ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (7) ສ່ວນທີ ໜຶ່ງ
ຂໍ້ທີເຈັດ: ຈັດສັນ ແລະ ໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ, ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ເພື່ອໃຫ້ແຕ່ລະຄົນໄດ້ຮັບການໃຊ້ງານຢ່າງເກີດປະໂຫຍດສູງສຸດ (ພາກທີສອງ)
ໃນການໂອ້ລົມຄັ້ງທີ່ຜ່ານມາ, ໄດ້ມີການປຶກສາຫາລືກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີເຈັດຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ຈັດສັນ ແລະ ໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ, ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ເພື່ອໃຫ້ແຕ່ລະຄົນໄດ້ຮັບການໃຊ້ງານຢ່າງເກີດປະໂຫຍດສູງສຸດ”. ໂດຍຫຼັກໆແລ້ວ ພວກເຮົາໄດ້ໂອ້ລົມເຖິງສາມດ້ານຂອງຄວາມຮັບຜິດຊອບນີ້. ສາມດ້ານເຫຼົ່ານີ້ມີຫຍັງແດ່? (ດ້ານໜຶ່ງແມ່ນການໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ ໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ; ອີກດ້ານໜຶ່ງແມ່ນການໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ ໂດຍອີງໃສ່ຈຸດແຂງຂອງພວກເຂົາ ແລະ ອີກດ້ານໜຶ່ງແມ່ນວິທີການປະຕິບັດຕໍ່ ແລະ ໃຊ້ງານຄົນພິເສດບາງປະເພດ). ໂດຍພື້ນຖານແລ້ວແມ່ນມີສາມດ້ານນີ້. ເມື່ອພິຈາລະນາທັງສາມດ້ານນີ້, ຫຼັກການຂອງເຮືອນຂອງພຣະເຈົ້າໃນການໃຊ້ງານຄົນແມ່ນໄດ້ໃຊ້ງານຄົນໃຫ້ເກີດປະໂຫຍດສູງສຸດແລ້ວບໍ? (ແມ່ນແລ້ວ). ຫຼັກການນີ້ຖືກຕ້ອງແລ້ວບໍ? ມັນຍຸຕິທຳຕໍ່ຜູ້ຄົນແລ້ວບໍ? (ມັນຍຸຕິທຳແລ້ວ). ສຳລັບຄົນໂງ່ຈ້າທີ່ມີສະຕິປັນຍາບົກພ່ອງ, ພວກເຂົາບໍ່ສາມາດເຮັດຫຍັງໄດ້ເລີຍ ແລະ ແມ່ນແຕ່ບໍ່ສາມາດເຮັດໜ້າທີ່ໄດ້ຈັກໜ້ອຍ. ຖ້າເຈົ້າມອບໝາຍວຽກງານໃຫ້ພວກເຂົາ, ບໍ່ວ່າຈະເປັນດ້ານວິຊາຊີບ, ດ້ານເຕັກນິກ ຫຼື ໃນດ້ານການເຮັດວຽກໜັກ, ພວກເຂົາກໍບໍ່ສາມາດເຮັດວຽກງານນັ້ນໃຫ້ສຳເລັດໄດ້. ບໍ່ສາມາດໃຊ້ງານຄົນເຊັ່ນນີ້ໄດ້ຢ່າງເດັດຂາດ, ແມ່ນແຕ່ເພື່ອຮັບໃຊ້ກໍບໍ່ໄດ້. ນີ້ແມ່ນໃນດ້ານສະຕິປັນຍາ. ໃນດ້ານຄວາມເປັນມະນຸດ, ສຳລັບຜູ້ທີ່ມີຄວາມເປັນມະນຸດທີ່ບໍ່ດີ ແລະ ເປັນຄົນຊົ່ວຮ້າຍ, ເຖິງແມ່ນວ່າພວກເຂົາສາມາດເຮັດວຽກງານບາງຢ່າງ ແລະ ເຮັດບາງໜ້າທີ່ໄດ້, ແຕ່ຍ້ອນຄວາມເປັນມະນຸດຂອງພວກເຂົາຊົ່ວຮ້າຍເກີນໄປ, ພວກເຂົາຈະກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງໃນການເຮັດໜ້າທີ່ຂອງພວກເຂົາ, ເຊິ່ງຈະໄດ້ບໍ່ຄຸ້ມເສຍ ແລະ ບໍ່ສາມາດເຮັດສິ່ງໃດໃຫ້ສຳເລັດໄດ້ດີ. ຄົນເຊັ່ນນີ້ບໍ່ເໝາະສົມກັບການເຮັດໜ້າທີ່ ແລະ ບໍ່ສາມາດໃຊ້ງານໄດ້ຢ່າງເດັດຂາດ. ຖ້າມີຄົນທີ່ມີຈຸດແຂງບາງຢ່າງ, ຕາບໃດທີ່ພວກເຂົາບັນລຸເງື່ອນໄຂທັງໝົດທີ່ຈຳເປັນສຳລັບວຽກງານຂອງເຮືອນຂອງພຣະເຈົ້າ ໂດຍອີງໃສ່ພື້ນຖານຂອງການມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ແລ້ວພວກເຂົາກໍອາດຈະຖືກຈັດແຈງ ແລະ ໃຊ້ງານຢ່າງສົມເຫດສົມຜົນ. ຄັ້ງທີ່ຜ່ານມາ, ພວກເຮົາກໍໄດ້ໂອ້ລົມກັນກ່ຽວກັບວິທີການປະຕິບັດຕໍ່ ແລະ ໃຊ້ງານຄົນພິເສດບາງປະເພດ. ປະເພດທີໜຶ່ງແມ່ນຄົນທີ່ຄືກັບຢູດາ, ຜູ້ທີ່ຂີ້ຢ້ານເປັນພິເສດ. ໂດຍຕັດສິນຈາກຄວາມຂີ້ຢ້ານເປັນພິເສດຂອງພວກເຂົາແລ້ວ, ເມື່ອພວກເຂົາຖືກພະຍານາກໃຫຍ່ສີແດງຈັບຕົວໄປ, ກໍມີໂອກາດ 100% ທີ່ພວກເຂົາຈະກາຍເປັນຢູດາ; ຖ້າພວກເຂົາໄດ້ຮັບມອບໝາຍວຽກງານທີ່ສຳຄັນ, ເມື່ອມີຫຍັງເກີດຂຶ້ນ, ພວກເຂົາກໍຈະທໍລະຍົດທຸກສິ່ງທຸກຢ່າງ. ຄົນລັກສະນະເຊັ່ນນີ້ບໍ່ແມ່ນບຸກຄົນທີ່ເປັນອັນຕະລາຍບໍ? ຍັງມີຄົນອີກປະເພດໜຶ່ງທີ່ຄ້າຍຄືກັບຜູ້ບໍ່ເຊື່ອ, ເຊິ່ງພວກເຮົາເອີ້ນວ່າ ມິດສະຫາຍທີ່ຢູ່ໃນຄຣິສຕະຈັກ. ຄົນເຫຼົ່ານີ້ເບິ່ງຄືວ່າເຊື່ອໃນຫົວໃຈຂອງພວກເຂົາວ່າມີຊາຍເຖົ້າຄົນໜຶ່ງຢູ່ເທິງທ້ອງຟ້າ, ແຕ່ພວກເຂົາບໍ່ຮູ້ວ່າພຣະເຈົ້າມີຢູ່ແທ້ ຫຼື ບໍ່, ພຣະເຈົ້າຢູ່ໃສ ຫຼື ວ່າພຣະເຈົ້າໄດ້ເຮັດວຽກງານໃໝ່ຂອງພຣະອົງແທ້ ຫຼື ບໍ່, ໂດຍມັກຈະສົງໄສການມີຢູ່ຂອງພຣະເຈົ້າຢູ່ສະເໝີ. ພວກເຂົາບໍ່ໄດ້ເຊື່ອ ແລະ ຕິດຕາມພຣະເຈົ້າຢ່າງແທ້ຈິງ. ສະນັ້ນ, ຄົນເຊັ່ນນີ້ຈຶ່ງບໍ່ສາມາດໃຊ້ງານໄດ້, ພວກເຂົາຈຶ່ງບໍ່ເໝາະສົມກັບການເຮັດໜ້າທີ່ໃນເຮືອນຂອງພຣະເຈົ້າ. ແມ່ນແຕ່ຜູ້ທີ່ເຊື່ອຢ່າງແທ້ຈິງກໍບໍ່ແນ່ນອນວ່າຈະສາມາດເຮັດໜ້າທີ່ຂອງຕົນໃຫ້ໄດ້ມາດຕະຖານ, ຍິ່ງບໍ່ຕ້ອງເວົ້າເຖິງຜູ້ບໍ່ເຊື່ອ ແລະ ມິດສະຫາຍທີ່ຢູ່ໃນຄຣິສຕະຈັກ! ຄົນອີກປະເພດໜຶ່ງແມ່ນຜູ້ທີ່ຖືກປົດອອກ; ກຸ່ມນີ້ກໍໄດ້ແບ່ງອອກເປັນຫຼາຍສະຖານະການເຊັ່ນກັນ.
ເນື້ອໃນຂອງການໂອ້ລົມຄັ້ງທີ່ຜ່ານມາກ່ຽວກັບຄວາມຮັບຜິດຊອບຂໍ້ທີເຈັດຂອງຜູ້ນໍາ ແລະ ຜູ້ເຮັດວຽກ ໂດຍພື້ນຖານແລ້ວແມ່ນກວມເອົາສາມຈຸດຫຼັກເຫຼົ່ານີ້: ດ້ານໜຶ່ງແມ່ນການໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ ໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ; ອີກດ້ານໜຶ່ງແມ່ນການໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ ໂດຍອີງໃສ່ຈຸດແຂງຂອງພວກເຂົາ ແລະ ອີກດ້ານໜຶ່ງແມ່ນວິທີການປະຕິບັດຕໍ່ ແລະ ໃຊ້ງານຄົນພິເສດບາງປະເພດ. ສາມຈຸດຫຼັກເຫຼົ່ານີ້ໄດ້ຮັບການໂອ້ລົມ ໂດຍອີງໃສ່ຫຼາຍໆດ້ານທີ່ໄດ້ກ່າວໄວ້ໃນຄວາມຮັບຜິດຊອບຂໍ້ທີເຈັດ ແລະ ຫຼັກການທັງໝົດກໍໄດ້ຮັບການໂອ້ລົມກັນຢ່າງຊັດເຈນແລ້ວ. ບາງຄົນເວົ້າວ່າ: “ເຖິງແມ່ນວ່າຫຼັກການຕ່າງໆ ຈະໄດ້ຮັບການໂອ້ລົມຢ່າງຊັດເຈນແລ້ວ, ແຕ່ເມື່ອເວົ້າເຖິງເລື່ອງສະເພາະເຈາະຈົງ ແລະ ສະຖານະການພິເສດບາງຢ່າງ, ພວກເຮົາກໍຍັງບໍ່ຮູ້ວິທີນໍາໃຊ້ຫຼັກການເຫຼົ່ານີ້, ບໍ່ຮູ້ວິທີປະຕິບັດຕໍ່ຜູ້ຄົນ ຫຼື ວິທີເລື່ອນຕຳແໜ່ງ ແລະ ໃຊ້ງານບຸກຄົນ; ເວລາສ່ວນໃຫຍ່ພວກເຮົາກໍຍັງຈັບຕົ້ນຊົນປາຍບໍ່ຖືກ”. ມັນມີບັນຫາດັ່ງກ່າວຢູ່ບໍ? (ມີ). ບັນຫານີ້ຄວນໄດ້ຮັບການແກ້ໄຂແນວໃດ? ສິ່ງທີ່ຕ້ອງຄຳນຶງເຖິງອັນດັບທຳອິດໃນການເລື່ອນຕຳແໜ່ງ ແລະ ໃຊ້ງານຄົນແມ່ນຄວາມຕ້ອງການຂອງວຽກງານໃນເຮືອນຂອງພຣະເຈົ້າ. ສິ່ງທີ່ຕ້ອງຄຳນຶງເຖິງອັນດັບສອງແມ່ນຜົນກະທົບຂອງການໃຊ້ງານບຸກຄົນໃດໜຶ່ງຕໍ່ວຽກງານຂອງເຮືອນຂອງພຣະເຈົ້ານັ້ນ ມີຜົນປະໂຫຍດຫຼາຍກວ່າຜົນເສຍ ຫຼື ມີຜົນເສຍຫຼາຍກວ່າຜົນປະໂຫຍດ. ຖ້າຄວາມເປັນມະນຸດຂອງບຸກຄົນໃດໜຶ່ງມີຂໍ້ບົກຜ່ອງ, ແຕ່ການໃຊ້ງານພວກເຂົາມີຜົນປະໂຫຍດຫຼາຍກວ່າຜົນເສຍຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ, ກໍສາມາດໃຊ້ງານບຸກຄົນເຊັ່ນນີ້ ໄດ້ຊົ່ວຄາວຈົນກວ່າຈະພົບຄົນທີ່ດີກວ່າ. ຖ້າການໃຊ້ງານຄົນຜູ້ນີ້ນໍາໄປສູ່ຜົນເສຍຫຼາຍກວ່າຜົນດີ, ໄດ້ບໍ່ຄຸ້ມເສຍ, ເຊິ່ງມີແຕ່ຈະນຳໄປສູ່ການທຳລາຍ ແລະ ຄວາມຜິດພາດໃນການເຮັດວຽກງານຂອງຄຣິສຕະຈັກ, ບຸກຄົນດັ່ງກ່າວກໍບໍ່ສາມາດໃຊ້ງານໄດ້ຢ່າງເດັດຂາດ. ນີ້ຄືຫຼັກການໃນການຊັ່ງຊາຂໍ້ດີຂໍ້ເສຍທີ່ຕ້ອງກຳແໜ້ນໄວ້ໃຫ້ໄດ້ກ່ອນໃນສະຖານະການທີ່ບໍ່ມີຜູ້ສະໝັກທີ່ເໝາະສົມ ແລະ ມັນກໍຍັງເປັນຫຼັກການສຳລັບການໃຊ້ງານຄົນແບບຊົ່ວຄາວເຊັ່ນກັນ. ເມື່ອບໍ່ສາມາດຊອກຫາຜູ້ສະໝັກທີ່ເໝາະສົມໄດ້ ແລະ ບໍ່ແນ່ໃຈວ່າອາດຈະມີໃຜທີ່ດີກວ່າ, ເມື່ອບໍ່ເຫັນໄດ້ຊັດວ່າໃຜເໝາະສົມກັບໜ້າວຽກຢ່າງສົມບູນ ແລະ ທຸກຄົນເບິ່ງທຳມະດາທົ່ວໄປ, ຄວນຈະເຮັດແນວໃດ? ທາງເລືອກດຽວແມ່ນຊອກຫາສອງຄົນທີ່ມີຄວາມເຂົ້າໃຈຝ່າຍວິນຍານພໍສົມຄວນ, ເຊິ່ງນັ້ນກໍຄື ຜູ້ທີ່ຢັ່ງຮູ້ຄວາມຈິງຢ່າງບໍລິສຸດ, ເພື່ອຮ່ວມມືກັນໃນການເຮັດວຽກ. ໃນຂະນະທີ່ພວກເຂົາເຮັດໜ້າທີ່ຂອງຕົນ, ກໍຄວນໂອ້ລົມຄວາມຈິງໃຫ້ພວກເຂົາໄດ້ຮັບຮູ້ຫຼາຍຂຶ້ນ ແລະ ຄວນສັງເກດ ແລະ ທຳຄວາມເຂົ້າໃຈສະຖານະການຂອງພວກເຂົາ; ສິ່ງນີ້ເຮັດໃຫ້ສາມາດກຳນົດໄດ້ວ່າໃຜມີຂີດຄວາມສາມາດທີ່ດີກວ່າ, ເຊິ່ງເຮັດໃຫ້ການຊອກຫາຜູ້ສະໝັກທີ່ເໝາະສົມງ່າຍຂຶ້ນ. ບໍ່ວ່າຈະຈັດແຈງໃຫ້ໃຜເຮັດໜ້າທີ່ກໍຕາມ, ມັນຕ້ອງໄດ້ອີງໃສ່ຂີດຄວາມສາມາດ, ຈຸດແຂງ ແລະ ລັກສະນະຂອງພວກເຂົາ; ນີ້ເປັນສິ່ງທີ່ຈຳເປັນ. ຖ້າບໍ່ສາມາດເບິ່ງທະລຸດ້ານເຫຼົ່ານີ້ຂອງຜູ້ຄົນໄດ້ ແລະ ບໍ່ເຂົ້າໃຈວ່າຄົນຜູ້ນັ້ນມີຈຸດແຂງຫຍັງ, ກ່ອນອື່ນ ກໍຄວນມອບໝາຍໃຫ້ລາວເຮັດໜ້າທີ່ງ່າຍໆ ຫຼື ວຽກງານອອກແຮງງານບາງຢ່າງກ່ອນ ຫຼື ຈັດແຈງໃຫ້ໄປປະກາດຂ່າວປະເສີດເພື່ອທົດລອງເບິ່ງ. ຫຼັງຈາກໄລຍະທົດລອງ, ການຕິດຕາມ ແລະ ການສັງເກດເພີ່ມເຕີມອີກ ເຮັດໃຫ້ສາມາດປະເມີນສະຖານະການຂອງພວກເຂົາໄດ້ຢ່າງຖືກຕ້ອງ ແລະ ງ່າຍຂຶ້ນໃນການກຳນົດໜ້າທີ່ທີ່ເໝາະສົມທີ່ສຸດສຳລັບພວກເຂົາ. ຖ້າຂີດຄວາມສາມາດຂອງພວກເຂົາຕໍ່າເກີນໄປ ແລະ ພວກເຂົາບໍ່ມີຈຸດແຂງ, ການມອບໝາຍວຽກງານທີ່ຕ້ອງອອກແຮງງານບາງຢ່າງໃຫ້ພວກເຂົາເຮັດກໍພຽງພໍແລ້ວ. ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງໄດ້ທຳຄວາມເຂົ້າໃຈກ່ຽວກັບຜູ້ກຳກັບດູແລໃນວຽກງານທີ່ສຳຄັນ, ຜູ້ອຳນວຍການວຽກງານຂ່າວປະເສີດ, ຫົວໜ້າແຕ່ລະທີມ, ຜູ້ກຳກັບຂອງທີມງານຜະລິດຮູບເງົາ ແລະ ອື່ນໆ, ຈາກຫຼາຍແຫຼ່ງຂໍ້ມູນ ແລະ ຕ້ອງສັງເກດ ແລະ ກວດສອບຄົນເຫຼົ່ານີ້ຢ່າງເຂັ້ມງວດຍິ່ງຂຶ້ນ ກ່ອນຈະສາມາດໝັ້ນໃຈໃນຕົວພວກເຂົາໄດ້. ການມອບໝາຍໜ້າທີ່ໃຫ້ຜູ້ຄົນຢ່າງຮອບຄອບດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຈະສາມາດຮັບປະກັນໄດ້ວ່າການຈັດແຈງນັ້ນເໝາະສົມ ແລະ ຜູ້ຄົນຈະມີປະສິດທິຜົນໃນການເຮັດໜ້າທີ່ຂອງພວກເຂົາ. ບາງຄົນເວົ້າວ່າ, “ຂະໜາດຜູ້ບໍ່ມີຄວາມເຊື່ອຍັງເວົ້າວ່າ ‘ເມື່ອໃຊ້ງານຄົນແລ້ວກໍບໍ່ຕ້ອງສົງໄສ, ເມື່ອສົງໄສແລ້ວກໍບໍ່ຕ້ອງໃຊ້ງານ’. ເຮືອນຂອງພຣະເຈົ້າບໍ່ໄວ້ວາງໃຈຄົນປານນັ້ນໄດ້ແນວໃດ? ພວກເຂົາລ້ວນແຕ່ເປັນຜູ້ເຊື່ອ; ພວກເຂົາຈະບໍ່ດີສ່ຳໃດກັນ? ພວກເຂົາບໍ່ແມ່ນຄົນດີທັງໝົດບໍ? ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງຕ້ອງທຳຄວາມເຂົ້າໃຈພວກເຂົາ, ກຳກັບດູແລພວກເຂົາ ແລະ ສັງເກດພວກເຂົາ?” ຄຳເວົ້າເຫຼົ່ານີ້ຖືກຕ້ອງ ຫຼື ບໍ່? ມັນມີບັນຫາ ຫຼື ບໍ່? (ມີ). ການທຳຄວາມເຂົ້າໃຈຄົນໃດຄົນໜຶ່ງ ແລະ ການສັງເກດພວກເຂົາຢ່າງເລິກເຊິ່ງ ແລະ ການພົວພັນກັບພວກເຂົາຢ່າງໃກ້ຊິດແມ່ນສອດຄ່ອງກັບຫຼັກການແລ້ວບໍ? ມັນເປັນການສອດຄ່ອງກັບຫຼັກການຢ່າງຄົບຖ້ວນສົມບູນ. ມັນເປັນການສອດຄ່ອງກັບຫຼັກການໃດ? (ຂໍ້ທີສີ່ຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ກຳສະຖານະການຂອງຜູ້ກຳກັບດູແລວຽກງານຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄວ້ສະເໝີ ແລະ ປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ຫຼື ປົດພວກເຂົາອອກໄດ້ທັນເວລາຕາມຄວາມຈຳເປັນ, ເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຈາກການໃຊ້ຄົນທີ່ບໍ່ເໝາະສົມ ແລະ ຮັບປະກັນປະສິດທິພາບ ແລະ ຄວາມຄືບໜ້າຢ່າງລ່ຽນໄຫຼຂອງວຽກງານ”.) ສິ່ງນີ້ເປັນຈຸດອ້າງອີງທີ່ດີ, ແຕ່ເຫດຜົນທີ່ແທ້ຈິງຂອງການເຮັດສິ່ງນີ້ແມ່ນຫຍັງ? ມັນເປັນຍ້ອນວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ. ເຖິງແມ່ນວ່າໃນທຸກມື້ນີ້, ຫຼາຍຄົນໄດ້ປະຕິບັດໜ້າທີ່, ແຕ່ມີພຽງບໍ່ເທົ່າໃດຄົນເທົ່ານັ້ນທີ່ໄດ້ໄລ່ຕາມເສາະຫາຄວາມຈິງ. ມີໜ້ອຍຄົນທີ່ໄດ້ໄລ່ຕາມເສາະຫາຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງໃນຂະນະທີ່ພວກເຂົາໄດ້ປະຕິບັດໜ້າທີ່; ສຳລັບຄົນສ່ວນໃຫຍ່ແລ້ວ, ຍັງບໍ່ມີຫຼັກການໃນວິທີທີ່ພວກເຂົາເຮັດສິ່ງຕ່າງໆ, ພວກເຂົາຍັງບໍ່ແມ່ນຄົນທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ; ພວກເຂົາພຽງແຕ່ກ່າວອ້າງວ່າພວກເຂົາຮັກຄວາມຈິງ ແລະ ເຕັມໃຈທີ່ຈະໄລ່ຕາມເສາະຫາຄວາມຈິງ ພ້ອມກັບເຕັມໃຈທີ່ຈະສູ້ຊົນເພື່ອຄວາມຈິງ, ແຕ່ກໍຍັງບໍ່ຮູ້ວ່າຄວາມຕັ້ງໃຈຂອງພວກເຂົາຈະຢູ່ໄດ້ດົນສໍ່າໃດ. ຄົນທີ່ບໍ່ໄດ້ໄລ່ຕາມເສາະຫາຄວາມຈິງມີແນວໂນ້ມທີ່ຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາທຸກເວລາ ຫຼື ທຸກສະຖານທີ່. ພວກເຂົາຂາດຄວາມຮູ້ສຶກຮັບຜິດຊອບໃດກໍຕາມຕໍ່ໜ້າທີ່ຂອງພວກເຂົາ, ພວກເຂົາມັກຈະເຮັດພໍແລ້ວມືແລ້ວຕີນ, ພວກເຂົາເຮັດຕາມທີ່ພວກເຂົາຕ້ອງການ ແລະ ແມ່ນແຕ່ບໍ່ສາມາດຍອມຮັບການລິຮານໄດ້. ທັນທີທີ່ພວກເຂົາກາຍເປັນຄົນຄິດລົບ ແລະ ອ່ອນແອ, ພວກເຂົາກໍສາມາດປະຖິ້ມວຽກງານຂອງພວກເຂົາໄດ້ ເຊິ່ງສິ່ງນີ້ເກີດຂຶ້ນຢູ່ເລື້ອຍໆ ແລະ ເປັນເລື່ອງທີ່ທຳມະດາທີ່ສຸດ; ຄົນທີ່ບໍ່ໄດ້ໄລ່ຕາມເສາະຫາຄວາມຈິງລ້ວນແຕ່ມີນິໄສແບບນີ້. ສະນັ້ນ, ເມື່ອຜູ້ຄົນຍັງບໍ່ໄດ້ຮັບຄວາມຈິງ, ພວກເຂົາກໍບໍ່ສາມາດເພິ່ງພາໄດ້ ແລະ ໄວ້ວາງໃຈບໍ່ໄດ້. ການທີ່ພວກເຂົາໄວ້ວາງໃຈບໍ່ໄດ້ນັ້ນມັນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເມື່ອພວກເຂົາປະເຊີນກັບຄວາມຫຍຸ້ງຍາກ ຫຼື ອຸປະສັກ, ພວກເຂົາມີແນວໂນ້ມທີ່ຈະລົ້ມລົງ ແລະ ກາຍເປັນຄົນຄິດລົບ ແລະ ອ່ອນແອ. ຄົນທີ່ມັກຄິດລົບ ແລະ ອ່ອນແອເປັນຄົນທີ່ໄວ້ວາງໃຈໄດ້ບໍ? ແນ່ນອນວ່າບໍ່ໄດ້. ແຕ່ຄົນທີ່ເຂົ້າໃຈຄວາມຈິງຈະແຕກຕ່າງອອກໄປ. ຄົນທີ່ເຂົ້າໃຈຄວາມຈິງຢ່າງແທ້ຈິງຈະຕ້ອງມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ຫົວໃຈແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ ແລະ ມີພຽງແຕ່ຄົນທີ່ມີຫົວໃຈທີ່ຢຳເກງພຣະເຈົ້າເທົ່ານັ້ນທີ່ເປັນຄົນທີ່ໄວ້ວາງໃຈໄດ້; ຄົນທີ່ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າຈະເປັນຄົນທີ່ບໍ່ໜ້າໄວ້ວາງໃຈ. ຄວນປະຕິບັດຕໍ່ຄົນທີ່ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າແນວໃດ? ແນ່ນອນຢູ່ແລ້ວວ່າ ພວກເຂົາຄວນໄດ້ຮັບການຊ່ວຍເຫຼືອ ແລະ ການສະໜັບສະໜູນດ້ວຍຄວາມຮັກ. ພວກເຂົາຄວນໄດ້ຮັບການຕິດຕາມໃຫ້ຫຼາຍຂຶ້ນໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ ແລະ ຮັບການຊ່ວຍເຫຼືອ ແລະ ການແນະນໍາຫຼາຍຂຶ້ນ; ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ສາມາດຮັບປະກັນໄດ້ວ່າພວກເຂົາຈະປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິຜົນ ແລະ ຈຸດປະສົງຂອງການເຮັດສິ່ງນີ້ແມ່ນຫຍັງ? ຈຸດປະສົງຫຼັກແມ່ນເພື່ອປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ. ສ່ວນຈຸດປະສົງຮອງລົງມາແມ່ນເພື່ອໃຫ້ສາມາດລະບຸບັນຫາໄດ້ທັນເວລາ, ເພື່ອສະໜອງໃຫ້ແກ່ພວກເຂົາ, ສະໜັບສະໜູນພວກເຂົາ ຫຼື ລິຮານພວກເຂົາໄດ້ໃຫ້ທັນການ, ແກ້ໄຂການບ່ຽງເບນຂອງພວກເຂົາ ແລະ ຊົດເຊີຍຂໍ້ບົກຜ່ອງ ແລະ ຄວາມຂາດເຂີນຂອງພວກເຂົາ. ສິ່ງນີ້ໄດ້ເປັນປະໂຫຍດຕໍ່ຜູ້ຄົນ; ບໍ່ມີເຈດຕະນາຮ້າຍໃນນັ້ນ. ການກຳກັບດູແລຜູ້ຄົນ, ການສັງເກດພວກເຂົາ, ການພະຍາຍາມທຳຄວາມເຂົ້າໃຈພວກເຂົາ ໂດຍທັງໝົດນີ້ແມ່ນເພື່ອຊ່ວຍໃຫ້ພວກເຂົາເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າ, ເພື່ອເຮັດໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຕາມທີ່ພຣະເຈົ້າໄດ້ຮຽກຮ້ອງ ແລະ ຕາມຫຼັກການ, ເພື່ອຢຸດຢັ້ງພວກເຂົາຈາກການກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງ ແລະ ບໍ່ໃຫ້ພວກເຂົາເຮັດວຽກງານທີ່ໄຮ້ປະໂຫຍດ. ຈຸດປະສົງຂອງການເຮັດສິ່ງນີ້ແມ່ນກ່ຽວກັບການສະແດງຄວາມຮັບຜິດຊອບຕໍ່ພວກເຂົາ ແລະ ຕໍ່ວຽກງານຂອງເຮືອນຂອງພຣະເຈົ້າທັງສິ້ນ; ບໍ່ມີເຈດຕະນາຮ້າຍແຕ່ຢ່າງໃດ. ສົມມຸດວ່າມີຄົນເວົ້າວ່າ “ດັ່ງນັ້ນແລ້ວ ເຫຼົ່ານີ້ຄືຫຼັກການທີ່ເຮືອນຂອງພຣະເຈົ້າປະຕິບັດຕໍ່ຜູ້ຄົນ, ເຫຼົ່ານີ້ຄືວິທີການທີ່ພວກເຂົາໄດ້ນຳໃຊ້. ຂ້ອຍຕ້ອງໄດ້ລະວັງຕົວນັບແຕ່ນີ້ຕໍ່ໄປ. ບໍ່ມີຄວາມຮູ້ສຶກປອດໄພໃນເຮືອນຂອງພຣະເຈົ້າ. ມີຄົນຈັບຕາເບິ່ງເຈົ້າຢູ່ສະເໝີ; ມັນຍາກທີ່ຈະປະຕິບັດໜ້າທີ່ຂອງເຈົ້າ!” ຄຳເວົ້ານີ້ຖືກຕ້ອງແລ້ວບໍ? ຄົນປະເພດໃດທີ່ຈະເວົ້າສິ່ງເຊັ່ນນີ້ໄດ້? (ຜູ້ບໍ່ເຊື່ອ). ຜູ້ບໍ່ເຊື່ອ, ຄົນທີ່ໄຮ້ສາລະ ແລະ ຜູ້ທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ ພວກເຂົາມັກຈະເວົ້າສິ່ງທີ່ສັບສົນບໍ່ເປັນເລື່ອງ ໂດຍບໍ່ເຂົ້າໃຈຄວາມຈິງ. ບັນຫາໃນທີ່ນີ້ແມ່ນຫຍັງ? ຄຳເວົ້າເຫຼົ່ານີ້ບໍ່ແມ່ນຄຳເວົ້າທີ່ຕັດສິນ ແລະ ປະນາມວຽກງານຂອງຄຣິສຕະຈັກບໍ? ມັນຍັງເປັນການຕັດສິນ ແລະ ການປະນາມຄວາມຈິງ ແລະ ສິ່ງທີ່ເປັນບວກ. ຜູ້ທີ່ສາມາດເວົ້າຄຳເວົ້າເຊັ່ນນີ້ໄດ້ ແນ່ນອນວ່າຕ້ອງເປັນຄົນເບົາປັນຍາທີ່ບໍ່ເຂົ້າໃຈຄວາມຈິງ, ພວກເຂົາລ້ວນແຕ່ເປັນຜູ້ບໍ່ເຊື່ອທີ່ບໍ່ຮັກຄວາມຈິງ.
ເຮືອນຂອງພຣະເຈົ້າກຳກັບດູແລ, ສັງເກດການ ແລະ ພະຍາຍາມທຳຄວາມເຂົ້າໃຈຜູ້ທີ່ປະຕິບັດໜ້າທີ່. ພວກເຈົ້າສາມາດຍອມຮັບຫຼັກການນີ້ຂອງເຮືອນຂອງພຣະເຈົ້າໄດ້ບໍ? (ໄດ້). ມັນເປັນສິ່ງທີ່ດີເລີດຫຼາຍຖ້າເຈົ້າສາມາດຍອມຮັບການທີ່ເຮືອນຂອງພຣະເຈົ້າກຳກັບດູແລ, ສັງເກດການ ແລະ ພະຍາຍາມທຳຄວາມເຂົ້າໃຈເຈົ້າ. ສິ່ງນີ້ຈະຊ່ວຍໃຫ້ເຈົ້າປະຕິບັດໜ້າທີ່ຂອງຕົນໄດ້ດີ, ບັນລຸມາດຕະຖານ ແລະ ຕອບສະໜອງເຈດຕະນາຂອງພຣະເຈົ້າ. ມັນເປັນປະໂຫຍດ ແລະ ຊ່ວຍເຫຼືອເຈົ້າ, ໂດຍບໍ່ມີຂໍ້ເສຍອັນໃດເລີຍ. ເມື່ອເຈົ້າໄດ້ເຂົ້າໃຈຫຼັກການນີ້ແລ້ວ, ເຈົ້າກໍບໍ່ຄວນຈະມີຄວາມຮູ້ສຶກຕໍ່ຕ້ານ ຫຼື ລະແວງຕໍ່ການກຳກັບດູແລຂອງຜູ້ນໍາ, ຜູ້ເຮັດວຽກ ແລະ ປະຊາກອນທີ່ພຣະເຈົ້າເລືອກອີກຕໍ່ໄປແມ່ນບໍ? ເຖິງແມ່ນວ່າບາງຄັ້ງຈະມີບາງຄົນທີ່ພະຍາຍາມທຳຄວາມເຂົ້າໃຈເຈົ້າ, ສັງເກດເຈົ້າ ແລະ ກຳກັບດູແລວຽກງານຂອງເຈົ້າ, ສິ່ງນີ້ກໍບໍ່ແມ່ນສິ່ງທີ່ຕ້ອງຖືເອົາມາເປັນເລື່ອງສ່ວນຕົວ. ເປັນຫຍັງເຮົາຈຶ່ງເວົ້າແນວນີ້? ຍ້ອນວ່າໜ້າວຽກທີ່ເປັນຂອງເຈົ້າໃນຕອນນີ້, ໜ້າທີ່ທີ່ເຈົ້າປະຕິບັດ ແລະ ວຽກງານໃດກໍຕາມທີ່ເຈົ້າເຮັດບໍ່ແມ່ນເລື່ອງສ່ວນຕົວ ຫຼື ວຽກສ່ວນຕົວຂອງບຸກຄົນໃດໜຶ່ງ; ມັນກ່ຽວຂ້ອງກັບວຽກງານຂອງເຮືອນຂອງພຣະເຈົ້າ ແລະ ກ່ຽວຂ້ອງກັບສ່ວນໜຶ່ງຂອງວຽກງານຂອງພຣະເຈົ້າ. ສະນັ້ນ, ເມື່ອໃຜກໍຕາມໄດ້ໃຫ້ການກຳກັບດູແລ ຫຼື ສັງເກດການເຈົ້າເລັກໜ້ອຍ ຫຼື ພະຍາຍາມທຳຄວາມເຂົ້າໃຈເຈົ້າຢ່າງເລິກເຊິ່ງ, ພະຍາຍາມໂອ້ລົມແບບເປີດໃຈກັບເຈົ້າ ແລະ ຊອກຮູ້ວ່າສະພາວະຂອງເຈົ້າເປັນແນວໃດໃນຊ່ວງເວລານີ້ ແລະ ແມ່ນແຕ່ບາງຄັ້ງເມື່ອທັດສະນະຄະຕິຂອງພວກເຂົາອາດຈະເຂັ້ມງວດຂຶ້ນເລັກໜ້ອຍ ແລະ ພວກເຂົາໄດ້ລິຮານ, ລົງວິໄນ ແລະ ຕຳໜິເຈົ້າເລັກໜ້ອຍ, ທັງໝົດນີ້ເປັນຍ້ອນວ່າພວກເຂົາມີທັດສະນະຄະຕິທີ່ຈິງຈັງ ແລະ ມີຄວາມຮັບຜິດຊອບຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ເຈົ້າບໍ່ຄວນມີຄວາມຄິດໃນແງ່ລົບໃດກໍຕາມ ແລະ ເຈົ້າບໍ່ຄວນຕອບໂຕ້ດ້ວຍອາລົມໃນແງ່ລົບ. ມັນໝາຍຄວາມວ່າຫຍັງຖ້າເຈົ້າສາມາດຍອມຮັບມັນໄດ້ເມື່ອຄົນອື່ນກຳກັບດູແລ, ສັງເກດການ ແລະ ພະຍາຍາມທຳຄວາມເຂົ້າໃຈເຈົ້າ? ນັ້ນໝາຍຄວາມວ່າ, ໃນຫົວໃຈຂອງເຈົ້າ, ເຈົ້າຍອມຮັບການກວດສອບຂອງພຣະເຈົ້າ. ຖ້າເຈົ້າບໍ່ຍອມຮັບການກຳກັບດູແລ, ການສັງເກດການ ແລະ ການພະຍາຍາມທຳຄວາມເຂົ້າໃຈເຈົ້າຂອງຜູ້ຄົນ ແລະ ເຈົ້າເຖິງຂັ້ນຕໍ່ຕ້ານມັນ, ແລ້ວເຈົ້າຈະສາມາດຍອມຮັບການກວດສອບຂອງພຣະເຈົ້າໄດ້ບໍ? ການກວດສອບຂອງພຣະເຈົ້າແມ່ນລະອຽດຫຼາຍກວ່າ, ເລິກເຊິ່ງຫຼາຍກວ່າ ແລະ ແມ່ນຍຳຫຼາຍກວ່າການມີຜູ້ຄົນພະຍາຍາມທຳຄວາມເຂົ້າໃຈເຈົ້າ; ຂໍ້ກຳນົດຂອງພຣະເຈົ້າແມ່ນສະເພາະເຈາະຈົງ, ເຂັ້ມງວດ ແລະ ເລິກເຊິ່ງກວ່າຫຼາຍ. ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະຍອມຮັບການຖືກກຳກັບດູແລໂດຍປະຊາກອນທີ່ພຣະເຈົ້າເລືອກ, ຄຳກ່າວອ້າງຂອງເຈົ້າທີ່ວ່າເຈົ້າສາມາດຍອມຮັບການກວດສອບຂອງພຣະເຈົ້າໄດ້ນັ້ນບໍ່ແມ່ນຄຳເວົ້າທີ່ວ່າງເປົ່າແມ່ນບໍ? ເພື່ອໃຫ້ເຈົ້າສາມາດຍອມຮັບການກວດສອບ ແລະ ການກວດກາຂອງພຣະເຈົ້າໄດ້, ກ່ອນອື່ນ ເຈົ້າຕ້ອງໄດ້ຍອມຮັບການຖືກກຳກັບດູແລໂດຍເຮືອນຂອງພຣະເຈົ້າ, ຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ອ້າຍເອື້ອຍນ້ອງ. ບາງຄົນເວົ້າວ່າ “ຂ້ອຍມີສິດທິມະນຸດ, ຂ້ອຍມີເສລີພາບຂອງຂ້ອຍ, ຂ້ອຍມີວິທີການເຮັດວຽກຂອງຂ້ອຍ. ການໄດ້ຮັບການກຳກັບດູແລ ແລະ ກວດສອບໃນທຸກສິ່ງທີ່ຂ້ອຍເຮັດ, ການດຳລົງຊີວິດແບບນີ້ມັນບໍ່ໜ້າສົມເພດເກີນໄປບໍ? ສິດທິມະນຸດຂອງຂ້ອຍຢູ່ໃສ? ເສລີພາບຂອງຂ້ອຍຢູ່ໃສ?” ຄຳເວົ້ານີ້ຖືກຕ້ອງແລ້ວບໍ? ສິດທິມະນຸດ ແລະ ເສລີພາບແມ່ນຄວາມຈິງບໍ? ພວກມັນບໍ່ແມ່ນຄວາມຈິງ. ສິດທິມະນຸດ ແລະ ເສລີພາບເປັນພຽງວິທີການປະຕິບັດຕໍ່ຜູ້ຄົນໃນສັງຄົມມະນຸດທີ່ຂ້ອນຂ້າງສີວິໄລ ແລະ ກ້າວໜ້າ, ແຕ່ໃນເຮືອນຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຢູ່ເໜືອທຸກສິ່ງ ໂດຍສອງສິ່ງນີ້ບໍ່ສາມາດກ່າວເຖິງຄວບຄູ່ໄປກັບ “ສິດທິມະນຸດ” ແລະ “ເສລີພາບ” ໄດ້. ສະນັ້ນ, ໃນເຮືອນຂອງພຣະເຈົ້າ, ສິ່ງໃດກໍຕາມທີ່ເຮັດໄປແມ່ນບໍ່ໄດ້ອີງໃສ່ທິດສະດີ ຫຼື ຄວາມຮູ້ຊັ້ນສູງຂອງໂລກທີ່ບໍ່ມີຄວາມເຊື່ອ, ແຕ່ອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ດັ່ງນັ້ນ, ເມື່ອບາງຄົນເວົ້າວ່າພວກເຂົາຕ້ອງການສິດທິມະນຸດ ແລະ ເສລີພາບ, ສິ່ງນີ້ໄດ້ສອດຄ່ອງກັບຫຼັກການແລ້ວບໍ? (ມັນບໍ່ສອດຄ່ອງ). ມັນຂ້ອນຂ້າງທີ່ຈະຊັດເຈນແລ້ວວ່າມັນບໍ່ສອດຄ່ອງກັບຫຼັກການຂອງການປະຕິບັດໜ້າທີ່. ເຈົ້າຢູ່ໃນເຮືອນຂອງພຣະເຈົ້າ, ໂດຍປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ, ບໍ່ແມ່ນເຮັດວຽກໃນສັງຄົມເພື່ອຫາເງິນ. ດັ່ງນັ້ນ, ຈຶ່ງບໍ່ຈຳເປັນຕ້ອງໃຫ້ໃຜມາອອກໜ້າແທນເພື່ອປົກປ້ອງສິດທິມະນຸດຂອງເຈົ້າ; ສິ່ງເຫຼົ່ານີ້ເປັນສິ່ງທີ່ບໍ່ຈຳເປັນ. ຄົນສ່ວນໃຫຍ່ໄດ້ມີການແຍກແຍະກ່ຽວກັບສິດທິມະນຸດ ແລະ ເສລີພາບບໍ? ສິ່ງເຫຼົ່ານີ້ເປັນພຽງແນວຄິດ ແລະ ທັດສະນະຂອງມະນຸດ ແລະ ບໍ່ສາມາດນຳມາປຽບທຽບກັນໄດ້ກັບຄວາມຈິງ; ແນວຄິດເຊັ່ນນີ້ບໍ່ສາມາດໃຊ້ໄດ້ໃນເຮືອນຂອງພຣະເຈົ້າ. ການທີ່ຜູ້ນໍາໄດ້ມີການກຳກັບດູແລວຽກງານຂອງເຈົ້າເປັນສິ່ງທີ່ດີ. ເປັນຫຍັງ? ຍ້ອນມັນໝາຍຄວາມວ່າພວກເຂົາກຳລັງມີຄວາມຮັບຜິດຊອບຕໍ່ວຽກງານຂອງຄຣິສຕະຈັກ; ນີ້ຄືໜ້າທີ່ຂອງພວກເຂົາ, ຄວາມຮັບຜິດຊອບຂອງພວກເຂົາ. ການທີ່ສາມາດປະຕິບັດໜ້າທີ່ຄວາມຮັບຜິດຊອບນີ້ໃຫ້ສຳເລັດໄດ້ພິສູດວ່າພວກເຂົາເປັນຜູ້ນໍາທີ່ມີຄວາມສາມາດ, ເປັນຜູ້ນໍາທີ່ດີ. ຖ້າເຈົ້າໄດ້ຮັບເສລີພາບ ແລະ ສິດທິມະນຸດຢ່າງສົມບູນ ແລະ ເຈົ້າສາມາດເຮັດຫຍັງກໍໄດ້ຕາມທີ່ເຈົ້າຕ້ອງການ, ຕາມໃຈປາຖະໜາຂອງເຈົ້າ ແລະ ເພີດເພີນໄປກັບເສລີພາບ ແລະ ປະຊາທິປະໄຕຢ່າງເຕັມທີ່ ແລະ ບໍ່ວ່າເຈົ້າຈະເຮັດຫຍັງ ຫຼື ເຮັດແນວໃດ, ຜູ້ນໍາກໍບໍ່ສົນໃຈ ຫຼື ບໍ່ກຳກັບດູແລ, ບໍ່ເຄີຍຖາມເຈົ້າ, ບໍ່ກວດສອບວຽກງານຂອງເຈົ້າ, ບໍ່ເວົ້າຫຍັງເມື່ອພົບເຫັນບັນຫາ ແລະ ມີແຕ່ເອົາໃຈ ຫຼື ຕໍ່ລອງກັບເຈົ້າເທົ່ານັ້ນ, ຜູ້ນຳແບບນັ້ນຈະເປັນຜູ້ນຳທີ່ດີບໍ? ແນ່ນອນວ່າບໍ່ແມ່ນ. ຜູ້ນໍາເຊັ່ນນີ້ກຳລັງທຳຮ້າຍເຈົ້າ. ພວກເຂົາໄດ້ໃຫ້ທ້າຍເຈົ້າໃນການກະທຳຊົ່ວ, ໃຫ້ທ້າຍເຈົ້າໃນການຕໍ່ຕ້ານຫຼັກການ ແລະ ເຮັດຕາມທີ່ເຈົ້າປາຖະໜາ ເຊິ່ງນີ້ກໍຄືການຍູ້ເຈົ້າລົງສູ່ຂຸມໄຟ. ນີ້ບໍ່ແມ່ນຜູ້ນໍາທີ່ມີຄວາມຮັບຜິດຊອບ ແລະ ໄດ້ມາດຕະຖານ. ໃນທາງກົງກັນຂ້າມ, ຖ້າຜູ້ນໍາສາມາດກຳກັບດູແລເຈົ້າໄດ້ເປັນປະຈຳ, ລະບຸບັນຫາໃນວຽກງານຂອງເຈົ້າ ແລະ ເຕືອນ ຫຼື ຕຳໜິ ແລະ ເປີດໂປງເຈົ້າໄດ້ທັນເວລາ ແລະ ແກ້ໄຂ ແລະ ຊ່ວຍເຫຼືອເຈົ້າໃນການໄລ່ຕາມທີ່ບໍ່ຖືກຕ້ອງ ແລະ ການບ່ຽງເບນຂອງເຈົ້າໃນການປະຕິບັດໜ້າທີ່ຢ່າງທັນການ ແລະ ພາຍໃຕ້ການກຳກັບດູແລ, ການຕຳໜິ, ການສະໜອງ ແລະ ການຊ່ວຍເຫຼືອຂອງພວກເຂົາ, ທັດສະນະຄະຕິທີ່ຜິດຂອງເຈົ້າຕໍ່ໜ້າທີ່ຂອງເຈົ້າກໍຈະປ່ຽນແປງ, ເຈົ້າສາມາດປະຖິ້ມທັດສະນະທີ່ໄຮ້ສາລະບາງຢ່າງໄດ້, ແນວຄິດຂອງເຈົ້າເອງ ແລະ ສິ່ງທີ່ມາຈາກຄວາມມຸທະລຸກໍຄ່ອຍໆຫຼຸດໜ້ອຍລົງ ແລະ ເຈົ້າກໍສາມາດຍອມຮັບຄຳເວົ້າ ແລະ ທັດສະນະທີ່ຖືກຕ້ອງ ແລະ ສອດຄ່ອງກັບຫຼັກການຄວາມຈິງໄດ້ຢ່າງສະຫງົບ, ສິ່ງນີ້ບໍ່ໄດ້ເປັນປະໂຫຍດສຳລັບເຈົ້າບໍ? ປະໂຫຍດນັ້ນແມ່ນໃຫຍ່ຫຼວງຢ່າງແທ້ຈິງ.
