ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ນຳພາຂ້ານ້ອຍເຂົ້າສູ່ເສັ້ນທາງແຫ່ງການໄດ້ຮັບການຊຳລະລ້າງ

26 ເດືອນທັນວາ 2021

ໂດຍ ກັງກີຢາງ, ສະຫະລັດອາເມຣິກາ

ຂ້າພະເຈົ້າມາປະເທດສິງກາໂປດ້ວຍຕົວເອງໃນປີ 2007 ເພື່ອພະຍາຍາມຫາລ້ຽງຊີບ. ສິງກະໂປນັ້ນຮ້ອນຕະຫຼອດປີແທ້ໆ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງເຫື່ອອອກຊະໆທຸກມື້ຢູ່ບ່ອນເຮັດວຽກ. ມັນຊ່າງໜ້າສົມເພດທີ່ສຸດ ແລະ ຍິ່ງໄປກວ່ານັ້ນ ຂ້າພະເຈົ້າຢູ່ໃນບ່ອນທີ່ບໍ່ຄຸ້ນເຄີຍຢ່າງສິ້ນເຊີງໂດຍບໍ່ມີຄອບຄົວ ຫຼື ໝູ່ເພື່ອນ, ຊີວິດຮູ້ສຶກມົນໝອງ ແລະ ໜ້າເບື່ອໜ່າຍ. ມື້ໜຶ່ງໃນເດືອນສິງຫາ, ຂ້າພະເຈົ້າໄດ້ຮັບແຜ່ນພັບຂ່າວປະເສີດລະຫວ່າງທາງກັບເມືອເຮືອນຂອງຂ້າເຈົ້າຈາກບ່ອນເຮັດວຽກທີ່ອ່ານວ່າ: “ຫຼັງຈາກທີ່ພວກເຈົ້າໄດ້ທົນທຸກຊົ່ວໄລຍະໜຶ່ງ, ພຣະເຈົ້າແຫ່ງພຣະຄຸນທັງໝົດ ຜູ້ທີ່ໄດ້ເອີ້ນເອົາພວກເຮົາເຂົ້າສູ່ສະຫງ່າລາສີຢ່າງນິລັນດອນຂອງພຣະອົງໂດຍອົງພຣະເຢຊູຄຣິດເຈົ້າ, ພຣະອົງຈະເຮັດໃຫ້ພວກເຈົ້າບໍລິສຸດ, ສ້າງຕັ້ງພວກເຈົ້າ, ເຮັດໃຫ້ພວກເຈົ້າເຂັ້ມແຂງ, ໃຫ້ພວກເຈົ້າມີຮາກຖານອັນແໜ້ນໜາ” (1 ເປໂຕ 5:10). ຂ້າພະເຈົ້າຮູ້ສຶກອົບອຸ່ນໃນຫົວໃຈຂອງຂ້າພະເຈົ້າເມື່ອໄດ້ອ່ານພຣະທຳເຫຼົ່ານີ້. ຫຼັງຈາກນັ້ນ ຂ້າພະເຈົ້າກໍໄປຄຣິສຕະຈັກກັບອ້າຍນ້ອງຄົນໜຶ່ງ ເຊິ່ງໄດ້ຮັບການຕ້ອນຮັບຢ່າງກະຕືລີລົ້ນຈາກອ້າຍເອື້ອຍນ້ອງ ຜູ້ທີ່່ຖາມເຖິງການເປັນຢູ່ຂອງຂ້າພະເຈົ້າ ເຊິ່ງເຮັດໃຫ້ຂ້າພະເຈົ້າຮູ້ສຶກເຖິງຄວາມອົບອຸ່ນຂອງຄອບຄົວທີ່ຂ້າພະເຈົ້າບໍ່ໄດ້ມີມາດົນແລ້ວ. ທັນໃດນັ້ນ ຕາຂອງຂ້າພະເຈົ້າກໍເຕັມໄປດ້ວຍນ້ຳຕາ, ຂ້າພະເຈົ້າຮູ້ສຶກຄືກັບວ່າຂ້າພະເຈົ້າໄດ້ກັບມາເຮືອນ. ຕັ້ງແຕ່ນັ້ນມາ, ການໄປຄຣິສຕະຈັກທຸກໆວັນອາທິດເປັນສິ່ງທີ່ຈຳເປັນສຳລັບຂ້າພະເຈົ້າ.

ຂ້າພະເຈົ້າໄດ້ຮັບບັບຕິດສະມາໃນເດືອນທັນວາ ເຊິ່ງເປັນການກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມເຊື່ອຢ່າງເປັນທາງການ. ໃນການຮັບໃຊ້ຄັ້ງໜຶ່ງຂອງຄຣິສຕະຈັກ, ຂ້າພະເຈົ້າໄດ້ຍິນນັກເທດອ່ານຈາກບົດທີ 18, ຂໍ້ທີ 21-22 ຂອງມັດທາຍວ່າ: “ແລ້ວເປໂຕກໍມາຫາພຣະອົງ ແລະ ເວົ້າວ່າ ພຣະຜູ້ເປັນເຈົ້າ ຂ້ານ້ອຍຄວນໃຫ້ອະໄພນ້ອງຊາຍຂອງຂ້ານ້ອຍທີ່ເຮັດບາບຕໍ່ຂ້ານ້ອຍຫຼາຍສໍ່າໃດ? ຈົນຮອດເຈັດຄັ້ງບໍ? ພຣະເຢຊູເວົ້າກັບລາວວ່າ ເຮົາບໍ່ໄດ້ເວົ້າກັບເຈົ້າວ່າ ຈົນຮອດເຈັດຄັ້ງ, ແຕ່ຈົນຮອດເຈັດສິບຄູນເຈັດຄັ້ງ” (ມັດທາຍ 18:21-22). ເມື່ອໄດ້ຍິນດັ່ງນີ້, ຂ້າພະເຈົ້າຄິດກັບຕົນເອງວ່າ: “ການໃຫ້ອະໄພ ແລະ ຄວາມອົດທົນຂອງພຣະເຢຊູເຈົ້່ານັ້ນສາມາດຍິ່ງໃຫຍ່ໄດ້ແນວໃດ? ພຣະອົງໃຫ້ອະໄພຄົນຮອດເຈັດສິບຄູນເຈັດຄັ້ງ. ຖ້າມະນຸດສາມາດເຮັດແບບນີ້ໄດ້ແທ້ໆ ແລ້ວກໍຈະບໍ່ມີການຕໍ່ສູ້ກັນ, ແຕ່ຈະມີພຽງຄວາມຮັກ ແລະ ຄວາມອົບອຸ່ນ!” ຂ້າພະເຈົ້າຮູ້ສຶກປະທັບໃຈກັບພຣະທຳຂອງພຣະຜູ້ເປັນເຈົ້າຫຼາຍ ແລະ ຂ້າພະເຈົ້າຕັດສິນໃຈທີ່ຈະປະຕິບັດຕາມຄຳສອນຂອງພຣະອົງ.

ສອງ ຫຼື ສາມປີຕໍ່ມາ, ຫົວໜ້າຂ້າພະເຈົ້າໃຫ້ຂ້າພະເຈົ້າຮັບຜິດຊອບຈັດການສະຖານທີ່ກໍ່ສ້າງແຫ່ງໜຶ່ງ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງທຸ້ມເທພະລັງທັງໝົດໃຫ້ກັບວຽກ ແລະ ຢຸດເຂົ້າຮ່ວມການຊຸມນຸມຕາມປົກກະຕິ. ຕໍ່ມາ ຂ້າພະເຈົ້າໄດ້ຖືກແນະນຳໂດຍເພື່ອນຄົນໜຶ່ງໃຫ້ກັບທ່ານ ລີ, ນັກການເງິນຂອງທຸລະກິດ ແລະ ພວກຂ້າພະເຈົ້າກໍໄດ້ກໍ່ຕັ້ງບໍລິສັດກໍ່ສ້າງຂຶ້ນຮ່ວມກັນ. ຂ້າພະເຈົ້າມີຄວາມສຸກຫຼາຍ ແລະ ຕັ້ງໃຈແນ່ວແນ່ວ່າຈະທຸ້ມເທຕົວເອງໃຫ້ກັບມັນແທ້ໆ. ຈາກນັ້ນ ຂ້າພະເຈົ້າກໍເຂົ້າໄປໃນກະແສວົນວຽນຂອງເງິນໂດຍສິ້ນເຊີງ ແລະ ເຊົາເຂົ້າໄປຄຣິສຕະຈັກສຳລັບການຊຸມນຸມຮ່ວມກັນທັງໝົດ. ຂ້າພະເຈົ້າຕ້ອງການໃຫ້ໂຄງການຕ່າງໆດຳເນີນໄປດ້ວຍດີເພື່ອໃຫ້ໄດ້ຮັບການຍົກຍ້ອງຈາກຄົນອື່ນສຳລັບຄວາມສາມາດຂອງຂ້າພະເຈົ້າ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງຮຽກຮ້ອງຈາກຄົນງານນັບມື້ນັບຫຼາຍຂຶ້ນເລື້ອຍໆ. ຂ້າພະເຈົ້າຈະຕິຕຽນພວກເຂົາເມື່ອໃດກໍຕາມທີ່ຂ້າພະເຈົ້າເຫັນວ່າພວກເຂົາເຮັດບາງສິ່ງບາງຢ່າງທີ່ບໍ່ຖືກຕ້ອງ ຫຼື ບໍ່ໄດ້ຕາມທີ່ຂ້າພະເຈົ້າຕ້ອງການ. ຫົວໜ້າທີມມັກຈະນ້ຳຕາຕົກເລື້ອຍໆຍ້ອນການດ່າຂອງຂ້າພະເຈົ້າ. ພວກຄົນງານພາກັນຢ້ານເມື່ອໃດກໍຕາມທີ່ພວກເຂົາເຫັນຂ້າພະເຈົ້າ ແລະ ເຖິງກັບລີ້ຂ້າພະເຈົ້າ. ແມ່ນແຕ່ຄົນທີ່ເຄີຍເປັນເພື່ອນທີ່ແສນດີ ກໍກາຍເປັນຄົນເຢັນຊາກັບຂ້າພະເຈົ້າ ແລະ ບໍ່ຕ້ອງການໄວ້ວາງໃຈໃນຕົວຂ້າພະເຈົ້າອີກຕໍ່ໄປ. ການເຫັນແບບນີ້ແມ່ນເປັນທຸກໃຈຫຼາຍ. ພຣະເຢຊູເຈົ້າສັ່ງໃຫ້ພວກເຮົາໃຫ້ອະໄພຄົນອື່ນເຈັດສິບຄູນເຈັດຄັ້ງ ແລະ ໃຫ້ຮັກເພື່ອບ້ານຂອງພວກເຮົາຄືຮັກຕົວເອງ. ແນວໃດກໍຕາມ, ຂ້າພະເຈົ້າກໍບໍ່ໄດ້ເອົາເລື່ອງນີ້ໄປປະຕິບັດແມ່ນແຕ່ໜ້ອຍເລີຍ, ບໍ່ເຄີຍແມ່ນແຕ່ຄັ້ງດຽວ. ນັ້ນຈະເອີ້ນວ່າເປັນຄົນຄຣິສຕຽນໄດ້ແນວໃດ? ຂ້າພະເຈົ້າຮູ້ວ່າຂ້າພະເຈົ້າກຳລັງເຮັດບາບ ແລະ ຂ້າພະເຈົ້າມັກຈະອະທິຖານຫາພຣະເປັນເຈົ້າເພື່ອສາລະພາບພາບ ແລະ ກັບໃຈ. ຂ້າພະເຈົ້າຕັດສິນໃຈທີ່ຈະປ່ຽນ. ແຕ່ເມື່ອໃດກໍຕາມທີ່ມີສິ່ງໃດໜຶ່ງເກີດຂຶ້ນ, ແມ່ນແຕ່ຕົວຂ້າພະເຈົ້າເອງ ຂ້າພະເຈົ້າກໍຍັງຄົງເຮັດບາບຢູ່. ຂ້າພະເຈົ້າກຸ້ມໃຈແທ້ໆ.

ໃນເດືອນສິງຫາ ປີ 2015, ພວກຂ້າພະເຈົ້າໄດ້ຢຸດການດຳເນີນທຸລະກິດຍ້ອນບໍລິສັດບໍ່ຄ່ອຍໄປໄດ້ດີປານໃດ ແລະ ຂ້າພະເຈົ້າກໍກັບເມືອບ້ານ. ດ້ວຍຄວາມອຸກໃຈ ແລະ ເສົ້າໃຈ, ຂ້າພະເຈົ້າມີແຕ່ດື່ມ ແລະ ຫຼິ້ນການພະນັນໝົດມື້. ເມື່ອເມຍຂອງຂ້າພະເຈົ້າບອກວ່າຂ້ານອຍຄວນຢຸດດື່ມໄດ້ແລ້ວ, ຂ້າພະເຈົ້າກໍຈະຮ້ອງໃສ່ລາວວ່າ: “ມັນແມ່ນເງິນຂອງຂ້ອຍ, ຂ້ອຍຫາມັນມາ ແລະ ຂ້ອຍຈະໃຊ້ມັນຕາມທີ່ຂ້ອຍຕ້ອງການ...” ລາວບໍ່ສາມາດເຮັດຫຍັງໄດ້ເລີຍ, ດັ່ງນັ້ນລາວກໍຈະນັ່ງລົງບ່ອນນັ້ນ ແລະ ຮ້ອງໄຫ້. ແຕ່ລະຄັ້ງທີ່ຂ້ານ້ອຍລະບາຍຄວາມໂກດຮ້າຍຂອງຂ້າພະເຈົ້າ, ຂ້າພະເຈົ້າກໍຮູ້ສຶກເສຍໃຈ ແລະ ຂ້າພະເຈົ້າກຽດຊັງຕົວເອງ, ແຕ່ຂ້າພະເຈົ້າພຽງແຕ່ບໍ່ສາມາດຄວບຄຸມຕົວເອງໄດ້. ຕອນນັ້ນ ຂ້າພະເຈົ້າໄດ້ສູນເສຍຄວາມເປັນຄຣິສຕຽນໄປໝົດແລ້ວ; ພຶດຕິກຳ ແລະ ຄວາມປະພຶດຂອງຂ້າພະເຈົ້າແມ່ນຄືກັນກັບຄົນທີ່ບໍ່ມີຄວາມເຊື່ອໂດຍສິ້ນເຊີງ.

ໃນຄວາມເຈັບປວດ ແລະ ຄວາມໄຮ້ປະໂຫຍດຂອງຂ້າພະເຈົ້າ, ຂ້າພະເຈົ້າກັບຄືນສູ່ຄຣິສຕະຈັກເພື່ອເຂົ້າຮ່ວມການຊຸມນຸມອີກຄັ້ງ. ຕະຫຼອດຊ່ວງເວລານັ້ນ ຂ້າພະເຈົ້າອະທິຖານຫາອົງພຣະເຢຊູເຈົ້າຕະຫຼອດວ່າ: “ໂອ ພຣະຜູ້ເປັນເຈົ້າ! ຂ້າພະເຈົ້າໄດ້ເຮັດຫຼາຍສິ່ງຫຼາຍຢ່າງທີ່ຂ້າພະເຈົ້າບໍ່ໄດ້ຕ້ອງການເຮັດ, ຂ້າພະເຈົ້າໄດ້ເວົ້າຫຼາຍໆສິ່ງທີ່ທຳຮ້າຍຄົນອື່ນ. ຂ້າພະເຈົ້າໄດ້ດຳລົງຊີວິດໃນບາບ ແລະ ກະບົດພຣະອົງ. ແຕ່ລະຄັ້ງທີ່ຂ້າພະເຈົ້າເຮັດບາບ, ຂ້າພະເຈົ້າກໍເສຍໃຈຫຼາຍ ແລະ ກຽດຊັງຕົວເອງແທ້ໆ, ແຕ່ຂ້າພະເຈົ້າບໍ່ເຄີຍສາມາດຄວບຄຸມຕົວເອງໄດ້! ຕອນກາງຄືນ ຂ້າພະເຈົ້າສາລະພາບບາບຂອງຂ້າພະເຈົ້າ, ແຕ່ຕໍ່ຈາກນັ້ນຂ້າພະເຈົ້າກໍກັບໄປໃຊ້ຊີວິດແບບເກົ່າ ແລະ ເຮັດບາບອີກ. ໂອ ພຣະຜູ້ເປັນເຈົ້າ! ຂ້າພະເຈົ້າຂໍຮ້ອງໃຫ້ພຣະອົງຊ່ວຍຂ້າພະເຈົ້າໃຫ້ລອດພົ້ນ, ຂ້າພະເຈົ້າສາມາດເຮັດຫຍັງໄດ້ແດ່ເພື່ອທີ່ຈະເປັນອິດສະຫຼະຈາກຄວາມຜິດບາບໄດ້?”

ໃນມື້ປີໃໝ່ຂອງປີ 2016, ຂ້າພະເຈົ້າໄດ້ກ້າວຢຽບເທິງດິນແດນອາເມຣິກາ, ຂ້າພະເຈົ້າໄດ້ມາທີ່ນິວຢອກເພື່ອຫາເງິນ. ຂ້າພະເຈົ້າສືບຕໍ່ໄປຄຣິສຕະຈັກໃນເວລາຫວ່າງຂອງຂ້າພະເຈົ້າ ແລະ ຍັງໄດ້ເຂົ້າຮ່ວມກຸ່ມອາທິຖານ, ອ່ານພຣະຄຳພີ ແລະ ອະທິຖານຮ່ວມກັບອ້າຍເອື້ອຍນ້ອງຄົນອື່ນໆດ້ວຍ. ຢູ່ທີ່ນັ້ນ, ຂ້າພະເຈົ້າໄດ້ຮູ້ຈັກກັບເອື້ອຍນ້ອງຍິງຄົນໜຶ່ງຊື່ວ່າ ກິງລຽນ. ມື້ໜຶ່ງ ເອື້ອຍກິງລຽນໄດ້ໂທຫາຂ້າພະເຈົ້າເພື່ອບອກວ່າ ມີຂ່າວດີບາງຢ່າງທີ່ລາວຢາກແບ່ງປັນກັບຂ້າພະເຈົ້າ. ຂ້າພະເຈົ້າເວົ້າວ່າ “ແມ່ນຂ່າວດີຫຍັງນໍ?” ລາວເວົ້າວ່າ “ມີການຢ້ຽມຢາມຂອງຜູ້ເຜີຍແຜ່ສາສະໜາ. ເຈົ້າຢາກໄປຟັງເພິ່ນເວົ້າບໍ?” “ດີເລີຍ! ມັນຢູ່ໃສ?” ຈາກນັ້ນນາງກໍຈັດເວລາໃຫ້ຂ້າພະເຈົ້າໄປເຮືອນຂອງນາງ.

ຂ້າພະເຈົ້າໄດ້ໄປທີ່ເຮືອນຂອງເອື້ອຍກິງລຽນໃນມື້ນັ້ນເລີຍ. ມີອ້າຍເອື້ອຍນ້ອງຈຳນວນໜຶ່ງຢູ່ທີ່ນັ້ນ ແລະ ຫຼັງຈາກພົບປະ ແລະ ແລກປ່ຽນການທັກທາຍກັນ, ພວກຂ້າພະເຈົ້າທັງໝົດກໍເລີ່ມສົນທະນາກັນກ່ຽວກັບພຣະຄຳພີ. ການສົນທະນາຂອງເອື້່ອຍຊາວນັ້ນສ່ອງສະຫວ່າງຫຼາຍ ແລະ ມັນໄດ້ສັ່ງສອນຂ້າພະເຈົ້າແທ້ໆ. ຈາກນັ້ນ ຂ້າພະເຈົ້າກໍບອກເພິ່ນກ່ຽວກັບການເຮັດບາບ ແລະ ການສາລະພາບບາບຢ່າງຕໍ່ເນື່ອງຂອງຂ້າພະເຈົ້າ ແລະ ຄວາມເຈັບປວດທີ່ບໍ່ສາມາດຫຼຸດພົ້ນຈາກຄວາມຜິດບາບໄດ້ ແລະ ຂ້າພະເຈົ້າກໍ່ຂໍໃຫ້ເພິ່ນຊ່ວຍ. ໃນການສົນທະນາກັນ, ເພິ່ນເວົ້າວ່າ ແມ່ນແຕ່ຫຼັງຈາກທີ່ພວກເຮົາເລີ່ມເຊື່ອໃນພຣະເຈົ້າ, ພວກເຮົາກໍຍັງເຮັດບາບຢູ່ຕະຫຼອດເວລາ ແລະ ດຳລົງຊີວິດໃນວົງຈອນທີ່ບໍ່ເຄີຍສິ້ນສຸດຂອງການເຮັດບາບໃນຕອນກາງເວັນ ແລະ ສາລະພາບບາບໃນຕອນກາງຄືນ, ບໍ່ສາມາດເຮັດໃຫ້ຕົວເອງຫຼຸດພົ້ນຈາກມັນໄດ້ ເຊິ່ງບໍ່ແມ່ນບັນຫາທີ່ເຮັດໃຫ້ຂ້າພະເຈົ້າທໍລະມານຄົນດຽວ. ກົງກັນຂ້າມ, ມັນແມ່ນບັນຫາທີ່ທຸກຄົນທີ່ເຊື່ອມີຮ່ວມກັນ. ຈາກນັ້ນເອື້ອຍຊາວກໍໃຫ້ພວກຂ້າພະເຈົ້າເບິ່ງວີດີໂອໜຶ່ງກ່ຽວກັບການທ່ອງຈຳພຣະທຳບາງຂໍ້ຂອງພຣະເຈົ້າ. ນີ້ແມ່ນຄຳເວົ້າເຫຼົ່ານັ້ນ: “ການປ່ຽນແປງອຸປະນິໄສຂອງມະນຸດເລີ່ມຕົ້ນຈາກການຮັບຮູ້ທາດແທ້ຂອງຕົນເອງ ແລະ ຜ່ານການປ່ຽນແປງໃນຄວາມຄິດ, ທາດແທ້ ແລະ ທັດສະນະຄະຕິທາງຈິດໃຈ ໂດຍຜ່ານການປ່ຽນແປງດ້ານພື້ນຖານ. ມີພຽງວິທີນີ້ເທົ່ານັ້ນທີ່ຈະບັນລຸການປ່ຽນແປງອຸປະນິໄສຂອງມະນຸດໄດ້ຢ່າງແທ້ຈິງ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດແມ່ນເກີດຈາກການທີ່ເຂົາຖືກຊາຕານວາງຢາພິດ ແລະ ຢຽບຢໍ້າ, ຈາກໄພຊົ່ວຮ້າຍທີ່ຊາຕານວາງໃສ່ໃນຄວາມຄິດ, ສິນທໍາ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ. ມັນເປັນຍ້ອນເພາະວ່າສິ່ງພື້ນຖານຕ່າງໆຂອງມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ແຕກຕ່າງຈາກການທີ່ພຣະເຈົ້າຊົງສ້າງມະນຸດໃນເບື້ອງຕົ້ນ, ມະນຸດຕໍ່ຕ້ານພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງ. ດ້ວຍເຫດນັ້ນ, ການປ່ຽນແປງໃນອຸປະນິໄສຂອງມະນຸດຄວນເລີ່ມຕົ້ນຈາກການປ່ຽນແປງຄວາມຄິດ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ ເຊິ່ງສິ່ງເຫຼົ່ານີ້ຈະປ່ຽນແປງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງ” (ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ຂ້າພະເຈົ້າຮູ້ສຶກປະທັບໃຈແທ້ໆ ໂດຍຄິດວ່າ “ບໍ່ແມ່ນຂ້າພະເຈົ້າບໍທີ່ພຣະທຳເຫຼົ່ານັ້ນກຳລັງເວົ້າເຖິງ? ຂ້າພະເຈົ້າດູຖູກຄົນອື່ນຢູ່ສະເໝີ, ຮ້າຍພວກເຂົາສຳລັບສິ່ງນີ້ ຫຼື ຮ້ອງໃສ່ພວກເຂົາສຳລັບສິ່ງນັ້ນ. ຂ້າພະເຈົ້າຂາດສິນທຳ ແລະ ເຫດຜົນ ແລະ ໄດ້ສູນເສຍຮ່ອງຮອຍການປະພຶດທີ່ສຸພາບຂອງໄພ່ພົນ”. ພຣະທຳເຫຼົ່ານີ້ລ້ວນແລ້ວແຕ່ແທງຂ້າພະເຈົ້າເຖິງແກ່ນກາງແຫ່ງການເປັນຢູ່ຂອງຂ້າພະເຈົ້າ. ຂ້າພະເຈົ້າບໍ່ເຄີຍອ່ານແມ່ນຫຍັງແບບນີ້ມາກ່ອນ ຫຼື ຂ້າພະເຈົ້າບໍ່ເຄີຍໄດ້ຍິນນັກເທດຄົນໃດທີ່ໃຫ້ການເທດສອນແບບນັ້ນ. ຂ້າພະເຈົ້າໂສກເສົ້າຍ້ອນການເຮັດບາບຢ່າງຕໍ່ເນື່ອງຂອງຂ້າພະເຈົ້າ, ແຕ່ກໍຍັງບໍ່ເຄີຍສາມາດເປັນອິດສະຫຼະຈາກຂໍ້ຈຳກັດຂອງບາບໄດ້. ພຣະທຳເຫຼົ່ານີ້ສະແດງໃຫ້ຂ້າພະເຈົ້າເຫັນເສັ້ນທາງໃນການປະບາບໄວ້ເບື້ອງຫຼັງ ແລະ ຂ້າພະເຈົ້າກໍປະຫຼາດໃຈ: ສິ່ງນີ້ເວົ້າໄດ້ດີຫຼາຍ. ໃຜສາມາດຂຽນພຣະທຳເຫຼົ່ານີ້ໄດ້ແດ່?

