ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)

ພວກເຈົ້າຄວນຮູ້ຈັກເລື່ອງລາວທີ່ຢູ່ເບື້ອງຫຼັງພຣະຄຳພີ ແລະ ກ່ຽວກັບການສ້າງພຣະຄໍາພີ. ຄວາມຮູ້ນີ້ບໍ່ແມ່ນເປັນຂອງຄົນທີ່ບໍ່ຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າ. ພວກເຂົາບໍ່ຮູ້ຈັກ. ຖ້າເຈົ້າເວົ້າກ່ຽວກັບທາດແທ້ໃນເລື່ອງນີ້ຕໍ່ພວກເຂົາຢ່າງຊັດເຈນ, ພວກເຂົາກໍຈະບໍ່ເຂັ້ມງວດກ່ຽວກັບພຣະຄຳພີກັບເຈົ້າອີກຕໍ່ໄປ. ພວກເຂົາຂຸດຄົ້ນໃນສິ່ງທີ່ຖືກທຳນວາຍໄວ້ແລ້ວຢູ່ຕະຫຼອດເວລາ: ຂໍ້ຄວາມນີ້ໄດ້ເກີດຂຶ້ນແລ້ວບໍ? ຂໍ້ຄວາມນັ້ນໄດ້ເກີດຂຶ້ນແລ້ວບໍ? ການທີ່ພວກເຂົາຍອມຮັບຂ່າວປະເສີດແມ່ນອີງຕາມພຣະຄຳພີ; ແລະ ພວກເຂົາເທດສະໜາຂ່າວປະເສີດຕາມພຣະຄຳພີ. ຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າແມ່ນນອນຢູ່ໃນພຣະທຳຂອງພຣະຄຳພີ; ຫາກປາສະຈາກພຣະຄຳພີ, ພວກເຂົາຈະບໍ່ເຊື່ອໃນພຣະເຈົ້າ. ນີ້ແມ່ນລັກສະນະທີ່ພວກເຂົາດຳລົງຊີວິດຢູ່, ວິເຄາະພຣະຄຳພີແບບບໍ່ມີເຫດຜົນ. ເມື່ອພວກເຂົາມາຂຸດຄົ້ນເລື່ອງພຣະຄຳພີອີກຄັ້ງ ແລະ ຂໍໃຫ້ເຈົ້າອະທິບາຍ, ເຈົ້າກໍບອກພວກເຂົາໄປວ່າ “ກ່ອນອື່ນ ພວກເຮົາບໍ່ຕ້ອງສໍາຫຼວດຂໍ້ຄວາມແຕ່ລະຂໍ້. ກົງກັນຂ້າມ ຂໍໃຫ້ພວກເຮົາຫຼຽວເບິ່ງວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ. ໃຫ້ພວກເຮົາຮັບເອົາເສັ້ນທາງທີ່ພວກເຮົາຍ່າງ ແລະ ປຽບທຽບເສັ້ນທາງນັ້ນກັບຄວາມຈິງເພື່ອເບິ່ງວ່າເສັ້ນທາງແມ່ນພາລະກິດຂອງພຣະວິນຍານບໍລິສຸດຢ່າງທີ່ຈິງ ຫຼື ບໍ່ ແລະ ໃຊ້ພາລະກິດຂອງພຣະວິນຍານບໍລິສຸດເພື່ອກວດເບິ່ງວ່າເສັ້ນທາງດັ່ງກ່າວຖືກຕ້ອງ ຫຼື ບໍ່. ແຕ່ສຳລັບຂໍ້ຄວາມນີ້ ຫຼື ຂໍ້ຄວາມນັ້ນໄດ້ເກີດຂຶ້ນຕາມການທຳນວາຍ ຫຼື ບໍ່ນັ້ນ, ພວກເຮົາຜູ້ເປັນມະນຸດບໍ່ຄວນສອດຮູ້ໃນສິ່ງນັ້ນ. ກົງກັນຂ້າມ ມັນຈະດີກວ່າຖ້າພວກເຮົາພາກັນເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດລ້າສຸດທີ່ພຣະເຈົ້າກຳລັງປະຕິບັດ. ຄຳທຳນາຍທີ່ຢູ່ໃນພຣະຄຳພີແມ່ນພຣະທຳຂອງພຣະເຈົ້າທີ່ຖ່ອຍທອດໃນເວລານັ້ນ ໂດຍຜູ້ປະກາດພຣະທຳ ແລະ ພຣະທຳທີ່ຖືກຂຽນໂດຍຄົນທີ່ພຣະເຈົ້າໃຊ້, ຮັບເອົາຄວາມປາຖະໜາ; ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ສາມາດອະທິບາຍພຣະທຳເຫຼົ່ານັ້ນໄດ້, ມີພຽງແຕ່ພຣະວິນຍານບໍລິສຸດເທົ່ານັ້ນທີ່ສາມາດເຮັດໃຫ້ຄວາມໝາຍຂອງພຣະທຳເຫຼົ່ານັ້ນເປັນທີ່ຮູ້ຈັກ ແລະ ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ສາມາດທຳລາຍຕາປະທັບທັງເຈັດ ແລະ ມາຍໜັງສືມ້ວນໄດ້. ເຈົ້າບໍ່ແມ່ນພຣະເຈົ້າ ແລະ ເຮົາກໍບໍ່ແມ່ນເຊັ່ນກັນ, ສະນັ້ນ ຜູ້ໃດກ້າອະທິບາຍພຣະທຳຂອງພຣະເຈົ້າໄດ້ຢ່າງງ່າຍດາຍແດ່? ເຈົ້າກ້າອະທິບາຍພຣະທຳເຫຼົ່ານັ້ນບໍ? ເຖິງແມ່ນຜູ້ປະກາດພຣະທຳ ເຢເຣມີຢາ, ໂຢຮັນ ແລະ ເອລີຢາຕ້ອງກັບຄືນມາ, ພວກເຂົາກໍຈະບໍ່ກ້າທົດລອງ ແລະ ອະທິບາຍພຣະທຳເຫຼົ່ານັ້ນ, ຍ້ອນພວກເຂົາບໍ່ແມ່ນພຣະເມສານ້ອຍ. ມີພຽງແຕ່ພຣະເມສານ້ອຍເທົ່ານັ້ນທີ່ສາມາດທຳລາຍຕາປະທັບທັງເຈັດ ແລະ ມາຍໜັງສືມ້ວນອອກໄດ້ ແລະ ບໍ່ມີຜູ້ໃດສາມາດອະທິບາຍພຣະທຳຂອງພຣະອົງໄດ້. ເຮົາບໍ່ກ້າທີ່ຈະຍາດແຍ້ງເອົາພຣະນາມຂອງພຣະເຈົ້າ, ແລ້ວແຮງໄກທີ່ເຮົາຈະພະຍາຍາມອະທິບາຍພຣະທຳຂອງພຣະເຈົ້າ. ເຮົາພຽງແຕ່ສາມາດເປັນຄົນທີ່ເຊື່ອຟັງພຣະເຈົ້າເທົ່ານັ້ນ. ເຈົ້າເປັນພຣະເຈົ້າບໍ? ບໍ່ມີສິ່ງຖືກສ້າງໃດໆຂອງພຣະເຈົ້າທີ່ຈະກ້າມາຍໜັງສືມ້ວນນັ້ນອອກໄດ້ ຫຼື ອະທິບາຍພຣະທຳເຫຼົ່ານັ້ນໄດ້ ແລະ ສະນັ້ນ ເຮົາຈຶ່ງບໍ່ກ້າອະທິບາຍພຣະທຳເຫຼົ່ານັ້ນເຊັ່ນກັນ. ເຈົ້າບໍ່ຄວນພະຍາຍາມອະທິບາຍພຣະທຳເຫຼົ່ານັ້ນ. ທຸກຄົນບໍ່ຄວນພະຍາຍາມອະທິບາຍມັນ. ພວກເຮົາຄວນເວົ້າກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ; ນີ້ແມ່ນສິ່ງທີ່ມະນຸດສາມາດເຮັດໄດ້ຫຼາຍທີ່ສຸດ. ເຮົາຮູ້ຈັກກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູເລັກນ້ອຍ, ແຕ່ໃນເມື່ອເຮົາບໍ່ມີປະສົບການສ່ວນຕົວກ່ຽວກັບພາລະກິດດັ່ງກ່າວ, ເຮົາພຽງແຕ່ສາມາດເວົ້າເຖິງພາລະກິດດັ່ງກ່າວໃນຂອບເຂດຈໍາກັດເທົ່ານັ້ນ. ສໍາລັບຄວາມໝາຍຂອງພຣະທຳທີ່ເອຊາຢາ ຫຼື ພຣະເຢຊູກ່າວໃນເວລາຂອງພວກເຂົາ, ເຮົາຈະບໍ່ຂໍອະທິບາຍ. ເຮົາບໍ່ໄດ້ສຶກສາພຣະຄຳພີ; ກົງກັນຂ້າມ ເຮົາຕິດຕາມພາລະກິດໃນປັດຈຸບັນຂອງພຣະເຈົ້າ. ແທ້ຈິງແລ້ວ ເຈົ້າຖືພຣະຄຳພີເປັນພຽງໜັງສືມ້ວນນ້ອຍໆ, ແຕ່ວ່າມັນບໍ່ແມ່ນສິ່ງທີ່ມີພຽງພຣະເມສານ້ອຍສາມາດເປີດໄດ້ບໍ? ນອກຈາກພຣະເມສານ້ອຍແລ້ວ ຜູ້ໃດສາມາດເຮັດໄດ້ແດ່? ເຈົ້າບໍ່ແມ່ນພຣະເມສານ້ອຍ ແລະ ແຮງໄກທີ່ເຮົາຈະກ້າອ້າງວ່າເປັນພຣະເຈົ້າເອງ, ສະນັ້ນ ໃຫ້ພວກເຮົາບໍ່ວິເຄາະພຣະຄຳພີ ຫຼື ວິພາກວິຈານພຣະຄຳພີຢ່າງບໍ່ມີເຫດຜົນ. ມັນຈະເປັນການດີທີ່ສຸດທີ່ເຮົາມາສົນທະນາກ່ຽວກັບພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດ ນັ້ນກໍຄື ພາລະກິດໃນປັດຈຸບັນທີ່ພຣະເຈົ້າເອງປະຕິບັດ. ໃຫ້ພວກເຮົາເບິ່ງວ່າ ແມ່ນຫຍັງຄືຫຼັກການທີ່ພຣະເຈົ້າປະຕິບັດພາລະກິດ ແລະ ແມ່ນຫຍັງຄືທາດແທ້ແຫ່ງພາລະກິດຂອງພຣະອົງ, ໃຊ້ສິ່ງເຫຼົ່ານີ້ເພື່ອພິສູດວ່າ ເສັ້ນທາງທີ່ພວກເຮົາຍ່າງໃນປັດຈຸບັນນີ້ຖືກຕ້ອງ ຫຼື ບໍ່ ແລະ ໃນລັກສະນະນີ້ ຈຶ່ງຈະໝັ້ນໃຈກ່ຽວກັບສິ່ງນັ້ນ”. ຖ້າພວກເຈົ້າປາຖະໜາທີ່ຈະເທດສະໜາຂ່າວປະເສີດ ໂດຍສະເພາະກັບຜູ້ຄົນທີ່ຢູ່ໃນໂລກແຫ່ງສາສະໜາ, ພວກເຈົ້າຕ້ອງເຂົ້າໃຈພຣະຄຳພີ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເລື່ອງລາວພາຍໃນ; ບໍ່ດັ່ງນັ້ນຈະບໍ່ມີທາງໃຫ້ເຈົ້າເທດສະໜາຂ່າວປະເສີດໄດ້. ຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈພາບລວມຢ່າງເລິກເຊິ່ງແລ້ວ ແລະ ເຊົາວິພາກວິຈານຂໍ້ພຣະທຳທີ່ຕາຍແລ້ວໃນພຣະຄຳພີແບບບໍ່ໃຫ້ຄວາມສຳຄັນ, ແຕ່ພຽງເວົ້າເຖິງພາລະກິດຂອງພຣະເຈົ້າ ແລະ ຄວາມຈິງແຫ່ງຊີວິດ, ເຈົ້າກໍຈະສາມາດຮັບເອົາຄົນທີ່ສະແຫວງຫາດ້ວຍຫົວໃຈທີ່ແທ້ຈິງ.

