ຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ: ວິທີການບັນລຸການສຳນຶກຜິດທີ່ແທ້ຈິງ

ໂດຍ ສຽວຢູ, ສະຫະລັດອາເມຣິກາ

ໃນປີ 2020, ຈຸຣະໂລກໂຄວິດ-19 ໄດ້ແຜ່ລະບາດໄປທົ່ວໂລກ, ເຮັດໃຫ້ໂລກພຸ່ງສູ່ຄວາມຕື່ນຕົກໃຈ. ສິ່ງທີ່ເປັນຕາຕົກໃຈອີກຢ່າງກໍຄືຕັກກະແຕນຈຳນວນຫຼວງຫຼາຍທີ່ບິນເປັນຝູງຢູ່ເໜືອທະວີບອາຝຣິກາ. ດ້ວຍການມາເຖິງຂອງໂຣກລະບາດ ແລະ ໄພອຶດຢາກ, ຈຳນວນຜູ້ເຊື່ອໃນພຣະຜູ້ເປັນເຈົ້າທີ່ເພີ່ມຂຶ້ນກໍເລີ່ມຮູ້ສຶກວ່າ ມື້ແຫ່ງການມາເຖິງຂອງພຣະຜູ້ເປັນເຈົ້າແມ່ນໃກ້ແລ້ວ ແລະ ອານາຈັກຂອງພຣະຜູ້ເປັນເຈົ້າກໍເກືອບຈະມາເຖິງແລ້ວ. ພຣະຜູ້ເປັນເຈົ້າເຄີຍເວົ້າຢູ່ຄັ້ງໜຶ່ງວ່າ “ພວກເຈົ້າຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ” (ມັດທາຍ 4:17). ນີ້ແມ່ນສິ່ງທີ່ພຣະຜູ້ເປັນເຈົ້າຮຽກຮ້ອງຈາກພວກເຮົາແຕ່ລະຄົນ. ມີແຕ່ຖ້າພວກເຮົາສຳນຶກຜິດຢ່າງແທ້ຈິງເທົ່ານັ້ນ ພວກເຮົາຈຶ່ງຈະຖືກປົກປ້ອງໂດຍພຣະເຈົ້າ ແລະ ນໍາເຂົ້າສູ່ອານາຈັກແຫ່ງສະຫວັນຕໍ່ໜ້າຄວາມລຳບາກຍາກແຄ້ນອັນຍິ່ງໃຫຍ່. ແລ້ວແມ່ນຫຍັງຄືການສຳນຶກຜິດທີ່ແທ້ຈິງ ແລະ ພວກເຮົາຈະສາມາດບັນລຸມັນໄດ້ແນວໃດ?

ພຶດຕິກຳທີ່ດີບົ່ງບອກເຖິງການສຳນຶກຜິດທີ່ແທ້ຈິງບໍ?

ເມື່ອເວົ້າເຖິງການສຳນຶກຜິດ, ຜູ້ເຊື່ອໃນພຣະຜູ້ເປັນເຈົ້າຫຼາຍຄົນຈະເວົ້າວ່າ “ບັດນີ້ ເມື່ອພວກເຮົາໄດ້ເຊື່ອໃນພຣະຜູ້ເປັນເຈົ້າ, ພວກເຮົາກໍບໍ່ສາບແຊ່ງ ຫຼື ຕໍ່ສູ້, ພວກເຮົາອົດກັ້ນ ແລະ ອົດທົນຕໍ່ຄົນອື່ນ, ພວກເຮົາອະທິຖານ ແລະ ສາລະພາບຕໍ່ພຣະຜູ້ເປັນເຈົ້າຢູ່ເລື້ອຍໆ, ພວກເຮົາປະຕິບັດພາລະກິດ ແລະ ເສຍສະຫຼະຕົນເອງໃຫ້ແກ່ພຣະຜູ້ເປັນເຈົ້າ ແລະ ພວກເຮົາບໍ່ໄດ້ແມ່ນແຕ່ປະຕິເສດນາມຂອງພຣະຜູ້ເປັນເຈົ້າຫຼັງຈາກທີ່ຈັບເຂົ້າຄຸກ. ພຶດຕິກຳທີ່ດີແບບນີ້ພິສູດວ່າ ພວກເຮົາໄດ້ສຳນຶກຜິດຢ່າງແທ້ຈິງ. ເມື່ອພຣະຜູ້ເປັນເຈົ້າກັບຄືນມາ, ພວກເຮົາຈະເຂົ້າສູ່ອານາຈັກແຫ່ງສະຫວັນກັບພຣະອົງ”. ຫຼັງພວກເຮົາເລີ່ມເຊື່ອໃນພຣະຜູ້ເປັນເຈົ້າ, ພວກເຮົາກໍປະຖິ້ມນິໄສທີ່ຊົ່ວຮ້າຍຂອງພວກເຮົາ; ພວກເຮົາໄດ້ຖ່ອມຕົນ, ອົດກັ້ນ, ພວກເຮົາຊ່ວຍເຫຼືອຄົນອື່ນ ແລະ ພວກເຮົາສາມາດຍອມສະຫຼະສິ່ງຕ່າງໆ ແລະ ເສຍສະລະຕົນເອງເພື່ອເຜີຍແຜ່ຂ່າວປະເສີດ ແລະ ເປັນພະຍານໃຫ້ແກ່ພຣະຜູ້ເປັນເຈົ້າ. ແນ່ນອນ ມີການປ່ຽນແປງບາງຢ່າງໃນພຶດຕິກຳຂອງພວກເຮົາ, ແຕ່ມັນປະຕິເສດບໍ່ໄດ້ທີ່ພວກເຮົາບໍ່ໄດ້ກຳຈັດໂສ້ແຫ່ງຄວາມຜິດບາບອອກຈາກພວກເຮົາເອງ ແລະ ຍັງດຳລົງຊີວິດ ແລະ ເຮັດຜິດບາບຢູ່ເລື້ອຍໆ, ບໍ່ສາມາດຫຼົບໜີໄດ້. ຕົວຢ່າງເຊັ່ນ ເມື່ອຜູ້ໃດຜູ້ໜຶ່ງເວົ້າບາງສິ່ງທີ່ທຳຮ້າຍພວກເຮົາ ເຊິ່ງບໍ່ໄດ້ລະເມີດຜົນປະໂຫຍດຫຼັກຂອງພວກເຮົາ, ພວກເຮົາອາດສາມາດອົດກັ້ນໄດ້ ແລະ ພວກເຮົາຈະບໍ່ຈົດຈໍາສິ່ງເຫຼົ່ານັ້ນ. ແຕ່ເມື່ອຜູ້ໃດຜູ້ໜຶ່ງກ່າວບາງສິ່ງທີ່ທຳລາຍຊື່ສຽງ ແລະ ສະຖານະຂອງພວກເຮົາ ແລະ ເຮັດໃຫ້ພວກເຮົາອັບອາຍ, ເຖິງແມ່ນພວກເຮົາອາດບໍ່ໄດ້ເວົ້າຫຍັງທີ່ຕຳນິພວກເຂົາ, ໃນຫົວໃຈຂອງພວກເຮົາແມ່ນມີຄວາມບໍ່ພໍໃຈ ແລະ ອະຄະຕິຕໍ່ພວກເຂົາ ແລະ ພວກເຮົາອາດເຖິງກັບຄິດທີ່ຈະແກ້ແຄ້ນ. ໃນຫຼາຍເລື່ອງ, ເຖິງແມ່ນພວກເຂົາອາດປາກົດວ່າບໍ່ໄດ້ເຮັດຫຍັງທີ່ຊົ່ວຮ້າຍຫຼາຍ, ຫົວໃຈຂອງພວກເຮົາກໍກະບົດຕໍ່ຄວາມຄິດຂອງພວກເຮົາຢູ່ເລື້ອຍໆ. ບາງເທື່ອພວກເຮົາອາດສາມາດອົດກັ້ນໄດ້ ແລະ ຄວບຄຸມຕົນເອງໄດ້ໃນສຳລັບເວລາໃດໜຶ່ງ, ແຕ່ເມື່ອເຖິງຊ່ວງເວລາທີ່ມັນຫຼາຍເກີນໄປສຳລັບພວກເຮົາ, ພວກເຮົາກໍຍ່ອມຈະເຮັດສິ່ງຊົ່ວຮ້າຍອີກດ້ວຍ. ເມື່ອສິ່ງດັ່ງກ່າວຖືກເປີດໂປງ ແລະ ຖືກເປີດເຜີຍໃນພວກເຮົາ ແລະ ພວກເຮົາຍັງບໍ່ໄດ້ຫຼົບໜີຈາກໂສ້ແຫ່ງຄວາມຜິດບາບ, ມັນສາມາດເວົ້າໄດ້ບໍວ່າ ພວກເຮົາໄດ້ສຳນຶກຜິດຢ່າງແທ້ຈິງ?

