ພຣະເຈົ້າເອງ, ທີ່ເປັນເອກະລັກ VII

ພາບລວມໃນອໍານາດຂອງພຣະເຈົ້າ, ອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ ແລະ ຄວາມບໍລິສຸດຂອງພຣະເຈົ້າ

ເມື່ອພວກເຈົ້າໄດ້ກ່າວຄໍາອະທິຖານຂອງພວກເຈົ້າ, ໃຈຂອງພວກເຈົ້າຮູ້ສຶກສະຫງົບໃນເວລາຢູ່ຕໍ່ໜ້າພຣະເຈົ້າບໍ່? (ຮູ້ສຶກ.) ຖ້າໃຈຂອງຄົນສາມາດຖືກເຮັດໃຫ້ສະຫງົບ ພວກເຂົາກໍຈະສາມາດໄດ້ຍິນ ແລະ ເຂົ້າໃຈພຣະທໍາຂອງພຣະເຈົ້າ ແລະ ພວກເຂົາຈະສາມາດໄດ້ຍິນ ແລະ ເຂົ້າໃຈຄວາມຈິງ. ຖ້າໃຈຂອງເຈົ້າບໍ່ສາມາດຖືກເຮັດໃຫ້ສະຫງົບໄດ້, ຖ້າໃຈຂອງເຈົ້າເລື່ອນລອຍ ຫຼື ຄິດຕະຫຼອດເວລາກ່ຽວກັບສິ່ງອື່ນ, ສິ່ງນີ້ກໍຈະມີຜົນກະທົບຕໍ່ເຈົ້າ ເມື່ອເຈົ້າເຂົ້າຮ່ວມການຊຸມນຸມເພື່ອຟັງພຣະທໍາຂອງພຣະເຈົ້າ. ແມ່ນຫຍັງຄືຈຸດສໍາຄັນຂອງບັນຫາທີ່ພວກເຮົາໄດ້ສົນທະນາ? ພວກເຮົາຈົ່ງພາກັນຄິດຄືນຫຼັງໜ້ອຍໜຶ່ງກ່ຽວກັບປະເດັນຫຼັກ. ສໍາລັບການຮູ້ຈັກພຣະເຈົ້າເອງທີ່ເປັນເອກະລັກ, ໃນພາກທີໜຶ່ງ ພວກເຮົາໄດ້ສົນທະນາກ່ຽວກັບອໍານາດຂອງພຣະເຈົ້າ. ໃນພາກທີສອງ ພວກເຮົາໄດ້ສົນທະນາ ກ່ຽວກັບອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ ແລະ ໃນພາກທີສາມ ພວກເຮົາໄດ້ສົນທະນາກ່ຽວກັບຄວາມບໍລິສຸດຂອງພຣະເຈົ້າ. ເນື້ອຫາບາງຢ່າງທີ່ພວກເຮົາໄດ້ສົນທະນາແຕ່ລະຄັ້ງໄດ້ເຮັດໃຫ້ພວກເຈົ້າປະທັບໃຈບໍ່? ໃນພາກທີໜຶ່ງ, “ອໍານາດຂອງພຣະເຈົ້າ” ໄດ້ເຮັດໃຫ້ພວກເຈົ້າປະທັບໃຈຢ່າງເລິກເຊິ່ງທີ່ສຸດບໍ? ພາກໃດທີ່ມີຜົນຕໍ່ພວກເຈົ້າຫຼາຍທີ່ສຸດ? (ທໍາອິດ ພຣະເຈົ້າໄດ້ສື່ສານເຖິງອໍານາດ ແລະ ອິດທິພົນຂອງພຣະທໍາຂອງພຣະເຈົ້າ; ພຣະເຈົ້າຈະປະເສີດໄດ້ກໍເນື່ອງຈາກພຣະທໍາຂອງພຣະອົງ ແລະ ພຣະທໍາຂອງພຣະອົງກໍເປັນຈິງ. ນີ້ແມ່ນແກ່ນແທ້ຂອງພຣະເຈົ້າທີ່ມີມາແຕ່ດັ່ງເດີມ). (ຄໍາສັ່ງຂອງພຣະເຈົ້າທີ່ມີຕໍ່ຊາຕານອາດຈະລໍ້ລວງໂຢບໄດ້ ແຕ່ບໍ່ສາມາດເອົາຊີວິດຂອງລາວໄດ້. ຈາກສິ່ງນີ້ ພວກເຮົາຈຶ່ງເຫັນອໍານາດຂອງພຣະທໍາຂອງພຣະເຈົ້າ). ມີຫຍັງທີ່ຈະເພີ່ມອີກບໍ? (ພຣະເຈົ້າໃຊ້ພຣະທໍາເພື່ອສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ຢູ່ໃນນັ້ນ ແລະ ພຣະອົງໄດ້ກ່າວພຣະທໍາ ເພື່ອສັນຍາກັບມະນຸດ ແລະ ປະທານພອນຂອງພຣະອົງໃຫ້ກັບມະນຸດ. ສິ່ງເຫຼົ່ານີ້ແມ່ນຕົວຢ່າງທັງໝົດຈາກອໍານາດຂອງພຣະທໍາຂອງພຣະເຈົ້າ. ຫຼັງຈາກນັ້ນ ພວກເຮົາໄດ້ເຫັນວິທີທີ່ພຣະເຢຊູເຈົ້າສັ່ງລາຊະໂຣໃຫ້ຍ່າງອອກຈາກຂຸມຝັງສົບຂອງລາວ. ນີ້ສະແດງໃຫ້ເຫັນວ່າ ຊີວິດ ແລະ ຄວາມຕາຍແມ່ນຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າ, ຊາຕານບໍ່ມີອໍານາດໃນການຄວບຄຸມຊີວິດ ແລະ ຄວາມຕາຍ ແລະ ບໍ່ວ່າພາລະກິດຂອງພຣະເຈົ້າຈະຖືກເຮັດໃນເນື້ອໜັງ ຫຼື ໃນພຣະວິນຍານກໍຕາມ ອໍານາດຂອງພຣະອົງກໍເປັນເອກະລັກ). ນີ້ແມ່ນຄວາມເຂົ້າໃຈທີ່ພວກເຈົ້າໄດ້ຮັບຫຼັງຈາກໄດ້ຍິນການສົນທະນາ ແມ່ນບໍ? ເມື່ອກ່າວເຖິງອໍານາດຂອງພຣະເຈົ້າ, ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄໍາວ່າ “ອໍານາດ” ແມ່ນຫຍັງ? ພາຍໃນຂອບເຂດອໍານາດຂອງພຣະເຈົ້າ, ຜູ້ຄົນແມ່ນເຫັນຫຍັງແດ່ ໃນສິ່ງທີ່ພຣະເຈົ້າກະທໍາ ແລະ ເປີດເຜີຍ? (ພວກເຮົາເຫັນລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະເຈົ້າ). (ພວກເຮົາເຫັນວ່າ ອໍານາດຂອງພຣະເຈົ້າແມ່ນມີຢູ່ຕະຫຼອດ ແລະ ມີຢູ່ຢ່າງແທ້ຈິງ. ພວກເຮົາເຫັນອໍານາດຂອງພຣະເຈົ້າຢ່າງກວ້າງຂວາງໃນການປົກຄອງຂອງພຣະອົງທົ່ວທຸກສິ່ງ ແລະ ພວກເຮົາເຫັນອໍານາດຂອງພຣະອົງໃນວົງແຄບ ໃນຂະນະທີ່ພຣະອົງຄວບຄຸມຊີວິດຂອງມະນຸດແຕ່ລະຄົນ. ຄວາມຈິງແລ້ວ ພຣະເຈົ້າວາງແຜນ ແລະ ຄວບຄຸມຈຸດເຊື່ອມຕໍ່ທັງຫົກຂອງຊີວິດມະນຸດ. ຍິ່ງໄປກວ່ານັ້ນ, ພວກເຮົາເຫັນວ່າ ອໍານາດຂອງພຣະເຈົ້າແມ່ນສະແດງເຖິງພຣະເຈົ້າເອງ, ທີ່ມີຄວາມເປັນເອກະລັກ ແລະ ບໍ່ມີສິ່ງທີ່ຖືກສ້າງໃດ ຫຼື ບໍ່ຖືກສ້າງໃດໆສາມາດຄອບຄອງສິ່ງນີ້ໄດ້. ອໍານາດຂອງພຣະເຈົ້າຄືສັນຍາລັກຂອງສະຖານະຂອງພຣະອົງ). ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບ “ສັນຍາລັກຂອງສະຖານະຂອງພຣະເຈົ້າ ແລະ ຕໍາແໜ່ງຂອງພຣະເຈົ້າ” ເບິ່ງຄືຂ້ອນຂ້າງເປັນທິດສະດີ. ພວກເຈົ້າມີຄວາມຮູ້ຢ່າງເລິກເຊິ່ງ ກ່ຽວກັບອໍານາດຂອງພຣະເຈົ້າບໍ? (ພຣະເຈົ້າໄດ້ເຝົ້າເບິ່ງພວກເຮົາ ແລະ ປົກປ້ອງພວກເຮົານັບແຕ່ເວລາທີ່ພວກເຮົາຍັງໜຸ່ມນ້ອຍ ແລະ ພວກເຮົາເຫັນອໍານາດຂອງພຣະເຈົ້າໃນສິ່ງນັ້ນ. ພວກເຮົາບໍ່ຮູ້ວ່າມີອັນຕະລາຍຢູ່ອ້ອມຂ້າງພວກເຮົາ ແຕ່ພຣະເຈົ້າກໍປົກປ້ອງພວກເຮົາຢູ່ເບື້ອງຫຼັງຕະຫຼອດເວລາ. ນີ້ກໍແມ່ນອໍານາດຂອງພຣະເຈົ້າເຊັ່ນກັນ). ດີຫຼາຍ. ເວົ້າໄດ້ດີຫຼາຍ.

ເມື່ອເວລາພວກເຮົາເວົ້າກ່ຽວກັບອໍານາດຂອງພຣະເຈົ້າ, ຈຸດສຸມຂອງພວກເຮົາ, ປະເດັນຫຼັກຂອງພວກເຮົາແມ່ນຫຍັງ? ເປັນຫຍັງພວກເຮົາຈຶ່ງຈໍາເປັນຕ້ອງສົນທະນາໃນເລື່ອງນີ້? ຈຸດປະສົງທໍາອິດໃນການສົນທະນາກ່ຽວກັບເລື່ອງນີ້ ກໍເພື່ອສ້າງສະຖານະຂອງພຣະເຈົ້າໃນຖານະເປັນພຣະຜູ້ສ້າງ ແລະ ຕໍາແໜ່ງຂອງພຣະອົງໃນຫົວໃຈຂອງຜູ້ຄົນ ແລະ ໃນທ່າມກາງທຸກສິ່ງ. ກ່ອນອື່ນ ນີ້ແມ່ນສິ່ງທີ່ຜູ້ຄົນສາມາດຮູ້ຈັກ, ເຫັນ ແລະ ຮູ້ສຶກເຖິງ. ສິ່ງທີ່ເຈົ້າເຫັນ ແລະ ສິ່ງທີ່ເຈົ້າຮູ້ສຶກແມ່ນມາຈາກການກະທໍາຂອງພຣະເຈົ້າ, ຈາກພຣະທໍາຂອງພຣະເຈົ້າ ແລະ ການຄວບຄຸມທຸກສິ່ງຂອງພຣະເຈົ້າ. ສະນັ້ນ, ຄວາມເຂົ້າໃຈທີ່ແທ້ຈິງ ທີ່ຜູ້ຄົນໄດ້ຮັບຈາກທຸກສິ່ງທີ່ພວກເຂົາເຫັນ, ທີ່ພວກເຂົາຮຽນຮູ້ ແລະ ຮູ້ຈັກຜ່ານອໍານາດຂອງພຣະເຈົ້າແມ່ນຫຍັງ? ພວກເຮົາໄດ້ສົນທະນາກ່ຽວກັບຈຸດປະສົງທໍາອິດແລ້ວ. ຈຸດປະສົງທີສອງແມ່ນເພື່ອເຮັດໃຫ້ຜູ້ຄົນເຫັນອໍານາດ ແລະ ສະຕິປັນຍາຂອງພຣະເຈົ້າຜ່ານທຸກສິ່ງທີ່ພຣະເຈົ້າໄດ້ກະທໍາ ແລະ ກ່າວ ແລະ ທຸກສິ່ງທີ່ຄວບຄຸມດ້ວຍອໍານາດຂອງພຣະອົງ. ນີ້ກໍເພື່ອເຮັດໃຫ້ເຈົ້າເຫັນວ່າ ພຣະເຈົ້າມີລິດອໍານາດ ແລະ ສະຕິປັນຍາຫຼາຍສໍ່າໃດໃນການຄວບຄຸມທຸກສິ່ງຂອງພຣະອົງ. ນີ້ບໍ່ແມ່ນຈຸດສຸມ ແລະ ປະເດັນຫຼັກຂອງການສົນທະນາກ່ຽວກັບອໍານາດທີ່ເປັນເອກະລັກຂອງພຣະເຈົ້າບໍ? ເວລາຜ່ານໄປພຽງເລັກນ້ອຍຫຼັງຈາກການສົນທະນາ ແຕ່ພວກເຈົ້າບາງຄົນກໍໄດ້ລືມສິ່ງນີ້ໄປແລ້ວ ເຊິ່ງພິສູດໃຫ້ເຫັນວ່າ ພວກເຈົ້າບໍ່ໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບອໍານາດຂອງພຣະເຈົ້າ. ສາມາດເວົ້າໄດ້ວ່າ ມະນຸດແມ່ນບໍ່ໄດ້ເຫັນອໍານາດຂອງພຣະເຈົ້າເລີຍ. ຕອນນີ້ພວກເຈົ້າໄດ້ເຂົ້າໃຈໜ້ອຍໜຶ່ງແລ້ວບໍ? ເວລາທີ່ເຈົ້າເຫັນພຣະເຈົ້າໃຊ້ອໍານາດຂອງພຣະອົງ ເຈົ້າຮູ້ສຶກແນວໃດກັນແທ້? ເຈົ້າໄດ້ຮູ້ສຶກເຖິງພະລັງຂອງພຣະເຈົ້າຢ່າງແທ້ຈິງບໍ? (ຮູ້ສຶກ.) ເວລາທີ່ເຈົ້າອ່ານພຣະທໍາຂອງພຣະອົງກ່ຽວກັບວິທີທີ່ພຣະອົງສ້າງທຸກສິ່ງ ເຈົ້າຮູ້ສຶກເຖິງພະລັງຂອງພຣະອົງ ແລະ ເຈົ້າຮູ້ສຶກເຖິງລິດອໍານາດອັນຍິ່ງໃຫຍ່ຂອງພຣະອົງ. ເວລາເຈົ້າເຫັນການປົກຄອງຂອງພຣະເຈົ້າເໜືອຊາຕາກໍາຂອງມະນຸດ ເຈົ້າໄດ້ຮູ້ສຶກເຖິງຫຍັງ? ເຈົ້າຮູ້ສຶກເຖິງພະລັງຂອງພຣະອົງ ແລະ ສະຕິປັນຍາຂອງພຣະອົງບໍ? ຖ້າພຣະເຈົ້າບໍ່ມີພະລັງນີ້, ຖ້າພຣະອົງບໍ່ມີສະຕິປັນຍານີ້, ພຣະອົງຈະມີຄຸນສົມບັດໃນການປົກຄອງເໜືອທຸກສິ່ງ ແລະ ເໜືອຊາຕາກໍາຂອງມະນຸດບໍ? ຖ້າບາງຄົນບໍ່ມີຄວາມສາມາດເຮັດວຽກງານຂອງພວກເຂົາ, ຖ້າພວກເຂົາຂາດກໍາລັງທີ່ຈໍາເປັນ, ຂາດທັກສະ ແລະ ຄວາມຮູ້ທີ່ເໝາະສົມ, ພວກເຂົາຈະມີຄຸນສົມບັດສໍາລັບວຽກງານຂອງພວກເຂົາບໍ? ພວກເຂົາຈະບໍ່ມີຄຸນສົມບັດຢ່າງແນ່ນອນ. ຄວາມສາມາດຂອງບຸກຄົນໃນການເຮັດສິ່ງທີ່ຍິ່ງໃຫຍ່ແມ່ນຂຶ້ນກັບຄວາມສາມາດຂອງພວກເຂົາວ່າສູງສໍ່າໃດ. ພຣະເຈົ້າມີພະລັງ ແລະ ສະຕິປັນຍາ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງມີອໍານາດ. ນີ້ແມ່ນສິ່ງທີ່ເປັນເອກະລັກ. ໃນທ່າມກາງສິ່ງຊົງສ້າງທັງປວງ, ເຈົ້າເຄີຍເຫັນຄົນ ຫຼື ສິ່ງຊົງສ້າງມີພະລັງຄືກັບພຣະເຈົ້າບໍ? ມີຜູ້ໃດ ຫຼື ສິ່ງໃດທີ່ມີພະລັງໃນການສ້າງສະຫວັນ, ສ້າງແຜ່ນດິນໂລກ ແລະ ທຸກສິ່ງ ເພື່ອຄວບຄຸມ ແລະ ປົກຄອງສິ່ງເຫຼົ່ານັ້ນບໍ່? ມີຜູ້ໃດ ຫຼື ສິ່ງໃດທີ່ສາມາດປົກຄອງ ແລະ ນໍາພາມະນຸດທັງໝົດ ທີ່ສາມາດຢູ່ທຸກແຫ່ງຕະຫຼອດເວລາບໍ? (ບໍ່, ບໍ່ມີ). ຕອນນີ້ພວກເຈົ້າເຂົ້າໃຈຄວາມໝາຍທີ່ແທ້ຈິງກ່ຽວກັບອໍານາດທີ່ເປັນເອກະລັກຂອງພຣະເຈົ້າແລ້ວບໍ່? ຕອນນີ້ພວກເຈົ້າມີຄວາມເຂົ້າໃຈເລັກນ້ອຍກ່ຽວກັບສິ່ງນີ້ແລ້ວບໍ? (ແມ່ນແລ້ວ). ນີ້ຈົບສິ້ນການທວນຄືນຫົວຂໍ້ ກ່ຽວກັບອໍານາດທີ່ເປັນເອກະລັກຂອງພຣະເຈົ້າ.

ໃນພາກທີສອງ, ພວກເຮົາໄດ້ເວົ້າກ່ຽວກັບອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ. ພວກເຮົາບໍ່ໄດ້ສົນທະນາຫຼາຍປານໃດກ່ຽວກັບຫົວຂໍ້ນີ້ ຍ້ອນວ່າ ໃນຂັ້ນຕອນນີ້ ພາລະກິດຂອງພຣະເຈົ້າແມ່ນປະກອບມີການພິພາກສາ ແລະ ການຂ້ຽນຕີເປັນສ່ວນໃຫຍ່. ໃນຍຸກແຫ່ງອານາຈັກ, ອຸປະນິໄສທີ່ຊອບທໍາຂອງພຣະເຈົ້າແມ່ນຖືກເປີດເຜີຍຢ່າງຊັດເຈນ ແລະ ຢ່າງລະອຽດຫຼາຍ. ພຣະອົງໄດ້ກ່າວພຣະທໍາທີ່ພຣະອົງບໍ່ເຄີຍກ່າວນັບຕັ້ງແຕ່ເວລາແຫ່ງການຊົງສ້າງ; ແລະ ໃນພຣະທໍາຂອງພຣະອົງຜູ້ຄົນທັງໝົດ ນັ້ນກໍຄື ທຸກຄົນທີ່ໄດ້ອ່ານ ແລະ ປະສົບກັບພຣະທໍາຂອງພຣະອົງ ແມ່ນໄດ້ເຫັນການເປີດເຜີຍອຸປະນິໄສທີ່ຊອບທໍາຂອງພຣະອົງ. ສະນັ້ນ, ປະເດັນຫຼັກຂອງການສົນທະນາຂອງພວກເຮົາ ກ່ຽວກັບອຸປະນິໄສທີ່ຊອບທໍາຂອງພຣະເຈົ້າແມ່ນຫຍັງ? ພວກເຈົ້າເຂົ້າໃຈສິ່ງນີ້ຢ່າງເລິກເຊິ່ງບໍ? ພວກເຈົ້າເຂົ້າໃຈສິ່ງນີ້ຈາກປະສົບການບໍ່? (ພຣະເຈົ້າໄດ້ເຜົາໂຊດົມຍ້ອນຜູ້ຄົນໃນເວລານັ້ນແມ່ນເສື່ອມຊາມຫຼາຍ ແລະ ທ້າທາຍຄວາມໂກດຮ້າຍຂອງພຣະເຈົ້າ. ຈາກສິ່ງນີ້ ພວກເຮົາຈຶ່ງເຫັນອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ). ກ່ອນອື່ນໝົດ, ຈົ່ງເບິ່ງ: ຖ້າພຣະເຈົ້າບໍ່ໄດ້ທໍາລາຍໂຊດົມ, ເຈົ້າຈະສາມາດຮູ້ຈັກອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ? ເຈົ້າຍັງຈະສາມາດຮູ້ຈັກ ແມ່ນບໍ? ພວກເຈົ້າຈະສາມາດເຫັນສິ່ງນີ້ໃນພຣະທໍາທີ່ພຣະເຈົ້າໄດ້ສະແດງອອກໃນຍຸກແຫ່ງອານາຈັກ ແລະ ໃນການພິພາກສາ, ການຂ້ຽນຕີ ແລະ ຄໍາສາບແຊ່ງ ທີ່ພຣະອົງໄດ້ວາງໃສ່ມະນຸດ. ພວກເຈົ້າສາມາດເຫັນອຸປະນິໄສທີ່ຊອບທໍາຂອງພຣະເຈົ້າໃນການມີເມດຕາຕໍ່ເມຶອງນີນາເວຂອງພຣະອົງບໍ? (ເຫັນ). ໃນຍຸກປັດຈຸບັນ, ຜູ້ຄົນສາມາດເຫັນຄວາມເມດຕາ, ຄວາມຮັກ ແລະ ຄວາມອົດທົນບາງຢ່າງຂອງພຣະເຈົ້າ ແລະ ຜູ້ຄົນສາມາດເຫັນສິ່ງນີ້ຈາກການປ່ຽນໃຈຂອງພຣະເຈົ້າເຊັ່ນກັນຫຼັງຈາກການກັບໃຈຂອງພວກເຂົາ. ການຍົກຕົວຢ່າງສອງສິ່ງນີ້ຂຶ້ນ ມາເພື່ອສົນທະນາກ່ຽວກັບອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ, ມັນເຮັດໃຫ້ເຫັນຢ່າງຊັດເຈນວ່າ ອຸປະນິໄສທີ່ຊອບທໍາຂອງພຣະອົງໄດ້ຖືກເປີດເຜີຍ ແຕ່ໃນຄວາມເປັນຈິງແລ້ວ ແກ່ນແທ້ຂອງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າແມ່ນບໍ່ໄດ້ຖືກຈໍາກັດສະເພາະແຕ່ສິ່ງທີ່ຖືກເປີດເຜີຍໃນສອງເລື່ອງເຫຼົ່ານີ້ຂອງພຣະຄໍາພີ. ຈາກສິ່ງທີ່ພວກເຈົ້າໄດ້ຮຽນຮູ້ ແລະ ໄດ້ເຫັນ ແລະ ໄດ້ປະສົບກັບພຣະທໍາຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງ, ແມ່ນຫຍັງຄືອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ ຕາມທີ່ພວກເຈົ້າເຫັນ? ຈົ່ງເວົ້າຈາກປະສົບການຂອງພວກເຈົ້າເອງ. (ໃນສະພາບແວດລ້ອມທີ່ພຣະເຈົ້າໄດ້ສ້າງເພື່ອຜູ້ຄົນ, ເມື່ອຜູ້ຄົນສາມາດສະແຫວງຫາຄວາມຈິງ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ພຣະເຈົ້າກໍຈະນໍາພາພວກເຂົາ, ໃຫ້ແສງສະຫວ່າງແກ່ພວກເຂົາ ແລະ ເຮັດໃຫ້ພວກເຂົາສາມາດຮູ້ສຶກສະຫວ່າງໃນໃຈຂອງພວກເຂົ້າ. ເມື່ອຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ຂັດຂືນພຣະອົງ ແລະ ບໍ່ເຮັດຕາມຄວາມປະສົງຂອງພຣະອົງກໍຈະມີຄວາມມືດຢ່າງໃຫຍ່ຫຼວງໃນຕົວພວກເຂົາ ຄຶກັບວ່າ ພຣະເຈົ້າໄດ້ປະຖິ້ມພວກເຂົາ. ແມ່ນແຕ່ໃນເວລາທີ່ພວກເຂົາອະທິຖານ, ພວກເຂົາກໍຈະບໍ່ຮູ້ວ່າຈະເວົ້າຫຍັງກັບພຣະອົງ. ແຕ່ເມື່ອພວກເຂົາປະຖິ້ມແນວຄິດ ແລະ ຈິນຕະນາການຂອງພວກເຂົາ ແລະ ເຕັມໃຈທີ່ຈະຮ່ວມມືກັບພຣະເຈົ້າ ແລະ ພະຍາຍາມທີ່ຈະເຮັດໃຫ້ຕົນເອງດີຂຶ້ນ, ພວກເຂົາກໍຈະຄ່ອຍໆສາມາດເຫັນສີໜ້າອັນຍິ້ມແຍ້ມແຈ່ມໃສຂອງພຣະເຈົ້າ. ຈາກສິ່ງນີ້ ພວກເຮົາຈຶ່ງປະສົບກັບຄວາມບໍລິສຸດຂອງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ. ພຣະເຈົ້າປາກົດໃນອານາຈັກທີ່ບໍລິສຸດ ແຕ່ພຣະອົງປິດບັງພຣະອົງເອງຢູ່ໃນບ່ອນທີ່ບໍ່ບໍລິສຸດ). (ຂ້ານ້ອຍເຫັນອຸປະນິໄສທີ່ຊອບທໍາຂອງພຣະເຈົ້າໃນວິທີທາງທີ່ພຣະອົງປະຕິບັດກັບຜູ້ຄົນ. ອ້າຍເອື້ອຍນ້ອງຂອງພວກເຮົາແມ່ນມີວຸດທິພາວະ ແລະ ຄວາມສາມາດທີ່ແຕກຕ່າງກັນ ແລະ ສິ່ງທີ່ພຣະເຈົ້າຕ້ອງການຈາກພວກເຮົາແຕ່ລະຄົນກໍຍັງແຕກຕ່າງກັນອີກດ້ວຍ. ພວກເຮົາທຸກຄົນແມ່ນສາມາດໄດ້ຮັບແສງສະຫວ່າງຂອງພຣະເຈົ້າໃນລະດັບທີ່ແຕກຕ່າງກັນ ແລະ ໃນສິ່ງນີ້ ຂ້ານ້ອຍຈຶ່ງເຫັນຄວາມຊອບທໍາຂອງພຣະເຈົ້າ ຍ້ອນພວກເຮົາ ນັ້ນກໍຄື ມະນຸດແມ່ນບໍ່ສາມາດປະຕິບັດກັບມະນຸດໃນວິທີນີ້ ແຕ່ພຣະເຈົ້າສາມາດ). ບັດນີ້ ພວກເຈົ້າທຸກຄົນແມ່ນມີຄວາມຮູ້ຕົວຈິງເລັກນ້ອຍທີ່ພວກເຈົ້າສາມາດອະທິບາຍໄດ້ຢ່າງຈະແຈ້ງ.

ພວກເຈົ້າຮູ້ຈັກບໍວ່າ ຄວາມຮູ້ຫຍັງທີ່ສໍາຄັນຕໍ່ການເຂົ້າໃຈອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ? ມີຫຼາຍສິ່ງທີ່ສາມາດເວົ້າໄດ້ຈາກປະສົບການກ່ຽວກັບຫົວຂໍ້ນີ້ ແຕ່ກ່ອນອື່ນໝົດ ມີປະເດັນຫຼັກບາງຂໍ້ທີ່ເຮົາຕ້ອງບອກພວກເຈົ້າ. ເພື່ອເຂົ້າໃຈອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ, ກ່ອນອື່ນໝົດ ຜູ້ຄົນຕ້ອງເຂົ້າໃຈຄວາມຮູ້ສຶກຂອງພຣະເຈົ້າ: ສິ່ງທີ່ພຣະອົງບໍ່ມັກ, ສິ່ງທີ່ພຣະອົງກຽດຊັງ, ສິ່ງທີ່ພຣະອົງຮັກ, ຜູ້ທີ່ພຣະອົງມີຄວາມອົດທົນ ແລະ ຄວາມເມດຕານໍາ ແລະ ຄົນປະເພດໃດທີ່ພຣະອົງປະທານຄວາມເມດຕາໃຫ້. ນີ້ຄືປະເດັນຫຼັກ. ຜູ້ຄົນຍັງຕ້ອງເຂົ້າໃຈວ່າ ບໍ່ວ່າພຣະເຈົ້າຈະສະຫງ່າງາມຫຼາຍສໍ່າໃດກໍຕາມ, ບໍ່ວ່າພຣະອົງຈະມີຄວາມເມດຕາ ແລະ ຄວາມຮັກໃຫ້ກັບຜູ້ຄົນຫຼາຍຊໍ່າໃດກໍຕາມ, ພຣະເຈົ້າຈະບໍ່ໄດ້ອົດທົນຕໍ່ບຸກຄົນທີ່ລ່ວງເກີນສະຖານະ ແລະ ຕໍາແໜ່ງຂອງພຣະອົງ ແລະ ພຣະອົງຈະບໍ່ອົດທົນຕໍ່ບຸກຄົນທີ່ລ່ວງເກີນກຽດສັກສີຂອງພຣະອົງ. ເຖິງວ່າພຣະເຈົ້າຈະຮັກຜູ້ຄົນ ແຕ່ພຣະອົງກໍບໍ່ໄດ້ຕາມໃຈພວກເຂົາ. ພຣະອົງມອບຄວາມຮັກ, ຄວາມເມດຕາ ແລະ ຄວາມອົດທົນຂອງພຣະອົງໃຫ້ກັບຜູ້ຄົນ ແຕ່ພຣະອົງບໍ່ເຄີຍເອົາໃຈພວກເຂົາ; ພຣະເຈົ້າມີຫຼັກການຂອງພຣະອົງ ແລະ ຂີດຈໍາກັດຂອງພຣະອົງ. ເຖິງແມ່ນວ່າ ເຈົ້າຈະຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ເຖິງແມ່ນວ່າຄວາມຮັກນັ້ນຈະຫຼາຍສໍ່າໃດກໍຕາມ, ເຈົ້າຕ້ອງບໍ່ປະຕິບັດຕໍ່ພຣະເຈົ້າຄືກັບເຈົ້າປະຕິບັດກັບຄົນອື່ນຈັກເທື່ອ. ເຖິງວ່າມັນຈະແມ່ນຄວາມຈິງທີ່ພຣະເຈົ້າປະຕິບັດກັບຜູ້ຄົນດ້ວຍຄວາມໃກ້ຊິດທີ່ສຸດ, ແຕ່ຖ້າຜູ້ຄົນເຫັນພຣະເຈົ້າເປັນພຽງແຕ່ບຸກຄົນໜຶ່ງ, ຄືກັບວ່າ ພຣະອົງເປັນພຽງແຕ່ສິ່ງທີ່ຖືກສ້າງສິ່ງໜຶ່ງ, ເປັນຄືເພື່ອນ ຫຼື ວັດຖຸແຫ່ງການນະມັດສະການ, ພຣະເຈົ້າກໍຈະເຊື່ອງໃບໜ້າຂອງພຣະອົງຈາກພວກເຂົາ ແລະ ປະຖິ້ມພວກເຂົາ. ນີ້ແມ່ນອຸປະນິໄສຂອງພຣະອົງ ແລະ ຜູ້ຄົນຕ້ອງບໍ່ໃສ່ໃຈບັນຫານີ້ໂດຍທີ່ບໍ່ຄິດ. ສະນັ້ນ, ພວກເຮົາຈຶ່ງມັກເຫັນພຣະທໍາເຫຼົ່ານີ້ທີ່ກ່າວໂດຍພຣະເຈົ້າກ່ຽວກັບອຸປະນິໄສຂອງພຣະອົງ ເຊັ່ນ: ມັນບໍ່ສໍາຄັນວ່າ ເຈົ້າໄດ້ເດີນທາງຫຼາຍເສັ້ນທາງພຽງໃດກໍຕາມ, ເຈົ້າໄດ້ເຮັດພາລະກິດຫຼາຍສໍ່າໃດກໍຕາມ ຫຼື ເຈົ້າໄດ້ທົນທຸກຫຼາຍສໍ່າໃດກໍຕາມ ແຕ່ເມື່ອເຈົ້າໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າ ພຣະອົງກໍຈະຕອບແທນພວກເຈົ້າແຕ່ລະຄົນອີງຕາມສິ່ງທີ່ພວກເຈົ້າໄດ້ເຮັດ. ນີ້ໝາຍຄວາມວ່າ ພຣະເຈົ້າປະຕິບັດກັບຜູ້ຄົນດ້ວຍຄວາມໃກ້ຊິດທີ່ສຸດ ແຕ່ຜູ້ຄົນຕ້ອງບໍ່ປະຕິບັດກັບພຣະເຈົ້າດັ່ງເພື່ອນ ຫຼື ພີ່ນ້ອງ. ຢ່າຮ້ອງພຣະເຈົ້າວ່າ “ສ່ຽວ” ຂອງເຈົ້າ. ບໍ່ວ່າເຈົ້າຈະໄດ້ຮັບຄວາມຮັກຈາກພຣະອົງຫຼາຍສໍ່າໃດກໍຕາມ, ບໍ່ວ່າພຣະອົງຈະມອບຄວາມອົດທົນໃຫ້ເຈົ້າຫຼາຍພຽງໃດກໍຕາມ, ເຈົ້າຕ້ອງບໍ່ປະຕິບັດກັບພຣະເຈົ້າວ່າເປັນເພື່ອນຈັກເທື່ອ. ນີ້ແມ່ນອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ. ເຈົ້າເຂົ້າໃຈບໍ? ເຮົາຈໍາເປັນຕ້ອງເວົ້າເພີ່ມເຕີມກ່ຽວກັບສິ່ງນີ້ບໍ? ພວກເຈົ້າໄດ້ເຂົ້າໃຈກ່ອນໜ້ານີ້ກ່ຽວກັບບັນຫານີ້ບໍ່? ເວົ້າໂດຍທົ່ວໄປແລ້ວ, ບໍ່ວ່າພວກເຂົາຈະເຂົ້າໃຈທິດສະດີ ຫຼື ພວກເຂົາບໍ່ເຄີຍພິຈາລະນາບັນຫານີ້ມາກ່ອນກໍຕາມ ນີ້ແມ່ນຄວາມຜິດທີ່ຜູ້ຄົນເຮັດໄດ້ງ່າຍທີ່ສຸດ. ເມື່ອເວລາຜູ້ຄົນລ່ວງເກີນພຣະເຈົ້າ, ມັນອາດຈະບໍ່ແມ່ນຍ້ອນເຫດການ ຫຼື ສິ່ງໃດໜຶ່ງທີ່ພວກເຂົາໄດ້ເວົ້າ ແຕ່ກົງກັນຂ້າມ ມັນແມ່ນຍ້ອນທັດສະນະຄະຕິທີ່ພວກເຂົາມີ ແລະ ສະພາບທີ່ພວກເຂົາຢູ່. ນີ້ແມ່ນສິ່ງທີ່ຢ້ານກົວຫຼາຍ. ບາງຄົນເຊື່ອວ່າ ພວກເຂົາມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ວ່າພວກເຂົາມີຄວາມຮູ້ບາງຢ່າງກ່ຽວກັບພຣະອົງ ແລະ ພວກເຂົາອາດເຖິງກັບເຮັດບາງສິ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈ. ພວກເຂົາເລີ່ມຮູ້ສຶກທຽບເທົ່າກັບພຣະເຈົ້າ ແລະ ພວກເຂົາໄດ້ໃຊ້ກົນອຸບາຍຢ່າງສະຫຼາດເພື່ອສ້າງມິດຕະພາບກັບພຣະເຈົ້າ. ຄວາມຮູ້ສຶກປະເພດເຫຼົ່ານີ້ແມ່ນຜິດຫຼາຍ. ຖ້າເຈົ້າບໍ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສິ່ງນີ້, ຖ້າເຈົ້າບໍ່ເຂົ້າໃຈສິ່ງນີ້ຢ່າງຊັດເຈນ, ເຈົ້າກໍຈະລ່ວງເກີນພຣະເຈົ້າ ແລະ ລ່ວງເກີນອຸປະນິໄສທີ່ຊອບທໍາຂອງພຣະອົງໄດ້ຢ່າງງ່າຍດາຍ. ບັດນີ້ ພວກເຈົ້າເຂົ້າໃຈໃນສິ່ງນີ້ແລ້ວບໍ? ອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ່ເປັນເອກະລັກບໍ? ມັນສາມາດທຽບເທົ່າກັບບຸກຄະລິກ ຫຼື ສົມບັດສິນທໍາຂອງມະນຸດບໍ? ມັນບໍ່ສາມາດ ສະນັ້ນ, ເຈົ້າຕ້ອງຢ່າລືມວ່າ ບໍ່ວ່າພຣະເຈົ້າຈະປະຕິບັດກັບຜູ້ຄົນ ຫຼື ພຣະອົງຈະຄິດກັບຜູ້ຄົນດ້ວຍວິທິໃດກໍຕາມ ແຕ່ຕໍາແໜ່ງ, ອໍານາດ ແລະ ສະຖານະຂອງພຣະອົງແມ່ນບໍ່ເຄີຍປ່ຽນແປງ. ສໍາລັບມະນຸດ, ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າຂອງທຸກສິ່ງ ແລະ ເປັນພຣະຜູ້ສ້າງສະເໝີ. ບັດນີ້ເຈົ້າເຂົ້າໃຈແລ້ວບໍ!

ພວກເຈົ້າໄດ້ຮຽນຮູ້ຫຍັງແດ່ກ່ຽວກັບຄວາມບໍລິສຸດຂອງພຣະເຈົ້າ? ໃນພາກສ່ວນທີ່ກ່ຽວກັບ “ຄວາມບໍລິສຸດຂອງພຣະເຈົ້າ” ນອກຈາກຄວາມຈິງທີ່ວ່າ ຄວາມຊົ່ວຮ້າຍຂອງຊາຕານຖືກນໍາໃຊ້ເພື່ອເປັນການປຽບທຽບແລ້ວ, ແມ່ນຫຍັງຄືເນື້ອຫາຫຼັກຂອງການສົນທະນາຂອງພວກເຮົາກ່ຽວກັບຄວາມບໍລິສຸດຂອງພຣະເຈົ້າ? ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າມີ ແລະ ເປັນບໍ? ສິ່ງທີ່ພຣະເຈົ້າມີ ແລະ ເປັນ ບໍ່ແມ່ນເປັນເອກະລັກສະເພາະພຣະເຈົ້າເອງບໍ? (ແມ່ນແລ້ວ). ມັນແມ່ນສິ່ງທີ່ສິ່ງຖືກສ້າງບໍ່ມີ. ນີ້ແມ່ນເຫດຜົນທີ່ພວກເຮົາເວົ້າວ່າ ພຣະເຈົ້າເປັນເອກະລັກ. ນີ້ແມ່ນສິ່ງທີ່ພວກເຈົ້າຄວນສາມາດເຂົ້າໃຈ. ພວກເຮົາໄດ້ຊຸມນຸມກັນສາມຄັ້ງ ກ່ຽວກັບເລື່ອງຄວາມບໍລິສຸດຂອງພຣະເຈົ້າ. ພວກເຈົ້າສາມາດອະທິບາຍດ້ວຍຄໍາເວົ້າ ແລະ ຄວາມເຂົ້າໃຈຂອງພວກເຈົ້າເອງບໍ່ວ່າ ສິ່ງທີ່ພວກເຈົ້າເຊື່ອກ່ຽວກັບຄວາມບໍລິສຸດຂອງພຣະເຈົ້ານັ້ນແມ່ນຫຍັງ? (ຄັ້ງກ່ອນພຣະເຈົ້າໄດ້ສື່ສານກັບພວກເຮົາ ພວກເຮົາໄດ້ຂາບລົງຢູ່ຕໍ່ໜ້າພຣະອົງ. ພຣະເຈົ້າໄດ້ສົນທະນາເລື່ອງຄວາມຈິງກັບພວກເຮົາ ກ່ຽວກັບການຂາບໄຫວ້ ແລະ ການກົ້ມຫົວເພື່ອນະມັດສະການພຣະອົງ. ພວກເຮົາໄດ້ເຫັນວ່າ ການກົ້ມຂາບລົງເພື່ອນະມັດສະການພຣະອົງ ເພື່ອຕອບສະໜອງຄວາມຕ້ອງການຂອງພຣະອົງ ບໍ່ແມ່ນເປັນການເຮັດຕາມຄວາມປະສົງຂອງພຣະອົງ ແລະ ຈາກສິ່ງນີ້ ພວກເຮົາກໍໄດ້ເຫັນຄວາມບໍລິສຸດຂອງພຣະເຈົ້າ). ແມ່ນແທ້ໆ. ມີຫຍັງອີກບໍ? (ໃນພຣະທໍາຂອງພຣະເຈົ້າທີ່ມີຕໍ່ມະນຸດ, ພວກເຮົາເຫັນວ່າ ພຣະອົງໄດ້ກ່າວຢ່າງຈະແຈ້ງ ແລະ ຊັດເຈນ. ພຣະອົງແມ່ນກົງໄປກົງມາ ແລະ ກົງຕໍ່ປະເດັນ. ຊາຕານເວົ້າໃນທາງອ້ອມ ແລະ ເຕັມໄປດ້ວຍຄວາມຫຼອກລວງ. ຈາກເຫດການທີ່ເກີດຂຶ້ນໃນຄັ້ງກ່ອນ ເມື່ອພວກເຮົາຂາບລົງຢູ່ຕໍ່ໜ້າພຣະເຈົ້າ, ພວກເຮົາໄດ້ເຫັນວ່າ ພຣະທໍາຂອງພຣະອົງ ແລະ ການກະທໍາຂອງພຣະອົງແມ່ນອີງຕາມຫຼັກການສະເໝີ. ພຣະອົງຊັດເຈນ ແລະ ກົງປະເດັນຕະຫຼອດເມື່ອພຣະອົງບອກພວກເຮົາ ກ່ຽວກັບວິທີທີ່ພວກເຮົາຄວນກະທໍາ, ວິທີທີ່ພວກເຮົາຄວນສັງເກດ ແລະ ວິທີທີ່ພວກເຮົາຄວນປະຕິບັດ. ແຕ່ຜູ້ຄົນບໍ່ປະຕິບັດຕາມພຣະອົງ. ນັບຕັ້ງແຕ່ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມ, ພວກເຂົາໄດ້ກະທໍາ ແລະ ເວົ້າດ້ວຍຄວາມຕ້ອງການຂອງຕົວເອງ ແລະ ດ້ວຍຈຸດປະສົງ ແລະ ຄວາມປາດຖະໜາສ່ວນຕົວຂອງພວກເຂົາ. ຈາກວິທີທີ່ພຣະເຈົ້າເບິ່ງແຍ່ງ, ດູແລ ແລະ ປົກປ້ອງມະນຸດ, ພວກເຮົາເຫັນວ່າ ທຸກສິ່ງທີ່ພຣະເຈົ້າກະທໍາແມ່ນເປັນບວກ ແລະ ຊັດເຈນ. ດ້ວຍວິທີນີ້ ພວກເຮົາຈຶ່ງໄດ້ເຫັນການເປີດເຜີຍແກ່ນແທ້ຂອງຄວາມບໍລິສຸດຂອງພຣະເຈົ້າ). ເວົ້າໄດ້ດີຫຼາຍ! ມີໃຜຢາກເພີ່ມຫຍັງອີກບໍ່? (ພວກເຮົາເຫັນຄວາມບໍລິສຸດຂອງພຣະເຈົ້າ ໃນເວລາທີ່ພຣະອົງເປີດເຜີຍຄວາມຊົ່ວຮ້າຍຂອງຊາຕານ. ເມື່ອພຣະເຈົ້າເປີດເຜີຍທາດແທ້ຂອງຊາຕານ, ພວກເຮົາແມ່ນໄດ້ຮັບຄວາມຮູ້ເພີ່ມເຕີມກ່ຽວກັບຄວາມຊົ່ວຮ້າຍຂອງຊາຕານ ແລະ ພວກເຮົາເຫັນແຫຼ່ງຄວາມທຸກຂອງມະນຸດ. ໃນອະດີດ ພວກເຮົາບໍ່ຮູ້ກ່ຽວກັບຄວາມທຸກຂອງມະນຸດທີ່ຢູ່ພາຍໃຕ້ອໍານາດຂອງຊາຕານ. ຫຼັງຈາກທີ່ພຣະເຈົ້າໄດ້ເປີດເຜີຍສິ່ງນີ້ເທົ່ານັ້ນ ພວກເຮົາຈຶ່ງເຫັນວ່າ ຄວາມທຸກທັງໝົດທີ່ມາຈາກການສະແຫວງຫາຊື່ສຽງ ແລະ ລາບຍົດແມ່ນວຽກຂອງຊາຕານ. ພຽງຫຼັງຈາກນັ້ນ ພວກເຮົາຈຶ່ງຮູ້ສຶກວ່າ ຄວາມບໍລິສຸດຂອງພຣະເຈົ້າແມ່ນຄວາມລອດພົ້ນທີ່ແທ້ຈິງຂອງມະນຸດ. ພຣະເຈົ້າຍັງກະກຽມເງື່ອນໄຂທີ່ຈໍາເປັນເພື່ອໃຫ້ພວກເຮົາໄດ້ຮັບຄວາມລອດພົ້ນ. ພຣະອົງບໍ່ໄດ້ຈັດແຈງໃຫ້ພວກເຮົາເກີດໃນຄອບຄົວທີ່ຮັ່ງມີ ແຕ່ພຣະອົງຮັບປະກັນວ່າ ພວກເຮົາຈະເກີດໃນຄອບຄົວທີ່ເໝາະສົມ ແລະ ໃນສະພາບແວດລ້ອມທີ່ເໝາະສົມ; ພຣະອົງບໍ່ໃຫ້ພວກເຮົາທົນທຸກກັບໄພ ແລະ ການຂົ່ມເຫັງຂອງຊາຕານ ເພື່ອວ່າ ພວກເຮົາຈະສາມາດມີເງື່ອນໄຂ, ມີວິທີຄິດທີ່ຖືກຕ້ອງ ແລະ ມີເຫດຜົນທີ່ເໝາະສົມເພື່ອຮັບເອົາຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍ. ທັງໝົດນີ້ ພວກເຮົາຍັງສາມາດເຫັນລາຍລະອຽດຂອງແຜນການ, ການອອກແບບ ແລະ ການຈັດກຽມຂອງພຣະເຈົ້າສໍາລັບພວກເຮົາ. ຍິ່ງໄປກວ່ານັ້ນ, ພວກເຮົາສາມາດເຫັນພາລະກິດທີ່ພຣະເຈົ້າໄດ້ເຮັດໃນປະຈຸບັນຢ່າງລະອຽດເພື່ອຊ່ວຍມະນຸດໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ ແລະ ພວກເຮົາເຫັນຄວາມບໍລິສຸດຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະອົງສໍາລັບມະນຸດ). ມີຫຍັງທີ່ຈະເພີ່ມໃນນັ້ນອີກບໍ່? (ມະນຸດທີ່ເສື່ອມຊາມແມ່ນຂາດຄວາມຮູ້ ແລະ ຄວາມຮັກທີ່ແທ້ຈິງສໍາລັບພຣະເຈົ້າ. ຍ້ອນພວກເຮົາບໍ່ເຂົ້າໃຈແກ່ນແທ້ຂອງຄວາມບໍລິສຸດຂອງພຣະເຈົ້າ ແລະ ຍ້ອນໃນເວລາທີ່ພວກເຮົາຂາບໄຫວ້ ແລະ ກົ້ມຫົວລົງນະມັດສະການຢູ່ຕໍ່ໜ້າພຣະອົງ, ພວກເຮົາເຮັດດ້ວຍຄວາມນຶກຄິດທີ່ບໍ່ບໍລິສຸດ ແລະ ມີເຈດຕະນາ ແລະ ຈຸດປະສົງທີ່ແອບແຝງທີ່ເຮັດໃຫ້ພຣະເຈົ້າບໍ່ພໍໃຈ. ພວກເຮົາສາມາດເຫັນວ່າ ພຣະເຈົ້າແຕກຕ່າງຈາກຊາຕານ; ຊາຕານຕ້ອງການໃຫ້ຜູ້ຄົນບູຊາ ແລະ ຍົກຍ້ອງມັນ, ຕ້ອງການໃຫ້ຜູ້ຄົນຂາບໄຫວ້ ແລະ ກົ້ມຫົວລົງເພື່ອນະມັດສະການມັນ. ຊາຕານບໍ່ມີຫຼັກການ. ຈາກສິ່ງນີ້ເຊັ່ນກັນ, ພວກເຮົາຈຶ່ງໄດ້ຮູ້ກ່ຽວກັບຄວາມບໍລິສຸດຂອງພຣະເຈົ້າ). ດີຫຼາຍ! ບັດນີ້ພວກເຮົາໄດ້ສົນທະນາກ່ຽວກັບຄວາມບໍລິສຸດຂອງພຣະເຈົ້າແລ້ວ, ພວກເຈົ້າເຫັນຄວາມສົມບູນຂອງພຣະເຈົ້າແລ້ວບໍ? (ພວກເຮົາເຫັນ). ພວກເຈົ້າເຫັນວິທີທີ່ພຣະເຈົ້າເປັນແຫຼ່ງທີ່ມາຂອງທຸກສິ່ງທີ່ເປັນບວກບໍ່? ພວກເຈົ້າສາມາດເຫັນວິທີທີ່ພຣະເຈົ້າເປັນຕົວຕົນແຫ່ງຄວາມຈິງ ແລະ ຄວາມຍຸຕິທໍາບໍ່? ພວກເຈົ້າເຫັນວິທີທີ່ພຣະເຈົ້າເປັນແຫຼ່ງທີ່ມາຂອງຄວາມຮັກບໍ່? ພວກເຈົ້າເຫັນວິທີທີ່ ທຸກສິ່ງທີ່ພຣະເຈົ້າເຮັດ, ທຸກສິ່ງທີ່ພຣະເຈົ້າສະແດງອອກ ແລະ ທຸກສິ່ງທີ່ພຣະອົງເປີດເຜີຍແມ່ນບໍ່ມີຂໍ້ບົກຜ່ອງບໍ່? (ພວກເຮົາເຫັນ). ສິ່ງເຫຼົ່ານີ້ຄືປະເດັນຫຼັກທີ່ເຮົາໄດ້ກ່າວກ່ຽວກັບຄວາມບໍລິສຸດຂອງພຣະເຈົ້າ. ໃນປັດຈຸບັນ, ພຣະທໍາເຫຼົ່ານີ້ອາດເບິ່ງຄ້າຍຄືທິດສະດີສໍາລັບພວກເຈົ້າ ແຕ່ໃນມື້ໜຶ່ງ ເມື່ອເຈົ້າໄດ້ປະສົບ ແລະ ເປັນພະຍານໃຫ້ກັບພຣະເຈົ້າທີ່ແທ້ຈິງຈາກພຣະທໍາ ແລະ ພາລະກິດຂອງພຣະອົງ, ເຈົ້າຈະເວົ້າຈາກສ່ວນເລິກຂອງຫົວໃຈຂອງເຈົ້າວ່າ ພຣະເຈົ້າບໍລິສຸດ, ພຣະເຈົ້າແຕກຕ່າງຈາກມະນຸດ, ຫົວໃຈ, ອຸປະນິໄສ ແລະ ທາດແທ້ຂອງພຣະອົງແມ່ນບໍລິສຸດໝົດ. ຄວາມບໍລິສຸດນີ້ຈະເຮັດໃຫ້ມະນຸດເຫັນຄວາມສົມບູນຂອງພຣະເຈົ້າ ແລະ ເຫັນວ່າແກ່ນແທ້ຂອງຄວາມບໍລິສຸດຂອງພຣະເຈົ້າແມ່ນສົມບູນແທ້ຈິງ. ແກ່ນແທ້ຂອງຄວາມບໍລິສຸດຂອງພຣະເຈົ້າສະແດງໃຫ້ເຫັນວ່າ ພຣະອົງແມ່ນພຣະເຈົ້າເອງ ທີ່ມີເອກະລັກ ແລະ ມັນຍັງເຮັດໃຫ້ມະນຸດເຫັນ ແລະ ພິສູດວ່າ ພຣະອົງຄືພຣະເຈົ້າທີ່ມີເອກະລັກຂອງພຣະອົງເອງ. ນີ້ບໍ່ແມ່ນປະເດັນຫຼັກບໍ? (ແມ່ນແລ້ວ).

ມື້ນີ້ ພວກເຮົາໄດ້ສະແດງໃຫ້ເຫັນເຖິງພາບລວມຂອງຫຼາຍຫົວຂໍ້ຈາກການສົນທະນາກ່ອນໜ້ານັ້ນ. ບັດນີ້ເຮົາຂໍຢຸດການສະຫຼຸບຫົວຂໍ້ຂອງມື້ນີ້ໄວ້ກ່ອນ. ເຮົາຫວັງວ່າ ພວກເຈົ້າທຸກຄົນຈະເອົາໃຈໃສ່ກັບປະເດັນຫຼັກຂອງແຕ່ລະລາຍການ ແລະ ຫົວຂໍ້. ຈົ່ງຢ່າຄິດວ່າ ສິ່ງເຫຼົ່ານັ້ນແມ່ນເປັນພຽງທິດສະດີ; ເມື່ອພວກເຈົ້າມີເວລາວ່າງ ກໍຈົ່ງອ່ານ ແລະ ພິຈາລະນາສິ່ງເຫຼົ່ານີ້ຢ່າງຈິງຈັງ. ຈົ່ງຈື່ສິ່ງເຫຼົ່ານີ້ໄວ້ໃນໃຈຂອງພວກເຈົ້າ ແລະ ນໍາເອົາສິ່ງເຫຼົ່ານີ້ໄປສູ່ຄວາມເປັນຈິງ ແລ້ວເຈົ້າຈະປະສົບກັບທຸກສິ່ງທີ່ເຮົາໄດ້ເວົ້າຢ່າງແທ້ຈິງ ກ່ຽວກັບຄວາມເປັນຈິງໃນການເປີດເຜີຍອຸປະນິໄສຂອງພຣະອົງ ແລະ ການເປີດເຜີຍສິ່ງທີ່ພຣະອົງມີ ແລະ ເປັນ. ຢ່າງໃດກໍຕາມ, ຖ້າເຈົ້າພຽງແຕ່ຈົດສິ່ງເຫຼົ່ານີ້ໃສ່ປຶ້ມບັນທຶກຂອງເຈົ້າ ແລະ ບໍ່ອ່ານສິ່ງເຫຼົ່ານີ້ ຫຼື ໄຕ່ຕອງສິ່ງເຫຼົ່ານີ້ ແລ້ວເຈົ້າຈະບໍ່ມີວັນໄດ້ຮັບສິ່ງເຫຼົ່ານີ້ເພື່ອຕົວເຈົ້າເອງ. ບັດນີ້ພວກເຈົ້າເຂົ້າໃຈ ແມ່ນບໍ? ຫຼັງຈາກໄດ້ອະທິບາຍກ່ຽວກັບສາມຫົວຂໍ້ນີ້ແລ້ວ ແລະ ຫຼັກຈາກຜູ້ຄົນໄດ້ຮັບຄວາມເຂົ້າໃຈທົ່ວໄປ ຫຼື ພຽງແຕ່ບາງຫົ້ວຂໍ້ ກ່ຽວກັບສະຖານະ, ແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າ, ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະເຈົ້າຈະສົມບູນບໍ່? (ບໍ່). ຕອນນີ້, ໃນຄວາມເຂົ້າໃຈຂອງພວກເຈົ້າເອງກ່ຽວກັບພຣະເຈົ້າ, ຍັງມີດ້ານອື່ນ ທີ່ພວກເຈົ້າຮູ້ສຶກວ່າຈໍາເປັນຕ້ອງເຂົ້າໃຈຢ່າງເລິກເຊິ່ງເພີ່ມອີກບໍ່? ເວົ້າໄດ້ວ່າ ຕອນນີ້ ຫຼັງຈາກເຈົ້າໄດ້ຮັບຄວາມເຂົ້າໃຈກ່ຽວກັບອໍານາດຂອງພຣະເຈົ້າ, ອຸປະນິໄສທີ່ຊອບທໍາຂອງພຣະອົງ ແລະ ຄວາມບໍລິສຸດຂອງພຣະອົງ, ບາງເທື່ອສະຖານະ ແລະ ຕໍາແໜ່ງທີ່ເປັນເອກະລັກຂອງພຣະອົງຈະຖືກສ້າງຂຶ້ນໃນຈິດໃຈຂອງເຈົ້າ; ແຕ່ມັນຍັງຄົງຂຶ້ນຢູ່ກັບເຈົ້າທີ່ຈະເຫັນ, ເຂົ້າໃຈ ແລະ ເຮັດໃຫ້ຄວາມຮູ້ຂອງເຈົ້າກ່ຽວກັບການກະທໍາຂອງພຣະອົງ, ພະລັງຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງເລິກເຊິ່ງຂຶ້ນໂດຍຜ່ານປະສົບການຂອງເຈົ້າເອງ. ເມື່ອພວກເຈົ້າໄດ້ຟັງການສົນທະນາເຫຼົ່ານີ້ແລ້ວ, ບົດຄວາມແຫ່ງສັດທາກໍຖືກສ້າງຂຶ້ນໃນໃຈຂອງພວກເຈົ້າບໍ່ໜ້ອຍກໍຫຼາຍ: ພຣະເຈົ້າມີຢູ່ຢ່າງແທ້ຈິງ ແລະ ມັນແມ່ນຄວາມຈິງທີ່ ພຣະອົງບໍລິຫານທຸກສິ່ງ. ບໍ່ມີໃຜອາດລ່ວງເກີນອຸປະນິໄສທີ່ຊອບທໍາຂອງພຣະອົງ; ຄວາມບໍລິສຸດຂອງພຣະອົງແມ່ນສິ່ງທີ່ແນ່ນອນ ທີ່ບໍ່ມີໃຜສາມາດສົງໄສໄດ້. ສິ່ງເຫຼົ່ານີ້ແມ່ນຄວາມຈິງ. ການສົນທະນາເຫຼົ່ານີ້ເຮັດໃຫ້ສະຖານະ ແລະ ຕໍາແໜ່ງຂອງພຣະເຈົ້າມີພື້ນຖານໃນໃຈຂອງມະນຸດ. ເມື່ອພື້ນຖານນີ້ຖືກສ້າງຂຶ້ນ, ຜູ້ຄົນກໍຕ້ອງພະຍາຍາມເຂົ້າໃຈໃຫ້ຫຼາຍຂຶ້ນ.

ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ (I)

ມື້ນີ້ ເຮົາຈະສົນທະນາກ່ຽວກັບຫົວຂໍ້ໃໝ່ກັບພວກເຈົ້າ. ຫົວຂໍ້ນີ້ແມ່ນຫຍັງ? ຫົວເລື່ອງຂອງມັນກໍຄື: “ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ”. ຫົວຂໍ້ນີ້ຟັງເບິ່ງຄືກັບວ່າໃຫຍ່ເກີນໄປໜ້ອຍໜຶ່ງບໍ? ຮູ້ສຶກຄືກັບວ່າ ມັນຂ້ອນຂ້າງເກີນທີ່ພວກເຈົ້າຈະເອື້ອມເຖິງບໍ? “ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ”. ຫົວຂໍ້ນີ້ອາດເບິ່ງຄືກັບວ່າຂ້ອນຂ້າງຫ່າງໄກສໍາລັບຜູ້ຄົນ ແຕ່ທຸກຄົນທີ່ຕິດຕາມພຣະເຈົ້າຕ້ອງເຂົ້າໃຈມັນ ຍ້ອນວ່າມັນເຊື່ອມໂຍງກັບຄວາມຮູ້ຂອງແຕ່ລະຄົນ ກ່ຽວກັບພຣະເຈົ້າຢ່າງແນ່ນອນ ແລະ ການມີຢູ່ຂອງພວກເຂົາ ໃນການທີ່ຈະສາມາດເຮັດໃຫ້ພຣະອົງພໍໃຈ ແລະ ໃນການເຄົາລົບບູຊາພຣະອົງ. ນັ້ນແມ່ນເຫດຜົນທີ່ເຮົາຈະສົນທະນາກ່ຽວກັບຫົວຂໍ້ນີ້. ມັນຂ້ອນຂ້າງເປັນໄປໄດ້ ທີ່ຜູ້ຄົນຈະມີຄວາມເຂົ້າໃຈທໍາມະດາກ່ອນໜ້ານັ້ນ ກ່ຽວກັບຫົວຂໍ້ນີ້ ຫຼື ບາງເທື່ອພວກເຂົາກໍຮັບຮູ້ເຖິງມັນໃນລະດັບໃດໜຶ່ງ. ໃນຈິດໃຈຂອງບາງຄົນ, ຄວາມຮູ້ ຫຼື ການຮັບຮູ້ນີ້ອາດມາພ້ອມກັບຄວາມເຂົ້າໃຈໃນລະດັບທີ່ທໍາມະດາ ຫຼື ຕື້ນ. ຄົນອື່ນອາດຈະມີບາງປະສົບການທີ່ພິເສດໃນໃຈຂອງພວກເຂົາ ທີ່ນໍາພວກເຂົາໄປສູ່ການຜະເຊີນໜ້າກັບຫົວຂໍ້ນີ້ແບບສ່ວນຕົວຢ່າງເລິກເຊິ່ງ. ບໍ່ວ່າຈະເລິກເຊິ່ງ ຫຼື ຜິວເຜີນກໍຕາມ ແຕ່ຄວາມຮູ້ດັ່ງກ່າວກ່ອນໜ້ານັ້ນກໍແມ່ນເປັນຄວາມຮູ້ຂ້າງດຽວ ແລະ ບໍ່ແມ່ນຄວາມຮູ້ແບບສະເພາະທີ່ພຽງພໍ. ສະນັ້ນ, ນີ້ຈຶ່ງແມ່ນເຫດຜົນທີ່ເຮົາໄດ້ເລືອກຫົວຂໍ້ນີ້ສໍາລັບການສົນທະນາ: ເພື່ອຊ່ວຍພວກເຈົ້າໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ສະເພາະເຈາະຈົງຫຼາຍຂຶ້ນ. ເຮົາຈະໃຊ້ວິທີການທີ່ພິເສດ ເພື່ອສົນທະນາກັບພວກເຈົ້າກ່ຽວກັບຫົວຂໍ້ນີ້ ເຊິ່ງເປັນວິທີການທີ່ພວກເຮົາບໍ່ເຄີຍໃຊ້ມາກ່ອນ ແລະ ເປັນວິທີການທີ່ພວກເຈົ້າອາດຈະພົບເຫັນວ່າ ບໍ່ປົກກະຕິປານໃດ ຫຼື ມີຄວາມຮູ້ສຶກອຶດອັດໃຈກັບມັນເລັກນ້ອຍ. ແຕ່ຫຼັງຈາກນັ້ນ ພວກເຈົ້າຈະຮູ້ຄວາມໝາຍຂອງເຮົາເອງ. ພວກເຈົ້າມັກນິທານບໍ? (ພວກຂ້ານ້ອຍມັກ). ດີແລ້ວ, ເບິ່ງຄືວ່າ ການທີ່ເຮົາເລືອກທີ່ຈະເລົ່ານິທານແມ່ນການເລືອກທີ່ດີ ເນື່ອງຈາກວ່າ ພວກເຈົ້າທຸກຄົນມັກນິທານຫຼາຍ. ໃຫ້ພວກເຮົາມາເລີ່ມກັນເລີຍ. ພວກເຈົ້າບໍ່ຈໍາເປັນຕ້ອງຈົດບັນທຶກ. ເຮົາຂໍໃຫ້ພວກເຈົ້າໃຈເຢັນ ແລະ ບໍ່ໃຫ້ກະວົນກະວາຍ. ພວກເຈົ້າອາດຫຼັບຕາຂອງຕົວເອງ ຖ້າພວກເຈົ້າຮູ້ສຶກວ່າ ພວກເຈົ້າຖືກລົບກວນຈາກສິ່ງອ້ອມຂ້າງພວກເຈົ້າ ຫຼື ຈາກຜູ້ຄົນທີ່ຢູ່ອ້ອມຂ້າງພວກເຈົ້າ. ເຮົາມີນິທານທີ່ວິເສດທີ່ຈະບອກພວກເຈົ້າ. ນີ້ແມ່ນນິທານກ່ຽວກັບເມັດພືດ, ແຜ່ນດິນໂລກ, ຕົ້ນໄມ້, ແສງແດດ, ນົກ ແລະ ມະນຸດ. ຕົວລະຄອນຫຼັກຂອງເລື່ອງນີ້ແມ່ນໃຜ? (ເມັດພືດ, ແຜ່ນດິນໂລກ, ຕົ້ນໄມ້, ແສງແດດ, ນົກ ແລະ ມະນຸດ). ພຣະເຈົ້າແມ່ນໜຶ່ງໃນນັ້ນບໍ? (ບໍ່ແມ່ນ). ເຖິງຢ່າງໃດກໍຕາມ ເຮົາໝັ້ນໃຈວ່າ ພວກເຈົ້າຈະຮູ້ສຶກສົດຊື່ນ ແລະ ພໍໃຈ ເມື່ອພວກເຈົ້າໄດ້ຟັງນິທານເລື່ອງນີ້. ບັດນີ້ ກະລຸນາຟັງຢ່າງງຽບໆ.

ນິທານເລື່ອງທີ 1. ເມັດພືດ, ແຜ່ນດິນໂລກ, ຕົ້ນໄມ້, ແສງແດດ, ນົກ ແລະ ມະນຸດ

ມີເມັດພືດເມັດນ້ອຍເມັດໜຶ່ງຕົກລົງມາສູ່ແຜ່ນດິນໂລກ. ເມື່ອຝົນຕົກມາຢ່າງແຮງ ແລະ ເມັດພືດນັ້ນກໍໄດ້ງອກເປັນໜໍ່ຂຶ້ນ ໃນຂະນະທີ່ຮາກຂອງມັນໄດ້ຢັ່ງລົງໄປໃນພື້ນດິນຢ່າງຊ້າໆ. ໜໍ່ພືດນັ້ນເຕີບໃຫຍ່ຂຶ້ນຕາມການເວລາ, ທົນຕໍ່ລົມພັດແຮງ ແລະ ຝົນຕົກໜັກ ແລະ ພົບກັບການປ່ຽນແປງຂອງລະດູການ ເມື່ອດວງເດືອນຂຶ້ນ ແລະ ລົງ. ໃນລະດູຮ້ອນ, ແຜ່ນດິນໂລກໄດ້ນໍາມາເຊິ່ງຂອງຂວັນແຫ່ງນໍ້າ ເພື່ອວ່າໜໍ່ພືດນັ້ນອາດຈະສາມາດທົນຕໍ່ຄວາມຮ້ອນໄໝ້ຂອງລະດູການ. ຍ້ອນແຜ່ນດິນໂລກ ຄວາມຮ້ອນຈຶ່ງເອົາຊະນະໜໍ່ພືດບໍ່ໄດ້ ແລະ ສະນັ້ນ ຄວາມຮ້ອນຂອງລະດູຮ້ອນທີ່ຮ້າຍແຮງທີ່ສຸດກໍໄດ້ຜ່ານພົ້ນໄປ. ເມື່ອລະດູໜາວມາເຖິງ ແຜ່ນດິນໂລກກໍປົກຫຸ້ມໜໍ່ພືດດ້ວຍໂອບກອດທີ່ອົບອຸ່ນຂອງມັນ. ແຜ່ນດິນໂລກ ແລະ ໜໍ່ພືດກໍໄດ້ກອດຮັດກັນແລະກັນຢ່າງໜຽວແໜ້ນ. ແຜ່ນດິນໂລກໃຫ້ຄວາມອົບອຸ່ນແກ່ໜໍ່ພືດ ແລະ ດ້ວຍເຫດນັ້ນ ມັນຈຶ່ງຢູ່ລອດຈາກຄວາມໜາວເຢັນຂອງລະດູການ ໂດຍບໍ່ໄດ້ຮັບໄພອັນຕະລາຍຈາກລົມພະຍຸໜາວ ແລະ ພະຍຸຫິມະ. ເນື່ອງຈາກໄດ້ຮັບການຄຸ້ມກັນຈາກແຜ່ນດິນໂລກ, ໜໍ່ພືດກໍມີຄວາມກ້າ ແລະ ຄວາມສຸກ; ມັນມີສຸຂະພາບທີ່ດີ ແລະ ແຂງແຮງຈາກການບໍາລຸງລ້ຽງຢ່າງບໍ່ເຫັນແກ່ຕົວຂອງແຜ່ນດິນໂລກ. ມັນເຕີບໃຫຍ່ຢ່າງມີຄວາມສຸກ, ຮ້ອງເພງໃນສາຍຝົນ, ເຕັ້ນລໍາ ແລະ ໄກວໄປມາຕາມສາຍລົມ. ໜໍ່ພືດ ແລະ ແຜ່ນດິນໂລກອາໄສເຊິ່ງກັນແລະກັນ...

ເວລາຜ່ານໄປຫຼາຍປີ ແລະ ໜໍ່ພືດກໍໄດ້ເຕີບໃຫຍ່ກາຍເປັນຕົ້ນໄມ້ໃຫຍ່. ມັນຢືນຢ່າງໝັ້ນຄົງຢູ່ເທິງແຜ່ນດິນໂລກ ໂດຍມີງ່າໄມ້ທີ່ແຂງແຮງພ້ອມກັບໃບໄມ້ທີ່ນັບບໍ່ຖ້ວນ. ຮາກຂອງຕົ້ນໄມ້ນັ້ນກໍຍັງຢັ່ງລົງໃນພື້ນດິນຄືດັ່ງທີ່ມັນເຄີຍເປັນ ແລະ ຕອນນີ້ມັນຍິ່ງຢັ່ງເລິກລົງໄປໃນດິນ. ຕອນນີ້ແຜ່ນດິນໂລກທີ່ຄັ້ງໜຶ່ງເຄີຍປົກປ້ອງໜໍ່ພືດນ້ອຍໆກໍໄດ້ເປັນຮາກຖານສໍາລັບຕົ້ນໄມ້ທີ່ຍິ່ງໃຫຍ່.

ແສງແດດໄດ້ສ່ອງລົງມາໃສ່ຕົ້ນໄມ້. ຕົ້ນໄມ້ເອນລໍາຕົ້ນຂອງມັນ ແລະ ກາງງ່າຂອງມັນອອກກວ້າງໆ ແລະ ສູບຫາຍໃຈເອົາອາກາດທີ່ໄດ້ຮັບແສງແດດເຂົ້າໄປຢ່າງເລິກໆ. ພື້ນດິນດ້ານລຸ່ມກໍຫາຍໃຈພ້ອມກັບຕົ້ນໄມ້ ແລະ ແຜ່ນດິນໂລກກໍຮູ້ສຶກວ່າ ໄດ້ເກີດຂຶ້ນໃໝ່. ຫຼັງຈາກນັ້ນກໍມີລົມທີ່ສົດຊື່ນພັດທ່າມກາງງ່າໄມ້ ແລະ ຕົ້ນໄມ້ກໍສັ່ນດ້ວຍຄວາມດີໃຈ ແລະ ໂອນເອນເປັນຄື້ນຢ່າງມີພະລັງ. ຕົ້ນໄມ້ ແລະ ແສງແດດອາໄສເຊິ່ງກັນແລະກັນ...

ຜູ້ຄົນນັ່ງໃນຮົ່ມເຢັນຂອງຕົ້ນໄມ້ ແລະ ຕາກອາກາດທີ່ຫອມຫວນ ແລະ ມີຊີວິດຊີວາ. ອາກາດຊໍາລະລ້າງຫົວໃຈ ແລະ ປອດຂອງພວກເຂົາ ແລະ ມັນຊໍາລະລ້າງເລືອດທີ່ຢູ່ພາຍໃນພວກເຂົາ ແລະ ຮ່າງກາຍຂອງພວກເຂົາກໍບໍ່ມີຄວາມອ່ອນເພຍ ແລະ ຈໍາກັດອີກຕໍ່ໄປ. ຜູ້ຄົນ ແລະ ຕົ້ນໄມ້ແມ່ນອາໄສເຊິ່ງກັນແລະກັນ...

ຝູງນົກນ້ອຍຮ້ອງຈິບໆໄດ້ບິນລົງມາຈັບເທິງງ່າໄມ້. ບາງເທື່ອພວກມັນລົງມາຈັບຢູ່ບ່ອນນັ້ນ ເພື່ອລົບໜີສັດລ່າເຫຍື່ອ ຫຼື ເພື່ອປະສົມພັນ ແລະ ລ້ຽງລູກຂອງພວກມັນ ຫຼື ບາງເທື່ອພວກມັນແມ່ນພຽງແຕ່ມາພັກຜ່ອນເລັກນ້ອຍ. ນົກ ແລະ ຕົ້ນໄມ້ແມ່ນອາໄສເຊິ່ງກັນແລະກັນ...

ຮາກຂອງຕົ້ນໄມ້ໄດ້ກ້ຽວ ແລະ ພັນກັນ ຢັ່ງເລິກລົງໄປໃນແຜ່ນດິນໂລກ. ມັນຄຸ້ມກັນແຜ່ນດິນໂລກຈາກລົມ ແລະ ຝົນດ້ວຍລໍາຕົ້ນຂອງມັນ ແລະ ມັນກາງກິ່ງໄມ້ໃຫຍ່ຂອງມັນອອກໄປ ເພື່ອປົກປ້ອງແຜ່ນດິນໂລກ ທີ່ຢູ່ກ້ອງຕີນຂອງມັນ. ຕົ້ນໄມ້ເຮັດເຊັ່ນນັ້ນ ກໍຍ້ອນແຜ່ນດິນໂລກແມ່ນແມ່ຂອງມັນ. ພວກມັນເຮັດໃຫ້ແຕ່ລະຝ່າຍມີຄວາມເຂັ້ມແຂງ ແລະ ອາໄສເຊິ່ງກັນແລະກັນ ແລະ ພວກມັນຈະບໍ່ມີວັນແຍກຈາກກັນ...

ດັ່ງນັ້ນ, ນິທານເລື່ອງນີ້ກໍໄດ້ຈົບລົງ. ພວກເຈົ້າສາມາດມືນຕາຂອງພວກເຈົ້າໄດ້ແລ້ວ. ນິທານທີ່ເຮົາໄດ້ບອກພວກເຈົ້າ ແມ່ນກ່ຽວກັບເມັດພືດ, ແຜ່ນດິນໂລກ, ຕົ້ນໄມ້, ແສງແດດ, ນົກ ແລະ ມະນຸດ. ມັນມີສອງສາມສາກເທົ່ານັ້ນ. ມັນເຮັດໃຫ້ພວກເຈົ້າມີຄວາມຮູ້ສຶກຫຍັງແດ່? ເວລາເຮົາເວົ້າດ້ວຍວິທີນີ້ ພວກເຈົ້າໄດ້ເຂົ້າໃຈສິ່ງທີ່ເຮົາກໍາລັງເວົ້າບໍ? (ພວກຂ້ານ້ອຍເຂົ້າໃຈ). ກະລຸນາເວົ້າກ່ຽວກັບຄວາມຮູ້ສຶກຂອງພວກເຈົ້າເບິ່ງ. ພວກເຈົ້າຮູ້ສຶກຫຍັງຫຼັງຈາກທີ່ໄດ້ຍິນນິທານເລື່ອງນີ້? ກ່ອນອື່ນໝົດ ເຮົາຈະບອກພວກເຈົ້າວ່າ ຕົວລະຄອນທັງໝົດໃນນິທານເລື່ອງນີ້ ແມ່ນສາມາດເບິ່ງເຫັນ ແລະ ສໍາຜັດໄດ້; ພວກເຂົາແມ່ນຂອງຈິງ ແລະ ບໍ່ແມ່ນການອຸປະມາ. ເຮົາຕ້ອງການໃຫ້ພວກເຈົ້າພິຈາລະນາສິ່ງທີ່ເຮົາໄດ້ເວົ້າໄປ. ພາຍໃນນິທານຂອງເຮົາແມ່ນບໍ່ມີຫຍັງທີ່ເຂົ້າໃຈຍາກ ແລະ ປະເດັນຫຼັກຂອງມັນກໍສາມາດສະແດງອອກໃນສອງສາມປະໂຫຍກ. (ນິທານທີ່ພວກຂ້ານ້ອຍໄດ້ຍິນແມ່ນວາດພາບທີ່ສວຍງາມ: ເມັດພືດມີຊີວິດ ແລະ ໃນຂະນະທີ່ມັນເຕີບໃຫຍ່ ມັນກໍປະສົບກັບສີ່ລະດູຂອງປີ: ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ລົ່ນ ແລະ ລະດູໜາວ. ແຜ່ນດິນໂລກກໍລໍ່ລ້ຽງເມັດພືດທີ່ແຕກດອກອອກໝາກຄືກັບແມ່ສົມຄວນຈະເຮັດ. ມັນເຮັດໃຫ້ເມັດພືດອົບອຸ່ນໃນລະດູໜາວ ເພື່ອວ່າມັນຈະສາມາດຢູ່ລອດຈາກຄວາມໜາວເຢັນ. ຫຼັງຈາກໜໍ່ພືດໄດ້ເຕີບໃຫຍ່ເປັນຕົ້ນໄມ້ ແສງແດດກໍໄດ້ສ່ອງໃສ່ງ່າໄມ້ຂອງມັນ ໂດຍໄດ້ນໍາເອົາຄວາມສຸກມາໃຫ້ມັນຢ່າງຫຼວງຫຼາຍ. ຂ້ານ້ອຍເຫັນວ່າ ໃນທ່າມກາງບັນດາສິ່ງຊົງສ້າງທັງຫຼາຍຂອງພຣະເຈົ້າ, ແຜ່ນດິນໂລກກໍມີຊີວິດເຊັ່ນກັນ ແລະ ແຜ່ນດິນໂລກ ແລະ ຕົ້ນໄມ້ກໍອາໄສເຊິ່ງກັນແລະກັນ. ຂ້ານ້ອຍຍັງເຫັນຄວາມອົບອຸ່ນທີ່ຍິ່ງໃຫຍ່ ທີ່ແສງຕາເວັນໄດ້ປະທານໃຫ້ແກ່ຕົ້ນໄມ້ ແລະ ຂ້ານ້ອຍກໍເຫັນນົກ ເຊິ່ງພວກມັນກໍເປັນສິ່ງຊົງສ້າງທໍາມະດາ ທີ່ໄດ້ມາພ້ອມກັນກັບຕົ້ນໄມ້ ແລະ ໂດຍມີມະນຸດປະກອບຢູ່ໃນພາບແຫ່ງຄວາມສະຫງົບສຸກຢ່າງສົມບູນ. ສິ່ງເຫຼົ່ານີ້ແມ່ນຄວາມຮູ້ສຶກທີ່ຂ້ານ້ອຍມີຢູ່ໃນໃຈຂອງຂ້ານ້ອຍໃນຂະນະທີ່ຂ້ານ້ອຍໄດ້ຟັງນິທານເລື່ອງນີ້; ຂ້ານ້ອຍຮູ້ວ່າ ສິ່ງເຫຼົ່ານີ້ທັງໝົດແມ່ນມີຊີວິດຢ່າງແທ້ຈິງ). ເວົ້າໄດ້ດີຫຼາຍ! ມີໃຜມີຫຍັງຢາກເວົ້າເພີ່ມບໍ? (ໃນນິທານເລື່ອງນີ້ ກ່ຽວກັບເມັດພືດທີ່ງອກ ແລະ ເຕີບໃຫຍ່ຂຶ້ນເປັນຕົ້ນໄມ້ໃຫຍ່ທີ່ປົກຄຸມໄປທົ່ວ, ຂ້ານ້ອຍເຫັນຄວາມມະຫັດສະຈັນແຫ່ງການຊົງສ້າງຂອງພຣະເຈົ້າ. ຂ້ານ້ອຍເຫັນວ່າ ພຣະເຈົ້າໄດ້ເຮັດໃຫ້ທຸກສິ່ງອຸ້ມຊູກັນ ແລະ ກັນ ແລະ ອາໄສເຊິ່ງກັນ ແລະ ກັນ ແລະ ທຸກສິ່ງແມ່ນຕິດພັນກັນ ແລະ ຮັບໃຊ້ເຊິ່ງກັນ ແລະ ກັນ. ຂ້ານ້ອຍເຫັນວ່າ ສະຕິປັນຍາຂອງພຣະເຈົ້າ, ຄວາມມະຫັດສະຈັນຂອງພຣະອົງ ແລະ ຂ້ານ້ອຍກໍເຫັນວ່າ ພຣະອົງແມ່ນແຫຼ່ງທີ່ມາຂອງຊີວິດສໍາລັບທຸກສັບພະສິ່ງ).

ທຸກສິ່ງທີ່ເຮົາຫາກໍເວົ້າແມ່ນສິ່ງທີ່ພວກເຈົ້າເຄີຍເຫັນມາກ່ອນ. ຍົກຕົວຢ່າງ: ເມັດພືດເຕີບໃຫຍ່ກາຍເປັນຕົ້ນໄມ້ ແລະ ເຖິງວ່າເຈົ້າອາດຈະບໍ່ສາມາດເຫັນທຸກລາຍລະອຽດຂອງຂະບວນການ ແຕ່ເຈົ້າກໍຮູ້ວ່າ ມັນເກີດຂຶ້ນ, ເຈົ້າຮູ້ແມ່ນບໍ? ເຈົ້າຮູ້ກ່ຽວກັບແຜ່ນດິນໂລກ ແລະ ແສງແດດເຊັ່ນກັນ. ຮູບພາບຂອງນົກຈັບຢູ່ເທິງຕົ້ນໄມ້ແມ່ນສິ່ງທີ່ທຸກຄົນໄດ້ເຫັນ, ແມ່ນບໍ? ຮູບພາບຂອງຜູ້ຄົນທີ່ນັ່ງພັກຜ່ອນຢ່ອນອາລົມຢູ່ກ້ອງຮົ່ມໄມ້ຄືສິ່ງທີ່ພວກເຈົ້າທຸກຄົນໄດ້ເຫັນ, ແມ່ນບໍ? (ແມ່ນແລ້ວ). ສະນັ້ນ, ເມື່ອສິ່ງທັງໝົດເຫຼົ່ານີ້ປະກອບຢູ່ໃນຮູບພາບດຽວກັນ, ຮູບພາບນັ້ນໄດ້ສ້າງຄວາມຮູ້ສຶກຫຍັງແດ່? (ຄວາມຮູ້ສຶກສະຫງົບສຸກ). ແຕ່ລະສິ່ງຈາກສິ່ງຕ່າງໆໃນຮູບພາບດັ່ງກ່າວແມ່ນມາຈາກພຣະເຈົ້າບໍ? (ແມ່ນແລ້ວ). ໃນເມື່ອສິ່ງເຫຼົ່ານັ້ນແມ່ນມາຈາພຣະເຈົ້າ, ພຣະເຈົ້າກໍຮູ້ເຖິງຄຸນຄ່າ ແລະ ຄວາມສໍາຄັນຂອງການມີຢູ່ຂອງສິ່ງເຫຼົ່ານີ້ທັງໝົດ. ໃນເວລາທີ່ພຣະເຈົ້າໄດ້ສ້າງທຸກສັບພະສິ່ງ, ເມື່ອພຣະອົງວາງແຜນ ແລະ ສ້າງແຕ່ລະສິ່ງ, ພຣະອົງເຮັດສິ່ງດັ່ງກ່າວໂດຍມີເຈດຕະນາ; ແລະ ໃນເວລາທີ່ພຣະອົງໄດ້ສ້າງສິ່ງເຫຼົ່ານັ້ນ ແຕ່ລະສິ່ງກໍເຕັມໄປດ້ວຍຊີວິດ. ສະພາບແວດລ້ອມທີ່ພຣະອົງໄດ້ສ້າງເພື່ອການມີຢູ່ຂອງມະນຸດ ຕາມທີ່ຫາກໍໄດ້ອະທິບາຍໃນນິທານຂອງພວກເຮົາ ແມ່ນສະພາບແວດລ້ອມທີ່ເມັດພືດ ແລະ ແຜ່ນດິນໂລກອາໄສເຊິ່ງກັນແລະກັນ ແລະ ແມ່ນສະພາບແວດລ້ອມທີ່ແຜ່ນດິນໂລກສາມາດລໍ່ລ້ຽງເມັດພືດ ແລະ ເມັດພືດກໍຕິດພັນກັບແຜ່ນດິນໂລກ. ສາຍສໍາພັນນີ້ແມ່ນຖືກກໍານົດໂດຍພຣະເຈົ້າໃນຊ່ວງຕົ້ນໆຂອງການຊົງສ້າງຂອງພຣະອົງ. ເຫດການກ່ຽວກັບຕົ້ນໄມ້, ແສງແດດ, ນົກ ແລະ ມະນຸດແມ່ນການພັນລະນາກ່ຽວກັບສະພາບແວດລ້ອມທີ່ມີຊີວິດ ທີ່ພຣະເຈົ້າໄດ້ສ້າງເພື່ອມະນຸດ. ກ່ອນອື່ນ ຕົ້ນໄມ້ບໍ່ສາມາດຈາກແຜ່ນດິນໂລກໄປ ແລະ ມັນກໍບໍ່ສາມາດມີຢູ່ໂດຍບໍ່ມີແສງແດດ. ສະນັ້ນ ຈຸດປະສົງຂອງພຣະເຈົ້າໃນການສ້າງຕົ້ນໄມ້ແມ່ນຫຍັງ? ພວກເຮົາສາມາດເວົ້າໄດ້ບໍວ່າ ຈຸດປະສົງແມ່ນເພື່ອແຜ່ນດິນໂລກເທົ່ານັ້ນ? ພວກເຮົາສາມາດເວົ້າໄດ້ບໍວ່າ ຈຸດປະສົງແມ່ນເພື່ອນົກເທົ່ານັ້ນ? ພວກເຮົາສາມາດເວົ້າໄດ້ບໍວ່າ ຈຸດປະສົງແມ່ນເພື່ອຜູ້ຄົນເທົ່ານັ້ນ? (ບໍ່ໄດ້). ຄວາມສໍາພັນລະຫວ່າງພວກມັນແມ່ນຫຍັງ? ຄວາມສໍາພັນລະຫວ່າງພວກມັນແມ່ນການເຮັດໃຫ້ກັນແລະກັນມີຄວາມເຂັ້ມແຂງ, ການອາໄສເຊິ່ງກັນແລະກັນ ແລະ ການບໍ່ສາມາດແຍກອອກຈາກກັນໄດ້. ເວົ້າໄດ້ວ່າ ແຜ່ນດິນໂລກ, ຕົ້ນໄມ້, ແສງແດດ, ນົກ ແລະ ຜູ້ຄົນແມ່ນອາໄສເຊິ່ງກັນແລະກັນ ເພື່ອການມີຢູ່ ແລະ ການລໍ່ລ້ຽງກັນແລະກັນ. ຕົ້ນໄມ້ປົກປ້ອງແຜ່ນດິນໂລກ ແລະ ແຜ່ນດິນໂລກລໍ່ລ້ຽງຕົ້ນໄມ້, ແສງແດດລໍ່ລ້ຽງຕົ້ນໄມ້ ໃນຂະນະທີ່ຕົ້ນໄມ້ຮັບອາກາດສົດຈາກແສງແດດ ແລະ ເຮັດໃຫ້ຄວາມຮ້ອນທີ່ຮ້ອນໄໝ້ຂອງຕາເວັນເຢັນລົງໃນແຜ່ນດິນໂລກ. ໃນທີ່ສຸດແລ້ວແມ່ນໃຜທີ່ໄດ້ຮັບຜົນປະໂຫຍດຈາກສິ່ງນີ້? ມັນແມ່ນມະນຸດ, ບໍ່ແມ່ນບໍ? ນີ້ແມ່ນໜຶ່ງໃນຫຼັກການທີ່ຮອງຮັບສະພາບແວດລ້ອມທີ່ມະນຸດອາໄສຢູ່ ເຊິ່ງພຣະເຈົ້າໄດ້ສ້າງຂຶ້ນ; ມັນແມ່ນສິ່ງທີ່ພຣະເຈົ້າເຈດຕະນາໃຫ້ມັນເປັນແຕ່ທໍາອິດແລ້ວ. ເຖິງວ່າຮູບພາບນີ້ຈະເປັນຮູບພາບທໍາມະດາ ແຕ່ພວກເຮົາກໍສາມາດເຫັນສະຕິປັນຍາຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະອົງພາຍໃນຮູບພາບດັ່ງກ່າວ. ມະນຸດບໍ່ສາມາດມີຊີວິດຖ້າບໍ່ມີແຜ່ນດິນໂລກ ຫຼື ຕົ້ນໄມ້ ແລ້ວແຮງໄກຖ້າບໍ່ມີນົກ ແລະ ແສງແດດ. ບໍ່ແມ່ນແບບນີ້ບໍ? ເຖິງວ່ານີ້ຈະເປັນພຽງແຕ່ນິທານ ແຕ່ສິ່ງທີ່ມັນສະແດງໃຫ້ເຫັນກໍຄືໂລກນ້ອຍໆແຫ່ງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສັບພະສິ່ງຂອງພຣະເຈົ້າ ແລະ ຂອງຂວັນແຫ່ງ ສະພາບແວດລ້ອມຂອງພຣະອົງທີ່ມະນຸດສາມາດອາໄສຢູ່.

ພຣະເຈົ້າໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສັບພະສິ່ງເພື່ອມະນຸດ ພ້ອມກັບສະພາບແວດລ້ອມເພື່ອຢູ່ອາໄສ. ກ່ອນອື່ນໝົດ, ປະເດັນຫຼັກຂອງນິທານຂອງພວກເຮົາແມ່ນໄດ້ກ່າວເຖິງການຄໍ້າຊູເຊິ່ງກັນ ແລະ ກັນ, ການອາໄສເຊິ່ງກັນ ແລະ ກັນ ແລະ ການມີຢູ່ຮ່ວມກັນຂອງທຸກສັບພະສິ່ງ. ພາຍໃຕ້ຫຼັກການນີ້, ສະພາບແວດລ້ອມຂອງການມີຢູ່ຂອງມະນຸດຈຶ່ງໄດ້ຮັບການປົກປ້ອງ; ມັນສາມາດມີຊີວິດຢູ່ ແລະ ມີຄວາມຍືນຍົງ. ຍ້ອນສິ່ງນີ້ ມະນຸດຈຶ່ງສາມາດຈະເລີນເຕີບໃຫຍ່ ແລະ ສືບພັນຕໍ່ໄປ. ຮູບພາບທີ່ພວກເຮົາໄດ້ເຫັນແມ່ນຮູບພາບຂອງຕົ້ນໄມ້, ແຜ່ນດິນໂລກ, ແສງແດດ, ນົກ ແລະ ຜູ້ຄົນຢູ່ຮ່ວມກັນ. ພຣະເຈົ້າແມ່ນຢູ່ໃນຮູບພາບນີ້ບໍ? ເຈົ້າບໍ່ເຫັນພຣະອົງໃນຮູບພາບນັ້ນ, ແມ່ນບໍ? ແຕ່ເຈົ້າເຫັນກົດເກນຂອງການຄໍ້າຊູເຊິ່ງກັນແລະກັນ ແລະ ການອາໄສເຊິ່ງກັນ ແລະ ກັນ ລະຫວ່າງທຸກສັບພະສິ່ງໃນພາບນັ້ນ; ໃນກົດເກນນີ້, ຜູ້ຄົນສາມາດເຫັນການມີຢູ່ ແລະ ອໍານາດສູງສຸດຂອງພຣະເຈົ້າ. ພຣະເຈົ້າໃຊ້ຫຼັກການດັ່ງກ່າວ ແລະ ກົດເກນດັ່ງກ່າວ ເພື່ອຮັກສາຊີວິດ ແລະ ການມີຢູ່ຂອງທຸກສິ່ງ. ໃນວິທີນີ້, ພຣະອົງແມ່ນໄດ້ສະໜອງໃຫ້ກັບທຸກສິ່ງ ແລະ ມະນຸດ. ນິທານເລື່ອງນີ້ແມ່ນຕິດພັນກັບເນື້ອໃນຫຼັກຂອງພວກເຮົາບໍ? ດ້ານຜິວເຜີນເບິ່ງຄືກັບວ່າບໍ່ໄດ້ຕິດພັນຫຍັງເລີຍ ແຕ່ໃນຄວາມເປັນຈິງແລ້ວ ກົດເກນທີ່ພຣະເຈົ້າສ້າງທຸກສິ່ງ ແລະ ການປົກຄອງຂອງພຣະອົງເໜືອທຸກສິ່ງ ແມ່ນກ່ຽວຂ້ອງຢ່າງໃກ້ຊິດກັບການທີ່ພຣະອົງເປັນຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ. ຄວາມຈິງເຫຼົ່ານີ້ແມ່ນບໍ່ສາມາດແຍກອອກຈາກກັນໄດ້. ຕອນນີ້ພວກເຈົ້າແມ່ນເລີ່ມຮຽນຮູ້ບາງຢ່າງແລ້ວ!

ພຣະອົງບັນຊາກົດເກນທີ່ຄຸ້ມຄອງການປະຕິບັດຂອງທຸກສັບພະສິ່ງ; ພຣະອົງບັນຊາກົດເກນທີ່ຄຸ້ມຄອງການຢູ່ລອດຂອງສັບພະສິ່ງທັງປວງ;ພຣະອົງຄວບຄຸມທຸກສິ່ງ ແລະ ກໍານົດໃຫ້ສິ່ງເຫຼົ່ານັ້ນອຸ້ມຊູກັນ ແລະ ກັນ ແລະ ອາໄສເຊິ່ງກັນ ແລະ ກັນ ເພື່ອວ່າສິ່ງເຫຼົ່ານັ້ນຈະບໍ່ດັບສູນ ຫຼື ຫາຍໄປ. ດ້ວຍເຫດນີ້ເທົ່ານັ້ນ ມະນຸດຈຶ່ງມີຊີວິດຕໍ່; ດ້ວຍເຫດນີ້ເທົ່ານັ້ນ ພວກເຂົາຈຶ່ງມີຊີວິດພາຍໃຕ້ການຊີ້ນໍາຂອງພຣະເຈົ້າໃນສະພາບແວດລ້ອມດັ່ງກ່າວ. ພຣະເຈົ້າແມ່ນນາຍແຫ່ງກົດເກນຂອງການປະຕິບັດເຫຼົ່ານີ້ ແລະ ບໍ່ມີໃຜສາມາດແຊກແຊງສິ່ງເຫຼົ່ານັ້ນໄດ້ ແລະ ພວກເຂົາກໍບໍ່ສາມາດປ່ຽນແປງສິ່ງເຫຼົ່ານັ້ນ. ມີແຕ່ພຣະເຈົ້າເອງເທົ່ານັ້ນ ທີ່ຮູ້ຈັກກົດເກນເຫຼົ່ານີ້ ແລະ ມີແຕ່ພຣະເຈົ້າເອງເທົ່ານັ້ນ ທີ່ຄຸ້ມຄອງກົດເກນເຫຼົ່ານີ້. ເວລາໃດທີ່ຕົ້ນໄມ້ຈະອອກໜໍ່; ເວລາໃດທີ່ຝົນຈະຕົກ; ແຜ່ນດິນໂລກຈະໃຫ້ນໍ້າ ແລະ ສານອາຫານແກ່ພືດຫຼາຍຊໍ່າໃດ; ໃນລະດູການໃດທີ່ໃບໄມ້ຈະລົ່ນ; ໃນລະດູການໃດທີ່ຕົ້ນໄມ້ຈະອອກໝາກ; ແສງແດດຈະໃຫ້ສານອາຫານແກ່ຕົ້ນໄມ້ຫຼາຍຊໍ່າໃດ; ຕົ້ນໄມ້ຈະຫາຍໃຈອອກເປັນຫຍັງຫຼັງຈາກທີ່ຖືກແສງແດດ. ສິ່ງທັງໝົດເຫຼົ່ານີ້ແມ່ນຖືກກໍານົດລ່ວງໜ້າໂດຍພຣະເຈົ້າ ໃນເວລາທີ່ພຣະອົງສ້າງທຸກສັບພະສິ່ງ, ເຊິ່ງເປັນກົດເກນທີ່ບໍ່ມີໃຜສາມາດລະເມີດໄດ້. ສິ່ງທີ່ພຣະເຈົ້າໄດ້ຊົງສ້າງຂຶ້ນ ບໍ່ວ່າຈະມີຊີວິດ ຫຼື ໃນສາຍຕາຂອງມະນຸດ ບໍ່ມີຊີວິດແມ່ນຢູ່ໃນກໍາມືຂອງພຣະອົງ ເຊິ່ງເປັນບ່ອນທີ່ພຣະອົງຄວບຄຸມ ແລະ ປົກຄອງສິ່ງເຫຼົ່ານັ້ນ. ບໍ່ມີໃຜສາມາດປ່ຽນແປງ ຫຼື ລະເມີດກົດເກນເຫຼົ່ານີ້ໄດ້. ນີ້ເວົ້າໄດ້ວ່າ ໃນເວລາທີ່ພຣະເຈົ້າໄດ້ຊົງສ້າງທຸກສັບພະສິ່ງ ພຣະອົງໄດ້ກໍານົດລ່ວງໜ້າວ່າ ຖ້າບໍ່ມີແຜ່ນດິນໂລກ ຕົ້ນໄມ້ກໍຈະບໍ່ມີຮາກ, ແຕກໜໍ່ ແລະ ເຕີບໃຫຍ່; ຖ້າແຜ່ນດິນໂລກບໍ່ມີຕົ້ນໄມ້ ແລ້ວມັນຈະຫ່ຽວແຫ້ງ; ຕົ້ນໄມ້ຄວນເປັນຮັງຂອງນົກ ແລະ ບ່ອນທີ່ພວກມັນສາມາດຫຼົບຊ້ອນຈາກລົມ. ຕົ້ນໄມ້ສາມາດມີຊີວິດໂດຍບໍ່ມີແສງແດດໄດ້ບໍ? (ບໍ່ໄດ້). ມັນບໍ່ສາມາດມີຊີວິຖ້າມີພຽງແຕ່ແຜ່ນດິນໂລກເທົ່ານັ້ນ. ສິ່ງທັງໝົດເຫຼົ່ານີ້ແມ່ນເພື່ອມະນຸດ ນັ້ນກໍຄືເພື່ອການຢູ່ລອດຂອງມະນຸດ. ຈາກຕົ້ນໄມ້ ມະນຸດແມ່ນໄດ້ຮັບອາກາດສົດ ແລະ ມະນຸດທີ່ອາໄສຢູ່ເທິງແຜ່ນດິນໂລກແມ່ນໄດ້ຮັບການປົກປ້ອງຈາກຕົ້ນໄມ້. ມະນຸດບໍ່ສາມາດມີຊີວິດໂດຍບໍ່ມີແສງແດດ ຫຼື ສິ່ງມີຊີວິດຕ່າງໆ. ເຖິງວ່າຄວາມສໍາພັນຂອງພວກມັນຈະຊັບຊ້ອນ ແຕ່ເຈົ້າຕ້ອງຈື່ໄວ້ວ່າ ພຣະເຈົ້າໄດ້ສ້າງກົດເກນຕ່າງໆ ທີ່ຄຸ້ມຄອງທຸກສັບພະສິ່ງ ເພື່ອວ່າສິ່ງເຫຼົ່ານັ້ນຈະສາມາດຄໍ້າຊູກັນ ແລະ ກັນ, ອາໄສເຊິ່ງກັນ ແລະ ກັນ ແລະ ມີຊີວິດຢູ່ຮ່ວມກັນ. ເວົ້າອີກແບບໜຶ່ງກໍຄື ທຸກສັບພະສິ່ງທີ່ພຣະອົງໄດ້ສ້າງຂຶ້ນແມ່ນມີຄຸນຄ່າ ແລະ ຄວາມໝາຍ. ຖ້າພຣະເຈົ້າໄດ້ສ້າງບາງຢ່າງໂດຍບໍ່ມີຄວາມໝາຍ ພຣະເຈົ້າກໍຈະເຮັດໃຫ້ມັນຫາຍໄປ. ນີ້ແມ່ນໜຶ່ງໃນບັນດາວິທີການຕ່າງໆທີ່ພຣະເຈົ້າໄດ້ໃຊ້ ເພື່ອສະໜອງໃຫ້ທຸກສັບພະສິ່ງ. ຄໍາວ່າ “ສະໜອງໃຫ້” ແມ່ນໝາຍເຖິງຫຍັງໃນນິທານເລື່ອງນີ້? ພຣະເຈົ້າໄດ້ຫົດນໍ້າຕົ້ນໄມ້ທຸກມື້ບໍ? ຕົ້ນໄມ້ຕ້ອງການຄວາມຊ່ວຍເຫຼືອຂອງພຣະເຈົ້າໃນການຫາຍໃຈບໍ? (ບໍ່). ຄໍາວ່າ “ສະໜອງໃຫ້” ໃນນີ້ແມ່ນໝາຍເຖິງການຄຸ້ມຄອງທຸກສັບພະສິ່ງຂອງພຣະເຈົ້າຫຼັງຈາກການຊົງສ້າງຂອງພວກເຂົາ; ມັນພຽງພໍທີ່ຈະໃຫ້ພຣະເຈົ້າຄຸ້ມຄອງສິ່ງເຫຼົ່ານັ້ນ ຫຼັງຈາກໄດ້ສ້າງກົດເກນຄຸ້ມຄອງພວກມັນ. ເມື່ອເມັດພືດຖືກປູກລົງໃສ່ດິນ ຕົ້ນໄມ້ກໍຈະເຕີບໃຫຍ່ດ້ວຍຕົວມັນເອງ. ສະພາບສໍາລັບການເຕີບໃຫຍ່ຂອງມັນແມ່ນຖືກສ້າງໂດຍພຣະເຈົ້າທັງໝົດ. ພຣະເຈົ້າໄດ້ສ້າງແສງແດດ, ນໍ້າ, ດິນ, ອາກາດ ແລະ ສິ່ງແວດລ້ອມອ້ອມຂ້າງ; ພຣະເຈົ້າໄດ້ສ້າງລົມ, ນໍ້າກ້າມ, ຫິມະ, ຝົນ ແລະ ລະດູການທັງສີ່. ສິ່ງເຫຼົ່ານີ້ແມ່ນສະພາບທີ່ຕົ້ນໄມ້ຕ້ອງການເພື່ອເຕີບໃຫຍ່ ແລະ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້. ສະນັ້ນ, ພຣະເຈົ້າແມ່ນຕົ້ນກໍາເນີດຂອງສະພາບແວດລ້ອມທີ່ມີຊີວິດນີ້ບໍ? (ແມ່ນ).ພຣະເຈົ້າຕ້ອງໄດ້ນັບໃບໄມ້ແຕ່ລະໃບຢູ່ເທິງຕົ້ນໄມ້ທຸກມື້ບໍ? ບໍ່ເລີຍ! ພຣະເຈົ້າບໍ່ຈໍາເປັນຕ້ອງຊ່ວຍໃຫ່ຕົ້ນໄມ້ຫາຍໃຈ ຫຼື ປຸກແສງຕາເວັນໃຫ້ຕື່ນທຸກມື້ ໂດຍເວົ້າວ່າ: “ຕອນນີ້ແມ່ນເວລາທີ່ຈະຕ້ອງສ່ອງແສງໃສ່ຕົ້ນໄມ້ແລ້ວ”. ພຣະອົງບໍ່ຈໍາເປັນຕ້ອງເຮັດສິ່ງນັ້ນ. ແສງຕາເວັນຈະສ່ອງແສງດ້ວຍຕົວມັນເອງເມື່ອຮອດເວລາທີ່ມັນຈະຕ້ອງສ່ອງແສງຕາມກົດເກນຂອງມັນ; ມັນປາກົດຕົວ ແລະ ສ່ອງແສງໃສ່ຕົ້ນໄມ້ ແລະ ຕົ້ນໄມ້ຮັບເອົາແສງຕາເວັນເມື່ອມັນຕ້ອງການ ແລະ ໃນເວລາທີ່ມັນບໍ່ຕ້ອງການ ຕົ້ນໄມ້ກໍຍັງມີຊີວິດພາຍໃນກົດເກນນັ້ນ. ພວກເຈົ້າອາດບໍ່ສາມາດອະທິບາຍປາກົດການນີ້ໄດ້ຢ່າງຊັດເຈນ ແຕ່ຢ່າງໃດກໍຕາມ ນີ້ຄືຄວາມຈິງທີ່ທຸກຄົນສາມາດເຫັນ ແລະ ຮັບຮູ້ໄດ້. ສິ່ງທີ່ເຈົ້າຈໍາເປັນຕ້ອງເຮັດແມ່ນການຮັບຮູ້ວ່າ ກົດເກນທີ່ຄຸ້ມຄອງການມີຢູ່ຂອງທຸກສິ່ງແມ່ນມາຈາກພຣະເຈົ້າ ແລະ ຮູ້ວ່າ ພຣະເຈົ້າແມ່ນມີອໍານາດເໜືອການເຕີບໃຫຍ່ ແລະ ການຢູ່ລອດຂອງທຸກສິ່ງ. ພວກເຈົ້າເຂົ້າໃຈ, ແມ່ນບໍ?

ນິທານເລື່ອງນີ້ແມ່ນມີສິ່ງທີ່ຜູ້ຄົນເອີ້ນວ່າ “ການອຸປະມາ” ບໍ? ມັນແມ່ນການສົມມຸດຕົວຕົນບໍ? (ບໍ່ແມ່ນ). ເຮົາໄດ້ບອກເລື່ອງຈິງ. ສິ່ງຕ່າງໆທີ່ມີຊີວິດ, ທຸກຢ່າງທີ່ມີຊີວິດ ແມ່ນຖືກປົກຄອງໂດຍພຣະເຈົ້າ; ສິ່ງມີຊີວິດແຕ່ລະປະເພດແມ່ນຖືກເຮັດໃຫ້ມີຊີວິດໂດຍພຣະເຈົ້າໃນເວລາທີ່ມັນຖືກສ້າງຂຶ້ນ; ຊີວິດຂອງສິ່ງມີຊີວິດທັງໝົດແມ່ນມາຈາກພຣະເຈົ້າ ແລະ ຕິດຕາມວິທີທາງ ແລະ ກົດເກນຕ່າງໆທີ່ຄຸ້ມຄອງມັນ. ສິ່ງນີ້ບໍ່ຕ້ອງການໃຫ້ມະນຸດປ່ຽນແປງມັນ ແລະ ມັນບໍ່ຕ້ອງການຄວາມຊ່ວຍເຫຼືອຈາກມະນຸດ; ມັນແມ່ນໜຶ່ງໃນບັນດາວິທີທາງຕ່າງໆໃນການສະໜອງແກ່ທຸກສັບພະສິ່ງຂອງພຣະເຈົ້າ. ເຈົ້າເຂົ້າໃຈແລ້ວບໍ? ພວກເຈົ້າຄິດວ່າ ມັນຈໍາເປັນສໍາລັບຜູ້ຄົນບໍ ທີ່ຈະຕ້ອງຮູ້ສິ່ງນີ້? (ຈໍາເປັນ). ສະນັ້ນ, ນິທານເລື່ອງນີ້ແມ່ນມີສິ່ງໃດທີ່ກ່ຽວຂ້ອງກັບຊີວະວິທະຍາບໍ? ໃນທາງໃດໜຶ່ງ ມັນກ່ຽວຂ້ອງກັບຂົງເຂດຂອງຄວາມຮູ້ ຫຼື ສາຂາຂອງການຮຽນຮູ້ບໍ? ພວກເຮົາບໍ່ໄດ້ກໍາລັງສົນທະນາເລື່ອງຊີວະວິທະຍາ ແລະ ພວກເຮົາບໍ່ໄດ້ເຮັດການຄົ້ນຄວ້າທາງຊີວະວິທະຍາຢ່າງແນ່ນອນ. ແນວຄິດຫຼັກຂອງການສົນທະນາຂອງພວກເຮົາແມ່ນຫຍັງ? (ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ). ພວກເຈົ້າໄດ້ເຫັນຫຍັງພາຍໃນການຊົງສ້າງບໍ? ພວກເຈົ້າໄດ້ເຫັນຕົ້ນໄມ້ບໍ? ພວກເຈົ້າໄດ້ເຫັນແຜ່ນດິນໂລກບໍ? (ໄດ້ເຫັນ). ພວກເຈົ້າໄດ້ເຫັນແສງແດດ, ແມ່ນບໍ? ພວກເຈົ້າໄດ້ເຫັນນົກຈັບຢູ່ຕົ້ນໄມ້ບໍ? (ພວກຂ້ານ້ອຍເຫັນ). ມະນຸດມີຄວາມສຸກທີ່ມີຊີວິດໃນສະພາບແວດລ້ອມດັ່ງກ່າວບໍ? (ມີຄວາມສຸກ). ເວົ້າໄດ້ວ່າ ພຣະເຈົ້າໃຊ້ທຸກສັບພະສິ່ງ ນັ້ນກໍຄືສິ່ງຕ່າງໆທີ່ພຣະອົງໄດ້ຊົງສ້າງຂຶ້ນເພື່ອຮັກສາ ແລະ ປົກປ້ອງເຮືອນຂອງມະນຸດ ແລະ ສະພາບແວດລ້ອມຂອງຊີວິດຂອງພວກເຂົາ. ດ້ວຍວິທີນີ້, ພຣະເຈົ້າໄດ້ສະໜອງໃຫ້ແກ່ມະນຸດ ແລະ ທຸກສັບພະສິ່ງ.

ພວກເຈົ້າມັກຮູບແບບການເວົ້າແບບນີ້ ນັ້ນກໍຄື ວິທີທີ່ເຮົາສົນທະນາບໍ? (ມັນເຂົ້າໃຈງ່າຍ ແລະ ມີຕົວຢ່າງຈາກຊີວິດຈິງຫຼາຍຢ່າງ). ສິ່ງເຫຼົ່ານີ້ບໍ່ແມ່ນພຣະທໍາທີ່ເປົ່າວ່າງທີ່ເຮົາໄດ້ກ່າວ, ແມ່ນບໍ? ຜູ້ຄົນຕ້ອງການເລື່ອງລາວແບບນີ້ເພື່ອເຂົ້າໃຈວ່າ ພຣະເຈົ້າຄືແຫຼ່ງກໍາເນີດຂອງຊີວິດສໍາລັບທຸກສິ່ງບໍ່? (ຕ້ອງການ). ເມື່ອເປັນເຊັ່ນນັ້ນ, ໃຫ້ພວກເຮົາພາກັນໄປຟັງນິທານເລື່ອງຕໍ່ໄປຂອງພວກເຮົາເລີຍເນາະ. ນິທານຕໍ່ໄປແມ່ນແຕກຕ່າງໜ້ອຍໜຶ່ງໃນດ້ານເນື້ອຫາ ແລະ ຈຸດສຸມກໍແຕກຕ່າງກັນເລັກນ້ອຍເຊັ່ນກັນ. ທຸກສິ່ງທີ່ປາກົດໃນນິທານເລື່ອງນີ້ແມ່ນສິ່ງທີ່ຜູ້ຄົນສາມາດເຫັນດ້ວຍຕາຂອງພວກເຂົາໃນການຊົງສ້າງຂອງພຣະເຈົ້າ. ບັດນີ້ ເຮົາຈະເລີ່ມເລົ່າເລື່ອງຕໍ່ໄປຂອງເຮົາ. ກະລຸນາຟັງຢ່າງງຽບໆ ແລະ ເບິ່ງວ່າພວກເຈົ້າຈະສາມາດຄິດອອກເຖິງຄວາມໝາຍຂອງເຮົາໄດ້ ຫຼື ບໍ່. ຫຼັງຈາກຟັງນິທານນີ້ແລ້ວ, ເຮົາຈະຖາມບາງຄໍາຖາມກັບພວກເຈົ້າ ເພື່ອເບິ່ງວ່າ ພວກເຈົ້າໄດ້ຮຽນຮູ້ຫຼາຍຊໍ່າໃດ. ຕົວລະຄອນໃນນິທານເລື່ອງນີ້ແມ່ນພູເຂົາໃຫຍ່, ນໍ້າຫ້ວຍນ້ອຍ, ລົມຮຸນແຮງ ແລະ ຄື້ນຍັກ.

ນິທານເລື່ອງທີ 2. ພູເຂົາໃຫຍ່, ນໍ້າຫ້ວຍນ້ອຍ, ລົມແຮງ ແລະ ຄື້ນທະເລຍັກ

ມີນໍ້າຫ້ວຍນ້ອຍໆທີ່ໄຫຼກ້ຽວໄປກ້ຽວມາ ແລ້ວໃນທີ່ສຸດກໍມາຮອດຕີນພູເຂົາໃຫຍ່. ພູເຂົາໄດ້ຕັນເສັ້ນທາງຂອງນໍ້າຫ້ວຍນ້ອຍ ເຊິ່ງດ້ວຍເຫດນັ້ນ ນໍ້າຫ້ວຍຈຶ່ງເວົ້າກັບພູເຂົາດ້ວຍສຽງທີ່ອ່ອນແອ ແລະ ຄ່ອຍໆຂອງມັນວ່າ “ກະລຸນາໃຫ້ຂ້ອຍຜ່ານໄປແດ່. ເຈົ້າກໍາລັງຢືນຕັນທາງຂ້ອຍ ແລະ ກໍາລັງຕັນເສັ້ນທາງໄປຂ້າງໜ້າຂອງຂ້ອຍ”. “ເຈົ້າກໍາລັງຊິໄປໃສ?” ພູເຂົາຖາມ. “ຂ້ອຍກໍາລັງຊອກຫາເຮືອນຂອງຂ້ອຍ”, ນໍ້າຫ້ວຍຕອບກັບ. “ໄດ້, ໄປເລີຍ ແລະ ໄຫຼຂ້າມຂ້ອຍໄປໂລດ!” ແຕ່ນໍ້າຫ້ວຍນ້ອຍນັ້ນແມ່ນອ່ອນແອ ແລະ ຍັງນ້ອຍຫຼາຍ, ດ້ວຍເຫດນັ້ນ ມັນຈຶ່ງບໍ່ມີທາງໄຫຼຂ້າມພູເຂົາໃຫຍ່ນັ້ນໄດ້. ມັນສາມາດສືບຕໍ່ໄຫຼໄປຕາມຕີນພູເຂົາເທົ່ານັ້ນ…

ລົມແຮງໄດ້ພັດມາ ໂດຍພັດເອົາຊາຍ ແລະ ເສດສິ່ງຂອງຕ່າງໆມາບ່ອນທີ່ພູເຂົາຕັ້ງຢູ່. ລົມຮ້ອງໃສ່ພູເຂົາວ່າ “ໃຫ້ຂ້ອຍຜ່ານໄປແດ່!” “ເຈົ້າກໍາລັງຊິໄປໃສ?” ພູເຂົາຖາມ. “ຂ້ອຍຕ້ອງການຂ້າມໄປອີກຟາກຂອງພູເຂົາ”, ລົມຮ້ອງຕອບກັບມາ. “ໄດ້, ຖ້າເຈົ້າສາມາດພັດຜ່ານແອວຂອງຂ້ອຍໄດ້ ເຈົ້າກໍໄປໄດ້ເລີຍ!” ລົມແຮງນັ້ນກໍໄດ້ຮ້ອງຫອນໄປທາງນີ້ ແລະ ທາງນັ້ນ ແຕ່ບໍ່ວ່າມັນຈະພັດຢ່າງແຮງເທົ່າໃດ ມັນກໍບໍ່ສາມາດພັດຜ່ານແອວຂອງພູເຂົານັ້ນໄດ້. ລົມເລີ່ມເມື່ອຍ ແລະ ຢຸດພັກ ແລະ ໃນອີກດ້ານໜຶ່ງຂອງພູເຂົາ ກໍມີລົມເລີ່ມພັດເບົາໆ ເຊິ່ງເຮັດໃຫ້ຜູ້ຄົນຢູ່ບ່ອນນັ້ນເພິ່ງພໍໃຈ. ນີ້ແມ່ນການທັກທາຍຂອງພູເຂົາຕໍ່ຜູ້ຄົນ…

ຢູ່ແຄມທະເລ, ລະອອງນໍ້າມະຫາສະໝຸດໄດ້ພັດມາໃສ່ຝັ່ງທີ່ເປັນກ້ອນຫິນຢ່າງຄ່ອຍໆ. ທັນທີໃດ ກໍມີຄື້ນທະເລຍັກໄຫຼມາ ແລະ ສົ່ງສຽງດັງໄປຫາພູເຂົາ. “ຫຼິກໄປ!” ຄື້ນທະເລຍັກຮ້ອງຂຶ້ນ. “ເຈົ້າກໍາລັງຊິໄປໃສ?” ພູເຂົາຖາມ. ໂດຍທີ່ບໍ່ສາມາດຢຸດການໄຫຼໄປທາງໜ້າຂອງມັນເອງ ຄຶ້ນທະເລໄດ້ຮ້ອງອອກໄປວ່າ “ຂ້ອຍກໍາລັງຂະຫຍາຍອານາເຂດຂອງຂ້ອຍ! ຂ້ອຍຕ້ອງການກາງແຂນຂ້ອຍອອກ!” “ໄດ້, ຖ້າເຈົ້າສາມາດຜ່ານຈອມຂອງຂ້ອຍໄດ້ ຂ້ອຍກໍຈະໃຫ້ເຈົ້າຜ່ານໄປ”. ຄື້ນທະເລໃຫຍ່ໄດ້ຖອຍກັບໄປໃນໄລຍະໜຶ່ງ ແລ້ວກໍຊັດສາດໄປຫາພູເຂົາ. ແຕ່ບໍ່ວ່າມັນຈະພະຍາຍາມຫຼາຍພຽງໃດກໍຕາມ ມັນກໍບໍ່ສາມາດຂ້າມຈອມພູເຂົາໄດ້. ຄື້ນທະເລສາມາດແຕ່ກິ້ງກັບຄືນໄປທະເລຢ່າງຊ້າໆເທົ່ານັ້ນ…

ເປັນເວລາຫຼາຍພັນປີ ນໍ້າຫ້ວຍນ້ອຍໄດ້ໄຫຼຄ່ອຍໆອ້ອມຕີນພູເຂົາ. ຕາມຄໍາຊີ້ນໍາຂອງພູເຂົາ, ນໍ້າຫ້ວຍນ້ອຍໄດ້ກັບໄປຮອດເຮືອນຂອງມັນ ເຊິ່ງມັນໄດ້ໄຫຼໄປຮ່ວມກັບແມ່ນໍ້າ ແລ້ວສຸດທ້າຍກໍໄຫຼລົງທະເລ. ພາຍໃຕ້ການເບິ່ງແຍງຂອງພູເຂົາ, ນໍ້າຫ້ວຍນ້ອຍບໍ່ເຄີຍສູນເສຍແນວທາງຂອງມັນ. ນໍ້າຫ້ວຍ ແລະ ພູເຂົາອຸ້ມຊູກັນ ແລະ ອາໄສເຊິ່ງກັນແລະກັນ; ພວກມັນເຮັດໃຫ້ແຕ່ລະຝ່າຍເຂັ້ມແຂງ, ຖ່ວງກັນແລະກັນ ແລະ ມີຊີວິດຢູ່ຮ່ວມກັນ.

ເປັນເວລາຫຼາຍພັນປີ, ລົມແຮງໄດ້ຮ້ອງຫອນ ເພາະວ່ານີ້ຄືນິໄສຂອງມັນ. ມັນຍັງມາ “ຢ້ຽມຢາມ” ພູເຂົາເປັນປະຈໍາ ໂດຍພັດອູ້ມເອົາດິນຊາຍມາຢ່າງຫຼວງຫຼາຍ. ມັນຂົ່ມຂູ່ພູເຂົາ ແຕ່ກໍບໍ່ເຄີຍພັດຜ່ານແອວຂອງພູເຂົາໄດ້. ສາຍລົມ ແລະ ພູເຂົາອຸ້ມຊູກັນ ແລະ ອາໄສເຊິ່ງກັນແລະກັນ; ພວກມັນເຮັດໃຫ້ແຕ່ລະຝ່າຍເຂັ້ມແຂງ, ຖ່ວງກັນແລະກັນ ແລະ ມີຊີວິດຢູ່ຮ່ວມກັນ.

ເປັນເວລາຫຼາຍພັນປີ, ຄື້ນທະເລຍັກບໍ່ເຄີຍຢຸດພັກຜ່ອນ ແລະ ມັນກ້າວໄປທາງໜ້າຢ່າງທໍລະຫົດ ໂດຍສືບຕໍ່ຂະຫຍາຍອານາເຂດຂອງມັນ. ມັນຮ້ອງ ແລະ ພຸ່ງຂຶ້ນຊໍ້າແລ້ວຊໍ້າອີກໃສ່ພູເຂົາ ແຕ່ພູເຂົາກໍບໍ່ເຄີຍຍັບຍ້າຍແມ່ນແຕ່ນິ້ວດຽວ. ພູເຂົາເຝົ້າເບິ່ງທະເລ ແລະ ໃນວິທີນີ້ ສິ່ງຊົງສ້າງໃນທະເລກໍເພີ່ມພູນຂຶ້ນ ແລະ ເຕີບໃຫຍ່ຂຶ້ນ. ຄື້ນທະເລ ແລະ ພູເຂົາອຸ້ມຊູກັນແລະກັນ ແລະ ອາໄສເຊິ່ງກັນແລະກັນ; ພວກມັນເຮັດໃຫ້ແຕ່ລະຝ່າຍເຂັ້ມແຂງ, ຖ່ວງກັນແລະກັນ ແລະ ມີຊີວິດຢູ່ຮ່ວມກັນ.

ນິທານຂອງພວກເຮົາກໍໄດ້ຈົບລົງແລ້ວ. ກ່ອນອື່ນໝົດ ຈົ່ງບອກເຮົາແດ່ວ່າ ນິທານເລື່ອງນີ້ແມ່ນກ່ຽວກັບຫຍັງ? ທໍາອິດແມ່ນມີພູເຂົາໃຫຍ່, ນໍ້າຫ້ວຍນ້ອຍ, ລົມແຮງ ແລະ ຄື້ນທະເລຍັກ. ໃນວັກທໍາອິດແມ່ນມີຫຍັງເກີດຂຶ້ນກັບນໍ້າຫ້ວຍນ້ອຍ ແລະ ພູເຂົາໃຫຍ່? ເປັນຫຍັງເຮົາຈຶ່ງເລືອກເວົ້າກ່ຽວກັບນໍ້າຫ້ວຍ ແລະ ພູເຂົາ? (ພາຍໃຕ້ການເບິ່ງແຍງຂອງພູເຂົາ, ນໍ້າຫ້ວຍບໍ່ເຄີຍສູນເສຍແນວທາງຂອງມັນ. ພວກມັນອາໄສເຊິ່ງກັນ ແລະ ກັນ). ເຈົ້າຈະເວົ້າໄດ້ບໍວ່າ ພູເຂົາປົກປ້ອງ ຫຼື ກີດຂວາງນໍ້າຫ້ວຍນ້ອຍ? (ພູເຂົາປົກປ້ອງນໍ້າຫ້ວຍນ້ອຍ). ແຕ່ມັນໄດ້ກີດຂວາງນໍ້າຫ້ວຍນ້ອຍບໍ? ພູເຂົາ ແລະ ນໍ້າຫ້ວຍເຟົ້າເບິ່ງກັນ ແລະ ກັນດ້ວຍຄວາມລະມັດລະວັງ; ພູເຂົາປົກປ້ອງນໍ້າຫ້ວຍ ແລະ ຍັງກີດຂວາງມັນອີກດ້ວຍ. ພູເຂົາປົກປ້ອງນໍ້າຫ້ວຍເຮັດໃຫ້ມັນໄຫຼລົງສູ່ແມ່ນໍ້າໃຫຍ່ ແຕ່ກີດຂວາງມັນເພື່ອບໍ່ໃຫ້ມັນໄຫຼໄປບ່ອນທີ່ມັນຈະໄປ ເຊິ່ງຈະເຮັດໃຫ້ມີນໍ້າຖ້ວມ ແລະ ນໍາເອົາໄພພິບັດມາສູ່ຜູ້ຄົນ. ວັກນີ້ບໍ່ໄດ້ເວົ້າກ່ຽວກັບສິ່ງນີ້ບໍ? ໃນການປົກປ້ອງນໍ້າຫ້ວຍ ແລະ ໃນການຕັນມັນ, ພູເຂົາໄດ້ຄຸ້ມກັນເຮືອນຊານຂອງຜູ້ຄົນ. ຫຼັງຈາກນັ້ນນໍ້າຫ້ວຍນ້ອຍກໍໄຫຼໄປຮ່ວມແມ່ນໍ້າຢູ່ຕີນພູ ແລະ ໄຫຼລົງສູ່ທະເລ. ນີ້ບໍ່ແມ່ນກົດເກນທີ່ຄຸ້ມຄອງການມີຢູ່ຂອງນໍ້າຫ້ວຍບໍ? ແມ່ນຫຍັງທີ່ເຮັດໃຫ້ນໍ້າຫ້ວຍສາມາດໄຫຼໄປຮ່ວມກັບແມ່ນໍ້າ ແລະ ລົງສູ່ທະເລ? ມັນບໍ່ແມ່ນພູເຂົາບໍ? ນໍ້າຫ້ວຍອາໄສການປົກປ້ອງຈາກພູເຂົາ ແລະ ການກີດຂວາງຂອງມັນ. ສະນັ້ນ, ນີ້ບໍ່ແມ່ນປະເດັນຫຼັກບໍ? ໃນສິ່ງນີ້ເຈົ້າໄດ້ເຫັນຄວາມສໍາຄັນຂອງພູເຂົາທີ່ມີຕໍ່ນໍ້າບໍ? ພຣະເຈົ້າມີຈຸດປະສົງຂອງພຣະອົງບໍ ໃນການເຮັດໃຫ້ພູເຂົາທຸກໜ່ວຍໃຫຍ່ ແລະ ນ້ອຍ? (ມີ). ວັກສັ້ນໆນີ້ ທີ່ບໍ່ມີຫຍັງ ນອກຈາກນໍ້າຫ້ວຍນ້ອຍ ແລະ ພູເຂົາໃຫຍ່ ໄດ້ເຮັດໃຫ້ພວກເຮົາເຫັນຄຸນຄ່າ ແລະ ຄວາມສໍາຄັນຂອງການຊົງສ້າງສອງສິ່ງເຫຼົ່ານີ້ຂອງພຣະເຈົ້າ; ມັນຍັງສະແດງໃຫ້ພວກເຮົາເຫັນສະຕິປັນຍາ ແລະ ຈຸດປະສົງໃນການປົກຄອງສິ່ງເຫຼົ່ານັ້ນຂອງພຣະອົງອີກດ້ວຍ. ບໍ່ແມ່ນແນວນັ້ນບໍ?

ວັກທີສອງຂອງນິທານແມ່ນກ່ຽວກັບຫຍັງ? (ລົມແຮງ ແລະ ພູເຂົາໃຫຍ່). ລົມແມ່ນສິ່ງທີ່ດີບໍ? (ດີ). ບໍ່ສະເໝີໄປ. ບາງເທື່ອ ລົມຮ້າຍແຮງຫຼາຍ ແລະ ເຮັດໃຫ້ມີໄພພິບັດ. ເຈົ້າຈະຮູ້ສຶກແນວໃດ ຖ້າເຈົ້າຖືກເຮັດໃຫ້ຢືນຢູ່ໃນລົມທີ່ຮຸນແຮງ? ມັນຂຶ້ນກັບຄວາມແຮງຂອງມັນ, ບໍ່ແມ່ນບໍ? ຖ້າມັນເປັນລົມຄ່ອຍໆ ມັນກໍຈະສາມາດທົນໄດ້ ຄືກັບລົມທີ່ມີຄວາມແຮງໃນລະດັບສາມ ຫຼື ສີ່. ຢ່າງຫຼາຍທີ່ສຸດ, ຄົນອາດຈະມີຄວາມລໍາບາກໃນການມືນຕາຂອງພວກເຂົາ. ແຕ່ຖ້າລົມຮ້າຍແຮງຂຶ້ນ ແລະ ກາຍເປັນລົມພະຍຸ, ເຈົ້າຈະສາມາດຕ້ານທານມັນໄດ້ບໍ? ເຈົ້າຈະບໍ່ຕ້ານທານມັນໄດ້. ສະນັ້ນ, ມັນຜິດທີ່ຜູ້ຄົນຈະເວົ້າວ່າລົມດີຕະຫຼອດ ຫຼື ເວົ້າວ່າມັນບໍ່ດີຕະຫຼອດ ເພາະນີ້ແມ່ນຂຶ້ນກັບຄວາມແຮງຂອງມັນ. ບັດນີ້, ໜ້າທີ່ຂອງພູເຂົາໃນນີ້ແມ່ນຫຍັງ? ໜ້າທີ່ຂອງມັນບໍ່ແມ່ນເພື່ອກັ່ນຕອງລົມບໍ? ພູເຂົາລົດຄວາມແຮງຂອງລົມທີ່ຮ້າຍແຮງໃຫ້ເປັນຫຍັງ? (ເປັນລົມຄ່ອຍ). ຕອນນີ້, ໃນສະພາບແວດລ້ອມທີ່ມະນຸດອາໄສຢູ່, ຄົນສ່ວນໃຫຍ່ໄດ້ປະສົບກັບລົມແຮງ ຫຼື ລົມຄ່ອຍ? (ລົມຄ່ອຍ). ນີ້ບໍ່ແມ່ນໜຶ່ງໃນບັນດາຈຸດປະສົງຂອງພຣະເຈົ້າບໍ ເຊິ່ງກໍຄືໜຶ່ງໃນບັນດາເຈດຕະນາຂອງພຣະອົງໃນການສ້າງພູເຂົາ? ມັນຈະເປັນແນວໃດ ຖ້າຜູ້ຄົນອາໄສຢູ່ໃນສະພາບແວດລ້ອມທີ່ມີດິນຊາຍປິວໃນສາຍລົມຢ່າງແຮງ, ຢ່າງບໍ່ມີແນວກີດຂວາງ ແລະ ຢ່າງບໍ່ຖືກກັ່ນຕອງ? ມັນອາດຈະເປັນໄປໄດ້ ທີ່ຈະບໍ່ສາມາດອາໄສຢູ່ໃນດິນແດນທີ່ເຕັມໄປດ້ວຍດິນຊາຍ ແລະ ກ້ອນຫິນທີ່ປິວໄປມາ? ກ້ອນຫິນອາດຈະຟາດໃສ່ຜູ້ຄົນ ແລະ ດິນຊາຍອາດຈະເຮັດໃຫ້ພວກເຂົາເບິ່ງບໍ່ເຫັນ. ລົມອາດຈະອຸ້ມເອົາຄົນຂຶ້ນໄປເທິງອາກາດ ຫຼື ພັດເອົາພວກເຂົາໄປເລີຍ. ເຮືອນຊານອາດຈະຖືກທໍາລາຍ ແລະ ໄພພິບັດທຸກຮູບແບບກໍອາດຈະເກີດຂຶ້ນໄດ້. ແຕ່ມັນມີຄຸນຄ່າໃນການມີຢູ່ຂອງລົມທີ່ຮຸນແຮງບໍ? ເຮົາໄດ້ເວົ້າວ່າມັນບໍ່ດີ, ສະນັ້ນ ເຈົ້າອາດຈະຮູ້ສຶກວ່າມັນບໍ່ມີຄຸນຄ່າ ແຕ່ມັນເປັນເຊັ່ນນັ້ນແທ້ບໍ? ແລ້ວມັນມີຄຸນຄ່າບໍ ເມື່ອມັນໄດ້ກາຍເປັນລົມທີ່ຄ່ອຍ? ຜູ້ຄົນຕ້ອງການຫຍັງຫຼາຍທີ່ສຸດ ເມື່ອສະພາບອາກາດເອົ້າ ແລະ ເຮັດໃຫ້ຫາຍໃຈບໍ່ອອກ? ພວກເຂົາຕ້ອງການລົມເຢັນຄ່ອຍໆ ເພື່ອພັດພວກເຂົາເບົາໆ, ເພື່ອເຮັດໃຫ້ພວກເຂົາສົດຊື່ນ ແລະ ເຮັດໃຫ້ສະໝອງຂອງພວກເຂົາປອດໂປ່ງແຈ່ມໃສ, ເພື່ອເຮັດໃຫ້ຄວາມຄິດຂອງພວກເຂົາຫຼັກແຫຼມ, ເພື່ອບັນເທົາ ແລະ ເຮັດໃຫ້ສະພາບຈິດໃຈຂອງພວກເຂົາດີຂຶ້ນ. ຍົກຕົວຢ່າງ: ຕອນນີ້ພວກເຈົ້າທຸກຄົນນັ່ງຢູ່ໃນຫ້ອງກັບອີກຫຼາຍຄົນ ແລະ ອາກາດກໍອັບ. ພວກເຈົ້າຕ້ອງການຫຍັງຫຼາຍທີ່ສຸດ? (ລົມຄ່ອຍໆ). ການໄປບ່ອນທີ່ອາກາດບໍ່ດີ ແລະ ສົກກະປົກສາມາດເຮັດໃຫ້ຄວາມຄິດຂອງຄົນຊ້າລົງ, ເຮັດໃຫ້ການໝຸນວຽນຂອງຄົນຫຼຸດລົງ ແລະ ເຮັດໃຫ້ຄວາມແຈ່ມໃສຂອງຈິດໃຈຂອງຄົນໜ້ອຍລົງ. ຢ່າງໃດກໍຕາມ, ການເຄື່ອນໄຫວ ແລະ ການໝຸນວຽນໜ້ອຍຈະເຮັດໃຫ້ອາກາດສົດໃສຂຶ້ນ ແລະ ຜູ້ຄົນຈະຮູ້ສຶກແຕກຕ່າງໃນອາກາດທີ່ສົດໃສ. ເຖິງວ່ານໍ້າຫ້ວຍນ້ອຍຈະສາມາດເຮັດໃຫ້ມີໄພພິບັດ, ເຖິງວ່າລົມທີ່ຮຸນແຮງຈະສາມາດເຮັດໃຫ້ມີໄພພິບັດ, ແຕ່ຕາບໃດທີ່ພູເຂົາຍັງຢູ່ບ່ອນນັ້ນ ມັນກໍຈະປ່ຽນໄພອັນຕະລາຍນັ້ນໃຫ້ເປັນພະລັງທີ່ເປັນປະໂຫຍດແກ່ຜູ້ຄົນ. ບໍ່ແມ່ນແນວນັ້ນບໍ?

ວັກທີສາມຂອງນິທານແມ່ນກ່ຽວກັບຫຍັງ? (ພູເຂົາໃຫຍ່ ແລະ ຄື້ນທະເລຍັກ). ພູເຂົາໃຫຍ່ ແລະ ຄື້ນທະເລຍັກ. ວັກນີ້ແມ່ນກ່ຽວກັບເຫດການທີ່ເກີດຂຶ້ນຢູ່ແຄມທະເລທີ່ຕິດຕີນພູເຂົາ. ພວກເຮົາເຫັນພູເຂົາ, ລະອອງມະຫາສະໝຸດ ແລະ ຄື້ນທະເລໃຫຍ່. ໃນກໍລະນີນີ້ສໍາລັບຄື້ນທະເລແລ້ວ ພູເຂົານັ້ນແມ່ນຫຍັງ (ເປັນຜູ້ປົກປ້ອງ ແລະ ເປັນສິ່ງກີດກັ້ນ). ມັນແມ່ນຜູ້ປົກປ້ອງ ແລະ ກີດກັ້ນ. ໃນການເປັນຜູ້ປົກປ້ອງ, ມັນເຮັດໃຫ້ທະເລບໍ່ຫາຍໄປ ເພື່ອວ່າສິ່ງຊົງສ້າງທີ່ດໍາລົງຊີວິດໃນທະເລຈະສາມາດເພີ່ມພູນ ແລະ ເຕີບໃຫຍ່ໄດ້. ໃນການເປັນຜູ້ກີດກັ້ນ, ພູເຂົາກີດກັ້ນບໍ່ໃຫ້ນໍ້າທະເລລົ້ນ ເຊິ່ງຈະເຮັດໃຫ້ເກີດໄພພິບັດ, ກີດກັ້ນບໍ່ໃຫ້ເກີດເປັນໄພ ແລະ ທໍາລາຍເຮືອນຊານຂອງຜູ້ຄົນ. ສະນັ້ນ, ພວກເຮົາສາມາດເວົ້າໄດ້ວ່າ ພູເຂົາແມ່ນເປັນທັງຜູ້ປົກປ້ອງ ແລະ ຜູ້ກີດກັ້ນ.

