ພຣະເຈົ້າເອງ, ທີ່ເປັນເອກະລັກ X

ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ (IV)

ມື້ນີ້ ພວກເຮົາຈະສົນທະນາກັນກ່ຽວກັບຫົວຂໍ້ໜຶ່ງເປັນພິເສດ. ສຳລົບຄົນທີ່ເຊື່ອແຕ່ລະຄົນ ແລະ ທຸກໆຄົນ, ມີພຽງສອງສິ່ງຫຼັກເທົ່ານັ້ນທີ່ຕ້ອງຮູ້, ປະສົບ ແລະ ເຂົ້າໃຈ. ສອງສິ່ງນີ້ແມ່ນຫຍັງ? ສິ່ງທຳອິດແມ່ນການເຂົ້າສູ່ຊີວິດຂອງສ່ວນບຸກຄົນ ແລະ ສິ່ງທີສອງແມ່ນກ່ຽວກັບການຮູ້ຈັກພຣະເຈົ້າ. ກ່ຽວກັບຫົວຂໍ້ການຮູ້ຈັກພຣະເຈົ້າທີ່ພວກເຮົາຫາກໍໄດ້ສົນທະນາກັນນັ້ນ, ພວກເຈົ້າຄິດວ່າມັນສາມາດບັນລຸໄດ້ບໍ? ມັນຍຸດຕິທຳທີ່ຈະເວົ້າວ່າ ແທ້ຈິງແລ້ວມັນຢູ່ເໜືອການເຂົ້າເຖິງຂອງຄົນສ່ວນໃຫຍ່. ພວກເຈົ້າອາດຈະບໍ່ເຊື່ອພຣະທຳຂອງເຮົາ, ແຕ່ເປັນຫຍັງເຮົາຈຶ່ງເວົ້າເລື່ອງນີ້? ເຮົາເວົ້າກໍຍ້ອນວ່າ ເມື່ອພວກເຈົ້າຟັງສິ່ງທີ່ເຮົາເວົ້າໃນເມື່ອກ່ອນ, ບໍ່ວ່າເຮົາໄດ້ເວົ້າແນວໃດ ຫຼື ດ້ວຍພຣະທຳຂໍ້ໃດ, ພວກເຈົ້າກໍສາມາດຮູ້ໄດ້ວ່າພຣະທຳເຫຼົ່ານີ້ກ່ຽວກັບຫຍັງ ທັງທາງຕົວໜັງສື ແລະ ທາງທິດສະດີ. ແນວໃດກໍຕາມ, ສຳລັບພວກເຈົ້າທຸກຄົນ, ບັນຫາທີ່ຮ້າຍແຮງທີ່ສຸດກໍຄືພວກເຈົ້າບໍ່ເຂົ້າໃຈວ່າເປັນຫຍັງເຮົາຈຶ່ງເວົ້າສິ່ງດັ່ງກ່າວ ຫຼື ເປັນຫຍັງເຮົາຈຶ່ງເວົ້າເຖິງຫົວຂໍ້ດັ່ງກ່າວ. ນີ້ຄືບັນຫາຫຼັກ. ສະນັ້ນ, ເຖິງແມ່ນວ່າພວກເຈົ້າໄດ້ຍິນສິ່ງເຫຼົ່ານີ້ເພີ່ມຂຶ້ນເລັກໜ້ອຍ ແລະ ເພີ່ມພູນຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບພຣະເຈົ້າ ແລະ ການກະທຳຂອງພຣະອົງ, ພວກເຈົ້າກໍຍັງຮູ້ສຶກວ່າການຮູ້ຈັກພຣະເຈົ້ານັ້ນຕ້ອງໃຊ້ຄວາມພະຍາຍາມຢ່າງສຸດຂີດ. ໝາຍຄວາມວ່າ, ຫຼັງຈາກທີ່ໄດ້ຍິນສິ່ງທີ່ເຮົາເວົ້າ, ພວກເຈົ້າສ່ວນຫຼາຍແມ່ນບໍ່ເຂົ້າໃຈວ່າເປັນຫຍັງເຮົາຈຶ່ງໄດ້ເວົ້າມັນອອກມາ ຫຼື ມັນກ່ຽວຂ້ອງຫຍັງກັບການຮູ້ຈັກພຣະເຈົ້າ. ເຫດຜົນທີ່ພວກເຈົ້າບໍ່ສາມາດເຂົ້າໃຈຄວາມກ່ຽວພັນຂອງມັນກັບການຮູ້ຈັກພຣະເຈົ້າກໍຍ້ອນວ່າ ປະສົບການຊີວິດຂອງພວກເຈົ້ານັ້ນຜິວເຜີນເກີນໄປ. ຖ້າວ່າຄວາມຮູ້ ແລະ ປະສົບການຂອງຄົນກ່ຽວກັບພຣະທຳຂອງພຣະເຈົ້າຍັງຢູ່ໃນລະດັບທີ່ຕື້ນຫຼາຍ, ແລ້ວຄວາມຮູ້ສ່ວນໃຫຍ່ຂອງພວກເຂົາກ່ຽວກັບພຣະອົງກໍຈະເລື່ອນລອຍ ແລະ ເປັນນາມມະທຳ; ທັງໝົດຈະເປັນເລື່ອງທົ່ວໄປ, ເປັນຫຼັກຄຳສອນ ແລະ ທິດສະດີ. ໃນທາງທິດສະດີ, ມັນອາດຈະປາກົດ ຫຼື ຟັງຄືວ່າສົມເຫດສົມຜົນ ແລະ ມີເຫດຜົນ, ແຕ່ຄວາມຮູ້ກ່ຽວກັບພຣະເຈົ້າທີ່ອອກມາຈາກປາກຄົນສ່ວນຫຼາຍ ແທ້ຈິງແລ້ວແມ່ນຫວ່າງເປົ່າ. ແລ້ວເປັນຫຍັງເຮົາຈຶ່ງເວົ້າວ່າມັນຫວ່າງເປົ່າ? ກໍຍ້ອນວ່າ ແທ້ຈິງແລ້ວເຈົ້າບໍ່ມີຄວາມເຂົ້າໃຈຢ່າງຊັດເຈນເຖິງຄວາມຈິງ ແລະ ຄວາມຖືກຕ້ອງກ່ຽວກັບສິ່ງທີ່ຕົວເຈົ້າເອງເວົ້າກ່ຽວກັບການຮູ້ຈັກພຣະເຈົ້າ. ດັ່ງນັ້ນ, ເຖິງແມ່ນວ່າຄົນສ່ວນໃຫຍ່ໄດ້ຍິນຫຼາຍຂໍ້ມູນ ແລະ ຫົວຂໍ້ຕ່າງໆກ່ຽວກັບການຮູ້ຈັກພຣະເຈົ້າ, ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງບໍ່ເໜືອທິດສະດີ ແລະ ຫຼັກຄຳສອນທີ່ເລື່ອນລອຍ ແລະ ຍັງເປັນນາມະທຳຢູ່. ແລ້ວບັນຫານີ້ຈະຖືກແກ້ໄຂໄດ້ແນວໃດ? ພວກເຈົ້າເຄີຍຄິດກ່ຽວກັບເລື່ອງນັ້ນບໍ? ຖ້າບາງຄົນບໍ່ສະແຫວງຫາຄວາມຈິງ, ພວກເຂົາຈະສາມາດມີຄວາມຈິງໄດ້ບໍ? ຖ້າບາງຄົນບໍ່ສະແຫວງຫາຄວາມຈິງ, ພວກເຂົາກໍຈະປາດສະຈາກຄວາມຈິງຢ່າງບໍ່ຕ້ອງສົງໄສ ແລະ ດ້ວຍເຫດນັ້ນ ພວກເຂົາກໍຈະຂາດຄວາມຮູ້ ຫຼື ປະສົບການກ່ຽວກັບພຣະທຳຂອງພຣະເຈົ້າຢ່າງແນ່ນອນ. ບັນດາຜູ້ທີ່ບໍ່ມີຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າສາມາດຮູ້ຈັກພຣະເຈົ້າໄດ້ບໍ? ແນ່ນອນວ່າບໍ່ໄດ້; ທັງສອງແມ່ນກ່ຽວພັນກັນ. ເພາະສະນັ້ນ, ຄົນສ່ວນຫຼາຍຈຶ່ງເວົ້າວ່າ: “ເປັນຫຍັງການຮູ້ຈັກພຣະເຈົ້າຄືມາຍາກແທ້? ເມື່ອຂ້ານ້ອຍເວົ້າກ່ຽວກັບການຮູ້ຈັກຕົວເອງ, ຂ້ານ້ອຍສາມາດເວົ້າໄດ້ເປັນຊົ່ວໂມງ, ແຕ່ເມື່ອເວົ້າເຖິງການຮູ້ຈັກພຣະເຈົ້າແລ້ວ, ຂ້ານ້ອຍພັດບໍ່ມີຄຳເວົ້າ. ແມ່ນແຕ່ເມື່ອຂ້ານ້ອຍສາມາດເວົ້າໄດ້ໜ້ອຍໜຶ່ງກ່ຽວກັບຫົວຂໍ້ນັ້ນ, ຄຳເວົ້າຂອງຂ້ານ້ອຍກໍຈະຖືກບັງຄັບ ແລະ ຟັງເບິ່ງຄືໜ້າເບື່ອ. ມັນຟັງເບິ່ງຄືແປກເມື່ອຂ້ານ້ອຍໄດ້ຍິນຕົວເອງເວົ້າອອກມາ”. ນີ້ຄືຕົ້ນກຳເນີດ. ຖ້າເຈົ້າຮູ້ສຶກວ່າການຮູ້ຈັກພຣະເຈົ້ານັ້ນຍາກເກີນໄປ, ການຮູ້ຈັກພຣະອົງຕ້ອງໃຊ້ຄວາມພະຍາຍາມຫຼາຍ ຫຼື ວ່າເຈົ້າບໍ່ມີຫົວຂໍ້ທີ່ຈະນຳສະເໜີ ແລະ ບໍ່ສາມາດຄິດຫາສິ່ງໃດທີ່ເປັນຈິງເພື່ອສົນທະນາ ແລະ ສະໜອງໃຫ້ແກ່ຄົນອື່ນໆ ແລະ ຕົວເຈົ້າເອງແລ້ວ, ນີ້ພິສູດໃຫ້ເຫັນວ່າ ເຈົ້າບໍ່ແມ່ນຜູ້ທີ່ໄດ້ປະສົບກັບພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າແມ່ນຫຍັງ? ພຣະທຳຂອງພຣະອົງບໍ່ແມ່ນການສະແດງອອກເຖິງສິ່ງທີ່ພຣະເຈົ້າມີ ແລະ ເປັນບໍ? ຖ້າເຈົ້າຍັງບໍ່ທັນໄດ້ປະສົບກັບພຣະທຳຂອງພຣະເຈົ້າ, ແລ້ວເຈົ້າຈະສາມາດມີຄວາມຮູ້ກ່ຽວກັບສິ່ງທີ່ພຣະອົງມີ ແລະ ເປັນໄດ້ບໍ? ແນ່ນອນວ່າບໍ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເຊື່ອມໂຍງກັນ. ຖ້າເຈົ້າບໍ່ມີປະສົບການກ່ຽວກັບພຣະທຳຂອງພຣະເຈົ້າ, ເຈົ້າກໍຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້ ແລະ ເຈົ້າຈະບໍ່ຮູ້ວ່າແມ່ນຫຍັງຄືອຸປະສິໄສຂອງພຣະອົງ ຫຼື ສິ່ງທີ່ພຣະອົງມັກ, ສິ່ງທີ່ພຣະອົງກຽດຊັງ, ສິ່ງທີ່ພຮະອົງຮຽກຮ້ອງຈາກຜູ້ຄົນ, ທ່າທີທີ່ພຣະອົງມີຕໍ່ຄົນດີ ແລະ ທີ່ທີທີ່ພຣະອົງມີຕໍ່ຄົນຊົ່ວ; ແນ່ນອນວ່າ ທັງໝົດນີ້ບໍ່ແຈ່ມແຈ້ງ ແລະ ມືດມົວສຳລັບເຈົ້າ. ຖ້າເຈົ້າເຊື່ອໃນພຣະເຈົ້າທ່າມກາງຄວາມມືດມົວເຊັ່ນນັ້ນ, ແລ້ວເມື່ອເຈົ້າອ້າງວ່າເປັນຄົນໜຶ່ງໃນບັນດາຜູ້ທີ່ສະແຫວງຫາຄວາມຈິງ ແລະ ຕິດຕາມພຣະເຈົ້າ, ຂໍ້ອ້າງດັ່ງກ່າວເປັນຈິງບໍ? ມັນບໍ່ເປັນຈິງ! ເພາະສະນັ້ນ, ໃຫ້ພວກເຮົາມາສືບຕໍ່ສົນທະນາກັນກ່ຽວກັບການຮູ້ຈັກພຣະເຈົ້າ.

ພວກເຈົ້າທຸກຄົນຮ້ອນຮົນທີ່ຈະໄດ້ຍິນຫົວຂໍ້ການສົນທະນາຂອງມື້ນີ້ແມ່ນບໍ? ຫົວຂໍ້ນີ້ຍັງກ່ຽວຂ້ອງກັບຫົວຂໍ້: “ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ” ເຊິ່ງພວກເຮົາຫາກໍສົນທະນາກັນເມື່ອບໍ່ດົນມານີ້. ພວກເຮົາໄດ້ສົນທະນາກັນຢ່າງຫຼວງຫຼາຍກ່ຽວກັບວິທີທີ່ “ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ” ໂດຍໃຊ້ວິທີການ ແລະ ມຸມມອງຕ່າງໆເພື່ອຊີ້ແຈງໃຫ້ຜູ້ຄົນຮູ້ກ່ຽວກັບວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງ, ດ້ວຍວິທີໃດທີ່ພຣະອົງເຮັດເຊັ່ນນັ້ນ ແລະ ອີງຕາມຫຼັກການໃດທີ່ພຣະອົງຄຸ້ມຄອງທຸກສິ່ງ ເພື່ອວ່າສິ່ງເຫຼົ່ານັ້ນອາດຈະມີຢູ່ເທິງໂລກນີ້ທີ່ພຣະເຈົ້າສ້າງຂຶ້ນ. ພວກເຮົາຍັງໄດ້ສົນທະນາກັນຫຼາຍຢ່າງກ່ຽວກັບວິທີທີ່ພຣະເຈົ້າສະໜອງໃຫ້ແກ່ມວນມະນຸດ: ພຣະອົງໃຫ້ການສະໜອງດັ່ງກ່າວດ້ວຍວິທີໃດ, ສະພາບແວດລ້ອມການດຳລົງຊີວິດແບບໃດທີ່ພຣະອົງສະໜອງໃຫ້ແກ່ຜູ້ຄົນ, ດ້ວຍວິທີການໃດ ແລະ ຈາກຈຸດເລີ້ມຕົ້ນອັນໃດທີ່ພຣະອົງສະໜອງສະພາບແວດລ້ອມຂອງການດຳລົງຊີວິດທີ່ໝັ້ນຄົງໃຫ້ແກ່ມະນຸດ. ເຖິງແມ່ນວ່າເຮົາບໍ່ໄດ້ເວົ້າໂດຍກົງເຖິງຄວາມສຳພັນລະຫວ່າງການປົກຄອງ ແລະ ການບໍລິຫານທຸກສິ່ງຂອງພຣະເຈົ້າ ລວມເຖິງການຄຸ້ມຄອງຂອງພຣະອົງ, ເຮົາໄດ້ເວົ້າໂດຍທາງອ້ອມເຖິງເຫດຜົນທີ່ພຣະອົງບໍລິຫານທຸກສິ່ງດ້ວຍວິທີນີ້ ພ້ອມທັງເຫດຜົນທີ່ພຣະອົງສະໜອງ ແລະ ລ້ຽງດູມະນຸດຊາດໃນລັກສະນະນີ້. ທັງໝົດນີ້ແມ່ນກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງ. ເນື້ອໃນທີ່ພວກເຮົາໄດ້ເວົ້າເຖິງນັ້ນ ກວ້າງຂວາງຫຼາຍ: ຈາກສະພາບແວດລ້ອມຂະໜາດໃຫຍ່ຈົນເຖິງສິ່ງທີ່ເລັກນ້ອຍ ເຊັ່ນ: ຄວາມຈຳເປັນພື້ນຖານ ແລະ ການອົດອາຫານຂອງຄົນ; ຈາກວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງ ແລະ ເຮັດໃຫ້ພວກມັນປະຕິບັດໜ້າທີ່ຢ່າງເປັນລະບຽບຈົນເຖິງສະພາບແວດລ້ອມການດຳລົງຊີວິດທີ່ຖືກຕ້ອງ ແລະ ເໝາະສົມທີ່ພຣະເຈົ້າໄດ້ສ້າງຂຶ້ນສຳລັບຄົນທຸກເຊື້ອຊາດ ແລະ ອື່ນໆອີກ. ເນື້ອໃນທີ່ກວ້າງຂວາງນີ້ລ້ວນແລ້ວແຕ່ກ່ຽວພັນກັບວິທີທີ່ມະນຸດມີຊີວິດຢູ່ໃນເນື້ອໜັງ, ນັ້ນກໍຄື ທັງໝົດແມ່ນກ່ຽວພັນກັນກັບສິ່ງຕ່າງໆຂອງໂລກວັດຖຸທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ເຊິ່ງຜູ້ຄົນສາມາດສຳຜັດໄດ້ ເຊັ່ນ: ພູ, ແມ່ນ້ຳ, ມະຫາສະໝຸດ, ທົ່ງພຽງ ແລະ ອື່ນໆ. ນີ້ແມ່ນທຸກສິ່ງທີ່ສາມາດເບິ່ງເຫັນໄດ້ ແລະ ສຳຜັດໄດ້. ເມື່ອເຮົາເວົ້າເຖິງອາກາດ ແລະ ອຸນຫະພູມ, ພວກເຈົ້າສາມາດໃຊ້ການຫາຍໃຈຂອງພວກເຈົ້າເພື່ອຮູ້ສຶກໄດ້ເຖິງການມີຢູ່ຂອງອາກາດໄດ້ໂດຍກົງ ແລະ ໃຊ້ຮ່າງກາຍຂອງພວກເຈົ້າເພື່ອຮູ້ສຶກເຖິງອຸນຫະພູມນັ້ນສູງ ຫຼື ຕ່ຳ. ຕົ້ນໄມ້, ຫຍ້າ, ນົກ ແລະ ສັດຕ່າງໆໃນປ່າ, ສິ່ງທີ່ບິນໃນອາກາດ ແລະ ຍ່າງເທິງແຜ່ນດິນ ລວມເຖິງສັດນ້ອຍໆຕ່າງໆທີ່ໂພ່ອອກມາຈາກຮູ, ທັງໝົດສາມາດເບິ່ງເຫັນໄດ້ດ້ວຍຕາຂອງຜູ້ຄົນ ແລະ ໄດ້ຍິນດ້ວຍຫູຂອງພວກເຂົາເອງ. ເຖິງແມ່ນວ່າຂອບເຂດຂອງສິ່ງທັງໝົດນີ້ທີ່ກ່າວເຖິງຂ້ອນຂ້າງກວ້າງ, ແຕ່ທຸກສິ່ງທີ່ພຣະເຈົ້າສ້າງ, ພວກມັນເປັນຕົວແທນຂອງໂລກວັດຖຸເທົ່ານັ້ນ. ວັດຖຸສິ່ງຂອງແມ່ນສິ່ງທີ່ຄົນສາມາດເຫັນ ແລະ ສໍາຜັດໄດ້, ເຊິ່ງເວົ້າໄດ້ວ່າ ເມື່ອເຈົ້າສຳຜັດພວກມັນ ເຈົ້າກໍຈະຮູ້ສຶກມັນ ແລະ ເມື່ອຕາຂອງເຈົ້າເຫັນພວກມັນ ສະໝອງຂອງເຈົ້າກໍຈະສະແດງໃຫ້ເຈົ້າເຫັນພາບລັກ ນັ້ນກໍຄືຮູບພາບ. ພວກມັນແມ່ນສິ່ງທີ່ເປັນຈິງ ແລະ ແທ້ຈິງ; ສຳລັບເຈົ້າ ພວກມັນບໍ່ແມ່ນນາມມະທຳ ແຕ່ມີຮູບຮ່າງ. ພວກມັນອາດຈະເປັນຮູບຊົງສີ່ຫຼ່ຽມ ຫຼື ກົມ, ສູງ ຫຼື ເຕ້ຍ ແລະ ແຕ່ລະວັດຖຸໃຫ້ຄວາມປະທັບໃຈທີ່ແຕກຕ່າງກັນໃຫ້ກັບເຈົ້າ. ທຸກສິ່ງເຫຼົ່ານີ້ສະແດງໃຫ້ເຫັນເຖິງດ້ານວັດຖຸຂອງການສ້າງ. ເພາະສະນັ້ນ, ສຳລັບພຣະເຈົ້າ, “ທຸກສິ່ງ” ໃນປະໂຫຍກ “ການປົກຄອງຂອງພຣະເຈົ້າເໜືອທຸກສິ່ງ” ປະກອບມີຫຍັງແດ່? ພວກມັນບໍ່ພຽງແຕ່ປະກອບສິ່ງທີ່ມະນຸດສາມາດເບິ່ງເຫັນ ແລະ ສຳຜັດໄດ້; ນອກນັ້ນ, ພວກມັນຍັງປະກອບທຸກສິ່ງທີ່ບໍ່ສາມາດເບິ່ງເຫັນໄດ້ ແລະ ບໍ່ສາມາດຈັບຕ້ອງໄດ້. ນີ້ແມ່ນໜຶ່ງໃນຄວາມໝາຍທີ່ແທ້ຈິງກ່ຽວກັບການປົກຄອງເໜືອທຸກສິ່ງຂອງພຣະເຈົ້າ. ເຖິງແມ່ນວ່າສິ່ງດັ່ງກ່າວບໍ່ສາມາດເບິ່ງເຫັນໄດ້ ແລະ ບໍ່ສາມາດຈັບຕ້ອງໄດ້ສຳລັບມະນຸດ, ສຳລັບພຣະເຈົ້າ ຕາບໃດທີ່ພວກມັນສາມາດສັງເກດເຫັນດ້ວຍສາຍຕາຂອງພຣະອົງ ແລະ ຢູ່ໃນຂອບເຂດແຫ່ງອຳນາດອະທິປະໄຕຂອງພຣະອົງ, ແລ້ວພວກມັນກໍມີຢູ່ຈິງ. ເຖິງແມ່ນເປັນຄວາມຈິງທີ່ວ່າພວກມັນເປັນນາມມະທຳ ແລະ ບໍ່ສາມາດຈິນຕະນາການໄດ້, ຍິ່ງໄປກວ່ານັ້ນແມ່ນບໍ່ສາມາດເບິ່ງເຫັນໄດ້ ແລະ ຈັບຕ້ອງໄດ້ສຳລັບມະນຸດ, ສຳລັບພຣະເຈົ້າແລ້ວພວກມັນມີຢູ່ຈິງແທ້. ນີ້ແມ່ນອີກໂລກໜຶ່ງທ່າມກາງທຸກສິ່ງທີ່ພຣະເຈົ້າປົກຄອງ ແລະ ເປັນອີກຂອບເຂດສ່ວນໜຶ່ງຂອງທຸກສິ່ງທີ່ພຣະອົງຄວບຄຸມ. ນີ້ແມ່ນຫົວຂໍ້ສຳລັບການສົນທະນາກັນໃນມື້ນີ້: ວິທີທີ່ພຣະເຈົ້າປົກຄອງ ແລະ ບໍລິຫານໂລກຝ່າຍວິນຍານ. ເນື່ອງຈາກວ່າຫົວຂໍ້ນີ້ກວມເອົາວິທີທີ່ພຣະເຈົ້າປົກຄອງ ແລະ ຄຸ້ມຄອງທຸກສິ່ງ, ມັນກ່ຽວຂ້ອງກັບໂລກພາຍນອກແຫ່ງໂລກວັດຖຸ ນັ້ນກໍຄື ໂລກຝ່າຍວິນຍານ, ດັ່ງນັ້ນ ມັນຈຶ່ງມີຄວາມສຳຄັນຢ່າງຍິ່ງສຳລັບພວກເຮົາທີ່ຕ້ອງເຂົ້າໃຈ. ມີພຽງຫຼັງຈາກທີ່ໄດ້ສົນທະນາ ແລະ ເຂົ້າໃຈເນື້ອໃນນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງຄຳວ່າ: “ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ” ໄດ້ຢ່າງແທ້ຈິງ. ນີ້ແມ່ນເຫດຜົນທີ່ພວກເຮົາຈະສົນທະນາກັນໃນຫົວຂໍ້ນີ້; ວັດຖຸປະສົງຂອງມັນແມ່ນເພື່ອເຮັດໃຫ້ຫົວຂໍ້ຂອງ “ພຣະເຈົ້າປົກຄອງເໜືອທຸກສິ່ງ ແລະ ພຣະເຈົ້າຄຸ້ມຄອງທຸກສິ່ງ” ນັ້ນສົມບູນ. ບາງທີ, ເມື່ອພວກເຈົ້າໄດ້ຍິນຫົວຂໍ້ນີ້, ມັນອາດຮູ້ສືກແປກໆ ຫຼື ບໍ່ສາມາດຢັ່ງເຖິງໄດ້ສຳລັບພວກເຈົ້າ, ແຕ່ວ່າ ບໍ່ວ່າພວກເຈົ້າຈະຮູ້ສຶກແນວໃດກໍຕາມ, ເນື່ອງຈາກວ່າໂລກຝ່າຍວິນຍານແມ່ນສ່ວນໜຶ່ງຂອງທຸກສິ່ງທີ່ຖືກປົກຄອງໂດຍພຣະເຈົ້າ, ພວກເຈົ້າຕ້ອງໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບຫົວຂໍ້ນີ້. ເມື່ອພວກເຈົ້າເຂົ້າໃຈ, ພວກເຈົ້າກໍຈະຮູ້ເຖິງຄຸນຄ່າ, ຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ເລິກເຊິ່ງຂຶ້ນກ່ຽວກັບປະໂຫຍກ “ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ”.

ວິທີທີ່ພຣະເຈົ້າປົກຄອງ ແລະ ບໍລິຫານໂລກຝ່າຍຍິນຍານ

ສຳລັບໂລກແຫ່ງວັດຖຸ, ເມື່ອໃດກໍຕາມທີ່ຜູ້ຄົນບໍ່ເຂົ້າໃຈສິ່ງໃດໜຶ່ງ ຫຼື ປະກົດການໃດໜຶ່ງ, ພວກເຂົາສາມາດຄົ້ນຫາຂໍ້ມູນທີ່ກ່ຽວຂ້ອງ ຫຼື ໃຊ້ຊ່ອງທາງຕ່າງໆເພື່ອຊອກຫາຕົ້ນກຳເນີດ ແລະ ແຫຼ່ງທີ່ມາຂອງສິ່ງເຫຼົ່ານັ້ນ. ແຕ່ເມື່ອເວົ້າເຖິງໂລກອື່ນທີ່ພວກເຮົາກຳລັງເວົ້າເຖິງໃນມື້ນີ້ ນັ້ນກໍຄືໂລກຝ່າຍວິນຍານ ເຊິ່ງຢູ່ພາຍນອກຂອງໂລກແຫ່ງວັດຖຸ, ຜູ້ຄົນບໍ່ມີວິທີການ ຫຼື ຊ່ອງທາງທີ່ຈະຮຽນຮູ້ຫຍັງກ່ຽວກັບມັນໄດ້ເລີຍ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເຮົາເວົ້າແບບນີ້ກໍຍ້ອນວ່າ ໃນໂລກຂອງມະນຸດຊາດ, ທຸກສິ່ງໃນໂລກວັດຖຸນັ້ນບໍ່ສາມາດແຍກອອກໄດ້ຈາກການມີຢູ່ຂອງຮ່າງກາຍມະນຸດ ແລະ ຍ້ອນຄົນຮູ້ສຶກວ່າ ທຸກສິ່ງໃນໂລກວັດຖຸນັ້ນບໍ່ສາມາດແຍກອອກຈາກການດຳລົງຊີວິດທາງດ້ານຮ່າງກາຍ ແລະ ຊີວິດຝ່າຍຮ່າງກາຍຂອງພວກເຂົາໄດ້, ຄົນສ່ວນໃຫຍ່ແມ່ນພຽງແຕ່ຮູ້ ຫຼື ເຫັນວັດຖຸສິ່ງຂອງທີ່ຢູ່ຕໍ່ໜ້າຂອງພວກເຂົາທີ່ພວກເຂົາສາມາດເບິ່ງເຫັນ. ແຕ່ເມື່ອເວົ້າເຖິງໂລກຝ່າຍວິນຍານແລ້ວ, ເວົ້າໄດ້ວ່າ ທຸກສິ່ງທຸກຢ່າງທີ່ເປັນຂອງໂລກອື່ນ, ມັນຍຸດຕິທຳທີ່ຈະເວົ້າໄດ້ວ່າ ຄົນສ່ວນໃຫຍ່ແມ່ນບໍ່ເຊື່ອ. ຍ້ອນວ່າຄົນບໍ່ສາມາດເຫັນມັນໄດ້ ແລະ ເຊື່ອວ່າບໍ່ຈຳເປັນທີ່ຈະຕ້ອງເຂົ້າໃຈມັນ ຫຼື ຮູ້ຈັກຫຍັງກ່ຽວກັບມັນ, ບໍ່ຕ້ອງເວົ້າເຖິງເລີຍສໍາລັບເລື່ອງທີ່ວ່າໂລກຝ່າຍວິນຍານນັ້ນແຕກຕ່າງກັນຢ່າງສິ້ນເຊິງກັບໂລກວັດຖຸ ແລະ ຈາກມຸມມອງຂອງພຣະເຈົ້າ ສິ່ງນີ້ແມ່ນເປີດເຜີຍ, ເຖິງແມ່ນວ່າ ສຳລັບມະນຸດແລ້ວ ມັນເລິກລັບ ແລະ ປິດບັງ. ດັ່ງນັ້ນ ຜູ້ຄົນຈຶ່ງມີຄວາມຫຍຸ້ງຍາກຫຼາຍໃນການຊອກຫາເສັ້ນທາງທີ່ຈະເຂົ້າໃຈດ້ານຕ່າງໆຂອງໂລກນີ້. ດ້ານຕ່າງໆຂອງໂລກຝ່າຍວິນຍານທີ່ເຮົາກຳລັງເວົ້າເຖິງນີ້ ແມ່ນກ່ຽວຂ້ອງກັບການບໍລິຫານ ແລະ ອຳນາດອະທິປະໄຕຂອງພຣະເຈົ້າເທົ່ານັ້ນ; ເຮົາບໍ່ໄດເປີດເຜີຍຄວາມເລິກລັບໃດໆ ແລະ ເຮົາກໍບໍ່ໄດ້ກຳລັງບອກພວກເຈົ້າເຖິງຄວາມລັບໃດໆທີ່ພວກເຈົ້າປາດຖະໜາຢາກຮຽນຮູ້. ຍ້ອນວ່າເລື່ອງນີ້ກ່ຽວຂ້ອງກັບອຳນາດອະທິປະໄຕຂອງພຣະເຈົ້າ, ການບໍລິຫານຂອງພຣະເຈົ້າ, ການສະໜອງຂອງພຣະເຈົ້າ, ດັ່ງນັ້ນ ເຮົາຈຶ່ງຈະເວົ້າເຖິງແຕ່ພາກສ່ວນທີ່ຈຳເປັນສຳລັບພວກເຈົ້າທີ່ຕ້ອງຮູ້ເທົ່ານັ້ນ.

ກ່ອນອື່ນ, ໃຫ້ເຮົາຖາມພວກເຈົ້າຄຳຖາມໜຶ່ງ: ໃນຄວາມຄິດຂອງພວກເຈົ້າ, ໂລກຝ່າຍວິນຍານແມ່ນຫຍັງ? ເວົ້າຢ່າງກວ້າງຂວາງກໍຄື ມັນແມ່ນໂລກທີຢູ່ນອກໂລກວັດຖຸ, ເປັນໂລກທີ່ບໍ່ສາມາດເບິ່ງເຫັນໄດ້ ແລະ ບໍ່ສາມາດຈັບຕ້ອງໄດ້ສຳລັບຜູ້ຄົນ. ໃນຈິນຕະນາການຂອງພວກເຈົ້າ, ໂລກຝ່າຍວິນຍານຄວນເປັນໂລກແບບໃດ? ບາງທີ, ຍ້ອນບໍ່ສາມາດເບິ່ງເຫັນໄດ້ ພວກເຈົ້າຈຶ່ງບໍ່ສາມາດຄິດຫຍັງອອກກ່ຽວກັບມັນ. ແນວໃດກໍຕາມ, ເມື່ອພວກເຈົ້າໄດ້ຍິນບາງຕຳນານ, ພວກເຈົ້າກໍຍັງຄິດກ່ຽວກັບມັນ ແລະ ພວກເຈົ້າບໍ່ສາມາດຢຸດຄິດເຖິງມັນໄດ້. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ມີບາງສິ່ງທີ່ເກີດຂຶ້ນກັບຫຼາຍຄົນຕອນພວກເຂົາຍັງນ້ອຍ: ເມື່ອບາງຄົນເລົ່າເລື່ອງທີ່ໜ້າຢ້ານກົວໃຫ້ພວກເຂົາຟັງ ເຊັ່ນ: ກ່ຽວກັບຜີ ຫຼື ວິນຍານ, ພວກເຂົາຮູ້ສຶກຢ້ານກົວທີ່ສຸດ. ແທ້ຈິງແລ້ວ ເປັນຫຍັງພວກເຂົາຈຶ່ງຢ້ານ? ກໍຍ້ອນວ່າພວກເຂົາກຳລັງຈິນຕະນາການສິ່ງເຫຼົ່ານັ້ນຢູ່; ເຖິງແມ່ນວ່າພວກເຂົາບໍ່ສາມາດເຫັນສິ່ງເຫຼົ່ານັ້ນ, ພວກເຂົາກັບຮູ້ສືກວ່າພວກມັນຢູ່ອ້ອມຫ້ອງຂອງພວກເຂົາ, ໃນມູມທີ່ປິດບັງ ຫຼື ມືດ ແລະ ພວກເຂົາກໍຢ້ານຫຼາຍຈົນບໍ່ກ້າໄປນອນ. ໂດຍສະເພາະຕອນກາງຄືນ, ພວກເຂົາຮູ້ສືກຢ້ານທີ່ຈະຢູ່ຄົນດຽວໃນຫ້ອງຂອງພວກເຂົາ ຫຼື ບໍ່ກ້າຢູ່ຄົນດຽວໃນເດີ່ນບ້ານຂອງພວກເຂົາ. ນັ້ນແມ່ນໂລກຝ່າຍວິນຍານແຫ່ງຈິນຕະນາການຂອງພວກເຈົ້າ ແລະ ແມ່ນໂລກທີ່ຄົນຄິດວ່າມັນເປັນໜ້າຢ້ານກົວ. ຄວາມຈິງກໍຄື ທຸກຄົນຈິນຕະນາການກ່ຽວກັບມັນເກີນໄປ ແລະ ດ້ວຍເຫດນັ້ນຈຶ່ງຮູ້ສຶກເຖິງມັນເລັກໜ້ອຍ.

