຄືອຂ່າຍນັ້ນ ແລະ ມີອິດທິພົນຕໍ່ໂຊກຊະຕາຂອງທຸກຄົນທີ່ເປັນສ່ວນໜຶ່ງຂອງມັນ. ການແຕ່ງດອງບໍ່ແມ່ນຜົນຜະລິດຂອງສະມາຊິກທັງສອງຄອບຄົວ, ສະຖານະການທີ່ພວກເຂົາເຕີບໃຫຍ່ຂຶ້ນ, ຮູບລັກສະນະ, ອາຍຸ, ຄຸນນະພາບ, ພອນສະຫວັນຂອງພວກເຂົາ ຫຼື ປັດໃຈອື່ນໆ; ກົງກັນຂ້າມ, ມັນເກີດຂຶ້ນຈາກພາລະກິດຮ່ວມກັນ ແລະ ໂຊກຊະຕາທີ່ກ່ຽວຂ້ອງກັນ. ນີ້ແມ່ນຕົ້ນກຳເນີດຂອງການແຕ່ງດອງ ເຊິ່ງເປັນຜົນຜະລິດຂອງໂຊກຊະຕາມະນຸດທີ່ຖືກປັ້ນແຕ່ງ ແລະ ຈັດແຈງໄວ້ໂດຍພຣະຜູ້ຊົງສ້າງ.

ຊ່ວງເວລາທີຫ້າ: ລູກຫຼານ

ຫຼັງຈາກແຕ່ງດອງແລ້ວ, ຜູ້ຄົນກໍເລີ່ມໃຫ້ກຳເນີດຮຸ່ນຕໍ່ໄປ. ຄົນໃດໜຶ່ງບໍ່ສາມາດເວົ້າໄດ້ວ່າເຂົາຈະມີລູກຈັກຄົນ ແລະ ມີລູກປະເພດໃດ; ສິ່ງນີ້ແມ່ນຖືກກຳນົດໂດຍໂຊກຊະຕາຂອງເຂົາເຊັ່ນກັນ, ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງ. ນີ້ແມ່ນຊ່ວງເວລາທີຫ້າເຊິ່ງຜູ້ຄົນຕ້ອງຜ່ານ.

ຖ້າຄົນໜຶ່ງເກີດມາເພື່ອປະຕິບັດໜ້າທີ່ເປັນລຸກຂອງບາງຄົນ, ແລ້ວກໍຈະມີຄົນໃດໜຶ່ງລ້ຽງດູຮຸ່ນຕໍ່ໄປເພື່ອເຮັດໜ້າທີ່ເປັນພໍ່ແມ່ຂອງບາງຄົນ. ການປ່ຽນແປງໃນບົດບາດນີ້ເຮັດໃຫ້ຄົນໆໜຶ່ງປະສົບກັບໄລຍະທີ່ແຕກຕ່າງຂອງຊີວິດ ຈາກມຸມມອງທີ່ແຕກຕ່າງກັນ. ມັນຍັງໃຫ້ປະສົບການຊີວິດທີ່ແຕກຕ່າງກັນໂດຍຜ່ານການມາຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ເຊິ່ງຖືກນຳໃຊ້ໃນທາງດຽວກັນສະເໝີ ແລະ ຜ່ານປະສົບການຄວາມຈິງທີ່ວ່າ ບໍ່ມີໃຜສາມາດລ່ວງເກີນ ຫຼື ປ່ຽນແປງຊະຕາກຳຂອງພຣະຜູ້ຊົງສ້າງໄດ້.

1. ຄົນໃດໜຶ່ງບໍ່ສາມາດຄວບຄຸມເໜືອສິ່ງທີ່ເປັນລູກຫຼານຂອງເຂົາໄດ້

ການເກີດ, ການເຕີບໃຫຍ່ ແລະ ການແຕ່ງດອງ ລ້ວນແລ້ວແຕ່ນຳມາເຊິ່ງຄວາມຜິດຫວັງໃນຫຼາຍຮູບແບບ ແລະ ໃນລະດັບທີ່ແຕກຕ່າງກັນ. ບາງຄົນບໍ່ພໍໃຈກັບຄອບຄົວຂອງຕົນ ຫຼື ຮູບລັກສະນະຂອງພວກເຂົາເອງ; ບາງຄົນບໍ່ມັກພໍ່ແມ່ຂອງເຂົາ. ບາງຄົນບໍ່ພໍໃຈ ຫຼື ມີການຈົ່ມວ່າກ່ຽວກັບສະພາບແວດລ້ອມທີ່ພວກເຂົາເຕີບໃຫຍ່ຂຶ້ນ. ສໍາລັບຄົນສ່ວນໃຫຍ່, ທ່າມກາງຄວາມຜິດຫວັງເຫຼົ່ານີ້, ການແຕ່ງດອງເປັນສິ່ງທີ່ບໍ່ໜ້າພໍໃຈຫຼາຍທີ່ສຸດ. ບໍ່ວ່າຄົນຈະບໍ່ພໍໃຈແນວໃດກັບການເກີດຂອງເຂົາ, ການເປັນຜູ້ໃຫຍ່ ຫຼື ການແຕ່ງດອງ, ທຸກຄົນທີ່ໄດ້ກ້າວຜ່ານສິ່ງເຫຼົ່ານີ້ຮູ້ວ່າ ຜູ້ຄົນບໍ່ສາມາດເລືອກໄດ້ວ່າ ພວກເຂົາຕ້ອງເກີດຢູ່ໃສ ຫຼື ເມື່ອໃດ, ພວກເຂົາຈະມີຮູບລັກສະນະແບບໃດ, ໃຜເປັນພໍ່ແມ່ຂອງພວກເຂົາ ແລະ ຄູ່ສົມລົດຂອງພວກເຂົາແມ່ນໃຜ ແຕ່ຕ້ອງຍອມຮັບຄວາມປະສົງຂອງສະຫວັນເທົ່ານັ້ນ. ເຖິງຢ່າງໃດກໍຕາມ ເມື່ອເຖິງເວລາທີ່ຄົນໃຫ້ກຳເນີດຄົນຮຸ່ນຕໍ່ໄປ, ພວກເຂົາກໍຈະຖ່າຍທອດຄວາມປາດຖະໜາທັງໝົດທີ່ພວກເຂົາບໍ່ໄດ້ເຮັດໃຫ້ເປັນຈິງໃນເຄິງຊີວິດທຳອິດຂອງພວກເຂົາໃຫ້ກັບລູກຫຼານຂອງພວກເຂົາ ໂດຍຫວັງວ່າລູກຫຼານຂອງພວກເຂົາຈະຊົດເຊີຍຄວາມຜິດຫວັງໃນຊ່ວງເຄິງຊີວິດຂອງຕົນໄດ້. ດັ່ງນັ້ນ ຄົນຈິ່ງໝົກມຸ້ນຢູ່ກັບຈິນຕະນາການໃນທຸກຮູບແບບກ່ຽວກັບລູກໆຂອງພວກເຂົາ: ວ່າລູກສາວຂອງພວກເຂົາຈະເຕີບໃຫຍ່ຂຶ້ນມາພ້ອມກັບຄວາມສວຍງາມຫຼືບໍ່, ວ່າລູກຊາຍຂອງພວກເຂົາຈະເປັນສຸພາບບຸລຸດບໍ່; ວ່າລູກສາວຂອງພວກເຂົາຈະໄດ້ຮັບການສັ່ງສອນ ແລະ ມີພອນສະຫວັນ ແລະ ລູກຊາຍຂອງພວກເຂົາເປັນນັກຮຽນດີເດັ່ນ ແລະ ເປັນນັກກິລາຍອດຍ້ຽມຫຼືບໍ່; ວ່າລູກສາວຂອງພວກເຂົາຈະເປັນຄົນສຸພາບອ່ອນໂຍນ, ມີຄຸນນະທຳ ແລະ ມີເຫດຜົນ ສ່ວນລູກຊາຍຂອງພວກເຂົາກໍ່ເປັນຄົນສະຫຼາດ, ມີຄວາມສາມາດ ແລະ ລະອຽດອ່ອນ. ພວກເຂົາຫວັງວ່າລູກຫຼານຂອງພວກເຂົາ ບໍ່ວ່າພວກເຂົາຈະເປັນລູກສາວ ຫຼື ລູກຊາຍກໍ່ຕາມ, ຈະໃຫ້ຄວາມເຄົາລົບຕໍ່ຜູ້ອາວຸໂສຂອງພວກເຂົາ, ມີນ້ຳໃຈຕໍ່ພໍ່ແມ່ຂອງພວກເຂົາ, ໄດ້ຮັບຄວາມຮັກ ແລະ ການຍົກຍ້ອງຈາກທຸກຄົນ... ໃນຈູດນີ້, ຫວັງວ່າ ຊີວິດຈະເບັ່ງບານອີກຄັ້ງ ແລະ ຈະມີສິ່ງບັນດານໃຈໃໝ່ເກີດຂຶ້ນໃນໃຈຂອງຄົນ. ຄົນຮູ້ວ່າພວກເຂົາບໍ່ມີອຳນາດ ແລະ ໝົດຫວັງໃນຊີວິດນີ້, ພວກເຂົາຈະບໍ່ມີໂອກາດ ຫຼື ຄວາມຫວັງອື່ນອີກທີ່ຈະໂດດເດັ່ນຈາກຝູງຊົນ ແລະ ພວກເຂົາບໍ່ມີທາງເລືອກ ແຕ່ຕ້ອງຍອມຮັບໂຊກຊະຕາຂອງຕົນ. ດັ່ງນັ້ນ ພວກເຂົາຈິ່ງມອບຄວາມຫວັງທັງໝົດຂອງພວກເຂົາ, ຄວາມປາດຖະໜາ ແລະ ຄວາມຄິດທີ່ບໍ່ເປັນຈິງຂອງພວກເຂົາສູ່ຄົນຮຸ່ນໃໝ່ ໂດຍຫວັງວ່າລູກຫຼານຂອງພວກເຂົາຈະສາມາດຊ່ວຍພວກເຂົາໃຫ້ບັນລຸຕາມຄວາມຝັນ ແລະ ເຮັດໃຫ້ຄວາມປາດຖະໜາຂອງພວກເຂົາເປັນຈິງໄດ້; ລູກສາວ ແລະ ລຸກຊາຍຂອງພວກເຂົາຈະນຳເອົາຄວມຮຸ່ງເຮືອງມາສູ່ຄອບຄົວ, ກາຍເປັນບຸກຄົນສຳຄັນ, ຮັ່ງມີ ແລະ ມີຊື່ສຽງ. ສະຫຼຸບກໍຄື, ພວກເຂົາຢາກເຫັນຄວາມຮັ່ງມີຂອງລູກໆພວກເຂົາເພີ່ມພູນ. ແຜນການ ແລະ ຈິນຕະນາການຂອງຄົນນັ້ນແມ່ນສົມບູນແບບ; ແຕ່ພວກເຂົາຮູ້ບໍ່ວ່າ ຈຳນວນລູກທີ່ພວກເຂົາມີ, ຮູບລັກສະນະຂອງລູກພວກເຂົາ, ຄວາມສາມາດ ແລະ ອື່ນໆນັ້ນບໍ່ແມ່ນພວກເຂົາເປັນຜູ້ຕັດສິນໃຈ, ໂຊກສະຕາຂອງລູກພວກເຂົາບໍ່ໄດ້ຢູ່ໃນກໍາມືຂອງພວກເຂົາແຕ່ຢ່າງໃດເລີຍ? ມະນຸດບໍ່ແມ່ນເຈົ້ານາຍແຫ່ງໂຊກຊະຕາຂອງຕົວເອງ, ແຕ່ພວກເຂົາກໍຍັງຫວັງທີ່ຈະປ່ຽນແປງໂຊກຊະຕາຂອງຄົນຮຸ່ນໃໝ່; ພວກເຂົາບໍ່ມີອຳນາດທີ່ຈະຫຼົບໜີຈາກໂຊກຊະຕາຂອງຕົວເອງໄດ້, ແຕ່ພວກເຂົາກໍ່ຍັງພະຍາຍາມທີ່ຈະຄວບຄຸມໂຊກຊະຕາຂອງລູກຊາຍ ແລະ ລູກສາວຂອງພວກເຂົາ. ບໍ່ແມ່ນພວກເຂົາປະເມີນຄ່າຕົວເອງສູງເກີນໄປບໍ? ນີ້ບໍ່ແມ່ນຄວາມໂງ່ ແລະ ຄວາມບໍ່ຮູ້ຈັກຂອງມະນຸດບໍ? ຄົນຈະພະຍາຍາມສຸດຄວາມສາມາດເພື່ອລູກຫຼານຂອງຕົນ, ແຕ່ທ້າຍທີ່ສຸດແລ້ວ ແຜນການ ແລະ ຄວາມປາດຖະໜາຂອງພວກເຂົາບໍ່ສາມາດບອກໄດ້ວ່າພວກເຂົາຈະມີລູກຈັກຄົນ ແລະ ລູກຫຼານເຫຼົ່ານັ້ນຈະມີຮູບລັກສະນະແບວໃດ. ບາງຄົນບໍ່ມີເງິນ ແຕ່ໃຫ້ກຳເນີດລູກໄດ້ຫຼາຍຄົນ; ບາງຄົນຮັ່ງມີ ແຕ່ບໍ່ມີລູກແມ່ນແຕ່ຄົນດຽວ. ບາງຄົນຢາກໄດ້ລູກສາວ ແຕ່ຄວາມປາດຖະໜານັ້ນຖືກປະຕິເສດ; ບາງຄົນຢາກໄດ້ລູກຊາຍ ແຕ່ບໍ່ສາມາດໃຫ້ກຳເນີດລູກຊາຍໄດ້. ສຳລັບບາງຄົນ ການມີລູກຄືພອນປະເສີດ, ສ່ວນຄົນອື່ນໆ ການມີລູກຄືການສາບແຊ່ງ. ບາງຄູ່ເປັນຄົນສະຫຼາດ ແຕ່ລູກເກີດມາເປັນຄົນໂງ່ຈ້າ; ພໍ່ແມ່ບາງຄົນເປັນຄົນດຸໝັ່ນ ແລະ ຊື່ສັດ ແຕ່ລູກທີ່ພວກເຂົາລ້ຽງດູກັບກາຍເປັນຄົນກຽດຄ້ານ. ພໍ່ແມ່ບາງຄົນເປັນຄົນໃຈດີ ແລະ ບໍລິສຸດ ແຕ່ມີລູກເປັນຄົນຂີ້ໂກງ ແລະ ຊົ່ວຊ້າ. ພໍ່ແມ່ບາງຄົນມີຈິດໃຈ ແລະ ຮ່າງກາຍທີ່ດີ ແຕ່ກັບມີລູກເປັນຄົນພິການ. ພໍ່ແມ່ບາງຄົນເປັນຄົນທຳມະດາ ແລະ ບໍ່ປະສົບຜົນສຳເລັດຫຍັງ ແຕ່ມີລູກທີ່ປະສົບຜົນສໍາເລັດຢ່າງໃຫຍ່ຫຼວງ. ພໍ່ແມ່ບາງຄົນມີສະຖານະຕ່ຳ ແຕ່ມີລູກທີ່ກາຍເປັນຜູ້ສູງສົ່ງ...

2. ຫຼັງຈາກລ້ຽງດູຄົນຮຸ່ນຕໍ່ໄປ, ຄົນໄດ້ຮັບຄວາມເຂົ້າໃຈໃໝ່ກ່ຽວກັບໂຊກຊະຕາ

ຄົນສ່ວນໃຫຍ່ທີ່ເຂົ້າສູ່ການສົມລົດ ມີອາຍຸປະມານສາມສິບປີ, ເປັນຊ່ວງເວລາໃນຊີວິດທີ່ຜູ້ຄົນຍັງບໍ່ທັນມີຄວາມເຂົ້າໃຈໃດໆກ່ຽວກັບໂຊກຊະຕາມະນຸດ. ແຕ່ເມື່ອຄົນເລີ່ມລ້ຽງລູກ ແລະ ເມື່ອລູກຫຼານຂອງພວກເຂົາເຕີບໃຫຍ່ຂຶ້ນ, ພວກເຂົາກໍເບິ່ງຄົນຮຸ່ນໃໝ່ພາກັນເຮັດຊ້ຳຮອຍຊີວິດ ແລະ ປະສົບການທັງໝົດຂອງຄົນຮຸ່ນກ່ອນ ແລະ ເຫັນອະດີດຂອງຕົວເອງສະທ້ອນໃນຄົນຮຸ່ນໃຫມ່, ພວກເຂົາຮັບຮູ້ວ່າເສັ້ນທາງທີ່ຄົນຮຸ່ນໃໝ່ຍ່າງໄປນັ້ນຄືກັນກັບຂອງຕົວເອງ ເຊິ່ງບໍ່ສາມາດວາງແຜນ ຫຼື ເລືອກໄດ້. ເມື່ອຜະເຊີນກັບຄວາມຈິງນີ້ ພວກເຂົາບໍ່ມີທາງເລືອກ ແຕ່ຕ້ອງຍອມຮັບວ່າ ໂຊກຊະຕາຂອງແຕ່ລະຄົນແມ່ນໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວ ແລະ ໂດຍບໍ່ຮູ້ຕົວ, ພວກເຂົາກໍຄ່ອຍໆປ່ອຍວາງຄວາມປາດຖະໜາຂອງພວກເຂົາ ແລະ ຄວາມຫຼົງໄຫຼໃນໃຈຂອງພວກເຂົາກໍຈາງຫາຍ ແລະ ຕາຍຈາກໄປ... ຄົນໃນໄລຍະນີ້ ສຸດທ້າຍກໍໄດ້ຜ່ານເຄື່ອງໝາຍບອກທາງທີ່ສຳຄັນໃນຊີວິດ, ໄດ້ຮັບຄວາມເຂົ້າໃຈໃໝ່ກ່ຽວກັບຊີວິດ ແລະ ຮັບເອົາທັດສະນະຄະຕິໃໝ່. ຄົນໃນໄວນີ້ສາມາດຄາດຫວັງຈາກອະນາຄົດໄດ້ຫຼາຍປານໃດ ແລະ ຄວາມຄາດຫວັງຫຍັງທີ່ພວກເຂົາລໍຄອຍ? ຜູ້ຍິງອາຍຸຫ້າສິບປີຍັງຈະຝັນເຖິງເຈົ້າຊາຍຮູບງາມຢູ່ບໍ? ຜູ້ຊາຍອາຍຸຫ້າສິບປີຍັງຈະຊອກຫາເຈົ້າຍິງສະໂນໄວ້ຂອງເຂົາຢູ່ບໍ? ຜູ້ຍິງໄວກາງຄົນຍັງຫວັງຈະປ່ຽນຈາກລູກເປັດຂີ້ເຮິໄປເປັນຫົງຢູ່ບໍ? ຜູ້ຊາຍທີ່ສູງອາຍຸສ່ວນໃຫຍ່ຈະມີຄວາມມຸ່ງໝັ້ນໃນອາຊີບຄ້າຍຄືກັນກັບຊາຍໜຸ່ມບໍ? ໂດຍລວມແລ້ວ ບໍ່ວ່າຈະເປັນຜູ້ຊາຍ ຫຼື ຜູ້ຍິ່ງກໍ່ຕາມ, ທຸກຄົນທີ່ມີຊີວິດຢູ່ມາຮອດໄວນີ້ມັກຈະມີທັດສະນະຄະຕິທີ່ມີເຫດຜົນ ແລະ ມີຄວາມເປັນຈິງກ່ຽວກັບການແຕ່ງດອງ, ຄອບຄົວ ແລະ ລູກໆ. ຄົນດັ່ງກ່າວນີ້ບໍ່ມີທາງເລືອກເຫຼືອຢູ່ອີກແລ້ວ, ພວກເຂົາບໍ່ມີຄວາມກະຕືລືລົ້ນຢາກທ້າທາຍໂຊກຊະຕາອີກຕໍ່ໄປ. ສໍາລັບປະສົບການຂອງມະນຸດແລ້ວ ເມື່ອຜູ້ຄົນມາຮອດໄວນີ້, ໂດຍທໍາມະຊາດແລ້ວ ພວກເຂົາຈະສ້າງທັດສະນະຄະຕິໃດໜຶ່ງ ເຊັ່ນ: “ຜູ້ຄົນຕ້ອງຍອມຮັບຊະຕາກຳ; ລູກໆແຕ່ລະຄົນກໍມີໂຊກຊະຕາເປັນຂອງຕົວເອງ; ຊະຕາກຳມະນຸດໄດ້ຖືກແຕ່ງຕັ້ງໂດຍສະຫວັນ”. ຄົນສ່ວນໃຫຍ່ທີ່ບໍ່ເຂົ້າໃຈຄວາມຈິງ, ຫຼັງຈາກໄດ້ຜ່ານວິກິດການຕ່າງໆ, ຄວາມຜິດຫວັງ ແລະ ຄວາມຍາກລຳບາກຂອງໂລກນີ້ແລ້ວ ກໍຈະສະຫຼຸບຄວາມເຂົ້າໃຈຂອງເຂົາເຂົ້າໃນຊີວິດດ້ວຍຫ້າຄຳຄື: “ນັ້ນຄືໂຊກຊະຕາ!” ເຖິງແມ່ນວ່າປະໂຫຍກນີ້ສະຫຼຸບຫຍໍ້ໆເຖິງການຮັບຮູ້ຂອງຜູ້ຄົນທີ່ມີຕໍ່ໂຊກຊະຕາມະນຸດ ແລະ ເປັນບົດສະຫຼຸບທີ່ພວກເຂົາສ້າງຂຶ້ນ ແລະ ເຖິງແມ່ນວ່າມັນສະແດງເຖິງຄວາມໄຮ້ປະໂຫຍດຂອງມະນຸດຊາດ ແລະ ສາມາດອະທິບາຍໄດ້ວ່າ ມັນຊັດເຈນ ແລະ ຖືກຕ້ອງ, ມັນບໍ່ແມ່ນຄວາມເຂົ້າໃຈກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແລະ ບໍ່ແມ່ນການທົດແທນຄວາມຮູ້ກ່ຽວກັບສິດອຳນາດຂອງພຣະຜູ້ຊົງສ້າງ.

