ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (29) ສ່ວນທີ ສອງ

III. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດວຽກງານການຈັດວາງໃຫ້ບຸກຄະລາກອນແນວໃດ

ສຳລັບສະພາບແວດລ້ອມໃນການດຳລົງຊີວິດຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ, ບໍ່ວ່າມັນຈະກ່ຽວຂ້ອງກັບສະພາບແວດລ້ອມພາຍໃນ ຫຼື ພາຍນອກ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນພິຈາລະນາທຸກດ້ານຢ່າງຮອບຄອບ. ພວກເຂົາບໍ່ຄວນມີແນວຄິດແບບງ່າຍໆ, ໂດຍຄິດຢູ່ສະເໝີວ່າ ຖ້າພວກເຮົາບໍ່ມີປະຕິສຳພັນກັບໂລກພາຍນອກ, ກໍຈະບໍ່ມີຫຍັງເກີດຂຶ້ນ. ສັງຄົມໃນປັດຈຸບັນມີຄວາມສັບສົນຢ່າງບໍ່ໜ້າເຊື່ອ, ເຕັມໄປດ້ວຍຜີຮ້າຍທຸກປະເພດ ແລະ ບໍ່ວ່າຈະເປັນສະຖານທີ່ໃດ, ກໍມີຄົນທີ່ມັກສອດຮູ້ສອດເຫັນຄອຍຈັບຕາເບິ່ງເຈົ້າຢູ່ສະເໝີ, ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງການຈັບຕາເບິ່ງຂອງພວກເຂົາ. ເຈົ້າອາດຈະຄິດວ່າ: “ຂ້ອຍບໍ່ໄດ້ລະເມີດກົດໝາຍ ຫຼື ເຮັດຫຍັງຜິດໂດຍການເຊື່ອໃນພຣະເຈົ້າ. ຂ້ອຍພຽງແຕ່ກຳລັງປະຕິບັດໜ້າທີ່ຂອງຂ້ອຍ; ບໍ່ຄວນມີຫຍັງເກີດຂຶ້ນກັບຂ້ອຍ, ແມ່ນບໍ?” ແຕ່ຄວາມຈິງບໍ່ໄດ້ງ່າຍດາຍຄືກັບທີ່ເຈົ້າຈິນຕະນາການ. ເປັນຫຍັງພັກກອມມູນິດຈີນຈຶ່ງໃຊ້ກຳລັງຄົນ ແລະ ຊັບພະຍາກອນຫຼາຍຂະໜາດນັ້ນເພື່ອຕໍ່ຕ້ານພຣະເຈົ້າ ແລະ ປາບປາມຄຣິສຕະຈັກຂອງພຣະເຈົ້າ? ເຈົ້າສາມາດເຂົ້າໃຈເລື່ອງນີ້ໄດ້ບໍ? ເຈົ້າຈະບໍ່ສາມາດເຂົ້າໃຈໄດ້ເລີຍ. ເຈົ້າສາມາດເບິ່ງທະລຸເຖິງທຳມະຊາດຂອງມານຮ້າຍ ແລະ ຊາຕານໄດ້ຫຼາຍສໍ່າໃດ? ເຈົ້າເຂົ້າໃຈກ່ຽວກັບມານຮ້າຍ ແລະ ຊາຕານໜ້ອຍເກີນໄປ. ສັງຄົມນີ້ມີຄວາມສັບສົນຢ່າງບໍ່ໜ້າເຊື່ອ ແລະ ມານຮ້າຍ ແລະ ຊາຕານກໍແມ່ນພວກຕ່ຳຊ້າທີ່ເຮັດການກະທຳທີ່ຊົ່ວຮ້າຍ. ສິ່ງທີ່ພວກເຂົາຕ້ອງການທີ່ສຸດກໍຄືການຈັບກຸມປະຊາກອນທີ່ພຣະເຈົ້າເລືອກ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ຖ້າເຈົ້າເບິ່ງຊາຕານວ່າເປັນພຽງຄົນທຳມະດາຢູ່ສະເໝີ, ແລ້ວເຈົ້າກໍເປັນຄົນທີ່ໂງ່ຈ້າຢ່າງແທ້ຈິງ; ມັນສະແດງໃຫ້ເຫັນວ່າເຈົ້າຍັງບໍ່ໄດ້ເບິ່ງທະລຸເຖິງຄວາມຊົ່ວຮ້າຍຂອງສັງຄົມນີ້ ແລະ ແນ່ນອນວ່າເຈົ້າກໍຍັງບໍ່ໄດ້ເບິ່ງທະລຸເຖິງຄວາມໜ້າກຽດຊັງຂອງມານຮ້າຍ ແລະ ຊາຕານ. ສະນັ້ນ, ເພື່ອໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກເຮັດວຽກງານຂອງຄຣິສຕະຈັກໄດ້ດີ, ພວກເຂົາຕ້ອງຮັບປະກັນຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ໃນປະເທດທີ່ຢູ່ພາຍໃຕ້ການປົກຄອງແບບຜະເດັດການ, ບ່ອນທີ່ບໍ່ມີເສລີພາບໃນຄວາມເຊື່ອ, ການຮັບປະກັນຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ແມ່ນຂ້ອນຂ້າງຍາກ. ເຖິງຢ່າງໃດກໍຕາມ, ບໍ່ວ່າມັນຈະຍາກສໍ່າໃດ, ກໍຕ້ອງເລືອກສະຖານທີ່ພັກອາໄສທີ່ເໝາະສົມຢ່າງລະມັດລະວັງ; ຈະມີຄວາມບົກພ່ອງໃນເລື່ອງນີ້ບໍ່ໄດ້. ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໄດ້ລວມມີການໂອ້ລົມກ່ຽວກັບເລື່ອງເຫຼົ່ານີ້. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮັບປະກັນວ່າອ້າຍເອື້ອຍນ້ອງສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ໂດຍປາສະຈາກການລົບກວນ ແລະ ປາສະຈາກການແຊກແຊງຂອງໂລກພາຍນອກ, ຕາບໃດທີ່ພວກເຂົາຕັ້ງໃຈເຮັດ, ພວກເຂົາກໍສາມາດເຮັດສຳເລັດໄດ້. ຄວາມກັງວົນພຽງຢ່າງດຽວກໍຄື ເມື່ອພວກເຂົາເຮັດແບບພໍແລ້ວມືແລ້ວຕີນ ແລະ ບໍ່ຮັບຜິດຊອບ, ເບິ່ງແຍງແຕ່ຄວາມປອດໄພຂອງພວກເຂົາເອງ ໃນຂະນະທີ່ບໍ່ສົນໃຈຄວາມປອດໄພຂອງອ້າຍເອື້ອຍນ້ອງ. ສິ່ງນີ້ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະເຮັດວຽກງານຂອງຄຣິສຕະຈັກໄດ້ດີ. ຖ້າຫາກວ່າ, ເນື່ອງຈາກຄວາມບົກພ່ອງ, ການຂາດຄວາມຈິງຈັງ, ການໄຮ້ຄວາມຮັບຜິດຊອບ ຫຼື ຄວາມຢ້ານກົວຕໍ່ສະພາບແວດລ້ອມ ແລະ ບັນຫາ, ເຈົ້າຈຶ່ງລົ້ມເຫຼວໃນການເຮັດສິ່ງເຫຼົ່ານີ້, ເຊິ່ງສົ່ງຜົນໃຫ້ມີການຈັບກຸມບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ສຳຄັນ ແລະ ເປັນການຄຸກຄາມຊີວິດຂອງອ້າຍເອື້ອຍນ້ອງ, ເຊິ່ງເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ ແລະ ນໍາເອົາຄວາມເສຍຫາຍມາສູ່ອ້າຍເອື້ອຍນ້ອງ, ແລ້ວໃນຖານະທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າກໍຄວນຮັບຜິດຊອບ. ຄວາມຮັບຜິດຊອບນີ້ບໍ່ສາມາດແກ້ໄຂໄດ້ງ່າຍໆ ໂດຍການໃຊ້ເງິນຈຳນວນໜຶ່ງເພື່ອຊົດເຊີຍ ຫຼື ໂດຍການສາລະພາບຜ່ານການອະທິຖານ; ມັນບໍ່ໄດ້ງ່າຍດາຍຂະໜາດນັ້ນ. ແລ້ວທໍາມະຊາດຂອງເລື່ອງນີ້ແມ່ນຫຍັງ? ມັນຄືຮອຍເປື້ອນທີ່ລຶບບໍ່ອອກ, ເປັນການກະທໍາຜິດທີ່ຈະຄົງຢູ່ຕະຫຼອດໄປ, ເຈົ້າໄດ້ຖືກບັນທຶກຄວາມຜິດແລ້ວ. ຄຳວ່າ “ການບັນທຶກຄວາມຜິດ” ນີ້ບໍ່ໄດ້ບົ່ງບອກເຖິງຄວາມຜິດພາດທຳມະດາ; ໃນສາຍຕາຂອງພຣະເຈົ້າ, ມັນຄືການກະທໍາຜິດ. ຖ້າການກະທໍາຜິດຂອງເຈົ້າມີຫຼາຍເກີນໄປ, ເຄີຍໄດ້ກະທຳຜິດໃນອະດີດ, ຍັງຄົງກະທຳໃນປັດຈຸບັນ ແລະ ຈາກນັ້ນກໍຈະກະທຳອີກໃນອະນາຄົດ, ດ້ວຍການກະທໍາຜິດທີ່ຮ້າຍແຮງຫຼາຍຢ່າງລວມເຂົ້າກັນ, ເຈົ້າກໍຈະທົນທຸກຕໍ່ຄວາມຫາຍະນະ ແລະ ຄວາມພິນາດ. ພຣະເຈົ້າຈະບໍ່ຊ່ວຍໃຫ້ເຈົ້າລອດພົ້ນອີກຕໍ່ໄປ ແລະ ຄວາມເຊື່ອໃນພຣະເຈົ້າຂອງເຈົ້າກໍຈະສູນເປົ່າ. ບໍ່ພຽງແຕ່ເຈົ້າຈະບໍ່ມີຄວາມຫວັງໃນຄວາມລອດພົ້ນເທົ່ານັ້ນ, ແຕ່ເຈົ້າຍັງຈະຕ້ອງປະເຊີນກັບການລົງໂທດອີກດ້ວຍ. ສະນັ້ນ, ມັນຈຶ່ງສຳຄັນຢ່າງຍິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດວຽກງານຂອງພວກເຂົາຕາມຫຼັກການ! ເຈົ້າຈື່ສິ່ງນີ້ໄດ້ຂຶ້ນໃຈແລ້ວບໍ? (ຈື່ໄດ້ແລ້ວ.) ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ ແລະ ບໍ່ວ່າສະພາບແວດລ້ອມຈະບໍ່ເອື້ອອຳນວຍ ຫຼື ເປັນອັນຕະລາຍສໍ່າໃດກໍຕາມ, ພວກເຂົາກໍຕ້ອງເຮັດທຸກຢ່າງທີ່ເປັນໄປໄດ້ຕາມເງື່ອນໄຂຂອງທ້ອງຖິ່ນ ເພື່ອປົກປ້ອງຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ ແລະ ຈັດວາງໃຫ້ພວກເຂົາຢູ່ບ່ອນທີ່ເໝາະສົມ. ເປົ້າໝາຍກໍຄືເພື່ອຮັບປະກັນວ່າວຽກງານຂອງຄຣິສຕະຈັກສາມາດດຳເນີນໄປຢ່າງເປັນປົກກະຕິ.

