ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (19) ສ່ວນທີ ສາມ
ບົດສະຫຼຸບກ່ຽວກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ
ຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນກ່ຽວຂ້ອງກັບບັນດາຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ. ພວກເຮົາໄດ້ແບ່ງສິ່ງເຫຼົ່ານີ້ອອກເປັນສິບເອັດບັນຫາສຳລັບການສົນທະນາ. ບັນຫາ ຫຼື ເຫດການຂອງການຂັດຂວາງ ແລະ ການລົບກວນທີ່ລະບຸໄວ້ໃນແຕ່ລະບັນຫາແມ່ນກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງຜູ້ຄົນ ແລະ ຄວາມເຊື່ອທີ່ແທ້ຈິງຂອງພວກເຂົາໃນພຣະເຈົ້າ. ເປັນຫຍັງຈຶ່ງແບ່ງພວກມັນອອກຢ່າງລະອຽດເຊັ່ນນັ້ນ? ເປັນຫຍັງເຮົາຈຶ່ງຍົກແຕ່ລະບັນຫາຂຶ້ນມາເພື່ອສົນທະນາ ແລະ ໄຈ້ແຍກ? ໂດຍຕັດສິນຈາກຫົວຂໍ້ຂອງແຕ່ລະບັນຫາ, ຄວາມເປັນມະນຸດຂອງຄົນທີ່ເຮັດສິ່ງເຫຼົ່ານີ້ແມ່ນບໍ່ດີ. ຍົກເວັ້ນບັນຫາທຳອິດ ນັ້ນກໍຄື ການອອກນອກເລື່ອງຢູ່ເລື້ອຍໆ ເມື່ອສົນທະນາຄວາມຈິງ ເຊິ່ງບໍ່ໄດ້ຖືວ່າຮ້າຍແຮງ, ບັນຫາອື່ນທັງໝົດມີລັກສະນະທີ່ຂ້ອນຂ້າງຮ້າຍແຮງ. ການສະແດງອອກເຫຼົ່ານີ້ລ້ວນແຕ່ມີລັກສະນະຂອງການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ພວກມັນທັງໝົດກໍປະກອບເປັນການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ, ນັ້ນຄືເຫດຜົນທີ່ພວກເຮົາໄດ້ຍົກພວກມັນຂຶ້ນມາເພື່ອສົນທະນາ ແລະ ໄຈ້ແຍກເທື່ອລະຂໍ້. ເມື່ອບັນຫາເຫຼົ່ານີ້ເກີດຂຶ້ນໃນຊີວິດຄຣິສຕະຈັກ ຫຼື ໃນຂະບວນການເຮັດໜ້າທີ່ຂອງຄົນໃດຄົນໜຶ່ງ, ຜູ້ຄົນຄວນລະມັດລະວັງເປັນພິເສດ ແລະ ແຍກແຍະ ແລະ ເບິ່ງພວກມັນໃຫ້ອອກ. ເມື່ອຜູ້ຄົນເຫັນເຫດການດັ່ງກ່າວເກີດຂຶ້ນ ເຊິ່ງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ພວກເຂົາຄວນລຸກຂຶ້ນເພື່ອຢຸດຢັ້ງ ແລະ ຈຳກັດພວກມັນ. ກ່ຽວກັບບັນຫາທຳອິດ “ການມັກເວົ້ານອກເລື່ອງໃນເວລາໂອ້ລົມຄວາມຈິງເປັນປະຈໍາ”, ບາງຄັ້ງຜູ້ຄົນກໍເຮັດສິ່ງນີ້ໂດຍບໍ່ໄດ້ຕັ້ງໃຈ ແລະ ສະຖານະການທີ່ກ່ຽວຂ້ອງ ແລະ ລັກສະນະຂອງມັນກໍບໍ່ໄດ້ຮ້າຍແຮງເກີນໄປ; ແຕ່ຖ້າພວກເຂົາອອກນອກເລື່ອງຢູ່ເລື້ອຍໆ ແລະ ເວົ້າຈົນສັບສົນ, ເຮັດໃຫ້ຜູ້ຟັງລຳຄານ ແລະ ດ້ວຍເຫດນັ້ນກໍບໍ່ບັນລຸຜົນດີໃນຊີວິດຄຣິສຕະຈັກ, ແລ້ວສິ່ງນີ້ກໍຈະນຳໄປສູ່ຜົນສະທ້ອນຂອງການຂັດຂວາງ ແລະ ການລົບກວນວຽກງານຂອງຄຣິສຕະຈັກ. ສ່ວນບັນຫາທີ່ເຫຼືອກໍບໍ່ຈຳເປັນຕ້ອງກ່າວເຖິງ; ບັນຫາຂໍ້ໃດຂໍ້ໜຶ່ງກໍພຽງພໍທີ່ຈະປະກອບເປັນການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດຄຣິສຕະຈັກ. ສະນັ້ນ, ມັນຈຶ່ງຈຳເປັນທີ່ຈະຕ້ອງສົນທະນາ, ວິເຄາະ ແລະ ໄຈ້ແຍກແຕ່ລະບັນຫາເຫຼົ່ານີ້ຢ່າງລະອຽດ. ເມື່ອເກີດເຫດການທີ່ຊົ່ວຮ້າຍ, ຖ້າເຈົ້າມີການແຍກແຍະ ແລະ ຄວາມຮູ້ກ່ຽວກັບການກະທຳຊົ່ວຊ້າທີ່ລົບກວນຄຣິສຕະຈັກ, ເຈົ້າຄວນລຸກຂຶ້ນເພື່ອຢຸດຢັ້ງ ແລະ ຈຳກັດພວກມັນ. ໃນຄວາມໝາຍທີ່ກວ້າງຂຶ້ນ, ນີ້ຄືການເຮັດໜ້າທີ່ຂອງສິ່ງທີ່ຖືກສ້າງ; ໃນຄວາມໝາຍທີ່ແຄບລົງ ຢ່າງໜ້ອຍທີ່ສຸດ, ມັນກໍຄືການເຮັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງສະມາຊິກຄົນໜຶ່ງຂອງຄຣິສຕະຈັກໃຫ້ສຳເລັດ. ນີ້ບໍ່ແມ່ນສິ່ງທີ່ເຈົ້າຄວນຈະສາມາດເຮັດໄດ້ບໍ? (ແມ່ນ.) ຖ້າເຈົ້າບໍ່ສາມາດເຮັດສິ່ງນີ້ໄດ້, ຜົນສະທ້ອນຈະເປັນແນວໃດ? ພວກເຮົາຄວນຈັດລັກສະນະການທີ່ເຈົ້າບໍ່ສາມາດເຮັດສິ່ງນີ້ໄດ້ວ່າແນວໃດ? ຢ່າງໜ້ອຍທີ່ສຸດ, ມັນໝາຍຄວາມວ່າພວກເຈົ້າເປັນຄົນເບົາປັນຍາ; ຍິ່ງໄປກວ່ານັ້ນ, ພວກເຈົ້າເປັນຄົນຂີ້ຢ້ານທີ່ໄຮ້ປະໂຫຍດ, ຢ້ານຊາຕານ. ນອກຈາກນີ້, ເມື່ອຊາຕານ ແລະ ຜີຮ້າຍປາກົດຕົວເພື່ອລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ, ເຈົ້າຍັງຄົງເມີນເສີຍ ແລະ ບໍ່ມີກຳລັງ, ບໍ່ສະແດງການຕອບໂຕ້ໃດໆ ແລະ ຂາດຄວາມເຊື່ອ ແລະ ຄວາມກ້າຫານທີ່ຈະລຸກຂຶ້ນຕໍ່ສູ້ກັບຊາຕານ ແລະ ຢືນຢັດໃນການເປັນພະຍານຂອງເຈົ້າໃຫ້ແກ່ພຣະເຈົ້າ. ໃນກໍລະນີນັ້ນ, ພວກເຈົ້າເປັນຄົນໄຮ້ປະໂຫຍດ, ບໍ່ສົມຄວນທີ່ຈະເປັນຜູ້ຕິດຕາມຂອງພຣະເຈົ້າ.
ຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ລະບຸເຫດການປະເພດຕ່າງໆ ໃນຄຣິສຕະຈັກທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ. ແຕ່ລະເຫດການກ່ຽວຂ້ອງກັບທັດສະນະຄະຕິຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພ້ອມທັງອ້າຍເອື້ອຍນ້ອງທຳມະດາ ທີ່ມີຕໍ່ພຣະເຈົ້າ. ມັນຍັງກ່ຽວຂ້ອງກັບທັດສະນະຄະຕິຂອງແຕ່ລະຄົນຕໍ່ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພວກເຂົາ, ພ້ອມທັງທ່າທີ່ ແລະ ມຸມມອງຂອງພວກເຂົາຕໍ່ເຫດການ ແລະ ສິ່ງລົບໆ ເຫຼົ່ານີ້ທີ່ລົບກວນວຽກງານໃນເຮືອນຂອງພຣະເຈົ້າ. ແນ່ນອນ, ມັນຍັງກ່ຽວຂ້ອງກັບວ່າບຸກຄົນໜຶ່ງທີ່ເຊື່ອໃນພຣະເຈົ້າ ແລະ ໄດ້ຟັງຄຳເທດສະໜາເປັນເວລາຫຼາຍປີ ມີຄວາມເຕີບໂຕ ແລະ ຄວາມເຊື່ອພຽງພໍທີ່ຈະຕໍ່ສູ້ກັບຊາຕານ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ ເມື່ອເຫດການ ແລະ ສິ່ງຕ່າງໆ ທີ່ເປັນລົບເຫຼົ່ານີ້ເກີດຂຶ້ນ ຫຼື ບໍ່. ສິ່ງນີ້ກ່ຽວຂ້ອງກັບບັນຫາສຳຄັນບໍ? ມັນກ່ຽວຂ້ອງກັບທ່າທີ່ຂອງບຸກຄົນ ແລະ ເສັ້ນທາງທີ່ພວກເຂົາຍ່າງ, ພ້ອມທັງທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ, ຕໍ່ຄວາມຈິງ ແລະ ຕໍ່ໜ້າທີ່ຂອງພວກເຂົາ. ສະນັ້ນ, ຫຼັງຈາກທີ່ໄດ້ຟັງຄຳເວົ້າເຫຼົ່ານີ້, ພວກເຈົ້າຄວນເຂົ້າໃຈວ່າ ສິ່ງເຫຼົ່ານີ້ແມ່ນຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດ. ຢ່າປະຕິບັດຄືກັບວ່າພວກມັນເປັນຫຼັກຄຳສອນ, ກົດລະບຽບ ຫຼື ຂໍ້ບັງຄັບເພື່ອປະຕິບັດ ແລະ ຈັດຕັ້ງປະຕິບັດ, ແຕ່ໃນທາງກົງກັນຂ້າມ ໃຫ້ໄຕ່ຕອງພວກມັນຫຼາຍຂຶ້ນ ເພື່ອທີ່ຈະເຂົ້າໃຈຄວາມຈິງ ແລະ ຈາກນັ້ນກໍປະຕິບັດ ແລະ ເຂົ້າສູ່ພວກມັນ, ດັ່ງນັ້ນຈຶ່ງບັນລຸຂໍ້ກຳນົດຂອງພຣະເຈົ້າ. ເມື່ອຄົນຊົ່ວຊ້າຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ຢ່າຢູ່ຊື່ໆ, ຢ່າປັດຄວາມຮັບຜິດຊອບຂອງພວກເຈົ້າດ້ວຍຂໍ້ອ້າງຕ່າງໆ, ໂດຍເວົ້າວ່າພວກເຈົ້າໄດ້ເຊື່ອໃນພຣະເຈົ້າເປັນເວລາສັ້ນໆ ເທົ່ານັ້ນ, ມີການເຕີບໂຕເລັກນ້ອຍ ຫຼື ຍັງໜຸ່ມຢູ່ ແລະ ອື່ນໆ. ເມື່ອພຣະເຈົ້າກວດສອບວຽກງານ, ເມື່ອພຣະອົງຈັດສະພາບແວດລ້ອມເພື່ອເບິ່ງທັດສະນະຄະຕິຂອງເຈົ້າ, ພຣະອົງບໍ່ໄດ້ເບິ່ງອາຍຸຂອງເຈົ້າ, ບໍ່ໄດ້ເບິ່ງວ່າເຈົ້າເຊື່ອໃນພຣະອົງຈັກປີແລ້ວ ຫຼື ຄັ້ງໜຶ່ງເຈົ້າເຄີຍຈ່າຍລາຄາຫຍັງ ແລະ ເຈົ້າເຮັດຄຸນງາມຄວາມດີຫຍັງ; ພຣະເຈົ້າຕ້ອງການທັດສະນະຄະຕິຂອງເຈົ້າໃນຊ່ວງເວລານັ້ນ. ຖ້າໂດຍປົກກະຕິແລ້ວເຈົ້າບໍ່ເຄີຍໄຕ່ຕອງ ຫຼື ສະແຫວງຫາກ່ຽວກັບເລື່ອງເຫຼົ່ານີ້ ແລະ ເຈົ້າຜ່ານຜ່າທຸກເລື່ອງໃນສະພາວະທີ່ສັບສົນ ໂດຍບໍ່ຈົດຈໍາສິ່ງໃດໄວ້, ບໍ່ສະແຫວງຫາຄວາມຈິງ, ບໍ່ຮຽນຮູ້ບົດຮຽນຂອງເຈົ້າ ຫຼື ຈິງຈັງກັບສະພາບແວດລ້ອມຕ່າງໆ ທີ່ພຣະເຈົ້າໄດ້ສ້າງຕັ້ງຂຶ້ນໄວ້, ຖ້າເຈົ້າຫຼົບໜີເມື່ອເຈົ້າເຫັນຄົນຊົ່ວຊ້າເຮັດໃຫ້ເກີດການລົບກວນ ແລະ ການຂັດຂວາງ ແລະ ບໍ່ເຄີຍລາຍງານເລື່ອງນີ້ຕໍ່ເຮືອນຂອງພຣະເຈົ້າ ຫຼື ສະແດງທັດສະນະຄະຕິຂອງເຈົ້າ, ແລ້ວເຖິງແມ່ນວ່າເຈົ້າບໍ່ໄດ້ມີສ່ວນຮ່ວມໃນການກະທຳຊົ່ວ, ພຶດຕິກຳຂອງເຈົ້າໃນເລື່ອງນີ້ກໍໄດ້ເປີດເຜີຍທ່າທີ່ ແລະ ມຸມມອງຂອງເຈົ້າແລ້ວ ນັ້ນກໍຄື ເຈົ້າເປັນຜູ້ຢືນເບິ່ງ, ລຸກຂຶ້ນສະໜັບສະໜູນຊາຕານ. ພຣະເຈົ້າກວດສອບທຸກສິ່ງ ແລະ ເຈົ້າບໍ່ສາມາດຫຼອກລວງພຣະອົງໄດ້. ສະນັ້ນ, ເມື່ອເລື່ອງລົບໆ ເຫຼົ່ານີ້ເກີດຂຶ້ນ, ເມື່ອເຈົ້າຄົ້ນພົບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ, ມັນກໍເປີດເຜີຍທັດສະນະຄະຕິຂອງເຈົ້າຕໍ່ພຣະເຈົ້າຢ່າງຊັດເຈນ. ມັນອາດເປັນໄປໄດ້ວ່າ ເຈົ້າເຊື່ອໃນພຣະເຈົ້າເປັນເວລາສັ້ນໆ, ເຈົ້າຍັງໜຸ່ມ ແລະ ຄວາມເຕີບໂຕຂອງເຈົ້າກໍນ້ອຍ, ແຕ່ຖ້າເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ ເຈົ້າເຮັດຕາມຫຼັກການ ແລະ ເຈົ້າພະຍາຍາມຢຸດຢັ້ງ, ຈຳກັດ ຫຼື ແມ່ນແຕ່ເປີດໂປງຄົນຊົ່ວຊ້າ, ສ່ຽງໄພ ແລະ ບໍ່ສົນໃຈຄວາມປອດໄພຂອງຕົນເອງ ເພື່ອຢືນຂຶ້ນ ແລະ ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ຖ້າເຈົ້າມີຫົວໃຈແບບນີ້, ແລ້ວທັດສະນະຄະຕິຂອງເຈົ້າຕໍ່ພຣະເຈົ້າ, ພ້ອມທັງຄວາມຕັ້ງໃຈຂອງເຈົ້າທີ່ຈະເປັນພະຍານໃຫ້ພຣະເຈົ້າ ແລະ ຕໍ່ສູ້ກັບຊາຕານ, ກໍຈະກາຍເປັນຄຳພະຍານທີ່ຜູ້ຄົນ ແລະ ພຣະເຈົ້າເຫັນໄດ້. ການກະທຳທີ່ຊົ່ວຊ້າຂອງມະນຸດ, ການທີ່ພວກເຂົາຫຼອກລວງ ແລະ ປິດບັງຈາກພຣະເຈົ້າ, ການປັດຄວາມຮັບຜິດຊອບຂອງພວກເຂົາ, ການທີ່ພວກເຂົາຍອມຈຳນົນ ແລະ ປະນີປະນອມກັບຊາຕານເມື່ອມັນກະທຳຊົ່ວ, ພຣະເຈົ້າຈະເຫັນທຸກສິ່ງເຫຼົ່ານີ້ ແລະ ການກະທຳທີ່ຊົ່ວຊ້າເຫຼົ່ານີ້ຈະໄດ້ຮັບການສະສາງມື້ໜຶ່ງ ແລະ ໄດ້ຮັບຄຳພິພາກສາ. ແຕ່ໃນທຳນອງດຽວກັນ, ເມື່ອຊາຕານຂັດຂວາງ ແລະ ລົບກວນ, ຖ້າມີຄົນສາມາດຢືນຂຶ້ນເພື່ອເວົ້າແທນເຮືອນຂອງພຣະເຈົ້າ ແລະ ເພື່ອອ້າຍເອື້ອຍນ້ອງ ແລະ ຕໍ່ສູ້ກັບຊາຕານເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ສະແຫວງຫາຄວາມຈິງດ້ວຍຄວາມຕັ້ງໃຈທີ່ຈະເປັນພະຍານໃຫ້ພຣະເຈົ້າ ເຖິງແມ່ນວ່າບາງຄັ້ງພວກເຂົາຈະຮູ້ສຶກວ່າພວກເຂົາບໍ່ມີກຳລັງ ແລະ ໂດດດ່ຽວ ແລະ ຂາດປັນຍາ ແລະ ພວກເຂົາມີພຽງຄວາມເຂົ້າໃຈຕື້ນໆກ່ຽວກັບຄວາມຈິງ ແລະ ເຖິງວ່າຈະຕ້ອງການໂອ້ລົມກ່ຽວກັບຄວາມຈິງ, ພວກເຂົາກໍບໍ່ສາມາດສະແດງອອກຢ່າງຊັດເຈນ, ເຮັດໃຫ້ບາງຄົນເຍາະເຍີ້ຍ ແລະ ດູຖູກພວກເຂົາ, ໃນສາຍພຣະເນດຂອງພຣະເຈົ້າ ພຣະອົງເຫັນຄວາມຈິງໃຈຂອງພວກເຂົາ ແລະ ພຣະອົງຖືວ່າການກະທຳ ແລະ ພຶດຕິກຳເຫຼົ່ານີ້ເປັນການກະທຳທີ່ດີ. ການກະທຳທີ່ຊົ່ວຊ້າຈະໄດ້ຮັບຄຳພິພາກສາໃນມື້ໜຶ່ງ ແລະ ມີບົດສະຫຼຸບຂອງພວກມັນຕໍ່ໜ້າພຣະເຈົ້າ ແລະ ການກະທຳທີ່ດີກໍເຊັ່ນກັນ, ແຕ່ບົດສະຫຼຸບສຸດທ້າຍສຳລັບແຕ່ລະພຶດຕິກຳສອງປະເພດເຫຼົ່ານີ້ຈະແຕກຕ່າງກັນຢ່າງສິ້ນເຊີງ. ການກະທຳທີ່ຊົ່ວຊ້າຈະໄດ້ຮັບກຳສະໜອງຕາມສົມຄວນ ແລະ ການກະທຳທີ່ດີຈະໄດ້ຮັບການຕອບແທນດ້ວຍການປະຕິບັດທີ່ດີ. ພຣະເຈົ້າໄດ້ກຳນົດສິ່ງນີ້ໄວ້ແຕ່ດົນສຳລັບທຸກຄົນແລ້ວ, ພຽງແຕ່ລໍຖ້າໃຫ້ການສະແດງອອກຕ່າງໆ ຂອງມະນຸດໃນລະຫວ່າງຊ່ວງເວລາພາລະກິດຂອງພຣະເຈົ້າ ກາຍເປັນຄວາມຈິງທີ່ຖືກສ້າງຕັ້ງຂຶ້ນ ກ່ອນທີ່ຈະໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ.
ຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ກ່າວເຖິງສິບເອັດປະເດັນກ່ຽວກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ສິບເອັດບັນຫາເຫຼົ່ານີ້ສຳຄັນບໍ? ພວກມັນເປີດເຜີຍຜູ້ຄົນຢ່າງຊັດເຈນບໍ? ເມື່ອພວກເຈົ້າໂອ້ລົມກັນກ່ຽວກັບແຕ່ລະບັນຫາ, ພວກເຈົ້າຄວນພະຍາຍາມຫຼາຍຂຶ້ນ ເພື່ອທີ່ຈະເຂົ້າໃຈຄວາມຈິງຢ່າງຊັດເຈນ. ສິ່ງນີ້ກ່ຽວຂ້ອງກັບວິທີທີ່ຜູ້ຄົນຮັກສາຄວາມຍຸຕິທຳ ແລະ ສິ່ງທີ່ເປັນບວກ ແລະ ວິທີທີ່ພວກເຂົາຮັກສາຄຳພະຍານຂອງພຣະເຈົ້າ; ມັນຍັງກ່ຽວຂ້ອງກັບວິທີທີ່ຜູ້ຄົນຢືນຂຶ້ນເພື່ອຕໍ່ສູ້ກັບຊາຕານ, ເປີດໂປງ ແລະ ເປີດເຜີຍໃບໜ້າຂອງຊາຕານ ແລະ ຢຸດຢັ້ງ ແລະ ຈຳກັດການກະທຳທີ່ຊົ່ວຊ້າຂອງຊາຕານ, ສິ່ງເຫຼົ່ານີ້ແມ່ນສອງດ້ານທີ່ກ່ຽວຂ້ອງ. ເມື່ອຊາຕານຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ເຈົ້າໄດ້ເຮັດບົດບາດບໍ? ເຈົ້າມີບົດບາດຫຍັງ? ເຈົ້າໄດ້ເຮັດສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າບໍ? ເຈົ້າໄດ້ປະຕິບັດພັນທະ ແລະ ຄວາມຮັບຜິດຊອບທີ່ຜູ້ຕິດຕາມຂອງພຣະເຈົ້າຄວນປະຕິບັດໃຫ້ສຳເລັດບໍ? ເມື່ອບັນຫາເຫຼົ່ານີ້ເກີດຂຶ້ນ, ເຈົ້າປະນີປະນອມ, ເຮັດເລື່ອງໃຫ້ມັນຈົບໆ ໄປ ແລະ ຍຶດແນວທາງສາຍກາງໃນຖານະຄົນປະຈົບປະແຈງ ຫຼື ເຈົ້າຢືນຂຶ້ນເພື່ອຢຸດຢັ້ງ ແລະ ຈຳກັດການກະທຳທີ່ຊົ່ວຊ້າຂອງຊາຕານ, ເຮັດວຽກເປັນນໍ້າໜຶ່ງໃຈດຽວກັນກັບອ້າຍເອື້ອຍນ້ອງທີ່ແທ້ຈິງຫຼາຍຂຶ້ນ ເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ? ເຈົ້າປົກປ້ອງຫຍັງ? ເຈົ້າປົກປ້ອງຜົນປະໂຫຍດຂອງຄົນຊົ່ວຊ້າ, ຜົນປະໂຫຍດຂອງຊາຕານ ຫຼື ເຈົ້າປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ? ຖ້າມີສິ່ງໃດກໍຕາມທີ່ຂັດຂວາງ ຫຼື ລົບກວນວຽກງານຂອງຄຣິສຕະຈັກເກີດຂຶ້ນ ແລະ ເຈົ້າບໍ່ເຮັດຫຍັງເລີຍ, ພຽງແຕ່ເຮັດຕົວເປັນຄົນປະຈົບປະແຈງ ແລະ ປົກປ້ອງຕົນເອງ, ຮັບປະກັນວ່າເຈົ້າສາມາດຈັດການຄວາມສຳພັນລະຫວ່າງບຸກຄົນໄດ້ຢ່າງປະສົບຄວາມສຳເລັດ ແລະ ບໍ່ໄດ້ຮັບຄວາມເສຍຫາຍ, ໂດຍບໍ່ເຄີຍຮູ້ສຶກເປັນຫ່ວງ ຫຼື ກະວົນກະວາຍກ່ຽວກັບວຽກງານຂອງຄຣິສຕະຈັກທີ່ຖືກລົບກວນ, ໂດຍບໍ່ມີຄວາມກຽດຊັງ ຫຼື ຄວາມໂກດແຄ້ນຕໍ່ການກະທຳທີ່ຊົ່ວຊ້າຂອງຄົນຊົ່ວຊ້າ, ໂດຍບໍ່ມີພາລະໃດໆ ຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງທຸກຄົນ, ໂດຍບໍ່ມີຄວາມຮູ້ສຶກເປັນໜີ້ບຸນຄຸນຕໍ່ພຣະເຈົ້າ ແລະ ໂດຍບໍ່ຮູ້ສຶກຕຳນິຕົນເອງ, ແລ້ວເຈົ້າກໍຕົກຢູ່ໃນອັນຕະລາຍ. ຖ້າໃນສາຍພຣະເນດຂອງພຣະເຈົ້າ, ເຈົ້າເປັນຄົນປະຈົບປະແຈງໂດຍສິ້ນເຊີງ, ຢູ່ຊື່ໆ ເພື່ອສັງເກດແມ່ນຫຍັງກໍຕາມທີ່ເກີດຂຶ້ນ ພ້ອມທັງເອົາແຂນໄຂວ່ກັນ ແລະ ຫຼີກລ່ຽງມັນ ແລະ ບໍ່ປະຕິບັດຄວາມຮັບຜິດຊອບ ຫຼື ພັນທະໃດໆ ຂອງເຈົ້າເລີຍ, ແລ້ວເຈົ້າກໍຕົກຢູ່ໃນອັນຕະລາຍຢ່າງແທ້ຈິງ ແລະ ມີແນວໂນ້ມທີ່ຈະຖືກກຳຈັດອອກໂດຍພຣະເຈົ້າ. ຖ້າພຣະເຈົ້າມີຄວາມຄິດທີ່ບໍ່ຕ້ອງການໃຫ້ເຈົ້າອອກເຫື່ອແຮງອີກຕໍ່ໄປ ແລະ ພຣະອົງເມື່ອຍລ້າກັບເຈົ້າ, ແລ້ວໃນຈຸດນີ້ ເຈົ້າກໍຖືກກຳນົດໃຫ້ຖືກກຳຈັດ ເຊິ່ງເປັນອັນຕະລາຍຢ່າງບໍ່ໜ້າເຊື່ອ! ເມື່ອພຣະເຈົ້າກ່າວວ່າ ພຣະອົງບໍ່ຕ້ອງການເຫັນຄົນແບບເຈົ້າອີກຕໍ່ໄປ ແລະ ພຣະອົງບໍ່ໃຫ້ຄຸນຄ່າຄົນແບບເຈົ້າທີ່ເຮັດໜ້າທີ່ໃດໆ ຫຼື ອອກເຫື່ອແຮງໃນເຮືອນຂອງພຣະເຈົ້າ, ແລ້ວເຈົ້າອາດຈະຖືກກຳຈັດໂດຍຄຣິສຕະຈັກໃນມື້ໃດມື້ໜຶ່ງ, ໃນຊ່ວງເວລາໃດໜຶ່ງໃນອະນາຄົດອັນໃກ້ນີ້ ເຊິ່ງຈະປ່ຽນແປງໂຊກຊະຕາຂອງເຈົ້າ. ນັ້ນກໍເພາະວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້າບໍ່ປົກກະຕິອີກຕໍ່ໄປ ຫຼື ເຈົ້າໄດ້ເຮັດໃຫ້ຕົວເອງຫ່າງເຫີນຈາກພຣະເຈົ້າ ແລະ ທໍລະຍົດຕໍ່ພຣະອົງ ແລະ ສິ່ງນີ້ໄດ້ນຳໄປສູ່ຜົນຮັບ. ເຈົ້າສາມາດເຫັນຂໍ້ແທ້ຈິງນີ້ໄດ້ບໍ? ເມື່ອເຈົ້າຮັບຮູ້ຂໍ້ແທ້ຈິງນີ້, ບໍ່ວ່າເຈົ້າຈະສາມາດຍອມຮັບມັນໄດ້ ຫຼື ບໍ່, ຄວາມຫວັງທີ່ສວຍງາມທັງໝົດໃນຫົວໃຈຂອງເຈົ້າກໍຈະຫາຍໄປໃນທັນທີ.