ໃຫ້ພວກເຮົາອ່ານຂໍ້ຄວາມໃນພຣະທຳຂອງພຣະເຈົ້າ “ການປ່ຽນແປງໃນພຶດຕິກຳພຽງເທົ່ານັ້ນແມ່ນບໍ່ຍືນຍົງ. ຖ້າບໍ່ມີການປ່ຽນແປງໃນຊີວິດ-ອຸປະນິໄສຂອງຜູ້ຄົນ, ແລ້ວບໍ່ໄວກໍຊ້າ ດ້ານທີ່ຊົ່ວຮ້າຍຂອງພວກເຂົາກໍຈະສະແດງຕົວມັນເອງ. ຍ້ອນແຫຼ່ງທີ່ມາຂອງການປ່ຽນແປງໃນພຶດຕິກຳຂອງພວກເຂົາແມ່ນຄວາມຮ້ອນຮົນ, ເຊື່ອມໂຍງກັບພາລະກິດບາງຂອງໂດຍພຣະວິນຍານບໍລິສຸດໃນເວລານັ້ນ, ມັນງ່າຍຫຼາຍທີ່ພວກເຂົາຈະຮ້ອນຮົນ ຫຼື ທີ່ຈະສະແດງຄວາມເມດຕາສຳລັບເວລາໃດໜຶ່ງ. ດັ່ງທີ່ຜູ້ບໍ່ເຊື່ອເວົ້າວ່າ ‘ການເຮັດດີແມ່ນເລື່ອງງາຍ, ສິ່ງທີ່ຍາກກໍຄືການເຮັດດີຕະຫຼອດຊີວິດ’. ຜູ້ຄົນບໍ່ສາມາດເຮັດດີຕະຫຼອດຊີວິດຂອງພວກເຂົາ. ພຶດຕິກຳຂອງພວກເຂົາແມ່ນຖືກບົງການໂດຍຊີວິດ; ບໍ່ວ່າຊີວິດຂອງພວກເຂົາຈະເປັນຫຍັງກໍຕາມ, ພຶດຕິກຳຂອງພວກເຂົາກໍຈະເປັນແບບນັ້ນ ແລະ ມີພຽງແຕ່ສິ່ງທີ່ຖືກເປີດເຜີຍຢ່າງເປັນທຳມະຊາດເທົ່ານັ້ນຈຶ່ງເປັນຕົວແທນໃຫ້ແກ່ຊີວິດ ແລະ ທຳມະຊາດຂອງຄົນໆໜຶ່ງ. ສິ່ງຕ່າງໆທີ່ປອມແມ່ນບໍ່ສາມາດທົນຢູ່ໄດ້. ເມື່ອພຣະເຈົ້າປະຕິບັດພາລະກິດເພື່ອຊ່ວຍມະນຸດໃຫ້ລອດພົ້ນ, ມັນບໍ່ແມ່ນເພື່ອປະດັບປະດາມະນຸດດ້ວຍພຶດຕິກຳທີ່ດີ, ພາລະກິດຂອງພຣະເຈົ້າແມ່ນເພື່ອປ່ຽນແປງອຸປະນິໄສຂອງຜູ້ຄົນ, ເພື່ອເຮັດໃຫ້ພວກເຂົາເກີດໃໝ່ເປັນຄົນໃໝ່. … ການປະພຶດດີບໍ່ຄືກັບການເຊື່ອຟັງພຣະເຈົ້າ, ແຮງໄກທີ່ມັນຈະທຽບເທົ່າການເຂົ້າກັບພຣະຄຣິດໄດ້. ການປ່ຽນແປງໃນພຶດຕິກຳແມ່ນອີງຕາມຄຳສັ່ງສອນ ແລະ ເກີດມາຈາກຄວາມຮ້ອນຮົນ, ພວກມັນບໍ່ໄດ້ອີງຕາມຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ຫຼື ບົນຄວາມຈິງ, ແຮງໄກທີ່ພວກເຂົາຈະອີງໃສ່ການນໍາພາຂອງພຣະວິນຍານບໍລິສຸດ. ເຖິງແມ່ນມີຫຼາຍຄັ້ງ ເມື່ອບາງສິ່ງທີ່ຜູ້ຄົນໄດ້ເຮັດແມ່ນຖືກບົງການໂດຍພຣະວິນຍານບໍລິສຸດ, ນີ້ບໍ່ແມ່ນການສະແດງອອກເຖິງຊີວິດ, ແຮງໄກທີ່ມັນຈະສໍ່າກັບການຮູ້ຈັກພຣະເຈົ້າ; ບໍ່ວ່າພຶດຕິກຳຂອງບຸກຄົນໃດໜຶ່ງຈະດີສໍ່າໃດກໍຕາມ, ມັນກໍບໍ່ໄດ້ພິສູດວ່າ ພວກເຂົາເຊື່ອຟັງພຣະເຈົ້າ ຫຼື ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດ. ການປ່ຽນແປງໃນພຶດຕິກຳແມ່ນພາບລວງຕາທີ່ຊົ່ວຄາວ, ພວກມັນຄືການເປີດເຜີຍເຖິງຄວາມກະຕືລືລົ້ນ ແລະ ພວກມັນບໍ່ແມ່ນການສະແດງອອກເຖິງຊີວິດ” (“ຄວາມແຕກຕ່າງລະຫວ່າງການປ່ຽນແປງພາຍນອກ ແລະ ການປ່ຽນແປງໃນອຸປະນິໄສ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ).

