III. ກ່ຽວກັບຄວາມຈິງແຫ່ງນາມຂອງພຣະເຈົ້າ

1. ບາງຄົນເວົ້າວ່າ ນາມຂອງພຣະເຈົ້າບໍ່ປ່ຽນແປງ ແຕ່ເປັນຫຍັງນາມ ເຢໂຮວາ ຈຶ່ງກາຍມາເປັນ ເຢຊູ? ມີການທຳນວາຍເຖິງການມາຂອງພຣະເມຊີອາ ແຕ່ເປັນຫຍັງຈຶ່ງມີມະນຸດທີ່ມີຊື່ວ່າ ເຢຊູ ມາແທນ? ເປັນຫຍັງນາມຂອງພຣະເຈົ້າຈຶ່ງປ່ຽນແປງ? ບໍ່ແມ່ນພາລະກິດດັ່ງກ່າວໄດ້ຖືກດຳເນີນມາດົນນານແລ້ວບໍ? ໃນມື້ນີ້ ພຣະເຈົ້າບໍ່ສາມາດດຳເນີນພາລະກິດໃໝ່ບໍ? ພາລະກິດຂອງມື້ວານສາມາດປ່ຽນແປງໄດ້ ແລະ ພາລະກິດຂອງພຣະເຢຊູສາມາດສືບຕໍ່ຈາກພາລະກິດຂອງພຣະເຢໂຮວາໄດ້. ດັ່ງນັ້ນ ພາລະກິດອື່ນຈະບໍ່ສາມາດສືບຕໍ່ພາລະກິດຂອງພຣະເຢຊູໄດ້ບໍ່? ຖ້າຊື່ພຣະເຢໂຮວາ ສາມາດປ່ຽນເປັນ ພຣະເຢຊູ, ແລ້ວ ຊື່ພຣະເຢຊູ ບໍ່ສາມາດປ່ຽນເປັນຊື່ໃໝ່ບໍ? ນີ້ບໍ່ແມ່ນສິ່ງທີ່ຜິດປົກກະຕິ ແລະ ຜູ້ຄົນຄິດແບບນັ້ນ[ຂ] ກໍຍ້ອນຄວາມຄິດທີ່ລຽບງ່າຍຂອງພວກເຂົາເທົ່ານັ້ນ. ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ. ເຖິງຈະມີການປ່ຽນແປງໃນພາລະກິດຂອງພຣະອົງ ແລະ ນາມຂອງພຣະອົງຢ່າງໃດກໍຕາມ, ຈິດໃຈ ແລະ ສະຕິປັນຍາຂອງພຣະອົງຍັງຄົງຄືເກົ່າຕະຫຼອດໄປ. ຖ້າເຈົ້າເຊື່ອວ່າ ພຣະເຈົ້າສາມາດພຽງແຕ່ຖືກເອີ້ນໃນນາມ ເຢຊູ, ເຈົ້າຮູ້ໜ້ອຍເກີນໄປ. ເຈົ້າກ້າຢືນຢັນໄດ້ບໍວ່າ ເຢຊູ ເປັນນາມຂອງພຣະເຈົ້າຕະຫຼອດໄປ ໂດຍທີ່ພຣະເຈົ້າຈະໃຊ້ຊື່ ເຢຊູ ຕະຫຼອດໄປ ແລະ ຊື່ນີ້ຈະບໍ່ຖືກປ່ຽນ? ເຈົ້າກ້າຢືນຢັນຢ່າງໝັ້ນໃຈໄດ້ບໍວ່າ ນາມ ເຢຊູ ນີ້ແຫຼະທີ່ຈະເຮັດໃຫ້ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເຮັດໃຫ້ສິ້ນສຸດຍຸກສຸດທ້າຍເຊັ່ນດຽວກັນ? ໃຜສາມາດເວົ້າໄດ້ວ່າ ພຣະຄຸນຂອງພຣະເຢຊູສາມາດເຮັດໃຫ້ຍຸກດັ່ງກ່າວສິ້ນສຸດລົງໄດ້?

(ຄັດຈາກບົດ “ມະນຸດທີ່ຕໍ່ຕ້ານພຣະເຈົ້າອີງຕາມແນວຄວາມຄິດຂອງຕົນເອງຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ? ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

2. ເຈົ້າຄວນຮູ້ວ່າ ໃນເບື້ອງຕົ້ນນັ້ນພຣະເຈົ້າບໍ່ໄດ້ມີຊື່. ພຣະອົງໃຊ້ໜຶ່ງ ຫຼື ສອງ ຫຼື ຫຼາຍຊື່ ກໍເພາະວ່າ ພຣະອົງມີພາລະກິດທີ່ຕ້ອງປະຕິບັດ ແລະ ຕ້ອງຄຸ້ມຄອງມະນຸດຊາດ. ບໍ່ວ່າພຣະອົງຈະຖືກເອີ້ນຊື່ໃດກໍຕາມ, ພຣະອົງບໍ່ໄດ້ເລືອກຊື່ດັ່ງກ່າວນັ້ນຢ່າງອິດສະຫຼະດ້ວຍຕົວພຣະອົງເອງບໍ? ພຣະອົງຕ້ອງການໃຫ້ເຈົ້າ ຜູ້ທີ່ເປັນໜຶ່ງໃນສິ່ງຊົງສ້າງຂອງພຣະອົງ ມາຕັດສິນໃຈແທນພຣະອົງບໍ? ພຣະນາມທີ່ພຣະເຈົ້າຖືກເອີ້ນແມ່ນພຣະນາມທີ່ສອດຄ່ອງກັບສິ່ງທີ່ມະນຸດສາມາດເຂົ້າໃຈໄດ້ໂດຍພາສາຂອງມະນຸດ, ແຕ່ພຣະນາມນີ້ບໍ່ແມ່ນສິ່ງທີ່ມະນຸດສາມາດມີສ່ວນຮ່ວມໄດ້.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

3. ໃນແຕ່ລະຍຸກທີ່ພຣະເຈົ້າປະຕິບັດພາລະກິດດ້ວຍຕົວພຣະອົງເອງ, ພຣະອົງໃຊ້ພຣະນາມທີ່ເໝາະສົມກັບຍຸກນັ້ນເພື່ອສະຫຼຸບພາລະກິດທີ່ພຣະອົງຕັ້ງໃຈທີ່ຈະປະຕິບັດ. ພຣະອົງນໍາໃຊ້ພຣະນາມສະເພາະໃດໜຶ່ງ, ພຣະນາມທີ່ມີຄວາມໝາຍຊົ່ວຄາວ ເພື່ອເປັນຕົວແທນອຸປະນິໄສຂອງພຣະອົງໃນຍຸກນັ້ນໆ. ນີ້ແມ່ນພຣະເຈົ້າທີ່ໃຊ້ພາສາຂອງມະນຸດຊາດເພື່ອສະແດງອຸປະນິໄສຂອງພຣະອົງອອກມາ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

