​ປຶ້ມ

  • ພຣະທໍາປາກົດໃນຮ່າງກາຍ

    ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ

    ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ ຜູ້ທີ່ໄດ້ປາກົດມາເພື່ອປະຕິບັດພາລະກິດຂອງພຣະອົງ, ສະແດງຄວາມຈິງທັງໝົດທີ່ຊຳລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ຄວາມຈິງທັງໝົດລວມຢູ່ໃນໜັງສືພຣະທຳປາກົດໃນຮ່າງກາຍ. ນີ້ເຮັດໃຫ້ສິ່ງທີ່ຖືກຂຽນໄວ້ໃນພຣະຄຳພີສຳເລັດໄປ: “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ ແລະ ພຣະທໍາຊົງບັງເກີດເປັນມະນຸດ(ໂຢຮັນ 1:1). ສ່ວນພຣະທຳປາກົດໃນຮ່າງກາຍ, ນີ້ແມ່ນຄັ້ງທຳອິດນັບຕັ້ງແຕ່ການສ້າງໂລກທີ່ພຣະເຈົ້າໄດ້ກ່າວຕໍ່ມະນຸດທັງໝົດ. ຄຳກ່າວເຫຼົ່ານີ້ສ້າງຂໍ້ຄວາມທຳອິດທີ່ກ່າວໂດຍພຣະເຈົ້າຕໍ່ກັບມະນຸດເຊິ່ງພຣະອົງເປີດເຜີຍຜູ້ຄົນ, ຊີ້ນຳພວກເຂົາ, ພິພາກສາພວກເຂົາ ແລະ ກ່າວກັບພວກເຂົາດ້ວຍໃຈຈິງ ແລະ ພ້ອມນີ້ກໍເປັນຄໍາກ່າວທຳອິດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນຮູ້ຈັກຮ່ອງຮອຍຂອງພຣະອົງ, ສະຖານທີ່ທີ່ພຣະອົງປະທັບຢູ່, ນິໄສຂອງພຣະເຈົ້າ, ສິ່ງທີ່ພຣະເຈົ້າມີ ແລະ ເປັນ, ແນວຄວາມຄິດຂອງພຣະເຈົ້າ ແລະ ຄວາມຫ່ວງໃຍຂອງພຣະອົງມີຕໍ່ມະນຸດ. ສາມາດເວົ້າໄດ້ວ່າຄຳກ່າວທຳອິດເຫຼົ່ານີ້ແມ່ນຄໍາກ່າວທີ່ພຣະເຈົ້າໄດ້ກ່າວຕໍ່ມະນຸດຈາກສະຫວັນທີສາມນັບຕັ້ງແຕ່ການສ້າງສັບພະສິ່ງທັງປວງ ແລະ ເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ໃຊ້ຕົວຕົນໂດຍເນື້ອແທ້ຂອງພຣະອົງເພື່ອປະກົດຕົວ ແລະ ສະແດງເຖິງຈິດໃຈແທ້ຈິງຂອງພຣະອົງມີຕໍ່ມະນຸດຜ່ານພຣະທໍາ. ພຣະທຳປາກົດໃນຮ່າງກາຍ (ເຊິ່ງເອີ້ນຫຍໍ້ວ່າ ພຣະທຳ) ທີ່ກ່າວໂດຍພຣະຄຣິດແຫ່ງຍຸກສຸດທ້າຍ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແມ່ນປະກອບດ້ວຍຫົກເຫຼັ້ມໃນປັດຈຸບັນ: ເຫຼັ້ມທີ ໜຶ່ງ, ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ; ເຫຼັ້ມທີ ສອງ, ກ່ຽວກັບການຮູ້ຈັກພຣະເຈົ້າ; ເຫຼັ້ມທີ ສາມ, ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ; ເຫຼັ້ມທີ ສີ່, ການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ; ເຫຼັ້ມທີ ຫ້າ, ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ແລະ ເຫຼັ້ມທີ ຫົກ, ກ່ຽວກັບການສະແຫວງຫາຄວາມຈິງ.
  • ກ່ຽວກັບການຮູ້ຈັກພຣະເຈົ້າ