ພຣະທຳຂອງພຣະເຈົ້າສະແດງແກ່ພວກເຮົາວ່າ ເຖິງແມ່ນພຶດຕິກຳຂອງພວກເຮົາໄດ້ປັບປຸງ ຫຼັງຈາກທີ່ພວກເຮົາໄດ້ເລີ່ມເຊື່ອໃນພຣະເຈົ້າ, ນີ້ກໍບໍ່ໄດ້ໝາຍຄວາມວ່າ ມີການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຮົາ. ພຶດຕິກຳທີ່ດີສ່ວນໃຫຍ່ຄືຜົນຂອງຄວາມຮ້ອນຮົນ, ມັນຄືພຶດຕິກຳທີ່ເກີດຂຶ້ນຈາກຄຳສັ່ງສອນ ແລະ ກົດລະບຽບ ຫຼື ບໍ່ ມັນກໍເປັນການປະຕິບັດທີ່ເກີດຂຶ້ນຈາກການດົນບັນດານໂດຍພຣະວິນຍານບໍລິສຸດ. ມັນບໍ່ແມ່ນຍ້ອນພວກເຮົາເຂົ້າໃຈຄວາມຈິງ, ມັນບໍ່ແມ່ນຍ້ອນພວກເຮົາມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ມັນບໍ່ແມ່ນການປະຕິບັດທີ່ເກີດມາໂດຍທຳມະຊາດຈາກຄວາມປາຖະໜາຂອງພວກເຮົາເພື່ອເປັນທີ່ພໍໃຈ ແລະ ຮັກພຣະເຈົ້າ. ພວກເຮົາຖືກຊາຕານເຮັດໃຫ້ເສື່ອມຊາມເປັນເວລາຫຼາຍພັນປີ, ພວກເຮົາເຕັມໄປດ້ວຍທຸກລັກສະນະຂອງອຸປະນິໄສທີ່ເສື່ອມຊາມແບບຊາຕານ ນັ້ນກໍຄື ຄວາມອວດດີ, ຄວາມທະນົງຕົວ, ຄວາມເຫັນແກ່ຕົວ, ຄວາມຕໍ່າຊ້າ, ຄວາມທໍລະຍົດ ແລະ ຄວາມມີເລ່ຫຼ່ຽມ. ຖ້າອຸປະນິໄສເຫຼົ່ານີ້ຖືກປະໄວ້ໂດຍບໍ່ໄດ້ຮັບການແກ້ໄຂ, ແລ້ວເຖິງແມ່ນພວກເຮົາອາດສາມາດປະຕິບັດຕາມກົດລະບຽບບາງຢ່າງ ແລະ ພວກເຮົາອາດເບິ່ງຄືເຄັ່ງຄັດໃນສາສະໜາໃນພາຍນອກ, ສິ່ງນີ້ກໍຈະບໍ່ຢູ່ໄດ້ດົນ ແລະ ເມື່ອພວກເຮົາຜະເຊີນກັບບາງສິ່ງທີ່ບໍ່ຖືກໃຈ, ພວກເຮົາກໍບໍ່ສາມາດຫ້າມຕົນເອງບໍ່ໃຫ້ເຮັດບາບ. ຕົວຢ່າງເຊັ່ນ ເມື່ອຖືກຄວບຄຸມໂດຍທຳມະຊາດແບບຊາຕານທີ່ອວດດີ ແລະ ທະນົງຕົວຂອງພວກເຮົາ, ພວກເຮົາກໍພະຍາຍາມທີ່ຈະເຮັດໃຫ້ຄົນອື່ນໃຫ້ກຽດພວກເຮົາຢູ່ສະເໝີ ແລະ ເມື່ອຄົນອື່ນບໍ່ເຮັດໃນສິ່ງທີ່ພວກເຮົາເວົ້າ, ພວກເຮົາກໍໃຈຮ້າຍຂຶ້ນທັນທີທັນໃດ ແລະ ເລີ່ມສັ່ງສອນພວກເຂົາ. ເມື່ອຖືກບົງການໂດຍທຳມະຊາດທີ່ເຫັນແກ່ຕົວຂອງພວກເຮົາ, ທຸກສິ່ງທີ່ພວກເຮົາເຮັດແມ່ນຄຳນຶງເຖິງຜົນປະໂຫຍດຂອງພວກເຮົາເອງ; ເມື່ອທຸກສິ່ງທີ່ຢູ່ໃນເຮືອນດຳເນີນໄປຢ່າງລາບລື່ນ, ພວກເຮົາກໍເຕັມໃຈທີ່ຈະຍອມສະຫຼະສິ່ງຕ່າງໆ ແລະ ເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ພວກເຮົາສາມາດອົດກັ້ນກັບຄວາມລຳບາກຕ່າງໆ. ແຕ່ເມື່ອຄວາມໂຊກຮ້າຍມາເຖິງ, ພວກເຮົາກໍໂທດພຣະເຈົ້າທີ່ບໍ່ປົກປ້ອງພວກເຮົາ. ພວກເຮົາອາດເຖິງກັບເລີ່ມເສຍດາຍສິ່ງທີ່ພວກເຮົາໄດ້ຍອມສະຫຼະ ແລະ ຕຶກຕອງທີ່ຈະກະບົດຕໍ່ພຣະເຈົ້າ. ບາງຄັ້ງ ພວກເຮົາສັງເກດການກະທຳຕ່າງໆຂອງອ້າຍເອື້ອຍນ້ອງຂອງພວກເຮົາທີ່ຢູ່ໃນຄຣິສຕະຈັກ ເຊິ່ງລະເມີດຄຳສັ່ງສອນຂອງພຣະເຈົ້າຢ່າງຊັດເຈນ ແລະ ເຖິງກັບທຳລາຍຜົນປະໂຫຍດຂອງຄຣິສຕະຈັກ ແລະ ພວກເຮົາຄວນເວົ້າບາງສິ່ງກັບພວກເຂົາ. ແຕ່ເມື່ອໄດ້ຮັບອິດທິພົນຈາກປັດຊະຢາແບບຊາຕານສຳລັບການດຳລົງຊີວິດດັ່ງກ່າວ ຄື “ການຢູ່ງຽບໆໃນຂໍ້ຜິດພາດຂອງເພື່ອນທີ່ດີເຮັດໃຫ້ມິດຕະພາບຍາວນານ ແລະ ດີ” ແລະ “ຍິ່ງບັນຫາໜ້ອຍ, ຍິ່ງດີກວ່າ”, ພວກເຮົາກໍຢູ່ງຽບໆ, ເລືອກທີ່ຈະເສຍສະຫຼະຜົນປະໂຫຍດຂອງຄຣິສຕະຈັກເພື່ອຮັກສາຄວາມສຳພັນຂອງພວກເຮົາກັບພວກເຂົາ. ຍັງມີອີກຫຼາຍຕົວຢ່າງ. ສິ່ງນີ້ສະແດງວ່າ ຖ້າອຸປະນິໄສທີ່ເສື່ອມຊາມຂອງພວກເຮົາຖືກປະໄວ້ໂດຍບໍ່ໄດ້ຮັບການແກ້ໄຂ, ພວກເຮົາກໍບໍ່ສາມາດປະຕິບັດຄວາມຈິງ ຫຼື ເຊື່ອຟັງພຣະເຈົ້າ ແລະ ອາດເຖິງກັບຕໍ່ຕ້ານພຣະອົງ. ຍົກຕົວຢ່າງແມ່ນພວກຟາຣີຊາຍໃນສອງສາມພັນປີກ່ອນ. ຢູ່ພາຍນອກ ພວກເຂົາບໍ່ໄດ້ປາກົດວ່າເຮັດສິ່ງຊົ່ວຮ້າຍໃດໆ. ພວກເຂົາທ່ອງທ່ຽວໄປທຸກຫົນທຸກແຫ່ງເພື່ອເຜີຍແຜ່ຂ່າວປະເສີດ, ອະທິບາຍຂໍ້ພຣະຄຳພີໃຫ້ແກ່ຜູ້ຄົນຢູ່ເລື້ອຍໆ ແລະ ສັ່ງສອນຜູ້ຄົນໃຫ້ເຊື່ອຟັງພຣະບັນຍັດ. ພຶດຕິກຳສ່ວນຫຼາຍຂອງພວກເຮົາແມ່ນດີ, ແຕ່ເມື່ອພຣະເຢຊູເຈົ້າປາກົດຕົວ ແລະ ເລີ່ມຕົ້ນພາລະກິດຂອງພຣະອົງ, ຍ້ອນພຣະອົງປາກົດຕົວຢ່າງທຳມະດາ ແລະ ປົກກະຕິຫຼາຍໃນພາຍນອກ ແລະ ພຣະອົງບໍ່ໄດ້ຖືກເອີ້ນວ່າພຣະເມຊີອາ ແລະ ຍ້ອນທຸກສິ່ງກ່ຽວກັບພຣະອົງແມ່ນຂັດແຍ້ງກັບແນວຄິດຂອງພວກເຂົາ, ອຸປະນິໄສແບບຊາຕານທີ່ອວດດີ ແລະ ທະນົງຕົວຂອງພວກເຂົາຈຶ່ງຖືກເປີດໂປງອອກ. ພວກເຂົາກ່າວໂທດ ແລະ ໝິ່ນປະໝາດພຣະເຢຊູເຈົ້າຢ່າງຊັດເຈນ, ພວກເຂົາບໍ່ໃສ່ໃຈວ່າຂໍ້ຄວາມທີ່ພຣະເຢຊູເຈົ້າກ່າວນັ້ນແມ່ນຄວາມຈິງ ຫຼື ບໍ່, ພວກເຂົາບໍ່ສົນໃຈພຣະອົງ ບໍ່ວ່າພຣະອົງຈະປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນຫຼາຍສໍ່າໃດກໍຕາມ ແລະ ໃນທີ່ສຸດແລ້ວ ພວກເຂົາສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ແຫ່ງໂຣມັນເພື່ອຄຶງພຣະເຢຊູເຈົ້າທີ່ໄມ້ກາງແຂນ.