ເພື່ອໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຮັບປະກັນວ່າສະຖານທີ່ທີ່ຖືກຈັດວາງໄວ້ໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນນັ້ນປາສະຈາກການແຊກແຊງຂອງໂລກພາຍນອກ, ນອກເໜືອຈາກການມີຂໍ້ກຳນົດ ແລະ ຫຼັກການສຳລັບທີ່ພັກອາໄສ ແລະ ສະພາບແວດລ້ອມຂອງມັນແລ້ວ, ກໍຍັງມີຂໍ້ກຳນົດ ແລະ ຫຼັກການສຳລັບດ້ານຕ່າງໆຂອງສະຖານະການຂອງຄອບຄົວເຈົ້າພາບອີກດ້ວຍ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກຊອກຫາຄອບຄົວເຈົ້າພາບທີ່ມີຄວາມເປັນໄປໄດ້, ພວກເຂົາຄວນສອບຖາມກ່ອນວ່າສະພາບແວດລ້ອມ ແລະ ເງື່ອນໄຂຂອງຄອບຄົວເປັນແນວໃດ, ສະຖານະການຂອງສະມາຊິກໃນຄອບຄົວເປັນແນວໃດ, ພວກເຂົາມີຂໍ້ຂັດແຍ້ງກັບຄົນອື່ນ ຫຼື ບໍ່, ມີສັດຕູ ຫຼື ບໍ່, ມີເລື່ອງມີລາວກັບລັດຖະບານ ຫຼື ບໍ່, ພວກເຂົາກ່ຽວຂ້ອງກັບການຟ້ອງຮ້ອງເລື້ອຍໆ ຫຼື ບໍ່, ພວກເຂົາມີຄວາມສໍາພັນທາງສັງຄົມທີ່ຊັບຊ້ອນ ຫຼື ບໍ່ ແລະ ອື່ນໆ. ສະຖານະການພື້ນຖານທັງໝົດເຫຼົ່ານີ້ຄວນໄດ້ຮັບການສອບຖາມ ແລະ ຊອກຮູ້ຢ່າງລະອຽດ. ຖ້າເຈົ້າພາບ ຫຼື ລູກໆ ແລະ ສະມາຊິກຄອບຄົວຄົນອື່ນໆຂອງພວກເຂົາມີຄວາມສຳພັນທາງສັງຄົມທີ່ຊັບຊ້ອນ ແລະ ຄອບຄົວກໍບໍ່ມີຄວາມສະຫງົບຢູ່ຕະຫຼອດເວລາ, ເຊິ່ງມັກຈະມີບຸກຄົນບໍ່ດີມາຢ້ຽມຢາມເພື່ອຫາເລື່ອງ ຫຼື ທວງໜີ້ ຫຼື ໄດ້ຮັບຈົດໝາຍຂົ່ມຂູ່ຈາກໂຈນ ຫຼື ຄົນປຸ້ນຈີ້, ພ້ອມທັງໝາຍຮຽກຈາກລັດຖະບານ ຫຼື ສານ, ສິ່ງທັງໝົດເຫຼົ່ານີ້ລ້ວນແຕ່ເປັນເລື່ອງທີ່ຫຍຸ້ງຍາກຫຼາຍ. ຖ້າເຈົ້າກຳລັງເຕົ້າໂຮມ ຫຼື ປະຕິບັດໜ້າທີ່ຂອງເຈົ້າຢູ່ໃນຄົວເຮືອນນີ້, ສິ່ງເຫຼົ່ານີ້ຈະບໍ່ເປັນການລົບກວນບໍ? ສະນັ້ນ, ເມື່ອເຈົ້າຊອກຄອບຄົວເຈົ້າພາບນີ້, ເຈົ້າຄວນສອບຖາມ ແລະ ຊອກຮູ້ກ່ຽວກັບສະຖານະການພື້ນຖານຂອງພວກເຂົາກ່ອນ. ມັນຈະດີທີ່ສຸດຖ້າບໍ່ມີບັນຫາເຫຼົ່ານີ້, ແຕ່ຖ້າມີ ແລະ ຕອນນີ້ເຈົ້າບໍ່ສາມາດຊອກຫາສະຖານທີ່ທີ່ເໝາະສົມກວ່ານີ້ໄດ້, ແລ້ວຈົ່ງພິຈາລະນາວ່າເຈົ້າພາບສາມາດຈັດການກັບບັນຫາເຫຼົ່ານີ້ໄດ້ຢ່າງມີປະສິດທິພາບ ຫຼື ບໍ່. ຖ້າເຈົ້າພາບບໍ່ສາມາດຈັດການກັບພວກມັນໄດ້ຢ່າງມີປະສິດທິພາບ ແລະ ບໍ່ສາມາດກຳຈັດບັນຫາທີ່ວຸ່ນວາຍເຫຼົ່ານີ້ໄດ້, ແລ້ວຄົວເຮືອນນີ້ກໍບໍ່ເໝາະສົມສຳລັບການຕ້ອນຮັບອ້າຍເອື້ອຍນ້ອງ, ເພາະການດຳລົງຊີວິດຢູ່ບ່ອນນີ້ໝາຍຄວາມວ່າພວກເຂົາອາດຈະຕ້ອງທົນທຸກຈາກການແຊກແຊງຂອງໂລກພາຍນອກ ແລະ ຜູ້ຄົນພາຍນອກ, ເຫດການ ແລະ ສິ່ງຕ່າງໆ ໄດ້ທຸກເວລາ. ສະພາບແວດລ້ອມເຫຼົ່ານີ້ບໍ່ໄດ້ແນເປົ້າໃສ່ຄົນທີ່ເຊື່ອໃນພຣະເຈົ້າໂດຍກົງ. ເຖິງຢ່າງໃດກໍຕາມ, ຜູ້ເຊື່ອເປັນກຸ່ມຄົນທີ່ອ່ອນໄຫວເປັນພິເສດໃນປະເທດທີ່ສາສະໜາຖືກຂົ່ມເຫັງ ແລະ ຍິ່ງໄປກວ່ານັ້ນ, ຫຼັງຈາກທີ່ລັດຖະບານໄດ້ພະຍາຍາມຢ່າງສຸດຂີດເພື່ອເຜີຍແຜ່ໂຄສະນາຊວນເຊື່ອ, ລ້າງສະໝອງ, ສ້າງຂ່າວລື ແລະ ໃສ່ຮ້າຍປ້າຍສີ, ຜູ້ບໍ່ມີຄວາມເຊື່ອບໍ່ພຽງແຕ່ລົ້ມເຫຼວທີ່ຈະເຂົ້າໃຈຄົນທີ່ເຊື່ອໃນພຣະເຈົ້າເທົ່ານັ້ນ ແຕ່ຍັງຫັນມາເຊື່ອຄຳເວົ້າຂອງພັກກອມມູນິດຈີນ, ໂດຍພັດທະນາຄວາມກຽດຊັງ ແລະ ຄວາມເປັນປໍລະປັກຕໍ່ຜູ້ເຊື່ອເປັນພິເສດ. ສະນັ້ນ, ຖ້າພວກເຂົາຮູ້ວ່າຄົວເຮືອນໃດໜຶ່ງກຳລັງຕ້ອນຮັບຜູ້ເຊື່ອ, ມັນກໍຈະກາຍເປັນອັນຕະລາຍຫຼາຍທັງຕໍ່ຄອບຄົວເຈົ້າພາບ ແລະ ຕໍ່ອ້າຍເອື້ອຍນ້ອງ. ເມື່ອອ້າຍເອື້ອຍນ້ອງອາໄສຢູ່ໃນສະພາບແວດລ້ອມແບບນັ້ນ, ບໍ່ພຽງແຕ່ພວກເຂົາຈະທົນທຸກຈາກການແຊກແຊງຢູ່ເລື້ອຍໆເທົ່ານັ້ນ ແຕ່ຄວາມປອດໄພຂອງພວກເຂົາກໍບໍ່ສາມາດຮັບປະກັນໄດ້. ແລ້ວເປັນຫຍັງຈຶ່ງຍັງໃຫ້ພວກເຂົາອາໄສຢູ່ບ່ອນນັ້ນຕໍ່ໄປ? ມັນເປັນສະຖານທີ່ທີ່ເປັນອັນຕະລາຍຢ່າງຊັດເຈນ, ບໍ່ເໝາະສົມສຳລັບການຢູ່ອາໄສ, ພວກເຂົາຄວນຖືກຍົກຍ້າຍອອກໄປໂດຍໄວ. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນພຽງແຕ່ຈັດວາງໃຫ້ອ້າຍເອື້ອຍນ້ອງ ແລ້ວກໍລອຍຕົວບໍ່ຮັບຜິດຊອບ, ໂດຍຄິດວ່າ: “ຕາບໃດທີ່ມີບ່ອນໃຫ້ພວກເຂົາກິນ ແລະ ນອນ, ມີບ່ອນກັນແດດກັນຝົນ, ມັນກໍບໍ່ເປັນຫຍັງ. ຕາບໃດທີ່ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້, ກໍບໍ່ມີບັນຫາ. ພວກເຮົາຈະໄປຊອກຫາສະຖານທີ່ທີ່ເໝາະສົມຫຼາຍຂະໜາດນັ້ນໄດ້ຈາກໃສ?” ນີ້ຄືການຂາດຄວາມຮັບຜິດຊອບຢ່າງຮ້າຍແຮງ! ຖ້າບໍ່ມີສະຖານທີ່ທີ່ເໝາະສົມໃນເວລານັ້ນ, ພວກເຂົາສາມາດພັກຢູ່ບ່ອນນັ້ນຊົ່ວຄາວໄດ້, ແຕ່ເຈົ້າຄວນຊອກຫາສະຖານທີ່ທີ່ເໝາະສົມທັນທີ ເພື່ອຍົກຍ້າຍພວກເຂົາອອກໄປໂດຍໄວເທົ່າທີ່ຈະໄວໄດ້; ຢ່າຖືວ່າບ່ອນນີ້ເປັນທີ່ພັກອາໄສໄລຍະຍາວ.

ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ໄດ້ເຮັດວຽກງານຕົວຈິງ. ພວກເຂົາຈັດວາງໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນໃນສະຖານທີ່ແຫ່ງໜຶ່ງ, ຖາມວ່າສະພາບອາຫານ ແລະ ການພັກຜ່ອນເປັນແນວໃດ ແລະ ຖາມວ່າມີຜູ້ບໍ່ມີຄວາມເຊື່ອຄອຍຈັບຕາເບິ່ງພວກເຂົາ ຫຼື ບໍ່. ເມື່ອໄດ້ຍິນວ່າບໍ່ມີຫຍັງຜິດປົກກະຕິເກີດຂຶ້ນເປັນເວລາສອງສາມມື້, ພວກເຂົາກໍປ່ອຍປະເລື່ອງນັ້ນ, ບໍ່ກວດກາພວກເຂົາອີກເລີຍເປັນເວລາເຄິ່ງປີ ຫຼື ຫຼາຍກວ່ານັ້ນ. ພວກເຂົາເຊື່ອວ່າພວກເຂົາໄດ້ຈັດວາງເປັນຢ່າງດີແລ້ວ ແລະ ໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາສຳເລັດແລ້ວ, ໂດຍຖືວ່າທຸກຢ່າງສຳເລັດ ແລະ ຮຽບຮ້ອຍດີ. ສ່ວນເລື່ອງທີ່ວ່າສະພາບແວດລ້ອມຈະທົນທຸກຈາກການແຊກແຊງໃນພາຍຫຼັງ ຫຼື ບໍ່ ຫຼື ວ່າມີຄວາມສ່ຽງດ້ານຄວາມປອດໄພທີ່ອາດຈະເກີດຂຶ້ນ ຫຼື ບໍ່, ພວກເຂົາກໍບໍ່ໃສ່ໃຈອີກຕໍ່ໄປ. ສິ່ງນີ້ເໝາະສົມບໍ? (ບໍ່ເໝາະສົມ.) ເປັນຫຍັງຈຶ່ງບໍ່ເໝາະສົມ? (ຫຼັງຈາກທີ່ຈັດວາງແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງຕິດຕາມ. ຖ້າພວກເຂົາບໍ່ເຮັດ ແລະ ອ້າຍເອື້ອຍນ້ອງພົບວ່າພວກເຂົາຢູ່ໃນສະຖານະການທີ່ເປັນອັນຕະລາຍ ແລະ ບໍ່ສາມາດຍົກຍ້າຍອອກໄປໄດ້, ພວກເຂົາກໍອາດຈະຈົບລົງດ້ວຍການຖືກຈັບກຸມ.) ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຄິດວ່າ: “ພວກເຈົ້າທຸກຄົນກໍລ້ວນແຕ່ເປັນຜູ້ໃຫຍ່ແລ້ວ, ຂ້ອຍຈຳເປັນຕ້ອງຕິດຕາມແທ້ໆບໍ? ເຈົ້າເບິ່ງບໍ່ອອກບໍວ່າມີອັນຕະລາຍ? ຖ້າເຈົ້າເບິ່ງບໍ່ອອກ, ສະໝອງຂອງເຈົ້າກໍໃຊ້ການບໍ່ໄດ້ແລ້ວ! ຖ້າເຈົ້າສັງເກດເຫັນອັນຕະລາຍ ກໍພຽງແຕ່ຍົກຍ້າຍອອກໄປດ້ວຍຕົນເອງ, ຂ້ອຍຈໍາເປັນຕ້ອງບອກເຈົ້າແທ້ໆບໍ?” ພວກເຂົາໃຫ້ເຫດຜົນແບບນີ້. ພວກເຈົ້າຄິດວ່າເຫດຜົນນີ້ຟັງຂຶ້ນບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? (ເພາະວ່າການຮັບປະກັນຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນນັ້ນ ໂດຍທຳມະຊາດແລ້ວແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ມັນເປັນວຽກງານທີ່ລວມຢູ່ໃນບົດບາດຂອງພວກເຂົາທີ່ພວກເຂົາຄວນປະຕິບັດ.) ພວກເຂົາບໍ່ເຫັນວ່າສິ່ງນີ້ເປັນສ່ວນໜຶ່ງຂອງວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ; ພວກເຂົາຄິດວ່າມັນເປັນພຽງການຊ່ວຍເຫຼືອອ້າຍເອື້ອຍນ້ອງ, ຄືກັບການເຮັດຕາມແບບຢ່າງຂອງເລີຍເຟິງໃນການເຮັດຄວາມດີ. ພວກເຂົາຍັງບໍ່ເຫັນວ່າມັນເປັນການເຮັດເພື່ອປົກປ້ອງວຽກງານຂອງຄຣິສຕະຈັກອີກດ້ວຍ, ແຕ່ເຫັນວ່າມັນເປັນການຈັດວາງບຸກຄະລາກອນໃຫ້ໄປຢູ່ຕາມບ່ອນຕ່າງໆເທົ່ານັ້ນ, ບໍ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ. ເຈົ້າຈະບໍ່ເວົ້າບໍວ່າ ນີ້ເປັນເລື່ອງທີ່ໂງ່ຈ້າ? ຄົນປະເພດໃດທີ່ຈະຄິດແບບນີ້? (ຄົນທີ່ບໍ່ມີຄວາມຮັບຜິດຊອບ.) ຜູ້ນໍາປອມທີ່ຂີ້ຄ້ານ, ບໍ່ຈົງຮັກພັກດີ, ໄຮ້ຄວາມຮັບຜິດຊອບເຫຼົ່ານັ້ນຄິດແບບນີ້. ພວກເຂົາບໍ່ໄດ້ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ; ຫຼັງຈາກທີ່ຈັດຫາສະຖານທີ່ໃຫ້ອ້າຍເອື້ອຍນ້ອງ, ພວກເຂົາກໍຄິດວ່າ: “ຂ້ອຍໄດ້ຈັດວາງພວກເຈົ້າໃນສະຖານທີ່ທີ່ດີແບບນີ້, ຂ້ອຍໄດ້ເຮັດບຸນຄຸນອັນໃຫຍ່ຫຼວງໃຫ້ພວກເຈົ້າແລ້ວ!” ພວກເຂົາບໍ່ເຫັນວ່າສິ່ງນີ້ເປັນການປົກປ້ອງວຽກງານຂອງຄຣິສຕະຈັກ. ໃນຖານະທີ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ຖ້າພວກເຈົ້າບໍ່ຈັດບຸກຄະລາກອນທີ່ເຮັດວຽກງານສຳຄັນໃຫ້ຢູ່ບ່ອນທີ່ເໝາະສົມ ແລະ ບໍ່ຮັບປະກັນຄວາມປອດໄພຂອງພວກເຂົາຢ່າງມີປະສິດທິພາບ, ແລ້ວຖ້າພວກເຂົາປະເຊີນກັບອັນຕະລາຍ ແລະ ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ, ວຽກງານຂອງຄຣິສຕະຈັກຈະບໍ່ຊັກຊ້າບໍ? ເຈົ້າຕ້ອງຈັດວາງພວກເຂົາໃຫ້ຢູ່ບ່ອນທີ່ເໝາະສົມກ່ອນ ເພື່ອໃຫ້ຄວາມປອດໄພຂອງພວກເຂົາໄດ້ຮັບການຮັບປະກັນ ແລະ ຈາກນັ້ນພວກເຂົາຈຶ່ງສາມາດດຳເນີນການເຮັດວຽກໄດ້ຕາມປົກກະຕິ. ແຕ່ຜູ້ນໍາປອມເຫຼົ່ານັ້ນບໍ່ຄິດແບບນັ້ນ; ພວກເຂົາຖິ້ມຄົນເຫຼົ່ານີ້ໄວ້ໃນສະຖານທີ່ແຫ່ງໜຶ່ງ ແລ້ວກໍບໍ່ສົນໃຈພວກເຂົາ ແລະ ບໍ່ໄປກວດກາພວກເຂົາເປັນເວລາດົນ. ເມື່ອສະຖານະການທີ່ເປັນອັນຕະລາຍເກີດຂຶ້ນ ແລະ ພວກເຂົາບໍ່ສາມາດຕິດຕໍ່ຜູ້ນໍາຂອງພວກເຂົາໄດ້, ພວກເຂົາກໍບໍ່ມີທາງເລືອກອື່ນນອກຈາກຍົກຍ້າຍອອກໄປດ້ວຍຕົນເອງ. ກວ່າຜູ້ນໍາຂອງພວກເຂົາຈະຮູ້ ແລະ ໄປກວດກາໃນທີ່ສຸດ, ຜູ້ຄົນກໍໄດ້ໜີໄປດົນແລ້ວ ແລະ ຜູ້ນໍາກໍບໍ່ຮູ້ວ່າພວກເຂົາໄປໃສ. ຄົນແບບນີ້ແມ່ນຄົນປະເພດໃດ? ນີ້ແມ່ນຜູ້ນໍາ ຫຼື ຜູ້ເຮັດວຽກປະເພດໃດ? ຜູ້ນໍາປອມ. ໂດຍສະເພາະສຳລັບອ້າຍເອື້ອຍນ້ອງທີ່ມາຈາກເຂດອື່ນ ແລະ ບໍ່ຄຸ້ນເຄີຍກັບສະພາບແວດລ້ອມໃນທ້ອງຖິ່ນ, ຜູ້ນໍາ ແລະ ຜູ້ເຮັດວຽກຍິ່ງຈຳເປັນຕ້ອງໄປຢ້ຽມຢາມ ແລະ ຕິດຕາມພວກເຂົາຢ່າງເປັນປະຈຳ. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນຄິດວ່າພຽງແຕ່ການຈັດວາງໃຫ້ພວກເຂົາຄັ້ງດຽວຈະແກ້ໄຂທຸກຢ່າງໄດ້ຢ່າງຖາວອນ; ໃນຄວາມເປັນຈິງແລ້ວ, ວຽກງານນີ້ຍັງຫ່າງໄກຈາກຄວາມສຳເລັດ. ພວກເຂົາຈຳເປັນຕ້ອງໄປຢ້ຽມຢາມ ແລະ ຕິດຕາມພວກເຂົາເລື້ອຍໆ. ຖ້າມັນບໍ່ສະດວກສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະໄປປາກົດຕົວຢູ່ສະຖານທີ່ນັ້ນ, ພວກເຂົາກໍຄວນມອບໝາຍໃຫ້ຄົນອື່ນໄປກວດກາ. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຈຳເປັນຕ້ອງຕິດຕາມວຽກງານນີ້, ປະເມີນສະພາບແວດລ້ອມການຢູ່ອາໄສຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນເຫຼົ່ານີ້, ກວດກາເບິ່ງວ່າມີອັນຕະລາຍ ຫຼື ສິ່ງຜິດປົກກະຕິໃດໆ ຫຼື ບໍ່ ຫຼື ມີສະຖານະການພິເສດໃດໆເກີດຂຶ້ນ ຫຼື ບໍ່ ແລະ ຈຳເປັນຕ້ອງຍົກຍ້າຍອອກໄປ ຫຼື ບໍ່. ທັງໝົດນີ້ຕ້ອງໄດ້ຊອກຮູ້ ແລະ ຕິດຕາມ. ຖ້າໃນໄລຍະສັ້ນ, ສະຖານທີ່ນີ້ເບິ່ງຄືວ່າເໝາະສົມທີ່ສຸດ, ນັ້ນກໍບໍ່ເປັນຫຍັງ, ແຕ່ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ, ພວກເຂົາຄວນກັບໄປກວດກາສະພາບແວດລ້ອມ ແລະ ຄວາມປອດໄພຂອງພວກເຂົາ ແລະ ກວດເບິ່ງວ່າພວກເຂົາມີອາຫານ ແລະ ເຄື່ອງໃຊ້ພຽງພໍ ຫຼື ບໍ່, ລາຍລະອຽດທັງໝົດເຫຼົ່ານີ້ຄວນໄດ້ຮັບການສອບຖາມ. ມັນເປັນໄປໄດ້ວ່າຜູ້ນໍາ ແລະ ຜູ້ເຮັດວຽກອາດຈະບໍ່ເຂົ້າໃຈວຽກງານຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ, ໃນກໍລະນີດັ່ງກ່າວ ພວກເຂົາບໍ່ຄວນແຊກແຊງໃນດ້ານນັ້ນ, ແຕ່ການຈັດວາງພວກເຂົາຢ່າງເໝາະສົມແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ການລົ້ມເຫຼວໃນການເຮັດເຊັ່ນນັ້ນແມ່ນການລະເລີຍຄວາມຮັບຜິດຊອບຂອງພວກເຂົາ ແລະ ສະແດງໃຫ້ເຫັນວ່າພວກເຂົາເປັນຜູ້ນໍາປອມທີ່ບໍ່ໄດ້ເຮັດວຽກງານຕົວຈິງ. ໂດຍສະເພາະສຳລັບອ້າຍເອື້ອຍນ້ອງທີ່ມາຈາກເຂດອື່ນ, ພວກເຂົາຍິ່ງຕ້ອງການຄວາມເອົາໃຈໃສ່ເປັນພິເສດ, ຢ່າງໃກ້ຊິດ ແລະ ບໍ່ຄວນຖືກປະຕິບັດຢ່າງບໍ່ໃສ່ໃຈ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນກວດກາພວກເຂົາເປັນບາງຄັ້ງຄາວ, ເບິ່ງວ່າພວກເຂົາມີຄວາມຫຍຸ້ງຍາກໃດໆທີ່ຕ້ອງການການແກ້ໄຂ ຫຼື ບໍ່ ແລະ ມີບັນຫາ ຫຼື ສະຖານະການພິເສດໃດໆໃນສະພາບແວດລ້ອມທີ່ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາໃນຊ່ວງເວລານີ້ ຫຼື ບໍ່, ຕົວຢ່າງ: ມີການເຄື່ອນໄຫວທີ່ຜິດປົກກະຕິໃດໆທີ່ກ່ຽວຂ້ອງກັບລັດຖະບານທ້ອງຖິ່ນ, ຄະນະກຳມະການບ້ານ ຫຼື ສະຖານີຕຳຫຼວດ ຫຼື ບໍ່. ຜູ້ນໍາ ແລະ ຜູ້ເຮັດວຽກຄວນສອບຖາມ ແລະ ຖາມກ່ຽວກັບເລື່ອງເຫຼົ່ານີ້ ເພື່ອໃຫ້ເຂົ້າໃຈສະຖານະການຢ່າງແຈ່ມແຈ້ງ. ຈາກນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນໂອ້ລົມກັບເຈົ້າພາບກ່ຽວກັບຫຼັກການ ແລະ ແນວທາງການປະຕິບັດສຳລັບການຕ້ອນຮັບ ແລະ ປົກປ້ອງຜູ້ທີ່ກຳລັງປະຕິບັດໜ້າທີ່ຢ່າງເໝາະສົມ, ເພື່ອໃຫ້ເຈົ້າພາບເຂົ້າໃຈຫຼັກການ ແລະ ແນວທາງການປະຕິບັດເຫຼົ່ານີ້ຢ່າງຄົບຖ້ວນ. ເລື່ອງນີ້ຍັງບໍ່ທັນຈົບ. ຜູ້ນໍາ ແລະ ຜູ້ເຮັດວຽກຍັງຕ້ອງໄປຢ້ຽມຢາມ ແລະ ສອບຖາມກ່ຽວກັບສະຖານະການຂອງຄອບຄົວເຈົ້າພາບເປັນບາງຄັ້ງຄາວ. ບັນຫາໃດໆທີ່ພວກເຂົາກວດພົບຄວນໄດ້ຮັບການແກ້ໄຂໂດຍທັນທີ ເພື່ອຮັບປະກັນວ່າຈະບໍ່ມີບັນຫາເກີດຂຶ້ນ. ເມື່ອເຮັດໄດ້ແບບນີ້ແລ້ວເທົ່ານັ້ນ ຈຶ່ງຈະຖືວ່າວຽກງານນັ້ນໄດ້ຮັບການປະຕິບັດຢ່າງດີເລີດຢ່າງແທ້ຈິງ. ຖ້າເຈົ້າພາບປະສົບກັບຄວາມຫຍຸ້ງຍາກໃນການຈັດຕ້ອນຮັບເຊັ່ນ: ຂໍ້ຈຳກັດດ້ານການເງິນ ຫຼື ການຂາດສະຕິປັນຍາທີ່ເຮັດໃຫ້ພວກເຂົາບໍ່ສາມາດຕອບສະໜອງ ຫຼື ຈັດການກັບສະຖານະການທີ່ເກີດຂຶ້ນໄດ້, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງຊ່ວຍແກ້ໄຂບັນຫາເຫຼົ່ານີ້. ຂໍ້ຈຳກັດດ້ານການເງິນແມ່ນແກ້ໄຂໄດ້ງ່າຍ, ເຮືອນຂອງພຣະເຈົ້າສາມາດສະໜອງທຶນສຳລັບການຈັດຕ້ອນຮັບ, ໃນຂະນະທີ່ຄອບຄົວເຈົ້າພາບພຽງແຕ່ຕ້ອງປະກອບສ່ວນດ້ານກຳລັງຄົນ. ຖ້າເຈົ້າພາບຂາດສະຕິປັນຍາ, ນີ້ກໍເປັນບັນຫາທີ່ສຳຄັນ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງອະທິບາຍເຖິງສະຕິປັນຍາທີ່ຈຳເປັນຢ່າງຊັດເຈນ ແລະ ຫຼັກການການປະຕິບັດຈຳນວນໜຶ່ງກ່ຽວກັບຂົງເຂດນີ້. ຖ້າເຈົ້າພາບຍັງເຮັດໄດ້ບໍ່ດີພໍ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນຊອກຫາອ້າຍເອື້ອຍນ້ອງທີ່ມີສະຕິປັນຍາຢູ່ໃກ້ຄຽງ ເພື່ອມາຮ່ວມມືກັບເຈົ້າພາບເຮັດວຽກງານນີ້ໃຫ້ດີ. ຖ້າບັນຫາຢູ່ທີ່ເຈົ້າພາບເອງເຊັ່ນ: ເປັນຄົນຂີ້ຢ້ານ ຫຼື ຢ້ານການຖືກຈັບກຸມ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນໂອ້ລົມກ່ຽວກັບຄວາມຈິງເພື່ອໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ, ໂອ້ລົມເຖິງເຈດຕະນາຂອງພຣະເຈົ້າ ພ້ອມທັງຄຸນຄ່າ ແລະ ຄວາມສຳຄັນຂອງການປະຕິບັດໜ້າທີ່ນີ້. ຖ້າມັນເປັນບັນຫາກ່ຽວກັບສະພາບແວດລ້ອມຕາມຄວາມເປັນຈິງ, ເລື່ອງນີ້ກໍຕ້ອງບໍ່ຊັກຊ້າ ຫຼື ຝືນເຮັດໄປແບບຂໍໄປທີ ແລະ ແນ່ນອນວ່າມັນຕ້ອງບໍ່ປະຕິບັດຢ່າງບໍ່ໃສ່ໃຈ; ມັນຄວນໄດ້ຮັບການແກ້ໄຂໂດຍທັນທີ. ຕົວຢ່າງ: ຖ້າຜູ້ຄົນໄດ້ສັງເກດເຫັນສະຖານທີ່ນີ້ແລ້ວ, ມີຄົນແປກໜ້າທີ່ໜ້າສົງໄສເຂົ້າອອກໃນບໍລິເວນນັ້ນເລື້ອຍໆ ແລະ ເປັນໄປໄດ້ວ່າມີຄົນກຳລັງຕິດຕາມສະຖານທີ່ນັ້ນຢູ່, ແລ້ວສິ່ງນີ້ກໍຈະເປັນອັນຕະລາຍທີ່ແອບແຝງຢູ່. ສະນັ້ນ, ຈົ່ງຍົກຍ້າຍອ້າຍເອື້ອຍນ້ອງອອກໄປໂດຍທັນທີ, ການລໍຖ້າຈົນກວ່າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນຈະຊ້າເກີນໄປ. ຖ້າສະຖານະການເປັນພຽງຊົ່ວຄາວ ແລະ ເປັນພຽງຂັ້ນຕອນປົກກະຕິທີ່ເຮັດເປັນປະຈຳ, ແລ້ວມັນກໍຍັງພໍສາມາດຮັບມືໄດ້: ໃຫ້ອ້າຍເອື້ອຍນ້ອງອອກໄປຊົ່ວຄາວເພື່ອຫຼີກລ່ຽງມັນເປັນເວລາມື້ໜຶ່ງ ຫຼື ສອງມື້ ແລະ ພວກເຂົາສາມາດກັບມາໄດ້ໃນພາຍຫຼັງ. ຖ້າຜູ້ຄົນໄດ້ສັງເກດເຫັນແລ້ວ, ການພັກເຊົາຢູ່ທີ່ນັ້ນກໍບໍ່ແມ່ນທາງເລືອກອີກຕໍ່ໄປ ແລະ ການຍົກຍ້າຍອອກໄປຢ່າງຖາວອນກໍເປັນສິ່ງຈຳເປັນ. ສິ່ງເຫຼົ່ານີ້ແມ່ນບາງບັນຫາລະອຽດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຈັດການ ແລະ ແກ້ໄຂໃນວຽກງານນີ້. ວຽກງານນີ້ບໍ່ແມ່ນພຽງແຕ່ການຈັດວາງຄົນຈຳນວນໜຶ່ງໃນສະຖານທີ່ທີ່ມີອາຫານ ແລະ ທີ່ພັກອາໄສ ແລ້ວກໍຖືວ່າສຳເລັດແລ້ວຢ່າງເດັດຂາດ; ມັນມີລາຍລະອຽດຫຼາຍຢ່າງທີ່ກ່ຽວຂ້ອງ. ໂດຍສະເພາະໃນປະເທດຄືປະເທດຈີນ, ບ່ອນທີ່ສະພາບແວດລ້ອມເປັນປໍລະປັກເປັນພິເສດ ແລະ ການຂົ່ມເຫັງທາງສາສະໜາຮຸນແຮງ, ຜູ້ນໍາ ແລະ ຜູ້ເຮັດວຽກຍິ່ງຕ້ອງເອົາໃຈໃສ່ເປັນພິເສດ ແລະ ຕິດຕາມຢ່າງໃກ້ຊິດກ່ຽວກັບສະພາບແວດລ້ອມການຢູ່ອາໄສ ແລະ ບັນຫາຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ. ພວກເຂົາບໍ່ສາມາດບໍ່ໃສ່ໃຈໄດ້. ທຸກດ້ານຂອງວຽກງານສະເພາະຕ້ອງເຮັດໃຫ້ດີ ເພື່ອຮັບປະກັນວ່າຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນເຫຼົ່ານີ້ໄດ້ຮັບການຮັບປະກັນ ແລະ ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມສະຫງົບໃຈ. ດ້ວຍວິທີນີ້, ວຽກງານກໍຈະເຮັດໄດ້ດີ. ນີ້ແມ່ນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດກ່ຽວກັບຄອບຄົວເຈົ້າພາບ ແລະ ມີລາຍລະອຽດຂ້ອນຂ້າງຫຼາຍທີ່ກ່ຽວຂ້ອງຢູ່ບ່ອນນີ້.

ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນ, ຫຼັງຈາກທີ່ຈັດວາງໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນບາງຄົນໄປຢູ່ບ້ານເຈົ້າພາບທີ່ເໝາະສົມແລ້ວ, ກໍບໍ່ສົນໃຈພວກເຂົາຢ່າງສິ້ນເຊີງ ແລະ ບໍ່ຕິດຕາມສະຖານະການຂອງຄອບຄົວເຈົ້າພາບຢ່າງສະໝໍ່າສະເໝີ. ພວກເຂົາເວົ້າວ່າ: “ຂ້ອຍຫຍຸ້ງກັບວຽກງານຂອງຄຣິສຕະຈັກທຸກມື້, ຂ້ອຍຈະມີເວລາໄປຢ້ຽມຢາມຄົນເຫຼົ່ານີ້ໄດ້ແນວໃດ? ນອກຈາກນີ້, ຍັງມີວຽກງານອື່ນໆອີກຫຼາຍຢ່າງ ແລະ ມັນກໍຂ້ອນຂ້າງເປັນອັນຕະລາຍ. ການເຮັດວຽກງານຂອງພວກເຮົາກໍບໍ່ແມ່ນເລື່ອງງ່າຍ!” ພວກເຂົາເນັ້ນຢໍ້າເຫດຜົນຕາມຄວາມເປັນຈິງຢ່າງຕໍ່ເນື່ອງ, ແຕ່ພວກເຂົາກໍບໍ່ຢາກປະຕິບັດຄວາມຮັບຜິດຊອບຂອງພວກເຂົາເອງ. ພວກເຈົ້າຄິດວ່າຄຳເວົ້າຂອງພວກເຂົາຟັງຂຶ້ນບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? (ຄວາມຈິງແລ້ວ, ການເຮັດວຽກງານນີ້ບໍ່ໄດ້ຮຽກຮ້ອງໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກໃຊ້ເວລາ ແລະ ພະລັງງານຫຼາຍເກີນໄປ. ພວກເຂົາສາມາດແວ່ຢ້ຽມຢາມພວກເຂົາໄດ້ຕາມທາງຜ່ານ ໃນຂະນະທີ່ອອກໄປຂ້າງນອກ. ແລ້ວຖ້າພວກເຂົາບໍ່ມີເວລາ, ພວກເຂົາກໍສາມາດຈັດໃຫ້ອ້າຍເອື້ອຍນ້ອງທີ່ຢູ່ໃກ້ຄຽງໄປຢ້ຽມຢາມໄດ້.) ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງການເຮັດວຽກງານນີ້ໃຫ້ດີ, ເຖິງແມ່ນວ່າວຽກງານຫຼັກຂອງພວກເຂົາຈະເຮັດໃຫ້ພວກເຂົາຫຍຸ້ງຢູ່ເລັກໜ້ອຍ, ພວກເຂົາກໍຍັງຈະຫາເວລາເພື່ອເອົາໃຈໃສ່ວຽກງານນີ້. ຖ້າພວກເຂົາບໍ່ມີເວລາໄປດ້ວຍຕົນເອງ, ພວກເຂົາກໍສາມາດຈັດໃຫ້ຄົນອື່ນໄປ. ບໍ່ວ່າພວກເຂົາຈະຈັດໃຫ້ຄົນອື່ນໄປ ຫຼື ໄປດ້ວຍຕົນເອງ, ໃນທີ່ສຸດແລ້ວ, ວຽກງານນີ້ກໍຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ການເຮັດວຽກງານນີ້ໃຫ້ດີເປັນຄວາມຮັບຜິດຊອບທີ່ສຳຄັນສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ມັນບໍ່ສາມາດຖືກລະເລີຍໄດ້. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຫຍຸ້ງເກີນໄປ ແລະ ບໍ່ມີເວລາດ້ວຍຕົນເອງ ແລະ ພວກເຂົາກໍບໍ່ໄດ້ຈັດໃຫ້ຄົນອື່ນໄປ, ແລ້ວກໍຈະບໍ່ມີໃຜເບິ່ງແຍງເລື່ອງນີ້. ຖ້າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ, ນີ້ກໍຈະເປັນການລະເລີຍຄວາມຮັບຜິດຊອບໃນສ່ວນຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເພື່ອປ້ອງກັນບໍ່ໃຫ້ຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນທົນທຸກຈາກການແຊກແຊງຂອງໂລກພາຍນອກ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຄຳນຶງເຖິງບັນຫາທຸກດ້ານ, ຮັບປະກັນໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ວ່າພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມສະຫງົບ ແລະ ເຮັດວຽກງານທີ່ຢູ່ໃນມືຢ່າງເປັນລະບຽບ. ຖ້າບຸກຄະລາກອນທີ່ເຮັດວຽກງານສຳຄັນໄດ້ຮັບການປົກປ້ອງເປັນຢ່າງດີ, ມັນກໍເທົ່າກັບການປົກປ້ອງວຽກງານທີ່ສຳຄັນນັ້ນເອງ. ເມື່ອບຸກຄະລາກອນທີ່ເຮັດວຽກງານສຳຄັນສາມາດເຮັດວຽກໄດ້ຕາມປົກກະຕິ, ວຽກງານທີ່ສຳຄັນກໍສາມາດດຳເນີນການຕໍ່ໄປໄດ້ຢ່າງເປັນລະບຽບເຊັ່ນກັນ. ສະນັ້ນ, ຈຸດປະສົງຂອງຜູ້ນໍາ ແລະ ຜູ້ເຮັດວຽກໃນການປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນແມ່ນ ເພື່ອປົກປັກຮັກສາວຽກງານທີ່ສຳຄັນແຕ່ລະຢ່າງ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ: “ເຈົ້າກຳລັງປະຕິບັດໜ້າທີ່ສຳຄັນ ແລະ ຂ້ອຍຖືກຂໍໃຫ້ປົກປ້ອງເຈົ້າ, ແຕ່ຂ້ອຍຢູ່ໃນຕຳແໜ່ງຜູ້ນຳ ແລະ ຂ້ອຍກໍບໍ່ປອດໄພຄືກັນ. ຂ້ອຍຍັງບໍ່ສາມາດຮັບປະກັນຄວາມປອດໄພຂອງຕົວຂ້ອຍເອງໄດ້ເລີຍ, ແລ້ວຂ້ອຍຈະປົກປ້ອງພວກເຈົ້າໄດ້ແນວໃດ?” ຄຳເວົ້ານີ້ຖືກຕ້ອງບໍ? (ມັນບໍ່ຖືກຕ້ອງ.) ຜູ້ນໍາ ແລະ ຜູ້ເຮັດວຽກແບບນັ້ນມີຄວາມສາມາດໃນການຢັ່ງຮູ້ແບບໃດ? (ຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາບໍ່ດີ; ຄົນແບບນັ້ນເຫັນແກ່ຕົວ ແລະ ມັກຈະບິດເບືອນ.) ພວກເຂົາເປັນຄົນທີ່ມັກຈະບິດເບືອນ. ຄົນທີ່ມັກຈະບິດເບືອນຂາດຄຸນສົມບັດສິນທໍາບໍ? (ແມ່ນແລ້ວ.) ຖ້າອ້າຍເອື້ອຍນ້ອງເຫຼົ່ານີ້ບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ ແຕ່ກຳລັງເຮັດວຽກ ແລະ ດຳລົງຊີວິດຂອງພວກເຂົາຢູ່ໃນໂລກ, ພວກເຂົາຍັງຈຳເປັນຕ້ອງໄດ້ຮັບການປົກປ້ອງຢູ່ບໍ? ກໍຍ້ອນວ່າພວກເຂົາກຳລັງເຮັດວຽກງານຂອງຄຣິສຕະຈັກ ແລະ ປະຕິບັດໜ້າທີ່ສຳຄັນໃນເຮືອນຂອງພຣະເຈົ້ານັ້ນເອງ ແລະ ເພາະວ່າຖ້າພວກເຂົາຖືກຈັບກຸມ ພວກເຂົາອາດຈະຖືກຕັດສິນຈຳຄຸກ ຫຼື ຖືກທຸບຕີຈົນບາດເຈັບ ຫຼື ພິການ, ເຊິ່ງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ວຽກງານຂອງຄຣິສຕະຈັກ, ບຸກຄະລາກອນທີ່ເຮັດວຽກງານສຳຄັນຈຶ່ງຕ້ອງໄດ້ຮັບການປົກປ້ອງເປັນຢ່າງດີ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ວຽກງານຂອງຄຣິສຕະຈັກຈະສາມາດດຳເນີນການຕໍ່ໄປໄດ້ຢ່າງເປັນລະບຽບ. ຖ້າພວກເຂົາຢູ່ໃນປະເທດປະຊາທິປະໄຕບາງປະເທດທີ່ມີເສລີພາບໃນຄວາມເຊື່ອທາງສາສະໜາ ແລະ ຜູ້ເຊື່ອໃນພຣະເຈົ້າບໍ່ໄດ້ຖືກຂົ່ມເຫັງ, ແລ້ວວຽກງານນີ້ກໍຈະກາຍເປັນເລື່ອງທີ່ງ່າຍສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ. ໂດຍພື້ນຖານແລ້ວ ພວກເຂົາພຽງແຕ່ຕ້ອງຊອກຫາເຮືອນທີ່ເໝາະສົມ ແລະ ຈັດວາງໃຫ້ຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາຢ່າງເໝາະສົມຕາມກົດໝາຍ ແລະ ລະບຽບການຂອງທ້ອງຖິ່ນ. ຢ່າງຫຼາຍທີ່ສຸດ, ພວກເຂົາພຽງແຕ່ຕ້ອງຖາມວ່າຊີວິດປະຈຳວັນຂອງພວກເຂົາໃນຊ່ວງນີ້ເປັນແນວໃດ ແລະ ສະພາບແວດລ້ອມການຢູ່ອາໄສລະເມີດລະບຽບການໃດໆຂອງລັດຖະບານ ຫຼື ບໍ່. ຖ້າມີການລະເມີດ, ກໍຈຳເປັນຕ້ອງຊີ້ແຈງວ່າບັນຫາແມ່ນຫຍັງ, ພ້ອມທັງວິທີການດັດແກ້ ແລະ ແກ້ໄຂມັນໃຫ້ຖືກຕ້ອງ. ຖ້າບໍ່ມີການລະເມີດໃດໆ, ແຕ່ລັດຖະບານກຳລັງສ້າງບັນຫາ ຫຼື ມີຄົນຊົ່ວຮ້າຍ ຫຼື ບຸກຄົນທີ່ບໍ່ຮູ້ຈັກກຳລັງກໍ່ກວນ, ແລ້ວມັນກໍຈຳເປັນຕ້ອງປຶກສາທະນາຍຄວາມເພື່ອຈັດການເລື່ອງເຫຼົ່ານີ້ຢ່າງເໝາະສົມ. ໃນປະເທດທີ່ມີເສລີພາບ, ປະຊາທິປະໄຕບາງປະເທດ, ຢ່າງຫຼາຍທີ່ສຸດກໍຕ້ອງການວຽກງານປະເພດນີ້ເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ໃນປະເທດຜະເດັດການທີ່ບໍ່ມີເສລີພາບໃນຄວາມເຊື່ອທາງສາສະໜາ, ຂໍ້ກຳນົດສຳລັບສະພາບແວດລ້ອມ ແລະ ເງື່ອນໄຂຂອງຄອບຄົວເຈົ້າພາບຕ້ອງເຂັ້ມງວດກວ່າ ແລະ ຕ້ອງມີການເຮັດວຽກຫຼາຍກວ່າ, ພ້ອມທັງວຽກງານທີ່ລະອຽດກວ່າ, ກ່ຽວກັບຄວາມປອດໄພ. ແນ່ນອນວ່າ ຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວກໍຫຼາຍກວ່າເຊັ່ນກັນ. ສຳລັບວຽກງານການປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນຈາກການແຊກແຊງຂອງໂລກພາຍນອກ, ຖ້າທຸກດ້ານຂອງສະພາບແວດລ້ອມຖືກພິຈາລະນາຢ່າງຮອບຄອບ, ການແຊກແຊງທີ່ເກີດຈາກສະພາບແວດລ້ອມກໍຈະຫຼຸດລົງ ເມື່ອທຽບໃສ່ກັນແລ້ວ. ຖ້າທັງສະພາບແວດລ້ອມພາຍນອກ ແລະ ສະພາບແວດລ້ອມພາຍໃນຖືກຄຳນຶງເຖິງຢ່າງຄົບຖ້ວນ, ແລ້ວກໍຈະສາມາດຊອກຫາແນວທາງທີ່ເປັນຈິງ ແລະ ເປັນໄປໄດ້. ດ້ວຍວິທີນີ້, ສະພາບແວດລ້ອມກໍສາມາດປັບປຸງໄດ້ໃນລະດັບໃດໜຶ່ງ ແລະ ການແຊກແຊງກໍຈະຫຼຸດລົງ. ວິທີການນີ້ແມ່ນເໝາະສົມພໍສົມຄວນ.