    ກ່ຽວກັບການຮູ້ຈັກພຣະເຈົ້າ

    ກ່ຽວກັບການຮູ້ຈັກພຣະເຈົ້າ, ໜັງສືເຫຼັ້ມທີສອງຂອງພຣະທຳປາກົດໃນຮ່າງກາຍ, ປະກອບມີຖ້ອຍຄຳຂອງພຣະຄຣິດແຫ່ງຍຸກສຸດທ້າຍສຳລັບມະນຸດທັງປວງ, ນັ້ນກໍຄືພຣະເຈົ້າອົງຊົງລິດທານຸພາບສູງສຸດ, ມາຫຼັງຈາກຖ້ອຍຄຳໃນການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າໄດ້ອະທິບາຍຄວາມຈິງທີ່ຫຼາກຫຼາຍຢ່າງລະອຽດວ່າເປັນພາລະກິດທີ່ພຣະອົງເຮັດນັບຕັ້ງແຕ່ທີ່ເນລະມິດສ້າງໂລກ, ຄວາມປະສົງຂອງພຣະອົງ ແລະ ຄວາມຄາດຫວັງຂອງພຣະອົງຕໍ່ມະນຸດຊາດເຊິ່ງປະກອບໄວ້ໃນພາລະກິດຂອງພຣະອົງ ແລະ ການສະແດງທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນຈາກພາລະກິດຂອງພຣະອົງ ພ້ອມທັງຄວາມຊອບທຳຂອງພຣະອົງ, ສິດອຳນາດຂອງພຣະອົງ, ຄວາມບໍລິສຸດຂອງພຣະອົງ ແລະ ຂໍ້ແທ້ຈິງທີ່ວ່າພຣະອົງຄືແຫຼ່ງກຳເນີດຊີວິດສຳລັບທຸກສິ່ງ. ເມື່ອໄດ້ອ່ານໜັງສືເຫຼັ້ມນີ້, ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງກໍຈະສາມາດຢືນຢັນວ່າພຣະອົງທີ່ສາມາດເຮັດພາລະກິດນີ້ ແລະ ສະແດງອຸປະນິໄສເຫຼົ່ານີ້ອອກມາກໍຄືຜູ້ທີ່ມີອຳນາດສູງສຸດເໜືອສິ່ງທັງປວງ ແລະ ພວກເຂົາຍັງສາມາດຮູ້ໄດ້ຢ່າງແທ້ຈິງເຖິງຕົວຕົນຂອງພຣະເຈົ້າ, ສະຖານະຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງ, ແລ້ວຢືນຢັນວ່າພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແມ່ນພຣະເຈົ້າເອງທີ່ເປັນເອກະລັກ.
  • ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ

    ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍຄືເຫຼັ້ມທີສາມຂອງພຣະທຳປາກົດໃນຮ່າງກາຍທີ່ກ່າວອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສ່ວນທຳອິດຂອງໜັງສືແມ່ນປະກອບດ້ວຍຄຳເທດສະໜາ ແລະ ການໂອ້ລົມທີ່ໃຫ້ໃນບ່ອນຊຸມນຸມໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ສ່ວນທີສອງປະກອບດ້ວຍການສົນທະນາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ສ່ວນທີສາມປະກອບດ້ວຍການໂອ້ລົມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກັບສ່ວນໜຶ່ງໃນຄົນຖືກເລືອກຂອງພຣະອົງ. ຄຳເທດສະໜາ ແລະ ການໂອ້ລົມເຫຼົ່ານີ້ແກ້ໄຂບັນຫາທີ່ມີຢູ່ໃນຄຣິສຕະຈັກ, ພ້ອມທັງຄວາມຫຍຸ້ງຍາກຕົວຈິງກັບການເຂົ້າສູ່ຊີວິດຂອງຜູ້ຄົນຖືກເລືອກຂອງພຣະເຈົ້າ. ພວກມັນບໍ່ພຽງແຕ່ຊີ້ໄປທີ່ແກ່ນແທ້ຂອງຜູ້ຄົນ ແລະ ສະຖານະການປັດຈຸບັນ, ແຕ່ຍັງເຍືອງທາງໃຫ້ຜູ້ຄົນເຫັນເຖິງເປົ້າໝາຍທີ່ພວກເຂົາຄວນສະແຫວງຫາ. ພວກມັນເປັນປະໂຫຍດທີ່ສຸດສຳລັບການເຂົ້າໃຈຂອງຜູ້ຄົນຕໍ່ຄວາມຈິງ ແລະ ການຮັບເອົາທາງເຂົ້າສູ່ຊີວິດ.
  • ກ່ຽວກັບການສະແຫວງຫາຄວາມຈິງ

