ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ, ໄດ້ຢັ່ງຮູ້ຢ່າງແທ້ຈິງ ແລະ ມາຮູ້ຈັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່, ເບິ່ງວ່າ ເຈົ້າຮູ້ຈັກຢ່າງແທ້ຈິງ ຫຼື ບໍ່ ວ່າພຣະເຈົ້າມີທັດສະນະຄະຕິແບບໃດຕໍ່ມະນຸດແຕ່ລະປະເພດ ແລະ ເບິ່ງວ່າ ເຈົ້າເຂົ້າໃຈຢ່າງແທ້ຈິງ ຫຼື ບໍ່ ກ່ຽວກັບພາລະກິດທີ່ພຣະເຈົ້າປະຕິບັດໃນຕົວເຈົ້າ ແລະ ວິທີທີ່ພຣະເຈົ້າກໍານົດທຸກການກະທໍາຂອງເຈົ້າ. ພຣະເຈົ້າອົງນີ້ ທີ່ຢູ່ຄຽງຂ້າງເຈົ້າ, ຊີ້ນໍາຄວາມກ້າວໜ້າຂອງເຈົ້າ, ປັ້ນແຕ່ງຊະຕາກໍາຂອງເຈົ້າ ແລະ ສະໜອງຕໍ່ຄວາມຕ້ອງການຂອງເຈົ້າ, ແລ້ວເຈົ້າເຂົ້າໃຈພຣະເຈົ້າອົງນີ້ຫຼາຍສໍ່າໃດ. ເຈົ້າຮູ້ຈັກກ່ຽວກັບພຣະເຈົ້າອົງນີ້ຫຼາຍສໍ່າໃດແທ້? ເຈົ້າຮູ້ຈັກພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າທຸກມື້ບໍ? ເຈົ້າຮູ້ຈັກຫຼັກການ ແລະ ຈຸດປະສົງກ່ຽວກັບສິ່ງທີ່ພຣະອົງໃຊ້ເປັນບ່ອນອີງໃນທຸກການກະທໍາຂອງພຣະອົງບໍ? ເຈົ້າຮູ້ວິທີທີ່ພຣະອົງຊີ້ນໍາເຈົ້າບໍ? ເຈົ້າຮູ້ວິທີທາງທີ່ພຣະອົງສະໜອງໃຫ້ກັບເຈົ້າບໍ? ເຈົ້າຮູ້ວິທີການທີ່ພຣະອົງນໍາພາເຈົ້າບໍ? ເຈົ້າຮູ້ບໍວ່າ ພຣະອົງປາດຖະໜາຢາກໄດ້ຮັບຫຍັງຈາກເຈົ້າ ແລະ ສິ່ງທີ່ພຣະອົງປາດຖະໜາຢາກບັນລຸໃນຕົວເຈົ້າ? ເຈົ້າຮູ້ຈັກທັດສະນະຄະຕິທີ່ພຣະອົງມີຕໍ່ຄວາມປະພິດຕ່າງໆນາໆຂອງເຈົ້າບໍ? ເຈົ້າຮູ້ບໍວ່າ ເຈົ້າແມ່ນບຸກຄົນທີ່ເປັນທີ່ຮັກຂອງພຣະອົງ? ເຈົ້າຮູ້ຈັກຕົ້ນກໍາເນີດຂອງຄວາມສຸກ, ຄວາມໂມຫາ, ຄວາມໂສກເສົ້າ ແລະ ຄວາມດີໃຈຂອງພຣະອົງບໍ, ຄວາມຄິດ ແລະ ແນວຄິດທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ ແລະ ແກ່ນແທ້ຂອງພຣະອົງບໍ? ໃນທີ່ສຸດແລ້ວ ເຈົ້າຮູ້ຈັກບໍວ່າ ພຣະເຈົ້າອົງນີ້ ທີ່ເຈົ້າເຊື່ອ ແມ່ນພຣະເຈົ້າປະເພດໃດ? ຄໍາຖາມເຫຼົ່ານີ້ ແລະ ຄໍາຖາມປະເພດອື່ນໆ ແມ່ນສິ່ງທີ່ເຈົ້າບໍ່ເຄີຍເຂົ້າໃຈ ຫຼື ບໍ່ເຄີຍຄິດເຖິງມັນມາກ່ອນແມ່ນບໍ? ໃນການສະແຫວງຫາຄວາມເຊື່ອໃນພຣະເຈົ້າຂອງເຈົ້າ, ເຈົ້າໄດ້ແກ້ໄຂຄວາມເຂົ້າໃຈຜິດຂອງເຈົ້າກ່ຽວກັບພຣະເຈົ້າ ຜ່ານການຮູ້ຈັກຄຸນຄ່າ ແລະ ປະສົບການທີ່ແທ້ຈິງກັບພຣະທໍາຂອງພຣະເຈົ້າແລ້ວບໍ? ພາຍຫຼັງທີ່ໄດ້ຮັບການລົງວິໄນ ແລະ ການຕີສອນຂອງພຣະເຈົ້າ ເຈົ້າໄດ້ມາຮອດຈຸດແຫ່ງການເຊື່ອຟັງ ແລະ ການເອົາໃຈໃສ່ທີ່ແທ້ຈິງແລ້ວບໍ? ໃນທ່າມກາງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ ເຈົ້າໄດ້ມາຮູ້ຈັກກັບຄວາມກະບົດ ແລະ ທໍາມະຊາດທີ່ຄ້າຍຄືກັບຊາຕານຂອງມະນຸດ ແລະ ໄດ້ຮັບຄວາມເຂົ້າໃຈເລັກນ້ອຍກ່ຽວກັບຄວາມສັກສິດຂອງພຣະເຈົ້າແລ້ວບໍ? ພາຍໃຕ້ການຊີ້ນໍາ ແລະ ຄວາມສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ ເຈົ້າໄດ້ເລີ່ມມີທັດສະນະຄະຕິໃໝ່ກ່ຽວກັບຊີວິດແລ້ວບໍ? ໃນທ່າມກາງການທົດລອງຂອງພຣະເຈົ້າ ເຈົ້າໄດ້ຮູ້ສຶກເຖິງຄວາມບໍ່ອົດທົນຂອງພຣະອົງທີ່ມີຕໍ່ການກະທໍາຜິດຂອງມະນຸດ ພ້ອມກັບສິ່ງທີ່ພຣະອົງຕ້ອງການຈາກເຈົ້າ ແລະ ວິທີທີ່ພຣະອົງຊ່ວຍເຈົ້າໃຫ້ລອດພົ້ນບໍ? ຖ້າເຈົ້າບໍ່ຮູ້ວ່າ ການເຂົ້າໃຈພຣະເຈົ້າຜິດແມ່ນຫຍັງ ຫຼື ບໍ່ຮູ້ວິທີແກ້ໄຂຄວາມເຂົ້າໃຈຜິດນີ້ ກໍສາມາດເວົ້າໄດ້ວ່າ ເຈົ້າບໍ່ເຄີຍມີການພົວພັນທີ່ແທ້ຈິງກັບພຣະເຈົ້າເລີຍ ແລະ ບໍ່ເຄີຍເຂົ້າໃຈພຣະເຈົ້າ ຫຼື ຢ່າງໜ້ອຍທີ່ສຸດ ກໍສາມາດເວົ້າໄດ້ວ່າ ເຈົ້າບໍ່ເຄີຍປາດຖະນາຢາກເຂົ້າໃຈພຣະອົງ. ຖ້າເຈົ້າບໍ່ຮູ້ຈັກວ່າ ການລົງວິໄນ ແລະ ການຕີສອນຂອງພຣະເຈົ້າແມ່ນຫຍັງ ເຈົ້າກໍຈະບໍ່ຮູ້ຈັກວ່າ ການເຊື່ອຟັງ ແລະ ການເອົາໃຈໃສ່ແມ່ນຫຍັງຢ່າງແນ່ນອນ ຫຼື ຢ່າງໜ້ອຍທີ່ສຸດ ເຈົ້າແມ່ນບໍ່ເຄີຍເຊື່ອຟັງ ຫຼື ເອົາໃຈໃສ່ພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າບໍ່ເຄີຍປະສົບກັບການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ ເຈົ້າກໍຈະບໍ່ຮູ້ຈັກວ່າ ຄວາມສັກສິດຂອງພຣະອົງແມ່ນຫຍັງຢ່າງແນ່ນອນ ແລະ ເຈົ້າຍິ່ງຈະເຂົ້າໃຈໜ້ອຍວ່າ ແມ່ນຫຍັງຄືຄວາມກະບົດຂອງມະນຸດ. ຖ້າເຈົ້າບໍ່ເຄີຍມີທັດສະນະຄະຕິທີ່ຖືກຕ້ອງຕໍ່ຊີວິດຢ່າງແທ້ຈິງ ຫຼື ເປົ້າໝາຍທີ່ຖືກຕ້ອງໃນຊີວິດ ແຕ່ຍັງຢູ່ໃນສະພາບທີ່ສັບສົນ ແລະ ບໍ່ແນ່ໃຈກ່ຽວກັບເສັ້ນທາງໃນອະນາຄົດຂອງຊີວິດຂອງເຈົ້າ ຈົນເຖິງຂັ້ນລັງເລໃຈທີ່ຈະກ້າວໄປຂ້າງໜ້າ ກໍແນ່ນອນຢູ່ແລ້ວວ່າ ເຈົ້າແມ່ນບໍ່ເຄີຍໄດ້ຮັບແສງສະຫວ່າງ ແລະ ການຊີ້ນໍາຂອງພຣະເຈົ້າຢ່າງແທ້ຈິງ ແລະ ຍັງສາມາດເວົ້າໄດ້ວ່າ ເຈົ້າບໍ່ເຄີຍຖືກສະໜອງ ແລະ ເຕີມເຕັມດ້ວຍພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າຍັງບໍ່ໄດ້ປະສົບກັບການທົດລອງຂອງພຣະເຈົ້າ ແນ່ນອນ ເຈົ້າຈະບໍ່ຮູ້ຈັກວ່າ ຄວາມບໍ່ອົດທົນຂອງພຣະເຈົ້າຕໍ່ການກະທໍາຜິດຂອງມະນຸດແມ່ນຫຍັງ ແລະ ເຈົ້າຈະບໍ່ເຂົ້າໃຈວ່າ ໃນທີ່ສຸດແລ້ວ ພຣະເຈົ້າແມ່ນຕ້ອງການຫຍັງຈາກເຈົ້າ ແລະ ຍິ່ງໄປກວ່ານັ້ນ ໃນທີ່ສຸດແລ້ວ ເຈົ້າຈະບໍ່ເຂົ້າໃຈວ່າ ພາລະກິດຂອງພຣະອົງໃນການຄຸ້ມຄອງ ແລະ ຊ່ວຍເຫຼືອມະນຸດໃຫ້ລອດພົ້ນແມ່ນຫຍັງ. ບໍ່ວ່າ ບຸກຄົນໃດໜຶ່ງຈະໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີກໍຕາມ ແຕ່ຖ້າເຂົາບໍ່ເຄີຍປະສົບ ຫຼື ເຫັນສິ່ງໃດໜຶ່ງໃນພຣະທໍາຂອງພຣະເຈົ້າ ເຂົາກໍບໍ່ໄດ້ຍ່າງຢູ່ເສັ້ນທາງສູ່ຄວາມລອດພົ້ນຢ່າງແນ່ນອນ, ຄວາມເຊື່ອຂອງເຂົາໃນພຣະເຈົ້າກໍຈະປາດສະຈາກເນື້ອຫາຕົວຈິງຢ່າງແນ່ນອນ, ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຈະສູນເປົ່າຢ່າງແນ່ນອນເຊັ່ນກັນ ແລະ ເຂົາກໍຈະບໍ່ຮູ້ວ່າ ການເຄົາລົບບູຊາພຣະເຈົ້ານັ້ນເປັນແບບໃດຢ່າງແນ່ນອນ.

