ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (18) ສ່ວນທີ ຫ້າ
5. ຜົນຮ້າຍຂອງຂ່າວລືທີ່ບໍ່ມີມູນຄວາມຈິງ
ຂ່າວລືທີ່ຖືກເຜີຍແຜ່ໃນຄຣິສຕະຈັກບໍ່ແມ່ນພຽງແຕ່ກ່ຽວກັບການປະຕິເສດພຣະເຈົ້າ ຫຼື ການຕັດສິນພາລະກິດຂອງພຣະເຈົ້າ; ຍັງມີຂ່າວລືປະເພດອື່ນໆອີກ. ຂ່າວລືເຫຼົ່ານີ້ຕ້ອງໄດ້ຮັບການແຍກແຍະ ແລະ ໄຈ້ແຍກ, ພ້ອມທັງຕ້ອງຖືກຢຸດຢັ້ງ ແລະ ຈຳກັດ. ສະຫຼຸບກໍຄື, ຂ່າວລືບໍ່ແມ່ນສິ່ງທີ່ດີຢ່າງແນ່ນອນ; ມັນບໍ່ໄດ້ໃຫ້ປະໂຫຍດໃດໆແກ່ຜູ້ຄົນເລີຍ. ບາງຄົນເວົ້າວ່າ “ຂ້ານ້ອຍຢາກຟັງຂ່າວລື ເພື່ອຈະໄດ້ຮູ້ວ່າມັນເວົ້າກ່ຽວກັບຫຍັງແທ້, ເພື່ອຮັບການແຍກແຍະ ແລະ ປັນຍາຈາກມັນ”. ຖ້າເຈົ້າມີຄວາມສາມາດໃນການແຍກແຍະຢ່າງແທ້ຈິງ ແລະ ບໍ່ຢ້ານຖືກລົບກວນໂດຍຂ່າວລື, ເຈົ້າກໍສາມາດຟັງໄດ້, ແຕ່ຜົນສະທ້ອນຈະເປັນແນວໃດ? ຖ້າເຈົ້າເກີດມຶນງົງ ແລະ ເລີ່ມສົງໄສພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ, ແລ້ວນັ້ນກໍອັນຕະລາຍ; ມັນໝາຍຄວາມວ່າເຈົ້າຖືກນໍາພາຢ່າງຜິດໆ ແລ້ວ. ຖ້າເຈົ້າບໍ່ສາມາດແຍກແຍະໄດ້ ແຕ່ກັບຖືກນໍາພາຢ່າງຜິດໆ, ນັ້ນບໍ່ແມ່ນເລື່ອງທີ່ສ້າງຄວາມລຳບາກບໍ? ເຈົ້າມີຄວາມເຕີບໂຕຂະໜາດນັ້ນແລ້ວບໍ? ເຈົ້າຄິດວ່າເຈົ້າມີຄວາມເຊື່ອ, ແຕ່ເຈົ້າເຂົ້າໃຈຄວາມຈິງບໍ? ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ຄວາມເຊື່ອຂອງເຈົ້າກໍບໍ່ແມ່ນຂອງແທ້ ແລະ ເຈົ້າກໍຈະຍັງຄົງຖືກນໍາພາຢ່າງຜິດໆ. ຖ້າເຈົ້າເຂົ້າໃຈຄວາມຈິງບາງຢ່າງ, ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ສາມາດແຍກແຍະ ແລະ ຕໍ່ຕ້ານຂ່າວລືເຫຼົ່ານີ້ໄດ້, ແລ້ວເຈົ້າກໍສາມາດໄດ້ຮັບປັນຍາຈາກການຟັງພວກມັນ. ຖ້າເຈົ້າຄິດວ່າເຈົ້າມີພຽງແຕ່ຄວາມເຊື່ອ, ແຕ່ທີ່ຈິງແລ້ວ, ຄວາມເຊື່ອນີ້ຍັງບໍ່ແມ່ນຄວາມເຕີບໂຕທີ່ແທ້ຈິງ ແລະ ເຈົ້າຍັງບໍ່ເຂົ້າໃຈຄວາມຈິງ, ແລ້ວເຮົາຂໍບອກວ່າ ມັນຈະຍາກຫຼາຍສຳລັບເຈົ້າທີ່ຈະໄດ້ຮັບການແຍກແຍະ ແລະ ປັນຍາຈາກຂ່າວລືຢ່າງແທ້ຈິງ. ຂ່າວລືມາຈາກໃສ? ພວກມັນມາຈາກຊາຕານ. ຊາຕານສວຍໃຊ້ທຸກຊ່ອງຫວ່າງ ແລະ ສວຍທຸກໂອກາດເພື່ອຈັບຜິດຄຳເວົ້າໃນພຣະທຳຂອງພຣະເຈົ້າ ແລະ ຊອກຫາສິ່ງທີ່ຈະໃຊ້ເປັນປະໂຫຍດໃນພຣະທຳຂອງພຣະເຈົ້າ, ໂດຍການເອົາພຣະທຳຂອງພຣະເຈົ້າອອກຈາກບໍລິບົດ. ມັນເບິ່ງຄືວ່າມີພື້ນຖານ, ແຕ່ທີ່ຈິງແລ້ວ, ມັນເປັນການເອົາອອກຈາກບໍລິບົດເພື່ອນໍາພາຜູ້ຄົນຢ່າງຜິດໆ. ຫຼັງຈາກໄດ້ຍິນຂ່າວລືເຫຼົ່ານີ້, ຜູ້ທີ່ບໍ່ເຂົ້າໃຈຄວາມຈິງກໍຄິດໃນໃຈວ່າ: “ສິ່ງທີ່ພວກເຂົາເວົ້າມີພື້ນຖານໃນພຣະທຳຂອງພຣະເຈົ້າ. ມັນຄວນຈະຖືກຕ້ອງ. ມັນບໍ່ສາມາດເປັນຂ່າວລືໄດ້, ແມ່ນບໍ່?” ຜົນກໍຄື, ພວກເຂົາກໍຖືກນໍາພາຢ່າງຜິດໆ. ຂ່າວລືບາງຢ່າງກໍເຫັນໄດ້ຊັດເຈນ ແລະ ງ່າຍຕໍ່ການແຍກແຍະ. ແນວໃດກໍຕາມ, ຂ່າວລືບາງຢ່າງກໍຍາກທີ່ຈະແຍກແຍະ; ເມື່ອເບິ່ງຜິວເຜີນ, ພວກມັນເບິ່ງຄືວ່າສອດຄ່ອງກັບຄວາມຈິງ, ແຕ່ແກ່ນແທ້ຂອງມັນບໍ່ແມ່ນແບບນັ້ນ. ຢ່າຄິດວ່າພຽງເພາະວ່າຂ່າວລືເຫຼົ່ານີ້ສອດຄ່ອງກັບຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າແບບຜິວເຜີນ, ພວກມັນຈຶ່ງຖືກຕ້ອງ. ທີ່ຈິງແລ້ວ, ຄຳເວົ້າເຫຼົ່ານີ້ຫຼາຍຢ່າງເປັນທິດສະດີທີ່ໄຮ້ແກ່ນສານ, ພວກມັນເປັນກັບດັກ ແລະ ພວກມັນບໍ່ໄດ້ນຳການເສີມສ້າງ ຫຼື ປະໂຫຍດໃດໆມາໃຫ້ຜູ້ຄົນ. ຄຳເວົ້າເຫຼົ່ານີ້ທັງໝົດຄວນຖືກປະຕິເສດ. ເພາະວ່າຂອບເຂດທີ່ຜູ້ຄົນເຂົ້າໃຈພຣະທຳຂອງພຣະເຈົ້າແຕກຕ່າງກັນ ແລະ ບໍລິບົດທີ່ພຣະເຈົ້າກ່າວກໍແຕກຕ່າງກັນເຊັ່ນກັນ, ການນຳໃຊ້ ແລະ ຕີຄວາມໝາຍພຣະທຳຂອງພຣະເຈົ້າຢ່າງຫຼັບຫູຫຼັບຕາແມ່ນສິ່ງທີ່ມັກຈະເຮັດໃຫ້ເກີດຄວາມຜິດພາດຫຼາຍທີ່ສຸດ. ຊາຕານມັກຈະນໍາພາຜູ້ຄົນຢ່າງຜິດໆ ໂດຍການເອົາພຣະທຳຂອງພຣະເຈົ້າອອກຈາກບໍລິບົດ ແລະ ຕີຄວາມໝາຍຜິດ. ການປະນາມພາລະກິດຂອງພຣະເຈົ້າໃດໆກໍຕາມທີ່ອີງໃສ່ພຣະຄຳພີ ຫຼື ພຣະທຳຂອງພຣະເຈົ້າແມ່ນເລ່ລ່ຽມຂອງຊາຕານ, ເປັນວິທີການນໍາພາຜູ້ຄົນຢ່າງຜິດໆ ຂອງມັນ; ພວກມັນເປັນກັບດັກ ແລະ ຄຳເວົ້າດັ່ງກ່າວທັງໝົດຄວນຖືກປະຕິເສດ. ເມື່ອເບິ່ງຜິວເຜີນ, ຂ່າວລືເປັນພຽງຄຳເວົ້າໜຶ່ງ ຫຼື ສອງຄຳ ຫຼື ສອງສາມຄຳ; ມັນບໍ່ພຽງພໍທີ່ຈະເຮັດໃຫ້ຢ້ານ ແລະ ບໍ່ມີຫຍັງທີ່ຕ້ອງຢ້ານ. ສິ່ງທີ່ໜ້າຢ້ານກໍຄື ຂ່າວລືທີ່ສະຫຼຸບໂດຍອີງໃສ່ພຣະຄຳພີ ຫຼື ຄວາມຈິງທີ່ເອົາອອກຈາກບໍລິບົດ. ນີ້ຄືສິ່ງທີ່ສາມາດນໍາພາຜູ້ຄົນຢ່າງຜິດໆ ໄດ້ຫຼາຍທີ່ສຸດ; ມັນເປັນສິ່ງທີ່ລົບກວນຈິດໃຈຂອງຜູ້ຄົນຫຼາຍທີ່ສຸດ. ມັນຈະເຮັດໃຫ້ຄົນທີ່ບໍ່ມີການແຍກແຍະສະດຸດລົ້ມ. ມີພຽງແຕ່ຜູ້ທີ່ເຂົ້າໃຈຄວາມຈິງເທົ່ານັ້ນທີ່ສາມາດແຍກແຍະຄຳເວົ້າມານຮ້າຍທີ່ນໍາພາຢ່າງຜິດໆ ເຊັ່ນນັ້ນໄດ້. ຕົວຢ່າງ: ບາງຄົນຊອກຫາພຣະທຳບາງຂໍ້ຂອງພຣະເຈົ້າ ເພື່ອໃຊ້ເປັນພື້ນຖານໃນການກ່າວວ່າ ພຣະເຈົ້າຮັກຄົນປະເພດນີ້ ແລະ ບໍ່ຮັກຄົນປະເພດນັ້ນ, ພຣະເຈົ້າຊ່ວຍຄົນປະເພດນີ້ໃຫ້ລອດພົ້ນ ແລະ ບໍ່ຊ່ວຍຄົນປະເພດນັ້ນ, ຄົນປະເພດນີ້ຖືກພຣະເຈົ້າກຳຈັດອອກ ແລະ ຄົນປະເພດນັ້ນບໍ່ມີຄວາມໝາຍຫຍັງຕໍ່ພຣະເຈົ້າ ແລະ ອື່ນໆອີກ. ຄຳເວົ້າເຫຼົ່ານີ້ບໍ່ແມ່ນການສະຫຼຸບບໍ? ການສະຫຼຸບເຫຼົ່ານີ້ທີ່ຈິງແລ້ວບໍ່ສອດຄ່ອງກັບພຣະທຳຂອງພຣະເຈົ້າ. ພື້ນຖານທີ່ພວກເຂົາຊອກຫາມານັ້ນ ທີ່ຈິງແລ້ວແມ່ນການເອົາອອກຈາກບໍລິບົດ; ມັນເປັນຂອງບໍລິບົດທີ່ແຕກຕ່າງກັນ ແລະ ເປັນຄຳເວົ້າທີ່ແຕກຕ່າງກັນ, ເປັນການຕີຄວາມໝາຍທີ່ຜິດພາດຢ່າງສິ້ນເຊີງ. ພວກເຂົາເບິ່ງບໍ່ເຫັນແກ່ນແທ້ ແລະ ພວກເຂົາກໍນຳໃຊ້ລະບຽບການຕາມອຳເພີໃຈ. ແຕ່ຜູ້ທີ່ບໍ່ມີການແຍກແຍະກໍໄດ້ຮັບພິດ ແລະ ຖືກນໍາພາຢ່າງຜິດໆ ຫຼັງຈາກທີ່ໄດ້ຍິນຄຳເວົ້າທີ່ຜິດພາດເຫຼົ່ານີ້, ກາຍເປັນຄົນຄິດລົບໃນໃຈ, ໂດຍຄິດວ່າ ເນື່ອງຈາກສິ່ງທີ່ກ່າວມານັ້ນອີງໃສ່ພຣະທຳຂອງພຣະເຈົ້າ, ມັນກໍຕ້ອງຖືກຕ້ອງ. ພວກເຂົາກໍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າຢ່າງລະອຽດ ເພື່ອຊອກຫາຂໍ້ບົກຜ່ອງໃນຄຳເວົ້າທີ່ຜິດພາດເຫຼົ່ານີ້, ແຕ່ກັບເຊື່ອຢ່າງສຸດໃຈວ່າມັນເປັນຄວາມຈິງ. ພວກເຂົາບໍ່ໄດ້ຖືກນໍາພາຢ່າງຜິດໆ ບໍ? ຖ້າບໍ່ມີຜູ້ທີ່ເຂົ້າໃຈຄວາມຈິງມາໂອ້ລົມກັບພວກເຂົາ, ມັນກໍອັນຕະລາຍຫຼາຍ. ຢ່າງໜ້ອຍທີ່ສຸດ, ຄົນເຫຼົ່ານີ້ອາດຈະກາຍເປັນຄົນຄິດລົບເປັນເວລາຫົກເດືອນຫາໜຶ່ງປີ; ມັນບໍ່ພຽງແຕ່ເຮັດໃຫ້ການເຂົ້າສູ່ຊີວິດຂອງພວກເຂົາຊັກຊ້າ, ແຕ່ຖ້າພວກເຂົາຖອຍອອກໄປ ແລະ ເຊົາເຊື່ອ, ພວກເຂົາກໍຈະຖືກທຳລາຍຢ່າງສິ້ນເຊີງ ແລະ ສູນເສຍຄວາມລອດພົ້ນຂອງພຣະເຈົ້າໄປທັງໝົດ. ສະນັ້ນ, ຄົນທີ່ມີຄວາມເຕີບໂຕນ້ອຍທີ່ບໍ່ເຂົ້າໃຈຄວາມຈິງ ຈຶ່ງຕົກຢູ່ໃນຄວາມສ່ຽງຫຼາຍທີ່ຈະຖືກຊາຕານນໍາພາຢ່າງຜິດໆ! ມີພຽງແຕ່ຜູ້ທີ່ເຂົ້າໃຈຄວາມຈິງເທົ່ານັ້ນທີ່ປອດໄພ ແລະ ໝັ້ນຄົງ. ຖ້າມື້ໃດມື້ໜຶ່ງເຈົ້າພົບພໍ້ກັບຄົນທີ່ເຜີຍແຜ່ຂ່າວລືເພື່ອນໍາພາຜູ້ຄົນຢ່າງຜິດໆ ຢ່າງແທ້ຈິງ, ວິທີທີ່ມີປະສິດທິພາບທີ່ສຸດກໍຄືການຮີບຮ້ອນຊອກຫາຄົນທີ່ເຂົ້າໃຈຄວາມຈິງເພື່ອໂອ້ລົມ; ມີພຽງແຕ່ວິທີນັ້ນເທົ່ານັ້ນທີ່ເຈົ້າຈະສາມາດຖືກຊ່ວຍໃຫ້ພົ້ນຈາກສະຖານະການນີ້ໄດ້. ການສະແຫວງຫາຄວາມຊ່ວຍເຫຼືອຈາກຜູ້ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ມັກນຳໃຊ້ກົດລະບຽບຢ່າງຕາບອດ ບໍ່ພຽງແຕ່ຈະບໍ່ສາມາດແກ້ໄຂບັນຫາໄດ້, ແຕ່ຍັງຈະເຮັດໃຫ້ເຈົ້າຖືກນໍາພາຢ່າງຜິດໆ ຫຼາຍຂຶ້ນອີກ. ສະນັ້ນ, ການຖືກຫຼອກລວງບໍ່ແມ່ນສິ່ງທີ່ເກີດຂຶ້ນສະເພາະໃນສາສະໜາເທົ່ານັ້ນ, ເຖິງແມ່ນວ່າເຈົ້າຈະເຊື່ອໃນພຣະເຈົ້າ ແລະ ດຳລົງຊີວິດໃນຄຣິສຕະຈັກ, ຖ້າພວກເຈົ້າບໍ່ສະແຫວງຫາຄວາມຈິງ, ພວກເຈົ້າກໍຍັງສາມາດຖືກນໍາພາຢ່າງຜິດໆ ໄດ້ງ່າຍ. ເຖິງແມ່ນວ່າເຈົ້າຈະເຊື່ອມາເປັນເວລາສາມຫາຫ້າປີ ຫຼື ເຈັດຫາແປດປີ, ຖ້າພວກເຈົ້າບໍ່ໄດ້ຮັບຄວາມຈິງ, ແລ້ວພວກເຈົ້າກໍຍັງມີຄວາມສ່ຽງທີ່ຈະຖືກນໍາພາຢ່າງຜິດໆ; ໂດຍສະເພາະ, ຜູ້ທີ່ມັກມີແນວຄິດ ແລະ ມັກຄິດລົບ ແມ່ນມີແນວໂນ້ມທີ່ຈະຖືກຫຼອກລວງຫຼາຍທີ່ສຸດ ແລະ ສາມາດທໍລະຍົດຕໍ່ພຣະເຈົ້າໄດ້ທຸກເວລາ. ເພາະຊາຕານທຽວໄປທົ່ວໂລກດັ່ງສິງໂຕທີ່ກຳລັງຮ້ອງຄຳຮາມ, ສະແຫວງຫາຜູ້ຄົນທີ່ຈະກືນກິນ; ນີ້ຄືຄວາມຈິງ. ຊາຕານນີ້ແມ່ນໃຜ? ພວກເຂົາຄືທຸກຄົນທີ່ເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ, ລວມທັງຜູ້ຕໍ່ຕ້ານພຣະຄຣິສ, ຜູ້ນໍາປອມ, ຄົນທີ່ເປັນເຊື້ອສາຍແຫ່ງຄວາມຜິດພາດ ແລະ ຜູ້ທີ່ນໍາພາຄົນອື່ນຢ່າງຜິດໆ, ພວກເຂົາທັງໝົດແມ່ນຊາຕານ. ຄົນເຫຼົ່ານີ້ທຽວໄປທຸກຫົນທຸກແຫ່ງ, ຫຼອກລວງ ແລະ ລົບກວນຜູ້ທີ່ຖືກເລືອກຂອງພຣະເຈົ້າບໍ່ວ່າພວກເຂົາຈະໄປໃສກໍຕາມ, ສະນັ້ນ ພວກເຂົາທັງໝົດຈຶ່ງເປັນມານຮ້າຍທີ່ຕໍ່ຕ້ານພຣະເຈົ້າ. ຜູ້ທີ່ຖືກເລືອກຂອງພຣະເຈົ້າຄວນລະມັດລະວັງເປັນພິເສດ ເພື່ອຮັບປະກັນວ່າພວກເຂົາຈະບໍ່ຖືກຫຼອກລວງ ແລະ ສາມາດຢືນຢັດໄດ້.