ສິ່ງຂ້າງເທິງສະແດງວ່າ ເຖິງແມ່ນມີການປ່ຽນແປງໃນພຶດຕິກຳພາຍນອກຂອງພວກເຮົາ, ຖ້າບໍ່ມີການປ່ຽນແປງໃນຊີວິດ-ອຸປະນິໄສພາຍໃນຂອງພວກເຮົາ, ພວກເຮົາກໍຍັງຈະຖືກປົກຄອງໂດຍອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຮົາ ແລະ ຍ່ອມຈະເຮັດສິ່ງຊົ່ວຮ້າຍ ແລະ ຕໍ່ພຣະເຈົ້າໄດ້ໃນຊ່ວງເວລາໃດກໍໄດ້. ຜູ້ຄົນດັ່ງກ່າວຍັງບໍ່ໄດ້ສຳນຶກຜິດຢ່າງແທ້ຈິງ ແລະ ບໍ່ມີຄຸນສົມບັດທີ່ຈະເຂົ້າສູ່ອານາຈັກສະຫວັນໂດຍສັນດານ. ດັ່ງມີການເວົ້າໃນພຣະຄຳພີວ່າ “ພຣະເຢຊູຕອບພວກເຂົາວ່າ, ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຜູ້ໃດກໍຕາມທີ່ເຮັດບາບແມ່ນທາດຮັບໃຊ້ບາບ. ແລ້ວທາດຮັບໃຊ້ບໍ່ຢູ່ໃນເຮືອນຕະຫຼອດໄປ: ແຕ່ລູກຊາຍຈະຢູ່ໃນເຮືອນຕະຫຼອດໄປ” (ໂຢຮັນ 8:34-35).

