ບົດທີ 15

ມະນຸດລ້ວນແລ້ວແຕ່ເປັນສິ່ງມີຊີວິດທີ່ບໍ່ມີຄວາມຮູ້ກ່ຽວກັບຕົວເອງ. ແຕ່ເຖິງແມ່ນຈະບໍ່ສາມາດຮູ້ຈັກຕົນເອງ, ເຂົາກໍຮູ້ຈັກຄົນອື່ນໆເປັນຢ່າງດີ ຄືກັບວ່າຄົນອື່ນທຸກຄົນໄດ້ຜ່ານການກວດສອບຈາກເຂົາ ແລະ ຮັບການຍິນຍອມຈາກເຂົາກ່ອນທີ່ພວກເຂົາຈະເວົ້າ ຫຼື ເຮັດຫຍັງກໍຕາມ ແລະ ດ້ວຍເຫດນັ້ນ ຄືກັບວ່າເຂົາໄດ້ໃຊ້ມາດຕະການກັບທຸກຄົນຕະຫຼອດເຖິງສະພາບທາງຈິດໃຈຂອງພວກເຂົາ. ມະນຸດລ້ວນແລ້ວແຕ່ເປັນແບບນີ້. ໃນປັດຈຸບັນ ມະນຸດໄດ້ເຂົ້າສູ່ຍຸກແຫ່ງອານາຈັກ, ແຕ່ທຳມະຊາດຂອງເຂົາກໍຍັງບໍ່ໄດ້ປ່ຽນແປງ. ເຂົາຍັງເຮັດແບບທີ່ເຮົາເຮັດເມື່ອຢູ່ຕໍ່ໜ້າເຮົາ, ແຕ່ເມື່ອລັບຫຼັງເຮົາ ເຂົາກໍເລີ່ມລຸກຂຶ້ນເຮັດ “ທຸລະກິດ” ພິເສດຂອງເຂົາເອງ. ຫຼັງຈາກທີ່ທຸລະກິດນັ້ນສິ້ນສຸດລົງ ແລະ ເຂົາກໍມາຢູ່ຕໍ່ໜ້າເຮົາອີກຄັ້ງ, ເຖິງຢ່າງໃດກໍຕາມ ເຂົາແຕກຕ່າງຈາກເດີມ, ເບິ່ງຄືໃຈເຢັນຢ່າງບໍ່ຮູ້ອາຍ, ໃບໜ້າສະຫງົບ, ໃຈເຕັ້ນປົກກະຕິ. ສິ່ງນີ້ບໍ່ແມ່ນສິ່ງທີ່ເຮັດໃຫ້ມະນຸດຊົ່ວຊ້າຫຼາຍແທ້ບໍ? ມີຈັກຄົນທີ່ມີສອງໜ້າທີ່ແຕກຕ່າງກັນຢ່າງສິ້ນເຊີງ, ໜ້າໜຶ່ງເມື່ອຢູ່ຕໍ່ໜ້າເຮົາ ແລະ ອີກໜ້າເມື່ອຢູ່ລັບຫຼັງເຮົາ? ມີພວກເຂົາຫຼາຍຄົນທີ່ເຮັດຄືກັບແກະນ້ອຍເກີດໃໝ່ເມື່ອຢູ່ຕໍ່ໜ້າເຮົາ ແຕ່ເມື່ອຢູ່ລັບຫຼັງເຮົາ ພວກເຂົາກໍກາຍເປັນເສືອທີ່ດຸຮ້າຍ ແລະ ຫຼັງຈາກນັ້ນກໍເຮັດຄືກັນກັບນົກນ້ອຍທີ່ບິນໄປມາໃນພູເຂົາຢ່າງລ່າເລີງ. ມີຈັກຄົນທີ່ສະແດງຈຸດປະສົງ ແລະ ຄວາມເດັດດ່ຽວເມື່ອຢູ່ຕໍ່ໜ້າເຮົາ? ມີຈັກຄົນທີ່ມາຢູ່ຕໍ່ໜ້າເຮົາ, ສະແຫວງຫາພຣະທຳຂອງເຮົາດ້ວຍຄວາມຫິວກະຫາຍ ແລະ ຄວາມປາຖະໜາ, ແຕ່ເມື່ອຢູ່ລັບຫຼັງເຮົາ ພວກເຂົາເມື່ອຍກັບພຣະທຳເຫຼົ່ານັ້ນ ແລະ ປະຖິ້ມ ຄືກັບວ່າພຣະທຳຂອງເຮົາເປັນພາລະ? ມີຫຼາຍຄັ້ງ ເມື່ອເຫັນວ່າມະນຸດຊາດຖືກສັດຕູຂອງເຮົາເຮັດໃຫ້ເສື່ອມຊາມ, ເຮົາກໍປະຖິ້ມຄວາມຄາດຫວັງຂອງເຮົາໃນມະນຸດຊາດ. ມີຫຼາຍຄັ້ງ ເມື່ອເຫັນມະນຸດມາຢູ່ຕໍ່ໜ້າເຮົາດ້ວຍນໍ້າຕາເພື່ອຮຽກຮ້ອງການອະໄພໂທດ, ແຕ່ຍ້ອນຄວາມທີ່ເຂົາຂາດການເຄົາລົບຕົນເອງ, ຄວາມດື້ດຶງຂອງເຂົາທີ່ແກ້ໄຂບໍ່ໄດ້, ເຮົາໄດ້ປິດຕາຂອງເຮົາຕໍ່ການກະທຳຂອງເຂົາດ້ວຍຄວາມໂກດຮ້າຍ, ເຖິງແມ່ນຫົວໃຈຂອງເຂົາເປັນຈິງ ແລະ ເຈດຕະນາຂອງເຂົາຈິງໃຈກໍຕາມ. ມີຫຼາຍຄັ້ງ ເຮົາເຫັນມະນຸດສາມາດມີຄວາມເຊື່ອທີ່ຈະຮ່ວມມືກັບເຮົາ, ເມື່ອຢູ່ຕໍ່ໜ້າເຮົາ, ຜູ້ຄົນແມ່ນເບິ່ງຄືວ່າ ຢູ່ໃນອ້ອມກອດຂອງເຮົາ ແລະ ຊິມຄວາມອົບອຸ່ນຂອງມັນ  ມີຫຼາຍຄັ້ງທີ່ໄດ້ເຫັນຄວາມໄຮ້ດຽງສາ, ຄວາມມີຊີວິດຊີວາ ແລະ ຄວາມເປັນຕາຮັກຂອງຜູ້ຄົນທີ່ຖືກເລືອກຂອງເຮົາ, ໃນຫົວໃຈຂອງເຮົາ ເຮົາພໍໃຈໃນສິ່ງເຫຼົ່ານີ້ຢູ່ສະເໝີ. ມະນຸດບໍ່ຮູ້ວິທີການຊົມຊື່ນກັບພອນຂອງພວກເຂົາທີ່ຖືກກຳນົດລ່ວງໜ້າດ້ວຍມືຂອງເຮົາ, ເພາະພວກເຂົາບໍ່ຮູ້ຈັກວ່າ ໃນທີ່ສຸດແລ້ວ ແມ່ນຫຍັງຄືພອນ ຫຼື ແມ່ນຫຍັງຄືການທົນທຸກ. ຍ້ອນເຫດຜົນນີ້, ມະນຸດຊາດຈຶ່ງຍັງຢູ່ໄກຫຼາຍໃນການຄົ້ນຫາເຮົາ. ຖ້າບໍ່ມີສິ່ງທີ່ເອີ້ນວ່າມື້ອື່ນ, ຜູ້ໃດໃນບັນດາພວກເຈົ້າ ທີ່ກໍາລັງຢືນຢູ່ຕໍ່ໜ້າເຮົາ ທີ່ຂາວດັ່ງຫິມະບໍລິສຸດ ແລະ ບໍ່ມີມົນທິນດັ່ງແກ້ວຢົກ? ແນ່ນອນ ຄວາມຮັກທີ່ພວກເຈົ້າມີສຳລັບເຮົາບໍ່ແມ່ນສິ່ງທີ່ສາມາດແລກປ່ຽນດ້ວຍອາຫານທີ່ແຊບ ຫຼື ຊຸດເສື້ອຜ້າທີ່ຫຼູຫຼາ ຫຼື ຕໍາແໜ່ງທີ່ມີເງິນເດືອນສູງບໍ? ຫຼື ມັນສາມາດຖືກແລກປ່ຽນກັບຄວາມຮັກທີ່ຄົນອື່ນມີໃຫ້ກັບເຈົ້າບໍ? ແນ່ນອນ, ການຜະເຊີນກັບການທົດລອງຈະບໍ່ເຮັດໃຫ້ມະນຸດປະຖິ້ມຄວາມຮັກທີ່ເຂົາມີສຳລັບເຮົາບໍ? ແນ່ນອນ, ການທົນທຸກ ແລະ ຄວາມລຳບາກຍາກແຄ້ນຈະບໍ່ເຮັດໃຫ້ເຂົາຕໍ່ວ່າສິ່ງທີ່ເຮົາໄດ້ຈັດແຈງໄວ້ບໍ? ບໍ່ມີມະນຸດຄົນໃດທີ່ເຂົ້າໃຈດາບທີ່ຢູ່ໃນປາກຂອງເຮົາ: ພວກເຂົາຮູ້ພຽງແຕ່ຄວາມໝາຍພາຍນອກ ໂດຍບໍ່ເຂົ້າໃຈຄວາມໝາຍພາຍໃນຂອງມັນຢ່າງແທ້ຈິງ. ຖ້າມະນຸດສາມາດເຫັນຄວາມຄົມຂອງດາບຂອງເຮົາຢ່າງແທ້ຈິງ, ພວກເຂົາຈະແລ່ນໜີສູ່ຮູຂອງພວກເຂົາຄືກັບໜູ. ຍ້ອນຄວາມມຶນຊາຂອງພວກເຂົາ, ມະນຸດບໍ່ເຂົ້າໃຈຫຍັງເລີຍກ່ຽວກັບຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງເຮົາ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ເລີຍວ່າ ພຣະທຳຂອງເຮົາເປັນຕາຢໍາເກງພຽງໃດ ຫຼື ທຳມະຊາດຂອງພວກເຂົາຖືກເປີດເຜີຍອອກຫຼາຍສໍ່າໃດ ແລະ ພາຍໃນພຣະທໍາເຫຼົ່ານັ້ນ ຄວາມເສື່ອມຊາມຂອງພວກເຂົາໄດ້ຮັບການພິພາກສາຫຼາຍສໍ່າໃດ. ດ້ວຍເຫດຜົນນີ້, ໂດຍອີງຕາມແນວຄິດເກິ່ງໆກາງໆທີ່ພວກເຂົາມີກ່ຽວກັບພຣະທຳຂອງເຮົາ, ຄົນສ່ວນໃຫຍ່ຈຶ່ງມີທ່າທີແບບບໍ່ຮ້ອນບໍ່ໜາວ ແລະ ຂາດຄວາມອຸທິດຕົນ.

ພາຍໃນອານາຈັກ, ບໍ່ແມ່ນແຕ່ພຣະຄຳເທົ່ານັ້ນທີ່ຖືກປະກາດອອກມາຈາກປາກຂອງເຮົາ ແຕ່ຕີນຂອງເຮົາກໍຍ່າງໄປທຸກຫົນແຫ່ງທົ່ວທຸກດິນແດນຢ່າງເປັນພິທີ. ໃນວິທີນີ້, ເຮົາໄດ້ເອົາຊະນະເໜືອທຸກຫົນແຫ່ງທີ່ບໍ່ສະອາດ ແລະ ສົກກະປົກ ເພື່ອວ່າບໍ່ແມ່ນພຽງແຕ່ສະຫວັນເທົ່ານັ້ນທີ່ໄດ້ຮັບການປ່ຽນແປງ, ແຕ່ແຜ່ນດິນໂລກກໍຍັງຢູ່ໃນຂະບວນການປ່ຽນແປງເຊັ່ນກັນ, ຫຼັງຈາກນັ້ນອີກບໍ່ດົນກໍຈະຖືກສ້າງໃໝ່. ພາຍໃນຈັກກະວານ, ທຸກສິ່ງເຫຼື້ອມໃສຄືກັບສິ່ງໃໝ່ຢູ່ໃນຄວາມເປັ່ງປະກາຍແຫ່ງສະຫງ່າລາສີຂອງເຮົາ, ສະແດງເຖິງຄວາມອົບອຸ່ນໃຈທີ່ເຮັດໃຫ້ຮູ້ສຶກຫຼົງໄຫຼ ແລະ ເຮັດໃຫ້ຈິດໃຈຜູ້ຄົນເບີກບານ ຄືກັບວ່າ ໃນປັດຈຸບັນນີ້ ມັນຢູ່ໃນສະຫວັນທີ່ເໜືອສະຫວັນ ຕາມຄວາມຄິດໃນຈິນຕະນາການຂອງມະນຸດ, ບໍ່ຖືກບຽດບຽນໂດຍຊາຕານ  ແລະ ເປັນອິດສະຫຼະຈາກການໂຈມຕີຂອງສັດຕູພາຍນອກ. ໃນຈຸດສູງສຸດຂອງຈັກກະວານ, ດວງດາວຈຳນວນຫຼວງຫຼາຍປະຈໍາຕໍາແໜ່ງທີ່ກຳນົດໄວ້ຂອງພວກມັນຕາມຄຳສັ່ງຂອງເຮົາ ໂດຍເຍືອງແສງໄປທົ່ວທ້ອງຟ້າໃນຍາມມືດມົວ. ບໍ່ມີແມ່ນແຕ່ດວງດຽວທີ່ກ້າມີຄວາມຄິດແຫ່ງການບໍ່ເຊື່ອຟັງ ແລະ ສະນັ້ນ ອີງຕາມທາດແທ້ແຫ່ງບົດບັນຍັດການບໍລິຫານຂອງເຮົາ, ຈັກກະວານທັງປວງແມ່ນຖືກຄວບຄຸມຢ່າງເປັນລະບຽບ ແລະ ຢູ່ໃນສະພາບທີ່ສົມບູນ: ບໍ່ເຄີຍເກີດມີການລົບກວນໃດໆ ຫຼື  ຈັກກະວານບໍ່ເຄີຍຖືກແບ່ງແຍກ. ເຮົາບິນໄປມາເໜືອດວງດາວ ແລະ ເມື່ອດວງຕາເວັນກະຈາຍແສງຂອງມັນອອກມາ, ເຮົາກໍປິດບັງຄວາມອົບອຸ່ນນັ້ນ ໂດຍສົ່ງກ້ອນຫິມະທີ່ໃຫຍ່ສໍ່າກັບຂົນຫ່ານລອຍລົງຈາກມືຂອງເຮົາ. ເມື່ອເຮົາປ່ຽນໃຈຂອງເຮົາ ຫິມະທັງໝົດນັ້ນກໍລະລາຍສູ່ແມ່ນໍ້າ ແລະ ໃນທັນໃດນັ້ນ, ລະດູໃບໄມ້ປົ່ງກໍເກີດຂຶ້ນຢູ່ທຸກຫົນແຫ່ງພາຍໃຕ້ທ້ອງຟ້າ ແລະ ກົດກໍປ່ຽນພູມມີປະເທດທັງໝົດຢູ່ເທິງແຜ່ນດິນໂລກ. ເຮົາຍ່າງໄປມາເທິງທ້ອງຟ້າ ແລະ ທັນໃດນັ້ນ ແຜ່ນດິນໂລກກໍຖືກປົກຄຸມໄປດ້ວຍຄວາມມືດມົວທີ່ມຶດສະໜິດ ຍ້ອນຮູບຮ່າງຂອງເຮົາ: ແລ້ວທັນທີໃດ “ກາງຄືນ” ກໍມາເຖິງ ແລະ ທົ່ວທັງແຜ່ນດິນໂລກກໍມືດມົວຈົນບໍ່ມີໃຜສາມາດເຫັນມືຢູ່ຕໍ່ໜ້າຕົນເອງ. ເມື່ອແສງສະຫວ່າງດັບສິ້ນລົງ, ມະນຸດກໍຖືເອົາໂອກາດນັ້ນອາລະວາດທຳລາຍກັນແລະກັນ ໂດຍຍາດ ແລະ ປຸ້ນສະດົມຈາກກັນເອງ. ປະຊາຊາດເທິງແຜ່ນດິນໂລກ ໄດ້ຕົກຢູ່ໃນຄວາມແຕກແຍກກັນຢ່າງວຸ້ນວາຍ, ເຂົ້າສູ່ສະພາວະສັບສົນວຸ້ນວາຍ ຈົນເຖິງຈຸດທີ່ພວກເຂົາເກີນການໄຖ່ບາບໄດ້. ມະນຸດດີ້ນລົນຢູ່ໃນສະພາບແຫ່ງຄວາມທົນທຸກ, ຈົ່ມຄວນຄາງທ່າມກາງຄວາມທຸກທໍລະມານ, ຮ້ອງໄຫ້ຢ່າງໜ້າເວດທະນາກັບຄວາມທຸກຂອງພວກເຂົາ, ປາຖະໜາໃຫ້ແສງສະຫວ່າງກັບມາໂລກມະນຸດອີກຄັ້ງ ແລະ ດ້ວຍເຫດນັ້ນ ກໍການເຮັດໃຫ້ຍຸກແຫ່ງຄວາມມືດສິ້ນສຸດລົງ ແລະ ຟື້ນຟູຄວາມມີຊີວິດຊີວາທີ່ເຄີຍມີຢູ່. ແຕ່ເຮົາໄດ້ປະຖິ້ມມະນຸດດ້ວຍສົ້ນແຂນເສື້ອຂອງເຮົາ, ບໍ່ສົງສານພວກເຂົາສຳລັບຄວາມຜິດພາດເທິງແຜ່ນດິນໂລກອີກຕໍ່ໄປ: ເຮົາກຽດຊັງ ແລະ ປະຕິເສດຜູ້ຄົນເທິງແຜ່ນດິນໂລກທັງປວງແຕ່ດົນມາແລ້ວ, ປິດຕາຂອງເຮົາຕໍ່ສະພາບການຕ່າງໆທີ່ຢູ່ເທິງແຜ່ນດິນໂລກ, ຫັນໜ້າຂອງເຮົາໜີຈາກການເຄື່ອນໄຫວທຸກຢ່າງຂອງມະນຸດ, ຈາກທ່າທາງທຸກຢ່າງຂອງເຂົາ ແລະ ຢຸດພໍໃຈໃນຄວາມເປັນເດັກນ້ອຍ ແລະ ຄວາມໄຮ້ດຽງສາຂອງເຂົາ. ເຮົາໄດ້ເລີ່ມຕົ້ນແຜນການອື່ນທີ່ຈະສ້າງແຜ່ນດິນໂລກໃໝ່, ເພື່ອວ່າແຜ່ນດິນໂລກໃໝ່ນີ້ຈະພົບກັບການເກີດໃໝ່ໄດ້ທັນເວລາ ແລະ ບໍ່ຈົມລົງໃຕ້ນໍ້າອີກຕໍ່ໄປ. ໃນທ່າມກາງມະນຸດ, ມີສະພາວະແປກປະຫຼາດຈັກຢ່າງທີ່ກຳລັງລໍຖ້າໃຫ້ເຮົາເຮັດໃຫ້ພວກມັນເປັນລະບົບລະບຽບ, ມີຄວາມຜິດພາດຈັກຢ່າງທີ່ລໍຖ້າໃຫ້ເຮົາປ້ອງກັນເພື່ອບໍ່ໃຫ້ພວກມັນເກີດຂຶ້ນດ້ວຍຕົວເຮົາເອງ, ມີຂີ້ຝຸ່ນຫຼາຍສໍ່າໃດທີ່ລໍຖ້າໃຫ້ເຮົາກວາດອອກ, ມີຄວາມເລິກລັບຫຼາຍສໍ່າໃດທີ່ຖ້າໃຫ້ເຮົາເປີດເຜີຍອອກ: ມະນຸດທັງປວງລໍຖ້າເຮົາ ແລະ ປາຖະໜາການມາເຖິງຂອງເຮົາ.