3. ການເຊື່ອໃນໂຊກຊະຕາບໍ່ແມ່ນການທົດແທນຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ

ການໄດ້ຕິດຕາມພຣະເຈົ້າມາເປັນເວລາຫຼາຍປີ, ມີຄວາມແຕກຕ່າງທີ່ສຳຄັນຫຍັງແດ່ລະຫວ່າງຄວາມຮູ້ຂອງພວກເຈົ້າກ່ຽວກັບໂຊກຊະຕາ ແລະ ຂອງຄົນໃນໂລກ? ເຈົ້າໄດ້ເຂົ້າໃຈການກຳນົດໄວ້ລ່ວງໜ້າຂອງພຣະຜູ້ຊົງສ້າງ ແລະ ໄດ້ຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຢ່າງແທ້ຈິງບໍ? ບາງຄົນມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະໂຫຍກ ທີວ່າ “ນັ້ນຄືໂຊກຊະຕາ”. ແຕ່ພວກເຂົາບໍ່ເຊື່ອໃນອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງແມ່ນແຕ່ໜ້ອຍດຽວ; ພວກເຂົາບໍ່ເຊື່ອວ່າ ໂຊກຊະຕາມະນຸດໄດ້ຖືກຈັດແຈງ ແລະ ປັ້ນແຕ່ງໂດຍພຣະເຈົ້າ ແລະ ບໍ່ເຕັມໃຈຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ. ຄົນດັ່ງກ່າວນີ້ຄືກັບວ່າລ່ອງລອຍຢູ່ໃນມະຫາສະໝຸດ, ຖືກຄື້ນຟັດໄປມາ, ລ່ອງລອຍໄປກັບກະແສນ້ຳໂດຍບໍ່ມີທາງເລືອກ ໄດ້ແຕ່ລໍຖ້າຢ່າງສິ້ນຫວັງ ແລະ ປ່ອຍໃຫ້ເປັນໄປຕາມໂຊກຊະຕາ. ແຕ່ພວກເຂົາບໍ່ຮູ້ວ່າໂຊກຊະຕາມະນຸດຢູ່ໃຕ້ອຳນາດອະທິປະໄຕຂອງພຣະເຈົ້າ; ພວກເຂົາບໍ່ສາມາດຮູ້ຈັກອຳນາດອະທິປະໄຕຂອງພຣະເຈົ້າດ້ວຍການກະທໍາຂອງພວກເຂົາເອງ ແລະ ໄດ້ຮັບຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ, ຍອມຮັບເອົາການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ, ເຊົາຕໍ່ຕ້ານໂຊກຊະຕາ ແລະ ໃຊ້ຊີວິດຢູ່ພາຍໃຕ້ການດູແລ, ການປົກປ້ອງ ແລະ ການຊີ້ນຳຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ການຍອມຮັບໂຊກຊະຕາບໍ່ຄືກັນກັບການຍອມຮັບອໍານາດອະທິປະໄຕຂອງພຣະຜູ້ຊົງສ້າງ; ການເຊື່ອໃນໂຊກຊະຕາບໍ່ໄດ້ໝາຍຄວາມວ່າຄົນໃດໜຶ່ງຍອມຮັບ, ຮັບຮູ້ ແລະ ຮູ້ຈັກອຳນາດອະທິປະໄຕຂອງພຣະເຈົ້າ; ການເຊື່ອໃນໂຊກຊະຕາເປັນພຽງການຍອມຮັບຄວມຈິງຂອງມັນ ແລະ ການປະຈັກພຽງຜິວເຜີນຂອງມັນ. ນີ້ແມ່ນແຕກຕ່າງຈາກການຮູ້ຈັກເຖິງວິທີທີ່ພຣະຜູ້ຊົງສ້າງຄວບຄຸມໂຊກຊະຕາມະນຸດຊາດ, ແຕກຕ່າງຈາກການຮັບຮູ້ເຖິງພຣະຜູ້ຊົງສ້າງຄືບໍ່ເກີດແຫ່ງການປົກຄອງເໜືອໂຊກຊະຕາຂອງທຸກສິ່ງ ແລະ ແນ່ນອນ ແຮງໄກທີ່ຈະມາຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ຊົງສ້າງສຳລັບໂຊກຊະຕາຂອງມວນມະນຸດ. ຖ້າຜູ້ຄົນພຽງເຊື່ອແຕ່ໃນໂຊກຊະຕາເທົ່ານັ້ນ, ເຖິງແມ່ນວ່າພວກເຂົາຈະຮູ້ສຶກໄດ້ຢ່າງເລິກເຊິ່ງກ່ຽວກັບມັນ ແຕ່ບໍ່ສາມາດຮູ້ຈັກ ແລະ ຮັບຮູ້ເຖິງອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງເໜືອໂຊກຊະຕາຂອງມະນຸດຊາດ, ອ່ອນນ້ອມຕໍ່ມັນ ແລະ ຍອມຮັບເອົາມັນ, ແລ້ວຊີວິດຂອງເຂົາກໍຈະໂສກເສົ້າໃນທີ່ສຸດ, ເປັນຊີວິດຢ່າງໄຮ້ຄ່າ, ເປັນຊີວິດທີ່ວ່າງເປົ່າ; ນອກຈາກນັ້ນ ພວກເຂົາກໍຍັງຈະບໍ່ສາມາດເຂົ້າມາຢູ່ພາຍໃຕ້ການປົກຄອງຂອງພຣະຜູ້ຊົງສ້າງ, ກາຍມາເປັນມະນຸດທີ່ຖືກສ້າງຂຶ້ນໃນຄວາມໝາຍທີ່ແທ້ຈິງຂອງຄໍາສັບ ແລະ ມີຄວາມສຸກກັບຄວາມພໍໃຈຂອງພຣະຜູ້ຊົງສ້າງ. ຄົນທີ່ຮູ້ຈັກ ແລະ ປະສົບກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຢ່າງແທ້ຈິງ ຄວນຢູ່ໃນສະຖານະທີ່ຫ້າວຫັນ, ບໍ່ແມ່ນໃນສະຖານະທີ່ກຽດຄ້ານ ແລະ ໄຮ້ປະໂຫຍດ. ໃນຂະນະທີ່ບຸກຄົນດັ່ງກ່າວອາດຍອມຮັບວ່າທຸກສິ່ງໄດ້ຖືກລິຂິດໄວ້ແລ້ວ, ພວກເຂົາຄວນຈະເຂົ້າໃຈຄວາມໝາຍຢ່າງຖືກຕ້ອງກ່ຽວກັບຊີວິດ ແລະ ໂຊກຊະຕາ: ທຸກຊີວິດຢູ່ໃຕ້ອໍານາດອະທິປະໄຕຂອງພຣະເຈົ້າ. ເມື່ອຄົນໃດໜຶ່ງຫວນຄືນເບິ່ງເສັ້ນທາງທີ່ເຂົ້າໄດ້ຍ່າງ, ເມື່ອຄົນໃດໜຶ່ງຈື່ຈໍາທຸກໄລຍະແຫ່ງການເດີນທາງຂອງຕົນເອງ, ເຂົາຈະເຫັນໄດ້ວ່າ ໃນທຸກບາດກ້າວ ບໍ່ວ່າຈະເປັນການເດີນທາງທີ່ຍາກລຳບາກ ຫຼື ລາບລື້ນ, ພຣະເຈົ້າໄດ້ຊີ້ນຳຫົນທາງດັ່ງກ່າວ ແລະ ວາງແຜນໄວ້ທຸກສິ່ງແລ້ວ. ມັນແມ່ນການຈັດແຈງຢ່າງລະອຽດທີ່ສຸດຂອງພຣະເຈົ້າ, ມັນແມ່ນການວາງແຜນຢ່າງຮອບຄອບຂອງພຣະອົງ ທີ່ນຳພາຜູ້ຄົນຈົນມາຮອດທຸກມື້ນີ້ໂດຍບໍ່ຮູ້ຕົວ. ການສາມາດຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຮັບເອົາຄວາມລອດພົ້ນຂອງພຣະອົງ, ນັ້ນແມ່ນໂຊກລາບອັນໃຫຍ່ຫຼວງແທ້ໆ! ຖ້າຄົນໃດໜຶ່ງມີທັດສະນະຄະຕິດ້ານລົບຕໍ່ໂຊກຊະຕາ ນັ້ນກໍພິສູດວ່າ ພວກເຂົາກຳລັງຕໍ່ຕ້ານທຸກສິ່ງທຸກຢ່າງທີ່ພຣະເຈົ້າໄດ້ຈັດແຈງໄວ້ໃຫ້ພວກເຂົາ, ພວກເຂົາບໍ່ມີທັດສະນະຄະຕິທີ່ອ່ອນນ້ອມ. ຖ້າຄົນໃດໜຶ່ງມີທັດສະນະຄະຕິດ້ານບວກຕໍ່ອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ, ແລ້ວເມື່ອເຂົາຫວນຄືນເບິ່ງການເດີນທາງຂອງເຂົາ, ເມື່ອເຂົາຜະເຊີນກັບອຳນາດອະທິປະໄຕຂອງພຣະເຈົ້າຢ່າງແທ້ຈິງ, ເຂົາກໍຈະປາດຖະໜາຢ່າງຈິງໃຈທີ່ຈະຍອມຮັບເອົາທຸກສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້, ຈະມີຄວາມຕັ້ງໃຈ ແລະ ຄວາມໝັ້ນໃຈຫຼາຍຂຶ້ນທີ່ຈະປ່ອຍໃຫ້ພຣະເຈົ້າລິຂິດໂຊກຊະຕາຂອງເຂົາ ແລະ ຢຸດກະບົດຕໍ່ພຣະເຈົ້າ. ຍ້ອນຜູ້ຄົນເຫັນວ່າ ພວກເຂົາບໍ່ເຂົ້າໃຈໂຊກຊະຕາ, ເມື່ອພວກເຂົາບໍ່ເຂົ້າໃຈອຳນາດອະທິປະໄຕຂອງພຣະເຈົ້າ, ເມື່ອພວກເຂົາງົມທາງໄປຂ້າງໜ້າຢ່າງເຕັມໃຈ, ຍ່າງໂຊເຊ ແລະ ໂດກເດກຜ່ານໝອກ, ການເດີນທາງແມ່ນຍາກລຳບາກ, ເຮັດໃຫ້ເຈັບປວດໃຈຫຼາຍເກີນໄປ. ດັ່ງນັ້ນ ເມື່ອຜູ້ຄົນຮັບຮູ້ອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ, ຜູ້ທີ່ສະຫຼາດກໍຈະເລືອກທີ່ຈະຮູ້ຈັກ ແລະ ຍອມຮັບມັນ, ໂຍນຖິ້ມວັນທີ່ເຈັບປວດໃນຕອນທີ່ພວກເຂົາພະຍາຍາມສ້າງຊີວິດທີ່ດີດ້ວຍສອງມືຂອງຕົວເອງ ແລະ ຢຸດເຊົາການຝືນຕໍ່ໂຊກຊະຕາ ແລະ ຢຸດການສະແຫວງຫາຂອງພວກເຂົາທີ່ເອີ້ນວ່າ “ເປົ້າໝາຍຊີວິດ” ໃນແບບຂອງພວກເຂົາເອົງ. ເມື່ອຜູ້ຄົນບໍ່ມີພຣະເຈົ້າ, ເມື່ອຜູ້ຄົນບໍ່ສາມາດເຫັນພຣະອົງໄດ້, ເມື່ອຜູ້ຄົນບໍ່ສາມາດຮັບຮູ້ອຳນາດອະທິປະໄຕຂອງພຣະເຈົ້າໄດ້ຢ່າງຊັດເຈນ, ທຸກມື້ກໍຈະບໍ່ມີຄວາມໝາຍ, ໄຮ້ຄ່າ ແລະ ມົວໝອງ. ບໍ່ວ່າຜູ້ຄົນຈະຢູ່ໃສ່, ມີອາຊີບຫຍັງ, ວິທີການດຳລົງຊີວິດຂອງພວກເຂົາ ແລະ ການສະແຫວງຫາເປົ້າໝາຍຂອງພວກເຂົາບໍ່ໄດ້ຊ່ວຍຫຍັງເລີຍ ແຕ່ກັບນຳເອົາຄວາມປວດໃຈອັນບໍ່ຮູ້ຈົບ ແລະ ຄວາມທຸກທໍລະມານທີ່ບໍ່ລົດລະ ເຊິ່ງພວກເຂົາບໍ່ສາມາດທົນທີ່ຈະຫວນຄືນເບິ່ງອາດີດຂອງຕົນເອງໄດ້. ເມື່ອຜູ້ຄົນຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ ແລະ ສະແຫວງຫາຊີວິດມະນຸດທີ່ແທ້ຈິງເທົ່ານັ້ນ ພວກເຂົາຈິ່ງຈະຄ່ອຍໆເລີ່ມຫຼຸດພົ້ນອອກຈາກຄວາມທຸກໃຈ ແລະ ຄວາມທຸກທໍລະມານທັງໝົດ ແລະ ກຳຈັດຄວາມວ່າງເປົ່າທັງໝົດຂອງຊີວິດ.

4. ມີພຽງບັນດາຜູ້ທີ່ຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າເທົ່ານັ້ນທີ່ສາມາດໄດ້ຮັບອິດສະຫຼະທີ່ແທ້ຈິງ.

ຍ້ອນຄົນບໍ່ຮູ້ຈັກການປັ້ນແຕ່ງ ແລະ ອຳນາດອະທິປະໄຕຂອງພຣະເຈົ້າ, ພວກເຂົາຈິ່ງຜະເຊີນກັບໂຊກຊະຕາດ້ວຍຄວາມຄັດຄ້ານ ແລະ ມີທັດສະນະຄະຕິກະບົດຢູ່ສະເໝີ ແລະ ພວກເຂົາຢາກປະຖິ້ມສິດອຳນາດ ແລະ ອຳນາດອະທິປະໄຕຂອງພຣະເຈົ້າ ແລະ ສິ່ງຕ່າງໆທີ່ໂຊກຊະຕາກໍານົດຢູ່ສະເໝີ, ຫວັງລົມໆແລ້ງໆເພື່ອປ່ຽນແປງສະຖານະການປັດຈຸບັນຂອງພວກເຂົາ ແລະ ປ່ຽນແປງໂຊກຊະຕາຂອງຕົນ. ແຕ່ພວກເຂົາບໍ່ສາມາດເຮັດສຳເລັດໄດ້ ແລະ ຖືກຂັດຂວາງທຸກດ້ານ. ການດີ້ນຮົນນີ້ ເຊິ່ງຝັງເລິກຢູ່ໃນຈິດວິນຍານຂອງພວກເຂົາ ນຳເອົາຄວາມເຈັບປວດຢ່າງຮ້າຍແຮງ ທີ່ຕັດເຂົ້າໃນກະດູກຂອງພວກເຂົາ ໃນຂະນະທີ່ພວກເຂົາປະຖິ້ມຊີວິດຂອງພວກເຂົາຕະຫຼອດເວລາ. ແມ່ນຫຍັງຄືສາເຫດຂອງຄວາມເຈັບປວດນີ້? ມັນແມ່ນຍ້ອນອຳນາດອະທິປະໄຕຂອງພຣະເຈົ້າບໍ ຫຼື ຍ້ອນຄົນເກີດມາຢ່າງໂຊກຮ້າຍ? ເຫັນໄດ້ຢ່າງຊັດເຈນວ່າ ບໍ່ແມ່ນຈັກຢ່າງ. ໂດຍພື້ນຖານແລ້ວ ມັນເກີດຈາກເສັ້ນທາງທີ່ຜູ້ຄົນຍ່າງ, ວິທີທີ່ພວກເຂົາເລືອກດຳເນີນຊີວິດຂອງພວກເຂົາ. ບາງຄົນອາດຈະບໍ່ໄດ້ຄຳນຶງເຖິງສິ່ງເຫຼົ່ານີ້. ແຕ່ເມື່ອເຈົ້າຮູ້ຈັກຢ່າງແທ້ຈິງ, ເມື່ອເຈົ້າຮັບຮູ້ຢ່າງແທ້ຈິງວ່າພຣະເຈົ້າມີອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ, ເມື່ອເຈົ້າເຂົ້າໃຈຢ່າງແທ້ຈິງວ່າ ທຸກສິ່ງທຸກຢ່າງທີ່ພຣະເຈົ້າໄດ້ວາງແຜນໄວ້ໃຫ້ເຈົ້າ ແລະ ຕັດສິນສໍາລັບເຈົ້າແມ່ນຜົນປະໂຫຍດທີ່ຫຍິ່ງໃຫຍ່ ແລະ ການປົກປ້ອງເຈົ້າ, ເມື່ອນັ້ນເຈົ້າຈະຮູ້ສຶກວ່າຄວາມເຈັບປວດຂອງເຈົ້າເລີ່ມເບົາບາງລົງ ແລະ ເຈົ້າຈະຮູ້ສືກຜ່ອນຄາຍ, ເປັນອີດສະຫຼະ ແລະ ມີສິດເສລີພາບ. ຕັດສິນຈາກສະຖານະຄວາມເປັນຜູ້ໃຫຍ່ຂອງຄົນ, ແທ້ຈິງແລ້ວພວກເຂົາບໍ່ສາມາດເຂົ້າໃຈເຖິງຄຸນຄ່າ ແລະ ຄວາມໝາຍທີ່ແທ້ຈິງແຫ່ງອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ, ເຖິງແມ່ນວ່າ ໃນລະດັບສ່ວນຕົວ ພວກເຂົາແມ່ນບໍ່ຢາກມີຊີວິດຢູ່ຕໍ່ໄປຄືກັບເມື່ອກ່ອນ ແລະ ຕ້ອງການຕັດຂາດຈາກຄວາມເຈັບປວດຂອງພວກເຂົາ; ແທ້ຈິງແລ້ວ ພວກເຂົາບໍ່ສາມາດຮັບຮູ້ໄດ້ຢ່າງແທ້ຈິງ ແລະ ຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແລະ ແຮງໄກທີ່ພວກເຂົາຈະຮູ້ເຖິງວິທີການສະແຫວງຫາ ແລະ ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ຊົງສ້າງ. ດັ່ງນັ້ນ, ຖ້າຄົນບໍ່ສາມາດຮັບຮູ້ຄວາມຈິງທີ່ວ່າພຣະຜູ້ຊົງສ້າງມີອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ ແລະ ເໜືອທຸກເລື່ອງຂອງມະນຸດໄດ້ຢ່າງແທ້ຈິງ, ຖ້າພວກເຂົາບໍ່ສາມາດຍອມຮັບການປົກຄອງຂອງພຣະຜູ້ຊົງສ້າງຢ່າງແທ້ຈິງ, ແລ້ວມັນກໍຍາກສຳລັບພວກເຂົາທີ່ຈະບໍ່ໃຫ້ຖືກຊັກຈູງ ແລະ ຖືກລ່າມໂສ້ດ້ວຍຄວາມຄິດທີ່ວ່າ “ໂຊກຊະຕາຂອງຄົນຢູ່ໃນກໍາມືຂອງເຂົາເອງ”. ມັນຍາກສຳລັບພວກເຂົາທີ່ຈະຫຼຸດພົ້ນອອກຈາກຄວາມເຈັບປວດໃນການພະຍາຍາມຝືນໂຊກຊະຕາ ແລະ ສິດອຳນາດຂອງພຣະຜູ້ຊົງສ້າງ ແລະ ແນ່ນອນ ມັນຍັງຈະຍາກສຳລັບພວກເຂົາທີ່ຈະໄດ້ຮັບເສລີພາບ ແລະ ອິດສະຫຼະຢ່າງແທ້ຈິງ ເພື່ອກາຍເປັນຄົນທີ່ຍອມນະມັດສະການພຣະເຈົ້າ. ເຖິງຢ່າງໃດກໍຕາມ ມັນຍັງມີວິທີທີ່ງ່າຍທີ່ສຸດທີ່ຈະປົດປ່ອຍຕົວເອງອອກຈາກສະຖານະພາບນີ້ ເຊິ່ງນັ້ນກໍຄືປະຖິ້ມວິຖີຊີວິດດັ່ງເດີມຂອງຕົນ; ປະຖິ້ມເປົ້າໝາຍຊີວິດທີ່ຜ່ານມາຂອງຕົນ; ສະຫຼຸບຄວາມ ແລະ ວິເຄາະວິຖີຊີວິດຜ່ານມາ, ທັດສະນະຄະຕິຊີວິດ, ການສະແຫວງຫາ, ຄວາມປາດຖະໜາ ແລະ ອຸດົມຄະຕິ; ແລະ ຈາກນັ້ນ ຈົ່ງປຽບທຽບພວກມັນກັບຄວາມປະສົງ ແລະ ຄວາມຕ້ອງການຂອງພຣະເຈົ້າຕໍ່ມະນຸດ ແລະ ເບິ່ງວ່າມີອັນໃດສອດຄ່ອງກັບຄວາມປະສົງ ແລະ ຄວາມຕ້ອງການຂອງພຣະເຈົ້າແດ່, ມີອັນໃດແດ່ທີ່ສະໜອງຄຸນຄ່າທີ່ຖືກຕ້ອງຂອງຊີວິດ, ນຳພາຜູ້ຄົນໃຫ້ມີຄວາມເຂົ້າໃຈກ່ຽວກັບຄວາມຈິງຫຼາຍຂຶ້ນ ແລະ ເຮັດໃຫ້ຜູ້ຄົນມີຊີວິດຢູ່ກັບຄວາມເປັນມະນຸດ ແລະ ຢູ່ໃນຮູບລັກສະນະຂອງມະນຸດ. ເມື່ອເຈົ້າກວດສອບຢູ່ຕະຫຼອດ ແລະ ຈໍາແນກເປົ້າໝາຍຕ່າງໆທີ່ຄົນສະແຫວງຫາໃນຊີວິດ ແລະ ວິຖີຊີວິດອັນນັບບໍ່ຖ້ວນຂອງພວກເຂົາຢ່າງຮອບຄອບ ເຈົ້າຈະພົບວ່າບໍ່ມີອັນໃດສອດຄ່ອງກັບຄວາມປະສົງເດີມຂອງພຣະຜູ້ຊົງສ້າງ ເຊິ່ງພຣະອົງໄດ້ຊົງສ້າງມະນຸດ. ສິ່ງທັງໝົດເຫຼົ່ານັ້ນດຶງຜູ້ຄົນອອກຈາກອຳນາດອະທິປະໄຕ ແລະ ການດູແລຂອງພຣະຜູ້ຊົງສ້າງ; ພວກມັນທັງໝົດເປັນຂຸມທີ່ມະນຸດຕົກລົງໃສ່ ແລະ ເປັນສິ່ງທີ່ນຳພາພວກເຂົາໄປສູ່ນາຮົກ. ຫຼັງຈາກທີ່ເຈົ້າຮັບຮູ້ເລື່ອງນີ້, ໜ້າທີ່ຂອງເຈົ້າກໍ່ຄືໃຫ້ປະຖິ້ມທັດສະນະຊີວິດດັ່ງເດີມຂອງເຈົ້າ, ຈົ່ງຢູ່ຫ່າງຈາກກັບດັກຕ່າງໆ, ປ່ອຍໃຫ້ພຣະເຈົ້າຮັບຜິດຊອບຊີວິດຂອງເຈົ້າ ແລະ ຈັດແຈງໃຫ້ກັບເຈົ້າ; ຈົ່ງພະຍາຍາມອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຊີ້ນຳຂອງພຣະເຈົ້າເທົ່ານັ້ນ, ຈົ່ງດຳລົງຊີວິດໂດຍບໍ່ມີການເລືອກ ແລະ ຈົ່ງເປັນຄົນທີ່ນະມັດສະການພຣະເຈົ້າ. ນີ້ຟັງເບິ່ງຄືວ່າງ່າຍ, ແຕ່ເປັນສິ່ງທີ່ເຮັດໄດ້ຍາກ. ບາງຄົນສາມາດທົນກັບຄວາມເຈັບປວດຂອງມັນໄດ້, ແຕ່ບ່າງຄົນທົນບໍ່ໄດ້. ບາງຄົນເຕັມໃຈທີ່ຈະປະຕິບັດຕາມ, ແຕ່ບາງຄົນບໍ່ເຕັມໃຈ. ບັນດາຜູ້ທີ່ບໍ່ເຕັມໃຈຂາດຄວາມປາດຖະໜາ ແລະ ຄວາມຕັ້ງໃຈ; ພວກເຂົາຮູ້ແຈ້ງເຖິງອຳນາດອະທິປະໄຕຂອງພຣະເຈົ້າ, ຮູ້ດີວ່າແມ່ນພຣະເຈົ້າເປັນຜູ້ວາງແຜນ ແລະ ຈັດແຈງໂຊກຊະຕາມະນຸດ, ແຕ່ພວກເຂົາກໍຍັງເຕະ, ດີ້ນຮົນ ແລະ ຍັງຄົງບໍ່ຍອມວາງໂຊກຊະຕາຂອງພວກເຂົາໄວ້ໃນກໍາມືຂອງພຣະເຈົ້າ ແລະ ຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ, ພວກເຂົາຄຽດແຄ້ນການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ດັ່ງນັ້ນ ຈະມີບາງຄົນທີ່ຢາກເຫັນສິ່ງທີ່ພວກເຂົາສາມາດເຮັດໄດ້ດ້ວຍຕົວເອງສະເໝີ; ພວກເຂົາຢາກປ່ຽນແປງໂຊກຊະຕາຂອງພວກເຂົາດ້ວຍສອງມືຂອງພວກເຂົາເອງ ຫຼື ສ້າງຄວາມສຸກດ້ວຍກຳລັງຂອງຕົນເອງ, ເບິ່ງວ່າພວກເຂົາຈະສາມາດລ່ວງຂອບເຂດສິດອຳນາດຂອງພຣະເຈົ້າໄດ້ບໍ່ ແລະ ຢູ່ເໜືອອຳນາດອະທິປະໄຕຂອງພຣະເຈົ້າໄດ້ບໍ່. ໂສກອະນາດຕະກໍາຂອງມະນຸດບໍ່ແມ່ນຍ້ອນວ່າເຂົາສະແຫວງຫາຊີວິດທີ່ມີຄວາມສຸກ, ບໍ່ແມ່ນວ່າເຂົາສະແຫວງຫາຊື່ສຽງ ແລະ ໂຊກລາບ ຫຼື ການຕໍ່ສູ້ກັບໂຊກຊະຕາຕົວເອງຜ່ານໝອກ, ແຕ່ຍ້ອນ ຫຼັງຈາກທີ່ເຂົາໄດ້ເຫັນການດຳລົງຢູ່ຂອງພຣະເຈົ້າ, ຫຼັງຈາກທີ່ເຂົາໄດ້ຮຽນຮູ້ຄວາມຈິງທີ່ວ່າພຣະຜູ້ຊົງສ້າງມີອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ ແລ້ວເຂົາກໍຍັງບໍ່ສາມາດແກ້ໄຂວິທີການຂອງເຂົາ, ບໍ່ສາມາດດຶງຕີນຂອງເຂົາອອກຈາກຕົມ, ແຕ່ເຮັດຫົວໃຈແຂງກະດ້າງ ແລະ ຢູ່ກັບຄວາມຜິດຂອງເຂົາຕໍ່ໄປ. ເຂົາເຕັມໃຈທີ່ຈະຟາດຂີ້ຕົມຢ່າງຕໍ່ເນື່ອງເພື່ອຕໍ່ສູ້ກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຢ່າງດື້ດ້ານ, ຕໍ່ຕ້ານມັນຈົນເຖິງທີ່ສຸດ, ທັງໝົດແມ່ນບໍ່ມີເສດສ່ວນຂອງການສຳນຶກຜິດແມ່ນແຕ່ໜ້ອຍດຽວ. ຈົນວ່າເມື່ອເຂົານອນເຈັບ ແລະ ມີເລືອດອອກເທົ່ານັ້ນ ເຂົາຈິ່ງຕັດສິນໃຈຍອມຈໍານົນ ແລະ ກັບໃຈໃນທີ່ສຸດ. ນີ້ແມ່ນຄວາມໂສກເສົ້າທີ່ແທ້ຈິງຂອງມະນຸດ. ດັ່ງນັ້ນເຮົາຈິ່ງເວົ້າວ່າ ບັນດາຜູ້ເລືອກທີ່ຈະຍອມຮັບແມ່ນຄົນສະຫຼາດ ແລະ ສ່ວນບັນດາຜູ້ທີ່ເລືອກຕໍ່ສູ້ ແລະ ຫຼົບໜີໄປນັ້ນ ແນ່ນອນ ຄືຄົນໂງ່ຈ້າ.