ເອື້ອຍຊາວບອກຂ້າພະເຈົ້າວ່າ ນີ້ແມ່ນພຣະທຳຂອງພຣະເຈົ້າ ເຊິ່ງພຣະເຢຊູເຈົ້າໄດ້ກັບຄືນມາໃນເນື້ອໜັງແລ້ວ ແລະ ຕອນນີ້ ພຣະອົງກຳລັງປະຕິບັດພາລະກິດແຫ່ງການພິພາກສາ ລແະ ການຊຳລະລ້າງຜູ້ຄົນຜ່ານພຣະທຳຂອງພຣະອົງໃນຍຸກສຸດທ້າຍຢູ່. ຂ້າພະເຈົ້າບໍ່ກ້າເຊື່ອຫູຂອງຕົນເອງແທ້ໆ. ຜູ້ເຊື່ອຄົນໃດບໍ່ປາຖະໜາການກັບມາຂອງພຣະອົງ? ທັນທີທີ່ໄດ້ຍິນຂ່າວກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້ານີ້, ຂ້າພະເຈົ້າກໍຮູ້ສຶກຕື່ນເຕັ້ນຫຼາຍຈົນຂ້າພະເຈົ້າເວົ້າບໍ່ອອກ: ພຣະຜູ້ເປັນເຈົ້າໄດ້ກັບຄືນມາແທ້ໆບໍ? ຂ້າພະເຈົ້າຂໍດ້ວຍຄວາມຮ້ອນຮົນໃຫ້ເພິ່ນສືບຕໍ່ການສົນທະນາຂອງເພິ່ນ. ເອື້ອຍຊາວເວົ້າວ່າ “ພຣະເຢຊູເຈົ້າໄດ້ກັບຄືນມາແທ້ໆ ແລະ ພຣະອົງແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍ. ພຣະອົງໄດ້ສະແດງຄວາມຈິງທັງໝົດເພື່ອເຮັດໃຫ້ມະນຸດບໍລິສຸດ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ໄດ້ເລີ່ມປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງ ເຊິ່ງເລີ່ມຕົ້ນດ້ວຍເຮືອນຂອງພຣະເຈົ້າ. ພຣະອົງຈະຊ່ວຍພວກເຮົາຢ່າງທົ່ວເຖິງຈາກອຳນາດຂອງຊາຕານ, ຜູ້ທີ່ໄດ້ຖືກຜູກມັດດ້ວຍທຳມະຊາດແບບຊາຕານຂອງພວກເຮົາ ແລະ ດຳລົງຊີວິດໃນບາບເຊິ່ງເຮັດໃຫ້ພວກເຮົາບໍ່ສາມາດເຮັດໃຫ້ຕົນເອງຫຼຸດພົ້ນໄດ້. ໃນທີ່ສຸດ ພວກເຮົາກໍຈະໄດ້ຮັບຄວາມລອດພົ້ນຢ່າງຄົບຖ້ວນ ແລະ ຖືກຮັບເອົາໂດຍພຣະເຈົ້າ. ໃນຍຸກແຫ່ງພຣະຄຸນ, ພຣະເຢຊູເຈົ້າພຽງແຕ່ປະຕິບັດພາລະກິດແຫ່ງການໄຖ່ບາບ; ພຣະອົງໄຖ່ພວກເຮົາຈາກຄວາມຜິດບາບ ແລະ ໃຫ້ອະໄພຄວາມບາບຂອງພວກເຮົາເພື່ອວ່າພວກເຮົາຈະບໍ່ຖືກກ່າວໂທດພາຍໃຕ້ພຣະບັນຍັດອີກຕໍ່ໄປ. ເຖິງແມ່ນວ່າພຣະຜູ້ເປັນເຈົ້າໃຫ້ອະໄພບາບຂອງພວກເຮົາ, ແຕ່ພຣະອົງບໍ່ໄດ້ຍົກໂທດທຳມະຊາດແບບຊາຕານຂອງພວກເຮົາ ຫຼື ອຸປະນິໄສແບບຊາຕານຂອງພວກເຮົາ. ຄວາມອວດດີ, ຄວາມທະນົງຕົວ, ຄວາມເຫັນແກ່ຄົວ, ຄວາມໂລບມາກ, ຄວາມມີເຈດຕະນາຮ້າຍ ແລະ ອຸປະນິໄສເສື່ອມຊາມອື່ນໆຍັງມີຢູ່ໃນຕົວມະນຸດ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເລິກເຊິ່ງກວ່າ ແລະ ດື້ດ້ານຫຼາຍກວ່າບາບອີກ. ມັນຍ້ອນອຸປະນິໄສແບບຊາຕານ ແລະ ທຳມະຊາດແບບຊາຕານເຫຼົ່ານີ້ບໍ່ແທ້ໆ ພວກເຮົາຈຶ່ງສືບຕໍ່ເຮັດບາບເຖິງແມ່ນວ່າຈະເປັນຕົວຂອງພວກເຮົາເອງ ແລະ ພວກເຮົາເຖິງກັບເຮັດບາບທີ່ຮ້າຍແຮງກວ່າການລະເມີດພຣະບັນຍັດອີກ. ແຕ່ສຳລັບພວກຟາຣີຊາຍໃນຕອນນັ້ນ, ນັ້ນບໍ່ແມ່ນເຫດຜົນທີ່ພວກເຂົາຕໍ່ຕ້ານ ແລະ ກ່າວໂທດພຣະຜູ້ເປັນເຈົ້າຈົນເຖິງຈຸດທີ່ພວກເຂົາເຖິງກັບຄຶງພຣະອົງເທິງໄມ້ກາງແຂນບໍ, ທຳມະຊາດທີ່ມີບາບຂອງມະນຸດຈຶ່ງບໍ່ໄດ້ຖືກແກ້ໄຂ? ຄວາມຈິງແລ້ວ, ພວກເຮົາທຸກຄົນມີຄວາມເຂົ້າໃຈໃນສິ່ງນີ້ຢ່າງເລິກເຊິ່ງ ຍ້ອນພວກເຮົາເອງຖືກຄວບຄຸມໂດຍອຸປະນິໄສອັນເສື່ອຊາມເຫຼົ່ານີ້. ດັ່ງນັ້ນ, ພວກເຮົາຈຶ່ງມັກເວົ້າຕົວະ, ກະທຳການຫຼອກລວງ, ອວດດີ ແລະ ທະນົງຕົວ ແລະ ຕຳໜິຕິຕຽນຄົນອື່ນໆຢ່າງຈອງຫອງ. ພວກເຮົາຮູ້ຢ່າງຊັດເຈນວ່າພຣະຜູ້ເປັນເຈົ້າຮຽກຮ້ອງໃຫ້ພວກເຮົາຍົກໂທດໃຫ້ຄົນອື່ນ ແລະ ຮັກເພື່ອນບ້ານຂອງພວກເຮົາຄືກັບຮັກຕົວເອງ, ແຕ່ວ່າພວກເຮົາກໍບໍ່ໄດ້ນຳເອົາເລື່ອງນີ້ໄປປະຕິບັດ. ຜູ້ຄົນວາງອຸບາຍຕໍ່ຕ້ານກັນ, ຍາດຊິງຊື່ສຽງ ແລະ ຜົນປະໂຫຍດ ແລະ ບໍ່ສາມາດເຂົ້າກັນໄດ້ຢ່າງສາມັກຄີ. ໃນຊ່ວງເວລາເຈັບປ່ວຍ, ບໍ່ວ່າໂດຍທຳມະຊາດ ຫຼື ໄພພິບັດທີ່ມະນຸດສ້າງຂຶ້ນ, ພວກເຮົາກໍຍັງຕຳນິພຣະເຈົ້າຢູ່ ແລະ ພວກເຮົາເຖິງກັບປະຕິເສດ ແລະ ທໍລະຍົດພຣະເຈົ້າ. ຄວາມຈິງເຫຼົ່ານີ້ສະແດງໃຫ້ເຫັນວ່າ ຖ້າພວກເຮົາບໍ່ແກ້ໄຂທຳມະຊາດແບບຊາຕານຂອງເຮົາ ແລະ ອຸປະນິໄສແບບຊາຕານຂອງພວກເຮົາ, ແລ້ວພວກເຮົາກໍຈະບໍ່ມີວັນສາມາດຫຼົບໜີຈາກຊີວິດວົນວຽນຂອງການເຮັດບາບ ແລະ ການສາລະພາບ, ແລ້ວກໍສາລະພາບບາບ ແລະ ເຮັດບາບອີກ. ເພາະສະນັ້ນ, ເພື່ອທີ່ຈະຊ່ວຍມະນຸດໃຫ້ພົ້ນຈາກບາບຢ່າງທົ່ວເຖິງ, ມັນຈຳເປັນທີ່ພຣະເຈົ້າຕ້ອງປະຕິບັດຂັ້ນຕອນໜຶ່ງຂອງພາລະກິດແຫ່ງການພິພາກສາ ແລະ ການຊຳລະລ້າງຂອງພຣະອົງເພື່ອແກ້ໄຂທຳມະຊາດທີ່ມີບາບຂອງພວກເຮົາ. ນີ້ເປັນວິທີດຽວທີ່ພວກເຮົາສາມາດຖືກພຣະເຈົ້າເຮັດໃຫ້ບໍລິສຸດ ແລະ ຊ່ວຍໃຫ້ລອດພົ້ນໄດ້ຢ່າງຄົບຖ້ວນ ແລະ ຖືກຮັບເອົາໂດຍພຣະອົງ. ໃຫ້ພວກເຮົາອ່ານອີກສອງສາມຂໍ້ຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລ້ວເຈົ້າຈະເຂົ້າໃຈ”.