ເປັນສິ່ງທີ່ປະຕິເສດບໍ່ໄດ້ວ່າ ໃນຄຣິສຕະຈັກ ຜູ້ເຊື່ອໃໝ່ບາງຄົນ ຫຼື ຜູ້ທີ່ມີຄວາມສາມາດຕໍ່າຫຼາຍ ທີ່ບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ມັກຈະຖືກນໍາພາຢ່າງຜິດໆ, ໄດ້ຮັບອິດທິພົນ ແລະ ຖືກລົບກວນໂດຍຂ່າວລືຕ່າງໆ. ຜູ້ທີ່ສ້າງຂ່າວລືສາມາດໂຄ່ນລົ້ມຄົນກຸ່ມໜຶ່ງໄດ້ງ່າຍໆ ດ້ວຍການສະຫຼຸບແບບຊະຊາຍ. ຄຳເວົ້າ ແລະ ຖ້ອຍຄຳທີ່ພວກເຂົາເວົ້າອອກມາແບບຊະຊາຍ ສາມາດເຮັດໃຫ້ບາງຄົນຄິດລົບ, ອ່ອນແອ ແລະ ບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ເມື່ອເຮືອນຂອງພຣະເຈົ້າຮຽກຮ້ອງ, ຄົນເຫຼົ່ານີ້ກໍຢ້ານໜ້າຢ້ານຫຼັງ, ຊອກຫາເຫດຜົນ ແລະ ຂໍ້ອ້າງຕ່າງໆ ເພື່ອປະຕິເສດ ແລະ ຫຼີກລ່ຽງ. ເຫັນໄດ້ຊັດເຈນວ່າ ຜູ້ທີ່ສ້າງຂ່າວລືມີບົດບາດຫຍັງໃນຄຣິສຕະຈັກ? ພວກເຂົາເຮັດໜ້າທີ່ເປັນຄົນຮັບໃຊ້ຊາຕານ, ໂດຍບໍ່ຕ້ອງສົງໄສເລີຍ. ຕົວຢ່າງ: ບາງຄົນເວົ້າວ່າ “ເຈົ້າຕ້ອງມີແຜນສຳຮອງໄວ້ ເມື່ອປະຕິບັດໜ້າທີ່ຂອງເຈົ້າ. ເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ເຈົ້າປະຕິບັດໜ້າທີ່ ແລະ ຖ້າເຈົ້າເຮັດບໍ່ດີ, ເຮືອນຂອງພຣະເຈົ້າກໍຈະເຊົາໃຊ້ເຈົ້າໄດ້ຕະຫຼອດເວລາ. ຖ້າເຈົ້າກັບບ້ານ, ເຈົ້າກໍຈະລຳບາກ. ຈະບໍ່ມີໃຜຊ່ວຍເຫຼືອເຈົ້າດອກ!” ຄຳເວົ້ານີ້ຟັງແລ້ວ “ອົບອຸ່ນໃຈ” ບໍ? ມັນສອດຄ່ອງກັບຄວາມຮູ້ສຶກຂອງມະນຸດ ແລະ ຟັງແລ້ວເບິ່ງຄືວ່າມີຄວາມຮັກ ແລະ ເປັນຫ່ວງເປັນໃຍ, ແຕ່ເຈົ້າເຫັນວ່າມີການໃສ່ໃຈຕໍ່ນ້ຳພຣະໄທຂອງພຣະເຈົ້າໃນຄຳເວົ້າເຫຼົ່ານີ້ບໍ? ພວກເຂົາໃຫ້ການສະໜັບສະໜູນ, ການສະໜອງລ້ຽງດູ, ການຊ່ວຍເຫຼືອ ຫຼື ການໃຫ້ກຳລັງໃຈແກ່ຜູ້ຄົນບໍ? (ບໍ່.) ການບອກໃຫ້ຜູ້ຄົນກະກຽມແຜນສຳຮອງ, ນີ້ບໍ່ແມ່ນການດຶງພວກເຂົາໄວ້ບໍ? ພວກເຂົາໝາຍຄວາມວ່າແນວໃດ? “ເຈົ້າຕ້ອງລະວັງຕົວ; ພຣະເຈົ້າອາດຈະຫັນຫຼັງໃຫ້ເຈົ້າ!” ນີ້ຄືພິດທີ່ພວກເຂົາປູກຝັງໄວ້ໃນຕົວຄົນ. ຫຼັງຈາກໄດ້ຍິນດັ່ງນີ້, ຜູ້ຄົນກໍຄິດວ່າ “ແມ່ນແລ້ວ, ຂ້ອຍຊ່າງໂງ່ແທ້ໆ? ຂ້ອຍເກືອບຂາຍເຮືອນແລ້ວ, ຖ້າຂ້ອຍປະຕິບັດໜ້າທີ່ບໍ່ດີ ແລະ ຖືກປົດອອກ, ຂ້ອຍກໍຈະບໍ່ມີແມ່ນແຕ່ບ້ານທີ່ຈະກັບໄປ. ໂຊກດີທີ່ພວກເຂົາເຕືອນ, ບໍ່ດັ່ງນັ້ນຂ້ອຍຄົງເຮັດສິ່ງທີ່ໂງ່ໆໄປແລ້ວ”. ເປັນຄຳເຕືອນທີ່ “ໃຈດີ” ສໍ່າໃດ, ແຕ່ມັນມີພິດຢູ່ຫຼາຍພໍສົມຄວນ ແລະ ມັນກໍຝັງຢູ່ເລິກລົງໄປ! ພວກເຈົ້າເຄີຍໄດ້ຍິນຂ່າວລືເຊັ່ນນີ້ບໍ? ມັນຟັງຄືວ່າພວກເຂົາກຳລັງເຮັດດີຕໍ່ຜູ້ຄົນ, ເປັນຫ່ວງເປັນໃຍ, ດ້ວຍ “ຄວາມຮັກ” ທີ່ຍິ່ງໃຫຍ່. ຄົນເຫຼົ່ານີ້ບໍ່ແມ່ນຍາດພີ່ນ້ອງ ຫຼື ໝູ່ເພື່ອນກັບຄົນທີ່ພວກເຂົາລົມນຳ, ບໍ່ມີຄວາມກ່ຽວຂ້ອງທາງສາຍເລືອດໃດໆ ລະຫວ່າງພວກເຂົາ, ພຽງແຕ່ຍ້ອນວ່າພວກເຂົາທັງໝົດເຊື່ອໃນພຣະເຈົ້າ ຄົນເຫຼົ່ານີ້ຈຶ່ງສາມາດມີ “ຄວາມຮັກ” ທີ່ຍິ່ງໃຫຍ່ເຊັ່ນນີ້ຕໍ່ຄົນທີ່ພວກເຂົາລົມນຳ. ຜູ້ຄົນຄິດວ່າ “ນີ້ຄືການປົກປ້ອງຂອງພຣະເຈົ້າແທ້ໆ! ຂ້ອຍຄວນຄິດໄຕ່ຕອງໃຫ້ດີກ່ອນ. ຖ້າຂ້ອຍເຮັດພໍແລ້ວມືແລ້ວຕີນຢູ່ສະເໝີ ເມື່ອຂ້ອຍໄປປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍຈະເຮັດແນວໃດຖ້າຂ້ອຍຖືກສົ່ງກັບ? ສະນັ້ນ, ເມື່ອຂ້ອຍປະຕິບັດໜ້າທີ່, ຂ້ອຍຕ້ອງລະມັດລະວັງ; ຂ້ອຍຄວນເຮັດວຽກທີ່ເຮັດໃຫ້ຂ້ອຍເບິ່ງຄືດີ, ຫຼີກລ່ຽງການເຮັດຜິດ ແລະ ເຖິງແມ່ນວ່າຂ້ອຍຈະເຮັດຜິດ, ຂ້ອຍກໍບໍ່ສາມາດໃຫ້ຄົນອື່ນຮູ້ໄດ້. ແບບນັ້ນ, ຂ້ອຍກໍຈະບໍ່ຖືກສົ່ງກັບ, ແມ່ນບໍ່? ເຖິງແມ່ນວ່າຂ້ອຍຈະຖືກສົ່ງກັບ, ມັນກໍບໍ່ເປັນຫຍັງ; ຂ້ອຍມີແຜນສຳຮອງ, ຂ້ອຍມີເງິນເກັບ ແລະ ເຮືອນຂອງຂ້ອຍກໍຍັງຢູ່. ມັນບໍ່ແມ່ນພຽງແຕ່ວ່າພຣະເຈົ້າບໍ່ໄດ້ຄຳນຶງເຖິງຄວາມຮູ້ສຶກຂອງຜູ້ຄົນ ແລະ ບໍ່ໄດ້ປະຕິບັດຕາມຄວາມຮູ້ສຶກຂອງເນື້ອໜັງບໍ? ບໍ່ວ່າຈະເປັນແນວໃດກໍຕາມ, ມີຫຍັງທີ່ຕ້ອງຢ້ານ? ຄົນເຮົາປະຕິບັດຕາມຄວາມຮູ້ສຶກຂອງພວກເຂົາ, ມີຄວາມຮັກຢູ່ທົ່ວທຸກແຫ່ງໃນໂລກມະນຸດ!” ຄຳເວົ້າທີ່ “ອົບອຸ່ນໃຈ” ປະໂຫຍກດຽວນີ້ ສ້າງ “ມິດຕະພາບ” ຂຶ້ນໃນທ່າມກາງຜູ້ຄົນ, ແຕ່ມັນເອົາພຣະເຈົ້າໄປໄວ້ໃສ? ມັນເຮັດໃຫ້ພຣະເຈົ້າເປັນສິ່ງສຳຄັນອັນດັບສາມ ຫຼື ສີ່, ມັນເຮັດໃຫ້ພຣະອົງເປັນຄົນນອກ, ຄືກັບວ່າພຣະເຈົ້າບໍ່ໜ້າໄວ້ວາງໃຈ ແລະ ມີພຽງແຕ່ມະນຸດເທົ່ານັ້ນທີ່ຄວນໄວ້ວາງໃຈ, ມີພຽງແຕ່ມະນຸດເທົ່ານັ້ນທີ່ເປັນຫ່ວງເປັນໃຍຄົນອື່ນ. ຄຳເວົ້າປະໂຫຍກດຽວນີ້ສ້າງຜົນກະທົບທີ່ສຳຄັນເຊັ່ນນີ້, ມັນຊ່າງ “ທັນເວລາ” ແທ້ໆ! ພວກເຈົ້າມັກຟັງຄຳເວົ້າແບບນີ້ບໍ? ເຖິງແມ່ນວ່າເຈົ້າຈະຮູ້ວ່າມີເຈດຕະນາຮ້າຍເຊື່ອງຊ້ອນຢູ່ໃນຄຳເວົ້າຂອງພວກເຂົາ, ເຈົ້າກໍຍັງຫວັງວ່າຈະມີໃຜຜູ້ໜຶ່ງມາບອກບາງຢ່າງ, ມາຊ່ວຍເຈົ້າ, ມາເຕືອນເຈົ້າຈາກປະສົບການຂອງຄົນທີ່ເຄີຍຜ່ານມັນມາກ່ອນ ເມື່ອເຈົ້າບໍ່ຮູ້ວ່າອະນາຄົດຈະເປັນແນວໃດ, ມາເວົ້າຄຳເວົ້າທີ່ຈິງໃຈກັບເຈົ້າ. ຄຳເວົ້າປະໂຫຍກນີ້ຊ່າງ “ສຳຄັນ”, ຊ່າງ “ຈຳເປັນ” ແທ້ໆ! ນີ້ບໍ່ແມ່ນການຍອມຮັບຄຳເວົ້າຂອງພວກເຂົາຢ່າງສົມບູນບໍ? ຄຳເວົ້າທີ່ເບິ່ງຄືວ່າ “ບໍ່ໄດ້ຕັ້ງໃຈ” ຂອງຜູ້ສ້າງຂ່າວລືຄົນນີ້ ໄດ້ຊື້ໃຈຜູ້ຄົນ ແລະ ຫັກຫຼັງພຣະເຈົ້າ. ການກະທຳນີ້ເປັນແນວໃດ? ມັນເໝາະສົມບໍ? (ບໍ່.) ພວກເຈົ້າຈະເວົ້າວ່າຄົນຜູ້ນີ້ເປັນຄົນປະເພດໃດ? ໃນສາຍຕາຂອງຜູ້ຄົນ, ພວກເຂົາເປັນຄົນດີ, ເປັນຄົນໃຈດີ, ແຕ່ໃນສາຍຕາຂອງຜູ້ທີ່ເຂົ້າໃຈຄວາມຈິງ, ຄົນຜູ້ນີ້ເປັນຄົນເບົາປັນຍາ. ເມື່ອພິຈາລະນາຈາກການກະທຳ ແລະ ພຶດຕິກຳຂອງພວກເຂົາ, ພວກເຂົາເຮັດໜ້າທີ່ເປັນຄົນຮັບໃຊ້ຊາຕານຢ່າງສົມບູນ, ພວກເຂົາເປັນມານຮ້າຍຢ່າງແທ້ຈິງ! ການເວົ້າແບບນີ້ຖືກຕ້ອງບໍ? (ແມ່ນແລ້ວ.) ມັນຖືກຕ້ອງຫຼາຍ! ບໍ່ຜິດແມ່ນແຕ່ໜ້ອຍດຽວ. ພວກເຂົາຊັກຊວນທຸກຄົນໃຫ້ລະວັງພຣະເຈົ້າ, ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາບໍ່ເວົ້າແມ່ນແຕ່ຄຳດຽວທີ່ສາມາດເສີມສ້າງຜູ້ຄົນໄດ້. ເປັນຫຍັງພວກເຂົາຈຶ່ງບໍ່ເວົ້າ? ເພາະວ່າຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມບໍ່ເປັນມິດ ແລະ ຄວາມກຽດຊັງຕໍ່ພຣະເຈົ້າ, ທຳມະຊາດ-ແກ່ນແທ້ຂອງພວກເຂົາຄືຊາຕານ ແລະ ໂດຍທຳມະຊາດແລ້ວ ພວກເຂົາກໍຕໍ່ຕ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະອົງ. ບາງຄົນເວົ້າວ່າ “ໂດຍທຳມະຊາດແລ້ວ ພວກເຂົາຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ, ແລ້ວເປັນຫຍັງພວກເຂົາຈຶ່ງຍັງຕິດຕາມພຣະເຈົ້າ?” ເພື່ອຈະໄດ້ຮັບພອນ! ພວກເຂົາຕ້ອງການໂກງຜົນໄດ້ຮັບເປັນພອນຈາກເຮືອນຂອງພຣະເຈົ້າ, ແຕ່ພວກເຂົາບໍ່ຢາກຈ່າຍລາຄາໃດໆ ຫຼື ສະແຫວງຫາຄວາມຈິງ. ພວກເຂົາຍັງຢາກທຳລາຍພາລະກິດຂອງພຣະເຈົ້າ, ລົບກວນຜູ້ຄົນທີ່ພຣະເຈົ້າເລືອກ ແລະ ເຮັດໃຫ້ພວກເຂົາອອກຫ່າງຈາກພຣະເຈົ້າ ແລະ ທໍລະຍົດຕໍ່ພຣະເຈົ້າ. ຄົນເຊັ່ນນີ້ເປັນມານຮ້າຍຢ່າງແທ້ຈິງໂດຍບໍ່ຕ້ອງສົງໄສ. ແຕ່ຄົນໂງ່ບາງຄົນກໍບໍ່ສາມາດເບິ່ງທະລຸ ແລະ ຮັບຮູ້ໃບໜ້າທີ່ເປັນມານຮ້າຍຂອງຄົນເຊັ່ນນີ້ໄດ້. ພວກເຂົາສາມາດຍອມຮັບຄຳເວົ້າມານຮ້າຍທັງໝົດທີ່ສອດຄ່ອງກັບແນວຄິດຂອງມະນຸດ ແລະ ຄວາມຕ້ອງການຂອງຄວາມຮູ້ສຶກຂອງເນື້ອໜັງທີ່ຄົນເຫຼົ່ານີ້ເວົ້າ. ພາຍໃຕ້ການນໍາພາຢ່າງຜິດໆ ຂອງຄົນເຫຼົ່ານີ້, ພວກເຂົາອາດຈະທໍລະຍົດ ແລະ ປະຕິເສດພຣະເຈົ້າໄດ້ທຸກເວລາ, ທີ່ແມ່ນແຕ່ການບໍ່ຢາກປະຕິເສດພຣະອົງກໍເປັນສິ່ງທີ່ເກີນກຳລັງຂອງພວກເຂົາ. ຊາຕານ, ມານຮ້າຍ ແລະ ຄົນຮັບໃຊ້ຊາຕານທີ່ແຝງຊົ່ວ ແລະ ເລ່ລ່ຽມຫຼາຍ! ພວກເຂົາເອງກໍຕໍ່ຕ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະອົງ, ພວກເຂົາລັງກຽດຄວາມຈິງ ແລະ ບໍ່ຍອມຮັບມັນ, ແລະ ພວກເຂົາຍັງຢາກຂັດຂວາງບໍ່ໃຫ້ຄົນອື່ນຕິດຕາມພຣະເຈົ້າ ແລະ ສະແຫວງຫາຄວາມຈິງ. ໃນເຮືອນຂອງພຣະເຈົ້າ, ຄົນເຫຼົ່ານີ້ມີບົດບາດເປັນຊ່ອງທາງໃຫ້ຊາຕານ, ເວົ້າ ແລະ ກະທຳເພື່ອຊາຕານ. ພວກເຂົາຮັບໃຊ້ເປັນຕົວສົມທຽບ, ຖືກນຳໃຊ້ເປັນພິເສດເພື່ອໃຫ້ຜູ້ຄົນເຕີບໂຕໃນການແຍກແຍະ. ສະນັ້ນ, ຫຼາຍສິ່ງທີ່ພວກເຂົາເວົ້າອາດຈະເບິ່ງຄືວ່າບໍ່ມີບັນຫາຫຼາຍເມື່ອເບິ່ງຜິວເຜີນ. ພວກເຂົາຍັງມັກອ້າງອີງພຣະທຳຂອງພຣະເຈົ້າ, ຊອກຫາຫຼັກຖານ ແລະ ຄຳເວົ້າບາງຢ່າງໃນພຣະທຳຂອງພຣະເຈົ້າ ແລະ ຈາກນັ້ນກໍເພີ່ມຄຳເວົ້າຕົບແຕ່ງບາງຢ່າງ, ເຮັດໃຫ້ເບິ່ງຄືວ່າສິ່ງທີ່ພວກເຂົາເວົ້ານັ້ນສອດຄ່ອງກັບພຣະທຳຂອງພຣະເຈົ້າຫຼາຍ. ແຕ່ມີສິ່ງໜຶ່ງທີ່ແນ່ນອນຄື: ສິ່ງທີ່ພວກເຂົາເວົ້ານັ້ນຂັດກັບຄວາມຈິງ. ເມື່ອເຈົ້າໄດ້ຍິນສິ່ງທີ່ພວກເຂົາເວົ້າ, ມັນອາດຈະເບິ່ງຄືວ່າຖືກຕ້ອງ, ແຕ່ຖ້າເຈົ້າປຽບທຽບຢ່າງລະອຽດກັບພຣະທຳຂອງພຣະເຈົ້າ, ເຈົ້າກໍຈະສາມາດແຍກແຍະໄດ້ວ່າມັນບໍ່ສອດຄ່ອງກັບຄວາມຈິງໂດຍພື້ນຖານ. ຄຳເວົ້າທີ່ເບິ່ງຄືຖືກຕ້ອງທັງໝົດທີ່ພວກເຂົາເວົ້ານັ້ນມາຈາກຊາຕານ. ພວກເຂົາກຳລັງລອງໃຈພຣະເຈົ້າ, ພະຍາຍາມຊອກຫາເຄື່ອງມືໂຈມຕີຈາກພຣະທຳຂອງພຣະເຈົ້າ, ຕີຄວາມໝາຍພຣະທຳຂອງພຣະເຈົ້າຜິດ ເພື່ອປະນາມພຣະເຈົ້າ ແລະ ນໍາພາປະຊາກອນທີ່ພຣະເຈົ້າເລືອກຢ່າງຜິດໆ, ເຮັດໃຫ້ພວກເຂົາຄາດເດົາກ່ຽວກັບ, ເຂົ້າໃຈຜິດ, ທໍລະຍົດ ແລະ ປະຕິເສດພຣະເຈົ້າ ແລະ ອື່ນໆ. ສະນັ້ນ, ນອກເໜືອຈາກຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍແລ້ວ, ຜູ້ທີ່ສ້າງຂ່າວລືເພື່ອຫຼອກລວງຄົນອື່ນກໍເປັນຄົນອີກໝວດໝູ່ໜຶ່ງໃນຄຣິສຕະຈັກທີ່ຄວນຖືກແຍກແຍະ, ລະວັງ ແລະ ກຳຈັດອອກ.
6. ການແຍກແຍະຄົນທີ່ເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ຫຼັກການໃນການຈັດການກັບພວກເຂົາ
ພວກເຮົາຄວນແຍກແຍະຜູ້ທີ່ສ້າງຂ່າວລືເພື່ອຫຼອກລວງຄົນອື່ນໃນຄຣິສຕະຈັກແນວໃດ? ກ່ອນອື່ນໝົດ, ຜູ້ທີ່ສ້າງຂ່າວລືບໍ່ໄດ້ສະແຫວງຫາຄວາມຈິງຢ່າງແນ່ນອນ; ພວກເຂົາເບື່ອໜ່າຍມັນ. ນອກຈາກນີ້, ພວກເຂົາມັກຈະສ້າງຄຳເວົ້າມານຮ້າຍ ແລະ ຄຳເວົ້າໄຮ້ສາລະທຸກປະເພດ ແລະ ໃຊ້ມັນເພື່ອນໍາພາຢ່າງຜິດໆ ແລະ ຊັກຊວນອ້າຍເອື້ອຍນ້ອງບາງຄົນທີ່ມີຄວາມເຕີບໂຕນ້ອຍ, ມີພື້ນຖານທີ່ຕື້ນເຂີນ ແລະ ບໍ່ເຂົ້າໃຈຄວາມຈິງ. ຜົນທີ່ພວກເຂົາໄດ້ຮັບກໍຄືການລົບກວນ ແລະ ທຳລາຍຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດໃນຄຣິສຕະຈັກ, ລົບກວນການສະແຫວງຫາທີ່ເປັນປົກກະຕິຂອງຜູ້ຄົນ ແລະ ເຮັດໃຫ້ພວກເຂົາຫຼົງອອກຈາກເສັ້ນທາງທີ່ຖືກຕ້ອງ, ເຮັດໃຫ້ຜູ້ຄົນຄິດລົບ ແລະ ອ່ອນແອ ແລະ ເຖິງຂັ້ນເຮັດໃຫ້ພວກເຂົາປະຖິ້ມໜ້າທີ່ຂອງພວກເຂົາ ແລະ ເຊົາເຊື່ອໃນພຣະເຈົ້າ, ສິ່ງນີ້ຍິ່ງເຮັດໃຫ້ພວກເຂົາມີຄວາມສຸກຫຼາຍຂຶ້ນ. ສະນັ້ນ, ການເອີ້ນຜູ້ທີ່ສ້າງຂ່າວລືວ່າເປັນຄົນຮັບໃຊ້ຊາຕານຈຶ່ງເປັນຄຳອະທິບາຍທີ່ຖືກຕ້ອງທີ່ສຸດ; ນີ້ຄືໃບໜ້າທີ່ແທ້ຈິງ ແລະ ແກ່ນແທ້ຂອງຄົນເຊັ່ນນີ້ ແລະ ມັນກໍງ່າຍທີ່ຈະແຍກແຍະ. ບາງຄົນກໍມີເຫດຜົນຢູ່ແດ່; ເຖິງແມ່ນວ່າພວກເຂົາຈະບໍ່ຮັກຄວາມຈິງ, ພວກເຂົາກໍບໍ່ໄດ້ສະແດງຄວາມຄິດເຫັນ ຫຼື