ການມີ ແລະ ເປັນຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ ລ້ວນແລ້ວແຕ່ຢູ່ໃນພຣະທໍາຂອງພຣະອົງ ເພື່ອໃຫ້ມະນຸດຊາດຮູ້ຈັກ. ເມື່ອເຂົາປະສົບກັບພຣະທໍາຂອງພຣະເຈົ້າ ແລະ ໃນເວລາທີ່ເຂົາປະຕິບັດສິ່ງເຫຼົ່ານັ້ນ ມະນຸດກໍຈະເຂົ້າໃຈຈຸດປະສົງທີ່ຢູ່ເບື້ອງຫຼັງພຣະທໍາທີ່ພຣະເຈົ້າກ່າວ, ເຂົ້າໃຈແຫຼ່ງທີ່ມາ ແລະ ປະຫວັດຂອງພຣະທໍາຂອງພຣະເຈົ້າ, ເຂົ້າໃຈ ແລະ ເຫັນຄຸນຄ່າເຖິງຜົນຂອງພຣະທໍາຂອງພຣະເຈົ້າທີ່ໄດ້ຕັ້ງໝັ້ນໄວ້. ສໍາລັບມວນມະນຸດ, ສິ່ງທັງໝົດເຫຼົ່ານີ້ແມ່ນສິ່ງທີ່ມະນຸດຕ້ອງປະສົບ, ເຂົ້າໃຈ ແລະ ເຂົ້າເຖິງ ເພື່ອຮັບເອົາຄວາມຈິງ ແລະ ຊີວິດ, ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າ, ມີການປ່ຽນແປງໃນອຸປະນິໄສຂອງເຂົາ ແລະ ສາມາດເຊື່ອຟັງອໍານາດ ແລະ ການຈັດແຈງຂອງພຣະເຈົ້າ. ໃນລະຫວ່າງທີ່ມະນຸດໄດ້ປະສົບ, ເຂົ້າໃຈ ແລະ ເຂົ້າເຖິງສິ່ງເຫຼົ່ານີ້ ເຂົາກໍຈະໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າເທື່ອລະໜ້ອຍ ແລະ ໃນເວລາດຽວກັນນີ້ ເຂົາກໍຍັງຈະໄດ້ຮັບຄວາມຮູ້ໃນລະດັບທີ່ແຕກຕ່າງກັນກ່ຽວກັບພຣະເຈົ້າ. ຄວາມເຂົ້າໃຈ ແລະ ຄວາມຮູ້ນີ້ບໍ່ໄດ້ອອກມາຈາກສິ່ງທີ່ມະນຸດໄດ້ຈິນຕະນາການ ຫຼື ແຕ່ງຂຶ້ນ ແຕ່ມາຈາກສິ່ງທີ່ເຂົາຮູ້ເຖິງຄຸນຄ່າ, ປະສົບ, ສໍາຜັດ ແລະ ຢືນຢັນພາຍໃນຕົວເຂົາ. ພາຍຫຼັງການຮູ້ຈັກຄຸນຄ່າ, ປະສົບການ, ການສໍາຜັດ ແລະ ການຢືນຢັນສິ່ງເຫຼົ່ານີ້ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຈິ່ງມີເນື້ອຫາ, ມີແຕ່ຄວາມຮູ້ທີ່ເຂົາໄດ້ຮັບໃນເວລານີ້ເທົ່ານັ້ນທີ່ເປັນຈິງ, ແທ້ຈິງ ແລະ ຖືກຕ້ອງ ແລະ ວິທີການ ໃນການໄດ້ຮັບຄວາມເຂົ້າໃຈນີ້ ແລະ ຄວາມຮູ້ແທ້ຈິງກ່ຽວກັບພຣະເຈົ້າຜ່ານການຮູ້ຈັກຄຸນຄ່າ, ປະສົບການ, ການສໍາຜັດ ແລະ ການຢືນຢັນພຣະທໍາຂອງພຣະອົງນັ້ນ ບໍ່ແມ່ນສິ່ງອື່ນນອກຈາກການປະຕິສໍາພັນລະຫວ່າງມະນຸດ ແລະ ພຣະເຈົ້າ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດແມ່ນໄດ້ເຂົ້າໃຈ ແລະ ຢັ່ງຮູ້ເຖິງເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ, ໄດ້ເຂົ້າໃຈ ແລະ ຮູ້ຈັກການຄອບຄອງ ແລະ ຕົວຕົນຂອງພຣະເຈົ້າຢ່າງແທ້ຈິງ, ໄດ້ເຂົ້າໃຈ ແລະ ຮູ້ຈັກແກ່ນແທ້ຂອງພຣະເຈົ້າຢ່າງແທ້ຈິງ, ໄດ້ເຂົ້າໃຈ ແລະ ຮູ້ຈັກອຸປະນິໄສຂອງພຣະເຈົ້າຢ່າງແທ້ຈິງເທື່ອລະໜ້ອຍ, ມີຄວາມແນ່ນອນທີ່ແທ້ຈິງ ແລະ ມີຄໍານິຍາມທີ່ຖືກຕ້ອງກ່ຽວກັບຄວາມຈິງແຫ່ງການປົກຄອງທຸກສັບພະສິ່ງຂອງພຣະເຈົ້າ ແລະ ມີຈຸດຢືນ ແລະ ຄວາມຮູ້ແທ້ຈິງກ່ຽວກັບຕົວຕົນ ແລະ ສະຖານະພາບຂອງພຣະເຈົ້າ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດຈະປ່ຽນແປງຄວາມຄິດຂອງເຂົາກ່ຽວກັບພຣະເຈົ້າເທື່ອລະໜ້ອຍ, ຈະບໍ່ຈິນຕະນາການພຣະອົງຂຶ້ນມາເອງ ຫຼື ປ່ອຍໃຫ້ຕົວເອງມີຄວາມສົງໄສກ່ຽວກັບພຣະອົງ ຫຼື ມີຄວາມເຂົ້າໃຈຜິດກ່ຽວກັບພຣະອົງ ຫຼື ປະນາມພຣະອົງ ຫຼື ຕັດສິນພຣະອົງ ຫຼື ມີຄວາມຂ້ອງໃຈກ່ຽວກັບພຣະອົງ. ດ້ວຍເຫດນັ້ນ, ມະນຸດຈິ່ງຈະມີການພິພາດກັບພຣະເຈົ້າໜ້ອຍລົງ, ເຂົາຈະມີຂໍ້ຂັດແຍ້ງກັບພຣະເຈົ້າໜ້ອຍລົງ ແລະ ຈະມີໂອກາດທີ່ເຂົາຈະຕໍ່ຕ້ານພຣະເຈົ້ານັ້ນໜ້ອຍລົງ. ກົງກັນຂ້າງ, ການເອົາໃຈໃສ່ ແລະ ຄວາມເຊື່ອຟັງຂອງມະນຸດທີ່ມີຕໍ່ພຣະເຈົ້າຈະຍິ່ງໃຫຍ່ຂຶ້ນ ແລະ ການເຄົາລົບບູຊາຂອງເຂົາທີ່ມີຕໍ່ພຣະເຈົ້າກໍຈະແທ້ຈິງຂຶ້ນ ແລະ ມີຄວາມເລິກເຊິ່ງຫຼາຍຂຶ້ນ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດບໍ່ພຽງແຕ່ຈະໄດ້ຮັບການສະໜອງຄວາມຈິງ ແລະ ການບັບຕິສະມາແຫ່ງຊີວິດເທົ່ານັ້ນ ແຕ່ໃນເວລາດຽວກັນ ເຂົາຍັງຈະໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດບໍ່ພຽງແຕ່ຈະປ່ຽນແປງອຸປະນິໄສຂອງເຂົາ ແລະ ໄດ້ຮັບຄວາມລອດພົ້ນເທົ່ານັ້ນ ແຕ່ໃນເວລາດຽວກັນ ເຂົາຍັງຈະໄດ້ຮັບການເຄົາລົບບູຊາ ແລະ ການນະມັດສະການທີ່ແທ້ຈິງຂອງສິ່ງທີ່ຖືກສ້າງຕໍ່ພຣະເຈົ້າ. ໃນການປະຕິສໍາພັນແບບນີ້ ຄວາມເຊື່ອຂອງມະນຸດທີ່ມີໃນພຣະເຈົ້າຈະບໍ່ເປັນຄືແຜ່ນເຈັ້ຍເປົ່າອີກຕໍ່ໄປ ຫຼື ເປັນຄໍາໝັ້ນສັນຍາພຽງແຕ່ປາກ ຫຼື ເປັນການສະແຫວງຫາ ແລະ ການບູຊາໃນຮູບແບບຕາບອດ; ດ້ວຍການປະຕິສໍາພັນແບບນີ້ເທົ່ານັ້ນ ຊີວິດຂອງມະນຸດຈິ່ງຈະເຕີບໃຫຍ່ເຂົ້າສູ່ວຸດທິພາວະແຕ່ລະມື້ ແລະ ໃນຕອນນີ້ເທົ່ານັ້ນ ອຸປະນິໄສຂອງເຂົາຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍ ແລະ ຄວາມເຊື່ອຂອງເຂົາໃນພຣະເຈົ້າ ຈາກຄວາມເຊື່ອທີ່ເລື່ອນລອຍ ແລະ ບໍ່ແນ່ນອນຈະກາຍເປັນຄວາມເຊື່ອຟັງ ແລະ ການເອົາໃຈໃສ່ທີ່ແທ້ຈິງ, ກາຍເປັນການເຄົາລົບບູຊາທີ່ແທ້ຈິງເທື່ອລະໜ້ອຍ ແລະ ໃນລະຫວ່າງການຕິດຕາມພຣະເຈົ້າຂອງເຂົາ ມະນຸດຍັງຈະກ້າວອອກຈາກຈຸດທີ່ບໍ່ຫ້າວຫັນໄປສູ່ຈຸດຫ້າວຫັນເທື່ອລະໜ້ອຍ, ຈາກຜູ້ທີ່ຖືກກະທໍາໄປເປັນຜູ້ທີ່ກະທໍາໃນທາງບວກ; ດ້ວຍການປະຕິສໍາພັນແບບນີ້ເທົ່ານັ້ນ ມະນຸດຈິ່ງຈະມີຄວາມເຂົ້າໃຈ ແລະ ການຢັ່ງຮູ້ກ່ຽວກັບພຣະເຈົ້າ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ຍ້ອນວ່າ ຜູ້ຄົນສ່ວນໃຫຍ່ບໍ່ເຄີຍມີການປະຕິສໍາພັນທີ່ແທ້ຈິງກັບພຣະເຈົ້າ, ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າຈິ່ງຢຸດຢູ່ໃນລະດັບທິດສະດີ, ໃນລະດັບໜັງສື ແລະ ຫຼັກຄໍາສອນ. ເວົ້າໄດ້ວ່າ ບໍ່ວ່າຜູ້ຄົນສ່ວນໃຫຍ່ຈະເຊື່ອໃນພຣະເຈົ້າເປັນເວລາຫຼາຍປີກໍຕາມ ແຕ່ໃນເລື່ອງການຮູ້ຈັກພຣະເຈົ້າ ພວກເຂົາກໍຍັງຢູ່ບ່ອນເກົ່າ ເຊິ່ງເປັນບ່ອນທີ່ເຂົາເລີ່ມຕົ້ນມີຊີວິດ, ຕິດຢູ່ກັບຂັ້ນຕອນພື້ນຖານແຫ່ງການເຄົາລົບທີ່ຢູ່ໃນຮູບແບບດັ່ງເດີມ ພ້ອມດ້ວຍຄວາມເຊື່ອງົມງວາຍແບບສັກດີນາ ແລະ ຄວາມຄິດເພີ້ຝັນຂອງພວກເຂົາ. ການທີ່ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຄວນຖືກທ່ວງດຶງໄວ້ໃນຈຸດເລີ່ມຕົ້ນນັ້ນ ແມ່ນບໍ່ມີຢູ່ຈິງ. ນອກຈາກການຢືນຢັນຂອງມະນຸດກ່ຽວກັບສະຖານະພາບ ແລະ ຕົວຕົນຂອງພຣະເຈົ້າແລ້ວ ຄວາມເຊື່ອຂອງມະນຸດໃນພຣະເຈົ້າຍັງຢູ່ໃນສະພາບທີ່ເລື່ອນລອຍທີ່ບໍ່ມີຄວາມແນ່ນອນ. ເມື່ອເປັນເຊັ້ນນັ້ນແລ້ວ ມະນຸດຈະສາມາດມີຄວາມເຄົາລົບບູຊາຕໍ່ພຣະເຈົ້າໄດ້ຫຼາຍສໍ່າໃດ?

