ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (6) ສ່ວນທີ ສອງ
ສຳລັບຜູ້ທີ່ສະຕິປັນຍາບໍ່ພຽງພໍເຫຼົ່ານັ້ນ, ພວກເຂົາກໍມີຄວາມຕັ້ງໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ຕ້ອງການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ແຕ່ພວກເຂົາຂາດປັນຍາ, ບໍ່ຮູ້ວິທີປະຕິບັດໃຫ້ສອດຄ່ອງກັບຫຼັກການ ແລະ ບໍ່ສາມາດເບິ່ງທະລຸເລື່ອງໃດໄດ້. ໃນບາງຊ່ວງເວລາ, ພວກເຂົາໄດ້ປະເຊີນກັບການລອງໃຈ ແລະ ຕົກລົງໄປຢູ່ໃນນັ້ນ ແລະ ຜົນກໍຄື ພວກເຂົາທໍລະຍົດຕໍ່ຜົນປະໂຫຍດຂອງຄຣິສຕະຈັກ, ທໍລະຍົດຕໍ່ອ້າຍເອື້ອຍນ້ອງ ແລະ ນໍາຄວາມເສຍຫາຍມາສູ່ວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຮົາຄວນຈັດການ ແລະ ປະຕິບັດຕໍ່ຄົນປະເພດນີ້ທີ່ເປັນຄົນໂງ່ຈ້າ ແລະ ມີສະຕິປັນຍາບໍ່ພຽງພໍແນວໃດ? ເມື່ອເວົ້າເຖິງຄົນໂງ່ຈ້າເຊັ່ນນີ້ທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ມີສະຕິປັນຍາບໍ່ພຽງພໍ, ທຸກຄົນໃນພວກເຂົາຄວນຖືກປົດອອກ ແລະ ໃຫ້ປັບການມອບໝາຍໜ້າທີ່ຂອງພວກເຂົາ ແລະ ບໍ່ໃຫ້ມີຜູ້ໃດຖືກໃຊ້ງານໄດ້. ຖ້າຄົນເຊັ່ນນີ້ຖືກໃຊ້ງານ, ພວກເຂົາອາດຈະນໍາບັນຫາມາສູ່ວຽກງານຂອງເຮືອນຂອງພຣະເຈົ້າໄດ້ຕະຫຼອດເວລາ, ມັນມີບົດຮຽນເຊັ່ນນີ້ມາຫຼາຍແລ້ວ. ໃນປັດຈຸບັນ, ມີຫຼາຍຄົນທີ່ພາຍນອກມີລັກສະນະຄ້າຍຄືມະນຸດຢູ່, ແຕ່ພວກເຂົາບໍ່ສາມາດໂອ້ລົມຄວາມເປັນຈິງຄວາມຈິງອັນໃດໄດ້. ພວກເຂົາເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແຕ່ກໍຍັງຄົງຢູ່ໃນສະພາວະນີ້. ຮາກເຫງົ້າຂອງບັນຫານີ້ຄວນຖືກເບິ່ງໃຫ້ເຫັນຢ່າງຊັດເຈນ; ນີ້ແມ່ນບັນຫາຂອງການມີຂີດຄວາມສາມາດທີ່ຕໍ່າຫຼາຍ ແລະ ການຂາດຄວາມເຂົ້າໃຈຝ່າຍວິນຍານ. ຄົນດັ່ງເຊັ່ນນີ້ຈະບໍ່ປ່ຽນແປງ ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຈັກປີແລ້ວກໍຕາມ ແລະ ບໍ່ມີຄວາມກ້າວໜ້າທີ່ສະຫຼັກສຳຄັນ ເຖິງແມ່ນວ່າພວກເຂົາຈະໄດ້ຟັງຄຳເທດສະໜາທັງໝົດມາແລ້ວ. ພວກເຂົາສາມາດຖືກປະວາງໄວ້ເທົ່ານັ້ນ, ເພື່ອຮັບໃຊ້ຕາມກຳລັງທີ່ພວກເຂົາສາມາດເຮັດໄດ້. ນີ້ເປັນວິທີການຈັດການກັບພວກເຂົາທີ່ດີແລ້ວ ຫຼື ບໍ່? (ມັນດີແລ້ວ). ບາງຄົນທີ່ມີສະຕິປັນຍາບໍ່ພຽງພໍ ແລະ ບໍ່ມີຈຸດແຂງ ບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ເລີຍ ເຖິງແມ່ນວ່າຈະອ່ານມາຫຼາຍປີແລ້ວກໍຕາມ ແລະ ບໍ່ສາມາດເຂົ້າໃຈຄຳເທດສະໜາ ເຖິງແມ່ນວ່າຈະໄດ້ຟັງມາຫຼາຍປີແລ້ວກໍຕາມ. ການມອບໜັງສືພຣະທຳຂອງພຣະເຈົ້າໃຫ້ກັບຄົນເຊັ່ນນີ້ຍັງມີປະໂຫຍດຢູ່ບໍ? (ບໍ່, ບໍ່ມີ). ບໍ່ຄວນມອບໜັງສືພຣະທຳຂອງພຣະເຈົ້າໃຫ້ກັບຄົນທີ່ມີສະຕິປັນຍາບໍ່ພຽງພໍ, ເພາະວ່າການເຮັດເຊັ່ນນັ້ນບໍ່ໄດ້ມີປະໂຫຍດ ແລະ ເທົ່າກັບເປັນການສິ້ນເປືອງ ແລະ ໜັງສືໃດທີ່ໄດ້ມອບໃຫ້ພວກເຂົາແລ້ວ ກໍຄວນເກັບກັບຄືນມາທັນທີ. ນີ້ບໍ່ແມ່ນການກີດກັນສິດທິຂອງພວກເຂົາໃນການອ່ານພຣະທຳຂອງພຣະເຈົ້າ, ແຕ່ຍ້ອນວ່າສະຕິປັນຍາຂອງພວກເຂົາບໍ່ພຽງພໍ. ເຖິງແມ່ນວ່າຄົນເຊັ່ນນີ້ຈະດຳເນີນຊີວິດຄຣິສຕະຈັກ, ພວກເຂົາກໍບໍ່ສາມາດເຂົ້າໃຈຄວາມຈິງໄດ້, ຍິ່ງບໍ່ຕ້ອງເວົ້າເຖິງການປະຕິບັດໜ້າທີ່. ຄົນເຊັ່ນນີ້ເປັນຄົນໄຮ້ປະໂຫຍດ, ບໍ່ແມ່ນບໍ? ພວກເຈົ້າຄວນຮູ້ວິທີຈັດການກັບຄົນໄຮ້ປະໂຫຍດ. ບາງຄົນເບິ່ງພາຍນອກຂ້ອນຂ້າງຈະບໍ່ມີເລ່ລ່ຽມ, ແຕ່ສະຕິປັນຍາຂອງພວກເຂົາຕໍ່າຫຼາຍ ຈົນພວກເຂົາບໍ່ສາມາດເຮັດວຽກງານທີ່ໃຊ້ກຳລັງອັນໃດໄດ້ຢ່າງເໝາະສົມ ແລະ ພວກເຂົາເຮັດໃຫ້ທຸກຢ່າງທີ່ພວກເຂົາເຮັດເສຍຫາຍໄປໝົດ. ຖ້າພວກເຂົາຖືກຂໍໃຫ້ເຮັດວຽກງານໃດໜຶ່ງ, ພວກເຂົາກໍຈະເຮັດໃຫ້ບາງສິ່ງເສຍຫາຍຢ່າງແນ່ນອນ, ສະນັ້ນ ຄົນແບບນີ້ຈຶ່ງບໍ່ສາມາດໃຊ້ງານໄດ້. ຖ້າເຈົ້າຂໍໃຫ້ພວກເຂົາຫາບຖັງນໍ້າ, ພວກເຂົາກໍຈະເຮັດຂວດນໍ້າມັນຂວ້ຳ. ຖ້າເຈົ້າຂໍໃຫ້ພວກເຂົາລ້າງຖ້ວຍ, ພວກເຂົາກໍຈະເຮັດຈານແຕກ. ຖ້າເຈົ້າຂໍໃຫ້ພວກເຂົາແຕ່ງກິນ, ພວກເຂົາກໍຈະແຕ່ງກິນຫຼາຍເກີນໄປ ຫຼື ໜ້ອຍເກີນໄປ ຫຼື ມັນກໍຈະເຄັມເກີນໄປ ຫຼື ຈາງເກີນໄປ. ພວກເຂົາຕັ້ງໃຈເຮັດຢ່າງເຕັມທີ່, ແຕ່ບໍ່ວ່າພວກເຂົາຈະພະຍາຍາມແນວໃດ, ພວກເຂົາກໍເຮັດບໍ່ໄດ້ດີ ແລະ ແມ່ນແຕ່ວຽກອອກແຮງງານພວກເຂົາກໍເຮັດບໍ່ໄດ້ດີເຊັ່ນກັນ. ຄົນເຊັ່ນນີ້ສາມາດໃຊ້ງານໄດ້ບໍ? (ບໍ່). ສະນັ້ນ ຖ້າພວກເຂົາບໍ່ສາມາດໃຊ້ງານໄດ້, ຄວນຂໍໃຫ້ພວກເຂົາເຮັດຫຍັງ? ມັນໝາຍຄວາມວ່າພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ເຊື່ອໃນພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າບໍ່ຕ້ອງການພວກເຂົາແມ່ນບໍ? ບໍ່, ບໍ່ແມ່ນແບບນັ້ນ. ພຽງແຕ່ຢ່າປ່ອຍໃຫ້ພວກເຂົາປະຕິບັດໜ້າທີ່ກໍພໍ. ຖ້າພວກເຂົາບໍ່ເຮັດສິ່ງຕ່າງໆ ທີ່ຢູ່ໃນຂອບເຂດຂອງຊີວິດມະນຸດຕາມປົກກະຕິໄດ້ຢ່າງເໝາະສົມ, ລວມທັງສິ່ງທີ່ເປັນຄວາມຮູ້ທົ່ວໄປໃນຊີວິດປະຈຳວັນ ແລະ ກິດຈະວັດໃນຊີວິດປະຈຳວັນ ຫຼື ພວກເຂົາບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້, ພວກເຂົາກໍບໍ່ເໝາະສົມທີ່ຈະປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ.
ເຖິງແມ່ນວ່າບາງຄົນຈະບໍ່ມີຄວາມເປັນມະນຸດທີ່ດີ ຫຼື ຄວາມສາມາດພິເສດໃດເລີຍ, ຍິ່ງບໍ່ຕ້ອງເວົ້າເຖິງການທີ່ພວກເຂົາຈະສາມາດໄດ້ຮັບການບົ່ມເພາະໃຫ້ເປັນຜູ້ນໍາໄດ້, ພວກເຂົາກໍຍັງສາມາດເຮັດວຽກງານທີ່ໃຊ້ກຳລັງບາງຢ່າງໄດ້ຢູ່. ຕົວຢ່າງເຊັ່ນ: ການລ້ຽງໄກ່ ແລະ ເປັດ, ການລ້ຽງໝູ ແລະ ການລ້ຽງແກະ ຈະເປັນວຽກທີ່ພວກເຂົາສາມາດເຮັດໄດ້ດີ. ຖ້າເຈົ້າໃຫ້ວຽກງ່າຍໆແກ່ພວກເຂົາ, ພວກເຂົາກໍສາມາດເຮັດໄດ້ດີ ຕາບໃດທີ່ພວກເຂົາຕັ້ງໃຈເຮັດມັນ, ດັ່ງນັ້ນແລ້ວ ຄົນເຊັ່ນນີ້ຈຶ່ງສາມາດປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າໄດ້. ເຖິງແມ່ນວ່າມັນຈະເປັນວຽກທີ່ງ່າຍດາຍພຽງຢ່າງດຽວ, ພວກເຂົາກໍສາມາດຕັ້ງໃຈເຮັດມັນ ແລະ ເຮັດໜ້າທີ່ຄວາມຮັບຜິດຊອບໃຫ້ສຳເລັດ ແລະ ພວກເຂົາຍັງສາມາດຕັ້ງຂໍ້ກຳນົດໃຫ້ກັບຕົນເອງຕາມພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງໄດ້ອີກດ້ວຍ. ບໍ່ວ່າວຽກນັ້ນຈະໃຫຍ່ ຫຼື ນ້ອຍ ຫຼື ວຽກນັ້ນຈະສຳຄັນ ຫຼື ບໍ່ສຳຄັນ, ທ້າຍທີ່ສຸດແລ້ວ, ພວກເຂົາກໍສາມາດເຮັດວຽກງານທີ່ໄດ້ຮັບມອບໝາຍພຽງຢ່າງດຽວໃຫ້ສຳເລັດໄດ້ດ້ວຍດີ. ບໍ່ພຽງແຕ່ພວກເຂົາສາມາດລ້ຽງໄກ່ໄດ້ດີ ເພື່ອໃຫ້ມັນໄຂ່ໄດ້ຕາມປົກກະຕິເທົ່ານັ້ນ, ແຕ່ພວກເຂົາຍັງສາມາດປົກປ້ອງໄກ່ຈາກການຖືກໝາປ່າຄາບໄປໄດ້ອີກດ້ວຍ. ຖ້າພວກເຂົາໄດ້ຍິນສຽງໝາປ່າຫອນ, ພວກເຂົາກໍຈະບອກຜູ້ກຳກັບດູແລຂອງພວກເຂົາທັນທີ, ໂດຍພະຍາຍາມຫຼີກລ່ຽງຂໍ້ຜິດພາດໃດກໍຕາມໃນການປະຕິບັດວຽກງານ ແລະ ໜ້າທີ່ທີ່ເຮືອນຂອງພຣະເຈົ້າມອບໝາຍໃຫ້. ຖ້າພວກເຂົາເຮັດວຽກແບບນີ້, ສະແດງວ່າພວກເຂົາກໍຂ້ອນຂ້າງອຸທິດຕົນ ແລະ ນີ້ຖືວ່າເປັນການສາມາດເຮັດໜ້າທີ່ຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ ແລະ ເຮັດໄດ້ດີ. ສ່ວນທີ່ເຫຼືອ, ຊີວິດສ່ວນຕົວຂອງພວກເຂົາ ແລະ ວິທີທີ່ພວກເຂົາປະພຶດຕົນ ແລະ ຈັດການກັບສິ່ງຕ່າງໆ, ພວກເຂົາກໍຍັງຂາດຕົກບົກພ່ອງຢູ່ບາງສ່ວນ; ຕົວຢ່າງເຊັ່ນ: ພວກເຂົາບໍ່ຮູ້ວິທີພົວພັນ ແລະ ສົນທະນາກັບຄົນອື່ນ ຫຼື ວິທີໂອ້ລົມກ່ຽວກັບສະພາວະຂອງພວກເຂົາກັບຄົນອື່ນ ແລະ ບາງຄັ້ງກໍມັກອາລົມເສຍ. ສິ່ງນີ້ຖືວ່າເປັນບັນຫາໄດ້ບໍ? ມັນຖືກຕ້ອງບໍທີ່ຈະບໍ່ໃຊ້ງານພວກເຂົາຍ້ອນບັນຫາເຫຼົ່ານີ້? (ບໍ່, ບໍ່ແມ່ນ). ບາງຄົນມີສຸຂະອະນາໄມສ່ວນບຸກຄົນທີ່ບໍ່ດີ; ພວກເຂົາບໍ່ສະຜົມຢ່າງໜ້ອຍສິບວັນ ແລະ ໂດຍທົ່ວໄປແລ້ວພວກເຂົາກໍມີກິ່ນເໝັນ. ບາງຄົນກໍສົ່ງສຽງດັງໃນຕອນກິນ ແລະ ດື່ມ ໃນຂະນະທີ່ຄົນອ້ອມຂ້າງກຳລັງພັກຜ່ອນ ແລະ ໃນເວລາອື່ນໆ ກໍເຮັດສຽງດັງເຊັ່ນກັນ ເຊັ່ນ: ເວລາຍ່າງ, ປິດປະຕູ ແລະ ເວົ້າລົມກັນ, ພວກເຂົາບໍ່ໄດ້ຮັບການສຶກສາ ແລະ ບໍ່ມີມາລະຍາດ. ຄວນປະຕິບັດຕໍ່ຄົນເຊັ່ນນີ້ແນວໃດ? ທຸກຄົນຄວນມີຄວາມເຂົ້າໃຈ, ຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຂົາດ້ວຍຫົວໃຈທີ່ມີຄວາມຮັກ, ໂອ້ລົມກັບພວກເຂົາກ່ຽວກັບສິ່ງທີ່ເອີ້ນວ່າຄວາມເປັນມະນຸດຕາມປົກກະຕິ ແລະ ປ່ອຍໃຫ້ພວກເຂົາປ່ຽນແປງເທື່ອລະໜ້ອຍ. ເນື່ອງຈາກພວກເຈົ້າຢູ່ຮ່ວມກັນ, ພວກເຈົ້າຕ້ອງໄດ້ຮຽນຮູ້ທີ່ຈະປັບຕົວ ແລະ ຢູ່ຮ່ວມກັນ. ຄົນດັ່ງກ່າວສາມາດໃຊ້ງານໄດ້ ຕາບໃດທີ່ພວກເຂົາສາມາດເຮັດວຽກຂອງພວກເຂົາໄດ້ຢ່າງເໝາະສົມ ແລະ ແບກຮັບວຽກງານ ແລະ ບໍ່ເຮັດສິ່ງໃດທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ບາງຄົນເປັນຄົນສະຫຼາດ, ມີຂີດຄວາມສາມາດທີ່ດີ ແລະ ເຮັດວຽກຢ່າງດຸໝັ່ນ ແລະ ພວກເຂົາສາມາດເຮັດໜ້າທີ່ຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ ແລະ ເຮັດໄດ້ດີໃນວຽກງານທີ່ມອບໝາຍໃຫ້, ສະນັ້ນ ພວກເຂົາຈຶ່ງສາມາດໄດ້ຮັບການບົ່ມເພາະ ແລະ ໃຊ້ງານໄດ້. ແຕ່ບາງຄົນມີຂີດຄວາມສາມາດຕໍ່າຫຼາຍ ເຖິງຂັ້ນທີ່ພວກເຂົາບໍ່ສາມາດເຮັດວຽກງານພຽງຢ່າງດຽວໃຫ້ດີໄດ້; ພວກເຂົາພໍຈະຮັບມືກັບການລ້ຽງໄກ່ໄດ້, ແຕ່ຖ້າພວກເຂົາຕ້ອງລ້ຽງເປັດ ແລະ ຫ່ານນໍາ, ພວກເຂົາກໍຈະເຮັດບໍ່ໄຫວ ແລະ ບໍ່ຮູ້ວ່າຈະເຮັດແນວໃດ. ມັນບໍ່ແມ່ນວ່າພວກເຂົາບໍ່ຢາກເຮັດໃຫ້ດີ, ແຕ່ຂີດຄວາມສາມາດຂອງພວກເຂົາຕໍ່າເກີນໄປ. ສະໝອງຂອງພວກເຂົານັ້ນມີຂໍ້ຈຳກັດ, ພວກເຂົາຮູ້ພຽງວິທີເຮັດວຽກຢ່າງໃດຢ່າງໜຶ່ງເທົ່ານັ້ນ ແລະ ຖ້າພວກເຂົາຖືກມອບໝາຍໃຫ້ເຮັດອີກຢ່າງໜຶ່ງ, ພວກເຂົາກໍເຮັດບໍ່ໄດ້. ພວກເຂົາບໍ່ຮູ້ວິທີວາງແຜນ, ສະນັ້ນ ພວກເຂົາຈຶ່ງເຮັດໃຫ້ວຽກງານລົ້ມເຫຼວໂດຍສິ້ນເຊີງ. ຄົນເຊັ່ນນີ້ເໝາະສົມທີ່ຈະເຮັດວຽກເທື່ອລະຢ່າງເທົ່ານັ້ນ. ຢ່າມອບໝາຍວຽກຫຼາຍຢ່າງໃຫ້ພວກເຂົາ, ເພາະວ່າພວກເຂົາຈະບໍ່ສາມາດແບກຮັບໄດ້. ຢ່າຄິດວ່າຖ້າພວກເຂົາສາມາດເຮັດວຽກໜຶ່ງຢ່າງໄດ້ດີ, ພວກເຂົາກໍຈະສາມາດເຮັດສອງ ຫຼື ສາມວຽກໄດ້ຢ່າງແນ່ນອນ; ມັນບໍ່ແນ່ນອນສະເໝີໄປ ແລະ ມັນຂຶ້ນຢູ່ກັບຂີດຄວາມສາມາດຂອງພວກເຂົາ. ໃຫ້ພວກເຂົາລອງເຮັດວຽກສອງຢ່າງກ່ອນ. ຖ້າພວກເຂົາມີຂີດຄວາມສາມາດທີ່ດີ ແລະ ສາມາດແບກຮັບໄດ້, ເຈົ້າກໍສາມາດຈັດແຈງວຽກງານໃນລັກສະນະນີ້ໃຫ້ພວກເຂົາໄດ້. ຖ້າພວກເຂົາບໍ່ສາມາດເຮັດວຽກສອງຢ່າງພ້ອມກັນໃຫ້ດີໄດ້ ແລະ ເຮັດໃຫ້ວຽກສັບສົນວຸ່ນວາຍ, ມັນກໍໝາຍຄວາມວ່າມັນເກີນຂີດຄວາມສາມາດຂອງພວກເຂົາ, ສະນັ້ນ ເຈົ້າຕ້ອງເອົາວຽກຢ່າງທີສອງຂອງພວກເຂົາອອກທັນທີ. ນີ້ເປັນຍ້ອນວ່າຜ່ານການສັງເກດ ແລະ ການທົດລອງ, ເຈົ້າໄດ້ຄົ້ນພົບວ່າພວກເຂົາເໝາະສົມທີ່ຈະເຮັດວຽກໄດ້ພຽງຢ່າງດຽວໃນແຕ່ລະຄັ້ງ, ແທນທີ່ຈະເຮັດວຽກທີ່ຊັບຊ້ອນຫຼາຍຢ່າງ ແລະ ພວກເຂົາບໍ່ມີຂີດຄວາມສາມາດສຳລັບສິ່ງນີ້. ບາງຄົນຂ້ອນຂ້າງສະຫຼາດ ແລະ ມີຂີດຄວາມສາມາດຂ້ອນຂ້າງດີ ແລະ ຖ້າເຈົ້າມອບວຽກຫຼາຍຢ່າງໃຫ້ພວກເຂົາເຮັດ, ພວກເຂົາກໍສາມາດເຮັດໃຫ້ດີໄດ້. ຕົວຢ່າງເຊັ່ນ: ຖ້າເຈົ້າຂໍໃຫ້ພວກເຂົາແຕ່ງກິນ, ລ້ຽງລູກໄກ່ ແລະ ດູແລສວນຜັກ, ພວກເຂົາກໍສາມາດກຽມຄາບອາຫານໄດ້ທັນເວລາທຸກມື້ ໃນຂະນະທີ່ດູແລສວນຜັກໃນເວລາວ່າງ, ຫົດນໍ້າ ແລະ ເສຍຫຍ້າໃນສວນຢ່າງທັນທ່ວງທີ ແລະ ລ້ຽງລູກໄກ່ຕາມເວລາ. ບາງຄົນອາດຈະເວົ້າວ່າ “ເນື່ອງຈາກພວກເຂົາມີຂີດຄວາມສາມາດແບບນີ້, ກໍປ່ອຍໃຫ້ພວກເຂົາຮັບຜິດຊອບວຽກງານຂອງຄຣິສຕະຈັກນໍາ ແລະ ເປັນຜູ້ນໍາຄຣິສຕະຈັກນຳເຊັ່ນກັນ”. ແບບນັ້ນຈະໄດ້ບໍ? ເຖິງແມ່ນວ່າພວກເຂົາຈະສາມາດແບກຮັບໜ້າວຽກທີ່ໃຊ້ກຳລັງ ແລະ ວຽກປະຈຳວັນບາງຢ່າງໄດ້, ເມື່ອເວົ້າເຖິງການເປັນຜູ້ນໍາຄຣິສຕະຈັກ, ສິ່ງນັ້ນຈຳເປັນຕ້ອງໄດ້ເຮັດການປະເມີນຕ່າງຫາກ; ມັນບໍ່ແມ່ນສິ່ງທີ່ສາມາດວັດແທກໄດ້ ໂດຍອີງໃສ່ການເຮັດວຽກພາຍນອກທີ່ງ່າຍດາຍເຫຼົ່ານີ້. ນັ້ນເປັນຍ້ອນວ່າການເປັນຜູ້ນໍາຄຣິສຕະຈັກບໍ່ແມ່ນວຽກທີ່ໃຊ້ກຳລັງ, ມັນຕ້ອງໄດ້ຮັບການວັດແທກໂດຍຫຼັກການຂອງການເປັນຜູ້ນໍາ. ແນວໃດກໍຕາມ, ຖ້າຄົນຜູ້ນີ້ມີຂີດຄວາມສາມາດ ແລະ ຄວາມສາມາດພິເສດທີ່ຈະເປັນຜູ້ນໍາຄຣິສຕະຈັກ ແລະ ຄວາມເປັນມະນຸດຂອງພວກເຂົາກໍຂ້ອນຂ້າງດີ, ມັນກໍຈະບໍ່ເໝາະສົມທີ່ເຈົ້າຈະມອບໝາຍໃຫ້ພວກເຂົາເຮັດວຽກພາຍນອກ; ນັ້ນເອີ້ນວ່າການໃຊ້ຄົນຢ່າງບໍ່ເໝາະສົມ. ຢ່າງຫຼາຍທີ່ສຸດ, ຜູ້ນໍາຄຣິສຕະຈັກກໍສາມາດເຮັດວຽກທີ່ກ່ຽວຂ້ອງກັບຊີວິດປະຈຳວັນອີກໜຶ່ງຢ່າງເປັນວຽກເສີມໄດ້ ແລະ ເອົາໃຈໃສ່ກັບມັນຕື່ມອີກໜ້ອຍໜຶ່ງ ເມື່ອໃດກໍຕາມທີ່ພວກເຂົາບໍ່ຫຍຸ້ງວຽກ, ສິ່ງນີ້ຈະບໍ່ເຮັດໃຫ້ພວກເຂົາອິດເມື່ອຍ. ເມື່ອເວົ້າເຖິງເລື່ອງເລັກນ້ອຍ, ເລື່ອງກິດຈະວັດປະຈຳວັນ ແລະ ວຽກງານທີ່ໃຊ້ກຳລັງເຫຼົ່ານີ້, ຜູ້ຄົນສາມາດເຮັດໄດ້ຫຼາຍເທົ່າທີ່ພວກເຂົາສາມາດເຮັດໄດ້. ມີໃຜທີ່ສາມາດແບກຮັບວຽກງານທັງໝົດໄດ້ບໍ? ມີໃຜທີ່ມີຂີດຄວາມສາມາດເຊັ່ນນັ້ນບໍ? (ບໍ່ມີ). ມັນອາດເປັນໄປໄດ້ວ່າຂີດຄວາມສາມາດ ແລະ ສັກກະຍະພາບຂອງພວກເຂົານັ້ນພຽງພໍ, ແຕ່ມີສິ່ງໜຶ່ງທີ່ພວກເຂົາຍັງມີບໍ່ພຽງພໍ ແລະ ນັ້ນກໍຄືກຳລັງ. ມະນຸດກໍເປັນພຽງເນື້ອໜັງທຳມະດາ, ກຳລັງຂອງພວກເຂົາມີຂີດຈຳກັດ ແລະ ຈຳນວນວຽກທີ່ພວກເຂົາສາມາດຮັບຜິດຊອບໄດ້ກໍມີຂີດຈຳກັດເຊັ່ນກັນ. ຄົນທີ່ມີກຳລັງສູງອາດຈະສາມາດເຮັດວຽກໄດ້ສູງເຖິງ 12 ຊົ່ວໂມງຕໍ່ມື້, ໃນຂະນະທີ່ຄົນທີ່ມີກຳລັງປານກາງໂດຍທົ່ວໄປຈະສາມາດເຮັດວຽກໄດ້ແປດຊົ່ວໂມງ, ແລະ ຄົນທີ່ມີກຳລັງຕໍ່າສາມາດເຮັດວຽກໄດ້ພຽງສີ່ ຫຼື ຫ້າຊົ່ວໂມງ. ເພາະສະນັ້ນ, ບໍ່ວ່າເຈົ້າຈະໃຊ້ງານຄົນຜູ້ໜຶ່ງເພື່ອເຮັດວຽກທີ່ໃຊ້ກຳລັງ, ວຽກງານໃນການເປັນຜູ້ນໍາຄຣິສຕະຈັກ ຫຼື ວຽກງານທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບ, ເຈົ້າຕ້ອງໄດ້ພິຈາລະນາວ່າພວກເຂົາເໝາະສົມກັບຫຍັງທີ່ສຸດ ແລະ ຫຼັງຈາກທີ່ມອບໝາຍວຽກທີ່ເໝາະສົມທີ່ສຸດໃຫ້ພວກເຂົາແລ້ວ, ຖ້າພວກເຂົາເຮັດບໍ່ໄດ້, ກໍຈົ່ງມອບໝາຍສິ່ງອື່ນໃຫ້ພວກເຂົາເຮັດ. ຖ້າເຈົ້າບໍ່ມອບໝາຍວຽກງານໃຫ້ພວກເຂົາຕາມສິ່ງທີ່ເໝາະສົມກັບພວກເຂົາທີ່ສຸດ, ນີ້ແມ່ນຄວາມຜິດພາດໃນວິທີການທີ່ເຈົ້າໃຊ້ຄົນ. ສຳລັບຄົນເຫຼົ່ານັ້ນທີ່ບໍ່ສາມາດໃຫ້ຄວາມສຳຄັນໃນການສົ່ງເສີມ, ບົ່ມເພາະ ແລະ ໃຊ້, ເຖິງແມ່ນວ່າພວກເຂົາຈະຖືກຂໍໃຫ້ເຮັດວຽກທີ່ໃຊ້ກຳລັງ, ພວກເຂົາກໍຕ້ອງຖືກມອບໝາຍໃຫ້ເຮັດວຽກເຫຼົ່ານີ້ໂດຍອີງໃສ່ຂີດຄວາມສາມາດ ແລະ ສັກກະຍະພາບຂອງພວກເຂົາ. ຖ້າໃນຂະນະທີ່ເຮັດວຽກທີ່ໄດ້ຮັບການແຕ່ງຕັ້ງຂອງພວກເຂົາໃຫ້ດີແລ້ວ, ພວກເຂົາກໍຍັງສາມາດເຮັດວຽກອື່ນໄດ້, ແລ້ວພວກເຂົາກໍສາມາດຖືກຂໍໃຫ້ເຮັດວຽກທີ່ໃຊ້ກຳລັງອື່ນໆ ອີກຈັກສອງສາມຢ່າງເປັນວຽກເສີມ, ຕາບໃດທີ່ມັນບໍ່ໄດ້ສົ່ງຜົນກະທົບຕໍ່ວຽກຫຼັກຂອງພວກເຂົາ. ບາງຄົນມີຮ່າງກາຍແຂງແຮງ ແລະ ສາມາດເຮັດວຽກສາມຢ່າງຕິດຕໍ່ກັນໄດ້; ຫຼັງຈາກທີ່ເຮັດວຽກໜຶ່ງສຳເລັດແລ້ວ, ພວກເຂົາກໍຍັງມີກຳລັງເຫຼືອ ແລະ ພວກເຂົາກໍມີເວລາວ່າງເກືອບຕະຫຼອດເວລາ. ແຕ່ຜູ້ນໍາປອມນັ້ນຕາບອດ ແລະ ບໍ່ຮູ້ວິທີຈັດສັນວຽກງານ ແລະ ບໍ່ໄດ້ຮັບຮູ້ວ່ານີ້ເປັນບັນຫາ, ສະນັ້ນ ພວກເຂົາຈຶ່ງມອບໝາຍໃຫ້ຄົນເຫຼົ່ານັ້ນເຮັດວຽກພຽງຢ່າງດຽວ, ເຊິ່ງເປັນຄວາມຜິດພາດ.
