ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ຍອດພຣະທໍາ​ຂອງພຣະ​ເຈົ້າອົງຊົງລິດທານຸພາບສູງສຸດກ່ຽວກັບຂ່າວປະເສີດ​ແຫ່ງອານາຈັກ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ມະນຸດຊາດທີ່ເສື່ອມຊາມຍິ່ງຕ້ອງການຄວາມລອດພົ້ນຂອງພຣະເຈົ້າທີ່ກາຍເປັນເນື້ອໜັງ

ພຣະເຈົ້າກາຍເປັນເນື້ອໜັງກໍຍ້ອນວ່າ ເປົ້າໝາຍແຫ່ງພາລະກິດຂອງພຣະອົງບໍ່ແມ່ນວິນຍານຂອງຊາຕານ ຫຼື ສິ່ງທີ່ບໍ່ມີຮູບຮ່າງ, ແຕ່ເປັນມະນຸດ ຜູ້ເຊິ່ງມີເນື້ອໜັງ ແລະ ຖືກຊາຕານເຮັດໃຫ້ເສື່ອມຊາມ. ແນ່ນອນ ຍ້ອນວ່າເນື້ອໜັງຂອງມະນຸດຖືກເຮັດໃຫ້ເສື່ອມຊາມ, ພຣະເຈົ້າຈຶ່ງເຮັດໃຫ້ມະນຸດທີ່ມີເນື້ອໜັງເປັນເປົ້າໝາຍແຫ່ງພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ, ເພາະວ່າ ມະນຸດເປັນເປົ້າໝາຍຂອງການເສື່ອມຊາມ, ພຣະອົງຈຶ່ງເຮັດໃຫ້ມະນຸດເປັນເປົ້າໝາຍຢ່າງດຽວຂອງພາລະກິດຂອງພຣະອົງໃນທຸກຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ. ມະນຸດເປັນສິ່ງມີຊີວິດທີ່ຕ້ອງຕາຍ, ມີເນື້ອໜັງ ແລະ ເລືອດ ແລະ ພຣະເຈົ້າຄືສິ່ງດຽວທີ່ສາມາດຊ່ວຍໃຫ້ມະນຸດລອດພົ້ນໄດ້. ໃນວິທີນີ້, ພຣະເຈົ້າຕ້ອງກາຍເປັນເນື້ອໜັງທີ່ມີຄຸນລັກສະນະຄືກັບມະນຸດເພື່ອປະຕິບັດພາລະກິດຂອງພຣະອົງ, ເພື່ອວ່າ ພາລະກິດຂອງພຣະອົງອາດບັນລຸຜົນຫຼາຍຂຶ້ນ. ພຣະເຈົ້າຕ້ອງກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ ນັ້ນກໍຍ້ອນວ່າ ມະນຸດມີເນື້ອໜັງ ແລະ ບໍ່ສາມາດເອົາຊະນະຄວາມຜິດບາບ ຫຼື ຖອນຕົວອອກຈາກເນື້ອໜັງໄດ້. ເຖິງແມ່ນວ່າ ທາດແທ້ ແລະ ຕົວຕົນຂອງພຣະເຈົ້າທີ່ບັງເກີດເປັນມະນຸດແຕກຕ່າງຈາກທາດແທ້ ແລະ ຕົວຕົນຂອງມະນຸດຢ່າງຫຼວງຫຼາຍ, ແຕ່ລັກສະນະພາຍນອກຂອງພຣະອົງແມ່ນຄືກັນກັບມະນຸດ, ພຣະອົງມີລັກສະນະພາຍນອກຂອງຄົນທຳມະດາ ແລະ ດຳເນີນຊີວິດແບບຄົນທຳມະດາ ແລະ ຄົນທີ່ເຫັນພຣະອົງກໍບໍ່ສາມາດແຍກແຍະຄວາມແຕກຕ່າງຈາກຄົນທຳມະດາໄດ້. ລັກສະນະພາຍນອກທີ່ທຳມະດາ ແລະ ຄວາມເປັນມະນຸດທຳມະດານີ້ແມ່ນພຽງພໍສຳລັບພຣະອົງໃນການປະຕິບັດພາລະກິດອັນສັກສິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາ. ເນື້ອໜັງຂອງພຣະອົງເຮັດໃຫ້ພຣະອົງປະຕິບັດພາລະກິດຢູ່ໃນຄວາມເປັນມະນຸດທີ່ທຳມະດາ ແລະ ຊ່ວຍໃຫ້ພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ ແລະ ທ່າມກາງຄວາມເປັນມະນຸດທຳມະດາຂອງພຣະອົງ, ຍິ່ງໄປກວ່ານັ້ນ ກໍຍັງຊ່ວຍໃຫ້ພຣະອົງປະຕິບັດພາລະກິດແຫ່ງຄວາມລອດພົ້ນໃນທ່າມກາງມະນຸດ. ເຖິງແມ່ນວ່າ ຄວາມເປັນມະນຸດທຳມະດາຂອງພຣະອົງໄດ້ກໍ່ໃຫ້ເກີດຄວາມສັບສົນວຸ້ນວາຍຫຼາຍປະການໃນທ່າມກາງມະນຸດ, ຄວາມສັບສົນວຸ້ນວາຍດັ່ງກ່າວກໍບໍ່ມີຜົນກະທົບໃດໆຕໍ່ພາລະກິດທໍາມະດາຂອງພຣະອົງ. ສະຫຼຸບກໍຄື ພາລະກິດຂອງເນື້ອໜັງທີ່ທຳມະດາຂອງພຣະອົງມີຜົນປະໂຫຍດຕໍ່ມະນຸດຫຼາຍທີ່ສຸດ. ເຖິງແມ່ນຄົນສ່ວນຫຼາຍບໍ່ຍອມຮັບຄວາມເປັນມະນຸດທຳມະດາຂອງພຣະອົງ, ພາລະກິດຂອງພຣະອົງກໍຍັງມີປະສິດທິພາບ ແລະ ປະສິດທິພາບເຫຼົ່ານີ້ແມ່ນຖືກບັນລຸຍ້ອນຄວາມເປັນມະນຸດທຳມະດາຂອງພຣະອົງ. ແນ່ນອນ ບໍ່ມີຂໍ້ສົງໄສໃນສິ່ງນີ້ເລີຍ. ຈາກພາລະກິດຂອງພຣະອົງໃນເນື້ອໜັງ, ມະນຸດໄດ້ຮັບຫຼາຍສິ່ງຫຼາຍຢ່າງເປັນສິບເທົ່າ ຫຼື ເປັນສິບສອງເທົ່າຫຼາຍກວ່າແນວຄິດທີ່ມີຢູ່ໃນທ່າມກາງມະນຸດກ່ຽວກັບຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ແນວຄິດດັ່ງກ່າວຈະຖືກພາລະກິດຂອງພຣະອົງກືນກິນໃນທີ່ສຸດ. ແລ້ວຜົນທີ່ພາລະກິດຂອງພຣະອົງໄດ້ບັນລຸ ເຊິ່ງໝາຍເຖິງ ຄວາມຮູ້ທີ່ມະນຸດມີກ່ຽວກັບພຣະອົງ ແມ່ນຈະມີຫຼາຍກວ່າແນວຄິດຂອງມະນຸດທີ່ມີກ່ຽວກັບພຣະອົງ. ບໍ່ມີທາງທີ່ຈະສາມາດຈິນຕະນາການ ຫຼື ຊັ່ງຊາພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງໄດ້, ເພາະວ່າ ເນື້ອໜັງຂອງພຣະອົງບໍ່ຄືເນື້ອໜັງຂອງມະນຸດທົ່ວໄປ; ເຖິງແມ່ນຮູບລັກສະນະພາຍນອກຈະຄ້າຍຄືກັນ, ແຕ່ທາດແທ້ແມ່ນບໍ່ຄືກັນ. ເນື້ອໜັງຂອງພຣະອົງເຮັດໃຫ້ເກີດມີຫຼາຍແນວຄິດທ່າມກາງມະນຸດທີ່ກ່ຽວກັບພຣະເຈົ້າ, ແຕ່ເຖິງຢ່າງໃດກໍຕາມ ເນື້ອໜັງຂອງພຣະອົງຍັງສາມາດເຮັດໃຫ້ມະນຸດໄດ້ຮັບເອົາຄວາມຮູ້ຫຼາຍຢ່າງ ແລະ ເຖິງກັບສາມາດເອົາຊະນະມະນຸດຄົນອື່ນໆທີ່ມີຮ່າງກາຍພາຍນອກຄ້າຍຄືພຣະອົງ. ເນື່ອງຈາກວ່າ ພຣະອົງບໍ່ແມ່ນພຽງແຕ່ເປັນມະນຸດເທົ່ານັ້ນ, ແຕ່ເປັນພຣະເຈົ້າທີ່ມີຮູບຮ່າງພາຍນອກຂອງມະນຸດ ແລະ ບໍ່ມີໃຜທີ່ສາມາດຢັ່ງເຖິງ ຫຼື ເຂົ້າໃຈພຣະອົງໄດ້ຢ່າງສົມບູນ. ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດຈັບຕ້ອງໄດ້, ໄດ້ຮັບຄວາມຮັກ ແລະ ຖືກຕ້ອນຮັບເອົາໂດຍທຸກຄົນ. ຖ້າພຣະເຈົ້າເປັນພຽງແຕ່ພຣະວິນຍານທີ່ມະນຸດບໍ່ສາມາດເຫັນໄດ້, ແລ້ວມັນກໍງ່າຍຫຼາຍທີ່ມະນຸດຈະເຊື່ອໃນພຣະເຈົ້າ. ມະນຸດສາມາດມີອິດສະຫຼະໃນຈິນຕະນາການຂອງພວກເຂົາ, ສາມາດເລືອກເອົາພາບລັກສະນະໃດທີ່ເຂົາມັກ ໃຫ້ເປັນພາບລັກສະນະຂອງພຣະເຈົ້າເພື່ອເຮັດໃຫ້ຕົນເອງພໍໃຈ ແລະ ເຮັດໃຫ້ຕົນເອງຮູ້ສຶກມີຄວາມສຸກ. ໃນທຳນອງນີ້, ມະນຸດອາດເຮັດສິ່ງໃດກໍຕາມທີ່ພຣະເຈົ້າຂອງພວກເຂົາມັກທີ່ສຸດ ແລະ ປາຖະໜາໃຫ້ເຂົາເຮັດ ໂດຍບໍ່ມີຄວາມລັງເລໃຈເລີຍ. ຍິ່ງໄປກວ່ານັ້ນ, ມະນຸດກຸ່ມນີ້ເຊື່ອວ່າ ບໍ່ມີໃຜທີ່ຊື່ສັດ ແລະ ເຫຼື້ອມໃສຕໍ່ພຣະເຈົ້າຫຼາຍກວ່າພວກເຂົາ ແລະ ສໍາລັບຄົນອື່ນໆແມ່ນໝາຕ່າງຊາດ ແລະ ບໍ່ຊື່ສັດຕໍ່ພຣະເຈົ້າ. ສາມາດເວົ້າໄດ້ວ່າ ຄົນທີ່ມີຄວາມເຊື່ອໃນພຣະເຈົ້າຢ່າງບໍ່ແຈ່ມແຈ້ງ ແລະ ອີງຕາມທິດສະດີແມ່ນສະແຫວງຫາສິ່ງນີ້; ສິ່ງທີ່ພວກເຂົາສະແຫວງຫາກໍລ້ວນແລ້ວແຕ່ຄືກັນ ໂດຍບໍ່ມີຄວາມແຕກຕ່າງແມ່ນແຕ່ໜ້ອຍດຽວ. ພຽງແຕ່ວ່າພາບລັກສະນະຂອງພຣະເຈົ້າທີ່ຢູ່ໃນຈິນຕະນາການຂອງພວກເຂົາແຕກຕ່າງກັນເທົ່ານັ້ນ, ແຕ່ຄວາມເປັນຈິງແລ້ວ ທາດແທ້ຂອງພວກເຂົາແມ່ນຄືກັນ.

ມະນຸດບໍ່ມີບັນຫາຕໍ່ຄວາມເຊື່ອໃນພຣະເຈົ້າແບບອໍາເພີໃຈຂອງພວກເຂົາ ແລະ ເຊື່ອໃນພຣະເຈົ້າໃນແບບໃດກໍຕາມທີ່ເຂົາພໍໃຈ. ນີ້ແມ່ນໜຶ່ງໃນ “ສິດທິ ແລະ ສິດເສລີພາບຂອງມະນຸດ” ເຊິ່ງບໍ່ມີໃຜສາມາດແຊກແຊງໄດ້, ຍ້ອນມະນຸດເຊື່ອໃນພຣະເຈົ້າຂອງພວກເຂົາເອງ ແລະ ບໍ່ແມ່ນພຣະເຈົ້າຂອງຄົນອື່ນ; ມັນຈຶ່ງເປັນຊັບສິນສ່ວນຕົວຂອງພວກເຂົາເອງ ແລະ ເກືອບທຸກຄົນມີຊັບສິນສ່ວນຕົວປະເພດນີ້. ມະນຸດຖືວ່າຊັບສິນນີ້ເປັນຊັບສົມບັດທີ່ມີຄ່າ, ແຕ່ສຳລັບພຣະເຈົ້າແລ້ວ ບໍ່ມີຫຍັງຕໍ່າຕ້ອຍ ຫຼື ໄຮ້ຄ່າໄປຫຼາຍກວ່ານີ້ອີກແລ້ວ, ຍ້ອນວ່າ ຊັບສິນສ່ວນຕົວປະເພດນີ້ຂອງມະນຸດແມ່ນບົ່ງບອກຢ່າງຊັດເຈນເຖິງການຕໍ່ຕ້ານພຣະເຈົ້າ. ມັນເປັນຍ້ອນພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະເຈົ້າຈຶ່ງກາຍເປັນເນື້ອໜັງ ເຊິ່ງມີຮູບຮ່າງທີ່ສາມາດຈັບຕ້ອງໄດ້ ແລະ ສາມາດເຫັນ ແລະ ສຳຜັດໂດຍມະນຸດໄດ້. ພຣະອົງບໍ່ແມ່ນພຣະວິນຍານທີ່ບໍ່ມີຕົວຕົນ, ແຕ່ເປັນເນື້ອໜັງທີ່ສາມາດຕິດຕໍ່ພົວພັນ ແລະ ເຫັນໄດ້ໂດຍມະນຸດ. ເຖິງຢ່າງໃດກໍຕາມ, ພຣະເຈົ້າສ່ວນໃຫຍ່ທີ່ຜູ້ຄົນເຊື່ອ ແມ່ນເທວະດາທີ່ບໍ່ມີເນື້ອໜັງ, ບໍ່ມີຕົວຕົນ ແລະ ຍັງເປັນຮູບຮ່າງແບບເລື່ອນລອຍອີກດ້ວຍ. ໃນທຳນອງນີ້, ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ກາຍເປັນສັດຕູຂອງຄົນສ່ວນຫຼາຍທີ່ເຊື່ອໃນພຣະເຈົ້າ ແລະ ໃນທຳນອງດຽວກັນ, ຄົນທີ່ບໍ່ສາມາດຍອມຮັບເອົາຄວາມຈິງຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍກາຍເປັນຄູ່ຕໍ່ສູ້ຂອງພຣະເຈົ້າ. ມະນຸດມີແນວຄິດ ບໍ່ແມ່ນຍ້ອນວິທີການຄິດຂອງພວກເຂົາ ຫຼື ຍ້ອນຄວາມກະບົດຂອງພວກເຂົາ, ແຕ່ຍ້ອນຊັບສິນສ່ວນຕົວປະເພດນີ້ຂອງມະນຸດ. ມັນເປັນຍ້ອນຊັບສິນປະເພດນີ້ທີ່ຫຼາຍຄົນເສຍຊີວິດ ແລະ ແທ້ທີ່ຈິງກໍຄື ມັນເປັນຍ້ອນພຣະເຈົ້າທີ່ເລື່ອນລອຍນີ້ທີ່ບໍ່ສາມາດສຳຜັດໄດ້, ບໍ່ສາມາດເຫັນໄດ້ ແລະ ບໍ່ມີຕົວຕົນທີ່ທຳລາຍຊີວິດຂອງມະນຸດ. ຊີວິດຂອງມະນຸດບໍ່ໄດ້ເສື່ອມເສຍຍ້ອນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ແຮງໄກທີ່ຈະເສື່ອມເສຍຍ້ອນພຣະເຈົ້າແຫ່ງສະຫວັນ, ແຕ່ຍ້ອນພຣະເຈົ້າໃນຈິນຕະນາການຂອງມະນຸດເອງ. ເຫດຜົນດຽວທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ກາຍເປັນເນື້ອໜັງກໍຍ້ອນຄວາມຕ້ອງການຂອງມະນຸດທີ່ເສື່ອມຊາມນີ້. ມັນເປັນຍ້ອນຄວາມຕ້ອງການຂອງມະນຸດ ແຕ່ບໍ່ແມ່ນຂອງພຣະເຈົ້າ ແລະ ການເສຍສະຫຼະ ແລະ ການທົນທຸກໆຢ່າງຂອງພຣະອົງກໍເພື່ອເຫັນແກ່ມະນຸດຊາດ ແລະ ບໍ່ແມ່ນເພື່ອຜົນປະໂຫຍດຂອງພຣະເຈົ້າເອງ. ບໍ່ມີຂໍ້ດີ ແລະ ຂໍ້ເສຍ ຫຼື ລາງວັນສຳລັບພຣະເຈົ້າ; ພຣະອົງຈະບໍ່ໄດ້ຮັບຜົນເກັບກ່ຽວໃດໆໃນອະນາຄົດ, ແຕ່ເປັນສິ່ງທີ່ຕິດໜີ້ພຣະເຈົ້າແຕ່ດັ່ງເດີມ. ທຸກສິ່ງທີ່ພຣະເຈົ້າກະທໍາ ແລະ ເສຍສະຫຼະສຳລັບມະນຸດຊາດບໍ່ແມ່ນເພື່ອໃຫ້ພຣະອົງໄດ້ຮັບລາງວັນທີ່ຍິ່ງໃຫຍ່, ແຕ່ເພື່ອເຫັນແກ່ມະນຸດທັງໝົດ. ເຖິງແມ່ນວ່າ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈະປະກອບດ້ວຍຄວາມຫຍຸ້ງຍາກຫຼາຍຢ່າງທີ່ບໍ່ສາມາດຈິນຕະນາການໄດ້, ແຕ່ຜົນໄດ້ຮັບ ໃນທີ່ສຸດ ແມ່ນເລີດເກີນກວ່າຜົນຂອງພາລະກິດທີ່ພຣະວິນຍານປະຕິບັດໂດຍກົງ. ພາລະກິດຂອງເນື້ອໜັງຈຳເປັນຕ້ອງມີຄວາມລໍາບາກຢ່າງຫຼວງຫຼາຍ ແລະ ເນື້ອໜັງແມ່ນບໍ່ສາມາດມີຕົວຕົນທີ່ຍິ່ງໃຫຍ່ແບບດຽວກັບພຣະວິນຍານ, ບໍ່ສາມາດປະຕິບັດສິ່ງທີ່ເໜືອທຳມະຊາດແບບດຽວກັບພຣະວິນຍານ, ແລ້ວແຮງໄກທີ່ພຣະອົງຈະມີສິດອຳນາດຄືກັບພຣະວິນຍານ. ແຕ່ທາດແທ້ແຫ່ງພາລະກິດທີ່ປະຕິບັດໂດຍເນື້ອໜັງທຳມະດານີ້ ແມ່ນຢູ່ເໜືອທາດແທ້ຂອງພາລະກິດທີ່ພຣະວິນຍານປະຕິບັດໂດຍກົງຢ່າງຫຼວງຫຼາຍ ແລະ ເນື້ອໜັງນີ້ເອງທີ່ເປັນຄຳຕອບສຳລັບຄວາມຕ້ອງການທຸກຢ່າງຂອງມະນຸດ. ເພື່ອໃຫ້ຄົນເຫຼົ່ານັ້ນໄດ້ຮັບຄວາມລອດພົ້ນ, ຄຸນຄ່າການນໍາໃຊ້ຂອງພຣະວິນຍານແມ່ນຕໍ່າກວ່າຝ່າຍເນື້ອໜັງຫຼາຍ: ພາລະກິດຂອງພຣະວິນຍານສາມາດຄວບຄຸມທົ່ວຈັກກະວານ, ທົ່ວພູເຂົາ, ແມ່ນໍ້າ, ທະເລສາບ ແລະ ທົ່ວມະຫາສະມຸດ, ແຕ່ພາລະກິດຂອງເນື້ອໜັງແມ່ນເຊື່ອມໂຍງຢ່າງມີປະສິດທິພາບກັບມະນຸດທຸກຄົນທີ່ພຣະອົງໄດ້ສໍາຜັດ. ຍິ່ງໄປກວ່ານັ້ນ, ຮ່າງກາຍຂອງພຣະເຈົ້າທີ່ສາມາດຈັບຕ້ອງໄດ້ ແມ່ນເປັນຮ່າງກາຍທີ່ສາມາດເຂົ້າໃຈໄດ້ ແລະ ໄວ້ວາງໃຈໄດ້ໂດຍມະນຸດ ແລະ ສາມາດເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າເລິກເຊິ່ງຫຼາຍຂຶ້ນ ແລະ ສາມາດສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບການກະທຳຕົວຈິງຂອງພຣະເຈົ້າຕໍ່ມະນຸດ. ພາລະກິດຂອງພຣະວິນຍານຖືກປົກຄຸມດ້ວຍຄວາມເລິກລັບ, ມັນຍາກທີ່ຈະໃຫ້ມະນຸດຢັ່ງເຖິງ ແລະ ຍິ່ງຍາກຫຼາຍທີ່ຈະໃຫ້ມະນຸດເຫັນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງສາມາດພຽງແຕ່ເພິ່ງພາຈິນຕະນາການທີ່ຫວ່າງເປົ່າເທົ່ານັ້ນ. ແຕ່, ພາລະກິດຂອງເນື້ອໜັງແມ່ນທຳມະດາ ແລະ ອີງຕາມຄວາມເປັນຈິງ ແລະ ມີສະຕິປັນຍາເປັນເລີດ ແລະ ເປັນຄວາມຈິງທີ່ສາມາດເບິ່ງເຫັນດ້ວຍຕາຂອງມະນຸດ; ມະນຸດສາມາດຜະເຊີນກັບສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າດ້ວຍຕົວຂອງພວກເຂົາເອງ ແລະ ບໍ່ຈຳເປັນຕ້ອງໃຊ້ຈິນຕະນາການຢ່າງເລິກເຊິ່ງຂອງພວກເຂົາ. ນີ້ແມ່ນຄວາມແນ່ນອນ ແລະ ຄຸນຄ່າທີ່ແທ້ຈິງແຫ່ງພາລະກິດຂອງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງ. ພຣະວິນຍານສາມາດເຮັດພຽງແຕ່ສິ່ງທີ່ມະນຸດເບິ່ງບໍ່ເຫັນ ແລະ ຍາກທີ່ຈະໃຫ້ພວກເຂົາຈິນຕະນາການ, ຕົວຢ່າງເຊັ່ນ ແສງສະຫວ່າງຂອງພຣະວິນຍານ, ການເຄື່ອນໄຫວຂອງພຣະວິນຍານ ແລະ ການນໍາພາຂອງພຣະວິນຍານ, ແຕ່ສຳລັບມະນຸດທີ່ມີຄວາມຄິດ, ສິ່ງເຫຼົ່ານີ້ບໍ່ໄດ້ສະໜອງຄວາມໝາຍຢ່າງຊັດເຈນເລີຍ. ສິ່ງເຫຼົ່ານັ້ນພຽງແຕ່ສະໜອງຄວາມໝາຍແບບເລື່ອນລອຍ ຫຼື ບໍ່ຈະແຈ້ງ ແລະ ບໍ່ສາມາດໃຫ້ການແນະນໍາດ້ວຍຄຳເວົ້າໄດ້. ແຕ່, ພາລະກິດຂອງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງແມ່ນແຕກຕ່າງຫຼາຍ ນັ້ນກໍຄື ພາລະກິດນັ້ນມີການນໍາພາຂອງພຣະທຳຢ່າງຖືກຕ້ອງ, ມີຄວາມປະສົງທີ່ຊັດເຈນ ແລະ ມີເປົ້າໝາຍຢ່າງຈະແຈ້ງ. ດັ່ງນັ້ນ ມະນຸດຈຶ່ງບໍ່ຈຳເປັນຕ້ອງງົມຫາ ຫຼື ໃຊ້ຈິນຕະນາການຂອງພວກເຂົາ ແລະ ກໍບໍ່ຈໍາເປັນຕ້ອງຄາດເດົາເລີຍ. ນີ້ແມ່ນຄວາມຊັດເຈນຂອງພາລະກິດໃນເນື້ອໜັງ ແລະ ມັນແຕກຕ່າງຈາກພາລະກິດຂອງພຣະວິນຍານຫຼາຍ. ພາລະກິດຂອງພຣະວິນຍານພຽງແຕ່ເໝາະສົມສຳລັບຂອບເຂດທີ່ຈຳກັດ ແລະ ບໍ່ສາມາດແທນພາລະກິດຂອງເນື້ອໜັງໄດ້. ພາລະກິດຂອງເນື້ອໜັງເຮັດໃຫ້ມະນຸດມີເປົ້າໝາຍທີ່ແນ່ນອນ ແລະ ມີຄວາມຈຳເປັນ ແລະ ເປັນຈິງຫຼາຍທີ່ສຸດ, ເຮັດໃຫ້ມີຄວາມຮູ້ຢ່າງມີຄຸນຄ່າຫຼາຍກວ່າພາລະກິດຂອງພຣະວິນຍານ. ພາລະກິດທີ່ມີຄຸນຄ່າສູງສຸດຕໍ່ມະນຸດທີ່ເສື່ອມຊາມແມ່ນພາລະກິດທີ່ສະໜອງພຣະທຳທີ່ຖືກຕ້ອງ, ມີເປົ້າໝາຍທີ່ຊັດເຈນໃນການສະແຫວງຫາ ແລະ ສາມາດເຫັນ ແລະ ສຳຜັດໄດ້. ມີພຽງແຕ່ພາລະກິດທີ່ເປັນຈິງ ແລະ ການນໍາພາທີ່ຖືກກັບສະພາບການເທົ່ານັ້ນຈຶ່ງເໝາະສົມກັບລົດນິຍົມຂອງມະນຸດ ແລະ ມີພຽງແຕ່ພາລະກິດທີ່ເປັນຈິງເທົ່ານັ້ນຈຶ່ງສາມາດຊ່ວຍເຫຼືອມະນຸດໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຊ້ານັ້ນໄດ້. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດບັນລຸສິ່ງນີ້ໄດ້; ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດຊ່ວຍມະນຸດໃຫ້ລອດພົ້ນຈາກອຸປະນິໄສເສື່ອມຊາມ ແລະ ຄວາມຊົ່ວຊ້າທີ່ຜ່ານມາຂອງພວກເຂົາ. ເຖິງແມ່ນວ່າ ພຣະວິນຍານມີທາດແທ້ໂດຍທຳມະຊາດຂອງພຣະເຈົ້າ, ມີພຽງແຕ່ເນື້ອໜັງຂອງພຣະອົງເທົ່ານັ້ນທີ່ສາມາດປະຕິບັດພາລະກິດເຊັ່ນນີ້ໄດ້. ຖ້າພຣະວິນຍານປະຕິບັດພາລະກິດພຽງຜູ້ດຽວ, ແລ້ວມັນກໍຈະເປັນໄປບໍ່ໄດ້ທີ່ຈະໃຫ້ພາລະກິດຂອງພຣະອົງມີປະສິດທິພາບ, ນີ້ຄືຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນ. ເຖິງແມ່ນວ່າ ຫຼາຍຄົນໄດ້ກາຍເປັນສັດຕູຂອງພຣະເຈົ້າ ຍ້ອນເນື້ອໜັງນີ້, ເມື່ອພຣະອົງສະຫຼຸບພາລະກິດຂອງພຣະອົງ, ຄົນທີ່ຕໍ່ຕ້ານພຣະອົງຈະບໍ່ພຽງແຕ່ເຊົາເປັນສັດຕູຂອງພຣະເຈົ້າ, ແຕ່ໃນທາງກົງກັນຂ້າມ ພວກເຂົາຈະກາຍເປັນພະຍານຂອງພຣະອົງ. ພວກເຂົາຈະກາຍເປັນພະຍານທີ່ຖືກພຣະອົງເອົາຊະນະ, ພະຍານທີ່ສອດຄ່ອງກັບພຣະອົງ ແລະ ບໍ່ສາມາດແຍກອອກຈາກພຣະອົງໄດ້. ພຣະອົງຈະເຮັດໃຫ້ມະນຸດຮູ້ຈັກຄວາມສຳຄັນຂອງພາລະກິດຂອງພຣະອົງທາງຝ່າຍເນື້ອໜັງທີ່ມີຕໍ່ມະນຸດ ແລະ ມະນຸດຈະຮູ້ຈັກເຖິງຄວາມສຳຄັນຂອງເນື້ອໜັງນີ້ທີ່ມີຕໍ່ຄວາມໝາຍຂອງການເປັນຢູ່ຂອງມະນຸດ, ຈະຮູ້ຈັກຄຸນຄ່າທີ່ແທ້ຈິງຂອງພຣະອົງທີ່ມີຕໍ່ການເຕີບໂຕຂອງຊີວິດມະນຸດ ແລະ ຍິ່ງໄປກວ່ານັ້ນ ຈະຮູ້ຈັກວ່າ ເນື້ອໜັງນີ້ຈະກາຍເປັນນໍ້າພຸແຫ່ງຊີວິດທີ່ມີຈິດວິນຍານ ເຊິ່ງມະນຸດບໍ່ສາມາດອອກຫ່າງໄດ້. ເຖິງແມ່ນວ່າ ເນື້ອໜັງທີ່ເປັນມະນຸດຂອງພຣະເຈົ້າຈະໄກຈາກຄວາມຄ້າຍຄືກັບຕົວຕົນ ແລະ ຕໍາແໜ່ງຂອງພຣະເຈົ້າ ແລະ ສຳລັບມະນຸດແລ້ວ ເບິ່ງຄືກັບວ່າບໍ່ສອດຄ່ອງກັບສະຖານະຕົວຈິງຂອງພຣະອົງ, ເນື້ອໜັງນີ້ ເຊິ່ງບໍ່ມີພາບລັກສະນະທີ່ແທ້ຈິງຂອງພຣະເຈົ້າ ຫຼື ຕົວຕົນທີ່ແທ້ຈິງຂອງພຣະເຈົ້າ ແມ່ນສາມາດປະຕິບັດພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໂດຍກົງໄດ້. ເຊິ່ງສິ່ງດັ່ງກ່າວຄືຄວາມໝາຍ ແລະ ຄຸນຄ່າທີ່ແທ້ຈິງຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມັນຄືຄວາມໝາຍ ແລະ ຄຸນຄ່ານີ້ທີ່ເຮັດໃຫ້ມະນຸດບໍ່ສາມາດເຂົ້າໃຈ ແລະ ຍອມຮັບໄດ້. ເຖິງແມ່ນວ່າ ມະນຸດທຸກຄົນເຄົາລົບພຣະວິນຍານຂອງພຣະເຈົ້າ ແລະ ດູຖູກເນື້ອໜັງຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະເບິ່ງ ຫຼື ຄິດແນວໃດກໍຕາມ, ຄວາມໝາຍ ແລະ ຄຸນຄ່າທີ່ແທ້ຈິງຂອງເນື້ອໜັງແມ່ນມີຫຼາຍກວ່າພຣະວິນຍານ. ແນ່ນອນ, ນີ້ແມ່ນກ່ຽວຂ້ອງກັບມະນຸດຊາດທີ່ເສື່ອມຊາມເທົ່ານັ້ນ. ສຳລັບທຸກຄົນທີ່ສະແຫວງຫາຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າ, ພາລະກິດຂອງພຣະວິນຍານສາມາດສະໜອງພຽງແຕ່ຄວາມຕື່ນເຕັ້ນໃຈ ຫຼື ການເປີດເຜີຍເທົ່ານັ້ນ ແລະ ໃຫ້ຄວາມຮູ້ສຶກເຖິງຄວາມມະຫັດສະຈັນທີ່ບໍ່ສາມາດອະທິບາຍໄດ້ ແລະ ບໍ່ສາມາດຈິນຕະນາການໄດ້; ແລະ ເຮັດໃຫ້ມີຄວາມຮູ້ສຶກວ່າ ມັນຍິ່ງໃຫຍ່, ເປັນເລີດ ແລະ ເປັນຕາຍ້ອງຍໍສັນລະເສີນ, ນອກນັ້ນກໍຍັງເປັນສິ່ງທີ່ບໍ່ສາມາດບັນລຸໄດ້ ຫຼື ສິ່ງທີ່ທຸກຄົນບໍ່ສາມາດຮັບໄດ້. ມະນຸດ ແລະ ພຣະວິນຍານຂອງພຣະເຈົ້າສາມາດພຽງແຕ່ເຝົ້າເບິ່ງກັນແລະກັນຈາກທາງໄກ ຄືກັບວ່າມີໄລຍະທາງທີ່ໄກຫຼາຍລະຫວ່າງພວກເຂົາ ແລະ ພວກເຂົາຈະບໍ່ສາມາດເຂົ້າກັນໄດ້ຈັກເທື່ອ ເໝືອນກັບວ່າຖືກແຍກອອກຈາກກັນໂດຍເສັ້ນແບ່ງທີ່ເບິ່ງບໍ່ເຫັນ. ໃນຄວາມເປັນຈິງກໍຄື ນີ້ແມ່ນພາບລວງຕາທີ່ພຣະວິນຍານມອບໃຫ້ກັບມະນຸດ ເຊິ່ງນັ້ນເປັນເພາະວ່າ ພຣະວິນຍານ ແລະ ມະນຸດບໍ່ແມ່ນປະເພດດຽວກັນ ແລະ ພຣະວິນຍານ ແລະ ມະນຸດຈະບໍ່ຢູ່ຮ່ວມໂລກດຽວກັນຈັກເທື່ອ ແລະ ເປັນຍ້ອນພຣະວິນຍານບໍ່ມີສິ່ງໃດເໝືອນມະນຸດເລີຍ. ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ຈຳເປັນຕ້ອງມີພຣະວິນຍານ, ຍ້ອນພຣະວິນຍານບໍ່ສາມາດປະຕິບັດພາລະກິດທີ່ມະນຸດຕ້ອງການທີ່ສຸດໂດຍກົງໄດ້. ພາລະກິດຂອງເນື້ອໜັງມອບເປົ້າໝາຍທີ່ແທ້ຈິງໃຫ້ກັບມະນຸດໃນການສະແຫວງຫາ, ມອບພຣະທຳທີ່ຊັດເຈນ ແລະ ຄວາມຮູ້ສຶກວ່າ ພຣະອົງເປັນຈິງ ແລະ ທຳມະດາ, ພຣະອົງຖ່ອມຕົນ ແລະ ປົກກະຕິ. ເຖິງແມ່ນວ່າ ມະນຸດອາດຈະຢໍາເກງພຣະອົງ, ແຕ່ສຳລັບຫຼາຍຄົນ ພຣະອົງແມ່ນງ່າຍທີ່ຈະເຂົ້າໃຈ ນັ້ນກໍຄື ມະນຸດສາມາດເຫັນໃບໜ້າຂອງພຣະອົງ ແລະ ໄດ້ຍິນສຽງຂອງພຣະອົງ ແລະ ບໍ່ຈຳເປັນຕ້ອງເບິ່ງພຣະອົງຈາກໄກໆ. ເນື້ອໜັງນີ້ເຮັດໃຫ້ມີຄວາມຮູ້ສຶກວ່າ ມະນຸດເຂົ້າເຖິງໄດ້, ບໍ່ໄດ້ຢູ່ຫ່າງໄກ ຫຼື ເປັນສິ່ງທີ່ບໍ່ສາມາດຢັ່ງເຖິງໄດ້, ແຕ່ເປັນສິ່ງທີ່ສາມາດເຫັນ ແລະ ສາມາດສຳຜັດໄດ້, ນີ້ກໍຍ້ອນວ່າ ເນື້ອໜັງດັ່ງກ່າວແມ່ນຢູ່ໃນໂລກດຽວກັນກັບມະນຸດ.