ບໍ່ວ່າ ເຈົ້າຈະເຊື່ອໃນການມີຢູ່ຂອງພຣະອົງຢ່າງໜັກແໜ້ນສໍ່າໃດກໍຕາມ ແຕ່ນີ້ ກໍບໍ່ສາມາດແທນຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າໄດ້ ຫຼື ຄວາມເຄົາລົບບູຊາຂອງເຈົ້າທີ່ມີຕໍ່ພຣະເຈົ້າ. ບໍ່ວ່າ ເຈົ້າຈະມີຄວາມສຸກກັບການອວຍພອນ ແລະ ພຣະຄຸນຂອງພຣະອົງຫຼາຍສໍ່າໃດກໍຕາມ ແຕ່ນີ້ ກໍບໍ່ສາມາດແທນຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າໄດ້. ບໍ່ວ່າ ເຈົ້າຈະເຕັມໃຈອຸທິດຕົນເອງ ແລະ ເສຍສະຫຼະຕົນເອງທັງໝົດເພື່ອພຣະອົງສໍ່າໃດກໍຕາມ ແຕ່ສິ່ງນີ້ ກໍບໍ່ສາມາດທົດແທນຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າໄດ້. ບາງເທື່ອເຈົ້າໄດ້ຄຸ້ນເຄີຍກັບພຣະທໍາທີ່ພຣະອົງກ່າວ ຫຼື ເຈົ້າຮູ້ຈັກພຣະທໍາເຫຼົ່ານັ້ນຢ່າງຂຶ້ນໃຈ ແລະ ສາມາດເວົ້າພຣະທໍາເຫຼົ່ານັ້ນໄດ້ຢ່າງລ່ຽນໄຫຼ ແຕ່ສິ່ງນີ້ ກໍບໍ່ສາມາດທົດແທນຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າໄດ້. ເຖິງແມ່ນວ່າ ມະນຸດຈະມີຄວາມຕັ້ງໃຈໃນການຕິດຕາມພຣະເຈົ້າກໍຕາມ ແຕ່ຖ້າເຂົາບໍ່ເຄີຍມີການປະຕິສໍາພັນທີ່ແທ້ຈິງກັບພຣະເຈົ້າ ຫຼື ມີປະສົບການທີ່ແທ້ຈິງກັບພຣະທໍາຂອງພຣະເຈົ້າ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຈະມີແຕ່ຄວາມຫວ່ງເປົ່າທີ່ບໍ່ມີຫຍັງເລີຍ ຫຼື ຄວາມເພີ້ຝັນທີ່ບໍ່ສິ້ນສຸດ; ສໍາລັບທັງໝົດນັ້ນ ເຈົ້າອາດຈະ “ຕົບບ່າ” ກັບພຣະເຈົ້າໃນເວລາຍ່າງກາຍກັນ ຫຼື ພົບກັບພຣະອົງແບບເຊິ່ງໜ້າ ແຕ່ຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າກໍຍັງຈະເປັນສູນ ແລະ ຄວາມເຄົາລົບບູຊາຂອງເຈົ້າທີ່ມີຕໍ່ພຣະເຈົ້າກໍຈະເປັນພຽງແຕ່ຄໍາເວົ້າຕິດປາກ ຫຼື ອຸດົມຄະຕິທີ່ວ່າງເປົ່າ.