ເຮືອນຂອງພຣະເຈົ້າໄດ້ປະຕິບັດຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກຂອງຕົນໂດຍການນໍາໃຊ້ການກຳກັບດູແລ, ການສັງເກດການ ແລະ ການທຳຄວາມເຂົ້າໃຈ. ພື້ນຖານຂອງການປະຕິບັດຕໍ່ຜູ້ຄົນດ້ວຍວິທີນີ້ແມ່ນຫຍັງ? ເປັນຫຍັງຈຶ່ງຕ້ອງປະຕິບັດຕໍ່ຜູ້ຄົນໃນລັກສະນະນີ້? ມັນບໍ່ແມ່ນວິທີການ ແລະ ແນວທາງທີ່ເກີດຈາກຫຼັກການຂອງຄວາມຈົງຮັກພັກດີ, ເອົາຈິງເອົາຈັງ ແລະ ການຮັບຜິດຊອບຕໍ່ໜ້າທີ່ຂອງຕົນບໍ? (ແມ່ນແລ້ວ). ຖ້າຜູ້ນໍາຄົນໜຶ່ງບໍ່ເຄີຍກຳກັບດູແລ, ສັງເກດການ ຫຼື ທຳຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ຄົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃນການປະຕິບັດໜ້າທີ່ຂອງພວກເຂົາ, ແລ້ວພວກເຂົາຈະສາມາດຖືໄດ້ວ່າເປັນຜູ້ນຳທີ່ຈົງຮັກພັກດີຕໍ່ໜ້າທີ່ຂອງຕົນໄດ້ບໍ? ເຫັນໄດ້ຢ່າງຊັດເຈນວ່າບໍ່ໄດ້. ຜູ້ນໍາ, ຜູ້ເຮັດວຽກ ແລະ ຜູ້ກຳກັບດູແລຂອງພວກເຈົ້າເຄີຍກວດສອບວຽກງານຂອງພວກເຈົ້າບໍ? ພວກເຂົາເຄີຍສອບຖາມກ່ຽວກັບຄວາມຄືບໜ້າຂອງວຽກງານຂອງພວກເຈົ້າບໍ? ພວກເຂົາເຄີຍແກ້ໄຂບັນຫາທີ່ເກີດຂຶ້ນໃນວຽກງານຂອງພວກເຈົ້າບໍ? ພວກເຂົາເຄີຍແກ້ໄຂຂໍ້ບົກຜ່ອງ ຫຼື ການບ່ຽງເບນທີ່ເຫັນໄດ້ຊັດເຈນໃນວຽກງານຂອງພວກເຈົ້າບໍ? ພວກເຂົາເຄີຍໃຫ້ການຊ່ວຍເຫຼືອ, ການສະໜອງ, ການສະໜັບສະໜູນ ຫຼື ການລິຮານກ່ຽວກັບການສະແດງອອກ ແລະ ການເປີດເຜີຍຕ່າງໆ ຂອງຄວາມເປັນມະນຸດຂອງເຈົ້າ ແລະ ການໄລ່ຕາມເສາະຫາການເຂົ້າສູ່ຊີວິດຂອງເຈົ້າບໍ? ຖ້າຜູ້ນໍາບໍ່ພຽງແຕ່ບໍ່ເຄີຍໃຫ້ການຊີ້ແນະແກ່ຜູ້ທີ່ປະຕິບັດໜ້າທີ່ທົ່ວໄປ, ແຕ່ຍັງບໍ່ເຄີຍໃຫ້ການໂອ້ລົມ, ການຊ່ວຍເຫຼືອ ຫຼື ການສະໜັບສະໜູນແກ່ຜູ້ທີ່ປະຕິບັດວຽກງານທີ່ສຳຄັນເລີຍ ໂດຍບໍ່ຕ້ອງເວົ້າເຖິງການກຳກັບດູແລ, ການສັງເກດການ ຫຼື ການທຳຄວາມເຂົ້າໃຈຢ່າງເລິກເຊິ່ງ ໂດຍບໍ່ມີການສະແດງອອກ ແລະ ການກະທຳເຫຼົ່ານີ້, ຜູ້ນໍາເຊັ່ນນີ້ຈະສາມາດຖືວ່າເປັນຜູ້ນໍາທີ່ເຮັດວຽກງານທີ່ເປັນຮູບປະທຳໄດ້ບໍ? ພວກເຂົາໄດ້ມາດຕະຖານໃນຖານະຜູ້ນໍາແລ້ວບໍ? (ບໍ່). ບາງຄົນເວົ້າວ່າ “ຜູ້ນໍາຂອງພວກເຮົາພຽງແຕ່ຈັດການເຕົ້າໂຮມໃຫ້ພວກເຮົາສອງຄັ້ງຕໍ່ອາທິດ, ໂອ້ລົມພຣະທຳຂອງພຣະເຈົ້າພຽງເລັກໜ້ອຍ ແລ້ວກໍອ່ານການໂອ້ລົມບາງຢ່າງຈາກເບື້ອງເທິງ ແລະ ບາງຄັ້ງພວກເຂົາກໍໄດ້ໂອ້ລົມກ່ຽວກັບຄວາມເຂົ້າໃຈຈາກປະສົບການຕົວຈິງຂອງພວກເຂົາ. ແຕ່ພວກເຂົາບໍ່ເຄີຍໃຫ້ຄຳແນະນຳ, ການສະໜອງ ຫຼື ການຊ່ວຍເຫຼືອໃດກໍຕາມທີ່ກ່ຽວກັບສະພາວະຕ່າງໆຂອງພວກເຮົາ, ພ້ອມທັງຄວາມຫຍຸ້ງຍາກທີ່ພວກເຮົາພົບພໍ້ໃນຂະນະທີ່ປະຕິບັດໜ້າທີ່ ຫຼື ໃນການເຂົ້າສູ່ຊີວິດ”. ທ່ານຄິດແນວໃດກັບຜູ້ນໍາຄົນນີ້? (ລາວບໍ່ໄດ້ມາດຕະຖານ, ລາວເປັນຜູ້ນໍາປອມ). ຖ້າຜູ້ນໍາບໍ່ສົນໃຈວຽກງານຂອງຕົນເອງ ຫຼື ສະພາວະຕ່າງໆ ຂອງຄົນທີ່ຢູ່ໃຕ້ບັງຄັບບັນຊາຂອງພວກເຂົາ ແລະ ບໍ່ເຮັດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ, ແລ້ວພວກເຂົາກໍບໍ່ໄດ້ມາດຕະຖານໃນຖານະຜູ້ນໍາ. ພວກເຂົາບໍ່ໄດ້ກຳກັບດູແລ, ສັງເກດການ ຫຼື ພະຍາຍາມທຳຄວາມເຂົ້າໃຈໃຜເລີຍ. ທຸກຄັ້ງ, ການສົນທະນາຂອງເຈົ້າກັບພວກເຂົາກໍເປັນແບບນີ້: “ຕອນນີ້ຄົນຜູ້ນີ້ເປັນແນວໃດແລ້ວ?” “ຂ້ອຍກຳລັງສັງເກດການພວກເຂົາຢູ່”. “ເຈົ້າສັງເກດການມາໄດ້ດົນປານໃດແລ້ວ? ເຈົ້າຄຸ້ນເຄີຍກັບພວກເຂົາແລ້ວບໍ?” “ຂ້ອຍສັງເກດການພວກເຂົາມາໄດ້ໜຶ່ງປີ ຫຼື ສອງປີແລ້ວ. ຂ້ອຍຍັງບໍ່ຄຸ້ນເຄີຍກັບພວກເຂົາປານໃດ”. “ແລ້ວຄົນຜູ້ນັ້ນເດ?” “ຂ້ອຍຍັງບໍ່ແນ່ໃຈກ່ຽວກັບພວກເຂົາປານໃດ, ແຕ່ພວກເຂົາສາມາດທົນທຸກຍາກລຳບາກໃນການປະຕິບັດໜ້າທີ່ຂອງຕົນ, ມີຄວາມຕັ້ງໃຈ ແລະ ເຕັມໃຈທີ່ຈະສະລະຕົນເອງເພື່ອພຣະເຈົ້າ”. “ນັ້ນກໍເປັນພຽງເລື່ອງຜິວເຜີນ. ແລ້ວການໄລ່ຕາມເສາະຫາຄວາມຈິງຂອງພວກເຂົາເດ?” “ເລື່ອງນີ້ຂ້ອຍກໍຕ້ອງທຳຄວາມເຂົ້າໃຈນຳຫວາ? ເອີ, ຂ້ອຍຊິລອງໄປສຶກສາເບິ່ງກ່ອນ”. ມັນບໍ່ຮູ້ວ່າເຈົ້າຈະຕ້ອງລໍຖ້າຜົນອີກດົນປານໃດຫຼັງຈາກທີ່ພວກເຂົາເວົ້າວ່າພວກເຂົາຈະໄປສຶກສາເບິ່ງເລື່ອງນັ້ນ, ເປັນສິ່ງທີ່ຄາດເດົາບໍ່ໄດ້. ຜູ້ນໍາປອມເຊັ່ນນີ້ແມ່ນໄວ້ວາງໃຈບໍ່ໄດ້ໃນວຽກງານຂອງພວກເຂົາ.
