ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (6) ສ່ວນທີ ສີ່

IV. ວິທີປະຕິບັດຕໍ່ຄົນທີ່ເຄີຍຖືກປົດອອກ

ຍັງມີຄົນອີກປະເພດໜຶ່ງ, ຄືຜູ້ທີ່ຖືກປົດ. ພວກເຮົາຄວນປະຕິບັດຕໍ່ພວກເຂົາແນວໃດ? ບໍ່ວ່າຄົນເຫຼົ່ານີ້ຈະຖືກປົດ ຍ້ອນວ່າພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ຖືກຈັດວ່າເປັນຜູ້ນຳປອມ ຫຼື ຍ້ອນວ່າພວກເຂົາຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກຈັດວ່າເປັນຄົນປະເພດຜູ້ຕໍ່ຕ້ານພຣະຄຣິສ, ມັນກໍຈຳເປັນທີ່ຈະຕ້ອງຈັດສັນຄົນເຫຼົ່ານີ້ໄປເຮັດວຽກອື່ນຢ່າງເໝາະສົມ ແລະ ຈັດແຈງຢ່າງສົມເຫດສົມຜົນໃຫ້ພວກເຂົາ. ຖ້າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສທີ່ໄດ້ເຮັດຄວາມຊົ່ວຮ້າຍມາຫຼາຍຢ່າງ, ແນ່ນອນວ່າພວກເຂົາກໍຄວນຖືກຂັບໄລ່ອອກ; ຖ້າພວກເຂົາບໍ່ໄດ້ເຮັດຄວາມຊົ່ວຮ້າຍມາຫຼາຍຢ່າງ, ແຕ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ແລ້ວຕາບໃດທີ່ພວກເຂົາຍັງສາມາດຮັບໃຊ້ໃນທາງໃດໜຶ່ງທີ່ນ້ອຍໆໄດ້ ໂດຍບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ, ພວກເຂົາກໍບໍ່ຈຳເປັນຕ້ອງຖືກຂັບໄລ່ອອກ, ໃຫ້ພວກເຂົາຮັບໃຊ້ຕໍ່ໄປ ແລະ ໃຫ້ໂອກາດພວກເຂົາກັບໃຈ. ໃນກໍລະນີທີ່ຜູ້ນຳປອມໄດ້ຖືກປົດ, ຈັດແຈງໃຫ້ພວກເຂົາປະຕິບັດວຽກງານທີ່ແຕກຕ່າງອອກໄປ ໂດຍອີງໃສ່ຈຸດແຂງຂອງພວກເຂົາ ແລະ ໜ້າທີ່ທີ່ພວກເຂົາເໝາະສົມ, ແຕ່ພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ຮັບໃຊ້ເປັນຜູ້ນຳຄຣິສຕະຈັກອີກຕໍ່ໄປ; ໃນກໍລະນີທີ່ຜູ້ນຳ ແລະ ຜູ້ເຮັດວຽກໄດ້ຖືກປົດ ຍ້ອນວ່າຂີດຄວາມສາມາດຂອງພວກເຂົາຕໍ່າຫຼາຍ ແລະ ພວກເຂົາບໍ່ສາມາດເຮັດວຽກໃດໄດ້, ກໍຈັດແຈງໃຫ້ພວກເຂົາປະຕິບັດວຽກງານທີ່ແຕກຕ່າງອອກໄປ ໂດຍອີງໃສ່ຈຸດແຂງຂອງພວກເຂົາ ແລະ ໜ້າທີ່ທີ່ພວກເຂົາເໝາະສົມເຊັ່ນກັນ, ແຕ່ພວກເຂົາບໍ່ສາມາດຮັບການສົ່ງເສີມໃຫ້ເປັນຜູ້ນຳ ຫຼື ຜູ້ເຮັດວຽກໄດ້ອີກຕໍ່ໄປ. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຮັດໄດ້? ພວກເຂົາໄດ້ຖືກທົດລອງໃຊ້ແລ້ວ. ພວກເຂົາໄດ້ຖືກເປີດເຜີຍ ແລະ ມັນກໍເຫັນໄດ້ຊັດເຈນແລ້ວວ່າ ຂີດຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກຂອງຄົນດັ່ງກ່າວເຮັດໃຫ້ພວກເຂົາບໍ່ເໝາະສົມທີ່ຈະເປັນຜູ້ນຳ. ຖ້າພວກເຂົາບໍ່ເໝາະສົມທີ່ຈະເປັນຜູ້ນຳ, ພວກເຂົາບໍ່ສາມາດປະຕິບັດໜ້າທີ່ອື່ນໄດ້ບໍ? ບໍ່ຈຳເປັນ. ຂີດຄວາມສາມາດທີ່ຕໍ່າຂອງພວກເຂົາເຮັດໃຫ້ພວກເຂົາບໍ່ເໝາະສົມທີ່ຈະເປັນຜູ້ນຳ, ແຕ່ພວກເຂົາສາມາດປະຕິບັດໜ້າທີ່ອື່ນໄດ້. ຫຼັງຈາກທີ່ຄົນດັ່ງກ່າວໄດ້ຖືກປົດ, ພວກເຂົາສາມາດເຮັດຫຍັງກໍໄດ້ທີ່ເໝາະສົມກັບພວກເຂົາ. ພວກເຂົາບໍ່ຄວນຖືກຖອນສິດໃນການປະຕິບັດໜ້າທີ່; ພວກເຂົາຍັງສາມາດຖືກໃຊ້ໄດ້ອີກ ເມື່ອວຸດທິພາວະຂອງພວກເຂົາເຕີບໃຫຍ່ຂຶ້ນໃນອະນາຄົດ. ບາງຄົນຖືກປົດຍ້ອນວ່າພວກເຂົາອາຍຸຍັງນ້ອຍ ແລະ ບໍ່ມີປະສົບການຊີວິດ ແລະ ຍັງຂາດປະສົບການໃນການເຮັດວຽກ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດແບກຮັບວຽກງານໄດ້ ແລະ ໃນທີ່ສຸດກໍໄດ້ຖືກປົດ. ໃນການປົດຄົນປະເພດນີ້, ຍັງມີບ່ອນຜ່ອນຜັນໃຫ້ໄດ້. ຖ້າຄວາມເປັນມະນຸດຂອງພວກເຂົາສູງເຖິງມາດຕະຖານ ແລະ ຂີດຄວາມສາມາດຂອງພວກເຂົາມີພຽງພໍ, ພວກເຂົາກໍສາມາດຖືກນຳໃຊ້ໄດ້ ຫຼັງຈາກທີ່ຖືກສົ່ງເສີມລົງ ຫຼື ພວກເຂົາສາມາດໄດ້ຖືກຈັດໃຫ້ໄປເຮັດວຽກອື່ນທີ່ເໝາະສົມກັບພວກເຂົາ. ເມື່ອຄວາມເຂົ້າໃຈກ່ຽວກັບຄວາມຈິງຂອງພວກເຂົາຊັດເຈນແລ້ວ ແລະ ພວກເຂົາໄດ້ສຳຜັດ ແລະ ມີປະສົບການກ່ຽວກັບວຽກງານຂອງຄຣິສຕະຈັກໜ້ອຍໜຶ່ງ, ຄົນດັ່ງກ່າວກໍຍັງສາມາດໄດ້ຮັບການສົ່ງເສີມ ແລະ ບົ່ມເພາະໄດ້ອີກຄັ້ງ ໂດຍອີງໃສ່ຂີດຄວາມສາມາດຂອງພວກເຂົາ. ຖ້າຄວາມເປັນມະນຸດຂອງພວກເຂົາສູງເຖິງມາດຕະຖານ ແຕ່ຂີດຄວາມສາມາດຂອງພວກເຂົາຕໍ່າຫຼາຍ, ກໍບໍ່ມີຄຸນຄ່າໃດ ໃນການບົ່ມເພາະພວກເຂົາ ແລະ ພວກເຂົາກໍບໍ່ສາມາດໄດ້ຮັບການບົ່ມເພາະເພື່ອເອົາໄວ້ໃຊ້ງານໄດ້ຢ່າງເດັດຂາດ.

