ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ

ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ສາມາດຕັດຂາດຈາກມະນຸດໄດ້, ຍ້ອນມະນຸດຄືເປົ້າໝາຍຂອງພາລະກິດນີ້ ແລະ ເປັນພຽງສິ່ງມີຊີວິດດຽວທີ່ພຣະເຈົ້າສ້າງ ເຊິ່ງສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້. ຊີວິດຂອງມະນຸດ ແລະ ກິດຈະກຳທຸກຢ່າງຂອງມະນຸດແມ່ນບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ລ້ວນແລ້ວແຕ່ຖືກຄວບຄຸມໂດຍມືຂອງພຣະເຈົ້າ ແລະ ຍັງເວົ້າໄດ້ວ່າ ບໍ່ມີໃຜສາມາດມີຊີວິດຢູ່ຢ່າງເປັນອິດສະຫຼະຈາກພຣະເຈົ້າໄດ້. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້ ຍ້ອນມັນຄືຄວາມຈິງ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເພື່ອຜົນປະໂຫຍດຂອງມະນຸດຊາດ ແລະ ແນ່ໃສ່ແຜນການຂອງຊາຕານ. ທຸກສິ່ງທີ່ມະນຸດຕ້ອງການແມ່ນມາຈາກພຣະເຈົ້າ ແລະ ພຣະເຈົ້າເປັນບໍ່ເກີດຊີວິດຂອງມະນຸດ. ສະນັ້ນ ມະນຸດຈຶ່ງບໍ່ສາມາດອອກຫ່າງຈາກພຣະເຈົ້າໄດ້ແທ້ໆ. ຍິ່ງໄປກວ່ານັ້ນ ພຣະເຈົ້າບໍ່ເຄີຍມີເຈດຕະນາທີ່ຈະອອກຫ່າງຈາກມະນຸດຈັກເທື່ອ. ພາລະກິດທີ່ພຣະເຈົ້າປະຕິບັດກໍເຫັນແກ່ມະນຸດທັງປວງ ແລະ ຄວາມຄິດຂອງພຣະອົງກໍກະລຸນາຢູ່ສະເໝີ. ແລ້ວສຳລັບມະນຸດ, ພາລະກິດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າ (ນັ້ນກໍຄື ຄວາມປະສົງຂອງພຣະເຈົ້າ) ເປັນ “ນິມິດ” ທັງສອງຢ່າງທີ່ມະນຸດຄວນຮູ້. ນິມິດດັ່ງກ່າວຍັງເປັນການຄຸ້ມຄອງຂອງພຣະເຈົ້າ ແລະ ເປັນພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້. ໃນເວລາດຽວກັນນັ້ນ ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດໃນລະຫວ່າງພາລະກິດຂອງພຣະອົງແມ່ນເອີ້ນວ່າ “ການປະຕິບັດ” ຂອງມະນຸດ. ນິມິດຄືພາລະກິດຂອງພຣະເຈົ້າເອງ ຫຼື ເປັນຄວາມປະສົງທີ່ພຣະອົງມີສຳລັບມະນຸດຊາດ ຫຼື ຈຸດປະສົງ ແລະ ຄວາມໝາຍຂອງພາລະກິດຂອງພຣະອົງ. ຍັງສາມາດເວົ້າໄດ້ວ່າ ນິມິດເປັນສ່ວນໜຶ່ງຂອງການຄຸ້ມຄອງ, ຍ້ອນການຄຸ້ມຄອງນີ້ຄືພາລະກິດຂອງພຣະເຈົ້າ ແລະ ແນ່ໃສ່ມະນຸດ ເຊິ່ງໝາຍຄວາມວ່າ ມັນຄືພາລະກິດທີ່ພຣະເຈົ້າປະຕິບັດທ່າມກາງມະນຸດ. ພາລະກິດນີ້ຄືຫຼັກຖານ ແລະ ເສັ້ນທາງທີ່ມະນຸດມາຮູ້ຈັກພຣະເຈົ້າ ແລະ ມັນມີຄວາມສຳຄັນທີ່ສຸດສຳລັບມະນຸດ. ແທນທີ່ຈະໃສ່ໃຈກັບຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ຖ້າຜູ້ຄົນພຽງແຕ່ໃສ່ໃຈໃນຄຳສັ່ງກ່ຽວກັບຄວາມເຊື່ອໃນພຣະເຈົ້າ ຫຼື ໃນລາຍລະອຽດເລັກໆນ້ອຍໆທີ່ບໍ່ສຳຄັນ, ແລ້ວພວກເຂົາກໍຈະບໍ່ຮູ້ຈັກພຣະເຈົ້າແທ້ໆ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຈະບໍ່ເປັນທີ່ພໍໃຈຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າມີປະໂຫຍດຕໍ່ຄວາມຮູ້ຂອງມະນຸດທີ່ມີກ່ຽວກັບພຣະເຈົ້າເປັນຢ່າງຍິ່ງ ແລະ ເອີ້ນວ່າ ນິມິດ. ນິມິດເຫຼົ່ານີ້ຄືພາລະກິດຂອງພຣະເຈົ້າ, ຄວາມປະສົງຂອງພຣະເຈົ້າ ແລະ ເປົ້າໝາຍ ແລະ ຄວາມສຳຄັນຂອງພາລະກິດຂອງພຣະເຈົ້າ; ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ເປັນປະໂຫຍດຕໍ່ມະນຸດ. ການປະຕິບັດໝາຍເຖິງສິ່ງທີ່ມະນຸດຄວນເຮັດ, ສິ່ງທີ່ຄວນຖືກເຮັດໂດຍສິ່ງຖືກສ້າງທີ່ຕິດຕາມພຣະເຈົ້າ. ມັນຍັງເປັນໜ້າທີ່ຂອງມະນຸດ. ສິ່ງທີ່ມະນຸດຄວນເຮັດບໍ່ແມ່ນສິ່ງທີ່ມະນຸດເຂົ້າໃຈມາຕັ້ງແຕ່ຕົ້ນເລີຍ, ແຕ່ເປັນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດໃນລະຫວ່າງພາລະກິດຂອງພຣະອົງ. ເງື່ອນໄຂເຫຼົ່ານີ້ຍິ່ງເລິກເຊິ່ງຂຶ້ນ ແລະ ຖືກຍົກໃຫ້ສູງຂຶ້ນເທື່ອລະໜ້ອຍເມື່ອພຣະເຈົ້າປະຕິບັດພາລະກິດ. ຕົວຢ່າງເຊັ່ນ ໃນລະຫວ່າງຍຸກແຫ່ງພຣະບັນຍັດ ມະນຸດຕ້ອງປະຕິບັດຕາມພຣະບັນຍັດ ແລະ ໃນລະຫວ່າງຍຸກແຫ່ງພຣະຄຸນ ມະນຸດຕ້ອງແບກໄມ້ກາງແຂນ. ຍຸກແຫ່ງລາຊະອານາຈັກແມ່ນແຕກຕ່າງ ຄື ເງື່ອນໄຂທີ່ຮຽກຮ້ອງຈາກມະນຸດແມ່ນສູງກວ່າເງື່ອນໄຂໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ເມື່ອນິມິດຖືກຍົກໃຫ້ສູງຂຶ້ນ, ເງື່ອນໄຂທີ່ຮຽກຮ້ອງຈາກມະນຸດກໍຍິ່ງສູງຂຶ້ນ ແລະ ຍິ່ງຊັດເຈນຫຼາຍຂຶ້ນ ແລະ ເປັນຈິງຫຼາຍຂຶ້ນ. ໃນທຳນອງດຽວກັນ, ນິມິດຍັງກາຍເປັນຈິງຂຶ້ນເລື້ອຍໆ. ນິມິດທີ່ເປັນຈິງເຫຼົ່ານີ້ບໍ່ພຽງແຕ່ເພີ່ມຄວາມເຊື່ອຟັງຂອງມະນຸດໃຫ້ກັບພຣະເຈົ້າ, ແຕ່ຍິ່ງໄປກວ່ານັ້ນ ນິມິດເຫຼົ່ານັ້ນຍັງເພີ່ມຄວາມຮູ້ຂອງເຂົາທີ່ມີຕໍ່ພຣະເຈົ້າ.

ເມື່ອປຽບທຽບກັບຍຸກທີ່ຜ່ານມາ, ພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງລາຊະອານາຈັກເປັນຈິງຫຼາຍກວ່າ, ແນ່ໃສ່ທາດແທ້ຂອງມະນຸດ ແລະ ການປ່ຽນແປງໃນອຸປະນິໄສຂອງເຂົາຫຼາຍຍິ່ງຂຶ້ນ ແລະ ເຮັດໃຫ້ທຸກຄົນທີ່ຕິດຕາມພຣະເຈົ້າສາມາດເປັນພະຍານໃຫ້ກັບພຣະອົງຫຼາຍຍິ່ງຂຶ້ນ. ເວົ້າອີກຢ່າງກໍຄື ໃນລະຫວ່າງຍຸກແຫ່ງລາຊະອານາຈັກ ໃນຂະນະທີ່ພຣະອົງປະຕິບັດພາລະກິດ, ພຣະເຈົ້າສະແດງພຣະອົງເອງຕໍ່ມະນຸດຫຼາຍກວ່າເວລາອື່ນໆທີ່ຢູ່ໃນອະດີດ ເຊິ່ງໝາຍຄວາມວ່າ ນິມິດທີ່ມະນຸດຄວນຮູ້ແມ່ນສູງກວ່ານິມິດໃນຍຸກທີ່ຜ່ານມາ. ເພາະວ່າພາລະກິດຂອງພຣະເຈົ້າທ່າມກາງມະນຸດໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ, ນິມິດທີ່ມະນຸດຮູ້ໃນລະຫວ່າງຍຸກແຫ່ງລາຊະອານາຈັກຈຶ່ງສູງສຸດໃນບັນດາແຜນການຄຸ້ມຄອງທັງໝົດ. ພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ ແລະ ດ້ວຍເຫດນັ້ນ ນິມິດທີ່ມະນຸດຈະໄດ້ຮູ້ຈຶ່ງກາຍເປັນນິມິດທີ່ສູງທີ່ສຸດໃນບັນດານິມິດທັງໝົດ ແລະ ການປະຕິບັດຂອງມະນຸດທີ່ເປັນຜົນຕາມມາ ກໍສູງກວ່າການປະຕິບັດໃນຍຸກອື່ນໆ ຍ້ອນການປະຕິບັດຂອງມະນຸດປ່ຽນແປງໄປຕາມບາດກ້າວພ້ອມໆກັບນິມິດ ແລະ ຄວາມສົມບູນຂອງນິມິດກໍຍັງໝາຍເຖິງຄວາມສົມບູນແຫ່ງເງື່ອນໄຂຂອງມະນຸດ. ທັນທີທີ່ການຄຸ້ມຄອງທັງໝົດຂອງພຣະເຈົ້າມາເຖິງຈຸດຢຸດສະງັດ, ແລ້ວການປະຕິບັດຂອງມະນຸດກໍຢຸດເຊົາເຊັ່ນດຽວກັນ ແລະ ຫາກປາສະຈາກພາລະກິດຂອງພຣະເຈົ້າ, ມະນຸດຈະບໍ່ມີທາງເລືອກນອກຈາກຮັກສາຄຳສັ່ງສອນຂອງເວລາໃນອະດີດ ຫຼື ບໍ່ດັ່ງນັ້ນກໍຈະບໍ່ມີບ່ອນໃຫ້ຫັນລ້ຽວແທ້ໆ. ຫາກປາສະຈາກນິມິດໃໝ່, ມະນຸດກໍຈະບໍ່ປະຕິບັດໃໝ່; ຫາກປາສະຈາກນິມິດທີ່ຄົບຖ້ວນ, ມະນຸດກໍຈະບໍ່ມີການປະຕິບັດທີ່ສົມບູນ; ຫາກປາສະຈາກນິມິດທີ່ສູງຂຶ້ນ, ມະນຸດກໍຈະບໍ່ມີການປະຕິບັດທີ່ສູງຂຶ້ນ. ການປະຕິບັດຂອງມະນຸດປ່ຽນແປງໄປພ້ອມກັບບາດກ້າວຂອງພຣະເຈົ້າ ແລະ ໃນທຳນອງດຽວກັນ ຄວາມຮູ້ ແລະ ປະສົບການຂອງມະນຸດກໍຍັງປ່ຽນແປງໄປພ້ອມກັບພາລະກິດຂອງພຣະເຈົ້າ. ບໍ່ວ່າມະນຸດຈະສາມາດຫຼາຍສໍ່າໃດກໍຕາມ, ເຂົາກໍຍັງບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ຖ້າພຣະເຈົ້າຕ້ອງຢຸດປະຕິບັດໃນຊ່ວງເວລາໃດໜຶ່ງເທົ່ານັ້ນ, ມະນຸດກໍຈະຕາຍຈາກຄວາມໂກດຮ້າຍຂອງພຣະອົງທັນທີ. ມະນຸດບໍ່ມີຫຍັງໃຫ້ໂອ້ອວດ ຍ້ອນບໍ່ວ່າຄວາມຮູ້ຂອງມະນຸດໃນປັດຈຸບັນຈະສູງສໍ່າໃດກໍຕາມ, ບໍ່ວ່າປະສົບການຂອງເຂົາຈະເລິກເຊິ່ງສໍ່າໃດກໍຕາມ, ເຂົາກໍບໍ່ສາມາດຕັດຂາດຈາກພາລະກິດຂອງພຣະເຈົ້າໄດ້, ຍ້ອນການປະຕິບັດຂອງມະນຸດ ແລະ ສິ່ງທີ່ເຂົາຄວນສະແຫວງຫາໃນຄວາມເຊື່ອໃນພຣະເຈົ້າ ແມ່ນບໍ່ສາມາດຕັດຂາດຈາກນິມິດໄດ້. ໃນທຸກກໍລະນີໃນພາລະກິດຂອງພຣະເຈົ້າ, ມີນິມິດທີ່ມະນຸດຄວນຮູ້ ແລະ ຫຼັງຈາກສິ່ງເຫຼົ່ານີ້ ເງື່ອນໄຂເໝາະສົມຈຶ່ງຖືກຮຽກຮ້ອງຈາກມະນຸດ. ຫາກບໍ່ມີນິມິດເຫຼົ່ານີ້ເປັນຮາກຖານ, ມະນຸດກໍຈະບໍ່ສາມາດປະຕິບັດໄດ້ແທ້ໆ ຫຼື ມະນຸດຈະບໍ່ສາມາດຕິດຕາມພຣະເຈົ້າຢ່າງໝັ້ນຄົງໄດ້. ຖ້າມະນຸດບໍ່ຮູ້ຈັກພຣະເຈົ້າ ຫຼື ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ແລ້ວທຸກສິ່ງທີ່ມະນຸດເຮັດກໍສູນເປົ່າ ແລະ ບໍ່ສາມາດຮັບການຍິນຍອມຈາກພຣະເຈົ້າໄດ້. ບໍ່ວ່າຂອງປະທານຂອງມະນຸດຈະມີຫຼາຍສໍ່າໃດກໍຕາມ, ເຂົາກໍຍັງບໍ່ສາມາດຕັດຂາດຈາກພາລະກິດຂອງພຣະເຈົ້າ ແລະ ການນໍາພາຂອງພຣະເຈົ້າໄດ້. ບໍ່ວ່າການກະທຳຂອງມະນຸດຈະດີ ຫຼື ຫຼາຍສໍ່າໃດກໍຕາມ, ສິ່ງເຫຼົ່ານັ້ນກໍຍັງບໍ່ສາມາດແທນທີ່ພາລະກິດຂອງພຣະເຈົ້າໄດ້. ແລ້ວດ້ວຍເຫດນັ້ນ ການປະຕິບັດຂອງມະນຸດຈຶ່ງບໍ່ສາມາດຕັດຂາດຈາກນິມິດໄດ້ ບໍ່ວ່າໃນສະຖານະການໃດກໍຕາມ. ຄົນທີ່ບໍ່ຍອມຮັບນິມິດໃໝ່ກໍບໍ່ມີການປະຕິບັດໃໝ່. ການປະຕິບັດຂອງພວກເຂົາບໍ່ມີສ່ວນກ່ຽວຂ້ອງກັບຄວາມຈິງ ເພາະພວກເຂົາປະຕິບັດຕາມຄຳສັ່ງສອນ ແລະ ຮັກສາພຣະບັນຍັດທີ່ຕາຍແລ້ວ; ພວກເຂົາບໍ່ມີນິມິດໃໝ່ເລີຍ ແລະ ຜົນຕາມມາກໍຄື ພວກເຂົາບໍ່ໄດ້ນໍາຫຍັງທີ່ຢູ່ໃນຍຸກໃໝ່ເຂົ້າສູ່ການປະຕິບັດ. ພວກເຂົາສູນເສຍນິມິດ ແລະ ເມື່ອເປັນແບບນັ້ນ ພວກເຂົາກໍໄດ້ສູນເສຍພາລະກິດຂອງພຣະວິນຍານບໍລິສຸດເຊັ່ນກັນ ແລະ ໄດ້ສູນເສຍຄວາມຈິງ. ຄົນທີ່ປາສະຈາກຄວາມຈິງແມ່ນລູກຫຼານຂອງຄວາມບໍ່ສົມເຫດສົມຜົນ, ພວກເຂົາເປັນຮູບຮ່າງປະກົດຂອງຊາຕານ. ບໍ່ວ່າຄົນໜຶ່ງຈະເປັນຄົນປະເພດໃດກໍຕາມ, ພວກເຂົາບໍ່ສາມາດປາສະຈາກນິມິດແຫ່ງພາລະກິດຂອງພຣະເຈົ້າໄດ້ ແລະ ບໍ່ສາມາດສູນເສຍການສະຖິດຂອງພຣະວິນຍານບໍລິສຸດໄດ້; ທັນທີທີ່ຄົນໜຶ່ງສູນເສຍນິມິດ, ພວກເຂົາກໍລົງສູ່ດິນແດນມໍລະນາທັນທີ ແລະ ດຳລົງຊີວິດຢູ່ທ່າມກາງຄວາມມືດ. ຜູ້ຄົນທີ່ປາສະຈາກນິມິດແມ່ນຄົນທີ່ຕິດຕາມພຣະເຈົ້າຢ່າງໂງ່ຈ້າ, ພວກເຂົາເປັນຄົນທີ່ຂາດພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາດຳລົງຊີວິດຢູ່ໃນນະລົກ. ຄົນປະເພດດັ່ງກ່າວບໍ່ສະແຫວງຫາຄວາມຈິງ ແລະ ແຂວນຊື່ຂອງພຣະເຈົ້າຄືກັບແຜ່ນປ້າຍໂຄສະນາ. ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ, ຄົນທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ, ຄົນທີ່ບໍ່ຮູ້ຈັກສາມຂັ້ນຕອນຂອງພາລະກິດໃນການຄຸ້ມຄອງທັງໝົດຂອງພຣະເຈົ້າ, ພວກເຂົາກໍບໍ່ຮູ້ຈັກນິມິດ ແລະ ສະນັ້ນກໍປາສະຈາກຄວາມຈິງ. ແລ້ວຄົນທີ່ບໍ່ມີຄວາມຈິງບໍ່ແມ່ນລ້ວນແລ້ວແຕ່ເປັນຜູ້ເຮັດການຊົ່ວບໍ? ຄົນທີ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດ, ຄົນທີ່ເຕັມໃຈສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄົນທີ່ຮ່ວມມືກັບພຣະເຈົ້າຢ່າງແທ້ຈິງ ຄືຄົນທີ່ມີນິມິດເຊິ່ງເຮັດໜ້າທີ່ເປັນພື້ນຖານ. ພວກເຂົາໄດ້ຮັບການຍິນຍອນຈາກພຣະເຈົ້າ ເພາະພວກເຂົາຮ່ວມມືກັບພຣະເຈົ້າ ແລະ ມັນຄືຄວາມຮ່ວມມືນີ້ເອງທີ່ມະນຸດຄວນນໍາເຂົ້າສູ່ການປະຕິບັດ.

ມີຫຼາຍເສັ້ນທາງໃຫ້ປະຕິບັດໃນນິມິດ. ຄວາມຮຽກຮ້ອງແທ້ຈິງຈາກມະນຸດກໍມີຢູ່ພາຍໃນນິມິດນີ້ຄືກັນ ເຊັ່ນດຽວກັບພາລະກິດຂອງພຣະເຈົ້າທີ່ມະນຸດຄວນຮູ້. ທີ່ຜ່ານມາ, ໃນລະຫວ່າງການຊຸມນຸມພິເສດ ຫຼື ການຊຸມນຸມໃຫຍ່ທີ່ຖືກຈັດຂຶ້ນໃນຫຼາກຫຼາຍສະຖານທີ່, ມີພຽງແຕ່ການກ່າວເຖິງລັກສະນະໜຶ່ງຂອງເສັ້ນທາງແຫ່ງການປະຕິບັດ. ການປະຕິບັດດັ່ງກ່າວແມ່ນສິ່ງທີ່ຖືກນໍາເຂົ້າສູ່ການປະຕິບັດໃນລະຫວ່າງຍຸກແຫ່ງພຣະຄຸນ ແລະ ເກືອບຈະບໍ່ກ່ຽວຂ້ອງກັບຄວາມຮູ້ກ່ຽວກັບພຣະເຈົ້າເລີຍ ຍ້ອນນິມິດໃນຍຸກແຫ່ງພຣະຄຸນເປັນພຽງນິມິດຂອງການຖືກຄຶງທີ່ໄມ້ກາງແຂນຂອງພຣະເຢຊູ ແລະ ບໍ່ມີນິມິດທີ່ຍິ່ງໃຫຍ່ໄປກວ່ານັ້ນ. ມະນຸດຄວນຮູ້ຫຼາຍກວ່າພາລະກິດແຫ່ງການໄຖ່ບາບມະນຸດຊາດຂອງພຣະອົງຜ່ານທາງການຖືກຄຶງທີ່ໄມ້ກາງແຂນ ແລະ ສະນັ້ນ ໃນລະຫວ່າງຍຸກແຫ່ງພຣະຄຸນຈຶ່ງບໍ່ມີນິມິດອື່ນໃດໃຫ້ມະນຸດຮູ້ຈັກ. ໃນວິທີນີ້, ມະນຸດພຽງແຕ່ມີຄວາມຮູ້ຢ່າງຂາດແຄນກ່ຽວກັບພຣະເຈົ້າ ແລະ ນອກຈາກຄວາມຮູ້ກ່ຽວກັບຄວາມຮັກ ແລະ ຄວາມເມດຕາຂອງພຣະເຢຊູແລ້ວ ກໍມີພຽງແຕ່ສິ່ງທຳມະດາ ແລະ ເປັນຕາເວດທະນາຈຳນວນໜ້ອຍໜຶ່ງທີ່ຈະໃຫ້ເຂົານໍາເຂົ້າສູ່ການປະຕິບັດ ເຊິ່ງເປັນສິ່ງທີ່ແຕກຕ່າງຈາກປັດຈຸບັນຫຼາຍ. ໃນອະດີດ, ບໍ່ວ່າການຊຸມນຸມຂອງເຂົາຢູ່ໃນຮູບແບບໃດກໍຕາມ, ມະນຸດກໍບໍ່ສາມາດກ່າວເຖິງຄວາມຮູ້ຕົວຈິງກ່ຽວກັບພາລະກິດຂອງພຣະເຈົ້າ, ແຮງໄກທີ່ຈະສາມາດກ່າວໄດ້ຢ່າງຊັດເຈນເຖິງສິ່ງເປັນເສັ້ນທາງເໝາະສົມທີ່ສຸດທີ່ຈະໃຫ້ມະນຸດເລີ່ມປະຕິບັດ. ເຂົາພຽງແຕ່ຕື່ມລາຍລະອຽດທຳມະດາໜ້ອຍໜຶ່ງເຂົ້າໃນພື້ນຖານຂອງຄວາມອົດກັ້ນ ແລະ ຄວາມອົດທົນ; ບໍ່ມີການປ່ຽນແປງໃນທາດແທ້ຂອງການປະຕິບັດຂອງເຂົາແທ້ໆ, ຍ້ອນຢູ່ພາຍໃນຍຸກດຽວກັນນັ້ນ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດທີ່ໃໝ່ກວ່າ ແລະ ເງື່ອນໄຂດຽວທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືຄວາມອົດກັ້ນ ແລະ ຄວາມອົດທົນ ຫຼື ການແບກໄມ້ກາງແຂນ. ນອກຈາກການປະຕິບັດດັ່ງກ່າວແລ້ວ, ບໍ່ມີນິມິດທີ່ສູງສົ່ງກວ່າການຖືກຄຶງທີ່ໄມ້ກາງແຂນຂອງພຣະເຢຊູ. ທີ່ຜ່ານມາ, ບໍ່ມີການກ່າວເຖິງນິມິດອື່ນ ເພາະພຣະເຈົ້າບໍ່ໄດ້ປະຕິບັດພາລະກິດຈຳນວນຫຼວງຫຼາຍ ແລະ ເພາະພຣະອົງພຽງແຕ່ຮຽກຮ້ອງຈາກມະນຸດຢ່າງຈຳກັດ. ໃນວິທີນີ້, ບໍ່ວ່າມະນຸດເຮັດຫຍັງກໍຕາມ, ເຂົາກໍບໍ່ສາມາດຝ່າຝືນຂອບເຂດນີ້ໄດ້, ຂອບເຂດທີ່ເປັນພຽງສິ່ງທຳມະດາ ແລະ ບໍ່ເລິກເຊິ່ງໃຫ້ມະນຸດນໍາເຂົ້າສູ່ການປະຕິບັດ. ໃນປັດຈຸບັນ ເຮົາກ່າວເຖິງນິມິດອື່ນ ເພາະໃນປັດຈຸບັນ ໄດ້ມີການປະຕິບັດພາລະກິດທີ່ຫຼາຍຂຶ້ນ, ພາລະກິດທີ່ເກີນພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນເປັນສອງສາມເທົ່າ. ເງື່ອນໄຂຂອງມະນຸດກໍສູງກວ່າເງື່ອນໄຂທີ່ຢູ່ໃນຍຸກອະດີດເປັນສອງສາມເທົ່າເຊັ່ນກັນ. ຖ້າມະນຸດບໍ່ສາມາດຮູ້ຈັກພາລະກິດດັ່ງກ່າວໄດ້ຢ່າງສົມບູນ, ແລ້ວມັນກໍຈະບໍ່ມີຄວາມໝາຍທີ່ຍິ່ງໃຫຍ່ເລີຍ; ສາມາດເວົ້າໄດ້ວ່າ ມະນຸດຈະພົບຄວາມຫຍຸ້ງຍາກໃນການຮູ້ຈັກພາລະກິດດັ່ງກ່າວຢ່າງສົມບູນ ຖ້າເຂົາບໍ່ອຸທິດຄວາມພະຍາຍາມຊົ່ວຊີວິດທົງໝົດໃນພາລະກິດນັ້ນ. ໃນພາລະກິດແຫ່ງການເອົາຊະນະ, ການເວົ້າເຖິງແຕ່ເສັ້ນທາງຂອງການປະຕິບັດ ຈະເຮັດໃຫ້ການເອົາຊະນະມະນຸດເປັນໄປບໍ່ໄດ້. ການເວົ້າເຖິງນິມິດພຽງແຕ່ຢ່າງດຽວ ໂດຍປາສະຈາກເງື່ອນໄຂຂອງມະນຸດ ກໍຈະເຮັດໃຫ້ການເອົາຊະນະມະນຸດເປັນໄປບໍ່ໄດ້ເຊັ່ນກັນ. ຖ້າບໍ່ມີຫຍັງຖືກກ່າວອອກມານອກຈາກເສັ້ນທາງຂອງການປະຕິບັດ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໂຈມຕີຈຸດຕາຍຂອງມະນຸດ ຫຼື ທີ່ຈະກຳຈັດແນວຄິດຂອງມະນຸດ ແລະ ສະນັ້ນ ມັນກໍເປັນໄປບໍ່ໄດ້ທີ່ຈະເອົາຊະນະມະນຸດຢ່າງສິ້ນເຊີງໄດ້. ນິມິດຄືເຄື່ອງມືສຳຄັນໃນການເອົາຊະນະມະນຸດ, ແຕ່ຖ້າບໍ່ມີເສັ້ນທາງຂອງການປະຕິບັດ ນອກຈາກນິມິດ, ແລ້ວມະນຸດກໍຈະບໍ່ມີຫົນທາງໃນການຕິດຕາມ, ແຮງໄກທີ່ເຂົາຈະມີວິທີທາງເຂົ້າ. ນີ້ແມ່ນຫຼັກການແຫ່ງພາລະກິດຂອງພຣະເຈົ້າຕັ້ງແຕ່ຕົ້ນຈົນຈົບ ຄື ໃນນິມິດນັ້ນ ມີສິ່ງທີ່ສາມາດນໍາເຂົ້າສູ່ການປະຕິບັດ ແລະ ສະນັ້ນກໍມີນິມິດທີ່ເພີ່ມເຕີ່ມໃສ່ໃນການປະຕິບັດ. ລະດັບຂອງການປ່ຽນແປງໃນຊີວິດຂອງມະນຸດ ແລະ ອຸປະນິໄສຂອງເຂົາຕິດຕາມການປ່ຽນແປງໃນນິມິດ. ຖ້າມະນຸດພຽງແຕ່ເພິ່ງພາຄວາມພະຍາຍາມຂອງເຂົາເອງ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໃຫ້ເຂົາບັນລຸການປ່ຽນແປງໃນລະດັບທີ່ໃຫຍ່. ນິມິດກ່າວເຖິງພາລະກິດຂອງພຣະເຈົ້າເອງ ແລະ ການຄຸ້ມຄອງຂອງພຣະເຈົ້າ. ການປະຕິບັດໝາຍເຖິງເສັ້ນທາງແຫ່ງການປະຕິບັດຂອງມະນຸດ ແລະ ໝາຍເຖິງຫົນທາງແຫ່ງການເປັນຢູ່ຂອງມະນຸດ; ໃນການຄຸ້ມຄອງທັງໝົດຂອງພຣະເຈົ້າ, ຄວາມສຳພັນລະຫວ່າງນິມິດ ແລະ ການປະຕິບັດແມ່ນຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດ. ຖ້ານິມິດຖືກນໍາອອກ ຫຼື ຖ້ານິມິດເຫຼົ່ານັ້ນຖືກກ່າວເຖິງໂດຍປາສະຈາກການກ່າວເຖິງການປະຕິບັດ ຫຼື ຖ້າມີພຽງແຕ່ນິມິດ ແລະ ການປະຕິບັດຂອງມະນຸດຖືກກຳຈັດ, ແລ້ວສິ່ງດັ່ງກ່າວກໍຈະບໍ່ຖືວ່າເປັນການຄຸ້ມຄອງຂອງພຣະເຈົ້າ, ແຮງໄກທີ່ຈະສາມາດເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້າແມ່ນເຫັນແກ່ມະນຸດຊາດ; ໃນວິທີນີ້, ໜ້າທີ່ຂອງມະນຸດຈະບໍ່ຖືກນໍາອອກເທົ່ານັ້ນ, ແຕ່ມັນຈະເປັນການປະຕິເສດຈຸດປະສົງແຫ່ງພາລະກິດຂອງພຣະເຈົ້າ. ຕັ້ງແຕ່ຕົ້ນຈົນຈົບ, ຖ້າມະນຸດພຽງແຕ່ຖືກຮຽກຮ້ອງໃຫ້ປະຕິບັດ ໂດຍບໍ່ກ່ຽວຂ້ອງຫຍັງກັບພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ຖ້າມະນຸດບໍ່ໄດ້ຖືກຮຽກຮ້ອງໃຫ້ຮູ້ຈັກພາລະກິດຂອງພຣະເຈົ້າ, ແຮງໄກທີ່ຈະເອີ້ນພາລະກິດດັ່ງກ່າວວ່າ ການຄຸ້ມຄອງຂອງພຣະເຈົ້າ. ຖ້າມະນຸດບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ມີຄວາມຮູ້ກ່ຽວກັບຄວາມປະສົງຂອງພຣະເຈົ້າ ແລະ ດຳເນີນການປະຕິບັດຂອງເຂົາຢ່າງຫຼັບຫູຫຼັບຕາໃນວິທີທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນ, ແລ້ວເຂົາກໍຈະບໍ່ກາຍມາເປັນສິ່ງຖືກສ້າງທີ່ມີຄຸນສົມບັດຢ່າງສົມບູນຈັກເທື່ອ. ແລ້ວສະນັ້ນ ທັງສອງສິ່ງນີ້ແມ່ນຈຳເປັນຫຼາຍ. ຖ້າມີພຽງແຕ່ພາລະກິດຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ຖ້າມີພຽງແຕ່ນິມິດ ແລະ ຖ້າບໍ່ມີການຮ່ວມມື ຫຼື ການປະຕິບັດໂດຍມະນຸດ, ແລ້ວຈະບໍ່ສາມາດເອີ້ນສິ່ງດັ່ງກ່າວວ່າ ການຄຸ້ມຄອງຂອງພຣະເຈົ້າໄດ້. ຖ້າມີພຽງແຕ່ການປະຕິບັດ ແລະ ທາງເຂົ້າຂອງມະນຸດ, ແລ້ວບໍ່ວ່າເສັ້ນທາງທີ່ມະນຸດເລີ່ມຕົ້ນນັ້ນຈະສູງສໍ່າໃດກໍຕາມ, ສິ່ງນີ້ກໍຮັບບໍ່ໄດ້ເຊັ່ນກັນ. ທາງເຂົ້າຂອງມະນຸດຕ້ອງປ່ຽນແປງໄປຕາມບາດກ້າວພ້ອມໆກັບພາລະກິດ ແລະ ນິມິດເທື່ອລະໜ້ອຍ; ມັນບໍ່ສາມາດປ່ຽນແປງໂດຍອຳເພີໃຈ. ຫຼັກການຂອງການປະຕິບັດຂອງມະນຸດບໍ່ໄດ້ເປັນອິດສະຫຼະ ແລະ ບໍ່ມີການບັງຄັບ, ແຕ່ຢູ່ພາຍຂອບເຂດໃດໜຶ່ງ. ຫຼັກການດັ່ງກ່າວປ່ຽນແປງໄປຕາມບາດກ້າວພ້ອມໆກັບນິມິດຂອງພາລະກິດ. ສະນັ້ນ ການຄຸ້ມຄອງຂອງພຣະເຈົ້າຈຶ່ງລົງມາສູ່ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດໃນທີ່ສຸດ.

ພາລະກິດການຄຸ້ມຄອງເກີດຂຶ້ນຍ້ອນມະນຸດຊາດເທົ່ານັ້ນ ເຊິ່ງໝາຍຄວາມວ່າ ມັນເກີດຂຶ້ນຍ້ອນການເປັນຢູ່ຂອງມະນຸດເທົ່ານັ້ນ. ບໍ່ມີການຄຸ້ມຄອງກ່ອນໜ້າມະນຸດຊາດ ຫຼື ໃນຕອນເລີ່ມຕົ້ນ, ເມື່ອສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງຖືກສ້າງຂຶ້ນ. ໃນພາລະກິດທັງໝົດຂອງພຣະເຈົ້າ, ຖ້າບໍ່ມີການປະຕິບັດທີ່ເປັນປະໂຫຍດຕໍ່ມະນຸດ ເຊິ່ງໝາຍຄວາມວ່າ ຖ້າພຣະເຈົ້າບໍ່ມີເງື່ອນໄຂທີ່ເໝາະສົມສຳລັບມະນຸດຊາດທີ່ເສື່ອມຊາມ (ໃນພາລະກິດທີ່ພຣະເຈົ້າປະຕິບັດ ຖ້າບໍ່ມີເສັ້ນທາງເໝາະສົມສຳລັບການປະຕິບັດຂອງມະນຸດ), ແລ້ວກໍບໍ່ສາມາດເອີ້ນພາລະກິດນີ້ໄດ້ວ່າ ການຄຸ້ມຄອງຂອງພຣະເຈົ້າ. ຖ້າພາລະກິດທັງໝົດຂອງພຣະເຈົ້າພຽງແຕ່ກ່ຽວພັນກັບການບອກມະນຸດຊາດທີ່ເສື່ອມຊາມໃຫ້ຮູ້ເຖິງວິທີການເລີ່ມຕົ້ນການປະຕິບັດຂອງພວກເຂົາ ແລະ ພຣະເຈົ້າບໍ່ປະຕິບັດກິດຈະການຂອງພຣະອົງເລີຍ ແລະ ບໍ່ໄດ້ສະແດງອຳນາດອັນໄພສານ ຫຼື ສະຕິປັນຍາຂອງພຣະອົງແມ່ນແຕ່ໜ້ອຍດຽວ, ແລ້ວບໍ່ວ່າເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຈະສູງສໍ່າໃດກໍຕາມ, ບໍ່ວ່າພຣະເຈົ້າດຳລົງຊີວິດທ່າມກາງມະນຸດດົນສໍ່າໃດກໍຕາມ, ມະນຸດກໍຈະບໍ່ຮູ້ຫຍັງເລີຍກ່ຽວກັບອຸປະນິໄສຂອງພຣະເຈົ້າ; ຖ້າສິ່ງນັ້ນເປັນຄວາມຈິງ, ແລ້ວພາລະກິດປະເພດນີ້ຈະຍິ່ງບໍ່ສົມຄວນເອີ້ນວ່າການຄຸ້ມຄອງຂອງພຣະເຈົ້າ. ເວົ້າງ່າຍໆກໍຄື ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເປັນພາລະກິດທີ່ພຣະເຈົ້າປະຕິບັດ ແລະ ເປັນພາລະກິດທັງໝົດທີ່ຄົນເຊິ່ງຖືກພຣະເຈົ້າຮັບເອົານັ້ນ ປະຕິບັດຢູ່ພາຍໃຕ້ການນໍາພາຂອງພຣະເຈົ້າ. ສາມາດສະຫຼຸບພາລະກິດດັ່ງກ່າວໃຫ້ເປັນການຄຸ້ມຄອງ. ເວົ້າອີກຢ່າງໜຶ່ງກໍຄື, ພຣະເຈົ້າປະຕິບັດພາລະກິດທ່າມກາງມະນຸດ ພ້ອມທັງເປັນການຮ່ວມມືຂອງພຣະອົງກັບຄົນທີ່ຕິດຕາມພຣະອົງ ແລະ ສິ່ງນີ້ເອີ້ນລວມກັນວ່າ ການຄຸ້ມຄອງ. ໃນທີ່ນີ້, ພາລະກິດຂອງພຣະເຈົ້າແມ່ນເອີ້ນວ່ານິມິດ ແລະ ການຮ່ວມມືຂອງມະນຸດແມ່ນເອີ້ນວ່າການປະຕິບັດ. ຍິ່ງພາລະກິດຂອງພຣະເຈົ້າສູງສົ່ງຫຼາຍສໍ່າໃດ (ນັ້ນຄື ຍິ່ງນິມິດສູງສົ່ງຫຼາຍສໍ່າ), ອຸປະນິໄສຂອງພຣະເຈົ້າກໍຖືກເຮັດໃຫ້ແຈ່ມແຈ້ງຕໍ່ມະນຸດຫຼາຍສໍ່ານັ້ນ ແລະ ມັນຍິ່ງຂັດກັບແນວຄິດຂອງມະນຸດຫຼາຍສໍ່ານັ້ນ ແລະ ການປະຕິບັດ ແລະ ການຮ່ວມມືຂອງມະນຸດກໍຍິ່ງສູງສົ່ງຫຼາຍສໍ່ານັ້ນ. ຍິ່ງເງື່ອນໄຂຂອງມະນຸດສູງຫຼາຍສໍ່າໃດ, ພາລະກິດຂອງພຣະເຈົ້າກໍຂັດກັບແນວຄິດຂອງມະນຸດຫຼາຍສໍ່ານັ້ນ, ຜົນຕາມມາກໍຄື ການທົດລອງມະນຸດ ແລະ ມາດຕະຖານທີ່ເຂົາຕ້ອງບັນລຸກໍສູງຂຶ້ນເຊັ່ນກັນ. ໃນການສຳເລັດພາລະກິດນີ້, ທຸກນິມິດຈະຖືກເຮັດໃຫ້ສຳເລັດ ແລະ ສິ່ງທີ່ມະນຸດຈຳເປັນຕ້ອງນໍາເຂົ້າການປະຕິບັດກໍຈະໄປເຖິງຈຸດສຸດຍອດຂອງຄວາມສົມບູນ. ນີ້ກໍຍັງເປັນເວລາທີ່ແຕ່ລະຄົນຖືກຈັດແບ່ງອອກຕາມປະເພດຂອງໃຜລາວ ຍ້ອນສິ່ງທີ່ມະນຸດຈຳເປັນຕ້ອງຮູ້ ກໍຈະຖືກສຳແດງໃຫ້ກັບມະນຸດ. ສະນັ້ນ ເມື່ອນິມິດຕ່າງໆໄປເຖິງຈຸດສູງສຸດ, ພາລະກິດກໍຈະເຂົ້າສູ່ຈຸດສິ້ນສຸດຕາມນັ້ນ ແລະ ການປະຕິບັດຂອງມະນຸດກໍຈະໄປເຖິງຈຸດສູງສຸດເຊັ່ນກັນ. ການປະຕິບັດຂອງມະນຸດແມ່ນອີງຕາມພາລະກິດຂອງພຣະເຈົ້າ ແລະ ການຄຸ້ມຄອງຂອງພຣະເຈົ້າແມ່ນຖືກສຳແດງອອກຢ່າງສົມບູນເນື່ອງຈາກການປະຕິບັດຂອງມະນຸດ ແລະ ການຮ່ວມມືຂອງມະນຸດ. ມະນຸດເປັນສິ່ງຊູໜ້າຊູຕາໃນພາລະກິດຂອງພຣະເຈົ້າ ແລະ ເປົ້າໝາຍຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດ ແລະ ຍັງເປັນຜົນຜະລິດຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ. ຖ້າພຣະເຈົ້າປະຕິບັດພາລະກິດພຽງຜູ້ດຽວ ໂດຍບໍ່ມີການຮ່ວມມືຂອງມະນຸດ, ແລ້ວກໍຈະບໍ່ມີຫຍັງທີ່ສາມາດເຮັດໜ້າທີ່ເປັນແກ້ວຜະລຶກຂອງພາລະກິດທັງໝົດຂອງພຣະເຈົ້າ ແລະ ໃນວິທີນີ້ ຈະບໍ່ມີຄວາມໝາຍແມ່ນແຕ່ໜ້ອຍດຽວໃນການຄຸ້ມຄອງຂອງພຣະເຈົ້າ. ນອກຈາກພາລະກິດຂອງພຣະເຈົ້າແລ້ວ, ມີພຽງການເລືອກເອົາເປົ້າໝາຍຢ່າງເໝາະສົມເທົ່ານັ້ນເພື່ອສຳແດງເຖິງພາລະກິດຂອງພຣະອົງ ແລະ ພິສູດອຳນາດອັນໄພສານ ແລະ ສະຕິປັນຍາ, ພຣະເຈົ້າຈຶ່ງຈະບັນລຸຈຸດປະສົງແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ບັນລຸຈຸດປະສົງແຫ່ງການນໍາໃຊ້ພາລະກິດນີ້ທັງໝົດເພື່ອເອົາຊະນະຊາຕານໂດຍສິ້ນເຊີງ. ແລ້ວດ້ວຍເຫດນັ້ນ ມະນຸດຈຶ່ງເປັນສ່ວນທີ່ຂາດບໍ່ໄດ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ມະນຸດກໍເປັນພຽງຜູ້ດຽວທີ່ສາມາດເຮັດໃຫ້ການຄຸ້ມຄອງຂອງພຣະເຈົ້າເກີດໝາກ ແລະ ບັນລຸຈຸດປະສົງສຸດທ້າຍຂອງພາລະກິດນັ້ນ; ນອກຈາກມະນຸດແລ້ວ ບໍ່ມີສິ່ງມີຊີວິດອື່ນໃດທີ່ສາມາດຮັບບົດບາດດັ່ງກ່າວໄດ້. ຖ້າມະນຸດຕ້ອງກາຍເປັນແກ້ວຜະລຶກທີ່ແທ້ຈິງຂອງພາລະກິດແຫ່ງການຄຸ້ມຄອງ, ແລ້ວຄວາມບໍ່ເຊື່ອຟັງຂອງມະນຸດຊາດທີ່ເສື່ອມຊາມຕ້ອງຖືກກຳຈັດທັງໝົດ. ສິ່ງນີ້ຮຽກຮ້ອງໃຫ້ມະນຸດປະຕິບັດຢ່າງເໝາະສົມໃນເວລາທີ່ແຕກຕ່າງກັນ ແລະ ໃຫ້ພຣະເຈົ້າປະຕິບັດພາລະກິດທີ່ສອດຄ່ອງກັນທ່າມກາງມະນຸດ. ໃນວິທີນີ້ເທົ່ານັ້ນ ຈຶ່ງຈະຮັບເອົາກຸ່ມຄົນທີ່ເປັນແກ້ວຜະລຶກຂອງພາລະກິດແຫ່ງການຄຸ້ມຄອງໃນທີ່ສຸດໄດ້. ພາລະກິດຂອງພຣະເຈົ້າທີ່ຢູ່ທ່າມກາງມະນຸດບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າເອງ ຜ່ານທາງພາລະກິດຂອງພຣະເຈົ້າພຽງເທົ່ານັ້ນ; ຄຳພະຍານດັ່ງກ່າວຈຳເປັນຕ້ອງມີມະນຸດທີ່ມີຊີວິດຢູ່ທີ່ເໝາະສົມສຳລັບພາລະກິດຂອງພຣະອົງເພື່ອທີ່ຈະເຮັດໃຫ້ບັນລຸໄດ້. ພຣະເຈົ້າຈະປະຕິບັດພາລະກິດໃນຄົນເຫຼົ່ານີ້ກ່ອນ ເຊິ່ງພາລະກິດຂອງພຣະອົງຈຶ່ງສຳແດງອອກຜ່ານທາງພວກເຂົາຫຼັງຈາກນັ້ນ ແລະ ດ້ວຍເຫດນັ້ນຄຳພະຍານດັ່ງກ່າວຂອງພຣະອົງຈະເກີດຂຶ້ນທ່າມກາງສິ່ງຖືກສ້າງທັງປວງ. ແລ້ວໃນນີ້, ພຣະເຈົ້າຈະບັນລຸຈຸດປະສົງໃນພາລະກິດຂອງພຣະອົງ. ພຣະເຈົ້າບໍ່ປະຕິບັດພາລະກິດຜູ້ດຽວເພື່ອເອົາຊະນະຊາຕານ ຍ້ອນພຣະອົງບໍ່ສາມາດເປັນພະຍານໃຫ້ກັບພຣະອົງເອງທ່າມກາງບັນສິ່ງຖືກສ້າງທັງປວງໂດຍກົງໄດ້. ຖ້າພຣະອົງຈະເຮັດແບບນີ້, ມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ມະນຸດເຊື່ອແທ້ໆ, ສະນັ້ນພຣະເຈົ້າຕ້ອງປະຕິບັດພາລະກິດໃນມະນຸດເພື່ອເອົາຊະນະເຂົາ ແລະ ມີແຕ່ຕອນນີ້ ພຣະອົງຈຶ່ງຈະສາມາດຮັບເອົາຄຳພະຍານທ່າມກາງສິ່ງຖືກສ້າງທັງປວງ. ຖ້າພຣະເຈົ້າຕ້ອງປະຕິບັດພາລະກິດຜູ້ດຽວ ແລະ ບໍ່ມີການຮ່ວມມືຂອງມະນຸດ ຫຼື ຖ້າມະນຸດບໍ່ຈຳເປັນຕ້ອງຮ່ວມມື, ແລ້ວມະນຸດກໍຈະບໍ່ຮູ້ຈັກອຸປະນິໄສຂອງພຣະເຈົ້າຈັກເທື່ອ ແລະ ຈະບໍ່ຮູ້ຈັກຄວາມປະສົງຂອງພຣະເຈົ້າຕະຫຼອດໄປ; ໃນວິທີນີ້, ບໍ່ສາມາດເອີ້ນສິ່ງນັ້ນວ່າພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າໄດ້. ຖ້າມະນຸດພຽງແຕ່ພະຍາຍາມ ແລະ ສະແຫວງຫາ ແລະ ປະຕິບັດພາລະກິດຢ່າງໜັກ, ແຕ່ເຂົາບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າ, ແລ້ວມະນຸດກໍຈະຫຼິ້ນຕະລົກ. ຫາກປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ສິ່ງທີ່ມະນຸດເຮັດກໍມາຈາກຊາຕານ, ເຂົາກະບົດ ແລະ ເປັນຜູ້ເຮັດການຊົ່ວ; ຊາຕານຖືກສຳແດງອອກໃນທຸກສິ່ງທີ່ມະນຸດຊາດທີ່ເສື່ອມຊາມປະຕິບັດ ແລະ ບໍ່ມີຫຍັງທີ່ສອດຄ່ອງກັບພຣະເຈົ້າໄດ້ ແລະ ທຸກສິ່ງລ້ວນແລ້ວແຕ່ເປັນການສະແດງອອກຂອງຊາຕານ. ບໍ່ມີຫຍັງໃນທຸກສິ່ງທີ່ກ່າວເຖິງ ໂດຍບໍ່ນັບນິມິດ ແລະ ການປະຕິບັດ. ບົນພື້ນຖານຂອງນິມິດ, ມະນຸດຄົ້ນພົບການປະຕິບັດ ແລະ ເສັ້ນທາງແຫ່ງຄວາມເຊື່ອຟັງ, ເພື່ອວ່າເຂົາອາດປະຖິ້ມແນວຄິດຂອງເຂົາ ແລະ ຮັບເອົາສິ່ງເຫຼົ່ານັ້ນທີ່ເຂົາບໍ່ມີໃນອະດີດ. ພຣະເຈົ້າຮຽກຮ້ອງໃຫ້ມະນຸດຮ່ວມມືກັບພຣະອົງ, ໃຫ້ມະນຸດຍອມຕໍ່ເງື່ອນໄຂຂອງພຣະອົງຢ່າງສົມບູນ ແລະ ມະນຸດຂໍຮ້ອງເພື່ອເຫັນເຖິງພາລະກິດທີ່ພຣະເຈົ້າເອງປະຕິບັດ, ເພື່ອຜະເຊີນກັບລິດອຳນາດທີ່ມີລິດທານຸພາບຂອງພຣະເຈົ້າ ແລະ ເພື່ອຮູ້ຈັກອຸປະນິໄສຂອງພຣະເຈົ້າ. ສະຫຼຸບກໍຄື ສິ່ງເຫຼົ່ານີ້ແມ່ນການຄຸ້ມຄອງຂອງພຣະເຈົ້າ. ການຮ່ວມກັນຂອງພຣະເຈົ້າກັບມະນຸດແມ່ນການຄຸ້ມຄອງ ແລະ ການຄຸ້ມຄອງທີ່ຍິ່ງໃຫຍ່ທີ່ສຸດ.

