ບົດທີ 28

ເມື່ອເຮົາອອກມາຈາກຊີໂອນ, ທຸກສິ່ງລໍຖ້າເຮົາ ແລະ ເມື່ອເຮົາກັບຄືນສູ່ຊີໂອນ ທຸກຄົນກໍທັກທາຍເຮົາ. ເມື່ອເຮົາອອກມາ ແລະ ໄປ, ສິ່ງຕ່າງໆທີ່ເປັນສັດຕູກັບເຮົາແມ່ນບໍ່ເຄີຍຂັດຂວາງຂັ້ນຕອນພາລະກິດຂອງເຮົາຈັກເທື່ອ ແລະ ສະນັ້ນ ພາລະກິດຂອງເຮົາຈຶ່ງກ້າວໜ້າໄປຢ່າງລາບລື້ນ. ໃນປັດຈຸບັນ, ເມື່ອເຮົາມາຢູ່ທ່າມກາງບັນດາສິ່ງຖືກສ້າງ, ທຸກສິ່ງກໍທັກທາຍເຮົາດ້ວຍຄວາມງຽບສະຫງົບ ໂດຍຢ້ານຢູ່ເລິກໆວ່າເຮົາຈະຈາກໄປອີກຄັ້ງ ແລະ ຢ້ານເຮົາຍົກເລີກການສະໜັບສະໜູນຂອງພວກເຂົາ. ທຸກສິ່ງປະຕິບັດຕາມການນໍາພາຂອງເຮົາ ແລະ ທຸກຄົນກໍເບິ່ງໄປໃນທິດທາງທີ່ມືຂອງເຮົາຊີ້ໄປ. ພຣະທຳທີ່ອອກມາຈາກປາກຂອງເຮົາກໍເຮັດໃຫ້ສິ່ງມີຊີວິດສົມບູນ ແລະ ຂ້ຽນຕີລູກຊາຍແຫ່ງຄວາມບໍ່ເຊື່ອຟັງຫຼາຍຄົນ. ສະນັ້ນ ທຸກຄົນຈຶ່ງຕັ້ງໃຈຈ້ອງເບິ່ງພຣະທຳຂອງເຮົາ ແລະ ຟັງຖ້ອຍຄຳທີ່ອອກຈາກປາກຂອງເຮົາຢ່າງໃກ້ຊິດ ແລະ ຢ້ານຢ່າງແຮງວ່າຈະສູນເສຍໂອກາດທອງນີ້ໄປ. ມັນຍ້ອນເຫດຜົນນີ້ທີ່ເຮັດໃຫ້ເຮົາສືບຕໍ່ກ່າວ ເພື່ອວ່າ ພາລະກິດຂອງເຮົາອາດຈະຖືກປະຕິບັດໄດ້ໄວຂຶ້ນ ແລະ ເພື່ອວ່າ ສະພາບແຫ່ງການພໍໃຈອາດປາກົດຂຶ້ນເທິງແຜ່ນດິນໂລກໄວຂຶ້ນ ແລະ ແກ້ໄຂພາບແຫ່ງຄວາມໂດດດ່ຽວຢູ່ເທິງແຜ່ນດິນໂລກ. ຕອນເຮົາຫຼຽວເບິ່ງທ້ອງຟ້າກໍເປັນຕອນທີ່ເຮົາຫັນມາຫາມະນຸດຊາດອີກຄັ້ງ; ທຸກຫົນແຫ່ງຂອງແຜ່ນດິນກໍເຕັມໄປດ້ວຍຊີວິດທັນທີ, ຂີ້ຝຸ່ນກໍບໍ່ຢູ່ໃນອາກາດອີກຕໍ່ໄປ ແລະ ຂີ້ຕົມກໍບໍ່ປົກຄຸມພື້ນດິນອີກຕໍ່ໄປ. ຕາຂອງເຮົາກໍສ່ອງແສງອອກມາທັນທີ, ເຮັດໃຫ້ປະຊາຊົນໃນທຸກຫົນແຫ່ງຂອງແຜ່ນດິນຫຼຽວເບິ່ງເຮົາ ແລະ ຫຼົບໄພໃນເຮົາ. ທ່າມກາງປະຊາຊົນໃນໂລກແຫ່ງປັດຈຸບັນ, ລວມເຖິງທຸກຄົນທີ່ຢູ່ໃນຄົວເຮືອນຂອງເຮົາ, ຜູ້ໃດລີ້ໄພໃນເຮົາຢ່າງແທ້ຈິງແດ່? ຜູ້ໃດມອບຫົວໃຈຂອງພວກເຂົາເພື່ອແລກປ່ຽນກັບລາຄາທີ່ເຮົາໄດ້ຈ່າຍແດ່? ຜູ້ໃດເຄີຍຢູ່ໃນຄົວເຮືອນຂອງເຮົາ? ຜູ້ໃດເຄີຍຖວາຍຕົນເອງຢູ່ຕໍ່ໜ້າເຮົາຢ່າງແທ້ຈິງແດ່? ເມື່ອເຮົາຮຽກຮ້ອງຈາກມະນຸດ, ເຂົາກໍປິດ “ສາງນ້ອຍໆ” ຂອງເຂົາທັນທີ. ເມື່ອເຮົາໃຫ້ກັບມະນຸດ, ເຂົາກໍອ້າປາກຂອງເຂົາຢ່າງໄວເພື່ອຮັບເອົາຄວາມຮັ່ງມີຂອງເຮົາຢ່າງລັບໆ ແລະ ໃນຫົວໃຈຂອງເຂົາ ເຂົາສັ່ນເຊັນຢ້ານກົວຢູ່ຕະຫຼອດເວລາ ໂດຍຢ້ານຢູ່ເລິກໆວ່າ ເຮົາຈະໂຈມຕີເຂົາຄືນ. ສະນັ້ນ ປາກຂອງມະນຸດຈຶ່ງອ້າອອກເຄິ່ງໜຶ່ງ ແລະ ຫຸບຢູ່ເຄິ່ງໜຶ່ງ ແລະ ເຂົາກໍບໍ່ສາມາດຮັບເອົາຄວາມຮັ່ງມີທີ່ເຮົາປະທານໃຫ້ກັບເຂົາຢ່າງແທ້ຈິງ. ເຮົາບໍ່ກ່າວໂທດມະນຸດງ່າຍໆ, ແຕ່ເຂົາກໍຈັບມືຂອງເຮົາຢູ່ສະເໝີ ແລະ ຂໍໃຫ້ເຮົາປະທານຄວາມເມດຕາໃຫ້ກັບເຂົາ; ມີແຕ່ເມື່ອມະນຸດອ້ອນວອນເຮົາ ເຮົາຈຶ່ງປະທານ “ຄວາມເມດຕາ” ໃຫ້ກັບເຂົາອີກຄັ້ງ ແລະ ເຮົາກໍມອບພຣະທຳທີ່ຮຸນແຮງທີ່ສຸດຈາກປາກຂອງເຮົາໃຫ້ກັບເຂົາ ຈົນເຂົາຮູ້ສຶກອັບອາຍທັນທີ ແລະ ບໍ່ສາມາດຮັບເອົາ “ຄວາມເມດຕາ” ຂອງເຮົາໂດຍກົງ, ກົງກັນຂ້າມ ເຂົາໃຫ້ຄົນອື່ນສົ່ງມັນໃຫ້ກັບເຂົາ. ເມື່ອເຂົາເຂົ້າໃຈພຣະທຳທັງໝົດຂອງເຮົາຢ່າງທົ່ວເຖິງ, ວຸດທິພາວະຂອງມະນຸດກໍຖືກຕ້ອງເໝາະສົມກັບຄວາມປາຖະໜາຂອງເຮົາ ແລະ ຄຳຮ້ອງຂໍຂອງເຂົາກໍມີຜົນ ແລະ ບໍ່ໄດ້ສູນເປົ່າ ຫຼື ໄຮ້ປະໂຫຍດ; ເຮົາອວຍພອນກັບຄຳຮ້ອງຂໍຂອງມະນຸດຊາດທີ່ຈິງໃຈ ແລະ ບໍ່ແມ່ນການທໍາທ່າເຮັດ.

ເຮົາໄດ້ປະຕິບັດ ແລະ ເວົ້າທົ່ວຍຸກຕ່າງໆ, ແຕ່ບໍ່ມີມະນຸດຄົນໃດເຄີຍໄດ້ຍິນຖ້ອຍຄຳດັ່ງກ່າວທີ່ເຮົາໄດ້ເວົ້າໃນປັດຈຸບັນນີ້ ແລະ ເຂົາບໍ່ເຄີຍຊີມລົດຊາດແຫ່ງຄວາມສະຫງ່າຜາເຜີຍ ແລະ ການພິພາກສາຂອງເຮົາ. ເຖິງແມ່ນຜູ້ຄົນໃນໂລກອະດີດໄດ້ຍິນເລື່ອງເລົ່າລືກ່ຽວກັບເຮົາ, ບໍ່ມີໃຜເຄີຍໄດ້ຄົ້ນພົບຂອບເຂດແຫ່ງຄວາມຮັ່ງມີຂອງເຮົາຢ່າງແທ້ຈິງ. ເຖິງແມ່ນຜູ້ຄົນໃນປັດຈຸບັນໄດ້ຍິນພຣະທຳຈາກປາກຂອງເຮົາ, ພວກເຂົາກໍຍັງບໍ່ຮູ້ຈັກວ່າ ມີຄວາມເລິກລັບຫຼາຍສໍ່າໃດໃນປາກຂອງເຮົາ ແລະ ຈຶ່ງພິຈາລະນາວ່າມັນຄືຄວາມອຸດົມສົມບູນ. ທຸກຄົນປາຖະໜາທີ່ຈະໄດ້ຮັບບາງສິ່ງຈາກປາກຂອງເຮົາ. ບໍ່ວ່າມັນຈະເປັນຄວາມລັບຂອງລັດ ຫຼື ຄວາມເລິກລັບແຫ່ງສະຫວັນ ຫຼື ພະລັງຂອງໂລກຝ່າຍວິນຍານ ຫຼື ຈຸດໝາຍປາຍທາງຂອງມະນຸດຊາດ, ທຸກຄົນກໍປາຖະໜາທີ່ຈະຮັບເອົາສິ່ງດັ່ງກ່າວ. ສະນັ້ນ ຖ້າເຮົາຕ້ອງເຕົ້າໂຮມຄົນເຂົ້າກັນ ແລະ ເລົ່າ “ເລື່ອງ” ໃຫ້ພວກເຂົາຟັງ, ພວກເຂົາກໍຈະລຸກຈາກ “ຕຽງຄົນໄຂ້” ຂອງພວກເຂົາທັນທີເພື່ອຟັງຫົນທາງຂອງເຮົາ. ມີຫຼາຍສິ່ງເກີນໄປທີ່ຂາດເຂີນໃນມະນຸດ: ເຂົາບໍ່ພຽງແຕ່ຕ້ອງການ “ອາຫານເສີມທາງໂພສະນາການ”, ແຕ່ຍັງຕ້ອງການ “ການສະໜັບສະໜູນທາງຄວາມຄິດ” ແລະ “ການສະໜອງທາງຝ່າຍວິນຍານ”. ນີ້ແມ່ນສິ່ງທີ່ຂາດໃນທຸກຄົນ; ນີ້ຄື “ຄວາມເຈັບປ່ວຍ” ຂອງທຸກຄົນ. ເຮົາສະໜອງການປິ່ນປົວຄວາມເຈັບປ່ວຍໃຫ້ກັບມະນຸດເພື່ອວ່າຈະບັນລຸຜົນທີ່ດີຂຶ້ນ, ເພື່ອວ່າທຸກຄົນຈະຖືກຟື້ນຟູສູ່ສຸຂະພາບທີ່ດີ ແລະ ເພື່ອວ່າພວກເຂົາຈະກັບຄືນສູ່ປົກກະຕິຍ້ອນການປິ່ນປົວຂອງເຮົາ. ພວກເຈົ້າຊັງມັງກອນແດງໃຫຍ່ແທ້ບໍ? ພວກເຈົ້າຊັງມັນແທ້ໆ ແລະ ຢ່າງຈິງໃຈບໍ? ເປັນຫຍັງເຮົາຈຶ່ງຖາມພວກເຈົ້າຫຼາຍຄັ້ງ? ເປັນຫຍັງເຮົາຈຶ່ງຖາມຄຳຖາມນີ້ກັບພວກເຈົ້າກັບໄປກັບມາ? ແມ່ນຫຍັງຄືຮູບລັກສະນະຂອງມັງກອນແດງໃຫຍ່ທີ່ຢູ່ໃນຫົວໃຈຂອງພວກເຈົ້າ? ມັນຖືກກຳຈັດແທ້ຈິງແລ້ວບໍ? ພວກເຈົ້າບໍ່ໄດ້ພິຈາລະນາວ່າມັນເປັນບິດາຂອງພວກເຈົ້າແທ້ໆແລ້ວບໍ? ທຸກຄົນຄວນຮັບຮູ້ເຖິງເຈດຕະນາຂອງເຮົາໃນຄຳຖາມຂອງເຮົາ. ມັນບໍ່ແມ່ນເພື່ອຍົວະໃຫ້ຜູ້ຄົນໃຈຮ້າຍ ຫຼື ເພື່ອຍຸຍົງການກະບົດທ່າມກາງມະນຸດ ຫຼື ເພື່ອໃຫ້ມະນຸດຄົ້ນພົບທາງອອກຂອງເຂົາເອງ, ແຕ່ມັນແມ່ນເພື່ອເຮັດໃຫ້ທຸກຄົນປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກພັນທະນາການຂອງມັງກອນແດງໃຫຍ່. ແຕ່ທຸກຄົນບໍ່ຄວນກັງວົນ. ທຸກຄົນຈະຖືກເຮັດໃຫ້ສຳເລັດໂດຍພຣະທຳຂອງເຮົາ; ບໍ່ມີມະນຸດຄົນໃດອາດເຂົ້າຮ່ວມໄດ້ ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດພາລະກິດທີ່ເຮົາຈະປະຕິບັດໄດ້. ເຮົາຈະປັດເປົ່າອາກາດທີ່ຢູ່ໃນທຸກຫົນແຫ່ງຂອງແຜ່ນດິນໃຫ້ສະອາດ ແລະ ກຳຈັດທຸກຮ່ອງຮອຍຂອງຜີຮ້າຍທີ່ຢູ່ເທິງແຜ່ນດິນໂລກ. ເຮົາໄດ້ເລີ່ມຕົ້ນແລ້ວ ແລະ ເຮົາຈະເລີ່ມຕົ້ນຂັ້ນຕອນທຳອິດຂອງພາລະກິດແຫ່ງການຂ້ຽນຕີຂອງເຮົາໃນສະຖານທີ່ຂອງມັງກອນແດງໃຫຍ່ອາໄສຢູ່. ສະນັ້ນ ມັນຈຶ່ງສາມາດປະຈັກໄດ້ວ່າການຂ້ຽນຕີຂອງເຮົາໄດ້ເກີດຂຶ້ນທົ່ວທັງຈັກກະວານ ແລະ ມັງກອນແດງໃຫຍ່ ແລະ ທຸກຈຳພວກຂອງວິນຍານທີ່ບໍ່ສະອາດຈະບໍ່ມີອຳນາດຫຼົບໜີຈາກການຂ້ຽນຕີຂອງເຮົາໄດ້, ຍ້ອນເຮົາເບິ່ງເຫັນໄປທົ່ວແຜ່ນດິນ. ເມື່ອພາລະກິດຂອງເຮົາທີ່ຢູ່ເທິງແຜ່ນດິນໂລກໄດ້ສຳເລັດລົງ ນັ້ນກໍຄື ເມື່ອຍຸກແຫ່ງການພິພາກສາໄດ້ມາເຖິງຈຸດຈົບແລ້ວ, ເຮົາກໍຈະຂ້ຽນຕີມັງກອນແດງໃຫຍ່ຢ່າງເປັນທາງການ. ປະຊາຊົນຂອງເຮົາຈະໄດ້ເຫັນເຖິງການທີ່ເຮົາຂ້ຽນຕີມັງກອນແດງໃຫຍ່ຢ່າງຊອບທຳ, ແລ້ວຈະຖອກເທຄຳສັນລະເສີນຍ້ອນຄວາມຊອບທຳຂອງເຮົາ ແລະ ຈະຍົກຍ້ອງນາມອັນບໍລິສຸດຂອງເຮົາຕະຫຼອດໄປຍ້ອນຄວາມຊອບທຳຂອງເຮົາ. ສະນັ້ນ ພວກເຈົ້າຈົ່ງປະຕິບັດໜ້າທີ່ຂອງພວກເຈົ້າຢ່າງເປັນທາງການ ແລະ ຈົ່ງສັນລະເສີນເຮົາທົ່ວທັງແຜ່ນດິນຢ່າງເປັນທາງການ ຕະຫຼອດໄປເປັນນິດ!

