ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (10) ສ່ວນທີ ສອງ

ການໂອ້ລົມກ່ຽວກັບວິທີຈັດຕັ້ງປະຕິບັດການຈັດແຈງວຽກງານພ້ອມດ້ວຍຕົວຢ່າງ

ກ່ຽວກັບວິທີຈັດຕັ້ງປະຕິບັດການຈັດແຈງວຽກງານຈາກເບື້ອງເທິງ, ໃຫ້ເຮົາຍົກຕົວຢ່າງສະເພາະ. ຕົວຢ່າງ: ສົມມຸດວ່າການຈັດແຈງວຽກງານຮຽກຮ້ອງໃຫ້ຜູ້ຄົນຂຽນບົດຄວາມຄຳພະຍານຈາກປະສົບການ. ນີ້ແມ່ນວຽກງານສະເພາະທີ່ກວມເອົາຫຼາຍດ້ານ ແລະ ເປັນວຽກງານໄລຍະຍາວ ແລະ ຕໍ່ເນື່ອງ, ບໍ່ແມ່ນການຈັດແຈງວຽກງານຊົ່ວຄາວ. ສະນັ້ນ, ຫຼັງຈາກທີ່ການຈັດແຈງວຽກງານນີ້ຖືກອອກຄຳສັ່ງອອກໄປແລ້ວ, ສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດເປັນອັນດັບທຳອິດແມ່ນຫຍັງ? ອີງຕາມຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເຊິ່ງຮຽກຮ້ອງໃຫ້ພວກເຂົາ “ໃຫ້ການຊີ້ແນະ, ການກໍາກັບດູແລ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດການຈັດແຈງວຽກງານ”, ສິ່ງທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດກໍຄືການໂອ້ລົມກັບບັນດາຫົວໜ້າທີມ ແລະ ຜູ້ກຳກັບດູແລກ່ຽວກັບວິທີປະຕິບັດວຽກງານນີ້ໂດຍສະເພາະຢ່າງເໝາະສົມ ແລະ ໃນທາງທີ່ຈະເຮັດໃຫ້ເກີດຜົນ, ຮັບປະກັນວ່າທຸກຄົນມີເສັ້ນທາງ ແລະ ຫຼັກການທີ່ຈະປະຕິບັດຕາມສຳລັບວຽກງານນີ້. ມີພຽງແຕ່ການໂອ້ລົມເຖິງລະດັບນີ້ເທົ່ານັ້ນ ວຽກງານຈຶ່ງຈະສາມາດເຮັດໄດ້ດີ. ກ່ອນອື່ນ ຕ້ອງຮັບປະກັນວ່າທຸກຄົນເຂົ້າໃຈມາດຕະຖານທີ່ເບື້ອງເທິງຮຽກຮ້ອງສຳລັບການຂຽນບົດຄວາມຄຳພະຍານ ແລະ ປະເພດຂອງບົດຄວາມຄຳພະຍານທີ່ຕ້ອງການ. ກ່ອນອື່ນ ໃຫ້ກຳນົດເນື້ອໃນສະເພາະ, ຫຼັກການ ແລະ ຂອບເຂດຂອງບົດຄວາມເຫຼົ່ານີ້ ແລະ ຮັບປະກັນວ່າຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນຮັບຮູ້ເລື່ອງນີ້. ນອກຈາກນັ້ນ, ໃຫ້ມີການໂອ້ລົມ ແລະ ການຊີ້ແນະສະເພາະກ່ຽວກັບຄວາມຍາວ, ຮູບແບບ, ຫົວຂໍ້ ແລະ ຮູບແບບພາສາຂອງບົດຄວາມ, ຕົວຢ່າງ: ໃຫ້ພວກເຂົາຮູ້ວ່າບົດຄວາມອາດຈະຖືກຂຽນໃນຮູບແບບຂອງບົດບັນຍາຍ, ບັນທຶກປະຈຳວັນ, ຊີວະປະຫວັດຕົນເອງ, ບົດກະວີຮ້ອຍແກ້ວ ແລະ ອື່ນໆ. ນີ້ບໍ່ແມ່ນການໃຫ້ການຊີ້ແນະບໍ? (ແມ່ນແລ້ວ). ຫຼັງຈາກທີ່ໃຫ້ການຊີ້ແນະແລ້ວ, ທຸກຄົນກໍຈະຮູ້ແນວຄິດ ແລະ ຄຳນິຍາມສະເພາະຂອງບົດຄວາມຄຳພະຍານທີ່ພວກເຂົາຕ້ອງຂຽນ. ຫຼັງຈາກນັ້ນ, ໃຫ້ກຳນົດວ່າໃຜມີຂີດຄວາມສາມາດ ແລະ ປະສົບການທີ່ຈະຂຽນບົດຄວາມຄຳພະຍານຈາກປະສົບການ ແລະ ໃຜຂາດປະສົບການທີ່ເລິກເຊິ່ງ ແລະ ສາມາດຝຶກຝົນໄດ້ພຽງແຕ່ການຂຽນບົດຄວາມຄຳພະຍານທົ່ວໄປ. ຜູ້ນໍາຄຣິສຕະຈັກຕ້ອງມີສະຕິຮັບຮູ້ເຖິງສະຖານະການເຫຼົ່ານີ້ຢ່າງແຫຼມຄົມ. ຫຼັງຈາກທີ່ບົດຄວາມຖືກຂຽນແລ້ວ, ໃຫ້ກວດກາພວກມັນຄືນເພື່ອເບິ່ງວ່າມັນແທ້ຈິງ ແລະ ເປັນການເສີມສ້າງ ຫຼື ບໍ່. ຖ້າພວກມັນໄດ້ມາດຕະຖານ, ພວກມັນກໍສາມາດຖືກໃຊ້ເປັນບົດຄວາມຕົວຢ່າງໃຫ້ອ້າຍເອື້ອຍນ້ອງທີ່ຍັງບໍ່ທັນໄດ້ຂຽນບົດຄວາມ ຫຼື ບໍ່ຮູ້ວິທີຂຽນໄດ້ອ່ານ ແລະ ອ້າງອີງ. ຖ້າຜູ້ໃດມີປະສົບການ ແລະ ເຕັມໃຈທີ່ຈະຂຽນບົດຄວາມຄຳພະຍານ, ພວກເຂົາຄວນປະຕິບັດຕາມຫຼັກການ ແລະ ຂໍ້ກຳນົດ, ແບ່ງປັນສິ່ງທີ່ຢູ່ໃນໃຈຂອງພວກເຂົາ ແລະ ເວົ້າຄຳເວົ້າທີ່ສໍາພັນກັບຊີວິດຈິງ ເພື່ອໃຫ້ພວກມັນເປັນການເສີມສ້າງແກ່ຜູ້ອ່ານ. ຖ້າບາງຄົນບໍ່ເກັ່ງໃນການຂຽນບົດຄວາມ ແລະ ສາມາດຂຽນໄດ້ພຽງແຕ່ແບບລຽງລຳດັບເຫດການແບບງ່າຍດາຍ, ຄວນເຮັດແນວໃດກັບຄົນປະເພດນີ້? ເຖິງແມ່ນວ່າບົດຄວາມຂອງພວກເຂົາຈະບໍ່ໄດ້ມາດຕະຖານ, ພວກເຂົາກໍຍັງຄວນຝຶກຝົນ. ພວກເຂົາຄວນຂຽນບົດຄວາມກ່ຽວກັບຄວາມເຂົ້າໃຈ ແລະ ການຮັບຮູ້ທີ່ແທ້ຈິງຂອງພວກເຂົາທີ່ໄດ້ຮັບຈາກການມີປະສົບການກັບພຣະທຳຂອງພຣະເຈົ້າ. ຫຼັງຈາກການກວດແກ້ ແລະ ການກວດກາບົດຄວາມເຫຼົ່ານີ້, ຖ້າເນື້ອໃນໄດ້ມາດຕະຖານສຳລັບບົດຄວາມຄຳພະຍານ, ແລ້ວບົດຄວາມດັ່ງກ່າວກໍຖືວ່າໃຊ້ໄດ້. ບໍ່ວ່າຮູບແບບການຂຽນຂອງບົດຄວາມຈະເປັນແນວໃດ ແລະ ບໍ່ວ່າຮູບແບບຂອງມັນຈະເປັນແນວໃດ, ບໍ່ວ່າຈະຂຽນເປັນບົດບັນຍາຍ ຫຼື ບັນທຶກປະຈຳວັນ, ຕາບໃດທີ່ມັນເປັນປະໂຫຍດ ແລະ ເປັນການເສີມສ້າງແກ່ຜູ້ອ່ານ, ມັນກໍສາມາດຂຽນໄດ້. ຍັງມີບາງຄົນທີ່ມີລະດັບການສຶກສາຕໍ່າ ທີ່ມີຄຳພະຍານຈາກປະສົບການບາງຢ່າງ ແຕ່ບໍ່ຮູ້ວິທີຂຽນບົດຄວາມຄຳພະຍານ. ຄວນເຮັດແນວໃດໃນກໍລະນີດັ່ງກ່າວ? ພວກເຂົາສາມາດເລົ່າປະສົບການຂອງພວກເຂົາດ້ວຍປາກເປົ່າ ແລະ ໃຫ້ຄົນທີ່ມີການສຶກສາຫຼາຍກວ່າຊ່ວຍພວກເຂົາບັນທຶກປະສົບການຂອງພວກເຂົາ ແລະ ຈາກນັ້ນກໍສະແດງອອກຢ່າງຖືກຕ້ອງຕາມຄວາມໝາຍທີ່ແທ້ຈິງຂອງຄົນນັ້ນ, ກວດແກ້ມັນໃຫ້ເປັນບົດຄວາມຄຳພະຍານທີ່ໄດ້ມາດຕະຖານ. ບົດຄວາມດັ່ງກ່າວກໍຖືວ່າໃຊ້ໄດ້ເຊັ່ນກັນ. ເພື່ອເລີ່ມຕົ້ນວຽກງານນີ້, ກ່ອນອື່ນ ໃຫ້ໂອ້ລົມກ່ຽວກັບວ່າບົດຄວາມຄຳພະຍານແມ່ນຫຍັງ ແລະ ຮູບແບບຂອງມັນ. ຈາກນັ້ນ ໃຫ້ກຳນົດຂໍ້ກຳນົດ ແລະ ການຈັດແຈງສະເພາະສຳລັບຄົນທີ່ມີລະດັບການສຶກສາທີ່ແຕກຕ່າງກັນ, ກຸ່ມອາຍຸທີ່ແຕກຕ່າງກັນ ແລະ ຜູ້ທີ່ມີປະສົບການ ແລະ ວຸດທິພາວະທີ່ແຕກຕ່າງກັນ. ໃຫ້ຜູ້ທີ່ມີປະສົບການຂຽນບົດຄວາມບາງບົດກ່ອນ. ໃນຂະນະດຽວກັນ, ໃຫ້ລະບຸບຸກຄົນໃນຄຣິສຕະຈັກທີ່ເໝາະສົມສຳລັບການຊີ້ແນະອ້າຍເອື້ອຍນ້ອງໃນການຂຽນບົດຄວາມ ແລະ ຜູ້ທີ່ເໝາະສົມສຳລັບການກວດແກ້ ແລະ ການພິສູດອັກສອນບົດຄວາມ ເພື່ອປະຕິບັດວຽກງານສະເພາະເຫຼົ່ານີ້. ສິ່ງນີ້ສະໜອງການຈັດແຈງເບື້ອງຕົ້ນສຳລັບວຽກງານນີ້. ການຈັດແຈງດ້ວຍວິທີນີ້ໝາຍຄວາມວ່າວຽກງານໄດ້ຖືກຈັດຕັ້ງປະຕິບັດຢ່າງຄົບຖ້ວນແລ້ວ ແລະ ເຈົ້າສາມາດປ່ອຍມັນໄວ້ໄດ້ບໍ? ບໍ່, ນີ້ເປັນພຽງການໃຫ້ການຊີ້ນໍາ, ການຊ່ວຍເຫຼືອ ແລະ ແຜນການຈັດຕັ້ງປະຕິບັດສະເພາະ ໂດຍອີງໃສ່ຂໍ້ກຳນົດຂອງການຈັດແຈງວຽກງານ. ຕໍ່ໄປຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຫຍັງ? ພວກເຂົາຄວນກໍາກັບດູແລວຽກງານ. ການກຳກັບດູແລນີ້ຄວນມີເປົ້າໝາຍບໍ? ການກຳກັບດູແລບໍ່ແມ່ນການສຸ່ມກວດ; ມັນຕ້ອງມີເປົ້າໝາຍສຳຄັນ. ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຈະແຈ້ງວ່າໃຜຕ້ອງໄດ້ຮັບການກຳກັບດູແລ ແລະ ຂັ້ນຕອນວຽກງານໃດທີ່ຕ້ອງການການກຳກັບດູແລ. ຕົວຢ່າງ: ຖ້າເອື້ອຍນ້ອງຄົນໜຶ່ງເປັນຜູ້ນໍາຄຣິສຕະຈັກທີ່ປົກກະຕິແລ້ວບໍ່ຈິງຈັງໃນການເຮັດວຽກ, ມັກເວົ້າໂອ້ອວດ, ຕັ້ງເປົ້າໝາຍສູງແຕ່ຂາດຄວາມສາມາດ, ມີແນວໂນ້ມທີ່ຈະຕົວະເທິງຫຼອກລຸ່ມ, ເວົ້າຈາໄດ້ມ່ວນຫູເປັນພິເສດ ແລະ ມັກເຮັດວຽກແບບພໍແລ້ວມືແລ້ວຕີນ, ມັນຈຳເປັນຢ່າງຍິ່ງທີ່ລາວຕ້ອງໄດ້ຮັບການກຳກັບດູແລໃນວຽກງານຂອງລາວ. ເຈົ້າບໍ່ສາມາດໄວ້ວາງໃຈລາວໄດ້ຢ່າງເຕັມທີ່. ສະນັ້ນ, ຂັ້ນຕອນທຳອິດກໍຄືການກວດກາວຽກງານຂອງລາວ ແລະ ເບິ່ງວ່າການຈັດຕັ້ງປະຕິບັດການຈັດແຈງວຽກງານຂອງລາວດຳເນີນໄປແນວໃດ. ນີ້ເປັນພຽງການກຳກັບດູແລຄົນຕາມອຳເພີໃຈບໍ? (ບໍ່ແມ່ນ). ສິ່ງນີ້ຈຳເປັນສຳລັບວຽກງານ ເພາະວຽກງານນີ້ສຳຄັນເກີນໄປ ແລະ ຜູ້ທີ່ປະຕິບັດວຽກງານປະເພດນີ້ຕ້ອງໜ້າເຊື່ອຖື. ຖ້າພວກເຂົາບໍ່ໄດ້ປະຕິບັດວຽກງານສະເພາະ ແລະ ບໍ່ໜ້າໄວ້ວາງໃຈ, ການໄວ້ວາງໃຈພວກເຂົາຢ່າງບໍ່ລືມຫູລືມຕາຈະເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ ແລະ ເຈົ້າກໍຈະລະເລີຍໃນຄວາມຮັບຜິດຊອບຂອງເຈົ້າເຊັ່ນກັນ. ສຳລັບຄົນປະເພດນັ້ນ, ເຈົ້າບໍ່ສາມາດຖືກຊັກຈູງໂດຍຄຳເວົ້າທີ່ມ່ວນຫູຂອງພວກເຂົາ ຫຼື ຄວາມແຮງກ້າທີ່ພວກເຂົາສະແດງອອກໃນຄຳໝັ້ນສັນຍາຂອງພວກເຂົາ; ທີ່ຈິງແລ້ວ ພວກເຂົາພຽງແຕ່ເວົ້າເກັ່ງ ແຕ່ຢູ່ເບື້ອງຫຼັງບໍ່ໄດ້ເຮັດຫຍັງທີ່ເປັນແກ່ນສານ. ຄົນປະເພດນັ້ນແມ່ນເປົ້າໝາຍຂອງການກໍາກັບດູແລຢ່າງແທ້ຈິງ. ຜ່ານການກໍາກັບດູແລ, ໃຫ້ສັງເກດເບິ່ງວ່າພວກເຂົາໄດ້ກັບໃຈແລ້ວ ຫຼື ບໍ່. ຖ້າພວກເຂົາຍັງບໍ່ກັບໃຈ, ໃຫ້ປົດພວກເຂົາອອກທັນທີ ແລະ ຢຸດເສຍເວລາໃສ່ໃຈພວກເຂົາ. ຄວາມຈິງແລ້ວ, ເຈົ້າຄວນປະຕິບັດການຕິດຕາມ, ການກຳກັບດູແລ ແລະ ການໃຫ້ການຊີ້ນຳກັບຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່. ສຳລັບຜູ້ທີ່ສາມາດເຮັດວຽກງານຕົວຈິງ ແລະ ມີຄວາມຮູ້ສຶກຮັບຜິດຊອບ, ຖ້າມັນເປັນວຽກທີ່ພວກເຂົາຮູ້ວິທີເຮັດ, ກໍບໍ່ຈຳເປັນຕ້ອງມີການກໍາກັບດູແລ. ເຖິງຢ່າງໃດກໍຕາມ, ສຳລັບວຽກງານໃໝ່ ຫຼື ວຽກງານທີ່ສຳຄັນ, ການຕິດຕາມ, ການກໍາກັບດູແລ ແລະ ການໃຫ້ການຊີ້ນຳກໍຍັງຄົງຈຳເປັນ. ສາມາດເວົ້າໄດ້ວ່າ ການກຳກັບດູແລ ແລະ ການຕິດຕາມວຽກງານແບບນີ້ແມ່ນວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ການຕິດຕາມ, ການກໍາກັບດູແລ ແລະ ການໃຫ້ການຊີ້ນຳບໍ່ແມ່ນກ່ຽວກັບການບໍ່ໄວ້ວາງໃຈ ແຕ່ແມ່ນການຮັບປະກັນຄວາມຄືບໜ້າຂອງວຽກງານຢ່າງລ່ຽນໄຫຼ. ເພາະວ່າຜູ້ຄົນມີຂໍ້ບົກຜ່ອງຕ່າງໆ ແລະ ຍິ່ງໄປກວ່ານັ້ນ, ກໍມີອຸປະນິໄສທີ່ເສື່ອມຊາມຕ່າງໆ, ໂດຍບໍ່ມີການປະຕິບັດດ້ວຍວິທີນີ້, ມັນກໍເປັນໄປບໍ່ໄດ້ທີ່ຈະຮັບປະກັນວ່າວຽກງານຈະເຮັດໄດ້ດີ. ຜູ້ທີ່ຫາກໍຖືກສົ່ງເສີມໃຫ້ເຮັດວຽກຍິ່ງຕ້ອງການການຕິດຕາມ, ການກໍາກັບດູແລ ແລະ ການຊີ້ນຳຫຼາຍຂຶ້ນ. ນີ້ແມ່ນວຽກງານສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດ. ຖ້າເຈົ້າບໍ່ປະຕິບັດການຕິດຕາມ, ການກໍາກັບດູແລ ແລະ ການໃຫ້ການຊີ້ນຳ, ຫຼາຍວຽກງານກໍບໍ່ສາມາດເຮັດໄດ້ດີ ແລະ ບາງວຽກງານອາດຈະຖືກເຮັດໃຫ້ລົ້ມເຫຼວ ຫຼື ຢຸດສະງັກ. ນີ້ເປັນເຫດການທີ່ເກີດຂຶ້ນເປັນປະຈຳ. ໂດຍສະເພາະຢ່າງຍິ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກທີ່ບໍ່ສະແຫວງຫາຄວາມຈິງຍິ່ງຕ້ອງການການກໍາກັບດູແລຫຼາຍຂຶ້ນ. ກັບຄົນອື່ນ, ວຽກງານສ່ວນຫຼາຍແມ່ນຈັດຕັ້ງປະຕິບັດໄດ້ຢ່າງຮັດກຸມພໍສົມຄວນ, ແຕ່ກັບຄົນປະເພດນັ້ນ, ມັນບໍ່ແນ່ນອນວ່າວຽກງານຈະສາມາດຖືກຈັດຕັ້ງປະຕິບັດໄດ້ ຫຼື ຈະຖືກຈັດຕັ້ງປະຕິບັດໄດ້ດີສໍ່າໃດ ແລະ ບໍ່ວ່າຈະຖືກຈັດຕັ້ງປະຕິບັດຕາມການຈັດແຈງວຽກງານ ຫຼື ບໍ່ນັ້ນ ຍິ່ງເວົ້າໄດ້ຍາກກວ່າ. ຄົນປະເພດນັ້ນບໍ່ໜ້າເຊື່ອຖືຫຼາຍໃນວຽກງານຂອງພວກເຂົາ. ຖ້າເຈົ້າໄວ້ວາງໃຈພວກເຂົາໂດຍບໍ່ມີການກຳກັບດູແລວຽກງານຂອງພວກເຂົາ, ໂດຍເນື້ອແທ້ແລ້ວ ນີ້ແມ່ນການເຮັດແບບພໍແລ້ວມືແລ້ວຕີນ ແລະ ບໍ່ຮັບຜິດຊອບຕໍ່ວຽກງານ. ສຳລັບຄົນປະເພດນັ້ນ, ເຈົ້າຕ້ອງຕິດຕາມ ແລະ ກຳກັບດູແລ ແລະ ມີສ່ວນຮ່ວມໃນວຽກງານຂອງຄຣິສຕະຈັກຂອງພວກເຂົາ. ຖ້າພວກເຂົາບໍ່ເຕັມໃຈທີ່ຈະໃຫ້ເຈົ້າມາ ຫຼື ບໍ່ຕ້ອນຮັບເຈົ້າ, ເຈົ້າຄວນເຮັດແນວໃດ? ເຈົ້າອາດຈະເວົ້າວ່າ “ຂ້ອຍຈະຍອມຖິ້ມສັກສີ ແລ້ວກໍຈະໄປຢູ່ດີ”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່). ນັ້ນບໍ່ແມ່ນເຂດແດນສ່ວນຕົວຂອງພວກເຂົາ; ມັນແມ່ນຄຣິສຕະຈັກ ແລະ ມັນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ. ເຈົ້າບໍ່ໄດ້ໄປຢູ່ເຮືອນຂອງພວກເຂົາເພື່ອຢູ່ກິນຊື່ໆ; ເຈົ້າກຳລັງໄປຄຣິສຕະຈັກເພື່ອເຮັດວຽກ. ນີ້ບໍ່ແມ່ນການຍອມຖິ້ມສັກສີ. ເຖິງແມ່ນວ່າພວກເຂົາຈະເປັນຜູ້ນໍາ, ປະຊາກອນທີ່ພຣະເຈົ້າເລືອກກໍບໍ່ແມ່ນຂອງພວກເຂົາ. ມັນເປັນເພາະວ່າພວກເຂົາບໍ່ຮັບຜິດຊອບ ແລະ ບໍ່ຈົງຮັກພັກດີໃນວຽກງານຂອງພວກເຂົາ ເຈົ້າຈຶ່ງຈຳເປັນຕ້ອງຕິດຕາມ ແລະ ກຳກັບດູແລວຽກງານຂອງພວກເຂົາ. ສະນັ້ນ, ເຈົ້າຄວນເຮັດຫຍັງເມື່ອເຈົ້າໄປບ່ອນນັ້ນ? ກ່ອນອື່ນ ໃຫ້ຖາມພວກເຂົາວ່າໃຜໃນຄຣິສຕະຈັກມີປະສົບການຊີວິດ ແລະ ສາມາດຂຽນບົດຄວາມຄຳພະຍານຈາກປະສົບການ, ໃຜສຸມໃສ່ການໄລ່ຕາມເສາະຫາຄວາມຈິງຂ້ອນຂ້າງຫຼາຍ, ໃຜສຸມໃສ່ການຂຽນບັນທຶກປະຈຳວັນ ແລະ ບັນທຶກການອຸທິດຕົນຝ່າຍວິນຍານຂ້ອນຂ້າງຫຼາຍ, ໃຜສຸມໃສ່ການແບ່ງປັນປະສົບການຂອງພວກເຂົາໃນການເຕົ້າໂຮມ ແລະ ໃຜມີຄຳພະຍານຈາກປະສົບການຫຼາຍທີ່ສຸດ. ໃຫ້ພວກເຂົາຊີ້ບອກຄົນເຫຼົ່ານີ້ກ່ອນ. ຖ້າພວກເຂົາສະເໜີອ້າຍເອື້ອຍນ້ອງຫຼາຍຄົນ, ໂດຍເວົ້າວ່າຄົນເຫຼົ່ານີ້ແມ່ນຜູ້ທີ່ສຸມໃສ່ການອ່ານພຣະທຳຂອງພຣະເຈົ້າຂ້ອນຂ້າງຫຼາຍ, ມີຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍື່ອງທາງຂອງພຣະວິນຍານບໍລິສຸດ, ມັກຂຽນບັນທຶກການອຸທິດຕົນຝ່າຍວິນຍານ, ສຸມໃສ່ການປະຕິບັດຄວາມຈິງເມື່ອຕ້ອງປະເຊີນກັບສະຖານະການ ແລະ ແບ່ງປັນຄຳພະຍານຈາກປະສົບການທີ່ຄົນອື່ນເຕັມໃຈທີ່ຈະຮັບຟັງຢູ່ເລື້ອຍໆ, ແລ້ວເຈົ້າກໍຄວນພົບປະກັບອ້າຍເອື້ອຍນ້ອງເຫຼົ່ານີ້ ແລະ ໂອ້ລົມກັບພວກເຂົາ. ນອກຈາກນັ້ນ, ແນ່ນອນວ່າຍັງມີບາງຄົນໃນຄຣິສຕະຈັກທີ່ມີລະດັບການສຶກສາຕໍ່າ ແລະ ບໍ່ສາມາດຂຽນບົດຄວາມໄດ້ ແຕ່ມີປະສົບການທີ່ສໍາພັນກັບຊີວິດຈິງ. ຄົນເຫຼົ່ານີ້ຕ້ອງການການຊີ້ແນະ ແລະ ການຝຶກຝົນ ແລະ ເຈົ້າສາມາດໃຫ້ຜູ້ທີ່ຮູ້ວິທີຂຽນບົດຄວາມຊ່ວຍພວກເຂົາເປັນໄລຍະເວລາໜຶ່ງໄດ້. ໃນເວລາດຽວກັນ, ໃຫ້ເລືອກຄົນໜຶ່ງມາຮັບຜິດຊອບການຈັດຕັ້ງປະຕິບັດວຽກງານສະເພາະຂອງປະຊາກອນທີ່ພຣະເຈົ້າເລືອກ ໃນການຂຽນບົດຄວາມຄຳພະຍານຈາກປະສົບການ. ຄົນຜູ້ນີ້ຈະຮັບຜິດຊອບໃນການຮວບຮວມ, ກວດແກ້, ກວດກາຄືນ ແລະ ຈາກນັ້ນກໍສົ່ງບົດຄວາມທີ່ສຳເລັດແລ້ວ. ແລ້ວຜູ້ນໍາຄຣິສຕະຈັກຄວນເຮັດຫຍັງ? ໃຫ້ພວກເຂົາກຳກັບດູແລ ແລະ ຕິດຕາມວຽກງານເຫຼົ່ານີ້. ບາງຄົນອາດຈະເວົ້າວ່າ “ໃນເມື່ອມີຜູ້ນໍາຄຣິສຕະຈັກແລ້ວ, ເປັນຫຍັງພວກເຮົາຈຶ່ງຕ້ອງເລືອກຄົນມາຮັບຜິດຊອບອີກ? ນັ້ນບໍ່ແມ່ນການເລືອກທີ່ເກີນຄວາມຈຳເປັນບໍ?” ມັນເປັນການເລືອກທີ່ເກີນຄວາມຈຳເປັນບໍ? (ບໍ່). ເປັນຫຍັງຈຶ່ງບໍ່ເປັນ? ມັນເປັນເພາະວ່າຜູ້ນໍາຄຣິສຕະຈັກຄົນນີ້ບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບໍ່ໜ້າເຊື່ອຖືເກີນໄປ ເຈົ້າຈຶ່ງຕ້ອງເລືອກຄົນອື່ນມາຮັບຜິດຊອບວຽກງານນີ້ໂດຍສະເພາະ. ຖ້າຜູ້ນໍາຄຣິສຕະຈັກໜ້າເຊື່ອຖື, ພວກເຂົາກໍຈະສາມາດປະຕິບັດວຽກງານຢ່າງສະໝໍ່າສະເໝີໄດ້ ຫຼັງຈາກທີ່ໄດ້ຮັບການຈັດແຈງວຽກງານ ແລະ ເຈົ້າກໍຈະບໍ່ຕ້ອງກຳກັບດູແລພວກເຂົາແບບນີ້. ການເລືອກຄົນມາຮັບຜິດຊອບບໍ່ແມ່ນເພື່ອເຮັດໃຫ້ຜູ້ນໍາຄຣິສຕະຈັກບໍ່ມີອຳນາດຕົວຈິງ ແຕ່ແມ່ນເພື່ອບັນລຸຜົນໄດ້ຮັບຂອງວຽກງານທີ່ດີຂຶ້ນ. ຖ້າເຈົ້າບໍ່ເລືອກຄົນຜູ້ນີ້, ວຽກງານອາດຈະສູນເປົ່າໄປ ແລະ ເວລາທີ່ມັນຈະສຳເລັດ ຫຼື ເກີດຜົນນັ້ນກໍຈະກາຍເປັນສິ່ງທີ່ບໍ່ແນ່ນອນ.

ຈຸດປະສົງຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຂົ້າຮ່ວມໃນວຽກງານຄຣິສຕະຈັກກໍຄື ການນໍາພາປະຊາກອນທີ່ພຣະເຈົ້າເລືອກ ໃຫ້ມີປະສົບການກັບວຽກງານຂອງພຣະເຈົ້າຢ່າງສໍາພັນກັບຊີວິດຈິງ. ພວກເຂົາບໍ່ພຽງແຕ່ຄວນປະຕິບັດໜ້າທີ່ຂອງຕົນເອງໃຫ້ດີເທົ່ານັ້ນ, ແຕ່ພວກເຂົາຍັງຄວນຊ່ວຍເຫຼືອ ແລະ ນໍາພາປະຊາກອນທີ່ພຣະເຈົ້າເລືອກໃຫ້ປະຕິບັດວຽກງານທັງໝົດຂອງຄຣິສຕະຈັກຕາມມາດຕະຖານທີ່ໄດ້ກຳນົດໄວ້ໃນການຈັດແຈງວຽກງານອີກດ້ວຍ. ມີພຽງແຕ່ຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດແບບນີ້ເທົ່ານັ້ນຈຶ່ງຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ແຕ່ຖ້າເຈົ້າບໍ່ໄດ້ເຂົ້າຮ່ວມໃນວຽກງານຢ່າງສະເພາະເຈາະຈົງ ແລະ ບໍ່ໄດ້ປະຕິບັດການກຳກັບດູແລຜູ້ນໍາ ແລະ ຜູ້ເຮັດວຽກທີ່ບໍ່ໄດ້ເຮັດວຽກງານຕົວຈິງ, ແລ້ວຜົນໄດ້ຮັບຂອງວຽກງານຄຣິສຕະຈັກເຫຼົ່ານີ້ກໍອາດຈະສູນເປົ່າໄປ, ໂດຍຖືກທຳລາຍໂດຍຜູ້ນໍາປອມ. ຖ້າເຈົ້າເຂົ້າໃຈສະຖານະການຂອງຄຣິສຕະຈັກແຫ່ງໜຶ່ງຢ່າງຊັດເຈນ ແລະ ເຈົ້າຮູ້ຢູ່ໃນໃຈວ່າຜູ້ນໍາຂອງຄຣິສຕະຈັກແຫ່ງນີ້ບໍ່ມີຄວາມຮັບຜິດຊອບ, ແຕ່ເຈົ້າບໍ່ໄດ້ຕິດຕາມ ແລະ ໃຫ້ການຊີ້ນໍາຢ່າງທັນການ, ນີ້ບໍ່ແມ່ນການລະເລີຍຄວາມຮັບຜິດຊອບບໍ? ສຳລັບວຽກງານປະເພດນີ້, ຖ້າເຈົ້າໄດ້ຕິດຕາມ ແລະ ເຂົ້າຮ່ວມຢ່າງສະເພາະເຈາະຈົງ ແລະ ໄດ້ຈັດແຈງທັງຜູ້ກຳກັບດູແລ ແລະ ຜູ້ຄົນໃຫ້ເຮັດວຽກງານ, ແລ້ວເຈົ້າຈະສາມາດອອກໄປທັນທີໄດ້ບໍ? (ບໍ່ໄດ້). ມັນຈະເປັນການດີທີ່ສຸດທີ່ຈະຕິດຕາມເປັນໄລຍະເວລາໜຶ່ງ. ໃນລະຫວ່າງການຕິດຕາມ, ໃນດ້ານໜຶ່ງ ເຈົ້າສາມາດຊຸກຍູ້ ແລະ ຊີ້ແນະຜູ້ນໍາຄຣິສຕະຈັກໃຫ້ເຮັດວຽກງານນີ້ຢ່າງຕັ້ງໜ້າໄດ້. ນອກຈາກນີ້, ເຈົ້າຍັງສາມາດມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບສະຖານະການການເຮັດວຽກຂອງຜູ້ຄົນທີ່ເຈົ້າໄດ້ຈັດແຈງ ແລະ ໃນເວລາດຽວກັນ ເຈົ້າກໍສາມາດໃຫ້ການແກ້ໄຂ ແລະ ຊ່ວຍເຫຼືອຢ່າງທັນການສຳລັບບັນຫາໃດໆ ທີ່ພວກເຂົາຕ້ອງປະເຊີນໄດ້ທຸກເວລາ. ຖ້າເຈົ້າອອກໄປໄວເກີນໄປ, ແລ້ວກັບມາຈັດການ ແລະ ແກ້ໄຂບັນຫາເມື່ອມັນເກີດຂຶ້ນ, ມັນກໍຈະເຮັດໃຫ້ວຽກງານຊັກຊ້າ. ສະຫຼຸບແລ້ວ, ສຳລັບວຽກງານສະເພາະນີ້, ນອກຈາກການເຂົ້າຮ່ວມໃນການຈັດແຈງບຸກຄະລາກອນ ແລະ ຜູ້ກຳກັບດູແລແລ້ວ, ມັນຈະເປັນການດີທີ່ສຸດທີ່ຈະຕິດຕາມເປັນໄລຍະເວລາໜຶ່ງ ເພື່ອເບິ່ງວ່າບັນຫາຫຍັງຈະເກີດຂຶ້ນໃນລະຫວ່າງການເຮັດວຽກຂອງພວກເຂົາ. ໃນດ້ານໜຶ່ງ, ກໍເພື່ອກຳກັບດູແລວ່າຜູ້ນໍາຄຣິສຕະຈັກກຳລັງປະຕິບັດຄວາມຮັບຜິດຊອບຂອງພວກເຂົາ ຫຼື ບໍ່; ໃນອີກດ້ານໜຶ່ງ, ກໍເພື່ອເບິ່ງວ່າບຸກຄະລາກອນກຳລັງປະຕິບັດວຽກງານແນວໃດ. ຍ້ອນວ່າຄົນສ່ວນໃຫຍ່ບໍ່ເຄີຍເຮັດວຽກງານນີ້ມາກ່ອນ ແລະ ບັນຫາທີ່ອາດຈະເກີດຂຶ້ນກໍຍັງບໍ່ເປັນທີ່ຮູ້ຈັກ, ເຈົ້າຈະຄົ້ນພົບບັນຫາທີ່ບໍ່ຮູ້ຈັກບາງຢ່າງຢ່າງຕໍ່ເນື່ອງ ໃນຂະນະທີ່ເຂົ້າຮ່ວມໃນວຽກງານນີ້. ແນ່ນອນວ່າ ມັນກໍຈະເປັນການດີທີ່ສຸດທີ່ຈະໃຫ້ວິທີແກ້ໄຂຢ່າງທັນການເຊັ່ນກັນ. ການປະຈຳຢູ່ສະຖານທີ່, ການກຳກັບດູແລ ແລະ ການຕິດຕາມແມ່ນການປະຕິບັດທີ່ດີທີ່ສຸດ. ຢ່າພຽງແຕ່ເຮັດແບບພໍເປັນພິທີຢ່າງຊະຊາຍ ແລ້ວຖືວ່າແລ້ວວຽກ. ນີ້ຄືວຽກງານທີ່ເຮັດຂຶ້ນສຳລັບສະຖານະການພິເສດ, ເປັນການໃຫ້ການຊ່ວຍເຫຼືອ ແລະ ການຊີ້ແນະບາງຢ່າງ. ຫຼັງຈາກທີ່ແກ້ໄຂບັນຫາແລ້ວ, ໃຫ້ຕິດຕາມວຽກງານຂອງພວກເຂົາເປັນໄລຍະເວລາໜຶ່ງ. ເຈົ້າເຫັນວ່າບົດຄວາມບາງບົດໄດ້ຖືກຂຽນຂຶ້ນແລ້ວ ແລະ ມີບົດຄວາມຫຼາຍປະເພດ, ເຊິ່ງກ່າວເຖິງບັນຫາຕ່າງໆ ແລະ ກວມເອົາຫົວຂໍ້ທີ່ແຕກຕ່າງກັນ, ບາງບົດກ່ຽວກັບປະສົບການການຂົ່ມເຫັງໂດຍພັກກອມມູນິດຈີນ, ບາງບົດກ່ຽວກັບປະສົບການການຂົ່ມເຫັງໂດຍຄອບຄົວ, ບາງບົດກ່ຽວກັບວິທີທີ່ຜູ້ຄົນມາເຂົ້າໃຈອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາເປີດເຜີຍ ຫຼື ວິທີທີ່ສະພາວະທີ່ເສື່ອມຊາມຕ່າງໆ ທີ່ຜູ້ຄົນສະແດງອອກໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາໄດ້ຮັບການແກ້ໄຂ ແລະ ອື່ນໆ. ບົດຄວາມຄຳພະຍານທັງໝົດເຫຼົ່ານີ້ຕ້ອງໄດ້ຮັບການກວດກາ ເພື່ອຮັບປະກັນວ່າມັນສອດຄ່ອງກັບຂໍ້ເທັດຈິງຢ່າງສົມບູນ ແລະ ເສີມສ້າງຜູ້ຄົນຢ່າງແທ້ຈິງ ກ່ອນທີ່ພວກມັນຈະໄດ້ຮັບການອະນຸມັດ ແລະ ນຳໄປເຮັດເປັນວິດີໂອ. ເມື່ອວຽກງານມາຮອດລະດັບນີ້, ເຈົ້າກໍຈະໄດ້ເຫັນຜົນໄດ້ຮັບແລ້ວ. ໃນເບື້ອງຕົ້ນ, ສິ່ງນີ້ພິສູດວ່າ ບຸກຄະລາກອນ ແລະ ຜູ້ກຳກັບດູແລທີ່ເຈົ້າໄດ້ຈັດແຈງສຳລັບວຽກງານນີ້ແມ່ນຂ້ອນຂ້າງເໝາະສົມ. ຕໍ່ໄປ, ຖ້າພວກເຂົາສາມາດເຮັດວຽກງານນີ້ໃຫ້ສຳເລັດໄດ້ດ້ວຍຕົນເອງ, ແລ້ວມັນກໍເໝາະສົມທີ່ເຈົ້າຈະຖອນຕົວອອກມາ. ຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດວຽກໃນລັກສະນະນີ້ກໍໄດ້ຮັບການເສີມສ້າງເຊັ່ນກັນບໍ? ສິ່ງນີ້ເປັນປະໂຫຍດຫຼາຍກວ່າການເວົ້າແຕ່ທິດສະດີໝົດມື້ ແລະ ເສຍເວລາໂດຍເປົ່າປະໂຫຍດບໍ? (ແມ່ນແລ້ວ). ວຽກງານປະເພດນີ້ໃຫ້ຜົນປະໂຫຍດທີ່ຍິ່ງໃຫຍ່. ໃນດ້ານໜຶ່ງ, ຄົນເຮົາຈະໄດ້ຮຽນຮູ້ທີ່ຈະແກ້ໄຂບັນຫາຕົວຈິງ. ໃນອີກດ້ານໜຶ່ງ, ຄົນເຮົາກໍຈະໄດ້ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ນອກຈາກນີ້, ຄວາມເຂົ້າໃຈຂອງຄົນເຮົາກ່ຽວກັບຄວາມຈິງກໍບໍ່ໄດ້ຢຸດຢູ່ທີ່ລະດັບຂອງຄຳເວົ້າ ແລະ ຫຼັກຄຳສອນ; ແຕ່ກົງກັນຂ້າມ, ຄົນເຮົາໄດ້ນໍາໃຊ້ຄວາມຈິງເຂົ້າໃນຊີວິດຈິງຫຼາຍຂຶ້ນ. ດ້ວຍວິທີນີ້, ຄົນເຮົາກໍຈະໄດ້ຮັບປະສົບການທີ່ແທ້ຈິງ ແລະ ຄວາມເຂົ້າໃຈຂອງຄົນເຮົາກ່ຽວກັບຄວາມຈິງກໍຈະກາຍເປັນຮູບປະທຳ ແລະ ສໍາພັນກັບຊີວິດຈິງຫຼາຍຂຶ້ນ.

ຫຼັງຈາກທີ່ໂຄງການວຽກງານທົດລອງຂອງຄຣິສຕະຈັກແຫ່ງໜຶ່ງໄດ້ຮັບການຊີ້ແນະມາຈົນເຖິງລະດັບນີ້ ແລະ ໄດ້ບັນລຸຜົນໄດ້ຮັບໃນເບື້ອງຕົ້ນແລ້ວ, ວຽກງານໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຕໍ່ໄປ? ວຽກຂອງເຈົ້າຈົບແລ້ວບໍ ເມື່ອໂຄງການທົດລອງໄດ້ສຳເລັດລົງ? ຍັງມີວຽກໃຫ້ເຈົ້າເຮັດອີກບໍ? ຍັງມີວຽກງານອີກຫຼາຍຢ່າງ! ຫຼັງຈາກທີ່ວຽກງານຂອງຄຣິສຕະຈັກແຫ່ງນີ້ໄດ້ຮັບການຊີ້ແນະແລ້ວ, ໃຫ້ເບິ່ງວ່າວຽກງານຂອງຄຣິສຕະຈັກແຫ່ງອື່ນໃດທີ່ຕ້ອງການການຊີ້ແນະແບບເຈາະຈົງ, ແລ້ວກໍໄປທີ່ຄຣິສຕະຈັກແຫ່ງນັ້ນ ແລະ ສືບຕໍ່ໃຫ້ການຊີ້ແນະ. ເນື່ອງຈາກເຈົ້າມີປະສົບການໃນການເຮັດວຽກບາງຢ່າງຢູ່ແລ້ວ ແລະ ໄດ້ກຳແໜ້ນຫຼັກການຄວາມຈິງບາງຢ່າງແລ້ວ, ມັນກໍຈະງ່າຍຂຶ້ນຫຼາຍທີ່ຈະໃຫ້ວຽກງານການຊີ້ແນະອີກຄັ້ງ. ແນ່ນອນວ່າ ອີງຕາມຂັ້ນຕອນການເຮັດວຽກທີ່ໄດ້ໂອ້ລົມກັນກ່ອນໜ້ານີ້, ກ່ອນອື່ນ ເຈົ້າຄວນກວດກາວ່າບຸກຄະລາກອນທີ່ຖືກຄັດເລືອກນັ້ນໄດ້ມາດຕະຖານ ຫຼື ບໍ່, ພວກເຂົາເໝາະສົມກັບວຽກງານນີ້ ຫຼື ບໍ່ ແລະ ຂີດຄວາມສາມາດ, ຄວາມເປັນມະນຸດ, ລະດັບການສຶກສາ, ລະດັບການໄລ່ຕາມເສາະຫາຄວາມຈິງ, ທັດສະນະຄະຕິຕໍ່ໜ້າທີ່ ແລະ ຄວາມເຂົ້າໃຈຄວາມຈິງ ແລະ ດ້ານອື່ນໆຂອງພວກເຂົາຂ້ອນຂ້າງເປັນໄປຕາມອຸດົມຄະຕິ ຫຼື ບໍ່ ແລະ ພວກເຂົາເປັນບຸກຄົນທີ່ໂດດເດັ່ນ ຫຼື ບໍ່. ໂດຍຜ່ານໄລຍະເວລາຂອງການກຳກັບດູແລ ແລະ ການກວດກາວຽກງານ, ເຈົ້າກໍຈະມີໂອກາດຄົ້ນພົບວ່າຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຜູ້ກຳກັບດູແລບາງຄົນບໍ່ໄດ້ມາດຕະຖານ. ຕົວຢ່າງ: ບາງຄົນມີຂີດຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກງານໄດ້. ສ່ວນຄົນອື່ນມີການຢັ່ງຮູ້ທີ່ບິດເບືອນ, ມີມຸມມອງທີ່ບໍ່ຖືກຕ້ອງ, ຂາດຄວາມຄິດທີ່ປົກກະຕິ ແລະ ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ພວກເຂົາສາມາດພິສູດອັກສອນບົດຄວາມໄດ້ພຽງແຕ່ອີງໃສ່ຄວາມຮູ້ທາງວິຊາການຂອງພວກເຂົາເທົ່ານັ້ນ, ແຕ່ພັດບໍ່ຮູ້ຫຍັງເລີຍເມື່ອເວົ້າເຖິງຄວາມເໝາະສົມຂອງຄຳສັບຝ່າຍວິນຍານທີ່ສະເພາະເຈາະຈົງ ແລະ ຄວາມເໝາະສົມຂອງການອ້າງອີງພຣະທຳຂອງພຣະເຈົ້າ; ພວກເຂົາບໍ່ສາມາດເບິ່ງທະລຸເຖິງສິ່ງເຫຼົ່ານີ້ໄດ້ເລີຍ, ເຊິ່ງສະແດງໃຫ້ເຫັນວ່າມັນບໍ່ເໝາະສົມທີ່ໄດ້ຄັດເລືອກພວກເຂົາ ແລະ ພວກເຂົາຄວນຖືກປ່ຽນແທນໂດຍທັນທ່ວງທີ. ໃນຂະນະດຽວກັນ, ກໍຍັງມີຄົນອື່ນທີ່ຖືກຄັດເລືອກໃຫ້ເປັນຜູ້ກຳກັບດູແລ ແລະ ເຖິງແມ່ນວ່າພວກເຂົາຈະສາມາດເຮັດວຽກບາງຢ່າງໄດ້, ແຕ່ກໍຈະບັນລຸຜົນໄດ້ຮັບທີ່ດີກວ່າໄດ້ເມື່ອພວກເຂົາຂຽນບົດຄວາມດ້ວຍຕົນເອງ. ເມື່ອຖືກຂໍໃຫ້ຮັບໃຊ້ເປັນຜູ້ກຳກັບດູແລ, ພວກເຂົາກໍບໍ່ມີເວລາຂຽນເມື່ອຫຍຸ້ງຢູ່ກັບວຽກງານ ແລະ ພວກເຂົາກໍເຮັດວຽກງານຂອງຜູ້ກຳກັບດູແລໄດ້ບໍ່ດີປານໃດ. ພວກເຂົາບໍ່ຊຳນານໃນການໃຫ້ການຊີ້ແນະ, ການກວດກາວຽກງານ ຫຼື ການແກ້ໄຂບັນຫາ ແຕ່ຈະເກັ່ງໃນການປະຕິບັດວຽກງານສະເພາະຢ່າງດຽວຫຼາຍກວ່າ. ສະນັ້ນ, ການຄັດເລືອກບຸກຄົນດັ່ງກ່າວໃຫ້ເປັນຜູ້ກຳກັບດູແລຈຶ່ງບໍ່ເໝາະສົມ ແລະ ຄວນເລືອກຜູ້ສະໝັກຄົນອື່ນ. ສະນັ້ນ, ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກກຳລັງກວດກາ ແລະ ຕິດຕາມວຽກງານສະເພາະໃດໜຶ່ງ, ມັນບໍ່ພຽງພໍທີ່ຈະພຽງແຕ່ຖາມຄຳຖາມ ແລະ ສອບຖາມເພື່ອຊອກຮູ້ວ່າຜູ້ກຳກັບດູແລເຂົ້າໃຈຫຼັກການ ຫຼື ບໍ່. ເຈົ້າຍັງຕ້ອງສັງເກດເບິ່ງນຳອີກວ່າຄວາມເປັນມະນຸດຂອງບຸກຄົນນັ້ນເປັນແນວໃດ ແລະ ຂີດຄວາມສາມາດ, ຄວາມສາມາດໃນການຢັ່ງຮູ້ ແລະ ວຸດທິພາວະຂອງພວກເຂົາເໝາະສົມກັບການປະຕິບັດໜ້າທີ່ນີ້ ຫຼື ບໍ່. ຖ້າການກວດກາພົບບຸກຄະລາກອນທີ່ບໍ່ໄດ້ມາດຕະຖານ, ກໍຕ້ອງມີການປັບປ່ຽນຢ່າງທັນການ. ນີ້ຄືການກວດກາວຽກງານ.