ສິ່ງທີ່ກ່ຽວພັນກັບນິມິດຫຼັກໆແມ່ນໝາຍເຖິງພາລະກິດຂອງພຣະເຈົ້າເອງ ແລະ ມະນຸດຄວນເຮັດສິ່ງທີ່ກ່ຽວພັນກັບການປະຕິບັດ ແລະ ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບພຣະເຈົ້າ. ພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດໂດຍພຣະເຈົ້າເອງ ແລະ ການປະຕິບັດຂອງມະນຸດກໍຖືກບັນລຸໂດຍມະນຸດເອງ. ສິ່ງທີ່ພຣະເຈົ້າເອງຄວນປະຕິບັດບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດ ແລະ ສິ່ງທີ່ມະນຸດຄວນປະຕິບັດກໍບໍ່ກ່ຽວຂ້ອງກັບພຣະເຈົ້າເລີຍ. ພາລະກິດຂອງພຣະເຈົ້າແມ່ນພັນທະກິດຂອງພຣະອົງເອງ ແລະ ບໍ່ກ່ຽວຂ້ອງກັບມະນຸດ. ພາລະກິດນີ້ບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດ ແລະ ຍິ່ງໄປກວ່ານັ້ນ ມະນຸດຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າປະຕິບັດ. ສິ່ງທີ່ມະນຸດຈຳເປັນຕ້ອງປະຕິບັດຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດ ບໍ່ວ່າມັນຈະເປັນການເສຍສະຫຼະຊີວິດຂອງເຂົາ ຫຼື ເປັນການສົ່ງມອບເຂົາໃຫ້ກັບຊາຕານເພື່ອຢືນເປັນພະຍານ, ທຸກສິ່ງເຫຼົ່ານີ້ຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດ. ພຣະເຈົ້າເອງເຮັດໃຫ້ພາລະກິດທັງໝົດທີ່ພຣະອົງຄວນປະຕິບັດນັ້ນສຳເລັດລົງ ແລະ ສິ່ງທີ່ມະນຸດຄວນປະຕິບັດກໍຖືກສະແດງໃຫ້ກັບມະນຸດແລ້ວ ແລະ ພາລະກິດທີ່ເຫຼືອກໍຖືກປະໄວ້ໃຫ້ກັບມະນຸດ. ພຣະເຈົ້າບໍ່ປະຕິບັດພາລະກິດເພີ່ມ. ພຣະອົງພຽງແຕ່ປະຕິບັດພາລະກິດທີ່ຢູ່ພາຍໃນພັນທະກິດຂອງພຣະອົງ ແລະ ພຽງແຕ່ສະແດງໃຫ້ມະນຸດເຫັນເຖິງຫົນທາງ ແລະ ພຽງແຕ່ປະຕິບັດພາລະກິດເພື່ອເປີດຫົນທາງ ແລະ ບໍ່ປະຕິບັດພາລະກິດເພື່ອບຸກເບີກຫົນທາງ; ມະນຸດຄວນເຂົ້າໃຈສິ່ງນີ້. ການນໍາຄວາມຈິງເຂົ້າສູ່ການປະຕິບັດໝາຍເຖິງການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ນີ້ລ້ວນແລ້ວແຕ່ເປັນໜ້າທີ່ຂອງມະນຸດ, ເປັນສິ່ງທີ່ມະນຸດຄວນປະຕິບັດ ແລະ ບໍ່ກ່ຽວຂ້ອງກັບພຣະເຈົ້າ. ຖ້າມະນຸດຮຽກຮ້ອງໃຫ້ພຣະເຈົ້າທົນທຸກຕໍ່ການທໍລະມານ ແລະ ການຫຼໍ່ຫຼອມໃນຄວາມຈິງເຊັ່ນກັນ, ໃນຮູບແບບດຽວກັນກັບມະນຸດ, ແລ້ວມະນຸດກໍກຳລັງບໍ່ເຊື່ອຟັງ. ພາລະກິດຂອງພຣະເຈົ້າແມ່ນເພື່ອປະຕິບັດພັນທະກິດຂອງພຣະອົງ ແລະ ໜ້າທີ່ຂອງມະນຸດແມ່ນເພື່ອເຊື່ອຟັງການນໍາພາທັງໝົດຂອງພຣະເຈົ້າ ໂດຍບໍ່ຕໍ່ຕ້ານເລີຍ. ສຳລັບສິ່ງທີ່ມະນຸດຕ້ອງບັນລຸນັ້ນ ເຂົາກໍຈຳເປັນຕ້ອງເຮັດໃຫ້ສຳເລັດ, ໂດຍບໍ່ສົນເຖິງລັກສະນະທີ່ພຣະເຈົ້າປະຕິບັດພາລະກິດ ຫຼື ດຳລົງຊີວິດ. ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດຮຽກຮ້ອງຈາກມະນຸດໄດ້ ເຊິ່ງໝາຍຄວາມວ່າ ມີພຽງພຣະເຈົ້າເທົ່ານັ້ນທີ່ສົມຄວນຮຽກຮ້ອງຈາກມະນຸດ. ມະນຸດບໍ່ຄວນມີທາງເລືອກອື່ນ, ບໍ່ຄວນເຮັດຫຍັງເລີຍ ນອກຈາກຍອມໂດຍສິ້ນເຊີງ ແລະ ປະຕິບັດ; ນີ້ແມ່ນຄວາມຮູ້ສຶກທີ່ມະນຸດຄວນມີ. ຫຼັງຈາກທີ່ພາລະກິດທີ່ພຣະເຈົ້າຄວນປະຕິບັດນັ້ນຖືກເຮັດໃຫ້ສຳເລັດ, ມະນຸດກໍຈຳເປັນຕ້ອງຜະເຊີນກັບມັນ ເທື່ອລະບາດກ້າວ. ໃນທີ່ສຸດແລ້ວ ຖ້າເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດ, ມະນຸດຍັງບໍ່ໄດ້ເຮັດສິ່ງທີ່ພຣະເຈົ້າຮຽກຮ້ອງ, ແລ້ວມະນຸດກໍຈະຖືກລົງໂທດ. ຖ້າມະນຸດບໍ່ປະຕິບັດຕາມເງື່ອນໄຂຂອງພຣະເຈົ້າ, ແລ້ວສິ່ງນີ້ກໍແມ່ນເນື່ອງຈາກຄວາມບໍ່ເຊື່ອຟັງຂອງມະນຸດ; ມັນບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າບໍ່ຮອບຄອບພໍໃນພາລະກິດຂອງພຣະອົງ. ທຸກຄົນທີ່ບໍ່ສາມາດນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ, ຄົນທີ່ບໍ່ສາມາດປະຕິບັດຕາມເງື່ອນໄຂຂອງພຣະເຈົ້າ ແລະ ຄົນທີ່ບໍ່ສາມາດມອບຄວາມຊື່ສັດຂອງພວກເຂົາ ແລະ ປະຕິບັດໜ້າທີ່ຂອງພວກເຂົາໄດ້, ພວກເຂົາລ້ວນແລ້ວແຕ່ຈະຖືກລົງໂທດທັງໝົດ. ໃນປັດຈຸບັນ, ສິ່ງທີ່ພວກເຈົ້າຈຳເປັນຕ້ອງບັນລຸບໍ່ແມ່ນຄວາມຮຽກຮ້ອງເພີ່ມ, ແຕ່ເປັນໜ້າທີ່ຂອງມະນຸດ ແລະ ເປັນສິ່ງທີ່ທຸກຄົນຄວນປະຕິບັດ. ຖ້າພວກເຈົ້າບໍ່ສາມາດແມ່ນແຕ່ປະຕິບັດໜ້າທີ່ຂອງພວກເຈົ້າ ຫຼື ປະຕິບັດມັນໃຫ້ດີ, ແລ້ວພວກເຈົ້າບໍ່ໄດ້ກຳລັງນໍາບັນຫາມາສູ່ຕົນເອງບໍ? ພວກເຈົ້າບໍ່ໄດ້ກຳລັງຊອກຫາຄວາມຕາຍບໍ? ພວກເຈົ້າຈະຍັງຄາດຫວັງອະນາຄົດ ແລະ ໂອກາດໄດ້ແນວໃດ? ພາລະກິດຂອງພຣະເຈົ້າແມ່ນເພື່ອມະນຸດຊາດ ແລະ ການຮ່ວມມືຂອງມະນຸດແມ່ນເພື່ອການຄຸ້ມຄອງຂອງພຣະເຈົ້າ. ຫຼັງຈາກທີ່ພຣະເຈົ້າໄດ້ສຳເລັດທຸກສິ່ງທີ່ພຣະອົງຄວນປະຕິບັດ, ມະນຸດກໍຈຳເປັນຕ້ອງບໍ່ອັ້ນໃນການປະຕິບັດຂອງເຂົາ ແລະ ຮ່ວມມືກັບພຣະເຈົ້າ. ໃນພາລະກິດຂອງພຣະເຈົ້າ, ມະນຸດບໍ່ຄວນຈົ່ງຄວາມພະຍາຍາມຂອງເຂົາໄວ້, ຄວນຖວາຍຄວາມຊື່ສັດຂອງເຂົາ ແລະ ບໍ່ຄວນໝົກມຸ້ນກັບແນວຄິດຈຳນວນຫຼວງຫຼາຍ ຫຼື ນັ່ງແບບຂີ້ຄ້ານ ແລະ ລໍຖ້າຄວາມຕາຍ. ພຣະເຈົ້າສາມາດສະຫຼະຕົນເອງເພື່ອມະນຸດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດຖວາຍຄວາມຊື່ສັດຂອງເຂົາໃຫ້ກັບພຣະເຈົ້າໄດ້? ພຣະເຈົ້າມີໜຶ່ງຫົວໃຈ ແລະ ຄວາມຄິດຕໍ່ກັບມະນຸດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດຮ່ວມມືແມ່ນແຕ່ໜ້ອຍດຽວ? ພຣະເຈົ້າປະຕິບັດພາລະກິດເພື່ອມະນຸດຊາດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດປະຕິບັດພາລະກິດບາງຢ່າງຂອງເຂົາເອງເພື່ອເຫັນແກ່ການຄຸ້ມຄອງຂອງພຣະເຈົ້າ? ພາລະກິດຂອງພຣະເຈົ້າໄດ້ມາໄກສໍ່ານັ້ນ, ເຖິງຢ່າງໃດກໍຕາມ ພວກເຈົ້າຍັງເຫັນ ແຕ່ບໍ່ປະຕິບັດ, ພວກເຈົ້າໄດ້ຍິນ ແຕ່ບໍ່ເຄື່ອນໄຫວ. ຄົນປະເພດດັ່ງກ່າວບໍ່ແມ່ນເປົ້າໝາຍຂອງການຕົກນະລົກບໍ? ພຣະເຈົ້າໄດ້ອຸທິດທັງໝົດຂອງພຣະອົງໃຫ້ກັບມະນຸດ, ແລ້ວຫຍັງໃນປັດຈຸບັນ ມະນຸດຈຶ່ງບໍ່ສາມາດປະຕິບັດໜ້າທີ່ຂອງເຂົາໄດ້ຢ່າງຈິງໃຈ? ສຳລັບພຣະເຈົ້າແລ້ວ, ພາລະກິດຂອງພຣະອົງແມ່ນບຸລິມະສິດທຳອິດຂອງພຣະອົງ ແລະ ພາລະກິດແຫ່ງການຄຸ້ມຄອງຂອງພຣະອົງມີຄວາມສຳຄັນທີ່ສຸດ. ສຳລັບມະນຸດ, ການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ການປະຕິບັດຕາມເງື່ອນໄຂຂອງພຣະເຈົ້າແມ່ນບຸລິມະສິດທຳອິດຂອງເຂົາ. ພວກເຈົ້າທຸກຄົນຄວນເຂົ້າໃຈໃນສິ່ງນີ້. ພຣະທຳທີ່ໄດ້ກ່າວກັບພວກເຈົ້າແມ່ນໄດ້ໄປເຖິງໃຈກາງແກ່ນແທ້ຂອງພວກເຈົ້າ ແລະ ພາລະກິດຂອງພຣະເຈົ້າກໍໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ. ຫຼາຍຄົນຍັງບໍ່ເຂົ້າໃຈຄວາມຈິງ ຫຼື ຄວາມປອມໃນວິທີນີ້; ພວກເຂົາຍັງລໍຖ້າ ແລະ ເບິ່ງ ແລະ ບໍ່ປະຕິບັດໜ້າທີ່ຂອງພວກເຂົາ. ກົງກັນຂ້າມ, ພວກເຂົາກວດສອບພຣະທຳທຸກຂໍ້ ແລະ ການກະທຳທຸກຢ່າງຂອງພຣະເຈົ້າ, ພວກເຂົາໃສ່ໃຈໃນສິ່ງທີ່ພຣະອົງກິນ ແລະ ນຸ່ງ ແລະ ແນວຄິດຂອງພວກເຂົາຍິ່ງຮ້າຍແຮງຫຼາຍຂຶ້ນ. ຄົນປະເພດດັ່ງກ່າວບໍ່ໄດ້ກຳລັງກັງວົນໃນສິ່ງທີ່ບໍ່ສຳຄັນບໍ? ຄົນປະເພດດັ່ງກ່າວຈະສາມາດເປັນຄົນທີ່ສະແຫວງຫາພຣະເຈົ້າໄດ້ແນວໃດ? ແລ້ວພວກເຂົາຈະສາມາດເປັນຄົນທີ່ມີເຈດຕະນາຍອມຕໍ່ພຣະເຈົ້າໄດ້ແນວໃດ? ພວກເຂົາເອົາຄວາມຊື່ສັດ ແລະ ໜ້າທີ່ຂອງພວກເຂົາໄວ້ຢູ່ຫຼັງຄວາມຄິດຂອງພວກເຂົາ ແລະ ເອົາໃຈໃສ່ກັບທີ່ຢູ່ຂອງພຣະເຈົ້າແທນ. ພວກເຂົາເປັນຕາໜ່າຍຫຼາຍ! ຖ້າມະນຸດເຂົ້າໃຈທຸກສິ່ງທີ່ເຂົາຄວນເຂົ້າໃຈ ແລະ ນໍາທຸກສິ່ງທີ່ເຂົາຄວນນໍາໄປປະຕິບັດນັ້ນເຂົ້າສູ່ການປະຕິບັດ, ແລ້ວພຣະເຈົ້າຈະປະທານພອນຂອງພຣະອົງໃຫ້ກັບມະນຸດຢ່າງແນ່ນອນ, ຍ້ອນສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືໜ້າທີ່ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນປະຕິບັດ. ຖ້າມະນຸດບໍ່ສາມາດເຂົ້າໃຈໃນສິ່ງທີ່ເຂົາຄວນເຂົ້າໃຈ ແລະ ບໍ່ສາມາດນໍາສິ່ງທີ່ເຂົາຄວນນໍາໄປປະຕິບັດນັ້ນເຂົ້າສູ່ການປະຕິບັດ, ແລ້ວມະນຸດກໍຈະຖືກລົງໂທດ. ຄົນທີ່ບໍ່ຮ່ວມມືກັບພຣະເຈົ້າກໍເປັນສັດຕູກັບພຣະເຈົ້າ, ຄົນທີ່ບໍ່ຍອມຮັບພາລະກິດໃໝ່ກໍຕໍ່ຕ້ານພາລະກິດນັ້ນ, ເຖິງແມ່ນວ່າ ຄົນປະເພດດັ່ງກ່າວບໍ່ໄດ້ເຮັດຫຍັງທີ່ຕໍ່ຕ້ານພາລະກິດນັ້ນຢ່າງແຈ່ມແຈ້ງ. ທຸກຄົນທີ່ບໍ່ນໍາຄວາມຈິງທີ່ພຣະເຈົ້າຮຽກຮ້ອງນັ້ນເຂົ້າສູ່ການປະຕິບັດ ກໍເປັນຄົນທີ່ຕໍ່ຕ້ານໂດຍຕັ້ງໃຈ ແລະ ບໍ່ເຊື່ອງຟັງພຣະທຳຂອງພຣະເຈົ້າ, ເຖິງແມ່ນຄົນປະເພດດັ່ງກ່າວຈະໃສ່ໃຈກັບພາລະກິດຂອງພຣະວິນຍານບໍລິສຸດເປັນພິເສດກໍຕາມ. ຄົນທີ່ບໍ່ເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ຍອມຕໍ່ພຣະເຈົ້າກໍກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ຄົນທີ່ບໍ່ປະຕິບັດໜ້າທີ່ຂອງພວກເຂົາແມ່ນຄົນທີ່ບໍ່ຮ່ວມມືກັບພຣະເຈົ້າ ແລະ ຄົນທີ່ບໍ່ຮ່ວມມືກັບພຣະເຈົ້າກໍເປັນຄົນທີ່ບໍ່ຍອມຮັບພາລະກິດຂອງພຣະວິນຍານບໍລິສຸດ.

