ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (18) ສ່ວນທີ ສາມ
ຕະຫຼອດປະຫວັດສາດ, ມະນຸດຊາດໄດ້ໃສ່ຮ້າຍປ້າຍສີ ແລະ ໝິ່ນປະໝາດພຣະເຈົ້າຢ່າງຕໍ່ເນື່ອງ ແລະ ໃນຍຸກສຸດທ້າຍ, ກອງກຳລັງໃນທ່າມກາງມະນຸດຊາດທັງໝົດທີ່ຕໍ່ຕ້ານພຣະເຈົ້າກໍຍິ່ງເຂັ້ມແຂງຂຶ້ນ, ມີສຽງຫຼາຍຂຶ້ນໃນການໃສ່ຮ້າຍປ້າຍສີ ແລະ ປະນາມພຣະເຈົ້າ. ມະນຸດຊາດນຳໃຊ້ວິທີການຕ່າງໆ, ຜ່ານໜັງສືພິມ, ໂທລະພາບ, ອິນເຕີເນັດ ແລະ ສື່ອື່ນໆ ເພື່ອໃສ່ຮ້າຍປ້າຍສີ ແລະ ໂຈມຕີພຣະເຈົ້າ. ແຕ່ພວກເຮົາເຄີຍໄຈ້ແຍກຂ່າວລືເຫຼົ່ານີ້ໃນການເຕົ້າໂຮມທັງໝົດຂອງພວກເຮົາບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? ບາງຄົນເວົ້າວ່າ “ເປັນຍ້ອນວ່າຜູ້ບໍລິສຸດກໍຍັງຄົງເປັນຜູ້ບໍລິສຸດ ແລະ ຂ່າວລືກໍຈະຕາຍໄປ ເມື່ອພວກມັນໄປຮອດຜູ້ມີປັນຍາບໍ?” ເປັນຍ້ອນແນວນັ້ນບໍ? (ຂ່າວລືເຫຼົ່ານີ້ໂດຍພື້ນຖານແລ້ວບໍ່ສາມາດສົ່ງຜົນກະທົບຕໍ່ພາລະກິດຂອງພຣະເຈົ້າໄດ້. ບໍ່ວ່າຊາຕານຈະລົບກວນແນວໃດກໍຕາມ, ມັນກໍບໍ່ສາມາດທຳລາຍ ຫຼື ຂັດຂວາງຄວາມຄືບໜ້າຂອງພາລະກິດ ແລະ ແຜນການຂອງພຣະເຈົ້າໄດ້.) ຊາຕານກໍເປັນພຽງແບບນັ້ນ; ຕາບໃດທີ່ພຣະເຈົ້າກະທຳ, ຕາບໃດທີ່ພຣະເຈົ້າເຮັດພາລະກິດ, ມັນກໍຈະມາລົບກວນ. ນີ້ຄືບົດບາດທີ່ມັນສະແດງຢ່າງແທ້ຈິງ. ເຈົ້າຄິດວ່າມັນຈະໄດ້ບໍທີ່ຈະຫ້າມມັນບໍ່ໃຫ້ສະແດງ? ເຈົ້າຕ້ອງໃຫ້ພື້ນທີ່ພຽງພໍ, ເວທີພຽງພໍ, ໂອກາດພຽງພໍເພື່ອສະແດງ. ເມື່ອມັນສະແດງພຽງພໍແລ້ວ, ເມື່ອຍຈາກຄວາມວຸ່ນວາຍຂອງມັນ ແລະ ເຮັດຄວາມຊົ່ວພຽງພໍແລ້ວ, ວັນເວລາຂອງມັນກໍສິ້ນສຸດລົງ. ພວກເຮົາບໍ່ຈຳເປັນຕ້ອງເສຍເວລາອັນມີຄ່າໄປໄຈ້ແຍກ ແລະ ວິເຄາະຂ່າວລື ແລະ ການກະທຳຊົ່ວຮ້າຍຕ່າງໆ ຂອງມັນເພື່ອໂຕ້ແຍ້ງຂ່າວລືເຫຼົ່ານີ້; ການເຮັດເຊັ່ນນັ້ນບໍ່ມີປະໂຫຍດ ແລະ ໄຮ້ຄ່າ. ການໄຈ້ແຍກສິ່ງເຫຼົ່ານັ້ນມີປະໂຫຍດຫຍັງ? ມັນສາມາດເປັນຕົວແທນໃຫ້ຜູ້ຄົນເຂົ້າໃຈຄວາມຈິງໄດ້ບໍ? ມີຄວາມຈິງຫຼາຍເກີນໄປທີ່ຜູ້ຄົນຄວນເຂົ້າໃຈ; ພວກເຂົາບໍ່ສາມາດແມ່ນແຕ່ຟັງຄວາມຈິງທັງໝົດນີ້ໄດ້, ຍິ່ງບໍ່ຕ້ອງເວົ້າເຖິງການໄປໂຕ້ແຍ້ງຂ່າວລືເຫຼົ່ານັ້ນເລີຍ. ຜູ້ຄົນມີເວລາວ່າງຂະໜາດນັ້ນບໍ? ເວົ້າຕາມຄວາມຈິງ, ເຮົາບໍ່ສົນໃຈເລື່ອງເຫຼົ່ານັ້ນເລີຍ, ທັງບໍ່ເຕັມໃຈທີ່ຈະກ່າວເຖິງພວກມັນ ຫຼື ໃສ່ໃຈພວກມັນ. ບາງຄົນເວົ້າວ່າ, “ໃນປີເຫຼົ່ານີ້, ມັນເປັນໄປໄດ້ບໍວ່າພຣະອົງບໍ່ກ້າໄປໃສ? ມັນເປັນໄປໄດ້ບໍວ່າ ມີຂ່າວລືແຜ່ລາມຫຼາຍຈົນພຣະອົງກັງວົນ ແລະ ຢ້ານກົວຢູ່ສະເໝີ ບໍ່ວ່າຈະໄປໃສກໍຕາມ?” ເຮົາເວົ້າວ່າເຮົາບໍ່ຮູ້ສຶກຫຍັງເລີຍ. ບາງຄົນເວົ້າວ່າ, “ພຣະອົງບໍ່ຢາກປ້ອງກັນຕົນເອງຕໍ່ສິ່ງທີ່ພຣະອົງບໍ່ໄດ້ເຮັດບໍ?” ມີຫຍັງໃຫ້ປ້ອງກັນ? ແມ່ນແຕ່ງານທີ່ເໝາະສົມຂອງເຮົາເອງກໍຍັງເຮັດບໍ່ທັນແລ້ວ! ເຮົາສົນທະນາກັບຜູ້ຄົນ, ກັບສິ່ງທີ່ຖືກສ້າງ, ບໍ່ແມ່ນກັບມານຮ້າຍ. ບາງຄົນຖາມວ່າ, “ການໄດ້ຍິນຂ່າວລືເຫຼົ່ານີ້ບໍ່ເຮັດໃຫ້ພຣະອົງໃຈຮ້າຍບໍ?” ເຮົາເວົ້າວ່າເຮົາບໍ່ຮູ້ສຶກຫຍັງຕໍ່ພວກມັນ, ພວກມັນບໍ່ໄດ້ເຮັດໃຫ້ເຮົາຮູ້ສຶກຫຍັງ; ເຮົາບໍ່ໃສ່ໃຈກັບເລື່ອງເຫຼົ່ານີ້. ບາງຄົນຖາມວ່າ, “ພຣະອົງບໍ່ຮູ້ສຶກບໍ່ໄດ້ຮັບຄວາມເປັນທຳບໍ?” ເຮົາເວົ້າວ່າເຮົາບໍ່ຮູ້ສຶກບໍ່ໄດ້ຮັບຄວາມເປັນທຳ, ມີຫຍັງໃຫ້ຮູ້ສຶກບໍ່ໄດ້ຮັບຄວາມເປັນທຳ? ເຮັດໃນສິ່ງທີ່ເຮົາສາມາດເຮັດໄດ້, ເຮັດໃນສິ່ງທີ່ເຮົາຄວນເຮັດ, ເຮັດໃຫ້ດີໃນສິ່ງທີ່ເຮົາສາມາດ ແລະ ຄວນເຮັດ, ປະຕິບັດຄວາມຮັບຜິດຊອບຂອງເຮົາໃຫ້ສຳເລັດ, ນັ້ນຄືສິ່ງທີ່ດີທີ່ສຸດ, ນັ້ນຄືສິ່ງທີ່ມີຄວາມໝາຍ. ເຮົາຈະບໍ່ຖືກລົບກວນ ຫຼື ເສຍເວລາກັບສິ່ງທີ່ບໍ່ມີຄວາມໝາຍ, ໄຮ້ຄ່າເຫຼົ່ານັ້ນ. ເຮົາບໍ່ມີເວລາທີ່ຈະໃສ່ໃຈກັບເລື່ອງເຫຼົ່ານັ້ນ. ບາງຄົນເວົ້າວ່າ, “ແລ້ວເມື່ອພຣະອົງມີເວລາວ່າງ, ພຣະອົງຈະໃສ່ໃຈກັບພວກມັນບໍ?” ບໍ່, ແມ່ນແຕ່ເມື່ອເຮົາມີເວລາວ່າງ. ເຮົາຍອມລົມກັບໝາຂອງເຮົາດີກວ່າສົນທະນາກັບມານຮ້າຍ. ຖ້າເຈົ້າຮູ້ຢ່າງຊັດເຈນວ່າ ມັນເປັນມານຮ້າຍກຳລັງເວົ້າຄຳເວົ້າມານຮ້າຍຂອງມັນ, ເປັນຫຍັງຈຶ່ງຕ້ອງໃສ່ໃຈກັບມັນ? ເຈົ້າບໍ່ຄວນໃສ່ໃຈເລີຍ; ການປ່ອຍໃຫ້ມານຮ້າຍຖືກເຮັດໃຫ້ອັບອາຍຢ່າງສິ້ນເຊີງ ຄືສິ່ງທີ່ຖືກຕ້ອງທີ່ຄວນເຮັດ. ສະຫຼຸບສັ້ນໆ, ທັດສະນະຄະຕິຂອງພຣະເຈົ້າຕໍ່ຂ່າວລືເຫຼົ່ານີ້ມີດັ່ງນີ້: ໃນການເຮັດສິ່ງໃດກໍຕາມ ຫຼື ການກ່າວແຕ່ລະປະໂຫຍກ, ພຣະເຈົ້າບໍ່ໄດ້ສະແດງຄວາມບໍລິສຸດ, ບໍ່ໄດ້ພິສູດຕົນເອງຕໍ່ມະນຸດຊາດ ແລະ ບໍ່ໄດ້ສະແດງຄວາມບໍລິສຸດຕໍ່ຊາຕານ, ສັດຕູຂອງພຣະອົງຢ່າງແນ່ນອນ ໂດຍກ່າວວ່າພຣະອົງບໍລິສຸດ ແລະ ໄຮ້ດຽງສາ ແລະ ບໍ່ມີຄວາມຜິດ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເພື່ອການຄຸ້ມຄອງຂອງພຣະອົງ, ເພື່ອຊ່ວຍໃຫ້ມະນຸດທີ່ພຣະອົງຕັ້ງໃຈຈະຊ່ວຍໃຫ້ລອດພົ້ນ. ພຣະອົງປະຕິບັດຕາມແຜນການຄຸ້ມຄອງຂອງພຣະອົງເທື່ອລະຂັ້ນຕອນ; ພຣະອົງບໍ່ໄດ້ເຮັດມັນເພື່ອສະແດງສິ່ງໃດໃຫ້ຄົນໃດຄົນໜຶ່ງ, ທັງບໍ່ແມ່ນເພື່ອຢືນຢັນຕົວຕົນຂອງພຣະອົງ. ຖ້າເວົ້າໃນພາສາຂອງມະນຸດ, ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເຮັດອອກມາຈາກທຳມະຊາດຂອງພຣະອົງ ໂດຍບໍ່ມີຄວາມບໍ່ຈິງໃຈ ຫຼື ການບໍ່ຕອບໂຕ້ຫຍັງ. ການດຳເນີນໜ້າທີ່ທັງໝົດເຫຼົ່ານີ້ອອກມາຈາກທຳມະຊາດຂອງພຣະອົງ ເປັນການຢືນຢັນຕົວຕົນ ແລະ ແກ່ນແທ້ຂອງພຣະອົງ. ມະນຸດຊາດບໍ່ສາມາດປ່ຽນແປງແຜນການຂອງພຣະເຈົ້າໄດ້, ທັງບໍ່ສາມາດລື່ນເກີນສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າໄດ້; ນີ້ຄືຂໍ້ແທ້ຈິງ. ສະນັ້ນ, ພຣະເຈົ້າຈຶ່ງບໍ່ໃສ່ໃຈຂ່າວລື ແລະ ຄຳເວົ້າມານຮ້າຍທີ່ໂຈມຕີ ແລະ ໃສ່ຮ້າຍປ້າຍສີພຣະອົງຈາກຝ່າຍໃດກໍຕາມໃນທ່າມກາງມະນຸດຊາດ. ລອງບອກເຮົາເບິ່ງວ່າ ມັນຈະບໍ່ງ່າຍເກີນໄປບໍ ຖ້າຫາກພຣະເຈົ້າຈະກ່າວພຣະທຳບົດໜຶ່ງ ຫຼື ຂຽນບົດປະນາມເພື່ອຕຳໜິຢ່າງຮຸນແຮງຕໍ່ການໂຈມຕີ ແລະ ການຕໍ່ຕ້ານພຣະເຈົ້າ ຈາກພັກຝ່າຍປົກຄອງທີ່ບໍ່ເຊື່ອໃນພຣະເຈົ້າໃນໂລກ ແລະ ໂລກສາສະໜາ? ແຕ່ພຣະເຈົ້າຈະບໍ່ກະທຳແບບນີ້ຕໍ່ຊາຕານ. ພຣະເຈົ້າຊົງດຳເນີນງານຕາມຫຼັກການ; ເມື່ອເວົ້າເຖິງການທີ່ພຣະເຈົ້າທຳລາຍກຸ່ມອຳນາດຊົ່ວຮ້າຍຂອງຊາຕານ, ພຣະອົງກໍມີເວລາຂອງພຣະອົງ. ສຳລັບພຣະເຈົ້າ, ການກະທຳນັ້ນງ່າຍເກີນໄປ. ພຣະເຈົ້າສາມາດສຳແດງການອັດສະຈັນບາງຢ່າງໃນສະຫວັນ ແລະ ທັນໃດນັ້ນ ທ້ອງຟ້າກໍຈະແຍກອອກ ໂດຍມີສຽງກ່າວວ່າ, “ເຮົາຄືພຣະເຈົ້າທີ່ແທ້ຈິງອົງດຽວທີ່ພວກເຈົ້າໃສ່ຮ້າຍ, ໂຈມຕີ ແລະ ໝິ່ນປະໝາດ; ເຮົາຄືອົງຊົງລິດທານຸພາບສູງສຸດທີ່ພວກເຈົ້າກຳລັງໃສ່ຮ້າຍ ແລະ ໝິ່ນປະໝາດໃນຂະນະນີ້!” ເມື່ອໄດ້ຍິນເຊັ່ນນີ້, ມະນຸດຊາດກໍຈະຕົກຕະລຶງໃນທັນທີ ແລະ ບໍ່ຮູ້ຈະເຮັດແນວໃດ, ເຮັດໄດ້ພຽງແຕ່ກົ້ມຂາບລົງກັບພື້ນດິນ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ປະໂຫຍກດຽວນີ້ຈະແກ້ໄຂທຸກຢ່າງ, ພິສູດທຸກຢ່າງ; ແລ້ວຈະມີໃຜກ້າດູຖູກພຣະເຈົ້າອີກບໍ? ພວກມານຮ້າຍໃນໂລກສາສະໜາຈະບໍ່ຢ້ານຈົນຫາຍໄປໂດຍບໍ່ເຫຼືອຮ່ອງຮອຍບໍ? ຊາຕານປັ້ນແຕ່ງຂ່າວລືກ່ຽວກັບພຣະເຈົ້າ, ມັນໃສ່ຮ້າຍ ແລະ ໂຈມຕີພຣະເຈົ້າ, ເຮັດໃຫ້ຜູ້ທີ່ເຊື່ອໃນພຣະເຈົ້າໃຈຮ້າຍ ແລະ ກຽດຊັງ, ບໍ່ສາມາດກິນ ຫຼື ນອນຫຼັບ, ຢາກຂຽນບົດຄວາມ ແລະ ສ້າງລາຍການເພື່ອໂຕ້ແຍ້ງມັນ, ໃນຂະນະທີ່ພຣະເຈົ້າກະທຳຢ່າງງ່າຍດາຍ, ພຣະອົງພຽງແຕ່ກ່າວສອງສາມປະໂຫຍກ ແລ້ວມະນຸດຊາດທັງໝົດກໍຈະຍອມຈຳນົນຢ່າງສິ້ນເຊີງ, ບໍ່ກ້າໂຈມຕີ ຫຼື ໝິ່ນປະໝາດພຣະອົງອີກຕໍ່ໄປ. ໂປໂລຖືກເຮັດໃຫ້ເຊື່ອຟັງໄດ້ແນວໃດ? (ພຣະເຈົ້າໄດ້ປາກົດຕໍ່ລາວເທິງເສັ້ນທາງໄປເມືອງດາມັສກັດ.) ພຣະເຈົ້າໄດ້ປາກົດຕໍ່ລາວ. ຄວາມຈິງແລ້ວ ໂປໂລບໍ່ໄດ້ເຫັນຫຍັງ; ມີພຽງແຕ່ແສງສະຫວ່າງທີ່ເຮັດໃຫ້ໂປໂລຢ້ານຫຼາຍຈົນລາວກົ້ມຂາບລົງກັບພື້ນດິນ ແລະ ລາວບໍ່ກ້າຂົ່ມເຫັງພຣະເຢຊູອີກຕໍ່ໄປ. ການຈັດການກັບຊາຕານກໍງ່າຍດາຍພຽງເທົ່ານັ້ນ; ຄວາມຈິງແລ້ວ, ມັນງ່າຍເກີນໄປສຳລັບພຣະເຈົ້າ. ພຣະເຈົ້າສາມາດແກ້ໄຂມັນໄດ້ດ້ວຍພຣະທຳພຽງຄຳດຽວ. ການເຮັດເຊັ່ນນີ້ຈະງ່າຍກວ່າການໃຊ້ເວລາຫຼາຍສິບປີລົມກັບພວກເຈົ້າ ແລະ ໃຊ້ຄວາມພະຍາຍາມທັງໝົດນີ້ໃສ່ພວກເຈົ້າຫຼາຍ, ແຕ່ພຣະເຈົ້າບໍ່ໄດ້ກະທຳແບບນີ້. ເປັນຫຍັງ? ມີຄວາມລັບໜຶ່ງຢ່າງທີ່ເຮົາຕ້ອງບອກພວກເຈົ້າ: ຜູ້ທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນຄືມະນຸດ ນັ້ນກໍຄື ຜູ້ຄົນເຫຼົ່ານັ້ນທີ່ພຣະເຈົ້າໄດ້ເລືອກໄວ້; ສ່ວນທີ່ເຫຼືອ, ຜູ້ທີ່ພຣະເຈົ້າບໍ່ໄດ້ເລືອກ ແມ່ນບໍ່ໄດ້ຖືກຖືວ່າເປັນມະນຸດ ແຕ່ເປັນສັດຮ້າຍ, ມານຮ້າຍ, ບໍ່ສົມຄວນທີ່ຈະໄດ້ຍິນພຣະສຸລະສຽງຂອງພຣະເຈົ້າ, ເຫັນພຣະພັກຂອງພຣະເຈົ້າ ຫຼື ຍິ່ງໄປກວ່ານັ້ນ ບໍ່ສົມຄວນທີ່ຈະຮູ້ຂໍ້ມູນໃດໆ ກ່ຽວກັບພຣະເຈົ້າ. ສະນັ້ນ, ພຣະເຈົ້າຈຶ່ງບໍ່ກະທຳແບບນີ້. ຕົວຕົນຂອງພຣະເຈົ້ານັ້ນມີກຽດ; ບໍ່ແມ່ນໃຜກໍຕາມທີ່ປາຖະໜາຈະເຫັນພຣະອົງກໍຈະສາມາດເຫັນໄດ້ ແລະ ພຣະອົງຈະບໍ່ປາກົດຕໍ່ຜູ້ໃດຜູ້ໜຶ່ງພຽງເພາະວ່າພວກເຂົາເງີຍໜ້າເບິ່ງທ້ອງຟ້າບ່ອນໃດບ່ອນໜຶ່ງຢ່າງຕັ້ງໃຈ, ກະຕືລືລົ້ນ ແລະ ສຸດໃຈຢູ່ສະເໝີ. ເຈົ້າຄິດວ່າໃຜກໍຕາມທີ່ຢາກເຫັນພຣະເຈົ້າກໍຈະສາມາດເຫັນພຣະອົງໄດ້ບໍ? ພຣະເຈົ້າມີກຽດສັກສີ; ພຣະເຈົ້າປາກົດຕໍ່ຜູ້ທີ່ຢຳເກງພຣະອົງ ແລະ ຫຼີກລ່ຽງສິ່ງຊົ່ວຮ້າຍ, ພຣະອົງປາກົດໃນສະຖານທີ່ສັກສິດ ແລະ ລີ້ຈາກສະຖານທີ່ທີ່ສົກກະປົກ. ບໍ່ຈຳເປັນຕ້ອງຖົກຖຽງກັນວ່າ ມະນຸດຊາດທັງໝົດນັ້ນສົກກະປົກ ຫຼື ສັກສິດ. ມະນຸດຊາດນີ້ບໍ່ສົມຄວນທີ່ຈະເຫັນພຣະເຈົ້າ; ພວກເຂົາບໍ່ຍອມຮັບວ່າມີພຣະເຈົ້າ, ສະນັ້ນ ເປັນຫຍັງພຣະເຈົ້າຈຶ່ງຈະປາກົດຕໍ່ພວກເຂົາ? ພວກເຂົາບໍ່ສົມຄວນ! ພຣະເຈົ້າຊົງສາມາດກະທຳສິ່ງຕ່າງໆ ໄດ້ ແຕ່ບໍ່ໄດ້ກະທຳ; ສິ່ງນີ້ຢືນຢັນເຖິງຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ ແລະ ຄວາມສູງສົ່ງແຫ່ງຕົວຕົນຂອງພຣະອົງ. ບອກເຮົາເບິ່ງວ່າ ຖ້າຊາຕານສາມາດເຮັດສິ່ງເຫຼົ່ານັ້ນໄດ້, ມັນຈະເຮັດຈັກຄັ້ງຕໍ່ມື້, ມັນຈະໂອ້ອວດຂະໜາດໃດ? ເມື່ອມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມໄດ້ຮັບຕຳແໜ່ງເລັກນ້ອຍ ແລະ ມີອຳນາດໜ້ອຍໜຶ່ງ, ໃຜຈະຮູ້ໄດ້ວ່າພວກເຂົາຈະໂອ້ອວດອຳນາດນີ້ສໍ່າໃດ, ບໍ່ຕ້ອງເວົ້າເຖິງຊາຕານ, ຜູ້ທີ່ຈະໃຊ້ອຳນາດໃນທາງທີ່ຜິດ ແລະ ໂອ້ອວດອຳນາດໃດກໍຕາມທີ່ມັນມີໃນແບບທີ່ຄາດບໍ່ເຖິງ. ພຣະເຈົ້າບໍ່ໄດ້ກະທຳແບບນັ້ນ; ຢ່າເອົາເຫດຜົນຂອງຊາຕານມາຕັດສິນພຣະເຈົ້າ, ນັ້ນຈະເປັນຄວາມຜິດພາດອັນໃຫຍ່ຫຼວງ. ສຳລັບສິ່ງທີ່ພຣະເຈົ້າສາມາດກະທຳໄດ້, ມັນຂຶ້ນຢູ່ກັບພຣະເຈົ້າວ່າພຣະອົງປາຖະໜາທີ່ຈະເຮັດມັນຫຼືບໍ່; ຖ້າພຣະເຈົ້າປາຖະໜາ, ມັນກໍສາມາດສຳເລັດໄດ້ໃນຊົ່ວພິບຕາ ແລະ ຖ້າພຣະອົງບໍ່ປາຖະໜາ, ກໍບໍ່ມີໃຜສາມາດບັງຄັບພຣະອົງໄດ້. ທັດສະນະຄະຕິຂອງພຣະເຈົ້າຕໍ່ຂ່າວລືກໍເປັນແບບນີ້ ນັ້ນກໍຄື ພຣະອົງບໍ່ໃສ່ໃຈພວກມັນ. ພຣະເຈົ້າຍັງຄົງເຮັດໃນສິ່ງທີ່ພຣະອົງຄວນເຮັດ, ສິ່ງທີ່ພຣະອົງຕັ້ງໃຈຈະເຮັດ; ບໍ່ມີບຸກຄົນໃດ, ບໍ່ມີອຳນາດໃດສາມາດລົບກວນ ຫຼື ປ່ຽນແປງແຜນການຂອງພຣະອົງໄດ້. ຂ່າວລືເຫຼົ່ານີ້ທີ່ໂຈມຕີ, ໃສ່ຮ້າຍ ແລະ ປ້າຍສີພຣະເຈົ້າບໍ່ໄດ້ປ່ຽນແປງຫຍັງເລີຍ. ຂ່າວລືກໍເປັນພຽງຂ່າວລືຢູ່ເລື້ອຍໆ ແລະ ບໍ່ມີທາງກາຍເປັນຂໍ້ແທ້ຈິງໄດ້. ເຖິງແມ່ນວ່າມັນຈະສອດຄ່ອງກັບປັດຊະຍາຂອງມະນຸດ, ວິທະຍາສາດ, ສິນທຳ, ທິດສະດີຂອງມະນຸດ ແລະ ອື່ນໆ, ເຖິງແມ່ນວ່າມະນຸດຊາດທັງໝົດຈະລຸກຂຶ້ນໂຈມຕີພຣະເຈົ້າ, ຄວາມຈິງກໍຈະບໍ່ຢືນຢູ່ຂ້າງມະນຸດຊາດ, ທັງມະນຸດຊາດກໍຈະບໍ່ກາຍເປັນຜູ້ຄອບຄອງຄວາມຈິງ. ພຣະເຈົ້າຊົງເປັນພຣະເຈົ້າຕະຫຼອດໄປ; ຕົວຕົນ ແລະ ສະຖານະຂອງພຣະອົງບໍ່ເຄີຍປ່ຽນແປງ. ດັ່ງນັ້ນ, ບໍ່ວ່າຊາຕານຈະລົບກວນແນວໃດ, ພາລະກິດຂອງພຣະເຈົ້າກໍຍັງຄົງດຳເນີນໄປຢ່າງເປັນລະບຽບ, ເພາະວ່ານີ້ຄືພາລະກິດຂອງພຣະເຈົ້າ. ຖ້າມັນເປັນວຽກງານຂອງມະນຸດ, ເມື່ອຖືກລະບອບຂອງຊາຕານລົບກວນ ແລະ ຖືກກອງກຳລັງຕ່າງໆ ໃນສັງຄົມໂຈມຕີ ແລະ ໃສ່ຮ້າຍປ້າຍສີ, ມັນກໍຄົງຈະລົ້ມເຫຼວ ແລະ ຖືກທຳລາຍໄປແລ້ວ. ມີພຽງແຕ່ເມື່ອພຣະເຈົ້າກ່າວ ແລະ ເຮັດວຽກ, ມີພຽງແຕ່ເມື່ອພຣະວິນຍານບໍລິສຸດເຮັດວຽກ, ຄຣິສຕະຈັກຈຶ່ງຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ. ນີ້ບໍ່ແມ່ນຂໍ້ແທ້ຈິງບໍ? ພວກເຈົ້າໄດ້ເຫັນຂໍ້ແທ້ຈິງນີ້ແລ້ວບໍ? (ແມ່ນແລ້ວ, ພວກເຮົາເຫັນແລ້ວ.) ພວກເຈົ້າໄດ້ເຫັນຫຍັງ? (ພຣະກິດຕິຄຸນຂອງອານາຈັກໄດ້ເຜີຍແຜ່ໄປເຖິງຫຼາຍສິບປະເທດແລ້ວ ແລະ ຂ່າວລືເຫຼົ່ານັ້ນທີ່ຊາຕານສ້າງຂຶ້ນ ແລະ ເຜີຍແຜ່ອອກໄປກໍບໍ່ໄດ້ຢຸດຢັ້ງຜູ້ທີ່ຮັກຄວາມຈິງຈາກການຫັນມາຫາພຣະເຈົ້າເລີຍ.) ນີ້ຄືການກະທຳຂອງພຣະເຈົ້າ; ພາລະກິດຂອງພຣະເຈົ້າສາມາດບັນລຸຜົນສຳເລັດນີ້ໄດ້, ພຣະທຳຂອງພຣະເຈົ້າສາມາດບັນລຸຜົນສຳເລັດນີ້ໄດ້, ນີ້ເປັນສິ່ງທີ່ຊາຕານຄາດບໍ່ເຖິງ. ພຣະທຳຂອງພຣະເຈົ້າມີລິດອຳນາດອັນຍິ່ງໃຫຍ່; ການເຜີຍແຜ່ພຣະກິດຕິຄຸນກຳລັງຄືບໜ້າໄປດ້ວຍດີ ແລະ ທຸກສິ່ງກຳລັງດຳເນີນໄປຢ່າງເປັນລະບຽບຕາມແຜນການຂອງພຣະເຈົ້າ, ໂດຍບໍ່ມີການຂາດຕົກບົກຜ່ອງ. ພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າກຳລັງເຜີຍແຜ່ໃນທ່າມກາງປະຊາກອນທີ່ພຣະເຈົ້າເລືອກ, ດັ່ງທີ່ໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວ. ຈຳນວນຄົນທີ່ໄດ້ຮັບຈາກການປະກາດພຣະກິດຕິຄຸນ ແລະ ຈຳນວນຄົນທີ່ກວດສອບຫົນທາງທີ່ແທ້ຈິງກຳລັງເພີ່ມຂຶ້ນທຸກເດືອນ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນບໍວ່າວຽກງານພຣະກິດຕິຄຸນໄດ້ເຜີຍແຜ່ອອກໄປແນວໃດ? ຖ້າມັນບໍ່ແມ່ນພາລະກິດຂອງພຣະເຈົ້າ, ບໍ່ວ່າຈະມີຈັກຄົນທີ່ຍອມຈ່າຍລາຄາທີ່ຍິ່ງໃຫຍ່ສໍ່າໃດ, ພວກເຂົາກໍບໍ່ສາມາດບັນລຸຜົນສຳເລັດນີ້ໄດ້. ນີ້ຄືລິດເດດຂອງພຣະເຈົ້າ, ຄືຜົນສຳເລັດທີ່ບັນລຸໄດ້ໂດຍອານຸພາບແຫ່ງພຣະທຳຂອງພຣະເຈົ້າ.
