ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (10) ສ່ວນທີ ໜຶ່ງ
ຂໍ້ທີເກົ້າ: ໃຫ້ສື່ສານ, ມອບໝາຍ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດ, ໃຫ້ການຊີ້ແນະ, ການກຳກັບດູແລ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດ (ພາກທີສອງ)
ການໃຫ້ການຊີ້ແນະ, ການກຳກັບດູແລ ແລະ ການຊຸກຍູ້ການຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ການກວດກາ ແລະ ການຕິດຕາມສະຖານະການຈັດຕັ້ງປະຕິບັດການຈັດແຈງວຽກງານ
ມື້ນີ້, ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ສື່ສານ, ມອບໝາຍ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດ, ໃຫ້ການຊີ້ແນະ, ການກຳກັບດູແລ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດ.” ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນເປັນຫຼັກກ່ຽວກັບເນື້ອໃນຕ່າງໆ ແລະ ລາຍການສະເພາະໃນການຈັດແຈງວຽກງານທີ່ຜູ້ຄົນຕ້ອງເຂົ້າໃຈ, ພ້ອມທັງຄວາມຮັບຜິດຊອບພື້ນຖານທີ່ສຸດຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເຊິ່ງກໍຄືການສື່ສານ, ການມອບໝາຍ ແລະ ການຈັດຕັ້ງປະຕິບັດການຈັດແຈງວຽກງານ. ມື້ນີ້, ພວກເຮົາຈະໂອ້ລົມກັນຢ່າງສະເພາະເຈາະຈົງກ່ຽວກັບວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນໃຫ້ການຊີ້ແນະ, ການກຳກັບດູແລ ແລະ ການຊຸກຍູ້ ແລະ ພວກເຂົາຄວນກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດການຈັດແຈງວຽກງານແນວໃດ ຫຼັງຈາກທີ່ພວກມັນໄດ້ຖືກມອບໝາຍໄປແລ້ວ. ວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດຕໍ່ການຈັດແຈງວຽກງານ ແລະ ວິທີຈັດຕັ້ງປະຕິບັດ ແລະ ດຳເນີນການຈັດແຈງວຽກງານຢ່າງຖືກຕ້ອງຕາມຂໍ້ກຳນົດຂອງເບື້ອງເທິງ ແລະ ຂັ້ນຕອນຕ່າງໆ, ເມື່ອພວກເຂົາເຂົ້າໃຈຄວາມໝາຍສຳຄັນຂອງການຈັດແຈງວຽກງານແລ້ວ, ສິ່ງເຫຼົ່ານີ້ແມ່ນຫຼັກການຄວາມຈິງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໂອ້ລົມກັນໃຫ້ເຂົ້າໃຈ ແລະ ພວກເຂົາຕ້ອງກຳແໜ້ນຫຼັກການເຫຼົ່ານີ້ ເພື່ອປະຕິບັດລາຍການວຽກງານຕ່າງໆຂອງຄຣິສຕະຈັກໃຫ້ດີ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮູ້ວ່າ ຂໍ້ກຳນົດພື້ນຖານຂອງເຮືອນຂອງພຣະເຈົ້າສຳລັບຜູ້ທີ່ຮັບໃຊ້ໃນບົດບາດນີ້ ສ່ວນໃຫຍ່ແມ່ນເພື່ອໃຫ້ພວກເຂົາປະຕິບັດວຽກງານ ໂດຍມີການຈັດແຈງວຽກງານຕ່າງໆເປັນຈຸດສູນກາງ. ມັນບໍ່ແມ່ນເພື່ອໃຫ້ພວກເຂົາດໍາເນີນກິດຈະການຂອງຕົວເອງ ຫຼື ເຮັດສິ່ງຕ່າງໆຕາມຄວາມປາຖະໜາຂອງຕົນເອງ ແລະ ແນ່ນອນວ່າ ມັນບໍ່ແມ່ນເພື່ອໃຫ້ພວກເຂົາເຮັດວຽກງານໃດໜຶ່ງແບບຄຳທາງໄປເອງ. ແນ່ນອນວ່າ ມັນກໍບໍ່ແມ່ນເພື່ອໃຫ້ພວກເຂົາປະດິດຄິດສ້າງສິ່ງໃດສິ່ງໜຶ່ງຂຶ້ນມາເອງ. ແຕ່ກົງກັນຂ້າມ, ມັນແມ່ນເພື່ອໃຫ້ພວກເຂົາເຮັດວຽກຢ່າງສະເພາະເຈາະຈົງ ແລະ ລະອຽດ ໂດຍອີງໃສ່ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ. ວຽກງານຄວນເຮັດຢ່າງສະເພາະເຈາະຈົງແນວໃດ? ມີລາຍລະອຽດຫຍັງແດ່ທີ່ກ່ຽວຂ້ອງ? ຄຳຕອບຂອງຄຳຖາມເຫຼົ່ານີ້ແມ່ນຢູ່ໃນຂໍ້ກຳນົດຂອງຄວາມຮັບຜິດຊອບຂໍ້ທີເກົ້າ: ນອກຈາກການສື່ສານ, ການມອບໝາຍ ແລະ ການຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຍັງຕ້ອງໃຫ້ການຊີ້ແນະ, ການກໍາກັບດູແລ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດຂອງພວກເຂົາອີກດ້ວຍ. ສິ່ງເຫຼົ່ານີ້ແມ່ນເສັ້ນທາງແຫ່ງການປະຕິບັດທີ່ສະເພາະເຈາະຈົງສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ເພື່ອຈັດຕັ້ງປະຕິບັດການຈັດແຈງວຽກງານ. ຕໍ່ໄປ, ພວກເຮົາຈະໂອ້ລົມກ່ຽວກັບສິ່ງເຫຼົ່ານັ້ນເທື່ອລະຢ່າງ.
ຫຼັງຈາກທີ່ການຈັດແຈງວຽກງານໄດ້ຖືກມອບໝາຍໄປແລ້ວ, ກ່ອນອື່ນ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໄຕ່ຕອງ ແລະ ໂອ້ລົມກ່ຽວກັບຂໍ້ກຳນົດ ແລະ ຫຼັກການຕ່າງໆທີ່ໄດ້ລະບຸໄວ້ໃນນັ້ນ. ຈາກນັ້ນ, ພວກເຂົາຕ້ອງຊອກຫາເສັ້ນທາງ ແລະ ແຜນການປະຕິບັດ ເພື່ອຈັດຕັ້ງປະຕິບັດວຽກງານຢ່າງສະເພາະເຈາະຈົງ. ກ່ອນອື່ນ ພວກເຂົາຕ້ອງຮູ້ວ່າການຈັດແຈງວຽກງານຮຽກຮ້ອງຫຍັງ, ວຽກງານສະເພາະໃດທີ່ຕ້ອງເຮັດ ແລະ ຫຼັກການທີ່ກ່ຽວຂ້ອງແມ່ນຫຍັງ, ພ້ອມທັງການຈັດແຈງວຽກງານນັ້ນກ່ຽວຂ້ອງກັບຄົນໃດ ແລະ ວຽກງານດ້ານໃດ. ນີ້ຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດກ່ອນໝູ່ ຫຼັງຈາກທີ່ໄດ້ຮັບການຈັດແຈງວຽກງານ. ພວກເຂົາບໍ່ຄວນພຽງແຕ່ອ່ານການຈັດແຈງວຽກງານແບບຜິວເຜີນ, ແລ້ວອ່ານໃຫ້ທຸກຄົນຟັງ ຫຼື ສົ່ງຕໍ່ລົງໄປ ແລະ ແຈ້ງໃຫ້ທຸກຄົນຮູ້ກ່ຽວກັບວຽກງານແລ້ວກໍແລ້ວໄປ. ນີ້ເປັນພຽງການສື່ສານ ແລະ ການມອບໝາຍການຈັດແຈງວຽກງານ; ມັນບໍ່ແມ່ນການຈັດຕັ້ງປະຕິບັດ. ວຽກງານສະເພາະທຳອິດໃນການຈັດຕັ້ງປະຕິບັດກໍຄື ການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮຽນຮູ້ກ່ຽວກັບເນື້ອໃນສະເພາະຂອງການຈັດແຈງວຽກງານ, ຂໍ້ກຳນົດ ແລະ ເປົ້າໝາຍຂອງພຣະເຈົ້າສຳລັບວຽກງານຄຣິສຕະຈັກເຫຼົ່ານີ້ ແລະ ຄວາມໝາຍສຳຄັນຂອງການດຳເນີນວຽກງານນີ້ ແລະ ຈາກນັ້ນກໍກຳນົດແຜນການດຳເນີນງານ ແລະ ການຈັດຕັ້ງປະຕິບັດທີ່ສະເພາະເຈາະຈົງ. ນີ້ຄືຂັ້ນຕອນທຳອິດ. ຂັ້ນຕອນທຳອິດບັນລຸໄດ້ງ່າຍບໍ? (ງ່າຍ). ຕາບໃດທີ່ພວກເຈົ້າສາມາດເຂົ້າໃຈຕົວໜັງສື ແລະ ພາສາມະນຸດ, ຂັ້ນຕອນທຳອິດກໍຄວນຈະບັນລຸໄດ້ງ່າຍ. ແນ່ນອນວ່າ ການເຮັດໃຫ້ຂັ້ນຕອນທຳອິດສຳເລັດນັ້ນຍັງຮຽກຮ້ອງໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກມີທັດສະນະຄະຕິທີ່ຈິງຈັງ, ເອົາໃຈໃສ່, ມີຄວາມຮັບຜິດຊອບ ແລະ ລະອຽດຖີ່ຖ້ວນຕໍ່ວຽກງານ, ແທນທີ່ຈະເຮັດແບບເບົາປັນຍາ, ເຮັດແບບພໍແລ້ວມືແລ້ວຕີນ ຫຼື ເຮັດແບບພໍເປັນພິທີ. ບໍ່ວ່າການຈັດແຈງວຽກງານຈະເຄີຍຖືກກ່າວເຖິງມາກ່ອນ ຫຼື ບໍ່, ບໍ່ວ່າມັນຈະງ່າຍ ຫຼື ຂ້ອນຂ້າງຍາກສຳລັບຜູ້ຄົນທີ່ຈະບັນລຸ, ບໍ່ວ່າຜູ້ຄົນຈະເຕັມໃຈ ຫຼື ບໍ່ເຕັມໃຈທີ່ຈະເຮັດມັນ, ບໍ່ວ່າຈະເປັນກໍລະນີໃດກໍຕາມ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນມີທັດສະນະຄະຕິແບບຜິວເຜີນຕໍ່ວຽກງານຄຣິສຕະຈັກ, ໂດຍພຽງແຕ່ເວົ້າຫຼັກຄຳສອນບາງຢ່າງ, ຮ້ອງຄຳຂວັນ ຫຼື ພະຍາຍາມພຽງຜິວເຜີນເພື່ອຈັດການກັບມັນແບບພໍແລ້ວມືແລ້ວຕີນ. ທັດສະນະຄະຕິທີ່ຜູ້ຄົນຄວນມີແມ່ນຫຍັງ? ກ່ອນອື່ນ ພວກເຂົາຄວນມີທັດສະນະຄະຕິທີ່ຈິງຈັງ, ເອົາໃຈໃສ່, ມີຄວາມຮັບຜິດຊອບ ແລະ ລະອຽດຖີ່ຖ້ວນ. ການມີທັດສະນະຄະຕິນີ້ໝາຍຄວາມວ່າ ຄົນໃດຄົນໜຶ່ງຈະສາມາດຈັດຕັ້ງປະຕິບັດລາຍການສະເພາະໃນການຈັດແຈງວຽກງານໄດ້ດີບໍ? ບໍ່, ນີ້ເປັນພຽງທັດສະນະຄະຕິທີ່ຄົນເຮົາຄວນມີເມື່ອເຮັດວຽກງານໃດໜຶ່ງ; ມັນບໍ່ສາມາດທົດແທນການຈັດຕັ້ງປະຕິບັດວຽກງານສະເພາະຕົວຈິງໄດ້. ເມື່ອພວກເຂົາມີທັດສະນະຄະຕິນີ້ ແລະ ເຂົ້າໃຈເນື້ອໃນສະເພາະ, ຂໍ້ກຳນົດ ແລະ ຫຼັກການຂອງການຈັດແຈງວຽກງານແລ້ວ, ຂັ້ນຕອນຕໍ່ໄປສຳລັບຜູ້ນໍາ ແລະ ຜູ້ເຮັດວຽກກໍຄື ວິທີທີ່ພວກເຂົາຈະຈັດຕັ້ງປະຕິບັດວຽກງານສະເພາະໃນການຈັດແຈງວຽກງານ. ຄວນຈະເຮັດຫຍັງກ່ອນ? ພວກເຂົາຕ້ອງເຮັດວຽກງານກະກຽມໃຫ້ເໝາະສົມ; ສິ່ງນີ້ສຳຄັນຫຼາຍ. ກ່ອນອື່ນ ພວກເຂົາຕ້ອງເຕົ້າໂຮມຜູ້ນໍາ, ຜູ້ເຮັດວຽກ ແລະ ຜູ້ກຳກັບດູແລ ເພື່ອໂອ້ລົມກ່ຽວກັບຫຼັກການປະຕິບັດທີ່ສະເພາະເຈາະຈົງສຳລັບວຽກງານເຫຼົ່ານີ້. ຈາກນັ້ນ, ພວກເຂົາຕ້ອງກຳນົດການຈັດແຈງ ແລະ ແຜນການທີ່ສະເພາະເຈາະຈົງ. ໃນເວລາດຽວກັນ, ພວກເຂົາຄວນສະແຫວງຫາຄຳແນະນຳ ຫຼື ແນວຄວາມຄິດຂອງປະຊາກອນທີ່ພຣະເຈົ້າເລືອກກ່ຽວກັບແຜນການເຫຼົ່ານີ້. ຈາກນັ້ນ ທຸກຄົນຄວນສະແຫວງຫາ ແລະ ໂອ້ລົມກັນຈົນກວ່າຂໍ້ກຳນົດ ແລະ ຫຼັກການທັງໝົດທີ່ໄດ້ລະບຸໄວ້ໃນການຈັດແຈງວຽກງານຈະເປັນທີ່ເຂົ້າໃຈ ແລະ ຊັດເຈນ ແລະ ທຸກຄົນຮູ້ວິທີຈັດຕັ້ງປະຕິບັດການຈັດແຈງວຽກງານເຫຼົ່ານີ້ ແລະ ວິທີປະຕິບັດ, ເມື່ອນັ້ນ ຂັ້ນຕອນເບື້ອງຕົ້ນຂອງການຈັດຕັ້ງປະຕິບັດການຈັດແຈງວຽກງານຈຶ່ງຈະຖືວ່າສຳເລັດ. ສະນັ້ນ, ເມື່ອທຸກຄົນຮູ້ວິທີຈັດຕັ້ງປະຕິບັດການຈັດແຈງວຽກງານແລ້ວ, ນັ້ນໝາຍຄວາມວ່າວຽກງານໃນການຈັດຕັ້ງປະຕິບັດການຈັດແຈງວຽກງານສຳເລັດແລ້ວບໍ? ບໍ່, ມັນບໍ່ໄດ້ໝາຍຄວາມວ່າແນວນັ້ນ. ບັນຫາລະອຽດ ແລະ ສະຖານະການພິເສດບາງຢ່າງບໍ່ໄດ້ຖືກກ່າວເຖິງໃນການຈັດແຈງວຽກງານ, ແຕ່ພວກມັນເປັນບັນຫາທີ່ຕ້ອງໄດ້ຮັບການແກ້ໄຂຕົວຈິງ. ໃນຂະນະທີ່ໂອ້ລົມກ່ຽວກັບການຈັດແຈງວຽກງານ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຂຸດຄົ້ນສະຖານະການພິເສດເຫຼົ່ານີ້, ບັນຫາເຫຼົ່ານີ້ທີ່ຄວນໄດ້ຮັບການແກ້ໄຂ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນຢ່າງຖີ່ຖ້ວນ ແລະ ໃນເວລາດຽວກັນ ພວກເຂົາກໍຄວນກຳນົດແຜນການຈັດຕັ້ງປະຕິບັດທີ່ສະເພາະເຈາະຈົງສຳລັບພວກມັນເຊັ່ນກັນ. ດ້ວຍວິທີນີ້, ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບກຳລັງຈັດຕັ້ງປະຕິບັດການຈັດແຈງວຽກງານ, ພວກເຂົາກໍຈະຮູ້ວ່າຄວນປະຕິບັດຕາມຫຼັກການໃດ ແລະ ແກ້ໄຂບັນຫາໃດ. ນີ້ຄືຄວາມເຂົ້າໃຈ ແລະ ທັດສະນະຄະຕິຂັ້ນຕໍ່າສຸດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີຕໍ່ການຈັດແຈງວຽກງານ. ວຽກງານນີ້ສາມາດຖືໄດ້ວ່າເປັນຈຸດເລີ່ມຕົ້ນສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະຮຽນຮູ້ວິທີເຮັດວຽກງານຄຣິສຕະຈັກ. ຜ່ານການສະແຫວງຫາ, ການໂອ້ລົມ, ການໃຫ້ການຊີ້ແນະ ແລະ ການຈັດແຈງ, ພວກເຂົາຮຽນຮູ້ທີ່ຈະປະຕິບັດ ແລະ ຈັດການກັບຄວາມຫຍຸ້ງຍາກຕົວຈິງ ແລະ ສະຖານະການພິເສດບາງຢ່າງຕາມຫຼັກການຄວາມຈິງ. ເມື່ອນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງແທ້ຈິງໄດ້.
I. ການໃຫ້ການຊີ້ແນະ
ເມື່ອໃຫ້ການຊີ້ແນະເບື້ອງຕົ້ນສຳລັບວຽກງານໃດໜຶ່ງ, ນອກຈາກການສະເໜີແຜນການຈັດຕັ້ງປະຕິບັດທີ່ສະເພາະເຈາະຈົງສຳລັບສະຖານະການພິເສດແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກທີ່ມີຂີດຄວາມສາມາດທົ່ວໄປ ແລະ ຄວາມສາມາດໃນການເຮັດວຽກທີ່ຂ້ອນຂ້າງຕໍ່າຄວນໄດ້ຮັບການຊີ້ແນະທີ່ສະເພາະເຈາະຈົງ ແລະ ລະອຽດກວ່າ. ເຖິງແມ່ນວ່າຄົນເຫຼົ່ານີ້ອາດຈະເຂົ້າໃຈຫຼັກການ ແລະ ແຜນການຈັດຕັ້ງປະຕິບັດທີ່ສະເພາະເຈາະຈົງສຳລັບວຽກງານໃດໜຶ່ງໃນທາງຫຼັກຄຳສອນ, ແຕ່ພວກເຂົາກໍຍັງບໍ່ຮູ້ວິທີນຳໄປປະຕິບັດ ເມື່ອເວົ້າເຖິງການຈັດຕັ້ງປະຕິບັດຕົວຈິງ. ພວກເຈົ້າຄວນປະຕິບັດຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກຈຳນວນໜ້ອຍທີ່ມີຂີດຄວາມສາມາດຕໍ່າ ແລະ ຂາດຄວາມສາມາດໃນການເຮັດວຽກແນວໃດ? ບາງຄົນເວົ້າວ່າ “ຖ້າຄົນທີ່ມີຂີດຄວາມສາມາດຕໍ່າບໍ່ສາມາດເຮັດວຽກໄດ້, ເປັນຫຍັງຈຶ່ງບໍ່ຊອກຫາຄົນທີ່ມີຂີດຄວາມສາມາດດີກວ່າມາແທນທີ່ພວກເຂົາ?” ຄວາມຫຍຸ້ງຍາກແມ່ນຢູ່ບ່ອນນີ້: ຄຣິສຕະຈັກບາງແຫ່ງບໍ່ສາມາດຊອກຫາຄົນທີ່ດີກວ່ານີ້ໄດ້. ໃນຄຣິສຕະຈັກເຫຼົ່ານັ້ນ, ທຸກຄົນລ້ວນແຕ່ໄດ້ເຊື່ອໃນພຣະເຈົ້າມາເປັນເວລາປະມານເທົ່າກັນ ແລະ ພວກເຂົາກໍມີວຸດທິພາວະເທົ່າໆກັນ; ໂດຍສະເພາະຢ່າງຍິ່ງ, ຂີດຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກຂອງທຸກຄົນແມ່ນຢູ່ໃນລະດັບທຳມະດາ. ເພື່ອຊອກຫາຄົນທີ່ດີກວ່າ, ເຈົ້າຈຳເປັນຕ້ອງຍົກຍ້າຍຄົນຈາກຄຣິສຕະຈັກອື່ນ, ແຕ່ມັນບໍ່ສະດວກປານໃດທີ່ຈະເຮັດແນວນັ້ນ ແລະ ມັນກໍບໍ່ມີຜູ້ສະໝັກທີ່ເໝາະສົມຢ່າງແທ້ຈິງ. ພວກເຈົ້າສາມາດຄັດເລືອກໄດ້ພຽງແຕ່ຜູ້ສະໝັກທີ່ຂ້ອນຂ້າງເໝາະສົມຈາກຄຣິສຕະຈັກທ້ອງຖິ່ນເທົ່ານັ້ນ. ຖ້າວຽກງານຂອງພວກເຂົາບໍ່ໄດ້ມາດຕະຖານຕາມທີ່ໄດ້ກຳນົດໄວ້, ຄວນຈະເຮັດແນວໃດໃນສະຖານະການດັ່ງກ່າວ? ເຈົ້າຕ້ອງໄດ້ບອກພວກເຂົາຢ່າງສະເພາະເຈາະຈົງວ່າຈະເຮັດວຽກແນວໃດ ແລະ ຈະຈັດຕັ້ງປະຕິບັດມັນແນວໃດ. ພວກເຈົ້າຄວນບອກພວກເຂົາວ່າໃຜຄວນຖືກແຕ່ງຕັ້ງ ແລະ ຮັບຜິດຊອບວຽກງານນີ້ ແລະ ຄວນຄັດເລືອກເອົາຄົນໃດເພື່ອມາຮ່ວມມືກັນໃນວຽກງານນີ້. ຈົ່ງອະທິບາຍລາຍລະອຽດທັງໝົດເຫຼົ່ານີ້ໃຫ້ພວກເຂົາຟັງ ແລະ ໃຫ້ພວກເຂົາດຳເນີນການຕາມນັ້ນ. ເປັນຫຍັງຈຶ່ງຄວນເຮັດແບບນີ້? ເພາະວ່າໂດຍທົ່ວໄປແລ້ວ ສະມາຊິກຂອງຄຣິສຕະຈັກທ້ອງຖິ່ນມີປະສົບການທີ່ຕື້ນເຂີນຫຼາຍ ແລະ ຂາດຄວາມສາມາດໃນການເຮັດວຽກ, ເຮັດໃຫ້ບໍ່ສາມາດຄັດເລືອກຜູ້ນໍາ ແລະ ຜູ້ເຮັດວຽກທີ່ເໝາະສົມໄດ້. ມີພຽງແຕ່ວິທີການເຮັດວຽກແບບນີ້ເທົ່ານັ້ນ ການຈັດແຈງວຽກງານຈຶ່ງຈະຖືກຈັດຕັ້ງປະຕິບັດ. ຖ້າເຈົ້າບໍ່ເຮັດວຽກແບບນີ້ ແລະ ປະຕິບັດຕໍ່ຄົນເຫຼົ່ານີ້ຄືກັນກັບຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນ, ໂດຍບອກພວກເຂົາພຽງແຕ່ຫຼັກການ ແລະ ແຜນການທີ່ສະເພາະເຈາະຈົງ ແລະ ບໍ່ມີການແຍກແຍະ, ການຈັດແຈງວຽກງານກໍຈະບໍ່ຖືກຈັດຕັ້ງປະຕິບັດ. ຖ້າເຈົ້າບໍ່ໃສ່ໃຈເລື່ອງນີ້, ນັ້ນບໍ່ແມ່ນການລະເລີຍຄວາມຮັບຜິດຊອບບໍ? (ແມ່ນແລ້ວ). ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ “ຄົນອື່ນຮູ້ວິທີຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ວິທີປະຕິບັດ; ເປັນຫຍັງຄົນນີ້ຈຶ່ງບໍ່ຮູ້? ຖ້າລາວບໍ່ຮູ້, ຂ້ອຍກໍຈະບໍ່ໃສ່ໃຈລາວ. ມັນບໍ່ແມ່ນຄວາມຮັບຜິດຊອບຂອງຂ້ອຍ. ຢ່າງໃດກໍຕາມ, ຂ້ອຍກໍໄດ້ເຮັດສ່ວນຂອງຂ້ອຍແລ້ວ”. ເຫດຜົນນີ້ຟັງຂຶ້ນບໍ? (ບໍ່). ຕົວຢ່າງ: ສົມມຸດວ່າມີແມ່ຄົນໜຶ່ງມີລູກສາມຄົນ ແລະ ລູກຄົນໜຶ່ງໃນນັ້ນຮ່າງກາຍອ່ອນແອ, ເຈັບປ່ວຍຢູ່ສະເໝີ ແລະ ບໍ່ຢາກກິນເຂົ້າ. ຖ້າແມ່ຍອມປ່ອຍໃຫ້ລູກຄົນນີ້ບໍ່ກິນເຂົ້າ, ລູກຄົນນັ້ນກໍອາດຈະມີຊີວິດຢູ່ໄດ້ບໍ່ດົນ. ລາວຄວນເຮັດແນວໃດ? ໃນຖານະທີ່ເປັນແມ່, ລາວຕ້ອງໃຫ້ການດູແລເປັນພິເສດແກ່ລູກທີ່ຮ່າງກາຍອ່ອນແອຄົນນັ້ນ. ສົມມຸດວ່າແມ່ເວົ້າວ່າ “ມັນກໍດີພໍແລ້ວທີ່ຂ້ອຍປະຕິບັດຕໍ່ລູກທຸກຄົນຂອງຂ້ອຍຢ່າງເທົ່າທຽມກັນ. ຂ້ອຍໄດ້ໃຫ້ກຳເນີດລູກຄົນນີ້ ແລະ ກະກຽມອາຫານໄວ້ໃຫ້ລາວແລ້ວ. ຂ້ອຍໄດ້ບັນລຸຄວາມຮັບຜິດຊອບຂອງຂ້ອຍແລ້ວ. ຂ້ອຍບໍ່ສົນໃຈວ່າລາວຈະກິນ ຫຼື ບໍ່. ຖ້າລາວບໍ່ກິນ, ກໍປ່ອຍໃຫ້ລາວຫິວ ແລະ ເມື່ອລາວຫິວຫຼາຍພໍ, ລາວກໍຈະກິນເອງ”. ພວກເຈົ້າຄິດແນວໃດກັບແມ່ປະເພດນີ້? (ລາວເປັນຄົນທີ່ບໍ່ມີຄວາມຮັບຜິດຊອບ). ມີແມ່ແບບນີ້ຢູ່ບໍ? ມີພຽງແຕ່ແມ່ຍິງທີ່ສະໝອງຊ້າ ຫຼື ແມ່ລ້ຽງເທົ່ານັ້ນທີ່ຈະເປັນແບບນັ້ນ. ຖ້າລາວເປັນແມ່ທີ່ໃຫ້ກຳເນີດ ແລະ ບໍ່ໄດ້ເປັນຄົນສະໝອງຊ້າ, ລາວຈະບໍ່ມີວັນປະຕິບັດຕໍ່ລູກຂອງຕົນເອງແບບນີ້, ແມ່ນບໍ? (ແມ່ນແລ້ວ). ຖ້າລູກຄົນໜຶ່ງຮ່າງກາຍອ່ອນແອ, ເຈັບປ່ວຍຢູ່ສະເໝີ ແລະ ບໍ່ມັກກິນເຂົ້າ, ແມ່ຂອງລູກກໍຕ້ອງທຸ່ມເທຄວາມໃສ່ໃຈ ແລະ ຄວາມພະຍາຍາມໃຫ້ຫຼາຍຂຶ້ນ. ລາວຕ້ອງຊອກຫາວິທີທີ່ຈະເຮັດໃຫ້ລູກຍອມກິນເຂົ້າ, ລາວຕ້ອງແຕ່ງກິນທຸກຢ່າງທີ່ລູກຢາກກິນ, ກະກຽມອາຫານພິເສດໃຫ້ລູກ ແລະ ເມື່ອລູກບໍ່ຢາກກິນ, ລາວກໍຕ້ອງໄດ້ເວົ້າອອຍເອົາລູກ. ເມື່ອພວກເຂົາອາຍຸໄດ້ສິບແປດ ຫຼື ສິບເກົ້າປີ ແລະ ຮ່າງກາຍຂອງພວກເຂົາແຂງແຮງຄືກັບຜູ້ໃຫຍ່ປົກກະຕິ, ແມ່ກໍສາມາດຜ່ອນຄາຍ ແລະ ປ່ອຍມືໄດ້ ແລະ ບໍ່ຈຳເປັນຕ້ອງໃຫ້ການດູແລເປັນພິເສດແກ່ລູກຄົນນີ້ອີກຕໍ່ໄປ. ຖ້າແມ່ຄົນໜຶ່ງສາມາດປະຕິບັດຕໍ່ລູກທີ່ມີສະຖານະການພິເສດແບບນີ້ ແລະ ບັນລຸຄວາມຮັບຜິດຊອບຂອງລາວໄດ້, ແລ້ວຜູ້ນໍາ ຫຼື ຜູ້ເຮັດວຽກເດ? ຖ້າເຈົ້າບໍ່ມີແມ່ນແຕ່ຄວາມຮັກຂອງແມ່ຄົນໜຶ່ງຕໍ່ອ້າຍເອື້ອຍນ້ອງ, ແລ້ວເຈົ້າກໍເປັນພຽງຄົນທີ່ບໍ່ມີຄວາມຮັບຜິດຊອບ. ເຈົ້າຕ້ອງບັນລຸຄວາມຮັບຜິດຊອບທີ່ເຈົ້າຄວນບັນລຸ; ເຈົ້າຕ້ອງຄຳນຶງເຖິງຄຣິສຕະຈັກທີ່ຜູ້ທີ່ຂ້ອນຂ້າງອ່ອນແອ ແລະ ມີຄວາມສາມາດໃນການເຮັດວຽກທີ່ຂ້ອນຂ້າງຕໍ່າເປັນຜູ້ຮັບຜິດຊອບຢູ່. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໃສ່ໃຈເປັນພິເສດ ແລະ ໃຫ້ການຊີ້ແນະແບບພິເສດໃນເລື່ອງເຫຼົ່ານີ້. ການຊີ້ແນະແບບພິເສດໝາຍເຖິງຫຍັງ? ນອກຈາກການໂອ້ລົມກ່ຽວກັບຄວາມຈິງແລ້ວ, ພວກເຈົ້າກໍຍັງຕ້ອງໃຫ້ການຊີ້ນຳ ແລະ ການຊ່ວຍເຫຼືອທີ່ສະເພາະເຈາະຈົງ ແລະ ລະອຽດກວ່າ, ເຊິ່ງກໍຕ້ອງໄດ້ໃຊ້ຄວາມພະຍາຍາມໃນການສື່ສານຫຼາຍຂຶ້ນ. ຖ້າເຈົ້າອະທິບາຍວຽກງານໃຫ້ພວກເຂົາຟັງແລ້ວ ແຕ່ພວກເຂົາຍັງບໍ່ເຂົ້າໃຈ ແລະ ບໍ່ຮູ້ວິທີຈັດຕັ້ງປະຕິບັດ ຫຼື ເຖິງແມ່ນວ່າພວກເຂົາເຂົ້າໃຈໃນທາງຫຼັກຄຳສອນ ແລະ ເບິ່ງຄືວ່າຮູ້ວິທີຈັດຕັ້ງປະຕິບັດ, ແຕ່ເຈົ້າຍັງບໍ່ແນ່ໃຈ ແລະ ກັງວົນເລັກນ້ອຍວ່າການຈັດຕັ້ງປະຕິບັດຕົວຈິງຈະເປັນແນວໃດ, ແລ້ວເຈົ້າຄວນຈະເຮັດແນວໃດ? ເຈົ້າຕ້ອງລົງເລິກເຂົ້າໄປໃນຄຣິສຕະຈັກທ້ອງຖິ່ນດ້ວຍຕົນເອງ ເພື່ອຊີ້ແນະພວກເຂົາ ແລະ ຈັດຕັ້ງປະຕິບັດວຽກງານຮ່ວມກັບພວກເຂົາ. ຈົ່ງບອກຫຼັກການໃຫ້ພວກເຂົາ ໃນຂະນະທີ່ຈັດແຈງວຽກງານສະເພາະກ່ຽວກັບວຽກງານທີ່ຕ້ອງເຮັດຕາມຂໍ້ກຳນົດຂອງການຈັດແຈງວຽກງານເຊັ່ນ: ຈະຕ້ອງເຮັດຫຍັງກ່ອນ ແລະ ຈະຕ້ອງເຮັດຫຍັງຕໍ່ໄປ ແລະ ວິທີຈັດສັນຜູ້ຄົນຢ່າງເໝາະສົມ, ຈົ່ງຈັດລະບຽບສິ່ງທັງໝົດເຫຼົ່ານີ້ໃຫ້ເໝາະສົມ. ນີ້ຄືການຊີ້ແນະພວກເຂົາໃນວຽກງານຂອງພວກເຂົາໃນທາງປະຕິບັດ, ເຊິ່ງກົງກັນຂ້າມກັບການພຽງແຕ່ຮ້ອງຄຳຂວັນ ຫຼື ການອອກຄຳສັ່ງແບບຊະຊາຍ ແລະ ການສັ່ງສອນພວກເຂົາດ້ວຍຫຼັກຄຳສອນບາງຢ່າງ ແລ້ວກໍຖືວ່າວຽກງານຂອງຕົນເອງສຳເລັດແລ້ວ, ນັ້ນບໍ່ແມ່ນການສະແດງອອກຂອງການເຮັດວຽກງານສະເພາະ ແລະ ການຮ້ອງຄຳຂວັນ ແລະ ການສັ່ງການຄົນອື່ນ ກໍບໍ່ແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເມື່ອຜູ້ນໍາ ຫຼື ຜູ້ກຳກັບດູແລຄຣິສຕະຈັກທ້ອງຖິ່ນສາມາດແບກຮັບວຽກງານໄດ້ ແລະ ວຽກງານໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແລ້ວ ແລະ ໂດຍພື້ນຖານແລ້ວ ມັນບໍ່ມີບັນຫາໃຫຍ່ໃດໆ, ເມື່ອນັ້ນເທົ່ານັ້ນ ຜູ້ນໍາ ຫຼື ຜູ້ເຮັດວຽກຈຶ່ງຈະສາມາດອອກໄປໄດ້. ນີ້ຄືວຽກງານສະເພາະທຳອິດທີ່ກ່າວເຖິງໃນຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ ສຳລັບການຈັດຕັ້ງປະຕິບັດການຈັດແຈງວຽກງານ, ນັ້ນກໍຄື ການໃຫ້ການຊີ້ແນະ. ແລ້ວຄວນໃຫ້ການຊີ້ແນະແນວໃດແທ້? ກ່ອນອື່ນ ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດການໄຕ່ຕອງ ແລະ ການໂອ້ລົມກ່ຽວກັບການຈັດແຈງວຽກງານ, ຮຽນຮູ້ ແລະ ທຳຄວາມເຂົ້າໃຈຂໍ້ກຳນົດສະເພາະຕ່າງໆຂອງການຈັດແຈງວຽກງານ ແລະ ເຂົ້າໃຈ ແລະ ກຳແໜ້ນຫຼັກການຕ່າງໆພາຍໃນການຈັດແຈງວຽກງານ. ຈາກນັ້ນ, ພວກເຂົາຄວນໂອ້ລົມຮ່ວມກັນກັບຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບກ່ຽວກັບແຜນການສະເພາະສຳລັບການຈັດຕັ້ງປະຕິບັດການຈັດແຈງວຽກງານ. ນອກຈາກນີ້, ພວກເຂົາຄວນສະໜອງແຜນການຈັດຕັ້ງປະຕິບັດທີ່ສະເພາະເຈາະຈົງສຳລັບສະຖານະການພິເສດ ແລະ ສຸດທ້າຍ, ພວກເຂົາຄວນໃຫ້ການຊ່ວຍເຫຼືອ ແລະ ການຊີ້ນຳທີ່ລະອຽດ ແລະ ສະເພາະເຈາະຈົງກວ່າແກ່ຜູ້ນໍາ ແລະ ຜູ້ເຮັດວຽກທີ່ຂ້ອນຂ້າງອ່ອນແອ ແລະ ມີຂີດຄວາມສາມາດທີ່ຂ້ອນຂ້າງຕໍ່າ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ສາມາດຈັດຕັ້ງປະຕິບັດວຽກງານໄດ້ເລີຍ, ຄວນຈະເຮັດແນວໃດໃນສະຖານະການດັ່ງກ່າວ? ຜູ້ນໍາ ແລະ ຜູ້ເຮັດວຽກລະດັບສູງຄວນລົງເລິກເຂົ້າໄປໃນຄຣິສຕະຈັກ ແລະ ເຂົ້າຮ່ວມໃນວຽກງານດ້ວຍຕົນເອງ, ແກ້ໄຂບັນຫາຕົວຈິງຜ່ານການໂອ້ລົມຄວາມຈິງ ແລະ ເຮັດໃຫ້ພວກເຂົາຮຽນຮູ້ວິທີເຮັດວຽກ ແລະ ວິທີຈັດຕັ້ງປະຕິບັດວຽກງານຕາມຫຼັກການ. ຂັ້ນຕອນເຫຼົ່ານີ້ໄດ້ຖືກກ່າວໄວ້ຢ່າງຊັດເຈນເປັນຄຳເວົ້າແລ້ວ, ແຕ່ມັນງ່າຍທີ່ຈະຈັດຕັ້ງປະຕິບັດບໍ? ມັນມີຄວາມຫຍຸ້ງຍາກຫຍັງກ່ຽວຂ້ອງບໍ? ບາງຄົນອາດຈະເວົ້າວ່າ “ເຈົ້າເຮັດໃຫ້ມັນຟັງເບິ່ງຄືວ່າງ່າຍ, ແຕ່ການຈັດຕັ້ງປະຕິບັດມັນບໍ່ໄດ້ງ່າຍປານນັ້ນ. ບາງຄັ້ງການຈັດແຈງວຽກງານກໍສັບສົນຫຼາຍ ແລະ ບໍ່ມີໃຜຮູ້ວິທີຈັດຕັ້ງປະຕິບັດພວກມັນເລີຍ!” ພຽງແຕ່ວຽກງານທຳອິດ, ການໂອ້ລົມກ່ຽວກັບຂໍ້ກຳນົດສະເພາະຂອງການຈັດແຈງວຽກງານ ແລະ ການໃຫ້ການຊີ້ແນະໃນລັກສະນະທີ່ເປັນພາກປະຕິບັດ, ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນກໍເຫັນວ່າສິ່ງນີ້ເປັນເລື່ອງທີ່ລຳບາກຫຼາຍ. ພວກເຂົາເວົ້າວ່າ “ຂ້ອຍບໍ່ເຄີຍເຮັດວຽກງານສະເພາະເຫຼົ່ານີ້ມາກ່ອນ, ສະນັ້ນ, ຂ້ອຍຈຶ່ງບໍ່ຮູ້ວ່າຈະໂອ້ລົມ ແລະ ໃຫ້ການຊີ້ແນະກ່ຽວກັບພວກມັນແນວໃດ. ພວກເຂົາຄວນພຽງແຕ່ປະຕິບັດຕາມຄຳເວົ້າເດີມຂອງການຈັດແຈງວຽກງານ, ມັນມີຫຍັງທີ່ຈະຕ້ອງໂອ້ລົມກັນອີກ? ນັ້ນບໍ່ແມ່ນພຽງແຕ່ການເຮັດແບບພໍເປັນພິທີບໍ?” ພວກເຂົາບໍ່ຮູ້ວິທີໂອ້ລົມ, ພວກເຂົາຮູ້ພຽງແຕ່ວິທີຮ້ອງຄຳຂວັນເທົ່ານັ້ນ: “ພວກເຮົາຕ້ອງຈັດຕັ້ງປະຕິບັດວຽກງານນີ້ໃຫ້ດີ! ນີ້ຄືຂໍ້ກຳນົດຂອງພຣະເຈົ້າທີ່ມີຕໍ່ພວກເຮົາ. ພວກເຮົາຕ້ອງຍຶດໝັ້ນໃນຈຸດຢືນຂອງພວກເຮົາຢ່າງເດັດຂາດ, ຕອບສະໜອງຂໍ້ກຳນົດຂອງພຣະເຈົ້າ ແລະ ບໍ່ເຮັດໃຫ້ຄວາມຄາດຫວັງຂອງພຣະເຈົ້າທີ່ມີຕໍ່ພວກເຮົາຜິດຫວັງ. ສ່ວນວ່າຈະເຮັດແນວໃດນັ້ນ, ພວກເຈົ້າຄວນໄປຫາທາງອອກກັນເອງ”. ມັນຈະມີບັນຫາຫຍັງກັບຄົນທີ່ເວົ້າແບບນີ້? ພວກເຂົາສາມາດເຮັດວຽກໄດ້ບໍ? ພວກເຂົາມີຄວາມສາມາດໃນການເຮັດວຽກບໍ? ຂີດຄວາມສາມາດຂອງພວກເຂົາຕໍ່າບໍ? (ຕໍ່າ).
ບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ, ບໍ່ວ່າຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍ, ພວກເຈົ້າກໍຄວນອະທິຖານ ແລະ ສະແຫວງຫາຈາກພຣະເຈົ້າ, ພ້ອມທັງຄິດ ແລະ ພິຈາລະນາຢ່າງຮອບຄອບ ແລະ ຖີ່ຖ້ວນ ກ່ອນທີ່ຈະຕັດສິນ. ຖ້າຄົນໃດຄົນໜຶ່ງບໍ່ມີຄວາມຄິດທີ່ເປັນປົກກະຕິ, ມັນຍິ່ງສຳຄັນກວ່ານັ້ນທີ່ພວກເຂົາຈະຕ້ອງອະທິຖານຕໍ່ພຣະເຈົ້າ, ຂໍຄວາມຊ່ວຍເຫຼືອຈາກພຣະເຈົ້າ ແລະ ສະແຫວງຫາໃຫ້ຫຼາຍຂຶ້ນຈາກຜູ້ທີ່ເຂົ້າໃຈຄວາມຈິງ. ນອກຈາກນີ້, ສຳລັບເລື່ອງໃຫຍ່ໃນວຽກງານຄຣິສຕະຈັກ ແລະ ເລື່ອງໃຫຍ່ທີ່ຕ້ອງປະເຊີນໃນຂະນະທີ່ປະຕິບັດໜ້າທີ່, ພວກເຈົ້າກໍຕ້ອງໂອ້ລົມ ແລະ ປຶກສາຫາລືກັບບຸກຄະລາກອນທີ່ກ່ຽວຂ້ອງ ເພື່ອບັນລຸຂໍ້ສະຫຼຸບທີ່ເປັນເອກະສັນກັນ ແລະ ສຸດທ້າຍກໍກຳນົດແຜນການປະຕິບັດທີ່ສະເພາະເຈາະຈົງ ແລະ ເປັນໄປໄດ້. ແຜນການນີ້ຄວນເປັນຂໍ້ສະຫຼຸບທີ່ເປັນເອກະສັນກັນທີ່ບັນລຸໄດ້ຜ່ານການພິຈາລະນາ ແລະ ການປຶກສາຫາລືຢ່າງຮອບຄອບ ແລະ ມັນຄວນຈະເປັນທີ່ຍອມຮັບໄດ້ຕໍ່ໜ້າຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບ. ຜູ້ທີ່ສາມາດກຳນົດແຜນການປະຕິບັດທີ່ສະເພາະເຈາະຈົງທີ່ໜັກແໜ້ນໄດ້ນັ້ນ ຖືວ່າເປັນຄົນທີ່ມີຄວາມຄິດທີ່ເປັນປົກກະຕິ. ຖ້າເມື່ອປະເຊີນກັບບັນຫາ, ບໍ່ວ່າຈະໃຫຍ່ ຫຼື ນ້ອຍ, ມັນຈະບໍ່ມີຫຍັງທີ່ເປັນຮູບປະທຳໃນຄວາມຄິດຂອງຄົນໃດຄົນໜຶ່ງ ແລະ ພວກເຂົາກໍບໍ່ສາມາດຄິດເຖິງຫຼັກການປະຕິບັດທີ່ສະເພາະເຈາະຈົງໄດ້ ແລະ ພຽງແຕ່ໃຊ້ຄຳຂວັນທາງທິດສະດີທີ່ງ່າຍດາຍມາທົດແທນຫຼັກການໃນການຈັດການບັນຫາ, ພວກເຂົາຈະສາມາດເຮັດວຽກຂອງພວກເຂົາໄດ້ດີບໍ? ຄົນດັ່ງກ່າວມີຄວາມສາມາດໃນການຄິດ ແລະ ຄວາມສາມາດໃນການຄິດໄຕ່ຕອງສິ່ງຕ່າງໆບໍ? (ບໍ່). ຄົນປະເພດໃດທີ່ຂາດຄວາມສາມາດໃນການຄິດ? (ຄົນທີ່ມີຂີດຄວາມສາມາດຕໍ່າ). ນີ້ຄືຄວາມໝາຍຂອງການເປັນຄົນທີ່ມີຂີດຄວາມສາມາດຕໍ່າ. ໃຫ້ເຮົາຍົກຕົວຢ່າງ. ສົມມຸດວ່າເຈົ້າກຳລັງອາໄສຢູ່ຕ່າງປະເທດ ແລະ ມື້ໜຶ່ງເຈົ້າໄດ້ຮັບໝາຍສານຢ່າງກະທັນຫັນ. ນີ້ເປັນສິ່ງທີ່ບໍ່ຄາດຄິດ ແລະ ກະທັນຫັນຫຼາຍ, ແມ່ນບໍ? ກ່ອນອື່ນໝົດ, ເຈົ້າບໍ່ໄດ້ເຮັດຫຍັງຜິດກົດໝາຍ. ສອງ, ເຈົ້າບໍ່ໄດ້ຍື່ນຟ້ອງໃດໆ ແລະ ເຈົ້າກໍບໍ່ເຄີຍໄດ້ຍິນວ່າມີໃຜກ່າວຫາເຈົ້າວ່າເຮັດຫຍັງເລີຍ. ເຈົ້າໄດ້ຮັບໝາຍສານໂດຍບໍ່ຮູ້ສະຖານະການໃດໆທີ່ກ່ຽວຂ້ອງກັບມັນເລີຍ. ຄວາມຮູ້ສຶກທຳອິດທີ່ຄົນທົ່ວໄປຈະມີເມື່ອປະເຊີນກັບສະຖານະການດັ່ງກ່າວແມ່ນຫຍັງ? ການເຂົ້າໄປພົວພັນກັບບັນຫາທາງກົດໝາຍຈະເຮັດໃຫ້ພວກເຂົາເກີດຄວາມຕື່ນຕົກໃຈ, ຄວາມກັງວົນ ແລະ ຄວາມຢ້ານກົວ; ມັນຈະເຮັດໃຫ້ພວກເຂົາຮູ້ສຶກບໍ່ທັນຕັ້ງໂຕ ແລະ ບໍ່ມີອາລົມຢາກກິນເຂົ້າ. ບໍ່ວ່າຄົນໃດຄົນໜຶ່ງຈະສຳຄັນ ຫຼື ບໍ່, ກ້າຫານ ຫຼື ຂີ້ຢ້ານ, ເປັນຜູ້ໃຫຍ່ ຫຼື ເປັນຜູ້ເຍົາ, ກໍບໍ່ມີໃຜຢາກປະເຊີນກັບສະຖານະການດັ່ງກ່າວ ເພາະມັນບໍ່ແມ່ນເລື່ອງທີ່ດີ. ເມື່ອປະເຊີນກັບສະຖານະການນີ້, ຜູ້ຄົນມີປະຕິກິລິຍາສອງແບບທີ່ແຕກຕ່າງກັນ. ຄົນປະເພດທຳອິດຄິດວ່າ “ຂ້ອຍບໍ່ໄດ້ເຮັດຫຍັງຜິດກົດໝາຍ ແລະ ຂ້ອຍກໍບໍ່ໄດ້ລະເມີດລະບຽບການໃດໆຂອງລັດຖະບານ. ຂ້ອຍຈະຢ້ານຫຍັງ? ນີ້ຄືສັງຄົມທີ່ປົກຄອງດ້ວຍກົດໝາຍ, ເຊິ່ງທຸກຢ່າງອີງໃສ່ຫຼັກຖານ. ໃນເມື່ອຂ້ອຍບໍ່ໄດ້ເຮັດຫຍັງບໍ່ດີ, ພວກເຂົາກໍຈະບໍ່ມີຫຼັກຖານໃດໆ ມາຕໍ່ຕ້ານຂ້ອຍ ເຖິງແມ່ນວ່າພວກເຂົາຈະດຳເນີນຄະດີກັບຂ້ອຍກໍຕາມ. ຂ້ອຍບໍ່ມີຫຍັງຕ້ອງຢ້ານ. ໝາຍສານຈະເຮັດຫຍັງໄດ້? ຄົນທີ່ຊື່ສັດບໍລິສຸດບໍ່ຈຳເປັນຕ້ອງຢ້ານຄຳກ່າວຫາໃດໆ. ຂ້ອຍຈະຈ້າງທະນາຍຄວາມມາສູ້ຄະດີໃຫ້ຂ້ອຍ; ມັນຈະບໍ່ມີບັນຫາຫຍັງ”. ຫຼັງຈາກທີ່ຄິດແບບນີ້ແລ້ວ, ພວກເຂົາກໍບໍ່ຮູ້ສຶກກົດດັນໃນໃຈ ແລະ ຊີວິດປະຈຳວັນຂອງພວກເຂົາກໍຍັງຄົງບໍ່ໄດ້ຮັບຜົນກະທົບໃດໆ. ນີ້ຄືປະຕິກິລິຍາຂອງຄົນປະເພດໜຶ່ງ. ບັດນີ້ ໃຫ້ເຮົາມາເບິ່ງປະຕິກິລິຍາຂອງຄົນປະເພດທີສອງ. ຫຼັງຈາກທີ່ໄດ້ຮັບໝາຍສານ, ພວກເຂົາຄິດວ່າ “ຂ້ອຍບໍ່ໄດ້ລະເມີດກົດໝາຍໃດໆ ແລະ ຂ້ອຍກໍບໍ່ໄດ້ກໍ່ອາດຊະຍາກຳໃດໆ, ແລ້ວມັນຈະເປັນເລື່ອງຫຍັງ? ມັນອາດຈະເປັນຍ້ອນຂ້ອຍເຊື່ອໃນພຣະເຈົ້າບໍ? ການເຊື່ອໃນພຣະເຈົ້າບໍ່ແມ່ນເລື່ອງຜິດກົດໝາຍ. ເປັນໄປໄດ້ບໍທີ່ມີຄົນໃດຄົນໜຶ່ງຕັ້ງໃຈໃສ່ຮ້າຍປ້າຍສີ ແລະ ລາຍງານຂ້ອຍ? ນັ້ນເບິ່ງຄືວ່າມີຄວາມເປັນໄປໄດ້ຫຼາຍກວ່າ. ແຕ່ມັນອາດຈະເປັນເລື່ອງອື່ນບໍ? ຂ້ອຍຕ້ອງປຶກສາທະນາຍຄວາມ ແລະ ຂໍໃຫ້ພວກເຂົາໄປສານເພື່ອຊອກຫາເຫດຜົນວ່າເປັນຫຍັງຂ້ອຍຈຶ່ງໄດ້ຮັບໝາຍສານ ແລະ ໃຜເປັນໂຈດ. ຂ້ອຍຕ້ອງສືບສວນໃຫ້ເຖິງທີ່ສຸດ ກ່ອນທີ່ຈະຕັດສິນໃຈກ່ຽວກັບແຜນການຮັບມື. ຖ້າທະນາຍຄວາມບອກວ່າມັນກ່ຽວຂ້ອງກັບຄວາມເຊື່ອໃນພຣະເຈົ້າຂອງຂ້ອຍ, ແລ້ວຂ້ອຍກໍຕ້ອງຟ້າວຊອກຫາຄົນເພື່ອວາງແຜນຮັບມື ແລະ ຍັງຕ້ອງຟ້າວເຊື່ອງໜັງສື ຫຼື ສິ່ງອື່ນໆ ທີ່ກ່ຽວຂ້ອງກັບຄວາມເຊື່ອຂອງຂ້ອຍອີກດ້ວຍ ເພື່ອປ້ອງກັນບໍ່ໃຫ້ສັດຕູຂອງຂ້ອຍຄົ້ນພົບສິ່ງທີ່ຈະນຳມາໃຊ້ເອົາຜິດຂ້ອຍ”. ຫຼັງຈາກຄວາມຄິດເບື້ອງຕົ້ນເຫຼົ່ານີ້, ເຖິງແມ່ນວ່າພວກເຂົາຈະຍັງບໍ່ໄດ້ຂໍ້ສະຫຼຸບທີ່ແນ່ນອນ ຫຼື ການຕັດສິນທີ່ຖືກຕ້ອງກ່ຽວກັບການໄດ້ຮັບໝາຍສານ, ແຕ່ພວກເຂົາກໍມີແນວຄວາມຄິດທີ່ຊັດເຈນແລ້ວກ່ຽວກັບແຜນການປະຕິບັດທີ່ສະເພາະເຈາະຈົງ: ຈະຕ້ອງເຮັດຫຍັງສຳລັບແຜນ ກ, ຈະຕ້ອງເຮັດຫຍັງສຳລັບແຜນ ຂ ແລະ ຖ້າທັງສອງແຜນນັ້ນເປັນໄປບໍ່ໄດ້, ພວກເຂົາຄວນເຮັດຫຍັງຕໍ່ໄປ. ພວກເຂົາພິຈາລະນາທຸກຂັ້ນຕອນຢ່າງຖີ່ຖ້ວນ ແລະ ຮອບຄອບ; ກ່ອນອື່ນ ພວກເຂົາຕັ້ງສະຕິໃຫ້ໝັ້ນຄົງ ແລະ ອະທິຖານໃນໃຈຢ່າງໄວວາ ແລະ ຈາກນັ້ນ, ຫຼັງຈາກທີ່ຕັ້ງສະຕິໄດ້ແລ້ວ, ພວກເຂົາກໍເລີ່ມຈັດການເລື່ອງນີ້ທັນທີ. ພາຍໃນມື້ດຽວ, ພວກເຂົາກໍໄດ້ຄິດຫາທາງອອກສຳລັບທຸກສິ່ງເຫຼົ່ານີ້ ແລະ ຮູ້ວ່າຈະດຳເນີນການຕໍ່ໄປແນວໃດ. ບໍ່ວ່າຜົນສຸດທ້າຍຂອງເລື່ອງນີ້ຈະເປັນແນວໃດກໍຕາມ, ກ່ອນອື່ນ ໃຫ້ເຮົາມາເບິ່ງຄົນສອງປະເພດນີ້. ຄົນໃດທີ່ມີຄວາມສາມາດໃນການຄິດໄຕ່ຕອງບັນຫາ? ຄົນໃດທີ່ມີຂີດຄວາມສາມາດ? (ຄົນທີສອງ). ເຫັນໄດ້ຢ່າງຊັດເຈນວ່າ ຄົນທີສອງມີຂີດຄວາມສາມາດ. ການມີຄວາມກ້າຫານ ແລະ ຄວາມຕັ້ງໃຈພຽງຢ່າງດຽວ ເມື່ອຄົນເຮົາຕ້ອງປະເຊີນກັບສະຖານະການໃດໜຶ່ງ ບໍ່ໄດ້ເທົ່າກັບການມີຂີດຄວາມສາມາດ. ຄົນເຮົາຕ້ອງສາມາດຄິດ, ມີຄວາມສາມາດໃນການແຍກແຍະ ແລະ ມີຄວາມສາມາດໃນການຈັດການບັນຫາ. ໃນຂະບວນການຄິດ, ພວກເຂົາຕ້ອງສາມາດຕັດສິນຢ່າງສະເພາະເຈາະຈົງ ແລະ ກຳນົດແຜນການດຳເນີນງານທີ່ສະເພາະເຈາະຈົງ. ມີພຽງແຕ່ຄົນປະເພດນີ້ເທົ່ານັ້ນທີ່ມີຂີດຄວາມສາມາດ. ເມື່ອເບິ່ງຈາກພາຍນອກ, ພວກເຂົາອາດຈະເບິ່ງຄືວ່າເປັນຄົນຂີ້ຢ້ານຫຼາຍ, ປະຕິບັດຕົນຢ່າງຮອບຄອບ ແລະ ລະມັດລະວັງແມ່ນແຕ່ກັບເລື່ອງເລັກນ້ອຍ ແລະ ປະຕິບັດຕໍ່ເລື່ອງເລັກນ້ອຍຄືກັບວ່າເປັນເລື່ອງສຳຄັນ. ເຖິງຢ່າງໃດກໍຕາມ, ວິທີການ ແລະ ແນວທາງທີ່ພວກເຂົາຈັດການບັນຫາໄດ້ພິສູດໃຫ້ເຫັນວ່າ ຄົນຜູ້ນີ້ມີຄວາມສາມາດໃນການຄິດ ແລະ ຄວາມສາມາດໃນການຄິດໄຕ່ຕອງ ແລະ ຈັດການບັນຫາ. ໃນທາງກົງກັນຂ້າມ, ຄົນປະເພດທຳອິດແມ່ນກ້າຫານຫຼາຍ ແລະ ບໍ່ຢ້ານຫຍັງ. ເມື່ອພວກເຂົາຕ້ອງປະເຊີນກັບສະຖານະການໃດໜຶ່ງ, ພວກເຂົາຄິດງ່າຍໆວ່າ “ຂ້ອຍບໍ່ໄດ້ເຮັດຫຍັງບໍ່ດີ. ບໍ່ວ່າຈະມີຫຍັງຜິດພາດເກີດຂຶ້ນກໍຕາມ, ມັນກໍຍັງຈະມີຄົນທີ່ມີຄວາມສາມາດສູງກວ່າຄອຍແກ້ໄຂມັນຢູ່ສະເໝີ. ຂ້ອຍຈະຢ້ານຫຍັງ?” ພວກເຂົາໃຊ້ຊີວິດແບບບໍ່ມີຄວາມກັງວົນ ແລະ ສະດວກສະບາຍ, ແຕ່ພວກເຂົາບໍ່ແມ່ນຄົນທີ່ກ້າຫານແບບໂງ່ຈ້າ ແລະ ສະໝອງຊ້າໜ້ອຍໜຶ່ງບໍ? ຄົນປະເພດນີ້ຮ້ອງຄຳຂວັນດັງໆ ແລະ ສິ່ງທີ່ພວກເຂົາເວົ້າກໍບໍ່ໄດ້ຜິດ, ແຕ່ພວກເຂົາຂາດຫຍັງ? (ພວກເຂົາບໍ່ມີຄວາມຄິດທີ່ເປັນປົກກະຕິ ແລະ ຂາດຄວາມສາມາດໃນການຄິດໄຕ່ຕອງບັນຫາ). ການຂາດຄວາມຄິດທີ່ເປັນປົກກະຕິຂອງພວກເຂົາສະແດງອອກຢູ່ໃສ? ເມື່ອຕ້ອງປະເຊີນກັບສະຖານະການໃດໜຶ່ງ, ບໍ່ວ່າມັນຈະເປັນສິ່ງທີ່ເກີດຂຶ້ນຢ່າງກະທັນຫັນ ຫຼື ສິ່ງທີ່ພວກເຂົາຮູ້ຢູ່ແລ້ວ, ພວກເຂົາກໍບໍ່ສາມາດຄິດໄຕ່ຕອງ ຫຼື ຕັດສິນໄດ້, ສະນັ້ນ, ໂດຍທຳມະຊາດແລ້ວ ພວກເຂົາກໍຈະບໍ່ມີແຜນການທີ່ຈະຈັດການບັນຫາ ຫຼື ຄວາມສາມາດທີ່ຈະແກ້ໄຂມັນ. ສິ່ງນີ້ເຫັນໄດ້ຊັດເຈນຫຼາຍ. ເມື່ອເບິ່ງຈາກພາຍນອກ, ຄົນປະເພດນີ້ເບິ່ງຄືວ່າເປັນຄົນເວົ້າເກັ່ງ ແລະ ພວກເຂົາສາມາດເວົ້າຫຼັກຄຳສອນໄດ້ ແລະ ພວກເຂົາຍັງສາມາດປຸກລະດົມກຳລັງໃຈໄດ້ອີກດ້ວຍ; ພວກເຂົາເບິ່ງຄືວ່າມີຂີດຄວາມສາມາດທີ່ຈະເປັນຜູ້ນໍາ. ເຖິງຢ່າງໃດກໍຕາມ, ເມື່ອຕ້ອງປະເຊີນກັບບັນຫາ, ພວກເຂົາບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາ ແລະ ບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນໄດ້. ພວກເຂົາສາມາດເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ຮ້ອງຄຳຂວັນເທົ່ານັ້ນ. ເມື່ອເບິ່ງຈາກພາຍນອກ, ພວກເຂົາເບິ່ງຄືວ່າເປັນຄົນສະຫຼາດ, ແຕ່ເມື່ອຕ້ອງປະເຊີນກັບບັນຫາ, ພວກເຂົາບໍ່ສາມາດວິເຄາະ ຫຼື ຕັດສິນສາເຫດຂອງບັນຫາໄດ້ ແລະ ພວກເຂົາກໍບໍ່ສາມາດປະເມີນຜົນສະທ້ອນທີ່ຮ້າຍແຮງທີ່ຈະເກີດຂຶ້ນໄດ້ ຖ້າບັນຫາເຫຼົ່ານັ້ນຍັງຄົງດຳເນີນຕໍ່ໄປ. ພວກເຂົາບໍ່ສາມາດຈັບຕົ້ນຊົນປາຍເລື່ອງລາວເຫຼົ່ານີ້ໃນຄວາມຄິດຂອງພວກເຂົາໄດ້, ຍິ່ງບໍ່ຕ້ອງເວົ້າເຖິງການແກ້ໄຂບັນຫາ. ຄົນດັ່ງກ່າວເບິ່ງຄືວ່າເປັນຄົນເວົ້າເກັ່ງ ແຕ່ທີ່ຈິງແລ້ວມີຂີດຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້. ໃນທຳນອງດຽວກັນ, ເມື່ອໄດ້ຮັບການຈັດແຈງວຽກງານ, ຖ້າຜູ້ນໍາ ແລະ ຜູ້ເຮັດວຽກສາມາດພຽງແຕ່ອ່ານ ແລະ ອະທິບາຍຕາມຕົວອັກສອນເທົ່ານັ້ນ ແລະ ເຖິງແມ່ນວ່າພວກເຂົາອາດຈະມອບໝາຍການຈັດແຈງວຽກງານ ແລະ ໂອ້ລົມກ່ຽວກັບຈຸດສຳຄັນຂອງມັນໃນການເຕົ້າໂຮມ, ແຕ່ພວກເຂົາບໍ່ຮູ້ວິທີຈັດແຈງວຽກງານສະເພາະ ແລະ ໃຫ້ການຊີ້ແນະທີ່ສະເພາະເຈາະຈົງສຳລັບຂໍ້ກຳນົດ, ຫຼັກການ, ເລື່ອງທີ່ຕ້ອງໃສ່ໃຈ, ສະຖານະການພິເສດ ແລະ ອື່ນໆຂອງການຈັດແຈງວຽກງານ ແລະ ພວກເຂົາບໍ່ມີແຜນການ, ບໍ່ມີແນວຄວາມຄິດ ແລະ ບໍ່ມີຄວາມສາມາດໃນການແກ້ໄຂບັນຫາ, ແລ້ວພວກເຂົາກໍມີຂີດຄວາມສາມາດຕໍ່າ. ເມື່ອຈັດຕັ້ງປະຕິບັດການຈັດແຈງວຽກງານ, ວຽກງານທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດ, ນັ້ນກໍຄື ການໃຫ້ການຊີ້ແນະ, ມັນບໍ່ແມ່ນເລື່ອງງ່າຍ ຫຼື ທຳມະດາ. ວຽກງານທຳອິດນີ້ຈະທົດສອບວ່າ ຜູ້ນໍາ ຫຼື ຜູ້ເຮັດວຽກມີຂີດຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກຕາມທີ່ພວກເຂົາຄວນຈະມີ ຫຼື ບໍ່. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ມີຂີດຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກນີ້, ພວກເຂົາກໍຈະບໍ່ສາມາດໃຫ້ການຊີ້ແນະທີ່ສະເພາະເຈາະຈົງສຳລັບການຈັດແຈງວຽກງານ ຫຼື ການຈັດຕັ້ງປະຕິບັດພວກມັນໄດ້.
