ບົດທີ 5

ສຽງແຫ່ງພຣະວິນຍານຂອງເຮົາແມ່ນການສະແດງອອກຂອງອຸປະນິໄສທັງໝົດຂອງເຮົາ. ພວກເຈົ້າເຂົ້າໃຈບໍ? ການທີ່ບໍ່ຊັດເຈນໃນຈຸດນີ້ກໍເທົ່າກັບການຕໍ່ຕ້ານເຮົາໂດຍກົງ. ພວກເຈົ້າໄດ້ເຫັນເຖິງຄວາມສຳຄັນທີ່ນອນຢູ່ໃນນີ້ຢ່າງແທ້ຈິງບໍ? ພວກເຈົ້າຮູ້ຈັກແທ້ບໍວ່າເຮົາໄດ້ໃຊ້ຄວາມພະຍາຍາມ ແລະ ກຳລັງຫຼາຍສໍ່າໃດກັບພວກເຈົ້າ? ພວກເຈົ້າກ້າເປີດເຜີຍສິ່ງທີ່ພວກເຈົ້າໄດ້ກະທຳ ແລະ ວິທີທີ່ພວກເຈົ້າປະພຶດຕໍ່ໜ້າເຮົາບໍ? ແລ້ວພວກເຈົ້າບັງອາດເອີ້ນຕົນເອງວ່າເປັນປະຊາຊົນຂອງເຮົາເມື່ອຢູ່ຕໍ່ໜ້າເຮົາ, ພວກເຈົ້າບໍ່ມີຢາງອາຍ, ແຮງໄກທີ່ຈະມີຄວາມຮູ້ສຶກ! ບໍ່ໄວກໍຊ້າ ຄົນແບບພວກເຈົ້າຈະຖືກຂັບໄລ່ອອກຈາກເຮືອນຂອງເຮົາ! ຢ່າໃຊ້ປະສົບການຂອງພວກເຈົ້າເພື່ອຫຼອກລວງເຮົາ ໂດຍເຮັດທຳທ່າວ່າພວກເຈົ້າໄດ້ຢືນເປັນພະຍານໃຫ້ແກ່ເຮົາ! ນີ້ແມ່ນສິ່ງທີ່ມະນຸດຊາດສາມາດເຮັດໄດ້ບໍ? ຖ້າບໍ່ມີຫຍັງຢູ່ໃນເຈດຕະນາຂອງເຈົ້າ ແລະ ເປົ້າໝາຍຂອງເຈົ້າ, ເຈົ້າກໍຄົງຈະຍ່າງໃນເສັ້ນທາງອື່ນຕັ້ງແຕ່ດົນແລ້ວ. ເຈົ້າຄິດວ່າເຮົາບໍ່ຮູ້ບໍວ່າຫົວໃຈຂອງມະນຸດສາມາດແບກຮັບໄດ້ຫຼາຍສໍ່າໃດ? ຕັ້ງແຕ່ເວລານີ້ເປັນຕົ້ນໄປ, ໃນບັນດາທຸກສິ່ງ, ເຈົ້າຕ້ອງເຂົ້າສູ່ຄວາມເປັນຈິງແຫ່ງການປະຕິບັດ; ຖ້າມີແຕ່ເວົ້າເລື້ອຍເປືອຍຄືກັບທີ່ເຈົ້າໄດ້ເຮັດໃນອະດີດ, ມັນຈະບໍ່ພາໃຫ້ເຈົ້າໄປຮອດໃສເລີຍ. ໃນອະດີດ, ພວກເຈົ້າສ່ວນໃຫຍ່ແມ່ນສາມາດເອົາປຽບຜູ້ອື່ນພາຍໃຕ້ຫຼັງຄາຂອງເຮົາ; ຄວາມຈິງທີ່ເຮັດໃຫ້ພວກເຈົ້າສາມາດຍຶດໝັ້ນໄດ້ໃນປັດຈຸບັນກໍເນື່ອງຈາກຄວາມຮຸນແຮງຂອງພຣະທຳຂອງເຮົາທັງສິ້ນ. ເຈົ້າຄິດວ່າເຮົາເວົ້າເລື້ອຍເປືອຍ ແລະ ບໍ່ມີຈຸດປະສົງບໍ? ເປັນໄປບໍ່ໄດ້! ເຮົາຫຼຽວລົງເບິ່ງທຸກສິ່ງຈາກເບື້ອງສູງ ແລະ ໃຊ້ອຳນາດເໜືອທຸກສິ່ງຈາກເບື້ອງສູງ. ໃນລັກສະນະດຽວກັນ, ເຮົາໄດ້ວາງຄວາມລອດພົ້ນຂອງເຮົາເທິງແຜ່ນດິນໂລກ. ບໍ່ເຄີຍມີຊ່ວງເວລາໃດທີ່ເຮົາບໍ່ໄດ້ຫຼຽວເບິ່ງການກະທຳທຸກຢ່າງຂອງມະນຸດ ແລະ ທຸກສິ່ງທີ່ພວກເຂົາເວົ້າ ແລະ ກະທຳ ຈາກບ່ອນລັບຂອງເຮົາ. ສຳລັບເຮົາແລ້ວ, ມະນຸດເປັນຄືປຶ້ມທີ່ເປີດອອກ: ເຮົາເຫັນ ແລະ ຮູ້ພວກເຂົາແຕ່ລະຄົນ ແລະ ໝົດທຸກຄົນ. ບ່ອນລັບຂອງເຮົາແມ່ນບ່ອນດໍາລົງຢູ່ຂອງເຮົາ ແລະ ຫຼັງຄາກົ່ງທັງໝົດໃນສະຫວັນແມ່ນຕຽງທີ່ເຮົານອນ. ກອງກຳລັງຂອງຊາຕານບໍ່ສາມາດມາເຖິງເຮົາໄດ້, ຍ້ອນເຮົາເຕັມລົ້ນດ້ວຍເດຊານຸພາບ, ຄວາມຊອບທຳ ແລະ ການພິພາກສາ. ຄວາມເລິກລັບທີ່ບໍ່ສາມາດພັນລະນາໄດ້ກໍມີຢູ່ໃນພຣະທຳຂອງເຮົາ. ເມື່ອເຮົາກ່າວ, ພວກເຈົ້າກໍກາຍເປັນຄືກັບສັດມີປີກທີ່ຫາກໍ່ຖືກໂຍນລົງນໍ້າ, ເຕັມໄປດ້ວຍຄວາມສັບສົນ ຫຼື ຄືກັບເດັກນ້ອຍທີ່ຫາກໍ່ຕົກໃຈຢ້ານ, ເບິ່ງຄືບໍ່ຮູ້ຈັກຫຍັງ, ຍ້ອນວິນຍານຂອງພວກເຈົ້າໄດ້ຕົກລົງສູ່ສະພາວະມຶດມົວ. ເປັນຫຍັງເຮົາຈຶ່ງເວົ້າວ່າບ່ອນລັບແມ່ນບ່ອນດໍາລົງຢູ່ຂອງເຮົາ? ເຈົ້າຮູ້ຄວາມໝາຍທີ່ເລິກເຊິ່ງຂອງພຣະທຳຂອງເຮົາບໍ? ຜູ້ໃດທ່າມກາງມະນຸດທີ່ສາມາດຮູ້ຈັກເຮົາໄດ້? ຜູ້ໃດສາມາດຮູ້ຈັກເຮົາດັ່ງທີ່ພວກເຂົາຮູ້ຈັກພໍ່ ແລະ ແມ່ຂອງພວກເຂົາເອງບໍ່? ເມື່ອພັກຜ່ອນຢູ່ໃນເຮືອນຂອງເຮົາ, ເຮົາໄດ້ສັງເກດທຸກສິ່ງຢ່າງໃກ້ຊິດ: ທຸກຄົນເທິງແຜ່ນດິນໂລກແມ່ນວຸ້ນວາຍກັບ “ການເດີນທາງໄປທົ່ວແຜ່ນດິນໂລກ” ແລະ ຟ້າວໄປໆມາໆລ້ວນແລ້ວແຕ່ຍ້ອນເຫັນແກ່ໂຊກຊະຕາຂອງພວກເຂົາ ແລະ ອະນາຄົດຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ບໍ່ມີຜູ້ໃດເລີຍທີ່ມີກຳລັງເຫຼືອໄວ້ສຳລັບການສ້າງອານາຈັກຂອງເຮົາ, ບໍ່ມີແມ່ນແຕ່ຄວາມພະຍາຍາມທີ່ຈະຫາຍໃຈ. ເຮົາສ້າງມະນຸດ ແລະ ເຮົາໄດ້ຊ່ວຍເຫຼືອພວກເຂົາຈາກຄວາມລຳບາກຍາກແຄ້ນເປັນເວລາຫຼາຍຄັ້ງ; ເຖິງຢ່າງນັ້ນກໍຕາມ ມະນຸດເຫຼົ່ານີ້ກໍຍັງເປັນຄົນເນລະຄຸນທັງໝົດ: ບໍ່ມີແມ່ນແຕ່ຄົນດຽວໃນທ່າມກາງພວກເຂົາທີ່ສາມາດນັບທຸກກໍລະນີທີ່ກ່ຽວກັບຄວາມລອດພົ້ນຂອງເຮົາ. ມັນເປັນເວລາຫຼາຍປີ, ຫຼາຍສັດຕະວັດ, ຕັ້ງແຕ່ການເນລະມິດສ້າງໂລກມາຈົນເຖິງປັດຈຸບັນ; ເຮົາໄດ້ປະຕິບັດສິ່ງອັດສະຈັນຫຼາຍຢ່າງ ແລະ ເຮັດໃຫ້ສະຕິປັນຍາຂອງເຮົາເປັນທີ່ຊັດແຈ້ງຫຼາຍຄັ້ງ. ເຖິງຢ່າງນັ້ນກໍຕາມ, ມະນຸດກໍຍັງເປັນບ້າ ແລະ ຕາຍດ້ານຄືກັບຄົນທີ່ປ່ວຍທາງຈິດ ແລະ ແມ່ນແຕ່ບາງຄັ້ງກໍຄືກັບສັດປ່າທີ່ແລ່ນໂຊເຊໃນປ່າໄມ້, ໂດຍບໍ່ມີເຈດຕະນາທີ່ຈະສົນໃຈໃນກິດຈະການຂອງເຮົາແມ່ນແຕ່ໜ້ອຍດຽວ. ເປັນເວລາຫຼາຍຄັ້ງ, ເຮົາໄດ້ລົງໂທດປະຫານຊີວິດແກ່ມະນຸດ ແລະ ຕັດສິນລົງໂທດໃຫ້ພວກເຂົາຕາຍ,​ ແຕ່ແຜນການຄຸ້ມຄອງຂອງເຮົາແມ່ນບໍ່ສາມາດຖືກປ່ຽນແປງໂດຍຄົນໃດຄົນໜຶ່ງໄດ້. ແລ້ວດ້ວຍເຫດນັ້ນ, ໃນມືຂອງເຮົາ, ມະນຸດຈຶ່ງສືບຕໍ່ເປີດເຜີຍສິ່ງເດີມໆທີ່ພວກເຂົາຍຶດຕິດຢູ່. ຍ້ອນຂັ້ນຕອນແຫ່ງພາລະກິດຂອງເຮົາ, ເຮົາຈຶ່ງໄດ້ຊ່ວຍເຫຼືອພວກເຈົ້າອີກຄັ້ງ ເຊິ່ງເປັນຄົນທີ່ເກີດໃນຄອບຄົບໃຫຍ່ທີ່ເສື່ອມໂຊມ, ຊົ່ວຊ້າ, ສົກກະປົກ ແລະ ໜ້າລັງກຽດ.