ເມື່ອພາລະກິດຂອງພຣະເຈົ້າໄປເຖິງຈຸດໃດໜຶ່ງ ແລະ ການຄຸ້ມຄອງຂອງພຣະອົງໄດ້ໄປເຖິງຈຸດໃດໜຶ່ງ, ຄົນທີ່ພໍໃຈພຣະອົງ ກໍລ້ວນແລ້ວແຕ່ເປັນຄົນທີ່ສາມາດປະຕິບັດຕາມເງື່ອນໄຂຂອງພຣະອົງ. ພຣະເຈົ້າຮຽກຮ້ອງມະນຸດຕາມມາດຕະຖານຂອງພຣະອົງເອງ ແລະ ຕາມສິ່ງທີ່ມະນຸດສາມາດບັນລຸໄດ້. ໃນຂະນະທີ່ເວົ້າເຖິງການຄຸ້ມຄອງຂອງພຣະອົງ, ພຣະອົງໄດ້ຊີ້ຫົນທາງໃຫ້ກັບມະນຸດ ແລະ ຈັດກຽມເສັ້ນທາງສູ່ຄວາມຢູ່ລອດໃຫ້ກັບມະນຸດ. ທັງການຄຸ້ມຄອງຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດແມ່ນຂັ້ນຕອນດຽວກັນຂອງພາລະກິດ ແລະ ຖືກປະຕິບັດໃນເວລາດຽວກັນ. ການເວົ້າເຖິງການຄຸ້ມຄອງຂອງພຣະເຈົ້າແມ່ນລາມໄປເຖິງການປ່ຽນແປງໃນອຸປະນິໄສຂອງມະນຸດ ແລະ ການເວົ້າເຖິງສິ່ງທີ່ມະນຸດຄວນປະຕິບັດ ແລະ ການປ່ຽນແປງໃນອຸປະນິໄສຂອງມະນຸດ ກໍລາມໄປເຖິງພາລະກິດຂອງພຣະເຈົ້າ; ບໍ່ມີຈັກເທື່ອທີ່ທັງສອງຢ່າງຈະຖືກແຍກອອກຈາກກັນ. ການປະຕິບັດຂອງມະນຸດປ່ຽນແປງເທື່ອລະບາດກ້າວ. ນັ້ນແມ່ນຍ້ອນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດກໍປ່ຽນແປງເຊັ່ນກັນ ແລະ ຍ້ອນພາລະກິດຂອງພຣະເຈົ້າປ່ຽນແປງ ແລະ ກ້າວໜ້າຢູ່ສະເໝີ. ຖ້າການປະຕິບັດຂອງມະນຸດຍັງຖືກດັກຢູ່ໃນຄຳສັ່ງສອນ, ສິ່ງນີ້ກໍພິສູດວ່າ ເຂົາປາສະຈາກພາລະກິດ ແລະ ການນໍາພາຂອງພຣະເຈົ້າ; ຖ້າການປະຕິບັດຂອງມະນຸດບໍ່ປ່ຽນແປງຈັກເທື່ອ ຫຼື ເລິກເຊິ່ງຂຶ້ນ, ແລ້ວສິ່ງນີ້ກໍພິສູດວ່າ ການປະຕິບັດຂອງມະນຸດຖືກປະຕິບັດຕາມຄວາມປະສົງຂອງມະນຸດ ແລະ ບໍ່ແມ່ນການປະຕິບັດແຫ່ງຄວາມຈິງ; ຖ້າມະນຸດບໍ່ມີເສັ້ນທາງໃຫ້ຢຽບ, ແລ້ວເຂົາກໍຕົກລົງໄປໃນມືຂອງຊາຕານແລ້ວ ແລະ ຖືກຄວບຄຸມໂດຍຊາຕານ ເຊິ່ງໝາຍຄວາມວ່າ ເຂົາຖືກຄວບຄຸມໂດຍວິນຍານຊົ່ວຮ້າຍ. ຖ້າການປະຕິບັດຂອງມະນຸດບໍ່ໄດ້ເລິກເຊິ່ງກວ່າເກົ່າ, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ພັດທະນາ ແລະ ຖ້າບໍ່ມີການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ແລ້ວການເຂົ້າສູ່ຂອງມະນຸດກໍມາເຖິງຈຸດຢຸດສະງັດ; ນີ້ເປັນສິ່ງທີ່ຫຼີກຫຼ່ຽງບໍ່ໄດ້. ທົ່ວພາລະກິດທັງໝົດຂອງພຣະເຈົ້າ, ຖ້າມະນຸດຕ້ອງປະຕິບັດຕາມພຣະບັນຍັດຂອງພຣະເຢໂຮວາ, ແລ້ວພາລະກິດຂອງພຣະເຈົ້າກໍບໍ່ສາມາດຄືບໜ້າໄດ້ ແຮງໄກທີ່ມັນກໍເປັນໄປໄດ້ທີ່ຈະນໍາຍຸກທັງໝົດໄປສູ່ເວລາສຸດທ້າຍ. ຖ້າມະນຸດຍຶດຕິດກັບໄມ້ກາງແຂນຢູ່ສະເໝີ ແລະ ປະຕິບັດຄວາມອົດທົນ ແລະ ຄວາມຖ່ອມຕົນ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໃຫ້ພາລະກິດຂອງພຣະເຈົ້າສືບຕໍ່ດຳເນີນໄປ. ການຄຸ້ມຄອງຫົກພັນປີບໍ່ສາມາດນໍາມາເຖິງຈຸດສິ້ນສຸດໃນທ່າມກາງຄົນທີ່ປະຕິບັດຕາມພຣະບັນຍັດ ຫຼື ຍຶດຕິດກັບໄມ້ກາງແຂນ ແລະ ປະຕິບັດຄວາມອົດທົນ ແລະ ຄວາມຖ່ອມຕົນເທົ່ານັ້ນ. ກົງກັນຂ້າມ, ພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດທ່າມກາງຄົນທີ່ຢູ່ໃນຍຸກສຸດທ້າຍ, ຄົນທີ່ຮູ້ຈັກພຣະເຈົ້າ ແລະ ໄດ້ຟື້ນຟູຈາກການຈັບແໜ້ນຂອງຊາຕານ ແລະ ຖອນຕົນເອງອອກຈາກອິດທິພົນຂອງຊາຕານຢ່າງສົມບູນ. ນີ້ແມ່ນທິດທາງທີ່ບໍ່ສາມາດຫຼີກຫຼ່ຽງໄດ້ໃນພາລະກິດຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າ ການປະຕິບັດຂອງຄົນທີ່ຢູ່ໃນຄຣິສຕະຈັກສາສໜາແມ່ນລ້າສະໄໝ? ມັນກໍເພາະວ່າ ສິ່ງທີ່ພວກເຂົານໍາເຂົ້າສູ່ການປະຕິບັດແມ່ນແຍກອອກຈາກພາລະກິດແຫ່ງປັດຈຸບັນ. ໃນຍຸກແຫ່ງພຣະຄຸນ, ສິ່ງທີ່ພວກເຂົານໍາເຂົ້າສູ່ການປະຕິບັດຄືສິ່ງທີ່ຖືກຕ້ອງ, ແຕ່ເມື່ອຍຸກໄດ້ຜ່ານພົ້ນໄປ ແລະ ພາລະກິດຂອງພຣະເຈົ້າໄດ້ປ່ຽນແປງໄປ, ການປະຕິບັດຂອງພວກເຂົາກໍຍິ່ງລ້າສະໄໝຂຶ້ນເທື່ອລະໜ້ອຍ. ມັນຖືກຖິ້ມໄວ້ຂ້າງຫຼັງພາລະກິດໃໝ່ ແລະ ແສງສະຫວ່າງໃໝ່. ອີງຕາມພື້ນຖານເດີມ, ພາລະກິດຂອງພຣະວິນຍານບໍລິສຸດໄດ້ຄືບໜ້າລົງເລິກຕື່ມອີກສອງສາມບາດກ້າວ. ແຕ່ຄົນເຫຼົ່ານັ້ນຍັງຕິດຢູ່ໃນຂັ້ນຕອນທຳອິດຂອງພາລະກິດຂອງພຣະເຈົ້າ ແລະ ຍັງຕິດແໜ້ນກັບການປະຕິບັດທີ່ເກົ່າແກ່ ແລະ ແສງສະຫວ່າງເດີມ. ພາລະກິດຂອງພຣະເຈົ້າສາມາດປ່ຽນແປງຢ່າງໃຫຍ່ຫຼວງໃນສາມ ຫຼື ຫ້າປີ, ແລ້ວຈະບໍ່ມີການປ່ຽນແປງທີ່ຍິ່ງໃຫຍ່ກວ່າເກີດຂຶ້ນບໍໃນຊ່ວງເວລາ 2.000 ປີ? ຖ້າມະນຸດບໍ່ມີແສງສະຫວ່າງ ຫຼື ການປະຕິບັດໃໝ່, ມັນກໍໝາຍຄວາມວ່າ ເຂົານໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດ. ນີ້ແມ່ນຄວາມລົ້ມເຫຼວຂອງມະນຸດ; ການເປັນຢູ່ຂອງພາລະກິດໃໝ່ຂອງພຣະເຈົ້າບໍ່ສາມາດຖືກປະຕິເສດໄດ້ ເພາະໃນປັດຈຸບັນ ຜູ້ຄົນເຫຼົ່ານັ້ນທີ່ມີພາລະກິດຜ່ານມາຂອງພຣະວິນຍານບໍລິສຸດຍັງປະຕິບັດຢ່າງລ້າສະໄໝຢູ່. ພາລະກິດຂອງພຣະວິນຍານບໍລິສຸດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ທຸກຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດກໍຄວນກ້າວໜ້າໃຫ້ເລິກເຊິ່ງຂຶ້ນ ແລະ ຄວນປ່ຽນແປງເທື່ອລະບາດກ້າວ. ພວກເຂົາຈະບໍ່ຢຸດທີ່ຂັ້ນຕອນໃດໜຶ່ງ. ມີພຽງແຕ່ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດເທົ່ານັ້ນທີ່ຈະຍັງຄົງຢູ່ທ່າມກາງພາລະກິດທຳອິດຂອງພຣະອົງ ແລະ ບໍ່ຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ມີພຽງແຕ່ຄົນທີ່ບໍ່ເຊື່ຟັງເທົ່ານັ້ນທີ່ຈະບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ. ຖ້າການປະຕິບັດຂອງມະນຸດບໍ່ທັນກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ, ແລ້ວການປະຕິບັດຂອງມະນຸດກໍແຍກອອກຈາກພາລະກິດແຫ່ງປັດຈຸບັນຢ່າງແນ່ນອນ ແລະ ບໍ່ສາມາດເຂົ້າກັບພາລະກິດແຫ່ງປັດຈຸບັນໄດ້ແທ້ໆ. ຄົນປະເພດດັ່ງກ່າວທີ່ລ້າສະໄໝແມ່ນບໍ່ສາມາດເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດໄດ້ແທ້ໆ ແຮງໄກທີ່ພວກເຂົາຈະກາຍເປັນຄົນທີ່ຈະຢືນເປັນພະຍານໃຫ້ກັບພຣະເຈົ້າໃນທີ່ສຸດ. ຍິ່ງໄປກວ່ານັ້ນ, ແຜນການຄຸ້ມຄອງທັງໝົດບໍ່ສາມາດຖືກເຮັດໃຫ້ສຳເລັດໄດ້ທ່າມກາງກຸ່ມຄົນດັ່ງກ່າວ. ສຳລັບຄົນທີ່ເຄີຍເຫັນພຣະບັນຍັດຂອງພຣະເຢໂຮວາ ແລະ ຄົນທີ່ເຄີຍທົນທຸກເພື່ອໄມ້ກາງແຂນ, ຖ້າພວກເຂົາບໍ່ສາມາດຍອມຮັບຂັ້ນຕອນຂອງພາລະກິດແຫ່ງຍຸກສຸດທ້າຍ, ແລ້ວທຸກສິ່ງທີ່ພວກເຂົາເຮັດກໍຈະສູນເປົ່າ ແລະ ບໍ່ມີປະໂຫຍດ. ການສະແດງອອກທີ່ຊັດເຈນທີ່ສຸດຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນລວມເຖິງຕອນນີ້ ແລະ ປັດຈຸບັນນີ້ ໂດຍບໍ່ເກາະຕິດກັບອະດີດ. ຄົນທີ່ບໍ່ທັນພາລະກິດໃນປັດຈຸບັນ ແລະ ຄົນທີ່ຖືກແຍກອອກຈາກການປະຕິບັດໃນປັດຈຸບັນ ແມ່ນຄົນທີ່ຕໍ່ຕ້ານ ແລະ ບໍ່ຍອມຮັບພາລະກິດຂອງພຣະວິນຍານບໍລິສຸດ. ຄົນປະເພດດັ່ງກ່າວທ້າທາຍພາລະກິດໃນປັດຈຸບັນຂອງພຣະເຈົ້າ. ເຖິງແມ່ນພວກເຂົາຍຶດຕິດກັບແສງສະຫວ່າງໃນອະດີດ, ນີ້ກໍບໍ່ໄດ້ໝາຍຄວາມວ່າ ມັນເປັນໄປໄດ້ທີ່ຈະປະຕິເສດວ່າພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ເປັນຫຍັງຈຶ່ງເກີດມີການເວົ້າເຖິງການປ່ຽນແປງໃນການປະຕິບັດຂອງມະນຸດ, ເຖິງຄວາມແຕກຕ່າງໃນການປະຕິບັດລະຫວ່າງອະດີດ ແລະ ປັດຈຸບັນ, ເຖິງວິທີການປະຕິບັດໃນລະຫວ່າງຍຸກທີ່ຜ່ານມາ ແລະ ເຖິງວິທີການປະຕິບັດໃນປັດຈຸບັນ? ການແບ່ງແຍກແບບນັ້ນໃນການປະຕິບັດຂອງມະນຸດແມ່ນຖືກກ່າວເຖິງ ຍ້ອນພາລະກິດຂອງພຣະວິນຍານບໍລິສຸດກ້າວໄປຂ້າງໜ້າຢ່າງຕໍ່ເນື່ອງ ແລະ ສະນັ້ນ ການປະຕິບັດຂອງມະນຸດຈຶ່ງຈຳເປັນຕ້ອງປ່ຽນແປງຢ່າງຕໍ່ເນື່ອງ. ຖ້າມະນຸດຄົງຕິດຢູ່ໃນຂັ້ນຕອນໃດໜຶ່ງ, ແລ້ວນີ້ກໍພິສູດວ່າ ເຂົາບໍ່ສາມາດທັນພາລະກິດໃໝ່ ແລະ ແສງສະຫວ່າງໃໝ່ຂອງພຣະເຈົ້າໄດ້; ມັນບໍ່ໄດ້ພິສູດວ່າ ແຜນການຄຸ້ມຄອງຂອງພຣະເຈົ້າບໍ່ໄດ້ປ່ຽນແປງໄປ. ຄົນທີ່ຢູ່ນອກກະແສຂອງພຣະວິນຍານບໍລິສຸດກໍຄິດວ່າພວກເຂົາຖືກຕ້ອງຢູ່ສະເໝີ ແຕ່ໃນຄວາມຈິງ ພາລະກິດຂອງພຣະເຈົ້າທີ່ຢູ່ໃນພວກເຂົາຢຸດເຊົາແຕ່ດົນແລ້ວ ແລະ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຫາຍໄປຈາກພວກເຂົາ. ພາລະກິດຂອງພຣະເຈົ້າໄດ້ຖ່າຍໂອນໄປສູ່ຄົນກຸ່ມອື່ນຕັ້ງແຕ່ດົນແລ້ວ ເຊິ່ງເປັນກຸ່ມທີ່ພຣະອົງເຈດຕະນາຈະເຮັດໃຫ້ພາລະກິດໃໝ່ຂອງພຣະອົງສຳເລັດ. ເພາະຄົນທີ່ຢູ່ໃນສາສະໜາກໍບໍ່ສາມາດຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າໄດ້ ແລະ ພຽງແຕ່ຍຶດຕິດກັບພາລະກິດເດີມໃນອະດີດ, ສະນັ້ນ ພຣະເຈົ້າຈຶ່ງປະຖິ້ມຄົນເຫຼົ່ານີ້ ແລະ ປະຕິບັດພາລະກິດໃໝ່ຂອງພຣະອົງໃນຄົນທີ່ຍອມຮັບພາລະກິດໃໝ່ນີ້. ນີ້ແມ່ນຄົນທີ່ຮ່ວມມືໃນພາລະກິດໃໝ່ຂອງພຣະອົງ ແລະ ພຽງແຕ່ໃນວິທີນີ້ເທົ່ານັ້ນ ການຄຸ້ມຄອງຂອງພຣະອົງຈຶ່ງສາມາດເຮັດໃຫ້ສຳເລັດໄດ້. ການຄຸ້ມຄອງຂອງພຣະເຈົ້າກ້າວໄປຂ້າງໜ້າຢູ່ສະເໝີ ແລະ ການປະຕິບັດຂອງມະນຸດກໍຂຶ້ນສູງຢູ່ສະເໝີ. ພຣະເຈົ້າປະຕິບັດພາລະກິດຢູ່ສະເໝີ ແລະ ມະນຸດກໍຕ້ອງການຢູ່ສະເໝີ, ເມື່ອທັງສອງໄປເຖິງຈຸດສຸດຍອມຂອງພວກເຂົາ, ພຣະເຈົ້າ ແລະ ມະນຸດຈຶ່ງຢູ່ໃນການຮ່ວມກັນຢ່າງສົມບູນ. ນີ້ແມ່ນການສະແດງອອກເຖິງຄວາມສຳເລັດຂອງພາລະກິດຂອງພຣະເຈົ້າ ແລະ ເປັນຜົນຕາມມາສຸດທ້າຍຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ.

ໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຍັງມີເງື່ອນໄຂທີ່ສອດຄ່ອງກັນຂອງມະນຸດ. ທຸກຄົນທີ່ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນມີການສະຖິດ ແລະ ວິໄນຂອງພຣະວິນຍານບໍໍລິສຸດ ແລະ ຄົນທີ່ບໍ່ໄດ້ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດກໍຢູ່ພາຍໃຕ້ການບັນຊາຂອງຊາຕານ ແລະ ປາສະຈາກພາລະກິດຂອງພຣະວິນຍານບໍລິສຸດເລີຍ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ເຊິ່ງເປັນຄົນທີ່ຮ່ວມມືໃນພາລະກິດໃໝ່ຂອງພຣະເຈົ້າ. ຖ້າຄົນທີ່ຢູ່ພາຍໃນກະແສນີ້ບໍ່ສາມາດຮ່ວມມືໄດ້ ແລະ ບໍ່ສາມາດນໍາຄວາມຈິງເຂົ້າທີ່ພຣະເຈົ້າຮຽກຮ້ອງນັ້ນສູ່ການປະຕິບັດໄດ້, ແລ້ວພວກເຂົາກໍຈະຖືກລົງວິໄນ ແລະ ທີ່ໂຫດຮ້າຍທີ່ສຸດກໍຄືຈະຖືກພຣະວິນຍານບໍໍລິສຸດປະຖິ້ມ. ຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ຈະດຳລົງຊີວິດຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ຮັບເອົາຄວາມດູແລ ແລະ ການປົກປ້ອງຂອງພຣະວິນຍານບໍລິສຸດ. ຄົນທີ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກສ່ອງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ຄົນທີ່ບໍ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກລົງວິໄນໂດຍພຣະວິນຍານບໍລິສຸດ ແລະ ຍິ່ງອາດຖືກລົງໂທດໄດ້. ບໍ່ວ່າພວກເຂົາຈະເປັນຄົນປະເພດໃດກໍຕາມ, ໂດຍມີເງື່ອນໄຂວ່າພວກເຂົາຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ພຣະເຈົ້າຈະຮັບຜິດຊອບທຸກຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະອົງເພື່ອເຫັນແກ່ນາມຂອງພຣະອົງ. ຄົນທີ່ສັນລະເສີນນາມຂອງພຣະອົງ ແລະ ເຕັມໃຈນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະຮັບເອົາພອນຂອງພຣະອົງ; ຄົນທີ່ບໍ່ເຊື່ອຟັງພຣະອົງ ແລະ ບໍ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະຮັບເອົາການລົງໂທດຂອງພຣະອົງ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ ແລະ ຍ້ອນພວກເຂົາຍອມຮັບພາລະກິດໃໝ່, ພວກເຂົາຄວນມີການຮ່ວມມືທີ່ເໝາະສົມກັບພຣະເຈົ້າ ແລະ ບໍ່ຄວນເຮັດຕົວຄືກັບກະບົດທີ່ບໍ່ປະຕິບັດໜ້າທີ່ຂອງພວກເຂົາ. ນີ້ເປັນພຽງແຕ່ເງື່ອນໄຂດຽວທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ຈະບໍ່ເປັນແບບນັ້ນສຳລັບຄົນທີ່ບໍ່ຍອມຮັບພາລະກິດໃໝ່ ຄື ພວກເຂົາຢູ່ຂ້າງນອກກະແສຂອງພຣະວິນຍານບໍລິສຸດ ແລະ ການລົງວິໄນ ແລະ ການຕິເຕືອນຂອງພຣະວິນຍານບໍລິສຸດກໍໃຊ້ບໍ່ໄດ້ກັບພວກເຂົາ. ໝົດມື້, ຄົນເຫຼົ່ານີ້ດຳລົງຊີວິດຢູ່ພາຍໃນເນື້ອໜັງ, ພວກເຂົາດຳລົງຊີວິດຢູ່ພາຍໃນຄວາມຄິດຂອງພວກເຂົາ ແລະ ທຸກສິ່ງທີ່ພວກເຂົາເຮັດກໍແມ່ນຕາມຄຳສັ່ງສອນທີ່ເກີດຈາກການວິເຄາະ ແລະ ການຄົ້ນຄວ້າດ້ວຍສະໝອງຂອງພວກເຂົາ. ມັນບໍ່ແມ່ນເງື່ອນໄຂຂອງພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ແຮງໄກທີ່ມັນຈະເປັນການຮ່ວມມືກັບພຣະເຈົ້າ. ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າແມ່ນປາສະຈາກການສະຖິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄືປາສະຈາກພອນ ແລະ ການປົກປ້ອງຂອງພຣະເຈົ້າ. ຄຳເວົ້າ ແລະ ການກະທຳສ່ວນໃຫຍ່ຂອງພວກເຂົາຍຶດຕິດກັບເງື່ອນໄຂຂອງພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ໃນອະດີດ; ພວກມັນເປັນຄຳສັ່ງສອນ ບໍ່ແມ່ນຄວາມຈິງ. ຄຳສັ່ງສອນ ແລະ ກົດລະບຽບດັ່ງກ່າວແມ່ນພຽງພໍທີ່ຈະພິສູດວ່າ ການຊຸມນຸມຢູ່ຮ່ວມກັນຂອງຜູ້ຄົນເຫຼົ່ານີ້ແມ່ນບໍ່ມີຫຍັງ ແຕ່ເປັນສາສະໜາ; ພວກເຂົາບໍ່ແມ່ນຄົນທີ່ຖືກເລືອກ ຫຼື ເປົ້າໝາຍຂອງພາລະກິດຂອງພຣະເຈົ້າ. ສາມາດເອີ້ນການຊຸມນຸມຂອງທຸກຄົນທີ່ຢູ່ທ່າມກາງພວກເຂົາວ່າ ສະພາໃຫຍ່ແຫ່ງສາສະໜາເທົ່ານັ້ນ ແລະ ບໍ່ສາມາດວ່າຄຣິສຕະຈັກໄດ້. ນີ້ຄືຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ພວກເຂົາບໍ່ມີພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ສິ່ງທີ່ພວກເຂົາເຮັດເບິ່ງຄືກັບວ່າຫວນລະລຶກເຖິງສາສະໜາ, ສິ່ງທີ່ພວກເຂົາດຳລົງຊີວິດຕາມເບິ່ງຄືກັບວ່າເຕັມໄປດ້ວຍສາສະໜາ; ພວກເຂົາບໍ່ມີການສະຖິດ ແລະ ພາລະກິດຂອງພຣະວິນຍານບໍລິສຸດ ແຮງໄກທີ່ພວກເຂົາຈະມີສິດຮັບເອົາການລົງວິໄນ ຫຼື ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຄົນເຫຼົ່ານີ້ລ້ວນແລ້ວແຕ່ເປັນຊາກສົບທີ່ບໍ່ມີຊີວິດ ແລະ ໜອນທີ່ປາສະຈາກວິນຍານ. ພວກເຂົາບໍ່ມີຄວາມຮູ້ກ່ຽວກັບຄວາມກະບົດ ແລະ ຄວາມຕໍ່ຕ້ານຂອງມະນຸດ, ບໍ່ມີຄວາມຮູ້ກ່ຽວກັບການເຮັດຊົ່ວທຸກຢ່າງຂອງມະນຸດ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງພາລະກິດຂອງພຣະເຈົ້າ ແລະ ຄວາມປະສົງໃນປັດຈຸບັນຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ມີຄວາມຮູ້ ແລະ ຕໍ່າຊ້າ, ພວກເຂົາຄືຄົນຊັ້ນຕໍ່າທີ່ບໍ່ສົມຄວນຖືກເອີ້ນວ່າຜູ້ເຊື່ອ! ບໍ່ມີຫຍັງທີ່ພວກເຂົາເຮັດ ມີໝາກຜົນໃນການຄຸ້ມຄອງຂອງພຣະເຈົ້າ ແຮງໄກທີ່ມັນຈະສາມາດທຳລາຍແຜນການຂອງພຣະເຈົ້າໄດ້. ຄຳເວົ້າ ແລະ ການກະທຳຂອງພວກເຂົາເປັນຕາລັງກຽດເກີນໄປ, ເປັນຕາເວດທະນາເກີນໄປ ແລະ ບໍ່ສົມຄວນເອີຍເຖິງເລີຍແທ້ໆ. ບໍ່ມີຫຍັງທີ່ປະຕິບັດໂດຍຄົນເຊິ່ງບໍ່ໄດ້ຢູ່ໃນສະແດຂອງພຣະວິນຍານບໍລິສຸດ ຈະມີສ່ວນກ່ຽວຂ້ອງກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ດ້ວຍເຫດນີ້, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍປາສະຈາກການລົງວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນຄືປາສະຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຍ້ອນພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ຮັກຄວາມຈິງ ແລະ ເປັນທີ່ກຽດຊັງ ແລະ ຖືກປະຕິເສດໂດຍພຣະວິນຍານບໍລິສຸດ. ພວກເຂົາຖືກເອີ້ນວ່າຜູ້ເຮັດການຊົ່ວ ເພາະພວກເຂົາຍ່າງໃນເນື້ອໜັງ ແລະ ເຮັດຫຍັງກໍຕາມທີ່ພໍໃຈພວກເຂົາ ໂດຍຢູ່ພາຍໃຕ້ແຜ່ນປ້າຍໂຄສະນາຂອງພຣະເຈົ້າ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດ, ພວກເຂົາກໍຕັ້ງໃຈມີເຈດຕະນາຮ້າຍຕໍ່ພຣະອົງ ແລະ ດຳເນີນການໂດຍຢູ່ກົງກັນຂ້າມກັບພຣະອົງ. ຄວາມລົ້ມເຫຼວຂອງມະນຸດທີ່ຈະຮ່ວມມືກັບພຣະເຈົ້າແມ່ນກະບົດໃນຕົວມັນເອງຢ່າງຫຼາຍທີ່ສຸດ, ສະນັ້ນ ຄົນເຫຼົ່ານັ້ນທີ່ຕັ້ງໃຈດຳເນີນການຕໍ່ຕ້ານພຣະເຈົ້າຈະບໍ່ໄດ້ຮັບເອົາຜົນກຳສະໜອງທີ່ພວກເຂົາສົມຄວນໄດ້ຮັບບໍ? ເມື່ອເວົ້າເຖິງການເຮັດຊົ່ວຂອງຄົນເຫຼົ່ານີ້, ບາງຄົນຢາກສາບແຊ່ງພວກເຂົາ, ໃນຂະນະທີ່ພຣະເຈົ້າບໍ່ສົນໃຈພວກເຂົາ. ສຳລັບມະນຸດແລ້ວ, ມັນເບິ່ງຄືກັບວ່າ ການກະທຳຂອງພວກເຂົາກ່ຽວຂ້ອງກັບນາມຂອງພຣະເຈົ້າ, ແຕ່ໃນຄວາມຈິງ ສຳລັບພຣະເຈົ້າ, ພວກມັນບໍ່ກ່ຽວຂ້ອງກັບນາມຂອງພຣະອົງ ຫຼື ເປັນພະຍານໃຫ້ກັບພຣະອົງເລີຍ. ບໍ່ວ່າຄົນເຫຼົ່ານີ້ຈະເຮັດຫຍັງກໍຕາມ, ມັນກໍບໍ່ກ່ຽວພັນກັບພຣະເຈົ້າ ຄື ມັນບໍ່ກ່ຽວພັນກັບທັງນາມຂອງພຣະອົງ ແລະ ພາລະກິດຂອງພຣະອົງໃນປັດຈຸບັນ. ຄົນເຫຼົ່ານີ້ຂາຍຂີ້ໜ້າຕົນເອງ ແລະ ສະແດງໃຫ້ເຫັນເຖິງຊາຕານ; ພວກເຂົາເປັນຜູ້ເຮັດການຊົ່ວທີ່ສະສົມສຳລັບມື້ແຫ່ງຄວາມໂກດຮ້າຍ. ໃນປັດຈຸບັນ, ບໍ່ວ່າການກະທຳຂອງພວກເຂົາຈະແມ່ນຫຍັງກໍຕາມ ແລະ ໂດຍມີເງື່ອນໄຂວ່າ ພວກເຂົາບໍ່ຂັດຂວາງການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພາລະກິດໃໝ່ຂອງພຣະເຈົ້າ, ຄົນປະເພດດັ່ງກ່າວຈະບໍ່ຕົກຢູ່ໃນຜົນກຳສະໜອງທີ່ສອດຄ່ອງກັນ ຍ້ອນມື້ແຫ່ງຄວາມໂຫດຮ້າຍຍັງບໍ່ໄດ້ມາເຖິງ. ມີຫຼາຍສິ່ງທີ່ຜູ້ຄົນເຊື່ອວ່າພຣະເຈົ້າຄວນຈັດການໄດ້ແລ້ວ ແລະ ພວກເຂົາຄິດວ່າ ຜູ້ເຮັດການຊົ່ວເຫຼົ່ານັ້ນຄວນຕົກໃນຜົນກຳສະໜອງຢ່າງໄວເທົ່າທີ່ຈະໄວໄດ້. ແຕ່ຍ້ອນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າຍັງບໍ່ໄດ້ມາເຖິງຈຸດສິ້ນສຸດ ແລະ ມື້ແຫ່ງຄວາມໂກດຮ້າຍຍັງບໍ່ໄດ້ມາເຖິງ, ຄົນບໍ່ຊອບທຳກໍຍັງສືບຕໍ່ປະຕິບັດການກະທຳທີ່ບໍ່ຊອບທຳຂອງພວກເຂົາ. ບາງຄົນເວົ້າວ່າ “ຄົນທີ່ຢູ່ໃນສາສະໜາແມ່ນປາສະຈາກການສະຖິດ ຫຼື ພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົານໍາຄວາມອັບອາຍມາສູ່ນາມຂອງພຣະເຈົ້າ; ແລ້ວເປັນຫຍັງພຣະເຈົ້າຈຶ່ງບໍ່ທຳລາຍພວກເຂົາ ແທນທີ່ຈະຍັງອົດກັ້ນຕໍ່ຄວາມປະພຶດຢ່າງດື້ດ້ານຂອງພວກເຂົາ?” ຄົນເຫຼົ່ານີ້ ຜູ້ທີ່ເປັນການສະແດງອອກຂອງຊາຕານ ແລະ ຜູ້ທີ່ສະແດງອອກເຖິງເນື້ອໜັງ, ພວກເຂົາເປັນຄົນທີ່ບໍ່ມີຄວາມຮູ້ ແລະ ຕໍ່າຊ້າ, ພວກເຂົາເປັນຄົນທີ່ໄຮ້ສາລະ. ພວກເຂົາຈະບໍ່ເຫັນການມາຂອງຄວາມໂກດຮ້າຍຂອງພຣະເຈົ້າກ່ອນທີ່ພວກເຂົາຈະເຂົ້າໃຈວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງແນວໃດທ່າມກາງມະນຸດ ແລະ ຫຼັງຈາກທີ່ພວກເຂົາຖືກເອົາຊະນະຢ່າງສົມບູນ, ຜູ້ເຮັດການຊົ່ວເຫຼົ່ານັ້ນກໍຈະຮັບຜົນກຳສະໜອງຂອງພວກເຂົາທັງໝົດ. ປັດຈຸບັນບໍ່ແມ່ນເວລາສຳລັບການລົງໂທດມະນຸດ, ແຕ່ເປັນເວລາສຳລັບການປະຕິບັດພາລະກິດແຫ່ງການເອົາຊະນະ, ນອກຈາກມີຄົນທີ່ທຳລາຍການຄຸ້ມຄອງຂອງພຣະເຈົ້າ ເຊິ່ງເປັນກໍລະນີທີ່ພວກເຂົາຈະຕົກໃນການລົງໂທດໂດຍອີງຕາມຄວາມຮຸນແຮງຂອງການກະທຳຂອງພວກເຂົາ. ໃນລະຫວ່າງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ, ທຸກຄົນທີ່ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນກ່ຽວຂ້ອງກັບພຣະເຈົ້າ. ຄົນທີ່ເປັນທີ່ລັງກຽດ ແລະ ຖືກປະຕິເສດໂດຍພຣະວິນຍານບໍລິສຸດແມ່ນດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ສິ່ງທີ່ພວກເຂົານໍາເຂົ້າສູ່ການປະຕິບັດກໍບໍ່ມີຄວາມສຳພັນກັບພຣະເຈົ້າ. ມີພຽງແຕ່ຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າເທົ່ານັ້ນ ແລະ ຄົນທີ່ຮ່ວມມືກັບພຣະເຈົ້າ ທີ່ກ່ຽວຂ້ອງກັບພຣະເຈົ້າ, ຍ້ອນພາລະກິດຂອງພຣະເຈົ້າແມ່ນແນ່ໃສ່ຄົນທີ່ຍອມຮັບມັນເທົ່ານັ້ນ ແລະ ບໍ່ແມ່ນທຸກຄົນ ໂດຍບໍ່ວ່າພວກເຂົາຍອມຮັບມັນ ຫຼື ບໍ່. ພາລະກິດທີ່ພຣະເຈົ້າປະຕິບັດມີເປົ້າໝາຍຢູ່ສະເໝີ ແລະ ບໍ່ໄດ້ຖືກປະຕິບັດຕາມອຳເພີໃຈ. ຄົນທີ່ຄົບຫາກັບຊາຕານກໍບໍ່ເໝາະສົມທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ ແຮງໄກທີ່ພວກເຂົາຈະເໝາະສົມໃນການຮ່ວມມືກັບພຣະເຈົ້າ.

ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະວິນຍານບໍລິສຸດຕ້ອງການຄຳພະຍານຂອງມະນຸດໃນເວລາດຽວກັນ. ແຕ່ລະຂັ້ນຕອນຂອງພາລະກິດເປັນການສູ້ຮົບລະຫວ່າງພຣະເຈົ້າ ແລະ ຊາຕານ ແລະ ເປົ້າໝາຍຂອງການສູ້ຮົບແມ່ນຊາຕານ ໃນຂະນະທີ່ຄົນທີ່ຈະຖືກເຮັດໃຫ້ສົມບູນໂດຍພາລະກິດນີ້ແມ່ນມະນຸດ. ບໍ່ວ່າພາລະກິດຂອງພຣະເຈົ້າຈະເກີດຜົນ ຫຼື ບໍ່ ແມ່ນຂຶ້ນກັບລັກສະນະຂອງຄຳພະຍານທີ່ມະນຸດມີໃຫ້ກັບພຣະເຈົ້າ. ຄຳພະຍານນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຄົນທີ່ຕິດຕາມພຣະອົງ; ມັນຄືຄຳພະຍານທີ່ເກີດຂຶ້ນຕໍ່ໜ້າຊາຕານ ແລະ ຍັງເປັນເຄື່ອງພິສູດເຖິງຜົນສະທ້ອນຂອງພາລະກິດຂອງພຣະອົງ. ການຄຸ້ມຄອງທັງໝົດຂອງພຣະເຈົ້າແບ່ງອອກເປັນສາມຍຸກ ແລະ ຂໍ້ກໍານົດທີ່ເໝາະສົມໃນແຕ່ລະຍຸກ ແມ່ນປະກອບດ້ວຍມະນຸດ. ນອກນັ້ນເມື່ອການເວລາຜ່ານໄປຫຼາຍຍຸກຫຼາຍສະໄໝ ແລະ ພ້ອມດ້ວຍການຜັນປ່ຽນເຮັດໃຫ້ພຣະເຈົ້າຊົງຮ່າງຂໍ້ກໍານົດຂອງມະນຸດຊາດສູງຂຶ້ນ. ດ້ວຍເຫດນີ້ ພາລະກິດຂອງການຄຸ້ມຄອງຂອງພຣະເຈົ້າ ແຕ່ລະຍຸກຈຶ່ງປະຕິບັດເຖິງຂັ້ນສູງສຸດ ຈົນກວ່າມະນຸດຈະເຫັນຄວາມຈິງຂອງ “ການປະກົດພຣະທໍາໃນເນື້ອຫນັງມະນຸດ” ບໍ່ດັ່ງນັ້ນ ຂໍ້ກໍານົດຂອງມະນຸດກໍຈະຍິ່ງເພິ່ມທະວີຂຶ້ນ ແລະ ກໍານົດຂອງມະນຸດໃນການເປັນປະຈັກພະຍານກໍຈະສູງຂຶ້ນ. ຍິ່ງມະນຸດສາມາດຮ່ວມມືກັບພຣະເຈົ້າຢ່າງແທ້ຈິງຫຼາຍສໍ່າໃດ, ເຂົາຍິ່ງສັນລະເສີນພຣະເຈົ້າຫຼາຍສໍ່ານັ້ນ. ການຮ່ວມມືຂອງມະນຸດຄືຄຳພະຍານທີ່ເຈົາຈຳເປັນຕ້ອງມີ ແລະ ຄຳພະຍານທີ່ເຂົາມີກໍເປັນການປະຕິບັດຂອງມະນຸດ. ແລ້ວດ້ວຍເຫດນັ້ນ ບໍ່ວ່າພາລະກິດຂອງພຣະເຈົ້າຈະມີຜົນເໝາະສົມ ຫຼື ບໍ່ ແລະ ບໍ່ວ່າຈະສາມາດມີຄຳພະຍານທີ່ແທ້ຈິງໄດ້ ຫຼື ບໍ່ ກໍກ່ຽວໂຍງກັບການຮ່ວມມື ແລະ ຄຳພະຍານຂອງມະນຸດໂດຍເອົາອອກຈາກກັນບໍ່ໄດ້. ເມື່ອພາລະກິດຂອງຖືກເຮັດໃຫ້ສຳເລັດ ເຊິ່ງໝາຍຄວາມວ່າ ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າມາເຖິງຈຸດສິ້ນສຸດແລ້ວ, ມະນຸດຈຳເປັນຕ້ອງເປັນພະຍານໃຫ້ສູງຂຶ້ນຕື່ມ ແລະ ເມື່ອພາລະກີດຂອງພຣະເຈົ້າມາເຖິງຈຸດສິ້ນສຸດ, ການປະຕິບັດ ແລະ ການເຂົ້າສູ່ຂອງມະນຸດກໍຈະມາເຖິງຈຸດສູງສຸດ. ທີ່ຜ່ານມາ ເງື່ອນໄຂຂອງມະນຸດແມ່ນຕ້ອງປະຕິບັດຕາມກົດໝາຍ ແລະ ພຣະບັນຍັດ ແລະ ຕ້ອງເປັນຄົນອົດທົນ ແລະ ອ່ອນນ້ອມຖ່ອມຕົນ. ທຸກມື້ນີ້ ມະນຸດຕ້ອງເຊື່ອຟັງ ການຈັດແຈງຂອງພຣະເຈົ້າທັງໝົດ ແລະ ຕ້ອງມີຄວາມຮັກຢ່າງໃຫຍ່ຫຼວງຕໍ່ພຣະເຈົ້າ ແລະ ສໍາຄັນເຖິງຈະຢູ່ໃນສະພາບທຸກຍາກລໍ່າບາກພຽງໃດກໍຕາມ ຕ້ອງຍັງຮັກພຣະເຈົ້າສະເໝີ. ສາມຍຸກເຫຼົ່ານີ້ແມ່ນຂໍ້ກໍານົດທີ່ພຣະເຈົ້າສ້າງຂຶ້ນເພື່ອມະນຸດ ແຕ່ລະຍຸກ ແມ່ນຜ່ານການຄຸ້ມຄອງຂອງພຣະອົງທັງໝົດ. ພາລະກິດແຕ່ລະຍຸກຂອງພຣະເຈົ້າແມ່ນດໍາເນີນໜັກຂຶ້ນກວ່າຍຸກຜ່ານມາ ແລະ ຂໍ້ກໍານົດຂອງແຕ່ລະຍຸກແມ່ນເລິກເຊິ່ງກວ່າໃນຍຸກຜ່ານມາ. ດ້ວຍເຫດນີ້ ການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຄ່ອຍໆເປັນຮູບຮ່າງຂຶ້ນ. ເນື່ອງຈາກຂໍ້ກໍານົດມະນຸດມີສູງຂຶ້ນຈຶ່ງເຮັດໃຫ້ອຸປະນິໄສຂອງມະນູດໃກ້ຄຽງກັບມາດຕະຖານທີ່ພຣະເຈົ້າກໍານົດໄວ້ ແລະ ຍ້ອນສາເຫດດັ່ງກ່າວນີ້ມະນຸດຊາດທັງໝົດຈຶ່ງຄ່ອຍໆຫຼຸດພົ້ນອອກຈາກອິທິພົນຂອງຊາຕານ. ແຕ່ເຖິງຢ່າງນັ້ນກໍຕາມ ຈົນກວ່າພາລະກິດຂອງພຣະເຈົ້າຈະສິ້ນສຸດລົງຢ່າງສົມບູນ, ມວນມະນຸດຊາດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກອິທິພົນຂອງຊາຕານໄດ້. ເມື່ອເວລານັ້ນມາເຖິງ, ພາລະກິດຂອງພຣະເຈົ້າຈະມາເຖິງຈຸດສິ້ນສຸດ ແລະ ການຮ່ວມມືຂອງມະນຸດກັບພຣະເຈົ້າເພື່ອບັນລຸການປ່ຽນແປງໃນອຸປະນິໄສຂອງເຂົາຈະບໍ່ມີຢູ່ອີກ ແລະ ມະນຸດຊາດທັງປວງກໍຈະດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ແລະ ຈາກນັ້ນເປັນຕົ້ນໄປ ຈະບໍ່ມີຄວາມກະບົດ ຫຼື ການຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຍັງຈະບໍ່ຮຽກຮ້ອງຈາກມະນຸດ ແລະ ຈະມີການຮ່ວມມືຢ່າງປອງດອງລະຫວ່າງມະນຸດ ແລະ ພຣະເຈົ້າຫຼາຍຍິ່ງຂຶ້ນ ເຊິ່ງເປັນການຮ່ວມມືທີ່ຈະເປັນຊີວິດຂອງມະນຸດ ແລະ ພຣະເຈົ້າຮ່ວມກັນ, ຊີວິດທີ່ມາຈາກການຄຸ້ມຄອງຂອງພຣະເຈົ້າຖືກເຮັດໃຫ້ສຳເລັດຢ່າງສົມບູນ ແລະ ຫຼັງຈາກທີ່ມະນຸດຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນຈາກການຈັບແໜ້ນຂອງຊາຕານ. ຄົນທີ່ບໍ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າຢ່າງໃກ້ຊິດແມ່ນບໍ່ສາມາດບັນລຸຊີວິດດັ່ງກ່າວໄດ້. ພວກເຂົາຈະປ່ອຍໃຫ້ຕົນເອງຫຼຸດລົງໄປໃນຄວາມມືດ ເຊິ່ງເປັນບ່ອນທີ່ພວກເຂົາຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ; ພວກເຂົາເປັນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ຕິດຕາມພຣະອົງ ຜູ້ທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ເຊື່ອຟັງພາລະກິດທັງໝົດຂອງພຣະອົງ. ຍ້ອນມະນຸດເຊື່ອໃນພຣະເຈົ້າ, ເຂົາຕ້ອງຕິດຕາມບາດກ້າວຂອງພຣະເຈົ້າຢ່າງໃກ້ຊິດ ເທື່ອລະບາດກ້າວ; ເຂົາຄວນ “ຕິດຕາມພຣະເມສານ້ອຍບໍ່ວ່າພຣະອົງຈະໄປໃສກໍຕາມ”. ມີພຽງແຕ່ຄົນເຫຼົ່ານັ້ນທີ່ເປັນຄົນທີ່ສະແຫວງຫາຫົນທາງທີ່ແທ້ຈິງ, ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ຕິດຕາມຕົວອັກສອນ ແລະ ຄຳສັ່ງສອນຢ່າງຄືກັບທາດ ແມ່ນຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານບໍລິສຸດ. ໃນເວລາແຕ່ລະໄລຍະ, ພຣະເຈົ້າຈະເລີ່ມຕົ້ນພາລະກິດໃໝ່ ແລະ ໃນແຕ່ລະຊ່ວງໄລຍະ ຈະມີການເລີ່ມຕົ້ນໃໝ່ທ່າມກາງມະນຸດ. ຖ້າມະນຸດພຽງແຕ່ປະຕິບັດຕາມຄວາມຈິງທີ່ວ່າ “ພຣະເຢໂຮວາເປັນພຣະເຈົ້າ” ແລະ “ພຣະເຢຊູເປັນພຣະຄຣິດ” ເຊິ່ງເປັນຄວາມຈິງທີ່ພຽງແຕ່ໃຊ້ໄດ້ກັບຍຸກໃດໜຶ່ງ, ແລ້ວມະນຸດກໍຈະນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດຈັກເທື່ອ ແລະ ຈະບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດຕະຫຼອດໄປ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ, ມະນຸດກໍຕິດຕາມໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວ ແລະ ເຂົາກໍຕິດຕາມຢ່າງໃກ້ຊິດ. ໃນວິທີນີ້, ມະນຸດຈະສາມາດຖືກພຣະວິນຍານບໍລິສຸດກຳຈັດໄດ້ແນວໃດ? ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຕາບໃດທີ່ມະນຸດໝັ້ນໃຈວ່າ ນັ້ນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຮ່ວມມືໃນພາລະກິດຂອງພຣະວິນຍານບໍລິສຸດໂດຍບໍ່ສົງໄສເລີຍ ແລະ ພະຍາຍາມບັນລຸເງື່ອນໄຂຂອງພຣະເຈົ້າ, ແລ້ວເຂົາຈະຖືກລົງໂທດໄດ້ແນວໃດ? ພາລະກິດຂອງພຣະເຈົ້າບໍ່ເຄີຍຢຸດເຊົາ, ບາດກ້າວຂອງພຣະອົງບໍ່ເຄີຍຢຸດສະງັດ ແລະ ກ່ອນທີ່ຈະສຳເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ, ພຣະອົງຫຍຸ້ງຢູ່ສະເໝີ ແລະ ບໍ່ເຄີຍຢຸດຈັກເທື່ອ. ແຕ່ມະນຸດແມ່ນແຕກຕ່າງ ຄື ເມື່ອໄດ້ຮັບພຽງແຕ່ຈຳນວນເລັກນ້ອຍຂອງພາລະກິດຂອງພຣະວິນຍານບໍລິສຸດ, ເຂົາກໍປະຕິບັດຕໍ່ສິ່ງນັ້ນຄືກັບວ່າມັນຈະບໍ່ປ່ຽນແປງຈັກເທື່ອ; ເມື່ອໄດ້ຮັບຄວາມຮູ້ເລັກນ້ອຍ, ເຂົາກໍບໍ່ໄດ້ອອກໄປຕິດຕາມບາດກ້າວແຫ່ງພາລະກິດທີ່ໃໝ່ກວ່າຂອງພຣະເຈົ້າ; ເມື່ອໄດ້ເຫັນພຽງແຕ່ສ່ວນເລັກນ້ອຍໃນພາລະກິດຂອງພຣະເຈົ້າ, ເຂົາກໍກຳນົດໃຫ້ພຣະເຈົ້າເປັນຮູບຮ່າງໄມ້ແບບຈຳເພາະທັນທີ ແລະ ເຊື່ອວ່າພຣະເຈົ້າຈະຍັງຄົງຢູ່ໃນຮູບຮ່າງນີ້ທີ່ເຂົາເຫັນຢູ່ຕໍ່ໜ້າເຂົາ, ມັນເປັນແບບນີ້ໃນອະດີດ ແລະ ຈະເປັນແບບນີ້ໃນອະນາຄົດ; ເມື່ອໄດ້ຮັບພຽງແຕ່ຄວາມຮູ້ຜິວເຜີນ, ມະນຸດກໍພູມໃຈຈົນເຂົາລືມຕົນເອງ ແລະ ເລີ່ມປະກາດແບບບໍ່ມີເຫດຜົນເຖິງອຸປະນິໄສ ແລະ ຄວາມເປັນຢູ່ຂອງພຣະເຈົ້າທີ່ບໍ່ມີຢູ່ຈິງແທ້ໆ; ແລະ ເມື່ອໝັ້ນໃຈກ່ຽວກັບຂັ້ນຕອນໜຶ່ງໃນພາລະກິດຂອງພຣະວິນຍານບໍລິສຸດ, ບໍ່ວ່າຄົນທີ່ປະກາດພາລະກິດໃໝ່ຂອງພຣະເຈົ້າຈະເປັນຄົນປະເພດໃດກໍຕາມ, ມະນຸດກໍບໍ່ຍອມຮັບມັນ. ນີ້ແມ່ນຄົນທີ່ບໍ່ສາມາດຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ພວກເຂົາຫົວບູຮານເກີນໄປ ແລະ ບໍ່ສາມາດຍອມຮັບສິ່ງໃໝ່ໆໄດ້. ຄົນປະເພດດັ່ງກ່າວແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຍັງປະຕິເສດພຣະເຈົ້າ. ມະນຸດເຊື່ອວ່າ ຊາວອິດສະຣາເອັນຜິດທີ່ຈະ “ເຊື່ອໃນພຣະເຢໂຮວາເທົ່ານັ້ນ ແລະ ບໍ່ເຊື່ອໃນພຣະເຢຊູ” ແຕ່ຄົນສ່ວນໃຫຍ່ກໍສະແດງບົດບາດທີ່ພວກເຂົາ “ເຊື່ອໃນພຣະເຢໂຮວາເທົ່ານັ້ນ ແລະ ປະຕິເສດພຣະເຢຊູ” ແລະ “ປາຖະໜາການກັບມາຂອງພຣະເມຊີອາ, ແຕ່ຕໍ່ຕ້ານພຣະເມຊີອາທີ່ເອີ້ນວ່າ ພຣະເຢຊູ”. ແລ້ວບໍ່ຕ້ອງສົງໄສເລີຍວ່າເປັນຫຍັງຜູ້ຄົນຈຶ່ງຍັງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານຫຼັງຈາກທີ່ຍອມຮັບໜຶ່ງຂັ້ນຕອນຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຍັງບໍ່ໄດ້ຮັບເອົາພອນຂອງພຣະເຈົ້າ. ນີ້ບໍ່ແມ່ນຜົນຂອງຄວາມກະບົດຂອງມະນຸດບໍ? ຄຣິສຕຽນທົ່ວໂລກທີ່ນໍາພາລະກິດໃໝ່ແຫ່ງປັດຈຸບັນບໍ່ທັນ ລ້ວນແລ້ວແຕ່ຍຶດຕິດກັບຄວາມເຊື່ອທີ່ວ່າ ພວກເຂົາເປັນຄົນໂຊກດີ, ພຣະເຈົ້າຈະເຮັດໃຫ້ຄວາມປາຖະໜາແຕ່ລະຢ່າງຂອງພວກເຂົາສຳເລັດ. ແຕ່ພວກເຂົາບໍ່ສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ເປັນຫຍັງພຣະເຈົ້າຈຶ່ງພາພວກເຂົາຂຶ້ນສູ່ສະຫວັນຊັ້ນສາມ ຫຼື ພວກເຂົາບໍ່ໝັ້ນໃຈວ່າ ພຣະເຢຊູຈະມາເພື່ອຮວບໂຮມເອົາພວກເຂົາ ໂດຍຂີ່ເທິງເມກສີຂາວໄດ້ແນວໃດ, ແຮງໄກທີ່ພວກເຂົາຈະເວົ້າດ້ວຍຄວາມໝັ້ນໃຈທີ່ສຸດວ່າ ພຣະເຢຊູຈະມາເທິງເມກສີຂາວແທ້ໆໃນມື້ທີ່ພວກເຂົາຈິນຕະນາການ ຫຼື ບໍ່. ພວກເຂົາທຸກຄົນວິຕົກກັງວົນ ແລະ ເຮັດຫຍັງບໍ່ຖືກ; ພວກເຂົາເອງຍິ່ງບໍ່ຮູ້ຈັກວ່າ ພຣະເຈົ້າຈະພາພວກເຂົາແຕ່ລະຄົນຂຶ້ນໄປ ຫຼື ບໍ່ ເຊິ່ງເປັນຄົນກຸ່ມນ້ອຍໆທີ່ມີຄວາມຫຼາກຫຼາຍ ຜູ້ທີ່ມາຈາກແຕ່ລະນິກາຍ. ພາລະກິດທີ່ພຣະເຈົ້າປະຕິບັດໃນຕອນນີ້, ຍຸກໃນປັດຈຸບັນ, ຄວາມປະສົງຂອງພຣະເຈົ້າ, ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້ ແລະ ບໍ່ສາມາດເຮັດຫຍັງໄດ້ນອກຈາກນັບມື້ໃນມືຂອງພວກເຂົາ. ມີພຽງແຕ່ຄົນທີ່ຕິດຕາມບາດກ້າວຂອງພຣະເມສານ້ອຍຈົນເຖິງເວລາສຸດທ້າຍເທົ່ານັ້ນ ຈຶ່ງຈະສາມາດຮັບເອົາພອນສຸດທ້າຍໄດ້, ໃນຂະນະທີ່ “ຄົນສະຫຼາດ” ເຫຼົ່ານັ້ນ ທີ່ບໍ່ສາມາດຕິດຕາມຈົນເຖິງເວລາສຸດທ້າຍ ແຕ່ຍັງເຊື່ອວ່າພວກເຂົາຈະໄດ້ຮັບທັງໝົດ ກໍບໍ່ສາມາດເປັນພະຍານເຖິງການປະກົດຕົວຂອງພຣະເຈົ້າໄດ້. ພວກເຂົາທຸກຄົນເຊື່ອວ່າ ພວກເຂົາເປັນຄົນສະຫຼາດທີ່ສຸດເທິງແຜ່ນດິນໂລກ ແລະ ພວກເຂົາຕັດໃຫ້ການພັດທະນາທີ່ສືບເນື່ອງແຫ່ງພາລະກິດຂອງພຣະເຈົ້າສັ້ນລົງໂດຍບໍ່ມີເຫດຜົນເລີຍ ແລະ ເບິ່ງຄືກັບວ່າເຊື່ອດ້ວຍຄວາມໝັ້ນໃຈທີ່ສຸດວ່າ ພຣະເຈົ້າຈະພາພວກເຂົາຂຶ້ນສູ່ສະຫວັນ, ພວກເຂົາ ຜູ້ທີ່ “ມີຄວາມຊື່ສັດທີ່ສຸດຕໍ່ພຣະເຈົ້າ, ຕິດຕາມພຣະເຈົ້າ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ”. ເຖິງແມ່ນວ່າພວກເຂົາມີ “ຄວາມຊື່ສັດທີ່ສຸດ” ຕໍ່ພຣະທຳທີ່ພຣະເຈົ້າກ່າວ, ຄຳເວົ້າ ແລະ ການກະທຳຂອງພວກເຂົາກໍຍັງຮູ້ສຶກຄືກັບວ່າເປັນຕາລັງກຽດ ເພາະພວກເຂົາຕໍ່ຕ້ານພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຮັດການຫຼອກລວງ ແລະ ການຊົ່ວຮ້າຍ. ຄົນທີ່ບໍ່ຕິດຕາມຈົນເຖິງເວລາສຸດທ້າຍ, ຄົນທີ່ນໍາພາລະກິດຂອງພຣະວິນຍານບໍລິສຸດບໍ່ທັນ ແລະ ຄົນທີ່ພຽງແຕ່ຕິດແໜ້ນກັບພາລະກິດເດີມ ກໍບໍ່ພຽງແຕ່ລົ້ມເຫຼວທີ່ຈະບັນລຸຄວາມຊື່ສັດຕໍ່ພຣະເຈົ້າ, ແຕ່ໃນທາງກົງກັນຂ້າມແມ່ນໄດ້ກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ, ໄດ້ກາຍເປັນຄົນທີ່ຖືກປະຕິເສດໃນຍຸກໃໝ່ ແລະ ຄົນທີ່ຈະຖືກລົງໂທດ. ມີຄົນທີ່ເປັນຕາເວດທະນາກວ່າພວກເຂົາບໍ? ຫຼາຍຄົນຍິ່ງເຊື່ອວ່າ ທຸກຄົນທີ່ປະຕິເສດພຣະບັນຍັດເດີມ ແລະ ຍອມຮັບພາລະກິດໃໝ່ ແມ່ນບໍ່ມີຄວາມສຳນຶກ. ຄົນເຫຼົ່ານີ້ ທີ່ພຽງແຕ່ເວົ້າເຖິງ “ຄວາມສຳນຶກ” ແລະ ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ຈະຖືກຄວາມສຳນຶກຂອງພວກເຂົາເອງຕັດຄວາມຄາດຫວັງຂອງພວກເຂົາໃຫ້ສັ້ນລົງໃນທີ່ສຸດ. ພາລະກິດຂອງພຣະເຈົ້າບໍ່ປະຕິບັດຕາມຄຳສັ່ງສອນ ແລະ ເຖິງແມ່ນວ່າມັນເປັນພາລະກິດຂອງພຣະອົງເອງ, ພຣະເຈົ້າກໍຍັງບໍ່ຍຶດຕິດກັບມັນ. ສິ່ງທີ່ຄວນຖືກປະຕິເສດກໍຖືກປະຕິເສດ, ສິ່ງທີ່ຄວນຖືກກຳຈັດກໍຖືກກຳຈັດ. ແຕ່ມະນຸດເຮັດໃຫ້ຕົນເອງເປັນສັດຕູກັບພຣະເຈົ້າໂດຍຍຶດຕິດພຽງແຕ່ໜຶ່ງສ່ວນເລັກນ້ອຍຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ນີ້ບໍ່ແມ່ນຄວາມບໍ່ສົມເຫດສົມຜົນຂອງມະນຸດບໍ? ນີ້ບໍ່ແມ່ນຄວາມບໍ່ມີຄວາມຮູ້ຂອງມະນຸດບໍ? ຍິ່ງຜູ້ຄົນບໍ່ກ້າ ແລະ ລະມັດລະວັງເກີນໄປຍ້ອນພວກເຂົາຢ້ານຈະບໍ່ໄດ້ຮັບພອນຂອງພຣະເຈົ້າຫຼາຍສໍ່າໃດ, ພວກເຂົາກໍຍິ່ງບໍ່ສາມາດຮັບເອົາພອນທີ່ໃຫຍ່ກວ່າຫຼາຍສໍ່ານັ້ນ ແລະ ບໍ່ສາມາດຮັບເອົາພອນສຸດທ້າຍ. ຄົນເຫຼົ່ານີ້ທີ່ປະຕິບັດຕາມພຣະບັນຍັດຢ່າງທາດ ກໍລ້ວນແລ້ວແຕ່ສະແດງຄວາມຊື່ສັດທີ່ສຸດຕໍ່ພຣະບັນຍັດ ແລະ ຍິ່ງພວກເຂົາສະແດງຄວາມຊື່ສັດດັ່ງກ່າວຕໍ່ພຣະບັນຍັດຫຼາຍສໍ່າໃດ, ພວກເຂົາຍິ່ງເປັນກະບົດທີ່ຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ຍ້ອນປັດຈຸບັນແມ່ນຍຸກແຫ່ງລາຊະອານາຈັກ ແລະ ບໍ່ແມ່ນຍຸກແຫ່ງພຣະບັນຍັດ ແລະ ພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະດີດກໍບໍ່ສາມາດກ່າວໃນລົມຫາຍໃຈດຽວກັນ ຫຼື ພາລະກິດໃນອະດີດແມ່ນບໍ່ສາມາດປຽບທຽບກັບພາລະກິດໃນປັດຈຸບັນໄດ້. ພາລະກິດຂອງພຣະເຈົ້າໄດ້ປ່ຽນແປງໄປ ແລະ ການປະຕິບັດຂອງມະນຸດກໍໄດ້ປ່ຽນແປງໄປເຊັ່ນກັນ; ມັນບໍ່ແມ່ນເພື່ອຍຶດຕິດກັບພຣະບັນຍັດ ຫຼື ແບກໄມ້ກາງແຂນ. ສະນັ້ນ ຄວາມຊື່ສັດຂອງຜູ້ຄົນຕໍ່ພຣະບັນຍັດ ແລະ ໄມ້ກາງແຂນກໍຈະບໍ່ຮັບເອົາຄວາມຍິນຍອມຂອງພຣະເຈົ້າ.

