ບົດທີ 7

ຂະແໜງຕະເວັນຕົກທັງໝົດຄວນຟັງສຽງຂອງເຮົາ:

ໃນອະດີດ, ພວກເຈົ້າໄດ້ຊື່ສັດຕໍ່ເຮົາບໍ? ພວກເຈົ້າໄດ້ຟັງຖ້ອຍຄໍາແຫ່ງການແນະນໍາທີ່ດີເລີດຂອງເຮົາບໍ? ຄວາມຫວັງຂອງພວກເຈົ້າເປັນຈິງ ແລະ ບໍ່ເລື່ອນລອຍ ແລະ ແນ່ນອນບໍ? ຄວາມຊື່ສັດຂອງມະນຸດຊາດ, ຄວາມຮັກຂອງມະນຸດຊາດ, ຄວາມເຊື່ອຂອງມະນຸດຊາດ, ບໍ່ມີສິ່ງໃດທີ່ບໍ່ໄດ້ມາຈາກເຮົາ ແລະ ບໍ່ມີສິ່ງໃດທີ່ເຮົາບໍ່ໄດ້ປະທານ. ປະຊາຊົນຂອງເຮົາ ເມື່ອເຈົ້າໄດ້ຟັງພຣະທຳຂອງເຮົາ, ພວກເຈົ້າເຂົ້າໃຈຄວາມປະສົງຂອງເຮົາບໍ? ພວກເຈົ້າເຫັນຫົວໃຈຂອງເຮົາບໍ? ໂດຍບໍ່ຄຳນຶງເຖິງຄວາມຈິງທີ່ວ່າ ໃນອະດີດ ເມື່ອຢູ່ໃນເສັ້ນທາງແຫ່ງການຮັບໃຊ້, ພວກເຈົ້າໄດ້ພົບກັບເຫດການຂຶ້ນໆລົງໆ, ຄວາມກ້າວໜ້າ ແລະ ຄວາມລົ້ມເຫຼວ ແລະ ເຫດການທີ່ເຈົ້າຢູ່ໃນອັນຕະລາຍທີ່ຈະລົ້ມລົງ ແລະ ແມ່ນແຕ່ທໍລະຍົດຕໍ່ເຮົາ, ພວກເຈົ້າຮູ້ບໍວ່າເຮົາກຳລັງຊ່ວຍພວກເຈົ້າໃຫ້ລອດພົ້ນຢ່າງສະໝໍ່າສະເໝີໃນທຸກຊ່ວງເວລາ? ເຮົາກຳລັງສົ່ງສຽງຂອງເຮົາເພື່ອຮຽກເອີ້ນ ແລະ ຊ່ວຍເຫຼືອພວກເຈົ້າຢູ່ຕະຫຼອດເວລາ? ເປັນເວລາຫຼາຍຄັ້ງທີ່ພວກເຈົ້າໄດ້ຕົກລົງສູ່ດາງແຫຂອງຊາຕານ; ເປັນເວລາຫຼາຍຄັ້ງທີ່ພວກເຈົ້າໄດ້ຕິດໃນບ້ວງແຮ້ວຂອງຄວາມເປັນມະນຸດ; ເປັນເວລາຫຼາຍຄັ້ງທີ່ພວກເຈົ້າລົ້ມເຫຼວໃນການປ່ອຍວາງຕົນເອງ ແລະ ຕົກຢູ່ໃນການໂຕ້ຖຽງກັນຢ່າງບໍ່ສິ້ນສຸດ. ເປັນເວລາຫຼາຍຄັ້ງທີ່ຮ່າງກາຍຂອງເຈົ້າຢູ່ໃນເຮືອນຂອງເຮົາ ໃນຂະນະທີ່ຫົວໃຈຂອງເຈົ້າບໍ່ສາມາດຄົ້ນພົບໄດ້. ເຖິງຢ່າງໃດກໍຕາມ, ເປັນເວລາຫຼາຍຄັ້ງທີ່ເຮົາໄດ້ຍື່ນມືແຫ່ງຄວາມຊ່ວຍເຫຼືອຂອງເຮົາເພື່ອຊຸກຍູ້ພວກເຈົ້າ ແລະ ເປັນເວລາຫຼາຍຄັ້ງທີ່ເຮົາໄດ້ໂຍນເມັດພືດແຫ່ງຄວາມເມດຕາລົງທ່າມກາງພວກເຈົ້າ. ເປັນເວລາຫຼາຍຄັ້ງທີ່ເຮົາບໍ່ສາມາດທົນເບິ່ງຄວາມເຈັບປວດຂອງພວກເຈົ້າຫຼັງຈາກຖືກທໍລະມານ; ເປັນເວລາຫຼາຍຄັ້ງ… ພວກເຈົ້າຮູ້ສິ່ງນີ້ບໍ?

ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ໃນການຮັກສາຂອງເຮົາ ພວກເຈົ້າໄດ້ເອົາຊະນະຄວາມລໍາບາກທຸກຢ່າງໃນທີ່ສຸດ ແລະ ເຮົາກໍຍິນດີກັບພວກເຈົ້າ; ນີ້ຄືແກ້ວຜະລຶກແຫ່ງສະຕິປັນຍາຂອງເຮົາ. ເຖິງຢ່າງໃດກໍຕາມ, ຈົ່ງຈື່ສິ່ງນີ້ໄວ້ໃຫ້ດີ! ມີຜູ້ໃດແດ່ທີ່ໄດ້ລົ້ມລົງ ໃນຂະນະທີ່ພວກເຈົ້າເອງຍັງເຂັ້ມແຂງຢູ່? ຜູ້ໃດແດ່ທີ່ເຂັ້ມແຂງໂດຍບໍ່ມີຊ່ວງເວລາແຫ່ງຄວາມອ່ອນແອຈັກເທື່ອ? ໃນບັນດາມະນຸດ, ຜູ້ໃດໄດ້ຮັບເອົາພອນທີ່ບໍ່ໄດ້ມາຈາກເຮົາບໍ່? ຜູ້ໃດໄດ້ຜະເຊີນກັບຄວາມໂຊກຮ້າຍທີ່ບໍ່ໄດ້ມາຈາກເຮົາແດ່? ເປັນໄປໄດ້ບໍວ່າ ທຸກຄົນທີ່ຮັກເຮົາຈະໄດ້ຮັບພຽງແຕ່ພອນເທົ່ານັ້ນ? ເປັນໄປໄດ້ບໍວ່າ ຄວາມໂຊກຮ້າຍເກີດຂຶ້ນກັບໂຢບຍ້ອນເພິ່ນບໍ່ໄດ້ຮັກເຮົາ, ກົງກັນຂ້າມ ເພິ່ນເລືອກທີ່ຈະຕໍ່ຕ້ານເຮົາ? ເປັນໄປໄດ້ບໍວ່າ ການທີ່ໂປໂລສາມາດຮັບໃຊ້ເຮົາດ້ວຍຄວາມຊື່ສັດຕໍ່ໜ້າເຮົາກໍຍ້ອນເພິ່ນສາມາດຮັກເຮົາຢ່າງແທ້ຈິງ? ເຖິງແມ່ນພວກເຈົ້າອາດຍຶດໝັ້ນກັບຄຳພະຍານ, ມີຜູ້ໃດທ່າມກາງພວກເຈົ້າແດ່ ທີ່ມີຄຳພະຍານທີ່ບໍ່ໄດ້ປົນກັບຄວາມເປິເປື້ອນດັ່ງທອງຄຳບໍລິສຸດ? ມະນຸດສາມາດມີຄວາມຊື່ສັດທີ່ແທ້ຈິງບໍ? ການທີ່ຄຳພະຍານຂອງພວກເຈົ້ານໍາຄວາມສຸກມາໃຫ້ແກ່ເຮົາບໍ່ໄດ້ຂັດແຍ່ງກັບ “ຄວາມຊື່ສັດ” ຂອງພວກເຈົ້າ, ຍ້ອນເຮົາບໍ່ເຄີຍຮຽກຮ້ອງຫຍັງຫຼາຍຈາກຄົນໃດໜຶ່ງ. ເມື່ອປະຕິບັດຕາມເຈດຕະນາເດີມທີ່ຢູ່ເບື້ອງຫຼັງແຜນການຂອງເຮົາ, ພວກເຈົ້າທຸກຄົນຈະເປັນ “ສິນຄ້າທີ່ໃຊ້ການບໍ່ໄດ້”, ບໍ່ໄດ້ມາດຕະຖານ. ນີ້ບໍ່ແມ່ນຕົວຢ່າງທີ່ເຮົາໄດ້ບອກພວກເຈົ້າກ່ຽວກັບ “ການໂຍນເມັດພືດແຫ່ງຄວາມເມດຕາ” ບໍ? ສິ່ງທີ່ພວກເຈົ້າເຫັນບໍ່ແມ່ນຄວາມລອດພົ້ນຂອງເຮົາບໍ?

