ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (23) ສ່ວນທີ ສີ່

7. ເພື່ອຊອກຫາຜູ້ໜູນຫຼັງ

ຈຸດປະສົງຂໍ້ທີເຈັດທີ່ຜູ້ຄົນມີໃນການເຊື່ອໃນພຣະເຈົ້າກໍຄືການຊອກຫາຜູ້ໜູນຫຼັງ. ພວກເຈົ້າເຄີຍເຫັນຄົນແບບນີ້ບໍ? ນີ້ເປັນສະຖານະການທີ່ຂ້ອນຂ້າງພິເສດ; ເຖິງແມ່ນວ່າຈະມີຈຳນວນບໍ່ຫຼາຍ ແຕ່ພວກເຂົາກໍມີຢູ່ແທ້. ນີ້ກໍເພາະວ່າຄຣິສຕະຈັກຂອງພຣະເຈົ້າບໍ່ພຽງແຕ່ປາກົດຢູ່ໃນປະເທດຈີນເທົ່ານັ້ນ ແຕ່ຍັງປາກົດຢູ່ໃນອາຊີ, ເອີຣົບ, ອາເມຣິກາ ແລະ ປະເທດຕ່າງໆໃນອາຟຣິກາອີກດ້ວຍ ແລະ ດັ່ງນັ້ນ ພວກສວຍໂອກາດ ແລະ ຜູ້ບໍ່ເຊື່ອເຫຼົ່ານີ້ກໍຈະປາກົດຕົວຂຶ້ນພ້ອມກັນ. ໃນກໍລະນີໃດກໍແລ້ວແຕ່, ບໍ່ວ່າຄວາມເປັນໄປໄດ້ທີ່ຄົນເຫຼົ່ານີ້ຈະປາກົດຕົວມີຫຼາຍສໍ່າໃດກໍຕາມ, ເມື່ອພວກເຂົາປາກົດຕົວຂຶ້ນ, ພວກເຈົ້າກໍຕ້ອງປະເຊີນໜ້າກັບພວກເຂົາ ແລະ ແຍກແຍະພວກເຂົາ ແລະ ຢ່າປ່ອຍໃຫ້ຜູ້ບໍ່ເຊື່ອເຫຼົ່ານີ້ມີສະຖານະພາບໃດໆ ແລະ ສ້າງການລົບກວນໃນຄຣິສຕະຈັກ. ຖ້າພວກເຈົ້າຄິດວ່າບັນຫາເຫຼົ່ານີ້ບໍ່ມີຢູ່ ເພາະວ່າພວກມັນຍັງບໍ່ທັນປາກົດ ຫຼື ພວກເຈົ້າບໍ່ເຄີຍພົບພໍ້, ນີ້ກໍເປັນແນວຄິດທີ່ໂງ່ຈ້າ. ເມື່ອບັນຫາເຫຼົ່ານີ້ເກີດຂຶ້ນ, ຖ້າເຈົ້າບໍ່ມີການແຍກແຍະ ແລະ ບໍ່ຮູ້ວິທີແກ້ໄຂ, ພວກມັນກໍຈະນຳເອົາອັນຕະລາຍທີ່ເຊື່ອງຊ້ອນອັນໃຫຍ່ຫຼວງມາສູ່ຄຣິສຕະຈັກ, ສູ່ເຮືອນຂອງພຣະເຈົ້າ, ສູ່ອ້າຍເອື້ອຍນ້ອງ ແລະ ສູ່ວຽກງານຂອງຄຣິສຕະຈັກ. ສະນັ້ນ, ກ່ອນທີ່ສິ່ງໃດຈະເກີດຂຶ້ນ, ເຈົ້າຈຳເປັນຕ້ອງຮູ້ວ່າບັນຫາໃດແດ່ທີ່ຄວນປະເຊີນໜ້າ ແລະ ຈະແກ້ໄຂບັນຫາເຫຼົ່ານັ້ນແນວໃດ. ນີ້ຄືວິທີທີ່ດີທີ່ສຸດ; ມັນເປັນການປົກປ້ອງທີ່ເບິ່ງບໍ່ເຫັນສຳລັບເຈົ້າ. ຜູ້ຄົນທີ່ກ່າວເຖິງໃນຈຸດປະສົງຂໍ້ທີເຈັດໃນການເຊື່ອໃນພຣະເຈົ້າ, ຜູ້ທີ່ເຊື່ອໃນພຣະເຈົ້າເພື່ອຊອກຫາຜູ້ໜູນຫຼັງນັ້ນ ແມ່ນມີຈຳນວນບໍ່ໜ້ອຍເລີຍ. ສັງຄົມນີ້ເຕັມໄປດ້ວຍຄວາມບໍ່ຍຸຕິທຳ, ການຈຳແນກ ແລະ ການກົດຂີ່ຢູ່ທົ່ວທຸກແຫ່ງຫົນ. ຜູ້ຄົນທີ່ດຳລົງຊີວິດຢູ່ໃນທຸກຊົນຊັ້ນຂອງສັງຄົມກໍເຕັມໄປດ້ວຍຄວາມລັງກຽດ ແລະ ຄວາມກຽດຊັງຕໍ່ຄວາມບໍ່ຍຸຕິທຳຕ່າງໆໃນສັງຄົມ ແລະ ກໍເຕັມໄປດ້ວຍຄວາມໂມໂຫເຊັ່ນກັນ. ແນວໃດກໍຕາມ, ມັນບໍ່ແມ່ນເລື່ອງງ່າຍທີ່ຈະຫຼົບໜີຈາກຄວາມບໍ່ຍຸຕິທຳຂອງໂລກມະນຸດ ເວັ້ນເສຍແຕ່ວ່າເຈົ້າຈະຫາຍຕົວໄປຈາກໂລກນີ້. ຕາບໃດທີ່ຄົນເຮົາຍັງດຳລົງຊີວິດຢູ່ໃນໂລກນີ້, ຕາບໃດທີ່ພວກເຂົາຍັງດຳລົງຊີວິດຢູ່ໃນທ່າມກາງຜູ້ຄົນເຫຼົ່ານີ້, ພວກເຂົາກໍຈະຖືກຂົ່ມເຫັງ ແລະ ຖືກເຮັດໃຫ້ອັບອາຍ ບໍ່ຫຼາຍກໍໜ້ອຍ ແລະ ໃນລະດັບທີ່ແຕກຕ່າງກັນໄປ ແລະ ອາດຈະຖືກໄລ່ລ່າ ແລະ ຂົ່ມເຫັງໂດຍອຳນາດທີ່ແຂງແກ່ນບາງຢ່າງ. ຄວາມບໍ່ຍຸຕິທຳ ແລະ ຄວາມບໍ່ສະເໝີພາບຕ່າງໆເຫຼົ່ານີ້ໄດ້ສ້າງຄວາມກົດດັນຢ່າງໃຫຍ່ຫຼວງຕໍ່ຈິດໃຈຂອງຜູ້ຄົນ, ນຳເອົາຄວາມກົດດັນທາງຈິດໃຈຢ່າງຫຼວງຫຼາຍມາໃຫ້ພວກເຂົາ ແລະ ແນ່ນອນວ່າ ກໍນຳເອົາຄວາມບໍ່ສະດວກຫຼາຍຢ່າງມາສູ່ຊີວິດທີ່ເປັນປົກກະຕິຂອງຜູ້ຄົນ. ດ້ວຍເຫດນີ້, ບາງຄົນຈຶ່ງບໍ່ສາມາດຫຼີກລ່ຽງທີ່ຈະເກີດມີແນວຄິດບາງຢ່າງຂຶ້ນມາໄດ້ວ່າ: “ເພື່ອໃຫ້ຄົນເຮົາສາມາດຕັ້ງຕົວໃນສັງຄົມໄດ້, ພວກເຂົາຕ້ອງມີກຳລັງຢູ່ເບື້ອງຫຼັງເພື່ອເພິ່ງພາ. ເມື່ອພວກເຂົາປະສົບບັນຫາ ແລະ ຕ້ອງການຄວາມຊ່ວຍເຫຼືອ ຫຼື ເມື່ອພວກເຂົາຢູ່ໂດດດ່ຽວ ແລະ ໝົດບ່ອນເພິ່ງ, ກໍຈະມີກຸ່ມຄົນຄອຍສະໜັບສະໜູນ ແລະ ເປັນຜູ້ຕັດສິນໃຈເພື່ອຈັດການແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາຕ່າງໆທີ່ພວກເຂົາປະເຊີນໜ້າ ຫຼື ຮັບປະກັນສິ່ງທີ່ຈຳເປັນໃນການດຳລົງຊີວິດຂອງພວກເຂົາ”. ສະນັ້ນ, ພວກເຂົາຈຶ່ງພະຍາຍາມຢ່າງໜັກເພື່ອສະແຫວງຫາການສະໜັບສະໜູນດັ່ງກ່າວ. ແນ່ນອນວ່າ ໃນທີ່ສຸດແລ້ວ ຄົນເຫຼົ່ານີ້ບາງຄົນກໍຊອກພົບຄຣິສຕະຈັກ. ພວກເຂົາເຊື່ອວ່າຜູ້ຄົນໃນຄຣິສຕະຈັກມີໃຈທີ່ສາມັກຄີກັນ ແລະ ເຮັດວຽກເພື່ອເປົ້າໝາຍດຽວກັນ ໂດຍທີ່ແຕ່ລະຄົນມີຄວາມເຊື່ອ, ມີເຈດຕະນາດີ ແລະ ປະຕິບັດຕໍ່ຜູ້ອື່ນຢ່າງມີເມດຕາ, ຢູ່ຫ່າງໄກຈາກຄວາມຂັດແຍ່ງທາງສັງຄົມ ແລະ ຢູ່ຫ່າງໄກຈາກແນວໂນ້ມທີ່ຊົ່ວຮ້າຍຂອງສັງຄົມ. ສຳລັບຜູ້ທີ່ເຊື່ອໃນພຣະເຈົ້າ, ຄຣິສຕະຈັກແມ່ນສັນຍາລັກຂອງຄວາມຍຸຕິທຳອັນຍິ່ງໃຫຍ່ໃນສັງຄົມ ແລະ ໂລກນີ້ຢ່າງບໍ່ຕ້ອງສົງໄສ; ຜູ້ຄົນໃນຄຣິສຕະຈັກຍັງມີພາບພົດທີ່ເປັນບວກ, ດີ ແລະ ມີເມດຕາໃນສາຍຕາຂອງຜູ້ຄົນເຊັ່ນກັນ. ບາງຄົນເລືອກທີ່ຈະເຊື່ອໃນພຣະເຈົ້າ ເພາະວ່າພວກເຂົາຢູ່ໃນຊົນຊັ້ນລຸ່ມສຸດຂອງສັງຄົມ ໂດຍບໍ່ມີອຳນາດໃດໆໃນສັງຄົມ ແລະ ຂາດພູມຫຼັງຄອບຄົວທີ່ດີຢ່າງສິ້ນເຊີງ. ພວກເຂົາປະສົບບັນຫາຕ່າງໆໃນການສຶກສາ, ການສ້າງໝູ່ເພື່ອນ, ການຊອກວຽກ ຫຼື ການເຮັດສິ່ງຕ່າງໆ, ສະນັ້ນ ພວກເຂົາຈຶ່ງເຊື່ອວ່າເພື່ອຈະຢູ່ລອດ ແລະ ຕັ້ງຕົວໃນສັງຄົມນີ້ໄດ້, ພວກເຂົາຕ້ອງມີຄົນຄອຍຊ່ວຍເຫຼືອພວກເຂົາ. ຕົວຢ່າງ: ເມື່ອຊອກວຽກ, ຖ້າພວກເຂົາເພິ່ງພາຕົນເອງ, ຊອກຫາວຽກໂດຍບໍ່ມີເປົ້າໝາຍ, ພວກເຂົາອາດຈະໃຊ້ເງິນທ້ອນຈົນເກືອບໝົດ ໂດຍທີ່ບໍ່ສາມາດຊອກວຽກທີ່ເໝາະສົມໄດ້ສະເໝີໄປ. ແຕ່ຖ້າພວກເຂົາໄດ້ຮັບການຊ່ວຍເຫຼືອໃນການຊອກວຽກຈາກຄົນທີ່ເພິ່ງພາໄດ້ບາງຄົນທີ່ສາມາດຊ່ວຍເຫຼືອພວກເຂົາຢ່າງຈິງໃຈ, ບັນຫາທີ່ພວກເຂົາຕ້ອງຜ່ານກໍຈະໜ້ອຍລົງຫຼາຍ ແລະ ເວລາທີ່ໃຊ້ໃນການຊອກວຽກກໍຈະຫຼຸດລົງຫຼາຍ. ສະນັ້ນ, ເມື່ອເວົ້າເຖິງທຸກສິ່ງທີ່ພວກເຂົາຕ້ອງຈັດການໃນສັງຄົມ, ບໍ່ວ່າຈະເປັນການສຶກສາ, ການຊອກວຽກ, ແມ່ນແຕ່ຊີວິດປະຈຳວັນ ແລະ ການຢູ່ລອດຂອງພວກເຂົາ, ພວກເຂົາຈຶ່ງເຊື່ອວ່າ ຖ້າພວກເຂົາສາມາດຊອກຫາຜູ້ໜູນຫຼັງດັ່ງກ່າວໄດ້, ພວກເຂົາກໍຈະມີຄົນຄອຍໃຊ້ເສັ້ນສາຍ ແລະ ສະໜັບສະໜູນພວກເຂົາ ເຊິ່ງກໍຄືກຸ່ມຄົນທີ່ກະຕືລືລົ້ນຄອຍຊ່ວຍເຫຼືອພວກເຂົາຢູ່ເບື້ອງຫຼັງ. ດັ່ງນັ້ນ, ເມື່ອພວກເຂົາຊອກພົບຄຣິສຕະຈັກ, ພວກເຂົາກໍຮູ້ສຶກວ່າພວກເຂົາໄດ້ພົບສະຖານທີ່ທີ່ຖືກຕ້ອງແລ້ວ. ຄຣິສຕະຈັກຈຶ່ງກາຍເປັນທາງເລືອກທີ່ດີຫຼາຍສຳລັບພວກເຂົາໃນການຕັ້ງຕົວໃນສັງຄົມ ແລະ ບັນລຸຊີວິດທີ່ສະຫງົບສຸກ. ຕົວຢ່າງ: ບໍ່ວ່າຈະເປັນການໄປຫາໝໍ, ການຊື້ເຄື່ອງ, ການຊື້ປະກັນໄພ, ການຊື້ເຮືອນ, ການຊ່ວຍລູກເລືອກໂຮງຮຽນ ຫຼື ແມ່ນແຕ່ການຈັດການເລື່ອງໃດກໍຕາມ, ພວກເຂົາກໍສາມາດຊອກຫາຄົນທີ່ມີຄວາມຮັກຢູ່ໃນຄຣິສຕະຈັກເພື່ອຍື່ນມືມາຊ່ວຍເຫຼືອພວກເຂົາແກ້ໄຂບັນຫາເຫຼົ່ານີ້ໄດ້ສະເໝີ. ດ້ວຍວິທີນີ້, ຊີວິດຂອງພວກເຂົາກໍສະດວກສະບາຍຂຶ້ນຫຼາຍ, ພວກເຂົາບໍ່ໄດ້ຢູ່ໂດດດ່ຽວໃນສັງຄົມອີກຕໍ່ໄປ ແລະ ຄວາມຫຍຸ້ງຍາກໃນການຈັດການເລື່ອງຕ່າງໆກໍຫຼຸດລົງຢ່າງຫຼວງຫຼາຍ. ສະນັ້ນ, ສຳລັບພວກເຂົາແລ້ວ, ການມາທີ່ຄຣິສຕະຈັກເພື່ອເຊື່ອໃນພຣະເຈົ້າກໍໃຫ້ຜົນປະໂຫຍດທີ່ເປັນຮູບປະທຳຢ່າງແທ້ຈິງ. ເຖິງວ່າພວກເຂົາຈະໄປໂຮງໝໍ, ອ້າຍເອື້ອຍນ້ອງກໍຈະຊອກຫາຄົນຮູ້ຈັກໃນໂຮງໝໍເພື່ອຊ່ວຍເຫຼືອພວກເຂົາ; ພວກເຂົາສາມາດໃຊ້ປະໂຫຍດຈາກອ້າຍເອື້ອຍນ້ອງເພື່ອໃຫ້ໄດ້ລາຄາທີ່ດີທີ່ສຸດໃນການຊື້ເຄື່ອງ ແລະ ແມ່ນແຕ່ຊື້ເຮືອນໃນລາຄາພິເສດສຳລັບຄົນໃນ. ເມື່ອມີການຊ່ວຍເຫຼືອຂອງອ້າຍເອື້ອຍນ້ອງໃນຄຣິສຕະຈັກ, ບັນຫາທັງໝົດນີ້ກໍຖືກແກ້ໄຂ. ພວກເຂົາຮູ້ສຶກວ່າ “ການເຊື່ອໃນພຣະເຈົ້າຊ່າງດີຫຼາຍແທ້! ການຊອກວຽກ, ການຈັດການເລື່ອງຕ່າງໆ ແລະ ການຊື້ເຄື່ອງກໍລ້ວນແຕ່ສະດວກສະບາຍແລ້ວຕອນນີ້! ເມື່ອໃດກໍຕາມທີ່ຂ້ອຍຕ້ອງການຫຍັງ, ຂ້ອຍພຽງແຕ່ໂທຫາ ຫຼື ສົ່ງຂໍ້ຄວາມໄປທີ່ກຸ່ມ ແລ້ວທຸກຄົນກໍຮ່ວມແຮງຮ່ວມໃຈກັນຍື່ນມືມາຊ່ວຍເຫຼືອ. ມີຄົນໃຈດີຫຼາຍໃນຄຣິສຕະຈັກ; ການຈັດການເລື່ອງຕ່າງໆຈັ່ງແມ່ນສະດວກສະບາຍຫຼາຍ! ການຊອກຫາຜູ້ໜູນຫຼັງບໍ່ແມ່ນເລື່ອງງ່າຍ, ສະນັ້ນ ຂ້ອຍຈະບໍ່ອອກຈາກຄຣິສຕະຈັກ ບໍ່ວ່າຈະເປັນແນວໃດກໍຕາມ. ແຕ່ການເຕົ້າໂຮມໃນເຮືອນຂອງພຣະເຈົ້າມັກຈະມີການອ່ານພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມຄວາມຈິງ ເຊິ່ງເຮັດໃຫ້ຂ້ອຍຮູ້ສຶກອຶດອັດ ແລະ ຂັດແຍ້ງ. ຂ້ອຍບໍ່ເຕັມໃຈທີ່ຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ຂ້ອຍກໍຮູ້ສຶກເບື່ອໜ່າຍທຸກຄັ້ງທີ່ໄດ້ຍິນການໂອ້ລົມຄວາມຈິງ. ແຕ່ຖ້າຂ້ອຍບໍ່ຟັງ, ມັນກໍບໍ່ໄດ້, ຂ້ອຍຈະປະຖິ້ມພວກເຂົາບໍ່ໄດ້. ພວກເຂົາຊ່ວຍຂ້ອຍຫຼາຍແທ້ໆ. ຖ້າຂ້ອຍປະຕິເສດທີ່ຈະຟັງ, ຂ້ອຍກໍຈະຮູ້ສຶກອັບອາຍ ແລະ ມັນກໍຈະອຶດອັດທີ່ຈະເວົ້າວ່າຂ້ອຍບໍ່ເຊື່ອອີກຕໍ່ໄປ, ສະນັ້ນ ຂ້ອຍຈຶ່ງຕ້ອງເຮັດຕາມນໍ້າໄປ ແລະ ເວົ້າແຕ່ຄຳດີໆ”. ໃນໃຈຂອງພວກເຂົາ, ທີ່ຈິງແລ້ວພວກເຂົາບໍ່ໄດ້ຢາກເຊື່ອ ແຕ່ພວກເຂົາກໍໄດ້ແຕ່ເກັບຄວາມຮູ້ສຶກນີ້ໄວ້ໃນໃຈ. ບາງຄົນເວົ້າວ່າ “ເຈົ້າເຫັນແຕ່ພວກເຂົາຂໍໃຫ້ອ້າຍເອື້ອຍນ້ອງຊ່ວຍຈັດການເລື່ອງຕ່າງໆຢູ່ສະເໝີ ແລະ ພວກເຂົາກໍດີໃຈຫຼາຍເມື່ອອ້າຍເອື້ອຍນ້ອງຊ່ວຍ. ເຈົ້າສາມາດແຍກແຍະໄດ້ວ່າຈຸດປະສົງໃນການເຊື່ອໃນພຣະເຈົ້າຂອງພວກເຂົາຄືການຊອກຫາຜູ້ໜູນຫຼັງຈາກພຽງເທົ່ານີ້ບໍ?” ນອກເໜືອຈາກການສະແດງອອກເຫຼົ່ານີ້, ໃຫ້ເບິ່ງວ່າໂດຍປົກກະຕິແລ້ວພວກເຂົາອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງ ຫຼື ບໍ່, ພວກເຂົາສາມາດປະຕິບັດໜ້າທີ່ຂອງຕົນ ແລະ ມີການປ່ຽນແປງທີ່ແທ້ຈິງໃດໆ ຫຼື ບໍ່; ສິ່ງນີ້ຈະເຮັດໃຫ້ເຈົ້າຮູ້ວ່າພວກເຂົາເຊື່ອໃນພຣະເຈົ້າຢ່າງຈິງໃຈ ຫຼື ບໍ່. ຜູ້ທີ່ຊອກຫາຜູ້ໜູນຫຼັງເຊື່ອໃນພຣະເຈົ້າພຽງເພື່ອໃຊ້ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງເພື່ອຈັດການເລື່ອງຕ່າງໆໃຫ້ພວກເຂົາ ແລະ ແກ້ໄຂຄວາມຫຍຸ້ງຍາກໃນຊີວິດຂອງພວກເຂົາ. ແຕ່ພວກເຂົາບໍ່ເຄີຍກ່າວເຖິງການປະຕິບັດໜ້າທີ່ຂອງຕົນ ແລະ ທັງບໍ່ໄດ້ກິນ ແລະ ດື່ມ ຫຼື ໂອ້ລົມພຣະທຳຂອງພຣະເຈົ້າ. ທັນທີທີ່ພວກເຂົາໄດ້ຍິນກ່ຽວກັບເຄັດລັບດີໆໃນການເຮັດສິ່ງຕ່າງໆໃຫ້ສຳເລັດ, ພວກເຂົາກໍຕື່ນເຕັ້ນຢ່າງຍິ່ງ; ພວກເຂົາເລີ່ມເວົ້າຈໍບໍ່ຢຸດ ແລະ ບໍ່ສາມາດຂັດຈັງຫວະໄດ້ເລີຍ. ແຕ່ເມື່ອເວົ້າເຖິງການປະຕິບັດໜ້າທີ່ ຫຼື ການເປັນຄົນຊື່ສັດ ແລະ ບໍ່ເວົ້າຕົວະ ຫຼື ຫຼອກລວງຜູ້ອື່ນ, ພວກເຂົາກໍມິດງຽບໄປ. ພວກເຂົາບໍ່ສົນໃຈສິ່ງເຫຼົ່ານີ້ໃນໃຈຂອງພວກເຂົາ. ບໍ່ວ່າເຈົ້າຈະເວົ້າຢ່າງກະຕືລືລົ້ນສໍ່າໃດ, ພວກເຂົາກໍບໍ່ຕອບສະໜອງ ແລະ ບໍ່ໄດ້ພົວພັນນໍາເລີຍ; ພວກເຂົາເຖິງກັບພະຍາຍາມຂັດຈັງຫວະເຈົ້າຢູ່ເລື້ອຍໆ ແລະ ປ່ຽນຫົວຂໍ້ໄປສູ່ສິ່ງທີ່ພວກເຂົາສົນໃຈ. ພວກເຂົາໃຊ້ສະໝອງຢ່າງໜັກເພື່ອຄິດຫາວິທີທີ່ຈະໃຫ້ອ້າຍເອື້ອຍນ້ອງເຮັດສິ່ງຕ່າງໆໃຫ້ພວກເຂົາ ແລະ ອອກເຫື່ອແຮງແທນພວກເຂົາ ໂດຍບໍ່ຢາກໃຫ້ອ້າຍເອື້ອຍນ້ອງມີໂອກາດໃດໆທີ່ຈະກ່າວເຖິງການປະຕິບັດໜ້າທີ່ ຫຼື ການສະລະຕົນເພື່ອພຣະເຈົ້າ. ຖ້າໃຜຜູ້ໜຶ່ງແນະນຳໃຫ້ພວກເຂົາປະຕິບັດໜ້າທີ່ ແລະ ສະລະຕົນເພື່ອພຣະເຈົ້າ, ພວກເຂົາກໍຈະຟ້າວຊອກຫາເລື່ອງດ່ວນຂອງຕົນເອງເພື່ອມາຍື່ນຂໍ້ສະເໜີແລກປ່ຽນ; ໃນຂະນະທີ່ອ້າຍເອື້ອຍນ້ອງຈັດການເລື່ອງນີ້ໃຫ້ພວກເຂົາ, ພວກເຂົາກໍອອກເຫື່ອແຮງໜ້ອຍໜຶ່ງເພື່ອເຮືອນຂອງພຣະເຈົ້າຢ່າງບໍ່ເຕັມໃຈ ໂດຍຕອບສະໜອງຕໍ່ຄຳຂໍຂອງອ້າຍເອື້ອຍນ້ອງແບບພໍຜ່ານ, ແລະ ເມື່ອເລື່ອງສ່ວນຕົວຂອງພວກເຂົາສຳເລັດແລ້ວ, ພວກເຂົາກໍເຢັນຊາຕໍ່ອ້າຍເອື້ອຍນ້ອງ. ເພື່ອສືບຕໍ່ຕິດຕໍ່ກັບຄຣິສຕະຈັກ ເພື່ອບໍ່ໃຫ້ສູນເສຍຜູ້ໜູນຫຼັງນີ້ທີ່ເປັນຄຣິສຕະຈັກ ແລະ ຜູ້ຊ່ວຍເຫຼືອເຫຼົ່ານີ້ທີ່ເປັນອ້າຍເອື້ອຍນ້ອງ, ພວກເຂົາກໍສືບຕໍ່ຕິດຕໍ່ຢ່າງໃກ້ຊິດກັບທຸກຄົນທີ່ເປັນປະໂຫຍດຕໍ່ພວກເຂົາ ເຊິ່ງມັກຈະຖາມໄຖ່ດ້ວຍຄວາມເປັນຫ່ວງເປັນໄຍ ໂດຍເວົ້າຄຳເວົ້າທີ່ໃສ່ໃຈແຕ່ບໍ່ຈິງໃຈເພື່ອຮັກສາສາຍສຳພັນ. ພວກເຂົາເວົ້າກ່ຽວກັບວ່າພວກເຂົາເຊື່ອໃນການມີຢູ່ຂອງພຣະເຈົ້າຫຼາຍສໍ່າໃດ, ພຣະເຈົ້າໃຫ້ພອນພວກເຂົາຫຼາຍສໍ່າໃດ, ພຣະເຈົ້າປະທານພຣະຄຸນໃຫ້ພວກເຂົາຫຼາຍສໍ່າໃດ ແລະ ພວກເຂົາຫຼັ່ງນໍ້າຕາເລື້ອຍສໍ່າໃດ ໂດຍຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າ ແລະ ເຕັມໃຈທີ່ຈະຕອບແທນຄວາມຮັກຂອງພຣະອົງ, ທັງນີ້ກໍເພື່ອຫຼອກລວງອ້າຍເອື້ອຍນ້ອງ ແລະ ຮັບການຊ່ວຍເຫຼືອຈາກພວກເຂົາ. ເມື່ອໃຜຜູ້ໜຶ່ງບໍ່ມີຄຸນຄ່າໃນການສວຍໃຊ້ປະໂຫຍດອີກຕໍ່ໄປ, ພວກເຂົາກໍຈະບລັອກ ແລະ ລຶບຂໍ້ມູນການຕິດຕໍ່ຂອງພວກເຂົາທັນທີ. ພວກເຂົາພະຍາຍາມຢ່າງໜັກເພື່ອປະຈົບປະແຈງ, ເອົາອົກເອົາໃຈ ແລະ ເຂົ້າໃກ້ຜູ້ທີ່ເປັນປະໂຫຍດທີ່ສຸດຕໍ່ພວກເຂົາ, ຜູ້ທີ່ມີຄຸນຄ່າໃນການສວຍໃຊ້ປະໂຫຍດທີ່ສຸດ. ສ່ວນຜູ້ທີ່ບໍ່ມີຄຸນຄ່າໃນການສວຍໃຊ້ປະໂຫຍດ, ຜູ້ທີ່ຄືກັບພວກເຂົາ, ບໍ່ມີອິດທິພົນ ຫຼື ສະຖານະພາບໃນສັງຄົມ ແລະ ຢູ່ໃນຊົນຊັ້ນລຸ່ມສຸດຂອງສັງຄົມໂດຍບໍ່ມີໃຜໃຫ້ເພິ່ງພາ, ພວກເຂົາກໍບໍ່ຫຼຽວເບິ່ງແມ່ນແຕ່ຫາງຕາ. ພວກເຂົາພົວພັນສະເພາະກັບຜູ້ທີ່ມີຄຸນຄ່າໃນການສວຍໃຊ້ປະໂຫຍດ ແລະ ຜູ້ທີ່ມີເສັ້ນສາຍໃນສັງຄົມ, ຜູ້ທີ່ພວກເຂົາເຫັນວ່າມີຄວາມສາມາດ. ພວກເຂົາສາມາດເຮັດວຽກໜັກ ແລະ ອົດທົນຕໍ່ຄວາມຍາກລຳບາກເພື່ອຄຣິສຕະຈັກໄດ້ ກໍຕໍ່ເມື່ອພວກເຂົາຕ້ອງການບາງຢ່າງຈາກຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງເທົ່ານັ້ນ. ທີ່ຈິງແລ້ວ, ການສະແດງອອກຂອງການເປັນຜູ້ບໍ່ເຊື່ອຂອງຄົນດັ່ງກ່າວແມ່ນເຫັນໄດ້ຢ່າງຊັດເຈນຫຼາຍ. ຢູ່ເຮືອນ, ພວກເຂົາບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າ, ບໍ່ເຄີຍອະທິຖານຕໍ່ພຣະເຈົ້າເມື່ອບໍ່ມີຄວາມຍາກລຳບາກ ແລະ ເຂົ້າຮ່ວມຊີວິດຄຣິສຕະຈັກດ້ວຍຄວາມບໍ່ເຕັມໃຈຢ່າງຍິ່ງ. ພວກເຂົາບໍ່ໄດ້ຂໍທີ່ຈະປະຕິບັດໜ້າທີ່ ແລະ ບໍ່ໄດ້ເປັນຝ່າຍລິເລີ່ມທີ່ຈະມີສ່ວນຮ່ວມໃນວຽກງານຂອງຄຣິສຕະຈັກ; ໂດຍສະເພາະຢ່າງຍິ່ງ ພວກເຂົາບໍ່ເຄີຍເຂົ້າຮ່ວມໃນວຽກງານທີ່ເປັນອັນຕະລາຍຢ່າງຫ້າວຫັນ. ເຖິງແມ່ນວ່າພວກເຂົາຈະຕົກລົງທີ່ຈະເຮັດ, ພວກເຂົາກໍສະແດງຄວາມບໍ່ອົດທົນຢ່າງຍິ່ງ ແລະ ຈະອອກເຫື່ອແຮງໜ້ອຍໜຶ່ງຢ່າງບໍ່ເຕັມໃຈ ກໍຕໍ່ເມື່ອຖືກເອີ້ນ ຫຼື ຖືກເຊີນເທົ່ານັ້ນ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຜູ້ບໍ່ເຊື່ອ. ການບໍ່ອ່ານພຣະທຳຂອງພຣະເຈົ້າ, ການບໍ່ປະຕິບັດໜ້າທີ່, ເຖິງແມ່ນວ່າພວກເຂົາຈະເຂົ້າຮ່ວມຊີວິດຄຣິສຕະຈັກຢ່າງບໍ່ເຕັມໃຈ, ມັນກໍເພື່ອຫຼີກລ່ຽງການສູນເສຍຊຸມຊົນຂອງອ້າຍເອື້ອຍນ້ອງໃນຄຣິສຕະຈັກ ເຊິ່ງເປັນຜູ້ໜູນຫຼັງທີ່ໃຫຍ່ຫຼວງສຳລັບພວກເຂົາ. ພວກເຂົາຮັກສາສາຍສຳພັນກັບຄົນເຫຼົ່ານີ້ພຽງເພື່ອເຮັດໃຫ້ການຈັດການເລື່ອງຕ່າງໆໃນອະນາຄົດສະດວກສະບາຍຂຶ້ນ. ເມື່ອຄົນດັ່ງກ່າວມີບ່ອນຢືນໃນສັງຄົມ ແລະ ມີບ່ອນຕັ້ງຕົວ ແລະ ເລີ່ມຕົ້ນຊີວິດຂອງພວກເຂົາ, ແລະ ເມື່ອພວກເຂົາປະສົບຄວາມສຳເລັດໃນໂລກ ແລະ ມີອິດທິພົນ ແລະ ມີໂອກາດທີ່ຈະມີອະນາຄົດທີ່ຮຸ່ງເຮືອງ, ພວກເຂົາກໍຈະອອກຈາກຄຣິສຕະຈັກຢ່າງໄວວາ ແລະ ບໍ່ລັງເລ, ຕັດຂາດສາຍສຳພັນກັບອ້າຍເອື້ອຍນ້ອງ ແລະ ຂາດການຕິດຕໍ່. ຖ້າມີຜູ້ທີ່ອາດຈະໄດ້ຮັບຂ່າວປະເສີດທີ່ພວກເຂົາມີສາຍສຳພັນທີ່ດີນຳ ແລະ ເຈົ້າຕ້ອງການຕິດຕໍ່ພວກເຂົາເພື່ອເທດສອນຂ່າວປະເສີດໃຫ້ຄົນຜູ້ນັ້ນ, ເຈົ້າກໍຈະບໍ່ສາມາດຕິດຕໍ່ພວກເຂົາໄດ້. ພວກເຂົາບໍ່ພຽງແຕ່ຕັດຂາດສາຍສຳພັນກັບຄຣິສຕະຈັກເທົ່ານັ້ນ ແຕ່ຍັງຕັດຂາດມິດຕະພາບກັບບຸກຄົນບາງຄົນອີກດ້ວຍ. ພວກເຂົາບໍ່ໄດ້ເປີດໂປງຕົນເອງວ່າເປັນຜູ້ບໍ່ເຊື່ອແລ້ວບໍ? (ແມ່ນແລ້ວ). ແລ້ວຄຣິສຕະຈັກຄວນຈັດການກັບຄົນແບບນີ້ແນວໃດ? (ຄັດພວກເຂົາອອກ). ພວກເຮົາຄວນໃຫ້ໂອກາດພວກເຂົາ, ສະແດງຄວາມເຂົ້າໃຈຕໍ່ຄວາມອ່ອນແອຂອງພວກເຂົາ ແລະ ຕໍ່ຄວາມຍາກລຳບາກໃນຊີວິດຂອງພວກເຂົາ ແລະ ສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາຫຼາຍຂຶ້ນ ເພື່ອໃຫ້ພວກເຂົາສາມາດເຊື່ອໄດ້ວ່າພຣະເຈົ້າມີຢູ່ຈິງ, ກາຍເປັນຜູ້ທີ່ສົນໃຈໃນຄວາມຈິງ ແລະ ສະລະຕົນເພື່ອພຣະເຈົ້າຢ່າງຈິງໃຈບໍ? ວຽກງານນີ້ຈຳເປັນຕ້ອງເຮັດບໍ? (ບໍ່). ເປັນຫຍັງຈຶ່ງບໍ່? (ເພາະວ່າຄົນເຫຼົ່ານີ້ບໍ່ໄດ້ມາບ່ອນນີ້ເພື່ອເຊື່ອໃນພຣະເຈົ້າເລີຍ). ຖືກຕ້ອງແລ້ວ, ພວກເຂົາບໍ່ໄດ້ມາເພື່ອເຊື່ອໃນພຣະເຈົ້າ; ເປົ້າໝາຍຂອງພວກເຂົາຊັດເຈນຫຼາຍ. ພວກເຂົາຢູ່ບ່ອນນີ້ເພື່ອຊອກຫາຜູ້ໜູນຫຼັງ. ສະນັ້ນ, ການໂອ້ລົມຄວາມຈິງກັບຄົນແບບນີ້ຈະບັນລຸຜົນໃດໆໄດ້ບໍ? (ບໍ່ໄດ້). ພວກເຂົາຈະບໍ່ຮັບເອົາມັນ; ພວກເຂົາບໍ່ໃຫ້ຄວາມສໍາຄັນກັບມັນ, ບໍ່ຕ້ອງການມັນ ແລະ ບໍ່ສົນໃຈມັນ.

ພວກເຮົາຄວນຈະພັນລະນາຜູ້ທີ່ເຊື່ອໃນພຣະເຈົ້າພຽງເພື່ອຊອກຫາຜູ້ໜູນຫຼັງນັ້ນແນວໃດ? ມັນຂ້ອນຂ້າງເໝາະສົມທີ່ຈະພັນລະນາພວກເຂົາວ່າເປັນຄົນທີ່ຖືເອົາຜົນປະໂຫຍດຂອງຕົນເອງເໜືອສິ່ງອື່ນໃດ. ຕາບໃດທີ່ພວກເຂົາເຫັນວ່າໃຜຜູ້ໜຶ່ງເປັນປະໂຫຍດ ແລະ ມີຜົນດີຕໍ່ພວກເຂົາ, ພວກເຂົາກໍຈະເຮັດທຸກຢ່າງທີ່ຄົນຜູ້ນັ້ນຂໍ; ພວກເຂົາຈະເຮັດຕາມທຸກຄຳສັ່ງທີ່ພວກເຂົາໄດ້ຮັບ. ພວກເຂົາຖືເອົາຜົນປະໂຫຍດຂອງຕົນເອງເໜືອສິ່ງອື່ນໃດ; ຕາບໃດທີ່ມີສິ່ງໃດທີ່ຮັບໃຊ້ຜົນປະໂຫຍດຂອງພວກເຂົາ, ສິ່ງນັ້ນກໍຖືວ່າໃຊ້ໄດ້. ຖ້າເຈົ້າບອກພວກເຂົາວ່າການເຊື່ອໃນພຣະເຈົ້າຈະນຳເອົາພອນ ແລະ ຜົນປະໂຫຍດມາໃຫ້, ພວກເຂົາກໍຈະເຊື່ອໃນພຣະອົງຢ່າງແນ່ນອນ ແລະ ເຮັດທຸກຢ່າງທີ່ເຈົ້າຂໍໃຫ້ພວກເຂົາເຮັດ. ຕາບໃດທີ່ຄວາມສາມາດຂອງເຈົ້າໃນການຈັດການເລື່ອງຕ່າງໆໃນສັງຄົມສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາໄດ້ຮັບຜົນປະໂຫຍດ, ພວກເຂົາກໍຈະພົວພັນກັບເຈົ້າຢ່າງແນ່ນອນ. ແນວໃດກໍຕາມ, ການພົວພັນຂອງພວກເຂົາກັບເຈົ້າບໍ່ໄດ້ໝາຍຄວາມວ່າພວກເຂົາສາມາດເຊື່ອໃນພຣະເຈົ້າຢ່າງແທ້ຈິງໄດ້ ແລະ ທັງບໍ່ໄດ້ໝາຍຄວາມວ່າພວກເຂົາຈະສະລະຕົນເພື່ອພຣະເຈົ້າຢ່າງຈິງໃຈຄືກັບທີ່ເຈົ້າເຮັດ. ເຖິງແມ່ນວ່າພວກເຂົາຈະເຂົ້າກັບເຈົ້າໄດ້ດີ ແລະ ເຈົ້າມີສາຍສຳພັນທີ່ດີເປັນພິເສດ, ມັນກໍບໍ່ໄດ້ໝາຍຄວາມວ່າພວກເຈົ້າຈະມີແນວຄິດທີ່ຄືກັນ, ຕິດຕາມເສັ້ນທາງດຽວກັນ ຫຼື ມີການສະແຫວງຫາແບບດຽວກັນ. ສະນັ້ນ, ເຈົ້າຕ້ອງບໍ່ຖືກຄົນແບບນີ້ເຮັດໃຫ້ຫຼົງຜິດ. ຄົນເຫຼົ່ານີ້ມີເລ່ລ່ຽມ ແລະ ມີກົນອຸບາຍໃນການພົວພັນກັບຄົນອື່ນ. ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າກໍຄືການຊອກຫາຜູ້ໜູນຫຼັງ, ບໍ່ແມ່ນເພື່ອໄລ່ຕາມເສາະຫາຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນ. ສິ່ງນີ້ສະແດງໃຫ້ເຫັນວ່າລັກສະນະຂອງພວກເຂົາຕໍ່າຊ້າ ແລະ ມືດມົນສໍ່າໃດ! ພວກເຂົາມາທີ່ຄຣິສຕະຈັກເພື່ອຊອກຫາຄົນທີ່ພວກເຂົາສາມາດສວຍໃຊ້ປະໂຫຍດໄດ້ ໂດຍວາງແຜນເພື່ອໃຫ້ໄດ້ຜົນປະໂຫຍດຕ່າງໆສຳລັບຕົນເອງ. ນີ້ບໍ່ໄດ້ໝາຍຄວາມວ່າຄົນແບບນີ້ສາມາດກະທຳການໂດຍບໍ່ເລືອກວິທີການ ແລະ ເຮັດສິ່ງທີ່ໄຮ້ຢາງອາຍທຸກປະເພດໄດ້ບໍ? (ແມ່ນແລ້ວ). ພຽງແຕ່ຄວາມຈິງທີ່ວ່າຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າຄືການຊອກຫາຜູ້ໜູນຫຼັງ ແລະ ຮັບປະກັນການດຳລົງຊີວິດ, ມັນກໍຊັດເຈນວ່າຄົນເຫຼົ່ານີ້ບໍ່ດີເລີຍ ແລະ ພວກເຂົາກໍມີລັກສະນະທີ່ຕໍ່າຊ້າ, ເຫັນແກ່ຕົວ, ໜ້າລັງກຽດ ແລະ ສົກກະປົກ ທີ່ດຳລົງຊີວິດຢູ່ໃນຄວາມມືດມົນທີ່ໃຫຍ່ຫຼວງ. ສະນັ້ນ, ຫຼັກການຂອງຄຣິສຕະຈັກໃນການຈັດການກັບພວກເຂົາກໍຄືການແຍກແຍະພວກເຂົາ ແລະ ຈາກນັ້ນກໍຄັດອອກ ຫຼື ຂັບໄລ່ພວກເຂົາອອກເຊັ່ນກັນ. ເມື່ອເຈົ້າແຍກແຍະໄດ້ວ່າພວກເຂົາບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ, ວ່າພວກເຂົາມາທີ່ຄຣິສຕະຈັກເພື່ອຊອກຫາທາງອອກ ແລະ ສວຍໂອກາດ, ຕ້ອງການສວຍໃຊ້ປະໂຫຍດຈາກອ້າຍເອື້ອຍນ້ອງເພື່ອຈັດການເລື່ອງຕ່າງໆ ແລະ ຮັບໃຊ້ພວກເຂົາ, ແລ້ວໃນກໍລະນີດັ່ງກ່າວ, ຜູ້ນຳ ແລະ ຜູ້ເຮັດວຽກ ແລະ ອ້າຍເອື້ອຍນ້ອງກໍຄວນຈັດການສະຖານະການໂດຍທັນທີ ແລະ ຢ່າງຖືກຕ້ອງ. ເມື່ອບໍ່ເປັນການສ້າງອັນຕະລາຍຕໍ່ຄວາມປອດໄພຂອງຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງ, ຈົ່ງຄັດອອກ ຫຼື ຂັບໄລ່ພວກເຂົາອອກໂດຍໄວເທົ່າທີ່ຈະໄວໄດ້. ບໍ່ຄວນອະນຸຍາດໃຫ້ພວກເຂົາສືບຕໍ່ລີ້ຊ່ອນຢູ່ໃນທ່າມກາງອ້າຍເອື້ອຍນ້ອງ. ພວກເຂົາບໍ່ແມ່ນເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະເຈົ້າ. ເມື່ອຄົນດັ່ງກ່າວລີ້ຊ່ອນຢູ່ໃນທ່າມກາງພວກເຈົ້າ, ພວກເຂົາກໍຈ້ອງເບິ່ງທຸກຄົນຢູ່ສະເໝີດ້ວຍສາຍຕາທີ່ລະໂມບ ແລະ ທີ່ຄອຍເຝົ້າເບິ່ງເພື່ອເບິ່ງວ່າໃຜມີຄຸນຄ່າໃນການສວຍໃຊ້ປະໂຫຍດ. ພວກເຂົາຄິດໄລ່ຢູ່ສະເໝີວ່າ ມີຄົນໃນຄຣິສຕະຈັກທີ່ພວກເຂົາສາມາດສວຍໃຊ້ໄດ້ ຫຼື ບໍ່, ໃຜມີຍາດພີ່ນ້ອງເຮັດວຽກຢູ່ໂຮງໝໍ, ໃຜຮູ້ວິທີປິ່ນປົວພະຍາດ ຫຼື ມີສູດຢາລັບ, ໃຜສາມາດຊື້ຂອງໃນລາຄາສົ່ງໄດ້, ຄອບຄົວຂອງອ້າຍນ້ອງຄົນໃດເປີດຮ້ານຂາຍລົດ, ໃຜສາມາດຊື້ເຮືອນໃນລາຄາພິເສດສຳລັບຄົນໃນໄດ້, ພວກເຂົາກວດສອບເລື່ອງເຫຼົ່ານີ້ໂດຍສະເພາະ. ຄົນເຫຼົ່ານີ້ຄິດໄລ່ຢ່າງລະອຽດຖີ່ຖ້ວນ! ພວກເຂົາຄິດໄລ່ແມ່ນແຕ່ເລື່ອງນ້ອຍໆ ແລະ ພວກເຂົາຍັງປາຖະໜາທີ່ຈະວາງແຜນການຕໍ່ຕ້ານອ້າຍເອື້ອຍນ້ອງ ແລະ ວາງແຜນທີ່ຈະສວຍໃຊ້ປະໂຫຍດຈາກພວກເຂົາ. ພວກເຂົາກວດສອບພູມຫຼັງຄອບຄົວຂອງທຸກຄົນ ແລະ ເຮັດໃຫ້ທຸກຄົນຢູ່ໃນຂອບເຂດແຜນການ ແລະ ເລ່ລ່ຽມຂອງພວກເຂົາ. ໃຈຂອງພວກເຈົ້າຈະຮູ້ສຶກສະຫງົບໄດ້ບໍເມື່ອພົວພັນກັບຄົນແບບນີ້? (ບໍ່). ຄວນເຮັດແນວໃດຖ້າບໍ່ມີຄວາມສະຫງົບ? ພວກເຈົ້າຄວນລະວັງຄົນແບບນີ້. ຄົນເຫຼົ່ານີ້ເຊື່ອໃນພຣະເຈົ້າດ້ວຍເຈດຕະນາທີ່ແອບແຝງ; ພວກເຂົາບໍ່ໄດ້ຢູ່ບ່ອນນີ້ເພື່ອໄລ່ຕາມເສາະຫາຄວາມຈິງ ຫຼື ຄວາມລອດພົ້ນ ແຕ່ເພື່ອຊອກຫາຜູ້ໜູນຫຼັງ, ຊີວິດການເປັນຢູ່ ແລະ ທາງອອກໃຫ້ກັບຕົນເອງ. ຄົນດັ່ງກ່າວເຫັນແກ່ຕົວ, ໜ້າລັງກຽດ ແລະ ມີເລ່ລ່ຽມເປັນພິເສດ. ພວກເຂົາບໍ່ໄດ້ປະຕິບັດໜ້າທີ່ໃດໆ ຫຼື ສະລະຕົນເພື່ອພຣະເຈົ້າ. ເມື່ອຄຣິສຕະຈັກຕ້ອງການໃຫ້ພວກເຂົາເຮັດຫຍັງຈັກຢ່າງ, ກໍຊອກຫາພວກເຂົາບໍ່ເຫັນ ແຕ່ພວກເຂົາກໍກັບມາປະກົດຕົວອີກຄັ້ງເມື່ອເລື່ອງຈົບລົງ. ຄົນເຫຼົ່ານີ້ຮູ້ແຕ່ສວຍໂອກາດເທົ່ານັ້ນ ແລະ ບໍ່ມີປະໂຫຍດທີ່ຈະປ່ອຍໃຫ້ພວກເຂົາຢູ່ໃນຄຣິສຕະຈັກ; ຕ້ອງໃຊ້ວິທີການຕ່າງໆເພື່ອຊຳລະລ້າງພວກເຂົາໂດຍໄວເທົ່າທີ່ຈະໄວໄດ້. ບາງຄົນເວົ້າວ່າ “ມັນຈຳເປັນຕ້ອງໃຊ້ວິທີການຕ່າງໆເພື່ອຈັດການກັບຄົນຜູ້ດຽວແທ້ບໍ?” ຄຣິສຕະຈັກມີຄົນທຸກປະເພດ; ຫຼາຍຄົນໃນນັ້ນເຊື່ອໃນພຣະເຈົ້າພຽງເພື່ອຊອກຫາຜູ້ໜູນຫຼັງ ແລະ ທາງອອກ ເພື່ອໃຫ້ໄດ້ຮັບພອນ ຫຼື ເພື່ອຫຼີກລ່ຽງໄພພິບັດ. ມັນແມ່ນຄວາມຮຸນແຮງຢ່າງດຽວຈາກແຮງຈູງໃຈເຫຼົ່ານີ້ເທົ່ານັ້ນທີ່ແຕກຕ່າງກັນ; ບາງຄົນສະແດງພຶດຕິກຳແບບໜຶ່ງ, ໃນຂະນະທີ່ຄົນອື່ນສະແດງອີກແບບ. ສະນັ້ນ, ຕ້ອງມີການປະຕິບັດຕໍ່ຜູ້ຄົນທີ່ແຕກຕ່າງກັນໃນແບບທີ່ແຕກຕ່າງກັນ; ມີພຽງແຕ່ການເຮັດແບບນີ້ເທົ່ານັ້ນທີ່ສອດຄ່ອງກັບຫຼັກການ. ສ່ວນຜູ້ບໍ່ເຊື່ອເຫຼົ່ານີ້ທີ່ກຳລັງຊອກຫາຜູ້ໜູນຫຼັງ, ພວກເຂົາຕ້ອງຖືກຊຳລະລ້າງໂດຍທັນທີ. ຢ່າປ່ອຍໃຫ້ພວກເຂົາມາເພິ່ງພາອາໄສກິນຢູ່ຊື່ໆໃນຄຣິສຕະຈັກ. ພວກເຂົາຂໍໃຫ້ອ້າຍເອື້ອຍນ້ອງຈັດການເລື່ອງຕ່າງໆໃຫ້ພວກເຂົາ. ໃນເມື່ອທີ່ຈິງແລ້ວມັນໃຊ້ຄວາມພະຍາຍາມພຽງໜ້ອຍໜຶ່ງເພື່ອຊ່ວຍພວກເຂົາຈັດການເລື່ອງຕ່າງໆ, ເປັນຫຍັງຈຶ່ງບໍ່ຄວນໃຫ້ການຊ່ວຍເຫຼືອແມ່ນແຕ່ພຽງໜ້ອຍດຽວນີ້ແກ່ພວກເຂົາ? ທີ່ສຳຄັນທີ່ສຸດ, ຂໍ້ທີໜຶ່ງກໍຄື ຄົນເຫຼົ່ານີ້ບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ; ພວກເຂົາເປັນຜູ້ບໍ່ເຊື່ອຢ່າງສິ້ນເຊີງ. ຂໍ້ທີສອງກໍຄື ຄົນເຫຼົ່ານີ້ບໍ່ສາມາດປ່ຽນຈາກການບໍ່ເຊື່ອມາເປັນຜູ້ເຊື່ອທີ່ແທ້ຈິງໄດ້. ພວກເຂົາບໍ່ແມ່ນຜູ້ທີ່ພຣະເຈົ້າໄດ້ກຳນົດ ແລະ ເລືອກໄວ້ລ່ວງໜ້າ; ພວກເຂົາບໍ່ແມ່ນເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງ ແຕ່ພັດເປັນຜູ້ເຮັດຄວາມຊົ່ວທີ່ໄດ້ແຊກຊຶມເຂົ້າມາໃນຄຣິສຕະຈັກ. ຂໍ້ທີສາມກໍຄື ຄົນເຫຼົ່ານີ້ແລ່ນວຸ່ນວາຍໄປທົ່ວໃນຄຣິສຕະຈັກ ໂດຍຂໍຄວາມຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງຢູ່ສະເໝີ ບໍ່ວ່າບັນຫາທີ່ພວກເຂົາປະເຊີນໜ້າຈະໃຫຍ່ສໍ່າໃດກໍຕາມ ເຊິ່ງເປັນການລົບກວນອ້າຍເອື້ອຍນ້ອງໂດຍບໍ່ຮູ້ໂຕ ແລະ ໃນຂະນະດຽວກັນກໍສ້າງບັນຍາກາດທີ່ເປັນລົບຢ່າງຮ້າຍແຮງໃນຄຣິສຕະຈັກ ເຊິ່ງເປັນຜົນເສຍຕໍ່ທຸກຄົນ. ສະນັ້ນ, ມັນດີທີ່ສຸດທີ່ຈະຊຳລະລ້າງມານຮ້າຍເຫຼົ່ານີ້ທີ່ເຊື່ອໃນພຣະເຈົ້າພຽງເພື່ອຊອກຫາຜູ້ໜູນຫຼັງອອກໄປໂດຍໄວເທົ່າທີ່ຈະໄວໄດ້. ຖ້າເຈົ້າຍັງບໍ່ທັນລະບຸຕົວພວກເຂົາ ຫຼື ເບິ່ງທະລຸວ່າພວກເຂົາເປັນຄົນປະເພດນີ້, ເຈົ້າກໍສາມາດເກັບພວກເຂົາໄວ້ເພື່ອສັງເກດການໄດ້. ເມື່ອເຈົ້າແຍກແຍະ ແລະ ເບິ່ງທະລຸໄດ້ວ່າພວກເຂົາຢູ່ໃນກຸ່ມຄົນຊົ່ວຮ້າຍຕ່າງໆທີ່ເຮືອນຂອງພຣະເຈົ້າຕ້ອງຄັດອອກ, ຈົ່ງຢ່າລັງເລ ຫຼື ໄວ້ໜ້າພວກເຂົາ. ຫຼັງຈາກທີ່ໄດ້ໂອ້ລົມກັບທຸກຄົນ ແລະ ບັນລຸຂໍ້ສະຫຼຸບທີ່ເປັນເອກະພາບແລ້ວ, ເຈົ້າກໍສາມາດຄັດພວກເຂົາອອກໄດ້. ຖ້າຜູ້ນຳ ແລະ ຜູ້ເຮັດວຽກໃນຄຣິສຕະຈັກບໍ່ສົນໃຈເລື່ອງນີ້, ຕາບໃດທີ່ອ້າຍເອື້ອຍນ້ອງສ່ວນໃຫຍ່ຢືນຢັນວ່າພວກເຂົາເປັນປະເພດທີ່ເຊື່ອໃນພຣະເຈົ້າພຽງເພື່ອຊອກຫາຜູ້ໜູນຫຼັງ ແລະ ທາງອອກ, ພວກເຈົ້າມີສິດທີ່ຈະຄັດພວກເຂົາອອກໂດຍກົງໂດຍບໍ່ຕ້ອງຜ່ານຜູ້ນຳປອມ. ການເຮັດແບບນັ້ນຖືກຕ້ອງ ແລະ ສອດຄ່ອງກັບຫຼັກການຄວາມຈິງຢ່າງສົມບູນ. ມັນເປັນສິດ, ພັນທະ ແລະ ຄວາມຮັບຜິດຊອບຂອງພວກເຈົ້າ; ມັນກໍເພື່ອການປົກປ້ອງພວກເຈົ້າເອງ. ແນ່ນອນວ່າ ເມື່ອອ້າຍເອື້ອຍນ້ອງທີ່ເປັນຜູ້ເຊື່ອທີ່ແທ້ຈິງປະສົບບັນຫາ, ພວກເຮົາມີຄວາມຮັບຜິດຊອບ ແລະ ພັນທະທີ່ຈະເຮັດສຸດຄວາມສາມາດເພື່ອຊ່ວຍເຫຼືອພວກເຂົາ, ບໍ່ວ່າຈະເປັນການຊ່ວຍເຫຼືອ ແລະ ສະໜັບສະໜູນດ້ວຍຄວາມຮັກ ຫຼື ຜ່ານການຊ່ວຍເຫຼືອດ້ານວັດຖຸ. ນີ້ຄືຄວາມຮັກລະຫວ່າງອ້າຍເອື້ອຍນ້ອງ, ຄວາມຮັກຂອງຜູ້ທີ່ເຊື່ອໃນພຣະເຈົ້າ. ແນວໃດກໍຕາມ, ພວກເຮົາບໍ່ມີຄວາມຮັບຜິດຊອບ ຫຼື ພັນທະທີ່ຈະຊ່ວຍເຫຼືອຜູ້ບໍ່ເຊື່ອ ເພາະພວກເຂົາບໍ່ແມ່ນອ້າຍເອື້ອຍນ້ອງ ແລະ ບໍ່ສົມຄວນໄດ້ຮັບພຣະຄຸນ ຫຼື ການຊ່ວຍເຫຼືອແບບນີ້. ນີ້ຄືການປະຕິບັດຕໍ່ຜູ້ຄົນຕາມຫຼັກການ. ການໂອ້ລົມຂອງພວກເຮົາກ່ຽວກັບຈຸດປະສົງຂໍ້ທີເຈັດໃນການເຊື່ອໃນພຣະເຈົ້າກໍຈົບລົງພຽງເທົ່ານີ້. ບໍ່ຈຳເປັນຕ້ອງຍົກຕົວຢ່າງທີ່ລະອຽດກວ່ານີ້ກ່ຽວກັບຄົນປະເພດນີ້. ສະຫຼຸບແລ້ວກໍຄື ໃຜກໍຕາມທີ່ມີຈຸດປະສົງໃນການເຊື່ອໃນພຣະເຈົ້າເພື່ອຊອກຫາຜູ້ໜູນຫຼັງ ກໍແມ່ນຜູ້ທີ່ຄວນຖືກຄັດອອກ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ. ເມື່ອຜູ້ນຳ ແລະ ຜູ້ເຮັດວຽກແຍກແຍະໄດ້ວ່າມີຄົນແບບນີ້ຢູ່ໃນຄຣິສຕະຈັກ, ພວກເຂົາກໍຄວນຄັດຄົນເຫຼົ່ານັ້ນອອກໂດຍທັນທີ. ໃຫ້ຄັດຄົນທີ່ເຈົ້າພົບເຫັນອອກເທື່ອລະຄົນໂດຍບໍ່ໃຫ້ເຫຼືອຈັກຄົນ. ຖ້າອ້າຍເອື້ອຍນ້ອງສ່ວນໃຫຍ່ຖືກລົບກວນຈົນຮູ້ສຶກໝົດຫົນທາງ ແລະ ທົນຕໍ່ໄປບໍ່ໄຫວອີກແລ້ວ ແລະ ຜູ້ນຳ ແລະ ຜູ້ເຮັດວຽກຍັງຄົງປົກປ້ອງພວກເຂົາໂດຍກ່າວວ່າ “ພວກເຂົາມີຄວາມຍາກລຳບາກ; ພວກເຮົາຄວນຊ່ວຍເຫຼືອພວກເຂົາ”, ກໍຄວນບອກຜູ້ນຳດັ່ງກ່າວວ່າ: “ພວກເຂົາບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າເລີຍ. ພວກເຂົາບໍ່ສົນໃຈໃຜກໍຕາມທີ່ໂອ້ລົມພຣະທຳຂອງພຣະເຈົ້າກັບພວກເຂົາ ແລະ ປະຕິເສດທີ່ຈະປະຕິບັດໜ້າທີ່ຂອງຕົນເມື່ອຖືກບອກ. ພວກເຂົາບໍ່ເຄີຍມີເຈດຕະນາທີ່ຈະເສຍສະລະຕົນເອງເພື່ອພຣະເຈົ້າ ແລະ ພວກເຂົາພຽງແຕ່ຕ້ອງການສວຍໃຊ້ປະໂຫຍດຈາກອ້າຍເອື້ອຍນ້ອງເພື່ອຈັດການເລື່ອງຕ່າງໆຂອງພວກເຂົາ. ພວກເຮົາບໍ່ມີຄວາມຮັບຜິດຊອບ ຫຼື ພັນທະທີ່ຈະຊ່ວຍເຫຼືອຜູ້ບໍ່ເຊື່ອແບບນີ້!” ເຖິງແມ່ນວ່າຜູ້ນຳຄຣິສຕະຈັກຈະບໍ່ເຫັນດີ, ພວກເຈົ້າມີສິດທີ່ຈະຮ່ວມກັບຄົນສ່ວນໃຫຍ່ເພື່ອຄັດພວກເຂົາອອກຈາກຄຣິສຕະຈັກ. ຖ້າຜູ້ນຳຄຣິສຕະຈັກຍັງຄົງບໍ່ເຫັນດີໃນຈຸດນີ້, ຈົ່ງລາຍງານເລື່ອງນີ້ຂຶ້ນເບື້ອງເທິງ; ໃຫ້ແຍກຜູ້ນຳອອກຕ່າງຫາກ ແລະ ໃຫ້ພວກເຂົາໄຕ່ຕອງຕົນເອງ. ພວກເຈົ້າສາມາດຍອມຮັບການນຳພາຂອງພວກເຂົາໄດ້ອີກຄັ້ງ ເມື່ອພວກເຂົາເຫັນດີ. ຖ້າພວກເຂົາຍັງຄົງບໍ່ເຫັນດີ, ພວກເຈົ້າກໍສາມາດປົດພວກເຂົາອອກ ແລະ ເລືອກຕັ້ງຜູ້ນຳຄົນໃໝ່ໄດ້. ນີ້ຄືຈຸດປະສົງຂໍ້ທີເຈັດໃນການເຊື່ອໃນພຣະເຈົ້າ: ການຊອກຫາຜູ້ໜູນຫຼັງ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?