ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27) ສ່ວນທີ ຫົກ
ທີ່ຈິງແລ້ວ, ຄົນທີ່ໂອນເອນໄປມາ, ແມ່ນແຕ່ໃນເວລາທີ່ພວກເຂົາປອດໄພ ແລະ ສະບາຍດີ ກໍຍັງມີຄວາມສົງໄສ ແລະ ຄອຍສັງເກດການຢູ່ສະເໝີ. ເມື່ອໃດທີ່ພວກເຂົາໄດ້ປະເຊີນກັບການຂົ່ມເຫັງ ແລະ ການຈັບກຸມ, ພວກເຂົາກໍເລີ່ມໂອນເອນໄປມາ. ສິ່ງນີ້ສະແດງໃຫ້ເຫັນວ່າ ໃນການເຊື່ອໃນພຣະເຈົ້າຕາມປົກກະຕິຂອງພວກເຂົານັ້ນ, ພວກເຂົາບໍ່ໄດ້ມີຄວາມເຊື່ອທີ່ແທ້ຈິງ. ເມື່ອສະຖານະການເກີດຂຶ້ນ, ພວກເຂົາກໍຈະຖືກເປີດເຜີຍ. ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຂົາບໍ່ເຄີຍໝັ້ນໃຈໃນວຽກງານຂອງພຣະເຈົ້າ ແລະ ຄອຍຕັ້ງຄຳຖາມ ແລະ ສັງເກດການຢູ່ສະເໝີ. ເປັນຫຍັງພວກເຂົາຈຶ່ງບໍ່ອອກຈາກຄຣິສຕະຈັກ? ພວກເຂົາຄິດວ່າ: “ຂ້ານ້ອຍເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ທົນທຸກທໍລະມານຫຼາຍ. ຖ້າຂ້ານ້ອຍອອກໄປຕອນນີ້ໂດຍບໍ່ໄດ້ຮັບຜົນປະໂຫຍດຫຍັງເລີຍ, ມັນຈະບໍ່ເປັນການສູນເສຍບໍ? ຄວາມທຸກທໍລະມານທັງໝົດນັ້ນຈະບໍ່ແມ່ນສິ່ງທີ່ເສຍແຮງໄປລ້າໆບໍ?” ນີ້ຄືສິ່ງທີ່ພວກເຂົາຄິດ. ເຈົ້າອາດຈະຄິດວ່າພວກເຂົາໝັ້ນໃຈ, ວ່າພວກເຂົາມີຄວາມເຊື່ອ, ວ່າພວກເຂົາເຂົ້າໃຈຄວາມຈິງ, ແຕ່ທີ່ຈິງແລ້ວ, ພວກເຂົາບໍ່ໄດ້ເປັນແບບນັ້ນ. ພວກເຂົາຍັງຄົງສົງໄສ, ຍັງຄົງຄອຍສັງເກດການ. ໃນຫົວໃຈຂອງພວກເຂົາ, ພວກເຂົາພຽງແຕ່ຢາກເຫັນວ່າ ວຽກງານຂອງເຮືອນຂອງພຣະເຈົ້າຈະຈະເລີນຮຸ່ງເຮືອງຢ່າງແທ້ຈິງ ຫຼື ບໍ່, ວຽກງານແຕ່ລະຢ່າງຈະເກີດໝາກອອກຜົນ ຫຼື ບໍ່ ແລະ ມັນໄດ້ມີຜົນກະທົບອັນໃຫຍ່ຫຼວງຕໍ່ໂລກ ຫຼື ບໍ່. ສິ່ງທີ່ພວກເຂົາຢາກຮູ້ເປັນພິເສດແມ່ນສິ່ງຕໍ່ໄປນີ້: ການເຜີຍແຜ່ຂ່າວປະເສີດຂອງບັນດາຄຣິສຕະຈັກໃນປະເທດຕ່າງໆນັ້ນເປັນແນວໃດ? ມັນມີຂະໜາດ ແລະ ອິດທິພົນບໍ? ກະແສນີ້ມີການຍອມຮັບໃນລະດັບສາກົນບໍ? ມີຄົນທີ່ມີຊື່ສຽງ ຫຼື ບຸກຄົນທີ່ມີອິດທິພົນຄົນໃດຍອມຮັບວຽກງານຂັ້ນຕອນນີ້ແລ້ວບໍ? ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຮັບການຍອມຮັບ ຫຼື ການຮັບຮອງຈາກອົງການສະຫະປະຊາຊາດແລ້ວບໍ? ມັນໄດ້ຮັບການສະໜັບສະໜູນຈາກລັດຖະບານຂອງປະເທດຕ່າງໆບໍ? ອ້າຍເອື້ອຍນ້ອງໃນປະເທດຕ່າງໆໄດ້ຮັບການອະນຸມັດຄຳຮ້ອງຂໍລີ້ໄພທາງການເມືອງຂອງພວກເຂົາແລ້ວບໍ? ສິ່ງເຫຼົ່ານີ້ແມ່ນເລື່ອງປະເພດທີ່ຄົນດັ່ງກ່າວສົນໃຈຢູ່ສະເໝີ ແລະ ນີ້ກໍຄືການສະແດງອອກທີ່ຊັດເຈນຂອງການໂອນເອນໄປມາຂອງພວກເຂົາ. ເມື່ອໃດທີ່ພວກເຂົາເຫັນວ່າເຮືອນຂອງພຣະເຈົ້າໄດ້ຮັບອຳນາດ ແລະ ວຽກງານຂ່າວປະເສີດໄດ້ເຜີຍແຜ່ອອກໄປ, ພວກເຂົາກໍຮູ້ສຶກໂຊກດີທີ່ພວກເຂົາບໍ່ໄດ້ອອກຈາກເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ສົງໄສໃນພຣະເຈົ້າອີກຕໍ່ໄປ. ແຕ່ທັນທີທີ່ພວກເຂົາເຫັນວ່າວຽກງານຂອງເຮືອນຂອງພຣະເຈົ້າຖືກລົບກວນ, ຂັດຂວາງ ຫຼື ເຮັດໃຫ້ເສຍຫາຍ, ການປະຕິບັດໜ້າທີ່ຂອງອ້າຍເອື້ອຍນ້ອງກໍໄດ້ຮັບຜົນກະທົບເຊັ່ນກັນ ແລະ ຄຣິສຕະຈັກຖືກໂລກກີດກັນ ແລະ ປະຕິເສດ, ພວກເຂົາກໍເລີ່ມຄິດທີ່ຈະອອກຈາກເຮືອນຂອງພຣະເຈົ້າ. ພວກເຂົາຖາມຄຳຖາມຢູ່ສະເໝີວ່າ: “ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງນີ້ແທ້ບໍ? ເປັນຫຍັງຂ້ອຍຈຶ່ງບໍ່ເຫັນຄວາມຊົງລິດທານຸພາບອັນສູງສຸດຂອງພຣະເຈົ້າ? ພຣະທຳຂອງພຣະເຈົ້າແມ່ນຄວາມຈິງແທ້ບໍ? ພຣະທຳເຫຼົ່ານັ້ນສາມາດເຮັດໃຫ້ຜູ້ຄົນບໍລິສຸດ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້ແທ້ບໍ?” ພວກເຂົາບໍ່ເຄີຍສາມາດເບິ່ງທະລຸເລື່ອງເຫຼົ່ານີ້ໄດ້ ແລະ ຄອຍຖາມຄຳຖາມກ່ຽວກັບມັນຢູ່ສະເໝີ ເພາະວ່າພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ສາມາດຢັ່ງຮູ້ພຣະທຳຂອງພຣະເຈົ້າໄດ້. ບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດຫາຂໍ້ສະຫຼຸບຫຍັງກ່ຽວກັບເລື່ອງນີ້ໄດ້ເລີຍ. ຜົນກໍຄື ພວກເຂົາຖາມໄຖ່ໄປທົ່ວຢູ່ສະເໝີ, ປາຖະໜາວ່າພວກເຂົາຈະສາມາດມີຫູທີ່ໄດ້ຍິນສິ່ງທີ່ຢູ່ໄກສຸດໄກ ແລະ ມີຕາທີ່ເຫັນໄດ້ໄກພັນໄມ ເພື່ອໃຫ້ພວກເຂົາສາມາດຮູ້ ແລະ ໄດ້ຮັບຂ່າວກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນຢູ່ໄກໆ. ແລ້ວພວກເຂົາກໍຈະສາມາດຕັດສິນໃຈແຕ່ຫົວທີວ່າພວກເຂົາຄວນຢູ່ ຫຼື ອອກໄປ. ຄົນເຊັ່ນນີ້ບໍ່ໂງ່ບໍ? (ແມ່ນແລ້ວ.) ບໍ່ແມ່ນຄົນປະເພດນີ້ໄດ້ໃຊ້ຊີວິດທີ່ເມື່ອຍລ້າບໍ? (ແມ່ນແລ້ວ.) ພວກເຂົາບໍ່ມີແນວຄິດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ພວກເຂົາກໍບໍ່ເຂົ້າໃຈຄວາມຈິງ. ຍິ່ງມີເລື່ອງເກີດຂຶ້ນຫຼາຍເທົ່າໃດ, ພວກເຂົາກໍຍິ່ງສັບສົນ ແລະ ມຶນງົງຫຼາຍຂຶ້ນເທົ່ານັ້ນ. ພວກເຂົາບໍ່ຮູ້ວ່າຈະແຍກແຍະເລື່ອງເຫຼົ່ານີ້ ຫຼື ກຳນົດລັກສະນະຂອງມັນແນວໃດ; ແລະ ແນ່ນອນວ່າພວກເຂົາບໍ່ຮູ້ວ່າຈະແຍກແຍະສິ່ງທີ່ຖືກ ແລະ ຜິດໃນເລື່ອງເຫຼົ່ານີ້ ຫຼື ຮຽນຮູ້ບົດຮຽນຈາກມັນແນວໃດ ແລ້ວຈຶ່ງຊອກຫາຫຼັກການຂອງການປະຕິບັດພາຍໃນພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ຮູ້ວ່າຈະເຮັດສິ່ງເຫຼົ່ານີ້ແນວໃດ. ແລ້ວພວກເຂົາເຮັດຫຍັງແດ່? ຕົວຢ່າງ: ເມື່ອຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍປາກົດຕົວໃນຄຣິສຕະຈັກ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ, ພວກເຂົາກໍເລີ່ມສົງໄສວ່າ: “ໃຜກັນແທ້ທີ່ຖືກ ແລະ ໃຜທີ່ຜິດ? ນີ້ແມ່ນຫົນທາງທີ່ແທ້ຈິງແທ້ໆບໍ? ຂ້ອຍຈະໄດ້ຮັບພອນບໍ ຖ້າຂ້ອຍສືບຕໍ່ເຊື່ອຈົນເຖິງທີ່ສຸດ? ຂ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ອຍມາຫຼາຍປີແລ້ວ, ຄວາມທຸກທໍລະມານນີ້ມັນຄຸ້ມຄ່າບໍ? ຂ້ອຍຄວນສືບຕໍ່ປະຕິບັດໜ້າທີ່ຂອງຂ້ອຍບໍ?” ພວກເຂົາພິຈາລະນາທຸກສິ່ງຈາກມຸມມອງຂອງຜົນປະໂຫຍດຂອງຕົນເອງ ແລະ ບໍ່ສາມາດເຂົ້າໃຈຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ຕໍ່ໜ້າພວກເຂົາໄດ້ເລີຍ, ເບິ່ງຄືວ່າເຊີ້ຊ້າເປັນຢ່າງຍິ່ງ. ພວກເຂົາຂາດຄວາມຄິດ ແລະ ທັດສະນະທີ່ຖືກຕ້ອງ ແລະ ຢາກຢືນຢູ່ຂ້າງນອກເພື່ອຄອຍສັງເກດການ, ເບິ່ງວ່າສິ່ງຕ່າງໆຈະເປັນແນວໃດ. ເມື່ອເບິ່ງໄປທີ່ພວກເຂົາ, ເຈົ້າກໍຮູ້ສຶກວ່າພວກເຂົາທັງເປັນຕາສົມເພດ ແລະ ເປັນຕາຫົວ. ເມື່ອບໍ່ມີຫຍັງເກີດຂຶ້ນ, ພວກເຂົາກໍປະພຶດຕົວຂ້ອນຂ້າງປົກກະຕິ, ແຕ່ທັນທີທີ່ມີເລື່ອງໃຫຍ່ເກີດຂຶ້ນ, ພວກເຂົາກໍບໍ່ຮູ້ວ່າຄວນເບິ່ງເລື່ອງນີ້ດ້ວຍຈຸດຢືນແບບໃດ ແລະ ສິ່ງທີ່ພວກເຂົາເວົ້າກໍສະທ້ອນເຖິງຄວາມຄິດ ແລະ ທັດສະນະຂອງຜູ້ບໍ່ມີຄວາມເຊື່ອ. ຫຼັງຈາກທີ່ທຸກຢ່າງຈົບລົງແລ້ວ, ກໍບໍ່ເຫັນວ່າພວກເຂົາໄດ້ຮັບຜົນປະໂຫຍດຫຍັງຈາກມັນ. ບໍ່ແມ່ນວ່າຄົນເຊັ່ນນີ້ໂງ່ຫຼາຍບໍ? (ແມ່ນແລ້ວ.) ນີ້ຄືວິທີທີ່ຄົນໂງ່ປະພຶດຕົວຢ່າງແທ້ຈິງ. ແລ້ວຫຼັກການໃນການຈັດການກັບຄົນປະເພດນີ້ແມ່ນຫຍັງ? ໂດຍອີງໃສ່ການສະແດງອອກຂອງພວກເຂົາ, ພວກເຂົາບໍ່ສາມາດຖືວ່າເປັນຄົນທີ່ຄິດຄົດທໍລະຍົດ ແລະ ຊົ່ວຊ້າຢ່າງເຖິງທີ່ສຸດໄດ້. ແນວໃດກໍຕາມ, ພວກເຂົາມີຂໍ້ບົກຜ່ອງທີ່ຮ້າຍແຮງ ນັ້ນກໍຄືຄົນເຫຼົ່ານີ້ບໍ່ມີຄວາມຄິດ, ບໍ່ມີຈິດວິນຍານ ແລະ ບໍ່ສາມາດເບິ່ງທະລຸສິ່ງໃດກໍຕາມໄດ້. ສິ່ງໃດກໍຕາມທີ່ເກີດຂຶ້ນອ້ອມຕົວພວກເຂົາກໍເຮັດໃຫ້ພວກເຂົາເຮັດຫຍັງບໍ່ຖືກ, ບໍ່ຮູ້ວ່າຈະໄວ້ໃຈໃຜ, ຈະເພິ່ງພາໃຜ ຫຼື ຈະເບິ່ງບັນຫາແນວໃດ ຫຼື ຄວນເລີ່ມແກ້ໄຂມັນຈາກບ່ອນໃດ, ພວກເຂົາພຽງແຕ່ຢູ່ໃນສະພາວະທີ່ຕື່ນຕົກໃຈ. ຫຼັງຈາກທີ່ຕື່ນຕົກໃຈ, ພວກເຂົາອາດຈະເກີດຄວາມສົງໄສ ຫຼື ພວກເຂົາອາດຈະສະຫງົບລົງຊົ່ວຄາວ, ແຕ່ການໂອນເອນໄປມາທີ່ເປັນນິໄສຂອງພວກເຂົາກໍຍັງຄົງບໍ່ປ່ຽນແປງ. ຈາກການສະແດງອອກຂອງພວກເຂົາ, ເນື່ອງຈາກພວກເຂົາບໍ່ສາມາດຖືກຈັດເຂົ້າໃນປະເພດຄົນຊົ່ວຮ້າຍ, ຖ້າປັດຈຸບັນພວກເຂົາສາມາດປະຕິບັດໜ້າທີ່ໄດ້ໜ້ອຍໜຶ່ງ ແລະ ເຕັມໃຈອອກແຮງງານ, ພວກເຂົາກໍອາດຈະໄດ້ຮັບອະນຸຍາດໃຫ້ສືບຕໍ່ປະຕິບັດໜ້າທີ່ຂອງຕົນ. ແນວໃດກໍຕາມ, ສິ່ງນີ້ແມ່ນອີງໃສ່ພື້ນຖານທີ່ວ່າ ໜ້າທີ່ຂອງພວກເຂົາຕ້ອງກໍ່ໃຫ້ເກີດຜົນຢ່າງໜ້ອຍບາງຢ່າງ. ຖ້າພວກເຂົາປະຕິບັດໜ້າທີ່ໂດຍບໍ່ຍອມຮັບຄວາມຈິງເລີຍ ແລະ ເຮັດພໍແລ້ວມືແລ້ວຕີນຢູ່ສະເໝີ, ພວກເຂົາກໍຄວນຖືກສົ່ງກັບບ້ານ. ແນວໃດກໍຕາມ, ຖ້າພວກເຂົາເຕັມໃຈທີ່ຈະແກ້ໄຂຄວາມຜິດພາດຂອງຕົນ, ພວກເຂົາກໍຄວນໄດ້ຮັບອະນຸຍາດໃຫ້ຢູ່ໃນເຮືອນຂອງພຣະເຈົ້າ ແລະ ສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຄວນຖືກມອບໝາຍໃຫ້ເຮັດໜ້າທີ່ໃດກໍຕາມທີ່ເໝາະສົມກັບພວກເຂົາ. ຖ້າພວກເຂົາບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້ ແລະ ພວກເຂົາເປັນຄົນທີ່ໄຮ້ປະໂຫຍດ, ພວກເຂົາກໍຄວນຖືກສົ່ງໄປບ່ອນທີ່ເໝາະສົມກັບພວກເຂົາ. ໃນກໍລະນີນີ້, ມັນບໍ່ສາມາດຂຶ້ນຢູ່ກັບວ່າພວກເຂົາມີຄວາມພ້ອມ ແລະ ເຕັມໃຈທີ່ຈະອອກແຮງງານອີກຕໍ່ໄປ. ວິທີການຈັດການແບບນີ້ບໍ່ຮຽບງ່າຍບໍ? (ແມ່ນແລ້ວ.)
ພວກເຈົ້າສາມາດແຍກແຍະຄົນທີ່ໂອນເອນໄປມາໄດ້ບໍ? ມີຄົນເຊັ່ນນີ້ຢູ່ອ້ອມຕົວພວກເຈົ້າບໍ? ບາງຄົນເຄີຍຖືກຊຳລະລ້າງອອກຈາກຄຣິສຕະຈັກໃນອະດີດມາແລ້ວ. ສົມມຸດວ່າມີຄົນໃດຄົນໜຶ່ງໃນພວກເຂົາເວົ້າວ່າ: “ຂ້ານ້ອຍປ່ຽນແປງໄປໃນທາງທີ່ດີຂຶ້ນແລ້ວ. ຂ້ານ້ອຍບໍ່ໂອນເອນໄປມາອີກຕໍ່ໄປ. ຂ້ານ້ອຍເຄີຍໂອນເອນໄປມາຢູ່ສະເໝີເມື່ອເວົ້າເຖິງເສັ້ນທາງທີ່ແທ້ຈິງ ເພາະວ່າຕອນທີ່ເຮືອນຂອງພຣະເຈົ້າຫາກໍເລີ່ມຕົ້ນວຽກງານໃນຕ່າງປະເທດ, ສະຖານະການແມ່ນລຳບາກຫຼາຍ. ໃນເວລານັ້ນ, ມັນຍາກຫຼາຍສຳລັບອ້າຍເອື້ອຍນ້ອງໃນຄຣິສຕະຈັກທີ່ຈະເທດສອນຂ່າວປະເສີດ ແລະ ມີຄົນຈຳນວນໜ້ອຍໃນຕ່າງປະເທດທີ່ຍອມຮັບເສັ້ນທາງທີ່ແທ້ຈິງ. ນອກຈາກນີ້, ເບິ່ງຄືວ່າບໍ່ມີຄວາມຫວັງໃດໆສຳລັບການເຜີຍແຜ່ວຽກງານຂ່າວປະເສີດ. ດັ່ງນັ້ນ, ຂ້ານ້ອຍຈຶ່ງສົງໄສກ່ຽວກັບວຽກງານຂອງພຣະເຈົ້າຢູ່ສະເໝີໃນຕອນນັ້ນ. ຕອນນີ້ທີ່ຂ້ານ້ອຍເຫັນວ່າວຽກງານຂ່າວປະເສີດຂອງເຮືອນຂອງພຣະເຈົ້າກຳລັງເຜີຍແຜ່ອອກໄປ, ວຽກງານຕ່າງໆກຳລັງປັບປຸງ ແລະ ເກີດໝາກອອກຜົນ ແລະ ບັນດາຄຣິສຕະຈັກໃນປະເທດຕ່າງໆກໍຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ, ຂ້ານ້ອຍກໍບໍ່ມີຄວາມສົງໄສ ຫຼື ໂອນເອນໄປມາອີກຕໍ່ໄປ. ກະລຸນາໃຫ້ຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍເທາະ. ຢ່າຈັດຂ້ານ້ອຍເຂົ້າໃນກຸ່ມຄົນທີ່ຖືກຄັດອອກ ຫຼື ຖືກຂັບໄລ່ເລີຍ!” ມັນຈະເປັນການດີບໍທີ່ຈະໃຫ້ໂອກາດຄົນເຊັ່ນນີ້? (ບໍ່.) ເປັນຫຍັງຈຶ່ງບໍ່ດີ? (ຄຳເວົ້າຂອງພວກເຂົານັ້ນບໍ່ເປັນຄວາມຈິງ. ພວກເຂົາພຽງແຕ່ຢາກກັບມາເອື່ອຍອີງຄຣິສຕະຈັກອີກຄັ້ງ ເພາະວ່າພວກເຂົາເຫັນວ່າວຽກງານຂອງເຮືອນຂອງພຣະເຈົ້າມີທ່າອ່ຽງທີ່ຈະເຜີຍແຜ່ອອກໄປ ແລະ ໄດ້ຮັບອຳນາດ. ແຕ່ເມື່ອໃດກໍຕາມທີ່ມີບາງຢ່າງເກີດຂຶ້ນທີ່ຂັດກັບແນວຄິດຂອງພວກເຂົາ, ພວກເຂົາກໍຈະໂອນເອນໄປມາອີກຄັ້ງ.) ພວກເຈົ້າໄດ້ເບິ່ງທະລຸເລື່ອງນີ້ແລ້ວບໍ? (ແມ່ນແລ້ວ.) ບາງຄົນເປັນຄົນທີ່ໂອນເອນໄປມາໂດຍກຳເນີດ. ມື້ນີ້ລົມພັດໄປທາງໜຶ່ງ ພວກເຂົາກໍໄຫຼໄປຕາມທິດທາງນັ້ນ; ມື້ອື່ນລົມພັດໄປອີກທາງໜຶ່ງ ພວກເຂົາກໍໄຫຼໄປຕາມທິດທາງນັ້ນ, ແມ່ນແຕ່ໃນເວລາທີ່ບໍ່ມີລົມ, ພວກເຂົາກໍຍັງໂອນເອນໄປມາດ້ວຍຕົນເອງໄດ້. ຄົນເຊັ່ນນີ້ບໍ່ມີຄວາມສາມາດໃນການຄິດແບບທີ່ມະນຸດປົກກະຕິຄວນມີ, ສະນັ້ນ ພວກເຂົາຈຶ່ງບໍ່ກົງຕາມມາດຕະຖານຂອງການເປັນມະນຸດ. ສິ່ງນີ້ຖືກຕ້ອງບໍ? (ແມ່ນແລ້ວ.) ຖ້າຄົນໃດໜຶ່ງມີຄວາມສາມາດໃນການຄິດຂອງມະນຸດປົກກະຕິ ແລະ ມີຄວາມສາມາດໃນການຢັ່ງຮູ້ທີ່ມະນຸດຄວນມີ, ພວກເຂົາກໍຈະເຫັນວ່າພຣະເຈົ້າໄດ້ສະແດງຄວາມຈິງຫຼາຍຢ່າງ ແລະ ສາມາດຢືນຢັນໄດ້ວ່ານີ້ຄືວຽກງານຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ມີຄົນຈຳນວນຫຼາຍທີ່ເຊື່ອໃນພຣະເຈົ້າ, ພວກເຂົາເຫັນວຽກງານຂອງພຣະເຈົ້າ ແລະ ວຽກງານຂອງພຣະວິນຍານບໍລິສຸດທຸກມື້, ພ້ອມທັງການກະທຳອັນໜ້າອັດສະຈັນຂອງພຣະເຈົ້າ; ຄວາມເຊື່ອຂອງພວກເຂົາກໍເຂັ້ມແຂງຂຶ້ນ ແລະ ກຳລັງໃຈໃນການປະຕິບັດໜ້າທີ່ຂອງພວກເຂົາກໍເພີ່ມຂຶ້ນນຳ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ສາມາດບັນລຸໄດ້ໂດຍວຽກງານຂອງມະນຸດບໍ? ຜູ້ທີ່ບໍ່ມີຄວາມສາມາດໃນການຄິດຂອງມະນຸດ, ບໍ່ວ່າເຈົ້າຈະອະທິບາຍເລື່ອງເຫຼົ່ານີ້ໃຫ້ພວກເຂົາຟັງຢ່າງຊັດເຈນສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດຢືນຢັນໄດ້ວ່ານີ້ຄືວຽກງານຂອງພຣະເຈົ້າ. ພວກເຂົາຂາດຄວາມສາມາດໃນການຕັດສິນນັ້ນ. ບໍ່ວ່າວຽກງານທີ່ພຣະເຈົ້າກຳລັງເຮັດໃນຕອນນີ້ຈະຍິ່ງໃຫຍ່ສໍ່າໃດ, ພຣະອົງຈະກ່າວຫຼາຍສໍ່າໃດ, ຈະມີຄົນຕິດຕາມພຣະອົງຫຼາຍສໍ່າໃດ, ຈະມີຄົນໝັ້ນໃຈວ່າສິ່ງນີ້ຄືວຽກງານຂອງພຣະເຈົ້າຫຼາຍສໍ່າໃດ ຫຼື ຈະມີຄົນໝັ້ນໃຈວ່າຊະຕາກຳຂອງມະນຸດຊາດຕົກຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ແລະ ພຣະເຈົ້າຄືພຣະຜູ້ສ້າງຫຼາຍສໍ່າໃດກໍຕາມ, ສິ່ງເຫຼົ່ານີ້ບໍ່ມີຄວາມສຳຄັນຕໍ່ພວກເຂົາເລີຍ. ແລ້ວແມ່ນຫຍັງທີ່ສຳຄັນທີ່ສຸດສຳລັບພວກເຂົາ? ພວກເຂົາຕ້ອງການເຫັນພຣະເຈົ້າຈາກສະຫວັນມາປາກົດຕໍ່ໜ້າພວກເຂົາດ້ວຍຕົນເອງ ແລະ ພວກເຂົາຍັງຕ້ອງການເຫັນພຣະເຈົ້າເປີດພຣະໂອດ ແລະ ກ່າວດ້ວຍພຣະອົງເອງ, ເຫັນພຣະອົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສັບພະສິ່ງດ້ວຍພຣະອົງເອງ ແລະ ເຮັດໝາຍສຳຄັນ ແລະ ການອັດສະຈັນດ້ວຍພຣະອົງເອງ ແລະ ເມື່ອພຣະອົງກ່າວ ພຣະທຳຂອງພຣະອົງກໍຕ້ອງມີສຽງດັງກ້ອງຄືຟ້າຮ້ອງ. ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ພວກເຂົາຈະເຊື່ອໃນພຣະເຈົ້າ. ພວກເຂົາກໍຄືກັນກັບໂທມາ, ບໍ່ວ່າອົງພຣະເຢຊູເຈົ້າຈະກ່າວພຣະທຳຫຼາຍສໍ່າໃດ, ຈະສະແດງຄວາມຈິງອອກມາຫຼາຍສໍ່າໃດ ຫຼື ຈະເຮັດໝາຍສຳຄັນ ແລະ ການອັດສະຈັນຫຼາຍສໍ່າໃດໃນລະຫວ່າງເວລາທີ່ພຣະອົງຢູ່ເທິງແຜ່ນດິນໂລກ, ສິ່ງເຫຼົ່ານັ້ນບໍ່ມີຄວາມສຳຄັນຕໍ່ໂທມາເລີຍ. ສິ່ງທີ່ສຳຄັນກໍຄື ການຟື້ນຄືນພຣະຊົນຂອງອົງພຣະເຢຊູເຈົ້າຫຼັງຈາກຄວາມຕາຍນັ້ນເປັນເລື່ອງຈິງ ຫຼື ບໍ່. ລາວຢືນຢັນສິ່ງນີ້ໄດ້ແນວໃດ? ລາວຮຽກຮ້ອງຕໍ່ອົງພຣະເຢຊູເຈົ້າວ່າ: “ຈົ່ງຍື່ນມືຂອງພຣະອົງມາໃຫ້ຂ້ອຍເບິ່ງຮອຍຕະປູ. ຖ້າພຣະອົງເປັນອົງພຣະເຢຊູເຈົ້າທີ່ຟື້ນຄືນພຣະຊົນແທ້, ກໍຈະມີຮອຍຕະປູຢູ່ເທິງມືຂອງພຣະອົງ ແລະ ຕອນນັ້ນຂ້ອຍກໍຈະຍອມຮັບວ່າພຣະອົງຄືອົງພຣະເຢຊູເຈົ້າ. ຖ້າຂ້ອຍບໍ່ສາມາດສຳຜັດເຖິງຮອຍຕະປູໃນມືຂອງພຣະອົງໄດ້, ຕອນນັ້ນຂ້ອຍກໍຈະບໍ່ຍອມຮັບວ່າພຣະອົງຄືອົງພຣະເຢຊູເຈົ້າ ແລະ ຂ້ອຍກໍຈະບໍ່ຍອມຮັບວ່າພຣະອົງຄືພຣະເຈົ້າ”. ລາວບໍ່ແມ່ນຄົນປັນຍາອ່ອນບໍ? (ແມ່ນແລ້ວ.) ຄົນເຊັ່ນນີ້ເຊື່ອແຕ່ໃນຂໍ້ເທັດຈິງທີ່ພວກເຂົາສາມາດເຫັນໄດ້ດ້ວຍຕາຂອງຕົນເອງ ແລະ ໃນຈິນຕະນາການ ແລະ ໃນການໃຫ້ເຫດຜົນຂອງຕົນເອງເທົ່ານັ້ນ. ເຖິງແມ່ນວ່າພວກເຂົາຈະໄດ້ຍິນພຣະທຳຂອງພຣະເຈົ້າ, ມີປະສົບການກັບວຽກງານຂອງພຣະເຈົ້າ ແລະ ເຫັນການເລີ່ມຕົ້ນ, ການເຕີບໂຕ ແລະ ຄວາມຈະເລີນຮຸ່ງເຮືອງຂອງວຽກງານຂອງພຣະເຈົ້າ, ພວກເຂົາກໍຍັງບໍ່ເຊື່ອວ່ານີ້ຄືວຽກງານຂອງພຣະເຈົ້າ. ພວກເຂົາບໍ່ສາມາດເຫັນລິດທານຸພາບທີ່ຍິ່ງໃຫຍ່ຂອງພຣະເຈົ້າ, ພວກເຂົາບໍ່ສາມາດເຫັນສິດອຳນາດຂອງພຣະເຈົ້າ ແລະ ພວກເຂົາບໍ່ສາມາດແຍກແຍະລິດອຳນາດຂອງພຣະທຳຂອງພຣະເຈົ້າ ຫຼື ຜົນທີ່ພຣະທຳເຫຼົ່ານັ້ນສາມາດບັນລຸໄດ້ໃນຕົວຜູ້ຄົນ. ພວກເຂົາບໍ່ສາມາດເບິ່ງເຫັນ ຫຼື ແຍກແຍະສິ່ງເຫຼົ່ານີ້ໄດ້ເລີຍ. ພວກເຂົາຫວັງພຽງແຕ່ສິ່ງດຽວຄື: “ພຣະອົງຕ້ອງກ່າວຈາກສະຫວັນດ້ວຍສຽງດັງກ້ອງຄືຟ້າຮ້ອງ, ປະກາດວ່າພຣະອົງຄືພຣະຜູ້ສ້າງ. ພຣະອົງຍັງຕ້ອງເຮັດໝາຍສຳຄັນ ແລະ ການອັດສະຈັນ ແລະ ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສັບພະສິ່ງດ້ວຍພຣະອົງເອງ ເພື່ອສະແດງລິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ຕອນນັ້ນຂ້ອຍກໍຈະເຊື່ອວ່າພຣະອົງຄືພຣະເຈົ້າ, ຂ້ອຍຈະຍອມຮັບວ່າພຣະອົງຄືພຣະເຈົ້າ”. ພຣະເຈົ້າໃຫ້ຄຸນຄ່າກັບການຍອມຮັບເຊັ່ນນີ້ບໍ? ພຣະອົງໃຫ້ຄຸນຄ່າກັບຄວາມເຊື່ອເຊັ່ນນີ້ບໍ? (ບໍ່.) ພຣະເຈົ້າຕ້ອງການການຍອມຮັບຂອງເຈົ້າເພື່ອທີ່ຈະເປັນພຣະເຈົ້າບໍ? ພຣະອົງຕ້ອງການການຮັບຮອງຂອງເຈົ້າບໍ? ພຣະເຈົ້າໄດ້ສະແດງຄວາມຈິງຫຼາຍຢ່າງ, ມີຄົນຈຳນວນຫຼາຍໄດ້ຍອມຮັບວຽກງານຂອງພຣະເຈົ້າ ແລະ ມີຄຳພະຍານຈາກປະສົບການຫຼາຍຢ່າງ, ເປັນຄຳພະຍານທີ່ເໜືອກວ່າຄຳພະຍານຂອງຄົນລຸ້ນກ່ອນໆ, ແຕ່ເຈົ້າກໍຍັງບໍ່ສາມາດຢືນຢັນໄດ້ວ່ານັ້ນມັນແມ່ນການປາກົດຕົວ ແລະ ວຽກງານຂອງພຣະເຈົ້າ ຫຼື ບໍ່. ເຈົ້າບໍ່ເຊື່ອ ຫຼື ຍອມຮັບຂໍ້ເທັດຈິງທີ່ພຣະເຈົ້າໄດ້ເຮັດສຳເລັດແລ້ວ ແລະ ບໍ່ຍອມຮັບການບັນລຸຄຳສັນຍາຂອງພຣະເຈົ້າ. ດັ່ງນັ້ນ, ເຈົ້າເປັນສິ່ງຂອງປະເພດໃດ? ເຈົ້າບໍ່ແມ່ນມະນຸດດ້ວຍຊ້ຳ, ເຈົ້າເປັນຄົນໂງ່ຈ້າ! ແຕ່ເຈົ້າກໍຍັງຢາກໄດ້ຮັບພອນຈາກພຣະເຈົ້າ, ບໍ່ມີທາງ! ໄປຝັນເອົາເອງສາ! ເຈົ້າສົງໄສ ແລະ ປະຕິເສດພຣະເຈົ້າທຸກຄັ້ງ, ຢາກຫົວຂວັນຄວາມໂຊກຮ້າຍຂອງເຮືອນຂອງພຣະເຈົ້າຢູ່ສະເໝີ. ເຈົ້າບໍ່ເຄີຍຍອມຮັບ ຫຼື ເຊື່ອໃນການມີຢູ່ຂອງພຣະເຈົ້າ ແລະ ເຈົ້າກໍບໍ່ເຄີຍຍອມຮັບ, ເຊື່ອ ຫຼື ຮັບເອົາພຣະທຳ ແລະ ວຽກງານຂອງພຣະເຈົ້າ. ສະນັ້ນ, ຄຳສັນຍາຂອງພຣະເຈົ້າບໍ່ມີຫຍັງກ່ຽວຂ້ອງກັບເຈົ້າເລີຍ ແລະ ເຈົ້າກໍຈະບໍ່ໄດ້ຮັບຜົນປະໂຫຍດຫຍັງ. ບາງຄົນເວົ້າວ່າ: “ແຕ່ພວກເຂົາກໍຍັງປະຕິບັດໜ້າທີ່ຂອງຕົນເອງຢູ່. ພວກເຂົາຈະບໍ່ໄດ້ຮັບຜົນປະໂຫຍດຫຍັງເລີຍໄດ້ແນວໃດ?” ແລ້ວພວກເຮົາກໍຕ້ອງເຂົ້າໃຈໃຫ້ຊັດເຈນວ່າ ຈຸດປະສົງຂອງພວກເຂົາໃນການປະຕິບັດໜ້າທີ່ແມ່ນຫຍັງ, ພວກເຂົາເຮັດເພື່ອໃຜ ແລະ ພວກເຂົາປະຕິບັດຕາມຫຼັກການໃດເມື່ອປະຕິບັດໜ້າທີ່ຂອງພວກເຂົາ. ຖ້າເຈົ້າບໍ່ຍອມຮັບພຣະທຳຂອງພຣະເຈົ້າ, ແລ້ວເຖິງແມ່ນວ່າເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າກໍເປັນພຽງການອອກແຮງງານເທົ່ານັ້ນ, ມັນບໍ່ແມ່ນການອ່ອນນ້ອມທີ່ແທ້ຈິງ. ພຣະເຈົ້າບໍ່ຍອມຮັບສິ່ງທີ່ເຈົ້າເຮັດວ່າເປັນການປະຕິບັດໜ້າທີ່ຂອງເຈົ້າ. ໃນສາຍພຣະເນດຂອງພຣະເຈົ້າ, ເຈົ້າກໍເປັນພຽງຄົນຕາຍທີ່ບໍ່ມີວິນຍານ. ຄົນຕາຍຍັງຫວັງທີ່ຈະໄດ້ຮັບພອນ, ນີ້ບໍ່ແມ່ນຄວາມຄິດທີ່ເພີ້ຝັນບໍ? ການທີ່ເຈົ້າສາມາດປະຕິບັດໜ້າທີ່ໄດ້ໜ້ອຍໜຶ່ງກໍເພາະວ່າເຈົ້າຖືກຂັບເຄື່ອນດ້ວຍຄວາມຕັ້ງໃຈທີ່ຈະໄດ້ຮັບພອນຂອງເຈົ້າ. ແລະ ເຈົ້າກໍສົງໄສຢູ່ສະເໝີ, ຕັດສິນ, ກ່າວປະນາມ, ປະຕິເສດພຣະເຈົ້າໃນໃຈຢູ່ສະເໝີ ແລະ ຍັງຕັດສິນ ແລະ ປະຕິເສດພຣະທຳ ແລະ ວຽກງານຂອງພຣະເຈົ້າອີກດ້ວຍ. ສິ່ງນີ້ເຮັດໃຫ້ເຈົ້າກາຍເປັນຄົນທີ່ເປັນສັດຕູຂອງພຣະເຈົ້າ. ຄົນທີ່ເປັນສັດຕູຂອງພຣະເຈົ້າສາມາດໄດ້ມາດຕະຖານໃນຖານະສິ່ງທີ່ຖືກສ້າງໄດ້ບໍ? (ບໍ່.) ເຈົ້າຕັ້ງຕົນເອງໃຫ້ເປັນສັດຕູຂອງພຣະເຈົ້າທຸກຄັ້ງ, ສັງເກດເບິ່ງພຣະອົງ ແລະ ວຽກງານຂອງພຣະອົງຢ່າງລັບໆຈາກເງົາມືດ, ຮ້ອງໂຮຕໍ່ຕ້ານພຣະເຈົ້າຢ່າງລັບໆໃນໃຈຂອງເຈົ້າ, ຕັດສິນ ແລະ ກ່າວປະນາມພຣະອົງ ແລະ ຕັດສິນ ແລະ ກ່າວປະນາມພຣະທຳ ແລະ ວຽກງານຂອງພຣະອົງ. ຖ້ານີ້ບໍ່ແມ່ນການເປັນສັດຕູຂອງພຣະເຈົ້າ, ແລ້ວມັນແມ່ນຫຍັງ? ນີ້ຄືການເປັນສັດຕູຂອງພຣະເຈົ້າຢ່າງເປີດເຜີຍ. ແລະ ເຈົ້າບໍ່ໄດ້ເປັນສັດຕູຂອງພຣະເຈົ້າໃນໂລກທີ່ບໍ່ມີຄວາມເຊື່ອ, ເຈົ້າກຳລັງເຮັດເຊັ່ນນັ້ນພາຍໃນເຮືອນຂອງພຣະເຈົ້າ. ສິ່ງນີ້ຍິ່ງບໍ່ສາມາດໃຫ້ອະໄພໄດ້!
ຄົນທີ່ໂອນເອນໄປມາເຫຼົ່ານີ້, ບໍ່ວ່າພວກເຮົາຈະເບິ່ງທີ່ແກ່ນສານຂອງຄວາມເປັນມະນຸດ ຫຼື ການສະແດງອອກຂອງພວກເຂົາ, ພວກເຂົາກໍບໍ່ຍອມຮັບຄວາມຈິງ ແລະ ບໍ່ຍອມຮັບພຣະທຳ ແລະ ວຽກງານຂອງພຣະເຈົ້າ. ພວກເຂົາສົນໃຈພຽງແຕ່ວ່າພວກເຂົາຈະສາມາດໄດ້ຮັບພອນ ຫຼື ບໍ່ເທົ່ານັ້ນ. ພວກເຂົາບໍ່ເຄີຍໝັ້ນໃຈໃນພຣະເຈົ້າ ຫຼື ວຽກງານຂອງພຣະອົງ, ຄອຍສັງເກດການຢູ່ເບື້ອງຫຼັງຢູ່ສະເໝີ, ໂອນເອນໄປມາ ແລະ ສົງໄສຢູ່ຕະຫຼອດເວລາ. ພວກເຂົາຕິດຕາມພຣະເຈົ້າໃນຂະນະທີ່ຄອຍສັງເກດການ, ຍ່າງແລ້ວກໍຢຸດ, ຢຸດແລ້ວກໍຍ່າງ. ຄົນເຫຼົ່ານີ້ເປັນຕົວບັນຫາທີ່ຫຍຸ້ງຍາກແທ້ໆ! ໂດຍສະເພາະຕອນນີ້, ທີ່ຄຣິສຕະຈັກມີການຊຳລະລ້າງຄົນຢູ່ເລື້ອຍໆ, ພວກເຂົາກໍຢູ່ບໍ່ເປັນສຸກຢູ່ສະເໝີ, ໂດຍຄິດວ່າ: “ຂ້ອຍໂອນເອນໄປມາຢູ່ສະເໝີ. ບາງທີມື້ໜຶ່ງອາດຈະມີຄົນສັງເກດເຫັນ ແລະ ຂ້ອຍກໍຈະຖືກຄັດອອກຈາກຄຣິສຕະຈັກ. ຂ້ອຍບໍ່ສາມາດປ່ອຍໃຫ້ຄວາມສົງໄສພາຍໃນຂອງຂ້ອຍກ່ຽວກັບພຣະເຈົ້າຫຼຸດອອກໄປໄດ້. ຂ້ອຍບໍ່ສາມາດບອກເລື່ອງນີ້ກັບໃຜໄດ້”. ດັ່ງນັ້ນ, ພວກເຂົາຈຶ່ງສັງເກດການຢ່າງລັບໆຢູ່ເບື້ອງຫຼັງ ແລະ ພວກເຂົາກໍບໍ່ຢ້ານທີ່ຈະຖືກເປີດເຜີຍໂດຍພຣະເຈົ້າ ເພາະວ່າພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ຍິ່ງບໍ່ຕ້ອງເວົ້າເຖິງການເຊື່ອໃນການກວດສອບຂອງພຣະເຈົ້າ. ຄົນເຫຼົ່ານີ້ມັກຈະໄດ້ຍິນອ້າຍເອື້ອຍນ້ອງໂອ້ລົມກັນກ່ຽວກັບວິທີທີ່ພຣະເຈົ້າໄດ້ນຳພາພວກເຂົາ, ວິທີທີ່ພຣະອົງໄດ້ລົງວິໄນພວກເຂົາ, ວິທີທີ່ພຣະອົງໄດ້ເປີດເຜີຍຜູ້ຄົນ, ວິທີທີ່ພຣະອົງໄດ້ຊ່ວຍຜູ້ຄົນໃຫ້ລອດພົ້ນ, ວິທີທີ່ພຣະເຈົ້າໄດ້ປະທານພຣະຄຸນ ແລະ ພອນໃຫ້ແກ່ພວກເຂົາ ແລະ ວິທີໃນຂະບວນການຕິດຕາມພຣະເຈົ້າ, ພວກເຂົາໄດ້ມີປະສົບການກັບວຽກງານຂອງພຣະອົງ ແລະ ສິ່ງທີ່ພວກເຂົາໄດ້ຮູ້ສຶກ, ໄດ້ເຫັນ ຫຼື ໄດ້ສຳຜັດ ແລະ ອື່ນໆ. ເມື່ອພວກເຂົາໄດ້ຍິນອ້າຍເອື້ອຍນ້ອງໂອ້ລົມກັນກ່ຽວກັບຄວາມເຂົ້າໃຈຈາກປະສົບການເຫຼົ່ານີ້, ພວກເຂົາກໍຄິດກັບຕົນເອງວ່າ: “ປະສົບການທີ່ພວກເຈົ້າກຳລັງເວົ້າເຖິງນັ້ນເປັນພຽງຈິນຕະນາການຂອງພວກເຈົ້າບໍ? ສິ່ງເຫຼົ່ານີ້ເປັນພຽງຄວາມຮູ້ສຶກຂອງມະນຸດບໍ? ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ສຶກເຖິງສິ່ງເຫຼົ່ານັ້ນ? ໂດຍສະເພາະຜູ້ທີ່ຂຽນບົດຄວາມຄຳພະຍານຈາກປະສົບການ, ຂ້ອຍບໍ່ຮູ້ຈັກພວກເຂົາ ແລະ ຂ້ອຍກໍບໍ່ໄດ້ເຫັນວ່າພວກເຂົາບັນລຸສິ່ງເຫຼົ່ານີ້ຜ່ານປະສົບການເຫຼົ່ານີ້ໄດ້ແນວໃດ. ບໍ່ວ່າພວກເຂົາຈະມີຄວາມເປັນຈິງຄວາມຈິງ ຫຼື ບໍ່ນັ້ນ ກໍຍັງບໍ່ແນ່ນອນ!” ຄົນໂງ່ຈ້າບາງຄົນຍັງຄົງຄອຍສັງເກດການ ແລະ ຕັ້ງຄຳຖາມຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ, ບໍ່ສາມາດເຫັນໄດ້ວ່າຄວາມເປັນຈິງຄວາມຈິງໃດແດ່ທີ່ບັນຈຸຢູ່ໃນບົດຄວາມຄຳພະຍານຈາກປະສົບການທີ່ຂຽນໂດຍປະຊາກອນທີ່ພຣະເຈົ້າເລືອກ, ໂດຍພະຍາຍາມຊອກຫາຂໍ້ອ້າງ ແລະ ເຫດຜົນມາຮອງຮັບການໂອນເອນໄປມາ ແລະ ການຂາດຄວາມເຊື່ອຂອງຕົນເອງ. ພວກເຂົາຄິດວ່າ ເນື່ອງຈາກພວກເຂົາກຳລັງໂອນເອນໄປມາ, ຄົນອື່ນກໍຄົງຈະໂອນເອນໄປມາເຊັ່ນກັນ. ຖ້າຄົນໃດໜຶ່ງບໍ່ເຄີຍໂອນເອນໄປມາເລີຍ, ບໍ່ມີຄວາມສົງໄສ ແລະ ການໂອ້ລົມຄວາມຈິງຕາມປົກກະຕິຂອງພວກເຂົາກໍເປັນໄປຕາມພາກປະຕິບັດຢູ່ສະເໝີ ແລະ ບໍ່ວ່າພວກເຂົາຈະພົບບັນຫາໃດກໍຕາມ, ພວກເຂົາກໍສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນໄດ້, ແລ້ວຄົນໂງ່ເຫຼົ່ານີ້ກໍຈະຮູ້ສຶກບໍ່ສົມດຸນໃນໃຈ ແລະ ບໍ່ສະບາຍໃຈໃນຫົວໃຈຂອງພວກເຂົາ. ເມື່ອພວກເຂົາຮູ້ສຶກບໍ່ສະບາຍໃຈ, ພວກເຂົາຈະຊອກຫາທາງບັນເທົາມັນໄດ້ແນວໃດ? ພວກເຂົາຊອກຫາຄົນທີ່ຄືກັນກັບພວກເຂົາ, ພະຍາຍາມຊອກຫາຈິດວິນຍານທີ່ເຂົ້າກັນໄດ້. ເມື່ອພວກເຂົາເຫັນບາງຄົນທີ່ກຳລັງຮູ້ສຶກເປັນລົບ ແລະ ອ່ອນແອ, ພວກເຂົາກໍຈະແຍ້ມຄວາມຄິດຂອງຕົນເອງເພື່ອຢັ່ງເບິ່ງທ່າທີ, ໂດຍເວົ້າວ່າ: “ບາງຄັ້ງຂ້ອຍກໍຮູ້ສຶກຄິດລົບຄືກັນ. ເມື່ອຂ້ອຍຮູ້ສຶກຄິດລົບ, ຂ້ອຍກໍຮູ້ວ່າຂ້ອຍບໍ່ຄວນເປັນແບບນັ້ນ, ແຕ່ບາງຄັ້ງຂ້ອຍກໍສົງໄສວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່”. ຖ້າອີກຝ່າຍໜຶ່ງບໍ່ຕອບສະໜອງຕໍ່ພວກເຂົາ ແລະ ພວກເຂົາເຫັນວ່າຄົນນັ້ນເປັນພຽງແຕ່ຄົນທີ່ເປັນລົບ ແລະ ອ່ອນແອ ແຕ່ບໍ່ມີຄວາມສົງໄສໃນພຣະເຈົ້າ, ພວກເຂົາກໍຈະເວົ້າຢ່າງອື່ນທີ່ບໍ່ຈິງໃຈເພື່ອລອງໃຈຄົນນັ້ນ: “ເຈົ້າວ່າຂ້ອຍນີ້ເປັນຈັ່ງໃດກັນແທ້? ຂ້ອຍເຊື່ອໃນພຣະເຈົ້າດີຢູ່ແລ້ວ, ແຕ່ເປັນຫຍັງຂ້ອຍຈຶ່ງມີຄວາມສົງໄສໃນພຣະອົງຢູ່ສະເໝີ? ນີ້ບໍ່ແມ່ນການກະບົດບໍ? ມັນບໍ່ຄວນເປັນແບບນີ້!” ພວກເຂົາເວົ້າທັງໝົດນີ້ກໍເພື່ອເອົາໃຈອີກຝ່າຍໜຶ່ງ ແລະ ເພື່ອລອງໃຈພວກເຂົາ. ພວກເຂົາຫວັງຢ່າງຍິ່ງວ່າຄົນອື່ນຈະຕັ້ງຄຳຖາມຕໍ່ພຣະເຈົ້າຄືກັນກັບພວກເຂົາ, ນັ້ນຈະເຮັດໃຫ້ພວກເຂົາມີຄວາມສຸກ! ຖ້າພວກເຂົາພົບຄົນອື່ນທີ່ສົງໄສໃນພຣະເຈົ້າຢູ່ສະເໝີ ແລະ ມີຄວາມຄິດຫຼົງຜິດຕໍ່ພຣະອົງຢູ່ຕະຫຼອດເວລາ, ພວກເຂົາກໍຈະຮູ້ສຶກໂຊກດີທີ່ໄດ້ພົບຄົນທີ່ມີຈິດວິນຍານທີ່ເຂົ້າກັນໄດ້. ທັງສອງຄົນ, ທີ່ມີແນວຄິດທີ່ສົກກະປົກຄືກັນ, ມັກຈະລະບາຍຄວາມໃນໃຈໃຫ້ກັນ ແລະ ກັນຟັງ. ຍິ່ງພວກເຂົາເວົ້າຫຼາຍເທົ່າໃດ, ພວກເຂົາກໍຍິ່ງຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ຍິ່ງພວກເຂົາເວົ້າຫຼາຍເທົ່າໃດ, ພວກເຂົາກໍຍິ່ງຢາກປະຕິບັດໜ້າທີ່ຂອງຕົນໜ້ອຍລົງເທົ່ານັ້ນ ແລະ ຍິ່ງຢາກອ່ານພຣະທຳຂອງພຣະເຈົ້າໜ້ອຍລົງເທົ່ານັ້ນ ແລະ ພວກເຂົາກໍເຖິງກັບຢາກຢຸດເຂົ້າຮ່ວມຊີວິດໃນຄຣິສຕະຈັກ. ທັງສອງກໍຈະຄ່ອຍໆຈົບລົງດ້ວຍການອອກໄປເຮັດວຽກໃນໂລກ, ຕິດກັນຄືກັບຄູ່ຮ່ວມງານທີ່ແຍກຈາກກັນບໍ່ໄດ້, ກອດກັນອອກໄປນຳກັນ. ເມື່ອພວກເຂົາຈາກໄປ, ພວກເຂົາບໍ່ໄດ້ເອົາໜັງສືພຣະທຳຂອງພຣະເຈົ້າໄປນຳແມ່ນແຕ່ຫົວດຽວ. ມີຄົນຖາມພວກເຂົາວ່າ: “ເຈົ້າເຊົາເຊື່ອໃນພຣະເຈົ້າແລ້ວບໍ?” ແລະ ພວກເຂົາກໍຕອບວ່າ: “ບໍ່, ຂ້ອຍເຊື່ອ”. ພວກເຂົາຍັງຄົງປະຕິເສດຢ່າງດື້ດ້ານ. ອີກຄົນໜຶ່ງຖາມວ່າ: “ແລ້ວເປັນຫຍັງເຈົ້າຈຶ່ງບໍ່ເອົາໜັງສືພຣະທຳຂອງພຣະເຈົ້າໄປນຳ?” ແລະ ພວກເຂົາກໍຕອບວ່າ: “ມັນໜັກເກີນໄປ ແລະ ຂ້ອຍກໍບໍ່ມີບ່ອນວາງມັນ”. ທຸກສິ່ງທີ່ພວກເຂົາເວົ້າເປັນພຽງການເຮັດພໍແລ້ວມືແລ້ວຕີນ. ທີ່ຈິງແລ້ວ, ພວກເຂົາພຽງແຕ່ກຳລັງກຽມພ້ອມທີ່ຈະກັບຄືນສູ່ໂລກ, ຊອກວຽກເຮັດ ແລະ ໃຊ້ຊີວິດຂອງພວກເຂົາ. ເຮົາຂໍບອກຄວາມຈິງແກ່ພວກເຈົ້າວ່າ: ຄົນປະເພດນີ້ແມ່ນຜູ້ບໍ່ເຊື່ອ ແລະ ນີ້ກໍຈະເປັນຈຸດຈົບຄັ້ງສຸດທ້າຍຂອງພວກເຂົາ, ນີ້ຄືສິ່ງທີ່ພວກເຂົາເປັນແທ້ໆ. ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຈະບໍ່ຍືນຍາວ. ທັນທີທີ່ພວກເຂົາພົບຄົນທີ່ພວກເຂົາມັກ, ຄົນທີ່ພວກເຂົາສາມາດແບ່ງປັນຄວາມຄິດໃນໃຈທີ່ສຸດຂອງພວກເຂົາໄດ້, ພວກເຂົາກໍຄິດວ່າ: “ໃນທີ່ສຸດ, ຂ້ອຍກໍໄດ້ພົບຄົນທີ່ຄອຍໜູນຫຼັງຂ້ອຍ, ຄົນທີ່ຈະເພິ່ງພາໄດ້. ໄປກັນເທາະ! ການເຊື່ອໃນພຣະເຈົ້າຊ່າງເປັນຕາເບື່ອ. ບໍ່ມີພຣະເຈົ້າໃນໂລກນີ້ຢູ່ແລ້ວ. ມັນຍາກເກີນໄປທີ່ຈະຖືວ່າສິ່ງທີ່ບໍ່ມີຢູ່ຈິງເປັນເລື່ອງຈິງ. ຫຼາຍປີທີ່ຜ່ານມານີ້ຊ່າງລຳບາກແທ້ໆ!” ພວກເຂົາຈາກໄປ ແລະ ເຊົາເຊື່ອດ້ວຍຕົນເອງ ແລະ ຍັງບອກອ້າຍເອື້ອຍນ້ອງບໍ່ໃຫ້ຊອກຫາພວກເຂົາ, ໂດຍເວົ້າວ່າ: “ພວກເຮົາໄປເຮັດວຽກແລ້ວ. ຢ່າໂທຫາພວກເຮົາອີກ, ຖ້າບໍ່ດັ່ງນັ້ນພວກເຮົາຈະແຈ້ງຕຳຫຼວດ!” ຄົນໂງ່ສອງຄົນນີ້, ລາໂງ່ໜຶ່ງຄູ່ກໍໄດ້ໜີໄປແບບນັ້ນ. ເຮົາວ່າໄປໄດ້ກໍແລ້ວໄປ! ມັນຊ່ວຍໃຫ້ເຮືອນຂອງພຣະເຈົ້າບໍ່ຕ້ອງລຳບາກໃນການຂັບໄລ່ ຫຼື ຄັດພວກເຂົາອອກ. ບອກເຮົາມາເບິ່ງ, ມັນຈຳເປັນຕ້ອງໂອ້ລົມຄວາມຈິງກັບຄົນປະເພດນີ້ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາບໍ? ມັນຈຳເປັນຕ້ອງພະຍາຍາມໃຫ້ເຫດຜົນ ແລະ ຊັກຊວນພວກເຂົາບໍ? (ບໍ່.) ຖ້າພວກເຈົ້າພະຍາຍາມຊັກຊວນພວກເຂົາ, ພວກເຈົ້າກໍກຳລັງເປັນຄົນໂງ່ຈ້າທີ່ສຸດ. ຄົນປະເພດນີ້ແມ່ນຜູ້ບໍ່ເຊື່ອຈົນເຖິງແກ່ນ, ພວກເຂົາກໍຄືຄົນຕາຍທີ່ຍ່າງໄດ້ ແລະ ເປັນຄົນໂງ່ທີ່ບໍ່ມີສະໝອງ. ຖ້າເຈົ້າພະຍາຍາມຊັກຊວນພວກເຂົາ, ເຈົ້າກໍເປັນຄົນໂງ່ຄືກັນ. ເຈົ້າຄວນບອກໃຫ້ຄົນປະເພດນີ້ຈາກໄປໂດຍໄວ ແລະ ບໍ່ຈຳເປັນຕ້ອງຊອກຫາພວກເຂົາຫຼັງຈາກນັ້ນ. ພວກເຂົາໄດ້ເວົ້າຢ່າງຊັດເຈນແລ້ວວ່າພວກເຂົາຈະບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ ແລະ ຖ້າເຈົ້າໂທຫາພວກເຂົາອີກຄັ້ງ, ພວກເຂົາກໍຈະລາຍງານເຈົ້າຕໍ່ຕຳຫຼວດ. ຖ້າເຈົ້າຍັງພະຍາຍາມຕິດຕໍ່ພວກເຂົາ, ເຈົ້າບໍ່ໄດ້ກຳລັງຫາເລື່ອງໃສ່ຕົວບໍ? ຖ້າພວກເຂົາໂທຫາຕຳຫຼວດແທ້ໆ ແລະ ກ່າວຫາວ່າເຈົ້າກໍ່ກວນພວກເຂົາ, ມັນຈະສ້າງຊື່ສຽງທີ່ດີບໍ ຖ້າຂ່າວເຜີຍແຜ່ອອກໄປ? (ບໍ່.) ເຈົ້າຕ້ອງບໍ່ເຮັດສິ່ງທີ່ໂງ່ຈ້າເຊັ່ນນີ້ຢ່າງເດັດຂາດ! ໃຫ້ພວກເຂົາເບິ່ງແຍງຕົນເອງ ແລະ ຈາກໄປຢ່າງງຽບໆ, ນີ້ຄືແນວທາງທີ່ດີກວ່າຫຼາຍ! ແຕ່ລະຄົນກໍເດີນຕາມເສັ້ນທາງຂອງຕົນເອງ; ເສັ້ນທາງຂອງແຕ່ລະຄົນຖືກກຳນົດໂດຍສິ່ງທີ່ພວກເຂົາເປັນ. ພວກເຂົາບໍ່ໄດ້ຮັບພອນ, ຊີວິດຂອງພວກເຂົາເປັນພຽງຊີວິດທີ່ເນົ່າເປື່ອຍ ແລະ ບໍ່ມີຄ່າ. ພອນອັນຍິ່ງໃຫຍ່ເຊັ່ນນີ້ແມ່ນເກີນກວ່າຄວາມສາມາດຂອງພວກເຂົາທີ່ຈະໄດ້ຮັບເປັນມໍລະດົກ ຫຼື ຊື່ນຊົມ, ພວກເຂົາພຽງແຕ່ບໍ່ມີບຸນວາດສະໜາທີ່ຈະໄດ້ຮັບມັນ. ການຍອມຮັບການບຳລຸງລ້ຽງຈາກພຣະທຳຂອງພຣະເຈົ້າ ແລະ ການຍອມຮັບຄວາມຈິງເປັນຊີວິດແມ່ນພອນທີ່ຍິ່ງໃຫຍ່ທີ່ສຸດໃນທົ່ວຈັກກະວານ ແລະ ໃນທ່າມກາງມະນຸດຊາດທັງໝົດ. ຜູ້ໃດກໍຕາມທີ່ສາມາດຍອມຮັບຄວາມຈິງກໍເປັນຜູ້ທີ່ໄດ້ຮັບພອນ ແລະ ຜູ້ໃດກໍຕາມທີ່ບໍ່ສາມາດຍອມຮັບຄວາມຈິງກໍພຽງແຕ່ບໍ່ໄດ້ຮັບພອນນີ້. ມື້ໜຶ່ງ, ຜູ້ທີ່ໄດ້ຍອມຮັບຄວາມຈິງຈະລອດຊີວິດຜ່ານມະຫາໄພທີ່ໃຫຍ່ຫຼວງ ແລະ ຈະໄດ້ຮັບພອນຢ່າງໃຫຍ່ຫຼວງ, ໃນຂະນະທີ່ຜູ້ທີ່ບໍ່ໄດ້ຍອມຮັບຄວາມຈິງຈະຕາຍໃນມະຫາໄພ ແລະ ທຸກທໍລະມານຈາກຫາຍະນະ, ເຊິ່ງໃນເວລານັ້ນ, ມັນກໍຈະສາຍເກີນໄປທີ່ຈະເສຍໃຈ. ເຖິງແມ່ນວ່າຕອນນີ້ເຈົ້າຈະຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ວຽກງານຂອງພຣະເຈົ້າແມ່ນເຮັດໂດຍພຣະເຈົ້າເອງ, ຖ້າເຈົ້າບໍ່ໄລ່ຕາມເສາະຫາຄວາມຈິງ, ບໍ່ຍອມຮັບຄວາມຈິງ ແລະ ບໍ່ເຂົ້າສູ່ຄວາມຈິງ, ເຈົ້າກໍຍັງຈະບໍ່ໄດ້ຮັບພອນເຊັ່ນນີ້! ເຈົ້າຄິດວ່າພອນນີ້ຈະສາມາດໄດ້ມາຢ່າງງ່າຍດາຍບໍ? ນີ້ຄືພອນທີ່ບໍ່ເຄີຍມີມາຕັ້ງແຕ່ເລີ່ມຕົ້ນຂອງການເວລາ ແລະ ຈະບໍ່ມີອີກແລ້ວ, ເຈົ້າຈະໄດ້ຮັບອະນຸຍາດໃຫ້ໄດ້ຮັບມັນຢ່າງງ່າຍດາຍໄດ້ແນວໃດ? ພຣະເຈົ້າໄດ້ສັນຍາວ່າຈະໃຫ້ພອນເຊັ່ນນີ້ແກ່ມະນຸດຊາດ, ແຕ່ມັນບໍ່ແມ່ນສິ່ງທີ່ຄົນທຳມະດາຈະສາມາດໄດ້ຮັບ. ພອນນີ້ແມ່ນສຳລັບຜູ້ທີ່ຖືກເລືອກໂດຍພຣະເຈົ້າ ແລະ ມັນເປັນໄປບໍ່ໄດ້ທີ່ລາໂງ່, ຄົນຕາຍທີ່ຍ່າງໄດ້, ຄົນເສດເຫຼືອ ຫຼື ຄົນຊົ່ວຊ້າບາງຄົນຈະຖືກເລືອກ. ພຣະເຈົ້າດຳເນີນວຽກງານສາມຂັ້ນຕອນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ໃນທີ່ສຸດ, ພຣະອົງຈະສ້າງກຸ່ມຜູ້ທີ່ເອົາຊະນະ, ເຮັດໃຫ້ຄົນເຫຼົ່ານີ້ກາຍເປັນເຈົ້ານາຍຂອງທຸກສັບພະສິ່ງ ແລະ ກາຍເປັນມະນຸດຊາດໃໝ່. ນີ້ເປັນພອນທີ່ຍິ່ງໃຫຍ່ສໍ່າໃດສຳລັບມະນຸດຊາດ! ວຽກງານຂັ້ນຕອນແຫ່ງການພິພາກສານີ້ໃນຍຸກສຸດທ້າຍດຳເນີນມາຈັກປີແລ້ວ? (ຫຼາຍກວ່າສາມສິບປີ.) ພຽງແຕ່ເບິ່ງຈາກໄລຍະເວລາສາມສິບກວ່າປີນີ້, ກໍສາມາດເຫັນໄດ້ວ່າພຣະເຈົ້າໄດ້ຈ່າຍລາຄາໄປຫຼາຍສໍ່າໃດ ແລະ ໄດ້ເຮັດວຽກງານຫຼາຍສໍ່າໃດ, ສະນັ້ນ ມັນຈຶ່ງຊັດເຈນວ່າ ມະນຸດຊາດທີ່ພຣະເຈົ້າໄດ້ຮັບໃນທີ່ສຸດນັ້ນມີຄຸນຄ່າ ແລະ ສູງສົ່ງຢ່າງບໍ່ໜ້າເຊື່ອສໍ່າໃດ ແລະ ມັນກໍປະເສີດ ແລະ ສຳຄັນທີ່ສຸດໃນສາຍພຣະເນດຂອງພຣະເຈົ້າ! ແລ້ວພວກເຈົ້າຊ່າງໂຊກດີສໍ່າໃດ; ນີ້ຄືພອນອັນຍິ່ງໃຫຍ່ສຳລັບພວກເຈົ້າ! ສະນັ້ນ, ສຳລັບບາງຄົນທີ່ຍັງຄົງໂອນເອນໄປມາຢູ່ໃນຈຸດນີ້, ພວກເຂົາກໍບໍ່ໄດ້ຮັບພອນຢ່າງແທ້ຈິງ! ເຖິງແມ່ນວ່າພວກເຂົາຈະບໍ່ໂອນເອນໄປມາ ແລະ ຕັ້ງໃຈຕິດຕາມເຕັມທີ່, ແລ້ວຖ້າພວກເຂົາບໍ່ໄລ່ຕາມເສາະຫາຄວາມຈິງ, ພວກເຂົາກໍຍັງຈະບໍ່ໄດ້ຮັບພອນນີ້. ສະນັ້ນ ຜູ້ທີ່ໄດ້ຮັບພອນນີ້ໃນທີ່ສຸດກໍບໍ່ແມ່ນຄົນທຳມະດາ, ພວກເຂົາຄືຜູ້ທີ່ພຣະເຈົ້າໄດ້ຄັດເລືອກຢ່າງເຂັ້ມງວດຊ້ຳແລ້ວຊ້ຳອີກ ແລະ ເລືອກເຟັ້ນຢ່າງລະມັດລະວັງ; ພວກເຂົາຄືຜູ້ທີ່ຈະຖືກພຣະເຈົ້າຮັບເອົາໃນທີ່ສຸດ.
ການສະແດງອອກຫຼັກໆຂອງຜູ້ທີ່ໂອນເອນໄປມາເຫຼົ່ານັ້ນກໍຄືບັນຫາເຫຼົ່ານີ້ຢ່າງແນ່ນອນ. ບໍ່ວ່າຈຸດຈົບສຸດທ້າຍຂອງພວກເຂົາຈະເປັນແນວໃດກໍຕາມ, ເມື່ອໃດທີ່ພົບເຫັນຄົນເຊັ່ນນີ້ພາຍໃນຄຣິສຕະຈັກ, ພວກເຂົາກໍຄວນຖືກຈັດການຕາມຫຼັກການ. ພວກເຂົາບໍ່ຄວນໄດ້ຮັບການປະຕິບັດຄືກັບອ້າຍເອື້ອຍນ້ອງ. ຖ້າພວກເຂົາມີຄວາມຮູ້ສຶກທີ່ດີຕໍ່ການເຊື່ອໃນພຣະເຈົ້າ ຫຼື ພວກເຂົາສາມາດເຮັດວຽກໜັກໄດ້ ແລະ ເຕັມໃຈທີ່ຈະອອກແຮງງານ, ຢ່າງຫຼາຍທີ່ສຸດ ພວກເຂົາກໍເປັນພຽງເພື່ອນໃນຄຣິສຕະຈັກ ແລະ ບໍ່ສາມາດຖືວ່າເປັນອ້າຍເອື້ອຍນ້ອງໄດ້. ສະນັ້ນ ເຖິງແມ່ນວ່າພວກເຂົາຈະມີຊື່ໃໝ່ ເຊັ່ນ: “ການອ່ອນນ້ອມ” ຫຼື “ຄວາມຈິງໃຈ”, ເຈົ້າກໍຍັງບໍ່ຄວນເອີ້ນພວກເຂົາວ່າອ້າຍເອື້ອຍນ້ອງ, ການເອີ້ນພວກເຂົາຕາມຊື່ໃໝ່ຂອງພວກເຂົາແມ່ນພຽງພໍແລ້ວ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ເພາະວ່າຄົນເຊັ່ນນີ້ຍັງບໍ່ເຖິງຂັ້ນທີ່ຈະເປັນອ້າຍເອື້ອຍນ້ອງໄດ້. ຕອນນີ້ເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ.) ສະນັ້ນ, ການຈັດການກັບຄົນປະເພດນີ້ກໍຄວນຈະມີຫຼັກການແລ້ວເນາະ? (ແມ່ນແລ້ວ.) ການໂອ້ລົມທັງໝົດຂອງມື້ນີ້ກໍຈົບພຽງເທົ່ານີ້. ລາກ່ອນ!
ວັນທີ 29 ມິຖຸນາ 2024
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?