ຄັດເລືອກຈາກບົດຄວາມສີ່ບົດຂອງພຣະທຳຂອງພຣະເຈົ້າທີ່ກ່ຽວກັບບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ”

1. ໃນຍຸກແຫ່ງພຣະຄຸນ, ໂຢຮັນປູທາງສຳລັບພຣະເຢຊູ. ເພິ່ນບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ພຽງແຕ່ປະຕິບັດໜ້າທີ່ຂອງມະນຸດ. ເຖິງແມ່ນໂຢຮັນເປັນຜູ້ບຸກເບີກທາງໃຫ້ກັບພຣະຜູ້ເປັນເຈົ້າ, ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້; ເພິ່ນພຽງແຕ່ເປັນມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ເທົ່ານັ້ນ. ຫຼັງຈາກທີ່ພຣະເຢຊູໄດ້ຮັບບັບຕິດສະມາ, ພຣະວິນຍານບໍລິສຸດກໍລົງມາຢູ່ເທິງພຣະອົງດັ່ງນົກເຂົາ. ຫຼັງຈາກນັ້ນ ພຣະອົງກໍເລີ່ມຕົ້ນພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງເລີ່ມປະຕິບັດພັນທະກິດຂອງພຣະຄຣິດ. ເຫດຜົນທີ່ວ່າເປັນຫຍັງພຣະອົງຈຶ່ງມີຕົວຕົນຂອງພຣະເຈົ້າ ນັ້ນກໍຍ້ອນວ່າ ພຣະອົງມາຈາກພຣະເຈົ້າ. ບໍ່ວ່າຄວາມເຊື່ອຂອງພຣະອົງກ່ອນໜ້ານີ້ຈະເປັນແນວໃດກໍຕາມ, ມັນອາດຈະອ່ອນແອໃນຫຼາຍຄັ້ງ ຫຼື ເຂັ້ມແຂງໃນບາງຄັ້ງ, ທຸກສິ່ງແມ່ນເປັນຍ້ອນຊີວິດມະນຸດທຳມະດາທີ່ພຣະອົງດໍາລົງຢູ່ກ່ອນປະຕິບັດພັນທະກິດຂອງພຣະອົງ. ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ (ນັ້ນກໍຄື ຖືກເຈີມ) ລິດອຳນາດ ແລະ ສະຫງ່າລາສີຂອງພຣະເຈົ້າຈຶ່ງຢູ່ກັບພຣະອົງທັນທີ ແລະ ແລ້ວພຣະອົງກໍເລີ່ມປະຕິບັດພັນທະກິດຂອງພຣະອົງ. ພຣະອົງສາມາດເຮັດໝາຍສຳຄັນ ແລະ ການອິດທິລິດ, ປະຕິບັດການອັດສະຈັນ ແລະ ພຣະອົງມີລິດອຳນາດ ແລະ ສິດອຳນາດ, ນັ້ນກໍຍ້ອນພຣະອົງປະຕິບັດພາລະກິດແທນພຣະເຈົ້າໂດຍກົງ; ພຣະອົງປະຕິບັດພາລະກິດຂອງພຣະວິນຍານແທນພຣະອົງ ແລະ ສຳແດງເຖິງສຽງຂອງພຣະວິນຍານ. ສະນັ້ນ ພຣະອົງຈຶ່ງເປັນພຣະເຈົ້າເອງ; ສິ່ງນີ້ ແມ່ນບໍ່ສາມາດໂຕ້ຖຽງໄດ້. ໂຢຮັນແມ່ນຖືກພຣະວິນຍານບໍລິສຸດໃຊ້. ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ ຫຼື ເປັນໄປບໍ່ໄດ້ທີ່ເພິ່ນຈະເປັນຕົວແທນໃຫ້ກັບພຣະເຈົ້າ. ຖ້າເພິ່ນປາຖະໜາທີ່ຈະເຮັດແບບນັ້ນ, ພຣະວິນຍານບໍລິສຸດກໍຈະບໍ່ອະນຸຍາດໃຫ້ເພິ່ນເຮັດໄດ້, ນັ້ນກໍຍ້ອນວ່າ ເພິ່ນຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າຕັ້ງໃຈເຮັດໃຫ້ສຳເລັດ. ບາງເທື່ອມີຫຼາຍສິ່ງໃນຕົວເພິ່ນທີ່ມາຈາກຄວາມປະສົງຂອງມະນຸດ ຫຼື ສິ່ງທີ່ອອກນອກຮູ້ນອກທາງ; ບໍ່ວ່າຈະໃນກໍລະນີໃດກໍຕາມ ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ. ຄວາມຜິດພາດ ແລະ ຄວາມບໍ່ຖືກຕ້ອງຂອງເພິ່ນພຽງແຕ່ເປັນຕົວແທນໃຫ້ກັບເພິ່ນເອງ, ແຕ່ພາລະກິດຂອງເພິ່ນເປັນຕົວແທນຂອງພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ ເຈົ້າບໍ່ສາມາດເວົ້າວ່າທັງໝົດຂອງເພິ່ນເປັນຕົວແທນໃຫ້ກັບພຣະເຈົ້າ. ການນອກຮູ້ນອກທາງ ແລະ ຄວາມຜິດພາດຂອງເພິ່ນສາມາດເປັນຕົວແທນໃຫ້ກັບພຣະເຈົ້າເຊັ່ນກັນບໍ? ຄວາມຜິດພາດໃນການເປັນຕົວແທນໃຫ້ກັບມະນຸດແມ່ນເປັນສິ່ງປົກກະຕິ, ແຕ່ຖ້າຄົນໜຶ່ງອອກນອກຮູ້ນອກທາງໃນການເປັນຕົວແທນໃຫ້ກັບພຣະເຈົ້າ, ແລ້ວນັ້ນຈະບໍ່ແມ່ນການບໍ່ເຄົາລົບຕໍ່ພຣະເຈົ້າບໍ? ນັ້ນຈະບໍ່ແມ່ນການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດບໍ? ພຣະວິນຍານບໍລິສຸດບໍ່ອະນຸຍາດໃຫ້ມະນຸດຢືນຢູ່ໃນຕໍາແໜ່ງຂອງພຣະເຈົ້າຢ່າງງ່າຍດາຍ ເຖິງແມ່ນເຂົາຈະໄດ້ຮັບການຍົກຍ້ອງສັນລະເສີນຈາກຄົນອື່ນ. ຖ້າເຂົາບໍ່ແມ່ນພຣະເຈົ້າ, ເຂົາກໍຈະບໍ່ສາມາດຍຶດໝັ້ນໃນທີ່ສຸດ. ພຣະວິນຍານບໍລິສຸດບໍ່ອະນຸຍາດໃຫ້ມະນຸດເປັນຕົວແທນໃຫ້ກັບພຣະເຈົ້າຕາມອຳເພີໃຈຂອງມະນຸດ! ຕົວຢ່າງເຊັ່ນ: ມັນແມ່ນພຣະວິນຍານບໍລິສຸດທີ່ເປັນພະຍານໃຫ້ກັບໂຢຮັນ ແລະ ພຣະວິນຍານບໍລິສຸດຍັງເປັນຜູ້ເປີດເຜີຍເພິ່ນໃຫ້ເປັນຜູ້ປູທາງໃຫ້ກັບພຣະເຢຊູ, ແຕ່ວ່າ ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນເພິ່ນນັ້ນ ແມ່ນໄດ້ວັດແທກເປັນຢ່າງດີ. ສິ່ງທີ່ຮຽກຮ້ອງຈາກໂຢຮັນແມ່ນໃຫ້ເປັນຜູ້ປູທາງໃຫ້ແກ່ພຣະເຢຊູ ເພື່ອຈັດກຽມຫົນທາງໃຫ້ກັບບພຣະອົງ. ນັ້ນໝາຍຄວາມວ່າ ພຣະວິນຍານບໍລິສຸດພຽງແຕ່ສົ່ງເສີມພາລະກິດຂອງເພິ່ນໃນການປູເສັ້ນທາງ ແລະ ອະນຸຍາດໃຫ້ເພິ່ນປະຕິບັດພາລະກິດດັ່ງກ່າວເທົ່ານັ້ນ, ເພິ່ນບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດພາລະກິດອື່ນ. ໂຢຮັນເປັນຕົວແທນໃຫ້ກັບເອລີຢາ ແລະ ເພິ່ນເປັນຕົວແທນໃຫ້ກັບຜູ້ປະກາດພຣະທຳໃນການປູທາງໃຫ້ພຣະອົງເຈົ້າ. ພຣະວິນຍານບໍລິສຸດສົ່ງເສີມເພິ່ນໃນສິ່ງນີ້; ຕາບໃດທີ່ພາລະກິດຂອງເພິ່ນຄືການປູທາງ, ພຣະວິນຍານບໍລິສຸດກໍສົ່ງເສີມເພິ່ນ. ແຕ່ຖ້າຫາກເພິ່ນອ້າງຕົນເອງວ່າເປັນພຣະເຈົ້າ ແລະ ເວົ້າວ່າເພິ່ນໄດ້ມາເພື່ອເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ, ພຣະວິນຍານບໍລິສຸດກໍຈະຕ້ອງລົງວິໄນເພິ່ນ. ບໍ່ວ່າພາລະກິດຂອງໂຢຮັນຈະຍິ່ງໃຫຍ່ສໍ່າໃດກໍຕາມ ແລະ ເຖິງແມ່ນວ່າ ພຣະວິນຍານບໍລິສຸດຈະສົ່ງເສີມພາລະກິດນັ້ນກໍຕາມ, ພາລະກິດຂອງເພິ່ນແມ່ນມີຂອບເຂດ. ເຖິງແມ່ນວ່າ ພຣະວິນຍານບໍລິສຸດຈະສົ່ງເສີມພາລະກິດຂອງເພິ່ນແທ້, ແຕ່ລິດອຳນາດທີ່ມອບໃຫ້ກັບເພິ່ນໃນເວລານັ້ນແມ່ນຖືກຈຳກັດພຽງແຕ່ຢູ່ໃນການຈັດກຽມເສັ້ນທາງ. ເພິ່ນບໍ່ສາມາດປະຕິບັດພາລະກິດອື່ນໄດ້, ຍ້ອນເພິ່ນເປັນພຽງໂຢຮັນທີ່ເປັນຜູ້ປູທາງເທົ່ານັ້ນ ແລະ ບໍ່ແມ່ນພຣະເຢຊູ. ສະນັ້ນ ຄຳພະຍານຂອງພຣະວິນຍານບໍລິສຸດແມ່ນກະແຈສຳຄັນ, ແຕ່ວ່າພາລະກິດທີ່ພຣະວິນຍານບໍລິສຸດອະນຸຍາດໃຫ້ມະນຸດປະຕິບັດແມ່ນຍິ່ງສຳຄັນຫຼາຍກວ່າ. ໂຢຮັນບໍ່ໄດ້ເປັນພະຍານຢ່າງແທ້ຈິງບໍໃນເວລານັ້ນ? ພາລະກິດຂອງເພິ່ນບໍ່ໄດ້ຍິ່ງໃຫຍ່ເຊັ່ນກັນບໍ? ແຕ່ເຖິງຢ່າງໃດກໍຕາມ ພາລະກິດທີ່ເພິ່ນປະຕິບັດບໍ່ສາມາດລື່ນພາລະກິດຂອງພຣະເຢຊູໄດ້, ຍ້ອນວ່າ ເພິ່ນເປັນພຽງມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໂດຍກົງໄດ້ ແລະ ດ້ວຍເຫດນັ້ນ ພາລະກິດທີ່ເພິ່ນປະຕິບັດຈຶ່ງມີຂໍ້ຈຳກັດ. ຫຼັງຈາກທີ່ເພິ່ນໄດ້ສຳເລັດພາລະກິດແຫ່ງການປູທາງ ກໍບໍ່ມີໃຜສົ່ງເສີມຄຳພະຍານຂອງເພິ່ນ, ບໍ່ມີພາລະກິດໃໝ່ເກີດຂຶ້ນຕາມຫຼັງເພິ່ນ ແລະ ເມື່ອພາລະກິດຂອງພຣະເຈົ້າເອງໄດ້ເລີ່ມຕົ້ນຂຶ້ນ, ໂຢຮັນກໍຈາກໄປ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

2. ມີບາງຄົນທີ່ຖືກຄອບງໍາໂດຍວິນຍານຊົ່ວຮ້າຍ ແລະ ຮ້ອງໂວຍວາຍຂຶ້ນຢ່າງແຮງວ່າ “ເຮົາເປັນພຣະເຈົ້າ!” ແຕ່ໃນທີ່ສຸດ ພວກເຂົາກໍຖືກເປີດໂປງ ຍ້ອນພວກເຂົາຜິດໃນສິ່ງທີ່ພວກເຂົາເປັນຕົວແທນໃຫ້. ພວກເຂົາເປັນຕົວແທນໃຫ້ກັບຊາຕານ ແລະ ພຣະວິນຍານບໍລິສຸດກໍບໍ່ສົນໃຈພວກເຂົາ. ບໍ່ວ່າເຈົ້າຈະຍົກຍ້ອງຕົນເອງຫຼາຍສໍ່າໃດກໍຕາມ ຫຼື ເຈົ້າຈະຮ້ອງຂຶ້ນດັງສໍ່າໃດກໍຕາມ, ເຈົ້າກໍຍັງເປັນສິ່ງທີ່ຖືກສ້າງ ແລະ ເປັນຄົນຂອງຊາຕານ. ເຮົາບໍ່ເຄີຍຮ້ອງຂຶ້ນວ່າ “ເຮົາເປັນພຣະເຈົ້າ, ເຮົາເປັນພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ!” ແຕ່ພາລະກິດທີ່ເຮົາປະຕິບັດແມ່ນພາລະກິດຂອງພຣະເຈົ້າ. ເຮົາຈຳເປັນຕ້ອງຮ້ອງຂຶ້ນບໍ? ບໍ່ຈຳເປັນຕ້ອງຍ້ອງຍໍສັນລະເສີນ. ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງ ແລະ ບໍ່ຕ້ອງການໃຫ້ມະນຸດມອບສະຖານະໃຫ້ກັບພຣະອົງ ຫຼື ມອບນາມມະຍົດອັນສູງສົ່ງໃຫ້ກັບພຣະອົງ: ພາລະກິດຂອງພຣະອົງແມ່ນພຽງພໍທີ່ຈະເປັນເປັນຕົວແທນໃຫ້ກັບພຣະອົງ ແລະ ສະຖານະຂອງພຣະອົງ. ກ່ອນພຣະອົງຈະໄດ້ຮັບບັບຕິດສະມາ, ພຣະເຢຊູບໍ່ແມ່ນພຣະເຈົ້າເອງບໍ? ພຣະອົງບໍ່ແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າບໍ? ແນ່ນອນ ມັນບໍ່ສາມາດເວົ້າໄດ້ວ່າ ພຽງແຕ່ຫຼັງຈາກທີ່ໄດ້ຮັບຄຳພະຍານ ພຣະອົງຈຶ່ງກາຍເປັນພຣະບຸດອົງດຽວຂອງພຣະເຈົ້າ? ກ່ອນທີ່ພຣະອົງຈະເລີ່ມຕົ້ນພາລະກິດຂອງພຣະອົງ, ໄດ້ມີມະນຸດທີ່ຊື່ວ່າພຣະເຢຊູຢູ່ແລ້ວບໍ? ເຈົ້າບໍ່ສາມາດເລີ່ມຕົ້ນເສັ້ນທາງໃໝ່ ຫຼື ເປັນຕົວແທນໃຫ້ກັບພຣະວິນຍານບໍລິສຸດໄດ້. ເຈົ້າບໍ່ສາມາດສະແດງເຖິງພາລະກິດຂອງພຣະວິນຍານ ຫຼື ພຣະທຳທີ່ພຣະອົງໄດ້ກ່າວ. ເຈົ້າບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ເຈົ້າກໍບໍ່ສາມາດປະຕິບັດພາລະກິດຂອງພຣະວິນຍານ. ສະຕິປັນຍາ, ການອັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະເຈົ້າ ແລະ ອຸປະນິໄສທັງໝົດທີ່ພຣະເຈົ້າຂ້ຽນຕີມະນຸດ: ທຸກສິ່ງເຫຼົ່ານີ້ແມ່ນຢູ່ເໜືອຄວາມສາມາດໃນການສະແດງອອກຂອງເຈົ້າ. ສະນັ້ນ ມັນຈະບໍ່ເປັນປະໂຫຍດຫຍັງເລີຍທີ່ຈະພະຍາຍາມອ້າງວ່າເປັນພຣະເຈົ້າ; ເຈົ້າຈະມີພຽງແຕ່ຊື່ສຽງ ແລະ ບໍ່ມີທາດແທ້. ພຣະເຈົ້າເອງໄດ້ສະເດັດມາ, ແຕ່ບໍ່ມີໃຜຮູ້ຈັກພຣະເຈົ້າ, ເຖິງຢ່າງນັ້ນກໍຕາມ ພຣະອົງກໍຍັງສືບຕໍ່ໃນພາລະກິດຂອງພຣະອົງ ແລະ ປະຕິບັດເພື່ອເປັນຕົວແທນໃຫ້ກັບພຣະວິນຍານ. ບໍ່ວ່າເຈົ້າຈະເອີ້ນພຣະອົງວ່າມະນຸດ ຫຼື ພຣະເຈົ້າ, ພຣະຜູ້ເປັນເຈົ້າ ຫຼື ພຣະຄຣິດ ຫຼື ເອີ້ນພຣະອົງວ່າເອື້ອຍ, ມັນກໍບໍ່ສຳຄັນ. ແຕ່ພາລະກິດທີ່ພຣະເຈົ້າປະຕິບັດແມ່ນພາລະກິດຂອງພຣະວິນຍານ ແລະ ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າເອງ. ພຣະອົງບໍ່ສົນໃຈໃນຊື່ທີ່ມະນຸດເອີ້ນພຣະອົງ. ຊື່ນັ້ນສາມາດກຳນົດພາລະກິດຂອງພຣະອົງໄດ້ບໍ? ບໍ່ວ່າເຈົ້າຈະເອີ້ນພຣະອົງຢ່າງໃດກໍຕາມ ເມື່ອເວົ້າເຖິງພຣະເຈົ້າ ພຣະອົງແມ່ນເນື້ອໜັງທີ່ເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າ; ພຣະອົງເປັນຕົວແທນໃຫ້ກັບພຣະວິນຍານ ແລະ ໄດ້ຮັບການຮອງຮັບໂດຍພຣະວິນຍານ. ຖ້າເຈົ້າບໍ່ສາມາດຫຼີກທາງໃຫ້ກັບຍຸກໃໝ່ ຫຼື ນໍາຍຸກເກົ່າໄປສູ່ຈຸດຈົບ ຫຼື ເລີ່ມຕົ້ນຍຸກໃໝ່ ຫຼື ປະຕິບັດພາລະກິດໃໝ່, ແລ້ວເຈົ້າກໍບໍ່ສາມາດຖືກເອີ້ນວ່າ ເປັນພຣະເຈົ້າໄດ້.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

3. ແມ່ນແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້. ນີ້ໝາຍຄວາມວ່າ ມະນຸດດັ່ງກ່າວບໍ່ພຽງບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າ, ແຕ່ພາລະກິດທີ່ພວກເຂົາປະຕິບັດກໍຍັງບໍ່ສາມາດເປັນຕົວແທນໂດຍກົງໃຫ້ກັບພຣະເຈົ້າໄດ້. ເວົ້າອີກຢ່າງໜຶ່ງກໍຄື ປະສົບການຂອງມະນຸດບໍ່ສາມາດຈັດເຂົ້າຢູ່ໃນການຄຸ້ມຄອງຂອງພຣະເຈົ້າໂດຍກົງ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ກັບການຄຸ້ມຄອງຂອງພຣະເຈົ້າໄດ້. ພາລະກິດທີ່ພຣະເຈົ້າເອງປະຕິບັດກໍເປັນພາລະກິດທີ່ພຣະອົງຕັ້ງໃຈປະຕິບັດໃນແຜນການຄຸ້ມຄອງຂອງພຣະອົງເອງ ແລະ ກ່ຽວພັນກັບການຄຸ້ມຄອງທີ່ຍິ່ງໃຫຍ່. ພາລະກິດທີ່ມະນຸດປະຕິບັດ (ນັ້ນກໍຄື ມະນຸດທີ່ພຣະວິນຍານບໍລິສຸດໃຊ້) ປະກອບດ້ວຍການສະໜອງປະສົບການສ່ວນຕົວຂອງພວກເຂົາເອງ. ມັນປະກອບດ້ວຍການຊອກຫາເສັ້ນທາງແຫ່ງປະສົບການໃໝ່ທີ່ຢູ່ເໜືອເສັ້ນທາງທີ່ຜູ້ຄົນກ່ອນໜ້ານັ້ນໄດ້ຍ່າງ ແລະ ປະກອບດ້ວຍການນໍາພາອ້າຍເອື້ອຍນ້ອງຂອງພວກເຂົາໃນຂະນະທີ່ຢູ່ພາຍໃຕ້ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງທີ່ມະນຸດເຫຼົ່ານີ້ສະໜອງກໍຄືປະສົບການສ່ວນຕົວຂອງພວກເຂົາ ຫຼື ບົດຂຽນກ່ຽວກັບຝ່າຍວິນຍານຂອງມະນຸດທີ່ເຄັ່ງສາສະໜາ. ເຖິງແມ່ນມະນຸດເຫຼົ່ານີ້ຖືກພຣະວິນຍານບໍລິສຸດໃຊ້, ພາລະກິດທີ່ພວກເຂົາປະຕິບັດກໍບໍ່ກ່ຽວຂ້ອງກັບພາລະກິດອັນຍິ່ງໃຫຍ່ຂອງແຜນການຄຸ້ມຄອງຫົກພັນປີ. ພວກເຂົາເປັນພຽງແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດຍົກຂຶ້ນມາໃນຊ່ວງເວລາໃດໜຶ່ງເພື່ອນໍາພາຜູ້ຄົນໄປຕາມກະແສຂອງພຣະວິນຍານບໍລິສຸດ ຈົນວ່າ ໜ້າທີ່ໆພວກເຂົາສາມາດປະຕິບັດໄດ້ສິ້ນສຸດລົງ ຫຼື ຈົນວ່າ ຊີວິດຂອງພວກເຂົາຈະສິ້ນສຸດລົງ. ພາລະກິດທີ່ພວກເຂົາປະຕິບັດພຽງແຕ່ເພື່ອຈັດກຽມເສັ້ນທາງທີ່ເໝາະສົມສຳລັບພຣະເຈົ້າ ຫຼື ສືບຕໍ່ໃນດ້ານໃດໜຶ່ງຂອງການຄຸ້ມຄອງຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ. ໃນຕົວພວກເຂົາເອງ, ມະນຸດເຫຼົ່ານີ້ບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າໃນການຄຸ້ມຄອງຂອງພຣະອົງ ຫຼື ພວກເຂົາຈະບໍ່ສາມາດສ້າງເສັ້ນທາງອອກໃໝ່ ແລ້ວແຮງໄກທີ່ພວກເຂົາຈະສາມາດນໍາພາລະກິດທັງໝົດຂອງພຣະເຈົ້າຈາກຍຸກຜ່ານມາໄປສູ່ຄວາມສຳເລັດໄດ້. ສະນັ້ນ ພາລະກິດທີ່ພວກເຂົາປະຕິບັດແມ່ນເປັນຕົວແທນໃຫ້ກັບສິ່ງຖືກສ້າງທີ່ປະຕິບັດໜ້າທີ່ຂອງເຂົາເທົ່ານັ້ນ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໃນການປະຕິບັດພັນທະກິດຂອງພຣະອົງໄດ້. ນີ້ກໍເພາະວ່າ ພາລະກິດທີ່ພວກເຂົາປະຕິບັດບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ. ພາລະກິດໃນການລິເລີ່ມຍຸກໃໝ່ບໍ່ແມ່ນສິ່ງທີ່ມະນຸດສາມາດປະຕິບັດແທນພຣະເຈົ້າໄດ້. ບໍ່ມີໃຜສາມາດປະຕິບັດພາລະກິດນັ້ນໄດ້ ນອກຈາກພຣະເຈົ້າເອງ. ພາລະກິດທັງໝົດທີ່ມະນຸດປະຕິບັດແມ່ນເປັນພຽງການປະຕິບັດໜ້າທີ່ຂອງເຂົາໃນຖານະເປັນສິ່ງທີ່ຖືກສ້າງ ແລະ ຖືກປະຕິບັດກໍຍ້ອນໄດ້ຮັບດົນບັນດານ ຫຼື ຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ. ການນໍາພາທີ່ມະນຸດເຫຼົ່ານີ້ຈັດກຽມໃຫ້ແມ່ນປະກອບດ້ວຍການສະແດງໃຫ້ມະນຸດເຫັນເຖິງເສັ້ນທາງແຫ່ງການປະຕິບັດໃນຊີວິດປະຈຳວັນ ແລະ ວິທີທີ່ເຂົາຄວນປະພຶດເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ພາລະກິດຂອງມະນຸດບໍ່ໄດ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ ຫຼື ບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະວິນຍານ. ຕົວຢ່າງກໍຄື ພາລະກິດຂອງພະຍານລີ່ ແລະ ຜູ້ເຝົ້າເບິ່ງໜີ່ ແມ່ນເພື່ອນໍາທາງເທົ່ານັ້ນ. ບໍ່ວ່າຈະເປັນຫົນທາງໃໝ່ ຫຼື ເກົ່າ, ພາລະກິດແມ່ນຖືກສົມມຸດຕິຖານຂຶ້ນອີງຕາມຫຼັກການທີ່ຢູ່ພາຍໃນພຣະຄຳພີ. ບໍ່ວ່າມັນຈະເປັນການຟື້ນຟູຄຣິສຕະຈັກທ້ອງຖິ່ນ ຫຼື ສ້າງຄຣິສຕະຈັກທ້ອງຖິ່ນ, ພາລະກິດຂອງພວກເຂົາແມ່ນກ່ຽວຂ້ອງກັບການສ້າງຕັ້ງຄຣິສຕະຈັກ. ພາລະກິດທີ່ພວກເຂົາປະຕິບັດແມ່ນສືບຕໍ່ພາລະກິດທີ່ພຣະເຢຊູ ແລະ ສາວົກຂອງພຣະອົງຍັງບໍ່ໄດ້ເຮັດໃຫ້ສຳເລັດ ຫຼື ບໍ່ໄດ້ພັດທະນາເພີ່ມເຕີມໃນຍຸກແຫ່ງພຣະຄຸນ. ສິ່ງທີ່ພວກເຂົາປະຕິບັດໃນພາລະກິດຂອງພວກເຂົາແມ່ນການຟື້ນຟູສິ່ງທີ່ພຣະເຢຊູຮຽກຮ້ອງໃນພາລະກິດຕອນທຳອິດຂອງພຣະອົງ ເຊິ່ງພຣະອົງຮ້ອງຮຽກໃຫ້ຄົນລຸ້ນຕ່າງໆປົກຄຸມຫົວຂອງພວກເຂົາ, ຮັບບັບຕິດສະມາ, ຫັກເຂົ້າຈີ່ ຫຼື ດື່ມເຫຼົ້າແວງ. ມັນສາມາດເວົ້າໄດ້ວ່າ ພາລະກິດຂອງພວກເຂົາແມ່ນເພື່ອຮັກສາພຣະຄຳພີ ແລະ ເພື່ອສະແຫວງຫາເສັ້ນທາງທີ່ຢູ່ພາຍໃນພຣະຄຳພີ. ພວກເຂົາບໍ່ໄດ້ສ້າງຄວາມກ້າວໜ້າຫຍັງໃໝ່ເລີຍ. ສະນັ້ນ ຜູ້ຄົນຈຶ່ງສາມາດຄົ້ນພົບຫົນທາງໃໝ່ແຫ່ງພາລະກິດຂອງພວກເຂົາພຽງແຕ່ພາຍໃນພຣະຄຳພີ ເທົ່ານັ້ນ ພ້ອມທັງເຫັນວ່າ ການປະຕິບັດອີງຕາມພຣະຄໍາພີແມ່ນດີກວ່າ ແລະ ເປັນຈິງກວ່າ. ໃນພາລາກິດຂອງພວກເຂົາ ມະນຸດບໍ່ສາມາດຄົ້ນພົບຄວາມປະສົງໃນປັດຈຸບັນຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຄົ້ນພົບພາລະກິດໃໝ່ຂອງພຣະເຈົ້າແຫ່ງຍຸກສຸດທ້າຍວາງແຜນປະຕິບັດ. ນີ້ກໍເພາະວ່າເສັ້ນທາງທີ່ພວກເຂົາຍ່າງຍັງເປັນເສັ້ນທາງເກົ່າ; ບໍ່ມີການເລີ່ມໃໝ່ ແລະ ບໍ່ມີການກ້າວໜ້າ. ພວກເຂົາສືບຕໍ່ຍຶດຖືຄວາມຈິງແຫ່ງການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ, ຮັກສາການປະຕິບັດທີ່ຮຽກຮ້ອງໃຫ້ຜູ້ຄົນກັບໃຈ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ, ຍຶດຕິດກັບຄຳເວົ້າທີ່ວ່າ ຜູ້ໃດທີ່ອົດທົນຈົນເຖິງທີ່ສຸດກໍຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຜູ້ຊາຍແມ່ນເປັນຫົວໜ້າຂອງແມ່ຍິງ ແລະ ແມ່ຍິງຕ້ອງເຊື່ອຟັງສາມີຂອງເຂົາ ແລະ ຍິ່ງຍຶດຕິດກັບແນວຄິດຕາມປະເພນີ້ທີ່ວ່າ ເອື້ອຍນ້ອງບໍ່ສາມາດເທດສະໜາໄດ້, ພຽງແຕ່ສາມາດເຊື່ອຟັງເທົ່ານັ້ນ. ຖ້າການນໍາພາໃນລັກສະນະດັ່ງກ່າວຖືກຮັກສາຕໍ່ໄປ, ພຣະວິນຍານບໍລິສຸດຈະບໍ່ສາມາດປະຕິບັດພາລະກິດໃໝ່ຈັກເທື່ອ, ບໍ່ສາມາດເຮັດໃຫ້ມະນຸດເປັນອິດສະຫຼະຈາກຄຳສັ່ງສອນ ຫຼື ນໍາພາພວກເຂົາສູ່ອານາຈັກແຫ່ງອິດສະຫຼະ ແລະ ຄວາມສວຍງາມ. ສະນັ້ນ ຂັ້ນຕອນນີ້ຂອງພາລະກິດ ເຊິ່ງເປັນພາລະກິດໃນການປ່ຽນແປງຍຸກ ຕ້ອງຖືກປະຕິບັດ ແລະ ກ່າວໂດຍພຣະເຈົ້າເອງ; ບໍ່ດັ່ງນັ້ນ ບໍ່ມີມະນຸດຄົນໃດສາມາດປະຕິບັດແທນພຣະອົງໄດ້. ຈົນເຖິງປັດຈຸບັນນີ້ ພາລະກິດທັງໝົດຂອງພຣະວິນຍານບໍລິສຸດທີ່ຢູ່ນອກກະແສນີ້ໄດ້ມາເຖິງຈຸດທີ່ບໍ່ໜີງຕີງ ແລະ ຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ກໍໄດ້ຫຼົງຈຸດຢືນຂອງພວກເຂົາ. ສະນັ້ນ ຍ້ອນພາລະກິດຂອງມະນຸດທີ່ພຣະວິນຍານບໍລິສຸດໃຊ້ບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ, ຕົວຕົນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາປະພຶດແທນກໍແຕກຕ່າງເຊັ່ນກັນ. ນີ້ກໍຍ້ອນວ່າ ພາລະກິດທີ່ພຣະວິນຍານບໍລິສຸດຕັ້ງໃຈປະຕິບັດແມ່ນແຕກຕ່າງກັນ ແລະ ດ້ວຍເຫດນີ້ ຄົນທີ່ປະຕິບັດພາລະກິດແບບດຽວກັນກໍມີຕົວຕົນ ແລະ ສະຖານະທີ່ແຕກຕ່າງກັນ. ມະນຸດທີ່ພຣະວິນຍານບໍລິສຸດໃຊ້ອາດປະຕິບັດພາລະກິດໃໝ່ບາງຢ່າງ ແລະ ອາດກຳຈັດພາລະກິດບາງຢ່າງທີ່ເຮັດສຳເລັດໃນຍຸກຜ່ານມາ, ແຕ່ສິ່ງທີ່ພວກເຂົາປະຕິບັດແມ່ນບໍ່ໄດ້ສະແດງເຖິງອຸປະນິໄສ ແລະ ຄວາມປະສົງຂອງພຣະເຈົ້າໃນຍຸກໃໝ່. ພວກເຂົາພຽງແຕ່ປະຕິບັດພາລາກິດເພື່ອລົ້ມເລີກພາລະກິດຂອງຍຸກຜ່ານມາເທົ່ານັ້ນ ແລະ ບໍ່ແມ່ນເພື່ອປະຕິບັດພາລະກິດໃໝ່ດ້ວຍຈຸດປະສົງໃນການເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າໂດຍກົງ. ສະນັ້ນ ບໍ່ວ່າພວກເຂົາຈະລົ້ມເລີກການປະຕິບັດທີ່ລ້າສະໄໝຫຼາຍສໍ່າໃດກໍຕາມ ຫຼື ພວກເຂົາແນະນໍາການປະຕິບັດໃໝ່ຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງເປັນຕົວແທນໃຫ້ກັບມະນຸດ ແລະ ສິ່ງຖືກສ້າງ. ໃນຂະນະດຽວກັນ, ເມື່ອພຣະເຈົ້າເອງປະຕິບັດພາລະກິດ, ພຣະອົງບໍ່ໄດ້ປະກາດລົ້ມເລີກການປະຕິບັດຂອງຍຸກເກົ່າຢ່າງເປີດເຜີຍ ຫຼື ປະກາດການເລີ່ມຕົ້ນຂອງຍຸກໃໝ່ໂດຍກົງ. ພຣະອົງກົງໄປກົງມາ ແລະ ຊື່ສັດໃນພາລະກິດຂອງພຣະອົງ. ພຣະອົງກົງໄປກົງມາໃນການປະຕິບັດພາລະກິດທີ່ພຣະອົງເຈດຕະນາໄວ້; ນັ້ນກໍຄື ພຣະອົງສະແດງພາລະກິດທີ່ພຣະອົງໄດ້ເລີ່ມຕົ້ນຂຶ້ນໂດຍກົງ, ປະຕິບັດພາລະກິດຕາມທີ່ພຣະອົງເຈດຕະນາໄວ້ໃນເບື້ອງຕົ້ນໂດຍກົງ, ສະແດງເຖິງການເປັນຢູ່ ແລະ ອຸປະນິໄສຂອງພຣະອົງ. ໃນຄວາມຄິດຂອງມະນຸດ, ອຸປະນິໄສຂອງພຣະອົງ ແລະ ພ້ອມດ້ວຍພາລະກິດຂອງພຣະອົງແມ່ນແຕກຕ່າງຈາກສິ່ງທີ່ຢູ່ໃນຍຸກອະດີດ. ແຕ່ວ່າ ຈາກທັດສະນະຂອງພຣະເຈົ້າແລ້ວ ນີ້ແມ່ນການສືບຕໍ່ເນື່ອງ ແລະ ການພັດທະນາເພີ່ມເຕີມໃນພາລະກິດຂອງພຣະອົງເທົ່ານັ້ນ. ເມື່ອພຣະເຈົ້າເອງປະຕິບັດ, ພຣະອົງສະແດງພຣະທຳຂອງພຣະອົງ ແລະ ເລີ່ມຕົ້ນພາລະກິດໃໝ່ໂດຍກົງ. ໃນທາງກົງກັນຂ້າມ, ເມື່ອມະນຸດປະຕິບັດພາລະກິດ, ມັນແມ່ນຜ່ານການຕຶກຕອງ ແລະ ການສຶກສາ ຫຼື ມັນເປັນການຂະຫຍາຍຄວາມຮູ້ ແລະ ການຈັດລະບົບຂອງການປະຕິບັດຕາມທໍານຽມທີ່ຖືກຄົ້ນພົບໃນພາລະກິດຂອງຄົນອື່ນ. ນັ້ນໝາຍຄວາມວ່າ ແກ່ນແທ້ຂອງພາລະກິດທີ່ມະນຸດປະຕິບັດແມ່ນເພື່ອຕິດຕາມລະບຽບທີ່ຖືກຈັດຕັ້ງຂຶ້ນແລ້ວ ແລະ ເພື່ອ “ຍ່າງໃນເສັ້ນທາງເກົ່າໂດຍໃຊ້ເກີບໃໝ່.” ນີ້ໝາຍຄວາມວ່າ ແມ່ນແຕ່ເສັ້ນທາງທີ່ມະນຸດຜູ້ທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດຍ່າງກໍຍັງເປັນເສັ້ນທາງທີ່ຖືກສ້າງຂຶ້ນເທິງສິ່ງທີ່ພຣະເຈົ້າເປີດເຜີຍ. ສະນັ້ນ ເມື່ອທຸກສິ່ງຖືກກ່າວອອກ ແລະ ເຮັດໃຫ້ສຳເລັດ, ມະນຸດກໍຍັງເປັນມະນຸດ ແລະ ພຣະເຈົ້າກໍຍັງເປັນພຣະເຈົ້າ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

4. ໂຢຮັນເກີດດ້ວຍຄໍາສັນຍາ ເຊັ່ນດຽວກັນກັບອີຊາກທີ່ເກີດເພື່ອອັບຣາຮາມ. ເພິ່ນເປັນຜູ້ປູທາງໃຫ້ພຣະເຢຊູ ແລະ ປະຕິບັດພາລະກິດຫຼາຍຢ່າງ, ແຕ່ເພິ່ນບໍ່ແມ່ນພຣະເຈົ້າ. ກົງກັນຂ້າມ, ເພິ່ນເປັນໜຶ່ງໃນຜູ້ປະກາດພຣະທຳ ເພາະເພິ່ນພຽງແຕ່ປູທາງໃຫ້ພຣະເຢຊູ. ພາລະກິດຂອງເພິ່ນກໍຍິ່ງໃຫຍ່ເຊັ່ນກັນ ແລະ ຫຼັງຈາກທີ່ເພິ່ນໄດ້ປູທາງໄວ້ແລ້ວ ພຣະເຢຊູຈຶ່ງເລີ່ມຕົ້ນພາລະກິດຂອງພຣະອົງຢ່າງເປັນທາງກັນ. ສິ່ງທີ່ສຳຄັນທີ່ສຸດກໍຄື ເພິ່ນພຽງແຕ່ເຮັດວຽກເພື່ອພຣະເຢຊູ ແລະ ພາລະກິດທີ່ເພິ່ນປະຕິບັດກໍເປັນການຮັບໃຊ້ພາລະກິດຂອງພຣະເຢຊູ. ຫຼັງຈາກທີ່ເພິ່ນສຳເລັດການປູທາງ, ພຣະເຢຊູກໍເລີ່ມຕົ້ນພາລະກິດຂອງພຣະອົງ ເຊິ່ງເປັນພາລະກິດທີ່ໃໝ່ກວ່າ, ມີຕົວຕົນຫຼາຍຂຶ້ນ ແລະ ມີລາຍລະອຽດຫຼາຍຂຶ້ນ. ໂຢຮັນພຽງແຕ່ປະຕິບັດສ່ວນທຳອິດຂອງພາລະກິດ; ສໍາລັບສ່ວນໃຫຍ່ຂອງພາລະກິດໃໝ່ນັ້ນ ແມ່ນຖືກປະຕິບັດໂດຍພຣະເຢຊູ. ໂຢຮັນປະຕິບັດພາລະກິດໃໝ່ເຊັ່ນກັນ ແຕ່ເພິ່ນບໍ່ແມ່ນຄົນທີ່ເລີ່ມຕົ້ນຍຸກໃໝ່. ໂຢຮັນເກີດດ້ວຍຄໍາສັນຍາ ແລະ ຊື່ຂອງເພິ່ນກໍຖືກມອບໃຫ້ໂດຍທູດສະຫວັນ. ໃນເວລານັ້ນ, ບາງຄົນຕ້ອງການຕັ້ງຊື່ເພິ່ນຕາມພໍ່ຂອງເພິ່ນ ເຊກາຣິຢາ,​ ແຕ່ແມ່ຂອງເພິ່ນເວົ້າຂຶ້ນວ່າ “ເດັກນ້ອຍຄົນນີ້ບໍ່ສາມາດຖືກຕັ້ງຊື່ນັ້ນໄດ້. ລາວຄວນຖືກເອີ້ນວ່າ ໂຢຮັນ.” ສິ່ງນີ້ລ້ວນແລ້ວແຕ່ເປັນຄຳສັ່ງຂອງພຣະວິນຍານບໍລິສຸດ. ໃນກໍລະນີນັ້ນ, ເປັນຫຍັງໂຢຮັນຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ພຣະເຢຊູກໍຖືກຕັ້ງຊື່ຕາມຄຳສັ່ງຂອງພຣະວິນຍານບໍລິສຸດເຊັ່ນກັນ, ແຕ່ພຣະອົງເກີດຈາກພຣະວິນຍານບໍລິສຸດ ແລະ ພຣະອົງຖືກສັນຍາດ້ວຍພຣະວິນຍານບໍລິສຸດ. ພຣະເຢຊູເປັນພຣະເຈົ້າ, ພຣະຄຣິດ ແລະ ບຸດມະນຸດ. ແຕ່ໃນເມື່ອພາລະກິດຂອງໂຢຮັນກໍຍິ່ງໃຫຍ່ເຊັ່ນກັນ ແລ້ວເປັນຫຍັງເພິ່ນຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ແມ່ນຫຍັງຄືຄວາມແຕກຕ່າງແທ້ຈິງລະຫວ່າງພາລະກິດທີ່ພຣະເຢຊູປະຕິບັດ ແລະ ພາລະກິດທີ່ໂຢຮັນປະຕິບັດ? ເປັນຍ້ອນເຫດຜົນດຽວທີ່ວ່າໂຢຮັນຄືຄົນປູທາງໃຫ້ພຣະເຢຊູບໍ? ຫຼື ເປັນຍ້ອນວ່າ ສິ່ງທັງໝົດນີ້ແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າແລ້ວ? ເຖິງແມ່ນວ່າ ໂຢຮັນໄດ້ເວົ້າວ່າ “ພວກເຈົ້າຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ” ແລະ ເພິ່ນກໍໄດ້ເທດສະໜາຂ່າວປະເສີດແຫ່ງອານາຈັກສະຫວັນເຊັ່ນກັນ, ແຕ່ພາລະກິດຂອງເພິ່ນກໍບໍ່ໄດ້ພັດທະນາເພີ່ມເຕີ່ມ ແລະ ພຽງແຕ່ກໍ່ຕັ້ງເປັນຈຸດເລີ່ມຕົ້ນເທົ່ານັ້ນ. ໃນທາງກົງກັນຂ້າມ, ພຣະເຢຊູເລີ່ມຕົ້ນຍຸກໃໝ່ພ້ອມທັງນໍາຍຸກເກົ່າມາສູ່ຈຸດສິ້ນສຸດ ແລະ ນອກຈາກນັ້ນ ພຣະອົງຍັງປະຕິບັດກົດລະບຽບແຫ່ງພຣະສັນຍາເດີມອີກດ້ວຍ. ພາລະກິດທີ່ພຣະອົງປະຕິບັດແມ່ນຍິ່ງໃຫຍ່ກວ່າພາລະກິດຂອງໂຢຮັນ ແລະ ຍິ່ງໄປກວ່ານັ້ນ ພຣະອົງໄດ້ມາເພື່ອໄຖ່ມະນຸດຊາດທັງປວງ, ພຣະອົງເຮັດໃຫ້ຂັ້ນຕອນນັ້ນຂອງພາລະກິດສຳເລັດ. ແຕ່ສຳລັບໂຢຮັນ, ເພິ່ນພຽງແຕ່ຈັດກຽມຫົນທາງ. ເຖິງແມ່ນພາລະກິດຂອງເພິ່ນກໍຍິ່ງໃຫຍ່, ຄຳເວົ້າຂອງເພິ່ນກໍມີຫຼາຍ ແລະ ອັກຄະສາວົກທີ່ຕິດຕາມເພິ່ນກໍມີຫຼາຍເຊັ່ນກັນ, ພາລະກິດຂອງເພິ່ນປະຕິບັດແມ່ນພຽງນໍາເອົາຈຸດເລີ່ມຕົ້ນໃໝ່ມາສູ່ມະນຸດເທົ່ານັ້ນ. ມະນຸດບໍ່ເຄີຍໄດ້ຮັບຊີວິດ, ຫົນທາງ ຫຼື ຄວາມຈິງຢ່າງເລິກເຊິ່ງຈາກເພິ່ນ ຫຼື ມະນຸດບໍ່ເຄີຍໄດ້ຮັບການເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າຜ່ານເພິ່ນຈັກເທື່ອ. ໂຢຮັນເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ (ເອລີຢາ) ຜູ້ເຊິ່ງເປີດເຜີຍສະໜາມໃໝ່ໃຫ້ກັບພາລະກິດຂອງພຣະເຢຊູ ແລະ ຈັດຕຽມຄົນທີ່ຖືກເລືອກ; ເພິ່ນເປັນຜູ້ບຸກເບີກທາງໃຫ້ກັບຍຸກແຫ່ງພຣະຄຸນ. ເລື່ອງດັ່ງກ່າວບໍ່ສາມາດແຍກແຍະໄດ້ຈາກການສັງເກດພຽງແຕ່ຮູບຮ່າງພາຍນອກທຳມະດາຂອງພວກເຂົາເທົ່ານັ້ນ. ສິ່ງນີ້ຍິ່ງເປັນຈິງຫຼາຍຂຶ້ນ ໃນເມື່ອໂຢຮັນກໍໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍພໍສົມຄວນ ແລະ ຍິ່ງໄປກວ່ານັ້ນ ເພິ່ນຖືກສັນຍາໂດຍພຣະວິນຍານບໍລິສຸດ ແລະ ພາລະກິດຂອງເພິ່ນກໍໄດ້ຮັບການສົ່ງເສີມໂດຍພຣະວິນຍານບໍລິສຸດເຊັ່ນກັນ. ເມື່ອເປັນດັ່ງນີ້, ຕ້ອງເບິ່ງຜ່ານພາລະກິດທີ່ພວກເຂົາປະຕິບັດເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດແຍກແຍະຕົວຕົນຂອງພວກເຂົາໄດ້, ຍ້ອນບໍ່ມີທາງທີ່ຈະແຍກແຍະທາດແທ້ຂອງມະນຸດຈາກຮູບຮ່າງພາຍນອກຂອງເຂົາ ຫຼື ບໍ່ມີທາງທີ່ມະນຸດຈະຄົ້ນຫາໃຫ້ແນ່ໃຈວ່າແມ່ນຫຍັງຄືຄຳພະຍານຂອງພຣະວິນຍານບໍລິສຸດ. ພາລະກິດທີ່ໂຢຮັນປະຕິບັດ ແລະ ພາລະກິດທີ່ພຣະເຢຊູປະຕິບັດບໍ່ໄດ້ຄືກັນ ພ້ອມທັງມີທຳມະຊາດທີ່ແຕກຕ່າງກັນ. ການທີ່ຄົນໜຶ່ງກຳນົດວ່າເຂົາເປັນພຣະເຈົ້າ ຫຼື ບໍ່ນັ້ນ ກໍແມ່ນມາຈາກສິ່ງນີ້. ພາລະກິດຂອງພຣະເຢຊູແມ່ນການເລີ່ມຕົ້ນ, ການສືບຕໍ່, ການເຮັດໃຫ້ສຳເລັດ ແລະ ການເຮັດໃຫ້ບັນລຸຜົນ. ພຣະອົງປະຕິບັດແຕ່ລະຂັ້ນຕອນເຫຼົ່ານີ້ ໃນຂະນະທີ່ພາລະກິດຂອງໂຢຮັນເປັນພຽງການສ້າງຈຸດເລີ່ມຕົ້ນ. ໃນຕອນເລີ່ມຕົ້ນ, ພຣະເຢຊູເຜີຍແຜ່ຂ່າວປະເສີດ ແລະ ເທດສະໜາກ່ຽວກັບວິທີແຫ່ງການກັບໃຈ ແລະ ຫຼັງຈາກນັ້ນກໍໃຫ້ບັບຕິດສະມາແກ່ມະນຸດ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ສຸດທ້າຍ, ພຣະອົງກໍໄດ້ໄຖ່ມະນຸດຊາດຈາກຄວາມບາບ ແລະ ເຮັດໃຫ້ພາລະກິດຂອງພຣະອົງໃນຍຸກນັ້ນສໍາເລັດລົງ. ພຣະອົງຍັງເດີນທາງໄປມາທົ່ວທຸກຫົນແຫ່ງ, ເທດສະໜາຕໍ່ມະນຸດ ແລະ ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ. ໃນກໍລະນີນີ້ ພຣະອົງ ແລະ ໂຢຮັນແມ່ນຄືກັນ, ແຕ່ຄວາມແຕກຕ່າງກໍຄື ພຣະເຢຊູເລີ່ມຕົ້ນຍຸກໃໝ່ ແລະ ນໍາຍຸກແຫ່ງພຣະຄຸນມາສູ່ມະນຸດ. ຈາກປາກຂອງພຣະອົງແມ່ນເຕັມໄປດ້ວຍພຣະທຳກ່ຽວກັບສິ່ງທີ່ມະນຸດຄວນປະຕິບັດຕາມ ແລະ ຫົນທາງທີ່ມະນຸດຄວນຕິດຕາມໃນຍຸກແຫ່ງພຣະຄຸນ ແລະ ໃນທີ່ສຸດແລ້ວ ພຣະອົງກໍເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ. ໂຢຮັນບໍ່ເຄີຍປະຕິບັດພາລະກິດນີ້ຈັກເທື່ອ. ດ້ວຍເຫດນັ້ນ ຈຶ່ງເປັນພຣະເຢຊູທີ່ປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ແມ່ນພຣະອົງເອງທີ່ເປັນພຣະເຈົ້າ ແລະ ຜູ້ເຊິ່ງເປັນຕົວແທນໃຫ້ກັບພຣະເຈົ້າໂດຍກົງ. ແນວຄິດຂອງມະນຸດບອກວ່າທຸກຄົນທີ່ເກີດໂດຍພຣະສັນຍາ, ເກີດຈາກພຣະວິນຍານ, ໄດ້ຮັບການສົ່ງເສີມຈາກພຣະວິນຍານບໍລິສຸດ ແລະ ຜູ້ເຊິ່ງເປີດເຜີຍຫົນທາງໃໝ່ອອກກໍເປັນພຣະເຈົ້າໄດ້. ອີງຕາມການໃຫ້ເຫດຜົນແບບນີ້, ໂຢຮັນກໍຈະເປັນພຣະເຈົ້າເຊັ່ນກັນ ແລະ ໂມເຊ,​ ອັບຣາຮາມ ແລະ ເດວິດ ..., ພວກເຂົາກໍຈະລ້ວນແລ້ວແຕ່ເປັນພຣະເຈົ້າເຊັ່ນກັນ. ນີ້ບໍ່ແມ່ນເລື່ອງຕະລົກທີ່ສຸດບໍ?

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

5. ມະນຸດເຊື່ອວ່າພຣະເຈົ້າທີ່ມາສະຖິດຢູ່ໃນເນື້ອໜັງບໍ່ໄດ້ດຳລົງຊີວິດແບບມະນຸດທຳມະດາຢ່າງແນ່ນອນ; ພວກເຂົາເຊື່ອວ່າພຣະອົງສະອາດ ໂດຍບໍ່ຕ້ອງຖູແຂ້ວຂອງພຣະອົງ ຫຼື ລ້າງໜ້າຂອງພຣະອົງ, ຍ້ອນວ່າ ພຣະອົງເປັນບຸກຄົນທີ່ບໍລິສຸດ. ສິ່ງເຫຼົ່ານີ້ບໍ່ແມ່ນແນວຄິດຂອງມະນຸດທັງໝົດບໍ? ພຣະຄຳພີບໍ່ໄດ້ບັນທຶກເຖິງຊີວິດຂອງພຣະເຢຊູໃນຖານະເປັນມະນຸດ ພຽງແຕ່ບັນທຶກພາລະກິດຂອງພຣະອົງ, ແຕ່ສິ່ງນີ້ກໍບໍ່ໄດ້ພິສູດວ່າພຣະອົງບໍ່ມີຄວາມເປັນມະນຸດທຳມະດາ ຫຼື ພຣະອົງບໍ່ໄດ້ດຳລົງຊີວິດແບບມະນຸດທຳມະດາກ່ອນທີ່ຈະຮອດອາຍຸສາມສິບປີ. ພຣະອົງເລີ່ມຕົ້ນພາລະກິດຂອງພຣະອົງຢ່າງເປັນທາງການຕອນພຣະອົງໄດ້ອາຍຸ 29 ປີ, ແຕ່ເຈົ້າບໍ່ສາມາດເບິ່ງຂ້າມຊີວິດທັງໝົດຂອງພຣະອົງທີ່ເປັນມະນຸດໃນໄລຍະຊາວເກົ້າປີນັ້ນໄດ້. ພຣະຄຳພີພຽງແຕ່ຕັດຊ່ວງໄລຍະນັ້ນອອກຈາກການບັນທຶກເທົ່ານັ້ນ; ຍ້ອນວ່າ ຊີວິດຂອງພຣະອົງແມ່ນຢູ່ໃນຖານະທີ່ເປັນມະນຸດທຳມະດາ ແລະ ບໍ່ແມ່ນຊ່ວງໄລຍະພາລະກິດອັນສັກສິກຂອງພຣະອົງ, ຈຶ່ງບໍ່ຈຳເປັນຕ້ອງຂຽນມັນລົງ. ຍ້ອນວ່າ ກ່ອນການຮັບບັບຕິດສະມາຂອງພຣະເຢຊູ, ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດໂດຍກົງ, ແຕ່ພຽງຮັກສາພຣະອົງຢູ່ໃນຊີວິດແບບມະນຸດທຳມະດາຈົນເຖິງມື້ທີ່ພຣະເຢຊູຕ້ອງປະຕິບັດພັນທະກິດຂອງພຣະອົງ. ເຖິງແມ່ນວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງແມ່ນໄດ້ຜ່ານຂະບວນການເຕີບໃຫຍ່ແບບມະນຸດທຳມະດາ. ຂະບວນການຂອງການເຕີບໃຫຍ່ນີ້ແມ່ນຖືກຕັດອອກຈາກພຣະຄຳພີ. ມັນຖືກຕັດອອກກໍເພາະວ່າ ມັນບໍ່ສາມາດສະໜອງຄວາມຊ່ວຍເຫຼືອທີ່ຍິ່ງໃຫຍ່ສຳລັບການເຕີບໂຕໃນຊີວິດຂອງມະນຸດໄດ້. ຊ່ວງໄລຍະເວລາກ່ອນການຮັບບັບຕິດສະມາຂອງພຣະອົງເປັນຊ່ວງໄລຍະເວລາທີ່ຖືກເຊື່ອງໄວ້ ເຊິ່ງເປັນຊ່ວງໄລຍະເວລາທີ່ພຣະອົງບໍ່ໄດ້ປະຕິບັດໝາຍສຳຄັນ ແລະ ການອັດສະຈັນ. ພຽງແຕ່ຫຼັງຈາກການຮັບບັບຕິດສະມາຂອງພຣະອົງ ພຣະເຢຊູຈຶ່ງເລີ່ມຕົ້ນພາລະກິດທັງໝົດເພື່ອການໄຖ່ບາບຂອງມະນຸດຊາດ, ພາລະກິດທີ່ອຸດົມສົມບູນໄປດ້ວຍຄວາມກະລຸນາ, ຄວາມຈິງ ແລະ ຄວາມຮັກ ແລະ ຄວາມເມດຕາ. ການເລີ່ມຕົ້ນຂອງພາລະກິດນີ້ຍັງເປັນການເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນອີກດ້ວຍ; ຍ້ອນເຫດຜົນນີ້, ມັນຈຶ່ງຖືກຂຽນລົງ ແລະ ສົ່ງຕໍ່ຈົນເຖິງປັດຈຸບັນ. ມັນແມ່ນເພື່ອເປີດຫົນທາງ ແລະ ເຮັດໃຫ້ທຸກສິ່ງບັນລຸຜົນເພື່ອຄົນໃນຍຸກແຫ່ງພຣະຄຸນຈະໄດ້ຍ່າງໃນເສັ້ນທາງຂອງຍຸກແຫ່ງພຣະຄຸນ ແລະ ເສັ້ນທາງແຫ່ງໄມ້ກາງແຂນ. ເຖິງແມ່ນມັນມາຈາກການບັນທຶກທີ່ຖືກຂຽນຂຶ້ນໂດຍມະນຸດ, ທຸກສິ່ງກໍເປັນຄວາມຈິງ ຍົກເວັ້ນຈະຄົ້ນພົບຂໍ້ຜິດພາດເລັກນ້ອຍຢູ່ນີ້ ແລະ ຢູ່ນັ້ນ. ເຖິງແມ່ນເປັນແບບນັ້ນກໍຕາມ ການບັນທຶກເຫຼົ່ານີ້ບໍ່ສາມາດເວົ້າໄດ້ວ່າເປັນສິ່ງທີ່ບໍ່ແມ່ນຄວາມຈິງ. ສິ່ງຕ່າງໆຄືຄວາມຈິງທັງໝົດ, ພຽງແຕ່ເມື່ອຂຽນສິ່ງເຫຼົ່ານັ້ນລົງ ມະນຸດໄດ້ເຮັດຜິດພາດ. ມີບາງຄົນທີ່ເວົ້າວ່າ ຖ້າພຣະເຢຊູເປັນຄົນທີ່ມີຄວາມເປັນມະນຸດທຳມະດາ ແລະ ປົກກະຕິ, ເປັນໄປໄດ້ແນວໃດທີ່ພຣະອົງຈະສາມາດປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ? ສີ່ສິບມື້ແຫ່ງການທົດລອງທີ່ພຣະເຢຊູໄດ້ຜະເຊີນກໍເປັນໝາຍສຳຄັນທີ່ອັດສະຈັນ ເປັນສິ່ງໜຶ່ງທີ່ມະນຸດທຳມະດາຈະບໍ່ສາມາດບັນລຸໄດ້. ສີ່ສິບມື້ແຫ່ງການທົດລອງຂອງພຣະອົງແມ່ນຢູ່ໃນທຳມະຊາດຂອງການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ; ແລ້ວຄົນໜຶ່ງຈະສາມາດເວົ້າໄດ້ແນວໃດວ່າ ບໍ່ມີຄວາມເໜືອທຳມະຊາດໃນຕົວພຣະອົງແມ່ນແຕ່ໜ້ອຍດຽວ? ຄວາມສາມາດໃນປະຕິບັດໝາຍສຳຄັນ ແລະ ການອັດສະຈັນຂອງພຣະອົງບໍ່ໄດ້ພິສູດວ່າພຣະອົງເປັນມະນຸດທີ່ຢູ່ເໜືອທຳມະຊາດ ແລະ ບໍ່ແມ່ນມະນຸດທຳມະດາ; ມັນພຽງແຕ່ເປັນພຣະວິນຍານບໍລິສຸດເທົ່ານັ້ນທີ່ປະຕິບັດພາລະກິດໃນມະນຸດທຳມະດາແບບພຣະອົງ, ສະນັ້ນຈຶ່ງເປັນໄປໄດ້ສໍາລັບພຣະອົງທີ່ຈະປະຕິບັດໃນສິ່ງອັດສະຈັນ ແລະ ແມ່ນແຕ່ປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນກວ່າເກົ່າ. ກ່ອນທີ່ພຣະເຢຊູຈະປະຕິບັດພັນທະກິດຂອງພຣະອົງ ຫຼື ຕາມທີ່ພຣະຄຳພີກ່າວວ່າ ກ່ອນທີ່ພຣະວິນຍານຈະລົງມາສູ່ພຣະອົງ, ພຣະເຢຊູເປັນພຽງມະນຸດທຳມະດາ ແລະ ບໍ່ມີທາງທີ່ຈະຢູ່ເໜືອທຳມະຊາດໄດ້. ເມື່ອພຣະວິນຍານບໍລິສຸດລົງມາສູ່ພຣະອົງ ນັ້ນກໍຄື ເມື່ອພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະອົງແມ່ນເຕັມໄປດ້ວຍຄວາມເໜືອທຳມະຊາດ. ດ້ວຍເຫດນີ້, ມະນຸດຈຶ່ງເຊື່ອວ່າ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າບໍ່ມີຄວາມເປັນມະນຸດທຳມະດາ ແລະ ຍິ່ງໄປກວ່ານັ້ນຍັງມີແນວຄິດແບບຜິດໆວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມີຄວາມເປັນມະນຸດ. ແນ່ນອນ ເມື່ອພຣະເຈົ້າມາເທິງແຜ່ນດິນໂລກ, ພາລະກິດຂອງພຣະອົງ ແລະ ທຸກສິ່ງທີ່ມະນຸດເຫັນກ່ຽວກັບພຣະອົງເປັນສິ່ງທີ່ເໜືອທຳມະຊາດ. ສິ່ງທີ່ເຈົ້າເຫັນດ້ວຍຕາຂອງເຈົ້າ ແລະ ສິ່ງທີ່ເຈົ້າໄດ້ຍິນດ້ວຍຫູຂອງເຈົ້າລ້ວນແລ້ວແຕ່ເປັນສິ່ງທີ່ເໜືອທຳມະຊາດ ຍ້ອນມະນຸດບໍ່ສາມາດເຂົ້າໃຈ ແລະ ບໍ່ສາມາດບັນລຸພາລະກິດຂອງພຣະອົງ ແລະ ພຣະທຳຂອງພຣະອົງໄດ້. ຖ້າສິ່ງໃດໜຶ່ງໃນສະຫວັນຖືກນໍາລົງມາເທິງແຜ່ນດິນໂລກ, ແລ້ວມັນຈະເປັນສິ່ງອື່ນໄປໄດ້ແນວໃດ ຖ້າບໍ່ແມ່ນສິ່ງທີ່ເໜືອທຳມະຊາດ? ເມື່ອຄວາມເລິກລັບແຫ່ງອານາຈັກສະຫວັນຖືກນໍາມາເທິງແຜ່ນດິນໂລກ, ຄວາມເລິກລັບທີ່ມະນຸດບໍ່ສາມາດເຂົ້າໃຈ ແລະ ຢັ່ງເຖິງໄດ້, ທີ່ມະຫັດສະຈັນ ແລະ ເຕັມໄປດ້ວຍສະຕິປັນຍາອັນປະເສີດ, ສິ່ງເຫຼົ່ານີ້ບໍ່ແມ່ນລ້ວນແລ້ວແຕ່ເປັນສິ່ງທີ່ເໜືອທຳມະຊາດບໍ? ເຖິງຢ່າງໃດກໍຕາມ, ເຈົ້າຄວນຮູ້ໄວ້ວ່າ ບໍ່ວ່າມັນຈະເໜືອທຳມະຊາດສໍ່າໃດກໍຕາມ, ທຸກສິ່ງຖືກປະຕິບັດພາຍໃນຄວາມເປັນມະນຸດທຳມະດາ. ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າເຕັມໄປດ້ວຍຄວາມເປັນມະນຸດ; ບໍ່ດັ່ງນັ້ນ ພຣະອົງກໍຈະບໍ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

6. ພາລະກິດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງແມ່ນຖືກຄວບຄຸມດ້ວຍຫຼັກການຂອງມັນເອງເຊັ່ນກັນ. ມີແຕ່ເມື່ອພຣະອົງປະກອບມີຄວາມເປັນມະນຸດທຳມະດາ ພຣະອົງຈຶ່ງສາມາດຮັບພາລະກິດ ແລະ ຮັບເອົາການມອບໝາຍຂອງພຣະບິດາໄດ້. ແລ້ວເມື່ອນັ້ນ ພຣະອົງຈຶ່ງເລີ່ມຕົ້ນພາລະກິດຂອງພຣະອົງໄດ້. ໃນໄລຍະທີ່ພຣະອົງເປັນເດັກນ້ອຍຢູ່ນັ້ນ, ພຣະເຢຊູແມ່ນບໍ່ສາມາດເຂົ້າໃຈຫຍັງຫຼາຍກ່ຽວກັບສິ່ງທີ່ເກີດຂຶ້ນໃນຍຸກບູຮານ ແລະ ພຽງແຕ່ຜ່ານການຖາມອາຈານໃນທຳມະສາລາ ພຣະອົງຈຶ່ງເຂົ້າໃຈໄດ້. ຖ້າພຣະອົງເລີ່ມຕົ້ນພາລະກິດຂອງພຣະອົງທັນທີທີ່ພຣະອົງຮຽນເວົ້າ, ມັນຈະເປັນໄປໄດ້ບໍທີ່ພຣະອົງຈະບໍ່ສ້າງຄວາມຜິດພາດ? ພຣະເຈົ້າຈະສາມາດເຮັດຜິດໄດ້ແນວໃດ? ສະນັ້ນ ພຽງແຕ່ຫຼັງຈາກທີ່ພຣະອົງສາມາດປະຕິບັດພາລະກິດເທົ່ານັ້ນ ພຣະອົງຈຶ່ງເລີ່ມຕົ້ນພາລະກິດຂອງພຣະອົງ; ພຣະອົງບໍ່ໄດ້ປະຕິບັດພາລະກິດໃດໆ ຈົນກວ່າພຣະອົງສາມາດຮັບພາລະກິດນັ້ນໄດ້ຢ່າງສົມບູນ.ເມື່ອອາຍຸ 29 ປີ, ພຣະເຢຊູເປັນຜູ້ໃຫຍ່ແລ້ວພໍສົມຄວນ ແລະ ຄວາມເປັນມະນຸດຂອງພຣະອົງກໍພຽງພໍທີ່ຈະຮັບເອົາພາລະກິດທີ່ພຣະອົງຕ້ອງປະຕິບັດ. ມີແຕ່ເມື່ອນັ້ນ ພຣະວິນຍານບໍລິສຸດ ທີ່ເຊື່ອງຊ້ອນເປັນເວລາສາມສິບປີ ຈຶ່ງໄດ້ເລີ່ມເປີດເຜີຍຕົວພຣະອົງເອງ ແລະ ພຣະວິນຍານຂອງພຣະເຈົ້າກໍໄດ້ເລີ່ມຕົ້ນປະຕິບັດພາລະກິດໃນພຣະອົງຢ່າງເປັນທາງການ. ໃນເວລານັ້ນ, ໂຢຮັນໄດ້ຈັດກຽມເປັນເວລາເຈັດປີເພື່ອເປີດຫົນທາງໃຫ້ກັບພຣະອົງ ແລະ ເມື່ອສຳເລັດພາລະກິດຂອງເພິ່ນແລ້ວ, ເພິ່ນກໍຖືກໂຍນເຂົ້າຄຸກ. ຫຼັງຈາກນັ້ນ ພາລະທັງໝົດກໍຕົກຢູ່ກັບພຣະເຢຊູ. ຖ້າພຣະອົງຮັບເອົາພາລະກິດນີ້ຕອນອາຍຸ 21 ຫຼື 22 ປີ, ໃນຕອນທີ່ຄວາມເປັນມະນຸດຂອງພຣະອົງຍັງຂາດເຂີນຢູ່, ໃນຕອນທີ່ພຣະອົງຫາກໍ່ເຂົ້າສູ່ຊ່ວງໄວໜຸ່ມໃໝ່ໆ ແລະ ມີຫຼາຍສິ່ງທີ່ພຣະອົງຍັງບໍ່ເຂົ້າໃຈ, ແລ້ວພຣະອົງກໍຈະບໍ່ສາມາດຄວບຄຸມໄດ້. ໃນເວລານັ້ນ, ໂຢຮັນໄດ້ປະຕິບັດພາລະກິດຂອງເພິ່ນໃນໄລຍະໜຶ່ງແລ້ວກ່ອນທີ່ພຣະເຢຊູຈະເລີ່ມຕົ້ນພາລະກິດຂອງພຣະອົງ ເຊິ່ງເປັນເວລາທີ່ພຣະອົງຢູ່ໃນໄວກາງຄົນແລ້ວ. ໃນຕອນອາຍຸສໍ່ານັ້ນ, ຄວາມເປັນມະນຸດທຳມະດາຂອງພຣະອົງກໍພຽງພໍທີ່ຈະຮັບພາລະກິດທີ່ພຣະອົງຄວນປະຕິບັດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

7. ເມື່ອພຣະເຈົ້າທີ່ບັງເກີດເປັນະມຸດປະຕິບັດພາລະກິດໃນເນື້ອໜັງ, ມີຫຼາຍຫຼັກການ ແລະ ມີຫຼາຍເລື່ອງທີ່ມະນຸດແມ່ນບໍ່ເຂົ້າໃຈ; ມະນຸດໃຊ້ແນວຄິດຂອງເຂົາເອງເພື່ອວັດແທກພາລະກິດນັ້ນຢູ່ເລື້ອຍໆ ຫຼື ເພື່ອຮຽກຮ້ອງຫຼາຍເກີນໄປຈາກພຣະເຈົ້າ. ແຕ່ຈົນເຖິງປັດຈຸບັນນີ້, ຫຼາຍຄົນກໍຍັງບໍ່ຮູ້ເລີຍວ່າ ຄວາມຮູ້ຂອງພວກເຂົາແມ່ນພຽງປະກອບດ້ວຍແນວຄິດຂອງພວກເຂົາເອງເທົ່ານັ້ນ. ບໍ່ວ່າພຣະເຈົ້າຈະບັງເກີດເປັນມະນຸດໃນຍຸກໃດ ຫຼື ສະຖານທີ່ໃດກໍຕາມ, ຫຼັກການສຳລັບພາລະກິດຂອງພຣະອົງໃນເນື້ອໜັງກໍຍັງບໍ່ປ່ຽນແປງ. ພຣະອົງບໍ່ສາມາດກາຍເປັນເນື້ອໜັງ ແລະ ຢູ່ເໜືອເນື້ອໜັງໃນການປະຕິບັດພາລະກິດຂອງພຣະອົງ; ແຮງໄກທີ່ພຣະອົງຈະກາຍເປັນເນື້ອໜັງ ແລະ ບໍ່ປະຕິບັດພາລະກິດພາຍໃນຄວາມເປັນມະນຸດທຳມະດາຂອງເນື້ອໜັງ. ຖ້າເປັນດັ່ງນັ້ນ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະສູນເປົ່າ ແລະ ພຣະທຳທີ່ກາຍເປັນເນື້ອໜັງກໍຈະບໍ່ມີຄວາມໝາຍຫຍັງເລີຍ. ຍິ່ງໄປກວ່ານັ້ນ ມີພຽງແຕ່ພຣະບິດາທີ່ຢູ່ສະຫວັນເທົ່ານັ້ນ (ພຣະວິນຍານ) ທີ່ຮູ້ຈັກການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ບໍ່ມີຄົນໃດອີກເລີຍທີ່ຮູ້ຈັກ, ບໍ່ມີແມ່ນແຕ່ເນື້ອໜັງຂອງພຣະອົງເອງ ຫຼື ຜູ້ສົ່ງຂ່າວຈາກສະຫວັນ. ເມື່ອເປັນດັ່ງນີ້ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງກໍເປັນທຳມະດາຫຼາຍຂຶ້ນ ແລະ ສາມາດສະແດງໃຫ້ເຫັນວ່າ ພຣະທຳໄດ້ກາຍມາເປັນເນື້ອໜັງແທ້ຈິງ ແລະ ເນື້ອໜັງກໍໝາຍເຖິງມະນຸດທຳມະດາ ແລະ ປົກກະຕິ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

8. ບາງຄົນສົງໄສວ່າ ເປັນຫຍັງຕ້ອງເປັນພຣະເຈົ້າເອງທີ່ເລີ່ມຕົ້ນຍຸກໃດໜຶ່ງ? ສິ່ງທີ່ຖືກສ້າງບໍ່ສາມາດເຮັດແທນພຣະອົງໄດ້ບໍ? ພວກເຈົ້າທຸກຄົນຮູ້ວ່າ ພຣະເຈົ້າກາຍເປັນເນື້ອໜັງຍ້ອນຈຸດປະສົງຢ່າງຈະແຈ້ງໃນການລິເລີ່ມຍຸກໃໝ່ໂດຍສະເພາະ ແລະ ແນ່ນອນ ເມື່ອພຣະອົງລິເລີ່ມຍຸກໃໝ່ ພຣະອົງຈະເຮັດໃຫ້ຍຸກຜ່ານມາສຳເລັດໃນເວລາດຽວກັນ. ພຣະເຈົ້າຄືການເລີ່ມຕົ້ນ ແລະ ການສິ້ນສຸດ; ພຣະອົງເອງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ ແລະ ດ້ວຍເຫດນັ້ນ ກໍຕ້ອງເປັນພຣະອົງເອງທີ່ເຮັດໃຫ້ຍຸກຜ່ານມາສິ້ນສຸດລົງ. ນັ້ນແມ່ນການພິສູດວ່າ ພຣະອົງເຮັດໃຫ້ຊາຕານຜ່າຍແພ້ ແລະ ເອົາຊະນະໂລກ. ແຕ່ລະຄັ້ງທີ່ພຣະອົງເອງປະຕິບັດພາລະກິດທ່າມກາງມະນຸດ, ມັນແມ່ນເປັນຈຸດເລີ່ມຕົ້ນຂອງການຕໍ່ສູ້ໃໝ່. ຫາກປາສະຈາກການເລີ່ມຕົ້ນຂອງພາລະກິດໃໝ່, ມັນກໍຈະບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງໂດຍທຳມະຊາດ. ແລ້ວເມື່ອບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງ, ສິ່ງນີ້ແມ່ນເປັນການພິສູດວ່າ ການຕໍ່ສູ້ກັບຊາຕານຍັງບໍ່ໄດ້ມາເຖິງຕອນຈົບເທື່ອ. ພຽງແຕ່ເມື່ອພຣະເຈົ້າເອງລົງມາ ແລະ ປະຕິບັດພາລະກິດໃໝ່ທ່າມກາງມະນຸດ, ມະນຸດຈຶ່ງຈະສາມາດລອດພົ້ນຈາກອຳນາດຂອງຊາຕານຢ່າງສົມບູນ ແລະ ຮັບເອົາຊີວິດໃໝ່ ແລະ ການເລີ່ມຕົ້ນໃໝ່. ບໍ່ດັ່ງນັ້ນ ມະນຸດຈະດຳລົງຊີວິດຢູ່ໃນຍຸກເກົ່າຕະຫຼອດໄປ ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນເດີມຂອງຊາຕານຕະຫຼອດໄປ. ເມື່ອທຸກຍຸກຖືກນໍາພາໂດຍພຣະເຈົ້າ, ສ່ວນໜຶ່ງຂອງມະນຸດກໍຖືກເຮັດໃຫ້ລອດພົ້ນ ແລະ ສະນັ້ນ ມະນຸດຈຶ່ງກ້າວໜ້າໄປສູ່ຍຸກໃໝ່ພ້ອມກັບພາລະກິດຂອງພຣະເຈົ້າ. ໄຊຊະນະຂອງພຣະເຈົ້າໝາຍເຖິງໄຊຊະນະສຳລັບທຸກຄົນທີ່ຕິດຕາມພຣະອົງ. ຖ້າຊົນຊາດຂອງມະນຸດທີ່ຖືກສ້າງໄດ້ຖືກມອບໝາຍໃຫ້ຮັບຜິດຊອບໃນການສິ້ນສຸດຍຸກດັ່ງກ່າວ, ແລ້ວບໍ່ວ່າມັນຈະມາຈາກມຸມມອງຂອງມະນຸດ ຫຼື ຂອງຊາຕານ, ສິ່ງນີ້ກໍຈະເປັນພຽງການກະທຳທີ່ຕໍ່ຕ້ານ ຫຼື ກະບົດຕໍ່ພຣະເຈົ້າ, ບໍ່ໄດ້ເປັນຄວາມເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ພາລະກິດຂອງມະນຸດກໍຈະເປັນເຄື່ອງມືສຳລັບຊາຕານ. ພຽງແຕ່ຖ້າມະນຸດເຊື່ອຟັງ ແລະ ຕິດຕາມພຣະເຈົ້າໃນຍຸກທີ່ພຣະເຈົ້າເອງໄດ້ລິເລີ່ມເທົ່ານັ້ນ ຊາຕານຈຶ່ງຈະຕາຍໃຈຢ່າງສົມບູນ ຍ້ອນນັ້ນຄືໜ້າທີ່ຂອງສິ່ງຖືກສ້າງ. ແລ້ວດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ພວກເຈົ້າພຽງແຕ່ຕ້ອງຕິດຕາມ ແລະ ເຊື່ອຟັງ ແລະ ບໍ່ໄດ້ມີການຮຽກຮ້ອງຫຍັງເພີ່ມເຕີ່ມຈາກພວກເຈົ້າ. ນີ້ແມ່ນຄວາມໝາຍຂອງການທີ່ແຕ່ລະຄົນຮັກສາໜ້າທີ່ຂອງເຂົາ ແລະ ແຕ່ລະຄົນປະຕິບັດໜ້າທີ່ຂອງໃຜລາວ. ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງ ແລະ ບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດແທນພຣະອົງ ຫຼື ພຣະອົງບໍ່ເຂົ້າຮ່ວມໃນພາລະກິດຂອງສິ່ງຖືກສ້າງ. ມະນຸດປະຕິບັດໜ້າທີ່ຂອງເຂົາເອງ ແລະ ບໍ່ເຂົ້າຮ່ວມໃນພາລະກິດຂອງພຣະເຈົ້າ. ມີພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຄວາມເຊື່ອຟັງ ແລະ ການພິສູດຄວາມປະລາໄຊຂອງຊາຕານ. ຫຼັງຈາກທີ່ພຣະເຈົ້າເອງໄດ້ສຳເລັດໃນການລິເລີ່ມຍຸກໃໝ່, ພຣະອົງກໍບໍ່ລົງມາເພື່ອປະຕິບັດພາລະກິດທ່າມກາງມະນຸດຊາດດ້ວຍຕົວພຣະອົງເອງອີກຕໍ່ໄປ. ພຽງແຕ່ເມື່ອນັ້ນ ມະນຸດຈຶ່ງຈະກ້າວເຂົ້າສູ່ຍຸກໃໝ່ຢ່າງເປັນທາງການເພື່ອປະຕິບັດໜ້າທີ່ຂອງເຂົາ ແລະ ປະຕິບັດພາລະກິດຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງ. ສິ່ງເຫຼົ່ານີ້ແມ່ນຫຼັກການທີ່ປົກຄອງພາລະກິດ ເຊິ່ງບໍ່ມີໃຜສາມາດຝ່າຝືນໄດ້. ມີແຕ່ການປະຕິບັດພາລະກິດໃນລັກສະນະນີ້ເທົ່ານັ້ນຈຶ່ງເໝາະສົມ ແລະ ສົມເຫດສົມຜົນ. ພາລະກິດຂອງພຣະເຈົ້າແມ່ນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ. ພຣະອົງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ ແລະ ພຣະອົງເປັນຜູ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ. ພຣະອົງເປັນຜູ້ວາງແຜນພາລະກິດ ແລະ ພຣະອົງເປັນຜູ້ຄຸ້ມຄອງພາລະກິດນັ້ນ ແລະ ຍິ່ງໄປກວ່ານັ້ນກໍເປັນພຣະອົງເອງທີ່ເຮັດໃຫ້ພາລະກິດນັ້ນບັນລຸຜົນ. ດັ່ງທີ່ໄດ້ກ່າວໄວ້ໃນພຣະຄຳພີ “ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ; ເຮົາເປັນຜູ້ວ່ານ ແລະ ຜູ້ກ່ຽວ.” ທຸກສິ່ງທີ່ກ່ຽວຂ້ອງກັບພາລະກິດແຫ່ງການຄຸ້ມຄອງແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ພຣະອົງເປັນຜູ້ປົກຄອງແຜນການຄຸ້ມຄອງຫົກພັນປີ; ບໍ່ມີໃຜສາມາດປະຕິບັດພາລະກິດຂອງພຣະອົງແທນພຣະອົງໄດ້ ແລະ ບໍ່ມີໃຜສາມາດນໍາພາລະກິດຂອງພຣະອົງໄປສູ່ຕອນຈົບໄດ້ ຍ້ອນວ່າ ພຣະອົງເປັນຜູ້ຖືທຸກສິ່ງຢູ່ໃນມືຂອງພຣະອົງ. ເມື່ອພຣະອົງສ້າງແຜ່ນດິນໂລກ, ພຣະອົງກໍຈະນໍາພາໂລກທັງປວງໃຫ້ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ ແລະ ພຣະອົງກໍຈະເຮັດໃຫ້ຍຸກທັງໝົດສິ້ນສຸດລົງເຊັ່ນກັນ ແລ້ວກໍເຮັດໃຫ້ແຜນການທັງໝົດຂອງພຣະອົງບັນລຸຜົນ!

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

9. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດໃນຢູດາຍ, ພຣະອົງກໍປະຕິບັດຢ່າງເປີດເຜີຍ, ແຕ່ໃນປັດຈຸບັນນີ້, ເຮົາປະຕິບັດພາລະກິດ ແລະ ກ່າວທ່າມກາງພວກເຈົ້າຢ່າງລັບໆ. ຄົນທີ່ບໍ່ເຊື່ອແມ່ນບໍ່ຮູ້ຈັກເຖິງສິ່ງນີ້ເລີຍ. ພາລະກິດຂອງເຮົາທີ່ຢູ່ທ່າມກາງພວກເຈົ້າແມ່ນປິດລັບຕໍ່ຄົນທີ່ຢູ່ຂ້າງນອກ. ພຣະທຳເຫຼົ່ານີ້, ການຂ້ຽນຕີ ແລະ ການພິພາກສາເຫຼົ່ານີ້ແມ່ນເປັນທີ່ຮູ້ຈັກຕໍ່ພວກເຈົ້າທຸກຄົນເທົ່ານັ້ນ ແລະ ບໍ່ແມ່ນຄົນອື່ນ. ທັງໝົດຂອງພາລະກິດນີ້ແມ່ນຖືກປະຕິບັດໃນທ່າມກາງພວກເຈົ້າ ແລະ ເປີດເຜີຍໃຫ້ກັບພວກເຈົ້າເທົ່ານັ້ນ; ບໍ່ມີໃຜທ່າມກາງຄົນບໍ່ເຊື່ອທີ່ຮູ້ຈັກເຖິງສິ່ງນີ້, ຍ້ອນເວລານັ້ນຍັງບໍ່ທັນມາເຖິງ. ຜູ້ຄົນເຫຼົ່ານີ້ທີ່ຢູ່ໃນນີ້ແມ່ນໃກ້ຖືກເຮັດໃຫ້ສົມບູນແລ້ວຫຼັງຈາກທີ່ໄດ້ອົດກັ້ນກັບການຂ້ຽນຕີ,​ ແຕ່ຄົນທີ່ຢູ່ຂ້າງນອກບໍ່ຮູ້ຈັກຫຍັງກ່ຽວກັບເລື່ອງນີ້ເທື່ອ. ພາລະກິດນີ້ແມ່ນລີ້ລັບຫຼາຍເກີນໄປ! ສຳລັບພວກເຂົາແລ້ວ, ພຣະເຈົ້າທີ່ກາຍມາເປັນເນື້ອໜັງແມ່ນລີ້ລັບ, ແຕ່ສຳລັບຄົນທີ່ຢູ່ໃນກະແສນີ້, ສາມາດເວົ້າໄດ້ວ່າພຣະອົງເປີດເຜີຍ. ເຖິງແມ່ນວ່າ ສໍາລັບພຣະເຈົ້າ ທຸກສິ່ງໄດ້ເປີດອອກ, ທຸກສິ່ງຖືກເປີດເຜີຍ ແລະ ທຸກສິ່ງຖືກເຮັດໃຫ້ເປັນອິດສະຫຼະ, ສິ່ງນີ້ແມ່ນເປັນຈິງສຳລັບຄົນທີ່ເຊື່ອໃນພຣະອົງເທົ່ານັ້ນ; ສໍາລັບຄົນອື່ນທີ່ເປັນຄົນບໍ່ເຊື່ອແລ້ວ, ບໍ່ມີຫຍັງໃຫ້ຮູ້ຈັກ. ພາລະກິດທີ່ກຳລັງຖືກປະຕິບັດໃນທີ່ນີ້ ດຽວນີ້ແມ່ນຖືກປົກປິດຢ່າງເຄັ່ງຄັດເພື່ອບໍ່ໃຫ້ພວກເຂົາຮູ້. ຖ້າພວກເຂົາຮູ້ຈັກເຖິງພາລະກິດນີ້, ແລ້ວສິ່ງທີ່ພວກເຂົາຈະເຮັດກໍມີແຕ່ກ່າວໂທດພາລະກິດນັ້ນ ແລະ ເຮັດໃຫ້ພາລະກິດນັ້ນຕົກຢູ່ໃນການຂົ່ມເຫັງ. ພວກເຂົາຈະບໍ່ເຊື່ອໃນພາລະກິດນັ້ນ. ການປະຕິບັດພາລະກິດໃນຊົນຊາດຂອງມັງກອນແດງໃຫຍ່ ເຊິ່ງເປັນສະຖານທີ່ລ້າຫຼັງທີ່ສຸດ ກໍບໍ່ແມ່ນໜ້າວຽກທີ່ງ່າຍດາຍ. ຖ້າພາລະກິດນີ້ຕ້ອງຖືກປະຕິບັດໃນທີ່ເປີດເຜີຍ, ມັນກໍຈະສືບຕໍ່ໄປໄດ້ຍາກ. ຂັ້ນຕອນນີ້ຂອງພາລະກິດບໍ່ສາມາດຖືກປະຕິບັດໃນສະຖານທີ່ນີ້ໄດ້ຢ່າງແທ້ຈິງ. ຖ້າພາລະກິດນີ້ຕ້ອງຖືກປະຕິບັດໃນທີ່ເປີດເຜີຍ, ພວກເຂົາຈະຍອມໃຫ້ພາລະກິດນີ້ດຳເນີນໄປຂ້າງໜ້າໄດ້ແນວໃດ? ສິ່ງນີ້ຈະຍິ່ງບໍ່ເຮັດໃຫ້ພາລະກິດຢູ່ພາຍໃຕ້ຄວາມສ່ຽງຫຼາຍຂຶ້ນບໍ? ຖ້າພາລະກິດນີ້ບໍ່ຖືກປົກປິດ, ແຕ່ກົງກັນຂ້າມ ມັນຖືກປະຕິບັດຄືດັ່ງໃນເວລາຂອງພຣະເຢຊູ, ເມື່ອພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍຢ່າງໜ້າປະທັບໃຈ, ແລ້ວພາລະກິດນັ້ນຈະບໍ່ໄດ້ຖືກ “ຈັບເປັນນັກໂທດ” ໂດຍມານຮ້າຍຕັ້ງແຕ່ດົນແລ້ວບໍ? ພວກເຂົາຈະສາມາດອົດກັ້ນຕໍ່ການເປັນຢູ່ຂອງພຣະເຈົ້າໄດ້ບໍ? ບັດນີ້ ຖ້າເຮົາເຂົ້າສູ່ທຳມະສາລາເພື່ອເທດສະໜາ ແລະ ສັ່ງສອນມະນຸດ, ແລ້ວເຮົາຈະບໍ່ໄດ້ຖືກທຸບຫົວໃຫ້ແຕກແຕ່ດົນແລ້ວບໍ? ແລ້ວຖ້າສິ່ງນີ້ເກີດຂຶ້ນ, ພາລະກິດຂອງເຮົາຈະສືບຕໍ່ປະຕິບັດໄດ້ແນວໃດ? ເຫດຜົນທີ່ບໍ່ມີໝາຍສຳຄັນ ແລະ ການອັດສະຈັນຖືກສະແດງອອກຢ່າງເປີດເຜີຍນັ້ນ ກໍເພາະເຫັນແກ່ການປົກປິດ. ສະນັ້ນ ສຳລັບຄົນທີ່ບໍ່ເຊື່ອແລ້ວ ພາລະກິດຂອງເຮົາບໍ່ສາມາດເຫັນໄດ້, ຮູ້ຈັກໄດ້ ຫຼື ຄົ້ນພົບໄດ້. ຖ້າຂັ້ນຕອນນີ້ຂອງພາລະກິດຕ້ອງຖືກປະຕິບັດໃນລັກສະນະດຽວກັນກັບພຣະເຢຊູໃນຍຸກແຫ່ງພຣະຄຸນ, ມັນກໍບໍ່ສາມາດໝັ້ນຄົງໄດ້ສໍ່າກັບທີ່ມັນເປັນໃນຕອນນີ້. ສະນັ້ນ ການປະຕິບັດພາລະກິດຢ່າງລັບໆໃນລັກສະນະນີ້ແມ່ນເປັນປະໂຫຍດແກ່ພວກເຈົ້າ ແລະ ແກ່ພາລະກິດໂດຍລວມ. ເມື່ອພາລະກິດຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນມາເຖິງຈຸດຈົບ ນັ້ນກໍຄື ເມື່ອພາລະກິດລັບນີ້ສິ້ນສຸດລົງ, ຂັ້ນຕອນນີ້ຂອງພາລະກິດກໍຈະແຕກອອກສູ່ສາທາລະນະ. ທຸກຄົນຈະຮູ້ຈັກວ່າມີກຸ່ມຂອງຜູ້ຊະນະໃນປະເທດຈີນ; ທຸກຄົນຈະຮູ້ຈັກວ່າພຣະເຈົ້າທີ່ກາຍເປັນເນື້ອໜັງໄດ້ຢູ່ໃນປະເທດຈີນ ແລະ ພາລະກິດຂອງພຣະອົງກໍໄດ້ມາເຖິງຈຸດສຸດທ້າຍ. ເມື່ອນັ້ນ ມັນຈະເຮັດໃຫ້ມະນຸດຮູ້ແຈ້ງວ່າ ເປັນຫຍັງປະເທດຈີນຈຶ່ງຍັງບໍ່ທັນສະແດງເຖິງຄວາມຕົກຕໍ່າ ຫຼື ການລົ້ມສະຫຼາຍເທື່ອ? ນັ້ນກໍຍ້ອນວ່າ ພຣະເຈົ້າກຳລັງປະຕິບັດພາລະກິດຂອງພຣະອົງໃນປະເທດຈີນເປັນການສ່ວນຕົວ ແລະ ໄດ້ເຮັດໃຫ້ກຸ່ມຄົນສົມບູນກາຍເປັນຜູ້ຊະນະ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