ຊ່ວງເວລາທີຫົກ: ຄວາມຕາຍ

ຫຼັງຈາກຄວາມສັບສົນ ແລະ ຄວາມວຸ້ນວາຍ, ຄວາມອຸກອັ່ງ ແລະ ຄວາມຜິດຫວັງຢ່າງໜັກ, ຫຼັງຈາກຄວາມເບີກບານ ແລະ ຄວາມໂສກເສົ້າ ແລະ ການຂຶ້ນໆລົງໆ, ຫຼັງຈາກຫຼາຍປີທີ່ບໍ່ມີວັນລືມ, ຫຼັງຈາກເບິ່ງລະດູການຕ່າງໆປ່ຽນແປງເປັນເວລາຫຼາຍຄັ້ງ, ຜູ້ຄົນໄດ້ຜ່ານເຄື່ອງໝາຍບອກທາງທີ່ສຳຄັນໃນຊີວິດໂດຍບໍ່ໄດ້ສັງເກດ ແລະ ພຽງໃນກະພິບຕາ ຜູ້ຄົນພົບເຫັນວ່າຕົວເອງຢູ່ໃນບັ້ນປາຍແຫ່ງຊີວິດຂອງຕົນ. ເຄື່ອງໝາຍແຫ່ງການເວລາໄດ້ຖືກປະທັບຕາໃສ່ທົ່ວຮ່າງກາຍຂອງຜູ້ຄົນ: ພວກເຂົາບໍ່ສາມາດຢືນສູງໄດ້ອີກຕໍ່ໄປ, ຜົມຂອງພວກເຂົາປ່ຽນຈາກສີດຳເປັນສີຂາວ, ໃນຂະດຽວກັນ ດວງຕາທີ່ສົດໃສ ແລະ ແຈ້ງສະຫວ່າງກໍປ່ຽນເປັນບໍ່ເຫັນແຈ້ງ ແລະ ມືດມົວ ແລະ ຜິວໜັງທີ່ນິ້ມນວນກໍກາຍເປັນແຫ່ວແຫ້ງ ແລະ ດ່າງດໍາ. ຫູກໍບໍ່ໄດ້ຍິນດີ, ແຂ້ວກໍຄອນ ແລະ ຫຼ່ອນອອກ, ປະຕິກິລິຍາກໍຊ້າລົງ, ການເຄື່ອນໄຫວກໍຊັກຊ້າ... ໃນຈຸດນີ້ ຜູ້ຄົນໄດ້ກ່າວຄຳອຳລາຄັ້ງສຸດທ້າຍຕໍ່ປີແຫ່ງຄວາມກະຕືລືລົ້ນຂອງໄວໜຸ່ມຂອງພວກເຂົາ ແລະ ເຂົ້າສູ່ຊີວິດບັ້ນປາຍຂອງພວກເຂົາ: ອາຍຸເຖົ້າ. ຕໍ່ໄປ ຜູ້ຄົນກໍຈະພົບກັບຄວາມຕາຍ ເຊິ່ງເປັນຊ່ວງເວລາສຸດທ້າຍໃນຊີວິດຂອງມະນຸດ.

1. ມີພຽງພຣະຜູ້ຊົງສ້າງເທົ່ານັ້ນທີ່ຖືອໍານາດແຫ່ງຊີວິດ ແລະ ຄວາມຕາຍເໜືອມະນຸດ

ຖ້າການເກີດຂອງຄົນຖືກກຳນົດໂດຍຊີວິດໃນຊາດກ່ອນຂອງເຂົາ ແລ້ວຄວາມຕາຍຂອງຄົນກໍຄືຈຸດຈົບຂອງຊະຕາກຳນັ້ນ. ຖ້າການເກີດຂອງຄົນແມ່ນການເລີ່ມຕົ້ນພາລະກິດໃນຊີວິດນີ້ຂອງເຂົາ ແລ້ວຄວາມຕາຍຂອງເຂົາກໍຄືຈຸດຈົບຂອງພາລະກິດນັ້ນ. ເນື່ອງຈາກວ່າພຣະຜູ້ຊົງສ້າງໄດ້ກຳນົດສະຖານະການທີ່ຕາຍຕົວສຳລັບການເກີດຂອງຄົນໄວ້ລ່ວງໜ້າແລ້ວ, ເຊິ່ງເຫັນໄດ້ຢ່າງຊັດເຈນວ່າ ພຣະອົງຍັງໄດ້ຈັດແຈງສະຖານະການທີ່ຕາຍຕົວສຳລັບຄວາມຕາຍຂອງຜູ້ຄົນອີກດ້ວຍ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ມີໃຜເກີດມາໂດຍບັງເອີນ, ບໍ່ມີຄວາມຕາຍຂອງໃຜມາເຖິງແບບກະທັນຫັນ ແລະ ທັງການເກີດ ແລະ ຄວາມຕາຍແມ່ນຈຳເປັນຕ້ອງເຊື່ອມໂຍງກັບຊີວິດໃນຊາດກ່ອນ ແລະ ຊີວິດປັດຈຸບັນຂອງຄົນ. ສະຖານະການແຫ່ງການເກີດ ແລະ ຄວາມຕາຍຂອງຄົນ ທັງສອງຢ່າງໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງ; ນີ້ແມ່ນຊະຕາກຳຂອງຜູ້ຄົນ, ນີ້ຄືໂຊກຊະຕາຂອງຜູ້ຄົນ. ເນື່ອງຈາກວ່າມີຄໍາອະທິບາຍຢ່າງຫຼວງຫຼາຍສໍາລັບການເກີດຂອງຜູ້ຄົນ, ດ້ວຍເຫດນັ້ນ ຄວາມຕາຍຂອງຜູ້ຄົນກໍຈະເກີດຂຶ້ນໂດຍທຳມະຊາດຂອງມັນ ໂດຍອີງຕາມສະຖານະການພິເສດຕ່າງໆ. ນີ້ແມ່ນເຫດຜົນທີ່ຜູ້ຄົນມີອາຍຸໄຂທີ່ແຕກຕ່າງກັນ ແລະ ມີລັກສະນະ ແລະ ເວລາຕາຍທີ່ແຕກຕ່າງກັນ. ບາງຄົນແຂງແຮງ ແລະ ມີສຸຂະພາບດີ ແຕ່ຕາຍແຕ່ຍັງໜຸ່ມ, ບາງຄົນອ່ອນແອ ແລະ ເຈັບປ່ວຍ ແຕ່ມີຊີວິດຢູ່ຈົນເຖົ້າແກ່ ແລະ ຕາຍໄປຢ່າງສະຫງົບ. ບາງຄົນຕາຍຍ້ອນສາເຫດທີ່ຜິດທຳມະຊາດ, ບາງຄົນຕາຍໂດຍທຳມະຊາດ. ບາງຄົນຈົບຊີວິດຂອງພວກເຂົາແຫ່ງໄກຈາກເຮືອນຊານ, ບາງຄົນຫຼັບຕາລົງເປັນຄັ້ງສຸດທ້າຍກັບຄົນທີ່ພວກເຂົາຮັກຢູ່ຄຽງຂ້າງພວກເຂົາ. ບາງຄົນຕາຍກາງອາກາດ, ບາງຄົນຕາຍຢູ່ໃຕ້ພື້ນດິນ. ບາງຄົນຈົມຢູ່ໃຕ້ນ້ຳ, ບາງຄົນເສຍຊີວິດໃນໄພພິບັດ. ບາງຄົນຕາຍຕອນເຊົ້າ, ບາງຄົນຕາຍຕອນກາງຄືນ... ທຸກຄົນຢາກເກີດມາມີຊື່ສຽງ, ມີຊີວິດທີ່ຮຸ່ງເຮືອງ ແລະ ຄວາມຕາຍທີ່ມີກຽດສະຫງ່າ ແຕ່ບໍ່ມີໃຜສາມາດຜ່ານຊະຕາກຳຊີວິດຂອງຕົນເອງໄດ້, ບໍ່ມີໃຜສາມາດຫຼົບໜີຈາກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງໄດ້. ນີ້ແມ່ນໂຊກຊະຕາຂອງມະນຸດ. ມະນຸດສາມາດສ້າງແຜນທຸກຮູບແບບເພື່ອອະນາຄົດຂອງພວກເຂົາ ແຕ່ບໍ່ມີໃຜສາມາດວາງແຜນລັກສະນະ ແລະ ເວລາເກີດ ແລະ ເວລາຈາກໂລກນີ້ໄປຂອງພວກເຂົາໄດ້. ເຖິງແມ່ນວ່າຜູ້ຄົນເຮັດທຸກວິທີທາງເພື່ອຫຼີກເວັ້ນ ແລະ ຕໍ່ຕ້ານຄວາມຕາຍທີ່ຈະມາເຖິງ ແຕ່ຄວາມຕາຍກໍຍັງຫຍັບເຂົ້າມາໃກ້ຕົວພວກເຂົາຢ່າງງຽບໆໂດຍບໍ່ຮູ້ຕົວ. ບໍ່ມີໃຜຮູ້ວ່າພວກເຂົາຈະຕາຍເມື່ອໃດ ຫຼື ແນວໃດ, ແຮງໄກທີ່ພວກເຂົາຈະຮູ້ວ່າມັນຈະເກີດຂຶ້ນຢູ່ໃສ. ເຫັນໄດ້ຢ່າງຊັດເຈນວ່າ ບໍ່ແມ່ນມະນຸດທີ່ມີອຳນາດແຫ່ງຊີວິດ ແລະ ຄວາມຕາຍ, ບໍ່ແມ່ນສິ່ງມີຊີວິດໃດໃນໂລກທຳມະຊາດ ແຕ່ແມ່ນພຣະຜູ້ຊົງສ້າງ ຜູ້ທີ່ມີສິດອຳນາດເປັນເອກະລັກ. ຊີວິດ ແລະ ຄວາມຕາຍຂອງມະນຸດຊາດ ບໍ່ແມ່ນຜົນຜະລິດຈາກບາງກົດເກນຂອງໂລກແຫ່ງທຳມະຊາດ, ແຕ່ເປັນຜົນມາຈາກອຳນາດອະທິປະໄຕແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ.

2. ຜູ້ທີ່ບໍ່ຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຈະຖືກຄອບງຳດ້ວຍຄວາມຢ້ານກົວແຫ່ງຄວາມຕາຍ

ເມື່ອຄົນເຂົ້າສູ່ໄວຊະລາ, ຄວາມທ້າທາຍທີ່ເຂົາຜະເຊີນບໍ່ແມ່ນການລ້ຽງດູຄອບຄົວ ຫຼື ການສ້າງຄວາມທະເຍີທະຍານໃນຊີວິດຂອງເຂົາ, ແຕ່ແມ່ນວິທີການກ່າວຄຳອຳລາຊີວິດຂອງເຂົາ, ວິທີການພົບກັບຈຸດຈົບຂອງຊີວິດເຂົາ, ວິທີການຈັດວາງຈຸດໃສ່ໃນຕອນທ້າຍຂອງປະໂຫຍກແຫ່ງຊີວິດຂອງເຂົາ. ເຖິງແມ່ນວ່າໂດຍຜິວເຜີນແລ້ວ ເບິ່ງຄືກັບວ່າ ຄົນໃຫ້ຄວາມສົນໃຈໜ້ອຍກັບຄວາມຕາຍ, ບໍ່ມີໃຜສາມາດຫຼີກເວັ້ນການສຳຫຼວດເລື່ອງດັ່ງກ່າວໄດ້ ຍ້ອນບໍ່ມີໃຜຮູ້ວ່າມີອີກໂລກແຫ່ງຄວາມຕາຍຢູ່ອີກດ້ານໜຶ່ງ, ໂລກທີ່ມະນຸດບໍ່ສາມາດເບິ່ງເຫັນ ຫຼື ສໍາຜັດໄດ້ ເຊິ່ງພວກເຂົາບໍ່ຮູ້ຫຍັງກ່ຽວກັບມັນເລີຍ. ນີ້ເຮັດໃຫ້ຄົນຢ້ານທີ່ຈະຜະເຊີນກັບຄວາມຕາຍ, ຢ້ານທີ່ຈະຜະເຊີນກັບມັນດັ່ງທີ່ພວກເຂົາຄວນເຮັດ; ກົງກັນຂ້າມ ພວກເຂົາເຮັດສຸດຄວາມສາມາດເພື່ອຫຼີກເວັ້ນເລື່ອງນີ້. ດັ່ງນັ້ນ ມັນຈິ່ງຕື່ມເຕັມທຸກຄົນດ້ວຍຄວາມຢ້ານກົວກ່ຽວກັບຄວາມຕາຍ ແລະ ເພີ່ມຄວາມເລີກລັບໃຫ້ກັບຄວາມຈິງທີ່ຫຼີກເວັ້ນບໍ່ໄດ້ຂອງຊີວິດນີ້, ເປັນເງົາມືດທີ່ດື້ດ້ານທີ່ຄອບງໍາຫົວໃຈຂອງທຸກຄົນ.

ເມື່ອຄົນສຶກວ່າຮ່າງກາຍຂອງເຂົາຊຸດໂຊມລົງ, ເມື່ອຄົນຮູ້ສຶກວ່າກຳລັງໃກ້ຄວາມຕາຍ, ເຂົາຈະຮູ້ສຶກເຖິງຄວາມຢ້ານກົວແບບເລື່ອນລອຍ, ຄວາມຢ້ານທີ່ບໍ່ສາມາດອະທິບາຍໄດ້. ຄວາມຢ້ານຕາຍເຮັດໃຫ້ຄົນຮູ້ສຶກໂດດດ່ຽວຫຼາຍຂຶ້ນ ແລະ ໄຮ້ປະໂຫຍດຫຼາຍຂຶ້ນ ແລະ ໃນຈຸດນີ້ ຄົນຖາມຕົວເອງວ່າ: ມະນຸດມາຈາກໃສ? ມະນຸດຈະໄປໃສ? ນີ້ແມ່ນວິທີທີ່ມະນຸດຕາຍບໍ ໂດຍວ່າຊີວິດຂອງເຂົາຟ້າວຈາກເຂົາໄປແບບນີ້ບໍ? ນີ້ແມ່ນໄລຍະເວລາທີ່ບົ່ງບອກເຖິງຈຸດຈົບຂອງຊີວິດມະນຸດບໍ? ທ້າຍສຸດ, ແມ່ນຫຍັງຄືຄວາມໝາຍຂອງຊີວິດ? ສໍາຄັນທີ່ສຸດ ຊີວິດມີຄ່າຫຍັງ? ມັນກ່ຽວກັບຊື່ສຽງ ແລະ ໂຊກລາບບໍ? ມັນກ່ຽວກັບການລ້ຽງຄອບຄົວບໍ?... ບໍ່ວ່າຄົນຈະເຄີຍຄິດກ່ຽວກັບຄຳຖາມສະເພາະເຫຼົ່ານີ້ມາກ່ອນກໍຕາມ, ບໍ່ວ່າຄົນຈະຢ້ານຕາຍຫຼາຍພຽງໃດ, ໃນສ່ວນເລິກຂອງຫົວໃຈທຸກຄົນແມ່ນມີຄວາມປາດຖະໜາທີ່ຢາກຢັ່ງຮູ້ຄວາມເລິກລັບ, ຄວາມຮູ້ສຶກແຫ່ງຄວາມບໍ່ເຂົ້າໃຈກ່ຽວກັບຊີວິດ ແລະ ປະປົນຢູ່ກັບສິ່ງເຫຼົ່ານີ້ ຄື ຄວາມຮູ້ສຶກກ່ຽວກັບໂລກ, ຄວາມລັງເລທີ່ຈະຈາກໄປ. ບາງທີອາດບໍ່ມີໃຜສາມາດເວົ້າໄດ້ຢ່າງຊັດເຈນວ່າມະນຸດຢ້ານຫຍັງ, ແມ່ນຫຍັງທີ່ມະນຸດສະແຫວງຫາ, ແມ່ນຫຍັງທີ່ເຮັດໃຫ້ເຂົາຮູ້ສຶກອ່ອນໄຫວ ແລະ ແມ່ນຫຍັງຄືສິ່ງທີ່ເຮັດໃຫ້ເຂົາລັງເລໃຈບໍ່ຢາກຈາກໄປ...

