ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (19) ສ່ວນທີ ໜຶ່ງ
ຂໍ້ທີສິບສອງ: ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີເຈັດ)
ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ
ຫຼັກການໃນການຈັດການກັບຜູ້ທີ່ມີຄວາມສຳພັນທີ່ບໍ່ເໝາະສົມ
ກ່ຽວກັບບັນດາຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍທີ່ປົກກະຕິຂອງຄຣິສຕະຈັກ, ພວກເຮົາໄດ້ແບ່ງພວກມັນອອກເປັນທັງໝົດສິບເອັດປະເດັນ. ກ່ອນໜ້ານີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບປະເດັນທີຫົກ ນັ້ນກໍຄື ຄວາມສຳພັນທີ່ບໍ່ເໝາະສົມ. ໂດຍຫຼັກໆແລ້ວ ສິ່ງນີ້ໝາຍເຖິງຫຍັງ? ການລໍ້ລວງຄົນອື່ນໂດຍບໍ່ຄິດໃຫ້ດີ ແລະ ການມີສ່ວນຮ່ວມກັບຄວາມສຳພັນແຫ່ງຄວາມປາຖະໜາທີ່ເຕັມໄປດ້ວຍຕັນຫາ. ມີການໂອ້ລົມຫຍັງແດ່ກ່ຽວກັບດ້ານນີ້? ເມື່ອຄົນດັ່ງກ່າວປາກົດຕົວໃນຄຣິສຕະຈັກ, ຄວນຮັບມືກັບພວກເຂົາແນວໃດ? ມີວິທີແກ້ໄຂຫຍັງແດ່? ພວກເຮົາຄວນເຮັດບໍ່ຮູ້ບໍ່ເຫັນ ແລະ ປ່ອຍມັນໄປໂດຍບໍ່ມີການກວດສອບ ຫຼື ພວກເຮົາຄວນແກ້ໄຂບັນຫາຕາມຫຼັກການຄວາມຈິງ? ພວກເຮົາຄວນຫຼີກລ່ຽງມັນ ຫຼື ໃຊ້ຄວາມຮັກເພື່ອສ້າງອິດທິພົນຕໍ່ຜູ້ທີ່ກ່ຽວຂ້ອງ? ພວກເຮົາຄວນໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ ຫຼື ເຕືອນ ແລະ ກຳຈັດພວກເຂົາອອກ? ວິທີໃດເໝາະສົມທີ່ສຸດໃນການຮັບມືກັບມັນ? (ເຕືອນ ແລະ ຈຳກັດຜູ້ທີ່ກ່ຽວຂ້ອງ. ຖ້າບໍ່ສາມາດຈຳກັດພວກເຂົາໄດ້, ໃຫ້ກຳຈັດພວກເຂົາອອກ). ຄວນຈຳກັດພວກເຂົາແນວໃດ? ສິ່ງນີ້ເຮັດງ່າຍບໍ? ໂດຍທົ່ວໄປແລ້ວ ເມື່ອເລື່ອງດັ່ງກ່າວເກີດຂຶ້ນ, ມັນບໍ່ງ່າຍປານໃດທີ່ຈະຈຳກັດຜູ້ທີ່ກ່ຽວຂ້ອງ. ບາງຄົນສັງເກດເຫັນສະຖານະການດັ່ງກ່າວ ແລະ ຮູ້ສຶກວ່າມັນບໍ່ເໝາະສົມ, ແຕ່ພວກເຂົາກໍອາຍທີ່ຈະເວົ້າອອກມາ. ບາງຄົນອາດຈະບອກໄບ້ມັນທາງອ້ອມ, ແຕ່ຜູ້ທີ່ກ່ຽວຂ້ອງກໍອາດບໍ່ໄດ້ຟັງສະເໝີໄປ. ຄວາມເປັນມະນຸດຂອງທຸກຄົນທີ່ສາມາດລໍ້ລວງຄົນອື່ນໂດຍບໍ່ຄິດໃຫ້ດີເປັນແນວໃດ? ພວກເຂົາເປັນຄົນທີ່ມີກຽດ ແລະ ຊື່ກົງບໍ? ພວກເຂົາເປັນຄົນທີ່ມີມາລະຍາດຂອງໄພ່ພົນບໍ? ພວກເຂົາເປັນຄົນທີ່ມີກຽດສັກສີ ແລະ ຮູ້ຈັກຄວາມລະອາຍບໍ? (ບໍ່). ຖ້າຄົນໃດຄົນໜຶ່ງພຽງແຕ່ເຕືອນພວກເຂົາດ້ວຍຄຳເວົ້າ ຫຼື ໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາໂດຍປົກກະຕິ, ມັນຈະສາມາດແກ້ໄຂບັນຫາໄດ້ບໍ? ບໍ່ສາມາດແກ້ໄຂໄດ້. ເມື່ອເລື່ອງດັ່ງກ່າວເກີດຂຶ້ນ, ມັນໝາຍຄວາມວ່າມັນໄດ້ຖືກບົ່ມຢູ່ໃນຫົວໃຈຂອງພວກເຂົາມາເປັນເວລາດົນນານແລ້ວແທ້ໆ. ເມື່ອຮອດຈຸດນັ້ນ, ມັນຍັງຄວບຄຸມງ່າຍຢູ່ບໍ? ການຊ່ວຍເຫຼືອ ແລະ ຄວາມພະຍາຍາມທີ່ຈະໃຊ້ຄວາມຮັກ ເພື່ອສ້າງອິດທິພົນຕໍ່ພວກເຂົາຈະສາມາດແກ້ໄຂບັນຫາໄດ້ບໍ? (ບໍ່ໄດ້). ສະນັ້ນ, ວິທີແກ້ໄຂທີ່ດີທີ່ສຸດແມ່ນຫຍັງ? ມັນແມ່ນເພື່ອກຳຈັດຄົນດັ່ງກ່າວອອກ, ເພື່ອແຍກພວກເຂົາອອກຈາກຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ເຮັດໜ້າທີ່ຂອງພວກເຂົາ ແລະ ບໍ່ໃຫ້ພວກເຂົາສືບຕໍ່ລົບກວນ ແລະ ທຳຮ້າຍຄົນອື່ນ.
ປັດຈຸບັນນີ້, ໃນຄຣິສຕະຈັກບາງແຫ່ງ, ເຫດການທີ່ຜູ້ຊາຍ ແລະ ຜູ້ຍິງລໍ້ລວງກັນເກີດຂຶ້ນຢ່າງບໍ່ຢຸດຢັ້ງ. ຕາບໃດທີ່ພວກເຂົາມີໂອກາດ, ຄົນເຫຼົ່ານີ້ກໍລໍ້ລວງກັນ, ປະພຶດຕົນຕາມອຳເພີໃຈເປັນພິເສດ ແລະ ບໍ່ມີຄວາມຮູ້ສຶກລະອາຍໃດໆ. ເຮົາໄດ້ຍິນກ່ຽວກັບຜູ້ຊາຍຄົນໜຶ່ງທີ່ລໍ້ລວງຜູ້ຍິງຫຼາຍຄົນ; ລາວບໍ່ໄດ້ຄົບຫາຢ່າງຈິງຈັງ ແຕ່ພຽງແຕ່ລໍ້ລວງ ແລະ ຕິດພັນກັບຜູ້ຍິງຄົນໃດກໍຕາມທີ່ລາວພົບໂດຍບໍ່ຄິດໃຫ້ດີ. ບາງຄົນເວົ້າວ່າ “ລາວພຽງແຕ່ມີປະຕິສຳພັນແບບປົກກະຕິ; ນັ້ນເປັນພຽງວິທີການສ້າງປະຕິສຳພັນຂອງລາວ”. ຄົນສ່ວນໃຫຍ່ເຫັນວ່າ ວິທີການມີປະຕິສຳພັນນັ້ນບໍ່ມີການເສີມສ້າງ, ໜ້າລັງກຽດ ແລະ ເປັນຕາຂີ້ດຽດ. ນີ້ບໍ່ແມ່ນບັນຫາບໍ? ສິ່ງນີ້ສາມາດພິສູດໄດ້ບໍວ່າ ຄວາມສຳພັນດັ່ງກ່າວບໍ່ເໝາະສົມ? ຖ້າຄົນສອງຄົນຄົບຫາກັນບໍ່ພຽງແຕ່ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາເອງ ແຕ່ຍັງສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຄົນອື່ນ, ພວກເຂົາກໍຄວນຖືກຈຳກັດ. ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ຄົບຫາກັນພາຍໃນຊີວິດຄຣິສຕະຈັກ, ໂດຍສະເພາະຄືບໍ່ແມ່ນໃນຄຣິສຕະຈັກທີ່ເຮັດວຽກເຕັມເວລາ, ເພາະສິ່ງນີ້ຈະສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຄົນອື່ນ ແລະ ເປັນອັນຕະລາຍຕໍ່ວຽກງານຂອງຄຣິສຕະຈັກ. ເມື່ອພວກເຂົາສາມາດຈົດຈໍ່ກັບໜ້າທີ່ຂອງພວກເຂົາໄດ້, ພວກເຂົາຈຶ່ງສາມາດກັບຄືນສູ່ຄຣິສຕະຈັກທີ່ເຮັດວຽກເຕັມເວລາ ເພື່ອເຮັດໜ້າທີ່ຂອງພວກເຂົາ. ບາງຄົນບໍ່ໄດ້ຄົບຫາກັນຢ່າງຈິງຈັງ ແຕ່ພັດລໍ້ລວງ ແລະ ຕິດພັນກັບຄົນອື່ນໂດຍບໍ່ຄິດໃຫ້ດີ, ຫຼິ້ນກັບຄວາມປາຖະໜາທີ່ເຕັມໄປດ້ວຍຕັນຫາ, ລົບກວນຊີວິດຄຣິສຕະຈັກ, ສົ່ງຜົນກະທົບຕໍ່ອາລົມຂອງຜູ້ຄົນ ແລະ ລົບກວນຄົນອື່ນ. ສະຖານະການນີ້ຖືເປັນການລົບກວນວຽກງານຂອງຄຣິສຕະຈັກ ແລະ ຄວນຖືກແກ້ໄຂ ແລະ ຈັດການຕາມຫຼັກການ; ຄົນເຫຼົ່ານີ້ຄວນຖືກແຍກອອກ ແລະ ກຳຈັດອອກໃຫ້ທັນການ. ບັນຫານີ້ຈັດການງ່າຍບໍ? ບໍ່ຄວນອະນຸຍາດໃຫ້ຜູ້ໃດລົບກວນ ແລະ ຂັດຂວາງຊີວິດຄຣິສຕະຈັກ ແລະ ວຽກງານຂອງຄຣິສຕະຈັກ ແລະ ບັນຫາດັ່ງກ່າວຄວນຖືກຈັດການຕາມຫຼັກການ. ບາງຄົນເວົ້າວ່າ “ໃນສະຖານະການທີ່ບໍ່ມີຜູ້ໃດມາຮັບໜ້າທີ່ຂອງພວກເຂົາ ຖ້າພວກເຂົາຖືກຈັດການ, ກໍບໍ່ສາມາດຈັດການກັບພວກເຂົາໄດ້; ຄວນປ່ອຍໃຫ້ພວກເຂົາດຳເນີນຕໍ່ໄປ ແລະ ລໍ້ລວງຄົນອື່ນຕາມທີ່ພວກເຂົາຕ້ອງການ. ບໍ່ວ່າພວກເຂົາຈະລໍ້ລວງຄົນອື່ນແນວໃດກໍຕາມ, ມັນຄວນໄດ້ຮັບການອະນຸຍາດ”. ເຮືອນຂອງພຣະເຈົ້າມີກົດລະບຽບດັ່ງກ່າວບໍ? ໃນການໂອ້ລົມຂອງການເຕົ້າໂຮມຄັ້ງສຸດທ້າຍກ່ຽວກັບວິທີຈັດການກັບຄົນດັ່ງກ່າວ ມີຫຼັກການເຊັ່ນນີ້ບໍ? (ບໍ່ມີ). ເມື່ອພົບພໍ້ກັບສະຖານະການດັ່ງກ່າວ, ຜູ້ນຳຄຣິສຕະຈັກ ແລະ ຜູ້ຮັບຜິດຊອບເລີ່ມສັບສົນ ແລະ ບໍ່ຮູ້ວ່າຈະຈັດການກັບພວກເຂົາແນວໃດ, ໂດຍປ່ອຍໃຫ້ຄົນເຫຼົ່ານີ້ລໍ້ລວງຄົນອື່ນແບບບໍ່ຄິດໃຫ້ດີໃນຄຣິສຕະຈັກ ເຊິ່ງເຮັດໃຫ້ຄົນສ່ວນໃຫຍ່ຮູ້ສຶກບໍ່ສະບາຍໃຈ ແລະ ເຮັດໃຫ້ພວກເຂົາບໍ່ມີການເສີມສ້າງ, ທັງຍັງຖືກລັງກຽດໃນຫົວໃຈຂອງພວກເຂົາ ແຕ່ບໍ່ກ້າເວົ້າອອກມາ ແລະ ຕ້ອງອົດທົນກັບມັນ. ຜູ້ນຳ ແລະ ຜູ້ຮັບຜິດຊອບເຊື່ອວ່າ ວຽກງານຂອງຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າຂາດຄົນເຫຼົ່ານີ້ບໍ່ໄດ້, ຖ້າຜູ້ລໍ້ລວງທີ່ບໍ່ຄິດໃຫ້ດີເຫຼົ່ານີ້ຖືກສົ່ງອອກໄປ, ກໍຈະມີຄົນເຮັດວຽກໜ້ອຍລົງ. ຕັກກະສາດນີ້ຖືກຕ້ອງບໍ? (ບໍ່). ມັນບໍ່ຖືກຕ້ອງແນວໃດ? (ຄົນເຫຼົ່ານີ້ບໍ່ສາມາດເຮັດວຽກໄດ້; ພວກເຂົາບໍ່ໄດ້ໃສ່ໃຈກັບມັນ). ນັ້ນເວົ້າໄດ້ຖືກຈຸດແລ້ວ. ພວກເຈົ້າຄິດວ່າຄົນປະເພດໃດທີ່ສາມາດລໍ້ລວງຄົນອື່ນແບບບໍ່ຄິດໃຫ້ດີ? ພວກເຂົາບໍ່ມີການຢັບຢັ້ງຊັ່ງໃຈເລີຍ; ພວກເຂົາເປັນຜູ້ບໍ່ເຊື່ອ, ຜູ້ບໍ່ມີຄວາມເຊື່ອ. ມັນບໍ່ແມ່ນຍ້ອນວ່າພວກເຂົາບໍ່ຮັກຄວາມຈິງ, ເບື່ອໜ່າຍຄວາມຈິງ, ມີຄວາມເຊື່ອໜ້ອຍ, ເປັນໄວໜຸ່ມ ແລະ ມີພື້ນຖານທີ່ຕື້ນເຂີນເທົ່ານັ້ນ, ນັ້ນບໍ່ແມ່ນທັງໝົດ. ຄົນທີ່ບໍ່ເຊື່ອທຸກຄົນທີ່ບໍ່ເຊື່ອໃນພຣະເຈົ້າ ສາມາດລໍ້ລວງຄົນອື່ນແບບບໍ່ຄິດໃຫ້ດີບໍ? ພວກເຂົາທຸກຄົນສາມາດມີສ່ວນຮ່ວມໃນກິດຈະກຳທີ່ຜິດສິນທຳທາງເພດໄດ້ບໍ? ມີພຽງສ່ວນໜຶ່ງຂອງພວກເຂົາ; ສ່ວນໜ້ອຍຍັງໃຫ້ຄຸນຄ່າຄວາມຊື່ສັດ ແລະ ກຽດສັກສີ, ໃສ່ໃຈຊື່ສຽງຂອງພວກເຂົາ ແລະ ມີບັນທັດຖານສຳລັບການປະພຶດຕົນ. ຄົນທີ່ເອີ້ນວ່າຜູ້ເຊື່ອໃນພຣະເຈົ້າເຫຼົ່ານີ້ບໍ່ໄດ້ດີໄປກວ່າຄົນທີ່ບໍ່ເຊື່ອ, ແລ້ວມັນຈະເກີນໄປບໍທີ່ຈະເອີ້ນພວກເຂົາວ່າຜູ້ບໍ່ມີຄວາມເຊື່ອ ແລະ ຜູ້ບໍ່ເຊື່ອ? (ບໍ່). ເຖິງແມ່ນວ່າຄົນເຫຼົ່ານີ້ສາມາດອອກແຮງງານບາງຢ່າງໃນເຮືອນຂອງພຣະເຈົ້າ, ໃນແງ່ຂອງທຳມະຊາດຂອງພວກເຂົາ, ພວກເຂົາກໍເປັນຜູ້ບໍ່ເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອ. ພວກເຂົາບໍ່ມີຫຼັກການໃນທຸກສິ່ງທີ່ພວກເຂົາເຮັດ ແລະ ປະພຶດຕົນໂດຍບໍ່ມີບັນທັດຖານ, ບໍ່ມີກຽດສັກສີ ແລະ ບໍ່ມີຄວາມຮູ້ສຶກລະອາຍ. ຜູ້ບໍ່ມີຄວາມເຊື່ອເຖິງກັບຮັບເອົາແນວຄິດທີ່ວ່າ “ຜູ້ຄົນຕ້ອງການຄວາມພາກພູມໃຈ ຄືກັບຕົ້ນໄມ້ທີ່ຕ້ອງການເປືອກ”; ແຕ່ຄົນເຫຼົ່ານີ້ບໍ່ຕ້ອງການແມ່ນແຕ່ຈະຮັກສາຄວາມພາກພູມໃຈຂອງພວກເຂົາ, ສະນັ້ນພວກເຂົາຈະຕ້ອງການຄວາມຈິງໄດ້ບໍ? ພວກເຂົາຈະສາມາດເສຍສະລະເພື່ອພຣະເຈົ້າຢ່າງຈິງໃຈໄດ້ບໍ? ພວກເຂົາຈະສາມາດເຮັດຕາມຫຼັກການໃນໜ້າທີ່ຂອງພວກເຂົາໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ! ພວກເຂົາພຽງແຕ່ອອກເຫື່ອແຮງເທົ່ານັ້ນ. ຄົນທີ່ອອກເຫື່ອແຮງບໍ່ມີຄວາມຈິງໃດໆ; ການອອກເຫື່ອແຮງຂອງພວກເຂົາຂັດຂວາງ ແລະ ລົບກວນ ແລະ ບໍ່ໄດ້ມາດຕະຖານຂອງການປະຕິບັດໜ້າທີ່. ເຖິງແມ່ນວ່າພາຍນອກພວກເຂົາເບິ່ງຄືວ່າກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ບໍ່ວ່າເຈົ້າຈະໂອ້ລົມຫຼັກການກັບພວກເຂົາແນວໃດ, ພວກເຂົາກໍບໍ່ຟັງແທ້ໆ. ພວກເຂົາເຮັດຕາມທີ່ພວກເຂົາຕ້ອງການ, ບໍ່ປະຕິບັດຕາມຫຼັກການ. ເມື່ອຄົນເຫຼົ່ານີ້ຟັງຄຳເທດສະໜາ, ທ່າທີ ແລະ ການສະແດງອອກຂອງພວກເຂົາກໍເປີດເຜີຍເຖິງແກ່ນແທ້ຂອງພວກເຂົາໃນຖານະຜູ້ບໍ່ເຊື່ອ. ຄົນອື່ນນັ່ງຕົວຊື່, ຟັງຢ່າງຈິງຈັງ ແລະ ຕັ້ງໃຈ, ແຕ່ຄົນເຫຼົ່ານີ້ຟັງແນວໃດ? ບາງຄົນເອນໃສ່ໂຕະ, ບິດຕົວ ແລະ ຫາວນອນຢູ່ເລື້ອຍໆ, ນັ່ງຢ່າງບໍ່ເໝາະສົມ, ເບິ່ງບໍ່ຄືມະນຸດເລີຍ. ຄົນປະເພດໃດທີ່ເບິ່ງບໍ່ຄືມະນຸດເລີຍ? ພວກເຂົາບໍ່ແມ່ນມະນຸດເລີຍ; ພວກເຂົາພຽງແຕ່ສວມໃສ່ເປືອກນອກຂອງມະນຸດ. ພວກເຈົ້າຮູ້ສຶກແນວໃດເມື່ອພວກເຈົ້າເຫັນ “ພວກສັດເລືອຄານ” ກຸ່ມນີ້ເຂົ້າມາຟັງຄຳເທດສະໜາ? ມັນບໍ່ເຮັດໃຫ້ພວກເຈົ້າອຶດອັດບໍ? (ແມ່ນ). ຄົນກຸ່ມນີ້ເບິ່ງເປັນຕາຂີ້ດຽດ ແລະ ການເຫັນພວກເຂົາກໍເຮັດໃຫ້ເຮົາບໍ່ຢາກເວົ້າ. ເຮົາເວົ້າກັບມະນຸດ, ບໍ່ແມ່ນເວົ້າກັບ “ພວກສັດເລືອຄານ”. ສະພາວະຂອງຄົນທີ່ຟັງຄຳເທດສະໜາແບບນີ້ຈະສາມາດດີຂຶ້ນໄດ້ບໍ ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ? ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຈະສາມາດເຕີບໂຕຂຶ້ນ ແລະ ພວກເຂົາຈະສາມາດເຂົ້າໃຈຄວາມຈິງໄດ້ຢ່າງແຈ່ມແຈ້ງຂຶ້ນບໍ ເມື່ອພວກເຂົາປະຕິບັດໜ້າທີ່ຫຼາຍຂຶ້ນ? ບໍ່ໄດ້ຢ່າງແນ່ນອນ! ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ແນວໃດ, ຄວາມເຕີບໂຕ ແລະ ຄວາມເຊື່ອຂອງພວກເຂົາກໍບໍ່ເຕີບໂຕຂຶ້ນ. ພວກເຂົາເຮັດທຸກຢ່າງຕາມອຳເພີໃຈ ແລະ ປາສະຈາກການຢັບຢັ້ງຊັ່ງໃຈ, ດຳລົງຊີວິດຢູ່ພາຍໃນຕັນຫາຂອງເນື້ອໜັງ ແລະ ອຸປະນິໄສທີ່ເສື່ອມຊາມໂດຍປາສະຈາກຄວາມສຳນຶກ, ການຕຳນິຕົນເອງ ຫຼື ການລົງວິໄນໃດໆ, ພວກເຂົາບໍ່ແມ່ນມະນຸດ! ສຳລັບຄົນດັ່ງກ່າວ, ໂດຍບໍ່ຕ້ອງຄຳນຶງເຖິງສິ່ງຊົ່ວຮ້າຍອື່ນໆ ທີ່ພວກເຂົາໄດ້ເຮັດ ຫຼື ການກະທຳຂອງພວກເຂົາທີ່ໄດ້ລະເມີດຫຼັກການ ແລະ ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ພຽງແຕ່ການມີຄວາມສຳພັນທີ່ບໍ່ເໝາະສົມກໍພຽງພໍແລ້ວທີ່ພວກເຂົາຈະຖືກກຳຈັດອອກ. ນີ້ເປັນເລື່ອງທີ່ງ່າຍດາຍຫຼາຍ, ແຕ່ຜູ້ນຳຄຣິສຕະຈັກ ແລະ ຜູ້ຮັບຜິດຊອບພັດໄດ້ແຕ່ເກົາຫົວ, ບໍ່ຮູ້ວ່າຈະຈັດການກັບມັນແນວໃດ. ເລື່ອງນີ້ຈັດການງ່າຍຫຼາຍ; ມັນໄດ້ຖືກໂອ້ລົມກັນມາກ່ອນແລ້ວ. ມັນຄວນຖືກຈັດການຕາມຫຼັກການ ແລະ ຜູ້ທີ່ຄວນຖືກກຳຈັດອອກກໍຄວນຖືກກຳຈັດອອກ. ຢ່າຄິດຫຼາຍເກີນໄປ; ວຽກງານຂອງເຮືອນຂອງພຣະເຈົ້າຈະດຳເນີນຕໍ່ໄປໄດ້ເປັນຢ່າງດີໂດຍບໍ່ມີພວກເຂົາ. ບອກເຮົາມາເບິ່ງວ່າ ຄົນເຮົາຄວນເຮັດແນວໃດຖ້າພົບເຫັນຂີ້ໝາ ຫຼື ອາຈົມຢູ່ບ່ອນໃດບ່ອນໜຶ່ງ? ພວກເຂົາຄວນທຳຄວາມສະອາດມັນໃນທັນທີ; ຖ້າບໍ່ທຳຄວາມສະອາດໃຫ້ທັນເວລາ, ແມງວັນ ແລະ ຍຸງກໍຈະມາທັນທີ ແລະ ຜູ້ຄົນກໍບໍ່ສາມາດມີຄວາມສະຫງົບໃນສະຖານທີ່ດັ່ງກ່າວໄດ້. ທັງໝົດນີ້ເຮົາໝາຍຄວາມວ່າແນວໃດ? (ເພື່ອແກ້ໄຂບັນຫາການມີຄວາມສຳພັນທີ່ບໍ່ເໝາະສົມໃນຄຣິສຕະຈັກ, ຂັ້ນຕອນທຳອິດແມ່ນເພື່ອຊຳລະລ້າງຜູ້ບໍ່ເຊື່ອທີ່ຊົ່ວຊ້າເຫຼົ່ານັ້ນອອກໄປ). ແມ່ນແລ້ວ, ນັ້ນຄືສິ່ງທີ່ເຮົາໝາຍເຖິງແທ້ໆ. ຖ້າມີຄົນປະເພດ “ຂີ້ໝາເໝັນ” ຢູ່ໃນຄຣິສຕະຈັກ, ພວກເຂົາກໍຈະດຶງດູດ “ແມງວັນເໝັນ” ບາງໂຕມາຢ່າງແນ່ນອນ. ໂດຍການຊຳລະລ້າງຂີ້ໝາເໝັນອອກໄປ, ແມງວັນເຫຼົ່ານີ້ກໍຈະຫາຍໄປໂດຍທຳມະຊາດ. ນີ້ບໍ່ແມ່ນວິທີແກ້ໄຂບໍ? ວິທີແກ້ໄຂນີ້ສົມເຫດສົມຜົນບໍ? (ແມ່ນ). ເມື່ອຈັດການກັບບັນຫາດັ່ງກ່າວ, ຜູ້ນຳຄຣິສຕະຈັກບາງຄົນກໍມີຄວາມກັງວົນຢູ່ສະເໝີ, ໂດຍກ່າວວ່າ “ຖ້າພວກເຮົາຊຳລະລ້າງຜູ້ທີ່ລໍ້ລວງຄົນອື່ນແບບບໍ່ຄິດໃຫ້ດີອອກໄປ, ຈະບໍ່ມີຄົນເຮັດວຽກໜ້ອຍລົງບໍ?” ນີ້ເປັນບັນຫາບໍ? (ບໍ່). ເປັນຫຍັງຈຶ່ງບໍ່ແມ່ນ? ຄວາມກັງວົນນີ້ຄວນຖືກແກ້ໄຂແນວໃດ? ເຖິງແມ່ນວ່າຄວາມກັງວົນຂອງພວກເຂົາຈະມີເຫດຜົນ, ໂດຍຄິດວ່າຖ້າຄວາມຕ້ອງການຕໍ່ຜູ້ຄົນເຂັ້ມງວດເກີນໄປ ແລະ ຜູ້ທີ່ສາມາດເຮັດວຽກໄດ້ຖືກຊຳລະລ້າງອອກໄປ, ກໍຈະບໍ່ມີຜູ້ໃດເຮັດວຽກສ່ວນນີ້, ມັນຈະບໍ່ງ່າຍບໍທີ່ຈະຊອກຫາຄົນທີ່ມີຄວາມສາມາດຄົນອື່ນມາແທນທີ່ພວກເຂົາ? (ງ່າຍ). ແລະ ເຖິງແມ່ນວ່າຈະບໍ່ສາມາດຊອກຫາຄົນມາແທນທີ່ໄດ້ທັນທີ, ວຽກງານກໍສາມາດເຮັດໄດ້ໃນພາຍຫຼັງເມື່ອພົບຄົນທີ່ເໝາະສົມ ໂດຍບໍ່ສົ່ງຜົນກະທົບຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ເຮືອນຂອງພຣະເຈົ້າບໍ່ສະໜັບສະໜູນຄົນເຫຼົ່ານີ້ທີ່ບໍ່ເຮັດວຽກທີ່ເໝາະສົມ. ຖ້າພວກເຂົາສາມາດກັບໃຈ ແລະ ເອົາໃຈໃສ່ໜ້າວຽກທີ່ເໝາະສົມ, ພວກເຂົາກໍສາມາດສືບຕໍ່ເຮັດວຽກໄດ້, ແຕ່ຖ້າພວກເຂົາບໍ່ກັບໃຈ, ພວກເຂົາກໍຄວນຖືກຕັດສິດຈາກການປະຕິບັດໜ້າທີ່ຂອງພວກເຂົາ. ນີ້ບໍ່ແມ່ນສິ່ງທີ່ຍຸຕິທຳ ແລະ ສົມເຫດສົມຜົນບໍ? ເຮືອນຂອງພຣະເຈົ້າຈະຍອມສະໜັບສະໜູນຜູ້ອອກເຫື່ອແຮງດີກວ່າສະໜັບສະໜູນຜູ້ບໍ່ເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອ. ຫຼັກການນີ້ຖືກຕ້ອງບໍ? (ຖືກຕ້ອງ). ມັນຖືກຕ້ອງໃນລັກສະນະໃດ? ເຖິງແມ່ນວ່າຜູ້ອອກເຫື່ອແຮງຈະບໍ່ສະແຫວງຫາຄວາມຈິງ, ພວກເຂົາກໍຍັງເຕັມໃຈທີ່ຈະອອກເຫື່ອແຮງ ແລະ ພວກເຂົາສາມາດເຮັດວຽກໜັກໃນລັກສະນະທີ່ດີ ແລະ ເຊື່ອຟັງໃນເຮືອນຂອງພຣະເຈົ້າ. ເຖິງແມ່ນວ່າພວກເຂົາພຽງແຕ່ເຮັດວຽກໜັກ, ພວກເຂົາກໍມີຄວາມຈົງຮັກພັກດີ ແລະ ຢ່າງໜ້ອຍທີ່ສຸດພວກເຂົາກໍບໍ່ແມ່ນຄົນບໍ່ດີ. ຄົນປະເພດນີ້ຄືຄົນປະເພດທີ່ເຮືອນຂອງພຣະເຈົ້າຮັກສາໄວ້. ຖ້າຄົນໃດຄົນໜຶ່ງເປັນຄົນບໍ່ດີ ແລະ ຊົ່ວຊ້າ, ມີສ່ວນຮ່ວມໃນການປະຕິບັດທີ່ຄົດໂກງ ແລະ ຊົ່ວຮ້າຍຢູ່ສະເໝີ ແລະ ຖ້າພວກເຂົາບໍ່ສາມາດແມ່ນແຕ່ອອກເຫື່ອແຮງໄດ້ດີ ແລະ ບໍ່ໄດ້ມາດຕະຖານໃນຖານະຜູ້ອອກເຫື່ອແຮງ, ແລ້ວຄົນດັ່ງກ່າວກໍເປັນຜູ້ບໍ່ມີຄວາມເຊື່ອ ແລະ ເຮືອນຂອງພຣະເຈົ້າຈະບໍ່ຮັກສາພວກເຂົາໄວ້. ສະນັ້ນ, ມັນບໍ່ແມ່ນຍ້ອນວ່າພວກເຂົາເປັນຜູ້ອອກເຫື່ອແຮງທີ່ເຮືອນຂອງພຣະເຈົ້າບໍ່ຮັກສາພວກເຂົາໄວ້, ແຕ່ຍ້ອນວ່າການອອກເຫື່ອແຮງຂອງພວກເຂົາບໍ່ໄດ້ມາດຕະຖານ, ຍ້ອນວ່າແມ່ນແຕ່ການອອກເຫື່ອແຮງຂອງພວກເຂົາກໍເປັນການແລກປ່ຽນ. ມັນເປັນຍ້ອນວ່າພວກເຂົາຕ້ອງການເຮັດຄວາມຊົ່ວຮ້າຍ ແລະ ກໍ່ໃຫ້ເກີດການລົບກວນຢູ່ສະເໝີ, ພະຍາຍາມມີສ່ວນຮ່ວມໃນການປະຕິບັດທີ່ຄົດໂກງ ແລະ ຊົ່ວຮ້າຍໃນຄຣິສຕະຈັກຢູ່ສະເໝີ, ກໍ່ກວນຄວາມເປັນລະບຽບຮຽບຮ້ອຍຂອງວຽກງານຄຣິສຕະຈັກ ແລະ ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຄົນສ່ວນໃຫຍ່. ພວກເຂົາເຮັດໃຫ້ບັນຍາກາດຂອງຄຣິສຕະຈັກເສື່ອມຊາມ ແລະ ເຮັດໃຫ້ພຣະນາມຂອງພຣະເຈົ້າໄດ້ຮັບຄວາມອັບອາຍ ນັ້ນກໍຄື ບໍ່ມີຫຍັງຈະເໝາະສົມໄປກວ່າການຊຳລະລ້າງພວກເຂົາອອກໄປ. ບ່ອນໃດກໍຕາມທີ່ມີຄົນປະເພດ “ຂີ້ໝາເໝັນ”, ພວກເຂົາກໍຄວນຖືກຊຳລະລ້າງອອກໄປທັນທີ. ເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ).
XI. ການບົ່ງການ ແລະ ການຂັດຂວາງການເລືອກຕັ້ງ
ມື້ນີ້, ພວກເຮົາຈະໂອ້ລົມກັນຕໍ່ກ່ຽວກັບຄວາມຮັບຜິດຊອບທີສິບສອງຂອງຜູ້ນຳ ແລະ ຜູ້ເຮັດວຽກ: “ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ”. ບັນຫາທີສິບເອັດຂອງຄວາມຮັບຜິດຊອບທີສິບສອງນີ້ແມ່ນຫຍັງ? (ການບົ່ງການ ແລະ ການຂັດຂວາງການເລືອກຕັ້ງ). ພວກເຮົາເຄີຍໄດ້ໂອ້ລົມກັນພໍສົມຄວນກ່ຽວກັບການບົ່ງການ ແລະ ການຂັດຂວາງການເລືອກຕັ້ງມາກ່ອນແລ້ວ ເມື່ອໂອ້ລົມກັນ ແລະ ເປີດໂປງການສະແດງອອກຕ່າງໆ ຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ແມ່ນບໍ່? (ແມ່ນ). ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າລວມມີກົດລະບຽບສຳລັບການເລືອກຕັ້ງຂອງຄຣິສຕະຈັກ. ການເລືອກຕັ້ງສາມາດຈັດຂຶ້ນປີລະຄັ້ງ ແລະ ຍັງສາມາດມີການເລືອກຕັ້ງທີ່ຈັດຂຶ້ນພາຍໃຕ້ສະຖານະການພິເສດບາງຢ່າງ. ຄຣິສຕະຈັກທຸກແຫ່ງຄວນເລືອກຜູ້ນຳ ແລະ ຜູ້ເຮັດວຽກໃນທຸກລະດັບຕາມຫຼັກການທີ່ກຳນົດໂດຍເຮືອນຂອງພຣະເຈົ້າ. ກົດລະບຽບສຳລັບການເລືອກຕັ້ງລວມມີຫຼັກການການເລືອກຕັ້ງ, ຫຼັກເກນໃນການເລືອກຄົນ, ວິທີການ ແລະ ແນວທາງຂອງການເລືອກຕັ້ງ ແລະ ຂໍ້ຄວນໃສ່ໃຈຕ່າງໆ ທີ່ອ້າຍເອື້ອຍນ້ອງຕ້ອງຮັບຊາບໃນລະຫວ່າງການເລືອກຕັ້ງ. ແນ່ນອນວ່າ, ກ່ອນການເລືອກຕັ້ງແຕ່ລະຄັ້ງ, ຜູ້ນຳ ແລະ ຜູ້ເຮັດວຽກໃນທຸກລະດັບຄວນໂອ້ລົມກັນກ່ຽວກັບທຸກດ້ານຂອງຫຼັກການການເລືອກຕັ້ງ ເພື່ອຮັບປະກັນວ່າຜູ້ຄົນທີ່ພຣະເຈົ້າເລືອກສາມາດເຂົ້າໃຈຫຼັກການເຫຼົ່ານັ້ນຢ່າງແຈ່ມແຈ້ງ. ດ້ວຍວິທີນີ້, ຜົນການເລືອກຕັ້ງຈະດີຂຶ້ນ. ມື້ນີ້ພວກເຮົາຈະບໍ່ໂອ້ລົມກັນກ່ຽວກັບລາຍລະອຽດຂອງການເລືອກຕັ້ງ; ຫົວຂໍ້ຫຼັກຂອງການໂອ້ລົມໃນມື້ນີ້ແມ່ນການສະແດງອອກບາງຢ່າງເຖິງການບົ່ງການ ແລະ ການຂັດຂວາງການເລືອກຕັ້ງ.