ພວກເຈົ້າທຸກຄົນຄວນຄິດຢ້ອນຫຼັງ ແລະ ຫວນຄິດຄືນຫຼັງວ່າ: ນັບຕັ້ງແຕ່ທີ່ໄດ້ກັບຄືນສູ່ເຮືອນຂອງເຮົາ, ມີຜູ້ໃດແດ່ໃນບັນດາພວກເຈົ້າທີ່ໄດ້ມາຮູ້ຈັກເຮົາໃນລັກສະນະທີ່ເປໂຕຮູ້ຈັກ ໂດຍບໍ່ຄຳນຶງເຖິງຜົນປະໂຫຍດ ຫຼື ການສູນເສຍຂອງພວກເຈົ້າ? ພວກເຈົ້າໄດ້ຮຽນຮູ້ສ່ວນໜຶ່ງຂອງພຣະຄຳພີຢ່າງຜີວເຜີນ, ແຕ່ພວກເຈົ້າໄດ້ຊຶມຊັບເອົາແກ່ນແທ້ຂອງມັນບໍ? ເມື່ອເປັນເຊັ່ນນັ້ນ ເຈົ້າກໍຍັງຍຶດຖືຢູ່ກັບ “ຕົ້ນທຶນ” ຂອງເຈົ້າ, ໂດຍປະຕິເສດທີ່ຈະປ່ອຍວາງກັບຕົນເອງຢ່າງແທ້ຈິງ. ເມື່ອເຮົາກ່າວຖ້ອຍຄຳ, ເມື່ອເຮົາເວົ້າກັບພວກເຈົ້າໜ້າຕໍ່ໜ້າ, ມີຜູ້ໃດທ່າມກາງພວກເຈົ້າແດ່ທີ່ເຄີຍວາງໜັງສືມ້ວນທີ່ປິດໄວ້ຂອງພວກເຈົ້າລົງເພື່ອຮັບເອົາພຣະທຳແຫ່ງຊີວິດ ທີ່ເຮົາເປີດເຜີຍ? ພວກເຈົ້າບໍ່ຄຳນຶງເຖິງພຣະທຳຂອງເຮົາ ຫຼື ພວກເຈົ້າບໍ່ຊື່ນຊົມໃນພຣະທຳເຫຼົ່ານັ້ນ. ກົງກັນຂ້າມ, ພວກເຈົ້າໃຊ້ພຣະທຳເຫຼົ່ານັ້ນເພື່ອຍິງໃສ່ສັດຕູຂອງພວກເຈົ້າຄືກັບປືນກົນ ເພື່ອຮັກສາຕໍາແໜ່ງຂອງພວກເຈົ້າເອງ; ພວກເຈົ້າບໍ່ພະຍາຍາມຮັບເອົາການພິພາກສາຂອງເຮົາແມ່ນແຕ່ໜ້ອຍດຽວເພື່ອມາຮູ້ຈັກເຮົາ. ພວກເຈົ້າແຕ່ລະຄົນແນອາວຸດໃສ່ຄົນອື່ນ; ພວກເຈົ້າທຸກຄົນ “ບໍ່ເຫັນແກ່ຕົວ” ແລະ ພວກເຈົ້າ “ເຫັນແກ່ຄົນອື່ນ” ໃນທຸກສະຖານະການ. ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າໄດ້ເຮັດໃນມື້ວານບໍ? ແລ້ວມື້ນີ້ເດ? “ຄວາມຊື່ສັດ” ຂອງພວກເຈົ້າໄດ້ເພີ່ມຂຶ້ນສອງສາມຈຸດ ແລະ ພວກເຈົ້າທຸກຄົນມີປະສົບການເພີ່ມຂຶ້ນເລັກນ້ອຍ ແລະ ເປັນຜູ້ໃຫຍ່ຂຶ້ນເລັກນ້ອຍ; ຍ້ອນແບບນີ້, “ຄວາມຢຳເກງ” ທີ່ພວກເຈົ້າມີຕໍ່ເຮົາກໍໄດ້ເພີ່ມຂຶ້ນບາງສ່ວນ ແລະ ບໍ່ມີຜູ້ໃດ “ກ້າປະຕິບັດຢ່າງຖືເບົາ”. ເປັນຫຍັງພວກເຈົ້າຈຶ່ງຢູ່ໃນສະພາວະແຫ່ງຄວາມຂີ້ຄ້ານຢ່າງຕໍ່ເນື່ອງແບບນີ້? ເປັນຫຍັງລັກສະນະດ້ານບວກຈຶ່ງບໍ່ມີໃຫ້ຄົ້ນພົບໃນຕົວພວກເຈົ້າເລີຍ? ໂອ ປະຊາຊົນຂອງເຮົາເອີຍ! ອະດີດໄດ້ຫາຍໄປດົນແລ້ວ; ພວກເຈົ້າຕ້ອງບໍ່ຍຶດຕິດກັບມັນອີກຕໍ່ໄປ. ເມື່ອຍຶດໝັ້ນໄດ້ໃນມື້ວານ, ໃນມື້ນີ້ ເຈົ້າກໍຄວນມອບຄວາມຊື່ສັດທີ່ຈິງໃຈຂອງເຈົ້າໃຫ້ແກ່ເຮົາ; ຍິ່ງໄປກວ່ານັ້ນ ເຈົ້າຄວນເປັນພະຍານທີ່ດີໃຫ້ກັບເຮົາໃນມື້ຕໍ່ໄປ ແລະ ເຈົ້າຈະໄດ້ຮັບພອນຂອງເຮົາໃນອະນາຄົດ. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈ.

