ຄັດເລືອກຈາກບົດຄວາມສາມບົດຂອງພຣະທຳຂອງພຣະເຈົ້າທີ່ກ່ຽວກັບບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ”

1. ໂຢຮັນປະຕິບັດພາລະກິດເປັນເວລາເຈັດປີໃຫ້ກັບພຣະເຢຊູ ແລະ ໄດ້ບຸກເບີກຫົນທາງແລ້ວເມື່ອພຣະເຢຊູມາເຖິງ. ກ່ອນໜ້ານີ້ ຂ່າວປະເສີດແຫ່ງອານາຈັກສະຫວັນທີ່ໂຢຮັນເທດສະໜານັ້ນເປັນທີ່ໄດ້ຍິນທົ່ວດິນແດນ ເພື່ອວ່າມັນຈະຂະຫຍາຍທົ່ວແຂວງຢູດາຍ ແລະ ທຸກຄົນກໍເອີ້ນເພິ່ນວ່າ ຜູ້ປະກາດພຣະທຳ. ໃນເວລານັ້ນ, ກະສັດເຮໂຣດປາຖະໜາທີ່ຈະຂ້າໂຢຮັນ ແຕ່ເພິ່ນກໍບໍ່ໄດ້ສົນໃຈ ຍ້ອນຜູ້ຄົນນັບຖືໂຢຮັນໃຫ້ເປັນບຸກຄົນສູງສົ່ງ ແລະ ເຮໂຣດກໍຢ້ານວ່າ ຖ້າເພິ່ນຂ້າໂຢຮັນ ພວກເຂົາກໍຈະການກໍ່ກະບົດຕໍ່ເພິ່ນ. ພາລະກິດທີ່ໂຢຮັນປະຕິບັດໄດ້ວາງຮາກຖານທ່າມກາງຄົນສາມັນ ແລະ ເພິ່ນກໍໄດ້ນໍາຊາວຢິວມາເປັນຜູ້ເຊື່ອ. ເປັນເວລາເຈັດປີທີ່ເພິ່ນໄດ້ບຸກເບີກຫົນທາງໃຫ້ກັບພຣະເຢຊູ, ຈົນເຖິງເວລາທີ່ພຣະເຢຊູໄດ້ເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ແລ້ວດ້ວຍເຫດນັ້ນ ໂຢຮັນຈຶ່ງເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດ. ພຣະເຢຊູພຽງແຕ່ເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງຢ່າງເປັນທາງຫຼັງຈາກທີ່ໂຢຮັນຖືກຂັງຄຸກ. ກ່ອນໜ້າໂຢຮັນ, ບໍ່ເຄີຍມີໃຜເປັນຜູ້ປະກາດພຣະທຳທີ່ບຸກເບີກຫົນທາງໃຫ້ກັບພຣະເຈົ້າ ເພາະວ່າກ່ອນໜ້າພຣະເຢຊູນັ້ນ ພຣະເຈົ້າບໍ່ເຄີຍມາເປັນມະນຸດຈັກເທື່ອ. ແລ້ວດ້ວຍເຫດນັ້ນ ຈາກຜູ້ປະກາດພຣະທຳທັງໝົດຈົນເຖິງໂຢຮັນ ເພິ່ນຈຶ່ງເປັນພຽງຄົນດຽວທີ່ບຸກເບີກຫົນທາງໃຫ້ກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ດ້ວຍວິທີນັ້ນ ໂຢຮັນກໍກາຍເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດໃນພຣະສັນຍາເດີມ ແລະ ໃໝ່. ໂຢຮັນເລີ່ມເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນເປັນເວລາເຈັດປີກ່ອນການຮັບບັບຕິດສະມາຂອງພຣະເຢຊູ. ສຳລັບປະຊາຊົນແລ້ວ ພາລະກິດທີ່ເພິ່ນປະຕິບັດເບິ່ງຄືຫຼາຍກວ່າພາລະກິດຂອງພຣະເຢຊູທີ່ເກີດຂຶ້ນພາຍຫຼັງ ແຕ່ຢ່າງໃດກໍຕາມ ເພິ່ນກໍຍັງເປັນພຽງຜູ້ປະກາດພຣະທຳເທົ່ານັ້ນ. ເພິ່ນບໍ່ໄດ້ປະຕິບັດພາລະກິດ ແລະ ກ່າວໃນພຣະວິນຍານ ແຕ່ຢູ່ທີ່ເມືອງ ແລະ ໝູ່ບ້ານທີ່ຢູ່ນອກພຣະວິນຍານ. ແນ່ນອນ ເພິ່ນກະທຳສິ່ງນີ້ທ່າມກາງຊົນຊາດຢິວ ໂດຍສະເພາະຄົນທີ່ທຸກຍາກ. ມີໜ້ອຍເທື່ອທີ່ໂຢຮັນຈະຕິດຕໍ່ພົວພັນກັບຄົນຊັ້ນສູງໃນສັງຄົມ ເພິ່ນພຽງແຕ່ເຜີຍແຜ່ຂ່າວປະເສີດທ່າມກາງປະຊາຊົນສາມັນໃນແຂວງຢູດາຍເພື່ອຈັດກຽມຄົນທີ່ເໝາະສົມໃຫ້ກັບພຣະເຢຊູເຈົ້າ ແລະ ຈັດກຽມສະຖານທີ່ເໝາະສົມໃຫ້ພຣະອົງປະຕິບັດພາລະກິດ. ຍ້ອນມີຜູ້ປະກາດພຣະທຳເຊັ່ນ ໂຢຮັນ ທີ່ໄດ້ບຸກເບີກຫົນທາງ, ພຣະເຢຊູເຈົ້າຈຶ່ງສາມາດເລີ່ມລົງມືປະຕິບັດຫົນທາງແຫ່ງໄມ້ກາງແຂນຂອງພຣະອົງທັນທີທີ່ພຣະອົງມາເຖິງ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ຈຳເປັນຕ້ອງປະຕິບັດພາລະກິດແຫ່ງການເລືອກເອົາຜູ້ຄົນ ແລະ ບໍ່ຈຳເປັນຕ້ອງສະແຫວງຫາຜູ້ຄົນ ຫຼື ສະຖານທີ່ເພື່ອປະຕິບັດພາລະກິດດ້ວຍຕົວພຣະອົງເອງ. ພຣະອົງບໍ່ໄດ້ປະຕິບັດພາລະກິດດັ່ງກ່າວໃນຕອນທີ່ພຣະອົງສະເດັດມາ; ຄົນທີ່ເໝາະສົມຖືກຈັດກຽມໃຫ້ກັບພຣະອົງແລ້ວ ກ່ອນທີ່ພຣະອົງຈະມາເຖິງ. ໂຢຮັນໄດ້ສຳເລັດພາລະກິດນີ້ແລ້ວກ່ອນທີ່ພຣະເຢຊູເລີ່ມພາລະກິດຂອງພຣະອົງ ຍ້ອນເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ມາເຖິງເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍເລີ່ມປະຕິບັດພາລະກິດໃນຄົນທີ່ລໍຖ້າພຣະອົງເປັນເວລາດົນທັນທີ. ພຣະເຢຊູບໍ່ໄດ້ສະເດັດມາເພື່ອປະຕິບັດພາລະກິດຂອງມະນຸດ ຫຼື ພາລະກິດແຫ່ງການແກ້ໄຂທີ່ຕົກເປັນພາລະຂອງມະນຸດ. ພຣະອົງພຽງແຕ່ສະເດັດມາເພື່ອປະຕິບັດພັນທະກິດທີ່ພຣະອົງຕ້ອງປະຕິບັດ ແລະ ພາລະກິດອື່ນໆກໍບໍ່ມີສ່ວນກ່ຽວຂ້ອງກັບພຣະອົງເລີຍ. ເມື່ອໂຢຮັນມາ, ເພິ່ນບໍ່ໄດ້ເຮັດຫຍັງເລີຍ ນອກຈາກກ່າວເປີດເຜີຍຕໍ່ກຸ່ມຄົນທີ່ຍອມຮັບຂ່າວປະເສີດແຫ່ງອານາຈັກສະຫວັນ ເຊິ່ງຢູ່ນອກພຣະວິນຍານ ແລະ ທ່າມກາງຊາວຢິວ ເພື່ອວ່າພວກເຂົາຈະກາຍເປັນເຄື່ອງມືແຫ່ງພາລະກິດຂອງພຣະເຢຊູເຈົ້າ. ໂຢຮັນປະຕິບັດພາລະກິດເປັນເວລາເຈັດປີ ເຊິ່ງເວົ້າໄດ້ວ່າ ເພິ່ນເຜີຍແຜ່ຂ່າວປະເສີດເປັນເວລາເຈັດປີ. ໃນລະຫວ່າງພາລະກິດຂອງໂຢຮັນ, ເພິ່ນບໍ່ໄດ້ສະແດງອິດທິລິດ, ຍ້ອນພາລະກິດຂອງເພິ່ນແມ່ນການບຸກເບີກຫົນທາງ, ມັນເປັນພາລະກິດແຫ່ງການຈັດກຽມ. ພາລະກິດອື່ນໆ ເຊິ່ງເປັນພາລະກິດທີ່ພຣະເຢຊູກຳລັງຈະປະຕິບັດ ແມ່ນບໍ່ກ່ຽວຂ້ອງກັບເພິ່ນເລີຍ; ເພິ່ນພຽງແຕ່ຮຽກຮ້ອງໃຫ້ມະນຸດສາລະພາບຄວາມຜິດບາບຂອງເຂົາ ແລະ ກັບໃຈໃໝ່ ແລະ ໃຫ້ບັບຕິດສະມາກັບຜູ້ຄົນ ເພື່ອພວກເຂົາຈະໄດ້ລອດພົ້ນ. ເຖິງແມ່ນເພິ່ນປະຕິບັດພາລະກິດໃໝ່ ແລະ ເປີດເສັ້ນທາງທີ່ບໍ່ມີມະນຸດຄົນໃດເຄີຍຍ່າງມາກ່ອນຈັກເທື່ອ, ເພິ່ນກໍພຽງແຕ່ບຸກເບີກຫົນທາງໃຫ້ກັບພຣະເຢຊູ. ເພິ່ນເປັນພຽງຜູ້ປະກາດພຣະທຳທີ່ປະຕິບັດພາລະກິດແຫ່ງການຈັດກຽມ ແລະ ບໍ່ສາມາດປະຕິບັດພາລະກິດຂອງພຣະເຢຊູ. ເຖິງແມ່ນວ່າພຣະເຢຊູບໍ່ແມ່ນຜູ້ທຳອິດທີ່ເທດສະໜາກ່ຽວກັບຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ເຖິງແມ່ນພຣະເຢຊູສືບຕໍ່ຕາມເສັ້ນທາງທີ່ໂຢຮັນໄດ້ເລີ່ມຕົ້ນ, ກໍບໍ່ມີຜູ້ໃດທີ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ພາລະກິດນັ້ນກໍຢູ່ເໜືອພາລະກິດຂອງໂຢຮັນ. ພຣະເຢຊູບໍ່ສາມາດຈັດກຽມຫົນທາງຂອງພຣະອົງເອງ; ພາລະກິດຂອງພຣະອົງແມ່ນຖືກປະຕິບັດແທນພຣະເຈົ້າໂດຍກົງ. ແລ້ວດ້ວຍເຫດນັ້ນ ບໍ່ວ່າໂຢຮັນຈະປະຕິບັດພາລະກິດເທົ່າໃດປີ, ເພິ່ນກໍຍັງເປັນຜູ້ປະກາດພຣະທຳ ແລະ ຍັງເປັນຜູ້ທີ່ບຸກເບີກຫົນທາງ. ພາລະກິດສາມປີທີ່ພຣະເຢຊູປະຕິບັດລື່ນເກີນພາລະກິດເຈັດປີຂອງໂຢຮັນ, ຍ້ອນທາດແທ້ແຫ່ງພາລະກິດຂອງພຣະອົງບໍ່ຄືກັນ. ເມື່ອພຣະເຢຊູເລີ່ມປະຕິບັດພັນທະກິດຂອງພຣະອົງ ເຊິ່ງກໍເປັນຕອນທີ່ພາລະກິດຂອງໂຢຮັນມາເຖິງຈຸດສິ້ນສຸດ, ໂຢຮັນກໍໄດ້ຈັດກຽມຜູ້ຄົນໃຫ້ພຽງພໍ ແລະ ສະຖານທີ່ໆພຣະເຢຊູເຈົ້າຈະນໍາໃຊ້ ແລະ ສິ່ງເຫຼົ່ານັ້ນກໍພຽງພໍທີ່ຈະໃຫ້ພຣະເຢຊູເຈົ້າເລີ່ມພາລະກິດສາມປີ ແລ້ວດ້ວຍເຫດນັ້ນ ທັນທີທີ່ພາລະກິດຂອງໂຢຮັນສຳເລັດລົງ, ພຣະເຢຊູເຈົ້າກໍເລີ່ມພາລະກິດຂອງພຣະອົງເອງຢ່າງເປັນທາງການ ແລະ ຄຳເວົ້າທີ່ໂຢຮັນເວົ້າໄວ້ນັ້ນກໍຖືກປະຖິ້ມໄປ. ນັ້ນກໍຍ້ອນວ່າ ພາລະກິດທີ່ໂຢຮັນກະທຳແມ່ນເພື່ອການປ່ຽນແປງເທົ່ານັ້ນ ແລະ ຄຳເວົ້າຂອງເພິ່ນກໍບໍ່ແມ່ນພຣະທຳແຫ່ງຊີວິດທີ່ຈະຊີ້ນໍາມະນຸດສູ່ການເຕີບໂຕໃໝ່; ໃນທີ່ສຸດແລ້ວ ຄຳເວົ້າຂອງເພິ່ນກໍພຽງແຕ່ເພື່ອນໍາໃຊ້ຊົ່ວຄາວເທົ່ານັ້ນ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

2. ໃນເວລານັ້ນ, ສ່ວນໜຶ່ງຂອງພາລະກິດຂອງພຣະເຢຊູກໍສອດຄ່ອງກັບພຣະສັນຍາເດີມ ພ້ອມທັງສອດຄ່ອງກັບກົດລະບຽບຂອງໂມເຊ ແລະ ພຣະທຳຂອງພຣະເຢໂຮວາໃນລະຫວ່າງຍຸກແຫ່ງພຣະບັນຍັດ. ພຣະເຢຊູນໍາໃຊ້ສິ່ງເຫຼົ່ານີ້ເພື່ອປະຕິບັດສ່ວນໜຶ່ງຂອງພາລະກິດຂອງພຣະອົງ. ພຣະອົງເທດສະໜາໃຫ້ກັບຜູ້ຄົນ ແລະ ສັ່ງສອນພວກເຂົາໃນໂຮງທຳມະເທດສະໜາ ແລະ ພຣະອົງກໍນໍາໃຊ້ການທຳນາຍຂອງພວກຜູ້ປະກາດພຣະທຳໃນພຣະສັນຍາເດີມເພື່ອຕຳນິຕິຕຽນພວກຟາລີຊາຍທີ່ເປັນສັດຕູກັບພຣະອົງ ແລະ ນໍາໃຊ້ພຣະທຳໃນພຣະຄຳພີເພື່ອເປີດໂປ່ງຄວາມບໍ່ເຊື່ອຟັງຂອງພວກເຂົາ ແລ້ວກໍກ່າວໂທດພວກເຂົາ. ຍ້ອນພວກເຂົາກຽດຊັງໃນສິ່ງທີ່ພຣະເຢຊູໄດ້ກະທຳ; ໂດຍສະເພາະແລ້ວ ພາລະກິດສ່ວນໃຫຍ່ຂອງພຣະເຢຊູກໍບໍ່ສອດຄ່ອງກັບກົດລະບຽບໃນພຣະຄຳພີ ແລະ ຍິ່ງໄປກວ່ານັ້ນ ສິ່ງທີ່ພຣະອົງສັ່ງສອນກໍສູງສົ່ງກວ່າຄຳເວົ້າຂອງພວກເຂົາເອງ ແລະ ຍິ່ງສູງສົ່ງກວ່າສິ່ງທີ່ພວກຜູ້ປະກາດພຣະທຳໄດ້ທຳນາຍໄວ້ໃນພຣະຄຳພີ. ພາລະກິດຂອງພຣະເຢຊູແມ່ນພຽງແຕ່ເພື່ອການໄຖ່ມະນຸດ ແລະ ການຖືກຄຶງທີ່ໄມ້ກາງແຂນ. ສະນັ້ນຈຶ່ງບໍ່ຈຳເປັນທີ່ຈະກ່າວພຣະທຳເພື່ອເອົາຊະນະມະນຸດຄົນໃດໜຶ່ງເຕີ່ມອີກ. ຫຼາຍສິ່ງທີ່ພຣະອົງສັ່ງສອນມະນຸດກໍອອກມາຈາກພຣະທຳໃນພຣະຄຳພີ ແລະ ເຖິງແມ່ນພາລະກິດຂອງພຣະອົງຈະບໍ່ໄດ້ໃຫຍ່ກວ່າພຣະຄຳພີ, ພຣະອົງກໍຍັງສາມາດເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດລົງ. ພາລະກິດຂອງພຣະອົງບໍ່ແມ່ນພາລະກິດແຫ່ງພຣະທຳ ຫຼື ບໍ່ແມ່ນເພື່ອເອົາຊະນະມະນຸດຊາດ, ແຕ່ແມ່ນເພື່ອໄຖ່ມະນຸດຊາດ. ພຣະອົງພຽງແຕ່ເຮັດໜ້າທີ່ເປັນເຄື່ອງຖວາຍບູຊາແທນຄວາມຜິດບາບໃຫ້ກັບມະນຸດຊາດ ແລະ ບໍ່ໄດ້ເຮັດໜ້າທີ່ເປັນບໍ່ເກີດແຫ່ງພຣະທຳສຳລັບມະນຸດຊາດ. ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງຊາວຕ່າງຊາດ ເຊິ່ງເປັນພາລະກິດແຫ່ງການເອົາຊະນະມະນຸດ, ແຕ່ປະຕິບັດພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ, ເຊິ່ງເປັນພາລະກິດທີ່ກະທຳທ່າມກາງຄົນທີ່ເຊື່ອວ່າມີພຣະເຈົ້າ. ເຖິງແມ່ນພາລະກິດຂອງພຣະອົງໄດ້ຮັບການປະຕິບັດບົນພື້ນຖານແຫ່ງພຣະຄຳພີ ແລະ ພຣະອົງນໍາໃຊ້ສິ່ງທີ່ພວກຜູ້ປະກາດພຣະທຳທີ່ເກົ່າແກ່ໄດ້ກ່າວໄວ້ລ່ວງໜ້າເພື່ອກ່າວໂທດພວກຟາລີຊາຍ, ນີ້ກໍພຽພໍທີ່ຈະເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນຂອງພຣະອົງສຳເລັດລົງແລ້ວ. ຖ້າພາລະກິດໃນປັດຈຸບັນຍັງຖືກປະຕິບັດບົນພື້ນຖານຂອງຄຳທຳນາຍຂອງພວກຜູ້ປະກາດພຣະທຳທີ່ເກົ່າແກ່ ເຊິ່ງຢູ່ໃນພຣະຄຳພີ, ແລ້ວມັນກໍເປັນໄປບໍ່ໄດ້ເລີຍທີ່ຈະເອົາຊະນະພວກເຈົ້າ, ຍ້ອນພຣະສັນຍາເດີມບໍ່ໄດ້ມີການບັນທຶກກ່ຽວກັບຄວາມບໍ່ເຊື່ອຟັງ ແລະ ຄວາມຜິດບາບຂອງພວກເຈົ້າ ເຊິ່ງເປັນປະຊາຊົນຈີນ, ບໍ່ມີປະຫວັດສາດກ່ຽວກັບຄວາມຜິດບາບຂອງພວກເຈົ້າເລີຍ. ແລ້ວດ້ວຍເຫດນັ້ນ ຖ້າພາລະກິດນີ້ຍັງຄ້າງຢູ່ໃນພຣະຄຳພີ ພວກເຈົ້າກໍຈະບໍ່ຍອມຕາມຈັກເທື່ອ. ພຣະຄໍາພີບັນທຶກແຕ່ປະຫວັດສາດທີ່ຈໍາກັດຂອງປະຊາຊົນອິດສະຣາເອັນ ເຊິ່ງເປັນສິ່ງທີ່ບໍ່ສາມາດພິສູດວ່າພວກເຈົ້າຊົ່ວຮ້າຍ ຫຼື ດີ ຫຼື ບໍ່ສາມາດພິພາກສາພວກເຈົ້າໄດ້. ໃຫ້ຈິນຕະນາການວ່າ ເຮົາຕ້ອງພິພາກສາພວກເຈົ້າຕາມປະຫວັດສາດຂອງປະຊາຊົນອິດສະຣາເອັນ ແລ້ວເຈົ້າຍັງຈະຕິດຕາມເຮົາເໝືອນກັບທີ່ພວກເຈົ້າກຳລັງເຮັດໃນປັດຈຸບັນບໍ? ພວກເຈົ້າຮູ້ຢູ່ບໍວ່າ ພວກເຈົ້າເອົາໃຈຍາກຫຼາຍສໍ່າໃດ? ຖ້າບໍ່ມີພຣະທຳທີ່ຖືກກ່າວໃນລະຫວ່າງຂັ້ນຕອນນີ້ ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດແຫ່ງການເອົາຊະນະນັ້ນສຳເລັດລົງ. ເພາະເຮົາບໍ່ໄດ້ສະເດັດມາເພື່ອຖືກຄຶງທີ່ໄມ້ກາງແຂນ, ເຮົາຕ້ອງເວົ້າພຣະທຳທີ່ແຕກຕ່າງຈາກພຣະຄຳພີ ເພື່ອວ່າພວກເຈົ້າອາດຈະຖືກເອົາຊະນະ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

3. ພາລະກິດທີ່ພຣະເຢຊູກະທຳເປັນພຽງຂັ້ນຕອນໜຶ່ງທີ່ສູງສົ່ງກວ່າພຣະສັນຍາເດີມ; ພາລະກິດດັ່ງກ່າວແມ່ນຖືກໃຊ້ເພື່ອເລີ່ມຕົ້ນຍຸກໜຶ່ງ ແລະ ເພື່ອຊີ້ນໍາຍຸກດັ່ງກ່າວ. ເປັນຫຍັງພຣະອົງຈຶ່ງກ່າວວ່າ “ເຮົາບໍ່ໄດ້ມາເພື່ອທຳລາຍພຣະບັນຍັດ ແຕ່ເປັນເຮັດໃຫ້ມັນສຳເລັດ?” ແຕ່ໃນພາລະກິດຂອງພຣະອົງກໍມີຫຼາຍຢ່າງທີ່ແຕກຕ່າງຈາກກົດລະບຽບທີ່ປະຕິບັດນໍາໃຊ້ ແລະ ພຣະບັນຍັດທີ່ປະຊາຊົນອິດສະຣາເອັນແຫ່ງພຣະສັນຍາເດີມໄດ້ຕິດຕາມ, ຍ້ອນພຣະອົງບໍ່ໄດ້ມາເພື່ອເຊື່ອຟັງກົດລະບຽບ ແຕ່ເພື່ອເຮັດໃຫ້ມັນສຳເລັດ. ຂະບວນການທີ່ເຮັດໃຫ້ມັນສຳເລັດລວມມີຫຼາຍສິ່ງທີ່ເປັນຄວາມຈິງ ນັ້ນກໍຄື: ພາລະກິດຂອງພຣະອົງແມ່ນຕາມຄວາມເປັນຈິງ ແລະ ແທ້ຈິງຫຼາຍຂຶ້ນ ແລະ ຍິ່ງໄປກວ່ານັ້ນ ມັນກໍມີຊີວິດຊີວາ ແລະ ບໍ່ແມ່ນການຍຶດໝັ້ນກັບທິດສະດີຢ່າງຫຼັບຫູຫຼັບຕາ. ປະຊາຊົນອິດສະຣາເອັນບໍ່ໄດ້ຮັກສາວັນຊະບາໂຕບໍ? ເມື່ອພຣະເຢຊູສະເດັດມາ ພຣະອົງບໍ່ໄດ້ຮັກສາວັນຊະບາໂຕ ຍ້ອນພຣະອົງກ່າວວ່າ ບຸດມະນຸດເປັນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ ແລະ ເມື່ອພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕສະເດັດມາເຖິງ, ພຣະອົງກໍຈະເຮັດຕາມທີ່ພຣະອົງປາຖະໜາ. ພຣະອົງສະເດັດມາເພື່ອເຮັດໃຫ້ກົດລະບຽບແຫ່ງພຣະສັນຍາເດີມສຳເລັດ ແລະ ເພື່ອປ່ຽນແປງກົດລະບຽບເຫຼົ່ານັ້ນ. ທຸກສິ່ງທີ່ກະທຳໃນປັດຈຸບັນແມ່ນອີງຕາມປັດຈຸບັນ ແຕ່ມັນກໍຍັງຕັ້ງຢູ່ບົນພື້ນຖານແຫ່ງພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ ແລະ ບໍ່ໄດ້ລະເມີດຂອບເຂດນີ້. ຕົວຢ່າງເຊັ່ນ ການລະມັດລະວັງຄຳເວົ້າຂອງພວກເຈົ້າ ແລະ ບໍ່ລ່ວງເກີນຜົວເມຍຜູ້ອື່ນ, ສິ່ງເຫຼົ່ານີ້ບໍ່ແມ່ນກົດລະບຽບໃນພຣະສັນຍາເດີມບໍ? ໃນປັດຈຸບັນ, ສິ່ງທີ່ຮຽກຮ້ອງຈາກເຈົ້າບໍ່ໄດ້ຖືກຈຳກັດແຕ່ພຽງໃນພຣະບັນຍັດສິບປະການ ແຕ່ປະກອບດ້ວຍພຣະບັນຍັດ ແລະ ກົດລະບຽບທີ່ມີຄຳສັ່ງສູງສົ່ງກວ່າສິ່ງເຫຼົ່ານັ້ນທີ່ກຳນົດກ່ອນໜ້າ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ສິ່ງທີ່ກຳນົດໄວ້ກ່ອນໜ້ານີ້ແມ່ນຖືກລົບລ້າງ, ຍ້ອນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າແມ່ນຖືກປະຕິບັດບົນພື້ນຖານຂອງຂັ້ນຕອນທີ່ເກີດຂຶ້ນກ່ອນໜ້າ. ສຳລັບສິ່ງທີ່ພຣະເຢໂຮວາແນະນຳໃຫ້ກັບອິດສະຣາເອັນນັ້ນ ເຊັ່ນ: ຮຽກຮ້ອງໃຫ້ປະຊາຊົນຖວາຍເຄື່ອງບູຊາ, ນັບຖືບິດາມານດາ, ບໍ່ນະມັດສະການຮູບເຄົາລົບ, ບໍ່ທຳຮ້າຍ ຫຼື ສາບແຊ່ງຄົນອື່ນ, ບໍ່ລ່ວງເກີນຜົວເມຍຄົນອື່ນ, ບໍ່ສູບຢາ ຫຼື ດື່ມເຫຼົ້າ ແລະ ບໍ່ກິນອາຫານຈາກສິ່ງທີ່ເໜົ່າເປື່ອຍແລ້ວ ຫຼື ດື່ມເລືອດ, ສິ່ງນີ້ບໍ່ໄດ້ປະກອບເປັນພື້ນຖານສຳລັບການປະຕິບັດຂອງເຈົ້າແມ່ນແຕ່ໃນປັດຈຸບັນບໍ? ພາລະກິດໄດ້ຮັບການປະຕິບັດຈົນມາເຖິງປັດຈຸບັນ ໂດຍຢູ່ບົນພື້ນຖານແຫ່ງອະດີດ. ເຖິງແມ່ນວ່າກົດລະບຽບຂອງອະດີດບໍ່ໄດ້ຖືກກ່າວເຖິງອີກຕໍ່ໄປແລ້ວ ແລະ ໄດ້ມີການຮຽກຮ້ອງໃໝ່ສຳລັບພວກເຈົ້າ, ກົດລະບຽບເຫຼົ່ານີ້ກໍບໍ່ໄດ້ຖືກລົບລ້າງເລີຍ ແລະ ກົງກັນຂ້າມ ມັນຖືກຍົກໃຫ້ຢູ່ໃນສະຖານະທີ່ສູງຂຶ້ນ. ການທີ່ເວົ້າວ່າກົດລະບຽບເຫຼົ່ານັ້ນຖືກລົບລ້າງແລ້ວ ກໍໝາຍຄວາມວ່າຍຸກທີ່ຜ່ານມາແມ່ນລ້າສະໄໝແລ້ວ ໃນຂະນະທີ່ມີພຣະບັນຍັດບາງຂໍ້ທີ່ພວກເຈົ້າຕ້ອງເຄົາລົບຊົ່ວນິດນິລັນ. ພຣະບັນຍັດໃນອະດີດແມ່ນຖືກນໍາເຂົ້າໃນການປະຕິບັດຕົວຈິງແລ້ວ, ໄດ້ກາຍເປັນການມີຊີວິດຢູ່ຂອງມະນຸດ ແລະ ບໍ່ຈຳເປັນຕ້ອງຢໍ້າເນັ້ນພຣະບັນຍັດທີ່ບໍ່ໃຫ້ສູບຢາ, ບໍ່ໃຫ້ດື່ມເຫຼົ້າ ແລະ ອື່ນໆອີກ. ບົນພື້ນຖານນີ້, ພຣະບັນຍັດໃໝ່ຖືກວາງລົງຕາມຄວາມຕ້ອງການຂອງພວກເຈົ້າໃນປັດຈຸບັນ, ຕາມວຸດທິພາວະຂອງພວກເຈົ້າ ແລະ ຕາມພາລະກິດແຫ່ງປັດຈຸບັນ. ການກຳນົດພຣະບັນຍັດສຳລັບຍຸກໃໝ່ບໍ່ໄດ້ໝາຍຄວາມເຖິງການລົບລ້າງພຣະບັນຍັດໃນຍຸກເກົ່າ, ແຕ່ເປັນການຍົກພຣະບັນຍັດເຫຼົ່ານັ້ນໃຫ້ສູງຂຶ້ນໂດຍຢູ່ບົນພື້ນຖານນີ້, ເພື່ອເຮັດໃຫ້ການກະທຳຂອງມະນຸດສົມບູນຫຼາຍຍິ່ງຂຶ້ນ ແລະ ສອດຄ່ອງກັບຄວາມເປັນຈິງຫຼາຍຍິ່ງຂຶ້ນ. ໃນປັດຈຸບັນ ຖ້າພວກເຈົ້າພຽງແຕ່ຖືກຮຽກຮ້ອງໃຫ້ປະຕິບັດພຣະບັນຍັດ ແລະ ປະຕິບັດຕາມກົດລະບຽບແຫ່ງພຣະສັນຍາເດີມ ໃນລັກສະນະດຽວກັນກັບປະຊາຊົນອິດສະຣາເອັນ ແລະ ຍິ່ງໄປກວ່ານັ້ນ ຖ້າເຈົ້າຖືກຮຽກຮ້ອງໃຫ້ທ່ອງກົດລະບຽບທີ່ພຣະເຢໂຮວາວາງອອກ ມີຄວາມເປັນໄປໄດ້ທີ່ພວກເຈົ້າຈະບໍ່ສາມາດປ່ຽນແປງ. ຖ້າພວກເຈົ້າຕ້ອງປະຕິບັດຕາມພຣະບັນຍັດທີ່ຈຳກັດພຽງແຕ່ໜ້ອຍດຽວ ຫຼື ທ່ອງກົດລະບຽບທີ່ຫຼາຍຈົນນັບບໍ່ຖ້ວນ, ທໍາມະຊາດທີ່ເກົ່າແກ່ຂອງພວກເຈົ້າກໍຈະຍັງຄົງຝັງເລິກ ແລະ ບໍ່ມີທາງທີ່ຈະຖອນຮາກມັນໄດ້ເລີຍ. ສະນັ້ນ ພວກເຈົ້າກໍຍິ່ງຈະຊົ່ວຊ້າຂຶ້ນເລື້ອຍໆ ແລະ ບໍ່ມີພວກເຈົ້າຄົນໜຶ່ງຄົນໃດເລີຍທີ່ຈະເຊື່ອຟັງ. ເວົ້າໄດ້ວ່າ ພຣະບັນຍັດງ່າຍໆຈຳນວນໜ້ອຍດຽວ ຫຼື ກົດລະບຽບທີ່ນັບບໍ່ຖ້ວນນັ້ນບໍ່ສາມາດຊ່ວຍໃຫ້ພວກເຈົ້າຮູ້ຈັກເຖິງການກະທຳຂອງພຣະເຢໂຮວາໄດ້. ພວກເຈົ້າບໍ່ຄືກັບປະຊາຊົນອິດສະຣາເອັນ ນັ້ນກໍຄື: ຜ່ານການປະຕິບັດກົດລະບຽບ ແລະ ທ່ອງພຣະບັນຍັດ, ພວກເຂົາສາມາດເປັນພະຍານເຖິງການກະທໍາຂອງພຣະເຢໂຮວາ ແລະ ອຸທິດພວກເຂົາໃຫ້ກັບພຣະອົງເທົ່ານັ້ນ, ແຕ່ພວກເຈົ້າບໍ່ສາມາດບັນລຸແບບນີ້ໄດ້ ແລະ ພຣະບັນຍັດຈຳນວນໜ້ອຍດຽວໃນຍຸກພຣະສັນຍາເດີມບໍ່ພຽງແຕ່ຈະສາມາດເຮັດໃຫ້ພວກເຈົ້າຍອມມອບຫົວໃຈຂອງພວກເຈົ້າ ຫຼື ປົກປ້ອງພວກເຈົ້າເທົ່ານັ້ນ, ແຕ່ກົງກັນຂ້າມ ມັນຈະເຮັດໃຫ້ພວກເຈົ້າບໍ່ເຄັ່ງຄັດ ແລະ ຈະປ່ອຍໃຫ້ພວກເຈົ້າລົງສູ່ດິນແດນມໍລະນາ. ຍ້ອນພາລະກິດຂອງເຮົາແມ່ນພາລະກິດແຫ່ງການເອົາຊະນະ ແລະ ແນ່ໃສ່ຄວາມບໍ່ເຊື່ອຟັງ ແລະ ທຳມະຊາດທີ່ເກົ່າແກ່ຂອງເຈົ້າ. ພຣະທຳທີ່ກະລຸນາຂອງພຣະເຢໂຮວາ ແລະ ພຣະເຢຊູມີໜ້ອຍກວ່າພຣະທຳທີ່ຮ້າຍແຮງແຫ່ງການພິພາກສາໃນປັດຈຸບັນ. ຫາກປາສະຈາກພຣະທຳທີ່ຮ້າຍແຮງດັ່ງກ່າວ, ມັນກໍເປັນໄປບໍ່ໄດ້ທີ່ຈະເອົາຊະນະພວກເຈົ້າ “ຜູ້ຊ່ຽວຊານທັງຫຼາຍ” ຜູ້ເຊິ່ງບໍ່ເຊື່ອຟັງເປັນເວລາຫຼາຍພັນປີ. ກົດລະບຽບໃນພຣະສັນຍາເດີມໄດ້ສູນເສຍລິດອໍານາດໃນພວກເຈົ້າດົນນານມາແລ້ວ ແລະ ການພິພາກສາໃນປັດຈຸບັນກໍຍິ່ງເປັນຕາຢ້ານຫຼາຍກວ່າກົດລະບຽບທີ່ເກົ່າແກ່ເຫຼົ່ານັ້ນ. ສິ່ງທີ່ເໝາະສົມກັບພວກເຈົ້າທີ່ສຸດແມ່ນການພິພາກສາ ແລະ ບໍ່ແມ່ນຂໍ້ກຳນົດຂອງກົດລະບຽບທີ່ບໍ່ສຳຄັນ, ຍ້ອນພວກເຈົ້າບໍ່ແມ່ນມະນຸດຊາດແຫ່ງການເລີ່ມຕົ້ນ, ແຕ່ເປັນມະນຸດຊາດທີ່ເສື່ອມຊາມເປັນເວລາຫຼາຍພັນປີ. ສິ່ງທີ່ມະນຸດຕ້ອງບັນລຸໃນປັດຈຸບັນແມ່ນອີງຕາມສະພາວະທີ່ເປັນຈິງຂອງມະນຸດໃນປັດຈຸບັນ, ອີງຕາມຄວາມສາມາດ ແລະ ວຸດທິພາວະທີ່ແທ້ຈິງຂອງມະນຸດໃນຍຸກປັດຈຸບັນ ແລະ ມັນກໍບໍ່ຈຳເປັນທີ່ເຈົ້າຕ້ອງປະຕິບັດຕາມຄຳສັ່ງສອນ. ມັນເປັນແບບນີ້ກໍເພື່ອວ່າການປ່ຽນແປງອາດໄດ້ຮັບການບັນລຸໃນທຳມະຊາດທີ່ເກົ່າແກ່ຂອງເຈົ້າ ແລະ ເພື່ອໃຫ້ເຈົ້າປະຖິ້ມແນວຄິດຂອງເຈົ້າ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

4. ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນການໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ແມ່ນຄົນບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ໄດ້ຮັບການຍົກໂທດໂດຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ. ຄວາມລອດພົ້ນບໍ່ໄດ້ໝາຍຄວາມວ່າ ມະນຸດໄດ້ຖືກພຣະເຢຊູຮັບເອົາຢ່າງສົມບູນ ແຕ່ໝາຍເຖິງ ມະນຸດບໍ່ມີຄວາມບາບອີກຕໍ່ໄປ, ມະນຸດໄດ້ຮັບການອະໄພຄວາມຜິດບາບຂອງເຂົາແລ້ວ ນັ້ນກໍຄື ຂໍພຽງແຕ່ເຈົ້າເຊື່ອ ເຈົ້າກໍຈະບໍ່ມີບາບອີກຕໍ່ໄປ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ກ່າວຫຼາຍຢ່າງທີ່ຜູ້ຄົນບໍ່ເຂົ້າໃຈ. ນີ້ກໍຍ້ອນວ່າ ໃນເວລານັ້ນ ພຣະອົງບໍ່ໄດ້ອະທິບາຍ. ສະນັ້ນ ຫຼາຍປີຫຼັງຈາກທີ່ພຣະອົງຈາກໄປ, ມັດທາຍກໍສ້າງລຳດັບເຊື້ອວົງຂອງພຣະອົງຂຶ້ນ ແລະ ຄົນອື່ນໆກໍປະຕິບັດພາລະກິດຫຼາຍຢ່າງທີ່ມາຈາກຄວາມປາຖະໜາຂອງມະນຸດ. ພຣະເຢຊູບໍ່ໄດ້ສະເດັດມາເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ຮັບເອົາພວກເຂົາ, ແຕ່ມາເພື່ອປະຕິບັດພາລະກິດຂັ້ນຕອນດຽວ ນັ້ນກໍຄື ການປະກາດຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ການເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດລົງ ແລ້ວທັນທີທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ, ພາລະກິດຂອງພຣະອົງກໍມາເຖິງຈຸດສິ້ນສຸດຢ່າງສົມບູນ. ແຕ່ໃນຂັ້ນຕອນປັດຈຸບັນ ນັ້ນກໍຄື ພາລະກິດແຫ່ງການເອົາຊະນະ, ຈຳເປັນຕ້ອງໄດ້ມີການກ່າວພຣະທຳຫຼາຍຂຶ້ນ, ຕ້ອງມີການປະຕິບັດພາລະກິດຫຼາຍຂຶ້ນ ແລະ ຕ້ອງມີຂະບວນການຫຼາຍຢ່າງ. ສະນັ້ນ ຄວາມລຶກລັບແຫ່ງພາລະກິດຂອງພຣະເຢຊູ ແລະ ພຣະເຢໂຮວາກໍຕ້ອງຖືກເປີດເຜີຍເຊັ່ນກັນ ເພື່ອທຸກຄົນອາດມີຄວາມເຂົ້າໃຈ ແລະ ຊັດເຈນໃນຄວາມເຊື່ອຂອງພວກເຂົາ, ຍ້ອນນີ້ແມ່ນພາລະກິດແຫ່ງຍຸກສຸດທ້າຍ ແລະ ຍຸກສຸດທ້າຍກໍແມ່ນເວລາສຸດທ້າຍຂອງພາລະກິດຂອງພຣະເຈົ້າ ເຊິ່ງເປັນເວລາແຫ່ງການສິ້ນສຸດລົງຂອງພາລະກິດນີ້. ພາລະກິດຂັ້ນຕອນນີ້ຈະຊີ້ແຈງພຣະບັນຍັດຂອງພຣະເຢໂຮວາ ແລະ ການໄຖ່ບາບຂອງພຣະເຢຊູໃຫ້ກັບເຈົ້າ ແລະ ຫຼັກໆເປັນແນວນັ້ນກໍເພື່ອເຈົ້າຈະເຂົ້າໃຈພາລະກິດທັງໝົດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ແລະ ເຂົ້າໃຈເຖິງຄວາມໝາຍ ແລະ ທາດແທ້ທັງໝົດຂອງແຜນການຄຸ້ມຄອງຫົກພັນປີນີ້ ແລະ ເຂົ້າໃຈເຖິງເປົ້າໝາຍຂອງພາລະກິດທຸກຢ່າງທີ່ພຣະເຢຊູປະຕິບັດ ແລະ ພຣະທຳທຸກຂໍ້ທີ່ພຣະອົງກ່າວໄວ້ ແລະ ແມ່ນແຕ່ຄວາມເຊື່ອຖືແບບຫຼັບຫູຫຼັບຕາ ແລະ ການບູຊາພຣະຄຳພີຂອງເຈົ້າ. ທຸກສິ່ງນີ້ຈະເຮັດໃຫ້ເຈົ້າເບິ່ງເຫັນ. ເຈົ້າຈະຮຽນເຂົ້າໃຈທັງພາລະກິດທີ່ພຣະເຢຊູປະຕິບັດ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ; ເຈົ້າຈະເຂົ້າ ແລະ ເບິ່ງເຫັນຄວາມຈິງ, ຊີວິດ ແລະ ຫົນທາງທັງໝົດ. ໃນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດນັ້ນ ເປັນຫຍັງພຣະເຢຊູຈຶ່ງຈາກໄປໂດຍບໍ່ຈົບພາລະກິດຂອງພຣະເຈົ້າລົງ? ເພາະວ່າຂັ້ນຕອນຂອງພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດສ່ວນສຸດທ້າຍ. ໃນຕອນທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ, ພຣະທຳຂອງພຣະອົງກໍມາເຖິງເວລາສຸດທ້າຍເຊັ່ນກັນ; ຫຼັງຈາກການຖືກຄຶງທີ່ໄມ້ກາງແຂນຂອງພຣະອົງ, ພາລະກິດຂອງພຣະອົງກໍສຳເລັດລົງຢ່າງສົມບູນ. ຂັ້ນຕອນໃນປັດຈຸບັນແມ່ນແຕກຕ່າງກັນ ນັ້ນກໍຄື ພຽງແຕ່ຫຼັງຈາກທີ່ພຣະທຳຖືກກ່າວຈົນເຖິງເວລາສຸດທ້າຍ ແລະ ພາລະກິດທັງໝົດຂອງພຣະເຈົ້າຈົບລົງ, ພາລະກິດຂອງພຣະອົງຈຶ່ງຈະສຳເລັດ. ໃນລະຫວ່າງຂັ້ນຕອນຂອງພາລະກິດຂອງພຣະເຢຊູ ມີພຣະທຳຫຼາຍຂໍ້ທີ່ຍັງບໍ່ໄດ້ກ່າວເຖິງ ຫຼື ຍັງບໍ່ໄດ້ປະຕິດປະຕໍ່ກັນຢ່າງຄົບຖ້ວນ. ເຖິງຢ່າງໃດກໍຕາມ ພຣະເຢຊູບໍ່ສົນໃຈວ່າພຣະອົງກ່າວຫຍັງ ຫຼື ບໍ່ໄດ້ກ່າວຫຍັງ, ຍ້ອນພັນທະກິດຂອງພຣະອົງບໍ່ແມ່ນພັນທະກິດແຫ່ງພຣະທຳ ແລະ ສະນັ້ນ ຫຼັງຈາກທີ່ພຣະອົງຖືກຄຶງທີ່ໄມ້ກາງແຂນ ພຣະອົງກໍຈາກໄປ. ພາລະກິດຂັ້ນຕອນນັ້ນຫຼັກໆແມ່ນເພື່ອການຖືກຄຶງທີ່ໄມ້ກາງແຂນ ແລະ ບໍ່ເໝືອນກັບຂັ້ນຕອນໃນປັດຈຸບັນ. ພາລະກິດຂັ້ນຕອນນີ້ຫຼັກໆແມ່ນເພື່ອການເຮັດໃຫ້ສຳເລັດ, ການຈັດລະບຽບ ແລະ ການນໍາພາລະກິດທັງໝົດມາເຖິງບົດສະຫຼຸບ. ຖ້າພຣະທໍາບໍ່ໄດ້ຖືກກ່າວອອກຈົນເຖິງເວລາສຸດທ້າຍ ກໍຈະບໍ່ມີທາງຈົບພາລະກິດນີ້ລົງໄດ້, ຍ້ອນໃນພາລະກິດຂັ້ນຕອນນີ້ ທຸກພາລະກິດຖືກນໍາມາເຖິງຈຸດສິ້ນສຸດ ແລະ ສຳເລັດລົງໂດຍໃຊ້ພຣະທຳ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ພຣະອົງຈາກໄປຢ່າງງຽບໆ ແລະ ໃນປັດຈຸບັນກໍມີຫຼາຍຄົນທີ່ຍັງບໍ່ເຂົ້າໃຈພຣະທຳຂອງພຣະອົງ ຜູ້ເຊິ່ງມີຄວາມເຂົ້າໃຈທີ່ຜິດ ແຕ່ພວກເຂົາກໍຍັງເຊື່ອວ່າຖືກຕ້ອງ, ຜູ້ເຊິ່ງບໍ່ຮູ້ຈັກວ່າ ພວກເຂົາຜິດ. ໃນທີ່ສຸດແລ້ວ ຂັ້ນຕອນໃນປັດຈຸບັນນີ້ຈະນໍາພາລະກິດຂອງພຣະເຈົ້າມາສູ່ເວລາສຸດທ້າຍຢ່າງສົມບູນ ແລະ ຈະກຳນົດບົດສະຫຼຸບຂອງພາລະກິດ. ທຸກຄົນຈະຮຽນເຂົ້າໃຈ ແລະ ຮູ້ຈັກແຜນການຄຸ້ມຄອງຂອງພຣະເຈົ້າ. ແນວຄິດທີ່ຢູ່ພາຍໃນມະນຸດ, ເຈດຕະນາຂອງເຂົາ, ຄວາມເຂົ້າໃຈທີ່ຜິດໆຂອງເຂົາຕໍ່ພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ, ທັດສະນະຂອງເຂົາກ່ຽວກັບຄົນຕ່າງຊາດ ແລະ ການອອກນອກທິດນອກທາງ ແລະ ຄວາມຜິດພາດອື່ນໆຂອງເຂົາຈະໄດ້ຮັບການແກ້ໄຂໃຫ້ຖືກຕ້ອງ. ແລ້ວມະນຸດຈະເຂົ້າໃຈເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງທັງໝົດ ແລະ ພາລະກິດທັງໝົດທີ່ພຣະເຈົ້າປະຕິບັດ ແລະ ຄວາມຈິງທັງໝົດ. ເມື່ອສິ່ງນັ້ນເກີດຂຶ້ນ, ພາລະກິດຂັ້ນຕອນນີ້ກໍຈະມາເຖິງຈຸດສິ້ນສຸດ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

5. ພາລະກິດຂອງພຣະເຢໂຮວາແມ່ນການສ້າງແຜ່ນດິນໂລກ, ມັນຄືຈຸດເລີ່ມຕົ້ນ; ພາລະກິດຂັ້ນຕອນນີ້ແມ່ນຈຸດສິ້ນສຸດຂອງພາລະກິດ ແລະ ມັນແມ່ນບົດສະຫຼຸບ. ໃນຕອນເລີ່ມຕົ້ນ, ພາລະກິດຂອງພຣະເຈົ້າຖືກປະຕິບັດທ່າມກາງປະຊາຊົນທີ່ຖືກເລືອກແຫ່ງອິດສະຣາເອັນ ແລະ ມັນແມ່ນຈຸດເລີ່ມຕົ້ນຂອງຍຸກໃໝ່ໃນສະຖານທີ່ສັກສິດທີ່ສຸດ. ພາລະກິດຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນບັນດາປະເທດທີ່ບໍ່ບໍລິສຸດທີ່ສຸດ, ເພື່ອພິພາກສາໂລກ ແລະ ນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ. ໃນຂັ້ນຕອນທຳອິດ, ພາລະກິດຂອງພຣະເຈົ້າຖືກປະຕິບັດໃນສະຖານທີ່ໆສະຫວ່າງທີ່ສຸດ ແລະ ຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນສະຖານທີ່ໆມືດມົນທີ່ສຸດ ແລະ ຄວາມມືດກໍຈະຖືກຂັບໄລ່ອອກໄປ, ກໍ່ໃຫ້ເກີດແສງສະຫວ່າງ ແລະ ທຸກຄົນກໍຈະຖືກເອົາຊະນະ. ໃນຕອນທີ່ຜູ້ຄົນໃນສະຖານທີ່ໆບໍ່ບໍລິສຸດ ແລະ ມືດມົນທີ່ສຸດໄດ້ຖືກເອົາຊະນະ ແລະ ປະຊາກອນທັງໝົດຮັບຮູ້ວ່າ ມີພຣະເຈົ້າ ເຊິ່ງເປັນພຣະອົງທີ່ແທ້ຈິງ ແລະ ທຸກໆຄົນແນ່ໃຈຢ່າງທີ່ສຸດ, ແລ້ວຄວາມຈິງນີ້ກໍຈະຖືກໃຊ້ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງ. ພາລະກິດຂັ້ນຕອນນີ້ເປັນສັນຍາລັກ ນັ້ນກໍຄື ເມື່ອພາລະກິດແຫ່ງຍຸກນີ້ສຳເລັດລົງ, ພາລະກິດແຫ່ງການຄຸ້ມຄອງ 6.000 ປີກໍຈະມາເຖິງຈຸດສິ້ນສຸດຢ່າງສົມບູນ. ເມື່ອທຸກຄົນທີ່ຢູ່ໃນສະຖານທີ່ມືດມົນທີ່ສຸດໄດ້ຖືກເອົາຊະນະ, ແນ່ນອນ ມັນກໍຈະເປັນແບບນັ້ນໃນທີ່ອື່ນໆເຊັ່ນດຽວກັນ. ເມື່ອເປັນແນວນັ້ນ ມີພຽງພາລະກິດແຫ່ງການເອົາຊະນະໃນປະເທດຈີນເທົ່ານັ້ນທີ່ມີຄວາມໝາຍທາງສັນຍາລັກ. ປະເທດຈີນປະກອບດ້ວຍທຸກກຳລັງແຫ່ງຄວາມມືດ ແລະ ປະຊາຊົນຈີນກໍເປັນຕົວແທນໃຫ້ກັບທຸກຄົນທີ່ເປັນຂອງເນື້ອໜັງ, ຂອງຊາຕານ, ຂອງເນື້ອໜັງ ແລະ ເລືອດ. ແມ່ນຄົນຈີນນີ້ເອງທີ່ຖືກມັງກອນໃຫຍ່ເຮັດໃຫ້ເສື່ອມຊາມ, ຜູ້ເຊິ່ງຕໍ່ຕ້ານພຣະເຈົ້າຢ່າງໜັກໜ່ວງ, ຜູ້ເຊິ່ງມີຄວາມເປັນມະນຸດທີ່ຊົ່ວຊ້າ ແລະ ບໍ່ບໍລິສຸດ ແລະ ສະນັ້ນ ພວກເຂົາກໍເປັນແມ່ພິມຂອງບັນດາມະນຸດຊາດທີ່ເສື່ອມຊາມ. ບໍ່ໄດ້ເວົ້າວ່າ ປະເທດອື່ນບໍ່ມີບັນຫາຫຍັງເລີຍ; ແນວຄິດຂອງມະນຸດກໍຄືກັນໝົດ ແລະ ເຖິງແມ່ນວ່າ ປະຊາຊົນໃນປະເທດເຫຼົ່ານີ້ອາດມີຄວາມສາມາດດີ, ຖ້າພວກເຂົາບໍ່ຮູ້ຈັກພຣະເຈົ້າ, ແລ້ວມັນກໍໝາຍຄວາມວ່າ ພວກເຂົາຕໍ່ຕ້ານພຣະເຈົ້າ. ເປັນຫຍັງຊາວຢິວຈຶ່ງຕໍ່ຕ້ານ ແລະ ທ້າທາຍພຣະເຈົ້າເຊັ່ນກັນ? ເປັນຫຍັງພວກຟາລີຊາຍຈຶ່ງຕໍ່ຕ້ານພຣະອົງເຊັ່ນກັນ? ເປັນຫຍັງຢູດາຈຶ່ງທໍລະຍົດພຣະເຢຊູ? ໃນເວລານັ້ນ, ສາວົກຫຼາຍຄົນບໍ່ໄດ້ຮູ້ຈັກພຣະເຢຊູ. ເປັນຫຍັງຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ ແລະ ເປັນຄືນມາແລ້ວ ຜູ້ຄົນກໍຍັງບໍ່ເຊື່ອໃນພຣະອົງອີກ? ຄວາມບໍ່ເຊື່ອຟັງຂອງມະນຸດບໍ່ຄືກັນໝົດເລີຍບໍ? ພຽງແຕ່ວ່າ ປະຊາຊົນຈີນຖືກລົງໂທດໃຫ້ເປັນແບບຢ່າງ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍເປັນແບບຢ່າງ ແລະ ຕົວຢ່າງ ແລະ ຈະເຮັດໜ້າທີ່ເປັນບ່ອນອ້າງອີງໃຫ້ກັບຄົນອື່ນໆ. ເປັນຫຍັງເຮົາຈຶ່ງເວົ້າຢູ່ສະເໝີວ່າ ພວກເຈົ້າເປັນເຄື່ອງປະກອບໃຫ້ກັບແຜນການຄຸ້ມຄອງຂອງເຮົາ? ຢູ່ໃນປະຊາຊົນຈີນນີ້ເອງທີ່ການເສື່ອມຊາມ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ການຕໍ່ຕ້ານ ແລະ ຄວາມກະບົດຖືກສຳແດງອອກຢ່າງຄົບຖ້ວນ ແລະ ຖືກເປີດເຜີຍໃນຮູບແບບຕ່າງໆນາໆ. ໃນອີກແງ່ໜຶ່ງ ພວກເຂົາມີຄວາມສາມາດໜ້ອຍ ແລະ ໃນອີກແງ່ໜຶ່ງ ຊີວິດ ແລະ ແນວຄວາມຄິດຂອງພວກເຂົາກໍລ້າຫຼັງ ແລະ ນິໄສ, ສະພາບແວດລ້ອມທາງສັງຄົມ ແລະ ຄອບຄົວທີ່ໃຫ້ກຳເນີດພວກເຂົາ, ທຸກສິ່ງນັ້ນແມ່ນບໍ່ດີພໍ ແລະ ລ້າຫຼັງທີ່ສຸດ. ສະຖານະຂອງພວກເຂົາກໍຕໍ່າຕ້ອຍເຊັ່ນດຽວກັນ. ພາລະກິດໃນສະຖານທີ່ແຫ່ງນີ້ເປັນສັນຍາລັກ ແລະ ຫຼັງຈາກທີ່ພາລະກິດທົດສອບນີ້ຖືກປະຕິບັດຢ່າງຄົບຖ້ວນ, ພາລະກິດຂອງພຣະອົງທີ່ເກີດຂຶ້ນພາຍຫຼັງກໍຈະດຳເນີນໄປໄດ້ດີກວ່າ. ຖ້າພາລະກິດບາດກ້າວນີ້ສາມາດສຳເລັດໄດ້ ແລ້ວພາລະກິດຕໍ່ມາກໍຈະດຳເນີນໄປຢ່າງແນ່ນອນ. ເມື່ອພາລະກິດບາດກ້າວນີ້ສຳເລັດລົງ, ຄວາມສຳເລັດທີ່ຍິ່ງໃຫຍ່ກໍຈະຖືກບັນລຸຢ່າງສົມບູນ ແລະ ພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງກໍຈະມາເຖິງຈຸດສິ້ນສຸດຢ່າງສົມບູນ. ຕາມຄວາມຈິງແລ້ວ ເມື່ອພາລະກິດທ່າມກາງພວກເຈົ້າປະສົບຜົນສຳເລັດ, ສິ່ງນີ້ກໍເທົ່າກັບຄວາມສຳເລັດທົ່ວຈັກກະວານທັງປວງ. ນີ້ຄືຄວາມໝາຍທີ່ວ່າ ເປັນຫຍັງເຮົາຈຶ່ງໃຫ້ພວກເຈົ້າເຮັດໜ້າທີ່ເປັນແບບຢ່າງ ແລະ ຕົວຢ່າງ. ຄວາມກະບົດ, ການຕໍ່ຕ້ານ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ທຸກສິ່ງແມ່ນພົບໄດ້ໃນຜູ້ຄົນເຫຼົ່ານີ້ ແລະ ຄວາມກະບົດທັງໝົດຂອງມະນຸດຊາດຖືກສຳແດງອອກໃນຕົວຂອງພວກເຂົາ. ພວກເຂົາເປັນບາງສິ່ງບາງຢ່າງແທ້ໆ. ສະນັ້ນ ພວກເຂົາຈຶ່ງຖືກຍົກຂຶ້ນໃຫ້ເປັນຕົວຢ່າງທີ່ດີທີ່ສຸດຂອງການເອົາຊະນະ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍມາເປັນຕົວຢ່າງ ແລະ ແບບຢ່າງໃຫ້ກັບຄົນອື່ນໆຢ່າງທຳມະຊາດ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

