ເພງຄຣິດສະຕຽນ “ໝາກຜົນຂອງການສະຫງົບຫົວໃຈຂອງເຈົ້າລົງຕໍ່ໜ້າພຣະເຈົ້າ”

30 ເດືອນພະຈິກ 2022

ການມາຢູ່ຕໍ່ໜ້າພຣະເຈົ້າ ແລະ

ຍອມຮັບພຣະທຳຂອງພຣະອົງເປັນຊີວິດຂອງເຈົ້າ,

ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າກ່ອນ.

ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ

ພຣະເຈົ້າກໍຈະເຮັດໃຫ້ເຈົ້າມີຄວາມສະຫວ່າງ

ແລະ ມອບຄວາມຮູ້ໃຫ້ກັບເຈົ້າ.

ຍິ່ງມະນຸດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຫຼາຍເທົ່າໃດ

ພວກເຂົາກໍຈະສາມາດຮັບແສງສະຫວ່າງ ແລະ

ແສງເຍືອງທາງຂອງພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ.

ທຸກສິ່ງນີ້ຕ້ອງການໃຫ້ມະນຸດມີຄວາມກະຕະເວທີ

ແລະ ຄວາມເຊື່ອ;

ດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຖືກເຮັດໃຫ້ສົມບູນ.

ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບ

ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນ

ພຣະທຳໃນປັດຈຸບັນຂອງພຣະເຈົ້າກໍຈະຊັດເຈນກັບເຈົ້າ.

ຫລັງຈາກນັ້ນ ເຈົ້າກໍຈະສາມາດປະຕິບັດ

ຕາມແສງສະຫວ່າງ ແລະ ແສງເຍືອງທາງຂອງ

ພຣະວິນຍານບໍລິສຸດໄດ້ຢ່າງຖືກຕ້ອງ

ຫຼາຍຂຶ້ນໂດຍບໍ່ມີການຜັນປ່ຽນ;

ເຈົ້າຈະສາມາດເຂົ້າໃຈຄວາມປະສົງ

ຂອງພຣະເຈົ້າຢ່າງຈະແຈ້ງຫຼາຍຂຶ້ນ,

ເຂົ້າໃຈທິດທາງທີ່ຊັດເຈນໃນການຮັບໃຊ້ຂອງເຈົ້າ,

ເຂົ້າໃຈການເຄື່ອນໄຫວ ແລະ

ການນໍາພາຂອງພຣະວິນຍານບໍລິສຸດຢ່າງຖືກຕ້ອງ

ແລະ ໝັ້ນໃຈໃນການມີຊີວິດພາຍໃຕ້

ການນໍາພາຂອງພຣະວິນຍານບໍລິສຸດ.

ສິ່ງດັ່ງກ່າວແມ່ນຜົນທີ່ໄດ້ຮັບຈາກການສາມາດ

ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ.

ບົດຮຽນທີ່ສຳຄັນສຳລັບການເຂົ້າສູ່ຊີວິດ

ຝ່າຍວິນຍານແມ່ນການຢູ່ໃນຄວາມສະຫງົບກັບ

ການສະຖິດຂອງພຣະເຈົ້າ.

ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບກັບ

ການສະຖິດຂອງພຣະເຈົ້າ

ການຝຶກຝົນຝ່າຍວິນຍານ

ຂອງເຈົ້າທັງໝົດກໍຈະມີປະສິດຕິພາບ.

ຖ້າຫົວໃຈຂອງເຈົ້າບໍ່ສາມາດ

ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ

ເຈົ້າກໍຈະບໍ່ສາມາດຮັບພາລະກິດ

ຂອງພຣະວິນຍານບໍລິສຸດໄດ້.

ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບ

ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນ

ພຣະທຳໃນປັດຈຸບັນຂອງພຣະເຈົ້າກໍຈະຊັດເຈນກັບເຈົ້າ.