ເມື່ອຜູ້ຄົນເລີ່ມເຊື່ອໃນພຣະເຈົ້າໃໝ່ໆ, ພວກເຂົາທຸກຄົນມີຫົວໃຈທີ່ກະຕືລືລົ້ນ. ເຖິງແມ່ນວ່າພວກເຂົາຈະບໍ່ສາມາດເຫັນຈຸດໝາຍປາຍທາງ ຫຼື ໂອກາດເກີດຂຶ້ນໃນອະນາຄົດຂອງພວກເຂົາ, ພວກເຂົາຮູ້ສຶກວ່າຕ້ອງເພິ່ງພາອາໄສພຣະເຈົ້າຢູ່ສະເໝີ. ພວກເຂົາປາຖະໜາສິ່ງທີ່ສວຍງາມ ແລະ ສິ່ງທີ່ເປັນບວກຢູ່ສະເໝີ. ກຳລັງນີ້ມາຈາກໃສ? ຜູ້ຄົນບໍ່ຮູ້; ພວກເຂົາຄິດບໍ່ອອກ: “ຜູ້ຄົນຄືກັນໝົດ, ທຸກຄົນຕ່າງກໍອາໄສຢູ່ໃນອາກາດດຽວກັນ ແລະ ຢູ່ໃຕ້ແສງຕາເວັນອັນດຽວກັນ. ແລ້ວເປັນຫຍັງຜູ້ບໍ່ມີຄວາມເຊື່ອຈຶ່ງຂາດສິ່ງເຫຼົ່ານີ້ໃນຫົວໃຈຂອງພວກເຂົາ ໃນຂະນະທີ່ພວກເຮົາມີ?” ນີ້ບໍ່ແມ່ນຄວາມເລິກລັບບໍ? ກຳລັງນີ້ມາຈາກພຣະເຈົ້າ. ມັນເປັນສິ່ງທີ່ລ້ຳຄ່າຢ່າງຍິ່ງ; ມັນບໍ່ແມ່ນສິ່ງທີ່ຜູ້ຄົນມີມາແຕ່ເກີດ. ຖ້າທຸກຄົນມີມັນມາຕັ້ງແຕ່ເກີດ, ພວກເຂົາກໍຈະຄືກັນໝົດ; ໃນທ່າມກາງມະນຸດຊາດກໍຈະບໍ່ມີການຈຳແນກສູງ ຫຼື ຕໍ່າ, ສູງສົ່ງ ຫຼື ຕໍ່າຕ້ອຍ ແລະ ຈະບໍ່ມີຄວາມແຕກຕ່າງລະຫວ່າງຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ຄົນທີ່ບໍ່ເຊື່ອ. ສິ່ງທີ່ພວກເຂົາບໍ່ມີ, ເຈົ້າສາມາດມີໄດ້; ເຈົ້າສາມາດມີສິ່ງລໍ້າຄ່າທີ່ສຸດທີ່ມີຢູ່ທ່າມກາງມະນຸດຊາດ. ເປັນຫຍັງມັນຈຶ່ງຖືກເອີ້ນວ່າ ສິ່ງທີ່ລ້ຳຄ່າທີ່ສຸດ? ເປັນຍ້ອນຄວາມຫວັງ ແລະ ການຄາດຫວັງນີ້ຢ່າງແນ່ນອນ, ເຈົ້າຈຶ່ງສາມາດຈົດຈໍ່ປະຕິບັດໜ້າທີ່ຂອງຕົນໃນເຮືອນຂອງພຣະເຈົ້າໄດ້. ນີ້ແມ່ນເງື່ອນໄຂພື້ນຖານທີ່ສຸດ ເພື່ອໃຫ້ຄົນເຮົາສາມາດໄດ້ຮັບຄວາມລອດພົ້ນ. ມັນເປັນຍ້ອນການຄາດຫວັງນີ້ ເຈົ້າຈຶ່ງມີໂອກາດ ແລະ ມີຄວາມຕັ້ງໃຈເລັກນ້ອຍທີ່ຈະເສຍສະລະເພື່ອພຣະເຈົ້າ, ທີ່ຈະປະຕິບັດໜ້າທີ່ຂອງເຈົ້າໃນຖານະສິ່ງທີ່ຖືກສ້າງ ແລະ ເພື່ອເປັນຄົນດີ, ເປັນຄົນທີ່ໄດ້ຮັບຄວາມລອດພົ້ນ. ຜົນປະໂຫຍດທີ່ສິ່ງນີ້ນຳມາໃຫ້ແມ່ນຍິ່ງໃຫຍ່ຫຼາຍແທ້ໆ. ແລ້ວສິ່ງນີ້ມາຈາກໃສ? ມັນມາຈາກພຣະເຈົ້າ; ມັນຖືກມອບໃຫ້ໂດຍພຣະເຈົ້າ. ເຖິງແນວໃດກໍຕາມ, ເມື່ອພຣະເຈົ້າບໍ່ຕ້ອງການຄົນໃດຄົນໜຶ່ງອີກຕໍ່ໄປ, ສິ່ງນີ້ກໍຈະຖືກເອົາໄປ. ພວກເຂົາຈະບໍ່ປາຖະໜາ ຫຼື ຄາດຫວັງສິ່ງສວຍງາມອີກຕໍ່ໄປ; ພວກເຂົາຈະບໍ່ຝາກຄວາມຫວັງຂອງພວກເຂົາໄວ້ກັບສິ່ງເຫຼົ່ານັ້ນອີກ. ຫົວໃຈຂອງພວກເຂົາຈະມືດມົວ ແລະ ເລີ່ມຈົມລົງ. ພວກເຂົາຈະສູນເສຍຄວາມກະຕືລືລົ້ນທີ່ຈະສະແຫວງຫາສິ່ງທີ່ສວຍງາມ ຫຼື ສິ່ງທີ່ເປັນບວກ, ພ້ອມທັງຄຳສັນຍາຂອງພຣະເຈົ້າ. ພວກເຂົາກໍກາຍເປັນຄືກັບຄົນທີ່ບໍ່ເຊື່ອແທ້ໆ. ຫຼັງຈາກທີ່ສູນເສຍສິ່ງນີ້ໄປ, ພວກເຂົາຈະສາມາດຢູ່ໃນເຮືອນຂອງພຣະເຈົ້າ ແລະ ສືບຕໍ່ເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະອົງໄດ້ບໍ? ເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາບໍ່ໄດ້ສິ້ນສຸດລົງແລ້ວບໍ? ເມື່ອເຈົ້າສູນເສຍເງື່ອນໄຂເບື້ອງຕົ້ນນີ້ ຂອງການມີຄວາມຕັ້ງໃຈທີ່ຈະສະແຫວງຫາ, ເຈົ້າກໍກາຍເປັນສົບຄົນຕາຍຍ່າງໄດ້. ການເປັນ “ສົບຄົນຕາຍຍ່າງໄດ້” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຈົ້າບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ອີກຕໍ່ໄປ. ເມື່ອເຈົ້າມີເງື່ອນໄຂເບື້ອງຕົ້ນນີ້, ເຈົ້າສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ, ມີຄວາມຫວັງ, ຄວາມເຊື່ອຂອງເຈົ້າສາມາດຖືກກະຕຸ້ນ ແລະ ເງື່ອນໄຂເບື້ອງຕົ້ນນີ້ສາມາດໃຫ້ແຮງຈູງໃຈແກ່ເຈົ້າ ໃນການສະແຫວງຫາຄວາມຈິງ. ເຖິງແນວໃດກໍຕາມ, ເມື່ອເຈົ້າສູນເສຍເງື່ອນໄຂພື້ນຖານເບື້ອງຕົ້ນນີ້, ແຮງຈູງໃຈນີ້ກໍຈະຫາຍໄປ. ເຈົ້າຈະບໍ່ມີຄວາມກະຕືລືລົ້ນ ຫຼື ຄວາມສົນໃຈໃນການຟັງພຣະທຳຂອງພຣະເຈົ້າ. ຄຳສັນຍາ ແລະ ການຄາດຫວັງຈະບໍ່ເປັນທີ່ສົນໃຈ ຫຼື ສ້າງແຮງຈູງໃຈໃຫ້ເຈົ້າອີກຕໍ່ໄປ. ສຳລັບເຈົ້າແລ້ວ, ພຣະທຳຂອງພຣະເຈົ້າໄດ້ກາຍເປັນທິດສະດີລະດັບສູງ. ເຈົ້າບໍ່ພະຍາຍາມສະແຫວງຫາພວກມັນ ແລະ ພຣະເຈົ້າກໍບໍ່ໃຫ້ຄວາມສະຫວ່າງແກ່ເຈົ້າອີກຕໍ່ໄປ. ເຈົ້າບໍ່ສາມາດໄດ້ຮັບຄວາມຈິງໃດໆ ຈາກພຣະທຳຂອງພຣະເຈົ້າ. ເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້ານີ້ ບໍ່ໄດ້ສິ້ນສຸດລົງສຳລັບເຈົ້າແລ້ວບໍ? ເມື່ອມັນມາຮອດຈຸດນີ້, ພຣະເຈົ້າໄດ້ລັງກຽດ-ປະຕິເສດເຈົ້າແລ້ວ; ເຈົ້າຍັງສາມາດເຮັດໃຫ້ພຣະເຈົ້າປ່ຽນໃຈໄດ້ບໍ? ມັນຈະບໍ່ງ່າຍ. ເມື່ອພຣະເຈົ້າໄດ້ຕັດສິນໃຈວ່າ ພຣະອົງບໍ່ຕ້ອງການຄົນໃດຄົນໜຶ່ງອີກຕໍ່ໄປ, ນີ້ຄືສິ່ງທີ່ພວກເຂົາຮູ້ສຶກພາຍໃນ. ເມື່ອສິ່ງນີ້ຖືກຖອດຖອນອອກໄປ, ທັດສະນະຄະຕິຂອງເຈົ້າຕໍ່ເລື່ອງຕ່າງໆ ເຊັ່ນ: ການເຊື່ອໃນພຣະເຈົ້າ, ການເຮັດໜ້າທີ່ຂອງເຈົ້າ ແລະ ການໄດ້ຮັບຄວາມລອດພົ້ນຈະແຕກຕ່າງຈາກເມື່ອກ່ອນຢ່າງສິ້ນເຊີງ. ເມື່ອໄຕ່ຕອງກ່ຽວກັບການສະແຫວງຫາທີ່ເຄີຍກະຕືລືລົ້ນຄັ້ງໜຶ່ງຂອງເຈົ້າ, ເຈົ້າຈະເຫັນວ່າມັນເປັນສິ່ງທີ່ອະທິບາຍບໍ່ໄດ້, ເຂົ້າໃຈບໍ່ໄດ້ ແລະ ບໍ່ໜ້າເຊື່ອ. ເມື່ອເຈົ້າເຫັນວ່າມັນບໍ່ໜ້າເຊື່ອ, ໂດຍປຽບທຽບຕົວເຈົ້າໃນຕອນນີ້ກັບຕົວເຈົ້າໃນເມື່ອກ່ອນ, ສະພາວະພາຍໃນຂອງເຈົ້າຈະໄດ້ຮັບການປ່ຽນແປງທາງດ້ານຄຸນນະພາບ; ເຈົ້າຈະເປັນຄົນແຕກຕ່າງກັນຢ່າງສິ້ນເຊີງ, ເຈົ້າຈະບໍ່ແມ່ນຄົນເກົ່າຄືທີ່ເຈົ້າເຄີຍເປັນ. ເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນ? ມັນບໍ່ແມ່ນຍ້ອນສະພາບແວດລ້ອມທີ່ປ່ຽນໄປ; ມັນບໍ່ແມ່ນຍ້ອນເຈົ້າເຖົ້າລົງ ແລະ ມີເລ່ຫຼ່ຽມຫຼາຍຂຶ້ນ; ມັນບໍ່ແມ່ນຍ້ອນເຈົ້າໄດ້ຮັບປະສົບການ ແລະ ຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຊີວິດ ເຊິ່ງປ່ຽນແປງຄວາມຄິດ ແລະ ມຸມມອງຂອງເຈົ້າ. ໃນທາງກົງກັນຂ້າມ, ມັນເປັນຍ້ອນວ່າພຣະເຈົ້າໄດ້ປ່ຽນໃຈ, ຄວາມຄິດຂອງພຣະອົງໄດ້ປ່ຽນໄປ ແລະ ທັດສະນະຄະຕິ ແລະ ຄວາມຄາດຫວັງຂອງພຣະອົງຕໍ່ເຈົ້າໄດ້ປ່ຽນໄປ. ດັ່ງນັ້ນ, ເຈົ້າຈຶ່ງກາຍເປັນຄົນທີ່ແຕກຕ່າງໄປ ໂດຍທີ່ບໍ່ສາມາດຄວບຄຸມຕົນເອງໄດ້. ເມື່ອເບິ່ງໃນຕອນນີ້, ຖ້າຄົນໃດຄົນໜຶ່ງສູນເສຍສິ່ງທີ່ພຣະເຈົ້າມອບໃຫ້ ແຕ່ພວກເຂົາຖືວ່າມັນເປັນສິ່ງທີ່ນ້ອຍທີ່ສຸດ, ບໍ່ສຳຄັນທີ່ສຸດ, ໃນຈຸດນີ້ ຄົນນັ້ນຈະຕົກຢູ່ໃນຄວາມທຸກທໍລະມານ ໂດຍບໍ່ມີຄວາມສຸກເລີຍ. ສະນັ້ນ, ຢ່າໄປຮອດຈຸດນັ້ນເລີຍ. ຖ້າເຈົ້າໄປຮອດຈຸດນັ້ນ, ເຈົ້າອາດຈະຮູ້ສຶກຄືກັບວ່າໄດ້ຍົກຂອງໜັກອອກຈາກບ່າຂອງເຈົ້າ, ເປັນອິດສະຫຼະ, ຜ່ອນຄາຍ, ເຈົ້າບໍ່ຈຳເປັນຕ້ອງເຊື່ອໃນພຣະເຈົ້າ ຫຼື ເຮັດໜ້າທີ່ຂອງເຈົ້າອີກຕໍ່ໄປ ແລະ ເຈົ້າສາມາດໃຊ້ຊີວິດຢ່າງອິດສະຫຼະ ແລະ ເສເພຄືກັບຜູ້ທີ່ບໍ່ເຊື່ອ, ຄືກັບນົກທີ່ອອກຈາກກົງ. ແຕ່ນັ້ນເປັນພຽງຄວາມສະບາຍໃຈ, ຄວາມສຸກ ແລະ ຄວາມເພີດເພີນໃນຕົນເອງແບບຊົ່ວຄາວເທົ່ານັ້ນ. ເມື່ອເຈົ້າເດີນຕໍ່ໄປ, ໃຫ້ເບິ່ງເສັ້ນທາງຂ້າງໜ້າ, ເຈົ້າຈະຍັງມີຄວາມສຸກແບບນີ້ຢູ່ບໍ? ບໍ່, ເຈົ້າຈະບໍ່ມີ. ຊ່ວງເວລາທີ່ລຳບາກລໍຖ້າເຈົ້າຢູ່ຂ້າງໜ້າ! ເມື່ອເຈົ້າອາໄສຢູ່ພາຍໃຕ້ອຳນາດຂອງພຣະຜູ້ສ້າງ, ບໍ່ວ່າພຣະຜູ້ສ້າງຈະປັ້ນແຕ່ງສິ່ງຕ່າງໆ ໃຫ້ເຈົ້າແນວໃດ, ພຣະອົງຈະເຮັດຫຍັງກັບເຈົ້າ ແລະ ເຮັດແນວໃດ, ພຣະອົງຈະນຳການທົດສອບ ແລະ ຄວາມລຳບາກຍາກແຄ້ນມາໃຫ້ຫຼາຍສໍ່າໃດ, ເຈົ້າຈະທົນທຸກທໍລະມານຫຼາຍສໍ່າໃດ ຫຼື ແມ່ນແຕ່ມີຄວາມບໍ່ເຂົ້າໃຈ, ຄວາມເຂົ້າໃຈຜິດ ແລະ ສິ່ງອື່ນໆ ເກີດຂຶ້ນ, ຢ່າງໜ້ອຍທີ່ສຸດ, ເຈົ້າກໍຈະຮູ້ສຶກວ່າ ເຈົ້າຢູ່ໃນພຣະຫັດຂອງພຣະເຈົ້າ, ພຣະເຈົ້າຄືທີ່ເພິ່ງອາໄສຂອງເຈົ້າ ແລະ ຫົວໃຈຂອງເຈົ້າກໍສະຫງົບ. ແຕ່ເມື່ອພຣະເຈົ້າບໍ່ຕ້ອງການເຈົ້າອີກຕໍ່ໄປ ແລະ ເຈົ້າບໍ່ສາມາດຮັບຮູ້ໄດ້ວ່າ ພຣະເຈົ້າປະຕິບັດຕໍ່ເຈົ້າແນວໃດອີກຕໍ່ໄປ ແລະ ເຈົ້າສູນເສຍທີ່ເພິ່ງອາໄສນີ້, ມັນກໍຄືກັບວ່າໂລກທັງໃບພັງທະລາຍລົງມາອ້ອມຕົວເຈົ້າ. ມັນຄືກັບຕອນທີ່ເຈົ້າຍັງນ້ອຍ ແລະ ເຈົ້າຄິດພຽງແຕ່ວ່າ “ແມ່ເປັນຄົນທີ່ໜ້າຮັກທີ່ສຸດ, ແມ່ເປັນຫ່ວງ ແລະ ຮັກຂ້ອຍທີ່ສຸດ, ແມ່ຕາຍບໍ່ໄດ້”. ເຈົ້າທົນບໍ່ໄດ້ ເມື່ອໄດ້ຍິນວ່າແມ່ຂອງເຈົ້າເຈັບປ່ວຍ. ເຈົ້າຄິດວ່າ ຖ້າແມ່ຂອງເຈົ້າຕາຍໄປແທ້ໆ, ທ້ອງຟ້າກໍຈະພັງທະລາຍລົງມາ ແລະ ເຈົ້າກໍຈະບໍ່ມີທາງທີ່ຈະມີຊີວິດຢູ່ຕໍ່ໄປ. ເຫດຜົນດຽວກັນນີ້ກໍໃຊ້ກັບການເຊື່ອໃນພຣະເຈົ້າ. ຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີທີ່ຍິ່ງໃຫຍ່ທີ່ສຸດໃນຄວາມເຊື່ອທີ່ຄົນໆໜຶ່ງມີໃນພຣະເຈົ້າ ມາຈາກການເພິ່ງພາອາໄສພຣະເຈົ້າ, ການເຊື່ອວ່າໂຊກຊະຕາຂອງຄົນເຮົາຢູ່ໃນພຣະຫັດຂອງພຣະຜູ້ສ້າງ. ຄວາມຮູ້ສຶກໝັ້ນຄົງຂອງຄົນໆ ໜຶ່ງມາຈາກການມີຄວາມໄວ້ວາງໃຈ ແລະ ການເພິ່ງພາອາໄສທີ່ແທ້ຈິງນີ້. ເມື່ອເຈົ້າຮູ້ສຶກວ່າຄວາມໄວ້ວາງໃຈ ແລະ ການເພິ່ງພາອາໄສນີ້ໝົດໄປ ແລະ ຫົວໃຈຂອງເຈົ້າຮູ້ສຶກຫວ່າງເປົ່າ, ຄືກັບຂຸມທີ່ຖືກຂຸດໃໝ່, ທ້ອງຟ້າຂອງເຈົ້າບໍ່ໄດ້ພັງທະລາຍລົງມາແລ້ວບໍ? ເຈົ້າມີກຳລັງທີ່ຈະມີຊີວິດຢູ່ຕໍ່ໄປບໍ ເມື່ອເຈົ້າສູນເສຍທີ່ເພິ່ງອາໄສຂອງເຈົ້າ? ຄົນປະເພດນີ້ກໍຄືກັບສົບຄົນຕາຍຍ່າງໄດ້, ພຽງແຕ່ກິນຢ່າງພາໂລ ເພື່ອລໍຖ້າຈຸດຈົບຂອງພວກເຂົາ.
ຕອນນີ້, ບາງຄົນສະແດງພຶດຕິກຳທີ່ບໍ່ດີຢ່າງສະໝໍ່າສະເໝີ ແລະ ເຮັດຄວາມຊົ່ວຢ່າງຕໍ່ເນື່ອງ ແລະ ຂັດຂວາງ, ລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ແມ່ນແຕ່ເຖິງຂັ້ນທີ່ກໍ່ໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງ ຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ພວກເຂົາບໍ່ເຄີຍສະແດງຄວາມຈິງໃຈ ຫຼື ຄວາມຈົງຮັກພັກດີຕໍ່ພຣະເຈົ້າ, ຍິ່ງບໍ່ຕ້ອງເວົ້າເຖິງການອ່ອນນ້ອມໃດໆ. ດັ່ງນັ້ນ, ພຣະເຈົ້າບໍ່ເຄີຍຍອມຮັບພວກເຂົາຈັກເທື່ອ. ພວກເຂົາເປັນຄົນຊົ່ວຊ້າທີ່ແຊກຊຶມເຂົ້າມາໃນເຮືອນຂອງພຣະເຈົ້າ ດ້ວຍຄວາມຕັ້ງໃຈເພື່ອຮັບພອນ. ພຣະເຈົ້າອະນຸຍາດໃຫ້ພວກເຂົາເຂົ້າມາເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກສາມາດຮຽນຮູ້ບົດຮຽນ ແລະ ເຕີບໂຕໃນການແຍກແຍະ. ເຖິງແມ່ນວ່າພວກເຂົາຈະຢູ່ໃນກຸ່ມຜູ້ທີ່ຖືກເອີ້ນ, ພວກເຂົາກໍບໍ່ໄດ້ຖືກເລືອກຍ້ອນພຶດຕິກຳທີ່ພວກເຂົາສະແດງອອກຢ່າງສະໝໍ່າສະເໝີ. ສະພາບຂອງພວກເຂົາເປັນແນວໃດ? ພວກເຈົ້າສາມາດສອບຖາມໄດ້; ຊີວິດຂອງພວກເຂົາບໍ່ມີໃຜດີເລີຍ. ຄຸນນະພາບຊີວິດຂອງຜູ້ທີ່ເພິ່ງພາອາໄສພຣະເຈົ້າ ແລະ ຮັບການສະໜອງຂອງພຣະອົງທຸກເວລາ, ທຸກສະຖານທີ່ ແມ່ນແຕກຕ່າງຢ່າງສິ້ນເຊີງຈາກຜູ້ທີ່ບໍ່ໄດ້ຮັບການສະໜອງ ແລະ ການຊ່ວຍເຫຼືອຂອງພຣະເຈົ້າ ແລະ ຕົກຢູ່ໃນຂຸມເລິກຢູ່ສະເໝີ ເມື່ອພວກເຂົາຜະເຊີນໜ້າກັບສະຖານະການຕ່າງໆ. ຜູ້ທີ່ບໍ່ໄດ້ຮັບການສະໜອງຂອງພຣະເຈົ້າ ກໍບໍ່ມີຄວາມສະຫງົບສຸກ ຫຼື ຄວາມປິຕິຍິນດີ, ຕະຫຼອດທັງວັນພວກເຂົາປະສົບກັບຄວາມຢ້ານກົວ, ຄວາມບໍ່ສະບາຍໃຈ, ຄວາມກະວົນກະວາຍ ແລະ ຄວາມກັງວົນ. ພວກເຂົາໃຊ້ຊີວິດແບບໃດ? ການໃຊ້ຊີວິດຂອງຄົນໃດຄົນໜຶ່ງໃນຂຸມເລິກເປັນເລື່ອງງ່າຍບໍ? ບໍ່, ມັນບໍ່ງ່າຍ. ບໍ່ຕ້ອງເວົ້າເຖິງຂຸມເລິກນີ້, ແມ່ນແຕ່ຖ້າເຈົ້າໃຊ້ເວລາສອງສາມມື້ຕິດຕໍ່ກັນໃນພາວະລົບ, ເຈົ້າກໍຈະທົນທຸກທໍລະມານຢ່າງມະຫາສານ. ສະນັ້ນ, ຈົ່ງທະນຸຖະໜອມເວລາໃນປັດຈຸບັນ ແລະ ຢ່າພາດໂອກາດທີ່ດີນີ້. ມັນເປັນກຽດທີ່ຈະໄດ້ປະຕິບັດໜ້າທີ່ຂອງເຈົ້າ ໃນວຽກງານຄຸ້ມຄອງຫົກພັນປີຂອງພຣະເຈົ້າ. ນີ້ເປັນກຽດສຳລັບທຸກຄົນ. ມັນບໍ່ແມ່ນເລື່ອງທີ່ໜ້າອັບອາຍ; ສິ່ງສຳຄັນແມ່ນວິທີທີ່ເຈົ້າປະຕິບັດ ແລະ ຕອບແທນກຽດນີ້ທີ່ເຈົ້າໄດ້ຮັບຈາກພຣະເຈົ້າ. ພຣະເຈົ້າໄດ້ຍົກເຈົ້າຂຶ້ນ; ຢ່າລົ້ມເຫຼວທີ່ຈະຂອບຄຸນຄວາມເມດຕາຂອງພຣະອົງ. ເຈົ້າຄວນຮູ້ຕອບແທນພຣະຄຸນຂອງພຣະເຈົ້າ. ເຈົ້າຄວນຕອບແທນມັນແນວໃດ? ພຣະເຈົ້າບໍ່ຕ້ອງການເງິນ ຫຼື ຊີວິດຂອງເຈົ້າ ແລະ ພຣະອົງບໍ່ປາຖະໜາສົມບັດທີ່ສືບທອດກັນມາຜ່ານຄອບຄົວຂອງເຈົ້າ. ພຣະເຈົ້າຕ້ອງການຫຍັງ? ພຣະເຈົ້າປາຖະໜາຄວາມຈິງໃຈ ແລະ ຄວາມຈົງຮັກພັກດີຂອງເຈົ້າ. ຄວາມຈິງໃຈ ແລະ ຄວາມຈົງຮັກພັກດີນີ້ສະແດງອອກແນວໃດ? ວິທີທີ່ມັນສະແດງອອກກໍຄື ບໍ່ວ່າພຣະເຈົ້າຈະກ່າວຫຍັງ, ເຈົ້າຄວນພະຍາຍາມສຸດຄວາມສາມາດ ເພື່ອມອບຫົວໃຈທີ່ຈິງໃຈ ແລະ ເຮັດຕາມພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າແມ່ນຫຍັງ? ພວກມັນຄືຄວາມຈິງ. ເມື່ອເຈົ້າຮັບຮູ້ ແລະ ຍອມຮັບເອົາຄວາມຈິງແລ້ວ, ເຈົ້າຄວນນຳໃຊ້ມັນແນວໃດ? ເຈົ້າຄວນປະຕິບັດຕາມຫຼັກການຄວາມຈິງ. ຈົ່ງເຮັດຕາມທີ່ພຣະເຈົ້າກ່າວຢ່າງເຂັ້ມງວດ. ຢ່າເວົ້າພຽງແຕ່ປາກເປົ່າວ່າຈະປະຕິບັດຄວາມຈິງ ແລ້ວກໍກະທຳຕາມຄວາມປະສົງຂອງເຈົ້າເອງ ເມື່ອຜະເຊີນໜ້າກັບສະຖານະການ, ຕໍ່ມາກໍຫາຂໍ້ອ້າງ ແລະ ເວົ້າຄຳທີ່ປອມແປງ ແລະ ຫຼອກລວງ, ນີ້ຄືການຂາດຄວາມຈິງໃຈ ແລະ ຄວາມຈົງຮັກພັກດີ ແລະ ພຣະເຈົ້າບໍ່ປາຖະໜາທີ່ຈະເຫັນສິ່ງນີ້. ສິ່ງທີ່ລ້ຳຄ່າທີ່ສຸດໃນຄົນໃດຄົນໜຶ່ງຄືຄວາມຈິງໃຈ. ຄົນທີ່ມີຄວາມຈິງໃຈຄວນປະພຶດຕົນແນວໃດ? ເຈົ້າຄວນເຮັດຕາມທີ່ພຣະເຈົ້າຮຽກຮ້ອງທຸກປະການ, ປະຕິບັດຕາມພຣະທຳຂອງພຣະເຈົ້າຢູ່ເລື້ອຍໄປ. ເຖິງແມ່ນວ່າເຈົ້າຈະເຮັດເກີນໄປ ແລະ ກະທຳຄືກັບວ່າເຈົ້າກຳລັງປະຕິບັດຕາມລະບຽບການ, ໂດຍທີ່ຄົນອື່ນເຫັນວ່າເຈົ້າໂງ່ຈ້າເມື່ອພວກເຂົາເຫັນສິ່ງນີ້, ເຈົ້າກໍຍັງບໍ່ສົນໃຈ ແລະ ສືບຕໍ່ກະທຳຕາມພຣະທຳຂອງພຣະເຈົ້າ, ນີ້ຄືຄວາມຈິງໃຈທີ່ພຣະເຈົ້າຕ້ອງການຈາກຜູ້ຄົນ. ຖ້າເຈົ້າໃຊ້ເລ່ຫຼ່ຽມ ແລະ ເຈົ້າເລ່ຢູ່ສະເໝີ ແລະ ບໍ່ເຄີຍເຕັມໃຈທີ່ຈະຖືກເບິ່ງວ່າເປັນຄົນໂງ່ໃນສາຍຕາຂອງຄົນອື່ນ, ທີ່ຈະທົນທຸກກັບການສູນເສຍຜົນປະໂຫຍດຂອງຕົນເອງແມ່ນແຕ່ໜ້ອຍດຽວ, ແລ້ວເຈົ້າກໍບໍ່ສາມາດປະຕິບັດຄວາມຈິງໄດ້ ເພາະເຈົ້າຂາດຄວາມຈິງໃຈ. ຄົນທີ່ຂາດຄວາມຈິງໃຈ ແລະ ຍັງພະຍາຍາມໃຊ້ກົນອຸບາຍທີ່ຫຼອກລວງແມ່ນສະຫຼາດເກີນໄປ ແລະ ພຣະເຈົ້າບໍ່ມັກພວກເຂົາ. ເມື່ອພວກເຂົາປະຕິບັດພຣະທຳຂອງພຣະເຈົ້າ, ພວກເຂົາເລືອກ, ປະຕິບັດພຽງແຕ່ສິ່ງທີ່ເປັນປະໂຫຍດຕໍ່ພວກເຂົາ ແລະ ຫຼີກລ່ຽງສິ່ງທີ່ບໍ່ເປັນປະໂຫຍດ. ໂດຍປົກກະຕິແລ້ວ ພວກເຂົາເວົ້າຈາອ່ອນຫວານ, ເວົ້າແຕ່ແນວຄິດທີ່ຟັງເບິ່ງຄືຍິ່ງໃຫຍ່, ແຕ່ເມື່ອມີບັນຫາເກີດຂຶ້ນ, ພວກເຂົາກໍລີ້, ຫາຍໄປໂດຍບໍ່ມີຮ່ອງຮອຍ ແລະ ກັບມາປາກົດຕົວອີກຄັ້ງ ຫຼັງຈາກທີ່ຄົນອື່ນແກ້ໄຂບັນຫາແລ້ວ. ຄົນດັ່ງກ່າວເປັນຄົນສາມານແບບໃດກັນ? ເມື່ອມີສິ່ງໃດທີ່ເປັນປະໂຫຍດຕໍ່ພວກເຂົາ, ພວກເຂົາກໍລິເລີ່ມ ແລະ ກ້າວອອກມາ, ພວກເຂົາມີຄວາມຫ້າວຫັນຫຼາຍກວ່າຄົນອື່ນ. ເຖິງແນວໃດກໍຕາມ, ເມື່ອຜົນປະໂຫຍດສ່ວນຕົວຂອງພວກເຂົາຕົກຢູ່ໃນຄວາມສ່ຽງ, ພວກເຂົາກໍຖອຍຫຼັງ ແລະ ກາຍເປັນຄົນຄິດລົບ. ພວກເຂົາສູນເສຍຄຳເວົ້າທີ່ຟັງດູດີ, ທ່າທີ່ ແລະ ມຸມມອງຂອງພວກເຂົາທັງໝົດ. ພຣະເຈົ້າບໍ່ມັກຄົນປະເພດນີ້. ພຣະອົງຍອມມີຄົນທີ່ເບິ່ງຄືວ່າໂງ່ຈ້າໃນສາຍຕາຂອງຄົນອື່ນ ດີກວ່າທີ່ຈະມີຄົນເຈົ້າເລ່ແບບນີ້.
XII. ການສົນທະນາເລື່ອງການເມືອງ
ພວກເຮົາໄດ້ໂອ້ລົມກັນແລ້ວກ່ຽວກັບບັນຫາສິບເອັດຢ່າງທີ່ຢູ່ໃນຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ນອກເໜືອໄປຈາກບັນຫາສິບເອັດຢ່າງນັ້ນ, ໃຫ້ພວກເຮົາເພີ່ມອີກໜຶ່ງຢ່າງ. ເຖິງແມ່ນວ່າມັນຈະບໍ່ຄ່ອຍເຫັນໃນຊີວິດຄຣິສຕະຈັກ, ມັນຈຳເປັນຕ້ອງໄດ້ຍົກຂຶ້ນມາກ່າວເຖິງໃນບ່ອນນີ້, ເຊິ່ງເຮັດໃຫ້ມັນກາຍເປັນບັນຫາທີສິບສອງ ນັ້ນກໍຄື ການສົນທະນາເລື່ອງການເມືອງ. ການສົນທະນາຫົວຂໍ້ທາງການເມືອງໃນຊີວິດຄຣິສຕະຈັກເປັນສິ່ງທີ່ເໝາະສົມບໍ? (ບໍ່.) ຊີວິດຄຣິສຕະຈັກແມ່ນສຳລັບການອ່ານພຣະທຳຂອງພຣະເຈົ້າ, ການນະມັດສະການພຣະເຈົ້າ ແລະ ການແບ່ງປັນຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ຈາກປະສົບການກ່ຽວກັບພຣະທຳຂອງພຣະເຈົ້າ. ເຖິງແນວໃດກໍຕາມ, ໃນລະຫວ່າງເວລານີ້, ບາງຄົນກໍຍົກເອົາເລື່ອງການເມືອງມາເວົ້າຢ່າງບໍ່ຂາດປາກ, ເຊັ່ນ: ສະຖານະການທາງການເມືອງ, ບຸກຄົນສຳຄັນທາງການເມືອງ, ພາບລວມທາງການເມືອງ, ມຸມມອງທາງການເມືອງ ແລະ ທ່າທີ່ທາງການເມືອງ. ສິ່ງນີ້ເໝາະສົມບໍ? ເມື່ອສົນທະນາຫົວຂໍ້ກ່ຽວກັບການທີ່ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ ແລະ ມະນຸດຊາດ, ບາງຄົນກໍນຳໃຊ້ແນວຄິດແບບຕາຍຕົວວ່າ ບຸກຄົນສຳຄັນທາງການເມືອງກໍຢູ່ໃນພຣະຫັດຂອງພຣະເຈົ້າເຊັ່ນກັນ, ໂດຍກ່າວວ່າບຸກຄົນສຳຄັນທາງການເມືອງບາງຄົນກໍເຊື່ອ ແລະ ຕິດຕາມພຣະເຈົ້າ ແລະ ແມ່ນແຕ່ຂຽນບັນທຶກຝ່າຍວິນຍານ ແລະ ອື່ນໆ ອີກທີ່ຄ້າຍຄືກັນ. ສິ່ງນີ້ບໍ່ແມ່ນການເຮັດໃຫ້ຄົນອື່ນສັບສົນບໍ? ເຖິງກັບມີບາງຄົນທີ່ກ່າວວ່າ “ພວກເຮົາຊາວຄຣິສຕຽນຄວນສະໜັບສະໜູນນັກການເມືອງຄົນນີ້ ເພາະພວກເຂົາບໍ່ພຽງແຕ່ເປັນຜູ້ເຊື່ອ, ແຕ່ຍັງປົກປ້ອງຜົນປະໂຫຍດຂອງພວກເຮົາຜູ້ເຊື່ອອີກດ້ວຍ. ພວກເຂົາມີຈຸດຢືນດຽວກັນກັບພວກເຮົາ ແລະ ພວກເຮົາຄວນສະໜັບສະໜູນ ແລະ ເລືອກຕັ້ງພວກເຂົາ”. ໃນຊີວິດຄຣິສຕະຈັກ, ພວກເຂົາເຖິງກັບສົ່ງເສີມບຸກຄົນສຳຄັນທາງການເມືອງຄົນນີ້ຢ່າງກວ້າງຂວາງ. ສິ່ງນີ້ເໝາະສົມບໍ? ຊາວຄຣິສຕຽນມີສ່ວນຮ່ວມໃນການເມືອງບໍ? (ບໍ່.) ເຈົ້າສາມາດເຮັດຫຍັງໄດ້ແດ່ ເພື່ອຫຼີກລ່ຽງການມີສ່ວນຮ່ວມ? ກ່ອນອື່ນ, ບໍ່ວ່າເຈົ້າຈະສະໜັບສະໜູນພັກການເມືອງໃດ ຫຼື ມຸມມອງທາງການເມືອງຂອງເຈົ້າຈະເປັນແນວໃດ, ຢ່ານຳເອົາພວກມັນເຂົ້າມາສົນທະນາໃນຊີວິດຄຣິສຕະຈັກ. ແນ່ນອນ, ສິ່ງທີ່ສຳຄັນຍິ່ງກວ່ານັ້ນກໍຄື ການໂຕ້ຖຽງລະຫວ່າງຜູ້ທີ່ມີມຸມມອງທາງການເມືອງທີ່ແຕກຕ່າງກັນ ກໍບໍ່ຄວນເກີດຂຶ້ນໃນຊີວິດຄຣິສຕະຈັກເຊັ່ນກັນ. ຕົວຢ່າງ: ຖ້າເຈົ້າ ແລະ ຄົນອື່ນມີມຸມມອງທີ່ແຕກຕ່າງກັນ ແລະ ສະໜັບສະໜູນບຸກຄົນສຳຄັນທາງການເມືອງທີ່ແຕກຕ່າງກັນ, ພວກເຈົ້າອາດຈະຢາກສົນທະນາກັນເມື່ອພວກເຈົ້າພົບກັນ; ສິ່ງນີ້ແມ່ນອະນຸຍາດໃຫ້ເຮັດໄດ້, ແຕ່ເຈົ້າບໍ່ສາມາດເຮັດໄດ້ເດັດຂາດໃນການເຕົ້າໂຮມ. ເຈົ້າທັງສອງສາມາດສົ່ງຂໍ້ຄວາມສ່ວນຕົວ, ເຈົ້າສາມາດນັດພົບ ແລະ ເວົ້າລົມກັນ ຫຼື ເຈົ້າເຖິງກັບສາມາດຖຽງກັນຈົນໜ້າແດງກໍໄດ້ ແລະ ຈະບໍ່ມີໃຜແຊກແຊງ; ນີ້ແມ່ນສິດທິຂອງພົນລະເມືອງພາຍໃຕ້ລະບົບປະຊາທິປະໄຕ. ແຕ່ໃນຊ່ວງເວລາຂອງຊີວິດຄຣິສຕະຈັກ, ເຈົ້າບໍ່ພຽງແຕ່ເປັນພົນລະເມືອງຂອງປະເທດໃດໜຶ່ງ; ສິ່ງທີ່ສຳຄັນກວ່ານັ້ນ, ເຈົ້າເປັນສະມາຊິກຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ໃນສະພາບການນີ້, ນັ້ນຄືຕົວຕົນຂອງເຈົ້າ. ຢ່ານຳເອົາຫົວຂໍ້ທາງການເມືອງ ຫຼື ຫົວຂໍ້ທີ່ກ່ຽວຂ້ອງກັບບຸກຄົນສຳຄັນທາງການເມືອງເຂົ້າມາໃນຄຣິສຕະຈັກ. ສິ່ງທີ່ເຈົ້າສົນທະນາເປັນພຽງຕົວແທນຂອງທ່າທີ່ ແລະ ມຸມມອງສ່ວນຕົວຂອງເຈົ້າ, ບໍ່ແມ່ນຂອງຄຣິສຕະຈັກ. ຄຣິສຕະຈັກບໍ່ສົນໃຈເລື່ອງການເມືອງ, ທັງບໍ່ສົນໃຈລະບົບ, ບຸກຄົນ, ຜູ້ນຳ ຫຼື ກຸ່ມການເມືອງໃດໆ, ເພາະເລື່ອງເຫຼົ່ານີ້ບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ບໍ່ກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າ. ຫົວຂໍ້ໃດກໍຕາມທີ່ກ່ຽວຂ້ອງກັບການເມືອງບໍ່ຄວນຖືກນຳມາສົນທະນາກັນໃນຊີວິດຄຣິສຕະຈັກ. ບາງຄົນກ່າວວ່າ “ແລ້ວມັນຈະເປັນຫຍັງບໍ ຖ້າທຸກຄົນນັດພົບກັນ ແລະ ສົນທະນາເລື່ອງນີ້ຢູ່ນອກຊີວິດຄຣິສຕະຈັກ?” ທາງທີ່ດີທີ່ສຸດແມ່ນບໍ່ຄວນເຮັດ. ຖ້າເຈົ້າຕ້ອງການເຂົ້າຮ່ວມການສົນທະນາທ່າມກາງຄົນທີ່ບໍ່ເຊື່ອທີ່ມີມຸມມອງທາງການເມືອງແຕກຕ່າງກັນ, ນັ້ນກໍແລ້ວແຕ່ເຈົ້າ; ນັ້ນແມ່ນເສລີພາບຂອງເຈົ້າ ແລະ ເຮືອນຂອງພຣະເຈົ້າຈະບໍ່ແຊກແຊງ. ແຕ່ຕາບໃດທີ່ສະມາຊິກຄຣິສຕະຈັກມາເຕົ້າໂຮມກັນ ຫຼື ໃນລະຫວ່າງເວລາການເຕົ້າໂຮມທີ່ເປັນທາງການ, ຢ່ານຳເອົາມຸມມອງ ຫຼື ການໂຕ້ຖຽງທາງການເມືອງເຫຼົ່ານີ້ມາເປັນຫົວຂໍ້ຫຼັກ ແລະ ຢ່າທຳທ່າວ່າມຸມມອງທາງການເມືອງຂອງເຈົ້າມີຄວາມກ່ຽວຂ້ອງໃດໆ ກັບພຣະທຳຂອງພຣະເຈົ້າ, ຄວາມຈິງ ຫຼື ອຳນາດສູງສຸດຂອງພຣະເຈົ້າ. ມຸມມອງທາງການເມືອງຂອງເຈົ້າບໍ່ມີຄວາມກ່ຽວຂ້ອງກັບຄວາມຈິງໂດຍສິ້ນເຊີງ, ພວກມັນບໍ່ໄດ້ໃກ້ຄຽງກັນເລີຍແມ່ນແຕ່ໜ້ອຍດຽວ, ສະນັ້ນ ຢ່າທຳທ່າ!