10. ພຣະເຈົ້າທີ່ກາຍມາເປັນເນື້ອໜັງພຽງແຕ່ສະແດງຕົວພຣະອົງເອງຕໍ່ຄົນບາງສ່ວນທີ່ຕິດຕາມພຣະອົງໃນລະຫວ່າງເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງເປັນການສ່ວນຕົວເທົ່ານັ້ນ ແລະ ບໍ່ໄດ້ສະແດງຕົວຕໍ່ສິ່ງຖືກສ້າງທັງໝົດ. ພຣະອົງກາຍມາເປັນເນື້ອໜັງພຽງແຕ່ເພື່ອເຮັດໃຫ້ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະອົງສຳເລັດລົງ ແລະ ບໍ່ແມ່ນເພື່ອສະແດງໃຫ້ມະນຸດເຫັນເຖິງລັກສະນະຂອງພຣະອົງ. ເຖິງຢ່າງໃດກໍຕາມ ພາລະກິດຂອງພຣະອົງຕ້ອງຖືກປະຕິບັດດ້ວຍຕົວພຣະອົງເອງ, ສະນັ້ນ ມັນຈຶ່ງຈຳເປັນທີ່ພຣະອົງຈະປະຕິບັດໃນເນື້ອໜັງ. ເມື່ອພາລະກິດນີ້ສິ້ນສຸດລົງ, ພຣະອົງກໍຈະຈາກໂລກມະນຸດໄປ; ພຣະອົງບໍ່ສາມາດຄົງຢູ່ເປັນໄລຍະເວລາຍາວນານໃນທ່າມກາງມະນຸດຊາດ ເພາະຢ້ານຢືນຂວາງທາງພາລະກິດທີ່ຈະມາເຖິງ. ສິ່ງທີ່ພຣະອົງສະແດງອອກໃຫ້ກັບປວງຊົນກໍເປັນພຽງອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ການກະທຳທຸກຢ່າງຂອງພຣະອົງ ແລະ ບໍ່ແມ່ນລັກສະນະຂອງຮ່າງກາຍຂອງພຣະອົງ ເມື່ອພຣະອົງກາຍມາເປັນເນື້ອໜັງຄັ້ງທີ່ສອງ, ຍ້ອນລັກສະນະຂອງພຣະເຈົ້າພຽງແຕ່ສາມາດເຫັນໄດ້ຜ່ານອຸປະນິໄສຂອງພຣະອົງ ແລະ ບໍ່ສາມາດແທນໄດ້ໂດຍລັກສະນະຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ລັກສະນະຂອງເນື້ອໜັງຂອງພຣະອົງແມ່ນຖືກເປີດເຜີຍໃຫ້ກັບຈຳນວນຄົນທີ່ຈຳກັດ ແລະ ໃຫ້ກັບຄົນທີ່ຕິດຕາມພຣະອົງເມື່ອພຣະອົງປະຕິບັດພາລະກິດໃນເນື້ອໜັງເທົ່ານັ້ນ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພາລະກິດທີ່ຖືກປະຕິບັດໃນຕອນນີ້ຈຶ່ງຖືກປະຕິບັດຢ່າງລັບໆ. ໃນລັກສະນະດຽວກັນ, ພຣະເຢຊູກໍພຽງແຕ່ສະແດງຕົວພຣະອົງເອງໃຫ້ກັບຊາວຢິວເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງ ແລະ ພຣະອົງບໍ່ໄດ້ສະແດງຕົວພຣະອົງເອງຢ່າງເປີດເຜີຍຕໍ່ບັນດາປະເທດຊາດອື່ນໆ. ສະນັ້ນ ຫຼັງຈາກທີ່ພຣະອົງໄດ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ, ພຣະອົງກໍຈາກມະນຸດໄປທັນທີ ແລະ ບໍ່ໄດ້ຢູ່ຕໍ່; ຫຼັງຈາກນັ້ນຈຶ່ງບໍ່ແມ່ນພຣະອົງ ທີ່ມີຮູບລັກສະນະຂອງມະນຸດສະແດງຕົວພຣະອົງຕໍ່ມະນຸດ, ແຕ່ເປັນພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດໂດຍກົງ. ຫຼັງຈາກທີ່ພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງຖືກເຮັດໃຫ້ສຳເລັດຢ່າງສົມບູນແລ້ວ, ພຣະອົງກໍຈາກໂລກຂອງມະນຸດໄປ ແລະ ບໍ່ປະຕິບັດພາລະກິດທີ່ຄ້າຍຄືກັນກັບສິ່ງທີ່ພຣະອົງໄດ້ປະຕິບັດເມື່ອພຣະອົງຢູ່ໃນເນື້ອໜັງອີກຄັ້ງ. ຫຼັງຈາກນີ້, ພາລະກິດທຸກຢ່າງຈຶ່ງຖືກປະຕິບັດໂດຍພຣະວິນຍານບໍລິສຸດໂດຍກົງ. ໃນໄລຍະເວລານີ້, ມະນຸດເກືອບບໍ່ສາມາດເຫັນລັກສະນະຂອງຮ່າງກາຍຝ່າຍເນື້ອໜັງຂອງພຣະອົງ; ພຣະອົງບໍ່ສະແດງຕົນເອງຕໍ່ມະນຸດເລີຍ, ແຕ່ຍັງຄົງລີ້ລັບຢູ່ຕະຫຼອດໄປ. ເວລາສຳລັບພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງແມ່ນຈຳກັດ. ພາລະກິດຖືກປະຕິບັດໃນຍຸກ, ໄລຍະເວລາ, ປະຊາຊາດໂດຍສະເພາະ ແລະ ໃນທ່າມກາງຜູ້ຄົນໂດຍສະເພາະ. ພາລະກິດນີ້ເປັນຕົວແທນໃຫ້ກັບພາລະກິດທີ່ຢູ່ໃນໄລຍະເວລາຂອງການບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນ ແລະ ເປັນຂອງຍຸກນັ້ນໂດຍສະເພາະ; ມັນເປັນຕົວແທນໃຫ້ກັບພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຍຸກໃດໜຶ່ງໂດຍສະເພາະ ແລະ ບໍ່ແມ່ນພາລະກິດທັງໝົດຂອງພຣະອົງ. ສະນັ້ນ ລັກສະນະຂອງພຣະເຈົ້າທີ່ກາຍເປັນເນື້ອໜັງຈຶ່ງຈະບໍ່ຖືກເປີດເຜີຍໃຫ້ກັບທຸກຄົນ. ສິ່ງທີ່ຖືກເປີດເຜີຍອອກໃຫ້ກັບປວງຊົນແມ່ນຄວາມຊອບທຳຂອງພຣະເຈົ້າ ແລະ ອຸປະນິໄສທັງໝົດຂອງພຣະອົງ, ແທນທີ່ຈະເປັນຮູບລັກສະນະຂອງພຣະອົງເມື່ອພຣະອົງກາຍມາເປັນເນື້ອໜັງສອງຄັ້ງ. ມັນບໍ່ແມ່ນລັກສະນະຢ່າງໜຶ່ງຢ່າງດຽວທີ່ຖືກສະແດງໃຫ້ກັບມະນຸດ ຫຼື ບໍ່ແມ່ນສອງລັກສະນະລວມກັນ. ສະນັ້ນ ມັນຈຶ່ງສຳຄັນສໍາລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຄວນຈາກໂລກນີ້ໄປຫຼັງຈາກສຳເລັດພາລະກິດທີ່ພຣະອົງຈຳເປັນຕ້ອງປະຕິບັດ, ຍ້ອນພຣະອົງພຽງແຕ່ມາເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ບໍ່ແມ່ນເພື່ອສະແດງຮູບລັກສະນະຂອງພຣະອົງໃຫ້ຜູ້ຄົນເຫັນ. ເຖິງແມ່ນວ່າ ຄວາມໝາຍຂອງການບັງເກີດເປັນມະນຸດຈະຖືກເຮັດໃຫ້ສຳເລັດໂດຍການທີ່ພຣະເຈົ້າໄດ້ກາຍເປັນເນື້ອໜັງທັງສອງຄັ້ງແລ້ວກໍຕາມ, ພຣະອົງກໍຍັງຈະບໍ່ສະແດງຕົນເອງອອກຢ່າງເປີດເຜີຍໃຫ້ກັບປະຊາຊາດໃດໜຶ່ງທີ່ບໍ່ເຄີຍເຫັນພຣະອົງມາກ່ອນ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

11. ຫຼັງຈາກທີ່ພາລະກິດຂອງການບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າໄດ້ມາເຖິງຈຸດສິ້ນສຸດ, ພຣະອົງກໍຈະເລີ່ມຕົ້ນສະແດງອຸປະນິໄສທີ່ຊອບທຳຂອງພຣະອົງໃຫ້ກັບຊາວຕ່າງຊາດໄດ້ເຫັນ, ອະນຸຍາດໃຫ້ປວງຊົນທັງຫຼາຍເຫັນເຖິງຮູບລັກສະນະຂອງພຣະອົງ. ພຣະອົງຈະສະແດງອຸປະນິໄສຂອງພຣະອົງອອກ ແລະ ດ້ວຍວິທີນີ້ກໍຈະເຮັດໃຫ້ເຫັນແຈ້ງເຖິງຈຸດສິ້ນສຸດຂອງມະນຸດທຸກປະເພດ, ນໍາຍຸກເກົ່າມາເຖິງຈຸດສິ້ນສຸດທັງໝົດ. ເຫດຜົນທີ່ວ່າເປັນຫຍັງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງຈຶ່ງບໍ່ຂະຫຍາຍໄປສູ່ຂອບເຂດທີ່ໃຫຍ່ (ດັ່ງທີ່ພຣະເຢຊູພຽງແຕ່ປະຕິບັດພາລະກິດໃນຢູດາຍເທົ່ານັ້ນ ແລະ ປັດຈຸບັນ ເຮົາປະຕິບັດພາລະກິດທ່າມກາງພວກເຈົ້າເທົ່ານັ້ນ) ກໍຍ້ອນພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນມີຂອບເຂດ ແລະ ຈຳກັດ. ພຣະອົງພຽງແຕ່ປະຕິບັດພາລະກິດໃນໄລຍະເວລາສັ້ນໆໃນລັກສະນະຂອງເນື້ອໜັງປົກກະຕິ ແລະ ທຳມະດາ; ພຣະອົງບໍ່ໃຊ້ເນື້ອໜັງທີ່ບັງເກີດເປັນມະນຸດນີ້ເພື່ອປະຕິບັດພາລະກິດຕະຫຼອດໄປ ຫຼື ພາລະກິດແຫ່ງການປາກົດຕົວຕໍ່ຜູ້ຄົນໃນຊາວຕ່າງຊາດ. ພາລະກິດທີ່ຢູ່ໃນເນື້ອໜັງແມ່ນໄດ້ຈຳກັດຢູ່ໃນຂອບເຂດເທົ່ານັ້ນ (ເຊັ່ນການປະຕິບັດພາລະກິດໃນຢູດາຍ ຫຼື ທ່າມກາງພວກເຈົ້າເທົ່ານັ້ນ) ແລະ ຫຼັງຈາກນັ້ນ ເນື່ອງຈາກວ່າ ພາລະກິດດັ່ງກ່າວໄດ້ຖືກປະຕິບັດພາຍໃນຂອບເຂດເຫຼົ່ານີ້, ມັນກໍຈະມີໂອກາດສາມາດຖືກຂະຫຍາຍອອກໄປໄດ້. ແນ່ນອນ ພາລະກິດແຫ່ງການຂະຫຍາຍແມ່ນຈະຖືກປະຕິບັດໂດຍພຣະວິນຍານຂອງພຣະອົງໂດຍກົງ ແລະ ຈະບໍ່ແມ່ນພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງອີກຕໍ່ໄປ. ຍ້ອນພາລະກິດທີ່ຢູ່ໃນເນື້ອໜັງມີຂອບເຂດ ແລະ ບໍ່ຂະຫຍາຍໄປທຸກມຸມຂອງຈັກກະວານ, ດ້ວຍເຫດນີ້ ມັນຈຶ່ງບໍ່ສາມາດເຮັດໃຫ້ສຳເລັດໄດ້. ຜ່ານທາງພາລະກິດທີ່ຢູ່ໃນເນື້ອໜັງ, ພຣະວິນຍານຂອງພຣະອົງປະຕິບັດພາລະກິດທີ່ຈະຕາມມາ. ສະນັ້ນ ພາລະກິດທີ່ຖືກປະຕິບັດໃນເນື້ອໜັງແມ່ນມີທຳມະຊາດຂອງການເລີ່ມຕົ້ນ ເຊິ່ງຖືກປະຕິບັດພາຍໃນຂອບເຂດໃດໜຶ່ງ; ຫຼັງຈາກນີ້, ກໍຈະເປັນພຣະວິນຍານຂອງພຣະອົງເປັນຜູ້ສືບຕໍ່ພາລະກິດນີ້ ແລະ ປະຕິບັດໃນຂອບເຂດທີ່ໄດ້ຂະຫຍາຍອອກນັ້ນຫຼາຍຂຶ້ນກວ່າເກົ່າ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

12. ພາລະກິດທີ່ພຣະເຈົ້າສະເດັດມາເພື່ອປະຕິບັດເທິງໂລກນີ້ແມ່ນການນໍາພາຍຸກ, ເພື່ອການເປີດຍຸກໃໝ່ ແລະ ນໍາຍຸກເກົ່າໄປສູ່ຈຸດສິ້ນສຸດເທົ່ານັ້ນ. ພຣະອົງບໍ່ໄດ້ມາເພື່ອດຳລົງຊີວິດຕາມເສັ້ນທາງຊີວິດຂອງມະນຸດເທິງແຜ່ນດິນໂລກ, ເພື່ອປະສົບກັບຄວາມສຸກ ແລະ ຄວາມທຸກຂອງຊີວິດດັ່ງມະນຸດດ້ວຍຕົວພຣະອົງເອງ ຫຼື ເພື່ອເຮັດໃຫ້ຄົນໃດຄົນໜຶ່ງສົມບູນດ້ວຍມືຂອງພຣະອົງ ຫຼື ເຝົ້າເບິ່ງຄົນໃດຄົນໜຶ່ງດ້ວຍຕົວພຣະອົງເອງໃນຂະນະທີ່ເຂົາເຕີບໂຕ. ນີ້ບໍ່ແມ່ນພາລະກິດຂອງພຣະອົງ; ພາລະກິດຂອງພຣະອົງແມ່ນພຽງແຕ່ເປີດຍຸກໃໝ່ ແລະ ນໍາຍຸກເກົ່າມາສູ່ຈຸດສິ້ນສຸດ. ນັ້ນກໍຄື ພຣະອົງຈະເປີດຍຸກໃດໜຶ່ງດ້ວຍຕົວພຣະອົງເອງ, ນໍາພາອີກຍຸກມາເຖິງຈຸດສິ້ນສຸດດ້ວຍຕົວພຣະອົງເອງ ແລະ ເອົາຊະນະຊາຕານດ້ວຍການປະຕິບັດພາລະກິດຂອງພຣະອົງເອງ. ໃນແຕ່ລະຄັ້ງ ພຣະອົງປະຕິບັດພາລະກິດຂອງພຣະອົງດ້ວຍຕົວພຣະອົງເອງ, ມັນຄືກັບວ່າພຣະອົງໄດ້ກ້າວຕີນເຂົ້າໄປໃນສະໜາມຮົບ. ທໍາອິດ ພຣະອົງມີໄຊຊະນະເໜືອໂລກ ແລະ ມີໄຊຊະນະເໜືອຊາຕານໃນເນື້ອໜັງ; ພຣະອົງຮັບເອົາສະຫງ່າລາສີທັງໝົດ ແລະ ເປີດຜ້າກັ້ງໃຫ້ກັບພາລະກິດທັງໝົດແຫ່ງເວລາສອງພັນປີ, ເຮັດແບບນັ້ນເພື່ອໃຫ້ມະນຸດທຸກຄົນເທິງແຜ່ນດິນໂລກມີເສັ້ນທາງຍ່າງທີ່ຖືກຕ້ອງ ແລະ ມີຊີວິດແຫ່ງສັນຕິສຸກ ແລະ ຄວາມຍິນດີທີ່ຈະດຳລົງຊີວິດ. ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ສາມາດດຳລົງຊີວິດຢູ່ທ່າມກາງມະນຸດເທິງແຜ່ນດິນໂລກໄດ້ດົນ, ຍ້ອນພຣະເຈົ້າກໍເປັນພຣະເຈົ້າ ແລະ ບໍ່ແມ່ນມະນຸດ. ພຣະອົງບໍ່ສາມາດດຳລົງຊີວິດຕາມຊົ່ວຊີວິດຂອງມະນຸດທຳມະດາໄດ້ ນັ້ນກໍຄື ພຣະອົງບໍ່ສາມາດອາໄສຢູ່ເທິງແຜ່ນດິນໂລກດັ່ງມະນຸດທົ່ວໄປແບບປົກກະຕິ, ຍ້ອນພຣະອົງມີພຽງສ່ວນເລັກນ້ອຍຂອງຄວາມເປັນມະນຸດທຳມະດາເພື່ອລໍ່ລ້ຽງຊີວິດມະນຸດຂອງພຣະອົງເທົ່ານັ້ນ. ເວົ້າອີກຢ່າງກໍຄື ພຣະເຈົ້າຈະເລີ່ມສ້າງຄອບຄົວ, ມີອາຊີບ ແລະ ລ້ຽງດູລູກເທິງແຜ່ນດິນໂລກນີ້ໄດ້ແນວໃດ? ສິ່ງນີ້ຈະບໍ່ສ້າງຄວາມເສື່ອມເສຍຊື່ສຽງໃຫ້ກັບພຣະອົງບໍ? ການທີ່ພຣະອົງມີຄວາມເປັນມະນຸດທຳມະດາໂດຍທຳມະຊາດນັ້ນ ແມ່ນເພື່ອຈຸດປະສົງຂອງການປະຕິບັດພາລະກິດໃນລັກສະນະທີ່ທຳມະດາເທົ່ານັ້ນ, ບໍ່ແມ່ນເພື່ອເຮັດໃຫ້ພຣະອົງສາມາດມີຄອບຄົວ ແລະ ອາຊີບດັ່ງມະນຸດປົກກະຕິ. ຄວາມຮູ້ສຶກທີ່ທຳມະດາຂອງພຣະອົງ, ຄວາມຄິດທີ່ທຳມະດາ ແລະ ການລ້ຽງດູ ແລະ ເສື້ອຜ້າທີ່ທຳມະດາສຳລັບເນື້ອໜັງຂອງພຣະອົງແມ່ນພຽງພໍທີ່ຈະພິສູດວ່າພຣະອົງມີຄວາມເປັນມະນຸດທຳມະດາ; ບໍ່ຈຳເປັນທີ່ຈະໃຫ້ພຣະອົງມີຄອບຄົວ ຫຼື ອາຊີບເພື່ອພິສູດວ່າພຣະອົງປະກອບມີຄວາມເປັນມະນຸດທຳມະດາ. ສິ່ງນີ້ບໍ່ຈຳເປັນແທ້ໆ! ການທີ່ພຣະເຈົ້າມາເທິງແຜ່ນດິນໂລກກໍຄືການທີ່ພຣະທຳກາຍມາເປັນເນື້ອໜັງ; ພຣະອົງຍອມໃຫ້ມະນຸດເຂົ້າໃຈພຣະທຳຂອງພຣະອົງ ແລະ ເຫັນພຣະທຳຂອງພຣະອົງເທົ່ານັ້ນ ນັ້ນກໍຄື ຍອມໃຫ້ມະນຸດເຫັນເຖິງພາລະກິດທີ່ເນື້ອໜັງປະຕິບັດ. ເຈດຕະນາຂອງພຣະອົງບໍ່ແມ່ນໃຫ້ຜູ້ຄົນປະຕິບັດຕໍ່ເນື້ອໜັງຂອງພຣະອົງໃນລັກສະນະໃດໜຶ່ງ, ແຕ່ເພື່ອໃຫ້ມະນຸດເຊື່ອຟັງຈົນເຖິງທີ່ສຸດເທົ່ານັ້ນ ນັ້ນກໍຄື ເຊື່ອຟັງພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະອົງ ແລະ ຍອມຢູ່ພາຍໃຕ້ພາລະກິດທຸກຢ່າງທີ່ພຣະອົງປະຕິບັດ. ພຣະອົງພຽງແຕ່ປະຕິບັດພາລະກິດໃນເນື້ອໜັງ; ພຣະອົງບໍ່ໄດ້ມີເຈດຕະນາຂໍໃຫ້ມະນຸດຍົກຍ້ອງສັນລະເສີນຄວາມຍິ່ງໃຫຍ່ ແລະ ຄວາມບໍລິສຸດຂອງເນື້ອໜັງຂອງພຣະອົງ, ແຕ່ສະແດງໃຫ້ມະນຸດເຫັນເຖິງສະຕິປັນຍາຂອງພາລະກິດຂອງພຣະອົງ ແລະ ສິດອຳນາດທຸກຢ່າງທີ່ພຣະອົງມີ. ສະນັ້ນ ເຖິງແມ່ນພຣະອົງມີຄວາມເປັນມະນຸດທີ່ໂດດເດັ່ນ, ພຣະອົງກໍບໍ່ໄດ້ປ່າວປະກາດຫຍັງ ແລະ ໃສ່ໃຈແຕ່ກັບພາລະກິດທີ່ພຣະອົງຄວນປະຕິບັດ. ພວກເຈົ້າຄວນຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງກາຍມາເປັນເນື້ອໜັງ ແລະ ບໍ່ຍອມປ່າວປະກາດ ຫຼື ເປັນພະຍານໃຫ້ກັບຄວາມເປັນມະນຸດທຳມະດາຂອງພຣະອົງ, ແຕ່ກົງກັນຂ້າມ ພຣະອົງພຽງແຕ່ປະຕິບັດພາລະກິດທີ່ພຣະອົງປາຖະໜາຈະປະຕິບັດ. ສະນັ້ນ ທຸກສິ່ງທີ່ພວກເຈົ້າສາມາດເຫັນໄດ້ຈາກພຣະເຈົ້າທີ່ບັງເກີດເປັນມະນຸດກໍມີພຽງແຕ່ຄວາມສັກສິດທີ່ພຣະອົງເປັນ; ນີ້ກໍຍ້ອນວ່າ ພຣະອົງບໍ່ເຄີຍປະກາດຄວາມເປັນມະນຸດທີ່ພຣະອົງເປັນໃຫ້ມະນຸດເອົາແບບຢ່າງ. ມີແຕ່ເວລາທີ່ມະນຸດນໍາພາມະນຸດ, ເຂົາຈຶ່ງກ່າວເຖິງຄວາມເປັນມະນຸດທີ່ເຂົາເປັນ, ເວົ້າດີຂຶ້ນເພື່ອຮັບເອົາການຊົມເຊີຍ ແລະ ການຍອມຈຳນົນ, ໃນທາງກົງກັນຂ້າມ ພຣະເຈົ້າເອົາຊະນະມະນຸດຜ່ານທາງພາລະກິດຂອງພຣະອົງແຕ່ຢ່າງດຽວ (ນັ້ນກໍຄື ພາລະກິດທີ່ມະນຸດບໍ່ສາມາດບັນລຸໄດ້); ເຫດການທີ່ພຣະອົງຖືກຊື່ນຊົມໂດຍມະນຸດ ຫຼື ການເຮັດໃຫ້ມະນຸດບູຊາພຣະອົງແມ່ນບໍ່ສາມາດເກີດຂຶ້ນໄດ້. ສິ່ງທີ່ພຣະອົງເຮັດກໍມີແຕ່ສັ່ງສອນມະນຸດກ່ຽວກັບຄວາມຮູ້ສຶກເຄົາລົບນັບຖືພຣະອົງ ຫຼື ຄວາມຮູ້ສຶກເຖິງຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະອົງ. ພຣະເຈົ້າບໍ່ຈຳເປັນຕ້ອງເຮັດໃຫ້ມະນຸດປະທັບໃຈ; ສິ່ງທີ່ພຣະອົງຕ້ອງການກໍມີພຽງໃຫ້ເຈົ້າເຄົາລົບພຣະອົງຫຼັງຈາກທີ່ເຈົ້າໄດ້ເປັນພະຍານເຖິງອຸປະນິໄສຂອງພຣະອົງ. ພາລະກິດທີ່ພຣະເຈົ້າປະຕິບັດແມ່ນພາລະກິດຂອງພຣະອົງເອງ; ມະນຸດບໍ່ສາມາດປະຕິບັດພາລະກິດນັ້ນແທນພຣະອົງໄດ້ ຫຼື ມະນຸດບໍ່ສາມາດບັນລຸໄດ້. ມີພຽງພຣະເຈົ້າເທົ່ານັ້ນ ທີ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ເລີ່ມຕົ້ນຍຸກໃໝ່ເພື່ອນໍາພາມະນຸດໄປສູ່ຊີວິດໃໝ່ໄດ້. ພາລະກິດທີ່ພຣະອົງປະຕິບັດແມ່ນເພື່ອເຮັດໃຫ້ມະນຸດສາມາດຄອບຄອງຊີວິດໃໝ່ ແລະ ເຂົ້າສູ່ຍຸກໃໝ່. ພາລະກິດທີ່ເຫຼືອແມ່ນຖືກສົ່ງໃຫ້ກັບມະນຸດທີ່ມີຄວາມເປັນມະນຸດທຳມະດາ ແລະ ຄົນທີ່ຖືກຄົນອື່ນຊື່ນຊົມ. ສະນັ້ນ ໃນຍຸກແຫ່ງພຣະຄຸນ ພຣະອົງເຮັດໃຫ້ພາລະກິດສອງພັນປີສຳເລັດໃນເວລາພຽງແຕ່ສາມປີເຄິ່ງຈາກເວລາສາມສິບສາມປີທີ່ພຣະອົງຢູ່ໃນເນື້ອໜັງ. ເມື່ອພຣະເຈົ້າມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງເຮັດໃຫ້ພາລະກິດສອງພັນປີ ຫຼື ພາລະກິດຂອງຍຸກທັງໝົດສຳເລັດລົງພາຍໃນໄລຍະເວລາສອງສາມປີເທົ່ານັ້ນ. ພຣະອົງບໍ່ເສຍເວລາ ແລະ ພຣະອົງບໍ່ຊັກຊ້າ; ພຣະອົງຫຍໍ້ພາລະກິດທີ່ໃຊ້ເວລາຫຼາຍປີເຂົ້າກັນ ເພື່ອວ່າພາລະກິດນັ້ນຈະຖືກເຮັດໃຫ້ສຳເລັດພາຍໃນເວລາສັ້ນໆພຽງສອງສາມປີເທົ່ານັ້ນ. ນີ້ກໍຍ້ອນວ່າ ພາລະກິດທີ່ພຣະອົງປະຕິບັດດ້ວຍຕົວພຣະອົງເອງນັ້ນ ແມ່ນເພື່ອການເປີດທາງອອກ ແລະ ເລີ່ມຕົ້ນຍຸກໃໝ່ທັງໝົດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

13. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ຄືກັບພາລະກິດຂອງມະນຸດທີ່ພຣະວິນຍານບໍລິສຸດໄດ້ໃຊ້. ເມື່ອພຣະເຈົ້າມາເພື່ອປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງພຽງແຕ່ສົນໃຈກັບການປະຕິບັດພັນທະຂອງພຣະອົງໃຫ້ສຳເລັດ. ແຕ່ສຳລັບເລື່ອງອື່ນໆທີ່ບໍ່ກ່ຽວຂ້ອງກັບພັນທະກິດຂອງພຣະອົງ, ພຣະອົງເກືອບບໍ່ມີສ່ວນຮ່ວມໃດໆເລີຍ, ຈົນເຖິງຂັ້ນເຮັດຄືບໍ່ຮູ້ບໍ່ເຫັນ. ພຣະອົງພຽງແຕ່ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດເທົ່ານັ້ນ ແລະ ໜ້ອຍທີ່ສຸດທີ່ພຣະອົງຈະສົນໃຈໃນພາລະກິດທີ່ມະນຸດຄວນປະຕິບັດ. ພາລະກິດທີ່ພຣະອົງປະຕິບັດແມ່ນສິ່ງທີ່ກ່ຽວຂ້ອງກັບຍຸກທີ່ພຣະອົງກຳລັງຢູ່ເທົ່ານັ້ນ ແລະ ກ່ຽວຂ້ອງກັບພັນທະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ, ຄືກັບວ່າເລື່ອງອື່ນໆທັງໝົດແມ່ນຢູ່ນອກຂອບເຂດຂອງພຣະອົງ. ພຣະອົງບໍ່ປະກອບຕົນເອງດ້ວຍຄວາມຮູ້ພື້ນຖານເພີ່ມຂຶ້ນກ່ຽວກັບການດຳລົງຊີວິດດັ່ງມະນຸດ ຫຼື ພຣະອົງບໍ່ໄດ້ຮຽນຮູ້ທັກສະສັງຄົມຫຼາຍຂຶ້ນ ຫຼື ປະກອບຕົນເອງດ້ວຍສິ່ງໃດໆທີ່ມະນຸດເຂົ້າໃຈ. ທຸກສິ່ງທີ່ມະນຸດຄວນມີບໍ່ໄດ້ກ່ຽວພັນກັບພຣະອົງເລີຍ ແລະ ພຣະອົງພຽງແຕ່ປະຕິບັດພາລະກິດທີ່ເປັນໜ້າທີ່ຂອງພຣະອົງ. ແລ້ວດ້ວຍເຫດນີ້ ຕາມທີ່ມະນຸດເຂົ້າໃຈ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຂາດເຂີນໃນຫຼາຍຢ່າງຈົນພຣະອົງບໍ່ໃສ່ໃຈກັບຫຼາຍໆສິ່ງທີ່ມະນຸດຄວນມີເລີຍ ແລະ ຍິ່ງໄປກວ່ານັ້ນກໍບໍ່ເຂົ້າໃຈບັນຫາດັ່ງກ່າວ. ສິ່ງດັ່ງກ່າວທີ່ເປັນຄວາມຮູ້ສາມັນກ່ຽວກັບຊີວິດ ພ້ອມກັບຫຼັກການທີ່ຄຸ້ມຄອງການປະພຶດສ່ວນຕົວ ແລະ ການມີປະຕິກິລິຍາກັບຄົນອື່ນ ແມ່ນປາກົດວ່າ ບໍ່ມີສ່ວນກ່ຽວຂ້ອງຫຍັງກັບພຣະອົງເລີຍ. ແຕ່ເຈົ້າບໍ່ສາມາດຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດພຽງຈາກຄວາມຜິດປົກກະຕິເລັກນ້ອຍເທົ່ານັ້ນ. ນັ້ນໝາຍຄວາມວ່າ ຄວາມເປັນມະນຸດຂອງພຣະອົງພຽງແຕ່ຮັກສາຊີວິດຂອງພຣະອົງດັ່ງມະນຸດປົກກະຕິ ແລະ ການໃຊ້ເຫດຜົນທຳມະດາຈາກສະໝອງຂອງພຣະອົງ, ທີ່ເຮັດໃຫ້ພຣະອົງມີຄວາມສາມາດແຍກແຍະລະຫວ່າງສິ່ງທີ່ຖືກ ແລະ ຜິດ. ເຖິງຢ່າງໃດກໍຕາມ ພຣະອົງບໍ່ໄດ້ປະກອບດ້ວຍສິ່ງອື່ນອີກ, ດ້ວຍວ່າ ທຸກສິ່ງເຫຼົ່ານັ້ນແມ່ນມະນຸດ (ສິ່ງຖືກສ້າງ) ເທົ່ານັ້ນຄວນມີ. ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອປະຕິບັດພັນທະກິດຂອງພຣະອົງເອງໃຫ້ສຳເລັດ. ພາລະກິດຂອງພຣະອົງແມ່ນແນໃສ່ຍຸກທັງໝົດ ບໍ່ແມ່ນບຸກຄົນໃດໜຶ່ງ ຫຼື ສະຖານທີ່ໃດໜຶ່ງ ແຕ່ເປັນຈັກກະວານທັງປວງ. ນີ້ແມ່ນທິດທາງຂອງພາລະກິດຂອງພຣະອົງ ແລະ ຫຼັກການທີ່ພຣະອົງປະຕິບັດພາລະກິດ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້ ແລະ ມະນຸດກໍບໍ່ມີທາງທີ່ຈະມີສ່ວນຮ່ວມໃນສິ່ງນັ້ນໄດ້. ແຕ່ລະຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງແມ່ນນໍາເອົາພາລະກິດຂອງຍຸກນັ້ນມາກັບພຣະອົງ ແລະ ບໍ່ໄດ້ມີເຈດຕະນາທີ່ຈະດຳລົງຊີວິດຄຽງຂ້າງມະນຸດເປັນເວລາຊາວ, ສາມສິບ, ສີ່ສິບ ຫຼື ແມ່ນແຕ່ເຈັດສິບ ຫຼື ແປດສິບປີ ເພື່ອໃຫ້ເຂົາເຂົ້າໃຈ ແລະ ມີຄວາມເຂົ້າໃຈໃນພຣະອົງຫຼາຍຂຶ້ນ. ບໍ່ຈຳເປັນສຳລັບສິ່ງນັ້ນ! ການເຮັດແບບນີ້ຈະບໍ່ມີທາງເຮັດໃຫ້ຄວາມຮູ້ທີ່ມະນຸດມີກ່ຽວກັບອຸປະນິໄສໂດຍທຳມະຊາດຂອງພຣະອົງນັ້ນເລິກເຊິ່ງຍິ່ງຂຶ້ນ;ກົງກັນຂ້າມ ມັນພຽງແຕ່ຈະເພີ່ມແນວຄວາມຄິດ ແລະ ເຮັດໃຫ້ແນວຄິດ ແລະ ຄວາມຄິດຂອງເຂົາກາຍເປັນຊາກຫີນ. ດ້ວຍເຫດນັ້ນ ມັນຈຶ່ງເປັນສິ່ງຈຳເປັນທີ່ພວກເຈົ້າທຸກຄົນຕ້ອງເຂົ້າໃຈຢ່າງແທ້ຈິງວ່າ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຫຍັງແທ້. ແນ່ນອນວ່າ ພວກເຈົ້າບໍ່ສາມາດລົ້ມເຫຼວທີ່ຈະເຂົ້າໃຈພຣະທຳທີ່ເຮົາໄດ້ກ່າວຕໍ່ພວກເຈົ້າ: “ເຮົາມາ ບໍ່ແມ່ນເພື່ອປະສົບກັບຊີວິດຂອງມະນຸດທຳມະດາ”? ພວກເຈົ້າໄດ້ລືມພຣະທຳເຫຼົ່ານີ້ແລ້ວບໍ: “ພຣະເຈົ້າໄດ້ມາເທິງແຜ່ນດິນໂລກບໍ່ແມ່ນເພື່ອດຳລົງຊີວິດຂອງມະນຸດທຳມະດາ”? ພວກເຈົ້າບໍ່ເຂົ້າໃຈຈຸດປະສົງຂອງພຣະເຈົ້າໃນການກາຍມາເປັນເນື້ອໜັງ ຫຼື ພວກເຈົ້າບໍ່ຮູ້ຈັກຄວາມໝາຍຂອງ “ພຣະເຈົ້າຈະສາມາດມາຢູ່ເທິງແຜ່ນດິນໂລກໂດຍມີເຈດຕະນາທີ່ຈະປະສົບກັບຊີວິດຂອງສິ່ງຖືກສ້າງໄດ້ແນວໃດ?” ພຣະເຈົ້າມາເທິງແຜ່ນດິນໂລກພຽງແຕ່ເພື່ອເຮັດໃຫ້ພາລະກິດຂອງພຣະອົງສຳເລັດ ແລະ ສະນັ້ນພາລະກິດຂອງພຣະອົງເທິງແຜ່ນດິນໂລກຈຶ່ງເປັນພຽງໄລຍະສັ້ນ. ພຣະອົງມາເທິງແຜ່ນດິນໂລກໂດຍບໍ່ໄດ້ມີເຈດຕະນາເຮັດໃຫ້ພຣະວິນຍານຂອງພຣະເຈົ້າຝຶກຝົນຮ່າງກາຍທາງເນື້ອໜັງຂອງພຣະອົງເພື່ອໃຫ້ກາຍເປັນມະນຸດສູງສົ່ງທີ່ຈະນໍາພາຄຣິສຕະຈັກໄດ້. ເມື່ອພຣະເຈົ້າມາເທິງແຜ່ນດິນໂລກ, ມັນແມ່ນພຣະທຳທີ່ກາຍມາເປັນເນື້ອໜັງ; ເຖິງຢ່າງໃດກໍຕາມ ມະນຸດບໍ່ຮູ້ຈັກເຖິງພາລະກິດຂອງພຣະອົງ ແລະ ໂທດສິ່ງຕ່າງໆໃສ່ພຣະອົງໂດຍການໃຊ້ກຳລັງ. ແຕ່ພວກເຈົ້າທຸກຄົນຄວນເຂົ້າໃຈວ່າພຣະເຈົ້າເປັນ “ພຣະທຳທີ່ກາຍມາເປັນເນື້ອໜັງ” ບໍ່ແມ່ນຮ່າງກາຍທາງເນື້ອໜັງທີ່ຖືກຝຶກຝົນໂດຍພຣະວິນຍານຂອງພຣະເຈົ້າເພື່ອຮັບເອົາບົດບາດຂອງພຣະເຈົ້າໃນຊ່ວງເວລາໃດໜຶ່ງ. ພຣະເຈົ້າເອງບໍ່ແມ່ນຜົນຜະລິດແຫ່ງການຝຶກຝົນ, ແຕ່ເປັນພຣະທຳທີ່ກາຍມາເປັນເນື້ອໜັງ ແລະ ໃນປັດຈຸບັນ ພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງພວກເຈົ້າທຸກຄົນຢ່າງເປັນທາງການ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

14. ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອນໍາພາຍຸກ ແລະ ເຄື່ອນໄຫວພາລະກິດໃໝ່ເທົ່ານັ້ນ. ມັນຈຳເປັນທີ່ພວກເຈົ້າຈະເຂົ້າໃຈໃນຈຸດນີ້. ສິ່ງນີ້ແມ່ນແຕກຕ່າງຈາກໜ້າທີ່ຂອງມະນຸດຫຼາຍ ແລະ ທັງສອງຢ່າງແມ່ນບໍ່ສາມາດຖືກກ່າວເຖິງດ້ວຍລົມຫາຍໃຈດຽວກັນ. ມະນຸດຕ້ອງຖືກປູກຝັງ ແລະ ຖືກເຮັດໃຫ້ສົມບູນເປັນໄລຍະເວລາດົນນານກ່ອນທີ່ເຂົາຈະສາມາດປະຕິບັດພາລະກິດ ແລະ ປະເພດຂອງຄວາມເປັນມະນຸດທີ່ຈຳເປັນແມ່ນມາຈາກລະດັບທີ່ສູງສົ່ງເປັນພິເສດ. ບໍ່ແມ່ນພຽງມະນຸດຕ້ອງສາມາດຮັກສາອຳນາດຂອງມະນຸດທີ່ທຳມະດາໃນການໃຊ້ເຫດຜົນ, ແຕ່ເຂົາຕ້ອງຍິ່ງເຂົ້າໃຈຫຼາຍໆຫຼັກການ ແລະ ກົດລະບຽບທີ່ຄຸ້ມຄອງການປະພຶດຂອງເຂົາໃນການພົວພັນກັບຄົນອື່ນ ແລະ ຍິ່ງໄປກວ່ານັ້ນ ເຂົາຕ້ອງອຸທິດຕົນທີ່ຈະສຶກສາຫຼາຍຍິ່ງຂຶ້ນກ່ຽວກັບສະຕິປັນຍາ ແລະ ຄວາມຮູ້ທາງຈັນຍາບັນຂອງມະນຸດ. ນີ້ແມ່ນສິ່ງທີ່ມະນຸດຄວນປະກອບມີ. ເຖິງຢ່າງໃດກໍຕາມ ມັນບໍ່ໄດ້ເປັນແບບນີ້ສຳລັບພຣະເຈົ້າທີ່ບັງເກີດເປັນມະນຸດ, ຍ້ອນພາລະກິດຂອງພຣະອົງບໍ່ໄດ້ສະແດງໃຫ້ເຫັນເຖິງມະນຸດ ຫຼື ບໍ່ແມ່ນພາລະກິດຂອງມະນຸດ; ກົງກັນຂ້າມ ມັນຄືການສະແດງອອກໂດຍກົງຂອງການເປັນຢູ່ຂອງພຣະອົງ ແລະ ການປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດໂດຍກົງ. (ໂດຍທຳມະຊາດແລ້ວ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນເວລາທີ່ເໝາະສົມ ແລະ ບໍ່ແມ່ນບາງຄັ້ງບາງຄາວ ແລະ ຕາມເວລາໃດໜຶ່ງ ແລະ ພາລະກິດນັ້ນເລີ່ມຕົ້ນກໍເມື່ອມັນເຖິງເວລາຂອງການປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ). ພຣະອົງບໍ່ມີສ່ວນຮ່ວມໃນຊີວິດຂອງມະນຸດ ຫຼື ພາລະກິດຂອງມະນຸດ ນັ້ນກໍຄື ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ປະກອບດ້ວຍສິ່ງເຫຼົ່ານີ້ (ສິ່ງເຫຼົ່ານີ້ບໍ່ໄດ້ມີຜົນກະທົບຕໍ່ພາລະກິດຂອງພຣະອົງ). ພຣະອົງພຽງແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ເມື່ອມັນເຖິງເວລາທີ່ພຣະຕ້ອງປະຕິບັດ; ບໍ່ວ່າສະຖານະຂອງພຣະອົງຈະເປັນແນວໃດກໍຕາມ, ພຣະອົງກໍຈະເດີນໄປຂ້າງໜ້າຢ່າງໄວພ້ອມກັບພາລະກິດທີ່ພຣະອົງຄວນປະຕິບັດ. ບໍ່ວ່າມະນຸດຈະຮູ້ຫຍັງກ່ຽວກັບພຣະອົງ ແລະ ບໍ່ວ່າມະນຸດຈະມີແນວຄິດເຫັນຫຍັງກໍຕາມກ່ຽວກັບພຣະອົງ, ພາລະກິດຂອງພຣະອົງບໍ່ໄດ້ຮັບຜົນກະທົບທັງສິ້ນ. ຕົວຢ່າງເຊັ່ນ ເມື່ອພຣະເຢຊູປະຕິບັດພາລະກິດຂອງພຣະອົງ, ບໍ່ມີໃຜຮູ້ຈັກວ່າພຣະອົງແມ່ນໃຜກັນແທ້, ແຕ່ພຣະອົງກໍເດີນໄປຂ້າງໜ້າຢ່າງໄວກັບພາລະກິດຂອງພຣະອົງ. ບໍ່ມີສິ່ງໃດຂັດຂວາງພຣະອົງບໍ່ໃຫ້ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ສະນັ້ນ ພຣະອົງຈຶ່ງບໍ່ໄດ້ສາລະພາບ ຫຼື ປະກາດຕົວຕົນຂອງພຣະເອງໄວ້ລ່ວງໜ້າ ແລະ ພຽງແຕ່ປ່ອຍໃຫ້ມະນຸດຕິດຕາມພຣະອົງເອງ. ໂດຍທຳມະຊາດແລ້ວ ສິ່ງນີ້ບໍ່ໄດ້ເປັນພຽງແຕ່ຄວາມຖ່ອມຕົວຂອງພຣະເຈົ້າເທົ່ານັ້ນ; ມັນຍັງເປັນວິທີທີ່ພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ພຣະອົງພຽງແຕ່ສາມາດປະຕິບັດພາລະກິດໃນລັກສະນະນີ້, ຍ້ອນມະນຸດບໍ່ມີທາງຮັບຮູ້ພຣະອົງໄດ້ໂດຍສາຍຕາເປົ່າ. ເຖິງແມ່ນມະນຸດຈະຮັບຮູ້ພຣະອົງ, ເຂົາກໍຈະບໍ່ສາມາດຊ່ວຍໃນພາລະກິດຂອງພຣະອົງໄດ້. ຍິ່ງໄປກວ່ານັ້ນ, ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງເພື່ອໃຫ້ມະນຸດມາຮູ້ຈັກກັບເນື້ອໜັງຂອງພຣະອົງ; ມັນແມ່ນເພື່ອປະຕິບັດພາລະກິດ ແລະ ເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ. ດ້ວຍເຫດຜົນນີ້, ພຣະອົງຈຶ່ງບໍ່ໃຫ້ຄວາມສຳຄັນໃນການເຮັດໃຫ້ຕົວຕົນຂອງພຣະອົງເປັນທີ່ຮູ້ຈັກກັນໂດຍທົ່ວໄປ. ເມື່ອພຣະອົງໄດ້ເຮັດໃຫ້ພາລະກິດທັງໝົດທີ່ພຣະອົງຄວນປະຕິບັດນັ້ນສຳເລັດລົງ, ຕົວຕົນ ແລະ ສະຖານະທັງໝົດຂອງພຣະອົງກໍຊັດແຈ້ງຕໍ່ມະນຸດໂດຍທຳມະຊາດ. ພຣະເຈົ້າທີ່ກາຍມາເປັນເນື້ອໜັງສືບຕໍ່ຢູ່ແບບງຽບໆ ແລະ ບໍ່ປະກາດຫຍັງເລີຍ. ພຣະອົງບໍ່ສົນໃຈຕໍ່ມະນຸດ ຫຼື ຕໍ່ວິທີທີ່ມະນຸດກ້າວໄປຂ້າງໜ້າພ້ອມກັບການຕິດຕາມພຣະອົງ, ພຽງແຕ່ເດີນໄປຂ້າງໜ້າຢ່າງໄວເພື່ອປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ແລະ ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ບໍ່ມີໃຜສາມາດຢືນຂວາງທາງພາລະກິດຂອງພຣະອົງໄດ້. ເມື່ອເວລາທີ່ພຣະອົງຈະສິ້ນສຸດພາລະກິດຂອງພຣະອົງມາເຖິງ, ມັນກໍຈະສິ້ນສຸດລົງໂດຍບໍ່ມີຫຍັງຜິດພາດ ແລະ ຖືກນໍາໄປສູ່ຈຸດສຸດທ້າຍ ແລະ ບໍ່ມີໃຜສາມາດສັ່ງການໄດ້. ພຽງແຕ່ຫຼັງຈາກທີ່ພຣະອົງໄປຈາກມະນຸດເມື່ອໄດ້ສຳເລັດພາລະກິດຂອງພຣະອົງ ມະນຸດຈຶ່ງຈະເຂົ້າໃຈພາລະກິດທີ່ພຣະອົງປະຕິບັດ, ເຖິງແມ່ນຍັງບໍ່ຊັດແຈ້ງທັງໝົດ. ອາດໃຊ້ເວລາດົນທີ່ມະນຸດຈະເຂົ້າໃຈຢ່າງສົມບູນກ່ຽວກັບເຈດຕະນາທີ່ພຣະອົງເລີ່ມປະຕິບັດພາລະກິດຂອງພຣະອົງທໍາອິດ. ເວົ້າອີກແບບໜຶ່ງກໍຄື ພາລະກິດຂອງຍຸກຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກແບ່ງອອກເປັນສອງສ່ວນ. ສ່ວນໜຶ່ງປະກອບດ້ວຍພາລະກິດທີ່ເນື້ອໜັງຂອງການບັງເກີດເປັນມະນຸດຂອງພຣະເຈົ້າເອງປະຕິບັດ ແລະ ພຣະທຳຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າເອງກ່າວ. ຫຼັງຈາກທີ່ພັນທະກິດຂອງເນື້ອໜັງຂອງພຣະອົງຖືກເຮັດໃຫ້ສຳເລັດຢ່າງຄົບຖ້ວນ, ອີກສ່ວນຂອງພາລະກິດກໍຍັງຕ້ອງໄດ້ປະຕິບັດໂດຍຄົນທີ່ພຣະວິນຍານບໍລິສຸດໃຊ້. ໃນເວລານີ້ ມະນຸດຄວນປະຕິບັດໜ້າທີ່ຂອງເຂົາ, ຍ້ອນພຣະເຈົ້າໄດ້ເປີດຫົນທາງແລ້ວ ແລະ ມະນຸດຈຳເປັນຕ້ອງຍ່າງດ້ວຍຕົນເອງ. ນັ້ນໝາຍຄວາມວ່າ ພຣະເຈົ້າທີ່ກາຍມາເປັນເນື້ອໜັງປະຕິບັດສ່ວນໜຶ່ງຂອງພາລະກິດ ແລະ ຫຼັງຈາກນັ້ນ ພຣະວິນຍານບໍລິສຸດພ້ອມກັບຄົນທີ່ພຣະວິນຍານບໍລິສຸດໃຊ້ກໍຈະຮັບຊ່ວງຕໍ່ໄປຂອງພາລະກິດນີ້. ສະນັ້ນ ໃນຂັ້ນຕອນນີ້ ມະນຸດຄວນຮູ້ຈັກວ່າແມ່ນຫຍັງຄືພາລະກິດທີ່ພຣະເຈົ້າທີ່ກາຍມາເປັນເນື້ອໜັງປະຕິບັດເປັນຫຼັກ ແລະ ເຂົາຕ້ອງເຂົ້າໃຈວ່າແມ່ນຫຍັງຄືຄວາມໝາຍແທ້ຈິງຂອງພຣະເຈົ້າທີ່ກາຍເປັນມະນຸດ ແລະ ແມ່ນຫຍັງຄືພາລະກິດທີ່ພຣະເຈົ້າຄວນປະຕິບັດ, ແທນທີ່ຈະຮຽກຮ້ອງຈາກພຣະເຈົ້າຕາມການຕ້ອງການຂອງມະນຸດ. ໃນທີ່ນີ້ມີຂໍ້ຜິດພາດຂອງມະນຸດ, ແນວຄິດຂອງເຂົາ ແລະ ຍິ່ງກວ່ານັ້ນແມ່ນຄວາມບໍ່ເຊື່ອຟັງຂອງເຂົາ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

15. ພຣະເຈົ້າກາຍມາເປັນເນື້ອໜັງໂດຍບໍ່ໄດ້ມີເຈດຕະນາທີ່ຈະໃຫ້ມະນຸດຮູ້ຈັກເນື້ອໜັງຂອງພຣະອົງ ຫຼື ເຮັດໃຫ້ມະນຸດແຍກແຍະຄວາມແຕກຕ່າງລະຫວ່າງເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເນື້ອໜັງມະນຸດ ຫຼື ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອຝຶກຝົນຄວາມສາມາດໃນການແຍກແຍະຂອງມະນຸດ ແລະ ແຮງໄກເລີຍທີ່ພຣະອົງຈະເຮັດແບບນັ້ນໂດຍມີເຈດຕະນາທີ່ຈະຍອມໃຫ້ມະນຸດນະມັດສະການເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ເພື່ອຮັບເອົາສະຫງ່າລາສີທີ່ຍິ່ງໃຫຍ່ທີ່ສຸດ. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ເປັນເຈດຕະນາເດີມຂອງພຣະເຈົ້າໃນການກາຍມາເປັນເນື້ອໜັງ ຫຼື ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອກ່າວໂທດມະນຸດ ຫຼື ຕັ້ງໃຈເພື່ອເປີດໂປງມະນຸດ ຫຼື ເພື່ອເຮັດໃຫ້ສິ່ງຕ່າງໆລຳບາກສຳລັບເຂົາ. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ເປັນເຈດຕະນາເດີມຂອງພຣະເຈົ້າ. ທຸກຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ມັນເປັນຮູບແບບໜຶ່ງຂອງພາລະກິດທີ່ບໍ່ສາມາດຫຼີກເວັ້ນໄດ້. ມັນແມ່ນເພື່ອເຫັນແກ່ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ການຄຸ້ມຄອງທີ່ຍິ່ງໃຫຍ່ຂອງພຣະອົງ ພຣະອົງຈຶ່ງປະຕິບັດແບບທີ່ພຣະອົງໄດ້ເຮັດ ແລະ ບໍ່ແມ່ນຍ້ອນເຫດຜົນທີ່ມະນຸດຈິນຕະນາການ. ພຣະອົງມາເທິງແຜ່ນດິນໂລກຕາມທີ່ພາລະກິດຂອງພຣະອົງຮຽກຮ້ອງເທົ່ານັ້ນ ແລະ ມີແຕ່ເມື່ອຈຳເປັນເທົ່ານັ້ນ. ພຣະອົງບໍ່ມາເທິງແຜ່ນດິນໂລກໂດຍມີເຈດຕະນາທີ່ຈະພະເນຈອນທົ່ວໂລກ, ແຕ່ເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ແລ້ວເປັນຫຍັງພຣະອົງຈຶ່ງຮັບເອົາພາລະໜັກໜ່ວງແບບນັ້ນ ແລະ ຮັບເອົາຄວາມສ່ຽງທີ່ຍິ່ງໃຫຍ່ດັ່ງກ່າວເພື່ອປະຕິບັດພາລະກິດຂອງພຣະອົງ? ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເມື່ອພຣະອົງຈຳເປັນຕ້ອງເຮັດ ແລະ ມີຄວາມໝາຍທີ່ພິເສດຢູ່ສະເໝີ. ຖ້າບໍ່ແມ່ນເພື່ອເຫັນແກ່ການເຮັດໃຫ້ມະນຸດຫຼຽວເບິ່ງພຣະອົງ ແລະ ເປີດຂອບເຂດຂອງພວກເຂົາ, ແລ້ວແນ່ນອນທີ່ສຸດ ພຣະອົງແມ່ນບໍ່ໄດ້ມາຢູ່ທ່າມກາງມະນຸດຢ່າງງ່າຍດາຍ. ພຣະອົງມາເທິງແຜ່ນດິນໂລກເພື່ອເຫັນແກ່ການຄຸ້ມຄອງຂອງພຣະອົງ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ເພື່ອວ່າພຣະອົງອາດໄດ້ຮັບເອົາມະນຸດຫຼາຍກວ່າເກົ່າ. ພຣະອົງມາເພື່ອເປັນຕົວແທນໃຫ້ກັບຍຸກ, ພຣະອົງມາເພື່ອເອົາຊະນະຊາຕານ ແລະ ເພື່ອເອົາຊະນະຊາຕານ ພຣະອົງຈຶ່ງສວມໃສ່ເນື້ອໜັງ. ຍິ່ງໄປກວ່ານັ້ນ ພຣະອົງມາເພື່ອນໍາພາມະນຸດຊາດທັງປວງໃນການດຳລົງຊີວິດຂອງພວກເຂົາ. ທຸກສິ່ງເຫຼົ່ານີ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງ ແລະ ມັນກ່ຽວຂ້ອງກັບພາລະກິດຂອງຈັກກະວານທັງປວງ. ຖ້າພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອເຮັດໃຫ້ມະນຸດມາຮູ້ຈັກເນື້ອໜັງຂອງພຣະອົງ ແລະ ເປີດຕາຂອງມະນຸດ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ເດີນທາງໄປທຸກປະເທດ? ສິ່ງນີ້ບໍ່ແມ່ນເລື່ອງງ່າຍທີ່ສຸດບໍ? ແຕ່ພຣະອົງບໍ່ໄດ້ເຮັດແບບນັ້ນ, ກົງກັນຂ້າມ ພຣະອົງເລືອກສະຖານທີ່ເໝາະສົມທີ່ຈະປັກຫຼັກ ແລະ ເລີ່ມຕົ້ນພາລະກິດທີ່ພຣະອົງຄວນປະຕິບັດ. ມີພຽງແຕ່ເນື້ອໜັງນີ້ເທົ່ານັ້ນທີ່ມີຄວາມໝາຍຢ່າງຫຼວງຫຼາຍ. ພຣະອົງເປັນຕົວແທນໃຫ້ກັບຍຸກທົງໝົດ ແລະ ຍັງປະຕິບັດພາລະກິດຂອງຍຸກທັງໝົດ; ພຣະອົງນໍາຍຸກເກົ່າມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກໃໝ່. ທຸກສິ່ງນີ້ແມ່ນເລື່ອງທີ່ສຳຄັນເຊິ່ງກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ ແລະ ມັນຄືຄວາມໝາຍຂອງຂັ້ນຕອນໜຶ່ງຂອງພາລະກິດທີ່ພຣະເຈົ້າໄດ້ມາເທິງແຜ່ນດິນໂລກເພື່ອປະຕິບັດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

