ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (10) ສ່ວນທີ ສີ່
ທັດສະນະຄະຕິ ແລະ ການສະແດງອອກຂອງຜູ້ນໍາປອມກ່ຽວກັບການຈັດແຈງວຽກງານ
ພວກເຮົາຫາກໍໂອ້ລົມກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ ເມື່ອເວົ້າເຖິງການຈັດແຈງວຽກງານ. ຕໍ່ໄປ, ພວກເຮົາຈະໂອ້ລົມກ່ຽວກັບວ່າຜູ້ນໍາປອມມີການສະແດງອອກຫຍັງແດ່. ໃນບັນດາຜູ້ນໍາປອມທີ່ພວກເຈົ້າໄດ້ພົບພໍ້, ທັດສະນະຄະຕິຂອງພວກເຂົາຕໍ່ກັບການຈັດແຈງວຽກງານແມ່ນຫຍັງ? ພວກເຂົາມີການກະທຳ ແລະ ການສະແດງອອກຫຍັງແດ່? ໂດຍທົ່ວໄປແລ້ວ ຜູ້ນໍາປອມຈະເຂົ້າໃຈຈາກຄຳເວົ້າຂອງການຈັດແຈງວຽກງານວ່າຄວນເຮັດຫຍັງ, ຂໍ້ກຳນົດສະເພາະຂອງເບື້ອງເທິງແມ່ນຫຍັງ ແລະ ໂຄງການວຽກງານສະເພາະແມ່ນຫຍັງ, ແຕ່ພວກເຂົາເຂົ້າໃຈມັນໃນດ້ານຫຼັກຄຳສອນເທົ່ານັ້ນ. ພວກເຂົາຍັງບໍ່ເຂົ້າໃຈ ຫຼື ຮັບຮູ້ຢ່າງຖີ່ຖ້ວນເຖິງຫຼັກການ, ມາດຕະຖານ ແລະ ເສັ້ນທາງການປະຕິບັດສະເພາະສຳລັບການຈັດຕັ້ງປະຕິບັດການຈັດແຈງວຽກງານ. ຫຼັງຈາກທີ່ໄດ້ຮັບການຈັດແຈງວຽກງານ, ພວກເຂົາກໍເຮັດພໍເປັນພິທີ, ໂອ້ລົມກ່ຽວກັບວິທີເຮັດວຽກ ແລະ ວິທີມອບໝາຍ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານ. ເຖິງຢ່າງໃດກໍຕາມ, ບໍ່ວ່າພວກເຂົາຈະໂອ້ລົມຫຼາຍສໍ່າໃດກໍຕາມ, ມັນກໍເປັນພຽງຄວາມເຂົ້າໃຈຕາມຕົວອັກສອນ, ຕາມຫຼັກຄຳສອນຂອງການຈັດແຈງວຽກງານເທົ່ານັ້ນ. ສ່ວນວິທີການຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງສະເພາະເຈາະຈົງ ແລະ ຜົນໄດ້ຮັບທີ່ຈະສາມາດບັນລຸໄດ້, ພ້ອມທັງການຈັດຕັ້ງປະຕິບັດຈະມີປະສິດທິຜົນສໍ່າໃດ ຖ້າພວກເຂົາເລືອກຄົນບາງຄົນມາເຮັດວຽກ ຫຼື ເລືອກແຜນການໃດໜຶ່ງມາຈັດຕັ້ງປະຕິບັດ ຫຼື ເປົ້າໝາຍ ແລະ ຜົນໄດ້ຮັບທີ່ການຈັດແຈງວຽກງານຮຽກຮ້ອງຈະສາມາດບັນລຸໄດ້ ຫຼື ບໍ່, ພວກເຂົາກໍບໍ່ຮູ້ ແລະ ບໍ່ຊັດເຈນກ່ຽວກັບດ້ານເຫຼົ່ານີ້. ເມື່ອຜູ້ນໍາປອມຈັດຕັ້ງປະຕິບັດການຈັດແຈງວຽກງານ, ໂດຍທົ່ວໄປແລ້ວ ພວກເຂົາຈະຈັດການເຕົ້າໂຮມເພື່ອເທດສະໜາຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ, ມອບໝາຍວຽກງານ, ກ່າວເຖິງຂໍ້ກຳນົດຂອງພຣະເຈົ້າສອງສາມຂໍ້ ແລະ ຈາກນັ້ນກໍໃຫ້ທຸກຄົນສະແດງຄວາມຕັ້ງໃຈຂອງພວກເຂົາ. ພວກເຂົາຖືວ່ານີ້ຄືການເຮັດວຽກຂອງພວກເຂົາ. ພວກເຂົາເຊື່ອວ່າຕາບໃດທີ່ພວກເຂົາໄດ້ມອບໝາຍວຽກງານ, ແຕ່ງຕັ້ງຄົນໃຫ້ຮັບຜິດຊອບ ແລະ ກ່າວເຖິງຜົນໄດ້ຮັບທີ່ເຮືອນຂອງພຣະເຈົ້າຮຽກຮ້ອງ, ພວກເຂົາກໍໄດ້ບັນລຸຄວາມຮັບຜິດຊອບຂອງພວກເຂົາແລ້ວ. ຈາກນັ້ນພວກເຂົາກໍຮູ້ສຶກສະບາຍໃຈຢ່າງເຕັມທີ່, ຄືກັບວ່າວຽກງານສຳເລັດແລ້ວ. ພວກເຂົາບໍ່ຮູ້ເລີຍວ່າຄວນກວດກາວຽກງານເມື່ອໃດ, ບັນຫາ ແລະ ຄວາມຫຍຸ້ງຍາກຫຍັງທີ່ອາດຈະເກີດຂຶ້ນໃນວຽກງານ ແລະ ບັນຫາໃດທີ່ຄົນຂັ້ນລຸ່ມສາມາດແກ້ໄຂໄດ້ ແລະ ບໍ່ສາມາດແກ້ໄຂໄດ້. ພວກເຂົາຍັງບໍ່ຮູ້ວ່າຍັງມີວຽກງານສຳຄັນໃດທີ່ຕ້ອງໄດ້ຮັບການຕິດຕາມ ແລະ ໃຫ້ການຊີ້ແນະ. ຕົວຢ່າງ: ຂັ້ນຕອນສຳຄັນຕ່າງໆເຊັ່ນ: ການກຳກັບດູແລ, ການຊຸກຍູ້ ແລະ ການກວດກາບໍ່ເຄີຍຢູ່ໃນຄວາມຄິດຂອງຜູ້ນໍາປອມເລີຍ. ຜູ້ນໍາປອມທີ່ດີກວ່າເລັກນ້ອຍ, ຜູ້ທີ່ຂ້ອນຂ້າງມີຈິດສຳນຶກ ແລະ ບໍ່ຢາກກິນລ້າ, ພວກເຂົາເຊື່ອວ່າພວກເຂົາຄວນເຮັດວຽກງານບາງຢ່າງ. ພວກເຂົາຈະໄປຢ້ຽມຢາມຄຣິສຕະຈັກ ແລະ ຖາມອ້າຍເອື້ອຍນ້ອງວ່າພວກເຂົາມີບັນຫາຫຍັງບໍ່. ມີຄົນບອກພວກເຂົາວ່າ: “ພວກເຮົາອ້າຍເອື້ອຍນ້ອງມັກຈະມີຂໍ້ຂັດແຍ້ງກັນເມື່ອພວກເຮົາຢູ່ຮ່ວມກັນ. ເມື່ອຄວາມຄິດເຫັນຂອງພວກເຮົາແຕກຕ່າງກັນ, ພວກເຮົາກໍຖຽງກັນບໍ່ສິ້ນສຸດ ແລະ ເປີດເຜີຍຄວາມຫົວຮ້ອນ”. ຜູ້ນໍາປອມກໍເວົ້າວ່າ: “ເລື່ອງນີ້ແກ້ໄຂງ່າຍ” ແລະ ຈາກນັ້ນກໍຈັດການເຕົ້າໂຮມ, ບ່ອນທີ່ພວກເຂົາໂອ້ລົມວ່າ: “ຄົນເຮົາຄວນຮຽນຮູ້ຄວາມອົດກັ້ນ ແລະ ຄວາມອົດທົນ; ຄົນເຮົາຄວນຮຽນຮູ້ທີ່ຈະຖ່ອມຕົວ, ບໍ່ອວດດີ ແລະ ຮຽນຮູ້ການອ່ອນນ້ອມ. ນີ້ຄືເຈດຕະນາຂອງພຣະເຈົ້າ. ຜູ້ໃດທີ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມຄວນໄຕ່ຕອງຕົນເອງ ແລະ ຍອມຮັບການລິຮານ, ບໍ່ແມ່ນດຳເນີນຊີວິດໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ”. ຫຼັງຈາກທີ່ພວກເຂົາໄດ້ໂອ້ລົມຫຼັກຄຳສອນທັງໝົດນີ້ແລ້ວ, ພວກເຂົາກໍເວົ້າວ່າ: “ພວກເຈົ້າສາມາດຈັດການບັນຫາທີ່ເຫຼືອດ້ວຍຕົນເອງໄດ້. ຂ້ອຍບໍ່ຄ່ອຍຊຳນານໃນເລື່ອງວິຊາສະເພາະ. ເຖິງຢ່າງໃດກໍຕາມ, ຂ້ອຍໄດ້ຈັດການເຕົ້າໂຮມນີ້ໃຫ້ພວກເຈົ້າແລ້ວ; ພວກເຈົ້າພຽງແຕ່ເຮັດວຽກຕາມທີ່ພວກເຈົ້າເຫັນວ່າເໝາະສົມ. ສິ່ງທີ່ສຳຄັນ ແລະ ຈຳເປັນກໍຄືການຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຈົ້າ ແລະ ບໍ່ຍຶດໝັ້ນກັບແນວຄິດຂອງຕົນເອງ”. ຫຼັງຈາກທີ່ໄດ້ຟັງ, ຜູ້ຄົນກໍໄຕ່ຕອງ ແລະ ເວົ້າວ່າ: “ບັນຫາຂອງພວກເຮົາບໍ່ແມ່ນພຽງແຕ່ການເປີດເຜີຍຄວາມເສື່ອມຊາມ, ຄວາມຫົວຮ້ອນ ແລະ ຄວາມປາຖະໜາທີ່ເຫັນແກ່ຕົວເທົ່ານັ້ນ, ແຕ່ຍັງເປັນການທີ່ພວກເຮົາບໍ່ແນ່ໃຈ ແລະ ບໍ່ຊັດເຈນກ່ຽວກັບເລື່ອງວິຊາສະເພາະບາງຢ່າງ ແລະ ບໍ່ຮູ້ວ່າຈະປະຕິບັດຕາມຫຼັກການແນວໃດ. ບັນຫານີ້ຍັງບໍ່ໄດ້ຮັບການແກ້ໄຂ!” ຜູ້ນໍາປອມກໍຕອບວ່າ: “ຈົ່ງອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ. ເມື່ອອຸປະນິໄສທີ່ເສື່ອມຊາມທີ່ພວກເຈົ້າເປີດເຜີຍຖືກແກ້ໄຂແລ້ວ, ບັນຫາເຫຼົ່ານີ້ກໍຈະຖືກແກ້ໄຂເຊັ່ນກັນ”. ວຽກງານທີ່ຜູ້ນໍາປອມຊຳນານທີ່ສຸດແມ່ນການເວົ້າຫຼັກຄຳສອນ ແລະ ການຮ້ອງຄຳຂວັນ. ພວກເຂົາບໍ່ໄດ້ຄາດຄິດເຖິງບັນຫາທີ່ເກີດຂຶ້ນເລື້ອຍໆທີ່ອາດຈະເກີດຂຶ້ນໃນວຽກງານ. ເມື່ອມີຄົນຍົກບັນຫາຂຶ້ນມາ, ພວກເຂົາກໍມີວິທີແກ້ໄຂພຽງຢ່າງດຽວ, ນັ້ນກໍຄືການອະທິບາຍດ້ວຍຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ, ຈາກນັ້ນກໍໃຫ້ການເຕືອນສະຕິ ຫຼື ຄຳແນະນຳ ແລະ ຖືວ່າມັນຈົບແລ້ວ. ພວກເຂົາບໍ່ສາມາດຄິດແຜນການສະເພາະໃດໆອອກມາໄດ້ ແລະ ບໍ່ສາມາດໃຫ້ການຊີ້ແນະ ແລະ ການຊ່ວຍເຫຼືອທີ່ຖືກຕ້ອງໄດ້. ວຽກງານຂອງຜູ້ນໍາປອມບໍ່ແມ່ນງ່າຍດາຍ ແລະ ສະບາຍບໍ? ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍພຽງແຕ່ເທດສະໜາ, ໂດຍສຸມໃສ່ການເວົ້າຫຼັກຄຳສອນ ແລະ ຮ້ອງຄຳຂວັນເປັນຫຼັກ. ສະຖານະການນີ້ຂ້ອນຂ້າງພົບເຫັນໄດ້ທົ່ວໄປໃນບັນດາຜູ້ນໍາ ແລະ ຜູ້ເຮັດວຽກ, ແມ່ນບໍ? ພວກເຂົາບໍ່ສາມາດຈັດຕັ້ງປະຕິບັດວຽກງານສະເພາະໄດ້ ແລະ ບໍ່ຮູ້ວິທີດຳເນີນການ, ຈັດຕັ້ງປະຕິບັດ ຫຼື ຕິດຕາມການຈັດແຈງວຽກງານທີ່ມອບໝາຍໃຫ້. ພວກເຂົາບໍ່ຮູ້ວ່າຄວາມຮັບຜິດຊອບໃນວຽກງານຂອງພວກເຂົາແມ່ນຫຍັງ ຫຼື ວຽກງານໃດທີ່ພວກເຂົາຄວນປະຕິບັດ. ເມື່ອຖືກຂໍໃຫ້ເຮັດວຽກງານສະເພາະ, ພວກເຂົາກໍພຽງແຕ່ຮ້ອງຄຳຂວັນ. ເມື່ອມີຄົນຍົກບັນຫາຂຶ້ນມາ, ພວກເຂົາກໍຖືວ່າມັນເປັນໂອກາດທີ່ຈະເລີ່ມເທດສະໜາ. ຖ້າມີບັນຫາສຳຄັນທີ່ພວກເຂົາບໍ່ສາມາດແກ້ໄຂໄດ້ຖືກຍົກຂຶ້ນມາ, ພວກເຂົາກໍຈະໃຊ້ການລິຮານ ແລະ ການຕຳໜິຜູ້ຄົນ. ພວກເຂົາບໍ່ມີວິທີແກ້ໄຂອື່ນ ແລະ ບໍ່ສາມາດແກ້ໄຂບັນຫາ ແລະ ການບ່ຽງເບນທີ່ເກີດຂຶ້ນໃນວຽກງານໄດ້ເລີຍ. ນີ້ຄືລັກສະນະຕົ້ນຕໍຂອງຜູ້ນໍາປອມ. ຍັງມີຜູ້ນໍາປອມທີ່ຖືກຂໍໃຫ້ຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ກວດກາເບິ່ງວ່າມີຄວາມຫຍຸ້ງຍາກໃດທີ່ເກີດຂຶ້ນໃນຂະນະທີ່ກຳລັງດຳເນີນວຽກງານ, ຖ້າພວກເຂົາສາມາດແກ້ໄຂຄວາມຫຍຸ້ງຍາກໄດ້, ພວກເຂົາກໍຄວນເຮັດຢ່າງທັນເວລາ; ຖ້າພວກເຂົາເຮັດບໍ່ໄດ້, ພວກເຂົາກໍສາມາດລວບລວມຄຳຖາມບາງຢ່າງ ແລະ ສະແຫວງຫາຈາກເບື້ອງເທິງ, ແລ້ວເບື້ອງເທິງກໍຈະແກ້ໄຂໃຫ້. ແຕ່ສິ່ງທີ່ເກີດຂຶ້ນກໍຄື ເມື່ອພວກເຂົາລົງພື້ນທີ່ເພື່ອມີສ່ວນຮ່ວມໃນວຽກງານນີ້, ພວກເຂົາກໍເອີ້ນທຸກຄົນມາເຕົ້າໂຮມກັນໝົດມື້ ແລະ ນອກຈາກການຄົ້ນພົບວ່າໃຜມີຂໍ້ຂັດແຍ້ງກັບໃຜ, ໃຜຖຽງກັບໃຜຢູ່ສະເໝີ, ຄວາມເປັນມະນຸດຂອງໃຜທີ່ບໍ່ຄ່ອຍດີປານໃດ, ໃຜມີຄວາມຢັ່ງຮູ້ທີ່ບິດເບືອນ, ໃຜອວດດີ ແລະ ຍຶດໝັ້ນກັບແນວຄິດຂອງຕົນເອງຢູ່ສະເໝີ, ໃຜທີ່ເຫັນແກ່ກິນ ແລະ ຂີ້ຄ້ານ, ໃຜຄ້າຍຄືກັບຜູ້ບໍ່ເຊື່ອ ແລະ ໃຜເປັນຄົນຊົ່ວຮ້າຍ, ພວກເຂົາກໍບໍ່ສາມາດລະບຸບັນຫາ ຫຼື ຄວາມຫຍຸ້ງຍາກໃດໆທີ່ເກີດຂຶ້ນໃນການຈັດຕັ້ງປະຕິບັດວຽກງານໄດ້ ແລະ ພວກເຂົາກໍບໍ່ສາມາດເຫັນບັນຫາເຫຼົ່ານີ້ໄດ້ເລີຍ. ພວກເຈົ້າຄິດວ່າຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວສາມາດດຳເນີນວຽກງານຂອງພວກເຂົາໄດ້ບໍ? (ບໍ່ໄດ້). ບັນຫາມັນຢູ່ໃສ? (ຂີດຄວາມສາມາດຂອງພວກເຂົາຕໍ່າເກີນໄປ, ພວກເຂົາບໍ່ມີຄວາມສາມາດໃນການແຍກແຍະ ແລະ ບໍ່ສາມາດລະບຸບັນຫາໄດ້). ມີຜູ້ນໍາດັ່ງກ່າວຈັກຄົນຢູ່ອ້ອມຂ້າງພວກເຈົ້າ? ຜູ້ນໍາຂອງພວກເຈົ້າສາມາດລະບຸບັນຫາໄດ້ບໍ? ຖ້າການຈັດແຈງວຽກງານຖືກມອບໝາຍໃຫ້ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກພຽງແຕ່ຮ້ອງຄຳຂວັນ ແລະ ເທດສະໜາ ໂດຍບໍ່ມີແຜນການ ຫຼື ຂັ້ນຕອນສະເພາະໃດໆ ເພື່ອຈັດຕັ້ງປະຕິບັດການຈັດແຈງວຽກງານ, ບໍ່ຮູ້ວິທີເຮັດວຽກ, ແລ້ວວຽກງານກໍບໍ່ສາມາດຈັດຕັ້ງປະຕິບັດໄດ້. ມັນກໍເທົ່າກັບວ່າວຽກງານນັ້ນບໍ່ມີຜົນສັກສິດ. ປັດໄຈສຳຄັນຂອງການຈັດຕັ້ງປະຕິບັດການຈັດແຈງວຽກງານໃນຄຣິສຕະຈັກໄດ້ດີສໍ່າໃດ ແລະ ປະສິດທິຜົນຂອງມັນນັ້ນຂຶ້ນຢູ່ກັບວ່າຜູ້ນໍາ ແລະ ຜູ້ເຮັດວຽກສາມາດເຮັດວຽກງານຕົວຈິງໄດ້ ຫຼື ບໍ່. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກມີຂີດຄວາມສາມາດດີ, ມີຄວາມສາມາດໃນການເຮັດວຽກ ແລະ ມີຄວາມຈົງຮັກພັກດີ, ແລ້ວການຈັດແຈງວຽກງານກໍຈະຖືກຈັດຕັ້ງປະຕິບັດໄດ້ດີ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກມີຂີດຄວາມສາມາດຕໍ່າ, ເບົາປັນຍາ ແລະ ຂາດຄວາມສາມາດໃນການເຮັດວຽກ, ແລ້ວບໍ່ວ່າຄຣິສຕະຈັກຈະມີຜູ້ທີ່ມີຄວາມສາມາດພິເສດໃນດ້ານວຽກງານນັ້ນ ຫຼື ບໍ່ ຫຼື ອ້າຍເອື້ອຍນ້ອງຈະເຕັມໃຈທີ່ຈະເຮັດສ່ວນຂອງພວກເຂົາສໍ່າໃດກໍຕາມ, ການຈັດແຈງວຽກງານກໍບໍ່ສາມາດຈັດຕັ້ງປະຕິບັດໄດ້, ບໍ່ຕ້ອງເວົ້າເຖິງການບັນລຸຜົນໄດ້ຮັບໃດໆເລີຍ.
ວຽກງານຂອງຜູ້ນໍາປອມແມ່ນຖືກຈຳກັດຢູ່ພຽງແຕ່ສິ່ງທີ່ຜູ້ຄົນສາມາດເຫັນໄດ້ເທິງຜິວເຜີນ. ເຖິງແມ່ນວ່າເມື່ອພວກເຂົາຈັດຕັ້ງປະຕິບັດການຈັດແຈງວຽກງານ, ມັນກໍເປັນພຽງແຕ່ການເຮັດແບບພໍເປັນພິທີ, ໂດຍບໍ່ມີການຕິດຕາມ ຫຼື ການກວດກາໃດໆຕາມມາເລີຍ. ວຽກງານຂອງພວກເຂົາຢູ່ໃນລະດັບຂອງການເຮັດພໍເປັນພິທີ; ມັນບໍ່ມີນໍ້າໜັກທີ່ແທ້ຈິງຢູ່ເບື້ອງຫຼັງ ແລະ ລົ້ມເຫຼວທີ່ຈະບັນລຸຜົນໄດ້ຮັບໃດໆ. ຕົວຢ່າງ: ກັບວຽກງານການຂຽນບົດຄວາມຄຳພະຍານຈາກປະສົບການ, ຫຼັງຈາກທີ່ໄດ້ຮັບການຈັດແຈງວຽກງານນີ້, ຜູ້ນໍາປອມກໍເອີ້ນຄົນມາເຕົ້າໂຮມເພື່ອໂອ້ລົມ ແລະ ແກ້ໄຂຄຳຖາມຕ່າງໆທີ່ພວກເຂົາມີກ່ຽວກັບການຈັດແຈງວຽກງານທີ່ພວກເຂົາບໍ່ເຂົ້າໃຈ. ຫຼັງຈາກທີ່ພວກເຂົາເທດສະໜາຫຼັກຄຳສອນຈົບ ແລະ ຜູ້ຄົນເບິ່ງຄືວ່າເຂົ້າໃຈ, ຜູ້ນໍາປອມກໍຄິດວ່າ: “ວຽກງານໄດ້ຖືກມອບໝາຍແລ້ວ, ແລ້ວຂ້ອຍຄວນເຮັດຫຍັງ? ເນື່ອງຈາກເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ຂຽນບົດຄວາມຄຳພະຍານຈາກປະສົບການ, ຂ້ອຍກໍຕ້ອງຂຽນຄືກັນ. ຖ້າຂ້ອຍບໍ່ຂຽນ, ຄົນອື່ນກໍຈະບໍ່ດູຖູກຂ້ອຍໃນຖານະຜູ້ນໍາບໍ?” ພວກເຂົາໄຕ່ຕອງຢູ່ເຮືອນກ່ຽວກັບສິ່ງທີ່ຈະຂຽນ ແລະ ຫຼັງຈາກຜ່ານໄປໜຶ່ງມື້, ພວກເຂົາກໍຍັງບໍ່ໄດ້ຂຽນຫຍັງເລີຍ. ພວກເຂົາຄິດວ່າ: “ການຂຽນບົດຄວາມແມ່ນຂ້ອນຂ້າງທ້າທາຍ. ໂດຍປົກກະຕິແລ້ວ, ຂ້ອຍຮູ້ສຶກວ່າຂ້ອຍມີປະສົບການ, ແຕ່ເປັນຫຍັງພວກມັນຈຶ່ງຫາຍໄປເມື່ອຂ້ອຍເລີ່ມຂຽນ? ປະສົບການເຫຼົ່ານັ້ນຫາຍໄປໃສ? ບໍ່ແມ່ນ, ຂ້ອຍມີປະສົບການ, ມັນເປັນພຽງແຕ່ວິທີການຂຽນເຮັດໃຫ້ຂ້ອຍໄປຕໍ່ບໍ່ເປັນ. ຂ້ອຍໄດ້ອອກໄປຂ້າງນອກ ແລະ ພົວພັນກັບຜູ້ຄົນຫຼາຍເກີນໄປ, ເຊິ່ງເຮັດໃຫ້ຂ້ອຍວອກແວກ, ເຮັດໃຫ້ຍາກທີ່ຈະຕັ້ງສະມາທິ. ຂ້ອຍບໍ່ສາມາດໂອ້ລົມ ແລະ ປຶກສາຫາລືວຽກງານກັບຜູ້ຄົນຢູ່ສະເໝີໄດ້; ຖ້າບໍ່ດັ່ງນັ້ນ, ຈິດໃຈຂອງຂ້ອຍກໍຈະວຸ່ນວາຍຢູ່ເລື້ອຍໆ ແລະ ຂ້ອຍກໍຈະບໍ່ສາມາດຂຽນບົດຄວາມໄດ້. ຂ້ອຍຕ້ອງໃຊ້ເວລາທີ່ງຽບສະຫງົບເພື່ອຄິດຢ່າງຮອບຄອບກ່ຽວກັບວິທີຂຽນມັນໃຫ້ຖືກຕ້ອງກ່ອນທີ່ຂ້ອຍຈະຂຽນໄດ້”. ພວກເຂົາໄດ້ເຮັດໃຫ້ການຂຽນບົດຄວາມເປັນວຽກງານຫຼັກຂອງພວກເຂົາ ແລະ ປະຕິບັດຕໍ່ວຽກງານທີ່ຜູ້ນໍາ ຫຼື ຜູ້ເຮັດວຽກຄວນເຮັດເປັນວຽກງານຮອງ. ພວກເຂົາໃຊ້ເວລາໝົດມື້ໃນການຂຽນບົດຄວາມຢູ່ເຮືອນ, ໂດຍບໍ່ໃສ່ໃຈກັບການຈັດຕັ້ງປະຕິບັດວຽກງານ ແລະ ບໍ່ໄດ້ຊອກຮູ້ ຫຼື ກຳແໜ້ນວ່າໃນຄຣິສຕະຈັກຕ່າງໆມີຄົນຈັກຄົນທີ່ສາມາດຂຽນບົດຄວາມໄດ້ ຫຼື ມີຄົນທີ່ເໝາະສົມທີ່ຈະຊີ້ນໍາ ແລະ ກວດກາຄັດເລືອກວຽກງານ ຫຼື ບໍ່, ພວກເຂົາບໍ່ຮູ້ຫຍັງກ່ຽວກັບສິ່ງເຫຼົ່ານີ້ເລີຍ. ໜຶ່ງເດືອນຜ່ານໄປ ແລະ ບໍ່ພຽງແຕ່ພວກເຂົາບໍ່ໄດ້ຂຽນບົດຄວາມດ້ວຍຕົນເອງເທົ່ານັ້ນ, ແຕ່ພວກເຂົາຍັງບໍ່ຮູ້ວ່າວຽກງານນີ້ກຳລັງຄືບໜ້າແນວໃດໃນຄຣິສຕະຈັກ. ນີ້ແມ່ນບັນຫາຫຍັງ? ຫຼັງຈາກທີ່ການຈັດແຈງວຽກງານຖືກມອບໝາຍໃຫ້, ຜູ້ນໍາຄຣິສຕະຈັກບາງຄົນທີ່ມີຂີດຄວາມສາມາດຕໍ່າກໍບໍ່ຮູ້ວິທີເຮັດວຽກງານຕົວຈິງ. ເຊັ່ນດຽວກັນກັບບຸກຄົນນີ້, ພວກເຂົາພຽງແຕ່ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ ແລະ ຮ້ອງຄຳຂວັນ, ແລ້ວກໍແລ້ວໄປ. ບໍ່ວ່າອ້າຍເອື້ອຍນ້ອງຈະເຕັມໃຈຂຽນ ຫຼື ບໍ່ ກໍບໍ່ສຳຄັນສຳລັບພວກເຂົາ; ຜູ້ນຳບໍ່ໄດ້ຊຸກຍູ້ ຫຼື ຊີ້ແນະພວກເຂົາ, ຍິ່ງບໍ່ຕ້ອງເວົ້າເຖິງການແກ້ໄຂພວກເຂົາ. ແລະ ຜູ້ນໍາປອມກໍບໍ່ສົນໃຈຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວ. ອ້າຍເອື້ອຍນ້ອງບາງຄົນຂຽນບົດຄວາມປະເພດໜຶ່ງ ແລະ ບາງຄົນກໍຂຽນອີກປະເພດໜຶ່ງ, ແຕ່ບໍ່ມີໃຜກວດກາຄັດເລືອກວ່າສິ່ງທີ່ພວກເຂົາຂຽນນັ້ນສໍາພັນກັບຊີວິດຈິງ ແລະ ສອດຄ່ອງກັບຫຼັກການ ຫຼື ບໍ່. ອ້າຍເອື້ອຍນ້ອງບໍ່ເຂົ້າໃຈຫຼັກການ ແລະ ບໍ່ຮູ້ວ່າຈະຖາມໃຜ; ພວກເຂົາພຽງແຕ່ຂຽນເພາະພວກເຂົາຖືກບອກໃຫ້ຂຽນ, ພວກເຂົາເຊື່ອຟັງການຈັດແຈງຂອງເຮືອນຂອງພຣະເຈົ້າ. ຍັງມີບາງຄົນທີ່ມີປະສົບການແຕ່ຂາດການສຶກສາ; ຄົນເຫຼົ່ານີ້ບໍ່ມີໃຜຊ່ວຍກວດແກ້ບົດຄວາມຂອງພວກເຂົາ ແລະ ບໍ່ມີໃຜຈັດແຈງເລື່ອງນີ້. ບັນຫາທຸກປະເພດເກີດຂຶ້ນ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກຢູ່ໃສ? ພວກເຂົາກຳລັງເຮັດຫຍັງຢູ່? ພວກເຂົາກຳລັງ “ເກັບຕົວ” ຂຽນບົດຄວາມຢູ່! ຜູ້ນໍາປອມບໍ່ຮູ້ວ່າພວກເຂົາຄວນຈະຫຍຸ້ງກັບຫຍັງ ຫຼື ຄວນຈະປະຕິບັດວຽກງານໃດ. ການຈັດຕັ້ງປະຕິບັດການຈັດແຈງວຽກງານໃນຄຣິສຕະຈັກແມ່ນສະເປສະປະ, ມີຫຼາຍຮູບຫຼາຍແບບ ແລະ ພວກເຂົາກໍບໍ່ໄດ້ສອບຖາມກ່ຽວກັບມັນເລີຍ. ເມື່ອອ້າຍເອື້ອຍນ້ອງພົບພໍ້ບັນຫາຕ່າງໆ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ລາຍງານບັນຫາເຫຼົ່ານີ້ໃຫ້ພວກເຂົາ, ພວກເຂົາກໍບໍ່ໄດ້ແກ້ໄຂ. ດ້ວຍເຫດນີ້, ບັນຫາ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງຈຶ່ງສະສົມຂຶ້ນ ແລະ ບົດຄວາມຄຳພະຍານຈາກປະສົບການທຸກປະເພດກໍສະສົມຂຶ້ນເຊັ່ນກັນ ໂດຍບໍ່ມີໃຜຮຽບຮຽງ, ທົບທວນ ຫຼື ກວດກາຄັດເລືອກ. ແຕ່ຜູ້ນໍາປອມກໍບໍ່ໄດ້ຕິດຕາມ ຫຼື ກວດກາບັນຫາເຫຼົ່ານີ້ ແລະ ອ້າຍເອື້ອຍນ້ອງກໍບໍ່ສາມາດຊອກຫາພວກເຂົາໄດ້ເມື່ອພວກເຂົາມີບັນຫາ. ຜູ້ນໍາປອມບໍ່ຮັບຮູ້ວ່າວຽກງານນີ້ເປັນຄວາມຮັບຜິດຊອບຂອງພວກເຂົາ ແລະ ພວກເຂົາຄວນຕິດຕາມວຽກງານນີ້. ພວກເຂົາບໍ່ແມ່ນຄົນໄຮ້ປະໂຫຍດບໍ? (ແມ່ນແລ້ວ).