ພາລະກິດທີ່ຖືກວາງແຜນໄວ້ແລ້ວຂອງເຮົາຈະກ້າວໄປຂ້າງໜ້າໂດຍບໍ່ມີການຢຸດເຊົາແມ່ນແຕ່ຊ່ວງເວລາດຽວ. ເມື່ອໄດ້ຍັບເຂົ້າສູ່ຍຸກແຫ່ງອານາຈັກ ແລະ ເມື່ອໄດ້ແບກພວກເຈົ້າເຂົ້າສູ່ອານາຈັກຂອງເຮົາດັ່ງປະຊາຊົນຂອງເຮົາ, ເຮົາຈະຮຽກຮ້ອງຢ່າງອື່ນຈາກພວກເຈົ້າ; ນັ້ນໝາຍຄວາມວ່າ ເຮົາຈະເລີ່ມປະກາດນໍາໃຊ້ລັດຖະທຳມະນູນທີ່ເຮົາຈະປົກຄອງຍຸກນີ້ຕໍ່ໜ້າພວກເຈົ້າ:

ຍ້ອນພວກເຈົ້າຖືກເອີ້ນວ່າປະຊາຊົນຂອງເຮົາ, ພວກເຈົ້າກໍຄວນສາມາດສັນລະເສີນນາມຂອງເຮົາ; ນັ້ນກໍຄື ສາມາດຢືນເປັນພະຍານໄດ້ໃນທ່າມກາງການທົດລອງ. ຖ້າຜູ້ໃດກໍຕາມພະຍາຍາມທີ່ຈະຫຼອກລວງເຮົາ ແລະ ປິດບັງຄວາມຈິງຈາກເຮົາ ຫຼື ເຂົ້າຮ່ວມເຮັດສິ່ງທີ່ບໍ່ໜ້າເຊື່ອຖືລັບຫຼັງຂອງເຮົາ, ຄົນປະເພດດັ່ງກ່າວຈະຖືກໂຍນອອກໄປ ແລະ ກຳຈັດອອກຈາກເຮືອນຂອງເຮົາ ໂດຍບໍ່ມີການຍົກເວັ້ນ ເພື່ອລໍຖ້າໃຫ້ເຮົາຈັດການພວກເຂົາ. ຄົນທີ່ບໍ່ຊື່ສັດ ແລະ ບໍ່ເຊື່ອຟັງເຮົາໃນອະດີດ ແລະ ຄົນທີ່ລຸກຂຶ້ນເພື່ອຕັດສິນເຮົາຢ່າງເປີດເຜີຍໃນປັດຈຸບັນ, ພວກເຂົາກໍຈະຖືກໂຍນອອກຈາກເຮືອນຂອງເຮົາເຊັ່ນກັນ. ຄົນທີ່ເປັນປະຊາຊົນຂອງເຮົາຕ້ອງຄຳນຶງເຖິງພາລະຂອງເຮົາພ້ອມກັບສະແຫວງຫາເພື່ອຮູ້ຈັກພຣະທຳຂອງເຮົາຢູ່ສະເໝີ. ມີແຕ່ຄົນໃນລັກສະນະນີ້ເທົ່ານັ້ນ ເຮົາຈຶ່ງຈະໃຫ້ແສງສະຫວ່າງ ແລະ ພວກເຂົາກໍຈະໄດ້ດຳລົງຊີວິດຢູ່ພາຍໃຕ້ການນໍາພາ ແລະ ແສງສະຫວ່າງຂອງເຮົາຢ່າງແນ່ນອນ ໂດຍບໍ່ພົບກັບການຂ້ຽນຕີເລີຍ. ຄົນທີ່ໃສ່ໃຈແຕ່ການວາງແຜນເພື່ອອະນາຄົດຂອງພວກເຂົາເອງ ໂດຍບໍ່ຄຳນຶງເຖິງພາລະຂອງເຮົາ ນັ້ນກໍຄື ຄົນທີ່ບໍ່ໄດ້ຕັ້ງໃຈເຮັດໃຫ້ເຮົາພໍໃຈດ້ວຍການກະທຳຂອງພວກເຂົາ, ແຕ່ກົງກັນຂ້າມ ພວກເຂົາສະແຫວງຫາແຕ່ສິ່ງໃຫ້ທານ, ເຮົາປະຕິເສດທີ່ຈະໃຊ້ສິ່ງມີຊີວິດດັ່ງຄົນຂໍທານເຫຼົ່ານີ້ຢ່າງແນ່ນອນ, ເພາະຕັ້ງແຕ່ເວລາທີ່ພວກເຂົາເກີດ ພວກເຂົາບໍ່ຮູ້ເລີຍວ່າການຄຳນຶງເຖິງພາລະຂອງເຮົາໝາຍເຖິງຫຍັງ. ພວກເຂົາເປັນຄົນທີ່ຂາດຄວາມຮູ້ສຶກປົກກະຕິ; ຄົນປະເພດດັ່ງກ່າວກຳລັງທົນທຸກຈາກ “ການຂາດສານອາຫານ” ຂອງສະໝອງ ແລະ ຈຳເປັນຕ້ອງກັບເມືອເຮືອນເພື່ອ “ບໍາລຸງ” ສະໝອງຂອງພວກເຂົາ. ເຮົາບໍ່ນໍາໃຊ້ຄົນປະເພດດັ່ງກ່າວ. ໃນບັນດາປະຊາຊົນຂອງເຮົາ, ທຸກຄົນຈຳເປັນຕ້ອງຄຳນຶງວ່າການຮູ້ຈັກເຮົາຄືໜ້າທີ່ໆຈຳເປັນຕ້ອງປະຕິບັດຕະຫຼອດຈົນເຖິງທີ່ສຸດ, ຄືກັບການກິນ, ການນຸ່ງຫົ່ມ ແລະ ການນອນ, ເຊິ່ງເປັນສິ່ງທີ່ມະນຸດບໍ່ເຄີຍລືມທີ່ຈະເຮັດແມ່ນແຕ່ຊ່ວງເວລາດຽວ, ເພື່ອວ່າໃນທີ່ສຸດແລ້ວ ການຮູ້ຈັກເຮົາຈະກາຍເປັນສິ່ງທີ່ຄຸ້ນເຄີຍຄືກັບການກິນ, ສິ່ງທີ່ເຈົ້າເຮັດເປັນປະຈໍາ ໂດຍບໍ່ຈໍາເປັນໃຊ້ຄວາມພະຍາຍາມ. ແຕ່ສຳລັບພຣະທຳທີ່ເຮົາກ່າວ, ພຣະທຳທຸກຂໍ້ຕ້ອງຖືກປະຕິບັດດ້ວຍຄວາມເຊື່ອສູງສຸດ ແລະ ຖືກຮັບເອົາຢ່າງສົມບູນ; ບໍ່ສາມາດປະຕິບັດແບບພໍເປັນພິທີ. ຜູ້ໃດທີ່ບໍ່ໃສ່ໃຈຕໍ່ພຣະທຳຂອງເຮົາກໍຈະຖືວ່າກຳລັງຕໍ່ຕ້ານເຮົາໂດຍກົງ; ຜູ້ໃດທີ່ບໍ່ກິນຈາກພຣະທຳຂອງເຮົາ ຫຼື ບໍ່ສະແຫວງຫາເພື່ອຮູ້ຈັກພຣະທຳເຫຼົ່ານັ້ນ ກໍຈະຖືວ່າບໍ່ໄດ້ໃສ່ໃຈຕໍ່ເຮົາ ແລະ ຈະຖືກກວາດລ້າງອອກຈາກເຮືອນຂອງເຮົາໂດຍກົງ. ນີ້ກໍຍ້ອນວ່າ ດັ່ງທີ່ເຮົາໄດ້ກ່າວໃນອະດີດ ສິ່ງທີ່ເຮົາປາຖະໜາບໍ່ແມ່ນຄົນຈຳນວນຫຼາຍ, ແຕ່ເປັນຄົນຈຳນວນໜ້ອຍ. ຈາກບັນດາຮ້ອຍຄົນ, ຖ້າມີພຽງແຕ່ຄົນດຽວທີ່ສາມາດຮູ້ຈັກເຮົາຜ່ານທາງພຣະທຳຂອງເຮົາ, ແລ້ວເຮົາກໍຈະໂຍນຄົນອື່ນທີ່ເຫຼືອຖິ້ມໝົດ ເພື່ອສຸມໃສ່ໃນການໃຫ້ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ຄົນນີ້ຄົນດຽວ. ຈາກສິ່ງນີ້ ເຈົ້າສາມາດເຫັນໄດ້ວ່າ ມັນບໍ່ເປັນຈິງທີ່ຄົນຈຳນວນຫຼວງຫຼາຍແຕ່ຢ່າງດຽວຈະສາມາດສະແດງເຖິງເຮົາໄດ້ ແລະ ດຳລົງຊີວິດຕາມເຮົາ. ສິ່ງທີ່ເຮົາຕ້ອງການແມ່ນເຂົ້າສາລີ (ເຖິງແມ່ນເມັດອາດບໍ່ຄົບຖ້ວນ) ແລະ ບໍ່ແມ່ນເຂົ້ານົກ (ເຖິງແມ່ນຈະມີເມັດຢ່າງຄົບຖ້ວນໃຫ້ຊື່ນຊົມກໍຕາມ). ສຳລັບຄົນທີ່ບໍ່ຄຳນຶງເຖິງການສະແຫວງຫາ, ແຕ່ກົງກັນຂ້າມ ປະພຶດໃນລັກສະນະແບບຄົນຂີ້ຄ້ານ, ພວກເຂົາຄວນໜີດ້ວຍຄວາມສະໝັກໃຈຂອງພວກເຂົາເອງ; ເຮົາບໍ່ປາຖະໜາທີ່ຈະເຫັນພວກເຂົາອີກຕໍ່ໄປ, ເພື່ອບໍ່ໃຫ້ພວກເຂົາສືບຕໍ່ນໍາຄວາມອັບອາຍມາສູ່ນາມຂອງເຮົາ. ກ່ຽວກັບສິ່ງທີ່ເຮົາຮຽກຮ້ອງຈາກປະຊາຊົນຂອງເຮົາ, ເຮົາຈະຢຸດຢູ່ທີ່ຄຳສັ່ງສອນເຫຼົ່ານີ້ໄວ້ກ່ອນ ແລະ ຈະລໍຖ້າເພື່ອດຳເນີນການລົງໂທດເພີ່ມເຕີມ, ຂຶ້ນຢູ່ກັບວ່າສະຖານະການຈະປ່ຽນແປງແນວໃດ.