16. ອຸປະນິໄສທັງໝົດຂອງພຣະເຈົ້າແມ່ນຖືກເປີດເຜີຍອອກໃນຊ່ວງເວລາຂອງແຜນການຄຸ້ມຄອງຫົກພັນປີ. ມັນບໍ່ໄດ້ຖືກເປີດເຜີຍພຽງແຕ່ໃນຍຸກແຫ່ງພຣະຄຸນເທົ່ານັ້ນ ຫຼື ພຽງແຕ່ໃນຍຸກແຫ່ງພຣະບັນຍັດ, ແຮງໄກທີ່ຈະຖືກເປີດເຜີຍໃນຊ່ວງເວລາຂອງຍຸກສຸດທ້າຍເທົ່ານັ້ນ. ພາລະກິດທີ່ຖືກປະຕິບັດໃນຍຸກສຸດທ້າຍແມ່ນເປັນຕົວແທນໃຫ້ກັບການພິພາກສາ, ຄວາມໂກດຮ້າຍ ແລະ ການຂ້ຽນຕີ. ພາລະກິດທີ່ປະຕິບັດໃນຍຸກສຸດທ້າຍບໍ່ສາມາດແທນ ພາລະກິດຂອງຍຸກແຫ່ງພຣະບັນຍັດໄດ້ ຫຼື ແທນຍຸກແຫ່ງພຣະຄຸນໄດ້. ເຖິງຢ່າງໃດກໍຕາມ ສາມຂັ້ນຕອນເຊື່ອມໂຍງກັນເປັນອັນໜຶ່ງອັນດຽວ ແລະ ຂັ້ນຕອນທັງໝົດແມ່ນພາລະກິດຂອງພຣະເຈົ້າອົງດຽວ. ຕາມທໍາມະຊາດແລ້ວ ການປະຕິບັດພາລະກິດນີ້ຖືກແບ່ງອອກເປັນຍຸກທີ່ແຕກຕ່າງກັນ. ພາລະກິດທີ່ສໍາເລັດໃນຍຸກສຸດທ້າຍເປັນພາລະກິດທີ່ນໍາທຸກສິ່ງໄປສູ່ການສິ້ນສຸດ; ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະບັນຍັດແມ່ນພາລະກິດແຫ່ງການເລີ່ມຕົ້ນ ແລະ ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະຄຸນແມ່ນພາລະກິດແຫ່ງການໄຖ່ບາບ. ແຕ່ສໍາລັບນິມິດຂອງພາລະກິດທີ່ຢູ່ໃນແຜນການຄຸ້ມຄອງຫົກພັນປີນີ້, ບໍ່ມີຜູ້ໃດສາມາດຮັບເອົາຄວາມຮູ້ ຫຼື ຄວາມເຂົ້າໃຈ ແລະ ນິມິດເຫຼົ່ານີ້ກໍຍັງເປັນປິດສະໜາ. ໃນຍຸກສຸດທ້າຍ ມີພຽງພາລະກິດຂອງພຣະທໍາເທົ່ານັ້ນທີ່ຖືກປະຕິບັດເພື່ອນໍາໄປສູ່ຍຸກແຫ່ງອານາຈັກ, ແຕ່ຍຸກສຸດທ້າຍບໍ່ແມ່ນຕົວແທນຂອງຍຸກທັງໝົດ. ຍຸກສຸດທ້າຍກໍເປັນຍຸກສຸດທ້າຍ ແລະ ຍຸກແຫ່ງອານາຈັກກໍຄືຍຸກແຫ່ງອານາຈັກ ເຊິ່ງບໍ່ແມ່ນຕົວແທນຂອງຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດ. ນັ້ນຄືຄວາມຈິງ, ໃນລະຫວ່າງຍຸກສຸດທ້າຍ ພາລະກິດທັງໝົດໃນແຜນການຄຸ້ມຄອງຫົກພັນປີແມ່ນຖືກເປີດເຜີຍໃຫ້ພວກເຈົ້າເຫັນ. ນີ້ແມ່ນການເປີດເຜີຍເຖິງຄວາມລຶກລັບ. ຄວາມເລິກລັບປະເພດນີ້ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດແກ້ໄດ້ເລີຍ. ບໍ່ວ່າຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະຄຳພີຈະຍິ່ງໃຫຍ່ສໍ່າໃດ, ມັນກໍຍັງບໍ່ໄດ້ເປັນຫຍັງທີ່ຫຼາຍກວ່າຄຳເວົ້າ, ຍ້ອນມະນຸດບໍ່ເຂົ້າໃຈທາດແທ້ຂອງພຣະຄຳພີ. ໃນການອ່ານພຣະຄຳພີ, ມະນຸດອາດເຂົ້າໃຈຄວາມຈິງບາງຢ່າງ, ອະທິບາຍພຣະທຳບາງຂໍ້ ຫຼື ວິເຄາະຂໍ້ຄວາມບາງຂໍ້ ແລະ ບາງບົດທີ່ມີຊື່ສຽງດ້ວຍການກວດສອບທີ່ເລັກນ້ອຍຂອງເຂົາ, ແຕ່ເຂົາຈະບໍ່ສາມາດແກ້ຄວາມໝາຍທີ່ຢູ່ພາຍໃນພຣະທຳເຫຼົ່ານັ້ນ, ຍ້ອນສິ່ງທີ່ມະນຸດເຫັນແມ່ນເປັນພຽງພຣະທຳທີ່ຕາຍແລ້ວ, ບໍ່ແມ່ນສາກຂອງພາລະກິດຂອງພຣະເຢໂຮວາ ແລະ ຂອງພຣະເຢຊູ ແລະ ມະນຸດບໍ່ມີທາງແກ້ຄວາມເລິກລັບຂອງພາລະກິດນີ້ໄດ້. ສະນັ້ນ ຄວາມເລິກລັບຂອງແຜນການຄຸ້ມຄອງຫົກພັນປີຈຶ່ງເປັນຄວາມເລິກລັບທີ່ຍິ່ງໃຫຍ່, ທີ່ຖືກເຊື່ອງລີ້ຢ່າງເລິກເຊິ່ງທີ່ສຸດ ແລະ ມະນຸດບໍ່ສາມາດຢັ່ງເຖິງໄດ້ແທ້ໆ. ບໍ່ມີໃຜສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໂດຍກົງ, ນອກຈາກພຣະອົງເອງຈະອະທິບາຍ ແລະ ເປີດເຜີຍສິ່ງນັ້ນໃຫ້ກັບມະນຸດ; ບໍ່ດັ່ງນັ້ນ ສິ່ງເຫຼົ່ານີ້ຈະຍັງເປັນປິດສະໜາຕໍ່ມະນຸດຕະຫຼອດໄປ, ເປັນຄວາມເລິກລັບທີ່ຖືກປົກປິດໄວ້ຕະຫຼອດໄປ. ບໍ່ຕ້ອງສົນໃຈກັບຄົນທີ່ຢູ່ໃນໂລກຝ່າຍວິນຍານ; ຖ້າພວກເຈົ້າບໍ່ໄດ້ຮັບຮູ້ໃນມື້ນີ້, ພວກເຈົ້າກໍຈະບໍ່ເຂົ້າໃຈມັນເຊັ່ນກັນ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

17. ພາລະກິດໃນຍຸກສຸດທ້າຍເປັນຂັ້ນຕອນສຸດທ້າຍຂອງສາມຂັ້ນຕອນ. ມັນເປັນພາລະກິດຂອງອີກຍຸກໃໝ່ ແລະ ບໍ່ແມ່ນຕົວແທນຂອງພາລະກິດແຫ່ງການຄຸ້ມຄອງທັງໝົດ. ແຜນການຄຸ້ມຄອງຫົກພັນປີຖືກແບ່ງອອກເປັນສາມຂັ້ນຕອນຂອງພາລະກິດ. ບໍ່ມີຂັ້ນຕອນໃດສາມາດເປັນຕົວແທນພາລະກິດທັງສາມຍຸກໄດ້, ແຕ່ເປັນພຽງພາກສ່ວນໜຶ່ງຂອງພາລະກິດທັງໝົດ. ຊື່ຂອງພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າທັງໝົດໄດ້. ຄວາມຈິງທີ່ວ່າ ພຣະອົງໄດ້ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະເຈົ້າເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ພຣະບັນຍັດເທົ່ານັ້ນ. ພຣະເຢໂຮວາສ້າງຕັ້ງພຣະບັນຍັດເພື່ອມະນຸດ ແລະ ວາງຂໍ້ພຣະບັນຍັດເຫຼົ່ານັ້ນໃຫ້ກັບພວກເຂົາ, ຮຽກຮ້ອງໃຫ້ມະນຸດສ້າງພຣະວິຫານ ແລະ ແທ່ນບູຊາ; ພາລະກິດນີ້ທີ່ພຣະອົງປະຕິບັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະອົງເປັນພຽງພຣະເຈົ້າທີ່ຮຽກຮ້ອງໃຫ້ມະນຸດຮັກສາພຣະບັນຍັດ ຫຼື ພຣະອົງເປັນພຣະເຈົ້າພຽງໃນພຣະວິຫານ ຫຼື ພຣະອົງເປັນພຽງພຣະເຈົ້າຕໍ່ໜ້າແທ່ນບູຊາເທົ່ານັ້ນ. ການເວົ້າແບບນັ້ນຈະບໍ່ແມ່ນຄວາມຈິງ. ພາລະກິດທີ່ສໍາເລັດພາຍໃຕ້ພຣະບັນຍັດກໍເປັນຕົວແທນໃຫ້ພຽງແຕ່ຍຸກໃດໜຶ່ງ. ດັ່ງນັ້ນ ຖ້າພຣະເຈົ້າພຽງແຕ່ປະຕິບັດພາລະກິດໃນຍຸກແຫ່ງພຣະບັນຍັດເທົ່ານັ້ນ ມະນຸດກໍຈະກຳນົດພຣະເຈົ້າໃນຄວາມໝາຍດັ່ງຕໍ່ໄປນີ້ ໂດຍເວົ້າວ່າ “ພຣະເຈົ້າເປັນພຣະເຈົ້າໃນພຣະວິຫານ ແລະ ເພື່ອຮັບໃຊ້ພຣະເຈົ້າ ພວກເຮົາຕ້ອງນຸ່ງເສື້ອຄຸມປະໂລຫິດ ແລະ ເຂົ້າໄປໃນພຣະວິຫານ.” ຖ້າພາລະກິດໃນຍຸກແຫ່ງພຣະຄຸນບໍ່ໄດ້ເກີດຂຶ້ນ ແລະ ຍຸກແຫ່ງພຣະບັນຍັດໄດ້ສືບຕໍ່ມາຈົນເຖິງທຸກມື້ນີ້ ມະນຸດຈະບໍ່ຮູ້ວ່າ ພຣະເຈົ້າຍັງມີຄວາມເມດຕາ ແລະ ຄວາມຮັກ. ຖ້າພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ປະຕິບັດໃຫ້ສໍາເລັດ ແລະ ກົງກັນຂ້າມ ມີພຽງແຕ່ພາລະກິດໃນຍຸກແຫ່ງພຣະຄຸນເທົ່ານັ້ນ ແລ້ວມວນມະນຸດກໍຈະຮູ້ແຕ່ວ່າພຣະເຈົ້າພຽງແຕ່ສາມາດໄຖ່ບາບໃຫ້ກັບມະນຸດ ແລະ ອະໄພຄວາມຜິດບາບໃຫ້ມະນຸດເທົ່ານັ້ນ. ມະນຸດຈະຮູ້ພຽງແຕ່ວ່າພຣະອົງເປັນອົງບໍລິສຸດ ແລະ ອົງໄຮ້ດຽງສາ ແລະ ຍ້ອນເຫັນແກ່ມະນຸດ ພຣະອົງຈຶ່ງສາມາດສະລະພຣະອົງເອງ ແລະ ຍອມຖືກຄືງໃສ່ເທິງໄມ້ກາງແຂນ. ມະນຸດຈະຮູ້ແຕ່ພຽງສິ່ງເຫຼົ່ານີ້ ແຕ່ຈະບໍ່ເຂົ້າໃຈໃນສິ່ງອື່ນໃດເລີຍ. ສະນັ້ນແຕ່ລະຍຸກສະແດງໃຫ້ເຫັນສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ. ແຕ່ສໍາລັບສ່ວນໃດຂອງອຸປະນິໄສຂອງພຣະເຈົ້າຄືຕົວແທນໃນຍຸກແຫ່ງພຣະບັນຍັດ, ສ່ວນໃດຄືຕົວແທນຍຸກແຫ່ງພຣະຄຸນ ແລະ ສ່ວນໃດຄືຕົວແທນໃນຍຸກປັດຈຸບັນ ແມ່ນຂຶ້ນຢູ່ກັບທັງສາມຍຸກ. ເມື່ອສາມຍຸກໄດ້ລວມເຂົ້າກັນເປັນອັນໜຶ່ງອັນດຽວກັນແລ້ວ ທັງສາມຍຸກຈະສາມາດເປີດເຜີຍອຸປະນິໄສຂອງພຣະເຈົ້າໄດ້ທັງໝົດ. ພຽງແຕ່ເມື່ອມະນຸດໄດ້ມາຮູ້ຈັກທັງສາມຂັ້ນຕອນນີ້ທັງໝົດ ພວກເຂົາຈຶ່ງຈະສາມາດເຂົ້າໃຈຢ່າງແທ້ຈິງ. ບໍ່ມີຂັ້ນຕອນໃດໃນສາມຂັ້ນຕອນທີ່ສາມາດຕັດອອກໄດ້. ຫລັງຈາກໄດ້ຮູ້ຈັກພາລະກິດສາມຂັ້ນຕອນເຫຼົ່ານີ້ແລ້ວ ເຈົ້າຈະເຫັນອຸປະນິໄສທັງໝົດຂອງພຣະເຈົ້າ. ຄວາມຈິງທີ່ພຣະເຈົ້າສໍາເລັດພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດວ່າ ພຣະອົງເປັນພຣະເຈົ້າພາຍໃຕ້ພຣະບັນຍັດ ແລະ ຄວາມຈິງທີ່ວ່າ ພຣະອົງສຳເລັດພາລະກິດແຫ່ງການໄຖ່ບາບບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າຈະໄຖ່ບາບມະນຸດຊາດຕະຫຼອດໄປ. ສິ່ງເຫຼົ່ານີ້ແມ່ນເປັນການສະຫຼຸບໂດຍມະນຸດເອງ. ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ແຕ່ເຈົ້າບໍ່ສາມາດເວົ້າວ່າ ພຣະເຈົ້າເປັນພຽງໄມ້ກາງແຂນເທົ່ານັ້ນ ແລະ ໄມ້ກາງແຂນເທົ່ານັ້ນທີ່ເປັນຕົວແທນຄວາມລອດພົ້ນຂອງພຣະເຈົ້າ. ການເວົ້າແບບນັ້ນກໍຈະເປັນການຕໍ່ຕ້ານພຣະເຈົ້າ. ໃນຂັ້ນຕອນປັດຈຸບັນ ພຣະເຈົ້າພຽງປະຕິບັດພາລະກິດກ່ຽວກັບພຣະທໍາເປັນສ່ວນໃຫຍ່ ແຕ່ເຈົ້າບໍ່ສາມາດເວົ້າວ່າພຣະເຈົ້າບໍ່ເຄີຍມີຄວາມເມດຕາຕໍ່ມະນຸດຈັກເທື່ອ ແລະ ສິ່ງທີ່ພຣະອົງນໍາມາມີພຽງການຕີສອນ ແລະ ການພິພາກສາເທົ່ານັ້ນ. ພາລະກິດໃນຍຸກສຸດທ້າຍເປີດເຜີຍພາລະກິດຂອງພຣະເຢໂຮວາ, ພຣະເຢຊູ ແລະ ຄວາມລຶກລັບທັງໝົດທີ່ມະນຸດບໍ່ສາມາດເຂົ້າໃຈມັນໄດ້, ພ້ອມທັງເປີດເຜີຍຈຸດໝາຍປາຍທາງ ແລະ ຈຸດຈົບຂອງມະນຸດຊາດ ແລະ ສິ້ນສຸດພາລະກິດແຫ່ງຄວາມລອດພົ້ນທັງໝົດທ່າມກາງມະນຸດຊາດ. ຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍນີ້ຈະນໍາພາທຸກສິ່ງໄປສູ່ການສິ້ນສຸດ. ຄວາມລຶກລັບທັງໝົດທີ່ມະນຸດບໍ່ເຂົ້າໃຈຈະໄດ້ຖືກເປີດເຜີຍເພື່ອວ່າມະນຸດຈະໄດ້ຢັ່ງເຖິງຄວາມລຶກລັບດັ່ງກ່າວຢ່າງເລິກເຊິ່ງ ແລະ ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຊາດຈຶ່ງຈະສາມາດຖືກຈັດແບ່ງອອກຕາມປະເພດຂອງໃຜມັນ. ມີພຽງແຕ່ຫລັງຈາກແຜນການຄຸ້ມຄອງຫົກພັນປີໄດ້ສໍາເລັດລົງ ມະນຸດຈຶ່ງຈະສາມາດເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າທັງໝົດ ເພາະວ່າໃນຕອນນັ້ນການຄຸ້ມຄອງຂອງພຣະອົງກໍຈະສິ້ນສຸດລົງເຊັ່ນກັນ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

18. ສິ່ງທີ່ມະນຸດຮຽກຮ້ອງໃນປັດຈຸບັນບໍ່ຄືກັບສິ່ງທີ່ຮຽກຮ້ອງໃນອະດີດ ແລະ ຍິ່ງໄປກວ່ານັ້ນກໍບໍ່ຄືກັບສິ່ງທີ່ໄດ້ຮຽກຮ້ອງຈາກມະນຸດໃນຍຸກພຣະບັນຍັດ. ແລ້ວແມ່ນຫຍັງຄືສິ່ງທີ່ຮຽກຮ້ອງຈາກມະນຸດພາຍໃຕ້ກົດພຣະບັນຍັດໃນເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງໃນດິນແດນອິດສະຣາເອນ? ມັນກໍບໍ່ມີຫຍັງຫຼາຍໄປກວ່າໃຫ້ມະນຸດຮັກສາວັນຊະບາໂຕ ແລະ ພຣະບັນຍັດຂອງພຣະເຢໂຮວາ. ໃນຍຸກນັ້ນບໍ່ມີຜູ້ໃດເຮັດວຽກໃນວັນຊະບາໂຕ ແລະ ລະເມີດພຣະບັນຍັດຂອງພຣະເຢໂຮວາ. ແຕ່ໃນປັດຈຸບັນບໍ່ເປັນແບບນັ້ນ. ໃນວັນຊະບາໂຕ ມະນຸດຈະເຮັດວຽກ, ຊຸມນຸມ ແລະ ອະທິຖານເປັນປົກກະຕິ ແລະ ບໍ່ມີຂໍ້ຫ້າມໃດໆສໍາລັບພວກເຂົາ. ສ່ວນຄົນທີ່ຢູ່ໃນຍຸກແຫ່ງພຣະຄຸນ ນັ້ນແມ່ນຕ້ອງໄດ້ຮັບບັບຕິດສະມາ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງຕ້ອງໄດ້ຖືກຮຽກຮ້ອງໃຫ້ອົດອາຫານ, ຫັກເຂົ້າຈີ່, ດຶ່ມເຫຼົ່າ, ຜ້າປົກຄຸມຫົວ ແລະ ໃຫ້ພວກເຂົາລ້າງຕີນໃຫ້ຄົນອື່ນ. ໃນປັດຈຸບັນ ກົດເກນເຫຼົ່ານີ້ຖືກຍົກເລີກໄປໝົດແລ້ວ ແຕ່ຄວາມຮຽກຮ້ອງຕ້ອງການຈາກມະນຸດແມ່ນເພິ່ມຫຼາຍຂຶ້ນ ເນື່ອງຈາກວ່າ ພາລະກິດຂອງພຣະເຈົ້າໄດ້ລົງເລິກເຂົ້າໄປຢ່າງບໍ່ສິ້ນສຸດ ແລະ ທາງເຂົ້າຂອງມະນຸດແມ່ນຍິ່ງສູງຂຶ້ນ. ໃນອະດີດ ພຣະເຢຊູວາງມືຂອງພຣະອົງໃສ່ມະນຸດ ແລະ ອະທິຖານ ແຕ່ປັດຈຸບັນເມື່ອທຸກສິ່ງໄດ້ກ່າວໄປໝົດແລ້ວ ຈະມີປະໂຫຍດຫຍັງກັບການວາງມືໃສ່ມະນຸດ? ພຽງພຣະທໍາເທົ່ານັ້ນກໍສາມາດບັນລຸຜົນໄດ້ແລ້ວ. ເມື່ອພຣະອົງວາງມືຂອງພຣະອົງໃສ່ມະນຸດໃນອະດີດ, ມັນແມ່ນການອວຍພອນມະນຸດ ແລະ ຍັງຮັກສາເຂົາຈາກໂລກໄພໄຂ້ເຈັບຂອງເຂົາ. ນີ້ແມ່ນວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນເວລານັ້ນ, ແຕ່ມັນບໍ່ແມ່ນແບບນັ້ນໃນປັດຈຸບັນ. ບັດນີ້ ພຣະວິນຍານບໍລິສຸດໃຊ້ພຣະທຳເພື່ອປະຕິບັດພາລະກິດ ແລະ ບັນລຸຜົນ. ພຣະທຳຂອງພຣະອົງຖືກເຮັດໃຫ້ຊັດເຈນຕໍ່ພວກເຈົ້າ ແລະ ພວກເຈົ້າຄວນນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດດັ່ງທີ່ພວກເຈົ້າໄດ້ຖືກສັ່ງໄວ້. ພຣະທຳຂອງພຣະອົງຄືຄວາມປະສົງຂອງພຣະອົງ; ສິ່ງເຫຼົ່ານັ້ນແມ່ນພາລະກິດທີ່ພຣະອົງປາຖະໜາຈະປະຕິບັດ. ຜ່ານທາງພຣະທຳຂອງພຣະອົງ, ເຈົ້າຈະເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ສິ່ງທີ່ພຣະອົງຮຽກຮ້ອງໃຫ້ເຈົ້າບັນລຸ ແລະ ເຈົ້າພຽງແຕ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດໂດຍກົງ ໂດຍບໍ່ຈຳເປັນຕ້ອງວາງມືອີກ. ບາງຄົນເວົ້າວ່າ “ຂໍໃຫ້ວາງມືຂອງພຣະອົງເທິງຂ້ານ້ອຍ! ຂໍໃຫ້ວາງມືຂອງພຣະອົງເທິງຂ້ານ້ອຍເພື່ອຂ້ານ້ອຍຈະໄດ້ຮັບເອົາການອວຍພອນຂອງພຣະອົງ ແລະ ເພື່ອຂ້ານ້ອຍຈະເປັນສ່ວນໜຶ່ງຂອງພຣະອົງ.” ທຸກສິ່ງເຫຼົ່ານີ້ແມ່ນການປະຕິບັດທີ່ລ້າສະໄໝຕັ້ງແຕ່ອະດີດ, ບັດນີ້ໄດ້ເຊົາໃຊ້ແລ້ວ, ຍ້ອນຍຸກໄດ້ປ່ຽນແປງໄປ. ພຣະວິນຍານບໍລິສຸດປະຕິບັດພາລະກິດຕາມຍຸກ, ບໍ່ໄດ້ຕາມມີຕາມເກີດ ຫຼື ສອດຄ່ອງກັນເພື່ອກຳນົດກົດລະບຽບ. ຍຸກໄດ້ປ່ຽນໄປ ແລະ ຍຸກໃໝ່ຈຳເປັນຕ້ອງນໍາພາລະກິດໃໝ່ມາພ້ອມກັບຍຸກນັ້ນໆ. ສິ່ງນີ້ເປັນຄວາມຈິງຂອງທຸກຂັ້ນຕອນຂອງພາລະກິດ ແລະ ສະນັ້ນ ພາລະກິດຂອງພຣະອົງຈຶ່ງບໍ່ເຄີຍຖືກເຮັດຊໍ້າຈັກເທື່ອ. ໃນຍຸກແຫ່ງພຣະຄຸນ, ພຣະເຢຊູປະຕິບັດພາລະກິດປະເພດນັ້ນໃນຈຳນວນຫຼາຍພໍສົມຄວນ ເຊັ່ນການຮັກສາຄວາມເຈັບປ່ວຍ, ການຂັບໄລ່ຜີຮ້າຍ, ການວາງມືຂອງພຣະອົງເທິງມະນຸດເພື່ອອະທິຖານໃຫ້ກັບເຂົາ ແລະ ອວຍພອນມະນຸດ. ເຖິງຢ່າງໃດກໍຕາມ ການປະຕິບັດແບບນັ້ນອີກຄັ້ງຈະບໍ່ມີຄວາມໝາຍໃນປັດຈຸບັນ. ພຣະວິນຍານບໍລິສຸດປະຕິບັດພາລະກິດໃນລັກສະນະນັ້ນໃນເວລານັ້ນ ຍ້ອນມັນເປັນຍຸກແຫ່ງພຣະຄຸນ ແລະ ມີຄວາມເມດຕາໃຫ້ມະນຸດໄດ້ຮັບຢ່າງພຽງພໍ. ບໍ່ມີການຮຽກຮ້ອງໃຫ້ເຂົາຈ່າຍໃນຮູບແບບໃດກໍຕາມ ແລະ ຕາບໃດທີ່ເຂົາມີຄວາມເຊື່ອ ເຂົາກໍຈະໄດ້ຮັບຄວາມກະລຸນາ. ທຸກຄົນຖືກປະຕິບັດນໍາຢ່າງເມດຕາຫຼາຍ. ປັດຈຸບັນນີ້ ຍຸກໄດ້ປ່ຽນແປງແລ້ວ ແລະ ພາລະກິດຂອງພຣະເຈົ້າໄດ້ກ້າວໜ້າຂຶ້ນ. ການຕໍ່ຕ້ານຂອງມະນຸດ ແລະ ສິ່ງທີ່ສົກກະປົກພາຍໃນມະນຸດຈະຖືກລົບລ້າງຜ່ານການຕີສອນ ແລະ ການພິພາກສາ. ຂັ້ນຕອນນັ້ນເປັນຂັ້ນຕອນແຫ່ງການໄຖ່ບາບ, ພຣະເຈົ້າຈໍາເປັນຕ້ອງປະຕິບັດພາລະກິດດ້ວຍວິທີນັ້ນ ເຊິ່ງພຣະອົງໄດ້ສະແດງພຣະຄຸນຢ່າງພຽງພໍໃຫ້ມະນຸດໄດ້ຊື່ນຊົມ ເພື່ອວ່າມະນຸດຈະໄດ້ຮັບການໄຖ່ບາບ ແລະ ດ້ວຍວິທີທາງແຫ່ງພຣະຄຸນ ພວກເຂົາຈະໄດ້ຮັບການອະໄພຈາກຄວາມຜິດບາບຂອງພວກເຂົາ. ແຕ່ຂັ້ນຕອນປັດຈຸບັນນີ້ແມ່ນເພື່ອເປີດເຜີຍຄວາມບໍ່ຊອບທໍາພາຍໃນມະນຸດດ້ວຍວິທີການຕີສອນ, ການພິພາກສາ, ການລົງໂທດດ້ວຍພຣະທໍາ ພ້ອມດ້ວຍວິໄນ ແລະ ການເປີດເຜີຍພຣະທໍາ ເພື່ອມະນຸດຈະໄດ້ລອດພົ້ນ. ນີ້ແມ່ນພາລະກິດທີ່ເລິກເຊິ່ງກວ່າການໄຖ່ບາບ. ຄວາມກະລຸນາໃນຍຸກແຫ່ງພຣະຄຸນແມ່ນພຽງພໍສໍາລັບການຊື່ນຊົມຂອງມະນຸດ; ບັດນີ້ເມື່ອມະນຸດໄດ້ສໍາພັດກັບພຣະຄຸນນີ້ແລ້ວ, ພວກເຂົາບໍ່ຈໍາເປັນຕ້ອງຊື່ນຊົມມັນອີກຕໍ່ໄປ. ພາລະກິດນີ້ໄດ້ຜ່ານໄປແລ້ວ ແລະ ບໍ່ຕ້ອງປະຕິບັດມັນອີກຕໍ່ໄປ. ບັດນີ້ ມະນຸດຈະຖືກຊ່ວຍໃຫ້ລອດພົ້ນຜ່ານການພິພາກສາແຫ່ງພຣະທໍາ. ຫລັງຈາກທີ່ມະນຸດຖືກຕັດສິນ, ຕີສອນ ແລະ ຊໍາລະລ້າງ ຈາກນັ້ນອຸປະນິໄສຂອງພວກເຂົາກໍໄດ້ຮັບການປ່ຽນແປງ. ທັງໝົດນີ້ບໍ່ແມ່ນຍ້ອນພຣະທໍາທີ່ເຮົາໄດ້ກ່າວບໍ? ແຕ່ລະຂັ້ນຕອນຂອງພາລະກິດແມ່ນຖືກປະຕິບັດອີງຕາມຄວາມກ້າວໜ້າຂອງມວນມະນຸດຊາດ ແລະ ອີງຕາມຍຸກສະໄໝນັ້ນ. ພາລະກິດທັງໝົດມີຄວາມສໍາຄັນ ແລະ ຖືກປະຕິບັດເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຄັ້ງສຸດທ້າຍ ເພື່ອມະນຸດອາດມີຈຸດໝາຍປາຍທາງທີ່ດີໃນອະນາຄົດ ແລະ ເພື່ອມະນຸດຊາດຈະໄດ້ຖືກຈັດແບ່ງອອກອີງຕາມປະເພດຂອງພວກເຂົາໃນທີ່ສຸດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