ເພື່ອຈັດຕັ້ງປະຕິບັດວຽກງານການຂຽນບົດຄວາມຄຳພະຍານ, ນອກຈາກຈະກວດກາວ່າຜູ້ກຳກັບດູແລວຽກງານນີ້ເໝາະສົມ ຫຼື ບໍ່ແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຍັງຕ້ອງຮຽນຮູ້ທີ່ຈະກວດກາບົດຄວາມ ແລະ ໃຫ້ການຊີ້ນໍາ ແລະ ການກວດກາຄັດເລືອກບາງຢ່າງສຳລັບວຽກງານການຂຽນບົດຄວາມອີກດ້ວຍ. ບົດຄວາມທີ່ຖືກຂຽນຂຶ້ນຢ່າງສະເພາະເຈາະຈົງ ແລະ ຢ່າງສໍາພັນກັບຊີວິດຈິງສາມາດນໍາໃຊ້ເປັນຕົວຢ່າງໄດ້. ບົດຄວາມທີ່ຖືກຂຽນຂຶ້ນແບບເນື້ອໃນວ່າງເປົ່າ, ບໍ່ສໍາພັນກັບຊີວິດຈິງ, ບໍ່ມີຄຸນຄ່າ ແລະ ບໍ່ເສີມສ້າງຜູ້ຄົນຄວນຖືກກຳຈັດໂດຍກົງ. ດ້ວຍວິທີນີ້, ອ້າຍເອື້ອຍນ້ອງກໍຈະຮູ້ວ່າບົດຄວາມປະເພດໃດມີຄຸນຄ່າ ແລະ ປະເພດໃດບໍ່ມີ ແລະ ໃນອະນາຄົດ, ພວກເຂົາກໍຈະບໍ່ຂຽນບົດຄວາມທີ່ບໍ່ມີຄຸນຄ່າ, ດັ່ງນັ້ນຈຶ່ງຫຼີກລ່ຽງການສິ້ນເປືອງພະລັງງານ ແລະ ເວລາ. ດ້ວຍວິທີນີ້, ວຽກງານຂອງເຈົ້າກໍຈະມີຄຸນຄ່າ. ເມື່ອເຈົ້າໄປກວດກາວຽກງານ, ເຈົ້າຕ້ອງກວດກາບົດຄວາມຄຳພະຍານຈາກປະສົບການທຸກປະເພດທີ່ພວກເຂົາໄດ້ຂຽນຂຶ້ນ ເພື່ອເບິ່ງວ່າມີການເວົ້າເກີນຈິງ ຫຼື ຄວາມບໍ່ຈິງປະປົນຢູ່ ຫຼື ບໍ່ ແລະ ບົດຄວາມເຫຼົ່ານັ້ນເສີມສ້າງ ຫຼື ບໍ່. ເຈົ້າຕ້ອງກວດກາຄັດເລືອກສິ່ງເຫຼົ່ານີ້ກ່ອນ. ເມື່ອເຈົ້າກຳລັງກວດກາຄັດເລືອກ, ເຈົ້າກໍກຳລັງຮຽນຮູ້ຢູ່ຄືກັນບໍ່ແມ່ນບໍ? (ແມ່ນແລ້ວ). ເມື່ອເຈົ້າຮຽນຮູ້, ເຈົ້າກໍຈະເຮັດວຽກງານນີ້ໄດ້ດີຂຶ້ນເລື້ອຍໆ. ສົມມຸດວ່າເຈົ້າບໍ່ກວດກາ, ບໍ່ເອົາໃຈໃສ່ຢ່າງຈິງຈັງ ແລະ ບໍ່ຮັບຜິດຊອບ ແລະ ພຽງແຕ່ເຮັດແບບພໍເປັນພິທີ, ໂດຍມີເປົ້າໝາຍພຽງເພື່ອເຮັດວຽກໃຫ້ແລ້ວ ແລະ ຈາກນັ້ນກໍລາຍງານໃຫ້ເບື້ອງເທິງວ່າເຮັດສຳເລັດແລ້ວ, ໂດຍຄິດວ່າ “ຢ່າງໃດກໍຕາມ, ຄຣິສຕະຈັກຂອງພວກເຮົາກໍມີຫຼາຍຄົນທີ່ສາມາດຂຽນບົດຄວາມຄຳພະຍານໄດ້. ຫຼັງຈາກທີ່ພວກເຂົາຂຽນແລ້ວ, ຂ້ອຍກໍຈະສົ່ງທັງໝົດ. ໃຜຈະສົນໃຈວ່າມັນໄດ້ມາດຕະຖານ ຫຼື ບໍ່? ຕາບໃດທີ່ຜູ້ນໍາລະດັບສູງກວ່າຮູ້ວ່າຂ້ອຍໄດ້ເຮັດວຽກຫຼາຍ, ໄດ້ຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ຫຍຸ້ງຢູ່ຕະຫຼອດ, ນັ້ນກໍພຽງພໍແລ້ວ!” ນີ້ແມ່ນທັດສະນະຄະຕິທີ່ຮັບຜິດຊອບບໍ? (ບໍ່). ນີ້ຄືການບໍ່ຮັບຜິດຊອບ. ຖ້າເຈົ້າຮັບຜິດຊອບ, ກ່ອນອື່ນ ເຈົ້າຕ້ອງກວດກາຄັດເລືອກສິ່ງຕ່າງໆ ໃນສ່ວນຂອງເຈົ້າ. ບົດຄວາມໃດໆທີ່ຖືກສົ່ງຜ່ານເຈົ້າຕ້ອງໄດ້ມາດຕະຖານ; ໃຜກໍຕາມທີ່ອ່ານມັນຄວນເວົ້າວ່າມັນເສີມສ້າງ ແລະ ເຕັມໃຈທີ່ຈະອ່ານມັນ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ເປັນການບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ການກວດກາວຽກງານບໍ່ແມ່ນການເຮັດແບບພໍເປັນພິທີ, ການຮ້ອງຄຳຂວັນ, ການເທດສະໜາຫຼັກຄຳສອນ ຫຼື ການສັ່ງສອນຄົນອື່ນຕາມອຳເພີໃຈ. ມັນແມ່ນການກວດກາປະສິດທິພາບ ແລະ ຜົນໄດ້ຮັບຂອງວຽກງານ, ການກວດກາວ່າວຽກງານທີ່ເຈົ້າໄດ້ເຮັດນັ້ນໄດ້ມາດຕະຖານ ຫຼື ບໍ່, ມັນບັນລຸຜົນໄດ້ຮັບຂອງການຈັດຕັ້ງປະຕິບັດການຈັດແຈງວຽກງານ ຫຼື ບໍ່, ມັນສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ ຫຼື ບໍ່, ຈຸດໃດໄດ້ມາດຕະຖານ ແລະ ຈຸດໃດບໍ່ໄດ້, ສິ່ງເຫຼົ່ານີ້ຄືສິ່ງທີ່ຕ້ອງກວດກາ. ສິ່ງນີ້ກ່ຽວຂ້ອງກັບການເຮັດວຽກງານສະເພາະ ແລະ ກ່ຽວຂ້ອງກັບຂີດຄວາມສາມາດຂອງຜູ້ຄົນ, ບໍ່ວ່າພວກເຂົາຈະມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ບໍ່, ພວກເຂົາເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ພວກເຂົາມີຄວາມເປັນຈິງຄວາມຈິງຫຼາຍສໍ່າໃດ ແລະ ຄວາມສາມາດຂອງພວກເຂົາໃນການເບິ່ງສິ່ງຕ່າງໆ. ຖ້າເຈົ້າຮູ້ວິທີກວດກາວຽກງານ ແລະ ໃນຂະນະທີ່ກວດກາວຽກງານ ເຈົ້າສາມາດຄົ້ນພົບບັນຫາ, ກຳຈຸດສຳຄັນຂອງບັນຫາ, ກຳແໜ້ນແກ່ນແທ້ຂອງບັນຫາ ແລະ ແກ້ໄຂບັນຫາໄດ້ ແລະ ກ່ອນທີ່ຈະສົ່ງບົດຄວາມຄຳພະຍານ ເຈົ້າໄດ້ກວດກາຄັດເລືອກພວກມັນຕາມຫຼັກການ, ໂດຍຮັບປະກັນວ່າບົດຄວາມທີ່ເຈົ້າສົ່ງທັງໝົດນັ້ນລ້ວນແຕ່ໄດ້ມາດຕະຖານ ແລະ ເສີມສ້າງຜູ້ທີ່ອ່ານພວກມັນ, ແລ້ວເຈົ້າກໍເປັນຜູ້ນໍາ ຫຼື ຜູ້ເຮັດວຽກທີ່ໄດ້ມາດຕະຖານ ແລະ ເຈົ້າກໍໄດ້ເຮັດວຽກງານຂອງເຈົ້າຈົນສຳເລັດຢ່າງຖືກຕ້ອງແລ້ວ.