ພວກເຮົາມາເລີ່ມຕົ້ນດ້ວຍການເວົ້າເຖິງໂລກຝ່າຍວິນຍານກັນເລີຍ. ໂລກຝ່າຍວິນຍານແມ່ນຫຍັງ? ເຮົາຂໍອະທິບາຍສັ້ນໆ ແລະ ງ່າຍໆໃຫ້ພວກເຈົ້າຟັງດັ່ງນີ້: ໂລກຝ່າຍວິນຍານແມ່ນສະຖານທີ່ສຳຄັນແຫ່ງໜຶ່ງ ເຊິ່ງເປັນໂລກທີ່ແຕກຕ່າງຈາກໂລກວັດຖຸ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນສຳຄັນ? ພວກເຮົາຈະສົນທະນາກັນໃນເລື່ອງນີ້ຢ່າງລະອຽດ. ການມີຢູ່ຂອງໂລກຝ່າຍວິນຍານນັ້ນເຊື່ອມໂຍງກັບໂລກວັດຖຸຂອງມະນຸດຢ່າງແຍກບໍ່ອອກ. ມັນຫຼິ້ນບົດບາດສຳຄັນໃນວົງຈອນຊີວິດ ແລະ ການຕາຍຂອງມະນຸດໃນການປົກຄອງເໜືອທຸກສິ່ງຂອງພຣະເຈົ້າ; ນີ້ຄືບົດບາດຂອງມັນ ແລະ ນີ້ກໍແມ່ນໜຶ່ງໃນເຫດຜົນທີ່ການມີຢູ່ຂອງມັນນັ້ນສຳຄັນ. ຍ້ອນວ່າມັນແມ່ນບ່ອນທີ່ບໍ່ສາມາດສໍາຜັດໄດ້ຈາກຄວາມສໍາຜັດທັງຫ້າ, ບໍ່ມີໃຜສາມາດຕັດສິນໄດ້ຢ່າງຖືກຕ້ອງວ່າໂລກຝ່າຍວິນຍານນັ້ນມີຢູ່ ຫຼື ບໍ່. ພະລັງຕ່າງໆຂອງມັນເຊື່ອມໂຍງກັບການດຳລົງຢູ່ຂອງມະນຸດຢ່າງແໜ້ນແຟ້ນ, ດ້ວຍເຫດນັ້ນລຳດັບຊີວິດຂອງມະນຸດຈຶ່ງໄດ້ຮັບອິດທິພົນຢ່າງໃຫຍ່ຫຼວງຈາກໂລກຝ່າຍວິນຍານ. ສິ່ງນີ້ກ່ຽວຂ້ອງກັບອຳນາດອະທິປະໄຕຂອງພຣະເຈົ້າ ຫຼື ບໍ່? ມັນກ່ຽວຂ້ອງ. ເມື່ອເຮົາເວົ້າສິ່ງນີ້, ພວກເຈົ້າຈະເຂົ້າໃຈວ່າເປັນຫຍັງເຮົາຈຶ່ງສົນທະນາຫົວຂໍ້ນີ້: ກໍຍ້ອນວ່າມັນກ່ຽວຂ້ອງກັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ການບໍລິຫານຂອງພຣະອົງ. ໃນໂລກເຊັ່ນນີ້, ໂລກທີ່ຄົນບໍ່ສາມາດເບິ່ງເຫັນໄດ້, ມັນແມ່ນທຸກກົດເກນແຫ່ງສະຫວັນ, ກົດບັນຍັດ ແລະ ລະບົບການບໍລິຫານທີ່ຢູ່ເໜືອກົດໝາຍ ແລະ ລະບົບຂອງປະເທດໃດໆໃນໂລກວັດຖຸ, ບໍ່ມີສິ່ງມີຊີວິດໃດໃນໂລກນີ້ທີ່ຈະກ້າຕໍ້ຕ້ານ ຫຼື ລະເມີດມັນໄດ້. ເລື່ອງນີ້ກ່ຽວຂ້ອງກັບອຳນາດອະທິປະໄຕ ແລະ ການບໍລິຫານຂອງພຣະເຈົ້າບໍ? ໃນໂລກຝ່າຍວິນຍານ, ມີກົດລະບຽບແຫ່ງການບໍລິຫານຢ່າງຊັດເຈນ, ມີກົດບັດຍັດແຫ່ງສະຫວັນທີ່ຊັດເຈນ ແລະ ຂໍ້ບັງຄັບທີ່ຊັດເຈນ. ຢູ່ລະດັບທີ່ແຕກຕ່າງກັນ ແລະ ໃນຂົງເຂດຕ່າງໆ, ຜູ້ທີ່ຈະເຂົ້າຮ່ວມຕ້ອງປະຕິບັດຕາມໜ້າທີ່ຂອງຕົນຢ່າງເຂັ້ມງວດ ແລະ ປະຕິບັດຕາມກົດລະບຽບ ແລະ ຂໍ້ບັງຄັບ ຍ້ອນພວກເຂົາຮູ້ວ່າຜົນທີ່ຈະຕາມມາຂອງການລະເມີດກົດບັນຍັດແຫ່ງສະຫວັນແມ່ນຫຍັງ; ພວກເຂົາຮູ້ຢ່າງຊັດເຈນກ່ຽວກັບວິທີທີ່ພຣະເຈົ້າລົງໂທດຄົນຊົ່ວ ແລະ ໃຫ້ລາງວັນຄົນດີ ພ້ອມວິທີທີ່ພຣະອົງບໍລິຫານ ແລະ ປົກຄອງເໜືອທຸກສິ່ງ. ຍິ່ງໄປກວ່ານັ້ນ ພວກເຂົາເຫັນຢ່າງຊັດເຈນເຖິງວິທີທີ່ພຣະເຈົ້າດຳເນີນຂໍ້ບັງຄັບ ແລະ ກົດບັນຍັດແຫ່ງສະຫວັນຂອງພຣະອົງ. ສິ່ງເຫຼົ່ານີ້ແຕກຕ່າງຈາກໂລກວັດຖຸທີ່ມະນຸດອາໄສຢູ່ບໍ? ແນ່ນອນ ພວກມັນແຕກຕ່າງກັນຫຼາຍ. ໂລກຝ່າຍວິນຍານແມ່ນໂລກທີ່ແຕກຕ່າງກັນຢ່າງສິ້ນເຊີງກັບໂລກວັດຖຸ. ເນື່ອງຈາກມີກົດບັນຍັດ ແລະ ຂໍ້ບັງຄັບແຫ່ງສະຫວັນ, ນີ້ຈຶ່ງກ່ຽວຂ້ອງກັບອຳນາດອະທິປະໄຕ, ການບໍລິຫານຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ສິ່ງນັ້ນຄືອຸປະນິໄສຂອງພຣະອົງ ລວມເຖິງສິ່ງທີ່ພຣະອົງມີ ແລະ ເປັນອີກດ້ວຍ. ໄດ້ຍິນດັ່ງນີ້ແລ້ວ, ພວກເຈົ້າບໍ່ຮູ້ສຶກບໍວ່າມັນຈຳເປັນທີ່ສຸດສຳລັບເຮົາທີ່ຈະຕ້ອງເວົ້າກ່ຽວກັບຫົວຂໍ້ນີ້? ພວກເຈົ້າບໍ່ປາດຖະໜາຢາກຮຽນຮູ້ຄວາມລັບທີ່ມີຢູ່ໃນສິ່ງນີ້ບໍ? (ແມ່ນແລ້ວ ພວກຂ້ານ້ອຍຢາກຮຽນຮູ້). ນັ້ນຄືແນວຄວາມຄິດຂອງໂລກຝ່າຍວິນຍານ. ເຖິງແມ່ນວ່າມັນຈະຢູ່ຮ່ວມກັບໂລກວັດຖຸ ແລະ ໃນຂະນະດຽວກັນມັນກໍຂຶ້ນຢູ່ກັບການບໍລິຫານ ແລະ ອຳນາດອະທິປະໄຕຂອງພຣະເຈົ້າ, ການບໍລິຫານ ແລະ ອຳນາດອະທິປະໄຕຂອງພຣະເຈົ້າຂອງໂລກນີ້ເຂັ້ມງວດກວ່າຂອງໂລກວັດຖຸ. ສໍາລັບລາຍລະອຽດໃນເລື່ອງນີ້, ພວກເຮົາຄວນເລີ່ມຕົ້ນດ້ວຍວິທີທີ່ໂລກຝ່າຍວິນຍານມີຄວາມຮັບຜິດຊອບຕໍ່ວຽງານຂອງວົງຈອນຊີວິດ ແລະ ການຕາຍຂອງມະນຸດ, ຍ້ອນວ່ານີ້ແມ່ນພາກສ່ວນສຳຄັນຂອງພາລະກິດຂອງສິ່ງມີຊີວິດແຫ່ງໂລກວິນຍານ.

ທ່າມກາງມະນຸດຊາດ, ເຮົາໄດ້ຈັດຄົນທັງໝົດອອກເປັນສາມປະເພດ. ປະເພດທຳອິດແມ່ນຜູ້ທີ່ບໍ່ເຊື່ອ, ບັນດາຜູ້ທີ່ບໍ່ມີຄວາມເຊື່ອທາງສາສະໜາ. ພວກເຂົາຖືກເອີ້ນວ່າຜູ້ທີ່ບໍ່ເຊື່ອ. ຄົນທີ່ບໍ່ເຊື່ອສ່ວນໃຫຍ່ມີຄວາມສັດທາພຽງແຕ່ເລື່ອງເງິນເທົ່ານັ້ນ; ພວກເຂົາຮັກສາພຽງແຕ່ຜົນປະໂຫຍດຂອງຕົນເອງເທົ່ານັ້ນ, ເປັນຄົນຫົວວັດຖຸນິຍົມ ແລະ ເຊື່ອແຕ່ໃນໂລກວັດຖຸເທົ່ານັ້ນ, ພວກເຂົາບໍ່ເຊື່ອໃນວົງຈອນຊີວິດ ແລະ ຄວາມຕາຍ ຫຼື ສິ່ງໃດໆທີ່ເວົ້າກ່ຽວກັບເທບພະສິ່ງ ແລະ ຜີ. ເຮົາຈັດຄົນເຫຼົ່ານີ້ເປັນຄົນທີ່ບໍ່ເຊື່ອ ແລະ ພວກເຂົາແມ່ນປະເພດທຳອິດ. ປະເພດທີສອງປະກອບມີຄົນຫຼາກຫຼາຍທີ່ມີຄວາມສັດທາເຊິ່ງຕ່າງຈາກຜູ້ທີ່ບໍ່ເຊື່ອ. ທ່າມກາງມະນຸດຊາດ, ເຮົາແບ່ງຄົນທີ່ມີສັດທາເຫຼົ່ານີ້ອອກເປັນຫຼາຍກຸ່ມໃຫຍ່: ກຸ່ມທຳອິດແມ່ນຊາວຢິວ, ກຸ່ມທີສອງແມ່ນຊາວຄາໂທລິກ, ກຸ່ມທີສາມແມ່ນຊາວຄຣິດຕຽນ, ກຸ່ມທີສີ່ແມ່ນຊາວມຸດສະລິມ ແລະ ກຸ່ມທີຫ້າແມ່ນຊາວພຸດ; ມີຢູ່ຫ້າປະເພດ. ນີ້ແມ່ນຄົນທີ່ມີຄວາມເຊື່ອປະເພດຕ່າງໆ. ປະເພດທີສາມປະກອບດ້ວຍບັນດາຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ນີ້ແມ່ນລວມເຖິງພວກເຈົ້າດ້ວຍ. ຜູ້ທີ່ເຊື່ອດັ່ງກ່າວແມ່ນບັນດາຜູ້ທີ່ຕິດຕາມພຣະເຈົ້າໃນວັນນີ້. ຄົນເຫຼົ່ານີ້ຖືກແບ່ງອອກເປັນສອງປະເພດຄື: ຄົນທີ່ຖືກເລືອກໂດຍພຣະເຈົ້າ ແລະ ຄົນທີ່ໃຫ້ບໍລິການ. ປະເພດຫຼັກເຫຼົ່ານີ້ມີຄວາມແຕກຕ່າງກັນຢ່າງຊັດເຈນ. ສະນັ້ນ, ຕອນນີ້ພວກເຈົ້າສາມາດແຍກແຍະໃນແນວຄິດຂອງພວກເຈົ້າໄດ້ຢ່າງຊັດເຈນລະຫວ່າງປະເພດ ແລະ ການຈັດລຳດັບຂອງມະນຸດແລ້ວ ແມ່ນບໍ? ປະເພດທຳອິດແມ່ນປະກອບດ້ວຍຜູ້ທີ່ບໍ່ເຊື່ອ ແລະ ເຮົາໄດ້ເວົ້າສິ່ງທີ່ພວກເຂົາເປັນແລ້ວ. ບັນດາຜູ້ທີ່ມີສັດທາໃນຊາຍຊະລາເທິງທ້ອງຟ້າແມ່ນຖືວ່າເປັນຜູ້ບໍ່ເຊື່ອບໍ? ຄົນທີ່ບໍ່ເຊື່ອຫຼາຍຄົນເຊື່ອແຕ່ໃນຊາຍຊະລາທີ່ຢູ່ເທິງຟ້າເທົ່ານັ້ນ; ພວກເຂົາເຊື່ອວ່າລົມ, ຝົນ, ສຽງຟ້າຮ້ອງ ແລະ ອື່ນໆທັງໝົດລ້ວນຖືກຄວບຄຸມໂດຍສິ່ງນີ້ ຜູ້ທີ່ພວກເຂົາໄວ້ວາງໃຈສຳລັບການປູກເຂົ້າໂພດ ແລະ ການເກັບກ່ຽວ, ແຕ່ເມື່ອກ່າວເຖິງຄວາມເຊື່ອໃນພຣະເຈົ້າ, ພວກເຂົາກັບບໍ່ເຕັມໃຈທີ່ຈະເຊື່ອໃນພຣະອົງ. ນີ້ສາມາດເອີ້ນວ່າມີຄວາມສັດທາໄດ້ບໍ? ຄົນເຊັ່ນນີ້ແມ່ນຖືກລວມເຂົ້າໃນບັນດາຜູ້ທີ່ບໍ່ເຊື່ອ. ພວກເຈົ້າເຂົ້າໃຈເລື່ອງນີ້ແມ່ນບໍ? ຢ່າເຂົ້າໃຈຜິດຄົນປະເພດເຫຼົ່ານີ້. ປະເພດທີສອງປະກອບດ້ວຍຄົນທີ່ມີສັດທາ, ສ່ວນປະເພດທີສາມແມ່ນບັນດາຜູ້ທີ່ກຳລັງຕິດຕາມພຣະເຈົ້າຢູ່ໃນປັດຈຸບັນນີ້. ແລ້ວເປັນຫຍັງເຮົາຈຶ່ງໄດ້ແບ່ງມວນມະນຸດທັງໝົດອອກເປັນປະເພດຕ່າງໆເຫຼົ່ານີ້? (ຍ້ອນວ່າຄົນປະເພດຕ່າງໆມີຈຸດຈົບ ແລະ ຈຸດໝາຍປາຍທາງທີ່ແຕກຕ່າງກັນ). ນັ້ນແມ່ນດ້ານໜຶ່ງຂອງມັນ. ເມື່ອຄົນເຊື້ອຊາດຕ່າງໆ ແລະ ປະເພດຕ່າງໆກັບຄືນສູ່ໂລກຝ່າຍວິນຍານ, ພວກເຂົາແຕ່ລະຄົນຈະມີບ່ອນໄປທີ່ແຕກຕ່າງກັນ ແລະ ຈະຢູ່ພາຍໃຕ້ກົດເກນຕ່າງໆຂອງວົງຈອນຊີວິດ ແລະ ຄວາມຕາຍ, ນັ້ນແມ່ນເຫດຜົນທີ່ເຮົາໄດ້ແບ່ງມະນຸດອອກເປັນປະເພດສຳຄັນເຫຼົ່ານີ້.

1. ວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ທີ່ບໍ່ເຊື່ອ

ໃຫ້ພວກເຮົາມາເລີ່ມຕົ້ນດ້ວຍວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ທີ່ບໍ່ເຊື່ອ. ຫຼັງຈາກຕາຍ, ຜູ້ຄົນຖືກພາກຕົວໄປໂດຍບໍລິວານຈາກໂລກຝ່າຍວິນຍານ. ແທ້ຈິງແລ້ວ ພາກສ່ວນໃດຂອງຄົນທີ່ຖືກພາກເອົາໄປ? ບໍ່ແມ່ນເນື້ອໜັງ ແຕ່ແມ່ນວິນຍານຂອງເຂົາ. ເມື່ອດວງວິນຍານຂອງຄົນຖືກພາກໄປ, ເຂົາຈະຖືກນໍາໄປສະຖານທີ່ໜຶ່ງທີ່ເປັນບ່ອນຂອງໂລກຝ່າຍວິນຍານຮັບເອົາດວງວິນຍານຂອງຄົນທີ່ຫາກໍຕາຍໂດຍສະເພາະ. (ໝາຍເຫດ: ສະຖານທີ່ທຳອິດທີ່ທຸກຄົນໄປຫຼັງຈາກຕາຍແມ່ນແປກປະຫຼາດສຳລັບດວງວິນຍານ). ເມື່ອພວກເຂົາຖືກນຳໄປສູ່ສະຖານທີ່ນີ້, ເຈົ້າໜ້າທີ່ຈະດຳເນີນການກວດສອບຄັ້ງທຳອິດ, ຢືນຢັນຊື່ຂອງພວກເຂົາ, ທີ່ຢູ່, ອາຍຸ ແລະ ປະສົບການທັງໝົດຂອງພວກເຂົາ. ທຸກສິ່ງທີ່ພວກເຂົາເຮັດໃນຂະນະທີ່ພວກເຂົາມີຊີວິດຢູ່ໄດ້ຖືກບັນທຶກລົງໃນປຶ້ມ ແລະ ຖືກກວດສອບເພື່ອຄວາມຖືກຕ້ອງ. ຫຼັງຈາກທີ່ທັງໝົດໄດ້ຖືກກວດສອບແລ້ວ, ພຶດຕິກຳ ແລະ ການກະທຳຂອງພວກເຂົາຕະຫຼອດຊີວິດຂອງພວກເຂົາແມ່ນຖືກໃຊ້ເພື່ອກຳນົດວ່າພວກເຂົາຈະຖືກລົງໂທດ ຫຼື ສືບຕໍ່ກັບຊາດມາເກີດເປັນມະນຸດອີກ, ເຊິ່ງນີ້ແມ່ນຂັ້ນຕອນທຳອິດ. ຂັ້ນຕອນທຳອິດນີ້ໜ້າຢ້ານກົວບໍ? ມັນບໍ່ໜ້າຢ້ານກົວເທົ່າໃດ, ຍ້ອນວ່າສິ່ງດຽວທີ່ເກີດຂຶ້ນກໍຄື ຄົນໄດ້ມາຮອດສະຖານທີ່ມືດ ແລະ ບໍ່ຄຸ້ນເຄີຍເທົ່ານັ້ນ.

ໃນຂັ້ນຕອນທີສອງ, ຖ້າບຸກຄົນນີ້ໄດ້ເຮັດສິ່ງບໍ່ດີຫຼາຍປະການຕະຫຼອດຊີວິດຂອງເຂົາ ແລະ ໄດ້ກະທຳຄວາມຊົ່ວຫຼາຍຢ່າງ, ແລ້ວເຂົາກໍຈະຖືກພາໄປບ່ອນລົງໂທດເພື່ອຮັບການລົງໂທດ. ນັ້ນຈະເປັນບ່ອນທີ່ໃຊ້ສຳລັບການລົງໂທດຜູ້ຄົນໂດຍສະເພາະ. ລັກສະນະການລົງໂທດນັ້ນຂຶ້ນຢູ່ກັບຄວາມບາບທີ່ພວກເຂົາໄດ້ເຮັດ ລວມທັງຈຳນວນສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ເຮັດກ່ອນຕາຍ, ນີ້ແມ່ນສະພາບທຳທິດທີ່ເກີດຂຶ້ນໃນຂັ້ນຕອນທີສອງ. ຍ້ອນສິ່ງທີ່ພວກເຂົາໄດ້ເຮັດ ແລະ ຄວາມຊົ່ວທີ່ພວກເຂົາໄດ້ກະທຳກ່ອນຕາຍ, ເມື່ອພວກເຂົາກັບຊາດມາເກີດຫຼັງຈາກການລົງໂທດແລ້ວ ຫຼື ເມື່ອພວກເຂົາກັບມາເກີດໃນໂລກແຫ່ງວັດຖຸອີກຄັ້ງ, ບາງຄົນກໍຈະສືບຕໍ່ເກີດເປັນຄົນ ແລະ ບາງຄົນກໍຈະກາຍເປັນສັດ. ເວົ້າໄດ້ວ່າ, ຫຼັງຈາກທີ່ຄົນກັບຄືນສູ່ໂລກຝ່າຍວິນຍານ, ພວກເຂົາຖືກລົງໂທດຍ້ອນຄວາມຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ; ຍິ່ງໄປກວ່ານັ້ນ, ຍ້ອນສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ກະທຳ, ໃນການກັບຊາດມາເກີດຄັ້ງຕໍ່ໄປຂອງພວກເຂົາ, ພວກເຂົາອາດຈະບໍ່ໄດ້ກັບມາເກີດເປັນມະນຸດ ແຕ່ຈະເປັນສັດ. ປະເພດຂອງສັດທີ່ພວກເຂົາອາດຈະກາຍມາເປັນລວມເຖິງງົວ, ມ້າ, ໝູ ແລະ ໝາ. ບາງຄົນອາດຈະກັບມາເກີດເປັນນົກ, ເປັດ ຫຼື ຫ່ານ... ຫຼັງຈາກທີ່ພວກເຂົາໄດ້ກັບຊາດມາເກີດເປັນສັດແລ້ວ, ເມື່ອພວກເຂົາຕາຍໄປອີກ, ພວກເຂົາກໍຈະກັບໄປສູ່ໂລກຝ່າຍວິນຍານອີກຄັ້ງ ແລະ ຄືກັບຄັ້ງກ່ອນ, ອີງຕາມພຶດຕິກຳຂອງພວກເຂົາກ່ອນຕາຍ, ໂລກຝ່າຍວິນຍານຈະຕັດສິນວ່າພວກເຂົາຈະກັບໄປເກີດເປັນມະນຸດອີກ ຫຼື ບໍ່. ຄົນສ່ວນໃຫຍ່ສ້າງຄວາມຊົ່ວຫຼາຍເກີນໄປ ແລະ ບາບຂອງພວກເຂົາກໍໜ້າເສົ້າໃຈຫຼາຍ, ດັ່ງນັ້ນ ພວກເຂົາຕ້ອງເກີດເປັນສັດເຈັດຫາສິບສອງເທື່ອ. ເຈັດຫາສິບສອງເທື່ອ, ນັ້ນບໍ່ເປັນຕາຢ້ານບໍ? (ເປັນຕາຢ້ານ). ແມ່ນຫຍັງເຮັດໃຫ້ພວກເຂົ້າຢ້ານ? ຄົນກາຍເປັນສັດ, ນັ້ນຄືສິ່ງທີ່ເປັນຕາຢ້ານ. ສຳລັບຄົນ, ແມ່ນຫຍັງຄືສິ່ງທີ່ເຈັບປວດທີ່ສຸດກ່ຽວກັບການເປັນສັດ? ບໍ່ມີພາສາ, ມີພຽງຄວາມຄິດສາມັນເທົ່ານັ້ນ, ສາມາດເຮັດໄດ້ພຽງສິ່ງທີ່ສັດເຮັດ ແລະ ກິນອາຫານທີ່ສັດກິນ, ມີແນວຄິດງ່າຍໆ ແລະ ພາສາກືກຂອງສັດ, ບໍ່ສາມາດຍ່າງທ່ຽງໄດ້, ບໍ່ສາມາດສື່ສານກັບມະນຸດໄດ້ ແລະ ຄວາມຈິງທີ່ວ່າບໍ່ມີພຶດຕິກຳ ຫຼື ກິດຈະກຳໃດໆຂອງມະນຸດທີ່ມີຄວາມສຳພັນກັບສັດ. ນັ້ນກໍຄື ທ່າມກາງທຸກສິ່ງ, ເກີດເປັນສັດເຮັດໃຫ້ເຈົ້າຕ່ຳຕ້ອຍທີ່ສຸດໃນບັນດາສິ່ງມີຊີວິດທັງມວນ ແລະ ມີຄວາມທຸກທໍລະມານຫຼາຍກວ່າການເປັນມະນຸດ. ນີ້ແມ່ນດ້ານໜຶ່ງຂອງການລົງໂທດຂອງໂລກຝ່າຍວິນຍານຕໍ່ບັນດາຜູ້ທີ່ສ້າງຄວາມຊົ່ວຫຼາຍ ແລະ ໄດ້ເຮັດບາບຢ່າງໃຫຍ່ຫຼວງ. ສໍາລັບຄວາມຮຸນແຮງຂອງການລົງໂທດພວກເຂົານັ້ນ ແມ່ນຖືກຕັດສິນຕາມປະເພດຂອງສັດທີ່ພວກເຂົາເປັນ. ຕົວຢ່າງ: ເປັນໝູດີກວ່າເປັນໝາບໍ? ໝູມີຊີວິດທີ່ດີກວ່າ ຫຼື ຮ້າຍກວ່າໝາບໍ? ຮ້າຍກວ່າແມ່ນບໍ່? ຖ້າຄົນກາຍເປັນງົວ ຫຼື ມ້າ, ພວກເຂົາຈະມີຊີວິດທີ່ດີກວ່າ ຫຼື ຮ້າຍກວ່າເປັນໝູບໍ? (ດີກວ່າ). ຄົນຈະຮູ້ສຶກສະບາຍກວ່າບໍ່ ຖ້າໄດ້ກັບມາເກີດເປັນແມວ? ຖ້າເຈົ້າມີທາງເລືອກລະຫວ່າງສັດຕ່າງໆ, ເຈົ້າຈະເລືອກເກີດເປັນແມວ; ເພາະມັນຈະສະດວກສະບາຍກວ່າເກີດເປັນມ້າ ຫຼື ງົວ, ຍ້ອນວ່າເຈົ້າສາມາດເຮັດເປັນຂີ້ຄ້ານນອນຢູ່ລ້າໆຕະຫຼອດເວລາ. ການເປັນງົວ ຫຼື ມ້ານັ້ນລຳບາກຫຼາຍ. ເພາະສະນັ້ນ, ຖ້າຄົນກັບຊາດມາເກີດເປັນງົວ ຫຼື ມ້າ, ພວກເຂົາຕ້ອງເຮັດວຽກໜັກ ເຊິ່ງຄ້າຍຄືກັບການລົງໂທດທີ່ໂຫດຮ້າຍ. ເກີດເປັນໝາຍັງຈະດີກວ່າເກີດເປັນງົວ ຫຼື ມ້າ, ຍ້ອນວ່າໝາມີຄວາມສຳພັນທີ່ໃກ້ຊິດກັນຫຼາຍກັບນາຍຂອງມັນ. ຍິ່ງໄປກວ່ານັ້ນ, ທຸກມື້ນີ້ຫຼາຍຄົນມີໝາເປັນສັດລ້ຽງ ແລະ ລັງຈາກສາມ ຫຼື ຫ້າປີສັດເຫຼົ່ານີ້ໄດ້ຮຽນຮູ້ທີ່ຈະເຂົ້າໃຈຫຼາຍສິ່ງທີ່ນາຍຂອງພວກມັນເວົ້າ! ຍ້ອນວ່າໝາສາມາດເຂົ້າໃຈຫຼາຍຄຳເວົ້າຂອງນາຍຂອງມັນ, ມັນມີຄວາມເຂົ້າໃຈທີ່ດີກ່ຽວກັບນາຍຂອງມັນ ແລະ ບາງຄັ້ງສາມາດປັບໂຕເຂົ້າກັບອາລົມ ແລະ ຄວາມຕ້ອງການຂອງນາຍຂອງມັນ. ດ້ວຍເຫດນັ້ນ ນາຍຈຶ່ງປະຕິບັດກັບໝາດີກວ່າ ແລະ ໝາກໍ່ໄດ້ກິນ ແລະ ດື້ມດີກວ່າ, ເມື່ອມັນເຈັບ, ມັນກໍໄດ້ຮັບການດູແລດີກວ່າ. ໝາບໍ່ໄດ້ມີຊີວິດຢ່າງສຸກສະບາຍບໍ? ສະນັ້ນ, ເປັນໝາດີກວ່າເປັນງົວ ຫຼື ມ້າ. ໃນນີ້, ຄວາມຮ້າຍແຮງໃນການລົງໂທດຜູ້ຄົນແມ່ນກຳນົດດ້ວຍການກັບຊາດມາເກີດເປັນສັດຈັກຄັ້ງ ພ້ອມທັງເປັນສັດປະເພດໃດ. ພວກເຈົ້າເຂົ້າໃຈສິ່ງນີ້ບໍ່?

ຍ້ອນວ່າພວກເຂົາໄດ້ເຮັດບາບຫຼາຍປະການໃນເວລາທີ່ພວກເຂົາຍັງມີຊີວິດຢູ່, ບາງຄົນຖືກລົງໂທດໂດຍການກັບຊາດມາເກີດເປັນສັດເຈັດຫາສິບສອງເທື່ອ. ເມື່ອຖືກລົງໂທດພຽງພໍແລ້ວ, ຫຼັງຈາກກັບສູ່ໂລກຝ່າຍວິນຍານ, ພວກເຂົາກໍຖືກພາໄປບ່ອນອື່ນອີກ, ເປັນບ່ອນທີ່ດວງວິນຍານຫຼາຍດວງຖືກລົງໂທດແລ້ວ ແລະ ເປັນປະເພດທີ່ກຳລັງຕຽມພ້ອມຈະກັບຊາດມາເກີດເປັນຄົນ. ໃນສະຖານທີ່ນີ້, ດວງວິນຍານແຕ່ລະດວງຖືກຈັດອອກອີງຕາມປະເພດຄອບຄົວທີ່ພວກເຂົາຈະໄປເກີດນໍາ, ບົດບາດແບບໃດທີ່ພວກເຂົາຈະຫຼິ້ນເມື່ອພວກເຂົາໄດ້ກັບຊາດມາເກີດ ແລະ ອື່ນໆອີກ. ຕົວຢ່າງ: ບາງຄົນຈະກາຍເປັນນັກຮ້ອງເມື່ອພວກເຂົາມາໃນໂລກນີ້, ດັ່ງນັ້ນຈຶ່ງຖືກຈັດວາງໄວ້ທ່າມກາງນັກຮ້ອງ; ບາງຄົນຈະກາຍເປັນນັກທຸລະກິດເມື່ອພວກເຂົາມາໃນໂລກນີ້, ດັ່ງນັ້ນຈຶ່ງຖືກຈັດວາງໄວ້ທ່າມກາງນັກທຸລະກິດ; ແລະ ຖ້າບາງຄົນຈະກາຍເປັນນັກຄົ້ນຄວ້າວິທະຍາສາດຫຼັງຈາກເກີດເປັນມະນຸດ, ພວກເຂົາກໍຈະຖືກຈັດວາງໄວ້ທ່າມກາງນັກຄົ້ນຄວ້າວິທະຍາສາດ. ຫຼັງຈາກທີ່ພວກເຂົາຖືກຈັດປະເພດແລ້ວ, ແຕ່ລະຄົນກໍຈະຖືກສົ່ງອອກໄປຕາມເວລາທີ່ແຕກຕ່າງກັນ ແລະ ວັນທີທີ່ໄດ້ກຳນົດໄວ້ ຄືກັບຄົນສົ່ງອີເມວໃນມື້ນີ້. ໃນນີ້ຈະສຳເລັດໜຶ່ງວົງຈອນຊີວິດ ແລະ ຄວາມຕາຍ. ນັບຈາກມື້ທີ່ຄົນມາຮອດໂລກຝ່າຍວິນຍານຈົນເຖິງວາລະສຸດທ້າຍແຫ່ງການລົງໂທດຂອງພວກເຂົາ ຫຼື ຈົນກວ່າພວກເຂົາໄດ້ກັບຊາດມາເກີດເປັນສັດຫຼາຍຄັ້ງ ແລະ ຕຽມພ້ອມທີ່ຈະກັບຊາດມາເກີດເປັນມະນຸດ, ຂະບວນການນີ້ຖືວ່າສໍາເລັດ.

ສ່ວນບັນດາຜູ້ທີ່ໄດ້ຖືກລົງໂທດແລ້ວ ແລະ ຍັງບໍ່ທັນໄດ້ກັບຊາດມາເກີດເປັນສັດ, ພວກເຂົາຈະຖືກສົ່ງໄປໂລກວັດຖຸໂດຍໄວເພື່ອເກີດເປັນມະນຸດບໍ? ຫຼື ມັນຈະດົນປານໃດກ່ອນທີ່ພວກເຂົາຈະຖືກສົ່ງມາທ່າມກາງມະນຸດ? ແມ່ນຫຍັງຄືໄລຍະເວລາສໍາລັບສິ່ງນີ້ທີ່ຈະສາມາດເກີດຂຶ້ນໄດ? ມີຂໍ້ຈຳກັດທາງໂລກຕໍ່ສິ່ງນີ້. ທຸກສິ່ງທີ່ເກີດຂຶ້ນໃນໂລກຝ່າຍວິນຍານແມ່ນຂຶ້ນຢູ່ກັບຂໍ້ຈຳກັດ ແລະ ກົດລະບຽບທາງໂລກໂດຍສະເພາະ, ເຊິ່ງ ຖ້າເຮົາອະທິບາຍດ້ວຍຈຳນວນຕົວເລກ, ພວກເຈົ້າຈະເຂົ້າໃຈ. ສຳລັບບັນດາຜູ້ທີ່ກັບຊາດມາເກີດພາຍໃນຊ່ວງເວລາສັ້ນໆ, ເມື່ອພວກເຂົາຕາຍໄປ, ການກະກຽມຈະຖືກກຽມໄວ້ໃຫ້ພວກເຂົາກັບຊາດມາເກີດເປັນມະນຸດແລ້ວ. ເວລາທີ່ສັ້ນທີ່ສຸດເຊິ່ງສິ່ງນີ້ສາມາດເກີດຂຶ້ນໄດ້ແມ່ນສາມມື້. ສຳລັບບາງຄົນ, ມັນໃຊ້ເວລາສາມເດືອນ, ສຳລັບບາງຄົນມັນໃຊ້ເວລາສາມປີ, ສຳລັບບາງຄົນມັນໃຊ້ເວລາສາມສິບປີ, ສຳລັບບາງຄົນມັນໃຊ້ເວລາສາມຮ້ອຍປີ ແລະ ສຳລັບບາງຄົນໃຊ້ເວລາເຖິງສາມພັນປີ ແລະ ອື່ນໆອີກ. ດັ່ງນັ້ນ, ແມ່ນຫຍັງທີ່ສາມາດເວົ້າໄດ້ກ່ຽວກັບກົດລະບຽບທາງໂລກເຫຼົ່ານີ້ ແລະ ແມ່ນຫຍັງຄືລັກສະນະສະເພາະຂອງພວກມັນ? ພວກມັນອີງຕາມສິ່ງທີ່ໂລກວັດຖຸ ຫຼື ໂລກຂອງມະນຸດຕ້ອງການຈາກດວງວິນຍານ ແລະ ຂຶ້ນຢູ່ກັບບົດບາດທີ່ດວງວິນຍານນີ້ຈະຫຼິ້ນໃນໂລກນີ້. ເມື່ອຄົນກັບຊາດມາເກີດເປັນມະນຸດທຳມະດາ, ພວກເຂົາສ່ວນໃຫຍ່ໄດ້ກັບຊາດມາເກີດຢ່າງໄວວາ ຍ້ອນວ່າໂລກຂອງມະນຸດມີຄວາມຕ້ອງການອັນຮີບດ່ວນສຳລັບຄົນທຳມະດາ, ເພາະສະນັ້ນ ພາຍໃນສາມມື້, ພວກເຂົາກໍຈະຖືກສົ່ງມາເກີດກັບຄອບຄົວທີ່ແຕກຕ່າງກັບຄອບຄົວທີ່ພວກເຂົາເຄີຍຢູ່ກ່ອນພວກເຂົາຕາຍ. ແນວໃດກໍຕາມ, ມີບາງຄົນທີ່ຫຼິ້ນບົດບາດພິເສດໃນໂລກນີ້. “ພິເສດ” ໝາຍຄວາມວ່າ ບໍ່ມີຄວາມຕ້ອງການຢ່າງຫຼວງຫຼາຍສຳລັບຄົນເຫຼົ່ານີ້ໃນໂລກຂອງມະນຸດ; ມີບໍ່ພໍເທົ່າໃດຄົນທີ່ຈຳເປັນຕ້ອງຫຼິ້ນບົດບາດດັ່ງກ່າວ, ດັ່ງນັ້ນ ມັນອາດໃຊ້ເວລາສາມຮ້ອຍປີ. ເວົ້າອີກຢ່າງໜຶ່ງກໍຄື ດວງວິນຍານນີ້ຈະກັບມາເກີດໜຶ່ງຄັ້ງໃນທຸກໆສາມຮ້ອຍປີ ຫຼື ແມ່ນແຕ່ໜຶ່ງຄັ້ງໃນທຸກໆສາມພັນປີ. ເປັນຫຍັງຈຶ່ງເປັນແບບນີ້? ມັນເປັນຍ້ອນຄວາມຈິງທີ່ວ່າ ໃນເວລາສາມຮ້ອຍ ຫຼື ສາມພັນປີ ບົດບາດດັ່ງກ່າວນີ້ບໍ່ຈຳເປັນໃນໂລກຂອງມະນຸດ, ດັ່ງນັ້ນ ພວກເຂົາຈຶ່ງຖືກເກັບຮັກສາໄວ້ບ່ອນໃດບ່ອນໜຶ່ງໃນໂລກຝ່າຍວິນຍານ. ໃຫ້ເອົາຂົງຈື້ເປັນຕົວຢ່າງ: ລາວມີຜົນກະທົບຢ່າງໃຫຍ່ຕໍ່ວັດທະນະທຳຈີນດັ່ງເດີມ ແລະ ການມາຂອງລາວແມ່ນສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ວັດທະນະທຳ, ຄວາມຮູ້, ປະເພນີ ແລະ ອຸດົມຄະຕິຂອງຄົນໃນຍຸກນັ້ນ. ແຕ່ຄົນປະເພດນີ້ບໍ່ຈຳເປັນຕ້ອງມີໃນທຸກຍຸກ, ດັ່ງນັ້ນລາວຕ້ອງຢູ່ໃນໂລກຝ່າຍວິນຍານ, ລໍຖ້າຢູ່ທີ່ນັ້ນເປັນເວລາສາມຮ້ອຍປີ ຫຼື ສາມພັນປີກ່ອນກັບຊາດມາເກີດ. ຍ້ອນວ່າໂລກມະນຸດບໍ່ຕ້ອງການຄົນແບບນີ້, ລາວຕ້ອງໄດ້ລໍຖ້າຢູ່ລ້າໆ ເພາະຄວາມຕ້ອງການບົດບາດແບບລາວແມ່ນມີໜ້ອຍຫຼາຍ ແລະ ບໍ່ມີຫຍັງຫຼາຍໃຫ້ລາວເຮັດ. ດັ່ງນັ້ນ ລາວຕ້ອງໄດ້ຖືກເກັບຮັກສາໄວ້ບ່ອນໃດໜຶ່ງໃນໂລກຝ່າຍວິນຍານຕະຫຼອດຊ່ວງເວລານັ້ນ, ຢູ່ລ້າໆ ເພື່ອຖືກສົ່ງລົງມາອີກຄັ້ງເມື່ອໂລກມະນຸດຕ້ອງການລາວ. ນັ້ນແມ່ນກົດທາງໂລກຂອງອານາຈັກຝ່າຍວິນຍານ ສຳລັບໄລຍະເວລາຂອງຄົນສ່ວນໃຫຍ່ທີ່ຈະໄດ້ກັບຊາດມາເກີດ. ບໍ່ວ່າຄົນຈະເປັນຄົນທະມະດາ ຫຼື ຄົນພິເສດ, ໂລກຝ່າຍວິນຍານກໍມີກົດເກນທີ່ເໝາະສົມ ແລະ ການປະຕິບັດທີ່ຖືກຕ້ອງເພື່ອດຳເນີນການກັບຊາດມາເກີດຂອງພວກເຂົາ ແລະ ກົດລະບຽບ ແລະ ການປະຕິບັດເຫຼົ່ານີ້ແມ່ນຖືກສົ່ງລົງມາຈາກພຣະເຈົ້າ ເຊິ່ງບໍ່ໄດຖືກຕັດສິນໃຈ ຫຼື ຄວບຄຸມໂດຍບໍລິວານ ຫຼື ສິ່ງມີຊີວິໃດໆຂອງໂລກຝ່າຍວິນຍານ. ຕອນນີ້ ພວກເຈົ້າເຂົ້າໃຈເລື່ອງນີ້ແລ້ວແມ່ນບໍ?

ສຳລັບທຸກໆດວງວິນຍານ ເຊັ່ນ: ການກັບຊາດມາເກີດຂອງພວກມັນ, ແມ່ນຫຍັງຄືບົດບາດຂອງມັນໃນຊີວິດນີ້, ຄອບຄົວໃດທີ່ມັນເກີດ ແລະ ຊີວິດຂອງມັນເປັນແນວໃດນັ້ນ ແມ່ນກ່ຽວຂ້ອງກັນຢ່າງໃກ້ຊິດກັບດວງວິນຍານຂອງຊາດກ່ອນ. ຄົນທຸກປະເພດມາໃນໂລກຂອງມະນຸດ ແລະ ບົດບາດທີ່ພວກເຂົາຫຼິ້ນກໍແຕກຕ່າງກັນ, ເຊັ່ນດຽວກັນ ໜ້າວຽກທີ່ພວກເຂົາປະຕິບັດກໍແຕກຕ່າງກັນ. ແລ້ວໜ້າທີ່ເຫຼົ່ານີ້ມີຫຍັງແດ່? ບາງຄົນມາເພື່ອໃຊ້ໜີ້: ຖ້າພວກເຂົາເປັນໜີ້ເງິນຄົນອື່ນຫຼາຍເກີນໄປໃນຊີວິດທີ່ຜ່ານມາຂອງພວກເຂົາ, ພວກເຂົາກໍມາເພື່ອໃຊ້ໜີ້ເຫຼົ່ານັ້ນໃນຊີວິດນີ້. ໃນຂະນະທີ່ບາງຄົນໄດ້ມາເພື່ອທວງໜີ້: ພວກເຂົາຖືກຫຼອກລວງຈາກຫຼາຍສິ່ງຫຼາຍຢ່າງ ແລະ ສູນເສຍເງິນຈຳນວນຫຼາຍຕະຫຼອດຊີວິດທີ່ຜ່ານມາຂອງພວກເຂົາ; ດ້ວຍເຫດນັ້ນ, ຫຼັງຈາກທີ່ພວກເຂົາເຂົ້າສູ່ໂລກຝ່າຍວິນຍານ, ພວກເຂົາຈຶ່ງຖືກປະທານຄວາມຍຸດຕິທຳ ແລະ ອະນຸຍາດໃຫ້ພວກເຂົາທວງໜີ້ຂອງພວກເຂົາຕະຫຼອດຊີວິດນີ້. ບາງຄົນມາເພື່ອໃຊ້ໜີ້ບຸນຄຸນ: ຕະຫຼອດຊີວິດທີ່ຜ່ານມາ, ນັ້ນກໍຄື ການກັບຊາດມາເກີດຄັ້ງທີ່ຜ່ານມາຂອງພວກເຂົາ, ບາງຄົນໃຈດີກັບພວກເຂົາ ແລະ ເນື່ອງຈາກໄດ້ຮັບໂອກາດດີທີ່ຈະໄດ້ກັບຊາດມາເກີດໃນຊີວິດນີ້, ພວກເຂົາກັບມາເກີດເພື່ອໃຊ້ໜີ້ບຸນຄຸນເຫຼົ່ານັ້ນ. ໃນຂະນະທີ່ບາງຄົນໄດ້ເກີດໃໝ່ໃນຊີວິດນີ້ເພື່ອຮຽກຮ້ອງຊີວິດ. ແລ້ວພວກເຂົາຮຽກຮ້ອງຊີວິດຂອງໃຜ? ພວກເຂົາຮຽກຮ້ອງຊີວິດຂອງຄົນທີ່ຂ້າພວກເຂົາໃນຊາດກ່ອນ. ສະຫຼຸບກໍຄື ຊີວິດປັດຈຸບັນຂອງແຕ່ລະຄົນມີຄວາມເຊື່ອມໂຍງກັນຢ່າງແໜ້ນແຟ້ນກັບຊີວິດຜ່ານມາຂອງພວກເຂົາ; ຄວາມເຊື່ອມໂຍງນີ້ແມ່ນບໍ່ສາມາດແຍກອອກຈາກກັນໄດ້. ເຊິ່ງເວົ້າໄດ້ວ່າ, ຊີວິດປັດຈຸບັນຂອງແຕ່ລະຄົນໄດ້ຮັບຜົນກະທົບຢ່າງມະຫາສານຈາກຊາດກ່ອນ. ຕົວຢ່າງ: ໃຫ້ພວກເຮົາສົມມຸດວ່າກ່ອນຊາງຕາຍ, ຊາງໂກງເງິນລີເປັນຈຳນວນຫຼາຍ. ແລ້ວຊາງເປັນໜີ້ລີບໍ? ແນ່ນອນ ລາວເປັນໜີ້ລີ, ສະນັ້ນ ມັນເປັນເລື່ອງທຳມະຊາດທີ່ລີຄວນທວງໜີ້ຂອງລາວຈາກຊາງແມ່ນບໍ? ດັ່ງນັ້ນ, ຫຼັງຈາກພວກເຂົາຕາຍ ຈຶ່ງມີໜີ້ສິນລະຫວ່າງພວກເຂົາທີ່ຕ້ອງໄດ້ຊຳລະ. ເມື່ອພວກເຂົາກັບຊາດມາເກີດໃໝ່ ແລະ ຊາງເກີດເປັນມະນຸດ, ແລ້ວລີຈະທວງໜີ້ຂອງລາວຈາກຊາງໄດ້ແນວໃດ? ວິທີໜຶ່ງກໍຄື ລີຕ້ອງເກີດໃໝ່ເປັນລູກຊາຍຂອງຊາງ; ຊາາງຫາເງິນໄດ້ເປັນຈຳນວນຫຼວງຫຼາຍ ແລ້ວກໍຖືກຜານໂດຍລີ. ບໍ່ວ່າຊາງຈະຫາເງິນໄດ້ຫຼາຍເທົ່າໃດ, ລູກຊາຍຂອງລາວ ລີກໍຈະ “ຊ່ວຍ” ລາວໂດຍການໃຊ້ມັນ. ບໍ່ວ່າຊາງຈະຫາເງິນໄດ້ຫຼາຍເທົ່າໃດ, ມັນກໍບໍ່ເຄີຍພໍ; ໃນຂະນະດຽວກັນ, ດ້ວຍເຫດຜົນບາງຢ່າງ ລູກຊາຍຂອງລາວກໍໃຊ້ຈ່າຍເງິນຂອງພໍ່ຈົນໝົດກ້ຽງຕະຫຼອດດ້ວຍຫຼາກຫຼາຍວິທີ. ຊາງໄດ້ແຕ່ປະຫຼາດໃຈ, ສົງໄສວ່າ: “ເປັນຫຍັງລູກຊາຍຂອງຂ້ານ້ອຍຄົນນີ້ຈຶ່ງນຳແຕ່ຄວາມໂຊກຮ້າຍເຊັ່ນນີ້ມາໃຫ້ຂ້ານ້ອຍຕະຫຼອດເວລາ? ເປັນຫຍັງລູກຊາຍຂອງຄົນອື່ນຄືວ່າປະພຶດຕົນດີແທ້? ເປັນຫຍັງລູກຂອງຂ້ານ້ອຍເອງຈຶ່ງບໍ່ມີຄວາມທະເຍີທະຍານ, ເປັນຫຍັງລາວຈຶ່ງໄຮ້ປະໂຫຍດ ແລະ ບໍ່ສາມາດຫາເງິນໄດ້ເລີຍ, ເປັນຫຍັງຂ້ານ້ອຍຈຶ່ງຕ້ອງລ້ຽງດູລາວຕະຫຼອດ? ເນື່ອງຈາກວ່າຂ້ານ້ອຍຕ້ອງໄດ້ລ້ຽງດູລາວ, ເຊິ່ງເປັນສິ່ງທີ່ຂ້ານ້ອຍຕ້ອງເຮັດ, ແຕ່ວ່າ ເປັນຫຍັງ ບໍ່ວ່າຂ້ານ້ອຍຈະໃຫ້ເງິນລາວຫຼາຍປານໃດ, ລາວກໍຍັງຕ້ອງການຢູ່ສະເໝີ? ເປັນຫຍັງລາວຈຶ່ງບໍ່ສາມາດເຮັດວຽກເປັນຫຼັກເປັນຖານໄດ້, ແຕ່ກົງກັນຂ້າມ ລາວເຮັດແຕ່ສິ່ງທີ່ບໍ່ເປັນປະໂຫຍດ ເຊັ່ນ: ທ່ຽວຫຼິ້ນ, ກິນ, ດື່ມ, ຫຼິ້ນສາວ ແລະ ຫຼິ້ນການພະນັນ? ມັນເກີດຫຍັງຂຶ້ນກັບຂ້ານ້ອຍ?” ຫຼັງຈາກນັ້ນຊາງກໍຄິດຢູ່ໄລຍະໜຶ່ງ ແລ້ວເວົ້າວ່າ: “ອາດເປັນໄປໄດ້ວ່າຂ້ານ້ອຍເປັນໜີ້ລາວຈາກຊາດປາງກ່ອນ. ເອົາລະ, ຂ້ານ້ອຍຈະຊຳລະມັນໃຫ້ໝົດສາ! ເລື່ອງນີ້ຈະບໍ່ຈົບຈົນກວ່າຂ້ານ້ອຍຈະຈ່າຍຈົນຄົບ!” ມື້ນັ້ນອາດຈະມາເຖິງເມື່ອລີໄດ້ກູ້ຄືນໜີ້ຂອງລາວທັງໝົດ ແລະ ໃນເວລານັ້ນລາວກໍອາດຈະມີອາຍຸສີ່ສິບປີ ຫຼື ຫ້າສິບປີ, ລາວອາດຈະຮູ້ສຶກໄດ້ ແລະ ຮູ້ຕົວວ່າ: “ຂ້ານ້ອຍບໍ່ໄດ້ເຮັດສິ່ງທີ່ດີແມ່ນແຕ່ສິ່ງດຽວໃນຊ້ວງເຄິ່ງຊີວິດທຳອິດຂອງຂ້ານ້ອຍ! ຂ້ານ້ອຍໄດ້ຜານເງິນທັງໝົດທີ່ພໍ່ຂອງຂ້ານ້ອຍຫາມາໄດ້, ສະນັ້ນ ຂ້ານ້ອຍຄວນເລີ່ມເປັນຄົນດີໄດ້ແລ້ວ! ຂ້ານ້ອຍຈະຕັ້ງໃຈໃໝ່; ຂ້ານ້ອຍຈະເປັນຄົນທີ່ສັດຊື່ ແລະ ໃຊ້ຊີວິດຢ່າງຖືກຕ້ອງ, ຂ້ານ້ອຍຈະບໍ່ນຳເອົາຄວາມໂສກເສົ້າມາໃຫ້ພໍ່ຂອງຂ້ານ້ອຍອີກ!” ເປັນຫຍັງລາວຈຶ່ງຄິດແບບນີ້? ເປັນຫຍັງທັນໃດລາວຈຶ່ງຢາກປ່ຽນເປັນຄົນດີ? ມີເຫດຜົນສຳລັບສິ່ງນີ້ບໍ? ແມ່ນຫຍັງຄືເຫດຜົນ? (ກໍຍ້ອນວ່າ ລີ ໄດ້ທວງໜີ້ຂອງລາວຄືນໝົດແລ້ວ; ຊາງ ໄດ້ໃຊ້ໜີ້ຂອງລາວແລ້ວ). ໃນເລື່ອງນີ້, ມີເຫດ ແລະ ຜົນຂອງມັນ. ເລື່ອງນີ້ໄດ້ເລີ້ມມາແຕ່ດົນແລ້ວ, ກ່ອນຊີວິດປັດຈຸບັນຂອງພວກເຂົາອີກ; ເລື່ອງລາວໃນຊີວິດຊາດກ່ອນຂອງພວກເຂົາໄດ້ຖືກນຳມາສູ່ປັດຈຸບັນ ແລະ ທັງສອງບໍ່ສາມາດຕຳໜິໃຜໄດ້. ບໍ່ວ່າຊາງໄດ້ສອນຫຍັງໃຫ້ລູກຊາຍຂອງລາວ, ລູກຊາຍຂອງລາວກໍບໍ່ເຄີຍຟັງ ແລະ ບໍ່ໄດ້ເຮັດວຽກທີ່ເປັນຫຼັກເປັນຖານ. ແຕ່ເມື່ອໜີ້ສິນຖືກຊຳລະ ຊາງກໍບໍ່ຈຳເປັນຕ້ອງສອນລູກຂອງລາວອີກ, ລູກຂອງລາວເຂົ້າໃຈເອງໂດຍທຳມະຊາດ. ນີ້ແມ່ນຕົວຢ່າງໂດຍທົ່ວໄປ. ມີຕົວຢ່າງແບບນີ້ຫຼາຍບໍ? (ມີຫຼາຍ). ແລ້ວສິ່ງນີ້ໄດ້ບອກຫຍັງແກ່ຜູ້ຄົນ? (ພວກເຂົາຄວນເປັນຄົນດີ ແລະ ບໍ່ເຮັດຄວາມຊົ່ວ). ພວກເຂົາບໍ່ຄວນເຮັດຄວາມຊົ່ວ ເພາະວ່າ ຈະມີກຳຕາມສະໜອງສຳລັບການເຮັດຜິດຂອງພວກເຂົາ! ຄົນທີ່ບໍ່ເຊື່ອສວນຫຼາຍເຮັດຄວາມຊົ່ວ ແລະ ການເຮັດຜິດຂອງພວກເຂົາໄດ້ຖືກຳຕາມສະໜອງ, ແມ່ນບໍ? ແນວໃດກໍຕາມ, ກຳຕາມສະໜອງນັ້ນແມ່ນເກີດຂຶ້ນໂດຍບັງເອີນບໍ? ສຳລັບທຸກການກະທຳ, ມີຄວາມເປັນມາ ແລະ ເຫດຜົນຢູ່ເບື້ອງຫຼັງຜົນກໍາຂອງມັນ. ເຈົ້າຄິດວ່າຈະບໍ່ມີຫຍັງເກີດຂຶ້ນກັບເຈົ້າຫຼັງຈາກທີ່ເຈົ້າໄດ້ໂກງເງິນຄົນອື່ນບໍ? ເຈົ້າຄິດວ່າຫຼັງຈາກທີ່ໄດ້ໂກງເງິນນັ້ນໄປແລ້ວ, ເຈົ້າຈະບໍ່ຜະເຊີນກັບຜົນສະທ້ອນໃດໆບໍ? ຄົງຈະເປັນໄປບໍ່ໄດ້; ມັນຈະມີຜົນສະທ້ອນຢ່າງແນ່ນອນ! ບໍ່ວ່າພວກເຂົາເປັນໃຜ ຫຼື ບໍ່ວ່າພວກເຂົາເຊື່ອ ຫຼື ບໍ່ ວ່າມີພຣະເຈົ້າກໍຕາມ, ທຸກຄົນຕ້ອງຮັບຜິດຊອບຕໍ່ພຶດຕິກຳຂອງຕົນເອງ ແລະ ແບກຮັບຜົນແຫ່ງການກະທຳຂອງພວກເຂົາ. ສໍາລັບກ່ຽວກັບເຖິງຕົວຢ່າງງ່າຍໆນີ້, ຊາງໄດ້ຖືກລົງໂທດ ແລະ ລີກໍໄດ້ຖືກຈ່າຍຄືນ, ແລ້ວນີ້ບໍ່ຍຸດຕິທຳບໍ? ເມື່ອຄົນເຮັດສິ່ງດັ່ງກ່າວ, ນີ້ຄືຜົນໄດ້ຮັບທີ່ເກີດຂຶ້ນ. ມັນບໍ່ສາມາດແຍກອອກຈາກການບໍລິຫານຂອງໂລກຝ່າຍວິນຍານໄດ້. ເຖິງແມ່ນວ່າຈະເປັນຜູ້ທີ່ບໍ່ເຊື່ອກໍຕາມ, ການດຳລົງຢູ່ຂອງບັນດາຜູ້ທີ່ບໍ່ເຊື່ອໃນພຣະເຈົ້າກໍຢູ່ພາຍໃຕ້ກົດບັນຍັດ ແລະ ກົດແຫ່ງສະຫວັນດັ່ງກ່າວນີ້. ບໍ່ມີໃຜສາມາດໜີພົ້ນມັນໄດ້ ແລະ ບໍ່ມີໃຜສາມາດຫຼີກເວັ້ນຄວາມເປັນຈິງນີ້ໄດ້.

ບັນດາຜູ້ທີ່ບໍ່ມີຄວາມສັດທາມັກຈະເຊື່ອວ່າທຸກສິ່ງທີ່ມະນຸດສາມາດເບິ່ງເຫັນໄດ້ນັ້ນມີຢູ່ຈິງ ໃນຂະນະທີ່ທຸກສິ່ງທີ່ບໍ່ສາມາດເບິ່ງເຫັນ ຫຼື ຢູ່ຫ່າງໄກຈາກຄົນນັ້ນບໍ່ມີຢູ່ຈິງ. ພວກເຂົາມັກເຊື່ອວ່າບໍ່ມີ “ວົງຈອນຊີວິດ ແລະ ຄວາມຕາຍ” ແລະ ບໍ່ມີ ”ການລົງໂທດ”; ດັ່ງນັ້ນ ພວກເຂົາຈຶ່ງເຮັດບາບ ແລະ ເຮັດຄວາມຊົ່ວໂດຍປາສະຈາກຄວາມຮູ້ສຶກກິນແໜງໃຈ. ໃນທີ່ສຸດ ພວກເຂົາກໍຖືກລົງໂທດ ຫຼື ກັບຊາດມາເກີດເປັນສັດ. ຄົນຫຼາກຫຼາຍປະເພດສ່ວນໃຫຍ່ໃນທ່າມກາງຜູ້ທີ່ບໍ່ເຊື່ອແມ່ນຕົກເຂົ້າສູ່ວົງຈອນອຸບາດນີ້. ນີ້ກໍຍ້ອນວ່າພວກເຂົາບໍ່ຮູ້ວ່າໂລກຝ່າຍວິນຍານນັ້ນເຂັ້ມງວດໃນການບໍລິຫານສິ່ງມີຊີວິດທັງໝົດ. ບໍ່ວ່າເຈົ້າຈະເຊື່ອ ຫຼືບໍ່ ກໍຕາມ, ຄວາມຈິງນີ້ກໍມີຢູ່ຈິງ, ຍ້ອນວ່າບໍ່ມີແມ່ນແຕ່ຄົນດຽວ ຫຼື ວັດຖຸໃດສາມາດຫຼົບໜີຈາກຂອບເຂດທີ່ພຣະເຈົ້າສັງເກດດ້ວຍຕາຂອງພຣະອົງ, ບໍ່ມີແມ່ນແຕ່ຄົນດຽວ ຫຼື ວັດຖຸໃດສາມາດຫຼົບໜີຈາກກົດ ຫຼື ຂໍ້ຈຳກັດແຫ່ງກົດບັນຍັດ ແລະ ກົດສະຫວັນຂອງພຣະອົງໄດ້. ສະນັ້ນ, ຕົວຢ່າງງ່າຍໆນີ້ບອກທຸກຄົນວ່າ ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າ ຫຼື ບໍ່ ກໍຕາມ, ການເຮັດບາບ ແລະ ການກະທຳຄວາມຊົ່ວແມ່ນຮັບບໍ່ໄດ້ ແລະ ທຸກການກະທຳລ້ວນແລ້ວແຕ່ມີຜົນຕາມມາ. ເມື່ອບາງຄົນໂກງເງິນຄົນອື່ນຖືກລົງໂທດ, ການລົງໂທດດັ່ງກ່າວນັ້ນກໍຍຸດຕິທຳ. ພຶດຕິກຳທີ່ເຫັນກັນໂດຍທົ່ວໄປເຊັ່ນນີ້ຖືກລົງໂທດໃນໂລກຝ່າຍວິນຍານ ແລະ ການລົງໂທດດັ່ງກ່າວແມ່ນຖືກປະຕິບັດໂດຍກົດບັນຍັດ ແລະ ກົດສະຫວັນຂອງພຣະເຈົ້າ. ເພາະສະນັ້ນ, ຄວາມຜິດທາງອາຍາຢ່າງຮຸນແຮງ ແລະ ພຶດຕິກຳອັນຊົ່ວຮ້າຍ ເຊັ່ນ: ການຂົ່ມຂືນ ແລະ ການປຸ້ນສະດົມ, ການທຸດຈະລິດ ແລະ ການຫຼອກລວງ, ການໂຈລະກຳ ແລະ ການປຸ້ນ, ການຄາດຕະກຳ ແລະ ການຈູດເຜົາ ແລະ ອື່ນໆ ແມ່ນຂຶ້ນກັບຂະບວນການລົງໂທດຕໍ່ກັບຄວາມຮຸນແຮງທີ່ແຕກຕ່າງກັນໄປ. ການລົງໂທດຕໍ່ກັບຄວາມຮຸນແຮງທີ່ແຕກຕ່າງກັນໄປເຫຼົ່ານີ້ປະກອບມີຫຍັງແດ່? ບາງຢ່າງສ້າງລະດັບຄວາມຮຸນແຮງໂດຍໃຊ້ເວລາ, ໃນຂະນະທີ່ບາງຢ່າງເຮັດຜ່ານວິທີການທີ່ແຕກຕ່າງກັນ; ແລ້ວຍັງມີບາງຢ່າງທີ່ເຮັດໂດຍການກຳນົດບ່ອນທີ່ຄົນໄປເມື່ອພວກເຂົາກັບຊາດມາເກີດ. ຕົວຢ່າງ: ບາງຄົນເປັນຄົນປາກເສຍ. ການເປັນຄົນ “ປາກເສຍ” ໝາຍເຖິງຫຍັງ? ມັນໝາຍເຖິງການດ່າຄົນອື່ນເລື້ອຍໆ ແລະ ໃຊ້ພາສາທີ່ເປັນອັນຕະລາຍເພື່ອສາບແຊ່ງຄົນອື່ນ. ພາສາທີ່ເປັນອັນຕະລາຍໝາຍເຖິງຫຍັງ? ມັນຊີ້ໃຫ້ເຫັນວ່າຄົນມີຫົວໃຈທີ່ໂຫດຮ້າຍ. ຄຳຫຍາບຄາຍທີ່ສາບແຊ່ງຄົນອື່ນມັກຈະມາຈາກປາກຂອງຄົນເຊັ່ນນີ້ ແລະ ພາສາທີ່ເປັນອັນຕະລາຍດັ່ງກ່າວນຳມາເຊິ່ງຜົນກະທົບທີ່ຮ້າຍແຮງ. ຫຼັງຈາກທີ່ຄົນເຫຼົ່ານີ້ຕາຍໄປ ແລະ ໄດ້ຮັບການລົງໂທດທີ່ເໝາະສົມແລ້ວ, ພວກເຂົາອາດຈະກັບມາເກີດເປັນຄົນປາກກືກ. ບາງຄົນເປັນຄົນມານຍາຫຼາຍໃນຂະນະທີ່ຍັງມີຊີວິດຢູ່; ພວກເຂົາເອົາປຽບຄົນອື່ນເລື້ອຍໆ, ກົນອຸບາຍເລັກນ້ອຍຂອງພວກເຂົາຖືກວາງແຜນຢ່າງດີເປັນພິເສດ ແລະ ພວກເຂົາສ້າງອັນຕະລາຍຫຼາຍໃຫ້ກັບຜູ້ຄົນ. ເມື່ອພວກເຂົາກັບມາເກີດໃໝ່, ອາດຈະເປັນຄົນປັນຍາອ່ອນ ຫຼື ເປັນຄົນພິການທາງຈິດ. ບາງຄົນມັກສອດແນມເລື່ອງສ່ວນຕົວຂອງຄົນອື່ນ; ຕາຂອງພວກເຂົາເຫັນຫຼາຍສິ່ງທີ່ພວກເຂົາບໍ່ຄວນເຫັນ ແລະ ພວກເຂົາຮຽນຮູ້ຫຼາຍສິ່ງທີ່ພວກເຂົາບໍ່ຄວນຮູ້. ຜົນທີ່ຕາມມາກໍຄື ເມື່ອພວກເຂົາກັບມາເກີດໃໝ່, ພວກເຂົາອາດຈະຕາບອດ. ບາງຄົນວ່ອງໄວຫຼາຍເມື່ອພວກເຂົາຍັງມີຊີວິດຢູ່; ພວກເຂົາມັກຕໍ່ສູ້ ແລະ ເຮັດສິ່ງທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້, ພວກເຂົາອາດຈະກັບມາເກີດເປັນຄົນພິການ, ຂາຂາດ ຫຼື ແຂນຂາດ; ບໍ່ດັ່ງນັ້ນ ພວກເຂົາກໍອາດຈະກັບຊາດມາເກີດເປັນຄົນຫຼັງກົ່ງ ຫຼື ຄໍບິດ, ຍ່າງຂາເຄ, ມີຂາເບື້ອງໜຶ່ງສັ້ນກວ່າອີກເບື້ອງ ແລະ ອື່ນໆອີກ. ໃນນີ້, ພວກເຂົາຈະຖືກລົງໂທດຕາມລະດັບຄວາມຊົ່ວຮ້າຍທີ່ພວກເຂົາໄດ້ເຮັດໃນເວລາທີ່ຍັງມີຊີວິດຢູ່. ເປັນຫຍັງພວກເຈົ້າຈຶ່ງຄິດວ່າບາງຄົນເປັນຄົນຕາເຫຼ່ວ? ຄົນເຊັ່ນນີ້ມີຫຼາຍບໍ? ທຸກມື້ນີ້ແມ່ນມີຫຼາຍກວ່າສອງສາມຄົນ. ບາງຄົນເປັນຄົນຕາເຫຼ່ວ ຍ້ອນວ່າໃນຊີວິດທີ່ຜ່ານມາຂອງພວກເຂົາ, ພວກເຂົາໄດ້ໃຊ້ຕາຂອງພວກເຂົາຫຼາຍເກີນໄປ ແລະ ໄດ້ເຮັດສິ່ງທີ່ບໍ່ດີຫຼາຍຢ່າງເກີນໄປ, ດັ່ງນັ້ນ ພວກເຂົາຈຶ່ງເກີດມາໃນຊີວິດນີ້ດ້ວຍຕາເຫຼ່ວ ແລະ ໃນກໍລິນີທີ່ຮຸນແຮງ, ພວກເຂົາເຖິງຂັ້ນເກີດມາຕາບອດ. ນີ້ແມ່ນກຳຕາມສະໜອງ! ບາງຄົນເຂົ້າກັບຄົນອື່ນໄດ້ດີກ່ອນພວກເຂົາຕາຍ; ພວກເຂົາເຮັດສິ່ງທີ່ດີຫຼາຍຢ່າງໃຫ້ແກ່ຍາດພີ່ນ້ອງ, ໝູ່ເພື່ອນ, ເພື່ອນຮ່ວມງານ ຫຼື ຄົນທີ່ພົວພັນກັບພວກເຂົາ. ພວກເຂົາໃຫ້ຄວາມກາລຸນາ ແລະ ດູແລຄົນອື່ນ ຫຼື ຊ່ວຍເຫຼືອຄົນອື່ນດ້ານເງິນ ແລະ ເປັນຄົນທີ່ມີຄວາມຄິດທີ່ດີກັບຄົນອື່ນ. ເມື່ອຄົນດັ່ງກ່າວກັບຄືນສູ່ໂລກຝ່າຍວິນຍານ, ພວກເຂົາບໍ່ໄດ້ຖືກລົງໂທດ. ສຳລັບຜູ້ທີ່ບໍ່ເຊື່ອທີ່ບໍ່ໄດ້ຖືກລົງໂທດຢ່າງໃດເລີຍ ໝາຍຄວາມວ່າ ພວກເຂົາໄດ້ເປັນຄົນດີຫຼາຍ. ແທນທີ່ຈະເຊື່ອໃນການດຳລົງຢູ່ຂອງພຣະເຈົ້າ, ພວກເຂົາເຊື່ອແຕ່ຊາຍຊະລາທີ່ຢູ່ເທິງຟ້າເທົ່ານັ້ນ. ຄົນດັ່ງກ່າວເຊື່ອພຽງແຕ່ວ່າ ມີວິນຍານຢູ່ເໜືອພວກເຂົາ, ເບິ່ງທຸກສິ່ງທີ່ພວກເຂົາເຮັດ, ນັ້ນຄືສິ່ງດຽວທີ່ຄົນດັ່ງກ່າວເຊື່ອ. ຜົນຮັບກໍຄື ບຸກຄົນນີ້ປະພຶດຕົນເປັນຄົນດີຫຼາຍ. ຄົນແບບນີ້ເປັນຄົນໃຈດີ ແລະ ໂອບເອື້ອອາລີ, ໃນທີ່ສຸດ ເມື່ອພວກເຂົາກັບໄປສູ່ໂລກຝ່າຍວິນຍານ, ພວກເຂົາຖືກປະຕິບັດຕໍ່ເປັນຢ່າງດີ ແລະ ພວກເຂົາຈະໄດ້ກັບຊາດມາເກີດໂດຍໄວ. ເມື່ອພວກເຂົາເກີດໃໝ່, ພວກເຂົາຈະມາຢູ່ໃນຄອບຄົວແບບໃດ? ເຖິງແມ່ນວ່າຄອບຄົວດັ່ງກ່າວຈະບໍ່ຮັ່ງມີ, ພວກເຂົາກໍຈະພົ້ນຈາກໄພອັນຕະລາຍໃດໆ, ມີຄວາມປອງດອງກັນລະຫວ່າງສະມາຊິກຄອບຄົວຂອງພວກເຂົາ; ໃນນັ້ນ, ຄົນທີ່ກັບຊາດມາເກີດເຫຼົ່ານີ້ຈະມີຄວາມປອດໄພ, ມີຄວາມສຸກ, ທຸກຄົນຈະເບີກບານມ່ວນຊື່ນ ແລະ ມີຊີວິດທີ່ດີ. ເມື່ອຄົນເຫຼົ່ານີ້ເປັນຜູ້ໃຫຍ່, ພວກເຂົາຈະມີຄອບຄົວທີ່ໃຫຍ່ ແລະ ຂະຫຍາຍອອກຢ່າງກວ້າງຂວາງ, ລູກໆຂອງພວກເຂົາຈະເປັນຄົນທີ່ມີພອນສະຫວັນ ແລະ ປະສົບຜົນສຳເລັດ, ຄອບຄົວຂອງພວກເຂົາຈະໄດ້ຮັບແຕ່ໂຊກລາບ ເຊິ່ງຜົນໄດ້ຮັບດັ່ງກ່າວແມ່ນກ່ຽວພັນກັບຊີວິດທີ່ຜ່ານມາຂອງຄົນເຫຼົ່ານີ້. ນັ້ນກໍຄື, ບ່ອນທີ່ຄົນໄປຫຼັງຈາກພວກເຂົາຕາຍ ແລະ ກັບຊາດມາເກີດ, ບໍ່ວ່າພວກເຂົາຈະເປັນເພດຊາຍ ຫຼື ເພດຍິງ, ແມ່ນຫຍັງຄືພັນທະກິດຂອງພວກເຂົາ, ສິ່ງທີ່ພວກເຂົາຈະຕ້ອງຜ່ານໃນຊີວິດ, ຄວາມຍາກລໍາບາກແບບໃດທີ່ພວກເຂົາຕ້ອງອົດທົນ, ພອນອັນໃດທີ່ພວກເຂົາຈະໄດ້ຮັບ, ພວກເຂົາຈະພົບໃຜ ແລະ ແມ່ນຫຍັງທີ່ຈະເກີດຂຶ້ນກັບພວກເຂົາ; ບໍ່ມີໃຜສາມາດທຳນວາຍສິ່ງເຫຼົ່ານີ້ໄດ້, ຫຼີກເວັ້ນມັນໄດ້ ຫຼື ລີ້ຈາກມັນໄດ້. ເຊິ່ງເວົ້າໄດ້ວ່າ, ເມື່ອຊີວິດຂອງເຈົ້າໄດ້ຖືກກຳນົດຂຶ້ນແລ້ວ, ບໍ່ວ່າຈະເກີດຫຍັງຂຶ້ນກັບເຈົ້າ, ບໍ່ວ່າເຈົ້າຈະພະຍາຍາມຫຼີກເວັ້ນມັນແນວໃດກໍຕາມ ແລະ ດ້ວຍວິທີການໃດກໍຕາມ, ເຈົ້າຈະບໍ່ມີທາງລະເມີດແນວທາງຊີວິດທີ່ພຣະເຈົ້າໄດ້ກຳນົດໄວ້ໃຫ້ເຈົ້າໃນໂລກຝ່າຍວິນຍານ. ຍ້ອນວ່າ ເມື່ອເຈົ້າກັບຊາດມາເກີດ, ໂຊກຊະຕາຊີວິດຂອງເຈົ້າໄດ້ຖືກກຳນົດໄວ້ແລ້ວ. ບໍ່ວ່າມັນຈະດີ ຫຼື ຊົ່ວ, ທຸກຄົນຄວນຜະເຊີນໜ້າກັບມັນ ແລະ ສືບຕໍ່ກ້າວໄປຂ້າງໜ້າ. ນີ້ແມ່ນສິ່ງທີ່ບໍ່ມີຜູ້ໃດທີ່ອາໄສຢູ່ໃນໂລກນີ້ສາມາດຫຼີກເວັ້ນໄດ້ ແລະ ບໍ່ມີສິ່ງໃດທີ່ເປັນຈິງຫຼາຍກວ່ານີ້. ພວກເຈົ້າທຸກຄົນເຂົ້າໃຈສິ່ງທີ່ເຮົາໄດ້ເວົ້າມາທັງໝົດນີ້ແລ້ວ ແມ່ນບໍ່?

ເມື່ອໄດ້ເຂົ້າໃຈສິ່ງເຫຼົ່ານີ້, ຕອນນີ້ພວກເຈົ້າເຫັນແລ້ວບໍ່ວ່າ ພຣະເຈົ້າມີການກວດສອບ ແລະ ການບໍລິຫານທີ່ແນ່ນອນ ແລະ ເຂັ້ມງວດສຳລັບວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ທີ່ບໍ່ເຊື່ອ? ກ່ອນອື່ນໝົດ, ພຣະອົງໄດ້ສ້າງກົດບັນຍັດ, ກົດສະຫວັນ ແລະ ລະບົບໃນອານາຈັກຝ່າຍວິນຍານ, ເມື່ອສິ່ງເຫຼົ່ານີ້ໄດ້ຖືກປະກາດໃຊ້ແລ້ວ, ພວກມັນໄດ້ຖືກປະຕິບັດຢ່າງເຂັ້ມງວດ, ກໍານົດໂດຍພຣະເຈົ້າ ແລະ ສິ່ງມີຊີວິດໃນຕຳແໜ່ງທາງການຕ່າງໆໃນໂລກຝ່າຍວິນຍານ ແລະ ບໍ່ມີໃຜກ້າລະເມີດພວກມັນ. ເພາະສະນັ້ນ, ໃນວົງຈອນຊີວິດ ແລະ ຄວາມຕາຍຂອງມະນຸດຊາດໃນໂລກຂອງມະນຸດ, ບໍ່ວ່າຄົນຈະເກີດມາເປັນສັດ ຫຼື ເປັນມະນຸດ ກໍມີກົດໝາຍສຳລັບທັງສອງ. ຍ້ອນວ່າກົດໝາຍເຫຼົ່ານີ້ມາຈາກພຣະເຈົ້າ, ບໍ່ມີໃຜກ້າທີ່ຈະລະເມີດມັນ ແລະ ບໍ່ມີໃຜສາມາດທຳລາຍມັນໄດ້. ມັນເປັນຍ້ອນອຳນາດອະທິປະໄຕນີ້ຂອງພຣະເຈົ້າເທົ່ານັ້ນ ແລະ ຍ້ອນວ່າກົດໝາຍດັ່ງກ່າວມີຢູ່ ໂລກວັດຖຸທີ່ຄົນເຫັນຈຶ່ງເປັນປົກກະຕິ ແລະ ເປັນລະບຽບຮຽບຮ້ອຍ; ມັນເປັນຍ້ອນອຳນາດອະທິປະໄຕນີ້ຂອງພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງສາມາດຢູ່ຮ່ວມກັນຢ່າງສະຫງົບສຸກກັບໂລກອື່ນທີ່ບໍ່ສາມາດເບິ່ງເຫັນໄດ້ຢ່າງສິ້ນເຊີງສຳລັບພວກເຂົາ ແລະ ສາມາດດຳລົງຊີວິດຢູ່ຢ່າງສັນຕິ ເຊິ່ງທັງໝົດນີ້ບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະເຈົ້າໄດ້. ຫຼັງຈາກຊີວິດຝ່າຍເນື້ອໜັງຂອງຄົນຕາຍໄປ, ດວງວິນຍານກໍຍັງມີຊີວິດຢູ່, ສະນັ້ນ ມັນຈະເກີດຫຍັງຂຶ້ນຖ້າມັນບໍ່ໄດ້ຢູ່ພາຍໃຕ້ການບໍລິຫານຂອງພຣະເຈົ້າ? ດວງວິນຍານຈະຊັດເຊພະເນຈອນໄປທົ່ວທຸກບ່ອນ, ບຸກລຸກໄປທຸກບ່ອນ ແລະ ເຖິງຂັ້ນສ້າງອັນຕະລາຍໃຫ້ກັບສິ່ງມີຊີວິດໃນໂລກຂອງມະນຸດ. ອັດຕະລາຍດັ່ງກ່າວຈະບໍ່ເກີດຂຶ້ນແຕ່ກັບມະນຸດເທົ່ານັ້ນ ແຕ່ອາດຈະເກີດຂຶ້ນກັບພືດ ແລະ ສັດອີກດ້ວຍ. ແນວໃດກໍຕາມ, ຜູ້ທຳອິດທີ່ຈະໄດ້ຮັບອັນຕະລາຍກໍຈະແມ່ນຄົນ. ຖ້າດວງຍິນຍານດັ່ງກ່າວປາດສະຈາກການຄວບຄຸມ ແລ້ວສ້າງຄວາມອັນຕະລາຍໃຫ້ກັບຜູ້ຄົນຢ່າງແທ້ຈິງ ແລະ ເຮັດສິ່ງຊົ່ວຮ້າຍແທ້ຈິງ, ແລ້ວວິນຍານດວງນີ້ກໍຈະໄດ້ຮັບການລົງໂທດຢ່າງເໝາະສົມໃນໂລກຝ່າຍວິນຍານເຊັ່ນດຽວກັນ: ຖ້າສິ່ງນັ້ນຮຸນແຮງ, ດວງວິນຍານກໍຈະບໍ່ມີຢູ່ອີກຕໍ່ໄປ ແລະ ຈະຖືກທຳລາຍ. ຖ້າຫາກເປັນໄປໄດ້, ມັນກໍອາດຈະຖືກວາງໄວ້ບ່ອນໃດບ່ອນຫນຶ້່ງ ແລະ ຫຼັງຈາກນັ້ນກໍຈະກັບຊາດມາເກີດ. ໝາຍຄວາມວ່າ, ການບໍລິຫານດວງວິນຍານຕ່າງໆຂອງໂລກຝ່າຍວິນຍານນັ້ນເປັນລະບຽບ ແລະ ຖືກດຳເນີນການຕາມຂັ້ນຕອນ ແລະ ອີງຕາມກົດລະບຽບ. ເປັນຍ້ອນການບໍລິຫານດັ່ງກ່າວເທົ່ານັ້ນທີ່ໂລກວັດຖຸຂອງມະນຸດຈຶ່ງບໍ່ໄດ້ຕົກຢູ່ໃນຄວາມສັບສົນວຸ້ນວາຍ, ທີ່ມະນຸດຂອງໂລກວັດຖຸຈຶ່ງມີຈິດໃຈທີ່ປົກກະຕິ, ມີເຫດຜົນທີ່ປົກກະຕິ ແລະ ຊີວິດຝ່າຍເນື້ອໜັງທີ່ເປັນລະບຽບ. ຫຼັງຈາກທີ່ມະນຸດຊາດມີຊີວິດທີ່ປົກກະຕິແບບນີ້ເທົ່ານັ້ນ ບັນດາຜູ້ທີ່ອາໄສຢູ່ໃນເນື້ອໜັງຈຶ່ງຈະສາມາດສືບຕໍ່ຈະເລີນເຕີບໃຫຍ່ ແລະ ຂະຫຍາຍພັນຊົ່ວຮຸ່ນສູ່ຮຸ່ນຄົນ.