19. ພາລະກິດແຫ່ງຍຸກສຸດທ້າຍແມ່ນເພື່ອກ່າວພຣະທໍາ. ການປ່ຽນແປງຄັ້ງຍິ່ງໃຫຍ່ຈະເກີດຜົນໃນມະນຸດໂດຍຜ່ານວິທີທາງແຫ່ງພຣະທໍາ. ການປ່ຽນແປງໃນປັດຈຸບັນແມ່ນມີຜົນຕໍ່ຜູ້ຄົນທີ່ຍອມຮັບເອົາພຣະທໍາຫຼາຍກວ່າຕໍ່ຜູ້ຄົນທີ່ຍອມຮັບເອົາໝາຍສຳຄັນ ແລະ ຄວາມອັດສະຈັນຂອງຍຸກແຫ່ງພຣະຄຸນ. ເນື່ອງຈາກວ່າ ໃນຍຸກແຫ່ງພຣະຄຸນນັ້ນ ພວກມານຮ້າຍແມ່ນຖືກຂັບໄລ່ອອກຈາກມະນຸດໂດຍການເອົາມືວາງໃສ່ມະນຸດ ແລ້ວອະທິຖານ ແຕ່ການຂັບໄລ່ມານຮ້າຍແບບນັ້ນບໍ່ໄດ້ລົບລ້າງຄວາມຄວາມເສື່ອມຊາມອອກຈາກຈິດໃຈຂອງມະນຸດເລີຍ ມະນຸດໄດ້ຮັບການຮັກສາຈາກຄວາມເຈັບປ່ວຍຂອງເຂົາ ແລະ ຮັບການອະໄພຈາກຄວາມບາບຂອງເຂົາ ແຕ່ສໍາລັບວິທີການລົບລ້າງອຸປະນິໄສອັນເສື່ອມຊາມແບບຊາຕານໃນມະນຸດນັ້ນ, ພາລະກິດນີ້ຍັງບໍ່ໄດ້ປະຕິບັດເທື່ອ. ມະນຸດພຽງແຕ່ໄດ້ຮັບຄວາມພົ້ນ ແລະ ຮັບການອະໄພຈາກຄວາມບາບຂອງພວກເຂົາຍ້ອນຄວາມເຊື່ອເທົ່ານັ້ນ ແຕ່ທໍາມະຊາດຄວາມຜິດບາບຂອງມະນຸດບໍ່ໄດ້ຖືກທໍາລາຍ ແລະ ຍັງຝັງຢູ່ໃນຈິດໃຈຂອງພວກເຂົາ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານກິດຈະການຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ມະນຸດບໍ່ມີຄວາມບາບໃນພວກເຂົາອີກຕໍ່ໄປ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານເຄື່ອງບູຊາໄຖ່ບາບ ແຕ່ສໍາລັບວິທີທີ່ຈະເຮັດໃຫ້ມະນຸດບໍ່ມີຄວາມຜິດບາບອີກຕໍ່ໄປ ແລະ ວິທີທີ່ຈະທຳລາຍລ້າງ ແລະ ປ່ຽນແປງທໍາມະຊາດຄວາມຜິດບາບຂອງພວກເຂົາຢ່າງສິ້ນເຊີງນັ້ນ ມະນຸດບໍ່ມີວິທີແກ້ໄຂບັນຫານີ້ເລີຍ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພ ແລະ ນີ້ກໍຍ້ອນພາລະກິດແຫ່ງການຖືກຄຶງທີ່ໄມ້ການແຂນຂອງພຣະເຈົ້າ ແຕ່ມະນຸດຍັງສຶບຕໍ່ດໍາລົງຊີວິດຢູ່ກັບອຸປະນິໄສອັນເສື່ອມຊາມແບບຊາຕານຄືເກົ່າ. ເມື່ອເປັນເຊັ່ນນີ້ ມະນຸດຕ້ອງໄດ້ຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ເພື່ອທໍາມະຊາດແຫ່ງຄວາມຜິດບາບຂອງພວກເຂົາຈະໄດ້ຖືກທຳລາຍລ້າງຢ່າງສົມບູນ ແລະ ຈະບໍ່ມີຄວາມເສື່ອມຊາມເກີດຂຶ້ນອີກຕໍ່ໄປ, ດ້ວຍວິທີນີ້ຈະເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່. ແຕ່ມະນຸດຕ້ອງເຂົ້າໃຈຫົນທາງແຫ່ງການເຕີບໂຕຂອງຊີວິດ, ຕ້ອງເຂົ້າໃຈຫົນທາງແຫ່ງຊີວິດ ແລະ ເຂົ້າໃຈຫົນທາງໃນການປ່ຽນແປງອຸປະນິໄສຂອງພວກເຂົາ. ຍິ່ງໄປກວ່ານັ້ນ ມະນຸດຕ້ອງໄດ້ປະຕິບັດຕາມເສັ້ນທາງດັ່ງກ່າວນີ້ ເພື່ອອຸປະນິໄສຂອງພວກເຂົາຈະໄດ້ຮັບການປ່ຽນແປງເທື່ອລະໜ້ອຍ ແລະ ໃຊ້ຊີວິດຢູ່ພາຍໃຕ້ແສງສະຫວ່າງ ເພື່ອທຸກສິ່ງທີ່ພວກເຂົາປະຕິບັດຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເພື່ອພວກເຂົາຈະປະຖິ້ມອຸປະນິໄສຊົ່ວຮ້າຍທີ່ເສື່ອມໂຊມ, ເພື່ອພວກເຂົາຈະໄດ້ເປັນອິດສະລະຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ຫຼຸດພົ້ນອອກຈາກຄວາມຜິດບາບຢ່າງສົມບູນ. ເມື່ອນັ້ນມະນຸດຈະໄດ້ຮັບຄວາມລອດພົ້ນຢ່າງຄົບຖ້ວນ. ໃນເວລາທີ່ພຣະເຢຊູປະຕິດບັດພາລະກິດຂອງພຣະອົງນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຍັງມືດມົວຢູ່ ແລະ ບໍ່ທັນແຈ່ມແຈ້ງເທື່ອ. ມະນຸດເຊື່ອສະເໝີວ່າ ພຣະອົງເປັນບຸດຊາຍຂອງເດວິດ ແລະ ປະກາດພຣະອົງໃຫ້ເປັນສາສະດາທີ່ຍິ່ງໃຫຍ່ ເປັນພຣະຜູ້ເປັນເຈົ້າທີ່ມີຄວາມເມດຕາກະລຸນາທີ່ໄຖ່ບາບໃຫ້ກັບມະນຸດ. ຍ້ອນຄວາມເຊື່ອຂອງພວກເຂົາ ບາງຄົນກໍໄດ້ຮັບການປິ່ນປົວພຽງແຕ່ໄດ້ຈັບບາຍຂອບເສື້ອຜ້າຂອງພຣະອົງ; ຄົນຕາບອດກໍສາມາດເຫັນ ແລະ ແມ່ນແຕ່ຄົນຕາຍຍັງສາມາດຟື້ນຄືນໄດ້. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດຄົ້ນພົບອຸປະນິໄສຊົ່ວຮ້າຍອັນເສື່ອມຊາມທີ່ຝັງເລິກຢູ່ພາຍໃນຕົວພວກເຂົາ ຫຼື ພວກເຂົາບໍ່ຮູ້ວິທີທາງກໍາຈັດອຸປະນິໄສນັ້ນອອກໄປ. ມະນຸດໄດ້ຮັບພຣະກະລຸນາຢ່າງໃຫຍ່ຫຼວງ ເຊັ່ນ: ຄວາມສະງົບສຸກ, ຄວາມສຸກຂອງຮ່າງກາຍ, ຄວາມສັດທາພຽງຄົນດຽວກໍນໍາການອວຍພອນມາເຖິງຄອບຄົວທັງໝົດ, ການຮັກສາຄວາມເຈັບປ່ວຍ ແລະ ອື່ນໆ. ສ່ວນທີ່ເຫຼືອແມ່ນເປັນການກະທໍາດີຂອງມະນຸດ ແລະ ການມີສິນທໍາ. ຖ້າມະນຸດສາມາດດໍາລົງຊີວິດບົນພື້ນຖານສິ່ງເຫຼົ່ານີ້ ພວກເຂົາຖືວ່າເປັນຜູ້ເຊື່ອທີ່ເໝາະສົມທີ່ສຸດ. ມີພຽງຜູ້ເຊື່ອແບບນີ້ເທົ່ານັ້ນເມື່ອຕາຍໄປຈະໄດ້ໄປສູ່ສະຫວັນ ເຊິ່ງໝາຍຄວາມວ່າພວກເຂົາໄດ້ຖືກຊ່ວຍໃຫ້ພົ້ນແລ້ວ. ແຕ່ວ່າ ໃນຊີວິດຂອງພວກເຂົາ ຜູ້ຄົນເຫຼົ່ານີ້ບໍ່ເຄີຍເຂົ້າໃຈຫົນທາງແຫ່ງຊີວິດເລີຍ. ພວກເຂົາສ້າງແຕ່ຄວາມບາບ ສ້າງບາບແລ້ວກໍສະລະພາບບາບ. ເຮັດແບບນັ້ນຊໍ້າແລ້ວຊໍ້າອີກໂດຍບໍ່ມີການຄົ້ນຄິດຫາເສັ້ນທາງໄປສູ່ການປ່ຽນແປງອຸປະນິໄສຂອງພວກເຂົາເລີຍ. ນັ້ນຄືສະພາບຂອງມະນຸດໃນຍຸກແຫ່ງພຣະຄຸນ. ແລ້ວມະນຸດໄດ້ຮັບຄວາມລອດພົ້ນຢ່າງສົມບູນບໍ? ບໍ່! ສະນັ້ນ ຫລັງຈາກພາລະກິດຍຸກນັ້ນໄດ້ສິ້ນສຸດລົງ ກໍຍັງມີພາລະກິດຂອງການພິພາກສາ ແລະ ການຕີສອນ. ພາລະກິດຍຸກນີ້ແມ່ນເພື່ອເຮັດໃຫ້ມະນຸດບໍລິສຸດໂດຍວິທີທາງແຫ່ງພຣະທໍາ ແລະ ເປັນການມອບຫົນທາງໃຫ້ມະນຸດປະຕິບັດຕາມ. ຍຸກນີ້ຈະບໍ່ມີຜົນປະໂຫຍດ ຫຼື ມີຄວາມໝາຍ ຖ້າຍັງມີການສືບຕໍ່ກໍາຈັດມານຮ້າຍ ເພາະວ່າມັນຈະເຮັດໃຫ້ການລົບລ້າງທໍາມະຊາດແຫ່ງຄວາມຜິດບາບຂອງມະນຸດຫຼົ້ມເຫຼວ ແລະ ມະນຸດກໍຈະຢຸດຢູ່ໃນການໃຫ້ອະໄພບາບຂອງພວກເຂົາ. ໂດຍຜ່ານການຖວາຍບາບ ມະນຸດໄດ້ຮັບການໃຫ້ອະໄພຈາກຄວາມຜິດບາບຂອງພວກເຂົາ ນັ້ນກໍຄືຍ້ອນພາລະກິດຂອງການໄຖ່ບາບດ້ວຍການຄຶງເທິງໄມ້ກາງແຂນໄດ້ສິ້ນສຸດລົງ ແລະ ຍ້ອນພຣະເຈົ້າໄດ້ເອົາຊະນະຊາຕານ ມະນຸດຈຶ່ງໄດ້ຮັບການໃຫ້ອະໄພຄວາມຜິດບາບ. ແຕ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດຍັງຄົງເສື່ອມຊາມຢູ່ ມະນຸດຍັງສາມາດສ້າງບາບ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພຣະເຈົ້າຍັງບໍ່ ໄດ້ຖືກຮັບເອົາໂດຍມະນຸດ. ດ້ວຍເຫດນັ້ນ ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າຈຶ່ງໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອຊາມຂອງມະນຸດ ເພື່ອເຮັດໃຫ້ພວກເຂົາປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ. ຂັ້ນຕອນນີ້ແມ່ນມີຄວາມໝາຍກວ່າຂັ້ນຕອນທີ່ຜ່ານມາ ພ້ອມທັງມີຜົນປະໂຫນດຫຼາຍກວ່າ ເພາະວ່າເປັນຍຸກແຫ່ງພຣະທໍາທີ່ສະໜອງຊີວິດຂອງມະນຸດໂດຍກົງ ແລະ ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່ທັງໝົດ; ເປັນຂັ້ນຕອນຂອງພາລະກິດທີ່ລະອຽດຂຶ້ນຫຼາຍ. ສະນັ້ນ ການບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ສໍາເລັດຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ສໍາເລັດແຜນການຄຸ້ມຄອງຂອງພຣະເຈົ້າຢ່າງສົມບູນເພື່ອຄວາມລອດພົ້ນຂອງມະນຸດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

20. ການທີ່ພຣະເຈົ້າຊ່ວຍມະນຸດໃຫ້ລອດພົ້ນບໍ່ແມ່ນຖືກປະຕິບັດໂດຍການໃຊ້ວິທີການຂອງພຣະວິນຍານ ແລະ ຕົວຕົນຂອງພຣະວິນຍານໂດຍກົງ, ຍ້ອນມະນຸດບໍ່ສາມາດສຳຜັດ ຫຼື ເຫັນພຣະວິນຍານຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດຫຍັບເຂົ້າໃກ້ໄດ້. ຖ້າພຣະອົງພະຍາຍາມຊ່ວຍມະນຸດໃຫ້ລອດພົ້ນໃນລັກສະນະຂອງພຣະວິນຍານ, ມະນຸດກໍຈະບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ຖ້າພຣະເຈົ້າບໍ່ໄດ້ສວມໃສ່ລັກສະນະພາຍນອກຂອງມະນຸດທີ່ຖືກສ້າງ, ມັນກໍຈະບໍ່ມີທາງທີ່ມະນຸດຈະຮັບເອົາຄວາມລອດພົ້ນນີ້. ຍ້ອນມະນຸດບໍ່ມີຫົນທາງໃນການເຂົ້າຫາພຣະອົງ, ເຊັ່ນກັບທີ່ບໍ່ມີຜູ້ໃດສາມາດຫຍັບໃກ້ເມກຂອງພຣະເຢໂຮວາ. ມີພຽງແຕ່ໂດຍການກາຍມາເປັນມະນຸດທີ່ຖືກສ້າງເທົ່ານັ້ນ ນັ້ນກໍຄື ມີພຽງແຕ່ການໃສ່ພຣະທຳຂອງພຣະອົງເຂົ້າໄປໃນຮ່າງກາຍຂອງເນື້ອໜັງທີ່ພຣະອົງຈະກາຍມາເປັນເທົ່ານັ້ນ ພຣະອົງຈຶ່ງສາມາດປະຕິບັດພາລະກິດພຣະທຳໃນທຸກຄົນທີ່ຕິດຕາມພຣະອົງໄດ້ເປັນການສ່ວນຕົວ. ມີພຽງແຕ່ເມື່ອນັ້ນ ມະນຸດຈຶ່ງສາມາດເຫັນ ແລະ ໄດ້ຍິນພຣະທຳຂອງພຣະອົງດ້ວຍຕົວເຂົາເອງ ແລະ ຍິ່ງໄປກວ່ານັ້ນກໍເຂົ້າສູ່ການຄອບຄອງຂອງພຣະທຳຂອງພຣະອົງ ແລະ ດ້ວຍວິທີນີ້ຈຶ່ງຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ບໍ່ມີມະນຸດຄົນໃດທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອທີ່ຈະສາມາດຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວໄດ້ ຫຼື ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໂດຍກົງໃນທ່າມກາງມະນຸດ, ມະນຸດຊາດທັງປວງກໍຈະຖືກໂຈມໃຫ້ລົ້ມລົງ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍບໍ່ມີທາງເຂົ້າສຳຜັດກັບພຣະເຈົ້າໄດ້, ພວກເຂົາຈະຖືກຊາຕານຈັບເປັນຊະເລີຍຢ່າງສົມບູນ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

21. ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດອອກຈາກຄວາມຜິດບາບ, ເພື່ອໄຖ່ເຂົາໂດຍວິທີການຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ສິ່ງນີ້ແມ່ນເກີດຂຶ້ນເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ສະອາດຢ່າງສົມບູນ ແລະ ເມື່ອອຸປະນິໄສໄດ້ບັນລຸການປ່ຽນແປງແລ້ວກໍຈະເປັນອິດສະຫຼະຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນໄປຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ມີພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ. ສະນັ້ນ ໃນທັງສາມຂັ້ນຕອນຂອງພາລະກິດ, ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ສອງຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນັ້ນກໍເພາະມີພຽງແຕ່ໜຶ່ງໃນສາມຂັ້ນຕອນຂອງພາລະກິດທີ່ເປັນການນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ, ໃນຂະນະທີ່ອີກສອງຂັ້ນຕອນປະກອບດ້ວຍພາລະກິດແຫ່ງຄວາມລອດພົ້ນ. ມີພຽງແຕ່ໂດຍການກາຍມາເປັນເນື້ອໜັງເທົ່ານັ້ນ ພຣະເຈົ້າຈຶ່ງສາມາດດຳລົງຊີວິດຢູ່ຄຽງຂ້າງກັບມະນຸດ, ຜະເຊີນກັບການທົນທຸກໃນໂລກ ແລະ ດຳລົງຊີວິດໃນຮ່າງກາຍເນື້ອໜັງທີ່ທຳມະດາ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດຈັດພຣະທຳທີ່ເປັນຈິງໃຫ້ກັບມະນຸດໄດ້ ເຊິ່ງເປັນສິ່ງທີ່ພວກເຂົາຕ້ອງການໃນຖານະສິ່ງຖືກສ້າງ. ມັນແມ່ນຜ່ານທາງການບັງເກີດເປັນມະນຸດຂອງພຣະເຈົ້າ ມະນຸດຈຶ່ງໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຢ່າງຄົບຖ້ວນ ແລະ ບໍ່ໄດ້ມາຈາກສະຫວັນໂດຍກົງເພື່ອຕອບຄຳອະທິຖານຂອງເຂົາ. ຍ້ອນມະນຸດມາຈາກເນື້ອໜັງ ເຂົາຈຶ່ງບໍ່ມີທາງເຫັນພຣະວິນຍານຂອງພຣະເຈົ້າໄດ້, ແຮງໄກທີ່ຈະເຂົ້າເຖິງພຣະວິນຍານຂອງພຣະອົງ. ສິ່ງທີ່ມະນຸດສຳຜັດລ້ວນແລ້ວແຕ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ມະນຸດຈຶ່ງສາມາດເຂົ້າໃຈພຣະທຳທັງໝົດ ແລະ ຄວາມຈິງທັງໝົດ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ. ການບັງເກີດຄັ້ງທີສອງແມ່ນຈະພຽງພໍເພື່ອກຳຈັດຄວາມຜິດບາບຂອງມະນຸດ ແລະ ເພື່ອເຮັດໃຫ້ເຂົາບໍລິສຸດຢ່າງຄົບຖ້ວນ. ສະນັ້ນ ດ້ວຍການບັງເກີດເປັນມະນຸດຄັ້ງທີສອງ ພາລະກິດທັງໝົດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງຈະນໍາໄປເຖິງຈຸດສິ້ນສຸດ ແລະ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າຈຶ່ງຈະຖືກເຮັດໃຫ້ຄົບຖ້ວນ. ຈາກນັ້ນເປັນຕົ້ນມາ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງກໍຈະມາເຖິງຈຸດສິ້ນສຸດທັງໝົດ. ຫຼັງຈາກການເກີດເປັນມະນຸດຄັ້ງທີສອງ, ພຣະອົງກໍຈະບໍ່ມາເປັນເນື້ອໜັງເປັນຄັ້ງທີສາມເພື່ອພາລະກິດຂອງພຣະອົງ. ຍ້ອນການຄຸ້ມຄອງທັງໝົດຂອງພຣະອົງຈະມາເຖິງຈຸດສິ້ນສຸດ. ການບັງເກີດເປັນມະນຸດໃນຍຸກສຸດທ້າຍຈະໄດ້ຮັບເອົາຄົນທີ່ພຣະອົງໄດ້ເລືອກໄວ້ຢ່າງສົມບູນ ແລະ ມະນຸດຊາດທັງປວງໃນຍຸກສຸດທ້າຍກໍຈະຖືກແບ່ງແຍກອອກຕາມປະເພດຂອງພວກເຂົາ. ພຣະອົງຈະບໍ່ປະຕິບັດພາລະກິດແຫ່ງຄວາມລອດພົ້ນອີກຕໍ່ໄປ ຫຼື ພຣະອົງຈະບໍ່ກັບຄືນສູ່ເນື້ອໜັງເພື່ອປະຕິບັດພາລະກິດໃດໜຶ່ງ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

