ຄັດເລືອກຈາກບົດຄວາມສີ່ບົດຂອງພຣະທຳຂອງພຣະເຈົ້າທີ່ກ່ຽວກັບບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ”

1. ເມື່ອຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ, ມະນຸດຊາດກໍບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ຢຸດນະມັດສະການພຣະເຈົ້າ. ໃນຕອນເລີ່ມຕົ້ນ, ເມື່ອອາດາມ ແລະ ເອວາຖືກສ້າງ, ສະຫງ່າລາສີ ແລະ ຄຳພະຍານຂອງພຣະເຢໂຮວາກໍປາກົດຢູ່ສະເໝີ. ແຕ່ຫຼັງຈາກທີ່ຖືກເຮັດໃຫ້ເສື່ອມຊາມ, ມະນຸດກໍສູນເສຍສະຫງ່າລາສີ ແລະ ຄຳພະຍານ ຍ້ອນທຸກຄົນກະບົດຕໍ່ພຣະເຈົ້າ ແລະ ເຊົາເຄົາລົບນັບຖືພຣະອົງທັງສິ້ນ. ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນເພື່ອຟື້ນຟູຄຳພະຍານທັງໝົດ ແລະ ສະຫງ່າລາສີທັງໝົດ ແລະ ເພື່ອເຮັດໃຫ້ມະນຸດທຸກຄົນນະມັດສະການພຣະເຈົ້າ, ເພື່ອວ່າຈະມີຄຳພະຍານຢູ່ທ່າມກາງສິ່ງທີ່ຖືກສ້າງ; ນີ້ແມ່ນພາລະກິດທີ່ຈະຖືກປະຕິບັດໃນລະຫວ່າງຂັ້ນຕອນນີ້. ມະນຸດຊາດຈະຖືກເອົາຊະນະແນວໃດກັນແທ້? ໂດຍໃຊ້ພາລະກິດແຫ່ງພຣະທຳໃນຂັ້ນຕອນນີ້ເພື່ອເຮັດໃຫ້ມະນຸດເຊື່ອຢ່າງສົມບູນ; ໂດຍໃຊ້ການເປີດເຜີຍ, ການພິພາກສາ, ການຂ້ຽນຕີ ແລະ ການສາບແຊ່ງຢ່າງໄຮ້ປານີເພື່ອເຮັດໃຫ້ເຂົາຍອມຮັບຢ່າງແທ້ຈິງ; ໂດຍເປີດໂປງຄວາມກະບົດຂອງມະນຸດ ແລະ ພິພາກສາການຕໍ່ຕ້ານຂອງເຂົາ ເພື່ອວ່າເຂົາອາດຮູ້ຈັກຄວາມບໍ່ຊອບທຳ ແລະ ຄວາມສົກກະປົກຂອງມະນຸດຊາດ ແລະ ດ້ວຍເຫດນັ້ນຈຶ່ງໃຊ້ສິ່ງເຫຼົ່ານີ້ເພື່ອເປັນສິ່ງສະແດງໃຫ້ເຫັນເຖິງອຸປະນິໄສອັນຊອບທຳຂອງພຣະເຈົ້າແຈ້ງຂຶ້ນ. ໂດຍສະເພາະຢ່າງຍິ່ງແມ່ນຜ່ານພຣະທຳເຫຼົ່ານີ້ ມະນຸດຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ເຊື່ອຢ່າງສົມບູນ. ພຣະທຳແມ່ນວິທີໃນການເອົາຊະນະຂັ້ນສຸດທ້າຍຂອງມະນຸດຊາດ ແລະ ທຸກຄົນທີ່ຍອມຮັບການເອົາຊະນະຂອງພຣະເຈົ້າກໍຕ້ອງຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາແຫ່ງພຣະທຳຂອງພຣະອົງ. ຂະບວນການແຫ່ງການເອົາຊະນະໃນປັດຈຸບັນແມ່ນຂະບວນການແຫ່ງການກ່າວພຣະທຳຢ່າງແນ່ນອນ. ແລ້ວຜູ້ຄົນຄວນຮ່ວມມືແນວໃດ? ໂດຍຮູ້ຈັກວິທີການກິນ ແລະ ດື່ມພຣະທຳເຫຼົ່ານີ້ ແລະ ການບັນລຸຄວາມເຂົ້າໃຈກ່ຽວກັບພຣະທຳເຫຼົ່ານີ້. ແຕ່ສຳລັບວິທີທີ່ຜູ້ຄົນຈະຖືກເອົາຊະນະນັ້ນ, ນີ້ບໍ່ແມ່ນສິ່ງທີ່ພວກເຂົາສາມາດເຮັດດ້ວຍຕົນເອງໄດ້. ສິ່ງທີ່ເຈົ້າສາມາດເຮັດໄດ້ກໍມີພຽງແຕ່ການມາຮູ້ຈັກຄວາມເສື່ອມຊາມ ແລະ ຄວາມສົກກະປົກຂອງເຈົ້າ, ຄວາມກະບົດຂອງເຈົ້າ ແລະ ຄວາມບໍ່ຊອບທຳຂອງເຈົ້າ ຜ່ານການກິນ ແລະ ດື່ມພຣະທຳເຫຼົ່ານີ້ ແລະ ລົ້ມລົງຕໍ່ໜ້າພຣະເຈົ້າ. ຫຼັງຈາກທີ່ໄດ້ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຖ້າເຈົ້າສາມາດນໍາຄວາມປະສົງນັ້ນເຂົ້າສູ່ການປະຕິບັດ ແລະ ຖ້າເຈົ້າມີນິມິດ ແລະ ສາມາດຍອມຕໍ່ພຣະທຳເຫຼົ່ານີ້ຢ່າງສົມບູນ ແລະ ບໍ່ຕັດສິນໃຈເລືອກດ້ວຍຕົນເອງ, ແລ້ວເຈົ້າກໍຈະຖືກເອົາຊະນະ ແລະ ມັນກໍເປັນຍ້ອນຜົນຂອງພຣະທຳເຫຼົ່ານີ້. ເປັນຫຍັງມະນຸດຊາດຈຶ່ງສູນເສຍຄຳພະຍານ? ເພາະບໍ່ມີໃຜມີຄວາມເຊື່ອໃນພຣະເຈົ້າ, ເພາະພຣະເຈົ້າບໍ່ມີພື້ນທີ່ໃນຫົວໃຈຂອງຜູ້ຄົນ. ການເອົາຊະນະມະນຸດຊາດແມ່ນການຟື້ນຟູຄວາມເຊື່ອຂອງມະນຸດຊາດ. ຜູ້ຄົນມັກຈະແລ່ນໂດຍບໍ່ຄິດສູ່ໂລກທີ່ທຳມະດາຢູ່ສະເໝີ, ພວກເຂົາບົ່ມຊ້ອນຄວາມຫວັງໄວ້ຫຼາຍເກີນໄປ, ຕ້ອງການສຳລັບອະນາຄົດຂອງພວກເຂົາຫຼາຍເກີນໄປ ແລະ ມີຄວາມຮຽກຮ້ອງຕ້ອງການທີ່ຟຸມເຟືອຍຫຼາຍເກີນໄປ. ພວກເຂົາຄິດເຖິງເນື້ອໜັງຢູ່ສະເໝີ, ວາງແຜນສຳລັບເນື້ອໜັງ ແລະ ບໍ່ສົນໃຈໃນການສະແຫວງຫາຫົນທາງແຫ່ງຄວາມເຊື່ອໃນພຣະເຈົ້າເລີຍ. ຫົວໃຈຂອງພວກເຂົາຖືກຊາຕານຍາດເອົາໄປ, ພວກເຂົາສູນເສຍຄວາມເຄົາລົບນັບຖືຂອງພວກເຂົາສຳລັບພຣະເຈົ້າ ແລະ ພວກເຂົາຕັ້ງຈິດຕັ້ງໃຈໃສ່ຊາຕານ. ແຕ່ມະນຸດຖືກພຣະເຈົ້າສ້າງຂຶ້ນມາ. ສະນັ້ນ ມະນຸດກໍໄດ້ສູນເສຍຄຳພະຍານ ໝາຍຄວາມວ່າເຂົາໄດ້ສູນເສຍສະຫງ່າລາສີຂອງພຣະເຈົ້າ. ເປົ້າໝາຍແຫ່ງການເອົາຊະນະມະນຸດຊາດແມ່ນເພື່ອຮຽກຄືນສະຫງ່າລາສີແຫ່ງຄວາມເຄົາລົບນັບຖືທີ່ມະນຸດມີສຳລັບພຣະເຈົ້າ.