ຍ້ອນພວກເຂົາຢ້ານຕາຍ, ຄົນມີຄວາມກັງວົນຫຼາຍປະການ; ຍ້ອນພວກເຂົາຢ້ານຕາຍ, ພວກເຂົາມີຫຼາຍຢ່າງທີ່ພວກເຂົາບໍ່ສາມາດປ່ອຍວາງໄດ້. ເມື່ອພວກເຂົາໃກ້ຈະຕາຍ, ບາງຄົນກັງວົນກ່ຽວກັບເລື່ອງນີ້ ຫຼື ເລື່ອງນັ້ນ; ພວກເຂົາເປັນຫ່ວງລູກໆຂອງພວກເຂົາ, ຄົນຮັກຂອງພວກເຂົາ, ຊັບສົມບັດຂອງພວກເຂົາ ຄືກັບວ່າ ຖ້າກັງວົນໃຈແລ້ວ ພວກເຂົາຈະສາມາດລຶບຄວາມທຸກທໍລະມານ ແລະ ຄວາມຢ້ານກົວຄວາມຕາຍນັ້ນໄດ້, ຄືກັບວ່າ ຖ້າພວກເຂົາຮັກສາຄວາມສຳພັນກັບຄົນເປັນ ພວກເຂົາຈະສາມາດຫຼົບໜີຈາກຄວາມສິ້ນຫວັງ ແລະ ຄວາມໂດດດ່ຽວທີ່ມາກັບຄວາມຕາຍນັ້ນໄດ້. ໃນສ່ວນເລິກຂອງຫົວໃຈມະນຸດ ມີຄວາມຢ້ານແບບເລື່ອນລອຍຢູ່, ຄວາມຢ້ານວ່າ ຈະໄດ້ແຍກຈາກຄົນຮັກ, ຢ້ານບໍ່ໄດ້ນອນຫງາຍໜ້າເບິ່ງທ້ອງຟ້າສີຟ້າອີກແລ້ວ, ຢ້ານບໍ່ໄດ້ເບິ່ງໂລກວັດຖຸອີກແລ້ວ. ວິນຍານທີ່ໂດດດ່ຽວ,ທີ່ຄຸ້ນເຄີຍກັບການມີຄົນຮັກຂອງມັນຢູ່ຄຽງຂ້າງ, ລັງເລທີ່ຈະປ່ອຍກຳມື ແລະ ຈາກໄປຄົນດຽວສູ່ໂລກທີ່ບໍ່ຮູ້ຈັກ ແລະ ບໍ່ຄຸ້ນເຄີຍ.

3. ຊີວິດທີ່ໃຊ້ເພື່ອສະແຫວງຫາຊື່ສຽງ ແລະ ໂຊກລາບເຮັດໃຫ້ຄົນເສຍໃຈເມື່ອຜະເຊີນໜ້າກັບຄວາມຕາຍ

ຍ້ອນອຳນາດອະທິປະໄຕ ແລະ ການກຳນົດໄວ້ລ່ວງໜ້າຂອງພຣະຜູ້ຊົງສ້າງ, ດວງວິນຍານທີ່ໂດດດ່ຽວເລີ່ມຕົ້ນດ້ວຍການບໍ່ມີຫຍັງໄປສູ່ການມີຊື່ສຽງ, ມີພໍ່ແມ່ ແລະ ຄອບຄົວ, ມີໂອກາດທີ່ຈະກາຍເປັນສະມາຊິກຂອງມະນຸດຊາດ, ມີໂອກາດທີ່ຈະປະສົບກັບຊີວິດມະນຸດ ແລະ ເຫັນໂລກ. ດວງວິນຍານດັ່ງກ່າວນີ້ຍັງໄດ້ຮັບໂອກາດທີ່ຈະປະສົບກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງອີກດ້ວຍ, ມີໂອກາດຮູ້ຈັກຄວາມອັດສະຈັນແຫ່ງການສ້າງຂອງພຣະຜູ້ຊົງສ້າງ ແລະ ຍິ່ງໄປກວ່ານັ້ນກໍຄື ໄດ້ຮູ້ຈັກ ແລະ ໄດ້ຢູ່ພາຍໃຕ້ສິດອຳນາດຂອງພຣະຜູ້ຊົງສ້າງ. ແຕ່ເຖິງຢ່າງນັ້ນກໍຕາມ ຄົນສ່ວນໃຫຍ່ບໍ່ຍອມຄວ້າໂອກາດທີຫາຍາກ ແລະ ຊົ່ວຄາວນີ້. ຜູ້ຄົນໃຊ້ກໍາລັງຕະຫຼອດຊີວິດໃນການຕໍ່ສູ້ກັບໂຊກຊະຕາ, ໃຊ້ເວລາທັງໝົດຂອງພວກເຂົາຢ່າງຄຶກຄື້ນ, ພະຍາຍາມລ້ຽງດູຄອບຄົວຂອງຕົນ ແລະ ແລ່ນໄປມາລະຫວ່າງຄວາມຮັ່ງມີ ແລະ ສະຖານະພາບ. ສິ່ງທີ່ຄົນສະຫງວນໄວ້ຄືຄອບຄົວ, ເງິນ ແລະ ຊື່ສຽງ ແລະ ພວກເຂົາເບິ່ງສິ່ງເຫຼົ່ານີ້ເປັນສິ່ງທີ່ມີຄ່າທີ່ສຸດໃນຊີວິດ. ທຸກຄົນຈົ່ມກ່ຽວກັບໂຊກຊະຕາຂອງຕົວເອງ, ແຕ່ພວກເຂົາກໍເກັບບັນຫາທີ່ສຳຄັນທີ່ສຸດທີ່ຕ້ອງສໍາຫຼວດ ແລະ ທຳຄວາມເຂົ້າໃຈໄວ້ດ້ານຫຼັງຈິດໃຈຂອງພວກເຂົາ: ເປັນຫຍັງມະນຸດຈິ່ງມີຊີວິດຢູ່, ມະນຸດຄວນດຳລົງຊີວິດແບບໃດ, ຄຸນຄ່າ ແລະ ຄວາມໝາຍຂອງຊີວິດແມ່ນຫຍັງ. ບໍ່ວ່າພວກເຂົາຈະມີຊີວິດຍືນຍາວພຽງໃດກໍຕາມ, ພວກເຂົາຈະໃຊ້ຊີວິດທັງໝົດຂອງພວກເຂົາ ຟ້າວຊອກຫາພຽງແຕ່ຊື່ສຽງ ແລະ ໂຊກລາບ ຈົນກວ່າໄວໜຸ່ມຂອງພວກເຂົາໄດ້ຈາກໄປ ແລະ ພວກເຂົາໄດ້ກາຍເປັນຄົນເຖົ້າ ແລະ ແຫ່ວຍານ. ພວກເຂົາໃຊ້ຊີວິດໃນລັກສະນະນີ້ຈົນກວ່າພວກເຂົາເຫັນວ່າ ຊື່ສຽງ ແລະ ໂຊກລາບບໍ່ສາມາດຢຸດການຍ່າງໄປສູ່ຄວາມເຖົ້າແກ່ໄດ້, ເງິນບໍ່ສາມາດຕື່ມເຕັມຄວາມຫວ່າງເປົ່າຂອງຫົວໃຈໄດ້, ບໍ່ມີໃຜໄດ້ຮັບການຍົກເວັ້ນຈາກກົດແຫ່ງການກໍາເນີດ, ອາຍຸໄຂ, ຄວາມເຈັບປ່ວຍ ແລະ ຄວາມຕາຍນີ້ໄດ້, ບໍ່ມີໃຜສາມາດຫຼົບໜີຈາກສິ່ງທີ່ໂຊກຊະຕາກໍານົດໄວ້. ເມື່ອພວກເຂົາຖືກບັງຄັບໃຫ້ຜະເຊີນກັບຊ່ວງເວລາສຸດທ້າຍຂອງຊີວິດ ພວກເຂົາກໍຈະເຂົ້າໃຈຢ່າງແທ້ຈິງວ່າ ເຖິງແມ່ນວ່າຜູ້ຄົນຈະໄດ້ເປັນເຈົ້າຂອງຊັບສິນຢ່າງຫຼວງຫຼາຍ ແລະ ຊັບສົມບັດອັນມະຫາສານ, ເຖິງແມ່ນວ່າຜູ້ຄົນຈະໄດ້ຮັບສິດທິພິເສດ ແລະ ມີຕໍາແໜ່ງສູງ ພວກເຂົາກໍ່ຍັງບໍ່ສາມາດໜີພົ້ນຄວາມຕາຍໄດ້ ແລະ ຕ້ອງກັບໄປສູ່ຖານະເດີມຂອງພວກເຂົາ: ນັ້ນກໍຄື ດວງວິນຍານທີ່ໂດດດ່ຽວ ທີ່ບໍ່ມີຊື່ສຽງຫຍັງເລີຍ. ເມື່ອຄົນມີພໍ່ແມ່, ພວກເຂົາເຊື່ອວ່າພໍ່ແມ່ຄືທຸກສິ່ງ; ເມື່ອຄົນມີຊັບສິນ, ພວກເຂົາຄິດວ່າເງິນແມ່ນຫຼັກສຳຄັນຂອງຄົນ ເຊິ່ງມັນຄືຫົນທາງທີ່ຜູ້ຄົນມີຊີວິດຢູ່; ເມື່ອຄົນມີສະຖານະ ພວກເຂົາຢຶດຕິດກັບມັນຢ່າງແໜ້ນ ແລະ ຍອມສ່ຽງຊີວິດຂອງພວກເຂົາເພື່ອມັນ. ມີແຕ່ເມື່ອຄົນໃກ້ຈະຈາກໂລກນີ້ໄປເທົ່ານັ້ນ ພວກເຂົາຈິ່ງຮູ້ວ່າ ສິ່ງຕ່າງໆທີ່ພວກເຂົາໄດ້ໃຊ້ທັງຊີວິດໃນການສະແຫວງຫານັ້ນບໍ່ມີປະໂຫຍດຫຍັງເລີຍ ແຕ່ເປັນພຽງເມກທີ່ເລື່ອນລອຍໄປ, ບໍ່ມີຫຍັງທີ່ພວກເຂົາສາມາດຍຶດຄອງໄດ້, ບໍ່ມີຫຍັງທີ່ພວກເຂົາສາມາດເອົາໄປນຳໄດ້, ບໍ່ມີຫຍັງທີ່ສາມາດຍົກເວັ້ນພວກເຂົາຈາກຄວາມຕາຍໄດ້, ບໍ່ມີສິ່ງໃດສາມາດໃຫ້ເພື່ອນຮ່ວມທາງ ຫຼື ການປອບໃຈໃຫ້ແກ່ດວງວິນຍານທີ່ໂດດດ່ຽວບົນເສັ້ນທາງກັບຄືນເມືອຂອງມັນໄດ້; ຮ້າຍແຮງໄປກວ່ານັ້ນ, ບໍ່ມີສິ່ງໃດທ່າມກາງສິ່ງເຫຼົ່ານີ້ສາມາດຊ່ວຍຄົນ ແລະ ເຮັດໃຫ້ພວກເຂົາພົ້ນຈາກຄວາມຕາຍໄດ້. ຊື່ສຽງ ແລະ ໂຊກລາບທີ່ຄົນໄດ້ຮັບໃນໂລກແຫ່ງວັດຖຸຈະໃຫ້ຄວາມເພິ່ງພໍໃຈພຽງຊົ່ວຄາວ, ໃຫ້ຄວາມສຸກ ແລະ ຄວາມຮູ້ສຶກສະບາຍແບບຈອບປອມ; ໃນຂະນະດຽວກັນ, ພວກມັນເຮັດໃຫ້ຜູ້ຄົນສູນເສຍວິຖີຂອງພວກເຂົາ. ດັ່ງນັ້ນຜູ້ຄົນ ໃນຂະນະທີ່ພວກເຂົາຖືກພັດໄປມາໃນທະເລອັນກວ້າງໃຫຍ່ຂອງມະນຸດຊາດ, ປາດສະໜາຄວາມສະຫງົບສຸກ, ຄວາມສະດວກສະບາຍ ແລະ ຄວາມງຽບສະຫງົບຂອງຫົວໃຈ, ຖືກກືນກິນດ້ວຍຄື້ນທະເລຢ່າງບໍ່ຢຸດຢັ້ງ. ເມື່ອຜູ້ຄົນຍັງຄິດຫາຄຳຖາມທີ່ສຳຄັນທີ່ສຸດບໍ່ໄດ້ວ່າ ພວກເຂົາມາຈາກໃສ, ເປັນຫຍັງພວກເຂົາຈິ່ງມີຊີວິດຢູ່, ພວກເຂົາຈະໄປໃສ ແລະ ອື່ນໆ, ພວກເຂົາກໍຈະຖືກລໍ້ລວງດ້ວຍຊື່ສຽງ ແລະ ໂຊກລາບ, ຖືກພວກມັນເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມ ແລະ ສູນເສຍຢ່າງຖາວອນ. ເວລາຜ່ານໄປໂດຍໄວ; ຫຼາຍປີຜ່ານໄປໃນຊົ່ວພິບຕາ ແລະ ກ່ອນທີ່ຜູ້ຄົນຈະຮູ້ສຶກຕົວ, ພວກເຂົາກໍ່ໄດ້ສູນເສຍຊ່ວງເວລາດີທີ່ສຸດຂອງຊີວິດຂອງພວກເຂົາໄປແລ້ວ. ເມື່ອເຖິງເວລາທີ່ຜູ້ຄົນຈະຈາກໂລກໄປໃນບໍ່ຊ້າ, ພວກເຂົາກໍຈະຮູ້ວ່າທຸກສິ່ງທຸກຢ່າງໃນໂລກນີ້ກຳລັງເລື່ອນລອຍໄປ, ພວກເຂົາບໍ່ສາມາດຄອບຄອງສິ່ງທີ່ເປັນຂອງພວກເຂົາໄດ້ອີກຕໍ່ໄປ; ເມື່ອນັ້ນ ຜູ້ຄົນກໍຈະຮູ້ສຶກໄດ້ຢ່າງແທ້ຈິງວ່າ ພວກເຂົາບໍ່ຕ່າງຫຍັງກັບເດັກນ້ອຍທີ່ຮ້ອງໄຫ້ເກີດມາໃນໂລກ ທີ່ບໍ່ມີຫຍັງເປັນຂອງພວກເຂົາເທື່ອ. ໃນຈຸດນີ້, ຜູ້ຄົນຖືກບັງຄັບໃຫ້ໄຕ່ຕອງເຖິງສິ່ງທີ່ໄດ້ເຮັດໃນຊີວິດ, ແມ່ນຫຍັງຄືຄຸນຄ່າຂອງການມີຊີວິດ, ຊີວິດໝາຍເຖິງຫຍັງ, ແລະ ເປັນຫຍັງຄົນຈຶ່ງເກີດມາໃນໂລກ. ໃນຈຸດນີ້ເອງທີ່ຜູ້ຄົນຢາກຮູ້ເພີ່ມເຕີມວ່າ ຊາດໜ້າມີແທ້ບໍ, ສະຫວັນມີແທ້ບໍ, ມີເວນກຳແທ້ບໍ... ຍິ່ງຜູ້ຄົນເຂົ້າໃກ້ຄວາມຕາຍຫຼາຍເທົ່າໃດ ພວກເຂົາກໍຍິ່ງຢາກເຂົ້າໃຈວ່າຊີວິດແມ່ນຫຍັງກັນແທ້; ຍິ່ງຜູ້ຄົນເຂົ້າໃກ້ຄວາມຕາຍຫຼາຍເທົ່າໃດ ຍິ່ງຫົວໃຈຂອງພວກເຂົາວ່າງເປົ່າຂຶ້ນເທົ່ານັ້ນ; ຍິ່ງຜູ້ຄົນເຂົ້າໃກ້ຄວາມຕາຍຫຼາຍເທົ່າໃດ ພວກເຂົາກໍຍິ່ງຮູ້ສຶກໄຮ້ຄ່າຫຼາຍເທົ່ານັ້ນ; ແລະ ແຕ່ລະມື້ຄວາມຮູ້ສຶກຢ້ານຕາຍຂອງພກວເຂົາກໍຮ້າຍແຮງຂຶ້ນເລື້ອຍໆ. ມີສອງເຫດຜົນທີ່ຄວາມຮູ້ສຶກດັ່ງກ່າວສະແດງອອກໃນຜູ້ຄົນໃນເວລາທີ່ພວກເຂົາເຂົ້າໃກ້ຄວາມຕາຍ: ເຫດຜົນທີໜຶ່ງ, ພວກເຂົາກຳລັງຈະສູນເສຍຊື່ສຽງ ແລະ ຊັບສິນທີ່ຊີວິດຂອງພວກເຂົາໄດ້ເພິ່ງພາ, ພວກເຂົາກໍາລັງຈະຈາກລາທຸກສິ່ງທີ່ຕາເຫັນໃນໂລກນີ້; ແລະ ເຫດຜົນທີສອງກໍຄື ພວກເຂົາກຳລັງຈະຜະເຊີນກັບໂລກທີ່ບໍ່ຄຸ້ນເຄີຍໂດຍລໍາພັງ, ໄປສູ່ດິນແດນທີ່ເລີກລັບ ແລະ ບໍ່ຮູ້ຈັກ ເປັນໂລກທີພວກເຂົາບໍ່ກ້າວາງຕີນລົງ, ບ່ອນທີ່ບໍ່ມີຄົນທີ່ພວກເຂົາຮັກ ແລະ ບໍ່ມີຫົນທາງແຫ່ງການຊ່ວຍເຫຼືອ. ດ້ວຍເຫດຜົນທັງສອງນີ້, ທຸກຄົນທີ່ຜະເຊີນກັບຄວາມຕາຍຮູ້ສຶກບໍ່ສະບາຍໃຈ, ປະສົບກັບຄວາມຕົກໃຈ ແລະ ຄວາມຮູ້ສຶກສິ້ນຫວັງດັ່ງທີ່ພວກເຂົາບໍ່ເຄີຍຮູ້ມາກ່ອນ. ເມື່ອຜູ້ຄົນມາເຖິງຈຸດນີ້ຢ່າງແທ້ຈິງເທົ່ານັ້ນ ພວກເຂົາຈິ່ງຮູ້ວ່າ ໃນເວລາພວກເຂົາວາງຕີນລົງເທິງແຜ່ນດິນໂລກ, ສິ່ງທຳອິດທີ່ພວກເຂົາຕ້ອງເຂົ້າໃຈຄື ມະນຸດມາຈາກໃສ, ເປັນຫຍັງຜູ້ຄົນຈິ່ງມີຊີວິດຢູ່, ໃຜເປັນຜູ້ກຳນົດໂຊກຊະຕາມະນຸດ ແລະ ໃຜເປັນຜູ້ສະໜອງ ແລະ ມີອຳນາດອະທິປະໄຕເໜືອການມີຊີວິດຢູ່ຂອງມະນຸດ. ຄວາມຮູ້ນີ້ຄືຫົນທາງແທ້ຈິງໃນການມີຊີວິດຢູ່ຂອງຜູ້ຄົນ ແລະ ເປັນພຶ້ນຖານທີ່ສຳຄັນສຳລັບການຢູ່ລອດຂອງມະນຸດ. ມັນບໍ່ແມ່ນການຮຽນຮູ້ວິທີສະໜອງໃຫ້ກັບຄອບຄົວ ຫຼື ວິທີການໄດ້ຮັບຊືສຽງ ແລະ ຄວາມຮັ່ງມີ, ບໍ່ແມ່ນການຮຽນຮູ້ວິທີເປັນຄົນໂດດເດັ່ນໃນທ່າມກາງຝູງຊົນ ຫຼື ວິທີໃຊ້ຊີວິດທີ່ລ້ຳລວຍຂຶ້ນ, ແຮງໄກທີ່ຈະແມ່ນການຮຽນຮູ້ວິທີເຮັດໃຫ້ໂຕເອງເກັ່ງ ແລະ ແຂ່ງຂັ້ນກັບຄົນອື່ນຢ່າງສຳເລັດ. ເຖິງແມ່ນວ່າຫຼາກຫຼາຍທັກທະໃນການເອົາຊີວິດລອດທີ່ຜູ້ຄົນໃຊ້ທັງຊີວິດຂອງພວກເຂົາຮຽນຮູ້ຈະສາມາດໃຫ້ຄວາມອຸດົມສົມບູນແຫ່ງຄວາມສະດວກສະບາຍທາງວັດຖຸ, ພວກມັນບໍ່ເຄີຍນຳເອົາຄວາມສະຫງົບສຸກທີ່ແທ້ຈິງມາສູ່ພວກເຂົາ ແລະ ນໍາຄວາມປອບໃຈມາສູ່ຫົວໃຈຂອງຜູ້ຄົນ, ກົງກັນຂ້າມ ພວກມັນເຮັດໃຫ້ຜູ້ຄົນສູນເສຍທິດທາງຂອງພວກເຂົາຢູ່ຕະຫຼອດ, ເຮັດໃຫ້ຫຍຸ້ງຍາກໃນການຄອບຄຸມຕົວເອງ ແລະ ພາດໂອກາດທີ່ຈະຮຽນຮູ້ຄວາມໝາຍຂອງຊີວິດ; ທັກສະໃນການເອົາຊີວິດລອດເຫຼົ່ານີ້ສ້າງກະແສແຫ່ງຄວາມວິຕົກກັງວົນກ່ຽວກັບວິທີທາງຜະເຊີນກັບຄວາມຕາຍທີ່ເໝາະສົມ. ຊີວິດຂອງຄົນຖືກທຳລາຍດ້ວຍວິທີນີ້. ພຣະຜູ້ຊົງສ້າງປະຕິບັດຕໍ່ທຸກຄົນຢ່າງເປັນທຳ, ມອບໂອກາດທີ່ມີຄຸນຄ່າທັງຊີວິດໃຫ້ກັບທຸກຄົນເພື່ອຜະເຊີນ ແລະ ຮູ້ຈັກອຳນາດອະທິປະໄຕຂອງພຣະອົງ, ແຕ່ເຖິງຢ່າງນັ້ນກໍຕາມ ມີພຽງແຕ່ເມື່ອຄວາມຕາຍຫຍັບເຂົ້າມາໃກ້ ແລະ ເມື່ອມັດຈຸລາດປາກົດຕົວ ຜູ້ຄົນຈິ່ງເລີ່ມເຫັນແສງສະຫວ່ງ. ເຖິງເວລານັ້ນ ມັນກໍຊ້າເກີນໄປເສຍແລ້ວ.

