ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (14) ສ່ວນທີ ສອງ

ໃນຊີວິດຄຣິສຕະຈັກ, ຍັງມີການສະແດງອອກອີກປະເພດໜຶ່ງຂອງການຍາດແຍ່ງສະຖານະທີ່ກ່ຽວຂ້ອງກັບການຂັດຂວາງ ແລະ ການລົບກວນຊີວິດຄຣິສຕະຈັກ ແລະ ວຽກງານຂອງຄຣິສຕະຈັກ. ຕົວຢ່າງ: ບາງຄັ້ງເມື່ອອ້າຍເອື້ອຍນ້ອງກຳລັງໂອ້ລົມກັນກ່ຽວກັບບັນຫາໃດໜຶ່ງ, ການໂອ້ລົມຂອງທຸກຄົນກໍມີຄວາມສະຫວ່າງ; ຍິ່ງພວກເຂົາໂອ້ລົມກັນຫຼາຍເທົ່າໃດ, ຫຼັກການຄວາມຈິງກໍຍິ່ງແຈ່ມແຈ້ງ ແລະ ເຂົ້າໃຈງ່າຍຂຶ້ນເທົ່ານັ້ນ ແລະ ກໍເຂົ້າໃຈເສັ້ນທາງແຫ່ງການປະຕິບັດໄດ້ຢ່າງໄວວາ. ເຖິງຢ່າງໃດກໍ່ຕາມ, ອາດຈະມີຄົນໃດໜຶ່ງນຳສະເໜີ “ແນວຄິດອັນເລີດລໍ້າ” ຂຶ້ນມາກະທັນຫັນ, ເຊິ່ງເປັນຄຳແນະນຳຂອງພວກເຂົາ, ເປັນການຂັດຈັງຫວະກະແສຂອງການໂອ້ລົມ ແລະ ປ່ຽນຫົວຂໍ້ໄປເລື່ອງອື່ນ, ເຮັດໃຫ້ການໂອ້ລົມໃນຫົວຂໍ້ຫຼັກຄ້າງຄາ. ເບິ່ງຜິວເຜີນແລ້ວ, ເບິ່ງຄືວ່າພວກເຂົາບໍ່ໄດ້ກຳລັງກໍ່ໃຫ້ເກີດການລົບກວນ, ແຮງໄກທີ່ພວກເຂົາກຳລັງຈຳກັດຄົນອື່ນຈາກການໂອ້ລົມຄວາມຈິງ, ແຕ່ພວກເຂົາບໍ່ໄດ້ເລືອກເວລາທີ່ເໝາະສົມໃນການນຳສະເໜີຫົວຂໍ້ນີ້. ໂດຍການແຊກບັນຫາໃໝ່ເຂົ້າມາເພື່ອໂອ້ລົມ ແລະ ສົນທະນາ ໃນຊ່ວງເວລາສຳຄັນທີ່ກຳລັງໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ, ບັນຫາກ່ອນໜ້ານັ້ນກໍຖືກຕັດບົດກ່ອນທີ່ຈະຖືກແກ້ໄຂຢ່າງສົມບູນ. ນີ້ບໍ່ແມ່ນການປະຖິ້ມວຽກງານກາງຄັນບໍ? ສິ່ງນີ້ບໍ່ໄດ້ເຮັດໃຫ້ການແກ້ໄຂບັນຫາຊັກຊ້າບໍ? ບໍ່ພຽງແຕ່ບັນຫາບໍ່ໄດ້ຖືກແກ້ໄຂ, ແຕ່ຄວາມເຂົ້າໃຈຄວາມຈິງຂອງຜູ້ຄົນກໍຊັກຊ້າໄປນຳ. ຄົນທີ່ມີເຫດຜົນຈະເຮັດແບບນີ້ບໍ? ມັນຈະເກີນໄປບໍ ຖ້າຈະເວົ້າວ່າສິ່ງດັ່ງກ່າວຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ? ເຮົາຄິດວ່າມັນບໍ່ເກີນໄປເລີຍ. ການລົບກວນການເຕົ້າໂຮມແບບນີ້ ໃນຂະນະທີ່ຜູ້ຄົນກຳລັງໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ, ນີ້ບໍ່ແມ່ນການເຈດຕະນາຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກບໍ? ຖ້າຄົນໃດໜຶ່ງມັກເຂົ້າມາເວົ້າແຊກຢູ່ສະເໝີໃນຊ່ວງເວລາສຳຄັນທີ່ກຳລັງໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ, ຖ້າພວກເຂົາພະຍາຍາມເວົ້າຕັດບົດຢູ່ສະເໝີ, ແລ້ວນີ້ກໍບໍ່ແມ່ນບັນຫາຂອງການບໍ່ມີເຫດຜົນ; ມັນຄືການເຈດຕະນາລົບກວນການເຕົ້າໂຮມ ໃນຂະນະທີ່ກຳລັງໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ, ມັນຄືການກະທຳທີ່ຊົ່ວຮ້າຍຂອງການຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກຢ່າງແທ້ຈິງ, ມີພຽງແຕ່ພວກຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍເທົ່ານັ້ນທີ່ເຮັດແບບນີ້, ມີພຽງແຕ່ຄົນທີ່ກຽດຊັງຄວາມຈິງເທົ່ານັ້ນທີ່ເຮັດແບບນີ້. ບໍ່ວ່າສະພາບການ ຫຼື ສະຖານະການຈະເປັນແນວໃດ, ຄົນປະເພດນີ້ກໍຕ້ອງອອກມາພ້ອມກັບ “ແນວຄິດອັນເລີດລໍ້າ” ຂອງພວກເຂົາຢູ່ສະເໝີ, ພວກເຂົາຢາກດຶງດູດຄວາມສົນໃຈຂອງຄົນອື່ນຢູ່ສະເໝີ, ເພື່ອເປັນຈຸດສົນໃຈ. ບໍ່ວ່າຫົວຂໍ້ທີ່ຜູ້ຄົນກຳລັງໂອ້ລົມກັນຈະຈຳເປັນ ແລະ ສຳຄັນສໍ່າໃດ, ພວກເຂົາກໍຕ້ອງເຂົ້າມາເວົ້າແຊກສະເໝີ ເພື່ອຫັນເຫຄວາມສົນໃຈຂອງຜູ້ຄົນ ແລະ ເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງ ໂດຍຢາກຈະປະກົດຕົວວ່າເປັນເອກະລັກ. ພວກເຂົາກຳລັງພະຍາຍາມຫຼິ້ນລູກໄມ້ປະເພດໃດກັນແທ້? ພວກເຂົາບໍ່ໄດ້ກຳລັງຍາດແຍ່ງສະຖານະຢູ່ບໍ? ພວກເຂົາຢາກຄວບຄຸມສະຖານະການ. ພວກເຂົາບໍ່ຢາກໃຫ້ຜູ້ຄົນມີຄວາມເຂົ້າໃຈ ແລະ ຄວາມແຈ່ມແຈ້ງໃນຄວາມຈິງຫຼາຍຂຶ້ນ; ສິ່ງທີ່ພວກເຂົາໃສ່ໃຈທີ່ສຸດກໍຄືການເຮັດໃຫ້ທຸກຄົນເອົາໃຈໃສ່, ຮັບຟັງ ແລະ ເຊື່ອຟັງພວກເຂົາ ແລະ ໃຫ້ທຸກຄົນເຮັດຕາມທີ່ພວກເຂົາເວົ້າ. ນີ້ຄືການຍາດແຍ່ງສະຖານະຢ່າງຊັດເຈນ. ສຳລັບບາງຄົນ, ບໍ່ວ່າພວກເຂົາຈະເຮັດວຽກຫຍັງກໍຕາມ, ເມື່ອເຈົ້າຂໍໃຫ້ພວກເຂົາໂອ້ລົມກ່ຽວກັບແນວຄິດ ແລະ ແຜນການສະເພາະໃນການຈັດຕັ້ງປະຕິບັດບາງສິ່ງ ແລະ ຂັ້ນຕອນສະເພາະໃນການດຳເນີນການຢ່າງລະອຽດ, ພວກເຂົາກໍເວົ້າຫຍັງບໍ່ອອກ. ແຕ່ພວກເຂົາມັກເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງ, ປະກົດຕົວວ່າບໍ່ຄືໃຜ ແລະ ເຮັດສິ່ງທີ່ແປກໃໝ່ ແລະ ໜ້າຕື່ນຕາຕື່ນໃຈ. ບໍ່ວ່າສະຖານະການທີ່ຢູ່ຕໍ່ໜ້າຈະເປັນແນວໃດ, ທັນທີທີ່ມີແນວຄິດໃໝ່ໆເຂົ້າມາໃນຫົວ, ພວກເຂົາກໍນຳສະເໜີມັນຄືກັບວ່າໄດ້ຮັບການດົນໃຈ, ຮີບຮ້ອນສະເໜີມັນເພື່ອໃຫ້ຄົນອື່ນຍອມຮັບ ແລະ ເຫັນດີນຳ, ໂດຍບໍ່ມີການພິຈາລະນາຢ່າງຮອບຄອບ. ແຕ່ເມື່ອສຸດທ້າຍແລ້ວພວກເຂົາຖືກຂໍໃຫ້ສົນທະນາກ່ຽວກັບເສັ້ນທາງສະເພາະໃນການປະຕິບັດ, ພວກເຂົາກໍເວົ້າຫຍັງບໍ່ອອກ. ພວກເຂົາຂາດຄວາມສາມາດ, ແຕ່ກໍຍັງຢາກໂອ້ອວດ, ມຸ້ງຫວັງເຮັດໃຫ້ຄົນອື່ນເຫັນຢູ່ສະເໝີ. ພວກເຂົາບໍ່ເຕັມໃຈທີ່ຈະຕົກເປັນຮອງໃຜ; ພວກເຂົາບໍ່ຢາກເປັນພຽງຜູ້ຕິດຕາມທຳມະດາ. ພວກເຂົາຢ້ານຢູ່ສະເໝີວ່າຄົນອື່ນຈະດູຖູກພວກເຂົາ ແລະ ພວກເຂົາກໍຢາກຢືນຢັນການມີຕົວຕົນຂອງຕົນເອງຢູ່ສະເໝີ. ສະນັ້ນ ພວກເຂົາຈຶ່ງມັກເວົ້າແນວຄິດທີ່ຟັງເບິ່ງສູງສົ່ງເພື່ອໃຫ້ຄົນອື່ນເຫັນ. ແມ່ນຫຍັງຄືພຶດຕິກຳທີ່ເຮັດແບບນີ້ຢູ່ສະເໝີ? ເມື່ອມີແນວຄິດໃດໜຶ່ງເຂົ້າມາໃນຫົວ, ພວກເຂົາກໍຫຼັບຫູຫຼັບຕາຕັດສິນວ່າມັນດີ ແລະ ສົມຄວນທີ່ຈະນໍາໄປປະຕິບັດ ໂດຍບໍ່ມີການພິຈາລະນາ ຫຼື ກ່ອນທີ່ແນວຄິດນັ້ນຈະຄົບຖ້ວນສົມບູນດີ ເມື່ອພວກເຂົາຮີບຮ້ອນນຳສະເໜີແນວຄິດນີ້, ຄົນອື່ນກໍບໍ່ເຂົ້າໃຈ ແລະ ກໍຕັ້ງຄຳຖາມຂຶ້ນມາຕາມທຳມະຊາດ. ເມື່ອຕອບບໍ່ໄດ້, ພວກເຂົາກໍຍັງຢືນຢັນວ່າຄວາມຄິດເຫັນຂອງຕົນຖືກຕ້ອງ ແລະ ທຸກຄົນຄວນຍອມຮັບ. ນີ້ແມ່ນອຸປະນິໄສປະເພດໃດ? ການຢືນຢັນໃນທັດສະນະຂອງຕົນເອງໂດຍບໍ່ມີມູນຄວາມຈິງຈະນຳມາເຊິ່ງຜົນສະທ້ອນຫຍັງ? ມັນເປັນປະໂຫຍດ ຫຼື ເປັນການລົບກວນຕໍ່ວຽກງານຂອງຄຣິສຕະຈັກ? ມັນເປັນປະໂຫຍດ ຫຼື ເປັນອັນຕະລາຍຕໍ່ປະຊາກອນທີ່ພຣະເຈົ້າເລືອກບໍ? ພວກເຂົາສາມາດເວົ້າແບບນີ້ໄດ້ໂດຍບໍ່ມີຄວາມຮັບຜິດຊອບ, ຈຸດປະສົງຂອງພວກເຂົາແມ່ນຫຍັງ? ກໍພຽງເພື່ອສະແດງການມີຕົວຕົນຂອງຕົນເອງ. ພວກເຂົາຢ້ານວ່າຄົນອື່ນຈະບໍ່ຮູ້ວ່າພວກເຂົາມີ “ແນວຄິດອັນເລີດລໍ້າ” ເຊັ່ນນັ້ນ, ບໍ່ຮູ້ວ່າພວກເຂົາມີຄວາມສາມາດ, ສະຕິປັນຍາ ແລະ ສັກກະຍະພາບ; ພວກເຂົາພະຍາຍາມເພື່ອໃຫ້ໄດ້ຮັບການຍອມຮັບນີ້, ເພື່ອເຮັດໃຫ້ຄົນສ່ວນໃຫຍ່ຍົກຍ້ອງພວກເຂົາ. ໃນທີ່ສຸດແລ້ວເກີດຫຍັງຂຶ້ນ? ພວກເຂົາຮີບຮ້ອນໃຫ້ຄຳແນະນຳ ແລະ ໃນຕອນທຳອິດຄົນອື່ນກໍຄິດວ່າພວກເຂົາມີຄວາມສາມາດແທ້, ມີບາງສິ່ງທີ່ເປັນຂອງແທ້. ແຕ່ເມື່ອເວລາຜ່ານໄປ, ກໍເປັນທີ່ປະຈັກແຈ້ງວ່າພວກເຂົາເປັນພຽງຄົນໂງ່ຈ້າ, ຂາດຄວາມຮູ້ ຫຼື ທັກສະທີ່ແທ້ຈິງ ແຕ່ກໍຍັງຢາກເປັນຜູ້ຕັດສິນໃຈຄົນສຸດທ້າຍ. ນີ້ຄືການຍາດແຍ່ງສະຖານະ. ໂດຍບໍ່ມີຄວາມສາມາດທີ່ແທ້ຈິງ, ພວກເຂົາກໍຍັງຢາກເປັນຜູ້ຕັດສິນໃຈ; ພວກເຂົາມັກເວົ້າແນວຄິດທີ່ຟັງເບິ່ງສູງສົ່ງຢູ່ສະເໝີ ໂດຍບໍ່ມີການນຳສະເໜີແຜນການທີ່ເປັນຮູບປະທຳ, ຂາດເສັ້ນທາງການປະຕິບັດທີ່ຊັດເຈນ. ຈະເກີດຜົນສະທ້ອນຫຍັງຂຶ້ນ ຖ້າຄົນປະເພດນີ້ຖືກມອບໝາຍໃຫ້ເຮັດໜ້າທີ່ແທ້ໆ? ມັນຈະນຳໄປສູ່ຄວາມຊັກຊ້າຢ່າງແນ່ນອນ. ເປັນຫຍັງພວກເຂົາຈຶ່ງສະແຫວງຫາທີ່ຈະຍາດແຍ່ງສະຖານະ, ມີອຳນາດຢູ່ສະເໝີ, ທັງໆທີ່ພວກເຂົາບໍ່ສາມາດເຮັດຫຍັງໃຫ້ສຳເລັດໄດ້? ພວກເຂົາເປັນພຽງຄົນໂງ່ຈ້າທີ່ບໍ່ເຕັມບາດ; ເວົ້າໃຫ້ເປັນຄຳສຸພາບກໍຄື, ພວກເຂົາຂາດເຫດຜົນຢ່າງສິ້ນເຊີງ. ໃນທ່າມກາງຜູ້ບໍ່ມີຄວາມເຊື່ອ, ມີຄົນປະເພດນີ້ຫຼາຍເກີນໄປ, ດີແຕ່ເວົ້າແຕ່ບໍ່ລົງມືເຮັດ. ຄົນສ່ວນໃຫຍ່ກໍສາມາດແຍກແຍະຄົນປະເພດນີ້ໄດ້ແດ່. ຖ້າຄົນໃດໜຶ່ງມັກເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງ ແລະ ຢາກປະກົດຕົວວ່າແປກໃໝ່ຢູ່ສະເໝີ, ຄົນເຮົາຄວນລະວັງ ເພື່ອບໍ່ໃຫ້ຖືກພວກເຂົາຫຼອກລວງ. ຖ້າມີຄົນທີ່ມີແນວຄິດທີ່ເລິກເຊິ່ງແທ້ໆ ແລະ ສາມາດນຳສະເໜີແຜນການທີ່ເປັນຮູບປະທຳໄດ້, ມັນກໍຈະເປັນທີ່ຍອມຮັບໄດ້ກໍຕໍ່ເມື່ອມັນເປັນໄປໄດ້; ຖ້າພວກເຂົາເວົ້າໄດ້ພຽງແຕ່ຄຳເວົ້າທີ່ຟັງເບິ່ງສູງສົ່ງ ໂດຍບໍ່ມີການນຳສະເໜີແຜນການທີ່ເປັນຮູບປະທຳ, ແລ້ວຄົນເຮົາກໍຄວນປະຕິບັດຕໍ່ພວກເຂົາດ້ວຍຄວາມລະມັດລະວັງ. ຄວນມີການໂອ້ລົມກັນເພື່ອຕັດສິນວ່າແນວຄິດຂອງພວກເຂົາມີແນວທາງທີ່ເປັນໄປໄດ້ ຫຼື ບໍ່. ຖ້າຄົນສ່ວນໃຫຍ່ຮູ້ສຶກວ່າແນວຄິດຂອງພວກເຂົາເປັນໄປໄດ້ ແລະ ມີເສັ້ນທາງໃນການປະຕິບັດ, ແລ້ວກໍຄວນລອງປະຕິບັດເປັນໄລຍະເວລາໜຶ່ງ ເພື່ອເບິ່ງວ່າຜົນລັບເປັນແນວໃດ ກ່ອນທີ່ຈະຕັດສິນໃຈ.

ບໍ່ວ່າຄຣິສຕະຈັກຈະໂອ້ລົມກັນກ່ຽວກັບຄວາມຈິງດ້ານໃດ ຫຼື ແກ້ໄຂບັນຫາໃດກໍຕາມ, ຄົນທຸກປະເພດກໍຈະສະແດງຕົນອອກມາ. ຫຼັງຈາກທີ່ພົວພັນກັນເປັນເວລາດົນ, ຄົນເຮົາກໍສາມາດເຫັນໄດ້ວ່າໃຜຮັກ ແລະ ສາມາດຍອມຮັບຄວາມຈິງໄດ້ຢ່າງແທ້ຈິງ ແລະ ໃຜຄືຜູ້ທີ່ຂັດຂວາງ ແລະ ລົບກວນ, ບໍ່ເອົາການເອົາງານ. ພວກເຈົ້າຄິດວ່າຜູ້ທີ່ມັກເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງ ແລະ ນຳສະເໜີແນວຄິດໃໝ່ໆ ສາມາດຍອມຮັບຄວາມຈິງ ແລະ ເດີນໃນເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າໄດ້ບໍ? ເຮົາຄິດວ່າມັນບໍ່ງ່າຍສຳລັບພວກເຂົາທີ່ຈະເຮັດແບບນີ້. ຄົນເຫຼົ່ານີ້ມີບົດບາດຫຍັງໃນຊີວິດຄຣິສຕະຈັກ? ຜົນສະທ້ອນຂອງການທີ່ພວກເຂົາມັກເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງ ແລະ ບໍ່ເອົາການເອົາງານແມ່ນຫຍັງ? ມັນຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ, ດັ່ງທີ່ຄົນສ່ວນໃຫຍ່ເຫັນໄດ້ ແລະ ຖ້າສິ່ງນີ້ດຳເນີນຕໍ່ໄປ, ມັນກໍຈະເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກຊັກຊ້າໃນການໄລ່ຕາມຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງ. ເຖິງແມ່ນວ່າຜູ້ທີ່ມັກເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງບໍ່ຈຳເປັນຕ້ອງເປັນຄົນຊົ່ວຮ້າຍ, ແຕ່ຜົນສະທ້ອນຈາກການກະທຳຂອງພວກເຂົາກໍເປັນອັນຕະລາຍຢ່າງຍິ່ງຕໍ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ ແລະ ໃນເວລາດຽວກັນ, ການກະທຳຂອງພວກເຂົາກໍຍັງເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ ແລະ ໄດ້ຮັບຜົນກະທົບ. ສະນັ້ນ, ບັນຫານີ້ຄວນຖືກແກ້ໄຂແນວໃດ? ຜູ້ທີ່ມັກເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງ ແລະ ນຳສະເໜີແນວຄິດໃໝ່ໆຄວນຖືກຈັດການຢ່າງເໝາະສົມແນວໃດ? ວິທີທີໜຶ່ງແມ່ນ: ຖ້າພວກເຂົາມັກເວົ້າແນວຄິດທີ່ຟັງເບິ່ງສູງສົ່ງ ແລະ ມີຄວາມຄິດເຫັນຢູ່ສະເໝີ, ກໍປ່ອຍໃຫ້ພວກເຂົາເວົ້າກ່ອນ ແລະ ຈາກນັ້ນພິຈາລະນາແຍກແຍະ. ບໍ່ວ່າຈະເປັນໃຜ, ທຸກຄົນມີອິດສະຫຼະໃນການເວົ້າ ແລະ ສະແດງຄວາມຄິດເຫັນ; ບໍ່ມີໃຜຄວນຈຳກັດສິ່ງນີ້. ໃຜກໍຕາມທີ່ມີແນວຄິດ ແລະ ຄວາມເຂົ້າໃຈອັນສະຫຼາດສ່ອງໃສຢ່າງແທ້ຈິງ ກໍຄວນໄດ້ຮັບອະນຸຍາດໃຫ້ເວົ້າອອກມາ ແລະ ເຮັດໃຫ້ມັນແຈ່ມແຈ້ງ, ເພື່ອໃຫ້ທຸກຄົນໄດ້ເຫັນ ແລະ ຈາກນັ້ນກໍໂອ້ລົມ ແລະ ສົນທະນາກັນ ເພື່ອເບິ່ງວ່າມັນຖືກຕ້ອງ ຫຼື ບໍ່, ວ່າສອດຄ່ອງກັບຫຼັກການຄວາມຈິງ ຫຼື ບໍ່ ແລະ ມີສ່ວນໃດທີ່ສາມາດຮັບເອົາໄດ້ ຫຼື ບໍ່. ຖ້າມັນຄຸ້ມຄ່າທີ່ຈະຮຽນຮູ້ ແລະ ສາມາດໄດ້ຮັບປະໂຫຍດບາງຢ່າງຈາກມັນ, ນັ້ນກໍເປັນສິ່ງທີ່ດີ; ຖ້າຫຼັງຈາກການໂອ້ລົມ ແລະ ສົນທະນາແລ້ວ, ເປັນທີ່ຕັດສິນວ່າສິ່ງທີ່ພວກເຂົາເວົ້ານັ້ນບໍ່ມີຄຸນຄ່າ ແລະ ບໍ່ເປັນທີ່ຍອມຮັບ, ແລ້ວກໍຄວນປະຖິ້ມມັນ. ໂດຍການປະຕິບັດແບບນີ້, ທຸກຄົນກໍຈະເຕີບໂຕໃນການແຍກແຍະ; ເມື່ອໃດກໍຕາມທີ່ມີເລື່ອງໃດໜຶ່ງເກີດຂຶ້ນ, ພວກເຂົາທຸກຄົນກໍຈະຮູ້ວິທີໄຕ່ຕອງກ່ຽວກັບເລື່ອງນີ້ ແລະ ພວກເຂົາກໍຈະເຂົ້າໃຈຄົນຕ່າງໆໄດ້ດີຂຶ້ນ. ການປະຕິບັດດັ່ງກ່າວເປັນປະໂຫຍດຕໍ່ປະຊາກອນທີ່ພຣະເຈົ້າເລືອກ ແລະ ຈະບໍ່ນຳການລົບກວນມາສູ່ວຽກງານຂອງຄຣິສຕະຈັກ; ວິທີການປະຕິບັດແບບນີ້ແມ່ນຖືກຕ້ອງ. ວິທີທີສອງແມ່ນ: ເມື່ອສິ່ງທີ່ເວົ້າອອກມານັ້ນບໍ່ມີຄຸນຄ່າ ແລະ ຈະບໍ່ໄດ້ຮັບປະໂຫຍດໃດໆຈາກມັນ ເຖິງແມ່ນວ່າຈະມີການໂອ້ລົມ ແລະ ສົນທະນາກັນ, ຄຳແນະນຳດັ່ງກ່າວກໍຄວນຖືກປະຕິເສດໂດຍກົງ ແລະ ບໍ່ຈຳເປັນຕ້ອງມີການໂອ້ລົມ ຫຼື ສົນທະນາໃດໆ. ຖ້າຄົນໃດໜຶ່ງຍັງຄົງຍົກບັນຫາທີ່ໄຮ້ຄ່າ ແລະ “ແນວຄິດອັນເລີດລໍ້າ” ເຊັ່ນນັ້ນຂຶ້ນມາເລື້ອຍໆ, ເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກເບື່ອໜ່າຍ ແລະ ບໍ່ເຕັມໃຈທີ່ຈະຟັງພວກເຂົາ, ຄົນປະເພດນີ້ບໍ່ຄວນຖືກຈຳກັດບໍ? ມັນຈະເປັນການດີທີ່ສຸດທີ່ຈະແນະນຳໃຫ້ພວກເຂົາສະແດງເຫດຜົນໃຫ້ຫຼາຍຂຶ້ນ, ໃຫ້ລະເວັ້ນຈາກການເວົ້າສິ່ງທີ່ບໍ່ຄວນເວົ້າ ເພື່ອຫຼີກລ່ຽງການສົ່ງຜົນກະທົບຕໍ່ຄົນອື່ນ. ຖ້າຄົນຜູ້ນີ້ຂາດເຫດຜົນ ແລະ ຢືນຢັນທີ່ຈະດຳເນີນການໃນລັກສະນະນີ້ຕໍ່ໄປ, ກໍ່ໃຫ້ເກີດການລົບກວນຕໍ່ຊີວິດຄຣິສຕະຈັກ ແລະ ເຮັດໃຫ້ທຸກຄົນລຳຄານເປັນພິເສດ, ຈົນເຖິງຂັ້ນເຮັດໃຫ້ໃຈຮ້າຍ, ແລ້ວພວກເຂົາກໍຄືຄົນຊົ່ວຮ້າຍທີ່ລົບກວນຊີວິດຄຣິສຕະຈັກ. ພວກເຂົາຕ້ອງຖືກຈັດການຕາມຫຼັກການຂອງເຮືອນຂອງພຣະເຈົ້າສຳລັບການຊຳລະລ້າງຄຣິສຕະຈັກ, ນັ້ນກໍຄື ຄັດພວກເຂົາອອກຈາກຄຣິສຕະຈັກ; ນີ້ແມ່ນເໝາະສົມແລ້ວ. ບອກເຮົາແດ່ວ່າ ຄົນສ່ວນໃຫຍ່ທີ່ມັກເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງແມ່ນຄົນປະເພດໃດ? ພວກເຂົາແມ່ນປະເພດທີ່ສະແຫວງຫາຄວາມຈິງບໍ? ພວກເຂົາກຳລັງເສຍສະລະຕົນເອງເພື່ອພຣະເຈົ້າຢ່າງຈິງໃຈບໍ? ແນ່ນອນວ່າບໍ່ແມ່ນ. ແລ້ວພວກເຂົາມີຈຸດປະສົງ ແລະ ເຈດຕະນາຫຍັງໃນການລົບກວນຊີວິດຄຣິສຕະຈັກເຊັ່ນນັ້ນ? ສິ່ງນີ້ຕ້ອງການການແຍກແຍະ. ຖ້າທຸກຄົນມີຄວາມເຂົ້າໃຈພຽງພໍກ່ຽວກັບຄົນປະເພດນີ້ແລ້ວ, ໂດຍຮູ້ວ່າພວກເຂົາຂາດສະຕິປັນຍາ, ຄວາມສາມາດ ແລະ ເຫດຜົນ, ວ່າພວກເຂົາເປັນພຽງຄົນໂງ່ຈ້າ, ວິທີທີ່ເໝາະສົມທີ່ສຸດໃນການຈັດການກັບພວກເຂົາ ເມື່ອພວກເຂົາສະແດງ “ແນວຄິດອັນເລີດລໍ້າ” ຂອງພວກເຂົາ ກໍຄືການຢຸດຢັ້ງ ແລະ ຈຳກັດພວກເຂົາ, ເຮັດໃຫ້ພວກເຂົາງຽບ. ຖ້າພວກເຂົາຢືນຢັນທີ່ຈະເວົ້າ, ທີ່ຈະລົບກວນຊີວິດຄຣິສຕະຈັກ, ແລ້ວພວກເຂົາກໍຄວນຖືກຄັດອອກຈາກຄຣິສຕະຈັກ ເພື່ອປ້ອງກັນບໍ່ໃຫ້ເກີດບັນຫາຕາມມາ. ບາງຄົນເວົ້າວ່າ, “ນີ້ບໍ່ແມ່ນການທຳລາຍໂອກາດໃນການໄດ້ຮັບຄວາມລອດພົ້ນຂອງພວກເຂົາບໍ?”