ພວກເຮົາມາເວົ້າກ່ຽວກັບວິທີການທີ່ຜູ້ຄົນປະຕິບັດຕໍ່ຂ່າວລືຕ່າງໆ ກັນເທາະ. ຜູ້ຄົນບໍ່ສາມາດມີທັດສະນະຄະຕິແບບດຽວກັນກັບພຣະເຈົ້າຕໍ່ຂ່າວລືຕ່າງໆ ໄດ້. ພວກເຂົາບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ເມື່ອໄດ້ຍິນຂ່າວລື, ພວກເຂົາກໍຮູ້ສຶກສະເໝີວ່າ: “ຖ້າຂ້ານ້ອຍບໍ່ເຮັດຫຍັງຈັກຢ່າງ, ຂ້ານ້ອຍກໍຈະຮູ້ສຶກຜິດຕໍ່ຈິດສຳນຶກຂອງຂ້ານ້ອຍ. ຖ້າຄົນທີ່ປັ້ນແຕ່ງຂ່າວລືຊະນະ, ຂ້ານ້ອຍຈະຮູ້ສຶກບໍ່ສະບາຍໃຈ, ບໍ່ພໍໃຈ ແລະ ຄຽດແຄ້ນ, ຮູ້ສຶກບໍ່ສົມດຸນ, ສະນັ້ນ ຂ້ານ້ອຍຕ້ອງຫາຫຼັກຖານມາຫັກລ້າງພວກເຂົາ. ຂ້ານ້ອຍຕ້ອງສ້າງວິດີໂອ ຫຼື ຂຽນບົດຄວາມເພື່ອຊີ້ແຈງຂ່າວລື”. ມັນຄຸ້ມຄ່າແກ່ການຄິດໄຕ່ຕອງວ່າ ການກະທຳສິ່ງຕ່າງໆ ພາຍໃຕ້ແນວຄິດເຊັ່ນນັ້ນ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ຫຼື ບໍ່, ມັນສອດຄ່ອງກັບຫຼັກການຄວາມຈິງ ຫຼື ບໍ່. ຖ້າຈຸດປະສົງ ແລະ ແຮງຈູງໃຈຂອງພວກເຈົ້າໃນການເຮັດວຽກງານຄຣິສຕະຈັກ ແລະ ໜ້າທີ່ຂອງພວກເຈົ້າ ເປັນພຽງເພື່ອຊີ້ແຈງຂ່າວລື ແລະ ເພື່ອອະທິບາຍຢ່າງຊັດເຈນວ່າ ພຣະເຈົ້າທີ່ພວກເຈົ້າເຊື່ອນັ້ນຄືພຣະເຈົ້າອົງທ່ຽງແທ້, ພວກເຈົ້າກຳລັງຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຊີວິດ ແລະ ທຸກສິ່ງທີ່ພວກເຈົ້າໄດ້ເຮັດເພື່ອປະກາດຂ່າວປະເສີດ ແລະ ເປັນພະຍານໃຫ້ພຣະເຈົ້ານັ້ນເປັນສິ່ງທີ່ຊອບທຳ ແລະ ມັນເປັນພຽງເພາະວ່າໂລກບໍ່ຮູ້ ຫຼື ບໍ່ເຂົ້າໃຈຄວາມຈິງໃນຂໍ້ແທ້ຈິງທັງໝົດເຫຼົ່ານີ້ ພວກເຂົາຈຶ່ງໄດ້ຕັ້ງຂໍ້ກ່າວຫາທີ່ບໍ່ມີມູນຄວາມຈິງຫຼາຍຢ່າງຕໍ່ພວກເຈົ້າ ແລະ ດ້ວຍເຫດນີ້ ພວກເຈົ້າຈຶ່ງຫວັງວ່າ ເມື່ອທຸກສິ່ງທຸກຢ່າງຖືກຊີ້ແຈງ, ໂລກຈະຮັບຮູ້ວ່າພວກເຈົ້າເປັນຜູ້ບໍລິສຸດ, ທຸກຝ່າຍໃນໂລກຈະຍອມຮັບທົ່ວກັນວ່າ “ພຣະເຈົ້າທີ່ພວກເຈົ້າເຊື່ອນັ້ນຄືພຣະເຈົ້າອົງທ່ຽງແທ້, ພວກເຈົ້າກຳລັງເດີນໃນເສັ້ນທາງທີ່ຖືກຕ້ອງຂອງຊີວິດ ແລະ ທຸກສິ່ງທີ່ພຣະເຈົ້າໄດ້ຂໍໃຫ້ພວກເຈົ້າເຮັດນັ້ນຖືກຕ້ອງ ແລະ ເປັນພາລະກິດທີ່ຊອບທຳ”, ແລ້ວຈະເປັນແນວໃດຕໍ່? ແລ້ວພວກເຈົ້າຈະຮູ້ສຶກສະບາຍໃຈ ແລະ ມີເຫດຜົນໃນຄວາມເຊື່ອຂອງພວກເຈົ້າບໍ? ພວກເຈົ້າຈະໄດ້ເລີ່ມເດີນໃນເສັ້ນທາງທີ່ຖືກຕ້ອງໃນການເຊື່ອໃນພຣະເຈົ້າບໍ? ພວກເຈົ້າຈະໄດ້ເລີ່ມຍ່າງໃນເສັ້ນທາງແຫ່ງຄວາມລອດພົ້ນ ໂດຍບໍ່ມີການແຊກແຊງຈາກພາຍນອກເລີຍບໍ? ພວກເຈົ້າຈະໄດ້ພັດທະນາຫົວໃຈທີ່ຢຳເກງພຣະເຈົ້າບໍ? ແລ້ວພວກເຈົ້າຈະສາມາດບັນລຸການຍອມອ່ອນນ້ອມຕໍ່ພຣະເຈົ້າໄດ້ບໍ? ແລ້ວພວກເຈົ້າຈະສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າໄດ້ບໍ? (ບໍ່ໄດ້.) ມັນເປັນໄປໄດ້ບໍທີ່ຜູ້ຄົນຈະບໍ່ມີຄວາມເຂົ້າໃຈຜິດກ່ຽວກັບເຈົ້າ ແລະ ມີແຕ່ສັນລະເສີນ ແລະ ເຄົາລົບນັບຖືເຈົ້າ, ຫຼັງຈາກນັ້ນ ເຈົ້າຈຶ່ງສາມາດເຊື່ອໃນພຣະເຈົ້າດ້ວຍຈິດສຳນຶກທີ່ສະອາດໄດ້? ບໍ່ມີທາງຢ່າງເດັດຂາດ! ແນ່ນອນວ່າ ຜູ້ຄົນບໍ່ສາມາດມີທັດສະນະຄະຕິຕໍ່ຂ່າວລືແບບດຽວກັນກັບພຣະເຈົ້າໄດ້ ແຕ່ຄົນເຮົາຄວນມີທັດສະນະທີ່ຖືກຕ້ອງ, ມີທັດສະນະຄະຕິ ແລະ ຈຸດຢືນທີ່ຖືກຕ້ອງ, ໂດຍກ່າວວ່າ: “ຂ່າວລືເຫຼົ່ານີ້ເປັນຕາຊັງ ແລະ ໜ້າລັງກຽດແທ້ໆ. ຈາກຂ່າວລືເຫຼົ່ານີ້, ມັນສາມາດເຫັນໄດ້ວ່າມະນຸດຊາດທີ່ເສື່ອມຊາມນີ້ເປັນສັດຕູຂອງພຣະເຈົ້າຢ່າງແທ້ຈິງ; ນີ້ແມ່ນຖືກຕ້ອງຢ່າງແນ່ນອນ! ຂ້ານ້ອຍຈະບໍ່ຕັດສິນວ່າ ພາລະກິດຂອງພຣະເຈົ້າເປັນຈິງ ຫຼື ປອມ ໂດຍອີງໃສ່ຂ່າວລືຂອງຊາຕານ. ຜ່ານການອ່ານພຣະທຳຂອງພຣະເຈົ້າ ແລະ ຜ່ານປະສົບການໃນການປະຕິບັດໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍຢັ້ງຢືນວ່າ ພຣະທຳທັງໝົດຂອງພຣະເຈົ້າຄືຄວາມຈິງ ແລະ ທຸກສິ່ງທີ່ພຣະອົງກະທຳນັ້ນ ເຮັດໃຫ້ຜູ້ຄົນສາມາດໄດ້ຮັບຄວາມລອດພົ້ນ. ໃນມື້ນີ້ທີ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາຄວາມລອດພົ້ນຂອງພຣະອົງ, ຂ້ານ້ອຍຄວນປະຕິບັດໜ້າທີ່ຂອງຂ້ານ້ອຍ ແລະ ປະຕິບັດພັນທະ ແລະ ຄວາມຮັບຜິດຊອບຂອງຂ້ານ້ອຍໃຫ້ຄົບຖ້ວນ ເພື່ອເຜີຍແຜ່ພຣະທຳຂອງພຣະເຈົ້າ, ປະກາດພຣະນາມຂອງພຣະອົງ ແລະ ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະອົງ, ເພື່ອໃຫ້ຜູ້ທີ່ພຣະເຈົ້າເລືອກໄດ້ກັບຄືນສູ່ເຮືອນຂອງພຣະເຈົ້າ, ໄດ້ຍິນພຣະສຸລະສຽງຂອງພຣະອົງ ແລະ ໄດ້ຮັບການສະໜອງພຣະທຳ ແລະ ຊີວິດຈາກພຣະອົງ ໂດຍໄວເທົ່າທີ່ຈະໄວໄດ້. ນີ້ຄືພັນທະຂອງຂ້ານ້ອຍ, ຄວາມຮັບຜິດຊອບຂອງຂ້ານ້ອຍ. ຂ້ານ້ອຍກຳລັງຮ່ວມມືກັບພາລະກິດຂອງພຣະເຈົ້າ, ແຕ່ບໍ່ແມ່ນເພື່ອພິສູດໃຫ້ເຫັນວ່າເສັ້ນທາງທີ່ຂ້ານ້ອຍເດີນນັ້ນຖືກຕ້ອງ ຫຼື ພາລະກິດທີ່ຂ້ານ້ອຍເຮັດນັ້ນຊອບທຳ, ບໍ່ແມ່ນເພື່ອສິ່ງເຫຼົ່ານີ້. ຂ້ານ້ອຍບໍ່ໄດ້ປະຕິບັດໜ້າທີ່ຂອງຂ້ານ້ອຍ ເພື່ອຕອບໂຕ້ການໂຈມຕີ ແລະ ການໃສ່ຮ້າຍປ້າຍສີຂອງຊາຕານຕໍ່ພຣະເຈົ້າ. ໃນທາງກົງກັນຂ້າມ, ຂ້ານ້ອຍກຳລັງປະຕິບັດພັນທະ ແລະ ຄວາມຮັບຜິດຊອບຂອງຂ້ານ້ອຍເອງໃຫ້ຄົບຖ້ວນ ແລະ ແນ່ນອນ, ຄວາມຈົງຮັກພັກດີຂອງຂ້ານ້ອຍເອງ, ເພື່ອຕອບແທນຄວາມຮັກຂອງພຣະເຈົ້າ, ເພື່ອຍອມຮັບເອົາການຝາກຝັງຂອງພຣະເຈົ້າ ແລະ ຮ່ວມມືກັບພາລະກິດຂອງພຣະເຈົ້າ”. ນີ້ແມ່ນທັດສະນະທີ່ຖືກຕ້ອງບໍ? ນີ້ແມ່ນທັດສະນະທີ່ຜູ້ຄົນຄວນມີບໍ? (ແມ່ນແລ້ວ.) ຈາກມຸມມອງນີ້, ເມື່ອສ້າງລາຍການຕ່າງໆ, ບໍ່ວ່າຈະເປັນການຮ້ອງເພງສັນລະເສີນ, ການເຕັ້ນ, ການສ້າງຮູບເງົາ ຫຼື ການຜະລິດລະຄອນເວທີກ່ຽວກັບຄຳພະຍານຈາກປະສົບການ, ຈຸດຢືນຂອງຜູ້ຄົນ, ມຸມມອງທີ່ພວກເຂົາຢືນຢູ່ ແລະ ຄຳເວົ້າທີ່ສະເພາະເຈາະຈົງບາງຢ່າງທີ່ພວກເຂົາເວົ້າ ບໍ່ຄວນຈະມີການປ່ຽນແປງແດ່ບໍ? (ແມ່ນແລ້ວ.) ເຖິງແນວໃດກໍຕາມ, ຄົນສ່ວນໃຫຍ່, ໃນຂະນະທີ່ປະຕິບັດໜ້າວຽກທັງໝົດເຫຼົ່ານີ້, ໄດ້ເຮັດເຊັ່ນນັ້ນດ້ວຍຄວາມຫົວຮ້ອນ ແລະ ຄວາມກຽດຊັງ ແລະ ປະປົນໄປດ້ວຍອາລົມຂອງມະນຸດ. ສະນັ້ນ, ພວກເຂົາຈຶ່ງໄດ້ເປີດໂປງຫຼາຍເກີນໄປກ່ຽວກັບການກະທຳ ແລະ ພຶດຕິກຳຂອງຜູ້ບໍ່ມີຄວາມເຊື່ອ, ພັກກຳອຳນາດ ແລະ ໂລກສາສະໜາ ແລະ ຄຳເວົ້າຂອງພວກເຂົາກໍຮຸນແຮງເກີນໄປ, ເຮັດໃຫ້ເກີດຜົນກະທົບທີ່ຂ້ອນຂ້າງລົບຕໍ່ຄົນອື່ນ ຫຼັງຈາກທີ່ພວກເຂົາໄດ້ເບິ່ງລາຍການດັ່ງກ່າວ. ເຫດຜົນກໍງ່າຍດາຍ: ຜູ້ຄົນເຮັດກິດຈະກຳທັງໝົດເຫຼົ່ານີ້ດ້ວຍອາລົມບາງຢ່າງ, ຈາກມຸມມອງທີ່ບໍ່ຖືກຕ້ອງປານໃດ. ແລະ ຜູ້ຄົນກໍຍັງຮູ້ສຶກວ່າສິ່ງນີ້ຂ້ອນຂ້າງຊອບທຳ, ໂດຍກ່າວວ່າ: “ພວກເຂົາໂຈມຕີ, ໝິ່ນປະໝາດ ແລະ ປັ້ນແຕ່ງຂ່າວລືກ່ຽວກັບພວກເຮົາ; ສິ່ງທີ່ຜິດໃນການເປີດໂປງພວກເຂົາ? ນີ້ຄືການປ້ອງກັນຕົນເອງທີ່ຊອບທຳ! ການປ້ອງກັນຕົນເອງຢ່າງຊອບທຳບໍ່ແມ່ນສິ່ງຜິດກົດໝາຍ, ທັງພວກເຮົາບໍ່ໄດ້ສ້າງເລື່ອງຂຶ້ນມາເອງ; ພວກເຮົາລ້ວນແຕ່ໄຈ້ແຍກສິ່ງຕ່າງໆ ໂດຍອີງໃສ່ຂໍ້ແທ້ຈິງ. ພວກເຂົາສ້າງຂ່າວລືກ່ຽວກັບພວກເຮົາໂດຍບໍ່ມີມູນຄວາມຈິງ; ມັນຜິດບໍທີ່ພວກເຮົາຈະເປີດໂປງ ແລະ ໄຈ້ແຍກພວກເຂົາ? ພວກເຮົາຕອບໂຕ້ບໍ່ໄດ້ບໍ?” ການຕອບໂຕ້ມີປະໂຫຍດຫຍັງ? ມານຮ້າຍເຕັມໄປດ້ວຍຄຳຕົວະ ແລະ ບໍ່ເຄີຍເວົ້າຄວາມຈິງແມ່ນແຕ່ຄຳດຽວ; ການໄຈ້ແຍກຄຳຕົວະຂອງພວກເຂົາຢູ່ຕະຫຼອດ ເພື່ອເຮັດໃຫ້ພວກເຂົາຮັບຮູ້ວ່າສິ່ງທີ່ພວກເຂົາເວົ້ານັ້ນເປັນຄຳຕົວະ ແລະ ເພື່ອວ່າຫຼັງຈາກທີ່ພວກເຂົາຍອມຮັບວ່າຕົວະແລ້ວ ພວກເຂົາຈະບໍ່ຕົວະອີກ, ສິ່ງນັ້ນມີຄຸນຄ່າບໍ? ພວກເຂົາສາມາດບັນລຸສິ່ງນີ້ໄດ້ບໍ? (ບໍ່ໄດ້.) ວິທີການນັ້ນບໍ່ແມ່ນຄວາມໂງ່ ແລະ ຄວາມບໍ່ຮູ້ບໍ? ເຮົາໄດ້ກ່າວມາດົນແລ້ວວ່າ ໜ້າວຽກຫຼັກຂອງພວກເຮົາແມ່ນການເປັນພະຍານເຖິງພາລະກິດຂອງພຣະເຈົ້າ, ໝາກຜົນທີ່ບັນລຸໄດ້ໂດຍພາລະກິດຂອງພຣະອົງ, ພຣະທຳຂອງພຣະອົງ ແລະ ໝາກຜົນຂອງພຣະທຳຂອງພຣະອົງທີ່ມີຕໍ່ຜູ້ຄົນ ແລະ ກ່ຽວກັບການກົດຂີ່ຂົ່ມເຫັງໂດຍພັກກຳອຳນາດ ແລະ ການຕໍ່ຕ້ານ ແລະ ການປະນາມໂດຍໂລກສາສະໜານັ້ນ, ມັນພຽງພໍແລ້ວທີ່ຈະກ່າວເຖິງພື້ນຖານຄວາມເປັນມາບາງຢ່າງໂດຍຫຍໍ້. ແຕ່ຜູ້ຄົນບໍ່ສາມາດເຂົ້າໃຈໄດ້ ບໍ່ວ່າພວກເຂົາຈະໄດ້ຍິນແນວໃດກໍຕາມ. ພວກເຂົາປະຕິບັດຕໍ່ບັນຫາເຫຼົ່ານີ້ດ້ວຍຄວາມຫົວຮ້ອນຢູ່ສະເໝີ ແລະ ຕ້ອງການໂຕ້ຖຽງ. ແລ້ວຜົນເປັນແນວໃດ? ມັນບໍ່ເກີດຜົນຫຍັງເລີຍ, ເພາະກອງກຳລັງທີ່ຊົ່ວຮ້າຍຂອງຊາຕານນັ້ນເປັນສິ່ງທີ່ໄຮ້ເຫດຜົນ. ນີ້ບໍ່ແມ່ນຄວາມໂງ່ ແລະ ຄວາມບໍ່ຮູ້ຂອງຜູ້ຄົນບໍ?
ບາງຄົນປະກາດຂ່າວປະເສີດ, ຮຽນຮູ້ວິຊາຊີບດ້ານເຕັກນິກບາງຢ່າງ ຫຼື ປະຕິບັດໜ້າທີ່ບາງປະເພດ, ດ້ວຍແຮງຈູງໃຈພຽງຢ່າງດຽວຄືການຊີ້ແຈງຂ່າວລື ແລະ ອະທິບາຍຄວາມຈິງໃຫ້ຜູ້ຄົນຟັງ, ປະກາດສົງຄາມກັບໂລກແຫ່ງຄວາມມືດ ແລະ ມະນຸດທີ່ຊົ່ວຮ້າຍຜູ້ທີ່ຕໍ່ຕ້ານພຣະເຈົ້າ. ນີ້ແມ່ນການກະທຳທີ່ຊອບທຳບໍ? ບໍ່ວ່າເຈົ້າຈະຖືກ ຫຼື ຜິດໃນການເຮັດສິ່ງນີ້, ເຈົ້າຕ້ອງເຂົ້າໃຈວ່າ: ພຣະເຈົ້າສາມາດຊ່ວຍຄົນຊົ່ວຮ້າຍເຫຼົ່ານັ້ນທີ່ເປັນປໍລະປັກຕໍ່ພຣະອົງໃຫ້ລອດພົ້ນໄດ້ບໍ? ການທີ່ເຈົ້າເຮັດສິ່ງນີ້ມີຄຸນຄ່າບໍ? ຖ້າເຈົ້າບໍ່ເຂົ້າໃຈວ່າມະນຸດປະເພດໃດທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ສະແດງອອກເຖິງທັດສະນະບາງຢ່າງທີ່ເບິ່ງຄືວ່າຖືກຕ້ອງ ແຕ່ທີ່ຈິງແລ້ວຜິດຢູ່ສະເໝີ, ນີ້ບໍ່ແມ່ນການຂັດຂວາງຄວາມລອດພົ້ນຂອງເຈົ້າເອງບໍ? ບາງຄົນປະຕິບັດໜ້າທີ່ຂອງຕົນພຽງເພື່ອຕໍ່ສູ້ກັບກອງກຳລັງຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ ແລະ ເພື່ອຕໍ່ຕ້ານກະແສທາງໂລກ. “ພວກເຂົາເວົ້າວ່າພວກເຮົາລະເລີຍຄອບຄົວຂອງພວກເຮົາ ແລະ ບໍ່ດຳລົງຊີວິດແບບປົກກະຕິ, ສະນັ້ນ ຂ້ອຍຈຶ່ງຕ້ອງການພິສູດຕົນເອງ ໂດຍການເຮັດໜ້າທີ່ຂອງຂ້ອຍໃຫ້ດີ. ໃນອະນາຄົດ, ເມື່ອຂ້ອຍຂຶ້ນສະຫວັນ ແລະ ເຂົ້າສູ່ລາຊະອານາຈັກ ແລະ ພວກເຂົາຖືກພິພາກສາ, ພວກເຂົາຈະເຫັນວ່າຂ້ອຍຖືກຕ້ອງ!” ການພິສູດຕົນເອງແບບນັ້ນມີປະໂຫຍດຫຍັງ? ເຖິງແມ່ນວ່າເຈົ້າຈະພິສູດຕົນເອງໄດ້ແລ້ວ, ມັນຈະເກີດຜົນດີຫຍັງ? ມັນສະແດງເຖິງຫຍັງ? ຄຸນຄ່າຂອງສິ່ງນັ້ນແມ່ນຫຍັງ? ຖ້າມັນສາມາດເຮັດໃຫ້ເຈົ້າເຂົ້າສູ່ລາຊະອານາຈັກ ແລະ ໄດ້ຮັບການຮັບຮອງຈາກພຣະເຈົ້າໄດ້ຢ່າງແທ້ຈິງ, ແລ້ວມັນກໍຄຸ້ມຄ່າ ແລະ ເສັ້ນທາງຂອງເຈົ້າກໍຖືກຕ້ອງ. ແຕ່ໜ້າເສຍດາຍ, ເສັ້ນທາງນີ້ເປັນໄປບໍ່ໄດ້. ນີ້ບໍ່ແມ່ນເສັ້ນທາງທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າສຳລັບຜູ້ຄົນ ແລະ ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນກະທຳໃນລັກສະນະນີ້. ຜູ້ຄົນໂງ່ຈ້າຢູ່ສະເໝີ, ໂດຍຄິດວ່າເພາະພວກເຂົາຢືນຢູ່ຂ້າງຄວາມຈິງ ແລະ ມີຄວາມຈິງ, ພວກເຂົາຈຶ່ງຕ້ອງດຳເນີນພາລະກິດທີ່ຊອບທຳ, ປະກາດສົງຄາມກັບໂລກທີ່ຊົ່ວຮ້າຍນີ້ ແລະ ທຸກຄົນທີ່ປັ້ນແຕ່ງຂ່າວລື: “ພວກເຮົາເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ, ພວກເຮົາເຮັດໜ້າທີ່ຂອງພວກເຮົາ, ພວກເຮົາຈະສະແດງໃຫ້ພວກເຈົ້າເຫັນວ່າໃຜກັນແທ້ທີ່ຢູ່ໃນເສັ້ນທາງທີ່ຖືກຕ້ອງ!” ນີ້ບໍ່ແມ່ນຄວາມຫົວຮ້ອນບໍ? ການໂຕ້ຖຽງກັນກ່ຽວກັບເລື່ອງເຫຼົ່ານີ້ມີປະໂຫຍດບໍ? ມັນບໍ່ມີຄຸນຄ່າຫຍັງເລີຍ. ຖ້າເຈົ້າມີເວລາ ແລະ ກຳລັງແທ້ໆ, ມັນຈະດີກວ່າທີ່ຈະຮຽນຮູ້ເພີ່ມເຕີມກ່ຽວກັບວິຊາຊີບ, ສຶກສາຄວາມຮູ້ເພີ່ມເຕີມ ແລະ ຄວາມຮູ້ທົ່ວໄປທີ່ກ່ຽວຂ້ອງກັບວິຊາຊີບໃຫ້ຫຼາຍຂຶ້ນ. ສິ່ງນີ້ເປັນປະໂຫຍດ ແລະ ຊ່ວຍສະໜັບສະໜູນການປະຕິບັດໜ້າທີ່ຂອງເຈົ້າ. ເປັນຫຍັງເຈົ້າຈຶ່ງປະເຊີນໜ້າກັບກອງກຳລັງຊົ່ວຮ້າຍຂອງໂລກຢູ່ສະເໝີ? ເປັນຫຍັງຈຶ່ງປະເຊີນໜ້າກັບຂ່າວລືຢູ່ສະເໝີ? ນີ້ບໍ່ແມ່ນການເສຍແຮງງານໄປລ້າໆ ບໍ? ບໍ່ວ່າຄົນອື່ນຈະໂຈມຕີເຈົ້າແນວໃດກໍຕາມ, ບໍ່ຈຳເປັນຕ້ອງໃສ່ໃຈກັບພວກເຂົາ. ພວກເຂົາມີທຳມະຊາດຂອງມານຮ້າຍ ແລະ ເປັນສັດຮ້າຍ, ພວກເຂົາກໍເປັນພຽງສິ່ງເຫຼົ່ານັ້ນ; ພຣະເຈົ້າບໍ່ໄດ້ຊ່ວຍພວກເຂົາໃຫ້ລອດພົ້ນ, ບໍ່ໄດ້ປ່ຽນແປງພວກເຂົາ ແລະ ບໍ່ໄດ້ກ່າວຫຍັງກັບພວກເຂົາ. ພຣະເຈົ້າບໍ່ສົນໃຈພວກເຂົາ, ແລ້ວເຈົ້າຈຳເປັນຕ້ອງໃສ່ໃຈພວກເຂົາບໍ? ຖ້າຜູ້ຄົນຍັງດື້ດ້ານທີ່ຈະເຮັດໃນສິ່ງທີ່ພຣະເຈົ້າບໍ່ໄດ້ເຮັດ, ນີ້ບໍ່ແມ່ນຄວາມໂງ່ຈ້າໜ້ອຍໜຶ່ງ ແລະ ຂາດສະຕິປັນຍາບໍ? ຢ່າງໜ້ອຍທີ່ສຸດ, ເຈົ້າກໍເປັນຄົນທີ່ບໍ່ມີຫົວໃຈແຫ່ງການຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຈົ້າບໍ່ໄດ້ຮັກໃນສິ່ງທີ່ພຣະເຈົ້າຮັກ ຫຼື ກຽດຊັງໃນສິ່ງທີ່ພຣະເຈົ້າກຽດຊັງ. ເຈົ້າບໍ່ເຫັນວ່າທັດສະນະຄະຕິຂອງພຣະເຈົ້າຕໍ່ສິ່ງເຫຼົ່ານີ້ເປັນແນວໃດ ນັ້ນກໍຄື ພຣະເຈົ້າບໍ່ໃສ່ໃຈພວກມັນ; ເຈົ້າບໍ່ຮູ້ແມ່ນແຕ່ເຫດຜົນວ່າເປັນຫຍັງຈຶ່ງເປັນເຊັ່ນນັ້ນ. ໃນແຕ່ລະຂັ້ນຕອນຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າ, ພຣະເຈົ້າໄດ້ກ່າວພຣະທຳຫຼາຍຢ່າງ. ມີການສົນທະນາຫຼາຍຢ່າງລະຫວ່າງພຣະເຈົ້າ ແລະ ມະນຸດຊາດ ແລະ ຈາກການສົນທະນາເຫຼົ່ານີ້, ຄົນເຮົາສາມາດເຫັນເຈດຕະນາຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ແກ່ນແທ້. ເຖິງແນວໃດກໍຕາມ, ພຣະເຈົ້າບໍ່ເຄີຍກ່າວເຖິງວິທີທີ່ພຣະອົງສົນທະນາກັບຊາຕານໃນເລື່ອງທີ່ສະເພາະເຈາະຈົງບາງຢ່າງ ແລະ ສະນັ້ນຈຶ່ງເປີດໂປງຊາຕານ, ເຮັດໃຫ້ມະນຸດຊາດເຫັນໃບໜ້າທີ່ແທ້ຈິງຂອງຊາຕານຢ່າງຊັດເຈນ ແລະ ເຫັນຢ່າງຊັດເຈນວ່າຊາຕານປະຕິບັດຕໍ່ພຣະເຈົ້າແນວໃດ. ມີເລື່ອງເຊັ່ນນີ້ຫຼາຍຢ່າງ, ແຕ່ພຣະເຈົ້າບໍ່ໄດ້ກ່າວເຖິງພວກມັນ. ເປັນຫຍັງພຣະເຈົ້າຈຶ່ງບໍ່ກ່າວເຖິງພວກມັນ? ເພາະວ່າການເວົ້າເຖິງສິ່ງເຫຼົ່ານັ້ນບໍ່ມີປະໂຫຍດຕໍ່ເຈົ້າ. ສິ່ງທີ່ມີປະໂຫຍດທີ່ສຸດຕໍ່ເຈົ້າກໍຄືພຣະທຳແຫ່ງຊີວິດຂອງພຣະເຈົ້າ; ພຣະທຳເຫຼົ່ານີ້ທີ່ສາມາດເຮັດໃຫ້ເຈົ້າມາຢູ່ເບື້ອງພຣະພັກຂອງພຣະເຈົ້າ ແລະ ກາຍເປັນຄົນທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ເປັນຜູ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍນັ້ນ ມີປະໂຫຍດທີ່ສຸດຕໍ່ເຈົ້າ. ພຣະເຈົ້າບອກເຈົ້າວ່າຈະດຳລົງຊີວິດແນວໃດ ແລະ ຈະເວົ້າແນວໃດ ແລະ ຍັງບອກອີກວ່າຈະແຍກແຍະຜູ້ຄົນ ແລະ ເລື່ອງຕ່າງໆ ແລະ ຮຽນຮູ້ທີ່ຈະປະຕິບັດຄວາມຈິງ ແລະ ມີສະຕິປັນຍາໃນສະພາບແວດລ້ອມ ແລະ ສະຖານະການຕ່າງໆແນວໃດ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນປະໂຫຍດຕໍ່ເຈົ້າ. ພຣະເຈົ້າກ່າວ ແລະ ກະທຳສິ່ງໃດກໍຕາມທີ່ເປັນປະໂຫຍດຕໍ່ເຈົ້າ. ພຣະເຈົ້າບໍ່ໄດ້ກ່າວພຣະທຳແມ່ນແຕ່ຄຳດຽວທີ່ບໍ່ມີປະໂຫຍດຕໍ່ເຈົ້າ. ມັນຈະບໍ່ງ່າຍເກີນໄປບໍທີ່ພຣະເຈົ້າຈະກ່າວພຣະທຳເຫຼົ່ານັ້ນ? ແລ້ວເປັນຫຍັງພຣະອົງຈຶ່ງບໍ່ກ່າວພວກມັນ? ເພາະວ່າມະນຸດຊາດທີ່ເສື່ອມຊາມບໍ່ຕ້ອງການພຣະທຳເຫຼົ່ານັ້ນ. ຂ່າວລືເຫຼົ່ານີ້ທຽບເທົ່າກັບຄຳເວົ້າຂອງມານຮ້າຍ ແລະ ຊາຕານ ແລະ ພຣະເຈົ້າກໍບໍ່ໃສ່ໃຈພວກມັນ, ສະນັ້ນ ເຈົ້າກໍບໍ່ຄວນໂຕ້ຖຽງກັບພວກເຂົາເຊັ່ນກັນ. ເຂົ້າໃຈບໍ? (ເຂົ້າໃຈແລ້ວ.) ຫຼັງຈາກທີ່ເຈົ້າເຂົ້າໃຈແລ້ວ, ເຈົ້າກໍຮູ້ວິທີປະຕິບັດ, ແມ່ນບໍ່? ຢ່າໃຊ້ຄວາມພະຍາຍາມໃນການໄຈ້ແຍກຂ່າວລື, ໂຕ້ຖຽງຂ່າວລື, ຊອກຫາແຫຼ່ງທີ່ມາຂອງຂ່າວລື ແລະ ອື່ນໆ ອີກ. ຖ້າເຈົ້າມີຫົວໃຈທີ່ຈະເປັນພະຍານເພື່ອພຣະເຈົ້າຢ່າງແທ້ຈິງ ແລະ ຕ້ອງການຢືນຢັດໃນຄຳພະຍານຂອງເຈົ້າ ແລະ ຮັບການຮັບຮອງຈາກພຣະເຈົ້າ, ມີຄຳເວົ້າຫຼາຍຢ່າງທີ່ເຈົ້າສາມາດເວົ້າໄດ້ ແລະ ມີຫຼາຍສິ່ງທີ່ເຈົ້າສາມາດເຮັດໄດ້. ພຣະທຳ ແລະ ຄວາມຈິງທີ່ພຣະເຈົ້າສະໜອງໃຫ້ຜູ້ຄົນນັ້ນ ຮຽກຮ້ອງໃຫ້ເຈົ້າຄິດໄຕ່ຕອງ ແລະ ມີປະສົບການ, ເພື່ອໃຫ້ສິ່ງເຫຼົ່ານັ້ນກາຍເປັນຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດຂອງເຈົ້າເອງ, ໃນທີ່ສຸດກໍກາຍເປັນຊີວິດຂອງເຈົ້າເອງ. ມັນຈຳເປັນທີ່ເຈົ້າຈະຕ້ອງໃຊ້ເວລາ ແລະ ກຳລັງເພື່ອຈັດຕັ້ງປະຕິບັດສິ່ງນີ້. ຖ້າເຈົ້າໂງ່ ແລະ ຈ້າ, ໃຊ້ຄວາມພະຍາຍາມກັບຂ່າວລືຢູ່ສະເໝີ, ຕ້ອງການຊີ້ແຈງຊື່ສຽງຂອງຕົນເອງ ແລະ ອະທິບາຍຕົນເອງຕໍ່ໂລກຢູ່ສະເໝີ, ແລ້ວນັ້ນກໍຈະສ້າງບັນຫາ; ເຈົ້າຈະບໍ່ໄດ້ຮັບຄວາມຈິງ ແລະ ເຈົ້າຈະຖືກຜູກມັດ ແລະ ເມື່ອຍລ້າໂດຍສິ້ນເຊີງຈາກຂ່າວລືທາງໂລກເຫຼົ່ານີ້. ໃນທີ່ສຸດແລ້ວ, ເຈົ້າກໍຈະບໍ່ສາມາດອະທິບາຍສິ່ງຕ່າງໆ ໄດ້ຢ່າງຊັດເຈນ. ເປັນຫຍັງເຈົ້າຈຶ່ງບໍ່ສາມາດອະທິບາຍພວກມັນໄດ້ຢ່າງຊັດເຈນ? ເພາະວ່າເຈົ້າກຳລັງປະເຊີນໜ້າກັບມານຮ້າຍ ແລະ ມັນເວົ້າຕົວະຢ່າງໜ້າດ້ານໆ. ຕອນນີ້ມານຮ້າຍເວົ້າຫຍັງ? ພະຍານາກໃຫຍ່ສີແດງກ່າວວ່າ “ຈີນເປັນຜູ້ປົກປ້ອງລະບຽບຂອງໂລກ, ເປັນຜູ້ປົກປ້ອງສັນຕິພາບຂອງໂລກ ແລະ ບົດບາດຂອງຕົນໃນການຮັກສາສັນຕິພາບ ແລະ ລະບຽບຂອງໂລກນັ້ນສຳຄັນຢ່າງຍິ່ງ”. ຄຳເວົ້າໃດທີ່ມັນເວົ້າແລ້ວເປັນຂໍ້ແທ້ຈິງ? ຄຳເວົ້າເຫຼົ່ານີ້ເປັນຂໍ້ແທ້ຈິງບໍ? ເມື່ອເຈົ້າໄດ້ຍິນຄຳເວົ້າເຫຼົ່ານີ້, ເຈົ້າບໍ່ຮູ້ສຶກໃຈຮ້າຍບໍ? ຫຼັງຈາກທີ່ໄດ້ຍິນສິ່ງນີ້, ເຈົ້າກໍຄິດວ່າຊາຕານຊ່າງໜ້າບໍ່ອາຍສໍ່າໃດທີ່ກ້າເວົ້າສິ່ງດັ່ງກ່າວ. ເປັນຫຍັງເຈົ້າຈຶ່ງຈະໂຕ້ຖຽງກັບມັນ? ເຈົ້າບໍ່ໄດ້ກຳລັງໂງ່ຈ້າຢູ່ບໍ? ນີ້ກໍເປັນພຽງສິ່ງປະເພດທີ່ມັນເປັນ, ພຣະເຈົ້າພຽງແຕ່ນຳໃຊ້ມັນເພື່ອຮັບໃຊ້ພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ຕັ້ງໃຈທີ່ຈະຊ່ວຍໃຫ້ລອດພົ້ນ ຫຼື ປ່ຽນແປງມັນຢ່າງເດັດຂາດ. ການໂຕ້ຖຽງກັບມັນບໍ່ແມ່ນຄວາມໂງ່ຈ້າບໍ? ຢ່າເຮັດສິ່ງທີ່ໂງ່ຈ້າເຊັ່ນນັ້ນ. ຄົນສະຫຼາດບໍ່ຟັງຂ່າວລືເຫຼົ່ານີ້, ທັງບໍ່ຖືກຄວບຄຸມໂດຍພວກມັນ. ບາງຄົນເວົ້າວ່າ: “ຫຼັງຈາກທີ່ໄດ້ຍິນຂ່າວລື, ຂ້ານ້ອຍກໍຖືກມັນລົບກວນ!” ແລ້ວເຈົ້າກໍຄວນອະທິຖານໃນໃຈຂອງເຈົ້າ, ໃຊ້ຄວາມຈິງເພື່ອແຍກແຍະ ແລະ ຈາກນັ້ນກໍສາບແຊ່ງມານຮ້າຍ ແລະ ຊາຕານເຫຼົ່ານັ້ນ ແລະ ຂ່າວລືເຫຼົ່ານີ້ກໍຈະບໍ່ມີຜົນຕໍ່ຫົວໃຈຂອງເຈົ້າອີກຕໍ່ໄປ. ຍັງມີອີກວິທີໜຶ່ງ: ເຈົ້າຕ້ອງເບິ່ງທະລຸເຖິງແກ່ນແທ້. ເຈົ້າເວົ້າວ່າ: “ເຖິງແມ່ນວ່າການກະທຳຂອງພຣະເຈົ້າຈະບໍ່ສອດຄ່ອງກັບແນວຄິດຂອງຂ້ານ້ອຍ ແລະ ຖືກປະນາມ ແລະ ປະຕິເສດໂດຍມະນຸດຊາດທີ່ເສື່ອມຊາມ, ຂ້ານ້ອຍກໍເຫັນວ່າພຣະອົງຄືຄວາມຈິງ ແລະ ມານຮ້າຍ ແລະ ຊາຕານບໍ່ມີຄວາມຈິງ. ຂ້ານ້ອຍຕັ້ງໃຈທີ່ຈະເຊື່ອໃນພຣະເຈົ້າ! ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດຊ່ວຍຂ້ານ້ອຍໃຫ້ລອດພົ້ນໄດ້. ພຣະອົງມີແກ່ນແທ້ຂອງພຣະເຈົ້າ, ພຣະອົງຄືພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງບໍ່ເຄີຍປ່ຽນແປງ. ບໍ່ວ່າມານຮ້າຍ ແລະ ຊາຕານຈະຕໍ່ຕ້ານພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ມີຄວາມຈິງ ແລະ ຂ້ານ້ອຍບໍ່ເຊື່ອຄຳເວົ້າຂອງມານຮ້າຍ ແລະ ຊາຕານ!” ເຈົ້າມີຄວາມເຊື່ອນີ້ບໍ? (ມີ.) ຖ້າເຈົ້າມີຄວາມເຊື່ອນີ້, ເຈົ້າກໍບໍ່ຄວນຖືກລົບກວນໂດຍຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆ ແລະ ຍິ່ງໄປກວ່ານັ້ນ ເຈົ້າກໍບໍ່ຄວນຖືກນຳພາຢ່າງຜິດໆ ຫຼື ຖືກໂຈມຕີໂດຍຊາຕານ. ແລ້ວເຈົ້າຄວນເຮັດແນວໃດ? ບໍ່ຕ້ອງສົນໃຈມັນ; ຈົ່ງຈົດຈໍ່ໃນການສະແຫວງຫາຄວາມຈິງ ແລະ ຢືນຢັດໃນຄຳພະຍານຂອງເຈົ້າ ແລະ ຊາຕານກໍຈະໄດ້ຮັບຄວາມອັບອາຍ.