22. ໃນພາລະກິດຂອງຍຸກສຸດທ້າຍ, ພຣະທຳແມ່ນຍິ່ງໃຫຍ່ກວ່າການສະແດງອອກຂອງໝາຍສຳຄັນ ແລະ ການອັດສະຈັນ ແລະ ສິດອຳນາດຂອງພຣະທຳກໍຢູ່ເໜືອໝາຍສຳຄັນ ແລະ ການອັດສະຈັນ. ພຣະທຳເປີດໂປງອຸປະນິໄສທີ່ເສື່ອມຊາມທັງໝົດທີ່ຖືກຝັງເລິກຢູ່ໃນຫົວໃຈຂອງມະນຸດ. ເຈົ້າບໍ່ມີທາງຮູ້ສິ່ງເຫຼົ່ານັ້ນໄດ້ດ້ວຍຕົວເຈົ້າເອງ. ເມື່ອສິ່ງເຫຼົ່ານັ້ນຖືກເປີດເຜີຍອອກຕໍ່ໜ້າເຈົ້າຜ່ານທາງພຣະທຳ, ເຈົ້າກໍຈະຄົ້ນພົບສິ່ງເຫຼົ່ານັ້ນໂດຍທຳມະຊາດ; ເຈົ້າຈະບໍ່ສາມາດປະຕິເສດສິ່ງເຫຼົ່ານັ້ນໄດ້ ແລະ ເຈົ້າກໍຈະເຊື່ອແທ້ໆ. ນີ້ບໍ່ແມ່ນສິດອຳນາດຂອງພຣະທຳບໍ? ນີ້ແມ່ນຜົນທີ່ພາລະກິດແຫ່ງພຣະທຳໄດ້ບັນລຸໃນປັດຈຸບັນ. ສະນັ້ນ ມັນບໍ່ແມ່ນຜ່ານທາງການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ ມະນຸດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາຢ່າງສົມບູນ ຫຼື ເຂົາບໍ່ສາມາດຖືກເຮັດໃຫ້ສົມບູນແທ້ໆໂດຍການສະແດງອອກຂອງໝາຍສຳຄັນ ແລະ ການອັດສະຈັນ. ສິດອຳນາດໃນການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍພຽງແຕ່ໃຫ້ຄວາມກະລຸນາຕໍ່ມະນຸດເທົ່ານັ້ນ, ແຕ່ເນື້ອໜັງຂອງມະນຸດຍັງເປັນຂອງຊາຕານ ແລະ ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມກໍຍັງຄົງຢູ່ພາຍໃນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ສິ່ງທີ່ຍັງບໍ່ຖືກເຮັດໃຫ້ສະອາດກໍຍັງເປັນສ່ວນໜຶ່ງຂອງຄວາມຜິດບາບ ແລະ ຄວາມສົກກະປົກ. ມີພຽງແຕ່ຫຼັງຈາກທີ່ເຂົາຖືກເຮັດໃຫ້ສະອາດຜ່ານການປະຕິບັດງານຂອງພຣະທຳ ເຂົາຈຶ່ງສາມາດຖືກພຣະເຈົ້າຮັບເອົາ ແລະ ກາຍມາເປັນມະນຸດທີ່ສັກສິດ. ເມື່ອຜີຮ້າຍຖືກຂັບໄລ່ອອກຈາກມະນຸດ ແລະ ເຂົາຖືກໄຖ່, ສິ່ງນີ້ພຽງແຕ່ໝາຍຄວາມວ່າເຂົາຖືກຍາດອອກຈາກມືຂອງຊາຕານ ແລະ ກັບຄືນສູ່ພຣະເຈົ້າ. ເຖິງຢ່າງໃດກໍຕາມ ຫາກປາສະຈາກການຖືກເຮັດໃຫ້ສະອາດ ຫຼື ການປ່ຽນແປງໂດຍພຣະເຈົ້າ, ເຂົາກໍຍັງເປັນມະນຸດທີ່ເສື່ອມຊາມ. ພາຍໃນມະນຸດກໍຍັງມີຄວາມສົກກະປົກ, ການຕໍ່ຕ້ານ ແລະ ຄວາມກະບົດ; ມະນຸດຫາກໍ່ກັບຄືນຫາພຣະເຈົ້າຜ່ານທາງການໄຖ່ບາບຂອງພຣະອົງເທົ່ານັ້ນ, ແຕ່ເຂົາບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າ ແລະ ຍັງຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ກ່ອນທີ່ມະນຸດຈະຖືກໄຖ່, ພິດຫຼາຍຢ່າງຂອງຊາຕານຖືກຝັງພາຍໃນເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ເຂົາກໍມີທຳມະຊາດໝັ້ນຄົງທີ່ຕໍ່ຕ້ານພຣະເຈົ້າຢູ່ພາຍໃນເຂົາ. ສະນັ້ນ ເມື່ອມະນຸດຖືກໄຖ່, ມັນບໍ່ໄດ້ເປັນຫຍັງຫຼາຍໄປກວ່າກໍລະນີຂອງການໄຖ່ບາບທີ່ມະນຸດຖືກຊື້ດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາກໍບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງຜ່ານການປ່ຽນແປງກ່ອນທີ່ຈະເໝາະສົມຮັບໃຊ້ພຣະເຈົ້າໄດ້. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ສະອາດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປັດຈຸບັນໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ສະອາດ ແລະ ຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ພ້ອມກັບຜ່ານທາງການຫຼໍ່ຫຼອມ ມະນຸດສາມາດຊໍາລະຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ບໍລິສຸດ. ແທນທີ່ຈະຖືວ່າຂັ້ນຕອນນີ້ຂອງພາລະກິດເປັນຂອງຄວາມລອດພົ້ນ, ມັນເໝາະສົມກວ່າທີ່ຈະເວົ້າວ່າ ນັ້ນແມ່ນພາລະກິດແຫ່ງການຊໍາລະໃຫ້ບໍລິສຸດ. ໃນຄວາມຈິງແລ້ວ,​ ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ມັນແມ່ນຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງການຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານທາງການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາສ່ວນຕົວທີ່ຢູ່ພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ. ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ມັນພຽງແຕ່ສາມາດພິຈາລະນາໄດ້ວ່າພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາພຽງແຕ່ສືບຕໍ່ເຮັດບາບ, ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງຢ່າງບໍ່ສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການເຮັດບາບ ແລະ ໄດ້ຮັບອະໄພຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ເຮັດບາບໃນຕອນກາງເວັນພຽງແຕ່ເພື່ອສາລະພາບໃນຕອນແລງ. ດ້ວຍວິທີນີ້, ເຖິງແມ່ນການຖວາຍແທນຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ. ຕົວຢ່າງເຊັ່ນ ເມື່ອຜູ້ຄົນເຂົ້າໃຈວ່າພວກເຂົາສືບເສື້ອຊາຍມາຈາກໂມອາບ, ພວກເຂົາກໍກ່າວຕໍ່ວ່າ, ເຊົາສະແຫວງຫາຊີວິດ ແລະ ຂີ້ຄ້ານຢ່າງທີ່ສຸດ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນບໍວ່າມະນຸດຊາດບໍ່ສາມາດຍອມຢູ່ພາຍໃຕ້ອຳນາດຂອງພຣະເຈົ້າຢ່າງສົມບູນ? ນີ້ບໍ່ແມ່ນອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງພວກເຂົາແທ້ໆບໍ? ເມື່ອເຈົ້າບໍ່ໄດ້ຕົກຢູ່ພາຍໃຕ້ການຂ້ຽນຕີ, ໃຕ້ການພິພາກສາ, ມືຂອງເຈົ້າແມ່ນຖືກຍົກຂຶ້ນສູງກວ່າຄົນອື່ນໆທັງໝົດ, ແມ່ນແຕ່ມືຂອງພຣະເຢຊູ. ແລ້ວເຈົ້າກໍຮ້ອງອອກມາຢ່າງແຮງວ່າ “ຈົ່ງເປັນບຸດຊາຍອັນເປັນທີ່ຮັກຂອງພຣະເຈົ້າ! ຈົ່ງເປັນມິດສະຫາຍຂອງພຣະເຈົ້າ! ພວກຂ້ານ້ອຍຈະຂໍຕາຍແທນທີ່ຈະກົ້ມລົງໃຫ້ກັບຊາຕານ! ຈົ່ງກະບົດຕໍ່ຊາຕານຕົວເດີມ! ຈົ່ງກະບົດຕໍ່ມັງກອນແດງໃຫຍ່! ຂໍໃຫ້ມັງກອນແດງໃຫຍ່ຕົກລົງຈາກອຳນາດຢ່າງເປັນຕາສັງເວດ! ຂໍໃຫ້ພຣະເຈົ້າເຮັດໃຫ້ພວກຂ້ານ້ອຍຄົບຖ້ວນ!” ສຽງຮ້ອງໄຫ້ຂອງເຈົ້າຍິ່ງດັງກວ່າຄົນອື່ນທັງໝົດ. ແຕ່ຫຼັງຈາກນັ້ນກໍມາເຖິງເວລາແຫ່ງການຂ້ຽນຕີ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດກໍຖືກເປີດເຜີຍອີກຄັ້ງ. ຫຼັງຈາກນັ້ນ ສຽງຮ້ອງໄຫ້ຂອງພວກເຂົາກໍເຊົາລົງ ແລະ ຄວາມເດັດດ່ຽວຂອງພວກເຂົາກໍລົ້ມເຫຼວ. ນີ້ແມ່ນຄວາມເສື່ອມຊາມຂອງມະນຸດ; ຝັງເລິກກວ່າຄວາມຜິດບາບ, ມັນແມ່ນສິ່ງທີ່ຊາຕານໄດ້ປູກຝັງໄວ້ ແລະ ຝັງເລິກຢູ່ພາຍໃນມະນຸດ. ມັນບໍ່ງ່າຍທີ່ມະນຸດຈະມາຮູ້ຈັກກັບຄວາມຜິດບາບຂອງເຂົາ; ເຂົາບໍ່ມີທາງຮູ້ຈັກທຳມະຊາດທີ່ຝັງເລິກຂອງເຂົາເອງ ແລະ ຕ້ອງເພິ່ງພາການພິພາກສາໂດຍພຣະທຳເພື່ອບັນລຸຜົນນີ້. ມີພຽງແຕ່ແບບນັ້ນ ມະນຸດຈຶ່ງຖືກປ່ຽນແປງເທື່ອລະໜ້ອຍຈາກຈຸດນີ້ເປັນຕົ້ນໄປ. ໃນອະດີດ ມະນຸດຮ້ອງຂຶ້ນແບບນັ້ນກໍເພາະເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບອຸປະນິໄສເດີມທີ່ເສື່ອມຊາມຂອງເຂົາ. ສິ່ງເຫຼົ່ານີ້ແມ່ນຄວາມບໍ່ບໍລິສຸດທີ່ມີຢູ່ພາຍໃນມະນຸດ. ທົ່ວທັງໄລຍະເວລາທີ່ຍາວນານແຫ່ງການພິພາກສາ ແລະ ການຂ້ຽນຕີ, ມະນຸດດຳລົງຊີວິດຢູ່ໃນບັນຍາກາດຄວາມຕຶງຄຽດ. ສິ່ງນີ້ບໍ່ລ້ວນແລ້ວແຕ່ຖືກບັນລຸຜ່ານທາງການປະຕິບັດງານຂອງພຣະທຳບໍ? ເຈົ້າບໍ່ໄດ້ຮ້ອງອອກສຽງດັງກ່ອນການທົດລອງຂອງ[ກ] ຜູ້ເຮັດບໍລິການບໍ? “ຈົ່ງເຂົ້າສູ່ອານາຈັກ! ທຸກຄົນທີ່ຍອມຮັບເອົານາມນີ້ຈະເຂົ້າສູ່ອານາຈັກ! ທຸກຄົນຈະມີສ່ວນຮ່ວມກັບພຣະເຈົ້າ!” ເມື່ອການທົດລອງຂອງຜູ້ເຮັດບໍລິການມາເຖິງ, ເຈົ້າຈະບໍ່ຮ້ອງອອກອີກຕໍ່ໄປ. ໃນຕອນທຳອິດເລີຍ, ທຸກຄົນຮ້ອງອອກວ່າ “ໂອພຣະເຈົ້າ! ບໍ່ວ່າພຣະອົງຈະວາງຂ້ານ້ອຍໄວ້ຢູ່ໃສກໍຕາມ, ຂ້ານ້ອຍຈະຍອມຖືກພຣະອົງນໍາທາງ.” ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າທີ່ວ່າ “ຜູ້ໃດຈະເປັນເປົາໂລຂອງເຮົາ?” ມະນຸດກໍເວົ້າວ່າ “ຂ້ານ້ອຍເຕັມໃຈ!” ແລ້ວເຂົາກໍເຫັນພຣະທຳທີ່ວ່າ “ແລ້ວຄວາມເຊື່ອຂອງໂຢບເດ?” ແລະ ເວົ້າວ່າ “ຂ້ານ້ອຍເຕັມໃຈທີ່ຈະຮັບເອົາຄວາມເຊື່ອຂອງໂຢບ. ພຣະເຈົ້າ ກະລຸນາທົດສອບຂ້ານ້ອຍດ້ວຍເຖີດ!” ເມື່ອການທົດລອງຂອງຜູ້ເຮັບໃຊ້ມາເຖິງ, ເຂົາກໍລົ້ມລົງທັນທີ ແລະ ເກືອບບໍ່ສາມາດລຸກຂຶ້ນອີກຄັ້ງ. ຫຼັງຈາກນັ້ນ ຄວາມບໍ່ບໍລິສຸດທີ່ຢູ່ໃນຫົວໃຈຂອງມະນຸດກໍຫຼຸດລົງເທື່ອລະໜ້ອຍ. ສິ່ງນີ້ບໍ່ແມ່ນຖືກບັນລຸຜ່ານທາງພຣະທຳບໍ? ແລ້ວສິ່ງທີ່ພວກເຈົ້າໄດ້ຜະເຊີນໃນປັດຈຸບັນກໍເປັນຜົນທີ່ຖືກບັນລຸຜ່ານທາງການພຣະທຳ, ແມ່ນແຕ່ຍິ່ງໃຫຍ່ກວ່າຄົນທີ່ຖືກບັນລຸຜ່ານທາງການທີ່ພຣະເຢຊູປະຕິບັດໝາຍສຳຄັນ ແລະ ການອັດສະຈັນ. ສະຫງ່າລາສີຂອງພຣະເຈົ້າທີ່ເຈົ້າເຫັນ ແລະ ສິດອຳນາດຂອງພຣະເຈົ້າເອົງທີ່ເຈົ້າເຫັນບໍ່ແມ່ນພຽງແຕ່ເຫັນດ້ວຍວິທີແຫ່ງການຄຶງທີ່ໄມ້ກາງແຂນ, ດ້ວຍວິທີແຫ່ງການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ, ແຕ່ແມ່ນວິທີແຫ່ງການພິພາກສາໂດຍພຣະທຳຂອງພຣະອົງ.​ ສິ່ງນີ້ສະແດງໃຫ້ກັບເຈົ້າວ່າ ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າບໍ່ໄດ້ປະກອບດ້ວຍການປະຕິບັດໝາຍສຳຄັນ, ການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ, ແຕ່ການພິພາກສາໂດຍພຣະທຳຍິ່ງສາມາດເປັນຕົວແທນໃຫ້ກັບສິດອຳນາດຂອງພຣະເຈົ້າ ແລະ ເປີດເຜີຍຄວາມຍິ່ງໃຫຍ່ຂອງພຣະອົງໄດ້ດີກວ່າ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

23. ສິ່ງທີ່ມະນຸດໄດ້ບັນລຸໃນປັດຈຸບັນ, ວຸດທິພາວະ, ຄວາມຮູ້, ຄວາມຮັກ, ຄວາມຊື່ສັດ, ຄວາມເຊື່ອຟັງ ແລະ ຄວາມເຂົ້າໃຈໃນປັດຈຸບັນຂອງເຂົາ, ສິ່ງເຫຼົ່ານີ້ແມ່ນຜົນທີ່ບັນລຸຜ່ານການພິພາກສາໂດຍພຣະທຳ. ການທີ່ເຈົ້າສາມາດມີຄວາມຊື່ສັດ ແລະ ຍັງຄົງຢືນຢູ່ຈົນເຖິງມື້ນີ້ກໍແມ່ນບັນລຸຜ່ານທາງການປະຕິບັດຂອງພຣະທຳ. ບັດນີ້ ມະນຸດເຫັນວ່າພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດພິເສດແທ້ໆ ແລະ ມີຫຼາຍສິ່ງໃນພາລະກິດນັ້ນທີ່ມະນຸດບໍ່ສາມາດບັນລຸໄດ້; ສິ່ງເຫຼົ່ານີ້ແມ່ນຄວາມເລິກລັບ ແລະ ການອັດສະຈັນ. ສະນັ້ນ ຫຼາຍຄົນຈຶ່ງຍອມຈຳນົນ. ບາງຄົນບໍ່ເຄີຍຍອມຕໍ່ມະນຸດຄົນໃດຈັກເທື່ອຕັ້ງແຕ່ມື້ເກີດພວກເຂົາ, ແຕ່ເມື່ອພວກເຂົາໄດ້ເຫັນພຣະທຳຂອງພຣະເຈົ້າໃນມື້ນີ້ ພວກເຂົາກໍຍອມຢ່າງສົມບູນໂດຍບໍ່ໄດ້ສັງເກດວ່າພວກເຂົາໄດ້ຍອມແລ້ວ ແລະ ພວກເຂົາບໍ່ກ້າກວດສອບ ຫຼື ເວົ້າສິ່ງອື່ນໆອີກ. ມະນຸດຊາດໄດ້ຕົກຢູ່ພາຍໃຕ້ພຣະທຳ ແລະ ນອນກາບລົງພາຍໃຕ້ການພິພາກສາໂດຍພຣະທຳ. ຖ້າພຣະວິນຍານຂອງພຣະເຈົ້າເວົ້າກັບມະນຸດໂດຍກົງ, ມະນຸດທຸກຄົນກໍຈະຍອມຕໍ່ສຽງ, ລົ້ມລົງໂດຍບໍ່ມີພຣະທຳແຫ່ງການເປີດເຜີຍ ຄ້າຍຄືກັບທີ່ເປົາໂລລົ້ມລົງເທິງພື້ນໃນແສງສະຫວ່າງໃນຫົນທາງໄປເມືອງດາມັດກັສ. ຖ້າພຣະເຈົ້າສືບຕໍ່ປະຕິບດພາລະກິດແບບນີ້, ມະນຸດກໍຈະບໍ່ສາມາດຮູ້ຈັກຄວາມເສື່ອມຊາມຂອງເຂົາເອງຜ່ານທາງການພິພາກສາໂດຍພຣະທຳ ແລະ ກໍບໍ່ສາມາດຮັບເອົາຄວາມລອດພົ້ນໄດ້. ມີພຽງແຕ່ໂດຍການກາຍມາເປັນເນື້ອໜັງ ພຣະອົງຈຶ່ງສາມາດກ່າວພຣະທຳຂອງພຣະອົງເຂົ້າໄປໃນຫູຂອງມະນຸດແຕ່ລະຄົນດ້ວຍຕົວພຣະອົງເອງ, ເພື່ອວ່າທຸກຄົນທີ່ມີຫູກໍຈະໄດ້ຍິນພຣະທຳຂອງພຣະອົງ ແລະ ຮັບເອົາພາລະກິດແຫ່ງການພິພາກສາໂດຍພຣະທຳຂອງພຣະອົງ. ມີພຽງແຕ່ສິ່ງນີ້ຈຶ່ງເປັນຜົນທີ່ພຣະທຳຂອງພຣະອົງໄດ້ບັນລຸ ແທນທີ່ຈະໃຫ້ພຣະວິນຍານປະກົດຕົວຂຶ້ນເພື່ອເຮັດໃຫ້ມະນຸດຢ້ານຈົນຍອມຈຳນົນ. ມັນພຽງແຕ່ຜ່ານທາງພາລະກິດຕົວຈິງແຕ່ພິເສດນີ້ເທົ່ານັ້ນ ອຸປະນິໄສເກົ່າຂອງມະນຸດ ທີ່ຝັງເລິກຢູ່ພາຍໃນເປັນເວລາຫຼາຍປີ ຈຶ່ງສາມາດຖືກເປີດໂປງອອກຢ່າງສົມບູນ, ເພື່ອວ່າມະນຸດຈະຮູ້ຈັກສິ່ງນັ້ນ ແລະ ປ່ຽນແປງມັນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນພາລະກິດຕົວຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງພຣະອົງຈະບັນລຸຜົນແຫ່ງການພິພາກສາເທິງມະນຸດໂດຍພຣະທຳ ດ້ວຍການເວົ້າ ແລະ ການປະຕິບັດການພິພາກສາໃນລັກສະນະຕົວຈິງ. ນີ້ແມ່ນສິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ມັນຖືກປະຕິບັດເພື່ອເຮັດໃຫ້ສິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນທີ່ຮູ້ຈັກ, ເພື່ອເຮັດໃຫ້ຜົນທີ່ພາລະກິດແຫ່ງພຣະທຳໄດ້ບັນລຸນັ້ນເປັນທີ່ຮູ້ຈັກ ແລະ ເພື່ອເຮັດໃຫ້ເປັນທີ່ຮູ້ຈັກວ່າພຣະວິນຍານໄດ້ມາຢູ່ໃນເນື້ອໜັງ ແລະ ສະແດງສິດອຳນາດຂອງພຣະອົງຜ່ານທາງການພິພາກສາມະນຸດໂດຍພຣະທຳ. ເຖິງແມ່ນເນື້ອໜັງຂອງພຣະອົງແມ່ນລັກສະນະພາຍນອກຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ທຳມະດາ, ມັນກໍຄືຜົນທີ່ພຣະທຳຂອງພຣະອົງໄດ້ບັນລຸເພື່ອສະແດງໃຫ້ມະນຸດເຫັນວ່າ ພຣະອົງເຕັມໄປດ້ວຍສິດອຳນາດ, ພຣະອົງເປັນພຣະເຈົ້າເອງ ແລະ ພຣະທຳຂອງພຣະອົງເປັນການສະແດງອອກຂອງພຣະອົງເອງ. ໂດຍສິ່ງນີ້ ມະນຸດຊາດທັງປວງກໍຈະໄດ້ເຫັນວ່າພຣະອົງເປັນພຣະເຈົ້າ, ພຣະອົງເປັນພຣະເຈົ້າທີ່ກາຍມາເປັນເນື້ອໜັງ ແລະ ບໍ່ມີໃຜສາມາດລ່ວງເກີນພຣະອົງໄດ້. ບໍ່ມີໃຜສາມາດຢູ່ເໜືອການພິພາກສາໂດຍພຣະທຳຂອງພຣະອົງ ແລະ ບໍ່ມີກອງກຳລັງແຫ່ງຄວາມມືດໃດສາມາດເອົາຊະນະສິດອຳນາດຂອງພຣະອົງໄດ້. ມະນຸດຍອມພຣະອົງທັງໝົດກໍເພາະວ່າພຣະອົງເປັນພຣະທຳທີ່ກາຍມາເປັນເນື້ອໜັງ, ຍ້ອນສິດອຳນາດຂອງພຣະອົງ ແລະ ຍ້ອນການພິພາກສາໂດຍພຣະທຳຂອງພຣະອົງ. ພາລະກິດທີ່ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງນໍາມາແມ່ນສິດອຳນາດທີ່ພຣະອົງມີ. ເຫດຜົນທີ່ວ່າເປັນຫຍັງພຣະອົງຈຶ່ງກາຍມາເປັນເນື້ອໜັງກໍຍ້ອນເນື້ອໜັງສາມາດມີສິດອຳນາດອີກດ້ວຍ ແລະ ພຣະອົງກໍສາມາດປະຕິບັດພາລະກິດໃນລັກສະນະຕົວຈິງທ່າມກາງມະນຸດຊາດ, ໃນລັກສະນະທີ່ມະນຸດສາມາດເຫັນ ແລະ ຈັບຕ້ອງໄດ້. ພາລະກິດນີ້ຍິ່ງເປັນຈິງຫຼາຍຂຶ້ນກວ່າພາລະກິດທີ່ພຣະວິນຍານຂອງພຣະເຈົ້າປະຕິບັດໂດຍກົງ ຜູ້ເຊິ່ງມີສິດອຳນາດທັງໝົດ ແລະ ຜົນຕາມມາຂອງພາລະກິດນັ້ນກໍຍັງຊັດແຈ້ງອີກດ້ວຍ. ນີ້ກໍຍ້ອນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າສາມາດເວົ້າ ແລະ ປະຕິບັດພາລະກິດໃນລັກສະນະຕົວຈິງ. ລັກສະນະພາຍນອກຂອງເນື້ອໜັງຂອງພຣະອົງບໍ່ມີສິດອຳນາດ ແລະ ມະນຸດກໍບໍ່ສາມາດເຂົ້າເຖິງໄດ້, ໃນຂະນະທີ່ທາດແທ້ຂອງພຣະອົງມີສິດອຳນາດ, ແຕ່ບໍ່ມີໃຜສາມາດເຫັນສິດອຳນາດຂອງພຣະອົງໄດ້. ເມື່ອພຣະອົງກ່າວ ແລະ ປະຕິບັດພາລະກິດ, ມະນຸດກໍບໍ່ສາມາດກວດພົບການມີຢູ່ຂອງສິດອຳນາດຂອງພຣະອົງໄດ້; ສິ່ງນີ້ຊ່ວຍພຣະອົງໃນການປະຕິບັດພາລະກິດແຫ່ງທຳມະຊາດຕົວຈິງ. ແລ້ວພາລະກິດຕົວຈິງທັງໝົດນີ້ສາມາດບັນລຸຜົນໄດ້. ເຖິງແມ່ນບໍ່ມີໃຜຮູ້ວ່າພຣະອົງມີສິດອຳນາດ ຫຼື ເຫັນວ່າພຣະອົງບໍ່ຄວນຖືກລ່ວງເກີນ ຫຼື ເຫັນເຖິງຄວາມໂມໂຫຂອງພຣະອົງ, ພຣະອົງກໍບັນລຸຜົນຕາມເຈດຕະນາຂອງພຣະທຳຂອງພຣະອົງຜ່ານທາງສິດອຳນາດທີ່ເຊື່ອງບັງຂອງພຣະອົງ, ຄວາມໂມໂຫທີ່ເຊື່ອງລີ້ຂອງພຣະອົງ ແລະ ພຣະທຳທີ່ພຣະອົງກ່າວຢ່າງເປີດເຜີຍ. ເວົ້າອີກຢ່າງໜຶ່ງກໍຄື ຜ່ານທາງນໍ້າສຽງຂອງພຣະອົງ, ຄວາມເດັດຂາດຂອງຖ້ອຍຄຳຂອງພຣະອົງ ແລະ ສະຕິປັນຍາທັງໝົດຂອງພຣະທຳຂອງພຣະອົງ, ມະນຸດຈຶ່ງເຊື່ອຢ່າງສິ້ນເຊີງ. ໃນລັກສະນະນີ້ ມະນຸດຍອມຕໍ່ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຜູ້ທີ່ເບິ່ງຄືວ່າບໍ່ມີສິດອຳນາດ, ສຳເລັດຕາມຈຸດມຸ່ງໝາຍຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ. ນີ້ແມ່ນລັກສະນະອື່ນຂອງຄວາມໝາຍຂອງການບັງເກີດເປັນມະນຸດ: ເພື່ອເວົ້າຢ່າງເປັນຈິງຫຼາຍຂຶ້ນ ແລະ ຍອມໃຫ້ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງມີຜົນສະທ້ອນໃນມະນຸດ, ເພື່ອວ່າມະນຸດຈະໄດ້ເປັນພະຍານເຖິງລິດອຳນາດແຫ່ງພຣະທຳຂອງພຣະເຈົ້າ. ສະນັ້ນ ພາລະກິດນີ້ ຖ້າບໍ່ຖືກປະຕິບັດຜ່ານການບັງເກີດເປັນມະນຸດ ມັນກໍຈະບໍ່ສາມາດບັນລຸຜົນຕາມມາແມ່ນແຕ່ໜ້ອຍດຽວ ແລະ ຈະບໍ່ສາມາດຊ່ວຍຄົນບາບໃຫ້ລອດພົ້ນໄດ້ຢ່າງຄົບຖ້ວນ. ຖ້າພຣະເຈົ້າບໍ່ກາຍມາເປັນເນື້ອໜັງ, ພຣະອົງກໍຈະຍັງຄົງເປັນພຣະວິນຍານທີ່ມະນຸດທັງບໍ່ສາມາດເຫັນໄດ້ ແລະ ຈັບຕ້ອງໄດ້. ຍ້ອນມະນຸດເປັນສິ່ງທີ່ສ້າງຈາກເນື້ອໜັງ, ເຂົາ ແລະ ພຣະເຈົ້າຈຶ່ງຢູ່ໃນໂລກສອງໂລກທີ່ແຕກຕ່າງກັນ ແລະ ມີທຳມະຊາດທີ່ແຕກຕ່າງກັນ. ພຣະວິນຍານຂອງພຣະເຈົ້າບໍ່ສາມາດເຂົ້າກັນກັບມະນຸດໄດ້ ຜູ້ເຊິ່ງມາຈາກເນື້ອໜັງ ແລະ ບໍ່ມີວິທີສ້າງຄວາມສຳພັນລະຫວ່າງພວກເຂົາແທ້ໆ, ບໍ່ຕ້ອງເວົ້າເຖິງເລີຍວ່າມະນຸດບໍ່ສາມາດກາຍເປັນວິນຍານ. ເມື່ອເປັນແບບນີ້ ພຣະວິນຍານຂອງພຣະເຈົ້າກໍຕ້ອງກາຍມາເປັນສິ່ງຖືກສ້າງເພື່ອປະຕິບັດພາລະກິດເດີມຂອງພຣະອົງ. ພຣະເຈົ້າທັງສາມາດຂຶ້ນເມືອຍັງສະຖານທີ່ໆສູງທີ່ສຸດ ແລະ ຖ່ອມຕົວພຣະອົງລົງມາເພື່ອກາຍເປັນມະນຸດທີ່ຖືກສ້າງ, ປະຕິບັດພາລະກິດທ່າມກາງມະນຸດ ແລະ ດຳລົງຊີວິດຢູ່ທ່າມກາງພວກເຂົາ, ແຕ່ມະນຸດບໍ່ສາມາດຂຶ້ນເມືອສະຖານທີ່ໆສູງທີ່ສຸດ ແລະ ກາຍມາເປັນວິນຍານ ແລະ ແຮງໄກທີ່ເຂົາຈະສາມາດລົງໄປສູ່ສະຖານທີ່ໆຕໍ່າທີ່ສຸດ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງຕ້ອງກາຍມາເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ. ໂດຍໃຊ້ພະຍານດຽວກັນ ໃນລະຫວ່າງການບັງເກີດເປັນມະນຸດຄັ້ງທຳອິດ ມີພຽງແຕ່ເນື້ອໜັງຂອງພຣະເຈົ້າເທົ່ານັ້ນທີ່ສາມາດໄຖ່ມະນຸດຜ່ານທາງການຖືກຄຶງໄວ້ທີ່ໄມ້ກາງແຂນຂອງພຣະອົງ, ໃນຂະນະທີ່ມັນບໍ່ມີທາງທີ່ຈະໃຫ້ພຣະວິນຍານຂອງພະະເຈົ້າຖືກຄຶງທີ່ໄມ້ກາງແຂນເພື່ອເປັນເຄື່ອງຖວາຍແທນຄວາມຜິດບາບໃຫ້ກັບມະນຸດ. ພຣະເຈົ້າສາມາດກາຍມາເປັນເນື້ອໜັງໂດຍກົງເພື່ອເຮັດໜ້າທີ່ເປັນເຄື່ອງບູຊາແທນຄວາມຜິດບາບໃຫ້ກັບມະນຸດ, ແຕ່ມະນຸດບໍ່ສາມາດຂຶ້ນເມືອສະຫວັນໂດຍກົງເພື່ອຮັບເອົາເຄື່ອງບູຊາແທນຄວາມຜິດບາບທີ່ພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບເຂົາ. ເມື່ອເປັນແບບນີ້ ທຸກສິ່ງທີ່ເປັນໄປໄດ້ກໍຄືໃຫ້ພຣະເຈົ້າແລ່ນໄປມາສອງສາມຄັ້ງລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ບໍ່ໃຫ້ມະນຸດຂຶ້ນເມືອສະຫວັນເພື່ອຮັບເອົາຄວາມລອດພົ້ນນີ້, ຍ້ອນມະນຸດໄດ້ຕົກລົງ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດຂຶ້ນເມືອສະຫວັນແທ້ໆ, ແຮງໄກທີ່ຈະຮັບເອົາເຄື່ອງບູຊາແທນຄວາມຜິດບາບ. ສະນັ້ນ ມັນຈຶ່ງຈຳເປັນທີ່ຈະໃຫ້ພຣະເຢຊູມາຢູ່ທ່າມກາງມະນຸດ ແລະ ປະຕິບັດພາລະກິດທີ່ມະນຸດບໍ່ສາມາດເຮັດໃຫ້ສຳເລັດໄດ້ແທ້ໆ. ທຸກຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ມັນກໍເກີດມາຈາກຄວາມຈຳເປັນແທ້ໆ. ຖ້າຂັ້ນຕອນໃດໜຶ່ງຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ພຣະອົງກໍຈະບໍ່ຍອມຕໍ່ຄວາມອັບກາຍໃນການບັງເກີດເປັນມະນຸດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4) ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ການທົດລອງຂອງ”.

ກ່ອນນີ້: ຄັດເລືອກຈາກບົດຄວາມສີ່ບົດຂອງພຣະທຳຂອງພຣະເຈົ້າທີ່ກ່ຽວກັບບົດ “ກ່ຽວກັບພຣະຄຳພີ”

ຕໍ່ໄປ: ຄັດເລືອກຈາກບົດຄວາມສີ່ບົດຂອງພຣະທຳຂອງພຣະເຈົ້າທີ່ກ່ຽວກັບບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ”

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ຫຼາຍຄົນຖືກເອີ້ນມາ, ແຕ່ໜ້ອຍຄົນຈະຖືກເລືອກ

ເຮົາໄດ້ຊອກຫາຫຼາຍຄົນໃນໂລກທີ່ຈະເປັນຜູ້ຕິດຕາມຂອງເຮົາ. ທ່າມກາງຜູ້ຕິດຕາມເຫຼົ່ານີ້, ມີຜູ້ຄົນທີ່ຮັບໃຊ້ເປັນນັກບວດ, ເປັນຜູ້ນໍາພາ, ຜູ້ທີ່ສ້າງໂອລົດ,...

ມີີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

ຫົນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ຄົນໃດກໍສາມາດມີໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ຄົນໃດກໍສາມາດຫາໄດ້ຢ່າງງ່າຍດາຍ....

ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ

ພາລະກິດຂອງຍຸກສຸດທ້າຍແມ່ນເພື່ອຈັດແບ່ງທຸກສິ່ງອອກຕາມປະເພດໃຜປະເພດມັນ ແລະ ເພື່ອສິ້ນສຸດແຜນການຄຸ້ມຄອງຂອງພຣະເຈົ້າ, ເພາະວ່າ ເວລາໃກ້ມາເຖິງແລ້ວ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້