ເຮົາຫາກໍເວົ້າເຖິງຄົນທີ່ມີສະຕິປັນຍາບໍ່ພຽງພໍ ຜູ້ທີ່ບໍ່ມີທັກສະພິເສດອັນໃດ ແລະ ສາມາດເຮັດໄດ້ພຽງວຽກອອກແຮງງານເທົ່ານັ້ນ. ຍັງມີຄົນທີ່ມີອາການເຈັບປ່ວຍບາງຢ່າງ ແລະ ບໍ່ສາມາດອອກແຮງງານໄດ້ແມ່ນແຕ່ໜ້ອຍດຽວ ແລະ ມັກປວດຫົວ, ເຈັບທ້ອງ ຫຼື ເຈັບຫຼັງ ໃນທຸກຄັ້ງທີ່ພວກເຂົາເຮັດສິ່ງໃດທີ່ໃຊ້ກຳລັງແມ່ນແຕ່ໜ້ອຍດຽວ. ຄວນເຮັດແນວໃດກ່ຽວກັບການມອບໝາຍໜ້າທີ່ໃຫ້ແກ່ຄົນປະເພດນີ້, ຖ້າພວກເຂົາເໝາະສົມທີ່ຈະປະຕິບັດໜ້າທີ່? ຄົນເຮົາຕ້ອງໄດ້ເບິ່ງຫຼາຍໆດ້ານ ເຊັ່ນ: ສະພາວະດ້ານສຸຂະພາບ ແລະ ຄວາມເປັນມະນຸດ ລວມທັງຂີດຄວາມສາມາດຂອງພວກເຂົາ, ເພື່ອໃຫ້ແນ່ໃຈວ່າພວກເຂົາເໝາະສົມທີ່ຈະປະຕິບັດໜ້າທີ່ຫຍັງໃນເຮືອນຂອງພຣະເຈົ້າ. ຖ້າສຸຂະພາບຂອງພວກເຂົາບໍ່ດີຈົນບໍ່ສາມາດເຮັດວຽກອັນໃດໄດ້ ແລະ ຕ້ອງພັກຜ່ອນຫຼັງຈາກເຮັດວຽກໄດ້ໄລຍະໜຶ່ງ ແລະ ຍັງຈຳເປັນຕ້ອງມີຄົນດູແລ, ຖ້າພວກເຂົາບໍ່ສາມາດປະຕິບັດໜ້າທີ່ໄດ້ຢ່າງເໝາະສົມດ້ວຍຕົນເອງ ແລະ ຕ້ອງມີຄົນຖືກມອບໝາຍໃຫ້ດູແລພວກເຂົາ, ເຊັ່ນນີ້ກໍບໍ່ຄຸ້ມຄ່າເລີຍ. ຄົນເຊັ່ນນີ້ບໍ່ເໝາະສົມທີ່ຈະປະຕິບັດໜ້າທີ່, ສະນັ້ນ ປ່ອຍໃຫ້ພວກເຂົາກັບບ້ານໄປພັກຟື້ນ. ບໍ່ວ່າຈະກໍລະນີໃດກໍຕາມ, ຢ່າໃຊ້ຜູ້ໃດກໍຕາມທີ່ເຈັບປ່ວຍໜັກຈົນລົມພັດກໍອາດຈະເຮັດໃຫ້ພວກເຂົາລົ້ມລົງໄດ້. ຖ້າສຸຂະພາບຂອງພວກເຂົາບໍ່ໄດ້ຊຸດໂຊມເກີນໄປ ແລະ ມັນເປັນພຽງການເຈັບທ້ອງເມື່ອພວກເຂົາກິນອາຫານຜິດ ຫຼື ພວກເຂົາປວດຫົວຖ້າໃຊ້ສະໝອງຫຼາຍເກີນໄປ, ສະນັ້ນ ພວກເຂົາຈຶ່ງສາມາດເຮັດວຽກໄດ້ໜ້ອຍກວ່າຄົນປົກກະຕິສາມ ຫຼື ສີ່ຊົ່ວໂມງ ຫຼື ເຮັດວຽກໄດ້ເຄິ່ງໜຶ່ງຂອງຄົນປົກກະຕິ, ແລ້ວຄົນເຊັ່ນນີ້ກໍຍັງສາມາດໃຊ້ໄດ້ ຕາບໃດທີ່ພວກເຂົາບັນລຸເກນອື່ນໆ. ເວັ້ນເສຍແຕ່ວ່າພວກເຂົາຈະຍົກເລື່ອງນີ້ຂຶ້ນມາເອງ ແລະ ເວົ້າວ່າ, “ສຸຂະພາບຂອງຂ້ານ້ອຍຊຸດໂຊມເກີນໄປທີ່ຈະສາມາດທົນກັບຄວາມລຳບາກເຊັ່ນນີ້. ຂ້ານ້ອຍຢາກກັບບ້ານໄປພັກຟື້ນ. ເມື່ອຂ້ານ້ອຍຫາຍດີແລ້ວ, ຂ້ານ້ອຍຈະກັບມາປະຕິບັດໜ້າທີ່ຄືນ”, ຈົ່ງເຫັນດີກັບພວກເຂົາໂດຍບໍ່ຊັກຊ້າ ແລະ ຢ່າພະຍາຍາມປັບວິທີຄິດຂອງພວກເຂົາ; ມັນຈະບໍ່ໄດ້ຜົນຫຍັງ ເຖິງແມ່ນວ່າເຈົ້າຈະເຮັດແບບນັ້ນກໍຕາມ. ມີຄຳເວົ້າທີ່ວ່າ “ບັງຄັບໃຫ້ຄວາຍກິນຫຍ້າ ຄວາຍກໍບໍ່ກິນ”; ຄວາມສັດທາ, ຄວາມຕັ້ງໃຈ ແລະ ການໄລ່ຕາມເສາະຫາຂອງທຸກຄົນນັ້ນແຕກຕ່າງກັນ. ບາງຄົນອາດຈະເວົ້າວ່າ: “ບໍ່ແມ່ນມັນເປັນພຽງແຕ່ບາງຄັ້ງທີ່ພວກເຂົາຈະຮູ້ສຶກບໍ່ສະບາຍເລັກນ້ອຍ ແລະ ມີກຳລັງຕໍ່າໜ້ອຍໜຶ່ງຊື່ໆບໍ? ຄົນເຮົາອາດຈະຮູ້ສຶກບໍ່ສະບາຍຖ້າກິນອາຫານຜິດ, ແຕ່ຫຼັງຈາກສອງສາມມື້ພວກເຂົາກໍຈະດີຂຶ້ນເອງ; ມັນຈຳເປັນບໍທີ່ພວກເຂົາຕ້ອງກັບບ້ານໄປພັກຟື້ນ? ອາການປວດຫົວ ແລະ ວິນຫົວຂອງພວກເຂົາຈະບໍ່ຫາຍໄປບໍ ຫຼັງຈາກທີ່ໄດ້ນອນຫຼັບຢ່າງດີແລ້ວ? ແລ້ວພວກເຂົາບໍ່ສາມາດເຮັດວຽກໄດ້ຕາມປົກກະຕິບໍ? ມັນເປັນເລື່ອງໃຫຍ່ຂະໜາດນັ້ນເລີຍບໍ?” ມັນອາດຈະບໍ່ແມ່ນເລື່ອງໃຫຍ່ສຳລັບເຈົ້າ, ແຕ່ສຳລັບບາງຄົນນັ້ນຈະແຕກຕ່າງຈາກຄົນອື່ນໃນລະດັບທີ່ພວກເຂົາທະນຸຖະໜອມເນື້ອໜັງຂອງພວກເຂົາ ແລະ ບາງຄົນກໍມີບັນຫາສຸຂະພາບແທ້ໆ. ໃນກໍລະນີດັ່ງກ່າວ, ຖ້າພວກເຂົາຍື່ນຄຳຮ້ອງຂໍກັບບ້ານເພື່ອພັກຜ່ອນ ແລະ ພັກຟື້ນຮ່າງກາຍ, ຄຣິສຕະຈັກຄວນເຫັນດີຢ່າງວ່ອງໄວ, ບໍ່ຕັ້ງຂໍ້ກຳນົດຫຍັງກັບພວກເຂົາ, ບໍ່ເຮັດໃຫ້ພວກເຂົາລຳບາກ ແລະ ໂດຍສະເພາະແມ່ນຢ່າພະຍາຍາມປັບວິທີຄິດຂອງພວກເຂົາ. ຜູ້ນໍາປອມບາງຄົນພະຍາຍາມເຮັດວຽກດ້ານແນວຄິດກັບຄົນເຊັ່ນນີ້ຢູ່ສະເໝີ ໂດຍກ່າວວ່າ: “ເບິ່ງແມວ່າວຽກງານຂອງພຣະເຈົ້າໄດ້ມາເຖິງຂັ້ນໃດແລ້ວຕອນນີ້. ໄພພິບັດກຳລັງໃຫຍ່ຂຶ້ນເລື້ອຍໆ, ເດືອນສີເລືອດສີ່ດວງໄດ້ປາກົດຂຶ້ນແລ້ວ ແລະ ຕອນນີ້ພະຍາດລະບາດກໍແຜ່ຫຼາຍຈົນຜູ້ບໍ່ມີຄວາມເຊື່ອບໍ່ມີທາງລອດ! ເຈົ້າຢູ່ໃນເຮືອນຂອງພຣະເຈົ້າ, ປະຕິບັດໜ້າທີ່ຂອງເຈົ້າ ແລະ ເພີດເພີນໄປກັບພຣະຄຸນຂອງພຣະເຈົ້າ, ເຈົ້າກໍຈະບໍ່ຕົກຢູ່ໃນອັນຕະລາຍ ແລະ ເຈົ້າຍັງສາມາດໄດ້ຮັບຄວາມຈິງ ແລະ ຊີວິດ, ນັ້ນເປັນພຣະພອນທີ່ຍິ່ງໃຫຍ່ສໍ່າໃດ! ບັນຫາເລັກນ້ອຍທີ່ເຈົ້າມີຢູ່ນີ້ບໍ່ແມ່ນເລື່ອງໃຫຍ່ເລີຍ. ເຈົ້າຕ້ອງເອົາຊະນະມັນໃຫ້ໄດ້ ແລະ ອະທິຖານຕໍ່ພຣະເຈົ້າ. ພຣະເຈົ້າຈະປິ່ນປົວເຈົ້າຢ່າງແນ່ນອນ. ພຽງແຕ່ອ່ານພຣະທຳຂອງພຣະເຈົ້າ, ຮຽນເພງສັນລະເສີນຕື່ມອີກຈັກສອງສາມເພງ ແລະ ອາການເຈັບປ່ວຍຂອງເຈົ້າກໍຈະດີຂຶ້ນເອງ ຖ້າເຈົ້າບໍ່ໄດ້ຄິດເຖິງມັນ. ພຣະທຳຂອງພຣະເຈົ້າບໍ່ໄດ້ກ່າວບໍວ່າ ‘ການຈົມຢູ່ໃນຄວາມເຈັບປ່ວຍກໍຄືການເຈັບປ່ວຍ’? ຕອນນີ້ເຈົ້າກຳລັງຢູ່ໃນຄວາມເຈັບປ່ວຍ. ຖ້າເຈົ້າຄິດເຖິງການເຈັບປ່ວຍຢູ່ເລື້ອຍໆ, ຄວາມເຈັບປ່ວຍກໍຈະຮ້າຍແຮງຂຶ້ນ. ຖ້າເຈົ້າບໍ່ຄິດເຖິງມັນ, ຄວາມເຈັບປ່ວຍຂອງເຈົ້າກໍຈະຫາຍໄປເອງ, ບໍ່ແມ່ນບໍ? ດ້ວຍວິທີນັ້ນ, ເຈົ້າກໍຈະເຕີບໃຫຍ່ໃນຄວາມສັດທາ ແລະ ເຈົ້າກໍຈະບໍ່ຢາກກັບບ້ານໄປພັກຜ່ອນອີກ. ການທີ່ເຈົ້າກັບບ້ານໄປພັກຜ່ອນນັ້ນເອີ້ນວ່າການໂລບໃນຄວາມສະບາຍທາງເນື້ອໜັງ”. ຢ່າພະຍາຍາມປັບວິທີຄິດຂອງພວກເຂົາ, ການເຮັດເຊັ່ນນັ້ນເປັນເລື່ອງທີ່ໂງ່. ພວກເຂົາບໍ່ສາມາດອົດທົນຜ່ານຄວາມບໍ່ສະບາຍຊົ່ວຄາວພຽງເລັກນ້ອຍໄດ້ ແລະ ພຽງແຕ່ຢາກກັບບ້ານໄປພັກຜ່ອນ ແລະ ບໍ່ສາມາດເອົາຊະນະຄວາມຫຍຸ້ງຍາກເລັກນ້ອຍໄດ້ເລີຍ, ເຊິ່ງພິສູດວ່າພວກເຂົາບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຈິງໃຈ. ຕາມຄວາມເປັນຈິງແລ້ວ, ຄົນປະເພດນີ້ບໍ່ມີເຈດຕະນາທີ່ຈະປະຕິບັດໜ້າທີ່ຂອງພວກເຂົາໃນໄລຍະຍາວ, ພວກເຂົາບໍ່ໄດ້ເຮັດດ້ວຍຄວາມຈິງໃຈອັນໃດ, ບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ຕອນນີ້ໃນທີ່ສຸດແລ້ວພວກເຂົາກໍໄດ້ພົບໂອກາດ ແລະ ຂໍ້ອ້າງເພື່ອຖອນຕົວອອກໄປໄດ້ຢ່າງປອດໄພ. ໃນຫົວໃຈຂອງພວກເຂົາ, ພວກເຂົາກຳລັງຮູ້ສຶກວ່າໂຊກດີທີ່ພວກເຂົາສະຫຼາດຫຼາຍ ແລະ ຄວາມເຈັບປ່ວຍນີ້ກໍມາໄດ້ຖືກເວລາພໍດີ. ສະນັ້ນ ບໍ່ວ່າຢ່າງໃດກໍຕາມ, ຢ່າຊັກຊວນໃຫ້ພວກເຂົາຢູ່ຕໍ່. ພວກເຂົາຈະກຽດຊັງຜູ້ໃດກໍຕາມທີ່ພະຍາຍາມຊັກຊວນໃຫ້ພວກເຂົາຢູ່ຕໍ່ ແລະ ພວກເຂົາຈະສາບແຊ່ງຜູ້ໃດກໍຕາມທີ່ພະຍາຍາມປັບວິທີຄິດຂອງພວກເຂົາ. ເຈົ້າບໍ່ເຂົ້າໃຈເລື່ອງນີ້ບໍ? ແນ່ນອນວ່າບາງຄົນກໍເຈັບປ່ວຍແທ້ໆ ແລະ ເປັນມາເປັນເວລາດົນແລ້ວ ແລະ ຢ້ານວ່າຖ້າພວກເຂົາຍັງອົດທົນຕໍ່ໄປ, ຊີວິດຂອງພວກເຂົາຈະຕົກຢູ່ໃນອັນຕະລາຍ. ພວກເຂົາບໍ່ຢາກນໍາບັນຫາໃດມາສູ່ເຮືອນຂອງພຣະເຈົ້າ ຫຼື ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຄົນອື່ນ. ພວກເຂົາຮູ້ສຶກວ່າເມື່ອໃດທີ່ສຸຂະພາບຂອງພວກເຂົາຊຸດໂຊມລົງ, ພວກເຂົາກໍຈະຕ້ອງໄດ້ເພິ່ງພາອ້າຍເອື້ອຍນ້ອງໃຫ້ດູແລ ແລະ ພວກເຂົາກໍຮູ້ສຶກບໍ່ດີທີ່ຈະໃຫ້ເຮືອນຂອງພຣະເຈົ້າມາດູແລພວກເຂົາ, ສະນັ້ນ ພວກເຂົາຈຶ່ງຕັດສິນໃຈຂໍລາພັກເອງຢ່າງຮອບຄອບ. ຄວນຈັດການກັບສະຖານະການແບບນີ້ແນວໃດ? ຈັດການເຊັ່ນດຽວກັນ, ໂດຍການປ່ອຍໃຫ້ພວກເຂົາກັບບ້ານ ແລະ ພັກຜ່ອນໂດຍບໍ່ຊັກຊ້າ. ເຮືອນຂອງພຣະເຈົ້າບໍ່ໄດ້ຢ້ານບັນຫາ, ພຽງແຕ່ບໍ່ຢາກບັງຄັບຝືນໃຈຄົນໃຫ້ເຮັດໃນສິ່ງທີ່ພວກເຂົາບໍ່ເຕັມໃຈ. ນອກຈາກນັ້ນ, ມະນຸດທຸກຄົນລ້ວນແຕ່ມີບັນຫາສ່ວນຕົວ ແລະ ຄວາມຫຍຸ້ງຍາກໃນຊີວິດຈິງບາງຢ່າງ. ມະນຸດທີ່ດຳລົງຊີວິດຢູ່ໃນເນື້ອໜັງລ້ວນແຕ່ເຈັບປ່ວຍ ແລະ ຄວາມເຈັບປ່ວຍຂອງເນື້ອໜັງກໍເປັນບັນຫາທີ່ມີຢູ່ຈິງ, ພວກເຮົາຈຶ່ງເຄົາລົບຄວາມຈິງນັ້ນ. ບາງຄົນບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ແທ້ໆ ຍ້ອນມີສຸຂະພາບທີ່ເຈັບປ່ວຍໜັກ ແລະ ຖ້າພວກເຂົາຕ້ອງການໃຫ້ເຮືອນຂອງພຣະເຈົ້າອຳນວຍຄວາມສະດວກໃຫ້ ຫຼື ພວກເຂົາຕ້ອງການໃຫ້ອ້າຍເອື້ອຍນ້ອງໃຫ້ຄວາມຊ່ວຍເຫຼືອດ້ານການຮັກສາ ຫຼື ໃຫ້ຄຳແນະນຳໃນການປິ່ນປົວບາງຢ່າງ, ເຮືອນຂອງພຣະເຈົ້າກໍຍິນດີທີ່ຈະມອບສິ່ງເຫຼົ່ານີ້ໃຫ້. ຖ້າພວກເຂົາບໍ່ຢາກລົບກວນເຮືອນຂອງພຣະເຈົ້າ ແລະ ພວກເຂົາມີເງິນ, ມີວິທີທາງ ແລະ ມີຄວາມສາມາດທີ່ຈະໄປປິ່ນປົວຄວາມເຈັບປ່ວຍຂອງພວກເຂົາ, ເຊັ່ນນັ້ນກໍໄດ້ຄືກັນ. ສະຫຼຸບກໍຄື, ຖ້າເປັນຍ້ອນສຸຂະພາບຂອງພວກເຂົາບໍ່ອະນຸຍາດໃຫ້ພວກເຂົາສືບຕໍ່ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ ຫຼື ສືບຕໍ່ໄດ້ຮັບການບົ່ມເພາະໂດຍເຮືອນຂອງພຣະເຈົ້າ, ພວກເຂົາກໍສາມາດຍື່ນຄຳຮ້ອງຂໍໄດ້ຢ່າງສົມເຫດສົມຜົນ ແລະ ເຮືອນຂອງພຣະເຈົ້າກໍຈະເຫັນດີນຳໃນທັນທີ. ບໍ່ຄວນມີຜູ້ໃດໄປປັບວິທີຄິດຂອງພວກເຂົາ ຫຼື ຕັ້ງຂໍ້ກຳນົດ, ເພາະນັ້ນເປັນການກະທຳທີ່ບໍ່ເໝາະສົມ ແລະ ໄຮ້ເຫດຜົນ. ສິ່ງເຫຼົ່ານີ້ແມ່ນການຈັດແຈງທີ່ເຮັດຂຶ້ນສຳລັບຄົນປະເພດນີ້.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?