4. ພຣະນາມຂອງພຣະເຢຊູທີ່ໝາຍຄວາມວ່າ “ພຣະເຈົ້າຢູ່ກັບພວກເຮົາ” ຈະສາມາດເປັນຕົວແທນໃຫ້ກັບອຸປະນິໄສທັງໝົດຂອງພຣະເຈົ້າໄດ້ບໍ? ມັນສາມາດອະທິບາຍກ່ຽວກັບພຣະເຈົ້າໄດ້ຢ່າງສົມບູນບໍ? ຖ້າມະນຸດເວົ້າວ່າ ພຣະເຈົ້າສາມາດຖືກເອີ້ນໄດ້ແຕ່ຊື່ ພຣະເຢຊູ ແລະ ບໍ່ມີຊື່ອື່ນເລີຍ ເພາະວ່າ ພຣະເຈົ້າບໍ່ສາມາດປ່ຽນແປງອຸປະນິໄສຂອງພຣະອົງໄດ້, ຄຳເວົ້າເຫຼົ່ານີ້ແມ່ນເປັນການໝິ່ນປະໝາດຢ່າງແນ່ນອນ! ເຈົ້າເຊື່ອວ່າ ມີພຽງແຕ່ພຣະນາມພຣະເຢຊູເທົ່ານັ້ນບໍ ເຊິ່ງໝາຍເຖິງພຣະເຈົ້າຢູ່ກັບພວກເຮົາ ທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ທັງໝົດ? ພຣະເຈົ້າອາດຈະຖືກເອີ້ນໂດຍຫຼາຍພຣະນາມ, ແຕ່ທ່າມກາງພຣະນາມເຫຼົ່ານີ້, ບໍ່ມີພຣະນາມໃດເລີຍທີ່ສາມາດສະຫຼຸບຄວາມໃຫ້ກັບພຣະເຈົ້າໄດ້ທັງໝົດ, ບໍ່ມີພຣະນາມໃດເລີຍທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງສົມບູນ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງມີຫຼາຍພຣະນາມ, ແຕ່ພຣະນາມເຫຼົ່ານີ້ບໍ່ສາມາດອະທິບາຍອຸປະນິໄສຂອງພຣະເຈົ້າໄດ້ຢ່າງສົມບູນ ຍ້ອນອຸປະນິໄສຂອງພຣະເຈົ້າອຸດົມສົມບູນຫຼາຍ ເຊິ່ງມັນຫຼາຍກວ່າຄວາມສາມາດຂອງມະນຸດທີ່ຈະຮູ້ຈັກພຣະອົງໄດ້ຢ່າງແທ້ຈິງ. ບໍ່ມີທາງທີ່ມະນຸດຈະໃຊ້ພາສາຂອງມະນຸດເພື່ອສະຫຼຸບຄວາມພຣະເຈົ້າໄດ້ຢ່າງສົມບູນ. ມະນຸດຊາດມີຄຳສັບທີ່ຈຳກັດ ເຊິ່ງໃຊ້ເພື່ອສະຫຼຸບຄວາມໃນສິ່ງທີ່ພວກເຂົາຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ ເຊັ່ນ: ຍິ່ງໃຫຍ່, ເປັນຕານັບຖື, ອັດສະຈັນ, ບໍ່ສາມາດຢັ່ງເຖິງໄດ້, ສູງສຸດ, ສັກສິດ, ຊອບທຳ, ມີສະຕິປັນຍາ ແລະ ອື່ນໆອີກ. ມີຫຼາຍຄຳເວົ້າເກີນໄປ! ຄຳສັບທີ່ຈຳກັດນີ້ບໍ່ສາມາດບັນລະຍາຍໄດ້ແມ່ນແຕ່ໜ້ອຍດຽວກ່ຽວກັບເລື່ອງມະນຸດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າ. ເມື່ອເວລາຜ່ານໄປ, ມີຄຳເວົ້າຫຼາຍຄໍາເພີ່ມຂຶ້ນທີ່ພວກເຂົາຄິດວ່າສາມາດບັນລະຍາຍເຖິງຄວາມຈິງໃຈໃນຫົວໃຈຂອງພວກເຂົາໄດ້ດີກວ່າ ເຊັ່ນ: ພຣະເຈົ້າຍິ່ງໃຫຍ່ຫຼາຍ! ພຣະເຈົ້າສັກສິດຫຼາຍ! ພຣະເຈົ້າເປັນທີ່ຮັກຫຼາຍ! ໃນປັດຈຸບັນ, ຄຳເວົ້າແບບນີ້ຂອງມະນຸດແມ່ນຮ້າຍແຮງຈົນເຖິງຈຸດສູງສຸດແລ້ວ, ເຖິງຢ່າງໃດກໍຕາມ ມະນຸດກໍຍັງບໍ່ສາມາດສະແດງຕົວເອງອອກມາຢ່າງຊັດເຈນ. ດ້ວຍເຫດນັ້ນ ສຳລັບມະນຸດແລ້ວ ພຣະເຈົ້າມີຫຼາຍພຣະນາມ ແຕ່ພຣະອົງບໍ່ມີຊື່ຜູ້ໃດ ແລະ ນີ້ກໍຍ້ອນວ່າ ການເປັນຢູ່ຂອງພຣະອົງອຸດົມສົມບູນຫຼາຍ ແລະ ພາສາຂອງມະນຸດແມ່ນຕໍ່າຫຼາຍ. ຄຳເວົ້າ ຫຼື ພຣະນາມສະເພາະໃດໜຶ່ງແມ່ນບໍ່ມີຄວາມສາມາດທີ່ຈະເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດໄດ້, ແລ້ວເຈົ້າຄິດວ່າ ພຣະອົງຈະມີພຽງແຕ່ພຣະນາມດຽວໄດ້ບໍ? ພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ສັກສິດຫຼາຍ ແຕ່ເຈົ້າຈະບໍ່ຍອມໃຫ້ພຣະອົງປ່ຽນແປງພຣະນາມຂອງພຣະອົງໃນແຕ່ລະຍຸກໃໝ່ບໍ?

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

5. ສົມມຸດວ່າ ພາລະກິດຂອງພຣະເຈົ້າໃນແຕ່ລະຍຸກແມ່ນຄືກັນ ແລະ ພຣະອົງກໍຖືກເອີ້ນໂດຍພຣະນາມເດີມຢູ່ຕະຫຼອດ, ມະນຸດຈະຮູ້ຈັກພຣະອົງໄດ້ແນວໃດ? ພຣະເຈົ້າຕ້ອງຖືກເອີ້ນວ່າ ພຣະເຢໂຮວາ ແລະ ນອກຈາກພຣະເຈົ້າທີ່ຖືກເອີ້ນວ່າ ພຣະເຢໂຮວາແລ້ວ, ຜູ້ໃດກໍຕາມທີ່ຖືກເອີ້ນໂດຍຊື່ອື່ນໆບໍ່ແມ່ນພຣະເຈົ້າ. ຫຼືບໍ່ດັ່ງນັ້ນ ພຣະເຈົ້າກໍເປັນໄດ້ພຽງແຕ່ພຣະເຢຊູ ແລະ ນອກຈາກພຣະນາມຂອງພຣະເຢຊູແລ້ວ ພຣະອົງບໍ່ສາມາດຖືກເອີ້ນໂດຍພຣະນາມອື່ນໆໄດ້; ນອກຈາກພຣະເຢຊູແລ້ວ, ພຣະເຢໂຮວາບໍ່ແມ່ນພຣະເຈົ້າ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດກໍບໍ່ແມ່ນພຣະເຈົ້າເຊັ່ນກັນ. ມະນຸດເຊື່ອວ່າ ເປັນຄວາມຈິງທີ່ພຣະເຈົ້າຊົງມີລິດທານຸພາບສູງສຸດ, ແຕ່ພຣະເຈົ້າກໍເປັນພຽງພຣະເຈົ້າທີ່ຢູ່ກັບມະນຸດ ແລະ ພຣະອົງຕ້ອງຖືກເອີ້ນວ່າ ພຣະເຢຊູ, ຍ້ອນພຣະເຈົ້າຢູ່ກັບມະນຸດ. ການເຮັດແບບນີ້ກໍຄືກັບການປະຕິບັດຕາມຄຳສັ່ງສອນ ແລະ ການຈຳກັດພຣະເຈົ້າໃຫ້ຢູ່ໃນຂອບເຂດໃດໜຶ່ງ. ສະນັ້ນ ໃນແຕ່ລະຍຸກ, ພາລະກິດທີ່ພຣະເຈົ້າປະຕິບັດ, ພຣະນາມທີ່ພຣະອົງຖືກເອີ້ນ ແລະ ພາບລັກສະນະທີ່ພຣະອົງນໍາໃຊ້ ເຊິ່ງເປັນພາລະກິດທີ່ພຣະອົງປະຕິບັດໃນແຕ່ລະຂັ້ນຕອນຈົນມາເຖິງປັດຈຸບັນ, ສິ່ງເຫຼົ່ານີ້ບໍ່ໄດ້ປະຕິບັດຕາມກົດລະບຽບແມ່ນແຕ່ໜ້ອຍດຽວ ແລະ ບໍ່ໄດ້ຂຶ້ນກັບຂໍ້ຈຳກັດໃດໜຶ່ງເລີຍ. ພຣະອົງເປັນພຣະເຢໂຮວາ ແລະ ພຣະອົງຍັງເປັນພຣະເຢຊູອີກດ້ວຍ ພ້ອມທັງເປັນພຣະເມຊີອາ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພາລະກິດຂອງພຣະອົງສາມາດຜ່ານການປ່ຽນແປງເທື່ອລະໜ້ອຍ ໂດຍສອດຄ່ອງກັບການປ່ຽນແປງໃນພຣະນາມຂອງພຣະອົງ. ບໍ່ມີພຣະນາມໃດໜຶ່ງທີ່ສາມາດເປັນຕົວແທນໃຫ້ກັບພຣະອົງໄດ້ຢ່າງສົມບູນ, ແຕ່ພຣະນາມທຸກຢ່າງທີ່ພຣະອົງຖືກເອີ້ນແມ່ນສາມາດເປັນຕົວແທນໃຫ້ກັບພຣະອົງ ແລະ ພາລະກິດທີ່ພຣະອົງປະຕິບັດໃນແຕ່ລະຍຸກກໍເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະອົງ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

