ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (18) ສ່ວນທີ ສີ່
4. ການແຍກແຍະຂ່າວລືທີ່ບໍ່ມີມູນຄວາມຈິງຫຼາຍປະເພດທີ່ຕີຄວາມໝາຍພຣະທຳຂອງພຣະເຈົ້າຜິດ ແລະ ຕັດສິນພາລະກິດຂອງພຣະເຈົ້າ
ຂ່າວລືປະເພດທີ່ພວກເຮົາຫາກໍໂອ້ລົມກັນນັ້ນມາຈາກໃສ? ພວກມັນມາຈາກພະຍານາກໃຫຍ່ສີແດງ, ຈາກໂລກສາສະໜາ ແລະ ຈາກຜູ້ບໍ່ເຊື່ອ. ນອກຈາກຂ່າວລືຈາກໂລກພາຍນອກແລ້ວ, ຍັງມີຄຳເວົ້າ ແລະ ຄຳນິນທາບາງຢ່າງກ່ຽວກັບພາຍໃນຄຣິສຕະຈັກ. ແມ່ນແຕ່ມີຂໍ້ກ່າວຫາທີ່ບໍ່ມີຄວາມຈິງຢ່າງສິ້ນເຊີງກ່ຽວກັບພຣະເຈົ້າ, ພາລະກິດຂອງພຣະເຈົ້າ, ວັນເວລາຂອງພຣະເຈົ້າ ແລະ ພຣະທຳບາງຂໍ້ຂອງພຣະເຈົ້າ, ພ້ອມທັງຄວາມລຶກລັບບາງຢ່າງທີ່ກ່ຽວຂ້ອງກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ, ເຊິ່ງຜູ້ຄົນສ້າງຂຶ້ນໂດຍອີງໃສ່ຈິນຕະນາການ ແລະ ແນວຄິດຂອງພວກເຂົາ ຫຼື ໂດຍອີງໃສ່ການສົ່ງຕໍ່ຂໍ້ມູນທີ່ຜິດພາດຢ່າງຕໍ່ເນື່ອງ ແລະ ການຄາດເດົາທີ່ບໍ່ມີມູນຄວາມຈິງ. ເພາະວ່າຜູ້ຄົນໄດ້ເສີມແຕ່ງຄຳເວົ້າ, ຄໍານິນທາ ແລະ ຂໍ້ກ່າວຫາເຫຼົ່ານັ້ນ, ຂ່າວລືເຫຼົ່ານີ້ຈຶ່ງຖືກສ້າງຂຶ້ນ. ເມື່ອຂ່າວລືຖືກສ້າງຂຶ້ນ, ບາງຄົນທີ່ມັກຂ່າວລືກໍເກີດຄວາມກະຕືລືລົ້ນໃນການເຜີຍແຜ່ພວກມັນ, ໂດຍຖືວ່າຂ່າວລືເປັນເລື່ອງຈິງ ແລະ ເຜີຍແຜ່ພວກມັນໄປທົ່ວທຸກບ່ອນ, ໂດຍພັນລະນາພວກມັນເປັນຕຸເປັນຕະ ແລະ ລະອຽດຖີ່ຖ້ວນ ຈົນບາງຄົນທີ່ບໍ່ຮູ້ສະພາບຄວາມຈິງ ແລະ ບໍ່ເຂົ້າໃຈຄວາມຈິງ ທັງຍັງໂງ່ຈ້າ ແລະ ບໍ່ຮູ້ຄວາມ, ກໍຖືກນໍາພາຢ່າງຜິດໆໂດຍຂ່າວລືເຫຼົ່ານີ້ຢ່າງແທ້ຈິງ. ເມື່ອຖືກນໍາພາຢ່າງຜິດໆແລ້ວ, ພວກເຂົາກໍໄດ້ຮັບຜົນກະທົບ ແລະ ຖືກລົບກວນແມ່ນບໍ່? (ແມ່ນແລ້ວ). ສິ່ງເຫຼົ່ານີ້ກໍເປັນບັນຫາທົ່ວໄປທີ່ເກີດຂຶ້ນໃນຄຣິສຕະຈັກ. ເຖິງແມ່ນວ່າຂ່າວລືເຫຼົ່ານີ້ຈະທຽບບໍ່ຕິດເລີຍກັບຂ່າວລືທີ່ໝິ່ນປະໝາດ ແລະ ໂຈມຕີພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າ, ພວກມັນບໍ່ໄດ້ໝິ່ນປະໝາດ ຫຼື ລົບລູ່ພຣະເຈົ້າ ແລະ ເຖິງແມ່ນວ່າພວກມັນຈະບໍ່ກໍ່ໃຫ້ເກີດການລົບກວນ ຫຼື ຄວາມເສຍຫາຍໃດໆຕໍ່ພາລະກິດຂອງພຣະເຈົ້າ, ແຕ່ພວກມັນກໍຍັງສົ່ງຜົນກະທົບຕໍ່ການເຂົ້າສູ່ຊີວິດຂອງບາງຄົນ ແລະ ຄວນຖືກຢຸດຢັ້ງ. ຕົວຢ່າງ: ເມື່ອບາງຄົນໄດ້ຍິນຄຳເວົ້າທີ່ຄ້າຍຄືຄວາມຈິງ, ພວກເຂົາກໍເຊື່ອໃນໃຈ ແລະ ຟ້າວເຜີຍແຜ່ພວກມັນໃຫ້ຄົນໃກ້ຊິດທີ່ຢູ່ອ້ອມຂ້າງ. ໃນຂະນະທີ່ຂ່າວລືແຜ່ລາມອອກໄປ, ລາຍລະອຽດກໍຍິ່ງເພີ່ມຂຶ້ນ ແລະ ຄົບຖ້ວນຫຼາຍຂຶ້ນ ແລະ ໃນທີ່ສຸດ, ຂ່າວລືກໍເລີ່ມຄືກັບເຫດການຈິງ. ອົງປະກອບຕ່າງໆ ເຊັ່ນ: ເວລາ, ສະຖານທີ່ ແລະ ຕົວລະຄອນ ລ້ວນແລ້ວແຕ່ຄົບຖ້ວນ, ຂ່າວລືດັ່ງກ່າວບັນລຸເງື່ອນໄຂທີ່ຈະສາມາດເຜີຍແຜ່ຕໍ່ສາທາລະນະໄດ້, ແມ່ນບໍ່? ຂໍ້ມູນໃດທີ່ກຳລັງຖືກເຜີຍແຜ່? ຜູ້ປ່ອຍຂ່າວລືເວົ້າວ່າ “ມີບາງສິ່ງທີ່ສຳຄັນທີ່ຂ້ອຍຕ້ອງບອກເຈົ້າໃນມື້ນີ້. ຂ້ອຍຈະຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນຖ້າຂ້ອຍບໍ່ບອກ; ຂ້ອຍຈະບໍ່ສາມາດຕັ້ງໃຈອ່ານພຣະທຳຂອງພຣະເຈົ້າໄດ້ເລີຍ. ຂ້ອຍຕື່ນເຕັ້ນຫຼາຍກ່ຽວກັບເລື່ອງນີ້. ໃນທີ່ສຸດ, ຕອນນີ້ພວກເຮົາທີ່ເຊື່ອໃນພຣະເຈົ້າກໍມີຄວາມຫວັງແລ້ວ!” ເມື່ອທຸກຄົນໄດ້ຍິນວ່າມີຄວາມຫວັງ, ພວກເຂົາກໍສົນໃຈ ແລະ ກະຕືລືລົ້ນ; ຫົວຂໍ້ນີ້ໜ້າດຶງດູດໃຈຫຼາຍ. ພວກເຂົາເວົ້າວ່າ “ພາລະກິດຂອງພຣະເຈົ້າກຳລັງຈະສຳເລັດໃນໄວໆນີ້. ສັນຍານຫຼາຍຢ່າງທີ່ພຣະເຈົ້າໄດ້ພະຍາກອນໄວ້ກ່ອນໜ້ານີ້ກ່ຽວກັບການສິ້ນສຸດພາລະກິດຂອງພຣະອົງໄດ້ປາກົດຂຶ້ນແລ້ວ. ຕົວຢ່າງ: ສະພາບຂອງດວງຈັນ ແລະ ດວງອາທິດ, ສະຖານະການໃນພາກຕາເວັນອອກ ແລະ ພາກຕາເວັນຕົກ, ຈຳນວນຜູ້ຄົນທີ່ພຣະເຈົ້າເລືອກໃນແຕ່ລະປະເທດ, ມີຈັກຄົນທີ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ ແລະ ອື່ນໆ, ສັນຍານເຫຼົ່ານີ້ຂອງການສິ້ນສຸດພາລະກິດຂອງພຣະເຈົ້າຕອນນີ້ກຳລັງຢູ່ຕໍ່ໜ້າພວກເຮົາແລ້ວ. ພວກເຮົາຕ້ອງຟ້າວກະກຽມ!” ບາງຄົນຖາມວ່າ “ພວກເຮົາຄວນກະກຽມຫຍັງ?” ຜູ້ປ່ອຍຂ່າວລືເວົ້າວ່າ “ພວກເຮົາຄວນກຽມການກະທຳທີ່ດີ ແລະ ກະກຽມອາຫານ ແລະ ຟ້າວເອົາເງິນຝາກທັງໝົດຂອງພວກເຮົາຖວາຍແກ່ພຣະເຈົ້າ, ແລ້ວພວກເຮົາກໍຈະສາມາດຮັບປະກັນເອົາຈຸດໝາຍປາຍທາງທີ່ດີໄດ້”. ພວກເຂົາຍັງເວົ້າອີກວ່າ “ໃນປີ ແລະ ເດືອນນັ້ນໆ, ໃນວັນທີນັ້ນໆ ແລະ ໃນເວລານັ້ນໆ, ພວກເຮົາຕ້ອງເຕົ້າໂຮມກັນຢູ່ບ່ອນສະເພາະບ່ອນໜຶ່ງ ບ່ອນທີ່ພຣະເຈົ້າຈະລໍຖ້າພວກເຮົາເພື່ອພາພວກເຮົາໄປ. ພຣະເຈົ້າກ່າວວ່າ ‘ຖ້າເຈົ້າບໍ່ປະຖິ້ມທຸກສິ່ງ, ເຈົ້າກໍບໍ່ສົມຄວນທີ່ຈະເປັນສາວົກຂອງເຮົາ ແລະ ບໍ່ສົມຄວນທີ່ຈະເປັນຜູ້ຕິດຕາມຂອງເຮົາ’. ຕອນນີ້ວັນເວລາຂອງພຣະເຈົ້າໄດ້ມາເຖິງແລ້ວ ແລະ ພຣະທຳຂອງພຣະເຈົ້າໄດ້ກາຍເປັນຈິງແລ້ວ. ພວກເຮົາຕ້ອງປະຖິ້ມສິ່ງທາງໂລກທັງໝົດ, ບໍ່ພຽງແຕ່ອະນາຄົດ ແລະ ອາຊີບຂອງພວກເຮົາເທົ່ານັ້ນ ແຕ່ຍັງລວມເຖິງຄອບຄົວ, ຍາດພີ່ນ້ອງ ແລະ ຄວາມສຳພັນທາງເນື້ອໜັງຂອງພວກເຮົາອີກດ້ວຍ. ພວກເຮົາຕ້ອງປະຖິ້ມສິ່ງຜູກມັດທາງໂລກທັງໝົດ; ພວກເຮົາກຳລັງຈະພົບກັບພຣະເຈົ້າ!” ຄົນສ່ວນໃຫຍ່ຖາມວ່າ “ນີ້ແມ່ນຄວາມຈິງບໍ?” ຜູ້ປ່ອຍຂ່າວລືເວົ້າວ່າ “ແມ່ນແລ້ວ, ຂ້ອຍໄດ້ຂາຍເຮືອນ ແລະ ລົດຂອງຂ້ອຍ ແລະ ໄດ້ຖອນເງິນຝາກຂອງຂ້ອຍອອກມາແລ້ວ. ຖ້າເຈົ້າບໍ່ເຊື່ອຂ້ອຍ, ລອງເບິ່ງພຣະທຳຂອງພຣະເຈົ້າ. ໃນບົດໜຶ່ງ, ການຖອດລະຫັດປະໂຫຍກໃດໜຶ່ງຈະເປີດເຜີຍທີ່ຢູ່ ແລະ ໃນອີກບົດໜຶ່ງ, ການຖອດລະຫັດຂໍ້ຄວາມໃດໜຶ່ງຈະເປີດເຜີຍປີ ແລະ ເດືອນ...”. ເມື່ອໄດ້ຍິນດັ່ງນີ້, ມີໃຜແດ່ທີ່ບໍ່ຖືກປຸກອາລົມ? ມີໃຜແດ່ທີ່ສາມາດແຍກແຍະຄຳເວົ້າເຫຼົ່ານີ້ໄດ້? ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ຜູ້ຄົນກັງວົນຫຼາຍບໍ? ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ຜູ້ຄົນໄດ້ລໍຄອຍມາດົນນານແລ້ວບໍ? ບາງຄົນ, ຫຼັງຈາກທີ່ໄດ້ຍິນສິ່ງນີ້ ແລະ ຈາກນັ້ນກໍເບິ່ງພຣະທຳຂອງພຣະເຈົ້າ ແລະ ຄິດວ່າມັນກົງກັນແທ້ໆ, ກໍເລີ່ມພິຈາລະນາແຜນສຳຮອງ. ເຖິງແມ່ນວ່າບາງຄົນຈະສົງໄສໃນໃຈ, ພວກເຂົາກໍຍັງຫວັງວ່າມັນເປັນຄວາມຈິງ, ໂດຍຄິດວ່າ “ເຖິງແມ່ນວ່າປີ ແລະ ວັນທີ່ກຳນົດໄວ້ຍັງອີກດົນ, ແຕ່ຢ່າງໜ້ອຍກໍມີວັນທີ ແລະ ເວລາທີ່ແນ່ນອນ, ສະນັ້ນພວກເຮົາຈຶ່ງມີຄວາມຫວັງ”. ເຖິງແມ່ນວ່າພວກເຂົາບໍ່ເຊື່ອມັນແທ້ໆ, ພວກເຂົາກໍຍັງໃຫ້ຄວາມສົນໃຈໃນລະດັບໜຶ່ງ. ຄວາມສົນໃຈນີ້ສະແດງເຖິງຫຍັງ? ມັນສະແດງໃຫ້ເຫັນວ່າຜູ້ຄົນໄດ້ຮັບອິດທິພົນ ແລະ ຖືກລົບກວນຈາກສິ່ງເຫຼົ່ານີ້ໄດ້ຢ່າງງ່າຍດາຍ. ເມື່ອຂ່າວລືປະເພດນີ້ເລີ່ມແຜ່ລາມອອກໄປຢ່າງກວ້າງຂວາງໃນຄຣິສຕະຈັກ, 80 ຫາ 90 ເປີເຊັນຂອງຜູ້ຄົນຈະຕື່ນເຕັ້ນຢ່າງຍິ່ງ ແລະ ອາລົມຄວາມຮູ້ສຶກກໍຄຶກຄື້ນຂຶ້ນມາ, ໂດຍຄິດວ່າ “ວັນທີ່ພວກເຮົາລໍຄອຍມາດົນນານກຳລັງຈະມາເຖິງແລ້ວ! ພຣະເຈົ້າໄດ້ຍິນຄຳອະທິຖານຂອງພວກເຮົາແລ້ວ! ພຣະເຈົ້າຮັກພວກເຮົາ ແລະ ບໍ່ໄດ້ປະຖິ້ມພວກເຮົາ!” ແມ່ນຫຍັງຄືຜົນສະທ້ອນຂອງການເຜີຍແຜ່ຫົວຂໍ້ດັ່ງກ່າວໃນລະຫວ່າງການເຕົ້າໂຮມ? ມັນຈະສົ່ງຜົນກະທົບຕໍ່ອາລົມຂອງທຸກຄົນແມ່ນບໍ່? ຜູ້ຄົນຈະບໍ່ສາມາດປະຕິເສດໄດ້, ເຖິງແມ່ນວ່າພວກເຂົາຢາກປະຕິເສດ; ທຸກປະໂຫຍກຂອງຂ່າວລືຈະແທງເຂົ້າໄປໃນໃຈຂອງພວກເຂົາ, ເຮັດໃຫ້ເປັນໄປບໍ່ໄດ້ທີ່ຈະບໍ່ເຊື່ອ. ຜູ້ຄົນມີແນວໂນ້ມສູງທີ່ສຸດທີ່ຈະເຊື່ອຄຳເວົ້າເຫຼົ່ານີ້; ເຖິງແມ່ນວ່າພວກເຂົາຈະບໍ່ແນ່ໃຈຮ້ອຍເປີເຊັນ, ພວກເຂົາກໍຍັງປາຖະໜາໃຫ້ມັນເປັນຄວາມຈິງ, ໂດຍຄິດວ່າ “ໄຕ່ຕອງເຖິງຄວາມທຸກລຳບາກຫຼາຍຢ່າງທີ່ພວກເຮົາໄດ້ອົດທົນໃນການຕິດຕາມພຣະເຈົ້າ, ຖືກໂລກປະຖິ້ມ, ຖືກລັດຖະບານໄລ່ລ່າ, ຖືກໂລກສາສະໜາຂົ່ມເຫັງ, ແມ່ນແຕ່ຫາຍໃຈຍັງຍາກ, ໃຊ້ຊີວິດແບບຫວາດລະແວງຢູ່ສະເໝີ, ວັນເວລາເຫຼົ່ານີ້ຈະສິ້ນສຸດລົງເມື່ອໃດ? ຕອນນີ້, ໃນທີ່ສຸດວັນເວລາຂອງພຣະເຈົ້າໄດ້ມາເຖິງແລ້ວ!” ຄວາມຄິດເຫຼົ່ານີ້ເຮັດໃຫ້ຈິດໃຈຂອງເຈົ້າຄຶກຄື້ນ: “ພວກເຮົາໄດ້ເສຍສະລະຕົນເອງເພື່ອພຣະເຈົ້າຫຼາຍແລ້ວ, ຄວາມເຊື່ອໃນການຕິດຕາມພຣະເຈົ້າຂອງພວກເຮົາໜັກແໜ້ນຫຼາຍ; ສິ່ງທີ່ພວກເຮົາກຳລັງໄດ້ຍິນນີ້ຕ້ອງເປັນຄວາມຈິງ. ພວກເຮົາບໍ່ຄວນເລ່ລ້ອນ ແລະ ທົນທຸກໃນໂລກນີ້ອີກຕໍ່ໄປ, ພວກເຮົາສົມຄວນບໍ່ໄດ້ຮັບສິ່ງນັ້ນ!” ເມື່ອເຈົ້າມີຄວາມຄິດນີ້, ແລະ ເຈົ້າໝັ້ນໃຈ ແລະ ກະຕືລືລົ້ນຕໍ່ຂ່າວລືນີ້ຫຼາຍ, ເຈົ້າຍັງຢາກອ່ານພຣະທຳຂອງພຣະເຈົ້າຢູ່ບໍ? ໃນຈຸດນີ້, ການອ່ານພຣະທຳຂອງພຣະເຈົ້າຕອນໃດກໍຕາມບໍ່ເບິ່ງຄືວ່າເກີນຄວາມຈຳເປັນແມ່ນບໍ່? ເຈົ້າຮູ້ສຶກວ່າ: “ເປັນຫຍັງການແບ່ງປັນຄວາມເຂົ້າໃຈຈາກປະສົບການກ່ຽວກັບພຣະທຳຂອງພຣະເຈົ້າຈຶ່ງເບິ່ງຄືວ່າບໍ່ຈຳເປັນເລີຍໃນຕອນນີ້? ບໍ່ຈຳເປັນຕ້ອງອະທິຖານຫາພຣະເຈົ້າອີກແລ້ວ, ແມ່ນບໍ່? ວັນເວລາຂອງພຣະເຈົ້າໄດ້ມາເຖິງແລ້ວ ແລະ ພວກເຮົາຈະພົບກັບພຣະເຈົ້າຕໍ່ໜ້າໄວໆນີ້, ສະນັ້ນການອະທິຖານຫາພຣະເຈົ້າຕອນນີ້ໝາຍຄວາມວ່າພວກເຮົາບໍ່ເຄົາລົບພຣະເຈົ້າແມ່ນບໍ່? ເມື່ອດຳລົງຊີວິດໃນເນື້ອໜັງ, ຫ່າງໄກຈາກພຣະເຈົ້າ, ພວກເຮົາຈຳເປັນຕ້ອງອ່ານພຣະທຳຂອງພຣະເຈົ້າເພື່ອບັນເທົາຄວາມໂຫຍຫາຂອງພວກເຮົາ. ຕອນນີ້, ພວກເຮົາກຳລັງຈະກ້າວຂ້າມໂລກນີ້ ແລະ ຈະພົບກັບພຣະເຈົ້າດ້ວຍຕົນເອງໃນໄວໆນີ້, ສະນັ້ນບໍ່ຈຳເປັນຕ້ອງອ່ານພຣະທຳຂອງພຣະເຈົ້າ. ສິ່ງທີ່ພວກເຮົາເຮັດໃນຕອນນີ້ບໍ່ມີຫຍັງທີ່ເປັນຮູບປະທຳເທົ່າກັບການພົບກັບພຣະເຈົ້າໃນປີ, ເດືອນ, ວັນທີ ແລະ ເວລາທີ່ສະເພາະເຈາະຈົງນັ້ນ. ມັນຈະເປັນສິ່ງທີ່ປະເສີດສໍ່າໃດ! ເມື່ອທຽບກັບການພົບກັບພຣະເຈົ້າໃນວັນນັ້ນຢູ່ບ່ອນນັ້ນ, ການອ່ານພຣະທຳຂອງພຣະເຈົ້າເບິ່ງຄືວ່າບໍ່ສຳຄັນເລີຍ”. ພວກເຈົ້າບໍ່ສາມາດຕັ້ງໃຈອ່ານພຣະທຳຂອງພຣະເຈົ້າໄດ້ອີກຕໍ່ໄປ. ໃຈຂອງເຈົ້າບໍ່ສະຫງົບ, ປາຖະໜາໃຫ້ວັນນັ້ນມາເຖິງໄວໆ! ອາລົມນີ້ຍາກທີ່ຈະສະແດງອອກແມ່ນບໍ່? ຂ່າວລືດັ່ງກ່າວຖືກໃຈຄົນສ່ວນໃຫຍ່ ແລະ ສາມາດແຜ່ລາມໄດ້ງ່າຍຫຼາຍໃນຄຣິສຕະຈັກ. ຄົນໜຶ່ງບອກສອງ, ສອງບອກສິບ ແລະ ຂ່າວລືກໍແຜ່ລາມຫຼາຍຂຶ້ນເລື້ອຍໆ, ຈາກຄຣິສຕະຈັກໜຶ່ງໄປສອງຄຣິສຕະຈັກ, ຈາກສອງຄຣິສຕະຈັກໄປຫ້າ, ແຜ່ລາມອອກໄປຢ່າງກວ້າງຂວາງຂຶ້ນເລື້ອຍໆ. ຜົນສະທ້ອນແມ່ນຫຍັງ? ຂ່າວລືເຫຼົ່ານີ້ເຮັດໃຫ້ຜູ້ຄົນສົງໄສພຣະເຈົ້າ, ຫ່າງໄກຕົນເອງຈາກພຣະເຈົ້າ, ລືມຄວາມຮັກທີ່ແທ້ຈິງຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ, ລືມໜ້າທີ່ທີ່ພວກເຂົາຄວນປະຕິບັດ ແລະ ລືມເສັ້ນທາງທີ່ພວກເຂົາຄວນຕິດຕາມ. ກົງກັນຂ້າມ, ພວກເຂົາຕັ້ງໃຈສະແຫວງຫາຢ່າງດຽວທີ່ຈະເຫັນວັນເວລາຂອງພຣະເຈົ້າມາເຖິງ ແລະ ເຫັນວ່າພວກເຂົາຈະໄດ້ຮັບພອນ ຫຼື ບໍ່. ເມື່ອວັນນັ້ນມາເຖິງແທ້ໆ ແລະ ບໍ່ມີຫຍັງເກີດຂຶ້ນ, ຕອນນັ້ນຜູ້ຄົນຈຶ່ງຮັບຮູ້ວ່າການເຊື່ອໃນຂ່າວລືໄດ້ເຮັດໃຫ້ຊີວິດຂອງພວກເຂົາໄດ້ຮັບຄວາມເສຍຫາຍ. ຕອນນັ້ນພວກເຈົ້າສາມາດກັບຄືນສູ່ສະພາບເດີມ, ປະພຶດຕົນຢ່າງເໝາະສົມ, ຍຶດໝັ້ນໜ້າທີ່ຂອງເຈົ້າ, ສະແຫວງຫາຄວາມຈິງຢ່າງຕິດດິນ, ສະແຫວງຫາຫຼັກການຄວາມຈິງໃນທຸກສິ່ງ ແລະ ປະພຶດຕົນ ແລະ ປະຕິບັດໜ້າທີ່ຂອງເຈົ້າຕາມພຣະທຳຂອງພຣະເຈົ້າໄດ້ບໍ? ເວລາຈະຜ່ານໄປແລ້ວ ແລະ ບໍ່ສາມາດເອົາຄືນໄດ້. ນີ້ແມ່ນຄວາມຜິດຂອງໃຜ? ໂທດຕົນເອງທີ່ບໍ່ເຄີຍເປັນຄົນທີ່ສະແຫວງຫາຄວາມຈິງເລີຍ. ເຈົ້າຄິດຝັນເຟື້ອງ ແລະ ດ້ວຍເຫດນັ້ນຈຶ່ງໄດ້ຕົກເປັນເຫຍື່ອຂອງຂ່າວລື.
ສຳລັບຜູ້ທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ເຂົ້າໃຈຄວາມຈິງ, ຂ່າວລືພຽງຂໍ້ດຽວກໍສາມາດນໍາພາພວກເຂົາເຂົ້າສູ່ເຫວເລິກ ແລະ ທຳລາຍພວກເຂົາໄດ້. ເຫວເລິກໝາຍເຖິງຫຍັງ? ໂດຍພື້ນຖານແລ້ວ, ເຈົ້າມີຄວາມເຊື່ອໃນພຣະເຈົ້າທີ່ປົກກະຕິ ແລະ ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ແຕ່ຂ່າວລືພຽງຂໍ້ດຽວໄດ້ນໍາພາເຈົ້າໄປໃນທາງທີ່ຜິດ. ໂດຍບໍ່ຮູ້ຕົວ, ເຈົ້າຖືກຊາຕານນໍາພາຢ່າງຜິດໆ, ເຈົ້າເຊື່ອຄຳເວົ້າມານຮ້າຍທີ່ຊາຕານເວົ້າ ແລະ ເຈົ້າໄດ້ຕິດຕາມຊາຕານ. ເຈົ້າເດີນຕາມ ແລະ ສະແຫວງຫາຕາມເສັ້ນທາງທີ່ຊາຕານໄດ້ວາງໄວ້ໃຫ້ເຈົ້າ ແລະ ຍິ່ງເຈົ້າໄປໄກເທົ່າໃດ, ໃຈຂອງເຈົ້າກໍຍິ່ງມືດມົນລົງເທົ່ານັ້ນ ແລະ ເຈົ້າຍິ່ງຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ເມື່ອເຈົ້າໄດ້ປະຖິ້ມ ແລະ ປະຕິເສດພຣະເຈົ້າຢ່າງສິ້ນເຊີງ, ເຈົ້າບໍ່ພຽງແຕ່ມີຄວາມສົງໄສຕໍ່ພຣະເຈົ້າໃນໃຈຂອງເຈົ້າເທົ່ານັ້ນ, ແຕ່ທີ່ຮ້າຍແຮງກວ່ານັ້ນ, ເຈົ້າກໍເກີດຄວາມຈົ່ມວ່າຕໍ່ພຣະເຈົ້າ ແລະ ການປະຕິເສດພຣະເຈົ້າ. ເມື່ອເຈົ້າມາເຖິງຈຸດນີ້, ມັນບໍ່ແມ່ນຈຸດຈົບຂອງເສັ້ນທາງສຳລັບເຈົ້າແລ້ວບໍ່? ນີ້ບໍ່ແມ່ນເຫວເລິກແມ່ນບໍ່? ນີ້ແມ່ນສິ່ງທີ່ເຈົ້າຢາກເຫັນແມ່ນບໍ່? ເມື່ອເຈົ້າມາເຖິງຈຸດນີ້, ເຈົ້າຍັງສາມາດໄດ້ຮັບຄວາມລອດພົ້ນໄດ້ບໍ? ບໍ່ໄດ້ ແລະ ມັນຍາກຫຼາຍທີ່ຈະຫວນກັບຄືນ. ເປັນຫຍັງ? ເພາະວ່າພຣະເຈົ້າໄດ້ຢຸດເຮັດວຽກແລ້ວ, ພຣະວິນຍານບໍລິສຸດໄດ້ຢຸດເຮັດວຽກແລ້ວ ແລະ ເຈົ້າກໍເຕັມໄປດ້ວຍຄວາມມືດມົນ. ກຳແພງສູງໄດ້ຖືກສ້າງຂຶ້ນລະຫວ່າງເຈົ້າກັບພຣະເຈົ້າ. ກຳແພງນີ້ແມ່ນຫຍັງ? ມັນຄືແນວຄິດ, ຈິນຕະນາການ ແລະ ຂ່າວລືທີ່ຊາຕານໄດ້ປູກຝັງໃສ່ເຈົ້າ ແລະ ຄວາມປາຖະໜາສ່ວນຕົວ. ຄວາມຮູ້ຂອງເຈົ້າກ່ຽວກັບສິ່ງທີ່ເປັນບວກ ເຊັ່ນ: ຕົວຕົນຂອງພຣະເຈົ້າ, ແກ່ນແທ້, ສະຖານະ ແລະ ອື່ນໆ, ກໍກາຍເປັນມົວຢ່າງກະທັນຫັນ ແລະ ແມ່ນແຕ່ຄ່ອຍໆຫາຍໄປ. ນີ້ເປັນສິ່ງທີ່ໜ້າຢ້ານກົວຫຼາຍ. ນີ້ບໍ່ແມ່ນການຕົກລົງສູ່ເຫວເລິກແມ່ນບໍ່? (ແມ່ນແລ້ວ.) ເມື່ອເຈົ້າຕົກຢູ່ໃນສະຖານະການນີ້, ເຈົ້າຍັງສາມາດອົດທົນຕໍ່ຄວາມລຳບາກ ແລະ ຈ່າຍລາຄາເພື່ອປະຕິບັດໜ້າທີ່ຂອງເຈົ້າໄດ້ບໍ? ເຈົ້າຍັງສາມາດຍ່າງຕາມເສັ້ນທາງແຫ່ງການສະແຫວງຫາຄວາມຈິງເພື່ອໄດ້ຮັບຄວາມລອດພົ້ນໄດ້ບໍ? ຂ້ອຍບອກເຈົ້າວ່າ, ມັນຍາກຫຼາຍທີ່ຈະຫວນກັບຄືນ. ນີ້ຄືການຖືກນໍາພາໄປໃນທາງທີ່ຜິດ! ຂ່າວລືພຽງຂໍ້ດຽວ, ຖ້າເຈົ້າບໍ່ລະມັດລະວັງຊົ່ວຄາວ ແລະ ຖືກນໍາພາຢ່າງຜິດໆ, ກໍສາມາດມີຜົນທີ່ຄາດບໍ່ເຖິງ. ສະນັ້ນ, ເມື່ອຂ່າວລືດັ່ງກ່າວກ່ຽວກັບພາລະກິດຂອງພຣະເຈົ້າປາກົດຂຶ້ນໃນຄຣິສຕະຈັກ, ພວກມັນຄວນຖືກຢຸດຢັ້ງ ແລະ ຈຳກັດໂດຍທັນທີ. ຄົນເຮົາຕ້ອງບໍ່ສ້າງເລື່ອງຂຶ້ນມາຈາກຄວາມວ່າງເປົ່າ ແລະ ຄົນເຮົາຕ້ອງບໍ່ສ້າງຄຳຕົວະທຸກປະເພດທີ່ຜູ້ຄົນມັກຟັງ, ເພື່ອນໍາພາພວກເຂົາຢ່າງຜິດໆ ແລະ ລໍ້ລວງພວກເຂົາໃຫ້ອອກຈາກເສັ້ນທາງທີ່ຖືກຕ້ອງ. ເຖິງແມ່ນວ່າຜູ້ຄົນຈະມັກຫົວຂໍ້ເຫຼົ່ານີ້, ມັນຈະມີປະໂຫຍດຫຍັງແດ່ສຳລັບຄົນເຮົາທີ່ຈະເອົາໃຈໃສ່ພວກມັນໃນໃຈ ແລະ ເຜີຍແຜ່ພວກມັນ? ຈະໄດ້ຮັບຜົນປະໂຫຍດຫຍັງແດ່? ບາງຄົນເວົ້າວ່າ “ຄົນຜູ້ນັ້ນຢາກເວົ້າຫຍັງກໍເວົ້າໄດ້, ເພາະມັນເປັນປາກຂອງພວກເຂົາ. ສະນັ້ນ, ໃຫ້ພວກເຂົາເວົ້າຕາມທີ່ພວກເຂົາປາຖະໜາ”. ນັ້ນຂຶ້ນຢູ່ກັບວ່າກຳລັງເວົ້າຫຍັງ. ຖ້າມັນເປັນສິ່ງທີ່ເສີມສ້າງຜູ້ຄົນ, ມັນກໍສາມາດເວົ້າໄດ້ ແລະ ສາມາດເຜີຍແຜ່ໄດ້, ມັນສາມາດເຜີຍແຜ່ໄດ້ໃນທຸກວິທີທາງ. ແຕ່ຂ່າວລືເຫຼົ່ານີ້ບໍ່ໄດ້ເສີມສ້າງຜູ້ຄົນແມ່ນແຕ່ໜ້ອຍດຽວ; ພວກມັນພຽງແຕ່ນໍາພາຜູ້ຄົນຢ່າງຜິດໆ ແລະ ປ່ຽນຄວາມສົນໃຈຂອງພວກເຂົາ, ລົບກວນການສະແຫວງຫາຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາອອກຈາກເສັ້ນທາງທີ່ຖືກຕ້ອງ, ສົ່ງຜົນກະທົບຕໍ່ຄວາມສຳພັນຂອງພວກເຂົາກັບພຣະເຈົ້າ, ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ປົກກະຕິຂອງພວກເຂົາ ແລະ ສົ່ງຜົນກະທົບຕໍ່ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງວຽກງານຂອງຄຣິສຕະຈັກ. ເມື່ອຜູ້ຄົນຍອມຮັບຂ່າວລືເຫຼົ່ານີ້, ມັນກໍຄືກັບການຖືກຕິດຢູ່ໃນວົງກົດທີ່ພວກເຂົາບໍ່ສາມາດໜີອອກມາໄດ້. ສະນັ້ນ, ເມື່ອເຈົ້າໄດ້ຍິນຂ່າວລືເຫຼົ່ານີ້, ຖ້າມີຄົນບອກເຈົ້າຜູ້ດຽວ, ເຈົ້າຄວນປະຕິເສດພວກມັນ. ຖ້າລາວເວົ້າພວກມັນໃນທ່າມກາງຄົນອື່ນ, ເຈົ້າຄວນບໍ່ພຽງແຕ່ປະຕິເສດພວກມັນເທົ່ານັ້ນ ແຕ່ຍັງຕ້ອງເປີດໂປງ ແລະ ໄຈ້ແຍກພວກມັນ, ຢ່າໃຫ້ຄົນຈຳນວນຫຼາຍຖືກນໍາພາຢ່າງຜິດໆ. ໂດຍສະເພາະໃນກໍລະນີຂອງຜູ້ທີ່ຫາກໍເຊື່ອໄດ້ພຽງໜຶ່ງ ຫຼື ສອງປີ ຫຼື ສອງ ຫຼື ສາມປີ, ພວກເຂົາຍັງບໍ່ສາມາດເບິ່ງທະລຸເລື່ອງຈຸດໝາຍປາຍທາງ, ການພົບກັບພຣະເຈົ້າ ແລະ ການຖືກຮັບຂຶ້ນໄປໄດ້, ພວກເຂົາຍັງບໍ່ທັນເກີດຄວາມສົນໃຈໃນຄວາມຈິງ ແລະ ບໍ່ມີເສັ້ນທາງສຳລັບການສະແຫວງຫາຄວາມຈິງ ແລະ ການສະແຫວງຫາການປ່ຽນແປງອຸປະນິໄສໃນຄວາມເຊື່ອຂອງພວກເຂົາ. ໃນສະຖານະການດັ່ງກ່າວ, ພວກເຂົາແມ່ນຜູ້ທີ່ຖືກນໍາພາຢ່າງຜິດໆ ແລະ ໄດ້ຮັບອິດທິພົນຈາກຂ່າວລືເຫຼົ່ານີ້ໄດ້ງ່າຍທີ່ສຸດ ແລະ ເມື່ອພວກເຂົາຖືກຫຼອກລວງ, ຜົນສະທ້ອນກໍຄາດບໍ່ເຖິງ. ມັນຄືກັບການກິນຢາພິດ; ເຖິງແມ່ນວ່າມີຢາແກ້ພິດ, ຄວາມເສຍຫາຍຕໍ່ຮ່າງກາຍຂອງເຈົ້າກໍຍັງເກີດຂຶ້ນແມ່ນບໍ່? ເຖິງແມ່ນວ່າເຈົ້າຈະລອດຊີວິດ, ຄວາມທຸກທໍລະມານ ແລະ ຄວາມເສຍຫາຍຕໍ່ຮ່າງກາຍຂອງເຈົ້າສາມາດຖືກລະເລີຍໄດ້ບໍ? ສະນັ້ນ, ເມື່ອປະເຊີນກັບຂ່າວລືເຫຼົ່ານີ້, ເຈົ້າຕ້ອງແຍກແຍະ ແລະ ປະຕິເສດພວກມັນ, ບໍ່ຄວນຖືພວກມັນເປັນເລື່ອງເລົ່າ ຫຼື ເປັນເຫດການຈິງ. ບາງຄົນສົນໃຈຂ່າວລືເຫຼົ່ານີ້ເປັນພິເສດ ແລະ ເຜີຍແຜ່ພວກມັນໄປທົ່ວທຸກບ່ອນ, ແບ່ງປັນໃຫ້ຄົນອື່ນຄືກັບວ່າພວກມັນເປັນຄວາມຈິງ. ລັກສະນະຂອງສິ່ງນີ້ແມ່ນຫຍັງ? ນີ້ບໍ່ແມ່ນການເຮັດໜ້າທີ່ເປັນຄົນຮັບໃຊ້ຊາຕານແມ່ນບໍ່? ຄົນເຊັ່ນນີ້ຄວນຖືກລິຮານ ແລະ ຕັກເຕືອນ. ຖ້າພວກເຂົາບໍ່ກັບໃຈ, ພວກເຂົາຄວນຖືກກຳຈັດອອກ. ຖ້າເຖິງຈຸດໜຶ່ງ, ພວກເຂົາກັບໃຈ ແລະ ເວົ້າວ່າ “ການເຜີຍແຜ່ຂ່າວລືເປັນສິ່ງທີ່ຜິດ; ຂ້ອຍໄດ້ເຮັດໜ້າທີ່ເປັນຄົນຮັບໃຊ້ຊາຕານ ແລະ ຂ້ອຍຈະບໍ່ເຜີຍແຜ່ພວກມັນອີກຕໍ່ໄປ”, ແລ້ວພວກເຂົາກໍສາມາດຖືກສັງເກດການ: ຖ້າພວກເຂົາກັບໃຈ ແລະ ສະແດງພຶດຕິກຳທີ່ດີ, ພວກເຂົາກໍສາມາດຖືກຍອມຮັບເຂົ້າຄຣິສຕະຈັກຊົ່ວຄາວ. ຖ້າພວກເຂົາກັບໄປເຮັດຜິດອີກ, ພວກເຂົາກໍຄວນຖືກສະລ້າງອອກ.
ຂ່າວລືກ່ຽວກັບພາລະກິດຂອງພຣະເຈົ້າບໍ່ໄດ້ຈຳກັດຢູ່ພຽງເທົ່ານີ້. ຜູ້ຄົນໃຊ້ຈິນຕະນາການ ແລະ ແນວຄິດຂອງພວກເຂົາ, ພ້ອມທັງຈິດໃຈຂອງພວກເຂົາ, ເພື່ອວິເຄາະ ແລະ ກວດສອບຢ່າງລະອຽດ; ພວກເຂົາກວດສອບພຣະທຳຂອງພຣະເຈົ້າ ແລະ ຄຳພະຍາກອນຕ່າງໆຢ່າງລະອຽດ, ພ້ອມທັງໄພພິບັດຕ່າງໆ, ສັນຍານ ແລະ ເຫດການຕ່າງໆ ໃນສັງຄົມ ແລະ ໂລກ, ແມ່ນແຕ່ອີງໃສ່ຄວາມຝັນຂອງພວກເຂົາ ເພື່ອສະແດງຄວາມຄິດເຫັນຢ່າງເສລີກ່ຽວກັບພາລະກິດຂອງພຣະເຈົ້າ, ພວກເຂົາສ້າງຂ່າວລືຫຼາຍຢ່າງ. ຜູ້ຄົນຈຳນວນຫຼາຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າເປັນປະຈຳ ຫຼື ບໍ່ໄດ້ໃສ່ໃຈໃນຄວາມຈິງເປັນປະຈຳ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ໄດ້ໃສ່ໃຈໃນການສະແຫວງຫາຫຼັກການໃນການປະຕິບັດໜ້າທີ່ຂອງພວກເຂົາເປັນປະຈຳ. ກົງກັນຂ້າມ, ພວກເຂົາຄິດໄຕ່ຕອງຄຳຖາມເຊັ່ນວ່າ “ການປາກົດ ແລະ ພາລະກິດຂອງພຣະເຈົ້າເລີ່ມຕົ້ນແນວໃດ? ໃຜເປັນຜູ້ເລີ່ມຕົ້ນທັງໝົດ? ຜູ້ຄົນມີບົດບາດຫຍັງ? ເຫດການໃດແດ່ທີ່ເກີດຂຶ້ນ?” ພວກເຂົາກວດສອບປະກົດການພາຍນອກເຫຼົ່ານີ້ ແລະ ໂຄງສ້າງການບໍລິຫານຂອງຄຣິສຕະຈັກ, ບຸກຄະລາກອນ ແລະ ອື່ນໆ. ຫຼັງຈາກການກວດສອບທັງໝົດນີ້, ພວກເຂົາກໍສະຫຼຸບທັງໝົດ ແລະ ຄິດຫາສິ່ງທີ່ເອີ້ນວ່າກົດລະບຽບ ຫຼື ປະກົດການບາງຢ່າງ ແລະ ເຜີຍແຜ່ພວກມັນໃນຄຣິສຕະຈັກຄືກັບວ່າພວກມັນເປັນຄວາມຈິງ. ເມື່ອເຜີຍແຜ່ພວກມັນ, ພວກເຂົາພັນລະນາພວກມັນ ເປັນຕຸເປັນຕະ ແລະ ລະອຽດຖີ່ຖ້ວນ ແລະ ຜູ້ທີ່ບໍ່ມີການແຍກແຍະອາດຈະຄິດວ່າພວກເຂົາກຳລັງສົນທະນາກ່ຽວກັບພາລະກິດຂອງພຣະເຈົ້າ. ແນວໃດກໍຕາມ, ຜູ້ທີ່ມີການແຍກແຍະຄິດວ່າ “ເຈົ້າບໍ່ໄດ້ເວົ້າໄຮ້ສາລະ ແລະ ເຜີຍແຜ່ຄຳສອນນອກຮີດ ແລະ ຄຳເວົ້າຜິດໆແມ່ນບໍ່? ເຈົ້າບໍ່ໄດ້ຕັດສິນພາລະກິດຂອງພຣະເຈົ້າແມ່ນບໍ່? ນີ້ບໍ່ແມ່ນການແບ່ງປັນຄວາມເຂົ້າໃຈ ແລະ ປະສົບການ, ມັນບໍ່ກ່ຽວຂ້ອງກັບຄວາມຈິງ. ນີ້ຄືການສ້າງຂ່າວລື ແລະ ຕ້ອງຖືກຢຸດຢັ້ງໂດຍທັນທີ; ຖ້າບໍ່ດັ່ງນັ້ນ, ບາງຄົນກໍຈະຖືກນໍາພາຢ່າງຜິດໆ!” ຄຳເວົ້າຜິດໆ ແລະ ຄຳສອນນອກຮີດເຫຼົ່ານີ້, ເຊິ່ງຈັດວ່າເປັນຂ່າວລື, ບໍ່ສອດຄ່ອງກັບຄວາມຈິງ ແລະ ລົບກວນຄວາມເຂົ້າໃຈຄວາມຈິງຂອງຜູ້ຄົນ. ເມື່ອການກະທຳຂອງການເຜີຍແຜ່ຂ່າວລືປາກົດຂຶ້ນໃນຄຣິສຕະຈັກ, ມັນຄວນຖືກຢຸດຢັ້ງໂດຍທັນທີ.
ຍັງມີຂ່າວລືບາງຢ່າງທີ່ເປັນຄຳເວົ້າມານຮ້າຍທີ່ຕັດສິນພາລະກິດຂອງພຣະເຈົ້າ. ຕົວຢ່າງ: ກ່ຽວກັບວ່າພຣະເຈົ້າຮັກໃຜ, ພຣະອົງຊ່ວຍໃຜໃຫ້ລອດພົ້ນ ແລະ ພຣະອົງເຮັດໃຫ້ໃຜສົມບູນ, ບາງຄົນ, ໂດຍໃຊ້ຄວາມສະຫຼາດເລັກໆນ້ອຍໆຂອງຕົນເອງ, ສັງເກດ ແລະ ສະຫຼຸບ, ໂດຍເວົ້າວ່າ “ຄົນໃນໂລກທີ່ມີຄວາມສາມາດ ແລະ ຜູ້ທີ່ເຄີຍເປັນເຈົ້າໜ້າທີ່ ແລະ ຜູ້ທີ່ເຄີຍເປັນຫົວໜ້າພະແນກ ຫຼື ຜູ້ບໍລິຫານໃນວິສາຫະກິດ, ເມື່ອພວກເຂົາມາເຮືອນຂອງພຣະເຈົ້າ, ພວກເຂົາກໍກາຍເປັນຜູ້ນໍາໂດຍກົງ ຫຼື ຮັບຜິດຊອບວຽກງານທົ່ວໄປ ແລະ ການເງິນໂດຍທັນທີ. ຄົນເຫຼົ່ານີ້ແມ່ນຜູ້ທີ່ພຣະເຈົ້າເຮັດໃຫ້ສົມບູນ”. ນີ້ບໍ່ແມ່ນການສ້າງຂ່າວລືແມ່ນບໍ່? ນີ້ແມ່ນການສ້າງຂ່າວລືແທ້ໆ. ຂ່າວລືແມ່ນຫຍັງ? ມັນຄືການເວົ້າຢ່າງບໍ່ຮັບຜິດຊອບ, ການຕັດສິນຢ່າງໜ້າມືດຕາມົວ ແລະ ການສະຫຼຸບທີ່ບໍ່ມີມູນຄວາມຈິງ, ໃນລັກສະນະທີ່ບໍ່ສອດຄ່ອງກັບຄວາມຈິງ; ຄຳເວົ້າເຫຼົ່ານີ້ລ້ວນແລ້ວແຕ່ເປັນຂ່າວລື. ຄົນອື່ນເວົ້າວ່າ “ຜູ້ນັ້ນໄດ້ຖວາຍເງິນຫຼາຍສິບພັນຢວນ. ຄວາມເຊື່ອຂອງພວກເຂົາໃຫຍ່ຫຼວງ, ພວກເຂົາສາມາດເຂົ້າສູ່ລາຊະອານາຈັກໄດ້”. ສິ່ງນີ້ເຮັດໃຫ້ຜູ້ທີ່ບໍ່ມີເງິນກາຍເປັນຄິດລົບ ແລະ ຮູ້ສຶກເປັນທຸກ; ພວກເຂົາເວົ້າວ່າ “ເຖິງແມ່ນວ່າຂ້ອຍກໍໄດ້ຖວາຍຫຼາຍສົມຄວນ, ແຕ່ມັນກໍບໍ່ເທົ່າກັບສິ່ງທີ່ພວກເຂົາຖວາຍໃນຄັ້ງດຽວ. ນີ້ໝາຍຄວາມວ່າຂ້ອຍບໍ່ສາມາດໄດ້ຮັບຄວາມລອດພົ້ນ ແລະ ຖືກເຮັດໃຫ້ສົມບູນແມ່ນບໍ່? ພຣະເຈົ້າບໍ່ຕ້ອງການຄົນແບບຂ້ອຍແມ່ນບໍ່?” ຄົນອື່ນທີ່ສ້າງຂ່າວລືກໍເວົ້າວ່າ “ຄົນຮັ່ງມີບໍ່ສາມາດເຂົ້າສູ່ລາຊະອານາຈັກໄດ້; ພຣະເຈົ້າຕ້ອງການຄົນທຸກຍາກ”. ຄົນທຸກຍາກເຫຼົ່ານັ້ນກໍດີໃຈວ່າ: “ເຖິງແມ່ນວ່າຂ້ອຍບໍ່ໄດ້ຖວາຍເງິນຫຼາຍ, ຂ້ອຍກໍຍັງສາມາດເຂົ້າສູ່ລາຊະອານາຈັກໄດ້, ໃນຂະນະທີ່ຄົນຮັ່ງມີຖືກປະໄວ້ທາງນອກ”. ບໍ່ວ່າຜູ້ທີ່ສ້າງຂ່າວລືຈະເວົ້າຫຍັງ, ມັນກໍສົ່ງຜົນກະທົບຕໍ່ຄົນທຸກຍາກບໍ່ທາງໃດກໍທາງໜຶ່ງ; ພວກເຂົາບໍ່ສາມາດເບິ່ງທະລຸຄວາມຈິງທີ່ວ່າມັນເປັນພຽງຂ່າວລື ແລະ ຄຳເວົ້າມານຮ້າຍ. ເປັນຫຍັງຈຶ່ງເປັນແນວນີ້? ມັນເປັນເພາະວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ຂາດການແຍກແຍະ, ສະນັ້ນພວກເຂົາຈຶ່ງຖືກນໍາພາຢ່າງຜິດໆຢູ່ສະເໝີ. ທັງຜູ້ທີ່ສ້າງຂ່າວລື ແລະ ຜູ້ທີ່ເຜີຍແຜ່ພວກມັນລ້ວນແລ້ວແຕ່ເປັນມານຮ້າຍ. ບໍ່ວ່າພວກເຂົາຈະເວົ້າຫຼາຍສໍ່າໃດກໍຕາມ, ເຈົ້າບໍ່ຮູ້ວ່າຄຳເວົ້າໃດເປັນຄວາມຈິງ ແລະ ຄຳເວົ້າໃດເປັນຄວາມຕົວະ, ຄຳເວົ້າເຫຼົ່ານີ້ມາຈາກໃສແທ້, ເຈດຕະນາຂອງພວກເຂົາໃນການເຜີແຜ່ຄຳເວົ້າເຫຼົ່ານີ້ແມ່ນຫຍັງແທ້ ແລະ ພວກເຂົາຫວັງວ່າຈະບັນລຸເປົ້າໝາຍຫຍັງ. ຖ້າຄົນໃດໜຶ່ງບໍ່ສາມາດເບິ່ງທະລຸສິ່ງເຫຼົ່ານີ້ໄດ້ ແລະ ຍອມຮັບ ແລະ ເຜີຍແຜ່ຂ່າວລືຢ່າງຫຼັບຫູຫຼັບຕາ, ນັ້ນບໍ່ໄດ້ເຮັດໃຫ້ພວກເຂົາເປັນຄົນໂງ່ແມ່ນບໍ່? ຄົນໂງ່ບໍ່ຖືກເອີ້ນວ່າຄົນບໍ່ດີແມ່ນບໍ່? ເຖິງແມ່ນວ່າຄຳເວົ້ານີ້ບໍ່ສຸພາບ, ແຕ່ຂ້ອຍຄິດວ່າມັນເໝາະສົມຫຼາຍ. ເປັນຫຍັງຈຶ່ງເໝາະສົມ? ເພາະວ່າຄົນດັ່ງກ່າວເວົ້າຢ່າງບໍ່ຮັບຜິດຊອບ. ພວກເຂົາເຜີຍແຜ່ຂ່າວລືຢ່າງຊະຊາຍ, ຕັດສິນຢ່າງຊະຊາຍ ແລະ ສ້າງຂ່າວລືໂດຍອີງໃສ່ປະກົດການບາງຢ່າງ ແລະ ຈາກນັ້ນກໍເຜີຍແຜ່ຂ່າວລືເຫຼົ່ານີ້ຢ່າງຊະຊາຍ ແລະ ພັນລະນາພວກມັນຢ່າງໜ້າເຊື່ອຖືຄືກັບວ່າເປັນເຫດການຈິງ, ດ້ວຍເຫດນັ້ນມັນຈຶ່ງສົ່ງຜົນກະທົບ ແລະ ລົບກວນບາງຄົນ. ພວກເຂົາບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ຫຼື ເຂົ້າໃຈຄວາມຈິງ; ພວກເຂົາໃຊ້ເວລາໃນແຕ່ລະວັນເພື່ອເຜີຍແຜ່ຂ່າວລື ແລະ ເວົ້າເລື່ອງໄຮ້ສາລະໃນຄຣິສຕະຈັກ. ມື້ນີ້, ພວກເຂົາເຫັນຄົນໃດໜຶ່ງຖວາຍຫຼາຍ ແລະ ເວົ້າວ່າຄົນຜູ້ນັ້ນສາມາດໄດ້ຮັບຄວາມລອດພົ້ນ. ມື້ອື່ນ, ພວກເຂົາເຫັນຄົນໃດໜຶ່ງທີ່ຖືກຈຳຄຸກ ແລະ ບໍ່ໄດ້ກາຍເປັນຢູດາ ແລະ ພວກເຂົາເວົ້າວ່າ “ຄົນຜູ້ນັ້ນມີໃຈດຽວກັບພຣະເຈົ້າ. ພວກເຂົາສາມາດເຂົ້າສູ່ລາຊະອານາຈັກ ແລະ ມີຈຸດໝາຍປາຍທາງທີ່ດີ. ໃນອະນາຄົດ, ພວກເຂົາຈະປົກຄອງຊາວເມືອງໃນເຮືອນຂອງພຣະເຈົ້າ; ພວກເຮົາທີ່ເປັນພຽງທະຫານນ້ອຍໆບໍ່ສາມາດທຽບເທົ່າກັບພວກເຂົາໄດ້”. ນີ້ບໍ່ແມ່ນການເວົ້າຊົ່ວຊ້າແມ່ນບໍ່? ນີ້ບໍ່ແມ່ນຂ່າວລືແມ່ນບໍ່? (ແມ່ນແລ້ວ.) ໂດຍບໍ່ຄຳນຶງເຖິງເຈດຕະນາ ແລະ ເປົ້າໝາຍຂອງຜູ້ຄົນທີ່ເວົ້າຄຳເວົ້າເຫຼົ່ານີ້, ຄຳເວົ້າດັ່ງກ່າວຈະບໍ່ສົ່ງຜົນກະທົບ ແລະ ລົບກວນບາງຄົນແມ່ນບໍ່? ບາງຄົນມີຄວາມເຊື່ອໜ້ອຍ ແລະ ເມື່ອພວກເຂົາໄດ້ຍິນຂ່າວລື ແລະ ຄຳເວົ້າມານຮ້າຍເຫຼົ່ານີ້, ພວກເຂົາກໍເລີ່ມຄິດໄຕ່ຕອງວ່າ: “ຂ້ອຍສາມາດໄດ້ຮັບຄວາມລອດພົ້ນໄດ້ບໍ? ພຣະເຈົ້າພໍໃຈໃນຕົວຂ້ອຍແມ່ນບໍ່?” ໃນໃຈຂອງພວກເຂົາ, ພວກເຂົາຄິດກ່ຽວກັບສິ່ງເຫຼົ່ານີ້ຕະຫຼອດມື້, ລັງເລ ແລະ ກັງວົນກ່ຽວກັບພວກມັນ. ເນື່ອງຈາກຄຳເວົ້າໄຮ້ສາລະທີ່ບໍ່ມີມູນຄວາມຈິງຂອງຜູ້ທີ່ສ້າງຂ່າວລື, ພວກເຂົາຮູ້ສຶກວ່າພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ສະນັ້ນພວກເຂົາຈຶ່ງມາຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ: “ພຣະເຈົ້າ, ພຣະອົງບໍ່ໄດ້ຮັກຂ້ານ້ອຍແມ່ນບໍ່? ຂ້ານ້ອຍໄດ້ປະຖິ້ມຫຼາຍສິ່ງເພື່ອພຣະອົງ. ຂ້ານ້ອຍຈະສາມາດເຮັດໃຫ້ພຣະອົງພໍໃຈໄດ້ເມື່ອໃດ?” ພວກເຂົາເຕັມໄປດ້ວຍຄວາມຄັບແຄ້ນໃຈ. ບໍ່ມີຫຍັງເກີດຂຶ້ນ, ແລ້ວຄວາມຄັບຂ້ອງໃຈເຫຼົ່ານີ້ມາຈາກໃສ? ພວກມັນເກີດຈາກຂ່າວລືເຫຼົ່ານັ້ນ, ບຸກຄົນເຫຼົ່ານີ້ໄດ້ຮັບພິດ ແລະ ລົ້ມລົງ. ພວກເຂົາບໍ່ຮູ້ສຶກເສຍໃຈ ຫຼື ຮູ້ສຶກຜິດບາບຕໍ່ອຸປະນິໄສທີ່ເສື່ອມຊາມໃດໆ ທີ່ພວກເຂົາເປີດເຜີຍ ຫຼື ການລະເມີດໃດໆ ທີ່ພວກເຂົາໄດ້ກະທຳ, ບໍ່ເຄີຍຮ້ອງໄຫ້ຍ້ອນສິ່ງນີ້, ແມ່ນແຕ່ນໍ້າຕາຢອດດຽວກໍບໍ່ໄຫຼ, ແຕ່ເມື່ອພວກເຂົາໄດ້ຍິນຜູ້ທີ່ສ້າງຂ່າວລືເວົ້າວ່າຄົນແບບພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ພວກເຂົາກໍຮູ້ສຶກເປັນທຸກທັນທີ. ພວກເຂົາບໍ່ໄດ້ຮັບຜົນກະທົບແມ່ນບໍ່? ພວກເຂົາໄດ້ຮັບຜົນກະທົບ ແລະ ຖືກລົບກວນ. ຄົນເຫຼົ່ານີ້ມີຄວາມເຕີບໂຕທາງວິນຍານທີ່ຍັງອ່ອນນ້ອຍ, ບໍ່ເຂົ້າໃຈຄວາມຈິງ ແລະ ໂງ່ຈ້າຫຼາຍ. ຜູ້ທີ່ສ້າງຂ່າວລືເຫັນວ່າຄົນແບບນີ້ຫຼິ້ນນຳໄດ້ງ່າຍ ແລະ ດັ່ງນັ້ນຈຶ່ງສ້າງຂ່າວລືບາງຢ່າງເພື່ອຫຼອກລວງພວກເຂົາ. ມື້ນີ້, ພວກເຂົາເວົ້າວ່າເຈົ້າມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເຈົ້າກໍດີໃຈ; ມື້ອື່ນ, ພວກເຂົາເວົ້າວ່າເຈົ້າບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເຈົ້າກໍຮ້ອງໄຫ້ ແລະ ຮູ້ສຶກເປັນທຸກ. ເປັນຫຍັງເຈົ້າຈຶ່ງຟັງພວກເຂົາ? ເປັນຫຍັງເຈົ້າຈຶ່ງຖືກພວກເຂົາລະງັບຢູ່ສະເໝີ? ພວກເຂົາເປັນຜູ້ຕັດສິນໃຈສຸດທ້າຍແມ່ນບໍ່? ຢ່າງຫຼາຍທີ່ສຸດ, ພວກເຂົາກໍເປັນພຽງຕົວຕະຫຼົກເທົ່ານັ້ນ. ແມ່ນແຕ່ຊະຕາກຳຂອງພວກເຂົາກໍຢູ່ໃນມືຂອງພຣະເຈົ້າ, ສະນັ້ນພວກເຂົາມີຄຸນສົມບັດຫຍັງທີ່ຈະປະເມີນຄົນອື່ນ? ພວກເຂົາມີຄຸນສົມບັດຫຍັງທີ່ຈະເວົ້າວ່າໃຜສາມາດ ແລະ ໃຜບໍ່ສາມາດໄດ້ຮັບຄວາມລອດພົ້ນ ຫຼື ຄົນປະເພດໃດສາມາດ ແລະ ຄົນປະເພດໃດບໍ່ສາມາດຖືກເຮັດໃຫ້ສົມບູນ? ພວກເຂົາເຂົ້າໃຈຄວາມຈິງແມ່ນບໍ່? ຄຳເວົ້າໃດຂອງພວກເຂົາທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ? ບໍ່ມີຄຳເວົ້າໃດຂອງພວກເຂົາທີ່ສອດຄ່ອງກັບພຣະທຳຂອງພຣະເຈົ້າ, ສະນັ້ນເປັນຫຍັງເຈົ້າຈຶ່ງເຊື່ອພວກເຂົາ? ເປັນຫຍັງເຈົ້າຈຶ່ງຖືກພວກເຂົາລົບກວນ? ນີ້ບໍ່ແມ່ນເກີດຈາກຄວາມໂງ່ຈ້າແມ່ນບໍ່? (ແມ່ນແລ້ວ.) ບໍ່ວ່າຈະເປັນຍ້ອນຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ ຫຼື ເພາະວ່າຄວາມເຕີບໂຕຂອງເຈົ້າຍັງນ້ອຍເກີນໄປ ແລະ ເຈົ້າບໍ່ເຂົ້າໃຈຄວາມຈິງ, ໃນກໍລະນີໃດກໍຕາມ, ຜູ້ທີ່ເຜີຍແຜ່ຂ່າວລືໃນຄຣິສຕະຈັກແມ່ນໜ້າລັງກຽດທີ່ສຸດ. ພວກເຂົາຄວນຖືກແຍກແຍະ, ເປີດໂປງ ແລະ ຈາກນັ້ນກໍຖືກຈຳກັດ ຫຼື ກຳຈັດອອກ.
ບາງຄົນເວົ້າວ່າ “ເບິ່ງຜູ້ນັ້ນແມ, ດ້ວຍຮູບຮ່າງໜ້າຕາທີ່ສົມສ່ວນຂອງລາວ; ລາວຖືກເລືອກໃຫ້ເປັນຜູ້ນໍາຄຣິສຕະຈັກ. ຜູ້ນັ້ນຈະເລີນຮຸ່ງເຮືອງໃນສັງຄົມ, ທຸກຄົນທີ່ເຫັນລາວກໍມັກລາວ; ຫຼັງຈາກທີ່ລາວໄດ້ມາເຊື່ອໃນພຣະເຈົ້າ, ອ້າຍເອື້ອຍນ້ອງກໍມັກລາວ ແລະ ພຣະເຈົ້າກໍມັກລາວເຊັ່ນກັນ”. ມີຄຳເວົ້າໃດທີ່ຖືກຕ້ອງໃນຄຳເວົ້າເຫຼົ່ານີ້ແມ່ນບໍ່? (ບໍ່ມີ.) ເປັນຫຍັງ? (ພວກມັນບໍ່ສອດຄ່ອງກັບຄວາມຈິງ.) ຖືກຕ້ອງ, ຄຳເວົ້າເຫຼົ່ານີ້ບໍ່ສອດຄ່ອງກັບຄວາມຈິງ, ພວກມັນລ້ວນແລ້ວແຕ່ເປັນການເວົ້າຊົ່ວຊ້າ. ບາງຄົນເວົ້າວ່າ “ຄອບຄົວຂອງຜູ້ນັ້ນຮັ່ງມີ, ມີສະພາບຊີວິດທີ່ດີ ແລະ ລາວມີຄວາມຮູ້. ສະນັ້ນ, ໃນເຮືອນຂອງພຣະເຈົ້າ, ພວກເຂົາຈັດການການເງິນ ແລະ ວຽກງານທົ່ວໄປ. ພວກເຂົາມີປະໂຫຍດ ແລະ ສາມາດປະຕິບັດໜ້າທີ່ນີ້ໄດ້. ນີ້ຄືການແຕ່ງຕັ້ງຂອງພຣະເຈົ້າ”. ການເພີ່ມຄຳວ່າ “ການແຕ່ງຕັ້ງຂອງພຣະເຈົ້າ” ເຮັດໃຫ້ຄຳເວົ້ານີ້ສອດຄ່ອງກັບຄວາມຈິງແມ່ນບໍ່? ນີ້ບໍ່ແມ່ນການເວົ້າຊົ່ວຊ້າແມ່ນບໍ່? ການເວົ້າຊົ່ວຊ້າດັ່ງກ່າວຖືກເອີ້ນລວມກັນວ່າຂ່າວລື. ຄຳເວົ້າທີ່ບໍ່ຮັບຜິດຊອບໃດໆ ທີ່ບໍ່ສອດຄ່ອງກັບຄວາມຈິງ, ທີ່ຂັດກັບຄວາມຈິງທີ່ພຣະເຈົ້າໄດ້ແຕ່ງຕັ້ງໄວ້, ລ້ວນແລ້ວແຕ່ເປັນຄຳເວົ້າຊະຊາຍ ແລະ ການສະຫຼຸບແບບຊະຊາຍ; ຄຳເວົ້າດັ່ງກ່າວລ້ວນແລ້ວແຕ່ເປັນຂ່າວລື. ເປັນຫຍັງຈຶ່ງກຳນົດລັກສະນະພວກມັນວ່າເປັນຂ່າວລື? ເພາະວ່າຄຳເວົ້າເຫຼົ່ານີ້, ເມື່ອຖືກເຜີຍແຜ່ອອກໄປ, ຈະລົບກວນ ແລະ ທຳລາຍແນວຄິດປົກກະຕິ ແລະ ເປົ້າໝາຍການສະແຫວງຫາຂອງບາງຄົນ, ພວກມັນຈຶ່ງຖືກກຳນົດລັກສະນະວ່າເປັນຂ່າວລື. ອີງຕາມພຣະທຳຂອງພຣະເຈົ້າ, ພຣະເຈົ້າພຽງແຕ່ກ່າວວ່າສະຖານທີ່ເກີດຂອງຜູ້ຄົນ, ພື້ນຖານຄອບຄົວ, ຮູບຮ່າງໜ້າຕາ, ລະດັບການສຶກສາ ແລະ ອື່ນໆ ລ້ວນແລ້ວແຕ່ຖືກກຳນົດໂດຍພຣະເຈົ້າ; ພຣະອົງບໍ່ເຄີຍບອກຜູ້ຄົນວ່າຮູບຮ່າງໜ້າຕາ, ພື້ນຖານສັງຄົມ ຫຼື ເງື່ອນໄຂໂດຍກຳເນີດຂອງຄົນປະເພດໃດໜຶ່ງແມ່ນເງື່ອນໄຂສຳລັບການໄດ້ຮັບພອນ. ມາດຕະຖານດຽວທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນແມ່ນການທີ່ພວກເຂົາສາມາດສະແຫວງຫາຄວາມຈິງ ແລະ ບັນລຸການເຊື່ອຟັງຕໍ່ພຣະເຈົ້າ. ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ຖ້າພຣະທຳຂອງພຣະເຈົ້າບໍ່ໄດ້ກ່າວສິ່ງໃດໄວ້ຢ່າງຊັດເຈນ ແລະ ມັນເປັນພຽງຜົນຜະລິດຂອງຈິນຕະນາການສ່ວນຕົວຂອງຜູ້ຄົນ ຫຼື ການຄາດເດົາຂອງພວກເຂົາ, ຄຳເວົ້າດັ່ງກ່າວກໍຖືກຖືວ່າເປັນຂ່າວລື. ຜູ້ຄົນມັກຈະຕ້ອງການຕັດສິນວ່າໃຜສາມາດໄດ້ຮັບພອນໂດຍຜ່ານການສັງເກດ ແລະ ຄວາມເຂົ້າໃຈຂອງພວກເຂົາ ແລະ ນອກຈາກນັ້ນໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງຕົນເອງ. ຈາກນັ້ນ, ພວກເຂົາກໍເຜີຍແຜ່ຄໍາເວົ້າຜິດໆເຫຼົ່ານີ້ເພື່ອສົ່ງຜົນກະທົບຕໍ່ການສະແຫວງຫາຄວາມຈິງຂອງຄົນອື່ນ, ໂດຍຕັດສິນຢ່າງຫຼັບຫູຫຼັບຕາວ່າໃຜສາມາດໄດ້ຮັບຄວາມລອດພົ້ນ ແລະ ໃຜບໍ່ສາມາດ, ໃຜຄືປະຊາຊົນຂອງພຣະເຈົ້າ ແລະ ໃຜຄືຜູ້ອອກເຫື່ອແຮງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຂ່າວລື. ກ່ຽວກັບຂ່າວລື, ພວກເຮົາກໍສາມາດເອີ້ນພວກມັນວ່າຄຳເວົ້າມານຮ້າຍ. ບໍ່ວ່າຂ່າວລື ຫຼື ຄຳເວົ້າມານຮ້າຍປະເພດໃດຈະປາກົດຂຶ້ນ, ຜູ້ນໍາຄຣິສຕະຈັກຄວນອອກມາຢຸດຢັ້ງ ແລະ ຈຳກັດພວກມັນໂດຍທັນທີ; ແນ່ນອນ, ຖ້າອ້າຍເອື້ອຍນ້ອງຄົນໃດມີການແຍກແຍະ, ພວກເຂົາກໍຄວນກ້າວອອກມາໄຈ້ແຍກ ແລະ ແຍກແຍະວ່າຂ່າວລືເຫຼົ່ານັ້ນມາຈາກໃສ ແລະ ລັກສະນະຂອງພວກມັນແມ່ນຫຍັງ. ເມື່ອອ້າຍເອື້ອຍນ້ອງເຫຼົ່ານີ້ເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ພວກເຂົາກໍສາມາດຢືນຂຶ້ນເພື່ອໂຕ້ຖຽງ ແລະ ໂຕ້ວາທີຂ່າວລືເຫຼົ່ານີ້ ແລະ ຍັງຈຳກັດຜູ້ທີ່ເຜີຍແຜ່ຂ່າວລື, ໂດຍຮ່ວມກັນກ່າວປະນາມພວກເຂົາ. ພວກເຂົາຄວນເຮັດແນວໃດ? ໂດຍການຕຳໜິຕິຕຽນຄົນເຫຼົ່ານັ້ນຕໍ່ໜ້າທຸກຄົນວ່າ: “ສິ່ງທີ່ເຈົ້າກຳລັງເວົ້າຢູ່ນັ້ນລ້ວນແລ້ວແຕ່ເປັນຂ່າວລື ແລະ ການເວົ້າຊົ່ວຊ້າ, ມັນບໍ່ສອດຄ່ອງກັບພຣະທຳຂອງພຣະເຈົ້າ, ທັງບໍ່ສອດຄ່ອງກັບຄວາມຕ້ອງການຂອງພວກເຮົາ. ຖ້າເຈົ້າສືບຕໍ່ເຜີຍແຜ່ຂ່າວລືເຖິງແມ່ນວ່າຈະຖືກຕັກເຕືອນ, ພວກເຮົາກໍຈະກຳຈັດເຈົ້າອອກ, ເຮັດໃຫ້ເຈົ້າບໍ່ມີໂອກາດທີ່ຈະສ້າງຂ່າວລື ແລະ ກໍ່ຄວາມລົບກວນໃນຄຣິສຕະຈັກອີກຕໍ່ໄປ!” ການປະຕິບັດແບບນີ້ເປັນແນວໃດ? (ດີ.) ການເຮັດແບບນີ້ສອດຄ່ອງກັບຫຼັກການຄວາມຈິງ. ຖ້າເຈົ້າໂອ້ລົມຄວາມເຂົ້າໃຈຈາກປະສົບການສ່ວນຕົວຂອງເຈົ້າ, ໂດຍເວົ້າສິ່ງທີ່ເສີມສ້າງຜູ້ຄົນ, ແລ້ວເຈົ້າຈະເວົ້າແນວໃດກໍໄດ້. ເຈົ້າສາມາດໃຊ້ຄຳເວົ້າໃດກໍໄດ້ຕາມທີ່ເຈົ້າຕ້ອງການ, ບໍ່ວ່າຈະເປັນພາສາທາງການ ຫຼື ພາສາປາກເວົ້າ; ລ້ວນແລ້ວແຕ່ໄດ້ຮັບອະນຸຍາດ. ສິ່ງດຽວທີ່ເຈົ້າບໍ່ສາມາດເຮັດໄດ້ຄືການເຜີຍແຜ່ຂ່າວລື.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?