ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (17) ສ່ວນທີ ໜຶ່ງ
ຂໍ້ທີສິບສອງ: ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີຫ້າ)
ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ
IX. ການລະບາຍຄວາມເປັນລົບ
ມື້ນີ້, ພວກເຮົາສືບຕໍ່ການໂອ້ລົມຂອງພວກເຮົາກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ”. ກ່ຽວກັບການຂັດຂວາງ ແລະ ການລົບກວນຕ່າງໆທີ່ເກີດຂຶ້ນໃນຊີວິດຄຣິສຕະຈັກ, ຄັ້ງກ່ອນພວກເຮົາໄດ້ໂອ້ລົມກັນກ່ຽວກັບບັນຫາທີແປດ ນັ້ນກໍຄື ການເຜີຍແຜ່ແນວຄິດ ແລະ ມື້ນີ້ພວກເຮົາຈະໂອ້ລົມກັນກ່ຽວກັບບັນຫາທີເກົ້າ ນັ້ນກໍຄື ການລະບາຍຄວາມເປັນລົບ. ການລະບາຍຄວາມເປັນລົບກໍເປັນສິ່ງທີ່ໄດ້ຍິນເລື້ອຍໆໃນຊີວິດປະຈຳວັນເຊັ່ນກັນ. ໃນທຳນອງດຽວກັນ, ການກະທຳ ຫຼື ຄຳເວົ້າໃນການລະບາຍຄວາມເປັນລົບກໍຄວນຖືກຈຳກັດ ແລະ ຢຸດຢັ້ງເຊັ່ນກັນ ເມື່ອພວກມັນປາກົດຂຶ້ນໃນຊີວິດຄຣິສຕະຈັກ, ເພາະວ່າການລະບາຍຄວາມເປັນລົບບໍ່ແມ່ນສິ່ງທີ່ເສີມສ້າງຜູ້ໃດເລີຍ; ແຕ່ກົງກັນຂ້າມ, ມັນສົ່ງຜົນກະທົບ, ລົບກວນ ແລະ ກໍ່ໃຫ້ເກີດການສູນເສຍຕໍ່ຜູ້ຄົນ. ສະນັ້ນ, ການລະບາຍຄວາມເປັນລົບຈຶ່ງເປັນສິ່ງທີ່ເປັນລົບ, ເຊິ່ງມີລັກສະນະຄ້າຍຄືກັນກັບພຶດຕິກຳ, ການກະທຳ ແລະ ຄຳເວົ້າອື່ນໆທີ່ລົບກວນຊີວິດຄຣິສຕະຈັກ; ມັນຍັງສາມາດລົບກວນຜູ້ຄົນ ແລະ ສົ່ງຜົນກະທົບໃນທາງລົບໄດ້. ບໍ່ມີໃຜສາມາດເສີມສ້າງຄົນອື່ນ ຫຼື ນໍາຜົນປະໂຫຍດມາສູ່ພວກເຂົາໄດ້ໂດຍການລະບາຍຄວາມເປັນລົບ; ມັນນໍາມາພຽງແຕ່ຜົນກະທົບທີ່ເປັນອັນຕະລາຍ ແລະ ຍັງສາມາດສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຕາມປົກກະຕິຂອງຜູ້ຄົນໄດ້ອີກດ້ວຍ. ດັ່ງນັ້ນ, ເມື່ອການລະບາຍຄວາມເປັນລົບເກີດຂຶ້ນໃນຄຣິສຕະຈັກ, ມັນກໍຄວນຖືກຢຸດຢັ້ງ ແລະ ຖືກຈຳກັດເຊັ່ນດຽວກັນ, ບໍ່ແມ່ນປ່ອຍປະລະເລີຍ ຫຼື ສົ່ງເສີມ.
1. ການລະບາຍຄວາມເປັນລົບແມ່ນຫຍັງ
ກ່ອນອື່ນ ໃຫ້ພວກເຮົາມາເບິ່ງວ່າ ການລະບາຍຄວາມເປັນລົບຄວນຖືກເຂົ້າໃຈ ແລະ ຖືກແຍກແຍະແນວໃດ. ຄວນແຍກແຍະການລະບາຍຄວາມເປັນລົບແນວໃດ? ຄຳເວົ້າແບບໃດ ແລະ ການສະແດງອອກແບບໃດຂອງຜູ້ຄົນ ຈຶ່ງແມ່ນການລະບາຍຄວາມເປັນລົບ? ເໜືອສິ່ງອື່ນໃດ, ຄວາມເປັນລົບທີ່ຜູ້ຄົນລະບາຍອອກມານັ້ນບໍ່ແມ່ນສິ່ງທີ່ເປັນບວກ, ແຕ່ແມ່ນສິ່ງທີ່ເປັນລົບ ເຊິ່ງຂັດແຍ້ງກັບຄວາມຈິງ ແລະ ມັນແມ່ນສິ່ງທີ່ເກີດມາຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ການມີອຸປະນິໄສທີ່ເສື່ອມຊາມນຳໄປສູ່ຄວາມຫຍຸ້ງຍາກໃນການປະຕິບັດຄວາມຈິງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ. ຍ້ອນຄວາມຫຍຸ້ງຍາກເຫຼົ່ານີ້, ຄວາມຄິດທີ່ເປັນລົບ ແລະ ສິ່ງທີ່ເປັນລົບອື່ນໆ ຈຶ່ງຖືກເປີດເຜີຍອອກມາໃນຕົວຜູ້ຄົນ. ສິ່ງເຫຼົ່ານີ້ເກີດຂຶ້ນໃນສະພາບການທີ່ພວກເຂົາພະຍາຍາມປະຕິບັດຄວາມຈິງ; ສິ່ງເຫຼົ່ານີ້ແມ່ນຄວາມຄິດ ແລະ ມຸມມອງທີ່ສົ່ງຜົນກະທົບ ແລະ ຂັດຂວາງຜູ້ຄົນ ເມື່ອພວກເຂົາພະຍາຍາມປະຕິບັດຄວາມຈິງ ແລະ ເປັນສິ່ງທີ່ເປັນລົບຢ່າງສິ້ນເຊີງ. ບໍ່ວ່າຄວາມຄິດ ແລະ ມຸມມອງທີ່ເປັນລົບເຫຼົ່ານີ້ຈະຟັງເບິ່ງສອດຄ່ອງກັບແນວຄິດຂອງມະນຸດ ແລະ ມີເຫດຜົນສໍ່າໃດກໍຕາມ, ພວກມັນກໍບໍ່ໄດ້ມາຈາກຄວາມເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ຍິ່ງບໍ່ຕ້ອງເວົ້າເຖິງຄວາມຮູ້ຈາກປະສົບການກ່ຽວກັບພຣະທຳຂອງພຣະເຈົ້າ. ແຕ່ກົງກັນຂ້າມ, ພວກມັນເກີດມາຈາກຈິດໃຈຂອງມະນຸດ ແລະ ບໍ່ສອດຄ່ອງກັບຄວາມຈິງເລີຍ. ສະນັ້ນ, ພວກມັນຈຶ່ງເປັນດ້ານຕ່າງໆຂອງຄວາມເປັນລົບ, ເປັນສິ່ງທີ່ເປັນລົບ. ເຈດຕະນາຂອງຜູ້ທີ່ລະບາຍຄວາມເປັນລົບແມ່ນເພື່ອຊອກຫາເຫດຜົນທາງພາວະວິໄສຫຼາຍຢ່າງສຳລັບຄວາມລົ້ມເຫຼວຂອງພວກເຂົາໃນການປະຕິບັດຄວາມຈິງ, ເພື່ອໃຫ້ໄດ້ຮັບຄວາມເຫັນໃຈ ແລະ ຄວາມເຂົ້າໃຈຈາກຄົນອື່ນ. ຄຳເວົ້າທີ່ເປັນລົບເຫຼົ່ານີ້ສົ່ງຜົນກະທົບ ແລະ ບັ່ນທອນຄວາມລິເລີ່ມຂອງຜູ້ຄົນໃນການປະຕິບັດຄວາມຈິງໃນລະດັບທີ່ແຕກຕ່າງກັນ ແລະ ແມ່ນແຕ່ສາມາດຢຸດຢັ້ງຫຼາຍຄົນຈາກການປະຕິບັດຄວາມຈິງໄດ້. ຜົນສະທ້ອນ ແລະ ຜົນກະທົບທາງລົບເຫຼົ່ານີ້ ເຮັດໃຫ້ສິ່ງເຫຼົ່ານີ້ສົມຄວນຍິ່ງຂຶ້ນທີ່ຈະຖືກກຳນົດລັກສະນະວ່າເປັນສິ່ງທີ່ເປັນລົບ, ເປັນການຕໍ່ຕ້ານພຣະເຈົ້າ ແລະ ເປັນປໍລະປັກຕໍ່ຄວາມຈິງຢ່າງສິ້ນເຊີງ. ບາງຄົນບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງຄວາມເປັນລົບ ແລະ ຄິດວ່າຄວາມເປັນລົບເລື້ອຍໆນັ້ນເປັນເລື່ອງປົກກະຕິ ແລະ ມັນບໍ່ມີຜົນກະທົບຫຍັງຫຼາຍຕໍ່ການໄລ່ຕາມຄວາມຈິງຂອງຜູ້ຄົນ. ຄວາມຄິດແບບນີ້ແມ່ນຜິດ; ໃນຄວາມເປັນຈິງແລ້ວ, ມັນມີຜົນກະທົບຢ່າງຫຼວງຫຼາຍ ແລະ ຖ້າຄວາມເປັນລົບຂອງຄົນໃດໜຶ່ງມີຫຼາຍເກີນກວ່າທີ່ພວກເຂົາຈະແບກຮັບໄດ້, ມັນກໍສາມາດນຳໄປສູ່ການທໍລະຍົດໄດ້ຢ່າງງ່າຍດາຍ. ຜົນສະທ້ອນທີ່ຮ້າຍແຮງນີ້ເກີດມາຈາກຄວາມເປັນລົບນັ້ນເອງ. ສະນັ້ນ, ການລະບາຍຄວາມເປັນລົບຄວນຖືກແຍກແຍະ ແລະ ຖືກເຂົ້າໃຈແນວໃດ? ເວົ້າງ່າຍໆກໍຄື ການລະບາຍຄວາມເປັນລົບແມ່ນການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຢຸດຢັ້ງພວກເຂົາຈາກການປະຕິບັດຄວາມຈິງ; ມັນຄືການໃຊ້ກົນອຸບາຍທີ່ແນບນຽນ, ໃຊ້ວິທີການທີ່ເບິ່ງຄືວ່າປົກກະຕິ ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຮັດໃຫ້ພວກເຂົາສະດຸດລົ້ມ. ນີ້ແມ່ນການທຳຮ້າຍພວກເຂົາບໍ? ທີ່ຈິງແລ້ວ ມັນທຳຮ້າຍພວກເຂົາຢ່າງໜັກແທ້ໆ. ດັ່ງນັ້ນ, ການລະບາຍຄວາມເປັນລົບຈຶ່ງເປັນສິ່ງທີ່ເປັນລົບ, ມັນຖືກພຣະເຈົ້າກ່າວໂທດ. ນີ້ຄືການຕີຄວາມໝາຍທີ່ງ່າຍດາຍທີ່ສຸດຂອງການລະບາຍຄວາມເປັນລົບ. ສະນັ້ນ ອົງປະກອບທີ່ເປັນລົບຂອງການລະບາຍຄວາມເປັນລົບແມ່ນຫຍັງແທ້? ສິ່ງໃດແດ່ທີ່ເປັນລົບ ແລະ ມີແນວໂນ້ມທີ່ຈະສົ່ງຜົນກະທົບທາງລົບຕໍ່ຜູ້ຄົນ ແລະ ກໍ່ໃຫ້ເກີດການລົບກວນ ແລະ ຄວາມເສຍຫາຍຕໍ່ຊີວິດຄຣິສຕະຈັກ? ຄວາມເປັນລົບລວມມີຫຍັງແດ່? ຖ້າຜູ້ຄົນມີການຢັ່ງຮູ້ພຣະທຳຂອງພຣະເຈົ້າຢ່າງບໍລິສຸດ, ຄຳເວົ້າທີ່ພວກເຂົາໂອ້ລົມຈະມີສ່ວນປະກອບຂອງຄວາມເປັນລົບບໍ? ຖ້າຜູ້ຄົນມີທັດສະນະຄະຕິແຫ່ງການອ່ອນນ້ອມທີ່ແທ້ຈິງຕໍ່ສະພາບແວດລ້ອມທີ່ພຣະເຈົ້າຈັດແຈງໃຫ້ພວກເຂົາ, ແລ້ວຄວາມຮູ້ຂອງພວກເຂົາກ່ຽວກັບສະພາບແວດລ້ອມເຫຼົ່ານີ້ຈະມີສ່ວນປະກອບຂອງຄວາມເປັນລົບບໍ? ເມື່ອພວກເຂົາແບ່ງປັນຄວາມຮູ້ຈາກປະສົບການຂອງພວກເຂົາໃຫ້ກັບທຸກຄົນ, ມັນຈະມີສ່ວນປະກອບຂອງຄວາມເປັນລົບບໍ? ແນ່ນອນວ່າບໍ່ມີ. ກ່ຽວກັບທຸກສິ່ງທີ່ເກີດຂຶ້ນໃນຄຣິສຕະຈັກ ຫຼື ອ້ອມຮອບພວກເຂົາ, ຖ້າຜູ້ຄົນສາມາດຍອມຮັບສິ່ງນັ້ນຈາກພຣະເຈົ້າ, ມີແນວທາງທີ່ຖືກຕ້ອງ ແລະ ສາມາດມີທັດສະນະຄະຕິແຫ່ງການສະແຫວງຫາ ແລະ ການອ່ອນນ້ອມ, ແລ້ວຄວາມຮູ້, ຄວາມເຂົ້າໃຈ ແລະ ປະສົບການຂອງພວກເຂົາກ່ຽວກັບສິ່ງທີ່ເກີດຂຶ້ນນັ້ນ ຈະມີສ່ວນປະກອບຂອງຄວາມເປັນລົບບໍ? (ບໍ່.) ມັນຈະບໍ່ມີຢ່າງແນ່ນອນ. ສະນັ້ນ ເມື່ອເບິ່ງຈາກດ້ານເຫຼົ່ານີ້, ຄວາມເປັນລົບແມ່ນຫຍັງແທ້? ມັນສາມາດຖືກເຂົ້າໃຈໄດ້ແນວໃດ? ຄວາມເປັນລົບບໍ່ໄດ້ປະກອບດ້ວຍສິ່ງທີ່ມີລັກສະນະແບບນີ້ບໍ ນັ້ນກໍຄື: ຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ, ການຈົ່ມວ່າ ແລະ ຄວາມຂຸ່ນເຄືອງໃຈຂອງຜູ້ຄົນ? ກໍລະນີຂອງຄວາມເປັນລົບທີ່ຮ້າຍແຮງກວ່ານັ້ນຍັງລວມມີການຕໍ່ຕ້ານ, ການຂັດຂືນ ແລະ ແມ່ນແຕ່ການຮ້ອງໂວຍວາຍທ້າທາຍ. ການເວົ້າຄຳເວົ້າທີ່ປະກອບດ້ວຍອົງປະກອບເຫຼົ່ານີ້ສາມາດຖືກກຳນົດລັກສະນະວ່າເປັນການລະບາຍຄວາມເປັນລົບ. ສະນັ້ນ ເມື່ອພິຈາລະນາຈາກການສະແດງອອກເຫຼົ່ານີ້, ເມື່ອຄົນໃດໜຶ່ງລະບາຍຄວາມເປັນລົບ, ມີການອ່ອນນ້ອມໃດໆຕໍ່ພຣະເຈົ້າຢູ່ໃນໃຈຂອງພວກເຂົາບໍ? ແນ່ນອນວ່າບໍ່ມີ. ມີຄວາມເຕັມໃຈທີ່ຈະກະບົດຕໍ່ເນື້ອໜັງ ແລະ ແກ້ໄຂຄວາມເປັນລົບຂອງພວກເຂົາບໍ? ບໍ່, ມັນບໍ່ມີຫຍັງເລີຍນອກຈາກການຕໍ່ຕ້ານ, ຄວາມກະບົດ ແລະ ການຂັດຂືນ. ຖ້າຫົວໃຈຂອງຜູ້ຄົນເຕັມໄປດ້ວຍສິ່ງເຫຼົ່ານີ້, ຖ້າຫົວໃຈຂອງພວກເຂົາຖືກຄອບງຳໂດຍສິ່ງທີ່ເປັນລົບເຫຼົ່ານີ້, ແລ້ວສິ່ງນີ້ກໍຈະກໍ່ໃຫ້ເກີດການຕໍ່ຕ້ານ, ຄວາມກະບົດ ແລະ ການຂັດຂືນຕໍ່ພຣະເຈົ້າ. ແລ້ວຖ້າເປັນເຊັ່ນນີ້, ພວກເຂົາຍັງຈະສາມາດປະຕິບັດຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າໄດ້ບໍ? ພວກເຂົາຈະບໍ່ສາມາດເຮັດໄດ້; ສິ່ງທີ່ຈະເກີດຂຶ້ນກໍຄືພວກເຂົາຈະຫ່າງເຫີນຈາກພຣະເຈົ້າ ແລະ ເປັນລົບຫຼາຍຂຶ້ນ ແລະ ອາດຈະເຖິງຂັ້ນສົງໄສ, ປະຕິເສດ ແລະ ທໍລະຍົດພຣະເຈົ້າ. ສິ່ງນີ້ບໍ່ອັນຕະລາຍບໍ? ຜູ້ໃດກໍຕາມທີ່ເປັນລົບເລື້ອຍໆກໍສາມາດລະບາຍຄວາມເປັນລົບໄດ້ ແລະ ການລະບາຍຄວາມເປັນລົບກໍຄືການຕໍ່ຕ້ານ ແລະ ປະຕິເສດພຣະເຈົ້າ; ດ້ວຍເຫດນີ້, ຄົນທີ່ລະບາຍຄວາມເປັນລົບເລື້ອຍໆຈຶ່ງມີແນວໂນ້ມທີ່ຈະທໍລະຍົດພຣະເຈົ້າ ແລະ ຈາກພຣະອົງໄປໄດ້ທຸກເວລາ ຫຼື ທຸກບ່ອນ.
ເມື່ອຕັດສິນຈາກຄວາມໝາຍຂອງຄຳວ່າ “ຄວາມເປັນລົບ”, ເມື່ອຄົນໃດໜຶ່ງກາຍເປັນຄົນຄິດລົບ, ອາລົມຂອງພວກເຂົາກໍຈະຕົກເຂົ້າສູ່ສະພາວະທີ່ຕໍ່າຫຼາຍ ແລະ ພວກເຂົາກໍຈະເຂົ້າສູ່ສະພາບຈິດໃຈທີ່ບໍ່ດີ. ອາລົມຂອງພວກເຂົາເຕັມໄປດ້ວຍອົງປະກອບທີ່ເປັນລົບ, ພວກເຂົາຂາດທັດສະນະຄະຕິໃນການສ້າງຄວາມກ້າວໜ້າຢ່າງຫ້າວຫັນ ແລະ ພະຍາຍາມກ້າວໄປຂ້າງໜ້າ ແລະ ພວກເຂົາຂາດການຮ່ວມມື ແລະ ການສະແຫວງຫາທີ່ເປັນບວກ ແລະ ຫ້າວຫັນ; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ສະແດງໃຫ້ເຫັນເຖິງຄວາມເຕັມໃຈທີ່ຈະອ່ອນນ້ອມ, ແຕ່ກັບສະແດງອາລົມທີ່ທໍ້ຖອຍໃຈຢ່າງທີ່ສຸດ. ອາລົມທີ່ທໍ້ຖອຍໃຈສະແດງເຖິງຫຍັງ? ມັນສະແດງເຖິງດ້ານບວກຂອງຄວາມເປັນມະນຸດບໍ? ມັນສະແດງເຖິງການມີມະໂນທຳ ແລະ ເຫດຜົນບໍ? ມັນສະແດງເຖິງການດຳລົງຊີວິດດ້ວຍກຽດສັກສີ, ການດຳລົງຊີວິດພາຍໃນກຽດສັກສີຂອງຄວາມເປັນມະນຸດບໍ? (ບໍ່.) ຖ້າມັນບໍ່ໄດ້ສະແດງເຖິງສິ່ງທີ່ເປັນບວກເຫຼົ່ານີ້, ແລ້ວມັນສະແດງເຖິງຫຍັງ? ມັນສາມາດສະແດງເຖິງການຂາດຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ພ້ອມທັງການຂາດຄວາມຕັ້ງໃຈ ແລະ ຄວາມເດັດດ່ຽວໃນການໄລ່ຕາມຄວາມຈິງ ແລະ ການສ້າງຄວາມກ້າວໜ້າໃນທາງບວກໄດ້ບໍ? ມັນສາມາດສະແດງເຖິງຄວາມບໍ່ພໍໃຈຢ່າງຮຸນແຮງຕໍ່ສະຖານະການ ແລະ ຄວາມຫຍຸ້ງຍາກໃນປັດຈຸບັນຂອງຄົນໃດໜຶ່ງ ແລະ ຄວາມລຳບາກໃນການເຂົ້າໃຈສິ່ງເຫຼົ່ານັ້ນ, ພ້ອມທັງຄວາມບໍ່ເຕັມໃຈທີ່ຈະຍອມຮັບຄວາມເປັນຈິງໃນປັດຈຸບັນໄດ້ບໍ? ມັນສາມາດສະແດງເຖິງສະຖານະການທີ່ຫົວໃຈຂອງຄົນໃດໜຶ່ງເຕັມໄປດ້ວຍຄວາມບໍ່ເຊື່ອຟັງ, ຄວາມປາຖະໜາທີ່ຈະຕໍ່ຕ້ານ ແລະ ຄວາມປາຖະໜາທີ່ຈະຫຼົບໜີ ແລະ ປ່ຽນແປງສະຖານະການໃນປັດຈຸບັນໄດ້ບໍ? (ໄດ້.) ສິ່ງເຫຼົ່ານີ້ຄືສະພາວະທີ່ຜູ້ຄົນສະແດງອອກ ເມື່ອພວກເຂົາປະເຊີນກັບສະຖານະການໃນປັດຈຸບັນດ້ວຍຄວາມເປັນລົບ. ໂດຍສັງເຂບ, ບໍ່ວ່າຈະເປັນແນວໃດກໍຕາມ, ເມື່ອຜູ້ຄົນຄິດລົບ, ຄວາມບໍ່ພໍໃຈຂອງພວກເຂົາຕໍ່ສະຖານະການໃນປັດຈຸບັນ ແລະ ຕໍ່ສິ່ງທີ່ພຣະເຈົ້າໄດ້ຈັດແຈງນັ້ນ ບໍ່ໄດ້ທຽບເທົ່າກັບສິ່ງທີ່ງ່າຍດາຍຄືກັບການທີ່ພວກເຂົາພຽງແຕ່ມີຄວາມເຂົ້າໃຈຜິດ, ບໍ່ເຂົ້າໃຈ, ບໍ່ຢັ່ງຮູ້ ຫຼື ບໍ່ສາມາດມີປະສົບການໄດ້. ການບໍ່ຢັ່ງຮູ້ອາດຈະເປັນເລື່ອງຂອງຂີດຄວາມສາມາດ ຫຼື