6. ໃນແຕ່ລະຍຸກ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ແລະ ຖືກເອີ້ນໂດຍພຣະນາມໃໝ່; ພຣະອົງຈະສາມາດປະຕິບັດພາລະກິດເກົ່າໆໃນຍຸກທີ່ແຕກຕ່າງກັນໄດ້ແນວໃດ? ພຣະອົງຈະຍຶດຕິດກັບສິ່ງເກົ່າໄດ້ແນວໃດ? ພຣະນາມຂອງພຣະເຢຊູແມ່ນຖືກໃຊ້ ໂດຍເຫັນແກ່ພາລະກິດແຫ່ງການໄຖ່ບາບ, ສະນັ້ນ ພຣະອົງຍັງຈະຖືກເອີ້ນໂດຍພຣະນາມເດີມເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍນີ້ບໍ? ພຣະອົງຍັງຈະປະຕິບັດພາລະກິດແຫ່ງການໄຖ່ບາບອີກບໍ? ເປັນຫຍັງພຣະເຢໂຮວາ ແລະ ພຣະເຢຊູທີ່ເປັນໜຶ່ງດຽວກັນ, ແຕ່ພຣະອົງທັງສອງພັດຖືກເອີ້ນຊື່ຕ່າງກັນໃນຍຸກທີ່ແຕກຕ່າງກັນ? ບໍ່ແມ່ນຍ້ອນຍຸກແຫ່ງພາລະກິດຂອງພຣະອົງທັງສອງແຕກຕ່າງກັນບໍ? ພຣະນາມດຽວຈະສາມາດເປັນຕົວແທນທັງໝົດໃຫ້ກັບພຣະອົງໄດ້ແນວໃດ? ຖ້າເປັນແບບນັ້ນ, ພຣະເຈົ້າກໍຕ້ອງຖືກເອີ້ນຫຼາຍຊື່ທີ່ແຕກຕ່າງກັນຕາມແຕ່ລະຍຸກທີ່ແຕກຕ່າງ ແລະ ຕ້ອງໃຊ້ພຣະນາມເພື່ອປ່ຽນແປງຍຸກ ແລະ ເປັນຕົວແທນໃຫ້ກັບຍຸກດັ່ງກ່າວ. ຍ້ອນບໍ່ມີພຣະນາມໃດໜຶ່ງສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງຢ່າງສົມບູນໄດ້ ແລະ ພຣະນາມແຕ່ລະຢ່າງກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບລັກສະນະຊົ່ວຄາວຂອງອຸປະນິໄສຂອງພຣະເຈົ້າໃນຍຸກທີ່ຖືກກຳນົດໄວ້ເທົ່ານັ້ນ; ທຸກສິ່ງທີ່ຕ້ອງເຮັດກໍຄືການເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງ. ສະນັ້ນ, ພຣະເຈົ້າສາມາດເລືອກພຣະນາມໃດກໍຕາມທີ່ເໝາະສົມກັບອຸປະນິໄສຂອງພຣະອົງເພື່ອແທນໃຫ້ກັບຍຸກທັງໝົດ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

7. ພາລະກິດທີ່ພຣະເຢຊູປະຕິບັດເປັນຕົວແທນໃຫ້ກັບພຣະນາມຂອງພຣະເຢຊູ ແລະ ມັນເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນ; ສຳລັບພາລະກິດທີ່ພຣະເຢໂຮວາປະຕິບັດນັ້ນ ແມ່ນເປັນຕົວແທນໃຫ້ກັບພຣະເຢໂຮວາ ແລະ ມັນເປັນຕົວແທນໃຫ້ກັບຍຸກແຫ່ງພຣະບັນຍັດ. ພາລະກິດຂອງພຣະອົງທັງສອງແມ່ນພາລະກິດຂອງພຣະວິນຍານອົງດຽວໃນສອງຍຸກທີ່ແຕກຕ່າງກັນ. ... ເຖິງແມ່ນວ່າ ພຣະອົງທັງສອງຖືກເອີ້ນໂດຍສອງພຣະນາມທີ່ແຕກຕ່າງກັນ, ມັນກໍເປັນພຣະວິນຍານອົງດຽວກັນທີ່ສຳເລັດພາລະກິດທັງສອງຂັ້ນຕອນ ແລະ ພາລະກິດກໍຖືກປະຕິບັດສືບຕໍ່ກັນຢ່າງຕໍ່ເນື່ອງ. ຍ້ອນວ່າ ພຣະນາມແຕກຕ່າງກັນ ແລະ ເນື້ອຫາຂອງພາລະກິດກໍແຕກຕ່າງກັນ, ຍຸກຈຶ່ງແຕກຕ່າງກັນ. ເມື່ອພຣະເຢໂຮວາສະເດັດມາ, ນັ້ນແມ່ນຍຸກຂອງພຣະເຢໂຮວາ ແລະ ເມື່ອພຣະເຢຊູສະເດັດມາ, ນັ້ນກໍແມ່ນຍຸກຂອງພຣະເຢຊູ. ດ້ວຍເຫດນັ້ນ ໃນການມາແຕ່ລະຄັ້ງ, ພຣະເຈົ້າຈຶ່ງຖືກເອີ້ນເປັນຊື່ດຽວ, ພຣະອົງເປັນຕົວແທນໃຫ້ກັບຍຸກດຽວ ແລະ ພຣະອົງເປີດເສັ້ນທາງໃໝ່; ແລ້ວໃນເສັ້ນທາງໃໝ່ແຕ່ລະຢ່າງນັ້ນ ພຣະອົງນໍາໃຊ້ຊື່ໃໝ່ ເຊິ່ງສະແດງວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພາລະກິດຂອງພຣະອົງບໍ່ເຄີຍຢຸດກ້າວໄປຂ້າງໜ້າຈັກເທື່ອ. ປະຫວັດສາດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ພາລະກິດຂອງພຣະເຈົ້າກໍກ້າວໄປຂ້າງໜ້າຢູ່ສະເໝີ. ເພື່ອໃຫ້ແຜນການຄຸ້ມຄອງຫົກພັນປີຂອງພຣະອົງຈົບສິ້ນລົງ, ມັນຕ້ອງສືບຕໍ່ກ້າວໄປຂ້າງໜ້າ. ໃນແຕ່ລະມື້ ພຣະອົງຕ້ອງປະຕິບັດພາລະກິດໃໝ່, ແຕ່ລະປີ ພຣະອົງຕ້ອງປະຕິບັດພາລະກິດໃໝ່; ພຣະອົງຕ້ອງເປີດເສັ້ນທາງໃໝ່, ຕ້ອງເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ຍິ່ງໃຫຍ່ກວ່າເດີມ ແລະ ພ້ອມດ້ວຍສິ່ງເຫຼົ່ານີ້ກໍຄືການນໍາມາຂອງຊື່ໃໝ່ ແລະ ພາລະກິດໃໝ່.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