ບາງຄົນຕ້ອງການເວົ້າເລື່ອງການເມືອງ ແຕ່ບໍ່ມີໃຜສົນທະນາຫົວຂໍ້ນີ້ກັບພວກເຂົາຢູ່ເຮືອນ, ສະນັ້ນ ການສົນທະນາຈຶ່ງບໍ່ສາມາດເກີດຂຶ້ນໄດ້. ເມື່ອເຫັນວ່າອ້າຍເອື້ອຍນ້ອງລ້ວນແຕ່ເປັນຜູ້ໃຫຍ່, ພວກເຂົາກໍເຊື່ອວ່າພວກເຂົາໄດ້ພົບຊ່ອງທາງໃນການສົນທະນາເລື່ອງການເມືອງ ແລະ ລະບາຍມຸມມອງທາງການເມືອງຂອງພວກເຂົາ. ພວກເຂົາຕື່ນເຕັ້ນທີ່ໄດ້ພົບໂອກາດທີ່ດີນີ້, ຕ້ອງການເວົ້າກ່ຽວກັບມຸມມອງທາງການເມືອງ, ເຫດການປັດຈຸບັນ ແລະ ສະຖານະການລະຫວ່າງປະເທດ. ເມື່ອສົນທະນາເລື່ອງເຫຼົ່ານີ້, ພວກເຂົາກໍເລີ່ມຕົ້ນດ້ວຍ “ທັງໝົດນີ້ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ. ການເມືອງຂອງມະນຸດຊາດ ແລະ ນັກການເມືອງເຫຼົ່ານີ້ກໍຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າເຊັ່ນກັນ. ພວກເຂົາຖືກກຳນົດໂດຍພຣະເຈົ້າ”. ຫຼັງຈາກອະລຳພະບົດນີ້, ພວກເຂົາກໍເລີ່ມສົນທະນາເລື່ອງການເມືອງ ແລະ ເຫດການປັດຈຸບັນຢ່າງບໍ່ຂາດປາກ ແລະ ສະຫຼຸບດ້ວຍ “ການເມືອງບໍ່ສາມາດຫຼີກໜີຈາກອຳນາດສູງສຸດຂອງພຣະເຈົ້າໄດ້; ທັງໝົດລ້ວນແຕ່ມີເຈດຕະນາດີຂອງພຣະເຈົ້າ”. ຖ້າຜູ້ຄົນເບິ່ງເລື່ອງເຫຼົ່ານີ້ບໍ່ອອກ, ພວກເຂົາກໍບໍ່ຄວນເວົ້າກ່ຽວກັບມັນຢ່າງເລິນເລີ້. ການໂອ້ລົມຄວາມຈິງກໍຄືການໂອ້ລົມຄວາມຈິງ; ຢ່າສົນທະນາເລື່ອງການເມືອງ ຫຼື ບຸກຄົນສຳຄັນທາງການເມືອງ. ການສົນທະນາເລື່ອງການເມືອງບໍ່ແມ່ນການໂອ້ລົມຄວາມຈິງ, ມັນເປັນການນໍາພາຜູ້ຄົນຢ່າງຜິດໆ. ຖ້າເຈົ້າຕ້ອງການເວົ້າເລື່ອງການເມືອງ, ໃຫ້ຊອກຫາກຸ່ມຄົນທີ່ຮັກການເມືອງ ແລະ ໄປເວົ້າກັບພວກເຂົາເອງ; ເຈົ້າຈະສາມາດເວົ້າໄດ້ຈົນພໍໃຈ. ເຈົ້າຕັ້ງໃຈເຮັດຫຍັງ ໂດຍການເວົ້າກ່ຽວກັບຫົວຂໍ້ເຫຼົ່ານີ້ ໃນຄຣິສຕະຈັກຢູ່ສະເໝີ? ເຈົ້າຕັ້ງໃຈເຮັດໃຫ້ຄົນອື່ນຊົມເຊີຍເຈົ້າ ແລະ ເລືອກເຈົ້າເປັນຜູ້ນໍາບໍ? ນີ້ຄືການມີເຈດຕະນາແອບແຝງ! ຄົນທີ່ມັກເວົ້າເລື່ອງການເມືອງແມ່ນຄົນທີ່ບໍ່ໄດ້ເຮັດໜ້າທີ່ທີ່ເໝາະສົມຂອງພວກເຂົາ ແລະ ແນ່ນອນວ່າບໍ່ແມ່ນຜູ້ທີ່ສະແຫວງຫາຄວາມຈິງ. ຢ່າສົນທະນາຫົວຂໍ້ທາງການເມືອງໃນການເຕົ້າໂຮມຂອງຄຣິສຕະຈັກເດັດຂາດ. ບາງຄົນກ່າວວ່າ “ຖ້າພວກເຮົາບໍ່ສາມາດເວົ້າກ່ຽວກັບການເລືອກຕັ້ງແບບປະຊາທິປະໄຕ, ລະບົບການເມືອງ ແລະ ນະໂຍບາຍຂອງປະເທດເສລີ, ແລ້ວເລື່ອງການເມືອງ ແລະ ເລື່ອງອັບປະຍົດກ່ຽວກັບເຈົ້າໜ້າທີ່ລະດັບສູງໃນປະເທດຂອງພະຍານາກໃຫຍ່ສີແດງ ເຊັ່ນ: ເຈົ້າໜ້າທີ່ສໍ້ລາດບັງຫຼວງໄດ້ຮັບຄຳຫຼາຍສໍ່າໃດ ແລະ ລາວມີເມຍນ້ອຍຈັກຄົນ ເດ? ພວກເຮົາສາມາດສົນທະນາເລື່ອງເຫຼົ່ານີ້ໄດ້ບໍ?” ຫົວຂໍ້ເຫຼົ່ານີ້ບໍ່ໄດ້ເຮັດໃຫ້ເຈົ້າລັງກຽດບໍ? ເປັນຫຍັງເຈົ້າຈຶ່ງສົນໃຈເລື່ອງທີ່ໜ້າລັງກຽດເຫຼົ່ານີ້ຫຼາຍແທ້? ເປັນຫຍັງເຮົາຈຶ່ງຮູ້ສຶກວ່າການສົນໃຈ ແລະ ການອ່ານກ່ຽວກັບເລື່ອງເຫຼົ່ານີ້ຈຶ່ງໜ້າລັງກຽດ? ບາງຄົນສົນໃຈເລື່ອງເຫຼົ່ານີ້ເປັນພິເສດ, ບໍ່ເຫັນວ່າມັນໜ້າລັງກຽດເລີຍ. ພວກເຂົາເຕັມໃຈທີ່ຈະອ່ານກ່ຽວກັບເລື່ອງເຫຼົ່ານີ້ໃນອອນລາຍ, ເຮັດແບບນັ້ນເມື່ອໃດກໍຕາມທີ່ພວກເຂົາມີເວລາ. ຫົວໃຈຂອງພວກເຂົາຮູ້ສຶກສະບາຍ, ປອດໄພ ແລະ ເຕັມອີ່ມເມື່ອພວກເຂົາອ່ານກ່ຽວກັບເລື່ອງເຫຼົ່ານີ້. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ສຶກເຕັມອີ່ມແບບນີ້ເມື່ອອ່ານພຣະທຳຂອງພຣະເຈົ້າ? ນີ້ບໍ່ແມ່ນສິ່ງທີ່ຊົ່ວຮ້າຍໜ້ອຍໜຶ່ງບໍ? ນີ້ບໍ່ແມ່ນການລະເລີຍໜ້າທີ່ທີ່ເໝາະສົມບໍ? ໃນລະຫວ່າງເວລາທີ່ດີແບບນີ້, ແມ່ນແຕ່ການຍ່າງຫຼິ້ນໃນເດີ່ນ, ການສູບຫາຍໃຈເອົາອາກາດບໍລິສຸດ ແລະ ການຊົມວິວ ກໍຈະເຮັດໃຫ້ອາລົມຂອງເຈົ້າດີຂຶ້ນ. ແຕ່ບາງຄົນປະຕິເສດທີ່ຈະເຮັດສິ່ງເຫຼົ່ານີ້; ໃນທາງກົງກັນຂ້າມ, ເມື່ອໃດກໍຕາມທີ່ພວກເຂົາມີເວລາຫວ່າງ ພວກເຂົາກໍພຽງແຕ່ຈ້ອງເບິ່ງຄອມພິວເຕີ, ກວດເບິ່ງຂ່າວ, ຮວບຮວມເລື່ອງນິນທາ ນັ້ນກໍຄື ເຈົ້າໜ້າທີ່ສໍ້ລາດບັງຫຼວງຄົນໃດຖືກພົບວ່າມີເມຍນ້ອຍຈັກຄົນ, ຊັບສິນຂອງເຈົ້າໜ້າທີ່ສໍ້ລາດບັງຫຼວງຄົນໃດຖືກຍຶດຈາກເຮືອນຂອງພວກເຂົາຫຼາຍສໍ່າໃດ, ຜູ້ມີອຳນາດລະດັບສູງຂອງພະຍານາກໃຫຍ່ສີແດງຄົນໃດໂຄ່ນລົ້ມໃຜ ຫຼື ໃຜລອບສັງຫານໃຜ. ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຂົາມັກສົນໃຈ. ພວກເຂົາຮູ້ສຶກເຕັມໄປດ້ວຍຄວາມຮູ້ຫຼັງຈາກທີ່ຮວບຮວມຂໍ້ມູນນີ້ ເຊິ່ງຈາກນັ້ນພວກເຂົາກໍຈະຖອກເທໃຫ້ທຸກຄົນໃນການເຕົ້າໂຮມ. ນີ້ບໍ່ແມ່ນການເຜີຍແຜ່ຢາພິດບໍ? ມັນບໍ່ແມ່ນເລື່ອງປົກກະຕິແລ້ວບໍ ທີ່ມານຮ້າຍທີ່ຊົ່ວຮ້າຍເຫຼົ່ານັ້ນຈະກະທຳຄວາມຜິດ? ບາງຄົນກ່າວວ່າ “ມັນເປັນເລື່ອງປົກກະຕິທີ່ພວກເຂົາຈະກະທຳຄວາມຜິດ, ແຕ່ເຈົ້າຄົງຈະບໍ່ສາມາດຈິນຕະນາການເຖິງສິ່ງຊົ່ວຮ້າຍບາງຢ່າງທີ່ພວກເຂົາເຮັດໄດ້”. ການໃຊ້ຈິນຕະນາການຄິດຫາພວກມັນມີປະໂຫຍດຫຍັງ? ເຈົ້າໄດ້ຮັບສະໝອງເພື່ອໃຫ້ເຈົ້າສາມາດຈິນຕະນາການເຖິງສິ່ງຊົ່ວຮ້າຍທີ່ພວກເຂົາເຮັດບໍ? ນີ້ບໍ່ແມ່ນການລະເລີຍໜ້າທີ່ທີ່ເໝາະສົມຂອງເຈົ້າບໍ? ເຈົ້າຄິດວ່າການຮູ້ຈັກຄວາມຊົ່ວຮ້າຍບາງຢ່າງທີ່ບໍ່ສາມາດຈິນຕະນາການໄດ້ ເຮັດໃຫ້ເຈົ້າຢູ່ເໜືອກວ່າບໍ? ເຈົ້າສາມາດໄດ້ຮັບຫຍັງຈາກສິ່ງນີ້? ມັນຈະບໍ່ພຽງແຕ່ເຮັດໃຫ້ເຈົ້າຮູ້ສຶກລັງກຽດຫຼາຍຂຶ້ນບໍ? ຄົນເຫຼົ່ານີ້ທີ່ລະເລີຍໜ້າທີ່ທີ່ເໝາະສົມຂອງພວກເຂົາມັກສົນໃຈເລື່ອງກິເລດຕັນຫາ ແລະ ຊົ່ວຮ້າຍເຫຼົ່ານີ້ຂອງວົງການການເມືອງຢູ່ສະເໝີ. ພວກເຂົາບໍ່ແມ່ນຄົນດ້ອຍປັນຍາບໍ? ເປັນຫຍັງຈຶ່ງຕ້ອງກັງວົນເລື່ອງຂອງພວກເຂົາຢູ່ສະເໝີ ແທນທີ່ຈະໃຊ້ຊີວິດຂອງເຈົ້າເອງ? ນີ້ບໍ່ແມ່ນຄວາມໂງ່ຈ້າບໍ? ນີ້ບໍ່ແມ່ນການເຮັດໃນສິ່ງທີ່ໄຮ້ປະໂຫຍດບໍ? ບາງຄົນກ່າວວ່າ “ຜູ້ເຊື່ອຖືກຂົ່ມເຫັງໂດຍພະຍານາກໃຫຍ່ສີແດງ. ພວກເຂົາຕ້ອງກຽດຊັງພະຍານາກໃຫຍ່ສີແດງ. ແນ່ນອນວ່າຜູ້ເຊື່ອຈະສົນໃຈເລື່ອງອັບປະຍົດ, ການສໍ້ລາດບັງຫຼວງ, ການສວຍໃຊ້ອຳນາດ ແລະ ຄວາມແພດສະຫຍາຂອງເຈົ້າໜ້າທີ່ລະດັບສູງຂອງພະຍານາກໃຫຍ່ສີແດງ ພ້ອມທັງເລື່ອງມືດມົວທີ່ພວກເຂົາເຮັດ. ຜູ້ເຊື່ອບໍ່ຄວນຕົບມືຂອງພວກເຂົາດ້ວຍຄວາມປິຕິຍິນດີບໍ ເມື່ອເລື່ອງອັບປະຍົດເຫຼົ່ານີ້ຖືກເປີດໂປງ?” ເຈົ້າເຊື່ອ ແລະ ຕິດຕາມພຣະເຈົ້າເພື່ອໃຫ້ໄດ້ຮັບສິ່ງເຫຼົ່ານີ້ບໍ? ການເວົ້າເຖິງເລື່ອງການເມືອງໃນຄຣິສຕະຈັກ, ໂດຍສະເພາະເລື່ອງອັບປະຍົດທີ່ຖືກເປີດໂປງຂອງເຈົ້າໜ້າທີ່ລະດັບສູງຂອງພະຍານາກໃຫຍ່ສີແດງ, ແມ່ນໜ້າລັງກຽດທີ່ສຸດ. ເຈົ້າຢ່າສົນທະນາມັນເດັດຂາດ! ແລະ ຢ່າເວົ້າກັບເຮົາກ່ຽວກັບມັນເຊັ່ນກັນ; ມັນເຮັດໃຫ້ເຮົາລັງກຽດ! ເຮົາບອກເຈົ້າວ່າ ຢ່າເວົ້າກ່ຽວກັບມັນ ແລະ ຢ່າແມ່ນແຕ່ຈະອ່ານກ່ຽວກັບມັນ ຫຼື ຖ້າບໍ່ດັ່ງນັ້ນ ບໍ່ຊ້າກໍໄວຈະມີມື້ໜຶ່ງທີ່ເຈົ້າຈະເສຍໃຈທີ່ໄດ້ອ່ານສິ່ງເຫຼົ່ານັ້ນ. ເມື່ອເຈົ້າເສຍໃຈ, ເຈົ້າຈະຮູ້ວ່າມັນຮູ້ສຶກແນວໃດ; ມັນບໍ່ມີທີ່ສິ້ນສຸດວ່າສິ່ງເຫຼົ່ານີ້ຈະໜ້າລັງກຽດສໍ່າໃດ. ການໄດ້ຍິນ ແລະ ການອ່ານກ່ຽວກັບສິ່ງເຫຼົ່ານີ້ຫຼາຍເກີນໄປບໍ່ໄດ້ນຳມາເຊິ່ງປະໂຫຍດໃດໆ. ເປັນຫຍັງເຮົາຈຶ່ງກ່າວວ່າມັນບໍ່ໄດ້ນຳມາເຊິ່ງປະໂຫຍດໃດໆ? ເພາະການເຮັດໃຫ້ຈິດໃຈຂອງເຈົ້າເຕັມໄປດ້ວຍເລື່ອງທີ່ໜ້າລັງກຽດເຫຼົ່ານີ້ ຈະເຮັດໃຫ້ເຈົ້າບໍ່ມີຄວາມປາຖະໜາທີ່ຈະຟັງພຣະທຳຂອງພຣະເຈົ້າ. ເຖິງແມ່ນວ່າຫົວຂໍ້ເຫຼົ່ານີ້ຈະກ່ຽວຂ້ອງກັບການເມືອງ, ແຕ່ເລື່ອງເຫຼົ່ານັ້ນຍິ່ງໜ້າລັງກຽດຂຶ້ນໄປອີກ. ຖ້າເຈົ້າຢາກເວົ້າກ່ຽວກັບສິ່ງເຫຼົ່ານີ້, ຈົ່ງໄປລະບາຍຄວາມໃນໃຈຂອງເຈົ້າກັບບາງຄົນທີ່ບໍ່ເຊື່ອ, ເວົ້າສິ່ງໃດກໍຕາມທີ່ເຈົ້າຕ້ອງການເວົ້າກັບພວກເຂົາ, ແຕ່ບໍ່ວ່າຈະເປັນແນວໃດກໍຕາມ ຢ່າເວົ້າກ່ຽວກັບພວກມັນໃນຊີວິດຄຣິສຕະຈັກ ຫຼື ໃນທ່າມກາງອ້າຍເອື້ອຍນ້ອງ. ບາງຄົນກ່າວວ່າ “ການເວົ້າກ່ຽວກັບການກະທຳທີ່ສົກກະປົກ ແລະ ຊົ່ວຮ້າຍຂອງເຈົ້າໜ້າທີ່ລະດັບສູງຂອງພະຍານາກໃຫຍ່ສີແດງຊ່ວຍໃຫ້ອ້າຍເອື້ອຍນ້ອງເຕີບໂຕໃນການແຍກແຍະ ແລະ ໃຫ້ພວກເຂົາລະບາຍຄວາມໂກດແຄ້ນຂອງພວກເຂົາ”. ການລະບາຍມີປະໂຫຍດຫຍັງ? ການລະບາຍແມ່ນການເປັນພະຍານບໍ? ມັນເປັນພັນທະ ຫຼື ໜ້າທີ່ຂອງເຈົ້າບໍ? ການເວົ້າກ່ຽວກັບສິ່ງເຫຼົ່ານັ້ນແມ່ນໄຮ້ປະໂຫຍດ, ບໍ່ມີຄຸນຄ່າເລີຍ. ບໍ່ວ່າເຈົ້າຈະເປີດໂປງການກະທຳທີ່ຊົ່ວຮ້າຍຂອງພະຍານາກໃຫຍ່ສີແດງຫຼາຍສໍ່າໃດກໍຕາມ, ພຣະເຈົ້າກໍຈະບໍ່ຈົດຈຳມັນ. ໃນທາງກົງກັນຂ້າມ, ໃນປະເທດຂອງພະຍານາກໃຫຍ່ສີແດງ, ຖ້າເຈົ້າເວົ້າກ່ຽວກັບວິທີທີ່ເຈົ້າມີປະສົບການກ່ຽວກັບການຂົ່ມເຫັງຂອງມັນ ແລະ ວິທີທີ່ເຈົ້າຫຼຸດພົ້ນ ແລະ ເອົາຊະນະການຂົ່ມຂູ່ ແລະ ການຄຸກຄາມຂອງມັນ ແລະ ວິທີທີ່ເຈົ້າເພິ່ງພາອາໄສພຣະເຈົ້າ ແລະ ຍຶດໝັ້ນໃນການເປັນພະຍານຂອງເຈົ້າໃນສະພາບແວດລ້ອມເຊັ່ນນັ້ນ, ພຣະເຈົ້າຍອມຮັບສິ່ງນີ້. ແຕ່ການເວົ້າກ່ຽວກັບການເມືອງບໍ່ມີຫຍັງກ່ຽວຂ້ອງກັບທາງເຂົ້າຂອງຊີວິດ ແລະ ພຣະເຈົ້າບໍ່ຍອມຮັບມັນ. ບາງຄົນກ່າວວ່າ “ຂ້ານ້ອຍເປີດໂປງການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່ຂອງພະຍານາກໃຫຍ່ສີແດງ, ວິທີທີ່ພວກເຂົາໃຊ້ເງິນຫຼາຍສິບພັນຢວນໃນອາຫານຄາບດຽວ ຫຼື ພວກເຂົາໃຊ້ເງິນຫຼາຍສໍ່າໃດໃນໂຮງແຮມຫຼູຫຼາ; ສິ່ງນີ້ເຮັດໄດ້ບໍ?” ສິ່ງເຫຼົ່ານັ້ນມີຫຍັງກ່ຽວຂ້ອງກັບເຈົ້າ? ໂລກນີ້ ແລະ ສັງຄົມນີ້ບໍ່ແມ່ນແບບນີ້ບໍ? ເຈົ້າກຳລັງຢືນຂຶ້ນເພື່ອໃຜ? ນີ້ບໍ່ແມ່ນການເປັນພະຍານເພື່ອພຣະເຈົ້າ, ທັງບໍ່ແມ່ນການເປີດໂປງແກ່ນສານຂອງພະຍານາກໃຫຍ່ສີແດງ, ທັງບໍ່ແມ່ນການສະແດງອອກເຖິງການກະບົດຕໍ່ພະຍານາກໃຫຍ່ສີແດງ. ຢ່າເຮັດໃຫ້ຄົນສັບສົນ ຫຼື ເປັນຄົນໜ້າຊື່ໃຈຄົດ; ບໍ່ມີສິ່ງໃດໃນນີ້ທີ່ເປັນການປະຕິບັດຄວາມຈິງ. ການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່ທີ່ເສື່ອມຊາມ ແລະ ນັກການເມືອງບໍ່ກ່ຽວຂ້ອງກັບພວກເຮົາ, ທັງບໍ່ແມ່ນສິ່ງທີ່ພວກເຮົາຕ້ອງເປີດໂປງ. ຢ່າສົນໃຈເລື່ອງເຫຼົ່ານີ້. ສິ່ງເຫຼົ່ານີ້ມີຢູ່ໃນລະບອບຂອງຊາຕານຕະຫຼອດປະຫວັດສາດ ແລະ ສິ່ງທີ່ພວກເຂົາເຮັດບໍ່ມີຫຍັງກ່ຽວຂ້ອງກັບການທີ່ພວກເຮົາມີປະສົບການກັບວຽກງານຂອງພຣະເຈົ້າ ຫຼື ການເປັນພະຍານເພື່ອພຣະເຈົ້າເລີຍ. ສະນັ້ນ, ບໍ່ວ່າຈະເປັນແນວໃດກໍຕາມ, ຢ່າປະປົນຫົວຂໍ້ເຫຼົ່ານັ້ນເຂົ້າກັບຫົວຂໍ້ຂອງ “ການກະບົດຕໍ່ພະຍານາກໃຫຍ່ສີແດງ ແລະ ການເປີດໂປງມັນເພື່ອເປັນພະຍານໃຫ້ພຣະເຈົ້າ” ແລະ ຢ່ານຳເອົາເລື່ອງທີ່ແປກປະຫຼາດ, ໜ້າລັງກຽດ ແລະ ຊົ່ວຮ້າຍເຫຼົ່ານີ້ເຂົ້າມາໃນຊີວິດຄຣິສຕະຈັກ ຫຼື ໃນທ່າມກາງອ້າຍເອື້ອຍນ້ອງເພື່ອສົນທະນາ. ຖ້າເຈົ້າຢາກສົນທະນາເລື່ອງການເມືອງແທ້ໆ, ຈົ່ງເຮັດເຊັ່ນນັ້ນກັບຄົນທີ່ບໍ່ເຊື່ອ. ບໍ່ວ່າເຈົ້າຈະສົນທະນາມັນເປັນສ່ວນຕົວກັບຜູ້ທີ່ມີຄວາມມັກ ແລະ ຄວາມສົນໃຈແບບນັ້ນແນວໃດກໍຕາມ ກໍບໍ່ເປັນຫຍັງ. ນັ້ນຄືຄວາມມັກ ແລະ ຄວາມສົນໃຈສ່ວນຕົວຂອງເຈົ້າ; ມັນເປັນເສລີພາບ ແລະ ສິດທິຂອງເຈົ້າ ແລະ ບໍ່ມີໃຜແຊກແຊງ. ແຕ່ໃນຊ່ວງເວລາການເຕົ້າໂຮມ ແລະ ຕໍ່ໜ້າອ້າຍເອື້ອຍນ້ອງ, ຢ່າສົນທະນາເລື່ອງເຫຼົ່ານີ້. ເຖິງແມ່ນວ່າຈະມີຄົນເຕັມໃຈຟັງ ຢ່າເວົ້າກ່ຽວກັບພວກມັນ, ເພາະມັນສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກ ແລະ ສົ່ງຜົນກະທົບຕໍ່ຄວາມເຂົ້າໃຈກ່ຽວກັບຄວາມຈິງຂອງຜູ້ຄົນທີ່ພຣະເຈົ້າເລືອກ.