ຜູ້ນໍາຄຣິສຕະຈັກ ແລະ ຜູ້ກຳກັບດູແລຂອງພວກເຈົ້າມີທັດສະນະຄະຕິທີ່ຮັບຜິດຊອບຕໍ່ວຽກງານຂອງພວກເຈົ້າບໍ? ພວກເຂົາກຳແໜ້ນ ແລະ ເຂົ້າໃຈສະພາວະຂອງພວກເຈົ້າກ່ຽວກັບວຽກງານຢ່າງແທ້ຈິງແລ້ວບໍ່? ໄດ້ມີການດຳເນີນການໃນວຽກງານດ້ານນີ້ຢ່າງເໝາະສົມແລ້ວບໍ? (ບໍ່). ບໍ່ມີໃຜເລີຍໃນພວກເຂົາທີ່ຈະຮັບມືກັບດ້ານນີ້ໄດ້ຢ່າງເໝາະສົມ; ບໍ່ມີໃຜທີ່ຈະໄປຮອດຈຸດຂອງຄວາມຈົງຮັກພັກດີຕໍ່ໜ້າທີ່ຂອງຕົນ ແລະ ການເອົາຈິງເອົາຈັງ ແລະ ຮັບຜິດຊອບຕໍ່ວຽກງານ. ດັ່ງນັ້ນ, ການຈະບັນລຸສິ່ງນີ້ເປັນເລື່ອງງ່າຍແລ້ວບໍ? ມັນເປັນເລື່ອງຍາກບໍ? ມັນບໍ່ໄດ້ເປັນເລື່ອງຍາກ. ຖ້າເຈົ້າມີຂີດຄວາມສາມາດໃນລະດັບໃດໜຶ່ງຢ່າງແທ້ຈິງ, ເຂົ້າໃຈວຽກງານໃນທັກສະທາງວິຊາຊີບທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງເຈົ້າຢ່າງແທ້ຈິງ ແລະ ບໍ່ແມ່ນຄົນນອກໃນສາຍງານຂອງຕົນ, ແລ້ວເຈົ້າພຽງແຕ່ຕ້ອງຍຶດຖືຄຳເວົ້າປະໂຫຍກດຽວນີ້ໃຫ້ໄດ້ ແລະ ເຈົ້າກໍຈະສາມາດຈົງຮັກພັກດີຕໍ່ໜ້າທີ່ຂອງເຈົ້າໄດ້. ຄຳເວົ້າປະໂຫຍກໃດ? “ໃຫ້ໃສ່ໃຈ”. ຖ້າເຈົ້າໃສ່ໃຈໃນສິ່ງຕ່າງໆ ແລະ ໃສ່ໃຈໃນຜູ້ຄົນ, ແລ້ວເຈົ້າກໍຈະສາມາດຈົງຮັກພັກດີ ແລະ ຮັບຜິດຊອບໃນໜ້າທີ່ຂອງເຈົ້າໄດ້. ຄຳເວົ້າປະໂຫຍກນີ້ສາມາດປະຕິບັດໄດ້ງ່າຍບໍ? ເຈົ້າຈະນຳມັນໄປປະຕິບັດໄດ້ແນວໃດ? ມັນບໍ່ໄດ້ໝາຍເຖິງການໃຊ້ຫູຂອງເຈົ້າເພື່ອຟັງ, ທັງບໍ່ແມ່ນການໃຊ້ສະໝອງຂອງເຈົ້າເພື່ອຄິດ ແຕ່ມັນໝາຍເຖິງການໃຊ້ຫົວໃຈ. ຖ້າຄົນຜູ້ໜຶ່ງສາມາດໃຊ້ຫົວໃຈຂອງຕົນໄດ້ຢ່າງແທ້ຈິງ, ແລ້ວເມື່ອຕາຂອງພວກເຂົາເຫັນໃຜຄົນໃດຄົນໜຶ່ງເຮັດບາງສິ່ງ, ປະຕິບັດຕົນໃນທາງໃດທາງໜຶ່ງ ຫຼື ມີການຕອບສະໜອງບາງຢ່າງຕໍ່ບາງສິ່ງ ຫຼື ເມື່ອຫູຂອງພວກເຂົາໄດ້ຍິນຄວາມຄິດເຫັນ ຫຼື ການໂຕ້ແຍ້ງຂອງໃຜບາງຄົນ, ໂດຍການໃຊ້ຫົວໃຈຂອງພວກເຂົາເພື່ອໄຕ່ຕອງ ແລະ ພິຈາລະນາສິ່ງເຫຼົ່ານີ້, ແນວຄິດ, ທັດສະນະ ແລະ ທ່າທີບາງຢ່າງກໍຈະເກີດຂຶ້ນໃນຈິດໃຈຂອງພວກເຂົາ. ແນວຄິດ, ທັດສະນະ ແລະ ທ່າທີເຫຼົ່ານີ້ຈະເຮັດໃຫ້ພວກເຂົາມີຄວາມເຂົ້າໃຈທີ່ເລິກເຊິ່ງ, ສະເພາະເຈາະຈົງ ແລະ ຖືກຕ້ອງກ່ຽວກັບບຸກຄົນ ຫຼື ສິ່ງໆນັ້ນ ແລະ ໃນເວລາດຽວກັນ, ກໍຈະກໍ່ໃຫ້ເກີດການຕັດສິນ ແລະ ຫຼັກການທີ່ເໝາະສົມ ແລະ ຖືກຕ້ອງ. ເມື່ອຄົນຜູ້ໜຶ່ງມີການສະແດງອອກເຫຼົ່ານີ້ກ່ຽວກັບການໃສ່ໃຈເທົ່ານັ້ນ ຈຶ່ງຈະໝາຍຄວາມວ່າພວກເຂົາຈົງຮັກພັກດີຕໍ່ໜ້າທີ່ຂອງພວກເຂົາ. ແຕ່ຖ້າເຈົ້າບໍ່ໃສ່ໃຈກັບສິ່ງຕ່າງໆ, ຖ້າເຈົ້າຂາດການໃສ່ໃຈໃນເລື່ອງເຫຼົ່ານີ້, ຕາຂອງເຈົ້າກໍຈະບໍ່ມີປະຕິກິລິຍາຕໍ່ສິ່ງໃດກໍຕາມທີ່ເຈົ້າເຫັນ ແລະ ຫູຂອງເຈົ້າກໍຈະບໍ່ມີປະຕິກິລິຍາຕໍ່ສິ່ງໃດກໍຕາມທີ່ເຈົ້າໄດ້ຍິນເຊັ່ນກັນ. ຕາຂອງເຈົ້າບໍ່ເຄີຍເຝົ້າສັງເກດເບິ່ງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ; ພວກມັນບໍ່ເຄີຍເຝົ້າສັງເກດເຫັນຂໍ້ມູນທີ່ເຈົ້າພົບພໍ້. ໃນຫົວໃຈຂອງເຈົ້າ ເຈົ້າຈະບໍ່ສາມາດແຍກແຍະສຽງ ແລະ ການໂຕ້ແຍ້ງຕ່າງໆທີ່ເຈົ້າໄດ້ຍິນ, ເຈົ້າຈະບໍ່ສາມາດແຍກແຍະຂໍ້ມູນທີ່ເຈົ້າໄດ້ຍິນ. ນີ້ກໍຄືກັບຄົນຕາບອດທັງໆທີ່ມືນຕາຢູ່. ເມື່ອຫົວໃຈຂອງຄົນຜູ້ໜຶ່ງມືດບອດແລ້ວ, ຕາຂອງພວກເຂົາກໍຈະມືດບອດເຊັ່ນກັນ. ດັ່ງນັ້ນ, ແມ່ນຫຍັງເປັນສິ່ງທີ່ພາໄປສູ່ການສ້າງແນວຄິດ, ທັດສະນະ ແລະ ທ່າທີຈາກການສັງເກດສິ່ງຕ່າງໆດ້ວຍຕາ ແລະ ການຮັບຂໍ້ມູນດ້ວຍຫູ? ທັງໝົດນີ້ແມ່ນຂຶ້ນກັບການໃສ່ໃຈໃນສິ່ງຕ່າງໆ ແລະ ການສະແຫວງຫາຄວາມຈິງ. ຖ້າເຈົ້າໃສ່ໃຈໃນສິ່ງຕ່າງໆແລ້ວ, ເມື່ອໃດກໍຕາມທີ່ເຈົ້າໄດ້ຮັບຂໍ້ມູນ, ບໍ່ວ່າຈະໄດ້ເຫັນ ຫຼື ໄດ້ຍິນ, ເຈົ້າກໍຈະສາມາດສ້າງທັດສະນະ ແລະ ໄດ້ຮັບຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບບຸກຄົນ ຫຼື ສິ່ງເຫຼົ່ານັ້ນ. ແຕ່ຖ້າເຈົ້າບໍ່ໃສ່ໃຈໃນສິ່ງຕ່າງໆແລ້ວ, ບໍ່ວ່າຈະໄດ້ຮັບຂໍ້ມູນຫຼາຍສໍ່າໃດມັນກໍບໍ່ໄດ້ເປັນປະໂຫຍດ; ຖ້າເຈົ້າບໍ່ໃສ່ໃຈໃນການແຍກແຍະມັນ ຫຼື ການເບິ່ງທະລຸມັນ, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ, ແລ້ວເຈົ້າກໍຈະກາຍເປັນຄົນໄຮ້ຄ່າ, ບໍ່ມີປະໂຫຍດຫຍັງ. ຄົນທີ່ໄຮ້ປະໂຫຍດໝາຍເຖິງຫຍັງ? ມັນໝາຍເຖິງຄົນທີ່ບໍ່ໃສ່ໃຈໃນການປະຕິບັດໜ້າທີ່ຂອງຕົນ ພວກເຂົາມີຕາ ແລະ ຫູ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ມີປະໂຫຍດ. ຄົນທີ່ບໍ່ໃສ່ໃຈຈະບໍ່ຈົງຮັກພັກດີຕໍ່ໜ້າທີ່ຂອງຕົນ ແລະ ຈະບໍ່ບັນລຸທັດສະນະຄະຕິທີ່ເອົາຈິງເອົາຈັງ ແລະ ຮັບຜິດຊອບຕໍ່ວຽກງານຂອງພວກເຂົາ.