8. “ພຣະເຢໂຮວາ” ແມ່ນພຣະນາມທີ່ເຮົາໃຊ້ໃນລະຫວ່າງພາລະກິດຂອງເຮົາຢູ່ດິນແດນອິສຣາເອນ ແລະ ນັ້ນໝາຍເຖິງ ພຣະເຈົ້າຂອງຊາວອິສຣາເອນ (ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ) ຜູ້ທີ່ສາມາດມີຄວາມເມດຕາຕໍ່ມະນຸດ ຊາບແສ່ງມະນຸດ ແລະ ນຳທາງຊີວິດຂອງມະນຸດໄດ້. ພຣະອົງ ໝາຍເຖິງພຣະເຈົ້າຜູ້ທີ່ມີອຳນາດຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາ. ... ນັ້ນໝາຍຄວາມວ່າ, ພຣະເຢໂຮວາແມ່ນພຣະເຈົ້າຂອງຜູ້ຄົນທີ່ຖືກເລືອກຂອງອິສຣາເອນ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອິຊາກ, ພຣະເຈົ້າຂອງຢາໂຄບ, ພຣະເຈົ້າຂອງໂມເຊ ແລະ ພຣະເຈົ້າຂອງຄົນອິສຣາເອນທັງໝົດ. ສະນັ້ນ ໃນຍຸກປັດຈຸບັນ ຊາວອິສຣາເອນທັງໝົດນອກຈາກເຜົ່າຈູດາແລ້ວ ແມ່ນບູຊາພຣະເຢໂຮວາ. ພວກເຂົາຖວາຍບູຊາພຣະອົງຢູ່ເທິງແທ່ນບູຊາ ແລະ ຮັບໃຊ້ພຣະອົງໂດຍໃສ່ເສື້ອຄຸມຂອງມະຫາປະໂລຫິດຢູ່ໃນພຣະວິຫານ. ສິ່ງທີ່ພວກເຂົາຄາດຫວັງແມ່ນການປະກົດຕົວອີກຄັ້ງຂອງພຣະເຢໂຮວາ. ... ພຣະນາມພຣະເຢໂຮວາແມ່ນພຣະນາມສະເພາະສຳລັບຊາວອິສຣາເອນຜູ້ທີ່ດຳເນີນຊີວິດອີງຕາມພຣະບັນຍັດ. ໃນແຕ່ລະຍຸກ ແລະ ແຕ່ລະຂັ້ນຕອນຂອງພາລະກິດນັ້ນ ພຣະນາມຂອງເຮົາບໍ່ແມ່ນບໍ່ມີບ່ອນອ້າງອີງ ແຕ່ເປັນຕົວແທນທີ່ມີຄວາມໝາຍສໍາຄັນ ແລະ ແຕ່ລະພຣະນາມເປັນຕົວແທນໃຫ້ແກ່ຍຸກໜຶ່ງ. “ພຣະເຢໂຮວາ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະບັນຍັດ ແລະ ເປັນກຽດຕິຍົດຂອງພຣະເຈົ້າທີ່ຜູ້ຄົນແຫ່ງດິນແດນອິສຣາເອນເຄົາລົບບູຊາ.

(ຄັດຈາກບົດ “ພຣະຜູ້ຊ່ວຍໃຫ້ລອດໄດ້ກັບຄືນມາເທິງ ‘ເມກຂາວ’” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

9. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ພາລະກິດແຫ່ງການນໍາພາມະນຸດແມ່ນຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາ ແລະ ພ້ອມດຽວກັນນັ້ນ ພາລະກິດຂັ້ນຕອນທຳອິດກໍຖືກລິເລີ່ມຂຶ້ນເທິງແຜ່ນດິນໂລກ. ໃນຂັ້ນຕອນນີ້, ພາລະກິດໄດ້ປະກອບດ້ວຍການສ້າງພຣະວິຫານ ແລະ ແທ່ນບູຊາ ແລະ ການນໍາໃຊ້ກົດໝາຍເພື່ອນໍາພາປະຊາຊົນອິດສະຣາເອັນ ແລະ ເພື່ອປະຕິບັດພາລະກິດທ່າມກາງພວກເຂົາ. ການນໍາພາປະຊາຊົນອິດສະຣາເອັນ, ພຣະອົງໄດ້ເລີ່ມຕົ້ນສ້າງພື້ນຖານສຳລັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ. ຈາກພື້ນຖານນີ້, ພຣະອົງຂະຫຍາຍພາລະກິດຂອງພຣະອົງນອກເໜືອອິດສະຣາເອັນ ເຊິ່ງເວົ້າໄດ້ວ່າ ເລີ່ມຕົ້ນຈາກອິດສະຣາເອັນ ພຣະອົງຂະຫຍາຍພາລະກິດຂອງພຣະອົງອອກໄປທາງນອກ ເພື່ອຄົນຮຸ່ນຕໍ່ມາຈຶ່ງໄດ້ຄ່ອຍໆຮຽນຮູ້ວ່າ ພຣະເຢໂຮວາເປັນພຣະເຈົ້າ ແລະ ພຣະເຢໂຮວາຄືຜູ້ທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທັງປວງ ແລະ ພຣະເຢໂຮວາເອງເປັນຜູ້ສ້າງສິ່ງຊົງສ້າງທັງປວງ. ພຣະອົງຂະຫຍາຍພາລະກິດຂອງພຣະອົງອອກໄປທາງນອກຜ່ານທາງປະຊາຊົນອິດສະຣາເອັນ. ດິນແດນອິດສະຣາເອັນແມ່ນສະຖານທີ່ສັກສິດແຫ່ງທຳອິດຂອງພາລະກິດຂອງພຣະເຢໂຮວາເທິງແຜ່ນດິນໂລກ ແລະ ຢູ່ໃນດິນແດນອິດສະຣາເອັນນີ້ເອງທີ່ພຣະເຈົ້າສະເດັດໄປປະຕິບັດພາລະກິດເທິງແຜ່ນດິນໂລກ. ນັ້ນແມ່ນພາລະກິດໃນຍຸກແຫ່ງພຣະບັນຍັດ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

10. ຊື່ຂອງພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າທັງໝົດໄດ້. ຄວາມຈິງທີ່ວ່າ ພຣະອົງໄດ້ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະເຈົ້າເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ພຣະບັນຍັດເທົ່ານັ້ນ. ພຣະເຢໂຮວາສ້າງຕັ້ງພຣະບັນຍັດເພື່ອມະນຸດ ແລະ ວາງຂໍ້ພຣະບັນຍັດເຫຼົ່ານັ້ນໃຫ້ກັບພວກເຂົາ, ຮຽກຮ້ອງໃຫ້ມະນຸດສ້າງພຣະວິຫານ ແລະ ແທ່ນບູຊາ; ພາລະກິດນີ້ທີ່ພຣະອົງປະຕິບັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະອົງເປັນພຽງພຣະເຈົ້າທີ່ຮຽກຮ້ອງໃຫ້ມະນຸດຮັກສາພຣະບັນຍັດ ຫຼື ພຣະອົງເປັນພຣະເຈົ້າພຽງໃນພຣະວິຫານ ຫຼື ພຣະອົງເປັນພຽງພຣະເຈົ້າຕໍ່ໜ້າແທ່ນບູຊາເທົ່ານັ້ນ. ການເວົ້າແບບນັ້ນຈະບໍ່ແມ່ນຄວາມຈິງ. ພາລະກິດທີ່ສໍາເລັດພາຍໃຕ້ພຣະບັນຍັດກໍເປັນຕົວແທນໃຫ້ພຽງແຕ່ຍຸກໃດໜຶ່ງ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

11. ຍຸກແຫ່ງພຣະຄຸນເລີ່ມຕົ້ນດ້ວຍພຣະນາມຂອງພຣະເຢຊູ. ເມື່ອພຣະເຢຊູເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະວິນຍານບໍລິສຸດກໍເລີ່ມຕົ້ນເປັນພະຍານໃຫ້ກັບພຣະນາມຂອງພຣະເຢຊູ ແລະ ພຣະນາມຂອງພຣະເຢໂຮວາແມ່ນບໍ່ໄດ້ກ່າວເຖິງອີກຕໍ່ໄປ; ກົງກັນຂ້າມ, ພຣະວິນຍານບໍລິສຸດໄດ້ຮັບພາລະກິດໃໝ່ພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄຳພະຍານຂອງຄົນທີ່ເຊື່ອໃນພຣະອົງແມ່ນສຳລັບພຣະເຢຊູຄຣິດ ແລະ ພາລະກິດທີ່ພວກເຂົາກະທຳກໍແມ່ນເພື່ອພຣະເຢຊູຄຣິດ. ການສິ້ນສຸດຂອງພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດໝາຍຄວາມວ່າ ພາລະກິດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກນັ້ນໄດ້ສິ້ນສຸດລົງແລ້ວ. ຕັ້ງແຕ່ນີ້ເປັນຕົ້ນໄປ ພຣະນາມຂອງພຣະເຈົ້າກໍຈະບໍ່ແມ່ນພຣະເຢໂຮວາອີກຕໍ່ໄປ; ກົງກັນຂ້າມ ພຣະອົງຈະຖືກເອີ້ນວ່າ ພຣະເຢຊູ ແລະ ຈາກນີ້ເປັນຕົ້ນໄປ ພຣະວິນຍານບໍລິສຸດກໍເລີ່ມຕົ້ນພາລະກິດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

12. “ພຣະເຢຊູ” ແມ່ນເອມະນູເອນ ແລະ ໝາຍເຖິງການຖວາຍບາບທີ່ເຕັມໄປດ້ວຍຄວາມຮັກ ຄວາມເມດຕາ ແລະ ໄຖ່ບາບໃຫ້ມະນຸດ. ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະກະລຸນາ ແລະ ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະພະກະລຸນາ ແລະ ສາມາດເປັນພຽງສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ. ... ມີພຽງພຣະເຢຊູເທົ່ານັ້ນເປັນຜູ້ໄຖ່ບາບຂອງມະນຸດ. ພຣະອົງແມ່ນການຖວາຍບາບທີ່ໄຖ່ບາບແກ່ມະນຸດໃຫ້ຫຼຸດພົ້ນຈາກບາບ. ນັ້ນໝາຍຄວາມວ່າ ພຣະນາມພຣະເຢຊູແມ່ນມາຈາກຍຸກແຫ່ງພຣະກະລຸນາ ແລະ ເກີດຂຶ້ນເນື່ອງຈາກພາລະກິດໄຖ່ບາບໃນຍຸກແຫ່ງພຣະກະລຸນາ. ພຣະນາມຂອງພຣະເຢຊູເກີດຂຶ້ນເພື່ອເຮັດໃຫ້ຜູ້ຄົນຂອງຍຸກແຫ່ງພຣະກະລຸນາໄດ້ເກີດໃໝ່ ແລະ ໄດ້ຮັບການຊ່ວຍໃຫ້ລອດ ແລະ ແມ່ນພຣະນາມໂດຍສະເພາະສຳລັບການໄຖ່ບາບຂອງມະນຸດ ຊາດທັງໝົດ. ສະນັ້ນ ພຣະນາມພຣະເຢຊູຈິ່ງເປັນຕົວແທນໃຫ້ແກ່ພາລະກິດໄຖ່ບາບ ແລະ ສະແດງເຖິງຍຸກແຫ່ງພຣະກະລຸນາ. ... “ພຣະເຢຊູ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະກະລຸນາ ແລະ ເປັນພຣະນາມຂອງພຣະເຈົ້າຂອງຜູ້ຄົນທັງໝົດທີ່ໄດ້ຮັບການໄຖ່ບາບໃນຊ່ວງຍຸກແຫ່ງພຣະກະລຸນາ.

(ຄັດຈາກບົດ “ພຣະຜູ້ຊ່ວຍໃຫ້ລອດໄດ້ກັບຄືນມາເທິງ ‘ເມກຂາວ’” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

13. ສຳລັບພາລະກິດແຫ່ງຍຸກພຣະຄຸນແລ້ວ, ພຣະເຢຊູ ເປັນພຣະເຈົ້າທີ່ຊ່ວຍມະນຸດໃຫ້ລອດພົ້ນ. ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນຄວາມກະລຸນາ, ຄວາມຮັກ, ຄວາມເມດຕາ, ຄວາມອົດກັ້ນ, ຄວາມອົດທົນ, ຄວາມຖ່ອມຕົນ, ຄວາມເປັນຫ່ວງ ແລະ ການໂຍະຍານ ແລະ ພາລະກິດຫຼາຍຢ່າງທີ່ພຣະອົງປະຕິບັດແມ່ນເພື່ອເຫັນແກ່ການໄຖ່ບາບຂອງມະນຸດ. ສຳລັບອຸປະນິໄສຂອງພຣະອົງແມ່ນຄວາມເມດຕາ ແລະ ຄວາມຮັກ ແລະ ຍ້ອນພຣະອົງເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ, ພຣະອົງຈຶ່ງຖືກຄຶງເທິງໄມ້ກາງແຂນເພື່ອມະນຸດ ເພື່ອສະແດງວ່າ ພຣະເຈົ້າຮັກມະນຸດເໝືອນກັບພຣະອົງເອງ ຮັກຫຼາຍຈົນພຣະອົງຍອມຖວາຍຕົວພຣະອົງເອງທັງໝົດ. ຊາຕານເວົ້າວ່າ “ໃນເມື່ອພຣະອົງຮັກມະນຸດ, ພຣະອົງກໍຕ້ອງຮັກເຂົາໃຫ້ເຖິງທີ່ສຸດ ນັ້ນກໍຄື: ພຣະອົງຕ້ອງຖືກຄຶງເທິງໄມ້ກາງແຂນ ເພື່ອໄຖ່ມະນຸດຈາກໄມ້ກາງແຂນ, ຈາກຄວາມຜິດບາບ ແລະ ພຣະອົງຕ້ອງຖວາຍຕົວພຣະອົງເອງເພື່ອແລກປ່ຽນກັບມະນຸດຊາດທັງປວງ.” ຊາຕານໄດ້ພະນັນດັ່ງນີ້ “ໃນເມື່ອພຣະອົງເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ, ພຣະອົງຕ້ອງຮັກມະນຸດໃຫ້ເຖິງທີ່ສຸດ ນັ້ນກໍຄື: ພຣະອົງຄວນຖວາຍຕົວພຣະອົງເອງເທິງໄມ້ກາງແຂນ.” ພຣະເຢຊູກໍຕອບວ່າ “ຕາບໃດທີ່ສິ່ງນີ້ແມ່ນເພື່ອມະນຸດຊາດ, ເຮົາເຕັມໃຈທີ່ຈະມອບທຸກສິ່ງຢ່າງທີ່ເຮົາມີ.” ແລ້ວພຣະອົງກໍໄປທີ່ໄມ້ກາງແຂນໂດຍບໍ່ຄຳນຶງເຖິງຕົນເອງແມ່ນແຕ່ໜ້ອຍດຽວ ແລະ ໄຖ່ບາບໃຫ້ກັບບັນດາມະນຸດຊາດ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

14. ເຖິງແມ່ນວ່າພຣະເຢໂຮວາ ພຣະເຢຊູ ແລະ ພຣະເມຊິອາ ທັງໝົດເປັນຕົວແທນໃຫ້ແກ່ພຣະວິນຍານຂອງເຮົາກໍຕາມ ແຕ່ຊື່ເຫຼົ່ານີ້ພຽງແຕ່ສະແດງເຖິງຍຸກຕ່າງໆໃນແຜນການຄຸ້ມຄອງຂອງເຮົາເທົ່ານັ້ນ ແລະ ບໍ່ແມ່ນຕົວແທນເຮົາທັງໝົດ. ຊື່ທີ່ມະນຸດໃນໂລກຮຽກເອີ້ນເຮົາ ກໍບໍ່ສາມາດອະທິບາຍເຖິງຈິດໃຈທັງໝົດຂອງເຮົາ ແລະ ທັງໝົດທີ່ເຮົາເປັນ. ພວກມັນພຽງແຕ່ເປັນຊື່ຕ່າງໆທີ່ມະນຸດເອີ້ນເຮົາໃນຍຸກຕ່າງໆເທົ່ານັ້ນ. ສະນັ້ນ ເມື່ອຍຸກສຸດທ້າຍ ນ້ັນກໍຄືຍຸກແຫ່ງມື້ສຸດທ້າຍມາເຖິງ ຊື່ຂອງເຮົາຈະປ່ຽນອີກຄັ້ງ. ເຮົາຈະບໍ່ຖືກເອີ້ນວ່າພຣະເຢໂຮວາ ຫຼື ພຣະເຢຊູ ແລະ ບໍ່ແມ່ນພຣະເມຊີອາ, ແຕ່ຈະຖືກເອີ້ນວ່າພຣະເຈົ້າອົງລິດທານຸພາບສູງສຸດ ແລະ ພາຍໃຕ້ນາມມະນົດນີ້ ເຮົາຈະນຳເອົາທຸກຍຸກໄປສູ່ຈຸດສິ້ນສຸດ. ຄັ້ງໜຶ່ງເຮົາເຄີຍຖືກຮັບຮູ້ໃນນາມພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າ ພຣະເມຊີອາ ແລະ ຜູ້ຄົນຄັ້ງໜຶ່ງເຄີຍເອີ້ນເຮົາວ່າ ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ ເພາະວ່າພວກເຂົາຮັກ ແລະເຄົາລົບເຮົາ. ແຕ່ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກແລ້ວ. ເຮົາແມ່ນພຣະເຈົ້າຜູ້ທີ່ກັບຄືນມາໃນຍຸກສຸດທ້າຍ ນັ້ນກໍຄືພຣະເຈົ້າຜູ້ທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ເກີດຂຶ້ນຈາກຂອບສຸດຂອງແຜ່ນດິນໂລກ ທີ່ພຽບພ້ອມໄປດ້ວຍອຸປະນິໄສທັງໝົດ ແລະ ເຕັມໄປດ້ວຍອຳນາດ ກຽດຕິຍົດ ແລະ ຄວາມສະຫງ່າລາສີ. ຜູ້ຄົນບໍ່ເຄີຍໄດ້ພົວພັນກັບເຮົາ ບໍ່ເຄີຍຮູ້ຈັກເຮົາ ແລະ ບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້ ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປະກົດຕໍ່ກັບມະນຸດໃນລະຫວ່າງຍຸກສຸດທ້າຍ ແຕ່ຊ້ອນຕົວທ່າມກາງມະນຸດ. ພຣະອົງອາໄສຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ແຜດເຜົາ ແລະ ແປວໄຟທີ່ເຜົາໄໝ້ ເຕັມປ່ຽມໄປດ້ວຍລິດເດດ ແລະ ອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟເຜົາໄໝ້. ສຸດທ້າຍ ທຸກຊາດຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຈະຖືກທໍາລາຍເປັນຊິ້ນໆດ້ວຍພຣະທຳຂອງເຮົາເຊັ່ນກັນ. ດ້ວຍວິທີນີ້ ຜູ້ຄົນທັງໝົດໃນຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດທີ່ກັບຄືນມາ ເຮົາແມ່ນພຣະເຈົ້າຜູ້ມີລິດທານຸພາບສູງສຸດທີ່ເອົາຊະນະມວນມະນຸດທັງໝົດ ແລະ ຄັ້ງໜຶ່ງເຮົາເຄີຍເປັນເຄື່ອງບູຊາໄຖ່ບາບໃຫ້ແກ່ມະນຸດ ແຕ່ໃນຍຸກສຸດທ້າຍ ເຮົາຈະກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ເຊັ່ນກັນກັບດວງອາທິດແຫ່ງສິນທຳທີ່ເປີດເຜີຍທຸກສິ່ງຢ່າງ. ນັ້ນແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ຊື່ນີ້ ແລະ ມີອຸປະນິໄສດັ່ງນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ມີສິນທຳ ແລະ ເປັນດວງອາທິດທີ່ແຜດເຜົາ ແລະ ເປັນແປວໄຟທີ່ເຜົາໄໝ້, ເພື່ອໃຫ້ທຸກຄົນສາມາດບູຊາເຮົາ ຜູ້ທີ່ເປັນພຣະເຈົ້າອົງດຽວທີ່ແທ້ຈິງ ແລະ ເພື່ອໃຫ້ພວກເຂົາສາມາດເຫັນໃບໜ້າແທ້ຈິງຂອງເຮົາ. ເຮົາບໍ່ແມ່ພຣະເຈົ້າໜຶ່ງດຽວຂອງຊາວອິສຣາເອນ ແລະ ບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ. ເຮົາແມ່ນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ, ແຜ່ນດິນໂລກ ແລະ ທະເລ.

(ຄັດຈາກບົດ “ພຣະຜູ້ຊ່ວຍໃຫ້ລອດໄດ້ກັບຄືນມາເທິງ ‘ເມກຂາວ’” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

17. ມີຄົນເວົ້າວ່າ ພຣະເຈົ້າບໍ່ສາມາດປ່ຽນແປງໄດ້, ສິ່ງນັ້ນແມ່ນຖືກຕ້ອງ, ແຕ່ມັນໝາຍເຖິງການບໍ່ປ່ຽນແປງຂອງອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງ. ການປ່ຽນແປງຊື່ ແລະ ພາລະກິດຂອງພຣະອົງ ບໍ່ໄດ້ໝາຍຄວາມວ່າ ທາດແທ້ຂອງພຣະອົງໄດ້ປ່ຽນໄປ; ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າກໍຍັງເປັນພຣະເຈົ້າຢູ່ສະເໝີ ແລະ ສິ່ງນີ້ຈະບໍ່ປ່ຽນແປງຈັກເທື່ອ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະເຈົ້າບໍ່ປ່ຽນແປງ, ແລ້ວພຣະອົງຈະສາມາດສຳເລັດແຜນການຄຸ້ມຄອງຫົກພັນປີຂອງພຣະອົງໄດ້ບໍ? ເຈົ້າຮູ້ແຕ່ວ່າພຣະເຈົ້າບໍ່ປຽນແປງຕະຫຼອດໄປ, ແຕ່ເຈົ້າຮູ້ບໍວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ? ຖ້າພາລະກິດຂອງພຣະເຈົ້າບໍ່ປ່ຽນແປງ, ແລ້ວພຣະອົງຈະນໍາພາມະນຸດຊາດທັງໝົດມາເຖິງປັດຈຸບັນໄດ້ແນວໃດ? ຖ້າພຣະເຈົ້າບໍ່ປ່ຽນແປງ, ແລ້ວເປັນຫຍັງພຣະອົງຈຶ່ງສຳເລັດພາລະກິດຂອງສອງຍຸກໄດ້? ພາລະກິດຂອງພຣະອົງບໍ່ເຄີຍຢຸດກ້າວໄປຂ້າງໜ້າ, ເຊິ່ງເວົ້າໄດ້ວ່າ ອຸປະນິໄສຂອງພຣະອົງຖືກເປີດເຜີຍໃຫ້ກັບມະນຸດເທື່ອລະໜ້ອຍ ແລະ ສິ່ງທີ່ຖືກເປີດເຜີຍແມ່ນອຸປະນິໄສໂດຍທຳມະຊາດຂອງພຣະອົງ. ໃນຕອນເລີ່ມຕົ້ນ, ອຸປະນິໄສຂອງພຣະອົງຖືກເຊື່ອງຊ້ອນຈາກມະນຸດ, ພຣະອົງບໍ່ເຄີຍເປີດເຜີຍອຸປະນິໄສຂອງພຣະອົງໃຫ້ມະນຸດເຫັນຈັກເທື່ອ ແລະ ມະນຸດບໍ່ມີຄວາມຮູ້ກ່ຽວກັບພຣະອົງເລີຍ. ດ້ວຍເຫດນີ້, ພຣະອົງຈຶ່ງໃຊ້ພາລະກິດຂອງພຣະອົງເພື່ອເປີດເຜີຍອຸປະນິໄສຂອງພຣະອົງໃຫ້ກັບມະນຸດເທື່ອລະໜ້ອຍ, ແຕ່ການປະຕິບັດພາລະກິດໃນລັກສະນະນີ້ບໍ່ໄດ້ໝາຍຄວາມວ່າ ອຸປະນິໄສຂອງພຣະເຈົ້າຈະປ່ຽນໄປໃນແຕ່ລະຍຸກ. ມັນບໍ່ແມ່ນກໍລະນີທີ່ວ່າ ອຸປະນິໄສຂອງພຣະເຈົ້າປ່ຽນແປງຢູ່ຕະຫຼອດ ຍ້ອນວ່າ ຄວາມປະສົງຂອງພຣະອົງປ່ຽນແປງຢູ່ສະເໝີ. ກົງກັນຂ້າມ, ມັນເປັນຍ້ອນວ່າ ຍຸກແຫ່ງພາລະກິດຂອງພຣະອົງແຕກຕ່າງກັນ, ພຣະເຈົ້ານໍາອຸປະນິໄສໂດຍທຳມະຊາດຂອງພຣະອົງທັງໝົດ ແລະ ເປີດເຜີຍສິ່ງນັ້ນໃຫ້ມະນຸດເຫັນເທື່ອລະຂັ້ນຕອນ, ເພື່ອມະນຸດຈະໄດ້ຮູ້ຈັກພຣະອົງ. ແຕ່ສິ່ງນີ້ກໍບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າບໍ່ໄດ້ມີອຸປະນິໄສໂດຍສະເພາະ ມາແຕ່ດັ່ງເດີມ ຫຼືວ່າ ອຸປະນິໄສຂອງພຣະອົງໄດ້ປ່ຽນໄປຕາມຍຸກສະໄໝ, ການເຂົ້າໃຈແບບນັ້ນແມ່ນເປັນການເຂົ້ິາໃຈຜິດ. ພຣະເຈົ້າ ເປີດເຜີຍອຸປະນິໄສໂດຍທຳມະຊາດ ແລະ ສະເພາະຂອງພຣະອົງໃຫ້ກັບມະນຸດ ນັ້ນກໍຄື ສິ່ງທີ່ພຣະອົງ ເປັນຕາມຍຸກຕ່າງໆທີ່ຜ່ານໄປ; ພາລະກິດຂອງແຕ່ລະຍຸກ ບໍ່ສາມາດສຳແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າໄດ້. ດ້ວຍເຫດນັ້ນ ພຣະທຳທີ່ວ່າ “ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ” ກໍໝາຍເຖິງພາລະກິດຂອງພຣະອົງ ແລະ ພຣະທຳທີ່ວ່າ “ພຣະເຈົ້າບໍ່ປ່ຽນແປງ” ກໍໝາຍເຖິງສິ່ງທີ່ພຣະເຈົ້າມີ ແລະ ເປັນໂດຍທຳມະຊາດ. ຢ່າງໃດກໍຕາມ ເຈົ້າບໍ່ສາມາດເຮັດໃຫ້ພາລະກິດຫົກພັນປີຂຶ້ນຢູ່ກັບຈຸດໜຶ່ງດຽວ ຫຼື ຈຳກັດມັນດ້ວຍຄຳເວົ້າທີ່ຕາຍແລ້ວ. ສິ່ງດັ່ງກ່າວເປັນຄວາມໂງ່ຈ້າຂອງມະນຸດ. ພຣະເຈົ້າບໍ່ໄດ້ງ່າຍຕາມທີ່ມະນຸດຈິນຕະນາການ ແລະ ພາລະກິດຂອງພຣະອົງກໍບໍ່ໄດ້ຄ້າງຢູ່ໃນຍຸກໃດໜຶ່ງ. ຕົວຢ່າງ ພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບພຣະນາມຂອງພຣະເຈົ້າຕະຫຼອດໄປ; ພຣະເຈົ້າສາມາດປະຕິບັດພາລະກິດຂອງພຣະອົງພາຍໃຕ້ພຣະນາມຂອງພຣະເຢຊູເຊັ່ນດຽວກັນ. ສິ່ງນີ້ສະແດງໃຫ້ເຫັນວ່າ ພາລະກິດຂອງພຣະເຈົ້າເຄື່ອນໄຫວໄປຂ້າງໜ້າສະເໝີ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