ຄົນໃຊ້ທັງຊີວິດຂອງພວກເຂົາຕາມຫາເງິນ ແລະ ຊື່ສຽງ; ພວກເຂົາຈ່ອງດືງເຟືອງເຫຼົ່ານີ້ໂດຍຄິດວ່າ ພວກມັນແມ່ນວິທີການຊ່ວຍເຫຼືອດຽວຂອງພວກເຂົາ, ຄືກັບວ່າ ການມີພວກມັນ ພວກເຂົາສາມາດມີຊີວິດຢູ່ຕໍ່ໄປໄດ້ ແລະ ພົ້ນຈາກຄວາມຕາຍໄດ້. ມີພຽງແຕ່ເມື່ອພວກເຂົາໃກ້ຈະຕາຍເທົ່ານັ້ນ ພວກເຂົາຈິ່ງຮູ້ວ່າ ສິ່ງເຫຼົ່ານີ້ຢູ່ຫ່າງໃກຈາກພວກເຂົາພຽງໃດ, ພວກເຂົາອ່ອນແອພຽງໃດເມື່ອຜະເຊີນກັບຄວາມຕາຍ, ພວກເຂົາໝົດກໍາລັງໃຈງ່າຍພຽງໃດ, ພວກເຂົາໂດດດ່ຽວ ແລະ ສິ້ນຫວັງພຽງໃດ ໂດຍບໍ່ມີບ່ອນທີ່ຈະເພິ່ງພາ. ພວກເຂົາຮູ້ວ່າຊີວິດບໍ່ສາມາດຊື້ດ້ວຍເງິນ ຫຼື ດ້ວຍຊື່ສຽງໄດ້, ບໍ່ວ່າຜູ້ຄົນຈະລ້ຳລວຍພຽງໃດ, ບໍ່ວ່າຖານະຂອງພວກເຂົາຈະສູງສົ່ງພຽງໃດ, ທຸກຄົນລ້ວນແລ້ວແຕ່ເປັນຄົນທຸກຍາກ ແລະ ບໍ່ມີຄວາມສຳຄັນຫຍັງເມື່ອຢູ່ຕໍ່ໜ້າຄວາມຕາຍ. ພວກເຂົາຮູ້ວ່າເງິນບໍ່ສາມາດຊື້ຊີວິດໄດ້, ຊື່ສຽງບໍ່ສາມາດລົບລ້າງຄວາມຕາຍໄດ້ ແລະ ທັງເງິນ ແລະ ຊື່ສຽງບໍ່ສາມາດເຮັດໃຫ້ຊີວິດຂອງຜູ້ຄົນຍືນຍາວໄດ້ແມ່ນແຕ່ນາທີດຽວ ຫຼື ວິນາທີດຽວ. ຍິ່ງຄົນຮູ້ສຶກແບບນີ້ຫຼາຍເທົ່າໃດ ພວກເຂົາຍິ່ງຢາກມີຊີວິດຢູ່ຕໍ່ໄປຫຼາຍເທົ່ານັ້ນ; ຍິ່ງຄົນຮູ້ສຶກແບບນີ້ຫຼາຍເທົ່າໃດ ພວກເຂົາຍິ່ງຢ້ານການຫຍັບເຂົ້າໃກ້ຂອງຄວາມຕາຍຫຼາຍເທົ່ານັ້ນ. ມີພຽງແຕ່ເຖິງຈຸດນີ້ເທົ່ານັ້ນ ພວກເຂົາຈິ່ງຮູ້ຢ່າງແທ້ຈິງວ່າ ຊີວິດຂອງພວກເຂົາບໍ່ແມ່ນເປັນຂອງພວກເຂົາ, ພວກເຂົາບໍ່ແມ່ນເປັນຜູ້ຄວບຄຸມ ແລະ ໃ ບໍ່ວ່າຜູ້ຄົນຈະມີຊີວິດຢູ່ ຫຼື ຕາຍ ພວກເຂົາແມ່ນບໍ່ມີສິດອໍານາດຫຍັງ, ທັງໝົດນີ້ຢູ່ນອກເໜືອການຄວບຄຸມຂອງຜູ້ຄົນ.

4. ມາຢູ່ໃຕ້ການປົກຄອງຂອງພຣະຜູ້ຊົງສ້າງ ແລະ ຜະເຊີນກັບຄວາມຕາຍຢ່າງສະຫງົບສຸກ

ໃນເວລາທີ່ຜູ້ຄົນເກີດມາ, ດວງຍິນຍານອັນໂດດດ່ຽວດວງນັ້ນກໍເລີ່ມຕົ້ນປະສົບການແຫ່ງຊີວິດຂອງມັນເທິງແຜ່ນດິນໂລກ, ປະສົບການຂອງມັນຕໍ່ສິດອຳນາດຂອງພຣະຜູ້ຊົງສ້າງ ເຊິ່ງພຣະຜູ້ຊົງສ້າງໄດ້ຈັດແຈງໄວ້ໃຫ້ມັນ. ແນ່ນອນ, ສຳລັບຜູ້ຄົນ ແລະ ດວງວິນຍານ ນີ້ແມ່ນໂອກາດອັນປະເສີດທີ່ຈະໄດ້ຮັບຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ໂອກາດໄດ້ມາຮູ້ຈັກສິດອຳນາດຂອງພຣະອົງ ແລະ ປະສົບກັບສິ່ງເຫຼົ່ານີ້ເປັນການສ່ວນຕົວ. ຜູ້ຄົນດໍາລົງຊີວິດຂອງພວກເຂົາພາຍໃນກົດແຫ່ງໂຊກຊະຕາທີ່ໄດ້ວາງອອກສຳລັບພວກເຂົາໂດຍພຣະຜູ້ຊົງສ້າງ ແລະ ສຳລັບຄົນທີ່ມີເຫດຜົນພ້ອມກັບຄວາມສໍານຶກ, ຮູ້ຈັກຜິດຖືກຊົ່ວດີ, ພ້ອມກັບຊີວິດຫຼາຍທົດສະວັດທີ່ຜ່ານມາຂອງພວກເຂົາ, ກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແລະ ການໄດ້ມາຮູ້ຈັກສິດອຳນາດຂອງພຣະອົງບໍ່ແມ່ນສິ່ງທີ່ເຮັດໄດ້ຍາກ. ເພາະສະນັ້ນ, ມັນຄວນຈະງ່າຍຫຼາຍສຳລັບທຸກຄົນທີ່ຈະຮັບຮູ້ ຜ່ານປະສົບການຊີວິດຫຼາຍທົດສະວັດຂອງພວກເຂົາ ວ່າໂຊກຊະຕາທັງໝົດຂອງມະນຸດໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວ ແລະ ມັນຄວນຈະງ່າຍຫຼາຍທີ່ຈະເຂົ້າໃຈ ຫຼື ສະຫຼຸບຄວາມໝາຍຂອງການມີຊີວິດຢູ່. ເມື່ອຜູ້ຄົນຍອມຮັບເອົາບົດຮຽນຊີວິດເຫຼົ່ານີ້ຢ່າງພູມໃຈ, ພວກເຂົາກໍຈະຄ່ອຍໆເຂົ້າໃຈວ່າຊີວິດມາຈາກໃສ, ເຂົ້າໃຈວ່າ ແທ້ຈິງແລ້ວ ຫົວໃຈຕ້ອງການຫຍັງ, ແມ່ນຫຍັງທີ່ຈະນຳພາພວກເຂົາໄປສູ່ຫົນທາງແຫ່ງຊີວິດທີ່ແທ້ຈິງ, ແມ່ນຫຍັງຄວນເປັນໜ້າທີ່ ແລະ ເປົ້າໝາຍຂອງຊີວິດມະນຸດ. ຜູ້ຄົນຈະຄ່ອຍໆຮັບຮູ້ວ່າ ຖ້າພວກເຂົາບໍ່ນະມັດສະການພຣະຜູ້ຊົງສ້າງ, ຖ້າພວກເຂົາບໍ່ມາຢູ່ພາຍໃຕ້ການປົກຄອງຂອງພຣະອົງ, ແລ້ວເມື່ອເຖິງເວລາຜະເຊີນກັບຄວາມຕາຍ, ເມື່ອດວງວິນຍານຂອງພວກເຂົາໃກ້ຈະໄດ້ພົບກັບພຣະຜູ້ຊົງສ້າງອີກຄັ້ງ, ຫົວໃຈຂອງພວກເຂົາກໍຈະເຕັມໄປດ້ວຍຄວາມຢ້ານກົວ ແລະ ຄວາມໂກລາຫົນຢ່າງໃຫຍ່. ຖ້າຜູ້ຄົນໄດ້ຢູ່ໃນໂລກເປັນເວລາຫຼາຍທົດສະວັດ ແຕ່ຍັງບໍ່ເຂົ້າໃຈວ່າມະນຸດມາຈາກໃສ ແລະ ບໍ່ຮູ້ວ່າໂຊກຊະຕາມະນຸດຢູ່ໃນກໍາມືຂອງໃຜແລ້ວ ມັນກໍບໍ່ແປກທີ່ພວກເຂົາຈະຜະເຊີນກັບຄວາມຕາຍດ້ວຍຄວາມບໍ່ສະຫງົບສຸກ. ໃນຫຼາຍທົດສະວັດແຫ່ງປະສົບການຊີວິດມະນຸດຂອງພວກເຂົາ, ຄົນທີ່ໄດ້ຮັບຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແມ່ນຄົນທີ່ເຫັນຄຸນຄ່າແຫ່ງຄວາມໝາຍຊີວິດຢ່າງຖືກຕ້ອງ. ຄົນເຊັ່ນນັ້ນມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບຈຸດປະສົງຂອງຊີວິດ, ມີປະສົບການຕົວຈິງ ແລະ ຄວາມເຂົ້າໃຈກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແລະ ນອກເໜືອໄປກວ່ານັ້ນ ແມ່ນສາມາດຍອມຮັບສິດອຳນາດຂອງພຣະຜູ້ຊົງສ້າງ. ຄົນເຊັ່ນນັ້ນເຂົ້າໃຈຄວາມໝາຍແຫ່ງການຊົງສ້າງມະນຸດຂອງພຣະຜູ້ຊົງສ້າງ, ເຂົ້າໃຈວ່າ ມະນຸດຄວນນະມັດສະການພຣະຜູ້ຊົງສ້າງ, ທຸກສິ່ງທີ່ມະນຸດມີແມ່ນມາຈາກພຣະຜູ້ຊົງສ້າງ ແລະ ມື້ໃດມື້ໜຶ່ງ ໃນອະນາຄົດບໍ່ຊ້າກໍໄວ ທຸກສິ່ງກໍຈະກັບໄປຫາພຣະອົງ. ຄົນແບບນີ້ເຂົ້າໃຈວ່າ ພຣະຜູ້ຊົງສ້າງຈັດແຈງການກໍາເນີດຂອງມະນຸດ ແລະ ມີອຳນາດອະທິປະໄຕເໜືອຄວາມຕາຍຂອງມະນຸດ. ພວກເຂົາເຂົ້າໃຈວ່າ ທັງຊີວິດ ແລະ ຄວາມຕາຍໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວໂດຍສິດອຳນາດຂອງພຣະຜູ້ຊົງສ້າງ. ດັ່ງນັ້ນ, ເມື່ອຜູ້ຄົນເຂົ້າໃຈສິ່ງເຫຼົ່ານີ້ ແທນທີ່ຈະຢ້ານກົວມັນແບບບໍ່ມືນຫູມືນຕາ ແລະ ດິ້ນຮົນຕໍ່ສູ້ກັບມັນ, ພວກເຂົາແມ່ນຈະສາມາດຜະເຊີນກັບຄວາມຕາຍໄດ້ຢ່າງສະຫງົບໂດຍທຳມະຊາດ, ປ່ອຍວາງຊັບສົມບັດທາງໂລກທັງໝົດຂອງພວກເຂົາໄດ້ຢ່າງສະຫງົບ, ຍອມຮັບ ແລະ ຮັບເອົາທຸກສິ່ງທີ່ຕາມມາຢ່າງມີຄວາມສຸກ ແລະ ຍິນດີຮັບເອົາຊ່ວງເວລາສຸດທ້າຍຂອງຊີວິດ ທີ່ຈັດແຈງໄວ້ຢ່າງນັ້ນໂດຍພຣະຜູ້ຊົງສ້າງ. ຖ້າຜູ້ຄົນເບິ່ງເຫັນວ່າ ຊີວິດຄືໂອກາດໜຶ່ງທີ່ຈະປະສົບກັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ໄດ້ມາຮູ້ຈັກສິດອຳນາດຂອງພຣະອົງ, ຖ້າຜູ້ຄົນເຫັນວ່າຊີວິດຂອງພວກເຂົາເປັນໂອກາດທີ່ຫາໄດ້ຍາກທີ່ຈະປະຕິບັດໜ້າໃນຖານະເປັນມະນຸດທີ່ຖືກສ້າງຂຶ້ນ ແລະ ປະຕິບັດເພື່ອສຳເລັດພາລະກິດຂອງພວກເຂົາ, ແນ່ນອນ ພວກເຂົາແມ່ນຈະມີມຸມມອງທີ່ຖືກຕ້ອງກ່ຽວກັບຊີວິດ, ໃຊ້ຊີວິດທີ່ໄດ້ຮັບການອວຍພອນ ແລະ ການຊີ້ນຳຈາກພຣະຜູ້ຊົງສ້າງ, ຍ່າງຢູ່ໃນແສງສະຫວ່າງຂອງພຣະຜູ້ຊົງສ້າງ, ຮູ້ຈັກສິດອຳນາດຂອງພຣະຜູ້ຊົງສ້າງ, ໄດ້ຢູ່ພາຍໃຕ້ການປົກຄອງຂອງພຣະອົງ ແລະ ກາຍເປັນພະຍານໃຫ້ແກ່ການກຳທຳອັນໜ້າອັດສະຈັນຂອງພຣະອົງ ແລະ ເປັນພະຍານໃຫ້ແກ່ສິດອຳນາດຂອງພຣະອົງຢ່າງແນ່ນອນ. ບໍ່ຈໍາເປັນຕ້ອງເວົ້າ, ຄົນເຊັ່ນນັ້ນ ຈະເປັນທີ່ຮັກ ແລະ ທີ່ຍອມຮັບຈາກພຣະຜູ້ຊົງສ້າງຢ່າງແນ່ນອນ ແລະ ມີພຽງຄົນເຊັ່ນນີ້ເທົ່ານັ້ນທີ່ສາມາດມີທັດສະນະທີ່ສະຫງົບຕໍ່ຄວາມຕາຍໄດ້ ແລະ ຍິນດີຮັບເອົາຊ່ວງເວລາສຸດທ້າຍຂອງຊີວິດດ້ວຍຄວາມສຸກ. ບຸກຄົນທີ່ມີທັດສະນະຄະຕິແບບນີ້ຕໍ່ຄວາມຕາຍແມ່ນໂຢບ. ໂຢບຢູ່ໃນຖານະທີ່ຍອມຮັບຊ່ວງເວລາສຸດທ້າຍຂອງຊີວິດຢ່າງມີຄວາມສຸກ ແລະ ເມື່ອໄດ້ນຳເອົາການເດີນທາງແຫ່ງຊີວິດຂອງລາວໄປສູ່ຈຸດສຸດທ້າຍຢ່າງລາບລື້ນ ແລະ ສຳເລັດພາລະກິດໃນຊີວິດຂອງລາວ, ລາວຈຶ່ງໄດ້ກັບຄືນໄປຢູ່ຂ້າງພຣະຜູ້ຊົງສ້າງ.

5. ການສະແຫວງຫາຂອງໂຢບ ແລະ ການໄດ້ຮັບຊີວິດເຮັດໃຫ້ເພິ່ນຜະເຊີນກັບຄວາມຕາຍໄດ້ຢ່າງສະຫງົບ.