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

2. ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນມີເຈດຕະນາເຮັດໃຫ້ຈຸດຈົບຂອງມະນຸດຈົບລົງດ້ວຍວິທີໃດ. ເປັນຫຍັງເຮົາຈຶ່ງເວົ້າວ່າການຂ້ຽນຕີ ແລະ ການພິພາກສາໃນປັດຈຸບັນແມ່ນການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຂອງຍຸກສຸດທ້າຍ? ເຈົ້າບໍ່ເຂົ້າໃຈໃນສິ່ງນີ້ບໍ? ເປັນຫຍັງພາລະກິດແຫ່ງການເອົາຊະນະຈຶ່ງເປັນຂັ້ນຕອນສຸດທ້າຍ? ມັນບໍ່ແມ່ນເພື່ອເຮັດໃຫ້ປາກົດແຈ້ງຂຶ້ນວ່າມະນຸດແຕ່ລະຊົນຊັ້ນຈະພົບກັບຈຸດຈົບແບບໃດບໍ? ໃນຊ່ວງເວລາຂອງພາລະກິດແຫ່ງການເອົາຊະນະໂດຍການຂ້ຽນຕີ ແລະ ການພິພາກສາ, ມັນບໍ່ແມ່ນເພື່ອເຮັດໃຫ້ທຸກຄົນສະແດງທາດແທ້ຂອງພວກເຂົາ ແລະ ຫຼັງຈາກນັ້ນຕໍ່ມາກໍຖືກຈັດແບ່ງຕາມປະເພດຂອງພວກເຂົາບໍ? ແທນທີ່ຈະເວົ້າວ່ານີ້ແມ່ນການເອົາຊະນະມະນຸດຊາດ, ມັນອາດດີກວ່າທີ່ຈະເວົ້າວ່າ ສິ່ງນີ້ແມ່ນສະແດງເຖິງວິທີຈົບສິ້ນຂອງແຕ່ລະຊັ້ນຄົນ. ນີ້ແມ່ນກ່ຽວກັບການພິພາກສາຄວາມບາບຂອງຜູ້ຄົນ ແລະ ຫຼັງຈາກນັ້ນກໍເປີດເຜີຍຊົນຊັ້ນຕ່າງໆຂອງຄົນ, ແລ້ວສຸດທ້າຍກໍຕັດສິນວ່າພວກເຂົາຊົ່ວຮ້າຍ ຫຼື ຊອບທຳ. ຫຼັງຈາກພາລະກິດແຫ່ງການເອົາຊະນະ, ກໍມີພາລະກິດແຫ່ງການໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ: ຜູ້ຄົນທີ່ເຊື່ອຟັງຢ່າງສົມບູນ ໝາຍເຖິງຄົນທີ່ຖືກເອົາຊະນະແທ້ໆ ແມ່ນຈະຖືກວາງໄວ້ໃນບາດກ້າວຕໍ່ໄປຂອງການເຜີຍແຜ່ພາລະກິດຂອງພຣະເຈົ້າຕໍ່ຈັກກະວານທັງປວງ; ຜູ້ທີ່ບໍ່ໄດ້ຖືກເອົາຊະນະກໍຈະຖືກວາງໄວ້ໃນຄວາມມືດມິດ ແລະ ຈະພົບກັບໄພພິບັດ. ສະນັ້ນ ມະນຸດຈຶ່ງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ, ພວກທີ່ເຮັດຊົ່ວກໍຈະຖືກຮວມຢູ່ກັບກຸ່ມຄົນຊົ່ວຮ້າຍ ເຊິ່ງຈະບໍ່ເຫັນແສງຕາເວັນອີກຕໍ່ໄປ ແລະ ພວກທີ່ມີຄວາມຊອບທຳກໍຈະຖືກຮວມຢູ່ກັບກຸ່ມຄົນດີ ເພື່ອຮັບເອົາແສງສະຫວ່າງ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຕະຫຼອດໄປ. ຈຸດຈົບສຳລັບທຸກສິ່ງແມ່ນໃກ້ເຂົ້າມາແລ້ວ; ຈຸດຈົບຂອງມະນຸດແມ່ນຖືກສະແດງຢ່າງຊັດເຈນຕໍ່ໜ້າຂອງເຂົາ ແລະ ທຸກສິ່ງຈະຖືກຈັດແບ່ງຕາມປະເພດຂອງເຂົາ. ແລ້ວຜູ້ຄົນຈະສາມາດຫຼົບໜີຈາກຄວາມເຈັບປວດໃນການຈັດແບ່ງແຕ່ລະຄົນຕາມປະເພດໄດ້ແນວໃດ? ຈຸດຈົບທີ່ແຕກຕ່າງກັນຂອງມະນຸດແຕ່ລະຊົນຊັ້ນຈະຖືກເປີດເຜີຍ ເມື່ອຈຸດຈົບຂອງທຸກສິ່ງໃກ້ມາເຖິງ ແລະ ສິ່ງນີ້ແມ່ນຖືກປະຕິບັດໃນລະຫວ່າງພາລະກິດແຫ່ງການເອົາຊະນະຈັກກະວານທັງປວງ (ລວມເຖິງພາລະກິດແຫ່ງການເອົາຊະນະທັງໝົດ, ເລີ່ມຕົ້ນດ້ວຍພາລະກິດໃນປັດຈຸບັນ). ການເປີດເຜີຍຈຸດຈົບຂອງມະນຸດຊາດທັງປວງແມ່ນຖືກປະຕິບັດຕໍ່ໜ້າບັນລັງແຫ່ງການພິພາກສາ, ໃນລະຫວ່າງການຂ້ຽນຕີ ແລະ ໃນລະຫວ່າງພາລະກິດແຫ່ງການເອົາຊະນະໃນຍຸກສຸດທ້າຍ. ການຈັດແບ່ງຜູ້ຄົນຕາມປະເພດບໍ່ແມ່ນການສົ່ງຜູ້ຄົນຄືນສູ່ຊົນຊັ້ນເດີມຂອງພວກເຂົາ, ຍ້ອນໃນເວລາທີ່ມະນຸດຖືກສ້າງນັ້ນ, ມີມະນຸດພຽງແຕ່ປະເພດດຽວ ທີ່ແບ່ງແຍກອອກເປັນຜູ້ຊາຍ ແລະ ແມ່ຍິງ. ບໍ່ໄດ້ມີຜູ້ຄົນຫຼາຍປະເພດທີ່ແຕກຕ່າງກັນ. ພຽງແຕ່ຫຼັງຈາກເວລາສອງສາມພັນປີແຫ່ງຄວາມເສື່ອມຊາມ, ຊົນຊັ້ນທີ່ແຕກຕ່າງກັນຂອງມະນຸດຈຶ່ງປາກົດຂຶ້ນ ໂດຍບາງຄົນກໍຢູ່ພາຍໃຕ້ອິດທິພົນຂອງຜີຮ້າຍທີ່ສົກກະປົກ, ບາງຄົນກໍຢູ່ພາຍໃຕ້ອິດທິພົນຂອງຜີຮ້າຍທີ່ຊົ່ວຮ້າຍ ແລະ ບາງຄົນ ເຊິ່ງເປັນຄົນທີ່ສະແຫວງຫາຫົນທາງແຫ່ງຊີວິດກໍຢູ່ພາຍໃຕ້ອິດທິພົນຂອງຜູ້ຊົງລິດທານຸພາບສູງສຸດ. ດ້ວຍລັກສະນະນີ້ເທົ່ານັ້ນ ຊົນຊັ້ນຕ່າງໆຈຶ່ງເກີດຂຶ້ນເທື່ອລະໜ້ອຍຢູ່ທ່າມກາງຜູ້ຄົນ ແລະ ພຽງແຕ່ດ້ວຍເຫດນັ້ນ ຜູ້ຄົນຈຶ່ງແຍກອອກເປັນຊົນຊັ້ນຕ່າງໆພາຍໃນຄອບຄອບໃຫຍ່ຂອງມະນຸດ. ຜູ້ຄົນລ້ວນແລ້ວແຕ່ມີ “ບິດາ” ທີ່ແຕກຕ່າງກັນ; ມັນບໍ່ແມ່ນຄວາມຈິງທີ່ທຸກຄົນຢູ່ພາຍໃຕ້ອິດທິພົນຂອງຜູ້ຊົງລິດທານຸພາບສູງສຸດທັງສິ້ນ, ຍ້ອນມະນຸດກະບົດເກີນໄປ. ການພິພາກສາທີ່ຊອບທຳເປີດໂປງຕົວຕົນທີ່ແທ້ຈິງຂອງຄົນແຕ່ລະປະເພດ ໂດຍບໍ່ປິດບັງຫຍັງທັງສິ້ນ. ທຸກຄົນສະແດງໃບໜ້າທີ່ແທ້ຈິງຂອງພວກເຂົາໃນແສງສະຫວ່າງ. ໃນຈຸດນີ້, ມະນຸດແມ່ນບໍ່ໄດ້ເປັນແບບທີ່ເຂົາເປັນໃນເມື່ອກ່ອນອີກຕໍ່ໄປ; ລັກສະນະດັ້ງເດີມຂອງບັນພະບຸລຸດຂອງເຂົາແມ່ນຫາຍໄປແຕ່ດົນແລ້ວ, ຍ້ອນເຊື້ອສາຍທີ່ນັບບໍ່ຖ້ວນຂອງອາດາມ ແລະ ເອວາແມ່ນໄດ້ຖືກຊາຕານຈັບກຸມຕັ້ງແຕ່ດົນແລ້ວ, ບໍ່ຮູ້ຈັກສະຫວັນ ແລະ ຕາເວັນອີກຕໍ່ໄປ ແລະ ຍ້ອນຜູ້ຄົນເຕັມໄປດ້ວຍພິດທຸກຮູບແບບຂອງຊາຕານ. ສະນັ້ນ ຜູ້ຄົນຈຶ່ງມີຈຸດໝາຍປາຍທາງທີ່ເໝາະສົມຂອງພວກເຂົາ. ຍິ່ງໄປກວ່ານັ້ນ ບົນພື້ນຖານຂອງພິດທີ່ແຕກຕ່າງກັນຂອງພວກເຂົາ ພວກເຂົາຈຶ່ງຖືກຈັດແບ່ງຕາມປະເພດ ໝາຍຄວາມວ່າພວກເຂົາຖືກຈັດອອກອີງຕາມຂອບເຂດທີ່ພວກເຂົາຖືກເອົາຊະນະໃນປັດຈຸບັນ. ຈຸດຈົບຂອງມະນຸດບໍ່ແມ່ນສິ່ງທີ່ຖືກກຳນົດໄວ້ລ່ວງໜ້າຕັ້ງແຕ່ການເນລະມິດສ້າງໂລກ. ນັ້ນກໍຍ້ອນວ່າ ໃນຕອນເລີ່ມຕົ້ນ, ມີພຽງຊົນຊັ້ນດຽວ ເຊິ່ງຖືກເອີ້ນລວມກັນວ່າ “ມະນຸດຊາດ” ແລະ ມະນຸດແມ່ນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຕັ້ງແຕ່ຕົ້ນ ແລະ ຜູ້ຄົນລ້ວນແລ້ວແຕ່ດຳລົງຊີວິດໃນແສງສະຫວ່າງຂອງພຣະເຈົ້າ ໂດຍບໍ່ມີຄວາມມືດມົວບັງເກີດຂຶ້ນກັບພວກເຂົາ. ແຕ່ຫຼັງຈາກທີ່ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ຄົນທຸກຮູບແບບ ແລະ ທຸກປະເພດຈຶ່ງແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ, ຄົນທຸກຮູບແບບ ແລະ ທຸກປະເພດທີ່ມາຈາກຄອບຄົວທີ່ເອີ້ນລວມກັນວ່າ “ມະນຸດຊາດ” ເຊິ່ງປະກອບດ້ວຍຜູ້ຊາຍ ແລະ ແມ່ຍິງ. ພວກເຂົາລ້ວນແລ້ວແຕ່ຖືກນໍາພາໂດຍບັນພະບຸລຸດຂອງພວກເຂົາໃຫ້ຫັນເຫໄປຈາກບັນພະບຸລຸດທີ່ເກົ່າແກ່ທີ່ສຸດຂອງພວກເຂົາ ກໍຄືມະນຸດຊາດທີ່ປະກອບດ້ວຍຜູ້ຊາຍ ແລະ ແມ່ຍິງ (ນັ້ນກໍຄື ອາດາມ ແລະ ເອວາຄົນເດີມ ເຊິ່ງເປັນບັນພະບຸລຸດທີ່ເກົ່າແກ່ທີ່ສຸດຂອງພວກເຂົາ). ໃນເວລານັ້ນ, ຊາວອິດສະຣາເອັນຄືຊົນຊາດດຽວທີ່ຖືກພຣະເຢໂຮວານໍາພາຊີວິດເທິງແຜ່ນດິນໂລກ. ແລ້ວຄົນປະເພດຕ່າງໆທີ່ເກີດມາຈາກອິດສະຣາເອັນທັງໝົດ (ໝາຍເຖິງ ມາຈາກຊົນເຜົ່າຂອງຄອບຄົວເດີມ) ກໍໄດ້ສູນເສຍການນໍາພາຂອງພຣະເຢໂຮວາ. ຜູ້ຄົນເຫຼົ່ານີ້ທີ່ຢູ່ໃນສະໄໝກ່ອນ ບໍ່ຮູ້ຈັກເຖິງເລື່ອງຕ່າງໆຂອງໂລກມະນຸດທັງສິ້ນ ຈຶ່ງເຫັນດ້ວຍກັບບັນພະບຸລຸດຂອງພວກເຂົາ ແລ້ວພາກັນດຳລົງຊີວິດໃນເຂດແດນທີ່ພວກເຂົາອ້າງສິດ ເຊິ່ງໄດ້ສືບຕໍ່ກັນມາຈົນເຖິງປັດຈຸບັນນີ້. ສະນັ້ນ ພວກເຂົາຍັງບໍ່ຮູ້ຈັກວ່າພວກເຂົາຫັນເຫໄປຈາກພຣະເຢໂຮວາໄດ້ແນວໃດ ແລະ ພວກເຂົາຖືກມານຮ້າຍທີ່ສົກກະປົກທຸກຮູບແບບ ແລະ ວິນຍານຊົ່ວຮ້າຍເຮັດໃຫ້ເສື່ອມຊາມຈົນເຖິງປັດຈຸບັນນີ້ໄດ້ແນວໃດ. ຄົນທີ່ຖືກເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ ແລະ ຖືກໃສ່ພິດຈົນເຖິງປັດຈຸບັນນີ້ ກໍຄືຄົນທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ໃນທີ່ສຸດ ແລະ ຈະບໍ່ມີທາງເລືອກ ນອກຈາກເຫັນດ້ວຍກັບບັນພະບຸລຸດຂອງພວກເຂົາ ເຊິ່ງເປັນມານຮ້າຍສົກກະປົກທີ່ເຮັດໃຫ້ພວກເຂົາເສື່ອມຊາມ. ຄົນທີ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ໃນທີ່ສຸດກໍຈະໄປສູ່ຈຸດໝາຍປາຍທາງທີ່ເໝາະສົມຂອງມະນຸດຊາດ ໝາຍເຖິງ ໄປສູ່ຈຸດຈົບທີ່ສະຫງວນໄວ້ໃຫ້ກັບຄົນທີ່ຖືກຊ່ວຍໃຫ້ລອດພົ້ນ ແລະ ຄົນທີ່ຖືກເອົາຊະນະ. ທຸກສິ່ງແມ່ນຈະຖືກປະຕິບັດເພື່ອຊ່ວຍທຸກຄົນທີ່ສາມາດຊ່ວຍໃຫ້ລອດພົ້ນໄດ້, ແຕ່ສຳລັບຄົນທີ່ຕາຍດ້ານ ແລະ ບໍ່ສາມາດປີ່ນປົວໄດ້ນັ້ນ, ທາງເລືອກດຽວຂອງພວກເຂົາກໍຈະເປັນການຕິດຕາມບັນພະບຸລຸດຂອງພວກເຂົາສູ່ເຫວເລິກແຫ່ງການຂ້ຽນຕີຢ່າງບໍ່ສິ້ນສຸດ. ຢ່າຄິດວ່າຈຸດຈົບຂອງເຈົ້າຖືກກຳນົດໄວ້ລ່ວງໜ້າໃນຕອນເລີ່ມຕົ້ນ ແລະ ຫາກໍຖືກເປີດເຜີຍໃນຕອນນີ້. ຖ້າເຈົ້າຄິດໃນລັກສະນະນັ້ນ, ແລ້ວເຈົ້າກໍລືມໄປວ່າ ໃນລະຫວ່າງການເນລະມິດສ້າງມະນຸດຊາດໃນເບື້ອງຕົ້ນນັ້ນ, ຊົນຊັ້ນຂອງຊາຕານແມ່ນບໍ່ໄດ້ຖືກສ້າງຂຶ້ນຕ່າງຫາກ? ເຈົ້າລືມແລ້ວບໍວ່າ ມີພຽງມະນຸດຊາດໜຶ່ງດຽວທີ່ຖືກສ້າງຂຶ້ນ ເຊິ່ງປະກອບດ້ວຍອາດາມ ແລະ ເອວາ (ໝາຍເຖິງ ມີພຽງຜູ້ຊາຍ ແລະ ແມ່ຍິງທີ່ຖືກສ້າງຂຶ້ນ?) ຖ້າເຈົ້າເປັນເຊື້ອສາຍຂອງຊາຕານໃນຕອນເລີ່ມຕົ້ນ, ສິ່ງນີ້ຈະບໍ່ໝາຍຄວາມວ່າເມື່ອພຣະເຢໂຮວາສ້າງມະນຸດ, ພຣະອົງໄດ້ລວມກຸ່ມຂອງຊາຕານໄວ້ໃນການເນລະມິດສ້າງຂອງພຣະອົງບໍ? ພຣະອົງຈະເຮັດແບບນັ້ນໄດ້ບໍ? ບໍ່, ພຣະອົງສ້າງມະນຸດຍ້ອນເຫັນແກ່ຄຳພະຍານຂອງພຣະອົງ; ພຣະອົງສ້າງມະນຸດຍ້ອນເຫັນແກ່ສະຫງ່າລາສີຂອງພຣະອົງ. ເປັນຫຍັງພຣະອົງຈຶ່ງຈະເຈດຕະນາສ້າງຊົນຊັ້ນໜຶ່ງຂອງລູກຫຼານຂອງຊາຕານເພື່ອໃຫ້ຕັ້ງໃຈຕໍ່ຕ້ານພຣະອົງ? ພຣະເຢໂຮວາຈະເຮັດສິ່ງດັ່ງກ່າວໄດ້ແນວໃດ? ຖ້າພຣະອົງໄດ້ເຮັດແບບນັ້ນ, ຜູ້ໃດຈະເວົ້າວ່າພຣະອົງເປັນພຣະເຈົ້າທີ່ຊອບທຳ? ເມື່ອເຮົາເວົ້າໃນຕອນນີ້ວ່າ ພວກເຈົ້າບາງຄົນຈະໄປກັບຊາຕານໃນຕອນສຸດທ້າຍ, ມັນບໍ່ໄດ້ໝາຍຄວາມວ່າ ເຈົ້າຢູ່ກັບຊາຕານຕັ້ງແຕ່ຕອນເລີ່ມຕົ້ນ; ກົງກັນຂ້າມ ມັນໝາຍຄວາມວ່າ ເຈົ້າໄດ້ຈົມລົງເລິກຫຼາຍ, ເຖິງແມ່ນພຣະເຈົ້າພະຍາຍາມຊ່ວຍເຈົ້າໃຫ້ລອດພົ້ນ, ເຈົ້າກໍຍັງບໍ່ສາມາດໄດ້ຮັບຄວາມລອດພົ້ນນັ້ນ. ບໍ່ມີທາງເລືອກອື່ນ ນອກຈາກຈະຈັດປະເພດໃຫ້ເຈົ້າຢູ່ກັບຊາຕານ. ນີ້ກໍຍ້ອນວ່າເຈົ້າຢູ່ໄກຈາກຄວາມລອດພົ້ນຫຼ່າຍ, ບໍ່ແມ່ນຍ້ອນພຣະເຈົ້າບໍ່ຊອບທຳຕໍ່ເຈົ້າ ແລະ ເຈດຕະນາດັດແປງຊະຕາຂອງເຈົ້າໃຫ້ເປັນຮູບຮ່າງຂອງຊາຕານ ແລະ ຫຼັງຈາກນັ້ນກໍຈັດປະເພດເຈົ້າໃຫ້ຢູ່ກັບຊາຕານ ແລະ ມີຈຸດປະສົງຕ້ອງການໃຫ້ເຈົ້າທົນທຸກ. ນີ້ບໍ່ແມ່ນເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ. ຖ້ານັ້ນແມ່ນສິ່ງທີ່ເຈົ້າເຊື່ອ, ແລ້ວຄວາມເຂົ້າໃຈຂອງເຈົ້າກໍລຳອຽງຫຼາຍ. ຂັ້ນຕອນສຸດທ້າຍຂອງການເອົາຊະນະໝາຍເຖິງການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຍັງເປັນການເປີດເຜີຍຈຸດຈົບຂອງພວກເຂົາ. ມັນແມ່ນການເປີດໂປງຄວາມເສື່ອມໂຊມຂອງຜູ້ຄົນຜ່ານການພິພາກສາ, ແລ້ວກໍເຮັດໃຫ້ພວກເຂົາກັບໃຈ, ລຸກຂຶ້ນ ແລະ ສະແຫວງຫາຊີວິດ ແລະ ເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ. ມັນແມ່ນການປຸກຫົວໃຈຂອງຄົນທີ່ດ້ານຊາ ແລະ ໂງ່ຈ້າ ແລະ ສະແດງເຖິງຄວາມກະບົດພາຍໃນພວກເຂົາຜ່ານທາງການພິພາກສາ. ເຖິງຢ່າງໃດກໍຕາມ, ຖ້າຜູ້ຄົນຍັງບໍ່ສາມາດກັບໃຈໄດ້, ຍັງບໍ່ສາມາດສະແຫວງຫາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ແລະ ບໍ່ສາມາດປະຖິ້ມຄວາມເສື່ອມຊາມເຫຼົ່ານີ້, ແລ້ວພວກເຂົາກໍຢູ່ໄກຈາກຄວາມລອດພົ້ນ ແລະ ຈະຖືກກືນກິນໂດຍຊາຕານ. ສິ່ງດັ່ງກ່າວແມ່ນຄວາມໝາຍຂອງການເອົາຊະນະຂອງພຣະເຈົ້າ: ການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຍັງເປັນການສະແດງເຖິງຈຸດຈົບຂອງພວກເຂົາ. ຈຸດຈົບທີ່ດີ, ຈຸດຈົບທີ່ບໍ່ດີ, ພວກມັນລ້ວນແລ້ວແຕ່ຖືກເປີດເຜີຍໂດຍພາລະກິດແຫ່ງການເອົາຊະນະ. ບໍ່ວ່າຜູ້ຄົນຈະຖືກຊ່ວຍໃຫ້ລອດພົ້ນ ຫຼື ຖືກສາບແຊ່ງກໍລ້ວນແລ້ວແຕ່ຖືກເປີດເຜີຍໃນລະຫວ່າງພາລະກິດແຫ່ງການເອົາຊະນະ.