ເຮືອນຂອງພຣະເຈົ້າໄດ້ດຳເນີນການກຳກັບດູແລຜູ້ນໍາ ແລະ ຜູ້ເຮັດວຽກໃນທຸກລະດັບ, ສັງເກດການ ແລະ ທຳຄວາມເຂົ້າໃຈພວກເຂົາໃນລະດັບທີ່ເລິກເຊິ່ງ, ໂດຍມີຈຸດປະສົງເພື່ອປັບປຸງວຽກງານຂອງຄຣິສຕະຈັກ ແລະ ຊີ້ແນະປະຊາກອນທີ່ພຣະເຈົ້າເລືອກໄປສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້. ສະນັ້ນ, ການກຳກັບດູແລ ແລະ ການສັງເກດຜູ້ນໍາ ແລະ ຜູ້ເຮັດວຽກຈຶ່ງເປັນສິ່ງສຳຄັນ ແລະ ຕ້ອງໄດ້ປະຕິບັດດ້ວຍວິທີນີ້. ດ້ວຍການກຳກັບດູແລຂອງປະຊາກອນທີ່ພຣະເຈົ້າເລືອກ, ຖ້າຄົ້ນພົບວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ມີການປະຕິບັດວຽກງານຕົວຈິງ ແລະ ພວກເຂົາໄດ້ຮັບການຈັດການ ແລະ ແກ້ໄຂໄດ້ທັນເວລາ, ສິ່ງນີ້ກໍຈະເປັນປະໂຫຍດຕໍ່ຄວາມຄືບໜ້າຂອງວຽກງານຂອງຄຣິສຕະຈັກ. ການກຳກັບດູແລຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຄວາມຮັບຜິດຊອບຂອງປະຊາກອນທີ່ພຣະເຈົ້າເລືອກ ແລະ ການເຮັດເຊັ່ນນັ້ນກໍສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສົມບູນ. ເນື່ອງຈາກຜູ້ນໍາ ແລະ ຜູ້ເຮັດວຽກມີອຸປະນິໄສທີ່ເສື່ອມຊາມ, ຖ້າພວກເຂົາບໍ່ໄດ້ຮັບການກຳກັບດູແລ, ມັນບໍ່ພຽງແຕ່ຈະເປັນຜົນເສຍຕໍ່ພວກເຂົາ ແຕ່ຍັງຈະສົ່ງຜົນກະທົບໂດຍກົງຕໍ່ວຽກງານຂອງຄຣິສຕະຈັກ. ພາຍໃຕ້ສະຖານະການໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະບໍ່ຕ້ອງການການກຳກັບດູແລຈາກປະຊາກອນທີ່ພຣະເຈົ້າເລືອກອີກຕໍ່ໄປ? ມັນກໍຄືເມື່ອຜູ້ນໍາ ແລະ ຜູ້ເຮັດວຽກເຂົ້າໃຈຄວາມຈິງຢ່າງສົມບູນ, ເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ກະທຳດ້ວຍຫຼັກການ, ກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນແບບ ແລະ ຖືກໃຊ້ງານໂດຍພຣະເຈົ້າ. ໃນກໍລະນີດັ່ງກ່າວ, ການກຳກັບດູແລໂດຍປະຊາກອນທີ່ພຣະເຈົ້າເລືອກກໍຈະບໍ່ຈຳເປັນອີກຕໍ່ໄປ ແລະ ເຮືອນຂອງພຣະເຈົ້າກໍຈະບໍ່ເນັ້ນໜັກເລື່ອງນີ້ອີກ. ແນວໃດກໍຕາມ, ມັນຮັບປະກັນໄດ້ບໍວ່າຄົນທີ່ຖືກເຮັດໃຫ້ສົມບູນແບບໂດຍພຣະເຈົ້າຈະບໍ່ມີຄວາມຜິດພາດ ແລະ ການບ່ຽງເບນເລີຍບໍ? ບໍ່ສະເໝີໄປ. ສະນັ້ນ, ການກວດສອບຂອງພຣະເຈົ້າຍັງຄົງຈຳເປັນ, ເຊັ່ນດຽວກັບການກຳກັບດູແລໂດຍຜູ້ທີ່ເຂົ້າໃຈຄວາມຈິງ; ການປະຕິບັດນີ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສົມບູນ. ຍ້ອນວ່າມະນຸດທຸກຄົນມີອຸປະນິໄສທີ່ເສື່ອມຊາມ, ມີພຽງແຕ່ຜ່ານການກຳກັບດູແລເທົ່ານັ້ນທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະຖືກຊຸກຍູ້ໃຫ້ມີຄວາມຮັບຜິດຊອບຕໍ່ວຽກງານຂອງພວກເຂົາ ແລະ ຈົງຮັກພັກດີຕໍ່ໜ້າທີ່ຂອງພວກເຂົາ. ຫາກບໍ່ມີການກຳກັບດູແລ, ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ກໍຈະກະທຳການຕາມອຳເພີໃຈ ແລະ ເຮັດພໍແລ້ວມືແລ້ວຕີນ ເຊິ່ງນີ້ກໍຄືຄວາມຈິງທີ່ເປັນຮູບປະທຳ. ຖ້າເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ອ້າຍເອື້ອຍນ້ອງທີ່ຢູ່ອ້ອມຂ້າງເຈົ້າມັກຈະກຳກັບດູແລ ແລະ ສັງເກດການເບິ່ງເຈົ້າ, ພະຍາຍາມທຳຄວາມເຂົ້າໃຈວ່າເຈົ້າເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ ຫຼື ບໍ່, ສຳລັບເຈົ້ານີ້ເປັນສິ່ງທີ່ດີແລ້ວ. ຖ້າພວກເຂົາຄົ້ນພົບບັນຫາກ່ຽວກັບເຈົ້າ ແລະ ເຈົ້າສາມາດແກ້ໄຂມັນໄດ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ສິ່ງນີ້ກໍເປັນປະໂຫຍດຕໍ່ການໄລ່ຕາມເສາະຫາຄວາມຈິງຂອງເຈົ້າ ແລະ ການເຂົ້າສູ່ຊີວິດຂອງເຈົ້າ. ຖ້າພວກເຂົາຄົ້ນພົບວ່າເຈົ້າກຳລັງກະທຳຄວາມຊົ່ວຮ້າຍ ແລະ ເຈົ້າໄດ້ສະແດງພຶດຕິກຳທີ່ຊົ່ວຮ້າຍຫຼາຍຢ່າງເປັນການສ່ວນຕົວ ແລະ ບໍ່ແມ່ນຄົນທີ່ໄລ່ຕາມເສາະຫາຄວາມຈິງຢ່າງແນ່ນອນ, ພວກເຂົາກໍຈະເປີດໂປງເຈົ້າ ແລະ ປົດເຈົ້າອອກຈາກຕຳແໜ່ງຂອງເຈົ້າ, ເຊິ່ງຈະເປັນການກຳຈັດຕົວໄພພິບັດໃຫ້ແກ່ປະຊາກອນທີ່ພຣະເຈົ້າເລືອກ ແລະ ຍັງຊ່ວຍໃຫ້ເຈົ້າຫຼີກລ່ຽງການລົງໂທດທີ່ຮ້າຍແຮງກວ່າເກົ່າ: ການກຳກັບດູແລເຊັ່ນນີ້ເປັນປະໂຫຍດຕໍ່ທຸກຄົນ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີການຕອບສະໜອງທີ່ຖືກຕ້ອງຕໍ່ການກຳກັບດູແລຂອງປະຊາກອນທີ່ພຣະເຈົ້າເລືອກ. ຖ້າເຈົ້າເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຈາກຄວາມຊົ່ວຮ້າຍ, ເຈົ້າຈະຮູ້ສຶກວ່າເຈົ້າຕ້ອງການການກຳກັບດູແລຂອງປະຊາກອນທີ່ພຣະເຈົ້າເລືອກ ແລະ ຍິ່ງໄປກວ່ານັ້ນ, ເຈົ້າຍັງຕ້ອງການການຊ່ວຍເຫຼືອຂອງພວກເຂົາ. ຖ້າເຈົ້າເປັນຄົນຊົ່ວຮ້າຍ ແລະ ມີຈິດສຳນຶກໃນການຮູ້ສຶກຜິດ, ເຈົ້າກໍຈະຢ້ານການຖືກກຳກັບດູແລ ແລະ ພະຍາຍາມຫຼີກລ່ຽງມັນ; ນີ້ເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້. ສະນັ້ນ, ບໍ່ຕ້ອງສົງໄສເລີຍວ່າທຸກຄົນທີ່ຕໍ່ຕ້ານ ແລະ ເບື່ອໜ່າຍການກຳກັບດູແລຂອງປະຊາກອນທີ່ພຣະເຈົ້າເລືອກລ້ວນແຕ່ມີເລື່ອງປິດບັງ ແລະ ບໍ່ແມ່ນຄົນທີ່ຊື່ສັດຢ່າງແນ່ນອນ; ບໍ່ມີໃຜຢ້ານການຊີ້ນຳຫຼາຍໄປກວ່າຄົນເລ່ລ່ຽມ. ດັ່ງນັ້ນ ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮັບເອົາທັດສະນະຄະຕິແບບໃດຕໍ່ການກຳກັບດູແລຂອງປະຊາກອນທີ່ພຣະເຈົ້າເລືອກ? ມັນຄວນຈະເປັນການຄິດລົບ, ການລະແວງ, ການຕໍ່ຕ້ານ ແລະ ຄວາມຄຽດແຄ້ນ ຫຼື ການເຊື່ອຟັງຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ ແລະ ການຍອມຮັບດ້ວຍຄວາມຖ່ອມຕົວ? (ການຍອມຮັບດ້ວຍຄວາມຖ່ອມຕົວ). ການຍອມຮັບດ້ວຍຄວາມຖ່ອມຕົວໝາຍເຖິງຫຍັງ? ມັນໝາຍເຖິງການຍອມຮັບທຸກສິ່ງຈາກພຣະເຈົ້າ, ການສະແຫວງຫາຄວາມຈິງ, ການຮັບເອົາທັດສະນະຄະຕິທີ່ຖືກຕ້ອງ ແລະ ການບໍ່ເປັນຄົນຫົວຮ້ອນ. ຖ້າຄົນໃດຄົນໜຶ່ງໄດ້ຄົ້ນພົບບັນຫາກ່ຽວກັບເຈົ້າແທ້ໆ ແລະ ຊີ້ບອກໃຫ້ເຈົ້າເຫັນ, ຊ່ວຍເຈົ້າໃຫ້ແຍກແຍະ ແລະ ເຂົ້າໃຈມັນ, ຊ່ວຍເຈົ້າໃນການແກ້ໄຂບັນຫານີ້, ກໍສະແດງວ່າພວກເຂົາກຳລັງຮັບຜິດຊອບຕໍ່ເຈົ້າ ແລະ ຮັບຜິດຊອບຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ; ສິ່ງນີ້ເປັນການກະທຳທີ່ຖືກຕ້ອງ ແລະ ເປັນເລື່ອງທຳມະຊາດ ແລະ ທ່ຽງທຳໂດຍສົມບູນ. ຖ້າມີຜູ້ຄົນທີ່ຖືວ່າການກຳກັບດູແລຂອງຄຣິສຕະຈັກມີຕົ້ນກຳເນີດມາຈາກຊາຕານ ແລະ ມາຈາກເຈດຕະນາທີ່ຊົ່ວຮ້າຍ, ດັ່ງນັ້ນແລ້ວ ພວກເຂົາກໍຄືມານຮ້າຍ ແລະ ຊາຕານ. ດ້ວຍທຳມະຊາດແບບມານຮ້າຍເຊັ່ນນັ້ນ, ແນ່ນອນວ່າພວກເຂົາຈະບໍ່ຍອມຮັບການກວດສອບຂອງພຣະເຈົ້າ. ຖ້າຄົນໃດຄົນໜຶ່ງຮັກຄວາມຈິງຢ່າງແທ້ຈິງ, ພວກເຂົາກໍຈະມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບການກຳກັບດູແລຂອງປະຊາກອນທີ່ພຣະເຈົ້າເລືອກ, ພວກເຂົາຈະສາມາດຖືໄດ້ວ່າມັນເປັນການກະທຳທີ່ອອກມາຈາກຄວາມຮັກ, ວ່າເປັນສິ່ງທີ່ມາຈາກພຣະເຈົ້າ ແລະ ພວກເຂົາຈະສາມາດຍອມຮັບມັນຈາກພຣະເຈົ້າໄດ້. ພວກເຂົາຈະບໍ່ເປັນຄົນຫົວຮ້ອນ ຫຼື ກະທຳຕາມອາລົມຊົ່ວຄາວຢ່າງແນ່ນອນ, ຍິ່ງໄປກວ່ານັ້ນ ການຕໍ່ຕ້ານ, ການລະແວງ ຫຼື ຄວາມສົງໄສກໍຈະບໍ່ປາກົດໃນຫົວໃຈຂອງພວກເຂົາ. ທັດສະນະຄະຕິທີ່ຖືກຕ້ອງທີ່ສຸດໃນການປະເຊີນໜ້າກັບການກຳກັບດູແລຂອງປະຊາກອນທີ່ພຣະເຈົ້າເລືອກຄື: ຄຳເວົ້າ, ການກະທຳ, ການກຳກັບດູແລ, ການສັງເກດການ ຫຼື ການແກ້ໄຂໃດກໍຕາມ ໂດຍແມ່ນແຕ່ການລິຮານໃດກໍຕາມ ທີ່ເປັນປະໂຫຍດຕໍ່ເຈົ້າ, ເຈົ້າຄວນຍອມຮັບຈາກພຣະເຈົ້າ; ຢ່າເປັນຄົນຫົວຮ້ອນ. ການເປັນຄົນຫົວຮ້ອນນັ້ນແມ່ນມາຈາກຜູ້ຊົ່ວຮ້າຍ, ຈາກຊາຕານ, ມັນບໍ່ໄດ້ມາຈາກພຣະເຈົ້າ ແລະ ມັນບໍ່ແມ່ນທັດສະນະຄະຕິທີ່ຜູ້ຄົນຄວນມີຕໍ່ຄວາມຈິງ.