ໃນເມື່ອກ່ອນ, ຄົນສ່ວນໃຫຍ່ຄິດວ່າ ເຮົາເປັນພຣະເຈົ້າແຫ່ງສະຕິປັນຍາ, ເຮົາເປັນພຣະເຈົ້າອົງດຽວທີ່ເຫັນຫົວໃຈຂອງມະນຸດຢ່າງເລິກເຊິ່ງ; ເຖິງຢ່າງໃດກໍຕາມ ນີ້ເປັນພຽງແນວຄິດແບບຜິວເຜີນ. ຖ້າມະນຸດຮູ້ຈັກເຮົາຢ່າງແທ້ຈິງ, ພວກເຂົາຈະບໍ່ກ້າທີ່ຈະຟ້າວສະຫຼຸບແບບນັ້ນ, ແຕ່ກົງກັນຂ້າມຈະສືບຕໍ່ພະຍາຍາມທີ່ຈະຮູ້ຈັກເຮົາຜ່ານພຣະທຳຂອງເຮົາ. ມີແຕ່ເມື່ອພວກເຂົາໄດ້ມາເຖິງຂັ້ນຕອນທີ່ພວກເຂົາເຫັນການກະທຳຂອງເຮົາຢ່າງແທ້ຈິງ, ພວກເຂົາຈຶ່ງຈະສົມຄວນເອີ້ນເຮົາວ່າຜູ້ມີສະຕິປັນຍາ ແລະ ມະຫັດສະຈັນ. ຄວາມຮູ້ຂອງພວກເຈົ້າກ່ຽວກັບເຮົາແມ່ນຕື້ນເກີນໄປ. ທົ່ວທັງຍຸກຕ່າງໆ, ຫຼາຍຄົນໄດ້ຮັບໃຊ້ເຮົາເປັນເວລາຫຼາຍປີ ແລະ ເມື່ອໄດ້ເຫັນການກະທຳຂອງເຮົາ ພວກເຂົາກໍມາຮູ້ຈັກບາງສິ່ງກ່ຽວກັບເຮົາຢ່າງແທ້ຈິງ. ດ້ວຍເຫດຜົນນີ້, ພວກເຂົາຈຶ່ງເຄີຍມີຫົວໃຈທີ່ອ່ອນນ້ອມຕໍ່ເຮົາ, ບໍ່ກ້າທີ່ຈະມີເຈດຕະນາຕໍ່ຕ້ານເຮົາແມ່ນແຕ່ໜ້ອຍດຽວ ເນື່ອງຈາກມັນຍາກສໍ່າໃດທີ່ຈະສະແຫວງຫາຮອຍພຣະບາດຂອງເຮົາ. ຖ້າການນໍາພາຂອງເຮົາຂາດໄປຈາກຜູ້ຄົນເຫຼົ່ານີ້, ພວກເຂົາກໍຈະບໍ່ກ້າປະພຶດຢ່າງຮ້ອນໃຈ. ສະນັ້ນ ຫຼັງຈາກໄດ້ດຳລົງຊີວິດຜ່ານປະສົບການຫຼາຍປີ, ໃນທີ່ສຸດ ພວກເຂົາກໍກ່າວສະຫຼຸບຄວາມຮູ້ບາງສ່ວນກ່ຽວກັບເຮົາ, ໂດຍເອີ້ນເຮົາວ່າຜູ້ມີສະຕິປັນຍາ, ຜູ້ມະຫັດສະຈັນ ແລະ ທີ່ປຶກສາ, ພຣະທຳຂອງເຮົາເປັນຄືກັບດາບສອງຄົມ, ການກະທຳຂອງເຮົາຍິ່ງໃຫຍ່, ໜ້າປະທັບໃຈ ແລະ ມະຫັດສະຈັນ, ເຮົາແຕ່ງຕົວຢ່າງສະຫງ່າງາມ, ສະຕິປັນຍາຂອງເຮົາສູງກວ່າທ້ອງຟ້າ ແລະ ຄວາມເຂົ້າໃຈອື່ນໆ. ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ຄວາມຮູ້ຂອງພວກເຈົ້າກ່ຽວກັບເຮົາແມ່ນພຽງແຕ່ອີງຕາມພື້ນຖານທີ່ພວກເຈົ້າໄດ້ວາງໄວ້, ສະນັ້ນ ພວກເຈົ້າສ່ວນໃຫຍ່ຈຶ່ງພຽງແຕ່ເວົ້າຄໍາເກົ່າຄືກັບນົກແກ້ວ. ມັນເປັນຍ້ອນວ່າ ເຮົາໄດ້ຄຳນຶງວ່າພວກເຈົ້າຮູ້ຈັກເຮົານັ້ນຕື້ນສໍ່າໃດ ແລະ “ການສຶກສາ” ຂອງພວກເຈົ້າຕໍ່າສໍ່າໃດ, ເຮົາຈຶ່ງລະເວັ້ນການຂ້ຽນຕີພວກເຈົ້າຢ່າງຮຸນແຮງ. ເຖິງຢ່າງນັ້ນກໍຕາມ, ພວກເຈົ້າສ່ວນໃຫຍ່ກໍຍັງບໍ່ຮູ້ຈັກຕົນເອງ ຫຼື ຄິດວ່າ ພວກເຈົ້າໄດ້ປະຕິບັດຕາມຄວາມປະສົງຂອງເຮົາໃນການກະທຳຂອງພວກເຈົ້າແລ້ວ ແລະ ຍ້ອນເຫດຜົນນີ້ຈຶ່ງໄດ້ຫຼົບໜີຈາກການພິພາກສາ; ຫຼືວ່າ ຫຼັງຈາກທີ່ໄດ້ກາຍມາເປັນເນື້ອໜັງ ເຮົາກໍລືມການກະທຳຂອງມະນຸດຊາດຢ່າງສົມບູນ ແລະ ຍ້ອນເຫດຜົນນີ້ ພວກເຈົ້າຈຶ່ງໄດ້ຫຼົບໜີຈາກການຂ້ຽນຕີເຊັ່ນກັນ; ຫຼືວ່າ ພຣະເຈົ້າທີ່ພວກເຈົ້າເຊື່ອບໍ່ມີຢູ່ໃນຈັກກະວານອັນກວ້າງໃຫຍ່ໄພສານນີ້ ແລະ ດ້ວຍເຫດນັ້ນ ພວກເຈົ້າຈຶ່ງໄດ້ເຫັນການຮູ້ຈັກພຣະເຈົ້າເປັນພຽງວຽກເຮືອນທີ່ເຮັດໃນເວລາວ່າງຂອງພວກເຈົ້າເທົ່ານັ້ນ ແທນທີ່ຈະເຫັນເປັນສິ່ງທີ່ພວກເຈົ້າຕ້ອງຍຶດຖືໃນຫົວໃຈຂອງພວກເຈົ້າດັ່ງໜ້າທີ່ໆຕ້ອງປະຕິບັດ, ພວກເຈົ້າໃຊ້ຄວາມເຊື່ອໃນພຣະເຈົ້າເພື່ອຂ້າເວລາ ຖ້າບໍ່ດັ່ງນັ້ນເວລາຂອງພວກເຈົ້າກໍຈະສູນເສຍຢ່າງບໍ່ມີປະໂຫຍດ. ຖ້າເຮົາບໍ່ສົງສານທີ່ພວກເຈົ້າຂາດຄຸນສົມບັດ, ຂາດເຫດຜົນ ແລະ ຄວາມເຂົ້າໃຈ, ແລ້ວພວກເຈົ້າທຸກຄົງກໍຈະຈິບຫາຍໃນທ່າມກາງການຂ້ຽນຕີຂອງເຮົາ ແລະ ຖືກກວາດລ້າງອອກຈາກການມີຊີວິດຢູ່. ເຖິງຢ່າງໃດກໍຕາມ ຈົນກວ່າພາລະກິດຂອງເຮົາເທິງແຜ່ນດິນໂລກຈະສຳເລັດລົງ, ເຮົາຈະຍັງຄົງຜ່ອນຜັນກັບມະນຸດຊາດຕໍ່ໄປ. ນີ້ແມ່ນສິ່ງທີ່ພວກເຈົ້າທຸກຄົນຕ້ອງມີຄວາມຮູ້, ສະນັ້ນ ຈົ່ງເລີ່ມຮູ້ຈັກຄວາມດີຈາກຄວາມຊົ່ວ.