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

3. ເມື່ອໂມເຊຕີກ້ອນຫິນ ແລ້ວນໍ້າທີ່ປະທານໂດຍພຣະເຢໂຮວາກໍໄຫຼພຸ່ງອອກມາ ນັ້ນກໍຍ້ອນມາຈາກຄວາມສັດທາຂອງໂມເຊ. ເມື່ອເດວິດຫຼິ້ນພີນສັນລະເສີນເຮົາ ກໍຄືພຣະເຢໂຮວາ ດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມສຸກ ກໍຍ້ອນຄວາມສັດທາຂອງເດວີດ. ໂຢບສູນເສຍສັດລ້ຽງທີ່ເຕັມພູເຂົາ ແລະ ຄວາມຮັ່ງມີຢ່າງມະຫາສານ ແລະ ຕົນຕົວກໍເຕັມໄປດ້ວຍຕຸ່ມໜອງ ກໍຍ້ອນຄວາມສັດທາຂອງລາວ. ເມື່ອລາວສາມາດໄດ້ຍິນສຽງຂອງເຮົາ ກໍຄືພຣະເຢໂຮວາ ແລະ ເຫັນຄວາມສະຫງ່າລາສີຂອງເຮົາ ກໍຄືພຣະເຢໂຮວາ ນັ້ນກໍຍ້ອນຄວາມສັດທາຂອງລາວ. ເປໂຕສາມາດຕິດຕາມພຣະເຢຊູຄຣິດ ກໍຍ້ອນຄວາມສັດທາຂອງເປໂຕ. ລາວຖືກຕອກຕະປູຄືງໃສ່ໄມ້ກາງແຂນເພື່ອເຮົາ ແລະ ເພື່ອມອບປະຈັກພະຍານອັນຍິ່ງໃຫຍ່ໃຫ້ແດ່ເຮົາ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ໂຢຮັນໄດ້ເຫັນຮູບຮ່າງອັນສະຫງ່າລາສີຂອງພຣະບຸດມະນຸດ ກໍຍ້ອນຄວາມສັດທາຂອງໂຢຮັນ. ລາວໄດ້ເຫັນນິມິດແຫ່ງຍຸກສຸດທ້າຍ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ສາເຫດກຸ່ມທີ່ຖືກເອີ້ນວ່າ ຕ່າງຊາດທັງຫຼາຍໄດ້ຮັບການເປີດເຜີຍຈາກເຮົາ ແລະ ມາຮູ້ຈັກວ່າເຮົາ ໄດ້ກັບຄືນມາໃນຮ່າງກາຍມະນຸດເພື່ອກະທໍາພາລະກິດໃນທ່າມກາງມະນຸດ ກໍຍ້ອນຄວາມສັດທາຂອງພວກເຂົາເຊັ່ນກັນ. ທຸກຄົນທີ່ຖືກຂ້ຽນຕີໂດຍພຣະທຳທີ່ຮຸນແຮງຂອງເຮົາ ແລະ ຍັງຖືກປອບໃຈໂດຍພຣະທຳເຫຼົ່ານັ້ນ ແລະ ຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາບໍ່ໄດ້ຖືກປະຕິບັດແບບນັ້ນຍ້ອນຄວາມເຊື່ອຂອງພວກເຂົາບໍ? ຜູ້ຄົນໄດ້ຮັບຢ່າງຫຼວງຫຼາຍຍ້ອນຄວາມເຊື່ອຂອງພວກເຂົາ ແລະ ມັນກໍບໍ່ແມ່ນພອນຢູ່ສະເໝີໄປ. ພວກເຂົາອາດບໍ່ໄດ້ຮັບຄວາມສຸກ ແລະ ຄວາມປິຕິຍິນດີແບບດຽວກັນກັບທີ່ເດວິດຮູ້ສຶກ ຫຼື ມີນໍ້າທີ່ປະທານໂດຍພຣະເຢໂຮວາດັ່ງທີ່ໂມເຊມີ. ຕົວຢ່າງເຊັ່ນ ໂຢບໄດ້ຮັບອວຍພອນຍ້ອນຄວາມເຊື່ອຂອງເພິ່ນ, ແຕ່ເພິ່ນກໍຍັງທົນທຸກກັບໄພພິບັດເຊັ່ນກັນ. ບໍ່ວ່າເຈົ້າຈະຖືກອວຍພອນ ຫຼື ທົນທຸກກັບໄພພິບັດ, ທັງສອງແມ່ນເຫດການແຫ່ງພອນ. ຫາກປາສະຈາກຄວາມເຊື່ອ, ເຈົ້າຈະບໍ່ສາມາດຮັບເອົາພາລະກິດແຫ່ງການເອົາຊະນະນີ້ໄດ້, ແຮງໄກທີ່ຈະໄດ້ເຫັນເຖິງການກະທຳຂອງພຣະເຢໂຮວາທີ່ສະແດງອອກຕໍ່ໜ້າຂອງເຈົ້າໃນປັດຈຸບັນ. ເຈົ້າຈະບໍ່ສາມາດເຫັນໄດ້, ແຮງໄກທີ່ເຈົ້າຈະສາມາດຮັບເອົາ. ພິໄພບັດເຫຼົ່ານີ້, ໄພໃຫຍ່ຫຼວງເຫຼົ່ານີ້ ແລະ ການພິພາກສາທັງໝົດ, ຖ້າພວກມັນບໍ່ໄດ້ເກີດຂຶ້ນກັບເຈົ້າ, ເຈົ້າຈະສາມາດເຫັນການກະທຳຂອງພຣະເຢໂຮວາໃນປັດຈຸບັນບໍ? ໃນປັດຈຸບັນ, ມັນແມ່ນຄວາມເຊື່ອທີ່ເຮັດໃຫ້ເຈົ້າຖືກເອົາຊະນະ ແລະ ມັນຄືການຖືກເອົາຊະນະທີ່ເຮັດໃຫ້ເຈົ້າເຊື່ອໃນການກະທຳທຸກຢ່າງຂອງພຣະເຢໂຮວາ. ຍ້ອນຄວາມເຊື່ອເທົ່ານັ້ນ ເຈົ້າຈຶ່ງໄດ້ຮັບການຂ້ຽນຕີ ແລະ ການພິພາກສາດັ່ງກ່າວ. ຜ່ານການຂ້ຽນຕີ ແລະ ການພິພາກສານີ້, ເຈົ້າຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ສົມບູນ. ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາແບບທີ່ເຈົ້າກຳລັງໄດ້ຮັບໃນປັດຈຸບັນນີ້, ຄວາມເຊື່ອຂອງເຈົ້າກໍຈະສູນເປົ່າ, ເພາະເຈົ້າຈະບໍ່ຮູ້ຈັກພຣະເຈົ້າ; ບໍ່ວ່າເຈົ້າຈະເຊື່ອໃນພຣະອົງຫຼາຍສໍ່າໃດກໍຕາມ, ຄວາມເຊື່ອຂອງເຈົ້າຈະຍັງເປັນພຽງການສະແດງອອກທີ່ວ່າງເປົ່າເຊິ່ງບໍ່ໄດ້ມີພື້ນຖານໃນຄວາມເປັນຈິງ. ພຽງແຕ່ຫຼັງຈາກທີ່ເຈົ້າໄດ້ຮັບພາລະກິດແຫ່ງການເອົາຊະນະນີ້, ພາລະກິດທີ່ເຮັດໃຫ້ເຈົ້າເຊື່ອຟັງຢ່າງສົມບູນ, ຄວາມເຊື່ອຂອງເຈົ້າຈຶ່ງຈະກາຍເປັນຈິງ ແລະ ເພິ່ງພາໄດ້ ແລະ ຫົວໃຈຂອງເຈົ້າກໍຈະຫັນໄປຫາພຣະເຈົ້າ. ເຖິງແມ່ນເຈົ້າທົນທຸກກັບການພິພາກສາ ແລະ ການສາບແຊ່ງຢ່າງຫຼວງຫຼາຍຍ້ອນຄຳວ່າ “ຄວາມເຊື່ອ”, ເຖິງຢ່າງນັ້ນກໍຕາມ ເຈົ້າກໍມີຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າໄດ້ຮັບເອົາສິ່ງທີ່ແທ້ຈິງທີ່ສຸດ, ເປັນຈິງທີ່ສຸດ ແລະ ລໍ້າຄ່າທີ່ສຸດ. ນີ້ແມ່ນຍ້ອນລະຫວ່າງການພິພາກສາເທົ່ານັ້ນທີ່ເຈົ້າເຫັນເຖິງຈຸດໝາຍປາຍທາງສຸດທ້າຍຂອງການເນລະມິດສ້າງຂອງພຣະເຈົ້າ; ຢູ່ໃນການພິພາກສານີ້, ເຈົ້າຈຶ່ງໄດ້ເຫັນວ່າ ພຣະຜູ້ສ້າງແມ່ນເປັນທີ່ຮັກ; ຢູ່ໃນພາລະກິດແຫ່ງການເອົາຊະນະດັ່ງກ່າວ ເຈົ້າຈຶ່ງໄດ້ເຫັນເຖິງແຂນຂອງພຣະຜູ້ສ້າງ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງເລີ່ມເຂົ້າໃຈຢ່າງສົມບູນເຖິງຊີວິດຂອງມະນຸດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງຮັບເອົາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ແລະ ເລີ່ມເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງ “ມະນຸດ”; ຢູ່ໃນການເອົາຊະນະນີ້ເທົ່ານັ້ນ ເຈົ້າຈຶ່ງເຫັນເຖິງອຸປະນິໄສອັນຊອບທຳຂອງຜູ້ຊົງລິດທານຸພາບສູງສຸດ ແລະ ໃບໜ້າທີ່ສວຍງາມ ແລະ ສະຫງ່າງາມຂອງພຣະອົງ; ຢູ່ໃນພາລະກິດແຫ່ງການເອົາຊະນະນີ້ ເຈົ້າຈຶ່ງຮຽນຮູ້ເຖິງຈຸດກຳເນີດຂອງມະນຸດ ແລະ ເຂົ້າໃຈເຖິງ “ປະຫວັດສາດທີ່ອຳມະຕະ” ຂອງມະນຸດຊາດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງເລີ່ມເຂົ້າໃຈເຖິງບັນພະບຸລຸດຂອງມະນຸດຊາດ ແລະ ຈຸດກຳເນີດຂອງຄວາມເສື່ອມຊາມຂອງມະນຸດຊາດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງໄດ້ຮັບເອົາຄວາມປິຕິຍິນດີ ແລະ ຄວາມສຸກສະບາຍ ພ້ອມກັບການຕີສອນທີ່ບໍ່ສິ້ນສຸດ, ການລົງວິໄນ ແລະ ພຣະທຳແຫ່ງການຕໍານິຕິເຕືອນຈາກພຣະຜູ້ສ້າງຕໍ່ມະນຸດຊາດທີ່ພຣະອົງສ້າງຂຶ້ງ; ຢູ່ໃນພາລະກິດແຫ່ງການເອົາຊະນະນີ້ ເຈົ້າຈຶ່ງໄດ້ຮັບພອນ ພ້ອມກັບໄພພິບັດທີ່ມະນຸດຄວນຈະໄດ້ຮັບ... ນີ້ບໍ່ແມ່ນຍ້ອນຄວາມເຊື່ອທີ່ເລັກນ້ອຍຂອງເຈົ້າບໍ? ແລ້ວຄວາມເຊື່ອຂອງເຈົ້າຈະບໍ່ໄດ້ເຕີບໃຫຍ່ຫຼັງຈາກທີ່ເຈົ້າໄດ້ຮັບເອົາສິ່ງເຫຼົ່ານີ້ບໍ? ເຈົ້າບໍ່ໄດ້ຮັບເອົາຢ່າງຫຼວງຫຼາຍບໍ? ບໍ່ແມ່ນແຕ່ເຈົ້າໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ໄດ້ເຫັນເຖິງສະຕິປັນຍາຂອງພຣະເຈົ້າ, ແຕ່ເຈົ້າຍັງຜະເຊີນກັບແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງເປັນການສ່ວນຕົວ. ບາງເທື່ອເຈົ້າຈະເວົ້າວ່າ ຖ້າເຈົ້າບໍ່ມີຄວາມເຊື່ອ, ແລ້ວເຈົ້າກໍຈະບໍ່ທົນທຸກກັບການຂ້ຽນຕີແບບນີ້ ຫຼື ກັບການພິພາກສາແບບນີ້. ແຕ່ເຈົ້າຄວນຮູ້ວ່າ ຫາກປາສະຈາກຄວາມເຊື່ອ, ບໍ່ແມ່ນພຽງເຈົ້າຈະບໍ່ສາມາດຮັບເອົາການຂ້ຽນຕີແບບນີ້ ຫຼື ການດູແລແບບນີ້ຈາກຜູ້ຊົງລິດທານຸພາບສູງສຸດ, ແຕ່ເຈົ້າຍັງຈະສູນເສຍໂອກາດທີ່ຈະພົບກັບພຣະຜູ້ສ້າງຕະຫຼອດໄປ. ເຈົ້າຈະບໍ່ຮູ້ຈັກຕົ້ນກຳເນີດຂອງມະນຸດຊາດຈັກເທື່ອ ແລະ ບໍ່ເຂົ້າໃຈເຖິງຄວາມໝາຍຂອງຊີວິດມະນຸດຈັກເທື່ອ. ເຖິງແມ່ນຮ່າງກາຍຂອງເຈົ້າຕາຍໄປ ແລະ ວິນຍານຂອງເຈົ້າຈາກໄປ, ເຈົ້າກໍຍັງຈະບໍ່ເຂົ້າໃຈການກະທຳທັງໝົດຂອງພຣະຜູ້ສ້າງ, ແຮງໄກທີ່ເຈົ້າຈະຮູ້ຈັກວ່າພຣະຜູ້ສ້າງປະຕິບັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວເທິງແຜ່ນດິນໂລກ ຫຼັງຈາກທີ່ພຣະອົງສ້າງມະນຸດຊາດ. ໃນຖານະສະມາຊິກຂອງມະນຸດຊາດທີ່ພຣະອົງສ້າງຂຶ້ນມາ, ເຈົ້າເຕັມໃຈທີ່ຈະຕົກລົງສູ່ຄວາມມືດມິດໂດຍບໍ່ຮູ້ຈັກຫຍັງແບບນີ້ ແລະ ທົນທຸກກັບການລົງໂທດຊົ່ວນິດນິລັນບໍ? ຖ້າເຈົ້າແຍກຕົນເອງອອກຈາກການຂ້ຽນຕີ ແລະ ການພິພາກສາໃນປັດຈຸບັນ, ແມ່ນຫຍັງຄືສິ່ງທີ່ເຈົ້າຈະໄດ້ພົບ? ເຈົ້າຄິດວ່າຫຼັງຈາກທີ່ອອກຈາກການພິພາກສາໃນປັດຈຸບັນ, ເຈົ້າຈະສາມາດຫຼົບໜີຈາກຊີວິດທີ່ຫຍຸ້ງຍາກນີ້ໄດ້ບໍ? ມັນບໍ່ແມ່ນຄວາມຈິງບໍວ່າ ຖ້າເຈົ້າອອກຈາກ “ບ່ອນນີ້” ໄປ, ສິ່ງທີ່ເຈົ້າຈະຜະເຊີນຄືຄວາມທໍລະມານຢ່າງເຈັບປວດ ຫຼື ການຂົ່ມເຫັງຢ່າງໂຫດຮ້າຍທີ່ເກີດຈາກຜີຮ້າຍ? ເຈົ້າອາດຜະເຊີນກັບກາງເວັນ ແລະ ກາງຄືນທີ່ບໍ່ສາມາດທົນໄດ້? ເຈົ້າຄິດວ່າ ພຽງແຕ່ຍ້ອນເຈົ້າຫຼົບໜີການພິພາກສານີ້ໃນມື້ນີ້, ເຈົ້າກໍສາມາດຫຼົບຫຼີກການທໍລະມານໃນອະນາຄົດໄດ້ບໍ? ແມ່ນຫຍັງຈະເກີດຂຶ້ນກັບເຈົ້າ? ມັນສາມາດເປັນ ແຊງກຣີລາ ແທ້ໆບໍທີ່ເຈົ້າຫວັງວ່າຈະໄດ້ຮັບ? ເຈົ້າຄິດວ່າເຈົ້າສາມາດຫຼົບໜີການຂ້ຽນຕີຊົ່ວນິດນິລັນໃນອະນາຄົດໂດຍພຽງແຕ່ແລ່ນໜີຈາກຄວາມເປັນຈິງແບບທີ່ເຈົ້າເຮັດໃນຕອນນີ້ບໍ? ຫຼັງຈາກມື້ນີ້, ເຈົ້າຈະສາມາດຄົ້ນພົບໂອກາດແບບນີ້ ແລະ ພອນແບບນີ້ອີກບໍ? ເຈົ້າຈະສາມາດຄົ້ນພົບສິ່ງເຫຼົ່ານັ້ນ ເມື່ອໄພພິບັດເກີດຂຶ້ນກັບເຈົ້າບໍ? ເຈົ້າຈະສາມາດຊອກຫາສິ່ງເຫຼົ່ານັ້ນ ເມື່ອມະນຸດຊາດທັງປວງເຂົ້າສູ່ຄວາມສະຫງົບບໍ? ຊີວິດທີ່ມີຄວາມສຸກຂອງເຈົ້າໃນປັດຈຸບັນ ແລະ ຄອບຄົວນ້ອຍໆທີ່ປອງດອງກັນຂອງເຈົ້າ, ພວກເຂົາສາມາດແທນຈຸດໝາຍປາຍທາງຊົ່ວນິດນິລັນໃນອະນາຄົດຂອງເຈົ້າບໍ? ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງ ແລະ ຖ້າເຈົ້າໄດ້ຮັບຢ່າງຫຼວງຫຼາຍ ຍ້ອນຄວາມເຊື່ອຂອງເຈົ້າ, ແລ້ວທຸກສິ່ງນັ້ນກໍເປັນສິ່ງທີ່ເຈົ້າ ເຊິ່ງເປັນສິ່ງຖືກສ້າງ ຄວນຈະໄດ້ຮັບ ແລະ ຍັງເປັນສິ່ງທີ່ເຈົ້າຄວນມີຕັ້ງແຕ່ຕອນທຳອິດແລ້ວ. ບໍ່ມີຫຍັງທີ່ເປັນປະໂຫຍດຕໍ່ຄວາມເຊື່ອ ແລະ ຊີວິດຂອງເຈົ້າໄດ້ຫຼາຍກວ່າການເອົາຊະນະດັ່ງກ່າວ.