ນັ້ນຄືທັງໝົດທີ່ພວກເຮົາຈະເພີ່ມເຕີມ ແລະ ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີເຈັດຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ດັ່ງນັ້ນ ນີ້ໝາຍຄວາມວ່າຄວາມຮັບຜິດຊອບນີ້ໄດ້ຮັບການໂອ້ລົມກັນຢ່າງຄົບຖ້ວນແລ້ວ ໂດຍບໍ່ມີເນື້ອໃນສະເພາະເຈາະຈົງອັນໃດ ທີ່ຈະເພີ່ມເຕີມອີກແລ້ວບໍ? ບໍ່, ທຸກຄວາມຮັບຜິດຊອບຍັງຄົງມີເນື້ອໃນທີ່ສະເພາະເຈາະຈົງ ແລະ ລະອຽດກວ່າຫຼາຍ. ສິ່ງທີ່ເຮົາໄດ້ໂອ້ລົມກັນໄປນັ້ນແມ່ນຫຼັກການແບບກວມລວມ; ສ່ວນລາຍລະອຽດສະເພາະວ່າຈະນຳຫຼັກການເຫຼົ່ານີ້ໄປຈັດຕັ້ງປະຕິບັດ ແລະ ນຳໃຊ້ແນວໃດນັ້ນ ແມ່ນຂຶ້ນກັບພວກເຈົ້າທີ່ຈະຕ້ອງໄປຮຽນຮູ້ຜ່ານປະສົບການຂອງຕົນເອງ. ຖ້າພວກເຈົ້າຍັງບໍ່ສາມາດເບິ່ງທະລຸຫຼັກການເຫຼົ່ານີ້ໄດ້ ຫຼື ບໍ່ຮູ້ວິທີນໍາໃຊ້ພວກມັນ, ກໍຈົ່ງສະແຫວງຫາ ແລະ ໂອ້ລົມນຳກັນ. ຖ້າການໂອ້ລົມນຳກັນຍັງບໍ່ໄດ້ນຳໄປສູ່ຜົນທີ່ຕ້ອງການ, ກໍຈົ່ງສອບຖາມຜູ້ທີ່ມີຕຳແໜ່ງສູງກວ່າເຈົ້າ. ສະຫຼຸບສັ້ນໆ, ບໍ່ວ່າຈະເປັນການຈັດການກັບຄົນປະເພດໃດ ຫຼື ການຕັດສິນໃຈວ່າຈະເລື່ອນຕຳແໜ່ງ ແລະ ໃຊ້ງານໃຜ, ທັງໝົດກໍຕ້ອງຍຶດໝັ້ນກັບຫຼັກການ. ສຳລັບບຸກຄົນທີ່ມີພອນສະຫວັນບາງຄົນ, ໃນສະຖານະການທີ່ບໍ່ມີໃຜສາມາດເບິ່ງທະລຸ ຫຼື ເຂົ້າໃຈພວກເຂົາໄດ້ຢ່າງຄົບຖ້ວນ, ພວກເຂົາກໍສາມາດໄດ້ຮັບການເລື່ອນຕຳແໜ່ງ ແລະ ໃຊ້ງານໃນເບື້ອງຕົ້ນຕາມຄວາມຕ້ອງການຂອງວຽກງານໃນຄຣິສຕະຈັກ ຢ່າເຮັດໃຫ້ວຽກງານຊັກຊ້າ ແລະ ຢ່າເຮັດໃຫ້ການບົ່ມເພາະຄົນຊັກຊ້າ; ນີ້ຄືສິ່ງສຳຄັນ. ບາງຄົນຖາມວ່າ, “ຈະເປັນແນວໃດຖ້າພວກເຂົາເຮັດໃຫ້ວຽກງານເສຍຫາຍ ຫຼັງຈາກຖືກນໍາມາໃຊ້ງານແລ້ວ? ໃຜຈະຮັບຜິດຊອບ?” ເມື່ອເຈົ້າໃຊ້ງານຄົນຜູ້ໜຶ່ງ, ມັນກໍຄືກັບວ່າເຈົ້າເອົາລາວໄປປະໄວ້ເທິງເກາະຮ້າງທີ່ບໍ່ມີໃຜສາມາດຕິດຕໍ່ຫາລາວໄດ້ເລີຍບໍ? ທີ່ຈິງແລ້ວ ບໍ່ແມ່ນມີຄົນອື່ນໆ ອີກຫຼາຍຄົນທີ່ຢູ່ອ້ອມຂ້າງພວກເຂົາທີ່ກຳລັງປະຕິບັດໜ້າວຽກສະເພາະຢູ່ບໍ? ມີວິທີທາງໃນການແກ້ໄຂບັນຫາທັງໝົດນີ້; ຄືການກຳກັບດູແລ, ການສັງເກດການ ແລະ ການທຳຄວາມເຂົ້າໃຈພວກເຂົາ ແລະ ຖ້າເງື່ອນໄຂເອື້ອອຳນວຍ, ກໍສາມາດເຮັດໄດ້ຜ່ານການພົວພັນຢ່າງໃກ້ຊິດ. ການພົວພັນຢ່າງໃກ້ຊິດໝາຍເຖິງຫຍັງກັນແທ້? ມັນໝາຍເຖິງການເຮັດວຽກຮ່ວມກັບພວກເຂົາ; ຂະບວນການຂອງການເຮັດວຽກຄືຂະບວນການຂອງການທຳຄວາມເຂົ້າໃຈພວກເຂົາ. ເຈົ້າຈະບໍ່ຄ່ອຍໆເຂົ້າໃຈພວກເຂົາຜ່ານການພົວພັນແບບນີ້ບໍ? ຖ້າເຈົ້າມີໂອກາດຕິດຕໍ່ພົວພັນແຕ່ບໍ່ເຮັດ ແລະ ພຽງແຕ່ໂທລະສັບໄປສອບຖາມສອງສາມຄຳຖາມແລ້ວກໍແລ້ວໄປ, ມັນກໍເປັນໄປບໍ່ໄດ້ທີ່ຈະເຂົ້າໃຈພວກເຂົາ. ເຈົ້າຕ້ອງໄດ້ຕິດຕໍ່ພົວພັນກັບຄົນທີ່ເຈົ້າສາມາດຕິດຕໍ່ພົວພັນໄດ້ເພື່ອແກ້ໄຂບັນຫາ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງບໍ່ຂີ້ຄ້ານໃນວຽກງານຂອງພວກເຂົາ. ດັ່ງນັ້ນ, ຖ້າເຈົ້າຕ້ອງການສັງເກດການ ແລະ ທຳຄວາມເຂົ້າໃຈຄົນໃດຄົນໜຶ່ງ, ເຈົ້າຄວນເຮັດແນວໃດ? (ໂດຍການຕິດຕໍ່ພົວພັນກັບພວກເຂົາ). ຖືກຕ້ອງບໍ? ສິ່ງສຳຄັນກໍຄືການໃສ່ໃຈ! ຂໍ້ມູນທີ່ພວກເຈົ້າສາມາດເກັບໄວ້ໃນໃຈໄດ້ນັ້ນ ກໍປຽບສະເໝືອນກັບການຕັກນ້ຳໃສ່ກະຕ່າທີ່ຮົ່ວ ຕັກໃສ່ທາງໜ້າ ນ້ຳກໍໄຫຼອອກມາທາງຫຼັງ, ຈົນສຸດທ້າຍກໍບໍ່ເຫຼືອຫຍັງເລີຍ, ເຮັດໃຫ້ຄວາມພະຍາຍາມທັງໝົດໄຮ້ປະໂຫຍດ. ໃນຕອນທ້າຍຂອງການຟັງເທດສະໜາ, ພວກເຈົ້າບໍ່ສາມາດຈື່ເນື້ອໃນທີ່ໄດ້ໂອ້ລົມກັນໄປກ່ອນໜ້ານີ້ໄດ້; ເຫດຜົນທີ່ເປັນແບບນີ້ແມ່ນຫຍັງ? (ພວກເຮົາບໍ່ໄດ້ໃສ່ໃຈ). ໂດຍປົກກະຕິແລ້ວ ພວກເຈົ້າບໍ່ໃສ່ໃຈໃນການປະຕິບັດຄວາມຈິງ, ສະນັ້ນ ຫົວໃຈຂອງພວກເຈົ້າຈຶ່ງບໍ່ໄດ້ເອົາໃຈໃສ່ໃນເລື່ອງເຫຼົ່ານີ້. ກ່ຽວກັບວິທີການທີ່ຈະເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງ, ວິທີການຮູ້ຈັກຕົນເອງ ແລະ ວິທີການເບິ່ງທະລຸແກ່ນແທ້ຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆດ້ວຍຄວາມຈິງ, ພວກເຈົ້າບໍ່ມີການເຂົ້າສູ່ໃດເລີຍ; ດັ່ງນັ້ນ, ເລື່ອງເຫຼົ່ານີ້ຈຶ່ງບໍ່ມີພື້ນຖານໃນຫົວໃຈຂອງພວກເຈົ້າ. ສຳລັບສິ່ງເຫຼົ່ານັ້ນທີ່ກ່ຽວຂ້ອງກັບການເຂົ້າສູ່ຄວາມເປັນຈິງຄວາມຈິງ, ພວກເຈົ້າມັກຈະຮູ້ສຶກຈັບຕົ້ນຊົນປາຍບໍ່ຖືກຢູ່ສະເໝີ. ຕອນນີ້, ພວກເຈົ້າຍັງເຂົ້າຮ່ວມການເຕົ້າໂຮມທຸກອາທິດເພື່ອຟັງເທດສະໜາ. ຖ້າພວກເຈົ້າບໍ່ໄດ້ຟັງເທດສະໜາ, ຄວາມເຊື່ອອັນເລັກໜ້ອຍທີ່ມີໃນຫົວໃຈຂອງພວກເຈົ້າກໍຈະຄ່ອຍໆຈືດຈາງ ແລະ ຫາຍໄປເທື່ອລະໜ້ອຍບໍ? ນີ້ຄືສັນຍານອັນຕະລາຍ! ພວກເຈົ້າຈະສາມາດໃສ່ໃຈໄດ້ ຫຼື ບໍ່? ເຮົາໄດ້ບອກລາຍລະອຽດທັງໝົດໃຫ້ແກ່ພວກເຈົ້າແລ້ວ; ຖ້າເຈົ້າມີໃຈຢ່າງແທ້ຈິງ, ເຈົ້າກໍຈະສາມາດເຮັດໄດ້. ຖ້າເຈົ້າບໍ່ມີໃຈ, ບໍ່ວ່າເຮົາຈະເວົ້າແນວໃດ, ເຈົ້າກໍຈະບໍ່ເຂົ້າໃຈ. ນັ້ນຄືທັງໝົດສຳລັບການໂອ້ລົມຂອງພວກເຮົາໃນຫົວຂໍ້ນີ້.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?