ເອື້ອຍຊາວເປີດໜັງສືພຣະທຳຂອງພຣະເຈົ້າ ແລະ ເລີ່ມອ່ານ: “ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ” (ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ” (ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ). “ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພ ແລະ ນີ້ກໍຍ້ອນພາລະກິດແຫ່ງການຖືກຄຶງທີ່ໄມ້ການແຂນຂອງພຣະເຈົ້າ ແຕ່ມະນຸດຍັງສຶບຕໍ່ດໍາລົງຊີວິດຢູ່ກັບອຸປະນິໄສອັນເສື່ອມຊາມແບບຊາຕານຄືເກົ່າ. ເມື່ອເປັນເຊັ່ນນີ້ ມະນຸດຕ້ອງໄດ້ຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ເພື່ອທໍາມະຊາດແຫ່ງຄວາມຜິດບາບຂອງພວກເຂົາຈະໄດ້ຖືກທຳລາຍລ້າງຢ່າງສົມບູນ ແລະ ຈະບໍ່ມີຄວາມເສື່ອມຊາມເກີດຂຶ້ນອີກຕໍ່ໄປ, ດ້ວຍວິທີນີ້ຈະເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່. ແຕ່ມະນຸດຕ້ອງເຂົ້າໃຈຫົນທາງແຫ່ງການເຕີບໂຕຂອງຊີວິດ, ຕ້ອງເຂົ້າໃຈຫົນທາງແຫ່ງຊີວິດ ແລະ ເຂົ້າໃຈຫົນທາງໃນການປ່ຽນແປງອຸປະນິໄສຂອງພວກເຂົາ. ຍິ່ງໄປກວ່ານັ້ນ ມະນຸດຕ້ອງໄດ້ປະຕິບັດຕາມເສັ້ນທາງດັ່ງກ່າວນີ້ ເພື່ອອຸປະນິໄສຂອງພວກເຂົາຈະໄດ້ຮັບການປ່ຽນແປງເທື່ອລະໜ້ອຍ ແລະ ໃຊ້ຊີວິດຢູ່ພາຍໃຕ້ແສງສະຫວ່າງ ເພື່ອທຸກສິ່ງທີ່ພວກເຂົາປະຕິບັດຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເພື່ອພວກເຂົາຈະປະຖິ້ມອຸປະນິໄສຊົ່ວຮ້າຍທີ່ເສື່ອມໂຊມ, ເພື່ອພວກເຂົາຈະໄດ້ເປັນອິດສະລະຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ຫຼຸດພົ້ນອອກຈາກຄວາມຜິດບາບຢ່າງສົມບູນ. ເມື່ອນັ້ນມະນຸດຈະໄດ້ຮັບຄວາມລອດພົ້ນຢ່າງຄົບຖ້ວນ” (ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ເອື້ອຍຊາວເວົ້າໃນການສົນທະນາວ່າ: “ຕອນນີ້ ພວກເຮົາໄດ້ອ່ານພຣະທຳເຫຼົ່ານີຂອງພຣະເຈົ້າແລ້ວ, ພວກເຮົາເຂົ້າໃຈວ່າເປັນຫຍັງພວກເຮົາຈຶ່ງຖືກຜູກມັດໂດຍທຳມະຊາດແບບຊາຕານຂອງພວກເຮົາຢູ່ສະເໝີ ແລະ ບໍ່ສາມາດກຳຈັດບາບຈາກຕົວເອງໄດ້ແລ້ວ, ແມ່ນບໍ? ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຈົ້າພຽງແຕ່ປະຕິບັດພາລະກິດແຫ່ງການໄຖ່ບາບເທົ່ານັ້ນ, ບໍ່ແມ່ນພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ, ການຊຳລະລ້າງ ແລະ ການຊ່ວຍຜູ້ຄົນໃຫ້ລອດພົ້ນຢ່າງທົ່ວເຖິງ. ສະນັ້ນ, ບໍ່ວ່າພວກເຮົາສາລະພາບຄວາມຜິດບາບຂອງພວກເຮົາ ແລະ ກັບໃຈແນວໃດກໍຕາມ, ບໍ່ວ່າພວກເຮົາພະຍາຍາມເອົາຊະນະຕົວເອງແນວໃດກໍຕາມ, ບໍ່ວ່າພວກເຮົາອົດອາຫານ ແລະ ອະທິຖານແນວໃດກໍຕາມ, ພວກເຮົາກໍຈະບໍ່ສາມາດບັນລຸອິດສະຫຼະພາບຈາກຄວາມຜິດບາບໄດ້. ນັ້ນໝາຍຄວາມວ່າ ຖ້າພວກເຮົາຕ້ອງການຫຼຸດພົ້ນຈາກການຕົກເປັນທາດ ແລະ ການຄວບຄຸມຂອງທຳມະຊາດອັນຜິດບາບຂອງພວກເຮົາ ພຽງແຕ່ຜ່ານພາລະກິດແຫ່ງການໄຖ່ບາບຂອງພຣະເຢຊູເຈົ້ານັ້ນກໍຍັງຄົງບໍ່ພຽງພໍ. ພວກເຮົາຕ້ອງຍອມຮັບພາລະກິດແຫ່ງການພິພາກສາທີ່ຖືກປະຕິບັດໂດຍອົງພຣະເຢຊູເຈົ້າຜູ້ໄດ້ກັບຄືນມາ. ນີ້ກໍຍ້ອນວ່າ ໃນການປະຕິບັດພາລະກິດການພິພາກສາຂອງພຣະອົງໃນຍຸກສຸດທ້າຍ, ພຣະເຈົ້າສະແດງຄວາມຈິງຫຼາຍໆດ້ານເພື່ອພິພາກສາ ແລະ ເປີດໂປງທຳມະຊາດແບບຊາຕານຂອງມະນຸດທີ່ຕໍ່ຕ້ານ ແລະ ທໍລະຍົດພຣະເຈົ້າ. ພຣະອົງເປີດເຜີຍອຸປະນິໄສອັນຊອບທຳ, ບໍລິສຸດ ແລະ ບໍ່ສາມາດລະເມີດໄດ້ຂອງພຣະເຈົ້າ ເຊິ່ງເຮັດໃຫ້ມະນຸດຊາດເຫັນໄດ້ຢ່າງຊັດເຈນເຖິງຄວາມຈິງຂອງຄວາມເສື່ອມຊາມຢ່າງເລິກເຊິ່ງຂອງເຂົາເອງໂດຍຊາຕານ ຜ່ານການພິພາກສາ ແລະ ການຂ້ຽນຕີຂອງພຣະທຳຂອງພຣະເຈົ້າ, ຮູ້ຈັກອຸປະນິໄສອັນຊອບທຳຂອງພຣະເຈົ້າທີ່ບໍ່ອົດທົນຕໍ່ການເຮັດຜິດຂອງມະນຸດໄດ້ຢ່າງແທ້ຈິງ, ສ້າງຫົວໃຈທີ່ຢຳເກງພຣະເຈົ້າ, ສະນັ້ນຈຶ່ງປ່ຽນແປງ ແລະ ເຮັດໃຫ້ອຸປະນິໄສແບບຊາຕານຂອງມະນຸດບໍລິສຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ. ໃນການພິພາກສາ ແລະ ການຂ້ຽນຕີອັນສະຫງ່າຜ່າເຜີຍ ແລະ ໂກດຮ້າຍຂອງພຣະເຈົ້າ ພວກເຮົາໄດ້ເຫັນພຣະເຈົ້າຊ່ອງໜ້າ. ພຣະທຳຂອງພຣະເຈົ້າແທງທະລຸເຂົ້າຫົວໃຈຂອງພວກເຮົາຄືກັບດາບສອງຄົມ, ມັນເປີດເຜີຍທຳມະຊາດແບບຊາຕານຂອງພວກເຮົາທີ່ຕໍ່ຕ້ານ ແລະ ທໍລະຍົດພຣະເຈົ້າ ພ້ອມທັງອຸປະນິໄສອັນເສື່ອມຊາມຂອງພວກເຮົາໃນຊອກຫຼີກທີ່ເລິກທີ່ສຸດຂອງຫົວໃຈພວກເຮົາ ເຊິ່ງພວກເຮົາເອງບໍ່ມີທາງທີ່ຈະຄົ້ນພົບໄດ້. ມັນເຮັດໃຫ້ພວກເຮົາເຫັນວ່າແກ່ນແທ້ຂອງທຳມະຊາດຂອງພວກເຮົານັ້ນເຕັມໄປດ້ວຍອຸປະນິໄສແບບຊາຕານເຊັ່ນ: ຄວາມອວດດີ, ຄວາມທະນົງຕົວ, ຄວາມເຫັນແກ່ຕົວ, ຄວາມຕ້ຳຊ້າ, ຄວາມຫຼົບຫຼີກ ແລະ ຄວາມເຈົ້າເລ່, ພວກເຮົາບໍ່ມີລັກສະນະຂອງມະນຸດແມ່ນແຕ່ໜ້ອຍດຽວແທ້ໆ ແລະ ເປັນສູນລວມຂອງຊາຕານຢ່າງສິ້ນເຊີງ. ມີແຕ່ເມື່ອນັ້ນ ພວກເຮົາຈຶ່ງກົ້ມຕົວລົງຕໍ່ໜ້າພຣະເຈົ້າ, ເລີ່ມກຽດຊັງ ແລະ ສາບແຊ່ງຕົວເອງ. ໃນຂະນະດຽວກັນ, ພວກເຮົາກໍຍັງຮູ້ສຶກໄດ້ຢ່າງເລິກເຊິ່ງວ່າພຣະທຳຂອງພຣະເຈົ້າທັງໝົດນັ້ນເປັນຄວາມຈິງ, ມັນລ້ວນແຕ່ແມ່ນການເປີດເຜີຍເຖິງອຸປະນິໄສຂອງພຣະເຈົ້າ ພ້ອມທັງສິ່ງທີ່ເປັນຊີວິດຂອງພຣະເຈົ້າອີກດ້ວຍ. ພວກເຮົາເຫັນວ່າ ອຸປະນິໄສອັນຊອບທຳຂອງພຣະເຈົ້າບໍ່ໄດ້ອົດທົນຕໍ່ການເຮັດຜິດ ແລະ ແກ່ນແທ້ອັນບໍລິສຸດຂອງພຣະເຈົ້າຈະບໍ່ຖືກເຮັດໃຫ້ເປິເປື້ອນດ້ວຍ. ຜົນຕາມມາກຳລັງສ້າງຫົວໃຈແຫ່ງຄວາມເຄົາລົບຕໍ່ພຣະເຈົ້າ; ພວກເຮົາເລີ່ມສະແຫວງຫາຄວາມຈິງດ້ວຍສຸດຄວາມສາມາດຂອງພວກເຮົາ ແລະ ປະພຶດຕາມພຣະທຳຂອງພຣະເຈົ້າ. ໃນຂະນະທີ່ພວກເຮົາຄ່ອຍໆມາເຂົ້າໃຈຄວາມຈິງ, ພວກເຮົາຈະມີຄວາມເຂົ້າໃຈຫຼາຍຂຶ້ນເລື້ອຍໆກ່ຽວກັບທຳມະຊາດ ແລະ ອຸປະນິໄສແບບຊາຕານຂອງພວກເຮົາເອງ ແລະ ໄດ້ຮັບຄວາມສາມາດໃນການໄຈ້ແຍກຫຼາຍຂຶ້ນເລື້ອຍໆ. ຄວາມຮູ້ຂອງພວກເຮົາກ່ຽວກັບພຣະເຈົ້າກໍເພີ່ມຂຶ້ນເຊັ່ນກັນ. ອຸປະນິໄສອັນເສື່ອມຊາມພາຍໃນຂອງເຮົາຈະຄ່ອຍໆຖືກຊຳລະລ້າງ ແລະ ພວກເຮົາຈະຖືກປົດປ່ອຍຈາກພັນທະນາການຂອງຄວາມຜິດບາບ. ພວກເຮົາຈະໄດ້ຮັບການປົດປ່ອຍທີ່ແທ້ຈິງ ແລະ ດຳລົງຊີວິດຢ່າງເປັນອິດສະຫຼະຕໍ່ໜ້າພຣະເຈົ້າ. ນີ້ແມ່ນນຜົນຮັບທີ່ແນ່ນອນທີ່ບັນລຸໄດ້ໃນມະນຸດຊາດຜ່ານທາງພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ. ສະນັ້ນ ຈຶ່ງສາມາດເຫັນໄດ້ວ່າພາລະກິດແຫ່ງ ‘ການໄຖ່ບາບ’ ໃນຍຸກແຫ່ງພຣະຄຸນ ແລະ ພາລະກິດແຫ່ງ ‘ການກຳຈັດຄວາມຜິດບາບອອກຈາກມະນຸດ’ ໃນຍຸກສຸດທ້າຍນັ້ນແມ່ນສອງຂັ້ນຕອນທີ່ແຕກຕ່າງກັນຂອງພາລະກິດ. ‘ການໄຖ່ບາບ’ ເປັນພຽງການທີ່ພຣະເຢຊູເຈົ້າຮັບເອົາບາບຂອງມະນຸດແທນພວກເຂົາ ແລະ ເຮັດໃຫ້ມະນຸດຫຼົບໜີຈາກການລົງໂທດທີ່ພວກເຂົາຄວນຈະຕ້ອງທົນທຸກຍ້ອນຄວາມຜິດບາບຂອງພວກເຂົາ. ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ຄົນປາສະຈາກບາບ, ແຮງໄກທີ່ພວກເຂົາຈະບໍ່ມີວັນເຮັດບາບອີກ ຫຼື ພວກເຂົາໄດ້ຖືກເຮັດໃຫ້ບໍລິສຸດໂດຍສິ້ນເຊີງ. ໃນຂະນະທີ່ ‘ການກຳຈັດຄວາມຜິດບາບອອກຈາກມະນຸດ’ ແມ່ນການເປີດໂປງທຳມະຊາດທີ່ເປັນບາບຂອງມະນຸດຊາດຢ່າງຄົບຖ້ວນ ເພື່ອວ່າພວກເຮົາຈະສາມາດມີຊີວິດຢູ່ໂດຍປາສະຈາກການເພິ່ງພາທຳມະຊາດອັນເສື່ອມຊາມຂອງພວກເຮົາອີກຕໍ່ໄປ, ດັ່ງນັ້ນ ພວກເຮົາຈຶ່ງສາມາດບັນລຸການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຮົາ ແລະ ຖືກເຮັດໃຫ້ບໍລິສຸດຢ່າງສິ້ນເຊີງ. ເພາະສະນັ້ນ, ມີພຽງໂດຍການຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍເທົ່ານັ້ນ ອຸປະນິໄສອັນເສື່ອມຊາມຂອງພວກເຮົາຈຶ່ງສາມາດຖືກແກ້ໄຂຢ່າງລະອຽດ, ພວກເຮົາຈຶ່ງສາມາດຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ຖືກຊ່ວຍໃຫ້ລອດພົ້ນໄດ້, ຖືກນຳໄປສູ່ອານາຈັກຂອງພຣະເຈົ້າ ແລະ ໄດ້ຮັບຄຳສັນຍາ ແລະ ພອນຂອງພຣະເຈົ້າ”.

