ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (18) ສ່ວນທີ ໜຶ່ງ
ຂໍ້ທີສິບສອງ: ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີຫົກ)
ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ
X. ການເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ
ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ”. ກ່ຽວກັບບັນດາບຸກຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກທີ່ປາກົດຂຶ້ນໃນຊີວິດຄຣິສຕະຈັກ, ພວກເຮົາໄດ້ແບ່ງອອກເປັນສິບເອັດບັນຫາ. ໃຫ້ອ່ານພວກມັນຄືນອີກເທື່ອໜຶ່ງ. (ຂໍ້ທີໜຶ່ງ, ການມັກເວົ້ານອກເລື່ອງໃນເວລາໂອ້ລົມຄວາມຈິງເປັນປະຈໍາ; ຂໍ້ທີສອງ, ການເວົ້າຄຳເວົ້າ ແລະ ຫຼັກຄຳສອນເພື່ອເຮັດໃຫ້ຄົນຫຼົງຜິດ ແລະ ເພື່ອໃຫ້ຄົນອື່ນນັບຖືຕົນ; ຂໍ້ທີສາມ, ການລົມເລື່ອງຄອບຄົວ, ການສ້າງສາຍສຳພັນສ່ວນຕົວ ແລະ ການຈັດການເລື່ອງສ່ວນຕົວ; ຂໍ້ທີສີ່, ການສ້າງຕັ້ງກຸ່ມກ້ອນ; ຂໍ້ທີຫ້າ, ການຍາດແຍ່ງສະຖານະ; ຂໍ້ທີຫົກ, ການພົວພັນທີ່ບໍ່ເໝາະສົມ; ຂໍ້ທີເຈັດ, ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ; ຂໍ້ທີແປດ, ການເຜີຍແຜ່ແນວຄິດ; ຂໍ້ທີເກົ້າ, ການລະບາຍຄວາມເປັນລົບ; ຂໍ້ທີສິບ, ການເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ຂໍ້ທີສິບເອັດ, ການບົງການ ແລະ ການຂັດຂວາງການເລືອກຕັ້ງ). ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບບັນຫາທີເກົ້າແລ້ວ. ມື້ນີ້, ພວກເຮົາຈະໂອ້ລົມກັນກ່ຽວກັບຂໍ້ທີສິບ, ນັ້ນກໍຄື ການເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ.
1. ການສະແດງອອກຂອງການເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ
ເຫດການເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງໄດ້ເກີດຂຶ້ນໃນຄຣິສຕະຈັກ. ມີບາງຄົນບໍ່ຮັກຄວາມຈິງ ແລະ ບໍ່ໃສ່ໃຈການປະຕິບັດຄວາມຈິງໃນການປະຕິບັດໜ້າທີ່ຂອງພວກເຂົາ; ບໍ່ວ່າຈະເປັນເລື່ອງທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ ຫຼື ໃນການສະແຫວງຫາສ່ວນຕົວຂອງພວກເຂົາ, ພວກເຂົາກໍບໍ່ໃສ່ໃຈການສະແຫວງຫາຄວາມຈິງ, ຄວາມໃສ່ໃຈເຫຼົ່ານີ້ບໍ່ມີພື້ນທີ່ໃນຫົວໃຈຂອງພວກເຂົາເລີຍ. ໃນຄວາມເຊື່ອທີ່ພວກເຂົາມີຕໍ່ພຣະເຈົ້າ, ພວກເຂົາພຽງແຕ່ມັກສອບຖາມກ່ຽວກັບຂ່າວນິນທາ ແລະ ຂໍ້ມູນສ່ວນຕົວ ແລະ ເກັບກຳເລື່ອງແປກໆ ແລະ ບໍ່ທຳມະດາ. ແນ່ນອນວ່າສິ່ງທີ່ພວກເຂົາກະຕືລືລົ້ນຫຼາຍກວ່ານັ້ນກໍຄືການສອດແນມເລື່ອງທີ່ກ່ຽວຂ້ອງກັບພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ, ພ້ອມທັງເລື່ອງທີ່ກ່ຽວຂ້ອງກັບເຮືອນຂອງພຣະເຈົ້າ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກ. ໃນເວລາດຽວກັນ, ພວກເຂົາມັກເຜີຍແຜ່ຂ່າວນິນທາທີ່ບໍ່ມີມູນຄວາມຈິງ, ເຜີຍແຜ່ສິ່ງທີ່ພວກເຂົາໄດ້ຍິນ ຫຼື ຈິນຕະນາການຂຶ້ນ ເຊິ່ງບໍ່ແມ່ນຄວາມຈິງເລີຍ. ຄົນປະເພດນີ້ບໍ່ມັກອ່ານພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ຄ່ອຍອະທິຖານ ແລະ ໃນລະຫວ່າງການເຕົ້າໂຮມ ພວກເຂົາບໍ່ຄ່ອຍໂອ້ລົມຄວາມຈິງ ແລະ ບໍ່ຄ່ອຍເວົ້າກ່ຽວກັບສະພາວະຂອງພວກເຂົາເອງ, ການສະແຫວງຫາ ແລະ ການເຂົ້າສູ່ທີ່ເປັນສ່ວນຕົວ ຫຼື ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ອື່ນໆ. ແນ່ນອນວ່າພວກເຂົາບໍ່ສົນໃຈຄົນທີ່ໂອ້ລົມຄວາມຈິງ ຫຼື ໂອ້ລົມກ່ຽວກັບຄຳພະຍານຈາກປະສົບການຂອງພວກເຂົາ ແລະ ທັງບໍ່ສົນໃຈເລື່ອງເຫຼົ່ານີ້. ເຖິງຢ່າງໃດກໍຕາມ, ທັນທີທີ່ພວກເຂົາໄດ້ຍິນຄົນເວົ້າກ່ຽວກັບວ່າ ພາລະກິດຂອງພຣະເຈົ້າໄດ້ດຳເນີນໄປຮອດຈຸດໃດແລ້ວ ຫຼື ເຫັນເນື້ອໃນໃນພຣະທຳຂອງພຣະເຈົ້າກ່ຽວກັບໄພພິບັດ, ຈຸດໝາຍປາຍທາງຂອງຜູ້ຄົນ, ການທີ່ພຣະເຈົ້າປ່ຽນຮູບຮ່າງຂອງພຣະອົງ ແລະ ອື່ນໆອີກ, ຕາຂອງພວກເຂົາກໍເປັນປະກາຍຂຶ້ນທັນທີ ແລະ ພວກເຂົາເລີ່ມໃສ່ໃຈເປັນພິເສດ. ທັນທີທີ່ພວກເຂົາອ່ານ ຫຼື ໄດ້ຍິນຄຳເວົ້າເຫຼົ່ານີ້, ຄວາມສົນໃຈຂອງພວກເຂົາກໍຖືກປຸກຂຶ້ນທັນທີ. ເມື່ອພິຈາລະນາການສະແດງອອກຂອງຄົນເຫຼົ່ານີ້, ເຫັນໄດ້ຊັດເຈນວ່າ ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າ ເພື່ອສະແຫວງຫາຄວາມຈິງ ຫຼື ເພື່ອເຮັດໜ້າທີ່ຂອງພວກເຂົາ ແລະ ຕິດຕາມພຣະເຈົ້າ ແລະ ແນ່ນອນວ່າບໍ່ແມ່ນເພື່ອຍອມອ່ອນນ້ອມ ແລະ ນະມັດສະການພຣະເຈົ້າ. ພວກເຂົາມາທີ່ເຮືອນຂອງພຣະເຈົ້າ ແລະ ບໍ່ໄດ້ຄິດທີ່ຈະເຮັດໜ້າທີ່ໃດໆ ເລີຍ. ພວກເຂົາພຽງແຕ່ຕ້ອງການສອດແນມ ແລະ ເກັບກຳຂ່າວນິນທາບາງຢ່າງ ຫຼື ເຜີຍແຜ່ຂ່າວລືບາງຢ່າງ. ພວກເຂົາຖືເອົາກິດຈະກຳເຫຼົ່ານີ້ເປັນຄວາມສຸກ ແລະ ບໍ່ມີຄວາມສົນໃຈໃດເລີຍໃນຄຳພະຍານຈາກປະສົບການ, ເພງສັນລະເສີນ ຫຼື ຮູບເງົາຂອງເຮືອນພຣະເຈົ້າ. ພວກເຂົາມັກພຽງແຕ່ເປີດອອນລາຍເພື່ອເກັບກຳຄຳເວົ້າ ແລະ ການປະເມີນທີ່ກອງກຳລັງຜູ້ຕໍ່ຕ້ານພຣະຄຣິສໃນໂລກສາສະໜາເວົ້າກ່ຽວກັບເຮືອນຂອງພຣະເຈົ້າ, ວຽກງານຂອງຄຣິສຕະຈັກ ແລະ ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງ. ເຖິງວ່າ ພວກເຂົາຈະເບິ່ງວິດີໂອຈາກເຮືອນຂອງພຣະເຈົ້າໃນບາງຄັ້ງບາງຄາວ ແຕ່ມັນກໍບໍ່ແມ່ນຍ້ອນຄວາມປາຖະໜາພາຍໃນທີ່ຈະສະແຫວງຫາຄວາມຈິງ ເພື່ອແກ້ໄຂບັນຫາຂອງພວກເຂົາເອງ. ແລ້ວພວກເຂົາເບິ່ງຫຍັງ? ພວກເຂົາເບິ່ງຄຳຄິດເຫັນທີ່ຢູ່ກ້ອງວິດີໂອ ແລະ ພວກເຂົາເລືອກເຟັ້ນສິ່ງທີ່ພວກເຂົາອ່ານ. ພວກເຂົາຂ້າມຄຳຄິດເຫັນຈາກອ້າຍເອື້ອຍນ້ອງຂອງຄຣິສຕະຈັກ ແຕ່ສົນໃຈເປັນພິເສດຕໍ່ຄຳຄິດເຫັນຈາກໂລກສາສະໜາ ແລະ ຜູ້ບໍ່ມີຄວາມເຊື່ອ. ພວກເຂົາເຖິງກັບເບິ່ງສະເພາະຄຳຄິດເຫັນ ແລະ ຄຳເວົ້າຈາກພະຍານາກໃຫຍ່ສີແດງ ໂດຍພະຍາຍາມຄົ້ນຫາບາງສິ່ງຈາກຄຳເວົ້າເຫຼົ່ານັ້ນ. ເມື່ອພວກເຂົາເຫັນການໂຄສະນາຊວນເຊື່ອລົບໆ, ຄຳເວົ້າ ແລະ ຂ່າວລືເຫຼົ່ານີ້ທີ່ປັ້ນແຕ່ງຂຶ້ນ, ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ແລະ ແຍກແຍະພວກມັນ; ໃນທາງກົງກັນຂ້າມ, ພວກເຂົາເຖິງກັບສາມາດຍອມຮັບຂໍ້ຄິດເຫັນ ແລະ ຄຳເວົ້າລົບໆບາງຢ່າງເຫຼົ່ານີ້ ແລະ ຖືວ່າພວກມັນເປັນຄວາມຈິງ. ບໍ່ວ່າຈະມີຄຳຄິດເຫັນທີ່ດີຫຼາຍສໍ່າໃດກໍຕາມ, ພວກເຂົາບໍ່ເຕັມໃຈທີ່ຈະອ່ານພວກມັນ ແລະ ບໍ່ເຊື່ອວ່າພວກມັນແມ່ນຄວາມຈິງ; ມີພຽງແຕ່ຄຳຄິດເຫັນລົບໆ ຫຼື ຂ່າວລືເຫຼົ່ານັ້ນທີ່ດຶງດູດຄວາມສົນໃຈຂອງພວກເຂົາ ແລະ ກະຕຸ້ນຄວາມຢາກຂອງພວກເຂົາ. ທຸກຄັ້ງທີ່ພວກເຂົາເຫັນຄຳຄິດເຫັນທີ່ລົບໆເຫຼົ່ານີ້, ພວກເຂົາຮູ້ສຶກພໍໃຈຫຼາຍ ແລະ ສະບາຍໃຈຢູ່ພາຍໃນ. ພວກເຂົາສົນໃຈເປັນພິເສດຕໍ່ຂ່າວລື ແລະ ການຕັດສິນທີ່ບໍ່ເປັນຄວາມຈິງທັງສິ້ນ ແລະ ແມ່ນແຕ່ການໂຈມຕີ ແລະ ການໃສ່ຮ້າຍປ້າຍສີພຣະເຈົ້າ ທີ່ກຳລັງແຜ່ລາມໃນໂລກ, ໃນໂລກສາສະໜາ ຫຼື ທາງອອນລາຍ ແລະ ພວກເຂົາສຶກສາ ແລະ ເກັບກຳສິ່ງເຫຼົ່ານີ້ຢ່າງພາກພຽນຢູ່ສະເໝີ. ໃນທາງກົງກັນຂ້າມ, ພວກເຂົາບໍ່ມີຄວາມສົນໃຈເລີຍຕໍ່ພຣະທຳຂອງພຣະເຈົ້າ, ການເທດສະໜາ ແລະ ການໂອ້ລົມ, ຄຳພະຍານຈາກປະສົບການຂອງອ້າຍເອື້ອຍນ້ອງ ແລະ ສິ່ງອື່ນໆເຊັ່ນນັ້ນ. ສະນັ້ນ, ເມື່ອຄົນອື່ນອ່ານພຣະທຳຂອງພຣະເຈົ້າ, ໂອ້ລົມຄວາມຈິງ ແລະ ແບ່ງປັນຄຳພະຍານຈາກປະສົບການໃນລະຫວ່າງການເຕົ້າໂຮມ, ພວກເຂົາກໍຮູ້ສຶກລັງກຽດ ແລະ ເຫັນວ່າສິ່ງເຫຼົ່ານີ້ເປັນຕາລຳຄານ ແລະ ເປັນສ່ວນເກີນ. ໃນຫົວໃຈຂອງພວກເຂົາ, ພວກເຂົາລັງກຽດເປັນພິເສດຕໍ່ການໂອ້ລົມຄວາມຈິງ ແລະ ການເວົ້າເຖິງການຮູ້ຈັກຕົນເອງ. ແລ້ວພວກເຂົາຢາກຟັງຫຍັງ? ພວກເຂົາພຽງແຕ່ຢາກຟັງເລື່ອງແປກປະຫຼາດ ແລະ ພິລຶກ, ບໍ່ວ່າຈະເປັນຄວາມເລິກລັບຈາກໂລກຝ່າຍວິນຍານ ຫຼື ຂ່າວລື ແລະ ຂ່າວນິນທາທີ່ແຜ່ລາມໂດຍໂລກສາສະໜາ, ພວກເຂົາພຽງແຕ່ເຕັມໃຈທີ່ຈະຟັງສິ່ງເຫຼົ່ານີ້. ຫົວໃຈຂອງພວກເຂົາເຕັມໄປດ້ວຍ ແລະ ຖືກຄອບງຳໂດຍສິ່ງບໍ່ດີເຫຼົ່ານີ້ ແລະ ບໍ່ມີໃຜສາມາດເອົາສິ່ງບໍ່ດີເຫຼົ່ານີ້ອອກຈາກພວກເຂົາ ຫຼື ຍາດເອົາສິ່ງບໍ່ດີເຫຼົ່ານີ້ໄປຈາກພວກເຂົາໄດ້. ເປັນຫຍັງຈຶ່ງເປັນເຊັ່ນນີ້? ມັນກໍເພາະວ່າພວກເຂົາສົນໃຈ ແລະ ມັກສິ່ງເຫຼົ່ານີ້ຫຼາຍເກີນໄປ! ສະນັ້ນ, ເມື່ອພວກເຂົາຢູ່ທ່າມກາງອ້າຍເອື້ອຍນ້ອງ, ໂດຍສະເພາະໃນລະຫວ່າງການເຕົ້າໂຮມ, ພວກເຂົາມັກເວົ້າກ່ຽວກັບຂ່າວນິນທາບາງຢ່າງບໍ່ມີມູນຄວາມຈິງ ແລະ ເຖິງກັບເຜີຍແຜ່ຄຳຄິດເຫັນທີ່ບໍ່ດີບາງຢ່າງກ່ຽວກັບເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກທີ່ພວກເຂົາພົບເຫັນຈາກອອນລາຍ. ຄົນເຫຼົ່ານີ້ສົນໃຈຂ່າວລືເຫຼົ່ານີ້ເປັນຢ່າງຍິ່ງ. ເຖິງແມ່ນວ່າພວກເຂົາຈະຮູ້ຢ່າງຊັດເຈນວ່າ ການເຜີຍແຜ່ສິ່ງເຫຼົ່ານີ້ບໍ່ເປັນປະໂຫຍດຕໍ່ຄົນອື່ນ, ພວກເຂົາບໍ່ສາມາດຄວບຄຸມຕົນເອງໄດ້ ແລະ ຢືນຢັນທີ່ຈະເຜີຍແຜ່ພວກມັນ. ເຖິງແມ່ນວ່າພວກເຂົາຈະຕ້ອງຊອກຫາໂອກາດເພື່ອເຜີຍແຜ່ຂ່າວລື ແລະ ການໂຄສະນາຊວນເຊື່ອທີ່ບໍ່ດີເຫຼົ່ານີ້ ຫຼື ພວກເຂົາຈຳເປັນຕ້ອງໃຊ້ເວລາເກັບກຳສິ່ງດັ່ງກ່າວ ຫຼື ໃຊ້ສະໝອງຂອງພວກເຂົາ ເພື່ອປັ້ນແຕ່ງສິ່ງດັ່ງກ່າວຂຶ້ນມາ, ພວກເຂົາກໍຍັງກະຕືລືລົ້ນກ່ຽວກັບເລື່ອງນີ້ຢ່າງບໍ່ຮູ້ອິດເມື່ອຍ. ຖ້າໃນຄຣິສຕະຈັກໃດໜຶ່ງ, ຜູ້ນໍາຄຣິສຕະຈັກມີຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກງານຕົວຈິງ ຫຼື ແຍກແຍະຜູ້ຄົນໄດ້, ແລ້ວທັນທີທີ່ມີຄົນເຜີຍແຜ່ຂ່າວລື ແລະ ຄຳເວົ້າຫຼອກລວງ, ຊີວິດຄຣິສຕະຈັກກໍຈະຖືກລົບກວນ ແລະ ໄດ້ຮັບຜົນກະທົບ ແລະ ບາງຄົນກໍຈະຖືກນໍາພາຢ່າງຜິດໆ ແລະ ຖືກຄວບຄຸມໂດຍບຸກຄົນເຫຼົ່ານີ້. ເປັນຫຍັງຫຼາຍຄົນຈຶ່ງມັກຖືກລົບກວນ ແລະ ນໍາພາຢ່າງຜິດໆໂດຍຄົນອື່ນ? ເຫດຜົນໜຶ່ງກໍຄື ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ມີການແຍກແຍະກ່ຽວກັບຂ່າວລືທີ່ໃສ່ຮ້າຍປ້າຍສີເຮືອນຂອງພຣະເຈົ້າ. ອີກເຫດຜົນໜຶ່ງກໍຄື ອ້າຍເອື້ອຍນ້ອງບາງຄົນທີ່ເຊື່ອໄດ້ພຽງໄລຍະສັ້ນໆ ມີວຸດທິພາວະທີ່ຍັງອ່ອນນ້ອຍ, ພວກເຂົາບໍ່ເຂົ້າໃຈຄວາມຈິງແຫ່ງນິມິດ ແລະ ພວກເຂົາກໍຍັງຄຸມເຄືອກ່ຽວກັບການບັງເກີດເປັນເນື້ອໜັງຂອງພຣະເຈົ້າ, ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ເຈດຕະນາຂອງພຣະເຈົ້າທີ່ຈະຊ່ວຍຜູ້ຄົນໃຫ້ລອດພົ້ນ, ພວກເຂົາບໍ່ສາມາດເຫັນສິ່ງເຫຼົ່ານີ້ໄດ້ຢ່າງແຈ່ມແຈ້ງ ແລະ ພວກເຂົາບໍ່ແນ່ໃຈວ່າວຽກງານຂັ້ນຕອນນີ້ແມ່ນການປາກົດ ແລະ ພາລະກິດຂອງພຣະເຈົ້າ ຫຼື ບໍ່. ດ້ວຍເຫດນັ້ນ, ພວກເຂົາຈຶ່ງບໍ່ມີຄວາມເຊື່ອທີ່ແທ້ຈິງ ແລະ ບໍ່ຮູ້ແມ່ນແຕ່ວ່າພວກເຂົາຈະສາມາດຕິດຕາມພຣະເຈົ້າໄດ້ດົນສໍ່າໃດ. ໂດຍທຳມະຊາດແລ້ວ, ພວກເຂົາຈຶ່ງຖືກນໍາພາຢ່າງຜິດໆ, ຖືກຊັກຈູງ ແລະ ຖືກຄວບຄຸມໂດຍຜູ້ທີ່ເຜີຍແຜ່ຂ່າວລືໄດ້ຢ່າງງ່າຍດາຍ.
2. ແກ່ນແທ້ຂອງການເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງແມ່ນການເຮັດໜ້າທີ່ເປັນຄົນຮັບໃຊ້ຊາຕານ
ຄົນເຫຼົ່ານີ້ທີ່ເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ ບໍ່ພຽງແຕ່ບໍ່ເຊື່ອໃນຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ, ແຕ່ພວກເຂົາຍັງບໍ່ສາມາດແຍກແຍະສິ່ງທີ່ຖືກຈາກສິ່ງທີ່ຜິດໄດ້. ພວກເຂົາສົງໄສສິ່ງທີ່ເປັນບວກຢູ່ສະເໝີ ແລະ ຖືກຊັກຊວນໂດຍຂ່າວລື ແລະ ຄຳເວົ້າມານຮ້າຍໄດ້ຢ່າງງ່າຍດາຍ. ຄົນເຫຼົ່ານີ້ອ້າງວ່າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ, ແຕ່ພວກເຂົາກໍຍັງເຜີຍແຜ່ຂ່າວລືທີ່ໃສ່ຮ້າຍປ້າຍສີພຣະເຈົ້າ ແລະ ຄຣິສຕະຈັກ ແລະ ພວກເຂົາເຜີຍແຜ່ຂ່າວລືຕ່າງໆ ທີ່ພວກເຂົາໄດ້ຮວບຮວມມາໃຫ້ອ້າຍເອື້ອຍນ້ອງ, ແມ່ນແຕ່ເຜີຍແຜ່ຕາມອຳເພີໃຈ ແລະ ຊ້ຳແລ້ວຊ້ຳເລົ່າ ແລະ ປະກາດພວກມັນໄປທົ່ວທຸກບ່ອນ. ຈາກສິ່ງນີ້ເຫັນໄດ້ຊັດເຈນວ່າ ຄົນເຫຼົ່ານີ້ບໍ່ຮັກຄວາມຈິງ ແລະ ເຊື່ອແຕ່ຄຳເວົ້າມານຮ້າຍຂອງພວກຜູ້ບໍ່ມີຄວາມເຊື່ອ. ຖ້າຈະເວົ້າຢ່າງເຂັ້ມງວດແລ້ວ, ພວກເຂົາບໍ່ແມ່ນຜູ້ທີ່ຖືກເລືອກຂອງພຣະເຈົ້າເລີຍ ແລະ ພວກເຂົາບໍ່ແມ່ນສະມາຊິກໃນເຮືອນຂອງພຣະເຈົ້າ. ແລ້ວພວກເຂົາແມ່ນຫຍັງ? ຖ້າຈະເວົ້າໃຫ້ຊັດເຈນ, ຄົນເຫຼົ່ານີ້ແມ່ນຜູ້ບໍ່ເຊື່ອ, ພວກເຂົາແມ່ນຄົນຮັບໃຊ້ຊາຕານ. ບາງຄົນເວົ້າວ່າ, “ຄົນຮັບໃຊ້ຊາຕານແມ່ນນັກສືບທີ່ພັກກອມມູນິດຈີນສົ່ງມາບໍ? ພວກເຂົາແມ່ນຕົວແທນທີ່ແຊກຊຶມເຂົ້າມາໃນເຮືອນຂອງພຣະເຈົ້າບໍ?” ບໍ່ຈຳເປັນສະເໝີໄປ. ຕົວແທນ ແລະ ນັກສືບເຫຼົ່ານັ້ນແຍກແຍະໄດ້ງ່າຍ, ແຕ່ຄົນເຫຼົ່ານີ້ທີ່ເຜີຍແຜ່ຂ່າວລື ພາຍນອກເບິ່ງຄືວ່າເປັນຜູ້ເຊື່ອທີ່ແທ້ຈິງ. ແຕ່ຢ່າງໃດກໍຕາມ, ພວກເຂົາບໍ່ສະແຫວງຫາຄວາມຈິງ ແລະ ມັກເຮັດໜ້າທີ່ເປັນກະບອກສຽງໃຫ້ຊາຕານ ແລະ ພວກເຂົາເຜີຍແຜ່ຄຳເວົ້າທີ່ໃສ່ຮ້າຍປ້າຍສີ ແລະ ໂຈມຕີພຣະເຈົ້າ ແທນຊາຕານ ແລະ ເຜີຍແຜ່ຂ່າວລືທີ່ມັນປັ້ນແຕ່ງຂຶ້ນກ່ຽວກັບຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ. ເມື່ອຕັດສິນຈາກສິ່ງນີ້, ໂດຍບໍ່ຄຳນຶງວ່າໃຜສົ່ງພວກເຂົາມາ, ຄົນເຫຼົ່ານີ້ບໍ່ແມ່ນຄົນຮັບໃຊ້ຊາຕານບໍ? (ແມ່ນແລ້ວ). ບໍ່ວ່າຂ່າວລືເຫຼົ່ານີ້ຈະຖືກຮວບຮວມມາໂດຍພວກເຂົາເອງຢ່າງຫ້າວຫັນ ຫຼື ໄດ້ຍິນມາຈາກຄົນອື່ນ, ຄົນເຫຼົ່ານີ້ກໍບໍ່ຄິດທີ່ຈະສະແຫວງຫາຄວາມຈິງ ແລະ ແຍກແຍະພວກມັນ, ແຕ່ພັດເຊື່ອວ່າພວກມັນເປັນຄວາມຈິງ. ພວກເຂົາເຖິງກັບສາມາດເຜີຍແຜ່ ແລະ ແຈກຢາຍແບບຂາດສິນທຳ ແລະ ແບບຂາດການຢັບຢັ້ງໃຈໃນທ່າມກາງຜູ້ຄົນ ແລະ ບໍ່ແມ່ນພຽງແຕ່ໃນສະຖານທີ່ດຽວ ຫຼື ໃນໂອກາດປະເພດດຽວ. ຈຸດປະສົງຂອງພວກເຂົາໃນການເຜີຍແຜ່ຂ່າວລືເຫຼົ່ານີ້ກໍຄືເພື່ອເຮັດໃຫ້ຄົນຮູ້ຈັກຂ່າວລືເຫຼົ່ານີ້ຫຼາຍຂຶ້ນ, ເພື່ອເຮັດໃຫ້ຄົນທີ່ອ່ອນແອຍິ່ງອ່ອນແອລົງ ແລະ ເພື່ອເຮັດໃຫ້ຜູ້ທີ່ເຂັ້ມແຂງ ແລະ ມີຄວາມເຊື່ອໃນພຣະເຈົ້າເກີດຄວາມສົງໄສໃນພຣະອົງ ແລະ ວຽກງານຂອງພຣະອົງຍ້ອນຂ່າວລື, ມັນຄືການເຮັດໃຫ້ທຸກຄົນບໍ່ສົນໃຈຄວາມຈິງ, ໃນພຣະທຳຂອງພຣະເຈົ້າ, ໃນພາລະກິດຂອງພຣະເຈົ້າ ແລະ ໃນການໄດ້ຮັບຄວາມລອດພົ້ນ ແລະ ແທນທີ່ຈະເປັນແນວນັ້ນ ກໍເຮັດໃຫ້ພວກເຂົາສົນໃຈຂ່າວລືຕ່າງໆ ແລະ ການໂຄສະນາຊວນເຊື່ອລົບໆ, ຄືກັບພວກເຂົາເອງ, ເພື່ອວ່າເມື່ອໃດກໍຕາມທີ່ຜູ້ຄົນເຕົ້າໂຮມກັນ, ພວກເຂົາກໍຈະເວົ້າກ່ຽວກັບສິ່ງລົບໆ ເຫຼົ່ານີ້. ຄົນປົກກະຕິ ແລະ ຄົນທີ່ມີຄວາມເປັນມະນຸດ ແລະ ເຫດຜົນຈະເຮັດສິ່ງດັ່ງກ່າວບໍ? ເມື່ອຄົນສ່ວນໃຫຍ່ໄດ້ຍິນຂ່າວລື ຫຼື ການໂຄສະນາຊວນເຊື່ອລົບຕ່າງໆ, ເຖິງແມ່ນວ່າພວກເຂົາຈະບໍ່ຮູ້ວ່າຂ່າວລືນັ້ນຈິງ ຫຼື ປອມ, ຍ້ອນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ຫົວໃຈທີ່ຢຳເກງພຣະເຈົ້າໜ້ອຍໜຶ່ງທີ່ພວກເຂົາມີ, ພວກເຂົາກໍຈະມາຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ສະແຫວງຫາຄວາມຈິງ. ເຖິງແມ່ນວ່າພວກເຂົາຈະໄດ້ຮັບອິດທິພົນຈາກຂ່າວລື ແລະ ຮູ້ສຶກອ່ອນແອ ແລະ ສົງໄສໜ້ອຍໜຶ່ງ, ມັນກໍຈະບໍ່ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ການຕິດຕາມພຣະເຈົ້າຂອງພວກເຂົາ. ພວກເຂົາເຖິງກັບຈະເຕືອນຕົນເອງໃຫ້ລະວັງລີ້ນຂອງຕົນ ແລະ ຫຼີກລ່ຽງການເຮັດສິ່ງທີ່ຕໍ່ຕ້ານ ຫຼື ເຮັດຜິດຕໍ່ພຣະເຈົ້າ. ການປະຕິບັດແບບນີ້ຄືສິ່ງທີ່ອ້າຍເອື້ອຍນ້ອງສ່ວນໃຫຍ່ສາມາດເຮັດໄດ້. ຕາບໃດທີ່ຜູ້ຄົນມີຄວາມເປັນມະນຸດຈຳນວນໜຶ່ງ, ມີຄວາມເຊື່ອທີ່ແທ້ຈິງໜ້ອຍໜຶ່ງ ແລະ ມີຫົວໃຈທີ່ຢຳເກງພຣະເຈົ້າໜ້ອຍໜຶ່ງ, ພວກເຂົາກໍສາມາດເຮັດສິ່ງນີ້ໄດ້. ເນື່ອງຈາກຜູ້ຄົນເຊື່ອວ່າພຣະເຈົ້າມີຢູ່ຈິງ, ພວກເຂົາກໍຄວນເຊື່ອວ່າ ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຖືກຕ້ອງ. ເນື່ອງຈາກພຣະເຈົ້າເປັນຜູ້ກະທຳ, ຜູ້ຄົນບໍ່ຄວນປະເມີນຫຍັງກ່ຽວກັບສິ່ງນັ້ນ. ພວກເຂົາຄວນແນ່ໃຈວ່າ: “ບໍ່ວ່າຂ່າວລືຈາກພາຍນອກຄຣິສຕະຈັກຈະເວົ້າຫຍັງກໍຕາມ, ຂ້ອຍກໍບໍ່ສາມາດເຊື່ອພວກມັນໄດ້ ແລະ ແນ່ນອນ ຂ້ອຍບໍ່ສາມາດເຜີຍແຜ່ພວກມັນໄດ້. ເຖິງແມ່ນວ່າຂ້ອຍຈະຮູ້ສຶກອ່ອນແອ ແລະ ຫວັ່ນໄຫວໃນຫົວໃຈຂອງຂ້ອຍໜ້ອຍໜຶ່ງ, ຂ້ອຍກໍຕ້ອງບໍ່ປະຕິເສດການມີຢູ່ຈິງຂອງພຣະເຈົ້າ!” ຖ້າຄົນໃດຄົນໜຶ່ງເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ພວກເຂົາກໍຄວນເຊື່ອວ່າທຸກສິ່ງທີ່ພຣະເຈົ້າກະທຳແມ່ນຖືກຕ້ອງ; ຖ້າພວກເຂົາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ພວກເຂົາກໍຄວນມີຫົວໃຈທີ່ຢ້ານກົວ ແລະ ຢຳເກງພຣະເຈົ້າ, ນີ້ຄືສິ່ງທີ່ຖືກຕ້ອງຢ່າງແທ້ຈິງ. ເພາະວ່າພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ, ບໍ່ວ່າພວກເຂົາຈະໄດ້ຍິນຂ່າວລືຫຍັງກໍຕາມ, ພວກເຂົາກໍຈະລະວັງລີ້ນຂອງພວກເຂົາ, ບໍ່ກາຍເປັນຜູ້ເຜີຍແຜ່ຂ່າວລື, ບໍ່ຕົກລົງໃນກົນອຸບາຍຂອງຊາຕານ ແລະ ບໍ່ຕົກເປັນເຫຍື່ອແຜນການຂອງຊາຕານ. ນີ້ບໍ່ແມ່ນສິ່ງທີ່ຄົນສ່ວນໃຫຍ່ສາມາດເຮັດໄດ້ຢ່າງງ່າຍດາຍບໍ? (ແມ່ນແລ້ວ). ເຈົ້າມີຄວາມຄິດ ແລະ ເຫດຜົນທີ່ປົກກະຕິ, ສະນັ້ນ ເມື່ອເຈົ້າໄດ້ຍິນຂ່າວລື, ຫຼັງຈາກນັ້ນ ບໍ່ວ່າເຈົ້າຈະເຜີຍແຜ່ພວກມັນ ຫຼື ບໍ່ ແມ່ນຂຶ້ນກັບເຈົ້າໂດຍສິ້ນເຊີງ. ມີໃຜຄວບຄຸມເຈົ້າຢູ່ບໍ? (ບໍ່ມີ). ສະນັ້ນ, ຫຼັງຈາກທີ່ໄດ້ຍິນຂ່າວລືເຫຼົ່ານີ້, ຜູ້ຄົນບໍ່ຄວນເຂົ້າໃຈຢ່າງແຈ່ມແຈ້ງບໍວ່າ ພວກເຂົາຄວນຈັດການກັບພວກມັນແນວໃດ ແລະ ພວກເຂົາຄວນຮັບມື ແລະ ປະຕິບັດແນວໃດ ເພື່ອໃຫ້ສອດຄ່ອງກັບຫຼັກການ ແລະ ຄວາມເປັນມະນຸດ ແລະ ເຫດຜົນ? ທຸກຄົນຄວນມີດຸນພິນິດເລັກນ້ອຍນີ້ ແລະ ຄວນເຂົ້າໃຈວິທີການ ແລະ ເສັ້ນທາງແຫ່ງການປະຕິບັດນີ້ ໂດຍບໍ່ຈຳເປັນຕ້ອງໃຫ້ຄົນອື່ນສອນພວກເຂົາ. ແມ່ນແຕ່ເດັກນ້ອຍກໍຮູ້ວ່າບໍ່ຄວນເຜີຍແຜ່ຂ່າວນິນທາ ແລະ ມັນເປັນການບໍ່ໃຫ້ກຽດ, ຂາດສິນທຳ ແລະ ສ້າງຄວາມແຕກແຍກ ແລະ ຄົນໃດຄົນໜຶ່ງບໍ່ຄວນເປັນຄົນປະເພດນີ້; ສິ່ງເຫຼົ່ານີ້ຄືຄວາມຄິດ ແລະ ພຶດຕິກຳທີ່ຄົນມີເຫດຜົນປົກກະຕິຄວນມີ. ເຖິງຢ່າງໃດກໍຕາມ, ມີຄົນປະເພດໜຶ່ງທີ່ຂາດເຫດຜົນດັ່ງກ່າວ ແລະ ຍິ່ງໄປກວ່ານັ້ນ, ກໍຂາດຄວາມເປັນມະນຸດດັ່ງກ່າວ. ສິ່ງນີ້ເຮັດໃຫ້ພວກເຂົາຢາກເຜີຍແຜ່ຂ່າວລື ແລະ ການໂຄສະນາຊວນເຊື່ອລົບໆ ໃຫ້ຄົນໃກ້ຊິດພວກເຂົາໄວເທົ່າທີ່ເປັນໄປໄດ້ ຫຼັງຈາກທີ່ໄດ້ຍິນສິ່ງເຫຼົ່ານີ້, ເພື່ອໃຫ້ທຸກຄົນສາມາດວິເຄາະ, ຕັດສິນ ແລະ ປັບແຕ່ງພວກມັນນຳກັນ ແລະ ຈາກນັ້ນກໍເຜີຍແຜ່ຂ່າວລືເຫຼົ່ານີ້ໄປສູ່ກຸ່ມຄົນທີ່ກວ້າງຂວາງຂຶ້ນ. ພວກເຂົາຄິດວ່າ, “ແບບນີ້ບໍ່ດີບໍ? ແບບນີ້ບໍ່ຄຶກຄື້ນບໍ? ຖ້າຊີວິດຄຣິສຕະຈັກເຕັມໄປດ້ວຍເນື້ອຫານີ້, ມັນຈະອຸດົມສົມບູນສໍ່າໃດ! ຜູ້ຄົນຈະໄດ້ຮັບຄວາມຮູ້ຫຼາຍສໍ່າໃດ!” ແມ່ນຫຍັງຄືຄວາມຄິດ ແລະ ມຸມມອງເຫຼົ່ານີ້? ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຄິດ ແລະ ມຸມມອງຂອງຄົນບໍ່ດີບໍ? ນີ້ແມ່ນເຫດຜົນປະເພດໃດ? ພວກເຂົາບໍ່ແມ່ນຄົນທີ່ຢາກໃຫ້ເກີດຄວາມວຸ່ນວາຍບໍ? ມັນບໍ່ແມ່ນວ່າ ພວກເຂົາທົນເຫັນຄົນອື່ນໄດ້ດີບໍ່ໄດ້ບໍ? ໃນຫົວໃຈຂອງພວກເຂົາ, ພວກເຂົາເຖິງກັບເຍາະເຍີ້ຍອ້າຍເອື້ອຍນ້ອງວ່າ: “ພວກເຈົ້າຄົນໂງ່ເອີຍ, ຂ່າວລືກຳລັງແຜ່ລາມໄປທົ່ວທຸກບ່ອນນອກຄຣິສຕະຈັກ; ການປະເມີນໃນທາງລົບ, ການໂຈມຕີ ແລະ ການໃສ່ຮ້າຍປ້າຍສີຕໍ່ເຮືອນຂອງພຣະເຈົ້າ, ໂດຍສະເພາະຕໍ່ພຣະຄຣິສ ແລະ ພາລະກິດຂອງພຣະເຈົ້າ, ມີຢູ່ທົ່ວທຸກບ່ອນ. ໃນຄຣິສຕະຈັກຂອງໂລກສາສະໜາ, ເອກະສານໂຄສະນາຊວນເຊື່ອໃນທາງລົບທຸກປະເພດກໍຖືກຫ້ອຍໄວ້. ທັນທີທີ່ຄົນຢູ່ບ່ອນນັ້ນໄດ້ຍິນ ‘ຟ້າແມບເຫຼື້ອມທາງທິດຕາເວັນອອກ’, ພວກເຂົາກໍເລີ່ມໂຍນຄຳປະນາມ ແລະ ແຍກຕົນເອງອອກຫ່າງ. ທຸກຄົນກຳລັງຕຳໜິ ແລະ ປະນາມພວກເຈົ້າ, ແຕ່ພວກເຈົ້າຄົນໂງ່ກໍຍັງຢູ່ບ່ອນນີ້ ເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຄວາມຈິງ!” ການເຫັນຄົນເຫຼົ່ານີ້ຕິດຕາມພຣະເຈົ້າດ້ວຍຄວາມເຊື່ອທີ່ໜັກແໜ້ນເຊັ່ນນີ້ ເຮັດໃຫ້ພວກເຂົາບໍ່ສະບາຍໃຈ ແລະ ຍັງລັງກຽດຫຼາຍ. ໂດຍສະເພາະ, ເມື່ອພວກເຂົາເຫັນວ່າການໂອ້ລົມກ່ຽວກັບຄວາມຈິງຂອງຄົນໃດຄົນໜຶ່ງສະແດງໃຫ້ເຫັນເຖິງຄວາມເຂົ້າໃຈທີ່ແທ້ຈິງ ແລະ ການປ່ຽນແປງໃນອຸປະນິໄສ ແລະ ທຸກຄົນຊື່ນຊົມພວກເຂົາ, ພວກເຂົາກໍກຽດຊັງຄົນນັ້ນ. ຖ້າພວກເຂົາເຫັນຄົນໃດຄົນໜຶ່ງຍຶດໝັ້ນຫຼັກການ, ໄດ້ຮັບຜົນ ແລະ ສະແດງຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຈະໃຈຮ້າຍ ແລະ ເວົ້າຂຶ້ນວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ຟັງຂ່າວລື ຫຼື ການໂຄສະນາຊວນເຊື່ອຈາກພາຍນອກຄຣິສຕະຈັກ? ເປັນຫຍັງເຈົ້າຈຶ່ງໂງ່ ແລະ ຈິງໃຈແທ້? ເບິ່ງແມວ່າຂ້ອຍສະຫຼາດສໍ່າໃດ, ຂ້ອຍຢຽບເຮືອສອງແຄມ. ຂ້ອຍເຂົ້າຮ່ວມຊີວິດຄຣິສຕະຈັກໃນເຮືອນຂອງພຣະເຈົ້າ ແລະ ຂ້ອຍບໍ່ໄດ້ເວົ້າວ່າຂ້ອຍບໍ່ເຊື່ອໃນພຣະເຈົ້າ ແລະ ຖ້າຂ້ອຍບໍ່ໄດ້ຮັບອະນຸຍາດໃຫ້ເຮັດໜ້າທີ່, ຂ້ອຍກໍຈະບໍ່ຍິນຍອມ, ແຕ່ຂ້ອຍກໍຍັງສອດແນມຂ່າວສານຈາກພາຍນອກຄຣິສຕະຈັກ. ຂ້ອຍສືບຕໍ່ໃສ່ໃຈການໂຄສະນາຊວນເຊື່ອ ແລະ ຄຳຄິດເຫັນລົບໆ ຈາກໂລກສາສະໜາ, ໂລກທີ່ບໍ່ເຊື່ອ ແລະ ອິນເຕີເນັດ.” ພວກເຂົາມີມຸມມອງທີ່ບໍ່ເໝາະສົມຢູ່ສະເໝີ. ການເຫັນອ້າຍເອື້ອຍນ້ອງສະແຫວງຫາຄວາມຈິງ ແລະ ເຮັດໜ້າທີ່ຂອງພວກເຂົາ ເຮັດໃຫ້ພວກເຂົາຮູ້ສຶກບໍ່ພໍໃຈຢູ່ພາຍໃນ. ພວກເຂົາຢາກນໍາພາຢ່າງຜິດໆ ແລະ ລໍ້ລວງຄົນເຫຼົ່ານັ້ນໜຶ່ງ ຫຼື ສອງຄົນຢູ່ສະເໝີ ແລະ ເຖິງກັບຢາກລົບກວນ ແລະ ສ້າງອິດທິພົນຕໍ່ບາງຄົນຢູ່ຕະຫຼອດເວລາ. ພວກເຂົາຍັງປາຖະໜາຢູ່ຕະຫຼອດເວລາທີ່ຈະ “ປຸກ” ບາງຄົນໃຫ້ຕື່ນໂດຍການເຜີຍແຜ່ຂ່າວລື, ເພື່ອໃຫ້ພວກເຂົາເຊື່ອໃນຂ່າວລື ແລະ ຖືກນໍາພາຢ່າງຜິດໆ. ບອກເຮົາເບິ່ງວ່າ ນີ້ແມ່ນຄົນແບບໃດກັນແທ້? ມັນເໝາະສົມບໍທີ່ຈະຖືວ່າ ຄົນດັ່ງກ່າວເປັນສ່ວນໜຶ່ງໃນເຮືອນຂອງພຣະເຈົ້າ ແລະ ເປັນອ້າຍເອື້ອຍນ້ອງ? (ບໍ່ເໝາະສົມ). ແລ້ວແມ່ນຫຍັງຄືວິທີທີ່ເໝາະສົມທີ່ສຸດໃນການພິຈາລະນາພວກເຂົາ? ມັນເໝາະສົມທີ່ສຸດທີ່ຈະຖືວ່າພວກເຂົາເປັນຜູ້ບໍ່ເຊື່ອ, ເປັນຄົນຮັບໃຊ້ຊາຕານ. ນີ້ບໍ່ແມ່ນການປະນາມທີ່ບໍ່ມີຫຼັກຖານ ຫຼື ການເຮັດຜິດຕໍ່ພວກເຂົາ; ມັນຄືຂໍ້ແທ້ຈິງ.
ແມ່ນຫຍັງຄືສິ່ງທີ່ໜ້າລັງກຽດກ່ຽວກັບຄົນເຫຼົ່ານີ້ທີ່ເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ? ໂດຍບໍ່ຄຳນຶງວ່າພວກເຂົາໄດ້ຍິນການໂຄສະນາຊວນເຊື່ອລົບໆ ຈາກຊ່ອງທາງໃດ, ແມ່ນແຕ່ເມື່ອພວກເຂົາຮູ້ຢ່າງແຈ່ມແຈ້ງວ່າມັນເປັນຂ່າວລື ແລະ ຄຳເວົ້າມານຮ້າຍທີ່ບໍ່ມີພື້ນຖານຄວາມຈິງໃດໆ, ພວກເຂົາກໍຍັງເຜີຍແຜ່ໃຫ້ຄົນອື່ນຢ່າງກະຕືລືລົ້ນໂດຍບໍ່ຮູ້ອິດເມື່ອຍ. ທຳມະຊາດຂອງສິ່ງນີ້ແມ່ນຫຍັງ? ຄົນທີ່ມີຫົວໃຈທີ່ຢຳເກງພຣະເຈົ້າຈະຮູ້ສຶກລັງກຽດ ເມື່ອພວກເຂົາໄດ້ຍິນຂ່າວລື. ໂດຍສະເພາະເມື່ອເວົ້າເຖິງຄຳເວົ້າທີ່ໂຈມຕີ ແລະ ໝິ່ນປະໝາດພຣະເຈົ້າ, ພວກເຂົາຈະບໍ່ກ່າວເຖິງມັນເລີຍ ເພື່ອຫຼີກລ່ຽງການເຮັດໃຫ້ປາກຂອງພວກເຂົາເປັນມົນທິນ, ເຊິ່ງພິສູດວ່າພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ. ພວກເຂົາເວົ້າວ່າ “ການທີ່ຄົນອື່ນຕັດສິນ ແລະ ໃສ່ຮ້າຍປ້າຍສີພຣະເຈົ້າ ແລະ ໂຈມຕີ ແລະ ເຮັດໃຫ້ຄຣິສຕະຈັກໃຫ້ເສື່ອມເສຍຊື່ສຽງ, ນັ້ນກໍເປັນເລື່ອງຂອງພວກເຂົາ. ຂ້ອຍບໍ່ຄວນມີສ່ວນຮ່ວມໃນຄວາມຜິດບາບຂອງພວກເຂົາ. ການທີ່ພວກເຂົາໃສ່ຮ້າຍປ້າຍສີພຣະເຈົ້າຄືການກະບົດທີ່ຮ້າຍແຮງ ແລະ ຄວາມຜິດບາບທີ່ໂຫດຮ້າຍຢູ່ແລ້ວ, ຂ້ອຍບໍ່ສາມາດກ່າວຄຳເວົ້າເຫຼົ່ານີ້ດ້ວຍປາກຂອງຂ້ອຍເອງ. ຂ້ອຍຕ້ອງບໍ່ເວົ້າສິ່ງດຽວກັນກັບພວກເຂົາ. ຂ້ອຍຈະບໍ່ເຮັດສິ່ງນີ້ຢ່າງເດັດຂາດ!” ເຖິງຢ່າງໃດກໍຕາມ, ຜູ້ທີ່ເປັນຄົນຮັບໃຊ້ຊາຕານສາມາດເລົ່າຄືນການໂຄສະນາຊວນເຊື່ອລົບໆ ແລະ ຂ່າວລືທີ່ພວກເຂົາໄດ້ຍິນຄຳຕໍ່ຄຳ ແລະ ພວກເຂົາເຮັດເຊັ່ນນັ້ນຊ້ຳແລ້ວຊ້ຳເລົ່າ ແລະ ໂດຍບໍ່ມີຄວາມລັງເລໃຈເລີຍ, ເຖິງກັບເຜີຍແຜ່ພວກມັນໄປທົ່ວທຸກບ່ອນ. ຄົນເຫຼົ່ານີ້ມີຫົວໃຈທີ່ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍດຽວບໍ? ພວກເຂົາຢ້ານກົວພຣະເຈົ້າບໍ? ບໍ່, ພວກເຂົາບໍ່ຢ້ານ. ໃນທາງຜິວເຜີນ, ພວກເຂົາຍັງເຊື່ອໃນການມີຢູ່ຈິງຂອງພຣະເຈົ້າເຊັ່ນກັນ, ແຕ່ການເຊື່ອບໍ່ເທົ່າກັບການຍອມຮັບວ່າ ພຣະເຈົ້າຄືພຣະຜູ້ສ້າງທີ່ມີອຳນາດສູງສຸດເໜືອທຸກສິ່ງ. ຊາຕານກໍເຊື່ອເຊັ່ນກັນວ່າມີພຣະເຈົ້າໃນໂລກ ແລະ ໃນຈັກກະວານ ແລະ ທ່າມກາງທຸກສິ່ງ, ແຕ່ມັນປະຕິບັດຕໍ່ພຣະເຈົ້າແນວໃດ ເມື່ອພຣະອົງກ່າວກັບມັນ? ມັນສົນທະນາກັບພຣະເຈົ້າແນວໃດ? ມັນມີຫົວໃຈທີ່ຢຳເກງພຣະເຈົ້າບໍ? ມັນປະຕິບັດຕໍ່ພຣະເຈົ້າຄືກັບເປັນພຣະເຈົ້າບໍ? ບໍ່. ມັນໃຊ້ວິທີໃດເພື່ອສົນທະນາກັບພຣະເຈົ້າ? ມັນລອງໃຈ, ຫຼອກລວງ ແລະ ເຍາະເຍີ້ຍພຣະອົງ, ຄືກັບເວົ້າຢອກ. ພຣະເຈົ້າກ່າວກັບຊາຕານວ່າ “ເຈົ້າມາຈາກບ່ອນໃດ?” ຊາຕານຕອບວ່າແນວໃດ? (“ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ.” (ໂຢບ 1:7)). ຄຳເວົ້າເຫຼົ່ານີ້ແມ່ນຄຳເວົ້າຂອງມະນຸດບໍ? (ບໍ່ແມ່ນ). ແລ້ວຄຳເວົ້າເຫຼົ່ານີ້ໝາຍຄວາມວ່າແນວໃດ? ເປັນຫຍັງຊາຕານຈຶ່ງເວົ້າແບບນີ້? ທັດສະນະຄະຕິແບບໃດທີ່ກໍ່ໃຫ້ເກີດຄຳເວົ້າເຊັ່ນນີ້? ມັນບໍ່ແມ່ນໜຶ່ງໃນການເຍາະເຍີ້ຍບໍ? (ແມ່ນແລ້ວ). ການເຍາະເຍີ້ຍໝາຍຄວາມວ່າແນວໃດ? ມັນຄືການລໍ້ຫຼິ້ນກັບຄົນໃດຄົນໜຶ່ງ, ແມ່ນບໍ່? “ຂ້ອຍຈະບໍ່ບອກເຈົ້າວ່າຂ້ອຍມາຈາກໃສ. ເຈົ້າຈະເຮັດຫຍັງຂ້ອຍໄດ້?” ຄຳເວົ້າຖືກກ່າວຕໍ່ເຈົ້າ, ແຕ່ມັນບໍ່ໄດ້ມີຈຸດປະສົງເພື່ອໃຫ້ເຈົ້າຮູ້ວ່າເກີດຫຍັງຂຶ້ນແທ້, ຜູ້ເວົ້າປະຕິເສດທີ່ຈະບອກເຈົ້າ ແລະ ພຽງແຕ່ລໍ້ຫຼິ້ນກັບເຈົ້າແທນ. ນີ້ຄືການເຍາະເຍີ້ຍ. ທັດສະນະຄະຕິນີ້ສະແດງໃຫ້ເຫັນເຖິງການສຳນຶກໃນການປະຕິບັດຕໍ່ພຣະເຈົ້າຄືກັບເປັນພຣະເຈົ້າບໍ? ມີການສຳນຶກຫຍັງໃນການເຄົາລົບ ຫຼື ຢຳເກງພຣະເຈົ້າໃນນັ້ນບໍ? ບໍ່ມີເລີຍ, ນີ້ຄືໃບໜ້າຂອງຊາຕານ. ຜູ້ທີ່ເຜີຍແຜ່ຂ່າວລືສາມາດແຈກຢາຍພວກມັນໃນທ່າມກາງອ້າຍເອື້ອຍນ້ອງໄດ້ຢ່າງຊະຊາຍ. ພວກເຂົາຮູ້ດີວ່າຂ່າວລືເຫຼົ່ານີ້ບໍ່ແມ່ນຄວາມຈິງ, ແຕ່ພວກເຂົາກໍພະຍາຍາມສຸດຄວາມສາມາດເພື່ອເຜີຍແຜ່ມັນ, ຊອກຫາທຸກໂອກາດ ແລະ ທຸກສະຖານະການເພື່ອເຮັດເຊັ່ນນັ້ນ. ນີ້ບໍ່ແມ່ນພຶດຕິກຳ ແລະ ວິທີການຂອງຊາຕານບໍ? ນີ້ຄືວິທີທີ່ຊາຕານກະທຳ. ມັນຍອມຮັບການມີຢູ່ຈິງຂອງພຣະເຈົ້າ ແລະ ຮູ້ວ່າພຣະເຈົ້າຊົງອຳນາດສູງສຸດເໜືອທຸກສິ່ງ, ແຕ່ມັນບໍ່ມີຄວາມຢຳເກງພຣະອົງແມ່ນແຕ່ໜ້ອຍດຽວ. ນີ້ຄືໃບໜ້າຂອງຊາຕານ, ມັນຄືທຳມະຊາດ-ແກ່ນແທ້ຂອງຊາຕານ. ອ້າຍເອື້ອຍນ້ອງບາງຄົນອາດຈະເວົ້າວ່າ, “ເຖິງແມ່ນວ່າຄົນຜູ້ນີ້ບໍ່ສະແຫວງຫາຄວາມຈິງ, ຄວາມເຊື່ອຂອງລາວໃນພຣະເຈົ້າກໍຈິງໃຈ. ເມື່ອລາວໄດ້ຍິນວ່າຄຣິສຕະຈັກຈະແຍກລາວອອກ ຫຼື ກຳຈັດລາວອອກ, ລາວກໍກັງວົນຫຼາຍຈົນຮ້ອງໄຫ້ ແລະ ເປັນກັງວົນຫຼາຍ; ລາວເຖິງກັບມີຮອຍບາດໃນປາກ! ລາວບໍ່ເຕັມໃຈທີ່ຈະອອກຈາກເຮືອນຂອງພຣະເຈົ້າ; ລາວເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ. ສະນັ້ນ, ບໍ່ວ່າລາວຈະເຮັດຫຍັງກໍຕາມ, ພວກເຮົາຄວນປະຕິບັດຕໍ່ລາວຄືກັບອ້າຍນ້ອງ ແລະ ໃຫ້ຄວາມຮັກ ແລະ ອົດທົນ ແລະ ແມ່ນແຕ່ເມື່ອລາວເຜີຍແຜ່ຂ່າວລື, ພວກເຮົາກໍຄວນປະຕິບັດຕໍ່ລາວດ້ວຍຄວາມຮັກເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນລາວ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? ພວກມັນແມ່ນຄວາມຈິງບໍ? (ບໍ່ແມ່ນ). ພຣະເຈົ້າໄດ້ກ່າວພຣະທຳຫຼາຍຢ່າງ, ແຕ່ຄົນເຫຼົ່ານີ້ກໍຍັງບໍ່ເຊື່ອພວກມັນ. ແຕ່ເຖິງຢ່າງໃດກໍຕາມ, ບໍ່ວ່າມານຮ້າຍ ແລະ ຊາຕານຈະເວົ້າຂ່າວລືຫຼາຍສໍ່າໃດກໍຕາມ, ຄົນເຫຼົ່ານີ້ກໍເຊື່ອທັງໝົດ ແລະ ເຖິງກັບເຜີຍແຜ່ຂ່າວລືເຫຼົ່ານີ້ຢ່າງບໍ່ລະອາຍເພື່ອໂຈມຕີ ແລະ ໃສ່ຮ້າຍປ້າຍສີພຣະເຈົ້າ. ພຽງແຕ່ອີງໃສ່ສິ່ງນີ້, ພວກເຂົາກໍບໍ່ສົມຄວນຖືກເອີ້ນວ່າອ້າຍເອື້ອຍນ້ອງ. ສິ່ງນີ້ຖືກຕ້ອງບໍ? (ແມ່ນແລ້ວ). ເພາະວ່າພວກເຂົາສາມາດເຜີຍແຜ່ຂ່າວລືຢ່າງບໍ່ລະອາຍ, ໃສ່ຮ້າຍປ້າຍສີພຣະເຈົ້າ, ໂຈມຕີພຣະເຈົ້າ ແລະ ໃສ່ຮ້າຍປ້າຍສີເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກ, ພວກເຮົາຈຶ່ງມີເຫດຜົນພຽງພໍທີ່ຈະຖືວ່າພວກເຂົາເປັນຄົນຮັບໃຊ້ຊາຕານ, ເປັນເໝືອນຊາຕານ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ເປັນສັດຕູຂອງຜູ້ທີ່ຖືກເລືອກທຸກຄົນຂອງພຣະເຈົ້າ. ສະນັ້ນ, ພວກເຮົາຄວນປະຕິບັດຕໍ່ສັດຕູຂອງພວກເຮົາແນວໃດ? (ປະຕິເສດພວກເຂົາ). ຖືກຕ້ອງແລ້ວ, ພວກເຮົາຄວນປະຕິເສດພວກເຂົາ.
ມີບາງຄົນບໍ່ຮັກຄວາມຈິງ. ຫຼັງຈາກທີ່ໄດ້ຍິນຂ່າວລື, ເຖິງແມ່ນວ່າພວກເຂົາຈະບໍ່ເຜີຍແຜ່ພວກມັນໃນຄຣິສຕະຈັກຢ່າງເປີດເຜີຍ, ພວກເຂົາກໍເຜີຍແຜ່ພວກມັນຢູ່ເບື້ອງຫຼັງໃຫ້ຄົນໃກ້ຊິດຂອງພວກເຂົາ. ຄົນທີ່ບໍ່ມີການແຍກແຍະບາງຄົນກໍກາຍເປັນຄົນຄິດລົບ ແລະ ອ່ອນແອ ເມື່ອໄດ້ຍິນຂ່າວລືເຫຼົ່ານີ້; ບາງຄົນກໍເຊົາເຂົ້າຮ່ວມການເຕົ້າໂຮມ ແລະ ບາງຄົນກໍຖອນຕົວອອກຈາກຄຣິສຕະຈັກ, ແຕ່ຜູ້ເຜີຍແຜ່ຂ່າວລືກໍຍັງບໍ່ຍອມຮັບວ່າ ມັນເປັນຍ້ອນການເຜີຍແຜ່ຂ່າວລືຂອງພວກເຂົາທີ່ກໍ່ໃຫ້ເກີດສິ່ງນີ້. ເຖິງວ່າຈະມີການຕັກເຕືອນ ແລະ ການໂອ້ລົມຊ້ຳແລ້ວຊ້ຳເລົ່າ, ພວກເຂົາກໍຍັງຄົງເຮັດແບບນີ້ຕໍ່ໄປ ເມື່ອພົບພໍ້ກັບເລື່ອງດັ່ງກ່າວ, ພຽງແຕ່ລະເວັ້ນຈາກການເຜີຍແຜ່ຂ່າວລືຢ່າງເປີດເຜີຍ ແລະ ອອກໜ້າອອກຕາ ໃນລະຫວ່າງການເຕົ້າໂຮມ ຫຼື ໃນທີ່ສາທາລະນະ ຍ້ອນຢ້ານວ່າຈະເປີດໂປງຕົນເອງ, ຖືກປະຕິເສດໂດຍອ້າຍເອື້ອຍນ້ອງ ຫຼື ຖືກກຳຈັດອອກໂດຍຄຣິສຕະຈັກ, ເລືອກເຜີຍແຜ່ຂ່າວລືບາງຢ່າງຢ່າງລັບໆ ແທນ ໂດຍການສົ່ງຂໍ້ຄວາມໃຫ້ຄົນອື່ນ ຫຼື ຜ່ານການຕິດຕໍ່ກັບຜູ້ຄົນ. ແລ້ວຄົນປະເພດນີ້ບໍ່ແມ່ນຄົນຊົ່ວຮ້າຍບໍ? ທີ່ຈິງແລ້ວ, ພວກເຂົາຍິ່ງເຈົ້າເລ່ກວ່ານັ້ນອີກ. ບໍ່ວ່າພວກເຂົາຈະກະທຳຢ່າງລັບໆ ສໍ່າໃດ, ແຮງຈູງໃຈ ແລະ ທຳມະຊາດການກະທຳຂອງພວກເຂົາກໍຄືກັນກັບຂອງຄົນຮັບໃຊ້ຊາຕານ. ຈຸດປະສົງຂອງພວກເຂົາໃນການເຜີຍແຜ່ຂ່າວລືກໍຄື ເພື່ອລົບກວນການປະຕິບັດໜ້າທີ່ຂອງຜູ້ຄົນ, ເພື່ອເຮັດໃຫ້ຄົນຄິດລົບ ແລະ ອ່ອນແອ, ເພື່ອເຮັດໃຫ້ຄົນປະຕິເສດພຣະເຈົ້າ, ແຍກຕົນເອງອອກຫ່າງຈາກພຣະເຈົ້າ ແລະ ປະຖິ້ມໜ້າທີ່ຂອງພວກເຂົາ. ເຄີຍມີໃຜເວົ້າບໍວ່າ, “ຈຸດປະສົງຂອງຂ້ອຍໃນການເຜີຍແຜ່ຂ່າວລືບໍ່ແມ່ນເພື່ອລົບກວນການປະຕິບັດໜ້າທີ່ຂອງຜູ້ຄົນ ຫຼື ເພື່ອທຳລາຍຄວາມຄິດລິເລີ່ມຂອງພວກເຂົາ, ແຕ່ເພື່ອຊ່ວຍໃຫ້ພວກເຂົາພັດທະນາການແຍກແຍະ ແລະ ເພີ່ມພູມຄຸ້ມກັນຂອງພວກເຂົາ, ເພື່ອວ່າເມື່ອພວກເຂົາໄດ້ຍິນຂ່າວລື, ພວກເຂົາຈະມີພູມຄຸ້ມກັນຕໍ່ຂ່າວລືເຫຼົ່ານັ້ນ, ຈະບໍ່ເຊື່ອພວກມັນ, ສາມາດສະແຫວງຫາຄວາມຈິງຢ່າງເໝາະສົມ ແລະ ສາມາດເຮັດໜ້າທີ່ຂອງພວກເຂົາຢ່າງສະຫງົບ”? ເຄີຍມີໃຜເຄີຍເຜີຍແຜ່ຂ່າວລືດ້ວຍເຈດຕະນານີ້ບໍ? (ບໍ່ເຄີຍ). ຄຳອ້າງນີ້ໃຊ້ໄດ້ບໍ? ທີ່ຈິງແລ້ວ, ມັນໃຊ້ບໍ່ໄດ້. ຕາບໃດທີ່ພວກເຂົາສາມາດເຜີຍແຜ່ຂ່າວລື, ໂດຍສະເພາະຂ່າວລືທີ່ໂຈມຕີ, ໃສ່ຮ້າຍປ້າຍສີ ແລະ ໝິ່ນປະໝາດພຣະເຈົ້າ, ໂດຍເວົ້າອອກມາທົ່ວທີບທຸກຄັ້ງທີ່ພວກເຂົາອ້າປາກ ແລະ ເຜີຍແຜ່ໄປທົ່ວທຸກບ່ອນຢ່າງບໍ່ລະອາຍ, ໂດຍບໍ່ຄຳນຶງວ່າພວກເຂົາເຜີຍແຜ່ຂ່າວລືຫຼາຍສໍ່າໃດ, ບໍ່ວ່າຂ່າວລືຈະຖືກເຜີຍແຜ່ຢ່າງເປີດເຜີຍ ຫຼື ຢູ່ເບື້ອງຫຼັງ ແລະ ໂດຍບໍ່ຄຳນຶງເຖິງຜົນກະທົບຕໍ່ຜູ້ຄົນ, ສະຫຼຸບສັ້ນໆ, ຈຸດປະສົງຂອງພວກເຂົາໃນການເຜີຍແຜ່ຂ່າວລືບໍ່ແມ່ນເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງ ແລະ ພັດທະນາການແຍກແຍະ, ແຕ່ເພື່ອລົບກວນ ແລະ ນໍາພາຢ່າງຜິດໆ ແລະ ເຮັດໃຫ້ພວກເຂົາສົງໄສ ແລະ ແຍກຕົວອອກຫ່າງຈາກພຣະເຈົ້າ, ສິ່ງທີ່ພວກເຂົາກຳລັງເຮັດຄືການລົບກວນ ແລະ ມ້າງທຳລາຍວຽກງານຂອງຄຣິສຕະຈັກ. ຈາກທັດສະນະນີ້, ໂດຍບໍ່ຄຳນຶງເຖິງເຫດຜົນ ຫຼື ບໍລິບົດທີ່ຂ່າວລືຖືກເຜີຍແຜ່, ແກ່ນແທ້ຂອງຄົນທີ່ເຜີຍແຜ່ຂ່າວລືກໍເປັນຄົນຮັບໃຊ້ຊາຕານໂດຍບໍ່ຕ້ອງສົງໄສ. ໃຜກໍຕາມທີ່ເວົ້າຂ່າວລືທີ່ໃສ່ຮ້າຍປ້າຍສີ, ໂຈມຕີ ແລະ ໝິ່ນປະໝາດພຣະເຈົ້າ ກໍຄືຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ເປັນສັດຕູຂອງພຣະເຈົ້າ. ສິ່ງນີ້ຖືກຕ້ອງບໍ? (ແມ່ນແລ້ວ). ເຖິງແມ່ນວ່າເຈົ້າບໍ່ແມ່ນຜູ້ລິເລີ່ມຂ່າວລື, ແຕ່ຄວາມຈິງທີ່ວ່າເຈົ້າສາມາດເຜີຍແຜ່ມັນໄດ້ກໍພິສູດວ່າ ເຈົ້າເຊື່ອວ່າຂ່າວລືນັ້ນເປັນຄວາມຈິງ ຫຼື ຢູ່ພາຍໃນ ເຈົ້າເຕັມໃຈທີ່ຈະເຊື່ອພວກມັນຫຼາຍ. “ຖ້າຫາກວ່າຂ່າວລືເປັນຄວາມຈິງ, ແລ້ວຂ້ອຍກໍບໍ່ຈຳເປັນຕ້ອງເຊື່ອໃນພຣະເຈົ້າ, ພຣະເຈົ້າກໍຈະບໍ່ແມ່ນພຣະເຈົ້າ ແລະ ຄວາມຈິງຂອງການບັງເກີດເປັນເນື້ອໜັງຂອງພຣະເຈົ້າກໍຈະບໍ່ມີຢູ່. ລາວກໍຈະເປັນພຽງມະນຸດຄົນໜຶ່ງ ແລະ ຂ້ອຍກໍຈະສາມາດສ້າງຂ່າວລືກ່ຽວກັບລາວ, ໝິ່ນປະໝາດລາວ ແລະ ໂຈມຕີ ແລະ ໃສ່ຮ້າຍປ້າຍສີລາວໄດ້ຢ່າງອິດສະຫຼະ.” ນັ້ນບໍ່ແມ່ນເປົ້າໝາຍບໍ? ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ຍັງຢາກເວົ້າ ແລະ ກະທຳຕາມອຳເພີໃຈຢູ່ສະເໝີ, ນີ້ບໍ່ແມ່ນການຢາກເປັນປໍລະປັກຕໍ່ພຣະເຈົ້າບໍ? (ແມ່ນແລ້ວ). ບາງຄົນເວົ້າວ່າ, “ນີ້ແມ່ນການກະບົດຕໍ່ພຣະເຈົ້າບໍ? ນີ້ແມ່ນການບໍ່ມີຄວາມເຊື່ອໃນພຣະເຈົ້າບໍ?” ທຳມະຊາດຂອງສິ່ງນີ້ແມ່ນຮ້າຍແຮງກວ່ານັ້ນຫຼາຍ. ນີ້ຄືການຕໍ່ຕ້ານພຣະເຈົ້າ ແລະ ເປັນປໍລະປັກຕໍ່ພຣະເຈົ້າ. ມີພຽງສັດຕູຂອງພຣະເຈົ້າເທົ່ານັ້ນທີ່ຕໍ່ຕ້ານ ແລະ ເປັນປໍລະປັກຕໍ່ພຣະເຈົ້າໃນລັກສະນະນີ້. ມະນຸດຊາດທີ່ເສື່ອມຊາມ, ຍ້ອນມີອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ຂາດຄວາມເຂົ້າໃຈໃນຄວາມຈິງ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າ, ຈຶ່ງສາມາດກະບົດຕໍ່ພຣະເຈົ້າໄດ້. ແຕ່ຢ່າງໃດກໍຕາມ, ຊາຕານເຮັດຫຼາຍກວ່າການກະບົດຕໍ່ພຣະເຈົ້າ; ມັນທໍລະຍົດຕໍ່ພຣະເຈົ້າ, ຕໍ່ຕ້ານພຣະເຈົ້າ ແລະ ເປັນປໍລະປັກຕໍ່ພຣະເຈົ້າ. ສິ່ງນີ້ເຮັດໃຫ້ມັນເປັນສັດຕູຂອງພຣະເຈົ້າ. ຄວາມສຳພັນລະຫວ່າງສັດຕູຂອງພຣະເຈົ້າ ແລະ ພຣະເຈົ້າແມ່ນສາຍສຳພັນແບບການເປັນປໍລະປັກ. ການເປັນປໍລະປັກໝາຍຄວາມວ່າແນວໃດ? ມັນໝາຍເຖິງການບໍ່ສາມາດປະນີປະນອມກັນໄດ້. ໂດຍບໍ່ຄຳນຶງເຖິງສະຖານະການ ຫຼື ສະພາບແວດລ້ອມ, ການເປັນປໍລະປັກຂອງຊາຕານຕໍ່ພຣະເຈົ້າບໍ່ປ່ຽນແປງໄປຕາມເວລາ ຫຼື ພູມສາດ. ແກ່ນແທ້ຂອງຊາຕານຄືການເປັນປໍລະປັກຕໍ່ພຣະເຈົ້າ ແລະ ສິ່ງນີ້ບໍ່ປ່ຽນແປງ; ຊາຕານກໍຄືສັດຕູຂອງພຣະເຈົ້າ. ການທີ່ຊາຕານຕໍ່ຕ້ານພຣະເຈົ້າ ແລະ ການທີ່ມັນບໍ່ສາມາດປະນີປະນອມກັບພຣະອົງບໍ່ໄດ້ດຳເນີນໄປພຽງມື້ດຽວ ຫຼື ພຽງສອງສາມປີ ຫຼື ທົດສະວັດເທົ່ານັ້ນ; ມັນເລີ່ມເປັນປໍລະປັກຕໍ່ພຣະເຈົ້ານັບຕັ້ງແຕ່ມັນໄດ້ທໍລະຍົດຕໍ່ພຣະອົງ. ແລ້ວການເປັນປໍລະປັກນີ້ຈະສິ້ນສຸດລົງເມື່ອໃດ? ຊາຕານຈະໄດ້ຮັບຄວາມສະເທືອນໃຈ ແລະ ການປ່ຽນແປງໂດຍພຣະເຈົ້າບໍ? ການເປັນປໍລະປັກຂອງມັນຕໍ່ພຣະເຈົ້າຈະຄ່ອຍໆ ຫຼຸດລົງຕາມການເວລາບໍ? ບໍ່. ມັນຈະສືບຕໍ່ເປັນປໍລະປັກຕໍ່ພຣະເຈົ້າ. ການເປັນປໍລະປັກນີ້ຈະຢຸດລົງເມື່ອໃດ? ເມື່ອວຽກງານຂອງພຣະເຈົ້າສິ້ນສຸດລົງ ແລະ ຊາຕານໄດ້ໃຫ້ບໍລິການຈົນສຳເລັດ ແລະ ບໍ່ມີປະໂຫຍດອີກຕໍ່ໄປ ແລະ ພຣະເຈົ້າໄດ້ທຳລາຍມັນແລ້ວ, ນັ້ນຄືເວລາທີ່ການເປັນປໍລະປັກຈະຢຸດລົງ. ແລ້ວຜູ້ທີ່ເປັນຄົນຮັບໃຊ້ຊາຕານເດ? ຕາບໃດທີ່ພວກເຂົາຍັງຢູ່ໃນຄຣິສຕະຈັກ, ພວກເຂົາກໍຈະສືບຕໍ່ເປັນປໍລະປັກຕໍ່ຄຣິສຕະຈັກ, ເຮືອນຂອງພຣະເຈົ້າ ແລະ ພຣະເຈົ້າ. ບາງຄົນເວົ້າວ່າ, “ພວກເຂົາເຊື່ອໃນພຣະເຈົ້າ, ບາງຄັ້ງກໍຖວາຍເຄື່ອງບູຊາ, ໃຫ້ທານ ແລະ ແມ້ແຕ່ຕ້ອນຮັບອ້າຍເອື້ອຍນ້ອງ. ພວກເຂົາເປັນປໍລະປັກຕໍ່ພຣະເຈົ້າໄດ້ແນວໃດ? ພວກເຂົາບໍ່ໄດ້ເປັນປໍລະປັກຕໍ່ພຣະອົງ; ພວກເຂົາເຖິງກັບເຮັດຄວາມດີບາງຢ່າງ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? ການຕ້ອນຮັບອ້າຍເອື້ອຍນ້ອງ ແລະ ການໃຫ້ເງິນເລັກນ້ອຍແກ່ອ້າຍເອື້ອຍນ້ອງທີ່ທຸກຍາກ ສາມາດລົບລ້າງການເປັນປໍລະປັກຕໍ່ພຣະເຈົ້າຂອງພວກເຂົາໄດ້ບໍ? ມັນສາມາດພິສູດໄດ້ບໍວ່າ ພວກເຂົາເຂົ້າກັນໄດ້ກັບພຣະເຈົ້າ? (ບໍ່ໄດ້). ແລ້ວການເປັນປໍລະປັກນີ້ເກີດຂຶ້ນໄດ້ແນວໃດ? (ມັນຖືກກຳນົດໂດຍທຳມະຊາດ-ແກ່ນແທ້ຂອງພວກເຂົາ). ຖືກຕ້ອງແລ້ວ, ທຳມະຊາດ-ແກ່ນແທ້ຂອງພວກເຂົາຄືການຕໍ່ຕ້ານ ແລະ ເປັນປໍລະປັກຕໍ່ພຣະເຈົ້າ. ສຳລັບຄົນປະເພດນີ້, ພວກເຈົ້າຈຳເປັນຕ້ອງແຍກແຍະພວກເຂົາ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ: ໃຫ້ເບິ່ງວ່າໃຜມັກຮວບຮວມການໂຄສະນາຊວນເຊື່ອລົບໆ ຫຼື ຂ່າວລືທີ່ໂຈມຕີ ແລະ ໃສ່ຮ້າຍປ້າຍສີເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກຈາກຊ່ອງທາງຕ່າງໆ ແລະ ໃຜສົນໃຈສິ່ງລົບໆ ເຫຼົ່ານີ້ ແລະ ເຕັມໃຈທີ່ຈະເຊື່ອຂ່າວລື ແລະ ຄຳເວົ້າມານຮ້າຍເຫຼົ່ານີ້. ສິ່ງນີ້ຈະຊ່ວຍໃຫ້ພວກເຈົ້າເຫັນໃບໜ້າທີ່ແທ້ຈິງຂອງຜູ້ບໍ່ເຊື່ອເຫຼົ່ານີ້. ໂດຍປົກກະຕິແລ້ວ ຄົນເຫຼົ່ານີ້ບໍ່ອ່ານພຣະທຳຂອງພຣະເຈົ້າ, ບໍ່ກະຕືລືລົ້ນເມື່ອຟັງອ້າຍເອື້ອຍນ້ອງໂອ້ລົມຄວາມຈິງ ແລະ ບໍ່ເຢັນບໍ່ຮ້ອນໃນການເຮັດໜ້າທີ່ຂອງພວກເຂົາ. ພວກເຂົາຮູ້ສຶກຢູ່ສະເໝີວ່າ ການເຊື່ອໃນພຣະເຈົ້າບໍ່ໜ້າສົນໃຈ. ພວກເຂົາຈົດຈໍ່ກັບຫຍັງເມື່ອເບິ່ງວິດີໂອ ແລະ ລາຍການຕ່າງໆ ຂອງເຮືອນຂອງພຣະເຈົ້າ? ເມື່ອພວກເຂົາເຫັນຄຳຄິດເຫັນໃນທາງບວກທີ່ຄົນໃນສາສະໜາຂຽນໄວ້, ພວກເຂົາກໍຮູ້ສຶກບໍ່ສະບາຍໃຈ ແລະ ຂ້າມພວກມັນໄປ. ແຕ່ເມື່ອພວກເຂົາເຫັນຄົນໃນສາສະໜາ ແລະ ຜູ້ບໍ່ມີຄວາມເຊື່ອທີ່ຢືນຢູ່ຂ້າງດຽວກັບພະຍານາກໃຫຍ່ສີແດງ, ດູຖູກຄຣິສຕະຈັກ, ດູຖູກເຮືອນຂອງພຣະເຈົ້າ ແລະ ດູຖູກອ້າຍເອື້ອຍນ້ອງດ້ວຍຄຳເວົ້າມານຮ້າຍຂອງພວກເຂົາ, ພວກເຂົາກໍຮູ້ສຶກດີໃຈ ແລະ ຕື່ນເຕັ້ນເປັນພິເສດ. ເມື່ອໃດກໍຕາມທີ່ພວກເຂົາໄດ້ຍິນການໂຄສະນາຊວນເຊື່ອລົບໆ ແລະ ຂ່າວລືເຫຼົ່ານີ້, ພວກເຂົາກໍຕື່ນເຕັ້ນຄືກັບວ່າ ພວກເຂົາຖືກສີດຢາກະຕຸ້ນຫົວໃຈ, ຍ່າງໄປມາດ້ວຍຄວາມກະຕືລືລົ້ນ ແລະ ແມ່ນແຕ່ຕື່ນຈາກນອນດ້ວຍຄວາມດີໃຈ. ນີ້ບໍ່ແມ່ນສິ່ງທີ່ຊົ່ວຮ້າຍບໍ? ຈົ່ງສັງເກດຄົນທີ່ຢູ່ອ້ອມຂ້າງພວກເຈົ້າ ເພື່ອເບິ່ງວ່າໃຜຢູ່ໃນກຸ່ມຄົນປະເພດນີ້; ໃຫ້ເບິ່ງວ່າພວກເຂົາມີອຸປະນິໄສທີ່ກຽດຊັງຄວາມຈິງ ແລະ ກຽດຊັງພຣະເຈົ້າ ຫຼື ບໍ່. ຖ້າພວກເຈົ້າພົບຄົນປະເພດນີ້ແທ້ໆ, ພວກເຈົ້າຄວນລະມັດລະວັງເປັນພິເສດ ແລະ ແຍກແຍະພວກເຂົາ; ໃຫ້ສັງເກດຄຳເວົ້າ, ການກະທຳ ແລະ ທ່າທີຂອງພວກເຂົາ. ທັນທີທີ່ພວກເຈົ້າຢືນຢັນວ່າພວກເຂົາເປັນຄົນຊົ່ວຮ້າຍ, ເປັນຄົນຮັບໃຊ້ຊາຕານ, ພວກເຈົ້າຄວນປະຕິເສດພວກເຂົາ ແລະ ບໍ່ປະຕິບັດຕໍ່ພວກເຂົາຄືກັບອ້າຍເອື້ອຍນ້ອງ. ຄົນປະເພດນີ້ຄວນຖືກກຳຈັດອອກຈາກຄຣິສຕະຈັກໃຫ້ໄວເທົ່າທີ່ຈະໄວໄດ້. ບາງຄົນເວົ້າວ່າ, “ເປັນຫຍັງພວກເຮົາຄວນກຳຈັດຄົນເຫຼົ່ານີ້ອອກ? ໃນເຮືອນຂອງພຣະເຈົ້າ, ການມີຄົນເພີ່ມຂຶ້ນໜຶ່ງຄົນກໍໝາຍເຖິງການມີກຳລັງເພີ່ມຂຶ້ນໜຶ່ງແຮງໃນການເຮັດວຽກ; ການມີຄົນເພີ່ມຂຶ້ນໜຶ່ງຄົນກໍເຮັດໃຫ້ມັນຄຶກຄື້ນຂຶ້ນໜ້ອຍໜຶ່ງເຊັ່ນກັນ. ພວກເຂົາໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ຮັກ ຫຼື ປະຕິບັດຄວາມຈິງ, ພວກເຂົາກໍເຊື່ອໃນການມີຢູ່ຈິງຂອງພຣະເຈົ້າມາຕັ້ງແຕ່ເດັກນ້ອຍ, ເຊື່ອວ່າມີຜູ້ເຖົ້າທີ່ຢູ່ເທິງທ້ອງຟ້າ. ພວກເຂົາຍັງເຊື່ອວ່າມີພຣະເຈົ້າຢູ່ເໜືອຫົວພວກເຂົາສາມຟຸດ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍເຊື່ອວ່າການເຮັດດີ ແລະ ເຮັດຊົ່ວມີຜົນຕາມມາ. ໂດຍທົ່ວໄປແລ້ວ ພວກເຂົາບໍ່ກ້າກະທຳຄວາມຊົ່ວທີ່ເຫັນໄດ້ຊັດເຈນ ແລະ ເຕັມໃຈທີ່ຈະຊ່ວຍເຫຼືອຄົນອື່ນ. ມັນເປັນພຽງແຕ່ວ່າພວກເຂົາມີນິໄສເລັກນ້ອຍນີ້; ພວກເຂົາມັກເຜີຍແຜ່ຂ່າວລື ແລະ ຂ່າວນິນທາ. ໂດຍສະເພາະ, ພວກເຂົາເຜີຍແຜ່ຂ່າວລືຈາກພະຍານາກໃຫຍ່ສີແດງທີ່ໃສ່ຮ້າຍປ້າຍສີພຣະເຈົ້າ, ເວົ້າເລື່ອງເຫຼົ່ານີ້ຊ້ຳແລ້ວຊ້ຳເລົ່າ ໂດຍບໍ່ໄດ້ຄິດຫຍັງຫຼາຍ, ອາດຈະເປັນຍ້ອນວ່າພວກເຂົາໂງ່ຈ້າ ແລະ ບໍ່ມີຄວາມຮູ້.” ຢູ່ໃນຜິວເຜີນ, ພວກເຂົາເບິ່ງຄືວ່າບໍ່ແມ່ນຄົນຊົ່ວຮ້າຍ ແລະ ບໍ່ໄດ້ຂັດຂວາງ ຫຼື ລົບກວນວຽກງານຂອງຄຣິສຕະຈັກ, ແຕ່ພວກເຂົາມີຄວາມຫ້າວຫັນເປັນພິເສດໃນການເຜີຍແຜ່ຂ່າວລື ແລະ ຢາກເປັນຄົນທຳອິດທີ່ເຜີຍແຜ່ມັນຢູ່ສະເໝີ. ຜູ້ຄົນບໍ່ຄວນລະວັງຕົວຕໍ່ບຸກຄົນປະເພດນີ້ບໍ? ພວກເຂົາບໍ່ແມ່ນຄົນຮັບໃຊ້ຊາຕານບໍ? ແກ່ນແທ້ຂອງຄົນປະເພດດັ່ງກ່າວແມ່ນເຫັນໄດ້ຊັດເຈນເກີນໄປ! ພວກເຂົາບໍ່ເຄີຍສົນໃຈໃນພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງເລີຍ ແລະ ພວກເຂົາບໍ່ເຄີຍສະແຫວງຫາຫຼັກການຄວາມຈິງ ເມື່ອເຮັດໜ້າທີ່ຂອງພວກເຂົາ. ໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາບໍ່ສະແດງຄວາມຈິງຈັງ, ບໍ່ໄດ້ໃສ່ໃຈ ແລະ ບໍ່ເຕັມໃຈທີ່ຈະອົດທົນກັບຄວາມລຳບາກ. ພວກເຂົາພຽງແຕ່ເຮັດພໍເປັນພິທີ ແລະ ເຮັດພໍແລ້ວມືແລ້ວຕີນ, ເວົ້າຢອກຢູ່ຕະຫຼອດເວລາ. ໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ, ພວກເຂົາບໍ່ເຮັດຜິດໃຈຜູ້ໃດ ແລະ ສາມາດເຂົ້າກັບທຸກຄົນໄດ້, ເບິ່ງຄືວ່າເປັນມິດຕໍ່ຄົນອື່ນ, ມັນເປັນພຽງແຕ່ວ່າພວກເຂົາມັກເກັບກຳ ແລະ ເຜີຍແຜ່ຂ່າວລື. ຈາກການກະທຳເຫຼົ່ານີ້, ພວກເຮົາສາມາດຈັດລັກສະນະຄົນເຫຼົ່ານີ້ວ່າເປັນຄົນຮັບໃຊ້ຊາຕານໄດ້ບໍ? (ໄດ້). ເປັນຫຍັງພວກເຮົາຈຶ່ງສາມາດເຮັດໄດ້? ນີ້ແມ່ນການເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່ບໍ? (ບໍ່ແມ່ນ). ພວກເຂົາບໍ່ມີຄວາມສົນໃຈຫຍັງເລີຍໃນການສະແຫວງຫາຄວາມຈິງ. ທັນທີທີ່ພວກເຂົາຟັງຄຳເທດສະໜາ, ພວກເຂົາກໍງ່ວງນອນ; ທັນທີທີ່ໂອ້ລົມພຣະທຳຂອງພຣະເຈົ້າ, ພວກເຂົາກໍຮູ້ສຶກລັງກຽດ ແລະ ກະວົນກະວາຍ, ລຸກໄປດື່ມນ້ຳ ຫຼື ໄປຫ້ອງນ້ຳຢູ່ຕະຫຼອດ, ຮູ້ສຶກບໍ່ສະຫງົບພາຍໃນໃຈຢູ່ສະເໝີ, ການຟັງການໂອ້ລົມເບິ່ງຄືວ່າເປັນສິ່ງທີ່ຍາກລຳບາກຢ່າງບໍ່ໜ້າເຊື່ອສຳລັບພວກເຂົາ ຄືກັບການຖືກທໍລະມານ. ເຖິງຢ່າງໃດກໍຕາມ, ທັນທີທີ່ພວກເຂົາໄດ້ຍິນຂ່າວລືຂອງຊາຕານ ຫຼື ຄຳເວົ້າຊົ່ວຊ້າຂອງພວກຜູ້ບໍ່ມີຄວາມເຊື່ອ, ຄວາມສົນໃຈຂອງພວກເຂົາກໍຖືກປຸກໃຫ້ຕື່ນຂຶ້ນ, ພວກເຂົາກໍມີຊີວິດຊີວາຂຶ້ນມາ ແລະ ພວກເຂົາກໍເລີ່ມເຜີຍແຜ່ຂ່າວລື ແລະ ຄຳເວົ້າຊົ່ວຊ້າເຫຼົ່ານີ້ດ້ວຍຄວາມກະຕືລືລົ້ນຢ່າງຍິ່ງ. ຄົນປະເພດນີ້ແມ່ນອ້າຍເອື້ອຍນ້ອງບໍ? ບໍ່ແມ່ນ. ພວກເຂົາລັງກຽດຄວາມຈິງ ແລະ ດູຖູກຄວາມຈິງຈົນເຂົ້າໄຂກະດູກ. ກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ, ບໍ່ວ່າຈະເປັນຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ສະຖານະຂອງພຣະເຈົ້າ, ກຽດສັກສີຂອງພຣະເຈົ້າ ຫຼື ເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ, ພວກເຂົາກໍດູຖູກສິ່ງເຫຼົ່ານີ້ໃນຫົວໃຈຂອງພວກເຂົາ. ພວກເຂົາປາສະຈາກຫົວໃຈທີ່ຢຳເກງພຣະເຈົ້າໂດຍສິ້ນເຊີງ. ສະນັ້ນ, ພວກເຂົາຈຶ່ງມີແນວຄິດກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງຢູ່ສະເໝີ. ພວກເຂົາສາມາດເວົ້າຊ້ຳຂ່າວລື ແລະ ຄຳເວົ້າມານຮ້າຍທຸກປະເພດຂອງຊາຕານໄດ້ຢ່າງງ່າຍດາຍ, ດ້ວຍເຫດນີ້ຈຶ່ງບັນລຸເປົ້າໝາຍໃນການເຜີຍແຜ່ພວກມັນໄດ້, ໂດຍບໍ່ມີຄວາມສຳນຶກແມ່ນແຕ່ໜ້ອຍດຽວ. ນີ້ແມ່ນຄົນສາມານແນວໃດກັນແທ້? ພວກເຂົາແມ່ນຜູ້ເຊື່ອໃນພຣະເຈົ້າບໍ? (ບໍ່ແມ່ນ). ສິ່ງເຫຼົ່ານີ້ຄືການກະທຳຂອງຜູ້ທີ່ຍອມຮັບພຣະເຈົ້າດ້ວຍປາກ ແລະ ອ້າງວ່າຕິດຕາມພຣະເຈົ້າ, ຜູ້ທີ່ເຊື່ອວ່າມີຜູ້ເຖົ້າທີ່ຢູ່ເທິງທ້ອງຟ້າ, ເຊື່ອວ່າມີພຣະເຈົ້າຢູ່ເໜືອຫົວເຈົ້າສາມຟຸດ ແລະ ເຊື່ອວ່າການເຮັດດີ ແລະ ເຮັດຊົ່ວຈະມີຜົນຕາມມາ. ນີ້ຄືທັດສະນະຂອງພວກເຂົາຕໍ່ພຣະເຈົ້າ. ຖ້າຄົນໃດຄົນໜຶ່ງໝິ່ນປະໝາດພໍ່ແມ່ຂອງພວກເຂົາ ຫຼື ປັ້ນແຕ່ງຂ່າວລືກ່ຽວກັບພໍ່ແມ່ຂອງພວກເຂົາຢູ່ເບື້ອງຫຼັງ, ພວກເຂົາກໍຈະສູ້ຈົນຕາຍຢ່າງແນ່ນອນ. ເຖິງຢ່າງໃດກໍຕາມ, ເມື່ອຄົນໃດຄົນໜຶ່ງໝິ່ນປະໝາດພຣະເຈົ້າ, ໂຈມຕີພຣະເຈົ້າ ຫຼື ໃສ່ຮ້າຍປ້າຍສີພຣະເຈົ້າ, ພວກເຂົາບໍ່ພຽງແຕ່ບໍ່ໄດ້ເສຍໃຈ, ແຕ່ພວກເຂົາສາມາດເຮັດຊໍ້າຄືກັບເປັນເລື່ອງຕະຫຼົກ ແລະ ເຖິງກັບເຜີຍແຜ່ໄປທົ່ວທຸກບ່ອນ. ນີ້ແມ່ນສິ່ງທີ່ຜູ້ຕິດຕາມພຣະເຈົ້າຄວນເຮັດບໍ? (ບໍ່ແມ່ນ). ສະນັ້ນ, ມັນຈຶ່ງເໝາະສົມບໍ ທີ່ຫຼາຍຄົນຈະປະຕິບັດຕໍ່ຜູ້ບໍ່ເຊື່ອເຫຼົ່ານີ້ຄືກັບອ້າຍເອື້ອຍນ້ອງ? (ບໍ່). ສະນັ້ນ, ເມື່ອຄົນດັ່ງກ່າວຖືກສົງໄສວ່າເປັນຄົນຮັບໃຊ້ຊາຕານ, ຄົນອື່ນຄວນລະວັງຕົວ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງແຈ້ງໃຫ້ອ້າຍເອື້ອຍນ້ອງຮັບຊາບໂດຍທັນທີ ເພື່ອໃຫ້ລະວັງຄົນເຫຼົ່ານີ້, ເພື່ອວ່າທຸກຄົນຈະສາມາດແຍກແຍະພວກເຂົາໄດ້. ທັນທີທີ່ພວກເຂົາຖືກຢືນຢັນວ່າເປັນຄົນຮັບໃຊ້ຊາຕານ, ເປັນພວກມານຮ້າຍ, ທຸກຄົນຄວນຮ່ວມກັນປະຕິເສດພວກເຂົາ ແລະ ຊໍາລະລ້າງພວກເຂົາອອກຈາກຄຣິສຕະຈັກ. ສິ່ງນີ້ສອດຄ່ອງກັບຫຼັກການບໍ? (ແມ່ນແລ້ວ). ແລ້ວນີ້ຄືສິ່ງທີ່ຄວນເຮັດ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?