6. ບໍ່ມີສິ່ງໃດທີ່ເປັນສັນຍາລັກຫຼາຍກວ່າຂັ້ນຕອນທຳອິດທີ່ຖືກປະຕິບັດໃນອິດສະຣາເອັນ ນັ້ນກໍຄື ຊາວອິດສະຣາເອັນເປັນຄົນທີ່ສັກສຸດທີ່ສຸດ ແລະ ເສື່ອມຊາມໜ້ອຍທີ່ສຸດໃນຜູ້ຄົນທັງໝົດ ແລະ ສະນັ້ນ ຈຸດເລີ່ມຕົ້ນຂອງຍຸກໃໝ່ໃນດິນແດນນີ້ກໍມີຄວາມໝາຍຫຼາຍທີ່ສຸດ. ສາມາດເວົ້າໄດ້ວ່າ ບັນພະບຸລຸດຂອງມະນຸດຊາດແມ່ນມາຈາກອິດສະຣາເອັນ ແລະ ອິດສະຣາເອັນແມ່ນຈຸດກຳເນີດແຫ່ງພາລະກິດຂອງພຣະເຈົ້າ. ໃນຕອນເລີ່ມຕົ້ນ, ຄົນເຫຼົ່ານີ້ສັກສິດທີ່ສຸດ ແລະ ພວກເຂົາທັງໝົດກໍນະມັດສະການພຣະເຢໂຮວາ ແລະ ພາລະກິດຂອງພຣະເຈົ້າທີ່ຢູ່ໃນພວກເຂົາກໍສາມາດເກີດຜົນທີ່ຍິ່ງໃຫຍ່ທີ່ສຸດ. ພຣະຄຳພີທັງໝົດບັນທຶກພາລະກິດຂອງສອງຍຸກ ນັ້ນກໍຄື ໜຶ່ງແມ່ນພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ອີກຢ່າງໜຶ່ງແມ່ນພາລະກິດໃນຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກພຣະທຳຂອງພຣະເຢໂຮວາທີ່ມີຕໍ່ຊາວອິດສະຣາເອັນ ແລະ ພາລະກິດຂອງພຣະອົງທີ່ຢູ່ໃນອິດສະຣາເອັນ; ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູທີ່ຢູ່ໃນຢູດາຍ. ແຕ່ເປັນຫຍັງພຣະຄຳພີຈຶ່ງບໍ່ມີຊື່ຈີນເລີຍ? ເພາະວ່າສອງສ່ວນທຳອິດຂອງພາລະກິດຂອງພຣະເຈົ້າຖືກປະຕິບັດໃນອິດສະຣາເອັນ, ເພາະປະຊາຊົນອິດສະຣາເອັນແມ່ນຄົນທີ່ຖືກເລືອກ, ເຊິ່ງເວົ້າໄດ້ວ່າ ພວກເຂົາແມ່ນຄົນທຳອິດທີ່ຍອມຮັບພາລະກິດຂອງພຣະເຢໂຮວາ. ພວກເຂົາເປັນຄົນທີ່ເສື່ອມຊາມໜ້ອຍທີ່ສຸດໃນບັນດາມະນຸດຊາດ ແລະ ໃນຕອນເລີ່ມຕົ້ນນັ້ນ ພວກເຂົາກໍມີຈິດໃຈທີ່ນັບຖືພຣະເຈົ້າ ແລະ ເຄົາລົບພຣະອົງ. ພວກເຂົາເຊື່ອຟັງພຣະທຳຂອງພຣະເຢໂຮວາ ແລະ ຮັບໃຊ້ໃນພຣະວິນຍານຢູ່ຕະຫຼອດເວລາ ແລະ ນຸ່ງເສື້ອຄຸມ ຫຼື ສວມມົງກຸດຂອງປະໂລຫິດ. ພວກເຂົາແມ່ນຄົນກຸ່ມທຳອິດທີ່ນະມັດສະການພຣະເຈົ້າ ແລະ ເປັນເຄື່ອງມືທຳອິດໃນພາລະກິດຂອງພຣະເຈົ້າ. ຄົນເຫຼົ່ານີ້ເປັນຕົວຢ່າງ ແລະ ແບບຢ່າງໃຫ້ກັບມວນມະນຸດຊາດ. ພວກເຂົາເປັນຕົວຢ່າງ ແລະ ແບບຢ່າງຂອງຄວາມບໍລິສຸດ ແລະ ຄວາມຊອບທຳ. ຄົນແບບ ໂຢບ, ໂລດ ຫຼື ເປໂຕ ແລະ ທິໂມທຽວ, ພວກເຂົາເປັນຊາວອິດສະຣາເອັນ ແລະ ເປັນຕົວຢ່າງ ແລະ ແບບຢ່າງທີ່ສັກສິດທີ່ສຸດ. ອິດສະຣາເອັນເປັນປະເທດທຳອິດທີ່ນະມັດສະການພຣະເຈົ້າທ່າມກາງມະນຸດຊາດ ແລະ ມີຄົນທີ່ຊອບທຳມາຈາກທີ່ນີ້ຫຼາຍກວ່າຈາກບ່ອນອື່ນ. ພຣະເຈົ້າປະຕິບັດພາລະກິດໃນພວກເຂົາ ເພື່ອພຣະອົງຈະສາມາດຄຸ້ມຄອງມະນຸດທົ່ວດິນແດນໄດ້ດີຂຶ້ນໃນອະນາຄົດ. ຄວາມສຳເລັດຂອງພວກເຂົາ ແລະ ຄວາມຊອບທຳໃນການນະມັດສະການພຣະເຢໂຮວາຂອງພວກເຂົາໄດ້ຖືກບັນທຶກໄວ້ ເພື່ອພວກເຂົາຈະສາມາດເຮັດໜ້າທີ່ເປັນຕົວຢ່າງ ແລະ ແບບຢ່າງໃຫ້ກັບຜູ້ຄົນທີ່ຢູ່ນອກອິດສະຣາເອັນໃນລະຫວ່າງຍຸກແຫ່ງພຣະຄຸນ; ແລ້ວການກະທຳຂອງພວກເຂົາກໍໄດ້ຄໍ້າຊູພາລະກິດເປັນເວລາຫຼາຍພັນປີ ຈົນມາເຖິງປັດຈຸບັນ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

7. ຍຸກແຫ່ງພຣະຄຸນເລີ່ມຕົ້ນດ້ວຍພຣະນາມຂອງພຣະເຢຊູ. ເມື່ອພຣະເຢຊູເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະວິນຍານບໍລິສຸດກໍເລີ່ມຕົ້ນເປັນພະຍານໃຫ້ກັບພຣະນາມຂອງພຣະເຢຊູ ແລະ ພຣະນາມຂອງພຣະເຢໂຮວາແມ່ນບໍ່ໄດ້ກ່າວເຖິງອີກຕໍ່ໄປ; ກົງກັນຂ້າມ, ພຣະວິນຍານບໍລິສຸດໄດ້ຮັບພາລະກິດໃໝ່ພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄຳພະຍານຂອງຄົນທີ່ເຊື່ອໃນພຣະອົງແມ່ນສຳລັບພຣະເຢຊູຄຣິດ ແລະ ພາລະກິດທີ່ພວກເຂົາກະທຳກໍແມ່ນເພື່ອພຣະເຢຊູຄຣິດ. ການສິ້ນສຸດຂອງພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດໝາຍຄວາມວ່າ ພາລະກິດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກນັ້ນໄດ້ສິ້ນສຸດລົງແລ້ວ. ຕັ້ງແຕ່ນີ້ເປັນຕົ້ນໄປ ພຣະນາມຂອງພຣະເຈົ້າກໍຈະບໍ່ແມ່ນພຣະເຢໂຮວາອີກຕໍ່ໄປ; ກົງກັນຂ້າມ ພຣະອົງຈະຖືກເອີ້ນວ່າ ພຣະເຢຊູ ແລະ ຈາກນີ້ເປັນຕົ້ນໄປ ພຣະວິນຍານບໍລິສຸດກໍເລີ່ມຕົ້ນພາລະກິດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ສະນັ້ນ ໃນປັດຈຸບັນ, ມະນຸດທີ່ຍັງກິນ ແລະ ດື່ມພຣະທຳຂອງພຣະເຢໂຮວາ ແລະ ຍັງຄົງປະຕິບັດທຸກສິ່ງຕາມພາລະກິດໃນຍຸກແຫ່ງພຣະບັນຍັດ, ເຈົ້າບໍ່ໄດ້ຫຼຼັບຫູຫຼັບຕາປະຕິບັດຕາມກົດລະບຽບໃນນີ້ບໍ? ເຈົ້າບໍ່ໄດ້ຍຶດຕິດຢູ່ໃນອະດີດບໍ? ບັດນີ້ ພວກເຈົ້າຮູ້ວ່າ ຍຸກສຸດທ້າຍໄດ້ມາເຖິງແລ້ວ. ເປັນໄປໄດ້ບໍ່ວ່າ ເມື່ອພຣະເຢຊູກັບມາ, ພຣະອົງຍັງຈະຖືກເອີ້ນວ່າ ພຣະເຢຊູ? ພຣະເຢໂຮວາບອກກັບປະຊາຊົນອິດສະຣາເອັນວ່າ ພຣະເມຊີອາຈະກັບມາ ແລະ ເຖິງຢ່າງໃດກໍຕາມ ເມື່ອພຣະອົງກັບມາ ພຣະອົງກໍຈະບໍ່ຖືກເອີ້ນວ່າ ພຣະເມຊີອາ ແຕ່ແມ່ນພຣະເຢຊູ. ພຣະເຢຊູກ່າວວ່າ ພຣະອົງຈະກັບມາອີກຄັ້ງ ແລະ ພຣະອົງຈະມາເໝືອນກັບທີ່ພຣະອົງໄດ້ຈາກໄປ. ສິ່ງເຫຼົ່ານີ້ແມ່ນພຣະທຳຂອງພຣະເຢຊູ, ແຕ່ເຈົ້າໄດ້ເຫັນເຖິງວິທີທີ່ພຣະເຢຊູຈາກໄປບໍ? ພຣະເຢຊູຈາກໄປໂດຍຂີ່ເມກສີຂາວ, ແຕ່ເປັນໄປໄດ້ບໍວ່າ ພຣະອົງຈະກັບຄືນມາທ່າມກາງມະນຸດເທິງເມກສີຂາວ? ຖ້າເປັນແບບນັ້ນ, ພຣະອົງກໍຈະບໍ່ຖືກເອີ້ນວ່າ ພຣະເຢຊູອີກຢູ່ບໍ? ເມື່ອພຣະເຢຊູກັບມາອີກຄັ້ງ, ຍຸກກໍຈະຖືກປ່ຽນແປງແລ້ວ, ສະນັ້ນ ພຣະອົງຍັງຈະຖືກເອີ້ນວ່າ ພຣະເຢຊູໄດ້ແນວໃດ? ເປັນຍ້ອນວ່າ ພຣະເຈົ້າສາມາດຮູ້ຈັກພຽງແຕ່ໃນນາມຂອງພຣະເຢຊູເທົ່ານັ້ນບໍ? ພຣະອົງບໍ່ສາມາດຖືກເອີ້ນໂດຍພຣະນາມອື່ນໃນຍຸກໃໝ່ບໍ? ລັກສະນະຂອງບຸກຄົນໜຶ່ງ ແລະ ຊື່ຂອງບຸກຄົນໃດໜຶ່ງສາມາດເປັນຕົວແທນທັງໝົດໃຫ້ກັບພຣະເຈົ້າໄດ້ບໍ? ໃນແຕ່ລະຍຸກ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ແລະ ຖືກເອີ້ນໂດຍພຣະນາມໃໝ່; ພຣະອົງຈະສາມາດປະຕິບັດພາລະກິດເກົ່າໆໃນຍຸກທີ່ແຕກຕ່າງກັນໄດ້ແນວໃດ? ພຣະອົງຈະຍຶດຕິດກັບສິ່ງເກົ່າໄດ້ແນວໃດ? ພຣະນາມຂອງພຣະເຢຊູແມ່ນຖືກໃຊ້ ໂດຍເຫັນແກ່ພາລະກິດແຫ່ງການໄຖ່ບາບ, ສະນັ້ນ ພຣະອົງຍັງຈະຖືກເອີ້ນໂດຍພຣະນາມເດີມເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍນີ້ບໍ? ພຣະອົງຍັງຈະປະຕິບັດພາລະກິດແຫ່ງການໄຖ່ບາບອີກບໍ? ເປັນຫຍັງພຣະເຢໂຮວາ ແລະ ພຣະເຢຊູທີ່ເປັນໜຶ່ງດຽວກັນ, ແຕ່ພຣະອົງທັງສອງພັດຖືກເອີ້ນຊື່ຕ່າງກັນໃນຍຸກທີ່ແຕກຕ່າງກັນ? ບໍ່ແມ່ນຍ້ອນຍຸກແຫ່ງພາລະກິດຂອງພຣະອົງທັງສອງແຕກຕ່າງກັນບໍ? ພຣະນາມດຽວຈະສາມາດເປັນຕົວແທນທັງໝົດໃຫ້ກັບພຣະອົງໄດ້ແນວໃດ? ຖ້າເປັນແບບນັ້ນ, ພຣະເຈົ້າກໍຕ້ອງຖືກເອີ້ນຫຼາຍຊື່ທີ່ແຕກຕ່າງກັນຕາມແຕ່ລະຍຸກທີ່ແຕກຕ່າງ ແລະ ຕ້ອງໃຊ້ພຣະນາມເພື່ອປ່ຽນແປງຍຸກ ແລະ ເປັນຕົວແທນໃຫ້ກັບຍຸກດັ່ງກ່າວ. ຍ້ອນບໍ່ມີພຣະນາມໃດໜຶ່ງສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງຢ່າງສົມບູນໄດ້ ແລະ ພຣະນາມແຕ່ລະຢ່າງກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບລັກສະນະຊົ່ວຄາວຂອງອຸປະນິໄສຂອງພຣະເຈົ້າໃນຍຸກທີ່ຖືກກຳນົດໄວ້ເທົ່ານັ້ນ; ທຸກສິ່ງທີ່ຕ້ອງເຮັດກໍຄືການເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງ. ສະນັ້ນ, ພຣະເຈົ້າສາມາດເລືອກພຣະນາມໃດກໍຕາມທີ່ເໝາະສົມກັບອຸປະນິໄສຂອງພຣະອົງເພື່ອແທນໃຫ້ກັບຍຸກທັງໝົດ. ບໍ່ວ່າມັນຈະເປັນຍຸກຂອງພຣະເຢໂຮວາ ຫຼື ຍຸກຂອງພຣະເຢຊູ, ແຕ່ລະຍຸກກໍມີພຣະນາມໃດໜຶ່ງເປັນຕົວແທນຂອງຍຸກ. ໃນເວລາສຸດທ້າຍຂອງຍຸກແຫ່ງພຣະຄຸນ, ເຊິ່ງເປັນການເລີ່ມເປີດຍຸກສຸດທ້າຍຂຶ້ນ. ຕອນນັ້ນພຣະເຢຊູແມ່ນໄດ້ຜ່ານໄປແລ້ວ. ແລ້ວພຣະອົງຍັງຈະຖືກເອີ້ນວ່າພຣະເຢຊູໄດ້ແນວໃດ? ພຣະອົງຍັງຈະປາກົດຕົວໃນຮູບຮ່າງຂອງພຣະເຢຊູທ່າມກາງມະນຸດໄດ້ແນວໃດ? ເຈົ້າລືມໄປແລ້ວບໍວ່າ ພຣະເຢຊູເປັນພຽງປະຊາຊົນຂອງເມືອງນາຊາເຣັດ? ເຈົ້າລືມໄປແລ້ວບໍວ່າ ພຣະເຢຊູເປັນພຽງພຣະຜູ້ໄຖ່ຂອງມະນຸດຊາດເທົ່ານັ້ນ? ພຣະອົງຈະສາມາດຮັບພາລະກິດແຫ່ງການເອົາຊະນະ ແລະ ເຮັດໃຫ້ມະນຸດສົມບູນໃນຍຸກສຸດທ້າຍໄດ້ແນວໃດ?

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

8. ແຕ່ລະຄັ້ງທີ່ພຣະເຢຊູສະເດັດມາສູ່ແຜ່ນດິນໂລກ, ພຣະອົງປ່ຽນພຣະນາມຂອງພຣະອົງ, ເພດຂອງພຣະອົງ, ລັກສະນະຂອງພຣະອົງ ແລະ ພາລະກິດຂອງພຣະອົງ; ພຣະອົງບໍ່ເຮັດຊໍ້າພາລະກິດຂອງພຣະອົງ. ພຣະອົງເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ເມື່ອພຣະອົງມາກ່ອນໜ້ານີ້, ພຣະອົງຖືກເອີ້ນວ່າ ພຣະເຢຊູ; ແລ້ວພຣະອົງຈະຍັງສາມາດຖືກເອີ້ນວ່າ ພຣະເຢຊູ ໃນການສະເດັດມາຂອງພຣະອົງໃນຄັ້ງນີ້ໄດ້ບໍ? ເມື່ອພຣະອົງມາກ່ອນໜ້ານີ້, ພຣະອົງເປັນຜູ້ຊາຍ; ແລ້ວພຣະອົງຈະສາມາດເປັນຜູ້ຊາຍໃນເທື່ອນີ້ໄດ້ອີກບໍ? ພາລະກິດຂອງພຣະອົງໃນເວລາທີ່ພຣະອົງສະເດັດມາໃນລະຫວ່າງຍຸກແຫ່ງພຣະຄຸນນັ້ນ ແມ່ນການຖືກຄຶງເທິງໄມ້ກາງແຂນ; ເມື່ອພຣະອົງສະເດັດມາອີກຄັ້ງ, ພຣະອົງຈະຍັງໄຖ່ມະນຸດຊາດອອກຈາກຄວາມຜິດບາບບໍ? ພຣະອົງຈະຖືກຄຶງເທິງໄມ້ກາງແຂນອີກຄັ້ງບໍ? ແລ້ວນັ້ນຈະບໍ່ເປັນການເຮັດຊໍ້າພາລະກິດຂອງພຣະອົງບໍ? ເຈົ້າບໍ່ຮູ້ບໍວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ? ມີຄົນເວົ້າວ່າ ພຣະເຈົ້າບໍ່ສາມາດປ່ຽນແປງໄດ້, ສິ່ງນັ້ນແມ່ນຖືກຕ້ອງ, ແຕ່ມັນໝາຍເຖິງການບໍ່ປ່ຽນແປງຂອງອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງ. ການປ່ຽນແປງຊື່ ແລະ ພາລະກິດຂອງພຣະອົງ ບໍ່ໄດ້ໝາຍຄວາມວ່າ ທາດແທ້ຂອງພຣະອົງໄດ້ປ່ຽນໄປ; ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າກໍຍັງເປັນພຣະເຈົ້າຢູ່ສະເໝີ ແລະ ສິ່ງນີ້ຈະບໍ່ປ່ຽນແປງຈັກເທື່ອ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະເຈົ້າບໍ່ປ່ຽນແປງ, ແລ້ວພຣະອົງຈະສາມາດສຳເລັດແຜນການຄຸ້ມຄອງຫົກພັນປີຂອງພຣະອົງໄດ້ບໍ? ເຈົ້າຮູ້ແຕ່ວ່າພຣະເຈົ້າບໍ່ປຽນແປງຕະຫຼອດໄປ, ແຕ່ເຈົ້າຮູ້ບໍວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ? ຖ້າພາລະກິດຂອງພຣະເຈົ້າບໍ່ປ່ຽນແປງ, ແລ້ວພຣະອົງຈະນໍາພາມະນຸດຊາດທັງໝົດມາເຖິງປັດຈຸບັນໄດ້ແນວໃດ? ຖ້າພຣະເຈົ້າບໍ່ປ່ຽນແປງ, ແລ້ວເປັນຫຍັງພຣະອົງຈຶ່ງສຳເລັດພາລະກິດຂອງສອງຍຸກໄດ້? ພາລະກິດຂອງພຣະອົງບໍ່ເຄີຍຢຸດກ້າວໄປຂ້າງໜ້າ, ເຊິ່ງເວົ້າໄດ້ວ່າ ອຸປະນິໄສຂອງພຣະອົງຖືກເປີດເຜີຍໃຫ້ກັບມະນຸດເທື່ອລະໜ້ອຍ ແລະ ສິ່ງທີ່ຖືກເປີດເຜີຍແມ່ນອຸປະນິໄສໂດຍທຳມະຊາດຂອງພຣະອົງ. ໃນຕອນເລີ່ມຕົ້ນ, ອຸປະນິໄສຂອງພຣະອົງຖືກເຊື່ອງຊ້ອນຈາກມະນຸດ, ພຣະອົງບໍ່ເຄີຍເປີດເຜີຍອຸປະນິໄສຂອງພຣະອົງໃຫ້ມະນຸດເຫັນຈັກເທື່ອ ແລະ ມະນຸດບໍ່ມີຄວາມຮູ້ກ່ຽວກັບພຣະອົງເລີຍ. ດ້ວຍເຫດນີ້, ພຣະອົງຈຶ່ງໃຊ້ພາລະກິດຂອງພຣະອົງເພື່ອເປີດເຜີຍອຸປະນິໄສຂອງພຣະອົງໃຫ້ກັບມະນຸດເທື່ອລະໜ້ອຍ, ແຕ່ການປະຕິບັດພາລະກິດໃນລັກສະນະນີ້ບໍ່ໄດ້ໝາຍຄວາມວ່າ ອຸປະນິໄສຂອງພຣະເຈົ້າຈະປ່ຽນໄປໃນແຕ່ລະຍຸກ. ມັນບໍ່ແມ່ນກໍລະນີທີ່ວ່າ ອຸປະນິໄສຂອງພຣະເຈົ້າປ່ຽນແປງຢູ່ຕະຫຼອດ ຍ້ອນວ່າ ຄວາມປະສົງຂອງພຣະອົງປ່ຽນແປງຢູ່ສະເໝີ. ກົງກັນຂ້າມ, ມັນເປັນຍ້ອນວ່າ ຍຸກແຫ່ງພາລະກິດຂອງພຣະອົງແຕກຕ່າງກັນ, ພຣະເຈົ້ານໍາອຸປະນິໄສໂດຍທຳມະຊາດຂອງພຣະອົງທັງໝົດ ແລະ ເປີດເຜີຍສິ່ງນັ້ນໃຫ້ມະນຸດເຫັນເທື່ອລະຂັ້ນຕອນ, ເພື່ອມະນຸດຈະໄດ້ຮູ້ຈັກພຣະອົງ. ແຕ່ສິ່ງນີ້ກໍບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າບໍ່ໄດ້ມີອຸປະນິໄສໂດຍສະເພາະ ມາແຕ່ດັ່ງເດີມ ຫຼືວ່າ ອຸປະນິໄສຂອງພຣະອົງໄດ້ປ່ຽນໄປຕາມຍຸກສະໄໝ, ການເຂົ້າໃຈແບບນັ້ນແມ່ນເປັນການເຂົ້ິາໃຈຜິດ. ພຣະເຈົ້າ ເປີດເຜີຍອຸປະນິໄສໂດຍທຳມະຊາດ ແລະ ສະເພາະຂອງພຣະອົງໃຫ້ກັບມະນຸດ ນັ້ນກໍຄື ສິ່ງທີ່ພຣະອົງ ເປັນຕາມຍຸກຕ່າງໆທີ່ຜ່ານໄປ; ພາລະກິດຂອງແຕ່ລະຍຸກ ບໍ່ສາມາດສຳແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າໄດ້. ດ້ວຍເຫດນັ້ນ ພຣະທຳທີ່ວ່າ “ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ” ກໍໝາຍເຖິງພາລະກິດຂອງພຣະອົງ ແລະ ພຣະທຳທີ່ວ່າ “ພຣະເຈົ້າບໍ່ປ່ຽນແປງ” ກໍໝາຍເຖິງສິ່ງທີ່ພຣະເຈົ້າມີ ແລະ ເປັນໂດຍທຳມະຊາດ. ຢ່າງໃດກໍຕາມ ເຈົ້າບໍ່ສາມາດເຮັດໃຫ້ພາລະກິດຫົກພັນປີຂຶ້ນຢູ່ກັບຈຸດໜຶ່ງດຽວ ຫຼື ຈຳກັດມັນດ້ວຍຄຳເວົ້າທີ່ຕາຍແລ້ວ. ສິ່ງດັ່ງກ່າວເປັນຄວາມໂງ່ຈ້າຂອງມະນຸດ. ພຣະເຈົ້າບໍ່ໄດ້ງ່າຍຕາມທີ່ມະນຸດຈິນຕະນາການ ແລະ ພາລະກິດຂອງພຣະອົງກໍບໍ່ໄດ້ຄ້າງຢູ່ໃນຍຸກໃດໜຶ່ງ. ຕົວຢ່າງ ພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບພຣະນາມຂອງພຣະເຈົ້າຕະຫຼອດໄປ; ພຣະເຈົ້າສາມາດປະຕິບັດພາລະກິດຂອງພຣະອົງພາຍໃຕ້ພຣະນາມຂອງພຣະເຢຊູເຊັ່ນດຽວກັນ. ສິ່ງນີ້ສະແດງໃຫ້ເຫັນວ່າ ພາລະກິດຂອງພຣະເຈົ້າເຄື່ອນໄຫວໄປຂ້າງໜ້າສະເໝີ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