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

4. ໃນປັດຈຸບັນ, ເຈົ້າຄວນຮັບຮູ້ເຖິງວິທີທີ່ຈະຖືກເອົາຊະນະ ແລະ ວິທີການປະພຶດຂອງຜູ້ຄົນຫຼັງຈາກທີ່ພວກເຂົາຖືກເອົາຊະນະ. ເຈົ້າອາດເວົ້າວ່າ ເຈົ້າຖືກເອົາຊະນະ ແຕ່ເຈົ້າສາມາດເຊື່ອຟັງຈົນຮອດມື້ຕາຍໄດ້ບໍ? ເຈົ້າຕ້ອງສາມາດຕິດຕາມຈົນເຖິງທີ່ສຸດ ບໍ່ວ່າຈະມີໂອກາດ ຫຼື ບໍ່ກໍຕາມ ແລະ ເຈົ້າຕ້ອງບໍ່ສູນເສຍຄວາມເຊື່ອທີ່ມີໃນພຣະເຈົ້າ ບໍ່ວ່າຈະມີສະພາບແວດລ້ອມແບບໃດກໍຕາມ. ໃນທີ່ສຸດ, ເຈົ້າຕ້ອງບັນລຸການເປັນພະຍານສອງດ້ານ: ການເປັນພະຍານຂອງໂຢບ ນັ້ນກໍຄືຄວາມເຊື່ອຟັງຈົນຕາຍ ແລະ ການເປັນພະຍານຂອງເປໂຕ ນັ້ນກໍຄືຄວາມຮັກອັນຍິ່ງໃຫຍ່ຕໍ່ພຣະເຈົ້າ. ໃນແງ່ໜຶ່ງ, ເຈົ້າຕ້ອງເປັນຄືໂຢບ: ລາວບໍ່ມີສັບສົມບັດທາງວັດຖຸ ແລະ ລາວທົນທຸກກັບຄວາມເຈັບປວດຂອງເນື້ອໜັງ ແຕ່ລາວບໍ່ເຄີຍປະຖິ້ມຊື່ຂອງພຣະເຢໂຮວາ. ນີ້ແມ່ນການເປັນພະຍານຂອງໂຢບ. ເປໂຕສາມາດຮັກພຣະເຈົ້າຈົນເຖິງວັນຕາຍ. ໃນເວລາທີ່ລາວຕາຍ ກໍຄືເວລາທີ່ລາວຖືກຄຶງໃສ່ໄມ້ກາງແຂນ ລາວກໍຍັງຮັກພຣະເຈົ້າ; ລາວບໍ່ໄດ້ຄິດເຖິງໂອກາດ ຫຼື ສະແຫວງຫາຄວາມຫວັງອັນຍິ່ງໃຫຍ່ ຫຼື ມີຄວາມຄິດທີ່ຫຼາຍເກີນຄວນຂອງຕົວເອງ ແລະ ລາວສະແຫວງຫາທີ່ຈະຮັກພຣະເຈົາ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າເທົ່ານັ້ນ. ສິ່ງດັ່ງກ່າວແມ່ນມາດຕະຖານທີ່ເຈົ້າຕ້ອງບັນລຸກ່ອນເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນພະຍານ ແລະ ກ່ອນເຈົ້າຈະກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນພາຍຫຼັງທີ່ຖືກເອົາຊະນະ. ໃນປັດຈຸບັນ ຖ້າຜູ້ຄົນຮູ້ຈັກທາດແທ້ ແລະ ສະຖານະຂອງພວກເຂົາເອງຢ່າງແທ້ຈິງ ແລ້ວພວກເຂົາຍັງຈະສະແຫວງຫາໂອກາດ ແລະ ຄວາມຫວັງບໍ? ສິ່ງທີ່ເຈົ້າຄວນຮູ້ກໍຄືສິ່ງນີ້: ເຖິງວ່າ ພຣະເຈົ້າຈະເຮັດໃຫ້ເຮົາສົມບູນ ຫຼື ບໍ່ກໍຕາມ, ເຮົາຕ້ອງຕິດຕາມພຣະເຈົ້າ; ທຸກສິ່ງທີ່ພຣະອົງປະຕິບັດໃນປັດຈຸບັນນີ້ແມ່ນສິ່ງທີ່ດີ ແລະ ກໍເພື່ອເຮົາ ແລະ ເພື່ອວ່າ ອຸປະນິໄສຂອງພວກເຮົາຈະສາມາດປ່ຽນແປງໄດ້ ແລະ ພວກເຮົາຈະສາມາດກໍາຈັດອໍານາດຂອງຊາຕານໃນຕົວເຮົາ, ເພື່ອອະນຸຍາດໃຫ້ເຮົາດໍາລົງຊີວິດຢູ່ໃນດິນແດນແຫ່ງຄວາມສົກກະປົກ ແຕ່ກໍສາມາດກໍາຈັດຄວາມບໍ່ບໍລິສຸດອອກຈາກຕົວເຮົາໄດ້, ກໍາຈັດຄວາມສົກກະປົກ ແລະ ອໍານາດຂອງຊາຕານ ແລະ ເພື່ອເຮັດໃຫ້ພວກເຮົາສາມາດປະຖິ້ມອໍານາດຂອງຊາຕານ.

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

5. ທີ່ຈິງແລ້ວ ການເຮັດໃຫ້ສົມບູນແມ່ນເກີດຂຶ້ນໃນເວລາດຽວກັນກັບການເອົາຊະນະ: ເມື່ອເຈົ້າຖືກເອົາຊະນະ, ຜົນໄດ້ຮັບທໍາອິດກໍຄືການຖືກເຮັດໃຫ້ສົມບູນ. ຖ້າວ່າມີຄວາມແຕກຕ່າງ ລະຫວ່າງ ການຖືກເອົາຊະນະ ແລະ ການຖືກເຮັດໃຫ້ສົມບູນ, ນັ້ນແມ່ນອີງຕາມຕາມລະດັບຂອງການປ່ຽນແປງໃນມະນຸດ. ການຖືກເອົາຊະນະແມ່ນບາດກ້າວທໍາອິດຂອງການຖືກເຮັດໃຫ້ສົມບູນ ແລະ ບໍ່ໄດ້ໝາຍຄວາມວ່າ ພວກເຂົາຖືກເຮັດໃຫ້ສົມບູນຈົນໝົດ ຫຼື ພິສູດໃຫ້ເຫັນວ່າ ພວກເຂົາຖືກຮັບເອົາຢ່າງສົມບູນໂດຍພຣະເຈົ້າ. ພາຍຫຼັງທີ່ຜູ້ຄົນຖືກເອົາຊະນະ, ກໍມີການປ່ຽນແປງບາງຢ່າງໃນອຸປະນິໄສຂອງພວກເຂົາ ແຕ່ການປ່ຽນແປງດັ່ງກ່າວແມ່ນບໍ່ພຽງພໍຖ້າທຽບໃສ່ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາຢ່າງສົມບູນ. ໃນປັດຈຸບັນ ສິ່ງທີ່ຖືກປະຕິບັດແມ່ນເປັນພຽງພາລະກິດເບື້ອງຕົ້ນຂອງການເຮັດໃຫ້ຜູ້ຄົນສົມບູນ ນັ້ນກໍຄືການເອົາຊະນະພວກເຂົາ ແລະ ຖ້າເຈົ້າບໍ່ສາມາດຖືກເອົາຊະນະໄດ້ ເຈົ້າກໍຈະບໍ່ມີວິທີທາງໃນການເຮັດໃຫ້ສົມບູນ ແລະ ຖືກພຣະເຈົ້າຮັບເອົາຢ່າງສົມບູນ. ເຈົ້າພຽງຈະໄດ້ຮັບພຣະທໍາບາງຂໍ້ກ່ຽວກັບການຕີສອນ ແລະ ການພິພາກສາ ແຕ່ສິ່ງເຫຼົ່ານັ້ນຈະບໍ່ສາມາດປ່ຽນແປງຫົວໃຈຂອງເຈົ້າໄດ້ຢ່າງສົມບູນ. ສະນັ້ນ ເຈົ້າຈະເປັນໜຶ່ງໃນຄົນເຫຼົ່ານັ້ນທີ່ຖືກກໍາຈັດ; ມັນຈະບໍ່ແຕກຕ່າງຈາກການແນມເບິ່ງພາເຂົ້າທີ່ເຕັມໄປດ້ວຍອາຫານຫຼູຫຼາຢູ່ເທິງໂຕະ ແຕ່ບໍ່ໄດ້ກິນມັນ. ບໍ່ເປັນຕາເສົ້າໃຈບໍ? ສະນັ້ນ ເຈົ້າຕ້ອງພະຍາຍາມປ່ຽນແປງ: ບໍ່ວ່າຈະເປັນການຖືກເອົາຊະນະ ຫຼື ການຖືກເຮັດໃຫ້ສົມບູນກໍຕາມ, ທັງສອງຢ່າງແມ່ນກ່ຽວພັນຢູ່ບ່ອນວ່າ ມີການປ່ຽນແປງໃນຕົວເຈົ້າ ຫຼື ບໍ່ ແລະ ເຈົ້າເຊື່ອຟັງ ຫຼື ບໍ່ ແລະ ສິ່ງນີ້ຈະກໍານົດວ່າ ເຈົ້າສາມາດຖືກຮັບເອົາໂດຍພຣະເຈົ້າ ຫຼື ບໍ່. ຈົ່ງຮູ້ໄວ້ວ່າ “ການຖືກເອົາຊະນະ” ແລະ “ການຖືກເຮັດໃຫ້ສົມບູນ” ແມ່ນພຽງອີງຕາມຂອບເຂດຂອງການປ່ຽນແປງ ແລະ ການເຊື່ອຟັງ ແລະ ພ້ອມທັງຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້ານັ້ນ ແມ່ນບໍລິສຸດຊໍ່າໃດ. ສິ່ງທີ່ຈໍາເປັນໃນປັດຈຸບັນກໍຄື ການທີ່ເຈົ້າສາມາດຖືກເຮັດໃຫ້ສູມບູນຢ່າງແທ້ຈິງ ແຕ່ໃນເບື້ອງຕົ້ນ ເຈົ້າຕ້ອງຖືກເອົາຊະນະກ່ອນ. ເຈົ້າຕ້ອງມີຄວາມຮູ້ທີ່ພຽງພໍກ່ຽວກັບການຕີສອນ ແລະ ການພິພາກສາຂອງພຣະເຈົ້າ, ຕ້ອງມີຄວາມເຊື່ອໃນການຕິດຕາມ ແລະ ເປັນຄົນໜຶ່ງທີ່ສະແຫວງຫາການປ່ຽນແປງ ແລະ ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ. ເມື່ອນັ້ນ ເຈົ້າຈະກາຍເປັນຄົນທີ່ສະແຫວງຫາການຖືກເຮັດໃຫ້ສົມບູນ. ພວກເຈົ້າຄວນເຂົ້າໃຈວ່າ ໃນໄລຍະຂອງການຖືກເຮັດໃຫ້ສົມບູນ ພວກເຈົ້າຈະຖືກເອົາຊະນະ ແລະ ໃນໄລຍະຂອງການຖືກເອົາຊະນະ ພວກເຈົ້າຈະຖືກເຮັດໃຫ້ສົມບູນ. ໃນປັດຈຸບັນ ເຈົ້າສາມາດສະແຫວງຫາການຖືກເຮັດໃຫ້ສົມບູນ ຫຼື ສະແຫວງຫາການປ່ຽນແປງໃນຄວາມເປັນມະນຸດທາງພາຍນອກຂອງເຈົ້າ ແລະ ປັບປຸງຄວາມສາມາດຂອງເຈົ້າ ແຕ່ຕາມຫຼັກການທີ່ສໍາຄັນກໍຄື ເຈົ້າຈະສາມາດເຂົ້າໃຈວ່າ ທຸກສິ່ງທີ່ພຣະເຈົ້າກະທໍາໃນປັດຈຸບັນ ແມ່ນມີຄວາມໝາຍ ແລະ ມີຜົນປະໂຫຍດ: ມັນສາມາດເຮັດໃຫ້ເຈົ້າດໍາລົງຊີວິດໃນດິນແດນແຫ່ງສົກກະປົກ ເພື່ອຫຼົບໜີຈາກຄວາມສົກກະປົກ ແລະ ປະຖິ້ມສິ່ງນັ້ນ, ມັນສາມາດເຮັດໃຫ້ເຈົ້າເອົາຊະນະອໍານາດຂອງຊາຕານ ແລະ ປະຖິ້ມອໍານາດມືດຂອງຊາຕານ ແລະ ຖ້າເຈົ້າເອົາໃຈໃສ່ກັບສິ່ງເຫຼົ່ານີ້ ເຈົ້າຈະຖືກປົກປ້ອງໃນດິນແດນແຫ່ງຄວາມສົກກະປົກນີ້. ໃນທີ່ສຸດ, ເຈົ້າຈະຖືກຖາມໃຫ້ເປັນພະຍານກ່ຽວກັບຫຍັງແນ່? ເຈົ້າດໍາລົງຊີວິດໃນດິນແດນແຫ່ງຄວາມສົກກະປົກ ແຕ່ກໍສາມາດມີຄວາມບໍລິສຸດ ແລະ ບໍ່ມີຄວາມສົກກະປົກ ແລະ ຄວາມບໍ່ບໍລິສຸດອີກຕໍ່ໄປ, ເຈົ້າດໍາລົງຊີວິດຢູ່ພາຍໃຕ້ອານາເຂດຂອງຊາຕານ ແຕ່ເອົາຕົວເອງອອກຈາກອໍານາດຂອງຊາຕານ ແລະ ບໍ່ຖືກຄອບງໍາ ຫຼື ລົບກວນໂດຍຊາຕານ ແລະ ເຈົ້າດໍາລົງຊີວິດໃນມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ. ນີ້ແມ່ນການເປັນພະຍານ ແລະ ຫຼັກຖານຂອງໄຊຊະນະໃນການຕໍ່ສູ່ກັບຊາຕານ. ເຈົ້າສາມາດປະຖິ້ມຊາຕານ ແລະ ສິ່ງທີ່ເຈົ້າດໍາລົງຢູ່ບໍ່ແມ່ນເປັນການເປີດເຜີຍຊາຕານ ແຕ່ນັ້ນແມ່ນສິ່ງທີ່ພຣະເຈົາຕ້ອງການໃຫ້ມະນຸດໄດ້ຮັບເມື່ອພຣະອົງສ້າງມະນຸດຂຶ້ນມາ: ຄວາມເປັນມະນຸດປົກກະຕິ, ການມີເຫດຜົນທີ່ປົກກະຕິ, ການຢັ່ງຮູ້ທີ່ປົກກະຕິ, ການຕັດສິນໃຈປົກກະຕິໃນການຮັກພຣະເຈົ້າ ແລະ ຄວາມຈົງຮັກພັກດີຕໍ່ພຣະເຈົ້າ. ການເປັນພະຍານດັ່ງກ່າວ ແມ່ນມາຈາກສິ່ງຊົງສ້າງຂອງພຣະເຈົ້າ.