ບໍ່ວ່າຈະເປັນເລື່ອງທີ່ກ່ຽວຂ້ອງກັບການເມືອງ ຫຼື ເລື່ອງອັບປະຍົດໃນຊີວິດສ່ວນຕົວຂອງນັກການເມືອງ, ຢ່ານຳເອົາຫົວຂໍ້ເຫຼົ່ານີ້ເຂົ້າມາສົນທະນາໃນຊີວິດຄຣິສຕະຈັກ. ຖ້າຄົນໃດຄົນໜຶ່ງບໍ່ສົນໃຈເນື້ອໃນຂອງການເຕົ້າໂຮມໃນຊີວິດຄຣິສຕະຈັກ ແລະ ມັກສົນທະນາເລື່ອງເຫຼົ່ານີ້ຢູ່ສະເໝີ, ເວົ້າກ່ຽວກັບພວກມັນໃນທຸກການເຕົ້າໂຮມ, ອ້າຍເອື້ອຍນ້ອງຄວນເຮັດແນວໃດ? ພວກເຂົາຄວນຈຳກັດຄົນປະເພດນັ້ນ, ໂດຍກ່າວວ່າ “ນີ້ແມ່ນເວລາການເຕົ້າໂຮມ, ຢ່າເວົ້າເລື່ອງຂີ້ເຫຍື້ອເຫຼົ່ານັ້ນ. ຖ້າເຈົ້າຢາກເວົ້າກ່ຽວກັບພວກມັນ, ຈົ່ງກັບໄປເວົ້າຢູ່ເຮືອນ!” ຈະເປັນແນວໃດຖ້າພວກເຂົາບໍ່ສາມາດຖືກຈຳກັດໄດ້ ແລະ ຍັງຄົງເວົ້າກ່ຽວກັບພວກມັນຢູ່? ໃຫ້ໂຍນພວກເຂົາອອກໄປ ແລະ ບອກໃຫ້ພວກເຂົາກັບມາເມື່ອພວກເຂົາເຊົາເວົ້າ. ຍັງມີອີກວິທີໜຶ່ງທີ່ມີປະສິດທິພາບຍິ່ງກວ່ານັ້ນ: ທັນທີທີ່ພວກເຂົາອ້າປາກເວົ້າເລື່ອງການເມືອງ, ອ້າຍເອື້ອຍນ້ອງກໍລຸກຂຶ້ນ ແລະ ໄປຫ້ອງອື່ນ, ປະໃຫ້ພວກເຂົາເວົ້າຢູ່ຄົນດຽວ. ສະຫຼຸບກໍຄື ຄົນທີ່ມັກເວົ້າເລື່ອງການເມືອງມີຢູ່ແນ່ນອນ. ຄົນປະເພດນີ້ລະເລີຍໜ້າທີ່ທີ່ເໝາະສົມ, ບໍ່ສະແຫວງຫາຄວາມຈິງ, ບໍ່ໄຕ່ຕອງວ່າຈະປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີໄດ້ແນວໃດ, ບໍ່ໄຕ່ຕອງວ່າວຽກງານຂອງຄຣິສຕະຈັກມີຄວາມຫຍຸ້ງຍາກຫຍັງແດ່ ຫຼື ອ້າຍເອື້ອຍນ້ອງຜະເຊີນກັບຄວາມຫຍຸ້ງຍາກຫຍັງແດ່ ແລະ ບໍ່ໄຕ່ຕອງວ່າບັນຫາທີ່ແທ້ຈິງຂອງຕົນເອງທີ່ຕ້ອງແກ້ໄຂແມ່ນຫຍັງ, ພວກເຂົາບໍ່ໄຕ່ຕອງເລື່ອງທີ່ເໝາະສົມເຫຼົ່ານີ້. ໃນທາງກົງກັນຂ້າມ, ພວກເຂົາໄຕ່ຕອງພຽງແຕ່ເລື່ອງທີ່ຕ່ຳຊ້າ ແລະ ຄົດໂກງເຫຼົ່ານັ້ນ ແລະ ມີຄວາມກະຕືລືລົ້ນເປັນພິເສດກ່ຽວກັບພວກມັນ. ໂດຍສະເພາະຕອນນີ້, ດ້ວຍຂໍ້ມູນຂ່າວສານທີ່ແຜ່ຫຼາຍ ແລະ ສາມາດເຂົ້າເຖິງໄດ້ຈາກທຸກຊ່ອງທາງ, ສິ່ງນີ້ຊ່ວຍໃຫ້ຄົນເຫຼົ່ານີ້ສາມາດຕອບສະໜອງຄວາມມັກ ແລະ ຄວາມສົນໃຈຂອງພວກເຂົາໄດ້. ພວກເຮົາບໍ່ແຊກແຊງຄວາມມັກ ແລະ ຄວາມສົນໃຈຂອງພວກເຂົາ, ແຕ່ເຮືອນຂອງພຣະເຈົ້າມີລະບຽບການວ່າ ການສົນທະນາຫົວຂໍ້ທາງການເມືອງໃນການເຕົ້າໂຮມຖືກຈັດຢູ່ໃນບັນຫາຂອງການຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ດັ່ງນັ້ນ, ຫົວຂໍ້ເຫຼົ່ານີ້ຖືກສັ່ງຫ້າມຢ່າງເດັດຂາດໃນລະຫວ່າງຊີວິດຄຣິສຕະຈັກ ແລະ ເມື່ອອ້າຍເອື້ອຍນ້ອງມາເຕົ້າໂຮມກັນ. ບາງຄົນກ່າວວ່າ “ຫົວຂໍ້ເຫຼົ່ານີ້ຖືກສັ່ງຫ້າມ, ແຕ່ທັດສະນະທາງການເມືອງຕ່າງໆ ຂອງພວກເຮົາ, ພັກການເມືອງທີ່ພວກເຮົາມັກ ຫຼື ບໍ່ມັກ, ຄົນທີ່ພວກເຮົາລົງຄະແນນສຽງໃຫ້ ຫຼື ບໍ່ລົງຄະແນນສຽງໃຫ້ເດ, ຄຣິສຕະຈັກແຊກແຊງເລື່ອງເຫຼົ່ານີ້ບໍ?” ມາເວົ້າໃຫ້ຊັດເຈນກັນເທາະ: ລົງຄະແນນສຽງໃຫ້ໃຜກໍຕາມທີ່ເຈົ້າຕ້ອງການ, ມັກໃຜກໍຕາມທີ່ເຈົ້າຕ້ອງການ, ຄຣິສຕະຈັກບໍ່ແຊກແຊງເລື່ອງເຫຼົ່ານີ້, ມັນຄືເສລີພາບຂອງເຈົ້າ. ການບໍ່ແຊກແຊງນີ້ບໍ່ແມ່ນການໂອນອ່ອນຫຼາຍແລ້ວບໍ? ເຈົ້າເພີດເພີນຢ່າງເຕັມທີ່ກັບພັນທະ ແລະ ສິດທິມະນຸດຊົນຂອງເຈົ້າໃນຖານະພົນລະເມືອງ; ນັ້ນບໍ່ແມ່ນການເຄົາລົບທີ່ພຽງພໍແລ້ວບໍ? ນີ້ກໍດີພໍແລ້ວ; ແຕ່ເຈົ້າຍັງຕ້ອງການເວົ້າຢ່າງເສລີ ແລະ ຈົນເຈົ້າພໍໃຈໃນຄຣິສຕະຈັກອີກບໍ? ສິ່ງນັ້ນຂັດກັບກົດລະບຽບ. ຖ້າເຈົ້າພົບຄົນປະເພດນີ້, ໃຫ້ຊອກຫາວິທີຈຳກັດພວກເຂົາ. ກ່ອນອື່ນ, ໃຫ້ໂອ້ລົມກັບພວກເຂົາຢ່າງຊັດເຈນ, ໂດຍກ່າວວ່າ “ເຈົ້າເປັນຜູ້ເຊື່ອໃໝ່ບໍ? ນີ້ເປັນຄັ້ງທຳອິດຂອງເຈົ້າໃນການເຕົ້າໂຮມ ແລະ ເຈົ້າບໍ່ຮູ້ກົດລະບຽບຂອງເຮືອນຂອງພຣະເຈົ້າບໍ? ແລ້ວຂ້ານ້ອຍຕ້ອງບອກເຈົ້າວ່າ: ສະຖານທີ່ນີ້ແມ່ນສະຖານທີ່ການເຕົ້າໂຮມ ແລະ ເວລານີ້ແມ່ນເວລາສຳລັບການເຕົ້າໂຮມ. ບໍ່ວ່າເຈົ້າຈະມີມຸມມອງ ຫຼື ແນວຄິດທາງການເມືອງໃດກໍຕາມ, ເຈົ້າຕ້ອງບໍ່ເຜີຍແຜ່ພວກມັນໃນຄຣິສຕະຈັກເດັດຂາດ ແລະ ຢ່າສົນທະນາພວກມັນໃນການເຕົ້າໂຮມ. ພວກເຮົາບໍ່ຕ້ອງການຟັງມັນ, ທັງບໍ່ມີພັນທະທີ່ຈະຟັງເຈົ້າເວົ້າກ່ຽວກັບສິ່ງເຫຼົ່ານີ້. ເຈົ້າເລືອກສະຖານທີ່ຜິດແລ້ວ. ຫຼັງຈາກການເຕົ້າໂຮມ, ເມື່ອເຈົ້າອອກຈາກສະຖານທີ່ນີ້, ເຈົ້າສາມາດເວົ້າສິ່ງທີ່ເຈົ້າຕ້ອງການໄດ້; ບໍ່ມີໃຜແຊກແຊງ. ນັ້ນແມ່ນເສລີພາບຂອງເຈົ້າ”. ຖ້າພວກເຂົາເຂົ້າໃຈ ແລະ ຈື່ສິ່ງທີ່ເຈົ້າເວົ້າ ແລະ ບໍ່ເວົ້າກ່ຽວກັບມັນໃນຄັ້ງຕໍ່ໄປ, ນັ້ນກໍບໍ່ເປັນຫຍັງ ແລະ ພວກເຂົາກໍໄດ້ສະແດງໃຫ້ເຫັນວ່າພວກເຂົາມີເຫດຜົນພໍສົມຄວນ. ແຕ່ຖ້າຫຼັງຈາກທີ່ໂອ້ລົມແລ້ວ ພວກເຂົາຍັງຄົງເວົ້າແບບນີ້, ແບ່ງປັນມຸມມອງທາງການເມືອງໃນທຸກການເຕົ້າໂຮມຢູ່ສະເໝີ, ພວກເຂົາຄວນຖືກຈຳກັດບໍ່ໃຫ້ເວົ້າບໍ? (ແມ່ນແລ້ວ.) ບໍ່ວ່າພວກເຂົາຈະມີສ່ວນຮ່ວມໃນການເມືອງ ຫຼື ບໍ່, ຕາບໃດທີ່ຄົນໃດຄົນໜຶ່ງເວົ້າກ່ຽວກັບຫົວຂໍ້ທາງການເມືອງ, ສິ່ງນີ້ຄວນຖືກຈັດປະເພດຢູ່ກັບການສ້າງພັກພວກ, ການແຂ່ງຂັນເພື່ອຕຳແໜ່ງ, ການລະບາຍຄວາມເປັນລົບ ແລະ ພຶດຕິກຳອື່ນໆ ເຊັ່ນນັ້ນ ວ່າເປັນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ບໍ່ຈຳເປັນຕ້ອງສະແດງມາລະຍາດຕໍ່ຄົນປະເພດນີ້; ພວກເຂົາຕ້ອງຖືກຢຸດຢັ້ງ ແລະ ຈຳກັດ. ແນ່ນອນ, ຄົນທີ່ເວົ້າເລື່ອງການເມືອງບໍ່ຈຳເປັນຕ້ອງເປັນຄົນຊົ່ວຊ້າ ຫຼື ຄົນດີ; ພວກເຂົາອາດພຽງແຕ່ມັກປະເດັນ ແລະ ຫົວຂໍ້ເຫຼົ່ານີ້. ແຕ່ພວກເຮົາສາມາດແນ່ໃຈໄດ້ວ່າ ຄົນເຫຼົ່ານີ້ບໍ່ໄດ້ສະແຫວງຫາຄວາມຈິງແທ້ໆ. ສະຫຼຸບກໍຄື ຫຼັກການໃນການຈັດການກັບຄົນເຫຼົ່ານີ້ໄດ້ຖືກໂອ້ລົມກັນຢ່າງຊັດເຈນແລ້ວ: ຈົ່ງບອກພວກເຂົາກ່ຽວກັບລະບຽບການຂອງເຮືອນຂອງພຣະເຈົ້າ. ຖ້າຫຼັງຈາກທີ່ອະທິບາຍໃຫ້ພວກເຂົາຟັງຢ່າງຊັດເຈນແລ້ວ ພວກເຂົາຍັງຄົງເວົ້າກ່ຽວກັບຫົວຂໍ້ທາງການເມືອງ ແລະ ບໍ່ຟັງຄຳເຕືອນ, ແລ້ວໃຫ້ແຍກພວກເຂົາອອກໄປ. ພວກເຂົາສາມາດສືບຕໍ່ໃຊ້ຊີວິດຄຣິສຕະຈັກໄດ້ ຫຼັງຈາກທີ່ພວກເຂົາກັບໃຈແລ້ວເທົ່ານັ້ນ. ຖ້າພວກເຂົາບໍ່ເຄີຍກັບໃຈ, ແລ້ວກໍຢ່າໃຫ້ພວກເຂົາມາຮ່ວມການເຕົ້າໂຮມ. ການຈັດການກັບເລື່ອງນີ້ຄວນຈະງ່າຍດາຍແບບນັ້ນ. ຢ່າເຮັດໃຫ້ເລື່ອງງ່າຍໆ ກາຍເປັນເລື່ອງຊັບຊ້ອນ, ສິ່ງນີ້ບໍ່ເປັນປະໂຫຍດຕໍ່ໃຜ.
ວັນທີ 24 ກໍລະກົດ 2021
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?