ເວລາ, ເຊິ່ງເປັນການສະແດງອອກປົກກະຕິຂອງຄວາມເປັນມະນຸດ. ການທີ່ບໍ່ສາມາດມີປະສົບການກໍອາດຈະເປັນຍ້ອນເຫດຜົນທາງພາວະວິໄສບາງຢ່າງ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ຖືກພິຈາລະນາວ່າເປັນສິ່ງທີ່ເປັນລົບ. ບາງຄົນກໍບໍ່ສາມາດມີປະສົບການເຊັ່ນກັນ, ແຕ່ເມື່ອປະເຊີນກັບສິ່ງທີ່ພວກເຂົາບໍ່ເຂົ້າໃຈ ຫຼື ເບິ່ງບໍ່ທະລຸ ຫຼື ສິ່ງທີ່ພວກເຂົາບໍ່ສາມາດຢັ່ງຮູ້ ຫຼື ມີປະສົບການໄດ້, ພວກເຂົາຈະອະທິຖານຕໍ່ພຣະເຈົ້າ ແລະ ສະແຫວງຫາຄວາມປາຖະໜາຂອງພຣະອົງ, ລໍຖ້າຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງຈາກພຣະເຈົ້າ ແລະ ສະແຫວງຫາຈາກຄົນອື່ນ ແລະ ໂອ້ລົມກັບຄົນອື່ນຢ່າງຫ້າວຫັນ. ຢ່າງໃດກໍຕາມ, ບາງຄົນກໍແຕກຕ່າງກັນ; ພວກເຂົາບໍ່ມີເສັ້ນທາງແຫ່ງການປະຕິບັດເຫຼົ່ານີ້, ທັງບໍ່ມີທັດສະນະຄະຕິດັ່ງກ່າວ. ແທນທີ່ຈະລໍຖ້າ, ສະແຫວງຫາ ຫຼື ຊອກຫາບາງຄົນເພື່ອໂອ້ລົມນຳ, ພວກເຂົາກັບພັດທະນາຄວາມເຂົ້າໃຈຜິດໃນໃຈຂອງພວກເຂົາ ໂດຍຮູ້ສຶກວ່າເຫດການ ແລະ ສະພາບການທີ່ພວກເຂົາພົບພໍ້ນັ້ນບໍ່ສອດຄ່ອງກັບຄວາມປາຖະໜາ, ຄວາມມັກ ຫຼື ຈິນຕະນາການຂອງພວກເຂົາ, ດ້ວຍເຫດນີ້ຈຶ່ງນຳໄປສູ່ຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ, ການຕໍ່ຕ້ານ, ການຈົ່ມວ່າ, ການຂັດຂືນ, ການຮ້ອງໂວຍວາຍທ້າທາຍ ແລະ ສິ່ງທີ່ເປັນລົບອື່ນໆ. ຫຼັງຈາກທີ່ໄດ້ສ້າງສິ່ງທີ່ເປັນລົບເຫຼົ່ານີ້ຂຶ້ນມາ, ພວກເຂົາກໍບໍ່ໄດ້ຄິດຫຍັງຫຼາຍກ່ຽວກັບພວກມັນ, ທັງບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ໄຕ່ຕອງ ເພື່ອໃຫ້ໄດ້ຮັບຄວາມຮູ້ກ່ຽວກັບສະພາວະ ແລະ ຄວາມເສື່ອມຊາມຂອງຕົນເອງ. ພວກເຂົາບໍ່ອ່ານພຣະທຳຂອງພຣະເຈົ້າເພື່ອສະແຫວງຫາຄວາມປາຖະໜາຂອງພຣະເຈົ້າ ຫຼື ໃຊ້ພຣະທຳຂອງພຣະເຈົ້າເພື່ອແກ້ໄຂບັນຫາ ແຮງໄກທີ່ຈະສະແຫວງຫາຈາກຄົນອື່ນ ແລະ ໂອ້ລົມກັບຄົນອື່ນ. ແຕ່ກົງກັນຂ້າມ, ພວກເຂົາຍືນຍັນວ່າສິ່ງທີ່ພວກເຂົາເຊື່ອນັ້ນຖືກຕ້ອງ ແລະ ແມ່ນຍໍາ, ໂດຍເກັບຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈໄວ້ໃນໃຈຂອງພວກເຂົາ ແລະ ຍັງຄົງຕິດຢູ່ໃນອາລົມທີ່ເປັນລົບ. ເມື່ອຕິດຢູ່ໃນອາລົມເຫຼົ່ານີ້, ພວກເຂົາອາດຈະສາມາດເກັບກົດຄວາມຮູ້ສຶກ ແລະ ທົນກັບອາລົມເຫຼົ່ານັ້ນໄດ້ເປັນເວລາໜຶ່ງ ຫຼື ສອງມື້, ແຕ່ເມື່ອເວລາຜ່ານໄປດົນນານ, ຫຼາຍສິ່ງຫຼາຍຢ່າງກໍເກີດຂຶ້ນໃນຄວາມຄິດຂອງພວກເຂົາ, ລວມທັງແນວຄິດ ແລະ ຈິນຕະນາການຂອງມະນຸດ, ຈັນຍາບັນ ແລະ ສິນທຳຂອງມະນຸດ, ວັດທະນະທຳ, ປະເພນີ ແລະ ຄວາມຮູ້ຂອງມະນຸດ ແລະ ອື່ນໆ. ພວກເຂົາໃຊ້ສິ່ງເຫຼົ່ານີ້ເພື່ອຊັ່ງຊາ, ຄິດໄລ່ ແລະ ເຂົ້າໃຈບັນຫາທີ່ພວກເຂົາປະເຊີນ, ໂດຍຕິດຢູ່ໃນກັບດັກຂອງຊາຕານຢ່າງສົມບູນ, ດ້ວຍເຫດນີ້ຈຶ່ງກໍ່ໃຫ້ເກີດສະພາວະຕ່າງໆຂອງຄວາມບໍ່ພໍໃຈ ແລະ ຄວາມບໍ່ເຊື່ອຟັງ. ຈາກສະພາວະທີ່ເສື່ອມຊາມເຫຼົ່ານີ້, ຄວາມຄິດ ແລະ ມຸມມອງທີ່ຜິດພາດຕ່າງໆກໍປາກົດຂຶ້ນ ແລະ ໃນໃຈຂອງພວກເຂົາ ສິ່ງທີ່ເປັນລົບເຫຼົ່ານີ້ກໍບໍ່ສາມາດຄວບຄຸມໄດ້ອີກຕໍ່ໄປ. ຈາກນັ້ນ ພວກເຂົາກໍຊອກຫາໂອກາດເພື່ອເທ ແລະ ລະບາຍສິ່ງເຫຼົ່ານີ້ອອກມາ. ເມື່ອຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມເປັນລົບ, ພວກເຂົາເວົ້າບໍວ່າ “ຂ້ອຍເຕັມໄປດ້ວຍສິ່ງທີ່ເປັນລົບຢູ່ຂ້າງໃນ; ຂ້ອຍບໍ່ຄວນເວົ້າຢ່າງບໍ່ຍັບຍັ້ງຊັ່ງໃຈ ເພື່ອຫຼີກເວັ້ນການທຳຮ້າຍຄົນອື່ນ. ຖ້າຂ້ອຍຮູ້ສຶກຢາກເວົ້າ ແລະ ບໍ່ສາມາດເກັບມັນໄວ້ໄດ້, ຂ້ອຍຈະເວົ້າກັບຝາ ຫຼື ເວົ້າກັບສິ່ງທີ່ບໍ່ເຂົ້າໃຈພາສາມະນຸດ”? ພວກເຂົາໃຈດີພໍທີ່ຈະເຮັດແບບນີ້ບໍ? (ບໍ່.) ແລ້ວພວກເຂົາເຮັດຫຍັງ? ພວກເຂົາຊອກຫາໂອກາດທີ່ຈະມີຜູ້ຟັງເພື່ອຮັບເອົາມຸມມອງ, ຄຳເວົ້າ ແລະ ອາລົມທີ່ເປັນລົບຂອງພວກເຂົາ, ໂດຍໃຊ້ສິ່ງນີ້ເພື່ອເທຄວາມຮູ້ສຶກທີ່ເປັນລົບຕ່າງໆຂອງພວກເຂົາອອກມາ ເຊັ່ນ: ຄວາມບໍ່ພໍໃຈ, ຄວາມບໍ່ເຊື່ອຟັງ ແລະ ຄວາມຂຸ່ນເຄືອງຈາກໃຈຂອງພວກເຂົາ. ພວກເຂົາເຊື່ອວ່າ ໃນລະຫວ່າງຊີວິດຄຣິສຕະຈັກແມ່ນເວລາທີ່ດີທີ່ສຸດທີ່ຈະລະບາຍ ແລະ ເປັນໂອກາດທີ່ດີທີ່ຈະເທຄວາມເປັນລົບ, ຄວາມບໍ່ພໍໃຈ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົາອອກມາ ເພາະວ່າມີຜູ້ຟັງຈຳນວນຫຼາຍ ແລະ ຄຳເວົ້າຂອງພວກເຂົາສາມາດສົ່ງຜົນເຮັດໃຫ້ຄົນອື່ນກາຍເປັນຄົນຄິດລົບ ແລະ ນໍາຜົນສະທ້ອນທີ່ເປັນອັນຕະລາຍມາສູ່ວຽກງານຂອງຄຣິສຕະຈັກ. ແນ່ນອນວ່າ ຜູ້ທີ່ລະບາຍຄວາມເປັນລົບບໍ່ສາມາດອົດກັ້ນໄດ້ແມ່ນແຕ່ຢູ່ລັບຫຼັງ; ພວກເຂົາເທຄຳເວົ້າທີ່ເປັນລົບຂອງພວກເຂົາອອກມາສະເໝີ. ເມື່ອບໍ່ມີຄົນຈຳນວນຫຼາຍມາຟັງພວກເຂົາລະບາຍ, ພວກເຂົາກໍເຫັນວ່າມັນບໍ່ໜ້າຕື່ນເຕັ້ນ, ແຕ່ເມື່ອທຸກຄົນມາເຕົ້າໂຮມກັນ, ພວກເຂົາກໍກະຕືລືລົ້ນຫຼາຍຂຶ້ນ. ເມື່ອຕັດສິນຈາກອາລົມ, ສະພາວະ ແລະ ດ້ານອື່ນໆຂອງຜູ້ທີ່ລະບາຍຄວາມເປັນລົບ, ຈຸດປະສົງຂອງພວກເຂົາບໍ່ແມ່ນເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງ, ເບິ່ງທະລຸສິ່ງທີ່ເປັນຄວາມຈິງ, ລົບລ້າງຄວາມເຂົ້າໃຈຜິດ ຫຼື ຂໍ້ສົງໄສກ່ຽວກັບພຣະເຈົ້າ, ຮູ້ຈັກຕົນເອງ ແລະ ແກ່ນແທ້ທີ່ເສື່ອມຊາມຂອງຕົນເອງ ຫຼື ແກ້ໄຂບັນຫາເລື່ອງຄວາມກະບົດ ແລະ ຄວາມເສື່ອມຊາມຂອງພວກເຂົາ ເພື່ອວ່າພວກເຂົາຈະບໍ່ກະບົດຕໍ່ພຣະເຈົ້າ ຫຼື ຕໍ່ຕ້ານພຣະອົງ ແຕ່ອ່ອນນ້ອມຕໍ່ພຣະອົງແທນ. ຈຸດປະສົງຂອງພວກເຂົາມີສອງຢ່າງຫຼັກໆຄື: ໃນດ້ານໜຶ່ງ, ພວກເຂົາລະບາຍຄວາມເປັນລົບເພື່ອເທອາລົມຂອງຕົນເອງອອກມາ; ໃນອີກດ້ານໜຶ່ງ, ພວກເຂົາມີຈຸດປະສົງທີ່ຈະຊັກຈູງຄົນຈຳນວນຫຼາຍຂຶ້ນໃຫ້ເຂົ້າສູ່ຄວາມເປັນລົບ ແລະ ເຂົ້າສູ່ກັບດັກຂອງການຕໍ່ຕ້ານ ແລະ ການຮ້ອງໂວຍວາຍທ້າທາຍຕໍ່ພຣະເຈົ້າຮ່ວມກັບພວກເຂົາ. ດັ່ງນັ້ນ, ການກະທຳໃນການລະບາຍຄວາມເປັນລົບຈຶ່ງຄວນຖືກຢຸດຢັ້ງຢ່າງສິ້ນເຊີງພາຍໃນຊີວິດຄຣິສຕະຈັກ.