9. ພຣະເຈົ້າກໍເປັນພຣະເຈົ້າຢູ່ສະເໝີ ແລະ ຈະບໍ່ກາຍມາເປັນຊາຕານຈັກເທື່ອ; ຊາຕານກໍເປັນຊາຕານຢູ່ສະເໝີ ແລະ ຈະບໍ່ກາຍມາເປັນພຣະເຈົ້າຈັກເທື່ອ. ສະຕິປັນຍາຂອງພຣະເຈົ້າ, ຄວາມອັດສະຈັນຂອງພຣະເຈົ້າ, ຄວາມຊອບທຳຂອງພຣະເຈົ້າ ແລະ ຄວາມຫງ່າງາມຂອງພຣະເຈົ້າຈະບໍ່ປ່ຽນແປງຈັກເທື່ອ. ທາດແທ້ຂອງພຣະອົງ, ສິ່ງທີ່ພຣະອົງມີ ແລະ ເປັນຈະບໍ່ປ່ຽນແປງຈັກເທື່ອ. ແຕ່ວ່າ ສຳລັບພາລະກິດຂອງພຣະອົງແລ້ວ ແມ່ນພັດທະນາໄປຂ້າງໜ້າຢູ່ສະເໝີ ແລະ ລົງເລິກເຂົ້າໄປເລື້ອຍໆ ຍ້ອນວ່າ ພຣະອົງໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ໃນແຕ່ລະຍຸກພຣະເຈົ້ານໍາໃຊ້ພຣະນາມໃໝ່, ໃນແຕ່ລະຍຸກພຣະອົງປະຕິບັດພາລະກິດໃໝ່ ແລະ ໃນແຕ່ລະຍຸກພຣະອົງຍອມໃຫ້ສິ່ງຊົງສ້າງຂອງພຣະອົງເຫັນເຖິງຄວາມປະສົງໃໝ່ ແລະ ອຸປະນິໄສໃໝ່ຂອງພຣະອົງ. ໃນຍຸກໃໝ່ນັ້ນ ຖ້າຜູ້ຄົນບໍ່ສາມາດເຫັນເຖິງການສຳແດງອອກແຫ່ງອຸປະນິໄສໃໝ່ຂອງພຣະເຈົ້າ, ພວກເຂົາຈະບໍ່ຄຶງພຣະອົງເທິງໄມ້ກາງແຂນຕະຫຼອດໄປບໍ? ແລ້ວການເຮັດແບບນັ້ນ, ພວກເຂົາຈະບໍ່ຄັດຄ້ານພຣະເຈົ້າບໍ?

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

10. ໃນພາລະກິດສຸດທ້າຍຂອງການສິ້ນສຸດຍຸກຂອງພຣະອົງ, ອຸປະນິໄສຂອງພຣະອົງແມ່ນການຂ້ຽນຕີ ແລະ ການພິພາກສາ ເຊິ່ງພຣະອົງເປີດເຜີຍທຸກສິ່ງທີ່ບໍ່ຊອບທໍາ ເພື່ອພິພາກສາທຸກຄົນຢ່າງເປີດເຜີຍ ແລະ ເພື່ອເຮັດໃຫ້ຄົນທີ່ຮັກພຣະອົງດ້ວຍຈິງໃຈສົມບູນແບບ. ພຽງການກະທໍາແບບນີ້ເທົ່ານັ້ນທີ່ສາມາດນໍາການສິ້ນສຸດມາສູ່ຍຸກໄດ້. ຍຸກສຸດທ້າຍໄດ້ມາເຖິງແລ້ວ. ສັບພະທຸກສິ່ງໃນການຊົງສ້າງຈະຖືກຈັດແບ່ງອອກຕາມປະເພດຂອງພວກເຂົາ ແລະ ແບ່ງແຕ່ລະປະເພດອອກອີງຕາມທໍາມະຊາດຂອງພວກເຂົາ. ນີ້ແມ່ນຊ່ວງເວລາທີ່ພຣະເຈົ້າເປີດເຜີຍຜົນສະຫຼຸບທີ່ມະນຸດຈະໄດ້ຮັບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ຖ້າຜູ້ຄົນບໍ່ໄດ້ຜ່ານການຂ້ຽນຕີ ແລະ ການພິພາກສາ ແລ້ວກໍຈະບໍ່ມີທາງເປີດເຜີຍຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ຊອບທຳຂອງພວກເຂົາໄດ້. ພຽງແຕ່ຜ່ານການຂ້ຽນຕີ ແລະ ການພິພາກສາເທົ່ານັ້ນຈຶ່ງຈະສາມາດເປີດເຜີຍຜົນຕາມມາຂອງການສ້າງສັບພະສິ່ງ. ມະນຸດພຽງແຕ່ສະແດງທາດແທ້ຂອງເຂົາເມື່ອເຂົາຖືກຂ້ຽນຕີ ແລະ ຖືກພິພາກສາ. ຄົນຊົ່ວຮ້າຍຈະຖືກຈັດໄວ້ຢູ່ນໍາຄົນຊົ່ວຮ້າຍ, ຄົນດີໄວ້ກັບຄົນດີ ແລະ ມະນຸດທຸກຄົນຈະຖືກຈັດແບ່ງຕາມປະເພດຂອງພວກເຂົາ. ຜົນຕາມມາຂອງການຊົງສ້າງຈະຖືກເປີດເຜີຍຜ່ານການຂ້ຽນຕີ ແລະ ການພິພາກສາ ເພື່ອຄົນຊົ່ວຮ້າຍຈະຖືກລົງໂທດ ແລະ ຄົນດີຈະໄດ້ຮັບລາງວັນ ແລະ ທຸກຄົນຈະໄດ້ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ພາລະກິດທັງໝົດນີ້ຕ້ອງຖືກເຮັດໃຫ້ສຳເລັດຜ່ານການຂ້ຽນຕີ ແລະ ພິພາກສາຢ່າງຊອບທຳ. ເນື່ອງຈາກຄວາມເສື່ອມຊາມຂອງມະນຸດໄດ້ເຖິງຂັ້ນຮ້າຍແຮງທີ່ສຸດ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົານັ້ນຮ້າຍແຮງຢ່າງລົ້ນເຫຼືອ, ມີພຽງແຕ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ປະກອບດ້ວຍການຂ້ຽນຕີ ແລະ ການພິພາກສາເປັນສ່ວນໃຫຍ່ ທີ່ຖືກເປີດເຜີຍໃນຍຸກສຸດທ້າຍຈຶ່ງສາມາດປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນແບບຢ່າງແທ້ຈິງໄດ້. ມີພຽງອຸປະນິໄສນີ້ເທົ່ານັ້ນທີ່ສາມາດເປີດເຜີຍຄົນຊົ່ວຮ້າຍ ແລະ ລົງໂທດຄົນທີ່ບໍ່ຊອບທຳທຸກຄົນຢ່າງຮຸນແຮງໄດ້. ສະນັ້ນ, ອຸປະນິໄສດັ່ງກ່າວແມ່ນເຕັມໄປດ້ວຍຄວາມໝາຍພຽງຊົ່ວຄາວ ແລະ ການເປີດເຜີຍ ແລະ ການສະແດງເຖິງອຸປະນິໄສຂອງພຣະອົງກໍຖືກເຮັດໃຫ້ແຈ່ມແຈ້ງເພື່ອພາລະກິດຂອງແຕ່ລະຍຸກ. ບໍ່ແມ່ນວ່າ ພຣະເຈົ້າເປີດເຜີຍອຸປະນິໄສຂອງພຣະອົງຕາມອຳເພີໃຈ ແລະ ປາສະຈາກຄວາມໝາຍ. ລອງສົມມຸດວ່າ ໃນການເປີດເຜີຍຜົນໄດ້ຮັບຂອງມະນຸດໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຍັງຄົງປະທານຄວາມເມດຕາ ແລະ ຄວາມຮັກຢ່າງບໍ່ໝົດສິ້ນ ແລະ ສືບຕໍ່ຮັກເຂົາ, ບໍ່ເຮັດໃຫ້ມະນຸດປະສົບກັບການພິພາກສາທີ່ຊອບທຳ ແຕ່ກົງກັນຂ້າມ ພຣະອົງສະແດງໃຫ້ມະນຸດເຫັນເຖິງຄວາມອົດກັ້ນ, ອົດທົນ ແລະ ການອະໄພໂທດ ແລະ ການຍົກໂທດໃຫ້ກັບມະນຸດ ບໍ່ວ່າຄວາມຜິດບາບຂອງເຂົາຈະຮ້າຍແຮງສຳໃດກໍຕາມ, ບໍມີແມ່ນແຕ່ເສດສ່ວນຂອງການພິພາກສາທີ່ຊອບທຳ, ແລ້ວເມື່ອໃດການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຈະນໍາມາສູ່ການສິ້ນສຸດ? ເມື່ອໃດອຸປະນິໄສແບບນີ້ຈຶ່ງຈະສາມາດນໍາຜູ້ຄົນໄປສູ່ຈຸດໝາຍປາຍທາງທີ່ເໝາະສົມຂອງມະນຸດຊາດ? ລອງຍົກຕົວຢ່າງ ຜູ້ພິພາກສາທີ່ເຕັມໄປດ້ວຍຄວາມຮັກຢູ່ສະເໝີ, ຜູ້ພິພາກສາທີ່ມີໃບໜ້າເມດຕາ ແລະ ຫົວໃຈອ່ອນໂຍນ. ຜູ້ພິພາກສາທີ່ຮັກຜູ້ຄົນ ໂດຍບໍ່ສົນໃຈວ່າ ພວກເຂົາໄດ້ກໍ່ອາຊະຍາກຳຫຍັງກໍຕາມ ແລະ ຜູ້ພິພາກສາທີ່ເຕັມໄປດ້ວຍຄວາມຮັກ ແລະ ປ້ອງກັນຄົນກະທໍາຜິດໂດຍບໍ່ສົນວ່າພວກເຂົາເປັນໃຜ. ໃນກໍລະນີນີ້, ເມື່ອໃດຜູ້ພິພາກສາດັ່ງກ່າວຈະສາມາດໃຫ້ຄຳຕັດສິນຢ່າງຍຸຕິທຳໄດ້. ໃນລະຫວ່າງຍຸກສຸດທ້າຍ ມີພຽງການພິພາກສາທີ່ຊອບທຳເທົ່ານັ້ນສາມາດຈັດແບ່ງມະນຸດຕາມປະເພດຂອງພວກເຂົາ ແລະ ນໍາເອົາມະນຸດເຂົ້າສູ່ໂລກໃໝ່. ດ້ວຍວິທີນີ້ ຍຸກທັງໝົດຈະຖືກນໍາມາສູ່ການສິ້ນສຸດ ຜ່ານອຸປະນິໄສທີ່ຊອບທຳແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