18. ພຣະເຈົ້າກໍເປັນພຣະເຈົ້າຢູ່ສະເໝີ ແລະ ຈະບໍ່ກາຍມາເປັນຊາຕານຈັກເທື່ອ; ຊາຕານກໍເປັນຊາຕານຢູ່ສະເໝີ ແລະ ຈະບໍ່ກາຍມາເປັນພຣະເຈົ້າຈັກເທື່ອ. ສະຕິປັນຍາຂອງພຣະເຈົ້າ, ຄວາມອັດສະຈັນຂອງພຣະເຈົ້າ, ຄວາມຊອບທຳຂອງພຣະເຈົ້າ ແລະ ຄວາມຫງ່າງາມຂອງພຣະເຈົ້າຈະບໍ່ປ່ຽນແປງຈັກເທື່ອ. ທາດແທ້ຂອງພຣະອົງ, ສິ່ງທີ່ພຣະອົງມີ ແລະ ເປັນຈະບໍ່ປ່ຽນແປງຈັກເທື່ອ. ແຕ່ວ່າ ສຳລັບພາລະກິດຂອງພຣະອົງແລ້ວ ແມ່ນພັດທະນາໄປຂ້າງໜ້າຢູ່ສະເໝີ ແລະ ລົງເລິກເຂົ້າໄປເລື້ອຍໆ ຍ້ອນວ່າ ພຣະອົງໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ໃນແຕ່ລະຍຸກພຣະເຈົ້ານໍາໃຊ້ພຣະນາມໃໝ່, ໃນແຕ່ລະຍຸກພຣະອົງປະຕິບັດພາລະກິດໃໝ່ ແລະ ໃນແຕ່ລະຍຸກພຣະອົງຍອມໃຫ້ສິ່ງຊົງສ້າງຂອງພຣະອົງເຫັນເຖິງຄວາມປະສົງໃໝ່ ແລະ ອຸປະນິໄສໃໝ່ຂອງພຣະອົງ. ໃນຍຸກໃໝ່ນັ້ນ ຖ້າຜູ້ຄົນບໍ່ສາມາດເຫັນເຖິງການສຳແດງອອກແຫ່ງອຸປະນິໄສໃໝ່ຂອງພຣະເຈົ້າ, ພວກເຂົາຈະບໍ່ຄຶງພຣະອົງເທິງໄມ້ກາງແຂນຕະຫຼອດໄປບໍ? ແລ້ວການເຮັດແບບນັ້ນ, ພວກເຂົາຈະບໍ່ຄັດຄ້ານພຣະເຈົ້າບໍ?

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

19. ຖ້າມະນຸດຍັງເອີ້ນເຮົາວ່າພຣະເຢຊູຄຣິດ ແຕ່ບໍ່ຮູ້ວ່າເຮົາໄດ້ເລີ່ມຍຸກໃໝ່ແລ້ວໃນລະຫວ່າງຍຸກສຸດທ້າຍນີ້ ແລະ ໄດ້ເລີ່ມພາລະກິດໃໝ່ແລ້ວ ແລະ ຖ້າມະນຸດຍັງລໍຄອຍການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດຢ່າງຫຼົງໄຫຼຢູ່ຕະຫຼອດເວລາ. ຖ້າເປັນດັ່ງນັ້ນ ເຮົາຈະຖືວ່າຄົນແບບນີ້ເປັນຄົນທີ່ບໍ່ເຊື່ອໃນຕົວເຮົາ. ພວກເຂົາແມ່ນຄົນທີ່ບໍ່ຮູ້ຈັກເຮົາ ແລະ ຄວາມເຊື່ອຂອງພວກເຂົາໃນຕົວເຮົາກໍເປັນຄວາມເຊື່ອທີ່ບໍ່ຈິງໃຈ. ຜູ້ຄົນດັ່ງກ່າວຈະໄດ້ເຫັນການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດມາຈາກສວງສະຫວັນແທ້ບໍ? ສິ່ງທີ່ພວກເຂົາລໍຄອຍບໍ່ແມ່ນການມາເຖິງຂອງເຮົາ ແຕ່ການມາເຖິງຂອງກະສັດຊາວຢິວ. ພວກເຂົາບໍ່ໄດ້ປາດຖະໜາການທຳລາຍລ້າງໂລກເກົ່າທີ່ບໍ່ບໍລິສຸດນີ້ຂອງເຮົາ ແຕ່ກົງກັນຂ້າມ ພວກເຂົາປາດຖະໜາການກັບມາຄັ້ງທີສອງຂອງພຣະເຢຊູ ເຊິ່ງພວກເຂົາຈະໄດ້ຮັບການໄຖ່ບາບ. ພວກເຂົາຫວັງໃຫ້ພຣະເຢຊູກັບມາໄຖ່ບາບອີກຄັ້ງໃຫ້ແກ່ມະນຸດທັງໝົດໃນດິນແດນທີ່ມົວໝອງ ແລະ ໄຮ້ສິນທຳນີ້. ຜູ້ຄົນດັ່ງກ່າວຈະສາມາດກາຍເປັນຜູ້ທີ່ເຮັດສໍາເລັດພາລະກິດຂອງເຮົາໃນຍຸກສຸດທ້າຍໄດ້ແນວໃດ? ຄວາມປາດຖະໜາຂອງມະນຸດບໍ່ສາມາດບັນລຸຄວາມປາດຖະໜາຂອງເຮົາ ຫຼື ເຮັດໃຫ້ພາລະກິດຂອງເຮົາສໍາເລັດໄດ້ ເພາະວ່າມະນຸດພຽງແຕ່ຊື່ນຊົມ ຫຼື ສັນລະເສີນພາລະກິດທີ່ເຮົາໄດ້ກະທໍາໃນເມື່ອກ່ອນເທົ່ານັ້ນ ແລະ ບໍ່ຮູ້ວ່າເຮົາແມ່ນພຣະເຈົ້າອົງໃໝ່ ແລະ ບໍ່ແມ່ນອົງເກົ່າ. ມະນຸດພຽງແຕ່ຮູ້ວ່າເຮົາແມ່ນພຣະເຢໂຮວາ ແລະ ພຣະເຢຊູ ແລະ ບໍ່ຮູ້ເລີຍວ່າເຮົາແມ່ນພຣະເຈົ້າອົງສຸດທ້າຍ ນັ້ນກໍຄືພຣະເຈົ້າອົງທີ່ຈະນຳມະນຸດຊາດໄປສູ່ຈຸດສິ້ນສຸດ. ທັງໝົດທີ່ມະນຸດປາດຖະໜາ ແລະ ຮູ້ຈັກແມ່ນມາຈາກແນວຄວາມຄິດຂອງມະນຸດເອງ ແລະ ຮູ້ພຽງແຕ່ສິ່ງທີ່ມະນຸດສາມາດເຫັນໄດ້ດ້ວຍຕາຂອງມະນຸດເອງເທົ່ານັ້ນ. ມັນບໍ່ສອດຄ່ອງກັບພາລະກິດທີ່ເຮົາກະທໍາ ແຕ່ເປັນການຂັດແຍ່ງກັນ.