2. ສະພາວະ ແລະ ການສະແດງອອກຕ່າງໆຂອງຄົນທີ່ລະບາຍຄວາມເປັນລົບ
1). ການລະບາຍຄວາມເປັນລົບເມື່ອຮູ້ສຶກບໍ່ພໍໃຈກ່ຽວກັບການຖືກປົດອອກ
ອາລົມ ແລະ ການສະແດງອອກຂອງຄວາມເປັນລົບໂດຍພື້ນຖານແລ້ວແມ່ນສິ່ງເຫຼົ່ານີ້ລະ. ຫຼັງຈາກທີ່ເຮົາໄດ້ໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ແລ້ວ, ຜູ້ຄົນຄວນປຽບທຽບຕົນເອງກັບສິ່ງເຫຼົ່ານັ້ນ ແລະ ເບິ່ງວ່າພຶດຕິກຳ, ຄຳເວົ້າ ແລະ ວິທີການໃດຂອງພວກເຂົາໃນຊີວິດຈິງທີ່ເປັນການລະບາຍຄວາມເປັນລົບ ແລະ ສະຖານະການໃດທີ່ເຮັດໃຫ້ພວກເຂົາຕົກຢູ່ໃນຄວາມເປັນລົບ, ດ້ວຍເຫດນີ້ຈຶ່ງນຳໄປສູ່ການລະບາຍຄວາມເປັນລົບ. ບອກເຮົາມາເບິ່ງ, ພາຍໃຕ້ສະຖານະການທົ່ວໄປ, ສະຖານະການໃດແດ່ທີ່ເຮັດໃຫ້ຜູ້ຄົນຄິດລົບ? ຮູບແບບທົ່ວໄປຂອງຄວາມເປັນລົບມີຫຍັງແດ່? (ເມື່ອບາງຄົນຖືກປົດອອກ ຫຼື ເມື່ອພວກເຂົາຖືກລິຮານ, ພວກເຂົາອາດຈະພັດທະນາຄວາມເປັນລົບບາງຢ່າງໃນໃຈຂອງພວກເຂົາ.) ການຖືກປົດອອກແມ່ນສະຖານະການໜຶ່ງ, ການຖືກລິຮານກໍແມ່ນອີກສະຖານະການໜຶ່ງ. ເປັນຫຍັງການຖືກປົດອອກຈຶ່ງນໍາໄປສູ່ຄວາມເປັນລົບ? (ບາງຄົນ ຫຼັງຈາກທີ່ຖືກປົດອອກ ກໍບໍ່ມີຄວາມຮູ້ກ່ຽວກັບຕົນເອງ ແລະ ຄິດວ່າມັນແມ່ນສະຖານະຂອງພວກເຂົາທີ່ນໍາໄປສູ່ຄວາມພິນາດຂອງພວກເຂົາ. ຈາກນັ້ນ ພວກເຂົາກໍເວົ້າວ່າ, “ຍິ່ງປີນຂຶ້ນສູງເທົ່າໃດ, ກໍຍິ່ງຕົກລົງມາເຈັບຫຼາຍເທົ່ານັ້ນ”, ໂດຍການເວົ້າເຖິງມຸມມອງທີ່ເປັນລົບບາງຢ່າງ. ພວກເຂົາບໍ່ມີການຢັ່ງຮູ້ຢ່າງບໍລິສຸດກ່ຽວກັບການຖືກປົດອອກ; ພວກເຂົາບໍ່ເຊື່ອຟັງໃນໃຈຂອງພວກເຂົາ.) ຢູ່ພາຍໃນຕົວພວກເຂົາ, ມີຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈ, ເຊິ່ງເປັນອາລົມທີ່ເປັນລົບ. ພວກເຂົາຈົ່ມວ່າບໍ? (ແມ່ນແລ້ວ. ພວກເຂົາຮູ້ສຶກວ່າພວກເຂົາໄດ້ອົດທົນຕໍ່ຄວາມລຳບາກ ແລະ ຈ່າຍລາຄາ, ໂດຍໄດ້ເຮັດວຽກຢ່າງໜັກໜ່ວງສະເໝີມາ ໂດຍບໍ່ໄດ້ຮັບສິ່ງດີໆເປັນການຕອບແທນ, ແຕ່ກໍຍັງຖືກປົດອອກ. ດັ່ງນັ້ນ ພວກເຂົາຈຶ່ງເວົ້າວ່າ, “ການເປັນຜູ້ນໍານັ້ນຍາກ; ໃຜກໍຕາມທີ່ເປັນຜູ້ນໍາກໍໂຊກຮ້າຍ. ໃນທີ່ສຸດ ທຸກຄົນກໍຈະຖືກປົດອອກ”.) ການເຜີຍແຜ່ຄຳເວົ້າເຫຼົ່ານີ້ຄືການລະບາຍຄວາມເປັນລົບ. ຖ້າພວກເຂົາພຽງແຕ່ບໍ່ເຊື່ອຟັງ ແລະ ບໍ່ພໍໃຈ ແຕ່ບໍ່ໄດ້ເຜີຍແຜ່ມັນ, ນັ້ນກໍຍັງບໍ່ຖືວ່າເປັນການລະບາຍຄວາມເປັນລົບ. ຖ້າຈາກຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈ ຄ່ອຍໆກໍ່ໃຫ້ເກີດອາລົມແຫ່ງການຈົ່ມວ່າ ແລະ ພວກເຂົາບໍ່ຍອມຮັບຄວາມຈິງທີ່ວ່າພວກເຂົາມີຂີດຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກໄດ້ ແລະ ຈາກນັ້ນພວກເຂົາກໍເລີ່ມໂຕ້ຖຽງດ້ວຍເຫດຜົນທີ່ບິດເບືອນຂອງພວກເຂົາ, ສ້າງຄຳເວົ້າ, ມຸມມອງ, ຂໍ້ແກ້ຕົວ, ເຫດຜົນ, ຄຳອະທິບາຍ, ຄຳຊີ້ແຈງ ແລະ ອື່ນໆທຸກປະເພດ ໃນຂະນະທີ່ໂຕ້ຖຽງ, ແລ້ວການເວົ້າຄຳເວົ້າປະເພດເຫຼົ່ານີ້ກໍເທົ່າກັບການລະບາຍຄວາມເປັນລົບ. ຜູ້ນໍາປອມບາງຄົນ ທີ່ຖືກປົດອອກຍ້ອນບໍ່ໄດ້ເຮັດວຽກງານຕົວຈິງ, ເກັບຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈໄວ້ໃນໃຈຂອງພວກເຂົາ ໂດຍບໍ່ມີການອ່ອນນ້ອມເລີຍ; ພວກເຂົາຄິດສະເໝີວ່າ, “ມາເບິ່ງກັນວ່າໃຜຈະສາມາດແທນທີ່ຂ້ອຍໃນຖານະຜູ້ນໍາໄດ້. ຄົນອື່ນກໍບໍ່ໄດ້ດີໄປກວ່າຂ້ອຍ; ຖ້າຂ້ອຍເຮັດວຽກບໍ່ໄດ້, ພວກເຂົາກໍເຮັດບໍ່ໄດ້ເຊັ່ນກັນ!” ສິ່ງໃດທີ່ເຮັດໃຫ້ພວກເຂົາບໍ່ເຊື່ອຟັງ? ພວກເຂົາຄິດວ່າຂີດຄວາມສາມາດຂອງພວກເຂົາບໍ່ໄດ້ຕໍ່າ ແລະ ພວກເຂົາໄດ້ເຮັດວຽກງານຫຼາຍຢ່າງແລ້ວ, ແລ້ວເປັນຫຍັງພວກເຂົາຈຶ່ງຖືກປົດອອກ? ສິ່ງເຫຼົ່ານີ້ຄືຄວາມຄິດພາຍໃນຂອງຜູ້ນໍາປອມ. ພວກເຂົາບໍ່ໄດ້ໄຕ່ຕອງເພື່ອຮູ້ຈັກຕົນເອງ ແລະ ເບິ່ງວ່າພວກເຂົາໄດ້ເຮັດວຽກງານຕົວຈິງແທ້ຫຼືບໍ່, ພວກເຂົາໄດ້ແກ້ໄຂບັນຫາຕົວຈິງຈັກຢ່າງ ຫຼື ມັນເປັນຄວາມຈິງຫຼືບໍ່ ທີ່ພວກເຂົາເຮັດໃຫ້ວຽກງານຂອງຄຣິສຕະຈັກເປັນອຳມະພາດ. ພວກເຂົາບໍ່ຄ່ອຍພິຈາລະນາສິ່ງເຫຼົ່ານີ້. ພວກເຂົາບໍ່ຄິດວ່າບັນຫາແມ່ນການທີ່ພວກເຂົາຂາດຄວາມເປັນຈິງຄວາມຈິງ ແລະ ບໍ່ສາມາດເບິ່ງທະລຸສິ່ງຕ່າງໆໄດ້. ແຕ່ກົງກັນຂ້າມ ພວກເຂົາເຊື່ອວ່າ ເມື່ອໄດ້ເຮັດວຽກງານຫຼາຍຢ່າງແລ້ວ, ພວກເຂົາກໍບໍ່ຄວນຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ. ນີ້ຄືເຫດຜົນຫຼັກສຳລັບຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈຂອງພວກເຂົາ. ພວກເຂົາຄິດສະເໝີວ່າ: “ຂ້ອຍໄດ້ປະຕິບັດໜ້າທີ່ຂອງຕົນມາເປັນເວລາຫຼາຍປີ, ຕື່ນເດິກລຸກເຊົ້າທຸກມື້ແມ່ນເພື່ອໃຜ? ຫຼັງຈາກທີ່ເຊື່ອໃນພຣະເຈົ້າ, ຂ້ອຍກໍປະຖິ້ມຄອບຄົວໄວ້ຂ້າງຫຼັງ, ປະຖິ້ມອາຊີບການງານ ແລະ ເຖິງຂັ້ນສ່ຽງຕໍ່ການຖືກຈັບກຸມ ແລະ ຖືກຂັງຄຸກເພື່ອປະຕິບັດໜ້າທີ່ຂອງຕົນ. ຂ້ອຍໄດ້ອົດທົນຕໍ່ຄວາມລຳບາກຫຼາຍສໍ່າໃດ! ແລ້ວຕອນນີ້ ພວກເຂົາເວົ້າວ່າຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງ ແລະ ພຽງແຕ່ປົດຂ້ອຍອອກ, ມັນຊ່າງບໍ່ຍຸຕິທຳຫຼາຍ! ເຖິງແມ່ນວ່າຂ້ອຍບໍ່ໄດ້ບັນລຸຫຍັງເລີຍ, ຂ້ອຍກໍຍັງໄດ້ອົດທົນຕໍ່ຄວາມລຳບາກ; ຖ້າບໍ່ແມ່ນຄວາມລຳບາກ ກໍແມ່ນຄວາມເມື່ອຍລ້າ! ດ້ວຍຂີດຄວາມສາມາດຂອງຂ້ອຍ ແລະ ຄວາມສາມາດໃນການຈ່າຍລາຄາໃນວຽກງານຂອງຂ້ອຍ, ຖ້າແມ່ນແຕ່ຂ້ອຍຍັງຖືກພິຈາລະນາວ່າບໍ່ໄດ້ມາດຕະຖານ ແລະ ຖືກປົດອອກ, ຂ້ອຍຄິດວ່າ ກໍຄົງຈະບໍ່ມີຜູ້ນໍາຄົນໃດທີ່ໄດ້ມາດຕະຖານເລີຍ!” ພວກເຂົາກຳລັງລະບາຍຄວາມເປັນລົບໂດຍການເວົ້າຄຳເວົ້າເຫຼົ່ານີ້ບໍ? ໃນຄຳເວົ້າເຫຼົ່ານັ້ນ ມີປະໂຫຍກດຽວບໍທີ່ສື່ເຖິງການອ່ອນນ້ອມ? ມີແມ່ນແຕ່ສັນຍານຂອງການຢາກສະແຫວງຫາຄວາມຈິງບໍ? ມີການໄຕ່ຕອງຕົນເອງບໍ ເຊັ່ນ: “ພວກເຂົາເວົ້າວ່າວຽກງານຂອງຂ້ອຍບໍ່ໄດ້ມາດຕະຖານ, ແລ້ວຂ້ອຍຂາດເຂີນບ່ອນໃດແທ້? ວຽກງານຕົວຈິງອັນໃດທີ່ຂ້ອຍບໍ່ໄດ້ເຮັດ? ຂ້ອຍສະແດງອອກເຖິງການສະແດງອອກໃດຂອງຜູ້ນໍາປອມ?” ພວກເຂົາໄດ້ໄຕ່ຕອງຕົນເອງແບບນີ້ບໍ? (ບໍ່.) ສະນັ້ນ, ລັກສະນະຂອງຄຳເວົ້າທີ່ພວກເຂົາເວົ້ານັ້ນແມ່ນຫຍັງ? ພວກເຂົາກຳລັງຈົ່ມວ່າບໍ? ພວກເຂົາກຳລັງແກ້ຕົວໃຫ້ກັບຕົນເອງບໍ? ຈຸດປະສົງຂອງພວກເຂົາໃນການແກ້ຕົວໃຫ້ກັບຕົນເອງແມ່ນຫຍັງ? ມັນບໍ່ແມ່ນເພື່ອໃຫ້ໄດ້ຮັບຄວາມເຫັນໃຈ ແລະ ຄວາມເຂົ້າໃຈຈາກຜູ້ຄົນບໍ? ພວກເຂົາບໍ່ຢາກໃຫ້ຄົນຈຳນວນຫຼາຍຂຶ້ນອອກມາປົກປ້ອງພວກເຂົາ, ມາໂອດຄວນກ່ຽວກັບຄວາມບໍ່ຍຸຕິທຳທີ່ພວກເຂົາໄດ້ຮັບບໍ? (ແມ່ນແລ້ວ.) ແລ້ວພວກເຂົາກຳລັງໂຕ້ຖຽງ ແລະ ຮ້ອງໂວຍວາຍທ້າທາຍຕໍ່ໃຜ? ພວກເຂົາບໍ່ໄດ້ກຳລັງໂຕ້ຖຽງກັບພຣະເຈົ້າ ແລະ ຮ້ອງໂວຍວາຍທ້າທາຍຕໍ່ພຣະອົງບໍ? (ແມ່ນແລ້ວ.) ຄຳເວົ້າຂອງພວກເຂົາແມ່ນການຈົ່ມວ່າຕໍ່ພຣະເຈົ້າ, ເປັນການຕໍ່ຕ້ານພຣະເຈົ້າ. ຫົວໃຈຂອງພວກເຂົາເຕັມໄປດ້ວຍການຈົ່ມວ່າ, ການຕໍ່ຕ້ານ ແລະ ຄວາມກະບົດ. ບໍ່ພຽງແຕ່ເທົ່ານັ້ນ, ແຕ່ໂດຍການລະບາຍຄວາມເປັນລົບ, ພວກເຂົາມີຈຸດປະສົງທີ່ຈະເຮັດໃຫ້ຄົນຈຳນວນຫຼາຍຂຶ້ນເຂົ້າໃຈພວກເຂົາ, ເຫັນໃຈພວກເຂົາ ແລະ ເຮັດໃຫ້ຄົນຈຳນວນຫຼາຍຂຶ້ນພັດທະນາຄວາມເປັນລົບຄືກັບພວກເຂົາ, ເພື່ອເຮັດໃຫ້ຄົນຈຳນວນຫຼາຍຂຶ້ນມີການຈົ່ມວ່າ, ການຕໍ່ຕ້ານ ແລະ ການຂັດຂືນຕໍ່ພຣະເຈົ້າ ຫຼື ຮ້ອງໂວຍວາຍທ້າທາຍຕໍ່ພຣະອົງຄືກັບພວກເຂົາ. ພວກເຂົາບໍ່ໄດ້ລະບາຍຄວາມເປັນລົບເພື່ອບັນລຸຈຸດປະສົງນີ້ບໍ? ຈຸດປະສົງຂອງພວກເຂົາເປັນພຽງແຕ່ການໃຫ້ຄົນຈຳນວນຫຼາຍຂຶ້ນຮູ້ສິ່ງທີ່ເອີ້ນວ່າຄວາມຈິງຂອງເລື່ອງດັ່ງກ່າວ ແລະ ເຮັດໃຫ້ຄົນອື່ນເຊື່ອວ່າພວກເຂົາຖືກປັກປຳ, ສິ່ງທີ່ພວກເຂົາເຮັດນັ້ນຖືກຕ້ອງ, ພວກເຂົາບໍ່ຄວນຖືກປົດອອກ ແລະ ການປົດພວກເຂົາອອກນັ້ນເປັນຄວາມຜິດພາດ; ພວກເຂົາຢາກໃຫ້ຄົນຈຳນວນຫຼາຍຂຶ້ນອອກມາປົກປ້ອງພວກເຂົາ. ຜ່ານສິ່ງນີ້, ພວກເຂົາຫວັງທີ່ຈະກອບກູ້ໜ້າຕາ, ສະຖານະ ແລະ ຊື່ສຽງຂອງພວກເຂົາຄືນມາ. ຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກຄົນ, ຫຼັງຈາກທີ່ຖືກປົດອອກ, ກໍລະບາຍຄວາມເປັນລົບແບບນີ້ເພື່ອໃຫ້ໄດ້ຮັບຄວາມເຫັນໃຈຂອງຜູ້ຄົນ. ບໍ່ມີຜູ້ໃດໃນພວກເຂົາທີ່ສາມາດໄຕ່ຕອງ ແລະ ມາຮູ້ຈັກຕົນເອງ, ຍອມຮັບຄວາມຜິດພາດຂອງຕົນ ຫຼື ສະແດງຄວາມສຳນຶກຜິດ ແລະ ການກັບໃຈທີ່ແທ້ຈິງ. ຄວາມຈິງນີ້ພິສູດວ່າຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສລ້ວນແລ້ວແຕ່ເປັນຄົນທີ່ບໍ່ຮັກຄວາມຈິງ ແລະ ບໍ່ຍອມຮັບມັນເລີຍ. ດັ່ງນັ້ນ, ຫຼັງຈາກທີ່ຖືກເປີດເຜີຍ ແລະ ຖືກກຳຈັດ, ພວກເຂົາຈຶ່ງບໍ່ສາມາດມາຮູ້ຈັກຕົນເອງຜ່ານຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ. ບໍ່ມີໃຜເຫັນພວກເຂົາສະແດງຄວາມສຳນຶກຜິດ ຫຼື ມີຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ, ທັງບໍ່ມີໃຜເຫັນພວກເຂົາສະແດງການກັບໃຈທີ່ແທ້ຈິງ. ເບິ່ງຄືວ່າພວກເຂົາບໍ່ເຄີຍໄດ້ມາຮູ້ຈັກຕົນເອງ ຫຼື ຍອມຮັບຄວາມຜິດພາດຂອງພວກເຂົາເລີຍ. ເມື່ອພິຈາລະນາຈາກຄວາມຈິງນີ້, ການປົດຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສອອກແມ່ນເໝາະສົມຢ່າງສິ້ນເຊີງ ແລະ ບໍ່ແມ່ນເລື່ອງທີ່ບໍ່ຍຸຕິທຳເລີຍ. ອີງຕາມການທີ່ພວກເຂົາຂາດການໄຕ່ຕອງ ແລະ ຄວາມຮູ້ກ່ຽວກັບຕົນເອງຢ່າງສິ້ນເຊີງ, ພ້ອມທັງການທີ່ພວກເຂົາປາສະຈາກຄວາມສຳນຶກຜິດທັງປວງ, ມັນຈຶ່ງເຫັນໄດ້ຢ່າງຊັດເຈນວ່າອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົານັ້ນຮຸນແຮງ ແລະ ພວກເຂົາບໍ່ຮັກຄວາມຈິງເລີຍ.
ຜູ້ນໍາປອມບາງຄົນ, ຫຼັງຈາກທີ່ຖືກປົດອອກ, ກໍບໍ່ຍອມຮັບຮູ້ຄວາມຜິດພາດຂອງຕົນເລີຍ, ທັງບໍ່ສະແຫວງຫາຄວາມຈິງ ຫຼື ໄຕ່ຕອງ ແລະ ຮູ້ຈັກຕົນເອງ. ພວກເຂົາບໍ່ມີຫົວໃຈ ຫຼື ທັດສະນະຄະຕິແຫ່ງການອ່ອນນ້ອມແມ່ນແຕ່ໜ້ອຍດຽວ. ແຕ່ກົງກັນຂ້າມ, ພວກເຂົາເຂົ້າໃຈພຣະເຈົ້າຜິດ ແລະ ຈົ່ມວ່າ ວ່າພຣະເຈົ້າປະຕິບັດຕໍ່ພວກເຂົາຢ່າງບໍ່ຍຸຕິທຳ, ໂດຍຄົ້ນຄິດຫາທຸກວິທີທາງເພື່ອຊອກຫາຂໍ້ແກ້ຕົວ ແລະ ເຫດຜົນຕ່າງໆເພື່ອແກ້ຕ່າງ ແລະ ປົກປ້ອງຕົນເອງ. ບາງຄົນເຖິງຂັ້ນເວົ້າວ່າ, “ແຕ່ກ່ອນ ຂ້ອຍບໍ່ເຄີຍຢາກເປັນຜູ້ນໍາເລີຍ ເພາະຂ້ອຍຮູ້ວ່າມັນເປັນວຽກທີ່ຫຍຸ້ງຍາກ. ຖ້າເຈົ້າເຮັດໄດ້ດີ, ເຈົ້າກໍບໍ່ໄດ້ຮັບລາງວັນ ແລະ ຖ້າເຈົ້າເຮັດບໍ່ໄດ້ດີ, ເຈົ້າກໍຖືກປົດອອກ ແລະ ກາຍເປັນຄົນທີ່ມີຊື່ສຽງບໍ່ດີ, ຖືກອ້າຍເອື້ອຍນ້ອງປະຕິເສດ ແລະ ບໍ່ມີໜ້າຕາຫຍັງເລີຍ. ຄົນໆໜຶ່ງຈະສາມາດສູ້ໜ້າຄົນອື່ນຫຼັງຈາກນັ້ນໄດ້ແນວໃດ? ຕອນນີ້ຂ້ອຍຖືກປົດອອກແລ້ວ, ຂ້ອຍຍິ່ງໝັ້ນໃຈວ່າ ການເປັນຜູ້ນໍາ ຫຼື ຜູ້ເຮັດວຽກນັ້ນບໍ່ແມ່ນເລື່ອງງ່າຍ; ມັນເປັນວຽກທີ່ໜັກໜ່ວງ ແລະ ວຽກທີ່ໜັກໜ່ວງແຕ່ບໍ່ໄດ້ດີ!” ຄຳເວົ້າທີ່ວ່າ “ການເປັນຜູ້ນໍາ ຫຼື ຜູ້ເຮັດວຽກເປັນວຽກທີ່ໜັກໜ່ວງ ແລະ ວຽກທີ່ໜັກໜ່ວງແຕ່ບໍ່ໄດ້ດີ” ໝາຍຄວາມວ່າແນວໃດ? ມີເຈດຕະນາທີ່ຈະສະແຫວງຫາຄວາມຈິງທີ່ຖືກຖ່າຍທອດອອກມາຢູ່ທີ່ນີ້ບໍ? ມັນບໍ່ແມ່ນກໍລະນີທີ່ວ່າພວກເຂົາເລີ່ມກຽດຊັງຄວາມຈິງທີ່ວ່າເຮືອນຂອງພຣະເຈົ້າຈັດແຈງໃຫ້ພວກເຂົາເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ຕອນນີ້ພວກເຂົາກຳລັງໃຊ້ຄຳເວົ້າແບບນີ້ເພື່ອເຮັດໃຫ້ຄົນອື່ນຫຼົງຜິດບໍ? (ແມ່ນແລ້ວ.) ຜົນສະທ້ອນທີ່ຄຳເວົ້ານີ້ສາມາດນໍາມາສູ່ມີຫຍັງແດ່? ຈິດໃຈ, ຄວາມຄິດ ແລະ ການຢັ່ງຮູ້ ແລະ ຄວາມເຂົ້າໃຈຂອງຄົນສ່ວນໃຫຍ່ກ່ຽວກັບເລື່ອງດັ່ງກ່າວ ຈະໄດ້ຮັບອິດທິພົນ ແລະ ຖືກລົບກວນໂດຍຄຳເວົ້າເຫຼົ່ານີ້. ນີ້ຄືຜົນສະທ້ອນທີ່ການລະບາຍຄວາມເປັນລົບນໍາມາສູ່ຜູ້ຄົນ. ຕົວຢ່າງ: ຖ້າເຈົ້າບໍ່ແມ່ນຜູ້ນໍາ ແລະ ເຈົ້າໄດ້ຍິນສິ່ງນີ້, ເຈົ້າກໍຈະຕົກໃຈ ໂດຍຄິດວ່າ, “ນັ້ນບໍ່ແມ່ນເລື່ອງຈິງບໍ! ຂ້ອຍຕ້ອງບໍ່ຖືກເລືອກໃຫ້ເປັນຜູ້ນໍາ. ຖ້າຂ້ອຍຖືກເລືອກ, ຂ້ອຍຈະຕ້ອງຟ້າວຊອກຫາເຫດຜົນ ແລະ ຂໍ້ແກ້ຕົວທຸກຢ່າງເພື່ອປະຕິເສດ. ຂ້ອຍຈະເວົ້າວ່າຂ້ອຍຂາດຂີດຄວາມສາມາດ ແລະ ບໍ່ສາມາດເຮັດວຽກໄດ້”. ບາງຄົນທີ່ເປັນຜູ້ນໍາກໍໄດ້ຮັບຜົນກະທົບຈາກຄຳເວົ້ານີ້ເຊັ່ນກັນ ໂດຍຄິດວ່າ, “ມັນຊ່າງໜ້າຢ້ານກົວຫຼາຍ! ຂ້ອຍຈະຕ້ອງປະເຊີນກັບຜົນໄດ້ຮັບດຽວກັນກັບພວກເຂົາໃນອະນາຄົດບໍ? ຖ້າສິ່ງຕ່າງໆຈະເປັນແບບນັ້ນ, ຂ້ອຍຂໍປະຕິເສດຢ່າງເດັດຂາດທີ່ຈະເປັນຜູ້ນໍາ”. ອາລົມທີ່ເປັນລົບ ແລະ ຄຳເວົ້າທີ່ເປັນລົບນີ້ລົບກວນຜູ້ຄົນບໍ? ພວກມັນກໍ່ໃຫ້ເກີດການລົບກວນຢ່າງຊັດເຈນ. ບໍ່ວ່າຈະເປັນຄົນໃດກໍຕາມ, ບໍ່ວ່າພວກເຂົາຈະມີຂີດຄວາມສາມາດທີ່ດີ ຫຼື ຂີດຄວາມສາມາດທີ່ຕໍ່າ, ເມື່ອພວກເຂົາໄດ້ຍິນຄຳເວົ້າເຫຼົ່ານີ້, ພວກເຂົາຈະຮັບເອົາມັນເຂົ້າມາກ່ອນໂດຍບໍ່ຮູ້ຕົວ ແລະ ຄຳເວົ້າເຫຼົ່ານີ້ຈະຄອບງຳຈິດໃຈຂອງພວກເຂົາ ແລະ ສົ່ງຜົນກະທົບຕໍ່ພວກເຂົາໃນລະດັບທີ່ແຕກຕ່າງກັນ. ຜົນສະທ້ອນຂອງການໄດ້ຮັບຜົນກະທົບແມ່ນຫຍັງ? ຄົນສ່ວນໃຫຍ່ຈະບໍ່ສາມາດປະຕິບັດຕໍ່ເລື່ອງຂອງການເປັນຜູ້ນໍາ ແລະ ການຖືກປົດອອກຈາກການເປັນຜູ້ນໍາຢ່າງຖືກຕ້ອງ ແລະ ພວກເຂົາຈະບໍ່ມີທັດສະນະຄະຕິແຫ່ງການອ່ອນນ້ອມ. ແຕ່ກົງກັນຂ້າມ, ພວກເຂົາຈະມີໃຈທີ່ເຂົ້າໃຈຜິດ ແລະ ລະແວງພຣະເຈົ້າຢູ່ສະເໝີ, ພວກເຂົາຈະພັດທະນາອາລົມທີ່ເປັນລົບກ່ຽວກັບບັນຫານີ້ ແລະ ພວກເຂົາຈະອ່ອນໄຫວ ແລະ ຢ້ານກົວເປັນພິເສດ ເມື່ອບັນຫານີ້ຖືກກ່າວເຖິງ. ເມື່ອຜູ້ຄົນສະແດງພຶດຕິກຳເຫຼົ່ານີ້ອອກມາ, ພວກເຂົາບໍ່ໄດ້ຕົກຢູ່ໃນການລອງໃຈ ແລະ ການເຮັດໃຫ້ຫຼົງຜິດຂອງຊາຕານບໍ? ມັນຊັດເຈນວ່າ ພວກເຂົາຖືກເຮັດໃຫ້ຫຼົງຜິດ ແລະ ຖືກລົບກວນໂດຍຄົນທີ່ລະບາຍຄວາມເປັນລົບ. ເພາະວ່າສິ່ງທີ່ຖືກລະບາຍອອກມາໂດຍຄົນທີ່ລະບາຍຄວາມເປັນລົບນັ້ນເກີດມາຈາກອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ຈາກຊາຕານ ແລະ ເພາະວ່າພວກມັນບໍ່ແມ່ນຄວາມເຂົ້າໃຈກ່ຽວກັບຄວາມຈິງ ຫຼື ຄວາມເຂົ້າໃຈຈາກປະສົບການທີ່ໄດ້ຮັບຈາກການອ່ອນນ້ອມຕໍ່ສະພາບແວດລ້ອມທີ່ພຣະເຈົ້າຈັດແຈງຂຶ້ນ, ຜູ້ທີ່ໄດ້ຍິນສິ່ງເຫຼົ່ານັ້ນຈຶ່ງຖືກລົບກວນໃນລະດັບທີ່ແຕກຕ່າງກັນ. ຄວາມເປັນລົບທີ່ຜູ້ຄົນລະບາຍອອກມານັ້ນ ກໍ່ໃຫ້ເກີດຜົນກະທົບທີ່ເປັນອັນຕະລາຍ ແລະ ເຮັດໃຫ້ກັງວົນໃຈຕໍ່ທຸກຄົນ. ບາງຄົນທີ່ສະແຫວງຫາຄວາມຈິງຢ່າງຫ້າວຫັນ ກໍຈະໄດ້ຮັບອັນຕະລາຍໜ້ອຍກວ່າ. ສ່ວນຄົນອື່ນໆ ທີ່ບໍ່ມີການຕໍ່ຕ້ານເລີຍ ກໍອົດບໍ່ໄດ້ທີ່ຈະຖືກເຮັດໃຫ້ກັງວົນໃຈ ແລະ ໄດ້ຮັບອັນຕະລາຍຢ່າງເລິກເຊິ່ງ, ເຖິງແມ່ນວ່າພວກເຂົາຮູ້ວ່າຄຳເວົ້າເຫຼົ່ານັ້ນຜິດກໍຕາມ. ບໍ່ວ່າພຣະເຈົ້າຈະກ່າວຫຍັງ, ບໍ່ວ່າພຣະອົງຈະໂອ້ລົມກ່ຽວກັບເລື່ອງດັ່ງກ່າວແນວໃດ ຫຼື ພຣະອົງມີຂໍ້ກຳນົດຫຍັງກໍຕາມ, ພວກເຂົາກໍເມີນເສີຍຕໍ່ສິ່ງທັງໝົດນີ້ ແລະ ແທນທີ່ຈະເປັນແນວນັ້ນ ພວກເຂົາກັບຈົດຈຳຄຳເວົ້າຂອງຜູ້ທີ່ລະບາຍຄວາມເປັນລົບ, ໂດຍເຕືອນຕົນເອງສະເໝີວ່າຢ່າຫຼຸດຜ່ອນຄວາມລະມັດລະວັງຂອງພວກເຂົາລົງ, ຄືກັບວ່າຄຳເວົ້າທີ່ເປັນລົບເຫຼົ່ານີ້ແມ່ນຮົ່ມທີ່ປົກປ້ອງພວກເຂົາ, ເປັນໂລ່ຂອງພວກເຂົາ. ບໍ່ວ່າພຣະເຈົ້າຈະກ່າວຫຍັງກໍຕາມ, ພວກເຂົາກໍບໍ່ສາມາດປ່ອຍວາງຄວາມລະວັງຕົວ ແລະ ຄວາມເຂົ້າໃຈຜິດຂອງພວກເຂົາໄດ້. ຄົນເຫຼົ່ານີ້, ຜູ້ທີ່ບໍ່ມີການເຂົ້າສູ່ຄວາມຈິງ ຫຼື ພຣະທຳຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ເຂົ້າໃຈຄວາມເປັນຈິງຄວາມຈິງ, ບໍ່ມີການແຍກແຍະຄຳເວົ້າທີ່ເປັນລົບເຫຼົ່ານີ້ ແລະ ບໍ່ມີການຕໍ່ຕ້ານຕໍ່ສິ່ງເຫຼົ່ານັ້ນ. ໃນທີ່ສຸດ ພວກເຂົາກໍຖືກຈຳກັດ ແລະ ຖືກຜູກມັດໂດຍຄຳເວົ້າທີ່ເປັນລົບເຫຼົ່ານີ້ ແລະ ບໍ່ສາມາດຍອມຮັບພຣະທຳຂອງພຣະເຈົ້າໄດ້ອີກຕໍ່ໄປ. ພວກເຂົາບໍ່ໄດ້ຮັບອັນຕະລາຍຈາກສິ່ງນີ້ບໍ? ພວກເຂົາໄດ້ຮັບອັນຕະລາຍໃນລະດັບໃດ? ພວກເຂົາບໍ່ສາມາດຮັບເອົາ ຫຼື ເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ ແຕ່ກັບຖືວ່າຄຳເວົ້າທີ່ເປັນລົບ, ຄຳເວົ້າແຫ່ງຄວາມບໍ່ພໍໃຈ, ຄວາມບໍ່ເຊື່ອຟັງ ແລະ ການຈົ່ມວ່າທີ່ຜູ້ຄົນເວົ້າອອກມານັ້ນ ເປັນສິ່ງທີ່ເປັນບວກ, ໂດຍຖືວ່າສິ່ງເຫຼົ່ານັ້ນເປັນຄະຕິປະຈຳໃຈສ່ວນຕົວຂອງພວກເຂົາທີ່ຈະເກັບຮັກສາໄວ້ໃກ້ຫົວໃຈ ແລະ ໃຊ້ສິ່ງເຫຼົ່ານັ້ນເພື່ອຊີ້ນໍາຊີວິດຂອງພວກເຂົາ, ເພື່ອຕໍ່ຕ້ານພຣະເຈົ້າ ແລະ ຂັດຂືນພຣະທຳຂອງພຣະອົງ. ພວກເຂົາບໍ່ໄດ້ຕົກເຂົ້າສູ່ກັບດັກຂອງຊາຕານບໍ? (ແມ່ນແລ້ວ.) ຄົນເຫຼົ່ານີ້ຕົກເຂົ້າສູ່ກັບດັກຂອງຊາຕານໂດຍບໍ່ຮູ້ຕົວ ແລະ ພວກເຂົາຖືກຊາຕານຈັບຕົວໄປ. ຄຳເວົ້າທີ່ເປັນລົບທີ່ຄົນເຫຼົ່ານີ້ເວົ້າອອກມາກ່ຽວກັບເລື່ອງທີ່ງ່າຍດາຍເຊັ່ນ: ການຖືກປົດອອກຈາກຕຳແໜ່ງ ກໍຍັງມີຜົນກະທົບຢ່າງມະຫາສານຕໍ່ຄົນອື່ນ. ມີຕົ້ນເຫດສຳລັບສິ່ງນີ້: ຜູ້ທີ່ຍອມຮັບຄຳເວົ້າທີ່ເປັນລົບເຫຼົ່ານີ້ ລ້ວນແລ້ວແຕ່ເຕັມໄປດ້ວຍແນວຄິດ ແລະ ຈິນຕະນາການ ແລະ ແມ່ນແຕ່ຄວາມເຂົ້າໃຈຜິດ ແລະ ຄວາມລະວັງຕົວບາງຢ່າງກ່ຽວກັບການເປັນຜູ້ນໍາຢູ່ແລ້ວ. ເຖິງແມ່ນວ່າຄວາມເຂົ້າໃຈຜິດ ແລະ ຄວາມລະວັງຕົວເຫຼົ່ານີ້ຍັງບໍ່ທັນຖືກສ້າງຂຶ້ນຢ່າງສົມບູນໃນຄວາມຄິດຂອງພວກເຂົາ, ຫຼັງຈາກທີ່ໄດ້ຍິນຄຳເວົ້າທີ່ເປັນລົບເຫຼົ່ານີ້, ພວກເຂົາກໍຍິ່ງໝັ້ນໃຈວ່າຄວາມລະວັງຕົວ ແລະ ຄວາມເຂົ້າໃຈຜິດຂອງພວກເຂົານັ້ນຖືກຕ້ອງ; ພວກເຂົາຮູ້ສຶກວ່າພວກເຂົາຍິ່ງມີເຫດຜົນຫຼາຍຂຶ້ນທີ່ຈະເຊື່ອວ່າ ການເປັນຜູ້ນໍານໍາມາເຊິ່ງຄວາມໂຊກຮ້າຍຢ່າງຫຼວງຫຼາຍ ແລະ ສິ່ງທີ່ດີມີໜ້ອຍ ແລະ ພວກເຂົາຄວນປະຕິເສດຢ່າງເດັດຂາດທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ເພື່ອຫຼີກເວັ້ນການຖືກປົດອອກ ແລະ ຖືກປະຕິເສດຍ້ອນການເຮັດຜິດ. ພວກເຂົາບໍ່ໄດ້ຖືກເຮັດໃຫ້ຫຼົງຜິດ ແລະ ໄດ້ຮັບອິດທິພົນຢ່າງສິ້ນເຊີງຈາກຜູ້ທີ່ລະບາຍຄວາມເປັນລົບບໍ? ພຽງແຕ່ຄຳເວົ້າທີ່ເປັນລົບທີ່ເວົ້າອອກມາໂດຍຄົນທີ່ຖືກປົດອອກ, ພ້ອມທັງຄວາມຮູ້ສຶກແຫ່ງຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈຂອງພວກເຂົາ ກໍສາມາດກໍ່ໃຫ້ເກີດຜົນກະທົບ ແລະ ຄວາມເສຍຫາຍທີ່ສຳຄັນດັ່ງກ່າວຕໍ່ຜູ້ຄົນໄດ້. ພວກເຈົ້າຄິດວ່າແນວໃດ ມັນເປັນບັນຫາທີ່ຮ້າຍແຮງບໍ ທີ່ອາລົມທີ່ເປັນລົບທີ່ຜູ້ຄົນລະບາຍອອກມານັ້ນເຕັມໄປດ້ວຍບັນຍາກາດແຫ່ງຄວາມຕາຍ? (ແມ່ນແລ້ວ, ມັນຮ້າຍແຮງ.) ສິ່ງໃດທີ່ເຮັດໃຫ້ມັນຮ້າຍແຮງສໍ່ານັ້ນ? ມັນແມ່ນການທີ່ມັນຕອບສະໜອງຢ່າງສົມບູນຕໍ່ຄວາມລະວັງຕົວ ແລະ ຄວາມເຂົ້າໃຈຜິດທີ່ຝັງເລິກຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ, ໃນຂະນະດຽວກັນກໍສະທ້ອນໃຫ້ເຫັນເຖິງສະພາວະຂອງການເຂົ້າໃຈຜິດ ແລະ ການສົງໄສພຣະເຈົ້າຂອງຜູ້ຄົນ, ພ້ອມທັງທັດສະນະຄະຕິພາຍໃນທີ່ພວກເຂົາມີຕໍ່ພຣະອົງ. ດັ່ງນັ້ນ, ຄຳເວົ້າທີ່ຖືກເຜີຍແຜ່ໂດຍຜູ້ທີ່ລະບາຍຄວາມເປັນລົບ ຈຶ່ງໂຈມຕີຈຸດສຳຄັນຂອງຜູ້ຄົນໂດຍກົງ ແລະ ຜູ້ຄົນກໍຍອມຮັບສິ່ງເຫຼົ່ານັ້ນຢ່າງເຕັມທີ, ໂດຍຕົກເຂົ້າສູ່ກັບດັກຂອງຊາຕານຢ່າງສົມບູນ ຈົນພວກເຂົາບໍ່ສາມາດປົດປ່ອຍຕົນເອງໄດ້. ສິ່ງນີ້ເປັນສິ່ງທີ່ດີ ຫຼື ສິ່ງທີ່ບໍ່ດີ? (ສິ່ງທີ່ບໍ່ດີ.) ຜົນສະທ້ອນຂອງສິ່ງນີ້ແມ່ນຫຍັງ? (ມັນເຮັດໃຫ້ຜູ້ຄົນທໍລະຍົດພຣະເຈົ້າ.) (ມັນເຮັດໃຫ້ຜູ້ຄົນລະວັງຕົວ ແລະ ເຂົ້າໃຈພຣະເຈົ້າຜິດ, ຫ່າງເຫີນຈາກພຣະເຈົ້າໃນໃຈຂອງພວກເຂົາ, ປະຕິບັດໜ້າທີ່ຂອງພວກເຂົາຢ່າງຄິດລົບ ແລະ ຢ້ານກົວທີ່ຈະຍອມຮັບພຣະບັນຊາທີ່ສຳຄັນ. ພວກເຂົາກາຍເປັນຄົນທີ່ພໍໃຈກັບການເຮັດໜ້າທີ່ທຳມະດາ ແລະ ດ້ວຍເຫດນີ້ຈຶ່ງພາດໂອກາດຫຼາຍຢ່າງທີ່ຈະຖືກເຮັດໃຫ້ສົມບູນ.) ຄົນດັ່ງກ່າວສາມາດໄດ້ຮັບຄວາມລອດພົ້ນໄດ້ບໍ? (ບໍ່.)
ໂປໂລໄດ້ສະເໜີມຸມມອງຫຼາຍຢ່າງ ແລະ ຂຽນຈົດໝາຍຫຼາຍສະບັບເມື່ອສອງພັນປີກ່ອນ. ໃນຈົດໝາຍເຫຼົ່ານັ້ນ, ລາວໄດ້ເວົ້າຄຳເວົ້າຜິດໆຫຼາຍຢ່າງ. ເນື່ອງຈາກວ່າຜູ້ຄົນຂາດການແຍກແຍະ, ຜູ້ທີ່ອ່ານພຣະຄຳພີຕະຫຼອດສອງພັນປີທີ່ຜ່ານມາ ຈຶ່ງຍອມຮັບຄວາມຄິດ ແລະ ມຸມມອງຂອງໂປໂລເປັນສ່ວນໃຫຍ່ ໃນຂະນະທີ່ເມີນເສີຍຕໍ່ພຣະທຳຂອງອົງພຣະເຢຊູເຈົ້າ, ໂດຍບໍ່ຍອມຮັບຄວາມຈິງຈາກພຣະເຈົ້າ. ຜູ້ທີ່ຍອມຮັບຄວາມຄິດ ແລະ ມຸມມອງຂອງໂປໂລ ສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ບໍ? ພວກເຂົາສາມາດຍອມຮັບພຣະທຳຂອງພຣະອົງໄດ້ບໍ? (ບໍ່.) ຖ້າພວກເຂົາບໍ່ສາມາດຍອມຮັບພຣະທຳຂອງພຣະເຈົ້າໄດ້, ພວກເຂົາສາມາດປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າໄດ້ບໍ? (ບໍ່ໄດ້.) ເມື່ອພຣະເຈົ້າສະເດັດມາ ແລະ ຢືນຢູ່ຕໍ່ໜ້າພວກເຂົາ, ພວກເຂົາສາມາດຮູ້ຈັກພຣະເຈົ້າໄດ້ບໍ? ພວກເຂົາສາມາດຍອມຮັບພຣະອົງເປັນພຣະເຈົ້າ ແລະ ພຣະຜູ້ເປັນເຈົ້າຂອງພວກເຂົາໄດ້ບໍ? (ບໍ່.) ເປັນຫຍັງພວກເຂົາຈຶ່ງຍອມຮັບບໍ່ໄດ້? ຄວາມຄິດ ແລະ ມຸມມອງທີ່ຜິດຂອງໂປໂລໄດ້ເຕັມຢູ່ໃນໃຈຂອງຜູ້ຄົນ, ໂດຍກໍ່ໃຫ້ເກີດທິດສະດີ ແລະ ຄຳເວົ້າທຸກປະເພດ. ເມື່ອຜູ້ຄົນໃຊ້ສິ່ງເຫຼົ່ານີ້ເພື່ອວັດແທກພຣະເຈົ້າ, ວຽກງານຂອງພຣະອົງ, ພຣະທຳຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ທັດສະນະຄະຕິຂອງພຣະອົງທີ່ມີຕໍ່ຜູ້ຄົນ, ພວກເຂົາກໍບໍ່ແມ່ນມະນຸດທີ່ເສື່ອມຊາມປະເພດທຳມະດາ ແລະ ຮຽບງ່າຍອີກຕໍ່ໄປ, ແຕ່ພວກເຂົາຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ, ສຶກສາ ແລະ ວິເຄາະພຣະອົງ ແລະ ກາຍເປັນປໍລະປັກຕໍ່ພຣະອົງ. ພຣະເຈົ້າສາມາດຊ່ວຍຄົນດັ່ງກ່າວໃຫ້ລອດພົ້ນໄດ້ບໍ? (ບໍ່.) ຖ້າພຣະເຈົ້າບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ, ພວກເຂົາຈະຍັງມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນບໍ? ການກໍານົດລ່ວງໜ້າ ແລະ ການເລືອກສັນຂອງພຣະເຈົ້າໄດ້ມອບໂອກາດໃຫ້ແກ່ຜູ້ຄົນ, ແຕ່ຖ້າຫຼັງຈາກການກໍານົດລ່ວງໜ້າ ແລະ ການເລືອກສັນຂອງພຣະເຈົ້າແລ້ວ ເສັ້ນທາງທີ່ຜູ້ຄົນເລືອກແມ່ນເສັ້ນທາງທີ່ຕິດຕາມໂປໂລ, ໂອກາດສຳລັບຄວາມລອດພົ້ນນີ້ຍັງຈະມີຢູ່ບໍ? ບາງຄົນເວົ້າວ່າ, “ຂ້ອຍຖືກກໍານົດລ່ວງໜ້າ ແລະ ຖືກເລືອກໂດຍພຣະເຈົ້າ, ສະນັ້ນ ຂ້ອຍຈຶ່ງຢູ່ໃນເຂດປອດໄພແລ້ວ. ຂ້ອຍຈະໄດ້ຮັບຄວາມລອດພົ້ນຢ່າງແນ່ນອນ”. ຄຳເວົ້າເຫຼົ່ານີ້ສົມເຫດສົມຜົນບໍ? ການຖືກກໍານົດລ່ວງໜ້າ ແລະ ຖືກເລືອກໂດຍພຣະເຈົ້າໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າໄດ້ກາຍເປັນຜູ້ສະໝັກສຳລັບຄວາມລອດພົ້ນ, ແຕ່ວ່າເຈົ້າຈະໄດ້ຮັບຄວາມລອດພົ້ນຫຼືບໍ່ນັ້ນ ແມ່ນຂຶ້ນກັບວ່າເຈົ້າໄລ່ຕາມໄດ້ດີສໍ່າໃດ ແລະ ເຈົ້າໄດ້ເລືອກເສັ້ນທາງທີ່ຖືກຕ້ອງຫຼືບໍ່. ມັນໝາຍຄວາມວ່າຜູ້ສະໝັກທຸກຄົນຈະຖືກເລືອກ ແລະ ໄດ້ຮັບຄວາມລອດພົ້ນໃນທີ່ສຸດບໍ? ບໍ່. ໃນທຳນອງດຽວກັນ, ຖ້າຜູ້ຄົນຍອມຮັບຄວາມຮູ້ສຶກ ເຊັ່ນ: ຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ ແລະ ການຈົ່ມວ່າ ຫຼື ຄຳເວົ້າ, ຄວາມຄິດ ແລະ ມຸມມອງທີ່ສະແດງອອກໂດຍຜູ້ທີ່ລະບາຍຄວາມເປັນລົບ ແລະ ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍ ແລະ ຖືກຄອບງຳໂດຍສິ່ງທີ່ເປັນລົບເຫຼົ່ານີ້, ສິ່ງນີ້ບໍ່ໄດ້ຊີ້ບອກວ່າພວກເຂົາພຽງແຕ່ເຫັນດີນຳເລັກນ້ອຍ, ມັນໝາຍຄວາມວ່າພວກເຂົາຍອມຮັບສິ່ງເຫຼົ່ານັ້ນຢ່າງເຕັມທີ ແລະ ຢາກດຳລົງຊີວິດຕາມສິ່ງເຫຼົ່ານີ້. ເມື່ອຜູ້ຄົນດຳລົງຊີວິດຕາມສິ່ງທີ່ເປັນລົບເຫຼົ່ານີ້, ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກາຍເປັນແນວໃດ? ມັນກາຍເປັນຄວາມສຳພັນທີ່ເປັນປໍລະປັກ. ມັນບໍ່ແມ່ນຄວາມສຳພັນລະຫວ່າງພຣະຜູ້ສ້າງ ແລະ ສິ່ງທີ່ຖືກສ້າງ, ທັງບໍ່ແມ່ນຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດຊາດທີ່ເສື່ອມຊາມ ແລະ ແນ່ນອນວ່າບໍ່ແມ່ນຄວາມສຳພັນລະຫວ່າງພຣະເຈົ້າ ແລະ ຜູ້ທີ່ໄດ້ຮັບຄວາມລອດພົ້ນ. ແຕ່ກົງກັນຂ້າມ, ມັນກາຍເປັນຄວາມສຳພັນລະຫວ່າງພຣະເຈົ້າ ແລະ ຊາຕານ, ລະຫວ່າງພຣະເຈົ້າ ແລະ ສັດຕູຂອງພຣະອົງ. ດັ່ງນັ້ນ, ເລື່ອງທີ່ວ່າຜູ້ຄົນຈະສາມາດໄດ້ຮັບຄວາມລອດພົ້ນຫຼືບໍ່ນັ້ນ ຈຶ່ງກາຍເປັນເຄື່ອງໝາຍຄຳຖາມ, ເປັນສິ່ງທີ່ບໍ່ຮູ້ຈັກ. ຄຳເວົ້າທີ່ເປັນລົບເຊິ່ງເວົ້າໂດຍຜູ້ທີ່ຖືກປົດອອກນັ້ນ ເຕັມໄປດ້ວຍການຈົ່ມວ່າ, ຄວາມເຂົ້າໃຈຜິດ, ການແກ້ຕ່າງ ແລະ ການປົກປ້ອງຕົນເອງ; ພວກເຂົາເຖິງຂັ້ນເວົ້າບາງສິ່ງທີ່ເຮັດໃຫ້ຫຼົງຜິດ ແລະ ຊັກຈູງຜູ້ຄົນໃຫ້ເຂົ້າຫາພວກເຂົາ. ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້, ຜູ້ຄົນກໍພັດທະນາຄວາມເຂົ້າໃຈຜິດ ແລະ ຄວາມລະວັງຕົວຕໍ່ພຣະເຈົ້າ ແລະ ເຖິງຂັ້ນຕີຕົວອອກຫ່າງ ແລະ ປະຕິເສດພຣະອົງໃນໃຈຂອງພວກເຂົາ. ສະນັ້ນ, ເມື່ອຄົນດັ່ງກ່າວກຳລັງລະບາຍຄວາມເປັນລົບ, ພວກເຂົາຄວນຖືກຈຳກັດ ແລະ ຖືກຢຸດຢັ້ງໂດຍທັນທີ. ການທີ່ພວກເຂົາບໍ່ສາມາດຍອມຮັບສະຖານະການທີ່ພວກເຂົາປະສົບຈາກພຣະເຈົ້າ, ສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້ານັ້ນ ແມ່ນບັນຫາຂອງພວກເຂົາເອງ ແລະ ບໍ່ຄວນອະນຸຍາດໃຫ້ພວກເຂົາສົ່ງຜົນກະທົບຕໍ່ຄົນອື່ນ. ຖ້າພວກເຂົາບໍ່ສາມາດຍອມຮັບມັນໄດ້, ກໍປ່ອຍໃຫ້ພວກເຂົາທຳຄວາມເຂົ້າໃຈ ແລະ ແກ້ໄຂມັນເທື່ອລະເລັກລະນ້ອຍ. ແຕ່ຖ້າພວກເຂົາລະບາຍຄວາມເປັນລົບ ແລະ ສົ່ງຜົນກະທົບ ແລະ ລົບກວນການເຂົ້າສູ່ປົກກະຕິຂອງຄົນອື່ນ, ພວກເຂົາຕ້ອງຖືກຢຸດຢັ້ງ ແລະ ຖືກຈຳກັດຢ່າງທັນເວລາ. ຖ້າພວກເຂົາບໍ່ສາມາດຖືກຈຳກັດໄດ້ ແລະ ພວກເຂົາສືບຕໍ່ລະບາຍຄວາມເປັນລົບເພື່ອເຮັດໃຫ້ຫຼົງຜິດ ແລະ ຊັກຈູງຜູ້ຄົນມາຢູ່ຝ່າຍພວກເຂົາ, ແລ້ວພວກເຂົາກໍຄວນຖືກຄັດອອກໂດຍທັນທີ. ບໍ່ຄວນອະນຸຍາດໃຫ້ພວກເຂົາສືບຕໍ່ລົບກວນຊີວິດຄຣິສຕະຈັກ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?