ສຳລັບທຸກຄົນທີ່ດຳລົງຊີວິດໃນເນື້ອໜັງ, ການປ່ຽນແປງອຸປະນິໄສຂອງພວກເຂົາຈຳເປັນຕ້ອງມີເປົ້າໝາຍໃຫ້ສະແຫວງຫາ ແລະ ການຮູ້ຈັກພຣະເຈົ້າກໍຈຳເປັນຕ້ອງມີການເປັນພະຍານເຖິງການກະທຳທີ່ເປັນຈິງ ແລະ ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ທັງສອງຢ່າງນີ້ພຽງແຕ່ສາມາດບັນລຸໄດ້ໂດຍເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ແລະ ທັງສອງຢ່າງນີ້ກໍພຽງແຕ່ຖືກເຮັດໃຫ້ສຳເລັດໂດຍເນື້ອໜັງທີ່ທຳມະດາ ແລະ ເປັນຈິງເທົ່ານັ້ນ. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງການບັງເກີດເປັນມະນຸດຈຶ່ງສຳຄັນ ແລະ ເປັນຫຍັງມັນຈຶ່ງຈຳເປັນຕໍ່ມະນຸດຊາດທີ່ເສື່ອມຊາມທັງໝົດ. ຍ້ອນຜູ້ຄົນຈຳເປັນຕ້ອງຮູ້ຈັກພຣະເຈົ້າ, ພາບລັກສະນະຂອງພຣະເຈົ້າທີ່ເລື່ອນລອຍ ແລະ ເໜືອທຳມະຊາດຕ້ອງຖືກກຳຈັດອອກຈາກຫົວໃຈຂອງພວກເຂົາ ແລະ ຍ້ອນພວກເຂົາຈຳເປັນຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາຈຶ່ງຈໍາເປັນຕ້ອງຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກ່ອນ. ຖ້າມະນຸດພຽງແຕ່ປະຕິບັດພາລະກິດເພື່ອກຳຈັດພາບລັກສະນະຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງຜູ້ຄົນ, ແລ້ວພວກເຂົາກໍຈະບໍສາມາດບັນລຸຜົນໄດ້ຢ່າງເໝາະສົມ. ພາບລັກສະນະຂອງພຣະເຈົ້າທີ່ເລື່ອນລອຍໃນຫົວໃຈຂອງຜູ້ຄົນບໍ່ສາມາດຖືກເປີດໂປງ, ປະຖິ້ມ ຫຼື ກຳຈັດອອກຢ່າງສົມບູນໂດຍພຣະທຳແຕ່ຢ່າງດຽວ. ການເຮັດແບບນັ້ນ, ໃນທີ່ສຸດ ມັນກໍຍັງຈະເປັນໄປບໍ່ໄດ້ທີ່ຈະກຳຈັດສິ່ງທີ່ຝັງເລິກເຫຼົ່ານີ້ອອກຈາກຜູ້ຄົນ. ມີພຽງແຕ່ພຣະເຈົ້າແຫ່ງຄວາມເປັນຈິງ ແລະ ພາບລັກສະນະທີ່ແທ້ຈິງຂອງພຣະເຈົ້າເທົ່ານັ້ນຈຶ່ງສາມາດແທນສິ່ງທີ່ເລື່ອນລອຍ ແລະ ເໜືອທຳມະຊາດເຫຼົ່ານີ້ໄດ້, ນັ້ນກໍເພື່ອເຮັດໃຫ້ຜູ້ຄົນໄດ້ຮູ້ຈັກສິ່ງເຫຼົ່ານັ້ນເທື່ອລະໜ້ອຍ. ດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຈະສາມາດບັນລຸຜົນສໍາເລັດໄດ້. ມະນຸດຮູ້ຈັກວ່າ ພຣະເຈົ້າທີ່ພວກເຂົາສະແຫວງຫາໃນອະດີດນັ້ນເປັນພຣະເຈົ້າທີ່ເລື່ອນລອຍ ແລະ ຢູ່ເໜືອທຳມະຊາດ. ພວກເຂົາຮູ້ວ່າສິ່ງທີ່ສາມາດບັນລຸຜົນໄດ້ ບໍ່ແມ່ນການນໍາພາໂດຍກົງຂອງພຣະວິນຍານ ແລະ ແຮງໄກທີ່ຈະເປັນຄຳສັ່ງສອນຂອງບຸກຄົນໃດໜຶ່ງ, ແຕ່ເປັນການນໍາພາຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ແນວຄິດຂອງມະນຸດຈະຖືກເປີດອອກເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດພາລະກິດຂອງພຣະອົງຢ່າງເປັນທາງການ, ຍ້ອນຄວາມທຳມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນ ແມ່ນສິ່ງທີ່ກົງກັນຂ້າມກັບພຣະເຈົ້າທີ່ເລື່ອນລອຍ ແລະ ຢູ່ເໜືອທຳມະຊາດ ທີ່ຢູ່ໃນຈິນຕະນາການຂອງມະນຸດ. ແນວຄິດດັ້ງເດີມຂອງມະນຸດພຽງແຕ່ສາມາດຖືກເປີດເຜີຍຜ່ານຄວາມແຕກຕ່າງຈາກພຣະເຈົ້າທີ່ບັງເກີດເປັນມະນຸດ. ຫາກປາສະຈາກການປຽບທຽບກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ແນວຄິດຂອງມະນຸດກໍບໍ່ສາມາດຖືກເປີດເຜີຍໄດ້; ເວົ້າອີກຢ່າງໜຶ່ງກໍຄື ຫາກປາສະຈາກຄວາມແຕກຕ່າງແຫ່ງຄວາມເປັນຈິງ ສິ່ງທີ່ບໍ່ແຈ່ມແຈ້ງກໍບໍ່ສາມາດຖືກເປີດເຜີຍໄດ້. ບໍ່ມີໃຜສາມາດໃຊ້ພຣະທຳເພື່ອປະຕິບັດພາລະກິດນີ້ ແລະ ບໍ່ມີໃຜສາມາດກ່າວພາລະກິດນີ້ໂດຍໃຊ້ພຣະທຳ. ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ບໍ່ມີໃຜສາມາດປະຕິບັດພາລະກິດນີ້ແທນພຣະອົງໄດ້. ບໍ່ວ່າພາສາຂອງມະນຸດຈະອຸດົມສົມບູນສໍ່າໃດກໍຕາມ, ພວກເຂົາຈະບໍ່ສາມາດອະທິບາຍເຖິງຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າໄດ້. ມະນຸດຈະສາມາດຮູ້ຈັກພຣະເຈົ້າໄດ້ດີຂຶ້ນ ແລະ ສາມາດເຫັນພຣະອົງໄດ້ຢ່າງຊັດເຈນຂຶ້ນ ຖ້າພຣະເຈົ້າປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ ແລະ ສະແດງພາບລັກສະນະຂອງພຣະອົງ ແລະ ການເປັນຢູ່ຂອງພຣະອົງອອກມາທັງໝົດ. ບໍ່ມີມະນຸດທີ່ມີເນື້ອໜັງຄົນໃດສາມາດບັນລຸຜົນນີ້ໄດ້. ແນ່ນອນ, ພຣະວິນຍານຂອງພຣະເຈົ້າກໍຍັງບໍ່ສາມາດບັນລຸຜົນນີ້ໄດ້. ພຣະເຈົ້າສາມາດຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ, ແຕ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດເຮັດໃຫ້ພາລະກິດນີ້ສຳເລັດໄດ້ໂດຍກົງ; ກົງກັນຂ້າມ, ມີພຽງແຕ່ເນື້ອໜັງ ເຊິ່ງເປັນເຄື່ອງນຸ່ງຂອງພຣະວິນຍານຂອງພຣະເຈົ້າ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນ ທີ່ສາມາດປະຕິບັດພາລະກິດນີ້ໄດ້. ເນື້ອໜັງນີ້ແມ່ນມະນຸດ ແລະ ຍັງແມ່ນພຣະເຈົ້າ, ເປັນມະນຸດທີ່ມີຄວາມເປັນມະນຸດທຳມະດາ ແລະ ຍັງເປັນພຣະເຈົ້າທີ່ມີຄວາມເປັນພຣະເຈົ້າຢ່າງສົມບູນ. ແລ້ວດ້ວຍເຫດນັ້ນ ເຖິງແມ່ນເນື້ອໜັງນີ້ບໍ່ແມ່ນພຣະວິນຍານຂອງພຣະເຈົ້າ ແລະ ແຕກຕ່າງຈາກພຣະວິນຍານຫຼາຍ, ພຣະອົງກໍຍັງເປັນພຣະເຈົ້າທີ່ບັງເກີດເປັນມະນຸດຜູ້ທີ່ເປັນພຣະວິນຍານ ແລະ ທັງເປັນເນື້ອໜັງທີ່ຊ່ວຍມະນຸດໃຫ້ລອດພົ້ນ. ບໍ່ວ່າພຣະອົງຈະຖືກເອີ້ນເປັນສິ່ງໃດກໍຕາມ, ໃນທີ່ສຸດແລ້ວ ພຣະອົງກໍຍັງເປັນພຣະເຈົ້າທີ່ຊ່ວຍມະນຸດຊາດໃຫ້ລອດພົ້ນ. ຍ້ອນພຣະວິນຍານຂອງພຣະເຈົ້າບໍ່ສາມາດແຍກອອກຈາກເນື້ອໜັງໄດ້ ແລະ ພາລະກິດຂອງເນື້ອໜັງກໍຍັງເປັນພາລະກິດຂອງພຣະວິນຍານຂອງພຣະເຈົ້າ; ພຽງແຕ່ວ່າ ພາລະກິດນີ້ບໍ່ໄດ້ຖືກປະຕິບັດໂດຍໃຊ້ຕົວຕົນຂອງພຣະວິນຍານ, ແຕ່ຖືກປະຕິບັດໂດຍໃຊ້ຕົວຕົນຂອງເນື້ອໜັງ. ພາລະກິດທີ່ຈຳເປັນຕ້ອງຖືກປະຕິບັດໂດຍພຣະວິນຍານໂດຍກົງກໍບໍ່ຈຳເປັນຕ້ອງມີການບັງເກີດເປັນມະນຸດ ແລະ ພາລະກິດທີ່ເນື້ອໜັງປະຕິບັດກໍບໍ່ສາມາດຖືກປະຕິບັດໂດຍພຣະວິນຍານໂດຍກົງໄດ້. ພາລະກິດດັ່ງກ່າວຕ້ອງໄດ້ປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ. ນີ້ແມ່ນສິ່ງທີ່ຈຳເປັນສຳລັບພາລະກິດນີ້ ແລະ ເປັນສິ່ງທີ່ຈຳເປັນຕໍ່ມະນຸດຊາດທີ່ເສື່ອມຊາມ. ໃນພາລະກິດສາມຂັ້ນຕອນຂອງພຣະເຈົ້າ, ມີພຽງແຕ່ຂັ້ນຕອນດຽວທີ່ຖືກປະຕິບັດໂດຍພຣະວິນຍານໂດຍກົງ ແລະ ສອງຂັ້ນຕອນທີ່ເຫຼືອແມ່ນຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ແມ່ນໂດຍພຣະວິນຍານໂດຍກົງ. ພາລະກິດຂອງຍຸກແຫ່ງພຣະບັນຍັດທີ່ຖືກປະຕິບັດໂດຍພຣະວິນຍານບໍ່ກ່ຽວພັນກັບການປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ມັນບໍ່ໄດ້ມີສ່ວນກ່ຽວຂ້ອງໃດເລີຍກັບຄວາມຮູ້ຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ. ເຖິງຢ່າງໃດກໍຕາມ ພາລະກິດຂອງເນື້ອໜັງຂອງພຣະເຈົ້າທີ່ຢູ່ໃນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກແມ່ນກ່ຽວພັນເຖິງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະເຈົ້າ ແລະ ເປັນສ່ວນທີ່ສຳຄັນ ແລະ ຈຳເປັນຂອງພາລະກິດແຫ່ງຄວາມລອດພົ້ນ. ສະນັ້ນ, ມະນຸດຊາດທີ່ເສື່ອມຊາມຈຶ່ງຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ ແລະ ຕ້ອງການພາລະກິດໂດຍກົງຂອງພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ. ມະນຸດຊາດຕ້ອງການໃຫ້ພຣະເຈົ້າທີ່ບັງເກີດເປັນມະນຸດລ້ຽງດູພວກເຂົາ, ສະໜັບສະໜູນພວກເຂົາ, ຫົດນໍ້າໃຫ້ພວກເຂົາ, ລ້ຽງເຂົ້າພວກເຂົາ, ພິພາກສາ ແລະ ຕີສອນພວກເຂົາ; ພວກເຂົາຕ້ອງການຄວາມເມດຕາ ແລະ ການໄຖ່ບາບຫຼາຍຂຶ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດ. ມີພຽງແຕ່ພຣະເຈົ້າທີ່ຢູ່ໃນເນື້ອໜັງເທົ່ານັ້ນທີ່ສາມາດເປັນຄົນທີ່ໄວ້ວາງໃຈໄດ້ຂອງມະນຸດ, ເປັນຄົນລ້ຽງແກະຂອງມະນຸດ, ຄວາມຊ່ວຍເຫຼືອໃນປັດຈຸບັນຂອງມະນຸດ ແລະ ທຸກສິ່ງເຫຼົ່ານີ້ແມ່ນຈຳເປັນຕ້ອງໃຫ້ມີການບັງເກີດເປັນມະນຸດໃນປັດຈຸບັນ ແລະ ໃນອະດີດຜ່ານມາ.

ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ພວກເຂົາແມ່ນສິ່ງທີ່ສູງສົ່ງທີ່ສຸດໃນບັນດາສິ່ງຖືກສ້າງທັງໝົດຂອງພຣະເຈົ້າ, ສະນັ້ນ ມະນຸດຈຶ່ງຕ້ອງການຄວາມລອດພົ້ນຂອງພຣະເຈົ້າ. ເປົ້າໝາຍຂອງຄວາມລອດພົ້ນແມ່ນມະນຸດ, ບໍ່ແມ່ນຊາຕານ ແລະ ສິ່ງທີ່ຈະຖືກຊ່ວຍໃຫ້ພົ້ນແມ່ນເນື້ອໜັງຂອງມະນຸດ ແລະ ວິນຍານຂອງມະນຸດ ແລະ ບໍ່ແມ່ນພວກມານຮ້າຍ. ຊາຕານແມ່ນເປົ້າໝາຍຂອງການທຳລາຍລ້າງຂອງພຣະເຈົ້າ, ມະນຸດເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະເຈົ້າ ແລະ ເນື້ອໜັງຂອງມະນຸດກໍຖືກຊາຕານເຮັດໃຫ້ເສື່ອມຊາມ, ສະນັ້ນສິ່ງທຳອິດທີ່ຈະຖືກຊ່ວຍໃຫ້ພົ້ນຈຶ່ງຕ້ອງເປັນເນື້ອໜັງຂອງມະນຸດ. ເນື້ອໜັງຂອງມະນຸດຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງທີ່ສຸດ ແລະ ມັນໄດ້ກາຍເປັນສິ່ງທີ່ຕໍ່ຕ້ານພຣະເຈົ້າ, ຈົນເຖິງກັບຕໍ່ຕ້ານ ແລະ ປະຕິເສດການເປັນຢູ່ຂອງພຣະເຈົ້າຢ່າງເປີດເຜີຍ. ເນື້ອໜັງນີ້ເປັນສິ່ງທີ່ດື້ດ້ານທີ່ສຸດ ແລະ ບໍ່ມີສິ່ງໃດທີ່ຈະຍາກໄປກວ່າການຈັດການ ຫຼື ປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງເນື້ອໜັງ. ຊາຕານກາຍເປັນເນື້ອໜັງຂອງມະນຸດເພື່ອກໍ່ກວນຄວາມວຸ້ນວາຍ ແລະ ໃຊ້ເນື້ອໜັງຂອງມະນຸດເພື່ອລົບກວນພາລະກິດຂອງພຣະເຈົ້າ ແລະ ທຳລາຍແຜນການຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງກາຍເປັນຊາຕານ ແລະ ສັດຕູຂອງພຣະເຈົ້າ. ມະນຸດຈະໄດ້ຮັບຄວາມລອດພົ້ນ, ພວກເຂົາຕ້ອງຖືກເອົາຊະນະກ່ອນ. ມັນເປັນຍ້ອນສິ່ງນີ້ ພຣະເຈົ້າຈຶ່ງລຸກຂຶ້ນຮັບເອົາການທ້າທາຍ ແລະ ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດທີ່ພຣະອົງເຈດຕະນາທີ່ຈະປະຕິບັດ ແລະ ສູ້ຮົບກັບຊາຕານ. ຈຸດປະສົງຂອງພຣະອົງແມ່ນເພື່ອຊ່ວຍໃຫ້ມະນຸດລອດພົ້ນ ຜູ້ທີ່ຖືກເສື່ອມຊາມ ແລະ ເພື່ອເອົາຊະນະ ແລະ ທຳລາຍລ້າງຊາຕານ ຜູ້ເຊິ່ງກະບົດຕໍ່ພຣະອົງ. ພຣະອົງເອົາຊະນະຊາຕານຜ່ານພາລະກິດແຫ່ງການເອົາຊະນະມະນຸດຂອງພຣະອົງ ແລະ ຊ່ວຍມະນຸດຊາດໃຫ້ພົ້ນຈາກການເສື່ອມຊາມໄປພ້ອມໆກັນ. ສະນັ້ນ ພຣະເຈົ້າຈຶ່ງແກ້ໄຂສອງບັນຫາບາດດຽວພ້ອມກັນ. ພຣະອົງປະຕິບັດພາລະກິດໃນເນື້ອໜັງ, ກ່າວໃນເນື້ອໜັງ ແລະ ຮັບພາລະກິດທັງໝົດທີ່ຢູ່ໃນເນື້ອໜັງເພື່ອເຮັດວຽກກັບມະນຸດ ແລະ ເອົາຊະນະມະນຸດໄດ້ດີຂຶ້ນ. ນີ້ແມ່ນຄັ້ງສຸດທ້າຍທີ່ພຣະເຈົ້າຈະກາຍເປັນເນື້ອໜັງ, ເຊິ່ງພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າແມ່ນຈະສິ້ນສຸດລົງໃນເນື້ອໜັງ. ພຣະເຈົ້າຈະຈັດແຈງມະນຸດທຸກຄົນອອກຕາມປະເພດຂອງພວກເຂົາ, ພຣະອົງຈະສິ້ນສຸດການຄຸ້ມຄອງທັງໝົດຂອງພຣະອົງ ແລະ ສິ້ນສຸດພາລະກິດທັງໝົດຂອງພຣະອົງທີ່ຢູ່ໃນເນື້ອໜັງອີກດ້ວຍ. ຫຼັງຈາກພາລະກິດທັງໝົດທີ່ຢູ່ເທິງແຜ່ນດິນໂລກໄດ້ມາເຖິງຈຸດສິ້ນສຸດ, ພຣະອົງຈະມີໄຊຊະນະຢ່າງສົມບູນ. ການປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າຈະເອົາຊະນະມະນຸດຊາດ ແລະ ຮັບເອົາມະນຸດຊາດໂດຍສົມບູນ. ນີ້ບໍ່ແມ່ນໝາຍເຖິງການຄຸ້ມຄອງທັງໝົດຂອງພຣະອົງຈະມາເຖິງຈຸດສິ້ນສຸດບໍ? ເມື່ອພຣະເຈົ້າສິ້ນສຸດພາລະກິດໃນເນື້ອໜັງຂອງພຣະອົງ ຫລັງຈາກທີ່ພຣະອົງໄດ້ເອົາຊະນະຊາຕານຢ່າງແທ້ຈິງ ແລະ ໄດ້ຮັບໄຊຊະນະ, ຊາຕານຈະບໍ່ມີໂອກາດທີ່ຈະເຮັດໃຫ້ມະນຸດເສື່ອມຊາມອີກຕໍ່ໄປ. ພາລະກິດແຫ່ງການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະເຈົ້າແມ່ນການໄຖ່ບາບ ແລະ ການອະໄພຄວາມຜິດບາບຂອງມະນຸດ. ບັດນີ້ ມັນຄືພາລະກິດແຫ່ງການເອົາຊະນະ ແລະ ການຮັບເອົາມະນຸດຊາດທັງໝົດ ເພື່ອວ່າຊາຕານຈະບໍ່ມີຫົນທາງເຮັດພາລະກິດຂອງມັນອີກຕໍ່ໄປ ແລະ ຈະສູນເສຍຢ່າງສົມບູນ ແລະ ພຣະເຈົ້າຈະມີໄຊຊະນະຢ່າງສົມບູນ. ນີ້ແມ່ນພາລະກິດແຫ່ງເນື້ອໜັງ ແລະ ເປັນພາລະກິດທີ່ພຣະເຈົ້າເອງປະຕິບັດ. ເບື້ອງຕົ້ນຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າຖືກປະຕິບັດໂດຍພຣະວິນຍານໂດຍກົງ ແລະ ບໍ່ແມ່ນໂດຍເນື້ອໜັງ. ເຖິງຢ່າງໃດກໍຕາມ, ພາລະກິດສຸດທ້າຍຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ແມ່ນໂດຍພຣະວິນຍານໂດຍກົງ. ພາລະກິດແຫ່ງການໄຖ່ບາບຂອງຂັ້ນຕອນທີ່ສອງກໍຍັງຖືກປະຕິບັດໂດຍພຣະເຈົ້າທີ່ສະຖິດໃນເນື້ອໜັງ. ທົ່ວພາລະກິດແຫ່ງການຄຸ້ມຄອງທັງໝົດ, ພາລະກິດທີ່ສຳຄັນທີ່ສຸດແມ່ນຄວາມລອດພົ້ນຂອງມະນຸດຈາກອິດທິພົນຂອງຊາຕານ. ພາລະກິດສຳຄັນແມ່ນການເອົາຊະນະມະນຸດທີ່ເສື່ອມຊາມຢ່າງສົມບູນ, ແລ້ວສຸດທ້າຍກໍຟື້ນຟູຄວາມເຄົາລົບບູຊາອັນດັ່ງເດີມຂອງພຣະເຈົ້າທີ່ຢູ່ໃນຫົວໃຈຂອງມະນຸດທີ່ຖືກເອົາຊະນະ ແລະ ເຮັດໃຫ້ເຂົາມີຊີວິດທຳມະດາ ເຊິ່ງໝາຍເຖິງ ຊີວິດທຳມະດາແຫ່ງສິ່ງຖືກສ້າງຂອງພຣະເຈົ້າ. ພາລະກິດນີ້ສຳຄັນຫຼາຍ ແລະ ເປັນແກ່ນແທ້ງຂອງແຜນການຄຸ້ມຄອງ. ໃນພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນ, ພາລະກິດຂັ້ນຕອນທຳອິດໃນຍຸກແຫ່ງພຣະບັນຍັດແມ່ນໄກຈາກແກ່ນແທ້ຂອງພາລະກິດແຫ່ງການຄຸ້ມຄອງ; ມັນມີພຽງຮູບລັກສະນະເລັກນ້ອຍຂອງພາລະກິດແຫ່ງຄວາມລອດພົ້ນເທົ່ານັ້ນ ແລະ ບໍ່ແມ່ນການເລີ່ມຕົ້ນພາລະກິດຂອງພຣະເຈົ້າໃນການຊ່ວຍເຫຼືອມະນຸດໃຫ້ລອດພົ້ນຈາກອຳນາດຂອງຊາຕານ. ພາລະກິດຂັ້ນຕອນທຳອິດຖືກປະຕິບັດໂດຍພຣະວິນຍານໂດຍກົງ ຍ້ອນວ່າພາຍໃຕ້ພຣະບັນຍັດ ມະນຸດພຽງແຕ່ຮູ້ປະຕິບັດຕາມພຣະບັນຍັດເທົ່ານັ້ນ ແລະ ບໍ່ມີຄວາມຈິງຫຍັງເລີຍ ແລະ ຍ້ອນວ່າ ພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ກ່ຽວພັນເຖິງການປ່ຽນແປງອຸປະນິໄສຂອງມະນຸດ ແລ້ວແຮງໄກທີ່ມັນຈະກ່ຽວຂ້ອງກັບພາລະກິດໃນການຊ່ວຍເຫຼືອມະນຸດຈາກອຳນາດຂອງຊາຕານ. ສະນັ້ນ ພຣະວິນຍານຂອງພຣະເຈົ້າຈຶ່ງໄດ້ບັນລຸຂັ້ນຕອນພາລະກິດທີ່ງ່າຍທີ່ສຸດນີ້ ໂດຍບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຂັ້ນຕອນຂອງພາລະກິດນີ້ມີສ່ວນກ່ຽວຂ້ອງພຽງໜ້ອຍດຽວກ່ຽວກັບແກ່ນແທ້ຂອງການຄຸ້ມຄອງ ແລະ ບໍ່ມີຄວາມສຳພັນຫຍັງຫຼາຍກັບພາລະກິດທີ່ເປັນທາງການຂອງຄວາມລອດພົ້ນຂອງມະນຸດ ແລະ ດ້ວຍເຫດນັ້ນ ມັນຈຶ່ງບໍ່ຈຳເປັນທີ່ຈະໃຫ້ພຣະເຈົ້າກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍຕົວພຣະອົງເອງ. ພາລະກິດທີ່ພຣະວິນຍານປະຕິບັດແມ່ນອ້ອມຄ້ອມ ແລະ ບໍ່ສາມາດຢັ່ງເຖິງໄດ້ ແລະ ມັນເປັນຕາຢ້ານກົວ ແລະ ບໍ່ສາມາດເຂົ້າເຖິງໄດ້ໂດຍມະນຸດ; ພຣະວິນຍານບໍ່ເໝາະສົມແກ່ການປະຕິບັດພາລະກິດແຫ່ງຄວາມລອດພົ້ນໂດຍກົງ ແລະ ບໍ່ເໝາະສົມທີ່ຈະສະໜອງຊີວິດໃຫ້ກັບມະນຸດໂດຍກົງ. ສິ່ງທີ່ເໝາະສົມທີ່ສຸດສຳລັບມະນຸດກໍຄືການປ່ຽນແປງພາລະກິດແຫ່ງພຣະວິນຍານເຂົ້າໃນວິທີການທີ່ໃກ້ຊິດກັບມະນຸດ ເຊິ່ງໝາຍຄວາມວ່າ ສິ່ງທີ່ເໝາະສົມທີ່ສຸດສຳລັບມະນຸດແມ່ນການໃຫ້ພຣະເຈົ້າກາຍເປັນບຸກຄົນທີ່ປົກກະຕິ ແລະ ທຳມະດາເພື່ອປະຕິບັດພາລະກິດຂອງພຣະອົງ. ສິ່ງນີ້ຈຶ່ງຈຳເປັນໃຫ້ພຣະເຈົ້າບັງເກີດເປັນມະນຸດເພື່ອແທນພາລະກິດຂອງພຣະວິນຍານ ແລະ ສຳລັບມະນຸດແລ້ວ ວິທີທາງທີ່ພຣະເຈົ້າປະຕິບັດພາລະກິດແມ່ນເໝາະສົມທີ່ສຸດ. ທ່າມກາງພາລະກິດສາມຂັ້ນຕອນເຫຼົ່ານີ້, ສອງຂັ້ນຕອນຖືກປະຕິບັດໂດຍເນື້ອໜັງ ແລະ ສອງຂັ້ນຕອນເຫຼົ່ານີ້ແມ່ນໄລຍະທີ່ສຳຄັນຂອງພາລະກິດແຫ່ງການຄຸ້ມຄອງ. ການບັງເກີດເປັນມະນຸດທັງສອງຄັ້ງແມ່ນຕື່ມເຕັມເຊິ່ງກັນແລະກັນ ແລະ ເຮັດໃຫ້ທັງສອງຄັ້ງສົມບູນຂຶ້ນ. ຂັ້ນຕອນທຳອິດຂອງການບັງເກີດເປັນມະນຸດຂອງພຣະເຈົ້າວາງພື້ນຖານສຳລັບຂັ້ນຕອນທີສອງ ແລະ ສາມາດເວົ້າໄດ້ວ່າ ການບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າແມ່ນເປັນອັນໜຶ່ງອັນດຽວ ແລະ ສອດຄ່ອງກັນແລະກັນ. ພາລະກິດສອງຂັ້ນຕອນຂອງພຣະເຈົ້າຖືກປະຕິບັດໂດຍພຣະເຈົ້າໃນຕົວຕົນທີ່ບັງເກີດເປັນມະນຸດຂອງພຣະອົງ ຍ້ອນວ່າ ພາລະກິດເຫຼົ່ານັ້ນສຳຄັນຫຼາຍຕໍ່ແຜນການຄຸ້ມຄອງທັງໝົດຂອງພຣະອົງ. ເກືອບເວົ້າໄດ້ວ່າ ຫາກປາສະຈາກພາລະກິດຂອງການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າ, ພາລະກິດແຫ່ງການຄຸ້ມຄອງທັງໝົດກໍຈະຖືກເຊົາໃນທີ່ສຸດ ແລະ ພາລະກິດແຫ່ງການຊ່ວຍເຫຼືອມະນຸດໃຫ້ລອດພົ້ນກໍຈະເປັນພຽງການເວົ້າແຕ່ປາກ. ພາລະກິດນີ້ຈະສຳຄັນ ຫຼື ບໍ່ ແມ່ນຂຶ້ນກັບຄວາມຕ້ອງການຂອງມະນຸດຊາດ ແລະ ຄວາມເປັນຈິງແຫ່ງຄວາມຊົ່ວຊ້າຂອງມະນຸດຊາດ ແລະ ຄວາມຮຸນແຮງຂອງຄວາມບໍ່ເຊື່ອຟັງຂອງຊາຕານ ແລະ ການທີ່ມັນລົບກວນພາລະກິດ. ຄົນທີ່ເໝາະສົມສຳລັບໜ້າທີ່ແມ່ນຖືກກຳນົດລ່ວງໜ້າໂດຍທຳມະຊາດຂອງພາລະກິດຂອງພວກເຂົາ ແລະ ຄວາມສຳຄັນຂອງພາລະກິດນັ້ນ. ເມື່ອເວົ້າເຖິງຄວາມສຳຄັນຂອງພາລະກິດນີ້, ໃນປະເດັນທີ່ວ່າ ວິທີການໃດຂອງພາລະກິດທີ່ຈະຕ້ອງນໍາໃຊ້: ພາລະກິດທີ່ພຣະວິນຍານຂອງພຣະເຈົ້າປະຕິບັດໂດຍກົງ ຫຼື ພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດ ຫຼື ພາລະກິດທີ່ປະຕິບັດຜ່ານທາງມະນຸດ, ພາລະກິດທຳອິດທີ່ຈະຖືກຕັດອອກແມ່ນພາລະກິດທີ່ປະຕິບັດຜ່ານທາງມະນຸດ ແລະ ອີງຕາມທຳມະຊາດຂອງພາລະກິດ ແລະ ລະຫວ່າງທຳມະຊາດຂອງພາລະກິດຂອງພຣະວິນຍານກັບພາລະກິດຂອງເນື້ອໜັງ, ໃນທີ່ສຸດ ຈິ່ງຖືກຕັດສິນວ່າ ພາລະກິດທີ່ເນື້ອໜັງປະຕິບັດມີປະໂຫຍດສຳລັບມະນຸດຫຼາຍກວ່າພາລະກິດທີ່ພຣະວິນຍານປະຕິບັດໂດຍກົງ ແລະ ພາລະກິດດັ່ງກ່າວແມ່ນມີຂໍ້ດີຫຼາຍກວ່າ. ນີ້ແມ່ນຄວາມຄິດຂອງພຣະເຈົ້າໃນເວລາພຣະອົງຕັດສິນວ່າ ພາລະກິດຂອງພຣະອົງຈະຖືກປະຕິບັດໂດຍພຣະວິນຍານ ຫຼື ໂດຍເນື້ອໜັງ. ມັນມີຄວາມໝາຍ ແລະ ພື້ນຖານສຳລັບພາລະກິດແຕ່ລະຂັ້ນຕອນ. ພາລະກິດເຫຼົ່ານັ້ນບໍ່ແມ່ນຈິນຕະນາການທີ່ບໍ່ມີພື້ນຖານ ຫຼື ພາລະກິດເຫຼົ່ານັ້ນບໍ່ໄດ້ຖືກປະຕິບັດຕາມອຳເພີໃຈ; ມີສະຕິປັນຍາທີ່ແນ່ນອນໃນພາລະກິດເຫຼົ່ານັ້ນ. ນັ້ນຄືຄວາມຈິງທີ່ຢູ່ເບື້ອງຫຼັງທັງໝົດຂອງພາລະກິດຂອງພຣະເຈົ້າ. ໂດຍສະເພາະແລ້ວ ແຜນການຂອງພຣະເຈົ້າຍິ່ງມີຫຼາຍໃນພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວ ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ. ດ້ວຍເຫດນັ້ນ ສະຕິປັນຍາຂອງພຣະເຈົ້າ ແລະ ຄວາມເປັນຢູ່ທັງໝົດຂອງພຣະອົງຈຶ່ງສະທ້ອນເຖິງການກະທຳ, ຄວາມຄິດ ແລະ ແນວຄິດທຸກຢ່າງຂອງພຣະອົງໃນການປະຕິບັດພາລະກິດ; ນີ້ແມ່ນຄວາມເປັນຢູ່ຂອງພຣະເຈົ້າທີ່ຊັດເຈນ ແລະ ເປັນລະບົບຫຼາຍຂຶ້ນ. ຄວາມຄິດ ແລະ ແນວຄິດທີ່ຫຼັກແຫຼມເຫຼົ່ານີ້ແມ່ນຍາກທີ່ຈະໃຫ້ມະນຸດຈິນຕະນາການ ແລະ ຍາກທີ່ຈະໃຫ້ມະນຸດເຊື່ອ ແລະ ຍິ່ງໄປກວ່ານັ້ນແມ່ນຍາກທີ່ຈະໃຫ້ມະນຸດຮູ້. ພາລະກິດທີ່ມະນຸດປະຕິບັດແມ່ນອີງຕາມຫຼັກການທົ່ວໄປ ເຊິ່ງສຳລັບມະນຸດແລ້ວ ມັນເປັນທີ່ພໍໃຈຢ່າງສູງ. ແຕ່ເມື່ອປຽບທຽບກັບພາລະກິດຂອງພຣະເຈົ້າແລ້ວ ແມ່ນມີຄວາມບໍ່ເທົ່າທຽມກັນຫຼາຍເກີນໄປແທ້ໆ; ເຖິງແມ່ນ ການກະທຳຂອງພຣະເຈົ້າຍິ່ງໃຫຍ່ ແລະ ພາລະກິດຂອງພຣະເຈົ້າຢູ່ໃນລະດັບທີ່ໃຫຍ່ຫຼວງ, ເບື້ອງຫຼັງສິ່ງເຫຼົ່ານັ້ນແມ່ນມີຫຼາຍນາທີ ແລະ ແຜນການ ແລະ ການຈັດແຈງຢ່າງຊັດເຈນເຊິ່ງມະນຸດບໍ່ສາມາດຈິນຕະນາການໄດ້. ພາລະກິດທຸກຂັ້ນຕອນຂອງພຣະອົງບໍ່ພຽງແຕ່ອີງຕາມຫຼັກການເທົ່ານັ້ນ, ແຕ່ຍັງມີຫຼາຍສິ່ງທີ່ພາສາມະນຸດບໍ່ສາມາດອະທິບາຍໄດ້ ແລະ ສິ່ງເຫຼົ່ານີ້ເປັນສິ່ງທີ່ມະນຸດບໍ່ສາມາດເຫັນໄດ້. ບໍ່ວ່າມັນເປັນພາລະກິດຂອງພຣະວິນຍານ ຫຼື ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ລະພາລະກິດແມ່ນຢູ່ໃນແຜນການພາລະກິດຂອງພຣະອົງ. ພຣະອົງບໍ່ປະຕິບັດພາລະກິດໂດຍບໍ່ມີຫຼັກການ ແລະ ບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ. ເມື່ອພຣະວິນຍານປະຕິບັດພາລະກິດໂດຍກົງ ພຣະອົງກໍມີເປົ້າໝາຍຂອງພຣະອົງ ແລະ ເມື່ອພຣະອົງກາຍເປັນມະນຸດ (ເຊິ່ງໝາຍຄວາມວ່າ ເມື່ອພຣະອົງປ່ຽນແປງເປືອກນອກຂອງພຣະອົງ) ເພື່ອປະຕິບັດພາລະກິດ, ພຮະອົງກໍຍິ່ງມີເປົ້າໝາຍຂອງພຣະອົງຫຼາຍຂຶ້ນ. ແລ້ວມີເຫດຜົນຫຍັງພຣະອົງຈຶ່ງປ່ຽນແປງຕົວຕົນຂອງພຣະອົງຢ່າງລໍາພັງແບບນັ້ນ? ມີເຫດຜົນຫຍັງພຣະອົງຈຶ່ງກາຍເປັນຄົນທີ່ຖືວ່າຕໍ່າຕ້ອຍ ແລະ ຖືກຂົ່ມເຫັງຢ່າງລໍາພັງໃຈ?