ແມ່ນຫຍັງການສຳນຶກຜິດທີ່ແທ້ຈິງ?

ແລ້ວແມ່ນຫຍັງຄືການສຳນຶກຜິດທີ່ແທ້ຈິງ? ພຣະຄຳພີບັນທຶກໄວ້ວ່າ “ສັນຕິສຸກຈົ່ງມີແກ່ພວກເຂົາທີ່ປະຕິບັດພຣະຍັນຍັດຂອງພຣະອົງ, ທີ່ພວກເຂົາອາດມີສິດທິໃນຕົ້ນໄມ້ແຫ່ງຊີວິດ ແລະ ອາດຜ່ານປະຕູຕ່າງໆເຂົ້າສູ່ເມືອງ” (ພຣະນິມິດ 22:14). “ເພາະຖືກຂຽນໄວ້ແລ້ວວ່າ, ເຈົ້າບໍລິສຸດ; ເພາະເຮົາບໍລິສຸດ” (ກົດລະບຽບການເລວີ 11:45). ພຣະເຈົ້າບໍລິສຸດ. ພຣະອົງກຽດຊັງຄວາມຜິດບາບຂອງມະນຸດ ແລະ ດ້ວຍເຫດນັ້ນ ມາດຕະຖານສຳລັບການສຳນຶກຜິດທີ່ແທ້ຈິງຈຶ່ງເປັນຕອນທີ່ຫຼາກຫຼາຍອຸປະນິໄສແບບຊາຕານໃນຜູ້ຄົນໄດ້ຖືກຊໍາລະລ້າງ ແລະ ປ່ຽນແປງ ນັ້ນກໍຄື ຄວາມອວດດີ, ຄວາມທະນົງຕົວ, ຄວາມເຫັນແກ່ຕົວ, ຄວາມຕໍ່າຊ້າ, ຄວາມທໍລະຍົດ ແລະ ຄວາມມີເລ່ຫຼຽມ, ຕອນທີ່ພວກເຂົາປະຕິບັດພຣະທຳຂອງພຣະເຈົ້າໂດຍບໍ່ຄຳນຶງເຖິງສະພາບແວດລ້ອມຂອງພວກເຮົາ, ບໍ່ເຮັດບາບ ຫຼື ຕໍ່ຕ້ານພຣະເຈົ້າອີກຕໍ່ໄປ, ແຕ່ເຊື່ອຟັງ ແລະ ເຄົາລົບພຣະເຈົ້າຢ່າງແທ້ຈິງ ແລະ ຕອນທີ່ພວກເຂົາຖືກຮັບເອົາໂດຍພຣະເຈົ້າຢ່າງສົມບູນ. ມີແຕ່ຄົນປະເພດດັ່ງກ່າວເທົ່ານັ້ນທີ່ໄດ້ສຳນຶກຜິດຢ່າງແທ້ຈິງ.