ຫຼາຍຄົນຍົກພຣະທໍາຂອງພຣະເຈົ້າຂຶ້ນ ເພື່ອອ່ານທຸກມື້ ຈົນເຖິງຂັ້ນຕັ້ງໃຈຈົດຈໍາຂໍ້ພຣະທໍາສຸດຍອດທັງໝົດທີ່ມີຢູ່ໃນນັ້ນຢ່າງຮອບຄອບເໝືອນດັ່ງສົມບັດທີ່ມີຄ່າທີ່ສຸດຂອງພວກເຂົາ ແລະ ຍິ່ງໄປກວ່ານັ້ນ ຍັງເອົາພຣະທໍາຂອງພຣະເຈົ້າໄປເທດສະໜາຢູ່ທຸກບ່ອນ ເພື່ອສະໜອງ ແລະ ຊ່ວຍເຫຼືອຜູ້ອື່ນໂດຍການໃຊ້ພຣະທໍາຂອງພຣະອົງ. ພວກເຂົາຄິດວ່າ ການເຮັດສິ່ງນີ້ແມ່ນການເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ເພື່ອເປັນພະຍານໃຫ້ແກ່ພຣະທໍາຂອງພຣະອົງ ແລະ ການເຮັດສິ່ງນີ້ແມ່ນເປັນການຕິດຕາມວິທີທາງຂອງພຣະອົງ; ພວກເຂົາຄິດວ່າ ການເຮັດສິ່ງນີ້ແມ່ນການດໍາເນີນຊີວິດດ້ວຍພຣະທໍາຂອງພຣະເຈົ້າ, ການເຮັດສິ່ງນີ້ແມ່ນການເອົາພຣະທໍາຂອງພຣະອົງເຂົ້າໄປຢູ່ໃນຊີວິດຕົວຈິງຂອງພວກເຂົາ, ການເຮັດສິ່ງນີ້ຈະເຮັດໃຫ້ພວກເຂົາສາມາດໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ແລະ ຈະຖືກຊ່ວຍໃຫ້ພົ້ນ ແລະ ຖືກເຮັດໃຫ້ສົມບູນ. ແຕ່ໃນຂະນະທີ່ພວກສະແດງພຣະທໍາຂອງພຣະເຈົ້າ ພວກເຂົາບໍ່ເຄີຍປະຕິບັດຕາມພຣະທໍາຂອງພຣະເຈົ້າໃນການປະຕິບັດ ຫຼື ພະຍາຍາມເຮັດໃຫ້ຕົວເອງສອດຄ່ອງກັບສິ່ງທີ່ຖືກເປີດເຜີຍໂດຍພຣະທໍາຂອງພຣະເຈົ້າເລີຍ. ກົງກັນຂ້າມ, ພວກເຂົາໃຊ້ພຣະທໍາຂອງພຣະເຈົ້າເພື່ອໄດ້ຮັບການບູຊາ ແລະ ຄວາມເຊື່ອໃຈຂອງຜູ້ອື່ນໂດຍໃຊ້ເລ່ກົນ ເພື່ອເຂົ້າສູ່ການຄຸ້ມຄອງຂອງພວກເຂົາເອງ ແລະ ເພື່ອຍັກຍອກ ແລະ ລັກເອົາສະຫງ່າລາສີຂອງພຣະເຈົ້າ. ພວກເຂົາຫວັງຢ່າງໄຮ້ປະໂຫຍດ ໃຊ້ໂອກາດທີ່ໄດ້ຮັບໂດຍການເຜີຍແຜ່ພຣະທໍາຂອງພຣະເຈົ້າເພື່ອຈະໄດ້ຮັບລາງວັນຂອງການເຮັດພາລະກິດຂອງພຣະເຈົ້າ ແລະ ຄໍາຍ້ອງຍໍຈາກພຣະອົງ. ຈັກປີແລ້ວທີ່ໄດ້ຜ່ານໄປ ແຕ່ຜູ້ຄົນເຫຼົ່ານີ້ບໍ່ພຽງແຕ່ບໍ່ສາມາດໄດ້ຮັບຄໍາຍ້ອງຍໍຈາກພຣະເຈົ້າໃນການເທດສະໜາພຣະທໍາຂອງພຣະເຈົ້າ, ພວກເຂົາບໍ່ພຽງແຕ່ບໍ່ສາມາດຄົ້ນພົບວິທີທາງທີ່ພວກເຂົາຄວນປະຕິບັດໃນການເປັນພຣະຍານໃຫ້ແກ່ພຣະທໍາຂອງພຣະເຈົ້າ, ພວກເຂົາບໍ່ພຽງແຕ່ບໍ່ໄດ້ຊ່ວຍ ຫຼື ສະໜອງໃຫ້ກັບຕົວເອງໃນການຊ່ວຍ ແລະ ສະໜອງໃຫ້ກັບຜູ້ອື່ນໂດຍໃຊ້ພຣະທໍາຂອງພຣະເຈົ້າ, ພວກເຂົາບໍ່ພຽງແຕ່ບໍ່ສາມາດຮູ້ຈັກພຣະເຈົ້າ ຫຼື ເຮັດໃຫ້ຄວາມເຄົາລົບບູຊາຕໍ່ພຣະເຈົ້າທີ່ແທ້ຈິງພາຍໃນພວກເຂົາຕື່ນຂຶ້ນໃນການເຮັດສິ່ງທັງໝົດເຫຼົ່ານີ້ ແຕ່ກົນກັນຂ້າມ ຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນຍິ່ງມີຫຼາຍຂຶ້ນກວ່າເກົ່າ, ຄວາມບໍ່ເຊື່ອໃຈຂອງພວກເຂົາທີ່ມີຕໍ່ພຣະອົງແມ່ນຍິ່ງຮ້າຍແຮງຂຶ້ນ ແລະ ການຈິນຕະນາການຂອງພວກເຂົາກ່ຽວກັບພຣະອົງກໍຍິ່ງເກີນຄວາມເປັນຈິງຫຼາຍຂຶ້ນ. ເນື່ອງຈາກຖືກສະໜອງ ແລະ ຊີ້ນໍາໂດຍທິດສະດີຂອງພວກເຂົາກ່ຽວກັບພຣະເຈົ້າ, ປະກົດວ່າ ພວກເຂົາຈະຢູ່ໃນສະພາບແວດລ້ອມຂອງຕົນເອງຢ່າງສິ້ນເຊີງ, ຄືກັບວ່າ ພວກເຂົາໄດ້ຄົ້ນພົບຈຸດປະສົງໃນຊີວິດຂອງພວກເຂົາ, ພາລະກິດຂອງພວກເຂົາ ແລະ ຄືກັບວ່າ ພວກເຂົາໄດ້ຮັບຊີວິດໃໝ່ ແລະ ຖືກຊ່ວຍໃຫ້ລອດພົ້ນ, ຄືກັບວ່າ ດ້ວຍການບັນຍາຍພຣະທໍາຂອງພຣະເຈົ້າທີ່ລ່ຽນໄຫຼອອກຈາກລີ້ນຂອງພວກເຂົາ, ພວກເຂົາໄດ້ເຂົ້າເຖິງຄວາມຈິງ, ໄດ້ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າ ແລະ ໄດ້ຄົ້ນພົບເສັ້ນທາງໃນການຮູ້ຈັກພຣະເຈົ້າ ແລະ ຄືກັບວ່າ ໃນລະຫວ່າງການສະແດງພຣະທໍາຂອງພຣະເຈົ້າ, ພວກເຂົາໄດ້ມາຢູ່ເຊິ່ງໜ້າພຣະເຈົ້າເປັນປະຈໍາ. ພ້ອມນັ້ນ, ພວກເຂົາຖືກ “ດົນໃຈ” ເປັນປະຈໍາຈົນເຖິງກັບຮ້ອງໄຫ້ ແລະ ເນື່ອງຈາກຖືກນໍາພາເປັນປະຈໍາໂດຍ “ພຣະເຈົ້າ” ໃນພຣະທໍາຂອງພຣະເຈົ້າ ປະກົດວ່າ ພວກເຂົາໄດ້ເຂົ້າໃຈເຖິງຄວາມຫ່ວງໃຍທີ່ແທ້ຈິງ ແລະ ເຈດຕະນາດີຂອງພຣະອົງຕະຫຼອດ ແລະ ໃນເວລາດຽວກັນນັ້ນ ກໍໄດ້ເຂົ້າໃຈກ່ຽວກັບການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າ ແລະ ການຄຸ້ມຄອງຂອງພຣະອົງ, ໄດ້ຮູ້ຈັກແກ່ນແທ້ຂອງພຣະອົງ ແລະ ໄດ້ເຂົ້າໃຈອຸປະນິໄສທີ່ຊອບທໍາຂອງພຣະອົງ. ອີງຕາມພື້ນຖານດັ່ງກ່າວນີ້, ປະກົດວ່າ ພວກເຂົາເຊື່ອໃນການມີຢູ່ຂອງພຣະເຈົ້າຢ່າງໜັກແໜ້ນກວ່າເກົ່າ, ໄດ້ຮູ້ເຖິງສະພາບທີ່ສູງສົ່ງຂອງພຣະອົງຫຼາຍຂຶ້ນກວ່າເກົ່າ ແລະ ໄດ້ຮູ້ສຶກເຖິງຄວາມສະຫງ່າງາມ ແລະ ຄວາມເໜືອທໍາມະຊາດຂອງພຣະອົງຢ່າງເລິກເຊິ່ງກວ່າເກົ່າ. ໄດ້ຖືກອາບດ້ວຍຄວາມຮູ້ທີ່ບໍ່ເລິກເຊິ່ງກ່ຽວກັບພຣະທໍາຂອງພຣະເຈົ້າ ປະກົດວ່າ ຄວາມເຊື່ອຂອງພວກເຂົາໄດ້ເພີ່ມທະວີຂຶ້ນ, ຄວາມຕັ້ງໃຈຂອງພວກເຂົາທີ່ຈະທົນທຸກກໍໝັ້ນຄົງຂຶ້ນ ແລະ ຄວາມຮູ້ຂອງພວກເຂົາກ່ຽວກັບພຣະທໍາຂອງພຣະເຈົ້າກໍໄດ້ເລິກເຊິ່ງຂຶ້ນ. ຈົນກວ່າພວກເຂົາຈະປະສົບກັບພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ ພວກເຂົາກໍຈະບໍ່ຮູ້ວ່າ ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ແນວຄິດຂອງພວກເຂົາກ່ຽວກັບພຣະເຈົ້າ ແມ່ນອອກມາຈາກຈິນຕະນາການ ແລະ ການຄາດຄະເນຂອງພວກເຂົາເອງ. ຄວາມເຊື່ອຂອງພວກເຂົາຈະບໍ່ທົນກັບການທົດສອບປະເພດໃດໜຶ່ງຈາກພຣະເຈົ້າ, ຈິດວິນຍານ ແລະ ວຸດທິພາວະທີ່ສັນນິຖານຂຶ້ນເອງຂອງພວກເຂົາກໍຈະບໍ່ທົນກັບການທົດລອງ ຫຼື ການກວດສອບຂອງພຣະເຈົ້າໄດ້, ຄວາມຕັ້ງໃຈຂອງພວກເຂົາແມ່ນເປັນຄືດັ່ງຜະສາດທີ່ຖືກສ້າງຂຶ້ນຢູ່ເທິງດິນຊາຍ ແລະ ຄວາມຮູ້ທີ່ສັນນິຖານຂຶ້ນເອງຂອງພວກເຂົາກ່ຽວກັບພຣະເຈົ້າກໍເປັນພຽງແຕ່ສິ່ງທີ່ແຕ່ງຂຶ້ນຈາກຈິນຕະນາການຂອງພວກເຂົາເທົ່ານັ້ນ. ໃນຄວາມເປັນຈິງແລ້ວ ຕາມທີ່ເຄີຍເປັນມາ ຜູ້ຄົນເຫຼົ່ານີ້ແມ່ນໄດ້ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເຂົ້າໃນພຣະທໍາຂອງພຣະເຈົ້າ ແມ່ນບໍ່ເຄີຍຮູ້ເລີຍວ່າ ຄວາມເຊື່ອທີ່ແທ້ຈິງນັ້ນແມ່ນຫຍັງ, ຄວາມເຊື່ອຟັງທີ່ແທ້ຈິງຄືຫຍັງ, ການເອົາໃຈໃສ່ທີ່ແທ້ຈິງແມ່ນຫຍັງ ຫຼື ຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າຄືຫຍັງ. ພວກເຂົາເອົາທິດສະດີ, ຈິນຕະນາການ, ຄວາມຮູ້, ພອນສະຫວັນ, ປະເພນີ, ຄວາມງົມງວາຍ ແລະ ແມ່ນແຕ່ຄຸນຄ່າທາງສິນທໍາຂອງມະນຸດ ແລະ ເຮັດໃຫ້ສິ່ງເຫຼົ່ານີ້ເປັນ “ຕົ້ນທຶນ” ແລະ “ອາວຸດ” ສໍາລັບການເຊື່ອໃນພຣະເຈົ້າ ແລະ ການສະແຫວງຫາພຣະອົງ, ເຖິງກັບເຮັດໃຫ້ສິ່ງເຫຼົ່ານີ້ເປັນພື້ນຖານຂອງຄວາມເຊື່ອໃນພຣະເຈົ້າ ແລະ ການສະແຫວງຫາພຣະອົງຂອງພວກເຂົາ. ໃນເວລາດຽວກັນນີ້ ພວກເຂົາຍັງເອົາຕົ້ນທຶນ ແລະ ອາວຸດດັ່ງກ່າວນີ້ ແລະ ເຮັດໃຫ້ພວກມັນເປັນຂອງຄໍ້າຄູນສໍາລັບການຮູ້ຈັກພຣະເຈົ້າ ເພື່ອຮັບມື ແລະ ຕໍ່ສູ້ກັບການກວດສອບ, ການທົດລອງ, ການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ. ໃນທີ່ສຸດແລ້ວ ສິ່ງທີ່ພວກເຂົາເຮັດແມ່ນບໍ່ມີຫຍັງ ນອກຈາກຂໍ້ສະຫຼຸບກ່ຽວກັບພຣະເຈົ້າທີ່ເຊື່ອມຊືມດ້ວຍຄວາມໝາຍແຝງທາງສາສະໜາ, ໃນຄວາມງົບງວາຍແບບສັກດີນາ ແລະ ທຸກສິ່ງແມ່ນເປັນການເພີ້ຝັນ, ພິດສະດານ ແລະ ປິດສະໜາ. ວິທີທາງຂອງພວກເຂົາໃນການຮູ້ຈັກ ແລະ ການນິຍາມພຣະເຈົ້າແມ່ນຖືກປະທັບຕາໃສ່ແມ່ພິມດຽວກັນຄືກັບຂອງຄົນທີ່ພຽງແຕ່ເຊື່ອໃນສະຫວັນເບື້ອງເທິງ ຫຼື ຜູ້ເຖົ້າຢູ່ເທິງຟ້າເທົ່ານັ້ນ ໃນຂະນະທີ່ຄວາມເປັນຈິງຂອງພຣະເຈົ້າ, ແກ່ນແທ້ຂອງພຣະອົງ, ອຸປະນິໄສຂອງພຣະອົງ, ການຄອບຄອງ ແລະ ຕົວຕົນຂອງພຣະອົງ ແລະ ອື່ນໆ ເຊິ່ງລ້ວນແລ້ວແຕ່ກ່ຽວຂ້ອງກັບພຣະເຈົ້າທີ່ແທ້ຈິງແມ່ນສິ່ງທີ່ຄວາມຮູ້ຂອງພວກເຂົາບໍ່ສາມາດຢັ່ງເຖິງໄດ້, ຄວາມຮູ້ຂອງພວກເຂົາຕັດຂາດຢ່າງສິ້ນເຊີງ ແລະ ເຖິງກັບຫ່າງໄກເທົ່າກັບໄລຍະທາງລະຫວ່າງຂົ້ວໂລກເໜືອ ແລະ ຂົ້ວໂລກໃຕ້. ໃນວິທີນີ້ ເຖິງແມ່ນວ່າ ຜູ້ຄົນເຫຼົ່ານີ້ຈະດໍາລົງຊີວິດຢູ່ພາຍໃຕ້ການສະໜອງ ແລະ ການຫຼໍ່ລ້ຽງດ້ວຍພຣະທໍາຂອງພຣະເຈົ້າ ແຕ່ເຖິງຢ່າງນັ້ນກໍຕາມ ພວກເຂົາກໍບໍ່ສາມາດຍ່າງຢູ່ເສັ້ນທາງແຫ່ງການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍຢ່າງແທ້ຈິງໄດ້. ເຫດຜົນທີ່ແທ້ຈິງສໍາລັບສິ່ງນີ້ກໍຄື ພວກເຂົາບໍ່ເຄີຍຮູ້ຈັກພຣະເຈົ້າ, ພວກເຂົາບໍ່ເຄີຍມີການຕິດຕໍ່ ຫຼື ປະຕິສໍາພັນທີ່ແທ້ຈິງກັບພຣະອົງ ແລະ ສະນັ້ນ ມັນຈິ່ງເປັນໄປບໍ່ໄດ້ທີ່ພວກເຂົາຈະມີຄວາມເຂົ້າໃຈທີ່ສອດຄ່ອງກັບພຣະເຈົ້າໄດ້ ຫຼື ເຮັດໃຫ້ພວກເຂົາມີຄວາມກະຕືລືລົ້ນໃນຄວາມເຊື່ອ, ການສະແຫວງຫາ ຫຼື ການນະມັດສະການຢ່າງແທ້ຈິງຕໍ່ພຣະເຈົ້າ. ການທີ່ພວກເຂົາເຄົາລົບພຣະທໍາຂອງພຣະເຈົ້າ ແລະ ການທີ່ພວກເຂົາເຄົາລົບພຣະເຈົ້າ; ມຸມມອງ ແລະ ທັດສະນະຄະຕິດັ່ງກ່າວນີ້ ຈະເຮັດໃຫ້ຄວາມພະຍາຍາມຂອງພວກເຂົາສູນເປົ່າ ແລະ ຈະເຮັດໃຫ້ພວກເຂົາບໍ່ສາມາດຍ່າງຢູ່ເສັ້ນທາງແຫ່ງການຍໍາເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍຕະຫຼອດໄປ. ເປົ້າໝາຍທີ່ພວກເຂົາກໍາລັງມຸ່ງໝັ້ນ ແລະ ທິດທາງທີ່ພວກເຂົາກໍາລັງເດີນແມ່ນເຮັດໃຫ້ພວກເຂົາເປັນສັດຕູຂອງພຣະເຈົ້າຊົ່ວນິລັນດອນ ແລະ ພວກເຂົາກໍຈະບໍ່ມີວັນທີ່ຈະສາມາດໄດ້ຮັບຄວາມລອດພົ້ນຕະຫຼອດໄປ.

