​ປຶ້ມ

  • ພຣະທໍາປາກົດໃນຮ່າງກາຍ

    ພຣະທໍາປາກົດໃນຮ່າງກາຍ

    ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ ຜູ້ທີ່ໄດ້ປາກົດມາເພື່ອປະຕິບັດພາລະກິດຂອງພຣະອົງ, ສະແດງຄວາມຈິງທັງໝົດທີ່ຊຳລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ຄວາມຈິງທັງໝົດລວມຢູ່ໃນໜັງສືພຣະທຳປາກົດໃນຮ່າງກາຍ. ນີ້ເຮັດໃຫ້ສິ່ງທີ່ຖືກຂຽນໄວ້ໃນພຣະຄຳພີສຳເລັດໄປ: “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ ແລະ ພຣະທໍາຊົງບັງເກີດເປັນມະນຸດ” (ໂຢຮັນ 1:1). ສ່ວນພຣະທຳປາກົດໃນຮ່າງກາຍ, ນີ້ແມ່ນຄັ້ງທຳອິດນັບຕັ້ງແຕ່ການສ້າງໂລກທີ່ພຣະເຈົ້າໄດ້ກ່າວຕໍ່ມະນຸດທັງໝົດ. ຄຳກ່າວເຫຼົ່ານີ້ສ້າງຂໍ້ຄວາມທຳອິດທີ່ກ່າວໂດຍພຣະເຈົ້າຕໍ່ກັບມະນຸດເຊິ່ງພຣະອົງເປີດເຜີຍຜູ້ຄົນ, ຊີ້ນຳພວກເຂົາ, ພິພາກສາພວກເຂົາ ແລະ ກ່າວກັບພວກເຂົາດ້ວຍໃຈຈິງ ແລະ ພ້ອມນີ້ກໍເປັນຄໍາກ່າວທຳອິດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນຮູ້ຈັກຮ່ອງຮອຍຂອງພຣະອົງ, ສະຖານທີ່ທີ່ພຣະອົງປະທັບຢູ່, ນິໄສຂອງພຣະເຈົ້າ, ສິ່ງທີ່ພຣະເຈົ້າມີ ແລະ ເປັນ, ແນວຄວາມຄິດຂອງພຣະເຈົ້າ ແລະ ຄວາມຫ່ວງໃຍຂອງພຣະອົງມີຕໍ່ມະນຸດ. ສາມາດເວົ້າໄດ້ວ່າຄຳກ່າວທຳອິດເຫຼົ່ານີ້ແມ່ນຄໍາກ່າວທີ່ພຣະເຈົ້າໄດ້ກ່າວຕໍ່ມະນຸດຈາກສະຫວັນທີສາມນັບຕັ້ງແຕ່ການສ້າງສັບພະສິ່ງທັງປວງ ແລະ ເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ໃຊ້ຕົວຕົນໂດຍເນື້ອແທ້ຂອງພຣະອົງເພື່ອປະກົດຕົວ ແລະ ສະແດງເຖິງຈິດໃຈແທ້ຈິງຂອງພຣະອົງມີຕໍ່ມະນຸດຜ່ານພຣະທໍາ.
  • ກ່ຽວກັບການຮູ້ຈັກພຣະເຈົ້າ

    ກ່ຽວກັບການຮູ້ຈັກພຣະເຈົ້າ

    ກ່ຽວກັບການຮູ້ຈັກພຣະເຈົ້າ, ໜັງສືເຫຼັ້ມທີສອງຂອງພຣະທຳປາກົດໃນຮ່າງກາຍ, ປະກອບມີຖ້ອຍຄຳຂອງພຣະຄຣິດແຫ່ງຍຸກສຸດທ້າຍສຳລັບມະນຸດທັງປວງ, ນັ້ນກໍຄືພຣະເຈົ້າອົງຊົງລິດທານຸພາບສູງສຸດ, ມາຫຼັງຈາກຖ້ອຍຄຳໃນການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າໄດ້ອະທິບາຍຄວາມຈິງທີ່ຫຼາກຫຼາຍຢ່າງລະອຽດວ່າເປັນພາລະກິດທີ່ພຣະອົງເຮັດນັບຕັ້ງແຕ່ທີ່ເນລະມິດສ້າງໂລກ, ຄວາມປະສົງຂອງພຣະອົງ ແລະ ຄວາມຄາດຫວັງຂອງພຣະອົງຕໍ່ມະນຸດຊາດເຊິ່ງປະກອບໄວ້ໃນພາລະກິດຂອງພຣະອົງ ແລະ ການສະແດງທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນຈາກພາລະກິດຂອງພຣະອົງ ພ້ອມທັງຄວາມຊອບທຳຂອງພຣະອົງ, ສິດອຳນາດຂອງພຣະອົງ, ຄວາມບໍລິສຸດຂອງພຣະອົງ ແລະ ຂໍ້ແທ້ຈິງທີ່ວ່າພຣະອົງຄືແຫຼ່ງກຳເນີດຊີວິດສຳລັບທຸກສິ່ງ. ເມື່ອໄດ້ອ່ານໜັງສືເຫຼັ້ມນີ້, ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງກໍຈະສາມາດຢືນຢັນວ່າພຣະອົງທີ່ສາມາດເຮັດພາລະກິດນີ້ ແລະ ສະແດງອຸປະນິໄສເຫຼົ່ານີ້ອອກມາກໍຄືຜູ້ທີ່ມີອຳນາດສູງສຸດເໜືອສິ່ງທັງປວງ ແລະ ພວກເຂົາຍັງສາມາດຮູ້ໄດ້ຢ່າງແທ້ຈິງເຖິງຕົວຕົນຂອງພຣະເຈົ້າ, ສະຖານະຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງ, ແລ້ວຢືນຢັນວ່າພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແມ່ນພຣະເຈົ້າເອງທີ່ເປັນເອກະລັກ.
  • ພຣະຄໍາຂອງພຣະຄຣິດ ແຫ່ງຍຸກສຸດທ້າຍ (ສະບັບຄັດເລືອກ)