ເຫດຜົນທີ່ພວກເຮົາບໍ່ບັນລຸຄວາມສຳນຶກຜິດທີ່ແທ້ຈິງໃນຄວາມເຊື່ອຂອງພວກເຮົາໃນພຣະຜູ້ເປັນເຈົ້າ

ບາງຄົນອາດຖາມວ່າ “ເປັນຫຍັງພວກເຮົາໄດ້ຍອມຮັບການໄຖ່ບາບຂອງພຣະຜູ້ເປັນເຈົ້າ ແລະ ຄວາມຜິດບາບຂອງພວກເຮົາໄດ້ຖືກອະໄພ, ແຕ່ພວກເຮົາກໍຍັງບໍ່ສາມາດບັນລຸການສຳນຶກຜິດທີ່ແທ້ຈິງ?” ໂດຍຫຼັກໆແລ້ວ ສິ່ງນີ້ແມ່ນຍ້ອນໃນຍຸກແຫ່ງພຣະຄຸນ, ພຣະເຢຊູເຈົ້າໄດ້ປະຕິບັດພາລະກິດແຫ່ງການໄຖ່ບາບ ເຊິ່ງບໍ່ແມ່ນພາລະກິດແຫ່ງການປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ. ໃຫ້ພວກເຮົາອ່ານອີກຂໍ້ຄວາມຈາກພຣະທຳຂອງພຣະເຈົ້າ “ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ” (ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ). ສິ່ງນີ້ບອກໃຫ້ພວກເຮົາຮູ້ວ່າ ໃນຍຸກແຫ່ງພຣະຄຸນ, ພຣະເຢຊູເຈົ້າພຽງແຕ່ປະຕິບັດພາລະກິດແຫ່ງການໄຖ່ບາບຂອງມະນຸດຊາດ, ຜົນຂອງພາລະກິດນັ້ນແມ່ນເພື່ອເຮັດໃຫ້ຜູ້ຄົນສາລະພາບ ແລະ ສຳນຶກຜິດ. ໃນຖານະທີ່ເປັນສ່ວນຂອງພາລະກິດແຫ່ງການໄຖ່ບາບ, ພຣະເຢຊູເຈົ້າໄດ້ກ່າວເຖີງວິທີແຫ່ງການສຳນຶກຜິດ, ພຣະອົງສັ່ງສອນຜູ້ຄົນເຖິງວິທີສາລະພາບຄວາມຜິດບາບຂອງພວກເຂົາ ແລະ ສຳນຶກຜິດ, ແບກໄມ້ກາງແຂນ ແລະ ຕິດຕາມພຣະຜູ້ເປັນເຈົ້າ. ແລ້ວເຊັ່ນດຽວກັນ ພວກເຂົາຕ້ອງຮັກຄົນອື່ນດັ່ງທີ່ພວກເຂົາຮັກຕົນເອງ, ພວກເຂົາຕ້ອງຖ່ອມຕົນ, ອົດທົນ ແລະ ອົດກັ້ນ ແລະ ໃຫ້ອະໄພຜູ້ຄົນເຈັດສິບຄູນເຈັດຄັ້ງ ແລະ ອື່ນໆອີກ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນເງື່ອນໄຂທີ່ຮຽກຮ້ອງຈາກມະນຸດ ໂດຍອີງຕາມວຸດທິພາວະຂອງຜູ້ຄົນໃນເວລານັ້ນ; ເມື່ອຜູ້ຄົນເຮັດບາບ, ພວກເຂົາກໍມາຢູ່ຕໍ່ໜ້າພຣະເຢຊູເຈົ້າເພື່ອສາລະພາບຄວາມຜິດບາບຂອງພວກເຂົາ ແລະ ສຳນຶກຜິດ, ຄວາມຜິດບາບຂອງພວກເຂົາໄດ້ຮັບອະໄພ ແລະ ພວກເຂົາມີສິດມາຢູ່ຕໍ່ໜ້າພຣະເຈົ້າ ແລະ ສືບຕໍ່ນະມັດສະການພຣະເຈົ້າ. ທຸກສິ່ງທີ່ພຣະເຢຊູເຈົ້າກ່າວແມ່ນຄວາມຈິງ ເຊິ່ງຜູ້ຄົນໃນເວລານັ້ນສາມາດເຂົ້າໃຈໄດ້. ແຕ່ສິ່ງນີ້ໄດ້ກ່ຽວພັນກັບການປ່ຽນແປງອຸປະນິໄສຂອງຜູ້ຄົນ ແລະ ດ້ວຍເຫດນັ້ນ ບໍ່ວ່າພວກເຮົາຈະອ່ານພຣະຄຳພີຫຼາຍສໍ່າໃດກໍຕາມ, ພວກເຮົາຈະສາລະພາບຄວາມຜິດບາບຂອງພວກເຮົາ ແລະ ສຳນຶກຜິດແນວໃດກໍຕາມ ຫຼື ພວກເຮົາຈະເອົາຊະນະຕົນເອງແນວໃດກໍຕາມ, ພວກເຮົາກໍຍັງຄົງບໍ່ສາມາດກຳຈັດຄວາມຜິດບາບອອກຈາກຕົນເອງ ແລະ ບັນລຸການສຳນຶກຜິດທີ່ແທ້ຈິງ.