ໃນກໍລະນີທີ່ມະນຸດຄົນໜຶ່ງໄດ້ຕິດຕາມພຣະເຈົ້າເປັນເວລາຫຼາຍປີ ແລະ ໄດ້ມີຄວາມສຸກກັບການສະໜອງພຣະທໍາຂອງພຣະອົງເປັນເວລາຫຼາຍປີ, ຖ້າຫາກວ່າ ຄໍານິຍາມຂອງເຂົາກ່ຽວກັບພຣະເຈົ້າ ໃນແກ່ນແທ້ ແມ່ນຄືກັບຄໍານິຍາມຂອງບາງຄົນທີ່ກົ້ມຂາບລົງເພື່ອສະແດງຄວາມເຄົາລົບຕໍ່ຮູບບູຊາ ແລ້ວນີ້ກໍຈະໝາຍຄວາມວ່າ ມະນຸດຜູ້ນີ້ບໍ່ໄດ້ຮັບມາເຊິ່ງຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າເລີຍ. ນີ້ກໍເພາະວ່າ ເຂົາບໍ່ໄດ້ເຂົ້າໄປສູ່ຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ ແລະ ຍ້ອນເຫດຜົນນີ້ ຄວາມເປັນຈິງ, ຄວາມຈິງ, ເຈດຕະນາ ແລະ ຄວາມຮຽກຮ້ອງຕ້ອງການທີ່ມີຕໍ່ມວນມະນຸດ ເຊິ່ງທັງໝົດນີ້ແມ່ນມີຢູ່ໃນພຣະທໍາຂອງພຣະເຈົ້າ ແລະ ບໍ່ມີຫຍັງກ່ຽວຂ້ອງກັບເຂົາເລີຍ. ເວົ້າໄດ້ວ່າ ບໍ່ວ່າມະນຸດດັ່ງກ່າວຈະສາມາດເຮັດວຽກໃຫ້ໜັກຊໍ່າໃດກໍຕາມ ກ່ຽວກັບຄວາມໝາຍແບບຜິວເຜີນຂອງພຣະທໍາຂອງພຣະເຈົ້າ ແຕ່ທັງໝົດນີ້ກໍຈະບໍ່ມີປະໂຫຍດຫຍັງ: ເພາະວ່າ ສິ່ງທີ່ເຂົາສະແຫວງຫາແມ່ນເປັນພຽງແຕ່ຄໍາເວົ້າ ແລະ ສິ່ງທີ່ເຂົາໄດ້ຮັບຕາມຄວາມຈໍາເປັນຍັງຈະແມ່ນເປັນພຽງຄໍາເວົ້າເທົ່ານັ້ນ. ບໍ່ວ່າພຣະທໍາທີ່ກ່າວໂດຍພຣະເຈົ້າ ໃນຮູບແບບລັກສະນະພາຍນອກ ຈະທໍາມະດາ ຫຼື ເຂົ້າໃຈຍາກ ຫຼື ບໍ່ກໍຕາມ, ພຣະທໍາເຫຼົ່ານັ້ນກໍແມ່ນຄວາມຈິງທັງໝົດທີ່ມະນຸດຂາດບໍ່ໄດ້ ໃນຂະນະທີ່ເຂົາເຂົ້າສູ່ຊີວິດ; ພຣະທໍາເຫຼົ່ານັ້ນແມ່ນນໍ້າພຸຂອງນໍ້າແຫ່ງຊີວິດ ທີ່ເຮັດໃຫ້ເຂົາສາມາດຢູ່ລອດໄດ້ໃນທາງດ້ານຈິດໃຈ ແລະ ເນື້ອໜັງ. ພຣະທໍາເຫຼົ່ານັ້ນແມ່ນສະໜອງສິ່ງທີ່ມະນຸດຕ້ອງການເພື່ອໃຫ້ມີຊີວິດຢູ່; ຫຼັກຄວາມເຊື່ອ ແລະ ຄວາມເຊື່ອທາງສາສະໜາ ສໍາລັບການດໍາລົງຊີວິດປະຈໍາວັນຂອງເຂົາ; ເສັ້ນທາງ, ເປົ້າໝາຍ ແລະ ທິດທາງ ທີ່ເຂົາຕ້ອງພັດຜ່ານເພື່ອໄດ້ຮັບການຊ່ວຍໃຫ້ລອດພົ້ນ; ຄວາມຈິງທັງໝົດທີ່ເຂົາຄວນມີ ໃນຖານະທີ່ເປັນສິ່ງມີຊີວິດທີ່ຖືກສ້າງຢູ່ຕໍ່ໜ້າພຣະເຈົ້າ; ແລະ ຄວາມຈິງທັງໝົດ ກ່ຽວກັບວິທີທີ່ມະນຸດເຊື່ອຟັງ ແລະ ນະມັດສະການພຣະເຈົ້າ. ພຣະທໍາເຫຼົ່ານັ້ນແມ່ນຫຼັກປະກັນ ທີ່ຮັບປະກັນການຢູ່ລອດຂອງມະນຸດ, ແມ່ນອາຫານປະຈໍາວັນຂອງມະນຸດ ແລະ ຍັງແມ່ນການສະໜັບສະໜູນທີ່ແຂງແກ່ນ ທີ່ເຮັດໃຫ້ມະນຸດສາມາດມີຄວາມເຂັ້ມແຂງ ແລະ ລຸກຂຶ້ນຢືນໄດ້. ພຣະທໍາເຫຼົ່ານັ້ນແມ່ນອຸດົມສົມບູນໄປດ້ວຍຄວາມເປັນຈິງແຫ່ງຄວາມຈິງຂອງຄວາມເປັນມະນຸດແບບປົກກະຕິ ເນື່ອງຈາກມະນຸດທີ່ຖືກສ້າງຂຶ້ນດໍາລົງຢູ່ນໍາ, ອຸດົມສົມບູນໄປດ້ວຍຄວາມຈິງ ເຊິ່ງມະນຸດໄດ້ລຸດພົ້ນເປັນອິດສະຫຼະຈາກຄວາມເສື່ອມຊາມ ແລະ ຫຼົບໜີຈາກແຮ້ວຂອງຊາຕານ, ອຸດົມສົມບູນໄປດ້ວຍການສິດສອນ, ການແນະນໍາ, ການໃຫ້ກໍາລັງໃຈ ແລະ ການປອບໃຈທີ່ບໍ່ຮູ້ຈັກເມື່ອຍ ທີ່ພຣະຜູ້ສ້າງໄດ້ມອບໃຫ້ມວນມະນຸດທີ່ຖືກສ້າງຂຶ້ນ. ພຣະທໍາເຫຼົ່ານັ້ນແມ່ນໄຟ ທີ່ນໍາທາງ ແລະ ໃຫ້ແສງສະຫວ່າງແກ່ມະນຸດ ເພື່ອເຂົ້າໃຈທຸກສິ່ງທີ່ເປັນດ້ານບວກ, ຫຼັກປະກັນທີ່ຮັບປະກັນວ່າ ມະນຸດຈະດໍາລົງຊີວິດ ແລະ ຄອບຄອງທຸກສິ່ງທີ່ຊອບທໍາ ແລະ ສິ່ງທີ່ດີ ເຊິ່ງເປັນມາດຕະຖານທີ່ປະເມີນຜູ້ຄົນ, ເຫດການ ແລະ ວັດຖຸສິ່ງຂອງທັງໝົດ ແລະ ຍັງເປັນເຄື່ອງໝາຍໃນການນໍາທາງ ທີ່ນໍາພາມະນຸດໄປສູ່ການຊ່ວຍໃຫ້ລອດພົ້ນ ແລະ ເສັ້ນທາງແຫ່ງແສງສະຫວ່າງ. ມີແຕ່ໃນປະສົບການຕົວຈິງຈາກພຣະທໍາຂອງພຣະເຈົ້າເທົ່ານັ້ນ ທີ່ເຮັດໃຫ້ມະນຸດໄດ້ຮັບຄວາມຈິງ ແລະ ຊີວິດ; ມີແຕ່ຢູ່ໃນນີ້ເທົ່ານັ້ນ ເຂົາຈິ່ງຈະເຂົ້າໃຈວ່າ ຄວາມເປັນມະນຸດແບບປົກກະຕິແມ່ນຫຍັງ, ຊີວິດທີ່ມີຄວາມໝາຍແມ່ນຫຍັງ, ສິ່ງມີຊີວິດທີ່ຖືກສ້າງຂຶ້ນທີ່ແທ້ຈິງແມ່ນຫຍັງ, ການເຊື່ອຟັງພຣະເຈົ້າທີ່ແທ້ຈິງແມ່ນຫຍັງ; ມີແຕ່ຢູ່ໃນນີ້ເທົ່ານັ້ນ ເຂົາຈິ່ງຈະເຂົ້າໃຈເຖິງວິທີທີ່ເຂົາຄວນເອົາໃຈໃສ່ຕໍ່ພຣະເຈົ້າ, ວິທີເຮັດໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນໃຫ້ສໍາເລັດ ແລະ ວິທີທີ່ຈະມີຄວາມຄ້າຍຄືກັບມະນຸດທີ່ແທ້ຈິງ; ມີແຕ່ຢູ່ໃນນີ້ເທົ່ານັ້ນ ເຂົາຈິ່ງຈະເຂົ້າໃຈວ່າ ຜູ້ປົກຄອງສະຫວັນ, ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງແມ່ນໃຜ; ມີແຕ່ຢູ່ໃນນີ້ເທົ່ານັ້ນ ເຂົາຈິ່ງຈະເຂົ້າໃຈເຖິງວິທີການໃນການປົກຄອງ, ການນໍາພາ ແລະ ການສະໜອງໃຫ້ສັບພະສິ່ງ ຂອງພຣະຜູ້ເປັນເຈົ້ານາຍຂອງທຸກສັບພະສິງທັງປວງ; ແລະ ມີແຕ່ຢູ່ໃນນີ້ເທົ່ານັ້ນ ເຂົາຈິ່ງຈະເຂົ້າໃຈ ແລະ ຮູ້ແຈ້ງເຖິງວິທີການໃນການມີຢູ່, ການມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ ແລະ ການເຮັດພາລະກິດຂອງພຣະຜູ້ເປັນເຈົ້ານາຍຂອງທຸກສັບພະສິງທັງປວງ… ເມື່ອຖືກແຍກອອກຈາກປະສົບການທີ່ແທ້ຈິງແຫ່ງພຣະທໍາຂອງພຣະເຈົ້າ ມະນຸດກໍບໍ່ມີຄວາມຮູ້ທີ່ແທ້ຈິງ ຫຼື ການຢັ່ງຮູ້ພຣະທໍາຂອງພຣະເຈົ້າ ແລະ ຄວາມຈິງ. ມະນຸດດັ່ງກ່າວແມ່ນຊາກສົບທີ່ມີຊີວິດແທ້ໆ, ເປັນເປືອກຫອຍທີ່ສົມບູນ ແລະ ຄວາມຮູ້ທັງໝົດທີ່ກ່ຽວກັບພຣະຜູ້ສ້າງແມ່ນບໍ່ມີຫຍັງກ່ຽວຂ້ອງກັບເຂົາເລີຍ. ໃນສາຍຕາຂອງພຣະເຈົ້າ, ມະນຸດດັ່ງກ່າວບໍ່ເຄີຍເຊື່ອໃນພຣະອົງ ແລະ ເຂົາກໍບໍ່ເຄີຍຕິດຕາມພຣະອົງ ແລະ ດ້ວຍເຫດນີ້ ພຣະເຈົ້າຈິ່ງບໍ່ໄດ້ຮັບຮູ້ວ່າ ເຂົາເປັນຜູ້ທີ່ເຊື່ອໃນພຣະອົງ ຫຼື ຜູ້ທີ່ຕິດຕາມພຣະອົງ ແລ້ວຍິ່ງໄກທີ່ຈະແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນຢ່າງແທ້ຈິງ.