ເຈົ້າຄິດແນວໃດກັບຄຳເວົ້າທີ່ເຈົ້າຫາກໍໄດ້ຍິນ? ເປັນຄຳໃໝ່ສຳລັບເຈົ້າບໍ? ຄວາມປະທັບໃຈແບບໃດທີ່ຫົວຂໍ້ການສົນທະນາໃນມື້ນີ້ປະໄວ້ໃຫ້ພວກເຈົ້າ? ນອກເໜືອຈາກຄວາມແປກໃໝ່ຂອງພວກມັນ, ພວກເຈົ້າຮູ້ສຶກຫຍັງອີກບໍ? (ຜູ້ຄົນຄວນປະພຶດຕົວໃຫ້ດີ ແລະ ພວກຂ້ານ້ອຍສາມາດເຫັນໄດ້ວ່າພຣະເຈົ້ານັ້ນຍິ່ງໃຫຍ່ ແລະ ຄວນໄດ້ຮັບຄວາມເຄົາລົບ). (ເມື່ອໄດ້ຍິນການສົນທະນາຂອງພຣະເຈົ້າກ່ຽວກັບວິທີທີ່ພຣະເຈົ້າຈັດແຈງຈຸດຈົບຂອງຄົນຫຼາກຫຼາຍປະເພດ, ໃນດ້ານໜຶ່ງ ຂ້ານ້ອຍຮູ້ສຶກວ່າອຸປະນິໄສຂອງພຣະອົງບໍ່ອະນຸຍາດໃຫ້ມີການກະທຳຜິດໃດໆ ແລະ ຂ້ານ້ອຍຄວນໃຫ້ຄວາມເຄົາລົບຕໍ່ພຣະອົງ; ອີກດ້ານໜຶ່ງ, ຂ້ານ້ອຍຮູ້ວ່າຄົນປະເພດໃດທີ່ພຣະເຈົ້າມັກ ແລະ ປະເພດໃດທີ່ພຣະອົງບໍ່ມັກ, ດັ່ງນັ້ນ ຂ້ານ້ອຍຢາກເປັນໜຶ່ງໃນບັນດາຜູ້ທີ່ພຣະອົງມັກ). ພວກເຈົ້າເຫັນບໍ່ວ່າພຣະເຈົ້າມີຫຼັກການໃນການກະທຳຂອງພຣະອົງໃນຂົງເຂດນີ້? ຫຼັກການທີ່ພຣະອົງປະຕິບັດຕາມນັ້ນມີຫຍັງແດ່? (ພຣະອົງກຳນົດຈຸດຈົບຂອງຄົນອີງຕາມສິ່ງທີ່ພວກເຂົາເຮັດ). ນີ້ແມ່ນຈຸດຈົບສຳລັບຜູ້ທີ່ບໍ່ເຊື່ອ ທີ່ພວກເຮົາຫາກໍເວົ້າເຖິງ. ເມື່ອເວົ້າເຖິງຜູ້ທີ່ໍບໍ່ເຊື່ອ, ຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງພຣະເຈົ້າ ແມ່ນການໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຮ້າຍບໍ? ມີຂໍ້ຍົກເວັ້ນຫຍັງບໍ? (ບໍ່). ພວກເຈົ້າເຫັນບໍໍວ່າ ມີຫຼັກການຢູ່ເບື້ອງຫຼັງການກະທຳຂອງພຣະເຈົ້າ? ຄວາມຈິງແລ້ວ ຜູ້ທີ່ບໍ່ເຊື່ອ ແມ່ນບໍ່ເຊື່ອໃນພຣະເຈົ້າ ແລະ ຍອມຮັບຕໍ່ການປັ້ນແຕ່ງຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ຮູ້ອຳນາດອະທິປະໄຕຂອງພຣະອົງ, ແລ້ວແຮງໄກທີ່ພວກເຂົາຈະຍອມຮັບພຣະອົງ. ຮ້າຍແຮງໄປກວ່ານັ້ນ, ພວກເຂົາໝິ່ນປະໝາດພຣະເຈົ້າ ແລະ ສາບແຊ່ງພຣະອົງ ແລະ ເປັນສັດຕູກັບບັນດາຜູ້ທີ່ເຊື່ອໃນພຣະເຈົ້າ. ເຖິງແມ່ນວ່າ ພວກເຂົາມີທັດສະນະຕະຕິແບບນີ້ຕໍ່ພຣະເຈົ້າ, ການບໍລິຫານພວກເຂົາຂອງພຣະອົງກໍຍັງເປັນໄປຕາມຫຼັກການຂອງພຣະອົງ; ພຣະອົງຄຸ້ມຄອງພວກເຂົາຢ່າງເປັນລະບຽບ ອີງຕາມຫຼັກການ ແລະ ອຸປະນິໄສຂອງພຣະອົງ. ພຣະອົງເຫັນຄວາມເປັນສັດຕູຂອງພວກເຂົາແນວໃດ? ເປັນຄົນໂງ່ຈ້າ! ຜົນຕາມມາກໍຄື ໃນອະດີດ ພຣະອົງໄດ້ເຮັດໃຫ້ຄົນທີ່ບໍ່ເຊື່ອຈຳນວນຫຼວງຫຼາຍເຫຼົ່ານີ້ກັບຊາດມາເກີດເປັນສັດ. ແລ້ວໃນສາຍຕາຂອງພຣະເຈົ້າ, ຜູ້ທີ່ໍບໍ່ເຊື່ອຄືຫຍັງກັນແທ້? ພວກເຂົາທັງໝົດຄືສັດເດຍລະສານ. ພຣະເຈົ້າຄຸ້ມຄອງສັດ ແລະ ມະນຸດຊາດ, ສຳລັບຄົນດັ່ງກ່າວພຣະອົງແມ່ນມີຫຼັກການດຽວກັນ. ແມ່ນແຕ່ໃນການບໍລິຫານຄົນເຫຼົ່ານີ້ຂອງພຣະອົງ ແລະ ການກະທຳຂອງພຣະອົງຕໍ່ພວກເຂົາ, ອຸປະນິໄສຂອງພຣະອົງກໍຍັງສາມາດເຫັນໄດ້ໃນສິ່ງນີ້, ເຊັ່ນດຽວກັນກັບກົດລະບຽບຂອງພຣະອົງທີ່ຢູ່ເບື້ອງຫຼັງການປົກຄອງເໜືອທຸກສິ່ງຂອງພຣະອົງ. ດັ່ງນັ້ນ, ພວກເຈົ້າເຫັນອຳນາດອະທິປະໄຕຂອງພຣະເຈົ້າໃນຫຼັກການທີ່ພຣະອົງບໍລິຫານຜູ້ທີ່ບໍ່ເຊື່ອງທີ່ເຮົາຫາກໍກ່າວມານັ້ນບໍ? ພວກເຈົ້າເຫັນອຸປະນິໄສອັນຊອບທຳຂອງພຣະເຈົ້າບໍ? (ພວກຂ້ານ້ອຍເຫັນ). ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າພຣະເຈົ້າຈະຈັດການກັບສິ່ງໃດກໍຕາມ, ພຣະອົງປະຕິບັດຕາມຫຼັກການ ແລະ ອຸປະນິໄສຂອງພຣະອົງເອງ. ນີ້ແມ່ນແກ່ນແທ້ຂອງພຣະເຈົ້າ; ພຣະອົງຈະບໍ່ມີວັນລະເມີດກົດບັນຍັດ ແລະ ກົດສະຫວັນທີ່ພຣະອົງໄດ້ຕັ້ງຂຶ້ນພຽງຍ້ອນພຣະອົງຖືວ່າຜູ້ຄົນເຫຼົ່ານັ້ນເປັນສັດ. ພຣະເຈົ້າປະຕິບັດຕາມຫຼັກການ, ຢ່າງນ້ອຍກໍບໍ່ເຮັດອໍາເພີໃຈ ແລະ ການກະທໍາຂອງພຣະອົງບໍ່ໄດ້ຮັບຜົກກະທົບຈາກປັດໄຈໃດໆທັ່ງນັ້ນ. ທຸກສິ່ງທີ່ພຣະອົງເຮັດແມ່ນຕາມຫຼັກການຂອງພຣະອົງເອງ. ນີ້ກໍຍ້ອນວ່າພຣະເຈົ້າມີທາດແທ້ຂອງພຣະອົງເຈົ້າເອງ; ນີ້ແມ່ນດ້ານໜຶ່ງແຫ່ງທາດແທ້ຂອງພຣະອົງທີ່ບໍ່ໄດ້ຖືກຄອບຄອງໂດຍສິ່ງມີຊີວິດທີ່ຖືກສ້າງຂຶ້ນ. ພຣະເຈົ້າມີສະຕິ ແລະ ມີຄວາມຮັບຜິດຊອບໃນການຈັດການຂອງພຣະອົງ, ການເຂົ້າຫາ, ການຄຸ້ມຄອງ, ການບໍລິຫານ ແລະ ການປົກຄອງເໜືອທຸກສິ່ງ, ຜູ້ຄົນ ແລະ ສິ່ງມີຊີວິດທ່າມກາງທຸກສິ່ງທີ່ພຣະອົງໄດ້ສ້າງຂຶ້ນ, ໃນນີ້ ພຣະອົງບໍ່ເຄີຍປະໝາດ. ສຳລັບບັນດາຄົນດີ, ພຣະອົງມີຄວາມກາລຸນາ ແລະ ເມດຕາ; ສໍາລັບຄົນຊົ່ວ, ພຣະອົງລົງໂທດຢ່າງຮຸນແຮງ; ສ່ວນສິ່ງມີຊີວິດທັງຫຼາຍ, ພຣະອົງໄດ້ຈັດແຈງໄວ້ຢ່າງເໝາະສົມໃນເວລາທີ່ເໝາະສົມ ແລະ ດ້ວຍລັກສະນະທີ່ເປັນປົກກະຕິອີງຕາມຂໍ້ຮຽກຮ້ອງທີ່ແຕກຕ່າງກັນຂອງໂລກມະນຸດໃນເວລາທີ່ແຕກຕ່າງກັນ, ດັ່ງນັ້ນ ສິ່ງມີຊີວິດຕ່າງໆເຫຼົ່ານີ້ຈຶ່ງໄດ້ກັບຊາດມາເກີດຕາມບົດບາດທີ່ພວກເຂົາຫຼິ້ນຢ່າງເປັນລະບຽບ ແລະ ເຄື່ອນຍ້າຍໄປມາລະຫວ່າງໂລກວັດຖຸ ແລະ ໂລກຝ່າຍວິນຍານດ້ວຍວິທີທີ່ເປັນລະບຽບ.

ຄວາມຕາຍຂອງສິ່ງມີຊີວິດ, ການສິ້ນສຸດຂອງຊີວິດຝ່າຍຮ່າງກາຍ ບົ່ງບອກວ່າສິ່ງມີຊີວິດໄດ້ຜ່ານຈາກໂລກວັດຖຸສູ່ໂລກຝ່າຍວິນຍານ, ໃນຂະນະທີ່ການເກີດຂອງຊີວິດໃໝ່ຝ່າຍຮ່າງກາຍບົ່ງບອກວ່າສິ່ງມີຊີວິດໄດ້ມາຈາກໂລກຝ່າຍວິນຍານສູ່ໂລກວັດຖຸ ແລະ ເລີ່ມທີ່ຈະດຳເນີນການ ແລະ ເຮັດບົດບາດຂອງມັນ. ບໍ່ວ່າຈະເປັນການຈາກໄປ ຫຼື ການມາຂອງສິ່ງມີຊີວິດ, ທັງສອງແມ່ນບໍ່ສາມາດແຍກອອກຈາກພາລະກິດຂອງໂລກຝ່າຍວິນຍານໄດ້. ເມື່ອເຖິງເວລາທີ່ຄົນເຂົ້າມາໃນໂລກວັດຖຸ, ການຈັດແຈງທີ່ເໝາະສົມ ແລະ ຄຳນິຍາມໄດ້ຖືກສ້າງຂຶ້ນແລ້ວໂດຍພຣະເຈົ້າໃນໂລກຝ່າຍວິນຍານ ວ່າຄອບຄົວໃດທີ່ຄົນນັ້ນຈະໄປເກີດນໍາ, ຍຸກສະໄໝໃດທີ່ພວກເຂົາຈະມາ, ເວລາໃດພວກເຂົາຈະມາຮອດ ແລະ ບົດບາດທີ່ພວກເຂົາຈະຫຼິ້ນ. ສະນັ້ນ, ຕະຫຼອດຊີວິດຂອງຄົນນີ້, ສິ່ງຕ່າງໆທີ່ເຂົາເຮັດ ແລະ ເສັ້ນທາງທີ່ເຂົາຍ່າງຈະດຳເນີນໄປຕາມການຈັດແຈງໄວ້ໃນໂລກຝ່າຍວິນຍານ ໂດຍບໍ່ມີການບ່ຽງເບນແມ່ນແຕ່ໜ້ອຍດຽວ. ຍິ່ງໄປກວ່ານັ້ນ, ເວລາເມື່ອຊີວິດຝ່າຍຮ່າງກາຍສິ້ນສຸດລົງ, ລັກສະນະ ແລະ ສະຖານທີ່ໆມັນສິ້ນສຸດລົງນັ້ນຊັດເຈນ ແລະ ແຍກແຍະໄດ້ຕໍ່ໂລກຝ່າຍວິນຍານ. ພຣະເຈົ້າປົກຄອງໂລກວັດຖຸ ແລະ ພຣະອົງປົກຄອງໂລກຝ່າຍວິນຍານເຊັ່ນດຽວກັນ ແລະ ພຣະອົງຈະບໍ່ເຮັດໃຫ້ວົງຈອນຊີວິດ ແລະ ຄວາມຕາຍຊ້າລົງ ແລະ ພຣະອົງບໍ່ເຄີຍເຮັດຜິດພາດໃນການຈັດແຈງວົງຈອນນັ້ນ. ແຕ່ລະຄົນທີ່ຖືຕຳແໜ່ງທາງການຂອງໂລກຝ່າຍວິນຍານແມ່ນປະຕິບັດໜ້າທີ່ສ່ວນຕົວຂອງຕົນ ແລະ ເຮັດສິ່ງທີ່ພວກເຂົາຄວນເຮັດ ໂດຍອີງຕາມຄຳແນະນຳ ແລະ ກົດລະບຽບຂອງພຣະເຈົ້າ. ສະນັ້ນ, ໃນໂລກຂອງມະນຸດຊາດ, ທຸກປາກົດການທາງວັດຖຸທີ່ມະນຸດເຫັນນັ້ນເປັນໄປຕາມລະບຽບການ ແລະ ບໍ່ມີຄວາມວຸ້ນວາຍ. ທັງໝົດນີ້ແມ່ນເນື່ອງມາຈາກການປົກຄອງເໜືອທຸກສິ່ງຢ່າງເປັນລະບຽບຂອງພຣະເຈົ້າ ພ້ອມທັງຄວາມຈິງທີ່ສິດອຳນາດຂອງພຣະອົງປົກຄອງຢູ່ເໜືອທຸກສິ່ງ. ການປົກຄອງຂອງພຣະອົງປະກອບດ້ວຍໂລກວັດຖຸທີ່ມະນຸດອາໄສຢູ່ ແລະ ຍິ່ງໄປກວ່ານັ້ນກໍປະກອບດ້ວຍໂລກຝ່າຍວິນຍານທີ່ລີ້ລັບຢູ່ເບື້ອງຫຼັງມະນຸດ. ເພາະສະນັ້ນ, ຖ້າມະນຸດປາດຖະໜາຢາກມີຊີວິດທີ່ດີ ແລະ ຫວັງຈະອາໄສຢູ່ໃນສະພາບແວດລ້ອມທີ່ດີ ນອກຈາກຈະຖືກສະໜອງດ້ວຍໂລກວັດຖຸທີ່ເບິ່ງເຫັນໄດ້ທັງໝົດແລ້ວ, ພວກເຂົາຍັງຕ້ອງຖືກສະໜອງດ້ວຍໂລກຝ່າຍວິນຍານອີກດ້ວຍ ເຊິ່ງບໍ່ມີຜູ້ໃດສາມາເບິ່ງເຫັນໄດ້, ທີ່ປົກຄອງທຸກສິ່ງມີຊີວິດໃນນາມຂອງມະນຸດ ແລະ ເປັນລະບຽບຮຽບຮ້ອຍດີ. ສະນັ້ນ, ການເວົ້າວ່າພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ, ບໍ່ແມ່ນພວກເຮົາໄດ້ເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບ “ທຸກສິ່ງ” ບໍ? (ແມ່ນ).

2. ວົງຈອນຊີວິດ ແລະ ຄວາມຕາຍຂອງຄົນທີ່ມີຄວາມເຊື່ອຕ່າງໆ

ພວກເຮົາຫາກໍສົນທະນາກັນກ່ຽວກັບວົງຈອນຊີວິດ ແລະ ຄວາມຕາຍຂອງຄົນໃນກຸ່ມທຳອິດ, ຜູ້ທີ່ບໍເຊື່ອ. ບັດນີ້, ໃຫ້ພວກເຮົາມາສົນທະນາກັນກ່ຽວກັບກຸ່ມທີສອງ, ຄົນທີ່ມີຄວາມເຊື່ອຕ່າງໆ. “ວົງຈອນຊີວິດ ແລະ ຄວາມຕາຍຂອງຄົນທີ່ມີຄວາມເຊື່ອຕ່າງໆ” ແມ່ນເປັນຫົວຂໍ້ທີ່ສຳຄັນຫຼາຍ ແລະ ມັນມີຄວາມຈຳເປັນຢ່າງຍິ່ງສຳລັບພວກເຈົ້າທີ່ຕ້ອງມີຄວາມເຂົ້າໃຈບາງຢ່າງກ່ຽວກັບມັນ. ກ່ອນອື່ນ, ມາເວົ້າເຖິງຄວາມເຊື່ອ ເຊິ່ງ “ຄວາມເຊື່ອ” ໃນ ”ຄົນທີ່ມີຄວາມເຊື່ອຕ່າງໆ” ໝາຍເຖິງຫ້າສາດສະໜາໃຫຍ່ໆຄື: ຢິວ, ຄຣິສຕຽນ, ຄາໂທລິກ, ອິດສະລາມ ແລະ ພຸດ. ນອກຈາກຜູ້ທີ່ບໍ່ເຊື່ອ, ຄົນທີ່ເຊື່ອໃນຫ້າສາດສະໜານີ້ນັບວ່າເປັນສ່ວນໃຫຍ່ຂອງປະຊາກອນໂລກ. ທ່າມກາງຫ້າສາດສະໜານີ້, ບັນດາຜູ້ທີ່ມີອາຊີບຈາກຄວາມເຊື່ອຂອງພວກເຂົາແມ່ນມີໜ້ອຍ, ແຕ່ສາດສະໜາເຫຼົ່ານີ້ມີຜູ້ຕິດຕາມເປັນຈຳນວນຫຼາຍ. ພວກເຂົາຈະໄປບ່ອນອື່ນເມື່ອພວກເຂົາຕາຍ. “ບ່ອນອື່ນຕ່າງ” ຈາກໃຜ? ຈາກຜູ້ທີ່ບໍ່ເຊື່ອ, ຄົນທີ່ບໍ່ມີຄວາມເຊື່ອ ຜູ້ທີ່ພວກເຮົາຫາກໍເວົ້າເຖິງ. ຫຼັງຈາກທີ່ພວກເຂົາຕາຍ, ຜູ້ທີ່ເຊື່ອຂອງຫ້າສາດສະໜານີ້ຈະໄດ້ໄປບ່ອນອື່ນ, ເປັນບ່ອນທີ່ແຕກຕ່າງຈາກຜູ້ທີ່ບໍ່ເຊື່ອ. ແຕ່ເຖິງຢ່າງໃດກໍຕາມ, ມັນຍັງເປັນຂະບວນການອັນດຽວກັນຢູ່; ໂລກຝ່າຍວິນຍານກໍຈະຕັດສິນພວກເຂົາຕາມທຸກສິ່ງທີ່ພວກເຂົາເຮັດກ່ອນຕາຍ, ຫຼັງຈາກນັ້ນພວກເຂົາກໍຈະຖືກດຳເນີນການຕາມຄວາມເໝາະສົມ. ແລ້ວເປັນຫຍັງຄົນເຫຼົ່ານີ້ຈຶ່ງຖືກສົ່ງໄປບ່ອນອື່ນເພື່ອຖືກດຳເນີນການ? ມີເຫດຜົນທີ່ສຳຄັນສຳລັບເລື່ອງນີ້. ມັນແມ່ນຫຍັງ? ເຮົາຈະອະທິບາຍມັນໃຫ້ພວກເຈົ້າຟັງດ້ວຍຕົວຢ່າງ. ແນວໃດກໍຕາມ, ກ່ອນເຮົາຈະອະທິບາຍ, ພວກເຈົ້າອາດຄິດກັບຕົວເອງວ່າ: “ອາດເປັນຍ້ອນພວກເຂົາມີຄວາມເຊື່ອໃນພຣະເຈົ້າເລັກນ້ອຍ! ພວກເຂົາບໍ່ແມ່ນຜູ້ທີ່ບໍ່ເຊື່ອທັງໝົດ”. ແຕ່ນີ້ບໍ່ແມ່ນເຫດຜົນ. ມັນມີເຫດຜົນທີ່ສຳຄັນຫຼາຍກວ່ານັ້ນທີ່ເຮັດໃຫ້ພວກເຂົາຖືກແຍກອອກຈາກຄົນອື່ນໆ.

ຕົວຢ່າງ: ສາດສະໜາພຸດ. ເຮົາຈະບອກຄວາມຈິງກັບພວກເຈົ້າ. ກ່ອນອື່ນໝົດ, ຊາວພຸດແມ່ນຄົນທີ່ຫັນປ່ຽນມານັບຖືສາດສະໜາພຸດ ແລະ ນີ້ແມ່ນບຸກຄົນທີ່ຮູ້ວ່າແມ່ນຫຍັງຄືຄວາມເຊື່ອຂອງພວກເຂົາ. ເມື່ອຊາວພຸດແຖຫົວ ແລະ ບວດເປັນຄູບາ ຫຼື ແມ່ຊີ, ໝາຍຄວາມວ່າ ພວກເຂົາໄດ້ຕັດອອກຈາກທາງໂລກ ແລະ ປ່ອຍວາງຄວາມວຸ້ນວາຍຂອງໂລກໄວ້ເບື້ອງຫຼັງ. ແຕ່ລະມື້, ພວກເຂົາຈະທ່ອງບົດສູດມົນ ແລະ ສູດມົນຫາຊື່ຂອງພຣະພຸດທະເຈົ້າ, ກິນອາຫານເຈ, ໃຊ້ຊີວິດຖືສິນ, ຢູ່ໄປວັນໆຜ່ານຄວາມໜາວເຢັນ ແລະ ພາຍໃຕ້ແສງຕະກຽງອ່ອນໆເທົ່ານັ້ນ. ພວກເຂົາໃຊ້ຊີວິດທັງໝົດຂອງພວກເຂົາແບບນີ້. ເມື່ອຊີວິດຝ່າຍຮ່າງກາຍຂອງພວກເຂົາຈົບສິ້ນລົງ, ພວກເຂົາກໍຈະປະສົບຜົນສໍາເລັດໃນຊີວິດຂອງພວກເຂົາ, ແຕ່ໃນໃຈຂອງພວກເຂົາ ພວກເຂົາບໍ່ຮູ້ວ່າພວກເຂົາຈະໄປໃສຫຼັງຈາກພວກເຂົາຕາຍ, ພວກເຂົາຈະພົບໃຜ ຫຼື ຜົນໄດ້ຮັບຂອງພວກເຂົາຈະເປັນແນວໃດ: ໃນສ່ວນເລິກ, ພວກເຂົາຈະບໍ່ມີແນວຄິດທີ່ຊັດເຈນກ່ຽວກັບສິ່ງດັ່ງກ່າວ. ພວກເຂົາຈະບໍ່ເຮັດຫຍັງຫຼາຍໄປກວ່າການປະຕິບັດຄວາມເຊື່ອແບບຕາບອດນີ້ຕະຫຼອດຊີວິດຂອງພວກເຂົາ ເຊິ່ງໃນສຸດທ້າຍພວກເຂົາກໍຈາກໂລກມະນຸດໄປພ້ອມກັບຄວາມປາດຖະໜາ ແລະ ອຸດົມຄະຕິແບບຕາບອດຂອງພວກເຂົາ. ນັ້ນແມ່ນຈຸດສິ້ນສຸດຂອງຊີວິດຝ່າຍຮ່າງກາຍຂອງຄູບາ ເມື່ອພວກເຂົາຈາກໂລກຂອງສິ່ງມີຊີວິດໄປ; ຫຼັງຈາກນັ້ນ ພວກເຂົາກໍກັບຄືນສູ່ສະຖານທີ່ເດີມຂອງພວກເຂົາໃນໂລກຝ່າຍວິນຍານ. ບໍ່ວ່າຄົນໆນີ້ຈະກັບຊາດມາເກີດ ຫຼື ບໍ່ໃນແຜ່ນດິນໂລກ ແລະ ສືບຕໍ່ຝຶກຝົນຕົນເອງນັ້ນແມ່ນຂຶ້ນຢູ່ກັບພຶດຕິກຳ ແລະ ການປະຕິບັດຕົວກ່ອນຕາຍ. ຖ້າພວກເຂົາບໍ່ໄດ້ເຮັດຫຍັງຜິດໃນເວລາທີ່ມີຊີວິດຢູ່, ພວກເຂົາກໍຈະກັບຊາດມາເກີດໂດຍໄວ ແລະ ຖືກສົ່ງກັບມາສູ່ແຜ່ນດິນໂລກອີກ, ແລ້ວພວກເຂົາກໍຈະກາຍເປັນຄູບາ ຫຼື ແມ່ຊີອີກຄັ້ງ. ນັ້ນກໍຄື ພວກເຂົາຈະຖືສິນ ແລະ ຝຶກຝົນຕົນເອງໃນຊ່ວງຊີວິດຝ່າຍຮ່າງກາຍຂອງພວກເຂົາແບບຄັ້ງທຳອິດ ແລະ ກັບຄືນສູ່ໂລກຝ່າຍວິນຍານຫຼັງຈາກຈົບສິ້ນຊີວິດຝ່າຍຮ່າງກາຍຂອງພວກເຂົາ, ແລ້ວພວກເຂົາກໍຈະຖືກກວດສອບ. ຫຼັງຈາກນັ້ນ, ຖ້າບໍ່ພົບບັນຫາຫຍັງ, ພວກເຂົາກໍສາມາດກັບມາໂລກມະນຸດອີກຄັ້ງ ແລະ ຫັນປ່ຽນມານັບຖືສາດສະໜາພຸດອີກ, ແລ້ວກໍສືບຕໍ່ການຖືສິນ ແລະ ບໍາເພັນຂອງພວກເຂົາ. ຫຼັງຈາກກັບຊາດມາເກີດສາມຫາເຈັດເທື່ອ, ພວກເຂົາກໍຈະກັບຄືນສູ່ໂລກຝ່າຍວິນຍານອີກຄັ້ງ ເຊິ່ງເປັນບ່ອນທີ່ພວກເຂົາໄປຫຼັງຈາກຊີວິດຝ່າຍຮ່າງກາຍຂອງພວກເຂົາຈົບລົງ. ຖ້າຄຸນສົມບັດຕ່າງໆ ແລະ ພຶດຕິກຳຂອງພວກເຂົາໃນໂລກມະນຸດໄດ້ດຳເນີນໄປຕາມກົດສະຫວັນຂອງໂລກຝ່າຍວິນຍານ, ຈາກຈຸດນີ້ເປັນຕົ້ນໄປ ພວກເຂົາຈະຢູ່ທີ່ນັ້ນ; ພວກເຂົາຈະບໍ່ກັບຊາດມາເກີດເປັນມະນຸດອີກຕໍ່ໄປ ແລະ ຈະບໍ່ມີຄວາມສ່ຽງໃດໆຕໍ່ພວກເຂົາທີ່ຈະຖືກລົງໂທດສຳລັບການເຮັດຊົ່ວຢູ່ເທິງແຜ່ນດິນໂລກ. ພວກເຂົາຈະບໍ່ຜ່ານຂະບວນການນີ້ອີກ. ກົງກັນຂ້າມ, ຂຶ້ນຢູ່ກັບສະຖານະການຂອງພວກເຂົາ, ພວກເຂົາຈະເຂົ້າຮັບຕຳແໜ່ງໃນອານາຈັກຝ່າຍວິນຍານ. ນີ້ແມ່ນສິ່ງທີ່ຊາວພຸດໝາຍເຖິງ “ການບັນລຸພຸດທະສາສະໜາ”. ການບັນລຸພຸດທະສາສະໜະນາສ່ວນໃຫຍ່ໝາຍເຖິງການບັນລຸຜົນໄດ້ເປັນເຈົ້າໜ້າທີ່ຂອງໂລກຝ່າຍວິນຍານ ແລະ ຫຼັງຈາກນັ້ນກໍບໍ່ຕ້ອງກັບຊາດມາເກີດ ຫຼື ມີຄວາມສ່ຽງທີ່ຈະຖືກລົງໂທດອີກຕໍ່ໄປ. ຍິ່ງໄປກວ່ານັ້ນ, ໝາຍເຖິງບໍ່ຕ້ອງທົນທຸກກັບຄວາມທໍລະມານຂອງການເກີດເປັນມະນຸດຫຼັງຈາກການກັບຊາດມາເກີດອີກຕໍ່ໄປ. ແລ້ວພວກເຂົາຍັງຈະມີໂອກາດທີ່ຈະກັບຊາດມາເກີດເປັນສັດອີກບໍ? (ບໍ່). ນີ້ໝາຍຄວາມວ່າພວກເຂົາຈະຢູ່ເພື່ອຮັບບົດບາດໃນໂລກຝ່າຍວິນຍານ ແລະ ຈະບໍ່ກັບຊາດມາເກີດອີກຕໍ່ໄປ. ນີ້ແມ່ນຕົວຢ່າງໜຶ່ງຂອງການບັນລຸຜົນໃນພຸດທະສາສະໜາຂອງສາສະໜາພຸດ. ສ່ວນບັນດາຜູ້ທີ່ບໍ່ບັນລຸຜົນ, ເມື່ອພວກເຂົາກັບມາສູ່ໂລກຝ່າຍວິນຍານ, ພວກເຂົາກໍຈະຖືກກວດສອບ ແລະ ຢືນຢັນໂດຍເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ທີ່ຄົ້ນພົບວ່າໃນຂະນະທີ່ມີຊີວິດຢູ່, ພວກເຂົາບໍ່ໄດ້ຖືສິນ ແລະ ບໍາເພັນຕົນເອງຢ່າງພາກພຽນ ຫຼື ມີສະມາທິໃນການທ່ອງບົດສູດມົນ ແລະ ສູດມົນຫາຊື່ຂອງພະພຸດທະເຈົ້າຕາມທີ່ສາສະໜາພຸດກຳນົດໄວ້, ແຕ່ກົງກັນຂ້າມ ພວກເຂົາໄດ້ກະທຳການຊົ່ວຮ້າຍຫຼາຍປະການ ແລະ ມີສ່ວນຮ່ວມໃນການປະພຶດຊົ່ວຫຼາຍຢ່າງ. ດັ່ງນັ້ນ ໃນໂລກຝ່າຍວິນຍານຈຶ່ງມີການພິພາກສາຕໍ່ການເຮັດຊົ່ວຂອງພວກເຂົາ ແລະ ຫຼັງຈາກນັ້ນ ພວກເຂົາກໍຈະຖືກລົງໂທດຢ່າງແນ່ນອນ. ໃນນີ້, ບໍ່ມີຂໍ້ຍົກເວັ້ນ. ດັ່ງນັ້ນ, ແລ້ວເມື່ອໃດຄົນເຊັ່ນນັ້ນຈຶ່ງຈະສາມາດບັນລຸຜົນໄດ້? ໃນຕະຫຼອດຊີວິດຖ້າພວກເຂົາບໍ່ໄດ້ເຮັດຊົ່ວ, ຫຼັງຈາກກັບຄືນສູ່ໂລກຝ່າຍວິນຍານ ແລ້ວເມື່ອເຫັນວ່າ ພວກເຂົາບໍ່ໄດ້ເຮັດຫຍັງຜິດກ່ອນພວກເຂົາຕາຍ, ພວກເຂົາກໍຈະສືບຕໍ່ກັບຊາດມາເກີດ, ສານຕໍ່ດ້ວຍການທ່ອງບົດສູດມົນ ແລະ ສູດມົນຫາຊື່ຂອງພະພຸດທະເຈົ້າ, ຢູ່ໄປວັນໆກັບຄວາມໜາວເຢັນ ແລະ ພາຍໃຕ້ແສງໄຟອ່ອນໆຈາກຕະກຽງ, ລະເວັ້ນຈາກການຂ້າສັດຕັດຊີວິດ ຫຼື ກິນຊີ້ນ. ພວກເຂົາບໍ່ໄດ້ປະກອບສ່ວນໃນໂລກຂອງມະນຸດ, ປ່ອຍວາງບັນຫາຕ່າງໆໄວ້ເບື້ອງຫຼັງ ແລະ ບໍ່ມີຂໍ້ຂັດແຍ້ງກັບຄົນອື່ນ. ໃນຊ່ວງເວລາທີ່ບໍາເພັນ ແລະ ຖືສິນນີ້, ຖ້າພວກເຂົາບໍ່ໄດ້ເຮັດຄວາມຊົ່ວ, ເມື່ອພວກເຂົາກັບຄືນສູ່ໂລກຝ່າຍວິນຍານ ແລະ ຫຼັງຈາກການກະທຳ ແລະ ການປະພຶດຂອງພວກເຂົາທັງໝົດໄດ້ຖືກກວດສອບແລ້ວ, ພວກເຂົາກໍຈະຖືກສົ່ງໄປສູ່ໂລກມະນຸດອີກຄັ້ງ, ສີບຕໍ່ດໍາເນີນໃນວົງຈອນສາມຫາເຈັດຄັ້ງ. ຖ້າບໍ່ມີການກະທຳຜິດທີ່ເກີດຂຶ້ນໃນຊ້ວງນີ້, ແລ້ວການບັນລຸພຸດທະສາດສະໜາພວກເຂົາກໍຈະບໍ່ໄດ້ຮັບຜົນກະທົບໃດໆ ແລະ ຈະບໍ່ຖືກເຮັດໃຫ້ຊັກຊ້າ. ນີ້ແມ່ນຄຸນລັກສະນະຂອງວົງຈອນຊີວິດ ແລະ ຄວາມຕາຍຂອງທຸກຄົນທີ່ມີຄວາມເຊື່ອ: ພວກເຂົາສາມາດ “ບັນລຸຜົນ” ໄດ້ ແລະ ເຂົ້າຮັບຕຳແໜ່ງໃນໂລກຝ່າຍວິນຍານ; ນີ້ແມ່ນສິ່ງທີ່ເຮັດໃຫ້ພວກເຂົາແຕກຕ່າງຈາກຜູ້ທີ່ບໍ່ເຊື່ອ. ກ່ອນອື່ນໝົດ, ໃນຂະນະທີ່ພວກເຂົາຍັງມີຊີວິດຢູ່ເທິງແຜ່ນດິນໂລກ, ບັນດາຜູ້ທີ່ສາມາດດຳລົງຕຳແໜ່ງໃນໂລກຝ່າຍວິນຍານປະຕິບັດໂຕແນວໃດ? ພວກເຂົ້າຕ້ອງໝັ້ນໃຈວ່າຈະບໍ່ເຮັດສິ່ງທີ່ຊົ່ວຮ້າຍໃດໆ: ພວກເຂົາຕ້ອງບໍ່ຄາດຕະກຳ, ລັກຈູດເຜົາ, ຂົ່ມຂືນ ຫຼື ການລັກຊັບ; ຖ້າພວກເຂົາມີສ່ວນຮ່ວມໃນການສໍ້ໂກງ, ການຫຼອກລວງ, ການລັກ ຫຼື ປຸ້ນຈີ້, ແລ້ວພວກເຂົາກໍຈະບໍ່ສາມາດບັນລຸຜົນນີ້ໄດ້. ເວົ້າອີກຢ່າງໜຶ່ງກໍຄື ຖ້າພວກເຂົາມີສ່ວນກ່ຽວຂ້ອງ ຫຼື ມີສ່ວນພົວພັນກັບການກະທຳຊົ່ວໃດໆກໍຕາມ, ພວກເຂົາກໍຈະບໍ່ສາມາດຫຼົບໜີການລົງໂທດທີ່ຖືກຈັດໄວ້ໃຫ້ພວກເຂົາໂດຍໂລກຝ່າຍວິນຍານ. ໂລກຝ່າຍວິນຍານໄດ້ຈັດແຈງຢ່າງເໝາະສົມສຳລັບຊາວພຸດຜູ້ທີ່ບັນລຸພຸດທະສາດສະໜາ: ພວກເຂົາອາດຈະຖືກແຕ່ງຕັ້ງໃຫ້ບໍລິຫານບັນດາຜູ້ທີ່ອາດເຊື່ອສາສະໜາພຸດ ແລະ ເຊື່ອໃນຊາຍຊະລາທີ່ຢູ່ເທິງຟ້າ, ພວກເຂົາອາດໄດ້ຮັບການຈັດສັນອຳນາດດ້ານການຕັດສິນ. ພວກເຂົາອາດຍັງຈະໄດ້ຮັບຜິດຊອບສະເພາະຜູ້ທີ່ບໍ່ເຊື່ອ ຫຼື ມີຕຳແໜ່ງທີ່ມີໜ້າທີ່ເລັກນ້ອຍ. ການຈັດສັນດັ່ງກ່າວເກີດຂຶ້ນຕາມລັກສະນະຕ່າງໆຂອງດວງວິນຍານພວກເຂົາ, ນີ້ແມ່ນຕົວຢ່າຂອງສາສະໜາພຸດ.