II. ການໃຫ້ການກຳກັບດູແລ ແລະ ການຊຸກຍູ້
ຕໍ່ໄປ, ໃຫ້ເຮົາໂອ້ລົມກ່ຽວກັບໜ້າວຽກ “ການກຳກັບດູແລ”. ໂດຍຕັດສິນຈາກຄວາມໝາຍຕາມຕົວອັກສອນ, ການກຳກັບດູແລໝາຍເຖິງການກວດກາ: ການກວດສອບວ່າຄຣິສຕະຈັກໃດໄດ້ຈັດຕັ້ງປະຕິບັດການຈັດແຈງວຽກງານແລ້ວ ແລະ ຄຣິສຕະຈັກໃດຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ, ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ, ຜູ້ນໍາ ແລະ ຜູ້ເຮັດວຽກຄົນໃດກຳລັງເຮັດວຽກງານຕົວຈິງ ແລະ ຄົນໃດບໍ່ໄດ້ເຮັດ ແລະ ຜູ້ນໍາ ຫຼື ຜູ້ເຮັດວຽກຄົນໃດຄົນໜຶ່ງພຽງແຕ່ແຈກຈ່າຍການຈັດແຈງວຽກງານ ໂດຍບໍ່ໄດ້ມີສ່ວນຮ່ວມໃນໜ້າວຽກສະເພາະ ຫຼື ບໍ່. ການກຳກັບດູແລແມ່ນໜ້າວຽກສະເພາະ. ນອກເໜືອຈາກການກຳກັບດູແລການຈັດຕັ້ງປະຕິບັດການຈັດແຈງວຽກງານ ນັ້ນກໍຄື ບໍ່ວ່າພວກມັນຈະຖືກຈັດຕັ້ງປະຕິບັດແລ້ວ ຫຼື ບໍ່, ຄວາມໄວຂອງການຈັດຕັ້ງປະຕິບັດ, ຄຸນນະພາບຂອງການຈັດຕັ້ງປະຕິບັດ ແລະ ຜົນໄດ້ຮັບທີ່ບັນລຸໄດ້, ຜູ້ນໍາ ແລະ ຜູ້ເຮັດວຽກຂັ້ນເທິງຕ້ອງກວດກາວ່າຜູ້ນໍາ ແລະ ຜູ້ເຮັດວຽກກຳລັງປະຕິບັດຕາມການຈັດແຈງວຽກງານຢ່າງເຂັ້ມງວດ ຫຼື ບໍ່. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າພຽງພາຍນອກວ່າ ພວກເຂົາເຕັມໃຈທີ່ຈະປະຕິບັດຕາມການຈັດແຈງວຽກງານ, ແຕ່ຫຼັງຈາກທີ່ໄດ້ປະເຊີນກັບສະພາບແວດລ້ອມໃດໜຶ່ງ, ພວກເຂົາກໍຢ້ານຖືກຈັບກຸມ ແລະ ຈົດຈໍ່ພຽງແຕ່ການຫຼົບລີ້, ໂດຍລືມການຈັດແຈງວຽກງານໄປຈົນໝົດຕັ້ງແຕ່ດົນແລ້ວ; ບັນຫາຂອງອ້າຍເອື້ອຍນ້ອງບໍ່ໄດ້ຮັບການແກ້ໄຂ ແລະ ພວກເຂົາກໍບໍ່ຮູ້ວ່າການຈັດແຈງວຽກງານໄດ້ລະບຸຫຍັງໄວ້ແດ່ ຫຼື ຫຼັກການຂອງການປະຕິບັດແມ່ນຫຍັງ. ນີ້ສະແດງໃຫ້ເຫັນວ່າ ການຈັດແຈງວຽກງານບໍ່ໄດ້ຖືກຈັດຕັ້ງປະຕິບັດເລີຍ. ຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໆ ມີຄວາມຄິດເຫັນ, ຄວາມຄິດຫຼົງຜິດ ແລະ ການຕໍ່ຕ້ານຕໍ່ຂໍ້ກຳນົດບາງຢ່າງໃນການຈັດແຈງວຽກງານ. ເມື່ອເຖິງເວລາທີ່ຈະຈັດຕັ້ງປະຕິບັດພວກມັນ, ພວກເຂົາກໍບ່ຽງເບນຈາກຄວາມໝາຍທີ່ແທ້ຈິງຂອງການຈັດແຈງວຽກງານ, ເຮັດສິ່ງຕ່າງໆ ຕາມແນວຄິດຂອງພວກເຂົາເອງ, ເຮັດແບບລວກໆ ແລະ ແບບຜິວເຜີນພໍໃຫ້ແລ້ວໆໄປ ຫຼື ດຳເນີນຕາມເສັ້ນທາງຂອງພວກເຂົາເອງ, ເຮັດສິ່ງຕ່າງໆ ຕາມທີ່ພວກເຂົາຮູ້ສຶກຢາກເຮັດ. ສະຖານະການທັງໝົດດັ່ງກ່າວຮຽກຮ້ອງໃຫ້ມີການກຳກັບດູແລໂດຍຜູ້ນໍາ ແລະ ຜູ້ເຮັດວຽກຂັ້ນເທິງ. ຈຸດປະສົງຂອງການກຳກັບດູແລແມ່ນເພື່ອຈັດຕັ້ງປະຕິບັດວຽກງານສະເພາະທີ່ການຈັດແຈງວຽກງານຮຽກຮ້ອງໃຫ້ດີຂຶ້ນ ໂດຍບໍ່ມີການບ່ຽງເບນ ແລະ ໃຫ້ເປັນໄປຕາມຫຼັກການ. ໃນຂະນະທີ່ດຳເນີນການກຳກັບດູແລ, ຜູ້ນໍາ ແລະ ຜູ້ເຮັດວຽກຂັ້ນເທິງຕ້ອງໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການລະບຸວ່າ ມີຜູ້ໃດທີ່ບໍ່ໄດ້ເຮັດວຽກງານຕົວຈິງ ຫຼື ບໍ່ຮັບຜິດຊອບ ແລະ ຊັກຊ້າໃນການຈັດຕັ້ງປະຕິບັດການຈັດແຈງວຽກງານ ຫຼື ບໍ່; ຖ້າຄົນໃດຄົນໜຶ່ງສະແດງອາລົມທີ່ຕໍ່ຕ້ານກ່ຽວກັບການຈັດແຈງວຽກງານ ແລະ ບໍ່ເຕັມໃຈທີ່ຈະຈັດຕັ້ງປະຕິບັດພວກມັນ ຫຼື ຈັດຕັ້ງປະຕິບັດພວກມັນແບບເລືອກເຮັດ ຫຼື ພຽງແຕ່ບໍ່ປະຕິບັດຕາມການຈັດແຈງວຽກງານເລີຍ ແລະ ດຳເນີນກິດຈະການຂອງຕົວເອງແທນ; ຖ້າຄົນໃດຄົນໜຶ່ງກຳລັງກັກເກັບການຈັດແຈງວຽກງານໄວ້ ແລະ ພຽງແຕ່ສື່ສານພວກມັນຕາມແນວຄິດຂອງພວກເຂົາເອງເທົ່ານັ້ນ, ບໍ່ໃຫ້ປະຊາກອນທີ່ພຣະເຈົ້າເລືອກ ຮູ້ຄວາມໝາຍທີ່ແທ້ຈິງ ແລະ ຂໍ້ກຳນົດສະເພາະຂອງການຈັດແຈງວຽກງານ, ມີພຽງແຕ່ການກຳກັບດູແລ ແລະ ການກວດກາບັນຫາເຫຼົ່ານີ້ເທົ່ານັ້ນ ຜູ້ນໍາຂັ້ນເທິງຈຶ່ງຈະສາມາດຮູ້ໄດ້ວ່າເກີດຫຍັງຂຶ້ນແທ້. ຖ້າຜູ້ນໍາຂັ້ນເທິງບໍ່ດຳເນີນການກຳກັບດູແລ ແລະ ການກວດກາ, ບັນຫາເຫຼົ່ານີ້ຈະສາມາດຖືກລະບຸໄດ້ບໍ? (ບໍ່ໄດ້). ພວກມັນບໍ່ສາມາດຖືກລະບຸໄດ້. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ພຽງແຕ່ຕ້ອງສື່ສານການຈັດແຈງວຽກງານ ແລະ ໃຫ້ການຊີ້ແນະເປັນລຳດັບຂັ້ນເທົ່ານັ້ນ ແຕ່ຍັງຕ້ອງກຳກັບດູແລວຽກງານເປັນລຳດັບຂັ້ນ ເມື່ອຈັດຕັ້ງປະຕິບັດການຈັດແຈງວຽກງານອີກດ້ວຍ. ຜູ້ນໍາພາກຕ້ອງກຳກັບດູແລວຽກງານຂອງຜູ້ນໍາເຂດ, ຜູ້ນໍາເຂດຕ້ອງກຳກັບດູແລວຽກງານຂອງຜູ້ນໍາຄຣິສຕະຈັກ ແລະ ຜູ້ນໍາຄຣິສຕະຈັກຕ້ອງກຳກັບດູແລວຽກງານຂອງແຕ່ລະກຸ່ມ. ການກຳກັບດູແລຕ້ອງຖືກດຳເນີນການເປັນລຳດັບຂັ້ນ. ຈຸດປະສົງຂອງການກຳກັບດູແລແມ່ນຫຍັງ? ມັນແມ່ນເພື່ອອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດເນື້ອໃນຂອງການຈັດແຈງວຽກງານຢ່າງຖືກຕ້ອງ ຕາມຂໍ້ກຳນົດສະເພາະ. ສະນັ້ນ, ໜ້າວຽກຂອງການກຳກັບດູແລຈຶ່ງມີຄວາມສຳຄັນຫຼາຍ. ເມື່ອດຳເນີນການກຳກັບດູແລ, ຖ້າສະພາບແວດລ້ອມອະນຸຍາດ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນລົງເລິກເຂົ້າໄປໃນຄຣິສຕະຈັກຕ່າງໆ ເພື່ອພົວພັນກັບຜູ້ທີ່ກຳລັງເຮັດວຽກງານຕົວຈິງ. ພວກເຂົາຄວນຕັ້ງຄຳຖາມ, ສັງເກດ, ສອບຖາມ, ຊອກຮູ້ ແລະ ກຳແໜ້ນສະຖານະການຂອງການຈັດຕັ້ງປະຕິບັດວຽກງານ. ໃນເວລາດຽວກັນ, ພວກເຂົາຄວນຊອກຮູ້ຄວາມຫຍຸ້ງຍາກ ແລະ ແນວຄິດທີ່ອ້າຍເອື້ອຍນ້ອງມີກ່ຽວກັບວຽກງານນີ້ ແລະ ພວກເຂົາໄດ້ກຳແໜ້ນຫຼັກການຂອງວຽກງານນີ້ແລ້ວ ຫຼື ບໍ່. ສິ່ງເຫຼົ່ານີ້ລ້ວນແຕ່ເປັນໜ້າວຽກສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດ. ໂດຍສະເພາະສຳລັບຜູ້ທີ່ມີຂີດຄວາມສາມາດ ແລະ ຄວາມເປັນມະນຸດທີ່ຂ້ອນຂ້າງຕໍ່າ, ຜູ້ທີ່ຂ້ອນຂ້າງບໍ່ຮັບຜິດຊອບ, ບໍ່ຈົງຮັກພັກດີ ແລະ ຂ້ອນຂ້າງເຊື່ອຍຊາໃນວຽກງານຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກຍິ່ງຕ້ອງກຳກັບດູແລ ແລະ ຊີ້ນຳວຽກງານຂອງພວກເຂົາໃຫ້ຫຼາຍຂຶ້ນ. ການກຳກັບດູແລ ແລະ ການຊີ້ນຳຄວນເຮັດແນວໃດ? ສົມມຸດເຈົ້າເວົ້າວ່າ “ໄວແດ່! ເບື້ອງເທິງກຳລັງລໍຖ້າລາຍງານວຽກງານຂອງພວກເຮົາ. ວຽກງານນີ້ມີກຳນົດເວລາ; ຢ່າຊັກຊ້າ!” ການຊຸກຍູ້ພວກເຂົາດ້ວຍວິທີນີ້ຈະໄດ້ຜົນບໍ? ການຊຸກຍູ້ໝາຍເຖິງການຜັກດັນພວກເຂົາພຽງເລັກນ້ອຍເທົ່ານັ້ນບໍ? ວິທີໃດດີກວ່າທີ່ຈະຊຸກຍູ້? ເມື່ອພວກເຈົ້າເຮັດວຽກ, ພວກເຈົ້າລວມເອົາການຊຸກຍູ້ເປັນສ່ວນໜຶ່ງຂອງໜ້າວຽກຂອງພວກເຈົ້າບໍ? (ແມ່ນແລ້ວ. ຖ້າຂ້ານ້ອຍເຫັນວ່າໜ້າວຽກບາງຢ່າງບໍ່ໄດ້ເຮັດທັນທ່ວງທີ, ຂ້ານ້ອຍຈະພະຍາຍາມເຂົ້າໃຈວ່າເປັນຫຍັງພວກເຂົາຈຶ່ງບໍ່ເຮັດ ແລະ ຕິດຕາມວຽກງານຂອງພວກເຂົາ). ຖ້າເຈົ້າເຫັນຄົນທີ່ບໍ່ຮູ້ວິທີເຮັດວຽກ, ເຈົ້າຕ້ອງໃຫ້ການຊີ້ແນະ ແລະ ການຊ່ວຍເຫຼືອສະເພາະ ແລະ ໃຫ້ການຊີ້ນຳແກ່ພວກເຂົາ. ຖ້າເຈົ້າເຫັນຄົນທີ່ເຊື່ອຍຊາ, ເຈົ້າຕ້ອງລິຮານພວກເຂົາ. ຖ້າພວກເຂົາຮູ້ວິທີເຮັດວຽກ ແຕ່ຂີ້ຄ້ານເກີນໄປທີ່ຈະເຮັດ, ເຮັດວຽກຊັກຊ້າ ແລະ ຜັດມື້ຜັດວັນ ແລະ ໝົກມຸ້ນຢູ່ກັບຄວາມສະບາຍທາງເນື້ອໜັງ, ແລ້ວພວກເຂົາກໍຄວນຖືກລິຮານຕາມຄວາມຈຳເປັນ. ຖ້າການລິຮານບໍ່ໄດ້ແກ້ໄຂບັນຫາ ແລະ ທັດສະນະຄະຕິຂອງພວກເຂົາບໍ່ປ່ຽນແປງ, ຄວນເຮັດແນວໃດ? (ບໍ່ໃຫ້ພວກເຂົາເຮັດວຽກງານນີ້). ກ່ອນອື່ນ ໃຫ້ຄຳເຕືອນແກ່ພວກເຂົາວ່າ: “ວຽກງານນີ້ສຳຄັນຫຼາຍ. ຖ້າເຈົ້າສືບຕໍ່ປະຕິບັດຕໍ່ມັນດ້ວຍທັດສະນະຄະຕິດັ່ງກ່າວ, ໜ້າທີ່ຂອງເຈົ້າຈະຖືກປ່ຽນແທນ ແລະ ມອບໃຫ້ຄົນອື່ນ. ຖ້າເຈົ້າບໍ່ເຕັມໃຈທີ່ຈະເຮັດມັນ, ຄົນອື່ນກໍຈະເຮັດ. ເຈົ້າບໍ່ຈົງຮັກພັກດີຕໍ່ໜ້າທີ່ຂອງເຈົ້າ; ເຈົ້າບໍ່ເໝາະສົມກັບວຽກງານນີ້. ຖ້າເຈົ້າບໍ່ສາມາດຮັບມືກັບວຽກງານນີ້ ແລະ ບໍ່ສາມາດອົດທົນກັບຄວາມລຳບາກທາງຮ່າງກາຍໄດ້, ເຮືອນຂອງພຣະເຈົ້າສາມາດປ່ຽນເຈົ້າກັບຄົນອື່ນໄດ້ ແລະ ເຈົ້າກໍສາມາດຍື່ນໃບລາອອກໄດ້ເຊັ່ນກັນ. ຖ້າເຈົ້າບໍ່ລາອອກ ແລະ ຍັງເຕັມໃຈທີ່ຈະເຮັດມັນ, ແລ້ວກໍຈົ່ງເຮັດໃຫ້ດີ ແລະ ເຮັດຕາມຂໍ້ກຳນົດ ແລະ ຫຼັກການຂອງເຮືອນຂອງພຣະເຈົ້າ. ຖ້າເຈົ້າບໍ່ສາມາດບັນລຸສິ່ງນີ້ໄດ້ ແລະ ເຮັດໃຫ້ຄວາມຄືບໜ້າຊັກຊ້າຊໍ້າແລ້ວຊໍ້າອີກ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານ, ແລ້ວເຮືອນຂອງພຣະເຈົ້າກໍຈະຈັດການກັບເຈົ້າ. ຖ້າເຈົ້າບໍ່ສາມາດບັນລຸໜ້າທີ່ນີ້ໄດ້, ຂໍໂທດ, ແຕ່ເຈົ້າຈະຕ້ອງອອກໄປ!” ຖ້າຫຼັງຈາກການເຕືອນແລ້ວ ພວກເຂົາເຕັມໃຈທີ່ຈະກັບໃຈ, ພວກເຂົາກໍສາມາດຖືກຮັກສາໄວ້ໄດ້. ແຕ່ຖ້າຫຼັງຈາກການເຕືອນຊໍ້າແລ້ວຊໍ້າອີກ ທັດສະນະຄະຕິຂອງພວກເຂົາບໍ່ປ່ຽນແປງ ແລະ ພວກເຂົາບໍ່ສະແດງຄວາມສຳນຶກຜິດແມ່ນແຕ່ໜ້ອຍດຽວ, ຄວນເຮັດແນວໃດ? ພວກເຂົາຄວນຖືກປົດອອກທັນທີ, ນັ້ນຈະບໍ່ແກ້ໄຂບັນຫາບໍ? ມັນບໍ່ແມ່ນວ່າພວກເຮົາຈັບຜິດຄວາມຜິດພາດເລັກນ້ອຍ ຫຼື ບັນຫາເລັກນ້ອຍກັບຜູ້ຄົນ ເມື່ອພວກເຮົາເຫັນວ່າຜູ້ໃດກໍຕາມທີ່ມີ; ແທນທີ່ຈະເປັນແນວນັ້ນ, ມັນແມ່ນວ່າພວກເຮົາກຳລັງໃຫ້ໂອກາດແກ່ຜູ້ຄົນ. ຖ້າພວກເຂົາເຕັມໃຈທີ່ຈະກັບໃຈ ແລະ ພວກເຂົາປ່ຽນແປງ, ກາຍເປັນຄົນທີ່ດີຂຶ້ນຫຼາຍກວ່າແຕ່ກ່ອນ, ແລ້ວກໍຈົ່ງຮັກສາພວກເຂົາໄວ້ຖ້າເປັນໄປໄດ້. ຖ້າການໃຫ້ໂອກາດຊໍ້າແລ້ວຊໍ້າອີກ, ການໂອ້ລົມກ່ຽວກັບຄວາມຈິງ, ການລິຮານ ແລະ ການເຕືອນບໍ່ໄດ້ຜົນ ແລະ ການຊ່ວຍເຫຼືອຂອງຜູ້ໃດກໍບໍ່ໄດ້ຜົນ, ແລ້ວນີ້ກໍບໍ່ແມ່ນບັນຫາທຳມະດາ: ຄວາມເປັນມະນຸດຂອງຄົນນີ້ຕໍ່າເກີນໄປ ແລະ ພວກເຂົາບໍ່ຍອມຮັບຄວາມຈິງເລີຍ. ໃນກໍລະນີນັ້ນ, ພວກເຂົາບໍ່ເໝາະສົມກັບໜ້າທີ່ນີ້ ແລະ ຄວນຖືກປົດອອກຈາກໜ້າທີ່. ພວກເຂົາບໍ່ຄູ່ຄວນທີ່ຈະເຮັດໜ້າທີ່. ເລື່ອງນີ້ຄວນຖືກຈັດການແບບນີ້.
