ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (29) ສ່ວນທີ ສາມ
II. ວິທີຮັບປະກັນຄວາມປອດໄພຂອງປະຊາກອນທີ່ພຣະເຈົ້າເລືອກໃນບັນດາປະເທດຕ່າງໆຢູ່ຕ່າງປະເທດ
1. ການດຳເນີນການດ້ານສະຖານະພາບທາງກົດໝາຍຂອງປະຊາກອນທີ່ພຣະເຈົ້າເລືອກ
ໃນການດຳເນີນວຽກງານຄຣິສຕະຈັກໃນບັນດາປະເທດຕ່າງໆຢູ່ຕ່າງປະເທດ, ວຽກງານສຳຄັນອັນດັບທຳອິດຄວນແມ່ນການຈັດວາງບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາຢ່າງເໝາະສົມ, ຮັບປະກັນຄວາມປອດໄພຂອງພວກເຂົາເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຢ່າງເປັນປົກກະຕິ. ອີກເລື່ອງໜຶ່ງທີ່ສຳຄັນແມ່ນການຈັດການບັນຫາສະຖານະພາບທາງກົດໝາຍ, ເຊິ່ງຕ້ອງໄດ້ຮັບການເອົາໃຈໃສ່ທັນທີທີ່ປະຊາກອນທີ່ພຣະເຈົ້າເລືອກມາຮອດປະເທດໃໝ່. ຖ້າບໍ່ມີສະຖານະພາບທາງກົດໝາຍ ຫຼື ຖ້າສະຖານະພາບຂອງພວກເຂົາບໍ່ຖືກຕ້ອງຕາມກົດໝາຍ, ກໍມີຄວາມສ່ຽງທີ່ຈະຖືກເນລະເທດຢູ່ສະເໝີ, ບໍ່ວ່າສະພາບແວດລ້ອມໃນການດຳລົງຊີວິດຂອງພວກເຂົາຈະດີສໍ່າໃດກໍຕາມ. ບຸກຄົນທີ່ສະຖານະພາບບໍ່ຖືກຕ້ອງຕາມກົດໝາຍແມ່ນຖືວ່າເປັນຜູ້ອາໄສທີ່ຜິດກົດໝາຍ ແລະ ຄວາມປອດໄພຂອງຄົນເຫຼົ່ານີ້ກໍຕົກຢູ່ໃນຄວາມສ່ຽງ; ຖ້າຄວາມປອດໄພຂອງພວກເຂົາບໍ່ໄດ້ຮັບການຮັບປະກັນ, ພວກເຂົາກໍບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດົນ. ສະນັ້ນ, ໃນບັນດາປະເທດຕ່າງໆຢູ່ຕ່າງປະເທດ, ການຈັດວາງບ່ອນທີ່ເໝາະສົມໃຫ້ບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາເປັນວຽກງານທຳອິດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ. ເມື່ອຈັດວາງພວກເຂົາຢ່າງເໝາະສົມແລ້ວ, ຂັ້ນຕອນຕໍ່ໄປແມ່ນການຈັດແຈງໃຫ້ພວກເຂົາເລີ່ມດຳເນີນການດ້ານສະຖານະພາບທາງກົດໝາຍຂອງພວກເຂົາ. ໃນປະເທດໃດກໍຕາມ, ຢ່າງໜ້ອຍທີ່ສຸດ, ເປົ້າໝາຍໃນການດຳເນີນການດ້ານສະຖານະພາບທາງກົດໝາຍຄວນແມ່ນເພື່ອເຮັດໃຫ້ອ້າຍເອື້ອຍນ້ອງສາມາດອາໄສຢູ່ບ່ອນນັ້ນໄດ້ຢ່າງຖືກຕ້ອງຕາມກົດໝາຍ. ນີ້ກໍເປັນວຽກງານທີ່ສຳຄັນຢ່າງໜຶ່ງໃນການຮັບປະກັນຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນເຊັ່ນກັນ. ເພື່ອໃຫ້ໄດ້ສະຖານະການຢູ່ອາໄສຢ່າງຖືກຕ້ອງຕາມກົດໝາຍ, ຂໍ້ກຳນົດທຳອິດແມ່ນສະຖານະພາບຂອງຄົນຜູ້ນັ້ນຕ້ອງຖືກກົດໝາຍ; ພວກເຂົາບໍ່ສາມາດອາໄສຢູ່ບ່ອນໃດບ່ອນໜຶ່ງຢ່າງຜິດກົດໝາຍໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້ເພື່ອຈັດວາງອ້າຍເອື້ອຍນ້ອງຕາມລະບຽບການຂອງລັດຖະບານສຳລັບການຢູ່ອາໄສຢ່າງຖືກຕ້ອງຕາມກົດໝາຍ. ຜູ້ນໍາ ແລະ ຜູ້ເຮັດວຽກສາມາດເຂົ້າໄປມີສ່ວນຮ່ວມໂດຍກົງໃນວຽກງານການຈັດວາງນີ້ ຫຼື ຕິດຕາມກວດກາວຽກງານນັ້ນໄດ້. ຖ້າມີເລື່ອງທີ່ພວກເຂົາບໍ່ສາມາດເບິ່ງທະລຸເຖິງໄດ້, ພວກເຂົາຄວນສະແຫວງຫາຈາກຜູ້ນໍາ ແລະ ຜູ້ເຮັດວຽກຂັ້ນເທິງໂດຍທັນທີ. ໃນກໍລະນີທີ່ບໍ່ມີສະຖານະການພິເສດ, ພວກເຂົາຄວນປະຕິບັດຕາມກົດລະບຽບກ່ອນໜ້ານີ້ຂອງຄຣິສຕະຈັກ. ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງສອບຖາມເປັນບາງຄັ້ງບາງຄາວ ແລະ ຖ້າພວກເຂົາຮູ້ວ່າມີໃຜມີບັນຫາກັບສະຖານະພາບທາງກົດໝາຍຂອງພວກເຂົາ ຫຼື ມີສະຖານະການພິເສດໃດໆ, ພວກເຂົາຄວນຈັດແຈງໃຫ້ບຸກຄະລາກອນທີ່ຮັບຜິດຊອບວຽກງານພາຍນອກມາແກ້ໄຂບັນຫາການດຳເນີນການດ້ານສະຖານະພາບທາງກົດໝາຍຂອງປະຊາກອນທີ່ພຣະເຈົ້າເລືອກ. ແນ່ນອນວ່າ, ຂັ້ນຕອນທຳອິດແມ່ນການຊອກຫາທະນາຍຄວາມທີ່ຊ່ຽວຊານຈຳນວນໜຶ່ງເພື່ອຈັດການເລື່ອງການດຳເນີນການດ້ານສະຖານະພາບ. ໃນການຈ້າງທະນາຍຄວາມ, ຕ້ອງມີມາດຕະການປ້ອງກັນເພື່ອຫຼີກເວັ້ນການຖືກຫຼອກລວງ, ບໍ່ຄວນຈ້າງທະນາຍຄວາມປອມ ຫຼື ຜູ້ທີ່ບໍ່ຊ່ຽວຊານໃນການດຳເນີນການດ້ານສະຖານະພາບທາງກົດໝາຍ. ກ່ອນອື່ນໝົດ ຜູ້ນໍາ ແລະ ຜູ້ເຮັດວຽກຄວນພິຈາລະນາດ້ານເຫຼົ່ານີ້ທີ່ກ່ຽວຂ້ອງກັບການດຳເນີນການດ້ານສະຖານະພາບທາງກົດໝາຍ ແລະ ເລື່ອງເຫຼົ່ານີ້ຕ້ອງໄດ້ຮັບການຈັດແຈງໃຫ້ດີ. ວຽກງານນີ້ກໍເປັນສ່ວນໜຶ່ງຂອງການປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນ ແລະ ຮັບປະກັນຄວາມປອດໄພຂອງພວກເຂົາເຊັ່ນກັນ, ສະນັ້ນ, ເມື່ອເວົ້າເຖິງການເຮັດວຽກງານນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງບໍ່ຢືນເບິ່ງຊື່ໆ. ບາງຄົນເວົ້າວ່າ: “ການຈັດວາງບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາເປັນວຽກງານຂອງເຮືອນຂອງພຣະເຈົ້າ; ພວກເຮົາພຽງແຕ່ຕ້ອງເຮັດມັນຫຼັງຈາກທີ່ໄດ້ຮັບການຈັດແຈງໂດຍກົງຈາກເບື້ອງເທິງເທົ່ານັ້ນ. ຖ້າເບື້ອງເທິງບໍ່ຈັດແຈງ, ພວກເຮົາກໍບໍ່ຈຳເປັນຕ້ອງສົນໃຈມັນ ແລະ ເຖິງແມ່ນວ່າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ, ມັນກໍບໍ່ກ່ຽວຂ້ອງກັບພວກເຮົາ. ນອກຈາກນີ້, ແຕ່ລະປະເທດກໍມີລະບຽບການກ່ຽວກັບການເຂົ້າເມືອງ ແລະ ສະຖານະພາບທາງກົດໝາຍທີ່ແຕກຕ່າງກັນ; ພວກເຮົາບໍ່ສາມາດຈັດການບັນຫາໃຫຍ່ແບບນັ້ນໄດ້! ທຸກຄົນຕ້ອງເພິ່ງພາຕົນເອງ ແລະ ຫວັງສິ່ງທີ່ດີທີ່ສຸດ, ຖ້າພວກເຂົາສາມາດຢູ່ໃນປະເທດໃດປະເທດໜຶ່ງໄດ້, ພວກເຂົາກໍຢູ່; ຖ້າບໍ່ໄດ້, ພວກເຂົາກໍກັບໄປ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ບໍ່.) ເຈົ້າຄິດແນວໃດກັບທັດສະນະຄະຕິນີ້? (ເປັນການຂາດຄວາມຮັບຜິດຊອບ.) ໃນດ້ານໜຶ່ງ, ມັນເປັນການຂາດຄວາມຮັບຜິດຊອບ; ໃນອີກດ້ານໜຶ່ງ, ມັນເປັນການສະແດງອອກຂອງຜູ້ນໍາປອມທີ່ບໍ່ເຮັດວຽກງານຕົວຈິງ ແລະ ປັດຄວາມຮັບຜິດຊອບ. ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ, ການຈັດວາງບຸກຄະລາກອນທີ່ເຮັດວຽກງານສຳຄັນຢູ່ຕ່າງປະເທດກໍເປັນວຽກງານທີ່ສຳຄັນຢ່າງໜຶ່ງເຊັ່ນກັນ. ເມື່ອຈັດວາງພວກເຂົາຢ່າງເໝາະສົມແລ້ວ ແລະ ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຢ່າງເປັນປົກກະຕິ, ຂັ້ນຕອນຕໍ່ໄປທັນທີແມ່ນການຈັດແຈງໃຫ້ບຸກຄະລາກອນທີ່ຮັບຜິດຊອບວຽກງານພາຍນອກມາແນະນຳພວກເຂົາໃນການດຳເນີນການດ້ານສະຖານະພາບທາງກົດໝາຍຂອງພວກເຂົາ. ໂດຍສະເພາະເມື່ອມີສະຖານະການພິເສດທີ່ອ້າຍເອື້ອຍນ້ອງບໍ່ສາມາດຈັດການໄດ້ເກີດຂຶ້ນໃນລະຫວ່າງການດຳເນີນການ, ຜູ້ນຳ ແລະ ຜູ້ເຮັດວຽກຄວນຄິດຫາວິທີແກ້ໄຂບັນຫາ ແລະ ບໍ່ຄວນເມີນເສີຍຕໍ່ບັນຫາ. ຖ້າມີບັນຫາໃດໆກ່ຽວກັບການດຳເນີນການດ້ານສະຖານະພາບທາງກົດໝາຍ, ມັນກໍບໍ່ແມ່ນເລື່ອງເລັກນ້ອຍ ແລະ ຄວນຖືກຈັດການ ແລະ ແກ້ໄຂແຕ່ຫົວທີ ແລະ ຢ່າງວ່ອງໄວເທົ່າທີ່ຈະໄວໄດ້. ຢ່າຊັກຊ້າ, ສິ່ງທີ່ສາມາດເຮັດໄດ້ໃນມື້ນີ້ບໍ່ຄວນເລື່ອນໄປຈົນຮອດມື້ອື່ນ; ການເລື່ອນໄປຈົນຮອດມື້ອື່ນອາດຈະນຳໄປສູ່ຜົນສະທ້ອນທີ່ຮ້າຍແຮງເກີນກວ່າຈະຈິນຕະນາການໄດ້. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບົກຜ່ອງຕໍ່ໜ້າທີ່ ແລະ ລະເລີຍຄວາມຮັບຜິດຊອບຂອງພວກເຂົາ, ບໍ່ຮີບຮ້ອນຈັດການ ແລະ ເຮັດໃຫ້ຊ່ວງເວລາທີ່ດີທີ່ສຸດສຳລັບການດຳເນີນການດ້ານສະຖານະພາບທາງກົດໝາຍຊັກຊ້າ, ສະນັ້ນ, ຈຶ່ງເຮັດໃຫ້ບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາບໍ່ສາມາດປະຕິບັດໜ້າທີ່ໄດ້ຢ່າງເປັນປົກກະຕິ, ໃຜເປັນຜູ້ຮັບຜິດຊອບ? ບຸກຄົນເຫຼົ່ານີ້ໄດ້ຍື່ນຄຳຮ້ອງຂໍຕໍ່ຜູ້ນໍາຄຣິສຕະຈັກ ແລະ ບຸກຄະລາກອນທີ່ດຳເນີນການ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກກໍຮັບຊາບ, ແຕ່ຍ້ອນວ່າພວກເຂົາບໍ່ໄດ້ເອົາໃຈໃສ່ເລື່ອງນີ້ຢ່າງຈິງຈັງ ຫຼື ອ້າງເຫດຜົນທີ່ຈະບໍ່ຈັດການມັນ, ການດຳເນີນການດ້ານສະຖານະພາບທາງກົດໝາຍຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນບາງຄົນຈຶ່ງຊັກຊ້າ, ເຊິ່ງສົ່ງຜົນກະທົບຕໍ່ວຽກງານທີ່ສຳຄັນບາງຢ່າງຂອງຄຣິສຕະຈັກໃນລະດັບໃດໜຶ່ງ. ສະນັ້ນ, ພວກເຈົ້າຄິດວ່າໃຜຄວນຮັບຜິດຊອບໃນເລື່ອງນີ້? (ຜູ້ນໍາ ແລະ ຜູ້ເຮັດວຽກ.) ເຮືອນຂອງພຣະເຈົ້າໄດ້ເນັ້ນຢໍ້າເລື່ອງນີ້ຊໍ້າແລ້ວຊໍ້າອີກ. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ແມ່ນວ່າບໍ່ຮັບຊາບເລື່ອງນີ້ ແລະ ບໍ່ແມ່ນວ່າພວກເຂົາບໍ່ໄດ້ຮັບຂໍ້ມູນ ຫຼື ຂາດຄວາມເຂົ້າໃຈ; ແທນທີ່ຈະເປັນແນວນັ້ນ, ພວກເຂົາຮູ້ກ່ຽວກັບເລື່ອງນີ້ແຕ່ບໍ່ເອົາໃຈໃສ່ຢ່າງຈິງຈັງ. ຕາບໃດທີ່ມັນບໍ່ກ່ຽວຂ້ອງກັບເລື່ອງຂອງພວກເຂົາເອງ, ຕາບໃດທີ່ມັນເປັນບັນຫາຂອງຄົນອື່ນ, ພວກເຂົາກໍຈະເລື່ອນເວລາອອກໄປທຸກຄັ້ງທີ່ເປັນໄປໄດ້, ຈົນໃນທີ່ສຸດກໍເຮັດໃຫ້ເລື່ອງທີ່ສຳຄັນເຊັ່ນການດຳເນີນການດ້ານສະຖານະພາບທາງກົດໝາຍຂອງປະຊາກອນທີ່ພຣະເຈົ້າເລືອກ ຊັກຊ້າ. ເມື່ອມີຜົນສະທ້ອນເກີດຂຶ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງຮັບຜິດຊອບ. ຄວາມຮັບຜິດຊອບນີ້ບໍ່ແມ່ນພຽງແຕ່ຄຳເວົ້າ, ຖ້າມັນສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ, ໂດຍສະເພາະວຽກງານທີ່ສຳຄັນຂອງເຮືອນຂອງພຣະເຈົ້າ, ແລ້ວຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງແບກຮັບກໍຈະໃຫຍ່ຫຼວງ. ຢ່າງໜ້ອຍທີ່ສຸດ, ພວກເຂົາຈະຖືກພຣະເຈົ້າບັນທຶກຄວາມຜິດໄວ້, ມັນຈະເປັນການກະທໍາຜິດ, ນັ້ນຄືຜົນສະທ້ອນ. ຖ້າມັນເປັນສິ່ງທີ່ຕົກເປັນໜ້າທີ່ຂອງເຈົ້າທີ່ຈະຕ້ອງເຮັດ, ເປັນສິ່ງທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ ແລະ ເຈົ້າບໍ່ເຮັດ ຫຼື ເມີນເສີຍຕໍ່ມັນ ຫຼື ເຮັດໃຫ້ມັນຊັກຊ້າຍ້ອນເຫດຜົນສ່ວນຕົວບາງຢ່າງ, ແລ້ວເຈົ້າກໍຕ້ອງຮັບຜິດຊອບ. ບາງຄົນເວົ້າວ່າ: “ຂ້ອຍບໍ່ຮູ້ວ່າຈະແກ້ໄຂມັນແນວໃດ; ຂ້ອຍບໍ່ມີທາງອອກ”. ແຕ່ເຈົ້າໄດ້ເອົາໃຈໃສ່ຢ່າງຈິງຈັງ ແລະ ສະແຫວງຫາຈາກຜູ້ນໍາ ແລະ ຜູ້ເຮັດວຽກຂັ້ນເທິງໃນທັນທີທີ່ມີໂອກາດບໍ? ບາງຄົນເວົ້າວ່າພວກເຂົາລືມກ່ຽວກັບເລື່ອງນີ້ເພາະວ່າພວກເຂົາຫຍຸ້ງກັບວຽກງານອື່ນ. ເຖິງແມ່ນວ່າພວກເຂົາຈະລືມກ່ຽວກັບເລື່ອງນີ້ແທ້ໆຍ້ອນວ່າຫຍຸ້ງກັບວຽກງານອື່ນ, ພວກເຂົາຈະລືມຕໍ່ໄປໄດ້ແນວໃດຫຼັງຈາກທີ່ມີຄົນຍົກບັນຫານີ້ຂຶ້ນມາ ແລະ ເຕືອນພວກເຂົາຊໍ້າແລ້ວຊໍ້າອີກ? ສິ່ງນີ້ຊີ້ໃຫ້ເຫັນເຖິງບັນຫາຫຍັງ? (ພວກເຂົາບໍ່ໄດ້ເກັບເອົາເລື່ອງການດຳເນີນການດ້ານສະຖານະພາບທາງກົດໝາຍຂອງອ້າຍເອື້ອຍນ້ອງໄວ້ໃນໃຈຂອງພວກເຂົາ; ພວກເຂົາບໍ່ມີຄວາມຮູ້ສຶກເປັນພາລະໃນໃຈເລີຍ.) ຄວາມຈິງທີ່ວ່າພວກເຂົາສາມາດລືມເລື່ອງທີ່ສຳຄັນແບບນີ້ໄດ້ສະແດງໃຫ້ເຫັນວ່າພວກເຂົາຂາດຄວາມຮັບຜິດຊອບ ແລະ ບໍ່ໜ້າເຊື່ອຖື. ເຈົ້າສາມາດລືມສິ່ງທີ່ສຳຄັນເຊັ່ນການດຳເນີນການດ້ານສະຖານະພາບທາງກົດໝາຍຂອງປະຊາກອນທີ່ພຣະເຈົ້າເລືອກໄດ້, ເຈົ້າຈະລືມການດຳເນີນການດ້ານສະຖານະພາບທາງກົດໝາຍຂອງຕົນເອງບໍ? ຖ້າເຈົ້າຈະບໍ່ລືມເລື່ອງຂອງຕົນເອງແຕ່ສາມາດລືມເລື່ອງຂອງຄົນອື່ນໄດ້, ມັນກໍພິສູດວ່າເຈົ້າມີລັກສະນະທີ່ບໍ່ດີ, ຂາດຄວາມຮັກ, ເຫັນແກ່ຕົວ ແລະ ຕໍ່າຊ້າ. ເຈົ້າໄດ້ດຳເນີນການດ້ານສະຖານະພາບທາງກົດໝາຍຂອງຕົນເອງສຳເລັດແລ້ວ, ແຕ່ເຈົ້າປະຕິບັດຕໍ່ການດຳເນີນການດ້ານສະຖານະພາບທາງກົດໝາຍຂອງອ້າຍເອື້ອຍນ້ອງຄືກັບເລື່ອງທຳມະດາ, ເລື່ອງເລັກນ້ອຍ ຫຼື ເຖິງຂັ້ນເມີນເສີຍຕໍ່ມັນທັງໝົດ ແລະ ໃນທີ່ສຸດກໍເຮັດໃຫ້ການດຳເນີນການດ້ານສະຖານະພາບທາງກົດໝາຍຂອງພວກເຂົາຊັກຊ້າ, ເລື່ອງທີ່ສຳຄັນນີ້. ເຈົ້າສາມາດຮັບຜິດຊອບໄດ້ບໍ? ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ບໍ່ແມ່ນຂາດມະໂນທຳ ແລະ ເຫດຜົນຢ່າງສິ້ນເຊີງບໍ? ພວກເຂົາຊ່າງເຫັນແກ່ຕົວ ແລະ ຕໍ່າຊ້າແທ້ໆ! ພວກເຂົາສົນໃຈແຕ່ພວກເຂົາເອງ ແລະ ບໍ່ສົນໃຈຄົນອື່ນ, ສິ່ງນີ້ຊີ້ໃຫ້ເຫັນເຖິງບັນຫາຫຍັງ? ພວກເຂົາບໍ່ແມ່ນຜູ້ນໍາປອມບໍ? (ແມ່ນ.) ສະນັ້ນ ແກ່ນແທ້ຂອງບັນຫາຂອງພວກເຂົາຈຶ່ງຖືກເປີດໂປງຢ່າງສົມບູນ. ພວກເຂົາພຽງແຕ່ບໍ່ຕ້ອງການຈັດການກັບການດຳເນີນການດ້ານສະຖານະພາບທາງກົດໝາຍຂອງອ້າຍເອື້ອຍນ້ອງ; ພວກເຂົາເຫັນວ່າມັນເປັນເລື່ອງຫຍຸ້ງຍາກ. ໃນໃຈຂອງພວກເຂົາ, ພວກເຂົາຄິດວ່າ: “ການດຳເນີນການດ້ານສະຖານະພາບທາງກົດໝາຍຂອງອ້າຍເອື້ອຍນ້ອງກ່ຽວຫຍັງກັບຂ້ອຍ?” ນີ້ຄືທັດສະນະຄະຕິທີ່ພວກເຂົາໃຊ້ປະຕິບັດຕໍ່ເລື່ອງການດຳເນີນການດ້ານສະຖານະພາບທາງກົດໝາຍຂອງອ້າຍເອື້ອຍນ້ອງ, ຈົນໃນທີ່ສຸດກໍເຮັດໃຫ້ເລື່ອງທີ່ສຳຄັນນີ້ຊັກຊ້າ, ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງອ້າຍເອື້ອຍນ້ອງ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ. ເຈົ້າຈະເວົ້າວ່າຜູ້ນໍາປອມແບບນີ້ສົມຄວນໄດ້ຮັບການລົງໂທດບໍ? (ສົມຄວນ.) ພວກເຂົາຄວນຕ້ອງຮັບຜິດຊອບເພາະວ່າມັນເປັນການເຈດຕະນາ; ມັນບໍ່ແມ່ນການຊັກຊ້າໂດຍບໍ່ໄດ້ເຈດຕະນາທີ່ເກີດຈາກປັດໄຈພາວະວິໄສຢ່າງແນ່ນອນ. ຖ້າມີໄພພິບັດທຳມະຊາດເຊັ່ນ: ແຜ່ນດິນໄຫວ, ນໍ້າຖ້ວມ ຫຼື ເຫດການທາງການເມືອງໃຫຍ່ບາງຢ່າງທີ່ເຮັດໃຫ້ການຄົມມະນາຄົມ ແລະ ການສື່ສານຖືກຕັດຂາດ, ຈົນເຮັດໃຫ້ບໍ່ສາມາດຈັດການເລື່ອງເຫຼົ່ານີ້ໄດ້, ນັ້ນກໍພໍເຂົ້າໃຈໄດ້. ແຕ່ຖ້າບໍ່ມີເຫດການເຫຼົ່ານີ້ເກີດຂຶ້ນ, ແລ້ວພວກເຂົາຍັງລືມ ຫຼື ລະເລີຍການດຳເນີນການດ້ານສະຖານະພາບທາງກົດໝາຍຂອງອ້າຍເອື້ອຍນ້ອງ, ຈົນເຮັດໃຫ້ເລື່ອງທີ່ສຳຄັນແບບນີ້ ເຊິ່ງກໍຄືສະຖານະພາບທາງກົດໝາຍຂອງບຸກຄົນເຫຼົ່ານີ້ຕ້ອງຊັກຊ້າລົງ, ແລ້ວຜູ້ນໍາ ຫຼື ຜູ້ເຮັດວຽກແບບນີ້ກໍຖືວ່າບົກຜ່ອງຕໍ່ໜ້າທີ່ຮັບຜິດຊອບຂອງພວກເຂົາ. ພວກເຂົາຈະຖືກບັນທຶກຄວາມຜິດ ແລະ ຕ້ອງຮັບຜິດຊອບ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ໃນເມື່ອເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າມີຄວາມຮັບຜິດຊອບທີ່ຈະຕ້ອງເຮັດວຽກງານທີ່ເຈົ້າຄວນເຮັດ. ສຳລັບທຸກສິ່ງທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ, ເຈົ້າຕ້ອງຈັດການ ແລະ ເຮັດໃຫ້ມັນສຳເລັດຢ່າງເໝາະສົມຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ. ແຕ່ຖ້າເຈົ້າເຈດຕະນາຫຼີກເວັ້ນການເຮັດ ຫຼື ເຮັດໃຫ້ມັນຊັກຊ້າລົງ, ນີ້ກໍເປັນການລະເລີຍຄວາມຮັບຜິດຊອບຂອງເຈົ້າ ແລະ ການລະເລີຍຄວາມຮັບຜິດຊອບນີ້ກໍເປັນການກະທໍາຜິດ. ຖ້າເຈົ້າເຈດຕະນາເຮັດໃຫ້ເລື່ອງໃດເລື່ອງໜຶ່ງຊັກຊ້າ ແລະ ບໍ່ຈັດການມັນ, ຄວາມບົກຜ່ອງຂອງເຈົ້າກໍຈະກາຍເປັນການກະທໍາຜິດໃນທີ່ສຸດ ແລະ ເຈົ້າກໍຈະຖືກພຣະເຈົ້າບັນທຶກຄວາມຜິດໄວ້. ເຈົ້າຈະຕ້ອງຮັບຜິດຊອບຕໍ່ເລື່ອງນີ້.
ໃນບັນດາປະເທດຢູ່ຕ່າງປະເທດ, ຖ້າມີບັນຫາບາງຢ່າງກ່ຽວກັບສະຖານະພາບທາງກົດໝາຍຂອງປະຊາກອນທີ່ພຣະເຈົ້າເລືອກ ຫຼື ຖ້າເພື່ອນບ້ານຂອງພວກເຂົາ ຫຼື ຄົນແປກໜ້າຍື່ນຄຳຮ້ອງທຸກກ່ຽວກັບພວກເຂົາ ຫຼື ລາຍງານພວກເຂົາ, ພວກເຂົາອາດຈະປະເຊີນກັບອັນຕະລາຍຂອງການຖືກເນລະເທດ. ມັນກໍອາດຈະເກີດຂຶ້ນໄດ້ເຊັ່ນກັນທີ່ປະຊາກອນທີ່ພຣະເຈົ້າເລືອກບາງຄົນໃນບັນດາປະເທດຢູ່ຕ່າງປະເທດຖືກກັກຂັງ ແລະ ລົງໂທດ ຫຼື ຖືກຈັບກຸມ ແລະ ຕິດຄຸກໂດຍລັດຖະບານຂອງບາງປະເທດດ້ວຍຂໍ້ກ່າວຫາທີ່ປັ້ນແຕ່ງຂຶ້ນ. ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກຮູ້ກ່ຽວກັບມັນ, ພວກເຂົາບໍ່ຄວນເຮັດຕົວຄືເຕົ່າທີ່ຫົດຫົວຢູ່ໃນກະດອງ; ພວກເຂົາຄວນຈັດການເລື່ອງນີ້ໃນທັນທີທັນໃດ ໂດຍມີເປົ້າໝາຍສູງສຸດຄືການຮັບປະກັນຄວາມປອດໄພຂອງອ້າຍເອື້ອຍນ້ອງ, ບໍ່ຍອມໃຫ້ພວກເຂົາຕົກຢູ່ໃນກຳມືຂອງຄົນຊົ່ວຮ້າຍ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກໃສ່ໃຈພຽງແຕ່ການຈັດແຈງວຽກງານຂອງຄຣິສຕະຈັກ, ແຕ່ບໍ່ໃສ່ໃຈເລື່ອງການດໍາເນີນການດ້ານສະຖານະພາບທາງກົດໝາຍຂອງອ້າຍເອື້ອຍນ້ອງ, ຈົນສົ່ງຜົນໃຫ້ອ້າຍເອື້ອຍນ້ອງຖືກຈັບກຸມ ຫຼື ຖືກເນລະເທດຍ້ອນຂາດສະຖານະພາບທາງກົດໝາຍ, ຜົນສະທ້ອນເຫຼົ່ານີ້ແມ່ນຫຍັງ? ຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວບໍ່ໄດ້ທໍາລາຍໂອກາດຂອງອ້າຍເອື້ອຍນ້ອງໃນການປະຕິບັດໜ້າທີ່ຂອງພວກເຂົາບໍ? ສິ່ງນີ້ບໍ່ໄດ້ສົ່ງຜົນກະທົບໂດຍກົງຕໍ່ວຽກງານຂອງຄຣິສຕະຈັກບໍ? ສະນັ້ນ, ລັກສະນະຂອງບັນຫານີ້ຈຶ່ງຂ້ອນຂ້າງຮ້າຍແຮງ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ເຄີຍຈັດການເລື່ອງນີ້ມາກ່ອນ, ພວກເຂົາສາມາດຊອກຫາຄົນທີ່ມີຄວາມຊໍານານໃນການຈັດການວຽກງານພາຍນອກໃນທ່າມກາງອ້າຍເອື້ອຍນ້ອງ ເພື່ອປຶກສາທະນາຍຄວາມໃນການຈັດການເລື່ອງນີ້, ໂດຍພະຍາຍາມບັນລຸເປົ້າໝາຍໃນການປົກປ້ອງອ້າຍເອື້ອຍນ້ອງ ແລະ ປົກປ້ອງຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ. ນີ້ກໍເປັນວຽກງານທີ່ສຳຄັນຢ່າງໜຶ່ງທີ່ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງປະຕິບັດຢູ່ຕ່າງປະເທດ; ຜູ້ນຳ ແລະ ຜູ້ເຮັດວຽກໃນທ້ອງຖິ່ນຕ້ອງເປັນຝ່າຍລິເລີ່ມໃນການຈັດການເລື່ອງນີ້. ນອກເໜືອຈາກການປົກປ້ອງຄວາມປອດໄພຂອງອ້າຍເອື້ອຍນ້ອງໃນທ້ອງຖິ່ນແລ້ວ, ພວກເຂົາຍິ່ງຕ້ອງປົກປ້ອງຄວາມປອດໄພຂອງອ້າຍເອື້ອຍນ້ອງຊາວຕ່າງຊາດຫຼາຍກວ່ານັ້ນ; ມີພຽງແຕ່ວິທີນີ້ເທົ່ານັ້ນຈຶ່ງຈະມີການຮັບປະກັນສໍາລັບວຽກງານຂອງຄຣິສຕະຈັກ. ນີ້ຄືຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກໃນແຕ່ລະປະເທດຄວນປະຕິບັດໃຫ້ສໍາເລັດຕໍ່ອ້າຍເອື້ອຍນ້ອງໃນທ້ອງຖິ່ນ ແລະ ບຸກຄະລາກອນຊາວຕ່າງຊາດທີ່ເຮັດວຽກງານສໍາຄັນ; ພວກເຂົາບໍ່ຄວນຢືນເບິ່ງຢູ່ຊື່ໆ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ: “ພວກເຂົາເປັນອ້າຍເອື້ອຍນ້ອງຊາວຕ່າງຊາດ ແລະ ພວກເຮົາບໍ່ຄຸ້ນເຄີຍກັບພວກເຂົາ; ບໍ່ມີຄວາມສຳພັນສ່ວນຕົວລະຫວ່າງພວກເຮົາ. ພວກເຂົາຖືກສົ່ງມາໂດຍເຮືອນຂອງພຣະເຈົ້າເພື່ອເທດສອນຂ່າວປະເສີດຢູ່ບ່ອນນີ້, ມັນກ່ຽວຫຍັງກັບພວກເຮົາ? ເຫດຮ້າຍນີ້ເປັນສິ່ງທີ່ພວກເຂົານໍາມາໃສ່ຕົວຂອງພວກເຂົາເອງ; ພວກເຂົາບໍ່ໄດ້ສອບຖາມສະຖານະການໃຫ້ຈະແຈ້ງກ່ອນທີ່ຈະມາ ແລະ ບໍ່ໄດ້ຈັດການເລື່ອງເຫຼົ່ານີ້ໃຫ້ດີ. ພວກເຮົາບໍ່ມີທາງທີ່ຈະແຊກແຊງເຫດຮ້າຍນີ້ໄດ້; ໃຜຈະຮູ້ວ່າລັດຖະບານຈະຈັດການກັບພວກເຂົາແນວໃດ”. ພວກເຂົາພຽງແຕ່ໃຊ້ຂໍ້ແກ້ຕົວຕ່າງໆເພື່ອຫຼົບຫຼີກ ແລະ ຫຼີກລ່ຽງເລື່ອງເຫຼົ່ານີ້ ແລະ ບໍ່ພະຍາຍາມຊອກຫາວິທີທີ່ຈະອອກໜ້າເພື່ອແກ້ໄຂບັນຫາ. ການກະທໍາແບບນີ້ຖືກຕ້ອງບໍ? (ບໍ່.) ເປັນຫຍັງຈຶ່ງບໍ່ຖືກຕ້ອງ? (ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ອອກໜ້າເພື່ອແກ້ໄຂບັນຫາເຫຼົ່ານີ້ ແລະ ໃນຂະນະດຽວກັນ ອ້າຍເອື້ອຍນ້ອງກໍບໍ່ມີຊ່ອງທາງໃນການແກ້ໄຂບັນຫາ, ແລ້ວບັນຫາກໍຈະເກີດຂຶ້ນຢ່າງແນ່ນອນ. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃນການປົກປ້ອງອ້າຍເອື້ອຍນ້ອງ, ນີ້ຄືການລະເລີຍຕໍ່ຄວາມຮັບຜິດຊອບຂອງພວກເຂົາ.) ໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກຄືການປະຕິບັດຄວາມຮັບຜິດຊອບທຸກຢ່າງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດໃນເຮືອນຂອງພຣະເຈົ້າ. ຂອບເຂດຂອງເຮືອນຂອງພຣະເຈົ້າບໍ່ໄດ້ຈໍາກັດຢູ່ພຽງແຕ່ໃນທ້ອງຖິ່ນ, ພາກພື້ນທ້ອງຖິ່ນ ຫຼື ປະເທດໃດໜຶ່ງ; ເຮືອນຂອງພຣະເຈົ້າບໍ່ມີເຂດແດນຂອງຊາດ, ບໍ່ມີຂໍ້ຈໍາກັດດ້ານພາກພື້ນ. ມີຂໍ້ຈໍາກັດດ້ານເຊື້ອຊາດໃນການທີ່ພຣະເຈົ້າເລືອກຜູ້ຄົນ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນບໍ? (ບໍ່ມີ.) ມີຂໍ້ຈໍາກັດດ້ານສັນຊາດ ຫຼື ພາກພື້ນບໍ? (ກໍບໍ່ມີເຊັ່ນກັນ.) ບໍ່ມີເລີຍ. ນີ້ຄືຫຼັກການທີ່ພຣະເຈົ້າເຮັດວຽກງານຂອງພຣະອົງ; ສະນັ້ນ, ຫຼັກການນີ້ຈຶ່ງເປັນຄວາມຈິງ! ບໍ່ວ່າອ້າຍເອື້ອຍນ້ອງຈະມາຈາກປະເທດໃດ, ພວກເຂົາທຸກຄົນກໍເຊື່ອໃນພຣະເຈົ້າອົງດຽວ, ຕິດຕາມພຣະເຈົ້າອົງດຽວ ແລະ ຍັງກິນ ແລະ ດື່ມຄວາມຈິງທີ່ພຣະເຈົ້າອົງດຽວໂອ້ລົມ ແລະ ສະໜອງໃຫ້ອີກດ້ວຍ. ພວກເຂົາປະສົບກັບວຽກງານທີ່ພຣະເຈົ້າອົງດຽວເຮັດ ແລະ ນະມັດສະການພຣະເຈົ້າອົງດຽວ. ບໍ່ວ່າຈະມີສີຜິວ ຫຼື ເຊື້ອຊາດໃດກໍຕາມ, ໃນເຮືອນຂອງພຣະເຈົ້າ ແລະ ຕໍ່ໜ້າພຣະເຈົ້າ, ພວກເຂົາກໍເປັນໜຶ່ງດຽວ, ພວກເຂົາເປັນຄອບຄົວດຽວກັນ. ເນື່ອງຈາກພວກເຂົາເປັນຄອບຄົວດຽວກັນ, ຈຶ່ງບໍ່ຄວນມີການແບ່ງແຍກໃນທ່າມກາງພວກເຂົາ; ບໍ່ຄວນມີຂໍ້ຈໍາກັດດ້ານເຊື້ອຊາດ ຫຼື ພາກພື້ນ; ບໍ່ຄວນມີການຈຳແນກວ່າ: “ເຈົ້າເປັນຄົນອາຊີ, ຂ້ອຍເປັນຄົນເອີຣົບ” ຫຼື “ເຈົ້າເປັນຄົນຜິວຂາວ, ຂ້ອຍເປັນຄົນຜິວສີ”, ບໍ່ຄວນມີການແບ່ງແຍກເຫຼົ່ານີ້. ຖ້າເຈົ້າຍັງແບ່ງແຍກສິ່ງເຫຼົ່ານີ້ໃນເຮືອນຂອງພຣະເຈົ້າ, ແລ້ວມັນກໍຈະແຈ້ງວ່າເຈົ້າບໍ່ໄດ້ຖືວ່າເຮືອນຂອງພຣະເຈົ້າເປັນເຮືອນຂອງພຣະເຈົ້າ ແລະ ບໍ່ໄດ້ຖືວ່າຕົນເອງເປັນສະມາຊິກຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ເມື່ອອ້າຍເອື້ອຍນ້ອງຊາວຕ່າງຊາດປະເຊີນກັບບັນຫາເຊັ່ນ: ການຖືກເນລະເທດ ຫຼື ການຖືກຈັບກຸມທີ່ຜິດກົດໝາຍ, ບໍ່ວ່າພວກເຂົາຈະມາຈາກໃສ, ມີສັນຊາດໃດ ຫຼື ມີສີຜິວໃດ, ພວກເຂົາກໍເປັນອ້າຍເອື້ອຍນ້ອງ. ເນື່ອງຈາກພວກເຂົາເປັນອ້າຍເອື້ອຍນ້ອງ, ເມື່ອພວກເຂົາປະເຊີນກັບບັນຫາ, ຜູ້ນໍາ ແລະ ຜູ້ເຮັດວຽກໃນທ້ອງຖິ່ນກໍຄວນອອກໜ້າເພື່ອຈັດການເລື່ອງນີ້ດ້ວຍຄວາມສຳນຶກໃນພັນທະໜ້າທີ່ ແລະ ບໍ່ຄວນມີການແບ່ງເຂົາແບ່ງເຮົາໃນທ່າມກາງຜູ້ຄົນ. ສິ່ງນີ້ສອດຄ່ອງກັບຫຼັກການ, ສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສົມບູນ ແລະ ເປັນຄວາມຈິງທີ່ຜູ້ຄົນຄວນປະຕິບັດ.