ວິທີທີ່ຜູ້ນໍາ ຫຼື ຜູ້ເຮັດວຽກຈັດຕັ້ງປະຕິບັດວຽກງານ, ພ້ອມທັງປະສິດທິພາບ ແລະ ຜົນໄດ້ຮັບຂອງວຽກງານຂອງພວກເຂົາເປັນການທົດສອບວ່າພວກເຂົາໄດ້ມາດຕະຖານ ຫຼື ບໍ່. ສິ່ງນີ້ຍັງທົດສອບຄວາມເປັນມະນຸດ, ຂີດຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກຂອງພວກເຂົາ ແລະ ທົດສອບວ່າພວກເຂົາມີພາລະ ຫຼື ບໍ່. ເມື່ອຜູ້ນໍາປອມໄດ້ຮັບການຈັດແຈງວຽກງານ, ພວກເຂົາຖືວ່າມັນສຳເລັດແລ້ວ ຫຼັງຈາກທີ່ໄດ້ໂອ້ລົມກ່ຽວກັບມັນ. ພວກເຂົາບໍ່ໄດ້ມີສ່ວນຮ່ວມ, ກຳກັບດູແລ, ຊຸກຍູ້ ຫຼື ກວດກາການຈັດຕັ້ງປະຕິບັດ ແລະ ພວກເຂົາກໍບໍ່ໄດ້ຕິດຕາມ. ພວກເຂົາບໍ່ເຂົ້າໃຈວ່າວຽກງານເຫຼົ່ານີ້ແມ່ນສິ່ງທີ່ພວກເຂົາຄວນເຮັດ; ພວກເຂົາບໍ່ເຂົ້າໃຈວ່າວຽກງານເຫຼົ່ານີ້ແມ່ນຄວາມຮັບຜິດຊອບຂອງພວກເຂົາໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ. ພວກເຂົາເຊື່ອວ່າການເປັນຜູ້ນໍາ ຫຼື ຜູ້ເຮັດວຽກຮຽກຮ້ອງພຽງແຕ່ຄວາມສາມາດໃນການເທດສະໜາເທົ່ານັ້ນ. ພວກເຂົາບໍ່ແມ່ນຄົນຫົວທຶບບໍ? ຄົນຫົວທຶບສາມາດເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານໄດ້ບໍ? (ບໍ່ໄດ້). ພວກເຂົາບໍ່ສາມາດເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານໄດ້, ແຕ່ພວກເຂົາຄິດວ່າພວກເຂົາຂ້ອນຂ້າງດີ ແລະ ເຊື່ອວ່າພວກເຂົາສາມາດເຮັດວຽກໄດ້. ພວກເຂົາບໍ່ແມ່ນຄົນບໍ່ເຕັມບາດບໍ? ພວກເຂົາບໍ່ສາມາດແມ່ນແຕ່ຈະຈັດຕັ້ງປະຕິບັດວຽກງານທີ່ງ່າຍດາຍເຊັ່ນການຂຽນບົດຄວາມຄຳພະຍານຈາກປະສົບການໄດ້. ນີ້ແມ່ນໜຶ່ງໃນວຽກງານທີ່ງ່າຍທີ່ສຸດ, ພຽງແຕ່ລະດົມຜູ້ທີ່ມີຂີດຄວາມສາມາດດີ ແລະ ມີປະສົບການຊີວິດໃຫ້ຂຽນບົດຄວາມຄຳພະຍານ, ແລ້ວກໍຕິດຕາມ ແລະ ໃຫ້ການຊີ້ນໍາ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມີຂີດຄວາມສາມາດທຳມະດາ ແລະ ມີລະດັບການສຶກສາຕໍ່າ ແລະ ບໍ່ເກັ່ງໃນວຽກງານຂໍ້ຄວາມ, ແຕ່ພວກເຂົາສາມາດມອບໝາຍໃຫ້ຄົນທີ່ເໝາະສົມຮັບຜິດຊອບໄດ້. ດ້ວຍວິທີນີ້, ພວກເຂົາກໍຍັງສາມາດເຮັດວຽກງານຕົວຈິງບາງຢ່າງໄດ້. ຖ້າພວກເຂົາບໍ່ຮູ້ແມ່ນແຕ່ປະເພດຄົນທີ່ຈະມອບໝາຍໃຫ້ຮັບຜິດຊອບ ແລະ ດຳເນີນການກວດກາຄັດເລືອກ, ພວກເຂົາກໍບໍ່ສາມາດເຮັດວຽກໄດ້ ແລະ ເປັນຜູ້ນໍາປອມ. ບາງຄົນເວົ້າວ່າ: “ຜູ້ນໍາປອມອາດຈະບໍ່ສາມາດເຮັດວຽກງານຂໍ້ຄວາມໄດ້ ຍ້ອນຂີດຄວາມສາມາດຕໍ່າ ແລະ ການສຶກສາຕໍ່າ, ແຕ່ພວກເຂົາຄວນຈະສາມາດເຮັດວຽກອື່ນໄດ້”. ຄຳເວົ້ານີ້ໃຊ້ໄດ້ບໍ? (ບໍ່ໄດ້). ເປັນຫຍັງຈຶ່ງໃຊ້ບໍ່ໄດ້? (ວຽກງານການຂຽນບົດຄວາມຄຳພະຍານຈາກປະສົບການແມ່ນງ່າຍດາຍ. ຖ້າພວກເຂົາບໍ່ສາມາດອະທິບາຍມັນຢ່າງຊັດເຈນ ຫຼື ຈັດຕັ້ງປະຕິບັດວຽກງານໄດ້, ແລ້ວພວກເຂົາກໍບໍ່ສາມາດຈັດການວຽກງານອື່ນໄດ້ຢ່າງແນ່ນອນ. ພວກເຂົາບໍ່ຮູ້ວິທີເຮັດ ຫຼື ຕິດຕາມວຽກງານ). ສິ່ງນີ້ສະແດງໃຫ້ເຫັນວ່າຂີດຄວາມສາມາດຂອງພວກເຂົາຕໍ່າເກີນໄປ. ພວກເຂົາເປັນຄົນຫົວທຶບ. ພວກເຂົາຄິດວ່າການເປັນຜູ້ນໍາ ຫຼື ຜູ້ເຮັດວຽກກໍຄືກັບການເປັນເຈົ້າໜ້າທີ່ຂອງພະຍານາກໃຫຍ່ສີແດງ: ຕາບໃດທີ່ພວກເຂົາຮຽນຮູ້ທີ່ຈະປະຈົບປະແຈງ, ເວົ້າໂອ້ອວດ, ຮ້ອງຄຳຂວັນ ແລະ ຕົ້ມຕຸ໋ນຫຼອກລວງ, ຕົວະເທິງຫຼອກລຸ່ມ, ພວກເຂົາກໍຈະສາມາດຕັ້ງຕົວ ແລະ ກິນເງິນເດືອນລັດໄດ້. ພວກເຂົາບໍ່ເຂົ້າໃຈວ່າດ້ານທີ່ສຳຄັນທີ່ສຸດຂອງການເປັນຜູ້ນໍາ ຫຼື ຜູ້ເຮັດວຽກແມ່ນການຮຽນຮູ້ທີ່ຈະເຮັດວຽກງານຕົວຈິງ. ພວກເຂົາຈິນຕະນາການວ່າວຽກຂອງຜູ້ນໍາ ແລະ ຜູ້ເຮັດວຽກນັ້ນງ່າຍດາຍຫຼາຍ. ດ້ວຍເຫດນີ້, ພວກເຂົາຈຶ່ງບໍ່ເຮັດວຽກງານຕົວຈິງ ແລະ ກາຍເປັນຜູ້ນໍາປອມ.
ຜູ້ນໍາປອມຍັງມີການສະແດງອອກທີ່ສະເພາະເຈາະຈົງອັນໃດອີກແດ່? ຜູ້ນໍາປອມສາມາດເບິ່ງທະລຸ ແລະ ກຳແໜ້ນຫຼັກການ ແລະ ມາດຕະຖານທີ່ກຳນົດໄວ້ໃນການຈັດແຈງວຽກງານໄດ້ບໍ? (ບໍ່ໄດ້). ເປັນຫຍັງພວກເຂົາຈຶ່ງເຮັດບໍ່ໄດ້? ພວກເຂົາບໍ່ສາມາດເບິ່ງທະລຸເຖິງຫຼັກການຂອງວຽກງານນີ້ ແລະ ພວກເຂົາກໍບໍ່ສາມາດກວດກາມັນໄດ້. ເມື່ອມີສະຖານະການພິເສດເກີດຂຶ້ນໃນລະຫວ່າງການຈັດຕັ້ງປະຕິບັດວຽກງານຕົວຈິງ, ພວກເຂົາກໍບໍ່ຮູ້ວ່າຈະແກ້ໄຂແນວໃດ. ເມື່ອອ້າຍເອື້ອຍນ້ອງຖາມພວກເຂົາວ່າຈະເຮັດແນວໃດໃນສະຖານະການເຫຼົ່ານີ້, ພວກເຂົາກໍສັບສົນວ່າ: “ເລື່ອງນີ້ບໍ່ໄດ້ກ່າວໄວ້ໃນການຈັດແຈງວຽກງານ, ຂ້ອຍຈະຮູ້ວິທີຈັດການໄດ້ແນວໃດ?” ຖ້າເຈົ້າບໍ່ຮູ້, ເຈົ້າຈະຈັດຕັ້ງປະຕິບັດວຽກງານນີ້ໄດ້ແນວໃດ? ເຈົ້າບໍ່ຮູ້ດ້ວຍຊໍ້າ ແຕ່ຍັງຂໍໃຫ້ຄົນອື່ນຈັດຕັ້ງປະຕິບັດມັນ, ມັນເປັນໄປໄດ້ໃນຕົວຈິງບໍ? ມັນສົມເຫດສົມຜົນບໍ? ເມື່ອຜູ້ນໍາປອມ ແລະ ຜູ້ເຮັດວຽກປອມຈັດຕັ້ງປະຕິບັດການຈັດແຈງວຽກງານ, ໃນດ້ານໜຶ່ງ ພວກເຂົາບໍ່ຮູ້ກ່ຽວກັບຂັ້ນຕອນ ແລະ ແຜນການໃນການຈັດຕັ້ງປະຕິບັດການຈັດແຈງວຽກງານ. ໃນອີກດ້ານໜຶ່ງ, ເມື່ອປະເຊີນກັບບັນຫາ ພວກເຂົາກໍບໍ່ສາມາດດຳເນີນການກວດກາຕາມຫຼັກການທີ່ກຳນົດໄວ້ໃນການຈັດແຈງວຽກງານໄດ້. ສະນັ້ນ, ເມື່ອມີບັນຫານາໆປະການທຸກຮູບແບບເກີດຂຶ້ນໃນລະຫວ່າງການຈັດຕັ້ງປະຕິບັດການຈັດແຈງວຽກງານ, ພວກເຂົາກໍບໍ່ສາມາດແກ້ໄຂໄດ້ເລີຍ. ຍ້ອນວ່າໃນໄລຍະເລີ່ມຕົ້ນ ຜູ້ນໍາປອມບໍ່ສາມາດລະບຸ ຫຼື ຄາດການບັນຫາໄດ້ ແລະ ບໍ່ສາມາດໂອ້ລົມລ່ວງໜ້າໄດ້ ແລະ ໃນໄລຍະຕໍ່ມາ, ເມື່ອມີບັນຫາເກີດຂຶ້ນ, ພວກເຂົາກໍບໍ່ສາມາດແກ້ໄຂໄດ້ ແຕ່ພຽງແຕ່ເທດສະໜາຫຼັກຄຳສອນທີ່ໄຮ້ປະໂຫຍດ ແລະ ນໍາໃຊ້ກົດລະບຽບແບບຕາຍຕົວ, ບັນຫາກໍເກີດຂຶ້ນຊໍ້າແລ້ວຊໍ້າອີກ ແລະ ຍັງຄົງມີຢູ່, ເຮັດໃຫ້ວຽກງານບາງຢ່າງຊັກຊ້າໃນການຈັດຕັ້ງປະຕິບັດ ແລະ ວຽກງານອື່ນໆກໍບໍ່ໄດ້ຮັບການຈັດຕັ້ງປະຕິບັດໃນລະດັບທີ່ພຽງພໍ. ຕົວຢ່າງ: ກ່ຽວກັບການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໃນການຄັດອອກ ແລະ ຂັບໄລ່ຜູ້ຄົນອອກ, ເມື່ອຜູ້ນໍາປອມປະຕິບັດວຽກງານນີ້, ພວກເຂົາກໍພຽງແຕ່ຄັດຄົນຊົ່ວຮ້າຍທີ່ເຫັນໄດ້ຢ່າງຊັດເຈນ, ຜູ້ຕໍ່ຕ້ານພຣະຄຣິສ ແລະ ວິນຍານຊົ່ວຮ້າຍທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນອອກເທົ່ານັ້ນ, ພ້ອມທັງຜູ້ບໍ່ເຊື່ອທີ່ອ້າຍເອື້ອຍນ້ອງທຸກຄົນເຫັນວ່າໜ້າລັງກຽດ ແລະ ໜ້າກຽດຊັງ. ເຖິງຢ່າງໃດກໍຕາມ, ຍັງມີບາງຄົນທີ່ຄວນຖືກຄັດອອກ, ນັ້ນກໍຄື ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທີ່ເຊື່ອງຕົວ, ມີເລ່ລ່ຽມ ແລະ ເຈົ້າເລ່. ອ້າຍເອື້ອຍນ້ອງບໍ່ສາມາດເບິ່ງທະລຸພວກເຂົາໄດ້ ແລະ ຜູ້ນໍາປອມກໍເຊັ່ນກັນ. ຄວາມຈິງແລ້ວ, ອີງຕາມການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ຄົນເຫຼົ່ານີ້ໄດ້ມາເຖິງລະດັບທີ່ຈະຕ້ອງຖືກຄັດອອກແລ້ວ. ເຖິງຢ່າງໃດກໍຕາມ, ຍ້ອນວ່າຜູ້ນໍາປອມບໍ່ສາມາດເບິ່ງທະລຸພວກເຂົາໄດ້, ພວກເຂົາຈຶ່ງຍັງຖືວ່າຄົນເຫຼົ່ານີ້ເປັນຄົນດີ ແລະ ເຖິງຂັ້ນສົ່ງເສີມ, ບົ່ມເພາະ ແລະ ໃຊ້ພວກເຂົາສຳລັບວຽກງານສຳຄັນ, ໂດຍອະນຸຍາດໃຫ້ພວກເຂົາກຳອຳນາດ ແລະ ຄອບຄອງຕຳແໜ່ງວຽກງານທີ່ສຳຄັນໃນຄຣິສຕະຈັກ. ແລ້ວການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໃນການຄັດອອກ ແລະ ຂັບໄລ່ຜູ້ຄົນອອກຈະສາມາດຈັດຕັ້ງປະຕິບັດໄດ້ບໍ? ບັນຫາຕ່າງໆຈະສາມາດຖືກແກ້ໄຂຢ່າງຄົບຖ້ວນໄດ້ບໍ? ວຽກງານການເທດສອນຂ່າວປະເສີດຈະສາມາດດຳເນີນໄປຢ່າງປົກກະຕິໄດ້ບໍ? ເຫັນໄດ້ຢ່າງຊັດເຈນວ່າ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງຄົບຖ້ວນ ແລະ ວຽກງານສຳຄັນຫຼາຍຢ່າງກໍບໍ່ສາມາດເຮັດໄດ້ດີ. ຍ້ອນວ່າຄົນທີ່ຜູ້ນໍາປອມໃຊ້ນັ້ນບໍ່ມີຄວາມເປັນຈິງຄວາມຈິງເລີຍ ແລະ ເຖິງຂັ້ນສາມາດກໍ່ການກະທຳທີ່ຊົ່ວຮ້າຍໄດ້, ສິ່ງນີ້ກໍກີດຂວາງບໍ່ໃຫ້ລາຍການວຽກງານຕ່າງໆຂອງຄຣິສຕະຈັກດຳເນີນໄປໄດ້ດີ. ຜູ້ນໍາປອມໃຊ້ຄົນຊົ່ວຮ້າຍເຫຼົ່ານີ້, ປ່ອຍໃຫ້ພວກເຂົາປະຕິບັດໜ້າທີ່ສຳຄັນ ແລະ ຮັບຜິດຊອບວຽກງານສຳຄັນໃນຄຣິສຕະຈັກ, ເຖິງຂັ້ນອະນຸຍາດໃຫ້ຄົນຊົ່ວຮ້າຍເຫຼົ່ານີ້ຈັດການເຄື່ອງຖວາຍ. ສິ່ງນີ້ຈະຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກບໍ? ມັນຈະກໍ່ໃຫ້ເກີດການສູນເສຍຕໍ່ເຄື່ອງຖວາຍຂອງພຣະເຈົ້າບໍ? (ແມ່ນແລ້ວ). ນີ້ຄືຜົນສະທ້ອນທີ່ຮ້າຍແຮງຫຼາຍ. ຍ້ອນວ່າຜູ້ນໍາປອມບໍ່ສາມາດເບິ່ງທະລຸຄົນເຫຼົ່ານີ້, ບໍ່ສາມາດກວດກາຄັດເລືອກພວກເຂົາໄດ້ ແລະ ປ່ອຍໃຫ້ຄົນຊົ່ວຮ້າຍເຫຼົ່ານີ້ຮັບຜິດຊອບວຽກງານສຳຄັນ, ວຽກງານຈຶ່ງເພພັງຢ່າງສິ້ນເຊີງ. ໃນການປະຕິບັດໜ້າທີ່ຂອງພວກເຂົາ, ຄົນຊົ່ວຮ້າຍເຫຼົ່ານີ້ມັກຈະເຮັດແບບພໍແລ້ວມືແລ້ວຕີນຢູ່ສະເໝີ, ຫຼອກລວງຜູ້ທີ່ຢູ່ເໜືອພວກເຂົາ ແລະ ປິດບັງສິ່ງຕ່າງໆ ຈາກຜູ້ທີ່ຢູ່ໃຕ້ພວກເຂົາ ແລະ ບໍ່ເຮັດວຽກງານຕົວຈິງ; ພວກເຂົາກະທຳການຕາມອຳເພີໃຈ, ເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ກໍ່ການກະທຳທີ່ຊົ່ວຮ້າຍນາໆປະການ. ເຖິງຢ່າງໃດກໍຕາມ, ຜູ້ນໍາປອມກໍບໍ່ສາມາດເບິ່ງທະລຸພວກເຂົາໄດ້ ແລະ ເມື່ອພວກເຂົາສັງເກດເຫັນບັນຫາ, ໄພພິບັດໃຫຍ່ກໍໄດ້ເກີດຂຶ້ນແລ້ວ. ຕົວຢ່າງ: ໃນເຂດອະພິບານເຫີໜານ, ຄົນຊົ່ວຮ້າຍບາງຄົນທີ່ໄດ້ກາຍເປັນຜູ້ນໍາໄດ້ນຳໃຊ້ວິທີການອັນຕ່ຳຊ້າຕ່າງໆເພື່ອລັກເຄື່ອງຖວາຍຂອງພຣະເຈົ້າ; ພວກເຂົາລັກໄປເປັນຈຳນວນຫຼວງຫຼາຍ ແລະ ຈຳນວນເຫຼົ່ານີ້ກໍບໍ່ເຄີຍຖືກກູ້ຄືນມາໄດ້. ສິ່ງນີ້ກ່ຽວຂ້ອງກັບການທີ່ຜູ້ນໍາ ແລະ ຜູ້ເຮັດວຽກເລືອກ ແລະ ໃຊ້ຄົນຜິດບໍ? (ແມ່ນແລ້ວ). ອີງຕາມການຈັດແຈງວຽກງານ, ຖ້າຄົນໃດຄົນໜຶ່ງບໍ່ສາມາດເບິ່ງທະລຸຄົນທີ່ຖືກເລືອກໄດ້, ກ່ອນອື່ນ ພວກເຂົາສາມາດຖືກມອບໝາຍໃຫ້ເຮັດວຽກງ່າຍໆ ບາງຢ່າງ ແລະ ຈາກນັ້ນ ຄົນນັ້ນກໍສາມາດຕິດຕາມວຽກງານຂອງພວກເຂົາ ແລະ ສັງເກດພວກເຂົາເປັນໄລຍະເວລາໜຶ່ງ. ຄົນທີ່ບໍ່ສາມາດເບິ່ງທະລຸໄດ້ນັ້ນຈະຕ້ອງບໍ່ຖືກມອບໝາຍວຽກງານສຳຄັນໃດໆຢ່າງເດັດຂາດ, ໂດຍສະເພາະຖ້າມັນມີຄວາມສ່ຽງ. ຫຼັງຈາກການສັງເກດໄລຍະຍາວ ແລະ ເບິ່ງທະລຸເຖິງແກ່ນແທ້ຂອງພວກເຂົາແລ້ວເທົ່ານັ້ນ ຈຶ່ງຄວນຕັດສິນໃຈວ່າຈະປະຕິບັດຕໍ່ ແລະ ຈັດການກັບພວກເຂົາແນວໃດ. ຜູ້ນໍາປອມບໍ່ໄດ້ເຮັດວຽກຕາມການຈັດແຈງວຽກງານ ແລະ ບໍ່ສາມາດກຳແໜ້ນຫຼັກການໄດ້; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ສາມາດເບິ່ງທະລຸຜູ້ຄົນ ແລະ ພວກເຂົາໃຊ້ຄົນຜິດ. ສິ່ງນີ້ໄດ້ນຳໄປສູ່ການສູນເສຍທັງໃນວຽກງານຄຣິສຕະຈັກ ແລະ ເຄື່ອງຖວາຍຂອງພຣະເຈົ້າ. ນີ້ຄືຄວາມຫາຍະນະທີ່ເກີດຈາກຜູ້ນໍາປອມ. ຜູ້ຕໍ່ຕ້ານພຣະຄຣິສເຈດຕະນານໍາໃຊ້ຄົນຊົ່ວຮ້າຍ, ໃນຂະນະທີ່ຜູ້ນໍາປອມນັ້ນເບົາປັນຍາ, ບໍ່ສາມາດເບິ່ງທະລຸຜູ້ໃດໄດ້ ແລະ ບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາໃດໆທີ່ພວກເຂົາລະບຸໄດ້. ພວກເຂົາໃຊ້ ແລະ ມອບໝາຍຄົນໂດຍອີງໃສ່ຄວາມຮູ້ສຶກຂອງພວກເຂົາເທົ່ານັ້ນ. ຄົນສ່ວນໃຫຍ່ທີ່ຜູ້ນໍາປອມຈັດແຈງນັ້ນບໍ່ເໝາະສົມ; ພວກເຂົາກໍ່ໃຫ້ເກີດຄວາມສູນເສຍຕໍ່ວຽກງານຂອງຄຣິສຕະຈັກ, ໂດຍມີຜົນສະທ້ອນຄືກັນກັບການທີ່ຜູ້ຕໍ່ຕ້ານພຣະຄຣິສເຈດຕະນາໃຊ້ຄົນຊົ່ວຮ້າຍ. ຜູ້ນໍາປອມທີ່ມີຂີດຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກໄດ້ກໍນໍາຜົນສະທ້ອນທີ່ຮ້າຍແຮງມາເຊັ່ນກັນ, ບໍ່ແມ່ນບໍ? (ແມ່ນແລ້ວ). ສະນັ້ນ, ຢ່າຄິດວ່າມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ລະເມີດການຈັດແຈງວຽກງານ; ຜູ້ນໍາປອມກໍສາມາດລະເມີດການຈັດແຈງວຽກງານໄດ້ເຊັ່ນກັນ. ເຖິງແມ່ນວ່າຈະບໍ່ໄດ້ເຈດຕະນາ, ແຕ່ໃນທີ່ສຸດແລ້ວ ທໍາມະຊາດຂອງມັນກໍຍັງເປັນການລະເມີດການຈັດແຈງວຽກງານ. ຍ້ອນບໍ່ເຂົ້າໃຈຫຼັກການຄວາມຈິງ ແລະ ບໍ່ສາມາດເບິ່ງທະລຸຜູ້ຄົນ ຫຼື ເລື່ອງຕ່າງໆໄດ້, ຜູ້ນໍາປອມຈຶ່ງລະເມີດການຈັດແຈງວຽກງານ ແລະ ບໍ່ສາມາດປະຕິບັດວຽກງານຕົວຈິງໄດ້. ສິ່ງນີ້ເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ ແລະ ທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກ. ທໍາມະຊາດ ແລະ ຜົນສະທ້ອນຂອງການກະທຳຂອງພວກເຂົາແມ່ນຄືກັນກັບການທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດວຽກ, ເຊິ່ງກໍ່ໃຫ້ເກີດຄວາມສູນເສຍຕໍ່ວຽກງານຂອງຄຣິສຕະຈັກ ແລະ ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງເຊັ່ນກັນ.