ເທິງແຜ່ນດິນໂລກ, ເຮົາເປັນພຣະເຈົ້າແຫ່ງຄວາມເປັນຈິງທີ່ຢູ່ໃນຫົວໃຈຂອງມະນຸດ; ໃນສະຫວັນ, ເຮົາເປັນເຈົ້ານາຍຂອງສັບພະສິ່ງທັງປວງ. ເຮົາໄດ້ປີນພູເຂົາ ແລະ ລຸຍຂ້າມແມ່ນໍ້າ ແລະ ເຮົາຍັງເລື່ອນລອຍເຂົ້າ ແລະ ອອກທ່າມກາງມະນຸດ. ແມ່ນໃຜກ້າຕໍ່ຕ້ານພຣະເຈົ້າແຫ່ງຄວາມເປັນຈິງຢ່າງເປີດເຜີຍແດ່? ແມ່ນໃຜກ້າໜີໄປຈາກອຳນາດການປົກຄອງຂອງຜູ້ຊົງລິດທານຸພາບສູງສຸດ? ແມ່ນໃຜກ້າຢືນຢັນວ່າເຮົາຢູ່ໃນສະຫວັນໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວເລີຍ? ຍິ່ງໄປກວ່ານັ້ນ, ແມ່ນໃຜກ້າຢືນຢັນວ່າເຮົາໂຕ້ແຍ່ງບໍ່ໄດ້ຢູ່ແຜ່ນດີນໂລກ? ບໍ່ມີໃຜໃນມະນຸດຊາດທີ່ສາມາດກ່າວເຖິງສະຖານທີ່ທຸກແຫ່ງທີ່ເຮົາອາໄສເປັນລາຍລະອຽດໄດ້. ເປັນໄປໄດ້ບໍວ່າ ເມື່ອເຮົາຢູ່ໃນສະຫວັນ, ແລ້ວເຮົາກໍເປັນພຣະເຈົ້າທີ່ຢູ່ເໜືອທຳມະຊາດ? ເປັນໄປໄດ້ບໍວ່າ ເມື່ອເຮົາຢູ່ເທິງແຜ່ນດິນໂລກ, ເຮົາກໍເປັນພຣະເຈົ້າແຫ່ງຄວາມເປັນຈິງ? ແນ່ນອນຢູ່ແລ້ວວ່າ ການທີ່ເຮົາເປັນພຣະເຈົ້າທີ່ແທ້ຈິງ ຫຼື ບໍ່ນັ້ນ ແມ່ນບໍ່ສາມາດຖືກກໍານົດໂດຍການທີ່ເຮົາເປັນຜູ້ປົກຄອງຂອງສັບພະສິ່ງທັງປວງ ຫຼື ຄວາມຈິງທີ່ວ່າ ເຮົາປະສົບກັບຄວາມທົນທຸກຂອງໂລກມະນຸດ, ມັນສາມາດເປັນໄປໄດ້ບໍ? ຖ້າເປັນແບບນັ້ນ, ແລ້ວມະນຸດຈະບໍ່ໂງ່ຈ້າຈົນຄາດຫວັງນໍາບໍ່ໄດ້ເລີຍບໍ? ເຮົາຢູ່ໃນສະຫວັນ; ເຮົາຍັງຢູ່ເທິງແຜ່ນດິນໂລກ; ເຮົາຢູ່ທ່າມກາງບັນດາສັບພະສິ່ງທັງປວງ ແລະ ຍັງຢູ່ທ່າມກາງຄົນຈຳນວນຫຼວງຫຼາຍ. ມະນຸດສາມາດສຳຜັດເຮົາໃນແຕ່ລະມື້; ຍິ່ງໄປກວ່ານັ້ນ ເຂົາສາມາດເຫັນເຮົາໃນແຕ່ລະມື້. ສໍາລັບມະນຸດແລ້ວ , ເຮົາເບິ່ງຄືກັບວ່າລີ້ລັບໃນບາງເທື່ອ ແລະ ບາງເທື່ອກໍສາມາດເຫັນໄດ້; ເບິ່ງຄືວ່າ ເຮົາມີຕົວຕົນແທ້ຈິງ ແຕ່ກໍເບິ່ງຄືວ່າ ເຮົາບໍ່ມີຕົວຕົນ. ໃນເຮົາແມ່ນມີຄວາມເລິກລັບທີ່ມະນຸດບໍ່ສາມາດຢັ່ງເຖິງໄດ້. ມັນຄືກັບວ່າມະນຸດທຸກຄົນກຳລັງເບິ່ງເຮົາຢ່າງລະມັດລະວັງຜ່ານກ້ອງຈຸລະທັດເພື່ອຄົ້ນພົບຄວາມເລິກລັບທີ່ຫຼາຍຂຶ້ນຕື່ມໃນຕົວເຮົາ ເພື່ອຫວັງວ່າຈະກຳຈັດຄວາມຮູ້ສຶກອຶດອັດທີ່ຢູ່ໃນຫົວໃຈຂອງພວກເຂົາ. ຢ່າງໃດກໍຕາມ, ເຖິງແມ່ນວ່າພວກເຂົາຈະໃຊ້ເອັກສເຣ, ມະນຸດກໍຈະສາມາດຄົ້ນພົບຄວາມລັບທີ່ເຮົາມີໄດ້ແນວໃດ?