ເມື່ອເວົ້າເຖິງພາລະກິດ, ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນມີຄວາມໝາຍທີ່ສຸດ ແລະ ຜູ້ທີ່ຈະເຮັດສໍາເລັດພາລະກິດດັ່ງກ່າວ ໃນທີ່ສຸດ ກໍແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ແມ່ນພຣະວິນຍານ. ບາງຄົນເຊື່ອວ່າ ບາງເທື່ອ ພຣະເຈົ້າອາດມາເທິງແຜ່ນດິນໂລກ ແລະ ປາກົດຕົວຕໍ່ມະນຸດ, ດ້ວຍເຫດນີ້ ພຣະອົງຈະພິພາກສາມະນຸດຊາດທັງປວງດ້ວຍຕົວພຣະອົງເອງ, ທົດສອບພວກເຂົາເທື່ອລະຄົນໂດຍບໍ່ລະເວັ້ນໃຜຈັກຄົນ. ຄົນທີ່ຄິດແບບນີ້ບໍ່ຮູ້ຈັກຂັ້ນຕອນນີ້ຂອງພາລະກິດແຫ່ງການບັງເກີດເປັນມະນຸດ. ພຣະເຈົ້າບໍ່ພິພາກສາມະນຸດເທື່ອລະຄົນ ແລະ ບໍ່ທົດສອບມະນຸດເທື່ອລະຄົນ; ການເຮັດແບບນັ້ນຈະບໍ່ແມ່ນພາລະກິດແຫ່ງການພິພາກສາ. ຄວາມເສື່ອມຊາມຂອງມະນຸດຊາດທັງປວງແມ່ນບໍ່ຄືກັນບໍ? ທາດແທ້ຂອງມະນຸດບໍ່ແມ່ນຄືກັນໝົດບໍ? ສິ່ງທີ່ຖືກພິພາກສາແມ່ນທາດແທ້ທີ່ເສື່ອມຊາມຂອງມະນຸດຊາດ, ທາດແທ້ຂອງມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຄວາມບາບທັງໝົດຂອງມະນຸດ. ພຣະເຈົ້າບໍ່ພິພາກສາຂໍ້ຜິດພາດທີ່ເລັກນ້ອຍ ແລະ ບໍ່ສຳຄັນສໍາລັບມະນຸດ. ພາລະກິດແຫ່ງການພິພາກສາແມ່ນໃນຮູບແບບເປັນຕົວແທນ ແລະ ບໍ່ໄດ້ຖືກປະຕິບັດເພື່ອຄົນໃດຄົນໜຶ່ງໂດຍສະເພາະ. ກົງກັນຂ້າມ, ມັນເປັນພາລະກິດທີ່ພິພາກສາຄົນກຸ່ມໜຶ່ງເພື່ອເປັນຕົວແທນໃຫ້ກັບການພິພາກຂອງມະນຸດຊາດທັງປວງ. ເຊັ່ນວ່າ ການປະຕິບັດພາລະກິດຂອງພຣະອົງໃນຄົນກຸ່ມໃດໜຶ່ງດ້ວຍຕົວພຣະອົງເອງ, ພຣະເຈົ້າທີ່ຢູ່ໃນເນື້ອໜັງໃຊ້ພາລະກິດຂອງພຣະອົງເພື່ອເປັນຕົວແທນໃຫ້ກັບພາລະກິດຂອງມະນຸດຊາດທັງປວງ ແລ້ວຫຼັງຈາກນັ້ນ ພາລະກິດຈຶ່ງຖືກເຜີຍແຜ່ອອກໄປເທື່ອລະໜ້ອຍ; ພາລະກິດແຫ່ງການພິພາກສາກໍເປັນເຊັ່ນນັ້ນ. ພຣະເຈົ້າບໍ່ພິພາກສາຄົນບາງປະເພດ ຫຼື ຄົນບາງກຸ່ມ, ແຕ່ພິພາກສາຄວາມບໍ່ຊອບທຳຂອງມະນຸດທັງໝົດ, ຕົວຢ່າງເຊັ່ນ: ການທີ່ມະນຸດຕໍ່ຕ້ານພຣະເຈົ້າ, ການທີ່ມະນຸດບໍ່ເຄົາລົບບູຊາພຣະເຈົ້າ ຫຼື ການລົບກວນພາລະກິດຂອງພຣະເຈົ້າ ແລະ ອື່ນໆອີກ. ສິ່ງທີ່ຖືກພິພາກສາແມ່ນທາດແທ້ຂອງມະນຸດຊາດທີ່ຕໍ່ຕ້ານພຣະເຈົ້າ ແລະ ພາລະກິດນີ້ແມ່ນພາລະກິດແຫ່ງການເອົາຊະນະໃນຍຸກສຸດທ້າຍ. ພາລະກິດ ແລະ ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດທີ່ມະນຸດໄດ້ເປັນພະຍານ ແມ່ນພາລະກິດແຫ່ງການພິພາກສາກຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ໃນລະຫວ່າງຍຸກສຸດທ້າຍ ເຊິ່ງຄິດຂຶ້ນໂດຍມະນຸດໃນຍຸກຜ່ານມາ. ພາລະກິດທີ່ກຳລັງຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນແມ່ນການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຢ່າງແນ່ນອນ. ພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງປັດຈຸບັນແມ່ນພຣະເຈົ້າຜູ້ທີ່ພິພາກສາມະນຸດຊາດທັງປວງໃນລະຫວ່າງຍຸກສຸດທ້າຍ. ເນື້ອໜັງນີ້ ແລະ ພາລະກິດຂອງພຣະອົງ, ພຣະທໍາ ແລະ ອຸປະນິໄສທັງໝົດແມ່ນຄວາມບໍລິບູນຂອງພຣະອົງ. ເຖິງແມ່ນວ່າ ຂອບເຂດຂອງພາລະກິດຂອງພຣະອົງຈະມີຈຳກັດ ແລະ ບໍ່ກ່ຽວພັນເຖິງຈັກກະວານທັງປວງໂດຍກົງ, ທາດແທ້ຂອງພາລະກິດແຫ່ງການພິພາກສາແມ່ນການພິພາກສາມະນຸດຊາດທັງປວງໂດຍກົງ; ມັນບໍ່ແມ່ນພາລະກິດທີ່ປະຕິບັດສຳລັບປະເທດຈີນເທົ່ານັ້ນ ຫຼື ສຳລັບຄົນຈຳນວນໜ້ອຍ. ໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ, ເຖິງແມ່ນຂອບເຂດຂອງພາລະກິດນີ້ບໍ່ກ່ຽວພັນເຖິງຈັກກະວານທັງປວງ, ແຕ່ມັນກໍເປັນຕົວແທນໃຫ້ກັບພາລະກິດຂອງຈັກກະວານທັງປວງ ແລະ ຫຼັງຈາກທີ່ພຣະອົງສໍາເລັດພາລະກິດພາຍໃນຂອບເຂດພາລະກິດຂອງເນື້ອໜັງຂອງພຣະອົງ, ພຣະອົງຈະຂະຫຍາຍພາລະກິດນີ້ໄປທົ່ວຈັກກະວານທັນທີ, ໃນລັກສະນະດຽວກັນກັບຂ່າວປະເສີດຂອງພຣະເຢຊູທີ່ຂະຫຍາຍທົ່ວຈັກກະວານຫຼັງຈາກການຟື້ນຄືນຊີບ ແລະ ການຂຶ້ນສູ່ສະຫວັນຂອງພຣະອົງ. ບໍ່ວ່າຈະເປັນພາລະກິດຂອງພຣະວິນຍານ ຫຼື ພາລະກິດຂອງເນື້ອໜັງ, ມັນກໍເປັນພາລະກິດທີ່ປະຕິບັດພາຍໃນຂອບເຂດຈຳກັດ, ແຕ່ເປັນຕົວແທນໃຫ້ກັບພາລະກິດຂອງຈັກກະວານທັງປວງ. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າປາກົດຕົວເພື່ອປະຕິບັດພາລະກິດຂອງພຣະອົງໂດຍໃຊ້ຕົວຕົນທີ່ບັງເກີດເປັນມະນຸດຂອງພຣະອົງ ແລະ ພຣະເຈົ້າທີ່ຢູ່ໃນເນື້ອໜັງກໍເປັນພຣະເຈົ້າທີ່ພິພາກສາມະນຸດຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່. ບໍ່ວ່າພຣະອົງຈະເປັນພຣະວິນຍານ ຫຼື ເນື້ອໜັງ, ພຣະອົງຜູ້ເຊິ່ງປະຕິບັດພາລະກິດແຫ່ງການພິພາກສາກໍເປັນພຣະເຈົ້າທີ່ພິພາກສາມະນຸດຊາດໃນລະຫວ່າງຍຸກສຸດທ້າຍ. ສິ່ງນີ້ແມ່ນຖືກກຳນົດໂດຍອີງຕາມພາລະກິດຂອງພຣະອົງ ແລະ ບໍ່ໄດ້ຖືກກຳນົດຕາມລັກສະນະພາຍນອກຂອງພຣະອົງ ຫຼື ປັດໄຈອື່ນໆອີກຫຼາຍຢ່າງ. ເຖິງແມ່ນມະນຸດມີແນວຄິດກ່ຽວກັບພຣະທຳເຫຼົ່ານີ້, ບໍ່ມີໃຜສາມາດປະຕິເສດຄວາມຈິງຂອງການພິພາກສາຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ການເອົາຊະນະມະນຸດທັງປວງ. ບໍ່ວ່າມະນຸດຈະຄິດກ່ຽວກັບສິ່ງນັ້ນແນວໃດກໍຕາມ, ໃນທີ່ສຸດແລ້ວ ຄວາມຈິງກໍຄືຄວາມຈິງ. ບໍ່ມີໃຜສາມາດເວົ້າໄດ້ວ່າ “ພາລະກິດຖືກປະຕິບັດໂດຍພຣະເຈົ້າ, ແຕ່ເນື້ອໜັງບໍ່ແມ່ນພຣະເຈົ້າ.” ນີ້ແມ່ນເລື່ອງໄຮ້ສາລະ, ຍ້ອນບໍ່ມີໃຜສາມາດເຮັດໃຫ້ພາລະກິດນີ້ສຳເລັດໄດ້ ນອກຈາກພຣະເຈົ້າທີ່ຢູ່ໃນເນື້ອໜັງ. ຍ້ອນພາລະກິດນີ້ຖືກເຮັດໃຫ້ສຳເລັດ, ຫຼັງຈາກພາລະກິດນີ້ ພາລະກິດແຫ່ງການພິພາກສາມະນຸດຂອງພຣະເຈົ້າຈະບໍ່ປາກົດຂຶ້ນເປັນຄັ້ງທີສອງ; ພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງທີສອງໄດ້ສໍາເລັດພາລະກິດທັງໝົດແຫ່ງການຄຸ້ມຄອງທັງປວງແລ້ວ ແລະ ຈະບໍ່ມີພາລະກິດຂອງພຣະເຈົ້າຂັ້ນຕອນທີສີ່. ເພາະຄົນທີ່ຖືກພິພາກສາແມ່ນມະນຸດ, ມະນຸດທີ່ເກີດຈາກເນື້ອໜັງ ແລະ ຖືກເຮັດໃຫ້ເສື່ອມຊາມ ແລະ ບໍ່ແມ່ນວິນຍານຂອງຊາຕານທີ່ຖືກພິພາກສາໂດຍກົງ, ພາລະກິດແຫ່ງການພິພາກສາຈຶ່ງບໍ່ຖືກປະຕິບັດໃນໂລກຝ່າຍວິນຍານ, ແຕ່ທ່າມກາງມະນຸດ. ບໍ່ມີໃຜທີ່ເໝາະສົມ ແລະ ມີຄຸນສົມບັດໄປກວ່າພຣະເຈົ້າທີ່ຢູ່ໃນເນື້ອໜັງສຳລັບການປະຕິບັດພາລະກິດແຫ່ງການພິພາກສາຄວາມເສື່ອມຊາມຂອງເນື້ອໜັງຂອງມະນຸດ. ຖ້າການພິພາກສາຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ແລ້ວມັນກໍຈະບໍ່ລວມເຖິງທຸກສິ່ງ. ຍິ່ງໄປກວ່ານັ້ນ, ພາລະກິດດັ່ງກ່າວແມ່ນຍາກທີ່ຈະໃຫ້ມະນຸດຍອມຮັບເອົາ, ຍ້ອນພຣະວິນຍານບໍ່ສາມາດມາຢູ່ຕໍ່ໜ້າມະນຸດໄດ້ ແລະ ຍ້ອນເຫດນີ້ ຜົນຈຶ່ງຈະບໍ່ເກີດຂຶ້ນທັນທີ, ແລ້ວແຮງໄກທີ່ມະນຸດຈະສາມາດເບິ່ງເຫັນອຸປະນິໄສທີ່ບໍ່ສາມາດລະເມີດໄດ້ຂອງພຣະເຈົ້າຢ່າງຊັດເຈນຍິ່ງຂຶ້ນ. ຊາຕາມສາມາດຖືກເອົາຊະນະໄດ້ຢ່າງສົມບູນ ຖ້າພຣະເຈົ້າທີ່ຢູ່ໃນເນື້ອໜັງພິພາກສາຄວາມເສື່ອມຊາມຂອງມະນຸດຊາດ. ການເປັນຄືມະນຸດເຮັດໃຫ້ມີຄວາມເປັນມະນຸດທຳມະດາ, ພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງສາມາດພິພາກສາຄວາມບໍ່ຊອບທຳຂອງມະນຸດໂດຍກົງໄດ້; ນີ້ແມ່ນສັນຍາລັກຂອງຄວາມບໍລິສຸດໂດຍທຳມະຊາດຂອງພຣະອົງ ແລະ ຄວາມພິເສດຂອງພຣະອົງ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີຄຸນສົມບັດ ແລະ ຢູ່ໃນຕໍາແໜ່ງທີ່ພິພາກສາມະນຸດ, ຍ້ອນພຣະອົງມີຄວາມຈິງ ແລະ ຄວາມຊອບທຳ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງສາມາດພິພາກສາມະນຸດ. ຄົນທີ່ປາສະຈາກຄວາມຈິງ ແລະ ຄວາມຊອບທຳບໍ່ເໝາະສົມທີ່ຈະພິພາກສາຄົນອື່ນ. ຖ້າພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ, ແລ້ວມັນກໍຈະບໍ່ແມ່ນການເອົາໄຊຊະນະເໜືອຊາຕານ. ໂດຍທຳມະຊາດແລ້ວ ພຣະວິນຍານສູງສົ່ງກວ່າມະນຸດ ແລະ ໂດຍທຳມະຊາດແລ້ວ ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ມີໄຊຊະນະເໜືອເນື້ອໜັງ. ຖ້າພຣະວິນຍານປະຕິບັດພາລະກິດນີ້ໂດຍກົງ, ພຣະອົງກໍຈະບໍ່ສາມາດພິພາກສາຄວາມບໍ່ເຊື່ອຟັງທັງໝົດຂອງມະນຸດໄດ້ ແລະ ບໍ່ສາມາດເປີດເຜີຍຄວາມບໍ່ຊອບທຳທັງໝົດຂອງມະນຸດ. ຍ້ອນພາລະກິດແຫ່ງການພິພາກສາຍັງໄດ້ປະຕິບັດຜ່ານແນວຄິດຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ ແລະ ມະນຸດບໍ່ເຄີຍມີແນວຄິດກ່ຽວກັບພຣະວິນຍານ ແລະ ດ້ວຍເຫດນີ້ ພຣະວິນຍານຈຶ່ງບໍ່ສາມາດເປີດໂປງຄວາມບໍ່ຊອບທຳຂອງມະນຸດໄດ້ດີກວ່າ, ແລ້ວແຮງໄກທີ່ຈະເປີດໂປງຄວາມບໍ່ຊອບທຳດັ່ງກ່າວຢ່າງສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືສັດຕູຂອງທຸກຄົນທີ່ບໍ່ຮູ້ຈັກພຣະອົງ. ຜ່ານການພິພາກສາແນວຄິດຂອງມະນຸດ ແລະ ການຕໍ່ຕ້ານພຣະອົງ, ພຣະອົງເປີດໂປງຄວາມບໍ່ເຊື່ອຟັງທຸກຢ່າງຂອງມະນຸດຊາດ. ຜົນຂອງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຊັດເຈນກວ່າພາລະກິດຂອງພຣະວິນຍານ. ດ້ວຍເຫດນັ້ນ, ການພິພາກສາມະນຸດຊາດທັງປວງຈຶ່ງບໍ່ຖືກປະຕິບັດໂດຍພຣະວິນຍານໂດຍກົງ, ແຕ່ເປັນພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເຫັນ ແລະ ສຳຜັດໄດ້ໂດຍມະນຸດ ແລະ ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເອົາຊະນະມະນຸດໄດ້ຢ່າງສົມບູນ. ຄວາມສຳພັນທີ່ມະນຸດມີກັບພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງ, ມະນຸດພັດທະນາຈາກການຕໍ່ຕ້ານເປັນຄວາມເຊື່ອຟັງ, ຈາກການຂົມເຫັງເປັນການຍອມຮັບ, ຈາກແນວຄິດເປັນຄວາມຮູ້ ແລະ ຈາກການປະຕິເສດເປັນຄວາມຮັກ. ສິ່ງເຫຼົ່ານີ້ແມ່ນຜົນຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ມະນຸດໄດ້ຮັບການຊ່ວຍເຫຼືອໃຫ້ລອດພົ້ນຜ່ານການຍອມຮັບການພິພາກສາຂອງພຣະອົງເທົ່ານັ້ນ, ພຽງແຕ່ມາຮູ້ຈັກພຣະອົງຜ່ານພຣະທຳຈາກປາກຂອງພຣະອົງເທື່ອລະໜ້ອຍ, ຖືກເອົາຊະນະໂດຍພຣະອົງໃນລະຫວ່າງທີ່ພວກເຂົາຕໍ່ຕ້ານພຣະອົງ ແລະ ຮັບເອົາການຈັດກຽມຊີວິດຈາກພຣະອົງໃນລະຫວ່າງການຍອມຮັບເອົາການຕີສອນຈາກພຣະອົງ. ທຸກພາລະກິດນີ້ແມ່ນພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ແມ່ນພາລະກິດຂອງພຣະເຈົ້າທີ່ຢູ່ໃນພຣະວິນຍານ. ພາລະກິດທີ່ປະຕິບັດໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນພາລະກິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນພາລະກິດທີ່ເລິກເຊິ່ງທີ່ສຸດ ແລະ ສ່ວນສຳຄັນໃນພາລະກິດສາມຂັ້ນຕອນຂອງພຣະເຈົ້າກໍແມ່ນພາລະກິດສອງຂັ້ນຕອນແຫ່ງການບັງເກີດເປັນມະນຸດ. ຄວາມເສື່ອມຊາມທີ່ເລິກເຊິ່ງຂອງມະນຸດແມ່ນອຸປະສັກທີ່ໃຫຍ່ຫຼວງຕໍ່ພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ເວົ້າໂດຍສະເພາະແລ້ວ ພາລະກິດທີ່ຖືກປະຕິບັດໃນຜູ້ຄົນແຫ່ງຍຸກສຸດທ້າຍແມ່ນຍາກຫຼາຍ ແລະ ສະພາບແວດລ້ອມກໍໂຫດຮ້າຍ ແລະ ຄວາມສາມາດຂອງຄົນແຕ່ລະປະເພດກໍຕໍ່າພໍສົມຄວນ. ແຕ່ເຖິງຢ່າງນັ້ນກໍຕາມ ໃນຕອນຈົບຂອງພາລະກິດນີ້, ມັນກໍຍັງຈະບັນລຸຜົນຢ່າງຖືກຕ້ອງ ໂດຍບໍ່ມີຂໍ້ບົກຜ່ອງໃດໆ; ນີ້ແມ່ນຜົນຂອງພາລະກິດແຫ່ງເນື້ອໜັງ ແລະ ຜົນນີ້ກໍດົນໃຈຫຼາຍກວ່າພາລະກິດຂອງພຣະວິນຍານ. ພາລະກິດສາມຂັ້ນຕອນຂອງພຣະເຈົ້າຈະຖືກເຮັດໃຫ້ສິ້ນສຸດລົງໃນເນື້ອໜັງ ແລະ ຕ້ອງຖືກເຮັດໃຫ້ສິ້ນສຸດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດທີ່ສຳຄັນທີ່ສຸດ ແລະ ຈຳເປັນທີ່ສຸດຖືກປະຕິບັດໃນເນື້ອໜັງ ແລະ ຄວາມລອດພົ້ນຂອງມະນຸດຕ້ອງຖືກປະຕິບັດໂດຍພຣະເຈົ້າທີ່ຢູ່ໃນເນື້ອໜັງດ້ວຍຕົວພຣະອົງເອງ. ເຖິງແມ່ນວ່າ ມະນຸດຊາດທັງປວງຮູ້ສຶກວ່າ ພຣະເຈົ້າທີ່ຢູ່ໃນເນື້ອໜັງບໍ່ກ່ຽວຂ້ອງກັບມະນຸດ, ໃນຄວາມເປັນຈິງແລ້ວ ເນື້ອໜັງນີ້ແມ່ນກ່ຽວຂ້ອງກັບຊະຕາກໍາ ແລະ ການເປັນຢູ່ຂອງມະນຸດຊາດທັງປວງ.

