ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (5) ສ່ວນທີ ສອງ
ຈຸດປະສົງຂອງເຮືອນຂອງພຣະເຈົ້າໃນການສົ່ງເສີມ ແລະ ບົ່ມເພາະຄົນທີ່ມີຄວາມສາມາດພິເສດທຸກປະເພດ
ຕໍ່ໄປ ພວກເຮົາຈະໂອ້ລົມກັນກ່ຽວກັບເຫດຜົນທີ່ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະຄົນທີ່ມີຄວາມສາມາດພິເສດທຸກປະເພດ. ບາງຄົນບໍ່ເຂົ້າໃຈເລື່ອງນີ້ປານໃດ ແລະ ຄິດວ່າ: “ມັນຈະບໍ່ພຽງພໍບໍທີ່ເຮືອນຂອງພຣະເຈົ້າຈະດຳເນີນການສົ່ງເສີມ ແລະ ນໍາໃຊ້ຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆເລີຍ? ເປັນຫຍັງຈຶ່ງຈຳເປັນຕ້ອງບົ່ມເພາະ ແລະ ຝຶກຝົນພວກເຂົາເປັນໄລຍະເວລາໜຶ່ງ?” ພວກເຈົ້າເຂົ້າໃຈເລື່ອງນີ້ ຫຼື ບໍ່? ກ່ອນອື່ນ ໃຫ້ພວກເຮົາມາເວົ້າກ່ຽວກັບຄົນປະເພດທີ່ກາຍມາເປັນຜູ້ນໍາ ແລະ ຜູ້ເຮັດວຽກ. ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງສົ່ງເສີມ ແລະ ບົ່ມເພາະຜູ້ທີ່ມີຄວາມສາມາດໃນການຢັ່ງຮູ້, ຜູ້ທີ່ແບກຮັບພາລະສຳລັບຄຣິສຕະຈັກ ແລະ ຜູ້ທີ່ມີຄວາມສາມາດໃນການເຮັດວຽກ? ນີ້ກໍຍ້ອນວ່າເຖິງແມ່ນວ່າພວກເຂົາຈະມີຄຸນສົມບັດໃນດ້ານຂີດຄວາມສາມາດ ແລະ ບັນລຸເກນ, ແຕ່ພວກເຂົາຍັງບໍ່ທັນມີປະສົບການຈິງ ແລະ ບໍ່ເຂົ້າໃຈຄວາມຈິງ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ຮູ້ວິທີການປະຕິບັດຄວາມຈິງ ແລະ ເຮັດສິ່ງຕ່າງໆຕາມຫຼັກການ. ພວກເຂົາຕ້ອງໄດ້ຮັບການຝຶກຝົນເປັນໄລຍະເວລາໜຶ່ງ ແລະ ໄດ້ຮັບການຊີ້ນໍາ ແລະ ມີພຽງແຕ່ຕອນທີ່ພວກເຂົາກຳແໜ້ນຫຼັກການຂອງການປະຕິບັດໜ້າທີ່ຂອງຕົນ ແລະ ມີປະສົບການຈິງເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຖືກນໍາໃຊ້ຢ່າງເປັນທາງການ. ຖ້າພວກເຂົາເປັນຄືກັບອ້າຍເອື້ອຍນ້ອງທັງຫຼາຍໃນຄຣິສຕະຈັກທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຟັງຄໍາເທດສະໜາ, ດຳເນີນຊີວິດຄຣິສຕະຈັກ ແລະ ຝຶກຝົນໃນການປະຕິບັດໜ້າທີ່ ແລະ ໄດ້ຮັບການສົ່ງເສີມ ແລະ ບົ່ມເພາະພຽງແຕ່ຫຼັງຈາກທີ່ຊີວິດຂອງພວກເຂົາເຕີບໃຫຍ່ຂຶ້ນແລ້ວເທົ່ານັ້ນ, ຄວາມກ້າວໜ້າຂອງພວກເຂົາກໍຈະຊ້າເກີນໄປ. ໃນກໍລະນີນັ້ນ, ມັນຈະຕ້ອງໃຊ້ເວລາຈັກປີພວກເຂົາຈຶ່ງຈະເໝາະສົມໃຫ້ພຣະເຈົ້າໃຊ້? ສິ່ງນີ້ຈະບໍ່ສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກບໍ? ດັ່ງນັ້ນ, ຕາບໃດທີ່ຄົນໃດໜຶ່ງມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ, ມີຄວາມສາມາດໃນການເຮັດວຽກ ແລະ ມີຄວາມຮູ້ສຶກເຖິງພາລະ, ພວກເຂົາກໍຄວນໄດ້ຮັບການສົ່ງເສີມ ແລະ ຖືກບົ່ມເພາະ ແລະ ຈັດໃຫ້ຝຶກຝົນໃນການປະຕິບັດໜ້າທີ່ຂອງຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ໄດ້ຮັບມອບໝາຍພາລະ. ໃນດ້ານໜຶ່ງ, ມັນເຮັດໃຫ້ພວກເຂົາໃຊ້ຈຸດແຂງຂອງພວກເຂົາໃຫ້ເກີດປະໂຫຍດສູງສຸດ. ໃນອີກດ້ານໜຶ່ງ, ເມື່ອພວກເຂົາປະເຊີນກັບສະຖານະການພິເສດ, ຈຳເປັນຕ້ອງໄດ້ໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາເພື່ອແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາ. ບາງຄັ້ງພວກເຂົາກໍຕ້ອງຖືກລິຮານ ແລະ ຖ້າຈຳເປັນ ພວກເຂົາກໍຕ້ອງຖືກລົງວິໄນ ແລະ ຕ້ອງຜ່ານການທົດສອບ ແລະ ການຫຼໍ່ຫຼອມຫຼາຍຢ່າງ ແລະ ທົນທຸກທໍລະມານຢ່າງຫຼວງຫຼາຍ. ມີພຽງແຕ່ການຜ່ານການຝຶກຝົນຕົວຈິງດັ່ງກ່າວເທົ່ານັ້ນ ພວກເຂົາຈຶ່ງຈະສາມາດສ້າງຄວາມກ້າວໜ້າທີ່ແທ້ຈິງ ແລະ ເຂົ້າໃຈຄວາມຈິງ ແລະ ກຳແໜ້ນຫຼັກການເທື່ອລະກ້າວ ແລະ ຈາກນັ້ນກໍແບກຮັບວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກໂດຍໄວເທົ່າທີ່ຈະໄວໄດ້. ການບົ່ມເພາະ ແລະ ການຝຶກຝົນຜູ້ນໍາ ແລະ ຜູ້ເຮັດວຽກດ້ວຍວິທີນີ້ຈະສ້າງຜົນໄດ້ຮັບທີ່ດີກວ່າ ແລະ ໄວກວ່າ, ເຊິ່ງເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເປັນປະໂຫຍດຫຼາຍກວ່າຕໍ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ, ຍ້ອນວ່າຜູ້ນໍາ ແລະ ຜູ້ເຮັດວຽກທີ່ມີປະສົບການຕົວຈິງສາມາດຫົດນໍ້າ ແລະ ສະໜອງໃຫ້ແກ່ປະຊາກອນທີ່ພຣະເຈົ້າເລືອກໄດ້ໂດຍກົງ. ເມື່ອເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະຄົນໃດໜຶ່ງໃຫ້ເປັນຜູ້ນໍາ, ມັນກໍມອບພາລະໃຫ້ພວກເຂົາຫຼາຍຂຶ້ນເພື່ອຝຶກຝົນພວກເຂົາ, ເພື່ອເຮັດໃຫ້ພວກເຂົາເພິ່ງພາພຣະເຈົ້າ ແລະ ເຮັດໃຫ້ພວກເຂົາພະຍາຍາມກ້າວໄປສູ່ຄວາມຈິງ; ມີພຽງແຕ່ຕອນນັ້ນເທົ່ານັ້ນ ວຸດທິພາວະຂອງພວກເຂົາຈຶ່ງຈະເຕີບໃຫຍ່ໂດຍໄວເທົ່າທີ່ຈະໄວໄດ້. ຍິ່ງມອບພາລະໃຫ້ພວກເຂົາຫຼາຍສໍ່າໃດ, ຍິ່ງໃຫ້ພວກເຂົາຕົກຢູ່ພາຍໃຕ້ຄວາມກົດດັນຫຼາຍສໍ່າໃດ, ພວກເຂົາກໍຍິ່ງຖືກບັງຄັບໃຫ້ສະແຫວງຫາຄວາມຈິງ ແລະ ເພິ່ງພາພຣະເຈົ້າຫຼາຍຂຶ້ນສໍ່ານັ້ນ. ໃນທີ່ສຸດ, ພວກເຂົາກໍຈະສາມາດເຮັດວຽກຂອງພວກເຂົາໄດ້ຢ່າງເໝາະສົມ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ດັ່ງນັ້ນ ຈຶ່ງໄດ້ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການໄດ້ຮັບຄວາມລອດພົ້ນ ແລະ ການຖືກເຮັດໃຫ້ສົມບູນ, ນີ້ຄືຜົນທີ່ບັນລຸໄດ້ເມື່ອເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະຜູ້ຄົນ. ຖ້າບໍ່ເຮັດວຽກງານສະເພາະເຫຼົ່ານີ້, ພວກເຂົາກໍຈະບໍ່ຮູ້ວ່າພວກເຂົາຂາດຫຍັງ, ພວກເຂົາຈະບໍ່ຮູ້ວິທີເຮັດສິ່ງຕ່າງໆຕາມຫຼັກການ ແລະ ພວກເຂົາຈະບໍ່ຮູ້ວ່າການມີຄວາມເປັນຈິງຄວາມຈິງໝາຍຄວາມວ່າແນວໃດ. ດັ່ງນັ້ນ ການເຮັດວຽກງານສະເພາະຈຶ່ງຊ່ວຍໃຫ້ພວກເຂົາຄົ້ນພົບຂໍ້ບົກຜ່ອງຂອງຕົນ ແລະ ເຫັນວ່າ ນອກເໜືອຈາກພອນສະຫວັນຂອງພວກເຂົາແລ້ວ ພວກເຂົາກໍປາສະຈາກຄວາມເປັນຈິງຄວາມຈິງ; ມັນຊ່ວຍໃຫ້ພວກເຂົາຮູ້ສຶກວ່າພວກເຂົາທຸກຍາກ ແລະ ໜ້າສົງສານພຽງໃດ, ເຮັດໃຫ້ພວກເຂົາຮັບຮູ້ວ່າ ຖ້າພວກເຂົາບໍ່ເພິ່ງພາພຣະເຈົ້າ ແລະ ສະແຫວງຫາຄວາມຈິງ, ພວກເຂົາກໍຈະບໍ່ສາມາດເຮັດວຽກງານໃດໆໄດ້; ມັນເຮັດໃຫ້ພວກເຂົາຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ເຫັນຢ່າງຊັດເຈນວ່າ ຖ້າພວກເຂົາບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ການປ່ຽນແປງໃນອຸປະນິໄສ, ມັນກໍຈະເປັນໄປບໍ່ໄດ້ທີ່ພວກເຂົາຈະເໝາະສົມໃຫ້ພຣະເຈົ້າໃຊ້. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຜົນທີ່ຕ້ອງບັນລຸ ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຮັບການບົ່ມເພາະ ແລະ ຝຶກຝົນ. ມີພຽງແຕ່ການເຂົ້າໃຈດ້ານເຫຼົ່ານີ້ເທົ່ານັ້ນ ຜູ້ຄົນຈຶ່ງສາມາດໄລ່ຕາມເສາະຫາຄວາມຈິງໄດ້ຢ່າງໜັກແໜ້ນ, ປະພຶດຕົນແບບຖ່ອມຕົວ, ຮັບປະກັນໄດ້ວ່າຈະບໍ່ອວດອ້າງຕົນເອງອີກຕໍ່ໄປເມື່ອເຮັດວຽກງານຂອງຕົນ, ຍົກຍ້ອງພຣະເຈົ້າ ແລະ ເປັນພະຍານໃຫ້ພຣະເຈົ້າຢູ່ສະເໝີໃນການປະຕິບັດໜ້າທີ່ຂອງຕົນ ແລະ ກ້າວເຂົ້າສູ່ຄວາມເປັນຈິງຄວາມຈິງເທື່ອລະກ້າວ. ເມື່ອຄົນໃດໜຶ່ງໄດ້ຮັບການສົ່ງເສີມ ແລະ ຖືກບົ່ມເພາະໃຫ້ເປັນຜູ້ນໍາ, ພວກເຂົາກໍຈະສາມາດຮຽນຮູ້ວິທີການແຍກແຍະສະພາວະຂອງຄົນທີ່ແຕກຕ່າງກັນ, ຝຶກຝົນໃນການສະແຫວງຫາຄວາມຈິງເພື່ອແກ້ໄຂຄວາມຫຍຸ້ງຍາກຂອງຄົນທີ່ແຕກຕ່າງກັນ ແລະ ຊ່ວຍເຫຼືອ ແລະ ສະໜອງໃຫ້ແກ່ຄົນປະເພດຕ່າງໆ ແລະ ນໍາພາຜູ້ຄົນເຂົ້າສູ່ຄວາມເປັນຈິງຄວາມຈິງ. ໃນເວລາດຽວກັນ, ພວກເຂົາກໍຕ້ອງຝຶກຝົນໃນການແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກຕ່າງໆທີ່ພົບພໍ້ໃນລະຫວ່າງການເຮັດວຽກ ແລະ ຮຽນຮູ້ວິທີການຈຳແນກ ແລະ ຈັດການກັບຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອປະເພດຕ່າງໆ ແລະ ວິທີການເຮັດວຽກງານຂອງການຊຳລະລ້າງຄຣິສຕະຈັກ. ດ້ວຍວິທີນີ້, ເມື່ອປຽບທຽບກັບຄົນອື່ນ, ພວກເຂົາສາມາດປະສົບກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໄດ້ຫຼາຍກວ່າ ແລະ ສະພາບແວດລ້ອມທີ່ພຣະເຈົ້າຈັດໄວ້ໄດ້ຫຼາຍກວ່າ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງຫຼາຍຂຶ້ນເລື້ອຍໆ. ນີ້ເປັນໂອກາດໃນການຝຶກຝົນຕົນເອງບໍ່ແມ່ນບໍ? ຍິ່ງມີໂອກາດໃນການຝຶກຝົນຫຼາຍສໍ່າໃດ, ຍິ່ງປະສົບການຂອງຜູ້ຄົນອຸດົມສົມບູນຫຼາຍສໍ່າໃດ, ຄວາມຮູ້ຄວາມເຂົ້າໃຈຂອງພວກເຂົາກໍຍິ່ງກວ້າງຂວາງຂຶ້ນ ແລະ ພວກເຂົາກໍຈະເຕີບໃຫຍ່ໄວຂຶ້ນສໍ່ານັ້ນ. ແນວໃດກໍຕາມ, ຖ້າຜູ້ຄົນບໍ່ເຮັດວຽກງານຜູ້ນໍາ, ສິ່ງທີ່ພວກເຂົາປະເຊີນ ແລະ ຜ່ານພົ້ນຈະເປັນພຽງສ່ວນໜຶ່ງຂອງຊີວິດ ແລະ ປະສົບການສ່ວນຕົວຂອງພວກເຂົາເທົ່ານັ້ນ ແລະ ຍອມຮັບກໍຈະເປັນພຽງແຕ່ອຸປະນິໄສທີ່ເສື່ອມຊາມສ່ວນຕົວ ແລະ ສະພາວະສ່ວນຕົວຕ່າງໆເທົ່ານັ້ນ, ເຊິ່ງທັງໝົດນີ້ກ່ຽວຂ້ອງກັບພວກເຂົາເອງເທົ່ານັ້ນ. ເມື່ອພວກເຂົາກາຍເປັນຜູ້ນໍາ, ພວກເຂົາກໍພົບພໍ້ກັບຜູ້ຄົນຫຼາຍຂຶ້ນ, ເຫດການຫຼາຍຂຶ້ນ ແລະ ສະພາບແວດລ້ອມຫຼາຍຂຶ້ນ, ເຊິ່ງຊຸກຍູ້ໃຫ້ພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີເພື່ອສະແຫວງຫາຫຼັກການຄວາມຈິງ. ສຳລັບພວກເຂົາແລ້ວ, ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆເຫຼົ່ານີ້ກໍກາຍເປັນພາລະໂດຍບໍ່ຮູ້ຕົວ ແລະ ຍັງສ້າງເງື່ອນໄຂທີ່ເອື້ອອໍານວຍຢ່າງຍິ່ງໂດຍທຳມະຊາດສຳລັບການເຂົ້າສູ່ຄວາມເປັນຈິງຄວາມຈິງຂອງພວກເຂົາ, ເຊິ່ງເປັນສິ່ງທີ່ດີ. ດັ່ງນັ້ນ, ຄົນທີ່ມີຂີດຄວາມສາມາດ, ແບກຮັບພາລະ ແລະ ມີຄວາມສາມາດໃນການເຮັດວຽກກໍຈະເຂົ້າສູ່ໄດ້ຊ້າໃນຖານະຜູ້ເຊື່ອທຳມະດາ ແລະ ໄວຂຶ້ນໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ. ສຳລັບຜູ້ຄົນແລ້ວ, ການເຂົ້າສູ່ຄວາມເປັນຈິງຄວາມຈິງໄວ ຫຼື ຊ້າ ເປັນສິ່ງທີ່ດີ? (ໄວ). ດັ່ງນັ້ນ, ເມື່ອເວົ້າເຖິງຄົນທີ່ມີຂີດຄວາມສາມາດ, ແບກຮັບພາລະ ແລະ ມີຄວາມສາມາດໃນການເຮັດວຽກ, ເຮືອນຂອງພຣະເຈົ້າຈຶ່ງມີຂໍ້ຍົກເວັ້ນໂດຍການສົ່ງເສີມຄົນດັ່ງກ່າວ, ເວັ້ນເສຍແຕ່ວ່າພວກເຂົາບໍ່ແມ່ນຄົນທີ່ໄລ່ຕາມເສາະຫາຄວາມຈິງ ແລະ ພວກເຂົາບໍ່ພະຍາຍາມກ້າວໄປສູ່ຄວາມຈິງ, ໃນກໍລະນີນັ້ນ ເຮືອນຂອງພຣະເຈົ້າຈະບໍ່ບັງຄັບພວກເຂົາ. ຕາບໃດທີ່ຄົນຜູ້ໜຶ່ງມີພື້ນຖານຂອງຄວາມເຊື່ອໃນພຣະເຈົ້າ, ບັນລຸເກນສຳລັບການເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ເຕັມໃຈທີ່ຈະໄລ່ຕາມເສາະຫາຄວາມຈິງ ແລະ ຖືກພຣະເຈົ້ານໍາໃຊ້, ແລ້ວແນ່ນອນວ່າ ເຮືອນຂອງພຣະເຈົ້າຈະສົ່ງເສີມ ແລະ ບົ່ມເພາະພວກເຂົາ, ໃຫ້ໂອກາດພວກເຂົາໃນການຝຶກຝົນເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ເຮັດໃຫ້ພວກເຂົາສາມາດຮຽນຮູ້ທີ່ຈະເຮັດວຽກງານຂອງຄຣິສຕະຈັກ ແລະ ຮຽນຮູ້ທີ່ຈະແຍກແຍະຜູ້ຄົນ ແລະ ຮຽນຮູ້ທີ່ຈະຈັດການກັບບັນຫາຕ່າງໆທັງໝົດໃນຄຣິສຕະຈັກ ແລະ ຮຽນຮູ້ທີ່ຈະປະຕິບັດວຽກງານຕ່າງໆຕາມການຈັດແຈງວຽກງານ. ໃນໄລຍະຂອງການຖືກຝຶກຝົນ, ຖ້າຜູ້ຄົນສາມາດຍອມຮັບຄວາມຈິງ ແລະ ຍອມຮັບການຖືກລິຮານ, ສາມາດອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ, ສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຕ່າງໆ ແລະ ຮຽນຮູ້ທີ່ຈະປະຕິບັດຕໍ່ຄົນທຸກປະເພດ ແລະ ຈຳແນກ ແລະ ຈັດການກັບຄົນທຸກປະເພດຕາມພຣະທຳຂອງພຣະເຈົ້າ, ແລ້ວພວກເຂົາກໍຈະສາມາດເຂົ້າໃຈຫຼັກການຄວາມຈິງທີ່ກ່ຽວຂ້ອງ ແລະ ມາເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງ, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ເຊື່ອທຳມະດາບໍ່ສາມາດປະສົບ ຫຼື ໄດ້ຮັບ. ດັ່ງນັ້ນ ຈາກມຸມມອງນີ້, ການທີ່ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະຄົນໃດໜຶ່ງເປັນສິ່ງທີ່ດີ ຫຼື ບໍ່ດີ? ມັນເປັນປະໂຫຍດຕໍ່ພວກເຂົາ ຫຼື ເປັນການຝືນໃຈພວກເຂົາ? ມັນເປັນປະໂຫຍດຕໍ່ພວກເຂົາ. ແນ່ນອນວ່າ ເມື່ອບາງຄົນຫາກໍໄດ້ຮັບການສົ່ງເສີມໃໝ່ໆ, ພວກເຂົາບໍ່ຮູ້ວ່າພວກເຂົາຄວນເຮັດວຽກງານຫຍັງ ຫຼື ຄວນເຮັດແນວໃດ ແລະ ສັບສົນເລັກນ້ອຍ. ນີ້ເປັນເລື່ອງປົກກະຕິ; ມີໃຜແດ່ທີ່ເກີດມາແລ້ວສາມາດເຮັດໄດ້ທຸກຢ່າງເລີຍ? ຖ້າເຈົ້າສາມາດເຮັດໄດ້ທຸກຢ່າງ, ເຈົ້າກໍຈະເປັນຄົນທີ່ອວດດີ ແລະ ທະນົງໂຕທີ່ສຸດຢ່າງແນ່ນອນ ແລະ ຈະບໍ່ຍອມຕໍ່ຜູ້ໃດ, ໃນກໍລະນີນັ້ນ ເຈົ້າຍັງຈະສາມາດຍອມຮັບຄວາມຈິງໄດ້ບໍ? ຖ້າເຈົ້າສາມາດເຮັດໄດ້ທຸກຢ່າງ, ເຈົ້າຍັງຈະເພິ່ງພາພຣະເຈົ້າ ແລະ ວາງໃຈໃນພຣະອົງຢູ່ບໍ? ເຈົ້າຍັງຈະສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຄວາມເສື່ອມຊາມຂອງເຈົ້າເອງບໍ? ເຈົ້າຈະບໍ່ເຮັດຢ່າງແນ່ນອນ. ໃນທາງກົງກັນຂ້າມ, ເຈົ້າຈະອວດດີ ແລະ ທະນົງໂຕ ແລະ ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າຈະຕໍ່ສູ້ເພື່ອອຳນາດ ແລະ ສະຖານະ ແລະ ບໍ່ຍອມຕໍ່ຜູ້ໃດ ແລະ ເຈົ້າຈະເຮັດໃຫ້ຫຼົງຜິດ ແລະ ຊັກຈູງຜູ້ຄົນ ແລະ ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ໃນກໍລະນີນັ້ນ ເຈົ້າຍັງຈະສາມາດຖືກນໍາໃຊ້ໂດຍເຮືອນຂອງພຣະເຈົ້າໄດ້ບໍ? ຖ້າເຈົ້າຮູ້ວ່າເຈົ້າມີຂໍ້ບົກຜ່ອງຫຼາຍຢ່າງ, ເຈົ້າຄວນຮຽນຮູ້ທີ່ຈະເຊື່ອຟັງ ແລະ ອ່ອນນ້ອມ ແລະ ເຮັດວຽກງານຕ່າງໆໃຫ້ດີຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ; ສິ່ງນີ້ຈະເຮັດໃຫ້ເຈົ້າຄ່ອຍໆບັນລຸຈຸດທີ່ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໃນລັກສະນະທີ່ໄດ້ມາດຕະຖານ. ແຕ່ຄົນສ່ວນໃຫຍ່ບໍ່ສາມາດເຮັດສິ່ງທີ່ງ່າຍດາຍຄືກັບການເຊື່ອຟັງ ແລະ ການອ່ອນນ້ອມໄດ້, ດັ່ງນັ້ນ ພວກເຂົາຈຶ່ງບໍ່ຄວນຕຳນິເຮືອນຂອງພຣະເຈົ້າທີ່ບໍ່ສົ່ງເສີມ ແລະ ບົ່ມເພາະພວກເຂົາ. ຍ້ອນວ່າເຈົ້າບໍ່ສາມາດເຊື່ອຟັງ, ຍ້ອນວ່າແມ່ນແຕ່ການເຊື່ອຟັງກໍຍັງເກີນຄວາມສາມາດຂອງເຈົ້າ, ເຮືອນຂອງພຣະເຈົ້າຍັງຈະກ້າສົ່ງເສີມ ແລະ ບົ່ມເພາະເຈົ້າບໍ? (ບໍ່). ແລ້ວເປັນຫຍັງຈຶ່ງບໍ່ກ້າ? ການໃຊ້ເຈົ້າຈະສ່ຽງເກີນໄປ, ສ້າງບັນຫາຫຼາຍເກີນໄປ, ໜ້າເປັນຫ່ວງຫຼາຍເກີນໄປ! ເພາະຖ້າເຮືອນຂອງພຣະເຈົ້າໃຊ້ເຈົ້າ, ເຈົ້າອາດຈະຄວບຄຸມຜູ້ຄົນ ແລະ ນໍາພາພວກເຂົາໄປສູ່ເສັ້ນທາງແຫ່ງຄວາມຊົ່ວຊ້າ, ນັ້ນຄືເຫດຜົນທີ່ວ່າມັນສ່ຽງຫຼາຍ. ຖ້າເຈົ້າຖືກນໍາໃຊ້, ເຈົ້າອາດຈະກະທຳການຊົ່ວຊ້າຕາມອຳເພີໃຈ ແລະ ເຮັດໃຫ້ວຽກງານວຸ່ນວາຍໄປໝົດ ແລະ ເຮືອນຂອງພຣະເຈົ້າຈະຕ້ອງປົດເຈົ້າອອກ ແລະ ຕາມແກ້ບັນຫາທັງໝົດແທນເຈົ້າ, ນັ້ນຄືເຫດຜົນທີ່ວ່າມັນສ້າງບັນຫາຫຼາຍເກີນໄປ. ແລ້ວຖ້າເຈົ້າຖືກນໍາໃຊ້, ເຈົ້າຈະບໍ່ຮູ້ວິທີເຮັດວຽກງານໃດໆເລີຍ ແລະ ເຈົ້າຈະບໍ່ມີຜົນຫຍັງເລີຍໃນແງ່ຂອງວຽກງານຂອງເຈົ້າ; ໃນວຽກງານທັງໝົດທີ່ເຈົ້າເຮັດ, ເຈົ້າຈະຕ້ອງໄດ້ຮັບການກະຕຸ້ນ, ຖືກກຳກັບດູແລ ແລະ ຖືກຕິດຕາມໂດຍເບື້ອງເທິງ ເຊິ່ງຈະຕ້ອງເຂົ້າມາແຊກແຊງໃນທຸກເລື່ອງ, ແລ້ວເປັນຫຍັງຈຶ່ງຄວນໃຊ້ເຈົ້າ? ເຈົ້າໜ້າເປັນຫ່ວງເກີນໄປ! ຄົນປະເພດນີ້ບໍ່ສາມາດນໍາໃຊ້ໄດ້ຢ່າງເດັດຂາດ. ເຖິງແມ່ນວ່າພວກເຂົາຈະຖືກບົ່ມເພາະ, ມັນກໍຈະບໍ່ມີປະໂຫຍດຫຍັງ ແລະ ຈະແມ່ນແຕ່ສ້າງບັນຫາຢ່າງຫຼວງຫຼາຍ ແລະ ຍັງຈະສົ່ງຜົນກະທົບຕໍ່ການບົ່ມເພາະຄົນອື່ນນຳອີກ; ຜົນໄດ້ຮັບຈະບໍ່ຄຸ້ມຄ່າກັບຄວາມເສຍຫາຍບໍ່ແມ່ນບໍ? (ແມ່ນ).
ບາງຄົນ, ຍ້ອນວ່າພວກເຂົາບໍ່ເຄີຍໄດ້ຮັບການສົ່ງເສີມ ຫຼື ຖືກນໍາໃຊ້ໂດຍເຮືອນຂອງພຣະເຈົ້າ, ຈຶ່ງເກີດມີແນວຄວາມຄິດໃນຫົວ ແລະ ເວົ້າວ່າ: “ເປັນຫຍັງເບື້ອງເທິງຈຶ່ງບໍ່ເຄີຍສັງເກດເຫັນຂ້ອຍ? ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ເຄີຍສົ່ງເສີມ ແລະ ບົ່ມເພາະຂ້ອຍ? ມັນບໍ່ຍຸຕິທຳ!” ເອົາລະ, ກ່ອນອື່ນ ເຈົ້າຄວນຊັ່ງຊາເບິ່ງວ່າເຈົ້າສາມາດເຊື່ອຟັງ ຫຼື ບໍ່ ແລະ ເຈົ້າສາມາດອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າໄດ້ ຫຼື ບໍ່. ປະການທີສອງ, ເຈົ້າຄວນຊັ່ງຊາເບິ່ງວ່າເຈົ້າບັນລຸເກນສາມຢ່າງທີ່ເຮືອນຂອງພຣະເຈົ້າກຳນົດສຳລັບການສົ່ງເສີມ ແລະ ບົ່ມເພາະຜູ້ຄົນໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ບໍ່ ນັ້ນກໍຄື ການສາມາດຢັ່ງຮູ້ຄວາມຈິງ, ການແບກຮັບພາລະ ແລະ ການມີຄວາມສາມາດໃນການເຮັດວຽກ. ຖ້າເຈົ້າບັນລຸເກນເຫຼົ່ານີ້, ບໍ່ຊ້າກໍໄວ ເຈົ້າກໍຈະມີໂອກາດໄດ້ຮັບການສົ່ງເສີມ, ຖືກບົ່ມເພາະ ແລະ ຖືກນໍາໃຊ້. ເພື່ອໃຫ້ເຮືອນຂອງພຣະເຈົ້າສົ່ງເສີມເຈົ້າ, ມີຫຼາຍສິ່ງທີ່ຮຽກຮ້ອງຈາກເຈົ້າ. ແລ້ວສິ່ງເຫຼົ່ານີ້ແມ່ນຫຍັງ? ເຈົ້າຕ້ອງປະຕິບັດຕາມຫຼັກການ ແລະ ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ; ເຈົ້າຕ້ອງເຮັດໃນສິ່ງທີ່ຖືກຂໍໃຫ້ເຮັດ ແລະ ໃນວິທີການທີ່ຖືກຮ້ອງຂໍ, ດັ່ງນັ້ນ ຈຶ່ງເປັນການບົ່ມເພາະເຈົ້າໃຫ້ຮຽນຮູ້ທີ່ຈະປະຕິບັດໃນລັກສະນະທີ່ມີຫຼັກການກ່ອນ ແລະ ຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ຄວາມຈິງ ແລະ ຮຽນຮູ້ທີ່ຈະຮ່ວມມືຢ່າງປອງດອງ. ໃນໄລຍະເວລາທີ່ເຈົ້າໄດ້ຮັບການບົ່ມເພາະ, ບາງຄັ້ງເຮືອນຂອງພຣະເຈົ້າກໍຈະລິຮານເຈົ້າ; ບາງຄັ້ງກໍຈະຕຳໜິເຈົ້າຢ່າງຮຸນແຮງ; ບາງຄັ້ງກໍຈະສອບຖາມເຖິງຄວາມຄືບໜ້າໃນວຽກງານຂອງເຈົ້າ; ບາງຄັ້ງກໍຈະຖາມເຈົ້າວ່າວຽກງານດຳເນີນໄປແນວໃດແທ້ ແລະ ຈະກວດສອບວຽກງານຂອງເຈົ້າ; ແລະ ບາງຄັ້ງ ກໍຈະທົດສອບວ່າມຸມມອງຂອງເຈົ້າຕໍ່ສິ່ງໃດໜຶ່ງເປັນແນວໃດ. ຈຸດປະສົງຂອງການທົດສອບເຫຼົ່ານີ້ບໍ່ແມ່ນເພື່ອເຮັດໃຫ້ສິ່ງຕ່າງໆຍາກສຳລັບເຈົ້າ, ແຕ່ເພື່ອເຮັດໃຫ້ເຈົ້າເຂົ້າໃຈວ່າ ໃນເລື່ອງເຫຼົ່ານີ້ ເຈດຕະນາຂອງພຣະເຈົ້າແມ່ນຫຍັງ ແລະ ທັດສະນະຄະຕິ ແລະ ຫຼັກການໃດທີ່ເຈົ້າຄວນມີ. ເຮືອນຂອງພຣະເຈົ້າເຮັດສິ່ງນີ້ເພື່ອຝຶກຝົນເຈົ້າ ແລະ ໃຫ້ເຈົ້າປະຕິບັດ. ແລ້ວຈຸດປະສົງ ແລະ ເປົ້າໝາຍຂອງການຝຶກຝົນຜູ້ຄົນແມ່ນຫຍັງ? ມັນຄືການເຮັດໃຫ້ພວກເຂົາສາມາດເຂົ້າໃຈຄວາມຈິງ. ຈຸດປະສົງຂອງການເຂົ້າໃຈຄວາມຈິງແມ່ນເພື່ອໃຫ້ຜູ້ຄົນສາມາດອ່ອນນ້ອມຕໍ່ຄວາມຈິງ ແລະ ປະຕິບັດຕາມຫຼັກການ, ຢູ່ໃນຂອບເຂດໜ້າທີ່ຂອງຕົນ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ ແລະ ໃນຂະບວນການຂອງການປະຕິບັດໜ້າທີ່ຂອງຕົນ ແມ່ນເພື່ອເຂົ້າສູ່ຄວາມເປັນຈິງຄວາມຈິງທີ່ແຕກຕ່າງກັນ ແລະ ບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາ. ເຮືອນຂອງພຣະເຈົ້າຝຶກຝົນຜູ້ນໍາ ແລະ ຜູ້ເຮັດວຽກໃນວິທີນີ້. ຕາບໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກເຂົ້າໃຈຄວາມຈິງ, ກໍມີຄວາມຫວັງທີ່ພວກເຂົາຈະສາມາດນໍາພາປະຊາກອນທີ່ພຣະເຈົ້າເລືອກໃຫ້ເຂົ້າໃຈຄວາມຈິງ. ຍິ່ງຜູ້ນໍາ ແລະ ຜູ້ເຮັດວຽກເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ຄົນທີ່ພວກເຂົານໍາພາກໍຍິ່ງມີຄວາມຫວັງທີ່ຈະເຂົ້າໃຈຄວາມຈິງຫຼາຍສໍ່ານັ້ນ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກກຳແໜ້ນຫຼັກການຄວາມຈິງໃນວຽກງານຂອງພວກເຂົາ, ຜູ້ທີ່ພວກເຂົານໍາພາກໍສາມາດກຳແໜ້ນຫຼັກການ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງໃນວຽກງານຂອງພວກເຂົາໄດ້ເຊັ່ນກັນ. ດັ່ງນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກທີ່ຜ່ານການຝຶກຝົນຕ້ອງມີຂີດຄວາມສາມາດທີ່ດີກວ່າຄົນອື່ນ. ພວກເຂົາຖືກເຮັດໃຫ້ສາມາດເຂົ້າໃຈຫຼັກການຄວາມຈິງກ່ອນ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງກ່ອນ ແລະ ຈາກນັ້ນ ພວກເຂົາກໍນໍາພາຄົນຈໍານວນຫຼາຍຂຶ້ນໃນການເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ເຂົ້າໃຈຫຼັກການຄວາມຈິງ. ພວກເຈົ້າຄິດແນວໃດກັບວິທີການດັ່ງກ່າວ? (ມັນດີ). ຄົນດັ່ງກ່າວອາດຈະບໍ່ມີການສຶກສາດີ ຫຼື ມີຄວາມສາມາດໃນການສື່ສານຢ່າງຄ່ອງແຄ້ວ ຫຼື ເຂົ້າໃຈຫຼາຍກ່ຽວກັບເຕັກໂນໂລຊີ ຫຼື ສະຖານະການບ້ານເມືອງ ແລະ ການເມືອງໃນປັດຈຸບັນ. ພວກເຂົາອາດຈະບໍ່ຊຳນານປານໃດໃນວິຊາຊີບໃດໜຶ່ງ. ແຕ່ພວກເຂົາສາມາດເຂົ້າໃຈຄວາມຈິງ ແລະ ຫຼັງຈາກໄດ້ຍິນພຣະທຳຂອງພຣະເຈົ້າ, ພວກເຂົາກໍສາມາດປະຕິບັດ ແລະ ມີປະສົບການກັບພຣະທຳເຫຼົ່ານັ້ນ ແລະ ສາມາດຄົ້ນພົບຫຼັກການຄວາມຈິງ ແລະ ສາມາດນໍາພາຄົນຈໍານວນຫຼາຍຂຶ້ນໃນການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ຍຶດໝັ້ນໃນຫຼັກການຄວາມຈິງ. ນີ້ຄືຜູ້ທີ່ພວກເຮົາໝາຍເຖິງ ເມື່ອເວົ້າເຖິງປະເພດຂອງຄົນທີ່ມີຄວາມສາມາດພິເສດ ເຊິ່ງໄດ້ຮັບການສົ່ງເສີມ ແລະ ບົ່ມເພາະໃຫ້ຮັບໃຊ້ເປັນຜູ້ນໍາ. ສິ່ງນີ້ເປັນນາມມະທຳບໍ? (ບໍ່, ມັນບໍ່ເປັນນາມມະທຳ). ບາງຄົນອາດຈະຖາມວ່າ: “ເຈົ້າເວົ້າເຖິງຄົນທີ່ມີຄວາມສາມາດພິເສດ, ແລ້ວພວກເຂົາແມ່ນຊົນຊັ້ນນຳຂອງສັງຄົມບໍ? ພວກເຂົາຕ້ອງເຄີຍດຳເນີນທຸລະກິດບາງປະເພດ ຫຼື ເຄີຍເປັນຊີອີໂອ ຫຼື ຜູ້ປະກອບການບາງປະເພດໃນສັງຄົມມາກ່ອນບໍ? ພວກເຂົາແມ່ນນັກການເມືອງທີ່ມີພື້ນຖານທາງການເມືອງ ຫຼື ເປັນຜູ້ທີ່ມີຄວາມສາມາດພິເສດທາງທຸລະກິດ ຫຼື ເປັນຜູ້ທີ່ມີຄວາມສາມາດພິເສດໃນວົງການສິລະປະ ແລະ ວັນນະຄະດີບໍ? ພວກເຂົາແມ່ນຄົນທີ່ມີພອນສະຫວັນເປັນພິເສດບໍ?” ຄົນທີ່ມີຄວາມສາມາດພິເສດທີ່ຖືກກ່າວເຖິງໃນເຮືອນຂອງພຣະເຈົ້ານັ້ນແຕກຕ່າງຈາກຄົນທີ່ມີຄວາມສາມາດພິເສດໃນໂລກ. ຄຳວ່າ “ຄົນທີ່ມີຄວາມສາມາດພິເສດ” ທີ່ພວກເຮົາເວົ້າເຖິງນີ້ໝາຍຄວາມວ່າແນວໃດ? ມັນໝາຍເຖິງການສາມາດເຂົ້າໃຈຄວາມຈິງ ແລະ ການສາມາດນໍາພາຜູ້ຄົນເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ຮູ້ວິທີການແຍກແຍະຄົນປະເພດຕ່າງໆ ແລະ ວິທີການແກ້ໄຂສະພາວະ ແລະ ຄວາມຫຍຸ້ງຍາກຕ່າງໆທີ່ຜູ້ຄົນພົບພໍ້ກັບຕົນເອງ ແລະ ມີມຸມມອງ ແລະ ທັດສະນະຄະຕິທີ່ຖືກຕ້ອງເມື່ອປະເຊີນກັບບັນຫາ ແລະ ມີມຸມມອງ ແລະ ທັດສະນະຄະຕິທີ່ຄົນທີ່ເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະອົງຄວນມີ. ມັນບໍ່ໄດ້ໝາຍເຖິງຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ຄົນທີ່ໜ້າຊື່ໃຈຄົດ ຫຼື ຄົນທີ່ເວົ້າຈາໃຫຍ່ໂຕ ແລະ ພົ່ນຄຳເວົ້າທີ່ສວຍງາມແຕ່ໄຮ້ສາລະອອກມາ. ແຕ່ມັນໝາຍເຖິງຄົນທີ່ມີຄວາມເປັນຈິງຄວາມຈິງ. ນີ້ຄືຄວາມໝາຍຂອງ “ຄົນທີ່ມີຄວາມສາມາດພິເສດ”. ສິ່ງນີ້ວ່າງເປົ່າບໍ? (ບໍ່). ເກນເຫຼົ່ານີ້ທີ່ເຮືອນຂອງພຣະເຈົ້າຮຽກຮ້ອງຈາກຄົນທີ່ມີຄວາມສາມາດພິເສດປະເພດນີ້ ເຊິ່ງເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກນັ້ນບໍ່ສໍາພັນກັບຊີວິດຈິງຫຼາຍບໍ? (ແມ່ນ). ເປັນຈິງທີ່ສຸດ! ຜູ້ຖືກຄັດເລືອກດັ່ງກ່າວບໍ່ຈຳເປັນຕ້ອງມີວຸດທິການສຶກສາຂັ້ນສູງ, ແຕ່ຢ່າງໜ້ອຍທີ່ສຸດ ພວກເຂົາຕ້ອງມີຂີດຄວາມສາມາດໃນການຢັ່ງຮູ້ຄວາມຈິງ. ບາງຄົນອາດຈະເວົ້າວ່າ: “ຖ້າພວກເຂົາບໍ່ຈຳເປັນຕ້ອງມີວຸດທິການສຶກສາຂັ້ນສູງ, ມັນຈະເປັນຫຍັງບໍຖ້າພວກເຂົາບໍ່ຮູ້ໜັງສື?” ການອ່ານພຣະທຳຂອງພຣະເຈົ້າຄົງຈະເປັນໄປບໍ່ໄດ້ຖ້າບໍ່ມີການສຶກສາເລີຍ. ພວກເຂົາຈຳເປັນຕ້ອງເຂົ້າໃຈຄຳທີ່ຂຽນໄວ້, ແຕ່ພວກເຂົາບໍ່ຈຳເປັນຕ້ອງມີວຸດທິການສຶກສາຂັ້ນສູງ. ຜູ້ທີ່ໄດ້ຮັບການສົ່ງເສີມໃນເຮືອນຂອງພຣະເຈົ້າລວມມີຜູ້ທີ່ຮຽນຈົບມັດທະຍົມປາຍ, ຜູ້ທີ່ຮຽນຈົບມະຫາວິທະຍາໄລ ແລະ ຜູ້ທີ່ຮຽນຈົບປະລິນຍາເອກ, ດັ່ງນັ້ນ ຈຶ່ງບໍ່ມີຂໍ້ຈຳກັດໃນເລື່ອງລະດັບການສຶກສາ. ນອກຈາກນີ້, ກໍບໍ່ມີຂໍ້ຈຳກັດກ່ຽວກັບສະຖານະທາງສັງຄົມຂອງຄົນໃດໜຶ່ງເຊັ່ນກັນ. ຕັ້ງແຕ່ຊາວນາ ແລະ ປັນຍາຊົນ ໄປຈົນເຖິງນັກທຸລະກິດ ແລະ ແມ່ເຮືອນ, ຍິນດີຕ້ອນຮັບຄົນທຸກປະເພດ. ນອກຈາກຈະບໍ່ມີຂໍ້ຈຳກັດກ່ຽວກັບລະດັບການສຶກສາ ແລະ ສະຖານະທາງສັງຄົມແລ້ວ, ເກນທີ່ຈຳເປັນກໍຄືບັນດາເກນເຫຼົ່ານັ້ນທີ່ເຮົາໄດ້ເວົ້າເຖິງ. ສິ່ງນັ້ນສົມເຫດສົມຜົນບໍ? (ແມ່ນ). ສົມເຫດສົມຜົນທີ່ສຸດ! ຕອນນີ້ພວກເຈົ້າເຂົ້າໃຈຕື່ມເລັກນ້ອຍແລ້ວບໍ ກ່ຽວກັບສິ່ງທີ່ເຮົາໝາຍເຖິງໂດຍ “ຄົນທີ່ມີຄວາມສາມາດພິເສດທີ່ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະ”? (ແມ່ນ). ຄົນທີ່ບັນລຸເກນຫຼາຍຢ່າງເຫຼົ່ານີ້ຂອງການສາມາດຢັ່ງຮູ້ຄວາມຈິງ, ການແບກຮັບພາລະ ແລະ ການມີຄວາມສາມາດໃນການເຮັດວຽກ ຄືຜູ້ຖືກຄັດເລືອກສຳລັບການສົ່ງເສີມ ແລະ ການບົ່ມເພາະໂດຍເຮືອນຂອງພຣະເຈົ້າ. ຖ້າພວກເຂົາບັນລຸເກນເຫຼົ່ານີ້, ພວກເຂົາກໍມີຄຸນສົມບັດ. ສ່ວນເລື່ອງອື່ນໆ ເຊັ່ນ: ການສຶກສາ, ພື້ນຖານຄອບຄົວ, ສະຖານະທາງສັງຄົມ, ຮູບຮ່າງໜ້າຕາ ແລະ ອື່ນໆ, ຂໍ້ກຳນົດບໍ່ໄດ້ສູງປານນັ້ນ. ນີ້ຄືເລື່ອງກ່ຽວກັບການສົ່ງເສີມ ແລະ ການບົ່ມເພາະຜູ້ຄົນໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ.
ພວກເຮົາຫາກໍໂອ້ລົມກັນກ່ຽວກັບເງື່ອນໄຂຕ່າງໆທີ່ຄົນທີ່ມີຄວາມສາມາດພິເສດທີ່ມີທັກສະ ຫຼື ວິຊາຊີບຄວນມີ ເພື່ອທີ່ຈະໄດ້ຮັບການສົ່ງເສີມ ແລະ ຖືກບົ່ມເພາະ ນັ້ນກໍຄື ພວກເຂົາຄວນຮັກສິ່ງທີ່ເປັນບວກ ແລະ ສາມາດຍອມຮັບຄວາມຈິງ, ບໍ່ບິດເບືອນໃນການຢັ່ງຮູ້ຂອງພວກເຂົາ, ສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ, ອົດທົນຕໍ່ຄວາມລຳບາກ ແລະ ຈ່າຍລາຄາໂດຍບໍ່ມີການຈົ່ມວ່າ ແລະ ຢ່າງໜ້ອຍທີ່ສຸດກໍບໍ່ເຮັດຄວາມຊົ່ວ. ເກນຫຼາຍຢ່າງເຫຼົ່ານີ້ແມ່ນສິ່ງຈຳເປັນເມື່ອເວົ້າເຖິງຄົນເຫຼົ່ານີ້. ສະນັ້ນ ຈຸດປະສົງຂອງການສົ່ງເສີມ ແລະ ບົ່ມເພາະຄົນເຫຼົ່ານີ້ແມ່ນຫຍັງ? ໃນທຳນອງດຽວກັນ, ມັນແມ່ນເພື່ອວ່າເມື່ອໃດກໍຕາມທີ່ຄົນເຫຼົ່ານີ້ພົບພໍ້ບັນຫາໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ເຮັດວຽກງານສະເພາະ, ພວກເຂົາກໍສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ ແລະ ກະທຳຕາມຫຼັກການ. ໃນຂະບວນການຂອງການປະຕິບັດການເຂົ້າສູ່, ພວກເຂົາກຳລັງໄດ້ຮັບການຝຶກຝົນ ແລະ ຖືກຊີ້ນຳໂດຍບໍ່ຮູ້ຕົວ ແລະ ປະຕິບັດການປ່ອຍວາງເຈດຕະນາຂອງຕົນເອງ, ແກ້ໄຂມຸມມອງທີ່ຜິດ ແລະ ຜິດເຂວຂອງຕົນເອງທີ່ຄືກັບຂອງຄົນທາງໂລກ, ປ່ອຍວາງຄວາມຄິດບາງຢ່າງແບບເດັກນ້ອຍ ແລະ ປ່ອຍວາງອະຄະຕິ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການທີ່ກ່ຽວຂ້ອງກັບຄວາມເຊື່ອໃນພຣະເຈົ້າ ແລະ ສິ່ງຕ່າງໆໃນທຳນອງນັ້ນ. ແນ່ນອນວ່າ ບໍ່ວ່າຈະແນວໃດກໍຕາມ, ຂະບວນການຂອງການປະຕິບັດນີ້ແມ່ນມີເຈດຕະນາທີ່ຈະເຮັດໃຫ້ຜູ້ຄົນຄ່ອຍໆເຂົ້າໃຈຄວາມຈິງ, ຮຽນຮູ້ທີ່ຈະອ່ອນນ້ອມ ແລະ ຮຽນຮູ້ທີ່ຈະເຂົ້າສູ່ຄວາມເປັນຈິງຄວາມຈິງຕ່າງໆ. ໃນຂະບວນການຮຽນຮູ້, ພວກເຂົາຄ່ອຍໆຊ່ຽວຊານຫຼັກການຄວາມຈິງ, ມາຮູ້ວ່າການເຊື່ອໃນພຣະເຈົ້າໝາຍຄວາມວ່າແນວໃດ ແລະ ການປະຕິບັດຄວາມຈິງໝາຍຄວາມວ່າແນວໃດ ແລະ ການປະຕິບັດໜ້າທີ່ຂອງຄົນໆໜຶ່ງໝາຍຄວາມວ່າແນວໃດ ແລະ ໃນທີ່ສຸດ ພວກເຂົາກໍຄ່ອຍໆເຂົ້າໃຈວ່າ ພວກເຂົາຄວນເຮັດສິ່ງໃດເພື່ອປະຕິບັດໜ້າທີ່ຂອງຕົນໃນວິທີທີ່ໄດ້ມາດຕະຖານ, ພວກເຂົາຄວນເຮັດສິ່ງຕ່າງໆແນວໃດໃນແບບທີ່ຜູ້ເຊື່ອຄວນເຮັດ ແລະ ອື່ນໆ, ສິ່ງທັງໝົດນີ້ແມ່ນສິ່ງທີ່ຜູ້ຄົນຄ່ອຍໆເຂົ້າສູ່ ຫຼັງຈາກທີ່ພວກເຂົາໄດ້ຮັບການສົ່ງເສີມ ແລະ ຖືກບົ່ມເພາະ. ຂະບວນການຂອງການຄ່ອຍໆເຂົ້າສູ່ຂອງຜູ້ຄົນຄືຂະບວນການຂອງການຖືກບົ່ມເພາະ ແລະ ຂະບວນການຂອງການຖືກບົ່ມເພາະ ທີ່ຈິງແລ້ວຄືຂະບວນການທີ່ຜູ້ຄົນປະຕິບັດການເຂົ້າສູ່ຄວາມເປັນຈິງຄວາມຈິງ. ແຕ່ຖ້າເຈົ້າບໍ່ໄດ້ຮັບການສົ່ງເສີມ ແລະ ຖືກບົ່ມເພາະ ແລະ ເຈົ້າພຽງແຕ່ກະທຳຕົວເປັນຜູ້ເຊື່ອທຳມະດາທີ່ເຂົ້າຮ່ວມການເຕົ້າໂຮມ, ອ່ານພຣະທຳຂອງພຣະເຈົ້າ, ໂອ້ລົມກ່ຽວກັບຄວາມຈິງ ຫຼື ຮຽນຮ້ອງເພງສັນລະເສີນ, ໂດຍການເຊື່ອໃນພຣະເຈົ້າດ້ວຍວິທີນີ້ ເຈົ້າບໍ່ໄດ້ບັນລຸໜ້າທີ່ຂອງເຈົ້າຢ່າງແທ້ຈິງໃນຖານະສິ່ງທີ່ຖືກສ້າງ, ສະນັ້ນ ເຈົ້າຈຶ່ງຍັງຫ່າງໄກຈາກການປະຕິບັດໜ້າທີ່ຂອງເຈົ້າໃນວິທີທີ່ໄດ້ມາດຕະຖານ. ເຈົ້າບໍ່ຈະແຈ້ງດ້ວຍຊໍ້າວ່າຫຼັກການໃດທີ່ເຈົ້າຄວນກຳແໜ້ນໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ສາມາດເວົ້າໄດ້ພຽງແຕ່ຫຼັກຄຳສອນ ແລະ ຄຳຂວັນບາງຢ່າງເທົ່ານັ້ນ; ດ້ວຍເຫດນັ້ນ, ເຈົ້າຍັງບໍ່ໄດ້ເຂົ້າສູ່ຄວາມເປັນຈິງຄວາມຈິງເທື່ອ ແລະ ການເຂົ້າສູ່ຊີວິດຂອງເຈົ້າກໍຊັກຊ້າ. ໃນທຳນອງດຽວກັນ, ຈຸດປະສົງ ແລະ ເປົ້າໝາຍຂອງການສົ່ງເສີມ ແລະ ການບົ່ມເພາະຄົນເຫຼົ່ານີ້ທີ່ມີສ່ວນຮ່ວມໃນວຽກງານວິຊາຊີບ ກໍເພື່ອວ່າພວກເຂົາຈະເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ໄວຂຶ້ນ ແລະ ກຳແໜ້ນຫຼັກການຄວາມຈິງໄດ້ດີຂຶ້ນ ແລະ ຖືກຕ້ອງຍິ່ງຂຶ້ນ. ຜູ້ທີ່ສາມາດກຳແໜ້ນຫຼັກການຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ ຄົນເຫຼົ່ານີ້ຄືຄົນທີ່ມີຄວາມສາມາດພິເສດທີ່ໄດ້ຮັບການສົ່ງເສີມ ແລະ ຖືກບົ່ມເພາະໂດຍເຮືອນຂອງພຣະເຈົ້າ. ຄົນທີ່ມີຄວາມສາມາດພິເສດປະເພດນີ້ໝາຍເຖິງຫຍັງ? ມັນໝາຍເຖິງຜູ້ທີ່ ບົນພື້ນຖານຂອງການຮັກສິ່ງທີ່ເປັນບວກ ແລະ ສາມາດອົດທົນຕໍ່ຄວາມລຳບາກ ແລະ ຈ່າຍລາຄາ ແລະ ບໍ່ບິດເບືອນໃນການຢັ່ງຮູ້ຂອງພວກເຂົາ ແລະ ບໍ່ແມ່ນຄົນຊົ່ວຮ້າຍ ໄດ້ບັນລຸຄວາມເຂົ້າໃຈຫຼັກການຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ການຈັດແຈງຂອງເຮືອນຂອງພຣະເຈົ້າ ແລະ ມີຫົວໃຈທີ່ຢຳເກງພຣະເຈົ້າພໍສົມຄວນ. ນີ້ຄືຄົນທີ່ມີຄວາມສາມາດພິເສດປະເພດທີສອງທີ່ເຮົາເວົ້າເຖິງ. ຂໍ້ກຳນົດສຳລັບພວກເຂົາກໍເປັນຈິງເຊັ່ນກັນ, ລະອຽດພຽງພໍ ແລະ ບໍ່ເປັນນາມມະທຳ. ດັ່ງນັ້ນ ຄົນທີ່ມີຄວາມສາມາດພິເສດປະເພດນີ້ຈຳເປັນຕ້ອງເປັນຊົນຊັ້ນນຳຂອງສັງຄົມ ແລະ ມີປະສົບການທາງສັງຄົມ ແລະ ມີວຸດທິການສຶກສາໃນລະດັບໜຶ່ງ ແລະ ມີສະຖານະທາງສັງຄົມໃນລະດັບໃດໜຶ່ງບໍ? (ບໍ່). ເຮືອນຂອງພຣະເຈົ້າບໍ່ເຄີຍຮຽກຮ້ອງໃຫ້ຜູ້ຄົນມີສະຖານະທາງສັງຄົມ, ຊື່ສຽງ, ວຸດທິການສຶກສາ ຫຼື ລະດັບຄວາມຮູ້ທີ່ສູງ ສິ່ງເຫຼົ່ານີ້ບໍ່ເຄີຍເປັນສິ່ງທີ່ຈຳເປັນ. ເມື່ອສົ່ງເສີມ ແລະ ບົ່ມເພາະຜູ້ຄົນ, ເຮືອນຂອງພຣະເຈົ້າບໍ່ເບິ່ງທີ່ຮູບຮ່າງໜ້າຕາຂອງພວກເຂົາ, ນັ້ນກໍຄື ບໍ່ເບິ່ງວ່າພວກເຂົາຂີ້ຮ້າຍ ຫຼື ໜ້າຕາດີສໍ່າໃດ. ນອກຈາກການບໍ່ສົ່ງເສີມຄົນປະເພດທີ່ເບິ່ງຄືກັບຜູ້ບໍ່ມີຄວາມເຊື່ອ ຫຼື ຜູ້ທີ່ມີຮູບຮ່າງໜ້າຕາທີ່ຂີ້ຮ້າຍ ຫຼື ຊົ່ວຊ້າແລ້ວ, ເກນອື່ນໆກໍຄືສິ່ງທີ່ເຮົາຫາກໍກ່າວເຖິງ ເຊິ່ງສິ່ງເຫຼົ່ານີ້ເປັນຈິງທີ່ສຸດ. ເມື່ອຜູ້ບໍ່ມີຄວາມເຊື່ອສົ່ງເສີມຄົນໃດໜຶ່ງ, ກ່ອນອື່ນໝົດ ພວກເຂົາຈະເບິ່ງຮູບຮ່າງໜ້າຕາຂອງຄົນໆນັ້ນ; ຜູ້ຊາຍຕ້ອງຫຼໍ່, ຄືກັບເຈົ້າໜ້າທີ່ ແລະ ຜູ້ຍິງຕ້ອງງາມ, ຄືກັບນາງຟ້າ. ນອກຈາກນັ້ນ, ພວກເຂົາຍັງປຽບທຽບວຸດທິການສຶກສາ, ສະຖານະທາງສັງຄົມ, ພື້ນຖານຄອບຄົວ ແລະ ເລ່ລ່ຽມຂອງຜູ້ຄົນ. ຖ້າເຈົ້າມີວຸດທິການສຶກສາສູງ ແຕ່ບໍ່ມີເລ່ລ່ຽມ, ນັ້ນກໍຈະບໍ່ໄດ້ການຄືກັນ, ເຈົ້າຈະບໍ່ມີວັນຖືກສົ່ງເສີມ ແລະ ບໍ່ມີໃຜທີ່ຈະເບິ່ງເຈົ້າໃນແງ່ດີ. ຖ້າເຈົ້າມີວຸດທິການສຶກສາສູງ ແລະ ຄວາມສາມາດພິເສດທີ່ແທ້ຈິງ, ແຕ່ໜ້າຕາບໍ່ຄ່ອຍດີປານໃດ ແລະ ໂຕເຕ້ຍ ແລະ ບໍ່ຮູ້ຈັກວິທີປະຈົບປະແຈງ ຫຼື ເຂົ້າຫາຫົວໜ້າສາຍງານຂອງເຈົ້າ, ແລ້ວເຈົ້າຈະບໍ່ມີວັນຖືກສົ່ງເສີມ ຫຼື ຖືກບົ່ມເພາະຕະຫຼອດຊີວິດຂອງເຈົ້າ ແລະ ບໍ່ມີໃຜທີ່ຈະຄົ້ນພົບເຈົ້າ. ສະນັ້ນ, ຜູ້ບໍ່ມີຄວາມເຊື່ອຈຶ່ງມີຄຳເວົ້ານີ້ເຊິ່ງກ່າວວ່າ: “ມ້າໄວນັ້ນມີຫຼາຍ, ແຕ່ຄົນທີ່ເບິ່ງມ້າເປັນນັ້ນມີໜ້ອຍ”. ຄຳນີ້ເປັນຄວາມຈິງໃນເຮືອນຂອງພຣະເຈົ້າບໍ? (ບໍ່, ມັນບໍ່ເປັນຄວາມຈິງ). ສະນັ້ນ ຄຳເວົ້າທີ່ວ່າ “ຄຳແທ້ຍ່ອມມີວັນເປັ່ງປະກາຍ” ນັ້ນເປັນຄວາມຈິງບໍ? ມັນໃຊ້ໄດ້ບໍ? (ບໍ່). ຄົນທີ່ເບິ່ງໂລກໃນແງ່ລົບ ແລະ ບໍ່ຍອມໃຜມັກຈະເວົ້າຄຳນີ້. ການຢາກເປັ່ງປະກາຍຢູ່ສະເໝີ ນີ້ຄືຄວາມທະເຍີທະຍານຂອງມະນຸດ. ຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆທີ່ຖືກສົ່ງເສີມ ແລະ ຖືກບົ່ມເພາະໂດຍເຮືອນຂອງພຣະເຈົ້າບໍ່ແມ່ນຄຳ, ພວກເຂົາເປັນພຽງຄົນທຳມະດາ. ການສົ່ງເສີມ ແລະ ການບົ່ມເພາະທີ່ເຮົາເວົ້າເຖິງເປັນພຽງການເວົ້າແບບໜຶ່ງ; ທີ່ຈິງແລ້ວ, ສິ່ງນີ້ໝາຍເຖິງການຖືກພຣະເຈົ້າເຊີດຊູ. ໃນຖານະສິ່ງທີ່ຖືກສ້າງ, ເຈົ້າເປັນຄຳຢູ່ຕໍ່ໜ້າພຣະຜູ້ສ້າງບໍ? ເຈົ້າເປັນພຽງຂີ້ຝຸ່ນ, ເຈົ້າບໍ່ແມ່ນທອງແດງ ຫຼື ເຫຼັກດ້ວຍຊ້ຳ. ເປັນຫຍັງເຮົາຈຶ່ງເວົ້າວ່າເຈົ້າເປັນຂີ້ຝຸ່ນແທນທີ່ຈະເປັນຄຳ? ບໍ່ມີຫຍັງທີ່ໜ້າຊື່ນຊົມກ່ຽວກັບຜູ້ຄົນ. ບາງຄົນອາດຈະຖາມວ່າ: “ສິ່ງທີ່ພຣະອົງເວົ້ານັ້ນບໍ່ຂັດແຍ້ງກັນບໍ? ພຣະອົງບໍ່ໄດ້ຫາກໍເວົ້າບໍວ່າ ຄົນໃດໜຶ່ງສາມາດຖືກສົ່ງເສີມໄດ້ ຖ້າພວກເຂົາບັນລຸເກນຂອງການຮັກສິ່ງທີ່ເປັນບວກ?” ໃນຖານະທີ່ເປັນຄົນ, ເຈົ້າບໍ່ຄວນຮັກສິ່ງທີ່ເປັນບວກບໍ? ຖ້າເຈົ້າຮັກສິ່ງທີ່ເປັນບວກເລັກນ້ອຍ, ນັ້ນເຮັດໃຫ້ເຈົ້າເປັນຄຳບໍ? ນັ້ນເຮັດໃຫ້ເຈົ້າເປັ່ງປະກາຍບໍ? ຖ້າເຈົ້າຮັກສິ່ງທີ່ເປັນບວກເລັກນ້ອຍ, ມັນໝາຍຄວາມວ່າເຈົ້າມີຄວາມຈິງບໍ? ມີພຽງແຕ່ການມີຄວາມຈິງເທົ່ານັ້ນ ຄົນຈຶ່ງຈະເປັ່ງປະກາຍ. ຖ້າເຈົ້າບໍ່ມີຄວາມຈິງ, ຈະເວົ້າໄດ້ແນວໃດວ່າເຈົ້າເປັ່ງປະກາຍ? ຄວາມຈິງກໍຄື ສິ່ງທີ່ຖືກສ້າງບໍ່ເຂົ້າໃຈຄວາມຈິງໃດໆເລີຍ. ການມີຄວາມເປັນມະນຸດບາງຢ່າງ ແລະ ຄວາມສາມາດ ແລະ ຂີດຄວາມສາມາດໃນການຢັ່ງຮູ້ຄວາມຈິງບາງຢ່າງ ບໍ່ໄດ້ໝາຍຄວາມວ່າຄົນນັ້ນມີຄວາມຈິງໂດຍທຳມະຊາດ. ຜູ້ຄົນບໍ່ໄດ້ມີຄວາມຈິງ ແລະ ເຖິງແມ່ນວ່າຄວາມເປັນມະນຸດຂອງພວກເຂົາຈະທ່ຽງທຳ ຫຼື ໃຈດີ, ສິ່ງເຫຼົ່ານີ້ກໍບໍ່ແມ່ນຄວາມຈິງ, ພວກມັນເປັນພຽງຄຸນສົມບັດທີ່ຄວາມເປັນມະນຸດປົກກະຕິຄວນມີ. ສະນັ້ນ, ຢ່າເວົ້າເຖິງເລື່ອງການເປັ່ງປະກາຍ. ດັ່ງນັ້ນ, ເມື່ອໃດຄົນໃດໜຶ່ງຈຶ່ງຈະສາມາດເປັ່ງປະກາຍໄດ້ເລັກນ້ອຍ? ເມື່ອພວກເຂົາສາມາດກ່າວຖ້ອຍຄຳຂອງໂຢບທີ່ວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” (ໂຢບ 1:21), ນັ້ນຄືຕອນທີ່ສາມາດເວົ້າໄດ້ວ່າພວກເຂົາເປັ່ງປະກາຍເລັກນ້ອຍ ແລະ ດຳເນີນຊີວິດຢູ່ໃນຄວາມສະຫວ່າງ. ເມື່ອເຈົ້າສາມາດໃຊ້ຄວາມເປັນຈິງຄວາມຈິງທີ່ເຈົ້າມີ ແລະ ຄວາມຈິງທີ່ເຈົ້າເຂົ້າໃຈ ເພື່ອລ້ຽງດູ, ຄ້ຳຊູ ແລະ ນໍາພາຄົນອື່ນ, ເຊິ່ງຜ່ານສິ່ງນັ້ນ ພວກເຂົາສາມາດຖືກນໍາມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ, ອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະເຈົ້າ, ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະສາມາດເປັ່ງປະກາຍໄດ້ເລັກນ້ອຍ.
ຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆທີ່ຖືກບົ່ມເພາະໂດຍເຮືອນຂອງພຣະເຈົ້າບໍ່ໄດ້ມີພອນສະຫວັນທີ່ເໜືອທຳມະຊາດ, ພວກເຂົາເປັນພຽງຄົນທຳມະດາທີ່ເສື່ອມຊາມ. ຕາບໃດທີ່ພວກເຂົາສາມາດຍອມຮັບຄວາມຈິງ, ເຊື່ອຟັງ ແລະ ອ່ອນນ້ອມ ແລະ ມີຂີດຄວາມສາມາດໃນລະດັບໜຶ່ງ, ແລ້ວເຮືອນຂອງພຣະເຈົ້າກໍຈະສົ່ງເສີມ ແລະ ບົ່ມເພາະພວກເຂົາເປັນກໍລະນີພິເສດ. ເມື່ອເຮົາເວົ້າເຖິງການສົ່ງເສີມ ແລະ ບົ່ມເພາະຜູ້ຄົນເປັນກໍລະນີພິເສດ, ນີ້ແມ່ນກ່ຽວກັບການຖືກພຣະເຈົ້າເຊີດຊູ, ມັນແມ່ນກ່ຽວກັບການໃຫ້ໂອກາດແກ່ເຈົ້າທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບການນໍາພາຂອງພຣະເຈົ້າ ແລະ ຍອມຮັບການທີ່ພຣະເຈົ້າບົ່ມເພາະ ແລະ ຝຶກຝົນເຈົ້າ, ເພື່ອວ່າໃນລະຫວ່າງຊ່ວງເວລານີ້ ເຈົ້າຈະສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ໄວເທົ່າທີ່ຈະໄວໄດ້ ແລະ ສາມາດກຳແໜ້ນຫຼັກການຄວາມຈິງໄດ້ຢ່າງຖືກຕ້ອງ, ປະຕິບັດໜ້າທີ່ຂອງເຈົ້າໃນວິທີທີ່ໄດ້ມາດຕະຖານ ແລະ ດຳເນີນຊີວິດທີ່ມີລັກສະນະຄ້າຍຄືມະນຸດ. ນີ້ຄືສິ່ງທີ່ຄຳວ່າ “ຄົນທີ່ມີຄວາມສາມາດພິເສດ” ໝາຍເຖິງໃນເຮືອນຂອງພຣະເຈົ້າ. ຄົນດັ່ງກ່າວບໍ່ໄດ້ຍິ່ງໃຫຍ່ ແລະ ໜ້າປະທັບໃຈແມ່ນແຕ່ໜ້ອຍດຽວ, ພວກເຂົາພຽງແຕ່ເຂົ້າໃຈຄວາມຈິງ ແລະ ມີຄວາມເປັນຈິງຄວາມຈິງ ແລະ ສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງມີສະຕິ ແລະ ມີຄວາມຮັບຜິດຊອບ ແລະ ມີຄວາມຈິງໃຈເລັກນ້ອຍ ແລະ ສາມາດຈ່າຍລາຄາເລັກນ້ອຍ ແລະ ບໍ່ເຮັດຕາມອຳເພີໃຈບົນພື້ນຖານຂອງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ. ໃນການສົ່ງເສີມ ແລະ ບົ່ມເພາະຜູ້ຄົນທີ່ສາມາດບັນລຸເກນເຫຼົ່ານີ້ເປັນກໍລະນີພິເສດ ແລະ ຝຶກຝົນພວກເຂົາ, ມັນເໝາະສົມບໍທີ່ເຮືອນຂອງພຣະເຈົ້າຈະເຮັດສິ່ງນີ້? ມັນເປັນປະໂຫຍດຕໍ່ຜູ້ຄົນບໍ? ມັນເປັນປະໂຫຍດຢ່າງຍິ່ງຕໍ່ຜູ້ຄົນ! ເຊັ່ນດຽວກັນກັບຜູ້ເຊື່ອຄົນອື່ນໆ, ຜູ້ທີ່ຖືກສົ່ງເສີມ ແລະ ບົ່ມເພາະກໍເຊື່ອໃນພຣະເຈົ້າ ແລະ ອ່ານພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາ ແລະ ປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ເມື່ອປຽບທຽບກັບຜູ້ເຊື່ອຄົນອື່ນໆ, ພວກເຂົາຈະເຕີບໂຕໄວຂຶ້ນ ແລະ ໄດ້ຮັບຫຼາຍຂຶ້ນ. ພວກເຈົ້າຢາກໄດ້ຮັບຫຼາຍຂຶ້ນ ຫຼື ໄດ້ຮັບພຽງເລັກນ້ອຍ? (ຢາກໄດ້ຮັບຫຼາຍຂຶ້ນ). ຄົນສ່ວນໃຫຍ່ມີຄວາມປາຖະໜານີ້ ເຊິ່ງໝາຍຄວາມວ່າພວກເຂົາຮັກສິ່ງທີ່ເປັນບວກ. ບາງຄັ້ງ ເຮົາໂອ້ລົມກັບບາງທີມກ່ຽວກັບການເຂົ້າສູ່ຊີວິດ ແລະ ຂ້ອນຂ້າງມີຫຼາຍຄົນທີ່ໄປຟັງ ເຊິ່ງສະແດງໃຫ້ເຫັນວ່າຄົນສ່ວນໃຫຍ່ມີຄວາມປາຖະໜາທີ່ໂຫຍຫາຄວາມຈິງ ແລະ ເຕັມໃຈທີ່ຈະເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ຍັງເຕັມໃຈທີ່ຈະເຂົ້າສູ່ຄວາມເປັນຈິງຄວາມຈິງອີກດ້ວຍ. ໃນຕອນເລີ່ມຕົ້ນ, ເຮົາໄດ້ໂອ້ລົມກັບບາງຄົນ ແລະ ພວກເຂົາເຢັນຊາແທ້ໆ. ເຮົາເວົ້າເປັນເວລາດົນ ແຕ່ພວກເຂົາບໍ່ຕອບສະໜອງ ຫຼື ແມ່ນແຕ່ສະແດງຮອຍຍິ້ມເລັກນ້ອຍ. ຫຼັງຈາກທີ່ເຮົາໄດ້ຕິດຕໍ່ກັບພວກເຂົາເປັນເວລາໜຶ່ງປີ ຫຼື ສອງປີ, ພວກເຂົາສ່ວນໃຫຍ່ກໍເປັນທຳມະຊາດຫຼາຍຂຶ້ນໃນການສະແດງອອກທາງສີໜ້າຂອງພວກເຂົາ ແລະ ຕອບສະໜອງ ແລະ ເມື່ອເວລາຜ່ານໄປ ການຕອບສະໜອງຂອງພວກເຂົາກໍໄວຂຶ້ນ. ນັ້ນກໍຄື ພວກເຂົາປ່ຽນຈາກຄົນຕາຍມາເປັນຄົນເປັນ ແລະ ວິນຍານຂອງພວກເຂົາກໍຕື່ນຂຶ້ນ. ສິ່ງນີ້ບັນລຸໄດ້ແນວໃດ? ຖ້າຜູ້ຄົນບໍ່ເຂົ້າໃຈຄວາມຈິງ, ບໍ່ວ່າພວກເຂົາຈະຮັກສິ່ງທີ່ເປັນບວກຫຼາຍສໍ່າໃດ ຫຼື ພວກເຂົາສະຫຼາດ ຫຼື ມີຫົວຄິດຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງເປັນຄົນຕາຍ. ບາງຄົນເລີ່ມຕົ້ນດ້ວຍການເປັນຄົນຫົວຊ້າ ແລະ ເບົາປັນຍາ, ບໍ່ມີໃຜໃນໂລກທີ່ເບິ່ງພວກເຂົາໃນແງ່ດີ ແລະ ພວກເຂົາບໍ່ໄດ້ຮຽນຮູ້ຫຼາຍ ແລະ ວິໄສທັດຂອງພວກເຂົາກໍບໍ່ກວ້າງໄກປານໃດ. ແຕ່ຫຼັງຈາກທີ່ພວກເຂົາມາເຊື່ອໃນພຣະເຈົ້າ, ພວກເຂົາສາມາດເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ເບິ່ງເຫັນຫຼາຍສິ່ງຢ່າງຈະແຈ້ງ ແລະ ຈາກນັ້ນກໍໃຊ້ຊີວິດທີ່ມີລັກສະນະຄ້າຍຄືມະນຸດ ແລະ ດ້ວຍເຫດນັ້ນຈຶ່ງກາຍເປັນຄົນເປັນ. “ຄົນເປັນ” ໝາຍຄວາມວ່າແນວໃດ? ມັນບໍ່ແມ່ນກ່ຽວກັບວ່າຮ່າງກາຍຂອງເຈົ້າເປັນ ຫຼື ຕາຍ ຫຼື ວ່າຮ່າງກາຍຂອງເຈົ້າສາມາດເຄື່ອນໄຫວ ຫຼື ຫາຍໃຈໄດ້ ຫຼື ບໍ່, ແຕ່ແມ່ນກ່ຽວກັບວ່າວິນຍານຂອງເຈົ້າມີສະຕິຮູ້ສຶກຕົວ ແລະ ມີຄວາມຮູ້ສຶກໄວຕໍ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ ຫຼື ບໍ່. ຄົນເປັນຕອບສະໜອງຕໍ່ຄວາມຈິງ ແລະ ຕໍ່ພຣະທຳຂອງພຣະເຈົ້າ. ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ, ພວກເຂົາກໍມີສະຕິ, ມີເສັ້ນທາງ, ມີແຜນການ ແລະ ມີເປົ້າໝາຍ. ຄົນຕາຍບໍ່ມີການສະແດງອອກເຫຼົ່ານີ້. ສະນັ້ນ, ຖ້າເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະຄົນໃດໜຶ່ງ, ຄົນໆນີ້ກໍຈະໄດ້ຮັບຫຼາຍກວ່າ. ດັ່ງນັ້ນ ຄົນທີ່ບໍ່ບັນລຸເກນເຫຼົ່ານີ້ ແລະ ບໍ່ໄດ້ຖືກສົ່ງເສີມ ຫຼື ຖືກບົ່ມເພາະ ຈະສາມາດໄດ້ຮັບຢ່າງພຽງພໍໄດ້ແນວໃດ? ພວກເຂົາຈະສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງຢ່າງໄວວາໄດ້ແນວໃດ? ພວກເຂົາຕ້ອງຮຽນຮູ້ທີ່ຈະປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ, ບັນລຸຄວາມເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ຍັງສາມາດນຳໃຊ້ຄວາມຈິງເພື່ອແຍກແຍະຜູ້ຄົນ ແລະ ແກ້ໄຂບັນຫາ, ແລ້ວພວກເຂົາກໍຈະສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້.
ບາງຄົນເວົ້າວ່າ: “ເນື່ອງຈາກວ່າເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະຄົນທີ່ມີຄວາມສາມາດພິເສດທຸກປະເພດ ແລະ ອະນຸຍາດໃຫ້ພວກເຂົາເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ໄວເທົ່າທີ່ຈະໄວໄດ້, ນັ້ນບໍ່ໄດ້ໝາຍຄວາມວ່າຄົນທີ່ບໍ່ມີຄວາມສາມາດພິເສດບໍ່ສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ບໍ?” ການເວົ້າແບບນັ້ນຖືກຕ້ອງບໍ? (ບໍ່, ມັນຜິດ). ສະນັ້ນ, ຫຼັງຈາກທີ່ໂອ້ລົມກັນກ່ຽວກັບຫົວຂໍ້ນີ້, ມັນເຮັດໃຫ້ບາງຄົນຕື່ນເຕັ້ນ ໃນຂະນະທີ່ເຮັດໃຫ້ຄົນອື່ນທໍ້ຖອຍໃຈ ແລະ ຜິດຫວັງບໍ? ຄົນໃດໜຶ່ງຄວນເບິ່ງເລື່ອງນີ້ໃນແງ່ນີ້: ຜູ້ທີ່ໄດ້ຮັບການສົ່ງເສີມ ແລະ ການບົ່ມເພາະບໍ່ຄວນພູມໃຈ. ເຈົ້າບໍ່ມີຫຍັງທີ່ຈະອວດອ້າງ, ນີ້ຄືພຣະຄຸນ ແລະ ພຣະພອນຂອງພຣະເຈົ້າ. ເມື່ອພຣະເຈົ້າປະທານໃຫ້ເຈົ້າຫຼາຍ, ພຣະອົງກໍຂໍໃຫ້ເຈົ້າເສຍສະລະຕົນເອງໃຫ້ຫຼາຍຂຶ້ນເຊັ່ນກັນ. ຖ້າເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະເຈົ້າເປັນກໍລະນີພິເສດ, ມັນໝາຍຄວາມວ່າເຈົ້າຈຳເປັນຕ້ອງຈ່າຍລາຄາທີ່ສູງກວ່າ. ຖ້າເຈົ້າສາມາດອົດທົນຕໍ່ຄວາມລຳບາກນີ້, ແນ່ນອນວ່າເຈົ້າຈະໄດ້ຮັບຫຼາຍຂຶ້ນ. ຖ້າເຈົ້າເວົ້າວ່າ: “ຂ້ອຍບໍ່ເຕັມໃຈທີ່ຈະອົດທົນຕໍ່ຄວາມລຳບາກນີ້”, ແລ້ວເຈົ້າກໍຈະບໍ່ໄດ້ຮັບຄວາມຈິງ, ທັງບໍ່ໄດ້ຮັບພຣະພອນຂອງພຣະເຈົ້າ. ບາງຄົນເວົ້າວ່າ: “ຂ້ອຍຢາກໄດ້ຮັບສິ່ງເຫຼົ່ານັ້ນ ແຕ່ຂ້ອຍບໍ່ຄິດວ່າຂ້ອຍຈະເຮັດໄດ້ ເພາະເຮືອນຂອງພຣະເຈົ້າຈະບໍ່ສົ່ງເສີມ ແລະ ບົ່ມເພາະຂ້ອຍເປັນກໍລະນີພິເສດ. ຂ້ອຍບໍ່ບັນລຸເກນ”. ມັນບໍ່ສຳຄັນວ່າເຈົ້າຈະບໍ່ບັນລຸເກນ ຫຼື ບໍ່. ຕາບໃດທີ່ເຈົ້າໄລ່ຕາມເສາະຫາຄວາມຈິງ ແລະ ພະຍາຍາມຢ່າງໜັກໄປສູ່ຄວາມຈິງ, ພຣະເຈົ້າຈະບໍ່ປະຕິບັດຕໍ່ເຈົ້າຢ່າງບໍ່ຍຸຕິທຳ. ຄົນເຫຼົ່ານີ້ທີ່ຖືກສົ່ງເສີມ ແລະ ຖືກບົ່ມເພາະພຽງແຕ່ສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ໄວກວ່າ ຍ້ອນຂີດຄວາມສາມາດຂອງພວກເຂົາ ແລະ ຍ້ອນເງື່ອນໄຂຕ່າງໆຂອງພວກເຂົາ. ແນວໃດກໍຕາມ, ການເຂົ້າສູ່ກ່ອນກຳນົດນີ້ບໍ່ໄດ້ໝາຍຄວາມວ່າ ພວກເຂົາເປັນພຽງຄົນກຸ່ມດຽວເທົ່ານັ້ນທີ່ສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້. ມັນພຽງແຕ່ໝາຍຄວາມວ່າ ພວກເຂົາສາມາດໄດ້ຮັບຫຼາຍຂຶ້ນເລັກນ້ອຍໄດ້ກ່ອນ ແລະ ສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ກ່ອນກວ່າເລັກນ້ອຍ. ຜູ້ທີ່ບໍ່ໄດ້ຮັບການສົ່ງເສີມຈະຕາມຫຼັງພວກເຂົາເລັກນ້ອຍ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້. ບໍ່ວ່າຄົນໃດໜຶ່ງຈະສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ ຫຼື ບໍ່ນັ້ນ ກໍຂຶ້ນກັບການໄລ່ຕາມເສາະຫາຂອງພວກເຂົາ. ຄົນເຫຼົ່ານີ້ທີ່ຖືກສົ່ງເສີມ ແລະ ຖືກບົ່ມເພາະສາມາດກຳແໜ້ນຫຼັກການຄວາມຈິງໄດ້ໄວຂຶ້ນ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ໄວຂຶ້ນໃນລະຫວ່າງຂະບວນການບົ່ມເພາະ ເຊິ່ງເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ມັນຈຶ່ງຖືກຕ້ອງທີ່ຈະສົ່ງເສີມ ແລະ ບົ່ມເພາະຄົນທີ່ຖືກພົບວ່າມີຂີດຄວາມສາມາດທີ່ດີ ແລະ ຮັກຄວາມຈິງ. ຖ້າຄົນໃດໜຶ່ງສາມາດພົບເຫັນຄົນເຫຼົ່ານີ້ ແລະ ສົ່ງເສີມ ແລະ ບົ່ມເພາະພວກເຂົາ ໂດຍບໍ່ອິດສາພວກເຂົາ ຫຼື ເຮັດໃຫ້ພວກເຂົາຕົກຕໍ່າລົງ, ແຕ່ສະເໜີການດູແລໃຫ້ແກ່ພວກເຂົາແທນ, ແລ້ວພວກເຂົາກໍກຳລັງຄຳນຶງເຖິງເຈດຕະນາຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ຖ້າບາງຄົນອິດສາ ແລະ ກັງວົນວ່າຄົນເຫຼົ່ານີ້ດີກວ່າພວກເຂົາ ແລະ ລື່ນກາຍພວກເຂົາ, ດັ່ງນັ້ນ ພວກເຂົາຈຶ່ງກີດກັນຄົນເຫຼົ່ານີ້ ແລະ ເຮັດໃຫ້ພວກເຂົາຕົກຕ່ຳ, ນີ້ເປັນການກະທຳທີ່ຊົ່ວຮ້າຍຢ່າງຊັດເຈນ ແລະ ເປັນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສມັກເຮັດຢູ່ສະເໝີ. ມີພຽງແຕ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ສາມາດໂຈມຕີ ແລະ ກີດກັນອ້າຍເອື້ອຍນ້ອງທັງຫຼາຍໄດ້.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?