ຫລັງຈາກນັ້ນ ເຈົ້າກໍຈະສາມາດປະຕິບັດ

ຕາມແສງສະຫວ່າງ ແລະ ແສງເຍືອງທາງຂອງ

ພຣະວິນຍານບໍລິສຸດໄດ້ຢ່າງຖືກຕ້ອງ

ຫຼາຍຂຶ້ນໂດຍບໍ່ມີການຜັນປ່ຽນ;

ເຈົ້າຈະສາມາດເຂົ້າໃຈຄວາມປະສົງ

ຂອງພຣະເຈົ້າຢ່າງຈະແຈ້ງຫຼາຍຂຶ້ນ,

ເຂົ້າໃຈທິດທາງທີ່ຊັດເຈນໃນການຮັບໃຊ້ຂອງເຈົ້າ,

ເຂົ້າໃຈການເຄື່ອນໄຫວ ແລະ

ການນໍາພາຂອງພຣະວິນຍານບໍລິສຸດຢ່າງຖືກຕ້ອງ

ແລະ ໝັ້ນໃຈໃນການມີຊີວິດພາຍໃຕ້

ການນໍາພາຂອງພຣະວິນຍານບໍລິສຸດ.

ສິ່ງດັ່ງກ່າວແມ່ນຜົນທີ່ໄດ້ຮັບຈາກການສາມາດ

ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ.

ເມື່ອມະນຸດບໍ່ຊັດເຈນກ່ຽວກັບພຣະທຳຂອງພຣະເຈົ້າ,

ບໍ່ມີເສັ້ນທາງສູ່ການປະຕິບັດຕົວຈິງ,

ບໍ່ສາມາດທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ

ຫຼື ປາສະຈາກຫຼັກການການປະຕິບັດຕົວຈິງ,

ສິ່ງນີ້ເກີດຂຶ້ນກໍຍ້ອນຫົວໃຈຂອງພວກເຂົາ

ບໍ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ.

ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບ

ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນ

ພຣະທຳໃນປັດຈຸບັນຂອງພຣະເຈົ້າກໍຈະຊັດເຈນກັບເຈົ້າ.

ຫລັງຈາກນັ້ນ ເຈົ້າກໍຈະສາມາດປະຕິບັດ

ຕາມແສງສະຫວ່າງ ແລະ ແສງເຍືອງທາງຂອງ

ພຣະວິນຍານບໍລິສຸດໄດ້ຢ່າງຖືກຕ້ອງ

ຫຼາຍຂຶ້ນໂດຍບໍ່ມີການຜັນປ່ຽນ;

ເຈົ້າຈະສາມາດເຂົ້າໃຈຄວາມປະສົງ

ຂອງພຣະເຈົ້າຢ່າງຈະແຈ້ງຫຼາຍຂຶ້ນ,

ເຂົ້າໃຈທິດທາງທີ່ຊັດເຈນໃນການຮັບໃຊ້ຂອງເຈົ້າ,

ເຂົ້າໃຈການເຄື່ອນໄຫວ ແລະ

ການນໍາພາຂອງພຣະວິນຍານບໍລິສຸດຢ່າງຖືກຕ້ອງ

ແລະ ໝັ້ນໃຈໃນການມີຊີວິດພາຍໃຕ້

ການນໍາພາຂອງພຣະວິນຍານບໍລິສຸດ.

ສິ່ງດັ່ງກ່າວແມ່ນຜົນທີ່ໄດ້ຮັບຈາກການສາມາດ

ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ.

ຈຸດປະສົງຂອງການມີຄວາມສະຫງົບຕໍ່ໜ້າພຣະເຈົ້າ

ແມ່ນເພື່ອຄວາມສັດຊື່ ແລະ ຄວາມເປັນຈິງ,

ການສະແຫວງຫາຄວາມຖືກຕ້ອງ

ແລະ ຄວາມໂປ່ງໃສໃນພຣະທຳຂອງພຣະເຈົ້າ

ແລະ ໃນທີ່ສຸດກໍຄື ການມາເຖິງຄວາມເຂົ້າໃຈໃນຄວາມຈິງ

ແລະ ການຮູ້ຈັກພຣະເຈົ້າ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