ເພງຄຣິດສະຕຽນ “ການບັງເກີດເປັນມະນຸດສອງຄັ້ງໄດ້ສຳເລັດພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ”

30 ເດືອນພະຈິກ 2022

ພຣະເຈົ້າ ໃນການບັງເກີດເປັນມະນຸດຄັ້ງທຳອິດ

ຂອງພຣະອົງ ບໍ່ໄດ້ເຮັດໃຫ້ພາລະກິດແຫ່ງ

ການບັງເກີດເປັນມະນຸດສົມບູນ;

ພຣະອົງພຽງແຕ່ເຮັດໃຫ້ຂັ້ນຕອນທຳອິດ

ຂອງພາລະກິດສົມບູນ ເຊິ່ງມັນຈຳເປັນ

ສຳລັບພຣະເຈົ້າທີ່ຈະປະຕິບັດໃນເນື້ອໜັງ.

ສະນັ້ນ ເພື່ອທີ່ຈະສຳເລັດພາລະກິດ

ແຫ່ງການບັງເກີດເປັນມະນຸດ

ພຣະເຈົ້າໄດ້ກັບຄືນໄປສູ່ເນື້ອໜັງອີກຄັ້ງ

ມີຊີວິດຢູ່ໂດຍຄວາມທຳມະດາ

ແລະ ຄວາມເປັນຈິງທັງໝົດຂອງເນື້ອໜັງ

ນັ້ນກໍຄື ການເຮັດໃຫ້ພຣະທຳຂອງພຣະເຈົ້າປາກົດ

ໃນເນື້ອໜັງທີ່ທຳມະດາ ແລະ ບໍ່ມີຫຍັງ

ພິເສດຢ່າງສົມບູນ ທັງໝົດກໍເພື່ອສໍາເລັດພາລະກິດ

ທີ່ພຣະອົງຍັງເຮັດບໍ່ແລ້ວໃນເນື້ອໜັງ.

ໃນແກ່ນແທ້ແລ້ວ ການບັງເກີດເປັນມະນຸດ

ຄັ້ງທີ່ສອງແມ່ນຄືກັນກັບຄັ້ງທຳອິດ

ແຕ່ເປັນຈິງຫຼາຍກວ່າເກົ່າ,

ເຖິງກັບທຳມະດາຫຼາຍກວ່າຄັ້ງທຳອິດ.

ດ້ວຍເຫດນັ້ນ ມັນແມ່ນພາລະກິດແຫ່ງ

ການເອົາຊະນະນີ້ ທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າ

ໃນເນື້ອໜັງສຳເລັດລົງຢ່າງສົມບູນແບບ.

ພາລະກິດການໄຖ່ບາບໃນເບື້ອງຕົ້ນ

ເປັນພຽງການເລີ່ມຕົ້ນຂອງພາລະກິດ

ແຫ່ງການບັງເກີດເປັນມະນຸດ;

ເນື້ອໜັງຜູ້ທີ່ປະຕິບັດພາລະກິດ

ແຫ່ງການເອົາຊະນະຈະເຮັດໃຫ້ພາລະກິດ

ແຫ່ງການບັງເກີດເປັນມະນຸດທັງໝົດສົມບູນ.

ນັ້ນມັນແມ່ນເນື້ອໜັງຂອງ

ພຣະເຢຊູທີ່ຖືກຄຶງທີ່ໄມ້ກາງແຂນ,

ເນື້ອໜັງຂອງພຣະອົງທີ່ຍອມສະຫຼະ

ເພື່ອເປັນເຄື່ອງບູຊາແທນຄວາມຜິດບາບ;

ມັນແມ່ນດ້ວຍເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ

ທີ່ເຮັດໃຫ້ພຣະອົງເອົາຊະນະຊາຕານ

ແລະ ຊ່ວຍມະນຸດໃຫ້ພົ້ນຈາກໄມ້ກາງແຂນຢ່າງສົມບູນ.

ແລ້ວມັນແມ່ນເນື້ອໜັງຂອງພຣະເຈົ້າໃນການບັງເກີດ

ເປັນມະນຸດຄັ້ງທີສອງແທ້ໆທີ່ປະຕິບັດພາລະກິດ

ແຫ່ງການເອົາຊະນະ ແລະ ເອົາຊະນະຊາຕານ.

ມີພຽງແຕ່ເນື້ອໜັງທີ່ທຳມະດາ ແລະ

ເປັນຈິງຢ່າງສົມບູນເທົ່ານັ້ນທີ່ສາມາດປະຕິບັດ

ພາລະກິດແຫ່ງການເອົາຊະນະທັງໝົດ

ແລະ ສ້າງປະຈັກພະຍານທີ່ແຂງກ້າ.

ດ້ວຍເຫດນັ້ນ ມັນແມ່ນພາລະກິດແຫ່ງ

ການເອົາຊະນະນີ້ ທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າ

ໃນເນື້ອໜັງສຳເລັດລົງຢ່າງສົມບູນແບບ.

ພາລະກິດການໄຖ່ບາບໃນເບື້ອງຕົ້ນ

ເປັນພຽງການເລີ່ມຕົ້ນຂອງພາລະກິດ

ແຫ່ງການບັງເກີດເປັນມະນຸດ;

ເນື້ອໜັງຜູ້ທີ່ປະຕິບັດພາລະກິດ

ແຫ່ງການເອົາຊະນະຈະເຮັດໃຫ້ພາລະກິດ

ແຫ່ງການບັງເກີດເປັນມະນຸດທັງໝົດສົມບູນ.

ພັນທະກິດຂອງພຣະເຈົ້າທີ່

ບັງເກີດເປັນມະນຸດນີ້ແມ່ນເພື່ອກ່າວ

ແລະ ເພື່ອເອົາຊະນະ ແລະ ເຮັດໃຫ້ມະນຸດສົມບູນ;

ເວົ້າອີກແບບໜຶ່ງກໍຄື ພາລະກິດຂອງພຣະວິນຍານ

ທີ່ເຮັດໃຫ້ເກີດເປັນຈິງຜ່ານເນື້ອໜັງ

ໜ້າທີ່ຂອງເນື້ອໜັງ ແມ່ນເພື່ອກ່າວພຣະທໍາ

ແລະ ເພື່ອເອົາຊະນະ, ເປີດເຜີຍ, ເຮັດໃຫ້ສົມບູນ

ແລະ ກຳຈັດມະນຸດຢ່າງສົມບູນ.

ດ້ວຍເຫດນັ້ນ ມັນແມ່ນພາລະກິດແຫ່ງ

ການເອົາຊະນະນີ້ ທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າ

ໃນເນື້ອໜັງສຳເລັດລົງຢ່າງສົມບູນແບບ.

ພາລະກິດການໄຖ່ບາບໃນເບື້ອງຕົ້ນ

ເປັນພຽງການເລີ່ມຕົ້ນຂອງພາລະກິດ

ແຫ່ງການບັງເກີດເປັນມະນຸດ;

ເນື້ອໜັງຜູ້ທີ່ປະຕິບັດພາລະກິດ

ແຫ່ງການເອົາຊະນະຈະເຮັດໃຫ້ພາລະກິດ

ແຫ່ງການບັງເກີດເປັນມະນຸດທັງໝົດສົມບູນ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