ບົດທີ 25

ເວລາຜ່ານພົ້ນໄປ ແລະ ພາຍໃນພິບຕາດຽວ ມື້ນີ້ກໍມາເຖິງ. ພາຍໃຕ້ການນໍາພາຂອງພຣະວິນຍານຂອງເຮົາ, ທຸກຄົນດຳລົງຊີວິດຢູ່ທ່າມກາງແສງສະຫວ່າງຂອງເຮົາ ແລະ ບໍ່ມີໃຜຄິດເຖິງອະດີດ ຫຼື ສົນໃຈກັບມື້ວານອີກຕໍ່ໄປ. ຜູ້ໃດແດ່ບໍ່ເຄີຍດຳລົງຊີວິດຢູ່ໃນປັດຈຸບັນ? ຜູ້ໃດບໍ່ໄດ້ໃຊ້ມື້ ແລະ ເດືອນທີ່ມະຫັດສະຈັນໃນອານາຈັກ? ຜູ້ໃດບໍ່ໄດ້ດຳລົງຊີວິດຢູ່ພາຍໃຕ້ດວງຕາເວັນ? ເຖິງແມ່ນອານາຈັກໄດ້ລົງມາທ່າມກາງມະນຸດແລ້ວ, ບໍ່ມີໃຜໄດ້ພົບກັບຄວາມອົບອຸ່ນຂອງມັນຢ່າງແທ້ຈິງ; ມະນຸດພຽງແຕ່ເຫັນມັນຈາກດ້ານນອກ, ບໍ່ເຂົ້າໃຈເຖິງທາດແທ້ຂອງມັນ. ໃນລະຫວ່າງເວລາທີ່ອານາຈັກຂອງເຮົາຖືກສ້າງຂຶ້ນ, ມີຜູ້ໃດແດ່ທີ່ບໍ່ໍດີໃຈຍ້ອນອານາຈັກນັ້ນ? ບັນດາປະເທດຕ່າງໆເທິງແຜ່ນດິນໂລກຈະຫຼົບໜີໄດ້ແທ້ບໍ? ມັງກອນແດງທີ່ຍິ່ງໃຫຍ່ສາມາດຫຼົບໜີຍ້ອນເລ່ຫຼ່ຽມຂອງມັນໄດ້ແທ້ບໍ? ບົດບັນຍັດແຫ່ງການບໍລິຫານຂອງເຮົາຖືກປະກາດໄປທົ່ວຈັກກະວານ, ພວກມັນຈັດຕັ້ງສິດອຳນາດຂອງເຮົາທ່າມກາງຄົນທັງປວງ ແລະ ເກີດໝາກຜົນທົ່ວຈັກກະວານ; ເຖິງຢ່າງໃດກໍຕາມ, ມະນຸດບໍ່ຮູ້ຈັກສິ່ງນີ້ຢ່າງແທ້ຈິງ. ເວລາທີ່ບົດບັນຍັດແຫ່ງການບໍລິຫານຂອງເຮົາໄດ້ຖືກເປີດເຜີຍຕໍ່ຈັກກະວານ ກໍຍັງເປັນເວລາທີ່ພາລະກິດຂອງເຮົາເທິງແຜ່ນດິນໂລກໃກ້ຈະສຳເລັດ. ເມື່ອເຮົາປົກຄອງ ແລະ ໃຊ້ລິດອຳນາດທ່າມກາງມະນຸດທຸກຄົນ ແລະ ເມື່ອເຮົາຖືກຍອມຮັບວ່າເປັນພຣະເຈົ້າໜຶ່ງດຽວ, ອານາຈັກຂອງເຮົາຈະລົງມາເທິງແຜ່ນດິນໂລກຢ່າງສົມບູນ. ໃນປັດຈຸບັນ, ທຸກຄົນໄດ້ເລີ່ມຕົ້ນໃໝ່ໃນເສັ້ນທາງໃໝ່. ພວກເຂົາໄດ້ເລີ່ມຕົ້ນຊີວິດໃໝ່, ແຕ່ບໍ່ມີໃຜເຄີຍຜະເຊີນກັບຊີວິດເທິງແຜ່ນດິນໂລກຄ້າຍກັບສະຫວັນຢ່າງແທ້ຈິງ. ພວກເຈົ້າດຳລົງຊີວິດທ່າມກາງແສງສະຫວ່າງຂອງເຮົາແທ້ບໍ? ເຈົ້າດຳລົງຊີວິດທ່າມກາງພຣະທຳຂອງເຮົາແທ້ບໍ? ຜູ້ໃດທີ່ບໍ່ຄິດເຖິງໂອກາດຂອງຕົນເອງແດ່? ຜູ້ໃດທີ່ບໍ່ອຸກໃຈຍ້ອນຊະຕາກໍາຂອງຕົນເອງແດ່? ຜູ້ໃດແດ່ທີ່ບໍ່ດິ້ນຮົນເມື່ອຢູ່ທ່າມກາງທະເລແຫ່ງຄວາມທຸກທໍລະມານ? ຜູ້ໃດແດ່ທີ່ບໍ່ປາຖະໜາທີ່ຈະເຮັດໃຫ້ຕົນເອງເປັນອິດສະຫຼະ? ພອນຕ່າງໆຈາກສະຫວັນແມ່ນເພື່ອແລກປ່ຽນກັບການເຮັດວຽກໜັກຂອງມະນຸດທີ່ຢູ່ເທິງແຜ່ນດິນໂລກບໍ? ຄວາມປາຖະໜາຂອງມະນຸດຈະຖືກເຮັດໃຫ້ສຳເລັດຕາມທີ່ເຂົາປາຖະໜາໄດ້ບໍ? ເຮົາເຄີຍນໍາສະເໜີພາບທີ່ສວຍງາມຂອງອານາຈັກຕໍ່ໜ້າມະນຸດ, ແຕ່ເຂົາພຽງແຕ່ຈ້ອງເບິ່ງມັນດ້ວຍສາຍຕາໂລພາ ແລະ ບໍ່ມີໃຜສະແຫວງຫາເພື່ອເຂົ້າເຖິງມັນຢ່າງແທ້ຈິງ. ເຮົາເຄີຍ “ລາຍງານ” ກ່ຽວກັບສະຖານະການແທ້ຈິງເທິງແຜ່ນດິນໂລກໃຫ້ກັບມະນຸດ, ແຕ່ເຂົາໄດ້ແຕ່ຟັງ ແລະ ບໍ່ຮັບເອົາພຣະທຳທີ່ອອກມາຈາກປາກຂອງເຮົາດ້ວຍໃຈຂອງເຂົາ; ເຮົາເຄີຍບອກມະນຸດກ່ຽວກັບສະຖານະການທີ່ຢູ່ໃນສະຫວັນ, ແຕ່ເຂົາກໍປະຕິບັດຕໍ່ພຣະທຳຂອງເຮົາຄືກັບນິທານພິດສະຫວົງ ແລະ ບໍ່ຍອມຮັບໃນສິ່ງທີ່ເຮົາໄດ້ອະທິບາຍຢ່າງແທ້ຈິງ. ໃນປັດຈຸບັນນີ້, ພາບແຫ່ງອານາຈັກໄດ້ປາກົດທ່າມກາງມະນຸດ, ແຕ່ມີໃຜແດ່ທີ່ເຄີຍ “ຂ້າມຍອດພູ ແລະ ຮ່ອມພູ” ເພື່ອຊອກຫາສິ່ງນັ້ນ? ຫາກປາສະຈາກການສົ່ງເສີມຂອງເຮົາ, ມະນຸດແມ່ນຍັງບໍ່ຕື່ນຈາກຄວາມຝັນຂອງເຂົາເທື່ອ. ເຂົາຫຼົງໄຫຼກັບຊີວິດທີ່ເຂົາມີຢູ່ເທິງແຜ່ນດິນໂລກນີ້ຢ່າງແທ້ຈິງບໍ? ບໍ່ມີມາດຕະຖານສູງໃນຫົວໃຈຂອງເຂົາແທ້ບໍ?

ຄົນທີ່ເຮົາກຳນົດໃຫ້ເປັນປະຊາຊົນຂອງເຮົາແມ່ນສາມາດອຸທິດຕົນເອງໃຫ້ກັບເຮົາ ແລະ ດຳລົງຊີວິດຢ່າງສອດຄ່ອງກັບເຮົາ. ພວກເຂົາມີຄ່າໃນສາຍຕາຂອງເຮົາ ແລະ ເຫຼື້ອມໃສດ້ວຍຄວາມຮັກໃນອານາຈັກຂອງເຮົາ. ໃນບັນດາຜູ້ຄົນໃນປັດຈຸບັນ, ມີໃຜແດ່ທີ່ປະຕິບັດຕາມເງື່ອນໄຂດັ່ງກ່າວ? ໃຜແດ່ທີ່ສາມາດຜ່ານມາດຕະຖານຕາມເງື່ອນໄຂຂອງເຮົາໄດ້? ເງື່ອນໄຂຂອງເຮົາສ້າງຄວາມຫຍຸ້ງຍາກໃຫ້ກັບມະນຸດແທ້ບໍ? ເຮົາຕັ້ງໃຈເຮັດໃຫ້ເຂົາຜິດພາດບໍ? ເຮົາສະບາຍຕໍ່ຄົນທັງປວງ ແລະ ປະຕິບັດຕໍ່ພວກເຂົາຢ່າງພິເສດ. ເຖິງຢ່າງໃດກໍຕາມ ສິ່ງນີ້ແມ່ນສໍາລັບປະຊາຊົນຂອງເຮົາທີ່ຢູ່ໃນປະເທດຈີນເທົ່ານັ້ນ. ມັນບໍ່ແມ່ນວ່າເຮົາປະເມີນພວກເຈົ້າຕໍ່າເກີນໄປ ຫຼື ເຮົາບໍ່ໄດ້ເບິ່ງພວກເຈົ້າດ້ວຍຄວາມບໍ່ພໍໃຈ, ແຕ່ເຮົາເບິ່ງດ້ວຍຄວາມຈິງ ແລະ ດ້ວຍເຫດຜົນກັບພວກເຈົ້າ. ຜູ້ຄົນຜະເຊີນກັບຄວາມລົ້ມເຫຼວໃນຊີວິດຂອງພວກເຂົາຢ່າງຫຼີກເວັ້ນບໍ່ໄດ້, ບໍ່ວ່າຈະກ່ຽວກັບຄອບຄົວຂອງພວກເຂົາ ຫຼື ໂລກທົ່ວໄປ. ແຕ່ວ່າ ມີໃຜທີ່ສາມາດຈັດແຈງຄວາມຍາກລໍາບາກດ້ວຍມືຂອງພວກເຂົາເອງໄດ້ແດ່? ມະນຸດບໍ່ສາມາດຮູ້ຈັກເຮົາ. ເຂົາມີຄວາມເຂົ້າໃຈບາງຢ່າງກ່ຽວກັບລັກສະນະພາຍນອກຂອງເຮົາ, ແຕ່ບໍ່ມີຄວາມຮູ້ກ່ຽວກັບທາດແທ້ຂອງເຮົາ; ເຂົາບໍ່ຮູ້ຈັກສ່ວນປະສົມຂອງອາຫານທີ່ເຂົາກິນ. ຜູ້ໃດສາມາດຮັບຮູ້ເຖິງຫົວໃຈຂອງເຮົາຢ່າງລະອຽດແດ່? ຜູ້ໃດສາມາດເຂົ້າໃຈຄວາມປະສົງຂອງເຮົາເມື່ອຢູ່ຕໍ່ໜ້າເຮົາຢ່າງແທ້ຈິງ? ເມື່ອເຮົາລົງມາເທິງແຜ່ນດິນໂລກ, ມັນຖືກປົກຄຸມດ້ວຍຄວາມມືດ ແລະ ມະນຸດແມ່ນ “ນອນຫຼັບສະນິດ”. ເມື່ອເຮົາຍ່າງໃນສະຖານທີ່ຕ່າງໆ ແລະ ທຸກສິ່ງທີ່ເຮົາເຫັນແມ່ນຖືກຈີກຂາດ ແລະ ຖືກທຳລາຍ ແລະ ເຮົາທົນເບິ່ງບໍ່ໄດ້ເລີຍ. ມັນເປັນຄືກັບວ່າມະນຸດພຽງແຕ່ເຕັມໃຈທີ່ຈະມີຄວາມສຸກ ແລະ ບໍ່ມີຄວາມປາຖະໜາທີ່ຈະສົນໃຈ “ສິ່ງຕ່າງໆຈາກໂລກພາຍນອກ”. ທຸກຄົນບໍ່ຮູ້ວ່າ ເຮົາໄດ້ສຳຫຼວດແຜ່ນດິນໂລກທັງປວງ, ແຕ່ເຮົາບໍ່ເຫັນບ່ອນໃດທີ່ເຕັມໄປດ້ວຍຊີວິດ. ທັນໃດນັ້ນ, ເຮົາກໍສ່ອງແສງສະຫວ່າງ ແລະ ຄວາມຮ້ອນ ແລະ ຫຼຽວເບິ່ງແຜ່ນດິນໂລກຈາກສະຫວັນຊັ້ນສາມ. ເຖິງແມ່ນແສງສະຫວ່າງຈະສ່ອງລົງເທິງແຜ່ນດິນ ແລະ ຄວາມຮ້ອນແຜ່ກະຈາຍທົ່ວແຜ່ນດິນໂລກ, ແຕ່ເບິ່ງຄືກັບວ່າ ມີແຕ່ແສງສະຫວ່າງ ແລະ ຄວາມຮ້ອນທີ່ມີຄວາມປິຕິຍິນດີ; ພວກມັນບໍ່ໄດ້ປຸກໃຈມະນຸດ ຜູ້ທີ່ກໍາລັງລ້າເລີງຢ່າງມີຄວາມສຸກ. ເມື່ອເຫັນເຖິງສິ່ງນີ້, ເຮົາກໍປະທານ “ຄ້ອນເຫຼັກ” ທີ່ເຮົາໄດ້ຈັດກຽມໄວ້ນັ້ນມາສູ່ທ່າມກາງມະນຸດທັນທີ. ເມື່ອຄ້ອນເຫຼັກຟາດລົງ, ແສງສະຫວ່າງ ແລະ ຄວາມຮ້ອນກໍແຕກກະຈາຍເທື່ອລະໜ້ອຍ ແລະ ແຜ່ນດິນໂລກກໍໂດດດ່ຽວ ແລະ ມືດມົວທັນທີ ແລະ ຍ້ອນຄວາມມືດມົວ, ມະນຸດຈຶ່ງຖືເອົາໂອກາດນີ້ສືບຕໍ່ເພີດເພີນຢ່າງມີຄວາມສຸກ. ມະນຸດມີຄວາມຮູ້ສຶກເລັກນ້ອຍເຖິງການມາເຖິງຂອງຄ້ອນເຫຼັກຂອງເຮົາ, ແຕ່ເຂົາບໍ່ມີປະຕິກິລິຍາຫຍັງ ແລະ ສຶບຕໍ່ເພີດເພີນກັບ “ພອນເທິງແຜ່ນດິນໂລກ”. ຕໍ່ໄປ ປາກຂອງເຮົາຈະປະກາດເຖິງການຂ້ຽນຕີມະນຸດທຸກຄົນ ແລະ ຜູ້ຄົນທົ່ວຈັກກະວານຈະຖືກຄຶງໃສ່ໄມ້ກາງແຂນປີ້ນຫົວລົງລຸ່ມ. ເມື່ອການຂ້ຽນຕີຂອງເຮົາມາເຖິງ, ມະນຸດຈະສັ່ນເຊັນຍ້ອນສຽງດັງກ້ອງຂອງພູເຂົາທີ່ເພພັງລົງ ແລະ ແຜ່ນດິນໂລກທີ່ແຕກແຍກອອກຈາກກັນ ຫຼັງຈາກນັ້ນ ເຂົາກໍຖືກເຮັດໃຫ້ຕື່ນຕົກໃຈ. ເມື່ອຢ້ານກົວ ເຂົາກໍປາຖະໜາທີ່ຈະແລ່ນໜີ, ແຕ່ມັນກໍຊ້າເກີນໄປ. ເມື່ອການຂ້ຽນຕີຂອງເຮົາເກີດຂຶ້ນ, ອານາຈັກຂອງເຮົາກໍຈະລົງມາເທິງແຜ່ນດິນໂລກ ແລະ ບັນດາປະເທດຊາດກໍຈະຖືກທຳລາຍແຕກອອກເປັນຊີ້ນສ່ວນ, ຫາຍໄປໂດຍບໍ່ມີຮ່ອງຮອຍ ແລະ ບໍ່ມີຫຍັງເຫຼືອເລີຍ.

ໃນແຕ່ລະມື້ ເຮົາຫຼຽວເບິ່ງໜ້າຈັກກະວານ ແລະ ໃນແຕ່ລະມື້ ເຮົາປະຕິບັດພາລະກິດໃໝ່ຂອງເຮົາທ່າມກາງມະນຸດ. ແຕ່ຜູ້ຄົນລ້ວນແລ້ວແຕ່ສູນເສຍຕົນເອງໃນພາລະກິດຂອງພວກເຂົາ ແລະ ບໍ່ມີໃຜສົນໃຈຕໍ່ພະລັງຂອງພາລະກິດຂອງເຮົາ ຫຼື ສັງເກດສະພາບຂອງສິ່ງຕ່າງໆທີ່ຢູ່ເໜືອຕົນເອງ. ມັນເປັນຄືກັບວ່າຜູ້ຄົນດຳລົງຊີວິດຢູ່ໃນສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່ທີ່ພວກເຂົາສ້າງຂຶ້ນເອງ ແລະ ບໍ່ຕ້ອງການໃຫ້ໃຜແຊກແຊງ. ພວກເຂົາທຸກຄົນປະຕິລັດພາລະກິດດ້ວຍຄວາມເພີດເພີນກັບຕົນເອງ, ລ້ວນແລ້ວແຕ່ຊື່ນຊົມກັບຕົນເອງໃນເວລາທີ່ພວກເຂົາ “ອອກກຳລັງກາຍ”. ບໍ່ມີບ່ອນໃຫ້ເຮົາຢູ່ໃນຫົວໃຈຂອງມະນຸດແທ້ບໍ? ເຮົາບໍ່ສາມາດເປັນຜູ້ປົກຄອງຫົວໃຈຂອງມະນຸດແທ້ບໍ? ຈິດວິນຍານຂອງມະນຸດໄດ້ປະຖິ້ມເຂົາແທ້ແລ້ວບໍ? ໃຜແດ່ທີ່ເຄີຍໄຕ່ຕອງຢ່າງລະອຽດເຖິງພຣະທຳທີ່ອອກມາຈາກປາກຂອງເຮົາ? ໃຜແດ່ເຄີຍຮັບຮູ້ຄວາມປາຖະໜາທີ່ຢູ່ໃນຫົວໃຈຂອງເຮົາ? ຫົວໃຈຂອງມະນຸດຖືກຄອບງໍາດ້ວຍສິ່ງອື່ນແທ້ບໍ? ມີຫຼາຍຄັ້ງທີ່ເຮົາໄດ້ຮ້ອງຫາມະນຸດ, ແຕ່ມີຜູ້ໃດແດ່ທີ່ເຄີຍຮູ້ສຶກເຖິງຄວາມຮັກຂອງເຮົາ? ມີຜູ້ໃດແດ່ທີ່ດຳລົງຊີວິດໃນຄວາມເປັນມະນຸດ? ມະນຸດອາດດຳລົງຊີວິດໃນເນື້ອໜັງ, ແຕ່ເຂົາແມ່ນປາສະຈາກຄວາມເປັນມະນຸດ. ເຂົາເກີດໃນອານາຈັກສັດບໍ? ຫຼື ເຂົາເກີດໃນສະຫວັນ ແລະ ມີຄວາມເປັນພຣະເຈົ້າບໍ? ເຮົາຮຽກຮ້ອງຈາກມະນຸດ, ແຕ່ມັນຄືກັບວ່າເຂົາບໍ່ເຂົ້າໃຈພຣະທຳຂອງເຮົາ, ຄືກັບວ່າເຮົາເປັນສັດຮ້າຍທີ່ບໍ່ສາມາດເຂົ້າເຖິງໄດ້ ເຊິ່ງເປັນຕ່າງດ້າວສຳລັບເຂົາ. ເປັນເວລາຫຼາຍຄັ້ງທີ່ເຮົາຜິດຫວັງຈາກມະນຸດ, ເປັນເວລາຫຼາຍຄັ້ງທີ່ເຮົາໃຈຮ້າຍຍ້ອນການປະພຶດຕໍ່າຂອງເຂົາ ແລະ ເປັນເວລາຫຼາຍຄັ້ງທີ່ເຮົາເສົ້າເສຍໃຈຍ້ອນຄວາມອ່ອນແອຂອງເຂົາ. ເປັນຫຍັງເຮົາຈຶ່ງບໍ່ສາມາດປຸກຄວາມຮູ້ສຶກທາງຝ່າຍວິນຍານທີ່ຢູ່ໃນຫົວໃຈຂອງມະນຸດ? ເປັນຫຍັງເຮົາຈຶ່ງບໍ່ສາມາດດົນບັນດານຄວາມຮັກໃນຫົວໃຈຂອງມະນຸດ? ເປັນຫຍັງມະນຸດຈຶ່ງບໍ່ເຕັມໃຈທີ່ຈະປະຕິບັດຕໍ່ເຮົາຄືກັບແກ້ວຕາດວງໃຈຂອງເຂົາ? ຫົວໃຈຂອງມະນຸດບໍ່ແມ່ນຂອງເຂົາເອງບໍ? ສິ່ງອື່ນໄດ້ເຂົ້າສິງຢູ່ໃນຈິດວິນຍານຂອງເຂົາແລ້ວບໍ? ເປັນຫຍັງມະນຸດຈຶ່ງຮ້ອງໄຫ້ບໍ່ເຊົາຈັກເທື່ອ? ເປັນຫຍັງເຂົາຈຶ່ງເສົ້າໃຈ? ເປັນຫຍັງເມື່ອເຂົາໂສກເສົ້າ, ເຂົາຈຶ່ງບໍ່ຫົວຊາການເປັນຢູ່ຂອງເຮົາ? ເຮົາແທງເຂົາບໍ? ເຂົາຕັ້ງໃຈປະຖິ້ມເຂົາບໍ?