ກ. ການສະແດງອອກເຖິງການບົ່ງການ ແລະ ການຂັດຂວາງການເລືອກຕັ້ງ
ການເລືອກຕັ້ງຂອງຄຣິສຕະຈັກຕ້ອງປະຕິບັດຕາມຫຼັກການການເລືອກຕັ້ງທີ່ກຳນົດໂດຍເຮືອນຂອງພຣະເຈົ້າຢ່າງເຂັ້ມງວດ ເພື່ອເລືອກຜູ້ສະໝັກທີ່ເໝາະສົມທີ່ສຸດໃນການເປັນຜູ້ນຳ ແລະ ຜູ້ເຮັດວຽກ. ຖ້າຫຼັກການການເລືອກຕັ້ງຖືກລະເມີດ ແລະ ນຳໃຊ້ວິທີການເລືອກຕັ້ງອື່ນໆ, ນີ້ຄືການກະທຳຂອງຜູ້ນຳປອມ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ. ເຮືອນຂອງພຣະເຈົ້າຕ້ອງຫ້າມການລະເມີດດັ່ງກ່າວ ແລະ ຕ້ອງສືບສວນ ແລະ ຮັບມືກັບບຸກຄົນຫຼັກທີ່ບົ່ງການການເລືອກຕັ້ງ. ໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກ, ຫຼາກຫຼາຍຄົນຈະຖືກເປີດເຜີຍ ແລະ ແນວຄິດຈິດໃຈທີ່ຫຼາກຫຼາຍຂອງຜູ້ຄົນກໍຈະຖືກເປີດໂປງ. ບາງຄົນໃຊ້ເລ່ຫຼ່ຽມທີ່ບໍ່ຊື່ສັດຫຼາຍຢ່າງຢູ່ເບື້ອງຫຼັງ ເພື່ອໃຫ້ຕົນເອງຖືກເລືອກເປັນຜູ້ນຳ ຫຼື ເພື່ອໃຫ້ຄົນທີ່ເປັນປະໂຫຍດຕໍ່ພວກເຂົາຖືກເລືອກຕັ້ງ. ຕົວຢ່າງ: ບາງຄົນຢ້ານວ່າຜູ້ທີ່ສະແຫວງຫາຄວາມຈິງຈະຖືກເລືອກເປັນຜູ້ນຳ ແລະ ເປັນໄພຂົ່ມຂູ່ຕໍ່ສະຖານະຂອງພວກເຂົາ ແລະ ດັ່ງນັ້ນ ພວກເຂົາຈຶ່ງພະຍາຍາມທຸກວິທີທາງເພື່ອຕັດສິນຄົນເຫຼົ່ານີ້ຢູ່ເບື້ອງຫຼັງ ກ່ຽວກັບຈຸດອ່ອນທີ່ພວກເຂົາໄດ້ສະແດງອອກ ແລະ ຂໍ້ຜິດພາດທີ່ພວກເຂົາໄດ້ເຮັດ, ກ່າວໂທດພວກເຂົາວ່າເປັນຄົນອວດດີ ແລະ ຖືຕົນວ່າຊອບທຳ ໂດຍມີອຸປະນິໄສຂອງພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ອື່ນໆ ອີກ, ທັງໝົດນີ້ກໍເພື່ອພະຍາຍາມເຮັດໃຫ້ພວກເຂົາບໍ່ໄດ້ຮັບການເລືອກຕັ້ງ. ເພື່ອທີ່ຈະໄດ້ຮັບການເລືອກຕັ້ງເປັນຜູ້ນຳ, ຄົນອື່ນຊື້ຂອງດີໆ ເພື່ອຕິດສິນບົນຜູ້ຄົນໃນລະຫວ່າງໄລຍະເວລາການເລືອກຕັ້ງ ຫຼື ໃຫ້ຄຳສັນຍາດ້ວຍຄຳເວົ້າທີ່ຟັງມ່ວນຫູ ແລະ ຍັງໃຊ້ວິທີການທີ່ຫຼາກຫຼາຍ ເພື່ອກະຕຸ້ນ ແລະ ປຸກປັ່ນຄົນອື່ນວ່າຄວນລົງຄະແນນສຽງໃຫ້ໃຜ ຫຼື ບໍ່ໃຫ້ໃຜ. ບໍ່ວ່າພວກເຂົາຈະໃຊ້ວິທີການ ແລະ ແນວທາງໃດກໍຕາມ, ທັງໝົດກໍເພື່ອຈຸດປະສົງໃນການບົ່ງການການເລືອກຕັ້ງ ແລະ ຊັກຈູງຜົນການເລືອກຕັ້ງ. ເຖິງແມ່ນວ່າຄຣິສຕະຈັກຈະໂອ້ລົມກ່ຽວກັບຫຼັກການຂອງການເລືອກຕັ້ງຊ້ຳແລ້ວຊ້ຳອີກ ເຊັ່ນ: ການເລືອກຜູ້ທີ່ມີຄວາມເປັນມະນຸດທີ່ດີ, ຜູ້ທີ່ສະແຫວງຫາຄວາມຈິງ ແລະ ຜູ້ທີ່ສາມາດນຳພາອ້າຍເອື້ອຍນ້ອງໃຫ້ປະຕິບັດໜ້າທີ່ຂອງພວກເຂົາເປັນປົກກະຕິ, ອ່ານພຣະທຳຂອງພຣະເຈົ້າເປັນປົກກະຕິ, ເຂົ້າສູ່ຄວາມຈິງ-ຄວາມເປັນຈິງ ແລະ ຫຼັກການອື່ນໆ ເຊັ່ນນັ້ນ, ຄົນເຫຼົ່ານີ້ກໍບໍ່ຟັງ ແລະ ຕ້ອງການໃຊ້ກົນອຸບາຍທີ່ບໍ່ຊື່ສັດ. ການໃຊ້ກົນອຸບາຍທີ່ບໍ່ຊື່ສັດໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາຕ້ອງການສໍ້ໂກງຢູ່ສະເໝີ. ພວກເຂົາບໍ່ເຄີຍປະເມີນຢ່າງເປີດເຜີຍວ່າໃຜດີ ແລະ ໃຜບໍ່ດີ, ຕ້ອງການໃຊ້ກົນອຸບາຍທີ່ບໍ່ຊື່ສັດ ແລະ ມີສ່ວນຮ່ວມໃນແຜນການທີ່ມີເລ່ລ່ຽມ ແລະ ກົນອຸບາຍຢູ່ເບື້ອງຫຼັງຢູ່ສະເໝີ. ພວກເຂົາເຖິງກັບສົມຮູ້ຮ່ວມຄິດຢູ່ເບື້ອງຫຼັງວ່າຄວນເລືອກໃຜ ແລະ ບໍ່ຄວນເລືອກໃຜ, ໂດຍພະຍາຍາມເຮັດໃຫ້ທຸກຄົນມີຄວາມເປັນເອກະສັນກັນ. ສິ່ງເຫຼົ່ານີ້ບໍ່ແມ່ນກົນອຸບາຍທີ່ບໍ່ຊື່ສັດບໍ? ນີ້ບໍ່ແມ່ນການສໍ້ໂກງບໍ? (ແມ່ນ). ນີ້ແມ່ນການປົກປ້ອງການເລືອກຕັ້ງຢ່າງເປີດເຜີຍ ແລະ ຊື່ກົງຕາມຫຼັກການຄວາມຈິງບໍ? ບໍ່ແມ່ນ, ພວກເຂົາກຳລັງໃຊ້ແຜນການ ແລະ ວິທີການຂອງມະນຸດ ເພື່ອພະຍາຍາມທີ່ບົ່ງການການເລືອກຕັ້ງຢ່າງໜ້າດ້ານ. ຈຸດປະສົງຂອງພວກເຂົາໃນການບົ່ງການການເລືອກຕັ້ງແມ່ນຫຍັງ? ພວກເຂົາຕ້ອງການຄວບຄຸມຜົນການເລືອກຕັ້ງ, ພວກເຂົາຕ້ອງການໃຫ້ຕົນເອງຖືກເລືອກ ແລະ ຖ້າພວກເຂົາບໍ່ສາມາດຖືກເລືອກໄດ້, ພວກເຂົາກໍຕ້ອງການຕັດສິນໃຈວ່າໃຜຈະຖືກເລືອກ, ດັ່ງນັ້ນ ພວກເຂົາຈຶ່ງໃຊ້ກົນອຸບາຍທີ່ບໍ່ຊື່ສັດຢູ່ເບື້ອງຫຼັງ. ພວກເຂົາບໍ່ໄດ້ຄຳນຶງເຖິງວຽກງານຂອງຄຣິສຕະຈັກ ຫຼື ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ. ພວກເຂົາບໍ່ໄດ້ຄິດເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ຂອງອ້າຍເອື້ອຍນ້ອງ; ພວກເຂົາຄຳນຶງເຖິງພຽງແຕ່ຜົນປະໂຫຍດສ່ວນຕົວຂອງພວກເຂົາ. ເມື່ອມີການເລືອກຕັ້ງ, ເຈດຕະນາ ແລະ ຄວາມປາຖະໜາຂອງພວກເຂົາເອງກໍເປັນບູລິມະສິດສູງສຸດຂອງພວກເຂົາ. ແລ້ວເປັນຫຍັງພວກເຂົາຈຶ່ງຕ້ອງການບົ່ງການການເລືອກຕັ້ງ? ຖ້າຄົນໃດຄົນໜຶ່ງຕ້ອງການນຳພາອ້າຍເອື້ອຍນ້ອງໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງ, ພວກເຂົາຈະກະທຳແບບນີ້ບໍ? ພວກເຂົາຈະມີຄວາມທະເຍີທະຍານເຊັ່ນນີ້ບໍ? ພວກເຂົາຈະສະແດງພຶດຕິກຳເຊັ່ນນີ້ບໍ? ບໍ່, ພວກເຂົາຈະບໍ່ເຮັດ. ມີພຽງແຕ່ຜູ້ທີ່ມີແຮງຈູງໃຈແອບແຝງ, ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາ ທີ່ຕ້ອງການບົ່ງການການເລືອກຕັ້ງຂອງຄຣິສຕະຈັກເທົ່ານັ້ນທີ່ຈະກະທຳແບບນີ້. ພາຍໃນຄຣິສຕະຈັກ, ພວກເຂົາດຶງດູດຄົນບາງຄົນທີ່ເຂົ້າກັນໄດ້ດີກັບພວກເຂົາ, ຜູ້ທີ່ມີມຸມມອງຄືກັນ ແລະ ຜູ້ທີ່ມີແຮງຈູງໃຈ ແລະ ເປົ້າໝາຍດຽວກັນ ແລະ ຍັງຫຼອກລວງເອົາຄົນບາງຄົນທີ່ອ່ອນແອເປັນປົກກະຕິ, ບໍ່ສະແຫວງຫາຄວາມຈິງຫຼາຍ ແລະ ເປັນຄົນມຶນງົງ, ໂງ່ຈ້າ ແລະ ຖືກຊັກຈູງ ແລະ ບົ່ງການໄດ້ງ່າຍ, ສ້າງຕັ້ງກຳລັງເພື່ອລົບກວນວຽກງານການເລືອກຕັ້ງຂອງຄຣິສຕະຈັກ. ຈຸດປະສົງຂອງພວກເຂົາໃນການຕໍ່ຕ້ານຄຣິສຕະຈັກກໍຄືເພື່ອໃຫ້ຕົນເອງຖືກເລືອກຕັ້ງ, ເພື່ອໃຫ້ຕົນເອງມີສິດເດັດຂາດໃນຜົນການເລືອກຕັ້ງ. ພວກເຂົາຕ້ອງການເລືອກຕັ້ງຄົນທີ່ພວກເຂົາກຳນົດໄວ້ລ່ວງໜ້າ, ຜູ້ທີ່ເປັນປະໂຫຍດຕໍ່ພວກເຂົາ. ຖ້າຄົນເຫຼົ່ານີ້ຖືກເລືອກຕັ້ງ, ແຜນການຂອງພວກເຂົາກໍສຳເລັດ. ຜົນການເລືອກຕັ້ງດັ່ງກ່າວຈະຖືກຕ້ອງ ຫຼື ບໍ່ຖືກຕ້ອງ? (ບໍ່ຖືກຕ້ອງ). ມັນຈະບໍ່ຖືກຕ້ອງຢ່າງແນ່ນອນ. ຜູ້ທີ່ຖືກເລືອກຕັ້ງຜ່ານການເລືອກຕັ້ງທີ່ຖືກຄວບຄຸມໂດຍຄົນຊົ່ວຊ້າ ກໍຈະເປັນປະໂຫຍດຕໍ່ຄົນຊົ່ວຊ້າຢ່າງແນ່ນອນ. ເປັນຫຍັງພວກເຂົາຈຶ່ງເປັນປະໂຫຍດຕໍ່ຄົນຊົ່ວຊ້າເຫຼົ່ານີ້? ເພາະວ່າຄົນຊົ່ວຊ້າຈະສາມາດເຮັດຕາມອຳເພີໃຈ ແລະ ແບບບໍ່ຄິດໃຫ້ດີ ແລະ ປະພຶດຕົນຢ່າງບ້າປ່ວງໃນຄຣິສຕະຈັກ ໂດຍບໍ່ມີໃຜກ້າເປີດໂປງ ຫຼື ຈຳກັດພວກເຂົາ. ພວກເຂົາຈະບໍ່ຖືກກຳຈັດອອກ, ໃນຂະນະທີ່ຜູ້ທີ່ສະແຫວງຫາຄວາມຈິງຈະຖືກກີດກັນ ແລະ ກົດຂີ່ຂົ່ມເຫັງໂດຍພວກເຂົາ ແລະ ຄຣິສຕະຈັກກໍຈະກາຍເປັນອານາເຂດຂອງຄົນຊົ່ວຊ້າ. ເຫັນໄດ້ຊັດວ່າ ຜົນສຸດທ້າຍຂອງການເລືອກຕັ້ງທີ່ຖືກບົ່ງການໂດຍຄົນຊົ່ວຊ້າແມ່ນບໍ່ຖືກຕ້ອງຢ່າງແນ່ນອນ; ມັນຂັດກັບຄວາມຄິດເຫັນຂອງຄົນສ່ວນໃຫຍ່ ແລະ ລະເມີດຫຼັກການຢ່າງແນ່ນອນ. ຜູ້ນຳຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງຄວນຮັບຮູ້ ແລະ ເຝົ້າລະວັງພຶດຕິກຳ ແລະ ການກະທຳທັງໝົດຂອງຄົນເຫຼົ່ານີ້ໃນລະຫວ່າງການເລືອກຕັ້ງ. ພວກເຂົາບໍ່ຄວນມຶນງົງກ່ຽວກັບເລື່ອງນີ້. ຫຼັງຈາກທີ່ພົບເຫັນສັນຍານຂອງການບົ່ງການ ແລະ ການຂັດຂວາງການເລືອກຕັ້ງ, ຄວນໃຊ້ມາດຕະການໃນທັນທີ ເພື່ອຈຳກັດຜູ້ທີ່ກ່ຽວຂ້ອງ ແລະ ຖ້າຄົນເຫຼົ່ານີ້ບໍ່ສາມາດຖືກຈຳກັດໄດ້, ພວກເຂົາກໍຄວນຖືກແຍກອອກ. ຄົນເຫຼົ່ານີ້ໜ້າດ້ານເປັນພິເສດ, ບໍ່ມີການຄວບຄຸມ ແລະ ຄວບຄຸມໄດ້ຍາກ. ເພື່ອຂັດຂວາງການເລືອກຕັ້ງ ແລະ ບົ່ງການຜົນການເລືອກຕັ້ງ, ພວກເຂົາຈະໃຊ້ກົນອຸບາຍທີ່ບໍ່ຊື່ສັດຢູ່ເບື້ອງຫຼັງຢ່າງແນ່ນອນ, ໂດຍການເວົ້າ ແລະ ເຮັດຫຼາຍສິ່ງຫຼາຍຢ່າງ. ຄວນເຮັດແນວໃດກ່ຽວກັບເລື່ອງນີ້? ເລື່ອງນີ້ຈັດການໄດ້ງ່າຍ. ຖ້າຜູ້ນຳຄຣິສຕະຈັກພົບເຫັນບັນຫາ, ພວກເຂົາຄວນເປີດໂປງມັນ ແລະ ເຮັດໃຫ້ມັນເປັນທີ່ຮັບຮູ້ໂດຍທົ່ວໄປ, ໂດຍໃຫ້ອ້າຍເອື້ອຍນ້ອງໂອ້ລົມກັນກ່ຽວກັບຄວາມຮ້າຍແຮງ ແລະ ຜົນສະທ້ອນຂອງເລື່ອງນີ້ ແລະ ກ່ຽວກັບວ່າທຳມະຊາດຂອງການກະທຳດັ່ງກ່າວແມ່ນຫຍັງກັນແທ້. ສຸດທ້າຍ, ພວກເຂົາຄວນໃຊ້ມາດຕະການບາງຢ່າງ. ຄວນໃຊ້ມາດຕະການຫຍັງ? ຜູ້ໃດກໍຕາມທີ່ໃຊ້ກົນອຸບາຍທີ່ບໍ່ຊື່ສັດຢູ່ເບື້ອງຫຼັງຢູ່ສະເໝີ ແລະ ພະຍາຍາມບົ່ງການ ແລະ ຂັດຂວາງການເລືອກຕັ້ງກໍຄວນຖືກຈັດການຢ່າງເດັດຂາດ ແລະ ຖືກຫ້າມບໍ່ໃຫ້ມີສ່ວນຮ່ວມໃນການເລືອກຕັ້ງ. ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຄະແນນສຽງຂອງພວກເຂົາຈະບໍ່ຖືກນັບ. ບໍ່ວ່າຈະມີຈັກຄົນທີ່ກ່ຽວຂ້ອງໃນການບົ່ງການ ແລະ ຂັດຂວາງການເລືອກຕັ້ງ, ຄະແນນສຽງຂອງພວກເຂົາທັງໝົດກໍຄວນຖືກເຮັດໃຫ້ເປັນໂມຄະ ແລະ ພວກເຂົາບໍ່ຄວນໄດ້ຮັບອະນຸຍາດໃຫ້ມີສ່ວນຮ່ວມໃນການເລືອກຕັ້ງ. ບໍ່ວ່າຈະເປັນຜູ້ໃດທີ່ຖືກນຳພາຢ່າງຜິດໆ ແລະ ຖືກລົບກວນ, ຕາບໃດທີ່ພວກເຂົາໄດ້ເຮັດຕາມວິທີທາງຂອງຜູ້ທີ່ບົ່ງການການເລືອກຕັ້ງ ແລະ ສົມຮູ້ຮ່ວມຄິດກັບຄົນຊົ່ວຊ້າ ເພື່ອທຳລາຍການເລືອກຕັ້ງໂດຍເຈດຕະນາ, ຜູ້ຄົນທີ່ພຣະເຈົ້າເລືອກກໍຄວນຢືນຂຶ້ນເພື່ອເປີດໂປງພວກເຂົາ ແລະ ຍົກເລີກສິດຂອງພວກເຂົາໃນການມີສ່ວນຮ່ວມໃນການເລືອກຕັ້ງ. ນີ້ເປັນແນວທາງທີ່ດີບໍ? (ແມ່ນ). ສິ່ງນີ້ຖືກເຮັດເພື່ອປົກປ້ອງວຽກງານຂອງຄຣິສຕະຈັກຢ່າງສິ້ນເຊີງ. ເຈົ້າບໍ່ປະຕິເສດທີ່ຈະຍອມຮັບການຈຳກັດບໍ? ເຈົ້າບໍ່ປະຕິເສດທີ່ຈະຍອມຮັບຫຼັກການການເລືອກຕັ້ງຂອງເຮືອນຂອງພຣະເຈົ້າບໍ? ເຈົ້າບໍ່ຢາກມີສິດເດັດຂາດບໍ? ຖ້າເຈົ້າມີສິດເດັດຂາດ, ມັນກໍແມ່ນຊາຕານທີ່ກຳລັງມີສິດເດັດຂາດ. ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກເປັນສະຖານທີ່ທີ່ຄວາມຈິງປົກຄອງ; ບໍ່ສາມາດອະນຸຍາດໃຫ້ຊາຕານເປັນຜູ້ຕັດສິນໄດ້. ເນື່ອງຈາກເຈົ້າຕ້ອງການໃຊ້ກົນອຸບາຍທີ່ບໍ່ຊື່ສັດ ແລະ ຕັ້ງໃຈບົ່ງການ ແລະ ຂັດຂວາງການເລືອກຕັ້ງນີ້, ມັນກໍເປັນເລື່ອງງ່າຍ ນັ້ນກໍຄື ຄະແນນສຽງຂອງເຈົ້າຖືກເຮັດໃຫ້ເປັນໂມຄະ. ບໍ່ວ່າເຈົ້າຈະລົງຄະແນນສຽງໃຫ້ໃຜ, ມັນກໍບໍ່ມີປະໂຫຍດ; ບໍ່ມີຄວາມຄິດເຫັນໃດໆ ຂອງເຈົ້າທີ່ໃຊ້ໄດ້ ແລະ ເຖິງແມ່ນວ່າເຈົ້າຈະຢືນຢັນທີ່ຈະລົງສະໝັກໃນການເລືອກຕັ້ງ, ມັນກໍຈະບໍ່ເກີດຜົນ. ເຮືອນຂອງພຣະເຈົ້າມີພຣະດໍາລັດ ແລະ ລະບຽບການ ແລະ ສິດຂອງເຈົ້າໃນການມີສ່ວນຮ່ວມໃນການເລືອກຕັ້ງຄັ້ງນີ້ກໍຖືກຖອດຖອນ ແລະ ຍົກເລີກແລ້ວ. ຖ້າເຈົ້າຍັງລົບກວນການເລືອກຕັ້ງຄັ້ງຕໍ່ໄປ, ສິດຂອງເຈົ້າໃນການມີສ່ວນຮ່ວມໃນການເລືອກຕັ້ງກໍຈະຖືກຍົກເລີກຢ່າງສິ້ນເຊີງ ແລະ ເຈົ້າຈະບໍ່ໄດ້ຮັບອະນຸຍາດໃຫ້ມີສ່ວນຮ່ວມອີກຕໍ່ໄປຢ່າງແນ່ນອນ. ນີ້ຄືວິທີທີ່ຄວນຈັດການກັບຜູ້ທີ່ໃຊ້ກົນອຸບາຍທີ່ບໍ່ຊື່ສັດຢູ່ສະເໝີ ເພື່ອບົ່ງການ ແລະ ຂັດຂວາງການເລືອກຕັ້ງ.
ເມື່ອໃດກໍຕາມທີ່ມີການເລືອກຕັ້ງຂອງຄຣິສຕະຈັກ, ກໍມີຄົນຊົ່ວຊ້າບາງຄົນທີ່ເລີ່ມກະວົນກະວາຍຢູ່ສະເໝີ: ບາງຄົນໃຊ້ກົນອຸບາຍທີ່ບໍ່ຊື່ສັດຢູ່ເບື້ອງຫຼັງ ເພື່ອພະຍາຍາມບົ່ງການ ແລະ ຂັດຂວາງການເລືອກຕັ້ງ, ໃນຂະນະທີ່ບາງຄົນມີຄວາມກະຕືລືລົ້ນທີ່ຈະແຂ່ງຂັນຢ່າງເປີດເຜີຍກັບຄົນອື່ນເພື່ອຕຳແໜ່ງຜູ້ນຳ, ໂດຍໂຕ້ຖຽງກັນຈົນໜ້າແດງ, ເຖິງກັບເກືອບຈະເຮັດບາງຢ່າງດ້ວຍຄວາມຫົວຮ້ອນ, ໃຊ້ຄວາມຮຸນແຮງ ແລະ ຕໍ່ສູ້ກັນ, ເຮັດໃຫ້ອ້າຍເອື້ອຍນ້ອງບໍ່ແນ່ໃຈວ່າຈະຟັງໃຜ ຫຼື ເລືອກໃຜ. ໃນລະຫວ່າງການເລືອກຕັ້ງ, ພວກເຂົາບໍ່ໄດ້ໂອ້ລົມກ່ຽວກັບຄວາມຈິງ, ທັງບໍ່ໄດ້ສົນທະນາວ່າພວກເຂົາຈະດຳເນີນວຽກງານຂອງຄຣິສຕະຈັກແນວໃດ, ຈະມີເສັ້ນທາງໃດແດ່ໃນການເຮັດວຽກ ຫຼື ພວກເຂົາຈະສະເໜີແນວຄິດ ແລະ ແຜນການວຽກງານຫຍັງແດ່ ຖ້າຖືກເລືອກເປັນຜູ້ນຳ. ແທນທີ່ຈະເປັນເຊັ່ນນັ້ນ, ພວກເຂົາພັດເປີດໂປງຈຸດອ່ອນຂອງຜູ້ສະໝັກຄົນອື່ນ ແລະ ໂຈມຕີພວກເຂົາ, ໃນຂະນະດຽວກັນກໍດຶງດູດຄົນກຸ່ມໜຶ່ງມາຕໍ່ຕ້ານກັບອີກກຸ່ມໜຶ່ງ, ສ້າງສະຖານະການທີ່ແບ່ງແຍກໃນຄຣິສຕະຈັກ. ການເລືອກຕັ້ງດັ່ງກ່າວກາຍເປັນຫຍັງ? ມັນກາຍເປັນສິ່ງທີ່ແບ່ງແຍກຄຣິສຕະຈັກ. ກ່ອນທີ່ຜົນການເລືອກຕັ້ງຈະອອກມາ, ຄຣິສຕະຈັກກໍຖືກແບ່ງແຍກແລ້ວ. ນີ້ແມ່ນປາກົດການທີ່ຄວນເກີດຂຶ້ນໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກບໍ? ມັນເປັນປາກົດການທີ່ປົກກະຕິບໍ? ບໍ່, ບໍ່ແມ່ນ. ຖ້າເຈົ້າຕ້ອງການເປັນຜູ້ນຳ ແລະ ເຊື່ອວ່າເຈົ້າມີຄວາມສາມາດບາງຢ່າງ ແລະ ມີຄວາມຮູ້ສຶກເຖິງພາລະ ແລະ ມີຄຸນສົມບັດສຳລັບວຽກງານນີ້, ເຈົ້າກໍສາມາດມີສ່ວນຮ່ວມໃນການເລືອກຕັ້ງຕາມຫຼັກການຂອງເຮືອນຂອງພຣະເຈົ້າ. ແນ່ນອນ, ເຈົ້າຍັງສາມາດບອກຈຸດແຂງ ແລະ ຄຸນງາມຄວາມດີຂອງເຈົ້າ ແລະ ໂອ້ລົມກ່ຽວກັບຄວາມເຂົ້າໃຈ ແລະ ປະສົບການຂອງເຈົ້າ, ເພື່ອໃຫ້ອ້າຍເອື້ອຍນ້ອງສາມາດເຊື່ອໝັ້ນ ແລະ ໄວ້ວາງໃຈເຈົ້າໃຫ້ຮັບຜິດຊອບວຽກງານການນຳພາຄຣິສຕະຈັກ. ເຖິງແນວໃດກໍຕາມ, ເຈົ້າບໍ່ຄວນບັນລຸເປົ້າໝາຍຂອງເຈົ້າໃນການຖືກເລືອກຕັ້ງ ໂດຍການໂຈມຕີຄົນອື່ນ, ເພາະສິ່ງນີ້ສາມາດນຳພາຄົນອື່ນຢ່າງຜິດໆ ໄດ້ງ່າຍ ແລະ ນຳມາເຊິ່ງຜົນສະທ້ອນໃນທາງລົບ. ອ້າຍເອື້ອຍນ້ອງທີ່ມີການເຕີບໂຕໜ້ອຍ ແລະ ບໍ່ມີການແຍກແຍະກໍສາມາດຖືກນຳພາຢ່າງຜິດໆ ໂດຍເຈົ້າໄດ້ງ່າຍ ແລະ ບໍ່ຮູ້ວ່າຈະເລືອກໃຜ ແລະ ຄຣິສຕະຈັກກໍສາມາດຕົກຢູ່ໃນຄວາມວຸ້ນວາຍ ແລະ ເຕັມໄປດ້ວຍການແບ່ງແຍກ. ນັ້ນຈະບໍ່ເປັນການເປີດຊ່ອງໃຫ້ຊາຕານສະແຫວງຫາປະໂຫຍດບໍ? ສະຫຼຸບກໍຄື ການມີສ່ວນຮ່ວມໃນການເລືອກຕັ້ງໂດຍບໍ່ປະຕິບັດຕາມຫຼັກການ ແລະ ການມີຄວາມທະເຍີທະຍານ ແລະ ຄວາມປາຖະໜາຢູ່ສະເໝີ ແລະ ການໃຊ້ວິທີການທີ່ຊົ່ວຊ້າເພື່ອບັນລຸເປົ້າໝາຍຂອງຕົນໃນການຖືກເລືອກຕັ້ງ ລ້ວນແລ້ວແຕ່ເປັນທຳມະຊາດຂອງການບົ່ງການ ແລະ ການຂັດຂວາງການເລືອກຕັ້ງ ແລະ ເປັນພຶດຕິກຳການເລືອກຕັ້ງທີ່ບໍ່ເໝາະສົມ. ແນ່ນອນ, ບາງຄົນມີພຶດຕິກຳທີ່ເໝາະສົມ ເຊິ່ງຄວນຖືກແຍກອອກຈາກສິ່ງນີ້. ຕົວຢ່າງ: ຖ້າຜູ້ສະໝັກໂອ້ລົມກ່ຽວກັບວິທີການເຮັດວຽກງານຕ່າງໆ ຂອງຄຣິສຕະຈັກໃຫ້ດີ, ເຊັ່ນ: ວຽກງານພຣະກິດຕິຄຸນ, ວຽກງານຂໍ້ຄວາມ ແລະ ວຽກງານທົ່ວໄປ ຫຼື ວິທີການເຮັດໃຫ້ຊີວິດຄຣິສຕະຈັກດີຂຶ້ນ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາກອນທີ່ພຣະເຈົ້າເລືອກໃນການເຂົ້າສູ່ຊີວິດຂອງພວກເຂົາ ແລະ ອື່ນໆ ອີກ, ທັງໝົດນີ້ກໍເປັນສິ່ງທີ່ເໝາະສົມ. ການສະແດງມຸມມອງ ແລະ ຄວາມເຂົ້າໃຈຂອງຕົນຢ່າງເໝາະສົມ, ການແບ່ງປັນແນວຄິດ ແລະ ແຜນການຂອງຕົນກ່ຽວກັບວຽກງານຄຣິສຕະຈັກ ແລະ ອື່ນໆ ອີກ, ທັງໝົດນີ້ລ້ວນແລ້ວແຕ່ເປັນສ່ວນໜຶ່ງຂອງຄຳເວົ້າ ແລະ ພຶດຕິກຳທີ່ປົກກະຕິ ແລະ ພວກມັນສອດຄ່ອງກັບຫຼັກການການເລືອກຕັ້ງທີ່ກຳນົດໂດຍຄຣິສຕະຈັກ. ນອກເໜືອຈາກສິ່ງເຫຼົ່ານີ້, ພຶດຕິກຳທີ່ບໍ່ເໝາະສົມໃດກໍຕາມທີ່ສະແດງອອກໃນລະຫວ່າງໄລຍະເວລາການເລືອກຕັ້ງທີ່ເຫັນໄດ້ຊັດເຈນເປັນພິເສດ ກໍຄວນດຶງດູດຄວາມສົນໃຈຂອງຜູ້ຄົນ. ຜູ້ຄົນຕ້ອງເຝົ້າລະວັງສິ່ງເຫຼົ່ານີ້ ແລະ ແຍກແຍະພວກມັນ, ຢ່າປະໝາດ.
ບາງຄົນມັກຈະອ້າງວ່າຕົນຫຍຸ້ງກັບວຽກ, ມີບັນຫາຫຼາຍຢ່າງກັບຄອບຄົວຂອງພວກເຂົາ ຫຼື ສະພາບແວດລ້ອມທີ່ບໍ່ເໝາະສົມ ເພື່ອເປັນຂໍ້ອ້າງໃນການບໍ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ເຂົ້າຮ່ວມຊີວິດຄຣິສຕະຈັກ. ແນວໃດກໍຕາມ, ເມື່ອຮອດເວລາເລືອກຕັ້ງຜູ້ນໍາຄຣິສຕະຈັກ, ຄວາມຫຍຸ້ງຍາກເຫຼົ່ານີ້ກໍຢຸດເຊົາໄປຢ່າງກະທັນຫັນ ແລະ ພວກເຂົາກໍແຕ່ງຕົວຢ່າງພິຖີພິຖັນເພື່ອໂອກາດນີ້ ແລະ ມາເຂົ້າຮ່ວມການເລືອກຕັ້ງ. ພວກເຂົາບໍ່ໄດ້ປາກົດຕົວມາເປັນເວລາດົນນານ, ແຕ່ເມື່ອໄດ້ຍິນຂ່າວດີເລື່ອງການເລືອກຕັ້ງຂອງຄຣິສຕະຈັກ, ພວກເຂົາກໍຟ້າວມາຢ່າງກະຕືລືລົ້ນ. ພວກເຂົາມາເພື່ອຫຍັງ? ພວກເຂົາມາເພື່ອການເລືອກຕັ້ງ, ເພື່ອຕຳແໜ່ງຜູ້ນໍາຄຣິສຕະຈັກ, ເພື່ອ “ຕຳແໜ່ງທາງການ” ນີ້. ຄົນດັ່ງກ່າວມີຄວາມສະຫຼາດແກມໂກງເປັນພິເສດໃນການກະທຳຂອງພວກເຂົາ. ຍ້ອນຢ້ານວ່າຄົນອື່ນຈະສົງໄສວ່າ ພວກເຂົາຕ້ອງການເປັນຜູ້ນໍາຄຣິສຕະຈັກ, ພວກເຂົາຈຶ່ງຫຼີກລ່ຽງການກ່າວເຖິງການເລືອກຕັ້ງ ແລະ ພຽງແຕ່ຈົດຈໍ່ກັບການໂອ້ລົມຄວາມເຂົ້າໃຈ ແລະ ປະສົບການຂອງພວກເຂົາ ເພື່ອໃຫ້ໄດ້ຮັບຄວາມຊື່ນຊົມຈາກຜູ້ຄົນ. ພວກເຂົາຍັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢູ່ໃນບ່ອນສາທາລະນະ, ນໍາພາທຸກຄົນໃຫ້ໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ແບ່ງປັນຄຳພະຍານຈາກປະສົບການຂອງພວກເຂົາເອງ. ໃນຄວາມເປັນຈິງແລ້ວ, ໂດຍທົ່ວໄປແລ້ວ ພວກເຂົາບໍ່ຄ່ອຍໄດ້ເຂົ້າຮ່ວມຊີວິດຄຣິສຕະຈັກ ແລະ ບໍ່ຄ່ອຍໄດ້ໂອ້ລົມຄວາມຈິງ, ທັງບໍ່ສາມາດເວົ້າກ່ຽວກັບຄວາມເຂົ້າໃຈຈາກປະສົບການໃດໆໄດ້. ແນວໃດກໍຕາມ, ເມື່ອການເລືອກຕັ້ງໃກ້ເຂົ້າມາ, ພວກເຂົາກໍປ່ຽນໄປຫຼາຍ. ພວກເຂົາເຂົ້າຮ່ວມຊີວິດຄຣິສຕະຈັກຢ່າງຫ້າວຫັນ ແລະ ກະຕືລືລົ້ນທີ່ຈະອະທິຖານ, ຮ້ອງເພງສັນລະເສີນ ແລະ ໂອ້ລົມ, ເບິ່ງຄືວ່າມີຄວາມມຸ່ງໝັ້ນ ແລະ ຫ້າວຫັນເປັນພິເສດ ແລະ ຢືນໂດດເດັ່ນຢ່າງເຫັນໄດ້ຊັດ. ຫຼັງຈາກການເຕົ້າໂຮມ, ພວກເຂົາຊອກຫາໂອກາດທີ່ຈະໂອ້ລົມເລື່ອງຄອບຄົວກັບອ້າຍເອື້ອຍນ້ອງ ແລະ ສ້າງສາຍສຳພັນ. ເມື່ອພວກເຂົາເຫັນຜູ້ນໍາຄຣິສຕະຈັກ, ພວກເຂົາກໍເວົ້າວ່າ “ຊ່ວງນີ້ເຈົ້າເບິ່ງຄືວ່າສຸຂະພາບບໍ່ຄ່ອຍດີ. ຂ້ອຍມີໝາກອິນທະຜາລຳຢູ່ເຮືອນ; ຂ້ອຍຈະເອົາບາງສ່ວນມາໃຫ້ເຈົ້າເດີ”. ເມື່ອພວກເຂົາເຫັນເອື້ອຍນ້ອງຄົນໜຶ່ງ, ພວກເຂົາກໍເວົ້າວ່າ “ຂ້ອຍໄດ້ຍິນວ່າຄອບຄົວຂອງເຈົ້າມີຄວາມຫຍຸ້ງຍາກທາງດ້ານການເງິນ. ເຈົ້າຕ້ອງການຄວາມຊ່ວຍເຫຼືອບໍ? ຂ້ອຍສາມາດເອົາເສື້ອຜ້າໃຫ້ເຈົ້າໄດ້”. ພວກເຂົາມີຄວາມຫ້າວຫັນເປັນພິເສດໃນທຸກການເຕົ້າໂຮມ, ແຕກຕ່າງຈາກເມື່ອກ່ອນຫຼາຍ. ໃນອະດີດ, ບາງຄັ້ງພວກເຂົາຈະມາປາກົດຕົວພຽງເພື່ອສະແດງຕົວ ແລະ ບໍ່ວ່າໃຜເອີ້ນພວກເຂົາມາເຕົ້າໂຮມ, ພວກເຂົາກໍຈະອ້າງວ່າພວກເຂົາຫຍຸ້ງວຽກ. ແຕ່ໃນລະຫວ່າງຊ່ວງເວລາການເລືອກຕັ້ງ, ພວກເຂົາກໍປາກົດຕົວຂຶ້ນຢ່າງກະທັນຫັນ ແລະ ເຂົ້າຮ່ວມທຸກການເຕົ້າໂຮມໂດຍບໍ່ຂາດຈັກຄັ້ງ. ໃນແຕ່ລະການເຕົ້າໂຮມ, ອ້າຍເອື້ອຍນ້ອງຈະໂອ້ລົມກັນກ່ຽວກັບເລື່ອງຕ່າງໆ ແລະ ຫຼັກການທີ່ກ່ຽວຂ້ອງກັບການເລືອກຕັ້ງ ແລະ ແນ່ນອນວ່າ ພວກເຂົາກໍເຂົ້າຮ່ວມນຳ. ໃນລະຫວ່າງຊ່ວງເວລານີ້, ພວກເຂົາພະຍາຍາມທຸກວິທີທາງ ເພື່ອສ້າງສາຍສຳພັນທີ່ດີກັບອ້າຍເອື້ອຍນ້ອງ, ພະຍາຍາມດຶງດູດພວກເຂົາສ່ວນໜຶ່ງ. ພວກເຂົາເຖິງກັບຖວາຍເຄື່ອງຖວາຍຫຼາຍຄັ້ງຕໍ່ໜ້າອ້າຍເອື້ອຍນ້ອງ, ເຮັດໃຫ້ຄົນສ່ວນໃຫຍ່ຮູ້ສຶກປະຫຼາດໃຈ, ໂດຍຄິດວ່າ “ພວກເຂົາເຊື່ອໃນພຣະເຈົ້າມາເປັນເວລາດົນນານແລ້ວ, ແຕ່ພວກເຮົາບໍ່ເຄີຍເຫັນພວກເຂົາຖວາຍເຄື່ອງຖວາຍມາກ່ອນ. ເປັນຫຍັງຄັ້ງນີ້ພວກເຂົາຈຶ່ງໃຈກວ້າງແທ້? ພວກເຂົາປ່ຽນແປງໄປໃນທາງທີ່ດີຂຶ້ນ ແລະ ກັບຕົວແລ້ວແທ້ໆ ບໍ?” ບາງຄົນທີ່ໂງ່ຈ້າ ແລະ ບໍ່ຮູ້ຄວາມ ເຊິ່ງບໍ່ສາມາດປະເມີນເລື່ອງຕ່າງໆໄດ້ ກໍຄິດວ່າຄົນນີ້ໄດ້ປ່ຽນແປງໄປໃນທາງທີ່ດີຂຶ້ນແທ້ໆ, ພວກເຂົາໄດ້ຕັດສິນຄົນນີ້ຜິດໄປກ່ອນໜ້ານີ້ ແລະ ພວກເຂົາກໍເກີດຄວາມປະທັບໃຈທີ່ດີຕໍ່ຄົນນັ້ນໃນຫົວໃຈຂອງພວກເຂົາໂດຍບໍ່ຮູ້ຕົວ, ໂດຍຄິດວ່າ “ຄອບຄົວຂອງຄົນນີ້ມີຖານະດີ; ພວກເຂົາມີເສັ້ນສາຍ ແລະ ມີຊ່ອງທາງໃນການເຮັດສິ່ງຕ່າງໆໃຫ້ສຳເລັດ. ຖ້າພວກເຂົາກາຍເປັນຜູ້ນໍາຄຣິສຕະຈັກ, ພວກເຂົາກໍສາມາດເຮັດຫຼາຍສິ່ງຫຼາຍຢ່າງໃຫ້ກັບຄຣິສຕະຈັກໄດ້. ສິ່ງນີ້ຈະບໍ່ເປັນການຊ່ວຍເຫຼືອຄຣິສຕະຈັກຂອງພວກເຮົາໃນການປະກາດພຣະກິດຕິຄຸນ ແລະ ຕ້ອນຮັບອ້າຍເອື້ອຍນ້ອງບາງຄົນທີ່ກຳລັງຖືກຕາມລ່າ ແລະ ມີຄວາມຫຍຸ້ງຍາກບໍ? ຖ້າພວກເຂົາສາມາດຮັກສາຄວາມຫ້າວຫັນແບບນີ້ໄວ້ໄດ້, ມັນກໍຈະດີຫຼາຍ, ແຕ່ຂ້ອຍບໍ່ແນ່ໃຈວ່າພວກເຂົາຈະສາມາດເຮັດຕໍ່ໄປໄດ້ ຫຼື ບໍ່ ຫຼື ພວກເຂົາຈະເຕັມໃຈເປັນຜູ້ນໍາຄຣິສຕະຈັກຂອງພວກເຮົາ ຫຼື ບໍ່”. ມີບາງຄົນທີ່ຖືກນໍາພາຢ່າງຜິດໆ ແລະ ຖືກຫຼອກລວງແລ້ວ ບໍ່ແມ່ນບໍ? ທຸກສິ່ງທີ່ຄົນຜູ້ນີ້ກຳລັງເຮັດກຳລັງເລີ່ມເກີດດອກອອກຜົນ, ບໍ່ແມ່ນບໍ? ທຸກຢ່າງກຳລັງເຂົ້າທີ່ເຂົ້າທາງ ແລະ ຜົນຮັບກໍໃກ້ຈະມາເຖິງແລ້ວ. ນີ້ບໍ່ແມ່ນສິ່ງທີ່ພວກເຂົາຕ້ອງການບໍ? (ແມ່ນແລ້ວ). ນອກຈາກນີ້, ພວກເຂົາກໍໃຫ້ເສື້ອຜ້າສອງໂຕແກ່ຄົນໜຶ່ງ, ໃຫ້ຜັກໜຶ່ງກະຕ່າແກ່ອີກຄົນໜຶ່ງ ແລະ ໃຫ້ຜະລິດຕະພັນບຳລຸງສຸຂະພາບບາງຢ່າງແກ່ອີກຄົນໜຶ່ງ, ເພື່ອໃຫ້ແນ່ໃຈວ່າທຸກຄົນໄດ້ຮັບການເບິ່ງແຍງ. ສິ່ງນີ້ເຮັດໃຫ້ຜູ້ຄົນຄິດວ່າ “ຖ້າຄົນຜູ້ນີ້ກາຍເປັນຜູ້ນໍາຄຣິສຕະຈັກ, ພວກເຂົາຈະບໍ່ແມ່ນຜູ້ລ້ຽງແກະທີ່ດີບໍ? ພວກເຂົາບໍ່ແມ່ນຄົນທີ່ຄົນສ່ວນໃຫຍ່ຢາກເພິ່ງພາອາໄສບໍ?” ມັນບໍ່ແມ່ນເວລາທີ່ເໝາະສົມໄດ້ມາຮອດແລ້ວບໍ? ອ້າຍເອື້ອຍນ້ອງຈະບໍ່ເລືອກຄົນແບບນີ້ງ່າຍໆເລີຍບໍ? ຄົນນີ້ເປັນຄົນມີການສຶກສາ, ເວົ້າເກັ່ງ ແລະ ມີຖານະໃນສັງຄົມ. ຖ້າຄຣິສຕະຈັກຜະເຊີນກັບການຈັບກຸມ, ພວກເຂົາສາມາດປົກປ້ອງອ້າຍເອື້ອຍນ້ອງໄດ້. ຖ້າຄອບຄົວຂອງອ້າຍເອື້ອຍນ້ອງຄົນໃດມີຄວາມຫຍຸ້ງຍາກ, ພວກເຂົາກໍສາມາດຍື່ນມືເຂົ້າຊ່ວຍເຫຼືອ ແລະ ພວກເຂົາກໍຍັງສາມາດຊ່ວຍເຫຼືອວຽກງານຄຣິສຕະຈັກໄດ້ ເມື່ອຕ້ອງການຄົນເພີ່ມ. ແນວໃດກໍຕາມ, ມີສິ່ງໜຶ່ງທີ່ຄົນສ່ວນໃຫຍ່ບໍ່ແນ່ໃຈຄື: “ເມື່ອກ່ອນພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ແລະ ບໍ່ຄ່ອຍໄດ້ເຂົ້າຮ່ວມການເຕົ້າໂຮມເປັນເວລາດົນນານ. ແຕ່ຕອນນີ້, ເມື່ອເຖິງເວລາເລືອກຕັ້ງ, ພວກເຂົາກໍຟ້າວເຂົ້າຮ່ວມການເຕົ້າໂຮມສອງສາມຄັ້ງ. ຖ້າພວກເຂົາຖືກເລືອກໃຫ້ເປັນຜູ້ນໍາ, ພວກເຂົາຈະເຂົ້າໃຈຄວາມຈິງບໍ? ຖ້າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ສາມາດປົກປ້ອງຄົນເຫຼົ່ານີ້ ຫຼື ໃຫ້ຜົນປະໂຫຍດບາງຢ່າງແກ່ພວກເຂົາເທົ່ານັ້ນ, ພວກເຂົາຈະສາມາດຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງໄດ້ບໍ? ພວກເຂົາຈະສາມາດນຳພາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າໄດ້ບໍ? ເລື່ອງນີ້ໜ້າສົງໄສ”. ບາງຄົນມີຄວາມສົງໄສໃນຫົວໃຈຂອງພວກເຂົາ, ໃນຂະນະທີ່ຄົນອື່ນໄດ້ຮັບອິດທິພົນ ແລະ ຖືກຊື້ໃຈໄປແລ້ວດ້ວຍຜົນປະໂຫຍດຂອງຄົນນີ້. ສະຖານະການນີ້ອັນຕະລາຍຫຼາຍ ບໍ່ແມ່ນບໍ? ພຽງແຕ່ມີຄະແນນສຽງດຽວເພີ່ມຂຶ້ນກໍອາດຈະເຮັດໃຫ້ລາວໄດ້ຮັບການເລືອກຕັ້ງແລ້ວ. ບໍ່ວ່າຜົນການເລືອກຕັ້ງສຸດທ້າຍຈະເປັນແນວໃດ, ການກະທຳ ແລະ ພຶດຕິກຳຂອງຄົນດັ່ງກ່າວເໝາະສົມບໍ? (ບໍ່). ໃນຊ່ວງເວລາທີ່ເໝາະສົມທີ່ສຸດ, ພວກເຂົາໃຫ້ທານ, ໃຫ້ເຄື່ອງຖວາຍ ແລະ ຊ່ວຍເຫຼືອອ້າຍເອື້ອຍນ້ອງໃນການແກ້ໄຂຄວາມຫຍຸ້ງຍາກທີ່ແທ້ຈິງບາງຢ່າງ. ເມື່ອອ້າຍເອື້ອຍນ້ອງບາງຄົນຍ້າຍເຮືອນ, ພວກເຂົາກໍຈັດຫາລົດຂົນສົ່ງໃຫ້ ແລະ ເມື່ອຄອບຄົວຂອງອ້າຍເອື້ອຍນ້ອງບາງຄົນຂາດເຂີນເລື່ອງເງິນ, ພວກເຂົາກໍໃຫ້ຢືມ. ເມື່ອບາງຄົນຂາດໂທລະສັບ, ພວກເຂົາກໍຊື້ໃຫ້ ແລະ ເມື່ອບາງຄົນບໍ່ມີຄອມພິວເຕີ, ພວກເຂົາກໍເອົາຂອງຕົນເອງໃຫ້... ພວກເຂົາເຮັດສິ່ງເຫຼົ່ານີ້ໃນຊ່ວງເວລາທີ່ເໝາະສົມທີ່ສຸດ, ໃນຈຸດເວລາທີ່ສຳຄັນທີ່ສຸດ. ນີ້ແມ່ນພຶດຕິກຳປະເພດໃດ? ການເຮັດສິ່ງເຫຼົ່ານີ້ດ້ວຍເຈດຕະນາທີ່ຈະແຂ່ງຂັນເພື່ອຕຳແໜ່ງຜູ້ນໍາ, ດ້ວຍຄວາມລັບ ແລະ ຈຸດປະສົງທີ່ບໍ່ສາມາດບອກໃຜໄດ້, ບໍ່ແມ່ນການບົ່ງການ ແລະ ຂັດຂວາງການເລືອກຕັ້ງບໍ? (ແມ່ນແລ້ວ). ພວກເຂົາບໍ່ໄດ້ມາໄວ ຫຼື ຊ້າກວ່ານີ້, ແຕ່ກັບປາກົດຕົວໃນເວລາຂອງການເລືອກຕັ້ງຜູ້ນໍາຢ່າງແນ່ນອນ. ພວກເຂົາບໍ່ໄດ້ມີຄວາມລັບທີ່ບໍ່ສາມາດບອກໃຜໄດ້ແມ່ນບໍ? ມັນເປັນສິ່ງຊັດເຈນທີ່ສຸດແລ້ວ; ພວກເຂົາຕ້ອງກຳລັງມີຄວາມລັບທີ່ບໍ່ອາດເປີດເຜີຍໄດ້. ມັນບໍ່ແມ່ນວ່າພວກເຂົາບັງເອີນສຳນຶກຜິດຂຶ້ນມາ ແລະ ຢາກເຮັດຄວາມດີບາງຢ່າງ; ເປົ້າໝາຍຂອງພວກເຂົາຄືການລົງສະໝັກຮັບເລືອກຕັ້ງເປັນຜູ້ນໍາຄຣິສຕະຈັກ, ເພື່ອກາຍເປັນຜູ້ຮັບຜິດຊອບຄຣິສຕະຈັກ, ເພື່ອບົ່ງການຄຣິສຕະຈັກ ແລະ ຜູ້ຄົນທີ່ພຣະເຈົ້າເລືອກ. ພວກເຂົາຕ້ອງການບົ່ງການຄົນເຫຼົ່ານີ້ ເພື່ອທີ່ພວກເຂົາຈະສາມາດເຮັດສິ່ງຕ່າງໆ ໃຫ້ພວກເຂົາໄດ້ຢ່າງແທ້ຈິງບໍ? (ບໍ່). ແລ້ວພວກເຂົາຢາກເຮັດຫຍັງ? ພວກເຂົາຢາກຄວບຄຸມຜູ້ຄົນທີ່ພຣະເຈົ້າເລືອກ, ຄວບຄຸມຄຣິສຕະຈັກ ແລະ ສ້າງຕຳແໜ່ງໃນຄຣິສຕະຈັກທີ່ພວກເຂົາສາມາດເຮັດຕົວເປັນເຈົ້າໜ້າທີ່ ແລະ ເປັນຜູ້ຕັດສິນຊີ້ຂາດ. ວິທີການ ແລະ ການປະຕິບັດທີ່ຜິດປົກກະຕິເຫຼົ່ານີ້ບໍ່ນັບວ່າເປັນການບົ່ງການ ແລະ ການຂັດຂວາງການເລືອກຕັ້ງບໍ? (ແມ່ນແລ້ວ).
ໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກ, ບາງຄົນທີ່ຢ້ານວ່າພວກເຂົາຈະບໍ່ໄດ້ຄະແນນສຽງພຽງພໍ ກໍລົງຄະແນນສຽງໃຫ້ຕົນເອງ. ສິ່ງນີ້ຟັງແລ້ວບໍ່ໜ້າຕະຫຼົກ ແລະ ແປກປະຫຼາດບໍ? ແມ່ນຫຍັງຄືທຳມະຊາດຂອງຄົນທີ່ລົງຄະແນນສຽງໃຫ້ຕົນເອງ? ມັນເປັນການສະແດງອອກເຖິງການຂາດຄວາມໝັ້ນໃຈ, ຄວາມບໍ່ມີຢາງອາຍ ຫຼື ຄວາມທະເຍີທະຍານທີ່ເກີນຂອບເຂດບໍ? ມັນຄືທຸກສິ່ງເຫຼົ່ານີ້. ພວກເຂົາຢ້ານວ່າຈະບໍ່ຖືກເລືອກຕັ້ງ, ສະນັ້ນ ພວກເຂົາຈຶ່ງບໍ່ມີທາງເລືອກອື່ນ ນອກຈາກລົງຄະແນນສຽງໃຫ້ຕົນເອງ, ນີ້ຄືການຂາດຄວາມໝັ້ນໃຈ. ພວກເຂົາບໍ່ມີຄວາມສາມາດພຽງພໍ ແຕ່ກໍຍັງຢາກເປັນຜູ້ນໍາ; ຍ້ອນຢ້ານວ່າຄົນອື່ນຈະບໍ່ລົງຄະແນນສຽງໃຫ້, ພວກເຂົາຈຶ່ງລົງຄະແນນສຽງໃຫ້ຕົນເອງ. ນີ້ບໍ່ແມ່ນຄວາມບໍ່ມີຢາງອາຍບໍ? ຍິ່ງໄປກວ່ານັ້ນ, ຄວາມທະເຍີທະຍານທີ່ເກີນຂອບເຂດຂອງພວກເຂົາກໍເຮັດໃຫ້ການຕັດສິນໃຈຂອງພວກເຂົາມືດມົວ ຈົນເຖິງຂັ້ນທີ່ພວກເຂົາບໍ່ມີຢາງອາຍເລີຍ ແລະ ກາຍເປັນຄົນປາສະຈາກຄວາມຊື່ສັດ ແລະ ກຽດສັກສີ: “ຖ້າເຈົ້າບໍ່ລົງຄະແນນສຽງໃຫ້ຂ້ອຍ, ຂ້ອຍຈະບໍ່ຍອມ; ຂ້ອຍຕ້ອງເປັນຜູ້ນໍາຄຣິສຕະຈັກ. ຖ້າຂ້ອຍບໍ່ສາມາດກາຍເປັນຜູ້ນໍາໄດ້, ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ!” ພວກເຂົາຢືນຢັນທີ່ຈະເປັນຜູ້ນໍາ, ເຮັດຕົວເປັນເຈົ້າໜ້າທີ່, ຮູ້ສຶກສະບາຍໃຈ ແລະ ພໍໃຈໃນຊີວິດ ກໍຕໍ່ເມື່ອພວກເຂົາມີສະຖານະ, ພວກເຂົາມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ໃຫຍ່ຫຼວງສໍ່າໃດ! ພວກເຂົາຫວງແຫນຕຳແໜ່ງຫຼາຍເກີນໄປ, ເຊື່ອໃນພຣະເຈົ້າພຽງເພື່ອທີ່ຈະໄດ້ເປັນຜູ້ນໍາ. ການເປັນຜູ້ນໍາມັນດີແນວໃດ? ຖ້າເຈົ້າບໍ່ໄດ້ໃຫ້ຄຸນຄ່າແກ່ຜົນປະໂຫຍດຈາກສະຖານະ ແລະ ບໍ່ໄດ້ເພີດເພີນກັບການປະຕິບັດແບບພິເສດທັງໝົດທີ່ມັນນໍາມາໃຫ້, ເຈົ້າຈະຍັງໂລບມາກໃນຕຳແໜ່ງນີ້ຢູ່ບໍ? ເຈົ້າຈະຍັງລົງຄະແນນສຽງໃຫ້ຕົນເອງຢູ່ບໍ? ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າຈະຍັງມີຫຼາຍຢູ່ບໍ? ເຈົ້າຈະຍັງຫວງແຫນສະຖານະຫຼາຍຢູ່ບໍ? ບໍ່, ເຈົ້າຈະບໍ່ເປັນເຊັ່ນນັ້ນ. ຄົນດັ່ງກ່າວຕ້ອງການແຊກແຊງ ແລະ ທຸ້ມເທຄວາມພະຍາຍາມເຂົ້າໃນການເລືອກຕັ້ງຢູ່ສະເໝີ, ໂດຍໃຊ້ວິທີການທີ່ບໍ່ສຸດຈະລິດທຸກຢ່າງ. ເຖິງແມ່ນວ່າພວກເຂົາເອງຈະຮູ້ສຶກວ່າ ການກະທຳເຊັ່ນນັ້ນເປັນສິ່ງທີ່ໜ້າອັບອາຍ, ບໍ່ເປີດເຜີຍ ຫຼື ກົງໄປກົງມາ ແລະ ເປັນການເສື່ອມເສຍກຽດຕົນເອງກໍຕາມ, ຫຼັງຈາກທີ່ພິຈາລະນາແລ້ວ, ພວກເຂົາກໍຄິດວ່າ “ຊ່າງມັນເທາະ, ສິ່ງທີ່ສຳຄັນຄືການໄດ້ຮັບເລືອກຕັ້ງເປັນຜູ້ນໍາ!” ນີ້ຄືຄວາມບໍ່ມີຢາງອາຍ. ພວກເຂົາເຖິງກັບຢາກຮຽນແບບວິທີການໂຕ້ວາທີທີ່ໃຊ້ໃນການເລືອກຕັ້ງຂອງປະເທດປະຊາທິປະໄຕ ເຊິ່ງຜູ້ສະໝັກເປີດເຜີຍຂໍ້ບົກຜ່ອງຂອງກັນເອງ, ຕັດສິນ ແລະ ໂຈມຕີກັນ ແລະ ໂຕ້ຖຽງກັນ, ນຳກົນອຸບາຍເຫຼົ່ານີ້ມາໃຊ້ໃນການເລືອກຕັ້ງຂອງຄຣິສຕະຈັກ, ນີ້ບໍ່ແມ່ນຄວາມຜິດພາດທີ່ຮ້າຍແຮງບໍ? ນີ້ບໍ່ແມ່ນການໃຊ້ກົນອຸບາຍຜິດບ່ອນບໍ? ຖ້າເຈົ້າມາຄຣິສຕະຈັກເພື່ອພົວພັນກັບການກະທຳທີ່ຄົດໂກງ ແລະ ຊົ່ວຮ້າຍເຫຼົ່ານີ້ ແລະ ພະຍາຍາມບົ່ງການ ແລະ ຂັດຂວາງການເລືອກຕັ້ງ, ເຮົາບອກເຈົ້າເລີຍວ່າ, ເຈົ້າເລືອກເຮັດຜິດບ່ອນແລ້ວ! ນີ້ຄືເຮືອນຂອງພຣະເຈົ້າ, ບໍ່ແມ່ນສັງຄົມ; ທຸກຄົນທີ່ບົ່ງການ ແລະ ຂັດຂວາງການເລືອກຕັ້ງຈະຖືກກ່າວໂທດ, ບໍ່ມີຍົກເວັ້ນຈັກຄົນ. ໃນຄຣິສຕະຈັກ, ບໍ່ວ່າຈະໃຊ້ເຫດຜົນ, ຂໍ້ອ້າງ ຫຼື ວິທີການໃດກໍຕາມໃນຄວາມພະຍາຍາມທີ່ຈະບົ່ງການ ແລະ ຂັດຂວາງການເລືອກຕັ້ງ, ສິ່ງເຫຼົ່ານັ້ນເປັນສິ່ງທີ່ຍອມຮັບບໍ່ໄດ້ ແລະ ສິ່ງນີ້ກໍປະກອບເປັນການກະທຳທີ່ຊົ່ວຊ້າ ນັ້ນກໍຄື ມັນເປັນການກະທຳທີ່ຊົ່ວຊ້າຕະຫຼອດໄປ! ທຸກຄົນທີ່ພະຍາຍາມບົ່ງການ ແລະ ຂັດຂວາງການເລືອກຕັ້ງຈະຖືກກ່າວໂທດ. ຄົນດັ່ງກ່າວບໍ່ໄດ້ຖືກຮັບຮູ້ວ່າເປັນສະມາຊິກຂອງເຮືອນຂອງພຣະເຈົ້າ ຫຼື ເປັນອ້າຍເອື້ອຍນ້ອງ ແລະ ແທນທີ່ຈະຖືກກຳນົດລັກສະນະວ່າເປັນຄົນຮັບໃຊ້ຂອງຊາຕານ. ຄົນຮັບໃຊ້ຂອງຊາຕານເຮັດສິ່ງໃດແດ່? ພວກເຂົາຊ່ຽວຊານໃນການເຮັດທຸກສິ່ງທຸກຢ່າງທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ. ຜູ້ທີ່ບົ່ງການ ແລະ ຂັດຂວາງການເລືອກຕັ້ງກຳລັງຮັບບົດບາດລົບໆ ເຫຼົ່ານີ້, ເຮັດໃນສິ່ງທີ່ຄົນຮັບໃຊ້ຂອງຊາຕານເຮັດ. ບໍ່ວ່າຄຣິສຕະຈັກຈະດຳເນີນວຽກງານໃດກໍຕາມ, ຄົນເຫຼົ່ານີ້ກໍຈະລຸກຂຶ້ນມາຂັດຂວາງ ແລະ ທຳລາຍມັນ, ໂດຍບໍ່ສົນໃຈການຈັດແຈງວຽກງານ ແລະ ລະບຽບການຂອງເຮືອນຂອງພຣະເຈົ້າ, ບໍ່ສົນໃຈພຣະດຳລັດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ສົນໃຈພຣະເຈົ້າ. ພວກເຂົາພະຍາຍາມເຮັດທຸກຢ່າງທີ່ພວກເຂົາຕ້ອງການໃນເຮືອນຂອງພຣະເຈົ້າ, ບົ່ງການກິດຈະການຕ່າງໆ ຂອງຄຣິສຕະຈັກ ແລະ ຍິ່ງໄປກວ່ານັ້ນກໍຄືການບົ່ງການສະມາຊິກຄຣິສຕະຈັກ, ຈົນເຖິງຂັ້ນບົ່ງການ ແລະ ຂັດຂວາງການເລືອກຕັ້ງຂອງຄຣິສຕະຈັກ. ພວກເຂົາພະຍາຍາມບົ່ງການບຸກຄະລາກອນຂອງຄຣິສຕະຈັກຜ່ານວິທີການໃດ? ພວກເຂົາຊອກຫາໂອກາດທີ່ຈະບົ່ງການ ແລະ ຂັດຂວາງການເລືອກຕັ້ງຂອງຄຣິສຕະຈັກ. ເມື່ອການເລືອກຕັ້ງຖືກບົ່ງການ ແລະ ຂັດຂວາງໂດຍຄົນຮັບໃຊ້ເຫຼົ່ານີ້ຂອງຊາຕານ, ການເລືອກຕັ້ງກໍລົ້ມເຫຼວ. ຖ້າຄົນຮັບໃຊ້ເຫຼົ່ານີ້ຂອງຊາຕານເຮັດສຳເລັດຕາມວິທີຂອງພວກເຂົາ ແລະ ກາຍເປັນຜູ້ນໍາຄຣິສຕະຈັກ, ຜົນການເລືອກຕັ້ງນັ້ນຖືກຕ້ອງ ຫຼື ບໍ່ຖືກຕ້ອງ? ແນ່ນອນວ່າມັນບໍ່ຖືກຕ້ອງ. ຄວນຈັດການເລືອກຕັ້ງຄືນໃໝ່ ຫຼັງການໂອ້ລົມຄວາມຈິງ ແລະ ການຖອດຖອນບົດຮຽນ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?