ນີ້ແມ່ນຄວາມໝາຍຂອງການກ່ຽວຂ້ອງກັນລະຫວ່າງພູເຂົາໃຫຍ່ ແລະ ນໍ້າຫ້ວຍນ້ອຍ, ພູເຂົາໃຫຍ່ ແລະ ລົມທີ່ຮຸນແຮງ ແລະ ພູເຂົາໃຫຍ່ ແລະ ຄື້ນທະເລຍັກ; ນີ້ແມ່ນຄວາມໝາຍຂອງການອຸ້ມຊູກັນແລະກັນ ແລະ ການຖ່ວງພວກມັນທີ່ມີເຊິ່ງກັນແລະກັນ ແລະ ການມີຊີວິດຢູ່ຮ່ວມກັນຂອງພວກມັນ. ສິ່ງເຫຼົ່ານີ້ ທີ່ຖືກສ້າງໂດຍພຣະເຈົ້າ ແມ່ນມີຢູ່ຕາມການຄຸ້ມຄອງຂອງກົດລະບຽບ ແລະ ກົດເກນ. ສະນັ້ນ, ພວກເຈົ້າເຫັນການກະທໍາຫຍັງຂອງພຣະເຈົ້າໃນນິທານເລື່ອງນີ້ບໍ? ພຣະເຈົ້າໄດ້ເມີນເສີຍຕໍ່ທຸກສິ່ງນັບແຕ່ຕອນທີ່ພຣະອົງໄດ້ສ້າງສິ່ງເຫຼົ່ານັ້ນບໍ? ພຣະເຈົ້າໄດ້ສ້າງກົດລະບຽບ ແລະ ຈັດວາງແນວທາງໃນການເຮັດໜ້າທີ່ຂອງທຸກສິ່ງ ແລ້ວຫຼັງຈາກນັ້ນກໍເມີນເສີຍຕໍ່ສິ່ງເຫຼົ່ານັ້ນບໍ? ນັ້ນແມ່ນສິ່ງທີ່ເກີດຂຶ້ນບໍ? (ບໍ່ແມ່ນ). ແລ້ວແມ່ນຫຍັງທີ່ເກີດຂຶ້ນ? ພຣະເຈົ້າຍັງຢູ່ໃນການຄວບຄຸມ. ພຣະອົງຄວບຄຸມນໍ້າ, ລົມ ແລະ ຄື້ນທະເລ. ພຣະອົງບໍ່ໄດ້ປ່ອຍໃຫ້ພວກມັນແລ່ນອາລະວາດ ແລະ ພຣະອົງບໍ່ໄດ້ປ່ອຍໃຫ້ພວກມັນເປັນໄພ ຫຼື ທໍາລາຍເຮືອນຊານທີ່ຜູ້ຄົນອາໄສຢູ່. ຍ້ອນສິ່ງນີ້ ຜູ້ຄົນຈຶ່ງສາມາດດໍາເນີນຊີວິດ ແລະ ເພີ່ມທະວີຄູນ ແລະ ເຕີບໃຫຍ່ໃນແຜ່ນດິນໂລກ. ນີ້ໝາຍຄວາມວ່າເມື່ອພຣະອົງສ້າງທຸກສິ່ງ ພຣະເຈົ້າໄດ້ວາງແຜນກົດເກນແຫ່ງການມີຢູ່ຂອງພວກມັນໄວ້ແລ້ວ. ເມື່ອພຣະເຈົ້າເຮັດແຕ່ລະຢ່າງ, ພຣະອົງຮັບປະກັນວ່າມັນຈະເປັນປະໂຫຍດແກ່ມະນຸດຊາດ ແລະ ພຣະອົງຄວບຄຸມມັນ ເພື່ອວ່າມັນອາດຈະບໍ່ສ້າງຄວາມວຸ້ນວາຍແກ່ມະນຸດ ຫຼື ສ້າງໄພພິບັດໃຫ້ແກ່ເຂົາ. ຖ້າບໍ່ແມ່ນຍ້ອນການຄຸ້ມຄອງຂອງພຣະເຈົ້າ, ນໍ້າຈະບໍ່ໄຫຼໂດຍບໍ່ມີການຄວບຄຸມເລີຍບໍ? ລົມຈະບໍ່ພັດໂດຍບໍ່ມີການຄວບຄຸມເລີຍບໍ? ນໍ້າ ແລະ ລົມໄດ້ປະຕິບັດຕາມກົດເກນບໍ? ຖ້າພຣະເຈົ້າບໍ່ຄຸ້ມຄອງພວກມັນ ກໍຈະບໍ່ມີກົດເກນໃດທີ່ຈະຄຸ້ມຄອງພວກມັນ ແລະ ລົມກໍຈະຮ້ອງຫອນ ແລະ ນໍ້າກໍຈະບໍ່ຖືກຢັບຢັ້ງໄວ້ ແລະ ມັນກໍຈະເຮັດໃຫ້ເກີດມີນໍ້າຖ້ວມ. ຖ້າຄື້ນທະເລສູງກວ່າພູເຂົາ, ແລ້ວທະເລກໍຍັງຈະມີຢູ່ບໍ? ມັນຈະບໍ່ມີຢູ່ເລີຍ. ຖ້າພູເຂົາບໍ່ສູ່ງເທົ່າຄື້ນທະເລ, ທະເລກໍຈະບໍ່ມີຢູ່ ແລະ ພູເຂົາກໍຈະສູນເສຍຄຸນຄ່າ ແລະ ຄວາມໝາຍຂອງມັນ.

ພວກເຈົ້າເຫັນສະຕິປັນຍາຂອງພຣະເຈົ້າພາຍໃນນິທານສອງເລື່ອງນີ້ບໍ? ພຣະເຈົ້າໄດ້ສ້າງທຸກສິ່ງທີ່ມີຊີວິດຢູ່ ແລະ ພຣະອົງແມ່ນມີອໍານາດສູງສຸດເໜືອທຸກສິ່ງທີ່ມີຊີວິດຢູ່; ພຣະອົງຄຸ້ມຄອງທຸກສິ່ງ ແລະ ພຣະອົງສະໜອງໃຫ້ທຸກສິ່ງ ແລະ ພາຍໃນທຸກສິ່ງ ພຣະອົງເຫັນ ແລະ ກວດສອບທຸກຄໍາເວົ້າ ແລະ ທຸກການກະທໍາຂອງທຸກສິ່ງທີ່ມີຊີວິດຢູ່ຢ່າງລະອຽດ. ພ້ອມນັ້ນ ພຣະເຈົ້າຍັງເຫັນ ແລະ ກວດສອບທຸກແຈມຸມຂອງຊີວິດຂອງມະນຸດອີກດ້ວຍ. ດັ່ງນັ້ນ, ພຣະເຈົ້າຈຶ່ງຮູ້ຢ່າງລະອຽດກ່ຽວກັບລາຍລະອຽດແຕ່ລະຢ່າງຂອງທຸກສິ່ງທີ່ມີຊີວິດຢູ່ພາຍໃນການຊົງສ້າງຂອງພຣະອົງ, ນັບແຕ່ໜ້າທີ່ຂອງແຕ່ລະສິ່ງ, ທໍາມະຊາດຂອງມັນ ແລະ ກົດເກນຂອງມັນສໍາລັບການເອົາໂຕລອດຈົນເຖິງຄວາມໝາຍຂອງຊີວິດຂອງມັນ ແລະ ຄຸນຄ່າໃນການມີຊີວິດຢູ່ຂອງມັນ, ທຸກສິ່ງເຫຼົ່ານີ້ຄືສິ່ງທີ່ພຣະເຈົ້າຮູ້ຈັກທັງໝົດ. ພຣະເຈົ້າໄດ້ສ້າງທຸກສິ່ງ. ພວກເຈົ້າຄິດວ່າພຣະອົງຈໍາເປັນຕ້ອງສຶກສາກົດເກນທີ່ຄຸ້ມຄອງສິ່ງເຫຼົ່ານັ້ນບໍ? ພຣະເຈົ້າຈໍາເປັນຕ້ອງສຶກສາຄວາມຮູ້ຂອງມະນຸດ ຫຼື ວິທະຍາສາດ ເພື່ອຮຽນຮູ້ກ່ຽວກັບສິ່ງເຫຼົ່ານັ້ນ ແລະ ເຂົ້າໃຈສິ່ງເຫຼົ່ານັ້ນບໍ? (ບໍ່). ມີໃຜບໍ ໃນທ່າມກາງມະນຸດທີ່ມີການຮຽນຮູ້ ແລະ ຄວາມຮູ້ ເພື່ອເຂົ້າໃຈທຸກສິ່ງທີ່ພຣະເຈົ້າເຮັດ? ບໍ່ມີ, ແມ່ນບໍ? ມີນັກດາລາສາດ ຫຼື ນັກຊີວະວິທະຍາທີ່ເຂົ້າໃຈກົດເກນແຫ່ງການມີຊີວິດຢູ່ ແລະ ເຕີບໃຫຍ່ຂອງທຸກສິ່ງຢ່າງແທ້ຈິງບໍ? ພວກເຂົາສາມາດເຂົ້າໃຈຄຸນຄ່າຂອງການມີຊີວິດຢູ່ຂອງແຕ່ລະສິ່ງໄດ້ຢ່າງແທ້ຈິງບໍ? (ບໍ່, ພວກເຂົາບໍ່ເຂົ້າໃຈ). ນີ້ກໍຍ້ອນວ່າ ທຸກສິ່ງຖືກພຣະເຈົ້າສ້າງຂຶ້ນ ແລະ ບໍ່ວ່າມະນຸດຈະສຶກສາເອົາຄວາມຮູ້ນີ້ຫຼາຍ ຫຼື ເລິກເຊິ່ງຊໍ່າໃດກໍຕາມ ຫຼື ບໍ່ວ່າພວກເຂົາຈະພະຍາຍາມຮຽນຮູ້ມັນດົນຊໍ່າໃດກໍຕາມ, ພວກເຂົາຈະບໍ່ມີວັນສາມາດຍັ່ງເຖິງຄວາມລຶກລັບ ຫຼື ຈຸດປະສົງຂອງການຊົງສ້າງທຸກສິ່ງຂອງພຣະເຈົ້າໄດ້. ບໍ່ແມ່ນແນວນັ້ນບໍ? ຈາກການສົນທະນາກັນຂອງພວກເຮົາ ມາຮອດຕອນນີ້ ພວກເຈົ້າຮູ້ສຶກວ່າພວກເຈົ້າໄດ້ຮັບຄວາມເຂົ້າໃຈເລັກນ້ອຍກ່ຽວກັບຄວາມໝາຍທີ່ແທ້ຈິງຂອງວະລີທີ່ວ່າ: “ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ” ແລ້ວບໍ? (ຮູ້ສຶກແລ້ວ). ເຮົາຮູ້ວ່າເມື່ອເຮົາສົນທະນາກ່ຽວກັບຫົວຂໍ້ນີ້ ກໍຄືຫົວຂໍ້ທີ່ວ່າ ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ, ຫຼາຍຄົນກໍຈະຄິດເຖິງວະລີນີ້ທັນທີ ທີ່ວ່າ: “ພຣະເຈົ້າແມ່ນຄວາມຈິງ ແລະ ພຣະເຈົ້າໃຊ້ພຣະທໍາຂອງພຣະອົງເພື່ອສະໜອງໃຫ້ແກ່ພວກເຮົາ” ແລະ ບໍ່ມີຫຍັງເກີນກວ່າລະດັບຂອງຄວາມໝາຍຂອງຫົວຂໍ້ນັ້ນ. ບາງຄົນອາດຈະຮູ້ສຶກວ່າ ການສະໜອງຊີວິດມະນຸດ, ອາຫານປະຈໍາວັນ ແລະ ເຄື່ອງດື່ມຂອງພຣະເຈົ້າ ແລະ ຄວາມຈໍາເປັນປະຈໍາວັນທຸກຢ່າງບໍ່ໄດ້ຖືກນັບລວມວ່າເປັນການສະໜອງຂອງພຣະອົງສໍາລັບມະນຸດ. ມີບາງຄົນທີ່ຮູ້ສຶກແບບນີ້ບໍ? ແຕ່ຢ່າງໃດກໍຕາມ, ເຈດຕະນາຂອງພຣະເຈົ້າໃນການຊົ່ງສ້າງຂອງພຣະອົງບໍ່ແມ່ນເພື່ອເຮັດໃຫ້ມະນຸດມີຊີວິດຢູ່ ແລະ ດໍາລົງຊີວິດຢ່າງຖືກຕ້ອງບໍ່? ພຣະເຈົ້າຮັກສາສະພາບແວດລ້ອມທີ່ຜູ້ຄົນອາໄສຢູ່ ແລະ ພຣະອົງສະໜອງທຸກສິ່ງທີ່ມະນຸດຕ້ອງການເພື່ອການຢູ່ລອດຂອງພວກເຂົາ. ນອກຈາກນັ້ນ, ພຣະອົງຄຸ້ມຄອງ ແລະ ມີອໍານາດສູງສຸດເໜືອທຸກສິ່ງ. ທັງໝົດນີ້ເຮັດໃຫ້ມະນຸດດໍາລົງຊີວິດ ແລະ ເຕີບໃຫຍ່ ແລະ ເພີ່ມທະວີຄູນຢ່າງຖືກຕ້ອງ; ມັນແມ່ນດ້ວຍວິທີນີ້ທີ່ພຣະເຈົ້າໄດ້ສະໜອງໃຫ້ແກ່ສິ່ງຊົງສ້າງທັງປວງ ແລະ ໃຫ້ກັບມະນຸດທຸກຄົນ. ນີ້ບໍ່ແມ່ນຄວາມຈິງທີ່ຜູ້ຄົນຈໍາເປັນຕ້ອງຮູ້ ແລະ ເຂົ້າໃຈສິ່ງເຫຼົ່ານີ້ບໍ? ບາງເທື່ອບາງຄົນອາດຈະເວົ້າວ່າ “ຫົວຂໍ້ນີ້ແມ່ນໄກເກີນໄປຈາກຄວາມຮູ້ຂອງພວກເຮົາກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ ພວກເຮົາບໍ່ຕ້ອງການຮູ້ສິ່ງນີ້ ຍ້ອນພວກເຮົາບໍ່ໄດ້ດໍາລົງຊີວິດຢູ່ດ້ວຍເຂົ້າຈີ່ຢ່າງດຽວ ແຕ່ກົງກັນຂ້າມ ແມ່ນດໍາລົງຊີວິດດ້ວຍພຣະທໍາຂອງພຣະເຈົ້າ”. ຄວາມເຂົ້າໃຈນີ້ຖືກຕ້ອງບໍ? (ບໍ່). ເປັນຫຍັງມັນຈຶ່ງບໍ່ຖືກຕ້ອງ? ພວກເຈົ້າສາມາດມີຄວາມເຂົ້າໃຈຢ່າງຄົບຖ້ວນກ່ຽວກັບພຣະເຈົ້າບໍ ຖ້າພວກເຈົ້າມີຄວາມຮູ້ກ່ຽວກັບສິ່ງຕ່າງໆ ທີ່ພຣະເຈົ້າໄດ້ເວົ້າເທົ່ານັ້ນ? ຖ້າພວກເຈົ້າຍອມຮັບພາລະກິດຂອງພຣະເຈົ້າເທົ່ານັ້ນ ແລະ ຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ພວກເຈົ້າຈະສາມາດມີຄວາມເຂົ້າໃຈຢ່າງສົມບູນກ່ຽວກັບພຣະເຈົ້າບໍ? ຖ້າພວກເຈົ້າຮູ້ຈັກສ່ວນນ້ອຍຂອງອຸປະນິໄສຂອງພຣະເຈົ້າເທົ່ານັ້ນ, ສ່ວນນ້ອຍຂອງອໍານາດຂອງພຣະເຈົ້າ, ພວກເຈົ້າຈະຖືວ່າສິ່ງນັ້ນພຽງພໍທີ່ຈະໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າບໍ? (ບໍ່). ການກະທໍາຂອງພຣະເຈົ້າເລີ່ມຕົ້ນດ້ວຍການຊົງສ້າງທຸກສິ່ງຂອງພຣະອົງ ແລະ ສິ່ງເຫຼົ່ານັ້ນກໍສືບຕໍ່ຈົນມາຮອດປັດຈຸບັນ. ການກະທໍາຂອງພຣະເຈົ້າແຕ່ລະໄລຍະແມ່ນຈະແຈ້ງຕະຫຼອດເວລາ. ຖ້າບຸກຄົນໃດເຊື່ອວ່າພຣະເຈົ້າມີຢູ່ຍ້ອນພຣະອົງໄດ້ເລືອກກຸ່ມຄົນ ເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ເພື່ອຊ່ວຍໃຫ້ລອດພົ້ນເທົ່ານັ້ນ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົາ, ບໍ່ກ່ຽວກັບອໍານາດຂອງພຣະອົງ, ຕົວຕົນຂອງພຣະອົງ ຫຼື ການກະທໍາຂອງພຣະອົງ, ແລ້ວຈະສາມາດຖືໄດ້ວ່າບຸກຄົນນັ້ນໄດ້ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າບໍ? ຜູ້ຄົນທີ່ມີຄວາມເຂົ້າໃຈທີ່ເອີ້ນວ່າ “ຄວາມເຂົ້າໃຈກ່ຽວກັບພຣະເຈົ້າ” ນີ້ແມ່ນມີຄວາມເຂົ້າໃຈດ້ານດຽວເທົ່ານັ້ນ ເຊິ່ງພວກເຂົາໄດ້ຈໍາກັດການກະທໍາຂອງພຣະອົງຢູ່ກັບຜູ້ຄົນກຸ່ມດຽວເທົ່ານັ້ນ. ນີ້ແມ່ນຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າບໍ? ຜູ້ຄົນທີ່ມີຄວາມຮູ້ແບບນີ້ບໍ່ໄດ້ປະຕິເສດການຊົງສ້າງທຸກສິ່ງຂອງພຣະເຈົ້າ ແລະ ອໍານາດສູງສຸດຂອງພຣະອົງທີ່ມີເໜືອພວກເຂົາບໍ? ບາງຄົນບໍ່ປາດຖະໜາທີ່ຈະພົວພັນກັບຈຸດນີ້ ແຕ່ກົງກັນຂ້າມພັດຄິດກັບຕົວເອງວ່າ: “ຂ້ານ້ອຍບໍ່ໄດ້ເຫັນອໍານາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ. ແນວຄິດແມ່ນຫ່າງໄກຫຼາຍ ແລະ ຂ້ານ້ອຍກໍບໍ່ສົນໃຈທີ່ຈະເຂົ້າໃຈມັນ. ພຣະອົງເຮັດໃນສິ່ງທີ່ພຣະອົງຕ້ອງການ ແລະ ມັນບໍ່ມີຫຍັງກ່ຽວກັບຂ້ານ້ອຍ. ຂ້ານ້ອຍມີແຕ່ສົນໃຈກັບການຍອມຮັບການເປັນຜູ້ນໍາຂອງພຣະເຈົ້າ ແລະ ພຣະທໍາຂອງພຣະອົງ ແລະ ການຖືກຊ່ວຍ ແລະ ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າເທົ່ານັ້ນ. ບໍ່ມີສິ່ງອື່ນໃດທີ່ສໍາຄັນກັບຂ້ານ້ອຍ. ກົດເກນທີ່ພຣະເຈົ້າໄດ້ສ້າງຂຶ້ນໃນເວລາທີ່ພຣະອົງສ້າງທຸກສິ່ງ ແລະ ສິ່ງທີ່ພຣະອົງເຮັດເພື່ອສະໜອງໃຫ້ທຸກສິ່ງ ແລະ ເພື່ອມະນຸດແມ່ນບໍ່ມີຫຍັງກ່ຽວກັບຂ້ານ້ອຍ”. ນີ້ແມ່ນການເວົ້າແບບໃດ? ນີ້ແມ່ນການກະທໍາຂອງການກະບົດບໍ? ມີຜູ້ໃດໃນບັນດາພວກເຈົ້າ ທີ່ມີຄວາມເຂົ້າໃຈແບບນີ້? ເຖິງວ່າພວກເຈົ້າຈະບໍ່ເວົ້າກໍຕາມ ແຕ່ເຮົາກໍຮູ້ວ່າພວກເຈົ້າຫຼາຍຄົນຢູ່ໃນນີ້ແມ່ນເປັນແບບນີ້. ຜູ້ຄົນທີ່ເຮັດຕາມຫຼັກການແບບນີ້ເບິ່ງທຸກສິ່ງຈາກທັດສະນະ “ທາງວິນຍານ” ຂອງພວກເຂົາເອງ. ພວກເຂົາຕ້ອງການຈໍາກັດພຣະເຈົ້າຢູ່ກັບພຣະຄໍາພີເທົ່ານັ້ນ, ຈໍາກັດພຣະເຈົ້າດ້ວຍພຣະທໍາທີ່ພຣະອົງກ່າວ ແລະ ດ້ວຍຄວາມໝາຍທີ່ໄດ້ມາຈາກພຣະທໍາທີ່ຂຽນຕາມໂຕ. ພວກເຂົາບໍ່ປາດຖະໜາທີ່ຈະຮູ້ຈັກພຣະເຈົ້າຫຼາຍຂຶ້ນ ແລະ ພວກເຂົາບໍ່ຕ້ອງການໃຫ້ພຣະເຈົ້າແຍກຄວາມສົນໃຈຂອງພຣະອົງໄປເຮັດສິ່ງອື່ນ. ຄວາມຄິດແບບນີ້ແມ່ນຄືຄວາມຄິດຂອງເດັກນ້ອຍ ແລະ ມັນຍັງຍຶດຕິດກັບສາສະໜາຫຼາຍ. ຜູ້ຄົນທີ່ມີມຸມມອງເຫຼົ່ານີ້ສາມາດຮູ້ຈັກພຣະເຈົ້າໄດ້ບໍ? ມັນຈະຍາກຫຼາຍສໍາລັບພວກເຂົາທີ່ຈະຮູ້ຈັກພຣະເຈົ້າ. ມື້ນີ້ ເຮົາໄດ້ເລົ່ານິທານສອງເລື່ອງ ແລະ ແຕ່ລະເລື່ອງໄດ້ອະທິບາຍເຖິງແຕ່ລະດ້ານທີ່ແຕກຕ່າງກັນ. ຫຼັງຈາກທີ່ໄດ້ມາພົວພັນກັບເລື່ອງລາວເຫຼົ່ານັ້ນ ພວກເຈົ້າກໍອາດຈະຮູ້ສຶກວ່າສິ່ງເຫຼົ່ານັ້ນມີຄວາມເລິກເຊິ່ງ ຫຼື ບໍ່ເປັນຮູບປະທໍາພໍປານໃດ ເຊິ່ງຍາກທີ່ຈະຢັ່ງຮູ້ ແລະ ເຂົ້າໃຈ. ມັນອາດຈະຍາກທີ່ຈະເຊື່ອມຕໍ່ສິ່ງເຫຼົ່ານັ້ນກັບການກະທໍາຂອງພຣະເຈົ້າ ແລະ ພຣະເຈົ້າເອງ. ຢ່າງໃດກໍຕາມ, ການກະທໍາຂອງພຣະເຈົ້າທັງໝົດ ແລະ ທຸກສິ່ງທີ່ພຣະອົງໄດ້ເຮັດພາຍໃນການຊົງສ້າງ ແລະ ໃນທ່າມກາງມະນຸດຄວນຖືກຮັບຮູ້ຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໂດຍທຸກຄົນ ນັ້ນກໍຄືທຸກຄົນທີ່ພະຍາຍາມຮູ້ຈັກພຣະເຈົ້າ. ຄວາມຮູ້ນີ້ຈະມອບຄວາມໝັ້ນໃຈໃຫ້ພວກເຈົ້າໃນຄວາມເຊື່ອຂອງພວກເຈົ້າທີ່ມີຕໍ່ການມີຢູ່ທີ່ແທ້ຈິງຂອງພຣະເຈົ້າ. ມັນຍັງມອບຄວາມຮູ້ທີ່ຖືກຕ້ອງກ່ຽວກັບສະຕິປັນຍາຂອງພຣະເຈົ້າ, ອໍານາດຂອງພຣະອົງ ແລະ ວິທີການທີ່ພຣະອົງສະໜອງໃຫ້ກັບທຸກສິ່ງ. ມັນຍັງຈະເຮັດໃຫ້ເຈົ້າເຂົ້າໃຈການມີຢູ່ທີ່ແທ້ຈິງຂອງພຣະເຈົ້າ ແລະ ເຫັນວ່າການມີຢູ່ຂອງພຣະອົງບໍ່ແມ່ນເລື່ອງທີ່ຖືກແຕ່ງຂຶ້ນ, ບໍ່ແມ່ນຕໍານານ, ບໍ່ເລື່ອນລອຍ, ບໍ່ແມ່ນທິດສະດີ ແລະ ແນ່ນອນບໍ່ແມ່ນສິ່ງປອບຈິດໃຈທາງວິນຍານ ແຕ່ເປັນການມີຢູ່ທີ່ແທ້ຈິງ. ນອກຈາກນັ້ນ, ມັນຍັງຈະເຮັດໃຫ້ຜູ້ຄົນຮູ້ຈັກວ່າ ພຣະເຈົ້າໄດ້ສະໜອງໃຫ້ສິ່ງຊົງສ້າງທັງໝົດ ແລະ ໃຫ້ແກ່ມະນຸດຊາດຕະຫຼອດ; ພຣະເຈົ້າເຮັດສິ່ງນີ້ດ້ວຍວິທີທາງຂອງພຣະອົງເອງ ແລະ ຕາມການເວລາຂອງພຣະອົງເອງ. ສະນັ້ນ, ມັນເປັນຍ້ອນວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ແລະ ມອບກົດເກນໃຫ້ພວກເຂົາ ເຊິ່ງພາຍໃຕ້ການບັດຍັດລ່ວງໜ້າຂອງພຣະອົງ ພວກເຂົາແຕ່ລະຄົນຈຶ່ງສາມາດປະຕິບັດວຽກງານຂອງພວກເຂົາທີ່ຖືກຈັດແຈງໄວ້ແລ້ວ, ປະຕິບັດໜ້າທີ່ຮັບຜິດຊອບຂອງພວກເຂົາໃຫ້ສໍາເລັດ ແລະ ປະຕິບັດບົດບາດຂອງພວກເຂົາເອງ; ພາຍໃຕ້ການບັດຍັດລ່ວງໜ້າຂອງພຣະອົງ ແຕ່ລະສິ່ງແມ່ນມີໜ້າທີ່ຂອງຕົວເອງໃນການຮັບໃຊ້ມະນຸດຊາດ ແລະ ພື້ນທີ່ ແລະ ສະພາບແວດລ້ອມທີ່ມະນຸດຊາດອາໄສຢູ່. ຖ້າພຣະເຈົ້າບໍ່ໄດ້ເຮັດເຊັ່ນນັ້ນ ແລະ ມະນຸດຊາດບໍ່ມີສະພາບແວດລ້ອມດັ່ງກ່າວເພື່ອອາໄສຢູ່ ແລ້ວການເຊື່ອໃນພຣະເຈົ້າ ຫຼື ການຕິດຕາມພຣະອົງກໍຈະເປັນໄປບໍ່ໄດ້ສໍາລັບມະນຸດຊາດ; ມັນຈະບໍ່ມີປະໂຫຍດຫຍັງນອກຈາກຄໍາເວົ້າທີ່ວ່າງເປົ່າ. ບໍ່ແມ່ນແນວນັ້ນບໍ?