ເມື່ອຍຸກແຫ່ງການພິພາກສາໄດ້ໄປເຖິງຈຸດສູງສຸດ, ເຮົາຈະບໍ່ຟ້າວເຮັດໃຫ້ພາລະກິດຂອງເຮົາສຳເລັດລົງ, ແຕ່ຈະຮວບຮວມຫຼັກຖານກ່ຽວກັບຍຸກແຫ່ງການຂ້ຽນຕີເຂົ້າໃສ່ພາລະກິດນັ້ນ ແລະ ເຮັດໃຫ້ຫຼັກຖານນີ້ເປັນທີ່ປະຈັກຕໍ່ປະຊາຊົນຂອງເຮົາທຸກຄົນ; ແລ້ວໃນສິ່ງນີ້ຈະເກີດໝາກຜົນທີ່ຍິ່ງໃຫຍ່ຫຼາຍກວ່າ. ຫຼັກຖານນີ້ແມ່ນວິທີທີ່ເຮົາຂ້ຽນຕີມັງກອນແດງໃຫຍ່ ແລະ ເຮົາຈະເຮັດໃຫ້ປະຊາຊົນຂອງເຮົາເຫັນມັນດ້ວຍຕາຂອງພວກເຂົາເອງ ເພື່ອວ່າພວກເຂົາຈະຮູ້ຈັກເຖິງອຸປະນິໄສຂອງເຮົາດີຂຶ້ນ. ເວລາທີ່ປະຊາຊົນຂອງເຮົາມີຄວາມສຸກກັບເຮົາກໍເປັນເວລາທີ່ມັງກອນແດງໃຫຍ່ຖືກຂ້ຽນຕີ. ການເຮັດໃຫ້ປະຊາຊົນຂອງມັງກອນແດງໃຫຍ່ລຸກຂຶ້ນ ແລະ ກະບົດຕໍ່ມັນແມ່ນແຜນການຂອງເຮົາ ແລະ ເປັນວິທີທີ່ເຮົາຈະເຮັດໃຫ້ປະຊາຊົນຂອງເຮົາສົມບູນ ແລະ ເປັນໂອກາດທີ່ຍິ່ງໃຫຍ່ສຳລັບປະຊາຊົນຂອງເຮົາທຸກຄົນທີ່ຈະເຕີບໃຫຍ່ໃນຊີວິດ. ເມື່ອເດືອນແຈ້ງສະຫວ່າງຂຶ້ນ, ຄືນທີ່ງຽບສະຫງົບກໍພັງທະລາຍລົງທັນທີ. ເຖິງແມ່ນດວງເດືອນຈະບໍ່ເຕັມດວງ, ມະນຸດກໍມີອາລົມສົດໃສ ແລະ ນັ່ງຢູ່ຢ່າງສະຫງົບພາຍໃຕ້ແສງເດືອນ, ຊົມຊື່ນພາບອັນງົດງາມຢູ່ພາຍໃຕ້ແສງສະຫວ່າງ. ມະນຸດບໍ່ສາມາດບັນລະຍາຍຄວາມຮູ້ສຶກຂອງເຂົາໄດ້; ມັນຄືກັບວ່າເຂົາປາຖະໜາທີ່ຈະໂຍນຄວາມຄິດຂອງເຂົາກັບໄປສູ່ອະດີດຄືນ, ຄືກັບວ່າເຂົາປາຖະໜາທີ່ຈະເບິ່ງຫາອະນາຄົດຂ້າງໜ້າ, ຄືກັບວ່າເຂົາກຳລັງມີຄວາມສຸກກັບປັດຈຸບັນ. ຮອຍຍິ້ມປາກົດຂຶ້ນໃນໃບໜ້າຂອງເຂົາ ແລະ ທ່າມກາງອາກາດທີ່ງົດງາມກໍມີກິ່ນຫອມທີ່ສົດຊື່ນແຊກຊຶມເຂົາໄປ; ໃນຂະນະທີ່ລົມເບົາໆເລີ່ມພັດມາ, ມະນຸດກໍສັງເກດເຖິງກິ່ນຫອມຢ່າງແຮງ ແລະ ມັນກໍຄືກັບວ່າເຂົາມືນເມົາກັບສິ່ງນັ້ນ, ບໍ່ສາມາດປຸກຕົນເອງໃຫ້ຕື່ນໄດ້. ນີ້ແມ່ນເວລາທີ່ເຮົາໄດ້ມາທ່າມກາງມະນຸດເປັນການສ່ວນຕົວຢ່າງແທ້ຈິງ ແລະ ມະນຸດກໍມີຄວາມຮູ້ສຶກເຖິງກິ່ນຫອມນັ້ນຫຼາຍຂຶ້ນ ແລະ ມະນຸດທຸກຄົນກໍດຳລົງຊີວິດທ່າມກາງກິ່ນຫອມນີ້. ເຮົາຢູ່ກັບມະນຸດຢ່າງສະຫງົບສຸກ, ເຂົາດຳລົງຊີວິດດ້ວຍຄວາມປອງດອງກັບເຮົາ, ເຂົາບໍ່ອອກນອກຮູ້ນອກທາງອີກຕໍ່ໄປໃນເວລາທີ່ເຂົາເບິ່ງເຮົາ, ເຮົາບໍ່ລິຮານຂໍ້ບົກຜ່ອງຂອງມະນຸດອີກຕໍ່ໄປ, ບໍ່ມີສີໜ້າໂສກເສົ້າເທິງໃບໜ້າຂອງມະນຸດອີກຕໍ່ໄປ ແລະ ຄວາມຕາຍກໍບໍ່ຂົ່ມຂູ່ມະນຸດຊາດທັງປວງອີກຕໍ່ໄປ. ໃນປັດຈຸບັນນີ້, ເຮົາຄືບໜ້າໄປພ້ອມກັບມະນຸດສູ່ຍຸກແຫ່ງການຂ້ຽນຕີ, ກ່າວເດີນໄປຂ້າງໜ້າຄຽງຄູ່ກັບເຂົາ. ເຮົາກຳລັງປະຕິບັດພາລະກິດຂອງເຮົາ ເຊິ່ງໝາຍຄວາມວ່າ ເຮົາໂຈມຕີທ່າມກາງມະນຸດດ້ວຍໄມ້ຄ້ອນຂອງເຮົາ ແລະ ມັນກໍຟາດລົງໃສ່ຄວາມກະບົດໃນຕົວມະນຸດ. ໃນສາຍຕາຂອງມະນຸດ, ໄມ້ຄ້ອນຂອງເຮົາເບິ່ງຄືກັບວ່າມີພະລັງພິເສດ: ມັນຟາດໃສ່ທຸກຄົນທີ່ເປັນສັດຕູຂອງເຮົາ ແລະ ບໍ່ປ່ອຍພວກເຂົາໄປຢ່າງງ່າຍດາຍ; ໄມ້ຄ້ອນນັ້ນແມ່ນເຮັດໜ້າທີ່ຕາມທຳມະຊາດຂອງມັນທ່າມກາງທຸກຄົນທີ່ຕໍ່ຕ້ານເຮົາ; ທຸກຄົນທີ່ຢູ່ໃນກໍາມືຂອງເຮົາແມ່ນປະຕິບັດໜ້າທີ່ຂອງພວກເຂົາຕາມເຈດຕະນາເດີມຂອງເຮົາ ແລະ ພວກເຂົາບໍ່ເຄີຍຂັດຂືນຄວາມປາຖະໜາຂອງເຮົາ ຫຼື ປ່ຽນແປງແກ່ນແທ້ຂອງພວກເຂົາຈັກເທື່ອ. ຜົນຕາມມາກໍຄື ນໍ້າຈະແຜດສຽງດັງກ້ອງ, ພູເຂົາຈະພັງທະລາຍລົງ, ແມ່ນໍ້າທີ່ຍິ່ງໃຫຍ່ຈະແຕກສະຫຼາຍ, ມະນຸດຈະບໍ່ໄດ້ຮັບການປ່ຽນແປງຈັກເທື່ອ, ດວງຕາເວັນຈະເລີ່ມມືດລົງ, ດວງເດືອນຈະມືດລົງ, ມະນຸດຈະບໍ່ມີມື້ທີ່ຈະໄດ້ດຳລົງຊີວິດຢ່າງສະຫງົບສຸກອີກຕໍໄປ, ຈະບໍ່ມີເວລາແຫ່ງຄວາມສະຫງົບສຸກເທິງແຜ່ນດິນໂລກອີກຕໍ່ໄປ, ສະຫວັນຈະບໍ່ສະຫງົບ ແລະ ມິດງຽບອີກຈັກເທື່ອ ແລະ ຈະບໍ່ອົດກັ້ນອີກຕໍ່ໄປ. ທຸກສິ່ງຈະຖືກສ້າງໃໝ່ ແລະ ຈະຟື້ນຟູໃຫ້ເປັນຮູບແບບໃນລັກສະນະດັ່ງເດີມຂອງພວກມັນ. ທຸກຄົວເຮືອນເທິງແຜ່ນດິນໂລກຈະຖືກເຮັດໃຫ້ແຕກອອກຈາກກັນ ແລະ ປະຊາຊາດທັງປວງເທິງແຜ່ນດິນໂລກຈະຖືກເຮັດໃຫ້ແຕກຂາດສະບັ້ນ; ມື້ທີ່ຜົວ ແລະ ເມຍຈະກັບຄືນຫາກັນແມ່ນຈະຫາຍຈາກໄປ, ແມ່ ແລະ ລູກຊາຍຈະບໍ່ໄດ້ພົບກັນອີກຕໍ່ໄປ, ຈະບໍ່ມີການຢູ່ຮ່ວມກັນລະຫວ່າງພໍ່ ແລະ ລູກສາວອີກຕໍ່ໄປ. ທຸກສິ່ງທີ່ເຄີຍຢູ່ເທິງແຜ່ນດິນໂລກຈະຖືກເຮົາເຮັດໃຫ້ແຕກຫັກ. ເຮົາບໍ່ໃຫ້ໂອກາດກັບຜູ້ຄົນໄດ້ປ່ອຍຄວາມຮູ້ສຶກຂອງພວກເຂົາ, ຍ້ອນເຮົາໄຮ້ຄວາມຮູ້ສຶກ ແລະ ໄດ້ເລີ່ມກຽດຊັງຄວາມຮູ້ສຶກຂອງຜູ້ຄົນຫຼາຍແລ້ວ. ມັນເປັນຍ້ອນຄວາມຮູ້ສຶກທ່າມກາງຜູ້ຄົນ ທີ່ເຮົາຖືກປ່ອຍປະ ແລະ ສຸດທ້າຍ ເຮົາກໍກາຍເປັນ “ຄົນອື່ນ” ໃນສາຍຕາຂອງພວກເຂົາ; ມັນເປັນຍ້ອນຄວາມຮູ້ລະຫວ່າງຜູ້ຄົນ ເຮົາຈຶ່ງຖືກລືມ; ມັນເປັນຍ້ອນຄວາມຮູ້ສຶກຂອງມະນຸດ ເຂົາຈຶ່ງສວຍໂອກາດຮູ້ຈັກ “ຄວາມສຳນຶກ” ຂອງເຂົາ; ມັນເປັນຍ້ອນຄວາມຮູ້ສຶກຂອງມະນຸດ ເຂົາຈຶ່ງເບື່ອໜ່າຍກັບການຂ້ຽນຕີຂອງເຮົາຢູ່ສະເໝີ; ມັນເປັນຍ້ອນຄວາມຮູ້ສຶກຂອງມະນຸດ ເຂົາຈຶ່ງຮ້ອງເຮົາວ່າບໍ່ເປັນທຳ ແລະ ບໍ່ຍຸຕິທຳ ແລະ ເວົ້າວ່າເຮົາບໍ່ສົນໃຈຕໍ່ຄວາມຮູ້ສຶກຂອງມະນຸດໃນການຈັດການສິ່ງຕ່າງໆ. ເຮົາມີຍາດພີ່ນ້ອງເທິງແຜ່ນດິນໂລກເຊັ່ນກັນບໍ? ຜູ້ໃດເຄີຍເຮັດວຽກໜັກໝົດມື້ໝົດຄືນຄືກັບເຮົາ ໂດຍບໍ່ຄິດເຖິງອາຫານ ຫຼື