ໃນສາຍຕາຂອງເຮົາ, ມະນຸດເປັນຜູ້ປົກຄອງເໜືອສັບພະສິ່ງທັງປວງ. ເຮົາມອບສິດອຳນາດຢ່າງໃຫຍ່ຫຼວງໃຫ້ກັບເຂົາ ເຊິ່ງເຮັດໃຫ້ເຂົາສາມາດຈັດການກັບສັບພະທຸກສິ່ງເທິງແຜ່ນດິນໂລກ: ໃບຫຍ້າທີ່ຢູ່ເທິງພູເຂົາ, ສັດຕ່າງໆທີ່ຢູ່ທ່າມກາງປ່າໄມ້ ແລະ ປາທີ່ຢູ່ໃນນໍ້າ. ແຕ່ແທນທີ່ຈະມີຄວາມສຸກຍ້ອນສິ່ງນີ້, ມະນຸດແມ່ນເຕັມໄປດ້ວຍຄວາມກະວົນກະວາຍໃຈ. ຊົ່ວຊີວິດຂອງເຂົາແມ່ນຊີວິດແຫ່ງຄວາມທຸກທໍລະມານ, ຄວາມດີ້ນຮົນ ແລະ ຄວາມລ້າເລີງກັບຄວາມວ່າງເປົ່າ; ໃນຊີວິດທັງໝົດຂອງເຂົາ ບໍ່ມີການປະດິດ ແລະ ການສ້າງສິ່ງໃໝ່ໆ. ບໍ່ມີໃຜສາມາດປົດປ່ອຍຕົນເອງອອກຈາກຊີວິດທີ່ວ່າງເປົ່ານີ້ໄດ້, ບໍ່ມີໃຜເຄີຍຄົ້ນພົບຊີວິດທີ່ມີຄວາມໝາຍ ແລະ ບໍ່ມີໃຜເຄີຍຜະເຊີນກັບຊີວິດທີ່ແທ້ຈິງ. ເຖິງແມ່ນຜູ້ຄົນໃນປັດຈຸບັນລ້ວນແລ້ວແຕ່ດຳລົງຊີວິພາຍໃຕ້ແສງສະຫວ່າງຂອງເຮົາ, ພວກເຂົາກໍບໍ່ຮູ້ຫຍັງກ່ຽວກັບຊີວິດທີ່ຢູ່ໃນສະຫວັນ. ຖ້າເຮົາບໍ່ເມດຕາຕໍ່ມະນຸດ ແລະ ບໍ່ຊ່ວຍມະນຸດຊາດໃຫ້ລອດພົ້ນ, ແລ້ວທຸກຄົນແມ່ນເກີດມາຢ່າງໄຮ້ປະໂຫຍດ, ຊີວິດຂອງພວກເຂົາທີ່ຢູ່ເທິງແຜ່ນດິນໂລກແມ່ນປາສະຈາກຄວາມໝາຍ ແລະ ພວກເຂົາກໍຈະຈາກໄປຢ່າງໄຮ້ປະໂຫຍດ ໂດຍບໍ່ມີຫຍັງໃຫ້ພາກພູມໃຈເລີຍ. ຜູ້ຄົນໃນທຸກສາສະໜາ, ທຸກສັງຄົມ, ທຸກຊາດ ແລະ ທຸກນິກາຍລ້ວນແລ້ວແຕ່ຮູ້ເຖິງຄວາມວ່າງເປົ່າທີ່ຢູ່ເທິງແຜ່ນດິນໂລກ ແລະ ພວກເຂົາລ້ວນແລ້ວແຕ່ສະແຫວງຫາເຮົາ ແລະ ລໍຖ້າການກັບມາຂອງເຮົາ, ແຕ່ມີຜູ້ໃດບໍທີ່ສາມາດຮູ້ຈັກເຮົາເມື່ອເຮົາມາເຖິງ? ເຮົາສ້າງສັບພະທຸກສິ່ງ, ເຮົາສ້າງມະນຸດຊາດ ແລະ ໃນປັດຈຸບັນນີ້ ເຮົາໄດ້ລົງມາຢູ່ທ່າມກາງມະນຸດ. ແຕ່ມະນຸດໂຈມຕີເຮົາຄືນ ແລະ ແກ້ແຄ້ນເຮົາ. ພາລະກິດທີ່ເຮົາປະຕິບັດໃນມະນຸດບໍ່ໄດ້ມີຜົນປະໂຫຍດຫຍັງກັບເຂົາເລີຍບໍ? ເຮົາບໍ່ສາມາດເຮັດໃຫ້ມະນຸດພໍໃຈແທ້ບໍ? ເປັນຫຍັງມະນຸດຈຶ່ງປະຕິເສດເຮົາ? ເປັນຫຍັງມະນຸດຈຶ່ງເຢັນຊາ ແລະ ບໍ່ສົນໃຈເຮົາ? ເປັນຫຍັງແຜ່ນດິນໂລກຈຶ່ງຖືກປົກຄຸມໄປດ້ວຍຊາກສົບ? ນີ້ແມ່ນສະພາວະຂອງແຜ່ນດິນໂລກທີ່ເຮົາໄດ້ສ້າງສຳລັບມະນຸດແທ້ບໍ? ເຮົາໄດ້ມອບຊັບສິນມະຫາສານທີ່ບໍ່ສາມາດປຽບທຽບໄດ້ໃຫ້ກັບມະນຸດ ແຕ່ເປັນຫຍັງເຂົາຈຶ່ງຖວາຍມືເປົ່າຄືນໃຫ້ກັບເຮົາ? ເປັນຫຍັງມະນຸດຈຶ່ງບໍ່ຮັກເຮົາຢ່າງແທ້ຈິງ? ເປັນຫຍັງເຂົາຈຶ່ງບໍ່ມາຢູ່ຕໍ່ໜ້າເຮົາຈັກເທື່ອ? ພຣະທຳທຸກຂໍ້ຂອງເຮົາແມ່ນບໍ່ມີຜົນປະໂຫຍດຫຍັງແທ້ບໍ? ພຣະທຳຂອງເຮົາຫາຍໄປຄືກັບອາຍຮ້ອນທີ່ອອກຈາກນໍ້າແທ້ບໍ? ເປັນຫຍັງມະນຸດຈຶ່ງບໍ່ເຕັມໃຈຮ່ວມມືກັບເຮົາ? ການມາຂອງມື້ເຮົາເປັນຊ່ວງເວລາແຫ່ງຄວາມຕາຍຂອງມະນຸດແທ້ບໍ? ເຮົາສາມາດທຳລາຍມະນຸດໃນເວລາທີ່ອານາຈັກຂອງເຮົາຖືກສ້າງຂຶ້ນແທ້ບໍ? ໃນລະຫວ່າງແຜນການຄຸ້ມຄອງທັງໝົດຂອງເຮົາ, ເປັນຫຍັງຈຶ່ງບໍ່ມີໃຜເຂົ້າໃຈເຈດຕະນາຂອງເຮົາ? ເປັນຫຍັງມະນຸດຈຶ່ງກຽດຊັງ ແລະ ປະຕິເສດຖ້ອຍຄໍາທີ່ອອກຈາກປາກຂອງເຮົາ ແທນທີ່ຈະຊື່ນຊົມສິ່ງເຫຼົ່ານັ້ນ? ເຮົາບໍ່ໄດ້ກ່າວຮ້າຍໃຜ, ເຮົາພຽງແຕ່ເຮັດໃຫ້ທຸກຄົນສະຫງົບລົງ ແລະ ປະຕິບັດພາລະກິດເພື່ອການພິຈາລະນາຕົນເອງເທົ່ານັ້ນ.

ວັນທີ 27 ມີນາ 1992

ກ່ອນນີ້: ບົດທີ 24

ຕໍ່ໄປ: ບົດທີ 26

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ,...

ມະນຸດຊາດທີ່ເສື່ອມຊາມຍິ່ງຕ້ອງການຄວາມລອດພົ້ນຂອງພຣະເຈົ້າທີ່ກາຍເປັນເນື້ອໜັງ

ພຣະເຈົ້າກາຍເປັນເນື້ອໜັງກໍຍ້ອນວ່າ ເປົ້າໝາຍແຫ່ງພາລະກິດຂອງພຣະອົງບໍ່ແມ່ນວິນຍານຂອງຊາຕານ ຫຼື ສິ່ງທີ່ບໍ່ມີຮູບຮ່າງ, ແຕ່ເປັນມະນຸດ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້