ເພງຄຣິດສະຕຽນ “ເມື່ອສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກ”

01 ເດືອນກຸມພາ 2023

ເມື່ອທຸກຄົນເອົາໃຈໃສ່,

ເມື່ອທຸກສິ່ງຖືກສ້າງຄືນໃໝ່ ແລະ ຖືກເຮັດໃຫ້ຟື້ນຄືນໃໝ່,

ເມື່ອທຸກຄົນອ່ອນນ້ອມຕໍ່ພຣະເຈົ້າ ໂດຍບໍ່ມີຄວາມກະວົນກະວາຍໃຈ

ແລະ ເຕັມໃຈທີ່ຈະແບກຮັບຄວາມຮັບຜິດຊອບ ທີ່ໜັກໜ່ວງຕໍ່ພາລະຂອງພຣະເຈົ້າ,

ນີ້ແມ່ນເວລາທີ່ຟ້າແມບເຫຼື້ອມຈາກທິດຕະເວັນອອກ ໄດ້ແມບເຫຼື້ອມອອກມາ ໂດຍເຍືອງແສງ ໄປທົ່ວທິດຕາເວັນອອກສູ່ທິດຕາເວັນຕົກ

ແລະ ເຮັດໃຫ້ທົ່ວແຜ່ນດິນໂລກ ຢ້ານກົວການມາຂອງແສງສະຫວ່າງນີ້;

ແລະ ໃນຕອນນີ້ ພຣະເຈົ້າໄດ້ເລີ່ມຊີວິດໃໝ່ອີກຄັ້ງ.

ນີ້ເວົ້າໄດ້ວ່າ ໃນຊ່ວງເວລານີ້ ພຣະເຈົ້າໄດ້ເລີ່ມພາລະກິດໃໝ່ຢູ່ເທິງແຜ່ນດິນໂລກ

ໂດຍປະກາດຕໍ່ຜູ້ຄົນທົ່ວຈັກກະວານທັງໝົດວ່າ:

“ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ

ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ.

ເມື່ອຟ້າແມບເຫຼື້ອມ

ເຮັດໃຫ້ຈັກກະວານທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ,

ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ”.

ນີ້ໝາຍຄວາມວ່າ ໃນທິດຕາເວັນອອກຂອງໂລກ ຈາກຕອນທີ່ການເປັນພະຍານຂອງພຣະເຈົ້າ ໄດ້ເລີ່ມຂຶ້ນຈົນຮອດຕອນທີ່ພຣະອົງເລີ່ມເຮັດພາລະກິດ

ແລະ ຈົນຮອດຕອນທີ່ຄວາມເປັນພຣະເຈົ້າ ໄດ້ເລີ່ມຖືອໍານາດສູງສຸດໄປທົ່ວແຜ່ນດິນໂລກ.

ນີ້ແມ່ນສາຍເປັ່ງປະກາຍ ຂອງຟ້າແມບເຫຼື້ອມຈາກທິດຕະເວັນອອກ

ເຊິ່ງເຄີຍສ່ອງແສງໃສ່ຈັກກະວານທັງໝົດ.

ເມື່ອບັນດາປະເທດຕ່າງໆຂອງແຜ່ນດິນໂລກ ກາຍມາເປັນອານາຈັກຂອງພຣະຄຣິດ

ແມ່ນເມື່ອຈັກກະວານທັງປວງໄດ້ຮັບແສງສະຫວ່າງ.

ຕອນນີ້ແມ່ນເວລາທີ່ຟ້າແມບເຫຼື້ອມ ຈາກທິດຕະເວັນອອກແມບເຫຼື້ອມອອກມາ.

ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມເຮັດພາລະກິດ ແລະ ຍິ່ງໄປກວ່ານັ້ນ ກໍໄດ້ກ່າວ ໃນຄວາມເປັນພຣະເຈົ້າໂດຍກົງ.

ອາດເວົ້າໄດ້ວ່າ ເມື່ອພຣະເຈົ້າເລີ່ມກ່າວເທິງແຜ່ນດິນໂລກ ກໍແມ່ນເມື່ອຟ້າແມບເຫຼື້ອມ ຈາກທິດຕະເວັນອອກໄດ້ແມບເຫຼື້ອມຂຶ້ນ.