ເມື່ອຄົນຂອງເຮົາຖືກຍົກຍ້ອງຮ່ວມກັບເຮົາຜ່ານການປະຕິບັດພາລະກິດຂອງເຮົາ ໃນເວລານັ້ນ ບ່ອນຫຼົບຊ້ອນຂອງມັງກອນແດງໃຫຍ່ກໍຈະຖືກຂຸດພໍ້, ຂີ້ຕົມ ແລະ ຂີ້ຝຸ່ນທັງໝົດຈະຖືກກວາດໃຫ້ສະອາດ ແລະ ນໍ້າທີ່ຖືກມົນລະພິດ ທີ່ສະສົມເປັນເວລາຫຼາຍປີໂດຍນັບບໍ່ຖ້ວນ ກໍຈະເຫືອດແຫ້ງດ້ວຍໄຟທີ່ເຜົາໄໝ້ຂອງເຮົາ, ສິ່ງເຫຼົ່ານັ້ນຈະບໍ່ມີຢູ່ອີກຕໍ່ໄປ. ດັ່ງນັ້ນ ມັງກອນແດງໃຫຍ່ຈະດັບສະຫຼາຍໄປໃນທະເລສາບແຫ່ງແປວໄຟ ແລະ ມາດ. ພວກເຈົ້າເຕັມໃຈຢ່າງແທ້ຈິງທີ່ຈະຍັງຢູ່ພາຍໃຕ້ການດູແລດ້ວຍຄວາມຮັກຂອງເຮົາບໍ ເພື່ອຈະບໍ່ຖືກມັງກອນຍາດເອົາໄປ? ພວກເຈົ້າກຽກຊັງກົນອຸບາຍທີ່ຫຼອກລວງຂອງມັນແທ້ບໍ? ແມ່ນໃຜສາມາດເປັນພະຍານທີ່ຊື່ສັດໃຫ້ກັບເຮົາໄດ້? ເພື່ອຊື່ຂອງເຮົາ, ເພື່ອພຣະວິນຍານຂອງເຮົາ ແລະ ເພື່ອແຜນການຄຸ້ມຄອງທັງໝົດຂອງເຮົາ, ມີຜູ້ໃດສາມາດຖວາຍກໍາລັງທັງໝົດຂອງພວກເຂົາບໍ? ໃນປັດຈຸບັນ ເມື່ອອານາຈັກຢູ່ໃນໂລກມະນຸດ, ນັ້ນກໍເປັນເວລາທີ່ເຮົາໄດ້ມາຢູ່ໃນທ່າມກາງມະນຸດດ້ວຍຕົວເອງ. ຖ້າບໍ່ເປັນແບບນີ້, ມີຜູ້ໃດສາມາດເຂົ້າສູ່ສະໜາມຮົບແທນເຮົາໂດຍບໍ່ມີຄວາມຢ້ານກົວໃດໆບໍ? ເພື່ອວ່າ ອານາຈັກຈະໄດ້ເປັນຮູບປະທໍາ, ເພື່ອຫົວໃຈຂອງເຮົາຈະຖືກເຮັດໃຫ້ພໍໃຈ ແລະ ອີກຄັ້ງ ເພື່ອມື້ຂອງເຮົາຈະມາເຖິງ, ເພື່ອວ່າ ເວລານັ້ນອາດມາເຖິງເມື່ອສັບພະສິ່ງທັງປວງຈະໄດ້ເກີດໃໝ່ ແລະ ອຸດົມສົມບູນ, ເພື່ອມະນຸດຈະຖືກຊ່ວຍໃຫ້ພົ້ນຈາກທະເລແຫ່ງການທົນທຸກ, ເພື່ອວ່າມື້ອື່ນຈະມາເຖິງ ແລະ ເພື່ອວ່າ ມື້ນັ້ນຈະມະຫັດສະຈັນ ແລະ ເກີດດອກອອກຜົນ ແລະ ຈະເລີນຮຸ່ງເຮືອງ ແລະ ອີກຄັ້ງ ເພື່ອວ່າ ຄວາມສຸກໃນອະນາຄົດຈະເກີດຂຶ້ນ, ມະນຸດທຸກຄົນກຳລັງດີ້ນລົນດ້ວຍກຳລັງທັງໝົດຂອງພວກເຂົາ, ເສຍສະຫຼະຕົນເອງສຳລັບເຮົາໂດຍບໍ່ຈົ່ງຫຍັງໄວ້ເລີຍ. ນີ້ບໍ່ແມ່ນສັນຍານບົ່ງບອກບໍວ່າ ໄຊຊະນະເປັນຂອງເຮົາແລ້ວ ແລະ ເປັນເຄື່ອງໝາຍໃນການເຮັດສຳເລັດແຜນການຂອງເຮົາ?

ຍິ່ງມະນຸດດຳລົງຊີວິດໃນຍຸກສຸດທ້າຍຫຼາຍສໍ່າໃດ, ພວກເຂົາຍິ່ງຮູ້ສຶກເຖິງຄວາມວ່າງເປົ່າຂອງແຜ່ນດິນໂລກຫຼາຍສໍ່ານັ້ນ ແລະ ພວກເຂົາຍິ່ງມີຄວາມກ້າຫານທີ່ຈະດຳລົງຊີວິດໜ້ອຍລົງສໍ່ານັ້ນ. ຍ້ອນເຫດຜົນນີ້, ຜູ້ຄົນຈຳນວນຫຼວງຫຼາຍໄດ້ຕາຍຍ້ອນຄວາມຜິດຫວັງ, ຄົນອື່ນໆອີກຫຼວງຫຼາຍກໍຖືກເຮັດໃຫ້ຜິດຫວັງໃນການຄົ້ນຫາຂອງພວກເຂົາ ແລະ ຄົນອື່ນໆອີກມາກມາຍແມ່ນທົນທຸກກັບການຖືກຫຼອກລວງຂອງຊາຕານ. ເຮົາໄດ້ຊ່ວຍຊີວິດຜູ້ຄົນຈຳນວນຫຼວງຫຼາຍ, ຊ່ວຍເຫຼືອຫຼາຍຄົນ ແລະ ບາງຄັ້ງ ເມື່ອມະນຸດໄດ້ສູນເສຍແສງສະຫວ່າງ, ເຮົາກໍຍ້າຍພວກເຂົາກັບຄືນໄປສູ່ບ່ອນທີ່ມີແສງສະຫວ່າງ, ເພື່ອວ່າ ພວກເຂົາອາດຮູ້ຈັກເຮົາພາຍໃນແສງສະຫວ່າງ ແລະ ຮັບເອົາເຮົາຢ່າງມີຄວາມສຸກ. ເພາະການມາເຖິງຂອງແສງສະຫວ່າງຂອງເຮົາ, ການບູຊາຈຶ່ງເກີດຂຶ້ນໃນຫົວໃຈຂອງຜູ້ຄົນທີ່ອາໄສຢູ່ໃນອານາຈັກຂອງເຮົາ, ຍ້ອນເຮົາເປັນພຣະເຈົ້າເພື່ອໃຫ້ມະນຸດຮັກ, ເປັນພຣະເຈົ້າທີ່ມະນຸດເກາະຕິດແໜ້ນດ້ວຍຄວາມຮັກ ແລ້ວມະນຸດຈຶ່ງເຕັມໄປດ້ວຍຄວາມປະທັບໃຈຕະຫຼອດໄປໃນຮູບຮ່າງຂອງເຮົາ. ຢ່າງໃດກໍຕາມ ເມື່ອທຸກຢ່າງຖືກກ່າວ ແລະ ເຮັດໃຫ້ສຳເລັດແລ້ວ ກໍບໍ່ມີຜູ້ໃດທີ່ເຂົ້າໃຈວ່າ ສິ່ງນີ້ແມ່ນການປະຕິບັດພາລະກິດຂອງພຣະວິນຍານ ຫຼື ເປັນໜ້າທີ່ຂອງເນື້ອໜັງ. ຜູ້ຄົນຈະຕ້ອງໄດ້ໃຊ້ເວລາທັງຊີວິດພຽງເພື່ອປະສົບກັບສິ່ງນີ້ສິ່ງດຽວຢ່າງລະອຽດ. ມະນຸດບໍ່ເຄີຍກຽດຊັງເຮົາໃນສ່ວນເລິກທີ່ສຸດຂອງຫົວໃຈຂອງພວກເຂົາ; ກົງກັນຂ້າມ ພວກເຂົາຍຶດຕິດກັບເຮົາໃນສ່ວນເລິກຂອງຈິດວິນຍານຂອງພວກເຂົາ. ສະຕິປັນຍາຂອງເຮົາເຮັດໃຫ້ເກີດການເຄົາລົບຂອງພວກເຂົາ, ສິ່ງມະຫັດສະຈັນທີ່ເຮົາກຳລັງປະຕິບັດເປັນອາຫານຕໍ່ສາຍຕາຂອງພວກເຂົາ, ພຣະທຳຂອງເຮົາເຮັດໃຫ້ຄວາມຄິດຂອງພວກເຂົາສັບສົນ ແຕ່ພວກເຂົາກໍຖະໜອມພຣະທຳເຫຼົ່ານັ້ນຢ່າງສຸດຊຶ້ງ. ຄວາມເປັນຈິງຂອງເຮົາເຮັດໃຫ້ມະນຸດເວົ້າບໍ່ອອກ, ຕົກສະເງີ້ ແລະ ມຶນງົງ ແຕ່ເຖິງຢ່າງໃດ ພວກເຂົາກໍເຕັມໃຈທີ່ຈະຍອມຮັບສິ່ງນີ້. ນີ້ບໍ່ແມ່ນການວັດແທກມະນຸດຕາມສິ່ງທີ່ເຂົາເປັນແທ້ບໍ?