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

6. ພາລະກິດແຫ່ງຍຸກສຸດທ້າຍທໍາລາຍກົດເກນນີ້ທັງໝົດ ແລະ ບໍ່ວ່າເຈົ້າຈະຖືກສາບແຊ່ງ ຫຼື ລົງໂທດກໍຕາມ ແຕ່ຕາບໃດທີ່ເຈົ້າຊ່ວຍພາລະກິດຂອງເຮົາ ແລະ ເປັນປະໂຫຍດໃຫ້ແກ່ພາລະກິດແຫ່ງການເອົາຊະນະໃນປັດຈຸບັນ ແລະ ບໍ່ວ່າເຈົ້າຈະແມ່ນລູກຫຼານຂອງໂມອາບ ຫຼື ຜູ້ສືບຕະກູນຂອງມັງກອນແດງທີ່ຍິ່ງໃຫຍ່ກໍຕາມ, ຕາບໃດທີ່ເຈົ້າປະຕິບັດໜ້າທີ່ຂອງສິ່ງຊົງສ້າງຂອງພຣະເຈົ້າຕາມຂັ້ນຕອນຂອງພາລະກິດນີ້ ແລະ ເຮັດໃຫ້ດີທີ່ສຸດເທົ່າທີ່ເຈົ້າຈະສາມາດເຮັດໄດ້ ແລ້ວຜົນທີ່ສົມຄວນໄດ້ຮັບກໍຈະຖືກບັນລຸ. ເຈົ້າແມ່ນຜູ້ສືບຕະກູນຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ເຈົ້າແມ່ນລູກຫຼານຂອງໂມອາບ; ສະຫຼຸບກໍຄື ຜູ້ທີ່ມີເນື້ອໜັງ ແລະ ເລືອດແມ່ນສິ່ງຊົງສ້າງຂອງພຣະເຈົ້າ ແລະ ຖືກສ້າງໂດຍພຣະຜູ້ສ້າງ. ເຈົ້າແມ່ນສິ່ງຊົງສ້າງຂອງພຣະເຈົ້າ, ເຈົ້າບໍ່ຄວນມີທາງເລືອກໃດໆ ແລະ ນີ້ແມ່ນໜ້າທີ່ຂອງເຈົ້າ. ແນ່ນອນຢູ່ແລ້ວ ໃນປັດຈຸບັນ ພາລະກິດຂອງພຣະຜູ້ສ້າງແມ່ນແນໃສ່ຈັກກະວານທັງປວງ. ບໍ່ວ່າເຈົ້າຈະເປັນລູກຫຼານຂອງໃຜກໍຕາມ, ສໍາຄັນທີ່ສຸດກໍຄື ເຈົ້າແມ່ນໜຶ່ງໃນບັນດາສິ່ງຊົງສ້າງຂອງພຣະເຈົ້າ, ພວກເຈົ້າທີ່ເປັນລູກຫຼານຂອງໂມອາບ ແມ່ນສ່ວນໜຶ່ງຂອງສິ່ງຊົງສ້າງຂອງພຣະເຈົ້າ ພຽງແຕ່ວ່າ ພວກເຈົ້າມີຄຸນຄ່າທີ່ຕໍ່າກວ່າເທົ່ານັ້ນ. ໃນປັດຈຸບັນ ໃນເມື່ອພາລະກິດຂອງພຣະເຈົ້າຖືກປະຕິບັດໃນທ່າມກາງສິ່ງຊົງສ້າງ ແລະ ແນໃສ່ຈັກກະວານທັງປວງ, ພຣະຜູ້ສ້າງແມ່ນມີອິດສະຫຼະໃນການເລືອກຜູ້ຄົນ, ເລື່ອງ ຫຼື ສິ່ງຕ່າງໆ ເພື່ອປະຕິບັດພາລະກິດຂອງພຣະອົງ. ພຣະອົງບໍ່ສົນໃຈວ່າ ເຈົ້າຈະເປັນລູກຫຼານຂອງຜູ້ໃດມາກ່ອນ; ຕາບໃດທີ່ເຈົ້າແມ່ນໜຶ່ງໃນບັນດາສິ່ງຊົງສ້າງຂອງພຣະອົງ ແລະ ຕາບໃດທີ່ເຈົ້າເປັນປະໂຫຍດແກ່ພາລະກິດຂອງພຣະອົງ ນັ້ນກໍຄືພາລະກິດໃນການເອົາຊະນະ ແລະ ການເປັນພະຍານ ພຣະອົງກໍຈະປະຕິບັດພາລະກິດຂອງພຣະອົງໃນຕົວເຈົ້າ ໂດຍບໍ່ມີການລັງເລໃຈໃດໆ. ສິ່ງດັ່ງກ່າວນີ້ໄດ້ທໍາລາຍແນວຄວາມຄິດດັ່ງເດີມຂອງຜູ້ຄົນ ເຊິ່ງນັ້ນກໍຄື ພຣະເຈົ້າຈະບໍ່ມີວັນປະຕິບັດພາລະກິດໃນທ່າມກາງປະເທດທີ່ບໍ່ແມ່ນຊາວຢິວ ໂດຍສະເພາະຜູ້ທີ່ຖືກສາບແຊ່ງ ແລະ ຕໍ່າຕ້ອຍ; ສໍາລັບຜູ້ທີ່ຖືກສາບແຊ່ງ, ຄົນຮຸ່ນໃນອະນາຄົດທັງໝົດທີ່ມາຈາກພວກເຂົາກໍຍັງຈະຖືກສາບແຊ່ງຕະຫຼອດການ ໂດຍບໍ່ມີວັນໄດ້ຮັບໂອກາດຂອງການຖືກຊ່ວຍໃຫ້ລອດພົ້ນ; ພຣະເຈົ້າຈະບໍ່ມີວັນສະເດັດລົງມາ ແລະ ປະຕິບັດພາລະກິດໃນດິນແດນທີ່ບໍ່ແມ່ນຊາວຢິວ ແລະ ຈະບໍ່ມີວັນຢຽບດິນແດນແຫ່ງຄວາມສົກກະປົກ ເນື່ອງຈາກພຣະອົງບໍລິສຸດ. ແນວຄວາມຄິດເຫຼົ່ານີ້ແມ່ນຖືກທໍາລາຍລົງໂດຍພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ. ຈົ່ງຮູ້ໄວ້ວ່າ ພຣະເຈົ້າແມ່ນພຣະເຈົ້າຂອງສິ່ງຊົງສ້າງທັງປວງ, ພຣະອົງປົກຄອງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນພຣະເຈົ້າຂອງຊາວອິດສະຣາແອນເທົ່ານັ້ນ. ດ້ວຍເຫດນັ້ນ, ພາລະກິດໃນປະເທດຈີນຈິ່ງມີຄວາມສໍາຄັນທີ່ສຸດ ແລະ ມັນຈະບໍ່ຖືກເຜີຍແຜ່ທ່າມກາງປະຊາຊາດທັງປວງບໍ? ການເປັນພະຍານທີ່ຍິ່ງໃຫຍ່ຂອງອະນາຄົດຈະບໍ່ຖືກຈໍາກັດໃນປະເທດຈີນ; ຖ້າພຣະເຈົ້າມີແຕ່ເອົາຊະນະພວກເຈົ້າເທົ່ານັ້ນ ແລ້ວມັນຈະສາມາດເຮັດໃຫ້ພວກມານຮ້າຍເຊື່ອຢູ່ບໍ? ພວກເຂົາບໍ່ເຂົ້າໃຈເຖິງການຖືກເອົາຊະນະ ຫຼື ອໍານາດທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ເມື່ອຄົນທີ່ຖືກເລືອກຂອງພຣະເຈົ້າໃນທົ່ວຈັກກະວານທັງໝົດໄດ້ເຫັນຜົນແທ້ຈິງຂອງພາລະກິດນີ້ເທົ່ານັ້ນ ສິ່ງຊົງສ້າງທັງປວງຈິ່ງຈະຖືກເອົາຊະນະ. ບໍ່ມີໃຜທີ່ຫຼ້າຫຼັງ ຫຼື ເສື່ອມຊາມຫຼາຍກວ່າລູກຫຼານຂອງໂມອາບ. ເມື່ອຜູ້ຄົນເຫຼົ່ານີ້ສາມາດຖືກເອົາຊະນະ ນັ້ນກໍຄື ພວກເຂົາຜູ້ທີ່ເສື່ອມຊາມທີ່ສຸດ ຜູ້ທີ່ບໍ່ຮັບຮູ້ເຖິງພຣະເຈົ້າ ຫຼື ເຊື່ອວ່າມີພຣະເຈົ້າຈິງ ແມ່ນຖືກເອົາຊະນະ ແລະ ຍອມຮັບພຣະເຈົ້າດ້ວຍປາກຂອງພວກເຂົາ, ສັນລະເສີນພຣະອົງ ແລະ ສາມາດຮັກພຣະອົງ ແລ້ວສິ່ງນີ້ຈິ່ງຈະເປັນຄໍາພະຍານແຫ່ງການເອົາຊະນະ. ເຖິງແມ່ນວ່າ ພວກເຈົ້າຈະບໍ່ແມ່ນເປໂຕ ພວກເຈົ້າກໍດໍາລົງຢູ່ໃນພາບລັກຂອງເປໂຕ, ພວກເຈົ້າສາມາດມີຄໍາພະຍານຂອງເປໂຕ ແລະ ຂອງໂຢບ ແລະ ນີ້ກໍແມ່ນການເປັນພະຍານທີ່ຍິ່ງໃຫຍ່ທີ່ສຸດແລ້ວ. ໃນທີ່ສຸດ ເຈົ້າຈະເວົ້າວ່າ: “ພວກຂ້ານ້ອຍບໍ່ແມ່ນຊາວອິດສະຣາແອນ ແຕ່ແມ່ນລູກຫຼານຂອງໂມອາບທີ່ຖືກປະຖິ້ມ, ພວກຂ້ານ້ອຍບໍ່ແມ່ນເປໂຕ ທີ່ມີຄວາມສາມາດທີ່ພວກຂ້ານ້ອຍບໍ່ສາມາດມີ ຫຼື ບໍ່ແມ່ນໂຢບ ແລະ ພວກຂ້ານ້ອຍຍັງບໍ່ສາມາດໄປປຽບທຽບກັບຄວາມຕັ້ງໝັ້ນຂອງໂປໂລໃນການທົນທຸກເພື່ອພຣະເຈົ້າ ແລະ ອຸທິດຕົນເອງເພື່ອພຣະເຈົ້າ ແລະ ພວກຂ້ານ້ອຍກໍຫຼ້າຫຼັງ ເຊິ່ງດ້ວຍເຫດນັ້ນ ພວກຂ້ານ້ອຍຈິ່ງບໍ່ມີຄຸນສົມບັດທີ່ຈະໄດ້ຮັບພອນຂອງພຣະເຈົ້າ. ພຣະເຈົ້າຍັງໄດ້ຍົກພວກຂ້ານ້ອຍຂຶ້ນໃນປັດຈຸບັນ; ສະນັ້ນ ພວກຂ້ານ້ອຍຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າ ພວກຂ້ານ້ອຍຈະມີຄວາມສາມາດ ຫຼື ຄຸນສົມບັດທີ່ບໍ່ພຽງພໍ ພວກຂ້ານ້ອຍກໍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ. ພວກຂ້ານ້ອຍມີຄວາມຕັ້ງໝັ້ນແບບນີ້. ພວກຂ້ານ້ອຍແມ່ນລູກຫຼານຂອງໂມອາບ ແລະ ພວກຂ້ານ້ອຍຖືກສາບແຊ່ງ. ນີ້ແມ່ນຄໍາບັນຊາຂອງພຣະເຈົ້າ ແລະ ພວກຂ້ານ້ອຍກໍບໍ່ສາມາດປ່ຽນແປງມັນໄດ້ ແຕ່ການດໍາລົງຢູ່ຂອງພວກຂ້ານ້ອຍ ແລະ ຄວາມຮູ້ຂອງພວກຂ້ານ້ອຍແມ່ນສາມາດປ່ຽນແປງໄດ້ ແລະ ພວກຂ້ານ້ອຍມີຄວາມຕັ້ງໝັ້ນທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ”. ເມື່ອເຈົ້າມີຄວາມຕັ້ງໝັ້ນແບບນີ້ ແລ້ວນັ້ນກໍຈະພິສູດໃຫ້ເຫັນວ່າ ເຈົ້າໄດ້ເປັນພະຍານໃນການຖືກເອົາຊະນະແລ້ວ.

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

7. ນອກເໜືອສິ່ງອື່ນໃດ ຜົນທີ່ຕັ້ງໃຈເອົາໄວ້ຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອບໍ່ໃຫ້ເນື້ອໜັງຂອງມະນຸດກະບົດອີກຕໍ່ໄປ; ນັ້ນກໍຄື ເພື່ອໃຫ້ຄວາມຄິດຂອງມະນຸດໄດ້ຮັບເອົາຄວາມຮູ້ໃໝ່ກ່ຽວກັບພຣະເຈົ້າ, ເພື່ອໃຫ້ຫົວໃຈຂອງມະນຸດເຊື່ອຟັງພຣະເຈົ້າໂດຍສິ້ນເຊີງ ແລະ ເພື່ອໃຫ້ມະນຸດຕ້ອງການຢູ່ເພື່ອພຣະເຈົ້າ. ຜູ້ຄົນບໍ່ຖືວ່າໄດ້ຖືກເອົາຊະນະແລ້ວ ເມື່ອອາລົມ ຫຼື ເນື້ອໜັງຂອງພວກເຂົາປ່ຽນແປງ; ເມື່ອຄວາມຄິດຂອງເຈົ້າ, ສະຕິຂອງເຈົ້າ, ຄວາມຮູ້ສຶກຂອງເຈົ້າ ແລະ ທ່າທີທາງຈິດໃຈທັງໝົດຂອງເຈົ້າປ່ຽນແປງ, ນັ້ນຈະເປັນຕອນທີ່ເຈົ້າໄດ້ຖືກເອົາຊະນະໂດຍພຣະເຈົ້າ. ເມື່ອເຈົ້າໄດ້ຕັດສິນໃຈທີ່ຈະເຊື່ອຟັງ ແລະ ນໍາໃຊ້ຄວາມຄິດແບບໃໝ່, ເມື່ອເຈົ້າບໍ່ນຳເອົາແນວຄິດ ຫຼື ເຈດຕະນາຂອງເຈົ້າເອງເຂົ້າສູ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າອີກຕໍ່ໄປ ແລະ ເມື່ອສະໝອງຂອງເຈົ້າສາມາດຄິດຢ່າງປົກກະຕິ, ນັ້ນໝາຍຄວາມວ່າ ເມື່ອເຈົ້າສາມາດທຸ້ມເທຕົວເຈົ້າເອງໃຫ້ກັບພຣະເຈົ້າດ້ວຍຫົວໃຈທັງໝົດຂອງເຈົ້າ, ແລ້ວເຈົ້າກໍເປັນຄົນປະເພດທີ່ຖືກເອົາຊະນະຢ່າງສົມບູນ. ໃນສາສະໜາ, ຫຼາຍຄົນໄດ້ທົນທຸກຢ່າງຫຼວງຫຼາຍຕະຫຼອດຊີວິດຂອງພວກເຂົາ: ພວກເຂົາເອົາຊະນະຮ່າງກາຍຂອງພວກເຂົາ ແລະ ແບກໄມ້ກາງແຂນຂອງພວກເຂົາ ແລະ ພວກເຂົາເຖິງກັບສືບຕໍ່ທົນທຸກ ແລະ ອົດກັ້ນໃນເວລາທີ່ເກືອບຕາຍແທ້ໆ! ບາງຄົນຍັງອົດອາຫານໃນຕອນເຊົ້າທີ່ພວກເຂົາຕາຍ. ຕະຫຼອດທັງຊີວິດຂອງພວກເຂົາ, ພວກເຂົາປະຕິເສດອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ດີໃຫ້ແກ່ຕົວພວກເຂົາເອງ, ໃສ່ໃຈກັບການທົນທຸກຢ່າງດຽວ. ພວກເຂົາສາມາດເອົາຊະນະຮ່າງກາຍຂອງພວກເຂົາ ແລະ ປະຖິ້ມເນື້ອໜັງຂອງພວກເຂົາ. ວິນຍານແຫ່ງການອົດກັ້ນຕໍ່ການທົນທຸກຂອງພວກເຂົາເປັນຕາຊົມເຊີຍ. ແຕ່ຄວາມຄິດຂອງພວກເຂົາ, ແນວຄິດຂອງພວກເຂົາ, ທ່າທີ່ທາງຈິດໃຈຂອງພວກເຂົາ ແລະ ແນ່ນອນ ທຳມະຊາດເດີມຂອງພວກເຂົາບໍ່ໄດ້ຖືກຈັດການແມ່ນແຕ່ໜ້ອຍດຽວ. ພວກເຂົາຂາດຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ. ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນພາບດັ້ງເດີມກ່ຽວກັບພຣະເຈົ້າທີ່ບໍ່ມີຕົວຕົນ ແລະ ເລືອນລອຍ. ຄວາມເດັດດ່ຽວຂອງພວກເຂົາທີ່ຈະທົນທຸກເພື່ອພຣະເຈົ້າແມ່ນມາຈາກຄວາມກະຕືລືລົ້ນຂອງພວກເຂົາ ແລະ ທຳມະຊາດດ້ານບວກຂອງພວກເຂົາ. ເຖິງແມ່ນພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ສາມາດເຂົ້າໃຈພຣະອົງ ຫຼື ຮູ້ຈັກເຖິງຄວາມປະສົງຂອງພຣະອົງໄດ້. ພວກເຂົາພຽງແຕ່ເຮັດວຽກ ແລະ ທົນທຸກເພື່ອພຣະເຈົ້າແບບຕາບອດ. ພວກເຂົາບໍ່ໄດ້ໃຫ້ຄຸນຄ່າຫຍັງໃນການເຮັດດ້ວຍສະຕິປັນຍາ, ສົນໃຈແຕ່ໜ້ອຍດຽວກັບວິທີທີ່ຈະຮັບປະກັນວ່າການຮັບໃຊ້ຂອງພວກເຂົາບັນລຸຕາມຄວາມປະສົງຂອງພຣະເຈົ້າແທ້ໆ ແລະ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງວິທີທີ່ຈະບັນລຸຄວາມຮູ້ກ່ຽວກັບພຣະເຈົ້າ. ພຣະເຈົ້າທີ່ພວກເຂົາຮັບໃຊ້ບໍ່ແມ່ນພຣະເຈົ້າໃນລັກສະນະເດີມຂອງພຣະອົງ, ແຕ່ເປັນພຣະເຈົ້າທີ່ເຊື່ອງໃນເລື່ອງເລົ່າລື, ຜະລິດຕະຜົນຂອງຈິນຕະນາການຂອງພວກເຂົາເອງ, ພຣະເຈົ້າທີ່ພວກເຂົາໄດ້ຍິນ ຫຼື ຄົ້ນພົບໃນບົດຂຽນເທົ່ານັ້ນ. ແລ້ວພວກເຂົາກໍໃຊ້ຈິນຕະນາການທີ່ອຸດົມສົມບູນ ແລະ ຄວາມເຄັ່ງສາສະໜາຂອງພວກເຂົາເພື່ອທົນທຸກເພື່ອພຣະເຈົ້າ ແລະ ຮັບເອົາພາລະກິດຂອງພຣະເຈົ້າ. ການຮັບໃຊ້ພວກເຂົາກໍບໍ່ແນ່ນອນເກີນໄປ ຈົນເຖິງກັບວ່າໃນພາກປະຕິບັດຕົວຈິງແລ້ວ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ຈະສາມາດຮັບໃຊ້ຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າພວກເຂົາຈະທົນທຸກດ້ວຍຄວາມຍິນດີແບບໃດກໍຕາມ, ທັດສະນະເດີມຂອງພວກເຂົາກ່ຽວກັບການຮັບໃຊ້ ແລະ ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງບໍ່ໄດ້ປ່ຽນແປງ, ເພາະພວກເຂົາບໍ່ໄດ້ຜະເຊີນກັບການພິພາກສາ, ການຂ້ຽນຕີ, ການຫຼໍ່ຫຼອມ ແລະ ການເຮັດໃຫ້ສົມບູນຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດນໍາພາພວກເຂົາໂດຍໃຊ້ຄວາມຈິງ. ເຖິງແມ່ນພວກເຂົາເຊື່ອໃນພຣະເຢຊູພຣະຜູ້ໄຖ່, ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ເຄີຍເຫັນພຣະຜູ້ໄຖ່. ພວກເຂົາພຽງແຕ່ຮູ້ຈັກກ່ຽວກັບພຣະອົງຜ່ານທາງເລື່ອງເລົ່າລື ແລະ ຄຳບອກເລົ່າ. ຜົນຕາມມາກໍຄື ການຮັບໃຊ້ຂອງພວກເຂົາກໍພຽງແຕ່ເທົ່າກັບການຮັບໃຊ້ຕາມເວນຕາມກຳໂດຍລັບຕາເທົ່ານັ້ນ, ຄືກັບຄົນຕາບອດຮັບໃຊ້ພໍ່ຂອງເຂົາເອງ. ໃນທີ່ສຸດແລ້ວ ແມ່ນຫຍັງຈະສາມາດຖືກບັນລຸໄດ້ໂດຍການຮັບໃຊ້ດັ່ງກ່າວ? ແລ້ວຜູ້ໃດຈະເຫັນດີໃນການຮັບໃຊ້ນັ້ນ? ຕັ້ງແຕ່ຕົ້ນຈົນຈົບ, ການຮັບໃຊ້ຂອງພວກເຂົາຍັງເໝືອນເດີມໂດຍຕະຫຼອດ; ພວກເຂົາພຽງແຕ່ຮັບເອົາບົດຮຽນທີ່ມະນຸດສ້າງຂຶ້ນ ແລະ ອີງການຮັບໃຊ້ຂອງພວກເຂົາໃສ່ທຳມະຊາດຂອງພວກເຂົາ ແລະ ຄວາມມັກຂອງພວກເຂົາເອງເທົ່ານັ້ນ. ສິ່ງນີ້ຈະສາມາດໃຫ້ລາງວັນຫຍັງໄດ້? ບໍ່ແມ່ນແຕ່ເປໂຕ ຜູ້ທີ່ໄດ້ເຫັນພຣະເຢຊູ ຮູ້ຈັກວິທີຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ; ເພິ່ນພຽງແຕ່ຮູ້ຈັກສິ່ງນີ້ໃນເວລາສຸດທ້າຍ, ໃນຊ່ວງທີ່ລາວອາຍຸເຖົ້າແລ້ວ. ສິ່ງນີ້ບອກຫຍັງກ່ຽວກັບຄົນຕາບອດເຫຼົ່ານັ້ນ ທີ່ບໍ່ໄດ້ຜະເຊີນກັບການຖືກຈັດການ ຫຼື ການຖືກຮານແມ່ນແຕ່ໜ້ອຍດຽວ ແລະ ຜູ້ທີ່ບໍ່ມີຜູ້ໃດນໍາພາພວກເຂົາ? ການຮັບໃຊ້ຂອງຫຼາຍຄົນທ່າມກາງພວກເຈົ້າໃນປັດຈຸບັນບໍ່ໄດ້ເປັນດັ່ງການຮັບໃຊ້ຂອງຄົນຕາບອດເຫຼົ່ານີ້ບໍ? ທຸກຄົນທີ່ບໍ່ໄດ້ຮັບເອົາການພິພາກສາ, ບໍ່ໄດ້ຮັບເອົາການຮານ ແລະ ການຈັດການ ແລະ ຜູ້ທີ່ບໍ່ໄດ້ປ່ຽນແປງ, ພວກເຂົາບໍ່ແມ່ນລ້ວນແຕ່ຖືກເອົາຊະນະຢ່າງບໍ່ຄົບຖ້ວນບໍ? ຜູ້ຄົນເຫຼົ່ານັ້ນມີປະໂຫຍດຫຍັງ? ຖ້າຄວາມຄິດຂອງເຈົ້າ, ຄວາມຮູ້ກ່ຽວກັບຊີວິດຂອງເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າບໍ່ໄດ້ສະແດງເຖິງການປ່ຽນແປງໃໝ່ ແລະ ເຈົ້າບໍ່ໄດ້ຮັບເອົາຫຍັງຢ່າງແທ້ຈິງ, ແລ້ວເຈົ້າກໍຈະບໍ່ບັນລຸຫຍັງທີ່ພິເສດໃນການຮັບໃຊ້ຂອງເຈົ້າຈັກເທື່ອ! ຫາກປາສະຈາກນິມິດ ແລະ ຄວາມຮູ້ໃໝ່ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍບໍ່ສາມາດຖືກເອົາຊະນະໄດ້. ແລ້ວວິທີການຕິດຕາມພຣະເຈົ້າຂອງເຈົ້າກໍຈະເປັນຄືກັບຄົນທີ່ທົນທຸກ ແລະ ອົດອາຫານ: ມີຄຸນຄ່າໜ້ອຍດຽວ! ມັນເປັນຍ້ອນວ່າມີຄຳພະຍານເລັກໜ້ອຍໃນສິ່ງທີ່ພວກເຂົາເຮັດແທ້ໆ, ເຮົາຈຶ່ງເວົ້າວ່າການຮັບໃຊ້ຂອງພວກເຂົາບໍ່ມີປະໂຫຍດ! ພວກເຂົາໃຊ້ຊີວິດຂອງພວກເຂົາໃນການທົນທຸກ ແລະ ນັ່ງໃນຄຸກ; ພວກເຂົາບໍ່ເຄີຍອົດທົນ, ຮັກ ແລະ ພວກເຂົາບໍ່ເຄີຍວາງໄມ້ກາງແຂນທີ່ພວກເຂົາແບກນັ້ນລົງຈັກເທື່ອ, ພວກເຂົາຖືກໂລກເຍາະເຍີ້ຍ ແລະ ປະຕິເສດ, ພວກເຂົາຜະເຊີນກັບຄວາມລຳບາກທຸກຢ່າງ ແລະ ເຖິງແມ່ນ ພວກເຂົາເຊື່ອຟັງຈົນເຖິງທີ່ສຸດ, ພວກເຂົາກໍຍັງບໍ່ຖືກເອົາຊະນະ ແລະ ບໍ່ສາມາດເປັນພະຍານເຖິງການຖືກເອົາຊະນະ. ພວກເຂົາໄດ້ທົນທຸກຢ່າງຫຼວງຫຼາຍ, ແຕ່ຂ້າງໃນແລ້ວ ພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ຄວາມຄິດເດີມຂອງພວກເຂົາ, ແນວຄິດເດີມ, ການປະຕິບັດທາງສາສະໜາ, ຄວາມຮູ້ທີ່ມະນຸດສ້າງຂຶ້ນ ແລະ ແນວຄິດຂອງມະນຸດບໍ່ໄດ້ຖືກຈັດການ. ບໍ່ມີແມ່ນແຕ່ຄວາມຮູ້ໃໝ່ຈຳນວນໜ້ອຍໜຶ່ງໃນພວກເຂົາ. ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າບໍ່ຖືກຕ້ອງ ຫຼື ທ່ຽງກົງແມ່ນແຕ່ເລັກນ້ອຍ. ພວກເຂົາເຂົ້າໃຈຄວາມປະສົງຂອງພຣະເຈົ້າຜິດ. ສິ່ງນີ້ແມ່ນຮັບໃຊ້ພຣະເຈົ້າບໍ? ບໍ່ວ່າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າເປັນແນວໃດກໍຕາມໃນອະດີດ, ຖ້າມັນເປັນເໝືອນເດີມໃນປັດຈຸບັນ ແລະ ເຈົ້າສືບຕໍ່ອີງຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າຕາມແນວຄິດ ແລະ ຄວາມຄິດຂອງເຈົ້າເອງ ໂດຍບໍ່ສົນວ່າພຣະເຈົ້າເຮັດຫຍັງກໍຕາມ, ຖ້າເຈົ້າບໍ່ມີຄວາມຮູ້ທີ່ໃໝ່ ແລະ ແທ້ຈິງກ່ຽວກັບພຣະເຈົ້າ ແລະ ຖ້າເຈົ້າລົ້ມເຫຼວທີ່ຈະຮູ້ຈັກລັກສະນະ ແລະ ອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ, ຖ້າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າຍັງຖືກນໍາພາໂດຍຄວາມຄິດທີ່ເປັນສັກດີນາ ແລະ ງົມງວາຍ ແລະ ຍັງມາຈາກຈິນຕະນາການ ແລະ ແນວຄິດຂອງມະນຸດ, ແລ້ວເຈົ້າກໍບໍ່ໄດ້ຖືກເອົາຊະນະ. ເຮົາເວົ້າພຣະທຳທັງໝົດເຫຼົ່ານີ້ຕໍ່ເຈົ້າໃນປັດຈຸບັນ ເພື່ອວ່າເຈົ້າອາດຮູ້, ເພື່ອວ່າຄວາມຮູ້ນີ້ອາດນໍາພາເຈົ້າໄປສູ່ຄວາມຮູ້ໃໝ່ກວ່າທີ່ຖືກຕ້ອງ; ເຮົາຍັງເວົ້າພຣະທຳເຫຼົ່ານີ້ເພື່ອກຳຈັດແນວຄິດເດີມ ແລະ ວິທີການຮູ້ຈັກແບບເດີມໆໃນຕົວເຈົ້າ, ເພື່ອວ່າເຈົ້າຈະມີຄວາມຮູ້ໃໝ່. ຖ້າເຈົ້າກິນ ແລະ ດື່ມພຣະທຳຂອງເຮົາແທ້ໆ, ແລ້ວຄວາມຮູ້ຂອງເຈົ້າກໍຈະປ່ຽນແປງຢ່າງຫຼວງຫຼາຍ. ຕາບໃດທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຫົວໃຈແຫ່ງການເຊື່ອຟັງ, ແລ້ວທັດສະນະຂອງເຈົ້າກໍຈະປ່ຽນເປັນກົງກັນຂ້າມ. ຕາບໃດທີ່ເຈົ້າສາມາດຍອມຮັບເອົາການຂ້ຽນຕີຊໍ້າໆ, ຄວາມຄິດເດີມຂອງເຈົ້າກໍຈະປ່ຽນແປງເທື່ອລະໜ້ອຍ. ຕາບໃດທີ່ຄວາມຄິດເດີມຂອງເຈົ້າຖືກແທນດ້ວຍຄວາມຄິດໃໝ່ທັງໝົດ, ການປະຕິບັດຂອງເຈົ້າກໍຈະປ່ຽນແປງຕາມເຊັ່ນກັນ. ໃນລັກສະນະນີ້, ການຮັບໃຊ້ຂອງເຈົ້າຈະຍິ່ງຖືກເປົ້າໄດ້ຫຼາຍຂຶ້ນເລື້ອຍໆ, ສາມາດບັນລຸຕາມຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ຖ້າເຈົ້າສາມາດປ່ຽນແປງຊີວິດຂອງເຈົ້າ, ຄວາມຮູ້ກ່ຽວກັບຊີວິດມະນຸດຂອງເຈົ້າ ແລະ ແນວຄິດຫຼາຍຢ່າງຂອງເຈົ້າກ່ຽວກັບພຣະເຈົ້າ, ແລ້ວທຳມະຊາດຂອງເຈົ້າກໍຈະຫາຍໄປເທື່ອລະໜ້ອຍ. ສິ່ງນີ້ ແລະ ສິ່ງອື່ນທີ່ຫຼາຍປະມານນີ້ແມ່ນຜົນສະທ້ອນ ເມື່ອພຣະເຈົ້າເອົາຊະນະຜູ້ຄົນ, ມັນຄືການປ່ຽນແປງທີ່ເກີດຂຶ້ນໃນຜູ້ຄົນ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ຖ້າສິ່ງທີ່ເຈົ້າຮູ້ມີແຕ່ການເອົາຊະນະຮ່າງກາຍຂອງເຈົ້າ ແລະ ການອົດກັ້ນ ແລະ ການທົນທຸກ ແລະ ເຈົ້າບໍ່ຮູ້ວ່ານັ້ນແມ່ນສິ່ງທີ່ຖືກຕ້ອງ ຫຼື ຜິດ, ແຮງໄກທີ່ຮູ້ຈັກວ່າເຮັດເພື່ອຜູ້ໃດ, ແລ້ວການປະຕິບັດດັ່ງກ່າວຈະນໍາໄປສູ່ການປ່ຽນແປງໄດ້ແນວໃດ?

