ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (6) ສ່ວນທີ ໜຶ່ງ
ມື້ນີ້ພວກເຮົາຈະໂອ້ລົມຕໍ່ກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ກ່ຽວກັບການສະແດງອອກຕ່າງໆ ຂອງຜູ້ນໍາປອມ. ໃນການເຕົ້າໂຮມຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກ່ຽວກັບຂໍ້ທີຫົກຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເນື້ອໃນຫຼັກຂອງຂໍ້ນີ້ແມ່ນຫຍັງ? (ຂໍ້ທີຫົກແມ່ນ “ສົ່ງເສີມ ແລະ ບົ່ມເພາະຄົນທີ່ມີຄວາມສາມາດພິເສດທີ່ມີຄຸນສົມບັດທຸກປະເພດ ເພື່ອໃຫ້ທຸກຄົນທີ່ໄລ່ຕາມເສາະຫາຄວາມຈິງສາມາດມີໂອກາດໄດ້ຮັບການຝຶກຝົນ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງໂດຍໄວເທົ່າທີ່ຈະໄວໄດ້”). ຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກັນເປັນຫຼັກກ່ຽວກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການສົ່ງເສີມ ແລະ ບົ່ມເພາະຜູ້ຄົນ ແລະ ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງສົ່ງເສີມ ແລະ ບົ່ມເພາະຜູ້ຄົນ. ພວກເຮົາຍັງໄດ້ໄຈ້ແຍກບັນຫາທີ່ມີຢູ່ໃນຜູ້ນໍາປອມ ເມື່ອເວົ້າເຖິງການສົ່ງເສີມ ແລະ ບົ່ມເພາະຜູ້ທີ່ມີຄວາມສາມາດພິເສດປະເພດຕ່າງໆ. ແລ້ວການສະແດງອອກຫຼັກຂອງຜູ້ນໍາປອມໃນສອງຂໍ້ນີ້ແມ່ນຫຍັງ? ເປັນຫຍັງພວກເຮົາຈຶ່ງເວົ້າວ່າພວກເຂົາເປັນຜູ້ນໍາປອມ? ຫຼັກໆແລ້ວມີຢູ່ສອງດ້ານ. ດ້ານໜຶ່ງແມ່ນ ຜູ້ນໍາປອມບໍ່ເຂົ້າໃຈຫຼັກການໃນການສົ່ງເສີມ, ບົ່ມເພາະ ແລະ ນໍາໃຊ້ຄົນປະເພດຕ່າງໆ ແລະ ພວກເຂົາກໍບໍ່ໄດ້ສະແຫວງຫາຫຼັກການເຫຼົ່ານີ້. ພວກເຂົາບໍ່ຮູ້ວ່າຂີດຄວາມສາມາດດ້ານໃດທີ່ສຳຄັນທີ່ຜູ້ຄົນຄວນມີ ຫຼື ເກນໃດທີ່ສຳຄັນທີ່ຕ້ອງບັນລຸ ເພື່ອທີ່ຈະໄດ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ດ້ວຍເຫດນີ້, ພວກເຂົາຈຶ່ງໃຊ້ງານຄົນຢ່າງບໍ່ຈຳແນກ ໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເອງ. ບັນຫາທີ່ຮ້າຍແຮງອີກຢ່າງໜຶ່ງກໍຄື ຫຼັງຈາກທີ່ສົ່ງເສີມ, ບົ່ມເພາະ ແລະ ນໍາໃຊ້ຄົນເຫຼົ່ານີ້ແລ້ວ, ພວກເຂົາກໍບໍ່ໄດ້ຕິດຕາມ ຫຼື ກວດກາວຽກງານຂອງຄົນເຫຼົ່ານັ້ນເລີຍ, ທັງບໍ່ໄດ້ຊອກຮູ້ວ່າພວກເຂົາເຮັດວຽກໄດ້ດີສ່ຳໃດ, ຫຼື ພວກເຂົາໄດ້ເຮັດວຽກງານຕົວຈິງ ຫຼື ບໍ່ ຫຼື ສາມາດເຮັດໜ້າທີ່ຄວາມຮັບຜິດຊອບຂອງຕົນໄດ້ສຳເລັດ ຫຼື ບໍ່ ຫຼື ລັກສະນະຂອງພວກເຂົາເປັນແນວໃດ ຫຼື ໜ້າທີ່ທີ່ພວກເຂົາກໍາລັງປະຕິບັດຢູ່ນັ້ນເໝາະສົມກັບພວກເຂົາແລ້ວ ຫຼື ບໍ່ ແລະ ພວກເຂົາບໍ່ໄດ້ໃສ່ໃຈວ່າຄົນທີ່ພວກເຂົາສົ່ງເສີມ, ບົ່ມເພາະ ແລະ ໃຊ້ງານນັ້ນໄດ້ມາດຕະຖານ ແລະ ສອດຄ່ອງກັບຫຼັກການ ຫຼື ບໍ່, ພວກເຂົາບໍ່ເຄີຍກວດສອບສິ່ງເຫຼົ່ານີ້ເລີຍ. ຜູ້ນໍາປອມຄິດວ່າມັນເປັນພຽງເລື່ອງຂອງການສົ່ງເສີມໃຫ້ຄົນ, ຈັດແຈງວຽກງານໃຫ້ພວກເຂົາ ແລະ ກໍບໍ່ມີຫຍັງຫຼາຍໄປກວ່ານັ້ນ, ແລ້ວຄວາມຮັບຜິດຊອບຂອງພວກເຂົາກໍສຳເລັດແລ້ວ. ນີ້ຄືວິທີທີ່ຜູ້ນໍາປອມເຮັດວຽກງານຂອງພວກເຂົາ ແລະ ນີ້ກໍເປັນທັດສະນະຄະຕິ ແລະ ມຸມມອງຂອງພວກເຂົາໃນຂະນະທີ່ພວກເຂົາເຮັດວຽກງານ. ດັ່ງນັ້ນ ການສະແດງອອກຫຼັກທັງສອງຢ່າງນີ້ຂອງຜູ້ນໍາປອມ ສາມາດພິສູດໄດ້ບໍວ່າພວກເຂົາບໍ່ໄດ້ເຮັດ ແລະ ບໍ່ສາມາດເຮັດໜ້າທີ່ຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດໄດ້ ເມື່ອເວົ້າເຖິງການສົ່ງເສີມ, ບົ່ມເພາະ ແລະ ນໍາໃຊ້ຜູ້ຄົນ? (ແມ່ນແລ້ວ). ຜູ້ນໍາປອມບໍ່ໄດ້ກວດກາວຽກງານ ຫຼື ຄອຍສັງເກດຄົນປະເພດຕ່າງໆ ແລະ ຍິ່ງບໍ່ໄດ້ເອົາຈິງເອົາຈັງໃນເລື່ອງຄວາມຈິງ ແລະ ຫຼັກການ, ໂດຍການປຽບທຽບການສະແດງອອກ ແລະ ສະພາວະຂອງຄົນປະເພດຕ່າງໆ ຕໍ່ກັບຄວາມຈິງທີ່ພວກເຂົາເຂົ້າໃຈ ແລະ ຫຼັກການທີ່ເຮືອນຂອງພຣະເຈົ້າໄດ້ກຳນົດ; ພວກເຂົາຍັງບໍ່ສາມາດແຍກແຍະໄດ້ວ່າ ຄວາມເປັນມະນຸດ ແລະ ຈຸດແຂງຂອງຄົນປະເພດຕ່າງໆ ສອດຄ່ອງກັບຫຼັກການທີ່ເຮືອນຂອງພຣະເຈົ້າໄດ້ກຳນົດໃນການນໍາໃຊ້ຄົນ ຫຼື ບໍ່. ດ້ວຍເຫດຜົນເຫຼົ່ານີ້, ພວກເຂົາຈຶ່ງສັບສົນ ແລະ ບໍ່ຮອບຄອບເປັນພິເສດ ເມື່ອເວົ້າເຖິງການສົ່ງເສີມ ແລະ ນໍາໃຊ້ຄົນ ແລະ ການຈັດແຈງວຽກງານໃຫ້ພວກເຂົາ ແລະ ສິ່ງທີ່ພວກເຂົາເຮັດກໍຄືການເຮັດແບບພໍເປັນພິທີ ແລະ ເຮັດວຽກງານແບບຜິວເຜີນ ໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາ. ເມື່ອເປັນເຊັ່ນນີ້, ຖ້າຜູ້ນໍາປອມຖືກຂໍໃຫ້ໃຊ້ງານຄົນປະເພດຕ່າງໆ ຢ່າງສົມເຫດສົມຜົນ ແລະ ເໝາະສົມ ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ພວກເຂົາຈະສາມາດເຮັດໄດ້ບໍ? (ບໍ່, ພວກເຂົາເຮັດບໍ່ໄດ້). ຕອນນີ້ໃຫ້ພວກເຮົາປະວາງເລື່ອງຂີດຄວາມສາມາດຂອງຜູ້ນໍາປອມໄວ້ກ່ອນ. ໃຫ້ເບິ່ງພຽງແຕ່ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ວຽກງານ ແລະ ວິທີການ ແລະ ວິທີປະຕິບັດວຽກງານຂອງພວກເຂົາ ແລະ ຄວາມຈິງທີ່ວ່າພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງໃດເລີຍ, ແຕ່ຈັດການພຽງວຽກງານທຸລະການ ແລະ ເຮັດວຽກງານແບບຜິວເຜີນເລັກນ້ອຍເອົາໜ້າເອົາຕາ ແລະ ຂໍ້ເທັດຈິງທີ່ວ່າພວກເຂົາບໍ່ໄດ້ເຮັດວຽກງານສະໜອງຄວາມຈິງໃຫ້ແກ່ຜູ້ຄົນເລີຍ ແລະ ບໍ່ຮູ້ວິທີນໍາໃຊ້ຄວາມຈິງເພື່ອແກ້ໄຂບັນຫາ, ທັງໝົດນີ້ກໍພຽງພໍແລ້ວທີ່ຈະພິສູດວ່າຜູ້ນໍາປອມບໍ່ສາມາດເຮັດວຽກງານຕົວຈິງຂອງຄຣິສຕະຈັກໄດ້. ພຽງແຕ່ອີງໃສ່ຂໍ້ເທັດຈິງທີ່ວ່າຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ຫຼື ມີສ່ວນຮ່ວມຢ່າງເລິກເຊິ່ງກັບອ້າຍເອື້ອຍນ້ອງ ເພື່ອແກ້ໄຂບັນຫາຕົວຈິງ ແລະ ກົງກັນຂ້າມ ພວກເຂົາຈະວາງທ່າເໜືອຄົນອື່ນ ແລະ ອອກຄຳສັ່ງ, ມັນສາມາດຢືນຢັນໄດ້ວ່າພວກເຂົາບໍ່ສາມາດປະຕິບັດວຽກງານໃນທຸກດ້ານຂອງຄຣິສຕະຈັກໄດ້ດີ ເພື່ອສົ່ງເສີມ ແລະ ບົ່ມເພາະຜູ້ຄົນສຳລັບເຮືອນຂອງພຣະເຈົ້າ.
