ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ໃນການເປັນພະຍານໃຫ້ກັບພຣະເຈົ້າ ແລະ ສ້າງຄວາມອັບອາຍໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ ຄົນໆໜຶ່ງຕ້ອງມີຫຼັກການ ແລະ ຄົນໆໜຶ່ງຕ້ອງບັນລຸເງື່ອນໄຂໃດໜຶ່ງ: ຄົນໆໜຶ່ງຕ້ອງຮັກພຣະເຈົ້າໃນໃຈຂອງພວກເຂົາ ແລະ ເຂົ້າຫາພຣະທຳຂອງພຣະອົງ. ຖ້າເຈົ້າບໍ່ເຂົ້າສູ່ພຣະທຳຂອງພຣະເຈົ້າ ແລ້ວເຈົ້າກໍ່ບໍ່ມີທາງທີ່ຈະສ້າງຄວາມອັບອາຍໃຫ້ກັບຊາຕານໄດ້. ຕະຫຼອດການເຕີບໃຫຍ່ໃນຊີວິດຂອງພວກເຈົ້າ ພວກເຈົ້າປະຖິ້ມມັງກອນແດງທີ່ຍິ່ງໃຫຍ່ ແລະ ນໍາຄວາມອັບອາຍຂາຍໜ້າທີ່ສຸດມາສູ່ມັນ. ມີພຽງສິ່ງນີ້ເທົ່ານັ້ນ ຈິ່ງເປັນການເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ໄດ້ຮັບຄວາມອັບອາຍຢ່າງແທ້ຈິງ. ຍິ່ງເຈົ້າເຕັມໃຈນໍາເອົາພຣະທຳຂອງພຣະເຈົ້າໄປປະຕິບັດຫຼາຍສໍ່າໃດ ຍິ່ງເປັນການພິສູດເຖິງຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ ແລະ ຄວາມກຽດຊັງທີ່ເຈົ້າມີຕໍ່ມັງກອນແດງທີ່ຍິ່ງໃຫຍ່ຫຼາຍສໍ່ານັ້ນ; ຍິ່ງເຈົ້າເຊື່ອຟັງພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ ກໍຍິ່ງເປັນການພິສູດເຖິງຄວາມສະແຫວງຫາຄວາມຈິງຂອງເຈົ້າຫຼາຍສໍ່ານັ້ນ. ຄົນທີ່ບໍ່ສະແຫວງຫາພຣະທຳຂອງພຣະເຈົ້າແມ່ນຄົນທີ່ປາສະຈາກຊີວິດ. ຄົນເຫຼົ່ານັ້ນແມ່ນຄົນທີ່ຢູ່ນອກພຣະທຳຂອງພຣະເຈົ້າ, ເປັນຄົນຂອງສາສະໜາ. ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງມີຄວາມຮູ້ຢ່າງເລິກເຊິ່ງຫຼາຍຂຶ້ນກ່ຽວກັບພຣະທຳຂອງພຣະເຈົ້າ ໂດຍຜ່ານການກິນ ແລະ ດື່ມພຣະທຳຂອງພຣະອົງ. ຖ້າເຈົ້າບໍ່ສະແຫວງຫາພຣະທຳຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ສາມາດກິນ ແລະ ດື່ມພຣະທຳຂອງພຣະອົງຢ່າງແທ້ຈິງໄດ້ ແລະ ຖ້າເຈົ້າບໍ່ມີຄວາມຮູ້ໃນພຣະທຳຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ມີວິທີໃດທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ ຫຼື ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໄດ້.

ໃນການເຊື່ອພຣະເຈົ້າ ຄົນໆໜຶ່ງຄວນຮູ້ຈັກພຣະເຈົ້າແນວໃດ? ຄົນໜຶ່ງຄວນມາຮູ້ຈັກພຣະເຈົ້າໂດຍອີງໃສ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ ໂດຍບໍ່ມີຄວາມບ່ຽງເບນ ຫຼື ມີຄວາມເຊື່ອທີ່ບໍ່ຖືກຕ້ອງ ແລະ ກ່ອນອື່ນໝົດ ຄົນໆໜຶ່ງຄວນຮູ້ຈັກພາລະກິດຂອງພຣະເຈົ້າ. ນີ້ຄືພື້ນຖານຂອງການຮູ້ຈັກພຣະເຈົ້າ. ທຸກຄວາມເຊື່ອທີ່ຫຼາກຫຼາຍ ແລະ ບໍ່ຖືກຕ້ອງເຫຼົ່ານັ້ນທີ່ຂາດຄວາມເຂົ້າໃຈກ່ຽວກັບພຣະທຳທີ່ບໍລິສຸດຂອງພຣະເຈົ້າແມ່ນແນວຄວາມຄິດທາງສາສະໜາ ເຊິ່ງເປັນຄວາມເຂົ້າໃຈທີ່ຜິດພ້ຽນ ແລະ ບໍ່ຖືກຕ້ອງ. ທັກສະທີ່ຍິ່ງໃຫຍ່ທີ່ສຸດຂອງບຸກຄົນທາງສາສະໜາຄືການນໍາເອົາພຣະທຳຂອງພຣະເຈົ້າທີ່ຖືກເຂົ້າໃຈໃນອະດີດ ແລ້ວວັດແທກຂໍ້ພຣະທໍານັ້ນໂດຍອີງໃສ່ພຣະທຳຂອງພຣະເຈົ້າໃນປັດຈຸບັນ. ເມື່ອເວລາຮັບໃຊ້ພຣະເຈົ້າໃນປັດຈຸບັນ ຖ້າເຈົ້າຢຶດຕິດກັບສິ່ງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍແສງສະຫວ່າງຂອງພຣະອົງໃນອະດີດ ແລ້ວການຮັບໃຊ້ຂອງເຈົ້າຈະເກີດມີການຂັດຂວາງ ແລະ ການປະຕິບັດຂອງເຈົ້າກໍຈະຫຼ້າສະໄໝ ເຊິ່ງເປັນພຽງພິທີກຳທາງສາສະໜາ. ຖ້າເຈົ້າເຊື່ອວ່າ ຄົນເຫຼົ່ານັ້ນທີ່ຮັບໃຊ້ພຣະເຈົ້າຕ້ອງຖ່ອມຕົວ ແລະ ອົດທົນຢູ່ພາຍນອກ... ທ່າມກາງຄຸນສົມບັດອື່ນໆ ແລະ ຖ້າເຈົ້ານໍາຄວາມຮູ້ປະເພດນີ້ໄປປະຕິບັດໃນປັດຈຸບັນ ແລ້ວຄວາມຮູ້ດັ່ງກ່າວກໍເປັນແນວຄວາມຄິດທາງສາສະໜາ; ການປະຕິບັດດັ່ງກ່າວກໍກາຍມາເປັນການປະຕິບັດຂອງຄົນໜ້າຊື່ໃຈຄົດ. ປະໂຫຍກ “ແນວຄວາມຄິດທາງສາສະໜາ” ໝາຍເຖິງສິ່ງທີ່ຫຼ້າສະໄໝ ແລະ ເຊົາໃຊ້ກັນແລ້ວ (ລວມທັງການ ເຂົ້າໃຈພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ກ່ອນໜ້ານີ້ ແລະ ແສງສະຫວ່າງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍກົງ) ແລະ ຖ້ານໍາເອົາພຣະທໍາດັ່ງກ່າວໄປປະຕິບັດໃນປັດຈຸບັນ, ພຣະທໍານັ້ນກໍຈະຂັດຂວາງພາລະກິດຂອງພຣະເຈົ້າ ແລະ ບໍ່ມີປະໂຫຍດຫຍັງກັບມະນຸດເລີຍ. ຖ້າຜູ້ຄົນບໍ່ສາມາດລົບລ້າງສິ່ງເຫຼົ່ານັ້ນອອກຈາກຕົວພວກເຂົາ ທີ່ເປັນແນວຄວາມຄິດທາງສາສະໜາ ແລ້ວສິ່ງເຫຼົ່ານີ້ກໍຈະກາຍມາເປັນອຸປະສັກໃນການຮັບໃຊ້ພຣະເຈົ້າຂອງພວກເຂົາ. ຄົນທີ່ມີແນວຄວາມຄິດທາງສາສະໜາບໍ່ມີທາງນໍາທັນບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້, ພວກເຂົາລ້າຊ້າໃນໜຶ່ງບາດກ້າວ, ຈາກນັ້ນກໍ່ເປັນສອງບາດກ້າວ. ນີ້ກໍ່ຍ້ອນວ່າ ແນວຄວາມຄິດທາງສາສະໜາເຫຼົ່ານີ້ເຮັດໃຫ້ມະນຸດຄິດວ່າ ຕົນເອງທ່ຽງທຳຢ່າງຍິ່ງ ແລະ ອວດດີ. ພຣະເຈົ້າບໍ່ໄດ້ຮູ້ສຶກອາໄລອາວອນໃນສິ່ງທີ່ພຣະອົງໄດ້ກ່າວ ແລະ ກະທຳໃນອະດີດ; ຖ້າບາງສິ່ງຫຼ້າສະໄໝແລ້ວ ພຣະອົງກໍທຳລາຍມັນຖິ້ມ. ເຈົ້າບໍ່ສາມາດປະຖິ້ມແນວຄວາມຄິດຂອງເຈົ້າແທ້ໆບໍ? ຖ້າເຈົ້າຢຶດຕິດກັບພຣະທຳທີ່ພຣະເຈົ້າກ່າວໃນອະດີດ ສິ່ງນີ້ຈະພິສູດໄດ້ບໍວ່າ ເຈົ້າຮູ້ຈັກພາລະກິດຂອງພຣະເຈົ້າ? ຖ້າເຈົ້າບໍ່ສາມາດຍອມຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແຕ່ຢຶດຕິດກັບແສງສະຫວ່າງໃນອະດີດ ສິ່ງນີ້ສາມາດພິສູດໄດ້ບໍວ່າ ເຈົ້າເດີນຕາມບາດກ້າວຂອງພຣະເຈົ້າ? ເຈົ້າຍັງບໍ່ສາມາດປະຖິ້ມແນວຄວາມຄິດທາງສາສະໜາບໍ? ຖ້າເປັນເຊັ່ນນັ້ນ ເຈົ້າກໍຈະກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ.

ຖ້າຜູ້ຄົນສາມາດປະຖິ້ມແນວຄວາມຄິດທາງສາສະໜາ, ພວກເຂົາຈະບໍ່ນໍາໃຊ້ຄວາມຄິດຂອງຕົນເອງເພື່ອປະເມີນພຣະທຳ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ ແຕ່ຈະເຊື່ອຟັງໂດຍກົງ. ເຖິງແມ່ນວ່າ ພາລະກິດຂອງພຣະເຈົ້າໃນປັດຈຸບັນບໍ່ຄືກັບພາລະກິດໃນອະດີດຢ່າງຊັດເຈນ, ແຕ່ເຈົ້າກໍ່ຍັງສາມາດປະຖິ້ມຄວາມຄິດເຫັນໃນອະດີດ ແລະ ເຊື່ອຟັງພາລະກິດຂອງພຣະເຈົ້າໃນປັດຈຸບັນໄດ້ໂດຍກົງ. ຖ້າເຈົ້າສາມາດເຂົ້າໃຈວ່າເຈົ້າຕ້ອງມີຄວາມພາກພູມໃຈຕໍ່ພາລະກິດຂອງພຣະເຈົ້າໃນປັດຈຸບັນ ໂດຍບໍ່ສົນໃຈວ່າພຣະເຈົ້າປະຕິບັດພາລະກິດໃນອະດີດແນວໃດ, ເຈົ້າກໍເປັນຄົນທີ່ປະຖິ້ມແນວຄວາມຄິດຂອງຕົນແລ້ວ, ເປັນຄົນທີ່ເຊື່ອຟັງພຣະເຈົ້າ ແລະ ເປັນຄົນທີ່ສາມາດເຊື່ອຟັງພາລະກິດ ແລະ ພຣະທຳຂອງພຣະເຈົ້າ ແລະ ເດີນຕາມບາດກ້າວຂອງພຣະອົງ. ດ້ວຍວິທີນີ້ ເຈົ້າຈະເປັນຄົນທີ່ເຊື່ອຟັງພຣະເຈົ້າຢ່າງແທ້ຈິງ. ເຈົ້າບໍ່ໄດ້ວິເຄາະ ຫຼື ກວດສອບພາລະກິດຂອງພຣະເຈົ້າ. ໃນເມື່ອພຣະເຈົ້າໄດ້ລືມພາລະກິດໃນອະດີດຂອງພຣະອົງ ເຈົ້າກໍໄດ້ລືມມັນເຊັ່ນດຽວກັນ. ປັດຈຸບັນຄືປັດຈຸບັນ ແລະ ອະດີດກໍຄືອະດີດ ແລະ ນັບແຕ່ມື້ນີ້ໄປພຣະເຈົ້າໄດ້ປ່ອຍປະສິ່ງທີ່ພຣະອົງກະທຳໃນອະດີດແລ້ວ ເຈົ້າກໍບໍ່ຄວນຍຶດຕິດຢູ່ກັບມັນ. ເມື່ອເຈົ້າບໍ່ຍຶດຕິດກັບມັນມີພຽງແຕ່ຄົນແບບນັ້ນທີ່ເປັນຄົນທີ່ເຊື່ອຟັງພຣະເຈົ້າຢ່າງສົມບູນ ແລະ ປະຖິ້ມແນວຄວາມຄິດທາງສາສະໜາຂອງຕົນຢ່າງສົມບູນ.

ຍ້ອນວ່າພາລະກິດຂອງພຣະເຈົ້າມີການພັດທະນາໃໝ່ຢູ່ເປັນປະຈຳ, ຈຶ່ງມີພາລະກິດທີ່ຫຼ້າສະໄໝ ແລະ ເກົ່າ ໃນຂະນະທີ່ພາລະກິດໃໝ່ເກີດຂຶ້ນ. ພາລະກິດປະເພດຕ່າງໆເຫຼົ່ານີ້, ທັງເກົ່າ ແລະ ໃໝ່ບໍ່ໄດ້ຂັດແຍ້ງກັນ ແຕ່ເກື້ອກູນກັນ; ທຸກບາດກ້າວຂອງພາລະກິດດັ່ງກ່າວແມ່ນສືບຕໍ່ຈົນຮອດຍຸກສຸດທ້າຍ. ຍ້ອນມີພາລະກິດໃໝ່, ສິ່ງເກົ່າໆ ແນ່ນອນ ກໍຕ້ອງໄດ້ທຳລາຍຖິ້ມ. ຕົວຢ່າງ: ການປະຕິບັດບາງຢ່າງທີ່ຖືກຈັດຕັ້ງເປັນເວລາດົນນານ ແລະ ຖ້ອຍຄຳທີ່ເປັນນິໄສຂອງມະນຸດ ປະກອບດ້ວຍປະສົບການ ແລະ ການສັ່ງສອນເປັນເວລາຫຼາຍປີຂອງມະນຸດ ໄດ້ສ້າງແນວຄວາມຄິດທຸກປະເພດ ແລະ ທຸກຮູບແບບໃນຈິດໃຈຂອງມະນຸດ. ທີ່ພຣະເຈົ້າຍັງບໍ່ເປີດເຜີຍໃບໜ້າທີ່ແທ້ຈິງຂອງພຣະອົງ ແລະ ຈິດໃຈໂດຍທຳມະຊາດໃຫ້ມະນຸດໄດ້ເຫັນຢ່າງສົມບູນ ຄຽງຄູ່ກັບການແຜ່ຂະຫຍາຍຂອງທິດສະດີຕາມປະເພນີຕັ້ງແຕ່ສະໄໝບູຮານມາເປັນເວລາຫຼາຍປີນັ້ນ ແມ່ນເປັນປະໂຫຍດຫຼາຍຕໍ່ການສ້າງແນວຄິດດັ່ງກ່າວຂອງມະນຸດ. ອາດເວົ້າໄດ້ວ່າ ຕະຫຼອດເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຂອງມະນຸດ ໄດ້ມີອິດທິພົນແຫ່ງແນວຄິດທີ່ຫຼາກຫຼາຍເກີດຂຶ້ນ ແລະ ເກີດວິວັດທະນາການແຫ່ງຄວາມເຂົ້າໃຈຕາມແນວຄິດທຸກປະເພດກ່ຽວກັບພຣະເຈົ້າໃນຜູ້ຄົນ ເຊິ່ງເຮັດໃຫ້ຜູ້ຄົນທາງສາສະໜາຫຼາຍຄົນທີ່ຮັບໃຊ້ພຣະເຈົ້າກາຍມາເປັນສັດຕູຂອງພຣະອົງ. ດັ່ງນັ້ນ ຍິ່ງແນວຄວາມຄິດທາງສາສະໜາຂອງຄົນໜັກແໜ້ນຂຶ້ນຫຼາຍເທົ່າໃດ ພວກເຂົາກໍຈະກາຍເປັນສັດຕູ ແລະ ຕໍ່ຕ້ານພຣະເຈົ້າຫຼາຍເທົ່ານັ້ນ. ພາລະກິດຂອງພຣະເຈົ້າແມ່ນໃໝ່ຢູ່ສະເໝີ, ບໍ່ເຄີຍເກົ່າ ແລະ ບໍ່ເຄີຍສ້າງທິດສະດີ ກົງກັນຂ້າມ ພາລະກິດດັ່ງກ່າວໄດ້ປ່ຽນແປງຢ່າງຕໍ່ເນື່ອງ ແລະ ຖືກເລີ່ມຕົ້ນໃໝ່ໃນຂອບເຂດທັງນ້ອຍ ແລະ ກວ້າງກວ່າເກົ່າ. ການປະຕິບັດພາລະກິດໃນລັກສະນະນີ້ແມ່ນເປັນການສະແດງອອກເຖິງອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າເອງ. ມັນຍັງແມ່ນຫຼັກການໂດຍທຳມະຊາດຂອງພາລະກິດຂອງພຣະເຈົ້າ ແລະ ໜຶ່ງໃນວິທີທີ່ພຣະເຈົ້າເຮັດໃຫ້ການຄຸ້ມຄອງຂອງພຣະອົງບັນລຸການຄຸ້ມຄອງຂອງພຣະອົງ. ຖ້າພຣະອົງບໍ່ປະຕິບັດພາລະກິດດ້ວຍວິທີນີ້ ມະນຸດຈະບໍ່ປ່ຽນແປງ ຫຼື ສາມາດຮູ້ຈັກພຣະເຈົ້າໄດ້ ແລະ ຊາຕານກໍຈະບໍ່ປະລາໄຊ. ດ້ວຍເຫດນີ້ ພາລະກິດຂອງພຣະອົງຈຶ່ງມີການປ່ຽນແປງເກີດຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເບິ່ງຄືວ່າບໍ່ເປັນປົກກະຕິ ແຕ່ແທ້ຈິງແລ້ວ ແມ່ນເປັນປົກກະຕິດີ. ເຖິງຢ່າງໃດກໍຕາມ ວິທີທີ່ມະນຸດເຊື່ອໃນພຣະເຈົ້າແຕກຕ່າງກັນພໍສົມຄວນ. ເຂົາຍຶດຕິດກັບທິດສະດີ ແລະ ລະບົບເກົ່າແກ່ທີ່ຕົນລຶ້ງເຄີຍ ແລະ ຍິ່ງສິ່ງເຫຼົ່ານັ້ນເກົ່າຫຼາຍສໍ່າໃດ ຍິ່ງຖືກໃຈເຂົາຫຼາຍສໍ່ານັ້ນ. ຄວາມຄິດທີ່ໂງ່ຈ້າຂອງມະນຸດ, ຈິດໃຈເໝືອນດັ່ງກ້ອນຫີນທີ່ບໍ່ຍອມອ່ອນນ້ອມ ຈະສາມາດຍອມຮັບພາລະກິດ ແລະ ພຣະທໍາໃໝ່ຂອງພຣະເຈົ້າຢ່າງເລິກເຊິ່ງໄດ້ແນວໃດ? ມະນຸດມັກຈະກຽດຊັງພຣະເຈົ້າທີ່ໃໝ່ ແລະ ບໍ່ເຄີຍເກົ່າສະເໝີ; ເຂົາພຽງແຕ່ມັກພຣະເຈົ້າອົງເດີມ, ຜູ້ທີ່ມີແຂ້ວຍາວ, ຜົມສີຂາວ ແລະ ຢູ່ກັບທີ່. ເພາະສະນັ້ນ, ຍ້ອນວ່າ ພຣະເຈົ້າ ແລະ ມະນຸດມີຄວາມມັກສ່ວນຕົວທີ່ແຕກຕ່າງກັນ, ມະນຸດຈຶ່ງໄດ້ກາຍເປັນສັດຕູຂອງພຣະເຈົ້າ. ຂໍ້ຂັດແຍ້ງຕ່າງໆເຫຼົ່ານີ້ມີມາຕັ້ງແຕ່ພຣະເຈົ້າເລີ່ມປະຕິບັດພາລະກິດໃໝ່ຂອງພຣະອົງໄດ້ເກືອບຫົກພັນປີ ແລະ ໃນປັດຈຸບັນນີ້ຂໍ້ຂັດແຍ້ງດັ່ງກ່າວກໍຍັງມີຢູ່. ມະນຸດແມ່ນເກີນທີ່ຈະໄດ້ຮັບການແກ້ໄຂແລ້ວ. ບາງເທື່ອ ເປັນຍ້ອນຄວາມດື້ດ້ານຂອງມະນຸດ ຫຼື ເປັນຍ້ອນຂໍ້ບັນຍັດການຈັດການຂອງພຣະເຈົ້າທີ່ມະນຸດບໍ່ສາມາດຝ່າຝືນໄດ້ ທີ່ເປັນຕົ້ນເຫດເຮັດໃຫ້ຄູສອນສາດສະໜາ ແລະ ຜູ້ຍິງເຫຼົ່ານັ້ນຍັງຍຶດຕິດກັບໜັງສື ແລະ ປື້ມເກົ່າແກ່ທີ່ຂາດຄຸນນະພາບ, ໃນຂະນະທີ່ພຣະເຈົ້າສືບຕໍ່ປະຕິບັດພາລະກິດການຄຸ້ມຄອງຂອງພຣະອົງທີ່ຍັງບໍ່ສຳເລັດນັ້ນ ເບິ່ງຄືວ່າບໍ່ມີໃຜຢູ່ຄຽງຂ້າງພຣະອົງເລີຍ. ເຖິງແມ່ນຂໍ້ຂັດແຍ້ງເຫຼົ່ານີ້ເຮັດໃຫ້ມະນຸດເປັນສັດຕູກັບພຣະເຈົ້າ ແລະ ເຖິງແມ່ນວ່າ ຂໍ້ຂັດແຍ້ງດັ່ງກ່າວຈະບໍ່ສາມາດແກ້ໄຂໄດ້ ພຣະເຈົ້າກໍບໍ່ໃສ່ໃຈໃນສິ່ງເຫຼົ່ານັ້ນ, ພຣະອົງບໍ່ສົນໃຈຂໍ້ຂັດແຍ້ງໃດໆທັງສິ້ນ ບໍ່ວ່າຈະມີ ຫຼື ບໍ່ມີ. ເຖິງຢ່າງໃດກໍຕາມ ມະນຸດຍັງຍຶດຖືໃນຄວາມເຊື່ອ ແລະ ແນວຄວາມຄິດຂອງພວກເຂົາ ແລະ ບໍ່ເຄີຍປະຖິ້ມຄວາມເຊື່ອ ແລະ ແນວຄວາມຄິດນັ້ນເລີຍ. ແຕ່ມີສິ່ງໜຶ່ງທີ່ພິສູດໃຫ້ເຫັນຢ່າງຊັດເຈນກໍຄື: ເຖິງແມ່ນວ່າ ມະນຸດຈະບໍ່ຜິດພ້ຽນໄປຈາກຈຸດຢືນຂອງຕົນ, ແຕ່ບາດກ້າວຂອງພຣະເຈົ້າແມ່ນເຄື່ອນຍ້າຍເປັນປະຈຳ ແລະ ພຣະອົງປ່ຽນແປງທ່າທີຂອງພຣະອົງຕາມສະພາບແວດລ້ອມຢູ່ສະເໝີ. ໃນທີ່ສຸດກໍຈະແມ່ນມະນຸດເອງທີ່ໄດ້ຮັບການພ່າຍແພ້ໂດຍບໍ່ມີການຕໍ່ສູ້. ໃນຂະນະດຽວກັນ ພຣະເຈົ້າແມ່ນສັດຕູຍິ່ງໃຫຍ່ທີ່ສຸດຂອງບັນດາສັດຕູຂອງພຣະອົງທີ່ໄດ້ຖືກເອົາຊະນະ ແລະ ພຣະອົງຍັງເປັນຜູ້ຊະນະເລີດຂອງມະນຸດຊາດທັງປວງໄດ້ຖືກເອົາຊະນະ ແລະ ຜູ້ທີ່ບໍ່ໄດ້ຖືກເອົາຊະນະອີກດ້ວຍ. ມີຜູ້ໃດແດ່ທີ່ສາມາດແຂ່ງຂັນກັບພຣະເຈົ້າ ແລະ ໄດ້ຮັບໄຊຊະນະ? ແນວຄວາມຄິດຂອງມະນຸດອາດເບິ່ງຄືວ່າ ມາຈາກພຣະເຈົ້າ ຍ້ອນວ່າ ພວກເຂົາຫຼາຍຄົນເກີດຈາກການລຸກຕື່ນຂຶ້ນຂອງພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍ່ຕາມ, ພຣະເຈົ້າບໍ່ໄດ້ໃຫ້ອະໄພມະນຸດຍ້ອນສິ່ງນີ້, ຍິ່ງໄປກວ່ານັ້ນ ພຣະອົງຍັງບໍ່ຍົກຍ້ອງມະນຸດທີ່ປະຕິບັດພາລະກິດ “ເພື່ອພຣະເຈົ້າ” ໃນການຕື່ນຂຶ້ນຂອງພາລະກິດຂອງພຣະເຈົ້າເຊິ່ງຢູ່ນອກພາລະກິດຂອງພຣະອົງ. ກົງກັນຂ້າມ ພຣະອົງຮູ້ສຶກລັງກຽດແນວຄວາມຄິດຂອງມະນຸດ ແລະ ຄວາມເຊື່ອທີ່ເກົ່າ ແລະ ບໍ່ມີແມ່ນແຕ່ຄວາມຄິດທີ່ຈະຮັບຮູ້ວັນທີທີ່ແນວຄິດເຫຼົ່ານີ້ປາກົດຂຶ້ນເປັນຄັ້ງທຳອິດ. ພຣະອົງບໍ່ຍອມຮັບເລີຍວ່າ ແນວຄວາມຄິດເຫຼົ່ານີ້ເກີດມາຈາກພາລະກິດຂອງພຣະອົງ ຍ້ອນແນວຄວາມຄິດຂອງມະນຸດແຜ່ຂະຫຍາຍໂດຍມະນຸດ; ແຫຼ່ງກຳເນີດຂອງພວກມັນແມ່ນມາຈາກຄວາມຄິດ ແລະ ຈິດໃຈຂອງມະນຸດເອງ ແລະ ບໍ່ແມ່ນມາຈາກພຣະເຈົ້າ ແຕ່ມາຈາກຊາຕານ. ຄວາມປະສົງຂອງພຣະເຈົ້າກໍຄືການເຮັດໃຫ້ພາລະກິດຂອງພຣະອົງໃໝ່ ແລະ ມີຊີວິດຊີວາຢູ່ສະເໝີ ບໍ່ແມ່ນແກ່ເຖົ້າ ແລະ ບໍ່ມີຊີວິດຊີວາ ແລະ ສິ່ງທີ່ພຣະອົງໃຫ້ມະນຸດມະນຸດຍຶດຖືນັ້ນແປຝັນຕາມແຕ່ລະຍຸກ ແລະ ແຕ່ລະສະໄໝ, ບໍ່ເປັນນິດນິລັນ ແລະ ບໍ່ເປັນອໍາມະຕະ. ນີ້ກໍຍ້ອນວ່າ ພຣະອົງແມ່ນພຣະເຈົ້າ ຜູ້ສ້າງມະນຸດໃຫ້ມີຊີວິດ ແລະ ເປັນຄົນໃໝ່ ເຊິ່ງກົງກັນຂ້າມກັບມານຮ້າຍຜູ້ທີ່ເຮັດໃຫ້ມະນຸດຕາຍ ແລະ ເປັນຄົນເກົ່າ. ພວກເຈົ້າຍັງບໍ່ເຂົ້າໃຈໃນສິ່ງນີ້ບໍ? ເຈົ້າມີແນວຄວາມຄິດກ່ຽວກັບພຣະເຈົ້າ ແລະ ບໍ່ສາມາດປະຖິ້ມຄວາມຄິດດັ່ງກ່າວນັ້ນໄດ້ ກໍຍ້ອນເຈົ້າມີຄວາມຄິດຄັບແຄບ. ບໍ່ແມ່ນເປັນຍ້ອນເຫດຜົນທີ່ວ່າ ພາລະກິດຂອງພຣະເຈົ້າເລັກນ້ອຍເກີນໄປ ຫຼື ຍ້ອນພາລະກິດຂອງພຣະເຈົ້ານັ້ນແຕກຕ່າງຈາກຄວາມຕ້ອງການຂອງມະນຸດ ຫຼື ຍິ່ງໄປກວ່ານັ້ນ ມັນບໍ່ແມ່ນເປັນຍ້ອນພຣະເຈົ້າບໍ່ໄດ້ເອົາໃຈໃສ່ໃນໜ້າທີ່ຂອງພຣະອົງ. ເຈົ້າບໍ່ສາມາດປະຖິ້ມແນວຄວາມຄິດຂອງເຈົ້າກໍຍ້ອນວ່າ ເຈົ້າຂາດຄວາມເຊື່ອຟັງຫຼາຍເກີນໄປ ແລະ ຍ້ອນເຈົ້າບໍ່ມີລັກສະນະທີ່ຄ້າຍຄືກັບສິ່ງມີຊີວິດແມ່ນແຕ່ໜ້ອຍດຽວ ແລະ ບໍ່ແມ່ນຍ້ອນພຣະເຈົ້າເຮັດໃຫ້ທຸກສິ່ງຢ່າງຫຍຸ້ງຍາກໄປໝົດສຳລັບເຈົ້າ. ເຈົ້າເປັນສາເຫດຂອງສິ່ງທັງໝົດນີ້ ແລະ ມັນບໍ່ກ່ຽວຂ້ອງຫຍັງເລີຍກັບພຣະເຈົ້າ; ຄວາມທົນທຸກທໍລະມານ ແລະ ຄວາມໂຊກຮ້າຍແມ່ນຖືກສ້າຂຶ້ນໂດຍມະນຸດ. ຄວາມຄິດຂອງພຣະເຈົ້າແມ່ນດີສະເໝີ: ພຣະອົງບໍ່ຕ້ອງການໃຫ້ເຈົ້າມີແນວຄວາມຄິດຕ່າງໆນາໆ ແຕ່ຕ້ອງການໃຫ້ເຈົ້າປ່ຽນແປງ ແລະ ຖືກສ້າງໃໝ່ຕາມຍຸກສະໄໝຂອງທີ່ຜ່ານພົ້ນໄປ. ແຕ່ເຈົ້າບໍ່ຮູ້ວ່າສິ່ງໃດດີສຳລັບເຈົ້າ ແລະ ມີແຕ່ກວດສອບ ຫຼື ວິເຄາະຢູ່ເປັນປະຈຳ. ມັນບໍ່ແມ່ນວ່າ ພຣະເຈົ້າເຮັດໃຫ້ທຸກສິ່ງຫຍຸ້ງຍາກໄປສຳລັບເຈົ້າ ແຕ່ເຈົ້າບໍ່ມີຄວາມເຄົາລົບຕໍ່ພຣະເຈົ້າ ແລະ ຄວາມບໍ່ເຊື່ອຟັງຂອງເຈົ້ານັ້ນຍິ່ງໃຫຍ່ເກີນໄປ. ສິ່ງທີ່ມີຊີວິດນ້ອຍໆຄືພວກເຈົ້າຍັງກ້າຮັບເອົາສິ່ງເລັກໆນ້ອຍໆທີ່ພຣະເຈົ້າມອບໃຫ້ພວກເຈົ້າກ່ອນໜ້ານີ້ ແລ້ວຫັນກັບມາ ແລະ ໃຊ້ມັນໂຈມຕີພຣະເຈົ້າ, ນີ້ບໍ່ແມ່ນຄວາມບໍ່ເຊື່ອຟັງຂອງມະນຸດບໍ? ມັນຖືກຕ້ອງແລ້ວທີ່ຈະເວົ້າວ່າ ມະນຸດບໍ່ມີຄຸນສົມບັດແທ້ໆໃນການສະແດງຄວາມຄິດເຫັນຂອງພວກເຂົາຕໍ່ໜ້າພຣະເຈົ້າ ແລະ ແຮງໄກທີ່ພວກເຂົາຈະມມີຄຸນສົມບັດທີ່ຈະແຫ່ຂະບວນອ້ອມພາສາທີ່ໄຮ້ຄ່າ, ມີກິ່ນເໝັນ, ເນົ່າເປື່ອຍ, ສວຍງາມຂອງພວກເຂົາ ຕາມທີ່ພວກເຂົາປາຖະໜາ, ບໍ່ຕ້ອງເວົ້າຫຍັງເຖິງເລື່ອງຫຍັງກໍຕາມທີ່ເປັນແນວຄິດເປິເປື້ອນເຫຼົ່ານັ້ນ. ແລ້ວພວກເຂົາບໍ່ແມ່ນໄຮ້ຄ່າຫຼາຍກວ່ານັ້ນອີກບໍ?

