ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (14) ສ່ວນທີ ສາມ
VI. ການມີການພົວພັນທີ່ບໍ່ເໝາະສົມ
ບັນຫາທີຫົກທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກກໍຄືການມີການພົວພັນທີ່ບໍ່ເໝາະສົມ. ຕາບໃດທີ່ຜູ້ຄົນຍັງມີການຕິດຕໍ່ພົວພັນ ແລະ ສາມາດເຕົ້າໂຮມກັນໄດ້, ກໍຈະມີຊີວິດຮ່ວມກັນ ແລະ ການພົວພັນຕ່າງໆກໍຈະເກີດຂຶ້ນຈາກສິ່ງນີ້. ແລ້ວການພົວພັນໃດແດ່ທີ່ເໝາະສົມ ແລະ ການພົວພັນໃດແດ່ທີ່ບໍ່ເໝາະສົມ? ກ່ອນອື່ນ ໃຫ້ພວກເຮົາເວົ້າເຖິງສິ່ງທີ່ປະກອບເປັນການພົວພັນທີ່ເໝາະສົມກ່ອນ ແລ້ວຈຶ່ງໂອ້ລົມກ່ຽວກັບການພົວພັນທີ່ບໍ່ເໝາະສົມ. ເມື່ອອ້າຍເອື້ອຍນ້ອງພົບປະກັນ ແລະ ທັກທາຍກັນ, ພວກເຂົາອາດຈະເວົ້າສິ່ງຕ່າງໆເຊັ່ນ: “ບໍ່ດົນມານີ້ເປັນແນວໃດແດ່? ສຸຂະພາບແຂງແຮງດີບໍ? ລູກຂອງເຈົ້າຈະເຂົ້າໂຮງຮຽນມັດທະຍົມປາຍປີໜ້າແລ້ວແມ່ນບໍ? ທຸລະກິດຂອງຄູ່ສົມລົດເຈົ້າເປັນແນວໃດແດ່?” ການທັກທາຍເຊິ່ງກັນແລະກັນເຊັ່ນນີ້ຖືເປັນການພົວພັນທີ່ເໝາະສົມບໍ? (ແມ່ນແລ້ວ). ເປັນຫຍັງເຈົ້າຈຶ່ງເວົ້າແນວນັ້ນ? ເພາະວ່າເມື່ອຄົນສອງຄົນທີ່ບໍ່ໄດ້ພົບກັນເປັນເວລາດົນບັງເອີນມາພົບກັນ, ການກ່າວຄຳທັກທາຍສອງສາມຄຳກໍເປັນມາລະຍາດຂັ້ນພື້ນຖານທີ່ສຸດ, ທັງຍັງເປັນການສະແດງອອກເຖິງຄວາມເປັນຫ່ວງເປັນໄຍ ແລະ ການທັກທາຍຂັ້ນພື້ນຖານທີ່ສຸດ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນຄຳເວົ້າ, ການກະທຳ ແລະ ຫົວຂໍ້ທີ່ກ່ຽວຂ້ອງທີ່ຜູ້ຄົນຍົກຂຶ້ນມາເວົ້າພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິ. ໂດຍຕັດສິນຈາກການສົນທະນາຂອງພວກເຂົາຈົນເຖິງຕອນນີ້, ເຫັນໄດ້ຊັດເຈນວ່າການພົວພັນຂອງພວກເຂົາຂ້ອນຂ້າງເໝາະສົມ. ການສົນທະນາຂອງພວກເຂົາແມ່ນອີງໃສ່ທັງມາລະຍາດ ແລະ ຄວາມເປັນມະນຸດທີ່ປົກກະຕິ ແລະ ຈາກສອງຈຸດນີ້, ກໍສາມາດກຳນົດໄດ້ວ່າການພົວພັນລະຫວ່າງຄົນສອງຄົນທີ່ກຳລັງສົນທະນາກັນຢູ່ນັ້ນແມ່ນເໝາະສົມ, ເຊິ່ງສະແດງເຖິງການພົວພັນລະຫວ່າງບຸກຄົນທີ່ປົກກະຕິ. ຖ້າຄົນສອງຄົນທີ່ຄຸ້ນເຄີຍກັນຫຼາຍ, ແຕ່ເມື່ອພວກເຂົາພົບກັນ, ພວກເຂົາທັງສອງຕ່າງກໍໜ້າບູດບຶ້ງ ແລະ ບໍ່ເວົ້ານຳກັນ ແລະ ເມື່ອພວກເຂົາເບິ່ງໜ້າກັນ, ສາຍຕາຂອງພວກເຂົາກໍສະແດງອອກເຖິງຄວາມເປັນປໍລະປັກກັນທີ່ຮ້າຍແຮງຢ່າງຊັດເຈນ, ການພົວພັນແບບນີ້ເປັນປົກກະຕິບໍ? (ບໍ່, ບໍ່ປົກກະຕິ). ເປັນຫຍັງມັນຈຶ່ງບໍ່ປົກກະຕິ? ມັນຄວນຈະຖືກນິຍາມແນວໃດແທ້? ເມື່ອຄົນສອງຄົນພົບກັນແຕ່ບໍ່ມີໃຜທັກທາຍອີກຝ່າຍ ຫຼື ແມ່ນແຕ່ເວົ້າວ່າ “ສະບາຍດີ”, ຍິ່ງໄປກວ່ານັ້ນກໍຄືບໍ່ມີການສົນທະນາ ແລະ ການໂອ້ລົມທີ່ປົກກະຕິ, ເຫັນໄດ້ຊັດເຈນວ່າການສະແດງອອກຂອງພວກເຂົາບໍ່ໄດ້ສະທ້ອນເຖິງສິ່ງທີ່ຄາດຫວັງຈາກຄວາມເປັນມະນຸດທີ່ປົກກະຕິ. ການພົວພັນຂອງພວກເຂົາບໍ່ແມ່ນການພົວພັນລະຫວ່າງບຸກຄົນທີ່ປົກກະຕິ; ມັນຂ້ອນຂ້າງບິດເບືອນ, ແຕ່ມັນກໍຍັງບໍ່ໄດ້ປະກອບເປັນການພົວພັນທີ່ບໍ່ເໝາະສົມ, ຍັງມີໄລຍະຫ່າງຈາກຈຸດນັ້ນຢູ່. ໂດຍທົ່ວໄປແລ້ວ, ຖ້າການພົວພັນລະຫວ່າງຜູ້ຄົນຖືກສ້າງຂຶ້ນບົນພື້ນຖານຂອງຄວາມເປັນມະນຸດທີ່ປົກກະຕິ, ບ່ອນທີ່ບຸກຄົນສາມາດພົວພັນ ແລະ ຄົບຫາສະມາຄົມກັນຢ່າງປົກກະຕິ ແລະ ຕາມຫຼັກການ ແລະ ຊ່ວຍເຫຼືອ, ສະໜັບສະໜູນ ແລະ ສະໜອງໃຫ້ກັນແລະກັນ, ສິ່ງທັງໝົດນີ້ລ້ວນແຕ່ເປັນຕົວຊີ້ບອກຂອງການພົວພັນທີ່ເໝາະສົມລະຫວ່າງຜູ້ຄົນ. ມັນໝາຍເຖິງການຈັດການເລື່ອງຕ່າງໆຕາມຫຼັກການ, ບໍ່ເອົາເລື່ອງສ່ວນຕົວມາປົນເປ, ບໍ່ແມ່ນການມີສ່ວນຮ່ວມໃນການແລກປ່ຽນ, ປາສະຈາກຜົນປະໂຫຍດທີ່ຜູກມັດກັນ, ຍິ່ງໄປກວ່ານັ້ນກໍຄືປາສະຈາກຄວາມກຽດຊັງ ແລະ ການກະທຳກໍບໍ່ໄດ້ຖືກຂັບເຄື່ອນໂດຍຄວາມປາຖະໜາທາງເນື້ອໜັງ. ສິ່ງທັງໝົດນີ້ລ້ວນແຕ່ຢູ່ໃນຂອບເຂດຂອງການພົວພັນທີ່ເໝາະສົມ. ຂອບເຂດນີ້ບໍ່ຂ້ອນຂ້າງກວ້າງຂວາງບໍ? ການພົວພັນລະຫວ່າງບຸກຄົນທີ່ປົກກະຕິກ່ຽວຂ້ອງກັບການໂອ້ລົມ ແລະ ການສື່ສານພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິ, ການພົວພັນ ແລະ ການຄົບຫາສະມາຄົມກັບຄົນອື່ນ ແລະ ການເຮັດວຽກຮ່ວມກັນໂດຍອີງໃສ່ຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ໃນລະດັບທີ່ສູງຂຶ້ນ, ມັນກ່ຽວຂ້ອງກັບການພົວພັນ ແລະ ການຄົບຫາສະມາຄົມຕາມຫຼັກການຄວາມຈິງ. ນີ້ແມ່ນຄຳນິຍາມທົ່ວໄປຂອງການພົວພັນລະຫວ່າງບຸກຄົນທີ່ເໝາະສົມລະຫວ່າງຜູ້ຄົນ. ການທັກທາຍເຊິ່ງກັນແລະກັນເມື່ອພົບປະກັນແມ່ນຮູບແບບການພົວພັນທີ່ປົກກະຕິທີ່ສຸດ. ການທີ່ສາມາດທັກທາຍ ແລະ ສົນທະນາກັນຢ່າງປົກກະຕິໂດຍບໍ່ວາງທ່າ, ບໍ່ຄິດໄປເອງວ່າຮັກແພງກັນທັງທີ່ບໍ່ມີຄວາມຮັກ, ບໍ່ວາງຕົວເໜືອຄົນອື່ນ, ເວົ້າໂດຍບໍ່ກົດຂີ່ຄົນອື່ນ ຫຼື ຍົກຕົນເອງຂຶ້ນ, ເວົ້າ ແລະ ສື່ສານກັນຢ່າງປົກກະຕິ, ນີ້ຄືວິທີທີ່ຜູ້ທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນເວົ້າ ແລະ ສື່ສານ ແລະ ມັນກໍເປັນວິທີການພົວພັນຂັ້ນພື້ນຖານພາຍໃນການພົວພັນລະຫວ່າງບຸກຄົນທີ່ປົກກະຕິ. ປະຊາກອນທີ່ພຣະເຈົ້າເລືອກຄວນມີຈິດສຳນຶກ ແລະ ເຫດຜົນເປັນຢ່າງໜ້ອຍ ແລະ ພົວພັນ, ຄົບຫາສະມາຄົມ ແລະ ເຮັດວຽກຮ່ວມກັບຄົນອື່ນຕາມຫຼັກການ ແລະ ມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນ. ນີ້ຄືແນວທາງທີ່ດີທີ່ສຸດ. ສິ່ງນີ້ສາມາດເຮັດໃຫ້ພຣະເຈົ້າພໍພຣະໄທໄດ້. ສະນັ້ນ, ຫຼັກການຄວາມຈິງທີ່ພຣະເຈົ້າຮຽກຮ້ອງແມ່ນຫຍັງ? ນັ້ນກໍຄືການທີ່ຜູ້ຄົນເຂົ້າໃຈຄົນອື່ນເມື່ອພວກເຂົາອ່ອນແອ ແລະ ຄິດລົບ, ໂດຍຄຳນຶງເຖິງຄວາມເຈັບປວດ ແລະ ຄວາມຫຍຸ້ງຍາກຂອງພວກເຂົາ ແລ້ວສອບຖາມກ່ຽວກັບສິ່ງເຫຼົ່ານີ້, ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ແລະ ອ່ານພຣະທຳຂອງພຣະເຈົ້າໃຫ້ພວກເຂົາຟັງເພື່ອຊ່ວຍພວກເຂົາແກ້ໄຂບັນຫາຂອງພວກເຂົາ, ເຮັດໃຫ້ພວກເຂົາສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ເຊົາອ່ອນແອ ແລະ ນຳພາພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ. ວິທີການປະຕິບັດແບບນີ້ບໍ່ສອດຄ່ອງກັບຫຼັກການບໍ? ການປະຕິບັດດ້ວຍວິທີນີ້ແມ່ນສອດຄ່ອງກັບຫຼັກການຄວາມຈິງ. ໂດຍທຳມະຊາດແລ້ວ, ການພົວພັນປະເພດນີ້ຍິ່ງສອດຄ່ອງກັບຫຼັກການຄວາມຈິງຫຼາຍຂຶ້ນ. ເມື່ອຜູ້ຄົນເຈດຕະນາກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ ຫຼື ເຈດຕະນາປະຕິບັດໜ້າທີ່ຂອງຕົນແບບພໍແລ້ວມືແລ້ວຕີນ, ຖ້າເຈົ້າເຫັນສິ່ງນີ້ ແລະ ສາມາດຊີ້ແຈງສິ່ງເຫຼົ່ານີ້ໃຫ້ພວກເຂົາ, ຕຳໜິພວກເຂົາ ແລະ ຊ່ວຍເຫຼືອພວກເຂົາຕາມຫຼັກການ, ແລ້ວສິ່ງນີ້ກໍສອດຄ່ອງກັບຫຼັກການຄວາມຈິງ. ຖ້າເຈົ້າເມີນເສີຍ ຫຼື ໃຫ້ທ້າຍພຶດຕິກຳທີ່ບໍ່ດີຂອງພວກເຂົາ ແລະ ປົກປ້ອງພວກເຂົາ ແລະ ເຖິງຂັ້ນເວົ້າສິ່ງດີໆເພື່ອຍ້ອງຍໍ ແລະ ຊົມເຊີຍພວກເຂົາ, ວິທີການເຫຼົ່ານີ້ໃນການພົວພັນກັບຜູ້ຄົນ, ການຈັດການກັບປະເດັນ ແລະ ການແກ້ໄຂບັນຫາ, ເຫັນໄດ້ຊັດວ່າຂັດກັບຫຼັກການຄວາມຈິງ ແລະ ບໍ່ມີພື້ນຖານໃນພຣະທຳຂອງພຣະເຈົ້າ. ສະນັ້ນ, ວິທີການພົວພັນກັບຜູ້ຄົນ ແລະ ການຈັດການກັບປະເດັນເຫຼົ່ານີ້ແມ່ນບໍ່ເໝາະສົມຢ່າງເຫັນໄດ້ຊັດເຈນ ແລະ ສິ່ງນີ້ກໍບໍ່ແມ່ນເລື່ອງງ່າຍທີ່ຈະຄົ້ນພົບໄດ້ເລີຍ ຖ້າບໍ່ໄດ້ຮັບການໄຈ້ແຍກ ແລະ ການແຍກແຍະຕາມພຣະທຳຂອງພຣະເຈົ້າ. ຄົນທີ່ບໍ່ເຂົ້າໃຈຄວາມຈິງແມ່ນບໍ່ໜ້າຈະຮັບຮູ້ບັນຫາເຫຼົ່ານີ້ໄດ້ ແລະ ເຖິງແມ່ນວ່າພວກເຂົາຈະຍອມຮັບວ່ານີ້ແມ່ນບັນຫາ, ມັນກໍບໍ່ງ່າຍສຳລັບພວກເຂົາທີ່ຈະແກ້ໄຂພວກມັນໄດ້. ພວກເຮົາໄດ້ເວົ້າຢູ່ເລື້ອຍໆວ່າ ມວນມະນຸດທີ່ເສື່ອມຊາມທັງໝົດດຳລົງຊີວິດຕາມອຸປະນິໄສແບບຊາຕານ ແລະ ການສະແດງອອກເຫຼົ່ານີ້ກໍເປັນຫຼັກຖານຂອງສິ່ງນັ້ນ. ຕອນນີ້, ພວກເຈົ້າເຫັນແຈ້ງແລ້ວບໍ?
ຈຸດສຸມຫຼັກໃນການໂອ້ລົມຂອງພວກເຮົາໃນມື້ນີ້ແມ່ນເພື່ອເປີດໂປງການສະແດງອອກຂອງການພົວພັນທີ່ບໍ່ເໝາະສົມສີ່ປະເພດທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກ. ໃຜແດ່ທີ່ເປັນຜູ້ມີການພົວພັນທີ່ບໍ່ເໝາະສົມພາຍໃນຄຣິສຕະຈັກ? ສິ່ງໃດແທ້ທີ່ປະກອບເປັນການພົວພັນທີ່ບໍ່ເໝາະສົມ? ມີປະເດັນໃດແດ່ທີ່ກ່ຽວຂ້ອງກັບການມີການພົວພັນທີ່ບໍ່ເໝາະສົມ? ເນື່ອງຈາກຫົວຂໍ້ຫຼັກໃນການໂອ້ລົມຂອງພວກເຮົາກ່ຽວຂ້ອງກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ, ການສົນທະນາກ່ຽວກັບການພົວພັນທີ່ບໍ່ເໝາະສົມນີ້ຈຶ່ງຈຳກັດຢູ່ສະເພາະສິ່ງທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກເທົ່ານັ້ນ. ພວກເຮົາບໍ່ໄດ້ເໝົາລວມການພົວພັນທີ່ບໍ່ເໝາະສົມທຸກປະເພດເຂົ້າກັນແບບຊະຊາຍ ແລະ ເລື່ອງຕ່າງໆທີ່ຢູ່ນອກເໜືອຈາກຊີວິດຄຣິສຕະຈັກກໍບໍ່ກ່ຽວຂ້ອງກັບພວກເຮົາ. ພວກເຈົ້າຕ້ອງຢັ່ງຮູ້ເລື່ອງນີ້ໃຫ້ຖືກຕ້ອງຕົງຕາມຄວາມຈິງ ໂດຍບໍ່ມີການບ່ຽງເບນ. ສະນັ້ນ, ເມື່ອເວົ້າເຖິງການມີການພົວພັນທີ່ບໍ່ເໝາະສົມ, ປະເດັນໃດແດ່ ແລະ ການພົວພັນໃດແດ່ລະຫວ່າງຜູ້ຄົນທີ່ບໍ່ເໝາະສົມ? ການພົວພັນທີ່ບໍ່ເໝາະສົມໃດແດ່ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກ ແລະ ຕໍ່ຄົນສ່ວນໃຫຍ່? ປະເດັນເຫຼົ່ານີ້ຄຸ້ມຄ່າທີ່ຈະໂອ້ລົມກັນບໍ? (ຄຸ້ມຄ່າ). ສິ່ງເຫຼົ່ານີ້ແມ່ນເລື່ອງທີ່ຕ້ອງນໍາມາໂອ້ລົມກັນໃຫ້ຈະແຈ້ງໃນການໂອ້ລົມຂອງພວກເຮົາ.
1. ການພົວພັນທີ່ບໍ່ເໝາະສົມລະຫວ່າງຍິງຊາຍ
ໃນຊີວິດຄຣິສຕະຈັກ, ການພົວພັນທີ່ບໍ່ເໝາະສົມປະເພດໃດທີ່ພົບເຫັນຫຼາຍທີ່ສຸດ, ເຂົ້າໃຈງ່າຍທີ່ສຸດ ແລະ ຖືກກຳນົດລັກສະນະໄດ້ງ່າຍທີ່ສຸດ? (ການພົວພັນລະຫວ່າງຍິງ ແລະ ຊາຍ). ນີ້ແມ່ນດ້ານທຳອິດທີ່ເຂົ້າມາໃນຄວາມຄິດ ເມື່ອຜູ້ຄົນຄິດເຖິງການພົວພັນທີ່ບໍ່ເໝາະສົມ. ບາງຄົນ, ເມື່ອໃດກໍຕາມທີ່ພວກເຂົາຢູ່ໃນກຸ່ມ, ພວກເຂົາມັກຈະຈີບເພດກົງກັນຂ້າມສະເໝີ; ພວກເຂົາເຮັດທ່າທາງ ແລະ ການສະແດງອອກທີ່ສໍ່ໄປໃນທາງຊູ້ສາວ, ເວົ້າດ້ວຍລັກສະນະທີ່ສະແດງອອກເປັນພິເສດ ແລະ ມັກອວດອ້າງ. ຖ້າຈະໃຊ້ຄຳທີ່ບໍ່ເໝາະສົມ, ມັນກໍຄືການອວດອ້າງສະເໜ່ທາງເພດຂອງຕົນ. ພວກເຂົາມັກສະແດງຕົນວ່າເປັນຄົນສະຫຼາດ, ມີອາລົມຂັນ, ໂຣແມນຕິກ, ເປັນສຸພາບບຸລຸດ, ເປັນວິລະບຸລຸດ, ມີສະເໜ່ ແລະ ມີຄວາມຮູ້, ໃນບັນດາຄຸນສົມບັດອື່ນໆ ຕໍ່ໜ້າເພດກົງກັນຂ້າມ; ພວກເຂົາມັກອວດອ້າງເປັນພິເສດ. ເປັນຫຍັງພວກເຂົາຈຶ່ງອວດອ້າງ? ມັນບໍ່ແມ່ນເພື່ອຍາດຊີງສະຖານະ, ແຕ່ເພື່ອດຶງດູດເພດກົງກັນຂ້າມ. ຍິ່ງມີເພດກົງກັນຂ້າມໃຫ້ຄວາມສົນໃຈພວກເຂົາຫຼາຍເທົ່າໃດ, ໂດຍການສົ່ງສາຍຕາທີ່ຊື່ນຊົມ, ເຄົາລົບນັບຖື ແລະ ຫຼົງໄຫຼມາໃຫ້, ພວກເຂົາກໍຍິ່ງຕື່ນເຕັ້ນ ແລະ ມີກຳລັງວັງຊາຫຼາຍຂຶ້ນເທົ່ານັ້ນ. ເມື່ອພວກເຂົາໃຊ້ເວລາເຂົ້າຮ່ວມໃນຊີວິດຄຣິສຕະຈັກຫຼາຍຂຶ້ນ ແລະ ໄດ້ພົບປະກັບຜູ້ຄົນຫຼາຍຂຶ້ນ, ພວກເຂົາກໍຈະເລັງເປົ້າໝາຍໄປທີ່ບຸກຄົນຈຳນວນໜຶ່ງ, ຈີບ ແລະ ແລກປ່ຽນສາຍຕາກັບເພດກົງກັນຂ້າມບາງຄົນ, ມັກຈະເວົ້າໃນລັກສະນະທີ່ຍົ້ວະເຍົ້າ, ແມ່ນແຕ່ມີລັກສະນະຂອງການລ່ວງລະເມີດທາງເພດເລັກນ້ອຍ. ການພົວພັນລະຫວ່າງຜູ້ຄົນແບບນີ້ເໝາະສົມບໍ? (ບໍ່). ສິ່ງນີ້ປະກອບເປັນການມີການພົວພັນທີ່ບໍ່ເໝາະສົມ. ບຸກຄົນດັ່ງກ່າວເຖິງກັບໃຊ້ເວລາໃນການເຕົ້າໂຮມເພື່ອອວດອ້າງ, ໂດຍເວົ້າເພື່ອໃຫ້ເບິ່ງຄືວ່າສະຫຼາດ ແລະ ມີສະເໜ່ເປັນພິເສດຕໍ່ໜ້າຄົນທີ່ພວກເຂົາມັກ ຫຼື ສົນໃຈ, ເຮັດທ່າທາງ ແລະ ສົ່ງສາຍຕາທີ່ສໍ່ໄປໃນທາງຊູ້ສາວ, ສະແດງສີໜ້າຢ່າງຜູ້ມີໄຊ ແລະ ໜ້າຕື່ນເຕັ້ນ, ເຖິງກັບເຕັ້ນໄປມາ, ທັງໝົດນີ້ມີຈຸດປະສົງຫຍັງ? ມັນແມ່ນເພື່ອຍົ້ວຍວນເພດກົງກັນຂ້າມໃຫ້ເຂົ້າສູ່ການພົວພັນທີ່ບໍ່ເໝາະສົມ. ເຖິງວ່າອ້າຍເອື້ອຍນ້ອງຫຼາຍຄົນຈະຮູ້ສຶກລັງກຽດເລື່ອງນີ້ກໍຕາມ ແລະ ເຖິງແມ່ນວ່າຈະມີຄຳເຕືອນຫຼາຍຄັ້ງຈາກຄົນອ້ອມຂ້າງ, ພວກເຂົາກໍຍັງບໍ່ຢຸດ ແລະ ຍັງຄົງດື້ດຶງໃນການຍົ້ວຍວນຕາມອຳເພີໃຈຂອງພວກເຂົາ. ຖ້າການພົວພັນທີ່ບໍ່ເໝາະສົມດັ່ງກ່າວກ່ຽວຂ້ອງກັບຄົນພຽງສອງຄົນທີ່ກຳລັງຈີບກັນຢູ່ນອກຊີວິດຄຣິສຕະຈັກ ແລະ ບໍ່ສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກ ຫຼື ວຽກງານຂອງຄຣິສຕະຈັກ, ແລ້ວເລື່ອງນັ້ນກໍສາມາດປະໄວ້ກ່ອນໄດ້ໃນເວລານີ້. ແນວໃດກໍຕາມ, ຖ້າຜູ້ທີ່ມີການພົວພັນທີ່ບໍ່ເໝາະສົມມີພຶດຕິກຳເຊັ່ນນີ້ເປັນນິໄສພາຍໃນຊີວິດຄຣິສຕະຈັກ ແລະ ກໍ່ໃຫ້ເກີດການລົບກວນຕໍ່ຄົນອື່ນ, ພວກເຂົາກໍຄວນຖືກຕັກເຕືອນ ແລະ ຖືກຈຳກັດ. ຖ້າພວກເຂົາຍັງຄົງແກ້ໄຂບໍ່ໄດ້ເຖິງວ່າຈະມີການຕັກເຕືອນຊໍ້າແລ້ວຊໍ້າອີກ ແລະ ໄດ້ລົບກວນຊີວິດຄຣິສຕະຈັກຢ່າງຮ້າຍແຮງແລ້ວ, ພວກເຂົາກໍຄວນຖືກຄັດອອກຈາກຄຣິສຕະຈັກຜ່ານການລົງຄະແນນສຽງໂດຍປະຊາກອນທີ່ພຣະເຈົ້າເລືອກ. ແນວທາງນີ້ເໝາະສົມບໍ? (ເໝາະສົມ). ຖ້າເປັນພຽງຄົນໜຸ່ມສາວທີ່ຄົບຫາກັນຕາມປົກກະຕິ, ພວກເຂົາກໍຄວນສຳລວມໃນລະຫວ່າງການເຕົ້າໂຮມເພື່ອບໍ່ໃຫ້ກະທົບຄົນອື່ນ. ຄຣິສຕະຈັກແມ່ນສະຖານທີ່ສຳລັບການນະມັດສະການພຣະເຈົ້າ, ສຳລັບການອ່ານພ້ອມອະທິຖານພຣະທຳຂອງພຣະເຈົ້າ ແລະ ການດຳເນີນຊີວິດຄຣິສຕະຈັກ; ບໍ່ຄວນນຳເອົາຄວາມມັກຮັກສ່ວນຕົວເຂົ້າມາໃນຊີວິດຄຣິສຕະຈັກເພື່ອລົບກວນຄົນອື່ນ. ຖ້າມັນກໍ່ໃຫ້ເກີດການລົບກວນຕໍ່ຄົນອື່ນ, ສົ່ງຜົນກະທົບຕໍ່ອາລົມຂອງຄົນອື່ນໃນລະຫວ່າງການເຕົ້າໂຮມ, ສົ່ງຜົນກະທົບຕໍ່ການອ່ານພຣະທຳຂອງພຣະເຈົ້າຂອງຄົນອື່ນ ແລະ ຄວາມເຂົ້າໃຈ ແລະ ຄວາມຮູ້ຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ, ເຮັດໃຫ້ຄົນຈຳນວນຫຼາຍຂຶ້ນຂາດສະມາທິ ແລະ ຖືກລົບກວນ, ແລ້ວການພົວພັນດັ່ງກ່າວກໍຖືກກຳນົດລັກສະນະວ່າເປັນການພົວພັນທີ່ບໍ່ເໝາະສົມ. ແມ່ນແຕ່ການຄົບຫາກັນແບບຖືກຕ້ອງ, ຖ້າມັນກໍ່ໃຫ້ເກີດການລົບກວນຕໍ່ຄົນອື່ນ, ກໍຈະຖືກກຳນົດລັກສະນະວ່າເປັນການພົວພັນທີ່ບໍ່ເໝາະສົມ, ບໍ່ຕ້ອງເວົ້າເຖິງການຍົ້ວຍວນເພດກົງກັນຂ້າມນອກເໜືອຈາກການຄົບຫາກັນ. ສະນັ້ນ, ຖ້າຄົນໃດຄົນໜຶ່ງມີການພົວພັນທີ່ບໍ່ເໝາະສົມພາຍໃນຊີວິດຄຣິສຕະຈັກ, ພວກເຂົາບໍ່ຄວນໄດ້ຮັບອະນຸຍາດໂດຍປະລິຍາຍ ຫຼື ຖືກຕາມໃຈ ແຕ່ຄວນໄດ້ຮັບການຕັກເຕືອນ, ການຈຳກັດ ແລະ ແມ່ນແຕ່ການຄັດອອກຕາມຫຼັກການ. ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນດຳເນີນການ. ຖ້າຫາກພົບເຫັນວ່າຄົນໃດໜຶ່ງມີການພົວພັນທີ່ບໍ່ເໝາະສົມ ແລະ ໄດ້ກໍ່ໃຫ້ເກີດການລົບກວນຕໍ່ຄົນສ່ວນໃຫຍ່ໃນຄຣິສຕະຈັກ, ໂດຍການມີໜ້າຂອງພວກເຂົາພາໃຫ້ຄົນອື່ນຂາດສະມາທິ ແລະ ຕົກຢູ່ໃນບ້ວງແຫ່ງຄວາມຄິດທີ່ເຕັມໄປດ້ວຍຕັນຫາ, ເຖິງກັບພາໄປເຖິງການແຕກແຍກຂອງຄອບຄົວ ແລະ ເຮັດໃຫ້ຜູ້ເຊື່ອໃໝ່ບາງຄົນສູນເສຍຄວາມສົນໃຈໃນການເຕົ້າໂຮມ, ການອ່ານພຣະທຳຂອງພຣະເຈົ້າ ຫຼື ແມ່ນແຕ່ໃນຄວາມເຊື່ອເອງ, ແຕ່ກົງກັນຂ້າມກັບຫຼົງໄຫຼໃນຕົວຄົນທີ່ພວກເຂົາຊື່ນຊົມຫຼາຍຂຶ້ນ, ປາຖະໜາທີ່ຈະໜີຕາມກັນໄປກັບພວກເຂົາ ແລະ ໃຊ້ຊີວິດຮ່ວມກັນ ແລະ ປະຖິ້ມຄວາມເຊື່ອຂອງພວກເຂົາ, ຖ້າຄວາມຮຸນແຮງຂອງສະຖານະການໄດ້ເພີ່ມຂຶ້ນເຖິງລະດັບນີ້, ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກຍັງບໍ່ເອົາໃຈໃສ່ຢ່າງຈິງຈັງ, ໂດຍຄິດວ່າມັນເປັນພຽງຕັນຫາຂອງມະນຸດທີ່ກຳລັງອອກລິດ, ວ່າມັນບໍ່ແມ່ນເລື່ອງໃຫຍ່ ແລະ ເປັນສິ່ງທີ່ຄົນທຳມະດາທົ່ວໄປກໍເຮັດກັນ, ໂດຍບໍ່ຮັບຮູ້ເຖິງຄວາມຮ້າຍແຮງຂອງບັນຫາ ຫຼື ຍິ່ງໄປກວ່ານັ້ນກໍຄືບໍ່ຮັບຮູ້ວ່າບັນຫາສາມາດພັດທະນາໄປໄກສໍ່າໃດ, ແຕ່ກົງກັນຂ້າມກັບບໍ່ໃສ່ໃຈມັນ, ໂດຍມີປະຕິກິລິຍາທີ່ດ້ານຊາ ແລະ ສະໝອງທື້ເປັນພິເສດຕໍ່ເລື່ອງດັ່ງກ່າວ, ຈົນໃນທີ່ສຸດກໍກໍ່ໃຫ້ເກີດຜົນກະທົບທີ່ບໍ່ດີຕໍ່ຄົນສ່ວນໃຫຍ່ໃນຄຣິສຕະຈັກ, ແລ້ວລັກສະນະຂອງເຫດການເຫຼົ່ານີ້ກໍປະກອບເປັນການຂັດຂວາງ ແລະ ການລົບກວນທີ່ຮ້າຍແຮງ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນປະກອບເປັນການຂັດຂວາງ ແລະ ການລົບກວນທີ່ຮ້າຍແຮງ? ເພາະວ່າເຫດການເຫຼົ່ານີ້ລົບກວນ ແລະ ສ້າງຄວາມເສຍຫາຍຕໍ່ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ. ສະນັ້ນ, ເມື່ອບຸກຄົນດັ່ງກ່າວປາກົດຕົວຂຶ້ນໃນຄຣິສຕະຈັກ, ພວກເຂົາຄວນຖືກຈຳກັດ, ບໍ່ວ່າຈະມີຈຳນວນໜ້ອຍ ຫຼື ຫຼາຍກໍຕາມ, ໂດຍຮັບປະກັນວ່າແຕ່ລະກໍລະນີຈະຖືກຈັດການ ແລະ ຖ້າສະຖານະການຮ້າຍແຮງ, ພວກເຂົາກໍຕ້ອງຖືກແຍກອອກໄປ. ຖ້າການແຍກອອກໄປບໍ່ໄດ້ຜົນ ແລະ ພວກເຂົາຍັງຄົງສືບຕໍ່ຍົ້ວຍວນເພດກົງກັນຂ້າມ, ລົບກວນຊີວິດຄຣິສຕະຈັກ ແລະ ສ້າງຄວາມເສຍຫາຍຕໍ່ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ, ແລ້ວພວກເຂົາກໍຄວນຖືກຄັດອອກຈາກຄຣິສຕະຈັກຕາມຫຼັກການ. ແນວທາງນີ້ເໝາະສົມບໍ? (ເໝາະສົມ). ຜົນກະທົບຂອງເລື່ອງດັ່ງກ່າວຕໍ່ຊີວິດຄຣິສຕະຈັກ ແລະ ຕໍ່ວຽກງານຂອງຄຣິສຕະຈັກແມ່ນເປັນອັນຕະລາຍຢ່າງຍິ່ງ; ພວກມັນປຽບເໝືອນໂລກລະບາດ ແລະ ຕ້ອງຖືກກຳຈັດໃຫ້ໝົດໄປ.
ທຸກຄົນທີ່ມີແນວໂນ້ມທີ່ຈະຍົ້ວຍວນເພດກົງກັນຂ້າມກໍຈະເຮັດເຊັ່ນນັ້ນຢູ່ທຸກບ່ອນທີ່ພວກເຂົາໄປ, ໂດຍມີສ່ວນຮ່ວມໃນພຶດຕິກຳດັ່ງກ່າວຢ່າງບໍ່ອິດເມື່ອຍ. ເປົ້າໝາຍຂອງພວກເຂົາໃນການຍົ້ວຍວນ ແລະ ການລວນລາມມັກຈະເປັນບຸກຄົນທີ່ໜຸ່ມນ້ອຍ ແລະ ໜ້າຕາດີ, ແຕ່ບາງຄັ້ງພວກເຂົາກໍກ່ຽວຂ້ອງກັບຄົນໄວກາງຄົນເຊັ່ນກັນ, ໃຜກໍຕາມທີ່ພວກເຂົາເຫັນວ່າໜ້າສົນໃຈ, ພວກເຂົາກໍຈະເປັນຝ່າຍຕັ້ງໜ້າຊອກຫາໂອກາດເພື່ອຍົ້ວຍວນ. ຖ້າພວກເຂົາຕັ້ງໃຈທີ່ຈະຍົ້ວຍວນຄົນອື່ນ, ບາງຄົນກໍບໍ່ສາມາດຕ້ານທານການຊັກຈູງໄດ້ ແລະ ຈະຖືກຫຼອກລວງ, ເຊິ່ງນຳໄປສູ່ການພົວພັນທີ່ບໍ່ເໝາະສົມໄດ້ຢ່າງງ່າຍດາຍ. ເພາະວ່າວຸດທິພາວະຂອງຜູ້ຄົນຍັງນ້ອຍຢູ່ ແລະ ພວກເຂົາຂາດຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ທັງຍັງຂາດຄວາມເຂົ້າໃຈໃນຄວາມຈິງ, ພວກເຂົາຈະສາມາດເອົາຊະນະການລອງໃຈເຫຼົ່ານີ້ ແລະ ຕ້ານທານການລໍ້ລວງດັ່ງກ່າວໄດ້ແນວໃດ? ວຸດທິພາວະຂອງຜູ້ຄົນຍັງນ້ອຍຢູ່; ພວກເຂົາອ່ອນແອ ແລະ ໄຮ້ກຳລັງເປັນພິເສດເມື່ອປະເຊີນກັບການລອງໃຈ ແລະ ການລໍ້ລວງເຫຼົ່ານີ້. ມັນເປັນເລື່ອງຍາກສຳລັບພວກເຂົາທີ່ຈະບໍ່ໄດ້ຮັບຜົນກະທົບ. ເຄີຍມີຜູ້ນໍາຊາຍຄົນໜຶ່ງທີ່ຈະພະຍາຍາມຍົ້ວຍວນຜູ້ຍິງງາມທຸກຄົນທີ່ລາວເຫັນ; ບາງຄັ້ງ, ການຍົ້ວຍວນພຽງຄົນດຽວກໍບໍ່ພຽງພໍ, ລາວອາດຈະຍົ້ວຍວນຜູ້ຍິງສາມ ຫຼື ສີ່ຄົນ, ເຮັດໃຫ້ພວກເຂົາທຸກຄົນຫຼົງໄຫຼໃນຕົວລາວຈົນກິນບໍ່ໄດ້ນອນບໍ່ຫຼັບ ແລະ ແມ່ນແຕ່ສູນເສຍຄວາມປາຖະໜາທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ນັ້ນຄື “ສະເໜ່” ຂອງຜູ້ຊາຍຄົນນີ້. ຖ້າລາວພຽງແຕ່ພົວພັນກັບຜູ້ຄົນຕາມປົກກະຕິ, ໂດຍບໍ່ໄດ້ພະຍາຍາມຍົ້ວຍວນພວກເຂົາໂດຍເຈດຕະນາ, ອິດທິພົນຂອງລາວກໍຄົງຈະບໍ່ກວ້າງຂວາງປານນັ້ນ. ມັນເປັນພຽງຕອນທີ່ລາວເຈດຕະນາສະແດງລະຄອນ ແລະ ຍົ້ວຍວນຄົນອື່ນເທົ່ານັ້ນທີ່ເຮັດໃຫ້ຄົນຕົກເປັນເຫຍື່ອຂອງລາວນັບມື້ນັບຫຼາຍຂຶ້ນ, ເພີ່ມຈຳນວນຜູ້ທີ່ຖືກຍົ້ວຍວນໃຫ້ມີການພົວພັນທີ່ບໍ່ເໝາະສົມກັບລາວ. ຜູ້ຄົນກາຍເປັນຄົນທີ່ໄຮ້ກຳລັງທີ່ຈະຕ້ານທານ ແລະ ຕົກຢູ່ໃນການລອງໃຈເຫຼົ່ານີ້. ນີ້ຄື “ສະເໜ່” ຂອງຕັນຫາ; ສິ່ງທີ່ລາວເຮັດໄດ້ສ້າງການລອງໃຈ, ການລໍ້ລວງ ແລະ ການລົບກວນໃຫ້ທັງສອງຝ່າຍ. ຜູ້ຊາຍຄົນໜຶ່ງຍົ້ວຍວນຜູ້ຍິງຫຼາຍຄົນພ້ອມກັນ, ໃຈຂອງລາວປັ່ນປ່ວນ ຫຼື ບໍ່? ຄວນໃສ່ໃຈຜູ້ຍິງຄົນໃດກ່ອນ, ຄວນເຮັດໃຫ້ໃຜພໍໃຈກ່ອນ, ລາວຈະບໍ່ເມື່ອຍທາງຈິດໃຈບໍ? (ແມ່ນແລ້ວ). ຖ້າມັນເມື່ອຍປານນັ້ນ, ເປັນຫຍັງລາວຈຶ່ງຍັງຄົງປະພຶດຕົວແບບນີ້ຕໍ່ໄປ? ນີ້ຄືຄວາມຊົ່ວຮ້າຍ; ລາວກໍເປັນຄົນປະເພດນີ້ແຫຼະ, ນີ້ຄືທຳມະຊາດຂອງລາວ. ເມື່ອເຫຍື່ອຖືກຍົ້ວຍວນ ແລະ ຕົກຢູ່ໃນການລອງໃຈ, ມັນງ່າຍບໍສຳລັບພວກເຂົາທີ່ຈະຫຼຸດພົ້ນອອກຈາກການລອງໃຈ? ເມື່ອຕົກຢູ່ໃນການລອງໃຈແລ້ວ, ມັນກໍຈະເປັນການຍາກທີ່ຈະຫຼຸດພົ້ນອອກມາໄດ້. ການກິນ, ການນອນ, ການຍ່າງ, ການປະຕິບັດໜ້າທີ່, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ຈິດໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມຄິດກ່ຽວກັບຄົນຜູ້ນີ້, ຫົວໃຈຂອງພວກເຂົາກໍຖືກຄອບງຳໂດຍຄົນຜູ້ນີ້. ການລົບກວນດັ່ງກ່າວແມ່ນຮ້າຍແຮງຢ່າງຍິ່ງ! ສິ່ງທີ່ຕາມມາກໍຄືການຄິດຢູ່ຕະຫຼອດເວລາວ່າຈະເຮັດໃຫ້ຄົນຜູ້ນີ້ພໍໃຈໄດ້ແນວໃດ, ຈະສະເໜີຕົວໃຫ້ລາວແນວໃດ, ຈະເອົາຊະນະໃຈລາວໄດ້ແນວໃດ, ຈະຜູກຂາດລາວໄດ້ແນວໃດ, ຈະແຂ່ງຂັນ ແລະ ຕໍ່ສູ້ກັບຄູ່ແຂ່ງຄົນອື່ນໆແນວໃດ. ສິ່ງເຫຼົ່ານີ້ບໍ່ແມ່ນຜົນສະທ້ອນຂອງການຖືກລົບກວນບໍ? ມັນງ່າຍບໍທີ່ຈະຫຼຸດພົ້ນອອກຈາກສະພາບດັ່ງກ່າວ? (ບໍ່ງ່າຍ). ຜົນສະທ້ອນກໍກາຍເປັນເລື່ອງຮ້າຍແຮງ. ໃນເວລານີ້, ຫົວໃຈຂອງຄົນເຮົາຍັງສາມາດສະຫງົບຢູ່ຕໍ່ໜ້າພຣະເຈົ້າໄດ້ບໍ? ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາຍັງສາມາດຊຶມຊັບພຣະທຳເຫຼົ່ານັ້ນໄດ້ບໍ? ພວກເຂົາຍັງສາມາດມີຄວາມສະຫວ່າງໄດ້ບໍ? ໃນລະຫວ່າງການເຕົ້າໂຮມ, ພວກເຂົາຍັງຈະມີອາລົມທີ່ຈະໄຕ່ຕອງ ແລະ ໂອ້ລົມພຣະທຳຂອງພຣະເຈົ້າ ແລະ ຟັງຄົນອື່ນແບ່ງປັນພຣະທຳຂອງພຣະເຈົ້າບໍ? ພວກເຂົາຈະບໍ່ມີ; ຫົວໃຈຂອງພວກເຂົາຈະເຕັມໄປດ້ວຍຕັນຫາ, ດ້ວຍສິ່ງທີ່ພວກເຂົາເຄົາລົບບູຊາ, ປາສະຈາກເລື່ອງທີ່ຈິງຈັງໃດໆ, ແມ່ນແຕ່ພຣະເຈົ້າກໍຈະຫາຍໄປຈາກຫົວໃຈຂອງພວກເຂົາ. ສິ່ງທີ່ຕາມມາກໍຄືການຄິດໄຕ່ຕອງກ່ຽວກັບວິທີທີ່ຈະປະສົບກັບຄວາມຮັກ, ວິທີທີ່ຈະເປັນຄົນໂຣແມນຕິກ ແລະ ອື່ນໆ ແລະ ຄວາມປາຖະໜາທີ່ຈະເຊື່ອໃນພຣະເຈົ້າກໍສູນຫາຍໄປຢ່າງສິ້ນເຊີງ. ຜົນສະທ້ອນເຫຼົ່ານີ້ດີບໍ? ນີ້ແມ່ນສິ່ງທີ່ຜູ້ຄົນປາຖະໜາຢາກເຫັນບໍ? (ບໍ່). ຜົນສະທ້ອນຂອງການຖືກຍົ້ວຍວນ ແລະ ການຕົກຢູ່ໃນການລອງໃຈເປັນສິ່ງທີ່ຜູ້ຄົນສາມາດປ້ອງກັນໄດ້ບໍ? ຜູ້ຄົນສາມາດຄວບຄຸມຜົນສະທ້ອນເຫຼົ່ານີ້ໄດ້ບໍ? ມັນຂຶ້ນກັບພວກເຂົາທີ່ຈະຕັດສິນໃຈໄດ້ບໍ? ພວກເຂົາສາມາດບັນລຸລະດັບທີ່ສາມາດຢຸດໄດ້ເມື່ອພວກເຂົາປາຖະໜາໃນໃຈຂອງພວກເຂົາບໍ? ບໍ່ມີໃຜສາມາດບັນລຸສິ່ງນີ້ໄດ້. ນີ້ຄືຜົນສະທ້ອນຂອງການລົບກວນທີ່ເກີດຈາກການພົວພັນທີ່ບໍ່ເໝາະສົມດັ່ງກ່າວຕໍ່ຜູ້ຄົນ. ເມື່ອພຣະເຈົ້າບໍ່ຢູ່ໃນຫົວໃຈຂອງຄົນເຮົາ ແລະ ຄົນເຮົາບໍ່ປາຖະໜາທີ່ຈະອ່ານພຣະທຳຂອງພຣະເຈົ້າອີກຕໍ່ໄປ, ຜົນສະທ້ອນແມ່ນຫຍັງ? ຍັງມີຄວາມຫວັງສຳລັບຄວາມລອດພົ້ນຢູ່ບໍ? ຄວາມຫວັງສຳລັບຄວາມລອດພົ້ນກໍກາຍເປັນສູນ. ທຸກສິ່ງທຸກຢ່າງກໍສູນເສຍໄປ; ຫຼັກຄຳສອນເລັກໆນ້ອຍໆທີ່ເຄີຍເຂົ້າໃຈມາກ່ອນ, ຄວາມຕັ້ງໃຈ ແລະ ຄວາມຕັດສິນໃຈທີ່ຈະເສຍສະລະຕົນເອງເພື່ອພຣະເຈົ້າ ແລະ ຄວາມປາຖະໜາທີ່ຈະໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າກໍລ້ວນແຕ່ຖືກໂຍນຖິ້ມໄປ, ສິ່ງເຫຼົ່ານີ້ຄືຜົນສະທ້ອນ. ຜູ້ຄົນຕີຕົວອອກຫ່າງຈາກພຣະເຈົ້າ ແລະ ປະຕິເສດພຣະອົງໃນໃຈຂອງພວກເຂົາ ແລະ ພວກເຂົາກໍຖືກປະຕິເສດໂດຍພຣະເຈົ້າເຊັ່ນກັນ. ຜົນສະທ້ອນນີ້ບໍ່ແມ່ນສິ່ງທີ່ຜູ້ໃດທີ່ເຊື່ອ ແລະ ຕິດຕາມພຣະເຈົ້າປາຖະໜາຢາກເຫັນ, ທັງບໍ່ແມ່ນຄວາມຈິງທີ່ຜູ້ຕິດຕາມພຣະເຈົ້າຄົນໃດສາມາດຍອມຮັບໄດ້. ແນວໃດກໍຕາມ, ເມື່ອຜູ້ຄົນຕົກຢູ່ໃນການລອງໃຈດັ່ງກ່າວ ແລະ ຕົກຢູ່ໃນວັງວົນຂອງການພົວພັນທີ່ບໍ່ເໝາະສົມ, ພວກເຂົາກໍພົບວ່າມັນຍາກທີ່ຈະຖອນຕົວອອກມາ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ສາມາດຄວບຄຸມຕົນເອງໄດ້. ສະນັ້ນ, ການພົວພັນທີ່ບໍ່ເໝາະສົມດັ່ງກ່າວຄວນຖືກຈຳກັດ. ໃນກໍລະນີທີ່ຮ້າຍແຮງ, ສຳລັບຜູ້ທີ່ລົບກວນ ແລະ ລວນລາມເພດກົງກັນຂ້າມຢ່າງສະໝໍ່າສະເໝີ, ພວກເຂົາຄວນຖືກຊຳລະລ້າງອອກຈາກຄຣິສຕະຈັກໂດຍທັນທີ ແລະ ຢ່າງວ່ອງໄວ, ເພື່ອບໍ່ໃຫ້ພວກເຂົາລົບກວນຊີວິດຄຣິສຕະຈັກ ແລະ ຍິ່ງໄປກວ່ານັ້ນ, ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນຕົກຢູ່ໃນບ້ວງແຫ່ງການລອງໃຈ. ແນວທາງນີ້ສົມເຫດສົມຜົນບໍ? (ສົມເຫດສົມຜົນ).
ໃນຂໍ້ທີສິບສອງຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງພະຍາຍາມຢ່າງສຸດຄວາມສາມາດໃນແຕ່ລະໜ້າວຽກເພື່ອຮັບປະກັນວ່າປະຊາກອນທີ່ພຣະເຈົ້າເລືອກສາມາດດຳເນີນຊີວິດຄຣິສຕະຈັກທີ່ປົກກະຕິໄດ້, ປົກປ້ອງອ້າຍເອື້ອຍນ້ອງຈາກການແຊກແຊງ ຫຼື ການລົບກວນໃດໆໃນຊີວິດຄຣິສຕະຈັກ. ນີ້ໝາຍເຖິງການປົກປ້ອງອ້າຍເອື້ອຍນ້ອງທຸກຄົນທີ່ສາມາດດຳເນີນຊີວິດຄຣິສຕະຈັກທີ່ປົກກະຕິໄດ້. ສິ່ງໃດແທ້ທີ່ຄວນໄດ້ຮັບການປົກປ້ອງ? ອ້າຍເອື້ອຍນ້ອງຄວນໄດ້ຮັບການປົກປ້ອງເພື່ອໃຫ້ພວກເຂົາສາມາດມາຢູ່ຕໍ່ໜ້າພຣະເຈົ້າດ້ວຍຄວາມສະຫງົບໃນລະຫວ່າງການເຕົ້າໂຮມ ແລະ ການອ່ານພ້ອມອະທິຖານ ແລະ ແບ່ງປັນພຣະທຳຂອງພຣະເຈົ້າຢ່າງສັນຕິ; ໃນເວລາດຽວກັນ, ອ້າຍເອື້ອຍນ້ອງຄວນສາມາດອະທິຖານຕໍ່ພຣະເຈົ້າດ້ວຍຈິດໃຈເປັນໜຶ່ງດຽວກັນ, ສະແຫວງຫາເຈດຕະນາຂອງພຣະເຈົ້າ, ສະແຫວງຫາຄວາມສະຫວ່າງ ແລະ ການໃຫ້ແສງເຍື່ອງທາງຈາກພຣະເຈົ້າ, ໄດ້ຮັບການຊົງສະຖິດຢູ່ຂອງພຣະເຈົ້າ ແລະ ໄດ້ຮັບພອນ ແລະ ການຊີ້ນໍາຈາກພຣະເຈົ້າ. ນີ້ຄືຜົນປະໂຫຍດທີ່ຍິ່ງໃຫຍ່ທີ່ສຸດ ແລະ ສໍາຄັນທີ່ສຸດຂອງອ້າຍເອື້ອຍນ້ອງທຸກຄົນ ແລະ ມັນກໍຈຳເປັນຕໍ່ທຸກຄົນ; ມັນກ່ຽວຂ້ອງກັບວ່າພວກເຂົາຈະສາມາດໄດ້ຮັບຄວາມລອດພົ້ນ ຫຼື ບໍ່ ແລະ ພວກເຂົາຈະສາມາດມີຈຸດໝາຍປາຍທາງທີ່ດີ ຫຼື ບໍ່. ສະນັ້ນ, ມັນຈຶ່ງຈຳເປັນທີ່ຈະຕ້ອງຈຳກັດ, ແຍກອອກໄປ ຫຼື ຄັດອອກຜູ້ທີ່ມີການພົວພັນທີ່ບໍ່ເໝາະສົມພາຍໃນຄຣິສຕະຈັກຢ່າງເຂັ້ມງວດ; ໂດຍສະເພາະ, ຜູ້ທີ່ມີການພົວພັນລະຫວ່າງຍິງຊາຍຕ້ອງຖືກຕິດຕາມກວດກາຢ່າງເຂັ້ມງວດ. ການຕິດຕາມກວດກາໝາຍຄວາມວ່າແນວໃດ? ຖ້າມັນເປັນພຽງກໍລະນີເລັກນ້ອຍ, ພວກເຂົາຄວນຖືກເປີດໂປງ ແລະ ຖືກລິຮານ ແລະ ຖືກຢຸດຢັ້ງ ແລະ ຖືກຈຳກັດໂດຍທັນທີ ແລະ ຖືກປ້ອງກັນບໍ່ໃຫ້ສົ່ງຜົນກະທົບຕໍ່ຄົນອື່ນ. ຖ້າມັນເປັນກໍລະນີທີ່ຮ້າຍແຮງ, ມັນຈຳເປັນທີ່ຈະຕ້ອງກະທຳຢ່າງເດັດຂາດ ແລະ ໂດຍບໍ່ລັງເລ; ພວກເຂົາຄວນຖືກຄັດອອກຈາກຄຣິສຕະຈັກໂດຍໄວເທົ່າທີ່ຈະໄວໄດ້ເພື່ອປ້ອງກັນບໍ່ໃຫ້ພວກເຂົາລົບກວນຄົນຈຳນວນຫຼາຍຂຶ້ນ. ຖ້າພວກເຂົາປາຖະໜາທີ່ຈະກໍ່ໃຫ້ເກີດການລົບກວນ, ກໍໃຫ້ພວກເຂົາເຮັດເຊັ່ນນັ້ນຢູ່ຂ້າງນອກໃນໂລກ, ລົບກວນໃຜກໍຕາມທີ່ພວກເຂົາປາຖະໜາ; ສະຫຼຸບແລ້ວກໍຄືອ້າຍເອື້ອຍນ້ອງທຸກຄົນໃນຊີວິດຄຣິສຕະຈັກທີ່ກຳລັງສະແຫວງຫາຄວາມຈິງບໍ່ຄວນຖືກພວກເຂົາລົບກວນ. ນີ້ຄືຫຼັກການ ແລະ ເປົ້າໝາຍຫຼັກສຳລັບວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກໃນສ່ວນທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບທີສິບສອງນີ້.
2. ການພົວພັນແບບຮັກຮ່ວມເພດ
ກ່ຽວກັບບັນຫາເລື່ອງການພົວພັນທີ່ບໍ່ເໝາະສົມ, ສິ່ງທີ່ພວກເຮົາໄດ້ໂອ້ລົມກັນເປັນຫຼັກເມື່ອກີ້ນີ້ແມ່ນການມີການພົວພັນທີ່ບໍ່ເໝາະສົມລະຫວ່າງເພດ. ໃນກໍລະນີທີ່ມັນກ່ຽວຂ້ອງກັບການຍົ້ວຍວນ, ການລໍ້ລວງ, ການອວດອ້າງ ແລະ ການຢອກເຢົ້າເພດກົງກັນຂ້າມ; ການຕັ້ງໜ້າເຂົ້າຫາ ແລະ ພະຍາຍາມຕີສະໜິດສະໜົມກັບພວກເຂົາ ແລະ ມັກຈະຕັ້ງໃຈ ຫຼື ບໍ່ຕັ້ງໃຈທີ່ຈະຊອກບ່ອນນັ່ງໃກ້ພວກເຂົາໃນເວລາເຕົ້າໂຮມ; ນອກຈາກນີ້, ບໍ່ພຽງແຕ່ຍົ້ວຍວນຄົນດຽວ, ແຕ່ກໍປ່ຽນໄປຫາຄົນອື່ນຖ້າຄວາມພະຍາຍາມຄັ້ງທຳອິດລົ້ມເຫຼວ, ຈົນເຮັດໃຫ້ສະມາຊິກເພດກົງກັນຂ້າມຫຼາຍຄົນໃນຄຣິສຕະຈັກຖືກລວນລາມ, ແລ້ວບັນຫານີ້ກໍກາຍເປັນເລື່ອງຮ້າຍແຮງ. ນີ້ກວມເອົາການພົວພັນທີ່ບໍ່ເໝາະສົມລະຫວ່າງເພດ. ນອກເໜືອຈາກການພົວພັນກັບເພດກົງກັນຂ້າມ, ຍັງມີການພົວພັນທີ່ບໍ່ເໝາະສົມບາງຢ່າງໃນກຸ່ມຄົນທີ່ເປັນເພດດຽວກັນ. ຖ້າຄົນສອງຄົນທີ່ເປັນເພດດຽວກັນມີຄວາມສຳພັນທີ່ເປັນມິດກັນເປັນພິເສດ, ຮູ້ຈັກກັນມາເປັນເວລາດົນ ແລະ ຂ້ອນຂ້າງໃກ້ຊິດສະໜິດສະໜົມກັນ, ແລ້ວມັນກໍເປັນເລື່ອງທີ່ເໝາະສົມທີ່ພວກເຂົາຈະພົວພັນກັນຢູ່ເລື້ອຍໆ. ແນວໃດກໍຕາມ, ເມື່ອມັນລຸກລາມໄປເຖິງການມີການພົວພັນທາງເນື້ອໜັງທີ່ເຕັມໄປດ້ວຍຕັນຫາ, ການພົວພັນດັ່ງກ່າວກໍຄວນຖືກຈັດຢູ່ໃນປະເພດທີ່ບໍ່ເໝາະສົມເຊັ່ນກັນ. ຖ້າຫາກວ່າລະຫວ່າງຄົນສອງຄົນທີ່ເປັນເພດດຽວກັນມີການສຳຜັດທາງຮ່າງກາຍກັນຢູ່ເລື້ອຍໆ, ແມ່ນແຕ່ເຖິງຂັ້ນທີ່ພວກເຂົາມັກຈະໃຊ້ພາສາທີ່ມີລັກສະນະຍົວະຍວນຕໍ່ກັນ ແລະ ກັນເລື້ອຍໆ ແລະ ຄົນທັງສອງອາດຈະຖືກເຫັນວ່າກອດແຂນກັນ ຫຼື ສະແດງພຶດຕິກຳ ແລະ ການສະແດງອອກທີ່ຊັດເຈນຫຼາຍຂຶ້ນຢູ່ເລື້ອຍໆ, ແລ້ວເມື່ອເວລາຜ່ານໄປ, ມັນກໍກາຍເປັນທີ່ປະຈັກແກ່ທຸກຄົນວ່າ: “ມັນບໍ່ແມ່ນວ່າທັງສອງຄົນນີ້ກຳລັງຊ່ວຍເຫຼືອເຊິ່ງກັນແລະກັນ ຫຼື ມີບຸກຄະລິກກະພາບທີ່ເຂົ້າກັນໄດ້; ພວກເຂົາບໍ່ໄດ້ພົວພັນກັນໃນຂອບເຂດຂອງຄວາມເປັນມະນຸດປົກກະຕິ. ນີ້ຄືການຮັກຮ່ວມເພດ!” ຕອນນີ້, ຄົນສ່ວນໃຫຍ່ເຂົ້າໃຈວ່າການຮັກຮ່ວມເພດແມ່ນການພົວພັນທີ່ບໍ່ເໝາະສົມ, ແມ່ນແຕ່ມີລັກສະນະທີ່ຮ້າຍແຮງກວ່າ ແລະ ບໍ່ເໝາະສົມຍິ່ງກວ່າການພົວພັນທີ່ບໍ່ເໝາະສົມລະຫວ່າງເພດທີ່ຕ່າງກັນ. ຖ້າການພົວພັນດັ່ງກ່າວມີຢູ່ໃນຄຣິສຕະຈັກ, ພວກມັນກໍສາມາດແຜ່ລາມຄືກັບໂລກລະບາດ, ນໍາພາບາງຄົນເຂົ້າໄປສູ່ການລອງໃຈ ແລະ ການລໍ້ລວງປະເພດນີ້. ບາງຄົນເວົ້າວ່າພວກເຂົາເຄີຍມີສ່ວນຮ່ວມໃນການຮັກຮ່ວມເພດໃນອະດີດ ແຕ່ບໍ່ໄດ້ເຮັດໄປໂດຍຄວາມເຕັມໃຈ. ໂດຍບໍ່ຕ້ອງຄຳນຶງວ່າພວກເຂົາເປັນຄົນຮັກຮ່ວມເພດຢ່າງແທ້ຈິງ ຫຼື ບໍ່ ຫຼື ວ່າລົດສະນິຍົມທາງເພດຂອງພວກເຂົາເປັນແນວໃດ, ຖ້າພວກເຂົາສາມາດຕົກຢູ່ໃນການລອງໃຈດັ່ງກ່າວພາຍໃຕ້ການລໍ້ລວງ, ໂດຍປະໄວ້ກ່ອນວ່າພວກເຂົາເຮັດໄປໂດຍຄວາມເຕັມໃຈ ຫຼື ປ່ອຍໃຫ້ມັນເກີດຂຶ້ນ, ແລ້ວກ່ອນອື່ນໝົດ, ພວກເຂົາກໍຖືກມັນລົບກວນ. ໂດຍຕັດສິນຈາກຄຳອ້າງຂອງພວກເຂົາທີ່ວ່າພວກເຂົາບໍ່ໄດ້ເຮັດໄປໂດຍຄວາມເຕັມໃຈ, ພວກເຂົາກໍຄືຜູ້ເຄາະຮ້າຍ. ສະນັ້ນ, ຖ້າຄົນຮັກຮ່ວມເພດຍົ້ວຍວນ ແລະ ລໍ້ລວງຄົນອື່ນທີ່ເປັນເພດດຽວກັນ, ຜູ້ທີ່ຖືກລໍ້ລວງ, ເຖິງແມ່ນວ່າບໍ່ຈຳເປັນຕ້ອງເປັນຄົນຮັກຮ່ວມເພດເອງກໍຕາມ, ກໍສາມາດກາຍເປັນຄົນຮັກຮ່ວມເພດໄດ້ ຫຼັງຈາກທີ່ຖືກລໍ້ລວງໂດຍຄົນຮັກຮ່ວມເພດ. ນີ້ບໍ່ແມ່ນສະຖານະການທີ່ອັນຕະລາຍບໍ? ເປັນຫຍັງຈຶ່ງເວົ້າວ່າຄົນດັ່ງກ່າວເປັນຄົນຮັກຮ່ວມເພດ? ບຸກຄົນທີ່ຮັກຕ່າງເພດທີ່ຍົ້ວຍວນຫຼາຍຄົນນັ້ນ ຕົກຢູ່ໃນໝວດໝູ່ຂອງການສຳສ່ອນທາງເພດ, ເຊິ່ງກໍປະກອບເປັນການພົວພັນທີ່ບໍ່ເໝາະສົມ. ແລ້ວເມື່ອຄົນສອງຄົນທີ່ເປັນເພດດຽວກັນທີ່ມີການພົວພັນທີ່ໃກ້ຊິດ ແລະ ເຂົ້າກັນໄດ້ດີ ຈັບມືກັນ ແລະ ກອດກັນ, ເຊິ່ງເປັນເລື່ອງປົກກະຕິທັງໝົດ, ມັນຈະລຸກລາມໄປຈົນຖືກນິຍາມວ່າເປັນຄົນຮັກຮ່ວມເພດໄດ້ແນວໃດ? ມັນແມ່ນຍ້ອນການພົວພັນທາງເພດລະຫວ່າງພວກເຂົາ, ເມື່ອການພົວພັນລະດັບນີ້ເກີດຂຶ້ນ, ມັນກໍກາຍເປັນການຮັກຮ່ວມເພດ. ເມື່ອພວກເຂົາກອດບ່າໄລ່ກັນ, ກອດຄໍກັນ ຫຼື ໂອບແອວ, ນີ້ບໍ່ແມ່ນການສຳຜັດຮ່າງກາຍທີ່ປົກກະຕິລະຫວ່າງບຸກຄົນທີ່ເປັນເພດດຽວກັນ; ແຕ່ມັນເປັນການສຳຜັດຮ່າງກາຍທີ່ຖືກຂັບເຄື່ອນດ້ວຍຕັນຫາ, ເຊິ່ງມີລັກສະນະທີ່ແຕກຕ່າງ ແລະ ດັ່ງນັ້ນຈຶ່ງຕົກຢູ່ໃນໝວດໝູ່ຂອງການພົວພັນທີ່ບໍ່ເໝາະສົມ. ສຳລັບຄົນສ່ວນໃຫຍ່ໃນຄຣິສຕະຈັກ, ການເຫັນຄົນຮັກຮ່ວມເພດດັ່ງກ່າວເປັນການເສີມສ້າງ ຫຼື ບໍ່? (ບໍ່, ບໍ່ເປັນການເສີມສ້າງ). ຄົນສ່ວນໃຫຍ່ຮູ້ສຶກຖືກລົບກວນບໍ ຫຼັງຈາກທີ່ເຫັນສິ່ງນີ້? ຖ້າເຈົ້າບໍ່ຮູ້ສະຖານະການ ແລະ ພວກເຂົາກອດຄໍ ຫຼື ໂອບແອວເຈົ້າ ຫຼື ແມ່ນແຕ່ຈູບແກ້ມເຈົ້າ, ເຈົ້າຈະຮູ້ສຶກຖືກລົບກວນບໍ? (ແມ່ນແລ້ວ). ຫຼັງຈາກທີ່ຮູ້ສຶກຖືກລົບກວນແລ້ວ, ໃຈຂອງເຈົ້າຈະຮູ້ສຶກສະບາຍໃຈ ຫຼື ບໍ່ສະບາຍໃຈ? (ຂ້ານ້ອຍຈະຮູ້ສຶກລັງກຽດ). ແລ້ວມັນຈະມີຄວາມຮູ້ສຶກວ່າໄດ້ເຮັດບາບບໍ? ຖ້າເຈົ້າບໍ່ເຂົ້າໃຈວ່າແກ່ນແທ້ຂອງບັນຫາປະເພດນີ້ແມ່ນຫຍັງແທ້ ແລະ ເຈົ້າພຽງແຕ່ຖືກສຳຜັດ ຫຼື ຖືກແຕະຕ້ອງໂຕໂດຍຄົນເພດດຽວກັນ ໂດຍບໍ່ໄດ້ຄິດຫຍັງຫຼາຍຫຼັງຈາກນັ້ນ, ກໍບໍ່ມີບັນຫາຫຼາຍ. ແນວໃດກໍຕາມ, ຖ້າເຈົ້າຄິດກ່ຽວກັບມັນ ແລະ ຄິດໄປເລື້ອຍໆ, ແລ້ວເຈົ້າກໍບໍ່ສາມາດຕັດໃຈຈາກຄົນຜູ້ນີ້ໄດ້, ຄ້າຍຄືກັບຄວາມໂຫຍຫາໃນເພດກົງກັນຂ້າມ, ບໍ່ວ່າໃນຈິດສຳນຶກຂອງເຈົ້າເອງຈະຕໍ່ຕ້ານມັນ ຫຼື ບໍ່ກໍຕາມ, ແລ້ວການເກີດຂຶ້ນຂອງຄວາມຄິດດັ່ງກ່າວໃນຕົວເຈົ້າກໍຊີ້ໃຫ້ເຫັນວ່າເຈົ້າຖືກລົບກວນແລ້ວແມ່ນບໍ່? ສະນັ້ນ, ລັກສະນະຂອງການພົວພັນແບບຮັກຮ່ວມເພດ, ເຊິ່ງເປັນການພົວພັນທີ່ບໍ່ເໝາະສົມປະເພດນີ້ ຈຶ່ງຮ້າຍແຮງກວ່າຫຼາຍ. ບາງຄົນບໍ່ເຫັນຄວາມແຕກຕ່າງລະຫວ່າງການສຳສ່ອນທາງເພດໃນກຸ່ມຄົນຮັກຕ່າງເພດ ແລະ ການຮັກຮ່ວມເພດ ແລະ ປະຕິບັດຕໍ່ສອງບັນຫານີ້ເທົ່າທຽມກັນ. ທີ່ຈິງແລ້ວ, ບັນຫາການຮັກຮ່ວມເພດແມ່ນຮ້າຍແຮງກວ່າບັນຫາການສຳສ່ອນທາງເພດໃນກຸ່ມຄົນຮັກຕ່າງເພດຫຼາຍ.
ຖ້າຫາກບຸກຄົນທີ່ມີສ່ວນຮ່ວມໃນການພົວພັນແບບຮັກຮ່ວມເພດປາກົດຕົວຂຶ້ນໃນຄຣິສຕະຈັກ ແລະ ບໍ່ຖືກຈຳກັດ, ພວກເຂົາກໍຈະເປັນໄພຂົ່ມຂູ່ ແລະ ກໍ່ໃຫ້ເກີດການລົບກວນຕໍ່ທຸກຄົນ. ການລົບກວນປະເພດໃດ? ຈາກພາຍນອກ, ຄົນສ່ວນໃຫຍ່ບໍ່ສາມາດກວດພົບບັນຫາໃດໆກັບຄວາມເປັນມະນຸດຂອງພວກເຂົາໄດ້ເມື່ອພົວພັນກັບພວກເຂົາ, ແຕ່ການພົວພັນເປັນເວລາດົນຈະເຮັດໃຫ້ຄວາມຄິດຂອງພວກເຂົາສັບສົນຂຸ່ນມົວ ແລະ ເຮັດໃຫ້ຈິດໃຈຂອງພວກເຂົາມືດມົນ. ພວກເຂົາສູນເສຍຄວາມກະຕືລືລົ້ນໃນການເຊື່ອໃນພຣະເຈົ້າ ແລະ ໂດຍບໍ່ໄດ້ພົບບັນຫາໃດໆເປັນພິເສດ, ພວກເຂົາກໍກາຍເປັນບໍ່ເຕັມໃຈທີ່ຈະເຊື່ອໃນພຣະເຈົ້າ, ສູນເສຍຄວາມສົນໃຈໃນການອ່ານພຣະທຳຂອງພຣະເຈົ້າ, ຮູ້ສຶກຫ່າງເຫີນຈາກພຣະເຈົ້າຫຼາຍຂຶ້ນເລື້ອຍໆໃນໃຈຂອງພວກເຂົາ ແລະ ເປີດຊ່ອງໃຫ້ຄວາມຄິດອັນຊົ່ວຮ້າຍທີ່ຈະປະຖິ້ມຄວາມເຊື່ອຂອງຕົນ. ສະນັ້ນ, ການພົວພັນແບບຮັກຮ່ວມເພດທີ່ບໍ່ເໝາະສົມດັ່ງກ່າວໃນຄຣິສຕະຈັກບໍ່ພຽງແຕ່ຄວນຖືກຢຸດຢັ້ງ ແລະ ຖືກຈຳກັດເທົ່ານັ້ນ; ຜູ້ທີ່ມີສ່ວນຮ່ວມໃນການພົວພັນເຫຼົ່ານັ້ນກໍຄວນຖືກຊຳລະລ້າງອອກຈາກຄຣິສຕະຈັກໂດຍທັນທີເຊັ່ນກັນ. ນີ້ເປັນເລື່ອງເດັດຂາດ. ເມື່ອໃດທີ່ບຸກຄົນດັ່ງກ່າວຖືກຄົ້ນພົບ, ໂດຍບໍ່ຄຳນຶງເຖິງໜ້າທີ່ທີ່ພວກເຂົາເຮັດ ຫຼື ສະຖານະຂອງພວກເຂົາ, ພວກເຂົາຕ້ອງຖືກຊຳລະລ້າງອອກຈາກຄຣິສຕະຈັກໂດຍທັນທີ, ໂດຍບໍ່ມີການຜ່ອນຜັນ! ນີ້ຄືລະບຽບຂອງຄຣິສຕະຈັກ. ເປັນຫຍັງຈຶ່ງມີລະບຽບນີ້? ມັນຕັ້ງຢູ່ບົນພື້ນຖານທີ່ໜັກແໜ້ນ. ພຣະເຈົ້າໄດ້ສ້າງມະນຸດເປັນເພດຊາຍ ແລະ ເພດຍິງ; ຫຼັງຈາກທີ່ສ້າງອາດາມ, ຄູ່ຄອງຂອງລາວກໍຄືເອວາ, ບໍ່ແມ່ນອາດາມອີກຄົນໜຶ່ງ. ການກະທຳດັ່ງກ່າວຕໍ່ຜູ້ທີ່ມີສ່ວນຮ່ວມໃນການພົວພັນແບບຮັກຮ່ວມເພດແມ່ນອີງໃສ່ພຣະທຳຂອງພຣະເຈົ້າ ແລະ ມັນກໍຖືກຕ້ອງສົມບູນຢ່າງແນ່ນອນ. ບາງຄົນອາດຈະເວົ້າວ່າ, “ເປັນຫຍັງຈຶ່ງບໍ່ໃຫ້ໂອກາດຄົນເຫຼົ່ານີ້ກັບໃຈ? ພວກເຂົາຍັງໜຸ່ມ; ບໍ່ຄວນອະນຸຍາດໃຫ້ພວກເຂົາກະທຳສິ່ງທີ່ໄຮ້ສາລະບາງຢ່າງບໍ?” ບໍ່! ການກະທຳທີ່ໄຮ້ສາລະອື່ນໆອາດຈະຖືກປະຕິບັດແຕກຕ່າງກັນ ໂດຍຂຶ້ນຢູ່ກັບສະຖານະການ ແລະ ລັກສະນະ, ແຕ່ການກະທຳທີ່ໄຮ້ສາລະໂດຍສະເພາະນີ້ບໍ່ແມ່ນພຽງແຕ່ການກະທຳທີ່ໄຮ້ສາລະທຳມະດາຢ່າງແນ່ນອນ; ມັນບໍ່ສາມາດທົນໄດ້ຢ່າງເດັດຂາດ ແລະ ຜູ້ໃດກໍຕາມທີ່ກະທຳການດັ່ງກ່າວໃນຄຣິສຕະຈັກຕ້ອງຖືກຊຳລະລ້າງອອກໂດຍທັນທີ! ຖ້າຄຣິສຕະຈັກທັງໝົດປະກອບດ້ວຍຄົນຮັກຮ່ວມເພດ, ແລ້ວທຸກຄົນກໍຈະຖືກຊຳລະລ້າງອອກ. ຄຣິສຕະຈັກດັ່ງກ່າວບໍ່ເປັນທີ່ຕ້ອງການ, ແມ່ນແຕ່ຄົນດຽວກໍບໍ່ເອົາ! ນີ້ຄືຫຼັກການ. ບາງຄົນເວົ້າວ່າ, “ບາງຄົນມີສ່ວນຮ່ວມໃນການພົວພັນແບບຮັກຮ່ວມເພດກັບຄົນພຽງຄົນດຽວ, ແຕ່ພວກເຂົາບໍ່ໄດ້ຍົ້ວຍວນຄົນອື່ນ ຫຼື ເລີ່ມລົບກວນຜູ້ອື່ນ. ບຸກຄົນດັ່ງກ່າວຄວນຖືກຈັດການ ແລະ ຖືກຄັດອອກບໍ?” ຖ້າພວກເຂົາເປັນຄົນຮັກຮ່ວມເພດຢ່າງແທ້ຈິງ, ການປ່ອຍໃຫ້ພວກເຂົາຢູ່ໃນຄຣິສຕະຈັກກໍເທົ່າກັບການວາງລະເບີດເວລາໄວ້ທ່າມກາງປະຊາກອນທີ່ພຣະເຈົ້າເລືອກ, ມັນຈະຕ້ອງລະເບີດຂຶ້ນບໍ່ໄວກໍຊ້າ. ເຖິງແມ່ນວ່າພວກເຂົາຈະຍັງບໍ່ໄດ້ລົບກວນ, ຍົ້ວຍວນ ຫຼື