ພາລະກິດທຸກຂັ້ນຕອນຂອງພຣະເຈົ້າແມ່ນເພື່ອມວນມະນຸດຊາດ ແລະ ແນໃສ່ມະນຸດຊາດທັງປວງ. ເຖິງແມ່ນວ່າ ມັນຄືພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງ, ມັນກໍຍັງແນໃສ່ມະນຸດຊາດທັງປວງ; ພຣະອົງເປັນພຣະເຈົ້າຂອງມວນມະນຸດຊາດ ແລະ ເປັນພຣະເຈົ້າຂອງສັບພະສິ່ງທີ່ຖືກສ້າງ ແລະ ບໍ່ຖືກສ້າງທັງປວງ. ເຖິງແມ່ນວ່າ ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງນັ້ນແມ່ນຢູ່ພາຍໃນຂອບເຂດຈຳກັດ ແລະ ເປົ້າໝາຍຂອງພາລະກິດນີ້ກໍຍັງມີຄວາມຈຳກັດເຊັ່ນດຽວກັນ,​ ແຕ່ວ່າ ໃນແຕ່ລະຄັ້ງທີ່ພຣະອົງກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ ພຣະອົງກໍເລືອກຕົວແທນທີ່ສູງສຸດໃຫ້ເປັນເປົ້າໝາຍຂອງພາລະກິດຂອງພຣະອົງ; ພຣະອົງບໍ່ເລືອກກຸ່ມຄົນທີ່ທຳມະດາ ແລະ ບໍ່ໂດດເດັ່ນເພື່ອປະຕິບັດພາລະກິດ, ແຕ່ກົງກັນຂ້າມ ພຣະອົງເລືອກກຸ່ມຄົນທີ່ສາມາດເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງໃຫ້ເປັນເປົ້າໝາຍຂອງພາລະກິດຂອງພຣະອົງ. ກຸ່ມຄົນເຫຼົ່ານີ້ຖືກເລືອກກໍຍ້ອນຂອບເຂດຂອງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງນັ້ນມີຈຳກັດ ແລະ ຖືກຈັດກຽມໄວ້ໃຫ້ກັບເນື້ອໜັງທີ່ເປັນມະນຸດຂອງພຣະອົງໂດຍສະເພາະ ແລະ ຖືກເລືອກສຳລັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງໂດຍສະເພາະ. ການທີ່ພຣະເຈົ້າເລືອກເປົ້າໝາຍຂອງພາລະກິດຂອງພຣະອົງບໍ່ແມ່ນບໍ່ມີຫຼັກການ, ແຕ່ອີງຕາມຫຼັກການດັ່ງນີ້: ເປົ້າໝາຍຂອງພາລະກິດຕ້ອງມີປະໂຫຍດຕໍ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ຕ້ອງສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໄດ້. ຕົວຢ່າງເຊັ່ນ ຊາວຢິວສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໃນການຍອມຮັບການໄຖ່ບາບສ່ວນຕົວຂອງພຣະເຢຊູ ແລະ ຊາວຈີນກໍສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໄດ້ໃນການຍອມຮັບເອົາໄຊຊະນະສ່ວນຕົວຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ຊາວຢິວທີ່ເປັນຕົວແທນໃຫ້ກັບມະນຸດຊາດທັງປວງແມ່ນມີພຸ້ນຖານ ແລະ ຊາວຈີນທີ່ເປັນຕົວແທນໃຫ້ກັບມະນຸດຊາດທັງປວງກໍມີພື້ນຖານໃນການຍອບຮັບເອົາໄຊຊະນະສ່ວນຕົວຂອງພຣະເຈົ້າ. ບໍ່ມີຫຍັງທີ່ເປີດເຜີຍຄວາມໝາຍຂອງການໄຖ່ບາບໄດ້ຫຼາຍກວ່າພາລະກິດແຫ່ງການໄຖ່ບາບທີ່ປະຕິບັດທ່າມກາງຊາວຢິວ ແລະ ບໍ່ມີຫຍັງທີ່ເປີດເຜີຍຄວາມລະອຽດ ແລະ ຄວາມສຳເລັດຂອງພາລະກິດແຫ່ງການເອົາຊະນະໄດ້ຫຼາຍກວ່າພາລະກິດແຫ່ງການເອົາຊະນະທ່າມກາງຊາວຈີນ. ພາລະກິດ ແລະ ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດປາກົດຂຶ້ນໂດຍແນໃສ່ຄົນກຸ່ມນ້ອຍເທົ່ານັ້ນ, ແຕ່ໃນຄວາມເປັນຈິງ ພາລະກິດຂອງພຣະອົງໃນທ່າມກາງກຸ່ມນ້ອຍນີ້ແມ່ນພາລະກິດຂອງຈັກກະວານທັງປວງ ແລະ ພຣະທຳຂອງພຣະອົງກໍແນໃສ່ມະນຸດຊາດທັງປວງ. ຫຼັງຈາກພາລະກິດຝ່າຍເນື້ອໜັງຂອງພຣະອົງມາເຖິງຈຸດສິ້ນສຸດ, ຄົນທີ່ຕິດຕາມພຣະອົງຈະເລີ່ມເຜີຍແຜ່ພາລະກິດທີ່ພຣະອົງປະຕິບັດທ່າມກາງພວກເຂົາ. ສິ່ງດີທີ່ສຸດກ່ຽວກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຄືການທີ່ພຣະອົງສາມາດປະພຣະທຳ ແລະ ການຕັກເຕືອນທີ່ຖືກຕ້ອງ ແລະ ຄວາມປະສົງທີ່ຖືກຕ້ອງຂອງພຣະອົງໄວ້ໃຫ້ກັບມະນຸດຊາດຜູ້ທີ່ຕິດຕາມພຣະອົງ, ເພື່ອວ່າຫຼັງຈາກນັ້ນ ຜູ້ທີ່ຕິດຕາມພຣະອົງຈະສາມາດສົ່ງຕໍ່ພາລະກິດທຸກຢ່າງຂອງພຣະອົງທີ່ຢູ່ໃນເນື້ອໜັງ ແລະ ຄວາມປະສົງຂອງພຣະອົງໃຫ້ກັບມວນມະນຸດຊາດຜູ້ທີ່ຍອມຮັບຫົນທາງນີ້ຢ່າງຖືກຕ້ອງ ແລະ ເປັນຮູບປະທໍາຫຼາຍຍິ່ງຂຶ້ນ. ມີພຽງແຕ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງທ່າມກາງມະນຸດເທົ່ານັ້ນທີ່ເຮັດໃຫ້ຄວາມຈິງແຫ່ງການເປັນຢູ່ຂອງພຣະເຈົ້າ ແລະ ການດຳລົງຊີວິດຢູ່ຮ່ວມກັບມະນຸດສຳເລັດຢ່າງແທ້ຈິງ. ມີພຽງແຕ່ພາລະກິດນີ້ເທົ່ານັ້ນທີ່ປະຕິບັດຕາມຄວາມປາຖະໜາຂອງມະນຸດໃນການເບິ່ງໃບໜ້າຂອງພຣະເຈົ້າ, ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ໄດ້ຍິນພຣະທຳສ່ວນຕົວຂອງພຣະເຈົ້າ. ພຣະເຈົ້າທີ່ບັງເກີດເປັນມະນຸດນໍາຈຸດສິ້ນສຸດມາສູ່ຍຸກທີ່ມະນຸດພຽງແຕ່ໄດ້ເຫັນດ້ານຫຼັງຂອງພຣະເຢໂຮວາເທົ່ານັ້ນ ແລະ ຍັງສິ້ນສຸດຍຸກທີ່ມະນຸດຊາດເຊື່ອໃນພຣະເຈົ້າທີ່ເລື່ອນລອຍ. ໂດຍສະເພາະແລ້ວ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງສຸດທ້າຍໄດ້ນໍາມະນຸດຊາດທັງປວງເຂົ້າສູ່ຍຸກທີ່ເປັນຈິງຫຼາຍຂຶ້ນ, ແທ້ຈິງຫຼາຍຂຶ້ນ ແລະ ສົດໃສຫຼາຍຂຶ້ນ. ພຣະອົງບໍ່ພຽງແຕ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ລັດທິ; ທີ່ສຳຄັນໄປກວ່ານັ້ນ ພຣະອົງເປີດເຜີຍພຣະເຈົ້າທີ່ເປັນຈິງ ແລະ ທຳມະດາຕໍ່ມະນຸດຊາດ ຜູ້ທີ່ຊອບທຳ ແລະ ບໍລິສຸດ, ຜູ້ທີ່ໄຂພາລະກິດແຫ່ງແຜນການຄຸ້ມຄອງ ແລະ ສະແດງຄວາມເລິກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ, ຜູ້ທີ່ສ້າງມະນຸດຊາດ ແລະ ນໍາການສິ້ນສຸດມາສູ່ພາລະກິດແຫ່ງການຄຸ້ມຄອງ ແລະ ຜູ້ທີ່ຍັງລີ້ລັບຢູ່ເປັນເວລາຫຼາຍພັນປີ. ພຣະອົງນໍາຍຸກແຫ່ງຄວາມເລື່ອນລອຍມາສູ່ການສິ້ນສຸດຢ່າງບໍລິບູນ, ພຣະອົງສໍາເລັດຍຸກທີ່ມະນຸດຊາດທັງປວງປາຖະໜາທີ່ຈະສະແຫວງຫາໃບໜ້າຂອງພຣະເຈົ້າ ແຕ່ບໍ່ສາມາດເຮັດໄດ້, ພຣະອົງສິ້ນສຸດຍຸກທີ່ມະນຸດຊາດທັງປວງຮັບໃຊ້ຊາຕານ ແລະ ນໍາພາມະນຸດຊາດທັງປວງເຂົ້າສູ່ຍຸກໃໝ່ຢ່າງສົມບູນ. ນີ້ລ້ວນແລ້ວແຕ່ແມ່ນຜົນຕາມມາຂອງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ແມ່ນຜົນງານຂອງພຣະວິນຍານຂອງພຣະເຈົ້າ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງຂອງພຣະອົງ, ຄົນທີ່ຕິດຕາມພຣະອົງກໍບໍ່ສະແຫວງຫາ ແລະ ງົມຫາສິ່ງທີ່ເລື່ອນລອຍ ແລະ ບໍ່ແຈ່ມແຈ້ງເຫຼົ່ານັ້ນອີກຕໍ່ໄປ ແລະ ເຊົາທາຍຄວາມປະສົງຂອງພຣະເຈົ້າທີ່ເລື່ອນລອຍ. ເມື່ອພຣະເຈົ້າຂະຫຍາຍພາລະກິດຂອງພຣະອົງໃນເນື້ອໜັງ, ຄົນທີ່ຕິດຕາມພຣະອົງກໍຈະສົ່ງຕໍ່ພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງໄປສູ່ທຸກສາສະໜາ ແລະ ນິກາຍ ແລະ ພວກເຂົາຈະສື່ສານພຣະທຳທຸກຂໍ້ຂອງພຣະອົງສູ່ຫູຂອງມະນຸດຊາດທັງປວງ. ທຸກສິ່ງທີ່ຜູ້ຮັບຂ່າວປະເສີດຂອງພຣະອົງໄດ້ຍິນຈະເປັນຄວາມຈິງທີ່ມະນຸດເຫັນ ແລະ ໄດ້ຍິນດ້ວຍຕົນເອງ ແລະ ຈະເປັນຄວາມຈິງ ແລະ ບໍ່ແມ່ນຄວາມເລົ່າລື. ຄວາມຈິງເຫຼົ່ານີ້ແມ່ນຫຼັກຖານທີ່ພຣະອົງເຜີຍແຜ່ພາລະກິດ ແລະ ຍັງເປັນເຄື່ອງມືທີ່ພຣະອົງນໍາໃຊ້ໃນການເຜີຍແຜ່ຂ່າວປະເສີດ. ຫາກປາສະຈາກການມີຢູ່ຂອງຄວາມຈິງ, ຂ່າວປະເສີດຂອງພຣະອົງຈະບໍ່ເຜີຍແຜ່ທົ່ວບັນດາປະເທດ ແລະ ໄປທຸກແຫ່ງ; ຫາກປາສະຈາກຄວາມຈິງ ແຕ່ມີພຽງຈິນຕະນາການຂອງມະນຸດ, ພຣະອົງຈະບໍ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະຈັກກະວານທັງປວງໄດ້ຈັກເທື່ອ. ພຣະວິນຍານແມ່ນຍາກທີ່ຈະເຂົ້າໃຈສຳລັບມະນຸດ ແລະ ມະນຸດບໍ່ສາມາດເຫັນໄດ້ ແລະ ພາລະກິດຂອງພຣະວິນຍານກໍບໍ່ສາມາດປະຖິ້ມຫຼັກຖານ ຫຼື ຄວາມຈິງເພີ່ມເຕີ່ມກ່ຽວກັບພາລະກິດຂອງພຣະເຈົ້າໄວ້ໃຫ້ມະນຸດໄດ້. ມະນຸດຈະບໍ່ເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າຈັກເທື່ອ ແລະ ຈະເຊື່ອໃນພຣະເຈົ້າທີ່ເລື່ອນລອຍທີ່ບໍ່ມີຈິງຢູ່ສະເໝີ. ມະນຸດຈະບໍ່ເຫັນໜ້າຕາຂອງພຣະເຈົ້າຈັກເທື່ອ ຫຼື ມະນຸດຈະບໍ່ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວດ້ວຍຕົນເອງ. ໃນທີ່ສຸດແລ້ວ ຈິນຕະນາການຂອງມະນຸດກໍຄືຫວ່າງເປົ່າ ແລະ ບໍ່ສາມາດແທນໃບໜ້າທີ່ແທ້ຈິງຂອງພຣະເຈົ້າໄດ້; ອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າເອງກໍບໍ່ສາມາດຮຽນແບບໄດ້ໂດຍມະນຸດ. ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ທີ່ຢູ່ໃນສະຫວັນ ແລະ ພາລະກິດຂອງພຣະອົງສາມາດນໍາມາເທິງແຜ່ນດິນໂລກໂດຍພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ຜູ້ເຊິ່ງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນີ້ແມ່ນວິທີທີ່ເໝາະສົມທີ່ສຸດທີ່ພຣະເຈົ້າປາກົດຕໍ່ມະນຸດ ເຊິ່ງມະນຸດເຫັນພຣະເຈົ້າ ແລະ ມາຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ພຣະເຈົ້າທີ່ບໍ່ໄດ້ບັງເກີດເປັນມະນຸດແມ່ນບໍ່ສາມາດບັນລຸສິ່ງນີ້ໄດ້. ເມື່ອພຣະເຈົ້າດໍາເນີນພາລະກິດຂອງພຣະອົງມາເຖິງຂັ້ນຕອນນີ້, ພາລະກິດຂອງພຣະອົງກໍໄດ້ບັນລຸຜົນຢ່າງພໍໃຈທີ່ສຸດແລ້ວ ແລະ ຖືວ່າເປັນຄວາມສຳເລັດທີ່ບໍລິບູນ. ພາລະກິດສ່ວນຕົວຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງໄດ້ເຮັດໃຫ້ພາລະກິດເກົ້າສິບເປີເຊັນຂອງການຄຸ້ມຄອງທັງໝົດຂອງພຣະອົງສຳເລັດລົງ. ເນື້ອໜັງນີ້ໄດ້ສະໜອງການເລີ່ມຕົ້ນທີ່ດີກວ່າໃຫ້ກັບພາລະກິດທັງໝົດຂອງພຣະອົງ, ເປັນບົດສະຫຼຸບສຳລັບພາລະກິດທັງໝົດຂອງພຣະອົງ, ປະກາດໃຊ້ພາລະກິດທັງໝົດຂອງພຣະອົງ ແລະ ໄດ້ເສີມເຕີມພາລະກິດທັງໝົດນີ້ຢ່າງທົ່ວເຖິງເປັນຄັ້ງສຸດທ້າຍ. ຕັ້ງແຕ່ນີ້ເປັນຕົ້ນໄປ, ຈະບໍ່ມີພຣະເຈົ້າທີ່ບັງເກີດເປັນມະນຸດອີກເພື່ອປະຕິບັດພາລະກິດຂັ້ນຕອນທີສີ່ຂອງພຣະເຈົ້າ ແລະ ຈະບໍ່ມີພາລະກິດທີ່ມະຫັດສະຈັນອີກຂອງການບັງເກີດເປັນມະນຸດຄັ້ງທີສາມຂອງພຣະເຈົ້າ.

ພາລະກິດແຕ່ລະຂັ້ນຕອນຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງຕະຫຼອດຍຸກ ແລະ ບໍ່ແມ່ນເປັນຕົວແທນໃຫ້ກັບຊ່ວງໄລຍະໃດໜຶ່ງຄືກັບພາລະກິດຂອງມະນຸດ. ດ້ວຍເຫດນັ້ນ ຕອນຈົບຂອງພາລະກິດຂອງການບັງເກີດເປັນມະນຸດຄັ້ງສຸດທ້າຍຂອງພຣະອົງກໍບໍ່ໄດ້ໝາຍຄວາມວ່າ ພາລະກິດຂອງພຣະອົງໄດ້ມາເຖິງຈຸດສິ້ນສຸດຢ່າງບໍລິບູນ, ຍ້ອນວ່າ ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນເປັນຕົວແທນໝົດທັງຍຸກ ແລະ ບໍ່ພຽງແຕ່ເປັນຕົວແທນໃຫ້ກັບຊ່ວງໄລຍະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງ. ພຽງແຕ່ວ່າ ພຣະອົງສຳເລັດພາລະກິດຂອງພຣະອົງໝົດທັງຍຸກໃນຊ່ວງເວລາທີ່ພຣະອົງຢູ່ໃນເນື້ອໜັງເທົ່ານັ້ນ, ຫຼັງຈາກນັ້ນ ພາລະກິດຂອງພຣະອົງກໍຈະເຜີຍແຜ່ໄປທົ່ວທຸກແຫ່ງຫົນ. ຫຼັງຈາກທີ່ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສຳເລັດພັນທະກິດຂອງພຣະອົງ, ພຣະອົງຈະມອບໝາຍພາລະກິດໃນອະນາຄົດຂອງພຣະອົງໃຫ້ກັບຄົນທີ່ຕິດຕາມພຣະອົງ. ໃນທຳນອງນີ້, ພາລະກິດຂອງພຣະອົງຕະຫຼອດຍຸກຈະຖືກປະຕິບັດຢ່າງຕໍ່ເນື່ອງ. ພາລະກິດໃນຍຸກຂອງການບັງເກີດເປັນມະນຸດຈະຖືວ່າຄົບຖ້ວນກໍຕໍ່ເມື່ອມັນໄດ້ເຜີຍແຜ່ທົ່ວຈັກກະວານທັງປວງ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມຕົ້ນຍຸກໃໝ່ ແລະ ຄົນທີ່ສືບຕໍ່ພາລະກິດຂອງພຣະອົງແມ່ນມະນຸດທີ່ພຣະອົງໃຊ້. ພາລະກິດທີ່ມະນຸດປະຕິບັດລ້ວນແລ້ວແຕ່ຢູ່ພາຍໃນພັນທະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ສາມາດເຮັດເກີນຂອບເຂດນີ້ໄດ້. ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມາເພື່ອປະຕິບັດພາລະກິດຂອງພຣະອົງ, ມະນຸດກໍບໍ່ສາມາດນໍາຍຸກເກົ່າໄປສູ່ຈຸດສິ້ນສຸດໄດ້ ແລະ ບໍ່ສາມາດເລີ່ມຕົ້ນຍຸກໃໝ່ໄດ້. ພາລະກິດທີ່ມະນຸດປະຕິບັດພຽງແຕ່ຢູ່ພາຍໃນຂອບເຂດໜ້າທີ່ຂອງພວກເຂົາ ທີ່ມະນຸດສາມາດເຮັດໄດ້ ແລະ ບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດມາເຮັດພາລະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ ແລະ ນອກຈາກພຣະອົງແລ້ວ ບໍ່ມີໃຜສາມາດປະຕິບັດພາລະກິດນີ້ແທນພຣະອົງໄດ້. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນກ່ຽວກັບພາລະກິດແຫ່ງການບັງເກີດເປັນມະນຸດ. ທໍາອິດ ພຣະເຈົ້າທີ່ບັງເກີດເປັນມະນຸດນີ້ດໍາເນີນຂັ້ນຕອນທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດ ແລ້ວຫຼັງຈາກນັ້ນ ພຣະອົງກໍປະຕິບັດພາລະກິດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດຫຼາຍຂຶ້ນ. ຈຸດປະສົງຂອງພາລະກິດແມ່ນການເອົາຊະນະມະນຸດ. ໃນມຸມມອງໜຶ່ງ, ການບັງເກີດເປັນມະນຸດຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ບວກກັບພຣະອົງປະຕິບັດພາລະກິດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດຫຼາຍຍິ່ງຂຶ້ນ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງມີມຸມມອງທີ່ຕໍ່ຕ້ານພຣະອົງຫຼາຍຍິ່ງຂຶ້ນ. ພຣະອົງພຽງແຕ່ປະຕິບັດພາລະກິດແຫ່ງການເອົາຊະນະທ່າມກາງມະນຸດທີ່ມີແນວຄິດຕ່າງໆນາໆກ່ຽວກັບພຣະອົງ. ບໍ່ວ່າພວກເຂົາຈະປະຕິບັດຕໍ່ພຣະອົງແນວໃດກໍຕາມ, ທັນທີທີ່ພຣະອົງໄດ້ເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ, ມະນຸດທຸກຄົນຈະຕົກຢູ່ພາຍໃຕ້ອຳນາດຂອງພຣະອົງ. ຄວາມຈິງຂອງພາລະກິດນີ້ບໍ່ພຽງແຕ່ຖືກສະທ້ອນທ່າມກາງຊາວຈີນເທົ່ານັ້ນ, ແຕ່ເປັນຕົວແທນເຖິງວິທີການເອົາຊະນະມະນຸດຊາດທັງປວງ. ຜົນທີ່ຖືກບັນລຸໃນຜູ້ຄົນເຫຼົ່ານີ້ຄືຕົ້ນທາງໄປສູ່ການບັນລຸຜົນໃນມະນຸດຊາດທັງປວງ ແລະ ຜົນຂອງພາລະກິດທີ່ພຣະອົງປະຕິບັດໃນອະນາຄົດກໍຈະຍິ່ງເຮັດໃຫ້ຜູ້ຄົນເຫຼົ່ານີ້ໄດ້ຮັບຜົນຫຼາຍຂຶ້ນເລື້ອຍໆ. ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງບໍ່ກ່ຽວພັນກັບການປ່າວປະກາດທີ່ຍິ່ງໃຫຍ່ ຫຼື ມັນບໍ່ໄດ້ຖືກປົກຄຸມຢູ່ໃນຄວາມເລິກລັບ. ມັນເປັນຈິງ ແລະ ແທ້ຈິງ ແລະ ມັນເປັນພາລະກິດທີ່ໜຶ່ງບວກໜຶ່ງເທົ່າກັບສອງ. ມັນບໍ່ໄດ້ລີ້ລັບຈາກຄົນໃດຄົນໜຶ່ງ ຫຼື ມັນບໍ່ໄດ້ຫຼອກລວງຄົນໜຶ່ງຄົນໃດ. ສິ່ງທີ່ຜູ້ຄົນເຫັນເປັນສິ່ງທີ່ເປັນຈິງ ແລະ ແທ້ຈິງ ແລະ ສິ່ງທີ່ມະນຸດຮັບເອົາແມ່ນຄວາມຈິງ ແລະ ຄວາມຮູ້ທີ່ເປັນຈິງ. ເມື່ອພາລະກິດສິ້ນສຸດລົງ, ມະນຸດຈະມີຄວາມຮູ້ໃໝ່ກ່ຽວກັບພຣະອົງ ແລະ ຄົນທີ່ສະແຫວງຫາພຣະເຈົ້າຢ່າງແທ້ຈິງຈະບໍ່ມີແນວຄິດກ່ຽວກັບພຣະອົງອີກຕໍ່ໄປ. ນີ້ບໍ່ແມ່ນພຽງຜົນຂອງພາລະກິດຂອງພຣະອົງມີຕໍ່ຊາວຈີນ, ແຕ່ຍັງເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງໃນການເອົາຊະນະມະນຸດຊາດທັງປວງ, ຍ້ອນບໍ່ມີສິ່ງໃດມີຜົນປະໂຫຍດຕໍ່ພາລະກິດແຫ່ງການເອົາຊະນະມະນຸດຊາດທັງປວງຫຼາຍກວ່າເນື້ອໜັງນີ້ ແລະ ພາລະກິດຂອງເນື້ອໜັງນີ້ ແລະ ທຸກສິ່ງທີ່ກ່ຽວກັບເນື້ອໜັງນີ້. ສິ່ງເຫຼົ່ານັ້ນເປັນປະໂຫຍດຕໍ່ພາລະກິດຂອງພຣະອົງໃນປັດຈຸບັນ ແລະ ເປັນປະໂຫຍດຕໍ່ພາລະກິດຂອງພຣະອົງໃນອະນາຄົດ. ເນື້ອໜັງນີ້ຈະເອົາຊະນະມະນຸດຊາດທັງປວງ ແລະ ຈະຮັບເອົາມະນຸດຊາດທັງປວງ. ບໍ່ມີສິ່ງໃດດີ ກວ່າການເຮັດໃຫ້ມະນຸດຊາດທັງປວງໄດ້ເຫັນພຣະເຈົ້າ ແລະ ເຊື່ອຟັງພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ. ພາລະກິດທີ່ມະນຸດປະຕິບັດພຽງແຕ່ເປັນຕົວແທນຂອບເຂດທີ່ຈຳກັດເທົ່ານັ້ນ ແລະ ເມື່ອພຣະເຈົ້າປະຕິບັດພາລະກິດຂອງພຣະອົງ ພຣະອົງບໍ່ໄດ້ກ່າວຕໍ່ສະເພາະບຸກຄົນໃດໜຶ່ງ ແຕ່ກ່າວຕໍ່ມະນຸດຊາດທັງປວງ ແລະ ທຸກຄົນທີ່ຍອມຮັບພຣະທຳຂອງພຣະອົງ. ຈຸດຈົບທີ່ພຣະອົງປະກາດແມ່ນຈຸດຈົບຂອງມະນຸດທຸກຄົນ, ບໍ່ແມ່ນພຽງຈຸດຈົບຂອງບຸກຄົນໃດໜຶ່ງ. ພຣະອົງບໍ່ປະຕິບັດຢ່າງພິເສດຕໍ່ຄົນໃດຄົນໜຶ່ງ ຫຼື ພຣະອົງບໍ່ຫຼອກລວງຄົນໃດຄົນໜຶ່ງ, ພຣະອົງປະຕິບັດພາລະກິດເພື່ອທຸກຄົນ ແລະ ກ່າວຕໍ່ມະນຸດຊາດທັງປວງ. ດ້ວຍເຫດນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດອົງນີ້ຈຶ່ງໄດ້ຈັດມະນຸດຊາດທັງປວງຕາມປະເພດໄວ້ແລ້ວ, ໄດ້ພິພາກສາມະນຸດຊາດທັງປວງແລ້ວ ແລະ ໄດ້ຈັດກຽມຈຸດໝາຍປາຍທາງທີ່ເໝາະສົມສຳລັບມະນຸດຊາດທັງປວງ. ເຖິງແມ່ນວ່າພຣະເຈົ້າພຽງແຕ່ປະຕິບັດພາລະກິດຂອງພຣະອົງໃນປະເທດຈີນ, ໃນຄວາມເປັນຈິງ ພຣະອົງໄດ້ຕັດສິນໃຈກ່ຽວກັບພາລະກິດຂອງຈັກກະວານທັງປວງແລ້ວ. ພຣະອົງບໍ່ສາມາດລໍຖ້າຈົນພາລະກິດຂອງພຣະອົງໄດ້ເຜີຍແຜ່ທ່າມກາງມວນມະນຸດຊາດກ່ອນທີ່ຈະກ່າວຖ້ອຍຄຳຂອງພຣະອົງ ແລະ ຈັດກຽມເທື່ອລະບາດກ້າວ. ນັ້ນຈະບໍ່ຊ້າເກີນໄປບໍ? ບັດນີ້ ພຣະອົງສາມາດເຮັດໃຫ້ພາລະກິດໃນອະນາຄົດສຳເລັດກ່ອນລ່ວງໜ້າໄດ້ຢ່າງສົມບູນ. ຍ້ອນຜູ້ທີ່ກຳລັງປະຕິບັດພາລະກິດແມ່ນພຣະເຈົ້າທີ່ຢູ່ໃນເນື້ອໜັງ, ພຣະອົງກຳລັງປະຕິບັດພາລະກິດຢ່າງຫຼວງຫຼາຍພາຍໃນຂອບເຂດທີ່ຈຳກັດ ແລະ ຫຼັງຈາກນັ້ນ ພຣະອົງຈະເຮັດໃຫ້ມະນຸດປະຕິບັດໜ້າທີ່ໆມະນຸດຄວນເຮັດ; ນີ້ແມ່ນຫຼັກການແຫ່ງພາລະກິດຂອງພຣະອົງ. ພຣະອົງພຽງແຕ່ສາມາດດຳລົງຊີວິດກັບມະນຸດໃນເວລາໃດໜຶ່ງ ແລະ ບໍ່ສາມາດຕິດຕາມມະນຸດຈົນພາລະກິດຂອງຍຸກຈະສິ້ນສຸດລົງ. ນັ້ນກໍຍ້ອນວ່າ ພຣະອົງເປັນພຣະເຈົ້າ ພຣະອົງຈຶ່ງທຳນວາຍພາລະກິດໃນອະນາຄົດຂອງພຣະອົງກ່ອນລ່ວງໜ້າໄດ້. ຫຼັງຈາກນັ້ນ, ພຣະອົງຈະຈັດມະນຸດທັງປວງຕາມປະເພດໂດຍພຣະທຳຂອງພຣະອົງ ແລະ ມະນຸດຊາດຈະເຂົ້າສູ່ພາລະກິດຂອງພຣະອົງເທື່ອລະກ້າວຕາມພຣະທຳຂອງພຣະອົງ. ບໍ່ມີໃຜສາມາດຫຼົບໜີໄດ້ ແລະ ທຸກຄົນຕ້ອງປະຕິບັດຕາມສິ່ງນີ້. ສະນັ້ນ, ໃນອະນາຄົດ ຍຸກຈະຖືກນໍາພາໂດຍພຣະທຳຂອງພຣະອົງ ແລະ ບໍ່ແມ່ນນໍາພາໂດຍພຣະວິນຍານ.

ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຕ້ອງຖືກປະຕິບັດໃນເນື້ອໜັງ. ຖ້າພາລະກິດນັ້ນຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ ມັນກໍຈະບໍ່ເກີດຜົນຫຍັງເລີຍ. ເຖິງແມ່ນວ່າ ພຣະວິນຍານປະຕິບັດພາລະກິດນັ້ນ, ພາລະກິດກໍຈະບໍ່ມີຄວາມໝາຍທີ່ຍິ່ງໃຫຍ່ເລີຍ ແລະ ໃນທີ່ສຸດກໍຈະບໍ່ດົນໃຈ. ທຸກສິ່ງທີ່ມີຊີວິດຕ້ອງການຢາກຮູ້ວ່າ ພາລະກິດຂອງພຣະຜູ້ສ້າງມີຄວາມໝາຍ ຫຼື ບໍ່ ແລະ ມັນເປັນຕົວແທນໃຫ້ກັບຫຍັງ ແລະ ມັນແມ່ນເພື່ອຫຍັງ ແລະ ພາລະກິດຂອງພຣະເຈົ້າເຕັມໄປດ້ວຍສິດອຳນາດ ແລະ ສະຕິປັນຍາ ຫຼື ບໍ່ ແລະ ມັນມີຄຸນຄ່າ ແລະ ຄວາມໝາຍທີ່ສຸດ ຫຼື ບໍ່. ພາລະກິດທີ່ພຣະອົງປະຕິບັດແມ່ນເພື່ອຄວາມລອດພົ້ນຂອງມະນຸດຊາດທັງປວງ, ເພື່ອເຫັນແກ່ການເອົາຊະນະຊາຕານ ແລະ ເພື່ອການເປັນພະຍານທ່າມກາງທຸກສິ່ງໃຫ້ກັບພຣະອົງເອງ. ເມື່ອເປັນດັ່ງນັ້ນ, ພາລະກິດທີ່ພຣະອົງປະຕິບັດຕ້ອງມີຄວາມໝາຍຫຼາຍ. ເນື້ອໜັງຂອງມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ເຮັດໃຫ້ຕາບອດສະໜິດ ແລະ ຖືກທຳລາຍຢ່າງເລິກເຊິ່ງ. ເຫດຜົນທີ່ສໍາຄັນທີ່ສຸດວ່າ ເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດໃນເນື້ອໜັງດ້ວຍຕົວພຣະອົງເອງ ກໍຍ້ອນວ່າ ເປົ້າໝາຍທີ່ພຣະອົງຈະເຮັດໃຫ້ລອດພົ້ນແມ່ນມະນຸດ ຜູ້ທີ່ເກີດຈາກເນື້ອໜັງ ແລະ ຍ້ອນຊາຕານຍັງເຊື່ອເນື້ອໜັງຂອງມະນຸດເພື່ອລົບກວນພາລະກິດຂອງພຣະເຈົ້າ. ການຕໍ່ສູ້ກັບຊາຕານ ຄວາມຈິງແລ້ວ ຄືພາລະກິດແຫ່ງການເອົາຊະນະມະນຸດ ແລະ ໃນເວລາດຽວກັນ ມະນຸດກໍຍັງເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະເຈົ້າ. ໃນທຳນອງນີ້, ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຈຶ່ງຈຳເປັນຕ້ອງມີ. ຊາຕານເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມ ແລະ ມະນຸດກາຍເປັນຕົວຕົນຂອງຊາຕານ ແລະ ກາຍເປັນເປົ້າໝາຍທີ່ຈະຖືກພຣະເຈົ້າເອົາຊະນະ. ໃນທຳນອງນີ້, ພາລະກິດແຫ່ງການຕໍ່ສູ້ກັບຊາຕານ ແລະ ການຊ່ວຍເຫຼືອມະນຸດຊາດໃຫ້ພົ້ນຈຶ່ງເກີດຂຶ້ນເທິງແຜ່ນດິນໂລກ ແລະ ພຣະເຈົ້າຕ້ອງກາຍເປັນມະນຸດເພື່ອຕໍ່ສູ້ກັບຊາຕານ. ນີ້ແມ່ນພາລະກິດທີ່ເປັນຈິງທີ່ສຸດ. ເມື່ອພຣະເຈົ້າກຳລັງປະຕິບັດພາລະກິດໃນເນື້ອໜັງ, ຕາມຄວາມຈິງແລ້ວ ພຣະອົງກຳລັງຕໍ່ສູ້ກັບຊາຕານທີ່ຢູ່ໃນເນື້ອໜັງ. ເມື່ອພຣະອົງປະຕິບັດພາລະກິດໃນເນື້ອໜັງ, ພຣະອົງກຳລັງປະຕິບັດພາລະກິດໃນອານາຈັກຝ່າຍວິນຍານ ແລະ ເຮັດໃຫ້ພາລະກິດທັງໝົດຂອງພຣະອົງໃນອະນາຈັກຝ່າຍວິນຍານນັ້ນເປັນຈິງເທິງແຜ່ນດິນໂລກ. ຜູ້ທີ່ຖືກເອົາຊະນະແມ່ນມະນຸດ, ຜູ້ເຊິ່ງບໍ່ເຊື່ອຟັງພຣະອົງ, ຜູ້ທີ່ຖືກເອົາຊະນະແມ່ນຕົວຕົນຂອງຊາຕານ (ແນ່ນອນ, ນີ້ກໍຍັງແມ່ນມະນຸດ), ຜູ້ທີ່ເປັນສັດຕູກັບພຣະອົງ ແລະ ຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນໃນທີ່ສຸດກໍຍັງແມ່ນມະນຸດ. ດ້ວຍເຫດນີ້, ມັນຍິ່ງຈຳເປັນສຳລັບພຣະອົງທີ່ຈະກາຍເປັນມະນຸດທີ່ມີຮູບຮ່າງພາຍນອກຂອງສິ່ງທີ່ມີຊີວິດ ເພື່ອວ່າ ພຣະອົງຈະສາມາດຕໍ່ສູ້ກັບຊາຕານຢ່າງແທ້ຈິງ, ເອົາຊະນະມະນຸດຜູ້ທີ່ບໍ່ເຊື່ອຟັງພຣະອົງ ແລະ ມີຮ່າງກາຍທີ່ຄືກັບພຣະອົງ ແລະ ຊ່ວຍເຫຼືອມະນຸດໃຫ້ລອດພົ້ນຜູ້ທີ່ມີຮ່າງກາຍຄືກັບພຣະອົງ ແລະ ຖືກຊາຕານທຳລາຍ. ສັດຕູຂອງພຣະອົງແມ່ນມະນຸດ, ເປົ້າໝາຍແຫ່ງການເອົາຊະນະຂອງພຣະອົງກໍແມ່ນມະນຸດ ແລະ ເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງກໍແມ່ນມະນຸດ ຜູ້ທີ່ຖືກພຣະອົງສ້າງ. ສະນັ້ນ ພຣະອົງຕ້ອງກາຍເປັນມະນຸດ ແລະ ດ້ວຍວິທີນີ້ ພາລະກິດຂອງພຣະອົງຈຶ່ງງ່າຍທີ່ສຸດ. ພຣະອົງສາມາດເອົາຊະນະຊາຕານ ແລະ ເອົາຊະນະມະນຸດຊາດ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດຊ່ວຍເຫຼືອມະນຸດຊາດໃຫ້ພົ້ນ. ເຖິງແມ່ນເນື້ອໜັງນີ້ທຳມະດາ ແລະ ເປັນຈິງ, ພຣະອົງບໍ່ແມ່ນເນື້ອໜັງທີ່ທຳມະດາ ນັ້ນກໍຄື ພຣະອົງບໍ່ແມ່ນເນື້ອໜັງທີ່ເປັນມະນຸດ ແຕ່ເນື້ອໜັງທີ່ເປັນທັງມະນຸດ ແລະ ພຣະເຈົ້າ. ນີ້ຄືຄວາມແຕກຕ່າງລະຫວ່າງພຣະອົງກັບມະນຸດ ແລະ ເປັນສັນຍາລັກແຫ່ງຕົວຕົນຂອງພຣະເຈົ້າ. ມີພຽງແຕ່ເນື້ອໜັງແບບນີ້ເທົ່ານັ້ນທີ່ສາມາດປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດ ແລະ ເຮັດໃຫ້ພັນທະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດໄດ້ ແລະ ເຮັດໃຫ້ພາລະກິດຂອງພຣະອົງສຳເລັດທ່າມກາງມະນຸດ. ຖ້າບໍ່ເປັນແບບນັ້ນ, ພາລະກິດຂອງພຣະອົງທ່າມກາງມະນຸດກໍຈະຫວ່າງເປົ່າ ແລະ ມີຮອຍດ່າງຕະຫຼອດໄປ. ເຖິງແມ່ນວ່າ ພຣະເຈົ້າສາມາດຕໍ່ສູ້ກັບວິນຍານຂອງຊາຕານ ແລະ ໄດ້ຮັບໄຊຊະນະ, ທຳມະຊາດເດີມຂອງມະນຸດທີ່ເສື່ອມຊາມກໍບໍ່ໄດ້ຖືກແກ້ໄຂຈັກເທື່ອ ແລະ ຄົນທີ່ບໍ່ເຊື່ອຟັງພຣະອົງ ແລະ ຕໍ່ຕ້ານພຣະອົງບໍ່ສາມາດຕົກຢູ່ພາຍໃຕ້ອຳນາດຂອງພຣະອົງໄດ້ຢ່າງແທ້ຈິງຈັກເທື່ອ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ສາມາດເອົາຊະນະມະນຸດຊາດໄດ້ຈັກເທື່ອ ແລະ ບໍ່ສາມາດຮັບເອົາມະນຸດຊາດທັງປວງໄດ້ຈັກເທື່ອ. ຖ້າພາລະກິດຂອງພຣະອົງເທິງແຜ່ນດິນໂລກບໍ່ສາມາດເຮັດໃຫ້ສຳເລັດໄດ້, ແລ້ວການຄຸ້ມຄອງຂອງພຣະອົງກໍຈະບໍ່ສິ້ນສຸດຈັກເທື່ອ ແລະ ມະນຸດຊາດທັງໝົດຈະບໍ່ສາມາດເຂົ້າສູ່ການພັກຜ່ອນໄດ້. ຖ້າພຣະເຈົ້າບໍ່ສາມາດເຂົ້າສູ່ການພັກຜ່ອນຮ່ວມກັບສິ່ງຖືກສ້າງທັງປວງຂອງພຣະອົງ, ກໍຈະບໍ່ມີຜົນຕາມມາສຳລັບພາລະກິດແຫ່ງການຄຸ້ມຄອງດັ່ງກ່າວຈັກເທື່ອ ແລະ ສະຫງ່າລາສີຂອງພຣະເຈົ້າກໍຈະຫາຍໄປໃນທີ່ສຸດ. ເຖິງແມ່ນເນື້ອໜັງຂອງພຣະອົງບໍ່ມີສິດອຳນາດ, ພາລະກິດທີ່ພຣະອົງປະຕິບັດກໍໄດ້ບັນລຸຜົນຂອງມັນແລ້ວ. ນີ້ແມ່ນທິດທາງພາລະກິດທີ່ພຣະອົງຫຼີກເວັ້ນບໍ່ໄດ້. ບໍ່ວ່າເນື້ອໜັງຂອງພຣະອົງຈະມີສິດອຳນາດ ຫຼື ບໍ່, ຕາບໃດທີ່ພຣະອົງສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ, ແລ້ວພຣະອົງກໍເປັນພຣະເຈົ້າເອງ. ບໍ່ວ່າເນື້ອໜັງນີ້ຈະທຳມະດາ ແລະ ປົກກະຕິ ຫຼື ບໍ່, ພຣະອົງສາມາດປະຕິບັດພາລະກິດທີ່ພຣະອົງຄວນເຮັດໄດ້ ກໍຍ້ອນເນື້ອໜັງນີ້ແມ່ນພຣະເຈົ້າ ແລະ ບໍ່ແມ່ນພຽງມະນຸດເທົ່ານັ້ນ. ເຫດຜົນທີ່ເນື້ອໜັງນີ້ສາມາດປະຕິບັດພາລະກິດທີ່ມະນຸດບໍ່ສາມາດເຮັດໄດ້ ກໍຍ້ອນທາດແທ້ຂ້າງໃນຂອງພຣະອົງບໍ່ຄືກັບມະນຸດຄົນໃດ ແລະ ເຫດຜົນທີ່ພຣະອົງສາມາດຊ່ວຍເຫຼືອມະນຸດໃຫ້ລອດພົ້ນໄດ້ແມ່ນຍ້ອນຕົວຕົນຂອງພຣະອົງແຕກຕ່າງຈາກມະນຸດທົ່ວໄປ. ເນື້ອໜັງນີ້ສຳຄັນຫຼາຍຕໍ່ມະນຸດຊາດ ເພາະວ່າ ພຣະອົງເປັນມະນຸດ ແລະ ຍິ່ງເປັນພຣະເຈົ້າ, ເພາະພຣະອົງສາມາດປະຕິບັດພາລະກິດທີ່ມະນຸດປົກກະຕິທີ່ເກີດຈາກເນື້ອໜັງບໍ່ສາມາດເຮັດໄດ້ ແລະ ເພາະວ່າ ພຣະອົງສາມາດຊ່ວຍມະນຸດໃຫ້ພົ້ນຈາກຄວາມເສື່ອມຊາມ, ມະນຸດຜູ້ທີ່ດຳລົງຊີວິດຢູ່ຮ່ວມກັບພຣະອົງເທິງແຜ່ນດິນໂລກ. ເຖິງແມ່ນພຣະອົງຄ້າຍຄືກັບມະນຸດ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍສຳຄັນຕໍ່ມະນຸດຫຼາຍກວ່າຄົນອື່ນໆທີ່ມີຄຸນຄ່າສູງສົ່ງ, ຍ້ອນພຣະອົງສາມາດປະຕິບັດພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໄດ້, ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ຫຼາຍກວ່າພຣະວິນຍານຂອງພຣະເຈົ້າ ແລະ ສາມາດຮັບເອົາມະນຸດຊາດໄດ້ຢ່າງສົມບູນກວ່າພຣະວິນຍານຂອງພຣະເຈົ້າ. ຜົນຕາມມາກໍຄື ເຖິງແມ່ນເນື້ອໜັງນີ້ທຳມະດາ ແລະ ປົກກະຕິ, ການທີ່ພຣະອົງປະກອບສ່ວນຕໍ່ມະນຸດຊາດ ແລະ ຄວາມໝາຍຂອງພຣະອົງຕໍ່ການຢູລອດຂອງມະນຸດຊາດເຮັດໃຫ້ພຣະອົງມີຄ່າຢ່າງສູງ; ແລະ ຄຸນຄ່າ ແລະ ຄວາມໝາຍທີ່ແທ້ຈິງຂອງເນື້ອໜັງນີ້ແມ່ນບໍ່ສາມາດວັດແທກໄດ້ໂດຍມະນຸດ. ເຖິງແມ່ນເນື້ອໜັງນີ້ບໍ່ສາມາດທຳລາຍຊາຕານໂດຍກົງ, ພຣະອົງກໍສາມາດໃຊ້ພາລະກິດຂອງພຣະອົງເພື່ອເອົາຊະນະມະນຸດຊາດ ແລະ ເອົາຊະນະຊາຕານ ແລະ ເຮັດໃຫ້ຊາຕານຕົກຢູ່ພາຍໃຕ້ອຳນາດຂອງພຣະອົງຢ່າງສົມບູນ. ມັນເປັນຍ້ອນພຣະເຈົ້າບັງເກີດເປັນມະນຸດ ພຣະອົງຈຶ່ງສາມາດເອົາຊະນະຊາຕານໄດ້ ແລະ ສາມາດຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນ. ພຣະອົງບໍ່ໄດ້ທຳລາຍຊາຕານໂດຍກົງ, ແຕ່ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດໃນການເອົາຊະນະມະນຸດຊາດ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ. ດ້ວຍເຫດນີ້, ພຣະອົງຈຶ່ງສາມາດເປັນພະຍານໃຫ້ກັບພຣະອົງເອງໄດ້ດີກວ່າສັບພະສິ່ງທີ່ຖືກສ້າງຂຶ້ນທັງປວງ ແລະ ສາມາດຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມເສື່ອມຊາມໄດ້ດີກວ່າ. ການເອົາຊະນະຊາຕານຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນພະຍານທີ່ຍິ່ງໃຫຍ່ກວ່າ ແລະ ດົນບັນດານໃຈກວ່າການທີ່ພຣະວິນຍານຂອງພຣະເຈົ້າທຳລາຍຊາຕານໂດຍກົງ. ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດຊ່ວຍໃຫ້ມະນຸດຮູ້ຈັກພຣະຜູ້ສ້າງໄດ້ດີກວ່າ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າເອງໃນທ່າມກາງສັບພະທຸກສິ່ງທີ່ຖືກສ້າງໄດ້ດີກວ່າ.

​ກ່ອນ​ນີ້ :ມະນຸດທີ່ຕໍ່ຕ້ານພຣະເຈົ້າອີງຕາມແນວຄວາມຄິດຂອງຕົນເອງຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

ຕໍ່​ໄປ:ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ

ທ່ານອາດຈະຍັງມັກ