ບາງຄົນທີ່ຮັບໃຊ້ພຣະເຈົ້າແທ້ໆແມ່ນຄົນທີ່ປະຕິບັດຕາມໃຈຂອງພຣະເຈົ້າ ແລະ ເປັນຄົນທີ່ເໝາະສົມໃຫ້ພຣະເຈົ້ານໍາໃຊ້ ແລະ ເປັນຄົນທີ່ສາມາດປະຖິ້ມແນວຄວາມຄິດທາງສາສະໜາໄດ້. ຖ້າເຈົ້າປາຖະໜາທີ່ຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ມີປະສິດທິພາບ, ເຈົ້າຕ້ອງປະຖິ້ມແນວຄວາມຄິດທາງສາສະໜາຂອງເຈົ້າ. ຖ້າເຈົ້າຖາປະຖໜາທີ່ຈະຮັບໃຊ້ພຣະເຈົ້າ, ກ່ອນອື່ນເຈົ້າຕ້ອງປະຖິ້ມແນວຄິດທາງສາສະໜານັ້ນກ່ອນ ແລະ ເຊື່ອຟັງພຣະທຳຂອງພຣະເຈົ້າໃນທຸກໆສິ່ງ. ນີ້ແມ່ນສິ່ງທີ່ຄົນຮັບໃຊ້ພຣະເຈົ້າຄວນມີ. ຖ້າເຈົ້າປາສະຈາກຄວາມຮູ້ນີ້ແລ້ວ ແລ້ວໃນເວລາເຈົ້າເລີ່ມຕົ້ນຮັບໃຊ້ພຣະເຈົ້າ, ເຈົ້າຈະກໍ່ໃຫ້ເກີດສິ່ງຂັດຂວາງ, ສິ່ງລົບກວນ ແລະ ຖ້າເຈົ້າຕັ້ງໝັ້ນໃນແນວຄວາມຄິດຂອງເຈົ້າ, ເຈົ້າກໍຈະຖືກພຣະເຈົ້າລົ້ມເຈົ້າລົງຢ່າງບໍ່ສາມາດຫຼີກເວັ້ນໄດ້ ແລະ ເຈົ້າຈະບໍ່ສາມາດລຸກຂຶ້ນໄດ້ອີກ. ຈົ່ງເອົາປັດຈຸບັນເປັນຕົວຢ່າງ. ຖ້ອຍຄຳຫຼາຍຄຳ ແລະ ພາລະກິດໃນປັດຈຸບັນນີ້ແມ່ນບໍ່ຖືກກັນກັບພຣະຄຳພີ ແລະ ບໍ່ຖືກກັນກັບພາລະກິດທີ່ພຣະເຈົ້າໄດ້ປະຕິບັດກ່ອນໜ້ານີ້ ແລະ ຖ້າເຈົ້າບໍ່ມີຄວາມຕ້ອງການທີ່ຈະເຊື່ອຟັງ ແລ້ວເຈົ້າອາດຈະລົ້ມລົງໄດ້ທຸກເວລາ. ຖ້າເຈົ້າຕ້ອງການຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ, ເຈົ້າຕ້ອງປະຖິ້ມແນວຄວາມຄິດທາງສາສະໜານັ້ນກ່ອນ ແລະ ແກ້ໄຂທັດສະນະຂອງເຈົ້າເອງໃຫ້ຖືກຕ້ອງ. ຫຼາຍສິ່ງທີ່ຈຸຖືກກ່າວເຖິງ ຈະບໍ່ຄືກັນກັບສິ່ງທີ່ກ່າວໄວ້ໃນອະດີດ ແລະ ຖ້າເຈົ້າປາສະຈາກຄວາມໃຝ່ຫາທີ່ຈະເຊື່ອຟັງ ເຈົ້າຈະບໍ່ສາມາດຍ່າງຕາມເສັ້ນທາງທີ່ຢູ່ຂ້າງໜ້າໄດ້. ຖ້າວິທີການປະຕິບັດພາລະກິດໃດໜຶ່ງຂອງພຣະເຈົ້າໄດ້ຝັງເລິກເຂົ້າໃນເຈົ້າ ແລະ ເຈົ້າບໍ່ຍອມປະຖິ້ມມັນຈັກເທື່ອ, ວິທີການດັ່ງກ່າວກໍຈະກາຍເປັນແນວຄວາມຄິດທາງສາສະໜາຂອງເຈົ້າ. ຖ້າສິ່ງທີ່ພຣະເຈົ້າເປັນ ໄດ້ຝັງເລິກເຂົ້າໃນຕົວເຈົ້າ ແລ້ວເຈົ້າໄດ້ຮັບຄວາມຈິງ ແລະ ຖ້າພຣະທຳ ແລະ ຄວາມຈິງຂອງພຣະເຈົ້າສາມາດກາຍເປັນຊີວິດຂອງເຈົ້າ, ເຈົ້າກໍຈະບໍ່ມີແນວຄວາມຄິດຕ່າງໆນາໆກ່ຽວກັບພຣະເຈົ້າອີກຕໍ່ໄປ. ຜູ້ຄົນທີ່ມີຄວາມຮູ້ຢ່າງແທ້ຈິງກ່ຽວກັບພຣະເຈົ້າຈະບໍ່ມີແນວຄວາມຄິດ ແລະ ຍຶດຕິດກັບທິດສະດີ.

ຖາມຄຳຖາມເຫຼົ່ານີ້ເພື່ອເຮັດໃຫ້ຕົນເອງຕື່ນຕົວ:

1. ຄວາມຮູ້ທີ່ຢູ່ພາຍໃນຕົວເຈົ້າແຊກແຊງການທີ່ເຈົ້າຮັບໃຊ້ພຣະເຈົ້າບໍ?

2. ມີການປະຕິບັດທາງສາສະໜາຫຼາຍປານໃດໃນຊີວິດປະຈຳວັນຂອງເຈົ້າ? ຖ້າເຈົ້າສະແດງຄວາມກະຕັນຍູກະຕະເວທີ, ແລ້ວນີ້ໝາຍຄວາມວ່າ ຊີວິດຂອງເຈົ້າໄດ້ເຕີບໃຫຍ່ ແລະ ບັນລຸວຸດທິພາວະແລ້ວບໍ?

3. ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າສາມາດປະຖິ້ມແນວຄວາມຄິດທາງສາສະໜາຂອງເຈົ້າໄດ້ບໍ?

4. ເມື່ອເຈົ້າອະທິຖານ ເຈົ້າສາມາດອະທິຖານໂດຍປາສະຈາກພິທີກຳທາງສາສະໜາໄດ້ບໍ?

5. ເຈົ້າເປັນຄົນທີ່ເໝາະສົມໃຫ້ພຣະເຈົ້ານໍາໃຊ້ບໍ່?

6. ຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າປະກອບດ້ວຍແນວຄວາມຄິດທາງສາສະໜາຫຼາຍສໍ່າໃດ?

ກ່ອນນີ້: ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບທີ່ມະນຸດຈິນຕະນາການບໍ?

ຕໍ່ໄປ: ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ

ມະນຸດທຸກຄົນປາຖະໜາຢາກເຫັນໃບໜ້າທີ່ແທ້ຈິງຂອງພຣະເຢຊູ ແລະ ທຸກຄົນປາຖະໜາຢາກຢູ່ກັບພຣະອົງ. ເຮົາບໍ່ຄິດວ່າອ້າຍເອື້ອຍນ້ອງຄົນໃດໜຶ່ງຈະເວົ້າວ່າ...

ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ

ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງມະນຸດ ເຊິ່ງໃນລະຫວ່າງນັ້ນ ເຮົາໄດ້ກ່າວພຣະທຳຫຼາຍຂໍ້. ພຣະທຳເຫຼົ່ານີ້ແມ່ນເຫັນແກ່ຄວາມລອດພົ້ນຂອງມະນຸດ ແລະ...

ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ເຮົາກຳລັງເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ສະຫງ່າລາສີຂອງເຮົາແມບເຫຼື້ອມທົ່ວຈັກກະວານ; ຄົນທຸກປະເພດມີຄວາມປະສົງຂອງເຮົາຢູ່ພາຍໃນພວກເຂົາ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້