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

8. ໃຫ້ເຂົ້າໃຈວ່າ ສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າບໍ່ແມ່ນເພື່ອໃຫ້ພວກເຈົ້າຂົ່ມເນື້ອໜັງຂອງເຈົ້າ ຫຼື ຢຸດສະໝອງຂອງເຈົ້າບໍ່ໃຫ້ມີຄວາມຄິດຕາມອຳເພີໃຈ. ນີ້ບໍ່ແມ່ນເປົ້າໝາຍຂອງພາລະກິດ ຫຼື ພາລະກິດທີ່ຈຳເປັນຕ້ອງຖືກປະຕິບັດໃນຕອນນີ້. ໃນປັດຈຸບັນ, ພວກເຈົ້າຕ້ອງມີຄວາມຮູ້ຈາກດ້ານບວກ ເພື່ອວ່າເຈົ້າຈະປ່ຽນແປງຕົນເອງ. ການປະຕິບັດທີ່ຈຳເປັນທີ່ສຸດກໍຄືໃຫ້ພວກເຈົ້າປະກອບຕົນເອງດ້ວຍພຣະທຳຂອງພຣະເຈົ້າ, ໝາຍເຖິງປະກອບຕົນເອງຢ່າງຄົບຖ້ວນດ້ວຍຄວາມຈິງ ແລະ ນິມິດທີ່ຢູ່ຕໍ່ໜ້າພວກເຈົ້າໃນຕອນນີ້ ແລະ ຫຼັງຈາກນັ້ນ ກໍອອກໄປ ແລະ ນໍາສິ່ງເຫຼົ່ານັ້ນເຂົ້າສູ່ການປະຕິບັດ. ນີ້ແມ່ນຄວາມຮັບຜິດຊອບຂອງພວກເຈົ້າ. ເຮົາບໍ່ໄດ້ຂໍໃຫ້ພວກເຈົ້າສະແຫວງຫາ ແລະ ຮັບເອົາແສງສະຫວ່າງທີ່ຍິ່ງໃຫຍ່ຂຶ້ນ. ໃນປັດຈຸບັນ, ພວກເຈົ້າບໍ່ມີວຸດທິພາວະສຳລັບສິ່ງນັ້ນແທ້ໆ. ສິ່ງທີ່ຖືກຮຽກຮ້ອງຈາກພວກເຈົ້າກໍຄືໃຫ້ເຮັດທຸກສິ່ງທີ່ພວກເຈົ້າສາມາດເຮັດໄດ້ເພື່ອກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ພວກເຈົ້າຕ້ອງເຂົ້າໃຈພາລະກິດຂອງພຣະເຈົ້າ ແລະ ຮູ້ຈັກທຳມະຊາດຂອງພວກເຈົ້າ, ທາດແທ້ຂອງພວກເຈົ້າ ແລະ ຊີວິດເກົ່າຂອງພວກເຈົ້າ. ໂດຍສະເພາະແລ້ວ ເຈົ້າຈຳເປັນຕ້ອງຮູ້ຈັກການປະຕິບັດເຫຼົ່ານັ້ນທີ່ຜິດພາດໃນອະດີດ ແລະ ການກະທຳເຫຼົ່ານັ້ນຂອງມະນຸດທີ່ເຈົ້າມີສ່ວນຮ່ວມ. ເພື່ອທີ່ຈະປ່ຽນແປງໄດ້, ເຈົ້າຕ້ອງເລີ່ມຕົ້ນດ້ວຍການປ່ຽນແປງຄວາມຄິດຂອງເຈົ້າ. ກ່ອນອື່ນ ໃຫ້ແທນຄວາມຄິດເດີມຂອງພວກເຈົ້າດ້ວຍຄວາມຄິດໃໝ່ ແລະ ໃຫ້ຄວາມຄິດໃໝ່ຂອງພວກເຈົ້າປົກຄອງຄຳເວົ້າ ແລະ ການກະທຳຂອງພວກເຈົ້າ ແລະ ຊີວິດຂອງພວກເຈົ້າ. ນີ້ແມ່ນສິ່ງທີ່ຖືກຮຽກຮ້ອງຈາກພວກເຈົ້າແຕ່ລະຄົນໃນປັດຈຸບັນ. ຢ່າປະຕິບັດຢ່າງຕາບອດ ຫຼື ຕິດຕາມຢ່າງຕາບອດ. ເຈົ້າຄວນມີຫຼັກເກນ ແລະ ເປົ້າໝາຍ. ຢ່າຫຼອກລວງຕົນເອງ. ພວກເຈົ້າຄວນຮູ້ວ່າຄວາມເຊື່ອຂອງພວກເຈົ້າໃນພຣະເຈົ້າແມ່ນເພື່ອຫຍັງແທ້ໆ, ແມ່ນຫຍັງທີ່ຈະໄດ້ຮັບຈາກມັນ ແລະ ພວກເຈົ້າຄວນເຂົ້າສູ່ຫຍັງໃນຕອນນີ້. ມັນຈຳເປັນທີ່ສຸດທີ່ພວກເຈົ້າຈະຮູ້ຈັກທຸກສິ່ງນີ້.