    ການພິພາກສາ ເລີ່ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ

    ບົດຄັດຕອນທີ່ຢູ່ໃນໜັງສືເຫຼັ້ມນີ້ລ້ວນແລ້ວແຕ່ເປັນພຣະທຳທີ່ກ່າວອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ ເຊິ່ງນໍາມາຈາກ ພຣະທໍາປາກົດໃນຮ່າງກາຍ. ບົດຄັດຕອນເຫຼົ່ານັ້ນແມ່ນຄວາມຈິງທີ່ທຸກໆຄົນຜູ້ສະແຫວງຫາ ແລະ ຄົ້ນຫາພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ຕ້ອງການຮັບເອົາຢ່າງຮີບດ່ວນ, ບົດຄັດຕອນເຫຼົ່ານັ້ນຖືກຄັດເລືອກມາເພື່ອເຮັດໃຫ້ທຸກຄົນທີ່ປາຖະໜາຫາການປາກົດຕົວຂອງພຣະເຈົ້າສາມາດໄດ້ຍິນສຽງຂອງພຣະອົງໄດ້ໄວເທົ່າທີ່ຈະເປັນໄປໄດ້. ຖ້ອຍຄຳຂອງພຣະເຈົ້າທີ່ຢູ່ໃນທີ່ນີ້ແມ່ນສິ່ງທີ່ພຣະວິນຍານບໍລິສຸດກ່າວຕໍ່ຄຣິສຕະຈັກຕາມທີ່ຖືກທຳນາຍໄວ້ໃນໜັງສືພຣະນິມິດ. ພຣະທຳໃນປັດຈຸບັນເຫຼົ່ານີ້ຂອງພຣະເຈົ້າແມ່ນຄຳພະຍານທີ່ດີທີ່ສຸດຕໍ່ການປາກົດຕົວ ແລະ ພາລະກິດຂອງພຣະອົງ ພ້ອມທັງເປັນຄຳພະຍານທີ່ດີທີ່ສຸດຕໍ່ຂໍ້ແທ້ຈິງທີ່ວ່າ ພຣະຄຣິດເປັນຫົນທາງ, ຄວາມຈິງ ແລະ ຊີວິດ. ພວກເຮົາຫວັງວ່າ ທຸກຄົນທີ່ລໍຖ້າການມາເຖິງຂອງພຣະຜູ້ເປັນເຈົ້າ ແລະ ລໍຄອຍການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າຈະສາມາດອ່ານໜັງສືເຫຼັ້ມນີ້.
  • ຍອດພຣະທຳ ຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຄຣິດແຫ່ງຍຸກສຸດທ້າຍ

    ຍອດພຣະທຳ ຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຄຣິດແຫ່ງຍຸກສຸດທ້າຍ

    ໜັງສືເຫຼັ້ມນີ້ມີເນື້ອຫາທີ່ຄັດມາຈາກຍອດພຣະທຳທີ່ກ່າວໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ ໃນໜັງສືພຣະທຳປາກົດໃນຮ່າງກາຍ. ຍອດພຣະທຳເຫຼົ່ານີ້ອະທິບາຍຄວາມຈິງໂດຍກົງ ແລະ ສາມາດເຮັດໃຫ້ຄົນເຂົ້າໃຈຄວາມປະສົງຂອງພຣະເຈົ້າໂດຍກົງ, ມາເຂົ້າໃຈພາລະກິດຂອງພຣະອົງ ແລະ ໄດ້ຮັບຄວາມຮູ້ກ່ຽວກັບອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ພວກມັນເປັນແນວທາງສຳລັບທຸກຄົນທີ່ຄອງຖ້າການປາກົດຕົວຂອງພຣະເຈົ້າເພື່ອທີ່ຈະສະແຫວງຫາຮອຍພຣະບາດຂອງພຣະອົງ. ພວກມັນສາມາດນຳເຈົ້າໄປພົບທາງເຂົ້າສູ່ອານາຈັກແຫ່ງສະຫວັນໄດ້.
  • ພຣະທຳປະຈຳວັນຂອງພຣະເຈົ້າ