ແຊກແຊງວິທີການສະແຫວງຫາຄວາມຈິງຂອງຄົນອື່ນ. ບໍ່ຈຳເປັນຕ້ອງໃສ່ໃຈຄົນເຫຼົ່ານີ້. ແຕ່ບາງຄົນກໍອິດສາລິດສະຫຍາ ແລະ ກຽດຊັງຜູ້ທີ່ສະແຫວງຫາຄວາມຈິງ; ພວກເຂົາມັກຈະຕັດສິນ ແລະ ໂຈມຕີພວກເຂົາ ໃນຂະນະທີ່ປິດບັງເຈດຕະນາບາງຢ່າງ ແລະ ເຖິງຂັ້ນຊອກຫາຈຸດອ່ອນເພື່ອປະນາມພວກເຂົາ. ຄົນເຊັ່ນນີ້ຄວນລະວັງໃຫ້ດີ. ເຖິງແມ່ນວ່າສິ່ງທີ່ຄົນເຫຼົ່ານີ້ເວົ້າອາດຈະຟັງຄືວ່າຖືກຕ້ອງ, ມີເຫດຜົນ ແລະ ສອດຄ່ອງກັບຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າ, ແຕ່ເມື່ອແຍກແຍະຢ່າງລະອຽດ, ມັນກໍສ່ວນຫຼາຍເປັນຄຳຕົວະ ແລະ ຂ່າວລື, ເປັນການເວົ້າຈາເຫຼວໄຫຼຢ່າງສິ້ນເຊີງ. ຂ່າວລື ແລະ ຄຳເວົ້າທີ່ເບິ່ງຄືຖືກຕ້ອງເຫຼົ່ານີ້ຄວນຖືກແຍກແຍະ. ບາງຄົນເວົ້າວ່າ “ຂ້ານ້ອຍຫາກໍເຊື່ອໃນພຣະເຈົ້າໄດ້ບໍ່ດົນ, ອ່ານພຣະທຳຂອງພຣະເຈົ້າໜ້ອຍ ແລະ ບໍ່ເຂົ້າໃຈຄວາມຈິງ. ຂ້ານ້ອຍຈະແຍກແຍະຂ່າວລື ແລະ ຄຳຕົວະໄດ້ແນວໃດ?” ວິທີດຽວກໍຄື, ນັບແຕ່ນີ້ເປັນຕົ້ນໄປ, ໃຫ້ໃສ່ໃຈໃນການອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ, ໃຫ້ພຣະທຳຂອງພຣະເຈົ້າຝັງຮາກຢູ່ໃນໃຈຂອງເຈົ້າ. ດ້ວຍການຊີ້ນໍາຂອງພຣະທຳຂອງພຣະເຈົ້າ ແລະ ການເບິ່ງບັນຫາຕ່າງໆຕາມຄວາມຈິງ, ເຈົ້າກໍຈະມີການແຍກແຍະ. ຂ່າວລືທີ່ຄົນເຫຼົ່ານີ້ເຜີຍແຜ່ຈະບໍ່ມີຜົນຕໍ່ເຈົ້າ ແລະ ຈະບໍ່ລົບກວນການສະແຫວງຫາທີ່ເປັນປົກກະຕິຂອງເຈົ້າ. ບໍ່ວ່າພວກເຂົາຈະສົນທະນາຂ່າວລືຫຍັງ ຫຼື ເວົ້າເລື່ອງໄຮ້ສາລະຫຍັງ, ເຈົ້າກໍຈະບໍ່ຫວັ່ນໄຫວຫຼັງຈາກທີ່ໄດ້ຍິນມັນ, ທັງຈະບໍ່ກາຍເປັນຄົນຄິດລົບ ແລະ ອ່ອນແອ ຫຼື ຍິ່ງໄປກວ່ານັ້ນກໍຄືຈະບໍ່ມີຄວາມເຂົ້າໃຈຜິດໃດໆກ່ຽວກັບພຣະເຈົ້າ; ເຈົ້າຈະພຽງແຕ່ໃສ່ໃຈໃນການສະແຫວງຫາໃນທິດທາງທີ່ຖືກຕ້ອງ. ນີ້ໝາຍຄວາມວ່າເຈົ້າມີການຕໍ່ຕ້ານ, ຄົນຮັບໃຊ້ຊາຕານເຊັ່ນນີ້ຈະບໍ່ສົ່ງຜົນກະທົບໃດໆໃນຄຣິສຕະຈັກອີກຕໍ່ໄປ. ບໍ່ມີທາງລັດໃນການຮຽນຮູ້ວິທີແຍກແຍະຂ່າວລື. ວິທີດຽວກໍຄືການຟັງຄຳເທດສະໜາໃຫ້ຫຼາຍຂຶ້ນ, ອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ໂອ້ລົມຄວາມຈິງໃຫ້ຫຼາຍຂຶ້ນ. ເມື່ອເຈົ້າບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ, ເຈົ້າກໍຈະມີການແຍກແຍະໂດຍທຳມະຊາດ. ຈຸດປະສົງຂອງການອ່ານພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມຄວາມຈິງແມ່ນຫຍັງ? ມັນຄືການເຂົ້າໃຈຄວາມຈິງ ແລະ ແຍກແຍະຂ່າວລື ແລະ ຄຳເວົ້າທີ່ຜິດພາດເຫຼົ່ານັ້ນຜ່ານການອ່ານພຣະທຳຂອງພຣະເຈົ້າ. ຖ້າເຈົ້າເຫັນວ່າຂ່າວລືເຫຼົ່ານັ້ນຂັດແຍ້ງ ແລະ ຕໍ່ຕ້ານພຣະທຳຂອງພຣະເຈົ້າ, ເປັນສິ່ງທີ່ກົງກັນຂ້າມກັບຄວາມຈິງຢ່າງສິ້ນເຊີງ, ຂ່າວລືເຫຼົ່ານັ້ນກໍຈະສະຫຼາຍໄປເອງ. ແນ່ນອນ, ບາງຄົນເວົ້າວ່າ “ຂ້ານ້ອຍບໍ່ໄດ້ພະຍາຍາມອ່ານພຣະທຳຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈວ່າຄວາມຈິງໃນພຣະທຳຂອງພຣະເຈົ້າແມ່ນຫຍັງແທ້. ຂ້ານ້ອຍຈື່ໄດ້ພຽງຢ່າງດຽວຄື: ໃນການປະພຶດຕົນ, ຂ້ານ້ອຍຕ້ອງເຮັດຕາມຄົນສ່ວນໃຫຍ່. ສິ່ງໃດທີ່ຄົນສ່ວນໃຫຍ່ປະຕິເສດ, ຂ້ານ້ອຍກໍປະຕິເສດເຊັ່ນກັນ; ສິ່ງໃດທີ່ຄົນສ່ວນໃຫຍ່ຍອມຮັບ, ຂ້ານ້ອຍກໍຍອມຮັບເຊັ່ນກັນ. ຂ້ານ້ອຍພຽງແຕ່ເຮັດຕາມຄົນສ່ວນໃຫຍ່”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່.) ບາງຄັ້ງຄົນສ່ວນໃຫຍ່ກໍຜິດພາດເຊັ່ນກັນ ແລະ ການເຮັດຕາມຄົນສ່ວນໃຫຍ່ກໍໝາຍເຖິງການເຮັດຜິດພາດໄປກັບພວກເຂົາ. ເຈົ້າຕ້ອງຮຽນຮູ້ທີ່ຈະຕິດຕາມຜູ້ທີ່ເຂົ້າໃຈຄວາມຈິງ; ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ເປັນວິທີທີ່ດີ.
ການເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງເປັນສິ່ງທີ່ມັກຈະເກີດຂຶ້ນໃນຄຣິສຕະຈັກ. ເຖິງແມ່ນວ່າບັນຫານີ້ຈະບໍ່ແມ່ນບັນຫາໃຫຍ່, ແຕ່ມັນໄດ້ລົບກວນ ແລະ ສົ່ງຜົນຮ້າຍຕໍ່ຜູ້ທີ່ຖືກເລືອກຂອງພຣະເຈົ້າບໍ່ແມ່ນໜ້ອຍ. ຢ່າງໜ້ອຍທີ່ສຸດ, ມັນສາມາດເຮັດໃຫ້ຜູ້ຄົນຄິດລົບ ແລະ ອ່ອນແອ; ຢ່າງຮ້າຍແຮງທີ່ສຸດ, ມັນສາມາດເຮັດໃຫ້ຜູ້ຄົນອອກຫ່າງຈາກພຣະເຈົ້າ ແລະ ເຖິງຂັ້ນທໍລະຍົດຕໍ່ພຣະອົງ. ສະນັ້ນ, ການເຜີຍແຜ່ຂ່າວລືຈຶ່ງເປັນສິ່ງທີ່ເມີນເສີຍບໍ່ໄດ້. ເມື່ອມັນເກີດຂຶ້ນໃນຄຣິສຕະຈັກ, ມັນຄວນຖືກຢຸດຢັ້ງ ແລະ ຈຳກັດໂດຍທັນທີ. ຖ້າຜູ້ນໍາຄຣິສຕະຈັກມຶນຊາ ແລະ ໂງ່ຈ້າ, ບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ບໍ່ສາມາດກວດພົບບັນຫານີ້, ແຕ່ບາງຄົນທີ່ມີຄຸນສົມບັດດີ ທີ່ສະແຫວງຫາ ແລະ ເຂົ້າໃຈຄວາມຈິງກວດພົບມັນ, ແລ້ວຄົນກຸ່ມຫຼັງນີ້ຄວນກ້າວອອກມາເພື່ອແກ້ໄຂບັນຫານີ້. ຜ່ານການສະແຫວງຫາ ແລະ ການໂອ້ລົມກັບຫຼາຍຄົນເພື່ອບັນລຸຄວາມເຫັນດີເຫັນພ້ອມ ແລະ ໄດ້ຮັບການຢືນຢັນ, ເມື່ອຕັດສິນໄດ້ແລ້ວວ່າກຳລັງມີການເຜີຍແຜ່ຂ່າວລື, ຜູ້ຄົນຄວນສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ຖ້າບໍ່ຊັດເຈນວ່າຄຳເວົ້າໃດໜຶ່ງເປັນຄຳເວົ້າທີ່ຜິດພາດ, ຢ່າກຳນົດລັກສະນະຂອງມັນຢ່າງຕາບອດ. ສຳລັບຄຳເວົ້າທີ່ເຫັນໄດ້ຊັດເຈນ ແລະ ບໍ່ສາມາດເຂົ້າໃຈຜິດໄດ້, ທີ່ສາມາດແຍກແຍະໄດ້ງ່າຍວ່າເປັນຂ່າວລື ແລະ ຄຳເວົ້າທີ່ຜິດພາດ, ພວກມັນຄວນຖືກເປີດໂປງ ແລະ ໄຈ້ແຍກໂດຍທັນທີ ເພື່ອໃຫ້ທຸກຄົນສາມາດແຍກແຍະໄດ້. ຖ້າເຈົ້າບໍ່ສາມາດແຍກແຍະໄດ້ວ່າສິ່ງທີ່ຄົນໃດໜຶ່ງເວົ້າເປັນຂ່າວລື ຫຼື ຄຳເວົ້າທີ່ຜິດພາດ ຫຼັງຈາກທີ່ໄດ້ຍິນພວກເຂົາເວົ້າໜຶ່ງ ຫຼື ສອງປະໂຫຍກ, ເຈົ້າຄວນຈັດການກັບມັນຢ່າງລະມັດລະວັງ ແລະ ບໍ່ຄວນສະຫຼຸບຢ່າງຫຼັບຫູຫຼັບຕາ. ລໍຖ້າຈົນກວ່າພວກເຂົາຈະເວົ້າຈົບ ເພື່ອແຍກແຍະໃຫ້ຊັດເຈນ. ເມື່ອຢືນຢັນໄດ້ແລ້ວວ່າເປັນຂ່າວລື ຫຼື ຄຳເວົ້າທີ່ຜິດພາດ, ຄົນຜູ້ນີ້ຄວນຖືກຢຸດຢັ້ງ ແລະ ຈຳກັດໂດຍທັນທີ. ຖ້າການຕັກເຕືອນ ແລະ ການຈຳກັດຊ້ຳແລ້ວຊ້ຳອີກບໍ່ສາມາດຈຳກັດພວກເຂົາໄດ້ ແລະ ພວກເຂົາຍັງຄົງເຜີຍແຜ່ຂ່າວລືຢ່າງຕໍ່ເນື່ອງ, ພວກເຂົາຄວນຖືກກຳຈັດອອກຈາກຄຣິສຕະຈັກ. ຫຼັກການ ແລະ ແນວທາງປະຕິບັດ ເມື່ອພົບເຫັນຄົນທີ່ເຜີຍແຜ່ຂ່າວລືໃນຄຣິສຕະຈັກ ຊັດເຈນແລ້ວບໍ? (ຊັດເຈນແລ້ວ.)
ເນື້ອໃນຂອງຂ່າວລືບໍ່ພຽງແຕ່ກ່ຽວຂ້ອງກັບບັນຫາໃຫຍ່ທີ່ເຮົາໄດ້ກ່າວເຖິງ; ຍັງມີຂ່າວລືບາງຢ່າງທີ່ເປັນພຽງເລື່ອງເລັກໆນ້ອຍໆ ເຊັ່ນ: ຄຳເວົ້າກ່ຽວກັບການລິຮານ ຫຼື ກ່ຽວກັບວ່າເຮືອນຂອງພຣະເຈົ້າໃຊ້ໃຜ ແລະ ກຳຈັດໃຜອອກ ແລະ ຖ້ອຍຄຳທີ່ບໍ່ເປັນຄວາມຈິງອື່ນໆ. ກ່ອນທີ່ຄຣິສຕະຈັກຈະຖືກຊຳລະລ້າງຢ່າງຄົບຖ້ວນ, ກໍມີຜູ້ນໍາປອມ, ຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍຕ່າງໆ, ຄົນເບົາສະໝອງ, ຄົນສະໝອງຕຶບທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ມີຄົນທຸກປະເພດຢູ່ໃນນັ້ນ. ຄົນຂີ້ຕົວະ ແລະ ຜູ້ສ້າງຂ່າວລືເປັນສິ່ງທີ່ເຫັນໄດ້ທົ່ວໄປ ແລະ ມີຂ່າວລື ແລະ ຄຳເວົ້າມານຮ້າຍທຸກປະເພດໃນທ່າມກາງຜູ້ຄົນ. ກ່ຽວກັບຂ່າວລືເຫຼົ່ານີ້, ໃນດ້ານໜຶ່ງ, ຜູ້ຄົນຕ້ອງມີເຫດຜົນທີ່ເປັນປົກກະຕິເພື່ອຕັດສິນພວກມັນ; ໃນອີກດ້ານໜຶ່ງ, ສຳລັບຂ່າວລືທີ່ຮ້າຍແຮງກວ່າທີ່ກ່ຽວຂ້ອງກັບພາລະກິດຂອງພຣະເຈົ້າ, ແຜນການຄຸ້ມຄອງຂອງພຣະເຈົ້າ, ຕົວຂອງພຣະເຈົ້າເອງ ແລະ ແມ່ນແຕ່ພຣະດຳລັດຂອງເຮືອນຂອງພຣະເຈົ້າ ແລະ ເລື່ອງອື່ນໆ, ຜູ້ຄົນຕ້ອງມີຄວາມຈິງເພື່ອແຍກແຍະສິ່ງເຫຼົ່ານີ້. ສຳລັບເລື່ອງພາຍນອກ, ຜູ້ຄົນຕ້ອງມີເຫດຜົນຂອງຄວາມເປັນມະນຸດທີ່ເປັນປົກກະຕິເພື່ອຕັດສິນພວກມັນ. ສຳລັບເລື່ອງທີ່ກ່ຽວຂ້ອງກັບພາລະກິດຂອງພຣະເຈົ້າ ແລະ ຄວາມຈິງ, ຜູ້ຄົນຕ້ອງມີຄວາມຈິງຄວາມເປັນຈິງ ແລະ ຄວາມເຕີບໂຕເພື່ອແຍກແຍະພວກມັນ. ສະຫຼຸບກໍຄື, ບໍ່ວ່າຈະເປັນຂ່າວລືປະເພດໃດກໍຕາມ, ຜູ້ຄົນຄວນແຍກແຍະ ແລະ ປະຕິເສດພວກມັນ, ບໍ່ແມ່ນຍອມຮັບພວກມັນ. ແນ່ນອນ, ບາງຄົນບໍ່ໄດ້ສະແຫວງຫາຄວາມຈິງ ແລະ ດຳລົງຊີວິດຢູ່ກັບຂ່າວລືເຫຼົ່ານີ້. ມື້ນີ້, ມີຄົນເຜີຍແຜ່ຄຳເວົ້າໃດໜຶ່ງ ແລະ ເກີດມີກະແສລົມພັດໄປທາງໜຶ່ງ ແລະ ຄົນເຫຼົ່ານີ້ກໍເນີ້ງໄປຕາມ. ມື້ອື່ນ, ມີຄຳເວົ້າອື່ນມາສ້າງກະແສໄປອີກທາງໜຶ່ງ ແລະ ພວກເຂົາກໍເຮັດຕາມ. ຕົວຢ່າງ: ຜູ້ນໍາ ຫຼື ຜູ້ເຮັດວຽກບາງຄົນເວົ້າວ່າ ຜູ້ທີ່ສາມາດຂຽນບົດຄວາມຄຳພະຍານໄດ້ ສາມາດຖືກເຮັດໃຫ້ສົມບູນໄດ້, ດັ່ງນັ້ນ ພວກເຂົາຈຶ່ງຝຶກຂຽນບົດຄວາມ, ຮຽນການຂຽນ ແລະ ຊອກຫາຂໍ້ມູນ. ມື້ຕໍ່ມາ, ຜູ້ນໍາ ຫຼື ຜູ້ເຮັດວຽກຄົນອື່ນເວົ້າວ່າ ຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາສາມາດລອດພົ້ນໄດ້, ດັ່ງນັ້ນ ພວກເຂົາຈຶ່ງເລີ່ມເຮັດໃຫ້ຕົນເອງຫຍຸ້ງຢູ່ກັບການປະຕິບັດໜ້າທີ່. ແຕ່ບໍ່ວ່າພວກເຂົາຈະຫຍຸ້ງສໍ່າໃດ, ພວກເຂົາກໍບໍ່ເຄີຍກະວົນກະວາຍ ຫຼື ສົນໃຈໃນເລື່ອງທີ່ສຳຄັນທີ່ສຸດຄື: ການສະແຫວງຫາຄວາມຈິງ ແລະ ການເຂົ້າສູ່ຊີວິດ. ແນວໂນ້ມທີ່ຊົ່ວຮ້າຍຕ່າງໆທີ່ເກີດຂຶ້ນໃນທ່າມກາງກຸ່ມຕ່າງໆໃນຄຣິສຕະຈັກ ມັກຈະພັດພາເອົາບາງຄົນໄປ. ຂ່າວລືຕ່າງໆທີ່ເກີດຂຶ້ນໃນທ່າມກາງສະມາຊິກຄຣິສຕະຈັກ ມັກຈະນໍາພາຢ່າງຜິດໆ ແລະ ສົ່ງອິດທິພົນຕໍ່ບາງຄົນ. ແນວໃດກໍຕາມ, ກໍມີບາງຄົນທີ່ຍັງຄົງບໍ່ສົນໃຈ ແລະ ບໍ່ໃສ່ໃຈຂ່າວລືເຫຼົ່ານີ້ທີ່ພວກເຂົາໄດ້ຍິນ. ພວກເຂົາບໍ່ສົນໃຈວ່າເຮືອນຂອງພຣະເຈົ້າກຳລັງເຮັດວຽກງານຫຍັງ; ພວກເຂົາບໍ່ສົນໃຈໃນການເຊື່ອໃນພຣະເຈົ້າ ແລະ ບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ. ຄົນເຫຼົ່ານີ້ເປັນພຽງຜູ້ເຊື່ອໃນນາມ. ມີຄົນອີກກຸ່ມໜຶ່ງທີ່ດີກວ່າໜ້ອຍໜຶ່ງ; ພວກເຂົາສາມາດສະແຫວງຫາຄວາມຈິງ ແລະ ຍອມຮັບຄວາມຈິງ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄດ້ຮັບຜົນກະທົບຈາກສິ່ງທີ່ເປັນລົບ ແລະ ຄົນທີ່ເປັນລົບເຫຼົ່ານີ້. ມີພຽງແຕ່ຜູ້ທີ່ມີຄວາມເຕີບໂຕນ້ອຍ, ບໍ່ມີພື້ນຖານ ແລະ ບໍ່ໄດ້ສະແຫວງຫາຄວາມຈິງເລີຍ ທີ່ມັກຈະໄດ້ຮັບອິດທິພົນຈາກຄຳເວົ້າ ແລະ ຖ້ອຍຄຳທີ່ແຕກຕ່າງກັນ. ເພາະວ່າຄົນເຫຼົ່ານີ້ມັກຈະເຮັດຕາມ, ຈຶ່ງມີບາງຄົນທີ່ສ້າງຂ່າວລືຕ່າງໆເພື່ອປຸກປັ່ນຢູ່ສະເໝີ. ພວກເຂົາຮູ້ສຶກວ່າ ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ເຮັດໃຫ້ການເຊື່ອໃນພຣະເຈົ້າມີຊີວິດຊີວາ ແລະ ໜ້າຕື່ນເຕັ້ນ ແລະ ບໍ່ໜ້າເບື່ອ ແລະ ມັນເປັນວິທີດຽວທີ່ເຮັດໃຫ້ພວກເຂົາຮູ້ສຶກສຳຄັນ. ສິ່ງເຫຼົ່ານີ້ມັກຈະເກີດຂຶ້ນໃນທ່າມກາງຜູ້ເຊື່ອໃໝ່. ຖ້າຄຣິສຕະຈັກໃດໜຶ່ງເຕັມໄປດ້ວຍການເຜີຍແຜ່ຂ່າວລື ແລະ ຜູ້ຄົນຖືກຫຼອກລວງ, ມັນກໍໝາຍຄວາມວ່າ ມີຄົນທີ່ເຂົ້າໃຈຄວາມຈິງໜ້ອຍເກີນໄປໃນຄຣິສຕະຈັກນັ້ນຢ່າງແນ່ນອນ. ໃນຄຣິສຕະຈັກ, ຄົນທີ່ກ່າວມາຂ້າງເທິງນັ້ນເຮັດຕາມຂ່າວລືໃດໆກໍຕາມ ແລະ ການປຸກປັ່ນໃດໆກໍຕາມທີ່ຜູ້ທີ່ມີເຈດຕະນາບໍ່ດີສ້າງຂຶ້ນ, ເຊິ່ງເປັນເລື່ອງທີ່ສ້າງຄວາມລຳບາກຫຼາຍ. ສ່ວນໜຶ່ງນີ້ເປັນຍ້ອນຄວາມສາມາດທີ່ຕໍ່າ ແລະ ຍັງເປັນການສະແດງອອກທີ່ແທ້ຈິງຂອງການບໍ່ເຂົ້າໃຈຄວາມຈິງ. ສ່ວນໃຫຍ່ຂອງສິ່ງທີ່ຄົນທີ່ບໍ່ເຂົ້າໃຈຄວາມຈິງເວົ້ານັ້ນບໍ່ສາມາດເປັນຈິງໄດ້ ແລະ ມີສິ່ງທີ່ບໍ່ບໍລິສຸດປົນຢູ່; ເວົ້າຢ່າງເຂັ້ມງວດ, ມັນກໍເປັນຄຳຕົວະທັງໝົດ. ຖ້າມັນມີແຮງຈູງໃຈ ແລະ ຈຸດປະສົງ, ແລ້ວມັນກໍບໍ່ແມ່ນພຽງແຕ່ຄຳຕົວະ ແຕ່ຍິ່ງໄປກວ່ານັ້ນກໍຄືແຜນການຂອງຊາຕານ ແລະ ການສົມຮູ້ຮ່ວມຄິດຂອງຄົນຊົ່ວຮ້າຍ. ສະນັ້ນ, ສ່ວນໃຫຍ່ຂອງສິ່ງທີ່ຄົນທີ່ບໍ່ມີຄວາມຈິງເວົ້ານັ້ນເປັນການເວົ້າຊົ່ວຊ້າ ແລະ ບໍ່ໜ້າເຊື່ອຖື.
ການໂອ້ລົມກ່ຽວກັບການເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງກໍຈົບລົງພຽງເທົ່ານີ້. ເລື່ອງການເຜີຍແຜ່ຂ່າວລືນີ້ເປັນສິ່ງທີ່ເປີດເຜີຍຜູ້ຄົນຫຼາຍທີ່ສຸດ ແລະ ມັນກໍເຮັດໃຫ້ເຫັນພຶດຕິກຳຂອງຄົນຕ່າງໆໄດ້ຢ່າງຊັດເຈນ. ຕອນນີ້ພວກເຈົ້າຄວນເຂົ້າໃຈແລ້ວວ່າຄວນມີທັດສະນະຄະຕິແນວໃດຕໍ່ຂ່າວລື ແລະ ຜູ້ທີ່ເຜີຍແຜ່ຂ່າວລື ແລະ ຄວນໃຊ້ວິທີໃດໃນການຈັດການກັບພວກເຂົາ ແລ້ວແມ່ນບໍ່? (ແມ່ນແລ້ວ.) ເມື່ອພວກເຈົ້າເຂົ້າໃຈແລ້ວ, ເມື່ອພວກເຈົ້າພົບພໍ້ກັບເລື່ອງເຊັ່ນນີ້ອີກ, ພວກເຈົ້າຄວນປຽບທຽບກັບການໂອ້ລົມຂອງພວກເຮົາ ແລະ ໃຊ້ວິທີທີ່ຖືກຕ້ອງທີ່ສຸດໃນການແກ້ໄຂບັນຫາເຫຼົ່ານີ້. ນີ້ຄືສິ່ງທີ່ສອດຄ່ອງກັບຫຼັກການ.
ວັນທີ 17 ກໍລະກົດ 2021
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?