ໃນບັນດາຜູ້ທີ່ຖືກປົດ, ມີຄົນສອງປະເພດທີ່ບໍ່ສາມາດໄດ້ຮັບການສົ່ງເສີມ ແລະ ບົ່ມເພາະອີກຢ່າງເດັດຂາດ. ປະເພດໜຶ່ງແມ່ນຜູ້ຕໍ່ຕ້ານພຣະຄຣິສ ແລະ ອີກປະເພດໜຶ່ງແມ່ນຜູ້ທີ່ມີຂີດຄວາມສາມາດຕໍ່າເກີນໄປ. ນອກຈາກນີ້ກໍມີບາງຄົນທີ່ບໍ່ໄດ້ຖືວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ແຕ່ເປັນພຽງຜູ້ທີ່ມີຄວາມເປັນມະນຸດທີ່ບໍ່ດີ, ເຫັນແກ່ຕົວ ແລະ ມີເລ່ລ່ຽມ ແລະ ບາງຄົນໃນພວກເຂົາກໍຂີ້ຄ້ານ, ໂລບກັບຄວາມສະບາຍທາງເນື້ອໜັງ ແລະ ບໍ່ສາມາດອົດທົນຕໍ່ຄວາມລຳບາກໄດ້. ເຖິງແມ່ນວ່າຄົນດັ່ງກ່າວຈະມີຂີດຄວາມສາມາດດີເລີດ, ພວກເຂົາກໍບໍ່ສາມາດໄດ້ຮັບການສົ່ງເສີມອີກຄັ້ງໄດ້. ຖ້າພວກເຂົາມີຂີດຄວາມສາມາດຢູ່ແດ່, ກໍໃຫ້ພວກເຂົາເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້, ຕາບໃດທີ່ມີການຈັດແຈງທີ່ເໝາະສົມໃຫ້; ເວົ້າງ່າຍໆກໍຄື ຢ່າສົ່ງເສີມພວກເຂົາໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ນອກເໜືອຈາກການມີຂີດຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງເຂົ້າໃຈຄວາມຈິງ, ມີພາລະຕໍ່ຄຣິສຕະຈັກ, ສາມາດເຮັດວຽກໜັກ ແລະ ທົນທຸກໄດ້ ແລະ ພວກເຂົາຕ້ອງດຸໝັ່ນ ແລະ ບໍ່ຂີ້ຄ້ານ. ຍິ່ງໄປກວ່ານັ້ນ, ພວກເຂົາຕ້ອງເປັນຄົນທີ່ຂ້ອນຂ້າງຊື່ສັດ ແລະ ຊື່ກົງ. ເຈົ້າບໍ່ສາມາດເລືອກຄົນທີ່ມີເລ່ລ່ຽມໄດ້ຢ່າງເດັດຂາດ. ຜູ້ທີ່ຄົດໂກງ ແລະ ມີເລ່ລ່ຽມຫຼາຍເກີນໄປມັກຈະໃຊ້ເລ່ລ່ຽມກັບອ້າຍເອື້ອຍນ້ອງ, ຜູ້ນຳລະດັບສູງຂອງພວກເຂົາ ແລະ ເຮືອນຂອງພຣະເຈົ້າຢູ່ສະເໝີ. ພວກເຂົາໃຊ້ເວລາໝົດມື້ເພື່ອຄິດແຕ່ເລື່ອງທີ່ບໍ່ຊື່ຕົງ. ເມື່ອພົວພັນກັບຄົນແບບນີ້, ເຈົ້າຕ້ອງໄດ້ຄາດເດົາສິ່ງທີ່ພວກເຂົາຄິດຢ່າງແທ້ຈິງຢູ່ສະເໝີ, ເຈົ້າຕ້ອງໄດ້ສອບຖາມຢູ່ເລື້ອຍໆວ່າ ໃນຊ່ວງບໍ່ດົນມານີ້ພວກເຂົາເຮັດຫຍັງແທ້ ແລະ ເຈົ້າຕ້ອງໄດ້ຈັບຕາເບິ່ງພວກເຂົາຢູ່ສະເໝີ. ການແຕ່ງຕັ້ງຄົນແບບນີ້ເປັນເລື່ອງທີ່ເມື່ອຍເກີນໄປ ແລະ ໜ້າເປັນຫ່ວງເກີນໄປ. ຖ້າຄົນປະເພດນີ້ໄດ້ຮັບການສົ່ງເສີມໃຫ້ປະຕິບັດໜ້າທີ່, ເຖິງແມ່ນວ່າພວກເຂົາຈະເຂົ້າໃຈຫຼັກຄຳສອນເລັກນ້ອຍ, ພວກເຂົາກໍຈະບໍ່ປະຕິບັດຕາມ ແລະ ພວກເຂົາຈະຄາດຫວັງຜົນປະໂຫຍດ ແລະ ຂໍ້ໄດ້ປຽບສຳລັບທຸກວຽກງານທີ່ພວກເຂົາເຮັດ. ການນໍາໃຊ້ຄົນດັ່ງກ່າວແມ່ນໜ້າເປັນຫ່ວງເກີນໄປ ແລະ ເປັນບັນຫາຫຼາຍເກີນໄປ, ສະນັ້ນ ຄົນດັ່ງກ່າວຈຶ່ງບໍ່ສາມາດໄດ້ຮັບການສົ່ງເສີມໄດ້. ສະນັ້ນ, ເມື່ອເວົ້າເຖິງຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ມີຂີດຄວາມສາມາດຕໍ່າຫຼາຍ, ຜູ້ທີ່ມີຄວາມເປັນມະນຸດທີ່ບໍ່ດີ, ຜູ້ທີ່ຂີ້ຄ້ານ, ໂລບກັບຄວາມສະບາຍທາງເນື້ອໜັງ ແລະ ບໍ່ສາມາດທົນຕໍ່ຄວາມລຳບາກໄດ້ ແລະ ຜູ້ທີ່ຄົດໂກງ ແລະ ມີເລ່ລ່ຽມທີ່ສຸດ, ເມື່ອຄົນປະເພດເຫຼົ່ານີ້ຖືກເປີດເຜີຍ ແລະ ຖືກປົດ ຫຼັງຈາກທີ່ຖືກແຕ່ງຕັ້ງແລ້ວ, ກໍຢ່າສົ່ງເສີມພວກເຂົາເປັນຄັ້ງທີສອງ; ຢ່າໃຊ້ປະໂຫຍດພວກເຂົາຢ່າງບໍ່ຖືກຕ້ອງອີກຄັ້ງ ຫຼັງຈາກທີ່ໄດ້ເບິ່ງທະລຸແລ້ວ. ບາງຄົນອາດຈະເວົ້າວ່າ: “ຄົນຜູ້ນີ້ເຄີຍຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ພວກເຮົາສັງເກດເຫັນວ່າ ພວກເຂົາປະພຶດຕົນດີມາໄດ້ໄລຍະໜຶ່ງແລ້ວ, ພວກເຂົາສາມາດພົວພັນກັບອ້າຍເອື້ອຍນ້ອງໄດ້ຢ່າງປົກກະຕິ ແລະ ບໍ່ໄດ້ບີບຄັ້ນຄົນອື່ນອີກຕໍ່ໄປ. ພວກເຂົາສາມາດໄດ້ຮັບການສົ່ງເສີມໄດ້ບໍ?” ຢ່າຮີບຟ້າວຫຼາຍ, ເມື່ອໃດທີ່ພວກເຂົາໄດ້ຮັບການສົ່ງເສີມ ແລະ ມີສະຖານະ, ທຳມະຊາດຂອງການເປັນຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາ ກໍຈະຖືກເປີດໂປງອອກມາ. ຄົນອື່ນອາດຈະເວົ້າວ່າ: “ຂີດຄວາມສາມາດຂອງຄົນຜູ້ນີ້ຕໍ່າຫຼາຍມາກ່ອນ; ເມື່ອຖືກຂໍໃຫ້ກຳກັບດູແລຄົນສອງຄົນ, ພວກເຂົາບໍ່ຮູ້ວ່າຈະຈັດສັນໜ້າວຽກແນວໃດ ແລະ ຖ້າມີສອງເລື່ອງເກີດຂຶ້ນພ້ອມກັນ, ພວກເຂົາກໍບໍ່ຮູ້ວ່າຈະຈັດແຈງຢ່າງສົມເຫດສົມຜົນແນວໃດ. ຕອນນີ້ພວກເຂົາອາຍຸຫຼາຍຂຶ້ນແລ້ວ, ພວກເຂົາກໍຈະເຮັດສິ່ງເຫຼົ່ານີ້ໄດ້ດີຂຶ້ນ, ແມ່ນບໍ່?” ຄຳກ່າວອ້າງນີ້ມີນໍ້າໜັກພໍບໍ? (ບໍ່ແມ່ນ). ເມື່ອມີສອງເລື່ອງເກີດຂຶ້ນພ້ອມກັນ, ຄົນຜູ້ນັ້ນກໍຈະສັບສົນ ແລະ ບໍ່ຮູ້ວ່າຈະຈັດການກັບພວກມັນແນວໃດ. ພວກເຂົາບໍ່ສາມາດເບິ່ງທະລຸໃຜ ຫຼື ສິ່ງໃດໄດ້. ຂີດຄວາມສາມາດຂອງພວກເຂົາຕໍ່າຫຼາຍ ຈົນພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກ ຫຼື ຄວາມສາມາດໃນການຢັ່ງຮູ້. ຄົນດັ່ງກ່າວບໍ່ສາມາດໄດ້ຮັບການສົ່ງເສີມໃຫ້ເປັນຜູ້ນໍາອີກຄັ້ງເດັດຂາດ. ນີ້ບໍ່ແມ່ນເລື່ອງຂອງອາຍຸ. ຄົນທີ່ມີຂີດຄວາມສາມາດຕໍ່າ ກໍຈະຍັງມີຂີດຄວາມສາມາດຕໍ່າເມື່ອພວກເຂົາອາຍຸແປດສິບປີ. ມັນບໍ່ຄືກັບທີ່ຄົນຈິນຕະນາການວ່າ ເມື່ອຄົນໃດຄົນໜຶ່ງອາຍຸຫຼາຍຂຶ້ນ ແລະ ມີປະສົບການຫຼາຍຂຶ້ນ, ພວກເຂົາກໍຈະສາມາດເຂົ້າໃຈທຸກຢ່າງໄດ້, ມັນບໍ່ແມ່ນແບບນັ້ນ. ພວກເຂົາຈະມີພຽງປະສົບການຊີວິດບາງຢ່າງ, ແຕ່ປະສົບການຊີວິດບໍ່ເທົ່າກັບຂີດຄວາມສາມາດ. ບໍ່ວ່າຄົນໃດຄົນໜຶ່ງຈະມີປະສົບການຫຼາຍສໍ່າໃດ ຫຼື ໄດ້ຮຽນຮູ້ບົດຮຽນຫຼາຍສໍ່າໃດ, ມັນບໍ່ໄດ້ໝາຍຄວາມວ່າຂີດຄວາມສາມາດຂອງພວກເຂົາຈະດີຂຶ້ນ.

ຖ້າຄວາມເປັນມະນຸດຂອງໃຜຄົນໜຶ່ງເຫັນແກ່ຕົວເກີນໄປ, ມີເລ່ລ່ຽມເກີນໄປ ແລະ ຊົ່ວຮ້າຍເກີນໄປ ແລະ ໃນໃຈເຕັມໄປດ້ວຍເລ່ກົນທີ່ຊົ່ວຊ້າ ແລະ ຄິດເຖິງແຕ່ຕົນເອງ, ຄົນປະເພດນີ້ຈະປ່ຽນແປງໄດ້ບໍ? ພວກເຂົາຖືກປົດຍ້ອນເຫດຜົນເຫຼົ່ານີ້; ຕອນນີ້ສິບປີຜ່ານໄປ ແລະ ພວກເຂົາໄດ້ຟັງຄຳເທດສະໜາຫຼາຍບົດ, ຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ເຫັນແກ່ຕົວ, ບໍ່ຄົດໂກງ ແລະ ບໍ່ມີເລ່ລ່ຽມແລ້ວບໍ? ເຮົາຈະບອກເຈົ້າວ່າ: ຄົນປະເພດນີ້ຈະບໍ່ປ່ຽນແປງ, ອີກ 20 ປີຂ້າງໜ້າ ພວກເຂົາກໍຈະຍັງເປັນຄົນແບບເກົ່າ. ສະນັ້ນ, ຖ້າເຈົ້າພົບພວກເຂົາອີກໃນ 20 ປີຂ້າງໜ້າ ແລະ ຖາມພວກເຂົາວ່າ ພວກເຂົາຍັງເຫັນແກ່ຕົວ ແລະ ມີເລ່ລ່ຽມຄືເກົ່າບໍ, ພວກເຂົາກໍຈະຍອມຮັບເອງດ້ວຍຊ້ຳ. ຍ້ອນຫຍັງຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີຈຶ່ງບໍ່ປ່ຽນແປງ? ພວກເຂົາປ່ຽນແປງໄດ້ບໍ? ສົມມຸດວ່າພວກເຂົາສາມາດປ່ຽນແປງໄດ້, ພື້ນຖານ ແລະ ເງື່ອນໄຂທີ່ຈະເຮັດໃຫ້ສິ່ງນັ້ນເກີດຂຶ້ນແມ່ນຫຍັງ? ພວກເຂົາຕ້ອງສາມາດຍອມຮັບຄວາມຈິງ. ຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີບໍ່ຍອມຮັບຄວາມຈິງ ແລະ ພາຍໃນໃຈ ພວກເຂົາດູຖູກ, ກຽດຊັງ, ເຍາະເຍີ້ຍ ແລະ ເປັນປໍລະປັກຕໍ່ສິ່ງທີ່ເປັນບວກ, ພວກເຂົາບໍ່ສາມາດປ່ຽນແປງໄດ້. ສະນັ້ນ ບໍ່ວ່າຈະຜ່ານໄປຈັກປີກໍຕາມ, ຢ່າສົ່ງເສີມໃຫ້ພວກເຂົາ, ເພາະພວກເຂົາບໍ່ສາມາດປ່ຽນແປງໄດ້. ເປັນໄປໄດ້ວ່າໃນອີກ 20 ປີຂ້າງໜ້າ, ພວກເຂົາຈະຮຽນຮູ້ທີ່ຈະເຈົ້າເລ່ຍິ່ງຂຶ້ນ ແລະ ເວົ້າສິ່ງທີ່ຟັງແລ້ວມ່ວນຫູ ແລະ ສິ່ງທີ່ຫຼອກລວງຄົນອື່ນໄດ້ດີຍິ່ງຂຶ້ນ. ແຕ່ຖ້າເຈົ້າຄົບຫາກັບຄົນແບບນີ້ ແລະ ສັງເກດການກະທຳຂອງພວກເຂົາ, ເຈົ້າຈະຄົ້ນພົບຂໍ້ເທັດຈິງຢ່າງໜຶ່ງ, ນັ້ນກໍຄື ພວກເຂົາບໍ່ໄດ້ປ່ຽນແປງເລີຍ. ເຈົ້າຄິດວ່າ ຫຼັງຈາກຜ່ານໄປຫຼາຍປີ ແລະ ພວກເຂົາໄດ້ຟັງຄຳເທດສະໜາຫຼາຍບົດ ແລະ ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າເປັນເວລາດົນນານ, ພວກເຂົາຄວນຈະປ່ຽນແປງແລ້ວ, ເຈົ້າຄິດຜິດແລ້ວ! ພວກເຂົາຈະບໍ່ປ່ຽນແປງ. ຍ້ອນຫຍັງ? ພວກເຂົາໄດ້ຟັງຄຳເທດສະໜາຫຼາຍບົດ ແລະ ອ່ານພຣະທຳຂອງພຣະເຈົ້າຢ່າງຫຼວງຫຼາຍ, ແຕ່ພວກເຂົາບໍ່ຍອມຮັບ ຫຼື ປະຕິບັດຕາມແມ່ນແຕ່ປະໂຫຍກດຽວ, ສະນັ້ນ ພວກເຂົາຈຶ່ງບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວ, ມັນເປັນໄປບໍ່ໄດ້ທີ່ພວກເຂົາຈະປ່ຽນແປງ. ເມື່ອຄົນດັ່ງກ່າວຖືກເປີດເຜີຍ ແລະ ຖືກປົດ, ພວກເຂົາກໍບໍ່ສາມາດຖືກນໍາມາໃຊ້ອີກຄັ້ງ ແລະ ຖ້າເຈົ້ານໍາພວກເຂົາມາໃຊ້, ເຈົ້າກໍກຳລັງທຳຮ້າຍເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງ. ຖ້າເຈົ້າບໍ່ແນ່ໃຈ, ກໍພຽງແຕ່ສັງເກດເບິ່ງວ່າພວກເຂົາກະທຳແນວໃດ ແລະ ເບິ່ງວ່າພວກເຂົາປົກປ້ອງຜົນປະໂຫຍດຂອງໃຜ ເມື່ອປະເຊີນກັບສິ່ງທີ່ນໍາເອົາຜົນປະໂຫຍດຂອງພວກເຂົາເອງມາຂັດແຍ້ງກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ; ພວກເຂົາຈະບໍ່ເສຍສະລະຜົນປະໂຫຍດຂອງຕົນເອງ ແລະ ທຸ່ມເທທັງໝົດເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢ່າງເດັດຂາດ. ເມື່ອເບິ່ງຈາກດ້ານນີ້, ພວກເຂົາກໍບໍ່ໜ້າໄວ້ວາງໃຈ ແລະ ພວກເຂົາບໍ່ສົມຄວນທີ່ຈະໄດ້ຮັບການສົ່ງເສີມ ແລະ ນໍາໃຊ້ໂດຍເຮືອນຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ຄົນດັ່ງກ່າວຖືກກຳນົດບໍ່ໃຫ້ຖືກນໍາໃຊ້. ຄົນທີ່ບໍ່ຍອມຮັບຄວາມຈິງຍັງຈະປ່ຽນແປງໄດ້ບໍ? ເປັນໄປບໍ່ໄດ້, ນັ້ນເປັນຄວາມຝັນຂອງຄົນໂງ່!

ສ່ວນຄົນທີ່ຂີ້ຄ້ານ, ໂລບກັບຄວາມສະບາຍທາງເນື້ອໜັງ ແລະ ບໍ່ສາມາດອົດທົນຕໍ່ຄວາມລຳບາກໄດ້ແມ່ນແຕ່ໜ້ອຍດຽວ, ພວກເຂົາຍິ່ງບໍ່ສາມາດປ່ຽນແປງໄດ້. ໃນຊ່ວງເວລາທີ່ເປັນຜູ້ນໍາ, ພວກເຂົາບໍ່ໄດ້ອົດທົນຕໍ່ຄວາມລຳບາກໃດໆ, ພວກເຂົາບໍ່ໄດ້ທົນແມ່ນແຕ່ຄວາມລຳບາກທີ່ອ້າຍເອື້ອຍນ້ອງທຳມະດາສາມາດທົນໄດ້. ໃນການປະຕິບັດໜ້າທີ່ຂອງຕົນ ພວກເຂົາເຮັດພຽງແຕ່ພໍເປັນພິທີ, ຈັດການເຕົ້າໂຮມ ແລະ ເທດສະໜາຫຼັກຄຳສອນບາງຢ່າງ, ຈາກນັ້ນກໍໄປນອນເພື່ອບົວລະບັດຕົນເອງເປັນຢ່າງດີ. ຖ້າຕອນກາງຄືນ ພວກເຂົາເຂົ້ານອນເດິກພຽງເລັກນ້ອຍ, ພວກເຂົາກໍຈະຍັງນອນຫຼັບສະໜິດໃນຕອນເຊົ້າ ໃນຂະນະທີ່ອ້າຍເອື້ອຍນ້ອງກຳລັງຕື່ນນອນ. ພວກເຂົາບໍ່ເຕັມໃຈທີ່ຈະເມື່ອຍພຽງເລັກນ້ອຍ ຫຼື ຫຍຸ້ງພຽງເລັກນ້ອຍ ຫຼື ອົດທົນຕໍ່ຄວາມລຳບາກພຽງເລັກນ້ອຍ. ພວກເຂົາບໍ່ຈ່າຍລາຄາໃດໆ ແລະ ບໍ່ເຮັດວຽກງານຕົວຈິງໃດໆ. ບໍ່ວ່າພວກເຂົາຈະໄປໃສ, ທັນທີທີ່ພວກເຂົາເຫັນອາຫານ ແລະ ເຄື່ອງດື່ມທີ່ດີ, ພວກເຂົາກໍດີໃຈຫຼາຍຈົນລືມທຸກສິ່ງທຸກຢ່າງ ແລະ ພວກເຂົາກໍບໍ່ໄປໃສ, ພຽງແຕ່ຢູ່ທີ່ນັ້ນແລ້ວກິນ, ດື່ມ ແລະ ເພີດເພີນກັບຕົນເອງ ແລະ ບໍ່ເຮັດວຽກງານໃດໆ ທັງສິ້ນ. ພວກເຂົາບໍ່ຟັງເມື່ອຖືກລິຮານໂດຍເບື້ອງເທິງ ແລະ ພວກເຂົາກໍບໍ່ຍອມຮັບຄຳເຕືອນ ແລະ ການເປີດໂປງຈາກອ້າຍເອື້ອຍນ້ອງ. ພວກເຂົາເລືອກທີ່ຈະດຳເນີນຊີວິດໃນແບບທີ່ສະບາຍທີ່ສຸດເທົ່າທີ່ຈະເປັນໄປໄດ້, ໂດຍບໍ່ຈ່າຍລາຄາໃດໆ ແລະ ໂດຍບໍ່ບັນລຸຄວາມຮັບຜິດຊອບ ຫຼື ປະຕິບັດໜ້າທີ່ຂອງຕົນ ແລະ ດັ່ງນັ້ນ ພວກເຂົາຈຶ່ງກາຍເປັນຄົນໄຮ້ປະໂຫຍດ. ຄົນດັ່ງກ່າວສາມາດປ່ຽນແປງໄດ້ບໍ? ຄົນປະເພດນີ້ຂີ້ຄ້ານເກີນໄປ, ໂລບກັບຄວາມສະບາຍທາງເນື້ອໜັງ; ພວກເຂົາບໍ່ສາມາດປ່ຽນແປງໄດ້. ນີ້ຄືສິ່ງທີ່ພວກເຂົາເປັນຕອນນີ້ ແລະ ນີ້ຄືສິ່ງທີ່ພວກເຂົາຈະເປັນໃນອະນາຄົດ. ບາງຄົນອາດຈະເວົ້າວ່າ: “ຄົນຜູ້ນັ້ນໄດ້ປ່ຽນແປງແລ້ວ, ລາວໄດ້ທຸ່ມເທຄວາມພະຍາຍາມຫຼາຍໃນວຽກງານຂອງລາວມາໄດ້ໄລຍະໜຶ່ງແລ້ວ”. ຢ່າຮີບຟ້າວຫຼາຍ. ຖ້າເຈົ້າສົ່ງເສີມໃຫ້ພວກເຂົາເປັນຜູ້ນໍາ, ພວກເຂົາຈະກັບໄປເປັນແບບເກົ່າ, ພວກເຂົາກໍເປັນແບບນັ້ນແຫຼະ. ພວກເຂົາຄືກັນກັບນັກພະນັນ, ຜູ້ທີ່ເມື່ອເງິນໝົດ, ກໍຈະສືບຕໍ່ຫຼິ້ນການພະນັນ ເຖິງແມ່ນວ່າພວກເຂົາຈະຕ້ອງຢືມເງິນ, ຂາຍເຮືອນ ຫຼື ແມ່ນແຕ່ຂາຍເມຍ ແລະ ລູກຂອງພວກເຂົາ. ຖ້າຊ່ວງນີ້ພວກເຂົາບໍ່ໄດ້ຫຼິ້ນການພະນັນ, ມັນອາດຈະເປັນຍ້ອນວ່າບ່ອນຫຼິ້ນການພະນັນໄດ້ປິດລົງ ແລະ ບໍ່ມີບ່ອນໃຫ້ຫຼິ້ນການພະນັນ ຫຼື ຍ້ອນວ່າໝູ່ຫຼິ້ນການພະນັນຂອງພວກເຂົາທັງໝົດຖືກຈັບ ແລະ ບໍ່ມີໃຜຫຼິ້ນການພະນັນກັບພວກເຂົາອີກຕໍ່ໄປ ຫຼື ຍ້ອນວ່າພວກເຂົາໄດ້ຂາຍທຸກສິ່ງທີ່ພວກເຂົາສາມາດຂາຍໄດ້ ແລະ ບໍ່ມີເງິນເຫຼືອໄວ້ຫຼິ້ນການພະນັນແລ້ວ. ເມື່ອໃດທີ່ພວກເຂົາມີເງິນໃນມື, ພວກເຂົາກໍຈະເລີ່ມຫຼິ້ນການພະນັນອີກ ແລະ ຈະບໍ່ສາມາດເຊົາໄດ້, ພວກເຂົາກໍເປັນແບບນັ້ນແຫຼະ. ເຊັ່ນດຽວກັນ, ຜູ້ທີ່ຂີ້ຄ້ານ ແລະ ໂລບກັບຄວາມສະບາຍທາງເນື້ອໜັງກໍບໍ່ສາມາດປ່ຽນແປງໄດ້ເຊັ່ນກັນ. ເມື່ອໃດທີ່ພວກເຂົາໄດ້ຮັບສະຖານະ, ພວກເຂົາກໍຈະກັບຄືນສູ່ຮູບຮ່າງເດີມຂອງຕົນໃນທັນທີ ແລະ ທາດແທ້ຂອງພວກເຂົາກໍຈະຖືກເປີດໂປງ. ເມື່ອພວກເຂົາບໍ່ມີສະຖານະ, ບໍ່ມີໃຜນັບຖື ແລະ ບໍ່ມີໃຜຮັບໃຊ້ພວກເຂົາ ແລະ ຖ້າພວກເຂົາບໍ່ເຮັດຫຍັງ, ພວກເຂົາກໍຄວນຖືກຄັດອອກ, ເພາະຄຣິສຕະຈັກບໍ່ລ້ຽງຄົນຂີ້ຄ້ານ, ສະນັ້ນ ພວກເຂົາຈຶ່ງບໍ່ມີທາງເລືອກ ນອກຈາກຕ້ອງເຮັດບາງສິ່ງຢ່າງບໍ່ເຕັມໃຈ. ພວກເຂົາເຮັດສິ່ງຕ່າງໆ ແຕກຕ່າງຈາກຄົນອື່ນ. ຄົນອື່ນເຮັດສິ່ງຕ່າງໆ ຢ່າງກະຕືລືລົ້ນ, ໃນຂະນະທີ່ພວກເຂົາເຮັດແບບຝືນໃຈ. ເຖິງແມ່ນວ່າພາຍນອກຈະບໍ່ມີຄວາມແຕກຕ່າງ, ແຕ່ໂດຍແກ່ນແທ້ແລ້ວແມ່ນມີຄວາມແຕກຕ່າງ. ເມື່ອຄົນອື່ນມີສະຖານະພາບ, ພວກເຂົາເຮັດສິ່ງທີ່ພວກເຂົາຄວນເຮັດ ແລະ ສາມາດບັນລຸຄວາມຮັບຜິດຊອບຂອງພວກເຂົາ; ແຕ່ເມື່ອໃດທີ່ຄົນປະເພດນີ້ມີສະຖານະ, ພວກເຂົາກໍສວຍໂອກາດເພີດເພີນກັບຜົນປະໂຫຍດຈາກສະຖານະພາບຂອງພວກເຂົາ ແລະ ບໍ່ເຮັດວຽກງານໃດໆ ແລະ ແກ່ນແທ້ທຳມະຊາດຂອງຄວາມຂີ້ຄ້ານ ແລະ ການໂລບກັບຄວາມສະບາຍຂອງພວກເຂົາກໍຖືກເປີດໂປງອອກມາ. ສະນັ້ນ, ຄົນປະເພດນີ້ຈະບໍ່ປ່ຽນແປງບໍ່ວ່າໃນສະຖານະການໃດກໍຕາມ ແລະ ເມື່ອໃດທີ່ພວກເຂົາຖືກເປີດເຜີຍ ແລະ ຖືກປົດ, ຄົນດັ່ງກ່າວກໍບໍ່ຄວນໄດ້ຮັບການສົ່ງເສີມ ແລະ ນໍາໃຊ້ອີກຕໍ່ໄປ, ນີ້ຄືຫຼັກການ.