ໃຫ້ພວກເຮົາມາເບິ່ງນິທານຂອງພູເຂົາໃຫຍ່ ແລະ ນໍ້າຫ້ວຍນ້ອຍອີກເທື່ອໜຶ່ງ. ໜ້າທີ່ຂອງພູເຂົາແມ່ນຫຍັງ? ສິ່ງທີ່ມີຊີວິດຈະເລີນງອກງາມຢູ່ເທິງພູເຂົາ ເຊິ່ງດ້ວຍເຫດນັ້ນ ການມີຢູ່ຂອງມັນຈຶ່ງມີຄຸນຄ່າພາຍໃນຕົວ ແລະ ມັນຍັງກີດຂວາງນໍ້າຫ້ວຍນ້ອຍ ໂດຍຕັນບໍ່ໃຫ້ມັນໄຫຼ ຍ້ອນມັນຈະໄຫຼ ແລະ ນໍາເອົາໄພພິບັດມາສູ່ຜູ້ຄົນ. ບໍ່ແມ່ນແນວນັ້ນບໍ? ພູເຂົາມີຢູ່ໃນວິຖີທາງຂອງມັນເອງ, ມັນເຮັດໃຫ້ສິ່ງທີ່ມີຊີວິດຕ່າງໆທີ່ຢູ່ເທິງຕົວມັນຈະເລີນງອກງາມ ເຊັ່ນ: ຕົ້ນໄມ້, ຫຍ້າ ແລະ ພືດຊະນິດອື່ນໆ ແລະ ສັດທັງໝົດຢູ່ເທິງພູເຂົາ. ມັນຍັງຊີ້ນໍາເສັ້ນທາງຂອງການໄຫຼຂອງນໍ້າຫ້ວຍນ້ອຍ. ພູເຂົາກັກຂັງນໍ້າຂອງຫ້ວຍນໍ້າ ແລະ ປ່ອຍນໍ້ານັ້ນໄຫຼໄປຕາມຮ່ອມຂອງມັນໂດຍທໍາມະຊາດ ເຊິ່ງເປັນບ່ອນທີ່ຫ້ວຍນໍ້າສາມາດໄຫຼໄປສູ່ແມ່ນໍ້າ ແລະ ໃນທີ່ສຸດກໍໄປສູ່ທະເລໄດ້. ກົດເກນເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໂດຍທໍາມະຊາດ ແຕ່ຖືກກໍານົດໂດຍພຣະເຈົ້າໃນເວລາການສ້າງໂລກໂດຍສະເພາະ. ສ່ວນສໍາລັບພູເຂົາໃຫຍ່ ແລະ ລົມທີ່ຮຸນແຮງ, ພູເຂົາກໍຕ້ອງການລົມເຊັ່ນກັນ. ພູເຂົາຕ້ອງການລົມເພື່ອນວດສິ່ງທີ່ມີຊີວິດທີ່ອາໄສຢູ່ເທິງພູເຂົາ ໃນຂະນະດຽວກັນກໍກີດກັ້ນຄວາມແຮງຂອງລົມເພື່ອບໍ່ໃຫ້ມັນພັດໄປທົ່ວທີບ. ໃນບາງລັກສະນະ, ກົດເກນນີ້ສະແດງໃຫ້ເຫັນໜ້າທີ່ຂອງພູເຂົາໃຫຍ່; ແລ້ວກົດເກນນີ້ກ່ຽວກັບໜ້າທີ່ຂອງພູເຂົາແມ່ນເກີດຂຶ້ນດ້ວຍຕົວເອງບໍ? (ບໍ່ແມ່ນ). ມັນຖືກສ້າງຂຶ້ນໂດຍພຣະເຈົ້າ. ພູເຂົາໃຫຍ່ມີໜ້າທີ່ຂອງມັນ ແລະ ລົມຮຸນແຮງກໍມີໜ້າທີ່ຂອງມັນເຊັ່ນກັນ. ບັດນີ້ ໃຫ້ພວກເຂົາພາກັນມາເບິ່ງພູເຂົາໃຫຍ່ ແລະ ຄື້ນທະເລຍັກ. ຖ້າບໍ່ມີພູເຂົາ, ນໍ້າຈະຊອກຫາທາງໄຫຼດ້ວຍຕົວມັນເອງໄດ້ບໍ? (ບໍ່). ນໍ້າກໍຈະຖ້ວມ. ພູເຂົາມີຄຸນຄ່າໃນການມີຢູ່ໃນຖານະເປັນພູເຂົາ ແລະ ທະເລກໍມີຄຸນຄ່າໃນການມີຢູ່ໃນຖານະເປັນທະເລ; ຢ່າງໃດກໍຕາມ, ພາຍໃຕ້ສະຖານະການທີ່ພວກມັນສາມາດຢູ່ຮ່ວມກັນໂດຍປົກກະຕິ ແລະ ບໍ່ແຊກແຊງກັນ, ພວກມັນຍັງກໍານົດຂອບເຂດຂອງກັນ ແລະ ກັນ. ພູເຂົາໃຫຍ່ກໍານົດຂອບເຂດຂອງທະເລ ເພື່ອບໍ່ໃຫ້ມັນນໍ້າຖ້ວມ ເຊິ່ງເປັນການປົກປ້ອງເຮືອນຊານຂອງຜູ້ຄົນ ແລະ ການກໍານົດຂອບເຂດຂອງທະເລຍັງເຮັດໃຫ້ພູເຂົາລໍ່ລ້ຽງສິ່ງທີ່ມີຊີວິດທີ່ອາໄສຢູ່ພາຍໃນພູເຂົານັ້ນອີກດ້ວຍ. ພູມມີປະເທດແບບນີ້ເກີດຂຶ້ນດ້ວຍຕົວມັນເອງບໍ? (ບໍ່). ມັນຖືກພຣະເຈົ້າສ້າງຂຶ້ນເຊັ່ນກັນ. ພວກເຮົາເຫັນຮູບພາບນີ້ໃນເວລາທີ່ພຣະເຈົາສ້າງທຸກສິ່ງ, ພຣະອົງກໍານົດລ່ວງໜ້າບ່ອນທີ່ພູເຂົາຈະຢືນຢູ່, ບ່ອນທີ່ຫ້ວຍນໍ້າຈະໄຫຼ, ທິດທາງທີ່ລົມຮຸນແຮງຈະເລີ່ມພັດ ແລະ ບ່ອນທີ່ມັນຈະໄປ ແລະ ຄວາມສູງຂອງຄື້ນທະເລຍັກ. ສິ່ງທັງໝົດເຫຼົ່ານີ້ປະກອບດ້ວຍເຈດຕະນາ ແລະ ຈຸດປະສົງຂອງພຣະເຈົ້າ. ພວກມັນແມ່ນການກະທໍາຂອງພຣະເຈົ້າ. ຕອນນີ້ ພວກເຈົ້າສາມາດເຫັນບໍວ່າ ການກະທໍາຂອງພຣະເຈົ້າແມ່ນມີຢູ່ໃນທຸກສິ່ງ? (ເຫັນ).

ຈຸດປະສົງຂອງການສົນທະນາກ່ຽວກັບສິ່ງເຫຼົ່ານີ້ແມ່ນຫຍັງ? ມັນແມ່ນເພື່ອເຮັດໃຫ້ຜູ້ຄົນສຶກສາກົດເກນໃນການສ້າງທຸກສິ່ງຂອງພຣະເຈົ້າບໍ? ມັນແມ່ນເພື່ອຊຸກຍູ້ໃຫ້ມີຄວາມສົນໃຈໃນດາລາສາດ ແລະ ພູມສາດບໍ? (ບໍ່ແມ່ນ). ແລ້ວມັນແມ່ນຫຍັງ? ມັນແມ່ນເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈການກະທໍາຂອງພຣະເຈົ້າ. ໃນການກະທໍາຂອງພຣະເຈົ້າ ຜູ້ຄົນສາມາດຢືນຢັນ ແລະ ຢັ້ງຢືນວ່າ ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ. ຖ້າເຈົ້າສາມາດເຂົ້າໃຈສິ່ງນີ້, ເຈົ້າກໍຈະສາມາດຢືນຢັນບ່ອນຂອງພຣະເຈົ້າໃນຫົວໃຈຂອງເຈົ້າຢ່າງແທ້ຈິງ ແລະ ເຈົ້າຈະສາມາດຢືນຢັນວ່າ ພຣະເຈົ້າແມ່ນພຣະເຈົ້າເອງທີ່ເປັນເອກະລັກ, ພຣະຜູ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງ. ສະນັ້ນ, ມັນຈຶ່ງເປັນປະໂຫຍດຕໍ່ຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າ ເພື່ອຮູ້ກົດເກນຂອງທຸກສິ່ງ ແລະ ເພື່ອຮູ້ການກະທໍາຂອງພຣະເຈົ້າບໍ? (ແມ່ນ). ມັນເປັນປະໂຫຍດແນວໃດ? ກ່ອນອື່ນໝົດ, ເມື່ອເຈົ້າເຂົ້າໃຈເຖິງການກະທໍາຂອງພຣະເຈົ້າ, ແລ້ວເຈົ້າຍັງຈະສົນໃຈໃນດາລາສາດ ແລະ ພູມສາດຢູ່ບໍ? ເຈົ້າຍັງຈະມີຫົວໃຈບໍ່ເຊື່ອ ແລະ ສົງໄສວ່າ ພຣະເຈົ້າແມ່ນພຣະຜູ້ສ້າງຂອງທຸກສິ່ງບໍ? ເຈົ້າຍັງຈະມີຫົວໃຈຂອງນັກຄົນຄວ້າ ແລະ ສົງໄສວ່າ ພຣະເຈົ້າແມ່ນພຣະຜູ້ສ້າງຂອງທຸກສິ່ງຢູ່ບໍ? (ບໍ່). ເມື່ອເຈົ້າໄດ້ຢືນຢັນວ່າ ພຣະເຈົ້າແມ່ນພຣະຜູ້ສ້າງຂອງທຸກສິ່ງ ແລະ ໄດ້ເຂົ້າໃຈບາງກົດເກນກ່ຽວກັບການຊົງສ້າງຂອງພຣະເຈົ້າ, ເຈົ້າຈະເຊື່ອໃນຫົວໃຈຂອງເຈົ້າຢ່າງແທ້ຈິງບໍວ່າ ພຣະເຈົ້າສະໜອງທຸກສິ່ງ? (ເຊື່ອ). ຄໍາເວົ້າທີ່ວ່າ “ການສະໜອງ” ໃນນີ້ມີຄວາມໝາຍສະເພາະບໍ ຫຼື ການໃຊ້ຄໍາສັບນີ້ເພື່ອໝາຍເຖິງສະຖານະການໃດໜຶ່ງບໍ? “ພຣະເຈົ້າສະໜອງທຸກສິ່ງ” ແມ່ນວະລີທີ່ມີຄວາມໝາຍ ແລະ ຂອບເຂດທີ່ກວ້າງຂວາງຫູາຍ. ພຣະເຈົ້າບໍ່ພຽງແຕ່ສະໜອງອາຫານ ແລະ ເຄື່ອງດື່ມປະຈໍາວັນໃຫ້ຜູ້ຄົນເທົ່ານັ້ນ; ພຣະອົງສະໜອງທຸກສິ່ງທີ່ມະນຸດຕ້ອງການໃຫ້ແກ່ພວກເຂົາ ເຊິ່ງລວມທັງທຸກສິ່ງທີ່ຜູ້ຄົນສາມາດເຫັນ ແລະ ສິ່ງທີ່ພວກເຂົາບໍ່ສາມາດເຫັນ. ພຣະເຈົ້າຄໍ້າຊູ, ຄຸ້ມຄອງ ແລະ ປົກຄອງສະພາບແວດລ້ອມແຫ່ງການດໍາລົງຊີວິດ ເຊິ່ງສໍາຄັນຕໍ່ມະນຸດຊາດ. ເວົ້າໄດ້ວ່າ ສະພາບແວດລ້ອມໃດກໍຕາມທີ່ມະນຸດຕ້ອງການໃນແຕ່ລະລະດູການ ພຣະເຈົ້າແມ່ນໄດ້ຈັດແຈງມັນໄວ້ແລ້ວ. ພຣະເຈົ້າຍັງຄຸ້ມຄອງປະເພດຂອງອາກາດ ແລະ ອຸນຫະພູມ ເພື່ອວ່າພວກມັນຈະເໝາະສົມສໍາລັບການຢູ່ລອດຂອງມະນຸດ. ກົດເກນທີ່ຄຸ້ມຄອງສິ່ງເຫຼົ່ານີ້ບໍ່ໄດ້ເກີດຂຶ້ນດ້ວຍຕົວມັນເອງ ຫຼື ໂດຍບັງເອີນ; ພວກມັນແມ່ນຜົນມາຈາກອໍານາດສູງສຸດຂອງພຣະເຈົ້າ ແລະ ການກະທໍາຂອງພຣະອົງ. ພຣະເຈົ້າເອງແມ່ນແຫຼ່ງທີ່ມາຂອງກົດເກນເຫຼົ່ານີ້ ແລະ ແມ່ນແຫຼ່ງທີ່ມາຂອງຊີວິດຂອງທຸກສິ່ງ. ບໍ່ວ່າເຈົ້າຈະເຊື່ອ ຫຼື ບໍ່ເຊື່ອ, ບໍ່ວາເຈົ້າຈະສາມາດເຫັນມັນ ຫຼື ບໍ່ເຫັນ ຫຼື ບໍ່ວ່າເຈົ້າຈະສາມາດເຂົ້າໃຈມັນ ຫຼື ບໍ່ເຂົ້າໃຈກໍຕາມ, ສິ່ງນີ້ຍັງຄົງເປັນຄວາມຈິງທີ່ເປັນທີ່ຍອມຮັບ ແລະ ບໍ່ສາມາດໂຕ້ຖຽງໄດ້.

ເຮົາຮູ້ວ່າ ຜູ້ຄົນສ່ວນໃຫຍ່ພຽງແຕ່ມີຄວາມເຊື່ອໃນພຣະທໍາ ແລະ ພາລະກິດຂອງພຣະເຈົ້າທີ່ຢູ່ໃນພຣະຄໍາພີເທົ່ານັ້ນ. ສ່ວນສໍາລັບຜູ້ຄົນສ່ວນນ້ອຍ, ພຣະເຈົ້າໄດ້ເປີດເຜີຍການກະທໍາຂອງພຣະອົງ ແລະ ເຮັດໃຫ້ຜູ້ຄົນເຫັນຄຸນຄ່າຂອງການມີຢູ່ຂອງພຣະອົງ. ພຣະອົງຍັງໄດ້ເຮັດໃຫ້ພວກເຂົາເຂົ້າໃຈບາງຢ່າງກ່ຽວກັບສະຖານະຂອງພຣະອົງ ແລະ ຢືນຢັນເຖິງຄວາມຈິງໃນການມີຢູ່ຂອງພຣະອົງ. ຢ່າງໃດກໍຕາມ, ສໍາລັບຫຼາຍຄົນ, ຄວາມຈິງທີ່ວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ແລະ ພຣະອົງໄດ້ຄຸ້ມຄອງ ແລະ ສະໜອງທຸກສິ່ງແມ່ນເບິ່ງຄືກັບວ່າເລື່ອນລອຍ ຫຼື ບໍ່ສະເພາະເຈາະຈົງ; ຜູ້ຄົນດັ່ງກ່າວອາດຈະເຖິງຂັ້ນມີທັດສະນະຄະຕິແບບສົງໄສ. ທັດສະນະຄະຕິນີ້ເຮັດໃຫ້ພວກເຂົາເຊື່ອໂດຍສະເໝີມາວ່າ ກົດເກນຂອງໂລກທໍາມະຊາດແມ່ນເກີດຂຶ້ນໂດຍທໍາມະຊາດ ເຊັ່ນ: ການປ່ຽນແປງຂອງທໍາມະຊາດ, ການປ່ຽນສະພາບ, ປະກົດການ ແລະ ກົດເກນທີ່ຄຸ້ມຄອງມັນແມ່ນເກີດມາຈາກທໍາມະຊາດເອງ. ໃນຫົວໃຈຂອງຜູ້ຄົນ ພວກເຂົາບໍ່ສາມາດເຂົ້າໃຈກ່ຽວກັບວິທີທີ່ພຣະເຈົ້າສ້າງທຸກສິ່ງ ແລະ ປົກຄອງເໜືອສິ່ງເຫຼົ່ານັ້ນ; ພວກເຂົາບໍ່ສາມາດເຂົ້າໃຈເຖິງວິທີທີ່ພຣະເຈົ້າຄຸ້ມຄອງ ແລະ ສະໜອງທຸກສິ່ງ. ພາຍໃຕ້ຂໍ້ຈໍາກັດຂອງສົມມຸດຕິຖານນີ້, ຜູ້ຄົນບໍ່ສາມາດເຊື່ອວ່າ ພຣະເຈົ້າໄດ້ສ້າງ, ປົກຄອງ ແລະ ສະໜອງທຸກສິ່ງ; ແມ່ນແຕ່ຜູ້ທີ່ເຊື່ອຍັງມີຄວາມຈໍາກັດໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ: ພວກເຂົາເຊື່ອວ່າ ການກະທໍາຂອງພຣະເຈົ້າ ແລະ ການສະໜອງຂອງພຣະອົງສໍາລັບມະນຸດແມ່ນສະເພາະແຕ່ຜູ້ຄົນທີ່ພຣະອົງໄດ້ເລືອກໄວ້ເທົ່ານັ້ນ. ນີ້ແມ່ນສິ່ງທີ່ເຮົາບໍ່ຢາກເຫັນທີ່ສຸດ ແລະ ເປັນສິ່ງທີ່ເຮັດໃຫ້ເຮົາເຈັບປວດຫຼາຍທີ່ສຸດ ຍ້ອນວ່າໃນຂະນະທີ່ມະນຸດມີຄວາມສຸກກັບທຸກສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ ພວກເຂົາກໍຍັງປະຕິເສດທຸກສິ່ງທີ່ພຣະອົງເຮັດ ແລະ ທຸກສິ່ງທີ່ພຣະອົງມອບໃຫ້ພວກເຂົາ. ຜູ້ຄົນພຽງແຕ່ເຊື່ອວ່າ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງແມ່ນຖືກຄຸ້ມຄອງໂດຍຕົວມັນເອງ, ໂດຍກົດເກນທໍາມະຊາດ ແລະ ສິ່ງເຫຼົ່ານັ້ນເອງ, ໂດຍກົດເກນທໍາມະຊາດເພື່ອການຢູ່ລອດ ແລະ ເຊື່ອວ່າສິ່ງເຫຼົ່ານັ້ນບໍ່ມີກະສັດຄຸ້ມຄອງພວກມັນ ຫຼື ປົກຄອງເພື່ອສະໜອງພວກມັນ ແລະ ຮັກສາພວກມັນໄວ້. ເຖິງວ່າເຈົ້າຈະເຊື່ອໃນພຣະເຈົ້າ, ເຈົ້າກໍອາດຈະບໍ່ເຊື່ອວ່າ ທຸກສິ່ງເຫຼົ່ານີ້ແມ່ນການກະທໍາຂອງພຣະອົງ; ແນ່ນອນ ນີ້ແມ່ນໜຶ່ງໃນບັນດາສິ່ງຕ່າງໆທີ່ສ່ວນໃຫຍ່ແລ້ວມັກຈະເບິ່ງຂ້າມໂດຍຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າທຸກຄົນ ເຊິ່ງກໍຄືທຸກຄົນທີ່ຍອມຮັບພຣະທໍາຂອງພຣະເຈົ້າ ແລະ ທຸກຄົນທີ່ຕິດຕາມພຣະເຈົ້າ. ສະນັ້ນ, ທັນທີທີ່ເຮົາໄດ້ເລີ່ມສົນທະນາກ່ຽວກັບບາງສິ່ງ ທີ່ບໍ່ກ່ຽວຂ້ອງກັບພຣະຄໍາພີ ຫຼື ກ່ຽວກັບສິ່ງທີ່ເອີ້ນວ່າ ຄໍາສັບທາງວິນຍານ, ບາງຄົນກໍເລີ່ມເບື່ອ ຫຼື ເມື່ອຍໃຈ ຫຼື ແມ່ນແຕ່ອຶດອັດນໍາ. ພວກເຂົາຮູ້ສຶກວ່າ ພຣະທໍາຂອງເຮົາເບິ່ງຄືວ່າ ບໍ່ກ່ຽວພັນກັບຜູ້ຄົນທາງຝ່າຍວິນຍານ ແລະ ສິ່ງຕ່າງໆທາງວິນຍານ. ນັ້ນແມ່ນເລື່ອງທີ່ຮ້າຍແຮງຫຼາຍ. ເມື່ອເວົ້າເຖິງການຮູ້ຈັກການກະທໍາຂອງພຣະເຈົ້າ, ເຖິງວ່າພວກເຮົາຈະບໍ່ກ່າວເຖິງດາລາສາດ ແລະ ພວກເຮົາກໍບໍ່ໄດ້ຄົ້ນຄວ້າກ່ຽວກັບພູມສາດ ຫຼື ຊີວະວິທະຍາ ແຕ່ພວກເຮົາຕ້ອງເຂົ້າໃຈອໍານາດສູງສຸດຂອງພຣະເຈົ້າທີ່ມີເໜືອທຸກສິ່ງ, ພວກເຮົາຕ້ອງຮູ້ຈັກການສະໜອງຂອງພຣະອົງທີ່ມີຕໍ່ທຸກສິ່ງ ແລະ ພຣະອົງຄືແຫຼ່ງທີ່ມາຂອງທຸກສິ່ງ. ນີ້ແມ່ນບົດຮຽນທີ່ຈໍາເປັນ ແລະ ເປັນສິ່ງທີ່ຕ້ອງການສຶກສາ. ເຮົາເຊື່ອວ່າ ພວກເຈົ້າເຂົ້າໃຈພຣະທໍາຂອງເຮົາ!

ເຖິງວ່າຈະມີເນື້ອຫາ ແລະ ວິທີການໃຊ້ຖ້ອຍຄໍາ ແລະ ການບອກເລົ່າທີ່ຜິດປົກກະຕິໜ້ອຍໜຶ່ງ ຕາມທີ່ພວກມັນເປັນ ດ້ວຍວິທີທີ່ຂ້ອນຂ້າງຈະພິເສດ ແຕ່ນິທານສອງເລື່ອງທີ່ເຮົາຫາກໍເລົ່າແມ່ນເປັນການພະຍາຍາມຂອງເຮົາໃນການໃຊ້ພາສາທີ່ກົງໄປກົງມາ ແລະ ວິທີການທໍາມະດາ ເພື່ອຊ່ວຍໃຫ້ພວກເຈົ້າໄດ້ຮັບ ແລະ ຍອມຮັບບາງສິ່ງທີ່ເລິກເຊິ່ງຂຶ້ນກວ່າເກົ່າ. ນີ້ແມ່ນເປົ້າໝາຍດຽວຂອງເຮົາເທົ່ານັ້ນ! ໃນນິທານສັ້ນໆເຫຼົ່ານີ້ ແລະ ພາບທີ່ພວກມັນວາດອອກມາ, ເຮົາຕ້ອງການໃຫ້ພວກເຈົ້າເຫັນ ແລະ ເຊື່ອວ່າພຣະເຈົ້າແມ່ນມີອໍານາດສູງສຸດເໜືອສິ່ງຊົງສ້າງທັງໝົດ. ເປົ້າໝາຍໃນການບອກເລົ່ານິທານເຫຼົ່ານີ້ແມ່ນເພື່ອໃຫ້ພວກເຈົ້າເຫັນ ແລະ ຮູ້ຈັກກັບການກະທໍາທີ່ບໍ່ມີສິ້ນສຸດຂອງພຣະເຈົ້າ ພາຍໃນຂໍ້ຈໍາກັດຂອງນິທານ. ສໍາລັບເວລາໃດທີ່ພວກເຈົ້າຈະຮູ້ ແລະ ໄດ້ຮັບຜົນນີ້ຢ່າງຄົບຖ້ວນໃນຕົວພວກເຈົ້າເອງນັ້ນ ແມ່ນຂຶ້ນຢູ່ກັບປະສົບການຂອງພວກເຈົ້າເອງ ແລະ ການສະແຫວງຫາຂອງພວກເຈົ້າເອງ. ຖ້າເຈົ້າແມ່ນຄົນທີ່ສະແຫວງຫາຄວາມຈິງ ແລະ ສະແຫວງຫາທີ່ຈະຮູ້ຈັກພຣະເຈົ້າ, ສິ່ງເຫຼົ່ານີ້ກໍຈະເປັນຄະຕິເຕືອນໃຈຢ່າງໃຫຍ່ຫຼວງສໍາລັບເຈົ້າ: ພວກມັນຈະມອບການຮັບຮູ້ທີ່ເລິກເຊິ່ງໃຫ້ແກ່ເຈົ້າ, ໃຫ້ຄວາມແຈ່ມແຈ້ງໃນຄວາມເຂົ້າໃຈຂອງພວກເຈົ້າ ເຊິ່ງຈະນໍາໄປສູ່ການເຂົ້າໃກ້ການກະທໍາຕົວຈິງຂອງພຣະເຈົ້າເທື່ອລະໜ້ອຍ, ດ້ວຍຄວາມໃກ້ຊິດດັ່ງກ່າວ ກໍຈະບໍ່ມີຄວາມເຫີນຫ່າງ ແລະ ຂໍ້ຜິດພາດອີກ. ຢ່າງໃດກໍຕາມ, ເຖິງວ່າ ຖ້າເຈົ້າບໍ່ແມ່ນຄົນທີ່ສະແຫວງຫາທີ່ຈະຮູ້ຈັກພຣະເຈົ້າ, ນິທານເຫຼົ່ານີ້ກໍຈະບໍ່ມີພິດໄພຕໍ່ເຈົ້າ. ພຽງແຕ່ໃຫ້ຄິດວ່າພວກມັນຄືເລື່ອງຈິງ.