ເມື່ອກຳກັບດູແລວຽກງານຂອງຄຣິສຕະຈັກ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ພຽງແຕ່ຄວນຊຳນານໃນການລະບຸບັນຫາຕ່າງໆເທົ່ານັ້ນ ແຕ່ຍັງຕ້ອງເອົາໃຈໃສ່ເປັນພິເສດຕໍ່ຜູ້ນໍາຄຣິສຕະຈັກບາງຄົນທີ່ພວກເຂົາຮູ້ສຶກບໍ່ໄວ້ວາງໃຈ ຫຼື ເຫັນວ່າບໍ່ໜ້າເຊື່ອຖືອີກດ້ວຍ. ຄົນເຫຼົ່ານີ້ຈຳເປັນຕ້ອງໄດ້ຮັບການກຳກັບດູແລ ແລະ ຕິດຕາມເປັນໄລຍະເວລາຍາວ; ເຈົ້າບໍ່ສາມາດພຽງແຕ່ສອບຖາມສະຖານະການຂອງພວກເຂົາເປັນບາງຄັ້ງຄາວ ຫຼື ປັດບັນຫາໄປດ້ວຍຄຳເວົ້າສອງສາມຄຳ ແລະ ຖືວ່າມັນຈົບແລ້ວ. ບາງຄັ້ງ ກໍຈຳເປັນຕ້ອງປະຈຳຢູ່ສະຖານທີ່ເພື່ອກຳກັບດູແລວຽກງານຂອງພວກເຂົາ. ຈຸດປະສົງຂອງການປະຈຳຢູ່ສະຖານທີ່ແມ່ນຫຍັງ? ມັນແມ່ນເພື່ອຄົ້ນພົບ ແລະ ແກ້ໄຂບັນຫາໄດ້ໄວຂຶ້ນ ແລະ ເພື່ອເຮັດໃຫ້ວຽກງານສຳເລັດຜົນດ້ວຍດີ. ບາງຄັ້ງ ເຈົ້າບໍ່ສາມາດຄົ້ນພົບບັນຫາໄດ້ທັນທີທີ່ເຈົ້າມາຮອດສະຖານທີ່ເຮັດວຽກ. ກົງກັນຂ້າມ, ມັນແມ່ນຜ່ານການທຳຄວາມເຂົ້າໃຈຢ່າງລະອຽດ, ການກວດກາວຽກງານ ແລະ ການສັງເກດຢ່າງຮອບຄອບ ບັນຫາບາງຢ່າງຈຶ່ງຈະຄ່ອຍໆປາກົດຂຶ້ນມາ ແລະ ສາມາດຖືກຄົ້ນພົບໄດ້. ການປະຈຳຢູ່ສະຖານທີ່ເພື່ອດຳເນີນການກຳກັບດູແລບໍ່ແມ່ນການຄຸມງານ ຫຼື ການເຝົ້າລະວັງຜູ້ຄົນ. ການກຳກັບດູແລໝາຍຄວາມວ່າແນວໃດ? ການກຳກັບດູແລລວມມີການກວດກາ ແລະ ການໃຫ້ການຊີ້ນຳ. ມັນໝາຍເຖິງການສອບຖາມກ່ຽວກັບວຽກງານຢ່າງລະອຽດໂດຍສະເພາະ, ການຊອກຮູ້ ແລະ ການກຳແໜ້ນຄວາມຄືບໜ້າຂອງວຽກງານ ແລະ ຈຸດອ່ອນໃນວຽກງານ, ການທຳຄວາມເຂົ້າໃຈວ່າໃຜຮັບຜິດຊອບໃນວຽກງານຂອງພວກເຂົາ ແລະ ໃຜບໍ່ຮັບຜິດຊອບ ແລະ ໃຜສາມາດ ແລະ ບໍ່ສາມາດປະຕິບັດວຽກງານໄດ້ ແລະ ອື່ນໆ. ບາງຄັ້ງ ການກຳກັບດູແລກໍຮຽກຮ້ອງໃຫ້ມີການປຶກສາຫາລື, ການທຳຄວາມເຂົ້າໃຈ ແລະ ການສອບຖາມກ່ຽວກັບສະຖານະການ. ບາງຄັ້ງ ມັນກໍຮຽກຮ້ອງໃຫ້ມີການສອບຖາມເຊິ່ງໜ້າ ຫຼື ການກວດກາໂດຍກົງ. ແນ່ນອນວ່າ ສ່ວນຫຼາຍແລ້ວມັນກ່ຽວຂ້ອງກັບການມີການໂອ້ລົມໂດຍກົງກັບຜູ້ຮັບຜິດຊອບ, ການສອບຖາມກ່ຽວກັບການຈັດຕັ້ງປະຕິບັດວຽກງານ, ຄວາມຫຍຸ້ງຍາກ ແລະ ບັນຫາທີ່ຕ້ອງປະເຊີນ ແລະ ອື່ນໆ. ໃນຂະນະທີ່ດຳເນີນການກຳກັບດູແລ, ເຈົ້າສາມາດຄົ້ນພົບໄດ້ວ່າຄົນໃດທີ່ເຮັດວຽກເອົາໜ້າ, ເຮັດພຽງຜິວເຜີນ, ຄົນໃດບໍ່ຮູ້ວິທີຈັດຕັ້ງປະຕິບັດວຽກງານສະເພາະ, ຄົນໃດຮູ້ວິທີຈັດຕັ້ງປະຕິບັດພວກມັນ ແຕ່ບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບັນຫາອື່ນໆ. ຖ້າບັນຫາທີ່ຄົ້ນພົບເຫຼົ່ານີ້ສາມາດຖືກແກ້ໄຂໄດ້ຢ່າງທັນການ, ນັ້ນກໍຈະເປັນການດີທີ່ສຸດ. ຈຸດປະສົງຂອງການກຳກັບດູແລແມ່ນຫຍັງ? ມັນແມ່ນເພື່ອຈັດຕັ້ງປະຕິບັດການຈັດແຈງວຽກງານໃຫ້ດີຂຶ້ນ, ເພື່ອເບິ່ງວ່າວຽກງານທີ່ເຈົ້າໄດ້ຈັດແຈງນັ້ນເໝາະສົມ ຫຼື ບໍ່, ມີຄວາມບົກຜ່ອງ ຫຼື ສິ່ງທີ່ເຈົ້າບໍ່ໄດ້ພິຈາລະນາ ຫຼື ບໍ່, ມີຈຸດໃດທີ່ບໍ່ສອດຄ່ອງກັບຫຼັກການ ຫຼື ບໍ່, ມີດ້ານທີ່ບິດເບືອນ ຫຼື ຈຸດທີ່ໄດ້ເຮັດຜິດພາດ ຫຼື ບໍ່ ແລະ ອື່ນໆ, ບັນຫາທັງໝົດເຫຼົ່ານີ້ສາມາດຖືກຄົ້ນພົບໄດ້ໃນລະຫວ່າງຂະບວນການດຳເນີນການຄວບຄຸມດູແລ. ແຕ່ຖ້າເຈົ້າຢູ່ບ້ານ ແລະ ບໍ່ໄດ້ປະຕິບັດວຽກງານສະເພາະນີ້, ເຈົ້າຈະສາມາດຄົ້ນພົບບັນຫາເຫຼົ່ານີ້ໄດ້ບໍ? (ບໍ່ໄດ້). ຫຼາຍບັນຫາຈຳເປັນຕ້ອງໄດ້ຮັບການສອບຖາມ, ສັງເກດ ແລະ ທຳຄວາມເຂົ້າໃຈຢູ່ສະຖານທີ່ ເພື່ອທີ່ຈະຮັບຮູ້ ແລະ ກຳແໜ້ນໄດ້. ເມື່ອດຳເນີນການກຳກັບດູແລ, ເຈົ້າຕ້ອງຊຸກຍູ້ຜູ້ທີ່ບໍ່ຮັບຜິດຊອບ ແລະ ບໍ່ໃສ່ໃຈ, ຕົວະເທິງຫຼອກລຸ່ມ ແລະ ເຮັດແບບພໍແລ້ວມືແລ້ວຕີນ ແລະ ຊັກຊ້າໃນວຽກງານຂອງພວກເຂົາ. ພວກເຮົາຫາກໍໄດ້ໂອ້ລົມກ່ຽວກັບຫຼາຍຂັ້ນຕອນກ່ຽວກັບວິທີຊຸກຍູ້ພວກເຂົາ: ເຈົ້າສາມາດໃຫ້ການຊີ້ນໍາ, ໂອ້ລົມ, ລິຮານ, ເຕືອນ ແລະ ປົດພວກເຂົາອອກ. ຂັ້ນຕອນເຫຼົ່ານີ້ປະຕິບັດງ່າຍບໍ? (ງ່າຍ).
III. ການກວດກາ ແລະ ຕິດຕາມ
ຫຼັງຈາກທີ່ຜູ້ນໍາ ແລະ ຜູ້ເຮັດວຽກຊຸກຍູ້ວຽກງານແລ້ວ, ຂັ້ນຕອນຕໍ່ໄປກໍຄືການກວດກາວຽກງານ. ຈຸດປະສົງປົກກະຕິຂອງການກວດກາວຽກງານແມ່ນຫຍັງ? ການກວດກາວຽກງານແມ່ນເພື່ອໃຫ້ຮູ້ຄວາມຄືບໜ້າຂອງວຽກງານທີ່ໄດ້ຖືກຈັດແຈງ, ລະບຸບັນຫາໃດໆທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ແລະ ໃນທີ່ສຸດກໍຮັບປະກັນວ່າວຽກງານນັ້ນໄດ້ເຮັດສຳເລັດຢ່າງຄົບຖ້ວນດີ. ຫຼັງຈາກທີ່ໄດ້ຈັດແຈງວຽກງານແລ້ວ, ມັນຈຳເປັນຕ້ອງກວດກາຫຼາຍດ້ານ: ວຽກງານຕໍ່ໆໄປໄດ້ດຳເນີນໄປຮອດຂັ້ນຕອນໃດ, ມັນສຳເລັດແລ້ວ ຫຼື ບໍ່, ມັນມີປະສິດທິພາບສໍ່າໃດ, ຜົນໄດ້ຮັບເປັນແນວໃດ, ໄດ້ມີການລະບຸບັນຫາສະເພາະໃດໆ ຫຼື ບໍ່, ມີຄວາມຫຍຸ້ງຍາກໃດໆ ຫຼື ບໍ່, ມີດ້ານໃດທີ່ບໍ່ສອດຄ່ອງກັບຫຼັກການ ຫຼື ບໍ່ ແລະ ອື່ນໆ. ການກວດກາວຽກງານທີ່ເຈົ້າໄດ້ຈັດແຈງກໍເປັນວຽກງານສະເພາະ ແລະ ຈຳເປັນເຊັ່ນກັນ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມັກເຮັດຜິດພາດ: ພວກເຂົາຄິດວ່າເມື່ອພວກເຂົາໄດ້ຈັດແຈງວຽກງານແລ້ວ, ວຽກຂອງພວກເຂົາກໍຈົບແລ້ວ. ພວກເຂົາເຊື່ອວ່າ “ວຽກງານຂອງຂ້ອຍສຳເລັດແລ້ວ, ຄວາມຮັບຜິດຊອບຂອງຂ້ອຍກໍໄດ້ບັນລຸແລ້ວ. ຢ່າງໃດກໍຕາມ, ຂ້ອຍກໍໄດ້ບອກພວກເຈົ້າແລ້ວວ່າຈະເຮັດແນວໃດ, ພວກເຈົ້າຮູ້ວ່າຕ້ອງເຮັດຫຍັງ ແລະ ພວກເຈົ້າກໍໄດ້ຕົກລົງທີ່ຈະເຮັດມັນ. ສ່ວນວຽກຕໍ່ຈາກນັ້ນຈະເປັນແນວໃດ ຂ້ອຍກໍບໍ່ສົນແລ້ວ; ພຽງແຕ່ລາຍງານໃຫ້ຂ້ອຍຮູ້ເມື່ອພວກເຈົ້າເຮັດສຳເລັດກໍພໍ”. ຫຼັງຈາກທີ່ວາງແຜນ ແລະ ຈັດແຈງວຽກງານແລ້ວ, ພວກເຂົາກໍເຊື່ອວ່າວຽກງານຂອງພວກເຂົາສຳເລັດແລ້ວ ແລະ ຖືວ່າໝົດເລື່ອງໝົດລາວແລ້ວ. ພວກເຂົາບໍ່ໄດ້ກວດກາ ຫຼື ຕິດຕາມວຽກງານ. ສ່ວນເລື່ອງທີ່ວ່າຄົນທີ່ພວກເຂົາຈັດແຈງໃຫ້ຮັບຜິດຊອບວຽກງານນັ້ນເໝາະສົມ ຫຼື ບໍ່, ສະພາວະຂອງຄົນສ່ວນໃຫຍ່ເປັນແນວໃດ, ມີບັນຫາ ຫຼື ຄວາມຫຍຸ້ງຍາກ ຫຼື ບໍ່, ພວກເຂົາມີຄວາມເຊື່ອໝັ້ນໃນການເຮັດວຽກງານຄຣິສຕະຈັກໃຫ້ດີ ຫຼື ບໍ່, ມີດ້ານທີ່ບິດເບືອນ ຫຼື ຜິດພາດ ຫຼື ບໍ່ ຫຼື ມີການລະເມີດຕໍ່ການຈັດແຈງວຽກງານຈາກເບື້ອງເທິງ ຫຼື ບໍ່, ພວກເຂົາກໍບໍ່ໄດ້ຊອກຮູ້, ກວດກາ ຫຼື ຕິດຕາມ. ພວກເຂົາພຽງແຕ່ຖືວ່າວຽກຂອງພວກເຂົາຈົບແລ້ວ ຫຼັງຈາກທີ່ໄດ້ຈັດແຈງວຽກງານ; ນີ້ບໍ່ແມ່ນການເຮັດວຽກງານສະເພາະ. ຄວນກວດກາຫຍັງໃນວຽກງານ? ສິ່ງຫຼັກໆ ທີ່ຕ້ອງກວດກາກໍຄື ແຜນການຈັດຕັ້ງປະຕິບັດສອດຄ່ອງກັບການຈັດແຈງວຽກງານ ຫຼື ບໍ່, ມັນລະເມີດຫຼັກການ ແລະ ຂໍ້ກຳນົດຂອງການຈັດແຈງວຽກງານ ຫຼື ບໍ່ ແລະ ມີຜູ້ໃດທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ມີຜູ້ໃດທີ່ກໍ່ບັນຫາໂດຍບໍ່ຄິດໜ້າຄິດຫຼັງ, ມີຜູ້ໃດທີ່ເວົ້າແຕ່ຄຳໃຫຍ່ຄຳໂຕໃນລະຫວ່າງການເຮັດວຽກ ຫຼື ບໍ່. ແນ່ນອນວ່າ ໃນຂະນະທີ່ກວດກາວຽກງານ, ເຈົ້າກໍກຳລັງກວດກາວ່າໄດ້ມີຂໍ້ຜິດພາດໃດໆ ໃນການຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຈົ້າເອງ ຫຼື ບໍ່. ການກວດກາວຽກງານຂອງຄົນອື່ນ ທີ່ຈິງແລ້ວກໍແມ່ນການກວດກາວຽກງານຂອງເຈົ້າເອງເຊັ່ນກັນ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?