ການຮັກສາບຸກຄະລາກອນທີ່ເຮັດວຽກງານສຳຄັນໃຫ້ປອດໄພ

I. ວິທີຮັບປະກັນຄວາມປອດໄພຂອງປະຊາກອນທີ່ພຣະເຈົ້າເລືອກໃນປະເທດທີ່ຄວາມເຊື່ອຖືກຂົ່ມເຫັງ

ຄວາມຮັບຜິດຊອບຂໍ້ທີສິບຫ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ກ່ອນອື່ນໝົດ, ແມ່ນການປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນ ໂດຍການປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ; ນອກຈາກນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຍັງຕ້ອງຮັກສາຄົນເຫຼົ່ານີ້ໃຫ້ປອດໄພອີກດ້ວຍ. ຂໍ້ກຳນົດໃນການຮັກສາພວກເຂົາໃຫ້ປອດໄພນັ້ນຍິ່ງເຂັ້ມງວດກວ່າ. ກ່ອນອື່ນ ໃຫ້ເຮົາເບິ່ງວ່າດ້ານໃດແດ່ທີ່ກ່ຽວຂ້ອງກັບຄວາມປອດໄພ, ບັນຫາທີ່ກ່ຽວຂ້ອງກັບຄວາມປອດໄພອັນໃດແດ່ທີ່ພວກເຈົ້າສາມາດຄິດອອກ? ເພື່ອຮັບປະກັນຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນເຫຼົ່ານັ້ນ, ກ່ອນອື່ນ ຈຳເປັນຕ້ອງຮັບປະກັນວ່າພວກເຂົາບໍ່ໄດ້ຮັບຜົນກະທົບຈາກການແຊກແຊງຂອງໂລກພາຍນອກ, ນີ້ຄືສິ່ງຕ່ຳສຸດທີ່ຕ້ອງບັນລຸໃຫ້ໄດ້ ແລະ ບົນພື້ນຖານນີ້ເທົ່ານັ້ນຈຶ່ງສາມາດຮັບປະກັນຄວາມປອດໄພຂອງພວກເຂົາໄດ້ໃນທີ່ສຸດ. ຄວາມປອດໄພທີ່ພວກເຮົາກຳລັງເວົ້າເຖິງຢູ່ນີ້ພຽງແຕ່ໝາຍເຖິງການສາມາດຮັບປະກັນໄດ້ວ່າຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາບໍ່ຖືກລົບກວນ ຫຼື ຖືກຈັບກຸມ ແລະ ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຢ່າງເປັນປົກກະຕິ. ມັນກໍງ່າຍໆພຽງເທົ່ານັ້ນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດຮັບປະກັນໄດ້ວ່າຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາຈະໄດ້ຮັບການປົກປ້ອງຈາກການແຊກແຊງ ແລະ ການຈັບກຸມ, ກໍບໍ່ມີທາງທີ່ຈະຮັບປະກັນຄວາມປອດໄພຂອງພວກເຂົາໄດ້. ລອງຄິດເບິ່ງວ່າ ຜູ້ນໍາ ແລະ ຜູ້ເຮັດວຽກຄວນເອົາໃຈໃສ່ເລື່ອງໃດແດ່ເພື່ອຮັບປະກັນຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ? ກ່ອນອື່ນ, ພວກເຂົາຕ້ອງຈັດວາງໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນຢູ່ໃນສະຖານທີ່ທີ່ເໝາະສົມ. ສະຖານທີ່ທີ່ເໝາະສົມໝາຍຄວາມວ່າແນວໃດ? ມັນຕ້ອງມີເງື່ອນໄຂຢ່າງໜ້ອຍສອງຢ່າງ. ເງື່ອນໄຂທີໜຶ່ງ, ສະຖານທີ່ນີ້ຕ້ອງປາສະຈາກການແຊກແຊງໃດໆຈາກສະພາບແວດລ້ອມ. ເງື່ອນໄຂທີສອງ, ມັນຕ້ອງບໍ່ດຶງດູດຄວາມສົນໃຈ; ມີພຽງແຕ່ອ້າຍເອື້ອຍນ້ອງໃນທ້ອງຖິ່ນຈຳນວນໜຶ່ງເທົ່ານັ້ນທີ່ຮູ້ວ່າຄອບຄົວນີ້ເຊື່ອໃນພຣະເຈົ້າ ແລະ ຕ້ອນຮັບຄົນອື່ນ, ໃນຂະນະທີ່ບໍ່ມີໃຜອີກຮູ້. ມີພຽງແຕ່ສະຖານທີ່ແບບນີ້ເທົ່ານັ້ນທີ່ເໝາະສົມສຳລັບການຕ້ອນຮັບຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນ. ຫຼັງຈາກທີ່ບຸກຄະລາກອນທີ່ເຮັດວຽກງານສຳຄັນເຫຼົ່ານີ້ຍ້າຍເຂົ້າມາແລ້ວ, ຂໍ້ມູນສ່ວນຕົວເຊັ່ນ: ຊື່ ແລະ ພູມລຳເນົາຂອງແຕ່ລະຄົນ, ພ້ອມທັງສະຖານະການສະເພາະເຊັ່ນ: ປະເພດຂອງວຽກງານຄຣິສຕະຈັກທີ່ພວກເຂົາມີສ່ວນຮ່ວມ ແລະ ພວກເຂົາເຄີຍຖືກຈັບກຸມມາກ່ອນ ຫຼື ເປັນທີ່ຕ້ອງການຕົວຂອງລັດຖະບານ ຫຼື ບໍ່, ກໍບໍ່ຄວນຖືກເປີດເຜີຍໃຫ້ຄົນອື່ນຮູ້ຢ່າງຊະຊາຍ. ຍິ່ງມີຄົນຮູ້ໜ້ອຍເທົ່າໃດກໍຍິ່ງດີເທົ່ານັ້ນ. ເພາະວ່າວຸດທິພາວະຂອງຜູ້ຄົນຍັງນ້ອຍເກີນໄປ ແລະ ມັນບໍ່ແນ່ນອນວ່າພວກເຂົາຈະສາມາດຢືນຢັດຢ່າງໝັ້ນຄົງໄດ້ ຫຼື ບໍ່ ຖ້າພວກເຂົາຖືກຈັບກຸມ ແລະ ຕິດຄຸກ, ພວກເຂົາຄວນມີການຮູ້ຈັກຕົນເອງ ແລະ ລະເວັ້ນຈາກການສອບຖາມຂໍ້ມູນສ່ວນຕົວຂອງອ້າຍເອື້ອຍນ້ອງຢ່າງຊະຊາຍ ເພື່ອຫຼີກເວັ້ນການນຳເອົາບັນຫາໃນອະນາຄົດມາສູ່ພວກເຂົາເອງ. ຫຼັກການ ແລະ ສະຕິປັນຍາໃນດ້ານນີ້ຄວນຖືກໂອ້ລົມກັນຢູ່ເລື້ອຍໆ ເພື່ອໃຫ້ທຸກຄົນເຂົ້າໃຈ. ສິ່ງນີ້ບໍ່ພຽງແຕ່ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າເທົ່ານັ້ນ ແຕ່ຍັງເປັນປະໂຫຍດຕໍ່ແຕ່ລະຄົນອີກດ້ວຍ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນແນະນໍາອ້າຍເອື້ອຍນ້ອງຂອງຄອບຄົວເຈົ້າພາບໃຫ້ລະມັດລະວັງຄຳເວົ້າຂອງພວກເຂົາ ແລະ ບໍ່ເປີດເຜີຍຂໍ້ມູນສ່ວນຕົວຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນເຫຼົ່ານັ້ນໃຫ້ອ້າຍເອື້ອຍນ້ອງຄົນອື່ນ ຫຼື ສະມາຊິກໃນຄອບຄົວທີ່ບໍ່ມີຄວາມເຊື່ອຂອງພວກເຂົາ. ວຽກງານນີ້ຈຳເປັນຕ້ອງເຮັດບໍ? (ຈຳເປັນ.) ອ້າຍເອື້ອຍນ້ອງຂອງຄອບຄົວເຈົ້າພາບບາງຄົນບໍ່ສາມາດລະມັດລະວັງຄຳເວົ້າຂອງພວກເຂົາໄດ້. ຕົວຢ່າງ: ມີຄົນໜຶ່ງໄດ້ຕ້ອນຮັບຜູ້ນໍາ ແລະ ຜູ້ເຮັດວຽກຈຳນວນໜຶ່ງ ແລະ ລາວກໍຄຸ້ນເຄີຍກັບສະຖານະການສ່ວນຕົວ, ພູມຫຼັງຄອບຄົວ ແລະ ໜ້າທີ່ທີ່ຄົນເຫຼົ່ານີ້ກຳລັງປະຕິບັດຢູ່. ຈາກນັ້ນ, ລາວເວົ້າກັບລູກໆຂອງລາວວ່າ: “ເບິ່ງແມ, ລາວອາຍຸລຸ້ນລາວຄາວດຽວກັບລູກເລີຍ. ລາວເຊື່ອໃນພຣະເຈົ້າມາເປັນເວລາສິບປີແລ້ວ ແລະ ເຖິງຂັ້ນລາອອກຈາກວຽກເພື່ອມາປະຕິບັດໜ້າທີ່ຂອງລາວ. ລາວເຄີຍເຮັດວຽກຢູ່ໃນພະແນກຂອງລັດຖະບານໃນເມືອງນັ້ນເມືອງນີ້ ໂດຍມີລາຍຮັບຫຼາຍສິບພັນຢວນຕໍ່ປີ!” ເຈົ້າເຫັນບໍ, ຄືກັບວ່າລາວພຽງແຕ່ກຳລັງລົມກັນຫຼິ້ນໆ, ລາວກໍໄດ້ເປີດເຜີຍສະຖານະການຂອງຄົນເຫຼົ່ານີ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນໃຫ້ສະມາຊິກໃນຄອບຄົວທີ່ບໍ່ມີຄວາມເຊື່ອຂອງລາວ. ຍັງມີບາງຄົນທີ່ເມື່ອຕ້ອນຮັບອ້າຍເອື້ອຍນ້ອງທີ່ເຄີຍຖືກຈັບກຸມ ແລະ ຕິດຄຸກມາກ່ອນ ກໍບອກສະມາຊິກໃນຄອບຄົວຂອງພວກເຂົາວ່າ: “ເບິ່ງແມ, ພວກເຂົາຕິດຄຸກມາຕັ້ງຫຼາຍປີ ແລະ ບໍ່ເຄີຍກາຍເປັນຢູດາເລີຍ. ຫຼັງຈາກທີ່ຖືກປ່ອຍຕົວ, ພວກເຂົາກໍສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາ. ຕອນນີ້ລັດຖະບານຕ້ອງການຈັບກຸມພວກເຂົາອີກ, ສະນັ້ນ, ພວກເຂົາຈຶ່ງບໍ່ສາມາດກັບບ້ານໄປເຕົ້າໂຮມກັບຄອບຄົວຂອງພວກເຂົາໄດ້, ແຕ່ພວກເຂົາກໍບໍ່ໄດ້ຄິດລົບ. ເຫັນບໍວ່າຄວາມເຊື່ອຂອງພວກເຂົາຍິ່ງໃຫຍ່ສໍ່າໃດ? ເປັນຫຍັງເຈົ້າຈຶ່ງບໍ່ຕັ້ງໃຈເຊື່ອ?” ດ້ວຍວິທີນີ້, ພວກເຂົາກໍເປີດເຜີຍຂໍ້ມູນສຳຄັນກ່ຽວກັບອ້າຍເອື້ອຍນ້ອງຢ່າງຊະຊາຍ ຜ່ານວິທີການສັ່ງສອນລູກໆຂອງພວກເຂົາ. ສິ່ງນີ້ສາມາດນຳໄປສູ່ບັນຫາໃນອະນາຄົດໄດ້ບໍ? (ໄດ້.) ສິ່ງນີ້ເປັນບັນຫາບໍ? (ເປັນ.) ຖ້າບໍ່ມີຫຍັງເກີດຂຶ້ນຍ້ອນສິ່ງນີ້ກໍດີໄປ; ແຕ່ເມື່ອໃດທີ່ພະຍານາກໃຫຍ່ສີແດງດຳເນີນການຈັບກຸມ, ສະມາຊິກໃນຄອບຄົວທີ່ບໍ່ມີຄວາມເຊື່ອຂອງພວກເຂົາກໍເປັນຄົນທຳອິດທີ່ອອກມາລາຍງານອ້າຍເອື້ອຍນ້ອງວ່າ: “ເຈົ້າໜ້າທີ່! ຄົນຜູ້ນັ້ນຄົນຜູ້ນີ້ເປັນຜູ້ນໍາ, ລາວແມ່ນຄົນທີ່ເຈົ້າຕ້ອງການຕົວ”. ຄົນທີ່ຖືກທໍລະຍົດກໍຖືກຈັບກຸມໂດຍພະຍານາກໃຫຍ່ສີແດງ ແລະ ຖືກທຸບຕີຈົນເກືອບຕາຍ, ເຮັດໃຫ້ເກີດຄຳຖາມວ່າລາວຈະສາມາດສືບຕໍ່ປະຕິບັດໜ້າທີ່ຂອງລາວ ຫຼື ດຳລົງຊີວິດເປັນປົກກະຕິໄດ້ ຫຼື ບໍ່. ນີ້ຄືຜົນສະທ້ອນຂອງການທໍລະຍົດ. ສິ່ງນີ້ບໍ່ໄດ້ເກີດຈາກການເວົ້າແບບຊະຊາຍຂອງເຈົ້າພາບ? (ແມ່ນ.) ຖ້າບຸກຄະລາກອນທີ່ເຮັດວຽກງານສຳຄັນຕ້ອງປະເຊີນກັບຄວາມສ່ຽງດ້ານຄວາມປອດໄພແບບນີ້, ນັ້ນບໍ່ໄດ້ໝາຍຄວາມວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ເຮັດວຽກຂອງພວກເຂົາຢ່າງຮອບຄອບບໍ? (ແມ່ນ.) ເຈົ້າພາບຄິດວ່າ: “ສະມາຊິກໃນຄອບຄົວຂອງພວກເຮົາລ້ວນແຕ່ເປັນຄົນດີ; ພວກເຂົາຈະບໍ່ຫັກຫຼັງພວກເຈົ້າດອກ. ພວກເຂົາສະໜັບສະໜູນການເຊື່ອໃນພຣະເຈົ້າ, ພວກເຂົາເຖິງຂັ້ນຊື້ຜັກ ແລະ ຊີ້ນມາໃຫ້ເມື່ອພວກເຈົ້າມາ!” ພວກເຂົາປະຕິບັດຕໍ່ສະມາຊິກໃນຄອບຄົວທີ່ບໍ່ມີຄວາມເຊື່ອຂອງລາວຄືກັບວ່າລາວເປັນອ້າຍເອື້ອຍນ້ອງ, ໂດຍບໍ່ສາມາດເບິ່ງເຫັນໄດ້ຢ່າງຊັດເຈນວ່າຄອບຄົວຂອງລາວສາມາດເຮັດຫຍັງໄດ້ແດ່ ຫຼື ຜົນສະທ້ອນຈະຮ້າຍແຮງສໍ່າໃດ ຖ້າລາວຫັກຫຼັງອ້າຍເອື້ອຍນ້ອງ. ລາວຍັງມັກສອດຮູ້ສອດເຫັນ ແລະ ຊອກຖາມກ່ຽວກັບສະຖານະການຂອງອ້າຍເອື້ອຍນ້ອງອີກດ້ວຍ ໂດຍຖາມວ່າ: “ເຈົ້າປະຕິບັດໜ້າທີ່ນີ້ມາຈັກປີແລ້ວ? ເຈົ້າເຄີຍປະຕິບັດໜ້າທີ່ທີ່ເປັນອັນຕະລາຍບໍ? ເຈົ້າເປັນທີ່ຮູ້ຈັກດີໃນທ້ອງຖິ່ນໃນຖານະຜູ້ເຊື່ອໃນພຣະເຈົ້າບໍ? ເຈົ້າເຄີຍຖືກຈັບກຸມບໍ?” ໂດຍສະເພາະເມື່ອເວົ້າເຖິງຜູ້ທີ່ເປັນທີ່ຕ້ອງການຕົວ ຫຼື ມີປະຫວັດທາງຄະດີຍ້ອນການເຊື່ອໃນພຣະເຈົ້າຂອງພວກເຂົາ ແລະ ກຳລັງເທດສອນຂ່າວປະເສີດຢູ່ໃນຂົງເຂດ ຫຼື ປະເທດອື່ນ, ເຈົ້າພາບກໍມັກຈະສອບຖາມຂໍ້ມູນຂອງພວກເຂົາຢູ່ສະເໝີ ໂດຍຖາມວ່າ: “ເຈົ້າເປັນທີ່ຕ້ອງການຕົວບໍ? ເປັນໝາຍຈັບທ້ອງຖິ່ນ, ໝາຍຈັບຂັ້ນແຂວງ ຫຼື ໝາຍຈັບລະດັບປະເທດ?” “ເຈົ້າມີປະຫວັດທາງຄະດີ, ເຈົ້າເຄີຍຖືກຈັບກຸມຈັກເທື່ອແລ້ວ? ເຈົ້າຖືກຕັດສິນຈຳຄຸກຈັກປີ?” ພວກເຂົາຖາມກ່ຽວກັບເລື່ອງເຫຼົ່ານີ້ຢ່າງລະອຽດທີ່ສຸດ. ອ້າຍເອື້ອຍນ້ອງທີ່ພັກຢູ່ໃນເຮືອນຂອງພວກເຂົາເຫັນວ່າ ພວກເຂົາຂ້ອນຂ້າງກະຕືລືລົ້ນໃນການຕ້ອນຮັບ ແລະ ພວກເຂົາກໍບໍ່ແມ່ນຄົນບໍ່ດີ. ຖ້າພວກເຂົາບໍ່ແບ່ງປັນຂໍ້ມູນນີ້, ພວກເຂົາກໍຮູ້ສຶກວ່າມັນອາດຈະເບິ່ງຄືບໍ່ສຸພາບ, ເຊິ່ງເຮັດໃຫ້ພວກເຂົາຕົກຢູ່ໃນສະຖານະການທີ່ລຳບາກໃຈ. ບາງຄົນຮູ້ສຶກວ່າຖືກບັງຄັບໃຫ້ເວົ້າບາງຢ່າງ ແລະ ຫຼັງຈາກທີ່ເວົ້າໄປແລ້ວ, ບາງຄັ້ງມັນກໍນຳໄປສູ່ຜົນສະທ້ອນທີ່ຮ້າຍແຮງຢ່າງຫຼີກລ່ຽງບໍ່ໄດ້. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນແນະນໍາເຈົ້າພາບໂດຍກົງວ່າ: “ມີກົດລະບຽບຈຳນວນໜຶ່ງທີ່ເຈົ້າຕ້ອງປະຕິບັດຕາມ ເມື່ອຈັດຕ້ອນຮັບອ້າຍເອື້ອຍນ້ອງ. ຢ່າສອບຖາມ ຫຼື ຖາມຄຳຖາມຢ່າງຊະຊາຍ, ການຮູ້ກ່ຽວກັບພວກເຂົາຫຼາຍເກີນໄປບໍ່ໄດ້ເປັນປະໂຫຍດຕໍ່ເຈົ້າ. ຖ້າມີຫຍັງເກີດຂຶ້ນ ແລະ ເຈົ້າບໍ່ສາມາດທົນຕໍ່ການທໍລະມານຢ່າງໜັກໜ່ວງໄດ້, ເຈົ້າອາດຈະຈົບລົງດ້ວຍການກາຍເປັນຢູດາ. ໃນກໍລະນີນັ້ນ, ຂໍ້ມູນທີ່ເຈົ້າໄດ້ຊອກຮູ້ ແລະ ຈັບໃຈຄວາມກໍເທົ່າກັບເປັນການສ້າງເສັ້ນທາງໃຫ້ເຈົ້າກາຍເປັນຢູດາ. ຖ້າສິ່ງນັ້ນເກີດຂຶ້ນ, ມັນຈະເຮັດໃຫ້ເຈົ້າເສຍໃຈໄປຕະຫຼອດຊີວິດ ແລະ ໃນທີ່ສຸດເຈົ້າກໍຈະປະເຊີນກັບການລົງໂທດ. ຖ້າເຈົ້າບໍ່ຮູ້ລາຍລະອຽດເຫຼົ່ານີ້, ເຈົ້າກໍຈະບໍ່ກາຍເປັນຢູດາ. ສະນັ້ນ, ເຈົ້າຕ້ອງບໍ່ສອບຖາມ ຫຼື ພະຍາຍາມຊອກຮູ້ກ່ຽວກັບເລື່ອງເຫຼົ່ານີ້ຢ່າງເດັດຂາດ. ການບໍ່ຮູ້ເປັນການປົກປ້ອງເຈົ້າ ແລະ ບໍ່ສົ່ງຜົນກະທົບຕໍ່ການຕ້ອນຮັບຂອງເຈົ້າ ຫຼື ການບັນລຸຄວາມຈິງໃນການເຊື່ອໃນພຣະເຈົ້າຂອງເຈົ້າ. ມັນດີທີ່ສຸດຖ້າເຈົ້າບໍ່ຮູ້. ເຈົ້າຮູ້ແຈ້ງວ່າອ້າຍເອື້ອຍນ້ອງເຫຼົ່ານີ້ຢູ່ບ່ອນນີ້ເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາກໍບໍ່ແມ່ນຄົນບໍ່ດີ ຫຼື ຄົນຊົ່ວຮ້າຍ, ສະນັ້ນ, ຈຶ່ງບໍ່ຈຳເປັນຕ້ອງສອບຖາມຫຍັງຕື່ມອີກ. ການປະຕິບັດໜ້າທີ່ຂອງເຈົ້າໃນການຕ້ອນຮັບພວກເຂົາຄືສິ່ງທີ່ສຳຄັນທີ່ສຸດ ແລະ ການຮັບປະກັນຄວາມປອດໄພຂອງພວກເຂົາກໍພຽງພໍແລ້ວ”. ນີ້ຄືວຽກງານຢ່າງໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ. ນອກຈາກນີ້, ຜູ້ເຊື່ອໃນທ້ອງຖິ່ນເຫຼົ່ານັ້ນທີ່ຂາດພື້ນຖານໃນຄວາມເຊື່ອຂອງພວກເຂົາ ແລະ ເປັນຜູ້ເຊື່ອພຽງແຕ່ໃນນາມເທົ່ານັ້ນ, ຜູ້ທີ່ປາກໂປ້ງ ແລະ ມັກສອບຖາມ, ຜູ້ທີ່ສືບຕໍ່ຕິດຕໍ່ຢ່າງໃກ້ຊິດກັບເຈົ້າໜ້າທີ່ລັດຖະບານ ແລະ ຜູ້ທີ່ເຊື່ອງຕົວທັນທີຄືກັບເຕົ່າທີ່ຫົດຫົວເຂົ້າກະດອງເມື່ອມີບັນຫາເກີດຂຶ້ນ ແລະ ຜູ້ທີ່ອາດຈະເຖິງຂັ້ນຫັກຫຼັງຄຣິສຕະຈັກ ແລະ ກາຍເປັນຢູດາ, ຕ້ອງບໍ່ໄດ້ຮັບອະນຸຍາດໃຫ້ຮູ້ວ່າຄອບຄົວເຈົ້າພາບຕ້ອນຮັບອ້າຍເອື້ອຍນ້ອງຢ່າງເດັດຂາດ. ຖ້າຕ້ອງການໃຫ້ອ້າຍເອື້ອຍນ້ອງບາງຄົນຊ່ວຍເຫຼືອວຽກງານການຕ້ອນຮັບບຸກຄະລາກອນທີ່ເຮັດວຽກງານສຳຄັນ, ກໍຕ້ອງເລືອກເອົາສະເພາະຜູ້ທີ່ມີພື້ນຖານໃນການເຊື່ອໃນພຣະເຈົ້າ ແລະ ມີສະຕິປັນຍາເທົ່ານັ້ນເພື່ອມາຮ່ວມມືກັນ. ຜູ້ທີ່ບໍ່ມີພື້ນຖານ ຫຼື ສະຕິປັນຍາແມ່ນບໍ່ເໝາະສົມຢ່າງເດັດຂາດ. ແລ້ວການຊ່ວຍເຫຼືອຄວນເຮັດແນວໃດແທ້? ອ້າຍເອື້ອຍນ້ອງຂອງຄອບຄົວເຈົ້າພາບເນັ້ນໃສ່ການຈັດຕ້ອນຮັບຢູ່ບ້ານຂອງພວກເຂົາ, ໃນຂະນະທີ່ອ້າຍເອື້ອຍນ້ອງໃນທ້ອງຖິ່ນທີ່ມີສະຕິປັນຍາ ແລະ ຄວາມເຊື່ອຊ່ວຍເຫຼືອຈາກພາຍນອກໂດຍການຊ່ວຍປົກປິດ ແລະ ປົກປັກຮັກສາສະພາບແວດລ້ອມ. ພວກເຂົາຄວນພົວພັນກັບຜູ້ມີອິດທິພົນ, ຕິດຕາມຂ່າວສານກ່ຽວກັບນະໂຍບາຍ, ແນວໂນ້ມ ແລະ ການດຳເນີນການທີ່ອາດຈະເກີດຂຶ້ນຂອງລັດຖະບານຢູ່ສະເໝີ ແລະ ແຈ້ງໃຫ້ອ້າຍເອື້ອຍນ້ອງຂອງຄອບຄົວເຈົ້າພາບຊາບໂດຍທັນທີ. ດ້ວຍວິທີນີ້, ຖ້າລັດຖະບານລິເລີ່ມການດຳເນີນການຈັບກຸມໃດໆ, ກໍຈະສາມາດດຳເນີນມາດຕະການປ້ອງກັນໄດ້ທັນທີ ແລະ ຍັງຈະມີເວລາພຽງພໍສຳລັບການອົບພະຍົບ ແລະ ການຍົກຍ້າຍ ຫຼື ການເຊື່ອງຕົວ, ສະນັ້ນ, ຈຶ່ງຫຼີກເວັ້ນອັນຕະລາຍໃດໆໄດ້. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນຈະສາມາດໄດ້ຮັບການຮັບປະກັນໂດຍພື້ນຖານ. ສະຫຼຸບແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຈະຈັດການກັບວຽກງານນີ້ດ້ວຍແນວຄິດທີ່ງ່າຍດາຍເກີນໄປບໍ່ໄດ້; ການຄິດຢ່າງຊັບຊ້ອນໃນດ້ານນີ້ແມ່ນດີກວ່າການຄິດແບບງ່າຍດາຍສະເໝີ, ເພາະວ່າບັນຫາຄວາມປອດໄພບໍ່ສາມາດເມີນເສີຍໄດ້, ຖ້າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ, ມັນຈະບໍ່ແມ່ນບັນຫາເລັກນ້ອຍ!