ເມື່ອເວົ້າເຖິງຄົນທີ່ມີສະຖານະການແຕກຕ່າງກັນ, ສິ່ງເຫຼົ່ານີ້ຄືຫຼັກການສຳລັບການສົ່ງເສີມ ແລະ ນໍາໃຊ້ພວກເຂົາ. ມາດຕະຖານຂັ້ນຕໍ່າສຸດແມ່ນ ພວກເຂົາສາມາດທຸ່ມເທຄວາມພະຍາຍາມ ແລະ ຮັບໃຊ້ໃນເຮືອນຂອງພຣະເຈົ້າໄດ້ ໂດຍບໍ່ກໍ່ໃຫ້ເກີດການລົບກວນ; ໃນກໍລະນີນັ້ນ, ພວກເຂົາສາມາດປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າໄດ້. ຖ້າພວກເຂົາບໍ່ສາມາດບັນລຸໄດ້ແມ່ນແຕ່ມາດຕະຖານຂັ້ນຕໍ່າສຸດນີ້, ແລ້ວບໍ່ວ່າຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາຈະເປັນແນວໃດ, ພວກເຂົາກໍບໍ່ເໝາະສົມທີ່ຈະປະຕິບັດໜ້າທີ່ ແລະ ຄົນປະເພດນີ້ຄວນຖືກກຳຈັດຈາກຖັນແຖວຂອງຜູ້ທີ່ປະຕິບັດໜ້າທີ່. ຖ້າຄວາມເປັນມະນຸດຂອງຄົນໃດຄົນໜຶ່ງເປັນສິ່ງທີ່ປະສົງຮ້າຍ ແລະ ເທົ່າກັບການເປັນຜູ້ຕໍ່ຕ້ານພຣະຄຣິສ, ແລ້ວເມື່ອໃດທີ່ໄດ້ຮັບການຢືນຢັນວ່າລາວເປັນຜູ້ຕໍ່ຕ້ານພຣະຄຣິສ, ເຮືອນຂອງພຣະເຈົ້າຈະບໍ່ນໍາໃຊ້ລາວ, ທັງບໍ່ສົ່ງເສີມ ຫຼື ບົ່ມເພາະລາວອີກ. ບາງຄົນອາດຈະເວົ້າວ່າ: “ໃຫ້ພວກເຂົາຮັບໃຊ້ຈະໄດ້ບໍ?” ມັນຂຶ້ນກັບສະຖານະການ. ຖ້າການຮັບໃຊ້ຂອງພວກເຂົາອາດຈະມີຜົນກະທົບໃນທາງລົບ ແລະ ນໍາເອົາຜົນສະທ້ອນທີ່ບໍ່ດີມາສູ່ເຮືອນຂອງພຣະເຈົ້າ, ແລ້ວເຮືອນຂອງພຣະເຈົ້າກໍຈະບໍ່ໃຫ້ໂອກາດພວກເຂົາໃນການຮັບໃຊ້ເລີຍ. ຖ້າພວກເຂົາຮູ້ວ່າຕົນເອງເປັນຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສທີ່ຖືກຂັບໄລ່, ແຕ່ພວກເຂົາເຕັມໃຈທີ່ຈະຮັບໃຊ້ ແລະ ຈະເຮັດສິ່ງຕ່າງໆ ຕາມທີ່ຄຣິສຕະຈັກຈັດແຈງໃຫ້ພວກເຂົາເຮັດ ແລະ ສາມາດຮັບໃຊ້ດ້ວຍການປະພຶດຕົວດີ ໂດຍບໍ່ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດໃດໆ ຂອງເຮືອນຂອງພຣະເຈົ້າ, ແລ້ວໃນກໍລະນີນັ້ນ ພວກເຂົາກໍສາມາດຖືກເກັບໄວ້ໄດ້. ຖ້າພວກເຂົາບໍ່ສາມາດແມ່ນແຕ່ຈະຮັບໃຊ້ຢ່າງເໝາະສົມໄດ້ ແລະ ການຮັບໃຊ້ຂອງພວກເຂົາສ້າງຄວາມເສຍຫາຍຫຼາຍກວ່າຜົນດີ, ພວກເຂົາກໍຈະບໍ່ມີໂອກາດທີ່ຈະໄດ້ຮັບໃຊ້ເລີຍ ແລະ ເຖິງແມ່ນວ່າພວກເຂົາຈະຮັບໃຊ້, ເຮືອນຂອງພຣະເຈົ້າກໍຈະຍັງບໍ່ນໍາໃຊ້ພວກເຂົາ, ເພາະພວກເຂົາບໍ່ມີຄຸນສົມບັດ ຫຼື ບັນລຸເກນສຳລັບການຮັບໃຊ້ເລີຍ. ສະນັ້ນ ຄົນປະເພດນີ້ບໍ່ຄວນກັບມາ, ໃຫ້ພວກເຂົາໄປໃສກໍໄດ້ຕາມທີ່ພວກເຂົາຕ້ອງການ. ບາງຄົນອາດຈະເວົ້າວ່າ: “ຖ້າເຮືອນຂອງພຣະເຈົ້າບໍ່ນໍາໃຊ້ຂ້ອຍ, ຂ້ອຍກໍຈະເທດສອນຂ່າວປະເສີດດ້ວຍຕົນເອງ ແລະ ຂ້ອຍຈະມອບຄົນທີ່ຂ້ອຍໄດ້ຮັບຜ່ານການເທດສອນຂ່າວປະເສີດໃຫ້ກັບເຮືອນຂອງພຣະເຈົ້າ”. ແບບນັ້ນຈະໄດ້ບໍ? (ໄດ້). ບາງຄົນອາດຈະເວົ້າວ່າ: “ພຣະອົງຈະບໍ່ນໍາໃຊ້ຄົນຜູ້ນັ້ນແມ່ນແຕ່ເພື່ອການຮັບໃຊ້, ສະນັ້ນ ບົນພື້ນຖານໃດທີ່ພວກເຂົາຄວນໃຫ້ຄົນທີ່ພວກເຂົາໄດ້ຮັບໂດຍການເທດສອນຂ່າວປະເສີດແກ່ພຣະອົງ? ບົນພື້ນຖານໃດທີ່ພວກເຂົາຄວນເທດສອນຂ່າວປະເສີດໃຫ້ແກ່ພຣະອົງ?” ເຮືອນຂອງພຣະເຈົ້າບໍ່ນໍາໃຊ້ພວກເຂົາຍ້ອນຫຼາຍດ້ານ. ດ້ານໜຶ່ງແມ່ນ ພວກເຂົາບໍ່ສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການນໍາໃຊ້ຄົນ. ອີກດ້ານໜຶ່ງແມ່ນ ເຮືອນຂອງພຣະເຈົ້າບໍ່ກ້ານໍາໃຊ້ຄົນປະເພດນີ້, ເພາະເມື່ອໃດທີ່ພວກເຂົາຖືກນໍາໃຊ້, ກໍຈະມີບັນຫາບໍ່ສິ້ນສຸດ. ແລ້ວພວກເຮົາຄວນອະທິບາຍເລື່ອງທີ່ພວກເຂົາເຕັມໃຈທີ່ຈະເທດສອນຂ່າວປະເສີດນີ້ແນວໃດ? ສິ່ງທີ່ພວກເຂົາເປັນພະຍານໃນການເທດສອນຂ່າວປະເສີດແມ່ນພຣະເຈົ້າ ແລະ ມັນເປັນຍ້ອນພຣະທຳຂອງພຣະເຈົ້າ ແລະ ວຽກງານຂອງພຣະເຈົ້າທີ່ພວກເຂົາສາມາດໄດ້ຮັບຜູ້ຄົນ. ເຖິງແມ່ນວ່າຄົນເຫຼົ່ານີ້ຈະໄດ້ຮັບຜ່ານການເທດສອນຂ່າວປະເສີດຂອງຄົນຜູ້ນັ້ນ, ສິ່ງນີ້ກໍບໍ່ໄດ້ນັບເປັນຄຸນງາມຄວາມດີຂອງພວກເຂົາເລີຍ. ຢ່າງດີທີ່ສຸດ, ມັນເປັນພຽງການບັນລຸຄວາມຮັບຜິດຊອບຂອງພວກເຂົາໃນຖານະບຸກຄົນໜຶ່ງເທົ່ານັ້ນ. ບໍ່ວ່າເຈົ້າຈະເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນຊົ່ວຮ້າຍ ຫຼື ບໍ່ວ່າເຈົ້າຈະຖືກຄັດອອກ ຫຼື ຖືກຂັບໄລ່, ການບັນລຸຄວາມຮັບຜິດຊອບຂອງເຈົ້າໃນຖານະບຸກຄົນໜຶ່ງກໍເປັນສິ່ງທີ່ເຈົ້າຄວນເຮັດ. ຍ້ອນຫຍັງເຮົາຈຶ່ງເວົ້າວ່າມັນເປັນສິ່ງທີ່ເຈົ້າຄວນເຮັດ? ເຈົ້າໄດ້ຮັບການສະໜອງຄວາມຈິງອັນຍິ່ງໃຫຍ່ຈາກພຣະເຈົ້າ ແລະ ນີ້ກໍຄືເລືອດຂອງຫົວໃຈຂອງພຣະເຈົ້າເຊັ່ນກັນ. ເຮືອນຂອງພຣະເຈົ້າໄດ້ຫົດນໍ້າເຈົ້າ ແລະ ຈັດກຽມສິ່ງຕ່າງໆໃຫ້ແກ່ເຈົ້າເປັນເວລາຫຼາຍປີ, ແຕ່ພຣະເຈົ້າຮຽກຮ້ອງຫຍັງຈາກເຈົ້າບໍ? ບໍ່. ໜັງສືທັງໝົດທີ່ແຈກຢາຍໂດຍເຮືອນຂອງພຣະເຈົ້າແມ່ນບໍ່ໄດ້ເສຍຄ່າ, ບໍ່ມີໃຜຕ້ອງຈ່າຍເງິນແມ່ນແຕ່ກີບດຽວ. ເຊັ່ນດຽວກັນ, ເສັ້ນທາງທີ່ແທ້ຈິງແຫ່ງຊີວິດນິລັນດອນ ແລະ ພຣະທຳແຫ່ງຊີວິດທີ່ພຣະເຈົ້າປະທານໃຫ້ແກ່ມະນຸດກໍບໍ່ໄດ້ເສຍຄ່າ ແລະ ຄຳເທດສະໜາ ແລະ ການໂອ້ລົມຂອງເຮືອນຂອງພຣະເຈົ້າກໍລ້ວນແຕ່ໃຫ້ຜູ້ຄົນຟັງໂດຍບໍ່ໄດ້ເສຍຄ່າ. ສະນັ້ນ, ບໍ່ວ່າເຈົ້າຈະເປັນຄົນທຳມະດາ ຫຼື ສະມາຊິກຂອງກຸ່ມພິເສດ, ເຈົ້າໄດ້ຮັບຄວາມຈິງຫຼາຍຢ່າງຈາກພຣະເຈົ້າໂດຍບໍ່ໄດ້ເສຍຄ່າ, ແນ່ນອນວ່າມັນເປັນພຽງສິ່ງທີ່ຖືກຕ້ອງທີ່ເຈົ້າຄວນຖ່າຍທອດພຣະທຳຂອງພຣະເຈົ້າ ແລະ ຂ່າວປະເສີດຂອງພຣະເຈົ້າໃຫ້ແກ່ຜູ້ຄົນ ແລະ ນໍາພາຜູ້ຄົນເຂົ້າມາຕໍ່ໜ້າພຣະພັກຂອງພຣະເຈົ້າ, ບໍ່ແມ່ນບໍ? ພຣະເຈົ້າໄດ້ປະທານຄວາມຈິງທັງໝົດໃຫ້ແກ່ມະນຸດຊາດ; ໃຜສາມາດຕອບແທນຄວາມຮັກອັນຍິ່ງໃຫຍ່ເຊັ່ນນີ້ໄດ້? ພຣະຄຸນຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າ ແລະ ຊີວິດຂອງພຣະເຈົ້າແມ່ນປະເມີນຄ່າບໍ່ໄດ້ ແລະ ບໍ່ມີມະນຸດຄົນໃດສາມາດຕອບແທນໄດ້! ຊີວິດຂອງມະນຸດມີຄ່າຫຼາຍປານນັ້ນບໍ? ມັນສາມາດມີຄ່າເທົ່າກັບຄວາມຈິງໄດ້ບໍ? ສະນັ້ນ, ບໍ່ມີໃຜສາມາດຕອບແທນຄວາມຮັກ ແລະ ພຣະຄຸນຂອງພຣະເຈົ້າໄດ້ ແລະ ນັ້ນກໍລວມເຖິງຜູ້ທີ່ຖືກຄັດອອກ, ຖືກຂັບໄລ່ ແລະ ຖືກກຳຈັດໂດຍຄຣິສຕະຈັກ, ພວກເຂົາກໍບໍ່ແມ່ນຂໍ້ຍົກເວັ້ນ. ຕາບໃດທີ່ເຈົ້າມີຈິດສຳນຶກ, ເຫດຜົນ ແລະ ຄວາມເປັນມະນຸດ, ແລ້ວບໍ່ວ່າເຮືອນຂອງພຣະເຈົ້າຈະປະຕິບັດຕໍ່ເຈົ້າແນວໃດ, ເຈົ້າກໍຄວນບັນລຸພັນທະຂອງເຈົ້າໃນການຖ່າຍທອດພຣະທຳຂອງພຣະເຈົ້າ ແລະ ເປັນພະຍານຕໍ່ວຽກຂອງພຣະອົງ. ນີ້ຄືຄວາມຮັບຜິດຊອບຂອງມະນຸດທີ່ບໍ່ສາມາດປະຕິເສດໄດ້. ສະນັ້ນ, ບໍ່ວ່າເຈົ້າຈະເທດສະໜາພຣະທຳຂອງພຣະເຈົ້າ ແລະ ຂ່າວປະເສີດຂອງພຣະອົງໃຫ້ແກ່ຄົນຈັກຄົນ ຫຼື ເຈົ້າຈະໄດ້ຮັບຄົນຈັກຄົນ, ນີ້ກໍບໍ່ແມ່ນສິ່ງທີ່ຄວນຍ້ອງຍໍເຈົ້າ. ພຣະເຈົ້າໄດ້ສະແດງຄວາມຈິງຫຼາຍຢ່າງ ແຕ່ເຈົ້າກໍບໍ່ຟັງ ຫຼື ຍອມຮັບ. ແນ່ນອນວ່າການຮັບໃຊ້ເລັກນ້ອຍ ແລະ ການເທດສອນຂ່າວປະເສີດໃຫ້ແກ່ຄົນອື່ນກໍເປັນສິ່ງທີ່ເຈົ້າຄວນເຮັດ, ບໍ່ແມ່ນບໍ? ເມື່ອພິຈາລະນາວ່າເຈົ້າໄດ້ມາເຖິງຈຸດນີ້ໃນມື້ນີ້, ເຈົ້າບໍ່ຄວນກັບໃຈບໍ? ເຈົ້າບໍ່ຄວນຊອກຫາໂອກາດທີ່ຈະຕອບແທນຄວາມຮັກຂອງພຣະເຈົ້າບໍ? ເຈົ້າຄວນເຮັດແທ້ໆ! ເຮືອນຂອງພຣະເຈົ້າມີກົດການປົກຄອງ ແລະ ການຄັດຄົນອອກ, ການຂັບໄລ່ພວກເຂົາ ແລະ ການກຳຈັດພວກເຂົາແມ່ນສິ່ງທີ່ເຮັດຕາມກົດການປົກຄອງ ແລະ ຕາມຂໍ້ກຳນົດຂອງພຣະເຈົ້າ, ການເຮັດສິ່ງເຫຼົ່ານີ້ແມ່ນຖືກຕ້ອງ. ບາງຄົນອາດຈະເວົ້າວ່າ “ການຮັບເອົາຄົນທີ່ໄດ້ຮັບຈາກການເທດສອນຂ່າວປະເສີດຂອງຜູ້ທີ່ຖືກຄັດອອກ ຫຼື ຖືກຂັບໄລ່ເຂົ້າມາໃນຄຣິສຕະຈັກ ກໍເປັນເລື່ອງທີ່ໜ້າອັບອາຍພໍສົມຄວນ”. ຕາມຄວາມຈິງແລ້ວ, ນີ້ຄືໜ້າທີ່ທີ່ຜູ້ຄົນຄວນເຮັດ ແລະ ບໍ່ມີຫຍັງທີ່ຕ້ອງອາຍເລີຍ. ຄົນທຸກຄົນລ້ວນແຕ່ເປັນສິ່ງທີ່ຖືກສ້າງ. ເຖິງແມ່ນວ່າເຈົ້າຈະຖືກຄັດອອກ ຫຼື ຖືກຂັບໄລ່, ຖືກປະນາມວ່າເປັນຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສ ຫຼື ເຈົ້າເປັນເປົ້າໝາຍທີ່ຈະຖືກກຳຈັດ, ເຈົ້າຍັງບໍ່ແມ່ນສິ່ງທີ່ຖືກສ້າງຢູ່ບໍ? ເມື່ອໃດທີ່ເຈົ້າຖືກຄັດອອກ, ບໍ່ແມ່ນພຣະເຈົ້າຍັງເປັນພຣະເຈົ້າຂອງເຈົ້າຢູ່ບໍ? ພຣະທຳທີ່ພຣະເຈົ້າໄດ້ກ່າວກັບເຈົ້າ ແລະ ສິ່ງທີ່ພຣະເຈົ້າໄດ້ສະໜອງໃຫ້ແກ່ເຈົ້າຖືກລຶບລ້າງໄປໃນຄັ້ງດຽວບໍ? ພວກມັນຈະຫາຍໄປບໍ? ພວກມັນຍັງຄົງມີຢູ່, ພຽງແຕ່ວ່າເຈົ້າບໍ່ໄດ້ທະນຸຖະໜອມພວກມັນ. ຄົນທີ່ກັບໃຈໃໝ່ທຸກຄົນ, ບໍ່ວ່າໃຜຈະເຮັດໃຫ້ພວກເຂົາກັບໃຈ, ກໍລ້ວນແຕ່ເປັນສິ່ງທີ່ຖືກສ້າງ ແລະ ຄວນຍອມຈຳນົນຕໍ່ໜ້າພຣະຜູ້ສ້າງ. ສະນັ້ນ, ຖ້າຄົນເຫຼົ່ານີ້ທີ່ຖືກຄັດອອກ ຫຼື ຖືກຂັບໄລ່ເຕັມໃຈທີ່ຈະເທດສອນຂ່າວປະເສີດ, ພວກເຮົາຈະບໍ່ຈຳກັດພວກເຂົາ; ແຕ່ບໍ່ວ່າພວກເຂົາຈະເທດສະໜາແນວໃດ, ຫຼັກການຂອງເຮືອນຂອງພຣະເຈົ້າໃນການນໍາໃຊ້ຄົນ ແລະ ກົດການປົກຄອງຂອງເຮືອນຂອງພຣະເຈົ້າກໍບໍ່ສາມາດປ່ຽນແປງໄດ້ ແລະ ສິ່ງນີ້ຈະບໍ່ມີວັນປ່ຽນແປງເລີຍ.

ໃນບັນດາຄົນຫຼາຍປະເພດເຫຼົ່ານີ້ທີ່ຖືກປົດ, ສ່ວນໃຫຍ່ແມ່ນບໍ່ໜ້າຈະກັບໃຈໄດ້ຢ່າງແທ້ຈິງ ແລະ ຈະຕ້ອງບໍ່ຖືກນໍາໃຊ້ອີກຄັ້ງ. ມີພຽງແຕ່ໂອກາດທີ່ຈະສົ່ງເສີມ ແລະ ນໍາໃຊ້ຜູ້ທີ່ຖືກປົດ ຫຼື ຖືກປັບການມອບໝາຍໜ້າທີ່ ເພາະພວກເຂົາຂາດປະສົບການໃນການເຮັດວຽກ ແລະ ດັ່ງນັ້ນ ຈຶ່ງບໍ່ສາມາດເຮັດວຽກຂອງພວກເຂົາໄດ້ຊົ່ວຄາວ. ຄົນປະເພດນີ້ມີຂີດຄວາມສາມາດພຽງພໍ ແລະ ບໍ່ມີບັນຫາໃຫຍ່ກັບຄວາມເປັນມະນຸດຂອງພວກເຂົາ, ພວກເຂົາພຽງແຕ່ມີຂໍ້ບົກພ່ອງນ້ອຍໆ, ຄວາມປະພຶດທີ່ບໍ່ດີ ຫຼື ນິໄສບໍ່ດີທີ່ສືບທອດມາຈາກຄອບຄົວຂອງພວກເຂົາ, ເຊິ່ງສິ່ງເຫຼົ່ານີ້ບໍ່ແມ່ນບັນຫາໃຫຍ່. ຖ້າເຮືອນຂອງພຣະເຈົ້າຕ້ອງການພວກເຂົາ, ພວກເຂົາກໍສາມາດໄດ້ຮັບການສົ່ງເສີມ ແລະ ນໍາມາໃຊ້ອີກໃນເວລາທີ່ເໝາະສົມ; ນີ້ແມ່ນເລື່ອງທີ່ສົມເຫດສົມຜົນ, ເພາະພວກເຂົາບໍ່ແມ່ນຄົນຊົ່ວຮ້າຍ ແລະ ພວກເຂົາຈະບໍ່ກາຍເປັນຜູ້ຕໍ່ຕ້ານພຣະຄຣິສ. ຂີດຄວາມສາມາດຂອງພວກເຂົາມີພຽງພໍ, ພຽງແຕ່ວ່າພວກເຂົາບໍ່ໄດ້ເຮັດວຽກມາເປັນເວລາດົນ ແລະ ບໍ່ມີປະສົບການ, ສະນັ້ນ ພວກເຂົາຈຶ່ງບໍ່ມີຄວາມສາມາດພຽງພໍທີ່ຈະເຮັດວຽກ, ເຊິ່ງບໍ່ແມ່ນບັນຫາທີ່ຮ້າຍແຮງ. ຖ້າພວກເຂົາຖືກປົດຍ້ອນເຫດຜົນເຫຼົ່ານີ້, ແລ້ວພວກເຂົາກໍມີໂອກາດໃນການພັດທະນາໃນອະນາຄົດ ແລະ ພວກເຂົາສາມາດປ່ຽນແປງໄດ້. ຕາບໃດທີ່ຄົນໃດຄົນໜຶ່ງມີຄວາມສາມາດໃນການເຮັດວຽກ, ມີຂີດຄວາມສາມາດ ແລະ ຄວາມເປັນມະນຸດຂອງພວກເຂົາໄດ້ມາດຕະຖານ, ແລ້ວໃນຊ່ວງເວລາທີ່ພວກເຂົາມີປະສົບການກັບວຽກງານຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ, ຄົນປະເພດນີ້ກໍຈະປ່ຽນແປງເທື່ອລະກ້າວ, ຄວາມເປັນມະນຸດຂອງພວກເຂົາຈະປ່ຽນແປງ, ພວກເຂົາຈະມີຄວາມກ້າວໜ້າໃນການເຂົ້າສູ່ຊີວິດ, ຈະມີການປ່ຽນແປງທີ່ສອດຄ່ອງກັນບາງຢ່າງໃນອຸປະນິໄສຂອງພວກເຂົາ ແລະ ຈະມີຄວາມຄືບໜ້າບາງຢ່າງໃນຄວາມເຂົ້າໃຈຄວາມຈິງຂອງພວກເຂົາ. ອີງຕາມສະພາບແວດລ້ອມ, ໜ້າທີ່ທີ່ພວກເຂົາເຮັດ ແລະ ຄວາມຕັ້ງໃຈສ່ວນຕົວຂອງພວກເຂົາ, ພວກເຂົາຈະປ່ຽນແປງ ແລະ ເຕີບໂຕໃນລະດັບທີ່ແຕກຕ່າງກັນ, ສະນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ຄົນປະເພດນີ້ແມ່ນຢູ່ໃນຂ່າຍທີ່ຈະໄດ້ຮັບການສົ່ງເສີມ ແລະ ນໍາໃຊ້. ໂດຍທົ່ວໄປແລ້ວ ສິ່ງເຫຼົ່ານີ້ແມ່ນຫຼັກການສຳລັບການສົ່ງເສີມ ແລະ ນໍາໃຊ້ຄົນຫຼາຍປະເພດທີ່ເຄີຍຖືກປົດມາກ່ອນອີກຄັ້ງ.