    ກ່ຽວກັບການສະແຫວງຫາຄວາມຈິງ

    ກ່ຽວກັບການສະແຫວງຫາຄວາມຈິງແມ່ນເຫຼັ້ມທີຫົກຂອງພຣະທຳປາກົດໃນຮ່າງກາຍ. ໜັງສືເຫຼັ້ມນີ້ປະກອບມີການໂອ້ລົມ ແລະ ການເທດສະໜາທີ່ສະເພາະຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ, ຕໍ່ຄຣິສຕະຈັກຕ່າງໆ. ຄຳເທດສະໜາ ແລະ ການໂອ້ລົມເຫຼົ່ານີ້ອະທິບາຍຢ່າງຊັດເຈນ ແລະ ຢ່າງໂປ່ງໃສວ່າການສະແຫວງຫາຄວາມຈິງໝາຍຄວາມວ່າແນວໃດ ແລະ ການສະແຫວງຫາຄວາມຈິງມີຄວາມໝາຍສຳຄັນແນວໃດ, ເປີດເຜີຍແນວຄິດຜິດໆທີ່ຫຼາກຫຼາຍຂອງມະນຸດ ແລະ ຄວາມເຂົ້າໃຈທີ່ບິດບ້ຽວກ່ຽວກັບການສະແຫວງຫາຄວາມຈິງ, ພ້ອມທັງຄວາມຄິດ ແລະ ມຸມມອງຕ່າງໆທີ່ຜິດພາດ ແລະ ຄວາມຮູ້ສຶກບໍ່ດີ, ໃນຂະນະທີ່ຍັງວິເຄາະ ແລະ ແຍກແຍະພວກມັນ. ນອກຈາກນັ້ນ, ຄຳເທດສະໜາ ແລະ ການໂອ້ລົມເຫຼົ່ານີ້ບົ່ງບອກເສັ້ນທາງສຳລັບການສະແຫວງຫາຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງໃຫ້ແກ່ມະນຸດ. ຄວາມຈິງເຫຼົ່ານີ້ສຳຄັນຢ່າງຍິ່ງສຳລັບຜູ້ຄົນທີ່ສະແຫວງຫາຄວາມຈິງເພື່ອບັນລຸຄວາມລອດພົ້ນ.
  • ພຣະຄໍາຂອງພຣະຄຣິດແຫ່ງຍຸກສຸດທ້າຍ

    ການພິພາກສາ ເລີ່ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ

    ບົດຄັດຕອນທີ່ຢູ່ໃນໜັງສືເຫຼັ້ມນີ້ລ້ວນແລ້ວແຕ່ເປັນພຣະທຳທີ່ກ່າວອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ ເຊິ່ງນໍາມາຈາກພຣະທໍາປາກົດໃນຮ່າງກາຍ, ເຫຼັ້ມທີ 1, ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າເປັນຫຼັກ. ບົດຄັດຕອນເຫຼົ່ານັ້ນແມ່ນຄວາມຈິງທີ່ທຸກໆຄົນຜູ້ສະແຫວງຫາ ແລະ ຄົ້ນຫາພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ຕ້ອງການຮັບເອົາຢ່າງຮີບດ່ວນ. ບົດຄັດຕອນເຫຼົ່ານັ້ນຖືກຄັດເລືອກມາເພື່ອເຮັດໃຫ້ທຸກຄົນທີ່ປາຖະໜາຫາການປາກົດຕົວຂອງພຣະເຈົ້າສາມາດໄດ້ຍິນສຽງຂອງພຣະອົງໄດ້ໄວເທົ່າທີ່ຈະເປັນໄປໄດ້. ຖ້ອຍຄຳຂອງພຣະເຈົ້າທີ່ຢູ່ໃນທີ່ນີ້ແມ່ນສິ່ງທີ່ພຣະວິນຍານບໍລິສຸດກ່າວຕໍ່ຄຣິສຕະຈັກຕາມທີ່ຖືກທຳນາຍໄວ້ໃນໜັງສືພຣະນິມິດ. ພຣະທຳໃນປັດຈຸບັນເຫຼົ່ານີ້ຂອງພຣະເຈົ້າແມ່ນຄຳພະຍານທີ່ດີທີ່ສຸດຕໍ່ການປາກົດຕົວ ແລະ ພາລະກິດຂອງພຣະອົງ ພ້ອມທັງເປັນຄຳພະຍານທີ່ດີທີ່ສຸດຕໍ່ຂໍ້ແທ້ຈິງທີ່ວ່າ ພຣະຄຣິດເປັນຄວາມຈິງ, ຫົນທາງ ແລະ ຊີວິດ. ໜັງສືເຫຼັ້ມນີ້ແມ່ນເພື່ອເຮັດໃຫ້ທຸກຄົນທີ່ປາດຖະໜາຫາການປາກົດຕົວຂອງພຣະເຈົ້າໃຫ້ໄດ້ຍິນສຽງຂອງພຣະອົງໃຫ້ໄວເທົ່າທີ່ເປັນໄປໄດ້. ພວກເຮົາຫວັງວ່າ ທຸກຄົນທີ່ລໍຖ້າການມາເຖິງຂອງພຣະຜູ້ເປັນເຈົ້າ ແລະ ລໍຄອຍການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າຈະສາມາດອ່ານໜັງສືເຫຼັ້ມນີ້.
  • ຍອດພຣະທຳ ຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຄຣິດແຫ່ງຍຸກສຸດທ້າຍ

