ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (29) ສ່ວນທີ ສີ່

3. ຫຼັກການທີ່ຕ້ອງປະຕິບັດຕາມເມື່ອມອບໝາຍຄົນໄປເທດສອນຂ່າວປະເສີດ

ໃນດ້ານການປົກປ້ອງຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ສໍາຄັນ, ມີວຽກງານອີກດ້ານໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເອົາໃຈໃສ່, ນັ້ນກໍຄືການປົກປ້ອງຄວາມປອດໄພຂອງຜູ້ທີ່ກຳລັງອອກໄປປະຕິບັດໜ້າທີ່ຂອງພວກເຂົາ. ຄວນປະຕິບັດຕາມຫຼັກການໃດແດ່ເມື່ອສົ່ງຄົນອອກໄປປະຕິບັດໜ້າທີ່ຂອງພວກເຂົາ? ກ່ອນອື່ນ, ຄວນພິຈາລະນາເຖິງອາຍຸ ແລະ ເພດຂອງຜູ້ຄົນ, ພ້ອມທັງຄວາມເຂົ້າໃຈ ແລະ ປະສົບການຊີວິດຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດເບົາປັນຍາ ຫຼື ບໍ່ຮອບຄອບໃນເລື່ອງນີ້ໄດ້. ຕົວຢ່າງ: ຖ້າເຈົ້າກໍາລັງສົ່ງຜູ້ເຮັດວຽກຂ່າວປະເສີດໄປເທດສອນຂ່າວປະເສີດໃນສະຖານທີ່ທີ່ບໍ່ຄຸ້ນເຄີຍ, ຄົນປະເພດໃດຈຶ່ງຈະເໝາະສົມທີ່ຈະສົ່ງໄປ? (ຄົນທີ່ມີຄວາມເຂົ້າໃຈ ແລະ ສະຕິປັນຍາ.) ຖ້າຄຣິສຕະຈັກໃດໜຶ່ງບໍ່ມີຄົນທີ່ເໝາະສົມຫຼາຍ, ໂດຍສ່ວນຫຼາຍເປັນຄົນໜຸ່ມທີ່ຂາດປະສົບການຊີວິດ ແລະ ຄວາມເຂົ້າໃຈ, ຜູ້ທີ່ບໍ່ຮູ້ວິທີຈັດການສະຖານະການ, ໂດຍສະເພາະບັນຫາທີ່ທ້າທາຍ, ເມື່ອພວກເຂົາປະເຊີນກັບພວກມັນ, ຜູ້ທີ່ເວົ້າໂດຍບໍ່ມີຫຼັກການ ແລະ ຜູ້ທີ່ຂາດສະຕິປັນຍາກໍເຊັ່ນກັນ, ແລ້ວພວກເຂົາກໍຈະບໍ່ສາມາດເຮັດວຽກໄດ້. ຖ້າສົ່ງຄົນດັ່ງກ່າວໄປ, ບໍ່ພຽງແຕ່ພວກເຂົາຈະບໍ່ສາມາດແກ້ໄຂບັນຫາໄດ້ເທົ່ານັ້ນ, ແຕ່ພວກເຂົາຍັງມີແນວໂນ້ມທີ່ຈະສົ່ງຜົນກະທົບ ແລະ ເຮັດໃຫ້ວຽກງານຊັກຊ້າອີກດ້ວຍ. ສະນັ້ນ, ເມື່ອສົ່ງຄົນອອກໄປປະຕິບັດໜ້າທີ່ຂອງພວກເຂົາ, ມັນຈໍາເປັນຕ້ອງເລືອກຜູ້ທີ່ມີຄວາມເປັນມະນຸດທີ່ເປັນຜູ້ໃຫຍ່ ແລະ ມີສະຕິປັນຍາ, ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ເໝາະສົມ. ຖ້າບໍ່ມີຄົນທີ່ເໝາະສົມພຽງພໍ, ກໍໃຫ້ຄົນໜຸ່ມຮ່ວມມືກັບຜູ້ທີ່ມີອາຍຸຫຼາຍກວ່າເພື່ອອອກໄປປະຕິບັດໜ້າທີ່ຂອງພວກເຂົາ. ຕົວຢ່າງ: ສົມມຸດວ່າມີເອື້ອຍນ້ອງສາວຄົນໜຶ່ງອາຍຸປະມານ 25 ຫຼື 26 ປີ, ເຖິງແມ່ນວ່າຈະເຊື່ອໃນພຣະເຈົ້າມາເປັນເວລາຂ້ອນຂ້າງດົນ, ມີຄວາມເຊື່ອ ແລະ ວຸດທິພາວະ ແລະ ໄດ້ປະຕິບັດໜ້າທີ່ຂອງລາວມາເປັນເວລາດົນແລ້ວ, ກໍຈະບໍ່ຮູ້ວິທີຮັກສາຕົວລາວເອງໃຫ້ປອດໄພ ຖ້າຖືກສົ່ງໄປປະຕິບັດໜ້າທີ່ໃນສະຖານທີ່ທີ່ບໍ່ຄຸ້ນເຄີຍ, ໃນກໍລະນີດັ່ງກ່າວ, ມັນຈະຈໍາເປັນຕ້ອງຊອກຫາອ້າຍ ຫຼື ເອື້ອຍນ້ອງໃນທ້ອງຖິ່ນທີ່ມີປະສົບການໃນສັງຄົມເພື່ອຮ່ວມມືກັບລາວໃນການປະຕິບັດໜ້າທີ່. ແນ່ນອນວ່າ, ຖ້າສະຖານທີ່ປະຕິບັດໜ້າທີ່ເປັນເຂດທີ່ຄຸ້ນເຄີຍ ຫຼື ເປັນສະຖານທີ່ທີ່ມີຄຣິສຕະຈັກຢູ່ແລ້ວ, ແລ້ວອ້າຍເອື້ອຍນ້ອງທີ່ເປັນຄົນໜຸ່ມກໍສາມາດໄປໄດ້. ເຖິງຢ່າງໃດກໍຕາມ, ຖ້າຜູ້ຄົນກໍາລັງຈະໄປສະຖານທີ່ທີ່ບໍ່ຄຸ້ນເຄີຍ, ໂດຍສະເພາະສະຖານທີ່ທີ່ມີຄວາມປອດໄພສາທາລະນະທີ່ບໍ່ດີ, ເພື່ອເທດສອນຂ່າວປະເສີດ ຫຼື ເຮັດວຽກງານອື່ນ, ແລ້ວຄວາມປອດໄພສ່ວນຕົວຂອງພວກເຂົາກໍຕ້ອງຖືກພິຈາລະນາ. ສໍາລັບຜູ້ນໍາ ແລະ ຜູ້ເຮັດວຽກ, ບໍ່ວ່າພວກເຂົາຈະສົ່ງໃຜອອກໄປເຮັດວຽກ, ຄວາມປອດໄພກໍເປັນສິ່ງທີ່ຕ້ອງພິຈາລະນາເປັນອັນດັບທໍາອິດ. ຖ້າບໍ່ແນ່ໃຈວ່າຜູ້ທີ່ອາດຈະໄດ້ຮັບຂ່າວປະເສີດເປັນຄົນປະເພດໃດ ຫຼື ວ່າຄົນເຫຼົ່ານີ້ອາດຈະເຮັດສິ່ງທີ່ບໍ່ເໝາະສົມ ຫຼື ບໍ່, ແລ້ວກໍຄວນມີຄວາມລະມັດລະວັງເມື່ອສົ່ງຄົນໄປເທດສອນຂ່າວປະເສີດ. ໃນອະດີດ, ເຮົາເຄີຍໄດ້ຍິນວ່າຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມັກຈະສົ່ງເອື້ອຍນ້ອງສາວ, ອາຍຸປະມານ 18 ຫຼື 19 ປີ ຫຼື ໃນຊ່ວງອາຍຸ 20 ປີຕົ້ນໆ, ໄປສະຖານທີ່ທີ່ບໍ່ຄຸ້ນເຄີຍເພື່ອເທດສອນຂ່າວປະເສີດ ແລະ ມີລາຍງານວ່າ ມີເຫດການທີ່ເຄາະຮ້າຍບາງຢ່າງເກີດຂຶ້ນ. ບໍ່ວ່າຈະເກີດຫຍັງຂຶ້ນແທ້ກໍຕາມ, ໃນທີ່ສຸດມັນກໍກ່ຽວຂ້ອງກັບການທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ພິຈາລະນາຢ່າງຮອບຄອບເມື່ອເຮັດວຽກ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຄໍານຶງເຖິງປັດໄຈເຫຼົ່ານີ້ໃນວຽກງານຂອງພວກເຂົາ ແລະ ບໍ່ຄວນມອບໝາຍແບບຊະຊາຍໃຫ້ເອື້ອຍນ້ອງ ຫຼື ອ້າຍນ້ອງທີ່ຍັງໜຸ່ມຫຼາຍໄປສະຖານທີ່ທີ່ບໍ່ຄຸ້ນເຄີຍ ແລະ ເປັນອັນຕະລາຍເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ເຄີຍມີຜູ້ນໍາຄົນໜຶ່ງທີ່ຈັດແຈງໃຫ້ເອື້ອຍນ້ອງສອງຄົນ, ອາຍຸ 18 ຫຼື 19 ປີ, ໄປເທດສອນຂ່າວປະເສີດ. ເມື່ອມີຄົນເວົ້າວ່າພວກເຂົາຍັງໜຸ່ມເກີນໄປ ແລະ ບໍ່ເໝາະສົມກັບວຽກງານນີ້, ແລ້ວຜູ້ນໍາຄົນນັ້ນກໍຊອກຫາເອື້ອຍນ້ອງທີ່ມີອາຍຸ 21 ປີໃຫ້ໄປແທນ, ໂດຍຄິດວ່າ: “ເຈົ້າເວົ້າວ່າອາຍຸ 19 ປີຍັງໜຸ່ມເກີນໄປ, ສະນັ້ນ, ຂ້ອຍຈຶ່ງຊອກຫາຄົນທີ່ມີອາຍຸ 21 ປີມາ. ນັ້ນກໍອາຍຸແກ່ກວ່າແລ້ວ, ບໍ່ແມ່ນບໍ?” ຂີດຄວາມສາມາດຂອງຜູ້ນໍາຄົນນີ້ເປັນແນວໃດ? ລາວມັກຈະບິດເບືອນ, ບໍ່ແມ່ນບໍ? (ແມ່ນແລ້ວ.) ການທີ່ມີອາຍຸແກ່ກວ່າ 19 ປີ ພຽງແຕ່ສອງປີ, ລາວຈະມີປະສົບການຊີວິດບໍ? ລາວຈະມີປະສົບການໃນສັງຄົມບໍ? ເມື່ອປະເຊີນກັບຄວາມຫຍຸ້ງຍາກ ຫຼື ສະຖານະການທີ່ເປັນອັນຕະລາຍ, ລາວອາດຈະຮ້ອງໄຫ້ອອກມາບໍ? ເຖິງແມ່ນວ່າລາວຈະອາຍຸແກ່ກວ່າສອງປີ, ແຕ່ໃນດ້ານອາຍຸ, ລາວກໍຍັງໜຸ່ມເກີນໄປ ແລະ ບໍ່ສາມາດຮັບຜິດຊອບວຽກງານນີ້ໄດ້. ຢ່າງໜ້ອຍທີ່ສຸດ, ມັນຈໍາເປັນຕ້ອງຊອກຫາອ້າຍ ຫຼື ເອື້ອຍນ້ອງທີ່ຢູ່ໃນຊ່ວງອາຍຸ 30 ຫຼື 40 ປີ ຫຼື 50 ຫຼື 60 ປີ, ພວກເຂົາມີອາຍຸແກ່ກວ່າ ແລະ ມີປະສົບການໃນສັງຄົມ; ເມື່ອປະເຊີນກັບສະຖານະການ, ພວກເຂົາມີສະຕິປັນຍາທີ່ຈະຈັດການມັນ, ປ້ອງກັນບໍ່ໃຫ້ສະຖານະການທີ່ເປັນອັນຕະລາຍໃດໆເກີດຂຶ້ນ. ຄົນໜຸ່ມຍັງບໍ່ໄດ້ເຫັນ ຫຼື ມີປະສົບການກັບຫຼາຍສິ່ງ ແລະ ບໍ່ຮູ້ວິທີຈັດການກັບມັນ; ເມື່ອປະເຊີນກັບອັນຕະລາຍ, ພວກເຂົາອາດຈະບໍ່ຮັບຮູ້ເຖິງມັນເລີຍ, ເຊິ່ງເຮັດໃຫ້ເຫດການເກີດຂຶ້ນໄດ້ງ່າຍ. ຜູ້ທີ່ມີອາຍຸຫຼາຍກວ່າ, ທີ່ໄດ້ເຫັນຄວາມຊົ່ວຊ້າໃນສັງຄົມນີ້ ແລະ ມະນຸດຊາດນີ້ຫຼາຍກວ່າ, ຈຶ່ງມີແນວໂນ້ມທີ່ຈະລະມັດລະວັງຕໍ່ຜູ້ຄົນຫຼາຍກວ່າ. ໂດຍອີງໃສ່ປະສົບການໃນສັງຄົມ ແລະ ຄວາມຮູ້ຈາກຊີວິດຈິງຂອງພວກເຂົາ, ພວກເຂົາສາມາດຕັດສິນບາງສິ່ງບາງຢ່າງໄດ້ຢ່າງສົມເຫດສົມຜົນກ່ຽວກັບວ່າອັນຕະລາຍປະເພດໃດອາດຈະເກີດຂຶ້ນໃນສະຖານະການໃດໜຶ່ງ, ລະດັບຄວາມອັນຕະລາຍສູງສໍ່າໃດ, ບຸກຄົນໃດເປັນຄົນຊົ່ວຮ້າຍ ແລະ ສິ່ງໃດແດ່ທີ່ບຸກຄົນໃດໜຶ່ງອາດຈະເຮັດ. ເມື່ອປະເຊີນກັບສະຖານະການທີ່ເປັນອັນຕະລາຍ, ພວກເຂົາຍັງມີສະຕິປັນຍາທີ່ຈະຫຼົບໜີຈາກອັນຕະລາຍອີກດ້ວຍ. ໃນທາງກົງກັນຂ້າມ, ຄົນໜຸ່ມຂາດປະສົບການ. ເມື່ອປະເຊີນກັບສະຖານະການ, ພວກເຂົາບໍ່ສາມາດຮັບຮູ້ເຖິງຜົນສະທ້ອນທີ່ເປັນອັນຕະລາຍທີ່ອາດຈະເກີດຂຶ້ນໄດ້. ສະນັ້ນ, ເມື່ອເວົ້າເຖິງບັນຫາຄວາມປອດໄພ, ຜູ້ທີ່ມີອາຍຸຫຼາຍກວ່າຈະພິຈາລະນາຢ່າງຮອບຄອບຫຼາຍກວ່າຄົນໜຸ່ມ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກຈັດແຈງໃຫ້ຄົນອອກໄປປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາຄວນພິຈາລະນາເງື່ອນໄຂທ້ອງຖິ່ນ ແລະ ຈັດແຈງໃຫ້ຜູ້ທີ່ຂ້ອນຂ້າງມີອາຍຸຫຼາຍກວ່າທີ່ມີສະຕິປັນຍາພໍສົມຄວນ ແລະ ປະສົບການຈໍານວນໜຶ່ງຮ່ວມມືກັບຄົນໜຸ່ມເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງພິຈາລະນາເລື່ອງເຫຼົ່ານີ້ຢ່າງຮອບຄອບ.

ບໍ່ວ່າວຽກງານຂອງຄຣິສຕະຈັກຈະດຳເນີນຢູ່ໃນປະເທດໃດກໍຕາມ, ການຮັບປະກັນຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາກໍເປັນວຽກງານໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເອົາໃຈໃສ່ຢ່າງໃກ້ຊິດ. ບໍ່ວ່າຈະສົ່ງໃຜໄປເຮັດວຽກງານໃດກໍຕາມ, ພວກເຂົາຕ້ອງມີຄຸນສົມບັດໃນລະດັບໃດໜຶ່ງ ແລະ ມີຂີດຄວາມສາມາດພໍສົມຄວນ ເພື່ອໃຫ້ສາມາດເຮັດວຽກງານນັ້ນໄດ້ ແລະ ເພື່ອໃຫ້ສາມາດຮັບປະກັນຄວາມປອດໄພຂອງພວກເຂົາໄດ້; ໂດຍສະເພາະຢ່າງຍິ່ງ, ກໍລະນີນີ້ຍິ່ງຕ້ອງເອົາໃຈໃສ່ຫຼາຍຂຶ້ນໃນເຂດ ຫຼື ປະເທດທີ່ມີຄວາມປອດໄພສາທາລະນະທີ່ບໍ່ດີ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຖືເອົາຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາເປັນສິ່ງທີ່ຕ້ອງຄຳນຶງເຖິງເປັນອັນດັບທຳອິດ, ບໍ່ແມ່ນບໍ່ເອົາໃຈໃສ່ມັນຢ່າງຊະຊາຍ. ບາງຄົນເວົ້າວ່າ: “ມັນບໍ່ເປັນຫຍັງ. ສິ່ງທີ່ພວກເຮົາກຳລັງເຮັດຢູ່ຄືການປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ພວກເຮົາມີການປົກປ້ອງຂອງພຣະເຈົ້າ, ສະນັ້ນ, ຈະບໍ່ມີໃຜຕາຍ. ຈະມີຫຍັງຜິດພາດໄດ້?” ການທີ່ພວກເຂົາເວົ້າແບບນີ້ມັນຖືກຕ້ອງບໍ? (ບໍ່.) ເປັນຫຍັງຈຶ່ງບໍ່ຖືກຕ້ອງ? (ການເວົ້າແບບນີ້ເປັນການບໍ່ຮັບຜິດຊອບ ແລະ ມຸມມອງນີ້ກໍຍັງແຍກອອກຈາກຄວາມເປັນຈິງຫຼາຍອີກດ້ວຍ.) ຜູ້ຄົນຄວນເຮັດສຸດຄວາມສາມາດເພື່ອປະຕິບັດຄວາມຮັບຜິດຊອບທີ່ພວກເຂົາສາມາດປະຕິບັດໄດ້ ແລະ ເອົາໃຈໃສ່ສິ່ງທີ່ພວກເຂົາສາມາດພິຈາລະນາໄດ້; ພວກເຂົາບໍ່ຄວນລອງໃຈພຣະເຈົ້າ ຫຼື ເອົາຄວາມປອດໄພຂອງອ້າຍເອື້ອຍນ້ອງມາເປັນເດີມພັນ. ພຣະເຈົ້າສາມາດປົກປ້ອງຜູ້ຄົນໄດ້, ແຕ່ຖ້າເຈົ້າບໍ່ພິຈາລະນາບັນຫາທີ່ເຈົ້າສາມາດພິຈາລະນາໄດ້ ແລະ ເຈົ້າໃຊ້ຄວາມປອດໄພຂອງອ້າຍເອື້ອຍນ້ອງເປັນເດີມພັນເພື່ອລອງໃຈພຣະເຈົ້າ, ພຣະເຈົ້າກໍຈະເປີດເຜີຍເຈົ້າ, ເຈົ້າຊ່າງໂງ່ຈ້າທີ່ສຸດທີ່ເຮັດສິ່ງທີ່ໂງ່ຈ້າເຊັ່ນນີ້! ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນໃຊ້ຄຳເວົ້າປະເພດນີ້ເປັນຂໍ້ແກ້ຕົວເພື່ອເຮັດສິ່ງທີ່ບໍ່ຮັບຜິດຊອບ; ການຮັບປະກັນຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາແມ່ນຄວາມຮັບຜິດຊອບຂອງເຈົ້າ ແລະ ເຈົ້າຄວນປະຕິບັດຄວາມຮັບຜິດຊອບຂອງຕົວເຈົ້າເອງ. ເມື່ອໄດ້ເອົາໃຈໃສ່ທຸກສິ່ງທີ່ເຈົ້າສາມາດພິຈາລະນາ ແລະ ສາມາດເຮັດໄດ້ແລ້ວ, ສ່ວນສິ່ງທີ່ເຈົ້າຍັງບໍ່ໄດ້ພິຈາລະນານັ້ນ, ພຣະເຈົ້າຈະເຮັດແນວໃດໃນເລື່ອງນັ້ນກໍເປັນເລື່ອງຂອງພຣະເຈົ້າເອງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບເຈົ້າ. ບາງຄົນໂຍນຄວາມຮັບຜິດຊອບທັງໝົດໄປໃຫ້ພຣະເຈົ້າໂດຍບໍ່ຈໍາແນກ, ໂດຍເວົ້າວ່າ: “ພຣະເຈົ້າຮັບຜິດຊອບຕໍ່ຄວາມປອດໄພຂອງຜູ້ຄົນ, ພວກເຮົາບໍ່ຈຳເປັນຕ້ອງຢ້ານ; ພວກເຮົາສາມາດເທດສອນແນວໃດກໍໄດ້ຕາມທີ່ພວກເຮົາຕ້ອງການ. ເມື່ອຢູ່ກັບພຣະເຈົ້າ, ທຸກສິ່ງກໍເປັນອິດສະຫຼະ ແລະ ຖືກປົດປ່ອຍ; ພວກເຮົາບໍ່ຈຳເປັນຕ້ອງກັງວົນກ່ຽວກັບສິ່ງເຫຼົ່ານັ້ນ!” ຄຳເວົ້າປະເພດນີ້ຖືກຕ້ອງບໍ? (ບໍ່.) ອີງຕາມຄຳເວົ້າປະເພດນີ້, ຜູ້ຄົນບໍ່ຈຳເປັນຕ້ອງສະແຫວງຫາຫຼັກການເມື່ອມີເຫດການເກີດຂຶ້ນ; ຖ້າເປັນເຊັ່ນນັ້ນ, ຄວາມຈິງທີ່ພຣະເຈົ້າໄດ້ສະແດງອອກຈະມີປະໂຫຍດຫຍັງ? ມັນກໍຈະໄຮ້ປະໂຫຍດ. ຕະຫຼອດຫຼາຍປີທີ່ຜ່ານມາ, ພຣະເຈົ້າໄດ້ກ່າວພຣະທຳເປັນຈໍານວນຫຼວງຫຼາຍຢ່າງອົດທົນ ແລະ ຢ່າງພາກພຽນເພື່ອສັ່ງສອນຜູ້ຄົນ ໂດຍມີຈຸດປະສົງເພື່ອເຮັດໃຫ້ປະຊາກອນທີ່ພຣະອົງເລືອກຮູ້ວິທີທີ່ຈະຢູ່ລອດ, ວິທີທີ່ຈະໄລ່ຕາມເສາະຫາຄວາມຈິງ ແລະ ວິທີທີ່ຈະປະພຶດຕົນໃນໂລກທີ່ຊົ່ວຮ້າຍນີ້ ແລະ ໃນທ່າມກາງມະນຸດຊາດທີ່ຊົ່ວຮ້າຍນີ້ ເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ມັນບໍ່ແມ່ນເພື່ອໃຫ້ເຈົ້າລອງໃຈພຣະເຈົ້າ ແລະ ມັນບໍ່ແມ່ນເພື່ອໃຫ້ເຈົ້າເຮັດຕາມທີ່ເຈົ້າປາຖະໜາຕາມຄຳເວົ້າ ແລະ ຫຼັກຄຳສອນ ແລະ ໂດຍບໍ່ມີຫຼັກການ. ເພື່ອໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກເຮັດວຽກງານເທດສອນຂ່າວປະເສີດໄດ້ດີ, ກ່ອນອື່ນ ພວກເຂົາຕ້ອງຮັບປະກັນຄວາມປອດໄພຂອງຜູ້ຄົນ. ເພື່ອທີ່ຈະເຮັດເຊັ່ນນັ້ນ, ກ່ອນອື່ນ ພວກເຂົາຕ້ອງຊອກຮູ້ ແລະ ກຳແໜ້ນສະຖານະການສະເພາະຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ສົ່ງຄົນທີ່ເໝາະສົມໄປ ແລະ ຍັງຕ້ອງເຂົ້າໃຈວ່າຄວນເຮັດຫຍັງໃນສະຖານະການຕ່າງໆອີກດ້ວຍ ເພື່ອຮັບປະກັນຄວາມປອດໄພຂອງຜູ້ຄົນ. ຖ້າສະຖານທີ່ໃດໜຶ່ງວຸ່ນວາຍເປັນພິເສດ, ບໍ່ມີໃຜມີຄົນຮູ້ຈັກຢູ່ບ່ອນນັ້ນ ແລະ ບໍ່ສາມາດຮັບປະກັນຄວາມປອດໄພຂອງໃຜກໍຕາມທີ່ໄປບ່ອນນັ້ນເພື່ອເທດສອນຂ່າວປະເສີດໄດ້, ແລ້ວກໍຢ່າສົ່ງຄົນໄປບ່ອນນັ້ນໃນເວລານີ້; ຢ່າສ່ຽງແບບນີ້, ຢ່າເສຍສະລະໂດຍບໍ່ຈຳເປັນ. ບໍ່ວ່າຈະກຳລັງປະຕິບັດໜ້າທີ່ໃດ ຫຼື ເຮັດວຽກງານໃດກໍຕາມ, ມັນບໍ່ຈຳເປັນຕ້ອງໃຫ້ເຈົ້າອອກໄປຜະຈົນໄພໃນໂລກພາຍນອກ ຫຼື ສ່ຽງຊີວິດຂອງເຈົ້າ ແລະ ມັນບໍ່ຈຳເປັນຕ້ອງໃຫ້ເຈົ້າເອົາຄວາມປອດໄພ ຫຼື ຊີວິດຂອງເຈົ້າມາເປັນເດີມພັນ. ແນ່ນອນວ່າ ໃນສະພາບແວດລ້ອມຂອງປະເທດຈີນ, ການສ່ຽງໄພເພື່ອປະຕິບັດໜ້າທີ່ຂອງຕົນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້. ລັດຖະບານຂົ່ມເຫັງຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ເຖິງແມ່ນວ່າຈະຮູ້ດີວ່າມີອັນຕະລາຍ, ເຈົ້າກໍຍັງຕ້ອງເຊື່ອໃນພຣະເຈົ້າ, ຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າ; ເຈົ້າບໍ່ສາມາດປະຖິ້ມໜ້າທີ່ຂອງເຈົ້າໄດ້ ແລະ ບໍ່ມີວຽກງານໃດທີ່ສາມາດຢຸດໄດ້. ສະຖານະການໃນບັນດາປະເທດຢູ່ຕ່າງປະເທດລ້ວນແຕ່ແຕກຕ່າງກັນ, ບາງປະເທດເປັນປະເທດຜະເດັດການທີ່ຄ້າຍຄືກັບປະເທດຈີນ, ໃນຂະນະທີ່ປະເທດອື່ນໆມີລະບອບປະຊາທິປະໄຕ. ໃນປະເທດທີ່ມີລະບອບປະຊາທິປະໄຕ, ວຽກງານຂອງເທດສອນຂ່າວປະເສີດສາມາດດຳເນີນໄປໄດ້ຢ່າງລາບລື່ນ ແລະ ວຽກງານຕ່າງໆກໍສາມາດດຳເນີນໄປໄດ້ຢ່າງລາບລື່ນຫຼາຍຂຶ້ນເຊັ່ນກັນ. ແຕ່ໃນບາງປະເທດທີ່ມີລັກສະນະຜະເດັດການ, ຜູ້ຄົນທັງປ່າເຖື່ອນ ແລະ ຫຼ້າຫຼັງ ແລະ ມັນບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະຍອມຮັບເສັ້ນທາງທີ່ແທ້ຈິງ. ເມື່ອມີການເທດສອນຂ່າວປະເສີດໃຫ້ພວກເຂົາ, ບໍ່ພຽງແຕ່ພວກເຂົາບໍ່ສືບສວນມັນເທົ່ານັ້ນ, ແຕ່ພວກເຂົາຍັງສາມາດກ່າວໂທດມັນຢ່າງຫຼັບຫູຫຼັບຕາ ແລະ ອາດຈະເຖິງຂັ້ນລາຍງານສະຖານະການໃຫ້ຕຳຫຼວດ. ໃນກໍລະນີດັ່ງກ່າວ, ຢ່າສົ່ງຄົນໄປເທດສອນຂ່າວປະເສີດຢູ່ບ່ອນນັ້ນ; ແຕ່ໃຫ້ເລືອກສະຖານທີ່ທີ່ສາມາດຮັບປະກັນຄວາມປອດໄພໄດ້ເພື່ອດຳເນີນວຽກງານແທນ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນພິຈາລະນາຢ່າງຮອບຄອບ. ຕົວຢ່າງ: ໃນປະເທດຕ່າງໆເຊັ່ນ: ມາເລເຊຍ, ອິນໂດເນເຊຍ ຫຼື ອິນເດຍ, ເຊິ່ງມີພູມຫຼັງທາງສາສະໜາທີ່ຊັບຊ້ອນຫຼາຍ, ນິກາຍສາສະໜາບາງນິກາຍມີອິດທິພົນຢ່າງໃຫຍ່ຫຼວງ ແລະ ຄວບຄຸມສັງຄົມທັງໝົດ, ຈົນເຖິງຂັ້ນທີ່ລັດຖະບານກໍຍັງຕ້ອງຍອມຕໍ່ອິດທິພົນຂອງສາສະໜາເຫຼົ່ານີ້. ໃນປະເທດດັ່ງກ່າວ, ກໍຢ່າສົ່ງຄົນໄປເທດສອນຂ່າວປະເສີດຢູ່ບ່ອນນັ້ນເພີ່ມອີກ; ມັນພຽງພໍແລ້ວທີ່ຄຣິສຕະຈັກທ້ອງຖິ່ນເທົ່ານັ້ນທີ່ຈະເທດສອນຂ່າວປະເສີດ. ໃນບາງປະເທດ, ສະຖານະການຈະແຕກຕ່າງກັນໄປໃນແຕ່ລະລັດ ຫຼື ແຂວງຕ່າງໆ ແລະ ກົດໝາຍ ແລະ ລະບຽບການທ້ອງຖິ່ນກໍແຕກຕ່າງຈາກກົດໝາຍ ແລະ ລະບຽບການຂອງຊາດ. ຕົວຢ່າງ: ພາກພື້ນໃດໜຶ່ງມີພູມຫຼັງທາງສາສະໜາທີ່ພິເສດ ແລະ ໃນພາກພື້ນເຫຼົ່ານັ້ນ, ຄຣິສຕະຈັກ ແລະ ລັດເປັນໜຶ່ງດຽວກັນ. ໃນບາງກໍລະນີ, ຜູ້ນໍາສາສະໜາຍັງມີສິດອຳນາດຫຼາຍກວ່າເຈົ້າໜ້າທີ່ລັດຖະບານທ້ອງຖິ່ນ ແລະ ສາມາດລະເມີດນະໂຍບາຍຂອງຊາດບາງຢ່າງໄດ້ຢ່າງເປີດເຜີຍ. ຖ້າເຈົ້າເທດສອນຂ່າວປະເສີດໃນພາກພື້ນດັ່ງກ່າວ, ກໍຈະມີຄວາມສ່ຽງດ້ານຄວາມປອດໄພທີ່ອາດຈະເກີດຂຶ້ນ. ຄວາມສ່ຽງທີ່ອາດຈະເກີດຂຶ້ນເຫຼົ່ານີ້ບໍ່ໄດ້ຈຳກັດຢູ່ພຽງແຕ່ການສ້າງຂ່າວລືກ່ຽວກັບເຈົ້າ ຫຼື ການຂັບໄລ່ເຈົ້າອອກໄປ, ພວກເຂົາຍັງສາມາດຈັບກຸມເຈົ້າໄດ້ອີກດ້ວຍ, ຂັງເຈົ້າໄວ້ໃນຄຸກໂດຍບໍ່ມີຂໍ້ກ່າວຫາ ແລະ ເຖິງຂັ້ນທໍລະມານເຈົ້າ, ເຮັດໃຫ້ເຈົ້າພິການ ຫຼື ຂ້າເຈົ້າ ແລະ ລັດຖະບານກໍຈະບໍ່ແຊກແຊງ. ຄວາມຈິງແລ້ວ, ຜູ້ນໍາຂອງນິກາຍສາສະໜາສ່ວນໃຫຍ່ກຽດຊັງສາສະໜາພາຍນອກ. ເພາະວ່າອິດທິພົນຂອງພວກເຂົາໃຫຍ່ຫຼວງເກີນໄປ ແລະ ພວກເຂົາບໍ່ໄດ້ຖືກກົດໝາຍໃດໆຫ້າມໄວ້, ບໍ່ມີໃຜກ້າທີ່ຈະເອົາຜິດພວກເຂົາ ບໍ່ວ່າພວກເຂົາຈະຂົ່ມເຫັງຜູ້ເຮັດວຽກຂ່າວປະເສີດຢ່າງປ່າເຖື່ອນສໍ່າໃດກໍຕາມ ແລະ ແມ່ນແຕ່ເຈົ້າໜ້າທີ່ລັດຖະບານທ້ອງຖິ່ນກໍບໍ່ເຕັມໃຈທີ່ຈະລ່ວງເກີນພວກເຂົາ. ເມື່ອເຈົ້າເລີ່ມເທດສອນຂ່າວປະເສີດໃນເຂດແດນຂອງພວກເຂົາ, ພວກເຂົາກໍສາມາດທໍລະມານເຈົ້າໄດ້ຕາມທີ່ພວກເຂົາປາຖະໜາ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງລະມັດລະວັງເປັນພິເສດເມື່ອສົ່ງຄົນໄປເທດສອນຂ່າວປະເສີດຢູ່ບ່ອນໃດບ່ອນໜຶ່ງ. ກ່ອນອື່ນ, ພວກເຂົາຕ້ອງສືບສວນ ແລະ ຮຽນຮູ້ກ່ຽວກັບສະຖານະການໃນສະຖານທີ່ນັ້ນ, ບໍ່ວ່າຈະມີເສລີພາບໃນການເຊື່ອ ຫຼື ບໍ່, ອຳນາດທາງສາສະໜາເຂັ້ມແຂງສໍ່າໃດ ແລະ ຈະມີຜົນສະທ້ອນຫຍັງເກີດຂຶ້ນ ຖ້າຜູ້ຄົນທີ່ເທດສອນຂ່າວປະເສີດຢູ່ບ່ອນນັ້ນຖືກລາຍງານ. ເລື່ອງເຫຼົ່ານີ້ຕ້ອງຖືກທຳຄວາມເຂົ້າໃຈຢ່າງຈະແຈ້ງ ກ່ອນທີ່ຈະຕັດສິນໃຈວ່າຈະສົ່ງຄົນໄປບ່ອນນັ້ນ ຫຼື ບໍ່. ຖ້າຫຼັງຈາກທີ່ໄດ້ຊອກຮູ້ກ່ຽວກັບສະຖານທີ່ບາງແຫ່ງແລ້ວ ໄດ້ມີການຕັດສິນໃຈວ່າມັນບໍ່ເໝາະສົມສຳລັບການເທດສອນຂ່າວປະເສີດ, ຈາກນັ້ນກໍຈະບໍ່ມີໃຜໄດ້ຮັບອະນຸຍາດໃຫ້ສົ່ງຄົນໄປບ່ອນນັ້ນເພື່ອເທດສອນ. ນີ້ກໍເປັນສ່ວນໜຶ່ງຂອງວຽກງານທີ່ຄວນເຮັດ ເພື່ອຮັບປະກັນຄວາມປອດໄພຂອງຜູ້ເຮັດວຽກຂ່າວປະເສີດ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມີຄວາມເຂົ້າໃຈທີ່ບິດເບືອນ ແລະ ເວົ້າວ່າ: “ມັນບໍ່ເປັນຫຍັງ; ພຣະເຈົ້າຈະປົກປ້ອງພວກເຮົາ. ກະດູກຍິ່ງແຂງເທົ່າໃດ, ພວກເຮົາຍິ່ງຕ້ອງແຫ້ນມັນຫຼາຍຂຶ້ນເທົ່ານັ້ນ. ມີຄົນທີ່ເຊື່ອໃນພຣະຜູ້ເປັນເຈົ້າຫຼາຍຄົນຢູ່ໃນສະຖານທີ່ນັ້ນ, ແລ້ວເປັນຫຍັງພວກເຮົາຈຶ່ງບໍ່ຄວນໄປເທດສອນຂ່າວປະເສີດຢູ່ບ່ອນນັ້ນ?” ມີຄົນບອກພວກເຂົາວ່າ: “ມີຄຸກສ່ວນຕົວຢູ່ບ່ອນນັ້ນ. ຖ້າພວກເຮົາໄປບ່ອນນັ້ນເພື່ອເທດສອນຂ່າວປະເສີດ, ບໍ່ພຽງແຕ່ພວກເຮົາຈະຖືກກັກຂັງເທົ່ານັ້ນ, ແຕ່ພວກເຮົາອາດຈະຕາຍຢູ່ບ່ອນນັ້ນ. ພວກເຮົາໄປບໍ່ໄດ້!” ຜູ້ນໍາປອມທີ່ໂງ່ຈ້າເຫຼົ່ານັ້ນໄຕ່ຕອງເລື່ອງນີ້ວ່າ: “ພະຍານາກໃຫຍ່ສີແດງມີຄຸກຫຼາຍແຫ່ງ, ແຕ່ພວກເຮົາບໍ່ຢ້ານມັນ, ແລ້ວເປັນຫຍັງພວກເຮົາຈຶ່ງຕ້ອງຢ້ານຄຸກສ່ວນຕົວຈຳນວນໜຶ່ງຢູ່ບ່ອນນັ້ນ? ຄຸກສາມາດຂັງຮ່າງກາຍຂອງພວກເຮົາໄດ້ ແຕ່ບໍ່ສາມາດຂັງຫົວໃຈຂອງພວກເຮົາໄດ້! ຢ່າຢ້ານ, ໄປໂລດ!” ຈາກນັ້ນ ພວກເຂົາກໍສົ່ງຄົນໄປຊຸດແລ້ວຊຸດເລົ່າ ແລະ ໃນທີ່ສຸດ, ກໍບໍ່ມີໃຜກັບມາເລີຍ; ພວກເຂົາທັງໝົດຖືກກັກຂັງ. ຜູ້ນໍາປອມກໍຕົກຕະລຶງ. ບັນຫາຢູ່ບ່ອນນີ້ແມ່ນຫຍັງ? (ຜູ້ນໍາປອມແບບນີ້ເປັນຄົນສະໝອງຕຶບ). ຜູ້ນໍາປອມແບບນີ້ເປັນຄົນຊົ່ວຊ້າ; ພວກເຂົາບໍ່ມີຄວາມຮັບຜິດຊອບ, ສົ່ງຄົນເຂົ້າໄປໃນສະຖານທີ່ທີ່ອັນຕະລາຍ. ເປັນຫຍັງພວກເຂົາຈຶ່ງບໍ່ໄປເອງ? ໃນເມື່ອພວກເຂົາບໍ່ຢ້ານອັນຕະລາຍ, ພວກເຂົາກໍຄວນໄປກ່ອນ. ຖ້າພວກເຂົາໄປ, ກັບມາຢ່າງປອດໄພ ແລະ ໄດ້ຮັບຜູ້ຄົນ, ແລ້ວຄົນອື່ນກໍສາມາດໄປຕາມຫຼັງພວກເຂົາໄດ້. ບໍ່ວ່າຈະເປັນແນວໃດກໍຕາມ, ຄວາມປອດໄພຂອງຜູ້ຄົນຕ້ອງໄດ້ຮັບການຮັບປະກັນໃນການເທດສອນຂ່າວປະເສີດ. ຢ່າສ່ຽງໃນເຂດທີ່ເປັນອັນຕະລາຍ ແລະ ບໍ່ເໝາະສົມສຳລັບການເທດສອນຂ່າວປະເສີດຢ່າງເດັດຂາດ. ຢ່າຄິດວ່າສະຖານທີ່ໃດກໍຕາມທີ່ຢູ່ນອກແຜ່ນດິນໃຫຍ່ຂອງປະເທດຈີນຈະປອດໄພ; ນີ້ເປັນພາບລວງຕາ, ເປັນຄວາມເຂົ້າໃຈທີ່ບິດເບືອນ. ມີພຽງແຕ່ຄົນໂງ່ຈ້າເທົ່ານັ້ນທີ່ຄິດແບບນີ້, ຄົນແບບນີ້ເຂົ້າໃຈໂລກນີ້ໜ້ອຍເກີນໄປ! ຢ່າຄິດວ່າເພາະປະເທດຕາເວັນຕົກສ່ວນໃຫຍ່ມີເສລີພາບໃນການເຊື່ອ ແລະ ມີຄົນທີ່ເຊື່ອໃນພຣະຜູ້ເປັນເຈົ້າຫຼາຍພໍສົມຄວນ, ເຈົ້າຈຶ່ງສາມາດເທດສອນຂ່າວປະເສີດໄດ້ຢ່າງເປີດເຜີຍ ແລະ ສະແດງຄຳເວົ້າຕ່າງໆໄດ້ຢ່າງເປີດເຜີຍ ເພື່ອເປີດໂປງວ່າໂລກທາງສາສະໜາມືດມົນ ແລະ ຊົ່ວຮ້າຍສໍ່າໃດ; ຖ້າເຈົ້າເຮັດແບບນີ້, ຜົນສະທ້ອນກໍຈະເປັນສິ່ງທີ່ບໍ່ສາມາດຈິນຕະນາການໄດ້. ເຈົ້າຕ້ອງເຂົ້າໃຈວ່າເມື່ອເທດສອນຂ່າວປະເສີດ, ບໍ່ວ່າຈະເປັນຄົນນັບຖືສາສະໜາ ຫຼື ຜູ້ບໍ່ມີຄວາມເຊື່ອ, ເຈົ້າກໍກຳລັງປະເຊີນໜ້າກັບມະນຸດຊາດທີ່ເສື່ອມຊາມ, ມະນຸດຊາດທີ່ຕໍ່ຕ້ານພຣະເຈົ້າ. ຢ່າຄິດວ່າເລື່ອງນີ້ງ່າຍດາຍເກີນໄປ.

ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງການຮັບປະກັນຄວາມປອດໄພຂອງຜູ້ເຮັດວຽກຂ່າວປະເສີດ, ພວກເຂົາຕ້ອງພິຈາລະນາທຸກດ້ານຂອງບັນຫາຢ່າງຖີ່ຖ້ວນ ແລະ ໃນກໍລະນີທີ່ມີບັນຫາໃດໆເກີດຂຶ້ນ, ມັນຄວນຈະຖືກຈັດການໂດຍທັນທີ. ຫຼັງຈາກນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຖອດຖອນບົດຮຽນຈາກປະສົບການ ເພື່ອຊອກຫາຫຼັກການ ແລະ ແນວທາງໃນການປະຕິບັດ, ໂດຍກຳນົດວ່າຈະປະຕິບັດແນວໃດຕໍ່ໄປ, ນີ້ກໍເປັນວຽກງານທີ່ສຳຄັນອີກຢ່າງໜຶ່ງທີ່ຕ້ອງເຮັດ. ມີບາງເລື່ອງທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ເຄີຍພິຈາລະນາ ຫຼື ປະເຊີນມາກ່ອນ; ຫຼັງຈາກທີ່ບັນຫາເກີດຂຶ້ນ, ພວກເຂົາຄວນຫາຂໍ້ສະຫຼຸບວ່າ: “ພວກເຮົາຍັງຄວນຈະໄປສະຖານທີ່ປະເພດນັ້ນຢູ່ບໍ? ວິທີການສົ່ງຄົນແບບນີ້ຖືກຕ້ອງບໍ? ພວກເຮົາຄວນປັບປ່ຽນແຜນການ, ກົນລະຍຸດ ຫຼື ທິດທາງສຳລັບຂັ້ນຕອນຕໍ່ໄປໃນການເທດສອນຂ່າວປະເສີດ ຫຼື ການເຮັດວຽກງານສຳຄັນອື່ນໆບໍ?” ໃນຂະບວນການຫາຂໍ້ສະຫຼຸບຢ່າງຕໍ່ເນື່ອງ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນກຳນົດວິທີການ ແລະ ຫຼັກການຂອງວຽກງານເທື່ອລະໜ້ອຍ, ເພື່ອວ່າ ຍິ່ງພວກເຂົາເຮັດວຽກງານຫຼາຍເທົ່າໃດ, ມັນກໍຍິ່ງຈະລະອຽດຫຼາຍຂຶ້ນເທົ່ານັ້ນ ແລະ ມັນກໍຍິ່ງຈະບັນລຸມາດຕະຖານທີ່ຄາດຫວັງ, ໂດຍມີເຫດການທີ່ບໍ່ຄາດຄິດເກີດຂຶ້ນໜ້ອຍລົງ ຫຼື ບໍ່ມີເຫດການທີ່ບໍ່ຄາດຄິດເກີດຂຶ້ນເລີຍ ຫຼື ແມ່ນແຕ່ບໍ່ເຮັດໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນຕ້ອງຮັບຄວາມສ່ຽງໃດໆ. ເພື່ອບັນລຸຜົນລັບນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຖອດຖອນບົດຮຽນຈາກປະສົບການເລື້ອຍໆ ແລະ ທຳຄວາມເຂົ້າໃຈກ່ຽວກັບສະພາບແວດລ້ອມ ແລະ ສະຖານະການຕ່າງໆທີ່ຕ້ອງປະເຊີນໜ້າໃນພາກພື້ນຕ່າງໆ ເມື່ອເທດສອນຂ່າວປະເສີດ. ຍິ່ງພວກເຂົາໄດ້ຮັບຂໍ້ມູນຫຼາຍເທົ່າໃດ ແລະ ຍິ່ງມັນຖືກຕ້ອງຫຼາຍເທົ່າໃດ, ຫຼັກການ ແລະ ແຜນການໃນການຈັດການເລື່ອງຕ່າງໆກໍຈະຍິ່ງຖືກຕ້ອງຫຼາຍຂຶ້ນເທົ່ານັ້ນ, ຈົນໃນທີ່ສຸດກໍຈະບັນລຸຜົນລັບໃນການຮັບປະກັນຄວາມປອດໄພຂອງຜູ້ຄົນ. ດ້ວຍວິທີນີ້, ມັນກໍຈະສາມາດຮັບປະກັນໄດ້ວ່າວຽກງານຂອງການເທດສອນຂ່າວປະເສີດດຳເນີນໄປຢ່າງເປັນລະບຽບ.

III. ວິທີຈັດການກັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ບໍ່ເອົາໃຈໃສ່ວຽກງານຄວາມປອດໄພ

ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມີຂີດຄວາມສາມາດທີ່ບໍ່ດີ ແລະ ຂາດຄວາມຮູ້ສຶກຮັບຜິດຊອບ; ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ຍັງຂີ້ຄ້ານເກີນໄປທີ່ຈະເຮັດວຽກງານຕົວຈິງອີກດ້ວຍ. ໃນເຂດທີ່ພວກເຂົາຮັບຜິດຊອບ, ຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນມັກຈະປະເຊີນກັບຄວາມສ່ຽງດ້ານຄວາມປອດໄພຢູ່ເລື້ອຍໆ, ເຊິ່ງຮຽກຮ້ອງໃຫ້ພວກເຂົາຕ້ອງຍ້າຍ ຫຼື ຍົກຍ້າຍທີ່ຢູ່ອາໄສ, ເຮັດໃຫ້ພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດ້ວຍຄວາມສະຫງົບໃຈ. ແມ່ນແຕ່ເລື່ອງທີ່ບໍ່ຄວນເກີດຂຶ້ນກໍເກີດຂຶ້ນເລື້ອຍໆ. ຕົວຢ່າງ: ຜູ້ນໍາ ຫຼື ຜູ້ເຮັດວຽກບາງຄົນຊອກຫາເຮືອນເຈົ້າພາບທີ່ຕັ້ງຢູ່ໃນເຂດຕ່ຳ. ເມື່ອຄາດວ່າຈະມີຝົນຕົກໜັກ ແລະ ນໍ້າຖ້ວມ, ຍ້ອນຢ້ານວ່າເຮືອນຈະຖືກນໍ້າຖ້ວມ, ອ້າຍເອື້ອຍນ້ອງທີ່ພັກເຊົາຢູ່ບ່ອນນັ້ນຈຶ່ງຈຳເປັນຕ້ອງຍ້າຍອອກລ່ວງໜ້າ, ໂດຍເອົາອຸປະກອນເຮັດວຽກ, ໝໍ້, ກະທະ ແລະ ທຸກສິ່ງທຸກຢ່າງໄປນຳ, ໃຊ້ເວລາຍ້າຍເຖິງສອງມື້ຕິດຕໍ່ກັນ. ສິ່ງນີ້ເຮັດໃຫ້ທຸກຄົນອິດເມື່ອຍຢ່າງໜັກ, ພວກເຂົາກົ້ມໜ້າລົງດ້ວຍຄວາມສິ້ນຫວັງ. ພວກເຂົາເວົ້າວ່າ: “ພວກເຮົາຕ້ອງຍ້າຍເຮືອນທຸກໆສອງສາມມື້, ຕ້ອງຍ້າຍໄປຍ້າຍມາຢູ່ຕະຫຼອດ. ເມື່ອໃດເລື່ອງນີ້ຈຶ່ງຈະສິ້ນສຸດ? ພວກເຮົາບໍ່ສາມາດຊອກຫາເຮືອນທີ່ປອດໄພ ແລະ ເຊື່ອຖືໄດ້ ບ່ອນທີ່ພວກເຮົາສາມາດປະຕິບັດໜ້າທີ່ຂອງພວກເຮົາໄດ້ຢ່າງປົກກະຕິບໍ?” ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ບໍ່ສາມາດແມ່ນແຕ່ແບກຮັບວຽກງານເລັກນ້ອຍນີ້ໄດ້; ອ້າຍເອື້ອຍນ້ອງທີ່ຢູ່ພາຍໃຕ້ພວກເຂົາບໍ່ສາມາດກິນ ຫຼື ນອນຫຼັບໄດ້ດີ ແລະ ພວກເຂົາກໍບໍ່ມີບ່ອນພັກເຊົາທີ່ພຽງພໍ. ສະພາບການດໍາລົງຊີວິດຂອງພວກເຂົາເປັນແບບຊົ່ວຄາວສະເໝີ, ໂດຍທີ່ທຸກຄົນກຽມພ້ອມທີ່ຈະຫຼົບໜີໄພພິບັດໄດ້ທຸກເວລາ. ເມື່ອພວກເຂົາໃຊ້ເຄື່ອງໃຊ້ປະຈຳວັນຂອງພວກເຂົາແລ້ວ, ພວກເຂົາກໍຟ້າວເກັບມ້ຽນພວກມັນໄວ້, ເພາະວ່າສະຖານະການທີ່ມີການປະກາດກວດກາສຳມະໂນຄົວອາດຈະເກີດຂຶ້ນໄດ້ທຸກເວລາ. ຄວາມຈິງແລ້ວ, ທຸກຄົນຮູ້ວ່ານີ້ໝາຍເຖິງການກວດກາຜູ້ທີ່ເຊື່ອໃນພຣະເຈົ້າ, ສະນັ້ນ, ພວກເຂົາຕ້ອງກຽມພ້ອມທີ່ຈະຍົກຍ້າຍໄດ້ທຸກເວລາ. ຜົນທີ່ຕາມມາຄື ຜູ້ທີ່ກຳລັງປະຕິບັດໜ້າທີ່ຈຶ່ງມີຄວາມຢ້ານກົວ ແລະ ບໍ່ມີຄວາມຮູ້ສຶກປອດໄພຢູ່ສະເໝີ. ສິ່ງນີ້ບໍ່ສົ່ງຜົນກະທົບຕໍ່ຜົນໄດ້ຮັບຂອງການປະຕິບັດໜ້າທີ່ຂອງພວກເຂົາບໍ? ສິ່ງນີ້ບໍ່ກ່ຽວຂ້ອງກັບວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກກຳລັງເຮັດຢູ່ບໍ? (ກ່ຽວຂ້ອງ.) ພວກເຂົາເຮັດວຽກງານນີ້ໄດ້ດີສໍ່າໃດ? (ພວກເຂົາເຮັດໄດ້ບໍ່ດີ, ບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາ.) ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ມີຄວາມຮັບຜິດຊອບ ແລະ ຂາດຄວາມອຸທິດຕົນ. ພວກເຂົາເອງກໍບໍ່ມີມາດຕະຖານສູງສຳລັບສະພາບການດໍາລົງຊີວິດ; ຕາບໃດທີ່ມີສະຖານທີ່ໃຫ້ພວກເຂົາກຳບັງລົມຝົນໄດ້, ນັ້ນກໍພຽງພໍແລ້ວ. ສະນັ້ນ, ພວກເຂົາຈຶ່ງບໍ່ພະຍາຍາມຢ່າງເຕັມທີ່ເພື່ອຊອກຫາສະຖານທີ່ທີ່ປອດໄພ ແລະ ໝັ້ນຄົງໃຫ້ອ້າຍເອື້ອຍນ້ອງໄດ້ອາໄສຢູ່. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມີຂີດຄວາມສາມາດທີ່ບໍ່ດີ; ພວກເຂົາບໍ່ຮູ້ວ່າສະພາບແວດລ້ອມແບບໃດທີ່ງຽບສະຫງົບ ແລະ ເໝາະສົມສຳລັບການດຳລົງຊີວິດ ຫຼື ເໝາະສົມສຳລັບໃຫ້ອ້າຍເອື້ອຍນ້ອງປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາເຊົ່າເຮືອນທີ່ຕັ້ງຢູ່ເຂດຕ່ຳທີ່ບໍ່ມີໃຜຢາກເຊົ່າ ແລະ ຫຼັງຈາກທີ່ອ້າຍເອື້ອຍນ້ອງຍ້າຍເຂົ້າໄປ, ພາຍໃນສອງສາມມື້ ພວກເຂົາກໍເປັນຜື່ນແພ້, ຄັນໄປທົ່ວຕົວ. ມັນເກີດຫຍັງຂຶ້ນ? ເຮືອນມັນຊຸ່ມເກີນໄປ, ມີນໍ້າຊຶມຂຶ້ນມາຈາກພື້ນ. ຈະມີໃຜສາມາດອາໄສຢູ່ໃນສະຖານທີ່ແບບນີ້ໄດ້ບໍ? ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ບໍ່ສາມາດແມ່ນແຕ່ແກ້ໄຂບັນຫານີ້ໄດ້, ພວກເຂົາບໍ່ສາມາດຊອກຫາເຮືອນທີ່ເໝາະສົມສຳລັບການປະຕິບັດໜ້າທີ່ໄດ້, ນີ້ແມ່ນຂີດຄວາມສາມາດແບບໃດ? ຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໆບາງຄົນເຊົ່າເຮືອນທີ່ມີຝົນຮົ່ວຕະຫຼອດ, ມີລົມພັດເຂົ້າ, ບໍ່ເກັບສຽງ ຫຼື ບໍ່ມີອິນເຕີເນັດ, ນໍ້າ ຫຼື ໄຟຟ້າ, ຈະມີໃຜສາມາດອາໄສຢູ່ບ່ອນນັ້ນໄດ້ແນວໃດ? ພວກເຂົາບໍ່ສົນໃຈເຮືອນທີ່ດີ ແລະ ຢືນຢັນທີ່ຈະເຊົ່າເຮືອນທີ່ຂາດຕົກບົກຜ່ອງເຫຼົ່ານີ້, ສິ່ງນີ້ບໍ່ໄດ້ຂັດຂວາງວຽກງານບໍ? ເຖິງແມ່ນວ່າອ້າຍເອື້ອຍນ້ອງຈະບໍ່ໄດ້ໃຊ້ຊີວິດຢ່າງລໍາບາກຢູ່ກາງແຈ້ງ, ແຕ່ສິ່ງອຳນວຍຄວາມສະດວກພື້ນຖານຫຼາຍຢ່າງຂອງເຮືອນກໍຂາດຫາຍໄປ; ພວກເຂົາອາໄສຢູ່ໃນເຕັ້ນຍັງຈະດີກວ່າ. ເຖິງແມ່ນວ່າອ້າຍເອື້ອຍນ້ອງສ່ວນໃຫຍ່ຈະຄຸ້ນເຄີຍກັບຄວາມລຳບາກ, ຮູ້ສຶກວ່າການອົດທົນກັບຄວາມລຳບາກລະດັບນີ້ບໍ່ແມ່ນສິ່ງທີ່ຮຸນແຮງ ແລະ ພວກເຂົາສາມາດທົນມັນໄດ້, ແຕ່ການຖືກທໍລະມານແບບນີ້ຢ່າງຕໍ່ເນື່ອງທຸກສອງສາມມື້ບໍ່ໄດ້ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາບໍ? ສະນັ້ນ, ຖ້າຜູ້ນໍາ ແລະ ຜູ້ເຮັດວຽກມີຂີດຄວາມສາມາດທີ່ບໍ່ດີ ແລະ ຂາດຄວາມຮູ້ສຶກຮັບຜິດຊອບ, ພວກເຂົາກໍບໍ່ສາມາດແບກຮັບວຽກງານນີ້ໄດ້; ພວກເຂົາຄວນລາອອກທັນທີ ແລະ ແນະນຳຄົນທີ່ສາມາດເຮັດວຽກງານນີ້ໄດ້ດີໃຫ້ມາຮັບຜິດຊອບແທນ ເພື່ອທີ່ພວກເຂົາຈະບໍ່ສົ່ງຜົນກະທົບຕໍ່ຊີວິດ ແລະ ການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນສ່ວນໃຫຍ່. ການຈັດວາງໃຫ້ຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນບໍ່ໄດ້ຮຽກຮ້ອງໃຫ້ຕ້ອງພິຈາລະນາທຸກໆດ້ານ, ແຕ່ຢ່າງໜ້ອຍທີ່ສຸດ ສະພາບແວດລ້ອມການດໍາລົງຊີວິດຂັ້ນພື້ນຖານຕ້ອງໄດ້ຮັບການຮັບປະກັນ. ມີພຽງແຕ່ເມື່ອມີການຮັບປະກັນໃນດ້ານນີ້ເທົ່ານັ້ນ ວຽກງານຂອງຄຣິສຕະຈັກຈຶ່ງຈະບໍ່ໄດ້ຮັບຜົນກະທົບ. ວຽກງານນີ້ເຮັດງ່າຍບໍ? (ງ່າຍ.) ມັນງ່າຍທີ່ຈະເວົ້າວ່າມັນເຮັດງ່າຍ, ແຕ່ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເປັນຄົນເບົາປັນຍາທີ່ມີຂີດຄວາມສາມາດທີ່ບໍ່ດີ ແລະ ຂາດຄວາມຮູ້ສຶກຮັບຜິດຊອບໃດໆ, ພວກເຂົາກໍບໍ່ສາມາດເຮັດມັນໄດ້. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດເຮັດວຽກງານນີ້ໄດ້ ຫຼື ບໍ່ສາມາດເຮັດໄດ້ດີ, ຜູ້ຄົນຈຳນວນຫຼາຍຈຶ່ງຕ້ອງທົນທຸກກັບຜົນທີ່ຕາມມາ, ດຳລົງຊີວິດໃນແຕ່ລະມື້ຄືກັບວ່າພວກເຂົາກໍາລັງຫຼົບໜີຈາກຄວາມອຶດຢາກ, ພວກເຂົາຈະປະຕິບັດໜ້າທີ່ຂອງພວກເຂົາແບບນີ້ໄດ້ແນວໃດ? ຜູ້ນໍາປອມບາງຄົນບໍ່ເຂົ້າໃຈຫຼັກການຄວາມຈິງ ແຕ່ກໍຍັງມັກເປັນຈຸດສົນໃຈ. ພວກເຂົາບໍ່ສາມາດເຮັດວຽກງານໄດ້ດີ ແຕ່ກໍປະຕິເສດທີ່ຈະລົງຈາກຕຳແໜ່ງ, ຍຶດຕິດກັບຕຳແໜ່ງຂອງພວກເຂົາ ແລະ ບໍ່ຍອມໄປ. ຄວນຈັດການກັບຜູ້ນໍາແບບນີ້ແນວໃດ? (ພວກເຂົາຄວນຖືກປົດອອກ.) ການປົດພວກເຂົາອອກເປັນເລື່ອງງ່າຍ; ບັນຫາກໍຄືວ່າມີຄົນທີ່ດີກວ່າມາຮັບຜິດຊອບວຽກງານຂອງພວກເຂົາແທນ ຫຼື ບໍ່. ຖ້າບໍ່ມີ, ພວກເຈົ້າສາມາດແບກຮັບວຽກງານນີ້ໄດ້ບໍ? ພວກເຈົ້າສາມາດຮັບປະກັນໄດ້ບໍວ່າບຸກຄະລາກອນທີ່ເຮັດວຽກງານສຳຄັນຈະມີສະພາບແວດລ້ອມການດໍາລົງຊີວິດທີ່ໝັ້ນຄົງ? ຖ້າຄົນດຽວບໍ່ສາມາດຈັດການມັນໄດ້, ພວກເຈົ້າສາມ ຫຼື ຫ້າຄົນສາມາດຮ່ວມມືກັນເພື່ອແບກຮັບວຽກງານນີ້ໄດ້ບໍ? ຖ້າພວກເຈົ້າກໍບໍ່ສາມາດຈັດການວຽກງານນີ້ໄດ້ເຊັ່ນກັນ, ຖ້າພວກເຈົ້າບໍ່ສາມາດເຮັດແມ່ນແຕ່ວຽກງານທີ່ງ່າຍດາຍແບບນີ້ໄດ້, ບໍ່ສາມາດຮັບປະກັນແມ່ນແຕ່ສະພາບແວດລ້ອມການດໍາລົງຊີວິດຂັ້ນພື້ນຖານໄດ້, ແລ້ວພວກເຈົ້າກໍຕ້ອງອົດທົນກັບຄວາມລຳບາກ ແລະ ຄວາມທົນທຸກຕື່ມອີກໜ້ອຍໜຶ່ງເປັນການຊົ່ວຄາວ. ຖ້າພວກເຈົ້າຍັງສາມາດຢຶດໝັ້ນໃນການປະຕິບັດໜ້າທີ່ຂອງພວກເຈົ້າ, ສ່ວນພຣະເຈົ້າ, ເມື່ອເຫັນວ່າຄວາມຕັ້ງໃຈຂອງພວກເຈົ້າທີ່ຈະອົດທົນກັບຄວາມລຳບາກນັ້ນໜັກແໜ້ນພຽງພໍ, ຈຶ່ງສົ່ງຄົນທີ່ຈັດການສິ່ງຕ່າງໆໄດ້ຢ່າງໜ້າເຊື່ອຖື ແລະ ຜູ້ທີ່ສາມາດແກ້ໄຂບັນຫາໄດ້ມາເຮັດວຽກງານ, ແລ້ວວັນເວລາແຫ່ງຄວາມທົນທຸກຂອງພວກເຈົ້າກໍຈະສິ້ນສຸດລົງ ແລະ ຖືກທົດແທນດ້ວຍຊ່ວງເວລາທີ່ດີ. ຖ້າບໍ່ມີໃຜແບບນີ້ມາແກ້ໄຂບັນຫາເຫຼົ່ານີ້, ແລ້ວພວກເຈົ້າກໍຕ້ອງຍອມຮັບຊະຕາກຳຂອງພວກເຈົ້າ, ພວກເຈົ້າຖືກກໍານົດໃຫ້ອົດທົນກັບຄວາມລໍາບາກ, ພວກເຈົ້າສົມຄວນອົດທົນກັບມັນ; ພວກເຈົ້າຕ້ອງເຮັດໃຈໃຫ້ສະຫງົບ ແລະ ອົດທົນກັບມັນ. ຄວາມຈິງແລ້ວ, ການອົດທົນກັບຄວາມລຳບາກເລັກນ້ອຍນີ້ກໍຄຸ້ມຄ່າ; ມັນດີກວ່າການຢູ່ໃນຄຸກ ແລະ ທົນທຸກກັບການທໍລະມານຫຼາຍ. ຢ່າງໜ້ອຍພວກເຈົ້າກໍບໍ່ໄດ້ຖືກທໍລະມານ ຫຼື ສອບສວນ; ພວກເຈົ້າຍັງສາມາດອ່ານພຣະທຳຂອງພຣະເຈົ້າ, ປະຕິບັດໜ້າທີ່ຂອງພວກເຈົ້າ ແລະ ດຳລົງຊີວິດຄຣິສຕະຈັກຮ່ວມກັບອ້າຍເອື້ອຍນ້ອງ. ເຖິງແມ່ນວ່າຈະມີຄວາມຢ້ານກົວ, ອຸປະສັກ ແລະ ຄວາມຍາກລຳບາກ ແລະ ພວກເຈົ້າຕ້ອງຍົກຍ້າຍຢູ່ເລື້ອຍໆ, ນີ້ກໍຍັງເປັນປະສົບການທີ່ບໍ່ທຳມະດາໃນຊີວິດຂອງພວກເຈົ້າ, ເຊິ່ງພວກເຈົ້າສາມາດຮຽນຮູ້ບົດຮຽນ ແລະ ໄດ້ຮັບບາງສິ່ງບາງຢ່າງ. ແບບນີ້ບໍ່ແມ່ນດີຫຼາຍບໍ? (ດີຫຼາຍ.) ຜູ້ຄົນຄວນມີຄວາມຕັ້ງໃຈທີ່ຈະອົດທົນກັບຄວາມລຳບາກ ແລະ ໃຫ້ພຣະເຈົ້າຈັດວາງຕາມທີ່ພຣະອົງປະສົງ. ຖ້າພວກເຈົ້າບໍ່ສາມາດອົດທົນກັບຄວາມລຳບາກນີ້ໄດ້ຢ່າງແທ້ຈິງ, ພວກເຈົ້າອາດຈະອະທິຖານຕໍ່ພຣະເຈົ້າຢ່າງຈິງຈັງໃນໃຈຂອງພວກເຈົ້າວ່າ: “ຂ້າແດ່ພຣະເຈົ້າ, ພວກຂ້ານ້ອຍຂໍໃຫ້ພຣະອົງເບິ່ງພວກຂ້ານ້ອຍຜູ້ທີ່ກຳລັງທົນທຸກ, ພວກຂ້ານ້ອຍໜ້າສົງສານສ່ຳໃດ! ພວກຂ້ານ້ອຍຕິດຕາມພຣະອົງໂດຍບໍ່ມີການຈົ່ມວ່າ ຫຼື ເສຍໃຈ! ພວກຂ້ານ້ອຍຂໍໃຫ້ພຣະອົງ, ໂດຍຄຳນຶງເຖິງຄວາມຈົງຮັກພັກດີທີ່ບໍ່ຫວັ່ນໄຫວຂອງພວກຂ້ານ້ອຍທີ່ມີຕໍ່ພຣະອົງ, ຂໍໃຫ້ຊີວິດແຫ່ງຄວາມລຳບາກນີ້ສິ້ນສຸດລົງ! ພວກຂ້ານ້ອຍຂໍໃຫ້ພຣະອົງສົ່ງຜູ້ນໍາ ຫຼື ຜູ້ເຮັດວຽກທີ່ເໝາະສົມມາຊອກຫາສະຖານທີ່ທີ່ເໝາະສົມໃຫ້ພວກຂ້ານ້ອຍ! ພວກຂ້ານ້ອຍຕ້ອງໃຊ້ຊີວິດຢ່າງລໍາບາກຢູ່ກາງແຈ້ງຢູ່ສະເໝີ, ຍ້າຍຈາກບ່ອນໜຶ່ງໄປອີກບ່ອນໜຶ່ງທຸກມື້ ແລະ ພວກຂ້ານ້ອຍບໍ່ຮູ້ວ່າສິ່ງນີ້ຈະດຳເນີນໄປອີກດົນສໍ່າໃດ. ພວກຂ້ານ້ອຍບໍ່ຢາກພະເນຈອນອີກຕໍ່ໄປ, ຂໍໃຫ້ຊອກຫາທີ່ຢູ່ອາໄສທີ່ໝັ້ນຄົງໃຫ້ພວກຂ້ານ້ອຍດ້ວຍເຖີດ!” ການອະທິຖານແບບນີ້ເໝາະສົມບໍ? ພວກເຈົ້າອາດຈະອະທິຖານແບບນີ້; ໂດຍອີງໃສ່ຄວາມຕ້ອງການຂອງສະພາບແວດລ້ອມ, ພວກເຈົ້າຄວນອະທິຖານແບບນີ້.