(ຄັດຈາກບົດ “ພຣະຜູ້ຊ່ວຍໃຫ້ລອດໄດ້ກັບຄືນມາເທິງ ‘ເມກຂາວ’” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

20. ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາລີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາລີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຄວາມຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ເນື່ອງຈາກວ່າ ພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ ພວກເຂົາໄດ້ເຮັດຜິດພາດໃນການຖວາຍຄຳສັນລະເສີນທີ່ໄຮ້ປະໂຫຍດໃຫ້ກັບນາມມະຍົດຂອງພຣະເມຊີອາ ໃນຂະນະດຽວກັນພວກເຂົາກໍຕໍ່ຕ້ານທາດແທ້ຂອງພຣະເມຊີອາດ້ວຍທຸກວິທີທາງ. ທາດແທ້ຂອງພວກຟາລີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມຄິດເຫັນເຫຼົ່ານີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອນ່າຍບໍ່? ເຮົາຖາມພວກເຈົ້າອີກຄັ້ງ: ມັນບໍ່ງ່າຍສຳລັບພວກເຈົ້າຫຼາຍໄປບໍທີ່ຈະເຮັດຜິດພາດຄືກັບພວກຟາລິຊາຍກ່ອນໜ້ານີ້ ໂດຍທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຢຊູແມ່ນແຕ່ໜ້ອຍດຽວ? ເຈົ້າສາມາດເບິ່ງຫົນທາງແຫ່ງຄວາມຈິງອອກບໍ່? ເຈົ້າສາມາດຮັບປະກັນໄດ້ບໍ່ວ່າ ເຈົ້າຈະບໍ່ຕໍ່ຕ້ານພຣະຄຣິດ? ເຈົ້າສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ່? ຖ້າເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະຕໍ່ຕ້ານພຣະຄຣິດ ຫຼື ບໍ່, ແລ້ວເຮົາເວົ້າວ່າ ເຈົ້າດຳລົງຊີວິດຢູ່ໃນຂອບເຂດໃກ້ຄວາມຕາຍແລ້ວ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເມຊີອາສາມາດຕໍ່ຕ້ານພຣະເຢຊູ, ປະຕິເສດພຣະເຢຊູ ແລະ ກ່າວຮ້າຍພຣະອົງໄດ້ທັງໝົດ. ຄົນທີ່ບໍ່ເຂົ້າໃຈພຣະເຢຊູສາມາດປະຕິເສດພຣະອົງ ແລະ ດ່າພຣະອົງໄດ້ທັງໝົດ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຫັນການກັບມາຂອງພຣະເຢຊູເປັນການຫຼອກລວງຂອງຊາຕານ ແລະ ມີຄົນຈຳນວນຫຼາຍຂຶ້ນຈະກ່າວໂທດພຣະເຢຊູທີ່ກັບມາເປັນມະນຸດ. ສິ່ງທັງໝົດນີ້ບໍ່ເຮັດໃຫ້ພວກເຈົ້າຢ້ານບໍ? ສິ່ງທີ່ພວກເຈົ້າພະເຊີນຈະເປັນການໝິ່ນປະໝາດພຣະວິນຍານບໍລິສຸດ, ການຫຼົ້ມຈົມຂອງພຣະທຳຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກ ແລະ ການປະຕິເສດແບບດູຖູກໃນທຸກສິ່ງທີ່ພຣະເຢຊູໄດ້ສຳແດງອອກ. ພວກເຈົ້າສາມາດຮັບຫຍັງຈາກພຣະເຢຊູຖ້າພວກເຈົ້າສັບສົນມືນເມົາເຊັ່ນນີ້? ຖ້າພວກເຈົ້າປະຕິເສດບໍ່ຍອມຮັບເອົາຄວາມຜິດພາດຂອງພວກເຈົ້າຢ່າງດື້ດ້ານ, ພວກເຈົ້າຈະສາມາດເຂົ້າໃຈພາລະກິດຂອງພຣະເຢຊູເມື່ອພຣະອົງກັບມາເປັນມະນຸດເທິງເມກສີຂາວໄດ້ແນວໃດ? ເຮົາບອກພວກເຈົ້າສິ່ງນີ້: ຄົນທີ່ບໍ່ຍອມຮັບຄວາມຈິງ ແຕ່ລໍຖ້າການມາເຖິງຂອງພຣະເຢຊູເທິງເມກສີຂາວຢ່າງຕາບອດຈະໝິ່ນປະໝາດພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ພວກເຂົາເປັນກຸ່ມຄົນທີ່ສົມຄວນຖືກທຳລາຍ. ພວກເຈົ້າພຽງແຕ່ຕ້ອງການພຣະຄຸນຂອງພຣະເຢຊູ ແລະ ພຽງແຕ່ຕ້ອງການຮັບອານາຈັກສະຫວັນທີ່ມີແຕ່ຄວາມສຸກ, ແຕ່ພວກເຈົ້າບໍ່ເຄີຍເຊື່ອຟັງພຣະທຳທີ່ພຣະເຢຊູກ່າວ ແລະ ບໍ່ເຄີຍຮັບເອົາຄວາມຈິງທີ່ພຣະເຢຊູສຳແດງອອກໃນເວລາທີ່ພຣະອົງກັບມາເປັນມະນຸດ. ພວກເຈົ້າຈະຍຶດຖືສິ່ງໃດເພື່ອແລກປ່ຽນກັບຄວາມຈິງທີ່ພຣະເຢຊູກັບມາເທິງເມກສີຂາວ? ຍຶດຖືຄວາມຈິງໃຈທີ່ພວກເຈົ້າເຮັດບາບຢູ່ຕະຫຼອດ ແລະ ຫຼັງຈາກນັ້ນກໍສາລະພາບມັນຊໍ້າແລ້ວຊໍ້າອີກນັ້ນບໍ? ພວກເຈົ້າຈະຖວາຍເຄື່ອງບູຊາຫຍັງໃຫ້ແກ່ພຣະເຢຊູ ຜູ້ທີ່ຈະກັບມາເທິງເມກສີຂາວ? ມັນເປັນປີແຫ່ງພາລະກິດທີ່ພວກເຈົ້າສັນລະເສີນຕົນເອງບໍ່? ພວກເຈົ້າຈະຍຶດຖືສິ່ງໃດເພື່ອເຮັດໃຫ້ພຣະເຢຊູ ຜູ້ທີ່ຈະກັບມາ ເຊື່ອໃນຕົວເຈົ້າ? ຍຶດຖືເອົາທຳມະຊາດແຫ່ງການອວດດີຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຖືຄວາມຈິງນັ້ນບໍ?

(ຄັດຈາກບົດ “ເມື່ອເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູຈະເປັນເວລາທີ່ພຣະເຈົ້າໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້ : II. ກ່ຽວກັບຄວາມຈິງແຫ່ງການບັງເກີດເປັນມະນຸດ

ຕໍ່ໄປ : IV. ກ່ຽວກັບຄວາມຈິງແຫ່ງຄວາມລອດພົ້ນໃນຍຸກແຫ່ງພຣະຄຸນ ແລະ ຄວາມລອດພົ້ນໃນຍຸກແຫ່ງອານາຈັກ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

ພາລະກິດການຄຸ້ມຄອງມະນຸດຊາດແມ່ນຖືກຈັດແບ່ງອອກເປັນສາມຂັ້ນຕອນ ເຊິ່ງກໍໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຖືກແບ່ງອອກເປັນສາມຂັ້ນຕອນ....

ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ເຮົາເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ລັດສະໝີພາບຂອງເຮົາແມບເຫຼື້ອມທົ່ວຈັກກະວານ, ຄວາມປະສົງຂອງເຮົາສະຖິດຢູ່ພາຍໃນດາວ-ດາວ-ຈຸດ-ຈຸດ,...

ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່

ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງມາເຖິງຈຸດສຸດທ້າຍ ແລະ ປະຕູແຫ່ງອານາຈັກກໍໄດ້ເປີດອອກໃຫ້ກັບທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະອົງແລ້ວ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້