    ຍອດພຣະທຳ ຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຄຣິດແຫ່ງຍຸກສຸດທ້າຍ

    ໜັງສືເຫຼັ້ມນີ້ມີເນື້ອຫາທີ່ຄັດມາຈາກຍອດພຣະທຳທີ່ກ່າວໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ ໃນໜັງສືພຣະທຳປາກົດໃນຮ່າງກາຍ. ຍອດພຣະທຳເຫຼົ່ານີ້ອະທິບາຍຄວາມຈິງໂດຍກົງ ແລະ ສາມາດເຮັດໃຫ້ຄົນເຂົ້າໃຈຄວາມປະສົງຂອງພຣະເຈົ້າໂດຍກົງ, ມາຮູ້ຈັກພາລະກິດຂອງພຣະອົງ ແລະ ໄດ້ຮັບຄວາມຮູ້ກ່ຽວກັບອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ພວກມັນເປັນແນວທາງສຳລັບທຸກຄົນທີ່ຄອງຖ້າການປາກົດຕົວຂອງພຣະເຈົ້າເພື່ອທີ່ຈະສະແຫວງຫາຮອຍພຣະບາດຂອງພຣະອົງ. ພວກມັນສາມາດນຳເຈົ້າໄປພົບທາງເຂົ້າສູ່ອານາຈັກແຫ່ງສະຫວັນໄດ້.
  • ພຣະທຳປະຈຳວັນຂອງພຣະເຈົ້າ

    ພຣະທຳປະຈຳວັນຂອງພຣະເຈົ້າ

    ໜັງສືເຫຼັ້ມນີ້ມີເນື່ອຫາທີ່ຄັດເລືອກມາຈາກໜັງສືພຣະທຳປາກົດໃນຮ່າງກາຍ. ເພື່ອວ່າຄົນທີ່ຖືກເລືອກຂອງພຣະເຈົ້າຈະສາມາດໄດ້ຮັບຄວາມຈິງ ແລະ ການສະໜອງປະຈຳວັນສຳລັບຊີວິດຈາກພຣະທຳຂອງພຣະອົງ, ຍອດພຣະທຳເຫຼົ່ານີ້ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງມີຄວາມສຳຄັນທີ່ສຸດຕໍ່ການເຂົ້າສູ່ຊີວິດຂອງຄົນ, ຢູ່ໃນນີ້ໄດ້ຖືກຄັດເລືອກເປັນພິເສດເພື່ອຄວາມຍິນດີຂອງຄົນ, ສະນັ້ນ ຈຶ່ງເຮັດໃຫ້ຜູ້ທີ່ຮັກຄວາຈິງເຂົ້າໃຈມັນ, ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ ແລະ ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ສົມບູນ. ຍອດພຣະທຳເຫຼົ່ານີ້ຂອງພຣະເຈົ້າແມ່ນການສະແດງອອກເຖິງຄວາມຈິງ; ຍິ່ງໄປກວ່ານັ້ນ, ພວກມັນແມ່ນຄະຕິພົດທີ່ສຳຄັນທີ່ສຸດຂອງຊີວິດ ແລະ ບໍ່ມີພຣະທຳໃດທີ່ໃຫ້ຄວາມຮູ້ ແລະ ເປັນປະໂຫຍດຕໍ່ຄົນຫຼາຍກວ່ານີ້. ຖ້າເຈົ້າສາມາດຮັບເອົາຂໍ້ໜຶ່ງຂອງພຣະທຳເຫຼົ່ານີ້ແຕ່ລະວັນໄດ້ຢ່າງແທ້ຈິງ, ນີ້ກໍເປັນໂຊກທີ່ຍິ່ງໃຫຍ່ທີ່ສຸດຂອງເຈົ້າ ແລະ ເຈົ້າແມ່ນໄດ້ຮັບພອນຈາກພຣະເຈົ້າ.
  • ແກະຂອງພຣະເຈົ້າໄດ້ຍິນນໍ້າສຽງຂອງພຣະເຈົ້າ