ໃນພຣະຄຳພີໄດ້ຂຽນໄວ້ກ່ຽວກັບໂຢບວ່າ: “ແລ້ວໂຢບກໍຕາຍໄປໂດຍແກ່ເຖົ້າທີ່ມີອາຍຸຍືນທີ່ສຸດ ແລະ ເຕັມໄປດ້ວຍຊີວິດຊີວາ” (ໂຢບ 42:17). ນີ້ໝາຍຄວາມວ່າເມື່ອໂຢບຕາຍໄປ, ເພິ່ນບໍ່ໄດ້ເສຍໃຈ ແລະ ບໍ່ໄດ້ຮູ້ສຶກເຈັບປວດ ແຕ່ຈາກໂລກນີ້ໄປໂດຍທຳມະຊາດ. ດັ່ງທີ່ທຸກຄົນຮູ້, ໂຢບແມ່ນບຸລຸດຜູ້ໜຶ່ງທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໃນໄລຍະທີ່ເພິ່ນມີຊີວິດຢູ່. ການກະທຳຂອງເພິ່ນໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ແລະ ເປັນທີ່ຈົດຈຳຂອງຄົນອື່ນໆ ແລະ ອາດເວົ້າໄດ້ວ່າຊີວິດຂອງເພິ່ນມີຄຸນຄ່າ ແລະ ມີຄວາມໝາຍຄວາມສຳຄັນທີ່ເໜືອກວ່າຄົນອື່ນໆທັງໝົດ. ໂຢບໄດ້ຮັບພອນຂອງພຣະເຈົ້າ ແລະ ຖືກພຣະອົງເອີ້ນວ່າເປັນຜູ້ຊອບທຳຢູ່ເທິງແຜ່ນດິນໂລກ ແລະ ເພິ່ນຍັງໄດ້ຖືກພຣະເຈົ້າລອງໃຈ ແລະ ຖືກທົດສອບໂດຍຊາຕານອີກດ້ວຍ. ເພິ່ນຢືນຢັດເປັນພະຍານໃຫ້ພຣະເຈົ້າ ແລະ ສົມຄວນແລ້ວທີ່ຖືກພຣະອົງເອີ້ນວ່າເປັນຜູ້ຊອບທຳ. ໃນຫຼາຍທົດສະວັດຫຼັງຈາກທີ່ເພິ່ນໄດ້ຖືກລອງໃຈໂດຍພຣະເຈົ້າ, ເພິ່ນໄດ້ໃຊ້ຊີວິດທີ່ມີຄ່າ, ມີຄວາມໝາຍ, ລຽບງ່າຍ ແລະ ສະຫງົບສຸກຫຼາຍກວ່າເກົ່າ. ຍ້ອນການກະທຳອັນຊອບທຳຂອງເພິ່ນ, ພຣະເຈົ້າໄດ້ລອງໃຈເພິ່ນ ແລະ ຍ້ອນການກະທຳອັນຊອບທຳຂອງເພິ່ນ, ພຣະເຈົ້າໄດ້ສະເດັດມາຫາເພິ່ນ ແລະ ເວົ້າກັບເພິ່ນໂດຍກົງ. ດັ່ງນັ້ນ, ໃນໄລຍະຫຼາຍປີ ຫຼັງຈາກທີ່ເພິ່ນຖືກລອງໃຈ, ໂຢບເຂົ້າໃຈ ແລະ ເຫັນຄຸນຄ່າຂອງຊີວິດຢ່າງໜັກແໜ້ນຫຼາຍຂຶ້ນ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຫຼາຍຂຶ້ນ ແລະ ມີຄວາມຮູ້ທີ່ຖືກຕ້ອງ ແລະ ແນ່ນອນຫຼາຍຂຶ້ນກ່ຽວກັບວິທີການທີ່ພຣະຜູ້ຊົງສ້າງປະທານ ແລະ ຖອນຄືນພອນຂອງພຣະອົງ. ໃນໜັງສືຂອງໂຢບບັນທຶກໄວ້ວ່າ ພຣະເຈົ້າເຢໂຮວາໄດ້ປະທານພອນທີ່ຫຍິ່ງໃຫຍ່ກວ່າທີ່ພຣະອົງເຄີຍປະທານໃຫ້ແກ່ໂຢບ, ໃຫ້ໂຢບຢູ່ໃນຖານະທີ່ດີກວ່າເພື່ອຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແລະ ຜະເຊີນກັບຄວາມຕາຍຢ່າງສະຫງົບ. ດັ່ງນັ້ນ ເມື່ອໂຢບເຖົ້າແກ່ລົງ ແລະ ຜະເຊີນກັບຄວາມຕາຍ, ແນ່ນອນວ່າເພິ່ນບໍ່ມີຄວາມກັງວົນຫຍັງຕໍ່ຊັບສົມບັດຂອງເພິ່ນ. ເພິ່ນບໍ່ມີຄວາມກັງວົນ, ບໍ່ມີຫຍັງຕ້ອງເສຍໃຈ ແລະ ແນ່ນອນວ່າເພິ່ນບໍ່ໄດ້ຢ້ານຕາຍ ຍ້ອນວ່າເພິ່ນໄດ້ໃຊ້ຊີວິດທັງໝົດຂອງເພິ່ນຍ່າງບົນເສັ້ນທາງແຫ່ງຄວາມຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ບໍ່ມີເຫດຜົນຫຍັງທີ່ເພິ່ນຕ້ອງກັງວົນກ່ຽວກັບຈຸດຈົບຂອງຕົວເອງ. ປັດຈຸບັນນີ້ ມີຈັກຄົນທີ່ສາມາດປະຕິບັດໃນທຸກເສັ້ນທາງທີ່ໂຢບໄດ້ປະຕິບັດເມື່ອເຂົາຜະເຊີນກັບຄວາມຕາຍຂອງເຂົາເອງ? ເປັນຫຍັງຈິ່ງບໍ່ມີໃຜສາມາດຮັກສາຈຸດຢືນດ້ານພາຍນອກຢ່າງລຽບງ່າຍນີ້ໄດ້? ມີພຽງເຫດຜົນດຽວຄື: ໂຢບໃຊ້ຊີວິດຂອງເພິ່ນໃນການສະແຫວງຫາຄວາມເຊື່ອສ່ວນຕົວ, ການຮັບຮູ້ ແລະ ການຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ດ້ວຍຄວາມເຊື່ອ, ການຮັບຮູ້ ແລະ ການຍອມຮັບນີ້ທີ່ເຮັດໃຫ້ເພິ່ນກ້າວຜ່ານຊ່ວງເວລາທີ່ສຳຄັນໃນຊີວິດ, ໃຊ້ຊີວິດບັ້ນປາຍຂອງເພິ່ນ ແລະ ຜະເຊີນກັບຊ່ວງເວລາສຸດທ້າຍແຫ່ງຊີວິດຂອງເພິ່ນ. ບໍ່ວ່າໂຢບປະສົບກັບສິ່ງໃດ, ການສະແຫວງຫາ ແລະ ເປົ້າໝາຍໃນຊີວິດຂອງເພິ່ນນັ້ນບໍ່ເຈັບປວດ ແຕ່ກັບມີຄວາມສຸກ. ເພິ່ນມີຄວາມສຸກ ບໍ່ແມ່ນຍ້ອນພອນຕ່າງໆ ແລະ ຄຳຍ້ອງຍໍທີ່ພຣະຜູ້ຊົງສ້າງປະທານໃຫ້ເພິ່ນເທົ່ານັ້ນ ແຕ່ສຳຄັນຍິ່ງໄປກວ່ານັ້ນແມ່ນຍ້ອນການສະແຫວງຫາ ແລະ ເປົ້າໝາຍຊີວິດຂອງເພິ່ນ, ຍ້ອນຄວາມຮູ້ທີ່ເພີ່ມຂຶ້ນ ແລະ ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງທີ່ເພິ່ນໄດ້ຮັບຜ່ານການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຫຼາຍໄປກວ່ານັ້ນແມ່ນຍ້ອນປະສົບການສ່ວນຕົວຂອງເພິ່ນ ເຊິ່ງຢູ່ພາຍໃຕ້ອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ພາຍໃຕ້ການກະທຳອັນມະຫັດສະຈັນຂອງພຣະເຈົ້າ ແລະ ຄວາມອ່ອນໂຍນ ແຕ່ເປັນປະສົບການ ແລະ ຄວາມຊົງຈຳທີ່ບໍ່ມີວັນລືມຂອງມະນຸດ ແລະ ການຢູ່ຮ່ວມກັນຂອງພຣະເຈົ້າ, ຄວາມໃກ້ຊິດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໂຢບມີຄວາມສຸກຍ້ອນຄວາມສະດວກສະບາຍ ແລະ ຄວາມມ່ວນຊື່ນທີ່ມາຈາກການຮູ້ຈັກຄວາມປະສົງຂອງພຣະຜູ້ຊົງສ້າງ ແລະ ຍ້ອນຄວາມເຄົາລົບທີ່ເກີດຂຶ້ນຫຼັງຈາກທີ່ເຫັນວ່າພຣະອົງນັ້ນຍິ່ງໃຫຍ່, ມະຫັດສະຈັນ, ນ່າຮັກ ແລະ ສັດຊື່. ໂຢບສາມາດຜະເຊີນກັບຄວາມຕາຍໄດ້ໂດບບໍ່ມີການທົນທຸກທໍລະມານໃດໆ ຍ້ອນເພິ່ນຮູ້ວ່າການຕາຍ ແມ່ນການໄດ້ກັບຄືນໄປຢູ່ຂ້າງພຣະຜູ້ຊົງສ້າງ. ແມ່ນການສະແຫວງຫາ ແລະ ການໄດ້ຮັບໃນຊີວິດຂອງເພິ່ນທີ່ເຮັດໃຫ້ເພິ່ນຜະເຊີນກັບຄວາມຕາຍໄດ້ຢ່າງສະຫງົບ, ເຮັດໃຫ້ເພິ່ນຜະເຊີນກັບໂອກາດຂອງພຣະຜູ້ສ້າງທີ່ຈະເອົາຊີວິດຂອງເພິ່ນຄືນໄປຢ່າງສະຫງົບ, ຍິ່ງໄປກວ່ານັ້ນ ຍັງເຮັດໃຫ້ເພິ່ນຢືນຢ່າງບໍລິສຸດໃຈ ແລະ ເປັນອິດສະຫຼະຈາກການດູແລຕໍ່ໜ້າພຣະຜູ້ຊົງສ້າງ. ຄົນປັດຈະບັນນີ້ສາມາດໄດ້ຮັບຄວາມສຸກແບບໂຢບໄດ້ບໍ? ພວກເຈົ້າມີເງື່ອນໄຂທີ່ຈຳເປັນຕ້ອງເຮັດເຊັ່ນນັ້ນບໍ? ເນື່ອງຈາກວ່າຄົນໃນປັດຈຸບັນນີ້ມີເງື່ອນໄຂເຫຼົ່ານີ້, ເປັນຫຍັງພວກເຂົາຈິ່ງບໍ່ສາມາດດຳລົງຊີວິດຢ່າງມີຄວາມສຸກແບບໂຢບໄດ້? ເປັນຫຍັງພວກເຂົາຈິ່ງບໍ່ສາມາດຫຼົບໜີຄວາມທຸກທໍລະມານແຫ່ງຄວາມຢ້ານຕາຍໄດ້? ເມື່ອຜະເຊີນກັບຄວາມຕາຍ, ບາງຄົນຍ່ຽວແຕກໂດຍບໍ່ຮູ້ຕົວ; ສ່ວນຄົນອື່ນໆກໍຕົວສັ່ນ, ເປັນລົມ, ພາກັນໂຈມຕີຕໍ່ສະຫວັນ ແລະ ມະນຸດຄືກັນ; ບາງຄົນເຖິງຂັ້ນສະອື້ນຮ້ອງໄຫ້. ແນ່ນອນວ່າ ນີ້ບໍ່ແມ່ນປະຕິກິລິຍາໂດຍທຳມະຊາດທີ່ເກີດຂຶ້ນທັນທີເມື່ອຄວາມຕາຍໃກ້ເຂົ້າມາ. ຄົນປະພຶດຕົນໃນຮູບແບບທີ່ໜ້າອັບອາຍເຫຼົ່ານີ້ ຕົ້ນຕໍແລ້ວແມ່ນຍ້ອນວ່າ ຢູ່ໃນສ່ວນເລິກຫົວໃຈຂອງພວກເຂົາ ພວກເຂົາຢ້ານຕາຍ, ຍ້ອນພວກເຂົາບໍ່ມີຄວາມຮູ້ທີ່ຊັດເຈນ ແລະ ເຫັນຄຸນຄ່າອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແລະ ການຈັດແຈງຂອງພຣະອົງ, ແຮງໄກທີ່ຈະຍອມຮັບພວກມັນຢ່າງແທ້ຈິງ. ຄົນມີປະຕິກິລິຍາໃນລັກສະນະນີ້ກໍຍ້ອນວ່າພວກເຂົາບໍ່ຕ້ອງການຫຍັງ ແຕ່ຕ້ອງການຈັດແຈງ ແລະ ປົກຄອງທຸກສິ່ງດ້ວຍຕົວເອງ, ຄວບຄຸມໂຊກຊະຕາ, ຊີວິດ ແລະ ຄວາມຕາຍຂອງຕົວເອງ. ເພາະສະນັ້ນ, ຈິ່ງບໍ່ແປກໃຈເລີຍວ່າ ເປັນຫຍັງຄົນຈິ່ງບໍ່ສາມາດຫຼຸດພົ້ນຈາກຄວາມຢ້ານຕາຍນີ້ໄດ້.

6. ການຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງເທົ່ານັ້ນ ຜູ້ຄົນຈິງສາມາດກັບຄືນມາຢູ່ຂ້າງພຣະອົງໄດ້.

ເມື່ອຄົນບໍ່ມີຄວາມຮູ້ທີ່ຊັດເຈນ ແລະ ປະສົບການກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ການຈັດແຈງຂອງພຣະອົງ, ຄວາມຮູ້ຂອງເຂົາກ່ຽວກັບໂຊກຊະຕາ ແລະ ຄວາມຕາຍກໍຈະບໍ່ເຊື່ອມໂຍງກັນຢ່າງແນ່ນອນ. ຄົນບໍ່ສາມາດເຫັນໄດ້ຢ່າງຊັດເຈນວ່າ ທຸກສິ່ງຢູ່ໃນມືຂອງພຣະເຈົ້າ, ບໍ່ຮັບຮູ້ວ່າທຸກສິ່ງຢູ່ໃຕ້ການຄວບຄຸມ ແລະ ສິດອຳນາດຂອງພຣະເຈົ້າ, ບໍ່ຮັບຮູ້ວ່າມະນຸດບໍ່ສາມາດອອກຈາກ ຫຼື ຫຼົບໜີຈາກອຳນາດອະທິປະໄຕດັ່ງກ່າວໄດ້. ດ້ວຍເຫດນີ້, ເມື່ອຮອດເວລາທີ່ພວກເຂົາຕ້ອງຜະເຊີນກັບຄວາມຕາຍ, ບໍ່ມີທີ່ສິ້ນສຸດສຳລັບຄຳເວົ້າສຸດທ້າຍ, ຄວາມກັງວົນ ແລະ ຄວາມເສຍໃຈຂອງພວກເຂົາ. ພວກເຂົາຖືກຊັ່ງຊາດ້ວຍຄວາມຄິດຕ່າງໆນາໆ, ມີຄວາມຝືນໃຈຫຼາຍ, ມີຄວາມສັບສົນຫຼາຍ. ນີ້ເຮັດໃຫ້ພວກເຂົາຢ້ານຕາຍ. ລຳລັບທຸກຄົນທີ່ເກີດມາໃນໂລກນີ້, ການເກີດນັ້ນຈຳເປັນ ແລະ ຄວາມຕາຍກໍຫຼີກເວັ້ນບໍ່ໄດ້; ບໍ່ມີໃຜຢູ່ເໜືອກົດແຫ່ງກໍານີ້ໄດ້. ຖ້າຜູ້ໃດປາຖະໜາທີ່ຈະຈາກໂລກນີ້ໄປໂດຍບໍ່ເຈັບປວດ, ຖ້າຜູ້ໃດຢາກຈະຜະເຊີນກັບຊ່ວງເວລາສຸດທ້າຍຂອງຊີວິດໂດຍບໍ່ມີການລັງເລໃຈ ຫຼື ຄວາມກັງວົນ, ມີທາງດຽວຄືບໍ່ຕ້ອງເສຍໃຈ. ວິທີດຽວທີ່ຈະຈາກໄປໂດຍບໍ່ເສຍໃຈຄື ຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຮູ້ຈັກສິດອຳນາດຂອງພຣະອົງ ແລະ ຍອມຮັບພວກມັນ. ມີພຽງວິທີນີ້ເທົ່ານັ້ນ ຜູ້ຄົນຈິ່ງສາມາດຢືນຢູ່ຫ່າງຈາກຄວາມຂັດແຍ່ງຂອງມະນຸດ, ຈາກຄວາມຊົ່ວຮ້າຍ ແລະ ຈາກການຕົກເປັນທາດຂອງຊາຕານ ແລະ ມີພຽງວິທີນີ້ເທົ່ານັ້ນ ຜູ້ຄົນຈິ່ງສາມາດໃຊ້ຊີວິດແບບໂຢບໄດ້, ໄດ້ຮັບການຊີ້ນຳ ແລະ ອວຍພອນຈາກພຣະຜູ້ຊົງສ້າງ, ຊີວິດທີ່ເປັນອິດສະຫຼະ ແລະ ມີເສລີພາບ, ຊີວິດທີ່ມີຄຸນຄ່າ ແລະ ມີຄວາມໝາຍ, ຊີວິດທີ່ຊີ່ສັດ ແລະ ເປີດໃຈ. ມີພຽງວິທີນີ້ເທົ່ານັ້ນ ຜູ້ຄົນຈິ່ງສາມາດຍອມຮັບການທົດລອງ ແລະ ການລົງໂທດຂອງພຣະຜູ້ຊົງສ້າງ, ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ຊົງສ້າງໄດ້ຄືກັບໂຢບ. ມີພຽງວິທີນີ້ເທົ່ານັ້ນ ຜູ້ຄົນຈິ່ງສາມາດນະມັດສະການພຣະຜູ້ຊົງສ້າງໄດ້ຕະຫຼອດຊີວິດຂອງເຂົາ ແລະ ໄດ້ຮັບການຍ້ອງຍໍຂອງພຣະອົງ ຄືກັນກັບໂຢບໄດ້ຮັບ ແລະ ໄດ້ຍິນສຽງຂອງພຣະອົງ ແລະ ເຫັນພຣະອົງປະຈັກມາ. ມີພຽງວິທີນີ້ເທົ່ານັ້ນ ຜູ້ຄົນຈິ່ງສາມາດມີຊີວິດ ແລະ ຕາຍຢ່າງມີຄວາມສຸກຄືກັບໂຢບ ໂດຍບໍ່ມີຄວາມເຈັບປວດ, ບໍ່ມີຄວາມກັງວົນ, ບໍ່ເສຍໃຈ. ມີພຽງວິທີນີ້ເທົ່ານັ້ນ ຜູ້ຄົນຈິ່ງສາມາດດຳລົງຢູ່ໃນແສງສະຫວ່າງຄືກັບໂຢບ ແລະ ຜ່ານທຸກຊ່ວງເວລາຊີວິດຂອງທຸກຄົນໃນແສງສະຫວ່າງ, ສໍາເລັດການເດີນທາງໃນແສງສະຫວ່າງຢ່າງລາບລື້ນ, ປະຕິບັດພາລະກິດຢ່າງສົມບູນ ເພື່ອປະສົບ, ຮຽນຮູ້ ແລະ ຮູ້ຈັກອໍານາດອະທິປະໄຕຂອງພຣະຜູ້ຊົງສ້າງໃນຖານະສິ່ງທີ່ຖືກສ້າງ ແລະ ຕາຍໄປໃນແສງສະຫວ່າງ ແລະ ຢືນຢູ່ຄຽງຂ້າງພຣະຜູ້ຊົງສ້າງຕະຫຼອດໄປໃນນາມມະນຸດທີ່ຖືກສ້າງ ແລະ ໄດ້ຮັບຄຳສັນລະເສີນຈາກພຣະອົງ.

ຢ່າພາດໂອກາດທີ່ຈະຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ

ຊ່ວງເວລາທີຫົກທີ່ບັນລະຍາຍໄວ້ຂ້າງເທິງແມ່ນໄລຍະເວລາທີ່ສຳຄັນທີ່ວາງອອກໂດຍພຣະຜູ້ຊົງສ້າງ ເຊິ່ງຄົນທົວໄປຕ້ອງຜ່ານໃນຊີວິດຂອງພວກເຂົາ. ຈາກມຸມມອງຂອງມະນຸດ, ທຸກຊ່ວງເວລາເຫຼົ່ານີ້ແມ່ນເປັນຈິງ, ບໍ່ມີອັນໃດສາມາດຫຼີກເວັ້ນໄດ້ ແລະ ທັງໝົດມີຄວາມສຳພັນກັບການກຳນົດໄວ້ລ່ວງໜ້າ ແລະ ອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ. ດັ່ງນັ້, ສຳລັບມະນຸດແລ້ວ ທຸກຊ່ວງເວລາເຫຼົ່ານີ້ແມ່ນຈຸດກວດກາທີ່ສຳຄັນ ແລະ ຕອນນີ້ພວກເຈົ້າທຸກຄົນແມ່ນຜະເຊີນກັບຄຳຖາມຢ່າງຈິງຈັງກ່ຽວກັບວິທີການທີ່ຈະຜ່ານແຕ່ລະຊ່ວງເວລານີ້ໄດ້ຢ່າງສຳເລັດແນວໃດ.

ສອງສາມທົດສະວັດທີ່ປະກອບໃນຊີວິດມະນຸດນັ້ນບໍ່ຍາວ ແລະ ກໍບໍ່ສັ້ນ. ຊາວປີລະຫວ່າງການເກີດ ແລະ ການເປັນຜູ້ໃຫຍ່ຜ່ານໄປໃນຊົ່ວພິບຕາ ແລະ ເຖິງແມ່ນວ່າໃນຈຸດນີ້ຖືວ່າຜູ້ຄົນໄດ້ເປັນຜູ້ໃຫຍ່ແລ້ວ, ຄົນໃນກຸ່ມອາຍຸນີ້ບໍ່ຮູ້ຫຍັງເລີຍກ່ຽວກັບຊີວິດມະນຸດ ແລະ ໂຊກຊະຕາມະນຸດ. ເມື່ອພວກເຂົາມີປະສົບການຫຼາຍຂຶ້ນ, ພວກເຂົາຈຶ່ງຄ່ອຍໆກ້າວເຂົ້າສູ່ໄວກາງຄົນ. ຄົນໃນໄວສາມສິບ ແລະ ສີ່ສິບປີໄດ້ຮັບປະສົບການຊີວິດ ແລະ ໂຊກຊະຕາໃໝ່ໆ ແຕ່ຄວາມຄິດຂອງພວກເຂົາກ່ຽວກັບສິ່ງເຫຼົ່ານີ້ຍັງເລື່ອນລອຍຢູ່. ຈົນຮອດອາຍຸສີ່ສິບປີທີ່ບາງຄົນເລີ່ມເຂົ້າໃຈມະນຸດ ແລະ ໂລກຈັກກະວານທີ່ພຣະເຈົ້າໄດ້ຊົງສ້າງ ແລະ ເຂົ້າໃຈວ່າແມ່ນຫຍັງຄືຊີວິດມະນຸດ, ເຂົ້າໃຈວ່າ ແມ່ນຫຍັງຄືໂຊກຊະຕາມະນຸດ. ບາງຄົນ ເຖິງແມ່ນວ່າພວກເຂົາເປັນຜູ້ຕິດຕາມຂອງພຣະເຈົ້າມາເປັນເວລາດົນນານແລ້ວ ແລະ ຕອນນີ້ກໍເຂົ້າສູ່ໄວກາງຄົນແລ້ວ ແຕ່ກໍຍັງບໍ່ສາມາດມີຄວາມຮູ້ ແລະ ສາມາດນິຍາມກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງໄດ້ຢ່າງຖືກຕ້ອງ, ແລ້ວແຮງໄກທີ່ຈະຍອມຮັບຢ່າງແທ້ຈິງ. ບາງຄົນບໍ່ສົນໃຈຫຍັງ ນອກຈາກການສະແຫວງຫາທີ່ຈະໄດ້ຮັບພອນ ແລະ ເຖິງແມ່ນວ່າພວກເຂົາມີຊີວິດຢູ່ມາເປັນເວລາຫຼາຍປີແລ້ວ ພວກເຂົາກໍບໍ່ຮູ້ ຫຼື ບໍ່ເຂົ້າໃຈຄວາມຈິງແຫ່ງອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງເໜືອໂຊກຊະຕາມະນຸດແມ່ນແຕ່ໜ້ອຍດຽວ ແລະ ບໍ່ໄດ້ປະຕິບັດແມ່ນແຕ່ບາດກ້າວດຽວກ່ຽວກັບບົດຮຽນຕົວຈິງແຫ່ງການຍອມຮັບເອົາການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ຊົງສ້າງ. ຄົນເຊັ່ນນີ້ເປັນຄົນໂງ່ຕະຫຼອດໄປ ແລະ ຊີວິດຂອງພວກເຂົາກໍຢູ່ໄປຢ່າງໄຮ້ຄ່າ.