. ການເວົ້າແບບນີ້ແມ່ນຜິດ. ພຣະເຈົ້າຈະຊ່ວຍໃຫ້ຄົນປະເພດນີ້ລອດພົ້ນໄດ້ບໍ? ຄົນທີ່ມີອຸປະນິໄສເຊັ່ນນີ້ສາມາດຍອມຮັບຄວາມຈິງໄດ້ບໍ? ພວກເຂົາຈະສາມາດບັນລຸຄວາມລອດພົ້ນ ໂດຍທີ່ບໍ່ຍອມຮັບຄວາມຈິງເລີຍໄດ້ບໍ? ມັນບໍ່ແມ່ນຄວາມໂງ່ຈ້າ ແລະ ບໍ່ຮູ້ຄວາມຢ່າງສຸດຂີດບໍ ທີ່ບໍ່ສາມາດເບິ່ງທະລຸເລື່ອງດັ່ງກ່າວໄດ້? ຢ່າງໃດກໍຕາມ, ຜູ້ທີ່ມັກລົບກວນຊີວິດຄຣິສຕະຈັກຢູ່ເລື້ອຍໆແມ່ນຄົນຊົ່ວຮ້າຍ ແລະ ພຣະເຈົ້າບໍ່ຊ່ວຍໃຫ້ພວກເຂົາລອດພົ້ນ. ການເກັບຄົນທີ່ພຣະເຈົ້າບໍ່ຊ່ວຍໃຫ້ລອດພົ້ນໄວ້ໃນຄຣິສຕະຈັກ, ນັ້ນບໍ່ແມ່ນການເຈດຕະນາທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກບໍ? ຄົນທີ່ສົງສານຄົນຊົ່ວຮ້າຍເຊັ່ນນັ້ນເປັນຄົນທີ່ມີຄວາມຮັກຢ່າງແທ້ຈິງບໍ? ເຮົາຄິດວ່າບໍ່ແມ່ນ; ຄວາມຮັກຂອງພວກເຂົາເປັນຄວາມຮັກຈອມປອມ. ຄວາມຈິງກໍຄື ພວກເຂົາຕັ້ງໃຈທີ່ຈະທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກ. ສະນັ້ນ, ປະຊາກອນທີ່ພຣະເຈົ້າເລືອກຕ້ອງລະວັງຕໍ່ຜູ້ໃດກໍຕາມທີ່ປົກປ້ອງຄົນຊົ່ວຮ້າຍ, ຢ່າໃຫ້ຖືກນຳພາຢ່າງຜິດໆດ້ວຍຄຳເວົ້າຊົ່ວຮ້າຍຂອງພວກເຂົາ. ບາງຄົນທີ່ມັກເວົ້າແນວຄິດທີ່ຟັງເບິ່ງສູງສົ່ງ, ເຖິງແມ່ນວ່າພວກເຂົາຈະເບິ່ງຄືວ່າບໍ່ແມ່ນຄົນຊົ່ວຮ້າຍ ແລະ ບໍ່ໄດ້ກະທຳການຊົ່ວຮ້າຍທີ່ເຫັນໄດ້ຊັດເຈນ, ກໍສາມາດລົບກວນຊີວິດຄຣິສຕະຈັກໄດ້ ໂດຍການເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງຂອງພວກເຂົາຢູ່ສະເໝີ; ຢ່າງໜ້ອຍທີ່ສຸດ, ຄົນເຫຼົ່ານີ້ກໍເປັນຄົນເບົາປັນຍາ. ພວກເຈົ້າຄິດວ່າແນວໃດ, ຄົນເບົາປັນຍາຈະໄດ້ຮັບຄວາມລອດພົ້ນໄດ້ບໍ? ແນ່ນອນວ່າບໍ່ໄດ້. ຖ້າຄົນເບົາປັນຍາລົບກວນຊີວິດຄຣິສຕະຈັກຢູ່ຕະຫຼອດ, ພວກເຂົາກໍຄວນຖືກຄັດອອກຈາກຄຣິສຕະຈັກເຊັ່ນກັນ. ຄົນເບົາປັນຍາບໍ່ຍອມຮັບຄວາມຈິງ, ບໍ່ກັບໃຈເຖິງແມ່ນວ່າຕ້ອງຕາຍກໍຕາມ ແລະ ຈຸດຈົບຂອງພວກເຂົາກໍຄືກັນກັບຄົນຊົ່ວຮ້າຍ. ບໍ່ວ່າຈະເປັນຄົນຊົ່ວຮ້າຍ ຫຼື ຄົນເບົາປັນຍາ, ຖ້າພວກເຂົາມັກຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກເລື້ອຍໆ, ບໍ່ຟັງຄຳແນະນຳ ແລະ ເວົ້າບໍ່ຢຸດຄືລົດເບກແຕກ, ນີ້ບໍ່ແມ່ນສັນຍານວ່າເຫດຜົນບໍ່ປົກກະຕິບໍ? ຈະເກີດຜົນສະທ້ອນຫຍັງຂຶ້ນ ຖ້າຄົນເບົາປັນຍາປະເພດນີ້ຍັງຄົງລົບກວນຄຣິສຕະຈັກໃນລັກສະນະນີ້ຕໍ່ໄປໃນໄລຍະຍາວ? ຍິ່ງໄປກວ່ານັ້ນ, ພວກເຂົາສາມາດກັບໃຈຢ່າງແທ້ຈິງໄດ້ບໍ? ພຣະເຈົ້າຊ່ວຍໃຫ້ຄົນເບົາປັນຍາທີ່ມີເຫດຜົນຜິດປົກກະຕິແບບນີ້ລອດພົ້ນບໍ? ເມື່ອຄຳຖາມເຫຼົ່ານີ້ຖືກເຂົ້າໃຈຢ່າງລະອຽດແລ້ວ, ມັນກໍຈະແຈ່ມແຈ້ງວ່າຄວນຈັດການກັບບຸກຄົນປະເພດນີ້ຢ່າງເໝາະສົມແນວໃດ. ຄົນເບົາປັນຍາບໍ່ຮັກຄວາມຈິງຢ່າງແນ່ນອນ ແລະ ຄວາມຈິງນັ້ນເກີນກວ່າທີ່ພວກເຂົາຈະເຂົ້າເຖິງໄດ້. ຄົນເບົາປັນຍາບໍ່ສາມາດເຂົ້າໃຈພາສາມະນຸດ; ອາດເວົ້າໄດ້ວ່າ ຄົນເບົາປັນຍາຂາດຄວາມເປັນມະນຸດທີ່ປົກກະຕິ ແລະ ເປັນເຄິ່ງບ້າ, ຕາມຈິງແລ້ວ, ພວກເຂົາກໍໄຮ້ປະໂຫຍດ. ຄົນເບົາປັນຍາສາມາດຮັບໃຊ້ໄດ້ດີບໍ? ສາມາດເວົ້າໄດ້ຢ່າງແນ່ນອນວ່າ ພວກເຂົາບໍ່ສາມາດແມ່ນແຕ່ຮັບໃຊ້ໄດ້ຕາມມາດຕະຖານ ເພາະເຫດຜົນຂອງພວກເຂົາບໍ່ສົມບູນ; ພວກເຂົາເປັນຄົນທີ່ບໍ່ເຂົ້າໃຈຫຍັງເລີຍ. ຖ້າໃຜຜູ້ໜຶ່ງປາຖະໜາທີ່ຈະສະແດງຄວາມຮັກຕໍ່ຄົນເບົາປັນຍາ, ກໍໃຫ້ພວກເຂົາຄ້ຳຈູນຄົນເບົາປັນຍາເຖີດ. ທັດສະນະຄະຕິຂອງເຮືອນຂອງພຣະເຈົ້າຕໍ່ຄົນເບົາປັນຍາກໍຄື ພວກເຂົາຕ້ອງຖືກຄັດອອກໄປ. ໃຜກໍຕາມທີ່ບໍ່ຍອມຮັບຄວາມຈິງເລີຍ, ໃຜກໍຕາມທີ່ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງຈິງໃຈ, ເຮັດແບບພໍແລ້ວມືແລ້ວຕີນຢູ່ສະເໝີ, ກໍຄວນຖືກຈຳກັດ ຖ້າພວກເຂົາມັກກໍ່ໃຫ້ເກີດການລົບກວນຕໍ່ຊີວິດຄຣິສຕະຈັກ. ຖ້າບາງຄົນໃນພວກເຂົາຮູ້ສຶກເສຍໃຈ ແລະ ເຕັມໃຈທີ່ຈະກັບໃຈ, ພວກເຂົາກໍຄວນໄດ້ຮັບໂອກາດ. ສຳລັບຜູ້ທີ່ຍັງເບິ່ງແກ່ນແທ້ບໍ່ທະລຸ ກໍຄວນເກັບໄວ້ໃນຄຣິສຕະຈັກຊົ່ວຄາວ, ເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກໄດ້ກວດກາພວກເຂົາ, ສັງເກດເບິ່ງພວກເຂົາ ແລະ ເຕີບໂຕໃນການແຍກແຍະ. ຖ້າມີຜູ້ທີ່ຂັດຂວາງ ແລະ ລົບກວນຢ່າງສະໝໍ່າສະເໝີ ແລະ ເຖິງແມ່ນວ່າຈະຖືກລິຮານ ກໍຍັງຄົງເປັນຄົນທີ່ບໍ່ກັບໃຈເຖິງແມ່ນວ່າຕ້ອງຕາຍກໍຕາມ, ຍັງຄົງຍາດແຍ່ງຊື່ສຽງ ແລະ ຜົນປະໂຫຍດ, ໂຈມຕີ ແລະ ກີດກັນບຸກຄົນດ້ານບວກ, ໂດຍສະເພາະແມ່ນການໂຈມຕີຜູ້ທີ່ສະແຫວງຫາຄວາມຈິງ ແລະ ສາມາດແບ່ງປັນຄຳພະຍານຈາກປະສົບການ ແລະ ຜູ້ທີ່ເສຍສະລະຕົນເອງເພື່ອພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງຈິງໃຈ, ແລ້ວບຸກຄົນເຫຼົ່ານີ້ກໍຄືຄົນຊົ່ວຮ້າຍ ແລະ ພວກຕໍ່ຕ້ານພຣະຄຣິສ, ພວກເຂົາຄືຜູ້ບໍ່ເຊື່ອ. ສຳລັບຄົນເຊັ່ນນີ້, ມັນບໍ່ແມ່ນພຽງແຕ່ການຢຸດຢັ້ງ ແລະ ຈຳກັດພວກເຂົາ; ພວກເຂົາຄວນຖືກຄັດອອກຈາກຄຣິສຕະຈັກໂດຍທັນທີ ເພື່ອປ້ອງກັນບໍ່ໃຫ້ເກີດບັນຫາຕາມມາ. ວິທີການປະຕິບັດແບບນີ້ແມ່ນສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສິ້ນເຊີງ.