    ແກະຂອງພຣະເຈົ້າໄດ້ຍິນນໍ້າສຽງຂອງພຣະເຈົ້າ

    ໜັງສືເຫຼັ້ມນີ້ຄືການຮຽບຮຽງຄວາມຈິງແຫ່ງນິມິດເຊິ່ງເປັນສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ, ຊື່ຂອງພຣະອົງ, ຄວາມເລິກລັບແຫ່ງການບັງເກີດເປັນມະນຸດຂອງພຣະອົງ ແລະ ວິທີການແຍກແຍະລະຫວ່າງຫົນທາງທີ່ແທ້ຈິງ ແລະ ຫົນທາງທີ່ຜິດ. ມັນສາມາດຖືກອ່ານ ແລະ ຖືກປະກອບດ້ວຍຄົນທີ່ຫາກໍ່ຍອມຮັບເອົາພາລະກິດຂອງພຣະເຈົ້າແຫ່ງຍຸກສຸດທ້າຍ ແລະ ເພື່ອວ່າພວກເຂົາອາດຈະເຂົ້າໃຈຄວາມຈິງແຫ່ງນິມິດກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ວາງພື້ນຖານບົນຫົນທາງທີ່ແທ້ຈິງໃຫ້ໄວເທົ່າທີ່ຈະໄວໄດ້.
  • ຟັງສຽງຂອງພຣະເຈົ້າ ເບິ່ງການປາກົດຕົວຂອງພຣະເຈົ້າ

    ຟັງສຽງຂອງພຣະເຈົ້າ ເບິ່ງການປາກົດຕົວຂອງພຣະເຈົ້າ

    ຍິງສາວພົມມະຈັນທີ່ສະຫຼາດຈະຮັບຮູ້ສຽງຂອງພຣະເຈົ້າ ແລະ ເຫັນການປາກົດມາຂອງພຣະອົງຈາກພຣະຄຳຂອງພຣະອົງ ແລະ ຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ. ໜັງສືສະບັບນີ້ແມ່ນໜັງສືສະສົມຄວາມຈິງ ທີ່ກ່ຽວຂ້ອງກັບການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ກ່ຽວກັບຂັ້ນຕອນຂອງພາລະກິດຂອງພຣະອົງ ກ່ຽວກັບຄວາມລອດພົ້ນ. ຄວາມຈິງເຫຼົ່ານີ້ເປັນພະຍານເຖິງການປາກົດ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ: ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າຜູ້ກັບຄືນມາ ແລະ ພຣະອົງໄດ້ສະແດງຄວາມຈິງ ແລະ ກຳລັງປະຕິບັດພາລະກິດຂອງ “ການພິພາກສາ ເລີ່ມທີ່ເຮືອນຂອງພຣະເຈົ້າ” ໃນຍຸກສຸດທ້າຍ, ເຊິ່ງນໍາພາມະນຸດຫັນກັບໄປຫາບັນລັງຂອງ ພຣະເຈົ້າ.
  • ຄຳພະຍານແຫ່ງປະສົບການ ຕໍ່ໜ້າທີ່ນັ່ງແຫ່ງການພິພາກສາຂອງພຣະຄຣິດ

    ການພິພາກສາຕໍ່ໜ້າບັນລັງຂາວທີ່ຍິ່ງໃຫຍ່ແຫ່ງຍຸກສຸດທ້າຍໄດ້ເລີ່ມຕົ້ນຂຶ້ນແລ້ວ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ ນັ້ນກໍ່ຄື ພຣະຄຣິດແຫ່ງຍຸກສຸດທ້າຍ ໄດ້ກ່າວຄວາມຈິງເພື່ອປະຕິບັດພາລະກິດຂອງພຣະອົງໃນການພິພາກສາ ແລະ ການຊໍາລະລ້າງມະນຸດຊາດ. ຜ່ານການເປີດເຜີຍ ແລະ ການພິພາກສາຈາກພຣະທຳຂອງພຣະເຈົ້າ, ຄົນທີ່ພຣະອົງເລືອກໄດ້ຮູ້ເຖິງຂໍ້ແທ້ຈິງກ່ຽວກັບຄວາມເສື່ອມຊາມແບບຊາຕານຂອງພວກເຂົາ ແລະ ຄົ້ນພົບເສັ້ນທາງເພື່ອໃຫ້ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ຮັບເອົາຄວາມລອດພົ້ນເທື່ອລະໜ້ອຍ ແລະ ເຫັນການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຂົາເທື່ອລະໜ້ອຍ. ປະສົບການທີ່ແທ້ຈິງເຫຼົ່ານີ້ເປັນພະຍານວ່າພາລະກິດແຫ່ງການພິພາກສາທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດປະຕິບັດຄືພາລະກິດແຫ່ງການຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງທົ່ວເຖິງ.