    ພຣະທຳປະຈຳວັນຂອງພຣະເຈົ້າ

    ໜັງສືເຫຼັ້ມນີ້ມີເນື່ອຫາທີ່ຄັດເລືອກມາຈາກໜັງສືພຣະທຳປາກົດໃນຮ່າງກາຍ. ເພື່ອວ່າຄົນທີ່ຖືກເລືອກຂອງພຣະເຈົ້າຈະສາມາດໄດ້ຮັບຄວາມຈິງ ແລະ ການສະໜອງປະຈຳວັນສຳລັບຊີວິດຈາກພຣະທຳຂອງພຣະອົງ, ຍອດພຣະທຳເຫຼົ່ານີ້ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງມີຄວາມສຳຄັນທີ່ສຸດຕໍ່ການເຂົ້າສູ່ຊີວິດຂອງຄົນ, ຢູ່ໃນນີ້ໄດ້ຖືກຄັດເລືອກເປັນພິເສດເພື່ອຄວາມຍິນດີຂອງຄົນ, ສະນັ້ນ ຈຶ່ງເຮັດໃຫ້ຜູ້ທີ່ຮັກຄວາຈິງເຂົ້າໃຈມັນ, ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ ແລະ ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ສົມບູນ. ຍອດພຣະທຳເຫຼົ່ານີ້ຂອງພຣະເຈົ້າແມ່ນການສະແດງອອກເຖິງຄວາມຈິງ; ຍິ່ງໄປກວ່ານັ້ນ, ພວກມັນແມ່ນຄະຕິພົດທີ່ສຳຄັນທີ່ສຸດຂອງຊີວິດ ແລະ ບໍ່ມີພຣະທຳໃດທີ່ໃຫ້ຄວາມຮູ້ ແລະ ເປັນປະໂຫຍດຕໍ່ຄົນຫຼາຍກວ່ານີ້. ຖ້າເຈົ້າສາມາດຮັບເອົາຂໍ້ໜຶ່ງຂອງພຣະທຳເຫຼົ່ານີ້ແຕ່ລະວັນໄດ້ຢ່າງແທ້ຈິງ, ນີ້ກໍເປັນໂຊກທີ່ຍິ່ງໃຫຍ່ທີ່ສຸດຂອງເຈົ້າ ແລະ ເຈົ້າແມ່ນໄດ້ຮັບພອນຈາກພຣະເຈົ້າ.
  • ຍອດພຣະທໍາ​ຂອງພຣະ​ເຈົ້າອົງຊົງລິດທານຸພາບສູງສຸດກ່ຽວກັບຂ່າວປະເສີດ​ແຫ່ງອານາຈັກ (ສະບັບຄັດເລືອກ)

    ບົດເລືອກເຟັ້ນແຫ່ງພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

    ບົດຄັດເລືອກຈາກພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກ່ຽວກັບພາລະກິດຂອງພຣະອົງແມ່ນປະກອບຢູ່ໃນປຶ້ມນີ້ ແລະ ເປັນພະຍານໃຫ້ແກ່ຜູ້ຄົນເຫຼົ່ານັ້ນທີ່ຫວັງ ແລະ ອະທິຖານເພື່ອການປາກົດຕົວ ແລະ ການກັບມາຂອງພຣະເຈົ້າທີ່ເປັນຜູ້ຊ່ວຍໃຫ້ລອດພົ້ນຢູ່ເທິງກຸ່ມເມກຂາວເມື່ອດົນນານມາແລ້ວ ແລະ ເປັນພະຍານໃຫ້ແກ່ການປາກົດຕົວ ແລະ ກິດຈະການຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ. ສິ່ງນີ້ໄດ້ນຳພາມະນຸດໄປສູ່ການຮັບຮູ້ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຍຊູແມ່ນພຣະເຈົ້າອົງດຽວກັນ. ພຣະອົງແມ່ນພຣະເມສານ້ອຍທີ່ມີການທຳນາຍໄວ້ໃນປຶ້ມພຣະນິມິດຜູ້ທີ່ໄດ້ເປີດມ້ວນໜັງສື ແລະ ຕາປະທັບທັງເຈັດ.
  • ແກະຂອງພຣະເຈົ້າໄດ້ຍິນນໍ້າສຽງຂອງພຣະເຈົ້າ