ຂໍ້ທີເຈັດ: ຈັດສັນ ແລະ ໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ, ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ເພື່ອໃຫ້ແຕ່ລະຄົນໄດ້ຮັບການໃຊ້ງານຢ່າງເກີດປະໂຫຍດສູງສຸດ (ພາກທີໜຶ່ງ)
ການນຳໃຊ້ຄົນປະເພດຕ່າງໆຢ່າງສົມເຫດສົມຜົນ ໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ
ພວກເຈົ້າມີຄວາມເຂົ້າໃຈແນວໃດກ່ຽວກັບວິທີຈັດແຈງ ແລະ ໃຊ້ງານຄົນປະເພດຕ່າງໆ? (ເຮືອນຂອງພຣະເຈົ້າມີມາດຕະຖານທີ່ກຳນົດແຕກຕ່າງກັນສຳລັບຄົນປະເພດຕ່າງໆ ທີ່ໄດ້ຮັບການສົ່ງເສີມ ແລະ ບົ່ມເພາະ ແລະ ຜູ້ຄົນຄວນໄດ້ຮັບການສົ່ງເສີມ ແລະ ໃຊ້ງານຕາມຫຼັກການ ແລະ ມາດຕະຖານຂອງເຮືອນຂອງພຣະເຈົ້າໃນການສົ່ງເສີມຜູ້ຄົນ. ຖ້າບາງຄົນເໝາະສົມທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ແລ້ວພວກເຂົາກໍຄວນໄດ້ຮັບການບົ່ມເພາະໃຫ້ເປັນຜູ້ນໍາ, ຜູ້ເຮັດວຽກ ແລະ ຜູ້ກຳກັບດູແລ; ຖ້າບາງຄົນມີຈຸດແຂງທາງວິຊາຊີບໃນຂະແໜງໃດໜຶ່ງ, ແລ້ວໜ້າທີ່ທີ່ພວກເຂົາເຮັດກໍຄວນຖືກຈັດແຈງຕາມຈຸດແຂງທາງວິຊາຊີບຂອງພວກເຂົາ, ເພື່ອໃຫ້ພວກເຂົາໄດ້ຮັບການຈັດສັນ ແລະ ໃຊ້ງານຢ່າງສົມເຫດສົມຜົນ). ມີໃຜມີຫຍັງຈະເພີ່ມເຕີມອີກບໍ? (ອີກຢ່າງໜຶ່ງແມ່ນການວັດແທກຄົນໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ. ຖ້າຄວາມເປັນມະນຸດຂອງຄົນໃດຄົນໜຶ່ງຂ້ອນຂ້າງດີ, ຮັກຄວາມຈິງ ແລະ ພວກເຂົາມີຄວາມສາມາດໃນການຢັ່ງຮູ້, ຄົນແບບນີ້ຈຶ່ງເປັນຜູ້ເໝາະສົມສຳລັບການສົ່ງເສີມ ແລະ ບົ່ມເພາະ. ຖ້າຄວາມເປັນມະນຸດຂອງພວກເຂົາທຳມະດາ, ແຕ່ພວກເຂົາມີຈຸດແຂງ ແລະ ສາມາດປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ ແລະ ຮັບໃຊ້ໄດ້, ຄົນປະເພດນີ້ກໍສາມາດຖືກມອບໝາຍໃຫ້ເຮັດໜ້າທີ່ທີ່ເໝາະສົມໂດຍອີງໃສ່ຈຸດແຂງຂອງພວກເຂົາ, ເພື່ອທີ່ພວກເຂົາຈະຖືກໃຊ້ງານໃຫ້ເກີດປະໂຫຍດສູງສຸດ. ຖ້າພວກເຂົາເປັນຄົນທີ່ມີຄວາມເປັນມະນຸດທີ່ຂ້ອນຂ້າງບໍ່ດີ ແລະ ອາດຈະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ການໃຫ້ພວກເຂົາປະຕິບັດໜ້າທີ່ຈະເປັນບັນຫາຫຼາຍກວ່າທີ່ຈະເກີດປະໂຫຍດ, ສະນັ້ນ ມັນຈຶ່ງບໍ່ເໝາະສົມທີ່ຈະຈັດແຈງໃຫ້ພວກເຂົາປະຕິບັດໜ້າທີ່). ຖ້າຜູ້ຄົນຖືກຈຳແນກໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ, ແລ້ວຕາບໃດທີ່ພວກເຂົາບໍ່ແມ່ນຄົນຊົ່ວຮ້າຍ, ບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ແລະ ສາມາດປະຕິບັດໜ້າທີ່ໄດ້, ພວກເຂົາກໍສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການໃຊ້ງານຜູ້ຄົນ. ຄົນອີກປະເພດໜຶ່ງທີ່ບໍ່ສາມາດໃຊ້ງານໄດ້, ນອກຈາກຄົນຊົ່ວຮ້າຍ ແລະ ຜີຮ້າຍ, ກໍຄືຜູ້ທີ່ມີສະຕິປັນຍາບໍ່ພຽງພໍ, ເຊິ່ງເປັນຜູ້ທີ່ເຮັດຫຍັງກໍບໍ່ສໍາເລັດ, ບໍ່ສາມາດເຮັດຫຍັງໃຫ້ລຸລ່ວງໄດ້ ບໍ່ສາມາດຮຽນຮູ້ວິຊາຊີບ, ບໍ່ສາມາດຈັດການວຽກງານທຸລະການທີ່ງ່າຍດາຍ ແມ່ນແຕ່ຈະອອກແຮງງານທາງກາຍກໍບໍ່ສາມາດເຮັດໄດ້, ຄົນທີ່ມີສະຕິປັນຍາ ແລະ ຄວາມເປັນມະນຸດບໍ່ພຽງພໍຈຶ່ງບໍ່ສາມາດໃຊ້ງານໄດ້. ຄົນແບບໃດແດ່ທີ່ຕົກຢູ່ໃນໝວດໝູ່ນີ້ຂອງການມີສະຕິປັນຍາບໍ່ພຽງພໍ? ກໍຄືຜູ້ທີ່ບໍ່ເຂົ້າໃຈພາສາມະນຸດ, ຜູ້ທີ່ຂາດຄວາມຢັ່ງຮູ້ທີ່ບໍລິສຸດ, ຜູ້ທີ່ເຂົ້າໃຈຜິດຢູ່ສະເໝີ, ເຮັດຜິດພາດ ແລະ ໃຫ້ຄຳຕອບທີ່ບໍ່ກ່ຽວຂ້ອງກັບຄຳຖາມ ແລະ ຜູ້ທີ່ເປັນປະເພດດຽວກັນກັບຄົນໂງ່ຈ້າ ຫຼື ຄົນພິການທາງຈິດ, ຄົນເຫຼົ່ານີ້ລ້ວນແຕ່ເປັນຄົນທີ່ມີສະຕິປັນຍາບໍ່ພຽງພໍ. ແລ້ວກໍຍັງມີຄົນທີ່ໄຮ້ສາລະທີ່ສຸດ ຜູ້ທີ່ຢັ່ງຮູ້ສິ່ງຕ່າງໆ ທຸກປະເພດແຕກຕ່າງຈາກຄົນປົກກະຕິ, ພວກເຂົາກໍມີບັນຫາທາງສະຕິປັນຍາເຊັ່ນກັນ. ສະຕິປັນຍາບໍ່ພຽງພໍແມ່ນລວມເຖິງການບໍ່ສາມາດຮຽນຮູ້ຫຍັງໄດ້ເລີຍແມ່ນບໍ? (ແມ່ນແລ້ວ). ແລ້ວການບໍ່ສາມາດຮຽນຮູ້ວິທີການຂຽນບົດຄວາມນັບວ່າເປັນການມີສະຕິປັນຍາບໍ່ພຽງພໍບໍ? (ບໍ່, ບໍ່ແມ່ນ). ຄົນປະເພດນີ້ບໍ່ໄດ້ຈັດຢູ່ໃນໝວດໝູ່ນັ້ນ. ຕົວຢ່າງເຊັ່ນ: ການຮຽນຮ້ອງເພງ ແລະ ເຕັ້ນລຳ, ການຮຽນຮູ້ທັກສະຄອມພິວເຕີ ຫຼື ການຮຽນພາສາຕ່າງປະເທດ; ການບໍ່ສາມາດຮຽນຮູ້ສິ່ງເຫຼົ່ານີ້ບໍ່ໄດ້ຖືວ່າເປັນການມີສະຕິປັນຍາບໍ່ພຽງພໍ. ດັ່ງນັ້ນ, ການບໍ່ສາມາດຮຽນຮູ້ສິ່ງປະເພດໃດທີ່ສະແດງເຖິງການມີສະຕິປັນຍາບໍ່ພຽງພໍ? ຕົວຢ່າງເຊັ່ນ: ບາງຄົນມີຄວາມຮູ້ເລັກນ້ອຍ, ແຕ່ບໍ່ສາມາດຮຽນຮູ້ວິທີຈັດລະບຽບພາສາຂອງພວກເຂົາເມື່ອສົນທະນາກັບຄົນອື່ນ. ແລ້ວຄົນປະເພດນີ້ຈະສາມາດໂອ້ລົມກ່ຽວກັບຄວາມຈິງ, ອະທິຖານ ແລະ ສື່ສານກັບຄົນອື່ນແບບປົກກະຕິໄດ້ບໍ ເມື່ອພວກເຂົາເຊື່ອໃນພຣະເຈົ້າ? (ບໍ່, ພວກເຂົາເຮັດບໍ່ໄດ້). ເມື່ອພວກເຂົາມີຄວາມຄິດຢູ່ໃນໃຈ ຫຼື ເມື່ອພວກເຂົາຢູ່ໃນສະພາວະໃດໜຶ່ງ ແລະ ພວກເຂົາຢາກເປີດໃຈ ແລະ ເວົ້າກັບຜູ້ຄົນກ່ຽວກັບເລື່ອງນັ້ນ ແລະ ສະແຫວງຫາເສັ້ນທາງແກ້ໄຂ, ພວກເຂົາກໍໄດ້ໄຕ່ຕອງເປັນເວລາຫຼາຍມື້ ແລະ ບໍ່ຮູ້ວ່າຈະເລີ່ມຕົ້ນຈາກບ່ອນໃດ ຫຼື ຈະສະແດງອອກແນວໃດ. ທັນທີທີ່ພວກເຂົາເວົ້າ, ພວກເຂົາກໍສັບສົນ ແລະ ເວົ້າແບບບໍ່ຮູ້ເລື່ອງ, ປາກຂອງພວກເຂົາເບິ່ງຄືວ່າບໍ່ຍອມເຮັດຕາມທີ່ສັ່ງ ແລະ ຄວາມຄິດຂອງພວກເຂົາກໍສັບສົນວຸ່ນວາຍ. ຕົວຢ່າງເຊັ່ນ: ເຈົ້າບອກພວກເຂົາວ່າ “ມື້ນີ້ອາກາດດີ ແລະ ແດດອອກແຈ້ງ”, ແລ້ວພວກເຂົາຈະຕອບວ່າ “ມື້ວານນີ້ຝົນຕົກ ແລະ ມີອຸບັດຕິເຫດລົດຕຳກັນຢູ່ຖະໜົນເສັ້ນນັ້ນ”. ການສົນທະນາຂອງພວກເຂົາກັບຄົນອື່ນນັ້ນເປັນການເວົ້າກັນຄົນລະເລື່ອງ. ຄົນປະເພດນີ້ມີສະຕິປັນຍາບໍ່ພຽງພໍແມ່ນບໍ? (ແມ່ນແລ້ວ). ຕົວຢ່າງເຊັ່ນ: ຖ້າພວກເຂົາເຈັບຫົວ ແລະ ເຈົ້າຖາມພວກເຂົາວ່າເປັນຫຍັງ, ພວກເຂົາຈະເວົ້າວ່າພວກເຂົາຮູ້ສຶກເຈັບປວດຫົວໃຈໜ້ອຍໜຶ່ງ. ຄຳຕອບນີ້ບໍ່ກ່ຽວຂ້ອງກັບຄຳຖາມ, ແມ່ນບໍ? (ແມ່ນແລ້ວ). ນີ້ຄືການຂາດສະຕິປັນຍາທີ່ຫຼາຍເກີນໄປ. ມີຄົນທີ່ເປັນແບບນີ້ຫຼາຍ. ໃຫ້ພວກເຈົ້າຍົກຕົວຢ່າງໄດ້ບໍ? (ບາງຄົນມັກຈະຕອບນອກເລື່ອງຢູ່ສະເໝີເມື່ອຕອບຄຳຖາມ, ພວກເຂົາພຽງແຕ່ບໍ່ສາມາດເຂົ້າໃຈສິ່ງທີ່ຄົນອື່ນກຳລັງຖາມພວກເຂົາ). ການເວົ້ານອກເລື່ອງຢູ່ເລື້ອຍໆ, ນີ້ຄືການມີສະຕິປັນຍາບໍ່ພຽງພໍ. ນອກຈາກນີ້ຍັງມີຄົນທີ່ບໍ່ສາມາດຈຳແນກໄດ້ລະຫວ່າງຄົນໃນກັບຄົນນອກເມື່ອພວກເຂົາເວົ້າ ແລະ ບາງຄັ້ງກໍເປີດເຜີຍຕົນເອງແບບບໍ່ຮູ້ຕົວເມື່ອພວກເຂົາເວົ້າ, ນີ້ກໍຄືການມີສະຕິປັນຍາບໍ່ພຽງພໍເຊັ່ນກັນ. ຕົວຢ່າງເຊັ່ນ: ອ້າຍເອື້ອຍນ້ອງບາງຄົນອາໄສຢູ່ກັບສະມາຊິກຄອບຄົວທີ່ບໍ່ມີຄວາມເຊື່ອ, ຜູ້ທີ່ຖາມພວກເຂົາວ່າ “ພຣະເຈົ້າຂອງພວກເຈົ້າບອກໃຫ້ພວກເຈົ້າເຮັດຫຍັງ?” ພວກເຂົາກໍຕອບວ່າ “ພຣະເຈົ້າທີ່ພວກເຮົາເຊື່ອນັ້ນດີຫຼາຍ. ພຣະອົງສອນພວກເຮົາໃຫ້ເປັນຄົນຊື່ສັດ ແລະ ພວກເຮົາບໍ່ໄດ້ຮັບອະນຸຍາດໃຫ້ຕົວະໃຜ ແລະ ຕ້ອງເວົ້າຄວາມຈິງກັບທຸກຄົນ”. ເບິ່ງຢ່າງຜິວເຜີນແລ້ວ, ມັນຟັງຄືວ່າພວກເຂົາກຳລັງເປັນພະຍານໃຫ້ກັບວຽກງານທີ່ພຣະເຈົ້າເຮັດ, ຖວາຍກຽດແດ່ພຣະເຈົ້າ ແລະ ເຮັດໃຫ້ຜູ້ຟັງມີຄວາມປະທັບໃຈທີ່ດີຕໍ່ຜູ້ເຊື່ອ ແລະ ໄວ້ວາງໃຈພວກເຂົາ, ແຕ່ມັນເປັນເຊັ່ນນັ້ນແທ້ບໍ? ຜູ້ບໍ່ມີຄວາມເຊື່ອຈະເວົ້າຫຍັງເມື່ອພວກເຂົາໄດ້ຍິນສິ່ງນີ້? ພວກເຂົາຈະເວົ້າວ່າ “ໃນເມື່ອພຣະເຈົ້າຂອງພວກເຈົ້າໄດ້ຂໍໃຫ້ພວກເຈົ້າເປັນຄົນຊື່ສັດ, ກໍຈົ່ງບອກພວກເຮົາຕາມຄວາມຈິງວ່າ: ຄຣິສຕະຈັກຂອງພວກເຈົ້າມີເງິນເທົ່າໃດ? ໃຜຖວາຍເຄື່ອງຖວາຍໃຫ້ຫຼາຍທີ່ສຸດ? ໃຜເປັນຜູ້ນໍາຄຣິສຕະຈັກຂອງພວກເຈົ້າ? ພວກເຈົ້າມີສະຖານທີ່ເຕົ້າໂຮມຈັກແຫ່ງ?” ເຈົ້າຄົງຈະຕົກໃຈກັບຄຳຖາມເຫຼົ່ານັ້ນ, ແມ່ນບໍ? ຄົນແບບນີ້ບໍ່ແມ່ນຄົນເບົາປັນຍາບໍ? ເປັນຫຍັງເຈົ້າຈຶ່ງເວົ້າກັບມານຮ້າຍ ແລະ ຜູ້ບໍ່ມີຄວາມເຊື່ອກ່ຽວກັບເລື່ອງການເປັນຄົນຊື່ສັດ? ໃນຄວາມເປັນຈິງແລ້ວ ເຈົ້າອາດບໍ່ໄດ້ຊື່ສັດປານນັ້ນຕອນຢູ່ຕໍ່ໜ້າພຣະເຈົ້າກໍໄດ້. ແລ້ວເຈົ້າບໍ່ໄດ້ກຳລັງຫັກຫຼັງຕົນເອງຢູ່ບໍ ໂດຍການເອົາຈິງເອົາຈັງກັບເລື່ອງນີ້ຕໍ່ໜ້າຜູ້ບໍ່ມີຄວາມເຊື່ອ? ນີ້ບໍ່ແມ່ນການຂຸດຂຸມ ແລະ ວາງກັບດັກໃຫ້ຕົນເອງບໍ? ນີ້ເຈົ້າບໍ່ແມ່ນຄົນໂງ່ຈ້າບໍ? ເມື່ອເຈົ້າເປີດໃຈ ຫຼື ເວົ້າຄວາມຈິງກັບໃຜຜູ້ໜຶ່ງ, ເຈົ້າຕ້ອງຄຳນຶງວ່າເຈົ້າກຳລັງເວົ້າກັບໃຜ, ຖ້ານັ້ນແມ່ນມານຮ້າຍ ຫຼື ຊາຕານ, ເຈົ້າຈະສາມາດບອກພວກເຂົາໄດ້ບໍວ່າເກີດຫຍັງຂຶ້ນແທ້? ສະນັ້ນ ເມື່ອເວົ້າເຖິງຄົນແບບນີ້, ມັນຈຳເປັນຕ້ອງປະຕິບັດການເປັນຄົນທີ່ “ສະຫຼາດເໝືອນດັ່ງງູ ແລະ ອ່ອນໂຍນເໝືອນດັ່ງນົກເຂົາ”, ນີ້ຄືຄຳສອນຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ. ຄົນໂງ່ຈ້າບໍ່ຮູ້ທີ່ຈະເຮັດແບບນີ້. ພວກເຂົາຮູ້ພຽງແຕ່ຍຶດໝັ້ນກັບກົດລະບຽບ ແລະ ເວົ້າສິ່ງຕ່າງໆ ເຊັ່ນ: “ພວກເຮົາຜູ້ເຊື່ອນັ້ນຊື່ສັດຫຼາຍ, ພວກເຮົາບໍ່ໄດ້ຫຼອກລວງໃຜ. ເບິ່ງພວກເຈົ້າຜູ້ບໍ່ມີຄວາມເຊື່ອແມ, ພວກເຈົ້າເຕັມໄປດ້ວຍຄຳເວົ້າທີ່ຕົວະຍົວະ, ໃນຂະນະທີ່ພວກເຮົາທຸກຄົນເວົ້າຄວາມຈິງ” ແລະ ຫຼັງຈາກທີ່ພວກເຂົາໄດ້ເວົ້າຄວາມຈິງແລ້ວ, ຜູ້ຄົນກໍໃຊ້ປະໂຫຍດຈາກຈຸດອ່ອນເພື່ອຕໍ່ຕ້ານພວກເຂົາ. ນີ້ບໍ່ແມ່ນການທີ່ພວກເຂົາບໍ່ສາມາດຈຳແນກລະຫວ່າງຄົນໃນກັບຄົນນອກໄດ້ບໍ? ມັນບໍ່ແມ່ນຄົນບໍ່ເຕັມທີ່ຂາດຄວາມຮູ້ບໍ? ພວກເຂົາເຂົ້າໃຈຫຼັກຄຳສອນບາງຢ່າງ ແຕ່ບໍ່ຮູ້ວິທີນໍາໃຊ້ມັນ. ພວກເຂົາໂຮ່ຮ້ອງຄຳຂວັນບາງຢ່າງ ແລ້ວກໍຮູ້ສຶກວ່າພວກເຂົາມີຝ່າຍວິນຍານແທ້ໆ ແລະ ຄິດວ່າພວກເຂົາເຂົ້າໃຈຄວາມຈິງ ແລະ ມີຄວາມເປັນຈິງຄວາມຈິງ ແລະ ພວກເຂົາກໍອວດອ້າງໄປທົ່ວທຸກຫົນແຫ່ງ, ແຕ່ໃນທີ່ສຸດ, ຊາຕານ ແລະ ມານຮ້າຍກໍສວຍໂອກາດນີ້ ແລະ ໃຊ້ມັນຕໍ່ຕ້ານພວກເຂົາ. ນີ້ຄືການມີສະຕິປັນຍາບໍ່ພຽງພໍ.
ພວກເຮົາຫາກໍເວົ້າເຖິງຄົນສອງສາມປະເພດທີ່ມີສະຕິປັນຍາບໍ່ພຽງພໍ. ປະເພດໜຶ່ງແມ່ນຜູ້ທີ່ບໍ່ເຂົ້າໃຈພາສາມະນຸດ ແລະ ຜູ້ທີ່ບໍ່ສາມາດເຂົ້າໃຈ ແລະ ກຳແໜ້ນຈຸດສຳຄັນ ແລະ ປະເດັນຫຼັກໃນຄຳເວົ້າຂອງຄົນອື່ນ; ອີກປະເພດໜຶ່ງແມ່ນຄົນໂງ່ຈ້າ, ຜູ້ທີ່ບໍ່ສາມາດເຮັດຫຍັງໃຫ້ສຳເລັດໄດ້ ແລະ ຜູ້ທີ່ບໍ່ສາມາດກຳແໜ້ນຫຼັກການ ຫຼື ຈຸດສຳຄັນໄດ້ ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ; ປະເພດຕໍ່ມາແມ່ນຜູ້ທີ່ມີທັດສະນະທີ່ຄັບແຄບ ແລະ ຜິດພ້ຽນທີ່ສຸດຕໍ່ທຸກສິ່ງ. ຍັງມີອີກປະເພດໜຶ່ງກໍຄືຜູ້ທີ່ບໍ່ສາມາດຮຽນຮູ້ຫຍັງໄດ້ເລີຍ ແລະ ຜູ້ທີ່ແມ່ນແຕ່ບໍ່ສາມາດຮຽນຮູ້ວິທີເວົ້າ ຫຼື ສົນທະນາ ຫຼື ວິທີສະແດງຄວາມຄິດ ແລະ ມຸມມອງຂອງພວກເຂົາອອກມາຢ່າງຊັດເຈນ ເພື່ອໃຫ້ຄົນອື່ນສາມາດເຂົ້າໃຈພວກເຂົາໄດ້; ເຖິງແມ່ນວ່າພວກເຂົາຈະຮູ້ໜັງສືຢູ່ແດ່, ພວກເຂົາກໍບໍ່ສາມາດຈັດລະບຽບພາສາໃນຫົວຂອງພວກເຂົາ ຫຼື ເວົ້າໄດ້ຢ່າງຊັດເຈນ, ທັງບໍ່ສາມາດສະແດງທັດສະນະທີ່ຖືກຕ້ອງ ຫຼື ເຮັດຫຍັງໃຫ້ສຳເລັດໄດ້. ຄົນເຫຼົ່ານີ້ລ້ວນແຕ່ເປັນຄົນທີ່ມີສະຕິປັນຍາບໍ່ພຽງພໍ. ບໍ່ວ່າພວກເຂົາຈະຮຽນຫັດຖະກໍາ ຫຼື ທັກສະຫຍັງກໍຕາມ, ພວກເຂົາກໍບໍ່ສາມາດກຳແໜ້ນຫຼັກການ ແລະ ກົດລະບຽບໄດ້ຢູ່ສະເໝີ. ເຖິງແມ່ນວ່າບາງຄັ້ງບາງຄາວພວກເຂົາຈະເຮັດວຽກຫັດຖະກໍາ ຫຼື ທັກສະໄດ້ດີ, ມັນກໍເປັນເລື່ອງບັງເອີນ; ພວກເຂົາບໍ່ຮູ້ວ່າພວກເຂົາເຮັດມັນໄດ້ດີແນວໃດ. ຄັ້ງຕໍ່ໄປທີ່ພວກເຂົາເຮັດມັນບໍ່ໄດ້ດີ, ພວກເຂົາກໍບໍ່ຮູ້ວ່າເປັນຫຍັງຈຶ່ງເປັນເຊັ່ນນັ້ນ. ພວກເຂົາບໍ່ສາມາດຮຽນຮູ້ຫຍັງ ຫຼື ກາຍເປັນຄົນຊໍານານໃນສິ່ງນັ້ນໄດ້. ຖ້າພວກເຂົາຖືກຂໍໃຫ້ຮຽນຫັດຖະກໍາໜຶ່ງຢ່າງ ຫຼື ທັກສະທາງເຕັກນິກໜຶ່ງຢ່າງ, ບໍ່ວ່າພວກເຂົາຈະໃຊ້ເວລາດົນສໍ່າໃດໃນການຮຽນຮູ້ມັນ, ພວກເຂົາກໍຈະກຳແໜ້ນໄດ້ພຽງແຕ່ທິດສະດີເທົ່ານັ້ນ. ພວກເຂົາໄດ້ຟັງຄຳເທດສະໜາມາເປັນເວລາຫຼາຍປີ ແຕ່ກໍບໍ່ໄດ້ເຂົ້າໃຈຄວາມຈິງເລີຍ. ຖ້າພວກເຂົາຖືກຂໍໃຫ້ເອົາຄຳເວົ້າ ແລະ ຂໍ້ຄວາມສະເພາະເຈາະຈົງເຫຼົ່ານີ້ທີ່ເຮືອນຂອງພຣະເຈົ້າໄດ້ໂອ້ລົມຢູ່ເລື້ອຍໆ ແລະ ປ່ຽນມັນໃຫ້ກາຍເປັນໜຶ່ງຫຼັກການ ແລະ ໜຶ່ງເສັ້ນທາງແຫ່ງການປະຕິບັດ, ພວກເຂົາກໍຈະບໍ່ສາມາດເຮັດໄດ້ ເຖິງແມ່ນວ່າພວກເຂົາຈະພະຍາຍາມຈົນສຸດກຳລັງກໍຕາມ ແລະ ບໍ່ວ່າພວກເຂົາຈະໄດ້ຮັບຄຳສອນມາແນວໃດກໍຕາມ. ສິ່ງນີ້ຢືນຢັນວ່າຄົນເຫຼົ່ານີ້ມີສະຕິປັນຍາບໍ່ພຽງພໍ. ບາງຄົນບັນລຸຜົນໄດ້ຮັບແບບດຽວກັນຢ່າງແນ່ນອນ ຈາກການເຮັດບາງສິ່ງໃນຕອນອາຍຸ 50 ຫຼື 60 ປີ ເທົ່າກັບທີ່ພວກເຂົາເຮັດໃນຕອນອາຍຸ 30 ປີ, ໂດຍບໍ່ມີຄວາມຄືບໜ້າໃດເລີຍ. ພວກເຂົາບໍ່ໄດ້ຮຽນຮູ້ສິ່ງໃດໄດ້ຢ່າງສຳເລັດເລີຍຈັກຢ່າງໃນຊ່ວງຊີວິດຂອງພວກເຂົາ. ພວກເຂົາບໍ່ໄດ້ປ່ອຍໃຫ້ເວລາເສຍຖິ້ມໄປລ້າໆ, ພວກເຂົາໄດ້ເອົາໃຈໃສ່ຫຼາຍ ແລະ ພະຍາຍາມ, ແຕ່ພວກເຂົາກໍຍັງບໍ່ສາມາດຮຽນຮູ້ຫຍັງຢ່າງສຳເລັດໄດ້ເລີຍ; ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາມີສະຕິປັນຍາບໍ່ພຽງພໍ. ໂດຍອີງໃສ່ສິ່ງທີ່ພວກເຮົາໄດ້ໂອ້ລົມ, ຂອບເຂດຂອງສິ່ງທີ່ຖືວ່າເປັນການມີສະຕິປັນຍາບໍ່ພຽງພໍໄດ້ກວ້າງຂຶ້ນ, ແມ່ນບໍ? ພວກເຈົ້າເອງຈະນັບວ່າເປັນຜູ້ທີ່ມີສະຕິປັນຍາບໍ່ພຽງພໍໄດ້ບໍ? (ແມ່ນແລ້ວ). ມີຢູ່ໜ້ອຍໜຶ່ງ, ບໍ່ຫຼາຍກໍໜ້ອຍ. ເປັນຫຍັງເຮົາຈຶ່ງເວົ້າແນວນັ້ນ? ຄົນສ່ວນໃຫຍ່ໄດ້ຟັງຄຳເທດສະໜາມາເປັນເວລາຫ້າປີ, ແຕ່ພວກເຂົາກໍຍັງບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ ຫຼື ເຈດຕະນາຂອງພຣະເຈົ້າແມ່ນຫຍັງ ແລະ ບາງຄົນໄດ້ຟັງຄຳເທດສະໜາມາເປັນເວລາ 10 ປີ ຫຼື ແມ່ນແຕ່ 20 ຫຼື 30 ປີແລ້ວ ແລະ ກໍຍັງບໍ່ເຂົ້າໃຈວ່າຄວາມເປັນຈິງຄວາມຈິງແມ່ນຫຍັງ ແລະ ຄຳເວົ້າ ແລະ ຫຼັກຄຳສອນແມ່ນຫຍັງ, ປາກຂອງພວກເຂົາເຕັມໄປດ້ວຍຫຼັກຄຳສອນ ແລະ ກໍສາມາດເວົ້າໄດ້ເປັນຢ່າງດີ ເຊິ່ງນີ້ກໍຄືບັນຫາທາງສະຕິປັນຍາຂອງພວກເຂົາ. ປະເລື່ອງການຢັ່ງຮູ້ຄວາມຈິງໄວ້ກ່ອນ, ຂໍພຽງເວົ້າເຖິງການທີ່ຜູ້ຄົນສະແດງການສະແດງອອກຕໍ່ໄປນີ້ ຕໍ່ກັບສິ່ງພາຍນອກບາງຢ່າງ ແລະ ເລື່ອງສາມັນສຳນຶກໃນຊີວິດມະນຸດ: ບໍ່ວ່າພວກເຂົາຈະເຮັດບາງສິ່ງມາເປັນເວລາຈັກປີກໍຕາມ, ສະຖານະການ, ສະພາວະ ແລະ ການຮັບຮູ້ຂອງພວກເຂົາກໍຍັງຄົງຄືເກົ່າກັບຕອນທີ່ພວກເຂົາເລີ່ມຮຽນຮູ້ມັນເປັນຄັ້ງທຳອິດ ແລະ ບໍ່ວ່າພວກເຂົາຈະໄດ້ຮັບການຊີ້ແນະ, ສອນແນວໃດ ຫຼື ພວກເຂົາປະຕິບັດແນວໃດກໍຕາມ, ພວກເຂົາກໍຍັງບໍ່ມີຄວາມກ້າວໜ້າອັນໃດເລີຍ. ນີ້ຄືການມີສະຕິປັນຍາບໍ່ພຽງພໍ.
