ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27) ສ່ວນທີ ສອງ

ໃນຄຣິສຕະຈັກ, ຍັງມີຄົນຈຳນວນໜຶ່ງທີ່ເປັນຄົນປະເພດຢູດາ ແລະ ພວກເຂົາພະຍາຍາມສອບຖາມຢູ່ສະເໝີວ່າ ເຮືອນຂອງພຣະເຈົ້າມີເງິນຢູ່ເທົ່າໃດ ແລະ ໃຜໃນຄຣິສຕະຈັກທີ່ຖວາຍຫຼາຍທີ່ສຸດ. ຄົນອື່ນເວົ້າກັບພວກເຂົາວ່າ: “ເລື່ອງນີ້ບອກເຈົ້າບໍ່ໄດ້. ການຮູ້ເລື່ອງນີ້ບໍ່ໄດ້ເປັນປະໂຫຍດຕໍ່ເຈົ້າ ແລະ ອີກຢ່າງ, ເລື່ອງນີ້ກໍບໍ່ແມ່ນສິ່ງທີ່ເຈົ້າຄວນສອບຖາມ”. ຫຼັງຈາກໄດ້ຍິນເຊັ່ນນີ້, ພວກເຂົາກໍກາຍເປັນປໍລະປັກ ແລະ ເວົ້າວ່າ: “ພວກເຈົ້າທຸກຄົນກຳລັງລະວັງຂ້ອຍ, ດູຖູກຂ້ອຍ, ບໍ່ໄດ້ປະຕິບັດຕໍ່ຂ້ອຍຄືກັບອ້າຍເອື້ອຍນ້ອງ; ພວກເຈົ້າປະຕິບັດຕໍ່ຂ້ອຍຄືກັບຄົນນອກ. ຂ້ອຍຮູ້ວ່າເງິນຂອງຄຣິສຕະຈັກຖືກເກັບຮັກສາໄວ້ຢູ່ເຮືອນຂອງໃຜ. ຂ້ອຍຈະໄປລາຍງານພວກເຈົ້າ ແລະ ໃຫ້ຕຳຫຼວດຍຶດເອົາທັງໝົດ, ແລ້ວຂ້ອຍກໍຈະຮູ້ວ່າເງິນມີເທົ່າໃດ!” ເມື່ອໃດກໍຕາມທີ່ມີເລື່ອງຫຍັງເກີດຂຶ້ນ, ພວກເຂົາກໍຢາກຫັກຫຼັງ ຫຼື ລາຍງານຕໍ່ຄົນອື່ນ; ມີພຽງແຕ່ເວລາທີ່ເກີດການລົບກວນຈາກຜູ້ນຳປອມ, ຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍໃນຄຣິສຕະຈັກເທົ່ານັ້ນທີ່ພວກເຂົາບໍ່ເຄີຍລາຍງານຫຍັງເລີຍ. ຫຼື ແມ່ນແຕ່ເມື່ອພວກເຂົາເຫັນຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສລັກລອບ ຫຼື ຍຶດເອົາເຄື່ອງຖວາຍ, ພວກເຂົາກໍບໍ່ເຄີຍເປີດໂປງ ຫຼື ລາຍງານການກະທຳເຫຼົ່ານີ້ ແລະ ພວກເຂົາກໍບໍ່ໄດ້ແຈ້ງໃຫ້ເຮືອນຂອງພຣະເຈົ້າຮູ້. ພວກເຂົາບໍ່ໄດ້ສົນໃຈເລື່ອງດັ່ງກ່າວ. ແຕ່ຖ້າອ້າຍເອື້ອຍນ້ອງຄົນໃດຄົນໜຶ່ງເຮັດໃຫ້ໃຈຮ້າຍ, ເຮັດໃຫ້ພວກເຂົາຂຸ່ນເຄືອງ ຫຼື ປະຕິບັດກັບພວກເຂົາຢ່າງເມີນເສີຍ, ພວກເຂົາກໍຈະໄປລາຍງານຄົນເຫຼົ່ານັ້ນ. ຫຼື ຖ້າການຈັດແຈງວຽກງານບາງຢ່າງຂອງເຮືອນຂອງພຣະເຈົ້າບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ, ເຮັດໃຫ້ພວກເຂົາຮູ້ສຶກອັບອາຍ ຫຼື ຕົກຢູ່ໃນສະຖານະການທີ່ລຳບາກ, ພວກເຂົາກໍເລີ່ມຄິດວ່າ: “ຂ້ອຍຈະລາຍງານເຈົ້າ! ຂ້ອຍຈະເຮັດໃຫ້ເຈົ້າເສຍຕຳແໜ່ງຜູ້ນຳຄຣິສຕະຈັກ, ຂ້ອຍຈະເຮັດໃຫ້ວຽກງານຂອງຄຣິສຕະຈັກລົ້ມເຫຼວ, ຂ້ອຍຈະເຮັດໃຫ້ຄຣິສຕະຈັກພັງທະລາຍ!” ເຫັນແລ້ວບໍ? ພວກເຂົາຢາກລາຍງານຜູ້ນຳຄຣິສຕະຈັກເຖິງວ່າຈະເປັນເລື່ອງນີ້. ໃນບາງຄຣິສຕະຈັກ, ມີການຄັດເລືອກຄົນຈຳນວນໜຶ່ງທີ່ເໝາະສົມສຳລັບການໄປປະຕິບັດໜ້າທີ່ຢູ່ຕ່າງປະເທດ, ເຊິ່ງເງື່ອນໄຂທາງຄອບຄົວ ແລະ ສ່ວນຕົວກໍເອື້ອອຳນວຍ, ພວກເຂົາສອດຄ່ອງກັບຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງທຸກຄົນກໍເຫັນດີ. ເມື່ອຄົນທີ່ເປັນແບບຢູດາເຫຼົ່ານັ້ນເຫັນສິ່ງນີ້, ພວກເຂົາກໍຄິດວ່າ: “ເລື່ອງດີໆແບບນີ້ບໍ່ເຄີຍເກີດຂຶ້ນກັບຂ້ອຍເລີຍ. ຂ້ອຍຈະໄປລາຍງານພວກເຈົ້າ! ຂ້ອຍຈະບອກຕຳຫຼວດວ່າຄົນບາງຄົນໃນຄຣິສຕະຈັກຂອງພວກເຮົາກຳລັງຈະໄປຕ່າງປະເທດເພື່ອປະຕິບັດໜ້າທີ່. ຂ້ອຍຈະເຮັດໃຫ້ພວກເຈົ້າອອກຈາກປະເທດບໍ່ໄດ້. ຂ້ອຍຈະໃຫ້ພະຍານາກໃຫຍ່ສີແດງຈັບກຸມພວກເຈົ້າ ຫຼື ໃຫ້ລັດຖະບານຕິດຕາມພວກເຈົ້າ ເພື່ອໃຫ້ພວກເຈົ້າບໍ່ສາມາດກັບບ້ານໄດ້!” ຕາບໃດທີ່ອ້າຍເອື້ອຍນ້ອງບໍ່ສາມາດໄປຕ່າງປະເທດໄດ້, ພວກເຂົາກໍຮູ້ສຶກພໍໃຈ. ພວກເຈົ້າຄິດວ່າແນວໃດ, ບໍ່ແມ່ນທຳມະຊາດຂອງການກະທຳຂອງຄົນປະເພດນີ້ຮ້າຍແຮງກວ່າຄົນທີ່ຂັດຂວາງ ແລະ ລົບກວນເປັນບາງຄັ້ງຄາວບໍ? (ແມ່ນແລ້ວ.) ຄົນປະເພດນີ້ເປັນບັນຫາທີ່ໃຫຍ່. ພວກເຂົາຂາດຫົວໃຈທີ່ຢຳເກງພຣະເຈົ້າ ແລະ ພວກເຂົາບໍ່ຢ້ານພຣະເຈົ້າເລີຍ. ບໍ່ວ່າຈະເປັນສະຖານະການ ຫຼື ເຫດຜົນໃດກໍຕາມ, ຕາບໃດທີ່ສິ່ງຕ່າງໆບໍ່ເປັນໄປຕາມທີ່ພວກເຂົາຕ້ອງການ, ພວກເຂົາກໍຢາກລາຍງານຄຣິສຕະຈັກ ແລະ ຫັກຫຼັງອ້າຍເອື້ອຍນ້ອງ, ພວກເຂົາຄືມານຮ້າຍ! ເມື່ອຄຣິສຕະຈັກຄົ້ນພົບຄົນປະເພດນີ້, ພວກເຂົາຄວນຖືກຄັດອອກ ຫຼື ຂັບໄລ່ໂດຍໄວເທົ່າທີ່ຈະໄວໄດ້ ເພື່ອປ້ອງກັນບັນຫາໃນອະນາຄົດ. ຖ້າສະພາບແວດລ້ອມໃນປັດຈຸບັນບໍ່ເອື້ອອຳນວຍໃຫ້ເຮັດແບບນີ້ ຫຼື ເງື່ອນໄຂຍັງບໍ່ພ້ອມ, ກໍຕ້ອງມີການຕິດຕາມ, ກຳກັບດູແລ ແລະ ລະວັງພວກເຂົາຢ່າງເຂັ້ມງວດ. ເມື່ອເງື່ອນໄຂເອື້ອອຳນວຍ, ບຸກຄົນທີ່ເປັນອັນຕະລາຍເຊັ່ນນີ້ແມ່ນຈະບໍ່ໄດ້ຮັບອະນຸຍາດໃຫ້ຢູ່ຢ່າງເດັດຂາດ, ຈົ່ງຄັດອອກ ຫຼື ຂັບໄລ່ພວກເຂົາໂດຍໄວເທົ່າທີ່ຈະໄວໄດ້. ຢ່າລໍຖ້າຈົນກວ່າພວກເຂົາຈະຫັກຫຼັງຄຣິສຕະຈັກ ແລະ ກໍ່ໃຫ້ເກີດຜົນທີ່ຕາມມາແລ້ວຈຶ່ງລົງມື. ເມື່ອພວກເຂົາເຮັດແລ້ວ ແລະ ສິ່ງນີ້ກໍ່ໃຫ້ເກີດຜົນທີ່ຕາມມາທີ່ແທ້ຈິງ, ຄວາມເສຍຫາຍກໍຈະໃຫຍ່ຫຼວງ. ໃຜຈະຮູ້ວ່າອ້າຍເອື້ອຍນ້ອງຈັກຄົນທີ່ຈະບໍ່ມີບ່ອນໃຫ້ກັບ ຫຼື ແມ່ນແຕ່ຖືກຈັບ ແລະ ຕິດຄຸກ. ອ້າຍເອື້ອຍນ້ອງຫຼາຍຄົນອາດຈະບໍ່ສາມາດປະຕິບັດໜ້າທີ່ຂອງຕົນ ຫຼື ດຳລົງຊີວິດຄຣິສຕະຈັກໄດ້ອີກຕໍ່ໄປ. ຜົນທີ່ຕາມມາຈະເປັນສິ່ງທີ່ຄາດບໍ່ເຖິງ. ສະນັ້ນ, ໃນຖານະຜູ້ນຳ ແລະ ຜູ້ເຮັດວຽກ, ຖ້າພວກເຈົ້າຄົ້ນພົບຄົນທີ່ເປັນແບບຢູດາໃນຄຣິສຕະຈັກ, ພວກເຈົ້າຕ້ອງຄັດອອກ ຫຼື ຂັບໄລ່ພວກເຂົາຢ່າງທັນທີທັນໃດ. ໃນຖານະອ້າຍເອື້ອຍນ້ອງ, ຖ້າພວກເຈົ້າຄົ້ນພົບຄົນປະເພດນີ້, ພວກເຈົ້າຕ້ອງລາຍງານໃຫ້ຜູ້ນຳ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກຮູ້ໂດຍໄວເທົ່າທີ່ຈະໄວໄດ້. ເລື່ອງນີ້ກ່ຽວຂ້ອງກັບຄວາມປອດໄພຂອງອ້າຍເອື້ອຍນ້ອງຂອງຄຣິສຕະຈັກ ແລະ ຂອງເຈົ້າເອງ. ຢ່າຄິດວ່າ: “ພວກເຂົາຍັງບໍ່ທັນໄດ້ທໍລະຍົດແທ້ໆເທື່ອ, ສະນັ້ນ ມັນບໍ່ແມ່ນເລື່ອງໃຫຍ່; ພວກເຂົາພຽງແຕ່ເວົ້າອອກມາດ້ວຍອາລົມໂມໂຫໃນຕອນນັ້ນ”. ທຸກຄົນລ້ວນແຕ່ເຄີຍໃຈຮ້າຍ, ບາງຄົນເມື່ອໃຈຮ້າຍ, ຢ່າງຫຼາຍທີ່ສຸດກໍອາດຈະເວົ້າຄຳເວົ້າທີ່ຮຸນແຮງສອງສາມຄຳ, ສະແດງອາການໂມໂຫໜ້ອຍໜຶ່ງ ຫຼື ຄິດລົບສອງສາມມື້, ແຕ່ຕາບໃດທີ່ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ, ຢ້ານພຣະເຈົ້າໃນຫົວໃຈ ແລະ ມີຈິດສຳນຶກ ແລະ ເຫດຜົນຢູ່ແດ່, ພ້ອມທັງມີບັນທັດຖານໃນການປະພຶດຕົນ, ພວກເຂົາກໍຈະບໍ່ມີທາງເຮັດສິ່ງທີ່ທຳຮ້າຍຄົນອື່ນ, ບໍ່ວ່າຈະເປັນແນວໃດກໍຕາມ. ແນວໃດກໍຕາມ, ມັນແຕກຕ່າງສຳລັບຄົນທີ່ເປັນແບບຢູດາໂດຍກຳເນີດ. ເມື່ອຖືກກະຕຸ້ນໜ້ອຍດຽວ ພວກເຂົາກໍສາມາດລາຍງານຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ, ໂດຍຕ້ອງການໃຊ້ອຳນາດຂອງຊາຕານເພື່ອຂົ່ມຂູ່ອ້າຍເອື້ອຍນ້ອງ ແລະ ຄຣິສຕະຈັກເພື່ອບັນລຸເປົ້າໝາຍຂອງພວກເຂົາຢູ່ສະເໝີ. ຄົນເຫຼົ່ານີ້ຢູ່ຝ່າຍດຽວກັບມານຮ້າຍທີ່ຊົ່ວຮ້າຍ, ການປະພຶດຕົນຂອງພວກເຂົາບໍ່ມີຂອບເຂດ. ສະນັ້ນ, ທັງຜູ້ນຳຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງຕ້ອງມີສະຕິລະວັງຕົວເປັນພິເສດຕໍ່ຜູ້ທີ່ສາມາດລາຍງານຄຣິສຕະຈັກ ເມື່ອຖືກກະຕຸ້ນໜ້ອຍໜຶ່ງ. ຖ້າໃຜຄົ້ນພົບຄົນປະເພດນີ້ທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາ ແລະ ບໍ່ຟັງເຫດຜົນ, ພວກເຂົາຄວນລາຍງານໃຫ້ຜູ້ນຳ ແລະ ຜູ້ເຮັດວຽກຮູ້ໃນທັນທີ, ແລ້ວກໍສັງເກດ ແລະ ກຳກັບດູແລພວກເຂົາ. ຖ້າຜູ້ນຳຄຣິສຕະຈັກຄົ້ນພົບຄົນປະເພດນີ້, ພວກເຂົາຄວນວາງແຜນເພື່ອຈັດການ ແລະ ແກ້ໄຂສະຖານະການໂດຍໄວເທົ່າທີ່ຈະໄວໄດ້. ພວກເຂົາຕ້ອງປົກປ້ອງອ້າຍເອື້ອຍນ້ອງ ແລະ ປົກປ້ອງຊີວິດຄຣິສຕະຈັກ ແລະ ວຽກງານຂອງຄຣິສຕະຈັກຈາກການຖືກທຳລາຍ ແລະ ລົບກວນໂດຍບຸກຄົນດັ່ງກ່າວ. ຢ່າຄິດວ່າເມື່ອຄົນປະເພດນີ້ເວົ້າວ່າພວກເຂົາຈະລາຍງານຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງ, ມັນເປັນພຽງຄຳເວົ້າທີ່ເກີດຈາກອາລົມໂມໂຫໃນຕອນນັ້ນ ແລ້ວຈຶ່ງລະມັດລະວັງໜ້ອຍລົງ. ທີ່ຈິງແລ້ວ, ການທີ່ພວກເຂົາເວົ້າສິ່ງດັ່ງກ່າວຢູ່ເລື້ອຍໆກໍພິສູດແລ້ວວ່າແນວຄິດນີ້ມີຢູ່ໃນຄວາມຄິດຂອງພວກເຂົາແລ້ວ. ຖ້າພວກເຂົາຄິດແບບນີ້, ພວກເຂົາກໍສາມາດລົງມືເຮັດໄດ້. ບາງຄັ້ງ, ຫຼັງຈາກເວົ້າວ່າ “ຂ້ອຍຈະລາຍງານເຈົ້າ”, ພວກເຂົາອາດບໍ່ໄດ້ໄປລາຍງານແທ້, ແຕ່ໃຜຈະຮູ້ວ່າເມື່ອໃດທີ່ພວກເຂົາອາດຈະລົງມືເຮັດແທ້. ເມື່ອພວກເຂົາເຮັດແລ້ວ, ຜົນທີ່ຕາມມາກໍຈະເປັນສິ່ງທີ່ຄາດບໍ່ເຖິງ. ສະນັ້ນ, ຖ້າເຈົ້າປະຕິບັດຕໍ່ຄຳເວົ້າຂອງພວກເຂົາທີ່ວ່າ “ຂ້ອຍຈະລາຍງານເຈົ້າ” ວ່າເປັນພຽງຄຳເວົ້າທີ່ເກີດຈາກຄວາມໂມໂຫຢູ່ສະເໝີ, ເຈົ້າກໍກຳລັງເປັນຄົນໂງ່ຈ້າ ແລະ ເບົາປັນຍາ. ເຈົ້າບໍ່ສາມາດເບິ່ງທະລຸແກ່ນສານຂອງຄວາມເປັນມະນຸດຂອງພວກເຂົາຜ່ານຄຳເວົ້າເຫຼົ່ານີ້ໄດ້ ແລະ ນີ້ກໍເປັນຄວາມຜິດພາດ. ພວກເຂົາສາມາດເວົ້າວ່າ “ຂ້ອຍຈະລາຍງານເຈົ້າ” ເພື່ອຂົ່ມຂູ່ຄົນອື່ນ ເມື່ອຖືກກະຕຸ້ນໜ້ອຍໜຶ່ງ, ນີ້ບໍ່ແມ່ນຄຳເວົ້າທີ່ເກີດຈາກຄວາມໂມໂຫທຳມະດາຢ່າງເດັດຂາດ; ມັນສະແດງໃຫ້ເຫັນວ່າພວກເຂົາມີທຳມະຊາດຂອງຢູດາ ແລະ ການປະພຶດຕົນຂອງພວກເຂົາບໍ່ມີຂອບເຂດ. ຄົນທີ່ການປະພຶດຕົນບໍ່ມີຂອບເຂດນັ້ນແມ່ນຄົນຊົ່ວແບບໃດກັນແທ້? ເປັນປະເພດທີ່ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມມີເຫດຜົນ. ຖ້າບໍ່ມີຈິດສຳນຶກ, ພວກເຂົາກໍສາມາດເຮັດການກະທຳທີ່ຊົ່ວຮ້າຍໄດ້ທຸກຢ່າງ ແລະ ຖ້າບໍ່ມີຄວາມມີເຫດຜົນ, ພວກເຂົາກໍສາມາດກະທຳນອກເໜືອຂອບເຂດຂອງຄວາມມີເຫດຜົນ, ເຮັດສິ່ງທີ່ໂງ່ຈ້າໄດ້ທຸກປະເພດ. ເປັນໄປໄດ້ວ່າຫຼັງຈາກທີ່ລາຍງານຄຣິສຕະຈັກ ແລະ ເຫັນອ້າຍເອື້ອຍນ້ອງຖືກຈັບ ແລະ ວຽກງານຂອງຄຣິສຕະຈັກໄດ້ຮັບຄວາມເສຍຫາຍ, ພວກເຂົາອາດຈະຫຼັ່ງນ້ຳຕາ ແລະ ສະແດງຄວາມເສຍໃຈ. ແຕ່ຄົນທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາເຫຼົ່ານີ້ກະທຳໂດຍບໍ່ມີຄວາມມີເຫດຜົນ; ເມື່ອພົບພໍ້ກັບສະຖານະການທີ່ຄ້າຍຄືກັນໃນອະນາຄົດ, ພວກເຂົາກໍຍັງຈະລາຍງານຄຣິສຕະຈັກອີກ. ສິ່ງນີ້ບໍ່ໄດ້ບົ່ງບອກເຖິງບັນຫາໃນທຳມະຊາດຂອງພວກເຂົາບໍ? ນີ້ຄືແກ່ນແທ້ທຳມະຊາດຂອງພວກເຂົາຢ່າງແທ້ຈິງ. ຜູ້ນຳຄຣິສຕະຈັກບາງຄົນຍັງເຊື່ອວ່າສິ່ງທີ່ພວກເຂົາເວົ້າເປັນພຽງຄຳເວົ້າທີ່ເກີດຈາກອາລົມໂມໂຫໃນຕອນນັ້ນ ແລະ ທຳມະຊາດຂອງພວກເຂົາບໍ່ໄດ້ຊົ່ວຮ້າຍ. ພວກເຂົາຄິດວ່ານີ້ບໍ່ແມ່ນການເປີດເຜີຍຕາມທຳມະຊາດຂອງຄວາມເປັນມະນຸດຂອງພວກເຂົາ ແລະ ບໍ່ໄດ້ເປັນຕົວແທນຂອງຄວາມເປັນມະນຸດຂອງພວກເຂົາ. ທັດສະນະນີ້ຜິດບໍ? (ແມ່ນແລ້ວ.) ເຖິງແມ່ນວ່າໂດຍປົກກະຕິແລ້ວພວກເຂົາຈະບໍ່ສະແດງພຶດຕິກຳທີ່ສະແດງເຖິງລັກສະນະທີ່ຊົ່ວຊ້າ, ແຕ່ການທີ່ພວກເຂົາມັກຈະເວົ້າວ່າພວກເຂົາຈະລາຍງານອ້າຍເອື້ອຍນ້ອງ ແລະ ການທີ່ເລື່ອງນ້ອຍທີ່ສຸດທີ່ເຮັດໃຫ້ພວກເຂົາບໍ່ພໍໃຈກໍສາມາດເຮັດໃຫ້ພວກເຂົາຄິດທີ່ຈະລາຍງານໄດ້ນັ້ນ ກໍພຽງພໍແລ້ວທີ່ຈະພິສູດວ່າລັກສະນະຂອງພວກເຂົາຕ່ຳຕ້ອຍ ແລະ ຊົ່ວຊ້າ ແລະ ພວກເຂົາບໍ່ໜ້າໄວ້ວາງໃຈ. ຄົນປະເພດນີ້ບໍ່ມີຈິດສຳນຶກ ຫຼື ເຫດຜົນ. ພວກເຂົາປະພຶດຕົນຕາມອຳເພີໃຈ, ເຮັດທຸກຢ່າງທີ່ພວກເຂົາຕ້ອງການໂດຍອີງໃສ່ຜົນປະໂຫຍດ ແລະ ຄວາມມັກຂອງຕົນເອງ, ໂດຍບໍ່ມີຂອບເຂດຂອງຈິດສຳນຶກໃດໆເລີຍ. ຄົນປະເພດນີ້ຄວນຖືກຈັດການໂດຍການຄັດອອກ ແລະ ບໍ່ຈຳເປັນຕ້ອງສະແດງຄວາມປານີຕໍ່ພວກເຂົາ, ເພາະວ່າພວກເຂົາບໍ່ແມ່ນເດັກນ້ອຍ; ພວກເຂົາເປັນຜູ້ໃຫຍ່ ແລະ ຄວນຮູ້ເຖິງຜົນທີ່ຕາມມາຂອງການລາຍງານອ້າຍເອື້ອຍນ້ອງ ແລະ ຄຣິສຕະຈັກ. ພວກເຂົາຮູ້ດີວ່າການກະທຳແບບນີ້ເປັນວິທີທີ່ໂຫດຮ້າຍທີ່ສຸດ, ເປັນວິທີທີ່ມີປະສິດທິພາບທີ່ສຸດ. ພວກເຂົາເຫັນວ່າມັນເປັນທ່າໄມ້ຕາຍຂອງພວກເຂົາ, ເປັນວິທີການສູງສຸດໃນການແກ້ແຄ້ນອ້າຍເອື້ອຍນ້ອງ ແລະ ຄຣິສຕະຈັກ. ບອກເຮົາເບິ່ງວ່າ, ຄົນປະເພດນີ້ບໍ່ແມ່ນມານຮ້າຍທີ່ຊົ່ວຮ້າຍບໍ? (ແມ່ນແລ້ວ.) ແລ້ວເປັນຫຍັງຈຶ່ງຕ້ອງປານີມານຮ້າຍທີ່ຊົ່ວຮ້າຍ? ເຈົ້າຕ້ອງລໍຖ້າຈົນກວ່າຈະເຫັນພວກເຂົາຊີ້ຕົວອ້າຍເອື້ອຍນ້ອງ ແລະ ຄອບຄົວເຈົ້າພາບຕໍ່ໜ້າພະຍານາກໃຫຍ່ສີແດງຢ່າງເປີດເຜີຍກ່ອນບໍ ຈຶ່ງຈະຍອມຮັບວ່າພວກເຂົາເປັນແບບຢູດາ? ເມື່ອເຈົ້າເຫັນຂໍ້ເທັດຈິງເຫຼົ່ານີ້ ແລະ ກຳນົດລັກສະນະຂອງພວກເຂົາ, ມັນກໍຈະສາຍເກີນໄປແລ້ວ. ທີ່ຈິງແລ້ວ, ແກ່ນແທ້ທຳມະຊາດຂອງພວກເຂົາໄດ້ຖືກເປີດໂປງແລ້ວຕັ້ງແຕ່ຕອນທີ່ພວກເຂົາເລີ່ມຮ້ອງໂວຍວາຍກ່ຽວກັບການລາຍງານຄຣິສຕະຈັກເມື່ອພວກເຂົາພົບບັນຫາ. ຢ່າລໍຖ້າຈົນກວ່າພວກເຂົາຈະລົງມືກະທຳແລ້ວຈຶ່ງແຍກແຍະ ແລະ ຄັດພວກເຂົາອອກ, ນັ້ນຈະຊ້າເກີນໄປ. ຖ້າບໍ່ມີໃຜ, ບໍ່ວ່າຈະເປັນຜູ້ນຳຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງ, ທີ່ເຄີຍໄດ້ຍິນພວກເຂົາເວົ້າກ່ຽວກັບການລາຍງານອ້າຍເອື້ອຍນ້ອງ ແລະ ບໍ່ມີໃຜຮູ້ຈັກພວກເຂົາດີ ແລະ ເມື່ອພວກເຂົາຖືກເຮັດໃຫ້ໃຈຮ້າຍ ຫຼື ເຮັດໃຫ້ຂຸ່ນເຄືອງໂດຍໃຜຜູ້ໜຶ່ງແລ້ວພວກເຂົາກໍລາຍງານເລີຍ, ຈົນເຮັດໃຫ້ອ້າຍເອື້ອຍນ້ອງບໍ່ມີທາງເລືອກນອກຈາກຕ້ອງລີ້ຊ່ອນ ແລະ ຫຼີກລ່ຽງອັນຕະລາຍ ແລະ ບາງຄົນທີ່ກຳລັງປະຕິບັດໜ້າທີ່ກໍຕ້ອງຍົກຍ້າຍຢ່າງວ່ອງໄວ, ແລ້ວໃນສະຖານະການເຊັ່ນນັ້ນ, ເຈົ້າກໍບໍ່ສາມາດຕຳໜິອ້າຍເອື້ອຍນ້ອງວ່າໂງ່ຈ້າ ແລະ ບໍ່ສາມາດເບິ່ງທະລຸພວກເຂົາໄດ້. ແຕ່ຖ້າພວກເຂົາມັກຈະເວົ້າວ່າພວກເຂົາຈະລາຍງານອ້າຍເອື້ອຍນ້ອງຢູ່ເລື້ອຍໆ ແລະ ຜູ້ຄົນຍັງບໍ່ໃສ່ໃຈ, ນັ້ນກໍຈະເປັນການໂງ່ຈ້າຢ່າງແທ້ຈິງ. ຫຼັງຈາກທີ່ໄດ້ຍິນຄວາມຈິງຫຼາຍຂະໜາດນີ້, ພວກເຂົາຍັງບໍ່ສາມາດແຍກແຍະຜູ້ຄົນໄດ້, ພວກເຂົາບໍ່ແມ່ນຄົນເບົາປັນຍາບໍ? (ແມ່ນແລ້ວ.) ສຳລັບຜູ້ທີ່ສາມາດກາຍເປັນແບບຢູດາໄດ້ຕະຫຼອດເວລາ, ຢ່າຄິດວ່າການທໍລະຍົດຂອງພວກເຂົາເປັນຍ້ອນການເຂົ້າໃຈຄວາມຈິງໜ້ອຍ ຫຼື ເພາະວ່າພວກເຂົາເຊື່ອໃນພຣະເຈົ້າມາເປັນເວລາສັ້ນໆ ຫຼື ຍ້ອນເຫດຜົນອື່ນ. ບໍ່ມີເຫດຜົນໃດໃນເຫດຜົນເຫຼົ່ານີ້ທີ່ເປັນສາເຫດ. ໂດຍພື້ນຖານແລ້ວ, ມັນເປັນຍ້ອນວ່າລັກສະນະຂອງພວກເຂົາຊົ່ວຊ້າ; ໂດຍທາດແທ້ແລ້ວ, ແກ່ນແທ້ຂອງພວກເຂົາກໍຄືຄົນຊົ່ວຮ້າຍ. ການແຍກແຍະ ແລະ ການກຳນົດລັກສະນະຂອງພວກເຂົາດ້ວຍວິທີນີ້, ແລ້ວກໍຄັດອອກ ຫຼື ຂັບໄລ່ພວກເຂົາໃນຖານະຄົນຊົ່ວຮ້າຍ, ແມ່ນວິທີຖືກຕ້ອງຢ່າງສົມບູນ. ການເຮັດເຊັ່ນນີ້ເປັນການປົກປ້ອງອ້າຍເອື້ອຍນ້ອງ ແລະ ໃນເວລາດຽວກັນກໍຍັງເປັນການປົກປ້ອງວຽກງານຂອງຄຣິສຕະຈັກຈາກການຖືກເຮັດໃຫ້ເສຍຫາຍ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນຳ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກ. ສະນັ້ນ, ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງລະວັງ ແລະ ກຳກັບດູແລຄົນປະເພດນີ້ຢ່າງທັນທີທັນໃດ, ແລ້ວພວກເຂົາກໍຄວນໂອ້ລົມກັບອ້າຍເອື້ອຍນ້ອງເພື່ອໃຫ້ທຸກຄົນສາມາດແຍກແຍະຄົນເຫຼົ່ານັ້ນໄດ້. ພວກເຂົາຕ້ອງພະຍາຍາມຊຳລະລ້າງຄົນປະເພດນີ້ອອກໄປກ່ອນທີ່ແຜນການຂອງພວກເຂົາຈະສຳເລັດ, ເພື່ອປ້ອງກັນບໍ່ໃຫ້ເກີດບັນຫາໃດໆ ຕໍ່ອ້າຍເອື້ອຍນ້ອງ ຫຼື ຄຣິສຕະຈັກ. ນີ້ຄືການແຍກແຍະ ແລະ ຫຼັກການໃນການຈັດການເລື່ອງຕ່າງໆທີ່ຜູ້ນຳ ແລະ ຜູ້ເຮັດວຽກຄວນມີເມື່ອພົບພໍ້ກັບຄົນປະເພດນີ້ ແລະ ມັນກໍເປັນວິທີທີ່ພວກເຂົາຄວນປະຕິບັດໃນສະຖານະການດັ່ງກ່າວ. ເລື່ອງນີ້ຊັດເຈນແລ້ວບໍ? (ແມ່ນແລ້ວ.) ແນ່ນອນວ່າ, ມັນດີທີ່ສຸດທີ່ຈະຈັດການກັບຄົນປະເພດນີ້ດ້ວຍວິທີທີ່ສະຫຼາດ, ໂດຍຮັບປະກັນວ່າການຄັດພວກເຂົາອອກຈະບໍ່ນຳບັນຫາໃນອະນາຄົດມາສູ່ຄຣິສຕະຈັກ. ຖ້າການຈັດການອັນຕະລາຍທີ່ແຝງຢູ່ອັນໜຶ່ງນຳໄປສູ່ໄພຂົ່ມຂູ່ທີ່ຫຼາຍກວ່ານັ້ນໃນພາຍຫຼັງ, ແລ້ວຜູ້ນຳຄຣິສຕະຈັກທີ່ເຮັດເຊັ່ນນີ້ກໍຖືວ່າເປັນຄົນທີ່ບໍ່ມີຄວາມສາມາດຢ່າງຍິ່ງ ແລະ ຫ່າງຈາກມາດຕະຖານຫຼາຍ; ພວກເຂົາບໍ່ຮູ້ວິທີເຮັດວຽກ ແລະ ຂາດສະຕິປັນຍາ. ໃນທາງກົງກັນຂ້າມ, ຖ້າຜູ້ນຳຄຣິສຕະຈັກສາມາດຈັດການອັນຕະລາຍທີ່ແຝງຢູ່ດ້ວຍວິທີທີ່ຫຼີກລ່ຽງຜົນທີ່ຕາມມາທີ່ບໍ່ດີ, ເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ ແລະ ຍັງຊ່ວຍໃຫ້ອ້າຍເອື້ອຍນ້ອງເຕີບໂຕໃນການແຍກແຍະ, ນັ້ນຈຶ່ງແມ່ນການຮູ້ວິທີເຮັດວຽກຢ່າງແທ້ຈິງ. ມີພຽງຜູ້ນຳ ຫຼື ຜູ້ເຮັດວຽກປະເພດນີ້ເທົ່ານັ້ນທີ່ໄດ້ມາດຕະຖານ.

ຖ້າຜູ້ນຳ ຫຼື ຜູ້ເຮັດວຽກພົບພໍ້ຄົນທີ່ສາມາດຫັກຫຼັງຄຣິສຕະຈັກໄດ້ ແຕ່ບໍ່ສາມາດແຍກແຍະພວກເຂົາ ຫຼື ບໍ່ຮັບຮູ້ວ່າພວກເຂົາມີຄວາມເປັນມະນຸດແບບໃດ ຫຼື ພວກເຂົາອາດຈະນຳບັນຫາແບບໃດມາສູ່ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ, ໂດຍບໍ່ມີຄວາມຊັດເຈນກ່ຽວກັບເລື່ອງທັງໝົດນີ້ໃນຫົວໃຈ ແລະ ພວກເຂົາບໍ່ຮູ້ວ່າຄວນປະຕິບັດ ຫຼື ຈັດການກັບຄົນປະເພດນີ້ແນວໃດ, ບໍ່ຮູ້ວິທີເຮັດວຽກງານນີ້ ຫຼື ແມ່ນແຕ່ບໍ່ຮູ້ວ່ານີ້ຄືວຽກງານທີ່ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງເຮັດ; ຫຼື ເຖິງແມ່ນວ່າພວກເຂົາຈະຮູ້ ແຕ່ບໍ່ເຕັມໃຈທີ່ຈະເຮັດໃຫ້ຄົນປະເພດນີ້ບໍ່ພໍໃຈ ແລະ ພຽງແຕ່ເອົາຫູໄປນາ ເອົາຕາໄປໄຮ່, ໂດຍບໍ່ຄັດອອກ ຫຼື ຂັບໄລ່ພວກເຂົາ, ນັ້ນແມ່ນຜູ້ນຳ ຫຼື ຜູ້ເຮັດວຽກປະເພດໃດ? (ຜູ້ນຳປອມ.) ພວກເຂົາບໍ່ໄດ້ມາດຕະຖານໃນຖານະຜູ້ນຳ ຫຼື ຜູ້ເຮັດວຽກ. ໃນດ້ານໜຶ່ງ, ພວກເຂົາພະຍາຍາມຊ່ວຍເຫຼືອທຸກຄົນຢ່າງໂງ່ຈ້າ, ສະແດງຄວາມຮັກ ແລະ ຄວາມອົດທົນຕໍ່ທຸກຄົນ ແລະ ປະຕິບັດຕໍ່ທຸກຄົນຄືກັບອ້າຍເອື້ອຍນ້ອງ. ນີ້ຄືຄົນເບົາປັນຍາ, ເປັນຜູ້ນຳປອມ ຫຼື ຜູ້ເຮັດວຽກປອມ. ນອກຈາກນີ້, ເມື່ອພວກເຂົາຄົ້ນພົບຄົນທີ່ເປັນແບບຢູດາໃນຄຣິສຕະຈັກ, ພວກເຂົາກໍບໍ່ໄດ້ພະຍາຍາມເຮັດຫຍັງເພື່ອຈັດການ ຫຼື ແກ້ໄຂບັນຫາໂດຍທັນທີ. ແທນທີ່ຈະເຮັດແນວນັ້ນ, ພວກເຂົາກໍເອົາຫູໄປນາ ເອົາຕາໄປໄຮ່, ທຳທ່າວ່າບໍ່ສັງເກດເຫັນຫຍັງ. ໃນຫົວໃຈຂອງພວກເຂົາ, ພວກເຂົາຄິດວ່າ: “ຕາບໃດທີ່ສະຖານະຂອງຕົນບໍ່ຖືກຄຸກຄາມ, ກໍບໍ່ເປັນຫຍັງ. ຂ້ອຍບໍ່ສົນໃຈວຽກງານຂອງຄຣິສຕະຈັກ, ຄວາມປອດໄພຂອງອ້າຍເອື້ອຍນ້ອງ ຫຼື ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຕາບໃດທີ່ຂ້ອຍຄອບຄອງຕຳແໜ່ງນີ້ ແລະ ໄດ້ຮັບຄວາມສຸກໃນທຸກໆມື້, ນັ້ນກໍພຽງພໍແລ້ວ”. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງໃດໆ ແລະ ເມື່ອພວກເຂົາເຫັນບັນຫາ, ພວກເຂົາກໍບໍ່ໄດ້ແກ້ໄຂມັນ; ພວກເຂົາພຽງແຕ່ເພີດເພີນຈາກຜົນປະໂຫຍດຈາກສະຖານະຂອງຕົນ. ນີ້ແມ່ນຜູ້ນຳປອມບໍ? (ແມ່ນແລ້ວ.) ຕົວຢ່າງ: ສົມມຸດວ່າມີຄົນປະເພດທີ່ສາມາດທໍລະຍົດໄດ້ທຸກເວລາ ປະພຶດຕົນແບບຜະເດັດການໃນຄຣິສຕະຈັກມາເປັນເວລາດົນນານ, ໂດຍຂົ່ມຂູ່ທີ່ຈະລາຍງານຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງຢູ່ສະເໝີ. ຜູ້ນຳປອມບາງຄົນເຫັນສິ່ງນີ້ ແຕ່ກໍບໍ່ໄດ້ເຮັດຫຍັງ. ແມ່ນແຕ່ເມື່ອມີບາງຄົນລາຍງານບຸກຄົນນີ້ ແລະ ຜູ້ນຳລະດັບເທິງຈັດການກັບພວກເຂົາໂດຍການຄັດອອກ, ຜູ້ນຳປອມກໍຍັງບໍ່ໃສ່ໃຈ ຫຼື ຄິດຫຍັງກັບເລື່ອງນີ້. ພວກເຂົາຄິດວ່າ: “ໃຫ້ພວກເຂົາລາຍງານໃຜກໍໄດ້ຕາມທີ່ພວກເຂົາຕ້ອງການ. ຕາບໃດທີ່ພວກເຂົາບໍ່ລາຍງານຂ້ອຍ ຫຼື ສົ່ງຜົນກະທົບຕໍ່ບົດບາດຂອງຂ້ອຍໃນຖານະຜູ້ນຳຄຣິສຕະຈັກ, ກໍບໍ່ເປັນຫຍັງ”. ຜູ້ນຳ ຫຼື ຜູ້ເຮັດວຽກປະເພດນີ້ແມ່ນຜູ້ນຳປອມ ຫຼື ຜູ້ເຮັດວຽກປອມບໍ? (ແມ່ນແລ້ວ.) ພວກເຂົາຄອບຄອງຕຳແໜ່ງພຽງເພື່ອເພີດເພີນຈາກຜົນປະໂຫຍດຂອງມັນໂດຍບໍ່ໄດ້ເຮັດວຽກງານຕົວຈິງ, ການສັງເກດເຫັນຄົນທີ່ສາມາດຫັກຫຼັງອ້າຍເອື້ອຍນ້ອງໄດ້ຕະຫຼອດເວລາ ແຕ່ກໍບໍ່ໄດ້ຄັດອອກ ຫຼື ຂັບໄລ່ພວກເຂົາ, ພວກເຂົາກໍຄືຜູ້ນຳປອມ ແລະ ຄວນຖືກປົດອອກຈາກຕຳແໜ່ງໂດຍທັນທີ. ຜູ້ນຳປອມບາງຄົນ, ຫຼັງຈາກທີ່ຖືກປົດອອກແລ້ວ, ກໍຍັງດື້ດ້ານ. ພວກເຂົາເວົ້າວ່າ: “ພວກເຈົ້າມີສິດຫຍັງມາໄລ່ຂ້ອຍອອກ? ມັນເປັນພຽງເພາະວ່າຂ້ອຍບໍ່ໄດ້ຄັດຄົນນັ້ນອອກບໍ? ບັນຫາມັນຈະບໍ່ຈົບລົງບໍ ຖ້າພວກເຈົ້າຄັດພວກເຂົາອອກເອງ? ອີກຢ່າງ, ພວກເຂົາພຽງແຕ່ເວົ້າວ່າພວກເຂົາຈະລາຍງານອ້າຍເອື້ອຍນ້ອງ, ພວກເຂົາບໍ່ໄດ້ເຮັດແທ້. ແລະ ພວກເຂົາກໍບໍ່ໄດ້ສ້າງບັນຫາໃດໆໃຫ້ຄຣິສຕະຈັກ. ເປັນຫຍັງຕ້ອງຈັດການກັບພວກເຂົາ?” ພວກເຂົາເຖິງກັບຮູ້ສຶກວ່າຕົນເອງບໍ່ໄດ້ຮັບຄວາມເປັນທຳ. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ; ພວກເຂົາພຽງແຕ່ເພີດເພີນຈາກຜົນປະໂຫຍດຈາກສະຖານະຂອງຕົນ ແລະ ເມື່ອມີຢູດາທີ່ເຫັນໄດ້ຢ່າງຊັດເຈນປາກົດຕົວໃນຄຣິສຕະຈັກ, ພວກເຂົາກໍບໍ່ໄດ້ຈັດການ ຫຼື ຄັດພວກເຂົາອອກ. ອ້າຍເອື້ອຍນ້ອງບາງຄົນກໍຢູ່ໃນຄວາມຢ້ານກົວຢ່າງຕໍ່ເນື່ອງ, ໂດຍເວົ້າວ່າ: “ມີຢູດາຢູ່ໃນທ່າມກາງພວກເຮົາ, ຂົ່ມຂູ່ທີ່ຈະລາຍງານອ້າຍເອື້ອຍນ້ອງຢູ່ສະເໝີ, ນີ້ເປັນສິ່ງທີ່ອັນຕະລາຍຫຼາຍ! ເມື່ອໃດຄົນນີ້ຈະຖືກຄັດອອກ?” ພວກເຂົາບອກຜູ້ນຳຄຣິສຕະຈັກກ່ຽວກັບບັນຫານີ້ຫຼາຍຄັ້ງ, ແຕ່ຜູ້ນຳກໍບໍ່ໄດ້ແກ້ໄຂ, ແຕ່ກັບເວົ້າວ່າ: “ມັນບໍ່ມີຫຍັງ. ມັນເປັນພຽງຂໍ້ຂັດແຍ້ງສ່ວນຕົວ, ມັນບໍ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ຫຼື ຄວາມປອດໄພຂອງອ້າຍເອື້ອຍນ້ອງ”. ພວກເຂົາບໍ່ໄດ້ຈັດການກັບເລື່ອງນີ້. ວຽກງານດຽວທີ່ພວກເຂົາເຮັດແມ່ນຫຍັງ? ປະເພດໜຶ່ງຄືວຽກງານທີ່ໄດ້ຮັບມອບໝາຍຈາກຜູ້ນຳລະດັບເທິງ, ເຊິ່ງພວກເຂົາບໍ່ມີທາງເລືອກນອກຈາກຕ້ອງເຮັດ. ອີກປະເພດໜຶ່ງຄືການບໍ່ເຮັດວຽກງານຈະສົ່ງຜົນກະທົບ ຫຼື ເປັນອັນຕະລາຍຕໍ່ສະຖານະຂອງພວກເຂົາ, ໃນກໍລະນີນີ້ ພວກເຂົາກໍຈະເຮັດໜ້າວຽກບາງຢ່າງແບບບໍ່ເຕັມໃຈເພື່ອເຮັດໃຫ້ຕົນເອງເບິ່ງດີ. ແຕ່ຖ້າສະຖານະຂອງພວກເຂົາບໍ່ໄດ້ຮັບຜົນກະທົບ, ພວກເຂົາກໍຈະຫຼີກລ່ຽງວຽກງານທຸກຄັ້ງທີ່ສາມາດເຮັດໄດ້. ນີ້ແມ່ນຜູ້ນຳປອມບໍ? (ແມ່ນແລ້ວ.) ເມື່ອຕ້ອງປະເຊີນກັບສະພາບແວດລ້ອມທີ່ເປັນອັນຕະລາຍ ຫຼື ການຖືກຈັບກຸມແທ້ໆ, ພວກເຂົາກໍຈະເປັນຄົນທຳອິດທີ່ແລ່ນຫົວຊຸກຫົວຊົນເພື່ອເອົາຕົວລອດ, ສົນໃຈແຕ່ຄວາມປອດໄພຂອງຕົນເອງ, ໂດຍບໍ່ມີຄວາມກັງວົນໃດໆວ່າອ້າຍເອື້ອຍນ້ອງຈະປອດໄພ ຫຼື ບໍ່ ແລະ ພວກເຂົາກໍບໍ່ໄດ້ປົກປ້ອງວຽກງານຂອງຄຣິສຕະຈັກ ຫຼື ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ມັນກໍແມ່ນເພື່ອຮັກສາສະຖານະຂອງຕົນເອງທັງໝົດ. ຕາບໃດທີ່ເບື້ອງເທິງບໍ່ປົດພວກເຂົາອອກ ແລະ ຕາບໃດທີ່ໃນການເລືອກຕັ້ງຄັ້ງຕໍ່ໄປອ້າຍເອື້ອຍນ້ອງຍັງຄົງລົງຄະແນນສຽງໃຫ້ພວກເຂົາ ແລະ ພວກເຂົາຍັງໄດ້ເປັນຜູ້ນຳຕໍ່ໄປ, ພວກເຂົາກໍຈະເຮັດວຽກບາງຢ່າງແບບບໍ່ເຕັມໃຈ. ຖ້າສິ່ງທີ່ພວກເຂົາເຮັດສາມາດສົ່ງຜົນກະທົບຕໍ່ທັດສະນະຂອງເບື້ອງເທິງທີ່ມີຕໍ່ພວກເຂົາ, ເຊິ່ງອາດຈະເຮັດໃຫ້ເບື້ອງເທິງປົດພວກເຂົາອອກ ຫຼື ຖ້າການກະທຳ ແລະ ການສະແດງອອກຂອງພວກເຂົາສາມາດເຮັດໃຫ້ອ້າຍເອື້ອຍນ້ອງມີຄວາມປະທັບໃຈທີ່ບໍ່ດີຕໍ່ພວກເຂົາ ແລະ ບໍ່ເລືອກພວກເຂົາອີກ, ພວກເຂົາກໍຈະພະຍາຍາມກອບກູ້ພາບລັກຂອງຕົນເອງ ໂດຍການເຮັດວຽກເພື່ອສະແດງຕໍ່ໜ້າພວກເຂົາເປັນຢ່າງໜ້ອຍ. ດ້ວຍວິທີນີ້, ພວກເຂົາຈຶ່ງສາມາດຊີ້ແຈ້ງຕໍ່ຜູ້ທີ່ຢູ່ເໜືອ ແລະ ຜູ້ທີ່ຢູ່ໃຕ້ພວກເຂົາ, ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ພວກເຂົາບໍ່ສາມາດຊີ້ແຈ້ງໄດ້. ທຸກສິ່ງທີ່ພວກເຂົາເຮັດແມ່ນພຽງເພື່ອເຮັດໃຫ້ຄົນອື່ນເຫັນ. ຕາບໃດທີ່ຜູ້ນຳລະດັບເທິງບໍ່ປົດພວກເຂົາອອກ ແລະ ອ້າຍເອື້ອຍນ້ອງຍັງຄົງສະໜັບສະໜູນພວກເຂົາ, ພວກເຂົາກໍຮູ້ສຶກພໍໃຈ. ໃນລະຫວ່າງການດຳລົງຕຳແໜ່ງເປັນຜູ້ນຳຄຣິສຕະຈັກ, ພວກເຂົາບໍ່ໄດ້ກະທຳຄວາມຊົ່ວທີ່ໃຫຍ່ຫຼວງ ແລະ ພາຍນອກພວກເຂົາກໍເບິ່ງຄືວ່າມີວຽກເຮັດຢູ່ສະເໝີ, ແຕ່ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ. ໂດຍສະເພາະເມື່ອພວກເຂົາເຫັນຄົນຊົ່ວຮ້າຍລົບກວນຄຣິສຕະຈັກ, ພວກເຂົາກໍບໍ່ໄດ້ເຮັດຫຍັງເລີຍ. ພວກເຂົາຢ້ານທີ່ຈະເຮັດໃຫ້ຄົນຊົ່ວຮ້າຍເຫຼົ່ານີ້ບໍ່ພໍໃຈ, ສະນັ້ນ ພວກເຂົາຈຶ່ງພະຍາຍາມເອົາອົກເອົາໃຈ ແລະ ປະນີປະນອມກັບພວກເຂົາທຸກຄັ້ງທີ່ເປັນໄປໄດ້, ສະແຫວງຫາພຽງແຕ່ການຮັກສາຄວາມກົມກຽວ. ພວກເຂົາບໍ່ເຕັມໃຈທີ່ຈະເຮັດໃຫ້ໃຜບໍ່ພໍໃຈ; ເຖິງແມ່ນວ່າຄົນເຫຼົ່ານີ້ຈະລົບກວນວຽກງານຂອງຄຣິສຕະຈັກ ຫຼື ຄຸກຄາມຄວາມປອດໄພຂອງອ້າຍເອື້ອຍນ້ອງ, ພວກເຂົາກໍບໍ່ໄດ້ເຮັດຫຍັງ. ນີ້ຄືຜູ້ນຳປອມຕາມຄວາມໝາຍທີ່ແທ້ຈິງຂອງຄຳສັບ.

ສຳລັບຜູ້ນຳປອມທີ່ບໍ່ເຮັດວຽກງານຕົວຈິງ, ຖ້າອ້າຍເອື້ອຍນ້ອງເຕືອນພວກເຂົາຊ້ຳແລ້ວຊ້ຳອີກ, ຂໍໃຫ້ພວກເຂົາແກ້ໄຂບັນຫາ ແລະ ພວກເຂົາກໍຍັງບໍ່ເຮັດວຽກງານຕົວຈິງ, ບໍ່ແກ້ໄຂບັນຫາຕົວຈິງ ແລະ ບໍ່ແກ້ໄຂຄວາມຜິດພາດ, ດັ່ງນັ້ນແລ້ວພວກເຈົ້າກໍຄວນລາຍງານເລື່ອງນີ້ຂຶ້ນເບື້ອງເທິງ. ຖ້າຜູ້ນຳ ແລະ ຜູ້ເຮັດວຽກລະດັບສູງກວ່າບໍ່ແກ້ໄຂບັນຫາ, ພວກເຈົ້າກໍຄວນຄິດຫາທຸກວິທີທາງທີ່ເປັນໄປໄດ້ເພື່ອປົດຜູ້ນຳປອມເຫຼົ່ານີ້ອອກ. ທີ່ຈິງແລ້ວ ເຮົາໄດ້ເວົ້າຄຳເວົ້າເຫຼົ່ານີ້ມາຫຼາຍປີແລ້ວ, ແຕ່ຄົນສ່ວນໃຫຍ່ທີ່ຢູ່ເບື້ອງລຸ່ມກໍເປັນຂ້າທາດທີ່ຈະຍອມເສຍປຽບ ແລະ ທົນກັບຄວາມເສຍຫາຍບາງຢ່າງ ດີກວ່າທີ່ຈະເຮັດໃຫ້ຄົນອື່ນບໍ່ພໍໃຈ. ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມ, ພວກເຂົາກໍເດີນສາຍກາງ ແລະ ເຮັດຕົວເປັນຄົນທີ່ບໍ່ຢາກຜິດໃຈໃຜຢູ່ສະເໝີ, ບໍ່ເຄີຍເຮັດໃຫ້ໃຜບໍ່ພໍໃຈ. ການບໍ່ເຮັດໃຫ້ຄົນອື່ນບໍ່ພໍໃຈນັ້ນຕ້ອງແລກກັບຫຍັງແດ່? ມັນຄືການເສຍສະລະວຽກງານ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ເຮັດໃຫ້ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ ແລະ ອ້າຍເອື້ອຍນ້ອງຖືກລົບກວນ. ຖ້າຄົນຊົ່ວຮ້າຍບໍ່ຖືກຈັດການ, ຫຼາຍຄົນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາຢູ່ກໍຈະໄດ້ຮັບຜົນກະທົບ. ສິ່ງນີ້ບໍ່ເທົ່າກັບວ່າວຽກງານຂອງເຮືອນຂອງພຣະເຈົ້າໄດ້ຮັບຜົນກະທົບນຳບໍ? (ແມ່ນແລ້ວ.) ເມື່ອວຽກງານຂອງເຮືອນຂອງພຣະເຈົ້າໄດ້ຮັບຜົນກະທົບ, ກໍບໍ່ມີໃຜຮູ້ສຶກກັງວົນ ຫຼື ເປັນຫ່ວງ, ເຊິ່ງນັ້ນຄືເຫດຜົນທີ່ເຮົາເວົ້າວ່າຄົນສ່ວນໃຫຍ່ກຳລັງເສຍສະລະວຽກງານ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ເພື່ອຮັກສາຄວາມກົມກຽວ ແລະ ຄວາມເປັນມິດກັບຜູ້ອື່ນ. ພວກເຂົາຫຼີກລ່ຽງການເຮັດໃຫ້ຜູ້ນຳ ແລະ ອ້າຍເອື້ອຍນ້ອງບໍ່ພໍໃຈ; ພວກເຂົາບໍ່ເຮັດໃຫ້ໃຜບໍ່ພໍໃຈ. ທຸກຄົນເຮັດຕົວເປັນຄົນທີ່ບໍ່ຢາກຜິດໃຈໃຜ. ແນວຄິດຂອງພວກເຂົາກໍຄື: “ເຈົ້າກໍດີ, ຂ້ອຍກໍດີ, ທຸກຄົນດີໝົດ, ເພາະສຸດທ້າຍແລ້ວ ພວກເຮົາກໍເຫັນໜ້າກັນຢູ່ຕະຫຼອດເວລາ”. ແລະ ຜົນທີ່ໄດ້ຮັບນັ້ນແມ່ນຫຍັງ? ສິ່ງນີ້ເຮັດໃຫ້ຄົນຊົ່ວຮ້າຍສວຍໃຊ້ສະຖານະການ; ພວກເຂົາປະພຶດຕົນແບບຜະເດັດການຊ້ຳແລ້ວຊ້ຳອີກ, ເຮັດທຸກຢ່າງຕາມອຳເພີໃຈ. ສະນັ້ນ, ຖ້າຜູ້ນຳຄຣິສຕະຈັກໄວ້ວາງໃຈບໍ່ໄດ້ ແລະ ບໍ່ຊຳລະລ້າງຄົນຊົ່ວຮ້າຍອອກໄປ, ແລ້ວອ້າຍເອື້ອຍນ້ອງກໍຕ້ອງຄິດຫາທຸກວິທີທາງທີ່ເປັນໄປໄດ້ເພື່ອປົກປ້ອງຕົນເອງ; ພວກເຂົາຕ້ອງຫຼີກລ່ຽງ, ຢູ່ໃຫ້ຫ່າງ ແລະ ແຍກຕົວອອກຈາກຄົນຊົ່ວຮ້າຍເມື່ອພວກເຂົາເຫັນຄົນເຫຼົ່ານັ້ນ. ບາງຄົນເວົ້າວ່າ: “ຖ້າພວກເຮົາແຍກຕົວອອກຈາກພວກເຂົາ ແລ້ວ ພວກເຂົາໃຈຮ້າຍ, ພວກເຂົາຈະບໍ່ລາຍງານພວກເຮົາອີກບໍ?” ຖ້າພວກເຂົາລາຍງານເຈົ້າແທ້ໆ, ເຈົ້າຈະຢ້ານບໍ? (ບໍ່. ນີ້ຈະເປັນການເປີດເຜີຍວ່າພວກເຂົາເປັນຄົນຊົ່ວຮ້າຍ.) ຖ້າພວກເຂົາລາຍງານເຈົ້າອີກ, ມັນກໍພຽງແຕ່ພິສູດຕື່ມອີກວ່າພວກເຂົາເປັນຢູດາແຕ່ກຳເນີດ, ເປັນມານຮ້າຍທີ່ຊົ່ວຮ້າຍ. ເຈົ້າຕ້ອງບໍ່ຢ້ານພວກເຂົາ. ຖ້າຜູ້ນຳ ແລະ ຜູ້ເຮັດວຽກຕາບອດ ແລະ ບໍ່ສາມາດເບິ່ງທະລຸສິ່ງຕ່າງໆໄດ້, ເປັນຄົນເບົາປັນຍາ ແລະ ບໍ່ມີປະໂຫຍດ ຫຼື ຖ້າພວກເຂົາເປັນຄົນລັງເລ, ບໍ່ເຄີຍເຮັດໃຫ້ໃຜບໍ່ພໍໃຈ, ພຽງແຕ່ເພີດເພີນກັບຜົນປະໂຫຍດຈາກສະຖານະຂອງຕົນໂດຍບໍ່ໄດ້ເຮັດວຽກງານຕົວຈິງ, ແລ້ວອ້າຍເອື້ອຍນ້ອງກໍບໍ່ຄວນຝາກຄວາມຫວັງໄວ້ກັບພວກເຂົາອີກຕໍ່ໄປ. ພວກເຂົາຕ້ອງຮ່ວມຕົວກັນເພື່ອຈັດການກັບຄົນຊົ່ວຮ້າຍ ແລະ ກຳຈັດພວກຢູດາອອກຕາມຫຼັກການ. ພວກເຂົາອາດຈະຕ້ອງປ່ຽນສະຖານທີ່ເຕົ້າໂຮມ ຫຼື ໃຊ້ວິທີທີ່ສະຫຼາດເພື່ອຊຳລະລ້າງພວກເຂົາ ເພື່ອຫຼີກລ່ຽງການຖືກລົບກວນໂດຍຄົນເຫຼົ່ານີ້. ການຮັບປະກັນໃນການດຳເນີນງານທີ່ເປັນປົກກະຕິຂອງຊີວິດຄຣິສຕະຈັກ ແລະ ຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຄຣິສຕະຈັກທັງໝົດແມ່ນສິ່ງທີ່ສຳຄັນທີ່ສຸດ. ຖ້າຜູ້ນຳຄຣິສຕະຈັກເຮັດວຽກງານຕົວຈິງ, ມີຂີດຄວາມສາມາດພຽງພໍ ແລະ ຄວາມເປັນມະນຸດຂອງພວກເຂົາກໍດີຢູ່ພໍສົມຄວນ, ແລ້ວຕາບໃດທີ່ພວກເຂົາດຳເນີນວຽກງານຂອງຕົນຕາມການຈັດແຈງວຽກງານ, ທຸກຄົນກໍຄວນເຊື່ອຟັງພວກເຂົາ. ຖ້າພວກເຂົາບໍ່ເຮັດວຽກງານຕົວຈິງ, ກໍບໍ່ຄວນພົວພັນ ຫຼື ເພິ່ງພາພວກເຂົາ. ໃນເວລານັ້ນ, ບັນຫາຄວນຖືກແກ້ໄຂຕາມພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ. ຖ້າຜູ້ນຳຈຳເປັນຕ້ອງຖືກໄລ່ອອກ, ເຊັ່ນນັ້ນກໍຄວນໄລ່ພວກເຂົາອອກ; ຖ້າຈຳເປັນຕ້ອງມີການເລືອກຕັ້ງໃໝ່, ກໍຄວນໃຫ້ຈັດຂຶ້ນ. ຖ້າຜູ້ນຳປອມຄົນນີ້ບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ບໍ່ຮັບປະກັນສະພາບແວດລ້ອມທີ່ອ້າຍເອື້ອຍນ້ອງປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ສົນໃຈຄວາມປອດໄພຂອງອ້າຍເອື້ອຍນ້ອງ, ດັ່ງນັ້ນແລ້ວພວກເຂົາກໍບໍ່ໄດ້ມາດຕະຖານ; ພວກເຂົາບໍ່ມີຄວາມສາມາດ, ເປັນພຽງຄົນໄຮ້ປະໂຫຍດ ແລະ ເປັນພຽງສິ່ງປະດັບໄວ້ຊື່ໆ, ອ້າຍເອື້ອຍນ້ອງບໍ່ຄວນຟັງພວກເຂົາ ຫຼື ຖືກພວກເຂົາບີບຄັ້ນ. ຜູ້ນຳ ແລະ ຜູ້ເຮັດວຽກຄົນໃດກໍຕາມທີ່ບໍ່ສາມາດຊຳລະລ້າງຢູດາອອກໄປໄດ້ທຸກເມື່ອທີ່ຈຳເປັນກໍຄືຜູ້ນຳປອມ ແລະ ຜູ້ເຮັດວຽກປອມ; ຜູ້ນຳປອມ ແລະ ຜູ້ເຮັດວຽກປອມດັ່ງກ່າວຄວນຖືກຈັດການດ້ວຍວິທີທີ່ໄດ້ກ່າວມາຂ້າງເທິງ. ຖ້າພວກເຂົາບໍ່ຖືກຈັດການໂດຍທັນທີ, ອ້າຍເອື້ອຍນ້ອງທຸກຄົນກໍຈະຖືກຫັກຫຼັງໂດຍພວກຢູດາ ແລະ ຄຣິສຕະຈັກກໍຈະບໍ່ມີອີກຕໍ່ໄປ. ການໂອ້ລົມກ່ຽວກັບການສະແດງອອກຂໍ້ທີແປດ, “ການສາມາດທໍລະຍົດໄດ້ທຸກເວລາ”, ກໍຈົບລົງພຽງເທົ່ານີ້.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?