ເມື່ອໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ການສົນທະນາຂອງເອື້ອຍ, ຂ້າພະເຈົ້າຮູ້ສຶກວ່າມັນສອດຄ່ອງກັບຄວາມເປັນຈິງ ແລະ ສາມາດປະຕິບັດໄດ້ແທ້ໆ. ຂ້າພະເຈົ້າຫວນຄິດເຖິງຫຼາຍໆປີຂອງຂ້າພະເຈົ້າໃນຖານະຂອງຜູ້ທີ່ມີຄວາມເຊື່ອ: ຂ້າພະເຈົ້າບໍ່ພຽງແຕ່ມັກຕົວະ ແລະ ໂກງ, ແຕ່ຂ້າພະເຈົ້າຍັງອວດດີ ແລະ ບໍ່ຢັບຢັ້ງໃຈ, ຫຍາບຄາຍ ແລະ ບໍ່ມີເຫດຜົນ ແລະ ດື້ດ້ານ. ຄົນທີ່ເຮັດວຽກໃຫ້ຂ້າພະເຈົ້າຢ້ານຂ້າພະເຈົ້າ ແລະ ຢູ່ຫ່າງຈາກຂ້າພະເຈົ້າ ແລະ ແມ່ນແຕ່ຢູ່ເຮືອນຂອງຂ້າພະເຈົ້າເອງ ເມຍ ແລະ ລູກສາວຂອງຂ້າພະເຈົ້າກໍຂ້ອນຂ້າງຢ້ານຂ້າພະເຈົ້າເຊັ່ນກັນ. ບໍ່ມີໃຜຢາກເປີດໃຈກັບຂ້າພະເຈົ້າ ແລະ ຂ້າພະເຈົ້າບໍ່ສາມາດແມ່ນແຕ່ຫາເພື່ອນສະໜິດໃຫ້ໄວ້ວາງໃຈໄດ້. ມັນເຈັບປວດ ແລະ ຂ້າພະເຈົ້າຮູ້ສຶກສິ້ນຫວັງ. ເຖິງແມ່ນວ່າຂ້າພະເຈົ້າອ່ານພຣະຄຳພີ ແລະ ອະທິຖານເລື້ອຍໆ, ສາລະພາບບາບຂອງຂ້າພະເຈົ້າຕໍ່ພຣະຜູ້ເປັນເຈົ້າ ແລະ ເຖິງກັບກຽດຊັງຕົວເອງ, ຂ້າພະເຈົ້າກໍຈະເຮັດສິ່ງທີ່ເປັນຕາຢ້ານຄືເກົ່າຕໍ່ໄປ. ຂ້າພະເຈົ້າບໍ່ສາມາດປ່ຽນແປງຕົວເອງໄດ້ເລີຍ. ຄົນແບບຂ້າພະເຈົ້າທີ່ເຮັດບາບ ແລະ ຕໍ່ຕ້ານພຣະຜູ້ເປັນເຈົ້າຢູ່ຕະຫຼອດຕ້ອງການພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍເປັນຢ່າງຍິ່ງ! ຕອນນີ້ ພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ, ພຣະອົງແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ. ມື້ນີ້ ເມື່ອມີໂອກາດໄດ້ຍິນສຽງຂອງພຣະເຈົ້າ ແລະ ຮຽນຮູ້ວ່າພຣະເຢຊູເຈົ້າໄດ້ມາອີກຄັ້ງເພື່ອໃຫ້ຄວາມຈິງ ແລະ ປະຕິບັດພາລະກິດການພິພາກສາ, ການຊຳລະລ້າງ ແລະ ການຊ່ວຍມະນຸດໃຫ້ລອດພົ້ນ, ຂ້າພະເຈົ້າຊ່າງໂຊກດີຫຼາຍແທ້ໆ! ເອື້ອຍຄົນນັ້ນເຫັນວ່າຂ້າພະເຈົ້າເຕັມໄປດ້ວຍຄວາມປາດຖະໜາ, ລາວຈຶ່ງມອບສຳເນົາໜັງສືຂອງພຣະທຳຂອງພຣະເຈົ້າສະບັບໜຶ່ງໃຫ້ຂ້າພະເຈົ້າ: ແກະຂອງພຣະເຈົ້າໄດ້ຍິນນ້ຳສຽງຂອງພຣະເຈົ້າ. ຂ້າພະເຈົ້າຮັບເອົາປື້ມຢ່າງມືຄວາມສຸກ ແລະ ຕັ້ງໃຈທີ່ຈະປະຕິບັດຄວາມເຊື່ອຂອງຂ້າພະເຈົ້າໃນພຣະເຈົ້າອົງຊົງລິດທານຸພາບສູງສຸດແທ້ໆ!

ຂ້າພະເຈົ້າອ່ານພຣະທຳຫຼາຍໆຂໍ້ຂອງພຣະເຈົ້າ ຫຼັງຈາກທີ່ຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ. ຂ້າພະເຈົ້າອ່ານກ່ຽວກັບສາມຂັ້ນຕອນແຫ່ງພາລະກິດຂອງພຣະເຈົ້າ, ຄວາມລຶກລັບແຫ່ງການບັງເກີດເປັນມະນຸດ, ຄວາມໝາຍແຫ່ງນາມຂອງພຣະເຈົ້າ ແລະ ເລື່ອງລາວພາຍໃນພຣະຄຳພີສັກສິດ ລວມເຖິງວິທີການທີ່ຜູ້ຊະນະໄດ້ຖືກສ້າງຂຶ້ນ, ວິທີການທີ່ອານາຈັກຂອງພຣະຄຣິດຖືກເຮັດໃຫ້ກາຍເປັນຈິງ, ວິທີການກຳນົດຜົນຕາມມາ ແລະ ຈຸດໝາຍປາຍທາງສຸດທ້າຍຄົນແຕ່ລະປະເພດ ແລະ ຄວາມຈິງດ້ານອື່ນໆ, ໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບພວກມັນເທື່ອລະໜ້ອຍ. ຂ້າພະເຈົ້າຍັງໄດ້ຮັບຄວາມເຊື່ອໃນພຣະເຈົ້າຫຼາຍຂຶ້ນອີກດ້ວຍ.

ທຳອິດ, ເມື່ອຂ້າພະເຈົ້າອ່ານພຣະທຳຂອງພຣະເຈົ້າທີ່ພິພາກສາ ແລະ ເປີດໂປງມະນຸດຢ່າງໂຫດຮ້າຍ, ຂ້າພະເຈົ້າຮູ້ສຶກອຸກໃຈ ແລະ ບໍ່ສະບາຍໃຈ ແລະ ມີແນວຄວາມຄິດບາງຢ່າງກ່ຽວກັບພຣະທຳເຫຼົ່ານັ້ນ; ຂ້າພະເຈົ້າຮູ້ສຶກວ່າພຣະທຳຂອງພຣະເຈົ້າຮຸນແຮງເກີນໄປ. ພຣະອົງສຸພາບລົງໜ້ອຍໜຶ່ງບໍ່ໄດ້ບໍ? ຖ້າພຣະເຈົ້າພິພາກສາມະນຸດດ້ວຍວິທີນີ້, ແລ້ວມະນຸດຈະບໍ່ຖືກກ່າວໂທດບໍ? ແລ້ວລາວຈະສາມາດຖືກຊ່ວຍໃຫ້ລອດພົ້ນຢ່າງແທ້ຈິງໄດ້ແນວໃດ? ຕໍ່ມາ ຂ້າພະເຈົ້າກໍ່ໄດ້ອ່ານໃນພຣະທຳຂອງພຣະເຈົ້າທີ່ວ່າ: “ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ” (ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ພຣະເຈົ້າສໍາເລັດການເຮັດໃຫ້ມະນຸດສົມບູນຜ່ານທາງໃດ? ສິ່ງນັ້ນຖືກເຮັດໃຫ້ສໍາເລັດຜ່ານທາງອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າຫຼັກໆແມ່ນປະກອບດ້ວຍຄວາມຊອບທຳ, ຄວາມໂກດຮ້າຍ, ລິດທານຸພາບ, ການພິພາກສາ ແລະ ຄຳສາບແຊ່ງ ແລະ ການທີ່ພຣະອົງເຮັດໃຫ້ມະນຸດສົມບູນຫຼັກໆແມ່ນຜ່ານທາງພິພາກສາ. ບາງຄົນບໍ່ເຂົ້າໃຈ ແລະ ຖາມວ່າ ເປັນຫຍັງພຣະເຈົ້າຈຶ່ງສາມາດເຮັດໃຫ້ມະນຸດສົມບູນຜ່ານການພິພາກສາ ແລະ ຄຳສາບແຊ່ງເທົ່ານັ້ນ? ພວກເຂົາເວົ້າວ່າ ‘ຖ້າພຣະເຈົ້າຈະສາບແຊ່ງມະນຸດ, ມະນຸດຈະບໍ່ຕາຍບໍ? ຖ້າພຣະເຈົ້າຈະພິພາກສາມະນຸດ, ມະນຸດຈະບໍ່ຖືກກ່າວໂທດບໍ? ແລ້ວເຂົາຈະຍັງຖືກເຮັດໃຫ້ສົມບູນໄດ້ແນວໃດ?’ ສິ່ງດັ່ງກ່າວແມ່ນຄຳເວົ້າຂອງຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ສິ່ງທີ່ພຣະເຈົ້າສາບແຊ່ງແມ່ນຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ສິ່ງທີ່ພຣະອົງພິພາກສາແມ່ນຄວາມບາບຂອງມະນຸດ. ເຖິງແມ່ນວ່າພຣະອົງກ່າວຢ່າງໂຫດຮ້າຍ ແລະ ຢ່າງບໍ່ຢຸດຢັ້ງ, ພຣະອົງກໍເປີດເຜີຍທຸກສິ່ງທີ່ຢູ່ພາຍໃນມະນຸດ, ເປີດເຜີຍຜ່ານພຣະທຳທີ່ເຂັ້ມງວດເຫຼົ່ານີ້ທີ່ຈໍາເປັນຕໍ່ມະນຸດ, ແຕ່ຜ່ານການພິພາກສາດັ່ງກ່າວ, ພຣະອົງໄດ້ມອບຄວາມຮູ້ທີ່ເລິກເຊິ່ງກ່ຽວກັບທາດແທ້ຂອງເນື້ອໜັງໃຫ້ກັບມະນຸດ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງຍອມເຊື່ອຟັງຢູ່ຕໍ່ໜ້າພຣະເຈົ້າ. ເນື້ອໜັງຂອງມະນຸດແມ່ນມາຈາກຄວາມບາບ ແລະ ມາຈາກຊາຕານ, ມັນແມ່ນການບໍ່ເຊື່ອຟັງ ແລະ ມັນຄືເປົ້າໝາຍແຫ່ງການຂ້ຽນຕີຂອງພຣະເຈົ້າ. ດ້ວຍເຫດນັ້ນ ເພື່ອເຮັດໃຫ້ມະນຸດຮູ້ຈັກຕົນເອງ, ພຣະທຳແຫ່ງການພິພາກສາຂອງພຣະເຈົ້າຕ້ອງເກີດຂຶ້ນກັບເຂົາ ແລະ ຕ້ອງໄດ້ໃຊ້ການຫຼໍ່ຫຼອມທຸກຮູບແບບ; ມີແຕ່ເມື່ອນັ້ນ ພາລະກິດຂອງພຣະເຈົ້າຈຶ່ງຈະສາມາດມີປະສິດທິພາບ” (ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຈາກພຣະທຳຂອງພຣະເຈົ້າ ຂ້າພະເຈົ້າຮັບຮູ້ວ່າ ພຣະເຈົ້າປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍຜ່ານການສະແດງຄວາມຈິງ ແລະ ພຣະອົງພິພາກສາ, ເປີດໂປງ ແລະ ກ່າວຮ້າຍອຸປະນິໄສອັນເສື່ອມຊາມ, ທຳມະຊາດແບບຊາຕານ ແລະ ການກະທຳທີ່ຊົ່ວຮ້າຍຂອງມະນຸດທີ່ຕໍ່ຕ້ານພຣະເຈົ້າຢ່າງຮຸນແຮງ. ພຣະອົງເຮັດດັ່ງນີ້ກໍເພື່ອວ່າ ພວກເຮົາຈະໄດ້ເຫັນເຖິງຄວາມຈິງແຫ່ງຄວາມເສື່ອມຊາມຂອງພວກເຮົາໄດ້ຢ່າງຊັດເຈນ, ເຂົ້າໃຈແກ່ນແທ້ຂອງອຸປະນິໄສອັນເສື່ອມຊາມຂອງພວກເຮົາຢ່າງຖີ່ຖ້ວນ ແລະ ຮູ້ຈັກທຳມະຊາດແບບຊາຕານຂອງພວກເຮົາເອງ ແລະ ແຫຼ່ງກຳເນີດຂອງຄວາມເສື່ອມຊາມຂອງພວກເຮົາ. ນີ້ເປັນວິທີດຽວທີ່ພວກເຮົາສາມາດກຽດຊັງຕົນເອງ ແລະ ປະຖິ້ມເນື້ອໜັງໄດ້. ນອກຈາກນັ້ນ, ມັນເປັນພຽງເພາະພຣະເຈົ້າສະແດງອຸປະນິໄສອັນຊອບທຳ, ສະຫງ່າຜ່າເຜີຍ ແລະ ໂກດຮ້າຍຂອງພຣະອົງ ຜ່ານການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ, ພວກເຮົາຈຶ່ງສາມາດເຫັນຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະອົງໄດ້ ພ້ອມທັງຄວາມສົກກະປົກ, ຄວາມຂີ້ຮ້າຍ ແລະ ຄວາມຊົ່ວຮ້າຍຂອງພວກເຮົາເອງຢ່າງຊັດເຈນອີກດ້ວຍ. ພຣະເຈົ້າຍັງເຮັດສິ່ງນີ້ ເພື່ອວ່າພວກເຮົາອາດຈະຮູ້ຈັກທຳມະຊາດແບບຊາຕານຂອງພວກເຮົາເອງ ແລະ ຄວາມຈິງແຫ່ງຄວາມເສື່ອມຊາມຂອງພວກເຮົາດ້ວຍ. ຖ້າພຣະເຈົ້າບໍ່ໄດ້ພິພາກສາມະນຸດຢ່າງຮຸນແຮງແບບນີ້, ຖ້າພຣະເຈົ້າບໍ່ໄດ້ເປີດໂປງຄວາມເສື່ອມຊາມຂອງມະນຸດໂດຍການໂຈມຕີໃຫ້ຖືກຫົວໃຈເລີຍ ແລະ ຖ້າພຣະອົງບໍ່ໄດ້ເປີດເຜີຍອຸປະນິໄສອັນຊອບທຳ ແລະ ສະຫງ່າຜ່າເຜີຍຂອງພຣະອົງ, ພວກເຮົາທີ່ເປັນມະນຸດເຮົາ ຜູ້ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງນັ້ນ ກໍຈະບໍ່ສາມາດໄຕ່ຕອງຕົນເອງ ຫຼື ຮູ້ຈັກຕົນເອງໄດ້. ພວກເຮົາກໍຈະບໍ່ສາມາດຮູ້ຈັກຄວາມຈິງແຫ່ງຄວາມເສື່ອມຊາມຂອງຕົວພວກເຮົາເອງ ຫຼື ທຳມະຊາດແບບຊາຕານຂອງພວກເຮົາໄດ້. ຖ້າເປັນແບບນັ້ນ, ແລ້ວພວກເຮົາຈະກຳຈັດທຳມະຊາດທີ່ຜິດບາບອອກຈາກພວກເຮົາເອງ ແລະ ຖືກເຮັດໃຫ້ບໍລິສຸດໄດ້ແນວໃດ? ຈາກຜົນຮັບທີ່ໄດ້ໂດຍພຣະທຳທີ່ເຂັ້ມງວດຂອງພຣະເຈົ້າ ພວກເຮົາສາມາດເຫັນໄດ້ວ່າສິ່ງທີ່ເຊື່ອງຢູ່ພາຍໃນພຣະທຳນັ້ນແມ່ນຄວາມຮັກທີ່ແທ້ຈິງຂອງພຣະເຈົ້າທີ່ມີຕໍ່ມະນຸດ ແລະ ຄວາມພະຍາຍາມອັນພາກພຽນທີ່ພຣະອົງເຮັດເພື່ອຊ່ວຍມະນຸດໃຫ້ລອດພົ້ນ. ຍິ່ງຂ້າພະເຈົ້າອ່ານພຣະທຳຂອງພຣະເຈົ້າຫຼາຍເທົ່າໃດ, ຂ້າພະເຈົ້າຍິ່ງຮູ້ສຶກວ່າພາລະກິດແຫ່ງການພິພາກສາຂອງພຣະເຈົ້າຍິ່ງມະຫັດສະຈັນຫຼາຍເທົ່ານັ້ນ. ພາລະກິດຂອງພຣະເຈົ້ານັ້ນເປັນຈິງແທ້ໆ! ມີພຽງການພິພາກສາທີ່ຮຸນແຮງຂອງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດໃຫ້ບໍລິສຸດ, ປ່ຽນແປງ ແລະ ຊ່ວຍມະນຸດໃຫ້ລອດພົ້ນໄດ້. ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນສິ່ງທີ່ພວກເຮົາຕ້ອງການແທ້ໆ!

ເນື່ອງຈາກທຳມະຊາດທີ່ອວດດີ ແລະ ຄວາມເຫັນວ່າຕົວເອງຖືກທີ່ສຸດຂອງຂ້າພະເຈົ້າ, ເມື່ອເວົ້າກັບຄົນອື່ນ ຂ້າພະເຈົ້າມັກຈະສັ່ງສອນພວກເຂົາດ້ວຍວິທີທີ່ເຮັດຄືວ່າຕົວເອງດີກວ່າ ແລະ ໃນການກະທຳຂອງຂ້າພະເຈົ້າ ຂ້າພະເຈົ້າເປັນກົດໝາຍໃຫ້ກັບຕົວເອງ. ຂ້າພະເຈົ້າມັກທີ່ຈະໃຫ້ຄົນອື່ນຟັງຂ້າພະເຈົ້າ ແລະ ມັກໂອ້ອວດ. ຫຼາຍຄັ້ງໃນທີ່ຊຸມນຸມ, ຂ້າພະເຈົ້າໃຫ້ການສົນທະນາກ່ຽວກັບວິທີການທີ່ຂ້າພະເຈົ້າແກ້ໄຂບັນຫາໃນໜ່ວຍວຽກງານຂອງຂ້າພະເຈົ້າ, ວິທີທີ່ຂ້າພະເຈົ້າໄດ້ຕຳໜິພະນັກງານຜູ້ທີ່ບໍ່ປະຕິບັດຕາມຄຳແນະນຳ ແລະ ປາບປາມພວກເຂົາ ພ້ອມທັງວິທີການທີ່ເມຍ ແລະ ລູກສາວຂອງຂ້າພະເຈົ້າເຮັດສິ່ງທີ່ຂ້າພະເຈົ້າບອກໃຫ້ພວກເຂົາເຮັດ. ໂດຍສະເພາະ ເມື່ອຂ້າພະເຈົ້າແບ່ງປັນການສົນທະນາກ່ຽວກັບພຣະທຳຂອງພຣະເຈົ້າ, ຂ້າພະເຈົ້າຈະເວົ້າສິ່ງຕ່າງໆເຊັ່ນ: “ຂ້ອຍເຊື່ອວ່າຂໍ້ຄວາມນີ້ຂອງພຣະທຳຂອງພຣະເຈົ້າມີຄວາມໝາຍເຊັ່ນນີ້” ແລະ “ນີ້ແມ່ນສິ່ງທີ່ຂ້ອຍຄິດ”. ອ້າຍນ້ອງຄົນໜຶ່ງເຫັນວ່າຂ້າພະເຈົ້າກຳລັງເປີດເຜີຍອຸປະນິໄສທີ່ອວດດີ ແລະ ເຫັນວ່າຕົວເອງຊອບທຳຢູ່ສະເໝີໂດຍບໍ່ຮູ້ເມື່ອຕົວ. ເພິ່ນຊີ້ສິ່ງນີ້ໃຫ້ຂ້າພະເຈົ້າເຫັນໃນທີ່ຊຸມນຸມໂດຍເວົ້າວ່າ ການເວົ້າ ແລະ ການກະທຳໃນລັກສະນະນີ້ເປັນການສະແດງອອກເຖິງຄວາມອວດດີ, ຄວາມເຫັນວ່າຕົວເອງຊອບທຳ ແລະ ຄວາມບໍ່ມີເຫດຜົນ. ຖ້າມີຄົນທີ່ເປີດໂປງຂ້າພະເຈົ້າແບບນັ້ນໃນອະດີດ ແລະ ຕໍ່ໜ້າຫຼາຍໆຄົນເຊັ່ນນີ້ ແນ່ນອນວ່າຂ້າພະເຈົ້າແມ່ນຈະໂຕ້ຖຽງດ້ວຍເຫດຜົນຂອງຂ້າພະເຈົ້າເອງ ແລະ ໂຕ້ແຍ້ງພວກເຂົາທັນທີ. ແຕ່ຄັ້ງນີ້, ຂ້າພະເຈົ້າເລືອກທີ່ຈະມິດງຽບໂດຍບໍ່ໄດ້ໂຕ້ຖຽງ ຫຼື ໃຫ້ເຫດຜົນຕົວເອງ ຍ້ອນຂ້າພະເຈົ້າຄິດເຖິງພຣະທຳເຫຼົ່ານີ້ຈາກການເທດສະໜາທີ່ວ່າ: “ຖ້າເຈົ້າເວົ້າຢູ່ຕະຫຼອດວ່າ ‘ຂ້າພະເຈົ້າຄິດ’ ກັບທຸກເລື່ອງທີ່ເຈົ້າຜະເຊີນ, ທາງທີ່ດີທີ່ສຸດ ເຈົ້າຕ້ອງປ່ອຍວາງຄຳຄິດເຫັນຂອງເຈົ້ານັ້ນສະ. ຂ້າພະເຈົ້າຂໍແນະນໍາໃຫ້ເຈົ້າປ່ອຍວາງຄຳຄິດເຫັນຂອງເຈົ້າ ແລະ ສະແຫວງຫາຄວາມຈິງ. ເບິ່ງສິ່ງທີ່ພຣະທຳຂອງພຣະເຈົ້າກ່າວ. ‘ຄຳຄິດເຫັນ’ຂອງເຈົ້າບໍ່ແມ່ນຄວາມຈິງ! ... ເຈົ້າອວດດີ ແລະ ຄິດວ່າຕົວເອງດີກວ່າຄົນອື່ນ! ເມື່ອຜະເຊີນກັບຄວາມຈິງ, ເຈົ້າບໍ່ສາມາດແມ່ນແຕ່ຈະປະຖິ້ມ ຫຼື ປະຕິເສດແນວຄິດ ແລະ ຈິນຕະນາການຂອງຕົວເອງໄດ້. ເຈົ້າບໍ່ໄດ້ຕ້ອງການເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍເລີຍ! ສ່ວນບັນດາຜູ້ທີ່ສະແຫວງຫາຄວາມຈິງແທ້ໆ ແລະ ຜູ້ທີ່ມີຫົວໃຈທີ່ເຄົາລົບພຣະເຈົ້າຢ່າງແທ້ຈິງນັ້ນ, ມີໃຜທີ່ຍັງເວົ້າວ່າ ‘ຂ້າພະເຈົ້າຄິດ’ ແດ່? ການເວົ້າແບບນີ້ໄດ້ຖືກກຳຈັດໄປແລ້ວ ເພາະວ່າການທີ່ເວົ້າມັນອອກມາ ຄົນນັ້ນແມ່ນເປີດເຜີຍໃຫ້ເຫັນເຖິງອຸປະນິໄສແບບຊາຕານຂອງຕົນ” (ຄັດຈາກໜັງສືການເທດສະໜາ ແລະ ການສົນທະນາກ່ຽວກັບທາງເຂົ້າສູ່ຊີວິດ). ການສົນທະນານີ້ເຕືອນຂ້າພະເຈົ້າວ່າ, ເມື່ອໃດກໍຕາມທີ່ຂ້າພະເຈົ້າຜະເຊີນກັບບັນຫາ, ຄຳເວົ້າເຊັ່ນ “ຂ້າພະເຈົ້າຄິດ”, “ຂ້າພະເຈົ້າຢືນຢັນ” ແລະ “ຂ້າພະເຈົ້າເຊື່ອ” ປົກກະຕິແລ້ວ ແມ່ນຈະຢູ່ໃນຮີມສົບຂອງຂ້າພະເຈົ້າ ເຊິ່ງເລີ່ມຕົ້ນດ້ວຍຄຳວ່າ “ຂ້າພະເຈົ້າ” ສະເໝີ ແລະ ຂ້າພະເຈົ້າມີຄຳເວົ້າທີ່ຕັດສິນທຸກສິ່ງຢູ່ສະເໝີ. ຂ້າພະເຈົ້າເຊື່ອວ່າຂ້າພະເຈົ້າສາມາດເບິ່ງຜ່ານສິ່ງຕ່າງໆດ້ວຍຕົວເອງ ແລະ ສາມາດຈັດການກັບບັນຫາໄດ້. ຂ້າພະເຈົ້າມັກຈະເຮັດໃຫ້ຄົນອື່ນເຮັດຕາມທີ່ຂ້າພະເຈົ້າເວົ້າ ແລະ ເຊື່ອຟັງຂ້າພະເຈົ້າ. ໂດຍການຖືວ່າຕົວເອງສູງສົ່ງຢູ່ສະເໝີ, ນັ້ນບໍ່ແມ່ນການເປີດເຜີຍອຸປະນິໄສທີ່ອວດດີຢ່າງແນ່ແທ້ບໍ? ສິ່ງທີ່ອ້າຍຄົນນັ້ນເວົ້າກັບຂ້າພະເຈົ້າເມື່ອເພິ່ນຊີ້ໃຫ້ເຫັນເຖິງອຸປະນິໄສຂອງຂ້າພະເຈົ້າລ້ວນແຕ່ແມ່ນຄວາມຈິງ ແລະ ຂ້າພະເຈົ້າຄວນຍອມຮັບມັນ. ສິ່ງຕ່າງໆທີ່ຂ້າພະເຈົ້າເຊື່ອແມ່ນອອກມາຈາກແນວຄິດ ແລະ ຈິນຕະນາການຂອງຂ້າພະເຈົ້າ, ພວກມັນມາຈາກຊາຕານ ແລະ ພວກມັນບໍ່ແມ່ນຄວາມຈິງຢ່າງແນ່ນອນ. ບໍ່ວ່າຢູ່ເຮືອນ, ຢູ່ບ່ອນເຮັດວຽກ ຫຼື ທ່າມກາງໝູ່ເພື່ອນ, ຂ້າພະເຈົ້າປະພຶດຕົວຄືກັບວ່າຂ້າພະເຈົ້າເກັ່ງກວ່າໝູ່ສະເໝີ. ຖ້າມີໃຜບໍ່ຟັງສິ່ງທີ່ຂ້າພະເຈົ້າເວົ້າ ຫຼື ເຮັດບາງຢ່າງທີ່ບໍ່ສອດຄ່ອງກັບມຸມມອງຂອງຂ້າພະເຈົ້າ, ຂ້າພະເຈົ້າກໍຈະຮ້າຍ ແລະ ເວົ້າໃຫ້ພວກເຂົາ. ຄວາມຈິງທີ່ຂ້າພະເຈົ້າສາມາເປີດເຜີຍສິ່ງເຫຼົ່ານີ້ໝາຍຄວາມວ່າ ໃນຫົວໃຈຂອງຂ້າພະເຈົ້າບໍ່ມີບ່ອນສຳລັບພຣະເຈົ້າເລີຍ, ຂ້າພະເຈົ້າບໍ່ໄດ້ເຊີດຊູວ່າພຣະເຈົ້ານັ້ນຍິ່ງໃຫຍ່, ແຕ່ກົງກັນຂ້າມ ກັບເຊີດຊູຕົວເອງວ່າຍິ່ງໃຫຍ່. ປົກກະຕິແລ້ວ ນັ້ນແມ່ນວິທີທີ່ຂ້າພະເຈົ້າເວົ້າ ແລະ ປະພຶດຕົນ ເຊິ່ງພິສູດໃຫ້ເຫັນວ່າຂ້າພະເຈົ້າມີອຸປະນິໄສທີ່ອວດດີຢ່າງບໍ່ໜ້າເຊື່ອ!

ຕໍ່ມາຂ້າພະເຈົ້າອ່ານພຣະທຳເຫຼົ່ານັ້ນຂອງພຣະເຈົ້າ: “ຖ້າເຈົ້າມີຄວາມຈິງຢູ່ໃນຕົວເຈົ້າຈິງແທ້, ເສັ້ນທາງທີ່ເຈົ້າຍ່າງກໍຈະເປັນເສັ້ນທາງທີ່ຖືກຕ້ອງໂດຍທໍາມະຊາດ. ປາດສະຈາກຄວາມຈິງແລ້ວ, ມັນງ່າຍທີ່ຈະເຮັດຊົ່ວ ແລະ ເຈົ້າກໍຈະເຮັດມັນ ເຖິງແມ່ນວ່າຈະເປັນຕົວເຈົ້າເອງ. ຕົວຢ່າງ: ຖ້າເຈົ້າມີຄວາມອວດດີ ແລະ ຄວາມທະນົງຕົວ, ເຈົ້າຈະເຫັນວ່າມັນເປັນໄປບໍ່ໄດ້ທີ່ຈະຫຼີກເວັ້ນການທ້າທາຍພຣະເຈົ້າ; ເຈົ້າຈະຮູ້ສຶກຖືກບີບບັງຄັບໃຫ້ທ້າທາຍພຣະອົງ. ເຈົ້າຈະບໍ່ເຮັດມັນຢ່າງຕັ້ງໃຈ; ແຕ່ເຈົ້າຈະເຮັດມັນພາຍໃຕ້ການຄອບງຳຂອງທຳມະຊາດທີ່ອວດດີ ແລະ ທະນົງຕົວຂອງເຈົ້າ. ຄວາມອວດດີ ແລະ ຄວາມທະນົງຕົວຂອງເຈົ້າຈະເຮັດໃຫ້ເຈົ້າໝິ່ນປະມາດພຣະເຈົ້າ ແລະ ເຫັນພຣະອົງເປັນພຽງສິ່ງມີຊີວິດທີ່ບໍ່ມີຄວາມໝາຍຫຍັງເລີຍ; ພວກມັນຈະເຮັດໃຫ້ເຈົ້າສັນລະເສີນຕົວເອງ, ເຮັດໃຫ້ເຈົ້າສະແດງຕົນຢູ່ສະເໝີ ແລະ ໃນທີ່ສຸດກໍນັ່ງຢູ່ບ່ອນຂອງພຣະເຈົ້າ ແລະ ເປັນປະຈັກພະຍານໃຫ້ຕົວເອງ. ໃນທີ່ສຸດ ເຈົ້າກໍຈະຫັນປ່ຽນແນວຄິດຂອງເຈົ້າເອງ, ຄວາມຄິດຂອງເຈົ້າເອງ ແລະ ແນວຄວາມຄິດຂອງເຈົ້າໃຫ້ເປັນຄວາມຈິງເພື່ອໃຫ້ໄດ້ຮັບການບູຊາ. ເຫັນບໍ່ວ່າ ພາຍໃຕ້ການຄອບງຳຂອງທຳມະຊາດອັນອວດດີ ແລະ ທະນົງຕົວຂອງພວກເຂົາ, ຜູ້ຄົນໄດ້ເຮັດຊົ່ວຫຼາຍປານໃດ! ເພື່ອແກ້ໄຂການກະທຳທີ່ຊົ່ວຮ້າຍຂອງຕົນ, ກ່ອນອື່ນ ພວກເຂົາຕ້ອງແກ່ໄຂບັນຫາກ່ຽວກັບທຳມະຊາດຂອງພວກເຂົາເສຍກ່ອນ. ໂດຍບໍ່ມີການປ່ຽນແປງໃນອຸປະນິໄສແລ້ວ, ມັນກໍຈະເປັນໄປບໍ່ໄດ້ທີ່ຈະນຳເອົາວິທີແກ້ໄຂບັນຫາເບື້ອງຕົ້ນມາແກ້ໄຂບັນຫານີ້ໄດ້” (“ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ). ທຸກພຣະທຳທີ່ພຣະເຈົ້າກ່າວແມ່ນຄວາມຈິງ, ຂ້າພະເຈົ້າເຊື່ອໝັ້ນທີ່ສຸດ. ຂ້າພະເຈົ້າຄິດເຖິງວິທີທີ່ຂ້າພະເຈົ້າເຄີຍບອກສອນຄົນອື່ນໆໂດຍເຮັດຄືວ່າຕົວເອງດີກວ່າຢູ່ບ່ອນກໍ່ສ້າງ, ອ້ອມຂ້າງເພື່ອນຮ່ວມງານຂອງຂ້າພະເຈົ້າ ແລະ ໃນເວລາທີ່ຂ້າພະເຈົ້າຢູ່ເຮືອນ. ທັງໝົດນີ້ແມ່ນຂ້າພະເຈົ້າເອງທີ່ຖືກຄອບງຳໂດຍທຳມະຊາດແບບຊາຕານ ແລະ ຄວາມອວດດີຂອງຂ້າພະເຈົ້າ; ມັນບໍ່ໄດ້ເກີດຂຶ້ນຍ້ອນຂ້າພະເຈົ້າເປັນຄົນໃຈຮ້າຍ ຫຼື ຍ້ອນຂ້າພະເຈົ້າອາລົມບໍ່ດີ ຫຼື ຂາດການຢັບຢັ້ງຕົນເອງ. ຂ້າພະເຈົ້າເຊື່ອວ່າຕົວເອງມີຄວາມສາມາດ ແລະ ພອນສະຫວັນ ແລະ ມີພະລັງໃນການສ້າງລາຍໄດ້ສູງ ເຊິ່ງລ້ຽງເກືອຄວາມອວດດີຂອງຂ້າພະເຈົ້າ ແລະ ກາຍເປັນສະກຸນເງິນໃນຊີວິດຂອງຂ້າພະເຈົ້າ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງຄິດວ່າຕົວເອງດີກວ່າຄົນອື່ນ. ຂ້າພະເຈົ້າດູຖູກຄົນອື່ນໆ, ຂ້າພະເຈົ້າຄິດວ່າຂ້າພະເຈົ້າດີກວ່າຄົນອື່ນໆ ແລະ ມັກຈະປົກຄອງຄົນອື່ນໆສະເໝີ. ຂ້າພະເຈົ້າໄດ້ຄົ້ນພົບຕົ້ນກຳເນີດແຫ່ງບາບຂອງຂ້າພະເຈົ້າ ແລະ ໄດ້ເຫັນຜົນສະທ້ອນທີ່ເຕັມໄປດ້ວຍອັນຕະລາຍຂອງການປ່ອຍໃຫ້ອຸປະນິໄສແບບຊາຕານ ແລະ ເສື່ອມຊາມຂອງຂ້າພະເຈົ້າບໍ່ໄດ້ຖືກແກ້ໄຂ. ສະນັ້ນຂ້າພະເຈົ້າໄດ້ພະຍາຍາມຊອກຫາ ແລະ ອ່ານພຣະທຳຂອງພຣະເຈົ້າຫຼາຍຂໍ້ທີ່ກ່ຽວກັບການພິພາກສາ ແລະ ເປີດໂປງທຳມະຊາດອວດດີຂອງມະນຸດ ແລະ ໄຕ່ຕອງຕົວເອງເປັນການປຽບທຽບ. ຜ່ານພຣະທຳແຫ່ງການພິພາກສາ ແລະ ການເປີດເຜີຍຂອງພຣະເຈົ້າ ພ້ອມທັງການສົນທະນາຂອງອ້າຍເອື້ອຍນ້ອງໃນການຊຸມນຸມ, ຂ້າພະເຈົ້າເລີ່ມໄດ້ຮັບຄວາມເຂົ້າໃຈເລັກນ້ອຍກ່ຽວກັບທຳມະຊາດອວດດີຂອງຂ້າພະເຈົ້າເອງ. ຂ້າພະເຈົ້າເຫັນວ່າ ທີ່ຈິງແລ້ວ ຂ້າພະເຈົ້າບໍ່ໄດ້ດີກວ່າຄົນອື່ນໆເລີຍ ແລະ ຄວາມສາມາດ ແລະ ຄວາມຮັ່ງມີຂອງຂ້າພະເຈົ້າກໍລ້ວນຖືກປະທານໃຫ້ໂດຍພຣະເຈົ້າ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງບໍ່ມີຫຍັງຕ້ອງໂອ້ອວດ. ຖ້າພຣະເຈົ້າບໍ່ໄດ້ປະທານສະຕິປັນຍາ ແລະ ຄວາມສະຫຼາດໃຫ້ຂ້າພະເຈົ້າ, ຖ້າພຣະເຈົ້າບໍ່ໄດ້ອວຍພອນຂ້າພະເຈົ້າ, ພຽງແຕ່ອີງໃສ່ຕົວຂ້າພະເຈົ້າເອງແລ້ວ ຂ້າພະເຈົ້າຈະສາມາດເຮັດຫຍັງໄດ້ແດ່? ມີຫຼາຍຄົນທີ່ມີພອນສະຫວັນຢູ່ໃນໂລກ; ເປັນຫຍັງພວກເຂົາຈຶ່ງເຮັດວຽກຢ່າງໜັກ ແລະ ດິ້ນຮົນທັງຊີວິດຂອງພວກເຂົາພຽງເພື່ອຈົບລົງດ້ວຍມືເປົ່າ? ຂ້າພະເຈົ້າຍັງໄດ້ພົບເສັ້ນທາງໃນການແກ້ໄຂທຳມະຊາດທີ່ອວດດີຂອງຂ້າພະເຈົ້າຢູ່ໃນພຣະທຳຂອງພຣະເຈົ້າອີກດ້ວຍ ເຊິ່ງແມ່ນການຍອມຮັບການຖືກລິຮານ ແລະ ຖືກຈັດການໂດຍອ້າຍເອື້ອຍນ້ອງຫຼາຍຂຶ້ນ, ຍອມຮັບການພິພາກສາ, ການຂ້ຽນຕີ, ການທົດລອງ ແລະ ການເຮັດໃຫ້ບໍລິສຸດຂອງພຣະເຈົ້າຫຼາຍຂຶ້ນ, ໄຕ່ຕອງຕົວເອງໂດຍພິຈາລະນາເຖິງພຣະທຳຂອງພຣະເຈົ້າ, ບັນລຸການຮູ້ຈັກຕົວເອງ ແລະ ການກຽດຊັງຕົວເອງຢ່າງແທຈິງ ແລະ ບໍ່ປະຕິບັດຕາມອຸປະນິໄສແບບຊາຕານຂອງຂ້າພະເຈົ້າອີກຕໍ່ໄປ ແຕ່ຕ້ອງປະຕິບັດຕາມພຣະທຳຂອງພຣະເຈົ້າ. ຕໍ່ມາ ຂ້າພະເຈົ້າກໍມີປະສົບການຫຼາຍຄັ້ງໃນການຖືກພິພາກສາ ແລະ ຖືກຂ້ຽນຕີ, ຖືກລິຮານ ແລະ ຈັດການ ແລະ ຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກ ແລະ ຄວາມລົ້ມເຫຼວຫຼາຍໆຢ່າງ. ຄວາມຮູ້ຂອງຂ້າພະເຈົ້າກ່ຽວກັບທຳມະຊາດແບບຊາຕານ ແລະ ແກ່ນແທ້ອັນເສື່ອມຊາມ ກໍຄ່ອຍໆເລິກເຊິ່ງຂຶ້ນ ແລະ ຂ້າພະເຈົ້າຍັງໄດ້ຮັບຄວາມຮູ້ເລັກນ້ອຍກ່ຽວກັບຄວາມຍິ່ງໃຫຍ່, ຄວາມຊອບທຳ ແລະ ຄວາມສັກສິດຂອງພຣະເຈົ້າອີກດ້ວຍ. ຍິ່ງຂ້າພະເຈົ້າໄດ້ມາຮູ້ຈັກຄວາມຊອບທຳ ແລະ ຄວາມສັກສິດຂອງພຣະເຈົ້າຫຼາຍເທົ່າໃດ, ຂ້າພະເຈົ້າຍິ່ງເຫັນຄວາມສົກກະປົກ, ຄວາມຕ່ຳຕ້ອຍ, ຄວາມບໍ່ສຳຄັນ ແລະ ຄວາມໜ້າເວດທະນາຂອງຕົວເອງຫຼາຍເທົ່ານັ້ນ. ສິ່ງຕ່າງໆທີ່ຂ້າພະເຈົ້າຄິດວ່າສຳຄັນແຕ່ກ່ອນ ຫຼື ທີ່ໄດ້ໂອ້ອວດນັ້ນ, ຕໍ່ມາຂ້າພະເຈົ້າກັບຮູ້ສຶກວ່າບໍ່ຄຸ້ມຄ່າທີ່ຈະກ່າວເຖິງເລີຍ. ກ່ອນຂ້າພະເຈົ້າຈະຮູ້ຕົວ, ອຸປະນິໄສທີ່ອວດດີຂອງຂ້າພະເຈົ້າກໍເລີ່ມປ່ຽນແປງ. ຜູ້ໃດກໍຕາມທີ່ເວົ້າບາງສິ່ງບາງຢ່າງທີ່ຖືກຕ້ອງ, ເຊັ່ນ: ອ້າຍເອື້ອຍນ້ອງ, ເພື່ອນຮ່ວມງານ ຫຼື ຄອບຄົວຂອງຂ້າພະເຈົ້າ, ຂ້າພະເຈົ້າກໍຈະຍອມຮັບມັນ. ຂ້າພະເຈົ້າບໍ່ເວົ້າກັບຄົນອື່ນໂດຍເຮັດຄືວ່າຕົວເອງດີກວ່າອີກຕໍ່ໄປ, ແຕ່ປະຕິບັດດ້ວຍຄວາມຖ່ອມຕົນ ແລະ ຂ້າພະເຈົ້າບໍ່ແມ່ນກົດໝາຍຂອງຕົວເອງອີກຕໍ່ໄປ. ເມື່ອໃດກໍຕາມທີ່ມີບັນຫາເກີດຂຶ້ນ ຂ້າພະເຈົ້າກໍຈະສົນທະນາບັນຫານັ້ນກັບຄົນອື່ນໆ ແລະ ຂ້າພະເຈົ້າຈະປະຕິບັດຕາມຄຳແນະນຳຂອງໃຜກໍຕາມທີ່ຖືກຕ້ອງ. ຄວາມສຳພັນຂອງຂ້າພະເຈົ້າກັບຄົນອ້ອມຂ້າງເລີ່ມເປັນປົກກະຕິຢ່າງຊ້າໆ. ຂ້າພະເຈົ້າມີຄວາມສະຫງົບສຸກ ແລະ ຄວາມສຸກຢູ່ໃນໃຈຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າຮູ້ສຶກວ່າ ໃນທີ່ສຸດ ຂ້າພະເຈົ້າກໍດໍາລົງຊີວິດໃນລັກສະນະມະນຸດຫຼາຍຂຶ້ນ.

ໂດຍການອ່ານພຣະທຳຂອງພຣະເຈົ້າຢ່າງຕໍ່ເນື່ອງ ແລະ ດຳລົງຊີວິດຂອງຄຣິສຕະຈັກ, ຂ້າພະເຈົ້າຮູ້ສຶກວ່າມັນຍິ່ງໃຫຍ່ແທ້ໆທີ່ຂ້າພະເຈົ້າສາມາດຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຫຼາຍຂຶ້ນເລື້ອຍໆ. ຂ້າພະເຈົ້າມີປະສົບການຢ່າງແທ້ຈິງແລ້ວວ່າ ຂ້າພະເຈົ້າຈະບໍ່ມີທາງແກ້ໄຂອຸປະນິໄສອັນເສື່ອມຊາມຂອງຂ້າພະເຈົ້າດ້ວຍຕົວເອງໄດ້. ມີພຽງຜ່ານການພິພາກສາ ແລະ ການຂ້ຽນຕີຂອງພຣະທຳຂອງພຣະເຈົ້າເທົ່ານັ້ນ ຂ້າພະເຈົ້າຈຶ່ງຖືກປ່ຽນແປງ ແລະ ຖືກຊຳລະລ້າງເທື່ອລະໜ້ອຍ. ໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້າພະເຈົ້າເຫັນອ້າຍເອື້ອຍນ້ອງຫຼາຍຄົນເຮັດວຽກຢ່າງໜັກໃນການສະແຫວງຫາຄວາມຈິງແລະ ການຍອມຮັບການພິພາກສາ ແລະ ການຊຳລະລ້າງແຫ່ງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເມື່ອໃດກໍຕາມທີ່ມີຄົນເປີດເຜີຍຄວາມເສື່ອມຊາມອອກມາ, ຄົນອື່ນໆກໍຈະຊີ້ໃຫ້ເຫັນ ແລະ ທຸກຄົນຊ່ວຍເຫຼືອກັ. ພວກຂ້າພະເຈົ້າທຸກຄົນໄຕ່ຕອງຕົວເອງ ແລະ ຮູ້ຈັກຕົວເອງດ້ວຍແສງສະຫວ່າງແຫ່ງພຣະທຳຂອງພຣະເຈົ້າ ແລະ ພວກຂ້າພະເຈົ້າສະແຫວງຫາຄວາມຈິງເພື່ອແກ້ໄຂຄວາມເສື່ອມຊາມຂອງພວກຂ້າພະເຈົ້າ. ທຸກຄົນຝຶກຝົນເປັນຄົນຊື່ສັດ, ບໍລິສຸດ ແລະ ເປີດເຜີຍ; ພວກຂ້າພະເຈົ້າຍອມຮັບ ແລະ ຍອມຕໍ່ການສົນທະນາໃດກໍຕາມທີ່ສອດຄ່ອງກັບຄວາມຈິງ ແລະ ອຸປະນິໄສແບບທີ່ເສື່ອມຊາມຂອງພວກຂ້າພະເຈົ້າກໍປ່ຽນແປງຫຼາຍຂຶ້ນເລື້ອຍໆ. ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດສາມາດເຮັດໃຫ້ບໍລິສຸດ ແລະ ປ່ຽນແປງຄົນໄດ້ແທ້ໆ. ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ມາທ່າມກາງພວກເຮົາແລ້ວ, ພຣະອົງກ່າວພຣະທຳຂອງພຣະອົງເພື່ອພິພາກສາ ແລະ ເຮັດໃຫ້ພວກເຮົາບໍລິສຸດ ແລະ ພຣະອົງນຳພາພວກເຮົາໃຫ້ປະຖິ້ມຄວາມຜິດບາບ ແລະ ຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ, ພວກເຮົາຊ່າງໂຊກດີແທ້! ເມື່ອຄິດເຖິງບັນດາຜູ້ທີ່ເຊື່ອຢ່າງແທ້ຈິງທັງໝົດທີ່ຄອຍຖ້າການກັບມາຂອງພຣະອົງຢ່າງໃຈຮ້ອນ, ຜູ້ທີ່ປາຖະໜາຈະໂຍນຖິ້ມພັນທະນາການແຫ່ງຄວາມຜິດບາບ ແລະ ຖືກຊຳລະລ້າງ ແຕ່ຍັງດຳລົງຊີວິດຢູ່ໃນຄວາມເຈັບປວດໂດຍປາສະຈາກເສັ້ນທາງໃຫ້ປະຕິບັດຕາມ, ຂ້າພະເຈົ້າໄດ້ອະທິຖານຫາພຣະເຈົ້າ ແລະ ຕັດສິນໃຈຄື: “ຂ້ານ້ອຍປາຖະໜາທີ່ຈະເທດສະໜາຂ່າວປະເສີດແຫ່ງອານາຈັກຂອງພຣະອົງໃຫ້ຄົນອື່ນ ເພື່ອວ່າພວກເຂົາຈະເປັນຄືກັບຂ້ານ້ອຍ, ຕິດຕາມບາດກ້າວຂອງພຣະອົງ ແລະ ກ້າວໄປສູ່ເສັ້ນທາງສູ່ການເຮັດໃຫ້ບໍລິສຸດ ແລະ ຄວາມລອດພົ້ນທີ່ສົມບູນ!”

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply