ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (17) ສ່ວນທີ ຫ້າ
ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ, ຜູ້ຄົນມັກຈະປະສົບກັບສະພາວະທີ່ຄິດລົບ ແລະ ກະບົດ. ຖ້າພວກເຂົາສາມາດສະແຫວງຫາຄວາມຈິງ ແລະ ນໍາໃຊ້ຫຼັກການຄວາມຈິງ ເພື່ອຈັດການ ແລະ ແກ້ໄຂບັນຫາເຫຼົ່ານີ້, ອາລົມທາງລົບຂອງພວກເຂົາກໍຈະບໍ່ກາຍເປັນການຈົ່ມວ່າ, ການຕໍ່ຕ້ານ, ການຂັດຂືນ, ການຮ້ອງທ້າທາຍ ຫຼື ແມ່ນແຕ່ການໝິ່ນປະໝາດ. ຢ່າງໃດກໍຕາມ, ຖ້າຜູ້ຄົນຈັດການກັບສິ່ງເຫຼົ່ານີ້ ໂດຍອາໄສພຽງແຕ່ການອວດອ້າງຄວາມສະຫຼາດຂອງຕົນເອງ, ອາໄສການຂົ່ມໃຈແບບມະນຸດ, ຄວາມພະຍາຍາມແບບມະນຸດ, ຄວາມດຸໝັ່ນ, ການໃສ່ວິໄນຕົນເອງ ແລະ ວິທີການອື່ນໆໃນທຳນອງນີ້, ບໍ່ຊ້າກໍໄວ ຈິນຕະນາການ, ການຕັດສິນ ແລະ ການຄາດເດົາແບບມະນຸດເຫຼົ່ານີ້ ກໍຈະກາຍເປັນການຈົ່ມວ່າ, ການຂັດຂືນ, ການຕໍ່ຕ້ານ, ການຮ້ອງທ້າທາຍ ແລະ ແມ່ນແຕ່ການໝິ່ນປະໝາດພຣະເຈົ້າ. ເມື່ອຜູ້ຄົນຕົກຢູ່ໃນອາລົມທາງລົບດັ່ງກ່າວ, ພວກເຂົາມັກຈະເກີດຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ ແລະ ການຈົ່ມວ່າຕໍ່ພຣະເຈົ້າ ລວມເຖິງຄວາມຮູ້ສຶກ ຫຼື ຄວາມຄິດອື່ນໆໃນທຳນອງນີ້. ເມື່ອຄວາມຄິດເຫຼົ່ານີ້ສະສົມຢູ່ໃນຕົວຄົນເມື່ອເວລາຜ່ານໄປ ແລະ ພວກເຂົາຍັງບໍ່ສະແຫວງຫາຄວາມຈິງ ຫຼື ບໍ່ໃຊ້ຄວາມຈິງເພື່ອແກ້ໄຂພວກມັນ, ຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ ແລະ ການຈົ່ມວ່າຂອງພວກເຂົາກໍຈະກາຍເປັນການຂັດຂືນ; ພວກເຂົາຈະມີພຶດຕິກຳທີ່ກະບົດ ເຊັ່ນ: ການປະຕິບັດໜ້າທີ່ແບບເຮັດພໍແລ້ວມືແລ້ວຕີນ ຫຼື ການລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກໂດຍເຈດຕະນາ ລວມເຖິງພຶດຕິກຳທາງລົບອື່ນໆ ເພື່ອສະແດງອອກເຖິງຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈຂອງພວກເຂົາ ແລະ ດ້ວຍເຫດນີ້ຈຶ່ງບັນລຸເປົ້າໝາຍຂອງພວກເຂົາໃນການຂັດຂືນພຣະເຈົ້າ. ບາງຄົນທຳລາຍ ແລະ ລົບກວນການປະຕິບັດໜ້າທີ່ຂອງຄົນອື່ນ. ຄວາມໝາຍທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຂົາກໍຄື: “ຖ້າຂ້ອຍບໍ່ສາມາດປະຕິບັດໜ້າທີ່ໄດ້ ຫຼື ຖ້າພຣະເຈົ້າບໍ່ອວຍພອນຂ້ອຍໃນໜ້າທີ່ຂອງຂ້ອຍ, ຂ້ອຍກໍຈະເຮັດໃຫ້ພວກເຈົ້າທຸກຄົນບໍ່ສາມາດປະຕິບັດໜ້າທີ່ໄດ້ດີເຊັ່ນກັນ!” ແລ້ວຈາກນັ້ນ ພວກເຂົາກໍເລີ່ມກໍ່ໃຫ້ເກີດການລົບກວນ. ບາງຄົນເຮັດສິ່ງນີ້ຜ່ານຄຳເວົ້າ, ໃນຂະນະທີ່ຄົນອື່ນໃຊ້ການກະທຳບາງຢ່າງ. ຜູ້ທີ່ລົບກວນຄົນອື່ນດ້ວຍການກະທຳອາດຈະເຮັດຫຍັງແດ່? ຕົວຢ່າງ: ພວກເຂົາອາດຈົງໃຈຈະລຶບໄຟລ໌ອອກຈາກຄອມພິວເຕີຂອງຄົນອື່ນ ເພື່ອສົ່ງຜົນກະທົບຕໍ່ຜົນໄດ້ຮັບໃນໜ້າທີ່ຂອງຄົນນັ້ນ ຫຼື ພວກເຂົາອາດຈະຈົງໃຈລົບກວນການເຕົ້າໂຮມທາງອິນເຕີເນັດ. ນີ້ຄືການທີ່ມານຮ້າຍ ແລະ ຊາຕານລົບກວນຜູ້ຄົນ. ຜູ້ຄົນບໍ່ເຂົ້າໃຈວ່າ: “ຄົນທີ່ອາຍຸປານນີ້ຈະເຮັດສິ່ງທີ່ຊົ່ວຊ້າແບບນັ້ນໄດ້ແນວໃດ? ພວກເຂົາບໍ່ແມ່ນເດັກນ້ອຍໄວລຸ້ນ, ພວກເຂົາຍັງຈະຫຼິ້ນຕະລົກແບບນັ້ນໄດ້ແນວໃດ?” ໃນຄວາມເປັນຈິງແລ້ວ, ຄົນໃນໄວສາມສິບ, ສີ່ສິບ, ຫ້າສິບ ຫຼື ຫົກສິບປີ ກໍສາມາດເຮັດສິ່ງເຫຼົ່ານີ້ໄດ້ເຊັ່ນກັນ. ພຶດຕິກຳຕ່າງໆເຫຼົ່ານີ້ເປັນສິ່ງທີ່ເຫຼືອເຊື່ອ; ສິ່ງເຫຼົ່ານີ້ບໍ່ແມ່ນການກະທຳຂອງຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແຕ່ເປັນການກະທຳຂອງມານຮ້າຍ ແລະ ຊາຕານ. ເມື່ອເຫັນວ່າຄົນອື່ນບໍ່ໄດ້ຮັບຜົນກະທົບ ແລະ ເປົ້າໝາຍຂອງພວກເຂົາບໍ່ບັນລຸຜົນ, ຄົນດັ່ງກ່າວກໍຈະລະບາຍຄວາມເປັນລົບ ແລະ ກໍ່ໃຫ້ເກີດການລົບກວນໃນຊ່ວງເວລາທີ່ມີຄົນຈຳນວນຫຼາຍຢູ່ ຫຼື ໃນລະຫວ່າງການເຕົ້າໂຮມ. ເມື່ອພວກເຂົາເລີ່ມລະບາຍຄວາມບໍ່ພໍໃຈຜ່ານການກະທຳ, ມັນກໍຍາກທີ່ຈະຄວບຄຸມສະຖານະການແລ້ວ; ມັນຍາກຫຼາຍທີ່ຈະຢັບຢັ້ງພວກເຂົາ ແລະ ຖ້າສະຖານະການຍັງສືບຕໍ່ດຳເນີນໄປ ມັນກໍຈະມີແຕ່ຮຸນແຮງຂຶ້ນ ແລະ ມີລັກສະນະທີ່ຮ້າຍແຮງຂຶ້ນເລື້ອຍໆ. ພວກເຂົາບໍ່ພຽງແຕ່ກໍ່ໃຫ້ເກີດການລົບກວນດ້ວຍການກະທຳເທົ່ານັ້ນ ແຕ່ຍັງໃຊ້ກົນອຸບາຍ ແລະ ວິທີການຕ່າງໆ, ໂດຍໃຊ້ຄຳເວົ້າທີ່ໂຈມຕີ ແລະ ຕັດສິນ ເພື່ອລົບກວນຄົນອື່ນໃນຂະນະທີ່ພວກເຂົາປະຕິບັດໜ້າທີ່. ບໍ່ວ່າພວກເຂົາຈະບັນລຸເປົ້າໝາຍຫຼືບໍ່, ຈາກນັ້ນພວກເຂົາກໍຕໍ່ຕ້ານພຣະເຈົ້າໃນໃຈ; ພວກເຂົາບໍ່ອ່ານພຣະທຳຂອງພຣະເຈົ້າ ຫຼື ຮຽນຮ້ອງເພງສັນລະເສີນ ແລະ ພວກເຂົາປະຕິເສດທີ່ຈະອ່ານປຶ້ມຫົວໃດກໍຕາມທີ່ກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງ. ພວກເຂົາເຮັດຫຍັງຢູ່ເຮືອນ? ພວກເຂົາອ່ານນິຍາຍ, ເບິ່ງລະຄອນ, ຮຽນວິທີປຸງແຕ່ງອາຫານ, ຮຽນແຕ່ງໜ້າ ແລະ ເຮັດຜົມ... ໃນລະຫວ່າງການເຕົ້າໂຮມ, ພວກເຂົາບໍ່ໂອ້ລົມຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ພວກເຂົາບໍ່ໂອ້ລົມວິທີແກ້ໄຂອຸປະນິໄສທີ່ເສື່ອມຊາມ ແລະ ການເປີດເຜີຍຄວາມເສື່ອມຊາມ. ເມື່ອຄົນອື່ນໂອ້ລົມກັນ, ພວກເຂົາກໍຈົງໃຈຍາດເອົາການສົນທະນາດັ່ງກ່າວ, ຂັດຈັງຫວະຜູ້ທີ່ກຳລັງເວົ້າ, ປ່ຽນຫົວຂໍ້ຢ່າງຕັ້ງໃຈ ແລະ ອື່ນໆ, ໂດຍມັກຈະເວົ້າສິ່ງທີ່ທຳລາຍ ແລະ ລົບກວນຢູ່ສະເໝີ. ເປັນຫຍັງພວກເຂົາຈຶ່ງເຮັດແບບນີ້? ເຫດຜົນກໍຄື ພວກເຂົາເຊື່ອວ່າພວກເຂົາບໍ່ມີຄວາມຫວັງໃນຄວາມລອດພົ້ນແລ້ວ ເຊິ່ງເຮັດໃຫ້ພວກເຂົາຖອດໃຈ ແລະ ເລີ່ມປະພຶດຕົນຢ່າງບ້າບິ່ນ; ພວກເຂົາຊອກຫາຜູ້ຮ່ວມຂະບວນການສອງສາມຄົນ ກ່ອນທີ່ພວກເຂົາຈະຖືກກຳຈັດອອກ ຫຼື ຖືກຂັບໄລ່ອອກຈາກຄຣິສຕະຈັກ ເຊິ່ງຖ້າພວກເຂົາບໍ່ສາມາດໄດ້ຮັບພຣະພອນ, ພວກເຂົາກໍຈະເຮັດໃຫ້ຄົນອື່ນບໍ່ໄດ້ຮັບເຊັ່ນກັນ. ເປັນຫຍັງພວກເຂົາຈຶ່ງຄິດແບບນີ້? ພວກເຂົາເຊື່ອວ່າພຣະເຈົ້າທີ່ພວກເຂົາເຊື່ອນັ້ນ ບໍ່ຄືກັບພຣະເຈົ້າທີ່ພວກເຂົາຈິນຕະນາການໄວ້ໃນຕອນທຳອິດ; ພຣະອົງບໍ່ຮັກຜູ້ຄົນຫຼາຍເທົ່າທີ່ພວກເຂົາຈິນຕະນາການ ແລະ ກໍບໍ່ຊອບທຳເທົ່າທີ່ພວກເຂົາຈິນຕະນາການໄວ້ເຊັ່ນກັນ ແລະ ພຣະອົງບໍ່ມີຄວາມມັກຮັກທີ່ແທ້ຈິງຕໍ່ຜູ້ຄົນຢ່າງຈິງໃຈເທົ່າທີ່ພວກເຂົາຈິນຕະນາການໄວ້ຢ່າງແນ່ນອນ. ພຣະເຈົ້າຮັກຄົນອື່ນ ແຕ່ບໍ່ຮັກພວກເຂົາ; ພຣະເຈົ້າຊ່ວຍຄົນອື່ນໃຫ້ລອດພົ້ນ ແຕ່ບໍ່ຊ່ວຍພວກເຂົາ. ໃນເມື່ອພວກເຂົາເຫັນວ່າບໍ່ມີຄວາມຫວັງສຳລັບຕົນເອງ ແລະ ຮູ້ສຶກວ່າພວກເຂົາບໍ່ສາມາດໄດ້ຮັບຄວາມລອດພົ້ນ, ພວກເຂົາກໍຖອດໃຈ ແລະ ເລີ່ມປະພຶດຕົນຢ່າງຂາດສະຕິ. ແຕ່ນັ້ນຍັງບໍ່ໝົດ; ພວກເຂົາຍັງຕ້ອງການໃຫ້ຄົນອື່ນເຫັນວ່າ ໃນເມື່ອບໍ່ມີຄວາມຫວັງສຳລັບພວກເຂົາ, ກໍບໍ່ມີຄວາມຫວັງສຳລັບຄົນອື່ນເຊັ່ນກັນ ແລະ ພວກເຂົາຈະພໍໃຈກໍຕໍ່ເມື່ອພວກເຂົາເຮັດໃຫ້ທຸກຄົນຖອດໃຈຈາກຄວາມເຊື່ອໃນພຣະເຈົ້າ ແລະ ຖອນຕົວອອກຈາກຄວາມເຊື່ອຂອງພວກເຂົາ. ເປົ້າໝາຍຂອງພວກເຂົາໃນການເຮັດແບບນີ້ກໍຄື: “ຖ້າຂ້ອຍບໍ່ສາມາດໄດ້ຮັບພຣະພອນແຫ່ງອານາຈັກສະຫວັນ, ພວກເຈົ້າກໍຢ່າຫວັງເລີຍວ່າຈະໄດ້ຮັບມັນເຊັ່ນກັນ!” ຄົນປະເພດນີ້ແມ່ນໂຕຫຍັງກັນແທ້? ພວກເຂົາບໍ່ແມ່ນມານຮ້າຍບໍ? ພວກເຂົາຄືມານຮ້າຍ ທີ່ຈະມຸ່ງໜ້າໄປສູ່ນະຮົກ ເຊິ່ງຍັງຫ້າມບໍ່ໃຫ້ຄົນອື່ນເຊື່ອໃນພຣະເຈົ້າ ແລະ ເຂົ້າສູ່ອານາຈັກສະຫວັນ; ພວກເຂົາກຳລັງມຸ່ງໜ້າໄປສູ່ທາງຕັນ! ຜູ້ໃດກໍຕາມທີ່ມີສະຕິຮູ້ສຶກຜິດຊອບພຽງເລັກນ້ອຍ ແລະ ມີຫົວໃຈທີ່ຢຳເກງພຣະເຈົ້າພຽງເລັກນ້ອຍ ກໍບໍ່ຄວນປະພຶດແບບນີ້; ຖ້າພວກເຂົາເຮັດການຊົ່ວຮ້າຍໃຫຍ່ແທ້ໆ ແລະ ຖືກເປີດເຜີຍ ເຊິ່ງເຮັດໃຫ້ພວກເຂົາຮູ້ສຶກວ່າຕົນເອງບໍ່ມີຄວາມຫວັງອີກຕໍ່ໄປ, ພວກເຂົາກໍຍັງຈະຕັ້ງໃຈຊ່ວຍເຫຼືອໃຫ້ຄົນອື່ນປະສົບຜົນສຳເລັດ ໂດຍປ່ອຍໃຫ້ຄົນອື່ນເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ບໍ່ໃຫ້ເຮັດຕາມແບບຢ່າງຂອງພວກເຂົາ. ພວກເຂົາອາດຈະເວົ້າວ່າ: “ຂ້ອຍອ່ອນແອເກີນໄປ, ຄວາມປາຖະໜາທາງເນື້ອໜັງຂອງຂ້ອຍຮຸນແຮງ ແລະ ຂ້ອຍຫຼົງໄຫຼກັບໂລກຫຼາຍເກີນໄປ. ນີ້ແມ່ນຄວາມຜິດຂອງຂ້ອຍເອງ; ຂ້ອຍສົມຄວນໄດ້ຮັບມັນແລ້ວ! ພວກເຈົ້າຈົ່ງເປັນຜູ້ເຊື່ອທີ່ຈິງໃຈຕໍ່ໄປເຖີດ; ຢ່າໄດ້ຮັບອິດທິພົນຈາກຂ້ອຍ. ໃນລະຫວ່າງການເຕົ້າໂຮມ, ຂ້ອຍຈະເບິ່ງຕົ້ນທາງໃຫ້ ແລະ ຖ້າຕຳຫຼວດຂອງພະຍານາກໃຫຍ່ສີແດງເຂົ້າມາໃນບ້ານ, ຂ້ອຍຈະແຈ້ງເຕືອນພວກເຈົ້າ”. ຜູ້ໃດກໍຕາມທີ່ມີຄວາມເປັນມະນຸດພຽງເລັກນ້ອຍ ຢ່າງໜ້ອຍກໍຄວນເຮັດສິ່ງນີ້ ແລະ ພວກເຂົາບໍ່ຄວນລົບກວນການໄລ່ຕາມຄວາມຈິງຂອງຄົນອື່ນ. ແຕ່ຜູ້ທີ່ບໍ່ມີຄວາມເປັນມະນຸດ, ເມື່ອສິ່ງຕ່າງໆບໍ່ເປັນໄປຕາມທີ່ພວກເຂົາຕ້ອງການ ຫຼື ເມື່ອພວກເຂົາເຫັນອ້າຍເອື້ອຍນ້ອງທັງຫຼາຍດູຖູກພວກເຂົາ ແລະ ຕີຕົວອອກຫ່າງ, ພວກເຂົາກໍຮູ້ສຶກວ່າພຣະເຈົ້າໄດ້ເປີດເຜີຍ ແລະ ກຳຈັດພວກເຂົາແລ້ວ, ຮູ້ສຶກວ່າພວກເຂົາບໍ່ມີຄວາມຫວັງໃນຄວາມລອດພົ້ນ. ເມື່ອພວກເຂົາມີແນວຄິດ ແລະ ຄວາມຄິດດັ່ງກ່າວ, ພວກເຂົາກໍຖອດໃຈ ແລະ ເລີ່ມປະພຶດຕົນຢ່າງບ້າບິ່ນ, ລະບາຍຄວາມເປັນລົບ ແລະ ລົບກວນຊີວິດຄຣິສຕະຈັກໂດຍບໍ່ເລືອກວິທີການ. ຄົນປະເພດໃດທີ່ເຮັດແບບນີ້? ພວກເຂົາບໍ່ແມ່ນມານຮ້າຍບໍ? (ແມ່ນ.) ຄວນສະແດງຄວາມສຸພາບຕໍ່ຄົນທີ່ເປັນມານຮ້າຍບໍ? (ບໍ່.) ແລ້ວຄວນຈັດການກັບເລື່ອງນີ້ແນວໃດ? ໃຫ້ເຈົ້າເວົ້າວ່າ: “ເຈົ້າມາການເຕົ້າໂຮມ ແຕ່ບໍ່ອ່ານພຣະທຳຂອງພຣະເຈົ້າ ແລະ ບໍ່ຍອມຮັບຄວາມຈິງ. ຄັນຊັ້ນ ເຈົ້າມາທີ່ນີ້ເພື່ອຫຍັງ? ເພື່ອກໍ່ໃຫ້ເກີດການລົບກວນແມ່ນບໍ? ເຈົ້າຄິດວ່າເຈົ້າບໍ່ມີຄວາມຫວັງໃນຄວາມລອດພົ້ນ; ທີ່ຈິງແລ້ວ ພວກເຮົາກໍບໍ່ຮູ້ສຶກວ່າພວກເຮົາມີຄວາມຫວັງຫຼາຍປານໃດເຊັ່ນກັນ ແຕ່ພວກເຮົາພະຍາຍາມ. ພວກເຮົາເຊື່ອວ່າພຣະເຈົ້າບໍ່ລຳອຽງ, ເຊື່ອວ່າພຣະອົງເຊື່ອຖືໄດ້, ເຊື່ອວ່າຫົວໃຈຂອງພຣະອົງໃນການຊ່ວຍຜູ້ຄົນໃຫ້ລອດພົ້ນນັ້ນຈິງໃຈ ແລະ ເຊື່ອວ່າຫົວໃຈຂອງພຣະອົງບໍ່ປ່ຽນແປງ. ຕາບໃດທີ່ຍັງມີຄວາມຫວັງພຽງເລັກນ້ອຍ, ພວກເຮົາກໍຈະບໍ່ຖອດໃຈ. ພວກເຮົາຈະບໍ່ຄິດລົບ ແລະ ເຂົ້າໃຈພຣະເຈົ້າຜິດຕະຫຼອດເວລາຄືກັບເຈົ້າ. ເຈົ້າກຳລັງຝັນໄປ ຖ້າເຈົ້າຄິດວ່າເຈົ້າສາມາດລົບກວນພວກເຮົາ ຫຼື ຖ່ວງດຶງພວກເຮົາໄດ້! ຖ້າເຈົ້າຍັງດື້ດ້ານ, ສືບຕໍ່ເຊື່ອແບບນີ້ ແລະ ຍັງມີເຈດຕະນາຮ້າຍທີ່ຈະລົບກວນພວກເຮົາ, ຖ້າຊັ້ນ ກໍຢ່າໂທດພວກເຮົາທີ່ບໍ່ສຸະພາບກັບເຈົ້າ. ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ເຈົ້າຖືກກຳຈັດອອກ; ບໍ່ມີບ່ອນສຳລັບເຈົ້າໃນຄຣິສຕະຈັກອີກຕໍ່ໄປ. ໃສ່ຫົວໄປດຽວນີ້!” ດ້ວຍວິທີນີ້, ບັນຫາຖືກຈັດການແລ້ວແມ່ນບໍ? ມັນງ່າຍດາຍ, ພຽງແຕ່ຄຳເວົ້າສອງສາມຄຳ ແລະ ພວກເຂົາກໍຖືກຊຳລະລ້າງອອກໄປ. ມັນເປັນສິ່ງທີ່ເຮັດໄດ້ງ່າຍດາຍຫຼາຍ! ເປັນຫຍັງຈຶ່ງຈັດການດ້ວຍວິທີນີ້? ຍ້ອນວ່າທຳມະຊາດ-ແກ່ນແທ້ຂອງຄົນດັ່ງກ່າວບໍ່ສາມາດປ່ຽນແປງໄດ້; ພວກເຂົາຈະບໍ່ຍອມຮັບຄວາມຈິງ. ພວກເຂົາຄິດວ່າພວກເຂົາບໍ່ມີຄວາມຫວັງໃນຄວາມລອດພົ້ນ; ພຣະເຈົ້າບໍ່ໄດ້ກ່າວສິ່ງນີ້ ແລະ ອ້າຍເອື້ອຍນ້ອງທັງຫຼາຍກໍບໍ່ໄດ້ກ່າວເຊັ່ນກັນ, ແຕ່ພວກເຂົາກໍຍັງກະທຳຄວາມຊົ່ວຮ້າຍ ແລະ ກໍ່ໃຫ້ເກີດການລົບກວນໃນລັກສະນະນີ້. ພວກເຂົາຈະເຮັດແນວໃດ ຖ້າມື້ໜຶ່ງພວກເຂົາຖືກຂັບໄລ່ອອກຢ່າງແທ້ຈິງ ຍ້ອນການກະທຳຄວາມຊົ່ວຮ້າຍ ແລະ ລົບກວນວຽກງານຂອງຄຣິສຕະຈັກ ຫຼື ຖ້າພຣະເຈົ້າລົງວິໄນພວກເຂົາ ຍ້ອນພວກເຂົາບໍ່ໄລ່ຕາມຄວາມຈິງ? ພວກເຂົາອາດຈະກາຍເປັນສັດຕູກັບພຣະເຈົ້າ ແລະ ສະແຫວງຫາການແກ້ແຄ້ນໄດ້ບໍ? ມັນເປັນໄປໄດ້ສູງ! ມັນເປັນເລື່ອງດີທີ່ຄົນດັ່ງກ່າວຖືກເປີດເຜີຍ ກ່ອນທີ່ພວກເຂົາຈະທັນໄດ້ເຮັດການກະທຳຜິດໃດໆ ຫຼື ກະທໍາຄວາມຊົ່ວຮ້າຍໃຫຍ່ໃດໆ. ນີ້ແມ່ນການກະທຳຂອງພຣະເຈົ້າ; ພຣະເຈົ້າໄດ້ເປີດເຜີຍພວກເຂົາ. ຕອນນີ້ ການຊຳລະລ້າງພວກເຂົາອອກໄປນັ້ນຖືກຕ້ອງແລ້ວ; ຄົນອື່ນຍັງບໍ່ທັນໄດ້ຮັບຄວາມເສຍຫາຍໃດໆ. ການຈັດການດ້ວຍວິທີນີ້ແມ່ນທັນເວລາ ແລະ ເໝາະສົມ; ທຸກຄົນໄດ້ຮັບຄວາມສາມາດໃນການແຍກແຍະ ແລະ ຄົນຊົ່ວຮ້າຍກໍຖືກຈັດການ. ພວກເຂົາເຮັດບົດບາດເປັນຕົວສົມທຽບໄດ້ຢ່າງເໝາະສົມແລ້ວ.
ໂດຍພື້ນຖານແລ້ວ, ສິ່ງເຫຼົ່ານີ້ຄືສະພາວະ ແລະ ການສະແດງອອກຕ່າງໆຂອງຄົນທີ່ລະບາຍຄວາມເປັນລົບ. ເມື່ອຄວາມປາຖະໜາທີ່ຈະໄລ່ຕາມສະຖານະ, ຊື່ສຽງ ແລະ ຜົນປະໂຫຍດຂອງພວກເຂົາບໍ່ໄດ້ຮັບການຕອບສະໜອງ, ເມື່ອພຣະເຈົ້າເຮັດສິ່ງທີ່ຂັດກັບແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ສິ່ງທີ່ກະທົບຕໍ່ຜົນປະໂຫຍດຂອງພວກເຂົາ, ພວກເຂົາກໍຕົກຢູ່ໃນຄວາມຮູ້ສຶກຂອງການບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈ. ເມື່ອພວກເຂົາມີຄວາມຮູ້ສຶກເຫຼົ່ານີ້, ຈິດໃຈຂອງພວກເຂົາກໍເລີ່ມສ້າງຂໍ້ແກ້ຕົວ, ຂໍ້ອ້າງ, ເຫດຜົນ, ຂໍ້ໂຕ້ແຍ້ງ ແລະ ຄວາມຄິດອື່ນໆຂອງການຈົ່ມວ່າ. ໃນເວລານີ້, ພວກເຂົາບໍ່ສັນລະເສີນພຣະເຈົ້າ ຫຼື ອ່ອນນ້ອມຕໍ່ພຣະອົງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສະແຫວງຫາຄວາມຈິງເພື່ອຮູ້ຈັກຕົນເອງ; ແຕ່ພວກເຂົາກັບຕໍ່ສູ້ກັບພຣະເຈົ້າ ໂດຍໃຊ້ແນວຄິດ, ຈິນຕະນາການ, ຄວາມຄິດ ແລະ ມຸມມອງ ຫຼື ຄວາມມຸທະລຸຂອງພວກເຂົາ. ແລ້ວພວກເຂົາຕໍ່ສູ້ກັບພຣະເຈົ້າແນວໃດ? ພວກເຂົາເຜີຍແຜ່ຄວາມຮູ້ສຶກຂອງການບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈຂອງພວກເຂົາ ໂດຍໃຊ້ສິ່ງນີ້ເພື່ອເຮັດໃຫ້ຄວາມຄິດ ແລະ ມຸມມອງຂອງພວກເຂົາຊັດເຈນຕໍ່ພຣະເຈົ້າ, ພະຍາຍາມເຮັດໃຫ້ພຣະເຈົ້າປະຕິບັດຕາມຄວາມຕ້ອງການ ແລະ ຂໍ້ຮຽກຮ້ອງຂອງພວກເຂົາ ເພື່ອຕອບສະໜອງຄວາມປາຖະໜາຂອງພວກເຂົາ; ມີພຽງແຕ່ຕອນນັ້ນ ຄວາມຮູ້ສຶກຂອງພວກເຂົາຈຶ່ງຈະສະຫງົບລົງ. ໂດຍສະເພາະ ພຣະເຈົ້າສະແດງຄວາມຈິງຫຼາຍຢ່າງເພື່ອພິພາກສາ ແລະ ລົງທັນຜູ້ຄົນ, ເພື່ອເຮັດໃຫ້ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍລິສຸດ, ເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ ແລະ ໃຜຈະຮູ້ວ່າຄວາມຝັນທີ່ຈະໄດ້ຮັບພຣະພອນຂອງຜູ້ຄົນຈຳນວນເທົ່າໃດທີ່ຖືກທຳລາຍໂດຍຄວາມຈິງເຫຼົ່ານີ້ ເຊິ່ງທຳລາຍຄວາມເພີ້ຝັນທີ່ຈະຖືກຍົກຂຶ້ນສູ່ອານາຈັກສະຫວັນ ທີ່ພວກເຂົາຫວັງໄວ້ທັງເວັນ ແລະ ຄືນ. ພວກເຂົາຕ້ອງການເຮັດທຸກຢ່າງທີ່ເຮັດໄດ້ເພື່ອພິກສະຖານະການ ແຕ່ພວກເຂົາກໍບໍ່ມີອຳນາດ, ພວກເຂົາໄດ້ແຕ່ຈົມຢູ່ໃນໄພພິບັດພ້ອມກັບຄວາມຄິດລົບ ແລະ ຄວາມຄຽດແຄ້ນ. ພວກເຂົາບໍ່ເຊື່ອຟັງທຸກສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້ ຍ້ອນວ່າສິ່ງທີ່ພຣະເຈົ້າເຮັດນັ້ນຂັດກັບແນວຄິດ, ຜົນປະໂຫຍດ ແລະ ຄວາມຄິດຂອງພວກເຂົາ. ໂດຍສະເພາະເມື່ອຄຣິສຕະຈັກເຮັດວຽກງານການຊຳລະລ້າງ ແລະ ກຳຈັດຜູ້ຄົນຈຳນວນຫຼາຍ, ຄົນເຫຼົ່ານີ້ຄິດວ່າພຣະເຈົ້າບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ, ຄິດວ່າພຣະອົງໄດ້ລັງກຽດ-ປະຕິເສດພວກເຂົາ, ຄິດວ່າພວກເຂົາຖືກປະຕິບັດຢ່າງບໍ່ຍຸຕິທຳ ແລະ ດັ່ງນັ້ນ ພວກເຂົາຈຶ່ງຮວມຕົວກັນເພື່ອຂັດຂືນພຣະເຈົ້າ; ພວກເຂົາຍັງຈະປະຕິເສດວ່າພຣະເຈົ້າຄືຄວາມຈິງ, ປະຕິເສດຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ ແລະ ປະຕິເສດອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ແນ່ນອນວ່າ ພວກເຂົາຈະປະຕິເສດຄວາມຈິງແຫ່ງອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງເຊັ່ນກັນ. ແລ້ວພວກເຂົາປະຕິເສດທັງໝົດນີ້ດ້ວຍວິທີໃດ? ຜ່ານການຂັດຂືນ ແລະ ການຕໍ່ຕ້ານ. ຄວາມໝາຍໂດຍໄນກໍຄື “ສິ່ງທີ່ພຣະເຈົ້າເຮັດນັ້ນຂັດກັບແນວຄິດຂອງຂ້ອຍ ແລະ ດັ່ງນັ້ນ ຂ້ອຍຈຶ່ງບໍ່ອ່ອນນ້ອມ, ຂ້ອຍບໍ່ເຊື່ອວ່າພຣະອົງຄືຄວາມຈິງ. ຂ້ອຍຈະຮ້ອງທ້າທາຍຕໍ່ຕ້ານພຣະອົງ ແລະ ຈະເຜີຍແຜ່ສິ່ງເຫຼົ່ານີ້ໃນຄຣິສຕະຈັກ ແລະ ໃນໝູ່ຜູ້ຄົນ! ຂ້ອຍຈະເວົ້າທຸກຢ່າງທີ່ຂ້ອຍຢາກເວົ້າ ແລະ ຂ້ອຍບໍ່ສົນວ່າຜົນສະທ້ອນຈະເປັນແນວໃດ. ຂ້ອຍມີເສລີພາບໃນການເວົ້າ; ພຣະອົງບໍ່ສາມາດປິດປາກຂ້ອຍໄດ້ ຂ້ອຍຈະເວົ້າໃນສິ່ງທີ່ຂ້ອຍຢາກເວົ້າ. ພຣະອົງຈະເຮັດຫຍັງໄດ້?” ເມື່ອຄົນເຫຼົ່ານີ້ຢືນຢັນທີ່ຈະປ່າວປະກາດຄວາມຄິດ ແລະ ມຸມມອງທີ່ຜິດພາດຂອງພວກເຂົາ, ພວກເຂົາກຳລັງເວົ້າກ່ຽວກັບຄວາມເຂົ້າໃຈຂອງພວກເຂົາເອງບໍ? ພວກເຂົາກຳລັງໂອ້ລົມກ່ຽວກັບຄວາມຈິງບໍ? ບໍ່ແມ່ນຢ່າງແນ່ນອນ. ພວກເຂົາກຳລັງເຜີຍແຜ່ຄວາມຄິດລົບ; ພວກເຂົາກຳລັງປ່າວປະກາດຄຳສອນນອກຮີດ ແລະ ຄວາມເຊື່ອຜິດໆ. ພວກເຂົາບໍ່ໄດ້ພະຍາຍາມຮູ້ຈັກຄວາມເສື່ອມຊາມຂອງຕົນເອງ ຫຼື ເປີດໂປງມັນ; ພວກເຂົາບໍ່ໄດ້ເປີດໂປງສິ່ງທີ່ພວກເຂົາເຮັດ ເຊິ່ງຂັດກັບຄວາມຈິງ, ທັງບໍ່ໄດ້ເປີດໂປງຄວາມຜິດພາດທີ່ພວກເຂົາໄດ້ເຮັດ. ແຕ່ພວກເຂົາກັບກຳລັງເຮັດສຸດຄວາມສາມາດ ເພື່ອຫາເຫດຜົນເຂົ້າຂ້າງຕົນເອງ ແລະ ປົກປ້ອງຄວາມຜິດພາດຂອງພວກເຂົາ ເພື່ອພິສູດວ່າພວກເຂົາຖືກຕ້ອງ ແລະ ໃນເວລາດຽວກັນ ພວກເຂົາກໍກຳລັງສ້າງຂໍ້ສະຫຼຸບທີ່ໄຮ້ສາລະ ແລະ ປ່າວປະກາດມຸມມອງທາງລົບ ແລະ ບິດເບືອນ ລວມເຖິງຂໍ້ໂຕ້ແຍ້ງທີ່ບິດເບືອນ ແລະ ຄຳສອນນອກຮີດ. ຜົນກະທົບຕໍ່ຜູ້ຄົນທີ່ພຣະເຈົ້າເລືອກໃນຄຣິສຕະຈັກກໍຄື ການເຮັດໃຫ້ພວກເຂົາຫຼົງຜິດ ແລະ ລົບກວນພວກເຂົາ; ມັນສາມາດເຖິງກັບເຮັດໃຫ້ບາງຄົນຕົກຢູ່ໃນສະພາວະທີ່ຄິດລົບ ແລະ ສັບສົນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຜົນກະທົບທາງລົບ ແລະ ການລົບກວນທີ່ເກີດຈາກການທີ່ຜູ້ຄົນລະບາຍຄວາມເປັນລົບ. ດັ່ງນັ້ນ, ຜູ້ທີ່ລະບາຍຄວາມເປັນລົບຄວນຖືກຈຳກັດ, ລວມທັງຄຳເວົ້າ ແລະ ພຶດຕິກຳຂອງພວກເຂົາ, ພວກເຂົາບໍ່ຄວນຖືກຕາມໃຈ ຫຼື ຖືກອະນຸຍາດ. ຄຣິສຕະຈັກຄວນມີວິທີການ ແລະ ຫຼັກການທີ່ເໝາະສົມເພື່ອຈັດການກັບຄົນເຫຼົ່ານີ້. ປະການໜຶ່ງ, ອ້າຍເອື້ອຍນ້ອງທັງຫຼາຍຄວນເບິ່ງທະລຸທາດແທ້ຂອງຄົນເຫຼົ່ານີ້ ແລະ ຄຳເວົ້າທາງລົບຂອງພວກເຂົາ. ອີກປະການໜຶ່ງ, ເມື່ອຜູ້ຄົນທີ່ພຣະເຈົ້າເລືອກມີການແຍກແຍະ, ຄຣິສຕະຈັກຄວນກຳຈັດອອກ ຫຼື ຂັບໄລ່ບຸກຄົນເຫຼົ່ານີ້ໂດຍທັນທີຕາມຫຼັກການຄວາມຈິງ, ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນໄດ້ຮັບອິດທິພົນ ແລະ ຖືກລົບກວນ. ການໂອ້ລົມຂອງພວກເຮົາກ່ຽວກັບແງ່ມຸມຕ່າງໆຂອງການລະບາຍຄວາມເປັນລົບກໍຈົບລົງພຽງເທົ່ານີ້.
3. ຫຼັກການ ແລະ ແນວທາງໃນການແກ້ໄຂຄວາມເປັນລົບ
ຜູ້ຄົນມີທຳມະຊາດຂອງຊາຕານ; ເມື່ອດຳລົງຊີວິດດ້ວຍອຸປະນິໄສແບບຊາຕານ, ມັນກໍຍາກທີ່ຈະຫຼີກລ່ຽງສະພາວະທີ່ຄິດລົບ. ໂດຍສະເພາະເມື່ອຄົນໃດໜຶ່ງບໍ່ເຂົ້າໃຈຄວາມຈິງ, ຄວາມເປັນລົບກໍກາຍເປັນເລື່ອງທຳມະດາ. ທຸກຄົນລ້ວນມີຊ່ວງເວລາທີ່ຄິດລົບ; ບາງຄົນມີຫຼາຍກວ່າ, ບາງຄົນມີໜ້ອຍກວ່າ, ບາງຄົນເປັນເວລາດົນກວ່າ ແລະ ບາງຄົນເປັນເວລາສັ້ນກວ່າ. ວຸດທິພາວະຂອງຜູ້ຄົນນັ້ນແຕກຕ່າງກັນ ແລະ ສະພາວະແຫ່ງຄວາມເປັນລົບຂອງພວກເຂົາກໍຕ່າງກັນເຊັ່ນກັນ. ຜູ້ທີ່ມີວຸດທິພາວະຫຼາຍກວ່າ ຈະຄິດລົບພຽງເລັກນ້ອຍເມື່ອປະເຊີນກັບການທົດສອບ, ໃນຂະນະທີ່ຜູ້ທີ່ມີວຸດທິພາວະໜ້ອຍກວ່າ, ເຊິ່ງຍັງບໍ່ເຂົ້າໃຈຄວາມຈິງ, ຈະບໍ່ສາມາດແຍກແຍະໄດ້ ເມື່ອຄົນອື່ນເຜີຍແຜ່ແນວຄິດບາງຢ່າງ ຫຼື ເວົ້າສິ່ງທີ່ໄຮ້ສາລະ; ພວກເຂົາສາມາດຖືກລົບກວນ, ໄດ້ຮັບອິດທິພົນ ແລະ ກາຍເປັນຄົນຄິດລົບ. ບັນຫາໃດກໍຕາມທີ່ເກີດຂຶ້ນສາມາດນໍາພາພວກເຂົາໄປສູ່ຄວາມເປັນລົບ, ແມ່ນແຕ່ເລື່ອງເລັກໆນ້ອຍໆທີ່ບໍ່ຄວນຄ່າແກ່ການເວົ້າເຖິງ. ບັນຫາຂອງການຄິດລົບເລື້ອຍໆນີ້ຄວນໄດ້ຮັບການແກ້ໄຂແນວໃດ? ຖ້າຄົນໃດໜຶ່ງບໍ່ຮູ້ຈັກວິທີສະແຫວງຫາຄວາມຈິງ, ບໍ່ຮູ້ຈັກວິທີກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ອະທິຖານຕໍ່ພຣະເຈົ້າ, ມັນກໍຈະກາຍເປັນບັນຫາຫຼາຍ; ພວກເຂົາເຮັດໄດ້ພຽງແຕ່ເພິ່ງພາການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງອ້າຍເອື້ອຍນ້ອງທັງຫຼາຍເທົ່ານັ້ນ. ຖ້າບໍ່ມີໃຜສາມາດຊ່ວຍໄດ້ ຫຼື ຖ້າພວກເຂົາບໍ່ຍອມຮັບການຊ່ວຍເຫຼືອ, ພວກເຂົາອາດຈະຍັງຄົງຄິດລົບຫຼາຍ ຈົນພວກເຂົາບໍ່ສາມາດຟື້ນຕົວໄດ້ ແລະ ອາດຈະເຖິງກັບເຊົາເຊື່ອເລີຍ. ເບິ່ງແມ, ມັນອັນຕະລາຍຫຼາຍສຳລັບຄົນທີ່ມັກມີແນວຄິດ ແລະ ກາຍເປັນຄົນຄິດລົບໄດ້ງ່າຍຢູ່ສະເໝີ. ບໍ່ວ່າຄົນອື່ນຈະໂອ້ລົມຄວາມຈິງກັບຄົນດັ່ງກ່າວແນວໃດກໍຕາມ, ພວກເຂົາກໍບໍ່ຍອມຮັບມັນ, ໂດຍຢືນຢັນຢູ່ສະເໝີວ່າແນວຄິດ ແລະ ຈິນຕະນາການຂອງຕົນເອງນັ້ນຖືກຕ້ອງ; ພວກເຂົາເປັນຄົນທີ່ສ້າງບັນຫາຢ່າງສຸດຂີດ. ບໍ່ວ່າເຈົ້າຈະຄິດລົບຫຼາຍສໍ່າໃດກໍຕາມ, ເຈົ້າຄວນເຂົ້າໃຈໃນໃຈຂອງເຈົ້າວ່າ ການມີແນວຄິດບໍ່ໄດ້ໝາຍຄວາມວ່າສິ່ງນັ້ນສອດຄ່ອງກັບຄວາມຈິງ; ມັນໝາຍຄວາມວ່າມີບັນຫາໃນການຢັ່ງຮູ້ຂອງເຈົ້າ. ຖ້າເຈົ້າມີເຫດຜົນຢູ່ແດ່, ເຈົ້າກໍບໍ່ຄວນເຜີຍແຜ່ແນວຄິດເຫຼົ່ານີ້; ຢ່າງໜ້ອຍທີ່ສຸດ ນີ້ແມ່ນສິ່ງທີ່ຜູ້ຄົນຄວນຍຶດຖື. ຖ້າເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າພຽງເລັກນ້ອຍ ແລະ ສາມາດຍອມຮັບວ່າເຈົ້າເປັນຜູ້ຕິດຕາມພຣະເຈົ້າ, ເຈົ້າກໍຄວນສະແຫວງຫາຄວາມຈິງເພື່ອແກ້ໄຂແນວຄິດຂອງເຈົ້າ, ອ່ອນນ້ອມຕໍ່ຄວາມຈິງ ແລະ ຫຼີກລ່ຽງການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ຖ້າເຈົ້າບໍ່ສາມາດເຮັດສິ່ງນີ້ໄດ້ ແລະ ຢືນຢັນໃນການເຜີຍແຜ່ແນວຄິດ, ເຈົ້າກໍສູນເສຍເຫດຜົນຂອງເຈົ້າໄປແລ້ວ; ເຈົ້າຜິດປົກກະຕິທາງຈິດ, ຖືກຜີຮ້າຍສິງ ແລະ ບໍ່ສາມາດຄວບຄຸມຕົນເອງໄດ້. ເມື່ອຖືກຄອບງຳໂດຍຜີຮ້າຍ, ເຈົ້າກໍເວົ້າອອກມາ ແລະ ເຜີຍແຜ່ແນວຄິດເຫຼົ່ານີ້ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ, ຕ້ອງຍອມຮັບວ່າ ນີ້ຄືການກະທຳຂອງວິນຍານຊົ່ວຮ້າຍ. ຖ້າເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຢູ່ແດ່, ເຈົ້າຄວນສາມາດເຮັດສິ່ງນີ້ໄດ້: ບໍ່ເຜີຍແຜ່ແນວຄິດ ແລະ ບໍ່ລົບກວນອ້າຍເອື້ອຍນ້ອງທັງຫຼາຍ. ເຖິງແມ່ນວ່າເຈົ້າຈະກາຍເປັນຄົນຄິດລົບ, ເຈົ້າກໍບໍ່ຄວນເຮັດສິ່ງທີ່ທຳຮ້າຍອ້າຍເອື້ອຍນ້ອງທັງຫຼາຍ; ເຈົ້າຄວນພຽງແຕ່ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ເຮັດໃນສິ່ງທີ່ເຈົ້າຄວນເຮັດຢ່າງຖືກຕ້ອງ ແລະ ຮັບປະກັນວ່າເຈົ້າມີສະຕິຮູ້ສຶກຜິດຊອບທີ່ຊັດເຈນ, ນີ້ຄືມາດຕະຖານຂັ້ນຕ່ຳສຳລັບການປະພຶດຕົນ. ເຖິງແມ່ນວ່າບາງຄັ້ງເຈົ້າຈະຄິດລົບ ແຕ່ບໍ່ໄດ້ເຮັດຫຍັງທີ່ກ້າວກ່າຍຂອບເຂດ, ພຣະເຈົ້າກໍຈະບໍ່ຖືສາຄວາມເປັນລົບຂອງເຈົ້າ. ຕາບໃດທີ່ເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ສາມາດອະທິຖານ ແລະ ເພິ່ງພາພຣະເຈົ້າ ແລະ ສະແຫວງຫາຄວາມຈິງ, ໃນທີ່ສຸດ ເຈົ້າກໍຈະເຂົ້າໃຈຄວາມຈິງ ແລະ ປ່ຽນແປງຕົນເອງໄດ້. ຖ້າເຈົ້າປະເຊີນກັບເຫດການໃຫຍ່ ຕົວຢ່າງເຊັ່ນ: ການຖືກໄລ່ອອກ ແລະ ຖືກກຳຈັດ ຍ້ອນບໍ່ເຮັດວຽກງານຕົວຈິງໃນຖານະຜູ້ນໍາ ແລະ ເຈົ້າຮູ້ສຶກວ່າບໍ່ມີຄວາມຫວັງໃນຄວາມລອດພົ້ນ ແລະ ກາຍເປັນຄົນຄິດລົບ, ຄິດລົບຫຼາຍເກີນໄປຈົນເຈົ້າບໍ່ສາມາດຟື້ນຕົວໄດ້, ຮູ້ສຶກຄືກັບວ່າເຈົ້າຖືກຕັດສິນລົງໂທດ ແລະ ຖືກສາບແຊ່ງ ແລະ ເຈົ້າເກີດຄວາມເຂົ້າໃຈຜິດ ແລະ ການຈົ່ມວ່າຕໍ່ພຣະເຈົ້າ, ເຈົ້າຄວນເຮັດແນວໃດ? ນີ້ເປັນສິ່ງທີ່ຈັດການໄດ້ງ່າຍຫຼາຍ: ຈົ່ງຊອກຫາບາງຄົນທີ່ເຂົ້າໃຈຄວາມຈິງ ເພື່ອໂອ້ລົມ ແລະ ສະແຫວງຫານຳ ແລະ ເວົ້າຄວາມໃນໃຈຂອງເຈົ້າອອກມາກັບຄົນເຫຼົ່ານີ້. ທີ່ສຳຄັນກວ່ານັ້ນ, ຈົ່ງມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານຢ່າງຊື່ສັດກ່ຽວກັບຄວາມເປັນລົບ ແລະ ຄວາມອ່ອນແອຂອງເຈົ້າ ລວມເຖິງບາງສິ່ງທີ່ເຈົ້າບໍ່ເຂົ້າໃຈ ແລະ ບໍ່ສາມາດເອົາຊະນະໄດ້ເທື່ອລະຢ່າງ, ຈົ່ງໂອ້ລົມກັບພຣະເຈົ້າ, ຢ່າປິດບັງຫຍັງເລີຍ. ຖ້າມີສິ່ງທີ່ໜ້າອາຍ ເຊິ່ງເຈົ້າບໍ່ສາມາດເວົ້າໃຫ້ຄົນອື່ນຟັງໄດ້, ມັນກໍຍິ່ງຈຳເປັນທີ່ເຈົ້າຕ້ອງມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ. ບາງຄົນຖາມວ່າ: “ການເວົ້າກັບພຣະເຈົ້າກ່ຽວກັບເລື່ອງນີ້ຈະບໍ່ນໍາໄປສູ່ການຕັດສິນລົງໂທດບໍ?” ເຈົ້າກໍເຮັດຫຼາຍສິ່ງທີ່ຕໍ່ຕ້ານພຣະເຈົ້າ ແລະ ສົມຄວນໄດ້ຮັບການຕັດສິນລົງໂທດຂອງພຣະອົງ ບໍ່ແມ່ນບໍ? ເປັນຫຍັງຕ້ອງກັງວົນກັບສິ່ງເພີ່ມເຕີມນີ້? ເຈົ້າຄິດວ່າຖ້າເຈົ້າບໍ່ເວົ້າກ່ຽວກັບມັນ, ພຣະເຈົ້າຈະບໍ່ຮູ້ບໍ? ພຣະເຈົ້າຮູ້ທຸກຢ່າງທີ່ເຈົ້າຄິດ. ເຈົ້າຄວນໂອ້ລົມກັບພຣະເຈົ້າຢ່າງເປີດເຜີຍ, ເວົ້າຄວາມໃນໃຈຂອງເຈົ້າອອກມາ, ນໍາສະເໜີບັນຫາ ແລະ ສະພາວະຂອງເຈົ້າຕໍ່ພຣະອົງຢ່າງຊື່ສັດ. ຄວາມອ່ອນແອ, ຄວາມກະບົດ ແລະ ແມ່ນແຕ່ການຈົ່ມວ່າຂອງເຈົ້າ ລ້ວນແລ້ວແຕ່ສາມາດເວົ້າກັບພຣະເຈົ້າໄດ້; ເຖິງແມ່ນວ່າເຈົ້າຢາກລະບາຍ, ນັ້ນກໍບໍ່ເປັນຫຍັງ; ພຣະເຈົ້າຈະບໍ່ຕັດສິນລົງໂທດສິ່ງນີ້. ເປັນຫຍັງພຣະເຈົ້າຈຶ່ງບໍ່ຕັດສິນລົງໂທດສິ່ງນີ້? ພຣະເຈົ້າຮູ້ຈັກວຸດທິພາວະຂອງມະນຸດ; ເຖິງແມ່ນວ່າເຈົ້າບໍ່ເວົ້າກັບພຣະອົງ, ພຣະອົງກໍຍັງຮູ້ຈັກວຸດທິພາວະຂອງເຈົ້າ. ໂດຍການເວົ້າກັບພຣະເຈົ້າ, ໃນດ້ານໜຶ່ງ ນີ້ແມ່ນໂອກາດຂອງເຈົ້າທີ່ຈະເປີດໃຈຢ່າງບໍ່ປິດບັງຕໍ່ພຣະເຈົ້າ. ໃນອີກດ້ານໜຶ່ງ, ມັນຍັງສະແດງໃຫ້ເຫັນທັດສະນະຄະຕິແຫ່ງການອ່ອນນ້ອມຂອງເຈົ້າຕໍ່ພຣະເຈົ້າ; ຢ່າງໜ້ອຍທີ່ສຸດ ເຈົ້າກໍກຳລັງໃຫ້ພຣະເຈົ້າເຫັນວ່າ ຫົວໃຈຂອງເຈົ້າບໍ່ໄດ້ປິດກັ້ນຕໍ່ພຣະອົງ, ເຈົ້າພຽງແຕ່ອ່ອນແອ, ບໍ່ມີວຸດທິພາວະພຽງພໍທີ່ຈະເອົາຊະນະເລື່ອງນີ້ໄດ້, ກໍເທົ່ານັ້ນເອງ. ເຈົ້າບໍ່ໄດ້ຕັ້ງໃຈທີ່ຈະຂັດຂືນ; ທັດສະນະຄະຕິຂອງເຈົ້າຄືການອ່ອນນ້ອມ, ພຽງແຕ່ວຸດທິພາວະຂອງເຈົ້ານັ້ນຍັງຕໍ່າ ແລະ ເຈົ້າບໍ່ສາມາດແບກຮັບເລື່ອງນີ້ໄດ້. ເມື່ອເຈົ້າເປີດໃຈຢ່າງເຕັມທີ່ຕໍ່ພຣະເຈົ້າ ແລະ ສາມາດແບ່ງປັນຄວາມຮູ້ສຶກຈາກໃຈຈິງກັບພຣະອົງ, ເຖິງແມ່ນວ່າສິ່ງທີ່ເຈົ້າເວົ້າອາດມີຄວາມອ່ອນແອ ແລະ ການຈົ່ມວ່າ ແລະ ໂດຍສະເພາະແມ່ນສິ່ງທີ່ເປັນລົບຫຼາຍຢ່າງ ແຕ່ກໍມີສິ່ງໜຶ່ງທີ່ຖືກຕ້ອງໃນເລື່ອງນີ້: ເຈົ້າຍອມຮັບວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມ, ເຈົ້າຍອມຮັບວ່າເຈົ້າເປັນສິ່ງທີ່ຖືກສ້າງ, ເຈົ້າບໍ່ໄດ້ປະຕິເສດຕົວຕົນຂອງພຣະເຈົ້າໃນຖານະພຣະຜູ້ສ້າງ ແລະ ເຈົ້າກໍບໍ່ໄດ້ປະຕິເສດຄວາມສຳພັນລະຫວ່າງເຈົ້າກັບພຣະເຈົ້າ ວ່າມັນຄືຄວາມສຳພັນຂອງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງ. ເຈົ້າຝາກຝັງສິ່ງທີ່ເຈົ້າເຫັນວ່າຍາກທີ່ສຸດທີ່ຈະເອົາຊະນະ, ສິ່ງທີ່ເຮັດໃຫ້ເຈົ້າອ່ອນແອທີ່ສຸດໄວ້ກັບພຣະເຈົ້າ ແລະ ເຈົ້າບອກພຣະເຈົ້າກ່ຽວກັບຄວາມຮູ້ສຶກສ່ວນເລິກທັງໝົດຂອງເຈົ້າ, ສິ່ງນີ້ສະແດງໃຫ້ເຫັນທັດສະນະຄະຕິຂອງເຈົ້າ. ບາງຄົນເວົ້າວ່າ: “ຂ້ອຍໄດ້ອະທິຖານຕໍ່ພຣະເຈົ້າເທື່ອໜຶ່ງແລ້ວ ແລະ ມັນບໍ່ໄດ້ແກ້ໄຂຄວາມເປັນລົບຂອງຂ້ອຍ. ຂ້ອຍຍັງບໍ່ສາມາດເອົາຊະນະມັນໄດ້”. ບໍ່ເປັນຫຍັງ; ເຈົ້າພຽງແຕ່ຕ້ອງສະແຫວງຫາຄວາມຈິງຢ່າງຈິງໃຈ. ບໍ່ວ່າເຈົ້າຈະເຂົ້າໃຈຫຼາຍປານໃດກໍຕາມ, ພຣະເຈົ້າຈະຄ່ອຍໆເສີມກຳລັງໃຫ້ເຈົ້າ ແລະ ເຈົ້າຈະບໍ່ອ່ອນແອຄືກັບຕອນທຳອິດອີກຕໍ່ໄປ. ບໍ່ວ່າເຈົ້າຈະມີຄວາມອ່ອນແອ ແລະ ຄວາມເປັນລົບຫຼາຍປານໃດ ຫຼື ມີການຈົ່ມວ່າ ແລະ ອາລົມທາງລົບຫຼາຍປານໃດ, ຈົ່ງເວົ້າກັບພຣະເຈົ້າ; ຢ່າປະຕິບັດຕໍ່ພຣະເຈົ້າຄືເປັນຄົນນອກ. ບໍ່ວ່າເຈົ້າຈະປິດບັງສິ່ງຕ່າງໆຈາກໃຜກໍຕາມ, ຢ່າປິດບັງຫຍັງຈາກພຣະເຈົ້າ, ເພາະພຣະເຈົ້າຄືທີ່ເພິ່ງດຽວຂອງເຈົ້າ ແລະ ຍັງເປັນຄວາມລອດພົ້ນດຽວຂອງເຈົ້າ. ມີພຽງແຕ່ການມາຢູ່ຕໍ່ໜ້າພຣະເຈົ້າເທົ່ານັ້ນ ບັນຫາເຫຼົ່ານີ້ຈຶ່ງຈະໄດ້ຮັບການແກ້ໄຂ; ການເພິ່ງພາຄົນນັ້ນໄຮ້ປະໂຫຍດ. ດັ່ງນັ້ນ, ເມື່ອປະເຊີນກັບຄວາມເປັນລົບ ແລະ ຄວາມອ່ອນແອ, ຜູ້ທີ່ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເພິ່ງພາພຣະອົງຄືຜູ້ທີ່ສະຫຼາດທີ່ສຸດ. ມີພຽງແຕ່ຄົນໂງ່ຈ້າ ແລະ ດື້ດ້ານເທົ່ານັ້ນ, ເມື່ອປະເຊີນກັບເຫດການສຳຄັນ ແລະ ວິກິດ ແລະ ຈຳເປັນຕ້ອງລະບາຍຄວາມໃນໃຈຕໍ່ພຣະເຈົ້າ, ກັບຍິ່ງຖອຍຫ່າງ ແລະ ຫຼີກລ່ຽງພຣະເຈົ້າ, ໂດຍວາງແຜນການຮ້າຍຢູ່ໃນໃຈຂອງຕົນເອງ. ແລ້ວຜົນຂອງການວາງແຜນການຮ້າຍທັງໝົດນີ້ແມ່ນຫຍັງ? ຄວາມເປັນລົບ ແລະ ການຈົ່ມວ່າຂອງພວກເຂົາກາຍເປັນການຂັດຂືນ ແລະ ການຂັດຂືນກາຍເປັນການຕໍ່ຕ້ານ ແລະ ການຮ້ອງທ້າທາຍຕໍ່ພຣະເຈົ້າ; ຄົນເຫຼົ່ານີ້ກາຍເປັນຄົນທີ່ບໍ່ສາມາດຄືນດີກັບພຣະເຈົ້າຢ່າງສິ້ນເຊີງ ແລະ ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກໍແຕກຫັກຢ່າງສົມບູນ. ຢ່າງໃດກໍຕາມ, ເມື່ອເຈົ້າປະເຊີນກັບຄວາມເປັນລົບ ແລະ ຄວາມອ່ອນແອແບບນັ້ນ, ຖ້າເຈົ້າສາມາດເລືອກທີ່ຈະຍັງມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມຈິງ ແລະ ເລືອກທີ່ຈະອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ ແລະ ເຈົ້າມີທັດສະນະຄະຕິທີ່ອ່ອນນ້ອມຢ່າງແທ້ຈິງ, ຄັນຊັ້ນ ເມື່ອເຫັນວ່າເຈົ້າຍັງຕ້ອງການອ່ອນນ້ອມຕໍ່ພຣະອົງຢ່າງຈິງໃຈ ແມ່ນແຕ່ເມື່ອເຈົ້າຄິດລົບ ແລະ ອ່ອນແອ, ພຣະເຈົ້າກໍຈະຮູ້ວິທີຊີ້ນໍາເຈົ້າ, ນໍາພາເຈົ້າອອກຈາກຄວາມເປັນລົບ ແລະ ຄວາມອ່ອນແອຂອງເຈົ້າ. ຫຼັງຈາກມີປະສົບການເຫຼົ່ານີ້, ເຈົ້າຈະພັດທະນາຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ເຈົ້າຈະຮູ້ສຶກວ່າ ບໍ່ວ່າເຈົ້າຈະປະເຊີນກັບຄວາມຫຍຸ້ງຍາກຫຍັງກໍຕາມ, ຕາບໃດທີ່ເຈົ້າສະແຫວງຫາພຣະເຈົ້າ ແລະ ລໍຖ້າພຣະອົງ, ພຣະອົງຈະຈັດແຈງທາງອອກໃຫ້ເຈົ້າໂດຍທີ່ເຈົ້າບໍ່ຮູ້ຕົວ, ເຮັດໃຫ້ເຈົ້າເຫັນວ່າ ສະຖານະການຕ່າງໆໄດ້ປ່ຽນແປງໄປໂດຍທີ່ເຈົ້າບໍ່ທັນຮູ້ສຶກຕົວດ້ວຍຊໍ້າ, ເຮັດໃຫ້ເຈົ້າບໍ່ອ່ອນແອອີກຕໍ່ໄປ ແຕ່ເຂັ້ມແຂງ ແລະ ເພີ່ມພູນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ເມື່ອເຈົ້າໄຕ່ຕອງເຫດການເຫຼົ່ານີ້, ເຈົ້າຈະຮູ້ສຶກວ່າຄວາມອ່ອນແອຂອງເຈົ້າໃນເວລານັ້ນຊ່າງເປັນເດັກນ້ອຍສໍ່າໃດ. ໃນຄວາມເປັນຈິງແລ້ວ, ຜູ້ຄົນກໍເປັນເດັກນ້ອຍແບບນັ້ນ ແລະ ຖ້າປາສະຈາກການສະໜັບສະໜູນຂອງພຣະເຈົ້າ, ພວກເຂົາກໍຈະບໍ່ມີວັນເຕີບໃຫຍ່ຈາກຄວາມເປັນເດັກນ້ອຍ ແລະ ຄວາມບໍ່ຮູ້ຂອງພວກເຂົາ. ມີພຽງແຕ່ການຄ່ອຍໆຍອມຮັບ ແລະ ອ່ອນນ້ອມຕໍ່ອຳນາດສູງສຸດຂອງພຣະເຈົ້າ ໃນຂະບວນການມີປະສົບການກັບສິ່ງເຫຼົ່ານີ້, ປະເຊີນໜ້າກັບຄວາມເປັນຈິງເຫຼົ່ານີ້ຢ່າງເປັນບວກ ແລະ ຫ້າວຫັນ, ສະແຫວງຫາຫຼັກການ, ສະແຫວງຫາເຈດຕະນາຂອງພຣະເຈົ້າ, ບໍ່ຫຼີກລ່ຽງ ຫຼື ຕີຕົວອອກຫ່າງຈາກພຣະເຈົ້າອີກຕໍ່ໄປ ແລະ ບໍ່ກະບົດຕໍ່ພຣະເຈົ້າ ແຕ່ກາຍເປັນຜູ້ທີ່ອ່ອນນ້ອມຫຼາຍຂຶ້ນເລື້ອຍໆ, ໂດຍມີການກະບົດໜ້ອຍລົງເລື້ອຍໆ, ກາຍເປັນຜູ້ທີ່ໃກ້ຊິດກັບພຣະເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າຫຼາຍຂຶ້ນເລື້ອຍໆ; ມີພຽງແຕ່ການມີປະສົບການໃນລັກສະນະນີ້ເທົ່ານັ້ນ ຊີວິດຂອງຄົນເຮົາຈຶ່ງຈະຄ່ອຍໆເຕີບໃຫຍ່ ແລະ ເປັນຜູ້ໃຫຍ່, ເປັນຜູ້ໃຫຍ່ທີ່ມີວຸດທິພາວະຢ່າງເຕັມຕົວ.
ຄົນເຮົາຄວນຈັດການ ແລະ ແກ້ໄຂສະພາວະທີ່ຄິດລົບແນວໃດ? ຄວາມເປັນລົບບໍ່ແມ່ນສິ່ງທີ່ໜ້າຢ້ານກົວ; ກຸນແຈສຳຄັນຄືການມີເຫດຜົນ. ມັນບໍ່ງ່າຍບໍທີ່ຈະເຮັດສິ່ງທີ່ໂງ່ຈ້າ ເມື່ອພວກເຂົາຄິດລົບຢູ່ຕະຫຼອດເວລາ? ເມື່ອຄົນໃດໜຶ່ງຄິດລົບ, ພວກເຂົາຈະເຮັດພຽງແຕ່ຈົ່ມວ່າ ຫຼື ບໍ່ກໍຖອດໃຈຈາກຕົນເອງ ແລະ ເວົ້າຈາ ແລະ ກະທຳໂດຍປາສະຈາກເຫດຜົນໃດໆເລີຍ, ສິ່ງນີ້ບໍ່ໄດ້ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາບໍ? ຖ້າຄົນໃດໜຶ່ງສາມາດຍອມຈຳນົນຕໍ່ຄວາມສິ້ນຫວັງ ແລະ ລະເລີຍຕໍ່ໜ້າທີ່ໃນຄວາມເປັນລົບ, ນີ້ບໍ່ແມ່ນການທໍລະຍົດຕໍ່ພຣະເຈົ້າບໍ? ຄວາມເປັນລົບທີ່ຮຸນແຮງກໍຄືກັບການມີອາການປ່ວຍທາງຈິດ, ມັນຂ້ອນຂ້າງຄ້າຍຄືກັນກັບການຖືກຜີຮ້າຍສິງ; ມັນຄືການຂາດເຫດຜົນ. ການບໍ່ສະແຫວງຫາຄວາມຈິງເພື່ອຫາທາງແກ້ໄຂນັ້ນເປັນອັນຕະລາຍຢ່າງແທ້ຈິງ. ເມື່ອຜູ້ຄົນຄິດລົບ, ຖ້າພວກເຂົາຂາດຫົວໃຈທີ່ຢຳເກງພຣະເຈົ້າຢ່າງສິ້ນເຊີງ, ພວກເຂົາກໍຈະສູນເສຍເຫດຜົນໄດ້ງ່າຍ; ພວກເຂົາຈະທ່ຽວເຜີຍແຜ່ຄວາມເປັນລົບ, ຄວາມບໍ່ພໍໃຈ ແລະ ແນວຄິດຂອງຕົນໄປທົ່ວ. ນີ້ຄືການຈົງໃຈຕໍ່ຕ້ານພຣະເຈົ້າ ແລະ ສາມາດຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກໄດ້ງ່າຍໂພດ, ເຊິ່ງເປັນຜົນສະທ້ອນທີ່ໜ້າຢ້ານກົວເກີນກວ່າທີ່ຈະຈິນຕະນາການໄດ້ ແລະ ພວກເຂົາອາດຈະຖືກພຣະເຈົ້າລັງກຽດ-ປະຕິເສດກໍເປັນໄດ້. ຢ່າງໃດກໍຕາມ, ຖ້າຄົນໃດໜຶ່ງໃນຄວາມເປັນລົບຂອງພວກເຂົາສາມາດສະແຫວງຫາຄວາມຈິງ, ຮັກສາຫົວໃຈທີ່ຢຳເກງພຣະເຈົ້າໄວ້, ບໍ່ເວົ້າໃນທາງລົບ, ບໍ່ເຜີຍແຜ່ຄວາມເປັນລົບ ແລະ ແນວຄິດຂອງຕົນເອງ ແລະ ຮັກສາຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ທັດສະນະຄະຕິທີ່ອ່ອນນ້ອມຕໍ່ພຣະອົງ, ຄົນດັ່ງກ່າວຈະສາມາດຫຼຸດພົ້ນຈາກຄວາມເປັນລົບໄດ້ງ່າຍ. ທຸກຄົນລ້ວນມີຊ່ວງເວລາທີ່ຄິດລົບ; ພວກເຂົາພຽງແຕ່ແຕກຕ່າງກັນໃນລະດັບຄວາມຮຸນແຮງ, ໄລຍະເວລາ ແລະ ເຫດຜົນ. ບາງຄົນໂດຍທົ່ວໄປແລ້ວບໍ່ຄິດລົບ ແຕ່ກາຍເປັນແບບນັ້ນເມື່ອພວກເຂົາປະເຊີນກັບຄວາມລົ້ມເຫຼວ ຫຼື ສະດຸດລົ້ມໃນບາງສິ່ງ; ຄົນອື່ນສາມາດເປັນຄົນຄິດລົບຍ້ອນເລື່ອງເລັກໆນ້ອຍໆ, ເຖິງແມ່ນວ່າຈະເປັນພຽງຄຳເວົ້າຂອງໃຜຜູ້ໜຶ່ງທີ່ເຮັດໃຫ້ພວກເຂົາເສຍໜ້າກໍຕາມ. ບາງຄົນກໍຄິດລົບຍ້ອນສະຖານະການທີ່ບໍ່ເອື້ອອຳນວຍພຽງເລັກນ້ອຍ. ຄົນດັ່ງກ່າວເຂົ້າໃຈພຶດຕິກຳຂອງມະນຸດບໍ? ພວກເຂົາມີຄວາມເຂົ້າໃຈເລິກເຊິ່ງບໍ? ພວກເຂົາມີຈິດໃຈທີ່ກວ້າງຂວາງ ແລະ ຄວາມໃຈກວ້າງຂອງຄົນປົກກະຕິບໍ? ບໍ່ມີ. ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ຕາບໃດທີ່ຄົນໃດໜຶ່ງດຳລົງຊີວິດຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາກໍຈະຕົກຢູ່ໃນສະພາວະທີ່ຄິດລົບຢູ່ເລື້ອຍໆ. ແນ່ນອນວ່າ ຖ້າຄົນໃດໜຶ່ງເຂົ້າໃຈຄວາມຈິງ ແລະ ສາມາດເບິ່ງທະລຸສິ່ງຕ່າງໆ, ສະພາວະທີ່ຄິດລົບຂອງພວກເຂົາກໍຈະຄ່ອຍໆຫຼຸດລົງ ແລະ ຄວາມເປັນລົບຂອງພວກເຂົາກໍຈະຄ່ອຍໆຫາຍໄປ ໃນຂະນະທີ່ວຸດທິພາວະຂອງພວກເຂົາເພີ່ມຂຶ້ນ, ຈົນໃນທີ່ສຸດກໍຫາຍໄປຢ່າງສົມບູນ. ຜູ້ທີ່ບໍ່ຮັກຄວາມຈິງ, ຜູ້ທີ່ບໍ່ຍອມຮັບຄວາມຈິງເລີຍ ຈະມີອາລົມທາງລົບ, ສະພາວະທີ່ຄິດລົບ ແລະ ຄວາມຄິດ ແລະ ທັດສະນະຄະຕິທີ່ຄິດລົບເພີ່ມຂຶ້ນເລື້ອຍໆ, ເຊິ່ງຈະຮ້າຍແຮງຂຶ້ນເມື່ອມັນສະສົມຫຼາຍຂຶ້ນ ແລະ ເມື່ອສິ່ງເຫຼົ່ານີ້ໜັກເກີນກວ່າທີ່ພວກເຂົາຈະຮັບໄດ້, ພວກເຂົາກໍຈະບໍ່ສາມາດຟື້ນຕົວໄດ້ ເຊິ່ງເປັນອັນຕະລາຍຫຼາຍ. ດັ່ງນັ້ນ, ການແກ້ໄຂຄວາມເປັນລົບຢ່າງທັນການຈຶ່ງສຳຄັນຫຼາຍ. ເພື່ອແກ້ໄຂຄວາມເປັນລົບ, ຄົນເຮົາຕ້ອງສະແຫວງຫາຄວາມຈິງຢ່າງຫ້າວຫັນ; ອ່ານ ແລະ ໄຕ່ຕອງພຣະທຳຂອງພຣະເຈົ້າ ໃນຂະນະທີ່ຮັກສາສະພາວະທີ່ສະຫງົບງຽບຕໍ່ໜ້າພຣະອົງ ຈະນໍາໄປສູ່ການໄດ້ຮັບຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງ, ເຮັດໃຫ້ຄົນເຮົາເຂົ້າໃຈຄວາມຈິງ ແລະ ເບິ່ງທະລຸແກ່ນແທ້ຂອງຄວາມເປັນລົບ, ດ້ວຍເຫດນີ້ຈຶ່ງແກ້ໄຂບັນຫາຄວາມເປັນລົບໄດ້. ຖ້າເຈົ້າຍັງຍຶດຕິດກັບແນວຄິດ ແລະ ເຫດຜົນຂອງຕົນເອງ, ຄັນຊັ້ນ ເຈົ້າກໍໂງ່ຈ້າຢ່າງສຸດຂີດ ແລະ ເຈົ້າຈະຕາຍຍ້ອນຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ຂອງເຈົ້າ. ບໍ່ວ່າແນວໃດກໍຕາມ, ການແກ້ໄຂຄວາມເປັນລົບຄວນເປັນແບບຫ້າວຫັນ, ບໍ່ແມ່ນແບບຕັ້ງຮັບ. ບາງຄົນຄິດວ່າເມື່ອຄວາມເປັນລົບເກີດຂຶ້ນ, ພວກເຂົາຄວນເມີນເສີຍຕໍ່ມັນ; ເມື່ອພວກເຂົາຮູ້ສຶກມີຄວາມສຸກອີກຄັ້ງ, ຄວາມເປັນລົບຂອງພວກເຂົາກໍຈະປ່ຽນເປັນຄວາມປິຕິຍິນດີໂດຍທຳມະຊາດ. ນີ້ຄືຄວາມເພີ້ຝັນ; ຖ້າປາສະຈາກການສະແຫວງຫາ ຫຼື ການຍອມຮັບຄວາມຈິງ, ຄວາມເປັນລົບຈະບໍ່ຫາຍໄປເອງໂດຍອັດຕະໂນມັດ. ເຖິງແມ່ນວ່າເຈົ້າຈະລືມມັນ ແລະ ບໍ່ຮູ້ສຶກຫຍັງໃນໃຈຂອງເຈົ້າ, ມັນກໍບໍ່ໄດ້ໝາຍຄວາມວ່າຕົ້ນເຫດຂອງຄວາມເປັນລົບຂອງເຈົ້າໄດ້ຮັບການແກ້ໄຂແລ້ວ. ເມື່ອສະຖານະການທີ່ເໝາະສົມເກີດຂຶ້ນ, ມັນກໍຈະກຳເລີບຂຶ້ນມາອີກ, ເຊິ່ງເປັນເລື່ອງທີ່ເກີດຂຶ້ນປົກກະຕິ. ຖ້າຄົນໃດໜຶ່ງສະຫຼາດ ແລະ ມີເຫດຜົນ, ພວກເຂົາຄວນສະແຫວງຫາຄວາມຈິງທັນທີ ເມື່ອຄວາມເປັນລົບເກີດຂຶ້ນ ແລະ ໃຊ້ວິທີການຍອມຮັບຄວາມຈິງເພື່ອແກ້ໄຂມັນ, ດ້ວຍເຫດນີ້ຈຶ່ງແກ້ໄຂບັນຫາຄວາມເປັນລົບຈາກຮາກເຫງົ້າຂອງມັນ. ທຸກຄົນທີ່ຄິດລົບເລື້ອຍໆກໍຍ້ອນວ່າພວກເຂົາບໍ່ສາມາດຍອມຮັບຄວາມຈິງ. ຖ້າເຈົ້າບໍ່ຍອມຮັບຄວາມຈິງ, ຄວາມເປັນລົບຈະເກາະຕິດເຈົ້າຄືກັບມານຮ້າຍ, ເຮັດໃຫ້ເຈົ້າຄິດລົບຕະຫຼອດເວລາ, ເຮັດໃຫ້ເຈົ້າເກີດຄວາມຮູ້ສຶກບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ ແລະ ການຈົ່ມວ່າຕໍ່ພຣະເຈົ້າ, ຈົນກວ່າເຈົ້າຈະພົບວ່າຕົນເອງກຳລັງຂັດຂືນ, ຕໍ່ສູ້ ແລະ ຮ້ອງທ້າທາຍພຣະເຈົ້າ; ນັ້ນຄືຕອນທີ່ເຈົ້າຈະໄປເຖິງຈຸດຈົບ ແລະ ໂສມໜ້າທີ່ຂີ້ຮ້າຍຂອງເຈົ້າຈະຖືກເປີດໂປງ. ຜູ້ຄົນເລີ່ມເປີດໂປງເຈົ້າ, ໄຈ້ແຍກເຈົ້າ ແລະ ກຳນົດລັກສະນະຂອງເຈົ້າ ແລະ ມີພຽງຕອນນີ້ເທົ່ານັ້ນ, ເມື່ອປະເຊີນກັບຄວາມເປັນຈິງທີ່ໂຫດຮ້າຍ, ນໍ້າຕາຂອງເຈົ້າຈຶ່ງເລີ່ມໄຫຼ; ນີ້ຄືຕອນທີ່ເຈົ້າລົ້ມຟຸບລົງ ແລະ ເລີ່ມຕີເອິກດ້ວຍຄວາມສິ້ນຫວັງ, ເຈົ້າກໍຖ້າຮັບການລົງໂທດຂອງພຣະເຈົ້າໂລດ! ຄວາມເປັນລົບບໍ່ພຽງແຕ່ເຮັດໃຫ້ຜູ້ຄົນອ່ອນແອລົງເທົ່ານັ້ນ, ແຕ່ມັນຍັງເຮັດໃຫ້ພວກເຂົາຈົ່ມວ່າກ່ຽວກັບພຣະເຈົ້າ, ຕັດສິນພຣະເຈົ້າ, ປະຕິເສດພຣະເຈົ້າ ແລະ ແມ່ນແຕ່ຕໍ່ສູ້ ແລະ ຮ້ອງທ້າທາຍພຣະເຈົ້າໂດຍກົງ. ດັ່ງນັ້ນ, ຖ້າການແກ້ໄຂຄວາມເປັນລົບຂອງໃຜຜູ້ໜຶ່ງຊັກຊ້າ, ເມື່ອພວກເຂົາເປີດເຜີຍຄຳເວົ້າທີ່ໝິ່ນປະໝາດ ແລະ ລ່ວງເກີນອຸປະນິໄສຂອງພຣະເຈົ້າ, ຜົນສະທ້ອນນັ້ນຮ້າຍແຮງຫຼາຍ. ຖ້າເຈົ້າຕົກຢູ່ໃນຄວາມເປັນລົບ ແລະ ເກັບຄວາມຈົ່ມວ່າໄວ້ ຍ້ອນເຫດການດຽວ, ປະໂຫຍກດຽວ ຫຼື ຄວາມຄິດ ຫຼື ມຸມມອງດຽວ, ສິ່ງນີ້ສະແດງໃຫ້ເຫັນວ່າຄວາມເຂົ້າໃຈຂອງເຈົ້າກ່ຽວກັບເລື່ອງນີ້ບິດເບືອນ ແລະ ເຈົ້າມີແນວຄິດ ແລະ ຈິນຕະນາການກ່ຽວກັບມັນ; ມຸມມອງຂອງເຈົ້າກ່ຽວກັບເລື່ອງນີ້ບໍ່ສອດຄ່ອງກັບຄວາມຈິງຢ່າງແນ່ນອນ. ໃນຈຸດນີ້, ເຈົ້າຈຳເປັນຕ້ອງສະແຫວງຫາຄວາມຈິງ ແລະ ປະເຊີນໜ້າກັບມັນຢ່າງຖືກຕ້ອງ, ພະຍາຍາມແກ້ໄຂແນວຄິດ ແລະ ຄວາມຄິດທີ່ຜິດພາດເຫຼົ່ານີ້ຢ່າງໄວວາເທົ່າທີ່ຈະໄວໄດ້, ບໍ່ປ່ອຍໃຫ້ຕົນເອງຖືກຜູກມັດ ແລະ ຊີ້ນໍາຢ່າງຜິດໆໂດຍແນວຄິດເຫຼົ່ານີ້ ເຂົ້າສູ່ສະພາວະຂອງຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ ແລະ ການຈົ່ມວ່າຕໍ່ພຣະເຈົ້າ. ການແກ້ໄຂຄວາມເປັນລົບຢ່າງທັນການນັ້ນສຳຄັນຫຼາຍ ແລະ ການແກ້ໄຂມັນຢ່າງສົມບູນກໍສຳຄັນຫຼາຍເຊັ່ນກັນ. ແນ່ນອນວ່າ ວິທີທີ່ດີທີ່ສຸດໃນການແກ້ໄຂຄວາມເປັນລົບແມ່ນການສະແຫວງຫາຄວາມຈິງ, ອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມຮູ້ແຈ້ງຈາກພຣະອົງ. ບາງຄັ້ງ, ເຈົ້າອາດຈະບໍ່ສາມາດຫັນປ່ຽນຄວາມຄິດ ແລະ ມຸມມອງຂອງເຈົ້າໄດ້ຊົ່ວຄາວ ແຕ່ຢ່າງໜ້ອຍທີ່ສຸດ, ເຈົ້າຄວນຮູ້ວ່າເຈົ້າຜິດ ແລະ ວ່າຄວາມຄິດເຫຼົ່ານີ້ຂອງເຈົ້ານັ້ນບິດເບືອນ. ດ້ວຍວິທີນີ້, ຜົນໄດ້ຮັບຂັ້ນຕ່ຳກໍຄື ຄວາມຄິດ ແລະ ມຸມມອງທີ່ຜິດພາດເຫຼົ່ານີ້ຈະບໍ່ສົ່ງຜົນກະທົບຕໍ່ຄວາມຈົງຮັກພັກດີຂອງເຈົ້າໃນການປະຕິບັດໜ້າທີ່ຂອງເຈົ້າ, ຈະບໍ່ສົ່ງຜົນກະທົບຕໍ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າ ແລະ ຈະບໍ່ສົ່ງຜົນກະທົບຕໍ່ການມາຢູ່ຕໍ່ໜ້າພຣະເຈົ້າຂອງເຈົ້າເພື່ອເປີດໃຈ ແລະ ອະທິຖານ; ຢ່າງໜ້ອຍທີ່ສຸດ, ນີ້ຄືຜົນໄດ້ຮັບທີ່ຕ້ອງບັນລຸ. ເມື່ອເຈົ້າຈົມຢູ່ໃນຄວາມເປັນລົບ ແລະ ບໍ່ເຊື່ອຟັງ ແລະ ບໍ່ພໍໃຈ ແລະ ເຈົ້າເກັບຄວາມຈົ່ມວ່າຕໍ່ພຣະເຈົ້າໄວ້ ແຕ່ບໍ່ຢາກສະແຫວງຫາຄວາມຈິງເພື່ອແກ້ໄຂ ໂດຍຄິດວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ໃນຂະນະທີ່ຄວາມຈິງແລ້ວ ຫົວໃຈຂອງເຈົ້ານັ້ນຫ່າງໄກຈາກພຣະເຈົ້າ ແລະ ເຈົ້າບໍ່ປາຖະໜາທີ່ຈະອ່ານພຣະທຳຂອງພຣະອົງ ຫຼື ອະທິຖານອີກຕໍ່ໄປ, ບັນຫາບໍ່ໄດ້ຮ້າຍແຮງຂຶ້ນແລ້ວບໍ? ເຈົ້າເວົ້າວ່າ: “ບໍ່ວ່າຂ້ອຍຈະຄິດລົບສໍ່າໃດກໍຕາມ, ການປະຕິບັດໜ້າທີ່ຂອງຂ້ອຍກໍບໍ່ໄດ້ຖືກຂັດຂວາງ ແລະ ຂ້ອຍກໍບໍ່ໄດ້ປະຖິ້ມວຽກງານຂອງຂ້ອຍ. ຂ້ອຍມີຄວາມຈົງຮັກພັກດີ!” ຄຳເວົ້າເຫຼົ່ານີ້ມີເຫດຜົນບໍ? ຖ້າເຈົ້າຄິດລົບເລື້ອຍໆ, ມັນບໍ່ແມ່ນບັນຫາຂອງອຸປະນິໄສທີ່ເສື່ອມຊາມ; ແຕ່ມີບັນຫາທີ່ຮ້າຍແຮງກວ່ານັ້ນ: ເຈົ້າມີແນວຄິດກ່ຽວກັບພຣະເຈົ້າ, ເຂົ້າໃຈພຣະອົງຜິດ ແລະ ໄດ້ສ້າງອຸປະສັກລະຫວ່າງຕົວເຈົ້າເອງກັບພຣະເຈົ້າ. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂສິ່ງນີ້, ມັນກໍອັນຕະລາຍຫຼາຍ. ຄົນເຮົາຈະຮັບປະກັນໄດ້ແນວໃດວ່າພວກເຂົາປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີຈົນເຖິງທີ່ສຸດ ແລະ ໂດຍປາສະຈາກການເຮັດພໍແລ້ວມືແລ້ວຕີນ ຖ້າພວກເຂົາຄິດລົບເລື້ອຍໆ? ຄວາມເປັນລົບຈະຈາງຫາຍໄປ ຫຼື ສູນຫາຍໄປເອງໄດ້ບໍ ຖ້າມັນບໍ່ໄດ້ຮັບການແກ້ໄຂ? ຖ້າຄົນໃດໜຶ່ງບໍ່ສະແຫວງຫາຄວາມຈິງສຳລັບທາງແກ້ໄຂຢ່າງທັນການ, ຄວາມເປັນລົບກໍຈະສືບຕໍ່ພັດທະນາ ແລະ ມີແຕ່ຈະຮ້າຍແຮງຂຶ້ນເທົ່ານັ້ນ. ຜົນສະທ້ອນທີ່ມັນກໍ່ຂຶ້ນຈະມີແຕ່ເສຍຫາຍຫຼາຍຂຶ້ນເທົ່ານັ້ນ. ພວກມັນຈະບໍ່ພັດທະນາໄປໃນທິດທາງທີ່ເປັນບວກຢ່າງແນ່ນອນ, ມີແຕ່ຈະພັດທະນາໄປໃນທິດທາງທີ່ຮ້າຍແຮງເທົ່ານັ້ນ. ດັ່ງນັ້ນ, ເມື່ອຄວາມເປັນລົບເກີດຂຶ້ນ, ເຈົ້າຕ້ອງຮີບຮ້ອນສະແຫວງຫາຄວາມຈິງເພື່ອແກ້ໄຂມັນ; ມີພຽງສິ່ງນີ້ເທົ່ານັ້ນທີ່ຮັບປະກັນວ່າເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີ. ການແກ້ໄຂຄວາມເປັນລົບນັ້ນສຳຄັນຫຼາຍ ແລະ ມັນບໍ່ສາມາດລໍຊ້າໄດ້!
ວັນທີ 26 ມິຖຸນາ 2021
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?