ພວກເຈົ້າໄດ້ຮັບຄວາມເຂົ້າໃຈໃດໜຶ່ງຈາກນິທານສອງເລື່ອງນີ້ບໍ? ກ່ອນອື່ນໝົດ, ນິທານສອງເລື່ອງນີ້ແຕກຕ່າງຈາກການສົນທະນາກ່ອນໜ້ານັ້ນບໍ ກ່ຽວກັບຄວາມກັງວົນຂອງພຣະເຈົ້າທີ່ມີຕໍ່ມວນມະນຸດ? ມີຄວາມກ່ຽວພັນໃນຕົວບໍ? ແມ່ນແທ້ບໍ ທີ່ວ່າພາຍໃນນິທານສອງເລື່ອງນີ້ ພວກເຮົາໄດ້ເຫັນການກະທໍາຂອງພຣະເຈົ້າ ແລະ ການພິຈາລະນາຢ່າງລະອຽດຂອງພຣະອົງທີ່ມອບໃຫ້ກັບທຸກສິ່ງທີ່ພຣະອົງໄດ້ວາງແຜນໄວ້ເພື່ອມວນມະນຸດ? ແມ່ນແທ້ບໍ ທີ່ທຸກສິ່ງທີ່ພຣະເຈົ້າເຮັດ ແລະ ທຸກສິ່ງທີ່ພຣະອົງຄິດແມ່ນເພື່ອການມີຢູ່ຂອງມວນມະນຸດ? (ແມ່ນແທ້). ຄວາມຄິດ ແລະ ການພິຈາລະນາຢ່າງລະມັດລະວັງຂອງພຣະເຈົ້າ ສໍາລັບມວນມະນຸດບໍ່ແມ່ນແຈ່ມແຈ້ງທີ່ສຸດແລ້ວບໍ? ມວນມະນຸດບໍ່ຕ້ອງເຮັດຫຍັງເລີຍ. ພຣະເຈົ້າໄດ້ຈັດແຈງອາກາດໃຫ້ແກ່ຜູ້ຄົນ. ສິ່ງທີ່ພວກເຂົາຈໍາເປັນຕ້ອງເຮັດກໍຄືຫາຍໃຈເອົາມັນ. ຜັກ ແລະ ໝາກໄມ້ທີ່ພວກເຂົາກິນກໍມີພ້ອມແລ້ວ. ຈາກເໜືອຫາໃຕ້, ຈາກທິດຕາເວັນອອກຫາທິດຕາເວັນຕົກ, ແຕ່ລະພາກພື້ນແມ່ນມີຊັບພະຍາກອນທໍາມະຊາດຂອງມັນເອງ. ພືດ, ໝາກໄມ້ ແລະ ຜັກຂອງພາກພື້ນຕ່າງໆ ແມ່ນລ້ວນແລ້ວແຕ່ຖືກຈັດແຈງໂດຍພຣະເຈົ້າ. ໃນສະພາບແວດລ້ອມທີ່ຍິ່ງໃຫຍ່, ພຣະເຈົ້າໄດ້ເຮັດໃຫ້ທຸກສິ່ງອຸ້ມຊູກັນແລະກັນ, ອາໄສເຊິ່ງກັນແລະກັນ, ສ້າງຄວາມເຂັ້ມແຂງໃຫ້ກັນແລະກັນ, ຖ່ວງກັນແລະກັນ ແລະ ຢູ່ຮ່ວມກັນ. ນີ້ແມ່ນວິທີການຂອງພຣະອົງ ແລະ ກົດເກນຂອງພຣະອົງໃນການຮັກສາການຢູ່ລອດ ແລະ ການມີຢູ່ຂອງທຸກສິ່ງ; ດ້ວຍວິທີນີ້, ມະນຸດຊາດສາມາດເຕີບໃຫຍ່ຢ່າງປອດໄພ ແລະ ມີຄວາມສະຫງົບສຸກພາຍໃນສະພາບແວດລ້ອມແຫ່ງການດໍາລົງຊີວິດນີ້ ເພື່ອເພີ່ມທະວີຄູນຈາກຄົນຮຸ່ນໜຶ່ງສູ່ຄົນຮຸ່ນໜຶ່ງຈົນຮອດປັດຈຸບັນ. ນີ້ເວົ້າໄດ້ວ່າ ພຣະເຈົ້າໄດ້ນໍາເອົາຄວາມສົມດຸນມາສູ່ສະພາບແວດລ້ອມທີ່ເປັນທໍາມະຊາດ. ຖ້າພຣະເຈົ້າບໍ່ມີອໍານາດສູງສຸດ ແລະ ບໍ່ໄດ້ຄວບຄຸມ, ແລ້ວສະພາບແວດລ້ອມ ເຖິງວ່າມັນຈະຍັງຖືກສ້າງຂຶ້ນໂດຍພຣະເຈົ້າ ກໍຈະເປັນສິ່ງທີ່ຢູ່ເກີນຄວາມສາມາດຂອງຄົນໃດໜຶ່ງ ໃນການຮັກສາ ແລະ ຮັກສາຄວາມສົມດຸນ. ຖ້າມະນຸດເຮັດເມັດພືດຢາງ ແລະ ປູກມັນລົງໃສ່ດິນ, ແລ້ວມັນຈະອອກໜໍ່ບໍ? ຖ້າມະນຸດເຮັດຕົ້ນໄມ້ຢາງ ແລະ ປູກມັນລົງດິນ, ເຈົ້າສາມາດຖ້າໄດ້ເປັນຫຼາຍຮ້ອຍປີ ແຕ່ມັນກໍຍັງຈະບໍ່ມີໃບໄມ້ປົ່ງອອກມາ, ແມ່ນບໍ? ໃນບາງບ່ອນແມ່ນບໍ່ມີອາກາດ ແລະ ມະນຸດບໍ່ສາມາດຢູ່ລອດໄດ້ໃນບ່ອນດັ່ງກ່າວ. ພຣະເຈົ້າຈະບໍ່ອະນຸຍາດໃຫ້ເຈົ້າໄປບ່ອນເຫຼົ່ານັ້ນ. ສະນັ້ນ, ຢ່າໄດ້ໄປເກີນຂອບເຂດທີ່ຖືກຈໍາກັດໄວ້ຢ່າງເໝາະສົມ. ນີ້ກໍເພື່ອການຄຸ້ມຄອງມວນມະນຸດທີ່ມີຄວາມລຶກລັບຢູ່ພາຍໃນ. ແຕ່ລະດ້ານຂອງສະພາບແວດລ້ອມ, ຄວາມຍາວ ແລະ ຄວາມກວ້າງຂອງແຜ່ນດິນໂລກ, ສິ່ງຊົງສ້າງທັງໝົດເທິງແຜ່ນດິນໂລກ ທັງມີຊີວິດ ແລະ ບໍ່ມີຊີວິດ ແມ່ນຖືກແຕ່ງຂຶ້ນ ແລະ ຈັດແຈງລ່ວງໜ້າໂດຍພຣະເຈົ້າ. ເປັນຫຍັງສິ່ງນີ້ຈຶ່ງມີຄວາມຈໍາເປັນ? ເປັນຫຍັງສິ່ງນັ້ນຈຶ່ງບໍ່ມີຄວາມຈໍາເປັນ? ຈຸດປະສົງໃນການມີສິ່ງນີ້ຢູ່ບ່ອນນີ້ແມ່ນຫຍັງ ແລະ ເປັນຫຍັງສິ່ງນັ້ນຈຶ່ງຕ້ອງໄປບ່ອນນັ້ນ? ພຣະເຈົ້າໄດ້ຄິດຜ່ານຄໍາຖາມເຫຼົ່ານີ້ແລ້ວ ແລະ ຜູ້ຄົນກໍບໍ່ຈໍາເປັນທີ່ຈະຕ້ອງຄິດກ່ຽວກັບສິ່ງເຫຼົ່ານັ້ນ. ມີຄົນໂງ່ບາງຄົນທີ່ຄິດຕະຫຼອດ ກ່ຽວກັບການຍ້າຍພູເຂົາ ແຕ່ແທນທີ່ຈະເຮັດສິ່ງນັ້ນ ເປັນຫຍັງຄືບໍ່ຍ້າຍໄປຢູ່ດິນພຽງ? ຖ້າເຈົ້າບໍ່ມັກພູເຂົາ ແລ້ວເປັນຫຍັງເຈົ້າຄືອາໄສຢູ່ໃກ້ມັນ? ນັ້ນບໍ່ແມ່ນໂງ່ບໍ? ແມ່ນຫຍັງຈະເກີດຂຶ້ນ ຖ້າເຈົ້າຍ້າຍພູເຂົານັ້ນ? ລົມພະຍຸ ແລະ ຄື້ນທະເລຍັກຈະມາ ແລະ ເຮືອນຊານຂອງຜູ້ຄົນກໍຈະຖືກທໍາລາຍ. ນີ້ຈະບໍ່ແມ່ນຄວາມໂງ່ຈ້າບໍ? ຜູ້ຄົນສາມາດເຮັດແຕ່ການທໍາລາຍເທົ່ານັ້ນ. ພວກເຂົາບໍ່ສາມາດແມ່ນແຕ່ຈະຮັກສາບ່ອນດຽວທີ່ພວກເຂົາຕ້ອງອາໄສຢູ່, ແຕ່ພວກເຂົາຕ້ອງການສະໜອງທຸກສິ່ງ. ນີ້ແມ່ນເປັນໄປບໍ່ໄດ້.

ພຣະເຈົ້າອະນຸຍາດໃຫ້ມະນຸດຈັດການທຸກສິ່ງ ແລະ ມີອໍານາດເໜືອສິ່ງເຫຼົ່ານັ້ນ ແຕ່ມະນຸດໄດ້ເຮັດໜ້າທີ່ດີແລ້ວບໍ? ມະນຸດທໍາລາຍທຸກສິ່ງທີ່ເຂົາສາມາດທໍາລາຍໄດ້. ເຂົາບໍ່ພຽງແຕ່ບໍ່ສາມາດຮັກສາທຸກສິ່ງທີ່ພຣະເຈົ້າໄດ້ມອບໃຫ້ເຂົາໃນສະພາບດັ່ງເດີມຂອງມັນ ແຕ່ເຂົາໄດ້ເຮັດໃນສິ່ງທີ່ກົງກັນຂ້າມ ແລະ ໄດ້ທໍາລາຍສິ່ງຊົງສ້າງຂອງພຣະເຈົ້າ. ມະນຸດໄດ້ຍ້າຍພູເຂົາ, ຖົມທະເລ ແລະ ປ່ຽນທົ່ງພຽງເປັນທະເລຊາຍທີ່ບໍ່ມີມະນຸດຄົນໃດສາມາດອາໄສຢູ່ໄດ້. ແຕ່ໃນທະເລຊາຍນັ້ນ ມະນຸດແມ່ນໄດ້ສ້າງອຸດສາຫະກໍາ ແລະ ສ້າງຖານພະລັງປະລະມະນູ ໂດຍເຮັດໃຫ້ເກີດການທໍາລາຍຢູ່ທຸກບ່ອນ. ຕອນນີ້ແມ່ນໍ້າບໍ່ໄດ້ເປັນແມ່ນໍ້າອີກຕໍ່ໄປ, ທະເລບໍ່ເປັນທະເລອີກຕໍ່ໄປ... ເມື່ອມະນຸດໄດ້ທໍາລາຍຄວາມສົມດຸນຂອງສະພາບແວດລ້ອມທີ່ເປັນທໍາມະຊາດ ແລະ ກົດເກນຂອງມັນ, ມື້ແຫ່ງຄວາມພິນາດ ແລະ ຄວາມຕາຍຂອງເຂົາກໍບໍ່ໄດ້ຢູ່ໄກເລີຍ; ມັນເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້. ເມື່ອຄວາມພິນາດມາເຖິງ, ມະນຸດກໍຈະຮູ້ເຖິງຄຸນຄ່າຂອງທຸກສິ່ງທີ່ພຣະເຈົ້າໄດ້ສ້າງເພື່ອເຂົາ ແລະ ຄວາມສໍາຄັນທີ່ມັນມີຕໍ່ມະນຸດ. ສໍາລັບມະນຸດແລ້ວ, ການດໍາລົງຊີວິດໃນສະພາບແວດລ້ອມທີ່ມີລົມ ແລະ ຝົນຕົກຕາມລະດູການຂອງມັນ ແມ່ນເໝືອນດັ່ງໄດ້ດໍາລົງຊີວິດຢູ່ໃນສະຫວັນວິມານແລ້ວ. ຜູ້ຄົນບໍ່ຮູ້ວ່າ ນີ້ແມ່ນການໄດ້ຮັບພອນ ແຕ່ໃນທັນທີໃດທີ່ພວກເຂົາສູນເສຍທຸກສິ່ງໄປ ພວກເຂົາຈະເຫັນວ່າ ມັນຫາຍາກ ແລະ ມີຄ່າຊໍ່າໃດ. ເມື່ອມັນຈາກໄປ, ຄົນຈະເອົາມັນກັບຄືນມາໄດ້ແນວໃດ? ຜູ້ຄົນຈະສາມາດເຮັດຫຍັງໄດ້ ຖ້າພຣະເຈົ້າບໍ່ເຕັມໃຈທີ່ຈະສ້າງມັນຂຶ້ນໃໝ່? ມີສິ່ງໃດທີ່ພວກເຈົ້າສາມາດເຮັດໄດ້ແດ່? (ບໍ່ມີຫຍັງເລີຍ). ທີ່ຈິງແລ້ວ ແມ່ນມີບາງສິ່ງທີ່ພວກເຈົ້າສາມາດເຮັດໄດ້. ມັນງ່າຍຫຼາຍ, ເມື່ອເຮົາບອກພວກເຈົ້າວ່າມັນແມ່ນຫຍັງ, ພວກເຈົ້າຈະຮູ້ທັນທີວ່າມັນເປັນໄປໄດ້. ມະນຸດມາພົບຕົວເອງຢູ່ໃນສະພາບປັດຈຸບັນຂອງການມີຢູ່ໄດ້ແນວໃດ? ມັນເປັນຍ້ອນຄວາມໂລບ ແລະ ການທໍາລາຍຂອງເຂົາບໍ? ຖ້າມະນຸດຢຸດຕິການທໍາລາຍຂອງເຂົາ, ສະພາບແວດລ້ອມໃນການດໍາລົງຊີວິດຂອງເຂົາຈະບໍ່ເປັນສະພາບປົກກະຕິດ້ວຍຕົວມັນເອງບໍ? ຖ້າພຣະເຈົ້າບໍ່ເຮັດຫຍັງ, ຖ້າພຣະເຈົ້າບໍ່ປາດຖະໜາທີ່ຈະເຮັດຫຍັງເພື່ອມະນຸດອີກຕໍ່ໄປ ເຊິ່ງໝາຍຄວາມວ່າ ຖ້າພຣະອົງບໍ່ແຊກແຊງເຂົ້າໃນບັນຫານີ້ ແລ້ວທາງອອກທີ່ດີທີ່ສຸດຂອງມະນຸດກໍຄື ຢຸດຕິການທໍາລາຍທັງໝົດ ແລະ ປ່ອຍໃຫ້ສະພາບແວດລ້ອມໃນການດໍາລົງຊີວິດຂອງພວກເຂົາກັບຄືນສູ່ສະພາບທາງທໍາມະຊາດຂອງມັນ. ການຢຸດຕິການທໍາລາຍທັງໝົດນີ້ໝາຍເຖິງການຢຸດຕິການປຸ້ນ ແລະ ການທໍາລາຍລ້າງສິ່ງທີ່ພຣະເຈົ້າໄດ້ສ້າງຂຶ້ນ. ການເຮັດເຊັ່ນນັ້ນຈະເຮັດໃຫ້ສະພາບແວດລ້ອມທີ່ມະນຸດອາໄສຢູ່ຄ່ອຍໆຟື້ນຄືນສະພາບດັ່ງເດີມຂອງມັນ, ແຕ່ກົງກັນຂ້າມ ການບໍ່ສາມາດເຮັດເຊັ່ນນັ້ນໄດ້ຈະສົ່ງຜົນກະທົບເຮັດໃຫ້ມີສະພາບແວດລ້ອມທີ່ເສື່ອມເສຍກວ່າເກົ່າສໍາລັບຊີວິດ ແລະ ສຸດທ້າຍກໍຈະຖືກທໍາລາຍຕາມການເວລາຢ່າງໄວວາ. ທາງອອກຂອງເຮົາບໍ່ງ່າຍບໍ? ມັນງ່າຍ ແລະ ມັນເປັນໄປໄດ້ ແມ່ນບໍ? ມັນງ່າຍແນ່ນອນ ແລະ ກໍເປັນໄປໄດ້ສໍາລັບບາງຄົນ ແຕ່ມັນເປັນໄປໄດ້ສໍາລັບຄົນສ່ວນໃຫຍ່ຢູ່ແຜ່ນດິນໂລກບໍ? (ເປັນໄປບໍ່ໄດ້). ຢ່າງໜ້ອຍທີ່ສຸດ ສໍາລັບພວກເຈົ້າແລ້ວ ມັນເປັນໄປໄດ້ບໍ? (ເປັນໄປໄດ້). ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າເວົ້າວ່າ “ເປັນໄປໄດ້?” ສາມາດເວົ້າໄດ້ບໍວ່າ ມັນມາຈາກພື້ນຖານຂອງຄວາມເຂົ້າໃຈການກະທໍາຂອງພຣະເຈົ້າ? ສາມາດເວົ້າໄດ້ບໍວ່າ ສະພາບຂອງມັນແມ່ນການເຊື່ອຟັງຕໍ່ອໍານາດສູງສຸດ ແລະ ແຜນການຂອງພຣະເຈົ້າ? (ແມ່ນ). ມັນມີຫົນທາງທີ່ຈະປ່ຽນສິ່ງຕ່າງໆ ແຕ່ນັ້ນບໍ່ແມ່ນຫົວຂໍ້ທີ່ພວກເຮົາກໍາລັງສົນທະນາກັນໃນຕອນນີ້. ພຣະເຈົ້າແມ່ນຮັບຜິດຊອບສໍາລັບຊີວິດມະນຸດທຸກຄົນ ແລະ ພຣະອົງແມ່ນຮັບຜີດຊອບຈົນເຖິງທີ່ສຸດ. ພຣະເຈົ້າສະໜອງໃຫ້ແກ່ເຈົ້າ ແລະ ໃນສະພາບແວດລ້ອມທີ່ຖືກຊາຕານທໍາລາຍແບບນີ້ ເຖິງແມ່ນວ່າ ເຈົ້າຈະຖືກເຮັດໃຫ້ເຈັບເປັນ ຫຼື ເຮັດໃຫ້ເປິເປື້ອນ ຫຼື ຖືກລະເມີດ ແຕ່ມັນກໍຈະບໍ່ເປັນຫຍັງ, ເພາະວ່າ ພຣະເຈົ້າຈະສະໜອງໃຫ້ເຈົ້າ ແລະ ພຣະເຈົ້າຈະໃຫ້ເຈົ້າດໍາເນີນຊີວິດຕໍ່ໄປ. ເຈົ້າມີຄວາມເຊື່ອໃນສິ່ງນີ້ບໍ່? (ມີ). ພຣະເຈົ້າບໍ່ປ່ອຍໃຫ້ມະນຸດຕາຍຢ່າງງາຍດາຍ.

ຕອນນີ້ ພວກເຈົ້າໄດ້ມີຄວາມຮູ້ສຶກບາງຢ່າງເຖິງຄວາມສໍາຄັນໃນການຮູ້ຈັກວ່າ ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງແລ້ວບໍ? (ໂດຍ, ພວກຂ້ານ້ອຍຮູ້ສຶກແລ້ວ). ຄວາມຮູ້ສຶກຫຍັງທີ່ພວກເຈົ້າມີ? ບອກເຮົາແດ່. (ໃນອະດີດ ພວກຂ້ານ້ອຍບໍ່ເຄີຍຄິດທີ່ຈະເຊື່ອມໂຍງພູເຂົາ, ທະເລ ແລະ ທະເລສາບກັບການກະທໍາຂອງພຣະເຈົ້າ. ຈົນກວ່າຈະໄດ້ຍິນການສົນທະນາຂອງພຣະເຈົ້າໃນມື້ນີ້ ພວກຂ້ານ້ອຍຈຶ່ງເຂົ້າໃຈວ່າ ສິ່ງເຫຼົ່ານີ້ແມ່ນມີການກະທໍາ ແລະ ສະຕິປັນຍາຂອງພຣະເຈົ້າຢູ່ພາຍໃນພວກມັນ; ພວກຂ້ານ້ອຍເຫັນວ່າ ແມ່ນແຕ່ໃນເວລາທີ່ພຣະເຈົ້າໄດ້ເລີ່ມສ້າງທຸກສິ່ງ, ພຣະອົງໄດ້ເຮັດໃຫ້ແຕ່ລະສິ່ງເຕັມໄປດ້ວຍໂຊກຊະຕາ ແລະ ຄວາມປາດຖະໜາດີຂອງພຣະອົງ. ທຸກສິ່ງແມ່ນອຸ້ມຊູກັນແລະກັນ ແລະ ອາໄສເຊິ່ງກັນແລະກັນ ແລະ ມະນຸດແມ່ນຜູ້ທີ່ໄດ້ຮັບຜົນປະໂຫຍດສຸດທ້າຍ. ຮູ້ສຶກວ່າ ສິ່ງທີ່ພວກຂ້ານ້ອຍໄດ້ຍິນໃນມື້ນີ້ແມ່ນໃໝ່ ແລະ ແປກ. ພວກຂ້ານ້ອຍຮູ້ສຶກເຖິງການກະທໍາຂອງພຣະເຈົ້າຢ່າງແທ້ຈິງ. ໃນໂລກຄວາມເປັນຈິງ, ໃນຊີວິດປະຈໍາວັນຂອງພວກຂ້ານ້ອຍ ແລະ ໃນການຜະເຊີນກັບທຸກສິ່ງຂອງພວກຂ້ານ້ອຍ, ພວກຂ້ານ້ອຍເຫັນວ່າ ມັນເປັນເຊັ່ນນີ້). ພວກເຈົ້າໄດ້ເຫັນຢ່າງແທ້ຈິງ, ແມ່ນບໍ? ພຣະເຈົ້າບໍ່ສະໜອງມະນຸດທີ່ບໍ່ມີພື້ນຖານທີ່ໜັກແໜ້ນ; ການສະໜອງຂອງພຣະອົງບໍ່ແມ່ນຈະມີແຕ່ພຣະທໍາສັ້ນໆບາງຂໍ້ເທົ່ານັ້ນ. ພຣະເຈົ້າໄດ້ເຮັດຫຼາຍຢ່າງ ແລະ ແມ່ນແຕ່ສິ່ງທີ່ເຈົ້າບໍ່ເຫັນກໍລ້ວນແລ້ວແຕ່ແມ່ນເພື່ອປະໂຫຍດຂອງເຈົ້າເອງ. ມະນຸດດໍາລົງຊີວິດໃນສະພາບແວດລ້ອມນີ້, ຢູ່ພາຍໃນທຸກສິ່ງທີ່ພຣະເຈົ້າໄດ້ສ້າງເພື່ອເຂົາ ເຊິ່ງເປັນບ່ອນທີ່ຜູ້ຄົນ ແລະ ທຸກສິ່ງອາໄສເຊິ່ງກັນແລະກັນ. ຍົກຕົວຢ່າງ: ພືດຫາຍໃຈອອກເປັນແກດ ທີ່ເຮັດໃຫ້ອາກາດບໍລິສຸດ ແລະ ຜູ້ຄົນກໍຫາຍໃຈເອົາອາກາດທີ່ບໍລິສຸດ ແລະ ໄດ້ຮັບປະໂຫຍດຈາກມັນ; ແຕ່ຢ່າງໃດກໍຕາມ ພືດບາງຊະນິດກໍເປັນພິດຕໍ່ຜູ້ຄົນ ໃນຂະນະພືດບາງຊະນິດກໍຕ້ານກັບພືດທີ່ເປັນພິດ. ນີ້ແມ່ນສິ່ງມະຫັດສະຈັນຂອງການຊົງສ້າງຂອງພຣະເຈົ້າ! ແຕ່ໃຫ້ພວກເຮົາພາກັນປະຫົວຂໍ້ນີ້ໄວ້ກ່ອນສໍາລັບຕອນນີ້; ໃນມື້ນີ້ ຫຼັກໆແລ້ວ ການສົນທະນາຂອງພວກເຮົາແມ່ນກ່ຽວກັບການຢູ່ຮ່ວມກັນຂອງມະນຸດ ແລະ ສິ່ງຊົງສ້າງທັງໝົດ ເຊິ່ງຖ້າບໍ່ມີສິ່ງເຫຼົ່ານີ້ ມະນຸດກໍຈະບໍ່ສາມາດມີຊີວິດຢູ່ໄດ້. ຄວາມສໍາຄັນໃນການຊົງສ້າງທຸກສິ່ງຂອງພຣະເຈົ້າແມ່ນຫຍັງ? ມະນຸດບໍ່ສາມາດມີຊີວິດໂດຍບໍ່ມີສິ່ງເຫຼົ່ານີ້ທັງໝົດ ຄືກັນກັບມະນຸດຕ້ອງການອາກາດເພື່ອມີຊີວິດ, ຖ້າເຈົ້າຖືກຈັດໃຫ້ຢູ່ບ່ອນວ່າງເປົ່າທີ່ບໍ່ມີອາກາດ ເຈົ້າກໍຈະຕາຍໂດຍທັນທີ. ນີ້ແມ່ນຫຼັກການງ່າຍໆ ທີ່ສະແດງໃຫ້ເຫັນວ່າ ມະນຸດບໍ່ສາມາດມີຊີວິດແຍກອອກຈາກສິ່ງຊົງສ້າງອື່ນ. ສະນັ້ນ, ທັດສະນະຄະຕິຫຍັງທີ່ມະນຸດຄວນມີຕໍ່ທຸກສິ່ງ? ເປັນທັດສະນະຄະຕິທີ່ຖືເອົາສິ່ງເຫຼົ່ານັ້ນເປັນສິ່ງມີຄ່າ, ການໃຊ້ສິ່ງເຫຼົ່ານັ້ນຢ່າງມີປະສິດທິຜົນ, ບໍ່ທໍາລາຍສິ່ງເຫຼົ່ານັ້ນ, ບໍ່ໃຊ້ສິ່ງເຫຼົ່ານັ້ນຢ່າງເສຍຫາຍ ແລະ ບໍ່ປ່ຽນສິ່ງເຫຼົ່ານັ້ນຕາມອໍາເພີໃຈ ເນື່ອງຈາກທຸກສິ່ງແມ່ນມາຈາກພຣະເຈົ້າ, ທຸກສິ່ງແມ່ນການສະໜອງຂອງພຣະອົງທີ່ມີຕໍ່ມະນຸດ ແລະ ມະນຸດຕ້ອງປະຕິບັດກັບສິ່ງເຫຼົ່ານັ້ນຢ່າງເອົາໃຈໃສ່. ມື້ນີ້ ພວກເຮົາໄດ້ສົນທະນາກ່ຽວກັບສອງຫົວຂໍ້ເຫຼົ່ານີ້. ໃຫ້ພິຈາລະນາສິ່ງເຫຼົ່ານັ້ນຢ່າງລະມັດລະວັງ ແລະ ໄຕ່ຕອງສິ່ງເຫຼົ່ານັ້ນໃຫ້ດີ. ໃນໂອກາດໜ້າ ພວກເຮົາຈະສົນທະນາກ່ຽວກັບບາງສິ່ງໃຫ້ລະອຽດກວ່າເກົ່າ. ສໍາລັບມື້ນີ້ຂໍຢຸດການເຕົ້າໂຮມກັນໄວ້ພຽງເທົ່ານີ້. ລາກ່ອນ! (ລາກ່ອນ!)

ວັນທີ 18 ມັງກອນ 2014

ກ່ອນນີ້: ພຣະເຈົ້າເອງ, ທີ່ເປັນເອກະລັກ V

ຕໍ່ໄປ: ພຣະເຈົ້າເອງ, ທີ່ເປັນເອກະລັກ VIII

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ

ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ ຫຼື ຍ້ອນຄວາມສຸກຊົ່ວຄາວ. ສຳລັບຄົນທີ່ບໍ່ໄດ້ຜ່ານການຈັດການຫຍັງເລີຍ,...

ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ

ເຮົາໄດ້ຕັກເຕືອນພວກເຈົ້າໂດຍເຫັນແກ່ຜົນປະໂຫຍດຂອງການເອົາຕົວລອດຂອງພວກເຈົ້າເອງ ເພື່ອໃຫ້ພາລະກິດຂອງເຮົາດຳເນີນໄປຢ່າງນິ້ມນວນ ແລະ...

ອານາຈັກພັນປີມາຮອດແລ້ວ

ພວກເຈົ້າເຄີຍເຫັນບໍ່ວ່າພຣະເຈົ້າຈະບັນລຸພາລະກິດໃດໃນກຸ່ມຄົນເຫຼົ່ານີ້? ພຣະເຈົ້າເຄີຍກ່າວໄວ້ຄັ້ງໜຶ່ງວ່າ ເຖິງແມ່ນຢູ່ໃນອານາຈັກພັນປີ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້