ໃນບັນດາຫ້າສາສະໜາເຊິ່ງພວກເຮົາໄດ້ເວົ້າເຖິງ, ສາສະໜາຄຣິສຕຽນນັ້ນຂ້ອນຂ້າງພິເສດ. ແມ່ນຫຍັງເຮັດໃຫ້ຊາວຄຣິສຕຽນພິເສດຫຼາຍກວ່າໝູ່? ຄົນເຫຼົ່ານີ້ແມ່ນຜູ້ທີ່ເຊື່ອໃນພຣະເຈົ້າທີ່ແທ້ຈິງ. ແລ້ວບັນດາຜູ້ທີ່ເຊື່ອໃນພຣະເຈົ້າທີ່ແທ້ຈິງຖືກເອົາມາປຽບທຽບໃນນີ້ໄດ້ແນວໃດ? ໃນການເວົ້າວ່າສາສະໜາຄຣິສຕຽນແມ່ນຄວາມເຊື່ອປະເພດໜຶ່ງ, ແລ້ວແນ່ນອນມັນກໍຈະຕ້ອງກ່ຽວຂ້ອງກັບຄວາມເຊື່ອເທົ່ານັ້ນ; ມັນຈະເປັນພຽງພິທີກຳປະເພດໜຶ່ງ, ເປັນສາສະໜາປະເພດໜຶ່ງ ແລະ ເປັນສິ່ງທີ່ແຕກຕ່າງກັນຢ່າງສິ້ນເຊີງຈາກຄວາມເຊື່ອຂອງບັນດາຜູ້ທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງ. ເຫດຜົນທີ່ເຮົານໍາເອົາສາສະໜາຄຣິສຕຽນມາປະປົນກັບບັນດາຫ້າ ”ສາສະໜາ” ສຳຄັນນີ້ກໍຄື ມັນໄດ້ຖືກຫຼຸດລະດັບລົງຢູ່ກັບສາສະໜາຢິວ, ສາສະໜາພຸດ ແລະ ອິດສະລາມ. ຄົນສ່ວນໃຫຍ່ຢູ່ນີ້ບໍ່ເຊື່ອວ່າມີພຣະເຈົ້າ ຫຼື ວ່າພຣະອົງປົກຄອງເໜືອທຸກສິ່ງ; ແຮງໄກທີ່ພວກເຂົາຈະເຊື່ອໃນການດຳລົງຢູ່ຂອງພຣະອົງ. ກົງກັນຂ້າມ, ພວກເຂົາພຽງແຕ່ໃຊ້ພຣະຄຳພີເພື່ອສົນທະນາເຖິງທິດສະດີ ແລະ ໃຊ້ທິດສະດີເພື່ອສອນຄົນໃຫ້ເປັນຄົນດີ, ອົດທົນຕໍ່ຄວາມທຸກ ແລະ ເຮັດໃນສິ່ງທີ່ດີ. ນັ້ນແມ່ນປະເພດຂອງສາສະໜາທີ່ສາສະໜາຄຣິສຕຽນໄດ້ກາຍມາເປັນ: ມັນພຽງແຕ່ສຸມໃສ່ທິດສະດີທາງເທວະວິທະຍາເທົ່ານັ້ນ ເຊິ່ງແນ່ນອນວ່າບໍ່ມີສ່ວນກ່ຽວຂ້ອງຫຍັງກັບພາລະກິດຂອງພຣະເຈົ້າໃນການຄຸ້ມຄອງ ແລະ ຊ່ວຍມະນຸດໃຫ້ລອດພົ້ນ. ມັນໄດ້ກາຍເປັນສາສະໜາຂອງຄົນທີ່ຕິດຕາມພຣະເຈົ້າ ແຕ່ຄວາມຈິງແລ້ວເປັນຄົນທີ່ບໍ່ໄດ້ຖືກຮັບໂດຍພຣະເຈົ້າ. ແນວໃດກໍຕາມ, ພຣະເຈົ້າມີຫຼັກການໃນການປະຕິບັດຕໍ່ຄົນປະເພດນີ້. ພຣະອົງບໍ່ໄດ້ປະຕິບັດ ຫຼື ຈັດການກັບພວກເຂົາຕາມໃຈດັ່ງທີ່ພຣະອົງເຮັດກັບຜູ້ທີ່ບໍ່ເຊື່ອ. ພຣະອົງປະຕິບັດຕໍ່ພວກເຂົາແບບດຽວກັນກັບທີ່ພຣະອົງປະຕິບັດກັບຊາວພຸດ: ໃນຂະນະທີ່ດຳລົງຊີວິດຢູ່, ຖ້າຊາວຄຣິສຕຽນສາມາດຝຶກຝົນວິໄນດ້ວຍຕົວເອງ, ປະຕິບັດຕາມພຣະບັນຍັດສິບປະການຢ່າງເຂັ້ມງວດ ແລະ ປະພຶດຕົນເອງໃຫ້ສອດຄ່ອງກັບກົດລະບຽບ ແລະ ພຣະບັນຍັດ ແລະ ຍຶດໝັ້ນຕໍ່ກົດດັ່ງກ່າວຕະຫຼອດຊີວິຂອງພວກເຂົາ, ແລ້ວພວກເຂົາກໍຕ້ອງໄດ້ໃຊ້ເວລາເທົ່າກັນໃນການກ້າວຜ່ານວົງຈອນຊີວິດ ແລະ ຄວາມຕາຍກ່ອນທີ່ພວກເຂົາຈະສາມາດບັນລຸສິ່ງທີ່ເອີ້ນວ່າ: “ການຍົກຂຶ້ນສູ່ສະຫວັນ” ໄດ້ຢ່າງແທ້ຈິງ. ຫຼັງຈາກບັນລຸການຍົກຂຶ້ນສູ່ສະຫວັນນີ້, ພວກເຂົາຢູ່ໃນໂລກຝ່າຍວິນຍານ ບ່ອນທີ່ພວກເຂົາເຂົ້າຮັບຕຳແໜ່ງ ແລະ ກາຍເປັນເຈົ້າໜ້າໃດໜຶ່ງ. ໃນທຳນອງດຽວກັນ, ຖ້າພວກເຂົາເຮັດຊົ່ວຢູ່ເທິງແຜ່ນດິນໂລກ, ຖ້າພວກເຂົາເປັນຄົນບາບ ແລະ ເຮັດບາບຫຼາຍເກີນໄປ, ແລ້ວພວກເຂົາກໍຈະຖືກລົງໂທດ ແລະ ຖືກລົງວິໄນຢ່າງຮຸນແຮງໂດຍບໍ່ສາມາດຫຼີກເວັ້ນໄດ້. ໃນສາສະໜາພຸດ, ການບັນລຸຜົນ ໝາຍເຖິງການຜ່ານເຂົ້າສູ່ດິນແດນແຫ່ງຄວາມສຸກອັນບໍລິສຸດ, ແຕ່ໃນສາສະໜາຄຣິສຕຽນ ພວກເຂົາເອີ້ນສິ່ງນັ້ນວ່າຫຍັງ? ສິ່ງນັ້ນເອີ້ນວ່າ: “ການເຂົ້າສູ່ສະຫວັນ” ແລະ ໄດ້ຮັບ “ການຍົກຂຶ້ນສູ່ສະຫວັນ”. ບັນດາຜູ້ທີ່ໄດ້ຮັບການຍົກຂຶ້ນສູ່ສະຫວັນຢ່າງແທ້ຈິງກໍຕ້ອງໄດ້ກ້າວຜ່ານວົງຈອນຊີວິດ ແລະ ຄວາມຕາຍສາມຫາເຈັດຄັ້ງເຊັ່ນດຽວກັນ, ຫຼັງຈາກທີ່ຕາຍໄປແລ້ວ, ພວກເຂົາກໍຈະມາໃນໂລກຝ່າຍວິນຍານຄືກັບວ່າພວກເຂົາໄດ້ນອນຫຼັບ. ຖ້າພວກເຂົາໄດ້ເຮັດຕາມມາດຕະຖານ, ພວກເຂົາກໍຈະສາມາດຢູ່ບ່ອນນັ້ນເພື່ອຮັບເອົາຕຳແໜ່ງ ແລະ ຈະບໍ່ກັບຊາດມາເກີດດ້ວຍວິທີງ່າຍໆ ຫຼື ຕາມແບບແຜນທົ່ວໄປ, ບໍ່ຄືກັບຄົນເທິ່ງແຜ່ນດິນໂລກ.

ໃນບັນດາສາສະໜາທັງໝົດເຫຼົ່ານີ້, ຈຸດຈົບທີ່ພວກເຂົາເວົ້າເຖິງ ແລະ ສິ່ງທີ່ພວກເຂົາພະຍາຍາມຄົ້ນຫາແມ່ນຄືກັນກັບການບັນລຸໝາກຜົນໃນສາສະໜາພຸດ; ພຽງແຕ່ວ່າ “ໝາກຜົນ” ນີ້ສາມາດບັນລຸໄດ້ດ້ວຍຫຼາຍວິທີ. ພວກເຂົາທັງໝົດເປັນນົກທີ່ມີຂົນ. ສຳລັບຜູ້ຕິດຕາມສ່ວນນີ້ຂອງສາສະໜາ, ຜູ້ທີ່ສາມາດປະຕິບັດຕາມກົດທາງສາສະໜາໃນຄວາມປະພຶດຂອງພວກເຂົາຢ່າງເຂັ້ມງວດ, ພຣເຈົ້າຈະສະໜອງຈຸດໝາຍປາຍທາງທີ່ເໝາະສົມ, ສະຖານທີ່ທີ່ເໝາະສົມທີ່ຈະໄປ ແລະ ປະຕິບັດຕໍ່ພວກເຂົາຢ່າງເໝາະສົມ. ທັງໝົດນີ້ແມ່ນສົມເຫດສົມຜົນ, ແຕ່ມັນບໍ່ໄດ້ເປັນຄືດັ່ງຄົນຈິນຕະນາການແມ່ນບໍ? ຕອນນີ້, ເມື່ອໄດ້ຍິນກ່ຽວກັບສິ່ງທີ່ເກີດຂຶ້ນກັບຄົນຄຣິສຕຽນແລ້ວ, ພວກເຈົ້າຮູ້ສຶກແນວໃດ? ພວກເຈົ້າຮູ້ສຶກວ່າຄຳສັນຍາຂອງພວກເຂົາບໍ່ຍຸດຕິທຳບໍ? ພວກເຈົ້າເຫັນອົກເຫັນໃຈພວກເຂົາບໍ? (ໜ້ອຍໜຶ່ງ). ບໍ່ສາມາດເຮັດຫຍັງໄດ້; ພວກເຂົາຕ້ອງຕຳໜິຕົວເອງເທົ່ານັ້ນ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ພາລະກິດຂອງພຣະເຈົ້ານັ້ນຈິງແທ້; ພຣະອົງມີຊີວິດຢູ່ ແລະ ເປັນຈິງ, ພາລະກິດຂອງພຣະອົງແມ່ນແນໃສ່ມະນຸດຊາດທັງມວນ ແລະ ທຸກຄົນ. ແລ້ວເປັນຫຍັງຊາວຄຣິສຕຽນຈຶ່ງບໍ່ຍອມຮັບເລື່ອງນີ້? ເປັນຫຍັງພວກເຂົາຈຶ່ງຕໍ່ຕ້ານ ແລະ ຂົ່ມເຫັງພຣະເຈົ້າຢ່າງໂຫດຮ້າຍ? ພວກເຂົາຄວນພິຈາລະນາວ່າຕົວເອງໂຊກດີແລ້ວທີ່ໄດ້ຮັບຜົນແບບນີ້, ແລ້ວເປັນຫຍັງພວກເຈົ້າຈຶ່ງຮູ້ສຶກເສຍໃຈກັບພວກເຂົາ? ການທີ່ພວກເຂົາຖືກປະຕິບັດໃນທາງນີ້ສະແດງໃຫ້ເຫັນເຖິງຄວາມອົດທົນທີ່ຍິ່ງໃຫຍ່. ໃນລະດັບທີ່ພວກເຂົາຕໍ່ຕ້ານພຣະເຈົ້າ, ພວກເຂົາຄວນຖືກທຳລາຍ, ແຕ່ພຣະເຈົ້າບໍ່ໄດ້ເຮັດສິ່ງນີ້; ກົງກັນຂ້າມ, ພຣະອົງພຽງແຕ່ປະຕິບັດກັບຊາວຄຣິສຕຽນຄືກັນກັບສາສະໜາທຳມະດາທົ່ວໄປ. ສະນັ້ນ, ມີຄວາມຈຳເປັນທີ່ຈະຕ້ອງອະທິບາຍລາຍລະອຽດເພີ່ມເຕີມກ່ຽວກັບສາສະໜາອື່ນໆບໍ? ລັກສະນະຂອງສາສະໜາເຫຼົ່ານີ້ແມ່ນເພື່ອໃຫ້ຄົນມີຄວາມອົດທົນຫຼາຍຂຶ້ນ, ບໍ່ເຮັດຄວາມຊົ່ວ, ເວົ້າແຕ່ສິ່ງດີໆ, ເຮັດຄວາມດີ, ບໍ່ສາບແຊ່ງຄົນອື່ນ, ບໍ່ພິພາກສາຄົນອື່ນ, ອອກຫ່າງຈາກຄວາມຂັດແຍ້ງ, ເຂົ້າຮ່ວມໃນການກະທຳທີ່ມີເມດຕາ ແລະ ເປັນຄົນດີ; ການສິດສອນທາງສາສະໜາສ່ວນຫຼາຍແມ່ນເປັນແບບນີ້. ເພາະສະນັ້ນ, ຖ້າຄົນທີ່ມີຄວາມສັດທາເຫຼົ່ານີ້, ຜູ້ຕິດຕາມຂອງສາສະໜາ ແລະ ນິກາຍຕ່າງໆເຫຼົ່ານີ້ ສາມາດປະຕິບັດຕາມຫຼັກທໍາທາງສາສະໜາຂອງພວກເຂົາໄດ້ຢ່າງເຂັ້ມງວດ, ແລ້ວພວກເຂົາກໍຈະບໍ່ເຮັດຜິດພາດ ຫຼື ເຮັດບາບຢ່າງໃຫຍ່ຫຼວງໃນເວລາທີ່ພວກເຂົາຢູ່ເທິງແຜ່ນດິນໂລກ; ແລະ ຫຼັງຈາກກັບຊາດມາເກີດສາມຫາເຈັດເທື່ອແລ້ວ, ຄົນເຫຼົ່ານີ້ ຜູ້ທີ່ສາມາດປະຕິບັດຕາມຫຼັກທໍາທາງສາສະໜາຢ່າງເຂັ້ມງວດ ໂດຍທົ່ວໄປແລ້ວ ກໍຈະໄດ້ຮັບຕຳແໜ່ງໃນໂລກຝ່າຍວິນຍານ. ຄົນແບບນີ້ມີຫຼາຍບໍ? (ບໍ່, ບໍ່ມີຫຼາຍ). ເຈົ້າອີງໃສ່ຫຍັງໃນຄຳຕອບຂອງເຈົ້າ? ມັນບໍ່ງ່າຍທີ່ຈະເຮັດດີ ແລະ ປະຕິບັດຕາມກົດລະບຽບ ແລະ ກົດທາງສາສະໜາ. ສາສະໜາພຸດບໍ່ອະນຸຍາດໃຫ້ຄົນກິນຊີ້ນ, ເຈົ້າເຮັດໄດ້ບໍ? ຖ້າເຈົ້າຕ້ອງໃສ່ເສື້ອຄຸມສີເທົາ ແລະ ທ່ອງບົດສູດມົນ ແລະ ສູດມົນຫາຊື່ພະພຸດທະເຈົ້າໃນວັດໝົດມື້, ເຈົ້າເຮັດໄດ້ບໍ? ມັນບໍ່ງ່າຍເລີຍ. ສາສະໜາຄຣິສຕຽນມີພຣະບັນຍັດສິບປະການ, ບົດບັນຍັດ ແລະ ກົດລະບຽບ; ທັງໝົດນີ້ສາມາດປະຕິບັດຕາມໄດ້ງ່າຍບໍ? ມັນບໍ່ງ່າຍ! ຍົກຕົວຢ່າງ: ຢ່າສາບແຊ່ງຄົນອື່ນ, ຜູ້ຄົນບໍ່ສາມາດປະຕິບັດາຕາມກົດນີ້ໄດ້ເລີຍ. ບໍ່ສາມາດຢຸດຕົວເອງໄດ້, ພວກເຂົາສາບແຊ່ງ ແລະ ຫຼັງຈາກໄດ້ສາບແຊ່ງແລ້ວ, ພວກເຂົາບໍ່ສາມາດຄືນຄຳໄດ້, ແລ້ວພວກເຂົາເຮັດຫຍັງ? ຕອນກາງຄືນ, ພວກເຂົາກໍສາລະພາບບາບຂອງຕົວເອງ. ບາງຄັ້ງ ຫຼັງຈາກທີ່ພວກເຂົາສາບແຊ່ງຄົນອື່ນ, ພວກເຂົາຍັງຍຶດຖືຄວາມກຽດຊັງຢູ່ໃນໃຈຂອງພວກເຂົາ ແລະ ພວກເຂົາຍັງເຖິງກັບຂັ້ນວາງແຜນທີ່ຈະທຳຮ້າຍຄົນເຫຼົ່ານັ້ນເພີ່ມເຕີມອີກດ້ວຍ. ສະຫຼຸບກໍຄື, ສຳລັບຜູ້ທີ່ອາໄສຢູ່ທ່າມກາງຫຼັກຄວາມເຊື່ອທີ່ຕາຍແລ້ວນີ້, ມັນບໍ່ງ່າຍທີ່ຈະລະເວັ້ນການເຮັດບາບ ຫຼື ການເຮັດຄວາມຊົ່ວ. ເພາະສະນັ້ນ, ໃນທຸກໆສາສະໜາ, ມີພຽງແຕ່ຄົນຈຳນວນໜ້ອຍເທົ່ານັ້ນທີ່ສາມາດບັນລຸໝາກຜົນນີ້ໄດ້. ເຈົ້າຄິດເອງວ່າ ຍ້ອນຄົນຈຳນວນຫຼາຍປະຕິບັດຕາມສາສະໜາເຫຼົ່ານີ້, ຈະມີບາງສ່ວນທີ່ດີທີ່ສາມາດໄດ້ຮັບບົບບາດໃນໂລກຝ່າຍວິນຍານ. ຄວາມຈິງແລ້ວ ບໍ່ໄດ້ມີຫຼາຍປານນັ້ນ; ມີພຽງໜ້ອຍຄົນເທົ່ານັ້ນທີ່ສາມາດບັນລຸສິ່ງນີ້ໄດ້. ນັ້ນເປັນເລື່ອງທົ່ວໄປສຳລັບວົງຈອນຊີວິດ ແລະ ຄວາມຕາຍຂອງຄົນທີ່ມີຄວາມເຊື່ອ. ສິ່ງທີ່ແຕກຕ່າງກໍຄືພວກເຂົາສາມາດບັນລຸໝາກຜົນໄດ້ ແລະ ນີ້ແມ່ນສິ່ງທີ່ແຕກຕ່າງລະຫວາງພວກເຂົາກັບຜູ້ທີ່ບໍ່ເຊື່ອ.

3. ວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ຕິດຕາມພຣະເຈົ້າ

ຕໍ່ໄປ, ໃຫ້ພວກເຮົາມາເວົ້າເຖິງວົງຈອນຊີວິດ ແລະ ຄວາມຕາຍຂອງບັນດາຜູ້ທີ່ຕິດຕາມພຣະເຈົ້າ. ສິ່ງນີ້ກ່ຽວຂ້ອງກັບພວກເຈົ້າ, ດັ່ງນັ້ນ ຈົ່ງຕັ້ງໃຈຟັງໃຫ້ດີ: ກ່ອນອື່ນ, ໃຫ້ຄິດກ່ຽວກັບວິທີທີ່ຜູ້ຕິດຕາມຂອງພຣະເຈົ້າໄດ້ຖືກຈັດປະເພດ. (ຜູ້ເລືອກຂອງພຣະເຈົ້າ ແລະ ຜູ້ທີ່ໃຫ້ບໍລິການ). ມີຢູ່ສອງປະເພດ: ຜູ້ເລືອກຂອງພຣະເຈົ້າ ແລະ ຜູ້ທີ່ໃຫ້ບໍລິການ. ກ່ອນອື່ນ, ໃຫ້ພວກເຮົາມາເວົ້າກ່ຽວກັບຜູ້ເລືອກຂອງພຣະເຈົ້າ ເຊິ່ງມີພຽງໜ້ອຍດຽວ. “ຜູ້ເລືອກຂອງພຣະເຈົ້າ” ໝາຍເຖິງໃຜ? ຫຼັງຈາກພຣະເຈົ້າສ້າງທຸກສິ່ງ ແລະ ມະນຸດຊາດໄດ້ດຳລົງຢູ່, ພຣະເຈົ້າໄດ້ຄັດເລືອກເອົາຄົນກຸ່ມໜຶ່ງຜູ້ທີ່ຈະຕິດຕາມພຣະອົງ; ຄົນເຫຼົ່ານີ້ຖືກເອີ້ນງ່າຍໆວ່າ “ຜູ້ເລືອກຂອງພຣະເຈົ້າ”. ມີຂອບເຂດ ແລະ ຄວາມໝາຍພິເສດສຳລັບການຄັດເລືອກຄົນເຫຼົ່ານີ້ຂອງພຣະເຈົ້າ. ມີຂອບເຂດພິເສດກໍຍ້ອນວ່າການຄັດເລືອກແມ່ນຖືກຈຳກັດພຽງສອງສາມຄົນເທົ່ານັ້ນ, ຜູ້ທີ່ຕ້ອງມາຮ່ວມເມື່ອພຣະອົງປະຕິບັດພາລະກິດສຳຄັນຂອງພຣະອົງ. ແລ້ວແມ່ນຫຍັງຄືຄວາມໝາຍຄວາມສຳຄັນນີ້? ເນື່ອງຈາກວ່າພວກເຂົາເປັນກຸ່ມທີ່ຖືກຄັດເລືອກໂດຍພຣະເຈົ້າ, ຄວາມໝາຍຈຶ່ງຍິ່ງໃຫຍ່. ນັ້ນກໍຄື ພຣະເຈົ້າປາດຖະໜາທີ່ຈະເຮັດໃຫ້ຄົນເຫຼົ່ານີ້ສົມບູນ ແລະ ເຮັດໃຫ້ພວເຂົາສົມບູນເມື່ອພາລະກິດແຫ່ງການຄຸ້ມຄອງຂອງພຣະອົງສຳເລັດລົງ, ພຣະອົງຈະໄດ້ຮັບເອົາຄົນເຫຼົ່ານີ້. ແລ້ວຄວາມໝາຍນີ້ບໍ່ຍິ່ງໃຫຍ່ບໍ? ສະນັ້ນ, ຜູ້ຖືກເລືອກເຫຼົ່ານີ້ແມ່ນມີຄວາມໝາຍທີ່ຍິ່ງໃຫຍ່ສໍາລັບພຣະເຈົ້າ, ຍ້ອນວ່າພວກເຂົາແມ່ນຜູ້ທີ່ພຣະເຈົ້າຕັ້ງໃຈທີ່ຈະຮັບເອົາ. ສ່ວນຜູ້ທີ່ໃຫ້ບໍລິການ, ໃຫ້ພວກເຮົາຢຸດພັກຄາວໜຶ່ງກ່ຽວກັບຫົວຂໍ້ຂອງການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ ແລະ ມາເວົ້າກ່ຽວກັບຕົ້ນກຳເນີດຂອງພວກມັນກ່ອນ. “ຜູ້ໃຫ້ບໍລິການ” ແມ່ນຜູ້ທີ່ບໍລິການຢ່າງແທ້ຈິງ. ບັນດາຜູ້ທີ່ໃຫ້ບໍລິການແມ່ນບໍ່ຍືນຍົງ; ພວກເຂົາບໍ່ໄດ້ເຮັດໃນໄລຍະຍາວ ຫຼື ຕະຫຼອດໄປ, ແຕ່ຖືກຈ້າງ ຫຼື ຄັດເລືອກມາຮັບໃຊ້ເປັນການຊົ່ວຄາວ. ແຫຼ່ງທີ່ມາຂອງພວກເຂົາສ່ວນໃຫຍ່ແມ່ນພວກເຂົາຖືກຄັດເລືອກມາຈາກບັນດາຜູ້ທີ່ບໍ່ເຊື່ອ. ພວກເຂົາມາໃນແຜ່ນດິນໂລກເມື່ອມີຄຳສັ່ງວ່າພວກເຂົາຈະຕ້ອງຮັບໜ້າທີ່ເປັນຜູ້ໃຫ້ບໍລິການໃນພາລະກິດຂອງພຣະເຈົ້າ. ໃນຊີວິດກ່ອນພວກເຂົາອາດຈະເປັນສັດ ແລະ ພວກເຂົາອາດເປັນຜູ້ທີ່ບໍ່ເຊື່ອກໍເປັນໄດ້. ເຊິ່ງນັ້ນແມ່ນຕົ້ນກຳເນີດຂອງຜູ້ໃຫ້ບໍລິການ.

ໃຫ້ພວກເຮົາມາເວົ້າເພີ່ມເຕີມກ່ຽວກັບຄົນເລືອກຂອງພຣະເຈົ້າ. ເມື່ອພວກເຂົາຕາຍ, ພວກເຂົາໄປບ່ອນທີ່ແຕກຕ່າງກັນຢ່າງສິ້ນເຊີງກັບບ່ອນຂອງຜູ້ທີ່ບໍ່ເຊື່ອ ແລະ ບ່ອນຂອງຄົນທີ່ມີຄວາມເຊື່ອຕ່າງໆ. ມັນເປັນບ່ອນທີ່ມີເທວະດາ ແລະ ຜູ້ສົ່ງຂ່າວຂອງພຣະເຈົ້າດໍາລົງຢູ່; ເປັນບ່ອນທີ່ຖືກບໍລິຫານເປັນການສ່ວນຕົວໂດຍພຣະເຈົ້າ. ເຖິງແມ່ນວ່າຄົນຖືກເລືອກຂອງພຣະເຈົ້າບໍ່ສາມາດເຫັນພຣະເຈົ້າດ້ວຍຕາຂອງພວກເຂົາເອງໃນສະຖານທີ່ດັ່ງກ່າວ, ແຕ່ມັນກໍບໍ່ຄືກັບບ່ອນອື່ນໆໃນໂລກຝ່າຍວິນຍານ; ນີ້ແມ່ນສະຖານທີ່ທີ່ແຕກຕ່າງກັນ ເປັນບ່ອນທີ່ຄົນກຸ່ມນີ້ໄປຫຼັງຈາກພວກເຂົາຕາຍ. ເມື່ອພວກເຂົາຕາຍ, ພວກເຂົາກໍຕ້ອງຖືກກວດສອບຢ່າງເຂັ້ມງວດໂດຍຜູ້ສົ່ງຂ່າວຂອງພຣະເຈົ້າເຊັ່ນກັນ. ແລ້ວແມ່ນຫຍັງທີ່ຖືກກວດສອບ? ຜູ້ສົ່ງຂ່າວຂອງພຣະເຈົ້າຈະກວດສອບສາຍທາງທີ່ຄົນເຫຼົ່ານີ້ຍ່າງຕະຫຼອດຊີວິດຂອງພວກເຂົາໃນການເຊື່ອໃນພຣະເຈົ້າ ວ່າພວກເຂົາໄດ້ຕໍ່ຕ້ານພຣະເຈົ້າ ຫຼື ບໍ່ ຫຼື ສາບແຊ່ງພຣະອົງໃນຊ່ວງເວລານັ້ນ ຫຼື ບໍ່ ຫຼື ພວກເຂົາໄດ້ເຮັດບາບ ຫຼື ເຮັດຊົ່ວຢ່າງຮ້າຍແຮງ ຫຼື ບໍ່. ການກວດສອບນີ້ຈະຕອບຄຳຖາມວ່າບຸກຄົນໃດຈະໄດ້ຮັບອະນຸຍາດໃຫ້ຢູ່ ຫຼື ຕ້ອງຈາກໄປ. “ຈາກໄປ” ໝາຍຄວາມວ່າແນວໃດ? ແລ້ວ “ຢູ່” ເດໝາຍຄວາມວ່າແນວໃດ? “ຈາກໄປ” ໝາຍຄວາມວ່າ ອີງຕາມຄວາມປະພຶດຂອງພວກເຂົາ, ພວກເຂົາຍັງຢູ່ໃນຖັ້ນແຖວຂອງບັນດາຜູ້ຖືກເລືອກຂອງພຣະເຈົ້າ ຫຼື ບໍ່; ໄດ້ຮັບອະນຸຍາດໃຫ້ “ຢູ່” ໝາຍຄວາມວ່າພວກເຂົາສາມາດຢູ່ຕໍ່ໃນບັນດາຜູ້ທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໃນຍຸກສຸດທ້າຍ. ສຳລັບບັນດາຜູ້ທີ່ຢູ່, ພຣະເຈົ້າມີການຈັດແຈງແບບພິເສດໃຫ້. ໃນແຕ່ລະໄລຍະຂອງພາລະກິດພຣະອົງ, ພຣະອົງຈະສົ່ງຄົນດັ່ງກ່າວໄປເຮັດໜ້າທີ່ເປັນອັກຄະສາວົກ ຫຼື ເຮັດພາລະກິດແຫ່ງການຟື້ນຟູ ຫຼື ດູແລຄຣິສຕະຈັກ. ແຕ່ຄົນທີ່ສາມາດເຮັດພາລະກິດດັ່ງກ່າວນັ້ນບໍ່ໄດ້ກັບຊາດມາເກີດຢູ່ເລື້ອຍໆຄືກັບຜູ້ທີ່ບໍ່ເຊື່ອ ຫຼື ຜູ້ທີ່ເກີດໃໝ່ຈາກຮຸ່ນສູ່ຮຸ່ນຄົນ; ກົງກັນຂ້າມ, ພວກເຂົາກັບມາໃນແຜ່ນດິນໂລກຕາມຄວາມຕ້ອງການ ແລະ ຂັ້ນຕອນແຫ່ງພາລະກິດຂອງພຣະເຈົ້າ ແລະ ພວກເຂົາບໍ່ໄດ້ກັບຊາດມາເກີດຢູ່ເລື້ອຍໆ. ແລ້ວມີກົດໃດທີ່ບອກວ່າເມື່ອໃດພວກເຂົາຕ້ອງກັບຊາດມາເກີດບໍ? ພວກເຂົາມາທຸກໆສອງສາມປີບໍ? ພວກເຂົາມາດຸປານນັ້ນພຸ້ນບໍ? ພວກເຂົາບໍ່ໄດ້ມາດຸປານນັ້ນ. ທັງໝົດນີ້ແມ່ນອີງຕາມພາລະກິດຂອງພຣະເຈົ້າ, ຕາມຂັ້ນຕອນຂອງພາລະກິດນັ້ນ ແລະ ຕາມຄວາມຕ້ອງການຂອງພຣະອົງ ແລະ ບໍ່ມີກົດອື່ນໃດ. ມີພຽງກົດດຽວຄືເມື່ອພຣະເຈົ້າປະຕິບັດຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ, ຄົນຖືກເລືອກເຫຼົ່ານີ້ຈະມາທັງໝົດ ແລະ ການມານີ້ຈະເປັນການກັບຊາດມາເກີດຄັ້ງສຸດທ້າຍຂອງພວກເຂົາ. ເປັນຫຍັງຈຶ່ງເປັນແບບນັ້ນ? ນີ້ແມ່ນອີງຕາມຜົນທີ່ຕ້ອງເຮັດໃຫ້ບັນລຸໃນໄລຍະຂັ້ນຕອນສຸດທ້າຍຂອງພາລະກິດພຣະເຈົ້າ, ຍ້ອນວ່າໃນຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະເຈົ້ານີ້, ພຣະເຈົ້າຈະເຮັດໃຫ້ຜູ້ຖືກເລືອກເຫຼົ່ານີ້ສົມບູນຢ່າງສິ້ນເຊີງ. ນີ້ໝາຍຄວາມວ່າແນວໃດ? ຖ້າໃນໄລຍະສຸດທ້າຍນີ້, ຄົນເຫຼົ່ານີ້ຖືກເຮັດໃຫ້ບໍລິບູນ ແລະ ສົມບູນ, ແລ້ວພວກເຂົາກໍຈະບໍ່ກັບຊາດມາເກີດຄືເມື່ອກ່ອນອີກ; ຂະບວນການເປັນມະນຸດຂອງພວກເຂົາກໍຈະມາເຖິງຈຸດສິ້ນສຸດຢ່າງສົມບູນ ເຊັ່ນດຽວກັນກັບຂະບວນການກັບຊາດມາເກີດຂອງພວກເຂົາ. ນີ້ແມ່ນກ່ຽວຂ້ອງກັບບັນດາຜູ້ທີ່ຈະຢູ່. ແລ້ວບັນດາຜູ້ທີ່ບໍ່ສາມາດຢູ່ເດ ພວກເຂົາໄປໃສ? ບັນດາຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ຢູ່ມີຈຸດໝາຍປາຍທາງທີ່ເໝາະສົມຂອງພວກເຂົາເອງແລ້ວ. ກ່ອນອື່ນໝົດ, ຜົນຈາກການເຮັດຊົ່ວຂອງພວກເຂົາ, ຄວາມຜິດທີ່ພວກເຂົາໄດ້ເຮັດ ແລະ ບາບທີ່ພວກເຂົາໄດ້ກະທໍາ, ພວກເຂົາແມ່ນຈະຖືກລົງໂທດເຊັ່ນດຽວກັນ. ຫຼັງຈາກທີ່ພວກເຂົາຖືກລົງໂທດແລ້ວ, ພຣະເຈົ້າກໍຈະເຮັດການຈັດແຈງເພື່ອສົ່ງພວກເຂົາອອກໄປທ່າມກາງຜູ້ທີ່ບໍ່ເຊື່ອຕາມສະຖານະການ ຫຼື ຈັດແຈງໃຫ້ພວກເຂົາໄປຢູ່ທ່າມກາງຄົນທີ່ມີຄວາມເຊື່ອຕ່າງໆ. ເວົ້າອີກຢ່າງໜຶ່ງກໍຄື ມີສອງຜົນຕາມມາທີ່ເປັນໄປໄດ້ສຳລັບພວກເຂົາ: ຢ່າງໜຶ່ງແມ່ນຖືກລົງໂທດ ແລະ ບາງທີດຳລົງຊີວິດຢູ່ທ່າມກາງຜູ້ຄົນທີ່ເຊື່ອສາສະໜາໃດໜຶ່ງຫຼັງຈາກກັບຊາດມາເກີດ ແລະ ອີກຢ່າງໜຶ່ງ ແມ່ນກາຍມາເປັນຜູ້ທີ່ບໍ່ເຊື່ອ. ຖ້າພວກເຂົາກາຍເປັນຜູ້ທີ່ບໍ່ເຊື່ອ, ພວກເຂົາກໍຈະສູນເສຍໂອກາດທັງໝົດ; ແນວໃດກໍຕາມ, ຖ້າພວກເຂົາກາຍເປັນຄົນທີ່ມີຄວາມເຊື່ອ, ຕົວຢ່າງ: ຖ້າພວກເຂົາກາຍເປັນຊາວຄຣິສຕຽນ, ພວກເຂົາກໍຈະຍັງມີໂອກາດທີ່ຈະກັບມາເປັນຄົນຖືກເລືອກຂອງພຣະເຈົ້າ; ແຕ່ມັນມີຄວາມຊັບຊ້ອນຫຼາຍກ່ຽວກັບເລື່ອງນີ້. ສະຫຼຸບກໍຄື ຖ້າໜຶ່ງໃນຄົນຖືກເລືອກຂອງພຣະເຈົ້າເຮັດບາງສິ່ງທີ່ເຮັດໃຫ້ພຣະເຈົ້າເສຍໃຈ, ພວກເຂົາກໍຈະຖືກລົງໂທດຄືກັບຄົນອື່ນໆ. ໃຫ້ເບິ່ງໂປໂລເປັນຕົວຢ່າງ, ຜູ້ທີ່ພວກເຮົາໄດ້ເວົ້າເຖິງກ່ອນໜ້ານີ້. ໂປໂລແມ່ນຕົວຢ່າງໜຶ່ງຂອງບຸກຄົນທີ່ຖືກລົງໂທດ. ພວກເຈົ້າຄິດອອກກ່ຽວກັບສິ່ງທີ່ເຮົາກຳລັງເວົ້າເຖິງບໍ? ຂອບເຂດຂອງຜູ້ຖືກເລືອກຂອງພຣະເຈົ້ານັ້ນແມ່ນກຳນົດຕາຍຕົວບໍ? (ແມ່ນ, ເປັນສ່ວນໃຫຍ່). ສ່ວນໃຫຍ່ແມ່ນຖືກກຳນົດຕາຍຕົວ, ແຕ່ມີບາງສ່ວນທີ່ບໍ່ໄດ້ຖືກກຳນົດຕາຍຕົວ. ເປັນຫຍັງຈຶ່ງເປັນແບບນັ້ນ? ໃນນີ້ເຮົາອ້າງອີງເຖິງເຫດຜົນທີ່ເຫັນໄດ້ຊັດເຈນທີ່ສຸດ: ການເຮັດຄວາມຊົ່ວ. ເມື່ອຄົນເຮັດຄວາມຊົ່ວ, ພຣະເຈົ້າກໍບໍ່ຕ້ອງການພວກເຂົາ ແລະ ເມື່ອພຣະເຈົ້າບໍ່ຕ້ອງການພວກເຂົາ, ພຣະອົງໂຍນພວກເຂົາລົງທ່າມກາງເຊື້ອຊາດ ແລະ ຄົນປະເພດຕ່າງໆ. ນີ້ເຮັດໃຫ້ພວກເຂົາບໍ່ມີຄວາມຫວັງ ແລະ ເຮັດໃຫ້ມັນຍາກສຳລັບພວກເຂົາທີ່ຈະກັບຄືນ. ທັງໝົດນີ້ກ່ຽວຂ້ອງກັບວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ຖືກເລືອກຂອງພຣະເຈົ້າ.