ຖ້າຊ່ວງເວລາຂອງຊີວິດມະນຸດຖືກແບ່ງຕາມລະດັບປະສົບການຊີວິດ ແລະ ຄວາມຮູ້ກ່ຽວກັບໂຊກຊະຕາມະນຸດ, ພວກມັນສາມາດແຍກອອກເປັນສາມໄລຍະ. ໄລຍະທີໜຶ່ງແມ່ນໄວໜຸ່ມ ເຊິ່ງແມ່ນປີລະຫວ່າງການເກີດ ແລະ ໄວກາງຄົນ ຫຼື ແຕ່ເກີດຈົນຮອດອາຍຸສາມສິບປີ. ໄລຍະທີສອງແມ່ນຄວາມເປັນຜູ້ໃຫຍ່, ແຕ່ໄວກາງຄົນຈົນຮອດໄວເຖົ້າ ຫຼື ແຕ່ອາຍຸສາມສິບຈົນຮອດຫົກສິບປີ. ໄລຍະທີສາມແມ່ນຊ່ວງເວລາຂອງການເປັນຜູ້ໃຫຍ່ ເຊິ່ງເລີ່ມຕົ້ນເຂົ້າສູ່ໄວຊະລາ, ເລີ່ມແຕ່ອາຍຸຫົກສິບປີຈົນກວ່າຄົນນັ້ນຈະຈາກໂລກນີ້ໄປ. ເວົ້າອີກຢ່າງໜຶ່ງວ່າ ແຕ່ເກີດຈົນຮອດໄວກາງຄົນ, ຄວາມຮູ້ກ່ຽວກັບໂຊກຊະຕາ ແລະ ຊີວິດຂອງຄົນສ່ວນໃຫຍ່ແມ່ນມີຂີດຈຳກັດຢູ່ທີ່ການຮຽນແບບຄວາມຄິດຂອງຄົນອື່ນ ແລະ ເກືອບວ່າບໍ່ມີແກ່ນສານແທ້ຈິງ ແລະ ເປັນຈິງເລີຍ. ໃນໄລຍະນີ້, ທັດສະນະກ່ຽວກັບຊີວິດຂອງຜູ້ຄົນ ແລະ ວິທີທີ່ຜູ້ຄົນສ້າງເສັ້ນທາງຂອງຕົວເອງຢູ່ໃນໂລກແມ່ນຂ້ອນຂ້າງໃນຮູບແບບຜິວເຜີນ ແລະ ໄຮ້ດຽງສາ. ນີ້ແມ່ນຊ່ວງເວລາເຍົາໄວຂອງຜູ້ຄົນ. ຫຼັງຈາກທີ່ຜູ້ຄົນໄດ້ຊິມລົດຊາດຄວາມສຸກ ແລະ ຄວາມໂສກເສົ້າທັງໝົດຂອງຊີວິດເທົ່ານັ້ນ ເຂົາຈິ່ງຈະໄດ້ຮັບຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບໂຊກຊະຕາ ແລະ ໃນທີ່ສຸດ ສ່ວນເລິກໆໃນຫົວໃຈຂອງເຂົາກໍຈະຄ່ອຍໆເຫັນຄຸນຄ່າຄວາມບໍ່ສາມາດປ່ຽນແປງຂອງໂຊກຊະຕາ ແລະ ເຂົ້າໃຈວ່າ ອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງເໜືອໂຊກຊະຕາມະນຸດຢ່າງແທ້ຈິງ. ນີ້ແມ່ນຊ່ວງເວລາແຫ່ງຄວາມເປັນຜູ້ໃຫຍ່ຂອງຜູ້ຄົນ. ຜູ້ຄົນເຂົ້າສູ່ໄລຍະຄວາມເປັນຜູ້ໃຫຍ່ຂອງຕົນເມື່ອພວກເຂົາໄດ້ເຊົາຝືນໂຊກຊະຕາ ແລະ ເມື່ອພວກເຂົາບໍ່ຕ້ອງການທີ່ຈະຖືກລາກເຂົ້າໄປສູ່ການຜິດຖຽງກັນອີກຕໍ່ໄປ, ແຕ່ກົງກັນຂ້າມ ຮູ້ຊະຕາກຳຊີວິດຂອງຕົນ, ຍອມຮັບຄວາມປະສົງແຫ່ງສະຫວັນ, ສະຫຼຸບຄວາມສຳເລັດ ແລະ ຂໍ້ຜິດພາດໃນຊີວິດຂອງຕົນເອງ ແລະ ຄອງຖ້າການພິພາກສາຂອງພຣະຜູ້ຊົງສ້າງຕໍ່ຊີວິດຂອງພວກເຂົາ. ພິຈາລະນາປະສົບການ ແລະ ການຄອບຄອງຕ່າງໆທີ່ຄົນໄດ້ຮັບໃນຊ່ວງສາມໄລຍະນີ້, ພາຍໃຕ້ສະຖານະພາບປົກກະຕິ ປ່ອງຢ້ຽມແຫ່ງໂອກາດທີ່ຈະຮູ້ຈັກອຳນາດອະທິປະໄຕຂອງຜູ້ຄົນນັ້ນບໍ່ໄດ້ກວ້າງປານໃດ. ຖ້າຜູ້ຄົນມີຊີວິດຢູ່ຮອດຫົກສິບປີ ເຂົາມີເວລາພຽງແຕ່ສາມສິບປີ ຫຼື ປະມານນັ້ນເພື່ອຮູ້ຈັກອຳນາດອະທິປະໄຕຂອງພຣະເຈົ້າ; ຖ້າຜູ້ຄົນຕ້ອງການເວລາຍາວກວ່ານັ້ນ, ມີທາງດຽວກໍຄືຜູ້ຄົນຕ້ອງມີຊີວິດຍືນຍາວພໍສົມຄວນ ແລະ ຖ້າຜູ້ຄົນສາມາດຢູ່ໄດ້ຮອດສັດຕະວັດໜຶ່ງເທົ່ານັ້ນ. ດັ່ງນັ້ນ ເຮົາຈິ່ງເວົ້າວ່າ, ອີງຕາມກົດເກນທົ່ວໄປແຫ່ງການດຳລົງຢູ່ຂອງມະນຸດ, ເຖິງແມ່ນວ່າມັນເປັນຂະບວນການທີ່ຍາວນານເລີ່ມຈາກເວລາຜູ້ຄົນຜະເຊີນກັບການຮູ້ຈັກອຳນາດອະທິປະໄຕຂອງພຣະເຈົ້າຈົນຮອດເວລາທີ່ເຂົາສາມາດຮັບຮູ້ຄວາມຈິງແຫ່ງອຳນາດອະທິປະໄຕນັ້ນ ແລະ ຫຼັງຈາກນັ້ນຈົນເຖິງຈຸດທີ່ຜູ້ຄົນສາມາດຍອມຮັບມັນໄດ້, ແທ້ຈິງແລ້ວ ຖ້າພວກເຂົານັບຈຳນວນປີ ແມ່ນບໍ່ເກີນສາມສິບ ຫຼື ສີ່ສິບປີໃນຊ່ວງເວລາທີ່ພວກເຂົາມີໂອກາດທີ່ຈະໄດ້ຮັບລາງວັນເຫຼົ່ານີ້. ຜູ້ຄົນມັກຈະຫຼົງໄຫຼກັບຄວາມປາດຖະໜາ ແລະ ຄວາມທະເຍີທະຍານຂອງຕົນໃນການຮັບພອນສະເໝີ ດັ່ງນັ້ນພວກເຂົາຈິ່ງບໍ່ສາມາດແຍກແຍະວ່າທາດແທ້ຊີວິດມະນຸດຢືນຢູ່ຈຸດໃດ ແລະ ບໍ່ເຂົ້າໃຈຄວາມສຳຄັນໃນການຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ. ຄົນເຊັ່ນນັ້ນບໍ່ຖະໜຸຖະໜອມໂອກາດອັນລ້ຳຄ່ານີ້ເພື່ອເຂົ້າສູ່ໂລກມະນຸດ ເພື່ອປະສົບກັບຊີວິດມະນຸດ ແລະ ອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ແລະ ພວກເຂົາບໍ່ຮັບຮູ້ວ່າມັນລ້ຳຄ່າພຽງໃດສຳລັບສິ່ງມີຊີວິດທີ່ຖືກສ້າງຂຶ້ນທີ່ຈະໄດ້ຮັບການຊີ້ນຳສ່ວນຕົວຂອງພຣະຜູ້ຊົງສ້າງ. ດັ່ງນ້ນ ເຮົາຈິ່ງເວົ້າວ່າ ບັນດາຜູ້ທີ່ຢາກໃຫ້ພາລະກິດຂອງພຣະເຈົ້າຈົບລົງໂດຍໄວ, ຜູ້ທີ່ປາດຖະໜາໃຫ້ພຣະເຈົ້າຈັດແຈງຈຸດຈົບຂອງມະນຸດໄວເທົ່າທີ່ຈະໄວໄດ້ ເພື່ອວ່າພວກເຂົາອາດຈະໄດ້ເຫັນຕົວຕົນທີ່ແທ້ຈິງຂອງພຣະອົງທັນທີ ແລະ ໄດ້ຮັບພອນໄວເທົ່າທີ່ຈະໄວໄດ້. ພວກເຂົາມີຄວາມຜິດແຫ່ງການບໍ່ເຊື່ອຟັງທີ່ຮ້າຍແຮງທີ່ສຸດ ແລະ ພວກເຂົາຍັງເປັນຄົນໂງ່ຈ້າທີ່ສຸດອີກດ້ວຍ. ໃນຂະນະດຽວກັນ, ບັນດາຄົນສະຫຼາດ, ບັນດາຜູ້ທີ່ມີຄວາມສະຫຼາດຫຼັກແຫຼມທາງແນວຄິດ ແມ່ນພາກັນປາດຖະໜາຢາກເຂົ້າໃຈໂອກາດທີ່ເປັນເອກະລັກນີ້ ເພື່ອຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງໃນຊ່ວງເວລາທີ່ຈຳກັດຂອງພວກເຂົາ. ຄວາມປາດຖະໜາທີ່ແຕກຕ່າງກັນທັງສອງນີ້ເຜີຍໃຫ້ເຫັນສອງມຸມມອງ ແລະ ການສະແຫວງຫາທີ່ແຕກຕ່າງກັນຢ່າງຫຼວງຫຼາຍ: ບັນດາຜູ້ທີ່ສະແຫວງຫາພອນເປັນຄົນເຫັນແກ່ຕົວ ແລະ ບໍ່ໄດ້ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ, ບໍ່ເຄີຍສະແຫວງຫາເພື່ອຮູ້ຈັກອຳນາດອະທິປະໄຕຂອງພຣະເຈົ້າ, ບໍ່ເຄີຍປາດຖະໜາທີ່ຈະຍອມຮັບມັນ, ພຽງແຕ່ຢາກມີຊີວິດຕາມໃຈພວກເຂົາ. ພວກເຂົາແມ່ນຄົນເສື່ອມໂຊມທີ່ບໍ່ສົນໃຈຫຍັງ ແລະ ຄົນປະເພດນີ້ແມ່ນຈະຖືກທຳລາຍ. ບັນດາຜູ້ທີ່ສະແຫວງຫາຢາກຮູ້ຈັກພຣະເຈົ້າ ສາມາດປ່ອຍວາງຄວາມປາດຖະໜາຂອງຕົນໄດ້, ເຕັມໃຈທີ່ຈະຍອມຮັບອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າ ແລະ ພວກເຂົາພະຍາຍາມທີ່ຈະເປັນຄົນປະເພດທີ່ຍອມຮັບສິດອຳນາດຂອງພຣະເຈົ້າ ແລະ ເປັນຜູ້ທີ່ປະຕິບັດຕາມຄວາມປາດຖະໜາຂອງພຣະເຈົ້າ. ຄົນແບບນີ້ດຳລົງຢູ່ໃນແສງສະຫວ່າງ ແລະ ຢູ່ທ່າມກາງພອນຕ່າງໆຂອງພຣະເຈົ້າ ແລະ ພວກເຂົາຈະໄດ້ຮັບການຍົກຍ້ອງຈາກພຣະເຈົ້າຢ່າງແນ່ນອນ. ແນວໃດກໍ່ຕາມ, ທາງເລືອກຂອງມະນຸດນັ້ນໄຮ້ປະໂຫຍດ ແລະ ມະນຸດບໍ່ສາມາດເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້ານັ້ນຈະໃຊ້ເວລາດົນປານໃດ. ສຳລັບຜູ້ຄົນ ມັນຈະເປັນການດີກວ່າທີ່ຈະຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ ແລະ ຍອມຮັບອຳນາດອະທິປະໄຕຂອງພຣະອົງ. ຖ້າເຈົ້າບໍ່ຍອມຢູ່ໃຕ້ການປັ້ນແຕ່ງຂອງພຣະເຈົ້າ ເຈົ້າຈະເຮັດຫຍັງໄດ້ແດ່? ທ້າຍທີ່ສຸດ ພຣະເຈົ້າຈະປະສົບກັບການສູນເສຍໃດໆບໍ່? ຖ້າເຈົ້າບໍ່ຍອມຢູ່ໃຕ້ການປັ້ນແຕ່ງຂອງພຣະເຈົ້າ, ແຕ່ກົງກັນຂ້າມ ເຈົ້າພະຍາຍາມທີ່ຈະຄວບຄຸມດ້ວຍຕົວເຈົ້າເອງ, ແລ້ວເຈົ້າແມ່ນກຳລັງເລືອກເສັ້ນທາງທີ່ໂງ່ທີ່ສຸດ ແລະ ໃນທີ່ສຸດເຈົ້າຈະເປັນຄົນທີ່ປະສົບກັບການສູນເສຍ. ມີພຽງຜູ້ຄົນຮ່ວມມືກັບພຣະເຈົ້າໄວເທົ່າທີ່ຈະໄວໄດ້ເທົ່ານັ້ນ, ມີພຽງພວກເຂົາເລີ່ມຍອມຮັບການປັ້ນແຕ່ງຂອງພຣະອົງ ແລະ ຮູ້ຈັກສິດອຳນາດຂອງພຣະອົງ ແລະ ເຂົ້າໃຈທຸກສິ່ງທີ່ພຣະອົງໄດ້ກະທໍາເພື່ອພວກເຂົາເທົ່ານັ້ນ ພວກເຂົາຈິ່ງຈະມີຄວາມຫວັງ. ມີພຽງວິທີນີ້ເທົ່ານັ້ນ ຊີວິດຂອງພວກເຂົາຈິ່ງຈະບໍ່ໄຮ້ປະໂຫຍດ ແລະ ພວກເຂົາຈະບັນລຸຄວາມລອດພົ້ນ.

ບໍ່ມີໃຜສາມາດປ່ຽນແປງຄວາມຈິງທີ່ວ່າພຣະເຈົ້າມີອຳນາດອະທິປະໄຕເໜືອໂຊກຊະຕານະນຸດໄດ້.

ຫຼັງຈາກທີ່ໄດ້ຟັງທຸກສິ່ງທີ່ເຮົາກ່າວແລ້ວ, ຄວາມຄິດຂອງພວກເຈົ້າກ່ຽວກັບໂຊກຊະຕາໄດ້ປ່ຽນໄປບໍ? ເຈົ້າເຂົ້າໃຈຄວາມຈິງກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດແນວໃດ? ເວົ້າຢ່າງຈະແຈ້ງກໍຄື ພາຍໃຕ້ສິດອຳນາດຂອງພຣະເຈົ້າ, ທຸກຄົນບໍ່ວ່າ ຫ້າວຫັນ ຫຼື ກຽດຄ້ານແມ່ນຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ການຈັດແຈງຂອງພຣະອົງ ແລະ ບໍ່ວ່າຄົນໃດໜຶ່ງຈະຕໍ່ສູ້ດິ້ນລົນແນວໃດກໍຕາມໃນຊ່ວງເວລາແຫ່ງຊີວິດຂອງເຂົາ, ບໍ່ວ່າຜູ້ຄົນຈະຍ່າງບົນເສັ້ນທາງຄົດລ້ຽວຈັກເສັ້ນທາງກໍຕາມ, ສຸດທ້າຍແລ້ວ ພວກເຂົາກໍຈະກັບໄປສູ່ວົງໂຄຈອນແຫ່ງໂຊກຊະຕາທີ່ພຣະຜູ້ຊົງສ້າງໄດ້ຂີດໄວ້ໃຫ້ພວກເຂົາ. ນີ້ແມ່ນຄວາມບໍ່ສາມາດເອົາຊະນະໄດ້ແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ ແລະ ວິທີການທີ່ສິດອຳນາດຂອງພຣະອົງຄວບຄຸມ ແລະ ປົກຄອງຈັກກະວານ. ມັນແມ່ນຄວາມບໍ່ສາມາດກີດກັ້ນໄດ້ນີ້, ຮູບແບບການຄວບຄຸມ ແລະ ການປົກຄອງດັ່ງກ່າວຈຶ່ງເປັນສິ່ງທີ່ຮັບຜິດຊອບຕໍ່ກົດເກນໃນການກຳນົດຊີວິດຂອງທຸກສິ່, ເຮັດໃຫ້ມະນຸດກັບຊາດມາເກີດຊ້ຳແລ້ວຊ້ຳອີກໂດຍບໍ່ມີການແຊກແຊງ, ທີ່ເຮັດໃຫ້ໂລກໝຸນວຽນເປັນປົກກະຕິ ແລະ ໝຸນໄປຂ້າງໜ້າມື້່ຕໍ່ມື້ ແລະ ປີຕໍ່ປີ. ພວກເຈົ້າໄດ້ເປັນພະຍານຕໍ່ຄວາມຈິງເຫຼົ່ານີ້ທັງໝົດ ແລະ ພວກເຈົ້າເຂົ້າໃຈພວກມັນ ບໍ່ວ່າຈະແບບຜິວເຜີນ ຫຼື ຢ່າງເລິກເຊິ່ງກໍຕາມ ແລະ ຄວາມເລິກແຫ່ງຄວາມເຂົ້າໃຈຂອງພວກເຈົ້ານັ້ນຂຶ້ນຢູ່ກັບປະສົບການ ແລະ ຄວາມຮູ້ຂອງພວກເຈົ້າກ່ຽວກັບຄວາມຈິງ ແລະ ຂຶ້ນຢູ່ກັບຄວາມຮູ້ຂອງພວກເຈົ້າກ່ຽວກັບພຣະເຈົ້າ. ຂຶ້ນຢູ່ກັບວ່າ ເຈົ້າຮູ້ຈັກຄວາມເປັນຈິງແຫ່ງຄວາມຈິງດີປານໃດ, ເຈົ້າໄດ້ປະສົບກັບພຣະທຳຂອງພຣະເຈົ້າຫຼາຍປານໃດ, ເຈົ້າຮູ້ຈັກແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າດີປານໃດ. ທັງໝົດນີ້ສະແດງເຖິງຄວາມເຂົ້າໃຈຂອງເຈົ້າກ່ຽວກັບອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າ ວ່າເຈົ້າເຂົ້າໃຈເລິກເຊິ່ງພຽງໃດ. ການມີຢູ່ຂອງອໍານາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າຂຶ້ນຢູ່ກັບວ່າມະນຸດຊາດຍອມຮັບສິ່ງເຫຼົ່ານີ້ ຫຼື ບໍ່? ຄວາມຈິງທີ່ວ່າ ພຣະເຈົ້າຄອບຄອງສິດອຳນາດນີ້ ແມ່ນຖືກກຳນົດໂດຍການຍອມຮັບຂອງມະນຸດບໍ່? ບໍ່ວ່າຈະໃນສະຖານະການໃດໆກໍຕາມ ສິດອຳນາດຂອງພຣະເຈົ້າກໍຍັງຄົງມີຢູ່. ໃນທຸກສະພາບການ, ພຣະເຈົ້າຊົງກຳນົດ ແລະ ຈັດແຈງໂຊກຊະຕາຂອງມະນຸດທຸກຄົນ ແລະ ທຸກສິ່ງອີງຕາມຄວາມຄິດ ແລະ ຄວາມປາດຖະໜາຂອງພຣະອົງ. ສິ່ງນີ້ຈະບໍ່ປ່ຽນແປງຍ້ອນການປ່ຽນແປງມະນຸດ; ມັນເປັນອິດສະຫຼະຈາກຄວາມປະສົງຂອງມະນຸດ, ບໍ່ສາມາດຖືກປ່ຽນແປງໂດຍການປ່ຽນແປງໃດໆເຊັ່ນ ເວລາ, ອາກາດແລະ ສະພາບພູມີສາດ ເພາະວ່າສິດອຳນາດຂອງພຣະເຈົ້າແມ່ນແກ່ນແທ້ຂອງພຣະອົງ. ບໍ່ວ່າມະນຸດຈະສາມາດຮູ້ຈັກ ແລະ ຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ ຫຼື ບໍ່ກໍ່ຕາມ, ບໍ່ວ່າມະນຸດຈະສາມາດຍອມຮັບມັນໄດ້ ຫຼື ບໍ່ກໍ່ຕາມ ສະພາບການເຫຼົ່ານີ້ບໍ່ສາມາດປ່ຽນແປງຄວາມເປັນຈິງກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດແມ່ນແຕ່ໜ້ອຍດຽວ. ເຊິ່ງເວົ້າໄດ້ວ່າ ບໍ່ວ່າມະນຸດຈະມີທັດສະນະຄະຕິແນວໃດກໍຕາມຕໍ່ອຳນາດອະທິປະໄຕຂອງພຣະເຈົ້າ ມັນກໍບໍ່ສາມາດປ່ຽນແປງຄວາມຈິງທີ່ວ່າພຣະເຈົ້າມີອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ ແລະ ເໜືອທຸກສິ່ງໄດ້. ເຖິງແມ່ນວ່າເຈົ້າບໍ່ຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ, ພຣະອົງກໍ່ຍັງຄວບຄຸມໂຊກຊະຕາຂອງເຈົ້າຢູ່ດີ; ເຖິງແມ່ນວ່າເຈົ້າບໍ່ສາມາດຮູ້ຈັກອຳນາດອະທິປະໄຕຂອງພຣະອົງໄດ້, ສິດອຳນາດຂອງພຣະອົງກໍ່ຍັງຄົງດຳລົງຢູ່ຄືເກົ່າ. ສິດອຳນາດຂອງພຣະເຈົ້າ ແລະ ຄວາມຈິງແຫ່ງສິດອຳນາດຂອງພຣະເຈົ້າເໜືອໂຊກຊະຕາຂອງມະນຸດນັ້ນເປັນອິດສະຫຼະຈາກຄວາມປະສົງຂອງມະນຸດ ແລະ ມັນຈະບໍ່ປ່ຽນແປງໂດຍອີງຕາມຄວາມມັກຂອງມະນຸດ ແລະ ເສັ້ນທາງເລືອກຂອງພວກເຂົາ. ສິດອຳນາດຂອງພຣະເຈົ້າຢູ່ທົ່ວທຸກບ່ອນ, ທຸກເວລາ ແລະ ທຸກເມື່ອ. ສະຫວັນ ແລະ ແຜ່ນດິນໂລກຈະຜ່ານພົ້ນໄປ ແຕ່ສິດອຳນາດຂອງພຣະອົງຈະບໍ່ມີວັນຜ່ານພົ້ນໄປໄດ້ ຍ້ອນວ່າພຣະອົງເອງແມ່ນພຣະເຈົ້າ, ພຣະອົງຄອບຄອງສິດອຳນາດທີ່ເປັນເອກະລັກ ແລະ ສິດອຳນາດຂອງພຣະອົງບໍ່ໄດ້ຖືກຈຳກັດ ຫຼື ກຳນົດໂດຍຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆ ຫຼື ກໍານົດໂດຍອາກາດ ຫຼື ສະພາບພູມີສາດ. ພຣະເຈົ້າຊົງໃຊ້ສິດອຳນາດຂອງພຣະອົງສະແດງໃຫ້ເຫັນເຖິງລິດທານຸພາບຂອງພຣະອົງ, ສືບຕໍ່ພາລະກິດການຄຸ້ມຄອງດັ່ງທີ່ພຣະອົງເຄີຍປະຕິບັດສະເໝີມາ; ພຣະອົງປົກຄອງທຸກສິ່ງ, ປະທານໃຫ້ທຸກສິ່ງ ແລະ ປັ້ນແຕ່ງທຸກສິ່ງດັ່ງທີ່ພຣະອົງຊົງປະຕິບັດສະເໝີມາ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້. ມັນແມ່ນຄວາມຈິງ; ມັນຄືຄວາມຈິງທີບໍ່ມີການປ່ຽນແປງມາແຕ່ດົນນານແລ້ວ!