ສິ່ງທີ່ຖືກສ້າງຂຶ້ນຢ່າງແທ້ຈິງຕ້ອງຮູ້ວ່າ ພຣະຜູ້ສ້າງແມ່ນໃຜ, ການຊົງສ້າງມະນຸດແມ່ນເພື່ອຫຍັງ, ວິທີປະຕິບັດຄວາມຮັບຜິດຊອບຂອງສິ່ງທີ່ຖືກສ້າງຂຶ້ນ ແລະ ວິທິນະມັດສະການພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ, ຕ້ອງເຂົ້າໃຈ, ຮູ້ແຈ້ງ, ຮູ້ຈັກ ແລະ ເອົາໃຈໃສ່ຕໍ່ຄວາມປະສົງ, ຄວາມປາດຖະໜາ ແລະ ຄວາມຮຽກຮ້ອງຕ້ອງການຂອງພຣະຜູ້ສ້າງ ແລະ ຕ້ອງປະຕິບັດຕາມວິທີທາງຂອງພຣະຜູ້ສ້າງ ນັ້ນກໍຄື ການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ.

ການຍໍາເກງພຣະເຈົ້າແມ່ນຫຍັງ? ຄົນເຮົາສາມາດຫຼີກເວັ້ນຄວາມຊົ່ວຮ້າຍໄດ້ແນວໃດ?

“ການຍໍາເກງພຣະເຈົ້າ” ບໍ່ໄດ້ໝາຍເຖິງການຕົກໃຈ ແລະ ຄວາມຢ້ານກົວທີ່ບໍ່ສາມາດບັນຍາຍໄດ້ ຫຼື ການຫຼີກເວັ້ນ ຫຼື ການຢູ່ຫ່າງ ຫຼື ການບູຊາຮູບ ຫຼື ຄວາມເຊື່ອງົມງວາຍ. ກົງກັນຂ້າມ ມັນແມ່ນຄວາມເຫຼື້ອມໃສ, ຄວາມເຄົາລົບ, ຄວາມເຊື່ອໃຈ, ຄວາມເຂົ້າໃຈ, ຄວາມເອົາໃຈໃສ່, ຄວາມເຊື່ອຟັງ, ການອຸທິດຕົນ, ຄວາມຮັກ ພ້ອມດ້ວຍການນະມັດສະການ, ການຕອບແທນ ແລະ ການຍອມເຮັດຕາມໂດຍບໍ່ມີເງື່ອນໄຂ ແລະ ບໍ່ມີຄວາມບໍ່ພໍໃຈ. ຖ້າບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ມວນມະນຸດຈະບໍ່ມີຄວາມເຫຼື້ອມໃສທີ່ແທ້ຈິງ, ຄວາມເຊື່ອໃຈທີ່ແທ້ຈິງ, ຄວາມເຂົ້າໃຈທີ່ແທ້ຈິງ, ຄວາມເອົາໃຈໃສ່ ແລະ ຄວາມເຊື່ອຟັງທີ່ແທ້ຈິງ ແຕ່ຈະມີພຽງຄວາມຢ້ານກົວ ແລະ ຄວາມບໍ່ສະບາຍໃຈ, ຂໍ້ສົງໄສ, ຄວາມເຂົ້າໃຈຜິດ, ການຫຼົບຫຼີກ ແລະ ການຫຼີກເວັ້ນ; ຖ້າບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ມວນມະນຸດກໍຈະບໍ່ມີການອຸທິດຕົນ ແລະ ການຕອບແທນທີ່ແທ້ຈິງ; ຖ້າບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ມວນມະນຸດກໍຈະບໍ່ມີການນະມັດສະການ ແລະ ການຍອມເຮັດຕາມທີ່ແທ້ຈິງ, ຈະມີແຕ່ການບູຊາ ແລະ ຄວາມເຊື່ອທີ່ງົມງວາຍແບບຕາບອດເທົ່ານັ້ນ; ຖ້າບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ມວນມະນຸດກໍຈະບໍ່ສາມາດປະຕິບັດຕາມວິທີທາງຂອງພຣະເຈົ້າ ຫຼື ຍໍາເກງພຣະເຈົ້າ ຫຼື ຫຼີກເວັ້ນຄວາມຊົ່ວຮ້າຍ. ໃນທາງກັບກັນ, ກິດຈະກໍາ ແລະ ການປະພຶດທັງໝົດທີ່ມະນຸດມີ ແມ່ນຈະເຕັມໄປດ້ວຍການກະບົດ ແລະ ຄວາມບໍ່ເຊື່ອຟັງ ພ້ອມກັບຄໍາກ່າວຫາແບບໃສ່ຮ້າຍປ້າຍສີ ແລະ ຄໍາຕັດສິນແບບໝິ່ນປະໝາດກ່ຽວກັບພຣະອົງ ແລະ ພ້ອມກັບການປະຕິບັດທີ່ຊົ່ວຮ້າຍ ເຊິ່ງຂັດກັບຄວາມຈິງ ແລະ ຄວາມໝາຍທີ່ແທ້ຈິງຂອງພຣະທໍາຂອງພຣະເຈົ້າ.

ເມື່ອມວນມະນຸດມີຄວາມເຊື່ອໃຈທີ່ແທ້ຈິງຕໍ່ພຣະເຈົ້າ, ພວກເຂົາກໍຈະຕິດຕາມພຣະອົງ ແລະ ເພິ່ງພາອາໄສພຣະອົງຢ່າງແທ້ຈິງ; ມີແຕ່ຄວາມເຊື່ອໃຈ ແລະ ຄວາມເພິ່ງພາອາໄສທີ່ແທ້ຈິງຕໍ່ພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດມີຄວາມເຂົ້າໃຈ ແລະ ຄວາມສາມາດໃນການເຂົ້າໃຈທີ່ແທ້ຈິງ; ສິ່ງທີ່ມາພ້ອມກັບຄວາມສາມາດເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າແມ່ນການເອົາໃຈໃສ່ທີ່ແທ້ຈິງຕໍ່ພຣະອົງ; ມີແຕ່ຄວາມເອົາໃຈໃສ່ທີ່ແທ້ຈິງຕໍ່ພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດມີຄວາມເຊື່ອຟັງຢ່າງແທ້ຈິງ; ມີແຕ່ຄວາມເຊື່ອຟັງທີ່ແທ້ຈິງໃນພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດອຸທິດຕົນຢ່າງແທ້ຈິງ; ມີແຕ່ການອຸທິດຕົນທີ່ແທ້ຈິງຕໍ່ພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດຕອບແທນໂດຍບໍ່ມີເງື່ອນໄຂ ແລະ ບໍ່ມີຄວາມບໍ່ພໍໃຈ; ມີແຕ່ຄວາມເຊື່ອໃຈ ແລະ ການເພິ່ງພາອາໄສທີ່ແທ້ຈິງ, ຄວາມເຂົ້າໃຈ ແລະ ຄວາມເອົາໃຈໃສ່ທີ່ແທ້ຈິງ, ຄວາມເຊື່ອຟັງທີ່ແທ້ຈິງ, ການອຸທິດຕົນທີ່ແທ້ຈິງ ແລະ ການຕອບແທນເທົ່ານັ້ນ ມະນຸດຈິ່ງຈະສາມາດຮູ້ຈັກອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າຢ່າງແທ້ຈິງ ແລະ ຮູ້ຈັກຕົວຕົນຂອງພຣະຜູ້ສ້າງ; ເມື່ອພວກເຂົາໄດ້ຮູ້ຈັກພຣະຜູ້ສ້າງຢ່າງແທ້ຈິງເທົ່ານັ້ນ ມະນຸດຈິ່ງຈະສາມາດປຸກການນະມັດສະການ ແລະ ຍອມເຮັດຕາມຢ່າງແທ້ຈິງພາຍໃນຕົວເອງ; ເມື່ອພວກເຂົາມີການນະມັດສະການ ແລະ ຍອມເຮັດຕາມຢ່າງແທ້ຈິງຕໍ່ພຣະຜູ້ສ້າງເທົ່ານັ້ນ ມະນຸດຈິ່ງຈະສາມາດປະຖິ້ມວິທີທາງທີ່ຊົ່ວຮ້າຍຂອງພວກເຂົາໄດ້ ເຊິ່ງນັ້ນກໍຄືການຫຼີກເວັ້ນຄວາມຊົ່ວຮ້າຍ.

ນີ້ປະກອບເປັນຂະບວນການທັງໝົດຂອງ “ການຍໍາເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ” ແລະ ຍັງເປັນເນື້ອໃນທີ່ຄົບຖ້ວນກ່ຽວກັບການຍໍາເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ ພ້ອມດ້ວຍເສັ້ນທາງທີ່ຕ້ອງຂ້າມຜ່ານ ເພື່ອໄປເຖິງຈຸດຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ.

“ການຍໍາເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ” ແລະ ການຮູ້ຈັກພຣະເຈົ້າແມ່ນຕິດພັນກັບເສັ້ນດ້າຍຈໍານວນນັບບໍ່ຖ້ວນທີ່ບໍ່ສາມາດແຍກອອກໄດ້ ແລະ ຄວາມສໍາພັນ ລະຫວ່າງ ພວກມັນແມ່ນເຫັນໄດ້ຊັດເຈນໃນໂຕ. ຖ້າຄົນໃດປາຖະໜາທີ່ຈະຫຼີກເວັ້ນຄວາມຊົ່ວຮ້າຍໄດ້ຢ່າງສໍາເລັດ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມີຄວາມຍໍາເກງທີ່ແທ້ຈິງຕໍ່ພຣະເຈົ້າ; ຖ້າຄົນໃດປາຖະໜາທີ່ຈະຍໍາເກງພຣະເຈົ້າໄດ້ຢ່າງສໍາເລັດ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ; ຖ້າຄົນໃດປາຖະໜາທີ່ຈະໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງປະສົບກັບພຣະທໍາຂອງພຣະເຈົ້າ, ເຂົ້າສູ່ຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າ, ປະສົບກັບການຕີສອນ ແລະ ການລົງວິໄນຂອງພຣະອົງ, ການຕີສອນ ແລະ ການພິພາກສາຂອງພຣະອົງ; ຖ້າຄົນໃດປາຖະໜາທີ່ຈະປະສົບກັບພຣະທໍາຂອງພຣະເຈົ້າ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມາຢູ່ເຊິ່ງໜ້າກັບພຣະທໍາຂອງພຣະເຈົ້າ, ມາຢູ່ເຊິ່ງໜ້າກັບພຣະເຈົ້າ ແລະ ຂໍໃຫ້ພຣະເຈົ້າມອບໂອກາດເພື່ອຈະໄດ້ປະສົບກັບພຣະທໍາຂອງພຣະເຈົ້າ ໃນຮູບແບບທີ່ຢູ່ໃນທຸກສະພາບແວດລ້ອມທີ່ກ່ຽວຂ້ອງກັບຜູ້ຄົນ, ເຫດການ ແລະ ວັດຖຸ; ຖ້າຄົນໃດປາຖະໜາທີ່ຈະມາຢູ່ເຊິ່ງໜ້າກັບພຣະເຈົ້າ ແລະ ພຣະທໍາຂອງພຣະເຈົ້າ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມີຈິດໃຈທີ່ທໍາມະດາ ແລະ ສັດຊື່, ມີຄວາມພ້ອມທີ່ຈະຍອມຮັບຄວາມຈິງ, ຄວາມປະສົງທີ່ຈະອົດທົນຕໍ່ຄວາມທຸກທໍລະມານ, ຄວາມເດັດດ່ຽວ ແລະ ຄວາມກ້າທີ່ຈະຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຄວາມປາຖະໜາທີ່ຈະກາຍເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນຢ່າງແທ້ຈິງ…. ດ້ວຍວິທີນີ້ ໃນການເດີນໄປຂ້າງໜ້າເທື່ອລະກ້າວ ເຈົ້າຈະເຂົ້າໃກ້ພຣະເຈົ້າໄດ້ຫຼາຍກວ່າເກົ່າ, ໃຈຂອງເຈົ້າຈະບໍລິສຸດຫຼາຍຂຶ້ນກວ່າເກົ່າ ແລະ ຊີວິດຂອງເຈົ້າ ແລະ ຄຸນຄ່າຂອງການມີຊີວິດ ພ້ອມກັບຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າກໍຈະມີຄວາມໝາຍຫຼາຍກວ່າເກົ່າ ແລະ ມີຄວາມເປັ່ງປະກາຍເພີ່ມຂຶ້ນກວ່າເກົ່າ. ຈົນກວ່າໃນມື້ໜຶ່ງ ເຈົ້າຈະຮູ້ສຶກວ່າ ພຣະຜູ້ສ້າງບໍ່ແມ່ນປິດສະໜາອີກຕໍ່ໄປ, ພຣະຜູ້ສ້າງບໍ່ເຄີຍຊ້ອນລີ້ຈາກເຈົ້າ, ພຣະຜູ້ສ້າງບໍ່ເຄີຍປິດບັງໃບໜ້າຂອງພຣະອົງຈາກເຈົ້າ, ພຣະຜູ້ສ້າງບໍ່ໄດ້ຢູ່ໄກຈາກເຈົ້າເລີຍ, ພຣະຜູ້ສ້າງບໍ່ແມ່ນຜູ້ທີ່ເຈົ້າໃຝ່ຫາຢູ່ໃນຄວາມຄິດຂອງເຈົ້າຕະຫຼອດເວລາອີກຕໍ່ໄປ ທີ່ເຈົ້າບໍ່ສາມາດເອື້ອມເຖິງດ້ວຍຄວາມຮູ້ສຶກຂອງເຈົ້າໄດ້, ພຣະອົງແມ່ນຢືນເຝົ້າຢູ່ເບື້ອງຊ້າຍ ແລະ ເບື້ອງຂວາຂອງເຈົ້າແທ້ໆ ແລະ ຢ່າງແທ້ຈິງ, ສະໜອງໃຫ້ແກ່ຊີວິດຂອງເຈົ້າ ແລະ ຄວບຄຸມຊະຕາກໍາຂອງເຈົ້າ. ພຣະອົງບໍ່ໄດ້ຢູ່ເທິງຂອບຟ້າທີ່ຫ່າງໄກ ແລະ ພຣະອົງກໍບໍ່ໄດ້ປິດບັງພຣະອົງເອງຢູ່ເທິງກ້ອນເມກທີ່ສູງ. ພຣະອົງແມ່ນຢູ່ຄຽງຂ້າງເຈົ້າ ໂດຍຄວບຄຸມທຸກຢ່າງຂອງເຈົ້າ, ພຣະອົງແມ່ນທຸກສິ່ງທຸກຢ່າງທີ່ເຈົ້າມີ ແລະ ພຣະອົງແມ່ນສິ່ງດຽວທີ່ເຈົ້າມີ. ເປັນພຣະເຈົ້າທີ່ອະນຸຍາດໃຫ້ເຈົ້າຮັກພຣະອົງຈາກໃຈ, ຍຶດຕິດກັບພຣະອົງ, ກອດພຣະອົງໄວ້ຢູ່ໃກ້ໆ, ຍົກຍ້ອງພຣະອົງ, ຢ້ານທີ່ຈະສູນເສຍພຣະອົງ ແລະ ບໍ່ເຕັມໃຈທີ່ຈະປະຖິ້ມພຣະອົງອີກຕໍ່ໄປ, ຈະບໍ່ຂັດຂືນພຣະອົງອີກຕໍ່ໄປ ຫຼື ຫຼີກເວັ້ນພຣະອົງ ຫຼື ຈັດໃຫ້ພຣະອົງຢູ່ຫ່າງໆ. ສິ່ງດຽວທີ່ເຈົ້າຕ້ອງການແມ່ນການເອົາໃຈໃສ່ຕໍ່ພຣະອົງ, ເຊື່ອຟັງພຣະອົງ, ຕອບແທນທຸກສິ່ງທີ່ພຣະອົງໄດ້ມອບໃຫ້ເຈົ້າ ແລະ ຍອມເຊື່ອຟັງຕໍ່ການປົກຄອງຂອງພຣະອົງ. ເຈົ້າຈະບໍ່ປະຕິເສດການຖືກນໍາພາ, ການສະໜອງ, ການເຝົ້າເບິ່ງ ແລະ ການຖືກພຣະອົງຊົງຮັກສາໄວ້ອີກຕໍ່ໄປ, ບໍ່ປະຕິເສດການສັ່ງການ ແລະ ຄໍາສັ່ງຂອງພຣະອົງທີ່ມີຕໍ່ເຈົ້າ. ສິ່ງດຽວທີ່ເຈົ້າຕ້ອງການແມ່ນການຕິດຕາມພຣະອົງ, ຍ່າງຄຽງຂ້າງພຣະອົງທາງເບື້ອງຊ້າຍ ຫຼື ເບື້ອງຂວາຂອງພຣະອົງ, ສິ່ງດຽວທີ່ເຈົ້າຕ້ອງການແມ່ນການຍອມຮັບພຣະອົງເປັນຊີວິດໜຶ່ງດຽວຂອງເຈົ້າເທົ່ານັ້ນ, ຍອມຮັບພຣະອົງເປັນພຣະຜູ້ເປັນເຈົ້າໜຶ່ງດຽວຂອງເຈົ້າເທົ່ານັ້ນ ແລະ ເປັນພຣະເຈົ້າໜຶ່ງດຽວຂອງເຈົ້າເທົ່ານັ້ນ.

ວັນທີ 18 ສິງຫາ 2014

ກ່ອນນີ້: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ

ຕໍ່ໄປ: ພຣະເຈົ້າເອງ ທີ່ເປັນເອກະລັກ II

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້

ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ...

ອານາຈັກພັນປີມາຮອດແລ້ວ

ພວກເຈົ້າເຄີຍເຫັນບໍ່ວ່າພຣະເຈົ້າຈະບັນລຸພາລະກິດໃດໃນກຸ່ມຄົນເຫຼົ່ານີ້? ພຣະເຈົ້າໄດ້ກ່າວໄວ້ວ່າ ເຖິງແມ່ນຢູ່ໃນອານາຈັກພັນປີ...

ການຝື້ນຟູຊີວິດປົກກະຕິຂອງມະນຸດ ແລະ ນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈປາຍທາງທີ່ມະນຸດຊາດຈະເຂົ້າສູ່. ໃນຖານະທີ່ເປັນສິ່ງຖືກສ້າງ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້