ພາລະກິດຂອງພຣະເຢໂຮວາ ພຣະບັນຍັດທີ່ພຣະອົງສ້າງຂຶ້ນ ແລະ ຫຼັກການທີ່ພຣະອົງຊີ້ນໍາມະນຸດໃນການດໍາລົງຊີວິດຂອງພວກເຂົາ; ເນື້ອໃນຂອງພາລະກິດທີ່ພຣະອົງປະຕິບັດໃນຍຸກແຫ່ງພຣະບັນຍັດ, ຄວາມໝາຍທີ່ພຣະອົງສ້າງພຣະບັນຍັດ, ຄວາມສໍາຄັນຂອງພາລະກິດຂອງພຣະອົງຕໍ່ຍຸກແຫ່ງພຣະຄຸນ ແລະ ພາລະກິດທີ່ພຣະອົງປະຕິບັດໃນຍຸກສຸດທ້າຍນີ້: ສິ່ງເຫຼົ່ານີ້ເປັນສິ່ງທີ່ພວກເຈົ້າຄວນເຂົ້າໃຈ. ຂັ້ນຕອນທໍາອິດແມ່ນພາລະກິດຂອງຍຸກແຫ່ງພຣະບັນຍັດ. ຂັ້ນຕອນທີສອງແມ່ນພາລະກິດຂອງຍຸກແຫ່ງພຣະຄຸນ ແລະ ຂັ້ນຕອນທີ່ສາມແມ່ນພາລະກິດຂອງຍຸກສຸດທ້າຍ. ພວກເຈົ້າຕ້ອງຊັດເຈນກ່ຽວກັບຂັ້ນຕອນຂອງພາລະກິດເຫຼົ່ານີ້ຂອງພຣະເຈົ້າ. ຕັ້ງແຕ່ການເລີ່ມຕົ້ນຈົນເຖິງຈຸດສິ້ນສຸດ, ທັງໝົດແມ່ນມີສາມຂັ້ນຕອນ. ແມ່ນຫຍັງຄືທາດແທ້ຂອງແຕ່ລະຂັ້ນຕອນຂອງພາລະກິດ? ມີຈັກຂັ້ນຕອນທີ່ຖືກປະຕິບັດໃນພາລະກິດຂອງແຜນການຄຸ້ມຄອງຫົກພັນປີ? ຂັ້ນຕອນເຫຼົ່ານີ້ຈະຖືກປະຕິບັດແນວໃດ ແລະ ເປັນຫຍັງແຕ່ລະຂັ້ນຕອນຈຶ່ງຖືກປະຕິບັດໃນລັກສະນະສະເພາະຂອງມັນ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄຳຖາມທີ່ສຳຄັນ. ພາລະກິດຂອງແຕ່ລະຍຸກມີຄຸນຄ່າໃນການເປັນຕົວແທນຂອງຍຸກນັ້ນໆ. ພຣະເຢໂຮວາປະຕິບັດພາລະກິດຫຍັງ? ເປັນຫຍັງພຣະອົງຈຶ່ງປະຕິບັດພາລະກິດໃນລັກສະນະນັ້ນ? ເປັນຫຍັງພຣະອົງຈຶ່ງຖືກເອີ້ນວ່າພຣະເຢໂຮວາ? ເຊັ່ນດຽວກັນ ພຣະເຢຊູປະຕິບັດພາລະກິດຫຍັງໃນຍຸກແຫ່ງພຣະຄຸນ ແລະ ພຣະອົງປະຕິບັດພາລະກິດດັ່ງກ່າວນັ້ນໃນລັກສະນະໃດ? ມີອຸປະນິໄສຂອງພຣະເຈົ້າໃນດ້ານໃດແດ່ທີ່ສະແດງອອກໃນແຕ່ລະຂັ້ນຕອນຂອງພາລະກິດ ແລະ ໃນແຕ່ລະຍຸກ? ດ້ານໃດຂອງອຸປະນິໄສຂອງພຣະອົງທີ່ສະແດງອອກມາໃນຍຸກແຫ່ງພຣະບັນຍັດ? ແລ້ວໃນຍຸກສຸດທ້າຍເດ? ສິ່ງເຫຼົ່ານີ້ແມ່ນຄຳຖາມສຳຄັນທີ່ພວກເຈົ້າຕ້ອງເຂົ້າໃຈຢ່າງຈະແຈ້ງ. ອຸປະນິໄສທັງໝົດຂອງພຣະເຈົ້າແມ່ນຖືກເປີດເຜີຍອອກຕະຫຼອດແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ມັນບໍ່ໄດ້ຖືກເປີດເຜີຍພຽງແຕ່ໃນຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດເທົ່ານັ້ນ, ແລ້ວແຮງໄກທີ່ຈະຖືກເປີດເຜີຍພຽງແຕ່ຢູ່ໃນຍຸກສຸດທ້າຍເທົ່ານັ້ນ. ພາລະກິດທີ່ຖືກປະຕິບັດໃນຍຸກສຸດທ້າຍແມ່ນເປັນຕົວແທນໃຫ້ກັບການພິພາກສາ, ຄວາມໂກດຮ້າຍ ແລະ ການຂ້ຽນຕີ. ພາລະກິດທີ່ປະຕິບັດໃນຍຸກສຸດທ້າຍບໍ່ສາມາດແທນ ພາລະກິດຂອງຍຸກແຫ່ງພຣະບັນຍັດໄດ້ ຫຼື ແທນຍຸກແຫ່ງພຣະຄຸນໄດ້. ເຖິງຢ່າງໃດກໍຕາມ ສາມຂັ້ນຕອນເຊື່ອມໂຍງກັນເປັນອັນໜຶ່ງອັນດຽວ ແລະ ຂັ້ນຕອນທັງໝົດແມ່ນພາລະກິດຂອງພຣະເຈົ້າອົງດຽວ. ຕາມທໍາມະຊາດແລ້ວ ການປະຕິບັດພາລະກິດນີ້ຖືກແບ່ງອອກເປັນຍຸກທີ່ແຕກຕ່າງກັນ. ພາລະກິດທີ່ສໍາເລັດໃນຍຸກສຸດທ້າຍເປັນພາລະກິດທີ່ນໍາທຸກສິ່ງໄປສູ່ການສິ້ນສຸດ; ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະບັນຍັດແມ່ນພາລະກິດແຫ່ງການເລີ່ມຕົ້ນ ແລະ ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະຄຸນແມ່ນພາລະກິດແຫ່ງການໄຖ່ບາບ. ສໍາລັບນິມິດຂອງພາລະກິດທີ່ຢູ່ໃນແຜນການຄຸ້ມຄອງຫົກພັນປີນີ້, ບໍ່ມີຜູ້ໃດສາມາດຮັບເອົາຄວາມຮູ້ ຫຼື ຄວາມເຂົ້າໃຈ ແລະ ນິມິດເຫຼົ່ານີ້ກໍຍັງເປັນປິດສະໜາຢູ່. ໃນຍຸກສຸດທ້າຍ ມີພຽງພາລະກິດຂອງພຣະທໍາເທົ່ານັ້ນທີ່ຖືກປະຕິບັດເພື່ອນໍາໄປສູ່ຍຸກແຫ່ງອານາຈັກ, ແຕ່ຍຸກສຸດທ້າຍບໍ່ແມ່ນຕົວແທນຂອງຍຸກທັງໝົດ. ຍຸກສຸດທ້າຍກໍເປັນຍຸກສຸດທ້າຍ ແລະ ຍຸກແຫ່ງອານາຈັກກໍຄືຍຸກແຫ່ງອານາຈັກ ເຊິ່ງບໍ່ແມ່ນຕົວແທນຂອງຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດ. ນັ້ນຄືຄວາມຈິງ, ໃນລະຫວ່າງຍຸກສຸດທ້າຍ ພາລະກິດທັງໝົດໃນແຜນການຄຸ້ມຄອງຫົກພັນປີແມ່ນຖືກເປີດເຜີຍໃຫ້ພວກເຈົ້າເຫັນ. ນີ້ແມ່ນການເປີດເຜີຍເຖິງຄວາມລຶກລັບ. ຄວາມເລິກລັບປະເພດນີ້ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດເປີດເຜີຍໄດ້. ບໍ່ວ່າຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະຄຳພີຈະຍິ່ງໃຫຍ່ສໍ່າໃດ, ມັນກໍຍັງເປັນພຽງຄຳເວົ້າເທົ່ານັ້ນ, ຍ້ອນມະນຸດບໍ່ເຂົ້າໃຈທາດແທ້ຂອງພຣະຄຳພີ. ໃນການອ່ານພຣະຄຳພີ, ມະນຸດອາດເຂົ້າໃຈຄວາມຈິງບາງຢ່າງ, ອະທິບາຍພຣະທຳບາງຂໍ້ ຫຼື ວິເຄາະຂໍ້ຄວາມບາງຂໍ້ ແລະ ບາງບົດທີ່ໂດດເດັ່ນພຽງເລັກນ້ອຍ, ແຕ່ເຂົາຈະບໍ່ສາມາດແກະຄວາມໝາຍທີ່ຢູ່ພາຍໃນພຣະທຳເຫຼົ່ານັ້ນ, ຍ້ອນສິ່ງທີ່ມະນຸດເຫັນແມ່ນເປັນພຽງພຣະທຳທີ່ຕາຍແລ້ວ, ບໍ່ແມ່ນເຫດການກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ຂອງພຣະເຢຊູ ແລະ ມະນຸດບໍ່ມີທາງໄຂຄວາມເລິກລັບຂອງພາລະກິດນີ້ໄດ້. ສະນັ້ນ ຄວາມເລິກລັບຂອງແຜນການຄຸ້ມຄອງຫົກພັນປີຈຶ່ງເປັນຄວາມເລິກລັບທີ່ຍິ່ງໃຫຍ່ທີ່ສຸດ, ເປັນຄວາມລີ້ລັບທີ່ສຸດ ແລະ ມະນຸດບໍ່ສາມາດຢັ່ງເຖິງໄດ້ທັງໝົດ. ບໍ່ມີໃຜສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໂດຍກົງ, ນອກຈາກພຣະອົງເອງຈະອະທິບາຍ ແລະ ເປີດເຜີຍສິ່ງນັ້ນໃຫ້ກັບມະນຸດ; ບໍ່ດັ່ງນັ້ນ ສິ່ງເຫຼົ່ານີ້ຈະຍັງເປັນປິດສະໜາຕໍ່ມະນຸດຕະຫຼອດໄປ, ເປັນຄວາມເລິກລັບທີ່ຖືກປົກປິດໄວ້ຕະຫຼອດໄປ. ບໍ່ຕ້ອງຫ່ວງສໍາລັບຄົນທີ່ຢູ່ໃນໂລກຝ່າຍວິນຍານ; ຖ້າພວກເຈົ້າບໍ່ໄດ້ຮັບຮູ້ໃນມື້ນີ້, ພວກເຈົ້າກໍຈະບໍ່ເຂົ້າໃຈມັນເຊັ່ນກັນ. ພາລະກິດຫົກພັນປີນີ້ຍິ່ງເລິກລັບຫຼາຍກວ່າຄຳທຳນວາຍທັງໝົດຂອງຜູ້ປະກາດພຣະທຳ. ມັນເປັນຄວາມເລິກລັບທີ່ຍິ່ງໃຫຍ່ທີ່ສຸດຕັ້ງແຕ່ການເນລະມິດສ້າງຈົນເຖິງປັດຈຸບັນ ແລະ ບໍ່ມີໃຜທ່າມກາງຜູ້ປະກາດພຣະທຳທົ່ວຍຸກຕ່າງໆສາມາດຢັ່ງເຖິງຄວາມເລິກລັບນັ້ນໄດ້, ຍ້ອນຄວາມເລິກລັບນີ້ແມ່ນຈະຖືກເປີດເຜີຍອອກໃນຍຸກສຸດທ້າຍເທົ່ານັ້ນ ແລະ ບໍ່ເຄີຍຖືກເປີດເຜີຍມາກ່ອນ. ຖ້າພວກເຈົ້າສາມາດເຂົ້າໃຈຄວາມເລິກລັບນີ້ໄດ້ ແລະ ຖ້າພວກເຈົ້າສາມາດຮັບເອົາຄວາມເລິກລັບນີ້ໄດ້ທັງໝົດ, ແລ້ວບຸກຄົນໃນສາສະໜາທຸກຄົນກໍຈະຖືກເອົາຊະນະໂດຍຄວາມເລິກລັບນີ້. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ເປັນນິມິດທີ່ຍິ່ງໃຫຍ່ທີ່ສຸດ; ມັນເປັນສິ່ງທີ່ມະນຸດປາຖະໜາຢາກເຂົ້າໃຈຫຼາຍທີ່ສຸດ ແຕ່ມັນກໍເປັນສິ່ງທີ່ບໍ່ຈະແຈ້ງສໍາລັບເຂົາຫຼາຍທີ່ສຸດ. ເມື່ອພວກເຈົ້າຢູ່ໃນຍຸກແຫ່ງພຣະຄຸນ, ພວກເຈົ້າບໍ່ເຂົ້າໃຈວ່າພຣະເຢຊູປະຕິບັດພາລະກິດຫຍັງ ຫຼື ພຣະເຢໂຮວາປະຕິບັດພາລະກິດກ່ຽວກັບຫຍັງ. ຜູ້ຄົນບໍ່ເຂົ້າໃຈວ່າເປັນຫຍັງພຣະເຢໂຮວາຈຶ່ງກຳນົດກົດໝາຍ, ເປັນຫຍັງພຣະອົງຈຶ່ງຂໍໃຫ້ປວງຊົນຮັກສາກົດໝາຍ ຫຼື ເປັນຫຍັງພຣະວິຫານຈຶ່ງຖືກສ້າງຂຶ້ນ ແລະ ແຮງໄກທີ່ຜູ້ຄົນຈະເຂົ້າໃຈວ່າ ເປັນຫຍັງຊາວອິດສະຣາເອັນຈຶ່ງຖືກນໍາພາຈາກອີຢິບໄປສູ່ຖິ່ນແຫ້ງແລ້ງກັນດານ ແລະ ຫຼັງຈາກນັ້ນກໍໄປສູ່ການາອານ. ຈົນເຖິງປັດຈຸບັນ ບັນຫາເຫຼົ່ານີ້ຈຶ່ງໄດ້ຖືກເປີດເຜີຍອອກ.

ພາລະກິດໃນຍຸກສຸດທ້າຍເປັນຂັ້ນຕອນສຸດທ້າຍຂອງສາມຂັ້ນຕອນ. ມັນເປັນພາລະກິດຂອງອີກຍຸກໃໝ່ ແລະ ບໍ່ແມ່ນຕົວແທນຂອງພາລະກິດແຫ່ງການຄຸ້ມຄອງທັງໝົດ. ແຜນການຄຸ້ມຄອງຫົກພັນປີຖືກແບ່ງອອກເປັນສາມຂັ້ນຕອນຂອງພາລະກິດ. ບໍ່ມີຂັ້ນຕອນໃດສາມາດເປັນຕົວແທນພາລະກິດທັງສາມຍຸກໄດ້, ແຕ່ເປັນພຽງພາກສ່ວນໜຶ່ງຂອງພາລະກິດທັງໝົດ. ຊື່ຂອງພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າທັງໝົດໄດ້. ຄວາມຈິງທີ່ວ່າ ພຣະອົງໄດ້ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະເຈົ້າເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ພຣະບັນຍັດເທົ່ານັ້ນ. ພຣະເຢໂຮວາສ້າງຕັ້ງພຣະບັນຍັດເພື່ອມະນຸດ ແລະ ວາງຂໍ້ພຣະບັນຍັດເຫຼົ່ານັ້ນໃຫ້ກັບພວກເຂົາ, ຮຽກຮ້ອງໃຫ້ມະນຸດສ້າງພຣະວິຫານ ແລະ ແທ່ນບູຊາ; ພາລະກິດທີ່ພຣະອົງປະຕິບັດພຽງແຕ່ເປັນຕົວແທນໃຫ້ກັບຍຸກແຫ່ງພຣະບັນຍັດເທົ່ານັ້ນ. ພາລະກິດນີ້ທີ່ພຣະອົງປະຕິບັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະອົງເປັນພຽງພຣະເຈົ້າທີ່ຮຽກຮ້ອງໃຫ້ມະນຸດຮັກສາພຣະບັນຍັດ ຫຼື ພຣະອົງເປັນພຣະເຈົ້າພຽງໃນພຣະວິຫານ ຫຼື ພຣະອົງເປັນພຽງພຣະເຈົ້າຕໍ່ໜ້າແທ່ນບູຊາເທົ່ານັ້ນ. ການເວົ້າແບບນັ້ນຈະບໍ່ແມ່ນຄວາມຈິງ. ພາລະກິດທີ່ສໍາເລັດພາຍໃຕ້ພຣະບັນຍັດກໍເປັນຕົວແທນໃຫ້ພຽງແຕ່ຍຸກໃດໜຶ່ງ. ດັ່ງນັ້ນ ຖ້າພຣະເຈົ້າພຽງແຕ່ປະຕິບັດພາລະກິດໃນຍຸກແຫ່ງພຣະບັນຍັດເທົ່ານັ້ນ ມະນຸດກໍຈະກຳນົດພຣະເຈົ້າໃນຄວາມໝາຍດັ່ງຕໍ່ໄປນີ້ ໂດຍເວົ້າວ່າ “ພຣະເຈົ້າເປັນພຣະເຈົ້າໃນພຣະວິຫານ ແລະ ເພື່ອຮັບໃຊ້ພຣະເຈົ້າ ພວກເຮົາຕ້ອງນຸ່ງເສື້ອຄຸມປະໂລຫິດ ແລະ ເຂົ້າໄປໃນພຣະວິຫານ”. ຖ້າພາລະກິດໃນຍຸກແຫ່ງພຣະຄຸນບໍ່ໄດ້ເກີດຂຶ້ນ ແລະ ຍຸກແຫ່ງພຣະບັນຍັດໄດ້ສືບຕໍ່ມາຈົນເຖິງທຸກມື້ນີ້ ມະນຸດຈະບໍ່ຮູ້ວ່າ ພຣະເຈົ້າຍັງມີຄວາມເມດຕາ ແລະ ຄວາມຮັກ. ຖ້າພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ປະຕິບັດໃຫ້ສໍາເລັດ ແລະ ກົງກັນຂ້າມ ມີພຽງແຕ່ພາລະກິດໃນຍຸກແຫ່ງພຣະຄຸນເທົ່ານັ້ນ ແລ້ວມວນມະນຸດກໍຈະຮູ້ແຕ່ວ່າພຣະເຈົ້າພຽງແຕ່ສາມາດໄຖ່ບາບໃຫ້ກັບມະນຸດ ແລະ ອະໄພຄວາມຜິດບາບໃຫ້ມະນຸດເທົ່ານັ້ນ. ມະນຸດຈະຮູ້ພຽງແຕ່ວ່າພຣະອົງເປັນອົງບໍລິສຸດ ແລະ ອົງໄຮ້ດຽງສາ ແລະ ຍ້ອນເຫັນແກ່ມະນຸດ ພຣະອົງຈຶ່ງສາມາດສະລະພຣະອົງເອງ ແລະ ຍອມຖືກຄືງໃສ່ເທິງໄມ້ກາງແຂນ. ມະນຸດຈະຮູ້ແຕ່ພຽງສິ່ງເຫຼົ່ານີ້ ແຕ່ຈະບໍ່ເຂົ້າໃຈໃນສິ່ງອື່ນໃດເລີຍ. ສະນັ້ນແຕ່ລະຍຸກສະແດງໃຫ້ເຫັນສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ. ແຕ່ສໍາລັບສ່ວນໃດຂອງອຸປະນິໄສຂອງພຣະເຈົ້າຄືຕົວແທນໃນຍຸກແຫ່ງພຣະບັນຍັດ, ສ່ວນໃດຄືຕົວແທນຍຸກແຫ່ງພຣະຄຸນ ແລະ ສ່ວນໃດຄືຕົວແທນໃນຍຸກປັດຈຸບັນ ແມ່ນຂຶ້ນຢູ່ກັບທັງສາມຍຸກ. ເມື່ອສາມຍຸກໄດ້ລວມເຂົ້າກັນເປັນອັນໜຶ່ງອັນດຽວກັນແລ້ວ ທັງສາມຍຸກຈະສາມາດເປີດເຜີຍອຸປະນິໄສຂອງພຣະເຈົ້າໄດ້ທັງໝົດ. ພຽງແຕ່ເມື່ອມະນຸດໄດ້ມາຮູ້ຈັກທັງສາມຂັ້ນຕອນນີ້ທັງໝົດ ພວກເຂົາຈຶ່ງຈະສາມາດເຂົ້າໃຈຢ່າງແທ້ຈິງ. ບໍ່ມີຂັ້ນຕອນໃດໃນສາມຂັ້ນຕອນທີ່ສາມາດຕັດອອກໄດ້. ຫລັງຈາກໄດ້ຮູ້ຈັກພາລະກິດສາມຂັ້ນຕອນເຫຼົ່ານີ້ແລ້ວ ເຈົ້າຈະເຫັນອຸປະນິໄສທັງໝົດຂອງພຣະເຈົ້າ. ຄວາມຈິງທີ່ພຣະເຈົ້າສໍາເລັດພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດວ່າ ພຣະອົງເປັນພຣະເຈົ້າພາຍໃຕ້ພຣະບັນຍັດ ແລະ ຄວາມຈິງທີ່ວ່າ ພຣະອົງສຳເລັດພາລະກິດແຫ່ງການໄຖ່ບາບບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າຈະໄຖ່ບາບມະນຸດຊາດຕະຫຼອດໄປ. ສິ່ງເຫຼົ່ານີ້ແມ່ນເປັນການສະຫຼຸບໂດຍມະນຸດເອງ. ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ແຕ່ເຈົ້າບໍ່ສາມາດເວົ້າວ່າ ພຣະເຈົ້າເປັນພຽງໄມ້ກາງແຂນເທົ່ານັ້ນ ແລະ ໄມ້ກາງແຂນເທົ່ານັ້ນທີ່ເປັນຕົວແທນຄວາມລອດພົ້ນຂອງພຣະເຈົ້າ. ການເວົ້າແບບນັ້ນກໍຈະເປັນການຕໍ່ຕ້ານພຣະເຈົ້າ. ໃນຂັ້ນຕອນປັດຈຸບັນ ພຣະເຈົ້າພຽງປະຕິບັດພາລະກິດກ່ຽວກັບພຣະທໍາເປັນສ່ວນໃຫຍ່ ແຕ່ເຈົ້າບໍ່ສາມາດເວົ້າວ່າພຣະເຈົ້າບໍ່ເຄີຍມີຄວາມເມດຕາຕໍ່ມະນຸດຈັກເທື່ອ ແລະ ສິ່ງທີ່ພຣະອົງນໍາມາມີພຽງການຕີສອນ ແລະ ການພິພາກສາເທົ່ານັ້ນ. ພາລະກິດໃນຍຸກສຸດທ້າຍເປີດເຜີຍພາລະກິດຂອງພຣະເຢໂຮວາ, ພຣະເຢຊູ ແລະ ຄວາມລຶກລັບທັງໝົດທີ່ມະນຸດບໍ່ສາມາດເຂົ້າໃຈມັນໄດ້, ພ້ອມທັງເປີດເຜີຍຈຸດໝາຍປາຍທາງ ແລະ ຈຸດຈົບຂອງມະນຸດຊາດ ແລະ ສິ້ນສຸດພາລະກິດແຫ່ງຄວາມລອດພົ້ນທັງໝົດທ່າມກາງມະນຸດຊາດ. ຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍນີ້ຈະນໍາພາທຸກສິ່ງໄປສູ່ການສິ້ນສຸດ. ຄວາມລຶກລັບທັງໝົດທີ່ມະນຸດບໍ່ເຂົ້າໃຈຈະໄດ້ຖືກເປີດເຜີຍເພື່ອວ່າມະນຸດຈະໄດ້ຢັ່ງເຖິງຄວາມລຶກລັບດັ່ງກ່າວຢ່າງເລິກເຊິ່ງ ແລະ ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຊາດຈຶ່ງຈະສາມາດຖືກຈັດແບ່ງອອກຕາມປະເພດຂອງໃຜມັນ. ມີພຽງແຕ່ຫລັງຈາກແຜນການຄຸ້ມຄອງຫົກພັນປີໄດ້ສໍາເລັດລົງ ມະນຸດຈຶ່ງຈະສາມາດເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າທັງໝົດ ເພາະວ່າໃນຕອນນັ້ນການຄຸ້ມຄອງຂອງພຣະອົງກໍຈະສິ້ນສຸດລົງເຊັ່ນກັນ. ບັດນີ້ ພວກເຈົ້າໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ, ແມ່ນຫຍັງຄືອຸປະນິໄສຂອງພຣະເຈົ້າ? ເຈົ້າກ້າເວົ້າບໍວ່າພຣະເຈົ້າເປັນພຣະເຈົ້າທີ່ພຽງແຕ່ກ່າວພຣະທຳ ແລະ ບໍ່ເຮັດສິ່ງອື່ນອີກ? ເຈົ້າຈະບໍ່ກ້າສະຫຼຸບແບບນັ້ນ. ບາງຄົນເວົ້າວ່າ ພຣະເຈົ້າເປັນພຣະເຈົ້າທີ່ເປີດເຜີຍຄວາມເລິກລັບ, ພຣະເຈົ້າເປັນພຣະເມສານ້ອຍ ແລະ ຜູ້ທີ່ທຳລາຍຕາປະທັບທັງເຈັດ. ແຕ່ບໍ່ມີໃຜກ້າສະຫຼຸບແບບນັ້ນ. ຄົນອື່ນອາດເວົ້າວ່າ ພຣະເຈົ້າເປັນເນື້ອໜັງທີ່ບັງເກີດເປັນມະມຸດ, ແຕ່ສິ່ງນີ້ກໍຍັງບໍ່ຖືກຕ້ອງ. ຍັງມີຄົນອື່ນອາດເວົ້າວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດພຽງແຕ່ກ່າວພຣະທຳເທົ່ານັ້ນ ແລະ ບໍ່ເຮັດໝາຍສຳຄັນ ແລະ ການອັດສະຈັນ, ແຕ່ເຈົ້າຈະກ້າເວົ້າໃນລັກສະນະນີ້ອີກຢູ່ບໍ, ຍ້ອນພຣະເຢຊູກາຍມາເປັນເນື້ອໜັງ ແລະ ພຣະອົງໄດ້ເຮັດໝາຍສຳຄັນ ແລະ ການອັດສະຈັນ, ດັ່ງນັ້ນ ເຈົ້າຈະບໍ່ກ້າກຳນົດພຣະເຈົ້າຢ່າງງ່າຍໆແບບນີ້ອີກ. ພາລະກິດທັງໝົດທີ່ຖືກປະຕິບັດດ້ວຍແຜນການຄຸ້ມຄອງຫົກພັນປີແມ່ນຫາກໍມາເຖິງຈຸດສິ້ນສຸດ. ມີພຽງແຕ່ຫຼັງຈາກທີ່ພາລະກິດທັງໝົດຖືກເປີດເຜີຍອອກໃຫ້ກັບມະນຸດ ແລະ ຖືກປະຕິບັດໃນທ່າມກາງມະນຸດ ມະນຸດຊາດທັງປວງຈຶ່ງຈະຮູ້ຈັກອຸປະນິໄສທຸກຢ່າງຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ເມື່ອພາລະກິດໃນຂັ້ນຕອນນີ້ຖືກເຮັດໃຫ້ສຳເລັດຢ່າງສົມບູນ, ຄວາມເລິກລັບທັງປວງທີ່ມະນຸດບໍ່ເຂົ້າໃຈກໍຈະຖືກເປີດເຜີຍອອກ, ຄວາມຈິງທຸກຢ່າງທີ່ບໍ່ເຂົ້າໃຈກ່ອນໜ້ານີ້ກໍຈະຖືກເຮັດໃຫ້ຈະແຈ້ງຂຶ້ນ ແລະ ມະນຸດຊາດຈະຮັບຮູ້ເຖິງເສັ້ນທາງ ແລະ ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ. ນີ້ແມ່ນພາລະກິດທັງໝົດທີ່ຈະຖືກປະຕິບັດໃນຂັ້ນຕອນປັດຈຸບັນ. ເຖິງແມ່ນວ່າເສັ້ນທາງທີ່ມະນຸດເດີນໃນປັດຈຸບັນເປັນເສັ້ນທາງແຫ່ງໄມ້ກາງແຂນ ແລະ ເສັນທາງແຫ່ງຄວາມທຸກທໍລະມານ ແຕ່ສິ່ງທີ່ມະນຸດປະຕິບັດ ແລະ ສິ່ງທີ່ມະນຸດກິນ ດຶ່ມ ແລະ ຊື່ນຊົມທຸກມື້ນີ້ແມ່ນແຕກຕ່າງຢ່າງສິ້ນເຊີງຈາກສິ່ງທີ່ມະນຸດໄດ້ຮັບຢູ່ພາຍໃຕ້ພຣະບັນຍັດ ແລະ ໃນຍຸກແຫ່ງພຣະຄຸນ. ສິ່ງທີ່ມະນຸດຮຽກຮ້ອງໃນປັດຈຸບັນບໍ່ຄືກັບສິ່ງທີ່ຮຽກຮ້ອງໃນອະດີດ ແລະ ຍິ່ງໄປກວ່ານັ້ນກໍບໍ່ຄືກັບສິ່ງທີ່ໄດ້ຮຽກຮ້ອງຈາກມະນຸດໃນຍຸກພຣະບັນຍັດ. ແລ້ວແມ່ນຫຍັງຄືສິ່ງທີ່ຮຽກຮ້ອງຈາກມະນຸດພາຍໃຕ້ກົດພຣະບັນຍັດໃນເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງໃນດິນແດນອິດສະຣາເອນ? ມັນກໍບໍ່ມີຫຍັງຫຼາຍໄປກວ່າໃຫ້ມະນຸດຮັກສາວັນຊະບາໂຕ ແລະ ພຣະບັນຍັດຂອງພຣະເຢໂຮວາ. ໃນຍຸກນັ້ນບໍ່ມີຜູ້ໃດເຮັດວຽກໃນວັນຊະບາໂຕ ແລະ ລະເມີດພຣະບັນຍັດຂອງພຣະເຢໂຮວາ. ແຕ່ໃນປັດຈຸບັນບໍ່ເປັນແບບນັ້ນ. ໃນວັນຊະບາໂຕ ມະນຸດຈະເຮັດວຽກ, ຊຸມນຸມ ແລະ ອະທິຖານເປັນປົກກະຕິ ແລະ ບໍ່ມີຂໍ້ຫ້າມໃດໆສໍາລັບພວກເຂົາ. ສ່ວນຄົນທີ່ຢູ່ໃນຍຸກແຫ່ງພຣະຄຸນ ນັ້ນແມ່ນຕ້ອງໄດ້ຮັບບັບຕິດສະມາ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງຕ້ອງໄດ້ຖືກຮຽກຮ້ອງໃຫ້ອົດອາຫານ, ຫັກເຂົ້າຈີ່, ດຶ່ມເຫຼົ່າ, ຜ້າປົກຄຸມຫົວ ແລະ ໃຫ້ພວກເຂົາລ້າງຕີນໃຫ້ຄົນອື່ນ. ໃນປັດຈຸບັນ ກົດເກນເຫຼົ່ານີ້ຖືກຍົກເລີກໄປໝົດແລ້ວ ແຕ່ຄວາມຮຽກຮ້ອງຕ້ອງການຈາກມະນຸດແມ່ນເພິ່ມຫຼາຍຂຶ້ນ ເນື່ອງຈາກວ່າ ພາລະກິດຂອງພຣະເຈົ້າໄດ້ລົງເລິກເຂົ້າໄປຢ່າງບໍ່ສິ້ນສຸດ ແລະ ທາງເຂົ້າຂອງມະນຸດແມ່ນຍິ່ງສູງຂຶ້ນ. ໃນອະດີດ ພຣະເຢຊູວາງມືຂອງພຣະອົງໃສ່ມະນຸດ ແລະ ອະທິຖານ ແຕ່ປັດຈຸບັນເມື່ອທຸກສິ່ງໄດ້ກ່າວໄປໝົດແລ້ວ ຈະມີປະໂຫຍດຫຍັງກັບການວາງມືໃສ່ມະນຸດ? ພຽງພຣະທໍາເທົ່ານັ້ນກໍສາມາດບັນລຸຜົນໄດ້ແລ້ວ. ເມື່ອພຣະອົງວາງມືຂອງພຣະອົງໃສ່ມະນຸດໃນອະດີດ, ມັນແມ່ນການໃຫ້ພອນມະນຸດ ແລະ ຍັງເປັນການຮັກສາເຂົາໃຫ້ຫາຍຈາກໂລກໄພໄຂ້ເຈັບ. ນີ້ແມ່ນວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນເວລານັ້ນ, ແຕ່ມັນບໍ່ແມ່ນແບບນັ້ນໃນປັດຈຸບັນ. ທຸກມື້ນີ້ ພຣະວິນຍານບໍລິສຸດໃຊ້ພຣະທຳເພື່ອປະຕິບັດພາລະກິດ ແລະ ເພື່ອບັນລຸຜົນ. ພຣະທຳຂອງພຣະອົງຖືກເຮັດໃຫ້ຊັດເຈນຕໍ່ພວກເຈົ້າ ແລະ ພວກເຈົ້າຄວນນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດດັ່ງທີ່ພວກເຈົ້າໄດ້ຖືກມອບໝາຍໄວ້. ພຣະທຳຂອງພຣະອົງຄືຄວາມປະສົງຂອງພຣະອົງ; ສິ່ງເຫຼົ່ານັ້ນແມ່ນພາລະກິດທີ່ພຣະອົງປາຖະໜາທີ່ຈະປະຕິບັດ. ຜ່ານທາງພຣະທຳຂອງພຣະອົງ, ເຈົ້າຈະເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ສິ່ງທີ່ພຣະອົງຮຽກຮ້ອງໃຫ້ເຈົ້າບັນລຸ ແລະ ເຈົ້າພຽງແຕ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດໂດຍກົງ ໂດຍບໍ່ຈຳເປັນຕ້ອງວາງມືໃສ່ໃຜ. ບາງຄົນເວົ້າວ່າ “ຂໍໃຫ້ວາງມືຂອງພຣະອົງໃສ່ຂ້ານ້ອຍ! ຂໍໃຫ້ວາງມືຂອງພຣະອົງໃສ່ຂ້ານ້ອຍເພື່ອຂ້ານ້ອຍຈະໄດ້ຮັບພອນຈາກພຣະອົງ ແລະ ເພື່ອຂ້ານ້ອຍຈະເປັນສ່ວນໜຶ່ງຂອງພຣະອົງ”. ທຸກສິ່ງເຫຼົ່ານີ້ແມ່ນການປະຕິບັດທີ່ລ້າສະໄໝໃນອະດີດ, ປັດຈຸບັນນີ້ໄດ້ເຊົາໃຊ້ແລ້ວ, ເພາະວ່າຍຸກໄດ້ປ່ຽນແປງໄປ. ພຣະວິນຍານບໍລິສຸດປະຕິບັດພາລະກິດຕາມຍຸກ, ບໍ່ໄດ້ປະຕິບັດໂດຍບັງເອີນ ຫຼື ປະຕິບັດໃຫ້ສອດຄ່ອງກັບກົດລະບຽບໃດໜຶ່ງທີ່ກໍານົດຂຶ້ນ. ຍຸກໄດ້ປ່ຽນໄປ ແລະ ຍຸກໃໝ່ຈຳເປັນຕ້ອງມີພາລະກິດໃໝ່. ສິ່ງນີ້ເປັນຄວາມຈິງຂອງທຸກຂັ້ນຕອນຂອງພາລະກິດ ແລະ ສະນັ້ນ ພາລະກິດຂອງພຣະອົງຈຶ່ງບໍ່ເຄີຍຖືກເຮັດຊໍ້າກັນຈັກເທື່ອ. ໃນຍຸກແຫ່ງພຣະຄຸນ, ພຣະເຢຊູປະຕິບັດພາລະກິດປະເພດດັ່ງກ່າວຫຼາຍພໍສົມຄວນ ເຊັ່ນ: ການຮັກສາຄົນເຈັບປ່ວຍ, ການຂັບໄລ່ຜີຮ້າຍ, ການວາງມືຂອງພຣະອົງໃສ່ມະນຸດເພື່ອອະທິຖານໃຫ້ກັບເຂົາ ແລະ ປະທານພອນໃຫ້ແກ່ມະນຸດ. ແຕ່ການປະຕິບັດແບບນັ້ນອີກຄັ້ງຈະບໍ່ມີຄວາມໝາຍຫຍັງໃນປັດຈຸບັນ. ໃນເວລານັ້ນ ພຣະວິນຍານບໍລິສຸດປະຕິບັດພາລະກິດໃນລັກສະນະນັ້ນກໍຍ້ອນວ່າ ມັນເປັນຍຸກແຫ່ງພຣະຄຸນ ແລະ ໃນຍຸກນັ້ນແມ່ນມີຄວາມເມດຕາກະລຸນາຕໍ່ມະນຸດຢ່າງຫຼວງຫຼາຍ. ບໍ່ມີການຮຽກຮ້ອງໃຫ້ເຂົາຈ່າຍລາຄາ ບໍ່ວ່າໃນຮູບແບບໃດກໍຕາມ ແລະ ຕາບໃດທີ່ເຂົາມີຄວາມເຊື່ອ ເຂົາກໍຈະໄດ້ຮັບຄວາມກະລຸນາ. ທຸກຄົນຖືກປະຕິບັດດ້ວຍຄວາມເມດຕາຢ່າງຫຼວງຫຼາຍ. ປັດຈຸບັນນີ້ ຍຸກໄດ້ປ່ຽນແປງແລ້ວ ແລະ ພາລະກິດຂອງພຣະເຈົ້າໄດ້ກ້າວໜ້າຂຶ້ນ. ການຕໍ່ຕ້ານຂອງມະນຸດ ແລະ ສິ່ງທີ່ສົກກະປົກພາຍໃນມະນຸດຈະຖືກລົບລ້າງຜ່ານການຕີສອນ ແລະ ການພິພາກສາ. ຂັ້ນຕອນນັ້ນເປັນຂັ້ນຕອນແຫ່ງການໄຖ່ບາບ, ພຣະເຈົ້າຈໍາເປັນຕ້ອງປະຕິບັດພາລະກິດດ້ວຍວິທີນັ້ນ ເຊິ່ງພຣະອົງໄດ້ສະແດງພຣະຄຸນຢ່າງພຽງພໍໃຫ້ມະນຸດໄດ້ຊື່ນຊົມ ເພື່ອວ່າມະນຸດຈະໄດ້ຮັບການໄຖ່ບາບ ແລະ ດ້ວຍວິທີທາງແຫ່ງພຣະຄຸນ ພວກເຂົາຈະໄດ້ຮັບການອະໄພຈາກຄວາມຜິດບາບຂອງພວກເຂົາ. ແຕ່ຂັ້ນຕອນປັດຈຸບັນນີ້ແມ່ນເພື່ອເປີດເຜີຍຄວາມບໍ່ຊອບທໍາພາຍໃນມະນຸດດ້ວຍວິທີການຕີສອນ, ການພິພາກສາ, ການລົງໂທດດ້ວຍພຣະທໍາ ພ້ອມດ້ວຍວິໄນ ແລະ ການເປີດເຜີຍພຣະທໍາ ເພື່ອມະນຸດຈະໄດ້ລອດພົ້ນ. ນີ້ແມ່ນພາລະກິດທີ່ເລິກເຊິ່ງກວ່າການໄຖ່ບາບ. ຄວາມກະລຸນາໃນຍຸກແຫ່ງພຣະຄຸນແມ່ນພຽງພໍສໍາລັບການຊື່ນຊົມຂອງມະນຸດ; ບັດນີ້ເມື່ອມະນຸດໄດ້ສໍາພັດກັບພຣະຄຸນນີ້ແລ້ວ, ພວກເຂົາບໍ່ຈໍາເປັນຕ້ອງຊື່ນຊົມມັນອີກຕໍ່ໄປ. ພາລະກິດນີ້ໄດ້ຜ່ານໄປແລ້ວ ແລະ ບໍ່ຕ້ອງປະຕິບັດມັນອີກຕໍ່ໄປ. ບັດນີ້ ມະນຸດຈະຖືກຊ່ວຍໃຫ້ລອດພົ້ນຜ່ານການພິພາກສາແຫ່ງພຣະທໍາ. ຫລັງຈາກທີ່ມະນຸດຖືກຕັດສິນ, ຕີສອນ ແລະ ຊໍາລະລ້າງ ຈາກນັ້ນອຸປະນິໄສຂອງພວກເຂົາກໍໄດ້ຮັບການປ່ຽນແປງ. ທັງໝົດນີ້ບໍ່ແມ່ນຍ້ອນພຣະທໍາທີ່ເຮົາໄດ້ກ່າວບໍ? ແຕ່ລະຂັ້ນຕອນຂອງພາລະກິດແມ່ນຖືກປະຕິບັດອີງຕາມຄວາມກ້າວໜ້າຂອງມວນມະນຸດຊາດ ແລະ ອີງຕາມຍຸກສະໄໝນັ້ນ. ພາລະກິດທັງໝົດມີຄວາມສໍາຄັນ ແລະ ຖືກປະຕິບັດເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຄັ້ງສຸດທ້າຍ ເພື່ອມະນຸດອາດມີຈຸດໝາຍປາຍທາງທີ່ດີໃນອະນາຄົດ ແລະ ເພື່ອມະນຸດຊາດຈະໄດ້ຖືກຈັດແບ່ງອອກອີງຕາມປະເພດຂອງພວກເຂົາໃນທີ່ສຸດ.

ພາລະກິດແຫ່ງຍຸກສຸດທ້າຍແມ່ນເພື່ອກ່າວພຣະທໍາ. ການປ່ຽນແປງຄັ້ງຍິ່ງໃຫຍ່ຈະເກີດຜົນໃນມະນຸດໂດຍຜ່ານວິທີທາງແຫ່ງພຣະທໍາ. ການປ່ຽນແປງໃນປັດຈຸບັນແມ່ນມີຜົນຕໍ່ຜູ້ຄົນທີ່ຍອມຮັບເອົາພຣະທໍາຫຼາຍກວ່າຕໍ່ຜູ້ຄົນທີ່ຍອມຮັບເອົາໝາຍສຳຄັນ ແລະ ຄວາມອັດສະຈັນຂອງຍຸກແຫ່ງພຣະຄຸນ. ເນື່ອງຈາກວ່າ ໃນຍຸກແຫ່ງພຣະຄຸນນັ້ນ ພວກມານຮ້າຍແມ່ນຖືກຂັບໄລ່ອອກຈາກມະນຸດໂດຍການເອົາມືວາງໃສ່ມະນຸດ ແລ້ວອະທິຖານ ແຕ່ການຂັບໄລ່ມານຮ້າຍແບບນັ້ນບໍ່ໄດ້ລົບລ້າງຄວາມຄວາມເສື່ອມຊາມອອກຈາກຈິດໃຈຂອງມະນຸດເລີຍ ມະນຸດໄດ້ຮັບການຮັກສາຈາກຄວາມເຈັບປ່ວຍຂອງເຂົາ ແລະ ຮັບການອະໄພຈາກຄວາມບາບຂອງເຂົາ ແຕ່ສໍາລັບວິທີການລົບລ້າງອຸປະນິໄສອັນເສື່ອມຊາມແບບຊາຕານໃນມະນຸດນັ້ນ, ພາລະກິດນີ້ຍັງບໍ່ໄດ້ປະຕິບັດເທື່ອ. ມະນຸດພຽງແຕ່ໄດ້ຮັບຄວາມພົ້ນ ແລະ ຮັບການອະໄພຈາກຄວາມບາບຂອງພວກເຂົາຍ້ອນຄວາມເຊື່ອເທົ່ານັ້ນ ແຕ່ທໍາມະຊາດຄວາມຜິດບາບຂອງມະນຸດບໍ່ໄດ້ຖືກທໍາລາຍ ແລະ ຍັງຝັງຢູ່ໃນຈິດໃຈຂອງພວກເຂົາ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານກິດຈະການຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ມະນຸດບໍ່ມີຄວາມບາບໃນພວກເຂົາອີກຕໍ່ໄປ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານເຄື່ອງບູຊາໄຖ່ບາບ ແຕ່ສໍາລັບວິທີທີ່ຈະເຮັດໃຫ້ມະນຸດບໍ່ມີຄວາມຜິດບາບອີກຕໍ່ໄປ ແລະ ວິທີທີ່ຈະທຳລາຍລ້າງ ແລະ ປ່ຽນແປງທໍາມະຊາດຄວາມຜິດບາບຂອງພວກເຂົາຢ່າງສິ້ນເຊີງນັ້ນ ມະນຸດບໍ່ມີວິທີແກ້ໄຂບັນຫານີ້ເລີຍ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພ ແລະ ນີ້ກໍຍ້ອນພາລະກິດແຫ່ງການຖືກຄຶງທີ່ໄມ້ການແຂນຂອງພຣະເຈົ້າ ແຕ່ມະນຸດຍັງສຶບຕໍ່ດໍາລົງຊີວິດຢູ່ກັບອຸປະນິໄສອັນເສື່ອມຊາມແບບຊາຕານຄືເກົ່າ. ເມື່ອເປັນເຊັ່ນນີ້ ມະນຸດຕ້ອງໄດ້ຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ເພື່ອທໍາມະຊາດແຫ່ງຄວາມຜິດບາບຂອງພວກເຂົາຈະໄດ້ຖືກທຳລາຍລ້າງຢ່າງສົມບູນ ແລະ ຈະບໍ່ມີຄວາມເສື່ອມຊາມເກີດຂຶ້ນອີກຕໍ່ໄປ, ດ້ວຍວິທີນີ້ຈະເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່. ແຕ່ມະນຸດຕ້ອງເຂົ້າໃຈຫົນທາງແຫ່ງການເຕີບໂຕຂອງຊີວິດ, ຕ້ອງເຂົ້າໃຈຫົນທາງແຫ່ງຊີວິດ ແລະ ເຂົ້າໃຈຫົນທາງໃນການປ່ຽນແປງອຸປະນິໄສຂອງພວກເຂົາ. ຍິ່ງໄປກວ່ານັ້ນ ມະນຸດຕ້ອງໄດ້ປະຕິບັດຕາມເສັ້ນທາງດັ່ງກ່າວນີ້ ເພື່ອອຸປະນິໄສຂອງພວກເຂົາຈະໄດ້ຮັບການປ່ຽນແປງເທື່ອລະໜ້ອຍ ແລະ ໃຊ້ຊີວິດຢູ່ພາຍໃຕ້ແສງສະຫວ່າງ ເພື່ອທຸກສິ່ງທີ່ພວກເຂົາປະຕິບັດຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເພື່ອພວກເຂົາຈະປະຖິ້ມອຸປະນິໄສຊົ່ວຮ້າຍທີ່ເສື່ອມໂຊມ, ເພື່ອພວກເຂົາຈະໄດ້ເປັນອິດສະລະຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ຫຼຸດພົ້ນອອກຈາກຄວາມຜິດບາບຢ່າງສົມບູນ. ເມື່ອນັ້ນມະນຸດຈະໄດ້ຮັບຄວາມລອດພົ້ນຢ່າງຄົບຖ້ວນ. ໃນເວລາທີ່ພຣະເຢຊູປະຕິດບັດພາລະກິດຂອງພຣະອົງນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຍັງມືດມົວຢູ່ ແລະ ບໍ່ທັນແຈ່ມແຈ້ງເທື່ອ. ມະນຸດເຊື່ອສະເໝີວ່າ ພຣະອົງເປັນບຸດຊາຍຂອງເດວິດ ແລະ ປະກາດພຣະອົງໃຫ້ເປັນສາສະດາທີ່ຍິ່ງໃຫຍ່ ເປັນພຣະຜູ້ເປັນເຈົ້າທີ່ມີຄວາມເມດຕາກະລຸນາທີ່ໄຖ່ບາບໃຫ້ກັບມະນຸດ. ຍ້ອນຄວາມເຊື່ອຂອງພວກເຂົາ ບາງຄົນກໍໄດ້ຮັບການປິ່ນປົວພຽງແຕ່ໄດ້ຈັບບາຍຂອບເສື້ອຜ້າຂອງພຣະອົງ; ຄົນຕາບອດກໍສາມາດເຫັນ ແລະ ແມ່ນແຕ່ຄົນຕາຍຍັງສາມາດຟື້ນຄືນໄດ້. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດຄົ້ນພົບອຸປະນິໄສຊົ່ວຮ້າຍອັນເສື່ອມຊາມທີ່ຝັງເລິກຢູ່ພາຍໃນຕົວພວກເຂົາ ຫຼື ພວກເຂົາບໍ່ຮູ້ວິທີທາງກໍາຈັດອຸປະນິໄສນັ້ນອອກໄປ. ມະນຸດໄດ້ຮັບພຣະກະລຸນາຢ່າງໃຫຍ່ຫຼວງ ເຊັ່ນ: ຄວາມສະງົບສຸກ, ຄວາມສຸກຂອງຮ່າງກາຍ, ຄວາມສັດທາພຽງຄົນດຽວກໍນໍາການອວຍພອນມາເຖິງຄອບຄົວທັງໝົດ, ການຮັກສາຄວາມເຈັບປ່ວຍ ແລະ ອື່ນໆ. ສ່ວນທີ່ເຫຼືອແມ່ນເປັນການກະທໍາດີຂອງມະນຸດ ແລະ ການມີສິນທໍາ. ຖ້າມະນຸດສາມາດດໍາລົງຊີວິດບົນພື້ນຖານສິ່ງເຫຼົ່ານີ້ ພວກເຂົາຖືວ່າເປັນຜູ້ເຊື່ອທີ່ເໝາະສົມທີ່ສຸດ. ມີພຽງຜູ້ເຊື່ອແບບນີ້ເທົ່ານັ້ນເມື່ອຕາຍໄປຈະໄດ້ໄປສູ່ສະຫວັນ ເຊິ່ງໝາຍຄວາມວ່າພວກເຂົາໄດ້ຖືກຊ່ວຍໃຫ້ພົ້ນແລ້ວ. ແຕ່ວ່າ ໃນຊີວິດຂອງພວກເຂົາ ຜູ້ຄົນເຫຼົ່ານີ້ບໍ່ເຄີຍເຂົ້າໃຈຫົນທາງແຫ່ງຊີວິດເລີຍ. ພວກເຂົາສ້າງແຕ່ຄວາມບາບ ສ້າງບາບແລ້ວກໍສະລະພາບບາບ. ເຮັດແບບນັ້ນຊໍ້າແລ້ວຊໍ້າອີກໂດຍບໍ່ມີການຄົ້ນຄິດຫາເສັ້ນທາງເພື່ອປ່ຽນແປງອຸປະນິໄສຂອງພວກເຂົາເລີຍ. ນັ້ນຄືສະພາບຂອງມະນຸດໃນຍຸກແຫ່ງພຣະຄຸນ. ແລ້ວມະນຸດໄດ້ຮັບຄວາມລອດພົ້ນຢ່າງສົມບູນບໍ? ບໍ່! ສະນັ້ນ ຫລັງຈາກພາລະກິດຍຸກນັ້ນໄດ້ສິ້ນສຸດລົງ ກໍຍັງມີພາລະກິດຂອງການພິພາກສາ ແລະ ການຕີສອນ. ພາລະກິດຍຸກນີ້ແມ່ນເພື່ອເຮັດໃຫ້ມະນຸດບໍລິສຸດໂດຍວິທີທາງແຫ່ງພຣະທໍາ ແລະ ເປັນການມອບຫົນທາງໃຫ້ມະນຸດປະຕິບັດຕາມ. ຍຸກນີ້ຈະບໍ່ມີຜົນປະໂຫຍດ ຫຼື ມີຄວາມໝາຍ ຖ້າຍັງມີການສືບຕໍ່ກໍາຈັດມານຮ້າຍ ເພາະວ່າມັນຈະເຮັດໃຫ້ການລົບລ້າງທໍາມະຊາດແຫ່ງຄວາມຜິດບາບຂອງມະນຸດຫຼົ້ມເຫຼວ ແລະ ມະນຸດກໍຈະຢຸດຢູ່ໃນການໃຫ້ອະໄພບາບຂອງພວກເຂົາ. ໂດຍຜ່ານການຖວາຍບາບ ມະນຸດໄດ້ຮັບການໃຫ້ອະໄພຈາກຄວາມຜິດບາບຂອງພວກເຂົາ ນັ້ນກໍຄືຍ້ອນພາລະກິດຂອງການໄຖ່ບາບດ້ວຍການຄຶງເທິງໄມ້ກາງແຂນໄດ້ສິ້ນສຸດລົງ ແລະ ຍ້ອນພຣະເຈົ້າໄດ້ເອົາຊະນະຊາຕານ ມະນຸດຈຶ່ງໄດ້ຮັບການໃຫ້ອະໄພຄວາມຜິດບາບ. ແຕ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດຍັງຄົງເສື່ອມຊາມຢູ່ ມະນຸດຍັງສາມາດສ້າງບາບ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພຣະເຈົ້າຍັງບໍ່ ໄດ້ຖືກຮັບເອົາໂດຍມະນຸດ. ດ້ວຍເຫດນັ້ນ ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າຈຶ່ງໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອຊາມຂອງມະນຸດ ເພື່ອເຮັດໃຫ້ພວກເຂົາປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ. ຂັ້ນຕອນນີ້ແມ່ນມີຄວາມໝາຍກວ່າຂັ້ນຕອນທີ່ຜ່ານມາ ພ້ອມທັງມີຜົນປະໂຫນດຫຼາຍກວ່າ ເພາະວ່າເປັນຍຸກແຫ່ງພຣະທໍາທີ່ສະໜອງຊີວິດຂອງມະນຸດໂດຍກົງ ແລະ ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່ທັງໝົດ; ເປັນຂັ້ນຕອນຂອງພາລະກິດທີ່ລະອຽດຂຶ້ນຫຼາຍ. ສະນັ້ນ ການບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ສໍາເລັດຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ສໍາເລັດແຜນການຄຸ້ມຄອງຂອງພຣະເຈົ້າຢ່າງສົມບູນເພື່ອຄວາມລອດພົ້ນຂອງມະນຸດ.

ການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າບໍ່ໄດ້ປະຕິບັດໂດຍໃຊ້ວິທີການຂອງພຣະວິນຍານ ແລະ ຕົວຕົນຂອງພຣະວິນຍານໂດຍກົງ, ຍ້ອນມະນຸດບໍ່ສາມາດສຳຜັດ ຫຼື ເຫັນພຣະວິນຍານຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດຫຍັບເຂົ້າໃກ້ໄດ້. ຖ້າພຣະອົງພະຍາຍາມຊ່ວຍມະນຸດໃຫ້ລອດພົ້ນໃນລັກສະນະຂອງພຣະວິນຍານ, ມະນຸດກໍຈະບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ຖ້າພຣະເຈົ້າບໍ່ໄດ້ສວມໃສ່ຮູບຮ່າງພາຍນອກຂອງມະນຸດທີ່ຖືກສ້າງ, ມັນກໍຈະບໍ່ມີທາງທີ່ມະນຸດຈະຮັບເອົາຄວາມລອດພົ້ນນີ້ໄດ້. ຍ້ອນມະນຸດບໍ່ມີຫົນທາງໃນການເຂົ້າຫາພຣະອົງ, ເຊັ່ນດຽວກັນ ບໍ່ມີຜູ້ໃດສາມາດເຂົ້າໃກ້ກ້ອນເມກຂອງພຣະເຢໂຮວາໄດ້. ມີພຽງການກາຍມາເປັນມະນຸດທີ່ຖືກສ້າງເທົ່ານັ້ນ, ນັ້ນກໍຄື ມີພຽງແຕ່ການເອົາພຣະທຳຂອງພຣະອົງສະຖິດເຂົ້າໃນຮ່າງກາຍຂອງມະນຸດທີ່ພຣະອົງບັງເກີດເຂົ້າສູ່ເທົ່ານັ້ນ ພຣະອົງຈຶ່ງຈະສາມາດປະຕິບັດພາລະກິດພຣະທຳໃນທຸກຄົນທີ່ຕິດຕາມພຣະອົງໄດ້ເປັນການສ່ວນຕົວ. ແລ້ວເມື່ອນັ້ນ ມະນຸດຈຶ່ງຈະສາມາດເຫັນ ແລະ ໄດ້ຍິນພຣະທຳຂອງພຣະອົງດ້ວຍຕົວເຂົາເອງ ແລະ ຍິ່ງໄປກວ່ານັ້ນກໍຈະໄດ້ເຂົ້າສູ່ການຄອບຄອງຂອງພຣະທຳຂອງພຣະອົງ ແລະ ດ້ວຍວິທີນີ້ຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ບໍ່ມີມະນຸດຄົນໃດທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອສາມາດຮັບເອົາຄວາມລອດພົ້ນອັນຍິ່ງໃຫຍ່ດັ່ງກ່າວນີ້ໄດ້ ຫຼື ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໂດຍກົງໃນທ່າມກາງມະນຸດ, ມະນຸດຊາດທັງປວງກໍຈະຖືກໂຈມຕີໃຫ້ລົ້ມລົງ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍບໍ່ມີທາງຈະໄດ້ສຳຜັດກັບພຣະເຈົ້າ, ພວກເຂົາຈະຖືກຊາຕານຈັບເປັນຊະເລີຍຢ່າງສົມບູນ. ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ. ສະນັ້ນ ໃນທັງສາມຂັ້ນຕອນຂອງພາລະກິດ, ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ສອງຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນັ້ນກໍເພາະວ່າ ມີພຽງໜຶ່ງໃນສາມຂັ້ນຕອນຂອງພາລະກິດເທົ່ານັ້ນທີ່ເປັນການນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ, ໃນຂະນະທີ່ອີກສອງຂັ້ນຕອນປະກອບດ້ວຍພາລະກິດແຫ່ງຄວາມລອດພົ້ນ. ມີພຽງແຕ່ການກາຍມາເປັນເນື້ອໜັງເທົ່ານັ້ນ ພຣະເຈົ້າຈຶ່ງສາມາດດຳລົງຊີວິດຢູ່ຄຽງຂ້າງກັບມະນຸດ, ຜະເຊີນກັບການທົນທຸກໃນໂລກ ແລະ ດຳລົງຊີວິດໃນຮ່າງກາຍເນື້ອໜັງທຳມະດາ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດສະໜອງຫົນທາງທີ່ເປັນຈິງໃຫ້ກັບມະນຸດໄດ້ ເຊິ່ງເປັນສິ່ງທີ່ພວກເຂົາຕ້ອງການໃນຖານະສິ່ງຖືກສ້າງ. ມັນແມ່ນຜ່ານການບັງເກີດເປັນມະນຸດຂອງພຣະເຈົ້າ ມະນຸດຈຶ່ງໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຢ່າງສົມບູນ ແລະ ບໍ່ແມ່ນໄດ້ຮັບມາຈາກສະຫວັນໂດຍກົງຍ້ອນຄໍາອະທິຖານຂອງເຂົາ. ເພາະວ່າມະນຸດມາຈາກເນື້ອໜັງ ເຂົາຈຶ່ງບໍ່ມີທາງເຫັນພຣະວິນຍານຂອງພຣະເຈົ້າໄດ້, ແຮງໄກທີ່ເຂົາຈະເຂົ້າເຖິງພຣະວິນຍານຂອງພຣະອົງ. ສິ່ງທີ່ມະນຸດສຳຜັດລ້ວນແລ້ວແຕ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ມະນຸດຈຶ່ງສາມາດເຂົ້າໃຈຫົນທາງທັງໝົດ ແລະ ຄວາມຈິງທັງໝົດ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ. ການບັງເກີດຄັ້ງທີສອງແມ່ນພຽງພໍທີ່ຈະກຳຈັດຄວາມຜິດບາບຂອງມະນຸດ ແລະ ເພື່ອເຮັດໃຫ້ເຂົາບໍລິສຸດຢ່າງສົມບູນ. ສະນັ້ນ ຍ້ອນການບັງເກີດເປັນມະນຸດຄັ້ງທີສອງ ພາລະກິດທັງໝົດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງຈະນໍາໄປສູ່ຈຸດສິ້ນສຸດ ແລະ ສຸດທ້າຍ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະຖືກເຮັດໃຫ້ສໍາເລັດ. ຫຼັງຈາກນັ້ນ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງກໍຈະສິ້ນສຸດລົງທັງໝົດ. ຫຼັງຈາກການເກີດເປັນມະນຸດຄັ້ງທີສອງ, ພຣະອົງຈະບໍ່ເກີດເປັນມະນຸດເປັນຄັ້ງທີສາມເພື່ອປະຕິບັດພາລະກິດຂອງພຣະອົງ. ນັ້ນກໍຍ້ອນວ່າ ການຄຸ້ມຄອງທັງໝົດຂອງພຣະອົງແມ່ນເຖິງຈຸດສິ້ນສຸດແລ້ວ. ການບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນການຮັບເອົາຄົນທີ່ພຣະອົງໄດ້ເລືອກໄວ້ຢ່າງສົມບູນ ແລະ ມະນຸດຊາດທັງປວງໃນຍຸກສຸດທ້າຍແມ່ນຈະຖືກແບ່ງອອກຕາມປະເພດຂອງພວກເຂົາ. ພຣະອົງຈະບໍ່ປະຕິບັດພາລະກິດແຫ່ງຄວາມລອດພົ້ນອີກຕໍ່ໄປ ຫຼື ພຣະອົງຈະບໍ່ກັບຄືນສູ່ເນື້ອໜັງເພື່ອປະຕິບັດພາລະກິດໃດໜຶ່ງອີກ. ໃນພາລະກິດຂອງຍຸກສຸດທ້າຍ, ພຣະທຳແມ່ນຍິ່ງໃຫຍ່ກວ່າການສະແດງໝາຍສຳຄັນ ແລະ ຄວາມອັດສະຈັນ ແລະ ສິດອຳນາດຂອງພຣະທຳກໍຢູ່ເໜືອໝາຍສຳຄັນ ແລະ ສິ່ງອັດສະຈັນທັງປວງ. ພຣະທຳເປີດໂປງອຸປະນິໄສທີ່ເສື່ອມຊາມທັງໝົດທີ່ຖືກຝັງເລິກຢູ່ໃນຫົວໃຈຂອງມະນຸດ. ເຈົ້າບໍ່ມີທາງຮູ້ສິ່ງເຫຼົ່ານັ້ນດ້ວຍຕົວເຈົ້າເອງໄດ້. ເມື່ອສິ່ງເຫຼົ່ານັ້ນຖືກເປີດເຜີຍອອກຕໍ່ໜ້າເຈົ້າຜ່ານພຣະທຳ, ເຈົ້າກໍຈະຄົ້ນພົບສິ່ງເຫຼົ່ານັ້ນໂດຍທຳມະຊາດ; ເຈົ້າຈະບໍ່ສາມາດປະຕິເສດສິ່ງເຫຼົ່ານັ້ນໄດ້ ແລະ ເຈົ້າກໍຈະເຊື່ອຢ່າງແທ້ຈິງ. ນີ້ບໍ່ແມ່ນສິດອຳນາດຂອງພຣະທຳບໍ? ນີ້ແມ່ນຜົນທີ່ພາລະກິດແຫ່ງພຣະທຳໄດ້ບັນລຸໃນປັດຈຸບັນ. ສະນັ້ນ ມັນບໍ່ແມ່ນຜ່ານການຮັກສາຄົນເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ ມະນຸດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາຢ່າງສົມບູນ ຫຼື ມັນບໍ່ແມ່ນຜ່ານການສະແດງໝາຍສໍາຄັນ ແລະ ການເຮັດໃນສິ່ງອັດສະຈັນທີ່ພວກເຂົາສາມາດຖືກເຮັດໃຫ້ສົມບູນຢ່າງແທ້ຈິງໄດ້. ລິດອຳນາດໃນການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍນັ້ນເປັນພຽງການໃຫ້ຄວາມເມດຕາກະລຸນາຕໍ່ມະນຸດເທົ່ານັ້ນ, ແຕ່ເນື້ອໜັງຂອງມະນຸດຍັງເປັນຂອງຊາຕານ ແລະ ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມກໍຍັງຄົງຢູ່ພາຍໃນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ສິ່ງທີ່ຍັງບໍ່ຖືກເຮັດໃຫ້ສະອາດກໍຍັງເປັນສ່ວນໜຶ່ງຂອງຄວາມຜິດບາບ ແລະ ຄວາມສົກກະປົກຢູ່. ມີພຽງແຕ່ຫຼັງຈາກທີ່ເຂົາຖືກເຮັດໃຫ້ບໍລິສຸດຜ່ານການປະຕິບັດຂອງພຣະທຳ ເຂົາຈຶ່ງຈະສາມາດຖືກຮັບເອົາໂດຍພຣະເຈົ້າ ແລະ ກາຍມາເປັນມະນຸດທີ່ສັກສິດ. ເມື່ອມານຮ້າຍຖືກຂັບໄລ່ອອກຈາກມະນຸດ ແລະ ພວກເຂົາຖືກໄຖ່ບາບ, ສິ່ງນີ້ພຽງແຕ່ໝາຍຄວາມວ່າ ພວກເຂົາໄດ້ລອດພົ້ນຈາກມືຂອງຊາຕານ ແລະ ກັບຄືນສູ່ພຣະເຈົ້າ. ເຖິງຢ່າງໃດກໍຕາມ ຫາກປາສະຈາກການຖືກເຮັດໃຫ້ບໍລິສຸດ ຫຼື ຖືກປ່ຽນແປງໂດຍພຣະເຈົ້າ, ພວກເຂົາກໍຍັງຈະເປັນມະນຸດທີ່ເສື່ອມຊາມ. ພາຍໃນມະນຸດກໍຍັງຈະມີຄວາມສົກກະປົກ, ມີການຕໍ່ຕ້ານ ແລະ ກະບົດ; ມະນຸດພຽງແຕ່ກັບຄືນຫາພຣະເຈົ້າຜ່ານການໄຖ່ບາບຂອງພຣະອົງເທົ່ານັ້ນ, ແຕ່ເຂົາບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າ ແລະ ຍັງສາມາດຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ. ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ. ຕົວຢ່າງເຊັ່ນ ເມື່ອຜູ້ຄົນເຂົ້າໃຈວ່າ ພວກເຂົາສືບເສື້ອຊາຍມາຈາກໂມອາບ, ພວກເຂົາໄດ້ແຕ່ຕໍ່ວ່າ, ພາກັນເຊົາສະແຫວງຫາຊີວິດ ແລະ ເປັນກຸ່ມຄົນທີ່ຄິດລົບທີ່ສຸດ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນບໍວ່າ ມະນຸດຊາດບໍ່ສາມາດຍອມຢູ່ພາຍໃຕ້ອຳນາດຂອງພຣະເຈົ້າໄດ້ຢ່າງສົມບູນ? ນີ້ບໍ່ແມ່ນອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງພວກເຂົາແທ້ບໍ? ເມື່ອເຈົ້າບໍ່ໄດ້ຕົກຢູ່ພາຍໃຕ້ການຂ້ຽນຕີ, ພາຍໃຕ້ການພິພາກສາ, ເຈົ້າກໍຈະຍົກມືຂຶ້ນສູງກວ່າຄົນອື່ນ, ຍົກສູງກວ່າພຣະເຢຊູອີກ. ແລ້ວກໍພາກັນໂຮ່ຮ້ອງອອກມາຢ່າງແຮງວ່າ “ຈົ່ງເປັນບຸດຊາຍອັນເປັນທີ່ຮັກຂອງພຣະເຈົ້າ! ຈົ່ງເປັນມິດສະຫາຍຂອງພຣະເຈົ້າ! ພວກຂ້ານ້ອຍຈະຂໍຕາຍດີກວ່າກົ້ມຫົວລົງໃຫ້ກັບຊາຕານ! ຈົ່ງກະບົດຕໍ່ຊາຕານເຖົ້າ! ຈົ່ງກະບົດຕໍ່ມັງກອນແດງໃຫຍ່! ຂໍໃຫ້ມັງກອນແດງໃຫຍ່ສູນເສຍອຳນາດຢ່າງໜ້າສັງເວດ! ຂໍໃຫ້ພຣະເຈົ້າຈົ່ງເຮັດໃຫ້ພວກຂ້ານ້ອຍສົມບູນ!” ສຽງຮ້ອງໂຮ່ຂອງເຈົ້າແມ່ນກ້ອງດັງກວ່າຄົນອື່ນໆ. ແຕ່ເມື່ອເຖິງເວລາແຫ່ງການຂ້ຽນຕີ, ນິໄສອັນເສື່ອມຊາມຂອງມະນຸດຊາດກໍສະແດງອອກມາໃຫ້ເຫັນອີກກຄັ້ງ. ສຽງຮ້ອງໂຮ່ຂອງພວກເຂົາກໍມິດລົງ ແລະ ຄວາມເດັດດ່ຽວຂອງພວກເຂົາກໍລົ້ມເຫຼວ. ນີ້ແມ່ນຄວາມເສື່ອມຊາມຂອງມະນຸດ ທີ່ຝັງເລິກກວ່າຄວາມຜິດບາບ, ມັນແມ່ນສິ່ງທີ່ຊາຕານໄດ້ປູກຝັງໄວ້ ແລະ ໄດ້ຝັງເລິກຢູ່ພາຍໃນມະນຸດ. ມັນບໍ່ງ່າຍທີ່ມະນຸດຈະມາຮູ້ຈັກກັບຄວາມຜິດບາບຂອງເຂົາ; ເຂົາບໍ່ມີທາງຮູ້ຈັກທຳມະຊາດທີ່ຝັງແໜ້ນໃນຕົວເຂົາ ແລະ ຕ້ອງເພິ່ງພາການພິພາກສາຂອງພຣະທຳເພື່ອບັນລຸຜົນນີ້. ມີພຽງແຕ່ດ້ວຍວິທີ່ນີ້ ນຸດຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍຈາກຈຸດນີ້ເປັນຕົ້ນໄປ. ໃນອະດີດ ມະນຸດຮ້ອງຂຶ້ນແບບນັ້ນກໍເພາະວ່າເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບນິໄສເດີມທີ່ເສື່ອມຊາມຂອງເຂົາ. ສິ່ງເຫຼົ່ານີ້ແມ່ນຄວາມບໍ່ບໍລິສຸດທີ່ມີຢູ່ພາຍໃນມະນຸດ. ທົ່ວທັງໄລຍະເວລາທີ່ຍາວນານແຫ່ງການພິພາກສາ ແລະ ການຂ້ຽນຕີ, ມະນຸດດຳລົງຊີວິດຢູ່ໃນບັນຍາກາດຄວາມຕຶງຄຽດ. ສິ່ງນີ້ລ້ວນແລ້ວແຕ່ບໍ່ໄດ້ຖືກບັນລຸຜ່ານການປະຕິບັດງານຂອງພຣະທຳບໍ? ເຈົ້າບໍ່ໄດ້ຮ້ອງອອກເປັນສຽງດັງກ່ອນການທົດລອງຂອງຜູ້ເຮັດບໍລິການບໍ? “ຈົ່ງເຂົ້າສູ່ອານາຈັກ! ທຸກຄົນທີ່ຍອມຮັບເອົານາມນີ້ຈະເຂົ້າສູ່ອານາຈັກ! ທຸກຄົນຈະມີສ່ວນຮ່ວມກັບພຣະເຈົ້າ!” ເມື່ອການທົດລອງຂອງຜູ້ເຮັດບໍລິການມາເຖິງ, ເຈົ້າຈະບໍ່ຮ້ອງອອກສຽງດັງອີກຕໍ່ໄປ. ໃນເບື້ອງຕົ້ນນັ້ນ, ທຸກຄົນຮ້ອງອອກມາວ່າ “ໂອພຣະເຈົ້າ! ບໍ່ວ່າພຣະອົງຈະວາງຂ້ານ້ອຍໄວ້ຢູ່ໃສກໍຕາມ, ຂ້ານ້ອຍຈະຍອມໃຫ້ພຣະອົງນໍາພາ”. ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າທີ່ວ່າ “ຜູ້ໃດຈະເປັນໂປໂລຂອງເຮົາ?” ມະນຸດກໍເວົ້າວ່າ “ຂ້ານ້ອຍເຕັມໃຈ!” ແລ້ວເຂົາກໍເຫັນພຣະທຳທີ່ວ່າ “ແລ້ວຄວາມເຊື່ອຂອງໂຢບເດ?” ແລະ ເວົ້າວ່າ “ຂ້ານ້ອຍເຕັມໃຈທີ່ຈະຮັບເອົາຄວາມເຊື່ອຂອງໂຢບ. ພຣະເຈົ້າກະລຸນາທົດສອບຂ້ານ້ອຍດ້ວຍເຖີດ!” ເມື່ອການທົດລອງຂອງຜູ້ເຮັບບໍລິການມາເຖິງ, ເຂົາກໍລົ້ມລົງທັນທີ ແລະ ເກືອບບໍ່ສາມາດລຸກຂຶ້ນອີກຄັ້ງ. ຫຼັງຈາກນັ້ນ ຄວາມບໍ່ບໍລິສຸດທີ່ຢູ່ໃນຫົວໃຈຂອງມະນຸດກໍຫຼຸດລົງເທື່ອລະໜ້ອຍ. ສິ່ງນີ້ບໍ່ແມ່ນຖືກບັນລຸຜົນຜ່ານທາງພຣະທຳບໍ? ດັ່ງນັ້ນ ສິ່ງທີ່ພວກເຈົ້າໄດ້ຜະເຊີນໃນປັດຈຸບັນນີ້ ແມ່ນຜົນສໍາເລັດຜ່ານທາງພຣະທຳ, ເຊິ່ງຍິ່ງໃຫຍ່ກວ່າສິ່ງທີ່ຜູ້ຄົນໄດ້ຮັບຜ່ານການສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນຂອງພຣະເຢຊູ. ຄວາມສະຫງ່າລາສີຂອງພຣະເຈົ້າທີ່ເຈົ້າເຫັນ ແລະ ລິດອຳນາດຂອງພຣະເຈົ້າທີ່ເຈົ້າເຫັນບໍ່ແມ່ນພຽງເຫັນຈາກວິທີການຄຶງໃສ່ໄມ້ກາງແຂນ, ຈາກວິທີແຫ່ງການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ, ແຕ່ໄດ້ເຫັນດ້ວຍວິທີແຫ່ງການພິພາກສາຈາກພຣະທຳຂອງພຣະອົງ. ສິ່ງນີ້ສະແດງໃຫ້ເຈົ້າເຫັນວ່າ ລິດອຳນາດ ແລະ ລິດທານຸພາບຂອງພຣະເຈົ້າບໍ່ໄດ້ປະກອບດ້ວຍການສ້າງໝາຍສຳຄັນ, ການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ມານຮ້າຍ, ແຕ່ປະກອບດ້ວຍການພິພາກສາໂດຍພຣະທຳເຊິ່ງເປັນວິທີການທີ່ສາມາດເປັນຕົວແທນໃຫ້ກັບລິດອຳນາດຂອງພຣະເຈົ້າ ແລະ ເປີດເຜີຍຄວາມຍິ່ງໃຫຍ່ຂອງພຣະອົງໄດ້ດີກວ່າ. 

ສິ່ງທີ່ມະນຸດໄດ້ບັນລຸໃນປັດຈຸບັນ, ວຸດທິພາວະ, ຄວາມຮູ້, ຄວາມຮັກ, ຄວາມຊື່ສັດ, ຄວາມເຊື່ອຟັງ ແລະ ຄວາມເຂົ້າໃຈໃນປັດຈຸບັນຂອງເຂົາ, ສິ່ງເຫຼົ່ານີ້ແມ່ນຜົນມາຈາກການພິພາກສາຂອງພຣະທຳ. ການທີ່ເຈົ້າສາມາດມີຄວາມຊື່ສັດ ແລະ ຍັງຄົງຢືນຢູ່ຈົນເຖິງທຸກມື້ນີ້ກໍແມ່ນມາຈາກການປະຕິບັດຂອງພຣະທຳ. ບັດນີ້ ມະນຸດເຫັນວ່າພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນພິເສດແທ້ໆ ແລະ ມີຫຼາຍສິ່ງໃນພາລະກິດດັ່ງກ່າວນັ້ນທີ່ມະນຸດບໍ່ສາມາດບັນລຸໄດ້; ສິ່ງເຫຼົ່ານີ້ແມ່ນຄວາມເລິກລັບ ແລະ ການອັດສະຈັນ. ສະນັ້ນ ຫຼາຍຄົນຈຶ່ງຍອມຈຳນົນ. ບາງຄົນບໍ່ເຄີຍຍອມຕໍ່ມະນຸດຄົນໃດຈັກເທື່ອຕັ້ງແຕ່ມື້ເກີດຂອງພວກເຂົາ, ແຕ່ເມື່ອພວກເຂົາໄດ້ເຫັນພຣະທຳຂອງພຣະເຈົ້າໃນມື້ນີ້ ພວກເຂົາກໍຍອມຢ່າງສົມບູນໂດຍບໍ່ຮູ້ສຶກຕົວ ແລະ ບໍ່ກ້າກວດສອບ ຫຼື ເວົ້າສິ່ງອື່ນໆອີກ. ມະນຸດຊາດໄດ້ຕົກຢູ່ພາຍໃຕ້ພຣະທຳ ແລະ ນອນກາບລົງພາຍໃຕ້ການພິພາກສາຂອງພຣະທຳ. ຖ້າພຣະວິນຍານຂອງພຣະເຈົ້າກ່າວຕໍ່ມະນຸດໂດຍກົງ, ແລ້ວມະນຸດທຸກຄົນກໍຍິນຍອມຕໍ່ສຽງຂອງພຣະອົງ ແລະ ກົ້ມຫົວລົ້ມລົງໂດຍບໍ່ມີການເປີດເຜີຍຂໍ້ພຣະທໍາໃດໆ ຄ້າຍຄືກັບທີ່ໂປໂລລົ້ມລົງຂາບພື້ນພາຍໃຕ້ແສງສະຫວ່າງໃນຫົນທາງໄປສູ່ເມືອງດາມັດກັດ. ຖ້າພຣະເຈົ້າສືບຕໍ່ປະຕິບັດພາລະກິດແບບນີ້, ມະນຸດກໍຈະບໍ່ສາມາດຮູ້ຈັກຄວາມເສື່ອມຊາມຂອງເຂົາເອງຜ່ານທາງການພິພາກສາໂດຍພຣະທຳ ແລະ ກໍບໍ່ສາມາດຮັບເອົາຄວາມລອດພົ້ນໄດ້. ມີພຽງແຕ່ໂດຍການກາຍມາເປັນເນື້ອໜັງ ພຣະອົງຈຶ່ງສາມາດກ່າວພຣະທຳຂອງພຣະອົງເຂົ້າໃສ່ຫູຂອງມະນຸດແຕ່ລະຄົນດ້ວຍຕົວພຣະອົງເອງໄດ້, ເພື່ອວ່າທຸກຄົນທີ່ມີຫູກໍຈະໄດ້ຍິນພຣະທຳຂອງພຣະອົງ ແລະ ຮັບເອົາພາລະກິດແຫ່ງການພິພາກສາໂດຍພຣະທຳຂອງພຣະອົງ. ມີພຽງແຕ່ດ້ວຍວິທີນີ້ຈຶ່ງຈະໄດ້ຮັບຜົນຈາກພຣະທຳຂອງພຣະອົງ, ແທນທີ່ຈະໃຫ້ພຣະວິນຍານປາກົດຕົວຂຶ້ນເພື່ອເຮັດໃຫ້ມະນຸດຢ້ານຈົນຍອມຈຳນົນ. ມີພຽງຜ່ານທາງພາລະກິດຕົວຈິງ ແລະ ພິເສດນີ້ເທົ່ານັ້ນ ອຸປະນິໄສເກົ່າຂອງມະນຸດ ທີ່ຝັງເລິກຢູ່ພາຍໃນເປັນເວລາຫຼາຍປີ ຈຶ່ງຈະສາມາດຖືກເປີດເຜີຍຢ່າງສົມບູນ, ເພື່ອວ່າມະນຸດຈະຮູ້ຈັກສິ່ງນັ້ນ ແລະ ປ່ຽນແປງມັນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນພາລະກິດຕົວຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງພຣະອົງຈະບັນລຸຜົນແຫ່ງການພິພາກສາຕໍ່ມະນຸດໂດຍພຣະທຳ ດ້ວຍການເວົ້າ ແລະ ການປະຕິບັດການພິພາກສາໃນລັກສະນະຕົວຈິງ. ນີ້ແມ່ນລິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ມັນຖືກປະຕິບັດເພື່ອເຮັດໃຫ້ລິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນທີ່ຮູ້ຈັກ, ເພື່ອເຮັດໃຫ້ຜົນຮັບທີ່ມາຈາກພາລະກິດແຫ່ງພຣະທຳເປັນທີ່ຮູ້ຈັກ ແລະ ເພື່ອເຮັດໃຫ້ເປັນທີ່ຮູ້ຈັກວ່າພຣະວິນຍານໄດ້ມາຢູ່ໃນເນື້ອໜັງ ແລະ ສະແດງລິດອຳນາດຂອງພຣະອົງຜ່ານການພິພາກສາມະນຸດໂດຍພຣະທຳ. ເຖິງແມ່ນເນື້ອໜັງຂອງພຣະອົງເປັນຮູບລັກສະນະພາຍນອກຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ທຳມະດາ, ແຕ່ສິ່ງນັ້ນກໍຄືຜົນຮັບມາຈາກພຣະທຳຂອງພຣະອົງ ເພື່ອສະແດງໃຫ້ມະນຸດເຫັນວ່າ ພຣະອົງເຕັມໄປດ້ວຍລິດອຳນາດ, ພຣະອົງເປັນພຣະເຈົ້າເອງ ແລະ ພຣະທຳຂອງພຣະອົງເປັນການສະແດງອອກຂອງພຣະອົງເອງ. ດ້ວຍສິ່ງນີ້ ມະນຸດຊາດທັງປວງກໍຈະໄດ້ເຫັນວ່າພຣະອົງເປັນພຣະເຈົ້າ, ພຣະອົງເປັນພຣະເຈົ້າທີ່ກາຍມາເປັນເນື້ອໜັງ ແລະ ບໍ່ມີໃຜສາມາດລ່ວງເກີນພຣະອົງໄດ້ ແລະ ບໍ່ມີໃຜສາມາດຢູ່ເໜືອການພິພາກສາໂດຍພຣະທຳຂອງພຣະອົງ ແລະ ບໍ່ມີກອງກຳລັງແຫ່ງຄວາມມືດໃດສາມາດເອົາຊະນະລິດອຳນາດຂອງພຣະອົງໄດ້. ມະນຸດຍອມພຣະອົງທັງໝົດກໍເພາະວ່າພຣະອົງເປັນພຣະທຳທີ່ກາຍມາເປັນເນື້ອໜັງ, ຍ້ອນລິດອຳນາດຂອງພຣະອົງ ແລະ ຍ້ອນການພິພາກສາໂດຍພຣະທຳຂອງພຣະອົງ. ພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງໄດ້ນໍາມາລິດອຳນາດທີ່ພຣະອົງມີ. ເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງກາຍມາເປັນເນື້ອໜັງກໍຍ້ອນເນື້ອໜັງຍັງສາມາດມີສິດອຳນາດ ແລະ ພຣະອົງກໍສາມາດປະຕິບັດພາລະກິດໃນລັກສະນະຕົວຈິງທ່າມກາງມະນຸດຊາດ, ໃນລັກສະນະທີ່ມະນຸດສາມາດເຫັນ ແລະ ຈັບຕ້ອງໄດ້. ພາລະກິດນີ້ແມ່ນເປັນຈິງຫຼາຍກວ່າພາລະກິດທີ່ພຣະວິນຍານຂອງພຣະເຈົ້າປະຕິບັດໂດຍກົງ ຜູ້ເຊິ່ງມີສິດອຳນາດທັງໝົດ ແລະ ຜົນຕາມມາຂອງພາລະກິດນັ້ນກໍເຫັນໄດ້ຢ່າງຊັດເຈນ. ນີ້ກໍຍ້ອນວ່າ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າສາມາດເວົ້າ ແລະ ປະຕິບັດພາລະກິດໃນລັກສະນະຕົວຈິງ. ຮູບຮ່າງພາຍນອກຂອງເນື້ອໜັງຂອງພຣະອົງບໍ່ມີລິດອຳນາດ ແລະ ມະນຸດກໍສາມາດເຂົ້າເຖິງໄດ້, ໃນຂະນະທີ່ທາດແທ້ຂອງພຣະອົງມີລິດອຳນາດ, ແຕ່ບໍ່ມີໃຜສາມາດເຫັນລິດອຳນາດຂອງພຣະອົງໄດ້. ເມື່ອພຣະອົງກ່າວ ແລະ ປະຕິບັດພາລະກິດ, ມະນຸດບໍ່ສາມາດກວດພົບລິດອຳນາດຂອງພຣະອົງໄດ້; ສິ່ງນີ້ຊ່ວຍໃຫ້ພຣະອົງປະຕິບັດພາລະກິດຢ່າງເປັນທໍາຊາດແທ້ຈິງ. ແລ້ວພາລະກິດທີ່ເປັນຈິງທັງໝົດນີ້ແມ່ນສາມາດບັນລຸຜົນໄດ້ຢ່າງສົມບູນ. ເຖິງແມ່ນບໍ່ມີໃຜຮູ້ວ່າພຣະອົງມີລິດອຳນາດ ຫຼື ເຫັນວ່າພຣະອົງບໍ່ຄວນຖືກລ່ວງເກີນ ຫຼື ເຫັນເຖິງຄວາມໂກດຮ້າຍຂອງພຣະອົງ, ພຣະອົງກໍບັນລຸຜົນຕາມເຈດຕະນາຂອງພຣະທຳຂອງພຣະອົງຜ່ານລິດອຳນາດທີ່ລີ້ລັບຂອງພຣະອົງ, ຜ່ານຄວາມໂກດຮ້າຍທີ່ລີ້ລັບຂອງພຣະອົງ ແລະ ຜ່ານພຣະທຳທີ່ພຣະອົງກ່າວຢ່າງເປີດເຜີຍ. ເວົ້າອີກຢ່າງໜຶ່ງກໍຄື ຜ່ານທາງນໍ້າສຽງຂອງພຣະອົງ, ຄວາມເດັດຂາດຂອງຖ້ອຍຄຳຂອງພຣະອົງ ແລະ ສະຕິປັນຍາທັງໝົດຂອງພຣະທຳຂອງພຣະອົງ, ມະນຸດຈຶ່ງພາກັນເຊື່ອຢ່າງສິ້ນເຊີງ. ໃນລັກສະນະນີ້ ມະນຸດຍອມອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຜູ້ທີ່ເບິ່ງຄືວ່າ ບໍ່ມີລິດອຳນາດ, ດ້ວຍເຫດນັ້ນຈຶ່ງບັນລຸຕາມເປົ້າໝາຍຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ. ນີ້ແມ່ນອີກດ້ານໜຶ່ງຂອງຄວາມໝາຍຂອງການບັງເກີດເປັນມະນຸດ: ເພື່ອກ່າວຢ່າງເປັນຈິງຫຼາຍຂຶ້ນ ແລະ ປ່ອຍໃຫ້ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງມີຜົນສະທ້ອນໃນມະນຸດ, ເພື່ອວ່າ ມະນຸດຈະໄດ້ເປັນພະຍານເຖິງລິດອຳນາດແຫ່ງພຣະທຳຂອງພຣະເຈົ້າ. ສະນັ້ນ ພາລະກິດນີ້ ຖ້າບໍ່ຖືກປະຕິບັດຜ່ານການບັງເກີດເປັນມະນຸດ ມັນກໍຈະບໍ່ສາມາດບັນລຸຜົນໄດ້ແມ່ນແຕ່ໜ້ອຍດຽວ ແລະ ບໍ່ສາມາດຊ່ວຍຄົນຜິດບາບໃຫ້ລອດພົ້ນໄດ້ຢ່າງສົມບູນ. ຖ້າພຣະເຈົ້າບໍ່ກາຍມາເປັນເນື້ອໜັງ, ພຣະອົງກໍຈະຍັງຄົງເປັນພຣະວິນຍານທີ່ມະນຸດບໍ່ສາມາດເຫັນ ແລະ ຈັບຕ້ອງໄດ້. ຍ້ອນມະນຸດເປັນສິ່ງທີ່ສ້າງຈາກເນື້ອໜັງ, ເຂົາ ແລະ ພຣະເຈົ້າຈຶ່ງຢູ່ໃນໂລກສອງໂລກທີ່ແຕກຕ່າງກັນ ແລະ ມີທຳມະຊາດທີ່ແຕກຕ່າງກັນ. ພຣະວິນຍານຂອງພຣະເຈົ້າບໍ່ສາມາດເຂົ້າກັນກັບມະນຸດໄດ້ ຜູ້ທີ່ມີເນື້ອໜັງ ແລະ ບໍ່ມີທາງທີຈະສ້າງຄວາມສຳພັນລະຫວ່າງພວກເຂົາໄດ້, ສ່ວນທີ່ວ່າມະນຸດບໍ່ສາມາດກາຍເປັນວິນຍານໄດ້ນັ້ນ ແມ່ນບໍ່ຕ້ອງເວົ້າເຖິງ. ເມື່ອເປັນແບບນີ້ ພຣະວິນຍານຂອງພຣະເຈົ້າກໍຕ້ອງກາຍມາເປັນສິ່ງທີ່ຖືກສ້າງເພື່ອປະຕິບັດພາລະກິດເດີມຂອງພຣະອົງ. ພຣະເຈົ້າສາມາດຂຶ້ນເມືອຍັງສະຖານທີ່ໆສູງທີ່ສຸດ ແລະ ຖ່ອມຕົວພຣະອົງລົງມາເພື່ອກາຍເປັນມະນຸດທີ່ຖືກສ້າງ, ປະຕິບັດພາລະກິດທ່າມກາງມະນຸດ ແລະ ດຳລົງຊີວິດຢູ່ທ່າມກາງພວກເຂົາ, ແຕ່ມະນຸດບໍ່ສາມາດຂຶ້ນເມືອສະຖານທີ່ໆສູງທີ່ສຸດ ແລະ ກາຍມາເປັນວິນຍານ ແລະ ແຮງໄກທີ່ເຂົາຈະສາມາດລົງໄປສູ່ສະຖານທີ່ໆຕໍ່າທີ່ສຸດ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງຕ້ອງກາຍມາເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ. ເຊັ່ນດຽວກັນ ໃນລະຫວ່າງການບັງເກີດເປັນມະນຸດຄັ້ງທຳອິດ ມີພຽງແຕ່ເນື້ອໜັງທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດໄຖ່ມະນຸດຜ່ານການຄຶງໃສ່ໄມ້ກາງແຂນໄດ້, ເພາະວ່າ ບໍ່ມີທາງທີ່ຈະສາມາດຄືງພຣະວິນຍານຂອງພະະເຈົ້າໃສ່ໄມ້ກາງແຂນເພື່ອເປັນເຄື່ອງຖວາຍບູຊາບາບໃຫ້ກັບມະນຸດໄດ້. ພຣະເຈົ້າສາມາດກາຍມາເປັນເນື້ອໜັງໂດຍກົງເພື່ອເຮັດໜ້າທີ່ເປັນເຄື່ອງຖວາຍບູຊາບາບໃຫ້ກັບມະນຸດ, ແຕ່ມະນຸດບໍ່ສາມາດຂຶ້ນເມືອສະຫວັນໂດຍກົງເພື່ອຮັບເອົາເຄື່ອງຖວາຍບູຊາບາບທີ່ພຣະເຈົ້າໄດ້ຈັດກຽມໄວ້ໃຫ້ເຂົາ. ເມື່ອເປັນດັ່ງນີ້ ສິ່ງທີ່ເປັນໄປໄດ້ກໍຄືໃຫ້ພຣະເຈົ້າສະເດັດໄປມາສອງສາມຄັ້ງລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ບໍ່ໃຫ້ມະນຸດຂຶ້ນເມືອສະຫວັນເພື່ອຮັບເອົາຄວາມລອດພົ້ນນີ້, ຍ້ອນມະນຸດໄດ້ຫຼົ້ມຈົມ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດຂຶ້ນເມືອສະຫວັນໄດ້ຢ່າງແນ່ນອນ ແລ້ວແຮງໄກທີ່ຈະຮັບເອົາເຄື່ອງຖວາຍບູຊາບາບ. ສະນັ້ນ ມັນຈຶ່ງຈຳເປັນຕ້ອງໃຫ້ພຣະເຢຊູສະເດັດມາຢູ່ທ່າມກາງມະນຸດ ແລະ ປະຕິບັດພາລະກິດທີ່ມະນຸດບໍ່ສາມາດເຮັດໃຫ້ສຳເລັດໄດ້. ທຸກຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງແມ່ນເກີດຈາກຄວາມຈຳເປັນ. ຖ້າຂັ້ນຕອນໃດໜຶ່ງຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ພຣະອົງກໍຈະບໍ່ຍອມຕໍ່ຄວາມອັບອາຍໃນການບັງເກີດເປັນມະນຸດເຊັ່ນນີ້.

ໃນຂັ້ນຕອນສຸດທ້າຍຂອງພາລະກິດ, ຜົນແມ່ນຖືກບັນລຸຜ່ານພຣະທຳ. ຜ່ານທາງພຣະທຳ, ມະນຸດຈຶ່ງໄດ້ເຂົ້າໃຈຄວາມເລິກລັບຫຼາຍຢ່າງ ແລະ ພາລະກິດທີ່ພຣະເຈົ້າໄດ້ປະຕິບັດຜ່ານຄົນຮຸ່ນອະດີດ; ຜ່ານທາງພຣະທຳ, ມະນຸດຈຶ່ງໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ; ຜ່ານພຣະທຳ, ມະນຸດຈຶ່ງເຂົ້າໃຈຄວາມເລິກລັບຕ່າງໆທີ່ຄົນຮຸ່ນຜ່ານມາບໍ່ເຄີຍເປີດເຜີຍໄດ້ຈັກເທື່ອ ພ້ອມທັງພາລະກິດຂອງຜູ້ປະກາດພຣະທຳ ແລະ ອັກຄະສາວົກໃນອະດີດ ແລະ ຫຼັກການທີ່ພວກເຂົາປະຕິບັດພາລະກິດກໍລ້ວນແລ້ວແຕ່ຜ່ານທາງພຣະທໍາ; ຜ່ານທາງພຣະທຳ ມະນຸດຈຶ່ງເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າ ພ້ອມທັງເຂົ້າໃຈຄວາມກະບົດ ແລະ ການຕໍ່ຕ້ານຂອງມະນຸດ ແລະ ມາຮູ້ຈັກທາດແທ້ຂອງຕົນເອງ. ຜ່ານທາງຂັ້ນຕອນເຫຼົ່ານີ້ຂອງພາລະກິດ ແລະ ຜ່ານທາງພຣະທຳທັງໝົດທີ່ໄດ້ກ່າວອອກມາ, ມະນຸດຈຶ່ງມາເຂົ້າໃຈພາລະກິດຂອງພຣະວິນຍານ, ເຂົ້າໃຈພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າໄດ້ປະຕິບັດ ແລະ ຍິ່ງໄປກວ່ານັ້ນກໍຄື ເຂົ້າໃຈອຸປະນິໄສທັງໝົດຂອງພຣະອົງ. ຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າໃນຫົກພັນປີຍັງຖືກໄດ້ຮັບຜ່ານທາງພຣະທຳ. ຄວາມຮູ້ກ່ຽວກັບແນວຄິດຜ່ານມາຂອງເຈົ້າ ແລະ ຄວາມສຳເລັດໃນການປະຖິ້ມແນວຄິດດັ່ງກ່າວນັ້ນກໍບໍ່ແມ່ນຍ້ອນພຣະທຳບໍ? ໃນຂັ້ນຕອນທີ່ຜ່ານມາ, ພຣະເຢຊູສ້າງໝາຍສຳຄັນ ແລະ ສິ່ງອັດສະຈັນ, ແຕ່ໃນຂັ້ນຕອນນີ້ແມ່ນບໍ່ມີໝາຍສຳຄັນ ແລະ ສິ່ງອັດສະຈັນໃດໆ. ຄວາມເຂົ້າໃຈຂອງເຈົ້າທີ່ວ່າ ເປັນຫຍັງພຣະອົງຈຶ່ງບໍ່ເປີດເຜີຍໝາຍສຳຄັນ ແລະ ສິ່ງອັດສະຈັນ ແມ່ນບໍ່ໄດ້ຖືກບັນລຸຜ່ານທາງພຣະທຳເຊັ່ນກັນບໍ? ສະນັ້ນ ພຣະທຳທີ່ກ່າວໃນຂັ້ນຕອນນີ້ຈຶ່ງຢູ່ເໜືອພາລະກິດທີ່ອັກຄະສາວົກ ແລະ ຜູ້ປະກາດພຣະທຳໃນຍຸກອະດີດປະຕິບັດກັນ. ແມ່ນແຕ່ການທຳນວາຍຂອງຜູ້ປະກາດພຣະທຳທີ່ໄດ້ທໍານວາຍໄວ້ກໍບໍ່ສາມາດບັນລຸຜົນນີ້ໄດ້. ຜູ້ປະກາດພຣະທຳກ່າວພຽງແຕ່ຄຳທຳນວາຍ, ພວກເຂົາກ່າວເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ, ແຕ່ບໍ່ແມ່ນກ່ຽວກັບພາລະກິດທີ່ພຣະເຈົ້າປາຖະໜາຈະປະຕິບັດໃນເວລານັ້ນ ຫຼື ພວກເຂົາບໍ່ໄດ້ກ່າວເພື່ອນໍາພາຊີວິດມະນຸດ ຫຼື ເພື່ອມອບຄວາມຈິງໃຫ້ກັບມະນຸດ ຫຼື ເພື່ອເປີດເຜີຍຄວາມເລິກລັບໃຫ້ກັບພວກເຂົາ, ແລ້ວແຮງໄກທີ່ພວກເຂົາຈະມອບຊີວິດໃຫ້ກັບມະນຸດ. ຈາກບັນດາພຣະທຳທີ່ໄດ້ກ່າວໃນຂັ້ນຕອນນີ້, ມີການທຳນວາຍ ແລະ ຄວາມຈິງ, ແຕ່ພຣະທຳເຫຼົ່ານີ້ແມ່ນເຮັດໜ້າທີ່ເພື່ອມອບຊີວິດໃຫ້ກັບມະນຸດເປັນຫຼັກ. ພຣະທຳໃນປັດຈຸບັນບໍ່ຄືກັນກັບຄຳທຳນວາຍຂອງຜູ້ປະກາດພຣະທຳ. ນີ້ແມ່ນຂັ້ນຕອນຂອງພາລະກິດສຳລັບຊີວິດຂອງມະນຸດ, ເພື່ອປ່ຽນແປງອຸປະນິໄສຂອງມະນຸດ ແລະ ບໍ່ແມ່ນເພື່ອກ່າວຄຳທຳນວາຍ. ຂັ້ນຕອນທຳອິດແມ່ນພາລະກິດຂອງພຣະເຢໂຮວາ: ພາລະກິດຂອງພຣະອົງແມ່ນເພື່ອຈັດກຽມເສັ້ນທາງໃຫ້ມະນຸດໄດ້ນະມັດສະການພຣະເຈົ້າເທິງແຜ່ນດິນໂລກ. ມັນແມ່ນພາລະກິດແຫ່ງການເລີ່ມຕົ້ນເພື່ອຄົ້ນຫາແຫຼ່ງກຳເນີດຂອງພາລະກິດເທິງແຜ່ນດິນໂລກ. ໃນເວລານັ້ນ ພຣະເຢໂຮວາສັ່ງສອນຊາວອິດສະຣາເອັນໃຫ້ຮັກສາວັນຊະບາໂຕ, ນັບຖືພໍ່ແມ່ຂອງພວກເຂົາ ແລະ ດຳລົງຊີວິດຮ່ວມກັນຢ່າງສະຫງົບສຸກ. ນີ້ກໍຍ້ອນວ່າ ມະນຸດໃນເວລານັ້ນບໍ່ເຂົ້າໃຈສິ່ງທີ່ເປັນມະນຸດ ຫຼື ພວກເຂົາບໍ່ເຂົ້າໃຈວິທີການດຳລົງຊີວິດເທິງແຜ່ນດິນໂລກ. ມັນຈຳເປັນສຳລັບພຣະອົງໃນຂັ້ນຕອນທຳອິດຂອງພາລະກິດທີ່ຕ້ອງໄດ້ນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ. ທຸກສິ່ງທີ່ພຣະເຢໂຮວາກ່າວກັບພວກເຂົາແມ່ນບໍ່ໄດ້ເປັນທີ່ຮູ້ຈັກຕໍ່ມະນຸດຊາດມາກ່ອນ ຫຼື ບໍ່ເຄີຍໄດ້ຢູ່ໃນການຄອບຄອງຂອງພວກເຂົາ. ໃນເວລານັ້ນ ຜູ້ປະກາດພຣະທຳຫຼາຍຄົນຖືກຍົກຂຶ້ນມາໃຫ້ກ່າວຄຳທຳນວາຍ ແລະ ພວກເຂົາທຸກຄົນກໍເຮັດພາຍໃຕ້ການນໍາພາຂອງພຣະເຢໂຮວາ. ນີ້ແມ່ນສ່ວນໜຶ່ງຂອງພາລະກິດເທົ່ານັ້ນ. ໃນຂັ້ນຕອນທຳອິດ, ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງສັ່ງສອນທຸກຊົນເຜົ່າ ແລະ ທຸກຊາດຜ່ານຜູ້ປະກາດພຣະທຳ. ເມື່ອພຣະເຢຊູປະຕິບັດພາລະກິດໃນເວລາຂອງພຣະອົງ, ພຣະອົງບໍ່ໄດ້ກ່າວພຣະທໍາຫຼາຍຄືກັບໃນຍຸກປັດຈຸບັນ. ຂັ້ນຕອນນີ້ພາລະກິດແຫ່ງພຣະທຳໃນຍຸກສຸດທ້າຍນີ້ແມ່ນບໍ່ເຄີຍຖືກປະຕິບັດມາກ່ອນໃນຍຸກຕ່າງໆ ແລະ ດ້ວຍຜູ້ຄົນໃນອະດີດ. ເຖິງແມ່ນເອຊາຢາ, ດານີເອນ ແລະ ໂຢຮັນກ່າວຄຳທຳນວາຍຫຼາຍຢ່າງ, ຄຳທຳນວາຍຂອງພວກເຂົາແມ່ນແຕກຕ່າງຈາກພຣະທຳທີ່ກ່າວໃນປັດຈຸບັນຢ່າງສິ້ນເຊີງ. ສິ່ງທີ່ພວກເຂົາເວົ້າແມ່ນເປັນພຽງຄຳທຳນວາຍ, ແຕ່ພຣະທຳທີ່ກ່າວໃນປັດຈຸບັນບໍ່ແມ່ນຄໍາທໍານວາຍ. ຖ້າເຮົາປ່ຽນທຸກສິ່ງທີ່ເຮົາກ່າວໃນປັດຈຸບັນໃຫ້ກາຍເປັນຄຳທຳນວາຍ, ພວກເຈົ້າຈະສາມາດເຂົ້າໃຈໄດ້ບໍ? ສົມມຸດວ່າສິ່ງທີ່ເຮົາກ່າວເຖິງແມ່ນກ່ຽວກັບເລື່ອງທີ່ເກີດຂຶ້ນຫຼັງຈາກທີ່ເຮົາຈາກໄປແລ້ວ, ເຈົ້າຈະສາມາດເຂົ້າໃຈໄດ້ແນວໃດ? ພາລະກິດຂອງພຣະທຳບໍ່ເຄີຍຖືກປະຕິບັດໃນເວລາຂອງພຣະເຢຊູ ຫຼື ໃນຍຸກແຫ່ງພຣະບັນຍັດ. ບາງເທື່ອ ບາງຄົນຈະເວົ້າວ່າ “ພຣະເຢໂຮວາບໍ່ໄດ້ກ່າວພຣະທຳໃນເວລາພຣະອົງປະຕິບັດພາລະກິດຂອງພຣະອົງເຊັ່ນກັນບໍ? ນອກຈາກການຮັກສາຄົນເຈັບປ່ວຍ, ຂັບໄລ່ຜີຮ້າຍ ແລະ ສ້າງໝາຍສຳຄັນ ແລະ ສິ່ງອັດສະຈັນແລ້ວ, ພຣະເຢຊູບໍ່ໄດ້ກ່າວພຣະທຳໃນເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງເຊັ່ນກັນບໍ?” ວິທີການກ່າວພຣະທຳແມ່ນແຕກຕ່າງກັນ. ແມ່ນຫຍັງຄືໃຈຄວາມຂອງພຣະທຳທີ່ພຣະເຢໂຮວາກ່າວ? ພຣະອົງພຽງແຕ່ນໍາພາມະນຸດໃຫ້ດຳລົງຊີວິດຂອງພວກເຂົາເທິງແຜ່ນດິນໂລກ ເຊິ່ງບໍ່ໄດ້ສຳຜັດເຖິງເລື່ອງຝ່າຍວິນຍານໃນຊີວິດເລີຍ. ເປັນຫຍັງຈຶ່ງເວົ້າວ່າ ເມື່ອພຣະເຢໂຮວາກ່າວ ພຣະອົງກ່າວເພື່ອສັ່ງສອນປະຊາຊົນຈາກທຸກຫົນແຫ່ງ? ພຣະທຳທີ່ວ່າ “ສັ່ງສອນ” ໝາຍເຖິງການບອກຢ່າງເປີດເຜີຍ ແລະ ການບັນຊາໂດຍກົງ. ພຣະອົງບໍ່ໄດ້ສະໜອງຊີວິດໃຫ້ກັບມະນຸດ; ກົງກັນຂ້າມ ພຣະອົງພຽງແຕ່ຈັບມືມະນຸດ ແລະ ສອນມະນຸດໃຫ້ເຄົາລົບນັບຖືພຣະອົງ ໂດຍບໍ່ມີການໃຊ້ຄໍາອຸປະມາພໍສໍ່າໃດ. ພາລະກິດທີ່ພຣະເຢໂຮວາປະຕິບັດໃນອິດສະຣາເອັນບໍ່ແມ່ນເພື່ອຈັດການ ຫຼື ລົງວິໄນມະນຸດ ຫຼື ການພິພາກສາ ແລະ ການຂ້ຽນຕີ; ພາລະກິດຂອງພຣະອົງແມ່ນເພື່ອນໍາພາມະນຸດ. ພຣະເຢໂຮວາສັ່ງໃຫ້ໂມເຊບອກກັບປະຊາຊົນຂອງພຣະອົງໃຫ້ຊອກຫາອາຫານມານາໃນຖິ່ນແຫ້ງແລ້ງກັນດານ. ທຸກເຊົ້າກ່ອນຕະເວັນຂຶ້ນ ພວກເຂົາຕ້ອງຊອກຫາເກັບມານາໃຫ້ພໍກິນສຳລັບພວກເຂົາໃນມື້ນັ້ນ. ມານາບໍ່ສາມາດຖືກເກັບໄວ້ຈົນຮອດມື້ຕໍ່ໄປໄດ້ ເພາະມັນຈະຂຶ້ນລາ. ພຣະອົງບໍ່ໄດ້ສັ່ງສອນມະນຸດ ຫຼື ເປີດໂປງທຳມະຊາດຂອງພວກເຂົາ ຫຼື ພຣະອົງບໍ່ໄດ້ເປີດເຜີຍແນວຄິດ ແລະ ຄວາມຄິດຂອງພວກເຂົາ. ພຣະອົງບໍ່ໄດ້ປ່ຽນແປງມະນຸດ ແຕ່ກົງກັນຂ້າມພຣະອົງນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ. ມະນຸດໃນເວລານັ້ນເປັນຄືກັບເດັກນ້ອຍ, ບໍ່ເຂົ້າໃຈຫຍັງເລີຍ ແລະ ພຽງແຕ່ມີຄວາມສາມາດໃນການເຄື່ອນໄຫວໄປມາຄ້າຍຄືຈັກກົນ; ດ້ວຍເຫດນັ້ນ ພຣະເຢໂຮວາຈຶ່ງພຽງແຕ່ບັນຍັດຂໍ້ກົດໝາຍເພື່ອນໍາພາປວງຊົນ.

ເພື່ອເຜີຍແຜ່ຂ່າວປະເສີດ, ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບເລື່ອງລາວພາຍໃນ, ທາດແທ້ ແລະ ຄວາມໝາຍຂອງພາລະກິດທີ່ໄດ້ປະຕິບັດໃນແຕ່ລະຂັ້ນຕອນ ເພື່ອວ່າທຸກຄົນທີ່ສະແຫວງຫາດ້ວຍຫົວໃຈທີ່ແທ້ຈິງອາດຈະໄດ້ຮັບຄວາມຮູ້ກ່ຽວກັບພາລະກິດທີ່ປະຕິບັດໃນມື້ນີ້ ແລະ ເຊື່ອໝັ້ນຢ່າງແທ້ຈິງ. ການເຮັດແບບນັ້ນກໍເພື່ອວ່າ ໃນເວລາຟັງການສົນທະນາຂອງເຈົ້າ ຄົນອື່ນອາດເຂົ້າໃຈພາລະກິດຂອງພຣະເຢໂຮວາ, ພາລະກິດຂອງພຣະເຢຊູ ແລະ ແມ່ນແຕ່ພາລະກິດທັງໝົດຂອງພຣະເຈົ້າໃນປັດຈຸບັນ ພ້ອມກັບການເຊື່ອມໂຍງ ແລະ ເຂົ້າໃຈຄວາມແຕກຕ່າງລະຫວ່າງສາມຂັ້ນຕອນຂອງພາລະກິດ. ການເຮັດແບບນັ້ນກໍເພື່ອວ່າ ຫຼັງຈາກທີ່ພວກເຂົາໄດ້ຟັງຈົບແລ້ວ ຄົນອື່ນຈະເຫັນວ່າທັງສາມຂັ້ນຕອນບໍ່ໄດ້ຂັດຂວາງກັນ ແຕ່ທັງໝົດແມ່ນພາລະກິດຂອງພຣະວິນຍານອົງດຽວ. ເຖິງແມ່ນພຣະອົງທັງສາມປະຕິບັດພາລະກິດໃນຍຸກທີ່ຕ່າງກັນ, ເນື້ອຫາຂອງພາລະກິດທີ່ພຣະອົງທັງສາມປະຕິບັດກໍແຕກຕ່າງກັນ ແລະ ພຣະທຳທີ່ພຣະອົງທັງສາມກ່າວກໍຍັງແຕກຕ່າງກັນ, ແຕ່ຫຼັກການທີ່ພຣະອົງທັງສາມປະຕິບັດພາລະກິດແມ່ນອັນໜຶ່ງອັນດຽວກັນ. ສິ່ງເຫຼົ່ານີ້ແມ່ນນິມິດທີ່ຍິ່ງໃຫຍ່ທີ່ສຸດທີ່ທຸກຄົນຄວນເຂົ້າໃຈ.

ກ່ອນນີ້: ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ

ຕໍ່ໄປ: ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ເຮົາເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ລັດສະໝີພາບຂອງເຮົາແມບເຫຼື້ອມທົ່ວຈັກກະວານ, ຄວາມປະສົງຂອງເຮົາສະຖິດຢູ່ພາຍໃນດາວ-ດາວ-ຈຸດ-ຈຸດ,...

ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າ ແລະ ເຖິງແມ່ນວ່າຄວາມປະສົງຂອງພາລະກິດຂອງພຣະເຈົ້າຍັງຄົງຄືເກົ່າ,...

ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່

ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງມາເຖິງຈຸດສຸດທ້າຍ ແລະ ປະຕູແຫ່ງອານາຈັກກໍໄດ້ເປີດອອກໃຫ້ກັບທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະອົງແລ້ວ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້