ການຄັດເລືອກ ແລະ ການໃຊ້ງານຄົນໂດຍອີງໃສ່ວ່າພວກເຂົາມີຄວາມເປັນມະນຸດ ຫຼື ບໍ່ ແມ່ນໄດ້ສອດຄ່ອງກັບຫຼັກການແລ້ວ; ສະນັ້ນ ພວກເຈົ້າຈົ່ງບອກເຮົາມາເບິ່ງ, ພວກເຮົາຄວນບົ່ມເພາະ ແລະ ໃຊ້ງານຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ, ມີສະຕິປັນຍາບໍ່ພຽງພໍ ຫຼື ຢູ່ພາຍໃຕ້ວຽກງານຂອງຜີຮ້າຍບໍ? ນັ້ນເປັນໄປບໍ່ໄດ້ຢ່າງເດັດຂາດ. ນອກຈາກຄົນສອງສາມປະເພດເຫຼົ່ານີ້ທີ່ບໍ່ສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການໃຊ້ງານຄົນແລ້ວ, ຄົນອື່ນສ່ວນໃຫຍ່ແມ່ນສາມາດຖືກໃຊ້ງານໄດ້ຢ່າງສົມເຫດສົມຜົນ ໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ. ສຳລັບຜູ້ທີ່ມີຄວາມເປັນມະນຸດທຳມະດາ, ເຊິ່ງບໍ່ສາມາດເອີ້ນວ່າບໍ່ດີ ຫຼື ດີໄດ້, ພວກເຂົາກໍສາມາດເປັນໄດ້ພຽງສະມາຊິກທີມທຳມະດາ. ສຳລັບຜູ້ທີ່ມີຄວາມເປັນມະນຸດທີ່ຂ້ອນຂ້າງດີ, ຜູ້ທີ່ມີເຫດຜົນພໍສົມຄວນ ແລະ ມີຈິດສໍານຶກ, ຜູ້ທີ່ຮັກສິ່ງທີ່ເປັນບວກ, ຜູ້ທີ່ຊື່ຕົງເປັນພິເສດ, ທີ່ມີຄວາມຮູ້ສຶກຍຸຕິທຳ ແລະ ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້, ກໍສາມາດເນັ້ນໜັກໃສ່ການບົ່ມເພາະ ແລະ ໃຊ້ງານຄົນເຫຼົ່ານີ້ໄດ້. ສ່ວນເລື່ອງທີ່ວ່າຈະບົ່ມເພາະ ແລະ ໃຊ້ງານພວກເຂົາໃນຖານະຜູ້ນໍາ ຫຼື ຫົວໜ້າທີມ ຫຼື ເພື່ອເຮັດວຽກງານທີ່ສຳຄັນບາງຢ່າງນັ້ນ, ສິ່ງນີ້ແມ່ນຂຶ້ນກັບຂີດຄວາມສາມາດ ແລະ ຈຸດແຂງຂອງພວກເຂົາ. ນີ້ຄືການພິຈາລະນາວິທີໃຊ້ງານຄົນປະເພດຕ່າງໆ ໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ.
ການນຳໃຊ້ຄົນປະເພດຕ່າງໆຢ່າງສົມເຫດສົມຜົນ ໂດຍອີງໃສ່ຈຸດແຂງຂອງພວກເຂົາ
ໃຫ້ພວກເຮົາສົນທະນາກັນເພີ່ມເຕີມກ່ຽວກັບວິທີໃຊ້ງານຄົນປະເພດຕ່າງໆ ໂດຍອີງໃສ່ຈຸດແຂງຂອງພວກເຂົາ. ນອກຈາກຂີດຄວາມສາມາດແລ້ວ, ບາງຄົນຍັງມີທັກສະທາງວິຊາຊີບບາງຢ່າງທີ່ພວກເຂົາຊໍານານເປັນຢ່າງຍິ່ງ. ຄຳວ່າ “ຈຸດແຂງ” ໝາຍຄວາມວ່າແນວໃດ? (ການມີທັກສະໃນຂະແໜງວິຊາສະເພາະ ເຊັ່ນ: ສາມາດແຕ່ງເພງ, ຫຼິ້ນເຄື່ອງດົນຕີ ຫຼື ແຕ້ມຮູບ). ການເຂົ້າໃຈໃນທິດສະດີດົນຕີ, ສິລະປະ ແລະ ທັງການເຕັ້ນ ແລະ ການຂຽນ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນຈຸດແຂງ. ການສະແດງ ແລະ ການກຳກັບແມ່ນຈຸດແຂງທີ່ກ່ຽວຂ້ອງກັບການຜະລິດຮູບເງົາ, ການແປພາສາແມ່ນຈຸດແຂງດ້ານພາສາ ແລະ ການຜະລິດວິດີໂອ ແລະ ເອັບເຟັກພິເສດກໍເປັນຈຸດແຂງໃນຂະແໜງວິຊາສະເພາະເຊັ່ນກັນ. ເມື່ອພວກເຮົາເວົ້າເຖິງຈຸດແຂງ, ພວກເຮົາໝາຍເຖິງທັກສະທາງວິຊາຊີບທີ່ກ່ຽວຂ້ອງກັບວຽກງານໃຈກາງຂອງຄຣິສຕະຈັກ. ບາງຄົນມີຄວາມຊໍານານໃນລະດັບພື້ນຖານຢູ່ແລ້ວ ແລະ ບາງຄົນກໍສຶກສາສິ່ງເຫຼົ່ານີ້ຫຼັງຈາກທີ່ມາຢູ່ເຮືອນຂອງພຣະເຈົ້າ. ຖ້າບຸກຄົນໜຶ່ງມີຄວາມຊໍານານພື້ນຖານ ແຕ່ຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ມາດຕະຖານ ແລະ ພວກເຂົາກໍເປັນໜຶ່ງໃນຜູ້ທີ່ມີສະຕິປັນຍາບໍ່ພຽງພໍ, ເປັນຄົນຊົ່ວຮ້າຍ ຫຼື ເປັນຜີຮ້າຍ, ພວກເຂົາກໍບໍ່ສາມາດຖືກໃຊ້ງານໄດ້. ຖ້າຄວາມເປັນມະນຸດຂອງບຸກຄົນນັ້ນໄດ້ມາດຕະຖານ ແລະ ພວກເຂົາມີຈຸດແຂງທີ່ເຮືອນຂອງພຣະເຈົ້າຕ້ອງການ, ພວກເຂົາກໍສາມາດໄດ້ຮັບການສົ່ງເສີມ, ບົ່ມເພາະ ແລະ ໃຊ້ງານໄດ້, ຖືກມອບໝາຍໃຫ້ຢູ່ໃນທີມທີ່ເໝາະສົມກັບຈຸດແຂງຂອງພວກເຂົາ ຫຼື ທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບທີ່ພວກເຂົາມີ ແລະ ໃຫ້ເລີ່ມເຮັດວຽກໄດ້ທັນທີ. ບາງຄົນຍັງບໍ່ທັນມີຈຸດແຂງທາງວິຊາຊີບ, ແຕ່ເຕັມໃຈທີ່ຈະຮຽນຮູ້ ແລະ ຮຽນຮູ້ໄດ້ຢ່າງວ່ອງໄວແທ້ໆ. ຖ້າຄວາມເປັນມະນຸດຂອງພວກເຂົາໄດ້ມາດຕະຖານ, ເຮືອນຂອງພຣະເຈົ້າກໍສາມາດບົ່ມເພາະພວກເຂົາ ແລະ ສ້າງເງື່ອນໄຂໃຫ້ພວກເຂົາໄດ້ຮຽນຮູ້ ແລະ ຄົນດັ່ງກ່າວກໍສາມາດຖືກໃຊ້ງານໄດ້ເຊັ່ນກັນ. ໂດຍສະຫຼຸບແລ້ວ, ການມອບໝາຍໜ້າທີ່ແມ່ນອີງໃສ່ຂີດຄວາມສາມາດ ແລະ ຈຸດແຂງຂອງຜູ້ຄົນ ແລະ ເທົ່າທີ່ເປັນໄປໄດ້, ຄົນທີ່ມີຈຸດແຂງຕ່າງກັນຄວນຖືກຈັດແຈງໃຫ້ເຮັດວຽກໃນຂະແໜງຄວາມຊ່ຽວຊານຂອງຕົນເອງ, ເພື່ອໃຫ້ພວກເຂົາສາມາດສະແດງຈຸດແຂງຂອງຕົນອອກມາໄດ້ຢ່າງເຕັມທີ່. ຖ້າຈຸດແຂງຂອງພວກເຂົາບໍ່ເປັນທີ່ຕ້ອງການຂອງເຮືອນຂອງພຣະເຈົ້າອີກຕໍ່ໄປ, ພວກເຂົາກໍສາມາດຖືກຈັດແຈງໃຫ້ເຮັດສິ່ງໃດກໍຕາມທີ່ພວກເຂົາສາມາດເຮັດໄດ້, ໂດຍອີງໃສ່ຂີດຄວາມສາມາດ ແລະ ຄວາມເປັນມະນຸດຂອງພວກເຂົາ; ສິ່ງນີ້ເອີ້ນວ່າການໃຊ້ງານຄົນຢ່າງສົມເຫດສົມຜົນ. ຖ້າເຮືອນຂອງພຣະເຈົ້າຍັງມີຄວາມຕ້ອງການຈຸດແຂງຂອງພວກເຂົາ, ພວກເຂົາກໍຄວນໄດ້ຮັບອະນຸຍາດໃຫ້ສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາໃນຂະແໜງນີ້ ແລະ ບໍ່ສາມາດຖືກຍົກຍ້າຍຕາມອຳເພີໃຈ, ເວັ້ນເສຍແຕ່ວ່າຈະມີຄົນເຮັດວຽກໃນວິຊາຊີບນີ້ຫຼາຍເກີນໄປ, ໃນກໍລະນີດັ່ງກ່າວ ຈຳນວນຄົນຄວນຖືກຫຼຸດລົງຕາມສະຖານະການ ໂດຍການຍ້າຍຜູ້ທີ່ມີຄວາມສາມາດໜ້ອຍທີ່ສຸດໃນວິຊາຊີບຂອງພວກເຂົາໄປເຮັດໜ້າທີ່ອື່ນ; ນີ້ຄືການໃຊ້ງານຄົນຢ່າງສົມເຫດສົມຜົນ.