ເມື່ອກີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບບັນຫາບາງຢ່າງທີ່ກ່ຽວຂ້ອງກັບການເຜີຍແຜ່ຂ່າວລືພາຍໃນຄຣິສຕະຈັກ. ຄົນສ່ວນໃຫຍ່ໄດ້ຍິນຂ່າວລືບາງຢ່າງຈາກລັດຖະບານກອມມູນິດຈີນ ແລະ ໂລກສາສະໜາ; ເມື່ອກີ້ ພວກເຮົາກໍໄດ້ໂອ້ລົມກັນກ່ຽວກັບວິທີປະຕິບັດ ແລະ ຈັດການຕໍ່ຂ່າວລືເຫຼົ່ານີ້. ເມື່ອຜູ້ຄົນເຂົ້າໃຈຫຼັກການຄວາມຈິງແລ້ວ, ພວກເຂົາກໍຈະບໍ່ຖືກນຳພາຢ່າງຜິດໆ ຫຼື ຖືກລົບກວນໂດຍຂ່າວລືອີກຕໍ່ໄປ. ເມື່ອມີຄົນປະກົດຕົວໃນຄຣິສຕະຈັກທີ່ເຜີຍແຜ່ຂ່າວລື, ບໍ່ວ່າພວກເຂົາຈະເຜີຍແຜ່ຂ່າວລືປະເພດໃດກໍຕາມດ້ວຍທ່າທີ ຫຼື ນໍ້າສຽງແບບໃດ, ພວກເຮົາຄວນປະຕິບັດຕໍ່ກັບມັນແນວໃດ? ພວກເຮົາຄວນປ່ອຍໃຫ້ມັນເກີດຂຶ້ນໂດຍບໍ່ແຊກແຊງ ຫຼື ເປີດໂປງ, ໄຈ້ແຍກ ແລະ ຈັດການກັບຄົນນັ້ນ? ວິທີການໃດສອດຄ່ອງກັບຫຼັກການ? ມີບາງຄົນທີ່ເວົ້າວ່າ “ບໍ່ແມ່ນວ່າມີເສລີພາບໃນການປາກເວົ້າບໍ? ເປັນຫຍັງຈຶ່ງບໍ່ໃຫ້ຄົນຜູ້ນັ້ນເວົ້າ? ກໍພຽງແຕ່ປ່ອຍໃຫ້ພວກເຂົາເວົ້າ. ຫຼັງຈາກທີ່ໄດ້ຟັງຂ່າວລື, ເມື່ອທຸກຄົນສາມາດແຍກແຍະໄດ້ວ່າພວກມັນເປັນແນວໃດ, ພວກເຂົາກໍຈະບໍ່ເຊື່ອຄຳເວົ້າມານຮ້າຍເຫຼົ່ານີ້ອີກຕໍ່ໄປ ແລະ ຂ່າວລືກໍຈະສູນສິ້ນໄປເອງໂດຍທຳມະຊາດ”. ຄົນອື່ນກໍເວົ້າວ່າ “ມັນເປັນສິ່ງທີ່ຍອມຮັບບໍ່ໄດ້ທີ່ພວກເຂົາຈະເຜີຍແຜ່ຂ່າວລື ແລະ ໃສ່ຮ້າຍປ້າຍສີພຣະເຈົ້າ. ພວກເຮົາບໍ່ສາມາດປ່ອຍໃຫ້ພວກເຂົາເຮັດສິ່ງທີ່ໃສ່ຮ້າຍປ້າຍສີພຣະເຈົ້າໄດ້. ພວກເຮົາຄວນສັ່ງສອນບົດຮຽນໃຫ້ພວກເຂົາ ເພື່ອໃຫ້ພວກເຂົາຕື່ນຕົວ. ພຣະເຈົ້າໄດ້ອົດທົນຕໍ່ຄວາມທຸກທໍລະມານຫຼາຍພຽງໃດເພື່ອທີ່ຈະກ່າວ ແລະ ເຮັດພາລະກິດເພື່ອຊ່ວຍພວກເຮົາໃຫ້ລອດພົ້ນ, ແຕ່ພວກເຂົາກຳລັງເຜີຍແຜ່ຂ່າວລື. ພວກເຂົາບໍ່ມີຈິດສຳນຶກ! ມີພຽງແຕ່ການສາບແຊ່ງພວກເຂົາເທົ່ານັ້ນທີ່ພວກເຮົາຈະສາມາດລະບາຍຄວາມກຽດຊັງຂອງພວກເຮົາໄດ້; ຖ້າພວກເຮົາບໍ່ຈັດການກັບພວກເຂົາ, ພວກເຮົາກໍຈະເຮັດໃຫ້ພຣະເຈົ້າຜິດຫວັງ”. ວິທີໃດດີ? ວິທີການເຫຼົ່ານີ້ລ້ວນແຕ່ບໍ່ດີ. ດັ່ງທີ່ພວກເຮົາໄດ້ໂອ້ລົມກັນກ່ອນໜ້ານີ້, ຜູ້ທີ່ເຜີຍແຜ່ຂ່າວລືບໍ່ແມ່ນຄົນດີຢ່າງແນ່ນອນ ແລະ ບຸກຄົນເຊັ່ນນັ້ນຈຳເປັນຕ້ອງຖືກແຍກແຍະ. ຖ້າພວກເຂົາພຽງແຕ່ເຜີຍແຜ່ຂ່າວລືເປັນບາງຄັ້ງຄາວ, ພວກເຂົາກໍຄວນຖືກຕັກເຕືອນ. ຖ້າພວກເຂົາເຜີຍແຜ່ຂ່າວລືຢ່າງສະໝໍ່າສະເໝີ, ພວກເຂົາກໍຕ້ອງຖືກເປີດໂປງ, ໄຈ້ແຍກ ແລະ ຈາກນັ້ນກໍກຳຈັດອອກຈາກຄຣິສຕະຈັກ, ເພື່ອໃຫ້ພວກເຂົາບໍ່ສາມາດນຳພາຢ່າງຜິດໆ ຫຼື ທຳຮ້າຍຜູ້ຄົນໄດ້ອີກຕໍ່ໄປ. ການຈັດການກັບເລື່ອງນີ້ງ່າຍບໍ? ພວກເຈົ້າຈະຈັດການກັບມັນແບບນີ້ ຫຼື ພວກເຈົ້າຈະລໍຖ້າໃຫ້ຜູ້ນຳຄຣິສຕະຈັກອອກຄຳສັ່ງ? ເມື່ອໃດທີ່ພົບວ່າຄົນໃດໜຶ່ງກຳລັງເຜີຍແຜ່ຂ່າວລືຢ່າງສະໝໍ່າສະເໝີ ແລະ ທຸກຄັ້ງທີ່ພວກເຂົາມາເຕົ້າໂຮມ ພວກເຂົາກໍເວົ້າເຖິງເລື່ອງເຫຼົ່ານີ້, ບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າ, ບໍ່ເຄີຍອະທິຖານ, ບໍ່ຮຽນຮູ້ເພງສັນລະເສີນ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ໄດ້ແບ່ງປັນຄວາມເຂົ້າໃຈຈາກປະສົບການຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ເມື່ອໃດກໍຕາມທີ່ມີຄົນໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ແບ່ງປັນຄຳພະຍານຈາກປະສົບການ, ພວກເຂົາກໍຮູ້ສຶກລັງກຽດ ແລະ ເບື່ອໜ່າຍ, ແຕ່ບໍ່ຮູ້ສຶກເບື່ອໜ່າຍຕໍ່ຂ່າວລືຂອງຜູ້ບໍ່ເຊື່ອ ແລະ ກໍຕື່ນເຕັ້ນຫຼາຍກັບຂ່າວລືເຫຼົ່ານັ້ນ, ຫຼັງຈາກທີ່ພົບເຫັນທັງໝົດນີ້ແລ້ວ, ເປັນຫຍັງຈຶ່ງຕ້ອງເກງໃຈຄົນແບບນັ້ນອີກ? ເຫັນໄດ້ຊັດເຈນວ່າ ພວກເຂົາເປັນຄົນຮັບໃຊ້ຊາຕານທີ່ໄດ້ແຊກຊຶມເຂົ້າມາໃນຄຣິສຕະຈັກ ເພື່ອລົບກວນຜູ້ທີ່ຖືກເລືອກຂອງພຣະເຈົ້າຈາກການຕິດຕາມພຣະເຈົ້າ. ເຈົ້າເຫັນດີໃຫ້ພວກເຂົາລົບກວນບໍ? (ບໍ່.) ຖ້າເຈົ້າບໍ່ເຫັນດີ, ແລ້ວກໍຈົ່ງລຸກຂຶ້ນ ແລະ ເວົ້າວ່າ “ທ້າວນັ້ນ/ນາງນີ້ມາຄຣິສຕະຈັກ ແລະ ເຜີຍແຜ່ຂ່າວລືຢູ່ສະເໝີ, ບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ບໍ່ໄດ້ແບ່ງປັນຄວາມເຂົ້າໃຈຈາກປະສົບການຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ. ພວກເຂົາເປັນຜູ້ບໍ່ເຊື່ອ ແລະ ຄວນຖືກກຳຈັດອອກຈາກຄຣິສຕະຈັກ. ມີໃຜຄັດຄ້ານບໍ?” ຖ້າທຸກຄົນເວົ້າວ່າພວກເຂົາບໍ່ມີການຄັດຄ້ານ ແລະ ຍົກມືຂຶ້ນເຫັນດີ, ແລ້ວຄົນຜູ້ນັ້ນກໍຄວນຖືກຊໍາລະລ້າງອອກໄປ. ການຈັດການກັບຜູ້ເຜີຍແຜ່ຂ່າວລືແບບນີ້ເປັນຕາພໍໃຈບໍ? (ແມ່ນແລ້ວ.) ນີ້ຄືວິທີທີ່ຄວນຈັດການກັບຄົນເຊັ່ນນັ້ນ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?