ເມື່ອເຮັດວຽກ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານ, ຜູ້ນໍາປອມພຽງແຕ່ເຮັດແບບພໍເປັນພິທີ ແລະ ເຮັດວຽກແບບຊະຊາຍ. ພວກເຂົາຂ້ອນຂ້າງຖືຕົນວ່າຊອບທຳ ແລະ ບໍ່ເຄີຍສະແຫວງຫາ ຫຼື ໂອ້ລົມເລີຍ, ໂດຍຄິດຢ່າງໂງ່ຈ້າວ່າຕົນເອງມີຂີດຄວາມສາມາດດີ; ພວກເຂົາກ້າທີ່ຈະລົງມືເຮັດ ແລະ ສາມາດເວົ້າໄດ້ຢ່າງຄ່ອງແຄ້ວ. ຍ້ອນວ່າອ້າຍເອື້ອຍນ້ອງເລືອກຕັ້ງພວກເຂົາ ຫຼື ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະພວກເຂົາຊົ່ວຄາວ, ພວກເຂົາຈຶ່ງຄິດວ່າຕົນເອງໄດ້ມາດຕະຖານໃນຖານະຜູ້ນໍາ ແລະ ສາມາດບັນລຸຄວາມຮັບຜິດຊອບຂອງຕົນໄດ້. ພວກເຂົາບໍ່ຮູ້ເລີຍວ່າຕົນເອງນັ້ນບໍ່ມີຄ່າຫຍັງເລີຍ ແລະ ບໍ່ສາມາດບັນລຸຄວາມຮັບຜິດຊອບໃດໆຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້. ພວກເຂົາບໍ່ຮູ້ຈັກປະເມີນຕົນເອງ; ພວກເຂົາພຽງແຕ່ກ້າເຮັດສິ່ງຕ່າງໆຢ່າງໜ້າດ້ານ. ຜົນກໍຄື ຫຼັງຈາກທີ່ການຈັດແຈງວຽກງານຕ່າງໆຖືກມອບໝາຍໃຫ້, ພວກເຂົາກໍບໍ່ສາມາດຈັດຕັ້ງປະຕິບັດອັນໃດໄດ້ເລີຍຕາມຂໍ້ກຳນົດຈາກເບື້ອງເທິງ. ທຸກການຈັດແຈງວຽກງານທີ່ພວກເຂົາຮັບຜິດຊອບກໍຈົບລົງແບບເລະເທະຊະຊາຍ ແລະ ວຸ່ນວາຍທີ່ສຸດ. ການຈັດຕັ້ງປະຕິບັດວຽກງານບໍລິຫານຂອງພວກເຂົາກໍບໍ່ດີ; ພວກເຂົາບໍ່ຮູ້ແຈ້ງວ່າໄດ້ຜູ້ເຊື່ອໃໝ່ຈັກຄົນຈາກການເທດສອນຂ່າວປະເສີດ, ຈະສ້າງຕັ້ງຄຣິສຕະຈັກ, ເລືອກຜູ້ນໍາ ແລະ ຜູ້ຊ່ວຍວຽກແນວໃດ ແລະ ຈະດຳເນີນຊີວິດຄຣິສຕະຈັກແນວໃດ. ສ່ວນວ່າໃຜມີຜົນສຳເລັດຫຼາຍທີ່ສຸດໃນການຮັບຜິດຊອບວຽກງານຂ່າວປະເສີດ, ໃຜເປັນພະຍານໄດ້ຢ່າງມີປະສິດທິພາບທີ່ສຸດ, ໃຜເໝາະສົມທີ່ສຸດໃນການຫົດນໍ້າຄຣິສຕະຈັກ, ຫົວໜ້າທີມຄົນໃດຄວນຖືກປັບປ່ຽນການມອບໝາຍໜ້າທີ່ ຫຼື ຖືກປົດອອກຍ້ອນບໍ່ຮັບຜິດຊອບ ແລະ ຈະແກ້ໄຂບັນຫາທີ່ເກີດຂຶ້ນໃນບາງດ້ານຂອງວຽກງານແນວໃດ, ຜູ້ນໍາປອມກໍບໍ່ຮູ້ແຈ້ງກ່ຽວກັບວຽກງານສະເພາະເຫຼົ່ານີ້ທັງໝົດ ແລະ ພວກເຂົາກໍເຮັດໃຫ້ວຽກງານຂອງພວກເຂົາສັບສົນວຸ່ນວາຍ. ສຳລັບວຽກງານດ້ານວິຊາຊີບຕ່າງໆໃນຄຣິສຕະຈັກທີ່ຕ້ອງການຄວາມຊ່ຽວຊານທາງດ້ານເຕັກນິກໃນລະດັບທີ່ສູງກວ່າ, ຜູ້ນໍາປອມກໍເຮັດໃຫ້ວຽກງານເຫຼົ່ານັ້ນສັບສົນວຸ່ນວາຍເຊັ່ນກັນ. ພວກເຂົາບໍ່ມີແນວຄິດເລີຍວ່າຈະປະຕິບັດວຽກງານເຫຼົ່ານີ້ຢ່າງເປັນຮູບປະທຳແນວໃດ. ເຖິງແມ່ນວ່າພວກເຂົາຢາກສອບຖາມກ່ຽວກັບມັນ, ພວກເຂົາກໍບໍ່ຮູ້ວ່າຈະເຮັດແນວໃດ. ພວກເຂົາຢາກຖາມເບື້ອງເທິງວ່າຈະເລີ່ມຕົ້ນວຽກງານເຫຼົ່ານີ້ແນວໃດ, ແຕ່ພວກເຂົາບໍ່ຮູ້ແມ່ນແຕ່ຈະຕັ້ງຄຳຖາມແນວໃດ. ຜົນກໍຄື ວຽກງານກໍບໍ່ສາມາດເຮັດໄດ້. ແມ່ນແຕ່ວຽກງານງ່າຍໆ ໃນການຈັດການຊັບສິນທີ່ກຳນົດໄວ້ໃນການຈັດແຈງວຽກງານເຊັ່ນ: ການມອບໝາຍຄົນທີ່ເໝາະສົມໃຫ້ປົກປັກຮັກສາ ແລະ ຈັດສັນຊັບສິນ ແລະ ການສ້າງຕັ້ງລະບົບຕ່າງໆ, ກໍເປັນສິ່ງທີ່ຜູ້ນໍາປອມບໍ່ສາມາດຈັດການໄດ້. ພວກເຂົາເຮັດມັນແບບຊະຊາຍ. ຜູ້ນໍາປອມມີຄວາມສັບສົນຢ່າງຍິ່ງກ່ຽວກັບທຸກວຽກງານທີ່ພວກເຂົາຮັບຜິດຊອບ. ເມື່ອຖືກຖາມວ່າພວກເຂົາໄດ້ຈັດຕັ້ງປະຕິບັດການຈັດແຈງວຽກງານແລ້ວບໍ, ພວກເຂົາກໍຮູ້ສຶກພູມໃຈ ແລະ ເວົ້າຢ່າງໝັ້ນໃຈວ່າ: “ຈັດຕັ້ງປະຕິບັດແລ້ວ. ທຸກຄົນມີສຳເນົາຂອງການຈັດແຈງວຽກງານ ແລະ ທຸກຄົນກໍຮູ້ວ່າເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ເຮັດວຽກງານຫຍັງ”. ຖ້າເຈົ້າຖາມພວກເຂົາວ່າພວກເຂົາເຮັດແນວໃດ, ໃຫ້ອະທິບາຍຂັ້ນຕອນການເຮັດວຽກສະເພາະ, ວຽກງານໃດທີ່ເຮັດໄດ້ບໍ່ຄ່ອຍດີ, ວຽກງານໃດທີ່ເຮັດໄດ້ລາບລື່ນກວ່າ, ແຕ່ລະວຽກງານເຮັດໄດ້ຢ່າງເໝາະສົມແລ້ວບໍ, ວຽກງານໃດທີ່ຕ້ອງການການຕິດຕາມ ແລະ ກວດກາຢ່າງຕໍ່ເນື່ອງ ແລະ ໄດ້ພົບບັນຫາໃດໆ ຫຼັງຈາກການກວດກາແລ້ວບໍ, ພວກເຂົາກໍບໍ່ຮັບຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້ທັງໝົດ. ນັບຕັ້ງແຕ່ໄດ້ກາຍເປັນຜູ້ນໍາ, ຜູ້ນໍາປອມບາງຄົນກໍບໍ່ຮູ້ແມ່ນແຕ່ວຽກງານທີ່ພວກເຂົາຕ້ອງເຮັດ ຫຼື ຂອບເຂດຄວາມຮັບຜິດຊອບຂອງຕົນແມ່ນຫຍັງ. ສິ່ງນີ້ຍິ່ງເປັນບັນຫາຫຼາຍຂຶ້ນ, ບໍ່ແມ່ນບໍ? ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ໃນປັດຈຸບັນມີບັນຫານີ້ຫຼາຍໜ້ອຍຕ່າງກັນໄປບໍ? (ແມ່ນແລ້ວ).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?