ມີຄົນປະເພດໜຶ່ງທີ່ບໍ່ມີທັກສະພິເສດອັນໃດເລີຍ, ພວກເຂົາສາມາດຂຽນບົດຄວາມໄດ້ໜ້ອຍໜຶ່ງ, ພວກເຂົາສາມາດຮ້ອງເພງຖືກທຳນອງ ແລະ ຮຽນຮູ້ວິທີເຮັດທຸກຢ່າງ, ແຕ່ພວກເຂົາບໍ່ແມ່ນຄົນທີ່ເກັ່ງທີ່ສຸດໃນສິ່ງເຫຼົ່ານີ້. ພວກເຂົາເກັ່ງທີ່ສຸດໃນດ້ານໃດ? ພວກເຂົາມີຂີດຄວາມສາມາດໜ້ອຍດຽວ, ພວກເຂົາຂ້ອນຂ້າງມີຄວາມຮູ້ສຶກຍຸຕິທຳ ແລະ ພວກເຂົາມີສາຍຕາໃນການຕັດສິນ ແລະ ໃຊ້ງານຄົນ. ນອກຈາກນັ້ນ, ສິ່ງທີ່ໂດດເດັ່ນທີ່ສຸດແມ່ນພວກເຂົາມີທັກສະການຈັດຕັ້ງ. ຖ້າເຈົ້າມອບໝາຍໜ້າວຽກ ຫຼື ວຽກງານໃຫ້ຄົນດັ່ງກ່າວ, ພວກເຂົາກໍສາມາດຈັດຕັ້ງຄົນໃຫ້ເຮັດວຽກງານໄດ້. ໃນເວລາດຽວກັນ, ພວກເຂົາມີຄວາມສາມາດໃນການເຮັດວຽກ; ນັ້ນກໍຄື, ຖ້າເຈົ້າມອບວຽກງານໃຫ້ພວກເຂົາ, ພວກເຂົາກໍມີຄວາມສາມາດທີ່ຈະເຮັດມັນໃຫ້ດີ ແລະ ສຳເລັດໄດ້. ພວກເຂົາມີແຜນການໃນໃຈ, ມີຂັ້ນຕອນ ແລະ ໂຄງສ້າງ. ພວກເຂົາຮູ້ວິທີໃຊ້ງານຄົນ, ວິທີຈັດສັນເວລາ ແລະ ຮູ້ວ່າຈະໃຊ້ໃຜສຳລັບໜ້າວຽກນີ້. ຖ້າມີບັນຫາເກີດຂຶ້ນ, ພວກເຂົາກໍຮູ້ວິທີສົນທະນາຫາທາງແກ້ໄຂກັບທຸກຄົນ. ພວກເຂົາຮູ້ວິທີການດຸ່ນດ່ຽງ ແລະ ແກ້ໄຂສິ່ງທັງໝົດເຫຼົ່ານີ້. ຄົນແບບນີ້ບໍ່ພຽງແຕ່ມີຄວາມສາມາດໃນການເຮັດວຽກ, ພວກເຂົາຍັງມີທັກສະການເວົ້າທີ່ດີພໍສົມຄວນ. ຄຳເວົ້າຂອງພວກເຂົານັ້ນຊັດເຈນ ແລະ ເປັນລະບຽບ ແລະ ພວກເຂົາບໍ່ເຮັດໃຫ້ຄົນອື່ນສັບສົນ. ເມື່ອພວກເຂົາໄດ້ມອບໝາຍວຽກງານໃຫ້ແລ້ວ, ທຸກຄົນກໍເຂົ້າໃຈຢ່າງຊັດເຈນ ແລະ ຮູ້ວ່າແຕ່ລະຄົນຄວນເຮັດຫຍັງ; ບໍ່ມີໃຜວ່າງງານ ແລະ ບໍ່ມີສິ່ງໃດຖືກເບິ່ງຂ້າມໃນວຽກງານ. ການອະທິບາຍລາຍລະອຽດຂອງວຽກງານຂອງພວກເຂົາກໍຂ້ອນຂ້າງຊັດເຈນ ແລະ ເປັນລະບຽບເຊັ່ນກັນ ແລະ ສຳລັບບັນຫາທີ່ຊັບຊ້ອນເປັນພິເສດ, ພວກເຂົາກໍໃຫ້ການວິເຄາະ, ການໂອ້ລົມ ແລະ ລະບຸລາຍລະອຽດອອກມາ ເພື່ອໃຫ້ທຸກຄົນເຂົ້າໃຈບັນຫາ, ຮູ້ວ່າຈະເຮັດວຽກແນວໃດ ແລະ ຮູ້ວ່າຈະດຳເນີນການຕໍ່ໄປແນວໃດ. ນອກຈາກນັ້ນ, ພວກເຂົາຍັງສາມາດໂອ້ລົມກ່ຽວກັບແນວທາງການປະຕິບັດແບບໃດທີ່ອາດມີຂໍ້ບົກພ່ອງ, ວິທີການເຮັດວຽກແບບໃດຈະສົ່ງຜົນກະທົບຕໍ່ປະສິດທິພາບ, ສິ່ງທີ່ຜູ້ຄົນຄວນເອົາໃຈໃສ່ໃນລະຫວ່າງການເຮັດວຽກຂອງພວກເຂົາ ແລະ ອື່ນໆ. ກ່າວກໍຄື, ພວກເຂົາຄິດຫຼາຍກວ່າຄົນອື່ນກ່ອນທີ່ພວກເຂົາຈະເລີ່ມລົງມືເຮັດວຽກ, ພວກເຂົາຄິດລະອຽດຫຼາຍກວ່າ, ເປັນຈິງຫຼາຍກວ່າ ແລະ ຮອບດ້ານຫຼາຍກວ່າຄົນອື່ນ. ໃນດ້ານໜຶ່ງ, ພວກເຂົາມີສະໝອງ ແລະ ໃນອີກດ້ານໜຶ່ງ, ພວກເຂົາມີຝີປາກການເວົ້າທີ່ດີ. ການມີສະໝອງໝາຍຄວາມວ່າພວກເຂົາເຮັດສິ່ງຕ່າງໆ ຢ່າງເປັນລະບຽບ, ມີຂັ້ນຕອນ ແລະ ອີງຕາມແຜນການ ແລະ ມີຄວາມຊັດເຈນຫຼາຍ. ການມີຝີປາກການເວົ້າທີ່ດີໝາຍຄວາມວ່າພວກເຂົາສາມາດໃຊ້ພາສາເພື່ອສະແດງຄວາມຄິດ, ແຜນການ ແລະ ການພິຈາລະນາໄຕ່ຕອງໃນໃຈຂອງພວກເຂົາອອກມາຢ່າງຊັດເຈນ ແລະ ເຂົ້າໃຈງ່າຍ ແລະ ພວກເຂົາຮູ້ວິທີເວົ້າໃຫ້ຮຽບງ່າຍ ແລະ ກະທັດຮັດ, ເພື່ອບໍ່ໃຫ້ຜູ້ຟັງສັບສົນ. ພວກເຂົາສະແດງອອກດ້ວຍພາສາທີ່ຊັດເຈນ, ແມ່ນຍໍາ, ມີຄວາມຈິງ ແລະ ເໝາະສົມເປັນພິເສດ. ນີ້ຄືຄວາມໝາຍຂອງການມີຝີປາກການເວົ້າທີ່ດີ. ຄົນແບບນີ້ຈະມີຝີປາກການເວົ້າທີ່ດີ, ພວກເຂົາມີຄວາມສາມາດໃນການເຮັດວຽກ, ມີທັກສະການຈັດຕັ້ງ ແລະ ເໜືອສິ່ງອື່ນໃດ, ພວກເຂົາມີຄວາມຮັບຜິດຊອບ ແລະ ຂ້ອນຂ້າງມີຄວາມຮູ້ສຶກຍຸຕິທຳ. ພວກເຂົາບໍ່ແມ່ນຄົນທີ່ບໍ່ຢາກຜິດໃຈໃຜ ຫຼື ຄົນທີ່ມັກປະນີປະນອມ. ເມື່ອພວກເຂົາເຫັນຄົນຊົ່ວຮ້າຍກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານໃນຄຣິສຕະຈັກ ຫຼື ຄົນໂງ່ຈ້າ ແລະ ຄົນພານທີ່ບໍ່ເອົາໃຈໃສ່ວຽກງານຂອງຕົນ ແລະ ປະພຶດຕົນມີເລ່ລ່ຽມ, ພວກເຂົາກໍຈະເກີດຄວາມໂມໂຫ, ຮູ້ສຶກບໍ່ພໍໃຈ ແລະ ພວກເຂົາສາມາດແກ້ໄຂ ແລະ ຈັດການບັນຫາເຫຼົ່ານີ້ໄດ້ທັນເວລາ ແລະ ປົກປ້ອງວຽກງານ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ການມີຄວາມຮັບຜິດຊອບ ແລະ ຄວາມຮູ້ສຶກຍຸຕິທຳ, ການສະແດງອອກເຫຼົ່ານີ້ບໍ່ແມ່ນລັກສະນະອັນໂດດເດັ່ນຂອງຄວາມເປັນມະນຸດຂອງຄົນປະເພດນີ້ບໍ? (ແມ່ນແລ້ວ). ຄົນແບບນີ້ອາດຈະບໍ່ເກັ່ງໃນການເຂົ້າສັງຄົມ ຫຼື ອາດຈະບໍ່ຊໍານານໃນທັກສະທາງວິຊາຊີບໃດໜຶ່ງເປັນພິເສດ, ແຕ່ຖ້າພວກເຂົາມີລັກສະນະທີ່ເຮົາຫາກໍອະທິບາຍໄປ, ພວກເຂົາກໍສາມາດໄດ້ຮັບການບົ່ມເພາະໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກໄດ້. ລັກສະນະເຫຼົ່ານີ້ກໍເປັນຈຸດແຂງຂອງພວກເຂົາເຊັ່ນກັນ, ນັ້ນກໍຄື, ພວກເຂົາມີຝີປາກການເວົ້າທີ່ດີ, ມີຄວາມສາມາດໃນການເຮັດວຽກ, ມີທັກສະການຈັດຕັ້ງ ແລະ ຂ້ອນຂ້າງມີຄວາມຮູ້ສຶກຍຸຕິທຳ. ການມີຄວາມຮູ້ສຶກຍຸຕິທຳນັ້ນສຳຄັນຫຼາຍ. ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສມີຄວາມຮູ້ສຶກຍຸຕິທຳບໍ? (ບໍ່, ພວກເຂົາບໍ່ມີ). ຜູ້ຕໍ່ຕ້ານພຣະຄຣິສມີທຳມະຊາດທີ່ຊົ່ວຊ້າ; ມັນເປັນໄປບໍ່ໄດ້ທີ່ພວກເຂົາຈະມີຄວາມຮູ້ສຶກຍຸຕິທຳ. ສິ່ງທີ່ສຳຄັນອີກຢ່າງໜຶ່ງກໍຄື ຄົນປະເພດນີ້ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ຄວາມສາມາດໃນການຢັ່ງຮູ້ຄວາມຈິງ; ສິ່ງນີ້ກ່ຽວຂ້ອງກັບຂີດຄວາມສາມາດຂອງພວກເຂົາ. ຈຸດແຂງຂອງຄົນປະເພດນີ້ໝາຍເຖິງລັກສະນະຄວາມເປັນມະນຸດ ແລະ ພອນສະຫວັນເຫຼົ່ານັ້ນທີ່ເຮົາໄດ້ກ່າວເຖິງ, ບວກກັບສາມມາດຕະຖານຂອງການມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ, ການແບກຮັບພາລະຂອງຄຣິສຕະຈັກ ແລະ ການມີຄວາມສາມາດໃນການເຮັດວຽກ. ຄົນດັ່ງກ່າວສາມາດໄດ້ຮັບການບົ່ມເພາະໃຫ້ເປັນຜູ້ນໍາໄດ້; ບໍ່ມີບັນຫາຫຍັງໃນເລື່ອງນັ້ນ. ນອກຈາກການມີສະໝອງ ແລະ ຂີດຄວາມສາມາດແລ້ວ, ຜູ້ນໍາຕ້ອງມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ ແລະ ມີທັກສະການຈັດຕັ້ງ ແລະ ຄວາມສາມາດໃນການເຮັດວຽກໃນໜ້າທີ່ຂອງພວກເຂົາ, ພ້ອມທັງມີຝີປາກການເວົ້າທີ່ດີ. ບາງຄົນມີຂີດຄວາມສາມາດດີຫຼາຍ, ພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານ, ແຕ່ເມື່ອເຖິງເວລາໂອ້ລົມໃນການເຕົ້າໂຮມ, ພວກເຂົາກໍເຮັດໃຫ້ສິ່ງທີ່ພວກເຂົາພະຍາຍາມເວົ້າອອກມານັ້ນສັບສົນວຸ່ນວາຍໄປໝົດ, ພວກເຂົາຂາດຄວາມສາມາດໃນການຈັດລະບຽບພາສາຂອງພວກເຂົາຢ່າງສິ້ນເຊີງ ແລະ ສິ່ງທີ່ພວກເຂົາເວົ້າກໍບໍ່ມີຕັກກະຢ່າງສິ້ນເຊີງ. ຄົນດັ່ງກ່າວສາມາດໄດ້ຮັບການບົ່ມເພາະໃຫ້ເປັນຜູ້ນໍາໄດ້ບໍ? (ບໍ່ສາມາດເຮັດໄດ້). ບາງຄົນພໍຈະສາມາດເວົ້າກັບຄົນຈຳນວນໜ້ອຍໄດ້ຢູ່; ພວກເຂົາສາມາດໂອ້ລົມກ່ຽວກັບສະພາວະ, ຄວາມຄິດເຫັນ ແລະ ການຢັ່ງຮູ້ຄວາມຈິງບາງຢ່າງ ແລະ ພວກເຂົາສາມາດສະໜັບສະໜູນ, ສະໜອງ ແລະ ຊ່ວຍເຫຼືອຄົນອື່ນໄດ້, ແຕ່ເມື່ອຢູ່ອ້ອມຂ້າງຄົນຫຼາຍຂຶ້ນ ພວກເຂົາກໍບໍ່ກ້າເວົ້າອອກມາ ແລະ ຮູ້ສຶກຢ້ານ ແລະ ອາດຈະເຖິງຂັ້ນກັງວົນຈົນນໍ້າຕາໄຫຼອອກມາ. ຄົນດັ່ງກ່າວສາມາດໄດ້ຮັບການບົ່ມເພາະໄດ້ບໍ? ສຳລັບຄົນປະເພດທີ່ມີຄວາມເປັນມະນຸດທີ່ຂ້ອນຂ້າງອ່ອນແອ ແລະ ຂີ້ອາຍ ແລະ ມັກຕື່ນເວທີ, ຖ້າພວກເຂົາມີຄວາມເປັນມະນຸດ, ຈຸດແຂງ ແລະ ຄວາມສາມາດໃນການຢັ່ງຮູ້ທີ່ຈະເປັນຜູ້ນໍາ, ພວກເຂົາກໍສາມາດໄດ້ຮັບການບົ່ມເພາະໃຫ້ກາຍເປັນຫົວໜ້າທີມ ຫຼື ຜູ້ນໍາຄຣິສຕະຈັກໄດ້. ກ່ອນອື່ນ ພຽງແຕ່ບົ່ມເພາະ ແລະ ຝຶກຝົນພວກເຂົາ; ຫຼັງຈາກທີ່ພວກເຂົາມີປະສົບການມາໄລຍະໜຶ່ງແລ້ວ, ພວກເຂົາກໍຈະໄດ້ຮັບຄວາມເຂົ້າໃຈ ແລະ ດ້ວຍເຫດນັ້ນກໍຈະກ້າຫານຂຶ້ນໜ້ອຍໜຶ່ງ ແລະ ຈະບໍ່ຢ້ານການເວົ້າ ຫຼື ມີອາການຕື່ນເວທີອີກຕໍ່ໄປ. ໂດຍສະຫຼຸບແລ້ວ, ເມື່ອເວົ້າເຖິງຜູ້ທີ່ມີລັກສະນະຄວາມເປັນມະນຸດ ແລະ ຈຸດແຂງທີ່ພວກເຮົາໄດ້ໂອ້ລົມໄປ, ພວກເຂົາກໍສາມາດໄດ້ຮັບການບົ່ມເພາະໃຫ້ກາຍເປັນຜູ້ນໍາໄດ້ ຕາບໃດທີ່ຄວາມເປັນມະນຸດຂອງພວກເຂົາໄດ້ມາດຕະຖານ. ດັ່ງທີ່ພວກເຮົາໄດ້ເວົ້າໄປໃນຄັ້ງທີ່ຜ່ານມາ, ເພື່ອໃຫ້ຄົນໃດຄົນໜຶ່ງໄດ້ຮັບການບົ່ມເພາະໃຫ້ເປັນຜູ້ນໍາ, ພວກເຂົາບໍ່ຈຳເປັນຕ້ອງເຂົ້າໃຈຄວາມຈິງທັງໝົດ, ສາມາດຍອມອ່ອນນ້ອມຕໍ່ພຣະເຈົ້າ, ມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ອື່ນໆ. ມັນບໍ່ຈຳເປັນຢ່າງຍິ່ງທີ່ຈະຕ້ອງບັນລຸເກນເຫຼົ່ານີ້. ຖ້າຄົນໃດຄົນໜຶ່ງມີຂີດຄວາມສາມາດໃນລະດັບໃດໜຶ່ງ, ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ສາມາດຍອມຮັບຄວາມຈິງໄດ້, ພວກເຂົາກໍສາມາດໄດ້ຮັບການສົ່ງເສີມ ແລະ ບົ່ມເພາະໄດ້. ນີ້ບໍ່ແມ່ນການໃຊ້ງານຄົນຢ່າງສົມເຫດສົມຜົນບໍ? (ແມ່ນແລ້ວ). ເກນທີ່ສຳຄັນທີ່ສຸດແມ່ນວ່າຄວາມເປັນມະນຸດຂອງຄົນໃດຄົນໜຶ່ງໄດ້ມາດຕະຖານ ຫຼື ບໍ່.