ທັດສະນະຄະຕິ ແລະ ການປະຕິບັດທີ່ເໝາະສົມສຳລັບຜູ້ທີ່ປາດຖະໜາຍອມຮັບສິດອຳນາດຂອງພຣະເຈົ້າ

ໃນປັດຈຸບັນນີ້, ມະນຸດຄວນມີທັດສະນະຄະຕິໃດໃນການຮູ້ຈັກ ແລະ ໃຫ້ຄວາມເຄົາລົບສິດອຳນາດຂອງພຣະເຈົ້າ ແລະ ຄວາມຈິງແຫ່ງອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ? ນີ້ແມ່ນບັນຫາແທ້ຈິງທີ່ຢືນຢູ່ຕໍ່ໜ້າທຸກຄົນ. ເມື່ອຜະເຊີນກັບບັນຫາຊີວິດຈິງ, ເຈົ້າຄວນຮູ້ຈັກ ແລະ ເຂົ້າໃຈສິດອຳນາດຂອງພຣະເຈົ້າ ແລະ ອຳນາດອະທິປະໄຕຂອງພຣະອົງແນວໃດ? ເມື່ອເຈົ້າຕ້ອງຜະເຊີນກັບບັນຫາເຫຼົ່ານີ້ ແລະ ບໍ່ຮູ້ວ່າຈະເຂົ້າໃຈ, ຮັບມື ແລະ ປະສົບກັບມັນແນວໃດ, ເຈົ້າຄວນມີທັດສະນະຄະຕິແບບໃດ ເພື່ອສະແດງເຖິງຄວາມຕັ້ງໃຈໃນການຍອມຮັບ, ຄວາມປາດຖະໜາຍອມຮັບ ແລະ ຄວາມເປັນຈິງແຫ່ງການຍອມຮັບເອົາອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າ? ກ່ອນອື່ນໝົດ ເຈົ້າຕ້ອງຮຽນຮູ້ການລໍຖ້າ; ຈາກນັ້ນ ເຈົ້າຕ້ອງຮຽນຮູ້ໃນການສະແຫວງຫາ; ຫຼັງຈາກນັ້ນ ເຈົ້າຕ້ອງຮຽນຮູ້ໃນການຍອມຮັບ. “ການລໍຖ້າ” ໝາຍເຖິງການລໍຖ້າເວລາຂອງພຣະເຈົ້າ, ການລໍຖ້າຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ຈັດແຈງໄວ້ໃຫ້ເຈົ້າ, ລໍຖ້າຄວາມປະສົງຂອງພຣະອົງທີ່ຄ່ອຍໆເປີດເຜີຍໃຫ້ແກ່ເຈົ້າ. “ການສະແຫວງຫາ” ໝາຍເຖິງການສັງເກດ ແລະ ການເຂົ້າໃຈຄວາມຕັ້ງໃຈອັນຮອບຄອບຂອງພຣະເຈົ້າສຳລັບເຈົ້າໂດຍຜ່ານຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ວາງອອກ, ເຂົ້າໃຈຄວາມຈິງຜ່ານສິ່ງເຫຼົ່ານີ້, ເຂົ້າໃຈສິ່ງທີ່ມະນຸດຕ້ອງເຮັດໃຫ້ສຳເລັດ ແລະ ເສັ້ນທາງທີ່ພວກເຂົາຕ້ອງຍຶດໝັ້ນ, ເຂົ້າໃຈໃນສິ່ງທີ່ພຣະເຈົ້າຕ້ອງການບັນລຸໃນມະນຸດ ແລະ ແມ່ນຫຍັງຄືຜົນສຳເລັດທີ່ພຣະເຈົ້າຕ້ອງການບັນລຸໃນສິ່ງເຫຼົ່ານີ້. “ການຍອມຮັບ” ແນ່ນອນ ໝາຍເຖິງການຍອມຮັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະເຈົ້າໄດ້ປັ້ນແຕ່ງ, ຍອມຮັບອຳນາດອະທິປະໄຕຂອງພຣະອົງ ແລະ ໂດຍຜ່ານສິ່ງນີ້ ມາຮູ້ຈັກວິທີທີ່ພຣະຜູ້ຊົງສ້າງກຳນົດໂຊກຊະຕາມະນຸດ, ວິທີທີ່ພຣະອົງສະໜອງຊີວິດຂອງພຣະອົງໃຫ້ມະນຸດ, ວິທີທີ່ພຣະອົງປະຕິບັດຄວາມຈິງໃນຕົວມະນຸດ. ທຸກສິ່ງທີ່ຢູ່ພາຍໃຕ້ການຈັດແຈງ ແລະ ພາຍໃຕ້ອຳນາດອະທິປະໄຕຂອງພຣະເຈົ້າແມ່ນເຊື່ອຟັງກົດເກນທຳມະຊາດ ແລະ ຖ້າເຈົ້າຕັ້ງໃຈປ່ອຍໃຫ້ພຣະເຈົ້າຈັດແຈງ ແລະ ກຳນົດທຸກສິ່ງໃຫ້ເຈົ້າ, ເຈົ້າຄວນຮ້ຽນຮູ້ໃນການລໍຖ້າ, ເຈົ້າຄວນຮຽນຮູ້ຈັກການສະແຫວງຫາ ແລະ ເຈົ້າຄວນຮຽນຮູ້ຈັກການຍອມຮັບ. ນີ້ແມ່ນທັດສະນະຄະຕິທີ່ທຸກຄົນທີ່ຕ້ອງການຍອມຮັບສິດອຳນາດຂອງພຣະເຈົ້າຕ້ອງໄດ້ມີ, ນັ້ນກໍຄື ຄຸນນະພາບພຶ້ນຖານເຊິ່ງທຸກຄົນທີ່ຕ້ອງການຍອມຮັບອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າຕ້ອງມີ. ເພື່ອໃຫ້ມີທັດສະນະຄະຕິດັ່ງກ່າວ, ເພື່ອໃຫ້ມີຄຸນນະພາບດັ່ງກ່າວ ເຈົ້າຕ້ອງພະຍາຍາມຫຼາຍຂຶ້ນ. ນີ້ແມ່ນຫົນທາງດຽວທີ່ເຈົ້າສາມາດເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງໄດ້.

ການຍອມຮັບພຣະເຈົ້າເປັນນາຍທີ່ເປັນເອກະລັກຂອງເຈົ້າແມ່ນບາດກ້າວທຳອິດໃນການໄດ້ຮັບຄວາມລອດພົ້ນ

ຄວາມຈິງກ່ຽວກັບສິດອຳນາດຂອງພຣະເຈົ້າແມ່ນຄວາມຈິງທີ່ທຸກຄົນຕ້ອງຄຳນຶງເຖິງຢ່າງຈິງຈັງ, ຕ້ອງປະສົບ ແລະ ເຂົ້າໃຈດ້ວຍໃຈຂອງພວກເຂົາ ຍ້ອນວ່າ ຄວາມຈິງເຫຼົ່ານີ້ມີຜົນຕໍ່ຊີວິດຂອງທຸກຄົນ; ຕໍ່ອະດີດ, ປັດຈຸບັນ ແລະ ອະນາຄົດຂອງທຸກຄົນ; ຕໍ່ຊ່ວງເວລາທີ່ສຳຄັນໃນຊີວິດທີ່ທຸກຄົນຕ້ອງໄດ້ຜ່ານ; ຕໍ່ຄວາມຮູ້ຂອງມະນຸດກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ທັດສະນະຄະຕິທີ່ພວກເຂົາຄວນມີກ່ຽວກັບສິດອຳນາດຂອງພຣະເຈົ້າ; ແລະ ແນ່ນອນກ່ຽວກັບຈຸດໝາຍປາຍທາງຂອງທຸກຄົນ. ດ້ວຍເຫດນັ້ນ, ສິ່ງເຫຼົ່ານີ້ຈຶ່ງຕ້ອງໄດ້ໃຊ້ເວລາຕະຫຼອດຊີວິດເພື່ອຮູ້ຈັກ ແລະ ເຂົ້າໃຈພວກມັນ. ເມື່ອເຈົ້າເບິ່ງສິດອຳນາດຂອງພຣະເຈົ້າຢ່າງເຕັມທີ່, ເມື່ອເຈົ້າຍອມຮັບອຳນາດອະທິປະໄຕຂອງພຣະອົງ, ເຈົ້າຈະຄ່ອຍໆຮັບຮູ້ ແລະ ເຂົ້າໃຈຄວາມຈິງແຫ່ງການມີຢູ່ຂອງສິດອຳນາດຂອງພຣະເຈົ້າ. ແຕ່ຖ້າເຈົ້າບໍ່ເຄີຍຮັບຮູ້ສິດອຳນາດຂອງພຣະອົງ, ບໍ່ວ່າເຈົ້າຈະມີຊີວິດມາດົນນານປານໃດກໍຕາມ ເຈົ້າກໍ່ຈະບໍ່ໄດ້ຮັບເສດສ່ວນຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຖ້າເຈົ້າບໍ່ຮູ້ຈັກ ແລະ ບໍ່ເຂົ້າໃຈສິດອຳນາດຂອງພຣະເຈົ້າຢ່າງແທ້ຈິງ, ເມື່ອເຈົ້າໄປຮອດຈຸດສິ້ນສຸດຂອງເສັ້ນທາງ, ເຖິງແມ່ນວ່າ ເຈົ້າໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍທົດສະວັດ ເຈົ້າກໍ່ຈະບໍ່ມີຫຍັງສະແດງອອກໃຫ້ເຫັນເຖິງຊີວິດຂອງເຈົ້າ ແລະ ເຈົ້າຈະບໍ່ມີຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດໂດຍທຳມະຊາດແມ່ນແຕ່ໜ້ອຍດຽວ. ນີ້ບໍ່ແມ່ນສິ່ງທີ່ໜ້າເສົ້າໃຈທີ່ສຸດບໍ? ດັ່ງນັ້ນ, ບໍ່ວ່າໃນຊີວິດເຈົ້າໄດ້ຍ່າງໄປໄກເທົ່າໃດກໍຕາມ, ບໍ່ວ່າຕອນນີ້ເຈົ້າມີອາຍຸກຈັກປີແລ້ວກໍຕາມ, ບໍ່ວ່າການເດີນທາງຂອງເຈົ້າອາດຍັງຍາວໄກຫຼາຍພຽງໃດກໍຕາມ, ກ່ອນອື່ນ ເຈົ້າຕ້ອງຮັບຮູ້ສິດອຳນາດຂອງພຣະເຈົ້າ ແລະ ພິຈາລະນາມັນຢ່າງຈິງຈັງ ແລະ ຍອມຮັບຄວາມຈິງທີ່ວ່າ ພຣະເຈົ້າຄືເຈົ້ານາຍທີ່ເປັນເອກະລັກຂອງເຈົ້າ. ການບັນລຸຄວາມຮູ້ທີ່ຊັດເຈນ ແລະ ຖືກຕ້ອງ ແລະ ຄວາມເຂົ້າໃຈຄວາມຈິງເຫຼົ່ານີ້ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ ແມ່ນບົດຮຽນທີ່ຈຳເປັນສຳລັບທຸກຄົນ; ແມ່ນກຸນແຈສູ່ການຮູ້ຈັກຊີວິດມະນຸດ ແລະ ການບັນລຸຄວາມຈິງ. ນັ້ນຄືຊີວິດແຫ່ງການຮູ້ຈັກພຣະເຈົ້າ, ເປັນຫຼັກສູດພື້ນຖານແຫ່ງການສຶກສາທີ່ທຸກຄົນຕ້ອງຜະເຊີນໃນແຕ່ລະມື້ ແລະ ບໍ່ມີໃຜສາມາດຫຼີກເວັ້ນໄດ້. ຖ້າບາງຄົນຢາກໃຊ້ທາງລັດເພື່ອບັນລຸເປົ້າໝາຍນີ້, ເຮົາຂໍບອກເຈົ້າດຽວນີ້ເລີຍວ່າ ມັນເປັນໄປບໍ່ໄດ້! ຖ້າເຈົ້າຢາກຫຼົບໜີຈາກອຳນາດອະທິປະໄຕຂອງພຣະເຈົ້າ ນັ້ນແຮງເປັນໄປໄດ້ໜ້ອຍທີ່ສຸດ! ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າດຽວຂອງມະນຸດ, ພຣະເຈົ້າແມ່ນເຈົ້ານາຍອົງດຽວຂອງໂຊກຊະຕາມະນຸດ, ສະນັ້ນ ມັນເປັນໄປບໍ່ໄດ້ທີ່ມະນຸດຈະກຳນົດໂຊກຊະຕາຂອງຕົວເອງ, ເປັນໄປບໍ່ໄດ້ທີ່ເຂົາຈະກ້າວຂາອອກຈາກສິ່ງນີ້ໄດ້. ບໍ່ວ່າຜູ້ຄົນຈະມີຄວາມສາມາດສູງປານໃດ ເຂົາກໍຈະບໍ່ສາມາດມີອິດທິພົນໄດ້ ແຮງໄກທີ່ຈະສາມາດປັ້ນແຕ່ງ, ຈັດແຈງ, ຄວບຄຸມ ຫຼື ປ່ຽນແປງໂຊກຊະຕາຂອງຄົນອື່ນໄດ້. ມີພຽງພຣະເຈົ້າເອງທີ່ເປັນເອກະລັກເທົ່ານັ້ນ ທີ່ກຳນົດທຸກສິ່ງໃຫ້ກັບມະນຸດ ຍ້ອນວ່າມີພຽງພຣະອົງເທົ່ານັ້ນທີ່ມີສິດອຳນາດທີ່ເປັນເອກະລັກທີ່ຄອບຄອງອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ, ເພາະສະນັ້ນ ມີພຽງພຣະຜູ້ຊົງສ້າງເທົ່ານັ້ນທີ່ເປັນເຈົ້ານາຍທີ່ເປັນເອກະລັກຂອງມະນຸດ. ສິດອຳນາດຂອງພຣະເຈົ້າທີ່ຄອບຄອງອຳນາດອະທິປະໄຕ ບໍ່ແມ່ນພຽງແຕ່ເໜືອມະນຸດຊາດທີ່ຖືກສ້າງຂຶ້ນມາເທົ່ານັ້ນ ແຕ່ຍັງເໜືອສິ່ງມີຊີວິດທີ່ບໍ່ໄດ້ຖືກສ້າງຂຶ້ນ ເຊິ່ງມະນຸດບໍ່ສາມາດເບິ່ງເຫັນໄດ້, ເໜືອດວງດາວ ແລະ ເໜືອຈັກກະວານ. ນີ້ແມ່ນຄວາມຈິງທີ່ບໍ່ສາມາດໂຕ້ຖຽງໄດ້, ຄວາມຈິງທີ່ມີຢູ່ແທ້ ເຊິ່ງບໍ່ມີໃຜ ຫຼື ສິ່ງໃດສາມາດປ່ຽນແປງໄດ້. ຖ້າຜູ້ໃດໃນພວກເຈົ້າຍັງບໍ່ພໍໃຈກັບສິ່ງທີ່ເປັນຢູ່, ຖ້າເຈົ້າເຊື່ອວ່າເຈົ້າມີທັກສະພິເສດ ຫຼື ຄວາມສາມາດບາງຢ່າງ ແລະ ຍັງຄິດວ່າ ອາດມີໂອກາດໂຊກດີ ສາມາດປ່ຽນແປງສະຖານະການປັດຈຸບັນຂອງເຈົ້າໄດ້ ຫຼື ບໍ່ດັ່ງນັ້ນກໍ່ສາມາດຫຼົບໜີສິ່ງນີ້ໄດ້; ຖ້າເຈົ້າພະຍາຍາມປ່ຽນແປງໂຊກຊະຕາຂອງເຈົ້າເອງໂດຍໃຊ້ຄວາມພະຍາຍາມຂອງມະນຸດ ແລະ ແຍກຕົວເອງອອກຈາກໝູ່ເພື່ອນຂອງເຈົ້າ ແລະ ໃນທີ່ສຸດກໍມີຊື່ສຽງ ແລະ ມີໂຊກລາບ; ເຮົາຂໍບອກເຈົ້າວ່າ ເຈົ້າກຳລັງສ້າງບັນຫາໃຫ້ກັບເຈົ້າເອງ, ເຈົ້າກຳລັງຂຸດຂຸມຝັງສົບຕົວເອງຢູ່! ວັນໜຶ່ງ ບໍ່ໄວກໍຊ້າ ເຈົ້າຈະຄົ້ນພົບວ່າ ເຈົ້າໄດ້ເລືອກທາງຜິດ ແລະ ຄວາມພະຍາຍາມຂອງເຈົ້າກໍຈະສູນເປົ່າ. ຄວາມທະເຍີທະຍານຂອງເຈົ້າ, ຄວາມຕ້ອງການຝືນໂຊກຊະຕາ ຂອງເຈົ້າ ແລະ ການປະພຶດອັນຊົ່ວຊ້າຂອງເຈົ້າເອງຈະນຳພາເຈົ້າໄປສູ່ເສັ້ນທາງທີ່ບໍ່ມີທາງກັບຄືນ ແລະ ຍ້ອນສິ່ງນີ້ເຈົ້າຈະໄດ້ຈ່າຍລາຄາຢ່າງຂົມຂື່ນ. ເຖິງແມ່ນວ່າ ປັດຈຸບັນນີ້ເຈົ້າຍັງບໍ່ທັນເຫັນຜົນຮ້າຍແຮງທີ່ຈະຕາມມາ ໃນຂະນະທີ່ເຈົ້າສືບຕໍ່ປະສົບ ແລະ ເຫັນຄຸນຄ່າຄວາມຈິງທີ່ວ່າ ພຣະເຈົ້າແມ່ນນາຍຂອງໂຊກຊະຕາມະນຸດຢ່າງເລິກເຊິ່ງຂຶ້ນ ເຈົ້າຈະຄ່ອຍໆຮັບຮູ້ສິ່ງທີ່ເຮົາເວົ້າເຖິງໃນວັນນີ້ ແລະ ຄວາມໝາຍທີ່ແທ້ຈິງຂອງມັນ. ບໍ່ວ່າເຈົ້າຈະມີຫົວໃຈ ແລະ ຈິດວິນຍານແທ້ຈິງ ຫຼື ບໍ່ກໍຕາມ ແລະ ບໍ່ວ່າເຈົ້າຈະເປັນຄົນທີ່ຮັກຄວາມຈິງ ຫຼື ບໍ່ກໍຕາມ ທຸກສິ່ງແມ່ນຂຶ້ນຢູ່ກັບທັດສະນະຄະຕິທີ່ເຈົ້າມີຕໍ່ອຳນາດອະທິປະໄຕຂອງພຣະເຈົ້າ ແລະ ຕໍ່ຄວາມຈິງ. ແນ່ນອນ ສິ່ງນີ້ກຳນົດວ່າ ເຈົ້າສາມາດຮູ້ຈັກ ແລະ ເຂົ້າໃຈສິດອຳນາດຂອງພຣະເຈົ້າໄດ້ແທ້ ຫຼື ບໍ່. ຖ້າໃນຊີວິດຂອງເຈົ້າ ເຈົ້າບໍ່ເຄີຍຮູ້ສຶກເຖິງສິດອຳນາດ ແລະ ການຈັດແຈງຂອງພຣະເຈົ້າ, ຍິ່ງໄປກວ່ານັ້ນ ເຈົ້າບໍ່ຍອມຮັບຮູ້ ແລະ ຍອມຮັບສິດອຳນາດຂອງພຣະເຈົ້າ, ເຈົ້າກໍຈະເປັນເປົ້າໝາຍແຫ່ງຄວາມກຽດຊັງ ແລະ ການປະຕິເສດຂອງພຣະເຈົ້າໂດຍບໍ່ຕ້ອງສົງໃສ ຍ້ອນເສັ້ນທາງທີ່ເຈົ້າເດີນ ແລະ ທາງເລືອກທີ່ເຈົ້າເລືອກ. ແຕ່ໃນພາລະກິດຂອງພຣະເຈົ້າ, ບັນດາຜູ້ທີ່ສາມາດຍອມຮັບການທົດລອງຂອງພຣະອົງ, ຍອມຮັບອຳນາດອະທິປະໄຕຂອງພຣະອົງ, ຍອມຮັບສິດອຳນາດຂອງພຣະອົງ ແລະ ໄດ້ຮັບປະສົບການຈິງແຫ່ງພຣະທຳຂອງພຣະອົງຢ່າງຕໍ່ເນື່ອງ ຈະບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ, ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບອຳນາດອະທິປະໄຕຂອງພຣະອົງ; ພວກເຂົາຈະໄດ້ກາຍເປັນຜູ້ທີ່ຢູ່ພາຍໃຕ້ອໍານາດພຣະຜູ້ຊົງສ້າງຢ່າງແທ້ຈິງ. ມີພຽງຄົນແບບນີ້ເທົ່ານັ້ນທີ່ຈະຖືກຊ່ວຍໃຫ້ລອດພົ້ນຢ່າງແທ້ຈິງ ຍ້ອນວ່າພວກເຂົາໄດ້ຮູ້ຈັກອຳນາດອະທິປະໄຕຂອງພຣະເຈົ້າ, ຍ້ອນວ່າພວກເຂົາໄດ້ຍອມຮັບສິ່ງນີ້, ການເຫັນຄຸນຄ່າຄວາມຈິງກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ ແລະ ການຍອມຮັບຂອງພວກເຂົານັ້ນແທ້ຈິງ ແລະ ຖືກຕ້ອງ. ເມື່ອພວກເຂົາຜະເຊີນກັບຄວາມຕາຍ, ພວກເຂົາຈະມີຈິດໃຈທີ່ບໍ່ຢ້ານກົວຕໍ່ຄວາມຕາຍຄືກັບໂຢບ ແລະ ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າໃນທຸກສິ່ງໂດຍບໍ່ມີການເລືອກສ່ວນບຸກຄົນ ແລະ ບໍ່ມີຄວາມປາດຖະໜາສ່ວນບຸກຄົນແຕ່ຢ່າງໃດ. ມີພຽງບຸກຄົນເຊັ່ນນີ້ເທົ່ານັ້ນທີ່ຈະສາມາດກັບຄືນມາຢູ່ຂ້າງພຣະເຈົ້າໃນນາມຂອງມະນຸດຊາດທີ່ຖືກສ້າງຂຶ້ນຢ່າງແທ້ຈິງໄດ້.

ວັນທີ 17 ທັນວາ 2013

ກ່ອນນີ້: ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ຕໍ່ໄປ: ພຣະເຈົ້າເອງ ທີ່ເປັນເອກະລັກ IV

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ

ພວກເຈົ້າຕ້ອງມາຮູ້ຈັກນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ເຂົ້າໃຈທິດທາງໂດຍທົ່ວໄປແຫ່ງພາລະກິດຂອງພຣະອົງ. ນີ້ແມ່ນການເຂົ້າສູ່ເສັ້ນທາງທີ່ດີ....

ພາລະກິດເຜີຍແຜ່ຂ່າວປະເສີດຍັງເປັນພາລະກິດແຫ່ງການຊ່ວຍມະນຸດໃຫ້ພົ້ນອີກດ້ວຍ

ມະນຸດທຸກຄົນຈຳເປັນຕ້ອງເຂົ້າໃຈຈຸດປະສົງຂອງພາລະກິດຂອງເຮົາຢູ່ໃນໂລກນີ້, ນັ້ນແມ່ນ ຈຸດປະສົງສຸດທ້າຍຂອງພາລະກິດຂອງເຮົາ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້