ຄົນສ່ວນໃຫຍ່ສາມາດເຮັດວຽກງານການໃຫ້ການຊີ້ແນະ, ການກໍາກັບດູແລ ແລະ ການຊຸກຍູ້ໄດ້. ເຖິງຢ່າງໃດກໍຕາມ, ເມື່ອຈຳເປັນຕ້ອງມີການກວດກາ ແລະ ການກວດກາຄັດເລືອກ, ມັນກໍເປັນການທົດສອບຂີດຄວາມສາມາດຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ທົດສອບວ່າພວກເຂົາມີຄວາມເປັນຈິງຄວາມຈິງ ຫຼື ບໍ່. ບາງຄົນສາມາດໃຫ້ການຊີ້ແນະ, ກຳກັບດູແລວຽກງານ ແລະ ລິຮານ ຫຼື ປົດອອກ ແລະ ຈັດການກັບບຸກຄະລາກອນທີ່ບໍ່ເໝາະສົມ, ແຕ່ພວກເຂົາພັດບໍ່ຮູ້ວິທີປະເມີນປະສິດທິພາບ ແລະ ຜົນໄດ້ຮັບຂອງວຽກງານທີ່ພວກເຂົາໄດ້ຈັດແຈງ, ບໍ່ວ່າມັນຈະສອດຄ່ອງກັບການຈັດແຈງວຽກງານ ຫຼື ບໍ່ ແລະ ຈະແກ້ໄຂແນວໃດຖ້າມັນບໍ່ສອດຄ່ອງ. ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ສາມາດເຮັດໄດ້ຫຼາຍສຸດພຽງແຕ່ການໃຫ້ການຊີ້ແນະ, ການກຳກັບດູແລ ແລະ ການຊຸກຍູ້, ແຕ່ເມື່ອເວົ້າເຖິງການກວດກາວຽກງານ, ພວກເຂົາພັດບໍ່ຮູ້ວ່າຈະຕ້ອງເຮັດຫຍັງ, ບໍ່ມີຫຼັກການ ແລະ ໝົດປັນຍາເລີຍ. ພວກເຂົາຄິດວ່າ “ການຈັດແຈງວຽກງານກໍໄດ້ຈັດຕັ້ງປະຕິບັດແລ້ວ, ແລ້ວມີຫຍັງໃຫ້ກວດກາອີກ? ທຸກຄົນກຳລັງເຮັດວຽກຢູ່, ບໍ່ມີໃຜວ່າງງານ, ຄົນທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນກໍຖືກຈັດການແລ້ວ ແລະ ຜູ້ທີ່ຕ້ອງຖືກປົດອອກ ຫຼື ຖືກຊຳລະລ້າງອອກໄປກໍຖືກຈັດການຕາມນັ້ນແລ້ວ. ຍັງມີຫຍັງໃຫ້ກວດກາອີກ?” ພວກເຂົາພຽງແຕ່ບໍ່ຮູ້ເລື່ອງຫຍັງເລີຍ. ການກວດກາວຽກງານຮຽກຮ້ອງໃຫ້ມີການກວດກາຄັດເລືອກ. ການກວດກາຄັດເລືອກໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າຕ້ອງໄດ້ຂໍ້ສະຫຼຸບ. ຕົວຢ່າງ: ຜູ້ກຳກັບດູແລວຽກງານການຂຽນບົດຄວາມຄຳພະຍານຈາກປະສົບການເອົາບົດຄວາມມາໃຫ້ເຈົ້າເບິ່ງ, ໂດຍເວົ້າວ່າຮູບແບບການຂຽນຂ້ອນຂ້າງດີ, ພາສາລ່ຽນໄຫຼ ແລະ ທັງຮູບແບບພາສາ ແລະ ຫົວຂໍ້ຂອງບົດຄວາມກໍດີ. ເຖິງຢ່າງໃດກໍຕາມ, ພວກເຂົາຮູ້ສຶກວ່າມັນເບິ່ງຄືວ່າຂາດເນື້ອໃນທີ່ສໍາພັນກັບຊີວິດຈິງ ແລະ ບໍ່ສາມາດເສີມສ້າງຜູ້ຄົນໄດ້, ມັນຕ້ອງໄດ້ຮັບການເສີມ ແລະ ປັບປຸງໃຫ້ດີຂຶ້ນ, ແຕ່ພວກເຂົາບໍ່ສາມາດເບິ່ງທະລຸເຖິງເລື່ອງນີ້ໄດ້ດ້ວຍຕົນເອງ, ສະນັ້ນ ພວກເຂົາຈຶ່ງຂໍໃຫ້ເຈົ້າເບິ່ງ. ການທີ່ພວກເຂົາຂໍໃຫ້ເຈົ້າເບິ່ງນັ້ນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາຕ້ອງການໃຫ້ເຈົ້າກວດກາຄັດເລືອກມັນ. ເຈົ້າຈະກວດກາຄັດເລືອກມັນແນວໃດ ແລະ ບໍ່ວ່າເຈົ້າຈະກວດກາຄັດເລືອກມັນໄດ້ດີ ຫຼື ບໍ່ ກໍເປັນການທົດສອບວຸດທິພາວະທີ່ແທ້ຈິງຂອງເຈົ້າ. ວຸດທິພາວະທີ່ແທ້ຈິງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າເຂົ້າໃຈຫຼັກການຄວາມຈິງ ຫຼື ບໍ່. ຖ້າຜູ້ກຳກັບດູແລບໍ່ເຂົ້າໃຈຫຼັກການຂອງການຂຽນບົດຄວາມຄຳພະຍານ, ບໍ່ສາມາດປະເມີນໄດ້ວ່າບົດຄວາມໃດໜຶ່ງສໍາພັນກັບຊີວິດຈິງ ແລະ ແທ້ຈິງ ຫຼື ບໍ່ ແລະ ບໍ່ຮູ້ວິທີການຕັດສິນ ແລະ ເຈົ້າກໍຄືກັນ, ບໍ່ສາມາດຕັດສິນ ຫຼື ຕັດສິນໃຈໄດ້, ສິ່ງນີ້ກໍພິສູດໃຫ້ເຫັນສິ່ງໜຶ່ງຄື: ຂີດຄວາມສາມາດຂອງເຈົ້າແມ່ນປະມານດຽວກັນກັບຂອງພວກເຂົາ ແລະ ເຈົ້າບໍ່ສາມາດກວດກາຄັດເລືອກບົດຄວາມໄດ້. ມັນບໍ່ແມ່ນແບບນັ້ນບໍ? ຄວາມຈິງທີ່ເຈົ້າເຂົ້າໃຈກໍປະມານດຽວກັນກັບຂອງພວກເຂົາ ແລະ ເຈົ້າບໍ່ສາມາດເບິ່ງທະລຸເຖິງບັນຫາທີ່ພວກເຂົາບໍ່ສາມາດເບິ່ງທະລຸໄດ້, ສິ່ງນີ້ສະແດງໃຫ້ເຫັນເຖິງບັນຫາ. ຖ້າເຈົ້າສາມາດເບິ່ງທະລຸເຖິງບັນຫາທີ່ພວກເຂົາບໍ່ສາມາດເບິ່ງທະລຸໄດ້ ແລະ ເຈົ້າສາມາດຄົ້ນພົບບັນຫາຜ່ານການກວດກາທີ່ພວກເຂົາບໍ່ສາມາດຄົ້ນພົບໄດ້, ສິ່ງນີ້ກໍພິສູດວ່າເຈົ້າສາມາດກວດກາຄັດເລືອກບົດຄວາມໄດ້. ຕົວຢ່າງ: ພວກເຂົາຖືວ່າບົດຄວາມສ່ວນໃຫຍ່ໄດ້ມາດຕະຖານ ແລະ ບໍ່ມີບັນຫາທີ່ສຳຄັນ, ແຕ່ຜ່ານການກວດກາ ແລະ ການກວດກາຄັດເລືອກຂອງເຈົ້າ, ເຈົ້າພັດພົບວ່າສ່ວນໜ້ອຍໜຶ່ງບໍ່ໄດ້ມາດຕະຖານ. ເຈົ້າອະທິບາຍບັນຫາໃນບົດຄວາມເຫຼົ່ານີ້ຜ່ານການໄຈ້ແຍກ ແລະ ການໂອ້ລົມ; ທຸກຄົນເຫັນດີວ່າຈຸດຕ່າງໆຂອງເຈົ້ານັ້ນສົມເຫດສົມຜົນ, ສອດຄ່ອງກັບຫຼັກການ ແລະ ບໍ່ແມ່ນການຈັບຜິດເລັກນ້ອຍ ແຕ່ເປັນບັນຫາທີ່ແທ້ຈິງ ແລະ ຄວນໄດ້ຮັບການແກ້ໄຂ. ບົດຄວາມບາງບົດແມ່ນເນື້ອໃນວ່າງເປົ່າ ແລະ ຂາດຄວາມເຂົ້າໃຈຈາກປະສົບການທີ່ສໍາພັນກັບຊີວິດຈິງ; ບົດຄວາມບາງບົດມີຄວາມເຂົ້າໃຈຈາກປະສົບການທີ່ສໍາພັນກັບຊີວິດຈິງ ແຕ່ພັດບໍ່ໄດ້ສະແດງອອກຢ່າງເປັນຮູບປະທຳພຽງພໍ; ບົດຄວາມບາງບົດອ້າງອີງພຣະທຳຂອງພຣະເຈົ້າຢ່າງບໍ່ເໝາະສົມ, ໂດຍບໍ່ໄດ້ເລືອກຂໍ້ຄວາມທີ່ເໝາະສົມກວ່າຂອງພຣະທຳຂອງພຣະເຈົ້າ, ສົ່ງຜົນໃຫ້ເກີດຜົນໄດ້ຮັບທີ່ບໍ່ດີປານໃດ; ບົດຄວາມບາງບົດມີມຸມມອງທີ່ບໍ່ຖືກຕ້ອງ, ມີການຢັ່ງຮູ້ທີ່ບິດເບືອນ ແລະ ຂາດການໂອ້ລົມກ່ຽວກັບຄວາມເຂົ້າໃຈຄວາມຈິງ, ເຮັດໃຫ້ຜູ້ອ່ານບໍ່ໄດ້ຮັບການເສີມສ້າງ ແລະ ພັດທະນາຄວາມຄິດລົບ ແລະ ຄວາມເຂົ້າໃຈຜິດໄດ້ງ່າຍ ແລະ ອື່ນໆ. ເຈົ້າສາມາດກວດພົບ ແລະ ເບິ່ງທະລຸເຖິງບັນຫາທັງໝົດເຫຼົ່ານີ້. ຜ່ານການໂອ້ລົມຂອງເຈົ້າ, ເຈົ້າຊ່ວຍໃຫ້ພວກເຂົາກຳແໜ້ນຫຼັກການ, ເຮັດໃຫ້ຜູ້ທີ່ມີປະສົບການສາມາດຂຽນຄຳພະຍານຈາກປະສົບການທີ່ແທ້ຈິງໄດ້. ເຈົ້າຄັດເລືອກບົດຄວາມເຫຼົ່ານັ້ນທີ່ເສີມສ້າງ ແລະ ມີຄຸນຄ່າໃຫ້ກັບຜູ້ຄົນໃນຖານະທີ່ເປັນຄຳພະຍານຈາກປະສົບການທີ່ໄດ້ມາດຕະຖານ, ເພື່ອວ່າເມື່ອປະຊາກອນທີ່ພຣະເຈົ້າເລືອກອ່ານພວກມັນ, ພວກເຂົາຈະໄດ້ຮັບການເສີມສ້າງ. ໃນຂະນະດຽວກັນ, ບົດຄວາມເຫຼົ່ານັ້ນທີ່ຂາດຄວາມເຂົ້າໃຈຈາກປະສົບການທີ່ແທ້ຈິງ ຫຼື ມີການຢັ່ງຮູ້ທີ່ບິດເບືອນກໍຈະຖືກກຳຈັດ. ຖ້າເຈົ້າເຮັດແບບນີ້, ເຈົ້າກໍກຳລັງກວດກາຄັດເລືອກຢູ່ບໍ່ແມ່ນບໍ? ຖ້າເຈົ້າມີຄວາມສາມາດໃນການຮັບຮູ້ເລື່ອງຕ່າງໆ ແລະ ເຮັດວຽກງານ, ຂີດຄວາມສາມາດຂອງເຈົ້າກໍພຽງພໍແລ້ວບໍ່ແມ່ນບໍ? ເຈົ້າກຳລັງບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກຢູ່ບໍ່ແມ່ນບໍ? (ແມ່ນແລ້ວ). ຖ້າພວກເຂົາຄິດວ່າບົດຄວາມສ່ວນໃຫຍ່ເປັນທີ່ຍອມຮັບໄດ້ ແລະ ເອົາມາໃຫ້ເຈົ້າກວດກາຄັດເລືອກ ແລະ ເຈົ້າກໍຄິດວ່າສ່ວນໃຫຍ່ນັ້ນດີແລ້ວ, ແຕ່ໃນຄວາມເປັນຈິງແລ້ວບາງບົດຍັງມີບັນຫາ ແລະ ຕ້ອງໄດ້ຮັບການຄັດເລືອກ, ການກວດແກ້ ແລະ ການແກ້ໄຂບັນຫາເພີ່ມເຕີມ, ແຕ່ເຈົ້າບໍ່ສາມາດເບິ່ງທະລຸເຖິງພວກມັນໄດ້, ເມື່ອເຈົ້າສົ່ງພວກມັນໃຫ້ເບື້ອງເທິງ ແລະ ເບື້ອງເທິງພົບວ່າບົດຄວາມບາງບົດບໍ່ໄດ້ມາດຕະຖານ ແລະ ກຳຈັດພວກມັນ, ສິ່ງນີ້ບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ໄດ້ກວດກາຄັດເລືອກຢ່າງເໝາະສົມບໍ? ໃນດ້ານໜຶ່ງ, ການກວດກາວຽກງານເປັນການທົດສອບຂີດຄວາມສາມາດຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ໃນອີກດ້ານໜຶ່ງ, ມັນເປັນການທົດສອບລະດັບຄວາມເຂົ້າໃຈຄວາມຈິງຂອງພວກເຂົາ. ບາງຄົນບໍ່ສາມາດກວດກາຄັດເລືອກໄດ້ຍ້ອນຂີດຄວາມສາມາດຂອງພວກເຂົາຕໍ່າ ແລະ ດັ່ງນັ້ນຈຶ່ງຂັດຂວາງບໍ່ໃຫ້ພວກເຂົາເຮັດໄດ້, ພວກເຂົາບໍ່ເຂົ້າໃຈຄວາມຈິງໃນຈຸດນີ້ ແລະ ພວກເຂົາກໍບໍ່ສາມາດເບິ່ງທະລຸເຖິງບັນຫາໄດ້. ການກວດກາຂອງພວກເຂົາເປັນພຽງການເຮັດແບບພໍເປັນພິທີ, ໂດຍບໍ່ຮູ້ວ່າຈະຕ້ອງກວດກາຫຍັງ. ບາງຄົນມີຂີດຄວາມສາມາດພຽງພໍ, ແຕ່ຍ້ອນຄວາມເຂົ້າໃຈຄວາມຈິງຂອງພວກເຂົາຕື້ນເຂີນ, ພວກເຂົາຈຶ່ງສາມາດສັງເກດເຫັນບັນຫາໄດ້ ແຕ່ບໍ່ຮູ້ວິທີແກ້ໄຂ. ຄົນເຫຼົ່ານີ້ຍັງມີຊ່ອງທາງໃຫ້ກ້າວໜ້າ. ເຖິງຢ່າງໃດກໍຕາມ, ຖ້າຜູ້ຄົນບໍ່ສາມາດສັງເກດເຫັນບັນຫາໄດ້ເລີຍ, ມັນກໍບໍ່ມີທາງທີ່ພວກເຂົາຈະກ້າວໜ້າໄດ້.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?