ການຫຼັບນອນ, ຍ້ອນເຫັນແກ່ແຜນການຄຸ້ມຄອງທັງໝົດຂອງເຮົາບໍ່? ມະນຸດຈະສາມາດທຽບກັບພຣະເຈົ້າໄດ້ແນວໃດ? ເຂົາຈະເຂົ້າກັນກັບພຣະເຈົ້າໄດ້ແນວໃດ? ພຣະເຈົ້າຜູ້ທີ່ຊົງສ້າງຈະເປັນຄືກັບມະນຸດທີ່ຖືກສ້າງໄດ້ແນວໃດ? ເຮົາຈະດຳລົງຊີວິດ ແລະ ປະພຶດຮ່ວມກັບມະນຸດເທິງແຜ່ນດິນໂລກຢູ່ສະເໝີໄດ້ແນວໃດ? ມີໃຜແດ່ທີ່ເປັນຫ່ວງຫົວໃຈຂອງເຮົາ? ມັນຄືຄຳອະທິຖານຂອງມະນຸດບໍ? ຄັ້ງໜຶ່ງເຮົາເຄີຍຕົກລົງຮ່ວມກັບມະນຸດ ແລະ ຍ່າງໄປພ້ອມກັນກັບເຂົາ ແລະ ແລ້ວຈົນເຖິງປັດຈຸບັນນີ້ມະນຸດກໍໄດ້ດຳລົງຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງເຮົາ, ແຕ່ເມື່ອໃດຄືມື້ທີ່ມະນຸດສາມາດແຍກຕົວເອງອອກຈາກການດູແລຂອງເຮົາ? ເຖິງແມ່ນມະນຸດບໍ່ເຄີຍສົນໃຈຫົວໃຈຂອງເຮົາ ແລ້ວແມ່ນໃຜສາມາດສືບຕໍ່ດຳລົງຊີວິດໃນດິນແດນທີ່ບໍ່ມີແສງສະຫວ່າງນີ້? ມັນເປັນຍ້ອນການອວຍພອນຂອງເຮົາ ມະນຸດຈຶ່ງໄດ້ດຳລົງຊີວິດຈົນເຖິງປັດຈຸບັນນີ້.

ວັນທີ 4 ເມສາ 1992

ກ່ອນນີ້: ບົດທີ 27

ຕໍ່ໄປ: ບົດທີ 29

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ໃນປັດຈຸບັນ, ເມື່ອພວກເຈົ້າສະແຫວງຫາທີ່ຈະຮັກ ແລະ ຮູ້ຈັກພຣະເຈົ້າ, ໃນດ້ານໜຶ່ງ ພວກເຈົ້າຕ້ອງອົດກັ້ນຕໍ່ຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ ແລະ...

ຜູ້​ທີ່​​ບໍ່ສາມາດເຂົ້າ​ກັບ​ພຣະຄຣິດ​​ເປັນປໍລະປັກ​ກັບ​ພຣະ​ເຈົ້າຢ່າງແນ່ນອນ

ມະນຸດ​ທຸກຄົນປາ​ຖະໜາ​ຢາ​ກ​ເຫັນໃບ​ໜ້າ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ ​ແລະ ທຸກ​ຄົນ​ປາ​ຖະໜາ​ຢາກ​​​ຢູ່ກັບ​ພຣະອົງ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້