ວັນທີ 25 ກຸມພາ 1992

ກ່ອນນີ້: ບົດທີ 29

ຕໍ່ໄປ: ບົດທີ 6

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

ຍຸກເກົ່າໄດ້ຜ່ານໄປ ແລະ ຍຸກໃໝ່ໄດ້ກ້າວເຂົ້າມາ. ໃນແຕ່ລະປີ ແລະ ແຕ່ລະວັນ ພຣະເຈົ້າໄດ້ກະທໍາການຫຼາຍຢ່າງ. ພຣະອົງໄດ້ສະເດັດມາຍັງໂລກ ແລະ ຈາກໄປ....

ເຈົ້າຈົງຮັກພັກດີຕໍ່ໃຜ?

ແຕ່ລະມື້ທີ່ພວກເຈົ້າດໍາເນີນຊີວິດຢູ່ໃນປັດຈຸບັນແມ່ນມີຄວາມຈໍາເປັນ ແລະ ມີຄວາມສໍາຄັນຫຼາຍກັບຈຸດໝາຍປາຍທາງຂອງພວກເຈົ້າ ແລະ ຊະຕາກໍາຂອງພວກເຈົ້າ....

ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ

ການສໍາຫຼວດເບິ່ງວ່າເຈົ້າຢຶດຖືຄວາມຊອບທຳໃນທຸກສິ່ງທີ່ເຈົ້າກະທຳ ຫຼື ບໍ່ ແລະ ພຣະເຈົ້າໄດ້ເຝົ້າເບິ່ງການກະທໍາທັງໝົດຂອງເຈົ້າ ຫຼື ບໍ່...

ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ

ທາດແທ້ຂອງຄວາມເຊື່ອໃນພຣະເຈົ້າຂອງຄົນສ່ວນໃຫຍ່ແມ່ນຄວາມເຊື່ອໃນສາສະໜາ ນັ້ນກໍຄື ພວກເຂົາບໍ່ສາມາດຮັກພຣະເຈົ້າໄດ້ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້