ລວນລາມບຸກຄົນເພດດຽວກັນໃດໆ, ນັ້ນກໍບໍ່ໄດ້ໝາຍຄວາມວ່າພວກເຂົາຈະບໍ່ເຮັດໃນອະນາຄົດ. ມັນອາດຈະເປັນຍ້ອນວ່າພວກເຂົາຍັງບໍ່ທັນພົບຄົນທີ່ພວກເຂົາຖືກໃຈ, ຄົນທີ່ພວກເຂົາມັກ ຫຼື ເວລາຍັງບໍ່ເໝາະສົມ ແລະ ທຸກຄົນຍັງຂາດຄວາມຄຸ້ນເຄີຍ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ. ແຕ່ເມື່ອໃດທີ່ເວລາຖືກຕ້ອງ ແລະ ເໝາະສົມສຳລັບຄົນດັ່ງກ່າວ, ພວກເຂົາກໍຈະລົງມື. ສະນັ້ນ, ບຸກຄົນດັ່ງກ່າວຕ້ອງບໍ່ໄດ້ຮັບການຜ່ອນຜັນ ຫຼື ອະນຸຍາດໃຫ້ຢູ່ໃນຄຣິສຕະຈັກຢ່າງເດັດຂາດ, ເນື່ອງຈາກພວກເຂົາເປັນຄົນຜິດທຳມະຊາດ ແລະ ບໍ່ແມ່ນມະນຸດ. ຄຣິສຕະຈັກບໍ່ຕ້ອງການຄົນດັ່ງກ່າວ. ການຈັດການຜູ້ທີ່ມີສ່ວນຮ່ວມໃນການພົວພັນທີ່ບໍ່ເໝາະສົມດັ່ງກ່າວດ້ວຍວິທີນີ້ບໍ່ແມ່ນສິ່ງທີ່ຜິດ ຫຼື ເກີນຂອບເຂດ. ແນວໃດກໍຕາມ, ບາງຄົນເວົ້າວ່າ, “ຄົນຮັກຮ່ວມເພດບາງຄົນເບິ່ງພາຍນອກກໍຂ້ອນຂ້າງດີ; ພວກເຂົາບໍ່ໄດ້ເຮັດຫຍັງທີ່ບໍ່ດີ, ປະຕິບັດຕາມກົດໝາຍ ແລະ ລະບຽບການ, ສະແດງຄວາມເຄົາລົບຕໍ່ຜູ້ສູງອາຍຸ ແລະ ຮັກແພງເດັກນ້ອຍ, ເຮັດແຕ່ສິ່ງທີ່ດີສະເໝີ, ບາງຄົນກໍມີພອນສະຫວັນ ແລະ ທັກສະ ແລະ ບາງຄົນກໍມີໃຈກຸສົນ ແລະ ຊ່ວຍເຫຼືອຄົນອື່ນເປັນພິເສດໃນຄຣິສຕະຈັກ. ພວກເຮົາຄວນໃຫ້ພວກເຂົາຢູ່ໃນຄຣິສຕະຈັກ”. ຄວາມຄິດນີ້ຖືກຕ້ອງບໍ? (ບໍ່). ບໍ່ວ່າຄວາມຄິດຂອງເຈົ້າຈະຖືກ ຫຼື ຜິດ, ເຈົ້າຕ້ອງສາມາດເບິ່ງທະລຸແກ່ນແທ້ຂອງຄົນຮັກຮ່ວມເພດໄດ້. ຫຼັກການຂອງການປະຕິບັດຂອງຄຣິສຕະຈັກສຳລັບບຸກຄົນທີ່ມີສ່ວນຮ່ວມໃນການພົວພັນແບບຮັກຮ່ວມເພດກໍຄືການຄັດພວກເຂົາອອກ. ນີ້ຄືພຣະດໍາລັດທີ່ບໍ່ມີຜູ້ໃດສາມາດລະເມີດໄດ້; ທຸກຄົນຕ້ອງປະຕິບັດຕາມຫຼັກການນີ້.
ການສະແດງອອກຂອງການພົວພັນທີ່ບໍ່ເໝາະສົມສອງປະເພດນີ້ທີ່ພວກເຮົາຫາກໍໄດ້ໂອ້ລົມກັນໄປນັ້ນ, ເປັນສິ່ງທີ່ຜູ້ຄົນແຍກແຍະ, ເບິ່ງທະລຸ ແລະ ກຳນົດລັກສະນະໄດ້ງ່າຍທີ່ສຸດ. ກ່ຽວກັບຜູ້ທີ່ມີສ່ວນຮ່ວມໃນການພົວພັນທີ່ບໍ່ເໝາະສົມດັ່ງກ່າວ, ໃນດ້ານໜຶ່ງ, ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງປະຕິບັດໜ້າທີ່ຂອງຕົນ ໂດຍການໃຊ້ມາດຕະການຕ່າງໆ ເຊັ່ນ: ການຢຸດຢັ້ງ, ການຈຳກັດ, ການແຍກດ່ຽວ ແລະ ການຄັດອອກ ເພື່ອຈັດການກັບພວກເຂົາ. ໃນອີກດ້ານໜຶ່ງ, ອ້າຍເອື້ອຍນ້ອງກໍຄວນແຍກແຍະ ແລະ ຢູ່ຫ່າງຈາກຜູ້ທີ່ມີສ່ວນຮ່ວມໃນການພົວພັນທີ່ບໍ່ເໝາະສົມສອງປະເພດນີ້ເຊັ່ນກັນ, ເພື່ອຫຼີກລ່ຽງການຖືກລໍ້ລວງ ແລະ ຕົກຢູ່ໃນການລອງໃຈ, ເຊິ່ງອາດຈະສົ່ງຜົນກະທົບຕໍ່ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ການສະແຫວງຫາຂອງພວກເຂົາກ່ຽວກັບຄວາມຈິງເພື່ອໄດ້ຮັບຄວາມລອດພົ້ນ. ເມື່ອຕົກຢູ່ໃນບ້ວງແຫ່ງການລອງໃຈແລ້ວ, ມັນກໍເປັນການຍາກທີ່ຈະປົດປ່ອຍຕົນເອງອອກມາໄດ້. ຄົນສ່ວນໃຫຍ່ຄວນຈະສາມາດແຍກແຍະຄົນສອງປະເພດນີ້ໄດ້. ຢ່າປະພຶດຕົນຄືກັບວິທີທີ່ຜູ້ຄົນປະພຶດຕົນໃນສັງຄົມ, ທີ່ທຳທ່າວ່າບໍ່ເຫັນວ່າໃຜຈີບໃຜ, ຂາດທັດສະນະ ຫຼື ຈຸດຢືນທີ່ຖືກຕ້ອງຕໍ່ຜູ້ທີ່ມີສ່ວນຮ່ວມໃນການສຳສ່ອນທາງເພດ, ສາມາດພົວພັນກັບບຸກຄົນດັ່ງກ່າວໄດ້ເປັນປົກກະຕິຕາບໃດທີ່ຜົນປະໂຫຍດຂອງຕົນເອງບໍ່ໄດ້ມີສ່ວນກ່ຽວຂ້ອງ, ເວົ້າຈາຄືກັບທີ່ເຄີຍເວົ້າເປັນປົກກະຕິ, ຄືກັບວ່າບໍ່ມີຫຍັງຜິດປົກກະຕິ. ຄົນດັ່ງກ່າວມີຫຼັກການໃນການປະຕິບັດຕໍ່ຜູ້ອື່ນບໍ? ບໍ່ມີເລີຍ. ຜູ້ບໍ່ມີຄວາມເຊື່ອທຸກຄົນດຳລົງຊີວິດດ້ວຍປັດຊະຍາສຳລັບການກະທຳທາງໂລກ, ໂດຍພະຍາຍາມບໍ່ໃຫ້ຂັດໃຈຜູ້ໃດເພື່ອປົກປ້ອງຕົນເອງ, ແຕ່ເຮືອນຂອງພຣະເຈົ້າແມ່ນແຕກຕ່າງຈາກສັງຄົມທີ່ບໍ່ເຊື່ອຢ່າງສິ້ນເຊີງ. ໃນເຮືອນຂອງພຣະເຈົ້າ, ຄວາມຈິງຄອງອຳນາດ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນປະຕິບັດຕໍ່ຜູ້ອື່ນໂດຍອີງໃສ່ຫຼັກການຄວາມຈິງ. ປະຊາກອນທີ່ພຣະເຈົ້າເລືອກທຸກຄົນກຳລັງຮັບເອົາ ແລະ ປະກອບຕົນດ້ວຍຄວາມຈິງ ແລະ ໃຊ້ມັນເພື່ອແຍກແຍະ ແລະ ປະຕິບັດຕໍ່ຜູ້ອື່ນ, ບໍ່ພຽງແຕ່ເພື່ອຮັກສາຊີວິດຄຣິສຕະຈັກ ແລະ ປົກປ້ອງອ້າຍເອື້ອຍນ້ອງເທົ່ານັ້ນ, ແຕ່ທີ່ສຳຄັນກວ່ານັ້ນ, ກໍເພື່ອປົກປ້ອງຕົນເອງຈາກຄວາມທຸກທໍລະມານຂອງການລອງໃຈ ແລະ ຫຼີກລ່ຽງການຖືກລໍ້ລວງເຂົ້າໄປໃນການລອງໃຈ. ຍິ່ງເຈົ້າສາມາດແຍກແຍະ ແລະ ຕີຕົວອອກຫ່າງຈາກບຸກຄົນດັ່ງກ່າວໄດ້ໄວເທົ່າໃດ, ເຈົ້າກໍຈະຍິ່ງສາມາດຕີຕົວອອກຫ່າງຈາກການລອງໃຈ ແລະ ໄດ້ຮັບການປົກປ້ອງຫຼາຍຂຶ້ນເທົ່ານັ້ນ. ນີ້ຄືວິທີທີ່ເຈົ້າຄວນປະຕິບັດຕໍ່ບຸກຄົນທີ່ມີການພົວພັນທີ່ບໍ່ເໝາະສົມ; ສິ່ງນີ້ສອດຄ່ອງກັບຫຼັກການຄວາມຈິງ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?