ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 188

06 ເດືອນທັນວາ 2025

ໃນຖານະເປັນຄົນທີ່ເຊື່ອໃນພຣະເຈົ້າ, ເຈົ້າແຕ່ລະຄົນຄວນຊາບຊຶ່ງວ່າ ເຈົ້າໄດ້ຮັບການສັນລະເສີນ ແລະ ຄວາມລອດພົ້ນສູງສຸດຢ່າງແທ້ຈິງໂດຍການໄດ້ຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ພາລະກິດແຫ່ງແຜນການຂອງພຣະອົງທີ່ພຣະອົງປະຕິບັດໃນຕົວເຈົ້າໃນມື້ນີ້. ພຣະເຈົ້າໄດ້ສ້າງຄົນກຸ່ມນີ້ໃຫ້ເປັນສູນກາງພາລະກິດຂອງພຣະອົງທົ່ວທັງຈັກກະວານ. ພຣະອົງໄດ້ເສຍສະຫຼະເລືອດຫົວໃຈທັງໝົດຂອງພຣະອົງສຳລັບພວກເຈົ້າ; ພຣະອົງໄດ້ຮຽກພາລະກິດທັງໝົດຂອງພຣະວິນຍານທົ່ວທັງຈັກກະວານກັບຄືນ ແລະ ມອບໃຫ້ກັບພວກເຈົ້າ. ນີ້ຄືເຫດຜົນທີ່ວ່າ ພວກເຈົ້າເປັນຄົນທີ່ໂຊກດີ. ນອກຈາກນັ້ນ, ພຣະອົງໄດ້ຍ້າຍລັດສະໝີຂອງພຣະອົງຈາກອິດສະຣາເອນ ເຊິ່ງເປັນຊົນຊາດທີ່ພຣະອົງໄດ້ຊົງເລືອກ ແລະ ມອບໃຫ້ກັບພວກເຈົ້າ ແລະ ພຣະອົງຈະເຮັດໃຫ້ຄວາມປະສົງຂອງແຜນງານຂອງພຣະອົງປາກົດອອກມາຢ່າງສົມບູນຜ່ານຄົນກຸ່ມນີ້. ດ້ວຍເຫດນັ້ນ, ພວກເຈົ້າເປັນຄົນທີ່ຈະຮັບມໍລະດົກຂອງພຣະເຈົ້າ ແລະ ຍິ່ງກວ່ານັ້ນແມ່ນ ພວກເຈົ້າເປັນຜູ້ສືບທອດລັດສະໝີຂອງພຣະເຈົ້າ. ບາງເທື່ອ ພວກເຈົ້າທຸກຄົນຈະຈົດຈໍາພຣະທຳເຫຼົ່ານີ້: “ສຳລັບຄວາມຍາກລໍາບາກອັນເລັກນ້ອຍຂອງພວກເຮົານັ້ນ ເປັນພຽງຊົ່ວຄາວ ທີ່ຫຼໍ່ຫຼອມໃຫ້ພວກເຮົາໄດ້ຮັບລັດສະໝີຢ່າງຫຼວງຫຼາຍເກີນຄຳບັນຍາຍ ແລະ ເປັນນິດນິລັນ”. ພວກເຈົ້າທຸກຄົນໄດ້ຍິນພຣະທຳເຫຼົ່ານີ້ກ່ອນໜ້ານີ້ ແຕ່ບໍ່ມີໃຜໃນພວກເຈົ້າທີ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພວກມັນ. ໃນມື້ນີ້ພວກເຈົ້າໄດ້ຮູ້ຢ່າງເລິກເຊິ່ງເຖິງຄວາມໝາຍທີ່ແທ້ຈິງຢູ່ໃນພຣະທໍາ. ພຣະທຳເຫຼົ່ານີ້ຄວນຖືກປະຕິບັດໃຫ້ສຳເລັດໂດຍພຣະເຈົ້າໃນຍຸກສຸດທ້າຍ ແລະ ພວກມັນຈະຖືກເຮັດໃຫ້ສຳເລັດກັບຜູ້ຄົນທີ່ໄດ້ຖືກບຽດບຽນຂົ່ມເຫັງຢ່າງໂຫດຮ້າຍຈາກມັງກອນແດງທີ່ຍິ່ງໃຫຍ່ໃນດິນແດນທີ່ມັນນອນຂົດຢູ່. ມັງກອນແດງທີ່ຍິ່ງໃຫຍ່ຂົ່ມເຫັງພຣະເຈົ້າ ແລະ ເປັນສັດຕູຂອງພຣະເຈົ້າ, ເພາະສະນັ້ນ, ໃນດິນແດນແຫ່ງນີ້ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າກໍຈະຖືກເຍາະເຍີ້ຍ ແລະຖືກກົດຂີ່ ແລະ ຜົນທີ່ໄດ້ຄືພຣະທຳເຫຼົ່ານີ້ຈະຖືກຕື່ມເຕັມໃນຄົນກຸມນີ້ ນັ້ນກໍ່ຄືພວກເຈົ້າ. ຍ້ອນມັນໄດ້ລົງມືປະຕິບັດໃນດິນແດນທີ່ຕໍ່ຕ້ານພຣະເຈົ້າ, ພາລະກິດທັງໝົດຂອງພຣະເຈົ້າກໍຈະພົບກັບອຸປະສັກອັນໃຫຍ່ຫຼວງ ແລະ ການເຮັດສຳເລັດພຣະທຳຂອງພຣະອົງຫຼາຍຂໍ້ກໍຕ້ອງໃຊ້ເວລາ; ດ້ວຍເຫດນີ້, ຜູ້ຄົນຈຶ່ງຖືກເຮັດໃຫ້ບໍລິສຸດ ເຊິ່ງເປັນໝາກຜົນຈາກພຣະທຳຂອງພຣະເຈົ້າ ເຊິ່ງເປັນສ່ວນໜຶ່ງຂອງຄວາມທົນທຸກທໍລະມານ. ມັນລຳບາກຫຼາຍແທ້ໆສຳລັບພຣະເຈົ້າທີ່ຈະປະຕິບັດພາລະກິດຂອງພຣະອົງໃນດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ກໍຍ້ອນຄວາມລຳບາກນີ້ທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງຂັ້ນຕອນໜຶ່ງ ເພື່ອເປີດເຜີຍໃຫ້ເຫັນເຖິງສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງແລະ ນໍາໃຊ້ໂອກາດນີ້ເພື່ອເຮັດໃຫ້ກຸ່ມຄົນນີ້ສົມບູນແບບ. ແມ່ນຜ່ານການທົນທຸກທໍລະມານຂອງຜູ້ຄົນ, ຜ່ານຄວາມສາມາດຂອງພວກເຂົາ ແລະ ຜ່ານຈິດໃຈທັງໝົດທີ່ຄືກັບຊາຕານຂອງຜູ້ຄົນໃນດິນແດນແຫ່ງນີ້ທີ່ສົກກະປົກນີ້, ພຣະເຈົ້າຈຶ່ງໄດ້ປະຕິບັດພາລະກິດການຊຳລະໃຫ້ບໍລິສຸດ ແລະ ການປົກຄອງ ເພື່ອວ່າ ພຣະອົງຈະໄດ້ຮັບລັດສະໝີຈາກສິ່ງນີ້ ແລະ ເພື່ອວ່າພຣະອົງອາດໄດ້ຮັບເອົາຄົນເຫຼົ່ານັ້ນທີ່ຢືນເປັນພະຍານແກ່ການກະທຳຂອງພຣະອົງ. ນີ້ແມ່ນຄວາມໝາຍທັງໝົດຂອງການເສຍສະຫຼະທັງໝົດທີ່ພຣະເຈົ້າໄດ້ກະທຳເພື່ອຄົນກຸ່ມນີ້. ສະຫຼຸບໄດ້ວ່າ ຜ່ານຄົນເຫຼົ່ານັ້ນທີ່ຕໍ່ຕ້ານພຣະອົງ ພຣະເຈົ້າຈຶ່ງປະຕິບັດພາລະກິດແຫ່ງໄຊຊະນະ ແລະ ດ້ວຍເຫດນັ້ນ ອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າຈຶ່ງສາມາດເປີດເຜີຍອອກມາໃຫ້ເຫັນ. ສາມາດເວົ້າໄດ້ວ່າ ມີພຽງແຕ່ຄົນເຫຼົ່ານັ້ນໃນດິນແດນທີ່ບໍ່ບໍລິສຸດ ທີ່ເໝາະສົມແກ່ການສືບທອດລັດສະໝີຂອງພຣະເຈົ້າ ແລະ ມີພຽງສິ່ງນີ້ ທີ່ສາມາດໃຫ້ຈຸດເດັ່ນແກ່ອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າໄດ້. ນັ້ນຄືເຫດຜົນວ່າ ແມ່ນຈາກດິນແດນທີ່ບໍ່ບໍລິສຸດ ແລະ ຈາກບັນດາຄົນທີ່ດຳລົງຊີວິດໃນດິນແດນທີ່ສົກກະປົກນັ້ນທີ່ເຮັດໃຫ້ໄດ້ຮັບເອົາລັດສະໝີຂອງພຣະເຈົ້າໄດ້. ນີ້ຄືເຈດຕະນາຂອງພຣະເຈົ້າ. ຂັ້ນຕອນຂອງພາລະກິດຂອງພຣະເຢຊູກໍ່ເປັນຄືກັນ; ພຣະອົງສາມາດຮັບລັດສະໝີຈາກພວກຟາຣີຊາຍທີ່ຂົ່ມເຫັງພຣະອົງເທົ່ານັ້ນ; ຖ້າບໍ່ແມ່ນຍ້ອນການຂົ່ມເຫັງຂອງພວກຟາຣີຊາຍ ແລະ ການທໍລະຍົດຂອງຢູດາ, ພຣະເຢຊູຈະບໍ່ຖືກເຍາະເຍີ້ຍ ຫຼື ຖືກກ່າວຮ້າຍ ແຮງໄກທີ່ຈະຖືກຄຶງໄວ້ທີ່ໄມ້ກາງແຂນເລີຍ ແລະ ດ້ວຍເຫດນັ້ນ ກໍຈະບໍ່ສາມາດໄດ້ຮັບລັດສະໝີ. ບ່ອນທີ່ພຣະເຈົ້າປະຕິບັດພາລະກິດໃນແຕ່ລະຍຸກ ແລະ ບ່ອນທີ່ພຣະອົງປະຕິບັດພາລະກິດໂດຍຜ່ານເນື້ອໜັງ ແມ່ນບ່ອນທີ່ພຣະອົງຈະຮັບລັດສະໝີ ແລະ ເປັນບ່ອນທີ່ພຣະອົງຈະຮັບຄົນເຫຼົ່ານັ້ນທີ່ພຣະອົງປະສົງທີ່ຈະຮັບເອົາ. ນີ້ເປັນແຜນງານຂອງພາລະກິດຂອງພຣະເຈົ້າ ແລະ ນີ້ເປັນການຄຸ້ມຄອງຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບທີ່ມະນຸດຈິນຕະນາການບໍ?

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