ວິທີການບຸນລຸການສຳນຶກຜິດທີ່ແທ້ຈິງ

ແລ້ວພວກເຮົາຈະສາມາດບັນລຸການສຳນຶກຜິດທີ່ແທ້ຈິງໄດ້ແນວໃດ? ພຣະເຢຊູເຈົ້າໄດ້ທຳນາຍໄວ້ວ່າ “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ” (ໂຢຮັນ 16:12-13). “ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ” (ໂຢຮັນ 12:48). “ຂໍໃຫ້ສິ່ງເຫຼົ່ານັ້ນສັກສິດຜ່ານທາງຄວາມຈິງຂອງພຣະອົງ: ພຣະທຳຂອງພຣະອົງຄືຄວາມຈິງ” (ໂຢຮັນ 17:17). ພຣະທຳເຫຼົ່ານີ້ສະແດງແກ່ພວກເຮົາວ່າ ຍ້ອນວຸດທິພາວະຂອງຜູ້ຄົນໃນເວລານັ້ນແມ່ນມີໜ້ອຍຫຼາຍ, ໃນລະຫ່ວາງຍຸກແຫ່ງພຣະຄຸນ ພຣະເຢຊູເຈົ້າຈຶ່ງບໍ່ໄດ້ກ່າວເຖິງຄວາມຈິງຫຼາຍເກີນໄປ ຫຼື ໃຫ້ວິທີເພື່ອແກ້ໄຂທຳມະຊາດແບບຊາຕານຂອງພວກເຮົາ. ສະນັ້ນ ພຣະຜູ້ເປັນເຈົ້າຈຶ່ງທຳນາຍວ່າ ພຣະອົງຈະກັບຄືນມາ, ພຣະອົງຈະກ່າວຄວາມຈິງທີ່ຫຼາຍຂຶ້ນ ແລະ ສູງສົ່ງຂຶ້ນ ແລະ ພຣະອົງຈະປະຕິບັດພາລະກິດແຫ່ງການພິພາກສາ ແລະ ຊໍາລະລ້າງມະນຸດ, ແລ້ວກໍເຮັດໃຫ້ພວກເຮົາສາມາດເຮັດໃຫ້ຕົນເອງເປັນອິດສະຫຼະຈາກໂສ້ແຫ່ງຄວາມຜິດບາບ ແລະ ຖືກຊໍາລະລ້າງ ແລະ ປ່ຽນແປງ ແລະ ມີພຽງແຕ່ໂດຍການຍອມຮັບພາລະກິດແຫ່ງການພິພາກສາ ແລະ ການຊໍາລະລ້າງໃນການມາເຖິງຂອງພຣະຜູ້ເປັນເຈົ້າ, ພວກເຮົາຈຶ່ງສາມາດບັນລຸການສຳນຶກຜິດທີ່ແທ້ຈິງໄດ້.

ມື້ນີ້, ພຣະເຢຊູເຈົ້າໄດ້ກັບຄືນມາ: ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ. ບົນພື້ນຖານຂອງພາລະກິດແຫ່ງການໄຖ່ບາບຂອງພຣະເຢຊູເຈົ້າ, ພຣະເຈົ້າອົງລິດທານຸພາບສູງສຸດໄດ້ປະຕິບັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ, ພຣະອົງໄດ້ກ່າວຄວາມຈິງທຸກຢ່າງທີ່ຈຳເປັນສຳລັບຄວາມລອດພົ້ນຂອງມະນຸດຊາດ ແລະ ພຣະອົງໄດ້ມາເພື່ອພິພາກສາ, ຊໍາລະລ້າງ ແລະ ເຮັດໃຫ້ຄົນທີ່ຍອມຮັບເອົາຄວາມລອດພົ້ນຂອງພຣະອົງໃນຍຸກສຸດທ້າຍນັ້ນສົມບູນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ “ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ” (ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ເມື່ອພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງ ແລະ ປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຊໍາລະລ້າງມະນຸດໃນຍຸກສຸດທ້າຍ, ພຣະອົງບໍ່ພຽງແຕ່ບອກພວກເຮົາໃນສອງສາມວິທີໃຫ້ປະຕິບັດການສຳນຶກຜິດ, ແຕ່ກ່າວພຣະທຳແຫ່ງການພິພາກສາ, ເປີດໂປງທຳມະຊາດ ແລະ ທາດແທ້ຂອງພວກເຮົາທີ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ ແລະ ຄວາມຈິງແຫ່ງຄວາມເສື່ອມຊາມຂອງພວກເຮົາ;​ ພຣະອົງປະທານຫຼາກຫຼາຍຄວາມຈິງໃຫ້ແກ່ພວກເຮົາ ເຊັ່ນ: ວິທີການຊື່ສັດ, ວິທີການເຊື່ອຟັງພຣະເຈົ້າ, ວິທີການຮັກພຣະເຈົ້າ ແລະ ອື່ນໆອີກ, ແລ້ວກໍໃຫ້ເສັ້ນທາງແກ່ພວກເຮົາເພື່ອປະຕິບັດໃນທຸກສິ່ງທີ່ເກີດຂຶ້ນກັບພວກເຮົາ. ຜ່ານທາງການຜະເຊີນການພິພາກສາແຫ່ງພຣະທຳຂອງພຣະເຈົ້າ, ພວກເຮົາມາເຫັນເທື່ອລະໜ້ອຍວ່າ ພວກເຮົາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງສໍ່າໃດ ແລະ ທຳມະຊາດ ແລະ ທາດແທ້ຂອງພວກເຮົາເຕັມໄປດ້ວຍອຸປະນິໄສແບບຊາຕານທີີ່ເຫັນແກ່ຕົວ ແລະ ຕໍ່າຊ້າ, ທໍລະຍົດ ແລະ ມີເລ່ຫຼ່ຽມ. ເມື່ອດຳລົງຊີວິດດ້ວຍສິ່ງເຫຼົ່ານີ້, ບໍ່ມີຫຍັງທີ່ເປັນມະນຸດໃນສິ່ງທີ່ພວກເຮົາດຳລົງຊີວິດຕາມ, ພວກເຮົາເປັນຕາລັງກຽດສຳລັບຄົນອື່ນ ແລະ ຍິ່ງໄປກວ່ານັ້ນ ພວກເຮົາເປັນຕາລັງກຽດ ແລະ ເປັນຕາກຽດຊັງສຳລັບພຣະເຈົ້າ. ໃນທ່າມກາງພຣະທຳແຫ່ງການພິພາກສາຂອງພຣະເຈົ້າ, ພວກເຮົາໄດ້ເຫັນວ່າ ພວກເຮົາຕໍ່າຊ້າ ແລະ ຊົ່ວຮ້າຍ, ບໍ່ສົມຄວນທີ່ຈະດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ ແລະ ມີແຕ່ເມື່ອນັ້ນ ພວກເຮົາຈຶ່ງຈະເລີ່ມຕົ້ນກຽດຊັງຄວາມຜິດບາບຂອງພວກເຮົາ ແລະ ປາຖະໜາທີ່ຈະສຳນຶກຜິດ. ໃນເວລາດຽວກັນ, ພວກເຮົາກໍມາຮູ້ຈັກອຸປະນິໄສອັນຊອບທຳຂອງພຣະເຈົ້າ ທີ່ບໍ່ອົດທົນຕໍ່ການທ້າທາຍ ແລະ ຖ້າພວກເຮົາບໍ່ປະຕິບັດຄວາມຈິງ, ແລ້ວພວກເຮົາກໍຈະຖືກກຽດຊັງ ແລະ ຖືກປະຕິເສດໂດຍພຣະເຈົ້າຢ່າງແນ່ນອນ. ມີແຕ່ເມື່ອນັ້ນ ຄວາມຢຳເກງຂອງພຣະເຈົ້າຈຶ່ງເກີດຂຶ້ນໃນພວກເຮົາ, ພວກເຮົາຈຶ່ງເລີ່ມຕົ້ນປະຖິ້ມເນື້ອໜັງ ແລະ ປະຕິບັດຄວາມຈິງ, ພວກເຮົາຈຶ່ງເລີ່ມມີຄວາມເປັນຈິງບາງຢ່າງແຫ່ງການເຊື່ອຟັງພຣະເຈົ້າເທື່ອລະໜ້ອຍ ແລະ ພວກເຮົາຈຶ່ງບໍ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ.

ເມື່ອຜະເຊີນກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ພວກເຮົາກໍຫຼົບໜີອອກຈາກຄວາມຜິດບາບຢ່າງສົມບູນ, ພວກເຮົາບໍ່ໄດ້ຖືກລ່າມໂສ້ໂດຍທຳມະຊາດແບບຊາຕານຂອງພວກເຮົາອີກຕໍ່ໄປ ແລະ ພວກເຮົາເປັນອິດສະຫຼະທີ່ຈະປະຕິບັດພຣະທຳຂອງພຣະເຈົ້າ ແລະ ເຊື່ອຟັງ ແລະ ນະມັດສະການພຣະເຈົ້າ. ມີພຽງແຕ່ເມື່ອນັ້ນ ພວກເຮົາຈຶ່ງສາມາດເວົ້າໄດ້ວ່າ ໄດ້ສຳນຶກຜິດ ແລະ ປ່ຽນແປງຢ່າງແທ້ຈິງ ແລະ ມີພຽງແຕ່ເມື່ອນັ້ນ ພວກເຮົາຈຶ່ງມີສິດທີ່ເຂົ້າສູ່ອານາຈັກແຫ່ງສະຫວັນ. ຊັດເຈນ, ການຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າແຫ່ງຍຸກສຸດທ້າຍເປັນວິທີດຽວທີ່ຈະບັນລຸການສຳນຶກຜິດ ແລະ ການປ່ຽນແປງທີ່ແທ້ຈິງ. ໃນຈຸດນີ້, ເຮົາເຊື່ອວ່າ ບັດນີ້ ເຈົ້າໄດ້ເລີ່ມເຫັນເຖິງວິທີທີ່ຈະບັນລຸການສຳນຶກຜິດທີ່ແທ້ຈິງ, ແລ້ວພວກເຮົາຄວນຕັດສິນໃຈເອົາທາງເລືອກໃດໃນຕອນນີ້?

ກ່ອນນີ້: ແຜ່ນດິນໂລກແມ່ນອ້ອມລ້ອມໄປດ້ວຍໄພພິບັດ: ພວກເຮົາຈະຖືກຍົກຂຶ້ນເມືອກ່ອນຄວາມທຸກຍາກລຳບາກທີ່ຍິ່ງໃຫຍ່ໄດ້ແນວໃດ?

ຕໍ່ໄປ: ໄພພິບັດເປັນປະຈຳ, ວິທີທີ່ຈະເປັນຍິງສາວບໍລິສຸດທີ່ສະຫຼາດໃນການຮັບເອົາພຣະຜູ້ເປັນເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່

ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງມາເຖິງຈຸດສຸດທ້າຍ ແລະ ປະຕູແຫ່ງອານາຈັກກໍໄດ້ເປີດອອກໃຫ້ກັບທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະອົງແລ້ວ. ຮຽນອ້າຍເອື້ອຍນ້ອ…

ສັນຍານຂອງການກັບຄືນມາຂອງພຣະເຢຊູໄດ້ປາກົດຂຶ້ນ: ພວກເຮົາຄວນຕ້ອນຮັບພຣະອົງແນວໃດ?

ໂດຍ ຊິນເຈຍ ສອງພັນປີກ່ອນ, ພຣະເຢຊູໄດ້ເຈົ້າສັນຍາກັບພວກເຮົາວ່າ: “ແລະ ເບິ່ງແມ ເຮົາມາຢ່າງໄວວາ” (ພຣະນິມິດ 22:12). ບັດນີ້...

ຄຣິສຕຽນຈະສາມາດແຍກແຍະພຣະຄຣິດຕົວຈິງຈາກພຣະຄຣິດຕົວປອມໄດ້ແນວໃດ?

ບັດນີ້ ໄພພິບັດທຸກຮູບແບບກຳລັງເກີດຂຶ້ນ ແລະ ຄຳທຳນາຍໃນພຣະຄຳພີທີ່ກ່ຽວກັບການມາເຖິງຂອງພຣະຜູ້ເປັນເຈົ້າກໍໄດ້ຖືກເຮັດໃຫ້ສຳເລັດເປັນສ່ວນໃຫຍ່ແລ້ວຕອນນີ້....

ບົດເທດສະໜາພຣະຄຳພີ: ການໄຂຄວາມລຶກລັບທີ່ຢູ່ເບື້ອງຫຼັງພຣະທຳມັດທາຍ 24:36: “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້”

ໂດຍ ຊິນເຈຍ ດວງເດືອນສີເລືອດສີ່ດວງໄດ້ປາກົດຂຶ້ນ ແລະ ໄພພິບັດ ເຊັ່ນ ແຜ່ນດິນໄຫວ, ໄພອຶດຢາກ ແລະ ໂຣກລະບາດເກີດຂຶ້ນເປັນປະຈຳຢູ່ເລື້ອຍໆ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້