11. ພາລະກິດຂອງພຣະເຈົ້າຕະຫຼອດການຄຸ້ມຄອງທັງໝົດຂອງພຣະອົງແມ່ນຊັດເຈນຢ່າງສົມບູນ ນັ້ນກໍຄື: ຍຸກແຫ່ງພຣະຄຸນແມ່ນຍຸກແຫ່ງພຣະຄຸນ ແລະ ຍຸກສຸດທ້າຍກໍແມ່ນຍຸກສຸດທ້າຍ. ມີຄວາມແຕກຕ່າງຢ່າງຊັດເຈນລະຫວ່າງແຕ່ລະຍຸກ, ຍ້ອນໃນແຕ່ລະຍຸກນັ້ນ ພຣະເຈົ້າປະຕິບັດພາລະກິດເປັນຕົວແທນຂອງຍຸກນັ້ນໆ. ເພື່ອໃຫ້ພາລະກິດແຫ່ງຍຸກສຸດທ້າຍນັ້ນສຳເລັດລົງ, ຈຳເປັນຕ້ອງມີການເຜົາໄໝ້, ການພິພາກພາກ, ການຂ້ຽນຕີ, ຄວາມໂກດຮ້າຍ ແລະ ການທຳລາຍລ້າງເພື່ອນໍາຍຸກໄປສູ່ຈຸດສິ້ນສຸດ, ຍຸກສຸດທ້າຍໝາຍເຖິງຊ່ວງເວລາສຸດທ້າຍ. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຈະບໍ່ນໍາຍຸກນັ້ນໄປສູ່ຈຸດສິ້ນສຸດບໍ? ເພື່ອສິ້ນສຸດຍຸກ, ພຣະເຈົ້າຕ້ອງນໍາການຂ້ຽນຕີ ແລະ ການພິພາກສາມາພ້ອມກັບພຣະອົງ. ດ້ວຍວິທີນີ້ເທົ່ານັ້ນ ພຣະອົງຈຶ່ງຈະສາມາດສິ້ນສຸດຍຸກໄດ້. ເປົ້າໝາຍຂອງພຣະເຢຊູແມ່ນເພື່ອໃຫ້ມະນຸດສືບຕໍ່ເອົາຕົວລອດ, ດຳລົງຊີວິດຕໍ່ໄປ ແລະ ເພື່ອເຂົາອາດຈະມີຊີວິດຢູ່ໃນລັກສະນະທີ່ດີກວ່າເກົ່າ. ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ ເພື່ອເຂົາຈະບໍ່ເປັນຄົນຊົ່ວຊ້າ ແລະ ບໍ່ດຳລົງຊີວິດຢູ່ໃນແດນມໍລະນາ ແລະ ນາລົກອີກຕໍ່ໄປ. ການຊ່ວຍມະນຸດໃຫ້ພົ້ນຈາກແດນມໍລະນາ ແລະ ນາລົກ ພຣະອົງເຮັດໃຫ້ມະນຸດສືບຕໍ່ດຳລົງຊີວິດຕໍ່ໄປ. ບັດນີ້, ຍຸກສຸດທ້າຍໄດ້ມາເຖິງແລ້ວ. ພຣະອົງຈະທຳລາຍລ້າງມະນຸດ ແລະ ທຳລາຍມະນຸດຊາດຢ່າງບໍລິບູນ ນັ້ນກໍຄື ພຣະອົງຈະປ່ຽນແປງແນວຄິດກະບົດຂອງມະນຸດຊາດ. ດ້ວຍເຫດຜົນນີ້, ມັນຈຶ່ງເປັນໄປບໍ່ໄດ້ທີ່ຈະໃຫ້ພຣະເຈົ້າສິ້ນສຸດຍຸກນັ້ນ ຫຼື ສໍາເລັດແຜນການຄຸ້ມຄອງຫົກພັນປີຂອງພຣະອົງໂດຍອຸປະນິໄສທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກໃນອະດີດ. ແຕ່ລະຍຸກເປັນຈຸດເດັ່ນພິເສດໃນການເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າ ແລະ ແຕ່ລະຍຸກກໍມີພາລະກິດທີ່ພຣະເຈົ້າຄວນກະທຳ. ສະນັ້ນ, ພາລະກິດທີ່ພຣະເຈົ້າກະທຳດ້ວຍຕົວພຣະອົງເອງໃນແຕ່ລະຍຸກຈຶ່ງມີການສະແດງອອກເຖິງອຸປະນິໄສທີ່ແທ້ຈິງຂອງພຣະອົງ ແລະ ທັງພຣະນາມ ແລະ ພາລະກິດທີ່ພຣະເຈົ້າ ກະທຳກໍປ່ຽນແປງໄປຕາມຍຸກ; ທຸກສິ່ງເປັນສິ່ງທີ່ໃໝ່ທັງໝົດ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ພາລະກິດແຫ່ງການນໍາພາມະນຸດແມ່ນຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາ ແລະ ພ້ອມດຽວກັນນັ້ນ ພາລະກິດຂັ້ນຕອນທຳອິດກໍຖືກລິເລີ່ມຂຶ້ນເທິງແຜ່ນດິນໂລກ. ໃນຂັ້ນຕອນນີ້, ພາລະກິດໄດ້ປະກອບດ້ວຍການສ້າງພຣະວິຫານ ແລະ ແທ່ນບູຊາ ແລະ ການນໍາໃຊ້ກົດໝາຍເພື່ອນໍາພາປະຊາຊົນອິດສະຣາເອັນ ແລະ ເພື່ອປະຕິບັດພາລະກິດທ່າມກາງພວກເຂົາ. ການນໍາພາປະຊາຊົນອິດສະຣາເອັນ, ພຣະອົງໄດ້ເລີ່ມຕົ້ນສ້າງພື້ນຖານສຳລັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ. ຈາກພື້ນຖານນີ້, ພຣະອົງຂະຫຍາຍພາລະກິດຂອງພຣະອົງນອກເໜືອອິດສະຣາເອັນ ເຊິ່ງເວົ້າໄດ້ວ່າ ເລີ່ມຕົ້ນຈາກອິດສະຣາເອັນ ພຣະອົງຂະຫຍາຍພາລະກິດຂອງພຣະອົງອອກໄປທາງນອກ ເພື່ອຄົນຮຸ່ນຕໍ່ມາຈຶ່ງໄດ້ຄ່ອຍໆຮຽນຮູ້ວ່າ ພຣະເຢໂຮວາເປັນພຣະເຈົ້າ ແລະ ພຣະເຢໂຮວາຄືຜູ້ທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທັງປວງ ແລະ ພຣະເຢໂຮວາເອງເປັນຜູ້ສ້າງສິ່ງຊົງສ້າງທັງປວງ. ພຣະອົງຂະຫຍາຍພາລະກິດຂອງພຣະອົງອອກໄປທາງນອກຜ່ານທາງປະຊາຊົນອິດສະຣາເອັນ. ດິນແດນອິດສະຣາເອັນແມ່ນສະຖານທີ່ສັກສິດແຫ່ງທຳອິດຂອງພາລະກິດຂອງພຣະເຢໂຮວາເທິງແຜ່ນດິນໂລກ ແລະ ຢູ່ໃນດິນແດນອິດສະຣາເອັນນີ້ເອງທີ່ພຣະເຈົ້າສະເດັດໄປປະຕິບັດພາລະກິດເທິງແຜ່ນດິນໂລກ. ນັ້ນແມ່ນພາລະກິດໃນຍຸກແຫ່ງພຣະບັນຍັດ. ສຳລັບພາລະກິດແຫ່ງຍຸກພຣະຄຸນແລ້ວ, ພຣະເຢຊູ ເປັນພຣະເຈົ້າທີ່ຊ່ວຍມະນຸດໃຫ້ລອດພົ້ນ. ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນຄວາມກະລຸນາ, ຄວາມຮັກ, ຄວາມເມດຕາ, ຄວາມອົດກັ້ນ, ຄວາມອົດທົນ, ຄວາມຖ່ອມຕົນ, ຄວາມເປັນຫ່ວງ ແລະ ການໂຍະຍານ ແລະ ພາລະກິດຫຼາຍຢ່າງທີ່ພຣະອົງປະຕິບັດແມ່ນເພື່ອເຫັນແກ່ການໄຖ່ບາບຂອງມະນຸດ. ສຳລັບອຸປະນິໄສຂອງພຣະອົງແມ່ນຄວາມເມດຕາ ແລະ ຄວາມຮັກ ແລະ ຍ້ອນພຣະອົງເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ, ພຣະອົງຈຶ່ງຖືກຄຶງເທິງໄມ້ກາງແຂນເພື່ອມະນຸດ ເພື່ອສະແດງວ່າ ພຣະເຈົ້າຮັກມະນຸດເໝືອນກັບພຣະອົງເອງ ຮັກຫຼາຍຈົນພຣະອົງຍອມຖວາຍຕົວພຣະອົງເອງທັງໝົດ. ຊາຕານເວົ້າວ່າ “ໃນເມື່ອພຣະອົງຮັກມະນຸດ, ພຣະອົງກໍຕ້ອງຮັກເຂົາໃຫ້ເຖິງທີ່ສຸດ ນັ້ນກໍຄື: ພຣະອົງຕ້ອງຖືກຄຶງເທິງໄມ້ກາງແຂນ ເພື່ອໄຖ່ມະນຸດຈາກໄມ້ກາງແຂນ, ຈາກຄວາມຜິດບາບ ແລະ ພຣະອົງຕ້ອງຖວາຍຕົວພຣະອົງເອງເພື່ອແລກປ່ຽນກັບມະນຸດຊາດທັງປວງ.” ຊາຕານໄດ້ພະນັນດັ່ງນີ້ “ໃນເມື່ອພຣະອົງເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ, ພຣະອົງຕ້ອງຮັກມະນຸດໃຫ້ເຖິງທີ່ສຸດ ນັ້ນກໍຄື: ພຣະອົງຄວນຖວາຍຕົວພຣະອົງເອງເທິງໄມ້ກາງແຂນ.” ພຣະເຢຊູກໍຕອບວ່າ “ຕາບໃດທີ່ສິ່ງນີ້ແມ່ນເພື່ອມະນຸດຊາດ, ເຮົາເຕັມໃຈທີ່ຈະມອບທຸກສິ່ງຢ່າງທີ່ເຮົາມີ.” ແລ້ວພຣະອົງກໍໄປທີ່ໄມ້ກາງແຂນໂດຍບໍ່ຄຳນຶງເຖິງຕົນເອງແມ່ນແຕ່ໜ້ອຍດຽວ ແລະ ໄຖ່ບາບໃຫ້ກັບບັນດາມະນຸດຊາດ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະນາມຂອງພຣະເຈົ້າແມ່ນພຣະເຢຊູ, ເວົ້າໄດ້ວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊ່ວຍມະນຸດ ແລະ ພຣະອົງເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ. ພຣະເຈົ້າຢູ່ກັບມະນຸດ. ຄວາມຮັກຂອງພຣະອົງ ແລະ ຄວາມລອດພົ້ນຂອງພຣະອົງຕິດຕາມມະນຸດທຸກຄົນ. ມີພຽງແຕ່ການຍອມຮັບພຣະນາມຂອງພຣະເຢຊູ ແລະ ການຊົງສະຖິດຂອງພຣະອົງເທົ່ານັ້ນ ມະນຸດຈຶ່ງສາມາດຮັບເອົາສັນຕິສຸກ ແລະ ຄວາມປິຕິຍິນດີໄດ້, ຮັບເອົາການອວຍພອນຂອງພຣະອົງ, ຮັບເອົາພຣະຄຸນທີ່ຫຼວງຫຼາຍ ແລະ ນັບບໍ່ຖ້ວນຂອງພຣະອົງ ແລະ ຄວາມລອດພົ້ນຂອງພຣະອົງ. ຜ່ານການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ, ທຸກຄົນທີ່ຕິດຕາມພຣະອົງໄດ້ຮັບຄວາມລອດພົ້ນ ແລະ ຖືກອະໄພຄວາມຜິດບາບຂອງພວກເຂົາ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູເປັນພຣະນາມຂອງພຣະເຈົ້າ. ເວົ້າໄດ້ອີກວ່າ ພາລະກິດໃນຍຸກແຫ່ງພຣະຄຸນແມ່ນຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຈົ້າຖືກເອີ້ນວ່າ ພຣະເຢຊູ. ພຣະອົງໄດ້ຮັບຂັ້ນຕອນຂອງພາລະກິດໃໝ່ທີ່ຢູ່ນອກເໜືອພຣະສັນຍາເດີມ ແລະ ພາລະກິດຂອງພຣະອົງກໍສິ້ນສຸດພ້ອມກັບການຖືກຄຶງເທິງໄມ້ກາງແຂນ. ນີ້ແມ່ນພາລະກິດທັງໝົດຂອງພຣະອົງ. ສະນັ້ນ, ໃນລະຫວ່າງຍຸກແຫ່ງພຣະບັນຍັດ ພຣະເຢໂຮວາແມ່ນພຣະນາມຂອງພຣະເຈົ້າ ແລະ ໃນຍຸກແຫ່ງພຣະຄຸນ ພຣະນາມຂອງພຣະເຢຊູເປັນຕົວແທນໃຫ້ກັບພຣະເຈົ້າ. ໃນລະຫວ່າງຍຸກສຸດທ້າຍ, ພຣະນາມຂອງພຣະອົງແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ ຜູ້ຊົງລິດທານຸພາບສູງສຸດ, ຜູ້ໃຊ້ລິດອຳນາດຂອງພຣະອົງເພື່ອນໍາພາມະນຸດ, ເອົາຊະນະມະນຸດ ແລະ ຮັບເອົາມະນຸດ ແລະ ໃນທີ່ສຸດກໍຄື ນໍາເອົາຍຸກໄປສູ່ຈຸດສິ້ນສຸດຂອງມັນ. ໃນແຕ່ລະຍຸກ, ໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງ, ອຸປະນິໄສຂອງພຣະເຈົ້າແມ່ນເຫັນໄດ້ຊັດເຈນ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

12. ໃນຕົ້ນເດີມນັ້ນ ການນໍາພາມະນຸດໃນລະຫວ່າງຍຸກພຣະບັນຍັດແຫ່ງພຣະສັນຍາເດີມແມ່ນຄືກັບການນໍາພາຊີວິດເດັກນ້ອຍ. ມະນຸດໃນຕອນແລກເລີ່ມນັ້ນ ເປັນເດັກເກີດໃໝ່ຂອງພຣະເຢໂຮວາ; ພວກເຂົາແມ່ນຊົນຊາດອິດສະຣາເອນ. ພວກເຂົາບໍ່ເຂົ້າໃຈວ່າ ຈະເຄົາລົບບູຊາພຣະເຈົ້າ ແລະ ໃຊ້ຊີວິດເທິງແຜ່ນດິນໂລກນີ້ດ້ວຍວິທີໃດ. ເຊິ່ງໝາຍຄວາມວ່າ ພຣະເຢໂຮວາສ້າງມະນຸດ ນັ້ນກໍຄື ພຣະອົງສ້າງອາດາມ ແລະ ເອວາ ແຕ່ພຣະອົງບໍ່ໄດ້ມອບຄວາມສາມາດໃຫ້ພວກເຂົາເຂົ້າໃຈວິທີທີ່ຈະເຄົາລົບພຣະເຢໂຮວາແນວໃດ ຫຼື ປະຕິບັດຕາມພຣະບັນຍັດຂອງພຣະເຢໂຮວາເທິງແຜ່ນດິນໂລກແນວໃດ. ຫາກປາສະຈາກການຊີ້ນໍາໂດຍກົງຈາກພຣະເຢໂຮວາແລ້ວ ບໍ່ມີຜູ້ໃດສາມາດຮູ້ສິ່ງນີ້ໂດຍກົງ, ເພາະວ່າໃນຕົ້ນເດີມນັ້ນ ມະນຸດບໍ່ມີຄວາມສາມາດແບບນັ້ນ. ມະນຸດພຽງຮູ້ແຕ່ວ່າພຣະເຢໂຮວາເປັນພຣະເຈົ້າ ແຕ່ສໍາລັບວິທີເຄົາລົບພຣະອົງ, ການປະພຶດແບບໃດທີ່ເອີ້ນວ່າເປັນການເຄົາລົບພຣະອົງ, ດ້ວຍຄວາມຄິດແບບໃດທີ່ຕົນຈະເຄົາລົບພຣະອົງ ຫຼື ມີສິ່ງໃດແດ່ທີ່ຈະຖວາຍໃນການເຄົາລົບພຣະອົງ ມະນຸດບໍ່ມີຄວາມຄິດໃນດ້ານນີ້ເລີຍ. ມະນຸດພຽງຮູ້ຈັກຊື່ນຊົມໃນສິ່ງທີ່ສາມາດຊື່ນຊົມໄດ້ໃນບັນດາສັບພະທຸກສິ່ງທີ່ສ້າງຂຶ້ນໂດຍພຣະເຢໂຮວາ ແຕ່ກ່ຽວກັບວິທີການໃຊ້ຊີວິດແບບໃດໃນແຜ່ນດິນໂລກຈຶ່ງຈະຄູ່ຄວນເປັນບຸກຄົນຂອງພຣະເຈົ້າ, ພວກເຂົາແມ່ນບໍ່ຮູ້ຫຍັງຈັກຢ່າງເລີຍ. ຫາກປາສະຈາກຄົນແນະນໍາພວກເຂົາ, ຫາກປາສະຈາກຄົນຊີ້ນໍາພວກເຂົາເປັນການສ່ວນຕົວ ມະນຸດຊາດຈະບໍ່ມີຊີວິດທີ່ເໝາະສົມກັບການເປັນມະນຸດຢ່າງຖືກຕ້ອງ ແຕ່ຈະເປັນພຽງຄົນທີ່ຖືກຊາຕານຄວບຄຸມຢ່າງລັບໆ. ພຣະເຢໂຮວາສ້າງມະນຸດຊາດ ເວົ້າໄດ້ວ່າ ພຣະອົງສ້າງບັນພະບຸລຸດຂອງມະນຸດຊາດ, ອາດາມ ແລະ ເອວາ, ແຕ່ພຣະອົງບໍ່ໄດ້ປະທານຄວາມສະຫຼາດ ຫຼື ສະຕິປັນຍາເພີ່ມເຕີມໃຫ້ກັບພວກເຂົາ. ເຖິງແມ່ນວ່າພວກເຂົາໄດ້ດຳລົງຊີວິດຢູ່ເທິງແຜ່ນດິນໂລກແລ້ວ, ພວກເຂົາກໍເກືອບຈະບໍ່ເຂົ້າໃຈຫຍັງເລີຍ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຢໂຮວາໃນການສ້າງມະນຸດກໍສຳເລັດແຕ່ພຽງເຄິ່ງດຽວ ແລະ ແຮງໄກຈາກຄວາມສົມບູນ. ພຣະອົງພຽງແຕ່ສ້າງແບບຢ່າງຂອງມະນຸດຈາກດິນໜຽວ ແລະ ມອບລົມຫາຍໃຈຂອງພຣະອົງໃຫ້ກັບມັນ, ແຕ່ບໍ່ໄດ້ປະທານຄວາມເຕັມໃຈຢ່າງພຽງພໍໃຫ້ກັບມະນຸດເພື່ອໃຫ້ພວກເຂົາໄດ້ເຄົາລົບບູຊາພຣະອົງ. ໃນຕອນເລີ່ມຕົ້ນນັ້ນ ມະນຸດບໍ່ມີຄວາມຄິດທີ່ຈະເຄົາລົບນັບຖືພຣະອົງ ຫຼື ຢຳເກງພຣະອົງ. ມະນຸດພຽງແຕ່ຮູ້ວິທີການຟັງພຣະທຳຂອງພຣະອົງ ແຕ່ບໍ່ມີຄວາມຮູ້ພື້ນຖານກ່ຽວກັບຊີວິດເທິງແຜ່ນດິນໂລກ ແລະ ກ່ຽວກັບກົດລະບຽບທີ່ເໝາະສົມຂອງຊີວິດມະນຸດ. ດ້ວຍເຫດນັ້ນ ເຖິງແມ່ນວ່າ ພຣະເຢໂຮວາໄດ້ສ້າງຜູ້ຊາຍ ແລະ ຜູ້ຍິງ ແລະ ສຳເລັດແຜນການພາຍໃນເຈັດມື້, ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພຣະອົງໄດ້ສຳເລັດໃນການສ້າງມະນຸດ ຍ້ອນວ່າ ມະນຸດຍັງເປັນແກບເຂົ້າ ແລະ ຂາດຄວາມເປັນຈິງຂອງການເປັນມະນຸດຢູ່. ມະນຸດຮູ້ພຽງແຕ່ວ່າ ພຣະເຢໂຮວາສ້າງມະນຸດຊາດ, ແຕ່ເຂົາບໍ່ຮູ້ຫຍັງເລີຍກ່ຽວກັບການປະຕິບັດຕາມພຣະທຳ ຫຼື ພຣະບັນຍັດຂອງພຣະເຢໂຮວາ. ດັ່ງນັ້ນ ຫລັງຈາກມະນຸດຊາດເກີດມາ, ພາລະກິດຂອງພຣະເຢໂຮວາຍັງຫ່າງໄກຈາກຄວາມສຳເລັດ. ພຣະອົງຍັງຕ້ອງໄດ້ນໍາມະນຸດໃຫ້ມາຫາພຣະອົງຢ່າງແທ້ຈິງ ເພື່ອພວກເຂົາຈະສາມາດດໍາລົງຊີວິດຮ່ວມກັນເທິງແຜ່ນດິນໂລກ ແລະ ເຄົາລົບບູຊາພຣະອົງ ແລະ ດ້ວຍການຊີ້ນໍາຂອງພຣະອົງ ພວກເຂົາຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແຫ່ງການດໍາລົງຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ. ພຽງແຕ່ເມື່ອນັ້ນ ພາລະກິດທີ່ດໍາເນີນພາຍໃຕ້ພຣະນາມຂອງພຣະເຢໂຮວາຈຶ່ງຈະສໍາເລັດຜົນຢ່າງສົມບູນ, ນັ້ນກໍຄື ພຽງແຕ່ເມື່ອນັ້ນ ພາລະກິດແຫ່ງການສ້າງໂລກຂອງພຣະເຢໂຮວາຈຶ່ງຈະສິ້ນສຸດລົງຢ່າງສົມບູນ. ສະນັ້ນ ຫລັງຈາກສ້າງມະນຸດ ພຣະອົງຕ້ອງໄດ້ນໍາພາຊີວິດມະນຸດຊາດເທິງແຜ່ນດິນໂລກເປັນເວລາຫຼາຍພັນປີ ເພື່ອມະນຸດຊາດຈະໄດ້ປະຕິບັດຕາມພຣະດໍາລັດ ແລະ ພຣະບັນຍັດຂອງພຣະອົງ ແລະ ເຂົ້າຮ່ວມໃນກິດຈະກໍາຕ່າງໆຂອງຊີວິດໃນແບບມະນຸດປົກກະຕິເທິງແຜ່ນດິນໂລກ. ພຽງແຕ່ເມື່ອນັ້ນ ພາລະກິດຂອງພຣະເຢໂຮວາຈຶ່ງຈະສໍາເລັດຜົນຢ່າງສົມບູນ. ພຣະອົງຮັບພາລະກິດນີ້ຫຼັງຈາກທີ່ໄດ້ສ້າງມະນຸດຊາດ ແລະ ສືບຕໍ່ຈົນເຖິງສະໄໝຂອງຢາໂຄບ ເຊິ່ງເປັນເວລາທີ່ພຣະອົງໄດ້ເຮັດໃຫ້ບຸດຊາຍສິບສອງຄົນຂອງຢາໂຄບກາຍເປັນສິບສອງຊົນເຜົ່າຂອງອິດສະຣາເອັນ. ຈາກເວລານັ້ນເປັນຕົ້ນໄປ, ປະຊາຊົນອິດສະຣາເອັນທັງໝົດໄດ້ກາຍເປັນມະນຸດຊາດທີ່ພຣະອົງນໍາພາຢ່າງເປັນທາງການເທິງແຜ່ນດິນໂລກ ແລະ ອິດສະຣາເອັນກໍກາຍມາເປັນສະຖານທີ່ພິເສດຢູ່ເທິງແຜ່ນດິນໂລກທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ. ພຣະເຢໂຮວາໄດ້ສ້າງກຸ່ມຄົນເຫຼົ່ານີ້ໃຫ້ເປັນກຸ່ມຄົນທຳອິດທີ່ພຣະອົງປະຕິບັດພາລະກິດຂອງພຣະອົງຢ່າງເປັນທາງການ ແລະ ພຣະອົງໄດ້ເຮັດໃຫ້ດິນແດນອິດສະຣາເອັນທັງໝົດເປັນຈຸດກຳເນີດພາລະກິດຂອງພຣະອົງ ໂດຍໃຊ້ພວກເຂົາໃຫ້ເປັນຈຸດເລີ່ມຕົ້ນຂອງພາລະກິດທີ່ຍິ່ງໃຫຍ່ກວ່າເດີມ ເພື່ອວ່າ ທຸກຄົນທີ່ເກີດຈາກພຣະອົງເທິງແຜ່ນດິນໂລກຈະຮູ້ຈັກວິທີການເຄົາລົບພຣະອົງ ແລະ ວິທີການດຳລົງຊີວິດເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ ການກະທຳຂອງຊາວອິດສະຣາເອັນກໍໄດ້ກາຍມາເປັນຕົວຢ່າງທີ່ປະຊາຊົນຂອງຕ່າງຊາດປະຕິບັດຕາມ ແລະ ສິ່ງທີ່ກ່າວທ່າມກາງປະຊາຊົນອິດສະຣາເອັນກໍກາຍມາເປັນພຣະທຳທີ່ຊາວຕ່າງຊາດຟັງ. ຍ້ອນພວກເຂົາເປັນຄົນທຳອິດທີ່ໄດ້ຮັບກົດເກນ ແລະ ພຣະບັນຍັດຕ່າງໆຂອງພຣະເຢໂຮວາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງເປັນຄົນທຳອິດທີ່ຮູ້ຈັກວິທີການເຄົາລົບຕໍ່ແນວທາງຂອງພຣະເຢໂຮວາ. ພວກເຂົາເປັນບັນພະບຸລຸດຂອງມະນຸດຊາດຜູ້ເຊິ່ງຮູ້ຈັກແນວທາງຂອງພຣະເຢໂຮວາ ພ້ອມທັງເປັນຕົວແທນຂອງມະນຸດຊາດທີ່ພຣະເຢໂຮວາໄດ້ເລືອກໄວ້. ເມື່ອຍຸກແຫ່ງພຣະຄຸນມາເຖິງ, ພຣະເຢໂຮວາກໍບໍ່ໄດ້ນໍາພາມະນຸດໃນແນວທາງນີ້ອີກຕໍ່ໄປ. ມະນຸດໄດ້ເຮັດບາບ ແລະ ປະຖິ້ມຕົນເອງໃຫ້ກັບຄວາມຜິດບາບ ແລະ ດ້ວຍເຫດນັ້ນ ພຣະອົງກໍເລີ່ມຕົ້ນຊ່ວຍເຫຼືອມະນຸດຈາກຄວາມຜິດບາບ. ດ້ວຍວິທີນີ້, ພຣະອົງ ຕິເຕືອນມະນຸດຈົນມະນຸດຖືກຊ່ວຍໃຫ້ລອດພົ້ນຈາກຄວາມຜິດບາບຢ່າງແທ້ຈິງ. ໃນຍຸກສຸດທ້າຍ, ມະນຸດໄດ້ຈົມລົງໃນຄວາມຊົ່ວຊ້າ ຈົນເຖິງຂັ້ນທີ່ວ່າ ພາລະກິດຂັ້ນຕອນນີ້ສາມາດໄດ້ຮັບການປະຕິບັດຜ່ານການພິພາກສາ ແລະ ການຂ້ຽນຕີເທົ່ານັ້ນ. ພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ພາລະກິດຈຶ່ງຈະສຳເລັດໄດ້. ສິ່ງນີ້ໄດ້ກາຍເປັນພາລະກິດຂອງຫຼາຍໆຍຸກ. ໃນການໃຊ້ພຣະນາມຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ ແລະ ພາບລັກສະນະທີ່ແຕກຕ່າງກັນຂອງພຣະເຈົ້າເພື່ອຈັດແບ່ງແຕ່ລະຍຸກອອກຈາກກັນ ແລະ ເພື່ອສ້າງການປ່ຽນແປງລະຫວ່າງຍຸກເຫຼົ່ານັ້ນ, ພຣະນາມຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງຈຶ່ງໄດ້ເປັນຕົວແທນໃຫ້ກັບຍຸກຂອງພຣະອົງ ແລະ ເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງໃນແຕ່ລະຍຸກ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