ສິ່ງເຫຼົ່ານີ້ແມ່ນການສະແດງອອກຕ່າງໆຂອງການຍາດແຍ່ງສະຖານະບໍ່ຫຼາຍກໍໜ້ອຍ, ຕັ້ງແຕ່ການສະແດງອອກເລັກນ້ອຍໄປຈົນເຖິງການສະແດງອອກທີ່ຮ້າຍແຮງ. ຫຼັກໆແລ້ວ, ການສະແດງອອກທີ່ເລັກນ້ອຍໝາຍເຖິງການເຍາະເຍີ້ຍຜູ້ນໍາ ແລະ ຜູ້ເຮັດວຽກດ້ວຍຄຳເວົ້າທີ່ຮຸນແຮງ, ການຈັບຜິດ ແລະ ການໂຈມຕີຄວາມຫ້າວຫັນຂອງຜູ້ນໍາ ແລະ ຜູ້ເຮັດວຽກ ໂດຍມີເປົ້າໝາຍເພື່ອທຳລາຍ ແລະ ເຮັດໃຫ້ພວກເຂົາເສື່ອມເສຍຊື່ສຽງ. ການສະແດງອອກທີ່ຮ້າຍແຮງທີ່ສຸດແມ່ນການຕໍ່ຕ້ານຜູ້ນໍາ ແລະ ຜູ້ເຮັດວຽກໂດຍກົງຢ່າງເປີດເຜີຍ, ຊອກຫາສິ່ງຕ່າງໆເພື່ອໃຊ້ຕໍ່ຕ້ານພວກເຂົາ ແລະ ຕັດສິນ, ກ່າວໂທດ, ໂຈມຕີ ແລະ ກີດກັນພວກເຂົາ ແລະ ຈາກນັ້ນກໍແຍກພວກເຂົາອອກ, ບັງຄັບໃຫ້ພວກເຂົາຍອມຮັບຜິດ ແລະ ລາອອກ ເພື່ອຍຶດເອົາສະຖານະຂອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນບັນຫາທີ່ຮ້າຍແຮງທີ່ສຸດຂອງການຂັດຂວາງ ແລະ ການລົບກວນທີ່ເກີດຂຶ້ນໃນຊີວິດຄຣິສຕະຈັກ. ຜູ້ທີ່ໂວຍວາຍຕໍ່ຕ້ານຜູ້ນໍາ ຫຼື ຜູ້ເຮັດວຽກຢ່າງເປີດເຜີຍ ແລະ ຍາດແຍ່ງສະຖານະກັບພວກເຂົາ ແມ່ນຜູ້ທີ່ລົບກວນວຽກງານຂອງຄຣິສຕະຈັກ ແລະ ຕໍ່ຕ້ານພຣະເຈົ້າ, ພວກເຂົາຄືຄົນຊົ່ວຮ້າຍ ແລະ ພວກຕໍ່ຕ້ານພຣະຄຣິສ ແລະ ພວກເຂົາບໍ່ພຽງແຕ່ຕ້ອງຖືກຢຸດຢັ້ງ ແລະ ຖືກຈຳກັດ, ຖ້າສະຖານະການຮ້າຍແຮງ ແລະ ຈຳເປັນຕ້ອງຄັດອອກ ຫຼື ຂັບໄລ່ພວກເຂົາ, ແລ້ວພວກເຂົາກໍຄວນຖືກຈັດການຕາມຫຼັກການ. ຍັງມີການສະແດງອອກອີກຢ່າງໜຶ່ງຂອງການຍາດແຍ່ງສະຖານະຄື: ການກີດກັນ ແລະ ການໂຈມຕີຄົນທີ່ສະແຫວງຫາຄວາມຈິງຫຼາຍກວ່າໃນຄຣິສຕະຈັກ. ເພາະຄົນທີ່ສະແຫວງຫາຄວາມຈິງມີຄວາມເຂົ້າໃຈທີ່ບໍລິສຸດ ແລະ ພວກເຂົາມີປະສົບການ ແລະ ຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ພວກເຂົາມັກຈະໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາໃນທ່າມກາງອ້າຍເອື້ອຍນ້ອງ ແລະ ດ້ວຍເຫດນັ້ນຈຶ່ງເສີມສ້າງປະຊາກອນທີ່ພຣະເຈົ້າເລືອກ ແລະ ຄ່ອຍໆໄດ້ຮັບຊື່ສຽງໃນຄຣິສຕະຈັກ, ຄົນຊົ່ວຮ້າຍ ແລະ ພວກຕໍ່ຕ້ານພຣະຄຣິສເຫຼົ່ານີ້ຈຶ່ງອິດສາ ແລະ ບໍ່ຍອມຮັບ ແລະ ທ້າທາຍພວກເຂົາ ແລະ ພວກເຂົາກໍກີດກັນ ແລະ ໂຈມຕີພວກເຂົາ. ພຶດຕິກຳໃດໆທີ່ປະກອບດ້ວຍການໂຈມຕີ ຫຼື ການກີດກັນຄົນທີ່ສະແຫວງຫາຄວາມຈິງ ປະກອບເປັນການຂັດຂວາງ ແລະ ການລົບກວນຊີວິດຄຣິສຕະຈັກໂດຍກົງ. ບາງຄົນອາດຈະບໍ່ໄດ້ແນເປົ້າໃສ່ຜູ້ນໍາຄຣິສຕະຈັກໂດຍກົງ, ແຕ່ພວກເຂົາມີຄວາມກຽດຊັງ ແລະ ດູຖູກເປັນພິເສດຕໍ່ຄົນໃນຄຣິສຕະຈັກທີ່ເຂົ້າໃຈຄວາມຈິງ ແລະ ມີປະສົບການທີ່ແທ້ຈິງ. ພວກເຂົາຍັງກີດກັນ ແລະ ກົດຂີ່ຄົນປະເພດນີ້ອີກດ້ວຍ, ມັກຈະເຍາະເຍີ້ຍ ແລະ ເວົ້າສຽດສີພວກເຂົາ, ແມ່ນແຕ່ສ້າງກັບດັກ ແລະ ວາງແຜນຮ້າຍຕໍ່ພວກເຂົາ ແລະ ອື່ນໆ. ເຖິງແມ່ນວ່າບັນຫາເຊັ່ນນີ້ຈະຮ້າຍແຮງໜ້ອຍກວ່າການຍາດແຍ່ງສະຖານະກັບຜູ້ນໍາຄຣິສຕະຈັກ ໃນແງ່ຂອງທຳມະຊາດ ແລະ ສະຖານະການຂອງພວກມັນ, ພວກມັນກໍຍັງປະກອບເປັນການຂັດຂວາງ ແລະ ການລົບກວນຊີວິດຄຣິສຕະຈັກ ແລະ ຄວນຖືກຢຸດຢັ້ງ ແລະ ຖືກຈຳກັດ. ຖ້າອ້າຍເອື້ອຍນ້ອງສ່ວນໃຫຍ່ໃນຄຣິສຕະຈັກໄດ້ຮັບຜົນກະທົບ ແລະ ຕົກຢູ່ໃນຄວາມຄິດລົບ ແລະ ຄວາມອ່ອນແອຢູ່ເລື້ອຍໆ, ຖ້າບັນຫານຳໄປສູ່ຜົນສະທ້ອນປະເພດນີ້, ແລ້ວພວກມັນກໍເທົ່າກັບການຂັດຂວາງ ແລະ ການລົບກວນ. ຄົນຊົ່ວຮ້າຍປະເພດທີ່ສ້າງການຂັດຂວາງ ແລະ ການລົບກວນບໍ່ຄວນພຽງແຕ່ຖືກຈຳກັດ, ພວກເຂົາຄວນຖືກສົ່ງໄປກຸ່ມ B ເພື່ອການແຍກດ່ຽວ ແລະ ໄຕ່ຕອງຕົນເອງ ຫຼື ບໍ່ດັ່ງນັ້ນກໍຖືກຄັດອອກ. ຜູ້ທີ່ກະທຳການເຊິ່ງມີລັກສະນະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແມ່ນຄົນທີ່ກະທຳຄວາມຊົ່ວເປັນນິໄສ. ຄວນມີການແຍກແຍະລະຫວ່າງຄົນຊົ່ວຮ້າຍທີ່ກະທຳຄວາມຊົ່ວເລື້ອຍໆ ແລະ ຜູ້ທີ່ກະທຳຄວາມຊົ່ວເປັນບາງຄັ້ງຄາວ ໃນແງ່ຂອງວິທີການປະຕິບັດຕໍ່ພວກເຂົາ. ຜູ້ທີ່ກະທຳຄວາມຊົ່ວຫຼາຍປະການແມ່ນພວກຕໍ່ຕ້ານພຣະຄຣິສ; ຜູ້ທີ່ກະທຳຄວາມຊົ່ວເປັນບາງຄັ້ງຄາວແມ່ນມີຄວາມເປັນມະນຸດທີ່ບໍ່ດີ. ຖ້າຄົນສອງຄົນໂຕ້ຖຽງ ຫຼື ມີການຜິດຖຽງກັນເປັນບາງຄັ້ງຄາວ ຍ້ອນບຸກຄະລິກທີ່ບໍ່ເຂົ້າກັນ ຫຼື ຍ້ອນມີທັດສະນະທີ່ແຕກຕ່າງກັນໃນການເຮັດສິ່ງຕ່າງໆ ຫຼື ຍ້ອນມີວິທີການເວົ້າທີ່ແຕກຕ່າງກັນ, ແຕ່ຊີວິດຄຣິສຕະຈັກບໍ່ໄດ້ຮັບຜົນກະທົບ, ແລ້ວມັນກໍບໍ່ມີລັກສະນະຂອງການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ; ມັນແຕກຕ່າງຈາກການທີ່ຄົນຊົ່ວຮ້າຍຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ. ທຸກສິ່ງທີ່ມີລັກສະນະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຊີວິດຄຣິສຕະຈັກ ທີ່ພວກເຮົາໄດ້ເວົ້າເຖິງ ແມ່ນການສະແດງອອກເຖິງການກະທຳຊົ່ວໂດຍຄົນຊົ່ວຮ້າຍ. ເມື່ອຄົນຊົ່ວຮ້າຍກະທຳຄວາມຊົ່ວ, ມັນເປັນນິໄສ. ສິ່ງທີ່ຄົນຊົ່ວຮ້າຍກຽດຊັງທີ່ສຸດແມ່ນຄົນທີ່ສະແຫວງຫາຄວາມຈິງ. ເມື່ອພວກເຂົາເຫັນວ່າຄົນທີ່ສະແຫວງຫາຄວາມຈິງສາມາດແບ່ງປັນຄຳພະຍານຈາກປະສົບການຂອງຕົນເອງ ແລະ ດ້ວຍເຫດນັ້ນຈຶ່ງໄດ້ຮັບຄວາມຊົມເຊີຍເປັນພິເສດຈາກຄົນອື່ນ, ພວກເຂົາກໍອິດສາ, ກຽດຊັງ ແລະ ຕາຂອງພວກເຂົາກໍລຸກເປັນໄຟ. ໃຜກໍຕາມທີ່ໄຕ່ຕອງ ແລະ ຮູ້ຈັກຕົນເອງ, ໃຜກໍຕາມທີ່ແບ່ງປັນປະສົບການທີ່ແທ້ຈິງຂອງພວກເຂົາ ແລະ ໃຜກໍຕາມທີ່ເປັນພະຍານໃຫ້ແກ່ພຣະເຈົ້າ ກໍຈະພົບກັບການເຍາະເຍີ້ຍ, ການຈົງໃຈຫຼຸດຄຸນຄ່າ, ການກົດຂີ່, ການກີດກັນ, ການຕັດສິນ ແລະ ແມ່ນແຕ່ການຂົ່ມເຫັງຈາກຄົນຊົ່ວຮ້າຍເຫຼົ່ານີ້. ພວກເຂົາກະທຳໃນລັກສະນະນີ້ຈົນເປັນນິໄສ. ພວກເຂົາບໍ່ຍອມໃຫ້ໃຜດີກວ່າພວກເຂົາ, ພວກເຂົາທົນບໍ່ໄດ້ທີ່ຈະເຫັນຄົນທີ່ດີກວ່າພວກເຂົາ. ເມື່ອພວກເຂົາເຫັນຄົນທີ່ດີກວ່າພວກເຂົາ, ພວກເຂົາກໍອິດສາ, ໂກດແຄ້ນ, ຄຽດແຄ້ນ ແລະ ຄິດທີ່ຈະທຳຮ້າຍ ແລະ ທໍລະມານພວກເຂົາ. ຄົນປະເພດນີ້ໄດ້ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຢ່າງຮ້າຍແຮງຕໍ່ຊີວິດຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຄຣິສຕະຈັກແລ້ວ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮ່ວມມືກັບອ້າຍເອື້ອຍນ້ອງໃນການເປີດໂປງ, ຢຸດຢັ້ງ ແລະ ຈຳກັດບຸກຄົນດັ່ງກ່າວ. ຖ້າມັນເປັນໄປບໍ່ໄດ້ທີ່ຈະຈຳກັດພວກເຂົາ ແລະ ພວກເຂົາບໍ່ກັບໃຈ ຫຼື ປ່ຽນແປງແນວທາງ ຫຼັງຈາກທີ່ໄດ້ໂອ້ລົມຄວາມຈິງກັບພວກເຂົາ, ແລ້ວພວກເຂົາກໍຄືຄົນຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍຄວນຖືກວັດແທກ ແລະ ປະຕິບັດຕໍ່ຕາມຫຼັກການຂອງເຮືອນຂອງພຣະເຈົ້າສຳລັບການຊຳລະລ້າງຄຣິສຕະຈັກ. ຖ້າຜ່ານການໂອ້ລົມ, ຜູ້ນໍາ ແລະ ຜູ້ເຮັດວຽກບັນລຸຂໍ້ຕົກລົງຮ່ວມກັນ ແລະ ຕັດສິນວ່ານີ້ເທົ່າກັບຄົນຊົ່ວຮ້າຍກຳລັງລົບກວນຄຣິສຕະຈັກ, ແລ້ວເລື່ອງນີ້ກໍຄວນຖືກຈັດການຕາມຫຼັກການຄວາມຈິງ: ຄົນຜູ້ນັ້ນຄວນຖືກຄັດອອກຈາກຄຣິສຕະຈັກ. ບໍ່ຄວນມີການຜ່ອນຜັນໃຫ້ຄົນຊົ່ວຮ້າຍປະເພດນີ້ທີ່ລົບກວນຊີວິດຄຣິສຕະຈັກອີກຕໍ່ໄປ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເຫັນໄດ້ຊັດເຈນວ່ານີ້ເທົ່າກັບຄົນຊົ່ວຮ້າຍກຳລັງກໍ່ໃຫ້ເກີດການລົບກວນ, ແຕ່ພວກເຂົາກໍຍັງຄົງເຮັດເປັນບໍ່ຮູ້ບໍ່ເຫັນ ແລະ ທົນເບິ່ງຄົນຊົ່ວຮ້າຍກະທຳຄວາມຊົ່ວ ແລະ ກໍ່ກວນ, ແລ້ວພວກເຂົາກໍກຳລັງລົ້ມເຫຼວໃນຄວາມຮັບຜິດຊອບຂອງຕົນຕໍ່ອ້າຍເອື້ອຍນ້ອງ ແລະ ກຳລັງບໍ່ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຕໍ່ການຝາກຝັງຂອງພຣະເຈົ້າ.

ບາງຄົນອາດຈະເບິ່ງຄືວ່າດີ ເມື່ອສັງເກດຈາກຮູບຮ່າງພາຍນອກ, ແຕ່ໃນຄວາມເປັນຈິງແລ້ວ ລະດັບສະຕິປັນຍາຂອງພວກເຂົາກໍຄືກັບຄົນໂງ່ຈ້າ. ພວກເຂົາເວົ້າ ແລະ ເຮັດໂດຍບໍ່ເຂົ້າໃຈສິ່ງທີ່ເໝາະສົມ, ຂາດເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ຄົນປະເພດນີ້ກໍມັກຍາດແຍ່ງສະຖານະ ແລະ ຊື່ສຽງເຊັ່ນກັນ, ຕໍ່ສູ້ເພື່ອຈະໄດ້ເປັນຜູ້ຕັດສິນໃຈຄົນສຸດທ້າຍ ແລະ ແຂ່ງຂັນເພື່ອໃຫ້ຄົນອື່ນຍົກຍ້ອງ. ໃນຊີວິດຄຣິສຕະຈັກ ພວກເຂົາມັກຈະສະເໜີມຸມມອງ ແລະ ຂໍ້ໂຕ້ແຍ້ງທີ່ເບິ່ງຄືວ່າສົມເຫດສົມຜົນ ແຕ່ຄວາມຈິງແລ້ວແມ່ນຂໍ້ຜິດພາດ ເພື່ອດຶງດູດຄວາມສົນໃຈ ແລະ ການຍົກຍ້ອງຈາກຄົນສ່ວນໃຫຍ່, ລົບກວນຄວາມຄິດຂອງຜູ້ຄົນ, ລົບກວນການຢັ່ງຮູ້ ແລະ ຄວາມຮູ້ທີ່ຖືກຕ້ອງກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ລົບກວນຄວາມເຂົ້າໃຈທີ່ເປັນບວກຂອງພວກເຂົາກ່ຽວກັບທຸກສິ່ງ. ເມື່ອຄົນອື່ນກຳລັງໂອ້ລົມກັນກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ກ່ຽວກັບຄວາມເຂົ້າໃຈທີ່ບໍລິສຸດຂອງພວກເຂົາ, ຄົນເຫຼົ່ານີ້ກໍມັກຈະປາກົດຕົວຂຶ້ນມາຄືກັບຕົວຕະຫຼົກ ເພື່ອຢືນຢັນການມີຕົວຕົນຂອງພວກເຂົາເອງ ແລະ ເພື່ອດຶງດູດຄວາມສົນໃຈຂອງທຸກຄົນ, ຕ້ອງການສະແດງໃຫ້ອ້າຍເອື້ອຍນ້ອງເຫັນຢູ່ສະເໝີວ່າ ພວກເຂົາຮູ້ເຄັດລັບໜຶ່ງ ຫຼື ສອງຢ່າງ ແລະ ພວກເຂົາເປັນຜູ້ມີຄວາມຮູ້ດີ ແລະ ຮອບຮູ້ເປັນຢ່າງສູງ ແລະ ມີການສຶກສາ ແລະ ອື່ນໆອີກ. ເຖິງແມ່ນວ່າພວກເຂົາຍັງບໍ່ມີເປົ້າໝາຍທີ່ຊັດເຈນວ່າຈະແນເປົ້າໃສ່ຜູ້ນໍາຄົນໃດ ຫຼື ຍາດແຍ່ງຕຳແໜ່ງຂອງຜູ້ນໍາຄົນໃດ, ຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາກໍໃຫຍ່ຫຼວງຫຼາຍ ຈົນຄຳເວົ້າ ແລະ ການກະທຳຂອງພວກເຂົາໄດ້ກໍ່ໃຫ້ເກີດການລົບກວນຕໍ່ຊີວິດຄຣິສຕະຈັກ, ສະນັ້ນ ພວກເຂົາກໍຄວນຖືກຈຳກັດຕາມຄວາມຮ້າຍແຮງຂອງສະຖານະການ ແລະ ທຳມະຊາດຂອງມັນ. ມັນຈະເປັນການດີທີ່ສຸດທີ່ຈະໂອ້ລົມຄວາມຈິງກັບພວກເຂົາກ່ອນ ເພື່ອຊີ້ນຳພວກເຂົາຢ່າງຖືກຕ້ອງ ແລະ ໃຫ້ທິດທາງໃນການປະພຶດຕົນຂອງພວກເຂົາ, ເພື່ອເຮັດໃຫ້ພວກເຂົາສາມາດປ່ຽນແປງຕົນເອງ ແລະ ເຂົ້າໃຈວິທີດຳເນີນຊີວິດຄຣິສຕະຈັກຢ່າງປົກກະຕິ, ວິທີພົວພັນກັບຄົນອື່ນ, ວິທີຢູ່ໃນບ່ອນທີ່ເໝາະສົມຂອງພວກເຂົາ ແລະ ວິທີການເປັນຄົນມີເຫດຜົນ. ຖ້າມັນເປັນຍ້ອນອາຍຸຂອງພວກເຂົາຍັງນ້ອຍ, ຂາດການຢັ່ງຮູ້ ແລະ ຄວາມທະນົງຕົວແບບໄວໜຸ່ມ ແລະ ຖ້າພວກເຂົາໄດ້ກັບໃຈ ຫຼັງຈາກການໂອ້ລົມຊໍ້າໆ ໂດຍຮັບຮູ້ວ່າການກະທຳທີ່ຜ່ານມາຂອງພວກເຂົາເປັນສິ່ງທີ່ບໍ່ຖືກຕ້ອງ, ໜ້າອັບອາຍ, ເຮັດໃຫ້ທຸກຄົນຮູ້ສຶກລັງກຽດ ແລະ ນຳບັນຫາມາສູ່ທຸກຄົນ ແລະ ພວກເຂົາໄດ້ກ່າວຄຳຂໍໂທດ ແລະ ຄວາມສຳນຶກຜິດສຳລັບສິ່ງນີ້, ແລ້ວກໍບໍ່ຈຳເປັນຕ້ອງຖືໂທດພວກເຂົາ, ພຽງແຕ່ຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກກໍພໍ. ເຖິງແນວໃດກໍຕາມ, ຖ້າການກະທຳທີ່ບໍ່ຖືກຕ້ອງຂອງພວກເຂົາທີ່ລົບກວນທຸກຄົນ ບໍ່ແມ່ນຍ້ອນຄວາມທະນົງຕົວແບບໄວໜຸ່ມ ຫຼື ການຂາດຄວາມເຂົ້າໃຈກ່ຽວກັບຄວາມຈິງ, ແຕ່ພັດຂັບເຄື່ອນດ້ວຍແຮງຈູງໃຈທີ່ແອບແຝງ ແລະ ພວກເຂົາຍັງຄົງສືບຕໍ່ພຶດຕິກຳຂອງພວກເຂົາ ເຖິງແມ່ນວ່າຈະຖືກຫ້າມປາມຊໍ້າໆ; ແລະ ຍິ່ງໄປກວ່ານັ້ນ, ຖ້າພວກເຂົາໄດ້ຖືກລິຮານ ແລະ ອ້າຍເອື້ອຍນ້ອງໄດ້ໂອ້ລົມກັບພວກເຂົາກ່ຽວກັບຄວາມຮ້າຍແຮງຂອງບັນຫານີ້, ພວກເຂົາໄດ້ຮັບການໂອ້ລົມ ແລະ ການຊ່ວຍເຫຼືອທັງໃນດ້ານລົບ ແລະ ດ້ານບວກ, ແຕ່ພວກເຂົາກໍຍັງບໍ່ສາມາດຮັບຮູ້ທຳມະຊາດ-ແກ່ນແທ້ຂອງພວກເຂົາເອງ, ບໍ່ສາມາດເຫັນການລົບກວນທີ່ການກະທຳເຫຼົ່ານີ້ກໍ່ໃຫ້ເກີດຕໍ່ຄົນອື່ນ ແລະ ຜົນສະທ້ອນທີ່ຮ້າຍແຮງຂອງພວກມັນ ແລະ ຍັງສືບຕໍ່ສ້າງການລົບກວນ ແລະ ການຂັດຂວາງຕໍ່ໄປ ໂດຍການກະທຳແບບເດີມໆ ເມື່ອໃດກໍຕາມທີ່ພວກເຂົາມີໂອກາດ, ແລ້ວໃນກໍລະນີນີ້, ຈຳເປັນຕ້ອງມີມາດຕະການທີ່ເຂັ້ມງວດຂຶ້ນ. ເມື່ອໄດ້ຮັບໂອກາດຫຼາຍຄັ້ງໃຫ້ກັບໃຈ, ຖ້າພວກເຂົາບໍ່ໄຕ່ຕອງ ຫຼື ພະຍາຍາມຮູ້ຈັກຕົນເອງເລີຍ ແລະ ບໍ່ວ່າຈະໂອ້ລົມຄວາມຈິງກັບພວກເຂົາແນວໃດກໍຕາມ, ພວກເຂົາກໍບໍ່ເຂົ້າໃຈ, ທັງບໍ່ຮູ້ວິທີກະທຳຢ່າງມີເຫດຜົນ ແລະ ສອດຄ່ອງກັບຫຼັກການ, ແຕ່ໃນທາງກົງກັນຂ້າມ, ພວກເຂົາກໍຍຶດໝັ້ນຢ່າງດື້ດ້ານໃນວິທີການຂອງພວກເຂົາເອງ, ແລ້ວມັນກໍມີບັນຫາກັບຄົນເຫຼົ່ານີ້. ຢ່າງໜ້ອຍທີ່ສຸດ, ຈາກທັດສະນະທີ່ເປັນເຫດຜົນ, ພວກເຂົາຂາດເຫດຜົນຂອງຄົນປົກກະຕິ. ນີ້ແມ່ນການເບິ່ງຈາກພາຍນອກ. ເມື່ອເບິ່ງໃນແງ່ຂອງແກ່ນແທ້, ບໍ່ວ່າຈະໂອ້ລົມກັບພວກເຂົາແນວໃດກໍຕາມ, ຖ້າພວກເຂົາກໍບໍ່ສາມາດຮັບຮູ້ຄວາມຮ້າຍແຮງຂອງບັນຫາ, ທັງບໍ່ສາມາດຊອກຫາບ່ອນທີ່ເໝາະສົມຂອງພວກເຂົາ, ທັງບໍ່ສາມາດຍອມຮັບການໂອ້ລົມ ແລະ ການຊ່ວຍເຫຼືອ ຫຼື ພະຍາຍາມປະຕິບັດຕາມເສັ້ນທາງທີ່ອ້າຍເອື້ອຍນ້ອງໄດ້ໂອ້ລົມກັນ ນັ້ນກໍຄື ຖ້າພວກເຂົາບໍ່ສາມາດບັນລຸໄດ້ແມ່ນແຕ່ສິ່ງເຫຼົ່ານີ້, ແລ້ວບັນຫາຂອງພວກເຂົາບໍ່ແມ່ນພຽງແຕ່ການຂາດເຫດຜົນ, ແຕ່ເປັນບັນຫາດ້ານຄວາມເປັນມະນຸດຂອງພວກເຂົາ. ເຖິງແມ່ນວ່າພວກເຂົາຈະເບິ່ງຄືວ່າກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໂດຍບໍ່ໄດ້ຕັ້ງໃຈ, ການກະທຳເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໂດຍບໍ່ມີເຈດຕະນາຢ່າງແນ່ນອນ, ແຕ່ໃນທາງກົງກັນຂ້າມ ພວກມັນເກີດຂຶ້ນດ້ວຍຈຸດປະສົງ ແລະ ແຮງຈູງໃຈ. ໂດຍບໍ່ຕ້ອງສົນວ່າແຮງຈູງໃຈ ຫຼື ຈຸດປະສົງຂອງບຸກຄົນເຫຼົ່ານີ້ອາດເປັນຫຍັງກໍຕາມ, ຖ້າສິ່ງທີ່ພວກເຂົາເວົ້າ ແລະ ເຮັດນັ້ນຂັດຂວາງ ແລະ ລົບກວນການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ ແລະ ຊີວິດຄຣິສຕະຈັກຢ່າງຮ້າຍແຮງ, ຈົນນຳໄປສູ່ການທີ່ຫຼາຍຄົນບໍ່ໄດ້ຮັບຫຍັງເລີຍຈາກການດຳເນີນຊີວິດຄຣິສຕະຈັກ, ຈົນເຖິງຂັ້ນທີ່ຄົນອື່ນບໍ່ເຕັມໃຈທີ່ຈະເຕົ້າໂຮມພຽງເພາະມີພວກເຂົາຢູ່ ຫຼື ເມື່ອໃດກໍຕາມທີ່ພວກເຂົາເວົ້າ, ຜູ້ຄົນກໍເບື່ອໜ່າຍ ແລະ ຕ້ອງການຈາກໄປ, ແລ້ວທຳມະຊາດຂອງບັນຫານີ້ກໍເລີ່ມຮ້າຍແຮງ. ຄວນຈັດການກັບຄົນປະເພດນີ້ແນວໃດ? ຖ້າພວກເຂົາຍັງຄົງຢືນຢັນທີ່ຈະເຮັດສິ່ງເຫຼົ່ານີ້ ເຖິງແມ່ນວ່າຈະໄດ້ຮັບການໂອ້ລົມ ແລະ ຊ່ວຍເຫຼືອຫຼາຍຄັ້ງ ແລະ ໄດ້ຮັບໂອກາດໃຫ້ກັບໃຈ, ແລ້ວມັນກໍຄືທຳມະຊາດ-ແກ່ນແທ້ຂອງພວກເຂົາທີ່ມີບັນຫາ. ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ສາມາດຍອມຮັບຄວາມຈິງໄດ້, ແຕ່ກົງກັນຂ້າມ ພວກເຂົາມີວາລະອື່ນ. ເມື່ອເບິ່ງທີ່ທຳມະຊາດ-ແກ່ນແທ້ຂອງພວກເຂົາ, ການຂັດຂວາງ ແລະ ການລົບກວນທີ່ພວກເຂົາເຮັດໃຫ້ເກີດຂຶ້ນຕໍ່ຊີວິດຄຣິສຕະຈັກນັ້ນ ບໍ່ແມ່ນການກະທຳໂດຍບໍ່ໄດ້ຕັ້ງໃຈຢ່າງແນ່ນອນ, ແຕ່ໃນທາງກົງກັນຂ້າມ ຄົນເຫຼົ່ານີ້ມີຈຸດປະສົງ ແລະ ແຮງຈູງໃຈ. ຖ້າຄົນປະເພດນີ້ໄດ້ຮັບໂອກາດຕໍ່ໄປ, ມັນຍຸຕິທຳຕໍ່ປະຊາກອນທີ່ພຣະເຈົ້າເລືອກທີ່ກຳລັງດຳເນີນຊີວິດຄຣິສຕະຈັກຢ່າງປົກກະຕິບໍ? (ບໍ່). ບັນຫາກັບບຸກຄົນດັ່ງກ່າວໄດ້ຖືກເປີດເຜີຍເຖິງລະດັບນີ້ແລ້ວ; ຖ້າພວກເຂົາຍັງຄົງໄດ້ຮັບໂອກາດເພື່ອລໍຖ້າການກັບໃຈຂອງພວກເຂົາ, ຜົນກໍຄືພວກເຂົາກໍຈະກະທຳຄວາມຊົ່ວຫຼາຍຂຶ້ນ, ນຳພາອີກຫຼາຍຄົນໃຫ້ໄປສູ່ຄວາມຄິດລົບ, ຄວາມອ່ອນແອ ແລະ ບໍ່ມີທາງອອກ, ແລ້ວໃຜຈະຊົດເຊີຍສຳລັບຄວາມເສຍຫາຍນີ້? ສະນັ້ນ, ຖ້າບຸກຄົນເຫຼົ່ານີ້ໄດ້ຮັບການໂອ້ລົມ ແລະ ການຊ່ວຍເຫຼືອດ້ວຍຄວາມຮັກ ຫຼື ໄດ້ມີການດຳເນີນການເພື່ອຢຸດຢັ້ງ ແລະ ຈຳກັດພວກເຂົາ, ແຕ່ພວກເຂົາກໍຍັງບໍ່ປ່ຽນແປງວິທີການເກົ່າໆຂອງພວກເຂົາ ແລະ ຢືນຢັນໃນພຶດຕິກຳເດີມຂອງພວກເຂົາ, ແລ້ວພວກເຂົາກໍຄວນຖືກຈັດການຕາມຫຼັກການ: ໃນກໍລະນີທີ່ບໍ່ຮຸນແຮງ, ພວກເຂົາຄວນຖືກແຍກດ່ຽວ; ໃນກໍລະນີທີ່ຮຸນແຮງ, ພວກເຂົາຄວນຖືກຄັດອອກຈາກຄຣິສຕະຈັກ. ຫຼັກການນີ້ຟັງເບິ່ງເປັນແນວໃດ? ມັນກ່ຽວກັບການຕີຄົນໃດຄົນໜຶ່ງຢ່າງໄຮ້ປານີ ໂດຍບໍ່ໃຫ້ໂອກາດພວກເຂົາກັບໃຈບໍ? ຫຼື ເປັນການຕັດສິນໃຈຕາມອຳເພີໃຈ ໂດຍບໍ່ມີການແຍກແຍະໃດໆ ແລະ ໂດຍບໍ່ເຂົ້າໃຈຢ່າງແຈ່ມແຈ້ງວ່າທຳມະຊາດ-ແກ່ນແທ້ຂອງພວກເຂົາແມ່ນຫຍັງແທ້ບໍ? (ບໍ່). ເຖິງແມ່ນວ່າຈະໄດ້ຮັບການໂອ້ລົມ ແລະ ການຊ່ວຍເຫຼືອ ແລະ ໄດ້ຮັບໂອກາດໃຫ້ກັບໃຈ, ຖ້າວິທີການ ແລະ ອຸປະນິໄສຂອງຄົນເຫຼົ່ານີ້ບໍ່ປ່ຽນແປງຫຍັງເລີຍ ແລະ ພວກເຂົາບໍ່ກັບໃຈ, ຍັງຄົງເປັນຄືເກົ່າ, ຄວາມແຕກຕ່າງພຽງຢ່າງດຽວກໍຄື ສິ່ງທີ່ພວກເຂົາເຄີຍເຮັດຢ່າງເປີດເຜີຍ ແລະ ເຫັນໄດ້ຊັດເຈນນັ້ນ ຕອນນີ້ພວກເຂົາເຮັດຢ່າງລັບໆ ແລະ ປິດບັງ, ແຕ່ການລົບກວນ ແລະ ການຂັດຂວາງກໍຍັງຄືເກົ່າ, ແລ້ວຄຣິສຕະຈັກກໍບໍ່ສາມາດເກັບພວກເຂົາໄວ້ໄດ້ອີກຕໍ່ໄປ. ຄົນປະເພດນີ້ບໍ່ແມ່ນສະມາຊິກຂອງເຮືອນຂອງພຣະເຈົ້າ; ພວກເຂົາບໍ່ແມ່ນແກະຂອງພຣະເຈົ້າ. ການມີຢູ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າແມ່ນພຽງເພື່ອສ້າງການລົບກວນ ແລະ ການຂັດຂວາງ ແລະ ພວກເຂົາຄືຄົນຮັບໃຊ້ຂອງຊາຕານ, ບໍ່ແມ່ນອ້າຍເອື້ອຍນ້ອງ. ຖ້າເຈົ້າປະຕິບັດຕໍ່ພວກເຂົາຄືກັບອ້າຍເອື້ອຍນ້ອງຢູ່ສະເໝີ, ສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາຢ່າງຕໍ່ເນື່ອງ ແລະ ໂອ້ລົມຄວາມຈິງກັບພວກເຂົາ ແລະ ມັນຈົບລົງດ້ວຍການສິ້ນເປືອງຄວາມພະຍາຍາມຫຼາຍ ໂດຍບໍ່ເກີດຜົນຫຍັງເລີຍ, ນັ້ນບໍ່ແມ່ນສິ່ງໂງ່ຈ້າບໍ? ມັນເປັນຫຼາຍກວ່າຄວາມໂງ່ຈ້າ; ມັນຄືຄວາມອັບປັນຍາ, ອັບປັນຍາທີ່ສຸດ!

ເມື່ອເບິ່ງທຳມະຊາດຂອງບັນຫາ, ໂດຍພື້ນຖານແລ້ວ ການສະແດງອອກຕ່າງໆ ແລະ ປະເພດຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກ່ຽວຂ້ອງກັບການຍາດແຍ່ງສະຖານະ ແມ່ນສາມາດແບ່ງອອກເປັນສາມປະເພດເຫຼົ່ານີ້. ການຍາດແຍ່ງສະຖານະເປັນບັນຫາທົ່ວໄປໃນຊີວິດຄຣິສຕະຈັກ, ປາກົດຂຶ້ນໃນທຸກກຸ່ມຄົນທີ່ແຕກຕ່າງກັນ ແລະ ໃນດ້ານຕ່າງໆ ຂອງຊີວິດຄຣິສຕະຈັກ. ສຳລັບຜູ້ທີ່ຍາດແຍ່ງສະຖານະ, ໃນກໍລະນີທີ່ບໍ່ຮຸນແຮງ ພວກເຂົາຄວນໄດ້ຮັບການໂອ້ລົມໃຫ້ພຽງພໍກ່ຽວກັບຄວາມຈິງ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາ ເພື່ອໃຫ້ພວກເຂົາສາມາດເຂົ້າໃຈຄວາມຈິງ ແລະ ໄດ້ຮັບໂອກາດໃຫ້ກັບໃຈ. ຖ້າກໍລະນີຮ້າຍແຮງ, ພວກເຂົາຄວນຖືກຕິດຕາມຢ່າງໃກ້ຊິດ ແລະ ທັນທີທີ່ພົບເຫັນວ່າພວກເຂົາເວົ້າ ຫຼື ເຮັດໂດຍມີເປົ້າໝາຍເພື່ອບັນລຸເຈດຕະນາທີ່ແອບແຝງໃດໜຶ່ງ, ພວກເຂົາຄວນຖືກຢຸດຢັ້ງ ແລະ ຖືກຈຳກັດທັນທີ. ຖ້າກໍລະນີຮ້າຍແຮງຍິ່ງກວ່ານັ້ນ, ພວກເຂົາຄວນຖືກຈັດການ ແລະ ຮັບມືຕາມຫຼັກການຂອງຄຣິສຕະຈັກ ສຳລັບການຄັດອອກ ແລະ ການຂັບໄລ່ຄົນ. ນີ້ຄືຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດໃຫ້ສຳເລັດ ເມື່ອຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກ່ຽວຂ້ອງກັບການຍາດແຍ່ງສະຖານະ ປາກົດຂຶ້ນໃນຊີວິດຄຣິສຕະຈັກ. ແນ່ນອນ, ມັນຍັງຮຽກຮ້ອງໃຫ້ອ້າຍເອື້ອຍນ້ອງທຸກຄົນລຸກຂຶ້ນ ແລະ ຮ່ວມມືກັບຜູ້ນໍາ ແລະ ຜູ້ເຮັດວຽກໃນວຽກງານນີ້, ຮ່ວມກັນຈຳກັດພຶດຕິກຳ ແລະ ການກະທຳຕ່າງໆ ຂອງຄົນຊົ່ວຮ້າຍທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ຮັບປະກັນວ່າຈະບໍ່ມີການຂັດຂວາງ ຫຼື ການລົບກວນໂດຍຄົນຊົ່ວຮ້າຍໃນຊີວິດຄຣິສຕະຈັກອີກຕໍ່ໄປ, ພະຍາຍາມຮັບປະກັນວ່າທຸກໂອກາດຂອງຊີວິດຄຣິສຕະຈັກໄດ້ຮັບຄວາມສະຫວ່າງຈາກພຣະວິນຍານບໍລິສຸດ, ເຕັມໄປດ້ວຍຄວາມສະຫງົບສຸກ ແລະ ຄວາມຊົມຊື່ນຍິນດີ ແລະ ການຊົງສະຖິດຢູ່ຂອງພຣະເຈົ້າ ແລະ ມີພຣະພອນ ແລະ ການຊີ້ນຳຂອງພຣະເຈົ້າ ແລະ ເພື່ອຮັບປະກັນວ່າການເຕົ້າໂຮມແຕ່ລະຄັ້ງຈະເປັນຊ່ວງເວລາແຫ່ງຄວາມເພີດເພີນ ແລະ ການໄດ້ຮັບ. ນີ້ຄືຊີວິດຄຣິສຕະຈັກປະເພດທີ່ດີທີ່ສຸດ, ເປັນສິ່ງທີ່ພຣະເຈົ້າປາຖະໜາຢາກເຫັນ. ການດຳເນີນວຽກງານນີ້ຂ້ອນຂ້າງຊັບຊ້ອນສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ, ເພາະມັນກ່ຽວຂ້ອງກັບຄວາມສຳພັນລະຫວ່າງບຸກຄົນ ແລະ ມັນກ່ຽວຂ້ອງກັບໜ້າຕາ ແລະ ຜົນປະໂຫຍດຂອງຜູ້ຄົນ ແລະ ມັນຍັງກ່ຽວຂ້ອງກັບລະດັບຄວາມເຂົ້າໃຈຂອງຜູ້ຄົນກ່ຽວກັບຄວາມຈິງອີກດ້ວຍ, ເຮັດໃຫ້ມັນທ້າທາຍຫຼາຍຂຶ້ນພໍສົມຄວນ. ເຖິງແນວໃດກໍຕາມ, ເມື່ອບັນຫາເກີດຂຶ້ນ, ຢ່າຫຼີກລ່ຽງພວກມັນ ແລະ ຢ່າຫຼຸດຄວາມສຳຄັນຂອງບັນຫາໃຫຍ່ໃຫ້ເປັນບັນຫານ້ອຍ ແລະ ສຸດທ້າຍກໍປ່ອຍໃຫ້ພວກມັນບໍ່ໄດ້ຮັບການແກ້ໄຂ; ທັງບໍ່ຄວນຈັດການພວກມັນໂດຍໃຊ້ປັດຊະຍາສຳລັບການກະທຳທາງໂລກ, ໂດຍການເຮັດເປັນບໍ່ຮູ້ບໍ່ເຫັນພວກມັນ. ຍິ່ງໄປກວ່ານັ້ນ, ຢ່າເປັນຄົນປະຈົບປະແຈງ, ແຕ່ໃນທາງກົງກັນຂ້າມ ໃຫ້ປະຕິບັດຕໍ່ຄົນປະເພດຕ່າງໆ ທີ່ຍາດແຍ່ງສະຖານະຕາມຫຼັກການຄວາມຈິງ. ການໂອ້ລົມນີ້ແຈ່ມແຈ້ງບໍ? (ແຈ່ມແຈ້ງ). ແລ້ວນີ້ກໍເປັນການສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບບັນຫາທີຫ້າ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?