ຫົວຂໍ້ຕໍ່ໄປນີ້ກ່ຽວຂ້ອງກັບວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ໃຫ້ບໍລິການ. ພວກເຮົາໄດ້ເວົ້າເຖິງຕົ້ນກຳເນີດຂອງຜູ້ໃຫ້ບໍລິການໄປແລ້ວ; ນັ້ນກໍຄື ຄວາມຈິງທີ່ພວກເຂົາກັບຊາດມາເກີດຫຼັງຈາກທີ່ໄດ້ເປັນຜູ້ທີ່ບໍ່ເຊື່ອ ແລະ ເປັນສັດໃນຊີວິດຜ່ານມາຂອງພວກເຂົາ. ດ້ວຍການມາເຖິງຂອງຂັ້ນຕອນສຸດທ້າຍຂອງພາລະກິດ, ພຣະເຈົ້າໄດ້ຄັດເລືອກຜູ້ທີ່ບໍ່ເຊື່ອ ເປັນກຸ່ມຄົນດັ່ງກ່າວ ແລະ ກຸ່ມນີ້ພິເສດ. ຈຸດປະສົງຂອງພຣະເຈົ້າໃນການເລືອກຄົນເຫຼົ່ານີ້ແມ່ນເພື່ອໃຫ້ພວກເຂົາຮັບໃຊ້ພາລະກິດຂອງພຣະອົງ. “ບໍລິການ”ບໍ່ແມ່ນຄຳເວົ້າທີ່ງົດງາມ ແລະ ບໍ່ສອດຄ່ອງກັບຄວາມປະສົງຂອງທຸກຄົນ, ແຕ່ພວກເຮົາຄວນເບິ່ງວ່າໃຜເປັນເປົ້າໝາຍ. ການມີຢູ່ຂອງຜູ້ໃຫ້ບໍລິການຂອງພຣະເຈົ້າມີຄວາມໝາຍພິເສດ. ບໍ່ມີໃຜສາມາດເຮັດບົດບາດຂອງພວກເຂົາໄດ້, ຍ້ອນວ່າພວກເຂົາຖືກເລືອກໂດຍພຣະເຈົ້າ. ແລ້ວແມ່ນຫຍັງຄືບົດບາດຂອງຜູ້ໃຫ້ບໍລິການເຫຼົ່ານີ້? ແມ່ນເພື່ອຮັບໃຫ້ຄົນຖືກເລືອກຂອງພຣະເຈົ້າ. ສ່ວນໃຫຍ່ແລ້ວ, ບົດບາດຂອງພວກເຂົາແມ່ນໃຫ້ບໍລິການແກ່ພາລະກິດຂອງພຣະເຈົ້າ, ຮ່ວມມີກັບພາລະກິດ ແລະ ຊ່ວຍພຣະເຈົ້າໃນການເຮັດໃຫ້ຄົນຖືກເລືອກຂອງພຣະອົງສົມບູນ. ບໍ່ວ່າພວກເຂົາກຳລັງເຮັດວຽກ, ດຳເນີນບາງແງ່ມຸມຂອງພາລະກິດ ຫຼື ປະຕິບັດບາງໜ້າວຽກ, ຂໍ້ຮຽກຮ້ອງຂອງພຣະເຈົ້າຕໍ່ຜູ້ໃຫ້ບໍລະການເຫຼົ່ານີ້ແມ່ນຫຍັງ? ພຣະອົງຮຽກຮ້ອງຈາກພວກເຂົາຫຼາຍບໍ? (ບໍ່, ພຣະອົງຂໍແຕ່ໃຫ້ພວກເຂົາຈົງຮັກພັກດີເທົ່ານັ້ນ). ຜູ້ໃຫ້ບໍລິການຕ້ອງຈົງຮັກພັດດີ. ໂດຍບໍ່ຄຳນຶງເຖິງຕົ້ນກຳເນີດຂອງເຈົ້າ ຫຼື ເປັນຫຍັງພຣະເຈົ້າຈຶ່ງເລືອກເຈົ້າ, ເຈົ້າຕ້ອງຈົງຮັກພັກດີຕໍ່ພຣະເຈົ້າ, ຈົງຮັກພັກດີຕໍ່ການມອບໝາຍພຣະເຈົ້າມອບໝາຍໃຫ້ເຈົ້າ ແລະ ຕໍ່ພາລະກິດທີ່ເຈົ້າຮັບຜິດຊອບ ແລະ ໜ້າທີ່ທີ່ເຈົ້າປະຕິບັດ. ສຳລັບຜູ້ໃຫ້ບໍລິການທີ່ສາມາດຈົງຮັກພັກດີ ແລະ ເຮັດໃຫ້ພຣະເຈົ້າພໍໃຈ, ຜົນໄດ້ຮັບຂອງພວກເຂົາຈະເປັນແນວໃດ? ພວກເຂົາຈະສາມາດຢູ່ລອດ. ມັນແມ່ນໂຊກດີບໍທີ່ຜູ້ໃຫ້ບໍລິການໄດ້ຮັບການຢູ່ລອດ? ການຢູ່ລອດໝາຍຄວາມວ່າແນວໃດ? ແມ່ນຫຍັງຄືຄວາມໝາຍຂອງການໄດ້ຮັບພອນນີ້? ໃນສະຖານະ, ເບິ່ງຄືວ່າພວກເຂົາບໍ່ຄືຜູ້ຖືກເລືອກຂອງພຣະເຈົ້າ; ເບິ່ງຄືວ່າພວກເຂົາແຕກຕ່າງ. ແຕ່ຄວາມຈິງແລ້ວ, ສິ່ງທີ່ພວກເຂົາໄດ້ຮັບໃນຊີວິດນີ້ບໍ່ແມ່ນສິ່ງດຽວກັນກັບຜູ້ຖືກເລືອກຂອງພຣະເຈົ້າບໍ? ຢ່າງໜ້ອຍທີ່ສຸດ, ມັນແມ່ນສິ່ງດຽວກັນໃນຕະຫຼອດຊີວິດນີ້. ພວກເຈົ້າບໍ່ປະຕິເສດສິ່ງນີ້ແມ່ນບໍ? ຖ້ອຍຄຳຂອງພຣະເຈົ້າ, ພຣະຄຸນຂອງພຣະເຈົ້າ, ການສະໜອງຂອງພຣະເຈົ້າ, ພອນຂອງພຣະເຈົ້າ, ໃຜບໍ່ໄດ້ຮັບສິ່ງເຫຼົ່ານີ້ແດ່? ທຸກຄົນໄດ້ຮັບຄວາມອຸດົມສົມບູນດັ່ງກ່າວ. ຕົວຕົນຂອງຜູ້ໃຫ້ບໍລິການແມ່ນຜູ້ທີ່ຮັບໃຊ້ບໍລິການ, ແຕ່ສຳລັບພຣະເຈົ້າ, ພວກເຂົາກໍເປັນພຽງຄົນໜຶ່ງທ່າມກາງທຸກສິ່ງທີ່ພຣະອົງໄດ້ສ້າງຂຶ້ນ; ພຽງແຕ່ວ່າບົດບາດຂອງພວກເຂົາແມ່ນເປັນຜູ້ໃຫ້ບໍລິການ. ຍ້ອນວ່າພວກເຂົາທັງສອງເປັນສິ່ງຖືກສ້າງຂອງພຣະເຈົ້າ, ມີຫຍັງແຕກຕ່າງລະຫວ່າງຜູ້ໃຫ້ບໍລິການ ແລະ ຄົນຖືກເລືອກຂອງພຣະເຈົ້າບໍ? ໃນຄວາມເປັນຈິງແລ້ວແມ່ນບໍ່ມີຄວາມແຕກຕ່າງ. ແຕ່ຖ້າເວົ້າພຽງໃນນາມ ແມ່ນມີຄວາມແຕກຕ່າງ; ມີຄວາມແຕກຕ່າງດ້ານທາດແທ້ ແລະ ໃນເລື່ອງຂອງບົດບາດທີ່ພວກເຂົາຫຼິ້ນ, ແຕ່ພຣະເຈົ້າບໍ່ໄດ້ປະຕິບັດຕໍ່ຄົນກຸ່ມນີ້ຢ່າງອະຍຸດຕິທຳ. ແລ້ວເປັນຫຍັງຄົນກຸ່ມນີ່ຈຶ່ງຖືກນິຍາມວ່າຜູ້ໃຫ້ບໍລິການ? ພວກເຈົ້າຕ້ອງມີຄວາມເຂົ້າໃຈບາງຢ່າງກ່ຽວກັບເລື່ອງນີ້! ຜູ້ໃຫ້ບໍລິການມາຈາກບັນດາຜູ້ທີ່ບໍ່ເຊື່ອ. ທັນທີທີ່ພວກເຮົາກ່າວເຖິງພວກເຂົາມາຈາກບັນດາຜູ້ທີ່ບໍ່ເຊື່ອ, ມັນເບິ່ງຄືກັບວ່າພວກເຂົາມີເບື້ອງຫຼັງທີ່ບໍ່ດີ: ພວກເຂົາທັງໝົດບໍ່ເຊື່ອໃນພຣະເຈົ້າ ແລະ ໃນອະດີດກໍເປັນແບບນັ້ນເຊັ່ນກັນ; ພວກເຂົາບໍ່ເຊື່ອໃນພຣະເຈົ້າ ແລະ ເປັນສັດຕູກັບພຣະອົງ, ຕໍ່ຕ້ານຄວາມຈິງ ແລະ ທຸກສິ່ງທີ່ເປັນບວກ. ພວກເຂົາບໍ່ເຊື່ອໃນພຣະເຈົ້າ ຫຼື ໃນການມີຢູ່ຂອງພຣະອົງ. ສະນັ້ນ, ພວກເຂົາສາມາດເຂົ້າໃຈພຣະທຳຂອງພຣະເຈົ້າບໍ? ມັນຍຸດຕິທຳແລ້ວທີ່ຈະເວົ້າວ່າ ໃນລະດັບໃດໜຶ່ງ ພວກເຂົາແມ່ນບໍ່ສາມາດເຂົ້າໃຈໄດ້. ຄືກັນກັບສັດທີ່ບໍ່ສາມາດເຂົ້າໃຈຄຳເວົ້າຂອງມະນຸດໄດ້, ຜູ້ໃຫ້ບໍລິການກໍບໍ່ເຂົ້າໃຈວ່າພຣະເຈົ້າເວົ້າຫຍັງ, ສິ່ງທີ່ພຣະອົງຮຽກຮ້ອງ ຫຼື ເປັນຫຍັງພຣະອົງຈຶ່ງຮຽກຮ້ອງຄວາມຕ້ອງການດັ່ງກ່າວ. ພວກເຂົາບໍ່ເຂົ້າໃຈ; ສິ່ງເຫຼົ່ານີ້ເປັນສິ່ງທີ່ບໍ່ສາມາດຢັ່ງຮູ້ໄດ້ສຳລັບພວກເຂົາ ແລະ ພວກເຂົາຍັງບໍ່ໄດ້ຮັບຄວາມສະຫວ່າງ. ດ້ວຍເຫດນີ້, ຄົນເຫຼົ່ານີ້ຈຶ່ງບໍ່ມີຊີວິດທີ່ພວກເຮົາໄດ້ເວົ້າເຖິງ. ການບໍ່ມີຊີວິດ, ຜູ້ຄົນສາມາດເຂົ້າໃຈຄວາມຈິງໄດ້ບໍ? ພວກເຂົາປະກອບດ້ວຍຄວາມຈິງບໍ? ພວກເຂົາມີປະສົບການ ແລະ ຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າບໍ? (ບໍ່). ນັ້ນແມ່ນຕົ້ນກຳເນີດຂອງຜູ້ໃຫ້ບໍລິການ. ແນວໃດກໍຕາມ, ເນື່ອງຈາກວ່າພຣະເຈົ້າເຮັດໃຫ້ຄົນເຫຼົ່ານີ້ເປັນຜູ້ໃຫ້ບໍລິການ, ມັນຍັງມີມາດຕະຖານໃນການຮຽກຮ້ອງຂອງພຣະອົງຕໍ່ພວກເຂົາ; ພຣະອົງບໍ່ໄດ້ດູໝິ່ນພວກເຂົາ ແລະ ພຣະອົງກໍບໍ່ໄດ້ປະຕິບັດຕໍ່ພວກເຂົາພໍເປັນພິທີ. ເຖິງແມ່ນວ່າພວກເຂົາບໍ່ເຂົ້າໃຈພຣະທຳຂອງພຣະອົງ ແລະ ບໍ່ມີຊີວິດ, ພຣະເຈົ້າກໍຍັງປະຕິບັດຕໍ່ພວກເຂົາຢ່າງດີ ແລະ ຍັງມີມາດຕະຖານເມື່ອເວົ້າເຖິງການຮຽກຮ້ອງຂອງພຣະອົງຕໍ່ພວກເຂົາ. ພວກເຈົ້າຫາກໍເວົ້າເຖິງມາດຕະຖານເຫຼົ່ານັ້ນ: ການຈົ່ງຮັກພັກດີຕໍ່ພຣະເຈົ້າ ແລະ ເຮັດສິ່ງທີ່ພຣະອົງກ່າວ. ໃນການບໍລິການຂອງເຈົ້າ, ເຈົ້າຕ້ອງຮັບໃຊ້ບ່ອນທີ່ຕ້ອງການ ແລະ ເຈົ້າຕ້ອງຮັບໃຫ້ຈົນເຖິງທີ່ສຸດ. ຖ້າເຈົ້າສາມາດເປັນຜູ້ໃຫ້ບໍລິການທີ່ຈົ່ງຮັກພັກດີໄດ້, ເຈົ້າກໍສາມາດຮັບໃຊ້ຈົນເຖິງທີ່ສຸດ ແລະ ສາມາດປະຕິບັດການມອບໝາຍທີ່ພຣະເຈົ້າມອບໝາຍໃຫ້ເຈົ້າໄດ້ຢ່າງສົມບູນ, ແລ້ວເຈົ້າກໍຈະໃຊ້ຊີວິດທີ່ມີຄຸນຄ່າ. ຖ້າເຈົ້າສາມາດເຮັດແບບນີ້ໄດ້, ເຈົ້າກໍຈະສາມາດຢູ່ລອດໄດ້. ຖ້າເຈົ້າພະຍາຍາມຕື່ມເລັກນ້ອຍ, ຖ້າເຈົ້າພະຍາດຍາມຫຼາຍຂຶ້ນ, ສາມາດທະວີຄູນຄວາມພະຍາຍາມຂອງເຈົ້າໃນການຮູ້ຈັກພຣະເຈົ້າ, ສາມາດເວົ້າເລັກນ້ອຍກ່ຽວກັບການຮູ້ຈັກພຣະເຈົ້າ, ສາມາເປັນພະຍານໃຫ້ກັບພຣະອົງ ແລະ ຍິ່ງໄປກວ່ານັ້ນ, ຖ້າເຈົ້າສາມາດເຂົ້າໃຈບາງຢ່າງກ່ຽວກັບຄວາມປະສົງຂອງພຣະອົງ, ສາມາດໃຫ້ການຮ່ວມມືໃນພາລະກິດຂອງພຣະເຈົ້າ ແລະ ສາມາດໃສ່ໃຈຄວາມຕັ້ງໃຈຂອງພຣະເຈົ້າເລັກນ້ອຍ, ແລ້ວໃນນາມຜູ້ໃຫ້ບໍລິການ ເຈົ້າກໍຈະປະສົບກັບການປ່ຽນແປງໃນໂຊກລາບ. ການປ່ຽນແປງໃນໂຊກລາບນີ້ຈະເປັນແນວໃດ? ເຈົ້າຈະບໍ່ສາມາດຄົງຢູ່ຢ່າງງ່າຍດາຍອີກຕໍ່ໄປ. ຂຶ້ນຢູ່ກັບການປະພຶດຂອງເຈົ້າ ແລະ ຄວາມປາດຖະໜາ ແລະ ການສະແຫວງຫາສ່ວນຕົວຂອງເຈົ້າ, ພຣະເຈົ້າຈະເຮັດໃຫ້ເຈົ້າເປັນໜຶ່ງໃນບັນດາຜູ້ຖືກເລືອກ. ນີ້ຈະແມ່ນການປ່ຽນແປງໃນໂຊກລາບຂອງເຈົ້າ. ສຳລັບຜູ້ໃຫ້ບໍລິການ, ແມ່ນຫຍັງຄືສິ່ງທີ່ດີທີ່ສຸດກ່ຽວກັບເລື່ອງນີ້? ນັ້ນກໍຄື ພວກເຂົາສາມາດກາຍເປັນຜູ້ຖືກເລືອກຂອງພຣະເຈົ້າໄດ້. ຖ້າພວກເຂົາເຮັດເຊັ່ນນັ້ນ, ມັນໝາຍຄວາມວ່າ ພວກເຂົາຈະບໍ່ກັບຊາດມາເກີດເປັນສັດໃນແບບທີ່ຜູ້ທີ່ບໍ່ເຊື່ອເປັນອີກຕໍ່ໄປ. ນັ້ນດີບໍ? ດີ ແລະ ເປັນຂ່າວດີອີກດ້ວຍ: ໝາຍຄວາມວ່າ ຜູ້ໃຫ້ບໍລິການສາມາດຫຼໍ່ຫຼອມໄດ້. ມັນບໍ່ແມ່ນໃນກໍລະນີທີ່ວ່າ ເມື່ອພຣະເຈົ້າໄດ້ກຳນົດໃຫ້ພວກເຂົາຮັບໃຊ້, ພວກເຂົາກໍຈະເຮັດຕາມຕະຫຼອດໄປ; ນັ້ນບໍ່ຈຳເປັນຕ້ອງເປັນເຊັ່ນນັ້ນ. ພຣະເຈົ້າຈະຈັດການກັບພວກເຂົາ ແລະ ຕອບສະໜອງຕໍ່ພວກເຂົາໃນທາງທີ່ເໝາະສົມກັບພຶດຕິກຳສ່ວນຕົວຂອງພວກເຂົາ.

ແນວໃດກໍຕາມ, ມີຜູ້ໃຫ້ບໍລິການທີ່ບໍ່ສາມາດຮັບໃຊ້ໄດ້ຈົນເຖິງທີ່ສຸດ; ໃນລະຫວ່າງການບໍລິການຂອງພວກເຂົາ, ມີບັນດາຜູ້ທີ່ຍອມຈໍານົນເຄິ່ງທາງ ແລະ ປະຖິ້ມພຣະເຈົ້າ, ເຊັ່ນດຽວກັນກັບຄົນທີ່ເຮັດຜິດຫຼາຍຢ່າງ. ຍັງມີບັນດາຜູ້ທີ່ສ້າງຄວາມອັນຕະລາຍຢ່າງຮຸນແຮງ ແລະ ນຳມາເຊິ່ງຄວາມສູນເສຍຢ່າງຮຸນແຮງໃຫ້ແກ່ພາລະກິດຂອງພຣະເຈົ້າ ແລະ ເຖິງກັບມີຜູ້ໃຫ້ບໍລິການທີ່ສາບແຊ່ງພຣະເຈົ້າ ແລະ ອື່ນໆ. ຜົນສະທ້ອນທີ່ບໍ່ມີທາງຮັກສາເຫຼົ່ານີ້ບົ່ງບອກເຖິງຫຍັງ? ມັນບົ່ງບອກເຖິງການກະທຳທີ່ຊົ່ວຮ້າຍໃດກໍຕາມຈະເປັນການສິ້ນສຸດການບໍລິການຂອງພວກເຂົາ. ຍ້ອນວ່າພຶດຕະກຳຂອງເຈົ້າໃນລະຫວ່າງການບໍລິການຂອງເຈົ້ານັ້ນບໍ່ດີເກີນໄປ ແລະ ຍ້ອນວ່າເຈົ້າໄດ້ເຮັດຜິດຫຼາຍເກີນໄປ, ເມື່ອພຣະເຈົ້າເຫັນວ່າການບໍລິການຂອງເຈົ້າບໍ່ເປັນໄປຕາມມາດຕະຖານ, ພຣະອົງຈະຖອນສິດໃນການຮັບໃຊ້ຂອງເຈົ້າ, ພຣະອົງຈະບໍ່ອະນຸຍາດໃຫ້ເຈົ້າຮັບໃຊ້ອີກຕໍ່ໄປ; ພຣະອົງຈະຖອນເຈົ້າອອກຈາກສາຍຕາຂອງພຣະອົງ ແລະ ຈາກເຮືອນຂອງພຣະເຈົ້າ. ເປັນຍ້ອນວ່າເຈົ້າບໍ່ຕ້ອງການຮັບໃຊ້ບໍ? ບໍ່ແມ່ນເຈົ້າຕ້ອງການເຮັດຊົ່ວຕະຫຼອດເວລາບໍ? ບໍ່ແມ່ນເຈົ້າເປັນຄົນບໍ່ຊື່ສັດຕະຫຼອດບໍ? ດີແລ້ວ, ມີວິທີແກ້ໄຂງ່າຍໆ: ເຈົ້າຈະຖືກຖອນສິດໃນການຮັບໃຊ້ຂອງເຈົ້າ. ສຳລັບພຣະເຈົ້າ, ການຖອນສິດຜູ້ໃຫ້ບໍລິການໃນການຮັບໃຊ້ຂອງພວກເຂົາໝາຍຄວາມວ່າຈຸດຈົບຂອງຜູ້ໃຫ້ບໍລິການດັ່ງກ່າວແມ່ນຖືກປະກາດແລ້ວ ແລະ ພວກເຂົາຈະບໍ່ມີສິດທີ່ຈະຮັບໃຊ້ພຣະເຈົ້າອີກຕໍ່ໄປ. ພຣະເຈົ້າບໍ່ມີຄວາມຕ້ອງການການບໍລິການເພີ່ມເຕີມຈາກພວກເຂົາອີກ ແລະ ບໍ່ວ່າພວກເຂົາຈະເວົ້າດີພຽງໃດກໍຕາມ, ຄຳເວົ້າເຫຼົ່ານັ້ນກໍໄຮ້ປະໂຫຍດ. ເມື່ອສິ່ງຕ່າງໆມາຮອດຈຸດນີ້, ສະຖານະການຈະບໍ່ສາມາດແກ້ໄຂໄດ້; ຜູ້ໃຫ້ບໍລິການແບບນີ້ຈະບໍ່ມີທາງຫວນກັບຄືນ. ແລ້ວພຣະເຈົ້າຈັດການແນວໃດກັບຜູ້ໃຫ້ບໍລິການເຊັ່ນນີ້? ພຣະອົງພຽງແຕ່ຢຸດພວກເຂົາຈາກການຮັບໃຊ້ບໍ? ບໍ່. ພຣະອົງພຽງແຕ່ປ້ອງກັນພວກເຂົາຈາກການຢູ່ລອດບໍ? ຫຼື ພຣະອົງປະວາງພວກເຂົາໄວ້ທາງຂ້າງ ແລະ ລໍຖ້າໃຫ້ພວກເຂົາກັບຄືນມາບໍ? ບໍ່ ພຣະອົງບໍ່ເຮັດສິ່ງເຫຼົ່ານັ້ນ. ແທ້ຈິງແລ້ວ ພຣະເຈົ້າບໍ່ໄດ້ມີຄວາມກະລຸນາປານນັ້ນຕໍ່ຜູ້ໃຫ້ບໍລິການ. ຖ້າຄົນໆໜຶ່ງມີທັດສະນະຄະຕິແບບນີ້ໃນການບໍລິການຂອງເຂົາຕໍ່ພຣະເຈົ້າ, ພຣະເຈົ້າຈະຖອນສິດໃນການຮັບໃຊ້ຂອງພວກເຂົາ ອີງຕາມທັດສະນະຄະຕິຂອງພວກເຂົາ ແລະ ຈະໂຍນພວກເຂົາກັບໄປຢູ່ທ່າມກາງຜູ້ທີ່ບໍ່ເຊື່ອ. ແລ້ວແມ່ນຫຍັງຄືໂຊກຊະຕາຂອງຜູ້ໃຫ້ບໍລິການທີ່ໄດ້ຖືກໂຍນກັບໄປຢູ່ທ່າມກາງຄົນບໍ່ເຊື່ອ? ມັນກໍຈະເປັນຄືກັບຄົນທີ່ບໍ່ເຊື່ອ: ພວກເຂົາຈະກັບຊາດມາເກີດເປັນສັດ ແລະ ໄດ້ຮັບການລົງໂທດໃນໂລກຝ່າຍວິນຍານຄືກັບຄົນທີ່ບໍ່ເຊື່ອ. ຍິ່ງໄປກວ່ານັ້ນ, ພຣະເຈົ້າຈະບໍ່ໃຫ້ຄວາມສົນໃຈເປັນການສ່ວນຕົວຕໍ່ການລົງໂທດຂອງບຸກຄົນເຫຼົ່ານີ້, ເພາະວ່າຄົນດັ່ງກ່າວບໍ່ມີຄວາມກ່ຽວຂ້ອງກັບພາລະກິດຂອງພຣະເຈົ້າອີກຕໍ່ໄປ. ນີ້ບໍ່ແມ່ນແຕ່ຈຸດຈົບຂອງຊີວິດແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ແຕ່ຍັງແມ່ນຈຸດຈົບຂອງໂຊກຊະຕາຂອງພວກເຂົາເອງອີກດ້ວຍ ແລະ ເປັນການປະກາດຊະຕາກຳຂອງພວກເຂົາເຊັ່ນກັນ. ສະນັ້ນ, ຖ້າຜູ້ໃຫ້ບໍລິການຮັບໃຊ້ບໍ່ດີ, ພວກເຂົາຈະຕ້ອງແບກຮັບຜົນຕາມມາດ້ວຍຕົວພວກເຂົາເອງ. ຖ້າຜູ້ໃຫ້ບໍລິການບໍ່ສາມາດຮັບໃຊ້ຈົນເຖິງທີ່ສຸດ ຫຼື ຖືກຖອນສິດໃນການບໍລິການຂອງພວກເຂົາກາງທາງ, ພວກເຂົາກໍຈະຖືກໂຍນເຂົ້າໄປໃນທ່າມກາງຜູ້ທີ່ບໍ່ເຊື່ອ ແລະ ຖ້າສິ່ງນີ້ເກີດຂຶ້ນ, ຄົນດັ່ງກ່າວຈະຖືກຈັດການໃນແບບດຽວກັນກັບສັດລ້ຽງ, ໃນແບບດຽວກັນກັບຄົນທີ່ບໍ່ມີສະຕິປັນຍາ ຫຼື ເຫດຜົນ. ເມື່ອເຮົາເວົ້າແບບນັ້ນ, ເຈົ້າເຂົ້າໃຈແມ່ນບໍ?

ສິ່ງທີ່ກ່າວມານັ້ນແມ່ນວິທີທີ່ພຣະເຈົ້າຈັດການວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ຖືກເລືອກຂອງພຣະອົງ ແລະ ຜູ້ໃຫ້ບໍລິການ. ຫຼັງຈາກທີ່ໄດ້ຍິນເລື່ອງນີ້ແລ້ວ, ພວກເຈົ້າຮູ້ສຶກແນວໃດ? ເຮົາເຄີຍເວົ້າເຖິງຫົວຂໍ້ນີ້ມາກ່ອນບໍ? ເຮົາເຄີຍເວົ້າເຖິງຫົວເລື່ອງກ່ຽວກັບຜູ້ຖືກເລືອກຂອງພຣະເຈົ້າ ແລະ ຜູ້ໃຫ້ບໍລິການບໍ? ທີ່ຈິງແລ້ວ ເຮົາໄດ້ເວົ້າ, ແຕ່ພວກເຈົ້າບໍ່ຈື່. ພຣະເຈົ້າມີຄວາມຊອບທຳຕໍ່ຜູ້ຖືກເລືອກຂອງພຣະອົງ ແລະ ຜູ້ໃຫ້ບໍລິການ. ພຣະອົງມີຄວາມຊອບທຳໃນທຸກເລື່ອງ. ເຮົາເວົ້າຖືກບໍ? ໃນນີ້ມີບ່ອນໃດທີ່ເຈົ້າສາມາດຊອກຫາຄວາມຜິດໄດ້ແດ່? ບໍ່ມີຄົນທີ່ຈະເວົ້າວ່າ: “ເປັນຫຍັງພຣະເຈົ້າຈຶ່ງອົດທົນຫຼາຍຕໍ່ບັນດາຜູ້ຖືກເລືອກ? ແລະ ເປັນຫຍັງພຣະອົງຈຶ່ງມີຄວາມອົດທົນພຽງເລັກໜ້ອຍເທົ່ານັ້ນຕໍ່ຜູ້ໃຫ້ບໍລິການ” ບໍ? ມີໃຜປາດຖະໜາທີ່ຈະລຸກຂຶ້ນສູ້ເພື່ອຜູ້ໃຫ້ບໍລິການບໍ? “ພຣະເຈົ້າສາມາດໃຫ້ເວລາຜູ້ໃຫ້ບໍລິການຫຼາຍກວ່ານີ້ໄດ້ບໍ ແລະ ມີຄວາມອົດທົນ ແລະ ອົດກັ້ນຕໍ່ພວກເຂົາຫຼາຍກວ່ານີ້ໄດ້ບໍ?” ມັນຖືກຕ້ອງບໍທີ່ຈະຖາມຄຳຖາມດັ່ງກ່າວ? (ບໍ່, ມັນບໍ່ຖືກ). ແລ້ວເປັນຫຍັງ? (ຍ້ອນວ່າ ຄວາມຈິງແລ້ວ ພວກເຮົາໄດ້ສະແດງຄວາມໂປດປານໃນການເຮັດໃຫ້ມີຜູ້ໃຫ້ບໍລິການ). ຄວາມຈິງແລ້ວ, ຜູ້ໃຫ້ບໍລິການໄດ້ຮັບຄວາມໂປດປານໂດຍການຖືກອະນຸຍາດໃຫ້ຮັບໃຊ້ຢູ່ແລ້ວ! ປາສະຈາກຫົວຂໍ້ “ຜູ້ໃຫ້ບໍລິການ” ແລະ ປາສະຈາກພາລະກິດທີ່ພວກເຂົາປະຕິບັດ, ຄົນເຫຼົ່ານີ້ຈະຢູ່ໃສ? ພວກເຂົາກໍຈະຢູ່ທ່າມກາງຜູ້ທີ່ບໍ່ເຊື່ອ, ໃຊ້ຊີວິດ ແລະ ຕາຍໄປກັບສັດລ້ຽງ. ມັນເປັນພຣະຄຸນອັນຍິ່ງໃຫຍ່ທີ່ພວກເຂົາໄດ້ຮັບໃນວັນນີ້, ໄດ້ຮັບອະນຸຍາດໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ມາຢູ່ເຮືອນຂອງພຣະເຈົ້າ! ນີ້ແມ່ນພຣະຄຸນທີ່ຍິ່ງໃຫຍ່ຫຼາຍ! ຖ້າພຣະເຈົ້າບໍ່ໄດ້ໃຫ້ໂອກາດເຈົ້າຮັບໃຊ້, ເຈົ້າກໍຈະບໍ່ມີໂອກາດທີ່ຈະມາຢູ່ຕໍ່ໜ້າພຣະອົງ. ຢ່າງໜ້ອຍສຸດ, ເຖິງແມ່ນວ່າເຈົ້າເປັນຊາວພຸດ ແລະ ໄດ້ບັນລຸຜົນແລ້ວເປັນສ່ວນໃຫຍ່, ເຈົ້າກໍຈະໄດ້ເປັນພຽງແຕ່ຜູ້ກຳກັບໃນໂລກຝ່າຍວິນຍານ; ເຈົ້າຈະບໍ່ພົບກັບພຣະເຈົ້າ, ໄດ້ຍິນສຽງຂອງພຣະອົງ ຫຼື ພຣະທຳຂອງພຣະອົງ ຫຼື ສຳຜັດໄດ້ເຖິງຄວາມຮັກ ແລະ ພອນຂອງພຣະອົງ ແລະ ເຈົ້າຈະບໍ່ສາມາດມາຢູ່ຕໍ່ໜ້າພຣະອົງໄດ້. ສິ່ງດຽວທີ່ຊາວພຸດມີຢູ່ຕໍ່ໜ້າພວກເຂົາກໍຄືໜ້າທີ່ທໍາມະດາ. ພວກເຂົາອາດບໍ່ສາມາດຮູ້ຈັກພຣະເຈົ້າ ແລະ ພວກເຂົາພຽງແຕ່ປະຕິບັດຕາມ ແລະ ເຊື່ອຟັງຢ່າງຕາບອດ, ໃນຂະນະທີ່ຜູ້ໃຫ້ບໍລິການໄດ້ຮັບພອນຫຼາຍໃນຊ່ວງຂັ້ນຕອນນີ້ຂອງພາລະກິດ! ກ່ອນອື່ນ, ພວກເຂົາສາມາດມາຢູ່ຕໍ່ໜ້າພຣະເຈົ້າ, ໄດ້ຍິນສຽງຂອງພຣະອົງ, ໄດ້ຍິນພຣະທຳຂອງພຣະອົງ ແລະ ໄດ້ຮັບພຣະຄຸນ ແລະ ພອນທີ່ພຣະອົງປະທານໃຫ້ພວກເຂົາ. ນອກຈາກນີ້, ພວກເຂົາຍັງສາມາດໄດ້ຮັບພຣະທຳ ແລະ ຄວາມຈິງທີ່ພຣະເຈົ້າປະທານໃຫ້. ຜູ້ໃຫ້ບໍລິການແມ່ນໄດ້ຮັບຫຼາຍແທ້ໆ! ສະນັ້ນ, ໃນຖານະເປັນຜູ້ໃຫ້ບໍລະການ, ຖ້າເຈົ້າບໍ່ສາມາດໃຊ້ຄວາມພະຍາຍາມຢ່າງເໝາະສົມ, ພຣະເຈົ້າຍັງຈະສາມາດຮັກສາເຈົ້າໄວ້ໄດ້ບໍ? ພຣະອົງບໍ່ສາມາດຮັກສາເຈົ້າໄວ້ໄດ້. ພຣະອົງບໍ່ໄດ້ຂໍຫຍັງຫຼາຍຈາກເຈົ້າ, ແຕ່ເຈົ້າບໍ່ໄດ້ເຮັດສິ່ງໃດທີ່ພຣະອົງຂໍຢ່າງຖືກຕ້ອງ; ເຈົ້າບໍ່ໄດ້ປະຕິບັດຕາມໜ້າທີ່ຂອງເຈົ້າ. ສະນັ້ນ ພຣະເຈົ້າບໍ່ສາມາດຮັກສາເຈົ້າໄວ້ໄດ້ຢ່າງແນ່ນອນ. ນັ້ນແມ່ນອຸປະນິໄສອັນຊອບທຳຂອງພຣະເຈົ້າ. ພຣະເຈົ້າບໍ່ເອົາໃຈເຈົ້າ ແລະ ພຣະອົງກໍບໍ່ໄດ້ເລືອກປະຕິບັດຕໍ່ເຈົ້າ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດ. ພຣະເຈົ້າປະຕິບັດຕໍ່ທຸກຄົນ ແລະ ສັດຕ່າງໆໃນລັກສະນະນີ້.

ເມື່ອເວົ້າເຖິງໂລກຝ່າຍວິນຍານ, ຖ້າສິ່ງມີຊີວິດໃນໂລກດັ່ງກ່າວເຮັດບາງຢ່າງຜິດ ຫຼື ບໍ່ເຮັດວຽກຂອງພວກເຂົາຢ່າງຖືກຕ້ອງ, ພຣະເຈົ້າກໍມີກົດບັນຍັດສະຫວັນ ແລະ ກົດລະບຽບທີ່ກ່ຽວຂ້ອງເພື່ອຈັດການພວກເຂົາ; ນີ້ແມ່ນເດັດຂາດ. ເພາະສະນັ້ນ, ໃນໄລຍະພາລະກິດຄຸ້ມຄອງຫຼາຍພັນປີຂອງພຣະເຈົ້າ, ຜູ້ປະຕິບັດໜ້າທີ່ບາງຄົນທີ່ໄດ້ກະທຳຄວາມຜິດແມ່ນຖືກທຳລາຍໄປແລ້ວ, ໃນຂະນະທີ່ບາງຄົນຍັງຖືກກັກຂັງ ແລະ ລົງໂທດຈົນຮອດທຸກມື້ນີ້. ນີ້ແມ່ນສິ່ງທີ່ທຸກສິ່ງມີຊີວິດໃນໂລກຝ່າຍວິນຍານຕ້ອງຜະເຊີນ. ຖ້າພວກເຂົາເຮັດບາງສິ່ງຜິດ ຫຼື ເຮັດຄວາມຊົ່ວ, ພວກເຂົາກໍຈະຖືກລົງໂທດ ແລະ ນີ້ແມ່ນວິທີການກຽວກັນທີ່ພຣະເຈົ້າປະຕິບັດຕໍ່ຜູ້ຖືກເລືອກຂອງພຣະອົງ ແລະ ຜູ້ໃຫ້ບໍລິການ. ສະນັ້ນ, ທັງໃນໂລກຝ່າຍວິນຍານ ແລະ ໂລກວັດຖຸຸ, ຫຼັກການທີ່ພຣະເຈົ້າປະຕິບັດນັ້ນບໍ່ປ່ຽນແປງ. ບໍ່ວ່າເຈົ້າສາມາດເຫັນການກະທຳຂອງພຣເຈົ້າ ຫຼື ບໍ່ກໍຕາມ, ຫຼັກການຂອງມັນແມ່ນບໍ່ປ່ຽນແປງ. ພຣະເຈົ້າມີຫຼັກການດຽວກັນໃນການປະຕິບັດຕໍ່ທຸກສິ່ງ ແລະ ໃນການຈັດການທຸກສິ່ງຂອງພຣະອົງ. ນີ້ແມ່ນບໍ່ປ່ຽນແປງ. ພຣະເຈົ້າຈະເມດຕາຕໍ່ບັນດາຜູ້ທີ່ບໍ່ເຊື່ອທີ່ໃຊ້ຊີວິດຢ່າງເໝາະສົມ ແລະ ຈະໃຫ້ໂອກາດສຳລັບຜູ້ຄົນໃນແຕ່ລະສາສະໜາຜູ້ທີ່ປະພຶດຕົນເປັນຄົນດີ ແລະ ບໍ່ເຮັດຄວາມຊົ່ວ, ອະນຸຍາດໃຫ້ພວກເຂົາເຮັດບົດບາດຂອງພວກເຂົາໃນທຸກສິ່ງທີ່ຄຸ້ມຄອງໂດຍພຣະເຈົ້າ ແລະ ເຮັດສິ່ງທີ່ພວກເຂົາຄວນເຮັດ. ເຊັ່ນດຽວກັນ, ໃນບັນດາຜູ້ທີ່ຕິດຕາມພຣະເຈົ້າ ແລະ ໃນຜູ້ຖືກເລືອກຂອງພຣະອົງ, ພຣະເຈົ້າບໍ່ໄດ້ເລືອກປະຕິບັດກັບຄົນໃດຄົນໜຶ່ງຕາມຫຼັກການເຫຼົ່ານີ້ຂອງພຣະອົງ. ພຣະອົງມີເມດຕາກັບທຸກຄົນທີ່ສາມາດຕິດຕາມພຣະອົງຢ່າງຈິງໃຈ ແລະ ພຣະອົງກໍຮັກທຸກຄົນທີ່ຕິດຕາມພຣະອົງຢ່າງຈິງໃຈ. ພຽງແຕ່ວ່າສຳລັບຄົນສອງສາມປະເພດເຫຼົ່ານີ້ ທີ່ເປັນຜູ້ບໍ່ເຊື່ອ, ຄົນເຫຼົ່ານີ້ທີ່ມີຄວາມສັດທາ ແລະ ຜູ້ຖືກເລືອກຂອງພຣະເຈົ້າ, ສິ່ງທີ່ພຣະອົງປະທານໃຫ້ແກ່ພວກເຂົານັ້ນແຕກຕ່າງກັນ. ຕົວຢ່າງ ເຊັ່ນ: ຜູ້ທີ່ບໍ່ເຊື່ອ: ເຖິງແມ່ນວ່າພວກເຂົາບໍ່ເຊື່ອໃນພຣະເຈົ້າ ແລະ ພຣະເຈົ້າເຫັນພວກເຂົາເປັນສັດເດຍລະສານ, ທ່າມກາງທຸກສິ່ງ ພວກເຂົາແຕ່ລະຄົນມີອາຫານກິນ, ມີບ່ອນອາໄສທີ່ເປັນຂອງຕົນເອງ ແລະ ມີວົງຈອນຊີວິດ ແລະ ຄວາມຕາຍປົກກະຕິ. ບັນດາຜູ້ທີ່ເຮັດຄວາມຊົ່ວຖືກລົງໂທດ, ສ່ວນບັນດາຜູ້ທີ່ເຮັດດີແມ່ນໄດ້ຮັບພອນ ແລະ ໄດ້ຮັບຄວາມກະລຸນາຈາກພຣະເຈົ້າ. ນີ້ບໍ່ແມ່ນວິທີຂອງມັນບໍ? ສຳລັບຄົນທີ່ມີຄວາມເຊື່ອ, ຖ້າພວກເຂົາສາມາດປະຕິບັດຕາມຫຼັກການທາງສາສະໜາຢ່າງເຂັ້ມງວດຜ່ານການເກີດໃໝ່, ຕາຍແລ້ວເກີດໃໝ່ຫຼາຍຄັ້ງ, ແລ້ວຫຼັງຈາກການກັບຊາດມາເກີດທັງໝົດເຫຼົ່ານັ້ນ, ໃນທີ່ສຸດ ພຣະເຈົ້າກໍຈະຕັດສິນພວກເຂົາ. ໃນທຳນອງດຽວກັນ, ສຳລັບພວກເຈົ້າໃນມື້ນີ້, ບໍ່ວ່າພວກເຈົ້າເປັນໜຶ່ໃນຜູ້ຖືກເລືອກຂອງພຣະເຈົ້າ ຫຼື ເປັນຜູ້ໃຫ້ບໍລິການ, ພຣະເຈົ້າກໍຈະນຳເຈົ້າເຂົ້າແຖວ ແລະ ກຳນົດຜົນຮັບຂອງເຈົ້າຕາມກົດລະບຽບ ແລະ ກົດບັນຍັດແຫ່ງການບໍລິຫານທີ່ພຣະອົງໄດ້ຕັ້ງຂຶ້ນເຊັ່ນກັນ. ໃນບັນດາຄົນປະເພດນີ້, ຄົນທີ່ມີຄວາມເຊື່ອປະເພດຕ່າງໆ, ໝາຍເຖິງຄົນທີ່ນັບຖືສາສະໜາຕ່າງໆ, ພຣະເຈົ້າໄດ້ຈັດແຈງພື້ນທີ່ແກ່ພວກເຂົາເພື່ອດຳລົງຊີວິດບໍ? ຊາວຢິວຢູ່ໃສ? ພຣະເຈົ້າໄດ້ແຊກແຊງຄວາມເຊື່ອຂອງພວກເຂົາບໍ? ພຣະອົງບໍ່ໄດ້ແຊກແຊງແມ່ນບໍ? ແລ້ວຊາວຄຣິສຕຽນເດ? ພຣະອົງກໍບໍ່ໄດ້ແຊກແຊງພວກເຂົາເຊັ່ນກັນ. ພຣະອົງອະນຸຍາດໃຫ້ພວກເຂົາປະຕິບັດຕາມຂັ້ນຕອນຂອງພວກເຂົາເອງ, ພຣະອົງບໍ່ໄດ້ເວົ້າກັບພວກເຂົາ ຫຼື ໃຫ້ຄວາມສະຫວ່າງໃດໆແກ່ພວກເຂົາ, ຍິ່ງໄປກວ່ານັ້ນ, ພຣະອົງບໍ່ໄດ້ເປີດເຜີຍຫຍັງແກ່ພວກເຂົາ. ຖ້າເຈົ້າຄິດວ່າມັນຖືກ, ກໍຈົ່ງເຊື່ອໃນທາງນີ້. ຊາວຄາໂທລິກເຊື່ອໃນມາຣີອາ ແລະ ມັນແມ່ນຜ່ານນາງທີ່ຂ່າວປະເສີດໄດ້ສົ່ງຕໍ່ຫາພຣະເຢຊູ; ນັ້ນແມ່ນຮູບແບບຄວາມເຊື່ອຂອງພວກເຂົາ. ພຣະເຈົ້າເຄີຍແກ້ໄຂຄວາມເຊື່ອຂອງພວກເຂົາໃຫ້ຖືກຕ້ອງບໍ? ພຣະອົງປ່ອຍໃຫ້ພວກເຂົາເປັນອິດສະຫຼະ; ພຣະອົງບໍ່ໄດ້ໃສ່ໃຈພວກເຂົາ ແລະ ປະທານບ່ອນຢູ່ອາໄສໃຫ້ແກ່ພວກເຂົາ. ສໍາລັບຊາວມຸດສະລິມ ແລະ ຊາວພຸດ, ພຣະອົງກໍບໍ່ໄດ້ປະຕິບັດຕໍ່ພວກເຂົາເຊັ່ນດຽວກັນບໍ? ພຣະອົງໄດ້ກຳນົດເຂດແດນສຳລັບພວກເຂົາເຊັ່ນກັນ ແລະ ອະນຸຍາດໃຫ້ພວກເຂົາມີພື້ນທີ່ດຳລົງຊີວິດເປັນຂອງຕົນເອງ ໂດຍບໍ່ໄດ້ແຊກແຊງໃນຄວາມເຊື່ອສ່ວນຕົວຂອງພວກເຂົາ. ທັງໝົດເປັນລະບຽບດີ. ພວກເຈົ້າເຫັນຫຍັງໃນທັງໝົດນີ້? ພຣະເຈົ້າມີສິດອຳນາດ ແຕ່ພຣະອົງບໍ່ໄດ້ໃຊ້ອໍານາດນັ້ນໂດຍອໍາເພີໃຈ. ພຣະເຈົ້າຈັດແຈງທຸກສິ່ງຢ່າງເປັນລະບຽບ ແລະ ດຳເນີນການຢ່າງເປັນລະບຽບ ແລະ ໃນນີ້ສະແດງເຖິງສະຕິປັນຍາ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງ.