ຂໍ້ທີເຈັດຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນ “ຈັດສັນ ແລະ ນໍາໃຊ້ຄົນປະເພດຕ່າງໆຢ່າງສົມເຫດສົມຜົນ, ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ເພື່ອໃຫ້ແຕ່ລະຄົນຖືກນໍາໃຊ້ຢ່າງເກີດປະໂຫຍດສູງສຸດ”. ໃນການໂອ້ລົມຂອງພວກເຮົາເມື່ອກີ້ນີ້, ຄວາມໝາຍຂອງການນໍາໃຊ້ຄົນໃຫ້ເກີດປະໂຫຍດສູງສຸດໄດ້ຖືກອະທິບາຍຢ່າງຊັດເຈນແລ້ວ. ຕາບໃດທີ່ມີຄຸນຄ່າໃນການບົ່ມເພາະຄົນໃດຄົນໜຶ່ງແມ່ນແຕ່ໜ້ອຍດຽວ ແລະ ໂດຍມີເງື່ອນໄຂວ່າຄວາມເປັນມະນຸດຂອງພວກເຂົາໄດ້ມາດຕະຖານ, ແລ້ວເຮືອນຂອງພຣະເຈົ້າກໍຈະໃຫ້ໂອກາດພວກເຂົາ. ຕາບໃດທີ່ຄົນໃດຄົນໜຶ່ງໄລ່ຕາມເສາະຫາຄວາມຈິງ ແລະ ຮັກສິ່ງທີ່ເປັນບວກ, ແລ້ວເຮືອນຂອງພຣະເຈົ້າກໍຈະບໍ່ປະຖິ້ມພວກເຂົາ ຫຼື ກຳຈັດພວກເຂົາຢ່າງງ່າຍດາຍ. ຕາບໃດທີ່ຄວາມເປັນມະນຸດ ແລະ ຂີດຄວາມສາມາດຂອງເຈົ້າບັນລຸມາດຕະຖານທີ່ເຮົາໄດ້ໂອ້ລົມໄປເມື່ອກີ້ນີ້, ເຮືອນຂອງພຣະເຈົ້າກໍຈະມີບ່ອນໃຫ້ເຈົ້າປະຕິບັດໜ້າທີ່ຢ່າງແນ່ນອນ ແລະ ຈະນໍາໃຊ້ເຈົ້າຢ່າງສົມເຫດສົມຜົນຢ່າງແນ່ນອນ ແລະ ໃຫ້ພື້ນທີ່ພຽງພໍແກ່ເຈົ້າເພື່ອໃຫ້ເຈົ້າໄດ້ສະແດງຄວາມສາມາດຢ່າງເຕັມທີ່. ເວົ້າງ່າຍໆກໍຄື, ຖ້າເຈົ້າມີຈຸດແຂງ ແລະ ຄວາມຊ່ຽວຊານໃນວິຊາຊີບໃດໜຶ່ງທີ່ຈຳເປັນສຳລັບວຽກງານຂອງຄຣິສຕະຈັກ, ເຮືອນຂອງພຣະເຈົ້າກໍຈະໃຫ້ເຈົ້າປະຕິບັດໜ້າທີ່ທີ່ເໝາະສົມຢ່າງແນ່ນອນ. ແນວໃດກໍຕາມ, ຖ້າເຈົ້າບໍ່ມີຄວາມຕັ້ງໃຈ ຫຼື ຄວາມປະສົງ ແລະ ບໍ່ຢາກພະຍາຍາມກ້າວຂຶ້ນໄປ, ກໍພຽງແຕ່ເຮັດໃນສິ່ງທີ່ເຈົ້າສາມາດເຮັດໄດ້, ປະຕິບັດໜ້າທີ່ບາງຢ່າງທີ່ຢູ່ໃນຄວາມສາມາດຂອງເຈົ້າທີ່ຈະເຮັດໄດ້ ແລະ ບໍ່ເຮັດຫຍັງຫຼາຍກວ່ານັ້ນ. ຖ້າເຈົ້າມີຄວາມຕັ້ງໃຈ ແລະ ເຈົ້າເວົ້າວ່າ: “ຂ້ອຍຢາກເຂົ້າໃຈ ແລະ ໄດ້ຮັບຄວາມຈິງຫຼາຍຂຶ້ນ ແລະ ເລີ່ມເດີນໃນເສັ້ນທາງສູ່ຄວາມລອດພົ້ນໂດຍໄວເທົ່າທີ່ຈະໄວໄດ້ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ. ຂ້ອຍເຕັມໃຈທີ່ຈະຄຳນຶງເຖິງພາລະຂອງພຣະເຈົ້າ, ເຕັມໃຈທີ່ຈະແບກຮັບພາລະອັນໜັກໜ່ວງໃນເຮືອນຂອງພຣະເຈົ້າ, ອົດທົນຕໍ່ຄວາມລຳບາກຫຼາຍກວ່າຄົນອື່ນ, ທຸ່ມເທຕົນເອງຫຼາຍກວ່າ ແລະ ປະຖິ້ມຫຼາຍກວ່າຄົນອື່ນ” ແລະ ຖ້າເຈົ້າເໝາະສົມໃນທຸກດ້ານ, ແຕ່ຍັງບໍ່ມີໃຜແນະນຳເຈົ້າ, ເຈົ້າກໍສາມາດສະເໜີຕົນເອງໄດ້ເຊັ່ນກັນ. ນັ້ນບໍ່ສົມເຫດສົມຜົນບໍ? ສະຫຼຸບແລ້ວ, ສິ່ງເຫຼົ່ານີ້ທັງໝົດແມ່ນຫຼັກການຂອງເຮືອນຂອງພຣະເຈົ້າໃນການນໍາໃຊ້ຄົນທຸກປະເພດ, ເປົ້າໝາຍບໍ່ມີຫຍັງຫຼາຍກວ່າການເຮັດໃຫ້ຜູ້ຄົນສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງ. ການສະແດງອອກຂອງການເຂົ້າສູ່ຄວາມເປັນຈິງຄວາມຈິງແມ່ນຫຍັງ? ຄືການເຂົ້າໃຈຄວາມຈິງ, ການເຂົ້າໃຈຫຼັກການຄວາມຈິງ ເມື່ອເຮັດວຽກງານໃນທຸກດ້ານ ແລະ ການທີ່ສາມາດປະຕິບັດຄວາມຈິງທີ່ສອດຄ່ອງກັນ ເມື່ອພົວພັນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທຸກປະເພດໃນຊີວິດປະຈຳວັນ, ແທນທີ່ຈະສັບສົນ ແລະ ບໍ່ຮູ້ຈະເຮັດແນວໃດ ເມື່ອໃດກໍຕາມທີ່ມີຫຍັງເກີດຂຶ້ນກັບເຈົ້າ, ນີ້ຄືເປົ້າໝາຍ. ເມື່ອເປົ້າໝາຍນີ້ຖືກກຳນົດໄວ້ແລ້ວ, ພວກເຈົ້າກໍຈົ່ງໄລ່ຕາມເສາະຫາໄປສູ່ເປົ້າໝາຍນີ້ເຖີດ!

ການໂອ້ລົມຂອງພວກເຮົາກ່ຽວກັບຂໍ້ທີເຈັດຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍສິ້ນສຸດລົງພຽງເທົ່ານີ້. ບາງຄົນອາດຈະເວົ້າວ່າ: “ພຣະອົງຍັງໂອ້ລົມບໍ່ທັນຈົບ, ພຣະອົງຍັງບໍ່ທັນໄດ້ເປີດໂປງຜູ້ນໍາປອມທີ່ກ່ຽວຂ້ອງກັບຫົວຂໍ້ນີ້”. ເຮົາຕອບວ່າ ບໍ່ຈຳເປັນຕ້ອງເປີດໂປງພວກເຂົາ. ໃນດ້ານໜຶ່ງ, ຜູ້ນໍາປອມມີຂີດຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້; ໃນອີກດ້ານໜຶ່ງ, ພວກເຂົາປາສະຈາກຈິດສຳນຶກ ແລະ ເຫດຜົນ, ບໍ່ມີພາລະ, ບໍ່ໃສ່ໃຈໃນວຽກງານຂອງພວກເຂົາເລີຍ ແລະ ບໍ່ສາມາດແມ່ນແຕ່ຈະເຮັດສິ່ງງ່າຍໆ ບາງຢ່າງໄດ້ດີ. ເມື່ອໃດກໍຕາມທີ່ພວກເຂົາພົບບັນຫາທີ່ຊັບຊ້ອນ ຫຼື ບັນຫາທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ, ພວກເຂົາກໍບໍ່ສາມາດແຍກແຍະມັນໄດ້ເລີຍ ແລະ ຍິ່ງບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາໄດ້. ສະນັ້ນ, ຈຶ່ງບໍ່ຈຳເປັນຕ້ອງເປີດໂປງພວກເຂົາ. ເຖິງແມ່ນວ່າພວກເຂົາຈະຖືກເປີດໂປງ, ພວກເຂົາກໍຈະບໍ່ຍອມຮັບ ແລະ ມັນກໍຈະເປັນການເສຍເວລາເວົ້າ. ຍິ່ງໄປກວ່ານັ້ນ, ການເວົ້າເຖິງສິ່ງທີ່ພວກເຂົາໄດ້ເຮັດກໍເປັນຕາໜ່າຍ ແລະ ເຮັດໃຫ້ທຸກຄົນໃຈຮ້າຍຢູ່ພາຍໃນ. ການມອບໝາຍວຽກງານທີ່ສຳຄັນດັ່ງກ່າວໃຫ້ກັບຜູ້ນໍາປອມເຫຼົ່ານີ້ແມ່ນຄວາມຜິດພາດໃນການນໍາໃຊ້ຄົນ. ການທີ່ບໍ່ສາມາດເຮັດວຽກຂອງພວກເຂົາໄດ້ ກໍເຮັດໃຫ້ພວກເຂົາຮູ້ສຶກໄຮ້ປະໂຫຍດ ແລະ ຖ້າພວກເຂົາຖືກເປີດໂປງ ແລະ ໄຈ້ແຍກອີກ, ພວກເຂົາກໍຈະຍິ່ງຮູ້ສຶກທຸກທໍລະມານຫຼາຍຂຶ້ນ. ສະນັ້ນ ໃຫ້ຜູ້ນໍາປອມເຫຼົ່ານີ້ສົມທຽບຕົນເອງໃສ່ ແລະ ກວດສອບບັນຫາຂອງຕົນເອງໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ຖ້າພວກເຈົ້າສາມາດຄົ້ນພົບບັນຫາຂອງພວກເຈົ້າ, ກໍໃຫ້ເບິ່ງວ່າພວກເຈົ້າສາມາດປັບປຸງໃນອະນາຄົດໄດ້ບໍ; ຖ້າພວກເຈົ້າບໍ່ສາມາດຄົ້ນພົບບັນຫາໄດ້, ພວກເຈົ້າກໍຕ້ອງສືບຕໍ່ກວດສອບ ແລະ ພວກເຈົ້າຍັງສາມາດຂໍໃຫ້ຄົນອ້ອມຂ້າງຊ່ວຍວິເຄາະ ແລະ ຈັດລຽງໃຫ້. ຖ້າຄົນອື່ນໄດ້ໂອ້ລົມກັບເຈົ້າ ແລະ ເຈົ້າໄດ້ໃສ່ໃຈກັບມັນ ແຕ່ຍັງບໍ່ສາມາດຄົ້ນພົບບັນຫາຂອງຕົນເອງໄດ້ ແລະ ຍັງບໍ່ຮູ້ວິທີທີ່ຈະຮັບຮູ້ພວກມັນ ຫຼື ວິທີທີ່ຈະແກ້ໄຂພວກມັນ, ເຈົ້າກໍເປັນຜູ້ນໍາປອມຢ່າງແທ້ຈິງ ແລະ ຄວນຖືກກຳຈັດ.

ວັນທີ 6 ມີນາ 2021

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?