ຊັດເຈນກວ່ານັ້ນກໍຄື ເມື່ອນໍ້າແຫ່ງມີຊີວິດໄຫຼຈາກບັນລັງ,

ເມື່ອພຣະວັດຈະນະຈາກບັນລັງໄດ້ເລີ່ມຂຶ້ນ

ແມ່ນເວລາທີ່ພຣະວັດຈະນະຂອງພຣະວິນຍານ ທັງເຈັດໄດ້ເລີ່ມຂຶ້ນຢ່າງເປັນທາງການ.

ໃນເວລານີ້, ຟ້າແມບເຫຼື້ອມຈາກທິດຕະເວັນອອກໄດ້ເລີ່ມຂຶ້ນ

ແລະ ຍ້ອນໄລຍະເວລາຂອງມັນ

ລະດັບຂອງການເຍືອງແສງຈຶ່ງແຕກຕ່າງກັນ

ແລະ ຍັງມີຂໍ້ຈໍາກັດຕໍ່ຂອບເຂດ ໃນແສງສະຫວ່າງຂອງມັນອີກດ້ວຍ.

ແຕ່ດ້ວຍການເຄື່ອນໄຫວຂອງພາລະກິດຂອງພຣະເຈົ້າ, ດ້ວຍການປ່ຽນແປງໃນແຜນການຂອງພຣະອົງ

ນັ້ນກໍຄື ດ້ວຍຄວາມແຕກຕ່າງໃນພາລະກິດທີ່ມີຕໍ່ບຸດຊາຍ ແລະ ປະຊາຊົນຂອງພຣະເຈົ້າ,

ຟ້າແມບເຫຼື້ອມຈຶ່ງໄດ້ປະຕິບັດໜ້າ ທີ່ໂດຍທໍາມະຊາດຂອງມັນເພີ່ມຂຶ້ນ

ໂດຍເຍືອງແສງທົ່ວຈັກກະວານຈົນບໍ່ມີສິ່ງເປິເປື້ອນ ຫຼື ຂີ້ເຫຍື້ອເຫຼືອຢູ່.

ນີ້ແມ່ນແກ້ວຜະລຶກແຫ່ງແຜນ ການຄຸ້ມຄອງ 6.000 ປີຂອງພຣະເຈົ້າ

ແລະ ຄືໝາກຜົນທີ່ພຣະເຈົ້າຊື່ນຊົມ.

ເມື່ອແສງຈາກພຣະເຈົ້າ ໄດ້ເຍືອງແສງໃສ່ດິນແດນທັງໝົດ,

ທຸກສິ່ງໃນສະຫວັນ ແລະ ແຜ່ນດິນໂລກຈະປ່ຽນແປງໃນລະດັບທີ່ແຕກຕ່າງກັນ.

ແລະ ດວງດາວໃນທ້ອງຟ້າກໍຈະປ່ຽນແປງເຊັ່ນກັນ,

ດວງຕາເວັນ ແລະ ດວງເດືອນຈະຖືກສ້າງຂຶ້ນໃໝ່

ແລະ ຫຼັງຈາກນັ້ນ ຜູ້ຄົນເທິງແຜ່ນດິນໂລກກໍຈະຖືກສ້າງຂຶ້ນໃໝ່

ເຊິ່ງນີ້ຄືພາລະກິດຂອງພຣະເຈົ້າລະຫວ່າງສະຫວັນ ແລະ ແຜ່ນດິນໂລກ.

ແລະ ດວງດາວໃນທ້ອງຟ້າກໍຈະປ່ຽນແປງເຊັ່ນກັນ,

ດວງຕາເວັນ ແລະ ດວງເດືອນຈະຖືກສ້າງຂຶ້ນໃໝ່

ແລະ ຫຼັງຈາກນັ້ນ ຜູ້ຄົນເທິງແຜ່ນດິນໂລກກໍຈະຖືກສ້າງຂຶ້ນໃໝ່

ເຊິ່ງນີ້ຄືພາລະກິດຂອງພຣະເຈົ້າລະຫວ່າງສະຫວັນ ແລະ ແຜ່ນດິນໂລກ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