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

9. ຫຼັງຈາກທີ່ພຣະເຈົ້າປະຕິບັດສອງຂັ້ນຕອນຂອງພາລະກິດໃນອິດສະຣາເອນ, ຊາວອິດສະຣາເອນ ແລະ ຊາວຕ່າງຊາດທຸກຄົນຈຶ່ງມາມີແນວຄິດແບບດຽວກັນວ່າ ໃນຂະນະທີ່ມັນເປັນຄວາມຈິງທີ່ພຣະເຈົ້າໄດ້ສ້າງສິ່ງທັງປວງ, ພຣະອົງພຽງແຕ່ເຕັມໃຈເປັນພຣະເຈົ້າຂອງຊາວອິດສະຣາເອນ, ບໍ່ແມ່ນພຣະເຈົ້າຂອງຊາວຕ່າງຊາດ. ຊາວອິດສະຣາເອນເຊື່ອສິ່ງດັ່ງຕໍ່ໄປນີ້: ພຣະເຈົ້າພຽງແຕ່ສາມາດເປັນພຣະເຈົ້າຂອງພວກເຮົາ, ບໍ່ແມ່ນພຣະເຈົ້າຂອງພວກເຈົ້າທີ່ເປັນຊາວຕ່າງຊາດ ແລະ ຍ້ອນພວກເຈົ້າບໍ່ເຄົາລົບບູຊາພຣະເຢໂຮວາ, ສະນັ້ນ ພຣະເຢໂຮວາທີ່ເປັນພຣະເຈົ້າຂອງພວກເຮົາຈຶ່ງກຽດຊັງພວກເຈົ້າ. ຄົນຢິວເຫຼົ່ານັ້ນຍັງເຊື່ອສິ່ງດັ່ງຕໍ່ໄປນີ້: ພຣະເຢຊູເຈົ້າຮັບເອົາລັກສະນະຂອງພວກເຂົາທີ່ເປັນຄົນຢິວ ແລະ ເປັນພຣະເຈົ້າທີ່ມີເຄື່ອງໝາຍຂອງຄົນຢິວ. ພຣະເຈົ້າປະຕິບັດພາລະກິດທ່າມກາງພວກເຮົາ. ລັກສະນະຂອງພຣະເຈົ້າ ແລະ ລັກສະນະຂອງພວກເຮົາກໍຄ້າຍຄືກັນ; ລັກສະນະຂອງພວກເຮົາໃກ້ຄຽງກັບຂອງພຣະເຈົ້າ. ພຣະເຢຊູເຈົ້າເປັນກະສັດຂອງພວກເຮົາ ຊາວຢິວ; ຊາວຕ່າງຊາດບໍ່ມີຄຸນສົມບັດທີ່ຈະຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ແບບນັ້ນ. ພຣະເຢຊູເຈົ້າເປັນເຄື່ອງບູຊາແທນຄວາມຜິດບາບສຳລັບພວກເຮົາ ຊາວຢິວ. ມັນຢູ່ບົນພື້ນຖານຂອງສອງຂັ້ນຕອນເຫຼົ່ານັ້ນຂອງພາລະກິດເທົ່ານັ້ນ, ຊາວອິດສະຣາເອນ ແລະ ຄົນຢິວຈຶ່ງກໍ່ຕັ້ງແນວຄິດເຫຼົ່ານີ້ທັງໝົດ. ພວກເຂົາອ້າງສິດພຣະເຈົ້າສຳລັບພວກເຂົາເອງ, ບໍ່ໃຫ້ພຣະເຈົ້າເປັນພຣະເຈົ້າຊາວຕ່າງຊາດເຊັ່ນກັນ. ໃນລັກສະນະນີ້, ພຣະເຈົ້າຈຶ່ງກາຍເປັນຊ່ອງວ່າງໃນຫົວໃຈຂອງຊາວຕ່າງຊາດ. ນີ້ກໍຍ້ອນທຸກຄົນມາເຊື່ອວ່າ ພຣະເຈົ້າບໍ່ຕ້ອງການເປັນພຣະເຈົ້າຂອງຊາວຕ່າງຊາດ ແລະ ພຣະອົງພຽງແຕ່ມັກຊາວອິດສະຣາເອນ, ຜູ້ຄົນທີ່ຖືກເລືອກຂອງພຣະອົງ ແລະ ຄົນຢິວ, ໂດຍສະເພາະແມ່ນສາວົກທີ່ຕິດຕາມພຣະອົງ. ເຈົ້າຮູ້ບໍວ່າພາລະກິດທີ່ພຣະເຢໂຮວາ ແລະ ພຣະເຢຊູປະຕິບັດແມ່ນເພື່ອຄວາມຢູ່ລອດຂອງມະນຸດຊາດທັງປວງ? ບັດນີ້ ເຈົ້າຮັບຮູ້ບໍວ່າພຣະເຈົ້າເປັນພຣະເຈົ້າຂອງພວກເຈົ້າທຸກຄົນທີ່ເກີດນອກອິດສະຣາເອນ? ໃນປັດຈຸບັນ ພຣະເຈົ້າບໍ່ໄດ້ຢູ່ໃນທີ່ນີ້ທ່າມກາງພວກເຈົ້າບໍ? ສິ່ງນີ້ບໍ່ສາມາດເປັນຄວາມຝັນໄດ້ ແມ່ນບໍ? ພວກເຈົ້າຍອມຮັບເອົາຄວາມເປັນຈິງນີ້ບໍ? ພວກເຈົ້າກ້າທີ່ຈະບໍ່ເຊື່ອ ຫຼື ຄິດກ່ຽວກັບສິ່ງນັ້ນ. ບໍ່ວ່າພວກເຈົ້າຈະເຫັນແນວໃດກໍຕາມ, ພຣະເຈົ້າບໍ່ໄດ້ຢູ່ໃນທີ່ນີ້ທ່າມກາງພວກເຈົ້າບໍ? ພວກເຈົ້າຍັງຢ້ານທີ່ຈະເຊື່ອໃນພຣະທຳເຫຼົ່ານີ້ບໍ? ຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ທຸກຄົນ ທີ່ຖືກເອົາຊະນະ ແລະ ທຸກຄົນທີ່ປາຖະໜາເປັນຜູ້ຕິດຕາມຂອງພຣະເຈົ້າບໍ່ແມ່ນຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າບໍ? ພວກເຈົ້າທຸກຄົນທີ່ເປັນຜູ້ຕິດຕາມໃນມື້ນີ້ບໍ່ແມ່ນຜູ້ຄົນຖືກເລືອກທີ່ຢູ່ນອກອິດສະຣາເອນບໍ? ສະຖານະຂອງພວກເຈົ້າບໍ່ຄືກັບຂອງຊາວອິດສະຣາເອນບໍ? ທຸກສິ່ງນີ້ບໍ່ແມ່ນສິ່ງທີ່ພວກເຈົ້າຄວນຮູ້ຈັກບໍ? ນີ້ບໍ່ແມ່ນເປົ້າໝາຍຂອງພາລະກິດແຫ່ງການເອົາຊະນະພວກເຈົ້າບໍ? ຍ້ອນພວກເຈົ້າສາມາດເຫັນພຣະເຈົ້າ, ພຣະອົງຈະເປັນພຣະເຈົ້າຂອງພວກເຈົ້າຕະຫຼອດໄປ, ນັບຕັ້ງແຕ່ການເລີ່ມຕົ້ນ ແລະ ສູ່ອະນາຄົດ. ພຣະອົງຈະບໍ່ປະຖິ້ມພວກເຈົ້າ ຕາບໃດທີ່ພວກເຈົ້າທຸກຄົນເຕັມໃຈທີ່ຈະຕິດຕາມພຣະອົງ ແລະ ເປັນສິ່ງຖືກສ້າງທີ່ຊື່ສັດ ແລະ ເຊື່ອຟັງຂອງພຣະອົງ.

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

10. ການຖືກເຮັດໃຫ້ສົມບູນແມ່ນມີຄວາມໝາຍແນວໃດ? ການຖືກເອົາຊະນະແມ່ນມີຄວາມໝາຍແນວໃດ? ຄົນເຮົາຕ້ອງມີມາດຕະຖານແນວໃດເພື່ອຖືກເອົາຊະນະ? ຄົນເຮົາຕ້ອງມີມາດຕະຖານແນວໃດເພື່ອຖືກເຮັດໃຫ້ສົມບູນ? ການເອົາຊະນະ ແລະ ການເຮັດໃຫ້ສົມບູນ ທັງສອງແມ່ນເພື່ອຈຸດປະສົງຂອງການປັ້ນມະນຸດໃຫ້ສົມບູນ ເພື່ອວ່າ ເຂົາຈະສາມາດກັບຄືນໄປສູ່ສະພາບດັ່ງເດີມຂອງເຂົາ ແລະ ເປັນອິດສະຫຼະຈາກອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງເຂົາ ແລະ ຈາກອໍານາດຂອງຊາຕານ. ການເອົາຊະນະແມ່ນມາກ່ອນຂະບວນການຂອງການປັ້ນມະນຸດ ເຊິ່ງໝາຍຄວາມວ່າ ມັນແມ່ນຂັ້ນຕອນທໍາອິດຂອງພາລະກິດ. ການເຮັດໃຫ້ສົມບູນແມ່ນຂັ້ນຕອນທີສອງ ຫຼື ພາລະກິດພາກສະຫຼຸບ. ມະນຸດທຸກຄົນແມ່ນຕ້ອງໄດ້ຜ່ານການຖືກເອົາຊະນະ; ບໍ່ສະນັ້ນ ເຂົາຈະບໍ່ສາມາດຮູ້ຈັກພຣະເຈົ້າ ແລະ ຈະບໍ່ຮູ້ວ່າ ມີພຣະເຈົ້າ ນັ້ນກໍຄື ເຂົາຈະບໍ່ສາມາດຮັບຮູ້ພຣະເຈົ້າ. ຖ້າບຸກຄົນໜຶ່ງບໍ່ຮັບຮູ້ພຣະເຈົ້າ ມັນກໍຈະເປັນໄປບໍ່ໄດ້ທີ່ເຂົາຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໄດ້ ເພາະວ່າ ເຂົາຈະບໍ່ບັນລຸເງື່ອນໄຂສໍາລັບການເຮັດໃຫ້ສົມບູນນີ້. ຖ້າເຈົ້າບໍ່ຮັບຮູ້ພຣະເຈົ້າ ແລ້ວເຈົ້າຈະສາມາດຮູ້ຈັກພຣະອົງໄດ້ແນວໃດ? ເຈົ້າຈະສະແຫວງຫາພຣະອົງໄດ້ແນວໃດ? ເຈົ້າຍັງຈະບໍ່ສາມາດເປັນພະຍານໃຫ້ກັບພຣະອົງ ແລ້ວແຮງໄກທີ່ຈະມີຄວາມເຊື່ອເພື່ອເຮັດໃຫ້ພຣະອົງພໍໃຈ. ສະນັ້ນ, ສໍາລັບໃຜກໍຕາມ ທີ່ຕ້ອງຖືກເຮັດໃຫ້ສົມບູນ, ຂັ້ນຕອນທໍາອິດແມ່ນຕ້ອງຜ່ານພາລະກິດຂອງການເອົາຊະນະ. ນີ້ແມ່ນເງື່ອນໄຂທໍາອິດ. ບໍ່ວ່າຈະເປັນການເອົາຊະນະ ຫຼື ການເຮັດໃຫ້ສົມບູນ, ແຕ່ລະຢ່າງແມ່ນເພື່ອເປົ້າໝາຍໃນການປັ້ນມະນຸດ ແລະ ເພື່ອປ່ຽນແປງເຂົາ ແລະ ແຕ່ລະຢ່າງແມ່ນຢູ່ໃນພາລະກິດຂອງການຄຸ້ມຄອງມະນຸດ. ຂັ້ນຕອນທັງສອງເຫຼົ່ານີ້ ແມ່ນສິ່ງທີ່ຈໍາເປັນ ໃນການປ່ຽນບາງຄົນໃຫ້ເປັນຄົນທີ່ສົມບູນ; ບໍ່ສາມາດຂ້າມຂັ້ນຕອນໃດໜຶ່ງໄດ້. ມັນແມ່ນຄວາມຈິງທີ່ວ່າ “ການຖືກເອົາຊະນະ” ແມ່ນຟັງເບິ່ງຄືວ່າ ບໍ່ງາມປານໃດ ແຕ່ທີ່ຈິງແລ້ວ ຂັ້ນຕອນໃນການເອົາຊະນະຜູ້ຄົນ ແມ່ນຂັ້ນຕອນໃນການປ່ຽນແປງພວກເຂົາ. ຫຼັງຈາກຖືກເອົາຊະນະ, ເຈົ້າອາດຈະບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມຂອງເຈົ້າໃຫ້ຫຼຸດພົ້ນຢ່າງສົມບູນ ແຕ່ເຈົ້າຈະເຂົ້າໃຈກ່ຽວກັບມັນ. ຜ່ານພາລະກິດຂອງການເອົາຊະນະ ເຈົ້າຈະຮູ້ຈັກຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງເຈົ້າ ແລະ ຍັງຈະຮູ້ຈັກຄວາມບໍ່ເຊື່ອຟັງຂອງເຈົ້າອີກດ້ວຍ. ເຖິງແມ່ນວ່າ ເຈົ້າຈະບໍ່ສາມາດກໍາຈັດ ຫຼື ປ່ຽນແປງພວກມັນພາຍໃນໄລຍະເວລາສັ້ນໆຂອງພາລະກິດແຫ່ງການເອົາຊະນະ ແຕ່ເຈົ້າກໍຈະຮູ້ຈັກພວກມັນເປັນຢ່າງດີ. ສິ່ງນີ້ຈະປູພື້ນຖານໃນການເຂົ້າສູ່ຄວາມສົມບູນຂອງເຈົ້າ. ສະນັ້ນ ການເອົາຊະນະ ແລະ ການເຮັດໃຫ້ສົມບູນ ທັງສອງແມ່ນຖືກເຮັດ ເພື່ອປ່ຽນແປງມະນຸດ, ທັງສອງຖືກເຮັດເພື່ອກໍາຈັດອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງມະນຸດ ເພື່ອເຂົາຈະສາມາດຖວາຍຕົວເອງໃຫ້ກັບພຣະເຈົ້າຢ່າງສົມບູນ. ການຖືກເອົາຊະນະເປັນພຽງແຕ່ຂັ້ນຕອນທໍາອິດໃນການປ່ຽນແປງອຸປະນິໄສຂອງມະນຸດ ແລະ ຍັງເປັນຂັ້ນຕອນທໍາອິດທີ່ມະນຸດມອບຕົວເອງໃຫ້ແກ່ພຣະເຈົ້າຢ່າງສົມບູນ ເຊິ່ງເປັນຂັ້ນຕອນທີ່ຕໍ່າກວ່າການຖືກເຮັດໃຫ້ສົມບູນ. ອຸປະນິໄສ-ຊີວິດຂອງຄົນທີ່ຖືກເອົາຊະນະແມ່ນປ່ຽນແປງໜ້ອຍກວ່າບຸກຄົນທີ່ຖືກເຮັດໃຫ້ສົມບູນຫຼາຍ. ການຖືກເອົາຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນແຕ່ກຕ່າງກັນໃນດ້ານຄວາມຄິດ ເພາະວ່າ ສິ່ງເຫຼົ່ານັ້ນແມ່ນຢູ່ໃນໄລຍະຂອງພາລະກິດທີ່ແຕກຕ່າງກັນ ແລະ ເພາະວ່າ ສິ່ງເຫຼົ່ານັ້ນກໍານົດໃຫ້ຜູ້ຄົນມີມາດຕະຖານທີ່ແຕກຕ່າງກັນ ໂດຍທີ່ການເອົາຊະນະແມ່ນກໍານົດໃຫ້ພວກເຂົາມີມາດຕະຖານທີ່ຕໍ່າກວ່າ ແລະ ຄວາມສົມບູນແມ່ນກໍານົດໃຫ້ພວກເຂົາມີມາດຕະຖານທີ່ສູງກວ່າ. ຜູ້ທີ່ສົມບູນແມ່ນຜູ້ຄົນທີ່ຊອບທໍາ, ແມ່ນຜູ້ຄົນທີ່ຖືກເຮັດໃຫ້ບໍລິສຸດ ແລະ ສະອາດ; ພວກເຂົາແມ່ນແກ້ວພະລຶກແຫ່ງພາລະກິດຂອງການຄຸ້ມຄອງມວນມະນຸດ ຫຼື ຜົນໄດ້ຮັບສຸດທ້າຍ. ເຖິງແມ່ນວ່າ ພວກເຂົາບໍ່ແມ່ນມະນຸດທີ່ສົມບູນ ແຕ່ພວກເຂົາກໍແມ່ນຜູ້ຄົນທີ່ສະແຫວງຫາການດໍາລົງຊີວິດທີ່ມີຄວາມໝາຍ. ແຕ່ຜູ້ທີ່ຖືກເອົາຊະນະມີແຕ່ຮັບຮູ້ດ້ວຍຄໍາເວົ້າເທົ່ານັ້ນວ່າ ພຣະເຈົ້າມີຢູ່ຈິງ; ພວກເຂົາຮັບຮູ້ວ່າ ພຣະເຈົ້າໄດ້ນໍາຕົວພຣະອົງເອງມາບັງເກີດເປັນມະນຸດ, ວ່າພຣະທໍາປາກົດໃນຮ່າງກາຍ ແລະ ພຣະເຈົ້າໄດ້ສະເດັດມາເທິງແຜ່ນດິນໂລກ ເພື່ອປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຕີສອນ. ພວກເຂົາຍັງຮັບຮູ້ວ່າ ການພິພາກສາ ແລະ ການຕີສອນຂອງພຣະເຈົ້າ ແລະ ການຂ້ຽນຕີ ແລະ ການເຮັດໃຫ້ບໍລິສຸດຂອງພຣະອົງ ແມ່ນລ້ວນແລ້ວແຕ່ເປັນປະໂຫຍດໃຫ້ແກ່ມະນຸດ. ນັ້ນກໍຄື ພວກເຂົາພວມເລີ່ມມີຄວາມຄ້າຍຄືມະນຸດ ແລະ ພວກເຂົາມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຊີວິດ ແຕ່ກໍຍັງບໍ່ຊັດເຈນກ່ຽວກັບຊີວິດນັ້ນ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຫາກໍເລີ່ມມີຄວາມເປັນມະນຸດ. ສິ່ງເຫຼົ່ານີ້ແມ່ນຜົນຂອງການຖືກເອົາຊະນະ. ເມື່ອຜູ້ຄົນກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມສົມບູນ ອຸປະນິໄສເກົ່າຂອງພວກເຂົາກໍສາມາດປ່ຽນແປງໄດ້. ນອກຈາກນັ້ນ, ຊີວິດຂອງພວກເຂົາຍັງເຕີບໃຫຍ່ຂຶ້ນເລື້ອຍໆ ແລະ ພວກເຂົາກໍຈະໄດ້ເຂົ້າສູ່ຄວາມຈິງຢ່າງເລິກເຊິ່ງເທື່ອລະໜ້ອຍ. ພວກເຂົາສາມາດກຽດຊັງໂລກນີ້ ແລະ ກຽດຊັງທຸກຄົນທີ່ບໍ່ສະແຫວງຫາຄວາມຈິງ. ໂດຍສະເພາະແມ່ນພວກເຂົາກຽດຊັງຕົວເອງ ແຕ່ຍິ່ງໄປກວ່ານັ້ນ ພວກເຂົາແມ່ນຮູ້ຈັກຕົວເອງຢ່າງຊັດເຈນ. ພວກເຂົາເຕັມໃຈດໍາລົງຊີວິດໃນຄວາມຈິງ ແລະ ພວກເຂົາເຮັດໃຫ້ການສະແຫວງຫາຄວາມຈິງເປັນເປົ້າໝາຍຂອງພວກເຂົາ. ພວກເຂົາບໍ່ເຕັມໃຈດໍາລົງຊີວິດພາຍໃນຄວາມຄິດ ທີ່ສ້າງຂຶ້ນຈາກສະໝອງຂອງພວກເຂົາ ແລະ ພວກເຂົາຮູ້ສຶກກຽດຊັງຄວາມຄິດທີ່ວ່າຕົວເອງຖືກຕ້ອງ, ຄວາມຖືຕົວ ແລະ ຄວາມໂອ້ອວດຂອງມະນຸດ. ພວກເຂົາເວົ້າອອກມາຈາກຄວາມຮູ້ສຶກທີ່ຖືກຕ້ອງຢ່າງແຮງກ້າ, ຈັດການກັບສິ່ງຕ່າງໆດ້ວຍການຍັ່ງຮູ້ ແລະ ສະຕິປັນຍາ ແລະ ຈົງຮັກພັກດີ ແລະ ເຊື່ອຟັງພຣະເຈົ້າ. ຖ້າພວກເຂົາປະສົບກັບການຕີສອນ ແລະ ການພິພາກສາແບບກະທັນຫັນ ພວກເຂົາຈະບໍ່ພຽງແຕ່ບໍ່ຢູ່ຊື່ໆ ຫຼື ອ່ອນແອເທົ່ານັ້ນ ແຕ່ພວກເຂົາຈະຮູ້ບຸນຄຸນສໍາລັບການຕີສອນ ແລະ ການພິພາກສາຈາກພຣະເຈົ້າ. ພວກເຂົາເຊື່ອວ່າ ພວກເຂົາບໍ່ສາມາດເຮັດໂດຍທີ່ບໍ່ມີການຕີສອນ ແລະ ການພິພາກສາຂອງພຣະເຈົ້າ; ພວກເຂົາສາມາດໄດ້ຮັບການປົກປ້ອງຈາກພຣະອົງຜ່ານສິ່ງນີ້. ພວກເຂົາບໍ່ສະແຫວງຫາຄວາມເຊື່ອແຫ່ງຄວາມສະຫງົບສຸກ ແລະ ສະແຫວງຫາເຂົ້າຈີ່ເພື່ອເຮັດໃຫ້ເຊົາຫິວ. ພວກເຂົາບໍ່ໄປຕາມຄວາມສຸກຂອງເນື້ອໜັງແບບຊົ່ວຄາວ. ນີ້ແມ່ນສິ່ງທີ່ຄົນສົມບູນມີ.