ວັນທີ 13 ມີນາ 1992

ກ່ອນນີ້: ບົດທີ 14

ຕໍ່ໄປ: ບົດທີ 16

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?

ແຕ່ລະມື້ທີ່ພວກເຈົ້າດໍາເນີນຊີວິດຢູ່ໃນປັດຈຸບັນແມ່ນມີຄວາມຈໍາເປັນ ແລະ ມີຄວາມສໍາຄັນຫຼາຍກັບຈຸດໝາຍປາຍທາງຂອງພວກເຈົ້າ ແລະ ຊະຕາກໍາຂອງພວກເຈົ້າ....

ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ

ທາດແທ້ຂອງຄວາມເຊື່ອໃນພຣະເຈົ້າຂອງຄົນສ່ວນໃຫຍ່ແມ່ນຄວາມເຊື່ອໃນສາສະໜາ ນັ້ນກໍຄື ພວກເຂົາບໍ່ສາມາດຮັກພຣະເຈົ້າໄດ້ ແລະ...

ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່

ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງມາເຖິງຈຸດສຸດທ້າຍ ແລະ ປະຕູແຫ່ງອານາຈັກກໍໄດ້ເປີດອອກໃຫ້ກັບທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະອົງແລ້ວ....

ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ໃນການເປັນພະຍານໃຫ້ກັບພຣະເຈົ້າ ແລະ ສ້າງຄວາມອັບອາຍໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ ພວກເຈົ້າຕ້ອງມີຫຼັກການ ແລະ ເງື່ອນໄຂ: ໃນຫົວໃຈຂອງພວກເຈົ້າ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້