ການອົດທົນກັບຄວາມລຳບາກ, ເມື່ອເບິ່ງຈາກອີກມຸມໜຶ່ງ, ກໍບໍ່ແມ່ນສິ່ງທີ່ບໍ່ດີ; ການອົດທົນກັບຄວາມລຳບາກບາງຢ່າງສາມາດຝຶກຝົນຄວາມຕັ້ງໃຈຂອງເຈົ້າໄດ້. ການຝຶກຝົນຄວາມຕັ້ງໃຈຂອງເຈົ້າໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ໂດຍຜ່ານການອົດທົນກັບຄວາມລຳບາກນີ້ຢ່າງຕໍ່ເນື່ອງ, ເຈົ້າກໍຈະກາຍເປັນຄົນຊິນຊາກັບມັນ ແລະ ບໍ່ຮັບຮູ້ວ່າມັນເປັນຄວາມລໍາບາກອີກຕໍ່ໄປ; ບໍ່ວ່າເຈົ້າຈະອົດທົນກັບຄວາມລໍາບາກຫຼາຍສໍ່າໃດກໍຕາມ, ເຈົ້າກໍຈະບໍ່ຮູ້ສຶກເຈັບປວດອີກຕໍ່ໄປ. ເຖິງຢ່າງໃດກໍຕາມ, ເມື່ອປະເຊີນໜ້າກັບສະຖານະການຕ່າງໆ, ເຈົ້າຕ້ອງຮຽນຮູ້ບົດຮຽນບາງຢ່າງ, ໄດ້ຮັບຄວາມເຂົ້າໃຈບາງຢ່າງ ແລະ ຮຽນຮູ້ວິທີແຍກແຍະຜູ້ຄົນ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກມີຂີດຄວາມສາມາດທີ່ບໍ່ດີຢ່າງຍິ່ງ ແລະ ບໍ່ສາມາດແມ່ນແຕ່ຈະເຮັດວຽກງານການຈັດວາງບ່ອນທີ່ເໝາະສົມໄດ້, ພວກເຂົາຈະສາມາດສະໜອງໃຫ້ ແລະ ນໍາພາປະຊາກອນທີ່ພຣະເຈົ້າເລືອກໄດ້ແນວໃດ? ຄົນແບບນີ້ບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ເຮືອນຂອງພຣະເຈົ້າບໍ່ແມ່ນວ່າບໍ່ມີເງິນທີ່ຈະເຊົ່າເຮືອນ ແລະ ບໍ່ຢາກເຫັນອ້າຍເອື້ອຍນ້ອງບໍ່ມີທີ່ຢູ່ອາໄສທີ່ແນ່ນອນຢູ່ສະເໝີ. ເຮືອນຂອງພຣະເຈົ້າບໍ່ໄດ້ສະໜັບສະໜູນໃຫ້ຜູ້ຄົນອົດທົນກັບຄວາມລຳບາກຢູ່ສະເໝີ ຫຼື ດຳລົງຊີວິດທີ່ຍາກລຳບາກທຸກມື້, ເຖິງແມ່ນວ່າແນ່ນອນແລ້ວ ມັນກໍບໍ່ໄດ້ຫຼີກລ່ຽງການທີ່ຜູ້ຄົນຈະອົດທົນກັບຄວາມລຳບາກໃດໆເຊັ່ນກັນ. ແຕ່ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດແມ່ນແຕ່ຈະຈັດການວຽກງານການຈັດວາງໄດ້ ແລະ ການເຮັດສິ່ງໃດທີ່ເໝາະສົມກໍເປັນເລື່ອງທີ່ຍາກລໍາບາກຢ່າງແທ້ຈິງສຳລັບພວກເຂົາ, ແລ້ວມັນຈະມີຫຍັງເຫຼືອໃຫ້ພວກເຂົາອວດອ້າງໄດ້ອີກ? ພວກເຂົາແຕ່ລະຄົນເບິ່ງເປັນຜູ້ເປັນຄົນ, ມີໃບປະກາດ ແລະ ເປັນຄົນມີຖານະ, ແຕ່ການຈັດການເລື່ອງເລັກນ້ອຍນີ້ກັບເປັນເລື່ອງທີ່ຍາກລຳບາກສຳລັບພວກເຂົາ. ໃນກໍລະນີນັ້ນ, ກໍເຮັດຫຍັງບໍ່ໄດ້, ເຈົ້າສາມາດຍອມຮັບມັນໄດ້ຈາກພຣະເຈົ້າເທົ່ານັ້ນ. ນີ້ຄືຄວາມລຳບາກທີ່ຜູ້ຄົນຄວນອົດທົນ; ເຈົ້າຄວນໃຫ້ພຣະເຈົ້າຈັດວາງຕາມທີ່ພຣະອົງປະສົງ. ນີ້ແມ່ນສິ່ງທີ່ຖືກຕ້ອງ. ບາງທີມື້ໜຶ່ງ, ຄວາມລຳບາກນີ້ຈະຖືກຕິດຕາມດ້ວຍວັນເວລາທີ່ດີກວ່າ ແລະ ຊີວິດແບບນີ້ກໍຈະບໍ່ດຳເນີນຕໍ່ໄປອີກ. ບໍ່ວ່າເຈົ້າຈະຢູ່ໃນສະພາບແວດລ້ອມແບບໃດກໍຕາມ, ເຈົ້າຄວນຮັກສາທັດສະນະຄະຕິແຫ່ງການອ່ອນນ້ອມ ແລະ ຫຼີກລ່ຽງການຈົ່ມວ່າ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກຄົນໃດໜຶ່ງບໍ່ໜ້າເຊື່ອຖື ແລະ ເຮັດວຽກງານໄດ້ບໍ່ດີ, ຢ່າປ່ອຍໃຫ້ມັນສົ່ງຜົນກະທົບຕໍ່ຄວາມຈິງໃຈ ແລະ ຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ຢ່າປ່ອຍໃຫ້ມັນສົ່ງຜົນກະທົບຕໍ່ການອ່ອນນ້ອມຂອງເຈົ້າຕໍ່ພຣະເຈົ້າ ແລະ ທັດສະນະຄະຕິແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ. ດ້ວຍວິທີນີ້, ເຈົ້າກໍຈະໄດ້ຢືນຢັດຢ່າງໝັ້ນຄົງໃນເລື່ອງນີ້. ຜູ້ນໍາ ແລະ ຜູ້ເຮັດວຽກເປັນພຽງຄົນທຳມະດາ. ຖ້າພວກເຂົາມີຂີດຄວາມສາມາດທີ່ບໍ່ດີ ແລະ ບໍ່ສາມາດເຮັດວຽກງານໄດ້ ຫຼື ຖ້າພວກເຂົາເປັນຜູ້ນໍາປອມທີ່ບໍ່ປະຕິບັດຄວາມຮັບຜິດຊອບຂອງພວກເຂົາ, ນັ້ນກໍເປັນບັນຫາສ່ວນຕົວຂອງພວກເຂົາ ແລະ ບໍ່ມີຫຍັງກ່ຽວຂ້ອງກັບເຮືອນຂອງພຣະເຈົ້າ. ມັນບໍ່ແມ່ນເຮືອນຂອງພຣະເຈົ້າທີ່ສັ່ງໃຫ້ພວກເຂົາເຮັດແບບນີ້; ມັນເປັນພຽງແຕ່ວ່າພວກເຂົາໄດ້ຖືກເປີດເຜີຍຍ້ອນຄວາມບໍ່ຮັບຜິດຊອບຂອງພວກເຂົາ. ພວກເຂົາບໍ່ສາມາດເຮັດວຽກງານທີ່ເຮືອນຂອງພຣະເຈົ້າມອບໝາຍໃຫ້ພວກເຂົາສຳເລັດໄດ້ ແລະ ດ້ວຍເຫດນັ້ນ ຈຶ່ງສາມາດຖືກປົດອອກ ແລະ ຖືກກຳຈັດເທົ່ານັ້ນ. ໃນສະຖານະການດັ່ງກ່າວ, ເມື່ອປະຊາກອນທີ່ພຣະເຈົ້າເລືອກອົດທົນກັບຄວາມລຳບາກນີ້, ພວກເຂົາຕ້ອງຍອມຮັບມັນຈາກພຣະເຈົ້າ ແລະ ໃຫ້ພຣະເຈົ້າຈັດວາງຕາມທີ່ພຣະອົງປະສົງ. ເຖິງແມ່ນວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ເຮັດວຽກງານໄດ້ດີ ຫຼື ພວກເຂົາມີບັນຫາໃດໆກໍຕາມ, ຄວາມຈິງທີ່ວ່າພຣະເຈົ້າຄືຄວາມຈິງ, ຫົນທາງ ແລະ ຊີວິດນັ້ນກໍບໍ່ປ່ຽນແປງຕະຫຼອດໄປ. ການຕິດຕາມພຣະເຈົ້າ, ການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການຍອມຮັບພຣະທຳຂອງພຣະເຈົ້າຂອງເຈົ້າບໍ່ຄວນປ່ຽນແປງ. ສິ່ງເຫຼົ່ານີ້ຄືຄວາມຈິງນິລັນດອນ. ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງເຈົ້າ, ບໍ່ວ່າຈະມີເລື່ອງທີ່ບໍ່ພໍໃຈຫຍັງເກີດຂຶ້ນກໍຕາມ, ເຈົ້າຄວນຍອມຮັບພວກມັນຈາກພຣະເຈົ້າ ແລະ ຮຽນຮູ້ບົດຮຽນທີ່ຢູ່ໃນນັ້ນ. ເຈົ້າຄວນສະຫງົບຈິດໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ອະທິຖານຕໍ່ພຣະອົງ ແລະ ຢ່າປ່ອຍໃຫ້ຕົວເຈົ້າເອງໄດ້ຮັບຜົນກະທົບຈາກໂລກພາຍນອກ. ເຈົ້າຕ້ອງຮຽນຮູ້ທີ່ຈະປັບຕົວເຂົ້າກັບສະພາບແວດລ້ອມຕ່າງໆ ແລະ ຮຽນຮູ້ທີ່ຈະປະສົບກັບພາລະກິດຂອງພຣະເຈົ້າໃນສະພາບແວດລ້ອມທຸກປະເພດ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ເຈົ້າຈະສາມາດບັນລຸການເຂົ້າສູ່ຊີວິດໄດ້. ບາງຄົນມີວຸດທິພາວະນ້ອຍ; ເມື່ອຄວາມລຳບາກເກີດຂຶ້ນ, ພວກເຂົາກໍຈົ່ມວ່າ ແລະ ກັງວົນ, ຮູ້ສຶກທຸກໃຈ ແລະ ສູນເສຍຄວາມເຊື່ອໃນພຣະເຈົ້າ, ນີ້ເປັນການໂງ່ຈ້າ ແລະ ບໍ່ຮູ້ຄວາມຢ່າງຍິ່ງ! ຜູ້ນໍາ ແລະ ຜູ້ເຮັດວຽກທີ່ບໍ່ໄດ້ເຮັດວຽກງານຕົວຈິງໄດ້ຖືກເປີດເຜີຍ ແລະ ກຳຈັດ, ແຕ່ສິ່ງນັ້ນກ່ຽວຂ້ອງຫຍັງກັບເຈົ້າ? ເປັນຫຍັງເຈົ້າຈຶ່ງກາຍເປັນຄົນຄິດລົບ ແລະ ຫ່າງເຫີນຈາກພຣະເຈົ້າພຽງເພາະວ່າພວກເຂົາຈັດແຈງສິ່ງຕ່າງໆຢ່າງບໍ່ເໝາະສົມ? ນີ້ບໍ່ແມ່ນການກະບົດຢ່າງຮ້າຍແຮງບໍ? (ແມ່ນແລ້ວ.) ເມື່ອຜູ້ຄົນເຮັດສິ່ງທີ່ຜິດ, ເຈົ້າອາດຈະແຍກແຍະ ແລະ ປະຕິເສດພວກເຂົາ, ແຕ່ຢ່າປະຕິເສດພຣະເຈົ້າ ຫຼື ປະຕິເສດຄວາມຈິງ. ຄວາມຈິງບໍ່ຜິດ, ພຣະເຈົ້າບໍ່ຜິດ. ເຈດຕະນາດັ້ງເດີມຂອງພຣະເຈົ້າບໍ່ແມ່ນເພື່ອໃຫ້ຜູ້ຄົນອົດທົນກັບຄວາມລຳບາກແບບນີ້; ແຕ່ສຳລັບມະນຸດຊາດທີ່ເສື່ອມຊາມ, ການອົດທົນກັບຄວາມລຳບາກບາງຢ່າງກໍເປັນສິ່ງທີ່ຈຳເປັນຢ່າງແທ້ຈິງ. ການອົດທົນກັບຄວາມລຳບາກເລັກນ້ອຍເປັນປະໂຫຍດຕໍ່ເຈົ້າ; ປະໂຫຍດກໍຄື ເຈົ້າໄດ້ຮຽນຮູ້ບົດຮຽນ ແລະ ຮຽນຮູ້ທີ່ຈະສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ຖ້າເຈົ້າສາມາດອົດທົນກັບຄວາມລຳບາກຕ່າງໆໄດ້, ເຈົ້າກໍຈະໄດ້ຮັບຄວາມອົດທົນບາງຢ່າງ ແລະ ສາມາດຍຶດໝັ້ນໃນການເປັນພະຍານໃນສະພາບແວດລ້ອມທຸກປະເພດ. ການສາມາດອົດທົນກັບຄວາມລຳບາກໄດ້ເປັນການຝຶກຝົນຄວາມຕັ້ງໃຈຂອງເຈົ້າທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ. ນີ້ຄືເຈດຕະນາດັ້ງເດີມຂອງພຣະເຈົ້າ ແລະ ຜົນລັບທີ່ພຣະເຈົ້າຕ້ອງການເຫັນໃນຕົວເຈົ້າ. ຖ້າເຈົ້າສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ເຮັດ ແລະ ປະຕິບັດຕາມເຈດຕະນາຂອງພຣະເຈົ້າໄດ້; ຖ້າເຈົ້າສາມາດລະເວັ້ນຈາກການປະຖິ້ມພຣະເຈົ້າໄດ້ ບໍ່ວ່າເຈົ້າຈະປະເຊີນກັບຄົນ ຫຼື ສະພາບແວດລ້ອມປະເພດໃດກໍຕາມ; ແລະ ຖ້າເຈົ້າສາມາດຮຽນຮູ້ທີ່ຈະປະຕິບັດຄວາມຈິງ, ມີການອ່ອນນ້ອມຕໍ່ພຣະເຈົ້າ, ມີຄວາມເຂົ້າໃຈ ແລະ ທັດສະນະຄະຕິທີ່ຖືກຕ້ອງ, ຮັກສາຄວາມເຊື່ອທີ່ບໍ່ປ່ຽນແປງໃນພຣະເຈົ້າ ແລະ ລະເວັ້ນຈາກການຈົ່ມວ່າກ່ຽວກັບພຣະເຈົ້າ ຫຼື ຕີຕົວອອກຫ່າງຈາກພຣະອົງໃນໃຈຂອງເຈົ້າໄດ້, ບໍ່ວ່າເນື້ອໜັງຂອງເຈົ້າຈະທົນທຸກກັບຄວາມທໍລະມານຫຼາຍສໍ່າໃດກໍຕາມ; ແລ້ວເຈົ້າກໍຈະມີວຸດທິພາວະ.

ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປົກປ້ອງຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນ, ປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ. ວຽກງານນີ້ກ່ຽວຂ້ອງກັບລາຍລະອຽດຫຼາຍຢ່າງ. ໃນດ້ານໜຶ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈວິທີຈັດຕັ້ງປະຕິບັດວຽກງານທີ່ລະອຽດເຫຼົ່ານີ້ໂດຍສະເພາະ. ນອກຈາກນີ້, ເມື່ອຕ້ອງປະເຊີນກັບສະຖານະການພິເສດໃດໜຶ່ງ, ພວກເຂົາຕ້ອງຕັດສິນໃຈຢ່າງຖືກຕ້ອງ, ຈາກນັ້ນກໍຊອກຫາຫຼັກການທີ່ເໝາະສົມ ແລະ ພັດທະນາແຜນການສະເພາະສຳລັບການຈັດການສະຖານະການ. ເປົ້າໝາຍສູງສຸດແມ່ນເພື່ອຮັບປະກັນຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ສາມາດຮັບປະກັນໄດ້ວ່າວຽກງານເທດສອນຂ່າວປະເສີດຈະດຳເນີນໄປຢ່າງເປັນລະບຽບ. ການຍຶດໝັ້ນໃນຫຼັກການນີ້ແມ່ນຖືກຕ້ອງ; ນີ້ຄືເປົ້າໝາຍ ແລະ ຫຼັກການຂອງຜູ້ນໍາ ແລະ ຜູ້ເຮັດວຽກໃນການເຮັດວຽກງານນີ້. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຍຶດໝັ້ນໃນເປົ້າໝາຍ ແລະ ຫຼັກການນີ້ຢ່າງຖືກຕ້ອງ, ໂດຍພື້ນຖານແລ້ວ ພວກເຂົາກໍໄດ້ມາດຕະຖານໃນການເຮັດວຽກງານນີ້. ມີບັນຫາອື່ນໃດອີກແດ່ທີ່ກ່ຽວຂ້ອງກັບວຽກງານນີ້? ບາງຄົນເວົ້າວ່າ: “ຂ້ອຍບໍ່ເຄີຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກມາກ່ອນ ແລະ ຂ້ອຍກໍບໍ່ເຄີຍປະເຊີນກັບເລື່ອງປະເພດນີ້. ຂ້ອຍບໍ່ຮູ້ວ່າຂ້ອຍຄວນເຮັດຫຍັງໃນວຽກງານນີ້ ແລະ ຂ້ອຍກໍບໍ່ຮູ້ວິທີເຮັດມັນ. ສະນັ້ນ, ຂ້ອຍບໍ່ຈຳເປັນຕ້ອງເຮັດມັນ, ໃຜສົນໃຈວ່າພວກເຈົ້າຈະປອດໄພ ຫຼື ບໍ່? ພວກເຈົ້າຈັດການມັນເອງ”. ການທີ່ພວກເຂົາປັດຄວາມຮັບຜິດຊອບເລື່ອງນີ້ເປັນສິ່ງທີ່ຍອມຮັບໄດ້ບໍ? (ບໍ່, ບໍ່ໄດ້.) ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ຄວນຖືກປົດອອກ. ຖ້າເຈົ້າບໍ່ເຮັດວຽກງານຕົວຈິງ, ເຈົ້າຈະມີປະໂຫຍດຫຍັງ? ພວກເຮົາເກັບເຈົ້າໄວ້ເປັນເຄື່ອງປະດັບເພາະວ່າເຈົ້າເບິ່ງດີຊື່ໆບໍ? ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ຕ້ອງຖືກປົດອອກ ແລະ ຖືກກຳຈັດ; ບໍ່ຄວນອະນຸຍາດໃຫ້ພວກເຂົາຍຶດຄອງຕຳແໜ່ງໂດຍບໍ່ເຮັດວຽກງານໃດໆ. ຜູ້ນໍາປອມບໍ່ເຮັດວຽກງານຕົວຈິງ, ພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນ, ແມ່ນບໍ? ຖ້າພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຢ່າງແທ້ຈິງ, ເປັນຫຍັງພວກເຂົາຈຶ່ງບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເມື່ອພວກມັນເກີດຂຶ້ນ? ບໍ່ມີໃຜທີ່ເກີດມາແລ້ວຮູ້ທຸກສິ່ງ; ທຸກຄົນລ້ວນແຕ່ເຮັດວຽກງານໄປນຳຮຽນຮູ້ໄປນຳ. ຖ້າເຈົ້າສາມາດສະແຫວງຫາຄວາມຈິງ, ເຈົ້າກໍຈະພົບວິທີທີ່ຈະເຮັດວຽກງານໄດ້ດີ. ຖ້າເຈົ້າມີຄວາມຮູ້ສຶກຮັບຜິດຊອບ, ເຈົ້າກໍຈະຄິດຫາວິທີທີ່ຈະເຮັດວຽກງານໄດ້ດີ. ທີ່ຈິງແລ້ວ ການເຮັດວຽກງານຜູ້ນໍາບໍ່ແມ່ນເລື່ອງຍາກ; ຕາບໃດທີ່ຄົນເຮົາສາມາດສະແຫວງຫາຄວາມຈິງ, ມັນກໍງ່າຍທີ່ຈະເຮັດວຽກງານໃຫ້ໄດ້ດີ. ນອກຈາກນີ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍມີຄູ່ຮ່ວມງານ; ຕາບໃດທີ່ສອງ ຫຼື ສາມຄົນເປັນໜຶ່ງໃຈດຽວກັນ, ວຽກງານໃດກໍງ່າຍທີ່ຈະເຮັດໃຫ້ສຳເລັດ. ປັດຈຸບັນ ຜູ້ນໍາ ແລະ ຜູ້ເຮັດວຽກຫຼາຍຄົນກຳລັງຝຶກຝົນ; ພວກເຂົາກຳລັງຝຶກຝົນໃນການສະແຫວງຫາຄວາມຈິງໃນທຸກສິ່ງເພື່ອແກ້ໄຂບັນຫາ. ໃນຈຸດນີ້, ຢ່າງໜ້ອຍຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນກໍມີຂີດຄວາມສາມາດໃນວຽກງານຜູ້ນໍາ ແລະ ມີຄວາມສາມາດຢ່າງເຕັມທີ່ໃນການເຮັດວຽກງານເຜີຍແຜ່ຂ່າວປະເສີດໄດ້ດີ, ແມ່ນບໍ? (ແມ່ນແລ້ວ.) ສະນັ້ນ, ພວກເຮົາຈະໂອ້ລົມກັນເຖິງຈຸດນີ້ສຳລັບມື້ນີ້. ລາກ່ອນ!

ວັນທີ 20 ກໍລະກົດ 2024

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?