ມື້ນີ້ພວກເຮົາໄດ້ສຳຜັດກັບຫົວຂໍ້ໃໝ່ ແລະ ພິເສດ ທີ່ກ່ຽວຂ້ອງກັບໂລກຝ່າຍວິນຍານ ເຊິ່ງສະແດງໃຫ້ເຫັນດ້ານໜຶ່ງຂອງການບໍລິຫານຂອງພຣະເຈົ້າ ແລະ ການປົກຄອງເໜືອໂລກດັ່ງກ່າວນັ້ນ. ກ່ອນທີ່ພວກເຈົ້າເຂົ້າໃຈສິ່ງເຫຼົ່ານີ້, ພວກເຈົ້າອາດໄດ້ເວົ້າວ່າ: “ທຸກສິ່ງທຸກຢ່າງທີ່ກ່ຽວຂ້ອງກັບເລື່ອງນີ້ເລິກລັບ ແລະ ບໍ່ມີຫຍັງກ່ຽວຂ້ອງກັບການເຂົ້າສູ່ຊີວິດຂອງພວກຂ້ານ້ອຍ; ສິ່ງເຫຼົ່ານີ້ແມ່ນໄກຈາກວິທີທີ່ຜູ້ຄົນດຳລົງຊີວິດຕົວຈິງແທ້ໆ ແລະ ພວກຂ້ານ້ອຍບໍ່ຈຳເປັນຕ້ອງເຂົ້າໃຈມັນ ແລະ ພວກຂ້ານ້ອຍກໍບໍ່ປາດຖະໜາທີ່ຈະໄດ້ຍິນກ່ຽວກັບມັນ. ພວກມັນບໍ່ມີຄວາມກ່ຽວຂ້ອງຫຍັງກັບການຮູ້ຈັກພຣະເຈົ້າ”. ແລ້ວພວກເຈົ້າຄິດວ່າມີປັນຫາກັບຄວາມຄິດດັ່ງກ່າວບໍ? ມັນຖືກຕ້ອງບໍ? (ບໍ່). ຄວາມຄິດດັ່ງກ່າວບໍ່ຖືກຕ້ອງ ແລະ ເປັນບັນຫາຢ່າງຮ້າຍແຮງ. ສາເຫດກໍຄື ຖ້າເຈົ້າປາດຖະໜາຢາກເຂົ້າໃຈວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງ, ເຈົ້າບໍ່ສາມາດພຽງເຂົ້າໃຈ ຫຼື ເຂົ້າໃຈພຽງແຕ່ສິ່ງທີ່ເຈົ້າສາມາດເບິ່ງເຫັນ ແລະ ສິ່ງທີ່ເຈົ້າສາມາດເຂົ້າໃຈໄດ້; ເຈົ້າຕ້ອງເຂົ້າໃຈໂລກອື່ນອີກດ້ວຍ ເຊິ່ງອາດບໍ່ສາມາດເບິ່ງເຫັນໄດ້ສຳລັບເຈົ້າ ແຕ່ມັນກ່ຽວຂ້ອງກັບໂລກນີ້ທີ່ເຈົ້າສາມາດເບິ່ງເຫັນໄດ້ໂດຍຫຼີກເວັ້ນບໍ່ໄດ້. ເລື່ອງນີ້ກ່ຽວຂ້ອງກັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ມັນກ່ຽວຂ້ອງກັບຫົວຂໍ້ “ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ”. ມັນເປັນຂໍ້ມູນກ່ຽວກັບສິ່ງນັ້ນ. ປາດສະຈາກຂໍ້ມູນນີ້ ກໍຈະມີຂໍ້ບົກຜ່ອງ ແລະ ຄວາມຂາດເຂີນໃນຄວາມຮູ້ຂອງຄົນກ່ຽວກັບວິທີທີ່ພຣະເຈົ້າເປັນຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ. ສະນັ້ນ, ສິ່ງທີ່ພວກເຮົາໄດ້ເວົ້າເຖິງໃນມື້ນີ້ ສາມາດເວົ້າໄດ້ວ່າ ມັນເຮັດໃຫ້ຫົວຂໍ້ທີ່ຜ່ານມາຂອງພວກເຮົາສຳເລັດລົງ, ພ້ອມທັງເປັນການສະຫຼຸບເນື້ອໃນຂອງ “ພຣະເຈົ້າເປັນຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ”. ເມື່ອເຂົ້າໃຈເລື່ອງນີ້ແລ້ວ, ຕອນນີ້ພວກເຈົ້າສາມາດຮູ້ຈັກພຣະເຈົ້າຜ່ານເນື້ອໃນນີ້ບໍ? ສຳຄັນໄປກວ່ານັ້ນ, ມື້ນີ້ເຮົາໄດ້ສົ່ງຕໍ່ຂໍ້ມູນທີ່ສຳຄັນຫຼາຍກ່ຽວກັບຜູ້ໃຫ້ບໍລິການແກ່ພວກເຈົ້າ. ເຮົາຮູ້ວ່າພວກເຈົ້າມັກຟັງຫົວຂໍ້ຕ່າງໆແບບນີ້ ແລະ ແທ້ຈິງແລ້ວ ພວກເຈົ້າກໍສົນໃຈສິ່ງເຫຼົ່ານີ້. ເພາະສະນັ້ນ, ພວກເຈົ້າຮູ້ສຶກພໍໃຈກັບສິ່ງທີ່ເຮົາໄດ້ເວົ້າເຖິງມື້ນີ້ ແມ່ນບໍ? (ແມ່ນແລ້ວ, ພວກຂ້ານ້ອຍພໍໃຈ). ສິ່ງອື່ນໆບາງຢ່າງອາດບໍ່ໄດ້ສ້າງຄວາມປະທັບໃຈຫຼາຍໃຫ້ແກ່ພວກເຈົ້າ, ແຕ່ສິ່ງທີ່ເຮົາໄດ້ເວົ້າເຖິງກ່ຽວກັບຜູ້ໃຫ້ບໍລິການໄດ້ສ້າງຄວາມປະປັບໃຈຫຼາຍເປັນພິເສດ, ຍ້ອນວ່າ ຫົວຂໍ້ນີ້ແຕະຕ້ອງດວງວິນຍານຂອງພວກເຈົ້າທຸກຄົນ.

ຂໍ້ຮຽກຮ້ອງຂອງພຣະເຈົ້າຈາກມະນຸດຊາດ

1. ຕົວຕົນ ແລະ ສະຖານະພາບຂອງພຣະເຈົ້າເອງ

ພວກເຮົາໄດ້ມາຮອດຕອນທ້າຍຂອງຫົວຂໍ້ “ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ” ແລະ ຫົວຂໍ້ “ພຣະເຈົ້າເອງທີ່ເປັນເອກະລັກ”. ດັ່ງນັ້ນ, ພວກເຮົາຕ້ອງສະຫຼຸບສິ່ງຕ່າງໆ. ພວກເຮົາຕ້ອງເຮັດບົດສະຫຼຸບແບບໃດ? ເປັນຂໍ້ສະຫຼຸບກ່ຽວກັບພຣະເຈົ້າເອງ. ໃນກໍລະນີດັ່ງກ່າວ, ແນ່ນອນມັນຕ້ອງມີຄວາມກ່ຽວພັນກັບທຸກດ້ານຂອງພຣະເຈົ້າ ແລະ ວິທີທີ່ຄົນເຊື່ອໃນພຣະເຈົ້າ. ສະນັ້ນ, ກ່ອນອື່ນເຮົາຕ້ອງຖາມພວກເຈົ້າວ່າ: ເມື່ອໄດ້ຍິນຄຳເທດສະໜາເຫຼົ່ານີ້, ໃຜແມ່ນພຣະເຈົ້າໃນສາຍຕາຂອງພວກເຈົ້າ? (ພຣະຜູ້ຊົງສ້າງ). ພຣະເຈົ້າໃນສາຍຕາຂອງພວກເຈົ້າແມ່ນພຣະຜູ້ຊົງສ້າງ. ມີສິ່ງອື່ນອີກບໍ? ພຣະເຈົ້າຄືພຣະຜູ້ເປັນເຈົ້າຂອງທຸກສິ່ງ. ຄຳເວົ້າເຫຼົ່ານີ້ເໝາະສົມບໍ? (ແມ່ນ). ພຣະເຈົ້າແມ່ນຜູ້ທີ່ປົກຄອງເໜືອທຸກສິ່ງ ແລະ ບໍລິຫານທຸກສິ່ງ. ພຣະອົງສ້າງທຸກສິ່ງທີ່ມີ, ພຣະອົງບໍລິຫານທຸກສິ່ງທີ່ມີ, ພຣະອົງປົກຄອງທຸກສິ່ງທີ່ມີ ແລະ ພຣະອົງສະໜອງໃຫ້ທຸກສິ່ງທີ່ມີ. ນັ້ນຄືສະຖານະພາບຂອງພຣະເຈົ້າ ແລະ ຄືຕົວຕົນຂອງພຣະອົງ. ສຳລັບທຸກສິ່ງ ແລະ ທັງໝົດທີ່ເປັນ ພ້ອມທັງຕົວຕົນທີ່ແທ້ຈິງຂອງພຣະເຈົ້າແມ່ນພຣະຜູ້ຊົງສ້າງ ແລະ ຜູ້ປົກຄອງການຊົງສ້າງທັງມວນ. ນັ້ນຄືຕົວຕົນຂອງພຣະເຈົ້າ ແລະ ພຣະອົງເປັນເອກະລັກທ່າມກາງທຸກສິ່ງ. ບໍ່ມີສິ່ງໃດໃນສິ່ງຊົງສ້າງຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະຢູ່ທ່າມກາງມະນຸດຊາດ ຫຼື ໃນໂລກຝ່າຍວິນຍານສາມາດໃຊ້ວິທີການ ຫຼື ຂໍ້ແກ້ຕົວເພື່ອປອມຕົວເປັນ ຫຼື ແທນທີ່ຕົວຕົນ ແລະ ສະຖານະພາບຂອງພຣະເຈົ້າໄດ້, ຍ້ອນວ່າ ທ່າມກາງທຸກສິ່ງ ມີພຽງພຣະອົງທີ່ມີຕົວຕົນນີ້ ທີ່ມີ ອຳນາດ, ສິດອຳນາດ ແລະ ຄວາມສາມາດເພື່ອປົກຄອງເໜືອການຊົງສ້າງ: ພຣະເຈົ້າທີ່ເປັນເອກະລັກຂອງພວກເຮົາ. ພຣະອົງອາໄສຢູ່ ແລະ ເຄື່ອນໄຫວທ່າມກາງທຸກສິ່ງ; ພຣະອົງສາມາດຂຶ້ນໄປຍັງສະຖານທີ່ທີ່ສູງທີ່ສຸດ, ເໜືອທຸກສິ່ງ. ພຣະອົງສາມາດຖ່ອມຕົວພຣະອົງເອງໂດຍການກາຍເປັນມະນຸດ, ກາຍເປັນໜຶ່ງໃນບັນດາຜູ້ທີ່ມີເລືອດ ແລະ ເນື້ອ, ມາຢູ່ຕໍ່ໜ້າຜູ້ຄົນ ແລະ ຮ່ວມສຸກຮ່ວມທຸກກັບພວກເຂົາ, ໃນຂະນະດຽວກັນ ພຣະອົງຊົງບັນຊາທຸກສິ່ງທີ່ມີຢູ່, ກຳນົດໂຊກຊະຕາຂອງທຸກສິ່ງທີ່ມີຢູ່ ແລະ ໃນທິດທາງໃດທີ່ພວກມັນທັງໝົດເຄື່ອນໄປ. ຍິ່ງໄປກວ່ານັ້ນ, ພຣະອົງຊົງນຳທາງໂຊກຊະຕາຂອງມະນຸດຊາດທັງມວນ ແລະ ຊີ້ນຳທິດທາງຂອງມວນມະນຸດ. ພຣະເຈົ້າແບບນີ້ຄວນໄດ້ຮັບການນະມັດສະການ, ເຊື່ອຟັງ ແລະ ຮູ້ຈັກໂດຍທຸກສິ່ງທີ່ມີຊີວິດ. ສະນັ້ນ, ບໍ່ວ່າເຈົ້າຈະຢູ່ໃນກຸ່ມ ຫຼື ປະເພດໃດທ່າມກາງມະນຸດຊາດ, ການເຊື່ອໃນພຣະເຈົ້າ, ການຕິດຕາມພຣະເຈົ້າ, ການໃຫ້ຄວາມເຄົາລົບແກ່ພຣະເຈົ້າ, ການຍອມຮັບການປົກຄອງຂອງພຣະອົງ ແລະ ການຍອມຮັບການຈັດແຈງຂອງພຣະອົງສຳລັບໂຊກຊະຕາຂອງເຈົ້າແມ່ນທາງເລືອກດຽວ, ເປັນທາງເລືອກທີ່ຈຳເປັນສຳລັບທຸກຄົນ ແລະ ທຸກສິ່ງ. ໃນຄວາມເປັນເອກະລັກຂອງພຣະເຈົ້າ, ຄົນເຫັນວ່າສິດອຳນາດຂອງພຣະອົງ, ອຸປະນິໄສອັນຊອບທຳຂອງພຣະອົງ, ແກ່ນແທ້ຂອງພຣະອົງ ແລະ ວິທີການທີ່ພຣະອົງສະໜອງໃຫ້ກັບທຸກສິ່ງນັ້ນ ລ້ວນແລ້ວແຕ່ເປັນເອກະລັກຢ່າງສົມບູນ; ຄວາມເປັນເອກະລັກນີ້ກຳນົດຕົວຕົນທີ່ແທ້ຈິງຂອງພຣະເຈົ້າເອງ ແລະ ມັນຍັງກຳນົດສະຖານະພາບຂອງພຣະອົງອີກດ້ວຍ. ເພາະສະນັ້ນ, ທ່າມກາງສິ່ງຊົງສ້າງທັງປວງ, ຖ້າສິ່ງມີຊີວິດໃດໜຶ່ງໃນໂລກຝ່າຍວິນຍານ ຫຼື ທ່າມກາງມະນຸດຊາດປາຖະໜາທີ່ຈະຢືນແທນທີ່ຂອງພຣະເຈົ້າ, ຄວາມສຳເລັດຈະເປັນໄປບໍ່ໄດ້ ເຊັ່ນດຽວກັນກັບການພະຍາຍາມປອມຕົວເປັນພຣະເຈົ້າ. ນີ້ແມ່ນຄວາມຈິງ. ແມ່ນຫຍັງຄືຂໍ້ຮຽກຮ້ອງຂອງພຣະຜູ້ສ້າງ ແລະ ຜູ້ປົງຄອງເຊັ່ນນີຕໍ່ມວນມະນຸດ, ໃຜທີ່ມີຕົວຕົນ, ອຳນາດ ແລະ ສະຖານະພາບຂອງພຣະເຈົ້າເອງ? ເລື່ອງນີ້ຄວນຊັດເຈນສຳລັບທຸກຄົນ ແລະ ຄວນຖືກຈົດຈຳໂດຍທຸກຄົນ; ນີ້ແມ່ນສຳຄັນຫຼາຍສຳລັບພຣະເຈົ້າ ແລະ ມະນຸດ!

2. ທັດສະນະຕ່າງໆຂອງມະນຸດຊາດຕໍ່ພຣະເຈົ້າ

ວິທີທີ່ຜູ້ຄົນປະພຶດຕໍ່ພຣະເຈົ້າຕັດສິນໂຊກຊະຕາຂອງພວກເຂົາ ແລະ ມັນຍັງເປັນວິທີທີ່ພຣະເຈົ້າຈະປະພຶດຕໍ່ພວກເຂົາ ແລະ ຈັດການພວກເຂົາອີກດ້ວຍ. ໃນຕອນນີ້, ເຮົາຈະຂໍຍົກບາງຕົວຢ່າງກ່ຽວກັບວິທີທີ່ຄົນປະພຶດຕໍ່ພຣະເຈົ້າ. ໃຫ້ພວກເຮົາຟັງ ແລະ ເບິ່ງວ່າ ລັກສະນະ ແລະ ທ່າທີທີ່ພວກເຂົາປະຕິບັດຕໍ່ໜ້າພຣະເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ໃຫ້ພວກເຮົາພິຈາລະນາພຶດຕິກຳຂອງຄົນເຈັດປະເພດຕໍ່ດັ່ງຕໍ່ໄປນີ້.

1) ມີຄົນປະເພດໜຶ່ງທີ່ມີທັດສະນະຄະຕິຕໍ່ພຣະເຈົ້າຢ່າງໄຮ້ສາລະໂດຍສະເພາະ. ຄົນເຫຼົ່ານີ້ຄິດວ່າ ພຣະເຈົ້າເປັນຄືກັບພະໂພທິສັດ ຫຼື ສິ່ງສັກສິດຂອງຕຳນານມະນຸດ ແລະ ຕ້ອງການໃຫ້ມະນຸດກົ້ມຂາບໄຫວ້ສາມຄັ້ງເມື່ອໃດກໍຕາມທີ່ພວກເຂົາພົບປະກັນ ແລະ ຈູດທູບຫຼັງຈາກກິນອາຫານແຕ່ລະຄາບ. ດ້ວຍເຫັນນັ້ນ, ເມື່ອໃດກໍຕາມທີ່ພວກເຂົາຮູ້ສຶກຂອບຄຸນທີ່ສຸດສຳລັບພຣະຄຸນຂອງພຣະອົງ ແລະ ຮູ້ສຶກຮູ້ບຸນຄຸນຕໍ່ພຣະອົງ, ພວກເຂົາມັກຈະມີແຮງຈູງໃຈແບບນີ້ເລື້ອຍໆ. ພວກເຂົາປາຖຸະໜາເປັນຢ່າງຍິ່ງວ່າພຣະເຈົ້າທີ່ພວກເຂົາເຊື່ອໃນມື້ນີ້ຈະສາມາດຍອມຮັບວິທີທີ່ພວກເຂົາກົ້ມຂາບສາມເທື່ອເມື່ອພົບປະກັນ ແລະ ຈູດທູບຫຼັງຈາກກິນອາຫານແຕ່ລະຄາບ ຄືກັບສິ່ງສັກສິດທີ່ພວກເຂົາປາຖະໜາໃນຫົວໃຈຂອງພວກເຂົາ.

2) ບາງຄົນເຫັນພຣະເຈົ້າເປັນພະພຸດທະເຈົ້າທີມີຊີວິດ ຜູ້ທີ່ສາມາດປົດທຸກໃຫ້ກັບສັບພະສິ່ງທັງປວງ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນ; ພວກເຂົາເຫັນພຣະອົງເປັນພະພຸດທະເຈົ້າທີ່ມີຊີວິດ ຜູ້ທີ່ສາມາດນໍາພາພວກເຂົາອອກຈາກທະເລແຫ່ງຄວາມທຸກ. ຄວາມເຊື່ອໃນພຣະເຈົ້າຂອງຄົນເຫຼົ່ານີ້ນຳມາເຊິ່ງການນະມັດສະການພຣະອົງເປັນພະພຸດທະເຈົ້າ. ເຖິງແມ່ນວ່າພວກເຂົາບໍ່ຈູດທູບ, ຂາບໄຫວ້ ຫຼື ຖວາຍເຄື່ອງບູຊາ, ເລິກໆແລ້ວ ພວກເຂົາຮູ້ສຶກວ່າພຣະເຈົ້າເປັນພຽງພະພຸດທະເຈົ້າຜູ້ທີ່ຂໍພຽງໃຫ້ພວກເຂົາໃຈດີ ແລະ ມີເມດຕາ, ບໍ່ໃຫ້ພວກເຂົາຂ້າສັດຕັດຊີວິດ, ຫຼີກເວັ້ນການສາບແຊ່ງຄົນອື່ນ, ໃຊ້ຊີວິດທີ່ຊື່ສັດ ແລະ ບໍ່ກະທຳຜິດ. ພວກເຂົາເຊື່ອວ່າສິ່ງເຫຼົ່ານີ້ແມ່ນທັງໝົດທີ່ພຣະອົງຮຽກຮ້ອງຈາກພວກເຂົາ; ນີ້ແມ່ນພຣະເຈົ້າໃນຫົວໃຈຂອງເຂົາ.

3) ບາງຄົນນະມັດສະການພຣະເຈົ້າຄືກັບວ່າພຣະອົງເປັນບາງຄົນທີ່ຍິ່ງໃຫຍ່ ແລະ ມີຊື່ສຽງ. ຕົວຢ່າງ: ບໍວ່າວິທີໃດກໍຕາມທີ່ຜູ້ຍິ່ງໃຫຍ່ນີ້ມັກເວົ້າ ຫຼື ເວົ້າຫຍັງກໍຕາມບໍ່ວ່າຈະເປັນຄຳເວົ້າ, ຄຳສັບ, ນ້ຳສຽງ, ທ່າທາງ, ຄວາມຄິດເຫັນ, ການກະທຳ ແລະ ຈຸດຢືນຂອງຄົນຍິ່ງໃຫຍ່ນີ້, ສິ່ງທັງໝົດເຫຼົ່ານີ້ຄືສິ່ງຜູ້ຄົນດັ່ງກ່າວເອົາເປັນແບບຢ່າງຕະຫຼອດເສັ້ນທາງແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ.

4) ບາງຄົນເຫັນພຣະເຈົ້າເປັນລາຊາ, ຮູ້ສຶກວ່າພຣະອົງຢູ່ເໜືອຄົນອື່ນໆທັງໝົດ ແລະ ບໍ່ມີໃຜກ້າເຮັດຜິດໃຈພຣະອົງ, ຖ້າຜູ້ໃດເຮັດ, ຜູ້ນັ້ນຈະຖືກລົງໂທດ. ພວກເຂົານະມັດສະການລາຊາດັ່ງກ່າວ ຍ້ອນລາຊາຄອບຄອງພື້ນທີ່ໃນຫົວໃຈຂອງພວກເຂົາ. ຄວາມຄິດ, ທ່າທີ, ສິດອຳນາດ ແລະ ທາດແທ້ຂອງພວກເຂົາ, ແມ່ນແຕ່ຄວາມສົນໃຈ ແລະ ຊີວິດສ່ວນຕົວ, ທັງໝົດນີ້ກາຍເປັນສິ່ງທີ່ຄົນເຫຼົ່ານີ້ຮູ້ສຶກວ່າພວກເຂົາຕ້ອງເຂົ້າໃຈ; ພວກມັນກາຍເປັນບັນຫາ ແລະ ສິ່ງທີ່ພວກເຂົາກັງວົນໃຈ. ດ້ວຍເຫດນັ້ນ ພວກເຂົາຈຶ່ງນະມັດສະການພຣະເຈົ້າຄືກັບລາຊາ. ຮູບແບບຄວາມເຊື່ອແບບນີ້ໄຮ້ສາລະທີ່ສຸດ.

5) ບາງຄົນມີຄວາມເຊື່ອສະເພາະໃນການມີຢູ່ຂອງພຣະເຈົ້າ ແລະ ຄວາມເຊື່ອນີ້ເລິກເຊິ່ງ ແລະ ບໍ່ສັ່ນຄອນ. ແນວໃດກໍຕາມ, ຍ້ອນຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້ານັ້ນຕື້ນຫຼາຍ ແລະ ພວກເຂົາບໍ່ມີປະສົບການຫຼາຍກ່ຽວກັບພຣະທຳຂອງພຣະອົງ, ພວກເຂົານະມັດສະການພຣະອົງດັ່ງມິ່ງຂວ້ນໃຈ. ໃນໃຈພວກເຂົາ ມິ່ງຂວ້ນໃຈນີ້ແມ່ນພຣະເຈົ້າ; ແມ່ນສິ່ງທີ່ພວກເຂົາຮູ້ສຶກວ່າພວກເຂົາຕ້ອງຢຳເກງ ແລະ ກົ້ມຫົວຂາບ, ເຊິ່ງພວກເຂົາຕ້ອງຕິດຕາມ ແລະ ຮຽນແບບ. ພວກເຂົາເຫັນພຣະເຈົ້າເປັນມິ່ງຂວັນໃຈທີ່ພວກເຂົາຕ້ອງຕິດຕາມຕະຫຼອດຊີວິດຂອງພວກເຂົາ. ພວກເຂົາຮຽນແບບນ້ຳສຽງທີ່ພຣະເຈົ້າເວົ້າ ແລະ ດ້ານພາຍນອກ ພວກເຂົາຮຽນແບບບັນດາຜູ້ທີ່ພຣະເຈົ້າມັກ. ພວກເຂົາມັກເຮັດສິ່ງທີ່ປາກົດວ່າໄຮ້ດຽງສາ, ບໍລິສຸດ ແລະ ຊື່ສັດ, ພວກເຂົາເຖິງກັບເຮັດຕາມມິ່ງຂວັນໃຈດັ່ງກັບວ່າມັນເປັນຄູ່ຄອງ ຫຼື ເພື່ອນທີ່ພວກເຂົາບໍ່ສາມາດແຍກກັນໄດ້. ນັ້ນແມ່ນຮູບແບບຄວາມເຊື່ອຂອງພວກເຂົາ.

6) ມີຄົນປະເພດໜຶ່ງທີ່ເຖິງແມ່ນວ່າໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍ ແລະ ໄດ້ຍິນການເທດສະໜາມາຫຼາຍ, ຮູ້ສຶກເລິກໆວ່າ ມີຫຼັກການດຽວທີ່ຢູ່ເບື້ອງຫຼັງພຶດຕິດກຳຂອງພວກເຂົາຕໍ່ພຣະເຈົ້າ ນັ້ນກໍຄື ພວກເຂົາຄວນປະຈົບປະແຈງ ແລະ ເອົາອົກເອົາໃຈ ຫຼື ວ່າພວກເຂົາຄວນສັນລະເສີນພຣະເຈົ້າ ແລະ ຍົກຍ້ອງພຣະອົງເໜືອຄວາມເປັນຈິງ. ພວກເຂົາເຊື່ອວ່າພຣະເຈົ້າແມ່ນພຣະເຈົ້າຜູ້ຮຽກຮ້ອງໃຫ້ພວກເຂົາປະພຶດຕົນໃນທາງນັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາເຊື່ອວ່າຖ້າພວກເຂົາບໍ່ເຮັດເຊັ່ນນັ້ນ, ພວກເຂົາອາດຈະທ້າທາຍຄວາມໂກດຮ້າຍຂອງພຣະອົງໄດ້ຕະຫຼອດເວລາ ຫຼື ເຮັດບາບຕໍ່ພຣະອົງ ເຊິ່ງຍ້ອນການເຮັດບາບນີ້, ພຣະເຈົ້າຈຶ່ງຈະລົງໂທດພວກເຂົາ. ນັ້ນຄືພຣະເຈົ້າທີ່ພວກເຂົາເກັບຮັກສາໄວ້ໃນຫົວໃຈຂອງພວກເຂົາ.

7) ແລ້ວກໍມີຄົນສ່ວນໃຫຍ່ທີ່ພົບເຫັນອາຫານຝ່າຍວິນຍານໃນພຣະເຈົ້າ. ນີ້ໍກໍຍ້ອນວ່າ ພວກເຂົາອາໄສຢູ່ໃນໂລກນີ້, ພວກເຂົາປາສະຈາກຄວາມສະຫງົບ ຫຼື ຄວາມສຸກ ແລະ ບໍ່ມີບ່ອນໃດເລີຍທີ່ພວກເຂົາພົບຄວາມສຸກສະບາຍ; ເມື່ອພວກເຂົາພົບພຣະເຈົ້າ, ຫຼັງຈາກທີ່ພວກເຂົາໄດ້ເຫັນ ແລະ ໄດ້ຍິນພຣະທຳຂອງພຣະອົງ, ພວກເຂົາກໍເລີ່ມມີຄວາມສຸກຢ່າງລັບໆ ແລະ ມີຄວາມເບິກບານຢູ່ໃນໃຈຂອງພວກເຂົາ. ນີ້ກໍຍ້ອນພວກເຂົາເຊື່ອວ່າ ສຸດທ້າຍ ພວກເຂົາກໍໄດ້ພົບບ່ອນທີ່ຈະເຮັດໃຫ້ວິນຍານຂອງພວກເຂົາມີຄວາມສຸກ ແລະ ສຸດທ້າຍ ພວກເຂົາກໍໄດ້ພົບພຣະເຈົ້າຜູ້ທີ່ຈະປະທານອາຫານຝ່າຍວິນຍານໃຫ້ແກ່ພວກເຂົາ. ຫຼັງຈາກທີ່ພວກເຂົາຍອມຮັບພຣະເຈົ້າ ແລະ ເລີ່ມຕິດຕາມພຣະອົງ, ພວກເຂົາກໍມີຄວາມສຸກ ແລະ ຊີວິດຂອງພວກເຂົາກໍຖືກຕື່ມເຕັມ. ພວກເຂົາບໍ່ປະຕິບັດຄືກັບຜູ້ທີ່ບໍ່ເຊື່ອອີກຕໍ່ໄປ, ນັ້ນກໍຄື ຜູ້ທີ່ຍ່າງລະເມີຜ່ານຊີວິດຄືກັບສັດ. ພວກເຂົາຮູ້ສຶກວ່າມີບາງສິ່ງທີ່ໃຫ້ຄວາມຫວັງໃນຊີວິດ. ສະນັ້ນ, ພວກເຂົາຄິດວ່າພຣະເຈົ້າອົງນີ້ສາມາດສະໜອງຄວາມຕ້ອງການຝ່າຍວິນຍານຂອງພວກເຂົາໄດ້ຢ່າງຫຼວງຫຼາຍ ແລະ ນຳເອົາຄວາມສຸກຢ່າງຍິ່ງໃຫຍ່ມາສູ່ພວກເຂົາທັງຈິດໃຈ ແລະ ວິນຍານ. ໂດຍບໍ່ຮູ້ຕົວ, ພວກເຂົາບໍ່ສາມາດໜີຈາກພຣະເຈົ້າອົງນີ້ໄດ້ ຜູ້ທີ່ປະທານອາຫານຝ່າຍວິນຍານໃຫ້ແກ່ພວກເຂົາ ແລະ ຜູ້ທີ່ນຳເອົາຄວາມສຸກມາສູ່ວິນຍານຂອງພວກເຂົາ ແລະ ສູ່ສະມາຊິກຄອບຄົວຂອງພວກເຂົາທຸກຄົນ. ພວກເຂົາເຊື່ອວ່າ ຄວາມເຊື່ອໃນພຣະເຈົ້າບໍ່ຕ້ອງການຫຍັງຫຼາຍນອກຈາກອາຫານຝ່າຍວິນຍານ.

ມີຜູ້ໃດໃນພວກເຈົ້າມີທັດສະນະຄະຕິທີ່ກ່າວມານີ້ຕໍ່ພຣະເຈົ້າບໍ? (ມີ). ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ຖ້າໃຈຂອງບຸກຄົນໃດໜຶ່ງມີໜຶ່ງໃນທັດສະນະເຫຼົ່ານັ້ນ, ຄົນນັ້ນສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ແທ້ບໍ? ຖ້າບາງຄົນມີໜຶ່ງໃນທັດສະນະເຫຼົ່ານີ້ໃນໃຈຂອງພວກເຂົາ, ພວກເຂົາເຊື່ອໃນພຣະເຈົ້າບໍ? ຄົນດັ່ງກ່າວເຊື່ອໃນພຣະເຈົ້າທີ່ເປັນເອກະລັກບໍ? (ບໍ່). ເນື່ອງຈາກວ່າເຈົ້າບໍ່ເຊື່ອໃນພຣະເຈົ້າທີ່ເປັນເອກະລັກ, ເຈົ້າເຊື່ອໃນຜູ້ໃດ? ຖ້າສິ່ງທີ່ເຈົ້າເຊື່ອບໍ່ແມ່ນພຣະເຈົ້າທີ່ເປັນເອກະລັກ, ເປັນໄປໄດ້ວ່າເຈົ້າເຊື່ອໃນຮູບປັ້ນບູຊາ ຫຼື ບຸລຸດຜູ້ຍິ່ງໃຫຍ່ ຫຼື ພະໂພທິສັດ ຫຼື ວ່າເຈົ້າບູຊາພະພຸດທະເຈົ້າທີ່ຢູ່ໃນໃຈຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເປັນໄປໄດ້ວ່າເຈົ້າເຊື່ອໃນຄົນທຳມະດາຄົນໜຶ່ງ. ສະຫຼຸບກໍຄື, ຍ້ອນຄວາມຫຼາກຫຼາຍໃນຄວາມເຊື່ອຂອງຜູ້ຄົນ ແລະ ທັດສະນະຄະຕິຕ່າງໆທີ່ມີຕໍ່ພຣະເຈົ້າ, ພວກເຂົາວາງພຣະເຈົ້າທີ່ພວກເຂົາເຂົ້າໃຈໄວ້ໃນຫົວໃຈຂອງພວກເຂົາ, ສ້າງຈິນຕະນາການກ່ຽວກັບພຣະເຈົ້າ, ວາງທັດສະນະ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບພຣະເຈົ້າໄວ້ຄຽງຂ້າງກັບພຣະເຈົ້າທີ່ເປັນເອກະລັກ ແລະ ສຸດທ້າຍ ກໍຍົກມັນຂຶ້ນໃຫ້ເປັນສິ່ງສັກສິດ. ມັນໝາຍຄວາມວ່າແນວໃດເມື່ອຜູ້ຄົນມີທັດສະນະຄະຕິທີ່ບໍ່ຖືກຕ້ອງແບບນັ້ນຕໍ່ພຣະເຈົ້າ? ໝາຍຄວາມວ່າ ພວກເຂົາໄດ້ປະຕິເສດພຣະເຈົ້າທີ່ແທ້ຈິງ ແລະ ກຳລັງບູຊາພຣະເຈົ້າປອມ; ມັນຊີ້ໃຫ້ເຫັນວ່າໃນຂະນະທີ່ເຊື່ອໃນພຣະເຈົ້າ, ພວກເຂົາປະຕິເສດ ແລະ ຕໍ່ຕ້ານພຣະອົງ, ພວກເຂົາຢູ່ໃນການປະຕິເສດການມີຢູ່ຂອງພຣະເຈົ້າທີ່ແທ້ຈິງ. ຖ້າຜູ້ຄົນຍັງສືບຕໍ່ຍຶດຖືຮູບແບບຄວາມເຊື່ອເຊັ່ນນີ້, ແລ້ວແມ່ນຫຍັງຄືຜົນຕາມມາທີ່ພວກເຂົາຈະໄດ້ຮັບ? ດ້ວຍຮູບແບບຄວາມເຊື່ອດັ່ງກ່າວ, ພວກເຂົາຈະສາມາດຍັບເຂົ້າໃກ້ການບັນລຸຂໍ້ຮຽກຮ້ອງຂອງພຣະເຈົ້າໄດ້ບໍ? (ບໍ່, ພວກເຂົາຈະບໍ່ສາມາດເຮັດໄດ້). ກົງກັນຂ້າມ, ຍ້ອນແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ພວກເຂົາຈະຫຼົງທາງຈາກເສັ້ນທາງຂອງພຣະເຈົ້າໄກຂຶ້ນ, ຍ້ອນວ່າທິດທາງທີ່ພວກເຂົາສະແຫວງຫານັ້ນກົງກັນຂ້າມກັບທິດທາງທີ່ພຣະເຈົ້າຮຽກຮ້ອງໃຫ້ພວກເຂົາເດີນ. ພວກເຈົ້າເຄີຍໄດ້ຍິນເລື່ອງລາວຂອງ “ໄປພາກໃຕ້ໂດຍຂັບລົດມ້າໄປພາກເໜືອ” ບໍ? ນີ້ອາດແມ່ນກໍລະນີໄປພາກໃຕ້ໂດຍຂັບລົດມ້າໄປພາກເໜືອ. ຖ້າຄົນເຊື່ອໃນພຣະເຈົ້າໃນແບບທີ່ເປັນຕາຫົວເຊັ່ນນັ້ນ, ແລ້ວຍິ່ງເຈົ້າພະຍາຍາມຫຼາຍເທົ່າໃດ, ເຈົ້າກໍຈະຍິ່ງຫ່າງໄກຈາກພຣະເຈົ້າຫຼາຍເທົ່ານັ້ນ. ດັ່ງນັ້ນ, ເຮົາຂໍເຕືອນພວກເຈົ້າແບບນີ້: ກ່ອນທີ່ພວກເຈົ້າຈະໄປ, ເຈົ້າຕ້ອງຮູ້ຢ່າງຊັດເຈນວ່າ ເຈົ້າຈະໄປຖືກທິດທາງແທ້ ຫຼື ບໍ່. ຈົ່ງຕັ້ງໃຈໃນຄວາມພະຍາຍາມຂອງເຈົ້າ ແລະ ຖາມຕົນເອງໃຫ້ແນ່ໃຈວ່າ “ພຣະເຈົ້າທີ່ຂ້ານ້ອຍເຊື່ອແມ່ນຜູ້ປົກຄອງທຸກສິ່ງບໍ? ພຣະເຈົ້າທີ່ຂ້ານ້ອຍເຊື່ອເປັນພຽງບາງຄົນທີ່ໃຫ້ການບຳລຸງລ້ຽງທາງຝ່າຍວິນຍານແກ່ຂ້ານ້ອຍເທົ່ານັ້ນບໍ? ພຣະອົງເປັນພຽງມິ່ງຂວັນໃຈຂອງຂ້ານ້ອຍບໍ? ພຣະເຈົ້າອົງນີ້ທີ່ຂ້ານ້ອຍເຊື່ອຮຽກຮ້ອງຫຍັງຈາກຂ້ານ້ອຍແດ່? ພຣະເຈົ້າເຫັນດີທຸກສິ່ງທີ່ຂ້ານ້ອຍເຮັດບໍ? ການກະທຳ ແລະ ການສະແຫວງຫາທັງໝົດຂອງຂ້ານ້ອຍສອດຄ່ອງກັບການສະແຫວງຫາເພື່ອຮູ້ຈັກພຣະເຈົ້າບໍ? ພວກມັນສອດຄ່ອງກັບຂໍ້ຮຽກຮ້ອງຂອງພຣະເຈົ້າຈາກຂ້ານ້ອຍບໍ? ເສັ້ນທາງທີ່ຂ້ານ້ອຍເດີນເປັນທີ່ຮັບຮູ້ ແລະ ເຫັນພ້ອມໂດຍພຣະເຈົ້າບໍ? ພຣະອົງພໍໃຈກັບຄວາມເຊື່ອຂອງຂ້ານ້ອຍບໍ?” ເຈົ້າຄວນຖາມຄຳຖາມເຫຼົ່ານີ້ກັບຕົວເອງສະເໝີ ແລະ ເລື້ອຍໆ. ຖ້າເຈົ້າຢາກສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ, ເຈົ້າກໍຕ້ອງມີສະຕິຢ່າງຊັດເຈນ ແລະ ຈຸດປະສົງທີ່ຊັດເຈນກ່ອນທີ່ເຈົ້າຈະສາມາດປະສົບຜົນສຳເລັດໃນການເຮັດໃຫ້ພຣະອົງພໍໃຈ.