ເຖິງວ່າເຮົາບໍ່ໄດ້ຢູ່ຕໍ່ໜ້າພວກເຈົ້າ, ພຣະວິນຍານຂອງເຮົາກໍຈະມອບຄວາມກະລຸນາໃຫ້ກັບພວກເຈົ້າຢ່າງແນ່ນອນ. ເຮົາຫວັງວ່າພວກເຈົ້າຈະໃຫ້ຄຸນຄ່າພອນຂອງເຮົາ ແລະ ສາມາດຮູ້ຈັກຕົນເອງໂດຍອາໄສພອນເຫຼົ່ານັ້ນ. ຢ່າເຮັດໃຫ້ພອນເຫຼົ່ານັ້ນເປັນຕົ້ນທຶນຂອງພວກເຈົ້າ; ກົງກັນຂ້າມ ພວກເຈົ້າຄວນໃຊ້ພຣະທຳຂອງເຮົາເພື່ອຕື່ມເຕັມສິ່ງທີ່ກຳລັງຂາດໃນຕົວພວກເຈົ້າ ແລະ ພວກເຈົ້າກໍຈະໄດ້ຮັບອົງປະກອບດ້ານບວກຂອງພວກເຈົ້າຈາກສິ່ງນີ້. ນີ້ແມ່ນຂໍ້ຄວາມທີ່ເຮົາໄດ້ມອບເປັນສົມບັດໃຫ້ກັບພວກເຈົ້າ!

ວັນທີ 28 ກຸມພາ 1992

ກ່ອນນີ້: ບົດທີ 6

ຕໍ່ໄປ: ບົດທີ 11

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ຜູ້​ທີ່​​ບໍ່ສາມາດເຂົ້າ​ກັບ​ພຣະຄຣິດ​​ເປັນປໍລະປັກ​ກັບ​ພຣະ​ເຈົ້າຢ່າງແນ່ນອນ

ມະນຸດ​ທຸກຄົນປາ​ຖະໜາ​ຢາ​ກ​ເຫັນໃບ​ໜ້າ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ ​ແລະ ທຸກ​ຄົນ​ປາ​ຖະໜາ​ຢາກ​​​ຢູ່ກັບ​ພຣະອົງ....

ພຣະບັນຍັດແຫ່ງຍຸກໃໝ່

ພວກເຈົ້າຖືກສັ່ງໃຫ້ຈັດຕຽມຕົນເອງດ້ວຍພຣະທໍາຂອງພຣະເຈົ້າ ແລະ ເຖິງວ່າຈະມີການກຽມການໃຫ້ພວກເຈົ້າແລ້ວກໍຕາມ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້