13. ພຣະນາມຂອງພຣະເຢຊູທີ່ໝາຍຄວາມວ່າ “ພຣະເຈົ້າຢູ່ກັບພວກເຮົາ” ຈະສາມາດເປັນຕົວແທນໃຫ້ກັບອຸປະນິໄສທັງໝົດຂອງພຣະເຈົ້າໄດ້ບໍ? ມັນສາມາດອະທິບາຍກ່ຽວກັບພຣະເຈົ້າໄດ້ຢ່າງສົມບູນບໍ? ຖ້າມະນຸດເວົ້າວ່າ ພຣະເຈົ້າສາມາດຖືກເອີ້ນໄດ້ແຕ່ຊື່ ພຣະເຢຊູ ແລະ ບໍ່ມີຊື່ອື່ນເລີຍ ເພາະວ່າ ພຣະເຈົ້າບໍ່ສາມາດປ່ຽນແປງອຸປະນິໄສຂອງພຣະອົງໄດ້, ຄຳເວົ້າເຫຼົ່ານີ້ແມ່ນເປັນການໝິ່ນປະໝາດຢ່າງແນ່ນອນ! ເຈົ້າເຊື່ອວ່າ ມີພຽງແຕ່ພຣະນາມພຣະເຢຊູເທົ່ານັ້ນບໍ ເຊິ່ງໝາຍເຖິງພຣະເຈົ້າຢູ່ກັບພວກເຮົາ ທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ທັງໝົດ? ພຣະເຈົ້າອາດຈະຖືກເອີ້ນໂດຍຫຼາຍພຣະນາມ, ແຕ່ທ່າມກາງພຣະນາມເຫຼົ່ານີ້, ບໍ່ມີພຣະນາມໃດເລີຍທີ່ສາມາດສະຫຼຸບຄວາມໃຫ້ກັບພຣະເຈົ້າໄດ້ທັງໝົດ, ບໍ່ມີພຣະນາມໃດເລີຍທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງສົມບູນ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງມີຫຼາຍພຣະນາມ, ແຕ່ພຣະນາມເຫຼົ່ານີ້ບໍ່ສາມາດອະທິບາຍອຸປະນິໄສຂອງພຣະເຈົ້າໄດ້ຢ່າງສົມບູນ ຍ້ອນອຸປະນິໄສຂອງພຣະເຈົ້າອຸດົມສົມບູນຫຼາຍ ເຊິ່ງມັນຫຼາຍກວ່າຄວາມສາມາດຂອງມະນຸດທີ່ຈະຮູ້ຈັກພຣະອົງໄດ້ຢ່າງແທ້ຈິງ. ບໍ່ມີທາງທີ່ມະນຸດຈະໃຊ້ພາສາຂອງມະນຸດເພື່ອສະຫຼຸບຄວາມພຣະເຈົ້າໄດ້ຢ່າງສົມບູນ. ມະນຸດຊາດມີຄຳສັບທີ່ຈຳກັດ ເຊິ່ງໃຊ້ເພື່ອສະຫຼຸບຄວາມໃນສິ່ງທີ່ພວກເຂົາຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ ເຊັ່ນ: ຍິ່ງໃຫຍ່, ເປັນຕານັບຖື, ອັດສະຈັນ, ບໍ່ສາມາດຢັ່ງເຖິງໄດ້, ສູງສຸດ, ສັກສິດ, ຊອບທຳ, ມີສະຕິປັນຍາ ແລະ ອື່ນໆອີກ. ມີຫຼາຍຄຳເວົ້າເກີນໄປ! ຄຳສັບທີ່ຈຳກັດນີ້ບໍ່ສາມາດບັນລະຍາຍໄດ້ແມ່ນແຕ່ໜ້ອຍດຽວກ່ຽວກັບເລື່ອງມະນຸດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າ. ເມື່ອເວລາຜ່ານໄປ, ມີຄຳເວົ້າຫຼາຍຄໍາເພີ່ມຂຶ້ນທີ່ພວກເຂົາຄິດວ່າສາມາດບັນລະຍາຍເຖິງຄວາມຈິງໃຈໃນຫົວໃຈຂອງພວກເຂົາໄດ້ດີກວ່າ ເຊັ່ນ: ພຣະເຈົ້າຍິ່ງໃຫຍ່ຫຼາຍ! ພຣະເຈົ້າສັກສິດຫຼາຍ! ພຣະເຈົ້າເປັນທີ່ຮັກຫຼາຍ! ໃນປັດຈຸບັນ, ຄຳເວົ້າແບບນີ້ຂອງມະນຸດແມ່ນຮ້າຍແຮງຈົນເຖິງຈຸດສູງສຸດແລ້ວ, ເຖິງຢ່າງໃດກໍຕາມ ມະນຸດກໍຍັງບໍ່ສາມາດສະແດງຕົວເອງອອກມາຢ່າງຊັດເຈນ. ດ້ວຍເຫດນັ້ນ ສຳລັບມະນຸດແລ້ວ ພຣະເຈົ້າມີຫຼາຍພຣະນາມ ແຕ່ພຣະອົງບໍ່ມີຊື່ຜູ້ໃດ ແລະ ນີ້ກໍຍ້ອນວ່າ ການເປັນຢູ່ຂອງພຣະອົງອຸດົມສົມບູນຫຼາຍ ແລະ ພາສາຂອງມະນຸດແມ່ນຕໍ່າຫຼາຍ. ຄຳເວົ້າ ຫຼື ພຣະນາມສະເພາະໃດໜຶ່ງແມ່ນບໍ່ມີຄວາມສາມາດທີ່ຈະເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດໄດ້, ແລ້ວເຈົ້າຄິດວ່າ ພຣະອົງຈະມີພຽງແຕ່ພຣະນາມດຽວໄດ້ບໍ? ພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ສັກສິດຫຼາຍ ແຕ່ເຈົ້າຈະບໍ່ຍອມໃຫ້ພຣະອົງປ່ຽນແປງພຣະນາມຂອງພຣະອົງໃນແຕ່ລະຍຸກໃໝ່ບໍ? ສະນັ້ນ, ໃນແຕ່ລະຍຸກທີ່ພຣະເຈົ້າປະຕິບັດພາລະກິດດ້ວຍຕົວພຣະອົງເອງ, ພຣະອົງໃຊ້ພຣະນາມທີ່ເໝາະສົມກັບຍຸກນັ້ນເພື່ອສະຫຼຸບພາລະກິດທີ່ພຣະອົງຕັ້ງໃຈທີ່ຈະປະຕິບັດ. ພຣະອົງນໍາໃຊ້ພຣະນາມສະເພາະໃດໜຶ່ງ, ພຣະນາມທີ່ມີຄວາມໝາຍຊົ່ວຄາວ ເພື່ອເປັນຕົວແທນອຸປະນິໄສຂອງພຣະອົງໃນຍຸກນັ້ນໆ. ນີ້ແມ່ນພຣະເຈົ້າທີ່ໃຊ້ພາສາຂອງມະນຸດຊາດເພື່ອສະແດງອຸປະນິໄສຂອງພຣະອົງອອກມາ. ເຖິງຢ່າງນັ້ນກໍຕາມ ຫຼາຍຄົນທີ່ມີປະສົບການຝ່າຍວິນຍານ ແລະ ຜູ້ທີ່ໄດ້ເຫັນພຣະເຈົ້າດ້ວຍຕົນເອງຮູ້ສຶກວ່າ ສະເພາະ ພຣະນາມດຽວແມ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດໄດ້, ໜ້າເສົ້າໃຈແທ້ໆ ນີ້ບໍ່ສາມາດຊ່ວຍຫຍັງໄດ້ເລີຍ, ສະນັ້ນ ມະນຸດຈຶ່ງບໍ່ເອີ້ນພຣະເຈົ້າໂດຍພຣະນາມອື່ນອີກຕໍ່ໄປ, ແຕ່ເອີ້ນພຣະອົງວ່າ “ພຣະເຈົ້າ”. ຄືກັບວ່າຫົວໃຈຂອງມະນຸດແມ່ນເຕັມໄປດ້ວຍຄວາມຮັກ ແຕ່ທັງນັ້ນກໍເຊື່ອງຊ້ອນໄປດ້ວຍຂໍ້ຂັດແຍ້ງ, ຍ້ອນມະນຸດບໍ່ຮູ້ຈັກວິທີການອະທິບາຍກ່ຽວກັບພຣະເຈົ້າ. ສິ່ງທີ່ພຣະອົງເປັນແມ່ນອຸດົມສົມບູນຫຼາຍ, ບໍ່ມີວິທີໃດໜຶ່ງສາມາດບັນລະຍາຍກ່ຽວກັບສິ່ງນັ້ນໄດ້ຢ່າງແທ້ຈິງ. ບໍ່ມີພຣະນາມໃດທີ່ສາມາດສະຫຼຸບອຸປະນິໄສຂອງພຣະເຈົ້າໄດ້ ແລະ ບໍ່ມີພຣະນາມໃດທີ່ສາມາດບັນລະຍາຍທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນ. ຖ້າຄົນຖາມເຮົາວ່າ “ພຣະອົງໃຊ້ພຣະນາມໃດກັນແທ້?” ເຮົາຈະບອກກັບພວກເຂົາວ່າ “ພຣະເຈົ້າເປັນພຣະເຈົ້າ!” ນັ້ນບໍ່ແມ່ນພຣະນາມທີ່ດີທີ່ສຸດສຳລັບພຣະເຈົ້າບໍ? ນັ້ນບໍ່ແມ່ນການສະຫຼຸບຄວາມກ່ຽວກັບອຸປະນິໄສຂອງພຣະເຈົ້າທີ່ດີທີ່ສຸດບໍ? ເມື່ອເປັນແບບນີ້, ເປັນຫຍັງພວກເຈົ້າຈຶ່ງໃຊ້ຄວາມພະຍາຍາມຢ່າງມາກມາຍເພື່ອຊອກຫາພຣະນາມຂອງພຣະເຈົ້າ? ເປັນຫຍັງພວກເຈົ້າຈຶ່ງຕີສະໝອງຕົນເອງດ້ວຍໄມ້ຄ້ອນ ບໍ່ຍອມກິນເຂົ້າກິນນໍ້າ ແລະ ອຶດຫຼັບອຶດນອນ ເພື່ອເຫັນແກ່ຊື່ໃດໜຶ່ງ? ມື້ນັ້ນຈະມາເຖິງ ເມື່ອພຣະເຈົ້າບໍ່ໄດ້ຖືກເອີ້ນວ່າ ພຣະເຢໂຮວາ, ພຣະເຢຊູ ຫຼື ພຣະເມຊີອາ, ແຕ່ພຣະອົງຈະເປັນພຽງພຣະຜູ້ສ້າງ. ໃນເວລານັ້ນ, ຊື່ຕ່າງໆທີ່ພຣະອົງມີເທິງແຜ່ນດິນໂລກກໍຈະຈົບສິ້ນລົງ, ຍ້ອນວ່າ ພາລະກິດຂອງພຣະອົງເທິງແຜ່ນດິນໂລກຈະສິ້ນສຸດລົງ ດ້ວຍເຫດນັ້ນ ພຣະນາມຂອງພຣະອົງກໍຈະບໍ່ມີອີກຕໍ່ໄປ. ເມື່ອທຸກສິ່ງມາຢູ່ພາຍໃຕ້ອໍານາດຂອງພຣະຜູ້ສ້າງ, ພຣະອົງຈະຈຳເປັນຫຍັງກັບພຣະນາມທີ່ເໝາະສົມຢ່າງສູງສົ່ງແຕ່ບໍ່ສົມບູນນັ້ນ? ເຈົ້າຈະຍັງສະແຫວງຫາພຣະນາມຂອງພຣະເຈົ້າອີກຢູ່ບໍ? ເຈົ້າກ້າເວົ້າບໍວ່າ ພຣະເຈົ້າພຽງແຕ່ສາມາດຖືກເອີ້ນວ່າ ພຣະເຢໂຮວາ? ເຈົ້າກ້າເວົ້າບໍວ່າ ພຣະເຈົ້າພຽງແຕ່ສາມາດຖືກເອີ້ນວ່າ ພຣະເຢຊູ? ເຈົ້າກ້າແບກຮັບຄວາມຜິດບາບແຫ່ງການໝິ່ນປະໝາດພຣະເຈົ້າບໍ? ເຈົ້າຄວນຮູ້ວ່າ ໃນເບື້ອງຕົ້ນນັ້ນພຣະເຈົ້າບໍ່ໄດ້ມີຊື່. ພຣະອົງໃຊ້ໜຶ່ງ ຫຼື ສອງ ຫຼື ຫຼາຍຊື່ ກໍເພາະວ່າ ພຣະອົງມີພາລະກິດທີ່ຕ້ອງປະຕິບັດ ແລະ ຕ້ອງຄຸ້ມຄອງມະນຸດຊາດ. ບໍ່ວ່າພຣະອົງຈະຖືກເອີ້ນຊື່ໃດກໍຕາມ, ພຣະອົງບໍ່ໄດ້ເລືອກຊື່ດັ່ງກ່າວນັ້ນຢ່າງອິດສະຫຼະດ້ວຍຕົວພຣະອົງເອງບໍ? ພຣະອົງຕ້ອງການໃຫ້ເຈົ້າ ຜູ້ທີ່ເປັນໜຶ່ງໃນສິ່ງຊົງສ້າງຂອງພຣະອົງ ມາຕັດສິນໃຈແທນພຣະອົງບໍ? ພຣະນາມທີ່ພຣະເຈົ້າຖືກເອີ້ນແມ່ນພຣະນາມທີ່ສອດຄ່ອງກັບສິ່ງທີ່ມະນຸດສາມາດເຂົ້າໃຈໄດ້ໂດຍພາສາຂອງມະນຸດ, ແຕ່ພຣະນາມນີ້ບໍ່ແມ່ນສິ່ງທີ່ມະນຸດສາມາດມີສ່ວນຮ່ວມໄດ້. ເຈົ້າສາມາດເວົ້າໄດ້ແຕ່ວ່າ ມີພຣະເຈົ້າຢູ່ໃນສະຫວັນ, ພຣະອົງຖືກເອີ້ນວ່າ ພຣະເຈົ້າ, ພຣະອົງເປັນພຣະເຈົ້າເອງເຊິ່ງມີລິດອຳນາດຍິ່ງໃຫຍ່ ຜູ້ເຊິ່ງມີສະຕິປັນຍາຫຼາຍ, ສູງສົ່ງຫຼາຍ, ອັດສະຈັນຫຼາຍ, ລຶກລັບຫຼາຍ ແລະ ມີລິດທານຸພາບສູງສຸດຫຼາຍ ແລະ ນອກຈາກສິ່ງນີ້ແລ້ວ ເຈົ້າກໍບໍ່ສາມາດເວົ້າຫຍັງໄດ້ອີກ; ນີ້ແມ່ນສິ່ງເລັກນ້ອຍທີ່ເຈົ້າສາມາດຮູ້ໄດ້. ເມື່ອເປັນແບບນີ້, ພຣະນາມຂອງພຣະເຢຊູສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້ບໍ? ເມື່ອຍຸກສຸດທ້າຍໄດ້ມາເຖິງ, ເຖິງແມ່ນວ່າ ຍັງເປັນພຣະເຈົ້າທີ່ປະຕິບັດພາລະກິດຂອງພຣະອົງ, ພຣະນາມຂອງພຣະອົງຕ້ອງປ່ຽນແປງ ນັ້ນກໍຍ້ອນວ່າ ມັນເປັນຍຸກທີ່ແຕກຕ່າງກັນ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

14. ເມື່ອພຣະເຢຊູສະເດັດມາເພື່ອປະຕິບັດພາລະກິດຂອງພຣະອົງ, ມັນກໍຢູ່ພາຍໃຕ້ການຊົງນໍາຂອງພຣະວິນຍານບໍລິສຸດ; ພຣະອົງກະທຳໃນສິ່ງທີ່ພຣະວິນຍານບໍລິສຸດຕ້ອງການ ແລະ ມັນກໍບໍ່ໄດ້ອີງຕາມພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ ຫຼື ຕາມພາລະກິດຂອງພຣະເຢໂຮວາ. ເຖິງແມ່ນພາລະກິດທີ່ພຣະເຢຊູມາເພື່ອປະຕິບັດນັ້ນບໍ່ໄດ້ປະຕິບັດຕາມກົດລະບຽບຂອງພຣະເຢໂຮວາ ຫຼື ພຣະບັນຍັດຂອງພຣະເຢໂຮວາ, ແຫຼ່ງກຳເນີດຂອງພຣະອົງທັງສອງແມ່ນສິ່ງດຽວກັນ ແລະ ເໝືອນກັນ. ພາລະກິດທີ່ພຣະເຢຊູປະຕິບັດເປັນຕົວແທນໃຫ້ກັບພຣະນາມຂອງພຣະເຢຊູ ແລະ ມັນເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນ; ສຳລັບພາລະກິດທີ່ພຣະເຢໂຮວາປະຕິບັດນັ້ນ ແມ່ນເປັນຕົວແທນໃຫ້ກັບພຣະເຢໂຮວາ ແລະ ມັນເປັນຕົວແທນໃຫ້ກັບຍຸກແຫ່ງພຣະບັນຍັດ. ພາລະກິດຂອງພຣະອົງທັງສອງແມ່ນພາລະກິດຂອງພຣະວິນຍານອົງດຽວໃນສອງຍຸກທີ່ແຕກຕ່າງກັນ. ພາລະກິດທີ່ພຣະເຢຊູປະຕິບັດພຽງແຕ່ສາມາດເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນ ແລະ ພາລະກິດທີ່ພຣະເຢໂຮວາປະຕິບັດກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ. ພຣະເຢໂຮວານໍາພາປະຊາຊົນອິດສະຣາເອັນ ແລະ ອີຢິບເທົ່ານັ້ນ ແລະ ທຸກຊົນຊາດທີ່ຢູ່ນອກອິດສະຣາເອັນ. ພາລະກິດຂອງພຣະເຢຊູໃນພຣະສັນຍາໃໝ່ໃນຍຸກແຫ່ງພຣະຄຸນນັ້ນ ແມ່ນພາລະກິດຂອງພຣະເຈົ້າພາຍໃຕ້ພຣະນາມຂອງພຣະເຢຊູເພື່ອນໍາພາຍຸກນັ້ນ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະເຢຊູແມ່ນອີງຕາມພາລະກິດຂອງພຣະເຢໂຮວາ, ພຣະອົງບໍ່ໄດ້ລິເລີ່ມພາລະກິດໃໝ່ໃດເລີຍ ແລະ ທຸກສິ່ງທີ່ພຣະອົງກະທຳແມ່ນຕາມພຣະທຳຂອງພຣະເຢໂຮວາ, ຕາມພາລະກິດຂອງພຣະເຢໂຮວາ ແລະ ການທຳນວາຍຂອງເອຊາຢາ, ຖ້າເປັນແບບນັ້ນແລ້ວ ພຣະເຢໂຮວາກໍຈະບໍ່ແມ່ນພຣະເຈົ້າທີ່ກາຍມາເປັນມະນຸດ. ຖ້າພຣະອົງປະຕິບັດພາລະກິດຂອງພຣະອົງໃນລັກສະນະນີ້, ພຣະອົງກໍຈະໄດ້ເປັນອັກຄະສາວົກ ຫຼື ເປັນພຽງຄົນງານໃນຍຸກແຫ່ງພຣະບັນຍັດ. ຖ້າມັນເປັນຄືກັບເຈົ້າເວົ້າ, ແລ້ວພຣະເຢຊູກໍຈະບໍ່ສາມາດເປີດຍຸກໃໝ່ໄດ້ ຫຼື ພຣະອົງຈະບໍ່ສາມາດປະຕິບັດພາລະກິດໃດໆໄດ້ເລີຍ. ເຊັ່ນດຽວກັນ, ພຣະວິນຍານບໍລິສຸດກໍຕ້ອງໄດ້ປະຕິບັດພາລະກິດຂອງພຣະອົງຜ່ານທາງພຣະເຢໂຮວາເປັນຫຼັກ ແລະ ຖ້າຫາກບໍ່ໄດ້ປະຕິບັດຜ່ານທາງພຣະເຢໂຮວາ, ພຣະວິນຍານບໍລິສຸດກໍຈະບໍ່ສາມາດປະຕິບັດພາລະກິດໃໝ່ໄດ້ເລີຍ. ມະນຸດເຂົ້າໃຈພາລະກິດຂອງພຣະເຢຊູໃນລັກສະນະນີ້ແມ່ນເປັນການເຂົ້າໃຈຜິດ. ຖ້າມະນຸດເຊື່ອວ່າ ພາລະກິດທີ່ພຣະເຢຊູກະທຳແມ່ນອີງຕາມພຣະທຳຂອງພຣະເຢໂຮວາ ແລະ ອີງຕາມການທຳນວາຍຂອງເອຊາຢາ, ແລ້ວພຣະເຢຊູເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ພຣະອົງເປັນພຽງຜູ້ປະກາດພຣະທຳ? ອີງຕາມມຸມມອງນີ້, ຈະບໍ່ມີຍຸກແຫ່ງພຣະຄຸນ ແລະ ພຣະເຢຊູກໍຈະບໍ່ແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າ, ຍ້ອນພາລະກິດທີ່ພຣະອົງປະຕິບັດບໍ່ສາມາດເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນໄດ້ ແລະ ພຽງແຕ່ສາມາດເປັນຕົວແທນໃຫ້ກັບພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ. ສາມາດມີຍຸກໃໝ່ໄດ້ກໍຕໍ່ເມື່ອພຣະເຢຊູສະເດັດມາເພື່ອປະຕິບັດພາລະກິດໃໝ່, ເພື່ອເລີ່ມຕົ້ນຂັ້ນຕອນໃໝ່, ເພື່ອທຳລາຍພາລະກິດທີ່ໄດ້ກະທຳໃນອິດສະຣາເອັນກ່ອນໜ້ານີ້ ແລະ ເພື່ອປະຕິບັດພາລະກິດຂອງພຣະອົງໂດຍບໍ່ໃຫ້ສອດຄ່ອງກັບພາລະກິດທີ່ພຣະເຢໂຮວາໄດ້ກະທຳໃນອິດສະຣາເອັນ ຫຼື ກັບກົດລະບຽບເກົ່າໆຂອງພຣະອົງ ຫຼື ສອດຄ່ອງກັບກົດລະບຽບຕ່າງໆ, ແຕ່ກົງກັນຂ້າມ ແມ່ນເພື່ອປະຕິບັດພາລະກິດໃໝ່ທີ່ພຣະອົງຄວນກະທຳ. ພຣະເຈົ້າເອງສະເດັດມາເພື່ອເປີດຍຸກໃໝ່ ແລະ ພຣະເຈົ້າເອງສະເດັດມາເພື່ອນໍາຍຸກດັ່ງກ່າວໄປສູ່ຈຸດສິ້ນສຸດ. ມະນຸດບໍ່ສາມາດປະຕິບັດພາລະກິດຂອງການເລີ່ມຕົ້ນຍຸກໃດໜຶ່ງ ແລະ ສິ້ນສຸດຍຸກດັ່ງກ່າວໄດ້. ຖ້າພຣະເຢຊູບໍ່ໄດ້ນໍາພາລະກິດຂອງພຣະເຢໂຮວາມາສູ່ຈຸດສິ້ນສຸດຫຼັງຈາກທີ່ພຣະອົງສະເດັດມາ, ແລ້ວສິ່ງນ້ັນກໍຈະພິສູດໃຫ້ເຫັນວ່າ ພຣະອົງເປັນພຽງມະນຸດເທົ່ານັ້ນ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ແນ່ນອນ ຍ້ອນວ່າ ພຣະເຢຊູສະເດັດມາ ແລະ ໄດ້ສິ້ນສຸດພາລະກິດຂອງພຣະເຢໂຮວາ, ສືບຕໍ່ພາລະກິດຂອງພຣະເຢໂຮວາໂດຍການເລີ່ມຕົ້ນພາລະກິດຂອງພຣະອົງເອງ ນັ້ນກໍຄື ພາລະກິດໃໝ່ ຈຶ່ງພິສູດໄດ້ວ່ານີ້ແມ່ນຍຸກໃໝ່ ແລະ ພຣະເຢຊູກໍຄືພຣະເຈົ້າເອງ. ພຣະອົງທັງສອງປະຕິບັດສອງຂັ້ນຕອນພາລະກິດທີ່ແຕກຕ່າງກັນ. ຂັ້ນຕອນທຳອິດແມ່ນຖືກປະຕິບັດໃນພຣະວິຫານ ແລະ ອີກຂັ້ນຕອນແມ່ນຖືກປະຕິບັດນອກພຣະວິຫານ. ຂັ້ນຕອນໜຶ່ງແມ່ນການຊີ້ນໍາຊີວິດຂອງມະນຸດຕາມກົດໝາຍ ແລະ ອີກຂັ້ນຕອນແມ່ນການຖວາຍເຄື່ອງບູຊາແທນຄວາມຜິດບາບ. ພາລະກິດສອງຂັ້ນຕອນເຫຼົ່ານີ້ແມ່ນແຕກຕ່າງກັນຢ່າງສິ້ນເຊີງ; ມັນເປັນການແບ່ງຍຸກໃໝ່ອອກຈາກຍຸກເກົ່າ ແລະ ມັນຖືກຕ້ອງທີ່ສຸດທີ່ຈະເວົ້າວ່າ ພວກມັນແມ່ນສອງຍຸກທີ່ແຕກຕ່າງກັນ. ສະຖານທີ່ຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ ແລະ ເນື້ອຫາຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ ແລະ ຈຸດປະສົງຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ. ເມື່ອເປັນແບບນັ້ນ ຈຶ່ງສາມາດແບ່ງອອກເປັນສອງຍຸກ ນັ້ນກໍຄື: ພຣະສັນຍາເດີມ ແລະ ໃໝ່ ເຊິ່ງໝາຍຄວາມວ່າ ຍຸກໃໝ່ ແລະ ເກົ່າ. ເມື່ອພຣະເຢຊູສະເດັດມາ ພຣະອົງບໍ່ໄດ້ເຂົ້າໄປໃນພຣະວິຫານ ເຊິ່ງພິສູດໄດ້ວ່າ ຍຸກຂອງພຣະເຢໂຮວາໄດ້ຈົບສິ້ນລົງແລ້ວ. ພຣະອົງບໍ່ໄດ້ເຂົ້າໄປໃນພຣະວິຫານ ກໍຍ້ອນວ່າ ພາລະກິດຂອງພຣະເຢໂຮວາທີ່ຢູ່ໃນພຣະວິຫານແມ່ນສຳເລັດລົງແລ້ວ ແລະ ບໍ່ຈຳເປັນຕ້ອງປະຕິບັດຄືນໃໝ່ອີກ ແລະ ຖ້າປະຕິບັດຄືນໃໝ່ ກໍຖືວ່າເປັນການເຮັດພາລະກິດນັ້ນຊໍ້າຄືນອີກຄັ້ງ. ການອອກຈາກພຣະວິຫານ, ການເລີ່ມຕົ້ນພາລະກິດໃໝ່ ແລະ ການເປີດເສັ້ນທາງໃໝ່ທີ່ຢູ່ນອກພຣະວິຫານເທົ່ານັ້ນ ພຣະອົງຈຶ່ງສາມາດນໍາພາລະກິດຂອງພຣະເຈົ້າໄປສູ່ຈຸດສູງສຸດ. ຖ້າພຣະອົງບໍ່ໄດ້ອອກຈາກພຣະວິຫານເພື່ອປະຕິບັດພາລະກິດຂອງພຣະອົງ, ພາລະກິດຂອງພຣະເຈົ້າກໍຈະຢຸດຢູ່ເທິງພີ້ນຂອງພຣະວິຫານ ແລະ ຈະບໍ່ມີການປ່ຽນແປງໃໝ່ໃດໆ. ດ້ວຍເຫດນັ້ນ ເມື່ອພຣະເຢຊູມາ ພຣະອົງຈຶ່ງບໍ່ໄດ້ເຂົ້າສູ່ພຣະວິຫານ ແລະ ບໍ່ໄດ້ປະຕິບັດພາລະກິດຂອງພຣະອົງໃນພຣະວິຫານ. ພຣະອົງປະຕິບັດພາລະກິດຂອງພຣະອົງຢູ່ນອກພຣະວິຫານ, ນໍາພາສາວົກຂອງພຣະອົງ ແລະ ປະຕິບັດພາລະກິດຂອງພຣະອົງຢ່າງເປີດເຜີຍ. ການທີ່ພຣະເຈົ້າອອກຈາກພຣະວິຫານເພື່ອປະຕິບັດພາລະກິດຂອງພຣະອົງໝາຍຄວາມວ່າ ພຣະເຈົ້າມີແຜນການໃໝ່. ພາລະກິດຂອງພຣະອົງແມ່ນຕ້ອງຖືກປະຕິບັດຢູ່ນອກພຣະວິຫານ ແລະ ມັນກໍເປັນພາລະກິດໃໝ່ທີ່ບໍ່ໄດ້ຖືກຈຳກັດຢູ່ໃນລັກສະນະຂອງການຈັດຕັ້ງປະຕິບັດຂອງພາລະກິດນັ້ນ. ທັນທີທີ່ພຣະເຢຊູສະເດັດມາເຖິງ, ພຣະອົງໄດ້ນໍາພາລະກິດຂອງພຣະເຢໂຮວາ ເຊິ່ງຢູ່ໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າ ພຣະອົງທັງສອງຖືກເອີ້ນໂດຍສອງພຣະນາມທີ່ແຕກຕ່າງກັນ, ມັນກໍເປັນພຣະວິນຍານອົງດຽວກັນທີ່ສຳເລັດພາລະກິດທັງສອງຂັ້ນຕອນ ແລະ ພາລະກິດກໍຖືກປະຕິບັດສືບຕໍ່ກັນຢ່າງຕໍ່ເນື່ອງ. ຍ້ອນວ່າ ພຣະນາມແຕກຕ່າງກັນ ແລະ ເນື້ອຫາຂອງພາລະກິດກໍແຕກຕ່າງກັນ, ຍຸກຈຶ່ງແຕກຕ່າງກັນ. ເມື່ອພຣະເຢໂຮວາສະເດັດມາ, ນັ້ນແມ່ນຍຸກຂອງພຣະເຢໂຮວາ ແລະ ເມື່ອພຣະເຢຊູສະເດັດມາ, ນັ້ນກໍແມ່ນຍຸກຂອງພຣະເຢຊູ. ດ້ວຍເຫດນັ້ນ ໃນການມາແຕ່ລະຄັ້ງ, ພຣະເຈົ້າຈຶ່ງຖືກເອີ້ນເປັນຊື່ດຽວ, ພຣະອົງເປັນຕົວແທນໃຫ້ກັບຍຸກດຽວ ແລະ ພຣະອົງເປີດເສັ້ນທາງໃໝ່; ແລ້ວໃນເສັ້ນທາງໃໝ່ແຕ່ລະຢ່າງນັ້ນ ພຣະອົງນໍາໃຊ້ຊື່ໃໝ່ ເຊິ່ງສະແດງວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພາລະກິດຂອງພຣະອົງບໍ່ເຄີຍຢຸດກ້າວໄປຂ້າງໜ້າຈັກເທື່ອ. ປະຫວັດສາດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ພາລະກິດຂອງພຣະເຈົ້າກໍກ້າວໄປຂ້າງໜ້າຢູ່ສະເໝີ. ເພື່ອໃຫ້ແຜນການຄຸ້ມຄອງຫົກພັນປີຂອງພຣະອົງຈົບສິ້ນລົງ, ມັນຕ້ອງສືບຕໍ່ກ້າວໄປຂ້າງໜ້າ. ໃນແຕ່ລະມື້ ພຣະອົງຕ້ອງປະຕິບັດພາລະກິດໃໝ່, ແຕ່ລະປີ ພຣະອົງຕ້ອງປະຕິບັດພາລະກິດໃໝ່; ພຣະອົງຕ້ອງເປີດເສັ້ນທາງໃໝ່, ຕ້ອງເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ຍິ່ງໃຫຍ່ກວ່າເດີມ ແລະ ພ້ອມດ້ວຍສິ່ງເຫຼົ່ານີ້ກໍຄືການນໍາມາຂອງຊື່ໃໝ່ ແລະ ພາລະກິດໃໝ່.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

15. ຈາກພາລະກິດຂອງພຣະເຢໂຮວາຈົນເຖິງພາລະກິດຂອງພຣະເຢຊູ ແລະ ຈາກພາລະກິດພຣະເຢຊູຈົນເຖິງຂັ້ນຕອນປັດຈຸບັນ, ສາມຂັ້ນຕອນເຫຼົ່ານີ້ສືບຕໍ່ປົກຄຸມທຸກຂອບເຂດແຫ່ງການຄຸ້ມຄອງຂອງພຣະເຈົ້າຢ່າງຕໍ່ເນຶ່ອງ ແລະ ເປັນພາລະກິດຂອງພຣະວິນຍານອົງດຽວທັງໝົດ. ນັບຕັ້ງແຕ່ການສ້າງໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຄຸ້ມຄອງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເປັນການເລີ່ມຕົ້ນ ແລະ ການສິ້ນສຸດ. ພຣະອົງເປັນຜູ້ທໍາອິດ ແລະ ຜູ້ສຸດທ້າຍ. ພຣະອົງເປັນຜູ້ທີ່ເລິ່ມຕົ້ນຍຸກ ແລະ ເປັນຜູ້ທີ່ນໍາຍຸກມາສູ່ການສິ້ນສຸດ. ພາລະກິດສາມຂັ້ນຕອນໃນຍຸກທີ່ແຕກຕ່າງກັນ ແລະ ໃນສະຖານທີ່ທີ່ແຕກຕ່າງກັນ ແມ່ນພາລະກິດຂອງພຣະວິນຍານອົງດຽວຢ່າງແນ່ນອນ. ທຸກຄົນທີ່ແບ່ງແຍກສາມຂັ້ນຕອນເຫຼົ່ານີ້ແມ່ນຢືນຢູ່ກົງກັນຂ້າມກັບພຣະເຈົ້າ. ບັດນີ້, ມັນຈໍາປັນສໍາລັບເຈົ້າທີ່ຕ້ອງເຂົ້າໃຈວ່າພາລະກິດທັງໝົດຕັ້ງແຕ່ຂັ້ນຕອນທຳອິດຈົນເຖິງປັດຈຸບັນແມ່ນພາລະກິດຂອງພຣະເຈົ້າອົງດຽວ, ເປັນພາລະກິດຂອງພຣະວິນຍານອົງດຽວ. ເລື່ອງນີ້ບໍ່ຈຳເປັນຕ້ອງສົງໄສ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ

ຕໍ່ໄປ: ຄັດເລືອກຈາກບົດຄວາມສີ່ບົດຂອງພຣະທຳຂອງພຣະເຈົ້າທີ່ກ່ຽວກັບບົດ “ກ່ຽວກັບພຣະຄຳພີ”

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?

ໃນມະນຸດມີພຽງຄຳສັບທີ່ບໍ່ແນ່ນອນກ່ຽວກັບຄວາມສັດທາ, ນອກນັ້ນມະນຸດຍັງບໍ່ຮູ້ວ່າຄວາມສັດທາປະກອບມີຫຍັງແດ່, ແລ້ວແຮງໄກຍ້ອນຫຍັງເຂົາຈຶ່ງມີຄວາມສັດທາ....

ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ

ພຣະເຈົ້າກາຍເປັນເນື້ອໜັງກໍຍ້ອນວ່າ ເປົ້າໝາຍແຫ່ງພາລະກິດຂອງພຣະອົງບໍ່ແມ່ນວິນຍານຂອງຊາຕານ ຫຼື ສິ່ງທີ່ບໍ່ມີຮູບຮ່າງ, ແຕ່ເປັນມະນຸດ ຜູ້ເຊິ່ງມີເນື້ອໜັງ...

ໃນຄວາມເຊື່ອ ຜູ້ຄົນຕ້ອງເອົາໃຈໃສ່ຄວາມເປັນຈິງ ແລະ ເຂົ້າຮ່ວມພິທີກໍາທາງສາສະໜາ

ມີຈັກທໍານຽມຂອງສາສະໜາທີ່ເຈົ້າໄດ້ສັງເກດເຫັນ? ແລ້ວມີຈັກເທື່ອທີ່ເຈົ້າໄດ້ຂັດຂືນຕໍ່ພຣະທໍາຂອງພຣະເຈົ້າ ແລະ ເດີນຕາມແນວທາງຂອງເຈົ້າເອງ?...

ພາລະກິດເຜີຍແຜ່ຂ່າວປະເສີດຍັງເປັນພາລະກິດແຫ່ງການຊ່ວຍມະນຸດໃຫ້ພົ້ນອີກດ້ວຍ

ມະນຸດທຸກຄົນຈຳເປັນຕ້ອງເຂົ້າໃຈຈຸດປະສົງຂອງພາລະກິດຂອງເຮົາຢູ່ໃນໂລກນີ້, ນັ້ນແມ່ນ ຈຸດປະສົງສຸດທ້າຍຂອງພາລະກິດຂອງເຮົາ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້