    ແກະຂອງພຣະເຈົ້າໄດ້ຍິນນໍ້າສຽງຂອງພຣະເຈົ້າ

    ບົດຄວາມທີ່ຮຽບຮຽງໃນໜັງສືເຫຼັ້ມນີ້ຄືຄວາມຈິງແຫ່ງນິມິດກ່ຽວກັບສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ, ຊື່ຂອງພຣະອົງ, ຄວາມເລິກລັບແຫ່ງການບັງເກີດເປັນມະນຸດຂອງພຣະອົງ ແລະ ວິທີການແຍກແຍະລະຫວ່າງຫົນທາງທີ່ແທ້ຈິງ ແລະ ຫົນທາງທີ່ຜິດ, ເພື່ອຖືກອ່ານ ແລະ ຖືກປະກອບດ້ວຍຄົນທີ່ຫາກໍ່ຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍູກສູດທ້າຍ ແລະ ເພື່ອວ່າພວກເຂົາອາດຈະວາງພື້ນຖານບົນຄວາມຈິງແຫ່ງນິມິດກ່ຽວກັບພາລະກິດຂອງພຣະເຈົ້າ ໃຫ້ໄວເທົ່າທີ່ຈະໄວໄດ້.
  • ຟັງສຽງຂອງພຣະເຈົ້າ ເບິ່ງການປາກົດຕົວຂອງພຣະເຈົ້າ

    ຟັງສຽງຂອງພຣະເຈົ້າ ເບິ່ງການປາກົດຕົວຂອງພຣະເຈົ້າ

    ໜັງສືສະບັບນີ້ແມ່ນໜັງສືສະສົມຄວາມຈິງ ທີ່ກ່ຽວຂ້ອງກັບການບັງເກີດເປັນມະນຸດຂອງພຣະເຈົ້າ ພ້ອມກັບສາມຂັ້ນຕອນຂອງພາລະກິດຂອງພຣະອົງໃນການຊ່ວຍມະນຸດໃຫ້ລອດພົ້ນ. ຄວາມຈິງເຫຼົ່ານີ້ເຮັດໃຫ້ຜູ້ຄົນເຫັນການປາກົດ ແລະ ພາລະກິດຂອງພຣະຄຣິດໃນຍຸກສຸດທ້າຍຜ່ານພຣະວັດຈະນະຂອງພຣະເຈົ້າ ພ້ອມກັບການມາຮູ້ຈັກວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າ ແລະ ພຣະອົງໄດ້ສະແດງຄວາມຈິງ ແລະ ປະຕິບັດພາລະກິດຂອງ “ການພິພາກສາ ເລີ່ມທີ່ເຮືອນຂອງພຣະເຈົ້າ” ໃນຍຸກສຸດທ້າຍ, ເຊິ່ງນໍາພາມະນຸດຫັນກັບໄປຫາບັນລັງຂອງ ພຣະເຈົ້າ.
  • ຄຳພະຍານແຫ່ງປະສົບການ ຕໍ່ໜ້າທີ່ນັ່ງແຫ່ງການພິພາກສາຂອງພຣະຄຣິດ

    ການພິພາກສາຕໍ່ໜ້າບັນລັງຂາວທີ່ຍິ່ງໃຫຍ່ແຫ່ງຍຸກສຸດທ້າຍໄດ້ເລີ່ມຕົ້ນຂຶ້ນແລ້ວ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ ນັ້ນກໍ່ຄື ພຣະຄຣິດແຫ່ງຍຸກສຸດທ້າຍ ໄດ້ກ່າວຄວາມຈິງເພື່ອປະຕິບັດພາລະກິດຂອງພຣະອົງໃນການພິພາກສາ ແລະ ການຊໍາລະລ້າງມະນຸດຊາດ. ຜ່ານການເປີດເຜີຍ ແລະ ການພິພາກສາຈາກພຣະທຳຂອງພຣະເຈົ້າ, ຄົນທີ່ພຣະອົງເລືອກໄດ້ຮູ້ເຖິງຂໍ້ແທ້ຈິງກ່ຽວກັບຄວາມເສື່ອມຊາມແບບຊາຕານຂອງພວກເຂົາ ແລະ ຄົ້ນພົບເສັ້ນທາງເພື່ອໃຫ້ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ຮັບເອົາຄວາມລອດພົ້ນເທື່ອລະໜ້ອຍ ແລະ ເຫັນການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຂົາເທື່ອລະໜ້ອຍ. ປະສົບການທີ່ແທ້ຈິງເຫຼົ່ານີ້ເປັນພະຍານວ່າພາລະກິດແຫ່ງການພິພາກສາທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດປະຕິບັດຄືພາລະກິດແຫ່ງການຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງທົ່ວເຖິງ.