ໃນປັດຈຸບັນ, ປະຊາກອນທີ່ພຣະເຈົ້າເລືອກຈຳນວນຫຼາຍຈາກປະເທດຈີນກຳລັງເດີນທາງໄປບັນດາປະເທດຕ່າງໆຢູ່ຕ່າງປະເທດເພື່ອເທດສອນຂ່າວປະເສີດ ແລະ ເປັນພະຍານໃຫ້ພຣະເຈົ້າ. ຫຼັງຈາກທີ່ພວກເຂົາເດີນທາງໄປຮອດປະເທດເຫຼົ່ານີ້, ສິ່ງທໍາອິດທີ່ພວກເຂົາຕ້ອງເຮັດກໍຄືດໍາເນີນການດ້ານສະຖານະພາບທາງກົດໝາຍຂອງພວກເຂົາ ກ່ອນທີ່ພວກເຂົາຈະສາມາດເຮັດວຽກດ້ວຍຄວາມສະຫງົບໃນໃຈ. ການດໍາເນີນການດ້ານສະຖານະພາບທາງກົດໝາຍບໍ່ແມ່ນເລື່ອງງ່າຍ; ມັນຮຽກຮ້ອງໃຫ້ມີການຮ່ວມມືຈາກຜູ້ຄົນຈາກຄຣິສຕະຈັກທ້ອງຖິ່ນ. ຜູ້ທີ່ຮັບຜິດຊອບຄຣິສຕະຈັກໃນບັນດາປະເທດຕ່າງໆຄວນຊອກຫາອ້າຍເອື້ອຍນ້ອງບາງຄົນທີ່ເຂົ້າໃຈນະໂຍບາຍຂອງປະເທດຂອງພວກເຂົາ ແລະ ຮູ້ຈັກກົດໝາຍຂອງປະເທດ ເພື່ອຊ່ວຍເຫຼືອປະຊາກອນທີ່ພຣະເຈົ້າເລືອກຈາກປະເທດຈີນແກ້ໄຂບັນຫາການດໍາເນີນການດ້ານສະຖານະພາບທາງກົດໝາຍ. ການແກ້ໄຂບັນຫານີ້ມີຄວາມສຳຄັນຢ່າງຍິ່ງ. ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກໃນບັນດາປະເທດຕ່າງໆຄວນພະຍາຍາມທຸກວິທີທາງເພື່ອເຮັດວຽກງານນີ້, ເພາະວ່າມີພຽງແຕ່ການແກ້ໄຂບັນຫາດ້ານສະຖານະພາບທາງກົດໝາຍຂອງຜູ້ຄົນຢ່າງຄົບຖ້ວນເທົ່ານັ້ນ ວຽກງານຂອງຄຣິສຕະຈັກຈຶ່ງຈະສາມາດດໍາເນີນໄປໄດ້ຢ່າງເປັນປົກກະຕິ; ຖ້າບໍ່ດັ່ງນັ້ນ, ວຽກງານຂອງຄຣິສຕະຈັກກໍຈະໄດ້ຮັບຜົນກະທົບ. ຜູ້ທີ່ຮັບຜິດຊອບຄຣິສຕະຈັກໃນບັນດາປະເທດຕ່າງໆຄວນກະກຽມຜູ້ຄົນທີ່ສາມາດຈັດການເລື່ອງດັ່ງກ່າວໄວ້ໃຫ້ພ້ອມ. ການເຮັດແບບນີ້ເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ ແລະ ຍັງເປັນການສະແດງອອກເຖິງການຄໍານຶງເຖິງເຈດຕະນາຂອງພຣະເຈົ້າ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນອາດຈະເວົ້າວ່າ: “ພວກເຮົາບໍ່ເຄີຍຈັດການເລື່ອງແບບນີ້ມາກ່ອນ ແລະ ພວກເຮົາກໍບໍ່ຮູ້ວ່າຈະເຮັດແນວໃດຄືກັນ”. ໃນສະຖານະການນີ້, ພວກເຂົາຄວນຊອກຫາຜູ້ຄົນທີ່ເຂົ້າໃຈເລື່ອງປະເພດນີ້. ໃນທ່າມກາງປະຊາກອນທີ່ພຣະເຈົ້າເລືອກ ໃນແຕ່ລະປະເທດ, ມີຜູ້ທີ່ມີການສຶກສາ ແລະ ຄວາມຮູ້ ແລະ ຍັງມີຜູ້ທີ່ເຂົ້າໃຈກົດໝາຍ ແລະ ນະໂຍບາຍຂອງຊາດອີກດ້ວຍ. ສໍາລັບພວກເຂົາແລ້ວ, ການຈັດການເລື່ອງເຫຼົ່ານີ້ຕ້ອງການພຽງແຕ່ການປຶກສາຫາລືເລັກນ້ອຍເພື່ອຊອກຫາເສັ້ນທາງ, ບໍ່ແມ່ນແນວນັ້ນບໍ? ໃນການຈັດການເລື່ອງປະເພດນີ້, ເຈົ້າບໍ່ຄວນເປັນຝ່າຍຕັ້ງຮັບ ແລະ ບໍ່ຫ້າວຫັນ; ຖ້າເຈົ້າບໍ່ເຂົ້າໃຈບາງສິ່ງບາງຢ່າງ, ເຈົ້າກໍຄວນຊອກຫາທະນາຍຄວາມເພື່ອປຶກສາ. ຕາບໃດທີ່ຊອກຫາທະນາຍຄວາມປະເພດທີ່ກ່ຽວຂ້ອງໄດ້, ກໍຈະມີທາງອອກຕາມມາເອງ. ພວກເຮົາອາດຈະບໍ່ເຂົ້າໃຈເລື່ອງນີ້, ແຕ່ທະນາຍຄວາມຈະເຂົ້າໃຈ. ການມີຫົວໃຈທີ່ສະແຫວງຫາເປັນທັດສະນະຄະຕິທີ່ຖືກຕ້ອງ; ການມີຫົວໃຈທີ່ສະແຫວງຫາເປັນການສະແດງອອກເຖິງການມີຄວາມຮູ້ສຶກຮັບຜິດຊອບ. ຖ້າມີຄວາມຫຍຸ້ງຍາກໃດໜຶ່ງເກີດຂຶ້ນ, ພວກເຈົ້າຄວນອະທິຖານ, ສະແຫວງຫາ ແລະ ໂອ້ລົມຮ່ວມກັນດ້ວຍໃຈດຽວກັນ ແລະ ຫຼັງຈາກທີ່ຊອກຫາຫຼັກການ ແລະ ເສັ້ນທາງເພື່ອແກ້ໄຂບັນຫາໄດ້ແລ້ວ, ເຈົ້າຄວນແກ້ໄຂມັນຢ່າງສົມບູນ. ມີພຽງແຕ່ຕອນນັ້ນເທົ່ານັ້ນ ວຽກງານຂອງຄຣິສຕະຈັກຈຶ່ງຈະສາມາດດຳເນີນໄປໄດ້ຢ່າງລາບລື່ນ. ຖ້າເມື່ອຄົ້ນພົບບັນຫາ, ຜູ້ນໍາ ແລະ ຜູ້ເຮັດວຽກສາມາດຊອກຮູ້ກ່ຽວກັບມັນ, ຕິດຕາມມັນ ແລະ ແກ້ໄຂມັນໄດ້ທັນທີ, ພວກເຂົາບໍ່ແມ່ນຜູ້ນໍາ ແລະ ຜູ້ເຮັດວຽກທີ່ມີຄວາມຮັບຜິດຊອບບໍ? (ແມ່ນແລ້ວ.) ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ບໍ່ພຽງແຕ່ມີຄວາມຮູ້ສຶກຮັບຜິດຊອບເທົ່ານັ້ນ ແຕ່ຍັງສາມາດແກ້ໄຂບັນຫາໄດ້ທັນທີອີກດ້ວຍ, ເຊິ່ງໝາຍຄວາມວ່າພວກເຂົາມີຄວາມຫວັງທີ່ຈະກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານ. ບໍ່ວ່າຄວາມເຂົ້າໃຈຄວາມຈິງຂອງພວກເຂົາຈະເລິກເຊິ່ງສໍ່າໃດກໍຕາມ, ຖ້າພວກເຂົາມຸ່ງເນັ້ນໃສ່ການແກ້ໄຂບັນຫາ, ແລ້ວພວກເຂົາກໍສາມາດເຮັດວຽກງານຕົວຈິງໄດ້. ຢ່າງໜ້ອຍທີ່ສຸດ, ພວກເຂົາສາມາດບັນລຸການເຮັດຜິດພາດໜ້ອຍລົງ ຫຼື ບໍ່ເຮັດຜິດພາດເລີຍ ແລະ ເຖິງແມ່ນວ່າພວກເຂົາຈະເຮັດບາງສິ່ງບາງຢ່າງຜິດພາດ, ພວກເຂົາກໍສາມາດແກ້ໄຂມັນໄດ້ທັນທີເພື່ອກອບກູ້ຄວາມເສຍຫາຍບາງຢ່າງ, ຈົນໃນທີ່ສຸດກໍບັນລຸເປົ້າໝາຍໃນການປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຈົ້າຄິດວ່າການປະຕິບັດຄວາມຮັບຜິດຊອບນີ້ເປັນເລື່ອງທີ່ຍາກບໍ? (ບໍ່.) ຄວາມຈິງແລ້ວ, ມັນບໍ່ແມ່ນເລື່ອງທີ່ຍາກ; ມັນຂຶ້ນຢູ່ກັບວ່າຜູ້ຄົນມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ບໍ່ ແລະ ພວກເຂົາສາມາດປະຕິບັດຄວາມຮັບຜິດຊອບໃນວຽກງານຂອງພວກເຂົາໄດ້ ຫຼື ບໍ່. ເຈົ້າພຽງແຕ່ຕ້ອງໃສ່ໃຈຄິດ, ໃຊ້ເວລາໜ້ອຍໜຶ່ງ ແລະ ທຸ່ມເທເຫື່ອແຮງບາງສ່ວນ; ມັນບໍ່ໄດ້ຮຽກຮ້ອງໃຫ້ເຈົ້າໃຊ້ເງິນ ຫຼື ແບກຮັບຄວາມສ່ຽງໃດໆ. ເຈົ້າພຽງແຕ່ຕ້ອງອອກໜ້າເພື່ອຊ່ວຍແກ້ໄຂບັນຫາ ແລະ ຈັດການເລື່ອງຕ່າງໆໃຫ້ດີ ແລະ ດ້ວຍວິທີນີ້, ເຈົ້າກໍສາມາດກາຍເປັນຄົນທີ່ໄດ້ມາດຕະຖານໄດ້. ສະນັ້ນ, ນີ້ບໍ່ແມ່ນເລື່ອງທີ່ຍາກ ແລະ ສໍາລັບຜູ້ນໍາ ແລະ ຜູ້ເຮັດວຽກ, ມັນຄວນຈະເປັນເລື່ອງງ່າຍທີ່ຈະບັນລຸ. ແຕ່ມີບາງຄົນທີ່ບໍ່ສາມາດແມ່ນແຕ່ຈະເຮັດໃຫ້ສິ່ງທີ່ງ່າຍດາຍແບບນີ້ສໍາເລັດໄດ້ ແລະ ມັນກໍຈະແຈ້ງຫຼາຍວ່ານີ້ບໍ່ແມ່ນຍ້ອນຂີດຄວາມສາມາດ ຫຼື ສະມັດຖະພາບບໍ່ພຽງພໍ ຫຼື ຍ້ອນເງື່ອນໄຂ ຫຼື ສະພາບແວດລ້ອມບໍ່ເອື້ອອໍານວຍ, ແຕ່ເປັນຍ້ອນວ່າພວກເຂົາບໍ່ເຕັມໃຈທີ່ຈະເຮັດມັນ. ເມື່ອມີສະຖານະການພິເສດເກີດຂຶ້ນທີ່ກ່ຽວຂ້ອງກັບສະຖານະພາບທາງກົດໝາຍ ຫຼື ທີ່ຢູ່ອາໄສຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ ຫຼື ເລື່ອງທີ່ກ່ຽວຂ້ອງກັບການຈັດວາງຂອງພວກເຂົາ, ຜູ້ນຳ ແລະ ຜູ້ເຮັດວຽກມີຄວາມຮັບຜິດຊອບທີ່ຈະຮັບເອົາວຽກງານນີ້. ມັນບໍ່ສໍາຄັນວ່າເຈົ້າກໍາລັງຈັດວາງໃຫ້ໃຜ ຫຼື ມີສັນຊາດ ຫຼື ເຊື້ອຊາດໃດ; ທັງໝົດທີ່ເຈົ້າຕ້ອງເຮັດກໍຄືຍອມຮັບສິ່ງນີ້ຈາກພຣະເຈົ້າ. ວຽກງານນີ້ຖືກມອບໝາຍໃຫ້ເຈົ້າໂດຍພຣະເຈົ້າ; ມັນເປັນຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າ, ພ້ອມທັງເປັນພາລະກິດຂອງເຈົ້າ. ວຽກງານນີ້ທີ່ເຈົ້າຍອມຮັບແມ່ນມາຈາກພຣະເຈົ້າ, ບໍ່ແມ່ນມາຈາກບຸກຄົນໃດ, ສະນັ້ນ ເຈົ້າບໍ່ຕ້ອງສົນໃຈວ່າຄົນເຫຼົ່ານີ້ທີ່ເຈົ້າກໍາລັງຈັດວາງໃຫ້ແມ່ນໃຜ. ບາງຄົນອາດຈະເວົ້າວ່າ: “ການປົກປ້ອງອ້າຍເອື້ອຍນ້ອງໃນທ້ອງຖິ່ນເປັນສິ່ງທີ່ຍອມຮັບໄດ້, ແຕ່ມັນບໍ່ແມ່ນເລື່ອງຂອງພວກເຮົາ ຖ້າອ້າຍເອື້ອຍນ້ອງຊາວຕ່າງຊາດມາບ່ອນນີ້”. ຄົນທີ່ເວົ້າແບບນີ້ມີຄວາມຮູ້ສຶກຮັບຜິດຊອບ ຫຼື ຄວາມເປັນມະນຸດບໍ? (ພວກເຂົາບໍ່ມີ.) ພວກເຂົາຖືວ່າອ້າຍເອື້ອຍນ້ອງໃນທ້ອງຖິ່ນເປັນອ້າຍເອື້ອຍນ້ອງ, ແຕ່ບໍ່ໄດ້ຖືວ່າອ້າຍເອື້ອຍນ້ອງຊາວຕ່າງຊາດເປັນອ້າຍເອື້ອຍນ້ອງ, ແບບນີ້ສົມເຫດສົມຜົນບໍ? (ມັນບໍ່ສົມເຫດສົມຜົນເລີຍ.) ສິ່ງນີ້ສອດຄ່ອງກັບຄວາມຈິງບໍ? (ບໍ່ສອດຄ່ອງ.) ເປັນຫຍັງມັນຈຶ່ງບໍ່ສອດຄ່ອງກັບຄວາມຈິງ? (ຜູ້ນໍາປອມບໍ່ໄດ້ຄໍານຶງເຖິງເຈດຕະນາຂອງພຣະເຈົ້າ; ພວກເຂົາບໍ່ສົນໃຈອ້າຍເອື້ອຍນ້ອງຊາວຕ່າງຊາດ ແລະ ບໍ່ອອກໜ້າເພື່ອຈັດການບັນຫາເມື່ອມີບັນຫາເກີດຂຶ້ນ, ພວກເຂົາບໍ່ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ.) ຜູ້ນຳປອມປັດຄວາມຮັບຜິດຊອບດ້ວຍຂໍ້ແກ້ຕົວຕ່າງໆ ແລະ ບໍ່ເຮັດວຽກງານຕົວຈິງ. ພວກເຂົາອ້າງວ່າພວກເຂົາເຕັມໃຈທີ່ຈະສະລະຕົນເພື່ອພຣະເຈົ້າ ແລະ ເຕັມໃຈທີ່ຈະປະຕິບັດຄວາມຈິງ, ແຕ່ເມື່ອເຖິງເວລາທີ່ຕ້ອງຈັດການເລື່ອງທີ່ສໍາຄັນຂອງວຽກງານຂອງຄຣິສຕະຈັກຢ່າງແທ້ຈິງ, ພວກເຂົາກັບເຊື່ອງຕົວ. ນີ້ຄືການບໍ່ມີຄວາມຮັບຜິດຊອບ. ສໍາລັບທຸກບັນຫາທີ່ກ່ຽວຂ້ອງກັບການປົກປ້ອງຄວາມປອດໄພຂອງອ້າຍເອື້ອຍນ້ອງຢູ່ຕ່າງປະເທດ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຈັດການພວກມັນໂດຍທັນທີ, ໂດຍຖືວ່າມັນເປັນຄວາມຮັບຜິດຊອບ ແລະ ວຽກງານທີ່ຕ້ອງເຮັດໃຫ້ສໍາເລັດ. ພວກເຂົາບໍ່ຄວນຫາຂໍ້ແກ້ຕົວເພື່ອຫຼີກລ່ຽງມັນ ແລະ ບໍ່ຄວນປ່ອຍໃຫ້ການລະເລີຍວຽກງານນີ້ຂອງພວກເຂົາສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າ.
2. ການໃຫ້ຄວາມຮູ້ພື້ນຖານດ້ານກົດໝາຍແກ່ອ້າຍເອື້ອຍນ້ອງທຸກຄົນ
ພວກເຈົ້າສາມາດຄິດເຖິງວຽກງານດ້ານອື່ນໃດອີກແດ່ທີ່ກ່ຽວຂ້ອງກັບຄວາມປອດໄພຂອງອ້າຍເອື້ອຍນ້ອງຢູ່ຕ່າງປະເທດ? (ໃນບັນດາປະເທດຢູ່ຕ່າງປະເທດ, ຜູ້ນໍາ ແລະ ຜູ້ເຮັດວຽກຍັງຕ້ອງໃຫ້ຄວາມຮູ້ພື້ນຖານດ້ານກົດໝາຍບາງຢ່າງແກ່ອ້າຍເອື້ອຍນ້ອງທຸກຄົນອີກດ້ວຍ ເພື່ອໃຫ້ພວກເຂົາເລີ່ມມີຈິດສຳນຶກທາງດ້ານກົດໝາຍ ແລະ ຫຼີກລ່ຽງການມີສ່ວນຮ່ວມໃນກິດຈະກຳທີ່ລະເມີດກົດໝາຍ.) ຜູ້ນໍາ ແລະ ຜູ້ເຮັດວຽກຄວນໃຫ້ຄວາມຮູ້ພື້ນຖານດ້ານກົດໝາຍ ແລະ ຄວາມເຂົ້າໃຈກ່ຽວກັບລະບຽບການຕ່າງໆຂອງລັດຖະບານແກ່ອ້າຍເອື້ອຍນ້ອງທຸກຄົນ. ພວກເຂົາຄວນຮຽນຮູ້ເພີ່ມເຕີມກ່ຽວກັບຂົງເຂດເຫຼົ່ານີ້ຈາກອ້າຍເອື້ອຍນ້ອງໃນທ້ອງຖິ່ນໃນປະເທດທີ່ພວກເຂົາອາໄສຢູ່ເຊັ່ນ: ນະໂຍບາຍການເຂົ້າ-ອອກເມືອງ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບຊີວິດປະຈໍາວັນ ແລະ ຈາກນັ້ນກໍຈັດຕັ້ງໃຫ້ອ້າຍເອື້ອຍນ້ອງສຶກສາສິ່ງເຫຼົ່ານີ້ ເພື່ອໃຫ້ພວກເຂົາປະຕິບັດຕາມລະບຽບການຂອງລັດຖະບານແຫ່ງຊາດຢ່າງເຂັ້ມງວດ ແລະ ລະເວັ້ນຈາກການເຮັດສິ່ງໃດທີ່ລະເມີດກົດໝາຍ. ໂດຍສະເພາະຢ່າງຍິ່ງ, ປະຊາກອນທີ່ພຣະເຈົ້າເລືອກຈາກປະເທດຈີນ, ຜູ້ທີ່ຢູ່ພາຍໃຕ້ການປົກຄອງແບບຜະເດັດການມາເປັນເວລາຫຼາຍປີ, ຂາດຄວາມຮູ້ດ້ານກົດໝາຍ ແລະ ບໍ່ເຂົ້າໃຈຄວາມສໍາຄັນຂອງກົດໝາຍ. ດ້ວຍເຫດນີ້, ພວກເຂົາຈຶ່ງກະທໍາການແບບຊະຊາຍ ແລະ ບໍ່ລະມັດລະວັງ, ຄືກັບຄົນປ່າເຖື່ອນ. ເມື່ອພວກເຂົາມາອາໄສຢູ່ຕ່າງປະເທດ, ພວກເຂົາເບິ່ງຄືວ່າບໍ່ຮູ້ຫຍັງຫຼາຍ ແລະ ມັກຈະເຮັດສິ່ງທີ່ສະແດງເຖິງການຂາດຄວາມເຂົ້າໃຈໃນກົດລະບຽບ. ຕົວຢ່າງ: ໃນບາງປະເທດປະຊາທິປະໄຕຕາເວັນຕົກ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຖືກຈັດການເປັນຢ່າງດີ, ໂດຍມີລະບຽບການຫ້າມສົ່ງສຽງດັງຕັ້ງແຕ່ເວລາ 10 ໂມງກາງຄືນ ເຖິງ 8 ໂມງເຊົ້າ, ບໍ່ອະນຸຍາດໃຫ້ມີສຽງດັງເຊັ່ນ: ສຽງໝາເຫົ່າ ຫຼື ສຽງດັງກ້ອງຂອງເຄື່ອງຈັກກໍ່ສ້າງ. ຖ້າໃຜລະເມີດລະບຽບການເຫຼົ່ານີ້ ແລະ ຖືກລາຍງານ, ຕໍາຫຼວດກໍຈະຈັດການກັບມັນ. ໃນຈີນແຜ່ນດິນໃຫຍ່, ບໍ່ມີໃຜຈັດການເລື່ອງເຫຼົ່ານີ້; ບ່ອນໃດກໍຕາມທີ່ມີຄົນອາໄສຢູ່ ມັນກໍຈະມີສຽງດັງອຶກກະທຶກແບບບໍ່ເກງໃຈໃຜ, ທັງສຽງດົນຕີທີ່ດັງສະໜັ່ນ, ການຟ້ອນລຳ, ການດື່ມເຫຼົ້າ ແລະ ການສັງສັນ ໂດຍທີ່ບໍ່ມີໃຜມາຫ້າມປາມ. ຖ້າໃຜພະຍາຍາມເຮັດບາງສິ່ງບາງຢ່າງ, ພວກເຂົາອາດຈະປະເຊີນກັບການແກ້ແຄ້ນ, ສະນັ້ນ, ຄົນຈີນຈຶ່ງບໍ່ມີທາງເລືອກນອກຈາກອົດທົນກັບມັນ. ສ່ວນປະເທດຕາເວັນຕົກແມ່ນແຕກຕ່າງ; ທຸກຄົນຖືກປົກປ້ອງດ້ວຍກົດໝາຍ. ຖ້າໝາຂອງເຈົ້າເຫົ່າເລື້ອຍໆໃນຕອນເດິກ, ລົບກວນການພັກຜ່ອນຂອງເພື່ອນບ້ານຂອງເຈົ້າ, ພວກເຂົາກໍຈະຍື່ນຄໍາຮ້ອງທຸກຕໍ່ເຈົ້າ. ສິ່ງທີ່ເຈົ້າກໍາລັງເຮັດນັ້ນສົ່ງຜົນກະທົບຕໍ່ຊີວິດປົກກະຕິຂອງຄົນອື່ນ, ເຈົ້າໄດ້ລະເມີດລະບຽບການທາງກົດໝາຍ, ມັນເປັນເລື່ອງທີ່ສົມເຫດສົມຜົນທີ່ພວກເຂົາຈະໃຊ້ກົດໝາຍເປັນອາວຸດເພື່ອຍື່ນຄຳຮ້ອງທຸກຕໍ່ເຈົ້າ. ຍັງມີຄົນທີ່ສືບຕໍ່ເຮັດວຽກງານກໍ່ສ້າງຈົນຮອດ 11 ຫຼື 12 ໂມງກາງຄືນ, ເຊິ່ງສົ່ງຜົນກະທົບຕໍ່ການພັກຜ່ອນຂອງເພື່ອນບ້ານ ແລະ ສົ່ງຜົນໃຫ້ມີການຮ້ອງທຸກ. ຈາກນັ້ນຕໍາຫຼວດກໍຈະມາອອກໃບສັ່ງປັບໃໝ ແລະ ເຕືອນພວກເຂົາບໍ່ໃຫ້ສົ່ງສຽງດັງໃນຊ່ວງເວລາທີ່ກໍານົດ. ບາງຄົນເຖິງກັບຂາດຈິດສຳນຶກໃນການຮັກສາຄວາມສະອາດຂອງສິ່ງແວດລ້ອມ, ຖິ້ມຂີ້ເຫຍື້ອຊະຊາຍ ແລະ ປ່ອຍໃຫ້ຂີ້ເຫຍື້ອເກື່ອນທົ່ວຖະໜົນ. ບັນດາປະເທດປະຊາທິປະໄຕຕາເວັນຕົກມີຄວາມເປັນລະບຽບຮຽບຮ້ອຍເປັນພິເສດ. ຜູ້ຢູ່ອາໄສມີເວລາກໍານົດໃນການຖິ້ມຂີ້ເຫຍື້ອ ແລະ ລົດເກັບຂີ້ເຫຍື້ອກໍຈະມາເກັບຕາມມື້ທີ່ກໍານົດ. ຫຼັງຈາກການເກັບຂີ້ເຫຍື້ອ, ຖະໜົນກໍສະອາດຢູ່ສະເໝີ. ຜູ້ທີ່ບໍ່ເຂົ້າໃຈເລື່ອງນີ້ອາດຈະຖິ້ມຂີ້ເຫຍື້ອຊະຊາຍ, ເຊິ່ງຍັງຖືວ່າເປັນການລະເມີດລະບຽບການອີກດ້ວຍ. ສິ່ງນີ້ສົ່ງຜົນກະທົບຕໍ່ສຸຂະອະນາໄມສາທາລະນະ ແລະ ພາບລັກຂອງເມືອງ, ສະນັ້ນ, ອາດຈະມີການຍື່ນຄໍາຮ້ອງທຸກຕໍ່ພວກເຂົາ. ຍ້ອນການບໍ່ປະຕິບັດຕາມກົດລະບຽບ, ຄົນຈີນຈຶ່ງມັກຖືກຮ້ອງທຸກເມື່ອອາໄສຢູ່ຕ່າງປະເທດ. ຫຼັງຈາກທີ່ຖືກລາຍງານຫຼາຍຄັ້ງ, ພວກເຂົາກໍເລີ່ມມີອະຄະຕິຕໍ່ຄົນຕາເວັນຕົກ, ໂດຍເວົ້າວ່າ: “ຄົນຕາເວັນຕົກມັກຍື່ນຄໍາຮ້ອງທຸກແທ້ໆ; ພວກເຂົາຍື່ນຄໍາຮ້ອງທຸກກັບທຸກເລື່ອງເລັກໆນ້ອຍໆ”, ເຊິ່ງເຮົາກໍເວົ້າວ່າ: “ພວກເຂົາຍື່ນຄໍາຮ້ອງທຸກຕໍ່ເຈົ້າໃນຫຼາຍເລື່ອງ ແລະ ເຈົ້າບໍ່ໄດ້ໄຕ່ຕອງຕົນເອງ ແຕ່ກັບຕໍານິພວກເຂົາທີ່ຍື່ນຄໍາຮ້ອງທຸກ. ແລ້ວພວກເຂົາເຮັດຖືກຕ້ອງບໍທີ່ຍື່ນຄໍາຮ້ອງທຸກ? ສິ່ງທີ່ເຈົ້າເຮັດນັ້ນຖືກຕ້ອງ ຫຼື ບໍ່?” ພວກເຂົາເຮັດຖືກຕ້ອງທຸກຢ່າງທີ່ຍື່ນຄໍາຮ້ອງທຸກເຫຼົ່ານັ້ນ; ເຈົ້າໄດ້ເຮັດໃຫ້ຜົນປະໂຫຍດຂອງພວກເຂົາເສຍຫາຍ ແລະ ສົ່ງຜົນກະທົບຕໍ່ຊີວິດຂອງພວກເຂົາ, ສະນັ້ນ, ເປັນຫຍັງພວກເຂົາຈຶ່ງບໍ່ຄວນຍື່ນຄໍາຮ້ອງທຸກຕໍ່ເຈົ້າ? ສິ່ງນີ້ເຮັດເພື່ອປົກປ້ອງຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ສະແດງໃຫ້ເຫັນວ່າປະເທດນີ້ຖືກປົກຄອງດ້ວຍກົດໝາຍ; ທຸກຄົນຖືກປົກປ້ອງດ້ວຍກົດໝາຍ ແລະ ກົດໝາຍໃນປະເທດນີ້ບໍ່ແມ່ນມີໄວ້ເພື່ອປະດັບ, ທຸກຄົນສາມາດໃຊ້ກົດໝາຍເປັນອາວຸດເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງພວກເຂົາເອງ. ພວກເຂົາກໍາລັງຍື່ນຄໍາຮ້ອງທຸກຕໍ່ເຈົ້າ ເພາະວ່າເຈົ້າບໍ່ເຂົ້າໃຈກົດໝາຍ ແລະ ໄດ້ລະເມີດລະບຽບການທ້ອງຖິ່ນ. ກ່ອນອື່ນ ເຈົ້າຄວນຮຽນຮູ້ລະບຽບການທ້ອງຖິ່ນ ແລະ ປະຕິບັດຕາມກົດໝາຍ ແລະ ລະບຽບການຕ່າງໆ, ແລ້ວເຈົ້າຄິດວ່າພວກເຂົາຈະຍັງຍື່ນຄໍາຮ້ອງທຸກຕໍ່ເຈົ້າອີກບໍ? (ພວກເຂົາຈະບໍ່ຍື່ນຄໍາຮ້ອງທຸກອີກຕໍ່ໄປ.) ແລ້ວເປັນຫຍັງຄົນຈີນຈຶ່ງບໍ່ເຄີຍຍື່ນຄໍາຮ້ອງທຸກ, ບໍ່ວ່າເລື່ອງຈະຮ້າຍແຮງສໍ່າໃດ? (ພວກເຂົາຖືກກົດຂີ່ຂົ່ມເຫັງໂດຍລັດຖະບານມາເປັນເວລາດົນເກີນໄປ. ພວກເຂົາບໍ່ກ້າຍື່ນຄໍາຮ້ອງທຸກ. ຄົນຈີນຍັງຂາດຈິດສຳນຶກໃນການປົກປ້ອງສິດທິຂອງຕົນເອງອີກດ້ວຍ.) ປະເທດຈີນບໍ່ແມ່ນປະເທດທີ່ປົກຄອງດ້ວຍກົດໝາຍ. ມັນບໍ່ໄດ້ຖືກປົກຄອງຕາມກົດໝາຍ. ກົດໝາຍຂອງປະເທດຈີນເປັນພຽງສິ່ງທີ່ມີໄວ້ເພື່ອປະດັບ ແລະ ການຍື່ນຄໍາຮ້ອງທຸກຢູ່ປະເທດນັ້ນກໍໄຮ້ປະໂຫຍດ. ຖ້າເຈົ້າຍື່ນຄຳຮ້ອງທຸກ ແລະ ອີກຝ່າຍມີອຳນາດ ແລະ ອິດທິພົນ, ພວກເຂົາອາດຈະຫາທາງແກ້ແຄ້ນເຈົ້າ. ຖ້າເຈົ້າບໍ່ມີອິດທິພົນ, ເຈົ້າກໍຈະບໍ່ກ້າແມ່ນແຕ່ຍື່ນຄໍາຮ້ອງທຸກເລີຍ; ການຍື່ນຄໍາຮ້ອງທຸກອາດຈະນໍາເອົາບັນຫາມາໃຫ້ເຈົ້າໄດ້ຢ່າງງ່າຍດາຍ. ສະນັ້ນ, ເມື່ອຄົນຈີນປະເຊີນກັບການຂົ່ມເຫັງ, ໂດຍສະເພາະໃນກໍລະນີທີ່ມີຄົນຖືກຂ້າຕາຍ, ບໍ່ວ່າການຕາຍນັ້ນຈະບໍ່ຍຸຕິທໍາສໍ່າໃດກໍຕາມ, ເລື່ອງນີ້ກໍຈະຖືກແກ້ໄຂເປັນການສ່ວນຕົວ ຖ້າຜູ້ກະທໍາຜິດຈ່າຍເງິນໃຫ້ຈໍານວນໜຶ່ງ. ເປັນຫຍັງສະມາຊິກໃນຄອບຄົວຂອງຜູ້ເຄາະຮ້າຍຈຶ່ງບໍ່ຍື່ນຟ້ອງ? ພວກເຂົາຮູ້ວ່າພວກເຂົາຈະບໍ່ມີທາງຊະນະ; ມັນຈະເສຍເງິນຫຼາຍ, ແຕ່ພວກເຂົາກໍຍັງຈະບໍ່ໄດ້ຮັບຄວາມຍຸຕິທໍາ ແລະ ຜູ້ກະທໍາຜິດກໍຈະບໍ່ຖືກນໍາມາລົງໂທດຕາມກົດໝາຍ, ສະນັ້ນ, ພວກເຂົາຈຶ່ງເລືອກທີ່ຈະບໍ່ດໍາເນີນຄະດີຕາມກົດໝາຍ ແຕ່ເລືອກທີ່ຈະແກ້ໄຂເປັນການສ່ວນຕົວແທນ. ກົດໝາຍຂອງປະເທດຈີນເປັນພຽງສິ່ງທີ່ມີໄວ້ເພື່ອປະດັບ; ປະເທດຈີນບໍ່ແມ່ນປະເທດທີ່ປົກຄອງດ້ວຍກົດໝາຍ, ໂດຍບໍ່ມີບ່ອນໃຫ້ສະແຫວງຫາຄວາມຍຸຕິທໍາ. ການຍື່ນຟ້ອງແມ່ນໄຮ້ປະໂຫຍດ. ສະນັ້ນ, ບໍ່ວ່າຄົນຈີນຈະປະເຊີນກັບສະຖານະການທີ່ຜິດກົດໝາຍໃດກໍຕາມ, ພວກເຂົາກໍບໍ່ກ້າຍື່ນຄຳຮ້ອງທຸກ. ນີ້ກໍເພາະວ່າພັກກອມມູນິດບໍ່ເຮັດຫຍັງເລີຍນອກຈາກກະທຳຜິດ, ໄຮ້ເຫດຜົນ ແລະ ບໍ່ປົກຄອງຕາມກົດໝາຍ. ໃນປະເທດຈີນ, ຕາບໃດທີ່ຄົນໜຶ່ງເປັນຄົນທຳມະດາ, ບໍ່ວ່າບັນຫາທີ່ພວກເຂົາປະເຊີນຈະຮ້າຍແຮງສໍ່າໃດກໍຕາມ, ມັນກໍບໍ່ໄດ້ເປັນເລື່ອງທີ່ສຳຄັນໃນສາຍຕາຂອງພັກກອມມູນິດ, ບໍ່ມີໃຜຈະແກ້ໄຂມັນ. ສິ່ງຕ່າງໆເຊັ່ນ: ການລົບກວນການພັກຜ່ອນຂອງຄົນອື່ນ ຫຼື ແມ່ນແຕ່ກໍລະນີການລັກຂະໂມຍ, ການປຸ້ນຈີ້ ແລະ ການລັກເຂົ້າເຮືອນ ກໍບໍ່ໄດ້ຖືກພິຈາລະນາວ່າເປັນບັນຫາໂດຍພັກກອມມູນິດເລີຍ. ເຖິງຢ່າງໃດກໍຕາມ, ໃນບັນດາປະເທດຕາເວັນຕົກ, ມັນແຕກຕ່າງ. ພາກຕາເວັນຕົກມີລະບົບປະຊາທິປະໄຕ ແລະ ເປັນສັງຄົມທີ່ປົກຄອງດ້ວຍກົດໝາຍ; ຕາບໃດທີ່ການພັກຜ່ອນຂອງຄົນໃດຄົນໜຶ່ງຖືກລົບກວນ, ກໍຈະມີການຍື່ນຄໍາຮ້ອງທຸກ ແລະ ຕໍາຫຼວດກໍຈະມາກວດສອບເບິ່ງ ແລະ ຈັດການເລື່ອງນັ້ນ. ຄົນຕາເວັນຕົກມີຈິດສຳນຶກທາງດ້ານກົດໝາຍນີ້ ແລະ ບໍ່ເຮັດສິ່ງທີ່ໂງ່ຈ້າແບບນັ້ນ; ມີພຽງແຕ່ຜູ້ທີ່ມາຈາກຕ່າງປະເທດ ແລະ ບໍ່ເຂົ້າໃຈກົດລະບຽບເທົ່ານັ້ນທີ່ເຮັດສິ່ງທີ່ໂງ່ຈ້າເຫຼົ່ານີ້. ເມື່ອຄົນຈີນເລີ່ມອາໄສຢູ່ຕ່າງປະເທດຄັ້ງທໍາອິດ, ພວກເຂົາມັກຈະໄດ້ຮັບຄໍາຮ້ອງທຸກ. ເມື່ອເວລາຜ່ານໄປ, ພວກເຂົາກໍຮຽນຮູ້ກ່ຽວກັບກົດໝາຍ ແລະ ລະບຽບການທ້ອງຖິ່ນ ແລະ ບໍ່ກ້າເຮັດສິ່ງທີ່ລະເມີດກົດໝາຍ ຫຼື ລົບກວນຄົນອື່ນອີກຕໍ່ໄປ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຈັດຕັ້ງໃຫ້ອ້າຍເອື້ອຍນ້ອງຮຽນຮູ້ກ່ຽວກັບກົດໝາຍ ແລະ ລະບຽບການຕ່າງໆຂອງປະເທດທີ່ພວກເຂົາອາໄສຢູ່. ບໍ່ວ່າພວກເຂົາຕັ້ງໃຈຈະເຮັດຫຍັງກໍຕາມ, ພວກເຂົາຕ້ອງສຶກສາກົດໝາຍກ່ອນ, ເຖິງແມ່ນວ່າຈະເປັນການລ້ຽງໄກ່ ຫຼື ໝູໃນເດີ່ນບ້ານຂອງພວກເຂົາເອງ, ພວກເຂົາກໍຄວນກວດສອບລະບຽບການຂອງລັດຖະບານກ່ອນ. ພວກເຂົາສາມາດຊອກຫາຂໍ້ມູນທາງອອນລາຍ ຫຼື ປຶກສາກັບອ້າຍເອື້ອຍນ້ອງໃນທ້ອງຖິ່ນ ແລະ ດ້ວຍວິທີນີ້ກໍຈະຊອກຫາຄໍາຕອບທີ່ຖືກຕ້ອງໄດ້. ໃນທຸກເລື່ອງໃນບັນດາປະເທດຕາເວັນຕົກຕ່າງໆ, ລັດຖະບານມີລະບຽບການສະເພາະ. ຕົວຢ່າງ: ໃນການກໍ່ສ້າງ, ມີລະບຽບການກ່ຽວກັບວ່າເຕົ້າສຽບໄຟຟ້າຕ້ອງສູງຈາກພື້ນເທົ່າໃດ ແລະ ແຕ່ລະເຕົ້າສຽບຕ້ອງຫ່າງກັນເທົ່າໃດ. ຍັງມີມາດຕະຖານສະເພາະສໍາລັບຄວາມໜາຂອງຮາວຂັ້ນໄດ ແລະ ຄວາມກວ້າງຂອງລູກຕິ່ງຂັ້ນໄດ. ແຕ່ລະຂັ້ນຕອນຂອງການກໍ່ສ້າງຈະຖືກກວດກາໂດຍເຈົ້າໜ້າທີ່ລັດຖະບານ, ສະນັ້ນ, ໃນກໍລະນີຂອງອາຄານທີ່ລະເມີດປະມວນກົດໝາຍການກໍ່ສ້າງ ຫຼື ການກໍ່ສ້າງທີ່ບໍ່ຖືກຕ້ອງຕາມລະບຽບການ ຈຶ່ງເກີດຂຶ້ນໄດ້ຍາກ. ຖ້າຜູ້ຢູ່ອາໄສຕ້ອງການສ້າງເຮືອນ, ໂຮງເກັບເຄື່ອງມື ຫຼື ໂຮງເກັບເຄື່ອງນ້ອຍໆໃນເດີ່ນບ້ານຂອງພວກເຂົາ, ພວກເຂົາຕ້ອງໄດ້ຮັບການອະນຸມັດຈາກລັດຖະບານ. ຖ້າພວກເຂົາຕ້ອງການລ້ຽງໄກ່ ຫຼື ເປັດ, ກໍມີລະບຽບການກ່ຽວກັບວ່າຄອກສັດຕ້ອງຢູ່ຫ່າງຈາກຊັບສິນຂອງເພື່ອນບ້ານເທົ່າໃດ. ເຖິງແມ່ນວ່າຜູ້ນໍາ ແລະ ຜູ້ເຮັດວຽກຈະບໍ່ເຂົ້າໃຈກົດໝາຍ ແລະ ລະບຽບການເຫຼົ່ານີ້, ຖ້າວຽກງານຂອງຄຣິສຕະຈັກກ່ຽວຂ້ອງກັບເລື່ອງເຫຼົ່ານີ້, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງໃສ່ໃຈກັບພວກມັນ. ກ່ອນອື່ນ ພວກເຂົາຄວນສຶກສາກົດໝາຍທ້ອງຖິ່ນ ແລະ ລະບຽບການຂອງລັດຖະບານ; ການເຮັດໃຫ້ເລື່ອງເຫຼົ່ານີ້ແຈ່ມແຈ້ງ ແມ່ນເປັນປະໂຫຍດຕໍ່ການປະຕິບັດໜ້າທີ່ຂອງພວກເຮົາ. ເຖິງແມ່ນວ່າເລື່ອງກົດໝາຍຈະບໍ່ກ່ຽວຂ້ອງໂດຍກົງກັບວຽກງານພາຍໃນຂອງຄຣິສຕະຈັກ, ການໃຫ້ຄວາມຮູ້ພື້ນຖານດ້ານກົດໝາຍແກ່ທຸກຄົນກໍຍັງເປັນປະໂຫຍດ. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍສາມາດໄດ້ຮັບຄວາມຮູ້ບາງຢ່າງ, ເຂົ້າໃຈກົດລະບຽບບາງຢ່າງ, ຮຽນຮູ້ວິທີດໍາລົງຊີວິດຢ່າງເໝາະສົມ ແລະ ມີຄວາມເປັນມະນຸດຂຶ້ນ. ນອກຈາກນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນໂອ້ລົມກັບຜູ້ທີ່ຮັບຜິດຊອບວຽກງານພາຍນອກ, ຊ່ວຍໃຫ້ພວກເຂົາພັດທະນາຈິດສຳນຶກທາງດ້ານກົດໝາຍ. ສໍາລັບເລື່ອງເລັກນ້ອຍ, ມັນບໍ່ຈໍາເປັນຕ້ອງປຶກສາທະນາຍຄວາມ, ພວກເຂົາພຽງແຕ່ຕ້ອງເຂົ້າໃຈລະບຽບການທ້ອງຖິ່ນ ແລະ ປະຕິບັດຕາມຢ່າງເຂັ້ມງວດເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ສໍາລັບເລື່ອງໃຫຍ່, ພວກເຂົາຄວນປຶກສາທະນາຍຄວາມເພື່ອໃຫ້ເຂົ້າໃຈກົດໝາຍທ້ອງຖິ່ນ. ສະຫຼຸບແລ້ວ, ບໍ່ວ່າຈະເຮັດຫຍັງກໍຕາມ, ການກະທໍາທັງໝົດຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການ. ການປະຕິບັດດ້ວຍວິທີນີ້ເປັນໄລຍະເວລາໜຶ່ງຈະຊ່ວຍໃຫ້ຜູ້ຄົນສໍາຜັດໄດ້ເຖິງຄວາມສໍາຄັນຂອງການປະຕິບັດຕາມກົດໝາຍ ແລະ ລະບຽບການ ແລະ ພວກເຂົາຈະປະຕິບັດຕາມກົດລະບຽບເມື່ອເຮັດສິ່ງຕ່າງໆ. ສິ່ງນີ້ກໍເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກເຊັ່ນກັນ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?