ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (10) ສ່ວນທີ ຫ້າ
ເກນໃນການທົດສອບວ່າຜູ້ນໍາ ແລະ ຜູ້ເຮັດວຽກໄດ້ມາດຕະຖານ ຫຼື ບໍ່
ຜ່ານການໂອ້ລົມໃນມື້ນີ້, ຕອນນີ້ພວກເຈົ້າມີຄວາມເຂົ້າໃຈທີ່ຊັດເຈນຂຶ້ນກ່ຽວກັບຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຜູ້ກໍາກັບດູແລຄວນບັນລຸແລ້ວບໍ? ພວກເຈົ້າພໍເຫັນທິດທາງໃນໃຈແລ້ວບໍ? ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບບົດບາດຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຢຳຂຶ້ນບໍ? (ແມ່ນແລ້ວ). ໃນດ້ານໜຶ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບວຽກງານທີ່ພວກເຂົາຄວນປະຕິບັດ; ໃນອີກດ້ານໜຶ່ງ, ທຸກຄົນຕອນນີ້ກໍມີເສັ້ນທາງບາງຢ່າງໃນການແຍກແຍະວ່າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ມາດຕະຖານ ຫຼື ບໍ່. ອີງຕາມຂໍ້ກຳນົດຂອງຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ໄດ້ມາດຕະຖານບໍ? (ບໍ່). ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກຄົນໃດທີ່ສາມາດກາຍເປັນຄົນທີ່ໄດ້ມາດຕະຖານ ແລະ ຄົນໃດທີ່ບໍ່ສາມາດ? ຜູ້ທີ່ມີຂີດຄວາມສາມາດທີ່ໄດ້ມາດຕະຖານ, ມີປະສົບການທີ່ສຳພັນກັບຊີວິດຈິງບາງຢ່າງ, ມີຫຼັກການບາງຢ່າງໃນການຈັດການສິ່ງຕ່າງໆ ແລະ ມີຄວາມຮູ້ສຶກແບກຮັບພາລະສຳລັບວຽກງານຄຣິສຕະຈັກ ກໍສາມາດກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານໄດ້ ຫຼັງຈາກການຝຶກຝົນໄລຍະໜຶ່ງ. ເຖິງຢ່າງໃດກໍຕາມ, ຜູ້ທີ່ມີຂີດຄວາມສາມາດຕໍ່າ ແລະ ບໍ່ມີຄວາມສາມາດໃນການຢັ່ງຮູ້, ຜູ້ທີ່ບໍ່ສາມາດກຳແໜ້ນຫຼັກການໄດ້ ບໍ່ວ່າຈະໂອ້ລົມຄວາມຈິງຫຼາຍສໍ່າໃດກໍຕາມ, ກໍບໍ່ສາມາດກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານໄດ້ ແລະ ສາມາດຖືກກຳຈັດອອກເທົ່ານັ້ນ. ສະນັ້ນ, ຖ້າເຈົ້າຢາກກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກທີ່ໄດ້ມາດຕະຖານ ແລະ ຢາກໃຫ້ຄົນອື່ນເລືອກໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ກ່ອນອື່ນ ເຈົ້າຄວນປະເມີນເບິ່ງວ່າຂີດຄວາມສາມາດຂອງເຈົ້າພຽງພໍ ຫຼື ບໍ່. ເຈົ້າຈະປະເມີນສິ່ງນີ້ໄດ້ແນວໃດ? ໂດຍການເບິ່ງວ່າເຈົ້າສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານໄດ້ ຫຼື ບໍ່. ຈົ່ງເອົາການຈັດແຈງວຽກງານຫຼ້າສຸດມາ, ອ່ານມັນ ແລະ ທົດສອບຕົນເອງ ເພື່ອເບິ່ງວ່າເຈົ້າມີຂັ້ນຕອນ ແລະ ແຜນການໃນການຈັດຕັ້ງປະຕິບັດມັນ ຫຼື ບໍ່. ຖ້າເຈົ້າມີແນວຄິດ ແລະ ແຜນການ ແລະ ຮູ້ວິທີຈັດຕັ້ງປະຕິບັດມັນ, ແລ້ວເຈົ້າກໍຄວນຮັບຜິດຊອບວຽກງານນັ້ນເປັນໜ້າທີ່ທີ່ເຈົ້າຕ້ອງຮັບຜິດຊອບ ເມື່ອອ້າຍເອື້ອຍນ້ອງເລືອກເຈົ້າ. ເຖິງຢ່າງໃດກໍຕາມ, ຖ້າຫຼັງຈາກທີ່ອ່ານການຈັດແຈງວຽກງານແລ້ວ ໃນຫົວຂອງເຈົ້າວ່າງເປົ່າ, ເຈົ້າບໍ່ສາມາດເບິ່ງທະລຸໄດ້ເລີຍວ່າໃຜເໝາະສົມທີ່ສຸດທີ່ຈະຖືກຈັດແຈງໃຫ້ຮັບຜິດຊອບວຽກງານ ແລະ ຍິ່ງໄປກວ່ານັ້ນ ເຈົ້າບໍ່ສາມາດເບິ່ງທະລຸໄດ້ວ່າຈະຈັດຕັ້ງປະຕິບັດລາຍການວຽກງານຕ່າງໆຂອງຄຣິສຕະຈັກຢ່າງເປັນຮູບປະທຳແນວໃດ, ທັງບໍ່ຮູ້ວ່າຈະໂອ້ລົມ, ກຳກັບດູແລ, ກວດກາ ແລະ ຕິດຕາມແນວໃດ ແລະ ເຈົ້າບໍ່ມີຂັ້ນຕອນ ຫຼື ແຜນການໃນການຈັດຕັ້ງປະຕິບັດໃນໃຈຂອງເຈົ້າ, ແຕ່ອ້າຍເອື້ອຍນ້ອງບາງຄົນພັດເຂົ້າໃຈຜິດວ່າເຈົ້າມີຄວາມສາມາດພິເສດຫຼາຍ ແລະ ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ທັດສະນະຄະຕິຂອງເຈົ້າຄວນຈະເປັນແນວໃດ? ເຈົ້າຄວນເວົ້າວ່າ: “ຂອບໃຈສຳລັບຄຳຍ້ອງຍໍຂອງເຈົ້າ, ແຕ່ຄວາມຈິງແລ້ວ ຂ້ອຍບໍ່ໄດ້ມີຄວາມສາມາດພິເສດຫຼາຍ. ຂ້ອຍບໍ່ແມ່ນຄົນປະເພດນັ້ນ, ເຈົ້າເບິ່ງຄົນຜິດແລ້ວ. ຖ້າພວກເຈົ້າເລືອກຂ້ອຍເປັນຜູ້ນໍາ, ມັນກໍຈະເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ. ຂ້ອຍຮູ້ວຸດທິພາວະຂອງຕົນເອງ; ຂ້ອຍບໍ່ຮູ້ແມ່ນແຕ່ຈະຈັດຕັ້ງປະຕິບັດການຈັດແຈງວຽກງານທີ່ງ່າຍດາຍ, ຂ້ອຍບໍ່ຮູ້ວ່າຈະເລີ່ມຕົ້ນຈາກໃສ ແລະ ຈັບຕົ້ນຊົນປາຍບໍ່ຖືກເລີຍ. ຖ້າບໍ່ເຂົ້າໃຈຄວາມຈິງ, ວຽກງານຂອງຄຣິສຕະຈັກກໍບໍ່ສາມາດເຮັດໄດ້ດີ. ເຖິງແມ່ນວ່າເບື້ອງເທິງຈະແຕ່ງຕັ້ງຂ້ອຍ, ຂ້ອຍກໍບໍ່ສາມາດເຮັດໄດ້. ຂ້ອຍບໍ່ເໝາະສົມກັບບົດບາດນີ້ແທ້ໆ”. ເຈົ້າຄິດແນວໃດກັບການຍອມຮັບແບບນີ້? ວິທີການນີ້ສະແດງໃຫ້ເຫັນເຖິງເຫດຜົນ; ຄົນທີ່ເວົ້າແບບນີ້ມີເຫດຜົນຫຼາຍກວ່າຜູ້ນໍາປອມ. ຜູ້ນໍາປອມບໍ່ມີວັນທີ່ຈະເວົ້າສິ່ງທີ່ມີເຫດຜົນຫຼາຍຂະໜາດນີ້ໄດ້. ຜູ້ນໍາປອມຄິດວ່າ: “ຂ້ອຍຖືກເລືອກແລ້ວ, ສະນັ້ນ ຂ້ອຍກໍຄວນຈະເປັນຜູ້ນໍາ. ເປັນຫຍັງຂ້ອຍຈຶ່ງບໍ່ຄວນເປັນ? ຂ້ອຍມີຄວາມສາມາດພິເສດ, ສະນັ້ນ ຂ້ອຍສົມຄວນໄດ້ຮັບມັນ. ການທີ່ບໍ່ສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານເປັນບັນຫາບໍ? ໃຜເກີດມາແລ້ວຮູ້ວິທີເຮັດມັນເລີຍ? ມັນບໍ່ແມ່ນສິ່ງທີ່ຂ້ອຍສາມາດຮຽນຮູ້ໄດ້ບໍ? ຕາບໃດທີ່ຂ້ອຍສາມາດເທດສະໜາໄດ້, ນັ້ນກໍພຽງພໍແລ້ວ. ຂ້ອຍມີຄວາມເຂົ້າໃຈຝ່າຍວິນຍານ, ຂ້ອຍຮູ້ ແລະ ເຂົ້າໃຈພຣະທຳຂອງພຣະເຈົ້າ, ຂ້ອຍສາມາດໂອ້ລົມໄດ້ ແລະ ຂ້ອຍສາມາດຊອກຫາເສັ້ນທາງແຫ່ງການປະຕິບັດໃນພຣະທຳຂອງພຣະເຈົ້າໄດ້. ຂ້ອຍຊຳນານໃນການແກ້ໄຂອຸປະນິໄສທີ່ເສື່ອມຊາມ ແລະ ສະພາວະຕ່າງໆຂອງຜູ້ຄົນ. ການຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າບໍ່ແມ່ນເລື່ອງໃຫຍ່ເລີຍ. ມັນບໍ່ແມ່ນພຽງແຕ່ວຽກງານຄຸ້ມຄອງການບໍລິຫານບໍ? ຂ້ອຍເຄີຍຮຽນການຄຸ້ມຄອງການບໍລິຫານມາກ່ອນ, ສະນັ້ນ ວຽກງານເລັກນ້ອຍຂອງເຮືອນຂອງພຣະເຈົ້ານີ້ເປັນເລື່ອງຈິບໆສຳລັບຂ້ອຍ!” ຄົນແບບນີ້ຕົກຢູ່ໃນອັນຕະລາຍ, ບໍ່ແມ່ນບໍ? (ແມ່ນແລ້ວ). ອັນຕະລາຍນັ້ນຢູ່ໃສ? ພວກເຈົ້າສາມາດເບິ່ງທະລຸເລື່ອງນີ້ໄດ້ບໍ? (ພວກເຂົາບໍ່ສາມາດເຮັດວຽກໄດ້ ແລະ ຈະຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ, ບໍ່ພຽງແຕ່ທຳຮ້າຍຕົນເອງ ແລະ ອ້າຍເອື້ອຍນ້ອງເທົ່ານັ້ນ ແຕ່ຍັງເຮັດໃຫ້ວຽກງານຂອງເຮືອນຂອງພຣະເຈົ້າຊັກຊ້າອີກດ້ວຍ). ມັນເປັນພຽງແຕ່ຄວາມເສຍຫາຍບໍ? ນັ້ນແມ່ນສິ່ງທີ່ມັນນໍາໄປສູ່ໃນທີ່ສຸດບໍ? ຖ້າມັນເປັນພຽງແຕ່ເທົ່ານີ້, ມັນກໍຍັງສາມາດກູ້ຄືນໄດ້. ບັນຫາສຳຄັນແມ່ນ ຖ້າຜູ້ນໍາປອມຍັງຄົງຢູ່ໃນບົດບາດຂອງພວກເຂົາເປັນເວລາດົນ, ພວກເຂົາກໍຈະຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ໃນທີ່ສຸດກໍຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສ. ເຈົ້າຄິດວ່າການເປັນຜູ້ນໍາ ຫຼື ຜູ້ເຮັດວຽກນັ້ນງ່າຍດາຍຂະໜາດນັ້ນບໍ? ເມື່ອມີສະຖານະກໍຈະມີການລອງໃຈ ແລະ ເມື່ອມີການລອງໃຈກໍຈະມີອັນຕະລາຍ. ອັນຕະລາຍນີ້ແມ່ນຫຍັງ? ມັນຄືຄວາມເປັນໄປໄດ້ຂອງການຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ຜົນສະທ້ອນທີ່ຮ້າຍແຮງທີ່ສຸດຂອງການຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສກໍຄືການກາຍເປັນຜູ້ຕໍ່ຕ້ານພຣະຄຣິສ.
ບາງຄົນເວົ້າວ່າ: “ຜູ້ນໍາປອມບາງຄົນພຽງແຕ່ມີຂີດຄວາມສາມາດຕໍ່າພໍສົມຄວນ ແຕ່ຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ຊົ່ວຮ້າຍ. ພວກເຂົາສາມາດຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ?” ໃຜເວົ້າວ່າການມີຄວາມເປັນມະນຸດທີ່ບໍ່ໄດ້ບໍ່ດີໝາຍຄວາມວ່າພວກເຂົາຈະບໍ່ຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ? ພວກເຂົາຕ້ອງຊົ່ວຮ້າຍສໍ່າໃດຈຶ່ງຈະຖືກຖືວ່າເປັນຜູ້ຕໍ່ຕ້ານພຣະຄຣິສ? ເຈົ້າສາມາດເບິ່ງທະລຸເລື່ອງນີ້ໄດ້ບໍ? ຖ້າຜູ້ນໍາປອມຍັງຄົງຢູ່ໃນບົດບາດຂອງພວກເຂົາເປັນເວລາດົນ, ພວກເຂົາກໍໄດ້ເລີ່ມເດີນຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ. ມັນມີຊ່ອງວ່າງລະຫວ່າງການຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ການກາຍເປັນຜູ້ຕໍ່ຕ້ານພຣະຄຣິສບໍ? (ບໍ່). ຈົ່ງຄິດຄືນເບິ່ງ: ຜູ້ນໍາປອມເຫຼົ່ານັ້ນກຳລັງຕິດຕາມເສັ້ນທາງໃດ? ຜູ້ນໍາປອມບໍ່ໄດ້ເຮັດວຽກງານສະເພາະ, ທັງບໍ່ມີຄວາມສາມາດທີ່ຈະເຮັດວຽກງານສະເພາະ, ແຕ່ພວກເຂົາຍັງຢາກຢືນຢູ່ໃນຕຳແໜ່ງທີ່ສູງເພື່ອສັ່ງສອນຄົນອື່ນ ແລະ ເຮັດໃຫ້ຜູ້ຄົນຟັງ ແລະ ເຊື່ອຟັງພວກເຂົາ. ນີ້ແມ່ນການຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຜົນສະທ້ອນຂອງການຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? (ພວກເຂົາກາຍເປັນຜູ້ຕໍ່ຕ້ານພຣະຄຣິສໂດຍທຳມະຊາດ). ເຖິງແມ່ນວ່າຜູ້ນໍາປອມຈະບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນຊົ່ວຮ້າຍມາແຕ່ກຳເນີດ, ຖ້າພວກເຂົາຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສເປັນເວລາດົນໂດຍບໍ່ມີການກໍາກັບດູແລ ຫຼື ບໍ່ມີໃຜລາຍງານ ແລະ ປົດພວກເຂົາອອກ, ພວກເຂົາຈະສາມາດຕັ້ງຕົວເປັນໃຫຍ່ ແລະ ສ້າງອານາຈັກຂອງຕົນເອງໄດ້ບໍ? (ໄດ້). ເມື່ອຮອດຈຸດນັ້ນ, ພວກເຂົາບໍ່ໄດ້ກາຍເປັນຜູ້ຕໍ່ຕ້ານພຣະຄຣິສແລ້ວບໍ? ແລ້ວພວກເຈົ້າຈຶ່ງເຫັນວ່າ ບົດບາດຂອງຜູ້ນໍາປອມນັ້ນອັນຕະລາຍ, ບໍ່ແມ່ນບໍ? (ແມ່ນແລ້ວ). ການເປັນຜູ້ນໍາປອມນັ້ນກໍອັນຕະລາຍຫຼາຍຢູ່ແລ້ວ. ເຖິງແມ່ນວ່າໃນປັດຈຸບັນພວກເຮົາກຳລັງໄຈ້ແຍກຜູ້ນໍາປອມ ແລະ ຍັງບໍ່ທັນໄດ້ກ່າວເຖິງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ມັນກໍມີຄວາມເຊື່ອມໂຍງລະຫວ່າງແກ່ນແທ້ຂອງທັງສອງຢ່າງນີ້. ຄວາມຈິງແລ້ວ, ຜູ້ນໍາປອມກຳລັງຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ການຕິດຕາມເສັ້ນທາງນີ້ຈະນໍາພາພວກເຂົາໄປສູ່ການກາຍເປັນຜູ້ຕໍ່ຕ້ານພຣະຄຣິສໂດຍທຳມະຊາດ, ເຊິ່ງຖືກກຳນົດໂດຍແກ່ນແທ້ທໍາມະຊາດຂອງພວກເຂົາ. ເມື່ອຮອດຈຸດນັ້ນ, ມັນກໍບໍ່ຈຳເປັນທີ່ຈະຕ້ອງເບິ່ງແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ; ເສັ້ນທາງຂອງພວກເຂົາພຽງຢ່າງດຽວກໍກຳນົດໄດ້ແລ້ວວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່. ຈົ່ງພິຈາລະນາຜູ້ນໍາປອມເຫຼົ່ານັ້ນທີ່ຖືກປົດອອກ. ຖ້າພວກເຂົາບໍ່ໄດ້ຖືກປົດອອກທັນເວລາ, ແລ້ວເມື່ອຕັດສິນແກ່ນແທ້ຂອງພວກເຂົາຈາກວິທີທີ່ພວກເຂົາປະພຶດ ແລະ ສິ່ງທີ່ພວກເຂົາເປີດເຜີຍໃນລະຫວ່າງການດຳລົງຕຳແໜ່ງ, ໃນທີ່ສຸດແລ້ວ ພວກເຂົາຈະຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສບໍ? ຄວາມຈິງແລ້ວ, ບາງຄົນໄດ້ສະແດງສັນຍານຂອງສິ່ງນີ້ແລ້ວ ແລະ ເຮືອນຂອງພຣະເຈົ້າກໍໄດ້ປົດພວກເຂົາອອກທັນທີ. ຖ້າພວກເຂົາບໍ່ໄດ້ຖືກປົດອອກ, ພວກເຂົາກໍຈະເລີ່ມອາໄສຄຣິສຕະຈັກຫາກິນ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ. ພວກເຂົາຈະເລີ່ມຕັ້ງຕົວເປັນເຈົ້າເປັນນາຍ, ຊີ້ມືສັ່ງຄົນອື່ນ ແລະ ອອກຄຳສັ່ງໄປທົ່ວ, ເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາຄືກັບວ່າພວກເຂົາເປັນພຣະເຈົ້າ. ພວກເຂົາເຖິງຂັ້ນຈະອ້າງວ່າຕົນເອງຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ເປັນຄົນທີ່ພຣະເຈົ້າໃຊ້. ນັ້ນບໍ່ແມ່ນເລື່ອງຫຍຸ້ງຍາກບໍ? ສະນັ້ນ ພວກເຮົາຄວນເບິ່ງ ແລະ ກຳນົດລັກສະນະສະພາວະ ແລະ ການສະແດງອອກຂອງຜູ້ນໍາປອມດັ່ງກ່າວແນວໃດ? ໃນເບື້ອງຕົ້ນ ພວກເຂົາສາມາດຖືກກຳນົດລັກສະນະວ່າເປັນພວກໜ້າຊື່ໃຈຄົດ, ເປັນຄົນທີ່ອາໄສຄຣິສຕະຈັກຫາກິນ, ພວກຟາຣີຊາຍ. ແລ້ວຈະເກີດຫຍັງຂຶ້ນຖ້າສິ່ງນີ້ຍັງຄົງພັດທະນາຕໍ່ໄປ? ເຖິງແມ່ນວ່າຜູ້ນໍາປອມອາດຈະບໍ່ໂຫດຮ້າຍ ຫຼື ຊົ່ວຊ້າຄືກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ເຖິງແມ່ນວ່າພາຍນອກພວກເຂົາອາດຈະເບິ່ງຄືວ່າມີຄວາມສາມາດໃນການອົດທົນກັບຄວາມລຳບາກ ແລະ ເຮັດວຽກໜັກ, ຊ່ວຍເຫຼືອຄົນອື່ນໃນທຸກໂອກາດ ແລະ ມີຄວາມສາມາດໃນການອົດທົນ ແລະ ອົດກັ້ນຕໍ່ຜູ້ຄົນຄືກັນກັບພວກຟາຣີຊາຍທີ່ເດີນທາງຂ້າມນ້ຳຂ້າມທະເລເພື່ອເທດສະໜາ ແລະ ເຮັດວຽກ, ແຕ່ໃນທີ່ສຸດແລ້ວມັນຈະສຳຄັນຫຍັງ? ຖ້າພວກເຂົາບໍ່ສາມາດຈັດຕັ້ງປະຕິບັດວຽກງານໃດວຽກງານໜຶ່ງໄດ້, ການກະທຳ ແລະ ພຶດຕິກຳຂອງພວກເຂົາຈະແຕກຕ່າງຈາກພວກຟາຣີຊາຍແນວໃດ? ການກະທຳຂອງພວກເຂົາແມ່ນການຮ່ວມມືກັບວຽກງານຂອງພຣະເຈົ້າ ຫຼື ພວກເຂົາກຳລັງຕໍ່ຕ້ານ ແລະ ລົບກວນວຽກງານຂອງພຣະເຈົ້າ? ເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາກຳລັງຕໍ່ຕ້ານວຽກງານຂອງພຣະເຈົ້າ ແລະ ຂັດຂວາງຄວາມຄືບໜ້າປົກກະຕິຂອງລາຍການວຽກງານຕ່າງໆຂອງຄຣິສຕະຈັກ. ນີ້ບໍ່ໄດ້ແຕກຕ່າງຈາກພຶດຕິກຳຂອງພວກຟາຣີຊາຍ ແລະ ສິດຍາພິບານ ແລະ ຜູ້ອາວຸໂສເຫຼົ່ານັ້ນໃນໂລກສາສະໜາແມ່ນບໍ? ຜູ້ນໍາປອມກໍຄືກັນກັບພວກເຂົາ. ສະນັ້ນ, ພວກເຮົາຄວນກຳນົດລັກສະນະພວກເຂົາແນວໃດ? ຈະເກີດຫຍັງຂຶ້ນຖ້າຜູ້ນໍາປອມຍັງຄົງດຳເນີນການຕໍ່ໄປ? ພວກເຂົາບໍ່ພຽງແຕ່ຈະລົ້ມເຫຼວໃນການຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າເທົ່ານັ້ນ ແຕ່ຍັງຈະເລີ່ມປະນາມ, ວິຈານ, ຕັດສິນ, ກ່າວໂທດ ແລະ ເຮັດສິ່ງອື່ນໆຕໍ່ການຈັດແຈງເຫຼົ່ານີ້, ພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສທັງໝົດກໍຈະປາກົດຂຶ້ນ. ພວກເຂົາບໍ່ພຽງແຕ່ລົ້ມເຫຼວໃນການຈັດຕັ້ງປະຕິບັດການຈັດແຈງວຽກງານເທົ່ານັ້ນ, ແຕ່ພວກເຂົາຍັງຊອກຫາຂໍ້ອ້າງຕ່າງໆເພື່ອຕໍ່ຕ້ານ ແລະ ຂັດຂວາງການຈັດຕັ້ງປະຕິບັດ. ນີ້ບໍ່ແມ່ນການຮ່ວມມືກັບວຽກງານຂອງພຣະເຈົ້າ ແຕ່ເປັນການຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ນີ້ຄືການທີ່ພວກເຂົາໃຊ້ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນເອງ ແລະ ອຳນາດ ແລະ ສະຖານະທີ່ເຮືອນຂອງພຣະເຈົ້າມອບໃຫ້ ເພື່ອຂັດຂວາງການຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ. ນີ້ບໍ່ແມ່ນແກ່ນແທ້ຂອງບັນຫາບໍ? (ແມ່ນແລ້ວ). ຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບໍ່ສາມາດຈັດຕັ້ງປະຕິບັດວຽກງານຕ່າງໆທີ່ເບື້ອງເທິງຈັດແຈງໃຫ້, ແຕ່ພວກເຂົາຍັງຢືນຢັນສະຖານະຂອງຕົນເພື່ອເທດສະໜາໃຫ້ຜູ້ຄົນຟັງ, ໂດຍຮູ້ສຶກວ່າຕົນເອງເປັນຫົວໜ້າ, ເປັນຜູ້ນໍາຂອງປະຊາກອນທີ່ພຣະເຈົ້າເລືອກ. ສິ່ງນີ້ເຮັດໃຫ້ພວກເຂົາກາຍເປັນຜູ້ຕໍ່ຕ້ານພຣະຄຣິສແລ້ວ, ເປັນຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ. ການກຳນົດລັກສະນະຂອງຄົນດັ່ງກ່າວແມ່ນຢຳບໍ? ມັນແມ່ນຢຳທີ່ສຸດ, ໂດຍບໍ່ມີຂໍ້ຜິດພາດໃດໆ! ນີ້ບໍ່ແມ່ນການໃຫ້ເຫດຜົນທາງຕັກກະ ແຕ່ເປັນການກຳນົດລັກສະນະໂດຍອີງໃສ່ແກ່ນແທ້ຂອງພວກເຂົາ. ຜູ້ທີ່ບໍ່ສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໄດ້ແມ່ນຜູ້ນໍາປອມ ແລະ ຜູ້ທີ່ບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າກໍແມ່ນຜູ້ນໍາປອມເຊັ່ນກັນ. ກ່ອນທີ່ພວກເຂົາຈະຖືກເປີດເຜີຍວ່າເປັນພວກຟາຣີຊາຍ, ພວກເຂົາສາມາດຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ. ເຖິງຢ່າງໃດກໍຕາມ, ນັບຕັ້ງແຕ່ຕອນທີ່ພວກເຂົາກາຍເປັນພວກຟາຣີຊາຍ ແລະ ອາໄສຄຣິສຕະຈັກຫາກິນ, ອາໄສບຸນເກົ່າກິນ ແລະ ຄອບຄອງຕຳແໜ່ງໂດຍບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານ ຫຼື ເຮັດວຽກງານສະເພາະ, ຈົນກາຍເປັນຕົວຖ່ວງຄວາມຈະເລີນໃຫ້ແກ່ວຽກງານຂອງເຮືອນຂອງພຣະເຈົ້າ, ຄົນດັ່ງກ່າວຄວນຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ເຈົ້າຈະກຳນົດໄດ້ແນວໃດວ່າຄົນໃດຄົນໜຶ່ງເປັນຜູ້ນໍາປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສ? ຜູ້ນໍາປອມຖືກກຳນົດລັກສະນະໂດຍອີງໃສ່ວ່າພວກເຂົາສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ເຮັດວຽກງານຕົວຈິງໄດ້ ຫຼື ບໍ່. ຜູ້ທີ່ບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ບໍ່ເຮັດວຽກງານຕົວຈິງແມ່ນຜູ້ນໍາປອມ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາຮູ້ວ່າຕົນເອງບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ບໍ່ສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານຈາກເບື້ອງເທິງໄດ້, ແຕ່ຍັງຢາກຢືນຢັນສະຖານະຂອງຕົນເພື່ອເທດສະໜາ ແລະ ຮ້ອງຄຳຂວັນເພື່ອຊື້ໃຈຜູ້ຄົນ ແລະ ບໍ່ສົນໃຈການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຄາດຫວັງໃຫ້ເຮືອນຂອງພຣະເຈົ້າ, ໂດຍຄຳນຶງເຖິງຄວາມຈິງທີ່ວ່າພວກເຂົາໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ ແລະ ໄດ້ທົນທຸກເພື່ອວຽກງານຂອງຄຣິສຕະຈັກມາເປັນເວລາຫຼາຍປີ, ຮັກສາພວກເຂົາໄວ້ເພື່ອໃຫ້ພວກເຂົາສາມາດອາໄສຄຣິສຕະຈັກຫາກິນ ແລະ ໃຊ້ປະໂຫຍດຈາກເຮືອນຂອງພຣະເຈົ້າເປັນບ້ານພັກຄົນຊະລາ, ສືບຕໍ່ເຮັດໃຫ້ອ້າຍເອື້ອຍນ້ອງຫຼົງຜິດ, ເຖິງຂັ້ນສະແຫວງຫາອຳນາດໃນການເວົ້າ ແລະ ສິດອຳນາດໃນການຕັດສິນໃຈ, ແລ້ວຄົນດັ່ງກ່າວກໍຄືຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືວິທີທີ່ເຈົ້າກຳນົດວ່າຄົນໃດຄົນໜຶ່ງເປັນຜູ້ນໍາປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສ. ຫຼັກການ ແລະ ມາດຕະຖານສຳລັບການກຳນົດລັກສະນະນີ້ຊັດເຈນບໍ? (ຊັດເຈນ).
ຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ແລ້ວແມ່ນກ່ຽວຂ້ອງກັບການຈັດແຈງວຽກງານ. ບໍ່ວ່າຜູ້ນໍາ ຫຼື ຜູ້ເຮັດວຽກຈະຈັດຕັ້ງປະຕິບັດການຈັດແຈງວຽກງານ ຫຼື ບໍ່ນັ້ນ ແມ່ນເກນໃນການທົດສອບວ່າພວກເຂົາໄດ້ມາດຕະຖານ ຫຼື ບໍ່. ການປະເມີນວ່າຜູ້ນໍາ ແລະ ຜູ້ເຮັດວຽກເປັນຄົນທີ່ແທ້ຈິງ ຫຼື ປອມ ໂດຍອີງໃສ່ວ່າພວກເຂົາດຳເນີນວຽກງານຄຣິສຕະຈັກຕາມການຈັດແຈງວຽກງານ ຫຼື ບໍ່ ແມ່ນວິທີການທີ່ແມ່ນຢຳທີ່ສຸດ. ການໃຊ້ທັດສະນະຄະຕິຂອງພວກເຂົາຕໍ່ການຈັດແຈງວຽກງານ ເພື່ອແຍກແຍະ ແລະ ໄຈ້ແຍກຜູ້ນໍາປອມ ແລະ ເພື່ອກຳນົດວ່າພວກເຂົາເປັນຜູ້ນໍາປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສແມ່ນມີຄວາມຍຸຕິທຳຢ່າງສົມບູນ. ການປະເມີນຜູ້ນໍາ ແລະ ຜູ້ເຮັດວຽກໂດຍອີງໃສ່ວິທີທີ່ພວກເຂົາຈັດຕັ້ງປະຕິບັດການຈັດແຈງວຽກງານ, ບໍ່ວ່າພວກເຂົາສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານໄດ້ ຫຼື ບໍ່ ແລະ ປະສິດທິຜົນ ແລະ ຄວາມຄົບຖ້ວນຂອງການຈັດຕັ້ງປະຕິບັດຂອງພວກເຂົາ ແມ່ນມີຄວາມຍຸຕິທຳ ແລະ ສົມເຫດສົມຜົນສຳລັບຜູ້ນໍາ ຫຼື ຜູ້ເຮັດວຽກທຸກຄົນ. ມັນບໍ່ໄດ້ມີຈຸດປະສົງເພື່ອເຈດຕະນາກັ່ນແກ້ງຜູ້ໃດ. ພວກເຈົ້າສາມາດແຍກແຍະໄດ້ບໍວ່າ ຜູ້ນໍາປອມບາງຄົນບໍ່ໄດ້ຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ໃນທີ່ສຸດກໍກາຍເປັນຜູ້ຕໍ່ຕ້ານພຣະຄຣິສ? ຄຳຢືນຢັນນີ້ໃຊ້ໄດ້ບໍ? (ໃຊ້ໄດ້). ເປັນຫຍັງມັນຈຶ່ງໃຊ້ໄດ້? (ຍ້ອນວ່າຜູ້ນໍາປອມບໍ່ໄດ້ຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ຄອບຄອງຕຳແໜ່ງຂອງພວກເຂົາເພື່ອສ້າງຕັ້ງອານາຈັກທີ່ເປັນເອກະລາດຂອງຕົນເອງຂຶ້ນ. ນີ້ໝາຍຄວາມວ່າພວກເຂົາໄດ້ເລີ່ມເດີນຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ). ນີ້ຄືປາກົດການ, ແລ້ວແກ່ນແທ້ຂອງບັນຫາແມ່ນຫຍັງ? ການບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານຄືການຕໍ່ຕ້ານພຣະເຈົ້າ ແລະ ການເປັນປໍລະປັກກັບພຣະອົງ. ການເປັນປໍລະປັກກັບພຣະເຈົ້າໝາຍຄວາມວ່າແນວໃດ? ຜູ້ທີ່ຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນກຳລັງເປັນປໍລະປັກກັບພຣະເຈົ້າ, ຢືນຢູ່ຝ່າຍກົງກັນຂ້າມກັບພຣະອົງໂດຍກົງ. ຖ້າຄົນໃດຄົນໜຶ່ງເປັນພຽງຜູ້ນໍາປອມ, ພວກເຂົາກໍພຽງແຕ່ບໍ່ຮູ້ວິທີເຮັດວຽກ ຫຼື ຈັດຕັ້ງປະຕິບັດການຈັດແຈງວຽກງານ; ພວກເຂົາບໍ່ໄດ້ເຈດຕະນາຕໍ່ຕ້ານພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຄຸນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນມີທຳມະຊາດທີ່ຮ້າຍແຮງກວ່າຂອງຜູ້ນໍາປອມຫຼາຍ. ຜູ້ນໍາປອມບາງຄົນໄດ້ຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສມາເປັນເວລາດົນແລ້ວ. ບຸກຄົນເຫຼົ່ານີ້ເລີ່ມຕົ້ນໂດຍການບໍ່ເຮັດວຽກງານຕົວຈິງ ແລະ ບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານ. ຫຼັງຈາກທີ່ເປັນຜູ້ນໍາເປັນເວລາດົນ ແລະ ສາມາດເທດສະໜາຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງໄດ້, ພວກເຂົາກໍຮູ້ສຶກວ່າຕຳແໜ່ງຂອງພວກເຂົາມີຄວາມໝັ້ນຄົງ, ພວກເຂົາມີຕົ້ນທຶນ ແລະ ພວກເຂົາໄດ້ຮັບຊື່ສຽງກຽດຕິຍົດໃນທ່າມກາງຜູ້ຄົນ. ຈາກນັ້ນ ພວກເຂົາກໍກ້າທີ່ຈະເລີ່ມເຮັດທຸກຢ່າງຕາມທີ່ພວກເຂົາຕ້ອງການ ແລະ ເປັນປໍລະປັກກັບພຣະເຈົ້າ. ພວກເຂົາມັກຈະປະເມີນຕົນເອງສູງເກີນໄປຢູ່ສະເໝີ, ໂດຍເຊື່ອວ່າພວກເຂົາໄດ້ຮັບຊື່ສຽງກຽດຕິຍົດໃນທ່າມກາງອ້າຍເອື້ອຍນ້ອງ, ຄຳເວົ້າຂອງພວກເຂົາມີນໍ້າໜັກ ແລະ ດັ່ງນັ້ນ ພວກເຂົາຄວນມີອຳນາດເດັດຂາດໃນການເວົ້າ ແລະ ສິດອຳນາດໃນການຕັດສິນໃຈໃນທຸກສິ່ງທີ່ພວກເຂົາເຮັດ. ພວກເຂົາຄິດວ່າຜູ້ຄົນຄວນຟັງພວກເຂົາ; ຜູ້ຄົນຄວນຮັກສາໜ້າໃຫ້ພວກເຂົາ ຖ້າພວກເຂົາເຮັດໃຫ້ຕົນເອງອັບອາຍໃນຂະນະທີ່ເຮັດບາງຢ່າງ ຫຼື ເວົ້າຜິດ, ເຮືອນຂອງພຣະເຈົ້າກໍຄວນເຮັດເຊັ່ນກັນ. ເຮືອນຂອງພຣະເຈົ້າຄວນປຶກສາພວກເຂົາໃນທຸກບັນຫາທີ່ເກີດຂຶ້ນ ແລະ ໃຫ້ສ່ວນແບ່ງຂອງສິ່ງດີໆແກ່ພວກເຂົາ ແລະ ພວກເຂົາຄວນໄດ້ຮັບສິດທິພິເສດທີ່ດີກວ່າ ແລະ ຄຳຍ້ອງຍໍທີ່ສູງກວ່າຄົນອື່ນ. ພວກເຂົາຄິດວ່າພຣະເຈົ້າກໍຄວນເບິ່ງພວກເຂົາເປັນພິເສດເຊັ່ນກັນ. ເມື່ອຄຳນຶງເຖິງຂໍ້ໄດ້ປຽບ ແລະ ຄວາມເໜືອກວ່າທີ່ພວກເຂົາຮັບຮູ້ນີ້, ພວກເຂົາຈຶ່ງເຊື່ອວ່າເຮືອນຂອງພຣະເຈົ້າບໍ່ຄວນລິຮານພວກເຂົາງ່າຍໆ ຫຼື ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຕໍ່ໜ້າຄົນອື່ນ, ຍິ່ງບໍ່ຄວນປົດພວກເຂົາອອກໂດຍບໍ່ຄຳນຶງເຖິງຄວາມຮູ້ສຶກຂອງພວກເຂົາເລີຍ. ຄົນດັ່ງກ່າວກຳລັງຕົກຢູ່ໃນອັນຕະລາຍ. ພວກເຂົາກຳລັງອາໄສບຸນເກົ່າກິນ. ພວກເຂົາເປັນພວກຟາຣີຊາຍ ແລະ ໄດ້ກາຍເປັນຜູ້ຕໍ່ຕ້ານພຣະຄຣິສແລ້ວ. ສິ່ງນີ້ບໍ່ໄດ້ຖືກກຳນົດໂດຍແກ່ນແທ້ທໍາມະຊາດຂອງພວກເຂົາບໍ? ຖ້າຄົນໃດຄົນໜຶ່ງໄລ່ຕາມເສາະຫາຄວາມຈິງ ແລະ ມີຄວາມເປັນຈິງຄວາມຈິງ, ພວກເຂົາຈະມີຂໍ້ຮຽກຮ້ອງທີ່ບໍ່ສົມເຫດສົມຜົນເຫຼົ່ານີ້ຕໍ່ເຮືອນຂອງພຣະເຈົ້າ ແລະ ຕໍ່ພຣະເຈົ້າບໍ? (ບໍ່). ມີຄົນປະເພດໜຶ່ງທີ່ຫຼັງຈາກເຮັດວຽກເປັນເວລາດົນ, ກໍຮູ້ສຶກວ່າຕົນເອງໄດ້ຮັບສະຖານະ ແລະ ມີຕົ້ນທຶນ ແລະ ດັ່ງນັ້ນ ຈຶ່ງເກີດຄວາມຄິດ ແລະ ຄວາມຮູ້ສຶກເໜືອກວ່າແບບນີ້ຂຶ້ນມາ. ນີ້ແມ່ນຄົນປະເພດໃດ? ມັນແມ່ນຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ຍ້ອນວ່າພວກເຂົາບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈຶ່ງອວດດີ ແລະ ຖືຕົນວ່າຊອບທຳ, ໂດຍມີຂໍ້ຮຽກຮ້ອງທີ່ບໍ່ສົມເຫດສົມຜົນທຸກປະເພດຕໍ່ພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າ. ພວກເຂົາອາໄສບຸນເກົ່າກິນ, ອາໄສຄຣິສຕະຈັກຫາກິນ, ຍຶດໝັ້ນກັບສະຖານະຂອງພວກເຂົາ ແລະ ໃນທີ່ສຸດກໍກາຍເປັນຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືຜູ້ຕໍ່ຕ້ານພຣະຄຣິສແບບຕົວຢ່າງທີ່ຊັດເຈນ. ມີຄົນແບບນີ້ໃນຄຣິສຕະຈັກບໍ? ໃຜກໍຕາມທີ່ອວດອ້າງວ່າຕົນເປັນຄົນຝ່າຍວິນຍານກໍແມ່ນຄົນປະເພດນີ້. ພວກເຂົາໄຮ້ຄ່າຢ່າງຊັດເຈນ ແລະ ບໍ່ສາມາດເຮັດວຽກງານສະເພາະໃດໆໄດ້, ແຕ່ຍັງຖືວ່າຕົນເອງເປັນຄົນຝ່າຍວິນຍານ; ພວກເຂົາຖືວ່າຕົນເອງເປັນຄົນທີ່ເປັນທີ່ພໍໃຈຂອງພຣະເຈົ້າ ແລະ ເປັນເປົ້າໝາຍຂອງການເຮັດໃຫ້ສົມບູນຂອງພຣະອົງ. ພວກເຂົາເຊື່ອວ່າຕົນເອງເປັນບຸດທີ່ຮັກຂອງພຣະເຈົ້າ, ເປັນຜູ້ມີໄຊຊະນະ. ຄົນດັ່ງກ່າວກຳລັງຕິດຕາມເສັ້ນທາງໃດ? ພວກເຂົາເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງບໍ? ພວກເຂົາເປັນຄົນທີ່ອ່ອນນ້ອມຕໍ່ຄວາມຈິງບໍ? ພວກເຂົາເປັນຄົນທີ່ອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າບໍ? ບໍ່ແມ່ນຢ່າງແນ່ນອນ, ຮ້ອຍເປີເຊັນບໍ່ແມ່ນ. ພວກເຂົາເປັນຄົນທີ່ໄລ່ຕາມສະຖານະ, ຊື່ສຽງ ແລະ ພອນ, ແລະ ເດີນຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອຄົນດັ່ງກ່າວຢູ່ໃນຕຳແໜ່ງເປັນເວລາດົນ, ຮັບໃຊ້ໃນຖານະຜູ້ນໍາປອມເປັນເວລາດົນ, ພວກເຂົາກໍຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງຫຼີກລ່ຽງບໍ່ໄດ້. ຜູ້ຕໍ່ຕ້ານພຣະຄຣິສເປັນອຸປະສັກຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຂົາບໍ່ສາມາດເຮັດວຽກຕາມການຈັດແຈງວຽກງານໄດ້ຢ່າງແນ່ນອນ ແລະ ພວກເຂົາກໍບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ຫຼື ເຮັດສິ່ງຕ່າງໆຕາມຂໍ້ກຳນົດຂອງພຣະເຈົ້າໄດ້ຢ່າງແນ່ນອນ; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ສາມາດປະຖິ້ມສະຖານະ, ຊື່ສຽງ ແລະ ຜົນປະໂຫຍດຂອງພວກເຂົາເພື່ອເຮັດວຽກງານຂອງຄຣິສຕະຈັກໄດ້ຢ່າງແນ່ນອນ, ຍ້ອນວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ.
ການໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ແລ້ວແມ່ນກ່ຽວຂ້ອງກັບການຈັດຕັ້ງປະຕິບັດການຈັດແຈງວຽກງານ. ບໍ່ວ່າຜູ້ນໍາ ຫຼື ຜູ້ເຮັດວຽກຈະໄດ້ມາດຕະຖານ ແລະ ບັນລຸຄວາມຮັບຜິດຊອບຂອງຕົນ ຫຼື ບໍ່ນັ້ນ ແມ່ນຖືກກຳນົດໂດຍວິທີທີ່ພວກເຂົາຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ຜົນໄດ້ຮັບຂອງການຈັດຕັ້ງປະຕິບັດເຫຼົ່ານີ້ເປັນຫຼັກ. ແນ່ນອນວ່າ ມາດຕະຖານນີ້ຍັງຖືກໃຊ້ເພື່ອເປີດໂປງຜູ້ນໍາປອມ ແລະ ເສັ້ນທາງທີ່ພວກເຂົາຕິດຕາມອີກດ້ວຍ, ພ້ອມທັງຜົນສະທ້ອນທີ່ພວກເຂົານໍາມາສູ່ວຽກງານຂອງຄຣິສຕະຈັກ ແລະ ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ. ການກຳນົດຂອບເຂດ, ການຕັດສິນ ແລະ ການກຳນົດລັກສະນະຂັ້ນສຸດທ້າຍທັງໝົດນີ້ແມ່ນອີງໃສ່ການຈັດຕັ້ງປະຕິບັດການຈັດແຈງວຽກງານຂອງຜູ້ນຳປອມ. ການຈັດຕັ້ງປະຕິບັດການຈັດແຈງວຽກງານແມ່ນວຽກງານຫຼັກ, ສະນັ້ນ ການກຳນົດວ່າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ມາດຕະຖານ ຫຼື ບໍ່ ໂດຍອີງໃສ່ການຈັດຕັ້ງປະຕິບັດການຈັດແຈງວຽກງານຂອງພວກເຂົານັ້ນ ແມ່ນສອດຄ່ອງກັບຄວາມເປັນຈິງ ແລະ ເປັນພື້ນຖານທີ່ສຸດ. ຍິ່ງໄປກວ່ານັ້ນ, ການນຳໃຊ້ມາດຕະຖານນີ້ກັບຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນແມ່ນສົມເຫດສົມຜົນ ແລະ ຍຸຕິທຳ, ໂດຍບໍ່ມີສິ່ງໃດເຈືອປົນເລີຍ.
ວັນທີ 24 ເມສາ 2021
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?