ມະນຸດຈະຖືກເຮັດໃຫ້ຄົບຖ້ວນຢ່າງສົມບູນໃນຍຸກແຫ່ງລາຊະອານາຈັກ. ຫຼັງຈາກພາລະກິດແຫ່ງການເອົາຊະນະ, ມະນຸດຈະຕົກໃນການຫຼໍ່ຫຼອມ ແລະ ຄວາມລຳບາກຍາກແຄ້ນ. ຄົນທີ່ສາມາດເອົາຊະນະ ແລະ ຢືນເປັນພະຍານໃນລະຫວ່າງຄວາມລຳບາກຍາກແຄ້ນນີ້ ແມ່ນຄົນທີ່ຈະຖືກເຮັດໃຫ້ສົມບູນໃນທີ່ສຸດ; ພວກເຂົາເປັນຜູ້ເອົາຊະນະ. ໃນລະຫວ່າງຄວາມລໍາບາກຍາກແຄ້ນ, ມະນຸດຈຳເປັນຕ້ອງຍອມຮັບການຫຼໍ່ຫຼອມນີ້ ແລະ ການຫຼໍ່ຫຼອມນີ້ແມ່ນກໍລະນີສຸດທ້າຍຂອງພາລະກິດຂອງພຣະເຈົ້າ. ມັນເປັນຄັ້ງສຸດທ້າຍທີ່ມະນຸດຈະຖືກຫຼໍ່ຫຼອມກ່ອນການສິ້ນສຸດພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ທຸກຄົນທີ່ຕິດຕາມພຣະເຈົ້າກໍຕ້ອງຍອມຮັບບົດທົດສອບສຸດທ້າຍນີ້, ຕ້ອງຍອມຮັບການຫຼໍ່ຫຼອມຄັ້ງສຸດທ້າຍນີ້. ຄົນທີ່ຖືກອ້ອມລ້ອມດ້ວຍຄວາມລໍາບາກຍາກແຄ້ນກໍປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ ແລະ ການນໍາພາຂອງພຣະເຈົ້າ, ແຕ່ຄົນທີ່ຖືກເອົາຊະນະຢ່າງແທ້ຈິງ ແລະ ສະຫວ່າງຫາພຣະເຈົ້າຢ່າງທ້ຈິງ ຈະຢືນໝັ້ນຄົງໃນທີ່ສຸດ; ພວກເຂົາເປັນຄົນທີ່ມີຄວາມເປັນມະນຸດ ແລະ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຄົນເຫຼົ່ານີ້ທີ່ມີໄຊຊະນະກໍຈະບໍ່ປາສະຈາກນິມິດ ແລະ ຍັງຈະນໍາຄວາມຈິງເຂົ້າສູ່ການປະຕິບັດໂດຍບໍ່ລົ້ມເຫຼວໃນຄຳພະຍານຂອງພວກເຂົາ. ພວກເຂົາເປັນຄົນທີ່ປະກົດອອກຈາກຄວາມລໍາບາກຍາກແຄ້ນທີ່ຍິ່ງໃຫຍ່ໃນທີ່ສຸດ. ເຖິງແມ່ນວ່າຄົນທີ່ຕຶກເບັດໃນນໍ້າຂຸ້ນຍັງສາມາດສວຍໂອກາດໃນປັດຈຸບັນ, ບໍ່ມີໃຜສາມາດຫຼົບໜີຄວາມລໍາບາກຍາກແຄ້ນສຸດທ້າຍໄດ້ ແລະ ບໍ່ມີໃຜສາມາດຫຼົບໜີບົດທົດສອບສຸດທ້າຍໄດ້. ສຳລັບຄົນທີ່ເອົາຊະນະ, ຄວາມລໍາບາກຍາກແຄ້ນດັ່ງກ່າວເປັນການຫຼໍ່ຫຼອມທີ່ໃຫຍ່ຫຼວງ; ແຕ່ສຳລັບຄົນທີ່ຕຶກເບັດໃນນໍ້າຂຸ້ນ, ມັນເປັນພາລະກິດແຫ່ງການກຳຈັດໂດຍສິ້ນເຊີງ. ບໍ່ວ່າພວກເຂົາຖືກທົດລອງແນວໃດກໍຕາມ, ຄວາມຈົ່ງຮັກພັກດີຂອງຄົນທີ່ມີພຣະເຈົ້າໃນຫົວໃຈຂອງພວກເຂົາກໍຍັງບໍ່ປ່ຽນແປງ; ແຕ່ສຳລັບຄົນທີ່ມີພຣະເຈົ້າໃນຫົວໃຈຂອງພວກເຂົາ, ຫຼັງຈາກທີ່ພາລະກິດບໍ່ມີປະໂຫຍດຕໍ່ເນື້ອໜັງຂອງພວກເຂົາ, ພວກເຂົາກໍປ່ຽນມຸມມອງກ່ຽວກັບພຣະເຈົ້າ ແລະ ແມ່ນອອກຈາກພຣະເຈົ້າ. ຄົນປະເພດດັ່ງກ່າວແມ່ນຄົນທີ່ຈະບໍ່ຢືນຢ່າງໝັ້ນຄົງໃນເວລາສຸດທ້າຍ, ເປັນຄົນທີ່ພຽງແຕ່ສະແຫວງຫາພອນຂອງພຣະເຈົ້າ ແລະ ບໍ່ປາຖະໜາທີ່ຈະເສຍສະຕົນເອງສຳລັບພຣະເຈົ້າ ແລະ ອຸທິດຕົນເອງໃຫ້ກັບພຣະອົງ. ຄົນຕໍ່າຊ້າແບບນີ້ຈະຖືກຂັບໄລ່ທັງໝົດ ເມື່ອພາລະກິດຂອງພຣະເຈົ້າມາເຖິງເວລາສຸດທ້າຍ ແລະ ບໍ່ສົມຄວນແກ່ຄວາມເຫັນອົກເຫັນໃຈໃດໆເລີຍ. ຄົນທີ່ປາສະຈາກຄວາມເປັນມະນຸດແມ່ນບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເມື່ອສະພາບແວດລ້ອມປອດໄພ ແລະ ໝັ້ນຄົງ ຫຼື ພວກເຂົາສາມາດຮັບຜົນປະໂຫຍດ, ພວກເຂົາກໍເຊື່ອຟັງພຣະເຈົ້າໃນທຸກສິ່ງ, ແຕ່ຫຼັງຈາກສິ່ງທີ່ພວກເຂົາປາຖະໜານັ້ນຕົກຢູ່ໃນອັນຕະລາຍ ຫຼື ຖືກໂຕ້ແຍ້ງໃນທີ່ສຸດ, ພວກເຂົາກໍກະບົດທັນທີ. ແມ່ນແຕ່ໃນຊ່ວງເວລາພຽງແຕ່ຄືນດຽວ, ພວກເຂົາອາດປ່ຽນຈາກຄົນທີ່ຍິ້ມ ແລະ “ໃຈດີ” ມາເປັນຄາດຕະກອນທີ່ຂີ້ຮ້າຍ ແລະ ໂຫດຮ້າຍ, ປະຕິບັດຕໍ່ຜູ້ອຸປະກາລະຊ່ວຍເຫຼືອຂອງພວກເຂົາໃນມື້ວານຄືກັບສັດຕູທີ່ເອົາເປັນເອົາຕາຍທັນທີ ໂດຍບໍ່ມີຄວາມສອດຄ່ອງ ຫຼື ເຫດຜົນ. ຖ້າຜີຮ້າຍເຫຼົ່ານີ້ບໍ່ຖືກໂຍນອອກ, ຜີຮ້າຍຈະຂ້າພາຍໃນພິບຕາ, ພວກເຂົາຈະບໍ່ກາຍເປັນຄວາມອັນຕະລາຍຢ່າງລັບໆບໍ? ພາລະກິດແຫ່ງການຊ່ວຍເຫຼືອມະນຸດໃຫ້ລອດພົ້ນບໍ່ໄດ້ຖືກບັນລຸຫຼັງຈາກການສຳເລັດພາລະກິດແຫ່ງການເອົາຊະນະ. ເຖິງແມ່ນພາລະກິດແຫ່ງການເອົາຊະນະມາເຖິງເວລາສຸດທ້າຍແລ້ວ, ພາລະກິດແຫ່ງການຊໍາລະລ້າງກໍຍັງບໍ່ໄດ້ມາເຖິງ; ພາລະກິດດັ່ງກ່າວຈະຖືກເຮັດໃຫ້ສຳເລັດຫຼັງຈາກທີ່ມະນຸດຖືກຊໍາລະລ້າງໃຫ້ບໍລິສຸດແລ້ວເທົ່ານັ້ນ, ຫຼັງຈາກທີ່ຄົນຜູ້ເຊິ່ງຍອມຕໍ່ພຣະເຈົ້າຖືກເຮັດໃຫ້ສົມບູນຢ່າງແທ້ຈິງ ແລະ ຫຼັງຈາກທີ່ຄົນປອມຕົວເຫຼົ່ານັ້ນທີ່ປາສະຈາກພຣະເຈົ້າໃນຫົວໃຈຂອງພວກເຂົາຖືກຊໍາລະລ້າງ. ຄົນທີ່ບໍ່ເປັນທີ່ພໍໃຈພຣະເຈົ້າໃນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະອົງຈະຖືກກຳຈັດທັງໝົດ ແລະ ຄົນທີ່ຖືກກຳຈັດແມ່ນມາຈາກຜີຮ້າຍ. ເມື່ອພວກເຂົາບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ພວກເຂົາກໍກະບົດຕໍ່ພຣະເຈົ້າ ແລະ ເຖິງແມ່ນຄົນເຫຼົ່ານີ້ຕິດຕາມພຣະເຈົ້າໃນປັດຈຸບັນ, ສິ່ງນີ້ກໍບໍ່ໄດ້ພິສູດວ່າ ພວກເຂົາເປັນຄົນທີ່ຈະຄົງຢູ່ໃນທີ່ສຸດ. ໃນພຣະທຳທີ່ກ່າວວ່າ “ຄົນທີ່ຕິດຕາມພຣະເຈົ້າຈົນເຖິງທີ່ສຸດຈະໄດ້ຮັບເອົາຄວາມລອດພົ້ນ” ຄວາມໝາຍຂອງຄຳວ່າ “ຕິດຕາມ” ຄືການຢືນຢ່າງໝັ້ນຄົງທ່າມກາງຄວາມລໍາບາກຍາກແຄ້ນ. ໃນປັດຈຸບັນ, ຫຼາຍຄົນເຊື່ອວ່າການຕິດຕາມພຣະເຈົ້າເປັນສິ່ງທີ່ງ່າຍ, ແຕ່ເມື່ອພາລະກິດຂອງພຣະເຈົ້າກຳລັງຈະສິ້ນສຸດລົງ, ເຈົ້າຈະຮູ້ຄວາມໝາຍທີ່ແທ້ຈິງຂອງຄຳວ່າ “ຕິດຕາມ”. ຍ້ອນເຈົ້າຍັງສາມາດຕິດຕາມພຣະເຈົ້າໃນປັດຈຸບັນຫຼັງຈາກທີ່ຖືກເອົາຊະນະ, ສິ່ງນີ້ກໍບໍ່ໄດ້ພິສູດວ່າ ເຈົ້າເປັນໜຶ່ງໃນຄົນທີ່ຈະຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ສາມາດອົດທົນຕໍ່ການທົດລອງ, ຄົນທີ່ບໍ່ສາມາດມີໄຊຊະນະເໜືອຄວາມລໍາບາກຍາກແຄ້ນ ຈະບໍ່ສາມາດຢືນຢ່າງໝັ້ນຄົງໃນທີ່ສຸດ ແລະ ສະນັ້ນກໍຈະບໍ່ສາມາດຕິດຕາມພຣະເຈົ້າຈົນເຖິງທີ່ສຸດ. ຄົນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງແມ່ນສາມາດທົນທານຕໍ່ບົດທົດສອບໃນພາລະກິດຂອງພວກເຂົາ, ໃນຂະນະທີ່ຄົນທີ່ບໍ່ຕິດຕາມພຣະເຈົ້າຢ່າງແທ້ຈິງແມ່ນບໍ່ສາມາດທົນທານຕໍ່ການທົດລອງໃດເລີຍຂອງພຣະເຈົ້າ. ບໍ່ຊ້າກໍໄວ ພວກເຂົາຈະຖືກຂັບໄລ່, ໃນຂະນະທີ່ຜູ້ເອົາຊະນະຈະຄົງຢູ່ໃນອານາຈັກ. ບໍ່ວ່າມະນຸດຈະສະແຫວງຫາພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແມ່ນຖືກກຳນົດໂດຍບົດທົດສອບຂອງພາລະກິດຂອງເຂົາ ນັ້ນກໍຄື ການທົດລອງຂອງພຣະເຈົ້າ ແລະ ບໍ່ກ່ຽວຫຍັງກັບການຕັດສິນໃຈຂອງມະນຸດເອງ. ພຣະເຈົ້າບໍ່ປະຕິເສດບຸກຄົນໃດໜຶ່ງຕາມອຳເພີໃຈ; ທຸກສິ່ງທີ່ພຣະອົງເຮັດແມ່ນສາມາດເຮັດໃຫ້ມະນຸດເຊື່ອໄດ້ຢ່າງສິ້ນເຊີງ. ພຣະອົງບໍ່ເຮັດຫຍັງກໍຕາມທີ່ມະນຸດບໍ່ສາມາດເຫັນໄດ້ ຫຼື ພາລະກິດໃດກໍຕາມທີ່ບໍ່ສາມາເຮັດໃຫ້ມະນຸດເຊື່ອໄດ້. ບໍ່ວ່າຄວາມເຊື່ອຂອງມະນຸດຖືກຕ້ອງ ຫຼື ບໍ່ ແມ່ນຖືກພິສູດໂດຍຄວາມຈິງ ແລະ ບໍ່ສາມາດຕັດສິນໂດຍມະນຸດ. “ຕົ້ນເຂົ້າສາລີບໍ່ສາມາດເຮັດໃຫ້ກາຍເປັນເມັດຖົ່ວ ແລະ ເມັດຖົ່ວບໍ່ສາມາດເຮັດໃຫ້ກາຍເປັນຕົ້ນເຂົ້າສາລີ” ກໍເປັນຄຳເວົ້າທີ່ບໍ່ຕ້ອງສົງໄສເລີຍ. ທຸກຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ ຈະຍັງຄົງຢູ່ໃນອານາຈັກ ແລະ ພຣະເຈົ້າຈະບໍ່ປະຕິບັດຢ່າງຜິດໆຕໍ່ໃຜກໍຕາມທີ່ຮັກພຣະອົງຢ່າງແທ້ຈິງ. ອີງຕາມໜ້າທີ່ ແລະ ຄຳພະຍານທີ່ແຕກຕ່າງຂອງພວກເຂົາ, ຜູ້ເອົາຊະນະທີ່ຢູ່ພາຍໃນອານາຈັກຈະຮັບໃຊ້ເປັນປະໂລຫິດ ຫຼື ຜູ້ຕິດຕາມ ແລະ ທຸກຄົນທີ່ມີໄຊຊະນະທ່າມກາງຄວາມລໍາບາກຍາກແຄ້ນກໍຈະກາຍເປັນຄະນະປະໂລຫິດພາຍໃນອານາຈັກ. ຄະນະປະໂລຫິດຈະຖືກຈັດຕັ້ງຂຶ້ນເມື່ອພາລະກິດແຫ່ງຂ່າວປະເສີດທົ່ວທັງຈັກກະວານໄດ້ມາເຖິງເວລາສຸດທ້າຍ. ເມື່ອເວລານັ້ນມາເຖິງ, ສິ່ງທີ່ມະນຸດຄວນເຮັດກໍຈະເປັນການປະຕິບັດໜ້າທີ່ຂອງເຂົາພາຍໃນອານາຈັກຂອງພຣະເຈົ້າ ແລະ ການທີ່ເຂົາດຳລົງຊີວິດຢູ່ຮ່ວມກັບພຣະເຈົ້າພາຍໃນອານາຈັກ. ໃນຄະນະປະໂລຫິດ ຈະມີປະໂລຫິດຕົນໃຫຍ່ ແລະ ປະໂລຫິດ ແລະ ຄົນທີ່ເຫຼືອຈະເປັນລູກຊາຍ ແລະ ປະຊາຊົນຂອງພຣະເຈົ້າ. ສິ່ງນີ້ແມ່ນຖືກກຳນົດໂດຍຄຳພະຍານທີ່ພວກເຂົາມີໃຫ້ກັບພຣະເຈົ້າໃນລະຫວ່າງຄວາມລໍາບາກຍາກແຄ້ນ; ພວກມັນບໍ່ແມ່ນຕໍາແໜ່ງທີ່ໃຫ້ຕາມອຳເພີໃຈ. ຫຼັງຈາກທີ່ສະຖານະຂອງມະນຸດຖືກແຕ່ງຕັ້ງແລ້ວ, ພາລະກິດຂອງພຣະເຈົ້າກໍຈະຢຸດລົງ ຍ້ອນແຕ່ລະຄົນຖືກຈັດແບ່ງຕາມປະເພດຂອງໃຜລາວ ແລະ ກັບຄືນສູ່ທີ່ເດີມຂອງພວກເຂົາ ແລະ ນີ້ແມ່ນເຄື່ອງໝາຍເຖິງຄວາມສຳເລັດຂອງພາລະກິດຂອງພຣະເຈົ້າ, ນີ້ແມ່ນຜົນສຸດທ້າຍຂອງພາລະກິດຂອງພຣະເຈົ້າ ແລະ ເປັນແກ້ວຜະລຶກຂອງນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ການຮ່ວມມືຂອງມະນຸດ. ໃນທີ່ສຸດແລ້ວ, ມະນຸດຈະພົບບ່ອນພັກຜ່ອນໃນອານາຈັກຂອງພຣະເຈົ້າ ແລະ ພຣະເຈົ້າກໍຈະກັບຄືນສູ່ບ່ອນຢູ່ອາໄສຂອງພຣະອົງເພື່ອພັກຜ່ອນເຊັ່ນກັນ. ນີ້ຄືຜົນສຸດທ້າຍຂອງການຮ່ວມໃນເວລາ 6.000 ລະຫວ່າງພຣະເຈົ້າ ແລະ ມະນຸດ.

ກ່ອນນີ້ : ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່

ຕໍ່ໄປ : ທາດແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ

1. ມະນຸດບໍ່ຄວນສັນລະເສີນຕົວເອງ ຫຼື ຍົກຍ້ອງຕົວເອງ. ມະນຸດຄວນບູຊາ ແລະ ສັນລະເສີນຕໍ່ພຣະເຈົ້າ. 2. ເຈົ້າຄວນປະຕິບັດສິ່ງໃດໜຶ່ງ...

ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ເຮົາເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ລັດສະໝີພາບຂອງເຮົາແມບເຫຼື້ອມທົ່ວຈັກກະວານ, ຄວາມປະສົງຂອງເຮົາສະຖິດຢູ່ພາຍໃນດາວ-ດາວ-ຈຸດ-ຈຸດ,...

ພຣະບັນຍັດແຫ່ງຍຸກໃໝ່

ພວກເຈົ້າຖືກສັ່ງໃຫ້ຈັດຕຽມຕົນເອງດ້ວຍພຣະທໍາຂອງພຣະເຈົ້າ ແລະ ເຖິງວ່າຈະມີການກຽມການໃຫ້ພວກເຈົ້າແລ້ວກໍຕາມ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້