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

11. ພາລະກິດແຫ່ງການເອົາຊະນະທີ່ຖືກເຮັດໃນຕົວພວກເຈົ້າທຸກຄົນແມ່ນສິ່ງທີ່ສໍາຄັນທີ່ສຸດ. ໃນດ້ານໜຶ່ງ, ຈຸດປະສົງຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ກຸ່ມຄົນມີຄວາມສົມບູນ ນັ້ນກໍຄືເພື່ອເຮັດໃຫ່ພວກເຂົາສົມບູນ ເປັນກຸ່ມທີ່ຖືກເອົາຊະນະ, ເປັນກຸ່ມຄົນທໍາອິດທີ່ຖືກເຮັດໃຫ້ສົມບູນ ເຊິ່ງໝາຍເຖິງເປັນໝາກຜົນທໍາອິດ. ສ່ວນອີກດ້ານໜຶ່ງ, ແມ່ນເພື່ອໃຫ້ສິ່ງຊົງສ້າງມີຄວາມສຸກກັບຄວາມຮັກຂອງພຣະເຈົ້າ, ໄດ້ຮັບຄວາມລອດພົ້ນທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າຢ່າງສົມບູນ ເພື່ອໃຫ້ມະນຸດບໍ່ພຽງແຕ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມເມດຕາເທົ່ານັ້ນ ແຕ່ທີ່ສໍາຄັນກວ່ານັ້ນ ແມ່ນເພື່ອການຕີສອນ ແລະ ການພິພາກສາ. ຈາກການຊົງສ້າງໂລກຈົນຮອດປັດຈຸບັນ, ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາໃນພາລະກິດຂອງພຣະອົງແມ່ນເພື່ອຄວາມຮັກ ໂດຍບໍ່ມີຄວາມກຽດຊັງແກ່ມະນຸດ. ແມ່ນແຕ່ການຕີສອນ ແລະ ການພິພາກສາທີ່ເຈົ້າໄດ້ເຫັນກໍຍັງແມ່ນຄວາມຮັກ ນັ້ນກໍຄືຄວາມຮັກທີ່ຖືກຕ້ອງທີ່ສຸດ ແລະ ແທ້ຈິງທີ່ສຸດ; ຄວາມຮັກນີ້ຈະນໍາພາຜູ້ຄົນເຂົ້າສູ່ເສັ້ນທາງແຫ່ງຊີວິດມະນຸດທີ່ຖືກຕ້ອງ. ໃນດ້ານທີສາມ, ແມ່ນເພື່ອການເປັນພະຍານຕໍ່ໜ້າຊາຕານ. ໃນດ້ານທີສີ່, ແມ່ນເພື່ອວາງຮາກຖານ ສໍາລັບການເຜີຍແຜ່ພາລະກິດແຫ່ງຂ່າວປະເສີດໃນອະນາຄົດ. ພາລະກິດທັງໝົດທີ່ພຣະອົງໄດ້ກະທໍາ ແມ່ນເພື່ອນໍາພາຜູ້ຄົນໄປສູ່ເສັ້ນທາງແຫ່ງຊີວິດມະນຸດທີ່ຖືກຕ້ອງ ເພື່ອວ່າ ພວກເຂົາຈະສາມາດມີຊີວິດມະນຸດທີ່ປົກກະຕິ ເພາະວ່າ ມະນຸດບໍ່ຮູ້ວິທີດໍາລົງຊີວິດ. ຖ້າບໍ່ມີການນໍາພາດັ່ງກ່າວ, ເຈົ້າຈະສາມາດດໍາລົງຊີວິດຢູ່ກັບຄວາມວ່າງເປົ່າເທົ່ານັ້ນ, ຈະສາມາດດໍາລົງຊີວິດທີ່ບໍ່ມີຄຸນຄ່າ ແລະ ບໍ່ມີຄວາມໝາຍເທົ່ານັ້ນ ແລະ ຈະບໍ່ຮູ້ຈັກວິທີເປັນຄົນທໍາມະດາເລີຍ. ນີ້ແມ່ນຄວາມສໍາຄັນທີ່ເລິກເຊິ່ງຂອງພາລະກິດແຫ່ງການເອົາຊະນະ.

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

12. ພວກເຈົ້າທຸກຄົນແມ່ນລູກຫຼານຂອງໂມອາບ. ການເຮັດພາລະກິດແຫ່ງການເອົາຊະນະໃນຕົວພວກເຈົ້າ ແມ່ນການຊ່ວຍໃຫ້ພວກເຈົ້າລອດພົ້ນທີ່ຍິ່ງໃຫຍ່. ພວກເຈົ້າທຸກຄົນດໍາລົງຊີວິດຢູ່ໃນສະຖານທີ່ແຫ່ງຄວາມບາບ ແລະ ຄວາມຜິດສິນທໍາ; ພວກເຈົ້າທຸກຄົນແມ່ນຄົນທີ່ຜິດສິນທໍາ ແລະ ເປັນຄົນບາບ. ໃນປັດຈຸບັນ ພວກເຈົ້າບໍ່ພຽງແຕ່ຈະໄດ້ເຫັນພຣະເຈົ້າ ແຕ່ສໍາຄັນໄປກວ່ານັ້ນ ພວກເຈົ້າໄດ້ຮັບການຕີສອນ ແລະ ການພິພາກສາ, ໄດ້ຮັບຄວາມລອດພົ້ນຢ່າງເລິກເຊິ່ງ ນັ້ນກໍຄື ໄດ້ຮັບຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ສິ່ງດຽວທີ່ພຣະອົງກະທໍາແມ່ນຮັກເຈົ້າຢ່າງແທ້ຈິງ; ພຣະອົງບໍ່ໄດ້ມີເຈດຕະນາຮ້າຍ. ພຣະອົງພິພາກສາພວກເຈົ້າຍ້ອນບາບຂອງພວກເຈົ້າ ເພື່ອວ່າ ພວກເຈົ້າຈະກວດສອບຕົວເອງ ແລະ ໄດ້ຮັບຄວາມລອດພົ້ນທີ່ຍິ່ງໃຫຍ່. ທັງໝົດນີ້ກໍເພື່ອປັ້ນມະນຸດໃຫ້ສົມບູນ. ຕັ້ງແຕ່ຕົ້ນຈົນຈົບ, ພຣະເຈົ້າໄດ້ກະທໍາຢ່າງສຸດຄວາມສາມາດ ເພື່ອຊ່ວຍໃຫ້ມະນຸດລອດພົ້ນ ແລະ ແນ່ນອນ ພຣະອົງແມ່ນບໍ່ເຕັມໃຈທີ່ຈະທໍາລາຍມະນຸດ ທີ່ພຣະອົງຊົງສ້າງຂຶ້ນດ້ວຍມືຂອງພຣະອົງເອງຢ່າງສິ້ນເຊີງ. ຕອນນີ້ ພຣະອົງໄດ້ສະເດັດມາຢູ່ທ່າມກາງພວກເຈົ້າ ເພື່ອປະຕິບັດພາລະກິດ; ນີ້ຍິ່ງບໍ່ແມ່ນຄວາມລອດພົ້ນຫຼາຍກວ່າເກົ່າບໍ? ຖ້າພຣະອົງກຽດຊັງພວກເຈົ້າ ແລ້ວພຣະອົງຍັງຈະປະຕິບັດພາລະກິດທີ່ສໍາຄັນດ້ວຍຕົວພຣະອົງເອງ ເພື່ອນໍາພາພວກເຈົ້າບໍ? ເປັນຫຍັງພຣະອົງຈິ່ງຕ້ອງທົນທຸກ? ພຣະເຈົ້າບໍ່ໄດ້ກຽດຊັງພວກເຈົ້າ ຫຼື ມີເຈດຕະນາຮ້າຍຕໍ່ພວກເຈົ້າ. ພວກເຈົ້າຄວນຮູ້ວ່າ ຄວາມຮັກຂອງພຣະເຈົ້າ ແມ່ນຄວາມຮັກທີ່ແທ້ຈິງທີ່ສຸດ. ມັນເປັນຍ້ອນຄວາມບໍ່ເຊື່ອຟັງຂອງຜູ້ຄົນ ພຣະອົງຈິ່ງຕ້ອງໄດ້ຊ່ວຍພວກເຂົາໃຫ້ລອດພົ້ນຜ່ານການພິພາກສາ; ບໍ່ສະນັ້ນ, ພວກເຂົາຈະບໍ່ຖືກຊ່ວຍໃຫ້ພົ້ນ. ເນື່ອງຈາກພວກເຈົ້າບໍ່ຮູ້ຈັກວິທີດໍາລົງຊີວິດ ຫຼື ວິທີມີຊີວິດ ແລະ ພວກເຈົ້າດໍາລົງຊີວິດຢູ່ບ່ອນທີ່ຜິດສິນທໍາ ແລະ ເປັນບາບ ແລະ ເປັນຜີຮ້າຍທີ່ຊົ່ວຊ້າ ແລະ ສົກກະປົກ, ພຣະອົງຈິ່ງບໍ່ມີໃຈທີ່ຈະປ່ອຍໃຫ້ພວກເຈົ້າເສື່ອມຊາມລົງກວ່າເກົ່າ; ພຣະອົງບໍ່ມີໃຈທີ່ຈະເຫັນພວກເຈົ້າດໍາລົງຊີວິດໃນສະຖານທີ່ສົກກະປົກແບບນີ້, ຖືກຊາຕານຢຽບຍໍ່າຢ່າງຕາມໃຈ ຫຼື ມີໃຈທີ່ຈະປ່ອຍໃຫ້ພວກເຈົ້າຕົກລົງສູ່ແດນມໍລະນາ. ພຣະອົງພຽງແຕ່ຕ້ອງການຮັບເອົາກຸ່ມພວກເຈົ້າເທົ່ານັ້ນ ແລະ ຊ່ວຍພວກເຈົ້າໃຫ້ພົ້ນຢ່າງສົມບູນ. ນີ້ແມ່ນຈຸດປະສົງຫຼັກຂອງການປະຕິບັດພາລະກິດແຫ່ງການເອົາຊະນະໃນຕົວພວກເຈົ້າ. ນັ້ນກໍຄື ເພື່ອຄວາມລອດພົ້ນ.

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

13. ເຖິງແມ່ນວ່າ ການຕີສອນ ແລະ ການພິພາກສາ ແມ່ນການເຮັດໃຫ້ມະນຸດບໍລິສຸດ ແລະ ການເປີດເຜີຍມະນຸດຢ່າງບໍ່ມີຄວາມປານີ, ມີຈຸດປະສົງທີ່ຈະລົງໂທດຄວາມຜິດບາບຂອງເຂົາ ແລະ ລົງໂທດເນື້ອໜັງຂອງເຂົາ ແຕ່ບໍ່ມີພາລະກິດໃດ ທີ່ມີເຈດຕະນາປະນາມ ແລະ ທໍາລາຍເນື້ອໜັງຂອງເຂົາ. ການເປີດເຜີຍຢ່າງໂຫດຮ້າຍຂອງພຣະທໍາ ແມ່ນພຽງເພື່ອຈຸດປະສົງໃນການນໍາພາເຈົ້າເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພວກເຈົ້າໄດ້ປະສົບກັບພາລະກິດນີ້ດ້ວຍຕົວເອງຢ່າງຫຼວງຫຼາຍ ແລະ ເຫັນໄດ້ຊັດເຈນ ມັນບໍ່ໄດ້ນໍາພາພວກເຈົ້າເຂົ້າສູ່ເສັ້ນທາງທີ່ຊົ່ວຮ້າຍ! ທັງໝົດນີ້ແມ່ນເພື່ອເຮັດໃຫ້ເຈົ້າສາມາດດໍາລົງຢູ່ດ້ວຍຄວາມເປັນມະນຸດທີ່ປົກກະຕິ; ທັງໝົດນີ້ແມ່ນສິ່ງທີ່ຄວາມເປັນມະນຸດປົກກະຕິຂອງເຈົ້າສາມາດບັນລຸໄດ້. ທຸກຂັ້ນຕອນຂອງພາລະກິດ ແມ່ນຖືກປະຕິບັດໂດຍອີງໃສ່ຄວາມຕ້ອງການຂອງເຈົ້າ, ຕາມຄວາມບົກພ່ອງຂອງເຈົ້າ ແລະ ຕາມວຸດທິພາວະແທ້ຈິງຂອງເຈົ້າ ແລະ ບໍ່ແມ່ນການມອບພາລະທີ່ບໍ່ສາມາດແບກຫາບໄດ້ໃຫ້ແກ່ພວກເຈົ້າ. ເຖິງແມ່ນວ່າ ເຈົ້າບໍ່ສາມາດເຫັນສິ່ງນີ້ຢ່າງຊັດເຈນໃນຕອນນີ້ ແລະ ເຈົ້າຮູ້ສຶກຄືກັບວ່າ ເຮົາເຂັ້ມງວດກັບເຈົ້າ, ເຖິງແມ່ນວ່າ ເຈົ້າຈະຄິດວ່າ ເຫດຜົນທີ່ເຮົາຕີສອນ ແລະ ພິພາກສາເຈົ້າທຸກມື້ ແລະ ຕໍານິຕິເຕືອນເຈົ້າທຸກມື້ ແມ່ນຍ້ອນວ່າ ເຮົາກຽດຊັງເຈົ້າ ແລະ ເຖິງແມ່ນວ່າ ສິ່ງທີ່ເຈົ້າໄດ້ຮັບແມ່ນການຕີສອນ ແລະ ການພິພາກສາ ແຕ່ໃນຄວາມເປັນຈິງແລ້ວ ທຸກສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແມ່ນຄວາມຮັກສໍາລັບເຈົ້າ ແລະ ຍັງເປັນການປົກປ້ອງອັນຍິ່ງໃຫຍ່ສໍາລັບເຈົ້າ. ຖ້າເຈົ້າບໍ່ສາມາດເຂົ້າໃຈຄວາມໝາຍຂອງພາລິກິດຢ່າງເລິກເຊິ່ງກວ່ານີ້ ແລ້ວມັນກໍບໍ່ມີທາງທີ່ເຈົ້າຈະສືບຕໍ່ໃນປະສົບການຂອງເຈົ້າອີກຕໍ່ໄປ. ເຈົ້າຄວນສະບາຍໃຈຕໍ່ຄວາມລອດພົ້ນດັ່ງກ່າວ. ຈົ່ງຢ່າປະຕິເສດໃນການມີສະຕິ. ໃນເມື່ອໄດ້ມາໄກປານນີ້ແລ້ວ ເຈົ້າກໍຄວນເຫັນຢ່າງຊັດເຈນເຖິງຄວາມສໍາຄັນຂອງພາລະກິດແຫ່ງການເອົາຊະນະນີ້. ເຈົ້າບໍ່ຄວນຍຶດຖືທັດສະນະດັ່ງກ່າວນັ້ນອີກຕໍ່ໄປ!

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: ຄັດເລືອກຈາກບົດຄວາມສີ່ບົດຂອງພຣະທຳຂອງພຣະເຈົ້າທີ່ກ່ຽວກັບບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ”

ຕໍ່ໄປ: ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າ ແລະ ເຖິງແມ່ນວ່າຄວາມປະສົງຂອງພາລະກິດຂອງພຣະເຈົ້າຍັງຄົງຄືເກົ່າ,...

ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ

ພຣະວິນຍານຂອງພຣະເຈົ້າໄດ້ຊອກຫາເປັນເວລາຫຼາຍປີ ໃນຂະນະທີ່ພຣະອົງປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ ແລະ...

ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ໃນການເປັນພະຍານໃຫ້ກັບພຣະເຈົ້າ ແລະ ສ້າງຄວາມອັບອາຍໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ ພວກເຈົ້າຕ້ອງມີຫຼັກການ ແລະ ເງື່ອນໄຂ: ໃນຫົວໃຈຂອງພວກເຈົ້າ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້