ຍ້ອນຄວາມອົດທົນຂອງພຣະອົງ, ເປັນໄປໄດ້ບໍວ່າ ພຣະເຈົ້າອາດຈະຍອມຮັບແບບບໍ່ເຕັມໃຈກັບທັດສະນະຄະຕິທີ່ບໍ່ເໝາະສົມເຫຼົ່ານີ້ທີ່ເຮົາໄດ້ເວົ້າເຖິງ? ພຣະເຈົ້າສາມາດຍົກຍ້ອງທັດສະນະຄະຕິເຫຼົ່ານີ້ຂອງຄົນໄດ້ບໍ? (ບໍ່). ຂໍ້ຮຽກຮ້ອງຂອງພຣະເຈົ້າຕໍ່ມະນຸດ ແລະ ຕໍ່ບັນດາຜູ້ທີ່ຕິດຕາມພຣະອົງມີຫຍັງແດ່? ເຈົ້າມີຄວາມຄິດທີ່ຊັດເຈນກ່ຽວກັບທັດສະນະຄະຕິແບບໃດທີ່ພຣະອົງຢາກໃຫ້ຄົນມີບໍ? ໃນເວລານີ້, ເຮົາໄດ້ເວົ້າມາຫຼາຍແລ້ວ; ເຮົາໄດ້ເວົ້າຫຼາຍຢ່າງກ່ຽວກັບຫົວຂໍ້ຂອງພຣະເຈົ້າເອງ ແລະ ກ່ຽວກັບການກະທຳ, ສິ່ງທີ່ພຣະອົງມີ ແລະ ເປັນ. ພວກເຈົ້າຮູ້ບໍວ່າພຣະເຈົ້າປາຖະໜາຢາກໄດ້ຫຍັງຈາກຜູ້ຄົນ? ເຈົ້າຮູ້ບໍວ່າພຣະເຈົ້າຕ້ອງການຫຍັງຈາກເຈົ້າ? ເວົ້າອອກມາ. ຖ້າຄວາມຮູ້ຂອງພວກເຈົ້າຈາກປະສົບການ ແລະ ການປະຕິບັດຍັງຂາດເຂີນຢູ່ ແລະ ຍັງຕື້ນຫຼາຍ, ພວກເຈົ້າກໍສາມາດເວົ້າບາງສິ່ງກ່ຽວກັບຄວາມຮູ້ຂອງພວກເຈົ້າກ່ຽວກັບພຣະທຳເຫຼົ່ານີ້. ພວກເຈົ້າມີຄວາມຮູ້ທີ່ຖືກຕ້ອງບໍ? ພຣະເຈົ້າຂໍຫຍັງຈາກມະນຸດ? (ໃນລະຫວ່າງການສົນທະນາສອງສາມຄັ້ງນີ້, ພຣະເຈົ້າໄດ້ພະຍາຍາມຮຽກຮ້ອງໃຫ້ພວກເຮົາຮູ້ຈັກພຣະອົງ, ຮູ້ຈັກການກະທຳຂອງພຣະອົງ, ຮູ້ວ່າພຣະອງຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ ແລະ ທຳຄວາມຄຸ້ນເຄີຍກັບສະຖານະພາບ ແລະ ຕົວຕົນຂອງພຣະອົງ). ເມື່ອພຣະເຈົ້າຮຽກຮ້ອງໃຫ້ຄົນຮູ້ຈັກພຣະອົງ, ຜົນໄດ້ຮັບສຸດທ້າຍແມ່ນຫຍັງ? (ພວກເຂົາເຂົ້າໃຈວ່າພຣະເຈົ້າແມ່ນພຣະຜູ້ຊົງສ້າງ ແລະ ມະນຸດແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນ). ເມື່ອຄົນບັນລຸຄວາມຮູ້ດັ່ງກ່າວນີ້, ແມ່ນຫຍັງຄືການປ່ຽນແປງໃນທັດສະນະຄະຕິ, ໃນພຶດຕິກຳ ແລະ ວິທີການປະຕິບັດຂອງພວກເຂົາ ຫຼື ໃນຊີວິດຈິດໃຈຂອງພວກເຂົາທີ່ມີຕໍ່ພຣະເຈົ້າ? ພວກເຈົ້າເຄີຍຄິດກ່ຽວກັບເລື່ອງນີ້ບໍ? ສາມາດເວົ້າໄດ້ບໍວ່າ, ເມື່ອຮູ້ຈັກພຣະເຈົ້າ ແລະ ເຂົ້າໃຈພຣະອົງແລ້ວ, ພວກເຂົາກາຍເປັນຄົນດີ? (ຄວາມເຊື່ອໃນພຣະເຈົ້າບໍ່ໄດ້ກ່ຽວກັບການສະແຫວງຫາເພື່ອເປັນຄົນດີ. ກົງກັນຂ້າມ, ມັນແມ່ນການສະແຫວງຫາເພື່ອກາຍເປັນສິ່ງຖືກສ້າງຂອງພຣະເຈົ້າ, ເປັນຜູ້ທີ່ດີພໍ ແລະ ກ່ຽວກັບການເປັນຄົນຊື່ສັດ). ມີຫຍັງຕື່ມອີກບໍ? (ຫຼັງຈາກທີ່ຮູ້ຈັກພຣະເຈົ້າຢ່າງແທ້ຈິງ ແລະ ຢ່າງຖືກຕ້ອງແລ້ວ, ພວກຂ້ານ້ອຍກໍສາມາດປະຕິບັດຕໍ່ພຣະອົງດັ່ງພຣະເຈົ້າ; ພວກຂ້ານ້ອຍຮູ້ວ່າພຣະເຈົ້າເປັນພຣະເຈົ້າຢູ່ສະເໝີ, ຮູ້ວ່າພວກຂ້ານ້ອຍເປັນສິ່ງມີຊີວິດທີ່ຖືກສ້າງ, ຮູ້ວ່າພວກຂ້ານ້ອຍຄວນນະມັດສະການພຣະເຈົ້າ ແລະ ຮູ້ວ່າພວກຂ້ານ້ອຍຄວນຢູ່ໃນບ່ອນທີ່ເໝາະສົມຂອງພວກຂ້ານ້ອຍ). ດີຫຼາຍ! ພວກເຮົາລອງມາຟັງຈາກຄົນອື່ນໆເບິ່ງ. (ພວກຂ້ານ້ອຍຮູ້ຈັກພຣະເຈົ້າ ແລະ ໃນທີ່ສຸດກໍສາມາດເປັນຄົນທີ່ນອບນ້ອມຕໍ່ພຣະເຈົ້າໄດ້ຢ່າງແທ້ຈິງ, ເຄົາລົບພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ). ນັ້ນແມ່ນຖືກຕ້ອງ!

3) ທັດສະນະທີ່ພຣະເຈົ້າຮຽກຮ້ອງໃຫ້ມະນຸດມີຕໍ່ພຣະອົງ

ແທ້ຈິງແລ້ວ, ພຣະເຈົ້າບໍ່ໄດ້ຮຽກຮ້ອງຫຼາຍຈາກມະນຸດ ຫຼື ຢ່າງໜ້ອຍ, ພຣະອົງບໍ່ໄດ້ຮຽກຮ້ອງດັ່ງທີ່ຄົນຈິນຕະນາການ. ຖ້າພຣະເຈົ້າບໍ່ໄດ້ກ່າວພຣະທຳຫຍັງເລີຍ ແລະ ຖ້າພຣະອົງບໍ່ໄດ້ສະແດງອຸປະນິໄສ ຫຼື ການກະທຳໃດໆຂອງພຣະອົງໃຫ້ເຫັນ, ການຮູ້ຈັກພຣະເຈົ້າກໍຈະເປັນເລື່ອງຍາກຫຼາຍສຳລັບພວກເຈົ້າ, ເພາະວ່າຜູ້ຄົນກໍຈະຕ້ອງໄດ້ສະຫຼຸບເຈດຕະນາ ແລະ ຄວາມປະສົງຂອງພຣະອົງ; ນີ້ຈະເປັນສິ່ງທີ່ເຮັດໄດ້ຍາກຫຼາຍ. ແນວໃດກໍຕາມ, ໃນຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງ, ພຣະເຈົ້າໄດ້ກ່າວພຣະທຳຫຼາຍຂໍ້, ສຳເລັດພາລະກິດເປັນຈຳນວນຫຼວງຫຼາຍ ແລະ ສ້າງເງື່ອນໄຂຫຼາຍຂໍ້ກ່ຽວກັບມະນຸດ. ໃນພຣະທຳຂອງພຣະອົງ ແລະ ໃນພາລະກິດຈຳນວນຫຼວງຫຼາຍຂອງພຣະອົງ, ພຣະອົງໄດ້ແຈ້ງໃຫ້ຄົນຮູ້ກ່ຽວກັບສິ່ງທີ່ພຣະອົງມັກ, ສິ່ງທີ່ພຣະອົງກຽດຊັງ ແລະ ພວກເຂົາຄວນເປັນຄົນແບບໃດ. ຫຼັງຈາກເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ຄົນຄວນມີນິຍາມທີ່ຖືກຕ້ອງໃນໃຈຂອງພວກເຂົາກ່ຽວກັບເງື່ອນໄຂຂອງພຣະເຈົ້າ, ຍ້ອນວ່າພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າດ້ວຍຄວາມບໍ່ຊັດເຈນ ແລະ ບໍ່ເຊື່ອໃນພຣະເຈົ້າທີ່ເລື່ອນລອຍອີກຕໍ່ໄປ ຫຼື ພວກເຂົາເຊື່ອໃນພຣະເຈົ້າທ່າມກາງຄວາມເລື່ອນລອຍ ຫຼື ຄວາມຫວ່າງເປົ່າ. ກົງກັນຂ້າມ, ພວກເຂົາສາມາດໄດ້ຍິນຄຳເວົ້າຂອງພຣະອົງ, ເຂົ້າໃຈມາດຕະຖານເງື່ອນໄຂຂອງພຣະອົງ ແລະ ບັນລຸມັນ, ພຣະເຈົ້າໃຊ້ພາສາຂອງມວນມະນຸດເພື່ອບອກພວກເຂົາທຸກຄົນວ່າພວກເຂົາຄວນຮູ້ ແລະ ເຂົ້າໃຈ. ມື້ນີ້, ຖ້າຄົນຍັງບໍ່ຮູ້ສິ່ງທີ່ພຣະເຈົ້າເປັນ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກພວກເຂົາ; ຖ້າພວກເຂົາບໍ່ຮູ້ວ່າເປັນຫຍັງຄົນໆໜຶ່ງຄວນເຊື່ອໃນພຣະເຈົ້າ ຫຼື ຮູ້ວິທີເຊື່ອໃນພຣະອົງ ຫຼື ປະຕິບັດຕໍ່ພຣະອົງ, ສະແດງວ່າມີບັນຫາກັບເລື່ອງນີ້. ຜ່ານມາບໍ່ດົນນີ້, ພວກເຈົ້າແຕ່ລະຄົນໄດ້ເວົ້າເຖິງຂອບເຂດສະເພາະໃດໜຶ່ງ; ພວກເຈົ້າຮູ້ບາງສິ່ງ ບໍ່ວ່າສິ່ງເຫຼົ່ານີ້ຈະພິເສດ ຫຼື ທົ່ວໄປ. ແນວໃດກໍ່ຕາມ, ເຮົາປາດຖະໜາທີ່ຈະບອກພວກເຈົ້າຂໍ້ຮຽກຮ້ອງທີ່ຖືກຕ້ອງ, ຄົບຖ້ວນ ແລະ ສະເພາະເຈາະຈົງ ທີ່ພຣະເຈົ້າມີຕໍ່ມະນຸຊາດ. ພວກມັນເປັນພຽງຄຳເວົ້າສອງສາມຄຳ ແລະ ທໍາມະດາຫຼາຍ; ພວກເຈົ້າອາດຈະຮູ້ຈັກພວກມັນແລ້ວ. ຂໍ້ຮຽກຮ້ອງທີ່ຖືກຕ້ອງຂອງພຣະເຈົ້າຕໍ່ມະນຸດ ແລະ ຕໍ່ບັນດາຜູ້ທີ່ຕິດຕາມພຣະເຈົ້າແມ່ນດັ່ງຕໍ່ໄປນີ້, ພຣະອົງຮຽກຮ້ອງຫ້າຢ່າງຈາກຜູ້ທີ່ຕິດຕາມພຣະອົງ: ຄວາມເຊື່ອທີ່ແທ້ຈິງ, ການຕິດຕາມທີ່ຈົງຮັກພັກດີ, ການນອບນ້ອມຢ່າງເດັດຂາດ, ຄວາມຮູ້ທີ່ແທ້ຈິງ ແລະ ຄວາມເຄົາລົບຢ່າງຈິງໃຈ.

ໃນຫ້າຢ່າງນີ້, ພຣະເຈົ້າຮຽກຮ້ອງໃຫ້ຄົນບໍ່ຕັ້ງຄຳຖາມພຣະອົງ ຫຼື ຕິດຕາມພຣະອົງໂດຍໃຊ້ຈິນຕະນາການ ຫຼື ມຸມມອງທີ່ເລື່ອນລອຍ ແລະ ເປັນນາມມະທຳຂອງພວກເຂົາອີກຕໍ່ໄປ; ພວກເຂົາຕ້ອງບໍ່ຕິດຕາມພຣະເຈົ້າອີງຕາມຈິນຕະນາການ ຫຼື ແນວຄິດໃດໆ. ພຣະອົງຮຽກຮ້ອງໃຫ້ທຸກຄົນທີ່ຕິດຕາມພຣະອົງປະຕິບັດຢ່າງຊື່ສັດ, ບໍ່ສອງຈິດສອງໃຈ ຫຼື ບໍ່ມີຄວາມມຸ່ງໝັ້ນ. ເມື່ອພຣະເຈົ້າຮຽກຮ້ອງຫຍັງຈາກເຈົ້າ, ທົດສອບເຈົ້າ, ຕັດສິນເຈົ້າ, ຈັດການເຈົ້າ ແລະ ລິຮານເຈົ້າ ຫຼື ລົງວິໄນ ແລະ ຕີເຈົ້າ, ເຈົ້າຄວນນອບນ້ອມຕໍ່ພຣະອົງຢ່າງເດັດຂາດ. ເຈົ້າບໍ່ຄວນຖາມຫາສາເຫດ ຫຼື ສ້າງເງື່ອນໄຂ, ແລ້ວເຈົ້າຍິ່ງບໍ່ຄວນເວົ້າເຖິງເຫດຜົນເລີຍ. ການເຊື່ອຟັງຂອງເຈົ້າຕ້ອງເດັດຂາດ. ຄວາມຮູ້ກ່ຽວກັບພຣະເຈົ້າແມ່ນຂົງເຂດທີ່ຄົນຂາດເຂີນຫຼາຍທີ່ສຸດ. ພວກເຂົາມັກຈະຍັດຍຽດການເວົ້າ, ຄຳເວົ້າ ແລະ ຖ້ອຍຄໍາທີ່ບໍ່ກ່ຽວຂ້ອງກັບພຣະອົງໃຫ້ກັບພຣະອົງ, ເຊື່ອວ່າຄໍາເວົ້າດັ່ງກ່າວແມ່ນນິຍາມຂອງຄວາມຮູ້ກ່ຽວກັບພຣະເຈົ້າທີ່ຖືກຕ້ອງທີ່ສຸດ. ພວກເຂົາບໍ່ຮູ້ເລີຍວ່າຄຳເວົ້າເຫຼົ່ານີ້ເຊິ່ງມາຈາກຈິນຕະນາການຂອງມະນຸດ, ຈາກການໃຫ້ເຫດຜົນຂອງພວກເຂົາ ແລະ ຄວາມຮູ້ຂອງພວກເຂົາເອງບໍ່ໄດ້ມີຄວາມສຳພັນແມ່ນແຕ່ໜ້ອຍດຽວກັບທາດແທ້ຂອງພຣະເຈົ້າ. ສະນັ້ນ, ເຮົາຢາກບອກພວກເຈົ້າວ່າ, ເມື່ອເວົ້າເຖິງຄວາມຮູ້ທີ່ພຣະເຈົ້າປາຖະໜາຢາກໃຫ້ຄົນມີ, ພຣະອົງບໍ່ພຽງແຕ່ຂໍໃຫ້ເຈົ້າຮັບຮູ້ພຣະອົງ ຫຼື ພຣະທຳຂອງພຣະອົງ, ແຕ່ຍັງຂໍໃຫ້ຄວາມຮູ້ຂອງເຈົ້າກ່ຽວກັບພຣະອົງນັ້ນຖືກຕ້ອງ. ເຖິງແມ່ນວ່າ ເຈົ້າສາມາດເວົ້າໄດ້ພຽງແຕ່ປະໂຫຍກດຽວເທົ່ານັ້ນ ຫຼື ຮູ້ພຽງເລັກນ້ອຍເທົ່ານັ້ນ, ຄວາມຮັບຮູ້ເລັກນ້ອຍນີ້ກໍໃຫ້ຖືກຕ້ອງ ແລະ ເປັນຄວາມຈິງ ແລະ ສອດຄ່ອງກັບທາດແທ້ຂອງພຣະເຈົ້າເອງ. ນີ້ກໍຍ້ອນວ່າພຣະເຈົ້າກຽດຊັງການສັນລະເສີນ ຫຼື ການຍົກຍ້ອງພຣະອົງທີ່ບໍ່ເປັນຈິງ ຫຼື ບໍ່ພິຈາລະນາຢ່າງຮອບຄອບ. ຍິ່ງໄປກວ່ານັ້ນ, ພຣະອົງຊັງມັນເມື່ອຄົນປະຕິບັດຕໍ່ພຣະອົງຄືກັບອາກາດ. ພຣະອົງຊັງມັນເມື່ອຄົນເວົ້າຢ່າງບໍ່ມີຄວາມເຄົາລົບຕໍ່ຄວາມຈິງ, ເວົ້າຕາມໃຈ ແລະ ບໍ່ລັງເລໃຈ, ເວົ້າແນວໃດກໍຕາມທີ່ພວກເຂົາເຫັນວ່າເໝາະສົມໃນລະຫວ່າງການສົນທະນາເຖິງຫົວຂໍ້ຕ່າງໆກ່ຽວກັບພຣະເຈົ້າ; ຍິ່ງໄປກວ່ານັ້ນ, ພຣະອົງຊັງບັນດາຜູ້ທີ່ເຊື່ອວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ອວດອ້າງຄວາມຮູ້ຂອງພວກເຂົາກ່ຽວກັບພຣະອົງ, ສົນທະນາຫົວຂໍ້ທີ່ກ່ຽວຂ້ອງກັບພຣະອົງ ໂດຍບໍ່ມີຂໍ້ຈໍາກັດ ຫຼື ການສະຫງວນໃດໆເລີຍ. ຂໍ້ສຸດທ້າຍໃນບັນດາເງື່ອນໄຂຫ້າຂໍ້ທີ່ໄດ້ກ່າວມານັ້ນ ແມ່ນຄວາມເຄົາລົບນັບຖືຢ່າງຈິງໃຈ: ນີ້ແມ່ນຂໍ້ຮຽກຮ້ອງສູງສຸດຂອງພຣະເຈົ້າຕໍ່ບັນດາຜູ້ທີ່ຕິດຕາມພຣະອົງທັງໝົດ. ເມື່ອບາງຄົນມີຄວາມຮູ້ທີ່ຖືກຕ້ອງ ແລະ ແທ້ຈິງກ່ຽວກັບພຣະເຈົ້າ, ພວກເຂົາກໍຈະສາມາດເຄົາລົບນັບຖືພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໄດ້ຢ່າງແທ້ຈິງ. ຄວາມເຄົາລົບນັບຖືນີ້ມາຈາກສ່ວນເລິກຂອງຫົວໃຈພວກເຂົາ; ຄວາມເຄົາລົບນັບຖືນີ້ຖືກມອບໃຫ້ຢ່າງເຕັມໃຈ ແລະ ບໍ່ແມ່ນຜົນຂອງການກົດດັນຈາກພຣະເຈົ້າ. ພຣະເຈົ້າບໍ່ໄດ້ຂໍໃຫ້ເຈົ້າເຮັດຂອງຂວັນຈາກທັດສະນະ, ການປະພຶດ ຫຼື ພຶດຕິກຳທາງພາຍນອກທີ່ດີແກ່ພຣະອົງ; ກົງກັນຂ້າມ, ພຣະອົງຂໍໃຫ້ເຈົ້າເຄົາລົບນັບຖືພຣະອົງ ແລະ ຢຳເກງພຣະອົງໃນສ່ວນເລິກຂອງຫົວໃຈເຈົ້າ. ຄວາມເຄົາລົບນັບຖືດັ່ງກ່າວນັ້ນບັນລຸໄດ້ກໍຍ້ອນຜົນຈາກການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າ, ຜົນຈາກການໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມເຂົ້າໃຈຕໍ່ການກະທຳຂອງພຣະເຈົ້າ, ຜົນຈາກການໄດ້ເຂົ້າໃຈທາດແທ້ຂອງພຣະເຈົ້າ ແລະ ຄວາມຮັບຮູ້ຂອງເຈົ້າວ່າ ຄວາມຈິງແລ້ວ ເຈົ້າເປັນໜຶ່ງໃນສິ່ງຊົງສ້າງຂອງພຣະເຈົ້າ. ເພາະສະນັ້ນ, ຈຸດປະສົງຂອງເຮົາໃນການໃຊ້ຄຳວ່າ “ຈິງໃຈ” ເພື່ອໃຫ້ນິຍາມຄວາມເຄົາລົບນັບຖືນັ້ນແມ່ນເພື່ອໃຫ້ມະນຸດເຂົ້າໃຈວ່າ ຄວາມເຄົາລົບນັບຖືຂອງພວກເຂົາຕໍ່ພຣະເຈົ້ານັ້ນຄວນມາຈາກສ່ວນເລິກຂອງຫົວໃຈພວກເຂົາ.

ບັດນີ້ ມາພິຈາລະນາຂໍ້ຮຽກຮ້ອງຫ້າຂໍ້ເຫຼົ່ານັ້ນ: ມີໃຜໃນພວກເຈົ້າສາມາດບັນລຸສາມຂໍ້ທຳອິດແດ່? ໃນນີ້, ເຮົາໝາຍເຖິງຄວາມເຊື່ອທີ່ແທ້ຈິງ, ການຕິດຕາມຢ່າງຊື່ສັດ ແລະ ການນອບນ້ອມທີ່ເດັດຂາດ. ມີໃຜໃນພວກເຈົ້າສາມາດເຮັດສິ່ງເຫຼົ່ານີ້ໄດ້ແດ່? ເຮົາຮູ້ວ່າ ຖ້າເຮົາເວົ້າໝົດທັງຫ້າຂໍ້ ຈະບໍ່ມີໃຜໃນບັນດາພວກເຈົ້າສາມາດເຮັດໄດ້ໂດຍບໍ່ຕ້ອງສົງໄສ, ແຕ່ເຮົາໄດ້ຫຼຸດຈຳນວນລົງຢູ່ສາມຂໍ້. ຄິດວ່າພວກເຈົ້າໄດ້ບັນລຸສິ່ງເຫຼົ່ານີ້ແລ້ວ ຫຼື ບໍ. “ຄວາມເຊື່ອທີ່ແທ້ຈິງ” ນັ້ນບັນລຸໄດ້ງ່າຍບໍ? (ບໍ່, ມັນບໍ່ງ່າຍ). ມັນບໍ່ໄດ້ງ່າຍ, ຍ້ອນຄົນມັກຖາມພຣະເຈົ້າ. ແລ້ວ “ການຕິດຕາມຢ່າງຊື່ສັດ” ເດ? ຄຳວ່າ “ຊື່ສັດ” ໝາຍເຖິງຫຍັງ? (ບໍ່ສອງຈິດສອງໃຈ, ກົງກັນຂ້າມ ແມ່ນດ້ວຍຄວາມເຕັມໃຈ). ບໍ່ສອງຈິດສອງໃຈ, ແຕ່ດ້ວຍຄວາມເຕັມໃຈ. ສິ່ງເຈົ້າເວົ້າແມ່ນຖືກທີ່ສຸດ! ແລ້ວພວກເຈົ້າສາມາດບັນລຸຂໍ້ຮຽກຮ້ອງນີ້ໄດ້ບໍ? ເຈົ້າຕ້ອງໄດ້ພະຍາຍາມຫຼາຍຂຶ້ນແມ່ນບໍ? ໃນຂະນະນີ້, ເຈົ້າຍັງບໍ່ທັນປະສົບຜົນສຳເລັດໃນຂໍ້ຮຽກຮ້ອງນີ້ເທື່ອ. ແລ້ວ “ການນອບນ້ອມທີ່ເດັດຂາດ” ເດ, ພວກເຈົ້າບັນລຸແລ້ວບໍ? (ບໍ່). ພວກເຈົ້າຍັງບໍ່ທັນບັນລຸຂໍ້ນັ້ນເທື່ອເຊັ່ນກັນ. ພວກເຈົ້າມັກຈະບໍ່ເຊື່ອຟັງ ແລະ ກະບົດຢູ່ຕະຫຼອດ; ເຈົ້າບໍ່ມັກຟັງ, ບໍ່ຢາກເຊື່ອຟັງ ຫຼື ບໍ່ຢາກໄດ້ຍິນ. ນີ້ແມ່ນຂໍ້ຮຽກຮ້ອງພື້ນຖານສາມຂໍ້ທີ່ຄົນພົບຫຼັງຈາກບັນລຸເສັ່ນທາງເຂົ້າສູ່ຊີວິດ, ແຕ່ພວກເຈົ້າຍັງບໍ່ທັນບັນລຸພວກມັນໄດ້ເທື່ອ. ດັ່ງນັ້ນ, ໃນຂະນະນີ້, ພວກເຈົ້າມີຄວາມຄາດຫວັງຫຼາຍບໍ? ມືນີ້, ເມື່ອໄດ້ຍິນເຮົາເວົ້າຄຳເວົ້າເຫຼົ່ານີ້, ພວກເຈົ້າຮູ້ສືກກັງວົນໃຈບໍ? (ແມ່ນ). ຖືກແລ້ວທີ່ເຈົ້າຄວນຮູ້ສຶກກັງວົນໃຈ. ຢ່າພະຍາຍາມຫຼີກເວັ້ນຄວາມກັງວົນໃຈເລີຍ. ເຮົາຮູ້ສຶກກັງວົນໃຈແທນພວກເຈົ້າ. ເຮົາຈະບໍ່ກ່າວເຖິງຂໍ້ຮຽກຮ້ອງອື່ນໆອີກສອງຂໍ້; ແນ່ນອນ, ບໍ່ມີໃຜໃນນີ້ສາມາດບັນລຸພວກມັນໄດ້. ພວກເຈົ້າກັງວົນໃຈ. ດັ່ງນັ້ນ, ພວກເຈົ້າໄດ້ກຳນົດຈຸດປະສົງຂອງພວກເຈົ້າແລ້ວບໍ? ດ້ວຍຈຸດປະສົງໃດ ແລະ ໃນທິດທາງໃດທີ່ພວກເຈົ້າຄວນສະແຫວງຫາ ແລະ ອຸທິດຄວາມພະຍາຍາມຂອງພວກເຈົ້າ? ພວກເຈົ້າມີຈຸດປະສົງບໍ? ໃຫ້ເຮົາເວົ້າຢ່າງແຈ່ມແຈ້ງ: ເມື່ອພວກເຈົ້າໄດ້ບັນລຸຂໍ້ຮຽກຮ້ອງທັງຫ້າຂໍ້ນີ້, ພວກເຈົ້າກໍຈະເຮັດໃຫ້ພຣະເຈົ້າພໍໃຈ. ພວກມັນແຕ່ລະຂໍ້ຄືຕົວຊີ້ວັດ ແລະ ຄືຈຸດປະສົງອັນສຸດທ້າຍຂອງການເຕີບໃຫຍ່ໃນການເຂົ້າສູ່ຊີວິດຂອງຄົນ. ເຖິງແມ່ນວ່າເຮົາຍົກເອົາພຽງຂໍ້ດຽວໃນບັນດາຂໍ້ຮຽກຮ້ອງເຫຼົ່ານີ້ມາເວົ້າຢ່າງລະອຽດ ແລະ ຮຽກຮ້ອງໃຫ້ພວກເຈົ້າຜະເຊີນມັນ, ມັນກໍຈະບໍ່ງ່າຍທີ່ຈະບັນລຸ; ພວກເຈົ້າຕ້ອງອົດທົນກັບຄວາມທຸກໃນລະດັບໃດໜຶ່ງ ແລະ ໃຊ້ຄວາມພະຍາຍາມຈຳນວນໜຶ່ງ. ພວກເຈົ້າຄວນມີທັດສະນະແບບໃດ? ມັນຄວນເປັນຄືກັບຄົນເປັນມະເຮັງທີ່ກໍາລັງລໍຖ້າຂຶ້ນໂຕະຜ່າຕັດ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຖ້າເຈົ້າປາຖະໜາທີ່ຈະເຊື່ອໃນພຣະເຈົ້າ ແລະ ຖ້າເຈົ້າປາຖະໜາທີ່ຈະຮັບເອົາພຣະເຈົ້າ ແລະ ໄດ້ຮັບຄວາມເພິ່ງພໍໃຈຂອງພຣະອົງ, ເວັ້ນເສຍແຕ່ວ່າເຈົ້າຈະອົດທົນກັບຄວາມເຈັບປວດໃນລະດັບໃດໜຶ່ງ ແລະ ໃຊ້ຄວາມພະຍາຍາມຈຳນວນໃດໜຶ່ງ, ເຈົ້າກໍຈະບໍ່ສາມາດບັນລຸສິ່ງເຫຼົ່ານີ້ໄດ້. ເຈົ້າໄດ້ຍິນການເທດສະໜາຫຼາຍຢ່າງ, ແຕ່ການທີ່ພຽງແຕ່ໄດ້ຍິນມັນ ບໍ່ໄດ້ໝາຍຄວາມວ່າການເທດສະໜານີ້ເປັນຂອງເຈົ້າ; ເຈົ້າຕ້ອງຊືມຊັບມັນ ແລະ ປ່ຽນມັນເປັນບາງສິ່ງທີ່ເປັນຂອງເຈົ້າ. ເຈົ້າຕ້ອງດືງດູດມັນເຂົ້າໃນຊີວິດຂອງເຈົ້າ ແລະ ນຳມັນມາສູ່ການດຳລົງຢູ່ຂອງເຈົ້າ, ປ່ອຍໃຫ້ພຣະທໍາເຫຼົ່ານີ້ ແລະ ການເທດສະໜານຳພາວິທີທີ່ເຈົ້າດຳລົງຊີວິດ ແລະ ນຳຄຸນຄ່າ ແລະ ຄວາມໝາຍທີ່ມີຢູ່ມາສູ່ຊີວິດຂອງເຈົ້າ. ເມື່ອສິ່ງນັ້ນເກີດຂຶ້ນ, ການທີ່ເຈົ້າໄດ້ຍິນພຣະທໍາເຫຼົ່ານີ້ກໍຈະຄຸ້ມຄ່າ. ຖ້າພຣະທຳທີ່ເຮົາກ່າວບໍ່ໄດ້ນຳເອົາການປ່ຽນແປງໃດໆມາໃນຊີວິດຂອງເຈົ້າ ຫຼື ເພີ່ມຄຸນຄ່າໃດໆໃຫ້ແກ່ການດຳລົງຢູ່ຂອງເຈົ້າ, ແລ້ວກໍບໍ່ມີປະໂຫຍດຫຍັງໃນການຟັງຂອງເຈົ້າ. ພວກເຈົ້າເຂົ້າໃຈສິ່ງນີ້ແມ່ນບໍ? ເມື່ອເຂົ້າໃຈມັນແລ້ວ, ຕໍ່ໄປແມ່ນຫຍັງຈະເກີດຂຶ້ນກໍຂຶ້ນຢູ່ກັບພວກເຈົ້າ. ພວກເຈົ້າຕ້ອງເລີ່ມປະຕິບັດ! ພວກເຈົ້າຕ້ອງຈິງໃຈໃນທຸກສິ່ງ! ຢ່າຢູ່ໃນສະພາບທີ່ສັບສົນ; ເວລາໄປໄວຫຼາຍ! ໃນບັນດາພວກເຈົ້າ ສ່ວນໃຫຍ່ກໍໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍກວ່າໜຶ່ງທົດສະວັດແລ້ວ. ຈົ່ງເບິ່ງຄືນໃນຊ່ວງສິບປີທີ່ຜ່ານມານີ້: ພວກເຈົ້າໄດ້ຮັບຫຼາຍປານໃດ? ພວກເຈົ້າມີເວລາເຫຼືອອີກຈັກທົດສະວັດເພື່ອໃຊ້ຊີວິດໃນຊີວິດນີ້? ພວກເຈົ້າບໍ່ໄດ້ມີເວລາດົນປານນັ້ນ. ບໍ່ຕ້ອງສົນໃຈວ່າພາລະກິດຂອງພຣະເຈົ້າກຳລັງຖ້າເຈົ້າຢູ່ ຫຼື ວ່າພຣະອົງໄດ້ປ່ອຍໂອກາດໃຫ້ເຈົ້າ ຫຼື ວ່າພຣະອົງຈະປະຕະບັດພາລະກິດເດີມອີກ, ບໍ່ເວົ້າເຖິງສິ່ງເຫຼົ່ານີ້. ເຈົ້າສາມາດປ່ຽນແປງເສັ້ນທາງສິບປີທີ່ຜ່ານມາຂອງຊີວິດເຈົ້າໄດ້ບໍ? ດ້ວຍທຸກໆມື້ທີ່ຜ່ານພົ້ນໄປ ແລະ ດ້ວຍທຸກບາດກ້າວທີ່ເຈົ້າຍ່າງ, ເຈົ້າມີເວລາໜ້ອຍລົງໜຶ່ງວັນ. ເວລາບໍ່ລໍຖ້າໃຜ! ເຈົ້າຈະໄດ້ຮັບຈາກຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ຖ້າເຈົ້າເຫັນມັນເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງເຈົ້າ, ເປັນສິ່ງສຳຄັນຍິ່ງກວ່າອາຫານ, ເຄື່ອງນຸຸ່ງ ຫຼື ສິ່ງອື່ນໃດ! ຖ້າເຈົ້າພຽງແຕ່ເຊື່ອສະເພາະຕອນເຈົ້າມີເວລາ ແລະ ບໍ່ສາມາດອຸທິດຄວາມຕັ້ງໃຈທັງໝົດຂອງເຈົ້າໃຫ້ແກ່ຄວາມເຊື່ອຂອງເຈົ້າ, ຖ້າເຈົ້າຕົກຢູ່ໃນຄວາມສັບສົນຢູ່ສະເໝີ, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ. ພວກເຈົ້າເຂົ້າໃຈສິ່ງນີ້ແມ່ນບໍ? ມື້ນີ້ ພວກເຮົາຈະຢຸດໄວ້ພຽງເທົ່ານີ້. ແລ້ວພົບກັນໃໝ່! (ຂອບພຣະຄຸນພຣະເຈົ້າ!)

15 ກຸມພາ 2014

ກ່ອນນີ້ : ພຣະເຈົ້າເອງ, ທີ່ເປັນເອກະລັກ IX

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ພຣະໂອວາດສາມຂໍ້

ໃນຖານະເປັນຜູ້ທີ່ເຊື່ອໃນພຣະເຈົ້າ ເຈົ້າບໍ່ຄວນ ຈົງຮັກພັກດີຕໍ່ຜູ້ໃດ ນອກຈາກຕໍ່ພຣະອົງໃນທຸກສິ່ງ ທຸກຢ່າງ ແລະ...

ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈປາຍທາງທີ່ມະນຸດຊາດຈະເຂົ້າສູ່. ໃນຖານະທີ່ເປັນສິ່ງຖືກສ້າງ...

ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ

1.ມະນຸດບໍ່ຄວນສັນລະເສີນຕົວເອງ ຫຼື ຍົກຍ້ອງຕົວເອງ. ມະນຸດຄວນບູຊາ ແລະ ສັນລະເສີນຕໍ່ພຣະເຈົ້າ.2.ເຈົ້າຄວນປະຕິບັດສິ່ງໃດໜຶ່ງ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້