ຍັງມີສະຖານະການສະເພາະທີ່ຕ້ອງເອົາໃຈໃສ່ໃນວຽກງານການຮັບປະກັນຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ. ບາງຄົນຮັບໜ້າທີ່ທີ່ມີຄວາມສ່ຽງເຊັ່ນ: ການຂົນສົ່ງໜັງສືພຣະທຳຂອງພຣະເຈົ້າ ຫຼື ການສົ່ງຄຳແນະນຳວຽກງານ ຫຼື ການຈັດການກັບຜົນທີ່ຕາມມາໃນເຂດທີ່ມີບັນຫາ. ຜູ້ທີ່ກຳລັງເຮັດວຽກງານທີ່ເປັນອັນຕະລາຍດັ່ງກ່າວຕ້ອງບໍ່ອາໄສຢູ່ກັບຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນຢ່າງເດັດຂາດ ແລະ ພວກເຂົາກໍບໍ່ຄວນຮູ້ວ່າຄົນເຫຼົ່ານັ້ນອາໄສຢູ່ໃສ ຫຼື ຄອບຄົວໃດກຳລັງຈັດຕ້ອນຮັບພວກເຂົາ. ນີ້ກໍເພາະວ່າຜູ້ທີ່ກຳລັງເຮັດວຽກງານທີ່ເປັນອັນຕະລາຍມີຄວາມສ່ຽງທີ່ຈະຖືກຕິດຕາມ ແລະ ຖືກຈັບກຸມໄດ້ທຸກເວລາ. ຖ້າພວກເຂົາຖືກຈັບ ແລະ ຖືກທໍລະມານ, ພວກເຂົາອາດຈະທໍລະຍົດຄຣິສຕະຈັກ, ເຊິ່ງຈະເຮັດໃຫ້ຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນ ແລະ ຄອບຄົວເຈົ້າພາບຕ້ອງມາຕິດຮ່າງແຫພົວພັນກັບບັນຫາໄປນຳ. ສິ່ງນີ້ບໍ່ກ່ຽວຂ້ອງກັບບັນຫາຄວາມປອດໄພບໍ? ຖ້າບຸກຄະລາກອນບາງຄົນທີ່ກຳລັງປະຕິບັດໜ້າທີ່ສຳຄັນອອກໄປຈັດການເລື່ອງຕ່າງໆ ແລະ ໄດ້ຕົກລົງກັນວ່າຈະກັບມາພາຍໃນສາມມື້, ແຕ່ພວກເຂົາບໍ່ໄດ້ກັບມາຫຼັງຈາກສາມມື້ຜ່ານໄປແລ້ວ, ພວກເຈົ້າຈະເວົ້າວ່າສະຖານະການນີ້ເປັນອັນຕະລາຍບໍ? ບຸກຄະລາກອນຄົນອື່ນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາຄວນອົບພະຍົບບໍ? (ຄວນ.) ໃນກໍລະນີດັ່ງກ່າວ, ຈຳເປັນຕ້ອງມີການອົບພະຍົບທັນທີ; ຕ້ອງບໍ່ມີການຊັກຊ້າ ແລະ ບໍ່ມີຄວາມສ່ຽງ, ພວກເຂົາບໍ່ສາມາດມີແນວຄິດທີ່ຫວັງເພິ່ງໂຊກໄດ້ຢ່າງເດັດຂາດ. ບາງຄົນຂີ້ຄ້ານ, ຮູ້ສຶກວ່າມັນເປັນເລື່ອງຫຍຸ້ງຍາກ ແລະ ບໍ່ເຕັມໃຈທີ່ຈະອົບພະຍົບ ໂດຍເວົ້າວ່າ: “ການລໍຖ້າອີກມື້ໜຶ່ງຈະເປັນຫຍັງໄປ? ບາງທີພວກເຂົາພຽງແຕ່ຊັກຊ້າຍ້ອນສະຖານະການພິເສດບາງຢ່າງ”. ການລໍຖ້າອີກມື້ໜຶ່ງມີແຕ່ຈະເພີ່ມອັນຕະລາຍເທົ່ານັ້ນ. ຖ້າເຈົ້າອົບພະຍົບ ແລະ ບໍ່ມີຫຍັງເກີດຂຶ້ນ, ເຈົ້າກໍສາມາດກັບມາໄດ້ສະເໝີ ແລະ ນັ້ນກໍບໍ່ແມ່ນຄວາມຜິດພາດ. ແຕ່ຖ້າເຈົ້າບໍ່ອົບພະຍົບ ແລະ ລໍຖ້າອີກມື້ໜຶ່ງ, ອາດຈະມີເຫດການເກີດຂຶ້ນ ແລະ ເມື່ອມັນເກີດຂຶ້ນ, ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ. ສະນັ້ນ, ຖ້າອ້າຍເອື້ອຍນ້ອງທີ່ອອກໄປຈັດການເລື່ອງຕ່າງໆບໍ່ກັບມາພາຍໃນເວລາທີ່ໄດ້ຕົກລົງກັນໄວ້, ມັນກໍເປັນໄປໄດ້ວ່າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ. ເພື່ອປ້ອງກັນເຫດການທີ່ບໍ່ຄາດຄິດ, ອ້າຍເອື້ອຍນ້ອງທີ່ກ່ຽວຂ້ອງຄວນອົບພະຍົບທັນທີ ແລະ ຍົກຍ້າຍອອກໄປຢູ່ສະຖານທີ່ທີ່ປອດໄພພໍສົມຄວນ. ເມື່ອພົບສະຖານທີ່ທີ່ເໝາະສົມແລ້ວ, ພວກເຂົາກໍສາມາດກັບມາປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ, ໂດຍທີ່ມັນບໍ່ຊ້າເກີນໄປ. ອີກສະຖານະການໜຶ່ງແມ່ນເມື່ອຄົນໃນຄຣິສຕະຈັກທ້ອງຖິ່ນທີ່ຮັບຜິດຊອບວຽກງານການຈັດວາງໃຫ້ອ້າຍເອື້ອຍນ້ອງທີ່ກຳລັງປະຕິບັດໜ້າທີ່ຖືກພະຍານາກໃຫຍ່ສີແດງຈັບກຸມ. ໃນກໍລະນີດັ່ງກ່າວຄວນເຮັດແນວໃດ? (ຍົກຍ້າຍບຸກຄະລາກອນທີ່ເຮັດວຽກງານສຳຄັນອອກທັນທີ.) ວຽກງານສຳຄັນອັນດັບທຳອິດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກແມ່ນການຍົກຍ້າຍບຸກຄະລາກອນທີ່ເຮັດວຽກງານສຳຄັນເຫຼົ່ານີ້ອອກໄປຢູ່ສະຖານທີ່ທີ່ປອດໄພກວ່າທັນທີ ເມື່ອທຽບໃສ່ກັນແລ້ວ. ເໜືອສິ່ງອື່ນໃດ, ຄວາມປອດໄພຂອງພວກເຂົາຕ້ອງໄດ້ຮັບການຮັບປະກັນ. ພວກເຂົາບໍ່ຄວນຕ້ອງປະເຊີນກັບຄວາມສ່ຽງໃດໆ. ຫຼັງຈາກທີ່ຍົກຍ້າຍພວກເຂົາອອກໄປແລ້ວ, ວຽກງານຕໍ່ໆໄປຈຶ່ງສາມາດດຳເນີນການຕໍ່ໄປໄດ້. ຄົນເບົາປັນຍາບາງຄົນມັກຈະມີແນວຄິດທີ່ຫວັງເພິ່ງໂຊກຢູ່ສະເໝີວ່າ: “ຄົນຜູ້ນັ້ນຄົນຜູ້ນີ້ຖືກຈັບກຸມ, ແຕ່ບໍ່ເປັນຫຍັງ; ຄວາມເຊື່ອຂອງລາວຂ້ອນຂ້າງເຂັ້ມແຂງ ແລະ ລາວກໍເຂັ້ມແຂງເປັນພິເສດສະເໝີໃນສະຖານະການທີ່ຫຍຸ້ງຍາກ. ລາວຈະບໍ່ມີທາງທໍລະຍົດຢ່າງເດັດຂາດ. ສະນັ້ນ, ຂ້ອຍສາມາດຮັບປະກັນໄດ້ເລີຍວ່າບໍ່ມີອັນຕະລາຍຢ່າງແນ່ນອນ, ບໍ່ຈຳເປັນຕ້ອງໃຫ້ໃຜຍົກຍ້າຍອອກ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ບໍ່.) ຍັງມີຄົນທີ່ເວົ້າວ່າ: “ເຖິງແມ່ນວ່າລາວຈະທໍລະຍົດ, ລາວກໍຈະເລືອກທໍລະຍົດ, ລາວຈະທໍລະຍົດພຽງແຕ່ຂໍ້ມູນກ່ຽວກັບເລື່ອງທີ່ບໍ່ສຳຄັນເທົ່ານັ້ນ, ເຊິ່ງຈະບໍ່ສົ່ງຜົນກະທົບຕໍ່ຄວາມປອດໄພຂອງພວກເຈົ້າຢ່າງແນ່ນອນ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ບໍ່.) ຄຳເວົ້າເຫຼົ່ານີ້ຟັງບໍ່ຂຶ້ນເລີຍ! ຄົນເຮົາສາມາດເບິ່ງຄົນອື່ນໄດ້ຢ່າງຊັດເຈນບໍ? ເຖິງແມ່ນວ່າຄົນແບບນັ້ນຈະມີວຸດທິພາວະ, ພວກເຮົາກໍຄວນຫຼີກເວັ້ນການເວົ້າຢ່າງໝັ້ນໃຈເກີນໄປ, ເພາະບໍ່ມີໃຜສາມາດຮັບຜິດຊອບຜົນສະທ້ອນໄດ້ຖ້າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ. ມີວຽກງານອື່ນໃດອີກແດ່ທີ່ຈຳເປັນເພື່ອປົກປ້ອງຄວາມປອດໄພຂອງບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ສຳຄັນ? ເມື່ອພວກເຂົາເລີ່ມປະຕິບັດໜ້າທີ່ຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນໂອ້ລົມຫຼັກການຄວາມຈິງທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຢ່າງຊັດເຈນ, ພ້ອມທັງຫຼັກການ ແລະ ສະຕິປັນຍາໃດທີ່ຄວນນຳໃຊ້ເມື່ອມີສະຖານະການເກີດຂຶ້ນ. ນອກຈາກນີ້, ເມື່ອພວກເຂົາອອກໄປປະຕິບັດໜ້າທີ່ຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນມອບໝາຍໃຫ້ຄົນໜຶ່ງ ຫຼື ສອງຄົນທີ່ມີປະສົບການທາງສັງຄົມ ແລະ ສະຕິປັນຍາເພື່ອຮ່ວມມືກັບພວກເຂົາ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ປອດໄພ ແລະ ເຊື່ອຖືໄດ້. ການປະຕິບັດດ້ວຍວິທີນີ້, ໃນດ້ານໜຶ່ງ, ສາມາດປົກປ້ອງຄວາມປອດໄພສ່ວນບຸກຄົນຂອງພວກເຂົາ. ໃນອີກດ້ານໜຶ່ງ, ມັນສາມາດຊ່ວຍພວກເຂົາແກ້ໄຂບັນຫາບາງຢ່າງທີ່ພວກເຂົາບໍ່ສາມາດແກ້ໄຂດ້ວຍຕົວພວກເຂົາເອງໄດ້. ສິ່ງນີ້ຈະປ້ອງກັນບັນຫາບາງຢ່າງ ແລະ ຮັບປະກັນວ່າຜູ້ທີ່ກຳລັງຈະອອກໄປປະຕິບັດໜ້າທີ່ຂອງພວກເຂົາສາມາດດຳເນີນວຽກງານຂອງພວກເຂົາໄດ້ຢ່າງເປັນປົກກະຕິ. ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ, ການຮັບປະກັນຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ເປັນວຽກງານທີ່ສຳຄັນຫຼາຍ, ໂດຍສະເພາະໃນປະເທດທີ່ບໍ່ມີເສລີພາບໃນການເຊື່ອຖື. ເພື່ອເຮັດວຽກງານຂອງຄຣິສຕະຈັກໃຫ້ດີ, ວຽກງານສຳຄັນອັນດັບທຳອິດແມ່ນການຮັບປະກັນຄວາມປອດໄພຂອງບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຂອງພວກເຂົາຢູ່ໃນທ້ອງຖິ່ນ ຫຼື ອອກໄປປະຕິບັດໜ້າທີ່ກໍຕາມ. ມີພຽງແຕ່ຜູ້ນໍາ ແລະ ຜູ້ເຮັດວຽກທີ່ສາມາດຈັດການວຽກງານຄວາມປອດໄພໄດ້ດີເທົ່ານັ້ນທີ່ເໝາະໃຫ້ພຣະເຈົ້າໃຊ້. ຜູ້ທີ່ບໍ່ສາມາດເຮັດວຽກງານນີ້ໄດ້ແມ່ນຄົນທີ່ຄວາມເປັນມະນຸດຍັງບໍ່ທັນເຕີບໃຫຍ່ ແລະ ຂາດຄວາມຮູ້ຮອບຕົວ ແລະ ສະຕິປັນຍາ. ມັນຈະເປັນການຍາກສຳລັບພວກເຂົາທີ່ຈະກາຍເປັນຜູ້ທີ່ເໝາະໃຫ້ພຣະເຈົ້າໃຊ້.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?