ບາງຄົນ, ຫຼັງຈາກທີ່ໄດ້ຟັງສິ່ງທີ່ເຮົາໄດ້ກ່າວໄປ, ກໍຮູ້ສຶກວ່າພວກເຂົາໄດ້ບັນລຸເກນຂອງການເປັນຜູ້ນໍາແລ້ວ ແລະ ຄວນໄດ້ຮັບການສົ່ງເສີມ. ນີ້ແມ່ນຄວາມເຂົ້າໃຈຜິດຂອງພວກເຂົາ, ບໍ່ແມ່ນບໍ? ການເປັນຜູ້ນໍາເປັນເລື່ອງງ່າຍດາຍຂະໜາດນັ້ນເລີຍບໍ? ພວກເຂົາຄິດວ່າ “ຂ້ອຍເປັນຄົນມີລະບຽບແບບແຜນຫຼາຍ, ມີທັກສະໃນການຈັດລະບຽບ ແລະ ມີຝີປາກການເວົ້າທີ່ດີ, ເຖິງຂະໜາດທີ່ວ່າຂ້ອຍສາມາດອະທິບາຍໄດ້ແມ່ນແຕ່ເລື່ອງທີ່ຊັບຊ້ອນທີ່ສຸດໃຫ້ຊັດເຈນໄດ້, ສະນັ້ນ ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ສົ່ງເສີມໃຫ້ຂ້ອຍ? ເປັນຫຍັງອ້າຍເອື້ອຍນ້ອງຈຶ່ງບໍ່ເລືອກຂ້ອຍໃຫ້ເປັນຜູ້ນໍາ? ເປັນຫຍັງຜູ້ນໍາຂັ້ນເທິງຈຶ່ງເບິ່ງບໍ່ເຫັນວ່າຂ້ອຍເປັນຄົນທີ່ມີຄວາມສາມາດພິເສດ?” ຢ່າຮີບຟ້າວເທື່ອ. ຖ້າເຈົ້າບັນລຸເກນຂອງການເປັນຜູ້ນໍາ ຫຼື ຜູ້ເຮັດວຽກຢ່າງແທ້ຈິງ, ບໍ່ຊ້າກໍໄວ, ເຈົ້າກໍຈະໄດ້ຮັບການສົ່ງເສີມ ແລະ ໄດ້ຮັບອະນຸຍາດໃຫ້ຝຶກຝົນຕົນເອງ. ສິ່ງທີ່ສຳຄັນຕອນນີ້ກໍຄື ເຈົ້າຕ້ອງຝຶກຝົນຕົນເອງຢ່າງຫຼາຍໃນການປະຕິບັດຄວາມຈິງ ແລະ ການຈັດການວຽກງານຕາມຫຼັກການ ແລະ ຊ່ວຍເຫຼືອຄົນອື່ນຢ່າງຫ້າວຫັນ ແລະ ແກ້ໄຂບັນຫາຕົວຈິງໃຫ້ກັບປະຊາກອນທີ່ພຣະເຈົ້າເລືອກ. ເມື່ອປະຊາກອນທີ່ພຣະເຈົ້າເລືອກເຫັນວ່າເຈົ້າມີຂີດຄວາມສາມາດທີ່ດີ ແລະ ສາມາດແກ້ໄຂບັນຫາຕົວຈິງໄດ້, ພວກເຂົາກໍຈະສະເໜີຊື່ເຈົ້າ ແລະ ເລືອກຕັ້ງເຈົ້າ. ຖ້າເຈົ້າບໍ່ລິເລີ່ມລົງມືເຮັດວຽກງານຕົວຈິງຈັກໜ້ອຍ ແລະ ພຽງແຕ່ລໍຖ້າໃຫ້ເຖິງມື້ທີ່ເຈົ້າໄດ້ຮັບເລືອກຕັ້ງໃຫ້ເປັນຜູ້ນໍາຢ່າງກະທັນຫັນ ຫຼື ໄດ້ຮັບການສົ່ງເສີມເປັນກໍລະນີພິເສດຈາກເບື້ອງເທິງ, ສິ່ງນັ້ນຈະບໍ່ມີທາງເກີດຂຶ້ນເດັດຂາດ. ເຈົ້າຕ້ອງເຮັດວຽກງານຕົວຈິງບາງຢ່າງ ເພື່ອໃຫ້ທຸກຄົນໄດ້ເຫັນ; ເມື່ອທຸກຄົນໄດ້ເຫັນຈຸດແຂງຂອງເຈົ້າດ້ວຍຕົນເອງ ແລະ ຮູ້ສຶກວ່າເຈົ້າເປັນຄົນທີ່ຄວນໄດ້ຮັບການສົ່ງເສີມ, ບົ່ມເພາະ ແລະ ໃຊ້ງານ, ພວກເຂົາກໍຈະສະເໜີຊື່ເຈົ້າ ແລະ ເລືອກຕັ້ງເຈົ້າໂດຍທຳມະຊາດ. ຖ້າຕອນນີ້ເຈົ້າຮູ້ສຶກວ່າເຈົ້າເໝາະສົມທີ່ຈະເປັນຜູ້ນໍາ, ແຕ່ບໍ່ມີໃຜເລືອກຕັ້ງເຈົ້າ ແລະ ເຮືອນຂອງພຣະເຈົ້າກໍບໍ່ໄດ້ສົ່ງເສີມໃຫ້ເຈົ້າ, ມັນເປັນຍ້ອນຫຍັງ? ສິ່ງໜຶ່ງທີ່ແນ່ນອນຄື: ເຈົ້າຍັງບໍ່ທັນເປັນທີ່ຍອມຮັບໃນສາຍຕາຂອງອ້າຍເອື້ອຍນ້ອງເທື່ອ. ມັນອາດຈະແມ່ນຄວາມເປັນມະນຸດຂອງເຈົ້າ, ອາດຈະແມ່ນການໄລ່ຕາມເສາະຫາຂອງເຈົ້າ ຫຼື ອາດຈະແມ່ນຈຸດແຂງ ຫຼື ຂີດຄວາມສາມາດຂອງເຈົ້າ. ຖ້າອ້າຍເອື້ອຍນ້ອງບໍ່ຍອມຮັບ ຫຼື ບໍ່ເຫັນດີກັບຄຸນສົມບັດດ້ານໃດດ້ານໜຶ່ງເຫຼົ່ານີ້, ພວກເຂົາກໍຈະບໍ່ເລືອກຕັ້ງເຈົ້າ ຫຼື ສະເໜີຊື່ເຈົ້າ. ສະນັ້ນ ເຈົ້າຕ້ອງສືບຕໍ່ເຮັດວຽກໜັກ, ສືບຕໍ່ການໄລ່ຕາມເສາະຫາ ແລະ ການຝຶກຝົນຕົນເອງ ແລະ ເມື່ອເຈົ້າເຂົ້າໃຈຄວາມຈິງຢ່າງແທ້ຈິງ ແລະ ສາມາດຈັດການວຽກງານຕາມຫຼັກການໄດ້, ຜູ້ຄົນກໍຈະສະເໜີຊື່ເຈົ້າ ແລະ ເລືອກຕັ້ງເຈົ້າໂດຍທຳມະຊາດ; ມັນເປັນຂະບວນການທີ່ເກີດຂຶ້ນເອງຕາມທຳມະຊາດເມື່ອເງື່ອນໄຂເໝາະສົມ. ບໍ່ຈຳເປັນຕ້ອງຄອຍຖ້າ ຫຼື ຄິດກ່ຽວກັບການເປັນຜູ້ນໍາຢູ່ຕະຫຼອດເວລາ; ນີ້ແມ່ນຄວາມປາຖະໜາທີ່ຟຸມເຟືອຍ. ເຈົ້າຄວນມີຫົວໃຈທີ່ເປັນປົກກະຕິ, ເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ, ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ຮຽນຮູ້ທີ່ຈະອ່ອນນ້ອມ ແລະ ອົດທົນ. ເຈົ້າບໍ່ສາມາດໄລ່ຕາມການເປັນຜູ້ນໍາແບບຫຼັບຫູຫຼັບຕາໄດ້; ນັ້ນແມ່ນຄວາມທະເຍີທະຍານ ແລະ ມັນບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ. ເຈົ້າບໍ່ຄວນມີຄວາມທະເຍີທະຍານ ແລະ ຄວາມປາຖະໜາແບບນີ້ຢູ່ຕະຫຼອດເວລາ. ເຖິງແມ່ນວ່າເຈົ້າຈະມີຂີດຄວາມສາມາດຢ່າງແທ້ຈິງ, ເຈົ້າກໍຕ້ອງລໍຖ້າຈົນກວ່າເຈົ້າຈະເຂົ້າສູ່ຄວາມເປັນຈິງຄວາມຈິງ ກ່ອນທີ່ເຈົ້າຈະມີຄວາມສາມາດພຽງພໍທີ່ຈະຮັບໃຊ້ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກໄດ້. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ຮູ້ວິທີປະຕິບັດຄວາມຈິງ, ເຖິງແມ່ນວ່າເຈົ້າຈະຖືກເລືອກໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າກໍຈະບໍ່ສາມາດເຮັດວຽກງານຕົວຈິງອັນໃດໄດ້ ແລະ ຈະຕ້ອງຖືກປົດອອກ ແລະ ກຳຈັດອອກ, ເຊິ່ງເປັນສິ່ງທີ່ເກີດຂຶ້ນເລື້ອຍໆ. ຖ້າເຈົ້າຄິດວ່າຕົນເອງເໝາະສົມທີ່ຈະເປັນຜູ້ນໍາ, ມີຄວາມສາມາດພິເສດ, ຂີດຄວາມສາມາດ ແລະ ຄວາມເປັນມະນຸດສຳລັບການເປັນຜູ້ນໍາ, ແຕ່ເຮືອນຂອງພຣະເຈົ້າບໍ່ໄດ້ສົ່ງເສີມເຈົ້າ ແລະ ອ້າຍເອື້ອຍນ້ອງກໍບໍ່ໄດ້ເລືອກຕັ້ງເຈົ້າ, ເຈົ້າຄວນຈະປະຕິບັດຕໍ່ເລື່ອງນີ້ແນວໃດ? ທີ່ນີ້ມີເສັ້ນທາງແຫ່ງການປະຕິບັດທີ່ເຈົ້າສາມາດເຮັດຕາມໄດ້. ເຈົ້າຕ້ອງຮູ້ຈັກຕົນເອງຢ່າງຖີ່ຖ້ວນ. ເບິ່ງວ່າທີ່ຈິງແລ້ວມັນເປັນຍ້ອນເຈົ້າມີບັນຫາກ່ຽວກັບຄວາມເປັນມະນຸດຂອງເຈົ້າ ຫຼື ວ່າການເປີດເຜີຍອຸປະນິໄສທີ່ເສື່ອມຊາມບາງດ້ານຂອງເຈົ້າເປັນສິ່ງທີ່ໜ້າລັງກຽດຕໍ່ຜູ້ຄົນ ຫຼື ວ່າມັນເປັນຍ້ອນເຈົ້າບໍ່ມີຄວາມເປັນຈິງຄວາມຈິງ ແລະ ບໍ່ສາມາດເຮັດໃຫ້ຄົນອື່ນເຊື່ອໝັ້ນໄດ້ ຫຼື ວ່າການປະຕິບັດໜ້າທີ່ຂອງເຈົ້າບໍ່ໄດ້ມາດຕະຖານ. ເຈົ້າຕ້ອງໄຕ່ຕອງໃນທຸກເລື່ອງເຫຼົ່ານີ້ ແລະ ເບິ່ງວ່າທີ່ຈິງແລ້ວເຈົ້າຂາດຕົກບົກພ່ອງຢູ່ບ່ອນໃດ. ຫຼັງຈາກທີ່ເຈົ້າໄດ້ໄຕ່ຕອງມາໄລຍະໜຶ່ງ ແລະ ພົບວ່າບັນຫາຂອງເຈົ້າຢູ່ບ່ອນໃດ, ເຈົ້າຕ້ອງສະແຫວງຫາຄວາມຈິງໂດຍທັນທີ ເພື່ອແກ້ໄຂ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ພະຍາຍາມໃຫ້ເກີດການປ່ຽນແປງ ແລະ ເຕີບໃຫຍ່, ເພື່ອວ່າເມື່ອຄົນອ້ອມຂ້າງເຈົ້າເຫັນ, ພວກເຂົາຈະເວົ້າວ່າ, “ຊ່ວງນີ້ລາວດີຂຶ້ນກວ່າແຕ່ກ່ອນຫຼາຍ. ລາວເຮັດວຽກຢ່າງໝັ້ນຄົງ ແລະ ເອົາຈິງເອົາຈັງກັບວິຊາຊີບຂອງລາວ ແລະ ລາວໄດ້ເອົາໃຈໃສ່ຕໍ່ຫຼັກການຄວາມຈິງເປັນພິເສດ. ລາວບໍ່ໄດ້ເຮັດສິ່ງຕ່າງໆຢ່າງບໍ່ຮອບຄອບ ຫຼື ເຮັດພໍແລ້ວມືແລ້ວຕີນ ແລະ ລາວເອົາຈິງເອົາຈັງ ແລະ ຮັບຜິດຊອບວຽກງານຂອງລາວຫຼາຍຂຶ້ນ. ລາວເຄີຍມັກເວົ້າໂອ້ອວດເປັນບາງຄັ້ງ ແລະ ສະແດງຕົວເດັ່ນຢູ່ສະເໝີ, ແຕ່ຕອນນີ້ລາວຖ່ອມຕົວລົງຫຼາຍ ແລະ ບໍ່ໄດ້ອວດອົ່ງອີກຕໍ່ໄປ. ເຖິງແມ່ນວ່າລາວຈະສາມາດເຮັດບາງສິ່ງບາງຢ່າງໄດ້, ລາວກໍບໍ່ໄດ້ໂອ້ອວດ ແລະ ເມື່ອລາວເຮັດບາງຢ່າງສຳເລັດ, ລາວກໍໄດ້ໄຕ່ຕອງຊໍ້າແລ້ວຊໍ້າອີກ ຍ້ອນຢ້ານວ່າຈະເຮັດສິ່ງໃດໜຶ່ງຜິດພາດ. ລາວປະຕິບັດຕົນຢ່າງລະມັດລະວັງຫຼາຍກວ່າແຕ່ກ່ອນ ແລະ ດ້ວຍຫົວໃຈທີ່ຢຳເກງພຣະເຈົ້າ ແລະ ສິ່ງທີ່ສຳຄັນທີ່ສຸດແມ່ນ ລາວສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາບາງຢ່າງໄດ້. ແນ່ນອນວ່າ ລາວໄດ້ເຕີບໃຫຍ່ຂຶ້ນແລ້ວ”. ຄົນອ້ອມຂ້າງທີ່ໄດ້ພົວພັນກັບເຈົ້າມາໄດ້ໄລຍະໜຶ່ງກໍພົບວ່າ ເຈົ້າໄດ້ຜ່ານການປ່ຽນແປງ ແລະ ການເຕີບໃຫຍ່ຢ່າງເຫັນໄດ້ຊັດ; ທັງໃນຊີວິດມະນຸດຂອງເຈົ້າ, ການປະພຶດຕົນ ແລະ ການຈັດການເລື່ອງຕ່າງໆ, ທັງທັດສະນະຄະຕິຂອງເຈົ້າຕໍ່ວຽກງານ ແລະ ການປະຕິບັດຕໍ່ຫຼັກການຄວາມຈິງຂອງເຈົ້າ, ເຈົ້າໄດ້ພະຍາຍາມຫຼາຍກວ່າແຕ່ກ່ອນ ແລະ ເຂັ້ມງວດໃນຄຳເວົ້າ ແລະ ການກະທຳຂອງເຈົ້າ. ອ້າຍເອື້ອຍນ້ອງເຫັນສິ່ງນີ້ທັງໝົດ ແລະ ຈົດຈຳໄວ້ໃນຫົວໃຈ. ບາງທີໃນການເລືອກຕັ້ງຄັ້ງຕໍ່ໄປ ເຈົ້າອາດຈະສາມາດລົງເປັນຜູ້ສະໝັກໃນການເລືອກຕັ້ງ ແລະ ເຈົ້າກໍຈະມີຄວາມຫວັງທີ່ຈະໄດ້ຮັບເລືອກຕັ້ງໃຫ້ເປັນຜູ້ນໍາ. ຖ້າເຈົ້າສາມາດເຮັດໜ້າທີ່ທີ່ສຳຄັນບາງຢ່າງໄດ້ຢ່າງແທ້ຈິງ, ເຈົ້າກໍຈະໄດ້ຮັບພຣະພອນຂອງພຣະເຈົ້າ. ຖ້າເຈົ້າມີພາລະຢ່າງແທ້ຈິງ ແລະ ມີຄວາມສຳນຶກຮັບຜິດຊອບເຊັ່ນນີ້ ແລະ ປາຖະໜາທີ່ຈະແບກຮັບພາລະ, ກໍໃຫ້ຟ້າວຝຶກຝົນຕົນເອງ. ໃຫ້ເອົາໃຈໃສ່ໃນການປະຕິບັດຄວາມຈິງ ແລະ ບັນລຸການເຮັດສິ່ງຕ່າງໆຢ່າງມີຫຼັກການ. ເມື່ອໃດທີ່ເຈົ້າມີປະສົບການຊີວິດ ແລະ ສາມາດຂຽນບົດຄວາມຄຳພະຍານໄດ້, ເມື່ອນັ້ນເຈົ້າກໍຈະເຕີບໃຫຍ່ຂຶ້ນຢ່າງແທ້ຈິງ ແລະ ຖ້າເຈົ້າສາມາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້, ເຈົ້າກໍຈະສາມາດໄດ້ຮັບວຽກງານຂອງພຣະວິນຍານບໍລິສຸດຢ່າງແນ່ນອນ. ຖ້າພຣະວິນຍານບໍລິສຸດກຳລັງເຮັດວຽກພາຍໃນຕົວເຈົ້າ, ມັນກໍໝາຍຄວາມວ່າພຣະເຈົ້າມັກໃນຕົວເຈົ້າ ແລະ ດ້ວຍການນໍາພາຂອງພຣະວິນຍານບໍລິສຸດ, ໂອກາດຂອງເຈົ້າກໍຈະມາເຖິງໃນບໍ່ຊ້າ. ຕອນນີ້ເຈົ້າອາດຈະມີພາລະ, ແຕ່ວຸດທິພາວະຂອງເຈົ້າຍັງບໍ່ພຽງພໍ ແລະ ປະສົບການຊີວິດຂອງເຈົ້າກໍຕື້ນເຂີນເກີນໄປ, ສະນັ້ນ ເຖິງແມ່ນວ່າເຈົ້າຈະໄດ້ເປັນຜູ້ນໍາ, ເຈົ້າກໍມີແນວໂນ້ມທີ່ຈະສະດຸດລົ້ມໄດ້ງ່າຍ. ເຈົ້າຕ້ອງໄດ້ໄລ່ຕາມເສາະຫາການເຂົ້າສູ່ຊີວິດ, ແກ້ໄຂຄວາມປາຖະໜາທີ່ຟຸມເຟືອຍຂອງເຈົ້າກ່ອນ, ຍິນດີທີ່ຈະເປັນຜູ້ຕິດຕາມ ແລະ ບັນລຸການອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ, ໂດຍບໍ່ມີຄຳຈົ່ມວ່າຕໍ່ສິ່ງໃດກໍຕາມທີ່ພຣະອົງຈັດວາງ ຫຼື ຈັດແຈງ. ເມື່ອເຈົ້າມີວຸດທິພາວະແບບນີ້, ໂອກາດຂອງເຈົ້າກໍຈະມາເຖິງເອງ. ການທີ່ເຈົ້າປາຖະໜາທີ່ຈະແບກຮັບພາລະໜັກ, ການທີ່ເຈົ້າມີພາລະນີ້, ເປັນສິ່ງທີ່ດີ. ມັນສະແດງໃຫ້ເຫັນວ່າເຈົ້າມີຈິດໃຈທີ່ຫ້າວຫັນ ທີ່ສະແຫວງຫາຄວາມກ້າວໜ້າ ແລະ ເຈົ້າຕ້ອງການທີ່ຈະຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ນີ້ບໍ່ແມ່ນຄວາມທະເຍີທະຍານ, ແຕ່ເປັນພາລະທີ່ແທ້ຈິງ; ມັນແມ່ນຄວາມຮັບຜິດຊອບຂອງຜູ້ທີ່ໄລ່ຕາມເສາະຫາຄວາມຈິງ ແລະ ເປັນເປົ້າໝາຍໃນການໄລ່ຕາມເສາະຫາຂອງພວກເຂົາ. ເຈົ້າບໍ່ມີແຮງຈູງໃຈທີ່ເຫັນແກ່ຕົວ ແລະ ບໍ່ໄດ້ເຮັດເພື່ອຜົນປະໂຫຍດຂອງຕົນເອງ, ແຕ່ເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍພຣະໄທ, ເຊິ່ງນີ້ຄືສິ່ງທີ່ໄດ້ຮັບພຣະພອນຫຼາຍທີ່ສຸດຈາກພຣະເຈົ້າ ແລະ ພຣະອົງຈະຈັດແຈງສິ່ງທີ່ເໝາະສົມໃຫ້ແກ່ເຈົ້າ. ສຳລັບຕອນນີ້, ໃຫ້ເຈົ້າຫ່ວງແຕ່ເລື່ອງການໄລ່ຕາມເສາະຫາການເຂົ້າສູ່ຊີວິດ, ປະຕິບັດໜ້າທີ່ຂອງເຈົ້າໃຫ້ເໝາະສົມກ່ອນ ແລະ ຈາກນັ້ນກໍໃຫ້ຂຽນບົດຄວາມຄຳພະຍານຈາກປະສົບການຈັກສອງສາມບົດ ເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ. ຖ້າຄຳພະຍານຂອງເຈົ້າເປັນຄວາມຈິງ ແລະ ສໍາພັນກັບຊີວິດຈິງ, ຄົນທີ່ອ່ານກໍຈະຊື່ນຊົມເຈົ້າ ແລະ ມັກເຈົ້າ ແລະ ເຕັມໃຈທີ່ຈະພົວພັນກັບເຈົ້າ ແລະ ສະເໜີຊື່ເຈົ້າ ແລະ ດັ່ງນັ້ນ ໂອກາດຂອງເຈົ້າກໍຈະມາເຖິງເອງ. ເພາະສະນັ້ນ, ເຈົ້າຕ້ອງຕຽມຕົວໃຫ້ພ້ອມດ້ວຍຄວາມຈິງ ກ່ອນທີ່ໂອກາດຈະມາເຖິງຢ່າງແນ່ນອນ. ກ່ອນອື່ນຈົ່ງມີປະສົບການຕົວຈິງກ່ອນ ແລ້ວເຈົ້າກໍຈະມີຄຳພະຍານທີ່ແທ້ຈິງຢ່າງເປັນທຳມະຊາດ; ຜົນຂອງການປະຕິບັດໜ້າທີ່ຂອງເຈົ້າກໍຈະດີຂຶ້ນເລື້ອຍໆ, ເມື່ອເຖິງເວລານັ້ນ, ເຈົ້າຈະບໍ່ສາມາດປົກປິດເອົາໄວ້ໄດ້ ເຖິງແມ່ນວ່າເຈົ້າຈະຕ້ອງການກໍຕາມ ແລະ ອ້າຍເອື້ອຍນ້ອງທີ່ຢູ່ອ້ອມຂ້າງເຈົ້າກໍຈະສະເໜີຊື່ເຈົ້າ. ມັນເປັນເພາະວ່າຄົນທີ່ມີຄວາມເປັນຈິງຄວາມຈິງນັ້ນ ບໍ່ພຽງແຕ່ເປັນທີ່ຕ້ອງການຂອງເຮືອນຂອງພຣະເຈົ້າເທົ່ານັ້ນ, ແຕ່ຍັງເປັນທີ່ຕ້ອງການຂອງປະຊາກອນທີ່ພຣະເຈົ້າເລືອກອີກດ້ວຍ; ທຸກຄົນມັກພົວພັນກັບຄົນທີ່ມີຄວາມເປັນຈິງຄວາມຈິງ ແລະ ທຸກຄົນມັກຄົບຫາກັບໝູ່ທີ່ມີຄວາມເປັນຈິງຄວາມຈິງ. ຖ້າເຈົ້າມີປະສົບການເຖິງລະດັບນີ້ ແລະ ທຸກຄົນເຫັນວ່າເຈົ້າມີຄຳພະຍານທີ່ແທ້ຈິງ ແລະ ຍອມຮັບວ່າເຈົ້າມີຄວາມເປັນຈິງຄວາມຈິງ, ເຈົ້າກໍຈະບໍ່ສາມາດຫຼີກລ່ຽງຈາກການເປັນຜູ້ນໍາໄດ້ ເຖິງແມ່ນວ່າເຈົ້າຈະຕ້ອງການກໍຕາມ ແລະ ອ້າຍເອື້ອຍນ້ອງກໍຈະດຶງດັນໃນການເລືອກຕັ້ງເຈົ້າ. ບໍ່ແມ່ນແນວນັ້ນບໍ? ເມື່ອບຸດຊາຍທີ່ຫຼົງຜິດກັບໃຈ ແລະ ຫັນກັບຄືນມາຫາພຣະເຈົ້າ, ພຣະເຈົ້າກໍພໍພຣະໄທ, ມີຄວາມສຸກ ແລະ ໄດ້ຮັບການປອບໂຍນໃນຫົວໃຈຂອງພຣະອົງ. ໃນຖານະທີ່ເປັນຄົນທີ່ມີຄວາມເປັນຈິງຄວາມຈິງ, ເຈົ້າຈະບໍ່ຖືກໃຊ້ງານໂດຍພຣະເຈົ້າໄດ້ແນວໃດ? ນັ້ນເປັນສິ່ງທີ່ເປັນໄປບໍ່ໄດ້. ເຈດຕະນາຂອງພຣະເຈົ້າແມ່ນເພື່ອໃຫ້ໄດ້ຮັບຄົນເຂົ້າມາຫຼາຍຂຶ້ນ ທີ່ສາມາດເປັນພະຍານໃຫ້ແກ່ພຣະອົງ; ແມ່ນເພື່ອເຮັດໃຫ້ທຸກຄົນທີ່ຮັກພຣະອົງສົມບູນ ແລະ ເພື່ອເຮັດໃຫ້ຄົນກຸ່ມໜຶ່ງທີ່ມີໃຈດຽວກັບພຣະອົງບໍລິບູນໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້. ເພາະສະນັ້ນ, ໃນເຮືອນຂອງພຣະເຈົ້າ, ທຸກຄົນທີ່ໄລ່ຕາມເສາະຫາຄວາມຈິງລ້ວນແຕ່ມີອະນາຄົດທີ່ຍິ່ງໃຫຍ່ ແລະ ອະນາຄົດຂອງຜູ້ທີ່ຮັກພຣະເຈົ້າຢ່າງຈິງໃຈກໍຈະບໍ່ມີຂີດຈຳກັດ. ທຸກຄົນຄວນເຂົ້າໃຈເຈດຕະນາຂອງພຣະເຈົ້າ. ການມີພາລະເຊັ່ນນີ້ເປັນສິ່ງທີ່ເປັນບວກຢ່າງແທ້ຈິງ ແລະ ມັນເປັນສິ່ງທີ່ຜູ້ທີ່ມີຈິດສຳນຶກ ແລະ ເຫດຜົນຄວນມີ, ແຕ່ບໍ່ແມ່ນທຸກຄົນທີ່ຈະສາມາດແບກຮັບພາລະອັນໜັກໜ່ວງໄດ້ສະເໝີໄປ. ຄວາມແຕກຕ່າງນີ້ມາຈາກໃສ? ບໍ່ວ່າຈຸດແຂງ ຫຼື ຄວາມສາມາດຂອງເຈົ້າຈະເປັນແນວໃດ ແລະ ບໍ່ວ່າລະດັບສະຕິປັນຍາຂອງເຈົ້າຈະສູງສໍ່າໃດກໍຕາມ, ສິ່ງທີ່ສຳຄັນທີ່ສຸດແມ່ນການໄລ່ຕາມເສາະຫາຂອງເຈົ້າ ແລະ ເສັ້ນທາງທີ່ເຈົ້າຍ່າງ. ຖ້າຄວາມເປັນມະນຸດຂອງເຈົ້າໄດ້ເຖິງມາດຕະຖານ ແລະ ເຈົ້າມີຂີດຄວາມສາມາດໃນລະດັບໜຶ່ງ, ແຕ່ເຈົ້າບໍ່ແມ່ນຜູ້ທີ່ໄລ່ຕາມເສາະຫາຄວາມຈິງ ແລະ ເຈົ້າມີພຽງແຕ່ຄວາມເປັນມະນຸດທີ່ດີ ແລະ ຄວາມສຳນຶກໃນພາລະບາງຢ່າງ, ເຈົ້າຈະສາມາດເຮັດໜ້າທີ່ເປັນຜູ້ນໍາຂອງຄຣິສຕະຈັກໄດ້ດີບໍ? ເຈົ້າຮັບປະກັນໄດ້ບໍວ່າເຈົ້າສາມາດແກ້ໄຂບັນຫາໂດຍໃຊ້ຄວາມຈິງໄດ້? ຖ້າເຈົ້າບໍ່ສາມາດຮັບປະກັນໄດ້, ສະແດງວ່າເຈົ້າກໍຍັງຂາດຄວາມສາມາດໃນການເຮັດວຽກງານຂອງເຈົ້າ. ເຖິງແມ່ນວ່າເຈົ້າຈະໄດ້ຮັບເລືອກຕັ້ງມາ ຫຼື ຖືກມອບໝາຍໃຫ້ເປັນຜູ້ນໍາ, ເຈົ້າກໍຍັງບໍ່ສາມາດເຮັດວຽກງານນັ້ນໄດ້, ແລ້ວມັນຈະມີປະໂຫຍດຫຍັງ? ເຖິງແມ່ນວ່າມັນຈະຕອບສະໜອງຄວາມທະນົງຕົວຂອງເຈົ້າ, ແຕ່ມັນກໍຈະທຳຮ້າຍອ້າຍເອື້ອຍນ້ອງ ແລະ ເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ. ຖ້າເຈົ້າບັນລຸເກນທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ແລ້ວ ແລະ ເຈົ້າເປັນຜູ້ທີ່ໄລ່ຕາມເສາະຫາຄວາມຈິງ ແລະ ເຈົ້າຍັງມີຄຳພະຍານຈາກປະສົບການບາງຢ່າງ, ເຈົ້າກໍຈະສາມາດເຮັດວຽກງານໃນການເປັນຜູ້ນໍາໄດ້ດີຢ່າງແນ່ນອນ, ເພາະວ່າເຈົ້າມີຄຳພະຍານຈາກປະສົບການ, ເຈົ້າເປັນຜູ້ທີ່ເຂົ້າໃຈຄວາມຈິງ ແລະ ສາມາດແບກຮັບພາລະອັນໜັກໜ່ວງຂອງການເປັນຜູ້ນໍາຄຣິສຕະຈັກໄດ້. ການທີ່ຄວາມເປັນມະນຸດຂອງເຈົ້າໄດ້ເຖິງມາດຕະຖານ ແລະ ເຈົ້າຍັງມີຈຸດແຂງບາງຢ່າງນັ້ນ ເປັນພຽງເກນພື້ນຖານສຳລັບການຖືກສົ່ງເສີມ, ບົ່ມເພາະ ແລະ ໃຊ້ງານໂດຍເຮືອນຂອງພຣະເຈົ້າ, ແຕ່ການທີ່ເຈົ້າຈະສາມາດເຮັດວຽກງານໃນການເປັນຜູ້ນໍາໄດ້ດີ ຫຼື ບໍ່ນັ້ນ ຂຶ້ນຢູ່ກັບວ່າເຈົ້າມີປະສົບການຕົວຈິງ ແລະ ຄວາມເປັນຈິງຄວາມຈິງ ຫຼື ບໍ່, ນີ້ຄືສິ່ງທີ່ສຳຄັນທີ່ສຸດ. ບາງຄົນເປັນຄົນທີ່ຖືກຕ້ອງ ແລະ ໄລ່ຕາມເສາະຫາຄວາມຈິງ, ແຕ່ພວກເຂົາມີຄວາມເຊື່ອມາໄດ້ພຽງສາມຫາຫ້າປີ ແລະ ບໍ່ມີປະສົບການຕົວຈິງ. ຄົນເຊັ່ນນີ້ຈະສາມາດເຮັດວຽກງານໃນການເປັນຜູ້ນໍາຂອງຄຣິສຕະຈັກໄດ້ດີບໍ? ເຮົາຢ້ານວ່າພວກເຂົາຈະບໍ່ມີຄວາມສາມາດໃນວຽກງານ. ພວກເຂົາຂາດຕົກບົກພ່ອງຢູ່ບ່ອນໃດ? ພວກເຂົາຂາດປະສົບການຕົວຈິງ ແລະ ຍັງບໍ່ທັນເຂົ້າໃຈຄວາມຈິງເທື່ອ. ເຖິງແມ່ນວ່າພວກເຂົາຈະສາມາດກ່າວຄຳເວົ້າ ແລະ ຫຼັກຄຳສອນໄດ້ຫຼາຍຢ່າງ, ມັນກໍຍັງເກີນຄວາມສາມາດຂອງພວກເຂົາທີ່ຈະແກ້ໄຂບັນຫາໂດຍການໃຊ້ຄວາມຈິງ. ເພາະສະນັ້ນ, ພວກເຂົາຈຶ່ງຍັງບໍ່ມີຄວາມສາມາດໃນວຽກງານການເປັນຜູ້ນໍາ ແລະ ຈຳເປັນຕ້ອງສືບຕໍ່ຝຶກຝົນຕົນເອງ ເພື່ອທີ່ຈະບັນລຸຄວາມເຂົ້າໃຈໃນຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້. ຕົວຢ່າງເຊັ່ນ: ຄົນຜູ້ໜຶ່ງທີ່ມີຄວາມເປັນມະນຸດໄດ້ເຖິງມາດຕະຖານ ແລະ ຂ້ອນຂ້າງຊື່ສັດ ແລະ ບໍ່ຄ່ອຍເວົ້າຕົວະ ແລະ ຫຼອກລວງ ແລະ ປະຕິບັດໜ້າທີ່ຂອງພວກເຂົາໂດຍບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ, ແຕ່ເປັນຜູ້ທີ່ບໍ່ເກັ່ງໃນການໄລ່ຕາມເສາະຫາຄວາມຈິງ; ຄົນເຊັ່ນນີ້ຈະສາມາດໄດ້ຮັບການບົ່ມເພາະໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ບໍ? ນີ້ຄົງເປັນເລື່ອງທີ່ຍາກຫຼາຍ. ຄົນຜູ້ໜຶ່ງທີ່ບັນລຸເກນຂອງການໄດ້ຖືກສົ່ງເສີມ, ບົ່ມເພາະ ແລະ ໃຊ້ງານ, ແຕ່ເປັນຜູ້ທີ່ບໍ່ໄລ່ຕາມເສາະຫາຄວາມຈິງ, ຈະສາມາດກາຍເປັນຜູ້ທີ່ໄລ່ຕາມເສາະຫາຄວາມຈິງໄດ້ບໍ ຖ້າພວກເຂົາໄດ້ຮັບການສົ່ງເສີມໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ? ພວກເຂົາຈະສາມາດເລີ່ມຕົ້ນໄລ່ຕາມເສາະຫາຄວາມຈິງໄດ້ບໍ? ພວກເຂົາຈະສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ບໍ ຫຼັງຈາກທີ່ເຮັດວຽກໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກມາໄດ້ໄລຍະໜຶ່ງ? ນັ້ນຈະເປັນສິ່ງທີ່ເປັນໄປບໍ່ໄດ້. ບໍ່ວ່າຄົນຜູ້ໜຶ່ງຈະບັນລຸເກນໃດກໍຕາມ, ຕາບໃດທີ່ພວກເຂົາບໍ່ແມ່ນຜູ້ທີ່ໄລ່ຕາມເສາະຫາຄວາມຈິງ, ພວກເຂົາກໍບໍ່ສາມາດຖືກເລືອກຕັ້ງ ຫຼື ສົ່ງເສີມໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ຢ່າງເດັດຂາດ. ຖ້າຄົນຜູ້ໜຶ່ງມີຄວາມເປັນມະນຸດ ແລະ ຂີດຄວາມສາມາດທີ່ໄດ້ເຖິງມາດຕະຖານ ແລະ ຍັງສາມາດຍອມຮັບຄວາມຈິງ ແລະ ຜ່ານການປ່ຽນແປງບາງຢ່າງໄດ້, ພວກເຂົາກໍຈະສາມາດໄດ້ຮັບການສົ່ງເສີມ, ບົ່ມເພາະ ແລະ ໃຊ້ງານ ແລະ ຜົນກໍຄື ພວກເຂົາກໍຈະໄດ້ຮັບໂອກາດໃນການຝຶກຝົນຕົນເອງ, ເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ເລີ່ມເດີນໃນເສັ້ນທາງສູ່ຄວາມລອດພົ້ນ ແລະ ຄວາມສົມບູນ. ເພາະສະນັ້ນ, ບໍ່ວ່າເຮືອນຂອງພຣະເຈົ້າຈະສົ່ງເສີມຜູ້ໃດໃຫ້ເປັນຜູ້ນໍາ, ຜູ້ເຮັດວຽກ ຫຼື ຜູ້ກຳກັບດູແລ, ຈຸດປະສົງກໍບໍ່ແມ່ນເພື່ອຕອບສະໜອງຄວາມປາຖະໜາ ແລະ ຄວາມທະເຍີທະຍານສ່ວນຕົວຂອງເຈົ້າ ທັງບໍ່ແມ່ນເຮັດເພື່ອໃຫ້ຄວາມປາຖະໜາຂອງເຈົ້າບັນລຸເປົ້າໝາຍ, ແຕ່ເພື່ອເຮັດໃຫ້ເຈົ້າສາມາດເລີ່ມເດີນໃນເສັ້ນທາງແຫ່ງຄວາມລອດພົ້ນ ແລະ ກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?